ພາສາລາວ (Lao): translationQuestions Print

Updated ? hours ago # views See on WACS

Exodus 1

Exodus 1:1

ຢູ່ໃນປະເທດໃດ ທີ່ບັນດາລູກຊາຍຂອງອິສະຣາເອນໄປກັບຢາໂຄບ?

ບັນດາລູກຊາຍຂອງອິສະຣາເອນໄດ້ໄປກັບຢາໂຄບໃນປະເທດເອຢິບ.

ເຊື້ອສາຍຢາໂຄບທີ່ໄດ້ໄປທີ່ນັ້ນມີຫລາຍປານໃດ?

ເຊື້ອສາຍຢາໂຄຍທີ່ໄດ້ໄປທີ່ນັ້ນມີທັງຫມົດ ເຈັດສິບຄົນ.

Exodus 1:8

ຜູ້ໃດທີ່ບໍ່ສົນໃຈ ທີ່ຈົດຈຳໂຢເຊັບ?

ກະສັດອົງໃຫມ່ຂຶ້ນປົກຄອງຣາຊະສົມບັດໃນປະເທດເອຢິບ, ພະອົງບໍ່ຊົງຮູ້ຈັກກັບໂຢເຊັບ.

ກະສັດຂອງຊາວເອຢິບຄິດວ່າແມ່ນຫຍັງທີ່ຈະເກີດຂຶ້ນ ຖ້າພວກເຂົາບໍ່ຈັດການກັບຊາວອິສະຣາເອນຢ່າງສະຫລາດ?

ກະສັດຂອງຊາວເອຢິບຢ້ານວ່າ ຊາວອິສະຣາເອນຈະທະວີຫລາຍຂຶ້ນ, ແລະຖ້າເກີດສົງຄາມຂຶ້ນເມື່ອໃດ, ພວກເຂົາຈະເຂົ້າຮ່ວມມືກັບພວກສັດຕຣູ, ຫັນມາຕໍ່ສູ້ພວກເຮົາ, ແລະຈະອອກໄປຈາກແຜ່ນດິນນີ້ໄດ້."

Exodus 1:11

ຜູ້ຄວບຄຸມບັງຄັບຊາວອິສະຣາເອນແນວໃດ?

ຜູ້ຄວບຄຸມບັງຄັບຊາວອິສະຣາເອນໃຫ້ເຮັດວຽກການຫນັກ.

ເກີດຫຍັງຂຶ້ນຕື່ມອີກ ເມື່ອຊາວເອຢິບບັງຄັບຊາວອິສະຣາເອນ?

ຊາວເອຢິບບັງຄັບພວກເຂົາຫລາຍເທົ່າໃດ, ຊາວອິສະຣາເອນກໍຍິ່ງເພີ່ມຈຳນວນ ແລະ ຍິ່ງເພີ່ມທະວີຂຶ້ນໄປອີກເທົ່ານັ້ນ.

Exodus 1:15

ກະສັດເອຢິບໄດ້ຊົງມີຄຳສັ່ງໃຫ້ນາງຫມໍຕຳແຍເຮັດຫຍັງ ຖ້າເກີດເປັນລູກຊາຍ?

ກະສັດເອຢິບບອກພວກເຂົາວ່າ ຖ້າເກີດເປັນຜູ້ຊາຍ, ແລ້ວກໍໃຫ້ພວກເຂົາຂ້າເສຍ.

ຍ້ອນຫຍັງ ນາງຫມໍຕຳແຍບໍ່ໄດ້ເຮັດຕາມຄຳສັ່ງຂອງກະສັດເອຢິບທີ່ໄດ້ສັ່ງພວກນາງ?

ຍ້ອນວ່າ ພວກນາງຫມໍຕຳແຍຢຳເກງພຣະເຈົ້າ ແລະບໍ່ໄດ້ເຮັດຕາມຄຳສັ່ງຂອງກະສັດເອຢິບທີ່ສັ່ງພວກນາງ.

Exodus 1:18

ພວກນາງຫມໍຕຳແຍທູນຕອບເຖິງ ພວກຍິງຊາວເຮັບເຣີ ບໍ່ຄືພວກຍິງຊາວເອຢິບແນວໃດ?

ພວກນາງຈຶ່ງທູນຕອບວ່າ ພວກຍິງຊາວເຮັບເຣີແຂງແຮງ ແລະຈຶ່ງເກີດລູກກ່ອນທີ່ພວກນາງຫມໍຕຳແຍໄປຮອດພວກເຂົາ.

Exodus 1:20

ຟາຣາໂອມີຄຳສັ່ງແກ່ປະຊາຊົນທັງຫມົດຂອງພຣະອົງ ໃຫ້ເຮັດແນວໃດກັບບັນດາລູກຊາຍ?

ຟາຣາໂອມີຄຳສັ່ງແກ່ປະຊາຊົນຂອງພຣະອົງວ່າ, "ລູກຊາຍຊາວເຮັບເຣີທີ່ເກີດມາ ພວກເຈົ້າຈົ່ງໂຍນຖິ້ມລົງໃນແມ່ນໍ້າເສຍ".

Exodus 2

Exodus 2:1

ດົນປານໃດທີ ຍິງຈາກເຜົ່າເລວີໄດ້ເຊື່ອງລູກຊາຍຂອງນາງ?

ຍິງໃນເຜົ່າເລວີຈຶ່ງເຊື່ອງເຂົາໄວ້ເປັນເວລາສາມເດືອນ.

Exodus 2:3

ຍິງໃນເຜົ່າເລວີໄດ້ ເອົາກະຕ່າທີ່ສານດ້ວຍໄມ້ອໍ້ ຊຶ່ງທາດ້ວຍສິ່ງໃດ?

ນາງຈຶ່ງເອົາກະຕ່າທີ່ສານດ້ວຍໄມ້ອໍ້ ແລະທາດ້ວຍນ້ຳມັນດິນ ແລະທອຍ.

ຍ້ອນຫຍັງ ເອື້ອຍຂອງເດັກນ້ອຍຈຶ່ງຢືນຢູ່ຫ່າງໆ?

ເອື້ອຍຂອງເດັກນ້ອຍຢືນຢູ່ຫ່າງໆ ລໍຖ້າເບີ່ງວ່າ ຈະມີເຫດການຫຍັງເກີດຂຶ້ນກັບເຂົາ.

Exodus 2:5

ລູກສາວຂອງກະສັດຟາຣາໂອກຳລັງເຮັດຫຍັງຢູ່ ໃນຂະນະທີ່ພວກສາວໃຊ້ຍ່າງຕາມແຄມແມ່ນໍ້ານັ້ນ?

ລູກສາວຂອງກະສັດຟາຣາໂອ ໄດ້ສະເດັດລົງມາອາບນໍ້າທີ່ແມ່ນໍ້າ ໃນຂະນະທີ່ພວກສາວໃຊ້ຍ່າງຕາມແຄມແມ່ນໍ້ານັ້ນ.

Exodus 2:7

ຜູ້ໃດທີ່ ເດັກຜູ້ຍິງໄດ້ນຳມາໃຫ້ລ້ຽງເດັກ ສຳລັບລູກສາວຂອງຟາຣາໂອ?

ເດັກຜູ້ຍິງຄົນນີ້ຈຶ່ງໄປ ແລະ ນຳແມ່ຂອງເດັກນ້ອຍນັ້ນມາ ເພື່ອລ້ຽງເດັກນີ້ໃຫ້ແກ່ລູກສາວຂອງຟາຣາໂອ.

Exodus 2:9

ຜູ້ໃດຕັ້ງຊື່ໃຫ້ເດັກຊາຍວ່າ ໂມເຊ?

ລູກສາວຂອງຟາຣາໂອໄດ້ຕັ້ງຊື່ໃຫ້ເດັກຊາຍວ່າ ໂມເຊ.

Exodus 2:11

ໂມເຊເຊື່ອງສົບຂອງຊາວເອຢິບ ທີ່ລາວໄດ້ຂ້ານັ້ນຢູ່ໃສ?

ໂມເຊໄດ້ຂ້າຊາວເອຢິບ ແລະ ເຊື່ອງສົບໄວ້ໃນກອງດິນຊາຍ.

Exodus 2:13

ເມື່ອຊາຍຊາວເຮັບເຣີສອງຄົນກຳລັງຕໍ່ສູ້ກັນຢູ່, ໂມເຊໄດ້ຖາມຜູ້ໃດວ່າ, "ເຈົ້າຕີພີ່ນ້ອງຂອງເຈົ້າເອງເຮັດຫຍັງ?"

ເມື່ອຊາຍຊາວເຮັບເຣີສອງຄົນກຳລັງຕໍ່ສູ້ກັນຢູ່. ລາວຈຶ່ງເວົ້າກັບຄົນທີ່ເຮັດຜິດນັ້ນວ່າ, "ເຈົ້າຕີພີ່ນ້ອງຂອງເຈົ້າເອງເຮັດຫຍັງ?"

Exodus 2:15

ຍ້ອນຫຍັງ ຟາຣາໂອຈຶ່ງບໍ່ຂ້າໂມເຊ?

ຟາຣາໂອພະຍາຍາມຂ້າໂມເຊເສຍ. ແຕ່ໂມເຊຫນີຈາກຟາຣາໂອໄປຢູ່ໃນດິນແດນມີດີອານ.

ຜູ້ໃດທີ່ພະຍາຍາມໄລ່ຕາມລູກສາວຂອງປະໂລຫິດຊາວມີດີອານໃຫ້ໄປ?

ພວກຄົນລ້ຽງແກະມາເຖິງ ແລະພະຍາຍາມໄລ່ລູກສາວຂອງປະໂລຫິດຊາວມີດີອານໄປ.

Exodus 2:23

ເມື່ອໃດ ທີ່ພຣະເຈົ້າລະນຶກເຖິງພັນທະສັນຍາທີ່ໄດ້ຊົງເຮັດໄວ້ກັບອັບຣາຮາມ, ອິຊາກ, ແລະຢາໂຄບ?

ເມຶ່ອພຣະເຈົ້າໄດ້ຍິນສຽງຮ້ອງຄາງຂອງພວກເຂົາ, ພຣະເຈົ້າລະນຶກເຖິງພັນທະສັນຍາທີ່ໄດ້ຊົງເຮັດໄວ້ກັບອັບຣາຮາມ, ອິຊາກ, ແລະຢາໂຄບ.

Exodus 3

Exodus 3:1

ພໍ່ເຖົ້າຂອງໂມເຊແມ່ນໃຜ?

ເຢທະໂລ, ປະໂລຫິດຂອງຊາວມີດີອານ, ແມ່ນພໍ່ເຖົ້າຂອງໂມເຊ.

ເທວະດາຂອງພຣະຢາເວປາກົດແກ່ໂມເຊແນວໃດ?

ເທວະດາຂອງພຣະຢາເວ ກໍປາກົດແກ່ໂມເຊໃນແປວໄຟໃນພຸ່ມໄມ້.

Exodus 3:4

ຜູ້ໃດເອີ້ນໂມເຊອອກມາຈາກພຸ່ມໄມ້?

ພຣະເຈົ້າເປັ່ງສຽງຮ້ອງໂມເຊອອກມາຈາກພຸ່ມໄມ້

ຍ້ອນຫຍັງ ພຣະເຈົ້າບອກໂມເຊໃຫ້ປົດເກີບອອກຈາກຕີນຂອງລາວ?

ພຣະເຈົ້າກ່າວວ່າ, "ຢ່າເຂົ້າມາໃກ້ກວ່ານີ້, ຈົ່ງປົດເກີບອອກຈາກຕີນຂອງເຈົ້າ, ເພາະວ່າບ່ອນທີ່ເຈົ້າກຳລັງຢືນຢູ່ນີ້ເປັນບ່ອນຕັ້ງໄວ້ເພື່ອເຮົາ.

Exodus 3:7

ຍ້ອນຫຍັງພຣະເຢເວຈຶ່ງສະເດັດລົງມາ?

ພຣະຢາເວຈຶ່ງລົງມາເພື່ອຈະປົດປ່ອຍພວກເຂົາ ໃຫ້ເປັນອິສະຫລະຈາກອຳນາດຂອງຊາວເອຢິບ ແລະນຳພວກເຂົາອອກຈາກແຜ່ນດິນທີ່ອຸດົມສົມບູນ, ດິນແດນກວ້າງຂວາງ, ໄປຍັງດິນແດນທີ່ມີນໍ້ານົມ ແລະນໍ້າເຜິ້ງໄຫລ.

Exodus 3:9

ຍ້ອນຫຍັງ ພຣະຢາເວສົ່ງໂມເຊໄປເຂົ້າເຝົ້າຟາຣາໂອ?

ພຣະຢາເວສົ່ງໂມເຊໄປເຂົ້າເຝົ້າຟາຣາໂອ ເພື່ອໂມເຊຈະນຳຊົນຊາດອິດສະຣາເອນ, ປະຊາຊົນຂອງພຣະຢາເວ, ອອກຈາກເອຢິບ.

Exodus 3:11

ແມ່ນຈະເປັນຫມາຍສຳຄັນຕໍ່ໂມເຊ ທີ່ບົ່ງບອກວ່າພຣະຢາເວໄດ້ສົ່ງລາວໄປ?

ນີ້ຈະເປັນຫມາຍສຳຄັນຕໍ່ໂມເຊ ທີ່ບົ່ງບອກວ່າພຣະຢາເວໄດ້ສົ່ງລາວໄປ. ເມື່ອເຈົ້າໄດ້ນຳປະຊາຊົນອອກຈາກເອຢິບແລ້ວ, ພວກເຈົ້າຈະນະມັດສະການພຣະຢາເວເທິງພູນີ້.

Exodus 3:13

ເມື່ອຊາວອິສະຣາເອນ ຖາມໂມເຊພຣະເຈົ້າຊື່ຫຍັງ, ລາວຄວນຈະຕອບພວກເຂົາແນວໃດ?

ເມື່ອຊາວອິສະຣາເອນ ຖາມໂມເຊພຣະເຈົ້າຊື່ຫຍັງ, ລາວຄວນຈະຕອບພວກເຂົາວ່າ, "ເຮົາເປັນຜູ້ຊຶ່ງເຮົາເປັນ."

Exodus 3:16

ດົນປານໃດ ທີ່ຊາວອິສະຣາເອນຈະເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ, ເພື່ອວ່າພວກເຂົາຈະໄດ້ຖວາຍສັດບູຊາແດ່ພຣະຢາເວ, ພຣະເຈົ້າຂອງພວກເຂົາ?.

ທີ່ຊາວອິສະຣາເອນຈະເຂົ້າໄປໃນຖິ່ນແຫ້ງແລ້ງກັນດານສາມວັນ, ເພື່ອວ່າພວກເຂົາຈະໄດ້ຖວາຍສັດບູຊາແດ່ພຣະຢາເວ, ພຣະເຈົ້າຂອງພວກເຂົາ.

Exodus 3:19

ກະສັດເອຢິບຈະບໍ່ຍອມປ່ອຍ ຊາວອິສະຣາເອນໄປ, ເວັ້ນແຕ່ຈະເກີດຫຍັງຂຶ້ນ?

ກະສັດເອຢິບຈະບໍ່ຍອມປ່ອຍ ຊາວອິສະຣາເອນໄປ, ເວັ້ນແຕ່ເຂົາຈະຖືກບັງຄັບ.

Exodus 4

Exodus 4:1

ມີຫຍັງຢູ່ໃນມືຂອງໂມເຊ?

ໄມ້ຄ້ອນເທົ້າຢູ່ໃນມືຂອງໂມເຊ.

Exodus 4:4

ໂມເຊຈຶ່ງໂຍນລົງມັນລົງພື້ນດິນ, ແລະໄມ້ຄ້ອນເທົ້ານັ້ນກໍກາຍເປັນຫຍັງ?

ໂມເຊຈຶ່ງໂຍນລົງມັນລົງພື້ນດິນ, ແລະໄມ້ຄ້ອນເທົ້ານັ້ນກໍກາຍເປັນງູ.

ໂມເຊຄວນຈັບສ່ວນໃດຂອງງູ?

ໂມເຊຄວນຈັບຫາງຂອງງູ.

Exodus 4:6

ເມື່ອໂມເຊເອົາມືຂອງລາວອອກມາຈາກຂ້າງໃນເສື້ອເທື່ອທຳອິດ, ເກີດຫຍັງຂຶ້ນ?

ເມື່ອໂມເຊເອົາມືອອກມາຈາກຂ້າງໃນເສື້ອເທື່ອທຳອິດ, ມືຂອງເຂົາກໍເປັນພະຍາດຂີ້ທູດ.

Exodus 4:10

ຜູ້ໃດທີ່ຈະຢູ່ກັບປາກຂອງໂມເຊ ແລະສອນລາວໃນສີ່ງທີ່ຄວນຈະເວົ້າ?

ພຣະຢາເວຈະຢູ່ກັບປາກຂອງໂມເຊ ແລະສອນລາວໃນສີ່ງທີ່ຄວນຈະເວົ້າ.

Exodus 4:14

ເມື່ອອາໂຣນເຫັນໂມເຊ, ລາວມີຄວາມຮູ້ສຶກແນວໃດ?

ເມື່ອອາໂຣນເຫັນໂມເຊ, ລາວຍິນດີຢູ່ໃນໃຈຂອງລາວ.

ໂມເຊຈະເປັນເຫມືອນໃຜສຳລັບອາໂຣນ?

ໂມເຊຈະເປັນເຫມືອນພຣະເຈົ້າສຳລັບອາໂຣນ.

Exodus 4:18

ຍ້ອນຫຍັງໂມເຊຈຶ່ງສາມາດກັບໄປເອຢິບໄດ້?

ໂມເຊກັບໄປເອຢິບໄດ້, ເພາະຄົນທັງຫລາຍທີ່ພະຍາຍາມລ່າເອົາຊີວິດຂອງເຈົ້ານັ້ນຕາຍແລ້ວ.

Exodus 4:21

ຍ້ອນຫຍັງພຣະຢາເວ ຈຶ່ງເຮັດໃຫ້ໃຈຂອງຟາຣາໂອແຂງກະດ້າງ?

ພຣະຢາເວຈະເຮັດໃຫ້ໃຈຂອງຟາຣາໂອແຂງກະດ້າງ, ແລະຟາຣາໂອຈະບໍ່ຍອມໃຫ້ປະຊາຊົນໄປ.

ເມື່ອຟາຣາໂອປະຕິເສດ ບໍ່ຍອມປ່ອຍໃຫ້ລູກຊາຍກົກຂອງພຣະຢາເວໄປ, ພຣະຢາເວຈະເຮັດຢ່າງໃດກັບລູກຊາຍກົກຂອງຟາຣາໂອ?

ເມື່ອຟາຣາໂອປະຕິເສດ ບໍ່ຍອມປ່ອຍໃຫ້ລູກຊາຍກົກຂອງພຣະຢາເວໄປ, ພຣະຢາເວຈະຂ້າລູກຊາຍກົກຂອງຟາຣາໂອເສຍ.

Exodus 4:24

ເມື່ອພວກເຂົາຢຸດພັກຄ້າງຄືນ, ພຣະຢາເວຊົງປະສົງທີ່ຈະເຮັດຫຍັງກັບໂມເຊ?

ເມື່ອພວກເຂົາຢຸດພັກຄ້າງຄືນ, ພຣະຢາເວມາພົບໂມເຊ ແລະ ຊົງປະສົງທີ່ຈະຂ້າລາວເສຍ.

Exodus 4:27

ອາໂຣນພົບກັບໂມເຊຢູ່ໃສ?

ອາໂຣນພົບກັບໂມເຊທີ່ພູຂອງພຣະເຈົ້າ.

Exodus 4:29

ຜູ້ໃດທີ່ ໄດ້ສະແດງຫມາຍສຳຄັນໂດຍຣິດອຳນາດຂອງພຣະຢາເວຕໍ່ຫນ້າປະຊາຊົນ?

ອາໂຣນໄດ້ສະແດງຫມາຍສຳຄັນໂດຍຣິດອຳນາດຂອງພຣະຢາເວຕໍ່ຫນ້າປະຊາຊົນ.

Exodus 5

Exodus 5:1

ເປັນຫຍັງ ຟາຣາໂອຈະຕ້ອງປ່ອຍປະຊາຊົນຂອງພຣະຢາເວໄປ?

ພວກເຂົາຕ້ອງປ່ອຍປະຊາຊົນຂອງພຣະຢາເວໄປ, ເພື່ອພວກເຂົາຈະຈັດພິທີລ້ຽງຖວາຍແກ່ເຮົາຖິ່ນແຫ້ງແລ້ງກັນດານ.

Exodus 5:3

ຍ້ອນຫຍັງ ຊາວອິສະຣາເອນຄວນຈະທາງໄປໃນຖິ່ນແຫ້ງແລ້ງກັນດານຈັກສາມມື້ແລະ ຖວາຍເຄື່ອງບູຊາແດ່ພຣະຢາເວພຣະເຈົ້າຂອງພວກເຂົາ.

ຊາວອິສະຣາເອນຄວນຈະທາງໄປໃນຖິ່ນແຫ້ງແລ້ງກັນດານຈັກສາມມື້ ແລະ ຖວາຍເຄື່ອງບູຊາແດ່ພຣະຢາເວພຣະເຈົ້າຂອງພວກເຂົາ ເພື່ອວ່າພຣະອົງຈະບໍ່ໂຈມຕີພວກເຂົາດ້ວຍໄພພິບັດ ຫລື ດ້ວຍດາບ.

Exodus 5:6

ຟາຣາໂອມີຄຳສັ່ງຕໍ່ຜູ້ໃດ ບໍ່ໃຫ້ເຟືອງແກ່ຊາວອິສະຣາເອນສຳລັບໃຊ້ເຮັດດິນຈີ່ອີກຕໍ່ໄປ?

ຟາຣາໂອມີຄຳສັ່ງຕໍ່ຜູ້ຄຸມງານ ແລະຫົວຫນ້າຄົນງານ ບໍ່ໃຫ້ເຟືອງແກ່ຊາວອິສະຣາເອນສຳລັບໃຊ້ເຮັດດິນຈີ່ອີກຕໍ່ໄປ.

Exodus 5:10

ຊາວອິສະຣາເອນຕ້ອງໄປ ແລະພວກເຂົາຕ້ອງຫາເຟືອງບ່ອນໃດກໍໄດ້, ຈະເກີດຫຍັງຂຶ້ນຖ້າບໍ່ໄດ້ຈຳນວນເທົ່າເດີມ?

ຊາວອິດສະຣາເອນຕ້ອງໄປ ແລະພວກເຂົາຕ້ອງຫາເຟືອງບ່ອນໃດກໍໄດ້, ແຕ່ວຽກງານຫນັກຂອງພວກເຂົາຈະບໍ່ລຸດລົງ.

Exodus 5:12

ໃຜທີ່ຫົວຫນ້າຄົນງານຂອງຟາຣາໂອໄດ້ຂ້ຽນຕີ?

ຫົວຫນ້າຄົນງານຂອງຟາຣາໂອໄດ້ຂ້ຽນຕີຫົວຫນ້າຄຸມງານຂອງຊາວອິສະຣາເອນ, ຜູ້ທີ່ພວກເຂົາໄດ້ແຕ່ງຕັ້ງໃຫ້ຮັບຜິດຊອບວຽກນັ້ນ.

Exodus 5:15

ຄວາມຜິດນີ້ເປັນຂອງຫົວຫນ້າຄົນງານອິສະຣາເອນຖືກຂ້ຽນຕີ?

ປະຊາຊົນຂອງຟາຣາໂອເອງທີ່ເປັນຝ່າຍຜິດ ທີ່ຫົວຫນ້າຄົນງານອິສະຣາເອນຖືກຂ້ຽນຕີນັ້ນ.

Exodus 5:19

ໂມເຊ ແລະອາໂຣນຢູ່ໃສ ໃນຂະນະທີ່ພວກເຂົາຫນີຈາກຟາຣາໂອ?

ໂມເຊແລະອາໂຣນທີ່ຢືນຢູ່ຂ້າງນອກວັງ ເມື່ອພວກເຂົາກັບມາຈາກການເຝົ້າຟາຣາໂອ.

Exodus 5:22

ຜູ້ໃດທີ່ໂມເຊເວົ້າເຖິງວ່າຊົງນຳຄວາມທຸກຮ້ອນມາເຖິງປະຊາຊົນອິສະຣາເອນ?

ໂມເຊກາບທູນວ່າ ພຣະອົງໄດ້ຊົງນຳຄວາມທຸກຮ້ອນມາເຖິງປະຊາຊົນອິສະຣາເອນ.

Exodus 6

Exodus 6:1

ດ້ວຍເຫດໃດ ຟາຣາໂອຈະປ່ອຍປະຊາຊົນອິສະຣາເອນໄປ?

ຟາຣາໂອຈະປ່ອຍປະຊາຊົນອິສະຣາເອນໄປ ເພາະມືອັນເຂັ້ມແຂງຂອງພຣະຢາເວ.

Exodus 6:2

ພຣະຢາເວໄດ້ປາກົດແກ່ອັບຣາຮາມ, ແກ່ອີຊາກ, ແລະແກ່ຢາໂຄບແນວໃດ?

ພຣະຢາເວໄດ້ປາກົດແກ່ອັບຣາຮາມ, ແກ່ອີຊາກ ແລະແກ່ຢາໂຄບໃນຖານະພຣະເຈົ້າຜູ້ຊົງຣິດອຳນາດຫຍິ່ງໃຫຍ່.

ພຣະຢາເວໄດ້ຍິນສຽງຫຍັງ, ແລະພຣະອົງຖືກເອີ້ນໃຫ້ຈົດຈຳຫຍັງ?

ພຣະຢາເວໄດ້ຍິນສຽງຄໍ້າຄວນຂອງຊາວອິສະຣາເອນຊຶ່ງເປັນທາດຂອງເອຢິບ, ແລະພຣະອົງຖືກເອີ້ນຈົດຈຳພັນທະສັນຍາຂອງພຣະອົງ.

Exodus 6:8

ພຣະຢາເວຈະມອບຫຍັງໃຫ້ເປັນກຳມະສິດແກ່ຊາວອິສະຣາເອນ?

ພຣະຢາເວຈະນຳພວກເຈົ້າເຂົ້າໄປຍັງແຜ່ນດິນ ຊຶ່ງເຮົາໄດ້ປະຕິຍານໄວ້ວ່າຈະມອບໃຫ້ແກ່ອັບຣາຮາມ, ແກ່ອີຊາກ, ແລະແກ່ຢາໂຄບ. ເຮົາຈະມອບແຜ່ນດິນນັ້ນໃຫ້ແກ່ຊາວອິສະຣາເອນເປັນກຳມະສິດ.

