ພາສາລາວ (Lao): translationQuestions Print

Updated ? hours ago # views See on WACS

Joshua 1

Joshua 1:1

ພຣະຢາເວໄດ້ສັ່ງກັບໂຢຊວຍເຮັດຫຍັງ ຫລັງຈາກການເສຍຊີວິດໂມເຊໄດ້ໄປ?

ພຣະຢາເວໄດ້ສັ່ງກັບໂຢຊວຍວ່າ ຈົ່ງລຸກຂຶ້ນຂວ້າມແມ່ນ້ຳຈໍແດນນີ້, ເຈົ້າ ແລະ ປະຊາຊົນທັງຫມົດໄປຍັງແຜ່ນດິນທີ່ພຣະຢາເວຈະຍົກໃຫ້ພວກເຂົາ.

Joshua 1:4

ເປັນຫຍັງ ພຣະຢາເວຈຶ່ງເວົ້າວ່າບໍ່ມີໃຜອາດຢືນຢັດຕໍ່ຕ້ານໂຢຊວຍໄດ້?

ພຣະຢາເວຈຶ່ງເວົ້າວ່າ ບໍ່ມີໃຜອາດຢືນຢັດຕໍ່ໂຢຊວຍໄດ້ຕະຫລອດຊີວິດຂອງໂຢຊວຍ ຍ້ອນວ່າພຣະອົງຈະຢູ່ກັບໂຢຊວຍ ເຊັ່ນທີ່ພຣະອົງຢູ່ກັບໂມເຊມາແລ້ວ.

Joshua 1:6

ພຣະຢາເວຖາມໂຢຊວຍສາມຢ່າງຫຍັງ?

ພຣະຢາເວໄດ້ຖາມໂຢຊວຍ ຈົ່ງເຂັ້ມແຂງ, ກ້າຫານເຖີດ ແລະ ຈົ່ງລະມັດລະະວັງທີ່ຈະເຊື່ອຟັງບັນຍັດ.

Joshua 1:8

ແມ່ນຫຍັງ ທີ່ພຣະຢາເວຂໍໃຫ້ໂຢຊວຍພາວັນນາທາງກາງວັນ ແລະກາງຄືນ?

ພຣະຢາເວໄດ້ຂໍໃຫ້ໂຢຊວຍພາວັນນາທັງກາງເວັນ ແລະ ກາງຄືນເພື່ອທີ່ຈະສາມາດເຊື່ອຟັງທຸກສິ່ງທີ່ໄດ້ບັນທຶກໃນຫນັງສືນັ້ນ.

Joshua 1:10

ໂຢຊວຍສັ່ງໃຫ້ຜູ້ນຳຂອງປະຊາຊົນເຮັດຫຍັງ?

ໂຢຊວຍສັ່ງໃຫ້ຜູ້ນຳຂອງປະຊາຊົນຕຽມສະບຽງ ສຳລັບພວກທ່ານທັງຫລາຍ. ໃນສາມວັນພວກທ່ານຈະຂ້ວາມແມ່ນ້ຳຈໍແດນນີ້.

Joshua 1:12

ໂຢຊວຍໄດ້ເວົ້າຫຍັງ ສອງຢ່າງທີ່ໂມເຊໄດ້ກ່າວວ່າ ພຣະຢາເວໄດ້ສັ່ງໃຫ້ຊາວຣູເບັນ, ຊາວກາດ ແລະເຄິ່ງເຜົ່າຫນຶ່ງຂອງມານາເຊໃຫ້ເອົາໃຈໃສ່?

ສອງຢ່າງທີ່ໂມເຊໄດ້ກ່າວວ່າພຣະຢາເວໄດ້ສັ່ງໃຫ້ຊາວຣູເບັນ, ຊາວກາດ ແລະເຄິ່ງເຜົ່າຫນຶ່ງຂອງມານາເຊໃຫ້ເອົາໃຈໃສ່ ແມ່ນ "ພຣະຢາເວພຣະເຈົ້າຂອງທ່ານຈະປຣະທານທີ່ພັກສຳລັບທ່ານ, ແລະພຣະອົງຈະຊົງປຣະທານແຜ່ນດິນນີ້ໃຫ້ທ່ານ."

Joshua 1:14

ໂຢຊວຍໄດ້ບອກໃຫ້ຊາວຣູເບັນ, ຊາວກາດ ແລະເຄິ່ງເຜົ່າຫນຶ່ງຂອງມານາເຊເຮັດຫຍັງ?

ໂຢຊວຍໄດ້ບອກໃຫ້ຊາວຣູເບັນ, ຊາວກາດ ແລະເຄິ່ງເຜົ່າຫນຶ່ງຂອງມານາເຊ ໃຫ້ປະຖີ້ມເມຍ, ລູກນ້ອຍ, ແລະຝູງສັດລ້ຽງຈະຢູ່ໃນແຜ່ນດິນຊຶ່ງໂມເຊຍົກໃຫ້ພວກເຂົາ ທີ່ຟາກພຸ້ນຂອງແມ່ນ້ຳຈໍແດນ, ແຕ່ພວກນັກຮົບຈະຂວ້າມໄປແມ່ນໍ້າຈໍແດນ ແລະຊ່ວຍພວກເຂົາ.

Joshua 1:16

ປະຊາຊົນຕອບຄຳສັ່ງຂອງໂຢຊວຍແນວໃດ?

ປະຊາຊົນໄດ້ຕອບໂຢຊວຍວ່າ ພວກເຂົາຈະເຮັດຕາມທີ່ລາວໄດ້ບັນຊາພວກເຂົາ, ບໍ່ວ່າທີ່ໃດລາວສົ່ງພວກເຂົາໄປ.

Joshua 2

Joshua 2:1

ສອງຄົນສອດແນມຈາກເມືອງຊີດຕີມ ໄດ້ພົບບ່ອນພັກບ່ອນໃດ ເມື່ອໂຢຊວຍສົ່ງພວກເຂົາໄປກວດກາເບິ່ງໃຫ້ທົ່ວແຜ່ນດິນ?

ສອງຄົນສອດແນມໄດ້ມາຮອດໃນບ້ານຂອງໂສເພນີຄົນຫນຶ່ງຊື່ຣາຮາບ.

Joshua 2:4

ຣາຮາບໄດ້ເຮັດຫຍັງ ກັບຄົນສອດແນມເມື່ອຄົນຂອງກະສັດມາຊອກຫາພວກເຂົາ?

ເມື່ອຄົນຂອງກະສັດມາຫາຣາຮາບຊອກຫາຄົນສອດແນມ, ນາງໄດ້ເຊື່ອງພວກເຂົາ.

ຣາຮາບເວົ້າຫຍັງກັບຄົນຂອງກະສັດ?

ຣາຮາບເວົ້າຫຍັງກັບຄົນຂອງກະສັດຄົນສອດແນມມາທີ່ນັ້ນ, ແຕ່ໄດ້ອອກໄປແລ້ວ.

