ພາສາລາວ (Lao): translationQuestions Print

Updated ? hours ago # views See on WACS

Ezra 1

Ezra 1:1

ຜູ້ໃດທີ່ພຣະຢາເວແຕ່ງຕັ້ງໃຫ້ສ້າງເຮືອນສຳລັບຢູ່ເມືອງເຢຣູຊາເລັມໃນແຂວງຢູດາຍ?

ພຣະຢາເວແຕ່ງຕັ້ງໃຫ້ໄຊຣັດ ສ້າງເຮືອນສຳລັບເຂົາຢູ່ເມືອງເຢຣູຊາເລັມໃນແຂວງຢູດາຍ.

Ezra 1:3

ໃຜຈະຈັດຕຽມເງິນ ແລະ ຄຳໃຫ້ແກ່ຜູ້ທີ່ລອດຊີວິດຈາກແຜ່ນດິນ?

ປະຊາຊົນຂອງຣາຊະອານາຈັກທີ່ໃດກໍຕາມ ຊຶ່ງມີຜູ້ທີ່ເຫລືອຢູ່ຂອງເເຜ່ນດິນນັ້ນອາສັຍຢູ່ ຄວນຈະໃຫ້ເງິນ ເເລະ ທອງຄຳ.

Ezra 1:7

ເນບູກາດເນັດຊາໄດ້ຊົງເອົາວັດຖຸທີ່ເປັນຂອງພຣະວິຫານຂອງພຣະຢາເວຢູ່ໃສ?

ເນບູກາດເນັດຊາໄດ້ນໍາເອົາສິ່ງຂອງທີ່ເປັນຂອງພຣະວິຫານຂອງພຣະຢາເວ ໄປໄວ້ໃນວິຫານຂອງບັນດາພະເຈົ້າຂອງພະອົງເອງ.

Ezra 1:9

ເຊັດບັດຊາໄດ້ນຳເອົາຄຳ ແລະ ເງິນຈຳນວນເທົ່າໃດເມື່ອຊາວຕ່າງຊາດຖືກເນລະເທດອອກຈາກບາບີໂລນໄປເຢຣູຊາເລັມ?

ເຊັດບັດຊາໄດ້ນຳເອົາເງິນຄຳ ແລະ ເງິນຈຳນວນ 5,400ໃບ ເມື່ອພວກທີ່ເປັນຊະເລີຍໃນຕ່າງຖິ່ນອື່ນໆ ໄດ້ອອກຈາກບາບີໂລນກັບຄືນສູ່ນະຄອນເຢຣູຊາເລັມ.

Ezra 2

Ezra 2:1

ແມ່ນຜູ້ໃດທີ່ໄດ້ອົບພະຍົບປະຊາຊົນໃນບາບີໂລນ?

ກະສັດເນບູກາດເນັດຊາໄດ້ກວາດຕ້ອນພວກເຂົາໄປເປັນຊະເລີຍໃນບາບີໂລນ.

Ezra 2:61

ເປັນຫຍັງບາງສ່ວນຂອງເຊື້ອສາຍຂອງປະໂລຫິດຈຶ່ງບໍ່ສາມາດຊອກຫາເຊື້ອສາຍຂອງພວກເຂົາໃນການລົງທະບຽນໄດ້?

ເຊື້ອສາຍຂອງປະໂລຫິດບໍ່ສາມາດຊອກຫາເຊື້ອສາຍຂອງພວກເຂົາໃນການລົງທະບຽນນັບຕັ້ງແຕ່ພວກເຂົາໄດ້ທຳລາຍຖານະປະໂລຫິດຂອງພວກເຂົາ.

ລູກຫລານຂອງປະໂລຫິດສາມາດກິນເຄື່ອງຖວາຍບູຊາທີ່ສັກສິດບໍ?

ລູກຫລານຂອງປະໂລຫິດບໍ່ສາມາດກິນເຄື່ອງຖວາຍບູຊາທີ່ສັກສິດໃດໆ ຈົນກວ່າປະໂລຫິດຈະພິສູດດ້ວຍອຸຣິມ ເເລະ ທຸມມິມເສຍກ່ອນ.

Ezra 2:70

ປະຊາຊົນອິດສະຣາເອນທັງຫມົດແມ່ນຢູ່ໃສໃນອິດສະຣາເອນ?

ປະຊາຊົນທັງຫມົດໃນອິດສະຣາເອນ ຢູ່ໃນເມືອງຂອງພວກເຂົາ.

Ezra 3

Ezra 3:1

ເປັນຫຍັງເຢຊູອາລູກຊາຍຂອງໂຢຊາດັກ ເເລະ ພີ່ນ້ອງຂອງປະໂລຫິດຂອງເຂົາ, ເເລະເຊຣຸບບາເບນ ລູກຊາຍຂອງເຊອານຕີເອນ, ເເລະພີ່ນ້ອງຂອງເຂົາໄດ້ລຸກຂຶ້ນໄປ ເເລະ ໄດ້ສ້າງເເທ່ນບູຊາຂອງພຣະເຈົ້າເເຫ່ງອິດສະຣາເອນ?

