ພາສາລາວ (Lao): translationQuestions Print

Updated ? hours ago # views See on WACS

Hosea 1

Hosea 1:1

ພຣະຢາເວຊົງບອກໃຫ້ໂຮເຊອາເລືອກເມຍແບບໃດມາເປັນເມຍຂອງຕົນ?

ພຣະຢາເວໄດ້ບອກໃຫ້ລາວເອົາຍິງທີ່ເຄີຍເປັນໂສເພນີມາເປັນເມຍຂອງລາວ.

Hosea 1:3

ເປັນຫຍັງໂຮເຊອາ ຄວນເອີ້ນຊື່ລູກຊາຍກົກຂອງລາວວ່າຢິດເຣເອນ?

ໂຮເຊອາຄວນເອີ້ນຊື່ລາວວ່າຢິດເຣເອນ ເພາະວ່າໃນເວລາຍັງອີກບໍ່ເຫິງ ພຣະຢາເວຈະຊົງລົງໂທດເຊື້ອສາຍຂອງເຢຮູສຳລັບເລື່ອງເລືອດໄຫລນອງທີ່ຢິດເຣເອນ.

Hosea 1:6

ພຣະຢາເວຈະຊົງມີຄວາມເມດຕາຕໍ່ຜູ້ໃດ?

ພຣະຢາເວຈະຊົງມີເມດຕາຕໍ່ເຊື້ອສາຍຂອງຢູດາ.

Hosea 1:8

ເປັນຫຍັງ ໂຮເຊອາຄວນເອີ້ນຊື່ຂອງລູກຊາຍຜູ້ທີສອງຂອງລາວຊື່ວ່າ ໂລອຳມີ?

ໂຮເຊອາຄວນເອີ້ນຊື່ລາວວ່າ ໂລອຳມີ, ເພາະວ່າຊາວອິດສະຣາເອນບໍ່ແມ່ນໄພ່ພົນຂອງເຮົາອີກຕໍ່ໄປ.

Hosea 1:10

ຈະເວົ້າແນວໃດກັບຜູ້ທີ່ບໍ່ເຄີຍໄດ້ເປັນປະຊາຊົນຂອງພຣະຢາເວ?

ພວກເຂົາຈະຖືກເວົ້າວ່າ ພວກເຂົາໄດ້ເປັນໄພ່ພົນຂອງພຣະເຈົ້າຜູ້ຊົງພຣະຊົນຢູ່.

Hosea 2

Hosea 2:2

ພຣະຢາເວຈະຊົງເຮັດແນວໃດ ຖ້າຫາກປະຊາຊົນອິດສະຣາເອນບໍ່ໄດ້ລະຖິ້ມການເປັນໂສເພນີຂອງນາງ?

ຖ້າປະຊາຊົນອິດສະຣາເອນບໍ່ລະຖິ້ມການເປັນໂສເພນີຂອງນາງ, ພຣະຢາເວຈະຊົງເຮັດໃຫ້ນາງເປືອຍກາຍ ແລະ ເປີດເຜີຍນາງໃຫ້ເຫມືອນກັບມື້ນາງເກີດມາ.

Hosea 2:4

ເປັນຫຍັງພຣະຢາເວຈະບໍ່ມີຄວາມເມດຕາຕໍ່ລູກຫລານຂອງອິດສະຣາເອນ?

ພຣະຢາເວຈະບໍ່ອິດູຕົນ ຕໍ່ລູກຫລານຂອງນາງ, ເພາະພວກເຂົາເປັນລູກຂອງໂສເພນີ.

Hosea 2:6

ເຫດຫຍັງຄົນອິດສະຣາເອນຈະກັບມາຫາຜົວຄົນທຳອິດຂອງນາງ?

ຄົນອິດສະຣາເອນຈະກັບຄືນໄປຫາຜົວຄົນທຳອິດຂອງນາງ, ເພາະວ່າມັນດີກວ່າສຳລັບນາງຫລາຍກວ່າຕອນນີ້.

Hosea 2:8

ຜູ້ໃດໃຊ້ເງິນ ແລະ ຄຳຂອງອິດສະຣາເອນຢ່າງເຫລືອເຟືອ?

ພຣະຢາເວເປັນຜູ້ໄດ້ໃຫ້ເງິນ ແລະ ຄຳຢ່າງເຫລືອເຟືອຂອງນາງ.

Hosea 2:10

ພຣະຢາເວຈະເຮັດຫຍັງຕໍ່ຊາວອິດສະຣາເອນຢູ່ຕໍ່ຫນ້າຂອງຄົນຮັກນາງ?

ພຣະຢາເວ ຈະເປືອຍກາຍນາງຢູ່ຕໍ່ຫນ້າພວກຄົນຮັກຂອງນາງ.

Hosea 2:12

ຄົນຮັກຂອງອິດສະຣາເອນໃຫ້ຄ່າຈ້າງໃຫ້ແກ່ນາງເທົ່າໃດ?

ຄົນຮັກຂອງນາງໄດ້ໃຫ້ຕົ້ນອະງຸ່ນ ແລະຕົ້ນຫມາກເດື່ອເທດແກ່ນາງ.