Exodus 6:10

ດ້ວຍເຫດໃດໂມເຊ ຈຶ່ງຄິດວ່າຟາຣາໂອຈະບໍ່ຟັງລາວ?

ໂມເຊຈຶ່ງຄິດວ່າຟາຣາໂອຈະບໍ່ຟັງລາວ, ໃນເມື່ອຂ້ານ້ອຍເປັນຄົນເວົ້າບໍ່ເກັ່ງ

Exodus 6:16

ໂກຮາດມີຊີວິດຢູ່ຈັກປີ?

ໂກຮາດມີຊີວິດຢູ່ຈົນອາຍຸໄດ້ 133 ປີ.

Exodus 6:20

ອຳຣາມໄດ້ແຕ່ງງານກັບກັບໃຜ?

ອຳຣາມໄດ້ແຕ່ງງານກັບໂຢເກເບັດ, ຜູ້ເປັນນ້ອງສາວຂອງພໍ່ຂອງຕົນ.

Exodus 6:23

ນາດາບ ແລະ ອາບີຮູແມ່ນເກີດຈາກຜູ້ໃດ?

ນາງເອລີຊາບາ ໄດ້ເກີດນາດາບ ແລະອາບີຮູ

Exodus 6:26

ອາໂຣນ ແລະ ໂມເຊ ນຳຊາວອິສະຣາເອນອອກຈາກແຜ່ນດິນເອຢິບ ແນວໃດ?

ອາໂຣນ ແລະ ໂມເຊ ນຳຊາວອິສະຣາເອນອອກຈາກແຜ່ນດິນເອຢິບ ຕາມຫມວດຕາມກອງພວກເຂົາ.

Exodus 7

Exodus 7:1

ພຣະຢາເວໄດ້ຕັ້ງໂມເຊເປັນເຫມືອນຫຍັງຕໍ່ຟາຣາໂອ?

ພຣະຢາເວໄດ້ຕັ້ງໂມເຊເປັນເຫມືອນພະເຈົ້າຕໍ່ຟາຣາໂອ.

Exodus 7:3

ພຣະຢາເວຈະເຮັດແນວໃດ ກັບໃຈຂອງຟາຣາໂອ?

ພຣະຢາເວຈະເຮັດໃຫ້ໃຈຂອງຟາຣາໂອແຂງກະດ້າງ.

ເມື່ອໃດ ຊາວເອຢິບຈະຮູ້ວ່າພຣະຢາເວເປັນໃຜ?

ຊາວເອຢິບຈະໄດ້ຮູ້ວ່າ ພຣະຢາເວ ເມື່ອພຣະອົງຢຽດພຣະຫັດຂຶ້ນເຫນືອເອຢິບ ແລະພາຊາວອິສະຣາເອນອອກຈາກທ່າມກາງພວກເຂົາໄປ.

Exodus 7:8

ໄມ້ຄ້ອນເທົ້າຂອງໂມເຊຈະເປັນຫຍັງ?

ໄມ້ຄ້ອນເທົ້າໂມເຊຈະໄດ້ກາຍເປັນງູ.

Exodus 7:11

ໄມ້ຄ້ອນເທົ້າຂອງນັກປຣາດຂອງຟາຣາໂອ, ແລະໄມ້ຄ້ອນເທົ້າຂອງຫມໍຜີກາຍເປັນງູໄດ້ແນວໃດ?

ໄມ້ຄ້ອນເທົ້າຂອງນັກປຣາດຂອງຟາຣາໂອ, ແລະ ໄມ້ຄ້ອນເທົ້າຂອງຫມໍຜີກາຍເປັນງູ ຍ້ອນມາຍາກົນຂອງພວກເຂົາ.

Exodus 7:14

ໂມເຊຄວນຢືນຢູ່ໃສເພື່ອທີ່ຈະພົບກັບຟາຣາໂອ?

ໂມເຊລໍຖ້າຢູ່ແຄມແມ່ນໍ້າເພື່ອພົບກັບຟາຣາໂອ.

Exodus 7:16

ແມ່ນໍ້າຈະກາຍເປັນຫຍັງ?

ແມ່ນໍ້າຈະກາຍເປັນເລືອດ.

Exodus 7:19

ແມ່ນໍ້າຫຍັງຈະກາຍເປັນເລືອດ?

ນໍ້າທັງຫລາຍແຫ່ງເອຢິບ, ແລະເຫນືອແມ່ນໍ້າທັງຫລາຍ, ເຫນືອອາຍນໍ້າທັງຫລາຍ, ເຫນືອສະລອຍນໍ້າທັງຫລາຍ, ແລະຫນອງທັງຫມົດຂອງພວກເຂົາ, ເພື່ອວ່ານໍ້າຂອງພວກເຂົາຈະກາຍເປັນເລືອດ.

Exodus 7:20

ມັນເກີດຫຍັງຂຶ້ນກັບໃຈຂອງຟາຣາໂອ?

ໃຈຂອງຟາຣາໂອຈຶ່ງຍັງຄົງແຂງກະດ້າງ.

Exodus 7:23

ຊາວເອຢິບພະຍາຍາມ ເພື່ອຈະໄດ້ນໍ້າດື່ມແນວໃດ?

ຊາວເອຢິບທັງຫມົດກໍພາກັນຂຸດຂຸມຕາມແຄມແມ່ນໍ້າ ເພື່ອຈະໄດ້ນໍ້າດື່ມ.

Exodus 8

Exodus 8:1

ພຣະຢາເວຈະເຮັດຫຍັງ ຖ້າຟາຣາໂອປະຕິເສດທີ່ຈະປ່ອຍປະຊາຊົນຂອງພຣະຢາເວໄປ?

ຖ້າຟາຣາໂອປະຕິເສດທີ່ຈະປ່ອຍປະຊາຊົນຂອງພຣະຢາເວໄປ, ພຣະຢາເວຈະສົ່ງຝູງກົບຂຶ້ນມາເຮັດໃຫ້ເດືອດຮ້ອນທົ່ວປະເທດຂອງຟາຣາໂອ.

ຝູງກົບທີ່ມາຈາກແມ່ນໍ້ານັ້ນໄປໃສ?

ຝູງກົບຈະຂຶ້ນມາ ແລະເຂົ້າໄປໃນເຮືອນຂອງຊາວເອຢິບ, ໃນຫ້ອງນອນ, ແລະຕຽງນອນ. ພວກມັນຈະເຂົ້າໄປໃນເຮືອນຂອງເຫລົ່າຂ້າຣາຊະການຂອງພວກເຂົາ. ພວກມັນຈະຢູ່ຕາມຕົນໂຕປະຊາຊົນ, ເຂົ້າໃນເຕົາອົບຂອງພວກເຂົາ, ແລະເຂົ້າໄປໃນຊາມປະສົມແປ້ງຂອງພວກເຂົາ

Exodus 8:5

ອາໂຣນໄດ້ຍົກມືຂອງລາວຂຶ້ນ ຢູ່ບ່ອນໃດ?

ອາໂຣນໄດ້ຍົກມືຂອງລາວຂຶ້ນ ເຫນືອແມ່ນໍ້າທັງຫລາຍຂອງເອຢິບ.

Exodus 8:8

ສິດທິພິເສດຫຍັງ ທີ່ໂມເຊມອບໃຫ້ແກ່ຟາຣາໂອ?

ໂມເຊມອບສິດທິພິເສດໃຫ້ແກ່ຟາຣາໂອ ດ້ວຍການບອກລາວວ່າ ເມື່ອໃດຈະໃຫ້ລາວອະທິຖານເພື່ອຟາຣາໂອ, ຂ້າຣາຊະການຂອງພະອົງ, ແລະປະຊາຊົນຂອງພະອົງ, ເພື່ອທີ່ຈະຂັບໄລ່ຝູງກົບໄປຈາກພວກຂົາ ແລະ ເຮືອນທັງຫລາຍຂອງພວກເຂົາ ແລະ ເຫລືອຝູງກົບທີ່ຢູ່ແຕ່ໃນແມ່ນໍ້າເທົ່ານັ້ນ.

Exodus 8:13

ຟາຣາໂອເຮັດແນວໃດ ຫລັງຈາກເຫັນຄວາມທຸກຮ້ອນຈາກຝູງກົບບັນເທົາລົງ?

ເມື່ອຟາຣາໂອເຫັນວ່າ ຄວາມທຸກຮ້ອນຈາກຝູງກົບບັນເທົາລົງແລ້ວ, ພະອົງກໍກັບມີໃຈແຂງກະດ້າງ ແລະ ບໍ່ຍອມຮັບຟັງໂມເຊ ແລະ ອາໂຣນອີກ.

Exodus 8:16

ຝຸ່ນເທິງຫນ້າດິນກາຍເປັນຫຍັງ?

ແລ້ວຝຸ່ນເຫລົ່ານັ້ນຈະກາຍເປັນຮີ້ນທົ່ວແຜ່ນດິນເອຢິບ.

Exodus 8:18

ພວກນັກມາຍາກົນພະຍາຍາມຈະໃຊ້ເວດມົນຂອງຕົນ ເພື່ອຈະເຮັດໃຫ້ເກີດຮີ້ນ, ເກີດຫຍັງຂຶ້ນ?

ພວກນັກມາຍາກົນພະຍາຍາມຈະໃຊ້ເວດມົນຂອງຕົນ ເພື່ອຈະເຮັດໃຫ້ເກີດຮີ້ນ, ແຕ່ພວກເຂົາກໍເຮັດບໍ່ໄດ້.

Exodus 8:20

ຝູງແມງວັນເຕັມໄປຫມົດຈະເປັນແນວໃດ?

ເຮືອນທັງຫລາຍຂອງຊາວເອຢິບຈະເຕັມໄປດ້ວຍແມງວັນ, ແລະແມ່ນແຕ່ພື້ນດິນບ່ອນທີ່ພວກເຈົ້າຢືນກໍຈະເຕັມໄປແມງວັນ.

Exodus 8:22

ຍ້ອນຫຍັງ ຈຶ່ງບໍ່ມີຝູງແມງວັນຢູ່ໃນໂກເຊັນ?

ເຮົາຈະເຮັດຕໍ່ດິນແດນໂກເຊັນແຕກຕ່າງໄປຈາກເດີມ, ຄືດິນແດນທີ່ປະຊາຊົນຂອງເຮົາອາໄສຢູ່, ຝູງແມງວັນຈະບໍ່ມີຢູ່ທີ່ນັ້ນເລີຍ. ສິ່ງນີ້ຈະເກີດຂຶ້ນເພື່ອຟາຣາໂອຈະໄດ້ຮູ້ວ່າພຣະຢາເວ ສະຖິດຢູ່ທ່າມກາງແຜ່ນດິນນີ້.

Exodus 8:25

ຍ້ອນຫຍັງ ຊາວອິສະຣາເອນບໍ່ຖວາຍເຄື່ອງບູຊາໃນເອຢິບ?

ເຄື່ອງບູຊາທີ່ຊາວອິສະຣາເອນຖວາຍແດ່ພຣະຢາເວ ພຣະເຈົ້າຂອງພວກເຂົາເປັນທີ່ລັງກຽດຂອງຊາວເອຢິບ.

Exodus 8:30

ແມ່ນໃຜທີ່ ເຮັດໃຫ້ໃຈຂອງຟາຣາໂອແຂງກະດ້າງ ຫລັງຈາກຝູງແມງວັນໄດ້ອອກໄປ.

ຟາຣາໂອກໍໄດ້ເຮັດໃຫ້ໃຈຂອງພະອົງແຂງກະດ້າງຄືເກົ່າ.

Exodus 9

Exodus 9:1

ພຣະຫັດຂອງພຣະຢາເວຈະຢູ່ເຫນືອສິ່ງໃດ?

ພຣະຫັດຂອງພຣະຢາເວຈະຢູ່ເຫນືອຝູງສັດຂອງຊາວເອຢິບໃນທົ່ງນາ ແລະເຮັດໃຫ້ຝູງມ້າ, ຝູງລໍ, ຝູງອຸດ, ຝູງງົວ, ແລະຝູງແກະ.

Exodus 9:5

ເຖິງແມ່ນ ຝູງສັດພາກັນລົ້ມຕາຍ, ຍ້ອນຫຍັງ ຟາຣາໂອຈຶ່ງບໍ່ປ່ອຍປະຊາຊົນອິສະຣາເອນໄປ?

ໃຈຂອງຟາຣາໂອຍັງແຂງກະດ້າງຄືເກົ່າ, ສະນັ້ນພະອົງຈຶ່ງບໍ່ຍອມປ່ອຍປະຊາຊົນໄປ.

Exodus 9:8

ຂີ້ເຖົ່ານັ້ນຈະກາຍເປັນຫຍັງ ທີ່ຈະປົກຄຸມໄປທົ່ວແຜ່ນດິນເອຢິບ?

ຂີ້ເຖົ່ານັ້ນຈະກາຍເປັນຝຸ່ນລະອອງ ຈະປົກຄຸມໄປທົ່ວແຜ່ນດິນເອຢິບ.

Exodus 9:11

ຍ້ອນຫຍັງ ບັນດານັກມາຍາກົນຈຶ່ງບໍ່ອາດຕໍ່ຕ້ານໂມເຊໄດ້?

ບັນດານັກມາຍາກົນຕ່າງກໍບໍ່ອາດຕໍ່ຕ້ານໂມເຊໄດ້ເພາະຝີ.

Exodus 9:15

ຍ້ອນຫຍັງພຣະຢາເວຈຶ່ງ ບໍ່ຢຽດມືຂອງພຣະອົງອອກ ແລະໂຈມຕີຟາຣາໂອ ແລະປະຊາຊົນຂອງພະອົງດ້ວຍເຊື້ອໂຣກ, ແລະບໍ່ກວາດລ້າງເຈົ້າຈາກແຜ່ນດິນ?

ພຣະຢາເວ ບໍ່ໂຈມຕີຟາຣາໂອ ແລະ ປະຊາຊົນຂອງພະອົງ ເພື່ອສຳແດງຣິດອຳນາດຂອງພຣະອົງແກ່ພວກເຂົາ, ເພື່ອວ່ານາມຂອງພຣະອົງຈະຊ່າລືໄປທົ່ວໂລກ.

Exodus 9:18

ພຣະຢາເວໄດ້ເຕືອນຫຍັງ ກ່ຽວກັບພາຍຸຫມາກເຫັບນັ້ນ?

ພຣະຢາເວກ່າວວ່າ ໃຫ້ທຸກຄົນ ແລະຕ້ອນຝູງສັດ ແລະນຳທຸກໃນທົ່ງນາເຂົ້າໃນບ່ອນປອດໄພ ແລະ ບໍ່ນຳເຂົ້າມາໃນເຮືອນ—ຈະຖືກຫມາກເຫັບຕົກໃສ່ພວກເຂົາ, ແລະພວກເຂົາຈະຕາຍ.

Exodus 9:20

ແມ່ນໃຜທີ່ ນຳຂ້າທາດ ແລະ ຝູງສັດເຂົ້າມາຢູ່ໃນເຮືອນຂອງພວກເຂົາ?

ບັນດາຂ້າຣາຊະການຂອງຟາຣາໂອ ຜູ້ທີ່ເຊື່ອຟັງຖ້ອຍຄຳຂອງພຣະຢາເວກໍຮີບນຳຂ້າທາດ ແລະ ຝູງສັດເຂົ້າມາຢູ່ໃນເຮືອນ.

Exodus 9:25

ທົ່ວທັງແຜ່ນດິນເອຢິບ, ຫມາກເຫັບໄດ້ຕົກມາທຳລາຍຫຍັງແດ່?

ທົ່ວທັງແຜ່ນດິນເອຢິບ, ຫມາກເຫັບໄດ້ຕົກມາທຳລາຍທຸກສິ່ງທີ່ຢູ່ໃນທົ່ງນາ, ທັງຄົນ ແລະສັດທັງຫລາຍ. ມັນຕົກມາຖືກພືດພັນທັງຫມົດໃນທົ່ງນາ ແລະຫັກຕົ້ນໄມ້ທຸກຕົ້ນ.

Exodus 9:27

ໃນຄາວທີ່ມີຫມາກເຫັບ, ຟາຣາໂອຍອມຮັບຫຍັງ?

ພະອົງເວົ້າວ່າ ໃນຄາວນີ້ພະອົງໄດ້ເຮັດບາບແລ້ວ. ພຣະຢາເວເປັນຝ່າຍຖືກ, ແລະພະອົງ ແລະປະຊາຊົນຂອງພະອົງເປັນຝ່າຍຜິດ.

Exodus 9:31

ແມ່ນພືດຫຍັງທີ່ບໍ່ໄດ້ຖືກທຳລາຍໂດຍຫມາກເຫັບ? ຍ້ອນຫຍັງ?

ເຂົ້າບາເລ ແລະເຂົ້າປ່ານບໍ່ໄດ້ຖືກທຳລາຍຫມົດ ເພາະພວກມັນເປັນພືດລຸ້ນຫລັງ.

Exodus 10

Exodus 10:1

ຍ້ອນຫຍັງ ພຣະຢາເວຈຶ່ງເຮັດໃຫ້ໃຈຂອງຟາຣາໂອ ແລະໃຈຂອງບັນດາຂ້າຣາຊະການຂອງພະອົງແຂງກະດ້າງ?

ພຣະຢາເວຈຶ່ງເຮັດໃຫ້ໃຈຂອງຟາຣາໂອ ແລະໃຈຂອງບັນດາຂ້າຣາຊະການຂອງພະອົງແຂງກະດ້າງ ເພື່ອສະແດງຫມາຍສຳຄັນ ເຫລົ່ານີ້ແຫ່ງຣິດອຳນາດຂອງພຣະອົງທ່າມກາງພວກເຂົາ. ພຣະອົງໄດ້ເຮັດໃນສິ່ງນີ້ເພື່ອວ່າຊາວອິດສະຣາເອນຈະໄດ້ເລົ່າແກ່ລູກ ແລະ ຫລານເຖິງສິ່ງທີ່ພຣະອົງໄດ້ເຮັດ.

Exodus 10:5

ແມ່ນສັດຫຍັງ ຈະປົກຄຸມພື້ນດິນເຕັມໄປຫມົດ ຈົນວ່າຈະບໍ່ມີໃຜສາມາດເຫັນພື້ນດິນໂລກໄດ້?

ຝູງຕັກແຕນຈະປົກຄຸມພື້ນດິນເຕັມໄປຫມົດ ຈົນວ່າຈະບໍ່ມີໃຜສາມາດເຫັນພື້ນດິນ.

Exodus 10:9

ແມ່ນຫຍັງເປັນສິ່ງທີ່ຟາຣາໂອເວົ້າ ເມື່ອໂມເຊບອກພະອົງວ່າ ຊາວອິສະຣາເອນຈະພາຄົນຫນຸ່ມ ແລະຜູ້ອາວຸໂສ, ບັນດາລູກຊາຍ ແລະບັນດາລູກສາວຂອງພວກເຂົາໄປນຳດ້ວຍ?

ຟາຣາໂອໄດ້ເວົ້າວ່າ, "ບໍ່ໄດ້! ຈົ່ງໄປ, ໄດ້ສະເພາະຜູ້ຊາຍທ່າມກາງພວກເຈົ້າ,".

Exodus 10:12

ແມ່ນຫຍັງ ທີ່ນໍາເອົາຝູງເຕັກແຕນ?

ລົມຕາເວັນອອກກໍພັດຝູງຕັກແຕນມາ.

Exodus 10:16

ແມ່ນຫຍັງເປັນສິ່ງທີ່ຟາຣາໂອເວົ້າວ່າ ພະອົງໄດ້ເຮັດຫຍັງຕໍ່ສູ້ພຣະຢາເວ?

ຟາຣາໂອເວົ້າວ່າ ພະອົງໄດ້ເຮັດບາບຕໍ່ສູ້ພຣະຢາເວ, ພຣະເຈົ້າຂອງໂມເຊແລ້ວ.

Exodus 10:19

ຕັກແຕນເຫລືອຫລາຍປານໃດ ໃນທົ່ວເຂດແດນເອຢິບ ຫລັງຈາກທີ່ ພຣະຢາເວໄດ້ນຳລົມຕາເວັນຕົກທີ່ຮຸນແຮງຫລາຍມາ ພັດເອົາຝູງຕັກແຕນໄປ?

ຈົນບໍ່ເຫລືອຕັກແຕນແມ່ນແຕ່ໂຕດຽວທົ່ວເຂດແດນເອຢິບ ຫລັງຈາກທີ່ ພຣະຢາເວໄດ້ນຳລົມຕາເວັນຕົກທີ່ຮຸນແຮງຫລາຍມາ ພັດເອົາຝູງຕັກແຕນໄປ.

Exodus 10:21

ເກີດຫຍັງຂຶ້ນກັບຊາວເອຢິບ ໃນລະຫວ່າງຂອງສາມວັນແຫ່ງຄວາມມືດຫນານັ້ນ?

ໃນລະຫວ່າງຂອງສາມວັນແຫ່ງຄວາມມືດຫນານັ້ນ ເບິ່ງກັນບໍ່ເຫັນໃຜເລີຍ; ບໍ່ມີໃຜລຸກໄປຈາກເຮືອນຂອງຕົນຕະຫລອດທັງສາມມື້.

Exodus 10:24

ຫລັງຈາກຄວາມມືດຫນາແລ້ວ, ແມ່ນຫຍັງຄືສິ່ງທີ່ຟາຣາໂອບອກໃຫ້ປະໄວ້ ເມື່ອຊາວອິສະຣາເອນໄປນະມັດສະການພຣະຢາເວ?

ຟາຣາໂອບອກໃຫ້ປະຝູງແກະ ແລະຝູງແບ້ໄວ້ ເມື່ອຊາວອິສະຣາເອນໄປນະມັດສະການພຣະຢາເວ.

Exodus 10:27

ຟາຣາໂອໄດ້ອອກຄຳສັ່ງຕໍ່ໂມເຊວ່າ ຈະເກີດຫຍັງຂຶ້ນ ເມື່ອຟາຣາໂອເຫັນຫນ້າພະອົງເທື່ອຫນ້າ?

ຟາຣາໂອອອກຄຳສັ່ງວ່າ ມື້ທີ່ພະອົງເຫັນຫນ້າຂອງໂມເຊ, ໂມເຊຕ້ອງຕາຍ.

Exodus 11

Exodus 11:1

ຊາວອິສະຣາເອນທຸກຄົນທັງຊາຍແລະຍິງ ຕ້ອງຂໍຫຍັງຈາກເພື່ອນບ້ານຂອງຕົນ ຫລັງຈາກໄພພິບັດສຸດທ້າຍ?

ຊາວອິດສະຣາເອນທຸກຄົນທັງຊາຍແລະຍິງ ຕ້ອງຂໍເອົາເຄື່ອງເງິນ ແລະ ເຄື່ອງຄຳຈາກເພື່ອນບ້ານຂອງຕົນ ຫລັງຈາກໄພພິບັດສຸດທ້າຍ.

ໂມເຊເປັນທີ່ນັບຖືຫລາຍໃນສາຍຕາຂອງໃຜ?

ໂມເຊກໍເປັນທີ່ນັບຖືຫລາຍໃນສາຍຕາຂອງຂ້າຣາຊະການຂອງຟາຣາໂອ ແລະຂອງປະຊາຊົນເອຢິບດ້ວຍ.

Exodus 11:4

ລູກຫົວປີຂອງໃຜຕ້ອງຕາຍ?

ລູກກົກທັງຫມົດໃນແຜ່ນດິນເອຢິບຈະຕາຍ, ຕັ້ງແຕ່ລູກກົກຂອງຟາຣາໂອ, ຜູ້ທີ່ນັ່ງເທິງບັນລັງ, ຈົນເຖິງລູກກົກຂອງທາດຍິງຜູ້ຢູ່ຫລັງເຄື່ອງໂມ້ແປ້ງ, ແລະລູກຂອງສັດເກີດກ່ອນທັງຫມົດດ້ວຍ.

Exodus 11:6

ມັນເຄີຍມີມາກ່ອນບໍ່ ທີ່ຈະມີການຮ້ອງໃຫ້ສຽງດັງທົ່ວແຜ່ນດີນເອຢິບ ເປັນຫນຶ່ງໃນໄພພິບັດສຸດທ້າຍ?

ແມ່ນບໍ່ເຄີຍມີມາກ່ອນ, ຕໍ່ໄປພາຍຫນ້າຈະບໍ່ມີອີກເລີຍ.

Exodus 12

Exodus 12:3

ຊາວອິສະຣາເອນໃນຄອບຄົວແຕ່ລະຄົນ ຕ້ອງເຮັດຫຍັງໃນວັນທີສິບຂອງເດືອນທຳອິດ?

ໃນວັນທີສິບເດືອນນີ້ ຄອບຄົວແຕ່ລະຄົນໃຫ້ນຳເອົາລູກແກະ ຫລືແບ້ຫນຸ່ມໂຕຫນຶ່ງສຳລັບພວກເຂົາ.

ຖ້າຄອບຄົວໃດມີຄົນຫນ້ອຍເກີນໄປສຳລັບລູກແກະຫນຶ່ງໂຕ, ພວກເຂົາຄວນເຮັດແນວໃດ?

ຖ້າຄອບຄົວໃດມີຄົນຫນ້ອຍເກີນໄປສຳລັບລູກແກະຫນຶ່ງໂຕ, ກໍໃຫ້ຊາຍຄົນນັ້ນ ແລະເພື່ອນບ້ານຂອງລາວ ເອົາຊີ້ນລູກແກະ ຫລືແບ້ຫນຸ່ມທີ່ຈະພຽງພໍສຳລັບຈຳນວນຄົນ. ຄືຈະຕ້ອງພຽງພໍສຳລັບທຸກຄົນທີ່ຈະກິນ.

Exodus 12:5

ເມື່ອໃດທີ່ຊຸມນຸມອິສະຣາເອນທັງຫມົດ ຕ້ອງຂ້າສັດເຫລົ່ານີ້?

ແລ້ວໃຫ້ຊຸມນຸມຊາວອິສະຣາເອນທັງຫມົດ ຕ້ອງຂ້າສັດເຫລົ່ານັ້ນໃນຕອນໃກ້ຈະຄໍ່າ.

ຊາວອິສະຣາເອນຕ້ອງກິນແກະຫລືແບ້ ກັບຫຍັງ?

ພວກເຂົາຕ້ອງກິນຊີ້ນກັບເຂົ້າຈີ່ບໍ່ມີເຊື້ອແປງ, ພ້ອມກັບຜັກຂົມ.

Exodus 12:9

ຊາວອິສະຣາເອນຕ້ອງເຮັດແນວໃດ ຖ້າສ່ວນໃດຂອງແກະເຫລືອ?

