ພາສາລາວ (Lao): translationQuestions Print

Updated ? hours ago # views See on WACS

Song of Songs 1

Song of Songs 1:1

ແມ່ນໃຜເປັນຜູ້ແຕ່ງຍອດເພງ?

ໂຊໂລໂມນເປັນຜູ້ແຕ່ງຍອດເພງ.

ສຳລັບຍິງສາວຄົນນັ້ນຂໍໃຫ້ຄົນຮັກຂອງນາງເຮັດຫຍັງ?

ຍິງສາວຄົນນັ້ນຂໍໃຫ້ຄົນຮັກຂອງລາວຈູບນາງດ້ວຍການຈູບຂອງປາກຂອງລາວ.

ຍິງສາວເວົ້າວ່າແມ່ນຫຍັງດີກ່ວາເຫລົ້າອະງຸ່ນ?

ຍິງສາວຄົນນີ້ເວົ້າວ່າຄວາມຮັກຂອງຄົນຮັກຂອງນາງດີກວ່າເຫລົ້າອະງຸ່ນ.

ຍິງສາວຄົນນັ້ນບອກຊື່ຄົນຮັກຂອງນາງວ່າຄ້າຍຄືແນວໃດ?

ຍິງສາວຄົນນັ້ນບອກວ່າຊື່ຂອງລາວແມ່ນຄ້າຍຄືນໍ້າຫອມທີ່ກຳລັງລິນໄຫລ.

ກະສັດໄດ້ເອົາຍິງສາວຄົນນີ້ໄປໃສ?

ກະສັດໄດ້ນຳຍິງສາວຄົນນີ້ເຂົ້າຫ້ອງຂອງຕົນ.

Song of Songs 1:5

ຍິງສາວໄດ້ອະທິບາຍວ່າຜິວຂອງນາງເປັນແນວໃດ?

ຜິວດຳ​ຄ້ຳທີ່ຄ້າຍຄືກັບຜ້າເຕັ້ນຂອງຄົນເກດາ, ຫນ້າຮັກຄືກັບຜ້າກັ້ງຂອງໂຊ​ໂລ​ໂມນ.

ເປັນຫຍັງນາງຈຶ່ງບໍ່ຢາກໃຫ້ຜູ້ຍິງຄົນອື່ນກຶ້ງຕາເບິ່ງນາງ?

ນາງບໍ່ຕ້ອງການໃຫ້ຜູ້ຍິງຄົນອື່ນຕັ້ງ​ໃຈເບິ່ງນາງເພາະວ່າຜິວຂອງນາງດຳຄ້ຳ.

ອ້າຍນ້ອງຂອງຍິງສາວຄົນນັ້ນໄດ້ເຮັດຫຍັງເມື່ອພວກເຂົາໂກດແຄ້ນນາງ?

ອ້າຍນ້ອງຂອງຍິງສາວຄົນນັ້ນໄດ້ເຮັດໃຫ້ນາງເປັນຜູ້ດູແລສວນອະງຸ່ນ.

Song of Songs 1:7

ຜູ້ຍິງຄົນນັ້ນຖາມຄົນຮັກຂອງນາງວ່າແນວໃດ?

ນາງໄດ້ຖາມລາວວ່າ ທ່ານລ້ຽງຝູງແກະຂອງທ່ານຢູ່ໃສ ແລະ ທ່ານເອົາຝູງແກະຂອງທ່ານໄປໄວ້ບ່ອນໃດໃນຍາມຕອນທ່ຽງ

Song of Songs 1:8

ຄົນຮັກຂອງນາງເວົ້າແນວໃດກັບຍິງສາວຄົນນັ້ນວ່າສາມາດພົບລາວຢູ່ທີ່ໃດ?

ລາວບອກນາງໃຫ້ຕິດຕາມຝູງແກະຂອງລາວໄປທີ່ເຕັນຂອງຜູ້ລ້ຽງແກະ.

Song of Songs 1:9

ຄູ່ຮັກຂອງຍິງສາວຄົນນີ້ປຽບທຽບນາງເປັນຄືແນວໃດ?

ລາວປຽບທຽບນາງກັບມ້າແມ່ໃນທ່າມກາງລົດມ້າຂອງກະສັດຟາໂຣ.

ຄົນຮັກຂອງນາງເວົ້າຫຍັງເຖິງເທິງແກ້ມ ແລະລຳຄໍຂອງນາງ?

ລາວໄດ້ກ່າວວ່າ ແກ້ມຂອງເຈົ້ານັ້ນງົດງາມດ້ວຍ​ເຄື່ອງ​ປະ​ດັບ, ລຳຄໍຂອງເຈົ້າຕົກແຕ່ງດ້ວຍສາຍຄໍເພັດ.

ຄົນຮັກຂອງລາວເວົ້າຫຍັງກັບນາງວ່າລາວຈະເຮັດເພື່ອນາງ?

ຂ້ອຍຈະເຮັດເຄື່ອງປະດັບທອງຄຳໃຫ້ກັບເຈົ້າ ພ້ອມ​ກັບລູກ​ຕຸ້​ມເງິນໃຫ້​ກັບ​ນາງດ້ວຍ.

Song of Songs 1:12

ກະສັດໄດ້ນັ່ງຢູ່ບ່ອນໃດໃນຂະນະທີ່ຜູ້ຍິງຄົນນັ້ນກຳລັງເວົ້າກັບຕົວເອງ?

ກະສັດກຳລັງນັ່ງຢູ່ເທິງບັນລັງຂອງລາວ ໃນຂະນະທີ່ຜູ້ຍິງຄົນນັ້ນກຳລັງເວົ້າກັບຕົວເອງ.

ຄົນຮັກຂອງນາງໃຊ້ເວລາກາງຄືນຢູ່ໃສ?

ຄົນຮັກຂອງນາງໃຊ້ເວລາກາງຄືນນອນຢູ່ຫວ່າງເອິກຂອງນາງ.

ຍິງສາວຄົນນີ້ເຫັນຄົນຮັກຂອງລາວເປັນຄ້າຍຄືຫຍັງ?

ຄົນຮັກຂອງນາງເປັນ​ຄື​ຊໍ່ດອກທຽນ​ກິ່ງໃນສວນອະງຸ່ນແຫ່ງ​ເມືອງ​ເອນ​ເກ​ດີ.

Song of Songs 1:15

ຄົນຮັກຂອງນາງໄດ້ອະທິບາຍກ່ຽວກັບດວງຕາຂອງນາງເປັນຄືແນວໃດ?

ດວງຕາຂອງນາງປຽບເຫມືອນດວງຕາຂອງນົກກາງແກ.

Song of Songs 1:16

ຜູ້ຍິງເວົ້າຫຍັງກັບຄົນຮັບໃຊ້ທີ່ຕຽງນອນຂອງພວກເຂົາ?

ພັນ​ໄມ້ຂຽວສົດກໍ​ປູໄວ້ທີ່ຕຽງນອນຂອງພວກເຂົາ.

ຜູ້ຍິງຄົນນັ້ນເວົ້າແນວໃດກ່ຽວກັບ​ກິ່ງ​ໄມ້ແປກສີ​ດາ ແລະ ຕົ້ນແປກສາມໃບ.?

ຊື່ວິຫານຂອງພວກເຮົາເປັນ​ກິ່ງ​ແປກສີ​ດາ, ແລະ ຫລັງຄາວິຫານຂອງພວກເຮົາຄືຕົ້ນແປກສາມໃບ.

Song of Songs 2

Song of Songs 2:1

ຜູ້ຍິງໄດ້ອະທິບາຍກ່ຽວກັບຕົນເອງຄືແນວໃດ?

ນາງໄດ້ອະທິບາຍກ່ຽວກັບຕົນເອງວ່າ ເປັນພຽງດອກໄມ້ຢູ່ໃນທົ່ງພຽງ, ເປັນພຽງດອກ​ລິນ​ລີ້ໃນຮ່ອມພູ.

ຊາຍຄົນນັ້ນເວົ້າວ່າລາວເປັນຄືແນວໃດໃນບັນດາລູກສາວຂອງຊົນຊາດລາວ?

