ພາສາລາວ (Lao): translationQuestions Print

Updated ? hours ago # views See on WACS

Mark 1

Mark 1:1

ຜູ້ທຳນວາຍເອຊາຢາໄດ້ທຳນວາຍວ່າຈະມີຫຍັງເກີດຂຶ້ນກ່ອນທີ່ພຣະຜູ້ເປັນເຈົ້າຈະສະເດັດມາ?

ເອຊາຢາໄດ້ທຳນວາຍວ່າພຣະເຈົ້າຈະສົ່ງຜູ້້ສົ່ງຂ່າວສານຂອງເຮົາໄປລວ່ງຫນ້າທ່ານ,ຜູ້ຈັດຕຽມທາງໄວ້ໃຫ້ແກ່ທ່ານ.

Mark 1:4

ໂຢຮັນໄດ້ມາປະກາດຫຍັງ?

ໂຢຮັນໄດ້ປະກາດໃຫ້ບັບຕິສະມາ ຢູ່ໃນຖິ່ນແຫ້ງແລ້ງກັນດານແລະເທສະຫນາສັ່ງສອນໃນເລື່ອງການໃຫ້ບັບຕິສະມາດ້ວຍການສາລະພາບກັບໃຈ ເພື່ອຮັບການຍົກໂທດບາບ.

ປະຊາຊົນໄດ້ເຮັດຫຍັງໃນຂະນະທີ່ພວກເຂົາຮັບບັບຕິສະມາໂດຍໂຢຮັນ?

ປະຊາຊົນໄດ້ສາລະພາບບາບຂອງພວກເຂົາໃນຂະນະທີ່ພວກເຂົາຮັບບັບຕິສະມາໂດຍໂຢຮັນ.

ໂຢຮັນກິນຫຍັງ?

ໂປຮັນກິນ ຕັກແຕນ ແລະນໍ້າເຜິ້ງປ່າ.

Mark 1:7

ໂຢຮັນເວົ້າວ່າຜູ້ທີ່ມາພາຍຫລັງເພີ່ນຈະໃຫ້ບັບຕິສະມາດ້ວຍຫຍັງ?

ໂຢຮັນກ່າວວ່າຜູ້ທີ່ມາພາຍຫລັງນັ້ນຈະໃຫ້ບັບຕິສະມາດ້ວຍພຣະວິນຍານບໍຣິສຸດ.

Mark 1:9

ພຣະເຢຊູເຫັນຫຍັງໃນຂະນະທີ່ພຣະອົງຂຶ້ນມາຈາກນໍ້າຫລັງຈາກຮັບບັບຕິສະມາຈາກໂຢຮັນ?

ຫລັງຈາກຮັບບັບຕິສະມາ, ພຣະເຢຊູເຫັນທ້ອງຟ້າແຍກອອກແລະພຣະວິນຍານໄດ້ລົງມາເທິງພຣະອົງຄືນົກເຂົາ.

ຫລັງຈາກທີ່ພຣະເຢຊູຮັບບັບຕິສະມາແລັວພຣະສຸລະສຽງໄດ້ເວົ້າຫຍັງ?

ສຽງຈາກສະຫວັນໄດ້ກ່າວວ່າ, ''ເຈົ້າເປັນບຸດທີ່ຮັກຂອງເຮົາ; ເຮົາພໍໃຈນຳເຈົ້າຫລາຍ.''

Mark 1:12

ໃຜພາພຣະເຢຊູອອກໄປຖິ່ນແຫ້ງແລ້ງກັນດານ?

ພຣະວິນຍານໄດ້ພາພຣະເຢຊູອອກໄປຖິ່ນແຫ້ງແລ້ງກັນດານ.

ພຣະເຢຊູໄດ້ຢູ່ໃນຖິ່ນແຫ້ງແລ້ງກັນດານໄດ້ດົນປານໃດ,ແລະມີຫຍັງເກີດຂຶ້ນກັບພຣະອົງທີ່ນັ້ນ?

ພຣະເຢຊູໄດ້ຊົງຢູ່ໃນຖິ່ນແຫ້ງແລ້ງກັນດານສີ່ສິບວັນ, ແລະຊາຕານໄດ້ທົດລອງຢູທີ່ນັ້ນ.

Mark 1:14

ພຣະເຢຊູໄດ້ປະກາດຂ່າວຫຍັງ?

ພຣະເຊູໄດ້ປະກາດວ່າຣາຊອານາຈັກຂອງພຣະເຈົ້າໃກ້ເຂົ້າມາແລັວ, ແລະຜູ້ຄົນຕ້ອງກັບໃຈແລະເຊື່ອໃນຂ່າວປະເສີດ.

Mark 1:16

ອາຊີບຂອງຊີໂມນແລະອັນເດອາແມ່ນຫຍັງ?

ຊີໂມນແລະອັນເດອາແມ່ນຊາວປະມົງ.

ພຣະເຢຊູເວົ້າຫຍັງກັບຊີໂມນແລະອັນເດອາ?

ພຣະເຢຊູກ່າວວ່າພຣະອົງຈະເຮັດໃຫ້ຊີໂມນແລະອັນເດອາ ເປັນຜູ້ຫາຄົນແທນຫາປາ.

Mark 1:19

ອາຊີບຂອງຢາໂກໂບແລະໂຢຮັນແມ່ນຫຍັງ?

ຢາໂກໂບແລະໂຢຮັນເປັນຊາວປະມົງ.

Mark 1:21

ເປັນຫຍັງການສັ່ງສອນຂອງພຣະເຢຊູຈຶ່ງເຮັດໃຫ້ຄົນທີ່ມາໃນທີ່ປະຊຸມທຳມະສາລາປະຫລາດໃຈ?

ຄຳສັ່ງສອນຂອງພຣະເຢຊູເຮັດໃຫ້ປະຊາຊົນປະຫລາດໃຈຫລາຍເພາະວ່າພຣະເຢຊູສອນດ້ວຍສິດອຳນາດ.

Mark 1:23

ຜີຊົ່ວຮ້າຍໄດ້ມາຍັງທຳມະສາລາ ເວົ້າວ່າພຣະເຢຊູຊື່ຫຍັງ?

ຜີຊົ່ວຮ້າຍທີ່ໄດ້ມາໃນທຳມະສາລາໄດ້ເວົ້າວ່າພຣະເຢຊູມີນາມວ່າພຣະເຈົ້າບໍຣິສຸດ.

Mark 1:27

ມີຂ່າວຫຍັງກ່ຽວກັບພຣະເຢຊູ?

ຂ່າວກຽ່ວກັບພຣະເຢຊູໄດ້ຊ່າລື ອອກໄປທົ່ວທຸກບ່ອນ.

Mark 1:29

ເມື່ອພວກເຂົາເຂົ້າໄປໃນເຮືອນຂອງຊີໂມນ, ພຣະເຢຊູໄດ້ປິ່ນປົວໃຜ?

ເມື່ອເຂົົາເຂົ້າໄປໃນເຮືອນຂອງຊີໂມນ, ພຣະເຢຊູໄດ້ປິ່ນປົວແມ່ເມຍຂອງຊີໂມນ.

Mark 1:32

ມີຫຍັງເກີດຂຶ້ນໃນຕອນຄໍ່າ?

ເມື່ອເຖິງຕອນແລງ, ປະຊາຊົນໄດ້ນຳຄົນເຈັບປ່ວຍ ຫລື ມີຜີສິງ, ແລະພຣະເຢຊູໄດ້ປິ່ນປົວພວກເຂົາໃຫ້ຫາຍດີ.

Mark 1:35

ພຣະເຢຊູໄດ້ເຮັດຫຍັງກ່ອນທີ່ຕາເວັນຈະຂຶ້ນ?

ກ່ອນທີ່ຈະເຊົ້າວັນໃໝ່,ພຣະເຢຊູອອກໄປທີ່ສະຫງັດແລະພາວັນນາອະທິຖານຢູ່ທີ່ນັ້ນ.

Mark 1:38

ພຣະເຢຊູບອກຊີໂມນວ່າພຣະອົງມາເຮັດຫຍັງ?

ພຣະເຢຊູກ່າວວ່າພຣະອົງໄດ້ມາປະກາດຕາມເມືອງຕ່າງໆທີ່ຢູ່ອ້ອມຮອບເມືອງ.

Mark 1:40

ພຣະເຢຊູມີທັດສະນະຄະຕິແນວໃດຕໍ່ຄົນຂີ້ທູດທີ່ໄດ້ຂໍຮ້ອງພຣະເຢຊູ ໃຫ້ຮັກສາ?

ພຣະເຢຊູມີຄວາມສົງສານຕໍ່ຄົນທີ່ເປັນຂີ້ທູດແລະພຣະອົງໄດ້ຮັກສາພວກເຂົາ.

Mark 1:43

ພຣະເຢຊູບອກໃຫ້ຄົນຂີ້ທູດເຮັດຫຍັງ,ແລະຍ້ອນຫຍັັງ?

ພຣະເຢຊູໄດ້ບອກໃຫ້ພວກຂີ້ທູດໄປຖວາຍເຄື່ອງບູຊາຕາມສິ່ງທີ່ໂມເຊສັ່ງໄວ້ ເພື່ອເປັນຫລັກຖານຢືນຢັນ.

Mark 2

Mark 2:3

ຜູ້ຊາຍທັງສີ່ຄົນໄດ້ເຮັດຫຍັງກັບຜູ້ທີ່ເປັນຜູ້ຊາຍທີ່ເປັນເປ້ຍ?

ພວກຜູ້ຊາຍໄດ້ຮື້ຫລັງຄາເຮືອນແລະເອົາຊາຍທີ່ເປັນເປ້ຍຢອ່ນລົງມາໃສ່ພຣະເຢຊູ.

Mark 2:5

ພຣະເຢຊູເວົ້າກັບຊາຍທີ່ເປັນເປັຍວ່າແນວໃດ?

ພຣະເຢຊູໄດ້ກ່າວວ່າ,''ລູກເອີຍ,ບາບຂອງທ່ານໄດ້ຮັບການໃຫ້ອະໄພແລ້ວ.''

ເປັນຫຍັງພວກທຳມະຈານບາງຄົນຈຶງຂັດຄ້ານສິ່ງທີ່ພຣະເຢຊູເວົ້າ?

ພວກທຳມະຈານບາງຄົນໃຫ້ເຫດຜົນວ່າພຣະເຢຊູໄດ້ຫມິ່ນປະຫມາດເພາະວ່າມີພຽງພຣະເຈົ້າເທົ່ານັ້ນທີ່ສາມາດໃຫ້ອະໄພບາບໄດ້.

Mark 2:10

ພຣະເຢຊູສະແດງໃຫ້ເຫັນແນວໃດວ່າພຣະອົງມີສິດອຳນາດເທິງແຜ່ນດິນໂລກທີຈະໃຫ້ອະໄພບາບ?

ພຮະເຢຊູບອກຜູ້ຊາຍທີ່ເປັນເປ້ຍໃຫ້ເອົາຕຽງນອນຂອງລາວໄປເຮືອນຂອງລາວ, ແລະຊາຍຄົນນັ້ນກໍ່ເຮັດຕາມ.

Mark 2:13

ເລວີເຮັດຫຍັງເມື່ອພຣະເຢຊູບອກເລວີໃຫ້ຕິດຕາມພຣະອົງ?

ເລວີກຳລັງນັ່ງຢູ່ບ່ອນເກັບພາສີເມື່ອພຣະເຢຊູເອີ້ນລາວລຸກຂຶ້ນຕິດຕາມພຣະອົງໄປ.

Mark 2:15

ຢູ່ທີ່ເຮືອນຂອງເລວີ, ພຣະເຢຊູກຳລັງເຮັດຫຍັງທີ່ເຮັດໃຫ້ພວກຟາຣີຊາຍໃຈຮ້າຍ?

ພຣະເຢຊູກິນເຂົ້າຮ່ວມກັບຄົນບາບແລະຄົນເກັບພາສີ.

Mark 2:17

ພຣະເຢຊູເວົ້າວ່າພຣະອົງມາຫາໃຜ?

ພຣະເຢຊູເວົ້າວ່າພຣະອົງມາເອີ້ນເອົາຄົນບາບ.

Mark 2:18

ບາງຄົນຖາມພຣະເຢຊູກ່ຽວກັບການຖືສິນອົດອາຫານບໍ່?

ພວກເຂົາຖາມພຣະເຢຊູວ່າເປັນຫຍັງພວກສາວົກຂອງພຣະອົງບໍ່ຖືສິນອົດອາຫານເມື່ອພວກສາວົກຂອງໂຢຮັນແລະພວກສາວົກຂອງພວກຟາຣີຊາຍຖືສິນອົດອາຫານ.

ພຣະເຢຊູອະທິບາຍວ່າເປັນຫຍັງພວກສາວົກຂອງພຣະອົງບໍ່ຖືສິນອົດອາຫານ?

ພຣະເຢຊູກ່າວວ່າໃນຂະນະທີ່ເຈົ້າບ່າວຍັງຢູ່ກັບເຈົ້າສາວພວກເຂົາບໍ່ສາມາດອົດອາຫານໄດ້.

Mark 2:23

ສາວົກຂອງພຣະເຊູໄດ້ເຮັດຫຍັງໃນວັນສະບາໂຕທີ່ເຮັດໃຫ້ພວກຟາຣີຊາຍບໍ່ພໍໃຈ?

ສາວົກຂອງພຣະເຢຊູໄດ້ເດັດເອົາຮວງເຂົ້າມາກິນໃນວັນສະບາໂຕ.

Mark 2:25

ພຣະເຢຊູໄດ້ຍັກຕົວຢ່າງອັນແດ່ສຳລັບຄົນທີ່ຈຳເປັນແລະກິນເຂົ້າຈີ່ທີ່ຖວາຍແດ່ພຣະເຈົ້າ ສຳລັບພວກເຂົາ?

ພຣະເຢຊູຍົກຕົວຢ່າງຂອງດາວິດຜູ້ກິນເຂົ້າຈີ່ທີຖວາຍແດ່ພຣະເຈົ້າ ສຳລັບພວກປະໂຣຫິດ.

Mark 2:27

ພຣະເຢຊູເວົ້າວ່າວັນສະບາໂຕໄດ້ເຮັດເພື່ອໃຜ?

ພຣະເຢຊູກ່າວວ່າວັນສະບາໂຕໄດ້ຖືກສ້າງຂຶ້ນ ສຳລັບຜູ້ຄົນ.

ພຣະເຢຊູໄດ້ອ້າງສິດອຳນາດຫຍັງສຳລັບພຣະອົງເອງ?

ພຣະເຢຊູກ່າາວວ່າພຣະອົງຍັງເປັນພຣະເຈົ້າເຫນືອວັນສະບາໂຕນຳອີກ.

Mark 3

Mark 3:1

ເປັນຫຍັງພວກເຂົາເບິ່ງພຣະເຢຊູໃນວັນສະບາໂຕໃນທຳມະສາລາ?

ພວກເຂົາກຳລັງເຝົ້າເບິ່ງພຣະເຢຊູເພື່ອເບິ່ງວ່າພຣະອົງຈະຮັກສາໃນວັນສະບາໂຕ, ດັ່ງນັ້ນ ພວກເຂົາຈະສາມາດກ່າວຫາພຣະອົງ.

Mark 3:3

ພຣະເຢຊູຖາມປະຊາຊົນແນວໃດກ່ຽວກັບວັນສະບາໂຕ?

ພຣະເຢຊູໄດ້ຖາມປະຊາຊົນວ່າມັນເປັນສິ່ງທີ່ຖືກຕ້ອງທີ່ຈະເຮັດການດີ ຫລື ການຊົ່ວຮ້າຍໃນວັນສະບາໂຕ.

ປະຊາຊົນຕອບຄຳຖາມຂອງພຣະເຢຊູແນວໃດ?

ປະຊາຊົນກໍ່ມິດງຽບ.

Mark 3:5

ພຣະເຢຊູມີທັດສະນະແນວໃດຕໍ່ພວກເຂົາ?

ພຣະເຢຊູເຄືອງໃຈຫລາຍຕໍ່ພວກເຂົາ.

ພວກຟາຣີຊາຍໄດ້ເຮັດຫຍັງເມື່ອພຣະເຢຊູປິ່ນປົວຊາຍຄົນນັ້ນ?

ພວກຟາຣີຊາຍອອກໄປວາງແຜນຈະຂ້າພຣະເຢຊູ.

Mark 3:7

ມີປະຊາຊົນຈັກຄົນທີ່ຕິດຕາມພຣະເຢຊູໃນຂະນະທີ່ພຣະອົງໄປທະເລ?

ປະຊາຊົນຫມູ່ໃຫ່ຍໄດ້ຕິດຕາມພຣະເຢຊູໄປ.

Mark 3:11

ພວກຜີຊົ່ວຮ້າຍໄດ້ຮ້ອງໄຫ້ຫຍັງເມື່ອພວກມັນເຫັນພຣະເຢຊູ?