ພວກເຂົາໄດ້ລຸກຂຶ້ນ ແລະ ກໍ່ສ້າງແທ່ນບູຊາເພື່ອຖະຫວາຍເຄື່ອງເຜົາບູຊາຕາມທີ່ບັນຍັດຂອງກົດຫມາຍຂອງໂມເຊ.

Ezra 3:3

ເຢຊູອາ ແລະ ອ້າຍນ້ອງປະໂລຫິດຂອງເຂົາ ແລະ ເຊຣຸບບາເບນ ແລະ ອ້າຍນ້ອງຂອງລາວໄດ້ຖະຫວາຍເຄື່ອງເຜົາບູຊາໃຫ້ແກ່ພຣະຢາເວເລື້ອຍປານໃດ?

ພວກເຂົາໄດ້ຖະຫວາຍເຄື່ອງເຜົາບູຊາໃຫ້ແກ່ ພຣະຢາເວໃນຕອນເຊົ້າ ແລະ ຕອນແລງ.

Ezra 3:6

ໃຜໄດ້ອະນຸຍາດໃຫ້ຕົ້ນໄມ້ສົນສີດາຖືກສົ່ງຈາກເລບານອນໄປເມືອງຢົບປາໂດຍທາງທະເລ?

ກະສັດໄຊຣັສ, ກະສັດແຫ່ງເປີເຊຍໄດ້ອະນຸຍາດໃຫ້ຕົ້ນໄມ້ສົນສີດາຖືກສົ່ງມາຈາກເລບານອນໄປເມືອງຢົບປາໂດຍທາງທະເລ.

Ezra 3:8

ວຽກດັ່ງກ່າວເລີ່ມຕົ້ນເມື່ອໃດ?

ວຽກດັ່ງກ່າວໄດ້ເລີ່ມຕົ້ນໃນເດືອນສອງຂອງປີທີສອງຫລັງຈາກທີ່ຊົນຊາດສະຣາເອນມາຮອດພຣະວິຫານຂອງພຣະເຈົ້າໃນເຢຣູຊາເລັມ.

Ezra 3:10

ປະຊາຊົນໄດ້ຕອບສະຫນອງແນວໃດ ເພາະຮາກຖານຂອງພຣະວິຫານໄດ້ວາງລົງແລ້ວ?

ປະຊາຊົນທຸກຄົນພາກັນຮ້ອງອອກມາດ້ວຍສຽງຮ້ອງທີ່ຍິ່ງໃຫຍ່ຂອງຄວາມຊື່ນຊົມຍິນດີໃນການຍ້ອງຍໍ ພຣະຢາເວ ເພາະວ່າພື້ນຖານຂອງວິຫານໄດ້ຖືກວາງໄວ້.

Ezra 3:12

ຜູ້ທີ່ໄດ້ເຫັນພຣະວິຫານຫລັງທຳອິດຕອບສະຫນອງແນວໃດເມື່ອພື້ນຖານຂອງເຮືອນຫລັງນີ້ຖືກວາງໄວ້ຕໍ່ຫນ້າພວກເຂົາ?

ຜູ້ທີ່ໄດ້ເຫັນເຮືອນຫລັງທຳອິດໄດ້ຮ້ອງໄຫ້ດັງໆເມື່ອພື້ນຖານຂອງພຣະວິຫານຫລັງນີ້ຖືກວາງໄວ້ຕໍ່ຫນ້າພວກເຂົາ. ແຕ່ຫລາຍຄົນໄດ້ຮ້ອງດ້ວຍຄວາມເບີກບານດ້ວຍຄວາມເບີກບານມ່ວນຊື່ນ ແລະ ສຽງທີ່ຕື່ນເຕັ້ນ.

Ezra 4

Ezra 4:1

ສັດຕູບາງຄົນຂອງຢູດາ ແລະ ເບັນຢາມິນໄດ້ຍິນຫຍັງກ່ຽວກັບຄົນທີ່ຖືກເນລະເທດອອກໄປ?

ສັດຕູບາງຄົນຂອງຢູດາ ແລະ ເບັນຢາມິນໄດ້ຍິນວ່າປະຊາຊົນທີ່ຖືກເນລະເທດອອກໄປ ປະຈຸບັນກຳລັງສ້າງວິຫານ ສຳລັບພຣະຢາເວ, ພຣະເຈົ້າຂອງອິດສະຣາເອນ.

Ezra 4:4

ພວກສັດຕູໄດ້ເຮັດໃຫ້ມືຂອງຊາວຢູດາອ່ອນເພຍດົນນານປານໃດ?

ພວກເຂົາໄດ້ເຮັດໃຫ້ມືຂອງຊາວຢູດາອ່ອນແອລົງໃນຊ່ວງເວລາທັງຫມົດຂອງໄຊຣັດ ແລະ ເຂົ້າໄປໃນຣາດຊະການຂອງດາຣິອຸດ, ກະສັດແຫ່ງເປີເຊຍ.