Hosea 2:14

ຍິງໂສເພນີຈະຕອບພຣະຢາເວແນວໃດຫລັງຈາກທີ່ພຣະອົງເອົາຊະນະນາງ?

ນາງຈະຕອບພຣະອົງຄືກັບໃນສະໄຫມທີ່ນາງຍັງເປັນຫນຸ່ມ, ຄືໃນເວລາທີ່ນາງອອກມາຈາກປະເທດເອຢິບ.

Hosea 2:16

ໃນມື້ນັ້ນ, ຊາວອິດສະຣາເອນຈະເອີ້ນພຣະຢາເວວ່າແນວໃດ?

ນາງຈະເອີ້ນພຣະອົງວ່າ 'ຜົວຂອງຂ້ານ້ອຍ' ແລະ ບໍ່ແມ່ນ 'ພະບາອານຂອງຂ້ານ້ອຍ' ອີກຕໍ່ໄປ.

Hosea 2:18

ພຣະຢາເວຈະຊົງໃຫ້ໄພ່ພົນຂອງພຣະອົງເຮັດຫຍັງ?

ພຣະອົງຈະຊົງໃຫ້ພວກເຂົານອນລົງຢ່າງປອດໄພ.

Hosea 2:19

ພຣະຢາເວຊົງສັນຍາວ່າ ຈະເປັນຜົວປະຊາຊົນຂອງພຣະອົງດົນປານໃດ?

ພຣະຢາເວຊົງສັນຍາວ່າ ຈະເປັນຜົວຂອງພວກເຂົາຕະຫລອດໄປເປັນມິດ.

Hosea 2:21

ເຫລົ້າໃຫມ່ ແລະ ນ້ຳມັນຫມາກກອກເທດຈະຕອບຫຍັງ?

ເຫລົ້າອະງຸ່ນໃຫມ່ ແລະ ນ້ຳມັນຫມາກກອກເທດ, ແລະສິ່ງເຫລົ່ານັ້ນຈະຕອບຢິດເຣເອນ.

Hosea 2:23

ພຣະຢາເວຈະຊົງເວົ້າຫຍັງຕໍ່ຜູ້ທີ່ບໍ່ແມ່ນໄພ່ພົນຂອງພຣະອົງ?

ພຣະຢາເວຈະຊົງເວົ້າຕໍ່ຜູ້ທີ່ບໍ່ແມ່ນໄພ່ພົນຂອງພຣະອົງ, 'ເຈົ້າໄພ່ພົນຂອງເຮົາ.'

Hosea 3

Hosea 3:1

ໂຮເຊອາຕ້ອງຮັກເມຍຂອງລາວດ້ວຍວິທີໃດ?

ໂຮເຊອາຕ້ອງຮັກນາງເຫມືອນພຣະຢາເວຮັກປະຊາຊົນອິດສະຣາເອນ.

ພຣະຢາເວ ໄດ້ຊົງຊື້ອິດສະຣາເອນຫລາຍປານໃດ?

ພຣະອົງໄດ້ຊົງຊື້ນາງດ້ວຍເງິນສິບຫ້າຫລຽນ ແລະ ເຂົ້າເດືອຍສິບຫ້າຫມື່ນ.

Hosea 3:4

ຫລັງຈາກທີ່ປະຊາຊົນອິດສະຣາເອນອາໄສຢູ່ເປັນເວລາຫລາຍວັນໂດຍບໍ່ມີກະສັດ, ພວກເຂົາຈະສະແຫວງຫາໃຜ?

ຫລັງຈາກນັ້ນ ປະຊາຊົນອິດສະຣາເອນຈະກັບຄືນໄປຫາພຣະຢາເວພຣະເຈົ້າ ຂອງພວກເຂົາອີກ ແລະດາວິດກະສັດຂອງພວກເຂົາ.

Hosea 4

Hosea 4:1

ພຣະຢາເວ ຊົງກ່າວຟ້ອງຮ້ອງຕໍ່ສູ້ຜູ້ໃດ?

ພຣະຢາເວໄດ້ຊົງດຳເນີນຄະດີຕໍ່ສູ້ຜູ້ທີ່ອາໄສຢູ່ໃນແຜ່ນດິນ.

Hosea 4:3

ເກີດຫຍັງຂຶ້ນກັບທຸກໆຄົນທີ່ອາໄສຢູ່ໃນດິນແດນນັ້ນ?

ທຸກຄົນທີ່ອາໄສຢູ່ໃນແຜ່ນດິນໄດ້ຖືກເອົາໄປເສຍ.

Hosea 4:4

ຜູ້ໃຜຈະສະດຸດໃນກາງຄືນ?

ພວກຜູ້ປະກາດພຣະຄຳທັງຫລາຍກໍຈະສະດຸດໃນກາງຄືນ.

Hosea 4:6

ເຫດຫຍັງພຣະຢາເວຈະຊົງລືມພວກລູກທັງຫລາຍຂອງຊາວອິດສະຣາເອນ?

ພຣະຢາເວຊົງລືມພວກລູກທັງຫລາຍຂອງຊາວອິດສະຣາເອນ ເພາະວ່າພວກເຈົ້າໄດ້ປະຖິ້ມຄຳສອນຂອງພຣະເຈົ້າ.

