ພາສາລາວ (Lao): translationQuestions Print

Updated ? hours ago # views See on WACS

1 Timothy 1

1 Timothy 1:1

ໂປໂລໄດ້ເປັນອັກຄະສາວົກຂອງພຣະເຢຊູຄຣິດເຈົ້າ ໄດ້ດ້ວຍວິທີໃດ?

ໂປໂລໄດ້ເປັນອັກຄະສາວົກຂອງພຣະເຢຊູຄຣິດເຈົ້າ ຕາມພຣະບັນຊາຂອງພຣະເຈົ້າອົງພຣະຜູ້ຊ່ວຍໃຫ້ພົ້ນ.

ລະຫວ່າງໂປໂລ ເເລະ ຕີໂມທຽວ ເເມ່ນມີຄວາມສໍາພັນກັນເເນວໃດ?

ຕີໂມທຽວເເມ່ນເປັນລູກທີ່ແທ້ຈິງໃນຄວາມເຊື່ອຂອງໂປໂລ.

1 Timothy 1:3

ຕີໂມທຽວໄດ້ອາໄສຢູ່ໃສ?

ຕີໂມທຽວໄດ້ອາໄສຢູ່ເມືອງເອເຟໂຊ.

ຕີໂມທຽວໄດ້ສອນສິ່ງໃດໃຫ້ຄົນເຮົາທີ່ບໍ່ຄວນປະຕິບັດ?

ຕີໂມທຽວໄດ້ສອນພວກເຂົາເພື່ອບໍ່ໃຫ້ສອນຜິດໄປຈາກຫລັກຄຳສອນ.

1 Timothy 1:5

ໂປໂລເວົ້າຫຍັງແມ່ນເປົ້າ ໝາຍ ຂອງ ຄຳ ສັ່ງແລະການສິດສອນຂອງລາວ?

ເປົ້າຫມາຍຂອງຄຳສັ່ງນີ້ຄືຄວາມຮັກທີ່ມາຈາກຫົວໃຈບໍຣິສຸດ, ແລະ ຈາກຄວາມສຳນຶກທີ່ດີ, ແລະ ຈາກຄວາມເຊື່ອທີ່ຈິງໃຈ.

1 Timothy 1:9

ພຣະບັນຍັດຖືກສ້າງຂຶ້ນມາເພື່ອໃຜ?

ພຣະບັນຍັດມີໄວ້ສຳລັບຄົນອະທັມ ແລະ ຄົນທີ່ມີໃຈດື້ດ້ານ, ສຳລັບຄົນທີ່ບໍ່ມີພຣະເຈົ້າ ແລະ ຄົນບາບ ແລະ ຕໍ່ຄົນເຫລົ່ານັ້ນທີ່ເປັນຄົນທີ່ບໍ່ໄດ້ດຳເນີນໃນທາງຂອງພຣະເຈົ້າ ແລະ ຄົນທີ່ຫມິ່ນປະຫມາດພຣະເຈົ້າ.

ສີ່ຕົວຢ່າງຂອງບາບທີ່ຄົນດັ່ງກ່າວກະທໍາມີຫຍັງເເດ່?

ຄົນທີ່ປະພຶດຜິດທາງເພດ, ຄົນຮັກຮ່ວມເພດ, ຄົນລັກພາຄົນອື່ນໄປເປັນທາດ, ຄົນຂີ້ຕົວະ, ຄົນເປັນພະຍານບໍ່ຈິງ ແລະ ຄົນອື່ນໆທີ່ຕໍ່ຕ້ານຫລັກຄຳສອນແຫ່ງຄວາມເຊື່ອ.

1 Timothy 1:12

ໃນເມື່ອກ່ອນໂປໂລໄດ້ເຄີຍເຮັດບາບຫຍັງມາເເລ້ວ?

ໃນເມື່ອກ່ອນໂປໂລໄດ້ເຄີຍເປັນຄົນທີ່ຫມິ່ນປະຫມາດ, ຂົ່ມເຫັ່ງ ແລະ ໃຊ້ຄວາມຮຸນແຮງ.

ເເມ່ນຫຍັງເປັນສິ່ງທີ່ມີຢ່າງລົ້ນເຫລືອຈາກຜົນທີ່ໂປໂລກາຍມາເປັນອັກຄະສາວົກຂອງພຣະເຢຊູຄຣິດ?

ສິ່ງນັ້ນເເມ່ນພຣະຄຸນຂອງພຣະເຈົ້າທີ່ມີຢ່າງລົ້ນເຫລືອສໍາລັບໂປໂລ.