ສັດຕູໄດ້ຂຽນຫຍັງໄວ້ໃນຕອນເລີ່ມຕົ້ນຂອງກະສັດອາເຊເຊັດ?

ໃນຕອນເລີ່ມຕົ້ນຂອງການປົກຄອງຂອງອາເຊເຊັດ, ສັດຕູໄດ້ຂຽນຂໍ້ກ່າວຫາຕໍ່ຊາວເມືອງຢູດາ ແລະເຢຣູຊາເລັມ.

Ezra 4:11

ສັດຕູໄດ້ບອກກະສັດກ່ຽວກັບເມືອງຂອງຊາວຢິວແນວໃດ?

ສັດຕູບອກກະສັດວ່າຊາວຢິວກຳລັງສ້າງເມືອງທີ່ກະບົດ.

Ezra 4:14

ເປັນຫຍັງຈຶ່ງບໍ່ເຫມາະສົມທີ່ສັດຕູຈະເຫັນຄວາມເສຍຊື່ສຽງໃດໆເກີດຂຶ້ນກັບກະສັດ?

ມັນເປັນການບໍ່ເຫມາະສົມທີ່ພວກເຂົາຈະເຫັນຄວາມເສຍຊື່ສຽງໃດໆເກີດຂຶ້ນກັບກະສັດເພາະວ່າພວກເຂົາໄດ້ກິນເກືອຂອງພະຣາຊະວັງ.

Ezra 4:17

ຫລັງຈາກຈົດຫມາຍທີ່ພວກສັດຕູສົ່ງໃຫ້ກະສັດຖືກແປ ແລະ ອ່ານໃຫ້ລາວຟັງ, ລາວໄດ້ເຮັດຫຍັງ?

ຫລັງຈາກຈົດຫມາຍທີ່ພວກສັດຕູສົ່ງໃຫ້ກະສັດຖືກແປ ແລະ ອ່ານໃຫ້ລາວຟັງແລ້ວ, ກະສັດໄດ້ສັ່ງໃຫ້ສືບສວນສອບສວນ.

Ezra 4:23

ການເຮັດວຽກພຣະວິຫານຂອງພຣະເຈົ້າໃນເມືອງເຢຣູຊາເລັມໄດ້ຢຸດດົນປານໃດ?

ວຽກງານກໍ່ສ້າງເຮືອນຂອງພຣະເຈົ້າໃນເມືອງເຢຣູຊາເລັມໄດ້ຢຸດເຊົາໄປຈົນເຖິງປີທີສອງແຫ່ງການປົກຄອງຂອງ ດາຣິອຸດ, ກະສັດຂອງເປີເຊຍ.

Ezra 5

Ezra 5:3

ສຳລັບພວກຜູ້ອາວຸໂສຊາວຢິວກຳລັງລໍຖ້າຫຍັງ?

ພວກຜູ້ອາວຸໂສຊາວຢິວກຳລັງລໍຖ້າໃຫ້ດຳລັດມາຈາກດາຣິອຸດ.

Ezra 5:8

ຕັດເຕໄນ, ເຊຕາກໂບເຊໄນ, ແລະ ເຈົ້າຫນ້າທີ່ອື່ນໆຂອງພວກເຂົາພັນລະນາເຖິງວຽກງານໃນເຮືອນຂອງພຣະເຈົ້າແນວໃດ?

ພວກເຂົາຂຽນວ່າວຽກດັ່ງກ່າວກຳລັງເຮັດຢ່າງລະອຽດ ແລະ ມີຄວາມກ້າວຫນ້າໃນມືຂອງຊາວຢິວ.

Ezra 5:12

ເປັນຫຍັງພຣະເຈົ້າແຫ່ງສະຫວັນຈຶ່ງມອບຊາວຢິວເຂົ້າຢູ່ໃນມືຂອງກະສັດເນບູກາດເນັດຊາຂອງບາບີໂລນ?

ພຣະເຈົ້າແຫ່ງສະຫວັນໄດ້ມອບຊາວຢິວໃຫ້ຢູ່ໃນກຳມືຂອງກະສັດເນບູກາດເນັດຊາແຫ່ງບາບີໂລນ ເມື່ອບັນພະບູລຸດຂອງພວກເຂົາໂກດແຄ້ນລາວ.

Ezra 5:14

ກະສັດໄຊຣັສໄດ້ກັບໄປໃຊ້ຫຍັງກັບເຊັດບັດຊາ?

ກະສັດໄຊຣັສໄດ້ນຳເອົາວັດຖຸສິ່ງຂອງທີ່ເປັນຄຳ ແລະ ເງິນທີ່ເປັນຂອງພຣະວິຫານຂອງພຣະເຈົ້າກັບຄືນໄປ.

Ezra 5:17

ຊາວຢິວໄດ້ຮ້ອງຂໍໃຫ້ກະສັດເຮັດຫຍັງ?