ພວກຜີຊົ່ວຮ້າຍຮ້ອງອອກມາວ່າພຣະເຢຊູເປັນພຣະບຸດຂອງພຣະເຈົ້າ.

Mark 3:13

ພຣະເຢຊູໄດ້ເລືອກເອົາຊາຍສິບສອງຄົນ,ແລະພວກເຂົາຄວນເຮັດຫຍັງ?

ພຣະເຢຊູໄດ້ເລືອກພວກອັກຄະສາວົກສິບສອງຄົນທີ່ຢູ່ກັບພຣະອົງ, ປະກາດ, ແລະມີສິດອຳນາດໃນການຂັບໄລ່ຜີມານຮ້າຍອອກ.

Mark 3:17

ໃຜເປັນອັກຄະສາວົກທີ່ຈະທໍລະຍົດພຣະເຢຊູ?

ອັກຄະສາວົກທີ່ຈະທໍລະຍົດຕໍ່ພຣະເຢຊູແມ່ນຢູດາອິດສະກາຣີອົດ.

Mark 3:20

ຄອບຄົວຂອງພຣະເຢຊູຄິດແນວໃດກ່ຽວກັບປະຊາຊົນແລະເຫດການຕ່າງໆທີ່ຢູ່ອ້ອມຣອບພຣະເຢຊູ?

ຄອບຄົວຂອງພຣະເຢຊູຄິດວ່າພຣະອົງເສຍຈິດ.

ພວກທຳມະຈານໄດ້ກ່າວຫາຫຍັງກັບພຣະເຢຊູ?

ພວກທຳມະຈານໄດ້ກ່າວຫາພຣະເຢຊູວ່າຂັບໄລ່ຜີມານຮ້າຍໂດຍສິດອຳນາດຂອງນາຍຜີມານຮ້າຍ.

Mark 3:23

ພຣະເຢຊູຕອບສະຫນອງແນວໃດຕໍ່ຂໍ້ກ່າວຫາຂອງພວກທຳມະຈານ?

ພຣະເຢຊູກ່າວວ່າບໍ່ມີອານາຈັກໃດທີ່ແຕກແຍກກັນແລັວຈະສາມາດຕັ້ງຫມັ້ນຢູ່ໄດ້.

Mark 3:28

ບາບທີ່ພຣະເຢຊູເວົ້າທີ່ບໍ່ສາມາດໃຫ້ອະໄພໄດ້ແນວໃດ?

ພຣະເຢຊູກ່າວວ່າການຫມິ່ນປະມາດຕໍ່ພຣະວິນຍານບໍໍຣິສຸດບໍ່ສາມາດໃຫ້ອະໄພໄດ້.

Mark 3:33

ພຣະເຢຊູເວົ້າວ່າໃຜແມ່ນແມ່ແລະນ້ອງຊາຍຂອງພຣະອົງ?

ພຣະເຢຊູກ່າວວ່າແມ່ແລະອ້າຍນ້ອງຂອງພຣະອົງແມ່ນຜູ້ທີ່ປະຕິບັດຕາມພຣະປະສົງຂອງພຣະເຈົ້າ.

Mark 4

Mark 4:1

ເປັນຫຍັງພຣະເຢຊູເຂົ້າໄປໃນເຮືອເພື່ອສັ່ງສອນ?

ພຣະເຢຊູເຂົ້າໄປໃນເຮືອເພື່ອສັ່ງສອນເພາະປະຊາຊົນເປັນຈຳນວນຫລວງຫລາຍໄດ້ມາເຕົ້າໂຮມຢູ່ອ້ອມຮອບພຣະອົງ.

Mark 4:3

ມີຫຍັງເກີດຂຶ້ນກັບເມັດທີ່ຕົກໃນຫົນທາງ?

ນົກໄດ້ມາສັບກິນເມັດນັ້ນເສຍ.

Mark 4:6

ມີຫຍັງເກີດຂຶ້ນກັບເມັດຕົກໃສ່ດິນທີ່ມີຫີນໃນເວລາທີ່ແດດກ້າ?

ພວກພືດກໍ່ຫຽ່ວແຫ້ງໄປເພາະວ່າຮາກບໍໍ່ເລີກ.

ມີຫຍັງເກີດຂຶ້ນກັບເມັດທີ່ຕົກໃສ່ກາງພຸ່ມຫມາມ?

ຕົ້ນໄມ້ຫນາມກໍ່ໃຫ່ຍຂຶ້ນຫຸ້ມຫັດບໍ່ໃຫ້ເກີດຜົນໄດ້.

Mark 4:8

ເກີດຫຍັງຂຶ້ນກັບເມັດທີ່ຕົກໃສ່ດິນດີ?

ພືດກໍ່ງອກງາມແລະຈະເລີນຂຶ້ນ ຈຶ່ງເກີດຜົນ ສາມສິບຕໍ່, ຫົກສິບຕໍ່, ແລະບາງເວລາທີ່ປູກໄດ້ເຖິງຮ້ອຍຕໍ່.

Mark 4:10

ພຣະເຢຊູເວົ້າຫຍັງໃຫ້ແກ່ສາວົກສິບສອງຄົນ, ແຕ່ບໍ່ແມ່ນໃຫ້ຄົນພາຍນອກ?

ພຣະເຢຊູກ່າວວ່າຄວາມເລິກລັບຂອງອານາຈັກຂອງພຣະເຈົ້າໄດ້ຖືກມອບໃຫ້ແກ່ສາວົກສິບສອງຄົນ, ແຕ່ບໍ່ແມ່ນໃຫ້ແກ່ຄົນພາຍນອກ.

Mark 4:13

ໃນຄຳອຸປະມາຂອງພຣະເຢຊູ, ເຊື້ອແມ່ນຫຍັງ?

ເມັດແມ່ນພຣະຄຳຂອງພຣະເຈົ້າ.

ເມັດທີ່ຕົກຕາມຖະຫນົນຫົນທາງເປັນຕົວແທນແນວໃດ?

ເປັນຕົວແທນໃຫ້ແກ່ຜູ້ທີໄດ້ຍິນພຣະຄຳແລັວນັ້ນ, ແຕ່ທັນໃດ ມານຊາຕານກໍ່ມາຍາດເອົາພຣະຄຳທີ່ຫວາ່ນໃນໃຈເຂົານັ້ນໄປເສຍ.

Mark 4:16

ເມັດຕົກລົງໃນດິນທີ່ມີຫີນແມ່ນຫຍັງ?

ມັນເປັນຕົວແທນໃຫ້ແກ່ຜູ້ທີ່ໄດ້ຍິນພຣະຄຳ ດ້ວຍຄວາມຍິນດີ ແຕ່ວ່າເມື່ອມີການຂົ່ມເຫັງມາພວກເຂົາກໍ່ສະດຸດ.

Mark 4:18

ເມັດທີ່ຕົກໃສ່ກາງພຸ່ມຫນາມ ນັ້ນເປັນຕົວແທນແນວໃດ?

ມັນເປັນຕົວແທນໃຫ້ແກ່ຜູ້ທີ່ໄດ້ຍິນພຣະທັມ, ແຕ່ຄວາມຕ້ອງການທຸກສິ່ງທຸກຢ່າງທີ່ຢູ່ໃນໂລກ ຫຸ້ມຮັດພຣະຄຳໄວ້ຈຶ່ງບໍ່ເກີດຜົນ.

ເມັດທີ່ຕົກໃສ່ດິນດີເປັນຕົວແທນແນວໃດ?

ມັນເປັນຕົວແທນໃຫ້ແກ່ຜູ້ທີ່ໄດ້ຍິນພຣະທັມແລັວ, ຕ້ອນຮັບເອົາໄວ້, ແລະຈຶ່ງເກີດຜົນ.

Mark 4:21

ພຣະເຢຊູກ່າວວ່າຈະມີຫຍັງເກີດຂຶ້ນກັບສິ່ງທີ່ປິດບັງແລະລັບ?

ພຣະເຢຊູກ່າວວ່າສິ່ງທີ່ເຊື່ອງໄວ້ແລະປິດລັບຈະຖືກນຳມາສູ່ຄວາມສະຫວ່າງ.

Mark 4:26

ອານາຈັກຂອງພຣະເຈົ້າຄ້າຍຄືກັບຄົນທີ່ຫວ່ານເມັດພືດລົງໃນພື້ນດິນໃນທາງໃດ?

ຜູ້ຊາຍຫວ່ານເມັດພືດ, ແລະມັນເຕີບໃຫ່ຍຂຶ້ນ,ແຕ່ເຂົາບໍ່ສາມາດເຂົ້າໃຈວ່າມັນເປັນໄດ້ຢ່າງໃດ, ເມື່ອຮອດລະດູການເກັບກຽ່ວເຂົ້າ ລາວກໍ່ເກັບກຽ່ວມັນ.

Mark 4:30

ຣາຊອານາຈັກຂອງພຣະເຈົ້າຄືແນວໃດ ກັບເມັດຜັກກາດ?

ເມັດຜັກກາດເປັນເມັດນ້ອຍທີ່ສຸດ ແຕ່ຈະເລີນເຕີບໂຕເປັນພືດທີ່ໃຫ່ຍກວ່າຜັກທັງປວງ ຊຶ່ງພວກນົກປ່າສາມາດເຮັດຮັ່ງຂອງພວກມັນຢູ່ໄດ້.

Mark 4:35

ມີຫຍັງເກີດຂຶ້ນໃນຂະນະທີ່ພວກສາວົກແລະພຣະເຢຊູຂ້າມທະເລສາບ?

ພະຍຸເລີ່ມຈະພັດແຮງ, ຟອງນໍ້າຊັດເຂົ້າເຮືອຈົນເຕັມ.

Mark 4:38

ໃນເວລານີ້ພຣະເຢຊູກຳລັງເຮັດຫຍັງຢູ່ໃນເຮຶອ?

ພຣະເຢຊູກຳລັງນອນຫລັບຢູ່.

ພວກສາວົກຖາມພຣະເຢຊູ ໃຊ້ຄຳຖາມຫຍັງ?

ພວກສາວົກໄດ້ຖາມພຣະເຢຊູວ່າພຣະອົງບໍ່ເປັນຫ່ວງວ່າພວກເຂົາຈະຕາຍ ຫລື ບໍ່.

ຈາກນັ້ນພຣະເຢຊູໄດ້ເຮັດຫຍັງ?

ພຣະເຢຊູສັ່ງລົມແລະເຮັດໃຫ້ທະເລສະຫງົບງຽບ.

Mark 4:40

ຫລັງຈາກພຣະເຢຊູເຮັດສິ່ງເຫລົ່ານີ້,ແລັວພວກສາວົກໄດ້ຕອບສະຫນອງແນວໃດ?

ພວກສາວົກໄດ້ເຕັມໄປດ້ວຍຄວາມຢ້ານກົວຢ່າງຍິ່ງແລະສົງໄສວ່າພຣະເຢຊູແມ່ນໃຜ ແມ່ນແຕ່ລົມແລະທະເລໄດ້ເຊື່ອຟັງພຣະອົງ.

Mark 5

Mark 5:1

ຜູ້ທີ່ໄດ້ພົບພຣະເຢຊູໃນເວລາທີ່ພວກເຂົາມາຮອດຝັ່ງອີກດ້ານຫນຶ່ງຂອງທະເລສາບຄາລີເລ?

ຊາຍທີ່ມີຜີຊົ່ວຮ້າຍສິງຢູ່ມາພົບພຣະເຢຊູ.

Mark 5:3

ມີຫຍັງເກີດຂຶ້ນໃນເວລາທີ່ຜູ້ຄົນພະຍາຍາມລາມໂສ້ຊາຍຄົນນີ້ໄວ້?

ເມື່ອຜູ້ຄົນພະຍາຍາມມັດຊາຍຜູ້ນີ້ໄວ້ ລາວໄດ້ຫັກໂສ້ຂາດອອກໄປໄດ້.

Mark 5:7

ຜີຊົ່ວຮ້າຍໃຫ້ພຣະເຢຊູເຮັດແນວໃດ?

ຜີຊົ່ວຮ້າຍເອີ້ນວ່າພຣະເຢຊູຂໍຮ້ອງບໍ່ໃຫ້ທໍລະມານມັນ.

ພຣະເຢຊູເວົ້າກັບຊາຍຄົນນັ້ນວ່າແນວໃດ?

ພຣະເຢຊູກ່າວກັບຜີຊົ່ວຮ້າຍນັ້ນວ່າ, ''ຈົ່ງອອກຈາກຊາຍຄົນນັ້ນເຈົ້າຜີຊົ່ວຮ້າຍ.''

Mark 5:9

ຊື່ຂອງຜີຊົ່ວຮ້າຍນັ້ນແມ່ນຫຍັງ?

ຊື່ຂອງຜີຊົ່ວຮ້າຍແມ່ນກອງທັບ, ເພາະວ່າມັນມີກັນຫລາຍໆໂຕ.

Mark 5:11

ເມື່ອພຣະເຢຊູຂັບໄລ່ຜີຊົ່ວຮ້າຍອອກຈາກຊາຍຄົນນັ້ນເກີດຫຍັງຂຶ້ນ?

ວິນຍານຊົ່ວໄດ້ອອກມາແລະເຂົ້າສິງຢູ່ໃນຝູງຫມູ ຫມູກໍ່ຟ້າວແລ່ນລົງເນີນພູທີ່ສູງຊັນແລະໂຕນລົງໃນທະເລສາບຈົມນໍ້າຕາຍ.

Mark 5:14

ຫລັງຈາກຜີຊົ່ວຮ້າຍຖືກຂັບໄລ່ອອກໄປ, ສະພາບຂອງຊາຍຄົນນັ້ນເປັນແນວໃດ?

ຊາຍຄົນນັ້ນກຳລັງນັ່ງຢູ່ກັບພຣະເຢຊູ, ນຸ່ງເຄື່ອງແລະມີສະຕິອາລົມເປັນປົກກະຕິດີ.

Mark 5:16

ປະຊາຊົນໃນຂົງເຂດໄດ້ຂໍໃຫ້ພຣະເຢຊູເຮັດແນວໃດ?

ປະຊາຊົນຂໍຮ້ອງໃຫ້ພຣະເຢຊູເຈົ້າໃຫ້ຫນີໄປຈາກເຂດແດນຂອງພວກຕົນ.

Mark 5:18

ພຣະເຢຊູບອກຜູ້ຊາຍທີ່ເຄີຍຢູ່ໃນບ່ອນຝັງສົບໃຫ້ເຮັດຫຍັງໃນຕອນນີ້?

ພຣະເຢຊູໄດ້ບອກຊາຍຄົນນັ້ນໃຫ້ບອກຍາດຕິພີ່ນ້ອງຂອງລາວກຽ່ວກັບສິ່ງທີ່ພຣະຜູ້ເປັນເຈົ້າໄດ້ເຮັດເພື່ອລາວ.

Mark 5:21

ຢາອີໂຣ ຜູ້ນຳໃນທຳມະສາລາ,ນັ້ນໄດ້ຂໍຮ້ອງຫຍັງ,ຈາກພຣະເຢຊູ?

ຢາອີໂຣໄດ້ຂໍໃຫ້ພຣະເຢຊູໄປເພື່ອວາງມືໃສ່ລູກສາວຂອງລາວທີ່ກຳລັງຈະຕາຍ.

Mark 5:25

ຜູ້ຍິງທີ່ຈັບເສື້ອຄຸມຂອງພຣະເຢຊູມີບັນຫາຫຍັງ?

ແມ່ຍິງໄດ້ທົນທຸກທໍລະມານຈາກການເປັນພະຍາດເລືອດຕົກເປັນເວລາສິບສອງປີ.

Mark 5:28

ເປັນຫຍັງຜູ້ຍິງນັ້ນຈຶ່ງບາຍເສື້ອຄຸມຂອງພຣະເຢຊູ?

ຜູ້ຍິງຄົນນັ້ນຄິດວ່າຖ້າ,ນາງບາຍເຄື່ອງນຸ່ງຂອງພຣະເຢຊູລາວກໍ່ຈະຫາຍດີ.

Mark 5:30

ພຣະເຢຊູເຮັດຫຍັງເມື່ອຜູ້ຍິງບາຍເສື້ອຄຸມຂອງພຣະອົງ?

ພຣະເຢຊູຮູ້ວ່າຣິດໄດ້ອອກຈາກພຣະອົງ ແລະພຣະອົງໄດ້ເບິ່ງໄປຮອບໆເບິ່ງວ່າໃຜບາຍເຄື່ອງນຸ່ງພຣະອົງ.

Mark 5:33

ເມື່ອຜູ້ຍິງຄົນນັ້ນບອກຄວາມຈິງທຸກຢ່າງກັບພຣະເຢຊູ ,ພຣະເຢຊູເວົ້າຫຍັງກັບລາວ?

ພຣະເຢຊູບອກນາງວ່າຄວາມເຊື່ອຂອງລາວເຮັດໃຫ້ລາວຫາຍດີແລະຈົ່ງໄປເປັນສຸກ.

