ພາສາລາວ (Lao): translationQuestions Print

Updated ? hours ago # views See on WACS

Titus 1

Titus 1:1

ອັນໃດຄືວັດຖຸປະສົງໃນການຮັບໃຊ້ພຣະເຈົ້າຂອງໂປໂລ?

ວັດຖຸປະສົງຂອງໂປ​ໂລຄື: ເພື່ອສ້າງຄວາມເຊື່ອໃນການຊົງເລືອກຂອງພຣະເຈົ້າແລະສ້າງຄວາມຮູ້ໃນຄວາມຈິງ

ພຣະເຈົ້າໄດ້ຊົງສັນຍາຈະປະທານຊີວິດນິລັນດອນໃຫ້ກັບຜູ້ທີ່ພຣະອົງຊົງເລືອກຕັ້ງແຕ່ເມື່ອໃດ?

ພຣະອົງຊົງສັນຍາໄວ້ຕັ້ງແຕ່ກ່ອນຍຸກສະໄໝທັງປວງ

Titus 1:4

ໂປໂລແລະຕີໂຕມີຄວາມສຳພັນເປັນຫຍັງກັນ?

ຕີໂຕເປັນບຸດແທ້ໆຂອງໂປໂລໃນຄວາມເຊື່ອດຽວກັນ

Titus 1:6

ຊີວີດຄອບຄົວຜູ້​ນຳອາວຸໂສຕ້ອງເປັນຈິງຢ່າງໃດ?

​ລາວຕ້ອງເປັນຜູ້ຊາຍທີ່ມີພັນລະຍາພຽງຄົນດຽວແລະບຸດຂອງລາວຕ້ອງເປັນຄົນສັດຊື່ແລະມີວິໄນ

ອັນໃດຄືບຸກຄະລິກລັັກສະນະພິເສດບາງຢ່າງທີ່ຜູ້ອາວຸໂສທີ່ຕ້ອງຫລີກລ້ຽງເພື່ອຈະໄດ້ບໍ່ມີທີ່ຕິ?

ລາວບໍ່ຄວນເປັນຄົນມັກໂວຍວາຍແລະຄວບຄຸມຕົນບໍ່ເປັນຄົນຂີ້ເຫລົ້າບໍ່ມັກຜິດຖຽງກັນແລະບໍ່ໂລບ

ຜູ້ປົກຄອງຄຣິດຕະຈັກຕ້ອງມີຕຳແໜ່ງຮັບຜິດຊອບຫຍັງແນ່ໃນຄອບຄົວ?

ຜູ້ປົກຄອງຄຣິດຕະຈັກເປັນຜູ້ດູແລຄອບຄົວ

Titus 1:8

ຜູ້ນຳອາວຸໂສຕ້ອງມີຄຸນສົມບັດທີ່ດີແນວໃດ?

ຜູ້​ນຳອາວຸໂສຕ້ອງມີອັດທະຍາໄສດີ ຮັກທີ່ຈະເຮັດສິ່ງດີມີເຫດມີຜົນ ເປັນຄົນຊອບທໍາ ດຳເນີນຊີວິດຕາມທາງຂອງພຣະເຈົ້າແລະຄວບຄຸມຕົນເອງໄດ້

ຜູ້ນຳອາວຸໂສຕ້ອງມີທ່າທີຢ່າງໃດຕໍ່ຄຳສອນ(ຄຳສອນ)ແຫ່ງຄວາມເຊື່ອ?

ຜູ້​ນຳອາວຸໂສຈະຕ້ອງຍຶດຄຳສອນນັ້ນໄວ້ຢ່າງໜຽວແໜ້ນ ເພື່ອວ່າຈະໃຊ້ສິ່ງເຫລົ່ານີ້ເພື່ອເສີມສ້າງແລະຕຳໜິຜູ້ອື່ນ

Titus 1:10

ພວກຄູສອນປອມເຮັດຫຍັງໂດຍຄຳເວົ້າຂອງເຂົາ?