1 Timothy 1:15

ພຣະເຢຊູຄຣິດເຈົ້າໄດ້ສະເດັດເຂົ້າມາໃນໂລກນີ້ ເພື່ອຊ່ວຍໃຜ?

ພຣະເຢຊູຄຣິດເຈົ້າ ໄດ້ສະເດັດເຂົ້າມາໃນໂລກນີ້ ເພື່ອຊ່ວຍຄົນບາບໃຫ້ລອດພົ້ນ.

ດ້ວຍເຫດໃດໂປໂລຈຶ່ງເວົ້າວ່າເພິ່ນເປັນເເບບຢ່າງຂອງພຣະເມດຕາຂອງພຣະເຈົ້າ?

ເພາະວ່າໂປໂລເປັນຄົນທີ່ຊົ່ວຊ້າທີ່ສຸດໃນບັນດາຄົນບາບເຫລົ່ານັ້ນ ແຕ່ດ້ວຍເຫດນີ້ ເພິ່ນຈຶ່ງໄດ້ຮັບພຣະເມດຕາຈາກພຣະເຈົ້າໃນເມື່ອກ່ອນ.

1 Timothy 1:18

ສິ່ງໃດທີ່ໂປໂລເຫັນດີກັບຕີໂມທຽວ?

ໂປໂລເຫັນດີຕາມຄຳທຳນວາຍທີ່ໄດ້ກ່າວເຖິງຕີໂມທຽວດັ່ງນັ້ນເພື່ອໃຫ້ໄດ້ໄຊຊະນະໃນການຕໍ່ສູ້ ດ້ວຍການມີຄວາມເຊື່ອ ແລະ ຄວາມສຳນຶກທີ່ດີ.

ໂປໂລໄດ້ເຮັດຫຍັງສຳລັບຜູ້ຊາຍທີ່ປະຕິເສດຄວາມເຊື່ອ ແລະ ມີຄວາມມະໂນທໍາ ແລະ ເຮັດໃຫ້ຄວາມເຊື່ອຂອງພວກເຂົາຫລົ້ມຈົມລົງ?

ໂປໂລໄດ້ມອບໄວ້ໃຫ້ກັບຊາຕານ ເພື່ອເຂົາຈະໄດ້ຮັບການສອນທີ່ຈະບໍ່ຫມິ່ນປະຫມາດພຣະເຈົ້າ.

1 Timothy 2

1 Timothy 2:1

ໂລໂປໄດ້ທູນຂໍອະທິຖານເພື່ອໃຜ?

ໂປໂລໄດ້ທູນຂໍ, ອະທິຖານ, ວິ້ງວອນ ແລະ ຂອບພຣະຄຸນເພື່ອຄົນທັງປວງ, ເພື່ອກະສັດທັງຫລາຍ ແລະ ທຸກຄົນທີ່ມີອຳນາດ.

ຊີວິດແບບໃດທີ່ໂປໂລປາດຖະໜາຢາກໃຫ້ຄຣິສຕຽນດຳລົງຊີວິດ?

ໂປໂລປາດຖະໜາຢາກໃຫ້ຄຣິສຕຽນດຳລົງຊີວິດຢ່າງສັນຕິສຸກ ແລະ ມີຄວາມສະຫງົບທ່າມກາງຄົນທີ່ດຳເນີນໃນທາງຂອງພຣະເຈົ້າ ແລະ ຄົນທີ່ມີກຽດ.

ພຣະເຈົ້າປາດຖະໜາສິ່ງອັນໃດສຳລັບທຸກໆຄົນ?

ພຣະອົງຊົງປະສົງໃຫ້ທຸກຄົນໄດ້ຮັບຄວາມລອດພົ້ນ ແລະ ໃຫ້ໄດ້ມີຄວາມຮູ້ໃນຄວາມຈິງນັ້ນ.

1 Timothy 2:5

ພຣະເຢຊູຄຣິດຊົງມີຕໍາເເຫນ່ງຫຍັງລະຫວ່າງພຣະເຈົ້າກັບມະນຸດ?

ພຣະເຢຊູຄຣິດຊົງເປັນຄົນກາງລະຫວ່າງພຣະເຈົ້າ ແລະ ມະນຸດແຕ່ພຽງຜູ້ດຽວ.

ພຣະເຢຊູຄຣິດຊົງກະທໍາສິ່ງໃດເພື່ອພວກເຮົາທຸກຄົນ?