Mark 5:35

ລູກສາວຂອງຢາອີໂຣເປັນຫຍັງເມື່ອພຣະເຢຊູມາຮອດເຮືອນ?

ລູກສາວຂອງຢາອີໂຣເສຍຊີວິດແລັວ.

Mark 5:36

ໃນເວລານີ້ພຣະເຢຊູໄດ້ບອກຫຍັງກັບຢາອີໂຣ?

ພຣະເຢຊູບອກກັບຢາອີໂຣ ຢ່າວິຕົກເລີຍ, ແຕ່ເຊື່ອເທົ່ານັ້ນ.

ສາວົກຄົນໃດທີ່ເຂົ້າໄປນຳພຣະເຢຊູໃນຫ້ອງທີ່ເດັກນ້ອຍຢູ່?

ເປໂຕ, ຢາໂກໂບ, ແລະ ໂຢຮັນ ໄດ້ໄປກັບພຣະເຢຊູເຂົ້າໄປໃນຫ້ອງ.

Mark 5:39

ປະຊາຊົນໃນເຮືອນໄດ້ເຮັດຫຍັງເມື່ອພຣະເຢຊູກ່າວວ່າລູກສາວຂອງຢາອີໂຣ ກຳລັງນອນຫລັບຢູ່?

ປະຊາຊົນພາກັນຫົວຂວັນພຣະເຢຊູເມື່ອພຣະອົງກ່າວວ່າລູກສາວຂອງຢາອີໂຣກຳລັງນອນຫລັບຢູ່.

Mark 5:41

ເມື່ອເດັກນ້ອຍລຸກຂຶ້ນແລັວຍ່າງໄປ, ປະຊາຊົນມີປະຕິກິລິຍາແນວໃດ?

ປະຊາຊົນໄດ້ຮັບການເອົາຊະນະແລະງຶດປະຫລາດໃຈຫລາຍ.

Mark 6

Mark 6:1

ເປັນຫຍັງປະຊາຊົນໃນບ້ານເມືອງຂອງພຣເຢຊູຈຶ່ງງຶດປະຫລາດໃຈກັບຄຳສອນຂອງພຣະອົງ?

ປະຊາຊົນບໍ່ຮູ້ວ່າພຣະອົງໄດ້ຮັບຄຳສອນ, ສະຕິປັນຍາ,ແລະການອັດສະຈັນຈາກບ່ອນໃດ.

Mark 6:4

ພຣະເຢຊູເວົ້າວ່າຜູ້ປະພຣະທັມຜູ້ໃດບໍ່ມີກຽດ?

ພຣະເຊູໄດ້ກ່າວວ່າຜູ້ປະກາດພຣະທັມຜູ້ຫນຶ່ງ ບໍ່ໄດ້ຮັບກຽດໃນບ້ານເມືອງຂອງລາວ, ໃນບັນດາພີ່ນ້ອງຂອງລາວ, ແລະໃນຄອບຄົວຂອງລາວ.

ສິ່ງທີ່ພຣະເຢຊູປະຫລາດໃຈຕໍ່ປະຊາຊົນໃນເມື່ອງຂອງພຣະອົງ?

ພຣະເຢຊູໄດ້ປະຫລາດໃຈຫລາຍຍ້ອນຊາວເມືອງບໍ່ມີຄວາມເຊື່ອ.

Mark 6:7

ພຣະເຢຊູໄດ້ໃຫ້ສິດອຳນາດຫຍັງແກ່ພວກສາວົກສິບສອງຄົນໃນຂະນະທີ່ພຣະອົງສົ່ງພວກເຂົາອອກໄປ?

ພຣະເຢຊູໄດ້ມອບສິດອຳນາດໃຫ້ແກ່ສາວົກສິບສອງຄົນເຫນືອບັນດາຜີມານຊາຕານ.

ສິບສອງຄົນໄດ້ເຮັດຫຍັງກັບຕົນເອງໃນການເດີນທາງຂອງພວກເຂົາ?

ສິບສອງຄົນໄດ້ເອົາໄມ້ຄ້ອນເທົ້າ, ເກີບ, ແລະ ກະເປົ່າຫນຶ່ງໜ່ວຍ.

Mark 6:10

ພຣະເຢຊູບອກໃຫ້ສາວົກສິບສອງຄົນເຮັດຫຍັງ ຖ້າເຮືອນໃດບໍ່ຕ້ອນຮັບພວກເຂົາ?

ພຣະເຢຊູໄດ້ບອກສາວົກສິບສອງຄົນໃຫ້ສັ່ນຂີ້ຝຸ່ນທີ່ຕີນຂອງພວກເຂົາເພື່ອເປັນປະຈັກພະຍານຕໍ່ພວກເຂົາ.

Mark 6:14

ຜູ້ຄົນຄິດວ່າພຣະເຢຊູແມ່ນໃຜ?

ປະຊາຊົນເວົ້າວ່າພຣະເຢຊູແມ່ນໂຢຮັນບັບຕິສະໂຕ, ຫລື ເອລີຢາ ,ຫລື ຜູ້ທຳນວາຍ.

Mark 6:18

ໂຢຮັນຜູ້ໃຫ້ບັບຕິສະມາບອກຫຍັງກັບເຮໂຣດວ່າລາວເຮັດບໍ່ຖືກ?

ໂຢຮັນໄດ້ບອກກັບເຮໂຣດວ່າມັນບໍ່ຖືຕ້ອງທີ່ເຮໂຣດແຕ່ງງານກັບເມຍນ້ອງຊາຍຂອງລາວ.

ເຮໂຣດຕອບສະຫນອງແນວໃດເມື່ອໄດ້ຍິນໂຢຮັນປະກາດ?

ເຮໂຣດຮູ້ສືກອຶດອັດໃຈເມື່ອລາວໄດ້ຍິນໂຢຮັນປະກາດ, ແຕ່ລາວກໍ່ຍັງຍອມຟັງສິ່ງທີ່ໂຢຮັນເວົ້າດ້ວຍຄວາມຍິນດີ.

Mark 6:23

ເຮໂຣດສາບານປະຕິຍານຜູ້ທີ່ເຮັດໃຫ້ທ່ານພໍໃຈແນວໃດ?

ເຮໂຣດສາບານວ່າເຮົາຈະໃຫ້ທຸກສິ່ງທີ່ເຈົ້າຂໍມາ, ເຖິງເຄິ່ງຫນຶ່ງຂອງອານາຈັກເຮົາ.

ສຳລັບເຮໂຣເດຍຖາມຫຍັງ?

ເຮໂຣເດຍໄດ້ຂໍຫົວຂອງໂຢຮັນຜູ້ໃຫ້ບັບຕິສະມາໃສ່ຖາດມາໃຫ້.

Mark 6:26

ເຮໂຣດຕອບສະຫນອງແນວໃດຕໍ່ຄຳຮ້ອງຂໍຂອງເຮໂຣເດຍ?

ເຮໂຣດຮູ້ສຶກເສຍໃຈຫລາຍ, ແຕ່ເພິ່ນບໍ່ຍອມປະຕິເສດ ຄຳຂໍຂອງນາງຍ້ອນຄຳສາບານທີ່ລາວໄດ້ເຮັດໃນຕໍ່ຫນ້າແຂກ.

Mark 6:33

ມີຫຍັງເກີດຂຶ້ນກັບພຣະເຢຊູແລະພວກອັກສາວົກພະຍາຍາມທີ່ຈະໄປພັກຜ່ອນດ້ວຍຕົວເອງ?

ປະຊາຊົນຈຳນວນຫລາຍໄດ້ເຫັນພຣະເຢຊູແລະສາວົກອອກໄປ ພວກເຂົາຍ່າງໄປຮອດບ່ອນນັ້ນກ່ອນພຣະເຢຊູແລະພວກອັກຄະສາວົກ.

ພຣະເຢຊູມີທັດສະນະແນວໃດຕໍ່ປະຊາຊົນທີ່ມາລໍຄອຍພຣະອົງ?

ພຣະເຢຊູມີຄວາມເມດຕາສົງສານຄົນເຫລົ່ານັ້ນຍ້ອນວ່າພວກເຂົາເປັນເຫມືອນຝູງເເກະທີ່ບໍ່ມີຜູ້ລ້ຽງ.

Mark 6:37

ເມື່ອພຣະເຢຊູຖາມພວກສາວົກຄິດວ່າພວກເຂົາຈະຕ້ອງເຮັດຫຍັງເພື່ອລ້ຽງປະຊາຊົນ?

ພວກສາວົກຄິດວ່າພວກເຂົາຈະຕ້ອງໄປຊື່ເຂົ້າຈີ່ທີ່ມີລາຄາເຖິງສອງຮ້ອຍຫລຽນເງິນ.

ພວກສາວົກມີອາຫານຫຍັງແດ່ນຳພວກເຂົາ?

ພວກສາວົກມີເຂົ້າຈີ່ຫ້າກ້ອນແລະປານ້ອຍສອງໂຕທີ່ມີຢູ່ກັບພວກເຂົາແລັວ.

Mark 6:39

ພຣະເຢຊູໄດ້ເຮັດຫຍັງໃນຂະນະທີ່ພຣະອົງເອົາເຂົ້າຈີ່ແລະປາ

ໃນຂະນະທີ່ພຣະອົງເອົາເຂົ້າຈີ່ແລະປາ, ພຣະເຢຊູໄດ້ເງີຍຫນ້າຂຶ້ນສູ້ຟ້າສະຫວັນ, ໂມທະນາຂອບພຣະຄຸນແລັວຫັກເຂົ້າຈີ່, ແລະມອບໃຫ້ພວກສາວົກຂອງພຣະອົງ.

Mark 6:42

ຫລັ່ງຈາກທີ່ທຸກຄົນໄດ້ຮັບປະທານອາຫານແລັວເຫລືອປະລິມານເທົ່າໃດ?

ມີເຂົ້າຈີ່ແລະປາທີ່ເຫລືອນັ້ນສິບສອງກະບຸງ ຫລັງຈາກທຸກຄົນໄດ້ກິນ.

ມີຜູ້ຊາຍຈັກຄົນທີ່ໄດ້ກິນອາຫານ?

ມີຜູ້ຊາຍຫ້າພັນຄົນທີ່ໄດ້ກິນເຂົ້າຈີ່.

Mark 6:48

ພຣະເຢຊູມາຫາພວກສາວົກທີ່ທະເລສາບແນວໃດ?

ພຣະເຢຊູສະເດັດມາຫາພວກສາວົກໂດຍຍ່າງເທິງຫນ້ານໍ້າ.

ເມື່ອພຣະເຢຊູເຫັນພວກລູກສິດພຣະອົງບອກຫຍັງ?

ພຣະເຢຊູໄດ້ບອກພວກສາວົກໃຫ້ມີຄວາມກ້າຫານແລະບໍ່ຕ້ອງຢ້ານ.

Mark 6:51

ເປັນຫຍັງພວກາວົກບໍ່ເຂົ້າໃຈກຽ່ວກັບການອັດສະຈັນຂອງເຂົ້າຈີ່?

ພວກສາວົກບໍ່ເຂົ້າໃຈການອັດສະຈັນຂອງເຂົ້າຈີ່ເພາະວ່າສະຕິປັນຍາຂອງພວກເພິ່ນຍັງແຂງກະດ້າງແລະປຶກຫນາ.

Mark 6:53

ປະຊາຊົນໄດ້ເຮັດຫຍັງເມື່ອພວກເຂົາຮູ້ຈັກພຣະເຢຊູ?

ປະຊາຊົນໄດ້ນຳເອົາຄົນເຈັບປ່່ວຍມາຫາພຣະເຢຊູ ທຸກບ່ອນທີ່ພວກເຂົາໄດ້ຍິນວ່າພຣະອົງກຳລັງມາ.

Mark 6:56

ມີຫຍັງເກີດຂຶ້ນກັບຜູ້ທີ່ພຽງແຕ່ບາຍແຄມເຄື່ອງນຸ່ງຂອງພຣະເຢຊູ?

ຜູ້ທີ່ໄດ້ບາຍແຄມເຄື່ອງນຸ່ງຂອງພຣະເຢຊູກໍ່ໄດ້ຫາຍດີ.

Mark 7

Mark 7:2

ພວກສາວົກຂອງພຣະເຢຊບາງຄົນເຮັດຜິດຫຍັງທີ່ເຮັດໃຫ້ພວກຟາຣີຊາຍແລະພວກທຳມະຈານ?

ສາວົກບາງຄົນກຳລັງກິນເຂົ້າໂດຍບໍ່ໄດ້ລ້າງມື.

ປະເພນີຂອງຜູ້ໃດທີ່ລ້າງມື ຖ້ວຍ, ຊາມ, ໝໍ້, ເຄື່ອງໃຊ້ເປັນທອງແດງແລະຕຽງນອນ?

ມັນແມ່ນປະເພນີຂອງປູ່ຍ່າຕາຍາຍ ຖ້າຜູ້ບໍ່ລ້າງມືກ່ອນກິນເຂົ້າ ລ້າງຖ້ວຍ ໜໍ້ ເຄື່ອງໃຊ້ທອງແດງ,ແລະຕຽງນອນ.

Mark 7:8

ພຣະເຢຊູເວົ້າຫຍັງກັບພວກຟາຣີຊາຍແລະພວກທຳມະຈານກຽ່ວກັບຄຳສອນຂອງພວກເຂົາກຽ່ວກັບການລ້າງມື?

ພຣະເຢຊູກ່າວວ່າພວກຟາຣີຊາຍແລະພວກທຳມະຈານສອນກົດລະບຽບຂອງມະນຸດໃນຂະນະທີ່ປະຖິ້ມກົດບັນຍັດຂອງພຣະເຈົ້າ.

Mark 7:11

ພວກຟາຣີຊາຍແລະພວກທຳມະຈານຈະຍົກເລີກຄຳສັ່ງຂອງພຣະເຈົ້າທີ່ເວົ້າວ່າໃຫ້ກຽດພໍ່ແລະແມ່ຂອງທ່ານແນວໃດ?

ພວກເຂົາບໍ່ໄດ້ປະຕິບັດຄຳສັ່ງຂອງພຣະເຈົ້າໂດຍການບອກຄົນໃຫ້ເອົາເງິນໃຫ້ພວກເຂົາເປັນ ໂກຣະບານ (ຄືເປັນຂອງຖວາຍແລັວ) ເຈົ້າທັງຫລາຍບໍ່ຍອມໃຫ້ພວກເຂົາຊ່ວຍເຫລືອພໍ່ແລະແມ່ຂອງພວກເຂົາ.

Mark 7:14

ພຣະເຢຊູເວົ້າຫຍັງທີ່ບໍ່ເຮັດໃຫ້ຄົນນັ້ນເປັນມົນທິນ?

ພຣະເຢຊູເວົ້າວ່າບໍ່ມີສິ່ງໃດທີ່ຢູ່ພາຍນອກທີ່ມະນຸດກິນເຂົ້າໄປພາຍໃນແລັວ ເຮັດໃຫ້ມະນຸດຊົ່ວມົວຫມອງ.

ພຣະເຢຊູເວົ້າຫຍັງທີ່ເຮັດໃຫ້ຄົນຊົ່ວມົວຫມອງ?

ພຣະເຢຊູກ່າວວ່າສິ່ງທີ່ອອກມາຈາກໃຈມະນຸດນັ້ນແຫລະທີ່ເຮັດໃຫ້ມະນຸດຊົ່ວມົວຫມອງ.

Mark 7:17

ອາຫານປະເພດໃດທີ່ພຣະເຢຊູປະກາດວ່າສະອາດ?

ພຣະເຢຊູປະກາດວ່າອາຫານທຸກຢ່າງສະອາດ.

Mark 7:20

ມີສາມຢ່າງທີ່ພຣະເຢຊູກ່າວວ່າສາມາດອອກມາຈາກຜູ້ໃດຜູ້ຫນຶ່ງທີ່ເຮັດໃຫ້ລາວເປັນມົນທິນໄດ້ແນວໃດ?

ພຣະເຢຊູກ່າວວ່າຄວາມຄິດຊົ່ວ, ການຜິດສິນລະທຳທາງເພດ, ການລັກ, ການຂ້າຄົນ, ການຫລິ່ນຊູ້ສູ່ຜົວເມຍ, ການໂລບມາກໂລພາ, ຄວາມຊົ່ວ, ການຫລອກລວງ, ການຫຍາບຊ້າ, ຄວາມອິດສາບັງບຽດ, ການດູຫມິ່ນນິນທາ, ການຈອງຫອງພອງຕົວ,ຄວາມໂງ້ຈ້າສາມາດອອກມາຈາກພາຍໃນມະນຸດເພື່ອເຮັດໃຫ້ມະນຸດຊົ່ວມົວຫມອງ.

