ພາສາລາວ (Lao): translationQuestions Print

Updated ? hours ago # views See on WACS

2 Timothy 1

2 Timothy 1:1

ໂປໂລໄດ້ກາຍເປັນອັກຄະສາວົກຂອງພຣະຄຣິດຢ່າງໃດ?

ໂປໂລໄດ້ກາຍເປັນອັກຄະສາວົກຂອງພຣະຄຣິດຕາມພຣະປະສົງຂອງພຣະເຈົ້າ.

ຄວາມສໍາພັນອັນໃດ ທີ່ໂປໂລແລະຕີໂມທຽວມີຕໍ່ກັນ?

ຕີໂມທຽວເປັນລູກຂອງໂປໂລຝ່າຍວິນຍານ.

2 Timothy 1:3

ເມື່ອໂປໂລລະນຶກເຖິງຕີໂມທຽວໃນການອະທິຖານ ເພິ່ນປາດຖະໜາຢາກເຮັດຫຍັງ?

ໂປໂລປາດຖະໜາຢາກພົບກັບຕິໂມທຽວ.

ມີໃຜແດ່ທີ່ມີຄວາມເຊັືອອັນແທ້ຈິງຢູ່ໃນຄອບຄົວຕີໂມທຽວ ກ່ອນລາວມາເຊື່ອ?

ແມ່ຕູ້ແລະແມ່ຂອງຕີໂມທຽວ ທັງສອງຄົນມີຄວາມເຊື່ອຢ່າງແທ້ຈິງ.

2 Timothy 1:6

ຝ່າຍວີນຍານຊະນິດໃດ ທີ່ພຣະເຈົ້າປະທານໃຫ້ຕີໂມທຽວ?

ພຣະເຈົ້າໄດ້ປະທານວິນຍານແຫ່ງຣິດເດດ ແລະຄວາມຮັກ ແລະການບັງຄັບຕົນເອງ ໃຫ້ຕີໂມທຽວ.

2 Timothy 1:8

ໂປໂລບອກຕີໂມທຽວບໍ່ໃຫ້ເຮັດຫຍັງ?

ໂປໂລບອກຕິໂມທຽວບໍ່ໃຫ້ລະອາຍຕໍ່ຄໍາພະຍານກ່ຽວກັບອົງພຣະຜູ້ເປັນເຈົ້າ.

ແທນທີ່ຈະເຮັດແນວນັ້ນ ໂປໂລບອກໃຫ້ຕີໂມທຽວເຮັດຫຍັງ?

ໂປໂລບອກຕີໂມທຽວວ່າ ແຕ່ຈົ່ງຮ່ວມທົນທຸກເພື່ອຂ່າວປະເສີດ.

ພຣະເຈົ້າຊົງປະທານພຣະປະສົງແລະພຣະຄຸນຂອງພຣະອົງໃຫ້ເຮົາເວລາໃດ?

ພຣະປະສົງແລະພຣະຄຸນຂອງພຣະເຈົ້າໄດ້ປະທານໃຫ້ແກ່ເຮົາຕັ້ງແຕ່ກ່ອນເວລາຈະເກີດຂຶ້ນ.

ພຣະເຈົ້າຊົງເປີດເຜີີຍແຜນການແຫ່ງຄວາມພົ້ນຂອງພຣະອົງຢ່າງໃດ?

ແຜນການແຫ່ງຄວາມພົ້ນຂອງພຣະເຈົ້າໄດ້ເປີດເຜີຍໂດຍການສະເດັດມາປາກົດ ຂອງພຣະຜູ້ໂຜດໃຫ້ພົ້ນຄືພຣະເຢຊູຄຣິດ ເຈົ້າຂອງເຮົາ.

ເມື່ອພຣະເຢຊູສະເດັດມາປາກົດ ພຣະອົງຈະເຮັດຫຍັງກ່ຽວກັບຄວາມຕາຍແລະຊີວິດ?

ພຣະເຢຊູຊົງກໍາຈັດຣິດເດດແຫ່ງຄວາມຕາຍແລະນໍາເອົາຊີວິດທີ່ບໍ່ເຄີຍສິ້ນສຸດມາຍັງຄວາມສະຫວ່າງຜ່ານທາງຂ່າວປະເສີດ.

2 Timothy 1:12

ໂປໂລບໍ່ລະອາຍເພາະຂ່າວປະເສີດ ເພາະເພິ່ນເຊື່ອໝັ້ນວ່າພຣະເຈົ້າສາມາດເຮັດສິ່ງໃດເພິ່ອເພິ່ນໄດ້?