ພຣະອົງໄດ້ກ່າວວ່ານາງແມ່ນຄ້າຍຄືດອກ​ລິນ​ລີ້ໃນຮ່ອມພູ.

Song of Songs 2:3

ຍິງສາວໄດ້ບັນຍາຍເຖິງຜູ້ທີ່ນາງຮັກໃນບັນດາຊາຍຫນຸ່ມແນວໃດ?

ຍິງສາວຄົນນີ້ໄດ້ອະທິບາຍເຖິງຊາຍຫນຸ່ມຂອງນາງວ່າຄືກັນກັບຕົ້ນຫມາກຈອງທີ່ເກີດ​ຢູ່​ທ່າມ​ກາງຕົ້ນໄມ້ທັງຫລາຍໃນປ່າ.

ຍິງສາວຄົນນັ້ນນັ່ງຢູ່ທີ່ໃດ?

ນາງໄດ້ນັ່ງລົງກ້ອງຮົ່ມເງົາ​ຂອງມັນດ້ວຍຄວາມຍິນດີຫລາຍ.

ລົດຊາດຂອງນາງມັນຫວານຄືກັບຫຍັງ?

ຫມາກຂອງມັນນັ້ນຫອມ​ຫວານ​ຕໍ່​ການ​ຊິມຣົດຊາດຂອງນາງ.

ຊາຍຫນຸ່ມຂອງລາວໄດ້ເອົາລາວໄປໃສ?

ຊາຍຫນຸ່ມຂອງນາງລາວໄດ້ນຳນາງ​ມາທີ່ຫໍໂຮງສຳລັບງານລ້ຽງ.

ປ້າຍໂຄສະນາຂອງລາວຢູ່ເຫນືອນາງແມ່ນຫຍັງ?

ປ້າຍໂຄສະນາຂອງລາວເຫນືອນາງແມ່ນຄວາມຮັກ.

Song of Songs 2:5

ຍິງສາວຄົນນັ້ນຕ້ອງການຫຍັງທີ່ຈະຟື້ນຟູ ແລະ ເຮັດໃຫ້ຕົວເອງສົດຊື່ນ?

ຍິງສາວຄົນນັ້ນກ່າວວ່າຂໍດົນໃຈຂ້າ​ພະ​ເຈົ້າດ້ວຍເຄັກອະ​ງຸ່ນອົບ​ແຫ້ງ ແລະ ເຮັດໃຫ້ຂ້າ​ພະ​ເຈົ້າສົດຊື່ນດ້ວຍຫມາ​ກຈອງ.

ມືຊ້າຍ ແລະ ຂວາຂອງຊາຍຫນຸ່ມຄົນນີ້ຢູ່ໃສ?

ມືຊ້າຍຂອງລາວ​ປະ​ຄອງຫົວຂອງນາງ, ແລະ ມືຂວາຂອງລາວໂອບກອດນາງໄວ້.

Song of Songs 2:7

ຍິງສາວຄົນນັ້ນຢາກໃຫ້ລູກສາວຂອງຜູ້ຊາຍໃນເມືອງເຢຣູຊາເລັມສາບານຕົວຢ່າງໃດ?

ຍິງສາວນັ້ນຢາກໃຫ້ບັນ​ດາລູກສາວແຫ່ງ​ນະ​ຄອນເຢຣູຊາເລັມສາບານຕົວທີ່​ພວກ​ເຂົາຈະບໍ່ລົບກວນຄວາມສຳພັນຮັກຂອງພວກເຮົາຈົນກວ່າມັນຈະຜ່ານໄປ.

Song of Songs 2:8

ຍິງສາວໄດ້ຍິນສຽງຫຍັງ?

ຍິງສາວຄົນນັ້ນໄດ້ຍິນສຽງຄົນທີ່ນາງຮັກ.

ນາງໄດ້ເວົ້າວ່າຜູ້ທີ່ຮັກຂອງນາງກຳລັງເຮັດຫຍັງຢູ່?

ລາວກຳ​ລັງໂດດຂ້າມພູເຂົາ​ທັງ​ຫລາຍ, ກຳ​ລັງ​ເຕັ້ນ​ຂ້າມ​ເນີນ​ເຂົາ​ຕ່າງໆ.

ນາງເວົ້າວ່າຄົນທີ່ນາງຮັກມັກຫຍັງ?

ຄົນຮັກຂອງນາງເປັນ​ດັ່ງ​ເຍືອງ​ໂຕ​ຫນຶ່ງ ຫລື ກວາງຫນຸ່ມ.

Song of Songs 2:10

ຜູ້ທີ່ຮັກຂອງນາງຢາກໃຫ້ນາງເຮັດຫຍັງກັບລາວ?

ລາວຢາກໃຫ້ລາວລຸກຂຶ້ນ ແລະ ໄປກັບລາວ.

ລາວໄດ້ເວົ້າຫຍັງໃນອະດີດ ແລະ ສິ່ງທີ່ຜ່ານໄປ ແລະ ຫມົດໄປ?

ລາວກ່າວວ່າລະດູຫນາວຜ່ານ​ພົ້ນ​ໄປ; ລະດູຝົນເຊົາຕົກ ແລະ ຜ່ານພົ້ນໄປ.

Song of Songs 2:12

ມີຫຍັງເກີດຂຶ້ນໃນແຜ່ນດິນ?

ດອກໄມ້ທັງຫລາຍໄດ້ປາກົດຢູ່ເທິງແຜ່ນດິນ.

ມັນແມ່ນເວລາສຳລັບຫຍັງ?

ເປັນເວລາສຳລັບການຕັດກິ່ງ ແລະ ສຽງຮ້ອງເພງຂອງນົກທັງ​ຫລາຍໄດ້ມາຮອດແລ້ວ.

ແມ່ນຫຍັງເປັນສິ່ງທີ່ສຸກ ແລະ ຢູ່ໃນຄວາມເບັ່ງ​ບານ?

ຕົ້ນຫມາກເດື່ອໄດ້ໃຫ້ຫ​ມາກສີຂຽວສຸກງອມ, ແລະ ຕົ້ນອະ​ງຸ່ນ​ທັງ​ຫລາຍກໍເບັ່ງ​ບານ.

ຜູ້ທີ່ຮັກຂອງນາງຢາກໃຫ້ຜູ້ທີ່ງົດງາມຂອງລາວເຮັດຫຍັງ?

ລາວຢາກໃຫ້ນາງລຸກຂຶ້ນເຖີດ ແລະ ມາກັບລາວ.

Song of Songs 2:14

ຄົນທີ່ຮັກຂອງນາງເອີ້ນນາງວ່າແນວໃດ?

ຄົນທີ່ຮັກຂອງນາງເອີ້ນນາງວ່າແມ່​ນົກ​ເຂົາຂອງລາວ.

ຄົນເປັນທີ່ຮັກຂອງນາງຢາກເຫັນ ແລະ ໄດ້ຍິນຫຍັງ?

ຄົນທີ່ຮັກຂອງນາງຢາກເຫັນໃບຫນ້າທີ່ຫນ້າຮັກ ແລະ ໄດ້ຍິນສຽງອັນມ່ວນ ແລະ ອ່ອນຫວານ ຫວານຂອງນາງ.

Song of Songs 2:15

ຍິງສາວຕ້ອງການໃຫ້ລາວຈັບຫຍັງ?

ຍິງສາວຕ້ອງການໃຫ້ລາວຈົ່ງຈັບຫມາ​ຈອກມາ​ໃຫ້​.

Song of Songs 2:16

ຄົນຮັກຂອງຍິງສາວຄົນນັ້ນເປັນຂອງໃຜ?

ຄົນ​ຮັກຂອງນາງ​ເປັນຂອງນາງ.

ຍິງສາວຄົນນັ້ນເປັນຂອງໃຜ?

ນາງເປັນຂອງ​ຄົນຮັກຂອງລາວ.

ຄົນເປັນທີ່ຮັກຂອງນາງໄດ້ເຮັດຫຍັງໃນບັນດາດອກລິນລີ້?

