ພາສາລາວ (Lao): translationQuestions Print

Updated ? hours ago # views See on WACS

Hebrews 1

Hebrews 1:1

ໃນອະດີດພຣະເຈົ້າໄດ້ກ່າວແບບແນວໃດ?

ໃນອະດີດພຣະເຈົ້າໄດ້ກ່າວຜ່ານທາງຜູ້ທຳນວາຍໃນຫລາຍຄັ້ງແລະໃນຫລາຍວິທີຕ່າງໆ.

ພຣະເຈົ້າໄດ້ກ່າວແນວໃດໃນຄາວສຸດທ້າຍ?

ພຣະເຈົ້າໄດ້ກ່າວໃນຄາວສຸດທ້າຍນີ້ຜ່ານທາງພຣະບຸດ?

ໂລກຈັກກະວານໄດ້ຖືກສ້າງຂຶ້ນຜ່ານທາງໃຜ?

ໂລກຈັກກະວານໄດ້ຖືກສ້າງຂຶ້ນຜ່ານທາງພຣະບຸດຂອງພຣະເຈົ້າ.

ທຸກຢ່າງຍືນຍົງໄດ້ແນວໃດ?

ທຸກສິ່ງຍືນຍົງໄດ້ໂດຍຖ້ອຍຄຳອັນຊົງຣິດອຳນາດຂອງພຣະອົງພຣະບຸດຂອງພຣະເຈົ້າ.

ພຣະບຸດສະແດງພຣະສະຫງ່າຣາສີ,ແລະສະພາບທີ່ແທ້ຈິງຂອງພຣະເຈົ້າແນວໃດ?

ພຣະບຸດເປັນແສງສະທ້ອນພຣະສະຫງ່າຣາສີຂອງພຣະເຈົ້າ,ແລະມີສະພາບເປັນພຣະລັກສະນະທີ່ແທ້ຈິງຂອງພຣະເຈົ້າ,

Hebrews 1:4

ພຣະບຸດຂອງພຣະເຈົ້າໄດ້ຮັບການປຽບທຽບກັບພວກທູດສະຫວັນແນວໃດ?

ພຣະບຸດຂອງພຣະເຈົ້າຢູ່ເໜືອພວກທູດສະຫວັນ.

Hebrews 1:6

ພຣະເຈົ້າໄດ້ສັ່ງໃຫ້ທູດສະຫວັນເຮັດຫຍັງເມື່ອພຣະບຸດໄດ້ຖືກນຳເຂົ້າມາສູ່ໂລກນີ້?

ພຣະເຈົ້າໄດ້ສັ່ງໃຫ້ບັນດາທູດສະຫວັນນ້ອມນະມັດສະການພຣະບຸດເມື່ອພຣະອົງໄດ້ຖືກນຳເຂົ້າມາສູ່ໂລກນີ້.

Hebrews 1:8

ພຣະບຸດຈະປົກຄອງໃນຖານະກະສັດດົນປານໃດ?

ພຣະບຸດຈະປົກຄອງໃນຖານະກະສັດຕະຫລອດນິຣັນດອນ.

ພຣະບຸດຮັກຫຍັງແລະພຣະບຸດກຽດຊັງຫຍັງ?

ພຣະບຸດຮັກຄວາມຊອບທຳແລະພຣະບຸດກຽດຊັງການສິ່ງອະທຳ.

Hebrews 1:10

ແມ່ນຫຍັງເກີດຂຶ້ນກັບແຜ່ນດິນໂລກແລະຟ້າສະຫວັນເມື່ອເວລາຜ່ານໄປ?

ແຜ່ນດິນໂລກແລະຟ້າສະຫວັນຈະເກົ່າໄປເໝືອນເຄື່ອງນຸ່ງຫົ່ມແລະຈະຈິບຫາຍໄປ.

Hebrews 1:13

ພຣະເຈົ້າຊົງບອກໃຫ້ພຣະບຸດປະທັບບ່ອນໃດແລະຈົນກວ່າສິ່ງໃດຈະເກິດຂຶ້ນ?

ພຣະເຈົ້າບອກໃຫ້ພຣະບຸດປະທັບນັ່ງຢູ່ທີ່ຂ້າງຂວາມືຂອງພຣະອົງຈົນກວ່າພຣະເຈົ້າຈະເຮັດໃຫ້ສັດຕູທັງຫລາຍຂອງພຣະບຸດຂາບລົງຢູ່ໃຕ້ພື້ນຕີນຂອງພຣະບຸດ.

ທູດສະຫວັນດູແລເອົາໃຈໃສ່ຜູ້ໃດ?

ທູດສະຫວັນດູແລເອົາໃຈໃສ່ຜູ້ທີ່ໄດ້ຮັບຄວາມລອດພົ້ນ.

Hebrews 2

Hebrews 2:1

ຍ້ອນຫຍັງຜູ້ທີ່ເຊື່ອຕ້ອງເອົາໃຈໃສ່ຕໍ່ສິ່ງທີ່ພວກເຂົາໄດ້ຍິນ?

ພວກຜູ້ທີ່ເຊື່ອຕ້ອງເອົາໃຈໃສ່ຕໍ່ສິ່ງທີ່ພວກເຂົາໄດ້ຍິນເພື່ອວ່າພວກເຂົາຈະບໍ່ຖືກລໍ້ລວງໃຫ້ຫລົງເສຍໄປຈາກສິ່ງນີ້.

Hebrews 2:2

ການລະເມີດແລະການບໍ່ເຊື່ອຟັງທຸກຢ່າງຈະໄດ້ຮັບຫຍັງ?

ຄົນທີ່ລະເມີດແລະຄົນທີ່ບໍ່ຍອມເຊື່ອຟັງທຸກຄົນຈະໄດ້ຮັບການລົງໂທດ.

ພຣະເຈົ້າໄດ້ເປັນພະຍານແນວໃດຕໍ່ຖ້ອຍຄຳແຫ່ງຄວາມພົ້ນທີ່ປະກາດໂດຍອົງພຣະຜູ້ເປັນເຈົ້າ?

ພຣະເຈົ້າໄດ້ເປັນພະຍານຕໍ່ຖ້ອຍຄຳໂດຍໝາຍສຳຄັນ, ການອັດສະຈັນ, ການອິດທິຣິດຕ່າງໆ, ແລະໂດຍຂອງປະທານຂອງພຣະວິນຍານບໍຣິສຸດເຈົ້າ.

Hebrews 2:5

ຜູ້ໃດທີ່ຈະບໍ່ໄດ້ປົກຄອງໂລກທີ່ຈະມາເຖິງ?

ພວກທູດສະຫວັນຈະບໍ່ໄດ້ປົກຄອງໂລກທີ່ຈະມາເຖິງ.

Hebrews 2:7

ຜູ້ໃດຈະໄດ້ປົກຄອງໂລກທີ່ຈະມາເຖິງ?

ມະນຸດຈະປົກຄອງໂລກທີ່ຈະມາເຖິງ.

Hebrews 2:9

ເປັນຫຍັງພຣະເຢຊູຈຶ່ງໄດ້ຮັບພຣະສະຫງ່າຣາສີແລະພຣະກຽດສວມເປັນມົງກຸດ?

ພຣະເຢຊູໄດ້ຮັບພຣະສະຫງ່າຣາສີແລະພຣະກຽດສວມເປັນມົງກຸດຍ້ອນການທົນທຸກແລະການຕາຍຂອງພຣະອົງ.

ພຣະເຢຊູໄດ້ຊີມລົດຄວາມຕາຍເພື່ອໃຜ?

ພຣະເຢຊູໄດ້ຊີມລົດຄວາມຕາຍເພື່ອມະນຸດທຸກຄົນ.

ພຣະເຈົ້າວາງແຜນທີ່ຈະນຳໃຜໄປສູ່ສະຫງ່າຣາສີ?

ພຣະເຈົ້າວາງແຜນທີ່ຈະນຳບຸດຫລວງຫລາຍໄປສູ່ສະຫງ່າຣາສີ.

Hebrews 2:11

ຜູ້ໃດແມ່ນທັງສອງທີ່ມາຈາກແຫລ່ງກຳເນີດດຽວ,ຄືພຣະເຈົ້າ?

ທັງຜູ້ຊຳລະໃຫ້ບໍຣິສຸດແລະພວກທີ່ໄດ້ຮັບການຊຳລະໃຫ້ບໍຣິສຸດລ້ວນມາຈາກແຫລ່ງກຳເນີດດຽວກັນ,ຄືພຣະເຈົ້າ.

Hebrews 2:13

ຜູ້ໃດທີ່ຖືກເຮັດໃຫ້ບໍ່ມີອຳນາດຜ່ານການຕາຍຂອງພຣະເຢຊູ?

ມານຮ້າຍໄດ້ຖືກເຮັດໃຫ້ບໍ່ມີອຳນາດຜ່ານການຕາຍຂອງພຣະເຢຊູ.

ຄົນທັງປວງໄດ້ຮັບການປົດປ່ອຍຈາກການເປັນທາດຜ່ານການຕາຍຂອງພຣະເຢຊູແນວໃດ?

ຜ່ານການຕາຍຂອງພຣະເຢຊູ,ຄົນທັງປວງໄດ້ຮັບການປົດປ່ອຍຈາກການເປັນທາດຂອງຄວາມຢ້ານຕາຍ.

Hebrews 2:16

ເປັນຫຍັງຈຶ່ງຈຳເປັນທີ່ພຣະເຢຂູຕ້ອງເປັນເໝືອນພີ່ນ້ອງຂອງພຣະອົງທຸກຢ່າງ?

ຈຳເປັນເພື່ອພຣະອົງຈະໄດ້ກາຍເປັນມະຫາປະໂຣຫິດຜູ້ປະກອບດ້ວຍຄວາມສັດຊື່ແລະມີໃຈເມດຕາໃນການບົວລະບັດຮັບໃຊ້ພຣະເຈົ້າ, ແລະເພື່ອພຣະອົງຈະນຳການຍົກໂທດບາບມາຍັງຄົນທັງປວງ.

ເປັນຫຍັງພຣະເຢຊູຈຶ່ງສາມາດຊ່ວຍຜູ້ທີ່ຖືກທົດລອງໄດ້?

ພຣະເຢຊູສາມາດຊ່ວຍເຫລືອຜູ້ທີ່ຖືກທົດລອງໄດ້ເພາະພຣະອົງຊົງຖືກທົດລອງເໝືອນກັນ.

Hebrews 3

Hebrews 3:1

ຜູ້ຂຽນພຣະທຳເຮັບເຣີໃຫ້ພຣະເຢຊູມີສອງຕຳແໜ່ງຫຍັງແດ່?

ຜູ້ຂຽນໃຫ້ຕຳແໜ່ງອັກຄະສາວົກແລະມະຫາປະໂຣຫິດໃຫ້ພຣະເຢຊູ.

ຍ້ອນຫຍັງພຣະເຢຊູຈຶ່ງຖືວ່າສົມຄວນທີ່ຈະໄດ້ຮັບພຣະສະຫງ່າຣາສີຍິ່ງໃຫຍ່ກວ່າໂມເຊ?

ພຣະເຢຊູຊົງຖືກຖືວ່າສົມຄວນທີ່ຈະໄດ້ຮັບພຣະສະຫງ່າຣາສີຍິ່ງໃຫຍ່ກວ່າໂມເຊຍ້ອນວ່າຂະນະທີ່ໂມເຊມີຄວາມສັດຊື່ຕໍ່ພາລະກິດຂອງຕົນໃນຄົວເຮືອນຂອງພຣະເຈົ້າ, ພຣະເຢຊູເປັນຜູ້ທີ່ກໍ່ສ້າງເຮືອນ

Hebrews 3:5

ໂມເຊມີໜ້າທີ່ຫຍັງແດ່ໃນຄົວເຮືອນຂອງພຣະເຈົ້າ?

ໂມເຊເປັນຜູ້ຮັບໃຊ້ໃນຄົວເຮືອນຂອງພຣະເຈົ້າ.

ແມ່ນຫຍັງກ່ຽວກັບສິ່ງທີ່ໂມເຊເປັນພະຍານ?