Joshua 2:6

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 2:8

ເປັນຫຍັງ ຣາຮາບບອກຄົນສອດແນມນັ້ນ ເປັນເຫດຜົນທີ່ວ່ານາງໄດ້ເຊື່ອງພວກເຂົາ.

ຣາຮາບບອກຄົນສອດແນມ ທີ່ວ່ານາງໄດ້ເຊື່ອງພວກເຂົາ ເພາະວ່ານາງເຊື່ອວ່າພຣະຢາເວໄດ້ຊົງມອບແຜ່ນດິນໃຫ້ແກ່ພວກເຂົາ.

Joshua 2:10

ຣາຮາບເວົ້າຫຍັງ ທີ່ເປັນເຫດຜົນທີ່ນາງເຊື່ອວ່າພຣະຢາເວ ຈະໃຫ້ແຜ່ນດິນແກ່ອິດສະຣາເອນ?

ຣາຮາບເວົ້າວ່ານາງເຊື່ອວ່າພຣະຢາເວ ຈະໃຫ້ແຜ່ນດິນອິດສະຣາເອນ ເພາະວ່ານໍ້າທະເລແດງໄດ້ເຫືອດແຫ້ງ ຊຶ່ງເຮັດໃຫ້ພວກເຂົາອອກມາຈາກເອຢິບ, ແລະ ພວກເຂົາໄດ້ຂ້າກະສັດຂອງຄົນອາໂມລິດ.

Joshua 2:12

ຣາຮາບໄດ້ຖາມຄົນສອດແນມໃຫ້ເຮັດຫຍັງ?

ຣາຮາບໄດ້ຖາມຄົນສອດແນມໃຫ້ສະແດງຄວາມເມດຕາ ແລະຊ່ວຍຊີວິດນາງ ແລະ ຕອບຄົວຂອງນາງ ເມືອພວກເຂົາມາຢຶດເອົາດິນແດນ.

Joshua 2:14

ຄົນສອດແນມໄດ້ສັນຍາກັບຣາຮາບວ່າແນວໃດ?

ຄົນສອດແນມໄດ້ສັນຍາກັບຣາຮາບວ່າ ພວກເຂົາຈະເມດຕາ ແລະສັດຊື່ຕໍ່ນາງ ຖ້າບໍ່ເປີດເຜີຍພາຣະກິດນີ້ຂອງພວກເຂົາກັບໃຜ.

Joshua 2:15

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 2:18

ຄົນສອບແນມ ໄດ້ຂໍໃຫ້ຣາຮາບເຮັດຫຍັງເພື່ອຄວາມປອດໄພ?

ຄົນສອດແນມໄດ້ໃຫ້ຣາຮາບເອົາເຊືອກສີແດງນີ້ຜູກໄວ້ທີ່ປ້ອງຢ້ຽມຂອງນາງ ແລະຮວບຮວມພໍ່ແມ່ພີ່ນ້ອງ ແລະ ທຸກຄົນໃນຄອບຄົວຂອງພໍ່ມາໄວ້ໃນບ້ານ.

Joshua 2:20

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 2:22

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 2:23

ຄົນສອດແນມໄດ້ລາຍງານຫຍັງ ກັບໂຢຊວຍເມື່ອພວກເຂົາກັບມາຈາກເມືອງຣາຮາບ?

ຄົນສອດແນມໄດ້ບອກກັບໂຢຊວຍທຸກສິ່ງ ທີ່ໄດ້ເກີດກັບພວກເຂົາ, ແລະພຣະຢາເວໄດ້ມອບແຜ່ນດິນທັງຫມົດໄວ້ໃນມືພວກເຂົາແລ້ວ.

Joshua 3

Joshua 3:1

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 3:2

ພວກເຈົ້າຫນ້າທີ່ໄດ້ບອກປະຊາຊົນໃຫ້ຕິດຕາມຫຍັງ ເມື່ອພວກປະໂລຫິດເຜົ່າເລວີໄດ້ຫາມໄປ?

ພວກເຈົ້າຫນ້າທີ່ໄດ້ບອກປະຊາຊົນ ໃຫ້ຕິດຕາມຫີບພັນທະສັນຍາ ເມື່ອພວກປະໂລຫິດມາຈາກເຜົ່າເລວີຫາມໄປ.

ເປັນຫຍັງ ພວກປະໂລຫິດຈຶ່ງບອກປະຊາຊົນໃຫ້ ຢູ່ໄລຍະຫ່າງປະມານ 2,000 ສອກ ຢູ່ດ້ານຫລັງຫີບພັນທະສັນຍາ?

ພວກປະໂລຫິດຈຶ່ງບອກປະຊາຊົນ ໃຫ້ຢູ່ໄລຍະຫ່າງຫລັງຫີບພັນທະສັນຍາ ເພາະພວກເຂົາຈະໄດ້ຮູ້ຈັກທາງທີ່ຈະໄປ ເພາະວ່າຍັງບໍ່ເຄີຍໄປທາງນີ້ມາກ່ອນ.

Joshua 3:5

ໂຢຊວຍເວົ້າວ່າພຣະຢາເວ ຈະຊົງເຮັດຫຍັງໃນທ່າມກາງຜູ້ຄົນໃນມື້ນັ້ນ?

ໂຢຊວຍກ່າວວ່າພຣະຢາເວ ຈະຊົງເຮັດ "ການອັດສະຈັນ" ໃນທ່າມກາງຜູ້ຄົນໃນມື້ນັ້ນ.

Joshua 3:7

ພຣະຢາເວສັ່ງໃຫ້ໂຢຊວຍເວົ້າຫຍັງ ກັບພວກປະໂລຫິດເມື່ອພວກເຂົາໄປຮອດແມ່ນໍ້າຈໍແດນ?

ພຣະຢາເວສັ່ງໃຫ້ໂຢຊວຍບອກ ພວກປະໂລຫິດຢຸດຢືນຢູ່ໃນແມ່ນ້ຳຈໍແດນ.

Joshua 3:9

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 3:12

ໂຢຊວຍໄດ້ບອກປະຊາຊົນວ່າຈະມີຫຍັງເກີດຂຶ້ນ ເມື່ອຕີນຂອງປະໂລຫິດຜູ້ທີ່ຫາມຫີບແຕະຕ້ອງແມ່ນໍ້າຈໍແດນ?

ໂຢຊວຍໄດ້ບອກປະຊາຊົນວ່ານໍ້າຈະແຍກອອກ ເມື່ອຕີນຂອງປະໂລຫິດຜູ້ທີ່ຫາມຫີບແຕະຕ້ອງແມ່ນໍ້າຈໍແດນ.

Joshua 3:14

ປະຊາຊົນໄດ້ຂ້ວາມແມ່ນໍ້າຈໍແດນໄປໃສ?

ປະຊາຊົນກໍຂວ້າມໄປໃກ້ເມືອງເຢຣີໂກ.