ລາວປ່ອຍໃຫ້ຝູງສັດລ້ຽງກິນ​ຫຍ້າຢູ່ທ່າມ​ກາງດອກລິນລີ້ດ້ວຍຄວາມເບີກບານໃຈ.

ນາງຢາກໃຫ້ຄົນທີ່ນາງຮັກເຮັດຫຍັງ?

ນາງຢາກໃຫ້ຄົນທີ່ຮັກຂອງນາງຟ້າວ​ໄປ​.

ເມື່ອໃດທີ່ນາງຕ້ອງການໃຫ້ຄົນທີ່ຮັກຂອງນາງອອກໄປ?

ນາງຢາກໃຫ້ຄົນທີ່ຮັກຂອງນາງຟ້າວ​ໄປ​, ຄົນ​ຮັກ​ຂອງ​ນາງ, ກ່ອນທີ່ຈະສາຍລົມພັດ​ໄຫວ​ແຫ່ງຮຸ່ງອາລຸນ ແລະ ເງົາທັງ​ຫລາຍ​ຈະ​ຈາງໄປ.

ນາງຢາກໃຫ້ລາວເປັນແບບໃດ?

ນາງຢາກໃຫ້ລາວຂໍ​ຈົ່ງເປັນຄືກັບເຢືອງ ຫລື ກວາງຫນຸ່ມເທິງພູເຂົາອັນເຂັ້ມແຂງເຖີດ.

Song of Songs 3

Song of Songs 3:1

ຍິງສາວຄົນນີ້ມີຄວາມປາຖະຫນາຢາກຊອກຫາໃຜ?

ຍິງສາວໄດ້ລໍຖ້າຄົນທີ່ນາງຮັກ; ນາງ​ໄດ້​ຊອກຫາລາວ, ແຕ່ບໍ່ເຫັນ.

ຍິງສາວຄົນນັ້ນກຳລັງຊອກຫາໃຜຢູ່ຕາມຖະຫນົນຫົນທາງ ແລະສີ່ຫລ່ຽມ ແຕ່ບໍ່ສາມາດພົບ?

ຍິງສາວຄົນນັ້ນກຳລັງຄົ້ນຫາໄປຕາມຫົນທາງ ແລະ ເດີ່ນ​ກ້​ວາງ​ທັງ​ຫລາຍ; ແຕ່ນາງບໍ່ພົບລາວ.

Song of Songs 3:3

ຜູ້ຍິງຄົນນັ້ນໄດ້ຖາມຫຍັງກັບຜູ້ເຝົ້າຍາມເມື່ອພວກເຂົາພົບນາງ?

ນາງຖາມພວກເຂົາວ່າ, "ພວກທ່ານໄດ້ເຫັນຄົນຮັກຂອງນາງ​ຫລືບໍ?"

ນາງໄດ້ພົບກັບຜູ້​ຫນຶ່ງທີ່ດວງໃຈຂອງນາງຮັກເມື່ອໃດ?

ໃນ​ຂະ​ນະດຽວ​ເທົ່າ​ນັ້ນຫລັງຈາກທີ່ນາງໄດ້ຜ່ານພວກເຂົາມາ ຂ້າ​ພະ​ເຈົ້າໄດ້ພົບກັບຜູ້​ຫນຶ່ງທີ່ດວງໃຈຂອງນາງຮັກ.

ນາງໄດ້ເຮັດຫຍັງກັບຄົນທີ່ຮັກ?

ຂ້າ​ພະ​ເຈົ້າ​ໄດ້ຈັບລາວໄວ້ ແລະ ຈະບໍ່ຍອມປ່ອຍໃຫ້ລາວໄປບ່ອນໃດຈົນກວ່າຂ້າ​ພະ​ເຈົ້າຈະໄດ້ນຳລາວເຂົ້າມາໃນເຮືອນຂອງແມ​່ຂອງຂ້າ​ພະ​ເຈົ້າ.

Song of Songs 3:5

ຜູ້ຍິງຄົນນັ້ນຢາກໃຫ້ລູກສາວຂອງຜູ້ຊາຍໃນເມືອງເຢຣູຊາເລມສັນຍາວ່າແນວໃດ?

ຕ້ອງ​ການໃຫ້ພວກທ່ານສັນຍາ, ບັນ​ດາລູກສາວຂອງບັນ​ດາ​ບັນ​ພະ​ບູລຸດ​ແຫ່ງນະ​ຄອນເຢຣູຊາເລັມ, ທີ່​ພວກທ່ານຈະບໍ່ລົບກວນຄວາມສຳພັນຮັກຂອງຂ້າ​ພະ​ເຈົ້າຈົນກວ່າມັນຈະຜ່ານໄປ.

Song of Songs 3:6

ຍິງສາວຄົນນັ້ນໄດ້ເຫັນຫຍັງມາຈາກຖິ່ນແຫ້ງແລ້ງກັນດານຄືກັບລຳ​ຫມອກ​ຄວັນ, ສົ່ງ​ກິ່ນ​ຫອມ​ດ້ວຍ​ຢາງ​ໄມ້​ຫອມ ແລະ ກຳ​ຍານ, ດ້ວຍແປ້ງທັງ​ຫມົດ?

ູນາງໄດ້ເຫັນຕຽງນອນຂອງກ​ະ​ສັດໂຊໂລໂມນ; ນັກຮົບທັງຫົກສິບຄົນຢູ່ອ້ອມຮອບ.

Song of Songs 3:8

ນັກສູ້ຮົບທີ່ດີແມ່ນຫຍັງ?

ນັກສູ້ຮົບທິ່ດີແມ່ນພວກເຂົາຊ່ຽວຊານໃນ​ເລື່ອງດາບ ແລະ ມີຄວາມຊຳນານໃນການສູ້ຮົບ.

ກະສັດໂຊໂລໂມນໄດ້ເຮັດຫຍັງເພື່ອຕົວເອງ?

ກະສັດໂຊໂລໂມນໄດ້ຊົງສ້າງພ​ະບັນລັງຂອງພ​ະ​ອົງຈາກຕົ້ນໄມ້ໃຫຍ່ແຫ່ງເລບານອນເພື່ອ ພ​ະ​ອົງເອງ.

Song of Songs 3:10

ບ່ອນນັ່ງຂອງກະສັດຊາໂລໂມນຄ້າຍຄືແນວໃດ?

ເສົາຂອງ​ມັນ​ເຮັດ​ຈາກ​ເງິນ; ດ້ານຫລັງແມ່ນເຮັດດ້ວຍທອງຄຳ, ແລະ ບ່ອນນັ່ງຊົງໃຊ້ຜ້າສີມ່ວງ, ແລະຖືກປະດັບປະດາດ້ວຍຄວາມ​ຮັກ​.

ຍິງສາວຄົນນັ້ນຕ້ອງການຢາກໃຫ້ຜູ້ຍິງໃນເມືອງເຢຣູຊາເລັມເບິ່ງຫຍັງ?

ນາງຢາກໃຫ້ພວກເຂົາຫລຽວເບິ່ງກະສັດໂຊໂລໂມນ.

ກະສັດໂຊໂລໂມນນຸ່ງເສື້ອຫຍັງໃນວັນແຕ່ງງານຂອງລາວ?

ລາວ​ສວມໃສ່ມົງກຸດທີ່​ມານ​ດາຂອງພ​ະ​ອົງໄດ້ໃສ່ໃຫ້​ແກ່ພ​ະ​ອົງໃນວັນແຕ່ງງານ.

Song of Songs 4

Song of Songs 4:1

ຄົນຮັກຂອງຍິງສາວຄົນນັ້ນພັນລະນາເຖິງຕາຂອງລນາງຄືແນວໃດ?

ຕາຂອງນາງແມ່ນຄືກັບນົກເຂົາຢູ່ທາງຫລັງຜ້າມ່ານຂອງນາງ.

ຄົນຮັກຂອງຜູ້ຍິງຄົນນີ້ອະທິບາຍເຖິງຜົມຂອງນາງແນວໃດ?

ເສັ້ນຜົມຂອງນາງເປັນຄືຝູງແບ້ກຳ​ລັງລົງໄປ​ຈາກພູກິເລອາດ.