ໂມເຊໄດ້ໃຫ້ຄຳພະຍານກ່ຽວກັບສິ່ງຕ່າງໆທີ່ຈະຕ້ອງກ່າວເຖິງໃນອະນາຄົດ.

ພຣະເຢຊູມີບົດບາດແນວໃດໃນຄົວເຮືອນຂອງພຣະເຈົ້າ?

ພຣະເຢຊູເປັນລູກທີ່ມີອຳນາດໃນຄົວເຮືອນຂອງພຣະເຈົ້າ.

ໃຜເປັນຄົວເຮືອນຂອງພຣະເຈົ້າ?

ຜູ້ທີ່ເຊື່ອແມ່ນຄົວເຮືອນຂອງພຣະເຈົ້າຖ້າຫາກເຮົາຢຶດໝັ້ນໃນຄວາມໄວ້ວາງໃຈ ໃນຄວາມຫວັງຂອງພວກເຮົາ.

Hebrews 3:7

ຊາວອິດສະຣາເອນໃນຖິ່ນແຫ້ງແລ້ງກັນດານໄດ້ເຮັດຫຍັງເມື່ອພວກເຂົາໄດ້ຍິນພຣະສຸຣະສຽງຂອງພຣະເຈົ້າ?

ຊາວອິດສະຣາເອນເຮັດໃຈແຂງກະດ້າງ.

Hebrews 3:9

ພຣະເຈົ້າໄດ້ສາບານວ່າແນວໃດກ່ຽວກັບຊາວອິດສະຣາເອນຜູ້ທີ່ໃຈຂອງພວກເຂົາມັກຫລົງຜິດຢູ່ສະເໝີ?

ພຣະເຈົ້າສາບານວ່າພວກເຂົາຈະບໍ່ໄດ້ເຂົ້າໄປໃນບ່ອນທີ່ເຮົາຈະໃຫ້ພວກເຂົາໄດ້ພັກຜ່ອນ.

Hebrews 3:12

ເລື່ອງຫຍັງທີ່ພວກພີ່ນ້ອງໄດ້ຮັບການເຕືອນໃຫ້ລະວັງ?

ພວກພີ່ນ້ອງໄດ້ຮັບການເຕືອນໃຫ້ລະວັງທີ່ຈະບໍ່ຫັນໜີຈາກພຣະເຈົ້າຜູ້ຊົງພຣະຊົນຢູ່.

ພີ່ນ້ອງຄວນເຮັດຫຍັງເພື່ອຫລີກລ້ຽງຈາກການຖືກບາບລໍ້ລວງໃຫ້ມີໃຈດື້ດ້ານບໍ່ເຊື່ອຟັງ?

ພີ່ນ້ອງຄວນໜູນໃຈກັນແລະກັນທຸກວັນ.

Hebrews 3:14

ໃນຖານະເປັນຜູ້ຮ່ວມງານກັບພຣະຄຣິດ,ຜູ້ທີ່ເຊື່ອຕ້ອງເຮັດຫຍັງ?

ໃນຖານະເປັນຜູ້ຮ່ວມງານກັບພຣະຄຣິດ, ຜູ້ທີ່ເຊື່ອຕ້ອງຍຶດໝັ້ນຢ່າງເຕັມທີ່ໃນຄວາມຫວັງໃຈທີ່ມີໃນພຣະອົງຕັ້ງແຕ່ຕອນຕົ້ນຈົນເຖິງວັນສຸດທ້າຍ.

Hebrews 3:16

ພຣະເຈົ້າໂກດຮ້າຍໃຜເປັນເວລາສີ່ສິບປີ?

ພຣະເຈົ້າໂກດຮ້າຍຜູ້ທີ່ເຮັດຜິດໃນຖິ່ນແຫ້ງແລ້ງກັນດານ.

ເກີດຫຍັງຂຶ້ນກັບຄົນທີ່ພຣະເຈົ້າໂກດຮ້າຍ?

ຊາກສົບຂອງພວກເຂົາຖືກປະຖິ້ມໃນຖິ່ນແຫ້ງແລ້ງກັນດານ.

ເປັນຫຍັງຊາວອິດສະຣາເອນທີ່ບໍ່ເຊື່ອຟັງຈຶ່ງບໍ່ສາມາດເຂົ້າໄປໃນບ່ອນພັກເຊົາຂອງພຣະເຈົ້າ?

ພວກເຂົາບໍ່ສາມາດເຂົ້າໄປໃນບ່ອນພັກເຊົາຂອງພຣະເຈົ້າໄດ້ເພາະຄວາມບໍ່ເຊື່ອຟັງຂອງພວກເຂົາ.

Hebrews 4

Hebrews 4:1

ຜູ້ທີ່ເຊື່ອແລະຊາວອິດສະຣາເອນ ທັງສອງໄດ້ຍິນຂ່າວປະເສີດຫຍັງ?

ຜູ້ທີ່ເຊື່ອແລະຊາວອິດສະຣາເອນທັງສອງໄດ້ຍິນຂ່າວປະເສີດກ່ຽວກັບການພັກສະຫງົບຂອງພຣະເຈົ້າ.

ຍ້ອນຫຍັງຂ່າວປະເສີດຈຶ່ງບໍ່ເປັນປະໂຫຍດຕໍ່ຊາວອິດສະຣາເອນ?

ຂ່າວປະເສີດບໍ່ເປັນປະໂຫຍດຕໍ່ຊາວອິດສະຣາເອນຍ້ອນວ່າພວກເຂົາບໍ່ໄດ້ເຂົ້າສ່ວນກັບຄົນເຫລົ່ານັ້ນທີ່ເຊື່ອຟັງ.

Hebrews 4:3

ໃຜແດ່ເປັນຜູ້ທີ່ເຂົ້າໄປໃນບ່ອນພັກສະຫງົບຂອງພຣະເຈົ້າ?

ຜູ້ທີ່ເຊື່ອໄດ້ເຂົ້າໄປບ່ອນພັກສະຫງົບຂອງພຣະເຈົ້າ.

ພຣະເຈົ້າໄດ້ສຳເລັດວຽກທີ່ຊົງສ້າງແລ້ວແລະພັກຜ່ອນຕອນໃດ?

ພຣະເຈົ້າໄດ້ສຳເລັດວຽກທີ່ຊົງສ້າງຕັ້ງແຕ່ວາງຮາກສ້າງໂລກແລະຫລັງຈາກນັ້ນພັກຜ່ອນໃນມື້ທີເຈັດ.

ພຣະເຈົ້າໄດ້ກ່າວຫຍັງກັບຊາວອິດສະຣາເອນແລະການພັກສະຫງົບຂອງພຣະອົງ?

ພຣະເຈົ້າໄດ້ກ່າວວ່າຊາວອິດສະຣາເອນຈະບໍ່ໄດ້ເຂົ້າໄປໃນບ່ອນພັກສະຫງົບຂອງພຣະອົງ.

Hebrews 4:6

ຕອນນີ້ພຣະເຈົ້າກຳນົດມື້ໃດສຳລັບຄົນທີ່ຈະເຂົ້າສູ່ການພັກສະຫງົບຂອງພຣະອົງ?

ພຣະເຈົ້າໄດ້ກຳນົດ “ມື້ນີ້“ ເປັນວັນສຳລັບຄົນທັງປວງຈະເຂົ້າສູ່ການພັກສະຫງົບຂອງພຣະອົງ.

ບຸກຄົນຕ້ອງເຮັດຫຍັງເພື່ອຈະໄດ້ເຂົ້າສູ່ການພັກສະຫງົບຂອງພຣະເຈົ້າ?

ບຸກຄົນຕ້ອງຟັງພຣະສຸຣະສຽງຂອງພຣະເຈົ້າແລະບໍ່ເຮັດໃຫ້ຫົວໃຈຂອງຕົນແຂງກະດ້າງ.

Hebrews 4:8

ແມ່ນຫຍັງຄືສິ່ງທີ່ຍັງສະຫງວນໄວ້ສຳລັບໄພ່ພົນຂອງພຣະເຈົ້າ?

ວັນສະບາໂຕແຫ່ງການພັກສະຫງົບຍັງສະຫງວນໄວ້ສຳລັບໄພ່ພົນຂອງພຣະເຈົ້າ.

ບຸກຄົນທີ່ເຂົ້າສູ່ການພັກສະຫງົບຂອງພຣະເຈົ້າແມ່ນການໄດ້ພັກຈາກຫຍັງ?

ບຸກຄົນທີ່ເຂົ້າສູ່ການພັກສະຫງົບຂອງພຣະເຈົ້າແມ່ນການໄດ້ພັກຕົວເອງຈາກວຽກການຂອງຕົນ.

ຍ້ອນຫຍັງຜູ້ທີ່ເຊື່ອຄວນກະຕືລືລົ້ນທີ່ຈະເຂົ້າໄປໃນບ່ອນພັກສະຫງົບຂອງພຣະເຈົ້າ?

ຜູ້ທີ່ເຊື່ອຄວນກະຕືລືລົ້ນທີ່ຈະເຂົ້າໄປໃນບ່ອນພັກສະຫງົບຂອງພຣະເຈົ້າເພື່ອບໍ່ໃຫ້ພວກເຂົານັ້ນຫລົງເສຍໄປຄືກັບຊາວອິດສະຣາເອນ.

Hebrews 4:12

ພຣະທັມຂອງພຣະເຈົ້າຄົມຍິ່ງກວ່າຫຍັງ?

ພຣະທັມຂອງພຣະເຈົ້າຄົມຍິ່ງກວ່າດາບສອງຄົມ.

ພຣະທັມຂອງພຣະເຈົ້າສາມາດແຍກຫຍັງ?

ພຣະທັມຂອງພຣະເຈົ້າສາມາດແຍກຈິດວິນຍານ, ແຍກຂໍ້ຕໍ່ຈາກໄຂໃນກະດູກ.

ພຣະທັມຂອງພຣະເຈົ້າສາມາດຮູ້ເຖິງຫຍັງ?

ພຣະທັມຂອງພຣະເຈົ້າສາມາດຮູ້ເຖິງຄວາມຄິດແລະເຈດຕະນາໃນຫົວໃຈ.

ຜູ້ໃດຖືກປິດບັງຈາກສາຍຕາຂອງພຣະເຈົ້າ?

ບໍ່ມີສິ່ງໃດທີ່ຖືກສ້າງຂຶ້ນແລ້ວຖືກປິດບັງຈາກສາຍຕາຂອງພຣະເຈົ້າໄດ້.

Hebrews 4:14

ຜູ້ໃດທີ່ປົນນິບັດຮັບໃຊ້ໃນຖານະມະຫາປະໂຣຫິດຜູ້ຍິ່ງໃຫຍ່ສຳລັບຜູ້ທີ່ເຊື່ອທັງຫລາຍ?

ພຣະເຢຊູພຣະບຸດຂອງພຣະເຈົ້າປົນນິບັດຮັບໃຊ້ໃນຖານະມະຫາປະໂຣຫິດຜູ້ຍິ່ງໃຫຍ່ສຳລັບຜູ້ທີ່ເຊື່ອທັງຫລາຍ.

ຍ້ອນຫຍັງພຣະເຢຊູຮູ້ສຶກສົງສານໃນຄວາມອ່ອນແອຂອງຜູ້ທີ່ເຊື່ອ?

ພຣະເຢຊູຮູ້ສຶກສົງສານໃນຄວາມອ່ອນແອຂອງຜູ້ທີ່ເຊື່ອເພາະວ່າພຣະອົງກໍ່ຊົງຖືກທົດລອງໃນທຸກຢ່າງ.

ພຣະເຢຊູເຮັດບາບຈັກເທື່ອ?

ພຣະເຢຊູບໍ່ມີບາບ.

ໃນເວລາທີ່ຕ້ອງການ, ຜູ້ທີ່ເຊື່ອຄວນຈະເຮັດຫຍັງເພື່ອຈະໄດ້ຮັບຄວາມເມດຕາແລະໄດ້ພົບພຣະຄຸນ?

ໃນເວລາທີ່ຕ້ອງການ, ຜູ້ທີ່ເຊື່ອຕ້ອງມາພ້ອມກັບຄວາມໝັ້ນໃຈຕໍ່ພຣະທີ່ນັ່ງແຫ່ງພຣະຄຸນ.