Mark 7:24

ຜູ້ຍິງທີ່ລູກສາວຂອງລາວມີຜີຊົ່ວຮ້າຍສິງເປັນຄົນຢິວຫລື ຄົນກຣີກ?

ຜູ້ຍິງທີ່ລູກສາວຂອງລາວມີຜີຊົ່ວຮ້າຍສິງແມ່ນຄົນກຣີກ.

Mark 7:27

ຜູ້ຍິງຕອບສະຫນອງແນວໃດເມື່ອພຣະເຢຊູບອກນາງວ່າມັນບໍ່ຖືກຕ້ອງທີ່ຈະເອົາອາຫານຂອງເດັກນ້ອຍຖິ້ມໃຫ້ຫມາ?

ຜູ້ຍິງຄົນນັ້ນເວົ້າວ່າແມ່ນແຕ່ຫມາ ທີ່ຢູ່ກ້ອງໂຕະກໍ່ຍັງກິນເສດອາຫານຂອງເດັກນ້ອຍ.

Mark 7:29

ພຣະເຢຊູໄດ້ເຮັດຫຍັງສຳລັບຜູ້ຍິງຄົນນີ້?

ພຣະເຢຊູໄດ້ຂັບໄລ່ຜີມານຮ້າຍອອກຈາກລູກສາວຂອງຂອງຜູ້ຍິງ.

Mark 7:33

ເມື່ອຊາຍທີ່ຫູໜວກ ແລະປາກກືກ ໄດ້ຖືກນຳມາຫາພຣະເຢຊູ, ພຣະອົງໄດ້ເຮັດຫຍັງ ເພື່ອປິ່ນປົວລາວ?

ພຣະເຢຊູເອົານິ້ວມືແຍ່ໃສ່ຫູຂອງຊາຍຄົນນັ້ນ, ຖົ່ມນໍ້າລາຍແລະແຕະລິ້ນຂອງລາວ, ແລັວເງີຍຫນ້າຂຶ້ນສູ້ທ້ອງຟ້າສະຫວັນແລັວກ່າວວ່າ, ''ຈົ່ງເປີດອອກ''

Mark 7:36

ປະຊາຊົນໄດ້ເຮັດຫຍັງເມື່ອພຣະເຢຊູບອກພວກເຂົາບໍ່ໃຫ້ບອກໃຜກຽ່ວກັບການຮັກສາຂອງພຣະອົງ?

ພຣະເຢຊູສັ່ງໃຫ້ພວກເຂົາບໍ່ໃຫ້ບອກເລື່ອງນີ້ແກ່ໃຜ ແຕ່ຍິ່ງຫ້າມກໍ່ຍິ່ງຊ່າລືກັນຫລາຍຂຶ້ນ.

Mark 8

Mark 8:1

ພຣະເຢຊູກ່າວເຖິງຄວາມກັງວົນແນວໃດກຽ່ວກັບປະຊາຊົນຫມູ່ໃຫ່ຍທີ່ຕິດຕາມພຣະອົງ?

ພຣະເຢຊູກ່າວວ່າພຣະອົງເປັນຫ່ວງວ່າປະຊາຊົນກຸ່ມໃຫຍ່ບໍ່ມີຫຍັງກິນ.

Mark 8:5

ພວກສາວົກມີເຂົ້າຈີ່ຈັກກ້ອນ?

ພວກສາວົກມີເຂົ້າຈີ່ເຈັດກ້ອນທີ່ຢູ່ກັບພວກເຂົາ.

ພຣະເຢຊູໄດ້ເຮັດຫຍັງກັບເຂົ້າຈີ່ຂອງພວກສາວົກ?

ພຣະເຢຊູໂມທະນາຂອບພຣະຄຸນ, ແລະພຣະອົງຫັກເຂົ້າາຈີ່ໃຫ້ພວກສາວົກນຳໄປແຈກຢາຍແກປະຊາຊົນ.

Mark 8:7

ຫລັງຈາກທຸກຄົນໄດ້ຮັບປະທານອາຫານແລັວຍັງເຫລຶອຢູ່ບໍໍ?

ຫລັງຈາກທຸກຄົນໄດ້ກິນແລັວມີອາຫານເຫລຶອ ເຈັດກະບຸງເຕັມ.

ມີຈັກຄົນກິນແລະພໍໃຈ?

ມີຜູ້ຊາຍປະມານສີ່ພັນຄົນທີ່ກິນແລະມີຄວາມພໍໍໃຈ.

Mark 8:11

ເພື່ອທົດສອບພຣະອົງພວກຟາຣີຊາຍຢາກໃຫ້ພຣະເຢຊູເຮັດຫຍັງ?

ພວກຟາຣີຊາຍຕ້ອງການໃຫ້ພຣະເຢຊູເຮັດຫມາຍສຳຄັນຈາກສະຫວັນ.

Mark 8:14

ພຣະເຢຊູເຕືອນພວກສາວົກກຽ່ວກັບພວກຟາຣີຊາຍແນວໃດ?

ພຣະເຢຊູເຕືອນພວກສາວົກໃຫ້ເຝົ້າລະວັງເຊື້ອແປ້ງຂອງພວກຟາຣີຊາຍ.

Mark 8:16

ກຽ່ວກັບສິ່ງທີ່ພວກສາວົກຄິດວ່າພຣະເຢຊູກຳລັງເວົ້າ?

ພວກສາວົກຄິດວ່າພຣະເຢຊູເວົ້າຢ່າງນີ້ຍ້ອນພວກເຮົາລືມເອົາເຂົ້າຈີ່.

Mark 8:18

ພຣະເຢຊູເຕືອນພວກສາວົກວ່າມີຫຍັງເກີດຂຶ້ນເມື່ອພຣະເຢຊູຫັກເຂົ້າຈີ່ຫ້າກ້ອນ?

ພຣະເຢຊູເຕືອນພວກເຂົາວ່າເມື່ອພຣະອົງຫັກເຂົ້າຈີ່ຫ້າກ້ອນ, ມີຫ້າພັນຄົນໄດ້ຮັບປະທານອາຫານແລະເກັບສ່ວນທີ່ເຫລຶອນັ້ນໄດ້ເຕັມຈັກບຸງ.

Mark 8:22

ພຣະເຢຊູໄດ້ເຮັດຫຍັງສອງຢ່າງ ທຳອິດກັບຊາຍຕາບອດເພື່ອເຮັດໃຫ້ຕາຂອງລາວເບິ່ງເຫັນ?

ພຣະເຢຊູບ້ວນນໍ້າລາຍໃສ່ຕາເບື້ອງທຳອິດແລະວາງມືໃສ່ລາວ.

Mark 8:24

ພຣະເຢຊູເຮັດຫຍັງທີສາມກັບຊາຍບອດເພື່ອຮັກສາຕາຂອງລາວຄືນ?

ພຣະເຢຊູໄດ້ວາງມືໃສ່ຕາຂອງລາວ.

Mark 8:27

ບາງຄົນເວົ້າວ່າພຣະເຢຊູແມ່ນໃຜ?

ຜູ້ຄົນເວົ້າວ່າພຣະເຢຊູແມ່ນໂຢຮັນບັບຕິສະໂຕ, ເອລີຢາ, ຫລື ຜູ້ທຳນວາຍຄົນຫນຶ່ງ.

Mark 8:29

ເປໂຕເວົ້າວ່າພຣະເຢຊູແມ່ນໃຜ?

ເປໂຕໄດ້ກ່າວວ່າພຣະເຢຊູຄືພຣະຄຣິດ.

Mark 8:31

ກຽ່ວກັບເຫດການໃນອະນາຄົດໃດທີພຣະເຢຊູເລີ່ມສັ່ງສອນພວກສາວົກຂອງພຣະອົງຢ່າງຈະແຈ້ງ?

ພຣະເຢຊູໄດ້ສອນພວກສາວົກຂອງພຣະອົງວ່າບຸດມະນຸດຕ້ອງທົນທຸກທໍລະມານ, ຖືກປະຕິເສດ, ຖືກຂ້າ, ແລະໃນວັນຖ້ວນສາມຖືກບັນດານໃຫ້ເປັນຄືນມາ.

Mark 8:33

ພຣະເຢຊູເວົ້າແນວໃດເມື່ອເປໂຕເລີມຕົ້ນຕຳນິພຣະອົງ?

ພຣະເຢຊູກ່າວກັບເປໂຕວ່າ, ''ອ້າຍຊາຕານຈົ່ງຖ້ອຍຫນີຈາກເຮົາໄປ.''

ພຣະເຢຊູເວົ້າວ່າຜູ້ໃດທີ່ຢາກຕິດຕາມພຣະອົງຕ້ອງເຮັດຫຍັງ?

ພຣະເຢຊູກ່າວວ່າຜູ້ໃດທີ່ຢາກຕິດຕາມພຣະອົງຕ້ອງປະຕິເສດຕົວເອງແລະແບກໄມ້ກາງແຂນຂອງຕົນ.

Mark 8:35

ພຣະເຢຊູເວົ້າແນວໃດກຽ່ວກັບຄວາມປາດຖະຫນາຂອງຄົນທີ່ຈະໄດ້ສິ່ງຂອງໃນໂລກ?

ພຣະເຢຊູກ່າວວ່າ, ''ຜູ້ໃດທີ່ຈະໄດ້ສິ່ງຂອງຫມົດທັງໂລກ,ແລະຈະຕ້ອງສູນເສຍຊີວິດນິລັນດອນຂອງຕົນຈະໄດ້ປະໂຫຍດຫຍັງ?''

Mark 8:38

ພຣະເຢຊູກາ່ວວ່າພຣະອົງຈະເຮັດຫຍັງກຽ່ວກັບຜູ້ທີມີຄວາມລະອາຍໃນເລື່ອງພຣະອົງ ແລະຖ້ອຍຄຳຂອງພຣະອົງ?

ພຣະເຢຊູກ່າວວ່າໃນເວລາທີ່ພຣະອົງສະເດັດມາປະກົດພຣະອົງຈະມີຄວາມລະອາຍກັບເລື່ອງຄົນນັ້ນ ແລະຄຳເວົ້າຂອງພຣະອົງ.

Mark 9

Mark 9:1

ພຣະເຢຊູເວົ້າວ່າໃຜຈະເຫັນຣາຊອານາຈັກຂອງພຣະເຈົ້າ ກຳລັງສະເດັດມາດ້ວຍຣິດອຳນາດ?

ພຣະເຢຊູກ່າວວ່າບາງຄົນທີ່ຢື້ນຢູ່ທີ່ນີ້ກັບພຣະອົງຈະບໍ່ຕາຍກ່ອນທີ່ພວກເຂົາຈະເຫັນຣາຊອານາຈັກຂອງພຣະເຈົ້າມາຕັ້ງຢູ່ດ້ວຍຣິດອຳນາດ.

ເກີດຫຍັງຂຶ້ນກັບພຣະເຢຊູເມື່ອເປໂຕ ຢາໂກໂບ ແລະ ໂຢຮັນຂຶ້ນໄປເທິງພູເຂົາສູງກັບພຣະອົງ?

ພຣະເຢຊູປຽ່ນແປງຮູບຮ່າງແລະເຄື່ອງນຸ່ງຂອງພຣະອົງຮຸ່ງເຮືອງຂາວເຫລື້ອມໃສ່.

Mark 9:4

ໃຜເວົ້າກັບພຣະເຢຊູຢູ່ເທິງພູ?

ເອລີຢາແລະໂມເຊໄດ້ເວົ້າກັບພຣະເຢຊູ.

Mark 9:7

ຢູ່ເທິງພູ, ສຽງຈາກກ້ອນເມກໄດ້ເວົ້າຫຍັງ?

ສຽງກ່າວວ່າ, ''ນີ້ແມ່ນບຸດ.ທີ່ຮັກຂອງເຮົາຈົ່ງເຊື່ອຟັງເພິ່ນ.''

Mark 9:9

ພຣະເຢຊູໄດ້ສັ່ງຫຍັງກັບພວກສາວົກກຽ່ວກັບສິ່ງທີ່ພວກເພິ່ນເຫັນຢູ່ເທິງພູ?

ພຣະເຢຊູສັ່ງພວກເພິ່ນວ່າຢ່າບອກຜູ້ໃດເຖິງສິ່ງທີ່ພວກເຈົ້າໄດ້ເຫັນນີ້ຈົນກວ່າບຸດມະນຸດຈະໄດ້ເປັນຄືນມາຈາກຕາຍ.

Mark 9:11

ພຣະເຢຊູເວົ້າຫຍັງກຽ່ວກັບການມາຂອງເອລິຢາ?

ພຣະເຢຊູກ່າວວ່າເອລີຢາມາກ່ອນເພື່ອຈັດແຈງທຸກສິ່ງຄືນສູ່ສະພາບເດີມ ແລະ ເອລີຢາໄດ້ມາແລັວ.

Mark 9:17

ພວກສາວົກບໍ່ສາມາດເຮັດຫຍັງໄດ້ແດ່ ສຳລັບພໍ່ແລະລູກຊາຍຂອງລາວ?

ພວກສາວົກບໍ່ສາມາດຂັບໄລ່ຜີຊົ່ວຮ້າຍຈາກລູກຊາຍຂອງຂອງຊາຍຄົນນັ້ນໄດ້.

Mark 9:20

ຜີຊົ່ວຮ້າຍໄດ້ຊຸກເດັກນ້ອຍຄົນນັ້ນໄປທຳຮ້າຍລາວແນວໃດ?

ຜີຊົ່ວຮ້າຍໄດ້ຊຸກເດັກນ້ອຍເຂົ້າໄປໃນໄຟ ຫລື ນໍ້າເພື່ອພະຍາຍາມຈະຂ້າລາວ.

Mark 9:23

ຜູ້ເປັນພໍ່ຕອບແນວໃດເມື່ອພຣະເຢຊູກ່າວວ່າທຸກຢ່າງເປັນໄປໄດ້ສຳລັບຜູ້ທີ່ເຊື່ອ?

ພໍ່ຕອບວ່າ ຂ້ານ້ອຍເຊື່ອ, ''ຊ່ວຍຂ້ານ້ອຍໃຫ້ມີຄວາມເຊື່ອຫລາຍກວ່ານີ້ແນ່ແດ່ທ້ອນ!''

Mark 9:28

ເປັນຫຍັງພວກສາວົກບໍ່ສາມາດຂັບໄລ່ຜີຊົ່ວຮ້າຍຫູຫນວກໃນເດັກນ້ອຍ?

ພວກສາວົກບໍ່ສາມາດຂັບໄລ່ຜີອອກໄດ້ເພາະວ່າມັນບໍ່ສາມາດຂັບໄລ່ອອກດ້ວຍວິທີອື່ນນອກຈາກການອະທິຖານ.

Mark 9:30

ພຣະເຢຊູບອກພວກສາວົກວ່າຈະເກີດຫຍັງຂຶ້ນກັບພຣະອົງ?

ພຣະເຢຊູບອກພວກເພິ່ນວ່າພຣະອົງຈະຖືກຂ້າ ຫລັງຈາກນັ້ນສາມວັນພຣະອົງຈະກັບຄືນມາສູ່ຊີວິດອີກ.

Mark 9:33

ພວກສາວົກໄດ້ຖົກຖຽງກັນແນວໃດໃນເວລາເດີນທາງ?

ພວກສາວົກໄດ້ຖຽງກັນວ່າຜູ້ໃດໃນພວກເຂົາຈະເປັນໃຫ່ຍທີ່ສຸດ.

ພຣະເຢຊູເວົ້າວ່າໃຜເປັນຜູ້ຕົ້ນ?

ພຣະເຢຊູກ່າວວ່າພຣະອົງເປັນຜູ້ຕົ້ນທີ່ເປັນຜູ້ຮັບໃຊ້ທຸກຄົນ.

Mark 9:36

ເມື່ອຜູ້ໃດຜູ້ຫນຶ່ງໄດ້ຮັບເດັກນ້ອຍໃນນາມຂອງພຣະເຢຊູພວກເຂົາກໍ່ໄດ້ຮັບຜູ້ໃດ?

ໃນເວລາທີ່ຜູ້ໃດຜູ້ຫນຶ່ງໄດ້ຮັບເດັກນ້ອຍໃນນາມຂອງພຣະເຢຊູພວກເຂົາກໍ່ໄດ້ຮັບພຣະເຢຊູແລະຜູ້ທີ່ໄດ້ສົ່ງພຣະເຢຊູມາ.

Mark 9:42

ຈະເປັນແນວໃດດີກວ່າສຳລັບຜູ້ທີ່ເຮັດໃຫ້ເດັນນ້ອຍຜູ້ທີ່ເຊື່ອໃນພຣະເຢຊູເຮັດຜິດ?

ໃຫ້ເອົາຫີນໂມແປ້ງກ້ອນໃຫ່ຍຜູກຄໍຜູ້ນັ້ນແລະຖິ້ມລົງໃນທະເລເລິກເສຍກໍ່ດີກວ່າ.