ພວກເຂົາຕ້ອງກິນບໍ່ໃຫ້ເຫລືອໄວ້ຮອດຕອນເຊົ້າ. ພວກເຂົາຕ້ອງເຜົາເສຍ ຖ້າຍັງມີເສດເຫລືອຮອດຕອນເຊົ້າ.

Exodus 12:12

ຈະເກີດຫຍັງຂຶ້ນ ເມື່ອພຣະຢາເວເຫັນເລືອດຢູ່ທີ່ເຮືອນນັ້ນ?

ເມື່ອເຮົາເຫັນເລືອດນັ້ນ, ພຣະອົງຈະຜ່ານພວກເຂົາໄປ.

Exodus 12:15

ຕ້ອງເກີດຫຍັງຂຶ້ນກັບ ຜູ້ໃດກໍຕາມທີ່ກິນເຂົ້າຈີ່ທີ່ມີເຊື້ອແປ້ງ ຕັ້ງແຕ່ມື້ທຳອິດຈົນເຖິງມື້ທີເຈັດ?

ຜູ້ໃດກໍຕາມທີ່ກິນເຂົ້າຈີ່ທີ່ມີເຊື້ອແປ້ງ ຕັ້ງແຕ່ມື້ທຳອິດຈົນເຖິງມື້ທີເຈັດ, ຄົນນັ້ນຈະຕ້ອງຖືກຕັດອອກຈາກເປັນຊາວອິສະຣາເອນ.

ແມ່ນຫຍັງຄືວຽກດຽວທີ່ຊາວອິສະຣາເອນສາມາດເຮັດໄດ້ ໃນຊ່ວງເຈັດມື້ຂອງເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ?

ຈະຕ້ອງບໍ່ເຮັດວຽກມື້ເຫລົ່ານີ້, ຍົກເວັ້ນການປຸງແຕ່ງອາຫານໃຫ້ທຸກຄົນກິນ.

Exodus 12:17

ເມື່ອໃດຊາວອິສະຣາເອນຕ້ອງກິນເຂົ້າຈີ່ບໍ່ມີເຊື້ອແປ້ງ?

ຊາວອິສະຣາເອນຈະຕ້ອງກິນເຂົ້າຈີ່ບໍ່ມີເຊື້ອແປ້ງ ຕັ້ງແຕ່ໃນຕອນຕາເວັນລັບແສງຂອງມື້ທີ່ສິບສີ່ເດືອນທຳອິດຂອງປີ, ຈົນເຖິງຕາເວັນລັບແສງໃນວັນທີຊາວເອັດຂອງເດືອນ.

Exodus 12:21

ຊາວອິສະຣາເອນຕ້ອງປ້າຍເລືອດທີ່ຢູ່ໃນອ່າງນັ້ນໃສ່ຢູ່ໃສ.

ຊາວອິສະຣາເອນຕ້ອງໃຊ້ເລືອດໃນອ່າງປ້າຍດ້ານເທິງຂອງຂອບປະຕູ ແລະ ເສົາປະຕູທັງສອງຂ້າງ.

Exodus 12:23

ເມື່ອໃດ ທີ່ພຣະຢາເວຈະຜ່ານປະຕູຂອງບາງຄົນໄປ ເມື່ອພຣະອົງ

ພຣະຢາເວຈະຜ່ານປະຕູຂອງບາງຄົນໄປ ເມື່ອພຣະອົງທອດພຣະເນດເຫັນເລືອດທີ່ດ້ານເທິງຂອງຂອບປະຕູ ແລະ ທັງສອງຂ້າງຂອງເສົາປະຕູ.

Exodus 12:26

ເມື່ອລູກຂອງພວກເຂົາຖາມວ່າ, 'ພິທີປະຕິບັດການນະມັດສະການນີ້ຫມາຍເຖິງຫຍັງ?' ພວກເຂົາຕ້ອງເວົ້າວ່າແນວໃດ?

ເມື່ອລູກຂອງພວກເຂົາຖາມວ່າ, 'ພິທີປະຕິບັດການນະມັດສະການນີ້ຫມາຍເຖິງຫຍັງ?' ແລ້ວໃຫ້ພວກເຂົາຈົ່ງຕອບວ່າ, 'ເປັນການຖວາຍເຄື່ອງບູຊາປັດສະຄາແດ່ພຣະຢາເວ, ເພາະພຣະຢາເວໄດ້ຜ່ານເວັ້ນເຮືອນຂອງຊາວອິສະຣາເອນໃນເອຢິບ ເມື່ອພຣະອົງໄດ້ປະຫານຊາວເອຢິບນັ້ນ. ພຣະອົງໄດ້ໄວ້ຊີວິດຄອບຄົວຂອງພວກເຮົາ.'

Exodus 12:29

ຍ້ອນຫຍັງ ຈຶ່ງມີການຮ້ອງໄຫ້ຄໍ່າຄວນສຽງດັງທົ່ວໄປໃນເອຢິບ?

ມີການຮ້ອງໄຫ້ຄໍ່າຄວນສຽງດັງທົ່ວໄປໃນເອຢິບ, ເພາະວ່າບໍ່ມີເຮືອນໃດເລີຍທີ່ບໍ່ມີຄົນຕາຍ.

Exodus 12:34

ຊາວອິສະຣາເອນຂໍຫຍັງຈາກຊາວເອຢິບ?

ຊາວອິສະຣາເອນໃຫ້ຂໍເຄື່ອງເງິນ, ເຄື່ອງຄຳ, ແລະເຄື່ອງນຸ່ງຫົ່ມຈາກຊາວເອຢິບ.

Exodus 12:37

ຍ້ອນຫຍັງ ຈຶ່ງປີ້ງເຂົ້າຈີ່ບໍ່ມີເຊື້ອແປ້ງ?

ທີ່ບໍ່ໃສ່ເຊື້ອແປ້ງ ເພາະຊາວອິສະຣາເອນໄດ້ຖືກເລັ່ງໃຫ້ອອກຈາກເອຢິບໂດຍໄວ ແລະ ບໍ່ອາດຊັກຊ້າເພື່ອກຽມອາຫານໄດ້.

Exodus 12:41

ຊາວອິສະຣາເອນໄດ້ອາໄສຢູ່ໃນເອຢິບຈັກປີ?

ພວກເຂົາໄດ້ອາໄສຢູ່ໃນເອຢິບ 430 ປີ.

Exodus 12:43

ຜູ້ໃດແດ່ ທີ່ບໍ່ສາມາດຮ່ວມກິນອາຫານພິທີປັດສະຄາ?

ຢ່າໃຫ້ຄົນຕ່າງຊາດຮ່ວມກິນອາຫານພິທີປັດສະຄາ.

Exodus 12:47

ຖ້າມີຄົນຕ່າງດ້າວມາອາໄສຢູ່ກັບເຈົ້າ ແລະຕ້ອງການຈະປະຕິບັດຕາມພິທີປັດສະຄາຖວາຍແດ່ພຣະຢາເວ, ຊາຍພວກນັ້ນທຸກຄົນຕ້ອງເຮັດຫຍັງ?

ຖ້າມີຄົນຕ່າງດ້າວມາອາໄສຢູ່ກັບເຈົ້າ ແລະຕ້ອງການຈະປະຕິບັດຕາມພິທີປັດສະຄາຖວາຍແດ່ພຣະຢາເວ, ກໍໃຫ້ຊາຍພວກນັ້ນທຸກຄົນເຂົ້າພິທີຕັດກ່ອນ.

Exodus 13

Exodus 13:1

ລູກຫົວປີຕົກເປັນຂອງຜູ້ໃດ?

ລູກຫົວປີຕົກເປັນຂອງພຣະຢາເວ.

Exodus 13:3

ໃນເດືອນໃດ ທີ່ຊາວອິສະຣາເອນໄດ້ອອກຈາກເອຢິບ?

ຊາວອິສະຣາເອນໄດ້ອອກຈາກເອຢິບໃນເດືອນອາບິບ.

Exodus 13:8

ຍ້ອນຫຍັງ ການຊ່ວຍເຫລືອນີ້ຈະເປັນດັ່ງສິ່ງເຕືອນໃຈຊາວອິສະຣາເອນທີ່ມືຂອງພວກເຂົາ, ແລະທີ່ຫນ້າຜາກຂອງພວກເຂົາ?

ການຊ່ວຍເຫລືອນີ້ຈະເປັນດັ່ງສິ່ງເຕືອນໃຈຊາວອິສະຣາເອນທີ່ມືຂອງພວກເຂົາ, ແລະທີ່ຫນ້າຜາກຂອງພວກເຂົາ, ຍ້ອນວ່າພຣະບັນຍັດຂອງພຣະຢາເວຈະຢູ່ທີ່ປາກຂອງພວກເຂົາ.

Exodus 13:11

ດ້ວຍສິ່ງໃດທີ່ຊາວອິສະຣາເອນຕ້ອງຊື້ ລູກລໍຫົວປີທຸກໂຕ?

ລູກລໍຫົວປີທຸກໂຕເຈົ້າສາມາດຊື້ກັບຄືນຄື ດຽວກັບລູກແກະກໍໄດ້.

Exodus 13:17

ຍ້ອນຫຍັງພຣະເຈົ້າບໍ່ນຳຊາວອິສະຣາເອນ ໄປຕາມເສັ້ນທາງໄປສູ່ຊາວຟີລິດສະຕິນ?

ພຣະເຈົ້າບໍ່ຕ້ອງການນຳພວກເຂົາ ຕາມເສັ້ນທາງທີ່ໄປສູ່ຟີລິດສະຕິນ. ເພາະພຣະເຈົ້າກ່າວວ່າ, "ບາງເທື່ອເມື່ອປະຊາຊົນຈະປ່ຽນໃຈ ເມື່ອພວກເຂົາຕ້ອງຜະເຊີນຫນ້າກັບສົງຄາມ ແລະຈະກັບໄປຍັງອີຢິບອີກ.

Exodus 13:19

ແມ່ນຫຍັງຄືສິ່ງທີ່ ໂຢເຊັບໃຫ້ຊາວອິສະຣາເອນປະຕິຍານຢ່າງຈິງຈັງ?

ໂຢເຊັບໄດ້ໃຫ້ຊາວອິດສະຣາເອນປະຕິຍານຢ່າງຈິງຈັງວ່າ, "ໃຫ້ພວກທ່ານຈົ່ງເອົາກະດູກຂອງຂ້ອຍໄປກັບພວກເຈົ້າດ້ວຍ."

ພຣະຢາເວຈະໄປນຳຫນ້າຊາວອິສະຣາເອນໃນເວລາກາງຄືນແນວໃດ? ຍ້ອນຫຍັງ?

ໃນເວລາກາງຄືນດ້ວຍເສົາໄຟ ເພື່ອໃຫ້ພວກເຂົາມີຄວາມສະຫວ່າງ. ດ້ວຍວິທີນີ້ ພວກເຂົາຈະເດີນທາງໄດ້ທັງກາງເວັນ ແລະ ກາງຄືນ.

Exodus 14

Exodus 14:4

ເມື່ອກະສັດເອຢິບໄດ້ຮູ້ວ່າ ຊາວອິສະຣາເອນໄດ້ຫນີໄປແລ້ວ, ເກີດຫຍັງຂຶ້ນກັບຄວາມຄິດຂອງຟາຣາໂອ ແລະບັນດາຂ້າຣາຊະການຂອງພະອົງ?

ເມື່ອກະສັດເອຢິບໄດ້ຮູ້ວ່າຊາວອິສະຣາເອນໄດ້ຫນີໄປແລ້ວ, ທ່າທີຂອງຟາຣາໂອ ແລະ ບັນດາຂ້າຣາຊະການຂອງພະອົງກໍປ່ຽນໃຈມາຕໍ່ສູ້ຊາວອິສະຣາເອນ.

Exodus 14:6

ຊາວເອຢິບໄດ້ຕາມມາທັນຊາວອິສະຣາເອນຢູ່ໃສ?

ຊາວເອຢິບຕາມມາທັນຊາວອິສະຣາເອນ ທີ່ຕັ້ງຄ້າຍຢູ່ບໍລີເວນ ແຄມທະເລກົງກັນຂ້າມກັບປີຮາຮີໂຣດ, ດ້ານຫນ້າບາອານເຊໂຟນ.

Exodus 14:10

ຊາວອິສະຣາເວົ້າອັນໃດ ທີ່ບອກວ່າມັນຄົງດີກວ່າທີ່ພວກເຂົາໃນຖິ່ນແຫ້ງແລ້ງກັນດານ?

ພວກເຂົາເວົ້າວ່າ ເຮັດວຽກໃຫ້ພວກເຂົາກໍຍັງດີກວ່າ ພວກເຮົາມາຕາຍໃນຖິ່ນແຫ້ງແລ້ງກັນດານນີ້."

Exodus 14:13

ເພາະວ່າ ພຣະຢາເວຈະສູ້ຮົບແທນຊາວອິສະຣາເອນ, ພວກເຂົາຈະຕ້ອງເຮັດຫຍັງ?

ພຣະຢາເວຈະສູ້ຮົບແທນພວກທ່ານ, ແລະພວກເຂົາພຽງແຕ່ສະຫງົບຢູ່ເທົ່ານັ້ນ.

Exodus 14:15

ຍ້ອນຫຍັງ ຊາວເອຢິບຈຶ່ງຕິດຕາມຊາວອິສະຣາເອນເຂົ້າໄປໃນທະເລ?

ພຣະຢາເວຈະເຮັດໃຫ້ໃຈຂອງຊາວເອຢິບແຂງກະດ້າງ ແລ້ວພວກເຂົາຈະຕາມຊາວອິສະຣາເອນໄປ.

Exodus 14:19

ເມກປົກປິດຊາວເອຢິບແນວໃດ, ແຕ່ຊ່ວຍຊາວອິສະຣາເອນແນວໃດ?

ເປັນເມກມືດແກ່ຊາວເອຢິບ, ແຕ່ເປັນແສງສະຫວ່າງແກ່ຊາວອິສະຣາເອນ, ໂດຍຂ້າງຫນຶ່ງກໍບໍ່ເຂົ້າມາໃກ້ກັນກັບອີກຂ້າງຫນຶ່ງຕະຫລອດຄືນ.

Exodus 14:21

ດົນປານໃດທີ່ພຣະຢາເວ ບັນດານໃຫ້ລົມຕາເວັນອອກພັດໃຫ້ທະເລໄຫລກັບ?

ພຣະຢາເວກໍໄດ້ບັນດານໃຫ້ລົມຕາເວັນອອກພັດໃຫ້ທະເລໄຫລກັບ ຕະຫລອດທັງກາງຄືນ.

Exodus 14:23

ເມື່ອໃດ ທີ່ພຣະຢາເວເບິ່ງລົງມາຍັງ ທະຫານຊາວເອຢິບຜ່ານທາງເສົາໄຟແລະເສົາເມກ?

ໃນຊົ່ວໂມງຂອງຕອນເຊົ້າໆ, ພຣະຢາເວເບິ່ງລົງມາຍັງ ທະຫານຊາວເອຢິບຜ່ານທາງເສົາໄຟແລະເສົາເມກ

Exodus 14:26

ທະຫານຂອງຟາຣາໂອລອດຊີວິດຈັກຄົນ ກັບການຂ້ວາມນໍ້າທະເລ?

ບໍ່ມີໃຜລອດຊີວິດກັບການຂ້ວາມນໍ້າທະເລ.

Exodus 14:29

ອິສະຣາເອນເຮັດຫຍັງ ເມື່ອພວກເຂົາເຫັນຣິດອຳນາດອັນຍິ່ງໃຫຍ່ ທີ່ພຣະຢາເວໄດ້ໃຊ້ເພື່ອຕໍ່ສູ້ຊາວເອຢິບ?

ເມື່ອອິສະຣາເອນໄດ້ເຫັນຣິດອຳນາດຫຍີ່ງໃຫຍ່ ຊຶ່ງພຣະຢາເວທີ່ໄດ້ເຮັດຕໍ່ຊາວເອຢິບ, ປະຊາຊົນກໍໄດ້ຖວາຍກຽດແດ່ພຣະຢາເວ, ແລະພວກເຂົາໄວ້ວາງໃຈພຣະຢາເວ ແລະ ໂມເຊຜູ້ຮັບໃຊ້ຂອງພຣະອົງ.

Exodus 15

Exodus 15:1

ຜູ້ໃດທີ່ ພຣະຢາເວໄດ້ໂຍນລົງໄປໃນທະເລ?

ພຣະຢາເວໄດ້ໂຍນທັງມ້າ ແລະ ລົດມ້າລົງໄປໃນທະເລ.

Exodus 15:4

ຊາວເອຢິບລົງໄປໃນນໍ້າເລີກແນວໃດ?

ພວກເຂົາໄດ້ຈົມລົງໄປໃນນໍ້າເລີກເຫມືອນກ້ອນຫີນ.

Exodus 15:6

ນໍ້າກໍ່ຕົວຂຶ້ນໄດ້ແນວໃດ?

ໂດຍລົມທີ່ລະບາຍຈາກລົມຫາຍໃຈຂອງພຣະອົງ ນໍ້າໄດ້ກໍ່ຕົວຂຶ້ນ.

Exodus 15:12

ໃນທາງໃດ ທີ່ພຣະຢາເວໄດ້ນຳປະຊາຊົນ ພຣະອົງໄດ້ຊ່ວຍໃຫ້ພົ້ນນັ້ນ?

ໃນຄວາມສັດຊື່ໃນພັນທະສັນຍາຂອງພຣະອົງ ພຣະອົງຊົງນຳປະຊາຊົນຊຶ່ງໄດ້ຊົງຊ່ວຍໃຫ້ພົ້ນ. ດ້ວຍຣິດທານຸພາບຂອງພຣະອົງໄດ້ຊົງພາພວກເຂົາມາເຖິງທີ່ອັນບໍຣິສຸດທີ່ພຣະອົງສະຖິດຢູ່.

Exodus 15:14

ປະຊາຊົນຈະເຮັດຫຍັງ ເມື່ອພວກເຂົາໄດ້ຍິນເຖິງ ການຊ່ວຍຊາວອິສະຣາເອນໃຫ້ພົ້ນຂອງພຣະຢາເວນັ້ນ?

ປະຊາຊົນຈະໄດ້ຍິນ, ແລະພວກເຂົາຈະຢ້ານຫລາຍ.

Exodus 15:17

ພຣະຢາເວຈະນຳຊາວອິສະຣາເອນໄປບ່ອນໃດ?

ພຣະອົງຈະຊົງນຳພວກເຂົາເຂົ້າມາ ແລະ ໃຫ້ພວກເຂົາຕັ້ງຫລັກແຫລ່ງເທິງພູທີ່ເປັນມໍຣະດົກຂອງພຣະອົງ, ສະຖານທີ່ທີ່ພຣະຢາເວໄດ້ເຮັດໃຫ້ຢູ່ອາໃສ.

Exodus 15:19

ຜູ້ໃດຫລີ້ນກອງແຊ່ງ?

ນາງມີຣີອາມຜູ້ປະກາດພຣະທັມ ແລະບັນດາຜູ້ຍິງທັງຫມົດຕີກອງແຊ່ງດ້ວຍ.

Exodus 15:22

ຍ້ອນຫຍັງ ຊາວອິສະຣາເອນຈຶ່ງບໍ່ສາມາດດື່ມນໍ້າຢູ່ທີ່ມາຣາໄດ້?

ຊາວອິສະຣາເອນກໍບໍ່ສາມາດດື່ມນໍ້າບ່ອນນັ້ນໄດ້ ເພາະນໍ້າມັນຂົມ.

Exodus 15:24

ເຮັດແນວໃດ ນໍ້າຂົມຢູ່ທີ່ມາຣາໃຫ້ກາຍເປັນນໍ້າຫວານໄດ້?

ພຣະຢາເວຈຶ່ງຊົງຊີ້ໃຫ້ໂມເຊເຫັນຕົ້ນໄມ້ຕົ້ນຫນຶ່ງ. ເມື່ອໂມເຊໂຍນມັນລົງນໍ້າ, ແລະນໍ້ານັ້ນກໍຫວານດື່ມໄດ້.

Exodus 16

Exodus 16:1

ຖິ່ນແຫ້ງແລ້ງກັນດານຊິນນັ້ນຢູ່ໃສ?

ຖິ່ນແຫ້ງແລ້ງກັນດານ ຊິນ, ຊຶ່ງຢູ່ລະຫວ່າງເອລິມ ແລະ ຊີນາຍ.

ອິງຕາມຊາວອິສະຣາເອນ, ຍ້ອນຫຍັງໂມເຊຈຶ່ງນຳພວກເຂົາເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ?

ພວກເຂົາເວົ້າວ່າໂມເຊໄດ້ນຳມາ ຍັງຖິ່ນແຫ້ງແລ້ງກັນດານນີ້ ເພື່ອຈະຂ້າຄົນເຫລົ່ານີ້ທັງຫມົດຂອງພວກເຂົາ ດ້ວຍຄວາມອຶດຫີວ.

Exodus 16:4

ຍ້ອນຫຍັງ ປະຊາຊົນຈະອອກໄປ ແລະ ເກັບເອົາອາຫານຕົກທຸກໆວັນ?

ປະຊາຊົນຈະອອກໄປ ແລະ ເກັບເອົາອາຫານຕົກທຸກໆວັນ ເພື່ອວ່າພຣະຢາເວຈະທົດສອບພວກເຂົາວ່າ ພວກເຂົາຈະເດີນຕາມບັນຍັດຂອງພຣະອົງຫລືບໍ.

Exodus 16:6

ຊາວອິສະຣາເອນຈະຮູ້ໄດ້ແນວໃດວ່າ ພຣະຢາເວໄດ້ນຳພວກເຂົາໃຫ້ອອກຈາກແຜ່ນດິນເອຢິບ?

ຊາວອິສະຣາເອນຈະຮູ້ວ່າ ພຣະຢາເວໄດ້ນຳພວກເຂົາໃຫ້ອອກຈາກແຜ່ນດິນເອຢິບ ເມື່ອພຣະຢາເວປຣະທານຊີ້ນໃຫ້ແກ່ພວກເຈົ້າໃນຕອນແລງ ແລະ ໃນຕອນເຊົ້າພຣະອົງຈະປຣະທານອາຫານໃຫ້ໄດ້ກິນຈົນອີ່ມ.

Exodus 16:9

ມີຫຍັງທີ່ປາກົດຢູ່ໃນເມກ?

ສະຫງ່າຣາສີຂອງພຣະຢາເວປາກົດຢູ່ໃນເມກ.

Exodus 16:13

ອາຫານມີຂະຫນາດເທົ່າໃດ ທີ່ພຣະຢາເວໄດ້ປຣະທານໃຫ້ອິສະຣາເອນໄດ້ກິນ?

ອາຫານທີ່ພຣະຢາເວໄດ້ປຣະທານໃຫ້ອິສະຣາເອນໄດ້ກິນນັ້ນ ເປັນເມັດເຫມືອນນໍ້າຫມອກແຂງ.

Exodus 16:16

ເມື່ອຊາວອິສະຣາເອນຊັ່ງອາຫານຈາກພຣະຢາເວ, ພວກເຂົາຕ້ອງຊັ່ງໄດ້ເທົ່າໃນແຕ່ລະຄົນ?

ເມື່ອພວກເຂົາຊັ່ງອາຫານ ປະລິມານຫນຶ່ງໂອເມີ, ຄົນທີ່ເກັບໄດ້ຫລາຍກໍບໍ່ມີເຫລືອ, ແລະຄົນທີ່ເກັບຫນ້ອຍກໍບໍ່ຂາດ. ແຕ່ລະຄົນເກັບໄດ້ພຽງພໍຕໍ່ຄວາມຕ້ອງການຂອງພວກເຂົາ.

Exodus 16:19

ເກີດຫຍັງຂຶ້ນກັບ ອາຫານທີ່ມາຈາກພຣະຢາເວ ທີ່ຊາວອິສະຣາເອນບາງຄົນເຫລືອໄວ້ຈົນຮອດຕອນເຊົ້າ?

ອາຫານມາຈາກພຣະຢາເວ ທີ່ບາງຄົນໃນພວກເຂົາເຫລືອໄວ້ຈົນຮອດຕອນເຊົ້າ ອາຫານນັ້ນກໍເນົ່າເປັນຫນອນ ແລະ ບູດເຫມັນ.

Exodus 16:22

ມື້ທີຫົກ ຊາວອິສະຣາເອນເກັບເອົາອາຫານຫລາຍປານໃດ?

ມື້ທີຫົກ ພວກເຂົາເກັບເອົາອາຫານສອງເທົ່າ, ຄືສອງໂອເມີສຳລັບແຕ່ລະຄົນ.

Exodus 16:24

ເກີດຫຍັງຂຶ້ນກັບອາຫານ ທີ່ພຣະຢາເວສັ່ງໃຫ້ເກັບໄວ້ຈົນຮອດວັນທີເຈັດ?

ອາຫານ ທີ່ພຣະຢາເວສັ່ງໃຫ້ເກັບໄວ້ຈົນຮອດວັນທີເຈັດນັ້ນ ກໍບໍ່ບູດເນົ່າ, ບໍ່ມີຫນອນໃນນັ້ນເລີຍ.

Exodus 16:26

ຫລາຍປານໃດ ທີ່ຊາວອິສະຣາເອນພົບເຫັນໃນວັນທີເຈັດນັ້ນ?

ໃນມື້ທີເຈັດ ບາງຄົນໄດ້ອອກໄປເກັບມານາ, ແຕ່ພວກເຂົາກໍບໍ່ພົບເລີຍ.

Exodus 16:28

ຊາວອິສະຣາເອນແຕ່ລະຄົນ ຕ້ອງເຮັດແນວໃດໃນວັນທີເຈັດ?

ໃຫ້ແຕ່ລະຄົນພັກຢູ່ໃນທີ່ຂອງຕົນ; ຢ່າໃຫ້ໃຜອອກຈາກບ່ອນພັກໃນມື້ທີ່ເຈັດນັ້ນ.

Exodus 16:31

ມານາເປັນແນວໃດ?

ມານາເປັນເຫມືອນເມັດສີຂາວເຫມືອນເມັດຜັກຊີ, ແລະມີຣົດຊາດເຫມືອນຂະຫນົມປະສົມນໍ້າເຜີ້ງ.

ຍ້ອນຫຍັງຈຶ່ງຜອງມານາຫນຶ່ງໂອເມີເກັບໄວ້?