ພວກເຂົາໄດ້ຮຽກຮ້ອງໃຫ້ກະສັດກວດເບິ່ງພຣະວິຫານບ່ອນເກັບມ້ຽນເອກະສານໃນບາບີໂລນຖ້າມີຄຳຕັດສິນຈາກກະສັດໄຊຣັສຢູ່ທີ່ນັ້ນ ເພື່ອສ້າງພຣະວິຫານຂອງພຣະເຈົ້າໃນເຢຣູຊາເລັມ.

Ezra 6

Ezra 6:1

ພົບເຫັນຫຍັງເມື່ອກະສັດດາຣິອຸດໄດ້ອອກຄຳສັ່ງໃຫ້ສືບສວນຢູ່ໃນພຣະວິຫານບ່ອນເກັບບັນທຶກເອກະສານໃນບາບີໂລນ?

ໃນລະຫວ່າງການສືບສວນວ່າກະສັດດາຣິອຸດ ສັ່ງໃຫ້ເລື່ອນຫນັງສືໄດ້ພົບເຫັນຢູ່ໃນເມືອງເອັກບາທານາແຂວງເມເດຍ.

Ezra 6:3

ໃຜເປັນຜູ້ຈ່າຍຄ່າໃຊ້ຈ່າຍເຮືອນສຳລັບຖວາຍບູຊາ ທີ່ກ່າວເຖິງໃນດຳລັດຂອງກະສັດໄຊຣັສ?

ຄ່າໃຊ້ຈ່າຍສຳລັບເຮືອນໃນຖວາຍບູຊາ ແມ່ນໂດຍເຮືອນຂອງກະສັດ.

ອີງຕາມການອອກຄຳສັ່ງຂອງກະສັດໄຊຣັສ ວ່າໃຫ້ນຳສິ່ງຂອງທີ່ເປັນຂອງພຣະວິຫານຂອງພຣະເຈົ້າແມ່ນຫຍັງ?

ອີງຕາມການອອກຄຳສັ່ງຂອງກະສັດໄຊຣັສເຮັດໃຫ້ນຳເອົາວັດຖຸຄຳ ແລະເງິນທີ່ເປັນຂອງພຣະວິຫານຂອງພຣະເຈົ້າທີ່ເນບູກາດເນັດຊາໄດ້ນຳເອົາຈາກວິຫານໃນເມືອງເຢຣູຊາເລັມ ໄປທີ່ວິຫານໃນເມືອງບາບີໂລນເຊິ່ງຈະຖືກນຳກັບໄປທີ່ວິຫານຂອງພຣະເຈົ້າໃນເມືອງເຢຣູຊາເລັມ.

Ezra 6:6

ແມ່ນໃຜທີ່ໄຊຣັສບອກໃຫ້ສ້າງພຣະວິຫານຂອງພຣະເຈົ້າ?

ໄຊຣັສ ໄດ້ກ່າວວ່າ ຜູ້ປົກຄອງ ເເລະ ຜູ້ອາວຸໂສຊາວຢິວຈະສ້າງພຣະວິຫານຂອງພຣະເຈົ້າ.

Ezra 6:8

ເປັນຫຍັງໄຊຣັສຢາກໃຫ້ຊາວຢິວນຳເອົາທຸກສິ່ງທີ່ພວກເຂົາຕ້ອງການເພື່ອສ້າງພຣະວິຫານຂອງພຣະເຈົ້າ?

ໄຊຣັສ ຕ້ອງການໃຫ້ຊາວຢິວນຳເອົາທຸກສິ່ງທີ່ພວກເຂົາຕ້ອງການ ເພື່ອສ້າງວິຫານຂອງພຣະເຈົ້າ ເພື່ອພວກເຂົາຈະນຳເອົາເຄື່ອງຖວາຍບູຊາມາຖວາຍແກ່ພຣະເຈົ້າແຫ່ງສະຫວັນ ແລະ ອະທິຖານເພື່ອລາວ ແລະ ລູກຊາຍຂອງລາວ.

Ezra 6:11

ມີສິ່ງໃດທີ່ຕ້ອງເກີດຂຶ້ນ ຖ້າມີໃຜລະເມີດຄຳສັ່ງວ່າດ້ວຍການຊ່ວຍເຫລືອຊາວຢິວ?

ຖ້າຜູ້ໃດລະເມີດການອອກຄຳສັ່ງນີ້, ຕ້ອງຖືກຖອນຄານຫາມອອກຈາກບ້ານຂອງເຂົາ ເເລະເຂົາຕ້ອງສຽບໄວ້ເທິງໄມ້ນັ້ນ. ບ້ານຂອງເຂົາຈະກາຍເປັນຂີ້ເຫຍື້ອເພາະເລື່ອງນີ້.

Ezra 6:13

ຮັກກາຍ ເເລະ ເຊກາຣີຢາແນະນໍາຜູ້ເຖົ້າແກ່ຊາວຍິວໃນການກໍ່ສ້າງແນວໃດ?