Hebrews 5

Hebrews 5:1

ມະຫາປະໂຣຫິດທຸກຄົນເຮັດຫຍັງແທນປະຊາຊົນ?

ມະຫາປະໂຣຫິດທຸກຄົນເປັນຜູ້ຖວາຍ ເຄື່ອງຖວາຍແລະເຄື່ອງບູຊາເພື່ອລຶບບາບທັງຫລາຍ, ແທນປະຊາຊົນ.

ນອກເໜືອຈາກປະຊາຊົນແລ້ວ, ມະຫາປະໂຣຫິດຍັງຖວາຍເຄື່ອງບູຊາເພື່ອໃຜ?

ມະຫາປະໂຣຫິດຍັງຖວາຍເຄື່ອງບູຊາສຳລັບບາບຂອງຕົນ.

Hebrews 5:4

ມະນຸດຄົນໜື່ງໄດ້ຮັບກຽດໃນການເປັນມະຫາປະໂຣຫິດຂອງພຣະເຈົ້າໄດ້ແນວໃດ?

ມະນຸດຄົນໜຶ່ງຕ້ອງໄດ້ຮັບການຊົງເອີ້ນໂດຍພຣະເຈົ້າໃຫ້ເປັນມະຫາປະໂຣຫິດຂອງພຣະເຈົ້າ.

ໃຜປະກາດວ່າພຣະຄຣິດເປັນມະຫາປະໂຣຫິດ?

ພຣະເຈົ້າປະກາດວ່າພຣະຄຣິດເປັນມະຫາປະໂຣຫິດ

Hebrews 5:6

ພຣະຄຣິດເປັນມະຫາປະໂຣຫິດຂອງພຣະເຈົ້າດົນປານໃດ?

ພຣະຄຣິດເປັນມະຫາປະໂຣຫິດຂອງພຣະເຈົ້າຕະຫລອດໄປ.

ພຣະຄຣິດຊົງເປັນມະຫາປະໂຣຫິດຕາມແບບໃຜ?

ພຣະຄຣິດຊົງເປັນມະຫາປະໂຣຫິດຕາມແບບຂອງເມຄີເຊເດັກ

Hebrews 5:7

ຍ້ອນຫຍັງພຣະເຈົ້າຈຶ່ງນ້ອມຮັບຟັງເມື່ອພຣະຄຣິດອະທິຖານ?

ພຣະເຈົ້ານ້ອມຮັບຟັງພຣະຄຣິດອະທິຖານຍ້ອນວ່າພຣະອົງຊົງຢຳເກງພຣະເຈົ້າ.

ພຣະຄຣິດໄດ້ຮຽນຮູ້ການເຊື່ອຟັງແນວໃດ?

ພຣະຄຣິດໄດ້ຮຽນຮູ້ການເຊື່ອຟັງຈາກສິ່ງທີ່ພຣະອົງຊົງທຸກລຳບາກ.

Hebrews 5:9

ພຣະຄຣິດໄດ້ເປັນຕົ້ນກຳເນີດແຫ່ງຄວາມພົ້ນອັນຕະຫລອດໄປເປັນນິດສຳລັບໃຜ?

ພຣະຄຣິດໄດ້ເປັນຕົ້ນກຳເນີດແຫ່ງຄວາມພົ້ນອັນຕະຫລອດໄປເປັນນິດສຳລັບທຸກຄົນທີ່ເຊື່ອຟັງພຣະອົງ.

ແມ່ນຫຍັງຄືສະພາບທາງວິນຍານຂອງຜູ້ອ່ານຂອງຈົດໝາຍຕົ້ນເດີມສະບັບນີ້?

ຜູ້ອ່ານຕົ້ນເດີມໄດ້ກາຍເປັນຄົນເສີຍຊາໃນການຟັງ.

Hebrews 5:12

ຜູ້ຂຽນຈົດໝາຍເວົ້າແນວໃດວ່າຜູ້ທີ່ເຊື່ອນັ້ນຈະເຕີບໃຫຍ່ຕັ້ງແຕ່ເດັກນ້ອຍທາງວິນຍານເປັນຜູ້ໃຫຍ່ເຕັມທີ່?

ຜູ້ທີ່ເຊື່ອຈະເລີນເຕີບໃຫຍ່ທາງວິນຍານໂດຍການຝຶກຫັດອົບຮົມແຍກຄວາມຜິດຈາກສິ່ງທີ່ຜິດ, ສາມາດສັງເກດວ່າສິ່ງໃດດີແລະສິ່ງໃດຊົ່ວ.

Hebrews 6

Hebrews 6:1

ຜູ້ຂຽນພຣະທັມເຮັບເຣີຕ້ອງການໃຫ້ພວກຜູ້ທີ່ເຊື່ອກ້າວໄປສູ່ຫຍັງ?

ຜູ້ຂຽນພຣະທັມເຮັບເຣີຕ້ອງການໃຫ້ພວກຜູ້ທີ່ເຊື່ອກ້າວໄປສູ່ຄວາມເປັນຜູ້ໃຫຍ່.

ຄຳສອນຫຍັງທີ່ຜູ້ຂຽນບອກວ່າເປັນຮາກຖານແຫ່ງຄຳສອນຂອງພຣະຄຣິດ?

ຮາກຖານຂອງຄຳສອນຄືການກັບໃຈໃໝ່ຈາກການກະທຳທີ່ນຳໄປສູ່ຄວາມຕາຍ, ຄວາມເຊື່ອໃນພຣະເຈົ້າ, ການບັບຕິສະມາ, ວິທີວາງມື, ການເປັນຄືນມາຈາກຕາຍ, ແລະເລື່ອງການພິພາກສາລົງໂທດເປັນນິດ.

Hebrews 6:4

ແມ່ນຫຍັງຄືສິ່ງທີ່ເປັນໄປບໍ່ໄດ້ສຳລັບຜູ້ທີ່ເຄີຍມີສ່ວນຮ່ວມກັບພຣະວິນຍານບໍຣິສຸດເຈົ້າ,ແຕ່ຫລັງຈາກນັ້ນກໍ່ຕົກເສຍ, ໄປ?

ເປັນໄປບໍ່ໄດ້ສຳລັບຜູ້ທີ່ເຄີຍມີສ່ວນຮ່ວມກັບພຣະວິນຍານບໍຣິສຸດເຈົ້າ,ແຕ່ຫລັງຈາກນັ້ນກໍ່ຕົກເສຍໄປ, ກໍ່ເຫລືອວິໄສທີ່ຈະນຳພວກເຂົາມາສູ່ການກັບໃຈໃໝ່ອີກໄດ້.

ແມ່ນຫຍັງຄືສິ່ງທີ່ຄົນເຫລົ່ານັ້ນໄດ້ຊີມຣົດມາແລ້ວ?

ຄົນເຫລົ່ານີ້ໄດ້ຊີມຣົດຂອງປະທານຈາກສະຫວັນ, ຖ້ອຍຄຳອັນດີງາມຂອງພຣະເຈົ້າ, ແລະຣິດເດດຂອງຍຸກທີ່ຈະມາເຖິງ.

ຍ້ອນຫຍັງຄົນເຫລົ່ານີ້ຈຶ່ງບໍ່ສາມາດກັບຄືນສູ່ການກັບໃຈໃໝ່ອີກໄດ້?

ພວກເຂົາບໍ່ສາມາດທີ່ຈະກັບຄືນສູ່ການກັບໃຈໃໝ່ອິກໄດ້ຍ້ອນວ່າເຂົາໄດ້ຄຶງພຣະບຸດຂອງພຣະເຈົ້າເພື່ອຕົວຂອງພວກເຂົາເອງ.

Hebrews 6:7

ການປຽບທຽບຂອງຜູ້ຂຽນ, ມີຫຍັງເກີດຂຶ້ນກັບແຜ່ນດິນທີ່ໄດ້ຮັບນ້ຳຝົນ ແຕ່ໃຫ້ພືດທີ່ມີສ້ຽນໜາມ?

ແຜ່ນດິນທີ່ໄດ້ຮັບນ້ຳຝົນແຕ່ໃຫ້ພືດທີ່ມີສ້ຽນໜາມ ໃນທີ່ສຸດມັນກໍ່ຈະຖືກເຜົາໄຟເສຍ.

Hebrews 6:9

ແມ່ນຫຍັງຄືຄວາມຄາດຫວັງຂອງຜູ້ຂຽນກ່ຽວກັບຜູ້ທີ່ເຊື່ອທີ່ລາວກຳລັງຂຽນຈົດໝາຍເຖິງ?

ຜູ້ຂຽນຄາດຫວັງສິ່ງຕ່າງໆທີ່ດີກວ່າກ່ຽວກັບຜູ້ທີ່ເຊື່ອເຫລົ່ານີ້, ສິ່ງຕ່າງໆທີ່ກ່ຽວກັບຄວາມພົ້ນ.

ພຣະເຈົ້າຈະບໍ່ລືມຫຍັງກ່ຽວກັບຜູ້ທີ່ເຊື່ອເຫລົ່ານີ້?

ພຣະເຈົ້າຈະບໍ່ລືມວຽກງານ, ຄວາມຮັກ, ແລະການຮັບໃຊ້ຂອງພວກເຂົາຕໍ່ໄພ່ພົນຂອງພຣະເຈົ້າ.

Hebrews 6:11

ຜູ້ເຊື່ອຄວນຮຽນແບບຫຍັງກຽ່ວກັບຜູ້ສຶບທອດ ຄຳສັນຍາຂອງພຣະເຈົ້າ?

ຜູ້ເຊື່ອຄວນຮຽນແບບຄວາມເຊື່ອແລະຄວາມອົດທົນຂອງຜູ້ສຶບທອດ ຄຳສັນຍາຂອງພຣະເຈົ້າ.

Hebrews 6:13

ແມ່ນຫຍັງຄືສິ່ງທີ່ອັບຣາຮາມຕ້ອງເຮັດເພື່ອຈະໄດ້ຮັບສິ່ງທີ່ພຣະເຈົ້າຊົງສັນຍາໄວ້ກັບລາວ?

ອັບຣາຮາມຕ້ອງພຽນລໍຄອຍດ້ວຍຄວາມອົດທົນເພື່ອຈະໄດ້ຮັບສິ່ງທີ່ພຣະເຈົ້າໄດ້ຊົງສັນຍາເອົາໄວ້ກັບລາວ.

Hebrews 6:16

ຍ້ອນຫຍັງພຣະເຈົ້າຊົງຢືນຢັນພຣະສັນຍາຂອງພຣະອົງດ້ວຍຄຳສາບານ?

ພຣະເຈົ້າຊົງຢືນຢັນຄຳສັນຍາຂອງພຣະອົງດ້ວຍຄຳສາບານເພື່ອສະແດງໃຫ້ເຫັນຢ່າງຈະແຈ້ງເຖິງພຣະປະສົງທີ່ບໍ່ປ່ຽນແປງຈັກເທື່ອຂອງພຣະອົງ.

ພຣະເຈົ້າເຮັດຫຍັງບໍ່ໄດ້?

ພຣະເຈົ້າບໍ່ສາມາດຕົວະໄດ້.

Hebrews 6:19

ຄວາມໝັ້ນໃຈຂອງຜູ້ທີ່ເຊື່ອໃນພຣະເຈົ້າເຮັດຫຍັງແດ່ສຳລັບຈິດວິນຍານຂອງພວກເຂົາ?

ຄວາມໝັ້ນໃຈຂອງຜູ້ທີ່ເຊື່ອໃນພຣະເຈົ້າເປັນສະໝໍທີ່ປອດໄພແລະເຊື່ອໃຈໄດ້ສຳລັບຈິດວິນຍານຂອງພວກເຂົາ.

ພຣະເຢຊູໄດ້ສະເດັດເຂົ້າໄປບ່ອນໃດທີ່ເປັນຜູ້ນຳໜ້າໄປກ່ອນເພື່ອຜູ້ທີ່ເຊື່ອ?