ໂປໂລໝັ້ນໃຈວ່າພຣະເຈົ້າສາມາດຮັກສາສິ່ງທີ່ເພິ່ນໄດ້ມອບໄວ້ກັບພຣະອົງ ຈົນເຖິງວັນນັ້ນໄດ້.

ຕີໂມທຽວຈະເຮັດກັບສິ່ງດີທີ່ພຣະເຈົ້າໄດ້ມອບໝາຍໃຫ້ລາວຢ່າງໃດ?

ຕີໂມທຽວຈະປົກປ້ອງຮັກສາສິ່ງດີທີ່ພຣະເຈົ້າໄດ້ມອບໝາຍໃຫ້ລາວ ໂດຍຜ່ານທາງພຣະວິນຍານບໍຣິສຸດ.

2 Timothy 1:15

ເພື່ອນຂອງໂປໂລທຸກຄົນໃນແຂວງເອເຊຍ ໄດ້ເຮັດຫຍັງກັບເພິ່ນ?

ຄົນທັງໝົດເຫລົ່ານັ້ນໄດ້ຫັນຫລັງໃຫ້ກັບເພິ່ນ.

ເຫດໃດໂປໂລຈຶ່ງຂໍໃຫ້ອົງພຣະຜູ້ເປັນເມດຕາແກ່ຄອບຄົວໂອເນຊີໂຟໂຣ?

ໂປໂລຂໍໃຫ້ອົງພຣະຜູ້ເປັນເມດຕາແກ່ຄອບຄົວໂອເນຊີໂຟໂຣ ກໍເພາະວ່າໂອເນ ຊີໂຟໂຣໄດ້ຊ່ອຍໂປໂລຫລາຍຢ່າງ.

2 Timothy 2

2 Timothy 2:1

ໂປໂລແລະຕີໂມທຽວມີຄວາມສໍາພັນກັນຢ່າງໃດ?

ຕີໂມທຽວເປັນລູກຊາຍຝ່າຍວິນຍານຂອງໂປໂ່ລ

ຕິໂມທຽວຕ້ອງມອບຄໍາສອນທີ່ໂປໂລສອນລາວໃຫ້ແກ່ໃຜ?

ຕິໂມທຽວຕ້ອງມອບຄຳສອນໄວ້ກັບຄົນຊື່ສັດທີ່ສາມາດສອນຄົນອື່ນໄດ້ດ້ວຍ.

2 Timothy 2:3

ຕາມຕົວຢ່າງສໍາລັບຕີໂມທຽວ ໂປໂລເວົ້າວ່າທະຫານທີ່ດີຈະບໍ່ຫຍຸ້ງກ່ຽວກັບຫຍັງ?

ທະຫານທີ່ດີຈະບໍ່ຫຍຸ້ງກ່ຽວກັບການງານຝ່າຍພົນລະເຮືອນ.

2 Timothy 2:8

ໃນເວລາທີ່ໂປໂລຂຽນຈົດໝາຍເຖິງຕີໂມທຽວ ເພິ່ນມີຄວາມທຸກທໍລະມານອັນໃດໃນການເທດສະໜາພຣະຄໍາຂອງພຣະເຈົ້າ?

ໂປໂລມີຄວາມທຸກທໍລະມານເພາະຖືກລ່າມໂສ້ເໝືອນກັບເປັນຄົນຮ້າຍ.

ໂປໂ່ລເວົ້າວ່າແມ່ນຫຍັງທີ່ໂສ້ລ່າມໄວ້ບໍ່ໄດ້?

ໂສ້ລ່າມພຣະຄໍາພຣະເຈົ້າບໍ່ໄດ້

ເຫດໃດໂປໂ່ລຈົ່ງອົດທົນຕໍ່ທຸກສິ່ງເຫລົ່ານີ້?

ໂປໂລອົດທົນຕໍ່ທຸກສິ່ງ ເພື່ອຄົນເຫລົ່ານັ້ນທີ່ໄດ້ຮັບການເລືອກໄວ້ ເພື່ອເຂົາທັງຫລາຍຈະບັນລຸເຖິງຄວາມພົ້ນໃນພຣະເຢຊູຄຣິດເຈົ້າ.

2 Timothy 2:11

ແມ່ນຫຍັງຄືຄໍາສັນຍາຂອງພຣະເຢຊູຕໍ່ຜູ້ທີ່ອົດທົນ?

ບັນດາຜູ້ທີ່ອົດທົນກໍຈະປົກຄອງຮ່ວມກັບພຣະອົງ.