Song of Songs 4:2

ຄົນຮັກຂອງນາງໄດ້ອະທິບາຍແຂ້ວຂອງນາງແນວໃດ.

ແຂ້ວຂອງນາງ​ເປັນຄືກັບຝູງແກະໂຕ​ແມ່ທີ່​ຫາ​ກໍ​ຕັດ​ຂົນ​ໃຫມ່​ອອກ​.

Song of Songs 4:3

ຄົນຮັກຂອງຍິງສາວໄດ້ເວົ້າຫຍັງກ່ຽວກັບຮິມສົບ ແລະ ປາກຂອງນາງ.

ຮີມສົບຂອງນາງປຽບເຫມືອນລູກຕຸ້ມສີແດງ; ປາກຂອງນາງ​ຊ່າງ​ຫນ້າ​ຮັກ.

ຄົນຮັກຂອງຍິງສາວຄົນນີ້ໄດ້ອະທິບາຍເຖິງແກ້ມຂອງນາງແນວໃດ.

ລາວໄດ້ອະທິບາຍເຖິງແກ້ມຂອງນາງກໍ່ຄ້າຍຄືກັບຫມາກພິ​ລາເຄິ່ງປ່ຽງຢູ່ດ້ານຫລັງຜ້າຄຸມ​ຫນ້າ​ຂອງນາງ.

Song of Songs 4:4

ຄົນຮັກຂອງຜູ້ຍິງຄົນນັ້ນໄດ້ອະທິບາຍເຖິງຄໍຂອງນາງແນວໃດ?

ລາວອະທິບາຍເຖິງລຳຄໍຂອງນາງຄ້າຍຄືຫໍຄອຍຂອງດາວິດທີ່​ຖືກສ້າງດ້ວຍຫີນຈັດວາງເປັນແຖວ, ພ້ອມດ້ວຍແຜ່ນຈາລຶກຫລາຍພັນແຜ່ນທີ່ວາງເທິງນັ້ນ.

ຄົນຮັກຂອງຍິງສາວຄົນນີ້ໄດ້ອະທິບາຍເຖິງສອງເຕົ້ານົມຂອງນາງແນວໃດ?

ເຕົ້ານົມທັງ​ສອງ​ຂ້າງຂອງນາງເປັນຄືກັນກັບລູກກວາງສອງໂຕ, ຄືກັນກັບ​ເຍືອງ​ຝາ​ແຝດ, ທີ່ເລັມ​ກິນ​ຫຍ້າ​ຢູ່​ທ່າມ​ກາງ​ສວນ​ລິນ​ລີ້.

Song of Songs 4:6

ຄົນຮັກຂອງນາງຈະໄປໃສຈົນກວ່າອາລຸນມາ ແລະ ເງົາຈະຫນີ?

ລາວໄດ້ກ່າວວ່າລາວຈະຂຶ້ນໄປເທິງພູເຂົາ​ແຫ່ງຢາງ​ໄມ້​ຫອມ ແລະ ໄປ​ທີ່ໂນນພູແຫ່ງ​ກຳ​ຍານ.

ຄວາມຮັກຂອງລາວສວຍງາມໃນທາງໃດ?

ຄວາມຮັກຂອງລາວຊ່າງງົດງາມໃນທຸກດ້ານ.

ຄວາມຮັກທີ່ສວຍງາມຂອງລາວບໍ່ມີຫຍັງແດ່?

ຄວາມຮັກທີ່ສວຍງາມຂອງລາວບໍ່ມີສິ່ງໃດທີ່ຫນ້າຕຳຫ​ນິ.

Song of Songs 4:9

ໂຊໂລໂມນເອີ້ນເຈົ້າສາວຂອງລາວວ່າແນວໃດ?

ໂຊໂລໂມນເອີ້ນນາງວ່ານ້ອງ​ສາວຂອງຂ້ອຍ.

ໂຊໂລໂມນໄດ້ບອກກັບເຈົ້າສາວວ່ານາງລັກຫຍັງຈາກລາວ?

ລາວກ່າວວ່ານາງໄດ້ລັກຫົວໃຈຂອງລາວໄປແລ້ວ.

ໂຊໂລໂມນເວົ້າແມ່ນຫຍັງທີ່ສວຍງາມ ແລະ ແມ່ນຫຍັງທີ່ດີກວ່າ?

ໂຊໂລໂມນກ່າວວ່າຄວາມຮັກຂອງເຈົ້າຊ່າງ​ງົດງາມເຫລືອ​ເກີນ ແລະ ຄວາມຮັກຂອງເຈົ້າ​ກໍດີກວ່າເຫລົ້າອະ​ງຸ່ນ​ຫລວງ​ຫລ​າຍ.

Song of Songs 4:10

ກິ່ນນ້ຳຫອມຂອງນາງດີກວ່າກິ່ນຫຍັງ?

ກິ່ນນ້ຳຫອມຂອງເຈົ້າກໍຫອມກວ່າ​ກິ່ນເຄື່ອງເທດໃດໆ.

ລາວໄດ້ເວົ້າວ່າຮີມສົບຂອງເຈົ້າສາວຂອງລາວຈຸ່ມໃສ່ຫຍັງ ແລະ ສິ່ງທີ່ຢູ່ພາຍໃຕ້ລີ້ນຂອງລາວແມ່ນຫຍັງ?

ລາວໄດ້ກ່າວວ່າຮີມສົບຂອງນາງ, ເປັນຢອດນໍ້າເຜິ້ງ; ຄື​ນ້ຳເຜີ້ງ ແລະ ນ້ຳນົມທີ່​ຢູ່ພາຍໃຕ້ລີ້ນຂອງນາງ.

ເຄື່ອງນຸ່ງຂອງຍິງສາວມີກິ່ນຫອມຄືແນວໃດ?

ເຄື່ອງນຸ່ງຂອງນາງມີກິ່ນຫອມຂອງເສື້ອຜ້າຂອງນາງຄ້າຍຄືກິ່ນຫອມແຫ່ງເລບານອນ.

Song of Songs 4:12

ສວນດອກໄມ້ຊະນິດໃດ ແລະ ລະດູໃບໄມ້ປົ່ງແບບໃດທີ່ໂຊໂລໂມນເວົ້າກັບນ້ອງສາວຂອງລາວ, ເຈົ້າສາວຂອງລາວເປັນຄືແນວໃດ?

ໂຊໂລໂມນເວົ້າກັບລາວວ່າ ເປັນ​ດັ່ງສວນທີ່ຫວງຫ້າມ, ເປັນສວນທີ່ປິດ​ກັ້ນ​ເອົາ​ໄວ້, ເປັນນ້ຳພຸທີ່ຖືກ​ປະທັບຕາປິດ​ໄວ້.

ພະອົງປຽບທຽບກິ່ງກ້ານຂອງຍິງສາວວ່າເປັນແນວໃດ?

ລາວໄດ້ປຽບທຽບກິ່ງ​ຕ່າງໆ​ຂອງ​ນາງເປັນ​ດັ່ງກັບສວນຕົ້ນຫມາກ​ພິ​ລາ ແລະ ພືດ ແລະ ພ້ອມກັບ​ເຄື່ອງຫອມທຸກຊະນິດ.

Song of Songs 4:15

ໂຊໂລໂມນພັນລະນາຄົນຮັກຂອງລາວຄືກັບນໍ້າປະເພດໃດແດ່?

ລາວໄດ້ພັນລະນາວ່ານາງເປັນຄືກັນກັບສວນນໍ້າພຸ, ບໍ່​ນ້ຳດື່ມທີ່ສົດຊື່ນ, ແມ່ນ້ຳທີ່ກຳ​ລັງໄຫລລົງມາຈາກເລບານອນ.

ຍິງສາວຄົນນັ້ນຢາກໃຫ້ລົມພາກເຫນືອ ແລະ ໃຕ້ເກີດເປັນຫຍັງ ແລະ ເປັນຫຍັງ?

ນາງຢາກໃຫ້ລົມທິດເຫນືອ; ມາ​ເຖີດ, ລົມທິດໃຕ້; ພັດເຂົ້າມາໃນສວນຂອງນາງເພື່ອວ່າເຄື່ອງຫອມຂອງມັນຈະສົ່ງ​ກິ່ນຫອມ​ໄປ​ທົ່ວ.