Joshua 3:17

ພວກປະໂລຫິດທີ່ຫາມຫີບພັນທະສັນຍາໄດ້ເຮັດຫຍັງ ໃນຂະນະທີ່ປະຊາຊົນຂວ້າມຜ່ານໄປ?

ພວກປະໂລຫິດທີ່ຫາມຫີບພັນທະສັນຍາກາງແມ່ນ້ຳຈໍແດນຍັງຄົງຢູ່ກາງແມ່ນໍ້າຈໍແດນ ຈົນກວ່າປະຊາຊົນອິດສະຣາເອນທັງຫມົດຍ່າງຂ້າມໄປເທິງພື້ນດິນແຫ້ງ.

Joshua 4

Joshua 4:1

ພຣະຢາເວຊົງບອກໃຫ້ໂຢຊວຍສັ່ງໃຫ້ຜູ້ຊາຍສິບສອງຄົນເອົາຫຍັງ ຈາກແມ່ນໍ້າຈໍແດນ?

ພຣະຢາເວຊົງບອກໃຫ້ໂຢຊວຍສັ່ງໃຫ້ຜູ້ຊາຍສິບສອງຄົນເອົາກ້ອນຫີນສິບສອງກ້ອນຈາກກາງແມ່ນ້ຳຈໍເເດນ ບ່ອນທີ່ພວກປະໂລຫິດໄດ້ຢືນເທິງພື້ນທີ່ແຫ້ງ, ເເລະ ໃຫ້ຂົນກ້ອນຫີນມາກັບພວກເຂົາ ແລະ ໃຫ້ວາງລົງເທິງໃນບ່ອນທີ່ພວກເຂົາຈະນອນ.

Joshua 4:4

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 4:6

ໂຢຊວຍເວົ້າວ່າຈຸດປະສົງຫຍັງ ທີ່ຈະເອົາກ້ອນຫີນໄປບ່ອນທີ່ພວກເຂົາຈະໄປພັກໃນຕອນກາງຄືນ?

ກ້ອນຫີນເຫລົ່ານີ້ ຈະເປັນສິ່ງເຕືອນຄວາມຊົງຈຳຂອງປະຊາຊົນອິດສະຣາເອນ ຕະຫລອດໄປເຖິງສິ່ງທີ່ພຣະຢາເວຊົງເຮັດ.

Joshua 4:8

ໂຢຊວຍຕັ້ງເສົາຫີນສິບສອງກ້ອນຢູ່ບ່ອນໃດ?

ໂຢຊວຍຕັ້ງເສົາຫີນສິບສອງກ້ອນ ທີ່ຕີນຂອງພວກປະໂລຫິດຢືນຢູ່ບ່ອນດິນແຫ້ງກາງເເມ່ນ້ຳຈໍເເດນ.

Joshua 4:10

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 4:12

ຄົນຖືອາວຸດຄົບມືພ້ອມທີ່ຈະເຂົ້າເຮັດເສິກມີປະມານຈັກຄົນ, ໄດ້ຂ້າມໄປຢູ່ຊ້ອງຫນ້າພຣະຢາເວ, ເພື່ອໄປສູ່ທົ່ງຮາບພຽງຂອງເມືອງເຢຣີໂກ?

ມີຄົນຖືອາວຸດຄົບມືພ້ອມທີ່ຈະເຂົ້າເຮັດເສິກປະມານສີ່ສິບພັນຄົນ, ໄດ້ຂວ້າມໄປຢູ່ຊ້ອງຫນ້າພຣະຢາເວ, ເພື່ອໄປສູ່ທົ່ງຮາບພຽງຂອງເມືອງເຢຣີໂກ.

Joshua 4:15

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 4:17

ມີຫຍັງເກີດຂຶ້ນ ເມຶ່ອພວກປະໂລຫິດຜູ້ຫາມຫີບຄຳສັນຍາເເຫ່ງຂຶ້ນມາຈາກເເມ່ນ້ຳຈໍເເດນ?

ເມຶ່ອພວກປະໂລຫິດຂຶ້ນມາຈາກເເມ່ນ້ຳຈໍເເດນແລ້ວ ນ້ຳໃນເເມ່ນ້ຳຈໍເເດນກໍ່ໄຫລກັບມາຍັງບ່ອນເກົ່າ.

Joshua 4:19

ໂຢຊວຍໄດ້ຕັ້ງກ້ອນຫີນທີ່ອອກມາຈາກແມ່ນໍ້າຈໍແດນຢູ່ໃສ?

ໂຢຊວຍໄດ້ຕັ້ງກ້ອນຫິນສິບສອງກ້ອນທີ່ນຳມາຈາກເເມ່ນ້ຳຈໍເເດນ ໃນກິນການ.

Joshua 4:22

ເປັນຫຍັງ ໂຢຊວຍຈຶ່ງບອກປະຊາຊົນໃຫ້ບອກລູກຫລານຂອງພວກເຂົາໃນສິ່ງທີ່ ພຣະຢາເວຊົງໄດ້ເຮັດ ສຳລັບພວກເຂົາຢູ່ແມ່ນໍ້າຈໍແດນ?

ໂຢຊວຍຈຶ່ງບອກປະຊາຊົນໃຫ້ບອກລູກຫລານຂອງພວກເຂົາໃນສິ່ງທີ່ ພຣະຢາເວຊົງໄດ້ເຮັດ ສຳລັບພວກເຂົາຢູ່ແມ່ນໍ້າຈໍແດນ ເພື່ອພວກເຂົາທັງຫມົດເທິງເເຜ່ນດິນ ຈະໄດ້ຮູ້ວ່າພຣະຫັດຂອງພຣະຢາເວຊົງອານຸພາບ.

Joshua 5

Joshua 5:1

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 5:2

ພຣະຢາເວໄດ້ສັ່ງໃຫ້ໂຢຊວຍເຮັດແນວໃດກັບມີດຫີນ?

ພຣະຢາເວໄດ້ສັ່ງໃຫ້ໂຢຊວຍເຮັດພິທີຕັດໃຫ້ຜູ້ຊາຍທັງຫມົດຂອງອິດສະຣາເອນ.

Joshua 5:4

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 5:6

ເປັນຫຍັງ ໂຢຊວຍຈຶ່ງຖືກສັ່ງເຮັດພິທີຕັດ ໃຫ້ຜູ້ຊາຍທັງຫມົດຂອງອິດສະຣາເອນ?

ໂຢຊວຍຈຶ່ງຖືກສັ່ງເຮັດພິທີຕັດໃຫ້ຜູ້ຊາຍທັງຫມົດຂອງອິດສະຣາເອນ ເພາະວ່າເດັກຜູ້ຊາຍທີ່ເກີດ ໃນລະຫວ່າງກາງທາງໃນຖິ່ນແຫ້ງແລ້ງກັນດານຍັງບໍ່ໄດ້ເຂົ້າພິທີຕັດ.