ພຣະເຢຊູໄດ້ສະເດັດເຂົ້າໄປໃນສະຖານທີ່ພາຍໃນຫລັງຜ້າກັ້ງເປັນຜູ້ນຳໜ້າໄປກ່ອນເພື່ອຜູ້ທີ່ເຊື່ອ.

Hebrews 7

Hebrews 7:1

ສອງຕຳແໜ່ງຂອງເມຄີເຊເດັກມີຫຍັງແດ່?

ເມຄີເຊເດັກເປັນກະສັດແຫ່ງເມືອງຊາເລັມແລະເປັນປະໂຣຫິດຂອງພຣະເຈົ້າສູງສຸດ.

ອັບຣາຮາມໄດ້ຖວາຍຫຍັງໃຫ້ເມຄີເຊເດັກ?

ອັບຣາຮາມໄດ້ຖວາຍໜຶ່ງສ່ວນສິບຂອງສິ່ງທີ່ລາວໄດ້ມາໃຫ້ແກ່ເມຄີເຊເດັກ.

ຊື່ເມຄີເຊເດັກໝາຍຄວາມວ່າແນວໃດ?

ຊື່ເມຄີເຊເດັກມີຄວາມໝາຍເຖິງ “ກະສັດແຫ່ງຄວາມຊອບທັມ“ ແລະ “ກະສັດແຫ່ງສັນຕິສຸກ“.

ເຊື້ອວົງຂອງເມຄີເຊເດັກແມ່ນໃຜ, ແລະລາວຕາຍເມື່ອໃດ?

ເມຄີເຊເດັກບໍ່ມີເຊື້ອວົງແລະບໍ່ມີຈຸດສິ້ນສຸດຂອງຊີວິດ.

Hebrews 7:4

ພວກປະໂຣຫິດສືບເຊື້ອສາຍມາຈາກໃຜ, ໃຜເປັນປະໂຣຫິດຕາມກົດບັນຍັດ,ແລະແມ່ນໃຜເກັບເອົາໜຶ່ງສ່ວນສິບຈາກປະຊາຊົນ?

ພວກປະໂຣຫິດຕາມກົດບັນຍັດສືບເຊື້ອສາຍມາຈາກເລວີແລະອັບຣາຮາມ.

Hebrews 7:7

ໃຜເປັນຜູ້ຍິ່ງໃຫຍ່ກວ່າ, ອັບຣາຮາມຫລືເມຄີເຊເດັກ?

ເມຄີເຊເດັກຍິ່ງໃຫຍ່ກວ່າເພາະວ່າເພິ່ນອວຍພອນໃຫ້ອັບຣາຮາມ.

ເຜົ່າເລວີຖວາຍໜຶ່ງສ່ວນສິບຂອງຕົນໃຫ້ກັບເມຄີເຊເດັກໃນທາງໃດແດ່?

ເຜົ່າເລວີເອງຍັງໄດ້ຖວາຍໜຶ່ງສ່ວນສິບໃຫ້ກັບເມຄີເຊເດັກເພາະວ່າເຜົ່າເລວີຢູ່ໃນສາຍເລືອດຂອງບັນພະບຸຣຸດຄືອັບຣາຮາມ ໃນເວລາທີ່ອັບຣາຮາມໄດ້ຖວາຍໜຶ່ງສ່ວນສິບໃຫ້ກັບເມຄີເຊເດັກ.

Hebrews 7:11

ຍ້ອນຫຍັງຈຶ່ງຈຳເປັນຕ້ອງມີມະຫາປະໂຣຫິດອີກຄົນໜຶ່ງເກີດຂຶ້ນຕາມແບບຂອງເມຄີເຊເດັກ?

ຈຳເປັນຕ້ອງມີປະໂຣຫິດອີກຄົນໜຶ່ງເກີດຂຶ້ນຕາມແບບຂອງເມຄີເຊເດັກເພາະຄວາມບໍຣິບູນບໍ່ສາມາດເປັນຈິງໄດ້ໂດຍຜ່ານທາງລະບົບການເປັນປະໂຣຫິດຂອງເຜົ່າເລວີ.

ແມ່ນຫຍັງເປັນສິ່ງທີ່ຕ້ອງປ່ຽນແປງອີກເທື່ອໜຶ່ງເມື່ອຕຳແໜ່ງປະໂຣຫິດປ່ຽນແປງໄປ?

ກົດບັນຍັດກໍ່ຕ້ອງໄດ້ຮັບການປ່ຽນແປງດ້ວຍເມື່ອຕຳແໜ່ງປະໂຣຫິດປ່ຽນແປງໄປ.

Hebrews 7:13

ພຣະເຢຊູສືບເຊື້ອສາຍມາຈາກຕະກຸນໃດ, ແລະຕະກຸນນີ້ເຄີຍຮັບໃຊ້ໃນຕຳແໜ່ງປະໂຣຫິດມາກ່ອນບໍ?

ພຣະເຢຊູສືບເຊື້ອສາຍມາຈາກຕະກຸນຢູດາ, ເຊິ່ງບໍ່ເຄີຍຮັບໃຊ້ໃນຕຳແໜ່ງປະໂຣຫິດມາກ່ອນ

Hebrews 7:15

ພຣະເຢຊູໄດ້ກາຍເປັນປະໂຣຫິດໂດຍຕາມແບບຢ່າງຂອງເມຄີເຊເດັກແນວໃດ?

ພຣະເຢຊູໄດ້ກາຍເປັນປະໂຣຫິດຕາມແບບຢ່າງຂອງເມຄີເຊເດັກໂດຍຣິດເດດແຫ່ງຊີວິດອັນບໍ່ຮູ້ເສື່ອມສູນ.

Hebrews 7:18

ແມ່ນຫຍັງທີ່ຖືກຍົກເລີກເພາະມັນມີຂໍ້ບົກຜ່ອງແລະໃຊ້ການບໍ່ໄດ້?

ກົດບັນຍັດກ່ອນໜ້ານີ້, ກົດໝາຍ,ຖືກຍົກເລີກເພາະມັນມີຂໍ້ບົກຜ່ອງແລະໃຊ້ການບໍ່ໄດ້.

Hebrews 7:20

ພຣະເຈົ້າໄດ້ສາບານຫຍັງກ່ຽວກັບພຣະເຢຊູ?

ພຣະເຈົ້າສາບານວ່າພຣະເຢຊູຈະເປັນປະໂຣຫິດຕະຫລອດໄປ.

Hebrews 7:22

ພຣະເຢຊູໄດ້ຮັບຮອງເຖິງຫຍັງ?

ພຣະເຢຊູໄດ້ຮັບຮອງເຖິງພຣະສັນຍາທີ່ດີກວ່າ.

Hebrews 7:25

ຍ້ອນຫຍັງພຣະເຢຊູຈຶ່ງສາມາດຊ່ວຍຄົນເຫລົ່ານັ້ນທີ່ເຂົ້າຫາພຣະເຈົ້າໂດຍຜ່ານທາງພຣະອົງໃຫ້ພົ້ນໄດ້ຢ່າງສົມບູນ?

ພຣະເຢຊູສາມາດຊ່ວຍຄົນເຫລົ່ານັ້ນທີ່ເຂົ້າຫາພຣະເຈົ້າໂດຍຜ່ານທາງພຣະອົງໃຫ້ພົ້ນໄດ້ຢ່າງສົມບູນ ຍ້ອນພຣະອົງຊົງພຣະຊົນຢູ່ນິຣັນດອນ ເພື່ອຊ່ວຍທູນຂໍພຣະກະຣຸນາເພື່ອເຂົາເຫລົ່ານັ້ນ.

ພຣະເຢຊູມີລັກສະນະສີ່ຢ່າງຫຍັງທີ່ເຮັດໃຫ້ພຣະອົງເປັນປະໂຣຫິດທີ່ເໝາະສົມສຳລັບຜູ້ທີ່ເຊື່ອ

ພຣະເຢຊູບໍ່ມີບາບ, ບໍ່ມີຄວາມຜິດ, ບໍຣິສຸດ, ແລະແຍກຈາກຄວາມບາບ.

ພຣະເຢຊູຈຳເປັນຕ້ອງຖວາຍເຄື່ອງບູຊາຫຍັງເພື່ອບາບຂອງພຣະອົງ?

ພຣະເຢຊູບໍ່ຈຳເປັນຕ້ອງຖວາຍເຄື່ອງບູຊາເພື່ອບາບຂອງຕົວເອງເພາະວ່າພຣະອົງບໍ່ມີບາບ.

Hebrews 7:27

ແມ່ນຫຍັງຄືເຄື່ອງບູຊາທີ່ພຣະເຢຊູຖວາຍເພື່ອຄວາມບາບຂອງຄົນທັງປວງ?

ພຣະເຢຊູຖວາຍພຣະອົງເອງເປັນເຄື່ອງບູຊາພຽງເທື່ອດຽວພໍ ເພື່ອຄວາມບາບຂອງຄົນທັງປວງ.

ພຣະເຢຊູແຕກຕ່າງຈາກພວກປະໂລຫິດທີ່ໄດ້ຮັບການແຕ່ງຕັ້ງຜ່ານກົດບັນຍັດແນວໃດ?

ພວກປະໂຣຫິດທີ່ຖືກແຕ່ງຕັ້ງຕາມກົດບັນຍັດນັ້ນເປັນມະນຸດຜູ້ອ່ອນແອແຕ່ພຣະເຢຊູໄດ້ຮັບການແຕ່ງຕັ້ງໃຫ້ສົມບູນແບບຕະຫລອດໄປ.

Hebrews 8

Hebrews 8:1

ມະຫາປະໂຣຫິດຂອງຜູ້ທີ່ເຊື່ອທັງຫລາຍນັ່ງຢູ່ໃສ?

ມະຫາປະໂຣຫິດຂອງຜູ້ທີ່ເຊື່ອທັງຫລາຍນັ່ງຢູ່ເບື້ອງຂວາຂອງພຣະບັນລັງຂອງພຣະເຈົ້າຜູ້ຊົງຣິດເດຊານຸພາບໃນສະຫວັນສະຖານ.

ຫໍເຕັນທີ່ແທ້ຈິງຢູ່ໃສ?

ຫໍເຕັນທີ່ແທ້ຈິງແມ່ນຢູ່ໃນສະຫວັນ.

Hebrews 8:3

ແມ່ນຫຍັງຄືສິ່ງຈຳເປັນທີ່ປະໂຣຫິດທຸກຄົນຕ້ອງມີ?

ມະຫາປະໂຣຫິດຕ້ອງມີບາງສິ່ງທີ່ຈະຖວາຍ.

ພວກປະໂຣຫິດຖວາຍເຄື່ອງບູຊາອີງຕາມກົດບັນຍັດບໍ່?

ພວກປະໂຣຫິດຖວາຍເຄື່ອງບູຊາຕາມກົດບັນຍັດທີ່ມີຢູ່ເທິງແຜ່ນດິນໂລກ.

ປະໂຣຫິດຢູ່ເທິງແຜ່ນດິນໂລກໄດ້ເຮັດໜ້າທີ່ຫຍັງ?

ປະໂຣຫິດຢູ່ເທິງແຜ່ນດິນໂລກໄດ້ຮັບໃຊ້ດ້ວຍສິ່ງທີ່ເປັນແບບຈຳລອງຫລືເງົາຂອງສິ່ງທີ່ຢູ່ໃນສະຫວັນ.

ອີງຕາມຮູບແບບໃດທີ່ຫໍເຕັນເທິງແຜ່ນດິນໂລກໄດ້ຖືກສ້າງ?

ຫໍເຕັນເທິງແຜ່ນດິນໂລກໄດ້ຖືກສ້າງຂຶ້ນຕາມແບບແຜນທີ່ພຣະເຈົ້າຊົງສຳແດງກັບໂມເຊຢູ່ເທິງພູ.

Hebrews 8:6

ຍ້ອນຫຍັງພຣະຄຣິດຈຶ່ງມີພາລະກິດໃນການເປັນປະໂຣຫິດທີ່ປະເສີດກວ່າ?