ແມ່ນຫຍັງຄືຄໍາເຕືອນຂອງພຣະເຢຊູຕໍ່ຜູ້ທີ່ປະຕິເສດພຣະອົງ?

ບັນດາຜູ້ທີ່ປະຕິເສດພຣະຄຣິດ, ພຣະຄຣິດກໍຈະປະຕິເສດພວກເຂົາຄືກັນ.

2 Timothy 2:14

ຕິໂມທຽວຄວນເຕືອນເຂົາທັງຫລາຍກ່ຽວກັບເຣື່ອງຫຍັງ?

ຕິໂມທຽວຄວນຈະເຕືອນພວກເຂົາບໍ່ໃຫ້ໂຕ້ຖຽງກັນ ດ້ວຍເລື່ອງຖ້ອຍຄຳຕ່າງໆ ຊຶ່ງບໍ່ເປັນປະໂຫຍດອັນໃດ.

2 Timothy 2:16

ຊາຍສອງນີ້ໄດ້ຫລົງໄປຈາກຄວາມຈິງພວກເຂົາສອນຜິດເຣື່ອງຫຍັງ?

ພວກເຂົາສອນວ່າການຄືນມາຈາກຄວາມຕາຍໄດ້ເກີດຂຶ້ນແລ້ວ.

2 Timothy 2:19

ບັນດາຜູ້ທີ່ເຊື່ອຕ້ອງຕຽມຕົວຢ່າງໃດ ສໍາລັບການດີທຸກຢ່າງ?

ບັນດາຜູ້ທີ່ເຊື່ອຕ້ອງຊຳລະຕົວຂອງເຂົາຈາກສິ່ງທີ່ບໍ່ມີກຽດ ເພື່ອເປັນພາຊະນະທີ່ໃຊ້ປະໂຫຍດສຳລັບການດີທຸກຢ່າງ.

2 Timothy 2:22

ຕິໂມທຽວຕ້ອງຫລີກນີ້ຈາກຫຍັງ?

ຕີໂມທຽວຕ້ອງຫລີກນີ້ຈາກຣາຄະຕັນຫາຂອງຄົນໜຸ່ມສາວ.

2 Timothy 2:24

ຜູ້ຮັບໃຊ້ຂອງອົງພຣະຜູ້ເປັນເຈົ້າ ຈະຕ້ອງມີຄຸນສົມບັດຫຍັງແດ່?

ຜູ້ຮັບໃຊ້ຂອງອົງພຣະຜູ້ເປັນເຈົ້າ ຈະຕ້ອງບໍ່ວິວາດຜິດຖຽງກັນ, ແຕ່ເປັນຄົນທີ່ສຸພາບຕໍ່ຄົນທັງປວງ ສາມາດສອນຄົນອື່ນໄດ້ ແລະ ມີຄວາມອົດທົນ.

ຊາ​ຕານ​ເຮັດຫຍັງ​ກັບ​ຄົນ​ທີ່ບໍ່​ເຊື່ອ?

​ຊາ​ຕານ​ໃຊ້​ບ້ວງ​ແຮ້ວ​ແລະ​ຈັບ​ເອົາ​ຄົນ​ທີ່ບໍ່​ເຊື່ອ​ເພື່ອ​ໃຫ້​ເຮັກ​ຕາມ​ຄວາມ​ປະ​ສົງ​ຂອງ​ມັນ.

2 Timothy 3

2 Timothy 3:1

ໂປໂລເວົ້າວ່າຈະມີຫຍັງເກີດໃນຊ່ວງເວລາສຸດທ້າຍ?

ໂປໂລເວົ້າວ່າໃນຊ່ວງເວລາສຸດທ້າຍ ຈະມີເວລາຄວາມຍາກລຳບາກເກີດຂຶ້ນ.

​ໃນ​ວັນ​ສຸດ​ທ້າຍ​ມີ​ຢູ່​ສ​າມ​ສິ່ງ​ຄົນ​ທັງ​ຫຼາຍ​ມັກ​ເຮັດ​ຫຼາຍກວ່າ​ພ​ຣະ​ເຈົ້າ?

ໃນ​ວັນ​ສຸດ​ທ້າຍ ຄົນ​ທັງ​ຫຼາຍ​ຈະ​ຮັກ​ຕົວ​ເອງ, ຮັກ​ເງິນ​ຄຳ, ໂອ້ອວດ​ຈອງ​ຫອງ​ຫຼາຍ​ກ່​ວາ​ພ​ຣະ​ເຈົ້າ.