Hosea 4:8

ປະຊາຊົນຈະປະຕິບັດແນວໃດ?

ພວກເຂົາຈະປະຕິບັດຄືກັບພວກປະໂລຫິດ.

Hosea 4:11

ມີຫຍັງແດ່ທີ່ເຮັດໃຫ້ຄວາມເຂົ້າໃຈຫມົດໄປຈາກຂອງປະຊາຊົນ?

ມັກການມີເພດສຳພັນແບບເປິເປື້ອນ, ມັກເຫລົ້າອະງຸ່ນ ແລະ ເຫລົ້າອະງຸ່ນໃຫມ່, ຊຶ່ງໄດ້ນຳເອົາຄວາມເຂົ້າໃຈໄປຈາກພວກເຂົາ

Hosea 4:13

ເປັນຫຍັງ ພຣະຢາເວ ຈະບໍ່ຊົງລົງໂທດລູກສາວຂອງປະຊາຊົນ ເມື່ອພວກເຂົາເລືອກທີ່ຈະເຮັດຜິດສິນລະທຳທາງເພດ?

ພຣະຢາເວຈະຍັງບໍ່ລົງໂທດລູກຂອງພວກເຂົາ ຍ້ອນການຜິດສິນທຳທາງເພດ, ເພາະວ່າພວກຜູ້ຊາຍທັງຫລາຍກໍເຮັດຄືໂສເພນີ.

Hosea 4:15

ປະຊາຊົນບໍ່ຄວນໄປໃສ?

ປະຊາຊົນບໍ່ຄວນໄປເມືອງກິນການ ແລະ ເບັດອາເວນ.

Hosea 4:17

ເອຟາຣາອິມໄດ້ເຮັດຫຍັງ ແມ້ແຕ່ເມື່ອພວກເຂົາເຊົາເມົາ?

ເອຟາຣາອິມຈະສືບຕໍ່ໃນການຫລິ້ນຊູ້ຕໍ່ໄປ ຫລັງຈາກທີ່ພວກເຂົາໄດ້ສ່າງເມົາ.

Hosea 5

Hosea 5:1

ພວກກະບົດໄດ້ຢືນຢູ່ໃສ?

ພວກກະບົດກໍຈົດຈໍ່ຢູ່ກັບການສັງຫານຫມູ່.

Hosea 5:3

ສິ່ງໃດທີ່ເຮັດໃຫ້ເອຟາຣາອິມບໍ່ຍອມຫັນໄປຫາພຣະເຈົ້າຂອງພວກເຂົາ?

ການກະທຳຂອງເອຟາຣາອິມຈະບໍ່ຍອມໃຫ້ພວກເຂົາຫັນໄປຫາພຣະເຈົ້າຂອງພວກເຂົາ.

Hosea 5:5

ເປັນຫຍັງອິດສະຣາເອນ, ເອຟາຣາອິມ, ແລະຢູດາບໍ່ພົບພຣະຢາເວ?

ອິດສະຣາເອນ, ເອຟາຣາອິມ, ແລະ ຢູດາຈະບໍ່ພົບພຣະຢາເວ, ເພາະວ່າະພຣະອົງຈະຊົງຫນີຈາກພວກເຂົາໄປ.

Hosea 5:8

ຜູ້ໃດປະກາດວ່າເອຟາຣາອິມຈະກາຍເປັນບ່ອນຮົກຮ້າງ?

ພຣະຢາເວຊົງປະກາດວ່າ ເອຟາຣາອິມຈະກາຍເປັນບ່ອນຮົກຮ້າງ.

Hosea 5:10

ພຣະຢາເວຈະຖອກເທຄວາມໂກດແຄ້ນໃສ່ຜູ້ໃດ?

ພຣະຢາເວຈະຖອກເທຄວາມໂກດແຄ້ນໃສ່ບັນດາຜູ້ນຳຂອງຢູດາ

Hosea 5:12

ເມື່ອໃດທີ່ເອຟາຣາອິມໄປອາຊີເຣຍ?

ເມື່ອເອຟາຣາອິມເຫັນຄວາມເຈັບໄຂ້ຂອງຕົນ, ແລ້ວລາວກໍ່ໄປທີ່ອັດຊີເຣຍ.

Hosea 5:14

ພຣະຢາເວຈະໄປ ແລະ ກັບມາສະຖານທີ່ຂອງພຣະອົງເປັນເວລາດົນປານໃດ?

ພຣະຢາເວຈະໄປ ແລະ ກັບມາຍັງສະຖານທີ່ຂອງພຣະອົງ ຈົນກວ່າ ເອຟາຣາອິມ ແລະ ຢູດາ ຍອມຮັບຄວາມຜິດບບາບຂອງຕົນ ແລະ ສະແຫວງຫາພຣະພັກຂອງພຣະອົງ, ຈົນກວ່າພວກເຂົາສະແຫວງຫາພຣະອົງຢ່າງຈິງໃຈໃນຄວາມໂສກເສົ້າຂອງເຂົາ.”