ພຣະເຢຊູຄຣິດຊົງເປັນຄ່າໄຖ່ໃຫ້ກັບຄົນທັງປວງ.

ອັກຄະສາວົກໂປໂລສອນໃຜເເດ່?

ອັກຄະສາວົກໂປໂລເປັນຄຣູຂອງຄົນຕ່າງຊາດ.

1 Timothy 2:8

ໂປໂລປາດຖະຫນາໃຫ້ບັນດາຜູ້ຊາຍກະທໍາສິ່ງໃດ?

ໂປໂລມີຄວາມປາດຖນາໃຫ້ບັນດາຜູ້ຊາຍໃນທຸກໆບ່ອນ ຍົກມືອັນບໍຣິສຸດ ແລະ ອະທິຖານໂດຍບໍ່ມີຄວາມຄຽດຮ້າຍ ແລະການຜິດຖຽງກັນ.

ໂປໂລປາດຖະຫນາໃຫ້ບັນດາຜູ້ຍິງກະທໍາສິ່ງໃດ?

ໂປໂລມີຄວາມປາດຖນາໃຫ້ຜູ້ຍິງແຕ່ງກາຍຢ່າງສຸພາບຮຽບຮ້ອຍ, ແລະ ຮູ້ຈັກຄວບຄຸມຕົນເອງ.

1 Timothy 2:11

ໂປໂລບໍ່ອະນຸຍາດໃຫ້ບັນດາຜູ້ຍິງກະທໍາສິ່ງໃດ?

ໂປໂລບໍ່ອະນຸຍາດໃຫ້ແມ່ຍິງສອນ ຫລື ມີອຳນາດເຫນືອຜູ້ຊາຍ, ແຕ່ດຳເນີນຊີວິດຢ່າງງຽບໆ.

1 Timothy 2:13

ໂປໂລປາດຖະຫນາໃຫ້ບັນດາຜູ້ຍິງສືບຕໍ່ກະທໍາສິ່ງໃດ?

ໂປໂລປາດຖະຫນາໃຫ້ບັນດາຜູ້ຍິງສືບຕໍ່ຮັກສາຄວາມເຊື່ອ ແລະ ຄວາມຮັກ ແລະ ການຊຳລະໃຫ້ບໍຣິສຸດດ້ວຍຈິດໃຈທີ່ສະຫງົບ.

1 Timothy 3

1 Timothy 3:1

ວຽກປະເພດໃດເປັນວຽກຂອງຜູ້ປົກຄອງຄຣິສຕະຈັກ?

ຜູ້ທີ່ຈະເປັນຜູ້ປົກຄອງຄຣິສຕະຈັກຈະຕ້ອງເປັນຜູ້ທີ່ບໍ່ມີທີ່ຕິຕຽນໄດ້.

ຜູ້ປົກຄອງຄຣິສຕະຈັກຈະຕ້ອງສາມາດກະທໍາສິ່ງໃດເເດ່?

ຜູ້ທີ່ຈະເປັນຜູ້ປົກຄອງຈະຕ້ອງເປັນຜູ້ທີ່ບໍ່ມີທີ່ຕິຕຽນໄດ້, ເຂົາຕ້ອງມີຜົວເມຍຄົນດຽວ. ເຂົາຕ້ອງບໍ່ໃຊ້ຄວາມຮຸນແຮງ, ເປັນຄົນມີເຫດຜົນ, ມີຄວາມເປັນຣະບຽບ, ມີໄມຕຣີຈິດ.

ຜູ້ປົກຄອງຄຣິສຕະຈັກຈະຕ້ອງຈັດການກັບເຫລົ້າ ເເລະ ເງິນທອງ ໄດ້ດ້ວຍວິທີໃດ?

ຜູ້ປົກຄອງຄຣິສຕະຈັກຈະຕ້ອງບໍ່ເປັນຄົນຕິດເຫລົ້າ ເເລະ ຈະຕ້ອງບໍ່ເປັນຄົນທີ່ຮັກເງິນຄຳ.

1 Timothy 3:4

ບຸດຂອງຜູ້ປົກຄອງຄຣິສຕະຈັກຄວນປະຕິບັດຕໍ່ເພິ່ນຢ່າງໃດ?

ລູກຂອງຜູ້ປົກຄອງຄຣິສຕະຈັກຄວນເຊື່ອຟັງ ເເລະ ເຄົາລົບເພິ່ນ.

