ພາສາລາວ (Lao): translationQuestions Print

Updated ? hours ago # views See on WACS

Philemon 1

Philemon 1:1

ໂປໂລຢູ່ໃສໃນຂະ​ນະທີ່ເພິ່ນຂຽນຈົດໝາຍສະບັບນີ້?

ໂປໂລຢູ່ໃນຄຸກໃນ​ຂະ​ນະທີ່ເພິ່ນຂຽນຈົດໝາຍສະບັບນີ້

ຈົດຫມາຍສະບັບນີ້ຂຽນເຖິງໃຜ?

ຈົດຫມາຍສະບັບນີ້ຂຽນເຖິງຟີເລໂມນ ເຊິ່ງເປັນນ້ອງຊາຍທີ່ຮັກແລະເພື່ອນຮ່ວມງານຂອງໂປໂລ

ສະຖານທີ່ແບບໃດທີ່ເປັນທີ່ປະຊຸມຂອງຄຣິດຕະຈັກ?

ຄຣິດຕະຈັກປະຊຸມກັນໃນບ້ານ

Philemon 1:4

ໂປໂລໄດ້ຍິນເຖິງຄຸນລັກສະນະທີ່ດີຢ່າງໃດຂອງຟີເລໂມນ?

ໂປໂລໄດ້ຍິນເຖິງຄວາມຮັກແລະຄວາມເຊື່ຶອໃນອົງພຣະເຢຊູຄຣິດແລະຄວາມສັດຊື່ຕໍ່ບັນດາຜູ້ທີ່ເຊື່ອທຸກຄົນ

ຕາມທີ່ໂປໂລໄດ້ຍິນຟີເລໂມນໄດ້ເຮັດຫຍັງເພື່ອບັນດາຜູ້ທີ່ເຊື່ອ?

ຟີເລໂມນໄດ້ເຮັດໃຫ້ຫົວໃຈຂອງບັນດາຜູ້ທີ່ເຊື່ອໄດ້ພັກສະຫງົບ

Philemon 1:8

ໂປໂລຢູ່ໃສໃນຂະນະທີ່ທ່ານຂຽນຈົດໝາຍສະບັບນີ້?

ໂປໂລຢູ່ໃນຄຸກໃນຂະນະທີ່ທ່ານຂຽນຈົດໝາຍສະບັບນີ້

ເຫດໃດໂປໂລຈິ່ງຂໍຮ້ອງໃຫ້ຟີເລໂມນເຮັດບາງສິ່ງບາງຢ່າງແທນທີ່ຈະສັ່ງຟີເລໂມນ?

ໂປໂລຂໍຮ້ອງຟີເລໂມນດ້ວຍຄວາມຮັກ

Philemon 1:10

ໂປໂລເປັນບິດາຂອງໂອເນຊີໂມຕັ້ງແຕ່ຕອນໃດ?

ໂປໂລເປັນບິດາຂອງໂອເນຊີໂມ​ຕອນໂປໂລຢູ່ໃນຄຸກ

ໂປໂລໄດ້ເຮັດຫຍັງໃຫ້ກັບໂອເນຊີໂມ?

ໂປໂລໄດ້ສົ່ງໂອເນຊີໂມກັບໄປຫາຟີເລໂມນ

ໂປໂລຢູ່ໃສໃນຂະນະທີ່ເພິ່ນຂຽນຈົດໝາຍສະບັບນີ້?

ໂປໂລຢູ່ໃນຄຸກໃນຂະນະທີ່ເພິ່ນຂຽນຈົດໝາຍສະບັບນີ້

ໂປໂລຢາກໃຫ້ໂອເນຊີໂມສາມາດເຮັດຫຍັງໃຫ້?

ໂປໂລຢາກໃຫ້ໂອເນຊີໂມສາມາດຊ່ອຍເພິ່ນໄດ້.

Philemon 1:14

ໂປໂລຢາກໃຫ້ຟີເລໂມນເຮັດຫຍັງໃຫ້ກັບໂອເນຊີໂມ?

ໂປໂລຢາກໃຫ້ຟີເລໂມນປ່ອຍໂອເນຊີໂມຈາກການເປັນທາດແລະຍິນຍອມໃຫ້ໂອເນຊີໂມກັບມາຫາໂປໂລ

ໂປໂລຢາກໃຫ້ຟີເລໂມນພິຈາລະນາໂອເນຊີໂມນ​ຫລັກ​ສະ​ນະ​ໃດ?

ໂປໂລຢາກໃຫ້ຟີເລໂມນພິຈາລະນາໂອເນຊີໂມເປັນເໝືອນອ້າຍນ້ອງທີ່ຮັກ

Philemon 1:17

ໂປໂລຢາກໃຫ້ຟີເລໂມນເຮັດຫຍັງໃຫ້ກັບສິ່ງທີ່ໂອເນຊີໂມຕິດຄ້າງຟິເລໂມນ?

ໂປໂລຢາກໃຫ້ຟີເລໂມນມາຮັບການຊົດໃຊ້ຄືນຈາກບັນຊີຂອງໂປໂລໃນທຸກສິ່ງທີ່ໂອເນຊີໂມຕິດຄ້າງ

ຟີເລໂມນຕິດຄ້າງໂປໂລຫຍັງແດ່?

ຟີເລໂມນເປັນໜີ້ບຸນ​ຄຸນຊີວິດໂປໂລ

Philemon 1:21

ໂປໂລຄາດຫວັງໃ​ຫ້ຟີເລໂມນສົ່ງຕົວໂອເນຊີໂມກັບມາຫາໂປໂລຫລືບໍ່?

ແມ່ນແລ້ວ, ໂປໂລມີຄວາມໝັ້ນໃຈວ່າຟີເລໂມນຈະສົ່ງຕົວໂອເນຊີໂມກັບມາ

ໂປໂລຈະມາຢູ່ໃສຫາກເພິ່ນຖືກປ່ອຍຕົວອອກຈາກຄຸກ?

ໂປໂລຈະມາຢ້ຽມເຮືອນຂອງຟີເລໂມນຫາກເພິ່ນຖືກປ່ອຍຕົວ