Mark 9:47

ພຣະເຢຊູເວົ້າຫຍັງກັບຕາຂອງທ່ານຖ້າມັນເຮັດໃຫ້ທ່ານເຮັດບາບ?

ພຣະເຢຊູໄດ້ກ່າວວ່າຖ້າຕາຂອງທ່ານເຮັດໃຫ້ທ່ານເຮັດບາບຈົ່ງຄວັດຕານັ້ນຖິ້ມເສຍ.

ພຮະເຢຊູເວົ້າຫຍັງເກີດຂຶ້ນໃນນະຣົກ?

ພຣະເຢຊູກ່າວວ່າໃນນາລົກບຶງໄຟແມ່ນມີໂຕຫນອນບໍ່ຮູ້ຕາຍແລະໄຟບໍ່ຮູ້ມອດຈັກເທື່ອ.

Mark 10

Mark 10:1

ພວກຟາຣີຊາຍຖາມພຣະເຢຊູແນວໃດເພື່ອຈະທົດສອບພຣະອົງ?

ພວກຟາຣີຊາຍຖາມພຣະເຢຊູວ່າມັນສົມຄວນທີ່ຜົວຈະຢ່າຮ້າງເມຍຂອງຕົນໄດ້ບໍ

ໂມເຊໄດ້ໃຫ້ຂໍໍຄຳສັ່ງຫຍັງແກ່ຊາວຢິວກຽ່ວກັບການຢ່າຮ້າງ?

ໂມເຊໄດ້ອະນຸຍາດໃຫ້ຜູ້ຊາຍ ຂຽນຫນັງສືຢ່າຮ້າງແລັວສົ່ງເມຍໄປ.

Mark 10:5

ເປັນຫຍັງໂມເຊຈຶ່ງໃຫ້ຂໍຄຳສັ່ງນີ້ແກ່ຊາວຢິວກຽ່ວກັບການຢ່າຮ້າງ?

ໂມເຊໄດ້ໃຫ້ຂໍຄຳສັ່ງນີ້ແກ່ຊາວຢິວເພາະວ່າພວກເຂົາມີໃຈແຂງກະດ້າງ.

ເຫດການໃນປະຫວັດສາດທີ່ພຣະເຢຊູກ່າວເຖິງເມື່ອໄດ້ບອກພວກຟາຣີຊາຍກຽ່ວກັບການອອກແບບຂອງພຣະເຈົ້າສຳລັບການແຕ່ງງານ?

ພຣະເຢຊູໄດ້ກ່າວເຖິງການສ້າງຊາຍແລະຍິງໃນຕອນເລີ່ມຕົ້ນເມື່ອເລົ່າເຖິງການອອກແບບເດີມຂອງພຣະເຈົ້າ ສຳລັບການແຕ່ງງານ.

Mark 10:7

ພຣະເຢຊູໄດ້ກ່າວຫຍັງກຽ່ວກັບຄົນສອງຄົນ, ຜູ້ຊາຍແລະເມຍຂອງລາວ ເມື່ອພວກເຂົາແຕ່ງງານກັນ?

ພຣະເຢຊູກ່າວວ່າທັງສອງຈະກາຍເປັນກາຍດ່ຽວກັນ.

ພຣະເຢຊູເວົ້າແນວໃດກ່ຽວກັບສິ່ງທີ່ພຣະເຈົ້າຮ່ວມກັນໃນການສົມຣົດ?

ພຣະເຢຊູກ່າວວ່າສິ່ງທີ່ພຣະເຈົ້າຮ່ວມເຂົ້າກັນ,ຢ່າໃຫ້ຜູ້ໃດແຍກອອກຈາກກັນ.

Mark 10:13

ພຣະເຢຊູມີປະຕິກິລິຍາແນວໃດເມື່ອສາວົກໄດ້ສັ່ງຫ້າມຜູ້ທີ່ເອົາເດັກນ້ອຍມາຫາພຣະອົງ?

ພຣະເຢຊູບໍ່ພໍໃຈຕໍ່ພວກສາວົກແລະບອກພວກເຂົາວ່າໃຫ້ພວກເດັກນ້ອຍມາຫາພຣະອົງ.

Mark 10:15

ພຣະເຢຊກ່າວວ່າຖ້າຜູ້ໃດຮັບອານາຈັກຂອງພຣະເຈົ້າຈະຕ້ອງໄດ້ຮັບຫຍັງເພື່ອຈະໄດ້ເຂົ້າໄປໃນຣາຊອານາຈັກ?

ພຣະເຢຊູກ່າວວ່າອານາຈັກຂອງພຣະເຈົ້າເປັນຂອງຜູ້ທີ່ເປັນເຫມືອນເດັກນ້ອຍ ເພື່ອຈະໄດ້ເຂົ້າໄປໃນຣາຊອານາຈັກນັ້ນ.

Mark 10:17

ພຣະເຢຊູບອກຊາຍຄົນທຳອິດວ່າລາວຕ້ອງເຮັດຫຍັງເພື່ອຈະໄດ້ຮັບຊີວິດນິຣັນດອນ?

ພຣະເຢຊູບອກຜູ້ຊາຍວ່າຢ່າຂ້າຄົນ, ຢ່າຫລິ້ນຊູ້ສູ່ຜົວເມຍ, ຢ່າລັກຊັບ, ຢ່າເປັນພະຍານບໍ່ຈິງ, ຢ່າສໍ້ໂກງແລະຕ້ອງໃຫ້ກຽດພໍ່ແມ່.

Mark 10:20

ພຣະເຢຊູສັ່ງຄຳສັ່ງຫຍັງເພີ່ມເຕີມແກ່ຊາຍຄົນນັ້ນ?

ຈາກນັ້ນພຣະເຢຊູສັ່ງໃຫ້ຊາຍຄົນນັ້ນຂາຍທຸກສິ່ງທີ່ລາວມີແລັວຕິດຕາມພຣະອົງ.

ຊາຍຄົນນັ້ນຕອບສະຫນອງແນວໃດເມື່ອພຣະເຢຊູໃຫ້ຄຳສັ່ງນີ້ແກ່ລາວ,ແລະຍ້ອນຫຍັງ?

ຊາຍຄົນນັ້ນໂສກເສົ້າແລະຍ່າງຫນີ, ເພາະລາວມີຊັບສົມບັດຫລາຍຢ່າງ.

Mark 10:23

ພຣະເຢຊູກ່າວວ່າໃຜມີຄວາມຫຍຸ່ງຍາກຫລາຍທີ່ຈະເຂົ້າໄປໃນອານາຈັກຂອງພຣະເຈົ້າ?

ພຣະເຢຊູກ່າວວ່າຄົນຮັ່ງມີຄວາມຍຸ້ງຍາກຫລາຍໃນການເຂົ້າໄປໃນຣາຊອານາຈັກຂອງພຣະເຈົ້າ.

Mark 10:26

ພຣະເຢຊູເວົ້າແນວໃດເຖິງວ່າຄົນຮັ່ງມີກໍ່ສາມາດໄດ້ຮັບຄວາມລອດ?

ພຣະເຢຊູໄດ້ກ່າວວ່າຝ່າຍມະນຸດກໍ່ເຫລືອກຳລັງຈະເຮັດໄດ້ ແຕ່ກັບພຣະເຈົ້າທຸກສິ່ງເປັນໄປໄດ້.

Mark 10:29

ພຣະເຢຊູໄດ້ກ່າວວ່າແນວໃດວ່າຜູ້ທີ່ໄດ້ອອກຈາກບ້ານເຮືອນ ໄຮ່ນາ ເພື່ອເຫັນແກ່ປະໂຫຍດຂອງພຣະເຢຊູ?

ພຣະເຢຊູໄດ້ກ່າວວ່າພວກກເຂົາຈະໄດ້ຮັບແທນຮ້ອຍເທົ່າໃນໂລກນີ້ ດ້ວຍ ການຂົ່ມເຫັງ ແລະຊີວິດນິຣັນດອນໃນໂລກທີ່ຈະມາເຖິງ.

Mark 10:32

ພຣະເຢຊແລະພວກສາວົກກຳລັງເດີນທາງໄປທາງໃດ?

ພຣະເຢຊູແລະພວກສາວົກກຳລັງເດີນທາງໄປເມືອງເຢຣູຊາເລັມ.

ພຣະເຢຊູບອກພວກສາວົກວ່າຈະເກີດຫຍັງຂຶ້ນກັບພຣະອົງໃນເມືອງເຢຣູຊາເລັມ?

ພຣະເຢຊູບອກພວກສາວົກຂອງພຣະອົງວ່າພຣະອົງຈະຖືກຕັດສິນລົງໂທດເຖິງຕາຍ,ແລະຫລັງຈາກນັ້ນສາມມື້ພຣະອົງຈະເປັນຄືນມາຈາກຄວາມຕາຍ.

Mark 10:35

ຢາໂກໂບ ແລະ ໂຢຮັນ ໄດ້ຮ້ອງຂໍຫຍັງຕໍ່ພຣະເຢຊູ?

ຢາໂກໂບແລະໂຢຮັນໄດ້ຂໍຮ້ອງຂໍໃຫ້ພວກເຂົານັ່ງເບີ້ອງຂວາມືຂອງພຣະເຢຊູແລະຊາຍມືເມື່ອພຣະອົງຢູ່ໃນສະຫງ່າຣາສີ.

Mark 10:38

ພຣະເຢຊູເວົ້າຫຍັງວ່າຢາໂກໂບແລະໂຢຮັນຈະອົດທົນ?

ພຣະເຢຊູວ່າຢາໂກໂບແລະໂຢຮັນຈະອົດທົນຕໍ່ຈອກທີ່ພຣະເຢຊູຈະດື່ມແລະການຮັບບັບຕິສະມາທີ່ພຣະເຢຊູຈະຮັບ.

ພຮະເຢຊູຍອມຮັບການຮ້ອງຂໍຂອງຢາໂກໂບແລະໂຢຮັນບໍ?

ບໍ່ແມ່ນ ພຣະເຢຊູກ່າວວ່າ ບ່ອນນັ່ງທີ່ຢູ່ຂວາມືແລະຊ້າຍມືຂອງພຣະອົງບໍ່ແມ່ນຫນ້າທີ່ຂອງພຣະອົງຈະຈັດໃຫ້.

Mark 10:41

ພຣະເຢຊູກ່າວແນວໃດວ່າຜູ້ປົກຄອງຄົນຕ່າງຊາດຈະປະຕິບັດຕໍ່ພວກເຂົາ?

ພຣະເຢຊູກ່າວວ່າຜູ້ປົກຄອງຂອງພວກຕ່າງຊາດກໍ່ມີສິດອຳນາດ ເຫນືອປະຊາຊົນຂອງພວກເຂົາ.

Mark 10:43

ພຣະເຢຊູກ່າວວ່າຜູ້ທີ່ຢາກເປັນໃຫ່ຍໃນບັນດາສາວົກຕ້ອງເຮັດແນວໃດ?

ພຣະເຢຊູກ່າວວ່າຜູ້ທີ່ຢາກເປັນໃຫ່ຍໃນທ່າມກາງສາວົກຕ້ອງເປັນຜູ້ຮັບໃຊ້ຂອງທຸກຄົນ.

Mark 10:46

ຊາຍຕາບອດຊື່ວ່າບາຣະຕີມາຍໄດ້ເຮັດຫຍັງເມື່ອຫລາຍຄົນສັ່ງຫ້າມ, ບອກລາວໃຫ້ມິດງຽບ?

ບາຣະຕີມາຍຍິ່ງຮ້ອງດັ່ງຂິ້ນຕື່ມວ່າ, ''ບຸດຊາຍຂອງດາວິດ, ຂໍເມດຕາສົງສານຂ້ານ້ອຍ''

Mark 10:51

ພຣະເຢຊູເວົ້າຫຍັງກັບບາຣະຕີມາຍເມື່ອໄດ້ປິ່ນປົວຕາບອດຂອງລາວ?

ພຣະເຢຊູກ່າວວ່າຄວາມເຊື່ອຂອງບາຣະຕີມາຍໄດ້ຮັກສາລາວ.

Mark 11

Mark 11:1

ພຣະເຢຊູສົ່ງສາວົກສອງຄົນຂອງພຣະອົງໄປເຮັດຫຍັງຢູ່ໃນໝຫມູ່ບ້ານຊຶ່ງຢູ່ຕໍ່ຫນ້າພວກເຂົາ?

ພຣະເຢຊູໄດ້ສົ່ງພວກເຂົາໄປໃຫ້ເອົາລູກລໍມາໃຫ້ພຣະອົງລູກລໍຕົວນີ້ຍັງບໍ່ມີໃຜເຄີຍຂີ່.

Mark 11:4

ມີຫຍັງເກີດຂຶ້ນໃນເວລາທີ່ພວກສາວົກແກ້ເຊືອກລໍ?

ມີບາງຄົນຖາມພວກສາວົກວ່າພວກເຂົາແກ້ເອົາລໍນ້ອຍໄປເຮັດຫຍັງ, ດັ່ງນັ້ນເຂົາຈຶ່ງເວົ້າກັບຄົນນັ້ນຕາມທີ່ພຣະເຢຊູໄດ້ບອກພວກເຂົາ, ແລະຄົນເຫລົ່ານັ້ນກໍ່ປ່ອຍພວກເຂົາໄປ.

Mark 11:7

ປະຊາຊົນໄດ້ເຮັດແນວໃດໃນຂະນະທີ່ພຣະເຢຊູຂີ່ລໍ?

ຜູ້ຄົນໄດ້ເອົາເສື້ອຜ້າ ,ແລະຟົດໄມ້ທີ່ພວກເຂົາຕັດຈາກທົ່ງນາ.

ປະຊາຊົນກຳລັງຮ້ອງຂຶ້ນຣາຊອານາຈັກຫຍັງກຳລັງຈະມາໃນຂະນະທີ່ພຣະເຢຊູຂີ່ລູກລໍໄປເມືອງເຢຣູຊາເລັມ?

ປະຊາຊົນຮ້ອງວ່າອານາຈັກຂອງດາວິດບັນພຣະບູລຸດຂອງພວກເຮົາກຳລັງສະເດັດມາ.

Mark 11:11

ພຣະເຢຊູໄດ້ເຮັດຫຍັງເມື່ອພຣະອົງເຂົ້າໄປໃນບໍລິເວນພຣະວິຫານ?

ພຣະເຢຊູຫລຽວເບິ່ງຮອບໆແລັວກໍ່ອອກໄປທີ່ບ້ານເບັດທານີ້.

Mark 11:13

ພຣະເຢຊູໄດ້ເຮັດຫຍັງເມື່ອເຫັນຕົ້ນຫມາກເດື່ອທີ່ບໍ່ມີຫມາກຢູ່ເທິ່ງມັນ?

ພຣະເຢຊູຊົງກ່າວກັບຕົ້ນຫມາກເດື່ອວ່າ ຢ່າໃຫ້ໃດໄດ້ກິນຫມາກຂອງເຈົ້າເລີຍ.''

Mark 11:15

ພຣະເຢຊູໄດ້ເຮັດຫຍັງເມື່ອພຣະອົງເຂົ້າໄປໃນບໍລິເວນພຣະວິຫານໃນຄັ້ງນີ້?

ພຣະເຢຊູໄດ້ຂັບໄລ່ຜູ້ຂາຍແລະຜູ້ຊື່ອອກໄປ ແລະບໍ່ອະນຸຍາດໃຫ້ຜູ້ໃດຜູ້ຫນຶ່ງ ຂົນສິ່ງຂອງຜ່ານພຣະວິຫານ.

Mark 11:17

ພຣະເຢຊູໄດ້ກ່າວວ່າພຣະວິຫານຄວນຈະເປັນແນວໃດ, ອີງຕາມພຣະຄຳພີ?

ພຣະເຢຊູກ່າວວ່າພຣະວິຫານ ຄວນຖືວ່າເປັນສະຖານທີແຫ່ງການອະທິຖານສຳລັບຄົນທຸກຊາດ.

ພຣະເຢຊູກ່າວແນວໃດວ່າພວກປະໂຣຫິດໃຫ່ຍແລະພວກທຳມະຈານໄດ້ສ້າງພຣະວິຫານ?

ພຣະເຢຊູໄດ້ກ່າວວ່າພວກເຂົາໄດ້ເຮັດໃຫ້ພຣະວິຫານກາຍເປັນຖໍ້າຂອງໂຈນ.

ພວກປະໂຣຫິດໃຫ່ຍແລະພວກທຳມະຈານພະຍາຍາມຈະເຮັດຫຍັງກັບພຣະເຢຊູ?

ພວກປະໂຣຫິດໃຫ່ຍແລະພວກທຳມະຈານພະຍາຍາມຈະຂ້າພຣະເຢຊູ.

Mark 11:20

ເກີດຫຍັງຂຶ້ນນກັບຕົ້ນຫມາກເດື່ອທີ່ພຣະເຢຊູສາບແຊ່ງ?