ເປັນຫຍັງຈຶ່ງໃຫ້ຄວາມສໍາຄັນໃນເລື່ອງທີ່ຜູ້ຜົກຄອງຄຣິສຕະຈັກມີການດູເເລຄອບຄົວຂອງຕົນເເນວໃດ?

ເພາະວ່າ ຖ້າຊາຍໃດບໍ່ສາມາດດູແລຄອບຄົວຂອງເຂົາໃຫ້ດີໄດ້ແລ້ວ ເຂົາຈະດູແລຄຣິສຕະຈັກຂອງພຣະເຈົ້າໄດ້ຢ່າງໃດ.

1 Timothy 3:6

ຫາກຜູ້ປົກຄອງຄຣິດຕະຈັກເປັນຜູ້ກັບໃຈໃຫມ່ຈະມີອັນຕະລາຍເກີດຂຶ້ນເເນວໃດ?

ສິ່ງອັນຕະລາຍຈະເກີດຂຶ້ນຄື ເຂົາຈະອວດຕົວດ້ວຍຄວາມຍິ່ງຈອງຫອງ ແລະ ອາດຈະລົ້ມລົງໃນການປະນາມເຫມືອນກັບມານນັ້ນ.

ຊື່ສຽງຂອງຜູ້ປົກຄອງຄຣິດຕະຈັກຈະຕ້ອງເປັນເເບບໃດຕໍ່ກັບຄົນພາຍນອກຄຣິດຕະຈັກ?

ເຂົາຕ້ອງເປັນຄົນທີ່ມີຊື່ສຽງດີເປັນທີ່ຫນ້ານັບຖືກັບຄົນພາຍນອກ ເພື່ອເຂົາຈະບໍ່ເຮັດໃຫ້ຕົນເອງຕ້ອງອັບອາຍ ແລະ ຕິດບ້ວງຂອງມານ.

1 Timothy 3:8

ຄວນກະທໍາສິ່ງໃດກັບຝ່າຍຜູ້ດູເເລກ່ອນທີ່ພວກເຂົາຈະຮັບໃຊ້?

ພວກເຂົາຄວນໄດ້ຮັບການພິສູດກ່ອນ ຫາກເຂົາບໍ່ມີຕຳຫນິຈຶ່ງຄ່ອຍຮັບໃຊ້.

1 Timothy 3:11

ລັກສະນະນິໄສຂອງບັນດາເເມ່ຍິງທີ່ຊອບທັມມີຫຍັງເເດ່?

ຝ່າຍແມ່ຍິງຈະຕ້ອງເປັນຄົນທີ່ມີຄວາມປະພຶດທີ່ດີ, ບໍ່ຄວນເປັນຄົນທີ່ບໍ່ກ່າວຮ້າຍ, ບໍ່ມັກຄວາມຮຸນແຮງ ແລະ ມີຄວາມສັດຊື່ໃນທຸກສິ່ງ.

1 Timothy 3:14

ບ້ານຂອງພຣະເຈົ້າເເມ່ນຫຍັງ?

ບ້ານຂອງພຣະເຈົ້າຄືຄຣິສຕະຈັກ.

1 Timothy 3:16

ຫລັງຈາກພຣະເຢຊູໄດ້ປາກົດຕົວໃນເນື້ອຫນັງ, ຖືກແກ້ໄຂໂດຍພຣະວິນຍານ, ແລະໄດ້ເຫັນທູດສະຫວັນ, ລາວໄດ້ເຮັດຫຍັງ?

ພຣະເຢຊູຄຣິດຊົງໄດ້ຮັບການປະກາດອອກໄປທ່າມກາງບັນດາປະຊາຊາດທັງຫລາຍ, ໄດ້ຮັບການຍອມຮັບຈາກຄົນທົ່ວໂລກ ແລະ ຊົງຖືກຮັບຂື້ນໄປດ້ວຍພຣະສະຫງ່າຣາສີ.

1 Timothy 4

1 Timothy 4:1

ອີງຕາມພຣະວິນຍານໄດ້ກ່າວໄວ້, ບາງຄົນຈະເຮັດຫຍັງໃນເວລາຕໍ່ມາ?

ມີບາງຄົນປະຖິ້ມຄວາມເຊື່ອ ແລະ ສົນໃຈໃນພວກວິນຍານທີ່ຫລອກລວງ ແລະ ບັນດາຄຳສອນຂອງພວກມານ.

1 Timothy 4:3

ກຸ່ມຄົນເຫລົ່ານີ້ໄດ້ສັ່ງສອນຄໍາຂີ້ຕວົະຫຍັງເເດ່?