ນາງຢາກໃຫ້ຄົນຮັກຂອງລາວເຮັດຫຍັງ ແລະ ກິນຫຍັງ?

ນາງຢາກໃຫ້ຄົນຮັກຂອງນາງເຂົ້າມາໃນສວນຂອງລາວ. ແລະ ກິນຫມາກໄມ້ລົດ​ຊາດທີ່ດີທີ່ສຸດຂອງມັນເຖີດ.

Song of Songs 5

Song of Songs 5:1

ໂຊໂລໂມນໄດ້ມາແຕ່ໃສ?

ໂຊໂລໂມນໄດ້ເຂົ້າໄປໃນສວນຂອງລາວ.

Song of Songs 5:2

ເຈົ້າສາວຂອງໂຊໂລໂມນກຳລັງຝັນກ່ຽວກັບຫຍັງ?

ນາງກຳລັງຝັນເຖິງມີສຽງເຄາະປະຕູຂອງຄົນຮັກຂອງນາງ ແລະ ມີສຽງເວົ້າ.

Song of Songs 5:3

ຄົນຮັກຂອງໂຊໂລໂມນໄດ້ເຮັດຫຍັງແລ້ວ?

ນາງໄດ້ແກ້ເສື້ອຄຸມຂອງນາງອອກແລ້ວ ແລະ ລ້າງຕີນຂອງນາງ​ແລ້ວ.

ໂຊໂລໂມນໄດ້ວາງມືໃສ່ບ່ອນໃດ?

ໂຊໂລໂມນໄດ້ເອົາມືເຂົ້າມາ​ເພື່ອເປີດໄລປະຕູ.

Song of Songs 5:5

ມືຂອງເຈົ້າສາວກຳລັງຈຸ່ມລົງປຽກໄປດ້ວຍຫຍັງເມື່ອນາງເປີດປະຕູ?

ມືຂອງນາງປຽກຊຸ່ມ​ໄປດ້ວຍຢາງໄມ້ຫອມ.

Song of Songs 5:6

ເຈົ້າສາວພົບຫຍັງເມື່ອເປີດປະຕູ ແລະ ນາງຮູ້ສຶກແນວໃດ?

ນາງໄດ້ເປີດປະຕູໃຫ້ກັບຄົນຮັກຂອງ​ນາງ, ແຕ່ຄົນຮັກຂອງນາງໄດ້ຫນີໄປແລ້ວ, ນາງຕົກຕະລຶງ ແລະນາງຮູ້ສຶກໂສກເສົ້າ.

Song of Songs 5:7

ພວກຄົນຍາມທີ່ເຝົ້າໄດ້ເຮັດຫຍັງເມື່ອພົບເຈົ້າສາວຂອງໂຊໂລໂມນ?

ພວກເຂົາໄດ້​ທຸບຕີ ແລະ ທຳຮ້າຍນາງ ແລະ ເອົາເສື້ອຄຸມຂອງນາງໄປ.

Song of Songs 5:8

ເຈົ້າສາວຂໍໃຫ້ຍິງໃນເມືອງເຢຣູຊາເລັມສັນຍາຫຍັງ?

ນາງໄດ້ຂໍຮ້ອງໃຫ້ແມ່ຍິງໃນກຸງເຢຣູຊາເລັມສັນຍາວ່າພວກເຂົາຕ້ອງບອກນາງ ຖ້າຫາກພວກເຂົາເຫັນຄົນຮັກຂອງນາງ.

ຄົນຮັກຂອງຍິງສາວຄົນນັ້ນໄດ້ເຮັດໃຫ້ນາງຮູ້ສຶກແນວໃດ?

ຄົນຮັກຂອງຍິງສາວຄົນນັ້ນເຮັດໃຫ້ນາງຮູ້ສຶກເຈັບປ່ວຍຍ້ອນຄວາມຮັກ.

Song of Songs 5:9

ຍິງສາວໄດ້ຖາມຫຍັງກັບເຈົ້າສາວ?

ພວກເຂົາໄດ້ຖາມນາງວ່າຄົນ​ຮັກ​ຂອງ​ນາງດີກວ່າຜູ້​ຊາຍ​ຜູ້ເປັນຄົນຮັກຂອງ​ຄົນ​ອື່ນ​ແນວ​ໃດ.

Song of Songs 5:10

ຍິງສາວຄົນນີ້ໄດ້ພັນລະນາເຖິງຜູ້ທີ່ນາງຮັກແນວໃດ?

ນາງໄດ້ອະທິບາຍວ່າລາວເປັນຄົນສະຫງ່າງາມ , ຜິວ​ແດງ​ກ່ຳ, ແລະໂດດເດັ່ນ.

ຍິງສາວໄດ້ອະທິບາຍແນວໃດກ່ຽວກັບຫົວ ແລະ ຜົມຂອງຄົນຮັກຂອງນາງ?

ນາງໄດ້ອະທິບາຍຫົວຂອງເຂົາເປັນຄືກັບທອງຄຳທີ່ບໍລິສຸດທີ່ສຸດ; ເສັ້ນຜົມຂອງເຂົາຫຍິກ​ງໍ ແລະ ເປັນສີດຳ.

Song of Songs 5:12

ຍິງສາວຄົນນີ້ໄດ້ອະທິບາຍເຖິງດວງຕາຂອງຄົນຮັກຂອງນາງແນວໃດ?

ນາງໄດ້ອະທິບາຍເຖິງດວງຕາຂອງເຂົາຄ້າຍຄືດວງຕາຂອງນົກກາງແກທີ່ຢູ່ຂ້າງກະແສນ້ຳ, ອາບດ້ວຍນ້ຳນົມ.

Song of Songs 5:13

ເຈົ້າສາວຂອງໂຊໂລໂມນອະທິບາຍເຖິງແກ້ມ ແລະ ຮີມສົບຂອງລາວແນວໃດ?

ນາງໄດ້ອະທິບາຍເຖິງແກ້ມຂອງເຂົາປຽບເຫມືອນກັບແທ່ນ​ເຄື່ອງ​ຫອມ, ມີກິ່ນຫອມຂອງພືດ​ພັນ. ຮີມສົບຂອງເຂົາປຽບເຫມືອນສວນລິນລີ້.

Song of Songs 5:14

ຍິງສາວໄດ້ອະທິບາຍເຖິງແຂນ ແລະ ທ້ອງຂອງຄົນຮັກຂອງນາງແນວໃດ?

ນາງໄດ້ອະທິບາຍແຂນຂອງເຂົາ​ປຽບເຫມືອນທອງຄຳລ້ອມຮອບດ້ວຍເພັດ; ທ້ອງຂອງທ່ານຄ້າຍຄືງາຊ້າງອ້ອມຮອບດ້ວຍໄພ​ລິນ.

Song of Songs 5:15

ຍິງສາວໄດ້ອະທິບາຍເຖິງຂາຂອງຄົນຮັກ ແລະ ຮູບລັກສະນະຂອງລາວແນວໃດ?

ນາງໄດ້ອະທິບາຍວ່າຂາຂອງເຂົາຄືກັບເສົາຫີນອ່ອນ, ມີຖານເປັນ​ທອງຄຳບໍຣິສຸດ; ຮູບລັກສະນະຂອງເຂົາຄືກັບເລບານອນ, ດັ່ງກັບຕົ້ນແປກທີ່ດີສວຍງາມ.

Song of Songs 5:16

ເຈົ້າສາວຂອງໂຊໂລໂມນໄດ້ພັນລະນາເຖິງປາກຂອງຄົນທີ່ຮັກ ແລະ ໂຊໂລໂມນຕໍ່ລູກສາວຂອງເມືອງເຢຣູຊາເລັມແນວໃດ?

ນາງໄດ້ອະທິບາຍວ່າປາກຂອງເຂົາແມ່ນຫວານທີ່ສຸດ; ເຂົາເປັນຄົນ​ທີ່ຫນ້າຮັກໂດຍແທ້.