Hosea 6

Hosea 6:1

ເຖິງແມ່ນວ່າພຣະຢາເວຊົງຈີກປະຊາຊົນຂອງພຣະອົງເປັນຕ່ອນໆ, ຫລັງຈາກນັ້ນ ພຣະອົງຈະເຮັດແນວໃດ?

ພຣະອົງໄດ້ຊົງຈີກພວກເຮົາເປັນທ່ອນໆ, ແຕ່ພຣະອົງຈະຊົງຮັກສາພວກເຮົາໃຫ້ດີ.

ເມື່ອໃດພຣະຢາເວ ຈະຊົງຍົກປະຊາຊົນຂອງພຣະອົງຂຶ້ນ?

ພຣະອົງຈະຊົງຍົກພວກເຂົາຂຶ້ນໃນວັນທີສາມ.

Hosea 6:4

ຄວາມຮັກຂອງເອຟາຣາອິມ ແລະ ຢູດາເປັນແນວໃດ?

ຄວາມຮັກຂອງພວກເຂົາເຫມືອນກັບຫມອກໃນຍາມເຊົ້າ, ເຫມືອນກັບນ້ຳຄ້າງທີ່ເຫີຍຫາຍໄປແຕ່ເຊົ້າມືດ.

Hosea 6:6

ພຣະເຈົ້າຊົງປະສົງສິ່ງໃດ?

ພຣະເຈົ້າປາຖະຫນາຄວາມສັດຊື່ ແລະ ບໍ່ແມ່ນເຄື່ອງຖວາຍບູຊາ, ແລະ ຮັບຮູ້ພຣະອົງຫລາຍກວ່າເຄື່ອງເຜົາບູຊາ.

Hosea 6:8

ພວກປະໂລຫິດໄດ້ຮ່ວມກັນຂ້າຄົນໃນລະຫວ່າງທາງໄປເມືອງເຊເຄັມແນວໃດ?

ເຫມືອນກັບກຸ່ມໂຈນທີ່ຄອຍດັກຊຸ່ມສຳລັບຄົນທີ່ຜ່ານໄປມາ, ພວກປະໂລຫິດກໍເຕົ້າໂຮມກັນສັນນັ້ນ, ພວກເຂົາຂ້າຄົນໃນລະຫວ່າງທາງໄປເມືອງເຊເຄັມ.

Hosea 6:10

ສິ່ງໃດທີ່ຖືກກຳນົດໃຫ້ຢູດາໃນເວລາທີ່ພຣະຢາເວຈະຟື້ນຟູປະຊາຊົນຂອງພຣະອົງໃຫ້ກັບຄືນສູ່ສະພາບດີ?

ເວລາແຫ່ງການເກັບກ່ຽວໄດ້ຖືກກຳນົດໄວ້ແລ້ວ, ເມື່ອພຣະຢາເວຈະເຮັດໃຫ້ໄພ່ພົນຂອງພຣະອົງກັບຄືນສູ່ສະພາບດີ.

Hosea 7

Hosea 7:1

ພຣະຢາເວຊົງໄດ້ຈົດຈຳຫຍັງ?

ພຣະຢາເວໄດ້ຊົງຈົດຈຳ ການເຮັດຊົ່ວທັງປວງຂອງພວກເຂົາ.

Hosea 7:3

ປະຊາຊົນໄດ້ເຮັດໃຫ້ພວກຂ້າຣາຊະການດີໃຈໄດ້ແນວໃດ?

ດ້ວຍການຕົວະຂອງພວກເຂົາ ເຮັດໃຫ້ພວກຂ້າຣາຊະການດີໃຈ.

Hosea 7:6

ຈິດໃຈຂອງປະຊາຊົນທັງປວງເປັນແນວໃດ?

ຈິດໃຈຂອງພວກເຂົາເຫມືອນກັບເຕົາອົບ.

Hosea 7:8

ເອຟາຣາອິມບໍ່ຮູ້ຫຍັງ?

ເອຟາຣາອິມບໍ່ຮູ້ວ່າ ຄົນຕ່າງດ້າວໄດ້ກືນກິນເຫື່ອແຮງຂອງພວກເຂົາ ຫລື ຜົມຂອງພວກເຂົາກໍຫງອກ.

Hosea 7:10

ເອຟາຣາອິມຄືກາງແກເຂົາໄດ້ແນວໃດ?

ຟາຣາອິມກໍເປັນເຫມືອນນົກກາງແກຄື: ໂງ່ຈ້າ, ແລະ ບໍ່ຮູ້ຈັກຄິດ.

Hosea 7:12

ເປັນຫຍັງພຣະຢາເວບໍ່ໄດ້ຊ່ວຍຊີວິດປະຊາຊົນ?

ພຣະຢາເວບໍ່ໄດ້ຊ່ວຍຊີວິດປະຊາຊົນ ຍ້ອນວ່າ ພວກເຂົາໄດ້ເວົ້າຕົວະຕໍ່ສູ້ພຣະອົງ.

Hosea 7:14

ປະຊາຊົນໄດ້ເຮັດຫຍັງເພື່ອຈະໄດ້ຮັບເມັດພືດ ແລະ ເຫລົ້າອະງຸ່ນໃຫມ່?