ພຣະຄຣິດຈຶ່ງມີພາລະກິດໃນການເປັນປະໂຣຫິດທີ່ປະເສີດກວ່າຍ້ອນພຣະອົງເປັນຜູ້ກາງສຳລັບພັນທະພຣະສັນຍາໜຶ່ງທີ່ດີກວ່າເຊິ່ງຕັ້ງຢູ່ເທິງພື້ນຖານຂອງພຣະສັນຍາທັງຫລາຍອັນປະເສີດກວ່າ.

Hebrews 8:8

ພຣະເຈົ້າຊົງສັນຍາສິ່ງໃດເມື່ອພຣະອົງພົບຄວາມຜິດຂອງປະຊາຊົນພາຍໃຕ້ພັນທະສັນຍາເດີມ?

ພຣະເຈົ້າຊົງສັນຍາທີ່ຈະເຮັດພັນທະສັນຍາໃໝ່ກັບເຊື້ອສາຍຂອງອິດສະຣາເອນແລະກັບວົງວານຂອງຢູດາ.

Hebrews 8:10

ພຣະເຈົ້າກ່າວວ່າພຣະອົງຈະເຮັດສິ່ງໃດໃນພັນທະສັນຍາໃໝ່?

ພຣະເຈົ້າກ່າວວ່າພຣະອົງຈະໃສ່ບົດບັນຍັດເຂົ້າໄປໃນຄວາມຄິດຈິດໃຈຂອງຜູ້ຄົນ, ແລະພຣະອົງຈະຈາລຶກພວກມັນໄວ້ເທິງຫົວໃຈຂອງພວກເຂົາ.

Hebrews 8:11

ໃນພັນທະສັນຍາໃໝ່, ໃຜແມ່ນຜູ້ທີ່ຮູ້ຈັກພຣະເຈົ້າ?

ໃນພັນທະສັນຍາໃໝ່, ທຸກຄົນຈະຮູ້ຈັກພຣະເຈົ້າ, ຕັ້ງແຕ່ຜູ້ທີ່ເລັກນ້ອຍທີ່ສຸດຈົນເຖິງຜູ້ທີ່ເປັນໃຫຍ່ທີ່ສຸດ.

ພຣະເຈົ້າໄດ້ກ່າວວ່າພຣະອົງຈະເຮັດຫຍັງກັບບາບຂອງຄົນທັງປວງໃນພັນທະສັນຍາໃໝ່?

ພຣະເຈົ້າກ່າວວ່າພຣະອົງຈະບໍ່ຈົດຈຳບາບທັງຫລາຍຂອງຄົນທັງປວງ.

Hebrews 8:13

ໃນການປະກາດເຖິງພັນທະສັນຍາໃໝ່, ພຣະເຈົ້າໄດ້ຊົງເຮັດຫຍັງກັບພັນທະສັນຍາເດີມ?

ໃນການປະກາດເຖິງພັນທະສັນຍາໃໝ່, ພຣະເຈົ້າໄດ້ຊົງເຮັດໃຫ້ພັນທະສັນຍາເດີມເກົ່າແລະພ້ອມຈະສູນຫາຍໄປ.

Hebrews 9

Hebrews 9:1

ແມ່ນຫຍັງຄືສະຖານນະມັດສະການສຳລັບພັນທະສັນຍາເດີມ?

ສະຖານນະມັດສະການສຳລັບພັນທະສັນຍາເດີມແມ່ນພັບພາໃນໂລກນິ້.

ແມ່ນຫຍັງແມ່ນສິ່ງທີ່ຕັ້ງຢູ່ໃນສະຖານທີ່ສັກສິດຂອງຫໍເຕັນເທິງແຜ່ນດິນໂລກ?

ໃນສະຖານທີ່ສັກສິດຂອງຫໍເຕັນເທິງແຜ່ນດິນໂລກແມ່ນຫລັກຕະກຽງ, ໂຕະ, ແລະເຂົ້າຈີ່ທີ່ຕັ້ງຖວາຍໄວ້.

Hebrews 9:3

ແມ່ນຫຍັງຄືສິ່ງທີ່ຕັ້ງຢູ່ໃນສະຖານທີ່ສັກສິດທີ່ສຸດຂອງຫໍເຕັນເທິງແຜ່ນດິນໂລກ?

ໃນສະຖານທີ່ສັກສິດທີ່ສຸດຂອງຫໍເຕັນເທິງແຜ່ນດິນໂລກແມ່ນແທ່ນຄຳສຳລັບເຜົາເຄື່ອງຫອມແລະຫີບແຫ່ງພຣະສັນຍາ.

Hebrews 9:6

ມະຫາປະໂຣຫິດໄດ້ເຂົ້າໄປໃນສະຖານທີ່ບໍຣິສຸດທີ່ສຸດຫລາຍປານໃດ, ແລະກ່ອນທີ່ລາວຈະເຂົ້າໄປໃນບ່ອນນັ້ນລາວໄດ້ເຮັດຫຍັງ?

ມະຫາປະໂຣຫິດໄດ້ເຂົ້າໄປໃນສະຖານທີ່ບໍຣິສຸດທີ່ສຸດປີລະເທື່ອເທົ່ານັ້ນ, ເພິ່ນຕ້ອງນຳເລືອດສັດເຂົ້າໄປຖວາຍແກ່ພຣະເຈົ້າສຳລັບຕົນເອງແລະເພື່ອຄວາມຜິດໂດຍບໍ່ເຈດຕະນາຂອງປະຊາຊົນດ້ວຍ.

Hebrews 9:8

ສຳລັບຜູ້ອ່ານຈົດໝາຍນີ້ແມ່ນຫຍັງເປັນພາບເຄື່ອງໝາຍເຖິງສະໄໝປະຈຸບັນ?

ຫໍເຕັນເທິງແຜ່ນດິນໂລກແລະຂອງຖວາຍແລະການບູຊາທີ່ຖືກນຳມາຖວາຍຢູ່ທີ່ນັ້ນເປັນພາບເຄື່ອງໝາຍເຖິງສະໄໝປະຈຸບັນ.

ເຄື່ອງຖວາຍຂອງຫໍເຕັນເທິງແຜ່ນດິນໂລກບໍ່ສາມາດຫຍັງ?

ເຄື່ອງຖວາຍຂອງຫໍເຕັນເທິງແຜ່ນດິນໂລກບໍ່ສາມມາດເຮັດໃຫ້ໃຈຂອງຜູ້ນະມັດສະການສົມບູນໄດ້.

ກົດລະບຽບຂອງຫໍເຕັນເທິງແຜ່ນດິນໂລກໄດ້ຖືກຈັດຕັ້ງຂຶ້ນຈົນກວ່າເມື່ອໃດ?

ກົດລະບຽບຂອງຫໍເຕັນເທິງແຜ່ນດິນໂລກໄດ້ຖືກຈັດຕັ້ງຂຶ້ນຈົນກວ່າຈະໄດ້ຊົງປ່ຽນແປງໃໝ່.

Hebrews 9:11

ແມ່ນຫຍັງຄືຄວາມແຕກຕ່າງກ່ຽວກັບຫໍເຕັນສັກສິດທີ່ພຣະຄຣິດຊົງຮັບໃຊ້ຢູ່?

ຫໍເຕັນສັກສິດທີ່ພຣະຄຣິດຊົງຮັບໃຊ້ຢູ່ນັ້ນແມ່ນດີເລີດກວ່າເກົ່າ, ບໍ່ໄດ້ສ້າງຂຶ້ນໂດຍມືຂອງມະນຸດ,ແລະບໍ່ໄດ້ເປັນຂອງທີ່ຖືກສ້າງຂຶ້ນໃນໂລກນີ້.

ພຣະຄຣິດໄດ້ຖວາຍເຄື່ອງບູຊາອັນໃດ,ໂດຍທີ່ພຣະອົງໄດ້ເຂົ້າໄປໃນສະຖານທີ່ສັກສິດທີ່ສຸດ?

ພຣະຄຣິດໄດ້ຖວາຍພຣະໂລຫິດຂອງພຣະອົງເອງໂດຍທີ່ພຣະອົງໄດ້ເຂົ້າໄປໃນສະຖານທີ່ສັກສິດທີ່ສຸດ.

ການຖວາຍຂອງພຣະຄຣິດໄດ້ສຳເລັດແນວໃດ?

ການຖວາຍຂອງພຣະຄຣິດໄດ້ຮັບການໄຖ່ຕະຫລອດໄປສຳລັບທຸກຄົນ.

Hebrews 9:13

ພຣະໂລຫິດຂອງພຣະຄຣິດໄດ້ເຮັດຫຍັງສຳລັບຜູ້ທີ່ເຊື່ອ?

ພຣະໂລຫິດຂອງພຣະຄຣິດໄດ້ເຮັດໃຫ້ຈິດໃຈຂອງຜູ້ທີ່ເຊື່ອສະອາດຈາກກິດຈະການທີ່ນຳໄປສູ່ຄວາມຕາຍເພື່ອຫັນໄປຮັບໃຊ້ພຣະເຈົ້າຜູ້ຊົງພຣະຊົນຢູ່.

ພຣະຄຣິດຊົງເປັນຜູ້ກາງແນວໃດ?

ພຣະຄຣິດຊົງເປັນຜູ້ກາງແຫ່ງພັນທະສັນຍາໃໝ່.

Hebrews 9:16

ແມ່ນຫຍັງຄືສິ່ງຈຳເປັນເພື່ອໃຫ້ພຣະປະສົງມີຜົນໃຊ້ໄດ້?

ການເສຍຊີວິດແມ່ນຈຳເປັນເພື່ອໃຫ້ພຣະປະສົງມີຜົນໃຊ້ໄດ້

Hebrews 9:18

ແມ່ນຫຍັງຄືຄວາມຕາຍທີ່ພັນທະສັນຍາເດີມຕ້ອງການ?

ຄວາມຕາຍຂອງງົວເຖິກແລະແບ້ຄືຄວາມຕາຍທີ່ພັນທະສັນຍາເດີມຕ້ອງການ.

Hebrews 9:21

ແມ່ນຫຍັງທີ່ບໍ່ສາມາດເກີດຂຶ້ນໄດ້ໂດຍການບໍ່ມີເລືອດໄຫລອອກ?

ຖ້າບໍ່ມີເລືອດໄຫລອອກ ການໃຫ້ອະໄພບາບກຳກໍ່ບໍ່ມີ.

Hebrews 9:23

ພຣະຄຣິດປະກົດຕົວຢູ່ໃສແທນພວກເຮົາ?

ດຽວນີ້ພຣະຄຣິດຊົງປາກົດຕົວໃນສະຫວັນ, ຢູ່ຕໍ່ໜ້າພຣະເຈົ້າ, ແທນພວກເຮົາ.

Hebrews 9:25

ພຣະຄຣິດຕ້ອງຖວາຍພຣະອົງເອງຈັກເທື່ອເພື່ອໄຖ່ບາບ ໂດຍຍອມເປັນເຄື່ອງບູຊາດ້ວຍພຣະອົງເອງ?

ພຣະຄຣິດຖວາຍພຣະອົງເອງພຽງເທື່ອດຽວເປັນການສິ້ນສຸດເພື່ອໄຖ່ບາບ ໂດຍຍອມເປັນເຄື່ອງບູຊາດ້ວຍພຣະອົງເອງ.

Hebrews 9:27

ສຳລັບທຸກຄົນແລ້ວ, ແມ່ນຫຍັງເກີດຂຶ້ນຫລັງຈາກພວກເຂົາຕາຍໄປ?

ຫລັງຈາກທຸກຄົນຕາຍ, ພວກເຂົາຕ້ອງເຂົ້າສູ່ການພິພາກສາ.

ພຣະຄຣິດປະກົດຕົວເປັນເທື່ອທີສອງເພື່ອຈຸດປະສົງຫຍັງ?

ພຣະຄຣິດຈະປະກົດຕົວເປັນເທື່ອທີສອງເພື່ອຄວາມພົ້ນຂອງຜູ້ທີ່ລໍຄອຍພຣະອົງດ້ວຍຄວາມອົດທົນ.

Hebrews 10

Hebrews 10:1

ກົດບັນຍັດຖືກປຽບທຽບວ່າເປັນຫຍັງກັບຄວາມເປັນຈິງໃນພຣະຄຣິດ?