Song of Songs 6

Song of Songs 6:1

ຍິງສາວໃນເມືອງເຢຣູຊາເລັມຖາມຫຍັງກ່ຽວກັບຍິງສາວຄົນນີ້?

ພວກເຂົາຖາມນາງວ່າຄົນຮັກຂອງ​ນາງໄປຢູ່ໃສຫລື ແລະຄົນຮັກຂອງເຈົ້າ​ໄປ​ທາງ​ທິດ​ໃດ​ແລ້ວ?

ພວກຍິງສາວຕ້ອງການຢາກສະແຫວງຫາສຳລັບຫຍັງ?

ຍິງສາວຕ້ອງການຢາກຊອກຫາຄົນຮັກຂອງ​ນາງ.

Song of Songs 6:2

ຍິງສາວຄົນນັ້ນເວົ້າວ່າຄົນຮັກຂອງນາງເຮັດຫຍັງ?

ຜູ້ຍິງຄົນນັ້ນເວົ້າວ່າລາວໄດ້ລົງໄປທີ່ສວນຂອງລາວ, ໄປທີ່ແທ່ນບູຊາເຄື່ອງ​ຫອມ, ເພື່ອພາສັດໄປກິນຫຍ້າຢູ່ໃນສວນ ແລະ ເກັບດອກລິນ​ລີ້.

ຍິງສາວ ແລະ ຄົນທີ່ຮັກຂອງນາງເປັນຂອງໃຜ?

ຍິງສາວ ແລະ ຄູ່ຮັກຂອງນາງເປັນຂອງກັນ ແລະ ກັນ.

ຄົນຮັກຂອງຍິງສາວຢູ່ບ່ອນໃດ?

ຄົນຮັກຂອງຍິງສາວຄົນນັ້ນລາວໄດ້ພາສັດໄປກິນຫຍ້າໃນທ່າມ​ກາງປ່າລິນລີ້.

Song of Songs 6:4

ສອງເມືອງຫຍັງທີ່ຄົນຮັກຂອງຍິງສາວໃຊ້ເພື່ອອະທິບາຍກ່ຽວກັບນາງ?

ລາວໄດ້ພັນລະນາໃຫ້ນາງເປັນສອງເມືອງຄືກັບເມືອງຕີຣະ​ຊາ ແລະ ນະ​ຄອນ ເຢຣູຊາເລັມ.

ຄົນຮັກຂອງນາງຮູ້ສຶກແນວໃດຕໍ່ນາງ?

ລາວຮູ້ສຶກວ່ານາງເປັນຄົນທີ່ຫນ້າຫລົງໄຫລທັງຫມົດ.

Song of Songs 6:5

ເປັນຫຍັງຄົນຮັກຂອງຍິງສາວຄົນນັ້ນຈຶ່ງຢາກໃຫ້ນາງຫັນສາຍຕາຈາກລາວ?

ຄົນຮັກຂອງຍິງສາວຄົນນັ້ນຢາກໃຫ້ນາງຂໍ​ຈົ່ງປ່ອຍວາງສາຍຕາຂອງນາງໄປ​ຈາກລາວ, ເພາະມັນເຮັດໃຫ້ລາວ​ສັບສົນ.

ຄົນຮັກຂອງຍິງສາວຄົນນີ້ອະທິບາຍເຖິງຜົມຂອງນາງແນວໃດ?

ລາວໄດ້ພັນລະນາເຖິງເສັ້ນຜົມຂອງນາງຄືກັບຝູງແບ້ທີ່ກຳ​ລັງລົງມາຈາກເນີນພູກິ​ເລ​ອາດ.

Song of Songs 6:6

ຄົນຮັກຂອງນາງໄດ້ອະທິບາຍແຂ້ວຂອງນາງແນວໃດ?

ລາວໄດ້ອະທິບາຍແຂ້ວຂອງນາງຄື​ກັບຝູງແກະໂຕ​ແມ່ທີ່ກຳ​ລັງ​ຂື້ນ​ມາຈາກ​ສະ​ຖານ​ທີ່​ຊຳ​ລະ​ລ້າງ.

ຄົນຮັກຂອງນາງໄດ້ອະທິບາຍເຖິງແກ້ມຂອງນາງແນວໃດ?

ຄົນຮັກຂອງນາງໄດ້ອະທິບາຍເຖິງແກ້ມຂອງນາງຄື​ກັບ​ຫມາກ​ພິ​ລາ​ຜ່າເຄິ່ງປ່ຽງ​ທີ່​ຢູ່​ດ້ານຫລັງຜ້າຄຸມ​ຫນ້າຂອງນາງ.

Song of Songs 6:8

ຄົນຮັກຂອງຍິງສາວຄົນນີ້ເວົ້າວ່າມີຜູ້ຍິງອື່ນອີກຈັກຄົນ?

ລາວກ່າວວ່າມີຣາຊີນີຫົກສິບຄົນ, ມີເມຍນ້ອຍອີກແປດສິບ​ຄົນ, ແລະ ຍິງສາວ​ອີກ​ຫລວງຫລາຍທີ່ນັບບໍ່ຖ້ວນ.

ຄົນຮັກຂອງຍິງສາວຄົນນີ້ໄດ້ອະທິບາຍເຖິງນົກກາງແກວ່າແນວໃດ?

ຄົນຮັກຂອງຜູ້ຍິງຄົນນີ້ໄດ້ອະທິບາຍວ່າແມ່ນົກກາງແກຂອງ​ລາວ, ນາງຜູ້ທີ່ບໍ່ມີ​ທີ່ຕິຕຽນ, ນາງເປັນຜູ້ດຽວ, ນາງເປັນລູກສາວຄົນພິເສດຂອງແມ່​ຂອງ​ນາງ.

ພະ​ຣາ​ຊີ​ນີ​ທັງ​ຫລາຍ ແລະ ເມຍນ້ອຍ​ທັງ​ຫລາຍໄດ້ເວົ້າຫຍັງກ່ຽວກັບນາງ ເມື່ອພວກເຂົາເຫັນນາງ?

ພະ​ຣາ​ຊີ​ນີ​ທັງ​ຫລາຍ ແລະ ເມຍນ້ອຍ​ທັງ​ຫລາຍໄດ້​ເຫັນ​ນາງດ້ວຍ​ເຊັ່ນ​ກັນ, ແລະ ພວກເຂົາກໍໄດ້ຍ້ອງຍໍນາງ.

Song of Songs 6:10

ຄົນຮັກຂອງຍິງສາວຄົນນີ້ອະທິບາຍເຖິງນາງແນວໃດ?

ຄົນຮັກຂອງຍິງສາວຄົນນີ້ໄດ້ອະທິບາຍເຖິງນາງຄືຮຸ່ງອາລຸນຕອນເຊົ້າ, ງົດງາມຄືດັ່ງດວງຈັນ, ສະຫວ່າງຄືກັບດວງອາທິດ, ແລະມີສະເຫນ່ຢ່າງສົມບູນ.

Song of Songs 6:11

ເປັນຫຍັງຄົນຮັກຂອງຍິງສາວຄົນນີ້ຈຶ່ງເຂົ້າໄປໃນດົງຕົ້ນຫມາກຖົ່ວ?

ຄົນຮັກຂອງຍິງສາວຄົນນີ້ໄດ້ເຂົ້າໄປທີ່ສວນຕົ້ນຖົ່ວເພື່ອເບິ່ງຕົ້ນອ່ອນເຕີບໃຫຍ່ຢູ່ໃນຮ່ອມພູນັ້ນ, ເພື່ອເບິ່ງເຄືອອະ​ງຸ່ນ​ແຕກຍອດ, ແລະ ດອກຫມາກ​ພິ​ລາ​ເບັ່ງ​ບານ.

ຄົນຮັກຂອງຜູ້ຍິງຄົນນັ້ນຮູ້ສຶກແນວໃດ.

ຄົນຮັກຂອງຜູ້ຍິງຄົນນັ້ນໄດ້ຮູ້ສຶກຄື​ມີ​ຄວາມສຸກຫລາຍທີ່ລາວຮູ້ສຶກວ່າລາວກຳລັງຂີ່ລົດມ້າຂອງເຈົ້າ​ຊາຍ​ອົງ​ຫນຶ່ງ.