ພວກເຂົາຕັດຕົນເອງ ເພື່ອໃຫ້ໄດ້ຮັບເມັດພືດ ແລະ ເຫລົ້າອະງຸ່ນໃຫມ່.

Hosea 7:16

ເປັນຫຍັງພວກຂ້າຣາຊະການເຖິງລົ້ມລົງ?

ພວກຂ້າຣາຊະການເຖິງລົ້ມລົງ ເພາະລິ້ນທີ່ໂອ້ອວດຈອງຫອງຂອງພວກເຂົາ.

Hosea 8

Hosea 8:1

ເປັນຫຍັງນົກອິນຊີຈຶ່ງບິນມາເຫນືອຄອບຄົວຂອງພຣະຢາເວ?

ນົກອິນຊີຈຶ່ງບິນມາເຫນືອຄອບຄົວຂອງພຣະຢາເວ ເພາະປະຊາຊົນໄດ້ທຳລາຍພັນທະສັນຍາຂອງພຣະອົງ ແລະ ໄດ້ກະບົດຕໍ່ສູ້ບັນຍັດຂອງພຣະອົງ.

Hosea 8:4

ປະຊາຊົນໄດ້ເຮັດຮູບເຄົາລົບສຳລັບຕົນເອງດ້ວຍຫຍັງ?

ດ້ວຍເງິນແລະຄຳ ພວກເຂົາໄດ້ສ້າງຮູບເຄົາລົບສຳລັບພວກເຂົາເອງ.

Hosea 8:6

ເກີດຫຍັງຂຶ້ນ ເມື່ອປະຊາຊົນຫວ່ານລົມ?

ເມື່ອປະຊາຊົນໄດ້ຫວ່ານລົມ ແລະ ໄດ້ເກັບກ່ຽວລົມພະຍຸ.

Hosea 8:8

ພຣະຢາເວຈະເຮັດແນວໃດເຖິງວ່າພວກເຂົາໄດ້ຈ້າງຄູ່ຈາກທ່າມກາງຊົນຊາດທັງຫລາຍ?

ເຖິງວ່າພວກເຂົາໄດ້ຈ້າງຄູ່ຈາກທ່າມກາງຊົນຊາດທັງຫລາຍ, ບັດນີ້ເຮົາຈະຮວບຮວມເອົາພວກເຂົາມາໄວ້ນຳກັນ.

Hosea 8:11

ຖ້າພຣະຢາເວຊົງຂຽນພຣະບັນຍັດຂອງພຣະອົງເປັນຫມື່ນໆຄັ້ງ, ພວກເຂົາຈະເບິ່ງແນວໃດ?

ຖ້າພຣະຢາເວຊົງຂຽນພຣະບັນຍັດຂອງພຣະອົງເປັນຫມື່ນໆຄັ້ງ, ເພື່ອພວກເຂົາກໍຈະເບິ່ງວ່າເປັນສິ່ງທີ່ແປກປະຫລາດສຳລັບພວກເຂົາ.

Hosea 8:13

ພຣະຢາເວຈະຊົງລົງໂທດຄວາມບາບຂອງປະຊາຊົນແນວໃດ?

ພຣະອົງຈະຊົງລົງໂທດຄວາມບາບຂອງພວກເຂົາ ດ້ວຍການສົ່ງພວກເຂົາກັບຄືນໄປປະເທດເອຢິບອີກ.

Hosea 9

Hosea 9:1

ສິ່ງໃດທີ່ຄົນອິດສະຣາເອນຮັກທີ່ຈະຈ່າຍ?

ຄົນອິດສະຣາເອນຮັກທີ່ຈະຈ່າຍຄ່າຈ້າງໃຫ້ຍິງໂສເພນີຄົນຫນຶ່ງທີ່ຕ້ອງການເອົາລານເຂົ້າທັງຫມົດ.

Hosea 9:3

ເຄື່ອງຖວາຍຂອງເອຟາຣາອິມເປັນແນວໃດ?

ເຄື່ອງຖວາຍຂອງພວກເຂົາເປັນເຫມືອນອາຫານຂອງຄົນໄຫວ້ທຸກ: ຄົນທັງຫລາຍທີ່ກິນອາຫານຂອງພວກເຂົາກໍຈະເປັນມົນທິນ.

Hosea 9:5

ຖ້າປະຊາຊົນຫນີພົ້ນຈາກການທຳລາຍ, ຈະມີຫຍັງເກີດຂື້ນ?

ເຖິງວ່າພວກເຂົາຈະຫນີໄດ້ຈາກການທຳລາຍ, ຊາວເອຢິບຈະທ້ອນໂຮມພວກເຂົາ, ແລະ ຊາວເມັມຟິດຈະຝັງພວກເຂົາ.

Hosea 9:7

ມື້ຫຍັງກຳລັງຈະມາ?

ມື້ແຫ່ງການລົງໂທດກຳລັງມາເຖິງ; ມື້ແຫ່ງການແກ້ແຄ້ນກຳລັງມາ.

Hosea 9:8

ສິ່ງໃດຢູ່ຕາມເສັ້ນທາງຂອງພວກຜູ້ປະກາດພຣະທຳ?