ພຣະບັນຍັດນັ້ນເປັນພຽງເງົາຂອງຄວາມເປັນຈິງໃນພຣະຄຣິດ.

ການຖວາຍເຄື່ອງບູຊາທີ່ເຮັດຊຳ້ແລ້ວຊຳ້ອີກໂດຍທາງກົດບັນຍັດເຕືອນໃຫ້ຜູ້ນະມັດສະການຮູ້ກ່ຽວກັບຫຍັງ?

ການຖວາຍເຄື່ອງບູຊາທີ່ເຮັດຊ້ຳແລ້ວຊ້ຳອີກໂດຍທາງກົດບັນຍັດເຕືອນຜູ້ນະມັດສະການໃຫ້ລະນຶກເຖິງຄວາມບາບ ທຸກໆປີ.

ແມ່ນຫຍັງທີ່ເລືອດງົວເຖິກແລະເລືອດແບ້ບໍ່ສາມາດເຮັດໄດ້?

ເລືອດງົວເຖິກແລະເລືອດແບ້ບໍ່ສາມາດຊຳລະຄວາມບາບໃຫ້ໝົດຊິ້ນໄປໄດ້ຈັກເທື່ອ.

Hebrews 10:5

ພຣະເຈົ້າຊົງຈັດຕຽມຫຍັງໃຫ້ກັບພຣະຄຣິດເມື່ອພຣະຄຣິດສະເດັດເຂົ້າມາໃນໂລກ?

ພຣະເຈົ້າຊົງຈັດຕຽມກາຍໜຶ່ງເພື່ອພຣະຄຣິດ.

Hebrews 10:8

ການຖວາຍຫຍັງທີ່ພຣະເຈົ້າຊົງລົ້ມເລີກເມື່ອພຣະຄຣິດສະເດັດເຂົ້າມາໃນໂລກນີ້?

ພຣະເຈົ້າລົ້ມເລີກການຖວາຍຢ່າງເດີມໃນການຖວາຍເຄື່ອບູຊາຕາມກົດບັນຍັດ.

ພຣະເຈົ້າໄດ້ຊົງຕັ້ງການຖວາຍຫຍັງເມື່ອພຣະຄຣິດສະເດັດມາໃນໂລກ?

ພຣະເຈົ້າໄດ້ຊົງຕັ້ງການຖວາຍຄັ້ງທີສອງຂອງການຖວາຍພຣະກາຍຂອງພຣະເຢຊູຄຣິດເທື່ອດຽວເທົ່ານັ້ນ ສຳລັບທຸກຄົນ.

Hebrews 10:11

ພຣະຄຣິດກຳລັງລໍຄອຍຫຍັງຂະນະທີ່ພຣະອົງນັ່ງລົງທີ່ເບື້ອງຂວາພຣະຫັດຂອງພຣະເຈົ້າ?

ພຣະຄຣິດກຳລັງລໍຄອຍຈົນເຖິງເວລາທີ່ພຣະເຈົ້າປາບເຫລົ່າສັດຕູຂອງພຣະອົງ ໃຫ້ໝູບຢູ່ໃຕ້ຕີນຂອງພຣະອົງ.

ພຣະຄຣິດໄດ້ເຮັດຫຍັງສຳລັບຜູ້ທີ່ຊົງຊຳລະບໍຣິສຸດໂດຍການຖວາຍເຄື່ອງບູຊາພຽງເທື່ອດຽວຂອງພຣະອົງ?

ພຣະຄຣິດໄດ້ເຮັດໃຫ້ຜູ້ທີ່ຊົງຊຳລະບໍຣິສຸດໂດຍການຖວາຍເຄື່ອງບູຊາພຽງເທື່ອດຽວຂອງພຣະອົງນັ້ນໃຫ້ເຖິງທີ່ສຳເລັດນິຣັນດອນ.

Hebrews 10:17

ແມ່ນຫຍັງຄືສິ່ງທີ່ບໍ່ຈຳເປັນອີກຕໍ່ໄປແລ້ວໃນບ່ອນທີ່ມີການໃຫ້ອະໄພບາບ?

ການຖວາຍເພີ່ມເຕີມແມ່ນບໍ່ຈຳເປັນອີກຕໍ່ໄປໃນບ່ອນທີ່ມີການໃຫ້ອະໄພບາບ.

Hebrews 10:19

ຜູ້ທີ່ເຊື່ອສາມາດເຂົ້າໄປໃນສະຖານທີ່ໃດໃນເວລານິ້ໂດຍພຣະໂລຫິດຂອງພຣະເຢຊູ?

ຜູ້ທີ່ເຊື່ອສາມາດເຂົ້າໄປໃນສະຖານທີ່ສັກສິດທີ່ສຸດໄດ້ໃນເວລານີ້ໂດຍພຣະໂລຫິດຂອງພຣະເຢຊູ.

ແມ່ນຫຍັງຄືສິ່ງທີ່ໄດ້ຖືກຊຳລະແລະສິ່ງທີ່ໄດ້ຖືກລ້າງໃນຜູ້ທີ່ເຊື່ອ?

ຫົວໃຈຂອງຜູ້ທີ່ເຊື່ອໄດ້ຖືກຊຳລະໃຫ້ສະອາດຈາກຈິດສຳນຶກທີ່ຊົ່ວຮ້າຍ,ແລະຮ່າງກາຍຂອງເຮົາໄດ້ຖືກຊຳລະລ້າງດ້ວຍນຳ້ບໍຣິສຸດ

Hebrews 10:23

ຜູ້ທີ່ເຊື່ອຕ້ອງຢຶດໝັ້ນຢ່າງເຕັມທີ່ກັບສິ່ງໃດ?

ຜູ້ທີ່ເຊື່ອຕ້ອງຢຶດໝັ້ນຢ່າງເຕັມທີ່ກັບການໄດ້ຮັບໃນຄວາມຄາດຫວັງທີ່ເຕັມໄປດ້ວຍຄວາມໝັ້ນໃຈຂອງພວກເຂົາ.

ຜູ້ທີ່ເຊື່ອຕ້ອງເຮັດຫຍັງເມື່ອເຫັນມື້ນັ້ນໃກ້ເຂົ້າມາແລ້ວ?

ຜູ້ທີ່ເຊື່ອຕ້ອງໜູນໃຈເຊິ່ງກັນແລະກັນຫລາຍຂຶ້ນເລື້ອຍໆເມື່ອເຫັນມື້ນັ້ນໃກ້ເຂົ້າມາແລ້ວ.

Hebrews 10:26

ແມ່ນຫຍັງຄືຄວາມຄາດຫວັງຂອງຄົນເຫລົ່ານັ້ນທີ່ເຮັດບາບດ້ວຍຄວາມຕັ້ງໃຈ ຫລັງຈາກໄດ້ຮັບຄວາມຮູ້ເຖິງຄວາມຈິງແລ້ວ?

ຄວາມຄາດຫວັງຂອງຄົນເຫລົ່ານັ້ນທີ່ເຮັດບາບດ້ວຍຄວາມຕັ້ງໃຈຫລັງຈາກໄດ້ຮັບຄວາມຮູ້ເຖິງຄວາມຈິງແລ້ວ ແມ່ນການພິພາກສາລົງໂທດແລະໄຟອັນຮ້ອນກ້າທີ່ເຜົາຜ່ານບັນດາຄົນທີ່ຕໍ່ສູ້ພຣະເຈົ້າ.

Hebrews 10:28

ແມ່ນຫຍັງຄືສິ່ງທີ່ສົມຄວນເກີດຂຶ້ນກັບຄົນທີ່ປະຕິເສດຕໍ່ພຣະໂລຫິດແຫ່ງພັນທະສັນຍາເໝືອນກັບວ່າເປັນສິ່ງທີ່ບໍ່ບໍຣິສຸດ?

ຄົນທີ່ປະຕິເສດຕໍ່ພຣະໂລຫິດແຫ່ງພັນທະສັນຍາເໝືອນກັບວ່າເປັນສິ່ງທີ່ບໍ່ບໍຣິສຸດສົມຄວນແກ່ການລົງໂທດໂດຍປາດສະຈາກພຣະເມດຕາຍິ່ງກວ່າການລົງໂທດທີ່ໄດ້ຮັບໃຕ້ກົດບັນຍັດຂອງໂມເຊ.

Hebrews 10:30

ການແກ້ແຄ້ນເປັນຂອງໃຜ?

ການແກ້ແຄ້ນເປັນຂອງພຣະເຈົ້າ.

Hebrews 10:32

ຜູ້ທີ່ເຊື່ອໄດ້ຮັບຈົດໝາຍສະບັບນີ້ມີທ່າທີແນວໃດຕໍ່ການທີ່ຊັບສົມບັດຂອງພວກເຂົາຖືກຍາດຊີງໄປ?

ຜູ້ທີ່ເຊື່ອໄດ້ຍອມຮັບຢ່າງຊື່ນຊົມຍິນດີກັບການທີ່ຊັບສົມບັດຂອງພວກເຂົາຖືກຍາດຊີງໄປ, ໂດຍຮູ້ວ່າພວກເຂົາມີຊັບສົມບັດທີ່ດີກວ່າແລະເປັນນິຣັນດອນ

Hebrews 10:35

ແມ່ນຫຍັງຄືສິ່ງທີ່ຜູ້ເຊື່ອຈຳເປັນຕ້ອງມີເພື່ອວ່າລາວຈະໄດ້ຮັບສິ່ງທີ່ພຣະເຈົ້າໄດ້ຊົງສັນຍາເອົາໄວ້?

ຜູ້ທີ່ເຊື່ອຈຳເປັນຕ້ອງມີຄວາມໝັ້ນໃຈແລະອົດທົນເພື່ອວ່າລາວຈະໄດ້ຮັບສິ່ງທີ່ພຣະເຈົ້າໄດ້ຊົງສັນຍາເອົາໄວ້.

Hebrews 10:38

ຄົນຊອບທຳດຳເນີນຊີວິດແນວໃດ?

ຄົນຊອບທຳດຳເນີນຊີວິດໂດຍຄວາມເຊື່ອ.

ພຣະເຈົ້າຄິດແນວໃດກັບຄົນເຫລົ່ານັ້ນທີ່ຫລົບຖອຍຫລັງ?

ພຣະເຈົ້າບໍ່ພໍພຣະໄທກັບຄົນກັບຄົນເຫລົ່ານັ້ນທີ່ຫລບຖອຍຫລັງ.

ແມ່ນຫຍັງຄືຄວາມຄາດຫວັງຂອງຜູ້ຂຽນສຳລັບຜູ້ທີ່ຮັບຈົດໝາຍສະບັບນີ້?

ຄວາມຄາດຫວັງຂອງຜູ້ຂຽນສຳລັບຜູ້ທີ່ຮັບຈົດໝາຍສະບັບນີ້ແມ່ນໃຫ້ມີຄວາມເຊື່ອເພື່ອຮັກສາຈິດວິນຍານຂອງພວກເຂົາເອົາໄວ້.

Hebrews 11

Hebrews 11:1

ແມ່ນຫຍັງຄືທ່າທີທີ່ບຸກຄົນແຫ່ງຄວາມເຊື່ອມີຕໍ່ພຣະສັນຍາຂອງພຣະເຈົ້າທີ່ຍັງບໍ່ສຳເລັດ?

ບຸກຄົນແຫ່ງຄວາມເຊື່ອມີຄວາມຄາດຫວັງຢ່າງໝັ້ນໃຈແລະເປັນຄວາມແນ່ນອນໃຈໃນພຣະສັນຍາຂອງພຣະເຈົ້າທີ່ຍັງບໍ່ທັນເຫັນກັບຕາ.

ຈາກສິ່ງທີ່ເບິ່ງເຫັນຂອງຈັກກະວານໄດ້ຖືກສ້າງຂຶ້ນມາຈາກຫຍັງ?

ສິ່ງທີ່ເບິ່ງເຫັນຂອງຈັກກະວານບໍ່ໄດ້ຖືກສ້າງຂຶ້ນຈາກສິ່ງທີ່ເບິ່ງເຫັນ.