ພວກເຂົາຈະຫ້າມໃຫ້ແຕ່ງງານ ແລະ ຫ້າມກິນອາຫານທີ່ພຣະເຈົ້າໄດ້ຊົງສ້າງມາໃຫ້ກັບຄົນທີ່ເຊື່ອ.

ອາຫານປະເພດໃດເເດ່ທີ່ໄດ້ຖືກມອບໄວ້ສຳລັບການປຸ່ງເເຕ່ງ ເເລະ ຮັບປະທານຂອງພວກເຮົາ?

ບໍ່ມີອັນໃດເປັນສິ່ງຕ້ອງຫ້າມ ຖ້າກິນດ້ວຍການຂອບພຣະຄຸນ ເພາະໄດ້ຊຳລະໃຫ້ບໍຣິສຸດ ໂດຍພຣະຄໍາຂອງພຣະເຈົ້າ ແລະ ການອະທິຖານ.

1 Timothy 4:6

ໂປໂລໄດ້ບອກໃຫ້ຕີໂມທຽວໃຫ້ຝຶກຝົນຕົວເອງໃນເລື່ອງໃດ?

ໂປໂລໄດ້ບອກໃຫ້ຕີໂມທຽວໃຫ້ຝຶກຕົນໃນທາງຂອງພຣະເຈົ້າ.

ເປັນຫຍັງການຝຶກຕົນກ່ຽວກັບທາງຂອງພຣະເຈົ້າຈຶ່ງມີປະໂຫຍດຫລາຍກວ່າການຝຶກອົບຮົມທາງຮ່າງກາຍ?

ເພາະວ່າການຝຶກຕົນໃນຝ່າຍຮ່າງກາຍນັ້ນອາດຈະມີປະໂຫຍດຫນ້ອຍດຽວ, ແຕ່ວ່າຝຶກຕົນໃນທາງຂອງພຣະເຈົ້ານັ້ນ ກໍເປັນປະໂຫຍດທຸກປະການ ຊຶ່ງເປັນຄຳສັນຍາຕໍ່ຊີວິດນີ້ ແລະ ຊີວິດໃນອານາຄົດທີ່ກຳລັງຈະມາເຖິງ.

1 Timothy 4:11

ໂປໂລໄດ້ແນະນຳໃຫ້ຕີໂມທຽວກະທໍາສິ່ງໃດກັບທຸກໆສິ່ງທີ່ດີທີ່ຕີໂມທຽວໄດ້ຮັບໃນຄຳສອນຂອງໂປໂລ?

ໂປໂລໄດ້ແນະນຳໃຫ້ຕີໂມທຽວຢ່າໃຫ້ໃຜຫມິ່ນປະຫມາດຄວາມຫນຸ່ມແຫນ້ນຂອງທ່ານໄດ້, ໃຫ້ປະກາດ ແລະ ສັ່ງສອນສິ່ງເຫລົ່ານີ້ໃຫ້ເເກ່ຄົນອື່ນໆ.

ຕີໂມທຽວເປັນເເບບຢ່າງໃຫ້ເເກ່ຄົນອື່ນໆດ້ວຍວິທີທາງໃດເເດ່?

ຕີໂມທຽວເປັນແບບຢ່າງຄົນຫນຶ່ງໃຫ້ກັບຜູ້ເຊື່ອໃນຄຳສອນ, ດ້ວຍການປະພຶດ, ຄວາມຮັກ, ຄວາມສັດຊື່ ແລະ ຄວາມບໍຣິສຸດ.

1 Timothy 4:14

ຕີໂມທຽວໄດ້ຮັບຂອງປະທານຝ່າຍພຣະວິນຍານບໍຣິສຸດໄດ້ຢ່າງໃດ?

ຕີໂມທຽວໄດ້ຮັບຂອງປະທານຜ່ານທາງການເຜີຍປະກາດພຣະຄຳທີ່ບັນດາຜູ້ອາວຸໂສໄດ້ວາງມືເທິງທ່ານນັ້ນ.

ຫາກຕີໂມທຽວດໍາເນີນຊີວິດໃນຄວາມສັດຊື່ ເເລະ ໃນການສອນ, ເເມ່ນໃຜຈະໄດ້ຮັບຄວາມພົ້ນ?

ເເມ່ນຕົວຂອງຕີໂມທຽວເອງ ແລະ ບັນດາຜູ້ທີ່ໄດ້ຟັງຖ້ອຍຄຳຂອງເພິ່ນຈະໄດ້ຮັບຄວາມພົ້ນດ້ວຍ.