ມານາຫນຶ່ງໂອເມີ ເກັບໄວ້ຕະຫລອດຊົ່ວຊາດພັນຂອງເຈົ້າ ເພື່ອພວກເຂົາຈະໄດ້ເຫັນອາຫານ ຊຶ່ງພຣະຢາເວລ້ຽງພວກເຂົາໃນຖິ່ນແຫ້ງແລ້ງກັນດານ.

Exodus 16:33

ມານາຫນຶ່ງໂອເມີຈະເກັບໄວ້ຢູ່ໃສ?

ມານາຫນຶ່ງໂອເມີເກັບໄວ້ໃນຫມໍ້ ແລະເກັບໄວ້ຂ້າງແຜ່ນກົດບັນຍັດໃນຫີບພັນທະສັນຍາ.

ດົນປານໃດ ທີປະຊາຊົນອິສະຣາເອນກິນມານາ?

ປະຊາຊົນອິສະຣາເອນໄດ້ກິນມານາສີ່ສິບປີ ຈົນຮອດຕອນທີ່ພວກເຂົາມາເຖິງແຜ່ນດິນທີ່ຈະອາໄສຢູ່.

Exodus 17

Exodus 17:1

ຍ້ອນຫຍັງ ປະຊາຊົນຈຶ່ງກ່າວໂທດໂມເຊເຖິງສະຖານະການຂອງພວກເຂົາ?

ທີ່ນັ້ນບໍ່ມີນໍ້າໃຫ້ປະຊາຊົນດື່ມ. ດັ່ງນັ້ນປະຊາຊົນຈຶ່ງກ່າວໂທດໂມເຊເຖິງສະຖານະການຂອງພວກເຂົາ.

Exodus 17:4

ໂມເຊຢ້ານປະຊາຊົນເຮັດຫຍັງກັບລາວ?

ໂມເຊຢ້ານຊາວອິສະຣາເອນ ເກືອບເອົາຫີນຂວ້າງລາວແລ້ວ.

ພຣະຢາເວບອກໂມເຊແນວໃດ ເພື່ອຈັດຫານໍ້າໃຫ້ປະຊາຊົນດື່ມ?

ພຣະຢາເວຈຶ່ງໄດ້ກ່າວກັບໂມເຊວ່າ ຈົ່ງຕີກ້ອນຫີນນັ້ນດ້ວຍໄມ້ຄ້ອນເທົ້າ. ນໍ້າກໍຈະໄຫລອອກມາຈາກຫີນໃຫ້ປະຊາຊົນດື່ມ.

Exodus 17:8

ໂມເຊຢືນຢູ່ໃສ ເມືອຊາວອາມາເຫລັມຍົກທັບມາໂຈມຕີອິສະຣາເອນ?

ໂມເຊຢືນຢູ່ເທິງຍອດຂອງພູ ພ້ອມກັບຖືໄມ້ຄ້ອນເທົ້າຂອງພຣະເຈົ້າໃນມື.

Exodus 17:11

ເກີດຫຍັງຂຶ້ນ ໃນຂະນະທີ່ໂມເຊຍົກມືຂຶ້ນ, ແລະ ເມື່ອລາວລົດມືລົງພັກ?

ໃນຂະນະທີ່ໂມເຊຍົກມືຂຶ້ນເມື່ອໃດ, ອິສະຣາເອນກໍໄດ້ປຽບ: ເມື່ອລາວລົດມືລົງພັກ, ອາມາເຫລັກກໍໄດ້ປຽບເມື່ອນັ້ນ.

ອາໂຣນແລະຮູເຣ ຊ່ວຍໂມເຊແນວໃດ ເພື່ອໃຫ້ມືຂອງລາວຖືກຍົກຂຶ້ນ?

ອາໂຣນ ແລະ ຮູເຣຈຶ່ງຍົກກ້ອນຫີນມາ ແລະ ວາງໃຫ້ໂມເຊນັ່ງ. ໃນເວລາດຽວກັນ, ອາໂຣນ ແລະ ຮູເຣຈຶ່ງຍົກຊູມືຂອງລາວຂຶ້ນ, ຄົນຫນຶ່ງຢູ່ອີກຂ້າງຫນຶ່ງຂອງລາວ, ອີກຄົນຫນຶ່ງຢູ່ອີກຂ້າງຫນຶ່ງຂອງລາວ.

Exodus 17:14

ຍ້ອນຫຍັງ ພຣະຢາເວຈຶ່ງບອກໂມເຊ ໃຫ້ຂຽນກ່ຽວກັບສົງຄາມຕໍ່ສູ້ອາມາເຫລັກ?

ພຣະຢາເວໄດ້ບອກໂມເຊ ຂຽນຂໍ້ຄວາມຕໍ່ໄປນີ້ລົງໃນປຶ້ມ, ເພາະວ່າພຣະຢາເວຈະລົບລ້າງຊື່ອາມາເຫລັກໃຫ້ສິ້ນຊາກ ໃຫ້ຫາຍໄປຈາກຄວາມຊົງຈຳພາຍໃຕ້ຟ້ານີ້.

Exodus 18

Exodus 18:1

ເຢທະໂຣເປັນໃຜ?

ເຢທະໂຣເປັນປະໂລຫິດແຫ່ງມີດີອານ, ພໍ່ເຖົ້າຂອງໂມເຊ.

ລູກຊາຍສອງຄົນຂອງໂມເຊ ຊື່ຫຍັງ?

ລູກຊາຍທັງສອງຂອງໂມເຊຄື ເກໂຊມ ແລະ ເອລີເອເຊ.

Exodus 18:5

ໂມເຊຢູ່ໃສ ເມື່ອເຢທຳໂຣໄດ້ນຳເມຍ ແລະລູກຊາຍຂອງລາວມາ?

ລາວຕັ້ງຄ້າຍຢູ່ໃນຖິ່ນແຫ້ງແລ້ງກັນດານ ຢູ່ທີ່ພູຂອງພຣະເຈົ້າ ເມື່ອເຢທະໂຣ ພາລູກໆຂອງໂມເຊ ແລະພາເມຍຂອງລາວມາຫາລາວ.

Exodus 18:7

ໂມເຊທັກທາຍແນວກັບກັບພໍ່ເຖົ້າຂອງລາວ?

ລາວກົ້ມຂາບລົງ, ແລະຈູບລາວ.

Exodus 18:9

ແມ່ນຫຍັງເຮັດໃຫ້ ເຢທະໂຣຊື່ນຊົມຍີນດີ?

ເຢທະໂຣກໍຊື່ນຊົມຍີນດີ ທີ່ໄດ້ຮູ້ເຖິງຄວາມດີທັງຫມົດ ຊຶ່ງພຣະຢາເວໄດ້ເຮັດເພື່ອອິສະຣາເອນ, ໃນການທີ່ພຣະອົງໄດ້ຊ່ວຍພວກເຂົາໃຫ້ລອດພົ້ນຈາກມືຂອງຊາວເອຢິບ.

ເຢທະໂຣຮູ້ໄດ້ແນວໃດວ່າ ພຣະຢາເວເປັນໃຫຍ່ກວ່າພະທັງຫລາຍ?

ເຢທະໂຣໄດ້ຮູ້ວ່າ ພຣະຢາເວເປັນໃຫຍ່ກວ່າພະທັງຫລາຍ, ເພາະເມື່ອຊາວເອຢິບກົດຂີ່ຊາວອິສະຣາເອນຢ່າງເຫັນແກ່ຕົວ, ພຣະເຈົ້າໄດ້ຊ່ວຍປະຊາຊົນຂອງພຣະອົງ.

Exodus 18:12

ຜູ້ໃດທີ່ມາກິນລ້ຽງຕໍ່ພຣະພັກພຣະເຈົ້າ?

ອາໂຣນ ແລະ ບັນດາຜູ້ອາວຸໂສຂອງອິສະຣາເອນໄດ້ມາກິນລ້ຽງກັບພໍ່ເຖົ້າຂອງໂມເຊ ຕໍ່ພຣະພັກພຣະເຈົ້າ.

Exodus 18:13

ດົນປານໃດ ທີ່ປະຊາຊົນຢືນອ້ອມໂມເຊ ໃນຂະນະທີ່ລາວນັ່ງລົງຕັດສິນຄະດີໃຫ້ປະຊາຊົນ?

ປະຊາຊົນຢືນອ້ອມໂມເຊຕັ້ງແຕ່ເຊົ້າຈົນຮອດຄໍ່າ.

Exodus 18:15

ຍ້ອນຫຍັງປະຊາຊົນຈຶ່ງມາຫາໂມເຊ?

ປະຊາຊົນມາຫາໂມເຊ ເພື່ອຂໍໃຫ້ທູນຖາມເຖິງຄຳຊີ້ນຳຂອງພຣະເຈົ້າ ເມື່ອພວກເຂົາມີການໂ່ຕ້ຖຽງກັນ, ພວກເຂົາກໍມາຫາລາວ.

Exodus 18:17

ຍ້ອນຫຍັງ ເຢທະໂຣຈຶ່ງເວົ້າວ່າ ສິ່ງທີ່ໂມເຊເຮັດນັ້ນເປັນສິ່ງທີ່ບໍ່ດີ?

ເຢທະໂຣເວົ້າວ່າ ສິ່ງທີ່ໂມເຊເຮັດນັ້ນເປັນສິ່ງທີ່ບໍ່ດີ ຍ້ອນວ່າລາວຈະອ່ອນແຮງແນ່ນອນເອງ ແລະປະຊາຊົນຜູ້ທີ່ຢູ່ກັບລາວດ້ວຍ. ພາລະນີ້ຫນັກເກີນກຳລັງຂອງລາວ. ລາວບໍ່ສາມາດເຮັດໄດ້ຄົນດຽວ.

Exodus 18:21

ຄົນປະເພດໃດທີ່ເຢທະໂຣບອກໂມເຊໃຫ້ ເລືອກເພື່ອແຕ່ງຕັ້ງໄວ້ໃຫ້ເຫນືອປະຊາຊົນ?

ເຢທະໂຣໄດ້ບອກໂມເຊໃຫ້ ເລືອກຄົນທີ່ມີຄວາມສາມາດຈາກປະຊາຊົນທັງຫມົດ, ຊາຍທີ່ຖວາຍກຽດແດ່ພຣະເຈົ້າ, ຊາຍທີ່ຮັກຄວາມຈິງ ຜູ້ທີ່ຊັງການໄດ້ຮັບຄວາມບໍ່ຍຸຕິທັມ.

ຄະດີແບບໃດທີ່ ເຫມາະສົມໃຫ້ຊາຍເຫລົ່ານັ້ນພິພາກສາໄດ້?

ຊາຍເຫລົ່ານັ້ນຈະພິພາກສາຄະດີຂອງປະຊາຊົນ ທຸກກໍລະນີທີ່ເກີດເປັນກິຈະວັດປະຈຳວັນ, ແຕ່ທີ່ຄະດີຍາກໆໃຫ້ພວກເຂົານຳມາແຈ້ງຕໍ່ໂມເຊ. ແຕ່ສ່ວນຄະດີເລັກໆນ້ອຍໆ, ໃຫ້ພວກເຂົາຕັດສິນກັນເອງ.

Exodus 19

Exodus 19:1

ເມື່ອໃດ ທີ່ປະຊາຊົນອິສະຣາເອນມາເຖິງຖິ່ນແຫ້ງແລ້ງກັນດານຊີນາຍ?

ໃນເດືອນທີສາມຫລັງຈາກປະຊາຊົນອິສະຣາເອນໄດ້ອອກຈາກແຜ່ນດິນເອຢິບ, ໃນມື້ດຽວກັນນັ້ນ, ພວກເຂົາໄດ້ມາເຖິງຖິ່ນແຫ້ງແລ້ງກັນດານຊີນາຍ.

Exodus 19:3

ແມ່ນຫຍັງເປັນສິ່ງທີ່ ຊາວອິສະຣາເອນຕ້ອງເຮັດ ຖ້າພວກເຂົາຢາກເປັນສົມບັດພິເສດຂອງພຣະຢາເວ?

ຖ້າພວກເຂົາເຊື່ອຟັງສຽງຂອງພຣະຢາເວ ແລະ ຮັກສາພັນທະສັນຍາຂອງພຣະອົງໄວ້, ແລ້ວພວກເຂົາກໍຈະເປັນສົມບັດພິເສດຂອງພຣະອົງ ໃນທ່າມກາງຂອງປະຊາຊາດທັງຫລາຍ.

Exodus 19:7

ຍ້ອນຫຍັງ ພຣະຢາເວມາຫາປະຊາຊົນໃນເມກຫນາທຶບ?

ພຣະຢາເວມາຫາປະຊາຊົນໃນເມກຫນາທຶບ ເພື່ອວ່າປະຊາຊົນຈະບໍ່ໄດ້ຍິນໃນສິ່ງທີ່ພຣະອົງເວົ້າກັບພວກເຂົາ ແລະຈະໄດ້ເຊື່ອໂມເຊຕະຫລອດໄປ.

Exodus 19:10

ປະຊາຊົນຕ້ອງຊຳລະຕົນໃຫ້ບໍຣິສຸດແນວໃດ?

ພວກເຂົາຕ້ອງຊຳລະຕົນໃຫ້ບໍຣິສຸດໂດຍ ຕຽມຕົວໃຫ້ພ້ອມສຳລັບການມາຂອງພຣະຢາເວ, ແລະ ຊຳລະເສື້ອຜ້າໃຫ້ຂອງຕົນໃຫ້ສະອາດ.

Exodus 19:12

ຈະເກີດຫຍັງຂຶ້ນ ທີ່ຄົນໃດຄົນຫນຶ່ງຈະແຕະຕ້ອງພູນັ້ນ?

ໃຜເອົາແຕະຕ້ອງພູນັ້ນ ຈະຕ້ອງມີໂທດເຖິງຕາຍຢ່າງແນ່ນອນ.

ປະຊາຊົນຈະເຮັດແນວໃດ ເພື່ອຈະຕ້ອງລົງໂທດເຖິງຕາຍສຳລັບໃຜກໍຕາມທີ່ເອົາແຕະຕ້ອງພູນັ້ນ.

ພວກເຂົາຕ້ອງຂວ້າງກ້ອນຫີນ ຫລືຍິງດ້ວຍກ້ອນຫີນ ສຳລັບໃຜກໍຕາມທີ່ເອົາແຕະຕ້ອງພູນັ້ນ.

Exodus 19:16

ຍ້ອນຫຍັງ ປະຊາຊົນຈຶ່ງຢ້ານຫລາຍຈົນຕົວສັ່ນ?

ຍ້ອນວ່າ ມີຟ້າຮ້ອງແລະຟ້າແມບເມກຫນາປົກຄຸມເທິງພູ, ແລະມີສຽງເປົ່າແກດັງຫລາຍ, ຈົນປະຊາຊົນທັງຫມົດຢູ່ໃນຄ້າຍຢ້ານຫລາຍຈົນໂຕສັ່ນ.

Exodus 19:19

ພວກປະໂລຫິດຄວນເຮັດແນວໃດ ເພື່ອວ່າພຣະຢາເວຈະບໍ່ປະຫານພວກເຂົາ?

ພວກປະໂລຫິດທີ່ເຂົ້າມາໃກ້ພຣະຢາເວນັ້ນ ພວກເຂົາຕ້ອງຊຳລະຕົວໃຫ້ບໍຣິສຸດ—ຕຽມຕົວເອງໃຫ້ພ້ອມຕໍ່ການມາຂອງພຣະຢາເວ—ເພື່ອວ່າພຣະຢາເວຈະບໍ່ປະຫານພວກເຂົາ.

Exodus 19:23

ແມ່ນໃຜ ທີ່ສາມາດຂຶ້ນໄປເທິງພູກັບໂມເຊໄດ້?

ມີພຽງແຕ່ອາໂຣນ ທີ່ສາມາດຂຶ້ນໄປເທິງພູກັບໂມເຊໄດ້.

Exodus 20

Exodus 20:1

ຊາວອິສະຣາເອນຕ້ອງບໍ່ມີຫຍັງ ຕໍ່ຫນ້າພຣະຢາເວ?

ພວກເຂົາຕ້ອງບໍ່ມີພະເຈົ້າອື່ນໃດຕໍ່ຫນ້າພຣະອົງ.

Exodus 20:4

ຍ້ອນຫຍັງ ບໍ່ໃຫ້ຊາວອິສະຣາເອນເຮັດຮູບແກະສະຫລັກ ຫລືຂາບໄຫວ້ພວກມັນ?

ຊາວອິສະຣາເອນຕ້ອງບໍ່ເຮັດຮູບແກະສະຫລັກ ຫລືຂາບໄຫວ້ພວກມັນ ຍ້ອນວ່າ ພຣະຢາເວເປັນພຣະເຈົ້າຜູ້ຫວງແຫນ.

ດົນປານໃດ ທີ່ພຣະຢາເວລົງໂທດຄວາມຊົ່ວຂອງບັນພະບຸຣຸດ?

ພຣະຢາເວລົງໂທດຄວາມຊົ່ວຂອງບັນພະບຸຣຸດໂດຍນຳການລົງໂທດຕົກທອດໄປເຖິງລູກຫລານ, ເຖິງສາມ ແລະ ສີ່ເຊັ່ນຄົນຜູ້ທີ່ພຣະອົງກຽດຊັງ.

Exodus 20:7

ພຣະນາມຂອງຜູ້ໃດທີ່ ຊາວອິສະຣາເອນບໍ່ຕ້ອງເວົ້າອອກໄປໂດຍບໍ່ມີປະໂຫຍດ?

ພວກເຂົາຈະຕ້ອງບໍ່ອອກພຣະນາມຂອງພຣະຢາເວ ພຣະເຈົ້າຂອງພວກເຂົາໄປໃນທາງທີ່ຜິດ.

Exodus 20:8

ຍ້ອນຫຍັງ ຊາວອິສະຣາເອນຕ້ອງຮັກວັນສະບາໂຕໃຫ້ບໍຣິສຸດ ແລະພັກຜ່ອນໃນວັນນັ້ນ?

ຊາວອິສະຣາເອນຕ້ອງຮັກວັນສະບາໂຕໃຫ້ບໍຣິສຸດ ແລະພັກຜ່ອນໃນວັນນັ້ນ, ເພາະໃນຫົກມື້ພຣະຢາເວໄດ້ສ້າງຟ້າສະຫວັນ ແລະແຜ່ນດິນໂລກ, ທະເລ, ແລະທຸກສິ່ງໃນທີ່ເຫລົ່ານັ້ນ, ແລະພັກຜ່ອນໃນມື້ທີເຈັດ.

ແມ່ນໃຜ ຕ້ອງຮັກວັນສະບາໂຕໃຫ້ບໍຣິສຸດ ແລະພັກຜ່ອນໃນວັນນັ້ນ?

ຊາວອິສະຣາເອນຕ້ອງ ບໍ່ເຮັດວຽກງານໃດໆ, ທັງພວກເຂົາ, ຫລືລູກຊາຍ, ຫລືລູກຍິງ, ຫລືທາດຊາຍ, ຫລືທາດຍິງ, ຫລືສັດລ້ຽງ, ຫລືຄົນຕ່າງດ້າວທີ່ອາໄສໃນປະຕູເມືອງທັງຫລາຍຂອງພວກເຂົາດ້ວຍ.

Exodus 20:12

ແມ່ນຫຍັງຄື ຜົນທີ່ຊາວອິສະຣາເອນຈະໄດ້ຮັບ ເມື່ອພວກເຂົາໃຫ້ກຽດແກ່ບິດາ ແລະມານດາ?

ຊາວອິສະຣາເອນຕ້ອງໃຫ້ກຽດແກ່ບິດາ ແລະ ມານດາຂອງພວກເຂົາ, ເພື່ອພວກເຂົາຈະມີຊີວິດຢືນຍາວເທິງແຜ່ນດິນ ຊຶ່ງພຣະຢາເວພຣະເຈົ້າຂອງພວກເຂົາຈະໃຫ້ແກ່ພວກເຂົານັ້ນ.

Exodus 20:18

ຍ້ອນຫຍັງ ປະຊາຊົນຈຶ່ງຢ້ານກົວຈົນຕົວສັ່ນ?

ປະຊາຊົນທັງຫມົດເຫັນຟ້າແມບ ແລະໄດ້ຍິນສຽງຟ້າຮ້ອງ, ແລະໄດ້ຍິນສຽງແກ, ແລະໄດ້ເຫັນຄວັນຈາກພູ. ເມື່ອປະຊາຊົນເຫັນສິ່ງນີ້, ພວກເຂົາກໍຢ້ານກົວຈົນຕົວສັ່ນ ແລະຢືນຢູໄກໆ.

ປະຊາຊົນອິສະຣາເອນຄິດວ່າ ແມ່ນຫຍັງຈະເກີດຂຶ້ນເມື່ອພຣະເຈົ້າເວົ້າກັບພວກເຂົາ?

ພວກເຂົາຄິດວ່າ ຖ້າພຣະເຈົ້າເວົ້າກັບພວກເຂົາ, ພວກເຂົາຈະຕາຍ.

Exodus 20:24

ມັນຈະເກີດຫຍັງຂຶ້ນ ຖ້າຊາວອິສະຣາເອນໃຊ້ເຄື່ອງມືຕົກແຕ່ງແທ່ນບູຊາຫີນ?

ຖ້າພວກເຂົາໃຊ້ເຄື່ອງມືຕົກແຕ່ງແທ່ນບູຊາຫີນ, ພວກເຂົາຈະເຮັດໃຫ້ຫີນເປັນມົນທິນ.

Exodus 21

Exodus 21:1

ແມ່ນໃຜຕ້ອງເປັນຜູ້ ວາງກົດຕ່າງໆໄວ້ຕໍ່ຫນ້າຊາວອິສະຣາເອນ?

ໂມເຊ ຕ້ອງວາງກົດຕ່າງໆໄວ້ຕໍ່ຫນ້າຊາວອິສະຣາເອນ.

Exodus 21:2

ຖ້ານາຍຫາເມຍໃຫ້ທາດ ແລະນາງນັ້ນເກີດລູກຊາຍ ຫລືລູກສາວ ຈະເກີດຫຍັງຂຶ້ນກັບພວກເຂົາ ຖ້າທາດຄົນນັ້ນໄດ້ເປັນອິດສະຫລະ?

ຖ້ານາຍຫາເມຍໃຫ້ລາວ ແລະນາງນັ້ນເກີດລູກຊາຍ ຫລືລູກສາວ, ເມຍແລະລູກຂອງນາງຈະເປັນຂອງນາຍ, ແລະລາວຈະຕ້ອງເປັນອິດສະຫລະພຽງຜູ້ດຽວ.

Exodus 21:5

ຖ້າທາດນັ້ນບໍ່ຢາກອອກໄປເປັນອິດສະຫລະ, ຈະເກີດຫຍັງຂຶ້ນ?

ຖ້າທາດນັ້ນບໍ່ຢາກອອກໄປເປັນອິດສະຫລະ, ໃຫ້ນາຍຕ້ອງພາລາວໄປທີ່ປະຕູ ຫລືເສົາປະຕູ, ແລະໃຫ້ນາຍເຈາະຫູຂອງລາວດ້ວຍເຫລັກຫມາດ. ແລ້ວລາວຈະຢູ່ຮັບໃຊ້ນາຍຕະຫລອດຊີວິດຂອງລາວ.

Exodus 21:7

ຫ້າມບໍ່ໃຫ້ນາຍຂາຍທາດຍິງໃຫ້ກັບຜູ້ໃດ?

ນາຍນັ້ນບໍ່ມີສິດ ຂາຍທາດຍິງໃຫ້ແກ່ຄົນຕ່າງຊາດ.

Exodus 21:9

ເມື່ອໃດທີ່ ທາດຍິງສາມາດໄປເປັນອິດສະຫລະໂດຍບໍ່ຕ້ອງເສຍຄ່າໄຖ່?

ຖ້ານາຍຍົກຍິງນັ້ນໃຫ້ເປັນເມຍຂອງລູກຊາຍຂອງຕົນ, ແລະລາວເອົາຍິງອື່ນອີກມາເປັນເມຍ, ລາວຕ້ອງບໍ່ລຸດຄ່າອາຫານ, ເສື້ອຜ້າ, ຫລືສິດທິແຕ່ງງານຂອງນາງ. ແຕ່ຖ້າລາວບໍ່ໄດ້ເຮັດສາມຢ່າງນີ້ແກ່ນາງ, ແລ້ວນາງນັ້ນຈະໄປເປັນອິດສະຫລະ ໂດຍບໍ່ຕ້ອງເສຍຄ່າໄຖ່ໃດໆ.

Exodus 21:12

ພຣະຢາເວໄດ້ຈັດຕຽມຫຍັງ ໃຫ້ແກ່ຄົນໃດກໍຕາມທີ່ຂ້າຄົນ ດ້ວຍອຸບັດເຫດ?

ຖ້າຄົນນັ້ນຂ້າຄົນດ້ວຍອຸບັດເຫດ, ພຣະຢາເວຈະກຳຫນົດທີ່ແຫ່ງຫນຶ່ງໃຫ້ລາວສາມາດຫນີໄປໄດ້.

Exodus 21:15

ຈະເກີດຫຍັງຂຶ້ນ ກັບຜູ້ໃດກໍຕາມທີ່ປ້ອຍດ່າບິດາ ຫລື ມານດາຂອງຕົນ?

ຜູ້ໃດກໍຕາມທີ່ປ້ອຍດ່າບິດາ ຫລືມານດາຂອງຕົນ ຜູ້ນັ້ນຕ້ອງຖືກລົງໂທດເຖິງຕາຍຢ່າງແນ່ນອນ.

Exodus 21:18

ຖ້າຜູ້ຊາຍຕໍ່ສູ້ກັນ ແລະຝ່າຍຫນຶ່ງເອົາຫີນຂ້ວາງຫລືຊົກດ້ວຍກຳປັ້ນ, ແລະບາດເຈັບຕ້ອງນອນພັກທີ່ຕຽງຂອງລາວ, ຊາຍຄົນນັ້ນຕ້ອງເຮັດຫຍັງ ເພື່ອເສຍຄ່າເວລາໃຫ້ລາວ?

ຖ້າຜູ້ຊາຍຕໍ່ສູ້ກັນ ແລະຝ່າຍຫນຶ່ງເອົາຫີນຂ້ວາງຫລືຊົກດ້ວຍກຳປັ້ນ, ແລະບາດເຈັບຕ້ອງນອນພັກທີ່ຕຽງຂອງລາວ, ຊາຍຄົນນັ້ນຕ້ອງເສຍຄ່າເສຍເວລາ; ຄ່າຮັກສາພະຍາບານທັງຫມົດຈົນລາວຫາຍດີເປັນປົກກະຕິ.