Joshua 5:8

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 5:10

ປະຊາຊົນອິດສະຣາເອນໄດ້ເຮັດຫຍັງໃນວັນທີສິບສີ່ຂອງເດືອນ, ໃນຕອນແລງ, ຢູ່ໃນເຂດທົ່ງຮາບພຽງຂອງເຢຣີໂກ?

ປະຊາຊົນອິດສະຣາເອນໄດ້ເຮັດເທສະການປັສະຄາໃນວັນທີສິບສີ່ຂອງເດືອນ, ໃນຕອນແລງ, ຢູ່ໃນເຂດທົ່ງຮາບພຽງຂອງເຢຣີໂກ.

Joshua 5:12

ແມ່ນຫຍັງທີ່ຢຸດມາ ຫລັງຈາກວັນທີ່ປະຊາຊົນອິດສະຣາເອນ ກິນຜົນຈາກແຜ່ນດິນນັ້ນ?

ມານາກໍຂາດຫາຍໄປ ຫລັງຈາກທີ່ປະຊາຊົນອິດສະຣາເອນໄດ້ກິນຜົນຈາກແຜ່ນດິນ.

Joshua 5:13

ໂຢຊວຍພົບຜູ້ໃດຢືນຢູ່ຕໍ່ຫນ້າລາວໃກ້ເມືອງເຢຣິໂກ?

ໂຢຊວຍພົບຊາຍຄົນຫນຶ່ງທີ່ຊັກດາບຖືຢູ່ໃນມືຂອງລາວ.

Joshua 5:14

ໂຢຊວຍເວົ້າຫຍັງກັບຊາຍຄົນນັ້ນທີ່ຊັກດາບ?

ໂຢຊວຍເວົ້າກັບຊາຍຄົນນັ້ນທີ່ຊັກດາບ, "ເຈົ້າແມ່ນຢູ່ຝ່າຍເຮົາ ຫລື ຝ່າຍສັດຕຣູຂອງເຮົາ?"

ຊາຍຄົນທີ່ຊັກດາບເວົ້າວ່າລາວແມ່ນໃຜ?

ຊາຍຄົນທີ່ຊັກດາບກັບໂຢຊວຍວ່າລາວາເປັນຜູ້ບັນຊາການທັບຂອງພຣະຢາເວ.

ຜູ້ບັນຊາການກອງທັບຂອງພຣະຢາເວສັ່ງໃຫ້ໂຢຊວຍເຮັດຫຍັງ?

ຜູ້ບັນຊາການກອງທັບຂອງພຣະຢາເວສັ່ງໃຫ້ໂຢຊວຍຖອດເກີບຂອງລາວ, ເພາະວ່າບ່ອນທີ່ລາວກຳລັງຢືນຢູ່ນີ້ເປັນບ່ອນສັກສິດ.

Joshua 6

Joshua 6:1

ພຣະຢາເວ ຊົງໄດ້ສັນຍາຫຍັງກັບໂຢຊວຍກ່ຽວກັບເຢຣີໂກ?

ພຣະຢາເວ ຊົງໄດ້ສັນຍາຫຍັງກັບໂຢຊວຍວ່າພຣະອົງໄດ້ມອບເມືອງເຢຣີໂກໄວ້ໃນມືຂອງລາວ.

Joshua 6:3

ຄົນອິດສະຣາເອນໄດ້ຍ່າງອ້ອມກຳແພງເມືອງເຢຣິໂກຈັກຄັ້ງ ເປັນເວລາຫົກມື້ທຳອິດ?

ຄົນອິດສະຣາເອນໄດ້ຍ່າງອ້ອມກຳແພງເມືອງນີ້ຫນຶ່ງຄັ້ງ ໃນແຕ່ລະມື້ ເປັນເວລາຫົກມື້.

Joshua 6:5

ພຣະຢາເວສັ່ງໃຫ້ຜູ້ຄົນເຮັດຫຍັງໃນວັນທີ່ເຈັດ?

ພຣະຢາເວສັ່ງໃຫ້ຜູ້ຊາຍຍ່າງອ້ອມເມືອງເຢຣິໂກເຈັດຄັ້ງໃນວັນທີເຈັດ, ແລະ ສຳລັບພວກປະໂລຫິດໃຫ້ເປົ່າເຂົາແກະ ເປັນສຽງແກຂອງພວກເຂົາ.

ພຣະຢາເວໄດ້ກ່າວວ່າຈະເກີດຫຍັງຂຶ້ນ ຖ້າພວກຄົນອິດສະຣາເອນ ແລະປະໂລຫິດໄດ້ເຮັດສິ່ງນີ້?

ພຣະຢາເວກ່າວວ່າ ກຳແພງອ້ອມເມືອງເຢຣິໂກຈະເຈື່ອນລົງ ຖ້າພວກຜູ້ຄົນ ແລະປະໂລຫິດເຮັດເຊັ່ນນີ້.

Joshua 6:6

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 6:8

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 6:10

ໂຢຊວຍສັ່ງຫ້າມບໍ່ໃຫ້ປະຊາຊົນເຮັດຫຍັງຈົນຮອດມື້ທີເຈັດ?

ໂຢຊວຍໄດ້ສັ່ງຫ້າມບໍ່ປະຊາຊົນຮ້ອງໂຮຈົນຮອດມື້ທີເຈັດ.

Joshua 6:12

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 6:15

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 6:17

ຜູ້ໃດທີ່ໂຢຊວຍບອກປະຊາຊົນໃຫ້ມີຊີວິດ ໃນເວລາທີ່ພຣະຢາເວໄດ້ມອບເມືອງໃຫ້ພວກເຂົາ?

ໂຢຊວຍໄດ້ບອກປະຊາຊົນໃຫ້ປ່ອຍນາງຣາຮາບ ແລະທຸກຄົນໃນເຮືອນຂອງນາງໃຫ້ຢູ່ ເພາະວ່ານາງໄດ້ເຊື່ອງຄົນສອດແນມໄວ້.

ມີສິ່ງໃດແດ່ທີ່ໂຢຊວຍໄດ້ບອກປະຊາຊົນວ່າ ສິ່ງບໍຣິສຸດຕໍ່ ພຣະຢາເວ ແລະຕ້ອງຖືກນຳໄປເຂົ້າທີ່ຄັງ?

ໂຢຊວຍໄດ້ບອກປະຊາຊົນວ່າສິ່ງທັງຫມົດທີ່ເປັນເງິນ, ທອງຄຳ, ແລະ ສິ່ງຂອງທີ່ເຮັດດ້ວຍທອງສຳລິດແມ່ນສິ່ງບໍຣິສຸດຕໍ່ ພຣະຢາເວ ແລະຕ້ອງຖືກນຳໄປເຂົ້າທີ່ຄັງ.