ຮັກກາຍ ເເລະ ເຊກາຣີຢາໄດ້ແນະນຳຜູ້ເຖົ້າແກ່ຊາວຢິວໃຫ້ສ້າງໂດຍການເຜີຍພຣະວັດຈະນະ.

Ezra 6:19

ພວກປະໂລຫິດ ແລະ ພວກເລວີຂ້າເຄື່ອງບູຊາປັດສະຄາສຳຫລັບໃຜ?

ພວກປະໂລຫິດ ແລະ ພວກເລວີໄດ້ຂ້າເຄື່ອງບູຊາປັດສະຄາສຳລັບທຸກຄົນທີ່ຖືກເນລະເທດ, ຮ່ວມທັງພວກເຂົາ.

Ezra 6:21

ເປັນຫຍັງຊາວຢິວຈຶ່ງສະຫລອງເທດສະການເຂົ້າຈີ່ບໍ່ມີເຊື້ອແປ້ງ?

ຊາວຢິວໄດ້ສະຫລອງເທດສະການເຂົ້າຈີ່ທີ່ບໍ່ມີເຊື້ອແປ້ງຢ່າງເບີກບານມ່ວນຊື່ນ, ເພາະວ່າພຣະຢາເວໄດ້ເຮັດໃຫ້ພວກເຂົາມີຄວາມສຸກ ແລະ ຫັນຫົວໃຈຂອງກະສັດອັດຊີເຣຍໃຫ້ເຂັ້ມແຂງຂຶ້ນໃນວຽກງານຂອງພຣະວິຫານຂອງພຣະເຈົ້າ.

Ezra 7

Ezra 7:6

ເອເຊຣາໄດ້ມີອາຊີບຫຍັງ?

ລາວມີຊຳນານໃນພຣະບັນຍັດຂອງໂມເຊ.

Ezra 7:8

ເປັນຫຍັງເອຊະຣາຈຶ່ງມາຮອດເມືອງເຢຣູຊາເລັມໃນມື້ທຳອິດຂອງເດືອນທີຫ້າ?

ໃນມື້ທຳອິດຂອງເດືອນທີຫ້າລາວໄດ້ມາຮອດເຢຣູຊາເລັມ, ເພາະວ່າພຣະຫັດຂອງພຣະເຈົ້າໄດ້ສະຖິດຢູ່ກັບລາວ.

Ezra 7:11

ໃຜຖືກອະນຸຍາດໃຫ້ໄປເຢຣູຊາເລັມກັບເອເຊຣາ?

ທຸກຄົນທີ່ຈາກອິດສະຣາເອນໃນອານາຈັກ ອາກຕາເຊເຊັດ , ພ້ອມດ້ວຍປະໂລຫິດ ແລະ ພວກເລວີຂອງພວກເຂົາ, ຜູ້ທີ່ຢາກໄປເຢຣູຊາເລັມ, ສາມາດໄປກັບເອຊະຣາ.

Ezra 7:14

ເປັນຫຍັງກະສັດ ແລະ ທີ່ຄຳປຶກສາເຈັດຄົນຂອງລາວຈຶ່ງສົ່ງຊາວອິດສະຣາເອນກັບໄປອິດສະຣາເອນ?

ກະສັດ ແລະ ທີ່ຄຳປຶກສາເຈັດຄົນຂອງລາວໄດ້ສົ່ງພວກເຂົາອອກໄປສອບຖາມກ່ຽວກັບຢູດາ ແລະເຢຣູຊາເລັມຕາມກົດຫມາຍຂອງພຣະເຈົ້າທີ່ລາວເຂົ້າໃຈ, ແລະ ນຳເງິນ ແລະ ຄຳທີ່ພວກເຂົາໄດ້ຖວາຍໃຫ້ພຣະເຈົ້າແຫ່ງອິດສະຣາເອນຢ່າງອິດສະຫລະມາຍັງກຸງເຢລູຊາເລັມເຊິ່ງເປັນວິຫານຂອງພຣະອົງ.

Ezra 7:19

ຊາວຢິວຄວນນຳເອົາສິ່ງອື່ນໃດອີກທີ່ເຂົາຕ້ອງການສຳລັບວິຫານຂອງພຣະເຈົ້າຂອງພວກເຂົາ?

ຊາວຢິວຄວນເອົາສິ່ງອື່ນອີກທີ່ເຂົາເຈົ້າຕ້ອງການສຳລັບວິຫານຂອງພຣະເຈົ້າຂອງເຂົາຈາກຄັງເງິນຂອງອາຕາເຊເຊັດ.

Ezra 7:21

ເປັນຫຍັງຜູ້ທີ່ສະສົມຊັບສົມບັດຄວນເຮັດທຸກຢ່າງທີ່ມາຈາກພຣະບັນຊາຂອງພຣະເຈົ້າແຫ່ງສະຫວັນດ້ວຍຄວາມອຸທິດຕົນຕໍ່ວິຫານຂອງພຣະອົງ?