ຕົ້ນຫມາກເດື່ອທີ່ພຣະເຢຊູໄດ້ສາບແຊ່ງນັ້ນໄດ້ຫຽ່ວແຫ້ງຕາຍໄປຈົນເຖິງຮາກຂອງມັນ.

Mark 11:24

ພຣະເຢຊູເວົ້າຫຍັງກຽ່ວກັບທຸກສິ່ງທີ່ເຮົາຂໍໃນການອະທິຖານ?

ພຣະເຢຊູກ່າວວ່າທຸກສິ່ງທີ່ພວກເຮົາຂໍໍໃນການອະທິຖານ, ເຊື່ອວ່າພວກເຮົາໄດ້ຮັບແລັວ, ແລະຄົງຈະເປັນແກ່ເຈົ້າທັງຫລາຍ.

ພຣະເຢຊໄດ້ກ່າວວ່າພວກເຮົາຕ້ອງເຮັດຫຍັງເພື່ອວ່າພຣະບິດາຜູ້ສະຖິດຢູ້ໃນສະຫວັນຈະໃຫ້ອະໄພທ່ານເຊັ່ນກັນ?

ພຣະເຢຊູກ່າວວ່າພວກເຮົຕ້ອງຍົກໂທດໃຫ້ຄົນທີ່ເຮັດຜິດຕໍ່ເຮົາ, ດັ່ງນັ້ນເພື່ອວ່າພຣະບິດາຈະຍົກໂທດໃຫ້ພວກເຮົາຄືກັນ.

Mark 11:27

ຢູ່ໃນພຣະວິຫານພວກຫົວຫນ້າປະໂຣຫິດ, ພວກທຳມະຈານ,ແລະພວກເຖ້າແກ່, ຕ້ອງການຢາກຮູ້ຫຍັງຈາກພຣະເຢຊູ?

ພວກເຂົາຢາກຮູ້ສິດອຳນາດທີ່ພຣະອົງໄດ້ເຮັດໃນສິ່ງທີ່ພຣະອົງກຳລັງເຮັດ.

Mark 11:29

ພຣະເຢຊູໄດ້ຖາມຄຳຖາມຫຍັງຂອງພວກຫົວຫນ້າປະໂຣຫິດ, ພວກທຳມະຈານ, ແລະພວກເຖົ້າແກ່?

ພຣະເຢຊູໄດ້ຖາມພວກເຂົາວ່າການຮັບບັບຕິສະມາຂອງໂຢຮັນແມ່ນມາຈາກສະຫວັນ ຫລື ມາຈາກມະນຸດ.

Mark 11:31

ເປັນຫຍັງພວກຫົວຫນ້າປະໂຣຫິດ, ພວກທຳພວກທຳມະຈານ ,ແລະເຖົ້າແກ່ບໍ່ຕ້ອງການຕອບວ່າການຮັບບັບຕິສະມາຂອງໂຢຮັນແມ່ນມາຈາກສະຫວັນ?

ພວກເຂົາບໍ່ຕ້ອງການໃຫ້ຄຳຕອບນີ້ເພາະວ່າພຣະເຢຊູຈະຖາມວ່າເປັນຫຍັງພວກເຂົາຈຶ່ງບໍ່ເຊື່ອໂຢຮັນ.

ເປັນຫຍັງຫົວຫນ້າປະໂຣຫິດ, ພວກທຳມະຈານ, ແລະພວກເຖົ້າແກ່ບໍ່ຕ້ອງການຕອບວ່າການໃຫ້ບັບຕິສະມາຂອງໂຢຮັນແມ່ນມາຈາກມະນຸດ

ພວກເຂົາບໍ່ຍອມໃຫ້ຄຳຕອບນີ້ເພາະວ່າພວກເຂົາຢ້ານປະຊາຊົນຊຶ່ງທຸກຄົນ,ເຊື່ອວ່າໂຢຮັນເປັນຜູ້ທຳນວາຍ.

Mark 12

Mark 12:1

ຫລັງຈາກສ້າງຫໍຄອຍແລະໃຫ້ຄົນເຊົ່າສວນອະງຸ່ນແລັວ, ເຈົ້າຂອງເຮືອນໄດ້ເຮັດຫຍັງ?

ຫລັງຈາກເຮັດຮົ້ວແລະໃຫ້ຄົນເຊົ່າສວນອະງຸ່ນແລັວ, ເຈົ້າຂອງເຮືອນກໍໍ່ອອກເດີນທາງ.

Mark 12:4

ຜູ້ເຊົ່າສວນໄດ້ເຮັດຫຍັງຕໍ່ຄົນຮັບໃຊ້ຫລາຍຄົນທີ່ເຈົ້າຂອງສົ່ງມາເພື່ອຮັບສ່ວນແບ່ງຈາກສວນອະງຸ່ນ?

ຜູ້ເຊົ່າສວນໄດ້ຂຽນຕີບາງຄົນແລະຂ້າຄົນຮັບໃຊ້ຫລາຍຄົນ.

Mark 12:6

ເຈົ້າຂອງເຮືອນໄດ້ສົ່ງຜູ້ໃດຜູ້ສຸດທ້າຍໄປຫາຜູ້ເຊົ່າສວນອະງຸ່ນ?

ຜູ້ເປັນເຈົ້າຂອງໄດ້ສົ່ງລູກຊາຍຂອງລາວໄປສຸດທ້າຍ.

Mark 12:8

ຜູ້ເຊົ່າສວນໄດ້ເຮັດຫຍັງກັບຜູ້ທີ່ຖືກສົ່ງໄປໂດຍເຈົ້າຂອງສວນ?

ພວກເຊົ່າສວນໄດ້ຈັບລາວ, ຂ້າລາວ, ແລະ ໂຍນສົບຂອງລາວອອກຈາກສວນອະງຸ່ນ.

ເຈົ້າຂອງສວນອະງຸ່ນຈະເຮັດແນວໃດ ຕໍ່ຜູ້ເຊົ່າສວນອະງຸ່ນ?

ເຈົ້າຂອງສວນອະງຸ່ນຈະມາຂ້າຄົນເຊົ່າສວນອະງຸ່ນແລະເອົາສວນອະງຸ່ນໃຫ້ຄົນອື່ນ.

Mark 12:10

ໃນຂໍ້ພຣະຄຳພີມີຫຍັງເກີດຂຶ້ນກັບກ້ອນຫີນທີ່ຜູ້ກໍ່ສ້າງໄດ້ປະຕິເສດ?

ກ້ອນຫີນທີ່ຜູ້ກໍ່ສ້າງປະຕິເສດໄດ້ຖືກເຮັດໃຫ້ກາຍເປັນຫີນເສົາເອກ.

Mark 12:13

ພວກຟາຣີຊາຍແລະພວກເຮໂຣດບາງຄົນຖາມພຣະເຢຊູວ່າແນວໃດ?

ພວກເຂົາຖາມພຣະອົງວ່າມັນສົມຄວນທີ່ຈະເສຍພາສີອາກອນໃຫ້ກາຍຊາຫລືບໍ່.

Mark 12:16

ພຣະເຢຊູຕອບ ຄຳຖາມຂອງພວກເຂົາແນວໃດ?

ພຣະເຢຊູກ່າວວ່າພວກເຂົາຄວນໃຫ້ສິ່ງຂອງທີ່ເປັນຂອງກາຍຊາຈົ່ງໃຫ້ແກ່ກາຍຊາ, ແລະ ສິ່ງຂອງທີ່ເປັນຂອງພຣະເຈົ້າ ,ຈົ່ງຄືນຖວາຍແດ່ພຣະເຈົ້າ.

Mark 12:18

ພວກຊາດູກາຍບໍ່ເຊື່ອໃນສິ່ງໃດ?

ພວກຊາດູກາຍບໍ່ເຊື່ອໃນການຟື້ນຄືນຊີວິດ.

Mark 12:20

ໃນເລື່ອງເລົ່າໂດຍພວກຊາດູກາຍກ່າວວ່າ, ຜູ້ຍິງມີຜົວຈັກຄົນ?

ຜູ້ຍິງມີຜົວເຈັດ.

ພວກຊາດູກາຍຖາມພຣະເຢຊູເລື່ອງຫຍັງກຽ່ວກັບຜູ້ຍິງຄົນນີ້?

ພວກເຂົາຖາມວ່າຜູ້ຊາຍຄົນໃດຈະເປັນຜົວຂອງຜູ້ຍິງໃນການຟື້ນຄືນຊີວິດ.

Mark 12:24

ມີເຫດຜົນຫຍັງທີ່ພຣະເຢຊູໃຫ້ພວກຊາດູກາຍສຳລັບຄວາມຜິດພາດຂອງພວກເຂົາ?

ພຣະເຢຊູກ່າວວ່າພວກຊາດູກາຍບໍ່ຮູ້ຂໍໍ້ພຣະຄຳພີແລະຣິດອຳນາດ.

ພຣະເຢຊູຕອບແນວຕໍ່ຄຳຖາມຂອງພວກຊາດູກາຍກຽ່ວກັບຍິງຄົນນັ້ນ?

ພຣະເຢຊູກ່າວວ່າໃນການຄືນມາຈາກຕາຍ,ຊາຍແລະຍິງຈະບໍໍ່ແຕ່ງງານ,ແຕ່ຈະເປັນຄືກັບພວກເທວະດາ.

Mark 12:26

ພຣເຢຊູສະແດງໃຫ້ເຫັນແນວໃດຈາກຂໍ້ພຣະຄຳພີທີ່ວ່າມີການຟື້ນມາຈາກຕາຍ?

ພຣະເຢຊູໄດ້ອ້າງອີງມາຈາກພຣະຄຳພີຂອງໂມເຊບ່ອນທີ່ພຣະເຈົ້າກ່າວວ່າພຣະອົງເປັນພຣະເຈົ້າຂອງອັບຣາຮາມ, ອີຊາກ,ຢາໂຄບ ແລະທຸກໆຄົນທີມີຊີວິດຢູ່.

Mark 12:28

ກົດບັນຍັດອັນໃດທີ່ພຣະເຊູເວົ້າວ່າສຳຄັນທີ່ສຸດ?

ພຣະເຢຊູກ່າວວ່າຈົ່ງຮັກພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງທ່ານ ດ້ວຍສຸດໃຈ, ສຸດຈິດ, ສຸດຄວາມຄິດ, ແລະສຸດກຳລັງ ແມ່ນກົດບັນຍັດທີ່ສຳຄັນທີ່ສຸດ.

ກົດບັນຍັດອັນໃດທີ່ພຣະເຢຊູກ່າວວ່າອັນທີສອງ?

ພຣະເຢຊູກ່າວວ່າຈົ່ງຮັກເພືອນບ້ານເຫມືອນຮັກຕົນເອງ ເປັນກົດບັນຍັດທີ່ສອງ.

Mark 12:35

ພຣະເຢຊູຖາມພວກທຳມະຈານກຽ່ວກັບດາວິດແນວໃດ?

ພຣະເຢຊູໄດ້ຖາມວ່າດາວິດສາມາດເອີ້ນພຣະຄຣິດວ່າພຣະຜູ້ເປັນເຈົ້າໄດ້ແນວໃດ ເມື່ອພຣະຄຣິດເປັນບຸດຂອງດາວິດ.

Mark 12:38

ພຣະເຢຊູບອກຄົນໃຫ້ລະວັງສິ່ງໃດກຽ່ວກັບພວກທຳມະຈານ?

ພຣະເຢຊູກ່າວວ່າພວກທຳມະຈານຕ້ອງການໄດ້ຮັບກຽດຈາກມະນຸດ ແຕ່ພວກເຂົາ ສໍ້ໂກງເອົາສິ່ງຂອງຂອງແມ່ຫມ້າຍແລະເຮັດໃຫ້ຄໍາອະທິຖານຍືດຍາວເພື່ອຄົນຈະໄດ້ເຫັນ.

Mark 12:43

ເປັນຫຍັງພຣະເຢຊູຈຶ່ງກ່າວວ່າແມ່ໝ້າຍຍາກຈົນໄດ້ຖວາຍຫລາຍກວ່າຄົນອື່ນທີ່ປອ່ນໃສ່ໃນຫີບຖວາຍ?

ພຣະເຢຊູໄດ້ກວ່າວ່ານາງໄດ້ຖວາຍຫລາຍກວ່າເພາະວ່ານາງເອົາເງິນທີ່ຕົນມີຢູ່ສຳລັບລຽງຊີບຂອງຕົນ ໃນຂະນະທີຄົນອື່ນພວກເຂົາເອົາເງິນທີ່ເຂົາເຫລືອໃຊ້ມາປ່ອນລົງ.

Mark 13

Mark 13:1

ພຣະເຢຊູກ່າວວ່າຈະເກີດຫຍັງຂຶ້ນກັບກ້ອນຫີນແລະສິ່ງປູກສ້າງຂອງພຣະວິນຫານ?

ພຣະເຢຊູກ່າວວ່າກອງຫີນວາງທັບກັນຈະຖືກທະລາຍລົງຈົນບໍ່ເຫລືອຈັກກ້ອນ.

Mark 13:3

ພວກສາວົກຖາມພຣະເຢຊູຄຳຖາມຫຍັງ?

ພວກສາວົກໄດ້ຖາມພຣະເຢຊູວ່າເຫດການເຫລົ່ານີ້ຈະເກີດຂຶ້ນເມື່ອໃດແລະສິ່ງໃດຈະເປັນຫມາຍສຳຄັນ.

Mark 13:5

ກຽ່ວກັບສິ່ງທີ່ພຣະເຢຊູເວົ້າວ່າພວກສາວົກຕ້ອງລະວັງ?

ພຣະເຢຊູເວົ້າວ່າພວກສາວົກຕ້ອງລະມັດລະວັງເພື່ອບໍ່ໃຫ້ຜູ້ໃດ ນຳພວກເຂົາໄປໃນທາງທີ່ຜິດ.

Mark 13:7

ພຣະເຢຊູເວົ້າຫຍັງວ່າການເລີ່ມຕົ້ນຂອງການເຈັບປວດເກີດລູກ?

ພຣະເຢຊູກ່າວວ່າຈະໄດ້ຍິນເລື່ອງເສິກ ຂ່າວເລົ່າລືກຽ່ວກັບສົງຄາມ ແຜ່ນດິນໄຫວ, ແລະຄາມອຶດຍາກ, ຈະເປັນເຫມືອນການເລີ່ມຕົ້ນຂອງຄວາມເຈັບປວດໃນການເກີດລູກ.

Mark 13:9

ພຣະເຢຊູວ່າຈະເກີດຫຍັງຂຶ້ນກັບພວກສາວົກ?

ພຣະເຢຊູໄດ້ກ່າວວ່າພວກສາວົກຈະຖືກຈັບຂຶ້ນສານ ຖືກຂຽນຕີໃນທຳມະສາລາແລະຢືນຢູ່ຕໍ່ຫນ້າບັນດາຜູ້ປົກຄອງແລະກະສັດເພື່ອເປັນພະຍານ.

ພຮະເຢຊູກ່າວສິ່ງໃດຈະຕ້ອງເກີດຂຶ້ນກ່ອນ?

ພຣະເຢຊູກ່າວວ່າຂ່າວປະເສີດຈະຕ້ອງໄດ້ປະກາດໄປທົ່ວປະຊາຊາດທັງຫມົດກ່ອນ.

Mark 13:11

ພຣະເຢຊູກາ່ວວ່າຈະເກີດຫຍັງຂຶ້ນລະຫວ່າງສະມາຊິກໃນຄອບຄົວ?

ພຣະເຢຊູກ່າວວ່າຄົນຫນຶ່ງໃນຄອບຄົວຈະມອບຄົນໃນຄອບຄົວໃຫ້ເຖິງແກ່ຄວາມຕາຍ.

ພຣະເຢຊູເວົ້າວ່າໃຜຈະລອດ?

ພຣະເຢຊູກ່າວວ່າຜູ້ໃດທີ່ອົດທົນຈົນເຖິງທີ່ສຸດຈະໄດ້ລອດພົ້ນ.

Mark 13:14

ພຣະເຢຊູໄດ້ກ່າວວ່າແນວໃດຜູ້ທີ່ຢູ່ໃນແຂວງຢູດາຍຄວນເຮັດແນວໃດເມື່ອພວກເຂົາເຫັນຄວາມຫນ້າກຽດຊັງ ຕັ້ງຢູ່ໃນບ່ອນທີ່ບໍ່ສົມຄວນ

ພຣະເຢຊູກ່າວວ່າຜູ້ຄົນທີ່ຢູ່ໃນແຂວງຢູດາຍຄວນປົບຫນີໄປຍັງພູທັງຫລາຍ ເມື່ອພວກເຂົາເຫັນຄວາມຫນ້າກຽດຊັງ

Mark 13:17

ພຣະເຢຊູໄດ້ກ່າວວ່າພຣະຜູ້ເປັນເຈົ້າຈະເຮັດຫຍັງເພື່ອປະໂຫຍດຂອງຜູ້ທີ່ຖືກເລືອກ ເພື່ອພວກເຂົາຈະໄດ້ຄວາມລອດ?