1 Timothy 5

1 Timothy 5:1

ໂປໂລບອກທີໂມທຽວໃຫ້ປະຕິບັດຕໍ່ກັບຜູ້ອະວຸໂສທີ່ຢູ່ໃນຄຣິດຕະຈັກເເນວໃດ?

ໂປໂລບອກທີໂມທຽວໃຫ້ປະຕິບັດຕໍ່ກັບຜູ້ອະວຸໂສທີ່ຢູ່ໃນຄຣິດຕະຈັກວ່າຈົ່ງເວົ້າຫນູນໃຈເພິ່ນເຫມືອນເປັນບິດາ, ຈົ່ງປະຕິບັດຕໍ່ຊາຍຫນຸ່ມກວ່າ ເຫມືອນພວກເຂົາເປັນອ້າຍນ້ອງ, ຈົ່ງກ່າວຫນູນໃຈບັນດາແມ່ຍິງທີ່ອາວຸໂສກວ່າເຫມືອນເປັນແມ່, ແລະ ຕັກເຕືອນບັນດາຜູ້ຍິງຫນຸ່ມກວ່າເຫມືອນພວກເຂົາເປັນນ້ອງສາວດ້ວຍຄວາມບໍຣິສຸດທຸກຢ່າງ.

1 Timothy 5:3

ລູກ ເເລະ ຫລານຂອງບັນດາເເມ່ຍິງຫມ້າຍ ຄວນປະຕິບັດຕໍ່ກັບພວກເພິ່ນດ້ວຍວິທີໃດ?

ລູກ ເເລະ ຫລານຄວນໃຫ້ເຂົາໄດ້ຕອບແທນຄຸນຂອງບິດາມານດາຂອງຕົນ ເເລະ ດູເເລເບິ່ງເເຍງພວກເພິ່ນ.

1 Timothy 5:7

ຜູ້ໃດທີ່ບໍ່ລ້ຽງດູຍາດພີ່ນ້ອງຂອງເຂົາ ໂດຍສະເພາະຄົນໃນຄອບຄົວຂອງພວກເຂົາເອງ ຊຶ່ງພວກເຂົາໄດ້ເຮັດຫຍັງລົງໄປ?

ຜູ້ນັ້ນໄດ້ປະຕິເສດຄວາມເຊື່ອ ແລະ ຊົ່ວຍິ່ງກວ່າຄົນບໍ່ເຊື່ອອີກ.

1 Timothy 5:9

ເເມ່ຍິງຫມ້າຍຄວນເປັນທີ່ຮູ້ຈັກໃນເລື່ອງໃດ?

ເເມ່ຍິງຫມ້າຍຄວນເປັນທີ່ຮູ້ຈັກໃນເລື່ອງທີ່ມີຄວາມປະພຶດອັນດີ ເຊັ່ນໃນເລື່ອງທີ່ນາງເອົາໃຈໃສ່ລ້ຽງດູລູກໆ, ຫລື ທີ່ມີໄມຕີຈິດຕ້ອນຮັບແຂກແປກຫນ້າຕ່າງໆ ຫລື ທີ່ເຄີຍລ້າງຕີນຜູ້ເຊື່ອທັງຫລາຍ.

1 Timothy 5:11

ຈະມີອັນຕະລາຍອັນໃດເກີດຂຶ້ນເມື່ອແມ່ຫມ້າຍຫນຸ່ມຍອມສັນຍາທີ່ຈະຮັກສາແມ່ຫມ້າຍຕະຫຼອດຊີວິດ?

ເພາະເມື່ອພວກນາງຍອມຕໍ່ຄວາມຕ້ອງການທາງກາຍ ກໍຈະຕໍ່ຕ້ານພຣະຄຣິດເຈົ້າ, ພວກນາງກໍຕ້ອງການແຕ່ງງານອີກ. ທີ່ພວກນາງເຮັດສິ່ງນີ້ກໍ່ຖືວ່າເປັນຄວາມຜິດເພາະພວກນາງໄດ້ຖອນຂໍ້ຜູກພັນທີ່ໃຫ້ໄວ້ແຕ່ຕົ້ນນັ້ນແລ້ວ.

1 Timothy 5:14

ໂປໂລປາດຖະຫນາໃຫ້ຍິງສາວກະທໍາສິ່ງໃດ?