ພວກເຂົາຫລອກລວງ​ຜູ້​ເຊື່ອ​ໃຫ້ຫ​ລົງ​ຜິດທາງ​ຄວາມ​ເຊື່ອ.

ແມ່ນຫຍັງທີ່ເປັນແຮງກະຕຸ້ນພວກຄູສອນປອມ?

ພວກເຂົາມີ​ແຮງກະຕຸ້ນເມື່ອເຂົາ​ເຫັນ ​ຜ​ູ້​ເຊື່ອ​ໄດ້​ຮັບ​ຄວາມອັບອາຍ

Titus 1:12

ຜູ້ນຳອາວຸໂສຕ້ອງປະຕິບັດກັບຄົນທີ່ບໍ່ມີລະບຽບແລະທຳລາຍຄຣິດຕະຈັກຢ່າງໃດ?

ຜູ້ອາວຸໂສຕ້ອງແກ້ໄຂພວກເຂົາຢ່າງທັນການ ເພື່ອວ່າພວກເຂົາຈະເລິກເຊິ່ງຢູ່ໃນຄວາມເຊື່ອ

Titus 1:14

​ໂປໂລບອກພວກເຂົາວ່າບໍ່ຄວນເສຍເວລາໃນເລື່ອງໃດ?

​ໂປ​ໂລໂລບອກພວກເຂົາບໍ່ຄວນເສຍເວລາກັບນິຍາຍອັນໂງ່ງ່າວຂອງຢິວຫລືບັນຍັດຈາກມະນຸດ

Titus 1:15

ແມ່ນຫຍັງຄືສິ່ງທີ່ເປັນມົນທິນສຳລັບຄົນບໍ່ເຊື່ອ?

ຄວາມຄິດແລະມະໂນທັມຂອງເຂົານັ້ນທີ່ເປັນມົນທິນ

ເຖິງວ່າຄົນທີ່ເປັນມົນທິນສາລະພາບວ່າເຂົາຮູ້ຈັກພຣະເຈົ້າ ແລ້ວເຂົາປະຕິເສດພຣະເຈົ້າຢ່າງໃດ?

ເຂົາປະຕິເສດພຣະເຈົ້າດ້ວຍການເຮັດການກະທຳຂອງເຂົາ

Titus 2

Titus 2:1

ຄຸນລັກສະນະຜູ້ຊາຍອາວຸໂສຄວນປະ​ຕິ​ບັດຕົນໃນຄຣິດຕະຈັກ​ແນວ​ໃດ?

ພວກເຂົາຕ້ອງເປັນ​ຄົນ​ຮູ້​ຈັກ​ບັງ​ຄັບ​ຕົນ​ເອງ ເໝາະ​ສົມ​ເປັນ​ຜູ້​ມີ​ກຽດ ມີ​ຄວາມ​ເຊື່ອ​ທີ່​ຖືກ​ຕ້ອງ, ມີ​ຄວາມ​ຮັກ ແລະ​ມິ​ຄວາມ​ອົດ​ທົນ​ສູງ.

Titus 2:3

ຄຸນລັກສະນະໃດແດ່ທີ່ຜູ້ຍິງອາ​ວຸ​ໂສຄວນສະແດງຕົນໃນຄຣິດຕະຈັກ?

ພວກເຂົາຄວນວາງ​ຕົນ​ໜ້ານັບຖື, ບໍ່ເວົ້າຂວັນນິນທາ ພວກເຂົາຕ້ອງເປັນຄົນບໍ່ດື່ມເຫລົ້າສອນແຕ່ສິ່ງທີ່ດີ

ຜູ້ຍິງມີອາຍຸຄວນສອນຫຍັງແດ່ໃຫ້ກັບຍິງ​ໜຸ່ມສາວ?