ແຮ້ວນົກກໍຖືກຫ້າງໄວ້ຕາມເສັ້ນທາງຂອງພວກເຂົາ.

Hosea 9:10

ຫລັງຈາກບັນພະບຸລຸດໄປຫາພະເປໂອນ, ພວກເຂົາໄດ້ກາຍເປັນຄົນແນວໃດ?

ຫລັງຈາກທີ່ບັນພະບູລຸດຂອງພວກເຂົາໄດ້ໄປຫາພະເປໂອນ, ແລະ ພວກເຂົາໄດ້ກາຍເປັນຄົນຫນ້າກຽດຫນ້າຊັງເຫມືອນຢ່າງຮູບເຄົາລົບທີ່ພວກເຂົາຮັກນັ້ນ.

Hosea 9:11

ຈະເກີດຫຍັງຂຶ້ນກັບສະຫງ່າຣາສີຂອງເອຟາຣາອິມ?

ສະຫງ່າຣາສີຂອງເອຟາຣາອິມຈະບິນຫນີເຫມືອນນົກໂຕຫນຶ່ງ.

Hosea 9:13

ພຣະຢາເວຈະປະທານສິ່ງໃດໃຫ້ແກ່ເອຟາຣາອິມ?

ພຣະຢາເວຈະຊົງປະທານມົດລູກທີ່ລຸລູກ ແລະ ເຕົ້ານົມທີ່ບໍ່ມີນ້ຳນົມໃຫ້ແກ່ພວກເຂົາ.

Hosea 9:15

ເຫດໃດພຣະຢາເວຈຶ່ງຈະຂັບໄລ່ເອຟາຣາອິມອອກຈາກພຣະວິຫານຂອງພຣະອົງ?

ເພາະວ່າພວກເຂົາເຮັດບາບຊົ່ວ, ແທ້ຈິງ, ພຣະຢາເວຈຶ່ງຊົງຂັບໄລ່ພວກເຂົາອອກຈາກພຣະວິຫານຂອງພຣະອົງ.

Hosea 9:16

ຈະເກີດຫຍັງຂຶ້ນ ຖ້າເອຟາຣາອິມມີລູກ?

ເຖິງວ່າ ພວກເຂົາມີລູກ, ເຮົາກໍຈະເຮັດໃຫ້ລູກທີ່ພວກເຂົາຮັກນັ້ນເສຍຊີວິດ.

Hosea 10

Hosea 10:1

ຈະເກີດຫຍັງຂຶ້ນ ເມື່ອຜົນລະປູກຂອງອິດສະຣາເອນເພີ່ມຂຶ້ນ?

ຍິ່ງມີການເກີດຜົນຫລາຍເທົ່າໃດ, ກໍຍິ່ງມີການສ້າງແທ່ນບູຊາຫລາຍເທົ່ານັ້ນ

Hosea 10:3

ອິດສະຣາເອນໄດ້ເຮັດພັນທະສັນຍາແນວໃດ?

ອິດສະຣາເອນໄດ້ເຮັດພັນທະສັນຍາດ້ວຍຄຳສາບານທີ່ບໍ່ຈິງ.

Hosea 10:5

ເຫດໃດຊາວເມືອງຊະມາເຣຍຈະຖືກພາໄປອັດຊີເຣຍ?

ພວກເຂົາຈະຖືກນຳໄປຍັງອັດຊີເຣຍ ເພື່ອເປັນເຄື່ອງບັນນາການແກ່ກະສັດອົງຍິ່ງໃຫຍ່.

Hosea 10:7

ແມ່ນຫຍັງຈະເກີດຂຶ້ນເຫນືອແທ່ນບູຊາ?

ຕົ້ນໄມ້ ແລະ ພືດທີ່ມີຫນາມຈະປົ່ງຂຶ້ນມາປົກຫຸ້ມແທ່ນບູຊາທັງຫລາຍຂອງພວກເຂົາ.

Hosea 10:10

ເປັນຫຍັງພຣະຢາເວຈຶ່ງຊົງເອົາແອກໃສ່ຄໍອັນງົດງາມຂອງເອຟາຣາອິມ?

ເພາະເອຟາຣາອິມເປັນເຫມືອນງົວສາວທີ່ຖືກເຝິກແອບທີ່ມັກນວດເຂົ້າ, ດັ່ງນັ້ນ ພຣະຢາເວຈະເອົາແອກວາງລົງໃສ່ຄໍອັນງົດງາມຂອງມັນ.

Hosea 10:12

ປະຊາຊົນຄວນສະແຫວງຫາພຣະຢາເວດົນປານໃດ?

ພວກເຂົາຄວນສະແຫວງຫາພຣະຢາເວ, ຈົນກວ່າພຣະອົງຈະມາ ແລະ ຖອກເທຄວາມຊອບທຳລົງເຫນືອພວກເຂົາ.

Hosea 10:14

ມີເກີດຫຍັງຂື້ນກັບມານດາພ້ອມລູກທັງຫລາຍຂອງພວກເຂົາ ເມື່ອຊາມັນທຳລາຍເມືອງບັດອາເບນ?