Exodus 21:20

ຖ້າຜູ້ໃດທຸບຕີທາດຊາຍ ຫລືທາດຍິງຂອງຕົນດ້ວຍໄມ້ ແລະທາດນັ້ນມີຊີວິດຕໍ່ໄປພາຍໃນຫນຶ່ງຫລືສອງສອງມື້, ຈະລົງໂທດນາຍນັ້ນແນວໃດ?

ຖ້າຜູ້ໃດທຸບຕີທາດຊາຍ ຫລືທາດຍິງຂອງຕົນດ້ວຍໄມ້ ແລະທາດນັ້ນມີຊີວິດຕໍ່ໄປພາຍໃນຫນຶ່ງຫລືສອງສອງມື້, ນາຍນັ້ນກໍບໍ່ຕ້ອງຖືກລົງໂທດ, ເພາະລາວຕ້ອງທໍຣະມານໃຈຈາກສູນເສຍທາດນັ້ນແລ້ວ...

Exodus 21:22

ຖ້າຜູ້ຊາຍຕີກັນ ແລະໄປເຮັດໃຫ້ຍິງຖືພາບາດເຈັບຈົນ ເຮັດໃຫ້ເດັກເກີດກ່ອນກຳຫນົດ, ແຕ່ນາງບໍ່ໄດ້ຮັບອັນຕະລາຍ, ແມ່ນຫຍັງຕ້ອງເກີດຂຶ້ນກັບຄົນຜິດນັ້ນ?

ຖ້າຜູ້ຊາຍຕີກັນ ແລະໄປເຮັດໃຫ້ຍິງຖືພາບາດເຈັບຈົນ ເຮັດໃຫ້ເດັກເກີດກ່ອນກຳຫນົດ, ແຕ່ນາງບໍ່ໄດ້ຮັບອັນຕະລາຍ, ຄົນທີ່ທຳຮ້າຍນາງຈະຕ້ອງຖືກປັບໄຫມຕາມແຕ່ສາມີຂອງຍິງນັ້ນຈະຮຽກຮ້ອງເອົາຈາກລາວ, ແລະ ລາວຕ້ອງຈ່າຍຕາມທີ່ຜູ້ພິພາກສາຕັດສິນ.

ແມ່ນຫຍັງຄືສິ່ງທີ່ຊາຍຄົນຜິດນ້ັ້ນຕ້ອງໃຫ້ ຖ້າໄດ້ຮັບບາດເຈັບສາຫັດ?

ແຕ່ຫາກນາງໄດ້ຮັບບາດເຈັບສາຫັດ, ແລ້ວເຈົ້າຕ້ອງໃຊ້ແທນດ້ວຍຊີວິດ. ຕາແທນຕາ, ແຂ້ວແທນແຂ້ວ, ມືແທນມື, ຕີນແທນຕີນ, ຮອຍໄຫມ້ແທນຮອຍໄຫມ້, ບາດແຜແທນບາດແຜ, ຫລືຮອຍຊໍ້າແທນຮອຍຊໍ້າ.

Exodus 21:26

ຖ້າຜູ້ໃດຕີທີ່ຕາຂອງທາດຊາຍ ຫລືທາດຍິງແລ້ວເຮັດໃຫ້ຕາບອດໄປ, ຫລືຖ້າລາວເຮັດໃຫ້ແຂ້ວຂອງທາດຊາຍ ຫລື ທາດຍິງຫລຸດອອກໄປ, ແມ່ນຫຍັງຄືການໃຊ້ແທນຄືນ?

ຖ້າຜູ້ໃດຕີທີ່ຕາຂອງທາດຊາຍ ຫລືທາດຍິງແລ້ວເຮັດໃຫ້ຕາບອດໄປ, ຖ້າລາວເຮັດໃຫ້ແຂ້ວຂອງທາດຊາຍ ຫລື ທາດຍິງຫລຸດອອກໄປ, ລາວຕ້ອງປ່ອຍທາດຜູ້ນັ້ນເປັນອິດສະຫລະ ເພື່ອໃຊ້ແທນແຂ້ວ.

Exodus 21:28

ຖ້າງົວມີນິໄສມັກຊົນຄົນມາກ່ອນ, ແລະມີຜູ້ມາເຕືອນໃຫ້ເຈົ້າຂອງງົວໃຫ້ຮູ້ແລ້ວ, ແຕ່ເຈົ້າຂອງບໍ່ໄດ້ກັກຂັງມັນໄວ້, ແລະມັນໄດ້ຊົນຄົນຕາຍໄປບໍ່ວ່າຊາຍຫລືຍິງ, ແມ່ນຫຍັງຕ້ອງເກີດຂຶ້ນກັບງົວ ແລະເຈົ້າຂອງງົວນັ້ນ?

ຖ້າງົວມີນິໄສມັກຊົນຄົນມາກ່ອນ, ແລະມີຜູ້ມາເຕືອນໃຫ້ເຈົ້າຂອງງົວໃຫ້ຮູ້ແລ້ວ, ແຕ່ເຈົ້າຂອງບໍ່ໄດ້ກັກຂັງມັນໄວ້, ແລະມັນໄດ້ຊົນຄົນຕາຍໄປບໍ່ວ່າຊາຍຫລືຍິງ, ກໍໃຫ້ເອົາຫີນຂ້ວາງງົວນັ້ນເສຍໃຫ້ຕາຍ, ແລະໃຫ້ລົງໂທດເຈົ້າຂອງງົວໃຫ້ເຖິງຕາຍດ້ວຍ.

Exodus 21:33

ຖ້າຜູ້ໃດເປີດນໍ້າສ້າງ, ຫລືຂຸດນໍ້າສ້າງ ແລະບໍ່ໄດ້ອັດມັນໄວ້, ແລະມີງົວຫລືລວາຕົກລົງໄປໃນນໍ້າສ້າງນັ້ນ, ແມ່ນຫຍັງທີ່ເຈົ້າຂອງນໍ້າສ້າງນັ້ນຕ້ອງເຮັດ?

ຖ້າຜູ້ໃດເປີດນໍ້າສ້າງ, ຫລືຂຸດນໍ້າສ້າງ ແລະບໍ່ໄດ້ອັດມັນໄວ້, ແລະມີງົວຫລືລວາຕົກລົງໄປໃນນໍ້າສ້າງນັ້ນ, ເຈົ້າຂອງນໍ້າສ້າງຕ້ອງຈ່າຍຄ່າເສຍຫາຍ.

Exodus 21:35

ຖ້າງົວຂອງຜູ້ໃດທຳຮ້າຍງົວຂອງຜູ້ອື່ນຕາຍ, ແມ່ນຫຍັງຕ້ອງເກີດຂຶ້ນກັບງົວ?

ຖ້າງົວຂອງຜູ້ໃດທຳຮ້າຍງົວຂອງຜູ້ອື່ນຕາຍ. ແລ້ວເຂົາຕ້ອງຂາຍງົວທີ່ເປັນນັ້ນ ແລະແບ່ງເງິນກັນ, ແລະແບ່ງງົວທີ່ຕາຍນັ້ນໃຫ້ເທົ່າກັນ.

Exodus 22

Exodus 22:1

ຖ້າຜູ້ໃດຂ້າຄົນຂີ້ລັກ ຫລັງຈາກຕາເວັນຂຶ້ນແລ້ວ, ຜູ້ໃດເປັນຝ່າຍຜິດ?

ຖ້າຕາເວັນຂຶ້ນແລ້ວກ່ອນທີ່ລາວບຸກລຸກເຂົ້າມາ, ຄວາມຜິດຖານຂ້າຄົນຈະຕົກແກ່ຜູ້ຂ້າລາວນັ້ນ.

ຄົນຂີ້ລັກບໍ່ມີສິ່ງໃດເລີຍ, ລາວຕ້ອງໃຊ້ແທນຄືນດ້ວຍສິ່ງໃດ?

ຖ້າລາວບໍ່ມີອັນໃດຈະໃຊ້ໃຫ້. ແລ້ວລາວຕ້ອງຂາຍຕົນເອງເພື່ອໃຊ້ແທນສິ່ງທີ່ລາວລັກໄປ.

Exodus 22:7

ຖ້າຜູ້ໃດຝາກເງິນ ຫລື ສິ່ງຂອງໄວ້ກັບເພື່ອນບ້ານເພື່ອໃຫ້ລາວໃຫ້ດູແລ, ແລະຖ້າສິ່ງຂອງນັ້ນຖືກລັກໄປຈາກເຮືອນຂອງຜູ້ນັ້ນ, ແຕ່ຖ້າຫາກຈັບຄົນຂີ້ລັກບໍ່ໄດ້, ຈະເກີດຫຍັງຂຶ້ນ?

ຖ້າຜູ້ໃດຝາກເງິນ ຫລື ສິ່ງຂອງໄວ້ກັບເພື່ອນບ້ານເພື່ອໃຫ້ລາວໃຫ້ດູແລ, ແລະຖ້າສິ່ງຂອງນັ້ນຖືກລັກໄປຈາກເຮືອນຂອງຜູ້ນັ້ນ, ຖ້າຈັບຄົນຂີ້ລັກໄດ້ ຄົນຂີ້ລັກນັ້ນຕ້ອງໃຊ້ແທນສອງເທົ່າ. ແຕ່ຖ້າຫາກຈັບຄົນຂີ້ລັກບໍ່ໄດ້ ກໍໃຫ້ເຈົ້າຂອງເຮືອນມາພົບກັບຜູ້ພິພາກສາ ເພື່ອຮັບການພິຈາລະນາແມ່ນລາວເອງ ຫລືບໍ່ທີ່ລັກສົມບັດຂອງເພື່ອນບ້ານ.

Exodus 22:10

ຖ້າຜູ້ໃດຝາກລໍ, ງົວ, ແກະ, ຫລືສັດໃດໆໄວ້ກັບເພື່ອນບ້ານຂອງລາວ, ແລະຖ້າສັດຕາຍ ຫລື ເຈັບຫລືຖືກຕ້ອນເອົາໄປໂດຍບໍ່ມີໃຜເຫັນ, ແມ່ນຫຍັງຄືຄ່າຊົດເຊີຍ?

ຖ້າຜູ້ໃດຝາກລໍ, ງົວ, ແກະ, ຫລືສັດໃດໆໄວ້ກັບເພື່ອນບ້ານຂອງລາວ, ແລະຖ້າສັດຕາຍ ຫລື ເຈັບຫລືຖືກຕ້ອນເອົາໄປໂດຍບໍ່ມີໃຜເຫັນ, ຜູ້ຮັບຟາກນັ້ນບໍ່ຕ້ອງຈ່າຍຄ່າຊົດເຊີຍໃດໆ.

Exodus 22:16

ຖ້າຜູ້ໃດຫລອກລວງສາວປອດທີ່ຍັງບໍ່ໄດ້ຫມັ້ນຫມາຍ, ແລະຖ້າລາວນອນກັບນາງນັ້ນ, ລາວຕ້ອງເຮັດແນວໃດ ເພື່ອຈະໄດ້ນາງມາເປັນເມຍ?

ຖ້າຜູ້ໃດຫລອກລວງສາວປອດທີ່ຍັງບໍ່ໄດ້ຫມັ້ນຫມາຍ, ແລະຖ້າລາວນອນກັບນາງນັ້ນ. ລາວຕ້ອງຮັບນາງມາເປັນເມຍຂອງລາວ ໂດຍຈ່າຍເງິນຄ່າສິນສອດຕາມທີ່ຮຽກຮ້ອງ.

Exodus 22:20

ຍ້ອນຫຍັງ ຊາວອິສະຣາເອນຕ້ອງບໍ່ເຮັດຜິດຕໍ່ຄົນຕ່າງດ້າວ?

ຊາວອິສະຣາເອນຕ້ອງບໍ່ເຮັດຜິດຕໍ່ຄົນຕ່າງດ້າວ ຫລືຂົ່ມເຫັ່ງເຂົາ. ເພາະພວກເຂົາກໍເຄີຍເປັນຄົນຕ່າງດ້າວໃນແຜ່ນດິນເອຢິບ.

Exodus 22:22

ຈະເກີດຫຍັງຂຶ້ນ ຖ້າຊາວອິສະຣາເອນ ຂົ່ມເຫັງຍິງຫມ້າຍ ຫລື ລູກກຳພ້າພໍ່?

ຖ້າຊາວອິສະຣາເອນ ຂົ່ມເຫງພວກເຂົາ, ແລະຖ້າພວກເຂົາຮ້ອງຫາພຣະຢາເວ, ພຣະອົງຈະຟັງຄຳຮ້ອງທຸກຂອງພວກເຂົາຢ່າງແນ່ນອນ. ຄວາມໂກດຮ້າຍຂອງພຣະອົງຈະລຸກຂຶ້ນ, ແລະພຣະອົງຈະປະຫານພວກເຂົາດ້ວຍດາບ; ເມຍຂອງພວກເຂົາຈະເປັນຫມ້າຍ, ແລະລູກຂອງພວກເຂົາຈະກຳພ້າພໍ່.

Exodus 22:25

ຖ້າບາງຄົນຍຶດເສື້ອຄຸມ ຂອງເພື່ອນບ້ານໄວ້ເປັນຂອງຄໍ້າປະກັນ, ລາວຕ້ອງຄືນຂອງນັ້ນໃຫ້ກັບເຈົ້າຂອງເສື້ອຄຸມເວລາໃດ?

ຖ້າບາງຄົນຍຶດເສື້ອຄຸມ ຂອງເພື່ອນບ້ານໄວ້ເປັນຂອງຄໍ້າປະກັນ, ລາວຕ້ອງຄືນຂອງນັ້ນໃຫ້ກັບ ເຈົ້າຂອງເສື້ອຄຸມກ່ອນຕາເວັນຕົກດິນ.

Exodus 22:29

ແມ່ນຊີ້ນຫຍັງ ທີ່ຊາວອິສະຣາເອນຕ້ອງບໍ່ກິນ? ພວກເຂົາຕ້ອງຫຍັງກັບມັນ?

ຊາວອິສະຣາເອນຕ້ອງບໍ່ກິນຊີ້ນສັດທີ່ຖືກກັດຕາຍໃນທົ່ງນາ. ແຕ່, ພວກເຈົ້າຈົ່ງໂຍນຊາກນັ້ນໃຫ້ຫມາກິນ.

Exodus 23

Exodus 23:4

ຖ້າຊາວອິສະຣາເອນເຫັນລໍຂອງຜູ້ທີ່ກຽດຊັງເຈົ້າລົ້ມລົງ ເພາະຂົນເຄື່ອງຫນັກ, ພວກເຂົາຕ້ອງເຮັດແນວໃດ?

ຖ້າຊາວອິສະຣາເອນເຫັນລໍຂອງຜູ້ທີ່ກຽດຊັງເຈົ້າລົ້ມລົງ ເພາະຂົນເຄື່ອງຫນັກ, ພວກເຂົາຕ້ອງບໍ່ເມີນເສີຍຄົນນັ້ນ. ພວກເຂົາຕ້ອງໃຫ້ແນ່ໃຈວ່າ ໄດ້ຊ່ວຍລາວກັບລໍຂອງລາວດ້ວຍ.

Exodus 23:6

ຍ້ອນຫຍັງ ຊາວອິສະຣາເອນຕ້ອງບໍ່ຮັບສິນບົນ?

ພວກເຂົາຕ້ອງບໍ່ຮັບສິນບົນ, ເພາະສິນບົນເຮັດໃຫ້ຄົນຕາດີ ກາຍເປັນຄົນຕາບອດ, ແລະເຮັດໃຫ້ຖ້ອຍຄຳຂອງຄົນສັດຊື່ບິດເບືອນໄປ.

Exodus 23:10

ຍ້ອນຫຍັງ ຊາວອິສະຣາເອນຈຶ່ງງົດໄຖນາຂອງພວກເຂົາໃນປີທີເຈັດ?

ປີທີເຈັດນັ້ນ ຊາວອິສະຣາເອນງົດໄຖ ແລະປ່ອຍທົ່ງນາໃຫ້ວ່າງໄວ້, ເພື່ອໃຫ້ປະຊາຊົນທີ່ຍາກຈົນທ່າມກາງພວກເຈົ້າໄດ້ເກັບກິນ.

Exodus 23:12

ຍ້ອນຫຍັງ ຊາວອິສະຣາເອນຕ້ອງຢຸດພັກໃນວັນທີເຈັດ?

ໃນວັນທີເຈັດນັ້ນ ພວກເຈົ້າຈົ່ງຢຸດພັກ. ຈົ່ງເຮັດເຊັ່ນນີ້ເພື່ອງົວ ແລະລໍຂອງເຈົ້າຈະໄດ້ພັກ, ແລະລູກຊາຍທາດຍິງຂອງພວກເຈົ້າ ກັບຄົນຕ່າງດ້າວຈະໄດ້ພັກຜ່ອນ ແລະ ໃຫ້ສົດຊື່ນດ້ວຍ.

Exodus 23:14

ໃນເດືອນໃດ ທີ່ຕ້ອງຖືເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ?

ຕ້ອງຖືເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງໃນເດືອນອາບິບ.

ໃນເດືອນໃດທີ່ ຊາວອິສະຣາເອນໄດ້ອອກມາຈາກເອຢິບ?

ຊາວອິສະຣາເອນໄດ້ອອກມາຈາກເອຢິບໃນເດືອນອາບິບ.

Exodus 23:16

ເມື່ອໃດ ເປັນເທດສະການສະຫລອງການເກັບກ່ຽວ ແລະ ເທດສະການສະຫລອງພືດຜົນປາຍປີ?

ພວກເຈົ້າຕ້ອງຖືເທດສະການລ້ຽງສະຫລອງການເກັບກ່ຽວ, ພືດຜົນທຳອິດທີ່ເກີດຈາກແຮງງານຂອງພວກເຈົ້າ ເມື່ອພວກເຂົ້າຫວ່ານພືດລົງໃນນາ. ພວກເຈົ້າຕ້ອງຖືເທສະການສະຫລອງພືດຜົນປາຍປີ, ເມື່ອພວກເຈົ້າເກັບພືດຜົນຈາກທົ່ງນາແລ້ວ.

Exodus 23:18

ດົນປານໃດ ທີ່ໄຂມັນຈາກເຄື່ອງຖວາຍບູຊາໃນເທສະການລ້ຽງຂອງພຣະຢາເວ ສາມາດເຫລືອໄດ້?

ໄຂມັນຈາກເຄື່ອງຖວາຍບູຊາໃນເທສະການລ້ຽງຂອງພຣະຢາເວ ຈະຕ້ອງບໍ່ເຫລືອຄ້າງຄືນຈົນເຖິງຕອນເຊົ້າ.

Exodus 23:20

ຈະເກີດຫຍັງຂຶ້ນ ຖ້າຊາວອິສະຣາເອນບໍ່ເຊື່ອຟັງເທວະເດຂອງພຣະຢາເວ?

ຖ້າພວກເຂົາບໍ່ເຊື່ອຟັງລາວ, ລາວຈະບໍ່ຍົກໂທດ, ໃນຄວາມຜິດຂອງພວກເຂົາເລີຍ.

Exodus 23:23

ຊາວອິສະຣາເອນຕ້ອງເຮັດແນວໃດ ກັບບັນດາພະຂອງຊາວຕ່າງດ້າວ?

ພວກເຈົ້າຕ້ອງທຳລາຍຮູບເຄົາຣົບຂອງພວກເຂົາ​ ແລະທຸບເສົາສັກສິດຂອງພວກເຂົາໃຫ້ແຫລກລະອຽດ.

Exodus 23:26

ຍ້ອນຫຍັງ ພຣະຢາເວຈະບໍ່ໄລ່ປະເທດຕ່າງດ້າວ ໄປໃຫ້ພົ້ນຫນ້າຊາວອິສະຣາເອນໃນປີດຽວ?

ພຣະຢາເວຈະບໍ່ໄລ່ປະເທດຕ່າງດ້າວ ໄປໃຫ້ພົ້ນຫນ້າຊາວອິສະຣາເອນໃນປີດຽວ, ຫລືແຜ່ນດິນຈະຮົກຮ້າງໃຫ້, ແລະສັດປ່າຈະຫລາຍເກີນໄປສຳລັບພວກເຂົາ.

Exodus 23:30

ຍ້ອນຫຍັງ ຕ້ອງບໍ່ມີຄົນຕ່າງດ້າວອາໄສຢູ່ດິນແດນຂອງຊາວອິສະຣາເອນ?

ພວກເຂົາຕ້ອງບໍ່ອາໄສໃນດິນແດນຂອງຊາວອິສະຣາເອນ, ຫລືພວກເຂົາຈະຊັກຈູງຊາວອິສະຣາເອນໃຫ້ເຮັດບາບຕໍ່ສູ້ພຣະຢາເວ.

Exodus 24

Exodus 24:1

ພວກຜູ້ອາວຸໂສຈັກຄົນ ທີ່ຄວນຂຶ້ນໄປນະມັດສະການພຣະຢາເວຢູ່ໄກໆນັ້ນ?

ພວກຜູ້ອາວຸໂສ 70 ຄົນຄວນຂຶ້ນໄປນະມັດສະການພຣະຢາເວຢູ່ໄກໆ.

Exodus 24:3

ຫີນຈຳນວນສິບສອງເປັນຕົວແທນເຖິງຫຍັງ?

ຫີນຈຳນວນສິບສອງເປັນຕົວແທນເຖິງ ສິບສອງເຜົ່າຂອງອິສະຣາເອນ.

Exodus 24:5

ຢູ່ບ່ອນໃດ ທີ່ໂມເຊເອົາເລືອດງົວມາເຄິ່ງຫນຶ່ງ​ ຈາກເຄື່ອງບູຊາເພື່ອຄວາມສາມັກຄີທັມ ດ້ວຍງົວແດ່ພຣະຢາເວ?

ໂມເຊເອົາເລືອດງົວມາເຄິ່ງຫນຶ່ງ​ ຈາກເຄື່ອງບູຊາເພື່ອຄວາມສາມັກຄີທັມ ດ້ວຍງົວແດ່ພຣະຢາເວ ແລະໃສ່ໄວ້ໃນຊາມຫລາຍຫນ່ວຍ; ລາວໄດ້ພົມເລືອດເຄິ່ງນັ້ນທີ່ແທ່ນບູຊາ.

Exodus 24:7

ພຣະຢາເວໄດ້ເຮັດພັນທະສັນຍາກັບຊາວອິສະຣາເອນແນວໃດ?

ພຣະຢາເວໄດ້ເຮັດກັບຊາວອິສະຣາເອນສັນຍານີ້ ໂດຍໃຫ້ພວກເຂົາດ້ວຍຖ້ອຍຄຳທັງຫມົດເຫລົ່ານີ້.

Exodus 24:9

ໃຜແດ່ໄດ້ເຫັນພຣະຢາເວ?

ໂມເຊ, ອາໂຣນ, ນາດາບ, ອາບີຮູ ແລະພວກຜູ້ອາວຸໂສຂອງອິດສະຣາເອນເຈັດສິບຄົນໄດ້ເຫັນພຣະຢາເວ.

Exodus 24:12

ຍ້ອນຫຍັງພຣະຢາເວ ຈຶ່ງມອບແຜ່ນຫີນ ແລະກົດຫມາຍ ແລະພຣະບັນຍັດ ໃຫ້ແກ່ໂມເຊ?

ພຣະຢາເວ ຈຶ່ງມອບແຜ່ນຫີນ ແລະກົດຫມາຍ ແລະພຣະບັນຍັດ ໃຫ້ແກ່ໂມເຊ ຊຶ່ງພຣະອົງໄດ້ຈາລຶກໄວ້, ເພື່ອໂມເຊຈະໄດ້ສອນພວກເຂົາ.

Exodus 24:14

ຖ້າໃຜມີຄະດີ, ຜູ້ນັ້ນຕ້ອງໄປຫາໃຜ?

ຖ້າໃຜມີຄະດີຫຍັງ, ກໍຈົ່ງໃຫ້ຜູ້ນັ້ນໄປຫາ ອາໂຣນແລະຮູເຣ.

Exodus 24:16

ສະຫງ່າຣາສີຂອງພຣະຢາເວ ປາກົດໃຫ້ເຫັນເປັນລັກສະນະແນວໃດ?

ພຣະລັກສະນະແຫ່ງສະຫງ່າຣາສີຂອງພຣະຢາເວ ເຫມືອນແປວໄຟທີ່ໄຫມ້ຢູ່ເທິງຈອມພູ ໃນສາຍຕາຂອງຊາວອິສະຣາເອນ.

Exodus 25

Exodus 25:1

ຈາກຜູ້ໃດ ທີ່ຊາວອິສະຣາເອນຕ້ອງຮັບເອົາຂອງຖວາຍ?

ຊາວອິສະຣາເອນຮັບເອົາຂອງຖວາຍ ຈາກທຸກຄົນຜູ້ທີ່ມີແຮງຈູງໃຈເຮັດດ້ວຍຄວາມເຕັມໃຈ.

Exodus 25:3

ພອຍສີນໍ້າເຂົ້າ ແລະພອຍອຶ່ນໆຈະຖືກຝັງໄວ້ຢູ່ໃສ?

ພອຍສີນໍ້າເຂົ້າ ແລະພອຍອຶ່ນໆສຳລັບຝັງໃນເອໂຟດແລະແຜ່ນຮອງເອິກ.

Exodus 25:8

ຍ້ອນຫຍັງ ຊາວອິສະຣາເອນຈຶ່ງສ້າງຫໍເຕັນແດ່ພຣະຢາເວ?

ຊາວອິສະຣາເອນສ້າງຫໍເຕັນແດ່ພຣະຢາເວ ເພື່ອວ່າພຣະອົງຈະຢູ່ທ່າມກາງພວກເຂົາ.

Exodus 25:10

ໂມເຊຕ້ອງຫຸ້ມໄມ້ກະຖິນເທດດ້ວຍສິ່ງໃດ?

ລາວຕ້ອງຫຸ້ມທັງຂ້າງໃນ ແລະຂ້າງນອອກດ້ວຍຄຳບໍຣິສຸດ.

Exodus 25:12

ດ້ວຍສິ່ງໃດທີ່ໂມເຊຕ້ອງໃສ່ຫູ? ຍ້ອນຫຍັງ?

ລາວຕ້ອງສອດຄານຫາມໃສ່ຫູທັງສອງດ້ານຂອງຫີບ, ເພື່ອໃຊ້ສຳລັບຫາມຫີບນັ້ນ.

Exodus 25:15

ຄານຈະຕ້ອງສອດຄາໄວ້ໃສ?

ຄານນັ້ນຈະຕ້ອງສອດຢູ່ໃນຫູຂອງຫີບ; ພວກເຂົາຕ້ອງບໍ່ເອົາຄານນັ້ນອອກຈາກຫູ.