ຜູ້ຍິງອາວຸ​ໂສຄວນສອນຍິງສາວໃຫ້ຮັກແລະເຊື່ອຟັງສາມີຂອງຕົນແລຮັກລູກຂອງຕົນເປັນຜູ້ມີເຫດມີຜົນ ປາດສະຈາກມົນທິນ ເປັນຜູ້ເບິ່ງແຍງເຮືອນຊານທີ່ດີ

Titus 2:6

ຕີໂຕຕ້ອງເຮັດຢ່າງໃດເພື່ອເປັນແບບຢ່າງໃຫ້ກັບຜູ້ທີ່ເຊື່ອ?

ຕີໂຕຄວນສອນໃຫ້ສະແດງຄວາມບໍລິສຸດແລະຄວາມມີກຽດແລະໃຊ້ຄຳເວົ້າທີ່ດີບໍ່ຕ້ອງໄດ້ຮັບການແກ້ໄຂ

Titus 2:9

ທາດທີ່ເປັນຜູ້ທີ່ເຊື່ອຄວນປະພຶດຢ່າງໃດ?

ທາດທັງຫລາຍຄວນເຊື່ອຟັງເຈົ້ານາຍຂອງຕົນບໍ່ຄວນລັກຂອງນາຍແລະຕ້ອງສະແດງເຖິງຄວາມເຊື່ອທີ່ດີ

ເມື່ອທາດປະພຶດຕາມທີ່ໂປໂລໄດ້ສັ່ງສອນຈະມີຜົນຕໍ່ຜູ້ອື່ນແນວໃດ?

ເຮັດໃຫ້ຄຳສອນຂອງພວກເຮົາໃນເລື່ອງພຣະເຈົ້າພຣະຜູ້ຊ່ອຍໃຫ້ພົ້ນຂອງເຮົານັ້ນດຶງດູດຜູ້ອື່ນ

Titus 2:11

ພຣະຄຸນຂອງພຣະເຈົ້າສາມາດຊ່ອຍໃຜໄດ້ແດ່?

ພຣະຄຸນຂອງພຣະເຈົ້າສາມາດຊ່ອຍທຸກຄົນໄດ້

ພຣະຄຸນຂອງພຣະເຈົ້າຊ່ອຍຝຶກເຮົາໃຫ້ປະຕິເສດສິ່ງໃດ?

ພຣະຄຸນຂອງພຣະເຈົ້າຊ່ອຍຝຶກໃຫ້ເຮົາປະຕິເສດສິ່ງຊົ່ວຮ້າຍແລະກິເຫລດຂອງໂລກນີ້

ອ້ນໃດຄືເຫດການໃນອະນາຄົດທີ່ເຫລົ່າຜູ້ເຊື່ອລໍຄອຍຈະໄດ້ຮັບ?

ເຫລົ່າຜູ້ເຊື່ອລໍຄອຍຈະໄດ້ຮັບການມາປາກົດພຣະສິລິຂອງພຣະເຈົ້າຜູ້ຍິ່ງໃຫຍ່ແລະພຣະຜູ້ຊ່ອຍໃຫ້ພົ້ນພຣະເຢຊູຄຣິດຂອງເຮົາ

Titus 2:14

ດ້ວຍເຫດໃດພຣະເຢຊູຈິ່ງມອບພຣະອົງເອງໃຫ້ກັບເຮົາ?

ເຮົາມີອິດສະຫລະຈາກຄວາມບໍ່ຊອບທໍາທຸກປະການແລະເພື່ອຈະໃຫ້ເຮົາເປັນຄົນບໍລິສຸດທີ່ທີຄວາມກະຕືລືລົ້ນທີ່ຈະເຮັດແຕ່ສິ່ງທີ່ດີ

Titus 3

Titus 3:1

ຜູ້ທີ່ເຊື່ອຄວນມີທ່າທີຢ່າງໃດຕໍ່ຜູ້ປົກຄອງແລະຜູ້ມີອຳນາດ?