ພວກເຂົາຄວນເຮັດທຸກສິ່ງທີ່ມາຈາກພຣະບັນຊາຂອງພຣະເຈົ້າແຫ່ງສະຫວັນດ້ວຍຄວາມອຸທິດຕົນສຳລັບວິຫານຂອງຕົນເພື່ອວ່າຄວາມໂກດຮ້າຍຂອງລາວຈະບໍ່ເກີດຂຶ້ນໃນອານາຈັກ ອາຕາເຊເຊັດ ແລະ ອານາຈັກຂອງພວກລູກຊາຍຂອງລາວ.

Ezra 7:25

ເອຊະຣາຈະລົງໂທດຜູ້ໃດທີ່ບໍ່ເຊື່ອຟັງກົດບັນຍັດຂອງພຣະເຈົ້າ ຫລືກົດຫມາຍຂອງກະສັດຢ່າງໃດ?

ເອຊະຣາຄວນຈະລົງໂທດຜູ້ໃດທີ່ບໍ່ເຊື່ອຟັງກົດ ບັນຍັດຂອງພຣະເຈົ້າ ຫລືກົດຫມາຍຂອງກະສັດໂດຍການຂ້າພວກເຂົາ, ຫ້າມພວກເຂົາ, ຍຶດຊັບສົມບັດຂອງພວກເຂົາ, ຫລືໂດຍການກັກຂັງພວກເຂົາ.

Ezra 7:27

ເອຊະຣາໄດ້ຮັບກຳລັງແນວໃດ?

ເອຊະຣາໄດ້ຮັບຄວາມເຂັ້ມແຂງຂື້ນດ້ວຍມືຂອງພຣະຢາເວຂອງລາວ.

Ezra 8

Ezra 8:15

ເມື່ອເອຊະຣາໄດ້ກວດເບິ່ງປະຊາຊົນ ແລະປະໂລຫິດ, ລາວຊອກຫຍັງບໍ່ໄດ້?

ເມື່ອເອຊະຣາໄດ້ກວດເບິ່ງປະຊາຊົນ ແລະ ປະໂລຫິດ, ລາວບໍ່ສາມາດຊອກຫາເຊື້ອສາຍຂອງເລວີຢູ່ບ່ອນນັ້ນ.

Ezra 8:17

ອາຊີບຂອງອິດໂດ ແລະ ຍາດພີ່ນ້ອງຂອງລາວແມ່ນຫຍັງ?

ອິດໂດ ແລະ ຍາດພີ່ນ້ອງຂອງລາວແມ່ນຜູ້ຮັບໃຊ້ໃນພຣະວິຫານ.

Ezra 8:18

ເຊເຣບີຢາເປັນຄົນແບບໃດ?

ເຊເຣບີຢາເປັນຄົນທີ່ມີຄວາມສະຫລຽວສະຫລາດ.

Ezra 8:21

ເປັນຫຍັງເອເຊດຣາເຊຈຶ່ງບໍ່ທູນຂໍກະສັດຫລືກອງທັບເພື່ອປົກປ້ອງພວກເຂົາຈາກສັດຕູ?

ເອເຊດຣາເຊບໍ່ໄດ້ຂໍໃຫ້ກະສັດຫລືທະຫານມ້າປົກປ້ອງພວກເຂົາຈາກສັດຕູເພາະລາວມີຄວາມອາຍ.

Ezra 8:28

ຜູູ້້ຊາຍສິບສອງຄົນທີ່ເຝົ້າເບິ່ງຄຳ ແລະ ເງິນໄດ້ດົນປານໃດ?

ຜູ້ຊາຍສິບສອງຄົນຕ້ອງເຝົ້າເບິ່ງຄຳ ແລະ ເງິນຈົນກວ່າພວກເຂົາຈະຊັ່ງນໍ້າຫນັກຕໍ່ຫນ້າບັນດາປະໂລຫິດ, ເລວີ ແລະ ບັນດາຫົວຫນ້າວົງຕະກູນບັນພະບຸລຸດຂອງອິດສະຣາເອນໃນເມືອງເຢຣູຊາເລັມໃນຫ້ອງພຣະວິຫານຂອງພຣະເຈົ້າ.

Ezra 8:31

ມືຂອງພຣະເຈົ້າຢູ່ເທິງເອຊະຣາ ແລະ ສິບສອງຄົນນັ້ນດ້ວຍທາງໃດ?

ພຣະຫັດຂອງພຣະເຈົ້າຢູ່ເທິງພວກເຂົາໃນນັ້ນລາວໄດ້ປົກປ້ອງພວກເຂົາຈາກກຳມືຂອງສັດຕູ ແລະ ພວກທີ່ປາດຖະຫນາທີ່ຈະກັກຂັງພວກເຂົາຕາມເສັ້ນທາງ.