Joshua 6:20

ປະຊາຊົນອິດສະຣາເອນໄດ້ເຮັດຫຍັງ ເມື່ອກຳແພງເມືອງເຢຣິໂກເຈື່ອນລົງ?

ປະຊາຊົນອິດສະຣາເອນຢຶດເມືອງ ແລະ ທຳລາຍເມືອງລົງທຸກຢ່າງທີ່ຢູ່ໃນເມືອງ ດ້ວຍຄົມດາບ.

Joshua 6:22

ໂຢຊວຍໄດ້ອອກຄຳສັ່ງ ຫລັງຈາກຊາຍຫນຸ່ມສອງຄົນ ຜູ້ທີ່ໄດ້ສອດແນມທົ່ວແຜ່ນດິນໃຫ້ເຮັດຫຍັງ?

ໂຢຊວຍໄດ້ກ່າວກັບສອດແນມສອງຄົນ ຜູ້ທີ່ໄດ້ເຂົ້າໄປໃນເຮືອນຂອງໂສເພນີ ແລະ ນຳນາງ ແລະ ທຸກຄົນທີ່ຢູ່ກັບນາງອອກມາ, ຕາມທີ່ພວກເຂົາໄດ້ສັນຍາໄວ້ກັບນາງ.

Joshua 6:23

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 6:25

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 6:26

ໂຢຊວຍເວົ້າຫຍັງຈະເກີດຂຶ້ນກັບຜູ້ຊາຍ ທີ່ພະຍາຍາມສ້າງເມືອງເຢຣິໂກຄືນໃຫມ່?

ໂຢຊວຍເວົ້າວ່າຜູ້ຊາຍທີ່ພະຍາຍາມສ້າງເມືອງເຢຣິໂກຄືນໃຫມ່ຈະຖືກສາບແຊ່ງ.

Joshua 7

Joshua 7:1

ເປັນຫຍັງ ຈຶ່ງມີຄວາມໂກດຮ້າຍຂອງພຣະຢາເວຕໍ່ປະຊາຊົນອິດສະຣາເອນ?

ຄວາມໂກດຮ້າຍຂອງພຣະຢາເວ, ຈຶ່ງແຜດເຜົາປະຊາຊົນອິດສະຣາເອນ ເພາະວ່າ ອາການ ໄດ້ເອົາບາງສິ່ງບາງຢ່າງເພື່ອຕົນເອງ ທີ່ໄດ້ຖືວ່າເພື່ອທຳລາຍ.

Joshua 7:2

ຄົນສອດແນມທີ່ໂຢຊວຍສົ່ງໄປຫາເມືອງອາອີ ໄດ້ລາຍງານເລື່ອງຫຍັງໃຫ້ກັບໂຢຊວຍ?

ຄົນສອດແນມທີ່ຖືກສົ່ງໄປຫາເມືອງອາອີໄດ້ລາຍງານຕໍ່ໂຢຊວຍວ່າ ມີພຽງກອງທັບນ້ອຍໆ ກໍສາມາດຍຶດເອົາເມືອງອາອີໄດ້ ເພາະວ່າມີຄົນພຽງແຕ່ບໍ່ເທົ່າໃດຢູ່ທີ່ນັ້ນ.

Joshua 7:4

ມີຫຍັງເກີດຂຶ້ນກັບກອງທັບນ້ອຍກວ່າສາມພັນຄົນທີ່ໂຈມຕີເມືອງອາອີ?

ກອງທັບນ້ອຍກວ່າທີ່ໂຈມຕີເມືອງອາອີໄດ້ຖືກຂັບໄລ່ ໂດຍພວກຜູ້ຄົນຂອງເມືອງອາອີ ແລະສາມສິບຫົກຄົນຖືກຂ້າຕາຍ.

Joshua 7:6

ໂຢຊວຍໄດ້ເຮັດຫຍັງ ເມື່ອລາວຮູ້ເຖິງຄວາມພ່າຍແພ້ຂອງກອງທັບຂອງລາວທີ່ເມືອງອາອີ?

ເມື່ອໂຢຊວຍຮູ້ເຖິງຄວາມພ່າຍແພ້ຂອງກອງທັບຂອງລາວທີ່ເມືອງອາອີ, ລາວກໍຈີກເສື້ອຜ້າຂອງຕົນ, ເອົາຂີ້ຝຸ່ນດິນໂຮຍໃສ່ເທິງຫົວຂອງຕົນ, ແລະຫມູບຫນ້າລົງພື້ນດິນທີ່ຫນ້າຫີບ.

Joshua 7:8

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 7:10

ພຣະຢາເວໄດ້ບອກຫຍັງ ໂຢຊວຍວ່າເຫດຜົນທີ່ກອງທັບລາວໄດ້ ພ່າຍແພ້ຢູ່ເມືອງອາອີໄດ້?

ພຣະຢາເວໄດ້ບອກໂຢຊວຍວ່າກອງທັບຂອງລາວຖືກພ່າຍແພ້ ເພາະວ່າອິດສະຣາເອນໄດ້ເຮັດບາບ ໂດຍການລັກບາງສິ່ງບາງຢ່າງທີ່ແຍກໄວ້ເພື່ອທຳລາຍ.

Joshua 7:13

ພຣະຢາເວສັ່ງໃຫ້ໂຢຊວຍເຮັດຫຍັງ?

ພຣະຢາເວສັ່ງໃຫ້ໂຢຊວຍ ໃຫ້ລຸກຂຶ້ນ ແລະອຸທິດປະຊາຊົນໃຫ້ເອົາສິ່ງທີ່ຕ້ອງແຍກອອກເພື່ອທຳລາຍ.

Joshua 7:14

ພຣະຢາເວເວົ້າຫຍັງທີ່ຈະເກີດຂຶ້ນກັບ ຜູ້ທີ່ລັກເອົາສິ່ງທີ່ຕ້ອງແຍກອອກເພື່ອທຳລາຍ?

ພຣະຢາເວເວົ້າວ່າຜູ້ທີ່ລັກເອົາສິ່ງທີ່ຕ້ອງແຍກອອກ ເພື່ອທຳລາຍໄປນັ້ນຈະຖືກເຜົາໄຟ ລວມທັງທຸກສິ່ງທີ່ເຂົາມີ.

Joshua 7:16

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 7:19

ອາການໄດ້ບອກໂຢຊວຍວ່າລາວໄດ້ເອົາຫຍັງແດ່?

ອາການໄດ້ບອກໂຢຊວຍວ່າລາວໄດ້ເອົາເສື້ອຄຸມງາມ, ເງິນຫນັກປະມານສອງຮ້ອຍເຊເຂ, ແລະ ຄຳແທ່ງຫນຶ່ງຫນັກ.

Joshua 7:22

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 7:24

ໂຢຊວຍ ແລະຊາວອິດສະຣາເອນທັງຫມົດ ໄດ້ເອົາອາການ ແລະສິ່ງຂອງທັງຫມົດໄປຢູ່ໃສ?