Song of Songs 6:13

ຄົນຮັກຂອງຍິງສາວຄົນນັ້ນຢາກໃຫ້ລາວເຮັດຫຍັງ?

ຄົນຮັກຂອງຍິງສາວຄົນນັ້ນຕ້ອງການໃຫ້ນາງຫລຽວກັບ​ໄປ​ເຖີດ.

ເປັນຫຍັງຄົນຮັກຂອງຍິງສາວຄົນນັ້ນຈຶ່ງຢາກໃຫ້ລາວຫັນມາຫາລາວ?

ຄົນຮັກຂອງຍິງສາວຄົນນັ້ນຢາກໃຫ້ນາງຫັນໄປຫາລາວເພື່ອວ່າລາວຈະໄດ້ເບິ່ງນາງ.

ຍິງສາວນັ້ນເວົ້າຫຍັງກ່ຽວກັບຕົວເອງ?

ຍິງສາວຄົນນີ້ໄດ້ອະທິບາຍຕົນເອງວ່າຍິງທີ່ພຽບພ້ອມ, ຂ້ອຍກຳລັງຟ້ອນລຳໃນທ່າມກາງນັກຟ້ອນສອງແຖວ.

Song of Songs 7

Song of Songs 7:1

ໂຊໂລໂມນໄດ້ອະທິບາຍກ່ຽວກັບຕີນຂອງຄົນຮັກຂອງລາວໃນເກີບຂອງນາງ ແລະ ເສັ້ນໂຄ້ງທີ່ຂາຂອງນາງແນວໃດ?

ລາວໄດ້ພັນລະນາຕີນຂອງນາງທີ່ຢູ່ໃນເກີບສາຍພາຍ​ນັ້ນແມ່ນງົດ​ງາມ​ເຫລືອ​ເກີນ, ບຸ​ດສາວຂອງເຈົ້າ​ຊາຍ​ເອີຍ! ຕົ້ນຂາຂອງເຈົ້າຊ່າງໂຄ້ງງາມຄືກັບເພັດ.

Song of Songs 7:2

ໂຊໂລໂມນພັນລະນາສາຍບື ແລະ ຫນ້າທ້ອງຄົນຮັກຂອງລາວແນວໃດ?

ໂຊໂລໂມນໄດ້ພັນລະນາສາຍບືຂອງນາງຄືກັບອ່າງວົງມົນ; ທີ່ເຫລົ້າອະ​ງຸ່​ນປະສົມແລ້ວມີບໍ່ເຄີຍຂາດຈັກເທື່ອ. ຫນ້າທ້ອງຂອງນາງຄືກັບກອງເຂົ້າສາລີທີ່ຖືກອ້ອມຮອບດ້ວຍດອກ​ລິນ​ລີ້ມີຢູ່​ຫລວງ​ຫລາຍ.

Song of Songs 7:3

ໂຊໂລໂມນໄດ້ພັນລະນາສອງຫນ້າເອິກຂອງຄົນຮັກຂອງລາວແນວໃດ?

ໂຊໂລໂມນໄດ້ອະທິບາຍເຕົ້ານົມທັງ​ສ​ອງຂອງນາງຄືກັນກັບລູກກວາງ​ນ້ອຍສອງໂຕ, ຄືກັນກັບເຍືອງແຝດ.

ໂຊໂລໂມນໄດ້ບັນຍາຍເຖິງລຳຄໍ, ຕາ ແລະ ດັງຂອງຄົນຮັກຂອງລາວແນວໃດ?

ໂຊໂລໂມນໄດ້ອະທິບາຍລຳຄໍຂອງນາງ​ຄື​ກັບຫໍ​ຄອຍງາຊ້າງ; ດວງຕາຂອງນາງຄືກັບສະນ້ຳ,ແລະ ດັງຂອງ​ນາງຄືກັບຫໍຄອຍໃນເລບານອນ.

Song of Songs 7:5

ໂຊໂລໂມນໄດ້ບັນຍາຍເຖິງຫົວ ແລະ ຜົມຂອງຄົນຮັກຂອງລາວແນວໃດ?

ໂຊໂລໂມນໄດ້ບັນຍາຍເຖິງຫົວຂອງນາງຄື​ກັບອູດ; ເສັ້ນຜົມຂອງ​ເຈົ້າເປັນສີມ່ວງເຂັ້ມ.

Song of Songs 7:7

ໂຊໂລໂມນໄດ້ບັນຍາຍເຖິງຄົນຮັກ ແລະ ຫນ້າເອິກຂອງນາງແນວໃດ?

ລາວໄດ້ພັນລະນາເຖິງນາງວ່າຄືກັບຕົ້ນຕາ​ນ, ແລະ ເຕົ້ານົມຂອງ​ນາງຄືກັບພວງ​ຫມາກໄມ້.

ລາວຢາກໃຫ້ຫນ້າເອິກ ແລະ ລົມຫາຍໃຈຂອງຄົນຮັກຂອງລາວເປັນຄືແນວໃດ?

ລາວຢາກໃຫ້ເຕົ້ານົມຂອງ​ນາງຄືກັບພວງ​ຫມາກອະງຸ່ນ ແລະ ແລະ ຂໍ​ໃຫ້ກິ່ນຫອມຂອງດັງຂອງເຈົ້າຫອມຫວນດັ່ງຫມາກ​ຈອງ.

Song of Songs 7:9

ລາວຕ້ອງການໃຫ້ປາກຂອງຄົນຮັກລາວເປັນຄືແນວໃດ?

ລາວຢາກຂໍໃຫ້ປາກຂອງເຈົ້າເປັນຄືເຫລົ້າອະ​ງຸ່ນທີ່ດີທີ່ສຸດ.

Song of Songs 7:10

ຍິງສາວຄົນນັ້ນເປັນຂອງໃຜ ແລະ ລາວຕ້ອງການໃຜ?

ຍິງສາວເປັນກຳ​ມະ​ສິດຂອງຄົນຮັກຂອງນາງ ແລະ ​ເຂົາປາ​ຖະ​ຫນານາງ .

ຍິງສາວຄົນນີ້ຢາກໃຫ້ຄົນຮັກຂອງນາງໄປກັບລາວຢູ່ໃສ?

ນາງຢາກຂໍໃຫ້ພວກເຮົາອອກໄປທີ່ຊົນນະບົດ; ຂໍໃຫ້ພວກເຮົາໃຊ້ເວລາກາງຄືນທັງຫມົດໃນຫມູ່ບ້ານເຫລົ່ານັ້ນ.

Song of Songs 7:12

ເປັນຫຍັງນາງຈຶ່ງຢາກໃຫ້ຄົນທີ່ຮັກຂອງລາວລຸກແຕ່ເຊົ້າ?

ນາງຢາກຂໍໃຫ້ພວກເຮົາລຸກແຕ່ເຊົ້າເພື່ອໄປທີ່ສວນອະງຸ່ນ; ຂໍໃຫ້ພວກເຮົາເບິ່ງເຫັນເຄືອແຕກຍອດ.

ນາງເວົ້າຫຍັງວ່ານາງຈະເອົາໃຫ້ຄົນທີ່ນາງຮັກເມື່ອພວກເຂົາເຂົ້າໄປໃນສວນອະງຸ່ນ?

ນາງກ່າວວ່ານາງຈະມອບຄວາມຮັກຂອງ​ນາງ​ໃຫ້ແກ່​ທ່ານ​.

Song of Songs 7:13

ນາງເວົ້າວ່າພືດພັນຈະເຮັດຫຍັງ?

ນາງກ່າວວ່າພືດພັນ​ສົ່ງກິ່ນຫອມຫວນ.

ລາວເວົ້າວ່າແມ່ນຫຍັງຄືປະຕູທີ່ນາງ ແລະ ຄົນຮັກຂອງລາວພັກອາໃສຢູ່?