2 Timothy 3:5

ແມ່ນຫຍັງທີ່ໂປໂລບອກຕີໂມທຽວໃຫ້ເຮັດກັບຄົນທີ່ເບິ່ງເໝືອນວ່າເຊື່ອໃນພຣະເຈົ້າ?

ໂປໂລໄດ້ບອກໃຫ້ຕີໂມທຽວຫລີກຫນີເສຍຈາກຄົນຢ່າງນັ້ນ.

ພວກເບິ່ງຄືວ່າເຊື່ອໃນພຣະ ເຈົ້າພາກັນ ເຮັດຫຍັງ?

ບາງຄົນເຫລົ່ານີທີ່ເບິ່ງເໝືອນວ່າເຊື່ອໃນພຣະເຈົ້າ ໄດ້ເຂົ້າໄປໃນບ້ານເຮືອນ ແລະ ຫລົງໄຫລໃນຜູ້ຍິງທີ່ໂງ່ງາ່ວ ຜູ້ຍິງເຫລົ່ານີ້ຄືຄົນທີ່ມັກສຸມກອງຄວາມບາບເອົາໄວ້ ແລະ ຖືກຊັກຈູງດ້ວຍຄວາມປາຖະໜາຕ່າງໆ ,

2 Timothy 3:8

ຄົນອະທໍາເຫລົ່ານີ້ເປັນຢ່າງໃດ ເຊັ່ນຢາເນກ ກັບຢາເບໃນພຣະຄໍາພີເດີມ?

ຄົນອະທັມເຫລົ່ານີ້ເປັນຜູ້ສອນປອມ ກໍໄດ້ຢືນຂຶ້ນຕໍ່ຕ້ານຄວາມຈິງ ເຊັ່ນຢາເນກ ກັບຢາເບ.

2 Timothy 3:10

ນອກຈາກຄູສອນປອມແລ້ວ ຕີໂມທຽວໄດ້ຕິດຕາມໃຜ?

ຕີໂມທຽວໄດ້ຕິດຕາມໂປໂລ

ອົງພຣະຜູ້ເປັນເຈົ້າໄດ້ຊ່ອຍໂປໂລໃຫ້ລອດພົ້ນຈາກຫຍັງ?

ອົງພຣະຜູ້ເປັນເຈົ້າໄດ້ຊ່ອຍໂປໂລໃຫ້ພົ້ນຈາກການຖືກຂົ່ມເຫງທັງປວງ.

ໂປໂລເວົ້າວ່າແມ່ນຫຍັງຈະເກີດຂຶ້ນແກ່ຄົນທັງປວງເຫລົ່ານັ້ນ ທີ່ຕ້ອງການດຳເນີນ ຊີວິດຢ່າງຄົນຊອບທັມໃນ

ໂປໂລເວົ້າວ່າຄົນທັງປວງເຫລົ່ານັ້ນ ທີ່ຕ້ອງການດຳເນີນ ຊີວິດຢ່າງຄົນຊອບທັມໃນພຣະເຢຊູຄຣິດເຈົ້າຈະຕ້ອງຖືກກົດຂີ່ຂົ່ມເຫັງ,

ແມ່ນຫຍັງຈະຮ້າຍແຮງຫລາຍຂຶ້ນໃນວັນສຸດທ້າຍ?

ຄົນຊົ່ວຮ້າຍ ແລະ ຄົນຫລອກລວງຈະເພີ້ມທະວີຫລາຍຂຶ້ນ ໃນວັນສຸດທ້າຍ.

2 Timothy 3:14

ຕັ້ງແຕ່ເວລາໃດໃນຊີວິດຂອງຕີໂມທຽວ ທີ່ຮູ້ຈັກຖ້ອຍຄໍາບັນທຶກອັນສັກສິດ?

ຕີໂມທຽວຈັກຖ້ອຍຄໍາບັນທຶກອັນສັກສິດຕັ້ງແຕ່ລາວຍັງເປັນເດັກນ້ອຍ.

2 Timothy 3:16

ມະນຸດໄດ້ພຣະຄໍາພີມາຢ່າງໃດ?

ພຣະຄໍາພີທຸກຕອນໄດ້ຮັບການບັນດົນໃຈຈາກພຣະເຈົ້າ.

ແມ່ນຫຍັງຄືຜົນປໂຍດທັງໝົດຂອງພຣະຄໍາພີ?

ພຣະຄໍາພີທຸກຕອນມີຜົນປະໂຫຍດສໍາລັບສອນ ການປັບປຸງແກ້ໄຂໃຫ້ຖືກຕ້ອງ ແລະການອົບຮົມໃນທາງຊອບທໍາ.