ໂຢຊວຍແລະຊາວອິດສະຣາເອນທັງຫມົດ ໄດ້ເອົາອາການ ແລະສິ່ງທັງຫມົດທີ່ລາວມີໄປຍັງພູເຂົາອາໂຄ.

Joshua 7:25

ຈະເກີດຫຍັງຂຶ້ນກັບຄວາມໂກດແຄ້ນຂອງພຣະຢາເວ?

ຄວາມໂກດແຄ້ນຂອງພຣະຢາເວກໍຈະຫັນໄປ.

Joshua 8

Joshua 8:1

ພຣະຢາເວສັ່ງໃຫ້ໂຢຊວຍເຮັດຫຍັງເພື່ອຈະຍຶດເອົາເມືອງອາອີ?

ພຣະຢາເວສັ່ງໃຫ້ ໂຢຊວຍເອົາທະຫານຫມົດຂອງສົງຄາມໄປຍັງເມືອງອາອີ ແລະຕຽມໂຈມຕີເມືອງທາງດ້ານຫລັງ.

ປະຊາຊົນໄດ້ເຮັດຫຍັງກັບການຍຶດເອົາຈາກເມືອງອາອີ?

ພຣະຢາເວບອກປະຊາຊົນວ່າເຂົາເຈົ້າສາມາດເອົາເຂົ້າຂອງທີ່ຍຶດ ແລະງົວມາເປັນຂອງຕົວເອງ.

Joshua 8:3

ເມື່ອໃດໂຢຊວຍສົ່ງຜູ້ຊາຍສາມຫມື່ນຄົນ ເປັນຄົນທີ່ແຂງແຮງ ແລະ ຄົນທີ່ກ້າຫານໄປຍັງເມືອງອາອີ?

ໂຢຊວຍສົ່ງຜູ້ຊາຍສາມຫມື່ນຄົນ ເປັນຄົນທີ່ແຂງແຮງ ແລະ ຄົນທີ່ກ້າຫານໄປຍັງເມືອງອາອີໃນເວລາກາງຄືນ.

ໂຢຊວຍວາງແຜນຈະເຮັດຫຍັງກັບພວກຜູ້ຊາຍຂອງລາວເມື່ອພວກເຂົາເຂົ້າໄປໃກ້ເມືອງ?

ເມື່ອໂຢຊວຍເຂົ້າໄປໃກ້ເມືອງພ້ອມກັບພວກຜູ້ຄົນ ແລະ ປະຊາຊົນໃນເມືອງອອກມາໂຈມຕີ, ພວກຜູ້ຄົນຂອງໂຢຊວຍກໍຈະແລ່ນຫນີຄືແຕ່ກ່ອນ.

Joshua 8:5

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 8:8

ພວກຜູ້ຊາຍຂອງໂຢຊວຍເຮັດຫຍັງ ກັບເມືອງເມື່ອພວກເຂົາຍຶດເອົາເມືອງນັ້ນ?

ເມື່ອພວກຜູ້ຊາຍຍຶດເອົາເມືອງນັ້ນແລ້ວ, ພວກເຂົາຈະຈູດໄຟເຜົາເມືອງ.

Joshua 8:10

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 8:13

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 8:15

ພວກຜູ້ຊາຍຂອງເມືອງອາອີ ໄດ້ເຮັດຫຍັງເມື່ອພວກທະຫານຂອງໂຢຊວຍໄດ້ ປົບຫນີໄປທາງຖິ່ນແຫ້ງແລ້ງກັນດານ?

ພວກທະຫານຂອງເມືອງອາອີໄດ້ໄລ່ໄລ່ກອງທັບຂອງໂຢຊວຍໃນຂະນະທີ່ພວກເຂົາປົບຫນີເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ, ຈົນກວ່າຈະບໍ່ມີຜູ້ໃດຢູ່ໃນເມືອງ.

Joshua 8:18

ພຣະຢາເວບອກສັນຍາຫຍັງແກ່ໂຢຊວຍ ໃນເວລາທີ່ລາວກຽມພ້ອມສຳ ລັບກພວກທະຫານຂອງລາວທີ່ຈະຍຶດເອົາເມືອງນັ້ນ?

ພຣະຢາເວໄດ້ບອກໂຢຊວຍໃຫ້ເອົາຫອກທີ່ລາວຊີ້ໄປທາງເມືອງອາອີ.

Joshua 8:20

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 8:22

ແມ່ນຜູ້ໃດ ທີ່ທະຫານຂອງອິດສະຣາເອນຈັບເປັນ ແລະ ນຳມາຫາໂຢຊວຍ?

ທະຫານຂອງອິດສະຣາເອນໄດ້ຈັບກະສັດແຫ່ງເມືອງອາອີ, ຜູ້ທີ່ຖືກຈັບເປັນ, ແລະ ພວກເຂົາໄດ້ຄຸມຕົວລາວມາຫາໂຢຊວຍ.

Joshua 8:24

ໂຢຊວຍໄດ້ທຳລາຍໃຜໃນເມືອງ ອາອີ?

ໂຢຊວຍໄດ້ທຳລາຍປະຊາຊົນເມືອງອາອີທັງຫມົດ.

Joshua 8:27

ອິດສະຣາເອນໄດ້ຍຶດເອົາຫຍັງຈາກເມືອງອາອີ ກ່ອນທີ່ພວກເຂົາຈະເຜົາມັນ?

ພວກອິດສະຣາເອນພຽງແຕ່ເອົາຝູງສັດລ້ຽງ ແລະ ເຂົ້າຂອງ, ຕາມທີ່ພຣະຢາເວໄດ້ຊົງສັ່ງໂຢຊວຍໄວ້ນັ້ນ.

Joshua 8:29

ໂຢຊວຍໄດ້ເຮັດຫຍັງກັບກະສັດຂອງເມືອງອາອີ?

ໂຢຊວຍໄດ້ແຂວນກະສັດຂອງເມືອງ ອາອີທີ່ເທີງຕົ້ນໄມ້ ແລ້ວໂຍນສົບຂອງກະສັດໄປຕໍ່ຫນ້າປະຕູເມືອງ.

Joshua 8:30

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 8:33

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 8:34

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 9

Joshua 9:1

ບັນດາກະສັດທີ່ອາໄສຢູ່ຫ່າງໄກແມ່ນໍ້າຈໍແດນໃນດິນແດນ ແຖບເນີນພູໄດ້ເຮັດສົງຄາມຕໍ່ສູ້ກັບໂຢຊວຍ ແລະອິດສະຣາເອນແນວໃດ?

ບັນດາກະສັດທີ່ອາໄສຢູ່ຫ່າງໄກແມ່ນໍ້າຈໍແດນໃນດິນແດນແຖບເນີນພູໄດ້ຮ່ວມກັນພາຍໃຕ້ຄຳສັ່ງດຽວທີ່ຈະເຮັດສົງຄາມຕໍ່ສູ້ກັບໂຢຊວຍ ແລະ ອິດສະຣາເອນ.