ນາງກ່າວວ່າຢູ່ປະຕູທີ່ພວກເຂົາກຳລັງພັກອາ​ໃສຢູ່ນັ້ນກໍມີ​ຫມາກໄມ້ທີ່​ດີທີ່ສຸດທຸກຊະນິດ, ທັງໃຫມ່ ແລະເກົ່າ, ທີ່ນາງໄດ້ເກັບສະ​ສົມ​ເອົ​າ​ໄວ້ເພື່ອ​ລາວ.

Song of Songs 8

Song of Songs 8:1

ຍິງສາວຄົນນັ້ນປາດຖະຫນາຢາກໃຫ້ຄົນຮັກຂອງນາງເປັນແບບໃດ ແລະ ຍ້ອນຫຍັງ?

ນາງປາດຖະຫນາວ່າໃຫ້ລາວເປັນຄືກັນກັບອ້າຍຂອງນາງ, ຄົນທີ່ໄດ້ຮັບການລ້ຽງດູຈາກນົມຂອງແມ່​ຂອງນາງ. ຫລັງ​ຈາກ​ນັ້ນ ເມື່ອນາງໄດ້ພົບລາວຢູ່ທາງນອກ, ນາງຈະສາມາດຈູບລາວ, ແລະ ບໍ່ມີໃຜສາມາດຫມິ່ນ​ປະ​ຫມາດນາງ​ໄດ້.

Song of Songs 8:2

ຍິງສາວຄົນນັ້ນຈະມັກເອົາຄົນຮັກຂອງລາວໄປໃສ?

ນາງອາດຈະມັກເອົາລາວໄປເຮືອນແມ່ຂອງນາງເພື່ອລາວຈະສາມາດສອນນາງ.

ມືຊ້າຍ ແລະ ຂວາຂອງຄົນຮັກຂອງນາງໄດ້ກຳລັງເຮັດຫຍັງ?

ມືຊ້າຍຂອງລາວ​ວາງຢູ່ກ້ອງຫົວຂອງຂ້າ​ພະ​ເຈົ້າ ແລະ ມືຂວາຂອງລາວກໍກອດນາງ.

Song of Songs 8:4

ຍິງສາວຕ້ອງການໃຫ້ຜູ້ຍິງໃນເມືອງເຢຣູຊາເລັມສັນຍາວ່າແນວໃດ?

ຍິງສາວຕ້ອງການໃຫ້ຜູ້ຍິງນະຄອນເຢຣູຊາເລັມສັນຍາວ່າຈະບໍ່ຂັດຂວາງນາງ ແລະ ຄົນຮັກຂອງນາງຈົນກວ່າຄວາມສຳພັນຮັກຂອງພວກເຂົາໄດ້ສຳເລັດ.

Song of Songs 8:5

ຜູ້ຍິງໃນເມືອງເຢຣູຊາເລັມຖາມຫຍັງ?

ພວກເຂົາຖາມວ່າແມ່ນໃຜມາຈາກຖິ່ນແຫ້ງແລ້ງກັນດານ, ທີ່ຢູ່ກັບຄົນຮັກຂອງນາງ.

ຍິງສາວຄົນນັ້ນໄດ້ບອກຫຍັງກັບຄົນຮັກຂອງນາງເມື່ອລາວຕື່ນນາງປຸກລາວໃຫ້ຕື່ນຢູ່​ກ້ອງຕົ້ນ​ຫມາກ​ຈອງ?

ນາງໄດ້ບອກລາວວ່າແມ່ຂອງລາວໄດ້ຕັ້ງທ້ອງ ແລະເກີດລາວຢູ່​ກ້ອງຕົ້ນ​ຫມາກ​ຈອງ.

Song of Songs 8:6

ຍິງສາວຄົນນັ້ນຢາກໃຫ້ຄົນຮັກຂອງນາງເຮັດຫຍັງແລະ ຍ້ອນຫຍັງ?

ນາງຢາກໃຫ້ລາວຕັ້ງນາງເປັນປະທັບຕາຢູ່ໃນຫົວໃຈຂອງລາວ ເພາະວ່າຄວາມຮັກມີຄວາມເຂັ້ມແຂງຄືກັບຄວາມຕາຍ ແລະ ແປວໄຟຮ້ອນ.

Song of Songs 8:7

ສິ່ງໃດທີ່ບໍ່ສາມາດຢຸດຄວາມຮັກ?

ນໍ້າທີ່ເຄື່ອນຍ້າຍເປັນຈຳນວນຫລວງຫລາຍບໍ່ສາມາດຢຸດຮັກໄດ້.

Song of Songs 8:8

ອ້າຍຂອງຍິງສາວໄດ້ເວົ້າຫຍັງກ່ຽວກັບນ້ອງສາວຂອງພວກເຂົາ?

ພວກເຂົາເວົ້າວ່ານົມຂອງນາງບໍ່ໃຫຍ່​ເຕັມ​ທີ່ ແລະ ພວກເຂົາກໍ່ສົງໄສວ່າພວກເຂົາຈະເຮັດຫຍັງໃຫ້ລາວເມື່ອລາວຖືກສັນຍາໃນການແຕ່ງງານ.

Song of Songs 8:9

ອ້າຍຂອງແມ່ຍິງຈະເຮັດແນວໃດຖ້ານາງຫາກເປັນກ ແພງ?

ຖ້ານາງເປັນກຳແພງ, ພວກເຂົາຈະສ້າງຫໍເງິນຢູ່ເທິງນາງ.

ອ້າຍຂອງແມ່ຍິງຈະເຮັດຫຍັງໄດ້ຖ້ານາງຫາກເປັນປະຕູ?

ຖ້ານາງຫາກເປັນປະຕູ, ພວກເຂົາຈະປະດັບປະດານາງດ້ວຍກະດານໄມ້ສົນ.

Song of Songs 8:10

ຍິງສາວຄົນນັ້ນໄດ້ພັນລະນາຕົນເອງແນວໃດ?

ນາງໄດ້ອະທິບາຍຕົນເອງວ່າເປັນກຳແພງທີ່ມີເຕົ້ານົມຄ້າຍຄືຫໍຄອຍທີ່ເປັນປ້ອມປາການ ແລະ ໃຫຍ່ເຕັມທີ່.

Song of Songs 8:11

ຍິງສາວຄົນນັ້ນເວົ້າວ່າໂຊໂລໂມນເຮັດຫຍັງກັບສວນອະງຸ່ນຂອງລາວທີ່ບາ​ອານ​ຮາ​ໂມນ?

ໂຊໂລໂມນໄດ້ເຊົ່າສວນອະງຸ່ນຂອງລາວໃຫ້ຜູ້ທີ່ດູແລເບິ່ງແຍງມັນ.

ຍິງສາວຄົນນັ້ນເວົ້າຫຍັງກ່ຽວກັບສວນອະງຸ່ນຂອງຕົນເອງ ແລະ ຜູ້ທີ່ຮັກສາສວນນັ້ນ?

ນາງກ່າວວ່າເງິນຈຳນວນ 1000 ທີ່ເອົາມາເປັນຂອງໂຊໂລໂມນ ແລະ ຜູ້ທີ່ຮັກສາມັນຈະໄດ້ຮັບ 200.

Song of Songs 8:13

ຄູ່ຮັກຂອງຍິງສາວຄົນນັ້ນເວົ້າກັບລາວຜູ້ທີ່ອາໃສຢູ່ໃນສວນກ່ຽວກັບສິ່ງທີ່ຫມູ່ເພື່ອນຂອງລາວ, ເຊັ່ນດຽວກັບລາວ, ໄດ້ຢາກຟັງຫຍັງ?

ລາວບອກວ່າເພື່ອນຂອງລາວ, ເຊັ່ນດຽວກັນກັບລາວ, ຢາກເປັນຄົນທີ່ໄດ້ຍິນສຽງຂອງນາງ.

Song of Songs 8:14

ຍິງສາວຄົນນັ້ນຢາກໃຫ້ຄົນຮັກຂອງນາງເຮັດຫຍັງ ແລະເປັນແບບໃດ?

ນາງຢາກໃຫ້ຄົນທີ່ຮັກຂອງນາງຮີບຮ້ອນ ແລະ ຄືກັນກັບກວາງ.