ເມື່ອຊາມັນໄດ້ທຳລາຍເມືອງບັດອາເບນ, ມານດາພ້ອມກັບລູກທັງຫລາຍຂອງພວກເຂົາຖືກທຸບຕີຢ່າງແຮງ.

Hosea 11

Hosea 11:1

ພຣະຢາເວຊົງເອີ້ນອິດສະຣາເອນອອກມາຈາກໃສເມື່ອອິດສະຣາເອນຍັງເປັນເດັກນ້ອຍ?

ເມື່ອອິດສະຣາເອນເປັນເດັກນ້ອຍ, ພຣະຢາເວໄດ້ຊົງເອີ້ນພວກເຂົາອອກມາຈາກປະເທດເອຢິບ.

Hosea 11:3

ຜູ້ໃດຍົກເອຟາຣາອິມຂຶ້ນດ້ວຍແຂນຂອງພວກເຂົາ?

ພຣະຢາເວ ຊົງຍົກພວກເຂົາຂຶ້ນດ້ວຍແຂນທັງຫລາຍຂອງພວກເຂົາ.

Hosea 11:5

ປະຊາຊົນຂອງພຣະຢາເວ ຊົງຕັ້ງໃຈເຮັດຫຍັງ?

ປະຊາຊົນຂອງພຣະຢາເວ ຊົງຕັ້ງໃຈໃນການຫັນຫນີຈາກພຣະອົງ.

Hosea 11:8

ເຫດໃດພຣະຢາເວຈິງບໍ່ຊົງທຳລາຍເອຟາຣາອິມອີກເທື່ອຫນຶ່ງ?

ພຣະຢາເວບໍ່ຊົງທຳລາຍເອຟາຣາອິມ ເພາະວ່າພຣະອົງຊົງເປັນພຣະເຈົ້າບໍ່ແມ່ນມະນຸດ.

Hosea 11:10

ປະຊາຊົນຈະມາແນວໃດ?

ປະຊາຊົນຈະມາດ້ວຍຄວາມຢ້ານກົວຈາກທິດຕາເວັນຕົກເຫມືອນນົກທີ່ມາຈາກເອຢິບ, ເຫມືອນນົກເຂົາທີ່ອອກມາຈາກດິນແດນຂອງອັດຊີເຣຍ.

Hosea 11:12

ຜູ້ໃດທີ່ຍັງສັດຊື່ຕໍ່ພຣະເຈົ້າ?

ຢູດາຍັງສັດຊື່ຕໍ່ພຣະເຈົ້າ.

Hosea 12

Hosea 12:1

ແມ່ນຫຍັງທີ່ພຣະຢາເວໄດ້ຕໍ່ສູ້ຢູດາ?

ພຣະຢາເວໄດ້ຟ້ອງຮ້ອງຕໍ່ສູ້ຢູດາ.

Hosea 12:3

ຢາໂຄບໄດ້ເຮັດຫຍັງໃນທ້ອງ?

ໃນທ້ອງຂອງເເມ່ນັ້ນ ຢາໂຄບໄດ້ດຶງສົ້ນຕີນຂອງອ້າຍລາວ.

Hosea 12:5

ປະຊາຊົນຄວນລໍຖ້າຫຍັງ?

ພວກເຂົາຄວນລໍຄອຍຖ້າພຣະເຈົ້າຂອງພວກເຂົາຢູ່ສະເຫມີ.

Hosea 12:7

ບໍ່ມີໃຜຊອກຫາຫຍັງເຫັນໃນວຽກງານທຸກຢ່າງຂອງເອຟາຣາອິມ?

ໃນວຽກງານທຸກຢ່າງຂອງເອຟາຣາອິມ ຈະບໍ່ມີໃຜພົບຄວາມຊົ່ວໃດໆໃນພວກເຂົາ, ໃນທຸກໆສິ່ງທີ່ເປັນຄວາມບາບ.

Hosea 12:9

ພຣະຢາເວຊົງໄດ້ຢູ່ກັບປະຊາຊົນ ດົນປານໃດແລ້ວ?

ພຣະຢາເວຊົງຢູ່ກັບພວກເຂົານັບຕັ້ງແຕ່ອອກຈາກແຜ່ນດິນເອຢິບ.

Hosea 12:11

ແທ່ນບູຊາຂອງກິເລອາດຈະເປັນຄືແນວໃດ?

ແທ່ນບູຊາຂອງກິເລອາດຈຶ່ງຈະກາຍເປັນກອງຫີນຢູ່ໃນທົ່ງກວ້າງ.

Hosea 12:13

ພຣະຢາເວໄດ້ເຮັດຫຍັງໂດຍຊົງໃຊ້ຜູ້ປະກາດພຣະທຳ?

ພຣະຢາເວໄດ້ຊົງນຳອິດສະຣາເອນອອກຈາກອີຢີບ ໂດຍຊົງໃຊ້ຜູ້ປະກາດພຣະທຳ, ແລະໃຫ້ຜູ້ປະກາດພຣະທຳເປັນຜູ້ດູແລພວກເຂົາ.

Hosea 13

Hosea 13:1

ເປັນຫຍັງເອຟາຣາອິມຈຶ່ງມີຄວາມຜິດ?