Joshua 9:3

ແມ່ນໃດທີ່ໃຊ້ກົນອຸບາຍ?

ພວກທີ່ຢູ່ໃນເມືອງກີເບໂອນທີ່ໃຊ້ກົນອຸບາຍ.

"ພວກສື່ສານ" ຂອງກີເບໂອນໄດ້ກະກຽມຕົນເອງແນວໃດ?

ປະຊາຊົນໃນເມືອງກິເບໂອນນຳເອົາຖົງທີ່ຂາດ ແລະ ພາດໃສ່ຫລັງລໍຂອງພວກເຂົາ. ພວກເຂົາໄດ້ເອົາຖົງຫນັງເຫລົ້າເກົ່າ, ແລະໃສ່ເເກີບແຕະທີ່ເກົ່າ ແລະນຸ່ງເສື້ອຜ້າເກົ່າ. ພວກເຂົາຍັງເອົາເຂົ້າຈີ່ທີ່ຖໄປນຳກໍແຫ້ງແລະຕົກໂຫມະ.

Joshua 9:6

ເມື່ອຊາວກີເບໂອນເຂົ້າມາຫາໂຢຊວຍທີ່ເມືອງກິການ ພວກເຂົາເວົ້າວ່າພວກເຂົາມາຈາກໃສ?

ພວກກິການເວົ້າວ່າພວກເຂົາໄດ້ເດີນທາງມາຈາກດິນແດນທີ່ຢູ່ໄກຫລາຍ.

ຊາວກີເບໂອນຢາກໃຫ້ພວກອິດສະຣາເອນເຮັດຫຍັງ?

ຊາວກີເບໂອນຕ້ອງການໃຫ້ພວກອິດສະຣາເອນເຮັດຂໍ້ຕົກລົງກັບພວກເຂົາ.

Joshua 9:9

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 9:11

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 9:14

ຊາວອິດສະຣາເອນບໍ່ໄດ້ເຮັດຫຍັງ?

ຊາວອິດສະຣາເອນບໍ່ໄດ້ຂໍຄຳແນະນຳຈາກພຣະຢາເວ ເພື່ອຂໍການຊົງນຳ.

ໂຢຊວຍໄດ້ເຮັດຄຳສັນຍາກ່ຽວກັບຫຍັງ ກັບຊາວກີເບໂອນ?

ໂຢຊວຍກໍໄດ້ສ້າງມິດຕະພາບກັບພວກເຂົາ ແລະ ເຮັດຄຳສັນຍາກັບພວກເຂົາ.

Joshua 9:16

ໃນເວລາສອງສາມມື້ຕໍ່ມາ ຊາວອິດສະຣາເອນໄດ້ຮູ້ຫຍັງ ກ່ຽວກັບຄົນຈາກເມືອງກິເບໂອນ?

ຊາວອິດສະຣາເອນກໍໄດ້ຮູ້ວ່າ ປະຊາຊົນເຫລົ່ານັ້ນມາຈາກເມືອງກິເບໂອນ ເປັນເພື່ອນບ້ານຂອງພວກເຂົາ ແລະ ພວກເຂົາອາໄສຢູ່ໃກ້ໆນີ້ເອງ.

Joshua 9:18

ເປັນຫຍັງພວກປະຊາຊົນອິດສະຣາເອນ ຈຶ່ງບໍ່ໂຈມຕີປະຊາຊົນເມືອງກີເບໂອນ?

ປະຊາຊົນອິດສະຣາເອນ ບໍ່ໄດ້ໂຈມຕີປະຊາຊົນເມືອງກີເບໂອນເພາະວ່າພວກເຂົາ ໄດ້ເຮັດຄຳສາບານຢ່າງຫນັກແຫນ້ນກັບພວກເຂົາຕໍ່ພຣະຢາເວ.

Joshua 9:20

ພວກກີເບໂອນໄດ້ເຮັດຫຍັງ ສຳລັບຊາວອິດສະຣາເອນ?

ພວກກີເບໂອນຈຶ່ງໄດ້ເປັນຄົນຕັດຟືນ ແລະ ຄົນຕັກນ້ຳສຳລັບຊາວສະຣາເອນທັງຫມົດ.

Joshua 9:22

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 9:24

ແມ່ນຫຍັງຄືເຫດຜົນ ທີ່ຊາວກີເບໂອນໃຫ້ແກ່ໂຢຊວຍ ຍ້ອນຫຍັງພວກເຂົາຫລອກລວງລາວ?

ຊາວກີເບໂອນໄດ້ບອກກັບໂຢຊວຍວ່າ ພວກເຂົາມີຄວາມຢ້ານກົວຫລາຍຕໍ່ຊີວິດຂອງພວກເຂົາ.

Joshua 9:26

ຈະເກີດຫຍັງຂຶ້ນກັບຄົນກີເບໂອນ?

ໂຢຊວຍໄດ້ຍ້າຍພວກເຂົາອອກຈາກ ການຄວບຄຸມຂອງປະຊາຊົນອິດສະຣາເອນ, ແລະໄດ້ເຮັດໃຫ້ຄົນກີເບໂອນໃຫ້ເປັນຄົນຕັດຟືນ ແລະ ຄົນຕັກນ້ຳສຳລັບຊຸມຊົນ, ແລະ ສຳລັບແທ່ນບູຊາຂອງພຣະຢາເວ.

Joshua 10

Joshua 10:1

ເປັນຫຍັງ ປະຊາຊົນເຢຣູຊາເລັມມີຄວາມຢ້ານວ່າ ປະຊາຊົນເມືອງກິເບໂອນໄດ້ສ້າງສັນຕິພາບກັບອິດສະຣາເອນ?

ປະຊາຊົນເຢຣູຊາເລັມມີຄວາມຢ້ານກົວ ເພາະວ່າເມືອງກິເບໂອນເປັນເມືອງໃຫຍ່, ໃຫຍ່ກວ່າເມືອງອາອີ, ແລະພວກຜູ້ຊາຍຂອງເມືອງທຸກຄົນກໍເປັນນັກຮົບທີ່ເກັ່ງກ້າດ້ວຍ.

Joshua 10:3

ກະສັດເຢຣູຊາເລັມໄດ້ຂໍໃຫ້ກະສັດອົງອຶ່ນໆເຮັດຫຍັງ?

ກະສັດເຢຣູຊາເລັມໄດ້ຂໍໃຫ້ກະສັດອົງອຶ່ນໆ ຂຶ້ນມາຊ່ວຍລາວ ແລະຊ່ວຍລາວໂຈມຕີເມືອງກີເບໂອນ.

Joshua 10:5

ບັນດາກະສັດໄດ້ເຮັດຫຍັງ?

ພວກເຂົາໄດ້ລຸກຂຶ້ນພ້ອມດ້ວຍກອງທັບທັງຫມົດຂອງພວກເຂົາ ແລະໂຈມຕີເມືອງກີເບໂອນ.

