ພາສາລາວ (Lao): translationQuestions Print

Updated ? hours ago # views See on WACS

Obadiah 1

Obadiah 1:1

ອັນໃດແມ່ນເປົ້າຫມາຍຂອງພຣະຢາເວທີ່ສົ່ງທູດຂອງພຣະອົງໄປທ່າມກາງຊົນຊາດທັງຫລາຍ?

ພຣະຢາເວສົ່ງທູດຂອງພຣະອົງໄປທ່າມກາງຊົນຊາດທັງຫລາຍ ເພື່ອໃຫ້ຊົນຊາດທັງຫລາຍເຮັດສົງຄາມຕໍ່ສູ້ເອໂດມ.

Obadiah 1:3

ແມ່ນຫຍັງແມ່ນຫນຶ່ງໃນຄວາມບາບທັງຫລາຍຂອງຊາວເອໂດມ?

ຊາວເອໂດມມີຄວາມອວດອົ່ງໃນຈິດໃຈຂອງພວກເຂົາ ແລະເຊື່ອວ່າພວກເຂົາຈະບໍ່ຖືກເຮັດໃຫ້ຕົກຕໍ່າເຖິງດິນຈັກເທື່ອ.

Obadiah 1:7

ຜູ້ໃດຈະຫລອກລວງ ແລະເອົາຊະນະເອໂດມໄດ້?

ຄົນຜູ້ເປັນພັນທະມິດແຫ່ງສັນຕິກັບເອໂດມຈະຫລອກລວງ ແລະຫັກຫລັງເອໂດມ.

Obadiah 1:10

ຍ້ອນຫຍັງເອໂດມຈະຕ້ອງຖຶກປົກຄຸມດ້ວຍຄວາມອັບອາຍ ແລະຖືກຕັດອອກຕະຫລອດໄປເປັນນິດ?

ເອໂດມຈະຖືກປົກຄຸມດ້ວຍຄວາມອັບອາຍ ແລະ ຖືກຕັດອອກຕະຫລອດໄປເປັນນິດ ເພາະວ່າຄວາມໂຫດຮ້າຍຂອງເອໂດມທີໄດ້ເຮັດກັບນ້ອງຊາຍຂອງຕົນຄືຢາໂຄບ.

ມັນເກີດຫຍັງຂື້ນໃນວັນນັ້ນທີ່ ເອໂດມຢື່ນຢູ່ໄກໆຈາກຢາໂຄບ?

ໃນວັນນັ້ນ, ຄົນແປກຫນ້າທັງຫລາຍຈະໄດ້ເຂົ້າໄປໃນປະຕູຂອງເຢຣູຊາເລັມ ແລະ ຂົນເອົາຄວາມຮັ່ງມີຂອງເຂົາໄປ.

Obadiah 1:12

ພຣະຢາເວໄດ້ບອກກັບເອໂດມແນວໃດ ເພື່ອບໍ່ໃຫ້ລາວເຮັດກັບຢາດູໃນວັນແຫ່ງຄວາມທຸກຍາກຂອງຢູດານັ້ນ?

ພຣະເຢວາບອກກັບເອໂດມຢ່າໄດ້ພໍໃຈ, ຍິນດີ, ແລະຈັບສະຫລາກເພື່ອສວຍໂອກາດປຸ້ນຄວາມຮັ່ງມີຂອງຢູດາ ໃນວັນແຫ່ງຄວາມທົນທຸກຂອງຢູດານັ້ນ.

Obadiah 1:15

ພຣະຢາເວເວົ້າແນວໃດເມື່ອພວກເຂົາກັບມາຫາຫົວຂອງເອໂດມ?

ພຣະຢາເວກ່າວວ່າວ່າ ການກະທຳຂອງເອໂດມເອງຈະກັບຄືນມາຕົກໃສ່ຫົວຂອງເອໂດມຄືນ.

Obadiah 1:17

ໃນບາງພູເຂົາແຫ່ງຊີໂອນຈະມີຄວາມສາມາດແນວໃດ ທີ່ຈະຫນີຈາກຄວາມທົນທຸກຂອງຢູດາ?

ໃນບາງພູເຂົາແຫ່ງຊີໂອນຈະສະມາດຫນີລອດຈາກຄວາມທົນທຸກຂອງຢູດາ.

ຊາວເອໂດມຫລາຍປານໃດທີ່ຈະຫນີລອດຈາກການພິພາກສາຂອງພຣະຢາເວ?

ຈະບໍ່ມີຊາວເອໂດມຄົນໃດເລີຍທີ່ລອດຊີວິດເຫລືອຢູ່ ຫລັງຈາກການພິພາກສາຂອງພຣະຢາເວ.

Obadiah 1:19

ແລ້ວຜູ້ໃດຈະເປັນເຈົ້າຂອງພູເຂົາຂອງເອຊາວ?

ຄົນເຫລົ່ານັ້ນທີ່ມາຈາກເມືອງເນແກບຈະເປັນເຈົ້າຂອງພູເຂົາຂອງເອຊາວ.

Obadiah 1:20

ຈາກບ່ອນໃດທີ່ພູເຂົາຂອງເອຊາວຈະຖືກພິພາກສາ?

ພູເຂົາແຫ່ງເອຊາວຈະຖືກພິພາກສາຈາກພູເຂົາແຫ່ງຊີໂອນ.