ແມ່ນຫຍັງຄືຈຸດປະສົງໃນການຝຶກອົບຮົມດ້ວຍຂໍ້ພຣະຄໍາພີ?

ເພື່ອໃຫ້ຄົນທີ່ໄດ້ຮັບການຝຶກອົບຮົມດ້ວຍຂໍ້ພຣະຄັມພີມີີຄວາມສາມາດແລະຖືກຈັດຕຽມໄວ້ພ້ອມສໍາລັບການດີທຸກຢ່າງ.

2 Timothy 4

2 Timothy 4:1

ພຣະເຢຊູເປັນຜູ້ພິພາກສາໃຜ?

ພຣະເຢຊູເປັນຜູ້ພິພາກສາທັງຄົນເປັນແລະຄົນຕາຍ.

ແມ່ນຫຍັງທີ່ໂປໂລສັ່ງໃຫ້ຕີໂມທຽວເຮັດຢ່າງເດັດຂາດ?

ໂປໂ່ລສັ່ງໃຫ້ຕີໂມທຽວສັ່ງສອນພຣະທັມທັງໃນເວລາທີ່ມີໂອກາດ ແລະ ບໍ່ມີໂອກາດ.

2 Timothy 4:3

ໂປໂລໄດ້ເຕືອນວ່າເມື່ອເວລານັ້ນມາເຖິງຄົນທັງຫລາຍຈະເຮັດຫຍັງ?

ພວກເຂົາບໍ່ຍອມຟັງຄຳສອນທີ່ດີແຕ່ເຂົາຈະສະສົມອາຈານສອນຂອງຕົນຕາມ ແຕ່ຄວາມປາຖະໜາຂອງເຂົາເອງ.

ແມ່ນວຽກງານຫຍັງທີ່ຕີໂມທຽວໄດ້ຮັບມອບໝາຍໃຫ້ເຮັດ?

ຕິໂມທຽວໄດ້ເຮັດໜ້າທີ່ຂອງຜູ້ປະກາດ ຂ່າວປະເສີດ ປະຕິບັດໜ້າທີ່ການຮັບໃຊ້.

2 Timothy 4:6

ແມ່ນເວລາຫຍັງໃນຊີວິດຂອງໂປໂລທີ່ເພິ່ນເວົ້າເຖິງວ່າກໍາລັງຈະມາເຖິງ?

ໂປໂລເວົ້າວ່າເວລາທີ່ເພິ່ນຕ້ອງຈາກໄປນັ້ນມາເຖິງແລ້ວ

ໂປໂລເວົ້າວ່າແມ່ນຫຍັງຄືຂອງຂວັນທີ່ບັນດາຜູ້ຮັກພຣະຄຣິດຈະໄດ້ຮັບເມື່ອພຣະອົງສະເດັດມາ?

ໂປໂລເວົ້າວ່າບັນຜູ້ທີ່ຮັກພຣະຄຣິດເມື່ອປາກົດຈະໄດ້ຮັບມົງກຸດແຫ່ງຄວາມຊອບ ທຳທີ່ໄດ້ຖືກຕຽມໄວ້ໃຫ້.

2 Timothy 4:9

ເຫດໃດ ເດມາ ເພື່ອນຂອງໂປໂລຈຶ່ງປະຖິ້ມເພິ່ນໄປ?

ເດມາ ປະຖິ້ມໂປໂລໄປ ເພາະລາວຮັກໂລກປະຈຸບັນ;

2 Timothy 4:11

ໃຜທີ່ເປັນເພື່ອນຄົນດຽວຂອງໂປໂລທີ່ຍັງຄົງຢູ່ກັບເພິ່ນ?

ທ່ານລູກກາພຽງເທົ່ານັ້ນທີ່ຍັງຢູ່ກັບໂປໂລ.

2 Timothy 4:14

ໂປໂລເວົ້າວ່າຊາຍທີ່ຕໍ່ຕ້ານເພິ່ນຈະໄດ້ຮັບລາງວັນກ່ຽວກັບຫຍັງ?

ໂປໂລເວົ້າວ່າ ຊາຍທີີ່ຕໍ່ຕ້ານເພິ່ນຈະໄດ້ຮັບລາງວັນຕາມການກະທໍາຂອງລາວ.

ແມ່ນໃຜຢືນຢູ່ກັບໂປໂລໃນການແກ້ຄະດີເທື່ອທໍາອິດຂອງເພິ່ນ?

ໃນການແກ້ຄະດີເທື່ອທໍາອິດຂອງໂປໂລ ບໍ່ມີຜູ້ໃດຢືນຢູ່ກັບເພິ່ນ.