ຜູ້ທີ່ເຊື່ອຄວນຍອມເຊື່ອຟັງອຳ​ນາດ​ການ​ປົກ​ຄອງ ແລະ​ຜູ້​ມີ​ອຳ​ນາດ

Titus 3:3

ອັນໃດເປັນສິ່ງທີ່ຊັກນຳໃຫ້ຫລົງທາງແລະຕົກເປັນທາດຂອງຄົນບໍ່ເຊື່ອ?

ກິເຫລດ​ຕັນ​ຫາແລະຄວາມຕາມ​ໃຈ​ຕົນ​ເອງຊັກນຳໃຫ້ເຂົາຫລົງຜິດ

Titus 3:4

ພຣະເຈົ້າຊ່ອຍໃຫ້ເຮົາລອດພົ້ນດ້ວຍວິທີການຢ່າງໃດ?

ພຣະອົງຊ່ອຍໃຫ້ເຮົາພົ້ນໄດ້ໂດຍການຊຳລະຂອງການບັງເກີດໃໝ່ແລະການສ້າງຂຶ້ນໃໝ່ໂດຍພຣະວິນຍານບໍລິສຸດ

ເຮົາພົ້ນເພາະການເຮັດດີທີ່ເຮົາໄດ້ເຮັດດີບໍ່, ຫລືຍ້ອນພຣະເມດຕາຂອງພຣະເຈົ້າ?

ເຮົາພົ້ນເພາະດ້ວຍຄວາມເມດຕາຂອງພຣະອົງພຽງຢ່າງດຽວ

Titus 3:6

ຫລັງຈາກທີ່ພຣະອົງເຮັດໃຫ້ເຮົາເປັນຄົນຊອບທຳແລ້ວພຣະເຈົ້າຊົງເຮັດໃຫ້ເຮົາເປັນ​ຄົນປະ​ເພດໃດ?

ພ​ຣະເຈົ້າຊົງເຮັດໃຫ້ເຮົາເປັນຜູ້ໄດ້ຮັບມໍລະດົກ

Titus 3:8

ຜູ້ທີ່ເຊື່ອຕ້ອງຍຶດໝັ້ນຄວາມຄຶດໃນເລື່ອງ​ອັນໃດ?

ຜູ້ທີ່ເຊື່ອຕ້ອງຍຶດໝັ້ນຄວາມ​ຄຶດໃນເລື່ອງການເຮັດສິ່ງດີທີ່ພຣະເຈົ້າໄດ້ວາງໄວ້ຕໍ່ໜ້າພວກເຂົາໃຫ້ພວກເຂົາເຮັດ

Titus 3:9

ຜູ້ທີ່ເຊື່ອຕ້ອງຫລີກໜີຈາກສິ່ງໃດ?

ຜູ້ທີ່ເຊື່ອຕ້ອງຫລີກໜີຈາກການຂັດແຍ່ງອັນໂງ່ງ່າວ

ໃຜທີ່ຕ້ອງຖືກປະຕິເສດຈາກການເຕືອນໜຶ່ງເຖິງສອງຄັ້ງແລ້ວ?

ທຸກຄົນທີ່ກໍ່ໃຫ້ເກີດຄວາມແຕກແຍກທ່າມກາງຜູ້ທີ່ເຊື່ອຕ້ອງຖືກປະຕິເສດຫລັງຈາກທີ່ເຕືອນໜຶ່ງຫລືສອງຄັ້ງແລ້ວ

Titus 3:14

ຜູ້ທີ່ເຊື່ອຕ້ອງມີສ່ວນຫຍັງແດ່ເພື່ອຕົນເອງເພື່ອເກີດຜົນ?

ຜູ້ທີ່ເຊື່ອຕ້ອງຮຽນຮູ້ທີ່ຈະມີສ່ວນໃນການເຮັດດີທີ່ຕອບສະໜອງຕໍ່ຄວາມຈຳເປັນຮີບດ່ວນ