ໂປໂລປາດຖະຫນາໃຫ້ຍິງຫມ້າຍສາວໆນັ້ນ ແຕ່ງງານ, ມີລູກ ເເລະ ດູແລບ້ານເຮືອນ ເພື່ອບໍ່ໃຫ້ສັດຕຣູມີໂອກາດກ່າວຫາໄດ້ວ່າເຮົາເຮັດຊົ່ວ.

1 Timothy 5:17

ຄວນປະຕິບັດເເນວໃດຕໍ່ກັບບັນດາຜູ້ປົກຄອງທີ່ປົກຄອງໄດ້ດີນັ້ນ?

ບັນດາຜູ້ປົກຄອງທີ່ປົກຄອງໄດ້ດີນັ້ນສົມຄວນ ໄດ້ຮັບກຽດເປັນສອງເທົ່າ, ໂດຍສະເພາະຄົນເຫລົ່ານັ້ນທີ່ເຮັດວຽກໃນການເທສະຫນາ ແລະ ການສັ່ງສອນ.

1 Timothy 5:19

ສິ່ງໃດທີ່ຄວນມີຢູ່ໃນຕອນນັ້ນກ່ອນທີ່ຈະຍອມຮັບຄໍາກ່າວຫາຂອງຜູ້ປົກຄອງ?

ຄວນຈະມີພະຍານສອງ ຫລື ສາມຄົນຢູ່ໃນຕອນນັ້ນກ່ອນທີ່ຈະຍອມຮັບຄໍາກ່າວຫາຂອງຜູ້ປົກຄອງ, ຈົ່ງຕັກເຕືອນຄົນບາບເຫລົ່ານັ້ນຕໍ່ໜ້າທຸກຄົນ ເພື່ອຄົນອື່ນໆທີ່ເຫລືອຈະໄດ້ຢ້ານ.

1 Timothy 5:21

ໂປໂລສັ່ງຕີໂມທຽວໃຫ້ລະມັດລະວັງເພື່ອທີ່ຈະຮັກສາກົດລະບຽບເຫຼົ່ານີ້ໃນທາງໃດ?

ໂປໂລສັ່ງຕີໂມທຽວໃຫ້ລະມັດລະວັງເພື່ອທີ່ຈະຮັກສາກົດລະບຽບເຫຼົ່ານີ້ໂດຍບໍ່ໄດ້ເຂົ້າຂ້າງອອກຂາ ແລະ ເພື່ອວ່າທີ່ຈະບໍ່ໄດ້ເຮັດສິ່ງໃດດ້ວຍຄວາມລຳອຽງ.

1 Timothy 5:23

ບາບຂອງບາງຄົນຈະບໍ່ປະກົດຊັດເຈນຈົນກວ່າເມື່ອໃດ?

ສໍາລັບບາງຄົນ, ບາບຂອງພວກເຂົາຈະບໍ່ປະກົດຊັດເຈດຈົນກວ່າຈະມີການຕັດສິນ.

1 Timothy 6

1 Timothy 6:1

ໂປໂລບອກບັນດາຄົນທີ່ເປັນທາດນັ້ນຄວນນັບຖືນາຍຂອງພວກເຂົາເເນວໃດ?

ໂປໂລເວົ້າວ່າຝ່າຍບັນດາຄົນທີ່ເປັນທາດນັ້ນຕ້ອງຖືນາຍຂອງພວກຕົນວ່າ ເປັນຜູ້ສົມຄວນໄດ້ຮັບກຽດໃນທຸກຢ່າງ.

1 Timothy 6:3

ຄົນປະເພດໃດທີ່ປະຕິເສດຖ້ອຍຄໍາທີ່ດີ ແລະ ຄຳສອນທີ່ຊອບທັມ?

ຫາກວ່າພວກເຂົາບໍ່ຍອມຮັບກັບຄຳສັ່ງສອນອັນຖືກຕ້ອງ ທີ່ຊີ້ນຳໃນທາງຂອງພຣະເຈົ້າ ຄົນນັ້ນກໍ່ອວດຕົວ ແລະ ບໍ່ຮູ້ຫຍັງເລີຍ.

1 Timothy 6:6

ເເມ່ນຫຍັງຄືສິ່ງທີ່ໂປໂລເວົ້າເຖິງຜົນທີ່ໄດ້ຮັບ?

ໂປໂລເວົ້າວ່າຕາມທາງພຣະເຈົ້າ ດ້ວຍຄວາມພຶງພໍໃຈນັ້ນ ເຮັດໃຫ້ຮັ່ງມີສີສຸກຫລວງຫລາຍ.

ເປັນຫຍັງພວກເຮົາຄວນພໍໃຈກັບອາຫານ ແລະ ເຄື່ອງນຸ່ງຫົ່ມ?