ພວກເຂົາມີຄວາມຜິດ ເພາະຂາບໄຫວ້ພະບາອານ.

Hosea 13:3

ຈະເກີດຫຍັງຂື້ນກັບແກບ?

ແກບຈະປິວໄປຕາມສາຍລົມພັດຈາກລານຟາດເຂົ້າ.

Hosea 13:4

ຈະເກີດຫຍັງຂຶ້ນເມືຶ່ອປະຊາຊົນຂອງພຣະຢາເວໄດ້ກິນຈົນອີ່ມ?

ເມື່ອປະຊາຊົນຂອງພຮະຢາເວອີ່ມບໍລິບູນ, ຈິດໃຈຂອງພວກເຈົ້າກໍໂອ້ອວດຈອງຫອງຂຶ້ນ ແລະ ພວກເຈົ້າຈຶ່ງຫລົງລືມພຣະອົງ.

Hosea 13:7

ພຣະຢາເວຈະທຳຮ້າຍປະຊາຊົນຂອງພຣະອົງຄືແນວໃດ?

ພຣະອົງຈະຄຸບພວກເຂົາເຫມືອນຫມີໂຕຫນຶ່ງທີ່ລູກມັນຖືກລັກໄປ.

Hosea 13:9

ເປັນຫຍັງການທຳລາຍຂອງອິດສະຣາເອນຈຶ່ງມາ?

ການທຳລາຍຂອງອິດສະຣາເອນຈຶ່ງມາ ເພາະວ່າ ພວກເຂົາຕໍ່ສູ້ພຣະຢາເວ, ພຣະຜູ້ຊ່ວຍຂອງພຣະອົງ.

Hosea 13:12

ເມື່ອເຖິງເວລາທີ່ເອຟາຣາອິມຈະເກີດ, ເກີດຫຍັງຂຶ້ນ?

ເມື່ອເຖິງເວລາທີ່ຈະເກີດ, ລາວບໍ່ໄດ້ອອກມາຈາກມົດລູກແມ່.

Hosea 13:14

ພຣະຢາເວຕ້ອງການທີ່ຈະເອົາຫຍັງໃຫ້ພວກເຂົາ?

ພຣະຢາເວຕ້ອງການທີ່ຈະມອບໄພພິບັດແຫ່ງຄວາມຕາຍ ແລະ ຄວາມພິນາດຂອງເເດນມໍລະນາໃຫ້ແກ່ພວກເຂົາ.

Hosea 13:15

ສັດຕູຂອງເອຟາຣາອິມຈະໄປຍຶດເອົາຫຍັງ?

ສັດຕູຂອງພວກເຂົາຈະປຸ້ນເອົາເຄື່ອງຂອງມີຄ່າທຸກຢ່າງໄປຈາກຄັງຂອງເຂົາ.

Hosea 13:16

ຈະເກີດຫຍັງຂຶ້ນກັບເດັກນ້ອຍຊາວຊະມາເຣຍ?

ພວກລູກນ້ອຍຂອງພວກເຂົາຈະຖືກຟາດໃຫ້ມົ່ນ, ແລະ ແມ່ຍິງທີ່ຖືພາກໍຈະຖືກຜ່າທ້ອງ.

Hosea 14

Hosea 14:1

ຍ້ອນຫຍັງອິດສະຣາເອນຈຶ່ງລົ້ມລົງ?

ອິດສະຣາເອນຈຶ່ງລົ້ມລົງ ຍ້ອນຄວາມຜິດບາບຂອງພວກເຂົາ.

Hosea 14:3

ເປັນຫຍັງອິດສະຣາເອນຈຶ່ງບໍ່ໄດ້ເວົ້າກັບສິ່ງທີ່ມືຂອງຕົນເອງສ້າງຂຶ້ນ, "ເຈົ້າເປັນພະເຈົ້າຂອງພວກເຮົາ"?

ຊາວອິດສະຣາເອນຈະບໍ່ໄດ້ເວົ້າກັບສິ່ງທີ່ມືຂອງຕົນເອງສ້າງຂຶ້ນອີກຕໍ່ໄປວ່າ, 'ພະອົງເປັນພະເຈົ້າທັງຫລາຍຂອງພວກຂ້ານ້ອຍ' ເພາະລູກກຳພ້າພໍ່ໄດ້ພົບຄວາມເມດຕາ.

Hosea 14:4

ເມື່ອໃດພຣະຢາເວຈະຮັກສາອິດສະຣາເອນ?

ພຣະຢາເວຈະຮັກສາອິດສະຣາເອນ ເມື່ອພວກເຂົາກັບຄືນມາຫາພຣະອົງ.

Hosea 14:7

ຊື່ສຽງຂອງປະຊາຊົນຈະເປັນຄືແນວໃດ?

ຊື່ສຽງຂອງພວກເຂົາຈະເຫມືອນນ້ຳເຫລົ້າອະງຸ່ນຂອງເລບານອນ.

Hosea 14:9

ຜູ້ໃດຈະສະດຸດຕາມວິທີທາງຂອງພຣະຢາເວ?

ພວກຄົນກະບົດຈະລົ້ມລົງໃນທາງນັ້ນ.