Exodus 25:19

ເຄຣູບຕ້ອງຫັນຫນ້າໄປທາງໃດ?

ເຄຣູບຕ້ອງຫັນຫນ້າເຂົ້າຫາກັນ ແລະເບີ່ງມາຍັງທາງກາງຝາຫີບໄຖ່ບາບ.

Exodus 25:22

ພຣະຢາເວຈະເວົ້າກັບໂມເຊຢູ່ໃສ?

ພຣະຢາເວຈະຢູ່ໃຫ້ລາວເຂົ້າເຝົ້າ ແລະຈະສົນ­ທະ­ນາກັບລາວຈາກພຣະທີ່­ນັ່ງກະ­ຣຸ­ນາລະ­ຫວ່າງກາງເຄ­ຣຸບທັງສອງ. ຊຶ່ງຕັ້ງຢູ່ເທິງຫີບພຣະບັນ­ຍັດ.

Exodus 25:23

ດ້ວຍຫຍັງທີ່ໂມເຊຕ້ອງອ້ອມຮອບນອກຫຸ້ມຢູ່ເທິງ ຂອງໂຕະທີ່ເຮັດໄມ້ກະຖິນເທດ?

ໂມເຊຕ້ອງຫຸ້ມດ້ວຍທອງຄຳບໍຣິສຸດ ແລະໃຊ້ຄຳເຮັດຂອບອ້ອມຮອບນອກຫຸ້ມດ້ວຍທອງຄຳຢູ່ເທິງດ້ວຍ.

Exodus 25:25

ຍ້ອນຫຍັງ ຫູຕ້ອງຕິດກັບໂຄງໂຕະ?

ບັນດາຫູຕ້ອງຕິດກັບໂຄງເພື່ອເປັນຮູ ສຳລັບສອດຄານຫາມໂຕະນັ້ນ.

Exodus 25:28

ແມ່ນຫຍັງ ທີ່ຈະຖືກໃຊ້ໃນການເຫຍັ້ນເຄື່ອງດື່ມບູຊາ?

ຈານ, ບ່ວງ, ໂຖໃຫຍ່, ແລະຖ້ວຍຕ່າງໆ ເພື່ອໃຊ້ເຫຍັ້ນເຄື່ອງດື່ມບູຊາ.

Exodus 25:31

ມີຈັກກິ່ງ ທີ່ຈະຕ້ອງແຍກອອກຂ້າງຂອງຄັນຕະກຽງອັນຫນຶ່ງຈາກທອງຄຳບໍຣິສຸດ ທີ່ຂຶ້ນຮູບດ້ວຍຄ້ອນ?

ໃຫ້ກິ່ງຫົກກິ່ງແຍກອອກຈາກຄັນຕະກຽງ—ຂ້າງລະສາມກິ່ງ, ແລະສາມກິ່ງຂອງຄັນຕະກຽງ ຈະຕ້ອງຍື່ນອອກມາຈາກອີກຟາກຫນຶ່ງ, ແລະສາມກິ່ງຂອງຄັນຕະກຽງຕ້ອງຍື່ນອອກໄປອີກດ້ານອື່ນ.

Exodus 25:33

ຢູ່ໃນສ່ວນໃດຂອງຄັນຕະກຽງ ຕ້ອງໃສ່ໃຫ້ເປັນສີ່ດອກ ເຫມືອນດອກຫມາກບົກຈູມ?

ເທິງລຳຄັນຕະກຽງທາງກາງ, ຈະຕ້ອງມີສີ່ຈອກທີ່ເຮັດເປັນເຫມືອນຮູບດອກຫມາກບົກຈູມ.

Exodus 25:35

ແມ່ນຫຍັງຕ້ອງ ຢູ່ກ້ອງແຕ່ລະຄູ່ຂອງກິ່ງ?

ໃຫ້ເຮັດດອກຕູມດອກຫນຶ່ງ ຢູ່ດ້ານລຸ່ມຮອງຮັບກິ່ງແຕ່ລະຄູ່.

Exodus 25:37

ໂມເຊຕ້ອງໃຊ້ຄຳຫລາຍເທົ່າໃດ ເພື່ອເຮັດຄັນຕະກຽງ ແລະ ເຮັດເຄື່ອງປະກອບທັງຫມົດ?

ໃຊ້ທອງຄຳບໍຣິສຸດຫນຶ່ງຕະລັນເຮັດຄັນຕະກຽງ ແລະເຄື່ອງປະກອບທັງຫມົດ.

Exodus 26

Exodus 26:1

ແມ່ນໃຜ ທີ່ໂມເຊຕ້ອງເຂົາສ້າງຫໍເຕັນດ້ວຍຜ້າກັ້ງສິບຜືນ ທີ່ເຮັດດ້ວຍຜ້າປ່ານເນື້ອດີ ແລະຂົນແກະຍ້ອມສີຟ້າ, ສີມ່ວງ, ແລະສີແດງເຂັ້ມເປັນເປັນຮູບເຄຣູບ?

ໂມເຊຕ້ອງໃຫ້ຊ່າງຝີມືທີຊຳນານຫລາຍສ້າງ ຫໍເຕັນດ້ວຍຜ້າກັ້ງສິບຜືນ ທີ່ເຮັດດ້ວຍຜ້າປ່ານເນື້ອດີ ແລະຂົນແກະຍ້ອມສີຟ້າ, ສີມ່ວງ, ແລະສີແດງເຂັ້ມເປັນເປັນຮູບເຄຣູບ.

Exodus 26:4

ຍ້ອນຫຍັງ ໂມເຊຕ້ອງເຮັດຫູຫ້າສິບຫູທີ່ຜ້າກັ້ງຊຸດທີ່ຫນຶ່ງ, ແລຕ້ອງເຮັດຫູຜ້າກັ້ງທີ່ຂອບຜ້າກັ້ງໃນຊຸດທີ່ສອງ?

ລາວຕ້ອງເຮັດຫູຫ້າສິບຫູທີ່ຜ້າກັ້ງຊຸດທີ່ຫນຶ່ງ, ແລະ ຕ້ອງເຮັດຫູຜ້າກັ້ງທີ່ຂອບຜ້າກັ້ງໃນຊຸດທີ່ສອງ ເພື່ອໃຫ້ຫູຜ້າກັ້ງເຫລົ່ານີ້ຢູ່ກົງກັນຂວ້າມກັນລະກັນ.

Exodus 26:7

ໂມເຊຕ້ອງເຮັດຜ້າກັ້ງດ້ວຍສິ່ງໃດ ສຳລັບເຕັນຄຸມຫໍເຕັນ?

ລາວຕ້ອງເຮັດຜ້າກັ້ງດ້ວຍຂົນແບ້ສຳລັບເຕັນຄຸມຫໍເຕັນ

Exodus 26:12

ສ່ວນທີ່ເຫລືອຫ້ອຍລົງມາຈາກຜ້າເຕັນຕ້ອງຫ້ອຍຢູ່ໃສ?

ສ່ວນທີ່ເຫລືອຫ້ອຍລົງມາຈາກຜ້າເຕັນ, ຕ້ອງຫ້ອຍທີ່ດ້ານຫລັງຫໍເຕັນ.

Exodus 26:15

ແມ່ນຫຍັງທີ່ຕ້ອງຍຶດຕິດກັນກັບໂຄງໄມ້ແຕ່ລະອັນ?

ໃຫ້ໂຄງໄມ້ ແຕ່ລະອັນມີສອງຫ້ອຍເພື່ອໃຫ້ຍຶດຕິດກັນແລະກັນ.

Exodus 26:19

ຍ້ອນຫຍັງຕ້ອງມີ ຕ້ອງມີຖານສອງອັນຢູ່ໃຕ້ໂຄງ?

ຕ້ອງມີຖານສອງອັນຢູ່ໃຕ້ໂຄງທຳອິດສຳລັບສວມຖານສອງອັນ.

Exodus 26:29

ໂມເຊຕ້ອງຕັ້ງຫໍເຕັນແນວໃດ?

ໂມເຊຕ້ອງຕັ້ງຫໍເຕັນນັ້ນເປັນຮູບແບບທີ່ ພຣະເຈົ້າໄດ້ສະແດງແກ່ລາວແລ້ວເທິງພູ.

Exodus 26:31

ແມ່ນຫຍັງຄືເປົ້າຫມາຍຂອງການມີຜ້າກັ້ງ?

ຜ້າກັ້ງນັ້ນຈະແບ່ງຫໍເຕັນອອກເປັນສອງສ່ວນ ຈາກສະຖານສັກສິດທີ່ສຸດ

Exodus 26:34

ຢູ່ທາງດ້ານໃດຂອງຫໍເຕັນ ທີ່ຄັນຕະກຽງຕ້ອງຖືກວາງໄວ້?

ຄັນຕະກຽງກົງກັນຂວ້າມກັບໂຕະທາງດ້ານທິດໃຕ້ຂອງຫໍເຕັນ.

Exodus 27

Exodus 27:1

ໂມເຊຕ້ອງເຮັດຍອດແທ່ນສີ່ມູມເທິງໃຫ້ແຫລມແນວໃດ?

ໂມເຊຕ້ອງເຮັດຍອດແທ່ນສີ່ມູມ ເທິງໃຫ້ແຫລມເຫມືອນເຂົາງົວໂຕຜູ້.

Exodus 27:3

ໂມເຊຕ້ອງເຮັດເຄື່ອງໃຊ້ທຸກຢ່າງດ້ວຍສິ່ງໃດ?

ລາວຕ້ອງເຮັດເຄື່ອງໃຊ້ທຸກຢ່າງດ້ວຍທອງແດງ.

Exodus 27:9

ຜ້າກັ້ງປະເພດໃດ ທີ່ຕ້ອງເຮັດທາງດ້ານໃຕ້ຂອງລານ?

ຈະຕ້ອງມີຜ້າກັ້ງທາງດ້ານໃຕ້ຂອງລານ, ຜ້າກັ້ງເຮັດດ້ວຍຜ້າປ່ານດ້າຍຄູ່ຍາວຫນຶ່ງຮ້ອຍສອກ.

Exodus 27:17

ອຸປະກອນທຸກອັນທີ່ຈະໃຊ້ໃນຫໍເຕັນ, ແລະພ້ອມທັງຫລັກຫມຸດທຸກອັນຂອງຫໍເຕັນ, ແລະ ເຫລັກຫມຸດທຸກອັນຂອງລານຫໍເຕັນນັ້ນຕ້ອງເຮັດດ້ວຍ ສິ່ງໃດ?

ອຸປະກອນທຸກອັນທີ່ຈະໃຊ້ໃນຫໍເຕັນ, ແລະພ້ອມທັງຫລັກຫມຸດທຸກອັນຂອງຫໍເຕັນ, ແລະ ເຫລັກຫມຸດທຸກອັນຂອງລານຫໍເຕັນນັ້ນຕ້ອງເຮັດດ້ວຍທອງແດງ.

Exodus 27:20

ແມ່ນຫຍັງ ຈະເປັນກົດປະຕິບັດຖາວອນ ສຳລັບປະຊາຊົນອິສະຣາເອນທຸກຮູ້ນ?

ໃຫ້ອາໂຣນ ແລະບັນດາລູກຊາຍຂອງລາວດູແລຕະກຽງໃຫ້ລຸກໄຫມ້ຢູສະເຫມີຕໍ່ພຣະພັກພຣະຢາເວ, ຕັ້ງແຕ່ຕອນແລງຈົນເຖິງຕອນເຊົ້າ. ກົດນີ້ຈະເປັນຂໍ້ປະຕິບັດຖາວອນ ສຳລັບປະຊາຊົນອິສະຣາເອນທຸກລຸ້ນ.

Exodus 28

Exodus 28:1

ແມ່ນໃຜ ທີ່ຈະຮັບໃຊ້ພຣະຢາເວໃນຖານະປະໂລຫິດ?

ອາໂຣນ ແລະ ບັນດາລູກໆຂອງລາວ —ນາດາບ, ອາບີຮູ, ເອເຣອາຊາ, ແລະອິທາມາ—ຈະຮັບໃຊ້ພຣະຢາເວໃນຖານະປະໂລຫິດ.

Exodus 28:4

ອຸປະກອນອັນໃດ ທີຊ່າງຝີມືຕ້ອງໃຊ້ສຳລັບເຄື່ອງແຕ່ງກາຍຂອງບັນດາປະໂລຫິດ.

ພວກຊ່າງຝີມືຕ້ອງໃຊ້ຜ້າປ່ານເນື້ອດີ, ໃຊ້ຄຳ, ດ້າຍສີຟ້າ, ສີມ່ວງ, ແລະສີແດງເຂັ້ມ.

Exodus 28:6

ຕ້ອງສະຫລັກຫຍັງ ໃສ່ເທິງແຜ່ນຫີນເພັດພອຍສອງແຜ່ນ?

ຕ້ອງສະຫລັກຊື່ລູກຊາຍສິບສອງຄົນຂອງອິດສະຣາເອນ ໃສ່ເທິງແຜ່ນຫີນເພັດພອຍສອງແຜ່ນ.

Exodus 28:10

ຕ້ອງຈັດລຽງແນວໃດ ສຳລັບຊື່ລູກຊາຍຂອງອິສະຣາເອນສິບສອງຄົນ ໃສ່ເທິງແຜ່ນຫີນເພັດພອຍສອງແຜ່ນ?

ຊື່ລູກຊາຍຂອງອິສະຣາເອນສິບສອງຄົນ ໃສ່ເທິງແຜ່ນຫີນເພັດພອຍສອງແຜ່ນ ແມ່ນຈັດລຽງຕາມລຳດັບການເກີດຂອງພວກເຂົາ.

ຍ້ອນຫຍັງ ອາໂຣນຈຶ່ງຕ້ອງແບກຊື່ລູກຊາຍອິສະຣາເອນສິບສອງຄົນ ໄວ້ເທິງບ່າທັງສອງຂ້າງຂອງລາວ?

ອາໂຣນຈະແບກຊື່ຂອງພວກເຂົາທັງຫມົດໄວ້ເທິງບ່າທັງສອງຂ້າງ ຕໍ່ພຣະພັກພຣະຢາເວເພື່ອໃຫ້ເປັນທີ່ລະນຶກເຖິງ.

Exodus 28:15

ເຄື່ອງຮັດເອິກແຫ່ງການຕັດສິນ ຕ້ອງເຮັດໃຫ້ເປັນຮູບຫຍັງ?

ເຄື່ອງຮັດເອິກແຫ່ງການຕັດສິນ ຕ້ອງເຮັດໃຫ້ເປັນຮູບສີ່ຫລ່ຽມຈັດຕຸລັດ.

Exodus 28:17

ພອຍເຫລົ່ານີ້ ຈະຕ້ອງຕິດແນວໃດ?

ພວກມັນຕ້ອງຕິດໃນເຮືອນທອງຄຳ.

Exodus 28:21

ໂມເຊຕ້ອງຕິດຫູທອງຄຳສອງອັນໃສ່ບ່ອນໃດ?

ເຈົ້າຕ້ອງຕິດຫູທອງຄຳສອງອັນ ທີ່ມູມທັງສອງຂອງຜ້າທັບເອິກ.

Exodus 28:27

ຍ້ອນຫຍັງ ໂມເຊຕ້ອງມັດເສື້ອຮັດເອິກຮ້ອຍກັບຫູຂອງເສື້ອເອໂຟດ?

ລາວຕ້ອງມັດເສື້ອຮັດເອິກຮ້ອຍກັບຫູຂອງເສື້ອເອໂຟດ ສີ່ງນີ້ກໍເພື່ອທີ່ຈະບໍ່ໃຫ້ເສື້ອຮັດເອິກຫລຸດຈາກເສື້ອເອໂຟດ.

Exodus 28:29

ໂມເຊຕ້ອງໃສ່ຫຍັງ ໃນເສື້ອຮັດເອິກແຫ່ງການຕັດສິນ?

ລາວຕ້ອງໃສ່ ອູຣິມແລະທູມມິມໃນເສື້ອຮັດເອິກແຫ່ງການຕັດສິນ.

Exodus 28:31

ແມ່ນໃຜຕ້ອງເຮັດເສື້ອເອໂຟດ?

ຊ່າງຫຍິບເປັນຜູ້ເຮັດເສື້ອເອໂຟດ.

Exodus 28:33

ຍ້ອນຫຍັງອາໂຣນຕ້ອງນຸ່ງເສື້ອຄຸມ ເມື່ອລາວຮັບໃຊ້$

ອາໂຣນຈະນຸ່ງເສື້ອຄຸມນີ້ ເມື່ອລາວຮັບໃຊ້, ເພື່ອວ່າສຽງກະດິ່ງຈະໄດ້ຍິນ ເມື່ອລາວເຂົ້າໄປຢູ່ຕໍ່ພຣະພັກພຣະຢາເວໃນສະຖາບໍຣິສຸດ ແລະເມື່ອລາວອອກມາ. ນີ້ແຫລະວ່າລາວຈະບໍ່ຕາຍ.

Exodus 28:36

ອາໂຣນຕ້ອງແບກຄວາມຜິດຕ່າງໆແນວໃດ ກ່ຽວເນື່ອງກັບເຄື່ອງບູຊາອັນບໍຣິສຸດທີ່ຊາວອິດສະຣາເອນນຳມາຖວາຍ?

ລາວຕ້ອງແບກຄວາມຜິດຕ່າງໆ ກ່ຽວເນື່ອງກັບເຄື່ອງບູຊາອັນບໍຣິສຸດທີ່ຊາວອິສະຣາເອນນຳມາຖວາຍແດ່ພຣະຢາເວ ດ້ວຍໃສ່ແຜ່ນແກະສະຫລັກເທິງຜ້າໂພກຫົວຂອງລາວ.

Exodus 28:40

ໂມເຊຕ້ອງເຮັດຫຍັງ ເພື່ອເປັນກຽຕແລະເປັນຄວາມສະຫງ່າງາມຂອງລູກຊາຍຂອງອາໂຣນ?

ລາວຕ້ອງເຮັດບັນດາເສື້ອຄຸມ, ສາຍແອວ, ແລະຜ້າໂພກຫົວເພື່ອເປັນກຽຕແລະເປັນຄວາມສະຫງ່າງາມຂອງລູກຊາຍຂອງອາໂຣນ.

Exodus 28:42

ບັນດາເສື້ອຊັ້ນໃນຈະປົກຄຸມຫລາຍປານໃດ?

ບັນດາເສື້ອຊັ້ນໃນຈະປົກຄຸມຕັ້ງແຕ່ແອວໄປຈົນເຖິງຕົ້ນຂາ.

Exodus 29

Exodus 29:1

ແມ່ນຫຍັງ ທີ່ຕ້ອງນຳມາຖວາຍໃນພິທີຖວາຍອາໂຣນແລະລູກຊາຍຂອງລາວ?

ຕ້ອງນຳສິ່ງຕ່າງໆຕາມລາຍການ ພິທີຖວາຍອາໂຣນແລະລູກຊາຍຂອງລາວ: ງົວຫນຸ່ມໂຕຫນຶ່ງ ແລະແກະຜູ້ສອງໂຕຊຶ່ງປາສະຈາກຕຳຫນິ, ເຂົ້າຈີ່ໄຮ້ເຊື້ອແປ້ງ, ແລະເຄັກໄຮ້ເຊື້ອແປ້ງປົນນໍ້າມັນ. ພ້ອມທັງເຂົ້າຫນົມແຜ່ນບາງໄຮ້ເຊື້ອແປ້ງທານໍ້າມັນ.

Exodus 29:3

ໂມເຊຕ້ອງຊຳຣະລ້າງອາໂຣນ ແລະບັນດາລູກຊາຍຂອງ ດ້ວຍສິ່ງໃດ?

ໂມເຊຕ້ອງຊຳຣະລ້າງອາໂຣນ ແລະບັນດາລູກຊາຍຂອງລາວດ້ວຍນໍ້າ.

Exodus 29:8

ວຽກໃນປະໂລຫິດເປັນຂອງໃຜ?

ວຽກໃນຖານະປະໂລຫິດກໍເປັນຂອງອາໂຣນ ແລະບັນດາລູກຊາຍຂອງລາວ.

Exodus 29:12

ໂມເຊຕ້ອງເຮັດແນວໃດກັບ ໄຂມັນ ແລະ ທີ່ມັນຫຸ້ມຕັບ ແລະຫຸ້ມໄຕທັງສອງຫນ່ວຍ?

ລາວຕ້ອງເອົາໄຂມັນທັງຫມົດທີ່ຫຸ້ມເຄື່ອງໃນ, ແລະໄຂມັນທັງຫມົດທີຫຸ້ມຕັບ ແລະໄຕທັງສອງຫນ່ວຍ ທັງໄຂມັນທີ່ຕິດໄຕນັ້ນ; ມາເຜົາທັງຫມົດເທິງແທ່ນບູຊາ.

Exodus 29:15

ການເຜົາແກະທັງໂຕ ຈະສົ່ງຜົນຫຍັງຕໍ່ພຣະຢາເວ?

ເປັນກິ່ນທີ່ຫອມແດ່ພຣະຢາເວ.

Exodus 29:19

ໂມເຊຕ້ອງເຮັດຫຍັງ ຈາກເລືອດແກະໂຕທີສອງ?

ລາວຕ້ອງຂ້າແກະໂຕຜູ້ ແລະນຳເລືອດສ່ວນຫນຶ່ງມາ ທາທີ່ປາຍໃບຫູຂ້າງຂວາຂອງອາໂຣນ, ແລະປາຍໃບຫູຂ້າງຂວາຂອງບັນດາລູກຊາຍຂອງລາວ, ທີ່ນີ້ວໂປ້ມືຂ້າງຂວາ, ແລະທີ່ນີ້ວໂປ້ຕີນຂ້າງຂວາຂອງພວກເຂົາ. ແລ້ວລາວຕ້ອງພົມເລືອດຮອບໆແທ່ນບູຊາທຸກດ້ານ.

Exodus 29:21

ໂມເຊພົມຫຍັງ ອາໂຣນ, ເຄື່ອງແຕ່ງກາຍຂອງລາວ, ແລະຈົ່ງພົມບັນດາລູກຊາຍຂອງອາໂຣນ ແລະເຄື່ອງແຕ່ງກາຍຂອງພວກເຂົາ?

ໂມເຊພົມເລືອດບາງສ່ວນຈາກແທ່ນບູຊາ, ນໍ້າມັນເຈີມບາງສ່ວນ ພົມອາໂອນ ແລະພົມບັນດາລູກຊາຍຂອງອາໂຣນ ແລະເຄື່ອງແຕ່ງກາຍຂອງພວກເຂົາ.

Exodus 29:22

ແກະນີ້ເພື່ອຫຍັງ?

ແກະໂຕຜູ້ທີ່ໃຊ້ເພື່ອການສະຖາປະນາປະໂລຫິດແດ່ພຣະຢາເວ.

Exodus 29:26

ແມ່ນຕ້ອງເປັນຂອງອາໂຣນແລະເຊື້ອສາຍຂອງລາວຕະຫລອດໄປ?

ທັງສ່ວນເອິກທີ່ຖວາຍໂບກແລ້ວ ແລະ ຊີ້ນກົກຂາຊຶ່ງຈະເປັນສ່ວນແບ່ງຂອງອາໂຣນ ແລະບັນດາລູກຊາຍຂອງລາວ ຕະຫລອດໄປ.

Exodus 29:29

ປະໂລຫິດຄົນຕໍ່ໄປ ຈະມາຈາກໃສ?

ປະໂລຫິດຜູ້ສືບທອດແທນຈະມາຈາກທ່າມກາງບັນດາລູກຊາຍຂອງອາໂຣນ.

Exodus 29:31

ຊີ້ນແກະໃນສະຖານນະມັດສະກາານຕ້ອງປຸງແຕ່ງແນວໃດ?

ຊີ້ນຂອງແກະຕ້ອງຕົ້ມໃນສະຖານນະມັດສະການ.

Exodus 29:35

ຫລັງເຈີມແທ່ນແລ້ວ ຈະເກີດຫຍັງຂຶ້ນກັບສິ່ງໃດກໍຕາມທີ່ແຕະຕ້ອງແທ່ນນັ້ນ?

ສິ່ງໃດກໍຕາມທີ່ສຳພັດກັບແທ່ນນີ້ຈະບໍຣິສຸດ, ຄືກັນກັບແທ່ນນັ້ນ.

Exodus 29:38

ໂມເຊຕ້ອງຖວາຍແກະແຕ່ລະໂຕເມື່ອໃດ?

ລາວຕ້ອງຖວາຍແກະຫນຶ່ງໂຕໃນຕອນເຊົ້າ, ແລະແກະອີກໂຕຫນຶ່ງຕ້ອງຖວາຍບູຊາຕອນແລງ.

Exodus 29:40

ສິ່ງໃດແດ່ ຕ້ອງຖວາຍພ້ອມກັນກັບແກະໂຕທຳອິດນັ້ນ?

ພ້ອມກັບລູກແກະໂຕທຳອິດນັ້ນ, ຈົ່ງຖວາຍແປ້ງຢ່າງດີຫນຶ່ງສ່ວນສິບເອຟາ ປົນນໍ້າມັນທີ່ສະກັດໄວ້ຈາກບັນດາຫມາກກອກຫນຶ່ງໃນສີ່ຮິນ, ແລະເຫລົ້າອາງຸ່ນຫນຶ່ງໃນສີ່ຮິນ ເປັນເຄື່ອງຖວາຍດື່ມບູຊາ.

Exodus 29:41

ລູກແກະຕ້ອງຖວາຍຢູ່ບ່ອນໃດ?

ແກະຕ້ອງຖວາຍຢູ່ທີ່ທາງເຂົ້າເຕັ້ນນັດພົບຕໍ່ຫນ້າພຣະຢາເວ.

Exodus 29:45

ພຣະຢາເວຈະຢູ່ໃສ?

ພຣະຢາເວຈະຢູ່ທ່າມກາງຊາວອິສະຣາເອນ ແລະເປັນພຣະເຈົ້າຂອງພວກເຂົາ.

Exodus 30

Exodus 30:3

ແມ່ນຫຍັງຄືເປົ້າຫມາຍຂອງການເຮັດຫູ?

ຫູນັ້ນຈະຕ້ອງເປັນໂຕສຳລັບສອດໄມ້ຄານຫາມແທ່ນບູຊາ.

Exodus 30:5

ໂມເຊຕ້ອງຕັ້ງແທ່ນເຜົາເຄື່ອງຫອມບູຊາຢູ່ໃສ?

ໂມເຊຕ້ອງຕັ້ງແທ່ນເຜົາເຄື່ອງຫອມນັ້ນໄວ້ຂ້າງຫນ້າຜ້າກັ້ງ ຊຶ່ງຢູ່ໃກ້ຫີບແຫ່ງພຣະບັນຍັດ.