Ezra 8:35

ຜູ້ທີ່ກັບຄືນມາຈາກການເປັນຊະເລີຍໄດ້ມອບເອກກະສານທີ່ກະສັດມອບໃຫ້ນັ້ນໄປໃຫ້ກັບໃຜ?

ຜູ້ທີ່ກັບມາຈາກການເປັນຊະເລີຍໄດ້ມອບດຳລັດຂອງກະສັດໃຫ້ແກ່ເຈົ້າຫນ້າທີ່ຊັ້ນສູງ ແລະ ບັນດາຂ້າຣາຊການຂອງເເຂວງທາງພາກຕາເວັນຕົກເເມ່ນ້ຳເອີຟຣັດ.

Ezra 9

Ezra 9:1

ປະຊາຊົນອິດສະຣາເອນໄດ້ແຍກຕົວເອງອອກຈາກປະເທດອື່ນໃນທາງໃດ?

ຊາວອິດສະຣາເອນບໍ່ໄດ້ແຍກຕົວອອກຈາກປະເທດອື່ນໆ, ເພາະວ່າພວກເຂົາໄດ້ເອົາລູກສາວ ແລະ ລູກຊາຍຂອງພວກເຂົາໄປ.

Ezra 9:3

ເອຊະຣາໄດ້ຕອບສະຫນອງແນວໃດຕໍ່ຄວາມບໍ່ສັດຊື່ຂອງປະຊາຊົນ?

ເອເຊຣາໄດ້ຈີກເສື້ອຜ້າ ແລະເສື້ອຄຸມ ແລະ ຕັດຜົມຈາກຫົວແລະ ຫນວດ. ຫລັງຈາກນັ້ນ, ລາວໄດ້ນັ່ງຢູ່ໃນຄວາມລະອາຍ.

Ezra 9:5

ເປັນຫຍັງເອຊະຣາຈຶ່ງມີຄວາມລະອາຍ ແລະ ອັບອາຍຫລາຍທີ່ຈະເງີຍຫນ້າຂອງລາວຂື້ນແກ່ພຣະຢາເວ?

ເອຊະຣາມີຄວາມລະອາຍ ແລະ ອັບອາຍຫລາຍທີ່ຈະເງີຍຫນ້າຂອງລາວຕໍ່ພຣະຢາເວ, ເພາະຄວາມຊົ່ວຮ້າຍຂອງຜູ້ຄົນຂອງລາວໄດ້ເພີ່ມຂຶ້ນເທິງຫົວຂອງພວກເຂົາ, ແລະ ຄວາມຮູ້ສຶກຜິດຂອງພວກເຂົາໄດ້ຂະຫຍາຍໃຫຍ່ຂຶ້ນສູ່ສະຫວັນ.

Ezra 9:8

ເປັນຫຍັງພຣະຢາເວຂະຫຍາຍຄວາມຊື່ສັດແຫ່ງພັນທະສັນຍາກັບປະຊາຊົນຂອງເອຊະຣາ?

ພຣະຢາເວຂະຫຍາຍຄວາມສັດຊື່ຕໍ່ພັນທະສັນຍາໃຫ້ແກ່ປະຊາຊົນຂອງເອຊະຣາ ເພື່ອໃຫ້ປະຊາຊົນມີກຳລັງແຮງໃຫມ່ ເພື່ອພວກເຂົາຈະສາມາດສ້າງເຮືອນຂອງພຣະເຈົ້າຄືນໃຫມ່ ແລະ ກໍ່ສ້າງຊາກຫັກພັງ. ພຣະອົງໄດ້ຊົງເຮັດເຊັ່ນນີ້ ເພື່ອພຣະອົງຈະຊົງໃຫ້ກຳເເພງທີ່ປອດພັຍເເກ່ພວກເຂົາໃນຢູດາ ເເລະເຢຣູຊາເລັມ.

Ezra 9:10

ດິນມີການປົນເປື້ອນແນວໃດ?

ແຜ່ນດິນທີ່ເປິະເປື້ອນຈາກຊົນຊາດຂອງເເຜ່ນດິນນັ້ນ. ດ້ວຍສິ່ງທີ່ຫນ້າລັງກຽດຂອງພວກເຂົາ. ພວກເຂົາໄດ້ເຮັດໃຫ້ເເຜ່ນດິນເຕັມໄປດ້ວຍມົນທິນຂອງພວກເຂົາ ຕັ້ງເເຕ່ສຸດປາຍດ້ານຫນຶ່ງໄປຍັງສຸດປາຍອີກດ້ານຫນຶ່ງ.

Ezra 9:13

ພຣະເຈົ້າຊົງອົດກັ້ນພຣະໄທຕໍ່ຫຍັງ?

ພຣະເຈົ້າຊົງຊົງອົດກັ້ນພຣະໄທຕໍ່ຄວາມບາບຊົ່ວຂອງພວກຂ້ານ້ອຍທີ່ສົມຄວນໄດ້ຮັບ.