ພຣະເຢຊູໄດ້ກ່າວວ່າພຣະຜູ້ເປັນເຈົ້າຈະເຮັດໃຫ້ວັນເວລາຂອງຄວາມຍາກລຳບາກສັ້ນເຂົ້າເພື່ອເຫັນແກ່ພວກທີ່ພຣະອົງໄດ້ຊົງເລືອກໄວ້.

Mark 13:21

ພຣະເຢຊູເວົ້າວ່າໃຜຈະເກີດຂຶ້ນເພື່ອຫລອກຫລວງຜູ້ທີ່ເຊື່ອ?

ພຣະເຢຊູກ່າວວ່າພຣະຄຣິດປອມແລະຫມໍທຳນວາຍຂີ້ໂລບຈະເກີດຂຶ້ນເພື່ອຫລອກລວງຜູ້ຄົນ.

Mark 13:24

ຈະເກີດຫຍັງຂຶ້ນກັບອຳນາດໃນສະຫວັນຫລັງຈາກຄວາມທຸກຍາກລຳບາກໃນສະໄຫມນັ້ນ?

ດວງອາທິດແລະເດືອນຈະມືດລົງ, ດວງດາວຈະຕົກລົງມາຈາກທ້ອງຟ້າ, ແລະອຳນາດໃນທ້ອງຟ້າຈະສັ່ນສະເທືອນ.

ຜູ້ຄົນຈະເຫັນຫຍັງຢູ່ໃນເມກ?

ພວກເຂົາຈະເຫັນບຸດມະນຸດມາປະກົດໃນເມກດ້ວຍຣິດອຳນາດອັນຍິ່ງໃຫ່ຍແລະດ້ວຍສະຫງ່າຣາສີອັນຮຸ່ງເຮື່ອງ.

ເມື່ອບຸດມະນຸດມາຈະເຮັດຢ່າງໃດ?

ບຸດມະນຸດຈະຮວບຮວມເອົາຜູ້ທີ່ຊົງເລືອກໄວ້ຈາກທີ່ສຸດຂອງແຜ່ນດິນໂລກແລະສຸດຂອບຟ້າ.

Mark 13:30

ພຣະເຢຊູກ່າວວ່າສິ່ງໃດຈະບໍ່ລ່ວງລັບໄປຈົນກວ່າເຫດການທັງຫມົດຈະເກີດຂຶ້ນ?

ພຣະເຢຊູໄດ້ກ່າວວ່າຄົນລຸ້ນນີ້ຈະບໍ່ໄດ້ລ່ວງລັບໄປ ກ່ອນເຫດການທັງຫມົດ ເຫລົ່ານີ້ຈະເກີດຂຶ້ນ.

ພຣະເຢຊູກ່າວວ່າສິ່ງໃດຈະບໍ່ຜ່ານໄປ?

ພຣະເຢຊູເວົ້າວ່າຖ້ອຍຄຳຂອງພຣະອົງຈະບໍ່ມີວັນລ່ວງພົ້ນໄປຈັກເທືອ.

ພຣະເຢຊູກ່າວວ່າເຫດການທັງຫມົດນີ້ຈະເກີດຂຶ້ນເມື່ອໃດ?

ພຣະເຢຊູກ່າວວ່າບໍ່ມີຜູ້ໃດຮູ້ວັນແລະຊົ່ວໂມງ ຮູ້ແຕ່ພຣະບິດາ.

Mark 13:33

ພຣະເຢຊູສັ່ງໃຫ້ສາວົກແນວໃດກຽ່ວກັບການສະເດັດມາຂອງພຣະອົງ?

ພຣະເຢຊູບອກພວກສາວົກໃຫ້ເຝົ້າລະວັງ ແລະພາວັນນາອະທິຖານຢູ່ສະເຫມີ.

Mark 13:35

ພຣະເຢຊູສັ່ງໃຫ້ສາວົກແນວໃດກຽ່ວກັບການສະເດັດມາຂອງພຣະອົງ?

ພຣະເຢຊູບອກພວກສາວົກໃຫ້ເຝົ້າລະວັງ ແລະພາວັນນາອະທິຖານຢູ່ສະເຫມີ.

Mark 14

Mark 14:1

ພວກຫົວຫນ້າປະໂຣຫິດແລະພວກທຳມະຈານກຳລັງຄິດອຸບາຍວິທີເຮັດແນວໃດ?

ພວກເຂົາກຳລັງກຳລັງຄິດຫາອຸບາຍວິທີການຈັບກຸມພຣະເຢຊູຢ່າງໂຫດຮ້າຍແລະສັງຫານພຣະອົງ.

ເປັນພວກຫົວຫນ້າປະໂຣຫິດແລະພວກທຳມະຈານຈຶ່ງບໍ່ຢາກລົງມືໃນຊ່ວງເທສະການກິນເຂົ້າຈີ່ບໍ່ມີເຊື່ອແປ້ງ?

ພວກເຂົາກັງວົນວ່າບັນດາປະຊາຊົນຈະລຸກຮື້ຂຶ້ນ.

Mark 14:3

ຜູ້ຍິງຄົນຫນຶ່ງເຮັດຫຍັງກັບພຣະເຢຊູ ຢູ່ເຮືອນຂອງຊີໂມນຄົນຂີ້ທູດ?

ຍິງຜູ້ຫນຶ່ງຖືເຕົ້າທີ່ບັນຈຸນໍ້າຫອມລາຄາແພງແລະຖອກນໍ້າມັນຫອມນັ້ນຫົດສົງຫົວຂອງພຣະເຢຊູ.

ສຳລັບບາງຄົນສັ່ງຫ້າມຜູ້ຍິງຄົນນັ້ນແມ່ນຫຍັງ

ບາງຄົນສັ່ງຫ້າມຜູ້ຍິງຄົນນີ້ເພາະບໍ່ຂາຍນໍ້າມັນຫອມແລະເອົາເງິນແຈກຈ່າຍໃຫ້ຄົນຍາກຈົນ

Mark 14:6

ພຣະເຢຊູເວົ້າວ່າຜູ້ຍິງຄົນນັ້ນເຮັດຫຍັງເພື່ອພຣະອົງ?

ພຣະເຢຊູກ່າວວ່າຜູ້ຍິງຄົນນັ້ນໄດ້ເຮັດສິ່ງທີ່ຈົບງາມແກ່ເຮົາແລັວ.

ພຣະເຢຊູສັນຍາຫຍັງກຽ່ວກັບກຽ່ວກັບສິ່ງທີ່ຜູ້ຍິງໄດ້ເຮັດ?

ພຣະເຢຊູສັນຍາວ່າໃນທຸກບ່ອນທົ່ວໂລກທີ່ມີການປະກາດຂ່າວປະເສີດ ສິ່ງທີ່ຜູ້ຍິງໄດ້ເຮັດຈະເປັນທີ່ເລື່ອງລືກັນໄປ ເພື່ອລະນຶກເຖິງນາງ.

Mark 14:10

ເປັນຫຍັງຢູດາອິດສະກາຣີອົດໄປຫາຫົວຫນ້າພວກປະໂຣຫິດ?

ຢູດາອິດສະກາຣີອົດໄດ້ໄປຫາພວກຫົວຫນ້າປະໂຣຫິດເພື່ອລາວຈະມອບພຣະເຢຊູໃຫ້ພວກເຂົາ.

Mark 14:12

ພວກສາວັກໄດ້ຊອກຫາສະຖານທີ່ທີ່ພວກເຂົາທຸກຄົນຈະກິນອາຫານປັດສະຄາໄດ້ແນວໃດ

ພຣະເຢຊູບອກພວກສາວົກຈົ່ງເຂົ້າໄປໃນເມຶ່ອງຈະມີຊາຍຄົນຫນຶ່ງແບກໄຫ່ນໍ້າມາພົບພວກເຈົ້າ, ແລະຖາມວ່າຫ້ອງທີ່ເພິ່ນແລະສາວົກຂອງເພິ່ນຈະກິນອາຫານປັດສະຄາຢູ່ໃສ່.

Mark 14:17

ພຣະເຢຊູໄດ້ກ່າວຫຍັງໃນຂະນະທີ່ພວກເຂົາກຳລັງນັ່ງກິນເຂົ້າແລະກິນເຂົ້າ?

ພຣະເຢຊູກ່າວວ່າສາວົກຜູ້ຫນຶ່ງຈະທໍລະຍົດພຣະອົງຄືຜູ້ຫນຶ່ງທີ່ຮ່ວມພາເຂົ້າກັບພຣະອົງ.

Mark 14:20

ພຣະເຢຊເວົ້າວ່າສາວົກຄົນໃດຈະທໍລະຍົດພຣະອົງ?

ພຣະເຢຊູກ່າວວ່າສາວົກທີ່ກິນເຂົ້າຈີ່ກັບພຣະອົງຈະທໍລະຍົດພຣະອົງ.

ພຣະເຢຊູເວົ້າແນວໃດກຽ່ວກັບຈຸດຫມາຍ ປາຍທາງຂອງສາວົກທີ່ທໍໍລະຍົດພຣະອົງ?

ພຣະເຢຊູກ່າວວ່າມັນຈະເປັນການດີກວ່າ ສຳລັບລາວຖ້າລາວບໍ່ໄດ້ເກີດມາ.

Mark 14:22

ພຣະເຢຊູເວົ້າຫຍັງໃນຂະນະທີ່ພຣະອົງຫັກເຂົ້າຈີ່ໃຫ້ພວກສາວົກ?

ພຣະເຢຊູໄດ້ກ່າວວ່າ, ''ເອົານີ້. ນີ້ແມ່ນຮ່າງກາຍຂອງເຮົາ.''

ພຮະເຢຊູເວົ້າຫຍັງໃນຂະນະທີ່ພຣະອົງໃຫ້ຈອກແກ່ພວກສາວົກ

ພຣະເຢຊູໄດ້ກ່າວວ່າ, ''ນີ້ແມ່ນເລືອດແຫ່ງພັນທະສັນຍາໃຫມ່,ຂອງເຮົາ ທີ່ຫລັ່ງໄຫລອອກສຳລັບຄົນທັງຫລາຍ.''

ພຣະເຢຊູກ່າວວ່າພຣະອົງຈະບໍ່ດືມນໍ້າອະງຸ່ນນີ້ອີກເມື່ອໃດ?

ພຣະເຢຊູກ່າວວ່າພຣະອົງຈະບໍ່ດື່ມນໍ້າອະງຸ່ນນີ້ອີກ ຈົນເຖິງວັນນັ້ນ ຄືພຣະອົງຈະດື່ມອັນໃຫມ່ໃນອານາຈັກຂອງພຣະເຈົ້າ.

Mark 14:26

ຢູ່ເທິງພູເຂົາຫມາກກອກເທດ ພຣະເຢຊູໄດ້ທໍານວາຍຫຍັງກຽ່ວກັບສາວົກຂອງພຣະອົງ?

ພຣະເຢຊູຊົງກ່າວແກ່ສາວົກວ່າພວກເຈົ້າທຸກຄົນຈະປະຖິ້ມພຣະອົງ.

Mark 14:30

ພຣະເຢຊູບອກເປໂຕຫຍັງຫລັງຈາກທີ່ເປໂຕເວົ້າວ່າລາວຈະບໍ່ຫລົງທາງ?

ພຣະເຢຊູບອກເປໂຕວ່າກ່ອນທີ່ໄກ່ຂັນ ສອງເທື່ອ ເປໂຕຈະປະຕິເສດພຣະເຢຊູເຖິງສາມເທື່ອ.

Mark 14:32

ພຣະເຢຊູບອກສາວົກສາມຄົນຂອງພຣະອົງເຮັດຫຍັງໃນຂະນະທີ່ພຣະອົງອະທິຖານ?

ພຣະເຢຊູບອກພວກເພິ່ນວ່າຈົ່ງເຝົ້າຄອຍລະວັງແລະຢູ່ທີ່ນີ້.

Mark 14:35

ພຣະເຢຊູອະທິຖານເພື່ອຫຍັງ?

ພຣະເຢຊູໄດ້ອະທິຖານວ່າຂໍໃຫ້ຊົ່ວໂມງນີ້ຈະຜ່ານພົ້ນໄປຈາກພຣະອົງ.

ພຣະເຢຊູເຕັມໃຈຍອມຮັບຫຍັງເປັນຄຳຕອບຕໍ່ຄຳອະທິຖານຂອງພຣະອົງຕໍ່ພຣະບິດາ?

ພຣະເຢຊູເຕັມໃຈຍອມຮັບທຸກສິ່ງຕາມພຣະປະສົງຂອງພຣະບິດາທີມີສຳລັບພຣະອົງ.

Mark 14:37

ພຣະເຢຊູພົບຫຍັງເມື່ອກັບໄປຫາພວກສາວົກສາມຄົນ?

ພຣະເຢຊູເຫັນສາວົກສາມຄົນນອນຫລັບຢູ່.

Mark 14:40

ພຣະເຢຊູພົບຫຍັງຄັ້ງທີ່ສອງທີ່ພຣະອົງກັບມາຈາກການອະທິຖານ?

ພຣະເຢຊູເຫັນສາວົກສາມຄົນພວມນອນຫລັບ.

ພຣະເຢຊູພົບຫຍັງຄັ້ງທີສາມທີ່ພຣະອົງກັບມາຈາກການອະທິຖານ?

ພຣະເຢຊູເຫັນສາວົກສາມຄົນພວມນອນຫລັບ.

Mark 14:43

ຢູດາໃຫ້ສັນຍານແນວໃດເພື່ອສະແດງໃຫ້ຄົນຍາມເຫັນວ່າແມ່ນພຣະເຢຊູ?

ຢູດາໄດ້ຈູບພຣະເຢຊູເພື່ອສະແດງວ່າພຣະເຢຊູແມ່ນໃຜ.

Mark 14:47

ພຣະເຢຊູເວົ້າຫຍັງໃນການຈັບກຸມພຮະອົງເພື່ອເຮັດໃຫ້ຕາມຂໍພຣະຄຳພີ

ພຣະເຢຊູກ່າວວ່າກໍ່ເພື່ອໃຫ້ສຳເລັດຕາມທີມີຂຽນໄວ້ຂໍ້ພຣະຄຳພີພວກເຂົາຖືດາບ, ຖືໄມ້ຄ້ອນ, ມາຈັບພຣະອົງເໝືອນດັ່ງຈັບໂຈນ

ສາວົກທີ່ຢູ່ກັບພຣະເຢຊູໄດ້ເຮັດຫຍັງເມື່ອພຣະເຢຊູຖືກຈັບ?

ພວກສາວົກທີ່ຢູ່ກັບພຣະເຢຊູໄດ້ປະຖິ້ມພຣະອົງແລະປົບຫນີໄປ.

Mark 14:51

ຊາຍຫນູ່ມທີ່ກຳລັງຕິດຕາມພຣະເຢຊູເຮັດຫຍັງເມື່ອພຣະເຢຊູຖືກຈັບ?

ຊາຍຫນູ່ມຄົນນັ້ນໄດ້ປະຜ້າປ່ານຜື້ນທີ່ນຸ່ງຢູ່ນັ້ນຖິ້ມເສຍແລະແລ່ນປົບຫນີໄປ.

Mark 14:53

ເປໂຕຢູ່ໃສ່ເມື່ອພຣະເຢຊູຖືກພາໄປຫາຫົວຫນ້າປະໂຣຫິດ?

ເປໂຕນັ່ງຢູ່ຂ້າງກອງໄຟ ເພື່ອຮັກສາຄວາມອົບອຸ່ນ.

Mark 14:55

ສິ່ງທີຜິດພາດກັບປະຈັກພະຍານຕໍ່ພຣະເຢຊູທີ່ມອບໃຫ້ສະພາ?

ບໍ່ມີຫລັກຖານຕໍ່ສູ້ພຣະເຢຊູແລະຂັດແຍ້ງກັນ.

Mark 14:60

ມະຫາປະໂຣຫິດຖາມພຣະເຢຊູວ່າພຣະເຢຊູແມ່ນໃຜ?

ມະຫາປະໂຣຫິດຖາມພຣະເຢຊູວ່າພຣະອົງເປັນພຣະຄຣິດ ເປັນພຣະບຸດຂອງພຣະເຈົ້າຜູ້ຊົງພຣະກຽດຕິຍົດບໍ່.

ພຣະເຢຊູຕອບແນວໃດຕໍ່ຄຳຖາມຂອງມະຫາປະໂຣຫິດ?

ພຣະເຢຊູຕອບວ່າພຣະອົງແມ່ນພຣະຄຣິດ, ພຣະບຸດຂອງພຣະເຈົ້າຜູ້ຊົງກຽດຕິຍົດ.

Mark 14:63

ເມື່ອໄດ້ຍິນຄຳຕອບຂອງພຣະເຢຊູ ຫົວຫນ້າປະໂຣຫິດເວົ້າວ່າພຣະເຢຊູມີຄວາມຜິດຫຍັງ?