Exodus 30:7

ເຄື່ອງຫອມອັນໃດ ທີ່ສາມາດຖືກເຜົາເທິງແທ່ນບູຊາເຄື່ອງຫອມນັ້ນ?

ອາໂຣນໃຕ້ຕະກຽງອີກໃນຕອນແລງ ດັ່ງນັ້ນເຄື່ອງຫອມຈະເຜົາເທິງແທ່ນນັ້ນ. ຫ້າມນຳເຄື່ອງຫອມອື່ນ ມາເຜົາເທິງແທ່ນບູຊາເຄື່ອງຫອມນັ້ນ.

Exodus 30:10

ເລື້ອຍປານໃດ ທີ່ອາໂຣນຕ້ອງເຮັດພິທີໄຖ່ບາບເທິງຈອມຂອງແທ່ນບູຊາ?

ອາໂຣນຕ້ອງເຮັດພິທີໄຖ່ບາບເທິງຈອມຂອງແທ່ນປີລະເທື່ອ.

Exodus 30:11

ຍ້ອນຫຍັງ ແຕ່ລະຄົນຕ້ອງນຳຄ່າໄຖ່ຊີວິດຂອງຕົນມາຖວາຍແດ່ພຣະຢາເວ?

ແລ້ວຈົ່ງໃຫ້ແຕ່ລະຄົນນຳຄ່າໄຖ່ຊີວິດຂອງຕົນມາຖວາຍແດ່ພຣະຢາເວ. ເພື່ອວ່າຈະບໍ່ມີໄພພິບັດເກີດຂຶ້ນທ່າມກາງພວກເຂົາ ເມື່ອໂມເຊນັບພວກເຂົາ.

Exodus 30:15

ຫລັງຈາກທີ່ ໂມເຊຮັບເງິນຄ່າໄຖ່ບາບຈາກຊາວອິສະຣາເອນແລ້ວ,​ ລາວຕ້ອງຈັດສັນເງິນແນວໃດ?

ຫລັງຈາກທີ່ ໂມເຊຮັບເງິນຄ່າໄຖ່ບາບຈາກຊາວອິສະຣາເອນ ແລະເຈົ້າຕ້ອງຈັດສັນເງິນເພື່ອງານຂອງຫໍເຕັນແຫ່ງຊຸມນຸມ.

Exodus 30:17

ໂມເຊຕ້ອງຕັ້ງອ່າງຂະຫນາດໃຫຍ່ດ້ວຍທອງແດງຢູ່ໃສ?

ໂມເຊຕ້ອງຕັ້ງອ່າງນັ້ນໄວ້ລະຫວ່າງຫໍເຕັນແຫ່ງຊຸມນຸມ ແລະແທ່ນບູຊາ

Exodus 30:19

ອາໂຣນ ແລະ ບັນດາລູກຊາຍຂອງລາວຕ້ອງເຮັດຫຍັງ ເມື່ອພວກເຂົາເຂົ້າໄປໃນເຕັນແຫ່ງຊຸມນຸມ ຫລື ເມື່ອພວກເຂົາເຂົ້າມາໃກ້ແທ່ນບູຊາ?

ເມື່ອພວກເຂົາເຂົ້າໄປໃນເຕັນແຫ່ງຊຸມນຸມ ຫລືເມື່ອພວກເຂົາເຂົ້າມາໃກ້ແທ່ນບູຊາ ເພື່ອຮັບໃຊ້ພຣະຢາເວດ້ວຍເຄື່ອງເຜົາບູຊາ, ພວກເຂົາຕ້ອງລ້າງດ້ວຍນໍ້າ.

Exodus 30:22

ແມ່ນຫຍັງຄື ສ່ວນປະສົມຂອງນໍ້າມັນເຈີມບໍຣິສຸດ?

ສ່ວນປະສົມຂອງນໍ້າມັນເຈີມບໍຣິສຸດ ຢາງໄມ້ຫອມນໍ້າຫ້າຮ້ອຍເຊເຂ, ກໍາຍານ 250 ເຊເຂ, ຫົວສີໄຄຫອມ 250 ເຊເຂ, ແລະກາລະບູນຫ້າຮ້ອຍເຊເຂ, ຊັ່ງຕາມນໍ້າຫນັກຂອງເຊເຂັນຂອງສະຖານນະມັດສະການ, ແລະນໍ້າມັນຫມາກກອກຫນຶ່ງຮິນ.

Exodus 30:32

ແມ່ນຫຍັງຄືສິ່ງທີ່ຕ້ອງບໍ່ເຮັດ ກັບນໍ້າມັນເຈີມບໍຣິສຸດ?

ຫ້າມໃຊ້ນຳມັນນີ້ກັບຜິວຫນັງຄົນ, ແລະຫ້າມເຮັດນໍ້າອື່ນໃຫ້ມີສ່ວນປະສົມເຫມືອນນໍ້າມັນນີ້, ເພາະນໍ້າມັນເປັນການອຸທິດຖວາຍແລ້ວ.

ຈະເກີດຫຍັງຂຶ້ນ ກັບຜູ້ໃດກໍຕາມປະສົມນໍ້າມັນຫອມຢ່າງນີ້ ສຳລັບໃຊ້ສ່ວນຕົວ?

ຜູ້ໃດກໍຕາມປະສົມນໍ້າມັນຫອມຢ່າງນີ້, ຜູ້ນັ້ນຈະຖືກຕັດອອກຈາກການເປັນປະຊາຊົນຂອງລາວ.

Exodus 30:37

ຈະເກີດຫຍັງຂຶ້ນ ຜູ້ໃດກໍຕາມເຮັດເຄື່ອງຫອມເຊັ່ນນີ້ໄວ້ໃຊ້ເປັນນໍ້າຫອມ?

ຜູ້ໃດກໍຕາມ ເຮັດເຄື່ອງຫອມເຊັ່ນນີ້ໄວ້ໃຊ້ເປັນນໍ້າຫອມ ຕ້ອງຖືກຕັດອອກຈາກຄວາມເປັນປະຊາຊົນຂອງເຂົາ.

Exodus 31

Exodus 31:3

ຄວາມສາມາດຫຍັງແດ່ ທີ່ເບຊາເລນມີ ຍ້ອນພຣະຢາເວໄດ້ໃຫ້ລາວເຕັມປ່ຽມດ້ວຍວິນຍານຂອງພຣະອົງ?

ພຣະຢາເວໄດ້ໃຫ້ເບຊາເລນເຕັມປ່ຽມດ້ວຍວິນຍານຂອງພຣະອົງ, ໃຫ້ລາວມີສະຕິປັນຍາ, ຄວາມເຂົ້າໃຈ, ແລະຄວາມຮູ້, ໃນວຽກງານຊ່າງທຸກຢ່າງ. ເພື່ອຈະຄິດອອກແບບໃນການເຮັດເຄື່ອງຄຳ, ເຄື່ອງເງິນ, ແລະເຄື່ອງທອງແດງ; ໃນການເຈຍລະໄນ ແລະ ປະກອບພອຍ ແລະວຽກແກະສະຫລັກໄມ້—ເພື່ອທີ່ຈະເຮັດວຽກງານຊ່າງທຸກຢ່າງ.

Exodus 31:6

ຍ້ອນຫຍັງ ພຣະຢາເວຈຶ່ງໄດ້ໃສ່ທັກສະໃນໃຈຂອງທຸກຄົນທີ່ສະຫລາດ?

ພຣະຢາເວຈຶ່ງໄດ້ໃສ່ທັກສະໃນໃຈຂອງທຸກຄົນທີ່ສະຫລາດ ເພື່ອວ່າພວກເຂົາຈະເຮັດທຸກຢ່າງທີ່ພຣະອົງໄດ້ສັ່ງພວກເຂົານັ້ນ.

Exodus 31:12

ຈະເກີດຫຍັງຂຶ້ນ ຖ້າຜູ້ໃດເຮັດໃຫ້ສະບາໂຕເປັນມົນທິນ ຫລື ເຮັດວຽກໃນວັນນັ້ນ?

ຜູ້ໃດເຮັດໃຫ້ສະບາໂຕເປັນມົນທິນຈະຕ້ອງຕາຍຢ່າງແນ່ນອນ. ຜູ້ໃດກໍຕາມທີ່ເຮັດວຽກໃນວັນສະບາໂຕ, ຜູ້ນັ້ນຈະຖືກຕັດອອກຈາກການປະຊາຊົນຂອງລາວ.

Exodus 31:16

ຍ້ອນຫຍັງ ສະບາໂຕ ຈຶ່ງເປັນຫມາຍສຳຄັນລະຫວ່າງພຣະຢາເວ ແລະ ຊາວອິສະຣາເອນ?

ສະບາໂຕຈະເປັນຫມາຍສຳຄັນລະຫວ່າງພຣະຢາເວ ແລະ ຊາວອິສະຣາເອນສະເຫມີໄປ, ເພາະໃນຫົກວັນພຣະຢາເວໄດ້ສ້າງຟ້າສະຫວັນ ແລະ ແຜ່ນດິນໂລກ, ແລະແຕ່ໃນວັນທີ່ເຈັດຊົງຢຸດພັກຜ່ອນ, ແລະຢ່ອນພຣະໄທ.

Exodus 31:18

ຜູ້ໃດເປັນຈາຣຶກ ໃສ່ແຜ່ນຫີນພຣະບັນຍັດນັ້ນ?

ພຣະຢາເວໄດ້ປຣະທານແຜ່ນພຣະບັນຍັດສອງແຜ່ນ, ເຮັດຈາກຫີນ, ຈາຣຶກດ້ວຍມືຂອງພຣະເຈົ້າເອງ.

Exodus 32

Exodus 32:1

ເມື່ອໃດ ທີ່ປະຊາຊົນລວມຕົວອ້ອມຮອບອາໂຣນ ແລະ ຂໍໃຫ້ລາວສ້າງຮູບເຄົາຣົບ?

ເມື່ອປະຊາຊົນເຫັນວ່າໂມເຊຍັງຊ້າ ບໍ່ລົງມາຈາກພູເທື່ອ, ພວກເຂົາຈຶ່ງລວມຕົວອ້ອມຮອບອາໂຣນ ແລະ ຂໍໃຫ້ລາວສ້າງຮູບເຄົາຣົບ.

Exodus 32:3

ຜູ້ໃດທີ່ໄດ້ຮັບຄຳຈາກປະຊາຊົນ, ຈຶ່ງໃຊ້ເຄື່ອງມືຫລໍ່, ແລະໄດ້ຫລໍ່ເປັນຮູບລູກງົວໂຕຫນຶ່ງ?

ອາໂຣນໄດ້ຮັບຄຳຈາກພວກເຂົາແລ້ວ, ຈຶ່ງໃຊ້ເຄື່ອງມືຫລໍ່, ແລະໄດ້ຫລໍ່ເປັນຮູບລູກງົວໂຕຫນຶ່ງ.

Exodus 32:5

ຫລັງຈາກປະຊາຊົນ ໄດ້ຖວາຍບັນດາເຄື່ອງເຜົາບູຊາ ແລະໄດ້ນຳບັນດາເຄື່ອງບູຊາເພື່ອຄວາມສາມັກຄີທັມມາ, ພວກເຂົາໄດ້ເຮັດຫຍັງ?

ຫລັງຈາກປະຊາຊົນ ໄດ້ຖວາຍບັນດາເຄື່ອງເຜົາບູຊາ ແລະໄດ້ນຳບັນດາເຄື່ອງບູຊາເພື່ອຄວາມສາມັກຄີທັມມາ, ແລ້ວພວກເຂົາກໍໄດ້ນັ່ງລົງກິນ ແລະດື່ມ, ແລະແລ້ວກໍໄດ້ລຸກຂຶ້ນມ່ວນຊື່ນໃນງານລ້ຽງຢ່າງເມົາມາຍ.

Exodus 32:7

ປະຊາຊົນເວົ້າແນວໃດ ວ່າເປັນພະເຈົ້າຂອງພວກເຂົາ ຊຶ່ງໄດ້ນຳພວກເຂົາອອກມາຈາກແຜ່ນດິນເອຢິບ?

ປະຊາຊົນເວົ້າວ່າຮູບລູກງົວ ເປັນພະເຈົ້າຂອງພວກເຂົາ ຊຶ່ງໄດ້ນຳພວກເຂົາອອກມາຈາກແຜ່ນດິນເອຢິບ.

Exodus 32:9

ຫລັງຈາກ ພຣະຢາເວໂກດຮ້າຍນັ້ນ, ໂມເຊໄດ້ເຮັດຫຍັງ?

ໂມເຊພະຍາຍາມບັນເທົາຄວາມໂກດ ຂອງພຣະຢາເວພຣະເຈົ້າຂອງລາວ.

Exodus 32:12

ພຣະຢາເວປ່ຽນພຣະໄທຈາກສິ່ງໃດ? ບໍ່ຊົງລົງໂທດຕາມທີ່ພຣະອົງໄດ້ກ່າວໄວ້ແກ່ປະຊາຊົນຂອງພຣະອົງ.

ພຣະຢາເວຈຶ່ງປ່ຽນພຣະໄທ ບໍ່ຊົງລົງໂທດຕາມທີ່ພຣະອົງໄດ້ກ່າວໄວ້ແກ່ປະຊາຊົນຂອງພຣະອົງ.

Exodus 32:15

ຢູ່ດ້ານໃດ ຂອງແຜ່ນຫີນທີ່ພຣະຢາເວຈາຣຶກນັ້ນ?

ບັນດາແຜ່ນຫີນນັ້ນໄດ້ຈາຣຶກທັງສອງດ້ານ, ທັງດ້ານຫນ້າ ແລະ ດ້ານຫລັງ.

Exodus 32:17

ເມື່ອໂຢຊວຍໄດ້ຍິນສຽງປະຊາຊົນຮ້ອງໃສ່ກັນຢູ່, ລາວຄິດແມ່ນຫຍັງເປັນບັນຫາ?

ເມື່ອໂຢຊວຍໄດ້ຍິນສຽງປະຊາຊົນຮ້ອງໃສ່ກັນຢູ່, ລາວຄິດວ່າມີສຽງດັງເຫມືອນກຳລັງສູ້ຮົບກັນຢູ່ໃນຄ້າຍ.

Exodus 32:19

ຫລັງຈາກທີ່ໂມເຊເຫັນລູກງົວ, ລາວໄດ້ເຮັດຫຍັງກັບແຜ່ນຫີນເຫລົ່ານັ້ນ?

ລາວໄດ້ທຸ້ມແຜ່ນຫີນຈາກມືຂອງລາວ ແລະເຮັດໃຫ້ມັນແຕກເສຍທີ່ຕີນພູ.

ໂມເຊເຮັດຫຍັງກັບລູກງົວ?

ໂມເຊໄດ້ເອົາລູກງົວທີ່ປະຊາຊົນເຮັດໄວ້, ເຜົາເສຍ, ບົດເປັນຜົງ, ແລະໂຮຍລົງໃນນໍ້າ. ແລ້ວລາວໄດ້ໃຫ້ປະຊາຊົນອິສະຣາເອນດື່ມ.

Exodus 32:21

ອິງຕາມຄຳຕອບຂອງອາໂຣນ, ລູກງົວຖືກສ້າງຂຶ້ນແນວໃດ?

ອິງຕາມຄຳຕອບຂອງອາໂຣນ, ປະຊາຊົນໄດ້ມອບຄຳໃຫ້ລາວ ແລະລາວກໍໄດ້ໂຍນລົງໄປໃນໄຟ ແລະ ຜົນກໍຄືລູກງົວນີ້.

Exodus 32:25

ຜູ້ໃດ ທີ່ປ່ອຍໃຫ້ປະຊາຊົນບໍ່ສາມາດຄວບຄຸມໄດ້?

ອາໂຣນໄດ້ປ່ອຍໃຫ້ປະຊາຊົນບໍ່ສາມາດຄວບຄຸມໄດ້.

ຜູ້ໃດທີ່ລວມຕົວອ້ອມຮອບໂມເຊ ເມື່ອລາວສັ່ງທຸກຄົນທີ່ເປັນຝ່າຍຂອງພຣະຢາເວ ໃຫ້ມາຫາລາວ?

ເມື່ອໂມເຊສັ່ງທຸກຄົນທີ່ເປັນຝ່າຍຂອງພຣະຢາເວ ໃຫ້ມາຫາລາວ ຄົນເລວີທັງຫມົດກໍໄດ້ມາຫາລາວພ້ອມກັນ.

Exodus 32:28

ຊາວເລວີເຮັດຫຍັງ?

ຊາວເລວີເຮັດຕາມຄຳສັ່ງຂອງໂມເຊ ແລະ ປະຊາຊົນປະມານສາມພັນຄົນໄດ້ຕາຍລົງ.

ຍ້ອນຫຍັງ ຊາວເລວີຈຶ່ງຖືກສະຖາປະນາໃຫ້ຮັບໃຊ້ພຣະຢາເວ?

ພວກເຂົາຈຶ່ງຖືກສະຖາປະນາໃຫ້ຮັບໃຊ້ພຣະຢາເວ, ແຕ່ລະຄົນໄດ້ສູ້ຮົບກັບລຸກຊາຍ ແລະອ້າຍນ້ອງຂອງຕົນ.

Exodus 32:30

ແມ່ນຫຍັງທີ່ໂມເຊຕ້ອງການໃຫ້ພຣະຢາເຮັດ ຖ້າພຣະຢາເວບໍ່ຊົງຍົກໂທດບາບຂອງປະຊາຊົນ?

ໂມເຊຕ້ອງການໃຫ້ພຣະຢາເວ ລົບຊື່ຂອງລາວອອກຈາກປຶ້ມທີ່ພຣະຢາເວຈົດໄວ້ ຖ້າພຣະຢາເວບໍ່ຍົກໂທດບາບຂອງປະຊາຊົນ.

Exodus 32:33

ພຣະຢາເວລົງໂທດປະຊາຊົນແນວໃດ ຍ້ອນພວກເຂົາໄດ້ເຮັດລູກງົວ?

ພຣະຢາເວບັນດານໃຫ້ເກີດໄພພິບັດກັບປະຊາຊົນ ເພາະພວກເຂົາໄດ້ເຮັດລູກງົວ.

Exodus 33

Exodus 33:1

ພຣະຢາເວເວົ້າແນວໃດວ່າ ພຣະອົງຈະໃຊ້ໃຜໄປກ່ອນຫນ້າໂມເຊ?

ພຣະຢາເວຈະໃຊ້ເທວະດາອົງຫນຶ່ງນຳຫນ້າໂມເຊໄປ.

ຍ້ອນຫຍັງ ພຣະຢາເວຈະບໍ່ໄປກັບໂມເຊ?

ພຣະຢາເວຈະບໍ່ໄປກັບລາວ, ເພາະວ່າພວກເຂົາເປັນປະຊາຊົນທີ່ຫົວແຂງ, ຢ້ານວ່າພຣະຢາເວຈະທຳລາຍພວກເຂົາເສຍກາງທາງ.

Exodus 33:4

ແມ່ນຫຍັງທີ່ພຣະຢາເວໄດ້ສັ່ງໃຫ້ຊາວອິສະຣາເອນປົດອອກ?

ພວກເຂົາຕ້ອງຖອດເຄື່ອງປະດັບຂອງພວກເຂົາອອກເສຍ.

Exodus 33:7

ມັນເກີດຫຍັງຂຶ້ນ ເມື່ອໃດກໍຕາມທີໂມເຊເຂົ້າໄປໃນເຕັ້ນນັດພົບ?

ເມື່ອໃດກໍຕາມທີ່ໂມເຊເຂົ້າໄປໃນຫໍເຕັນແລ້ວ, ເສົາເມກຈະໄດ້ລອຍລົງມາຕັ້ງຢູ່ທີ່ປະຕູທາງເຂົ້າຫໍເຕັນ, ແລະພຣະຢາເວກໍກ່າວກັບໂມເຊ.

Exodus 33:10

ພຣະຢາເວໄດ້ເວົ້າແນວໃດກັບໂມເຊ?

ພຣະຢາເວຈະໄດ້ກ່າວກັບໂມເຊຫນ້າຕໍ່ຫນ້າ, ເຫມືອນຄົນໆຫນຶ່ງລົມກັບເພື່ອນຂອງລາວ.

Exodus 33:12

ໂມເຊຕ້ອງການໃຫ້ພຣະຢາເວສຳແດງຫຍັງແກ່ລາວ? ຍ້ອນຫຍັງ?

ໂມເຊຕ້ອງການໃຫ້ ພຣະຢາເວສຳແດງທາງຂອງພຣະອົງແກ່ລາວ ເພື່ອວ່າລາວຈະຮູ້ຈັກພຣະອົງ ແລະ ລາວຈະຍັງເປັນທີ່ພໍໃຈໃນພຣະເນດຂອງພຣະອົງ.

Exodus 33:14

ຈະຮູ້ໄດ້ຢ່າງວ່າ ໂມເຊເປັນທີ່ພໍໃຈໃນສາຍພຣະເນດຂອງພຣະຢາເວ?

ຈະຮູ້ໄດ້ວ່າໂມເຊເປັນທີ່ພໍໃຈໃນພຣະເນດຂອງພຣະຢາເວ ນອກຈາກພຣະຢາເວຈະສະເດັດໄປກັບພວກເຂົາ ເພື່ອວ່າພວກເຂົາເປັນປະຊາຊົນ ທີ່ແຕກຕ່າງຈາກຊົນຊາດອື່ນທົ່ວແຜ່ນດິນໂລກ.

Exodus 33:19

ພຣະຢາເວໄດ້ກ່າວວ່າແນວໃດ ກັບຜູ້ທີ່ພຣະອົງພໍໃຈ ແລະເມດຕາ?

ພຣະຢາເວໄດ້ເວົ້າວ່າ ພຣະອົງພໍໃຈຜູ້ໃດ ພຣະອົງກໍຈະພໍໃຈຜູ້ນັ້ນ, ແລະພຣະອົງກໍຊົງເມດຕາຜູ້ໃດ ພຣະອົງກໍຈະເມດຕາຜູ້ນັ້ນ.

ຍ້ອນຫຍັງ ໂມເຊບໍ່ສາມາດເຫັນຫນ້າຂອງພຣະຢາເວ?

ໂມເຊບໍ່ສາມາດເຫັນຫນ້າຂອງພຣະຢາເວໄດ້, ຍ້ອນວ່າ ບໍ່ມີຜູ້ໃດເຫັນຫນ້າພຣະອົງ ແລະຍັງມີຊີວິດຢູ່ໄດ້.

Exodus 33:21

ເມື່ອພຣະຢາເວເອົາມືຂອງພຣະອົງອອກ, ໂມເຊຈະເຫັນຫຍັງ?

ເມື່ອພຣະຢາເວເອົາພຣະຫັດຂອງພຣະອົງອອກ, ໂມເຊຈະເຫັນຫລັງຂອງເຮົາ, ແຕ່ຫນ້າຂອງພຣະຢາເວຈະບໍ່ໄດ້ເຫັນ.

Exodus 34

Exodus 34:1

ພຣະຢາເວຈະຈາຣຶກແມ່ນຫຍັງລົງໃນແຜ່ນຫີນໃຫມ່ເຫລົ່ານັ້ນ?

ພຣະຢາເວຈະຈາຣຶກເທິງແຜ່ນຫີນເຫລົ່ານັ້ນ ດ້ວຍຖ້ອຍຄຳທີ່ໄດ້ຢູ່ໃນຫີນຊຸດທຳອິດ, ຊຶ່ງໂມເຊໄດ້ເຮັດແຕກນັ້ນ.

Exodus 34:3

ແມ່ນຜູ້ໃດທີ່ໄດ້ຮັບອະນຸຍາດ ໃຫ້ມາປາກົດຕົວໃນທີ່ໃດໆເທິງພູໄດ້?

ຢ່າໃຫ້ຜູ້ໃດມາປາກົດຕົວໃນທີ່ໃດໆເທິງພູນີ້ ນອກຈາກໂມເຊ.

Exodus 34:5

ເມື່ອພຣະຢາເວລົງມາໃນເມກ ແລະຢືນຢູ່ກັບໂມເຊ, ແມ່ນຫຍັງທີ່ ລາວໄດ້ເປັ່ງສຽງອອກ?

ເມື່ອພຣະຢາເວລົງມາໃນເມກ ແລະຢືນຢູ່ກັບໂມເຊ, ລາວໄດ້ເປັ່ງສຽງອອກ "ພຣະຢາເວ".

ພຣະຢາເວຈະລະເວັ້ນການລົງໂທດບໍ?

ພຣະຢາເວບໍ່ລະເວັ້ນການລົງໂທດຢ່າງແນ່ນອນ.

Exodus 34:10

ພຣະຢາເວກຳລັງຈະເຮັດຫຍັງ?

ພຣະຢາເວກຳລັງຈະເຮັດພັນທະສັນຍາ.

Exodus 34:12

ຈະເກີດຫຍັງຂຶ້ນ ຖ້າຊາວອິສະຣາເອນໄປເຮັດຂໍ້ຕົກລົງກັບ ຜູ້ທີ່ອາໄສຢູ່ໃນແຜ່ນດິນນັ້ນ ຊຶ່ງພວກເຂົາກຳລັງຫມຸ້ງຫນ້າໄປ?

ຖ້າພວກເຂົາໄປເຮັດຂໍ້ຕົກລົງກັບ ຜູ້ທີ່ອາໄສຢູ່ໃນແຜ່ນດິນນັ້ນ ຊຶ່ງພວກເຂົາກຳລັງຫມຸ້ງຫນ້າໄປ, ຜູ້ທີ່ອາໄສຢູ່ໃນນັ້ນຈະເປັນກັບດັກທ່າມກາງຊາວອິສະຣາເອນ.

ຍ້ອນຫຍັງ ຊາວອິສະຣາເອນຕ້ອງບໍ່ນະມັດສະການພະອື່ນ?

ພວກເຂົາຕ້ອງບໍ່ນະມັດສະການພະອຶ່ນ, ເພາະວ່າພຣະຢາເວ, ຜູ້ມີພຣະນາມວ່າ 'ຫວງແຫນ', ເປັນພຣະເຈົ້າຜູ້ຫວງແຫນ.

Exodus 34:15

ຈະເກີດຫຍັງຂຶ້ນ ຖ້າຊາວອິສະຣາເອນບາງຄົນກິນອາຫານທີ່ ຖວາຍບູຊາຂອງຜູ້ທີ່ອາໄສຢູ່ໃນແຜ່ນດິນນັ້ນ?