Ezra 10

Ezra 10:1

ເອຊະຣາໄດ້ເຮັດຫຍັງໃນຂະນະທີ່ລາວອະທິຖານ ແລະສາລະພາບ?

ເມື່ອເອຊະຣາໄດ້ອະທິຖານ ແລະ ສາລະພາບ, ລາວໄດ້ຮ້ອງໄຫ້ ແລະ ກົ້ມຕົວລົງຕໍ່ຫນ້າພຣະເຈົ້າ.

Ezra 10:3

ເຊການີຢາ ກ່າວຄຳສັນຍາອັນໃດຕໍ່ຊາວອິດສະຣາເອນທີ່ຄວນເຮັດ?

ທ່ານກ່າວວ່າພວກເຂົາຄວນເຮັດພັນທະສັນຍາກັບພຣະເຈົ້າຂອງພວກເຂົາ ທີ່ຈະສົ່ງແມ່ຍິງຕ່າງຊາດ ແລະເດັກນ້ອຍຂອງພວກເຂົາອອກໄປທັງຫມົດ.

Ezra 10:5

ເປັນຫຍັງເອຊະຣາຈຶ່ງບໍ່ກິນເຂົ້າຈີ່ຫລືດື່ມນໍ້າ?

ເອຊະຣາບໍ່ໄດ້ກິນເຂົ້າຈີ່ຫລືດື່ມນໍ້າໃດໆ, ເພາະວ່າລາວກຳລັງທຸກໂສກກ່ຽວກັບຄວາມບໍ່ສັດຊື່ຂອງຄົນທີ່ຖືກຈັບໄປເປັນຊະເລີຍ.

Ezra 10:7

ມີຫຍັງເກີດຂຶ້ນກັບທຸກຄົນທີ່ບໍ່ໄດ້ເຂົ້າມາໃນສາມວັນຕາມຄຳແນະນຳຂອງເຈົ້າຫນ້າທີ່ ແລະ ຜູ້ເຖົ້າຜູ້ແກ່?

ຜູ້ໃດທີ່ບໍ່ໄດ້ມາພາຍໃນສາມວັນຕາມຄຳແນະນຳຂອງເຈົ້າຫນ້າທີ່ ແລະ ຜູ້ເຖົ້າຜູ້ແກ່ໄດ້ຍຶດຊັບສິນທັງຫມົດຂອງລາວ ແລະ ຈະຖືກໄລ່ອອກຈາກການຊຸມນຸມໃຫຍ່ຂອງປະຊາຊົນທີ່ກັບມາຈາກການຖືກເນລະເທດ.

Ezra 10:9

ເປັນຫຍັງຜູ້ຄົນທັງຫມົດທີ່ຢືນຢູ່ບໍລິເວນທີ່ບໍລີເວນກ່ອນຫນ້າພຣະວິຫານຂອງພຣະເຈົ້າສັ່ນສະເທືອນ?

ປະຊາຊົນທັງຫມົດໄດ້ຢືນຢູ່ທີ່ບໍລີເວນກ່ອນ ຫນ້າພຣະວິຫານຂອງພຣະເຈົ້າ ແລະ ສັ່ນສະເທືອນຍ້ອນຖ້ອຍຄຳ ແລະ ຝົນຕົກຫນັກ.

Ezra 10:12

ເປັນຫຍັງຊາວອິດສະຣາເອນຈຶ່ງຕ້ອງການເວລາຫລາຍກວ່າທີ່ຈະສົ່ງພວກແມ່ຍິງຕ່າງຊາດໄປ?

ພວກເຂົາຕ້ອງການເວລາຫລາຍຂຶ້ນເພາະວ່າມີຫລາຍໆຄົນ, ແລະ ມັນແມ່ນລະດູຝົນ. ພວກເຂົາບໍ່ມີກຳລັງທີ່ຈະຢືນຢູ່ຂ້າງນອກ. ພວກເຂົາໄດ້ລະເມີດຢ່າງຮ້າຍແຮງໃນເລື່ອງນີ້.

Ezra 10:16

ໃນຊ່ວງເວລາໃດທີ່ຜູ້ນຳໄດ້ສຳເລັດການຄົ້ນພົບວ່າຜູ້ຊາຍຄົນໃດເຄີຍຢູ່ນຳແມ່ຍິງຕ່າງຊາດ?

ພໍຮອດວັນຫນຶ່ງໃນເດືອນທີຫນຶ່ງພວກເຂົາໄດ້ເຊົາການຄົ້ນຫາເລື່ອງທີ່ພວກຜູ້ຊາຍໄດ້ອາໃສຢູ່ກັບຜູ້ຍິງຕ່າງຊາດ.

Ezra 10:18

ຜູ້ຊາຍທີ່ມີຄວາມຜິດໄດ້ສະເຫນີຫຍັງ?

ພວກທີ່ເຮັດຜິດນັ້ນໄດ້ຖວາຍແກະຈາກຝູງແກະມາເພື່ອຄວາມຜິດຂອງພວກເຂົາ.