ເພາະເຮົາບໍ່ໄດ້ເອົາສິ່ງໃດເຂົ້າມາໃນໂລກ ເເລະ ເຮົາກໍ່ບໍ່ສາມາດເອົາສິ່ງໃດອອກໄປໄດ້.

1 Timothy 6:9

ບັນດາຄົນເຫລົ່ານັ້ນທີ່ປາດຖະຫນາຢາກຮັ່ງມີ ຈະຕົກລົງຢູ່ໃນສິ່ງໃດ?

ບັນດາຄົນເຫລົ່ານັ້ນທີ່ຢາກຮັ່ງມີ ກໍ່ຕົກຢູ່ໃນການທົດລອງ ເເລະ ຖືກບ້ວງກັບດັກ.

ຮາກເຫງົ້າຂອງຄວາມຊົ່ວທຸກປະເພດແມ່ນຫຍັງ?

ການຮັກເງິນຄຳເປັນຮາກຂອງຄວາມຊົ່ວທຸກຢ່າງ.

ມີຫຍັງເກີດຂື້ນກັບບາງຄົນທີ່ຮັກເງິນ?

ບາງຄົນຢາກຮັ່ງມີຫລາຍຈົນໄດ້ປະຖິ້ມຄວາມເຊື່ອ ແລ້ວກໍ່ເປັນທຸກຣະທົມໃຈຕົນຫລາຍປະການ.

1 Timothy 6:11

ໂປໂລໄດ້ບອກໃຫ້ຕີໂມທຽວຄວນສູ້ກັບສິ່ງໃດ?

ໂປໂລໄດ້ບອກໃຫ້ຕີໂມທຽວຕໍ່ສູ້ຢ່າງສຸດກຳລັງໃນຄວາມເຊື່ອ, ຍຶດຫມັ້ນໃນຊີວິດອັນຕະຫລອດໄປເປັນນິດ ຕາມທີ່ທ່ານໄດ້ຖືກເອີ້ນໃຫ້ໄປຮັບນັ້ນ.

1 Timothy 6:15

ຜູ້ທີ່ໄດ້ຮັບພອນ ແລະ ຊົງອຳນາດຜູ້ດຽວນັ້ນຢູ່ໃສ?

ພຣະອົງເປັນຜູ້ດຽວທີ່ຕາຍບໍ່ເປັນ ແລະ ພຣະອົງຢູ່ໃນຄວາມສະຫວ່າງເຊິ່ງບໍ່ມີໃຜເຂົ້າເຖິງໄດ້.

1 Timothy 6:17

ເປັນຫຍັງຄົນຮັ່ງມືຈຶ່ງຄວນຕັ້ງຄວາມຫວັງໃນພຣະເຈົ້າ ເເລະ ບໍ່ຄວນຕັ້ງຄວາມຫວັງໃນຄວາມຮັ່ງມີທີ່ບໍ່ເເນ່ນອນ?

ຄົນຮັ່ງມີຄວນຕັ້ງຄວາມຫວັງໃນພຣະເຈົ້າ ເພາະພຣະອົງຊົງມອບຄວາມຮັ່ງມີທີ່ແທ້ຈິງ.

ຜູ້ຄົນທີ່ຮັ່ງມີໃນການກະທຳດີ ພວກເຂົາກະທໍາເພື່ອຕົວເອງເພື່ອສິ່ງໃດ?

ພວກເຂົາຈະໄດ້ສະສົມຮາກຖານທີ່ດີ ເພື່ອພວກເຂົາເອງໃນເວລາຂ້າງຫນ້າ ເເລະ ເພື່ອພວກເຂົາຈະໄດ້ຍຶດໃນຊີວິດທີ່ແທ້ຈິງ.

1 Timothy 6:20

ສຸດທ້າຍນີ້, ໂປໂລບອກໃຫ້ຕີໂມທຽວເຮັດຫຍັງໃນສິ່ງທີ່ເພິ່ນໄດ້ມອບໃຫ້ແກ່ລາວ?

ໂປໂລບອກຕີໂມທຽວໃຫ້ປົກປ້ອງສິ່ງທີ່ລາວໄດ້ຮັບ, ຫລີກຫນີຈາກການເວົ້າທີ່ໂງ່ງ່າວ ແລະ ການຜິດຖຽງຂັດແຍ້ງກັນໃນເລື່ອງທີ່ບໍ່ເປັນສາຣະຮຽກວ່າຄວາມຮູ້.