ຖ້າຊາວອິສະຣາເອນບາງຄົນກິນອາຫານທີ່ ຖວາຍບູຊາຂອງຜູ້ທີ່ອາໄສຢູ່ໃນແຜ່ນດິນນັ້ນ, ພວກເຂົາຈະຮັບບັນດາລູກຍິງຂອງພວກເຂົາມາໃຫ້ແກ່ບັນດາລູກຊາຍຂອງພວກເຂົາ, ແລະບັນດາລູກຍິງຂອງພວກເຂົາຈະເຮັດໃຫ້ລູກຊາຍຂອງພວກເຂົານັ້ນ ນອກໃຈພຣະອົງຫັນໄປຫາພະເຫລົ່ານັ້ນຂອງພວກເຂົາ.

Exodus 34:18

ຍ້ອນຫຍັງ ຊາວອິສະຣາເອນຕ້ອງກິນເຂົ້າຈີ່ບໍ່ມີເຊື້ອແປ້ງ ໃນເຈັດມື້ຕາມກຳຫນົດໃນເດືອນອາບິບ?

ຊາວອິສະຣາເອນຕ້ອງກິນເຂົ້າຈີ່ບໍ່ມີເຊື້ອແປ້ງ ໃນເຈັດມື້ຕາມກຳຫນົດໃນເດືອນອາບິບ, ເພາະໃນເດືອນອາບິບຊາວອິສະຣາເອນໄດ້ອອກຈາກເອຢິບ.

Exodus 34:19

ຈະເກີດຫຍັງຂຶ້ນ ຖ້າຊາວອິສະຣາເອນບໍ່ຊື້ລໍຫົວປີດ້ວຍແກະນັ້ນ?

ຖ້າຊາວອິດສະຣາເອນບໍ່ຢາກຊື້ຄືນລໍຫົວປີດ້ວຍແກະນັ້ນ, ແລ້ວພວກເຂົາຈົ່ງຫັກຄໍມັນເສຍ.

Exodus 34:21

ຊາວອິສະຣາເອນຕ້ອງເຮັດຫຍັງ ໃນວັນທີເຈັດ, ເຖິງວ່າເປັນລະດູໄຖນາ ແລະລະດູເກັບກ່ຽວ?

ໃນວັນທີເຈັດ, ຊາວອິສະຣາເອນຕ້ອງຢຸດພັກຜ່ອນ. ເຖິງວ່າເປັນລະດູໄຖນາ ແລະລະດູເກັບກ່ຽວ, ພວກເຂົາຕ້ອງຢຸດພັກຜ່ອນດ້ວຍ.

Exodus 34:23

ເລື້ອຍປານໃດ ທີ່ຊາຍທັງຫມົດຕ້ອງປາກົດຕົວຕໍ່ຫນ້າພຣະຢາເວ?

ຊາຍທັງຫມົດຕ້ອງປາກົດຕົວຕໍ່ຫນ້າພຣະຢາເວ ສາມຄັ້ງຕໍ່ປີ.

ມີໃຜທີ່ຢາກໄດ້ແຜ່ນດິນ ເມື່ອຊາວອິສະຣາເອນຈະຂຶ້ນໄປຫາພຣະຢາເວປີລະສາມຄັ້ງນັ້ນ?

ບໍ່ມີໃຜຢາກໄດ້ແຜ່ນດິນ ເມື່ອຊາວອິສະຣາເອນຈະຂຶ້ນໄປຫາພຣະຢາເວປີລະສາມຄັ້ງນັ້ນ.

Exodus 34:25

ຊາວອິສະຣາເອນຕ້ອງນໍາຫຍັງ ມາທີ່ພຣະວິຫານຂອງພຣະຢາເວ?

ພວກເຂົາຕ້ອງນຳພືດຜົນທຳອິດທີ່ດີທີ່ສຸດ ຈາກແຜ່ນດິນຂອງເຈົ້າມາຖວາຍຍັງພຣະວິຫານຂອງພຣະຢາເວ.

Exodus 34:27

ແມ່ນຫຍັງເປັນສິ່ງທີ່ໂມເຊບໍ່ໄດ້ເຮັດ ເມື່ອລາວຢູ່ກັບພຣະຢາເວສີ່ສິບມື້ ແລະສີ່ສິບຄືນ?

ໂມເຊຢູ່ກັບພຣະຢາເວສີ່ສິບມື້ ແລະສີ່ສິບຄືນ; ລາວບໍ່ໄດ້ກິນອາຫານ ຫລືດື່ມນໍ້າເລີຍ.

Exodus 34:29

ເມື່ອອາໂຣນ ແລະ ຊາວອິສະຣາເອນເຫັນໂມເຊ, ຍ້ອນຫຍັງພວກເຂົາຈຶ່ງບໍ່ເຂົ້າມາໃກ້ລາວ?

ເມື່ອອາໂຣນ ແລະ ຊາວອິສະຣາເອນເຫັນໂມເຊ, ໃບຫນ້າຂອງລາວສ່ອງແສງປະກາຍ, ແລະພວກເຂົາກໍຢ້ານບໍ່ກ້າເຂົ້າມາໃກ້ລາວ.

Exodus 34:32

ເມື່ອໂມເຊເວົ້າກັບພວກເຂົາຈົບແລ້ວ, ລາວໃຊ້ຫຍັງຄຸມຫນ້າຂອງລາວໄວ້?

ເມື່ອໂມເຊເວົ້າກັບພວກເຂົາຈົບແລ້ວ, ລາວກໍໃຊ້ຜ້າຄຸມຫນ້າໄວ້.

Exodus 34:34

ເມື່ອໃດ ໂມເຊປົດຜ້າອອກ?

ເມື່ອໃດກໍຕາມທີ່ໂມເຊ ເຂົ້າເຝົ້າພຣະພັກພຣະຢາເວເພື່ອກ່າວກັບພຣະອົງ, ລາວກໍປົດຜ້າອອກ.

Exodus 35

Exodus 35:1

ເມື່ອໃດທີ່ ຊາວອິສະຣາເອນຕ້ອງບໍ່ດັງໄຟ?

ພວກເຂົາຕ້ອງບໍ່ດັງໄຟໃນເຮືອນຂອງພວກເຂົາໃນວັນສະບາໂຕນັ້ນ.

Exodus 35:4

ແມ່ນໃຜ ທີ່ຄວນນຳເອົາຂອງຖວາຍສຳລັບພຣະຢາເວ?

ທຸກຄົນໃນພວກເຈົ້າທີ່ເຕັມໃຈ ໃຫ້ນຳສິ່ງຂອງມາຖວາຍແດ່ພຣະຢາເວ.

Exodus 35:20

ທຸກເຜົ່າຂອງອິສະຣາເອນແຍກຍ້າຍໄປໃສ?

ແລ້ວທຸກເຜົ່າຂອງອິສະຣາເອນແຍກຍ້າຍ ແລະຈາກກັນໄປຈາກໂມເຊ.

ແມ່ນໃຜທີ່ມາ ແລະ ນຳສິ່ງຂອງມາຖວາຍແດ່ພຣະຢາເວ ສຳລັບການສ້າງຫໍເຕັນ?

ທຸກຄົນທີ່ເຕັມໃຈ ແລະປາຖະຫນາທີ່ຈະຖວາຍ ຕ່າງກໍໄດ້ນຳສິ່ງຂອງມາຖວາຍແດ່ພຣະຢາເວ ສຳລັບການສ້າງຫໍເຕັນ.

Exodus 35:27

ແມ່ນຫຍັງທີ່ຈະຕ້ອງຖືກຕິດໃສ່ໃນເສື້ອ ເອໂຟດ ແລະ ເສື້ອຮັດເອິກ?

ພອຍສີນໍ້າເຂົ້າ ແລະພອຍອຶ່ນໆ ຕ້ອງຖືກຕິດໃສ່ໃນເສື້ອເອໂຟດ ແລະເສື້ອຮັດເອິກ.

Exodus 35:30

ແມ່ນຊື່ຂອງຜູ້ໃດ ທີ່ພຣະຢາເວໄດ້ເອີ້ນຊື່?

ພຣະຢາເວໄດ້ເອີ້ນຊື່ເບຊາເລນລູກຊາຍຂອງອູເຣ, ຈາກເຜົ່າຢູດາ.

Exodus 36

Exodus 36:1

ແມ່ນໃຜຈະເຮັດວຽກງານ ໃນການສ້າງສະຖານບໍຣິສຸດ?

ເບຊາເລນ ແລະ ໂອໂຮລຽບ ແລະຊ່າງຝີມືທຸກຄົນ ທີ່ພຣະຢາເວໄດ້ປຣະທານທັກສະ ແລະຄວາມສາມາດໃຫ້ຮູ້ຈັກວິທີການ ເຮັດວຽກທຸກຢ່າງໃນການສ້າງສະຖານບໍຣິສຸດ.

Exodus 36:2

ປະຊາຊົນຍັງສືບຕໍ່ເຮັດຫຍັງ?

ປະຊາຊົນຍັງນຳບັນດາເຄື່ອງຖວາຍມາ ໃຫ້ໂມເຊດ້ວຍຄວາມເຕັມໃຈອີກທຸກເຊົ້າ.

Exodus 36:5

ໂມເຊແນະນຳໃຫ້ປະຊາຊົນເຮັດຫຍັງ?

ໂມເຊຈຶ່ງສັ່ງໃຫ້ປະກາດໄປທົ່ວຄ້າຍວ່າ ບໍ່ໃຫ້ໃຜກໍຕາມນໍາສິ່ງຂອງຖວາຍມາສ້າງສະຖານບໍຣິສຸດອີກແລ້ວ.

Exodus 36:11

ເບຊາເລນເຮັດຫູເຫລົ່ານັ້ນຢູ່ໃສ?

ລາວໄດ້ເຮັດຫູຜ້າກັ້ງດ້ວຍດ້າຍສີຟ້າ ຕິດໄວ້ຕາມຂອບຜ້າກັ້ງດ້ານນອກສຸດຂອງຊຸດທີຫນຶ່ງ, ແລະລາວກໍໄດ້ເຮັດຢ່າງດຽວກັນທີ່ດ້ານນອກຂອບຜ້າກັ້ງໃນຜ້າກັ້ງຊຸດທີສອງ.

ເບຊາເລນເຮັດແນວໃດ ເພື່ອໃຫ້ຜ້າກັ້ງກ່ຽວເຂົ້າກັນ?

ລາວໄດ້ເຮັດຂໍເກາະທອງຄຳ ຫ້າສິບອັນ ແລະ ໃຊ້ກ່ຽວຫູຂອງແຖບຜ້າກັ້ງເຂົ້າດ້ວຍກັນ.

Exodus 36:18

ຍ້ອນຫຍັງ ເບຊາເລນໄດ້ເຮັດຂໍເກາະທອງແດງຫ້າສິບອັນ?

ເບຊາເລນໄດ້ເຮັດຂໍເກາະທອງແດງຫ້າສິບອັນ ກ່ຽວຫູເຕັນໃຫ້ເປັນຫລັງດຽວກັນ.

Exodus 36:24

ມີຖານຈັກອັນໃຕ້ຂອງແຜ່ນໄມ້?

ມີຖານສອງອັນໃຕ້ຂອງແຜ່ນໄມ້ແຕ່ລະອັນ.

Exodus 36:31

ເບຊາເລນໄດ້ເຮັດຮາວຢູ່ໃສ?

ລາວໄດ້ເຮັດຮາວຢູ່ລະຫວ່າງກາງຂອງໂຄງໄມ້, ນັ້ນຫມາຍຄວາມວ່າ, ຕົວກາງໃຫ້ຮ້ອຍຕອນກາງຂອງໂຄງໄມ້.

Exodus 36:37

ເບຊາເລນໄດ້ເຮັດດ້ວຍສິ່ງໃດ ເພື່ອຫຸ້ມເສົາຜ້າກັ້ງຫ້າຕົ້ນ?

ເບຊາເລນໄດ້ຫຸ້ມເສົາຜ້າກັ້ງຫ້າຕົ້ນດ້ວຍທອງຄຳ.

Exodus 37

Exodus 37:1

ອອກຈາກອຸປະກອນຫຍັງ ທີ່ເບຊາເລນໄດ້ເຮັດຫີບ?

ເບຊາເລນໄດ້ເຮັດຫີບດ້ວຍໄມ້ກະຖິນເທດ.

Exodus 37:4

ຍ້ອນຫຍັງ ເບຊາເລນໄດ້ສອດຄານຫາມເຂົ້າທີ່ ຂໍເກາະຂ້າງຫີບຫນຶ່ງ?

ລາວໄດ້ສອດຄານຫາມເຂົ້າທີ່ ຂໍເກາະຂ້າງຫີບສຳລັບໃຊ້ຫາມຫີບນັ້ນ.

Exodus 37:7

ເຄຣູບຫັນຫນ້າໄປທາງໃດ?

ເຄຣູບແຕ່ລະອົງຫັນຫນ້າເຂົ້າຫາກັນ ແລະ ເບິ່ງມາທາງກາງຝາຫີບໄຖ່ບາບ.

Exodus 37:14

ມີເຄື່ອງໃຊ້ໃດແດ່ທີ່ຢູ່ໂຕະນັ້ນ?

ຈານທັງຫລາຍ, ບ່ວງທັງຫລາຍ, ອ່າງທັງຫລາຍ, ແລະໂຖທີ່ໃຊ້ຖອກເຄື່ອງດື່ມບູຊາ ທີເປັນເຄື່ອງໃຊ້ທີ່ຢູ່ໂຕະນັ້ນ.

Exodus 37:17

ແມ່ນເປັນທີ່ຕັ້ງຂອງແຕ່ລະກິ່ງທີ່ຂະຫຍາຍອອກຈາກຄັນຕະກຽງ?

ກິ່ງທຳອິດຈະຕ້ອງມີສາມຈອກ ຄ້າຍຄືດອກຫມາກບົກ, ມີຖານໃບ, ແລະດອກ, ແລະອີກກິ່ງຫນຶ່ງມີສາມດອກເຮັດຄ້າຍຄືດອກຫມາກບົກ, ມີຖານໃບ ແລະດອກ.

Exodus 37:23

ເບຊາເລນໄດ້ເຮັດຄັນຕະກຽງ ແລະ ເຄື່ອງໃຊ້ທຸກຢ່າງໃຊ້ຄຳຫລາຍປານໃດ?

ລາວໄດ້ເຮັດຄັນຕະກຽງ ແລະເຄື່ອງໃຊ້ທຸກຢ່າງສຳລັບ ຄັນຕະກຽງນັ້ນດ້ວຍທອງຄຳບໍຣິສຸດຫນັກຫນຶ່ງຕະລັນ.

Exodus 37:25

ແມ່ນຫຍັງອ້ອມຮອບແທ່ນບູຊາເຄື່ອງຫອມ?

ຂອບດ້ວຍທອງຄຳອ້ອມຮອບແທ່ນບູຊາເຄື່ອງຫອມ.

Exodus 37:27

ຜູ້ໃດ ເປັນຜູ້ປຸງນໍ້າຫອມເຈີມອັນບໍຣິສຸດ ແລະປຸງເຄື່ອງຫອມບໍຣິສຸດ?

ເບຊາເລນໄດ້ປຸງນໍ້າຫອມເຈີມອັນບໍຣິສຸດ ແລະປຸງເຄື່ອງຫອມບໍຣິສຸດ,

Exodus 38

Exodus 38:1

ແທ່ນເຄື່ອງເຜົາບູຊານັ້ນມີຍາວແລະກວ້າງເທົ່າໃດ?

ແທ່ນເຄື່ອງເຜົາບູຊາດ້ວຍໄມ້ກະຖິນເທດ ແມ່ນຍາວຫ້າສອກ ແລະກວ້າງຫ້າສອກ.

Exodus 38:6

ເບຊາເລນໄດ້ເຮັດແທ່ນນັ້ນແນວໃດ?

ລາວໄດ້ເຮັດແທ່ນນັ້ນດ້ວຍໄມ້ກະດານ, ໃຫ້ຂ້າງໃນເປັນຮູ.

Exodus 38:8

ກະຈົກແຫວ່ນເປັນຂອງໃຜ?

ກະຈົກແຫວ່ນຂອງບັນດາຜູ້ຍິງ ທີ່ຮັບໃຊ້ຢູ່ທີ່ທາງເຂົ້າຫໍເຕັນນັດພົບ.

Exodus 38:13

ຜ້າບັງລານທັງຫມົດໂດຍຮອບລານນັ້ນເຮັດດ້ວຍສິ່ງໃດ?

ຜ້າບັງລານທັງຫມົດໂດຍຮອບລານນັ້ນເຮັດດ້ວຍຜ້າປ່ານເນື້ອດີ.

Exodus 38:17

ເສົາທັງຫລາຍຂອງລານຫຸ້ມດ້ວຍເງິນຈັກຕົ້ນ?

ເສົາທຸກຕົ້ນຂອງລານຫຸ້ມດ້ວຍເງິນຫມົດ.

Exodus 38:21

ຜູ້ໃດເປັນຜູ້ດູແລຄົນເລວີ?

ອີທາມາ, ລູກຊາຍຂອງອາໂຣນປະໂລຫິດ, ຜູ້ດູແລຄົນເລວີ.

Exodus 38:24

ໃຊ້ທອງຄຳທັງຫມົດທີ່ໃຊ້ສຳລັບການສ້າງນີ້ ຫລາຍປານໃດ?

ທອງຄຳທັງຫມົດທີ່ໃຊ້ສຳລັບການສ້າງນີ້, ໃນວຽກທັງຫມົດທີ່ກ່ຽວຂ້ອງກັບສະຖານບໍຣິສຸດນັ້ນ—ທອງຄຳທີ່ມາຈາກເຄື່ອງຖວາຍບູຊາໂບກ—ມີນໍ້າຫນັກຊາວເກົ້າຕະລັນ ແລະ 730 ເຊເຂັນ, ຕາມມາດຕາຊັ່ງນໍ້າຫນັກເຊເຂັນຂອງສະຖານນະມັດສະການ.

ຄົນເຫລົ່ານັ້ນທີ່ມີອາຍຸແຕ່ຊາວປີຂຶ້ນໄປ ທີ່ນັບໄວ້ໃນທະບຽນສຳມະໂນຄົວ ມີຫລາຍປານໃດ?

ມີ 603,550 ຄົນເຫລົ່ານັ້ນທີ່ມີອາຍຸແຕ່ຊາວປີຂຶ້ນໄປ ທີ່ນັບໄວ້ໃນທະບຽນສຳມະໂນຄົວ.

Exodus 39

Exodus 39:4

ແມ່ນຫຍັງທີ່ເຮັດເປັນເນື້ອດຽວກັນກັບເສື້ອເອໂຟດ?

ສາຍຮັດແອວກໍແສ່ວເຂົ້າກັນເປັນເນື້ອດຽວກັນກັບເສື້ອເອໂຟດ.

ແກະສະຫລັກຊື່ລູກຊາຍສິບສອງຄົນຂອງອິສະຣາເອນພ້ອມກັບອັນໃດ?

ແກະສະຫລັກຊື່ລູກຊາຍສິບສອງຄົນ ຂອງອິສະຣາເອນພ້ອມກັບຫີນອ່ອນທີ່ຕັດໄວ້ແລ້ວ

Exodus 39:10

ມີຈັກແຖວທີ່ຕິດອັນຍະມານີໃສ່ໃນເສື້ອຮັດເອິກ?

ມີສີ່ແຖວທີ່ຕິດອັນຍະມານີໃສ່ໃນເສື້ອຮັດເອິກ.

Exodus 39:17

ສາຍຄໍຖັກຕິດກັບຫຍັງ?

ສາຍຄໍຖັກດ້ວຍທອງຄຳໃນຫູທັງສອງທີ່ມູມເສື້ອຮັດເອິກ, ທີ່ແຖບບ່າຂອງເສື້ອເອໂຟດທີ່ດ້ານຫນ້າ.

Exodus 39:21

ຍ້ອນຫຍັງພວກເຂົາຈຶ່ງມັດເສື້ອຮັດເອິກນັ້ນຕິດໃສ່ຂໍເກາະຂອງຂໍເສື້ອເອໂຟດດ້ວຍດ້າຍຖັກສີຟ້າ?

ພວກເຂົາໄດ້ມັດເສື້ອຮັດເອິກນັ້ນຕິດໃສ່ຂໍເກາະຂອງຂໍເສື້ອເອໂຟດດ້ວຍດ້າຍຖັກສີຟ້າ, ເພື່ອໃຫ້ທັບສາຍຮັດແອວ ຊຶ່ງແສ່ວດ້ວຍສີມືຢ່າງວິຈິດບັນຈົງຂອງເສື້ອເອໂຟດ. ສິ່ງນີ້ກໍເພື່ອທີ່ຈະບໍ່ໃຫ້ເສື້ອຮັດເອິກຫລຸດໄປຈາກເສື້ອເອໂຟດ.

Exodus 39:22

ແມ່ນຫຍັງທີ່ຢູ່ທາງກາງເສື້ອຄຸມຂອງເສື້ອເອໂຟດ?

ເສື້ອຄຸມຂອງເສື້ອເອໂຟດ ທີ່ມີຊ່ອງສວມໃສ່ຫົວທາງກາງຂອງເສື້ອນັ້ນ.

Exodus 39:25

ພວກເຂົາໄດ້ຕິດຫຍັງໃສ່ ລະຫວ່າງຫມາກພິລາຮອບຂອງລຸ່ມເສື້ອຄຸມ?

ພວກເຂົາໄດ້ຕິດກະລິ່ງລະຫວ່າງຫມາກພິລາ ໂດຍຮອບຂອງລຸ່ມເສື້ອຄຸມ.

Exodus 39:30

ພວກເຂົາແກະສະຫລັກຫຍັງ ທີ່ແຜ່ນມົງກຸດເຮັດດ້ວຍຄຳບໍຣິສຸດນັ້ນ?

ພວກເຂົາແກະສະຫລັກ "ບໍຣິສຸດແດ່ພຣະຢາເວ" ໃສ່ແຜ່ນມົງກຸດເຮັດດ້ວຍທອງຄຳບໍຣິສຸດ.

Exodus 39:42

ໂມເຊເຫັນຫຍັງ ເມື່ອລາວກວດເບິ່ງວຽກງານທັງປວງນັ້ນ?

ໂມເຊໄດ້ກວດເບິ່ງວຽກງານທັງປວງ ແລະເຫັນວ່າພວກເຂົາໄດ້ສຳເລັດທຸກຢ່າງ, ແລະ, ເບິ່ງແມ, ພວກເຂົາໄດ້ເຮັດທຸກສິ່ງຕາມພຣະຢາເວໄດ້ຊົງສັ່ງນັ້ນ.

Exodus 40

Exodus 40:1

ເມື່ອໃດ ໂມເຊຕ້ອງຕັ້ງຫໍເຕັນຂຶ້ນ?

ໃນທີຫນຶ່ງຂອງເດືອນທີຫນຶ່ງຂອງປີໃຫມ່ ໂມເຊຕ້ອງຕັ້ງຫໍເຕັນຂຶ້ນ.

Exodus 40:3

ໂມເຊກັ້ນບັງຫີບນັ້ນໄວ້ແນວໃດ?

ໂມເຊຕ້ອງກັ້ນບັງຫີບນັ້ນໄວ້ດ້ວຍຜ້າກັ້ງ.

Exodus 40:5

ໂມເຊຕ້ອງຕັ້ງອ່າງຂະຫນາດໃຫຍ່ໄວ້ຢູ່ໃສ?

ໂມເຊຕ້ອງຕັ້ງອ່າງຂະຫນາດໃຫຍ່ໄວ້ ລະຫວ່າງເຕັ້ນນັດພົບ ແລະ ແທ່ນບູຊາ.

Exodus 40:8

ຍ້ອນຫຍັງ ໂມເຊຕ້ອງເຈີມອ່າງທອງແດງ ແລະ ຖານຮອງອ່າງດ້ວຍ?

ໂມເຊຕ້ອງເຈີມທັງອ່າງທອງແດງ ແລະຖານຮອງອ່າງ ເພື່ອຕຽມໄວ້ເພື່ອຮັບໃຊ້ພຣະຢາເວ.

Exodus 40:17

ໂມເຊໄດ້ວາງແຜ່ນຫີນແຫ່ງພັນທະສັນຍານັ້ນຢູ່ໃສ?

ໂມເຊໄດ້ວາງແຜ່ນຫີນແຫ່ງພັນທະສັນຍາໄວ້ໃນຫີບນັ້ນ.

Exodus 40:26

ໂມເຊໄດ້ຕັ້ງແທ່ນບູຊາ ເຄື່ອງຫອມທອງຄຳຢູ່ໃສ?

ໂມເຊໄດ້ຕັ້ງແທ່ນບູຊາ ເຄື່ອງຫອມທອງຄຳໃນເຕັ້ນນັດພົບຕໍ່ຫນ້າຜ້າກັ້ງ.

Exodus 40:31

ເມື່ອໃດທີ່ໂມເຊ, ອາໂຣນ, ແລະ ບັນດາລູກຊາຍຂອງລາວ ໄດ້ລ້າງມື ແລະ ຕີນຂອງພວກເຂົາດ້ວຍນໍ້າໃນອ່າງ?

ໂມເຊ, ອາໂຣນ, ແລະບັນດາລູກຊາຍຂອງລາວ ໄດ້ລ້າງມື ແລະລ້າງຕີນຂອງພວກເຂົາດ້ວຍນໍ້າໃນອ່າງ, ເມື່ອໃດກໍຕາມທີ່ພວກເຂົາຈະເຂົ້າໄປໃນຫໍເຕັ້ນນັດພົບ ແລະເມື່ອໃດກໍຕາມທີ່ພວກເຂົາຈະຂຶ້ນໄປຍັງແທ່ນບູຊາ.

Exodus 40:34

ຍ້ອນຫຍັງໂມເຊຈຶ່ງເຂົ້າໄປໃນເຕັ້ນນັດພົບບໍ່ໄດ້?

ໂມເຊເຂົ້າໄປໃນເຕັ້ນນັດພົບບໍ່ໄດ້ ເພາະເມກປົກຄຸມຢູ່, ແລະ ເພາະພຣະສະຫງ່າຣາສີຂອງພຣະຢາເວກໍຢູ່ເຕັມຫໍເຕັນ.

Exodus 40:36

ເມື່ອໃດທີ່ ປະຊາຊົນອິສະຣາເອນອອກເດີນທາງຕໍ່ໄປ?

ເມື່ອໃດກໍຕາມ ທີ່ເມກນັ້ນລອຍຂຶ້ນຈາກຫໍເຕັນ, ປະຊາຊົນອິສະຣາເອນກໍຈະອອກເດີນທາງຕໍ່ໄປ.