ຫົວຫນ້າປະໂຣຫິດກ່າວວ່າພຣະເຢຊູມີຄວາມຜິດໃນການຫມິ່ນປະມາດພຣະເຈົ້າ.

ພວກເຂົາໄດ້ເຮັດຫຍັງກັບພຣະເຢຊູຫລັງຈາກທີ່ກ່າວໂທດພຣະອົງວ່າເປັນຜູ້ບໍໍ່ສົມຄວນໄດ້ຮັບຄວາມຕາຍ?

ພວກເຂົາຖົ່ມນໍ້າລາຍໃສ່ພຣະອົງ ທຸບຕີ, ແລະຂຽນຕີພຣະອົງ

Mark 14:66

ເປໂຕໄດ້ຕອບແນວໃດຕໍ່ຍິງສາວໃຊ້ທີ່ເວົ້າວ່າເປໂຕຢູ່ກັບພຣະເຢຊູ?

ເປໂຕໄດ້ຕອບວ່າລາວບໍ່ຮູ້ ຫລື ເຂົ້າໃຈກຽ່ວກັບສິ່ງທີ່ຍິງຄົນນັ້ນກຳລັງເວົ້າຢູ່.

Mark 14:71

ຄຳຕອບຂອງເປໂຕແມ່ນຫຍັງເມື່ອຖືກຖາມເປັນເທື່ອທີ່ສາມວ່າລາວເປັນສາວົກຂອງພຣະເຢຊູ?

ເປໂຕໄດ້ສາບານຕົນເອງແລະສາບແຊ່ງຕົນເອງວ່າລາວບໍ່ຮູ້ຈັກພຣະເຢຊູ.

ມີຫຍັງເກີດຂຶ້ນເມື່ອເປໂຕໄດ້ຕອບເທື່ອທີ່ສາມ?

ຫລັງຈາກເປໂຕໄດ້ຕອບເທື່ອທີ່ສາມ, ໄກ່ໄດ້ຂັນເປັນເທື່ອທີສອງ.

ເປໂຕໄດ້ເຮັດຫຍັງຫລັງຈາກທີ່ລາວໄດ້ຍິນສຽງໄກ່ຂັນ?

ຫລັງຈາກທີ່ລາວໄດ້ຍິນສຽງໄກ່ຂັນ,ເປໂຕກໍ່ໄດ້ຄິດແລະຮ້ອງໄຫ້ຂຶ້ນ.

Mark 15

Mark 15:1

ໃນຕອນເຊົ້າມືດ ພວກຫົວຫນ້າປະໂຣຫິດໄດ້ເຮັດຫຍັງກັບພຣະເຢຊູ?

ໃນຕອນເຊົ້າມືດ ພວກເຂົາໄດ້ມັດພຣະເຢຊູແລະມອບພຣະອົງໃຫ້ແກ່ປີລາດ.

Mark 15:4

ໃນຂະນະທີພວກຫົວຫນ້າປະໂຣຫິດໄດ້ຕັ້ງຂໍ້ກ່າວຫາຫລາຍຢ່າງຕໍ່ພຣະເຢຊູ, ພຣະເຢຊູເຮັດໃຫ້ປີລາດປະຫລາດໃຈຂະຫນາດໃດ?

ປີລາດປະຫລາດໃຈທີ່ພຣະເຢຊູບໍ່ໄດ້ຕອບລາວຈັກຄຳ.

Mark 15:6

ຕາມປົກກະຕິແລັວປີລາດໄດ້ເຮັດຫຍັງ ສຳລັບປະຊາຊົນໃນຊ່ວງເທດສະການປັດສະຄາ?

ຕາມປົກກະຕິແລັວປີລາດໄດ້ປ່ອຍຕົວນັກໂທດຄົນຫນຶ່ງທີ່ປະຊາຊົນຮ້ອງຂໍໃນເວລາເທດສະກາປັດສະຄາ.

Mark 15:9

ເປັນຫຍັງປີລາດຈຶ່ງຢາກປ່ອຍພຣະເຢຊູໃຫ້ປະຊາຊົນ?

ປີລາດຮູ້ວ່າເປັນຍ້ອນຄວາມອິດສາທີພວກຫົວຫນ້າປະໂຣຫິດໄດ້ມອບພຣະເຢຊູໃຫ້ແກ່ລາວ.

Mark 15:12

ປະຊາຊົນໄດ້ເວົ້າວ່າຄວນເຮັດແນວໃດກັບກະສັດຂອງຊາວຢິວ?

ປະຊາຊົນກ່າວວ່າກະສັດຂອງຊາວຢິວຄວນຈະຖືກຄຶງ.

Mark 15:16

ທະຫານແລະກອງທັບທະຫານນຸ່ງເຄື່ອງໃຫ້ພຣະເຢຊູແນວໃດ?

ພວກທະຫານເອົາເສື້ອຄຸມສີມ່ວງມານຸ່ງໃຫ້ພຣະເຊູແລະເອົາມົງກຸດມາສຸບໃສ່ຫົວຂອງພຣະອົງ.

Mark 15:19

ຜູ້ທີ່ແບກໄມ້ກາງແຂນຂອງພຣະເຢຊູ?

ຊາຍຄົນຫນຶ່ງຊື່ວ່າຊີໂມນ,ຈາກເມຶ່ອງໄທກີເຣເນ,ຖືກບັງຄັບໃຫ້ແບກໄມ້ກາງແຂນຂອງພຣະເຢຊູ.

Mark 15:22

ສະຖານທີ່ພວກທະຫານໄດ້ນຳເອົາພຣະເຢຊູໄປນັ້ນແມ່ນຊື່ຫຍັງ?

ຊື່ຂອງສະຖານທີ່ແມ່ນ, ໂຄລະໂຄທາ, ຊຶ່ງຫມາຍຄວາມວ່າ ບ່ອນກະໂຫລກຫົວ.

ພວກທະຫານໄດ້ເຮັດຫຍັງກັບເຄື່ອງນຸ່ງພຣະເຢຊູ?

ພວກທະຫານພາກັນຈົກສະຫລາກເຄື່ອງນຸ່ງຂອງພຣະເຢຊູ.

Mark 15:25

ພວກທະຫານໄດ້ຂຽນຫຍັງໃສ່ປ້າຍ?

ພວກທະຫານໄດ້ຂຽນວ່າ ''ກະສັດຂອງຊາວຢິວ'' ໃສ່ໃນປ້າຍ.

Mark 15:29

ປະຊາຊົນທີ່ຜ່ານໄປມາໄດ້ບອກໃຫ້ພຣະເຢຊູເຮັດຫຍັງ?

ປະຊາຊົນທີ່ຜ່ານໄປມາບອກພຣະເຢຊູໃໃຫ້ຊ່ວຍຕົນເອງລົງມາຈາກໄມ້ກາງແຂນ.

Mark 15:31

ພວກຫົວຫນ້າປະໂຣຫິດກ່າວວ່າພຣະເຢຊູຄວນເຮັດຫຍັງເພື່ອພວກເຂົາຈະເຊື່ອ?

ພວກຫົວຫນ້າປະໂຣຫິດກ່າວວ່າພຣະເຢຊູຄວນລົງມາຈາກໄມ້ກາງແຂນເພື່ອພວກເຂົາຈະໄດ້ເຊື່ອ.

ພວກຫົວຫນ້າປະໂຣຫິດໄດ້ໃຊ້ຕຳແຫນ່ງຫຍັງສຳລັບພຣະເຢຊູໃນຂະນະທີ່ເຍາະເຍີ້ຍພຣະອົງ?

ພວກຫົວຫນ້າປະໂຣຫິດເອີ້ນພຣະເຢຊູຄຣິດແລະກະສັດຂອງຊາດອິດສະຣາເອນ.

Mark 15:33

ມີຫຍັງເກີດຂຶ້ນໃນຫົກໂມງແລງ?

ໃນເວລາຫົກໂມງແລງ,ຄວາມມືດມົວໄປທົ່ວແຜ່ນດິນ.

ຕອນເກົ້າໂມງພຣະເຢຊູໄດ້ຮ້ອງໄຫ້ຫຍັງ?

ພຣະເຢຊູໄດ້ຮ້ອງອອກມາວ່າ''ພຣະເຈົ້າຂອງຂ້ານ້ອຍ, ພຣະເຈົ້າຂອງຂ້ານ້ອຍເປັນຫຍັງພຣະອົງຈຶ່ງປະຖິ້ມຂ້ານ້ອຍ?''

Mark 15:36

ພຣະເຢຊູໄດ້ເຮັດຫຍັງກ່ອນທີ່ພຣະອົງຈະຕາຍ?

ພຣະເຢຊູຮ້ອງຂຶ້ນສຽງດັງກ່ອນທີ່ພຣະອົງຈະຕາຍ.

ເມື່ອພຣະເຢຊູສິ້ນຊີວິດມີຫຍັງເກີດຂຶ້ນໃນພຣະວິຫານ?

ຜ້າມ່ານໃນພຣະວິຫານໄດ້ຈີກອອກເປັນສອງຕອນແຕ່ເທິງຮອດລຸ່ມເມື່ອພຣະເຢຊູສິ້ນຊີວິດ.

Mark 15:39

ນາຍທະຫານໄດ້ເປັນພະຍານຫຍັງເມື່ອເຫັນພຣະເຢຊູສິ້ນຊີວິດ?

ນາຍທະຫານໄດ້ເປັນພະຍານວ່າທ່ານຜູ້ນີ້ເປັນພຣະບຸດຂອງພຣະເຈົ້າ.

Mark 15:42

ພຣະເຢຊູຕາຍໃນມື້ໃດ?

ພຣະເຢຊູສິ້ນຊີວິດກ່ອນວັນສະບາໂຕ.

Mark 15:45

ໂຢເຊບ ກັບ ມາຣີໄທມັກດາລາໄດ້ເຮັດຫຍັງຫລັງຈາກພຣະເຢຊູສິ້ນຊີວິດ?

ໂຢເຊັບແລະມາຣີໄທມັກດາລາໄດ້ເອົາພຣະສົບພຣະເຢຊູລົງມາຈາກໄມ້ກາງແຂນ ຫໍ່ດ້ວຍຜ້າປ່ານຣິນິນ, ແລະວາງພຣະສົບໄວ້ໃນອຸມົງ, ກິ້ງກ້ອນຫີນໃຫ່ຍປິດປາກອຸມົງ.

Mark 16

Mark 16:1

ຜູ້ຍິງຄົນໃດທີ່ໄປອຸມົງຝັງສົບຂອງພຣະເຢຊູເພື່ອຫົດສົງພຣະສົບຂອງພຣະອົງ?

ພວກຜູ້ຍິງເຫລົ່ານັ້ນໄດ້ໄປທີ່ອຸມົງໃນມື້ທຳອິດຂອງອາທິດນີ້ເວລາຕາເວັນຂຶ້ນ.

Mark 16:3

ແມ່ຍິງໄດ້ເຂົ້າໄປໃນອຸມົງແນວໃດເຖິງແມ່ນວ່າມີກ້ອນຫີນໃຫ່ຍປິດຢູ່ທາງເຂົ້າ?

ມີບາງຄົນໄດ້ກິ້ງກ້ອນຫີນກ້ອນໃຫ່ຍອອກຈາກທາງເຂົ້າ.

Mark 16:5

ພວກຜູ້ຍິງເຫັນຫຍັງເວລາເຂົ້າໄປໃນອຸໂມງ?

ຜູ້ຍິງເຫັນຊາຍຫນຸ່ມ ນຸ່ງເສື້ອລາ່ມສີຂາວນັ່ງຢູ່ເບື່ອງຂວາ.

ຊາຍຫນຸ່ມຄົນນັ້ນເວົ້າຫຍັງກຽ່ວກັບພຣະເຢຊູ?

ຊາຍຫນຸ່ມກ່າວວ່າພຣະເຢຊູໄດ້ເປັນຄືນມາແລັວແລະບໍ່ໄດ້ຢູ່ທີ່ນີ້.

ຊາຍຫນຸ່ມຄົນນັ້ນບອກວ່າພວກສາວົກຈະໄປພົບພຣະເຢຊູຢູ່ໃສ່?

ຊາຍຫນຸ່ມຄົນນີ້ເວົ້າວ່າພວກສາວົກຈະໄດ້ພົບກັບພຣະເຢຊູຢູ່ທີ່ແຂວງຄາລີເລ.

Mark 16:9

ຫລັງຈາກພຣະເຢຊູຟື້ນຄືນມາຈາກຕາຍພຣະເຢຊູປາກົດຕົວໃຫ້ຜູ້ໃດພົບກັບໃຜ?

ພຣະເຢຊູປາກົດຕົວຄັ້ງທຳອິດກັບມາຣີໄທມັກດາລາ.

ພວກສາວົກຂອງພຣະເຢຊູຕອບສະຫນອງແນວໃດເມື່ອມາລີບອກພວເຂົາວ່ານາງໄດ້ເຫັນພຣະເຢຊູມີຊີວິດຢູ່?

ພວກສາວົກບໍ່ເຊື່ອ.

Mark 16:12

ສາວົກຂອງພຣະເຢຊູຕອບສະຫນອງແນວໃດ ເມື່ອສາວົກສອງຄົນບອກພວກເຂົາວ່າພວກເຂົາໄດ້ເຫັນພຣະເຢຊູມີຊີວິດຢູ່?

ພວກສາວົກບໍ່ເຊື່ອ.

Mark 16:14

ເມື່ອພຣະອົງມາປາກົດຕໍ່ພວກສາວົກ,ພຣະເຢຊູເວົ້າຫຍັງກັບພວກເຂົາກຽ່ວກັບຄວາມບໍ່ເຊື່ອຟັງຂອງພວກເຂົາ?

ພຣະເຢຊູສັ່ງຫ້າມພວກສາວົກຍ້ອນຄວາມບໍ່ເຊື່ອຟັງຂອງພວກເຂົາ.

ພຣະເຢຊູສັ່ງພວກສາວົກແນວໃດ?

ພຣະເຢຊູສັ່ງພວກສາວົກໃຫ້ໄປທົ່ວໂລກແລະປະກາດຂ່າວປະເສີດ.

ພຣະເຢຊູເວົ້າວ່າໃຜຈະລອດ?

ພຣະເຢຊູກ່າວວ່າຜູ້ທີ່ເຊື່ອແລະຮັບບັບຕິສະມາຈະລອດ.

ພຣະເຢຊູເວົ້າວ່່າຜູ້ໃດຈະຖືກຕັດສິນລົງໂທດ?

ພຣະເຢຊູກ່າວວ່າຜູ້ທີ່ບໍ່ເຊື່ອຈະຖືກຕັດສິນລົງໂທດ.

Mark 16:17

ພຣະເຢຊູເວົ້າວ່າຫມາຍສຳຄັນອັນໃດທີ່ຈະຕິດຕາມຜູ້ທີເຊື່ອ?

ພຣະເຢຊູກ່າວວ່າຜູ້ທີ່ເຊື່ອພວກເຂົາຈະຂັບໄລ່ຜີມານຮ້າຍອອກໄປ ຈະເວົ້າພາສາແປກໆ ໄດ້, ພວກເຂົາຈະດື່ມຂອງມີພິດຢ່າງໃດຢ່າງຫນຶ່ງແຕ່ສິ່ງເຫລົ່ານີ້ຈະບໍໍ່ເປັນອັນຕະລາຍແກ່ເຂົາ, ແລະປິ່ນປົ່ວຄົນອື່ນ.

Mark 16:19

ມີຫຍັງເກີດຂຶ້ນກັບພຣະເຢຊູຫລັງຈາກທີ່ພຣະອົງເວົ້າກັບພວກສາວົກ?

ຫລັງຈາກພຣະອົງເວົ້າກັບພວກສາວົກ, ພຣະເຢຊູໄດ້ຖືກຍົກຂຶ້ນສູ້ຟ້າສະຫວັນແລະນັ່ງຢູ່ເບື່ອງຂວາພຣະຫັດຂອງພຣະເຈົ້າ.

ພວກສາວົກໄດ້ເຮັດຫຍັງຫລັງຈາກນັ້ນ?

ຫລັງຈາກນັ້ນພວກສາວົກໄດ້ອອກໄປປະກາດທົ່ວທຸກທີ່ທຸກບ່ອນ.

ພຣະຜູ້ເປັນເຈົ້າໄດ້ເຮັດຫຍັງຫລັງຈາກນັ້ນ?

ຫລັງຈາກນັ້ນພຣະຜູ້ເປັນເຈົ້າໄດ້ຮ່ວມງານກັບພວກສາວົກແລະໄດ້ຢັ້ງຢືນໃຫ້ເຫັນວ່າການປະກາດຂ່າວປະເສີດຂອງພວກເພິ່ນເປັນຄວາມຈິງ ດ້ວຍຫມາຍສຳຄັນແລະການອັດສະຈັນ.