ພາສາລາວ (Lao): translationQuestions Print

Updated ? hours ago # views See on WACS

3 John 1

3 John 1:1

ໂຢຮັນແນະນຳຕົວວ່າຢູ່ໃນຖານະໃດໃນຈົດໝາຍສະບັບນື້?

ໂຢຮັນແນະນຳຕົວເອງວ່າຢູ່ໃນຖານະຜູ້ປົກຄອງ

ໂຢຮັນມີຄວາມສຳພັນແບບໃດກັບຄາໂຢທ່ີໄດ້ຮັບຈົດໝາຍສະບັບນີ້ ?

ໂຢຮັນຮັກຄາໂຢດ້ວຍຄວາມຈິງໃຈ

ໂຢຮັນອະທິຖານເພື່ອຄາໂຢວ່າແນວໃດແດ່ ?

ໂຢຮັນອະທິຖານໃຫ້ຄາໂຢມີຄວາມຈະເລີນຮຸ່ງເຮືອງໃນທຸກໆ ເລື້ອງແລະມີສຸກຂະພາບທ່ີແຂງແຮງຄືກັບຄວາມເຊືື່ອທ່ີຈະເລີນຂື້ນຂອງຄາໂຢ

ຄວາມຊົມຊື່ນຍີນດີທ່ີສຸດຂອງໂຢຮັນນັ້ນແມ່ນຫຍັງ ?

ຄວາມຊົມຊື່ນຍີນດີທ່ີສຸດຂອງໂຢຮັນນັ້ນຄືການທ່ີໄດ້ຍິນວ່າລູກທັງຫລາຍຂອງເຂົານັ້ນດຳເນີນໃນຄວາມຈິງ

3 John 1:5

ໃຜຄືຄົນທີ່ຄາໂຢຕ້ອນຮັບແລະສົ່ງພວກເຂົາໃຫ້ເດີນທາງຕໍ່ໄປ ?

ຄາໂຢຕ້ອນຮັບແລະສົ່ງຜູ້ທີ່ອອກໄປເພື່ອເຫັນແກ່ພະນາມນັ້ນໃຫ້ເດີນທາງຕໍ່ໄປ

ເຫດໃດໂຢຮັນຈື່ງກ່າວວ່າບັນດາຜູ້ທີ່ເຊື່ອຄວນຕ້ອນຮັບພີ່ນ້ອງແບບນັ້ນ

ໂຢຮັນກ່າວວາຜູ້ທີ່ເຊື່ອຄວນຕ້ອນຮັບພວກເຂົາເພື່ອທີ່ວ່າພວກເຂົາຈະເປັນເພື່ອນຮ່ວມງານເພື່ອ(ປະກາດ)ຄວາມຈິງ

3 John 1:9

ດີໂອເທເຟຮັກໃນສິ່ງໃດ ?

ດີໂອເທເຟຮັກທີ່ຈະເປັນໃຫຍ່ທ່າມກາງມວນຊົນຫລືໂບດ

ທ່າທີ່ຂອງດີໂອເທເຟຕໍ່ໂຢຮັນນັ້ນເປັນແບບໃດ ?

ທ່າທີ່ຂອງດີໂອເທເຟບໍ່ຍອມຮັບໂຢຮັນ

ໂຢຮັນຈະເຮັດຫຍັງເມື່ອລາວມາຫາຄາ ໂຢແລະໂບດ ?

ຖ້າໂຢຮັນມາແລ້ວໂຢຮັນຈະຈື່ໃນການກະທຳຊົ່ວທີ່ດີໂອເທເຟໄດ້ເຮັດໄວ້

ດີໂອເທເຟປະຕິບັດຕົວແນວໃດຕໍ່ຜູ້ທີ່ອອກໄປເພື່ຶອ(ປະກາດ)ພະນາມນັ້ນ?

ດີໂອເທເຟບໍ່ຍອມຮັບຫລືຕ້ອນຮັບບັນດາພີ່ນ້ອງ

ດີໂອເທເຟເຮັດແນວໃດກັບການຕ້ອນຮັບຜູ້ທີ່ອອກໄປເພື່ຶອ(ປະກາດ)ພະນາມນັ້ນ?

ດີໂອເທເຟ ລາວບໍ່ໃຫ້ຕ້ອນຮັບຜູ້ທີ່ອອກໄປເພື່ອ(ປະກາດ)ພະນາມນັ້ນແລະຂັບໄລ່ພວກເຂົາອອກຈາກໂບດ

3 John 1:11

ໂຢຮັນບອກໃຫ້ຄາໂຢຮຽນເອົາແບບຢ່າງສິ່ງໃດ ?

ໂຢຮັນບອກໃຫ້ຄາໂຢຮຽນແບບຢ່າງສິ່ງທີ່ດີ

3 John 1:13

ໂຢຮັນຕັ້ງໃຈຈະເຮັດສິ່ງໃດໃນອະນາຄົດ ?

ໂຢຮັນຫວັງວ່າຈະໄດ້ພົບກັບຄາໂຢໃນໄວໄວນີ້ແລະລົມກັບຄາໂຢໜ້າຕໍ່ໜ້າ