Hebrews 11:4

ຍ້ອນຫຍັງພຣະເຈົ້າຍົກຍ້ອງອາເບນວ່າເປັນຄົນຊອບທຳ?

ພຣະເຈົ້າຍົກຍ້ອງອາເບນຍ້ອນອາເບນຖວາຍເຄື່ອງບູຊາໃຫ້ແກ່ພຣະເຈົ້າໂດຍຄວາມເຊື່ອເຊິ່ງຖືກຕ້ອງກວ່າເຄື່ອງບູຊາຂອງກາອິນ.

Hebrews 11:5

ຜູ້ທີ່ເຂົ້າມາເຝົ້າພຣະເຈົ້ານັ້ນຕ້ອງເຊື່ອຫຍັງກ່ຽວກັບພຣະເຈົ້າ?

ຜູ້ທີ່ເຂົ້າມາເຝົ້າພຣະເຈົ້ານັ້ນຕ້ອງເຊື່ອວ່າພຣະອົງຊົງພຣະຊົນຢູ່ແລະພຣະອົງເປັນຜູ້ປະທານລາງວັນໃຫ້ແກ່ຜູ້ທີ່ສະແຫວງຫາພຣະອົງ.

Hebrews 11:7

ໂນອາສະແດງຄວາມເຊື່ອຂອງລາວແນວໃດ?

ໂນອາສະແດງຄວາມເຊື່ອຂອງລາວ ໂດຍການສ້າງເຮືອເພື່ອຊ່ວຍກູ້ຄອບຄົວຂອງຕົນໃຫ້ພົ້ນຈາກຄວາມຕາຍຕາມຄຳເຕືອນຂອງພຣະເຈົ້າ.

Hebrews 11:11

ອັບຣາຮາມແລະຊາຣາໄດ້ຮັບພຣະສັນຍາຫຍັງໂດຍຄວາມເຊື່ອ?

ອັບຣາຮາມແລະຊາຣາໄດ້ຮັບພຣະສັນຍາໂດຍຄວາມເຊື່ອ ເພິ່ນຈຶ່ງມີກຳລັງໃຫ້ບັງເກີດເຊື້ອສາຍເຖິງແມ່ນວ່າອາຍຸແກ່ເກີນແລ້ວ.

Hebrews 11:13

ບັນພະບຸລຸດແຫ່ງຄວາມເຊື່ອໄດ້ເຫັນຫຍັງຕັ້ງແຕ່ໄກ?

ບັນພະບຖລຸດແຫ່ງຄວາມເຊື່ອໄດ້ເຫັນແລະຕ້ອນຮັບພຣະສັນຍາຂອງພຣະເຈົ້າໄວ້ຕັ້ງແຕ່ໄກ.

ບັນພະບຸລຸດແຫ່ງຄວາມເຊື່ອພິຈາລະນາຕົນເອງວ່າເປັນຫຍັງໃນໂລກນີ້?

ບັນພະບຸລຸດແຫ່ງຄວາມເຊື່ອພິຈາລະນາຕົນເອງວ່າເປັນຄົນຕ່າງຊາດທີ່ທ່ອງທ່ຽວໄປມາໃນໂລກນີ້.

Hebrews 11:15

ພຣະເຈົ້າໄດ້ຈັດຕຽມຫຍັງສຳລັບຜູ້ທີ່ມີຄວາມເຊື່ອ?

ພຣະເຈົ້າໄດ້ຈັດຕຽມເມືອງສະຫວັນສຳລັບຜູ້ທີ່ເຊື່ອ.

Hebrews 11:17

ອັບຣາຮາມເຊື່ອວ່າພຣະເຈົ້າຊົງຣິດສາມາດເຮັດຫຍັງແມ່ນວ່າເພິ່ນຖວາຍອີຊາກລູກຊາຍຄົນດຽວຂອງເພິ່ນ?

ອັບຣາຮາມເຊື່ອວ່າພຣະເຈົ້າຊົງຣິດສາມາດບັນດານໃຫ້ອີຊາກເປັນຄືນມາຈາກຕາຍໄດ້?

Hebrews 11:20

ໂຢເຊບໄດ້ທຳນວາຍໄວ້ໂດຍຄວາມເຊື່ອແນວໃດໃນຕອນທີ່ລາວໃກ້ຈະສິ້ນໃຈຕາຍ?

ໂຢເຊບໄດ້ທຳນວາຍເຖິງການອອກໄປຈາກປະເທດເອຢິບຂອງປະຊາຊົນອິດສະຣາເອນເມື່ອຕອນທີ່ລາວໃກ້ສິ້ນໃຈຕາຍ.

Hebrews 11:23

ໂດຍຄວາມເຊື່ອໃນຕອນທີ່ໂມເຊໃຫຍ່ຂຶ້ນໂມເຊໄດ້ເລືອກຫຍັງ?

ໂມເຊໄດ້ເລືອກໂດຍຄວາມເຊື່ອທີ່ຈະຢູ່ຮ່ວມທຸກລຳບາກກັບປະຊາຊົນຂອງພຣະເຈົ້າ, ເພິ່ນຖືວ່າຄວາມທົນທຸກແລະທົນອັບອາຍໃນການຕິດຕາມພຣະຄຣິດນັ້ນມີຄ່າຫລາຍກວ່າ.

Hebrews 11:27

ໂດຍຄວາມເຊື່ອໂມເຊໄດ້ເຮັດຫຍັງໃນການຊ່ວຍຊີວິດລູກຊາຍກົກຂອງຊາວອິດສະຣາເອນ?

ໂມເຊໄດ້ຖືເທດສະການປັດສະຄາແລະພິທີຊິດເລືອດໂດຍຄວາມເຊື່ອເພື່ອຈະຊ່ວຍຊີວິດລູກຊາຍກົກຂອງຊາວອິດສະຣາເອນ.

Hebrews 11:29

ຣາຮາບໄດ້ເຮັດຫຍັງໂດຍຄວາມເຊື່ອທີ່ປ້ອງກັນນາງຈາກຄວາມຈິບຫາຍ?

ໂດຍຄວາມເຊື່ອຣາຮາບໄດ້ຕ້ອນຮັບນັກສືບສອດແນມເປັນຢ່າງດີສິ່ງນີ້ທີ່ປ້ອງກັນນາງຈາກຄວາມຈິບຫາຍ.

Hebrews 11:32

ບັນພະບຸລຸດແຫ່ງຄວາມເຊື່ອໄດ້ເຮັດບາງຢ່າງຫຍັງໃນສົງຄາມ?

ບັນພະບຸລຸແຫ່ງຄວາມເຊື່ອໄດ້ເອົາຊະນະອານາຈັກຕ່າງໆ, ໄດ້ພົ້ນຈາກຄົມດາບ, ກາຍເປັນຄົນທີ່ເຂັ້ມແຂງໃນສົງຄາມ,ແລະເຮັດໃຫ້ກອງທັບຕ່າງປະເທດໜີໄປ.

Hebrews 11:35

ບັນພະບຸລຸດແຫ່ງຄວາມເຊື່ອຕ້ອງທົນທຸກກັບຫຍັງ?

ບັນພະບຸລຸດແຫ່ງຄວາມເຊື່ອຕ້ອງທົນທຸກກັບການຖືກທໍລະມານ, ການຫຍໍ້ຫຍັນຂຽນຕີ, ຖືກລ່າມໂສ້, ຖືກແກວ່ງຫີນໃສ່,ຖືກເລື່ອຍເປັນທ່ອນ,ຖືກຂ້າຕາຍ, ແລະລຳບາກຍາກຈົນ.

Hebrews 11:39

ໂດຍຄວາມເຊື່ອຂອງບັນພະບຸລຸດເຫລົ່ານີ້, ແມ່ນຫຍັງຄືສິ່ງທີ່ພວກເພິ່ນຍັງບໍ່ໄດ້ຮັບໃນຊີວິດເທິງໂລກນີ້?

ໂດຍຄວາມເຊື່ອຂອງບັນພະບຸລຸດເຫລົ່ານີ້, ພວກເພິ່ນຍັງບໍ່ໄດ້ຮັບສິ່ງທີ່ພຣະເຈົ້າໄດ້ຊົງສັນຍາເອົາໄວ້ໃນຊີວິດເທິງໂລກນີ້.

ບັນພະບຸລຸດແຫ່ງຄວາມເຊື່ອຈະໄດ້ຮັບພຣະສັນຍາຂອງພຣະເຈົ້າແລະຄວາມສົມບູນກັບໃຜ?

ບັນພະບຸລຸດແຫ່ງຄວາມເຊື່ອຈະໄດ້ຮັບພຣະສັນຍາຂອງພຣະເຈົ້າແລະຄວາມສົມບູນກັບຜູ້ທີ່ເຊື່ອໃນພັນທະສັນຍາໃໝ່ໃນພຣະຄຣິດ.

Hebrews 12

Hebrews 12:1

ຍ້ອນຫຍັງຜູ້ທີ່ເຊື່ອຈຶ່ງສົມຄວນປະຖິ້ມຄວາມບາບທີ່ຕິດແໜ້ນພວກເຂົາໄດ້ງ່າຍ?

ຍ້ອນພວກເຂົາຖືກລ້ອມຮອບໂດຍຝູງພະຍານຫລວງຫລາຍ, ຜູ້ທີ່ເຊື່ອຈຶ່ງສົມຄວນປະຖິ້ມຄວາມບາບທີ່ຕິດແໜ້ນພວກເຂົາໄດ້ງ່າຍ.

ຍ້ອນຫຍັງພຣະເຢຊູຈຶ່ງອົດທົນຕໍ່ໄມ້ກາງແຂນແລະການດູໝິ່ນອັນໜ້າອັບອາຍ?

ພຣະເຢຊູໄດ້ອົດທົນຕໍ່ໄມ້ກາງແຂນແລະການດູໝິ່ນອັນໜ້າອັບອາຍເພາະເຫັນແກ່ຄວາມຍິນດີທີ່ຕັ້ງໄວ້ຕໍ່ໜ້າພຣະອົງ.

ຜູ້ທີ່ເຊື່ອຈະຫລີກລ່ຽງຄວາມອ່ອນລ້າຫລືໝົດກຳລັງໃຈໄດ້ແນວໃດ?

ໂດຍການພິຈາລະນາຄິດເຖິງພຣະເຢຊູຜູ້ທີ່ອົດທົນຕໍ່ການຂັດຂວາງຂອງຄົນບາບທີ່ຕໍ່ສູ້ພຣະອົງ, ຜູ້ທີ່ເຊື່ອສາມາດຫລີກລ່ຽງຄວາມອ່ອນລ້າຫລືໝົດກຳລັງໃຈໄດ້.

Hebrews 12:4

ອົງພຣະຜູ້ເປັນເຈົ້າເຮັດຫຍັງກັບຄົນທີ່ພຣະອົງຊົງຮັກແລະໄດ້ຮັບເປັນລູກ?

ອົງພຣະຜູ້ເປັນເຈົ້າຊົງຕີສອນຜູ້ທີ່ພຣະອົງຊົງຮັກແລະຮັບເປັນລູກ.

Hebrews 12:7

ຜູ້ທີ່ບໍ່ໄດ້ຮັບການຕີສອນຂອງອົງພຣະຜູ້ເປັນເຈົ້າເປັນແນວໃດ?

ຜູ້ທີ່ບໍ່ໄດ້ຮັບການຕີສອນຂອງອົງພຣະຜູ້ເປັນເຈົ້າກໍ່ເປັນລູກທາງບໍ່ແມ່ນລູກແທ້.

Hebrews 12:9

ການຕີສອນຈະເກີດໝາກຜົນແນວໃດ?

ການຕີສອນຈະເກີດໝາກຜົນແຫ່ງຄວາມສະຫງົບສຸກແລະຄວາມຊອບທຳ.

Hebrews 12:14

ແມ່ນຫຍັງຄືສິ່ງທີ່ຜູ້ເຊື່ອທັງຫລາຍສົມຄວນຕັ້ງເປົ້າກັບທຸກຄົນ?

ຜູ້ທີ່ເຊື່ອທັງຫລາຍສົມຄວນຕັ້ງເປົ້າໝາຍທີ່ຈະຢູ່ຢ່າງສະຫງົບສຸກກັບທຸກຄົນ.

ແມ່ນຫຍັງເປັນສິ່ງທີ່ບໍ່ຕ້ອງງອກຂຶ້ນມາແລະສ້າງຄວາມເດືອດຮ້ອນແລະຫຍຸ້ງຍາກກັບຄົນຫລວງຫລາຍ?

ຮາກຂົມຂື່ນບໍ່ຕ້ອງງອກຂຶ້ນມາແລະສ້າງຄວາມເດືອດຮ້ອນແລະຫຍຸ້ງຍາກກັບຄົນຫລວງຫລາຍ.

ມີຫຍັງເກີດຂຶ້ນກັບເອຊາວເມື່ອລາວປາຖະໜາທີ່ຢາກໄດ້ຮັບພອນນັ້ນເປັນມໍຣະດົກ ເຖິງແມ່ນວ່າລາວສະແຫວງຫາດ້ວຍນຳ້ຕາໄຫລກໍ່ຕາມ ຫລັງຈາກທີ່ໄດ້ຂາຍສິດທິການເປັນອ້າຍກົກຂອງຕົນໄປແລ້ວ?

ເອຊາວຖືກປະຕິເສດໃນເວລາທີ່ລາວປາຖະໜາຢາກໄດ້ຮັບພອນນັ້ນເປັນມໍຣະດົກເຖິງແມ່ນວ່າລາວສະແຫວງຫາດ້ວຍນຳ້ຕາໄຫລກໍ່ຕາມ ຫລັງຈາກທີ່ໄດ້ຂາຍສິດທິການເປັນອ້າຍກົກຂອງຕົນໄປແລ້ວ.

Hebrews 12:18

ຢູ່ເທິງພູເຂົາທີ່ພຣະເຈົ້າຊົງກ່າວ ຊາວອິດສະຣາເອນໄດ້ທູນຂໍຫຍັງ?

ຊາວອິດສະຣາເອນທູນຂໍວ່າຢ່າກ່າວຖ້ອຍຄຳໃດໆຕໍ່ພວກເຂົາອີກ.

Hebrews 12:22

ບ່ອນໃດທີ່ບັນດາຜູ້ທີ່ເຊື່ອໃນພຣະຄຣິດມາຮອດບ່ອນທີ່ພູເຂົາທີ່ຊາວອິດສະຣາເອນໄດ້ຍິນພຣະສຸຣະສຽງຂອງພຣະເຈົ້າ?

ບັນດາຜູ້ທີ່ເຊື່ອໃນພຣະຄຣິດມາຮອດທີ່ພູເຂົາຊີໂອນແລະທີ່ນະຄອນຂອງພຣະເຈົ້າຜູ້ຊົງພຣະຊົນຢູ່.

ຜູ້ທີ່ເຊື່ອໃນພຣະຄຣິດມາຊຸມນຸມກັນຫຍັງ?

ຜູ້ທີ່ເຊື່ອມາຊຸມນຸມກັນຂອງບັນດາລູກຊາຍກົກທີ່ມີຊື່ບັນທຶກໄວ້ໃນສະຫວັນແລ້ວ

ຜູ້ທີ່ເຊື່ອໃນພຣະຄຣິດມາເຖິງຜູ້ໃດ?

ຜູ້ທີ່ເຊື່ອໃນພຣະຄຣິດມາເຖິງພຣະເຈົ້າຜູ້ພິພາກສາມະນຸດທຸກຄົນ, ແລະມາເຖິງຈິດວິນຍານຂອງບັນດາຄົນຊອບທຳ,ແລະມາເຖິງພຣະເຢຊູ.

Hebrews 12:25

ແມ່ນຫຍັງຈະເກີດຂຶ້ນກັບຄົນທີ່ຫັນໜີຈາກພຣະອົງຜູ້ທີ່ກຳລັງເຕືອນເຮົາຈາກສະຫວັນ?

ຄົນເຫລົ່ນນັ້ນທີ່ຫັນໜີຈະໜີບໍ່ພົ້ນໂທດຈາກພຣະເຈົ້າ.

ພຣະເຈົ້າສັນຍາວ່າຈະສັ່ນຫຍັງ?

ພຣະເຈົ້າໄດ້ສັນຍາວ່າຈະໃຫ້ສັ່ນສະທ້ານຫວັ່ນໄຫວທັງແຜ່ນດິນໂລກແລະທ້ອງຟ້າດ້ວຍ.

Hebrews 12:27

ຜູ້ທີ່ເຊື່ອຈະໄດ້ຮັບສິ່ງໃດແທນທີ່ຈະເປັນສິ່ງທີ່ສັ່ນຫວັ່ນໄຫວ?

ຜູ້ທີ່ເຊື່ອຈະໄດ້ຮັບອານາຈັກທີ່ບໍ່ອາດເຮັດໃຫ້ສັ່ນຫວັ່ນໄຫວໄດ້.

ຜູ້ທີ່ເຊື່ອຄວນນະມັດສະການພຣະເຈົ້າແນວໃດ?

ຜູ້ທີ່ເຊື່ອຄວນນະມັດສະການພຣະເຈົ້າດ້ວຍຄວາມເຄົາລົບຢຳເກງແລະຕາມພຣະທັຍຂອງພຣະອົງ.

ຍ້ອນຫຍັງຜູ້ທີ່ເຊື່ອຄວນນະມັດສະການພຣະເຈົ້າດ້ວຍວິທີນີ້?

ຜູ້ທີ່ເຊື່ອຄວນນະມັດສະການພຣະເຈົ້າດ້ວຍວິທີນີ້ເພາະວ່າພຣະອົງຊົງເປັນໄຟທີ່ເຜົ່າຜານ.

Hebrews 13

Hebrews 13:1

ບາງຄົນໄດ້ຕ້ອນຮັບຫຍັງໂດຍຄົນແປກໜ້າ?

ບາງຄົນໄດ້ຕ້ອນຮັບທູດສະຫວັນໂດຍບໍ່ຮູ້ຕົວ.

Hebrews 13:3

ຜູ້ທີ່ເຊື່ອຄວນລະນຶກເຖິງຜູ້ທີ່ຖືກລ່າມໂສ້ແນວໃດ?

ຜູ້ທີ່ເຊື່ອຄວນລະນຶກເຖິງຜູ້ທີ່ຖືກລ່າມໂສ້ເໝືອນກັບວ່າໄດ້ຖືກລ່າມໂສ້ຮ່ວມກັບພວກເຂົາ,ແລະເໝືອນກັບວ່າຮ່າງກາຍຂອງພວກທ່ານກໍ່ຖືກຂົ່ມເຫັງເໝືອນກັບພວກເຂົາດ້ວຍ.

ແມ່ນຫຍັງຄືສິ່ງທີ່ຄວນໄດ້ຮັບການຍົກຍ້ອງນັບຖືແກ່ທຸກຄົນ?

ການແຕ່ງງານຕ້ອງໄດ້ຮັບການຍົກຍ້ອງນັບຖືແກ່ທຸກຄົນ.

ພຣະເຈົ້າຈະເຮັດຫຍັງກັບຄົນທີ່ເຮັດຜິດສິນລະທັມທາງເພດແລະການຫລິ້ນຊູ້.

ພຣະເຈົ້າຈະຕັດສິນລົງໂທດຄົນທີ່ເຮັດຜິດສິນລະທັມທາງເພດແລະການຫລິ້ນຊູ້

Hebrews 13:5

ຜູ້ທີ່ເຊື່ອສາມາດເປັນອິດສະຫລະຈາກການຮັກເງິນຄຳໄດ້ແນວໃດ?

ຜູ້ທີ່ເຊື່ອສາມາດເປັນອິດສະຫລະຈາກການຮັກເງິນຄຳໄດ້ຍ້ອນພຣະເຈົ້າໄດ້ຊົງກ່າວວ່າພຣະອົງຈະບໍ່ປະເຈົ້າຫລືຖິ້ມເຈົ້າເສຍຈັກເທື່ອ.

Hebrews 13:7

ຄວາມເຊື່ອຂອງໃຜທີ່ຜູ້ເຊື່ອສົມຄວນຮຽນແບບ?

ຜູ້ທີ່ເຊື່ອຄວນຮຽນແບບຄວາມເຊື່ອຂອງຄົນເຫລົ່ານັ້ນຄືຜູ້ນຳຂອງພວກເຂົາແລະຄົນທີ່ກ່າວພຣະທຳຂອງພຣະເຈົ້າຕໍ່ພວກເຂົາ.

Hebrews 13:9

ຜູ້ຂຽນເຕືອນຜູ້ທີ່ເຊື່ອທັງຫລາຍໃຫ້ລະວັງຄຳສອນປອມໆແນວໃດ?

ຜູ້ຂຽນເຕືອນຜູ້ທີ່ເຊື່ອທັງຫລາຍໃຫ້ລະວັງຄຳສອນປອມໆກ່ຽວກັບກົດຕ່າງໆເລື່ອງອາຫານ.

ຊາກຂອງສັດຖືກນຳໄປເຜົ່າຖວາຍໃນສະຖານທີ່ສັກສິດທີ່ສຸດບໍ?

ຊາກຂອງສັດຖືກນຳອອກໄປເຜົ່າຢູ່ນອກຄ້າຍ.

Hebrews 13:12

ພຣະເຢຊູທົນທຸກຢູ່ໃສ?

ພຣະເຢຊູທົນທຸກທີ່ນອກປະຕູເມືອງ.

ຜູ້ທີ່ເຊື່ອຕ້ອງໄປໃສ, ແລະເປັນຫຍັງ?

ຜູ້ທີ່ເຊື່ອຕ້ອງໄປຫາພຣະເຢຊູຢູ່ນອກຄ້າຍ, ແລະຍອມທົນເອົາຄຳໝິ່ນປະໝາດທີ່ພຣະອົງໄດ້ຮັບ.

ຜູ້ທີ່ເຊື່ອມີນະຄອນຖາວອນໃດແດ່ໃນໂລກນີ້?

ຜູ້ທີ່ເຊື່ອບໍ່ມີນະຄອນຖາວອນໃນໂລກນີ້.

ຜູ້ທີ່ເຊື່ອຊອກຫານະຄອນໃດແດ່?

ຜູ້ທີ່ເຊື່ອຊອກຫານະຄອນໜຶ່ງທີ່ຈະມາພາຍໜ້າ.

Hebrews 13:15

ແມ່ນຫຍັງຄືເຄື່ອງບູຊາທີ່ຜູ້ເຊື່ອທັງຫລາຍສົມຄວນຖວາຍແດ່ພຣະເຈົ້າຕະຫລອດໄປ?

ເຄື່ອງບູຊາທີ່ຜູ້ເຊື່ອທັງຫລາຍສົມຄວນຖວາຍແດ່ພຣະເຈົ້າຕະຫລອດໄປຄືຄຳສັນສະເສີນພຣະເຈົ້າ.

ຜູ້ທີ່ເຊື່ອຄວນມີທັດສະນະຄະຕິແນວໃດຕໍ່ຜູ້ນຳຂອງພວກເຂົາ?

ຜູ້ທີ່ເຊື່ອຄວນເຊື່ອຟັງແລະຍອມຢູ່ໃນໂອວາດຜູ້ນຳຂອງພວກເຂົາ.

Hebrews 13:20

ພຣະເຈົ້າຊົງທຳງານແນວໃດໃນຜູ້ທີ່ເຊື່ອ?

ພຣະເຈົ້າຊົງທຳງານຢູ່ພາຍໃນຜູ້ທີ່ເຊື່ອໃນສິ່ງທີ່ຊອບພຣະທັຍໃນສາຍພຣະເນດຂອງພຣະເຈົ້າ.

Hebrews 13:22

ຜູ້ຂຽນຈະມາກັບຜູ້ໃດເມື່ອລາວໄປຢ່ຽມຢາມຜູ້ທີ່ເຊື່ອ?

ຜູ້ຂຽນຈະມາກັບຕີໂມທຽວເມື່ອລາວໄປຢ່ຽມຢາມຜູ້ທີ່ເຊື່ອ.