Joshua 10:6

ປະຊາຊົນໃນເມືອງກິເບໂອນໄດ້ເຮັດຫຍັງ ເມື່ອເຫັນກະສັດທັງຫມົດ ແລະກອງທັບຂອງພວກເຂົາ?

ປະຊາຊົນໃນເມືອງກິເບໂອນໄດ້ສົ່ງສານໄປຫາໂຢຊວຍໃຫ້ມາຊ່ວຍພວກເຂົາ.

Joshua 10:8

ພຣະຢາເວໄດ້ກ່າວກັບໂຢຊວຍແນວໃດ?

ພຣະຢາເວໄດ້ກ່າວກັບໂຢຊວຍວ່າ ບັນດາກະສັດໄດ້ຖືກມອບໄວ້ໃນກຳມືຂອງລາວ.

Joshua 10:9

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 10:11

ພຣະຢາເວໄດ້ຂ້າສັດຕຣູສ່ວນໃຫຍ່ແນວໃດ?

ພຣະຢາເວໂຍນກ້ອນຫີນກ້ອນໃຫຍ່ໆລົງມາຈາກຟ້າ ຊຶ່ງຖືກຂ້າຕາຍຫລາຍກວ່າ ຜູ້ທີ່ຕາຍດ້ວຍດາບຂອງຜູ້ຊາຍອິດສະຣາເອນ.

Joshua 10:12

ໂຢຊວຍໄດ້ເວົ້າຫຍັງ ກັບພຣະຢາເວໃນມື້ທີ່ພຣະຢາເວຊົງມອບໄຊຊະນະແກ່ຜູ້ຊາຍອິສະຣາເອນ?

ໂຢຊວຍດ້ກ່າວຕໍ່ພຣະຢາເວ, "ດວງອາທິດ, ຈົ່ງຢຸດຢູ່ທີ່ເມືອງກີເບໂອນສາ, ແລະ ດວງເດືອນ, ຈົ່ງຢຸດຢູ່ເທິງຮ່ອມພູໄອຢາໂຣນ."

Joshua 10:13

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 10:15

ເກີດຫຍັງຂຶ້ນກັບກະສັດຫ້າຄົນ?

ກະສັດທັງ 5 ຄົນ ໄດ້ຫລົບລີ້ຢູ່ໃນຖ້ຳມັກເກດາ.

Joshua 10:18

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 10:20

ເກີດຫຍັງຂຶ້ນກັບກອງທັບຂອງກະສັດ?

ປະຊາຊົນອິດສະຣາເອນໄດ້ສຳເລັດຈາກການຂ້າພວກເຂົາ. ມີແຕ່ພຽງຜູ້ລອດຊີວິດສອງ ສາມຄົນເທົ່ານັ້ນທີ່ໄດ້ຫລົບຫນີໄປ.

Joshua 10:22

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 10:24

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 10:26

ມີຫຍັງເກີດຂຶ້ນ ກັບກະສັດຫ້າຄົນໄດ້ຫລົບລີ້ຢູ່ໃນຖ້ຳມັກເກດາ?

ກະສັດຫ້າຄົນໄດ້ຫລົບລີ້ຢູ່ໃນຖ້ຳ ຖືກນຳຕົວໄປຫາໂຢຊວຍໄດ້ລົງມື ແລະ ໄດ້ຂ້າພວກກະສັດ,ແຂວນພວກເຂົາໄວ້ເທິງຕົ້ນໄມ້ຫ້າຕົ້ນຈົນຮອດຄ່ຳ, ແລະກໍໄດ້ໂຍນເຂົ້າໄປໃນຖ້ຳ.

Joshua 10:28

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 10:29

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 10:31

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 10:33

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 10:34

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 10:36

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 10:38

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 10:40

ໂຢຊວຍ ແລະກອງທັບອິດສະຣາເອນໄດ້ເຮັດຫຍັງ ເທິງດິນແດນ, ຮ່ອມພູເນເກບ, ຕາມຕີນພູ, ແລະ ຕາມເນີນພູ.

ໂຢຊວຍ ແລະກອງທັບອິດສະຣາເອນໄດ້ເອົາຊະນະກະສັດທັງຫມົດຂອງເມືອງເຫລົ່ານັ້ນ ບໍ່ມີຜູ້ໃດລອດຊີວິດ.

Joshua 10:42

ເປັນຫຍັງ ໂຢຊວຍຈຶ່ງປະສົບຜົນສຳເລັດໃນການຍຶດຄອງກະສັດທັງຫມົດ ແລະ ແຜ່ນດິນຂອງພວກເຂົາ?

ໂຢຊວຍຈຶ່ງປະສົບຜົນສຳເລັດໃນການຍຶດຄອງກະສັດທັງຫມົດແລະ ແຜ່ນດິນຂອງພວກເຂົາ ເພາະວ່າພຣະຢາເວ, ພຣະເຈົ້າຂອງອິດສະຣາເອນ, ໄດ້ຕໍ່ສູ້ເພື່ອອິດສະຣາເອນ.

Joshua 11

Joshua 11:1

ຢາບີນ, ກະສັດແຫ່ງຮາໂຊໄດ້ເຮັດຫຍັງ ເມື່ອໄດ້ຍິນກ່ຽວກັບໄຊຊະນະຂອງຊົນອິດສະຣາເອນທີ່ເມືອງກິເບໂອນ?

ລາວຈຶ່ງໄດ້ສົ່ງສານໄປຫາກະສັດຫລາຍອົງຈາກພາກພື້ນ.

Joshua 11:4

ຄຳຕອບຂອງກະສັດຕໍ່ຂໍ້ຄວາມຂອງຢາບິນແມ່ນຫຍັງ?

ໃນການຕອບສະຫນອງຕໍ່ຂໍ້ຄວາມຂອງຢາບີນ ດ້ວຍຈຳນວນທະຫານທັງຫມົດ ແລະກະສັດທັງຫມົດນີ້ ກໍໄດ້ພົບກັນໃນເວລາທີ່ໄດ້ນັດຫມາຍໄວ້, ແລະ ກໍໄດ້ມາຕັ້ງຄ້າຍຢູ່ໂຮມກັນທີ່ຫ້ວຍນ້ຳເມໂຣມເພື່ອຕໍ່ສູ້ກັບອິດສະຣາເອນ.

ຈຳນວນຂອງພວກເຂົາເບິ່ງຄືແນວໃດ?

ຈຳນວນຂອງພວກເຂົາເບິ່ງຄືວ່າຊາຍໃນທະເລ.

Joshua 11:6

ພຣະຢາເວໄດ້ກ່າວກັບໂຢຊວຍວ່າ ພຣະອົງຈະເຮັດຫຍັງຫລັງຈາກການສູ້ຮົບ?

ພຣະຢາເວໄດ້ກ່າວກັບໂຢຊວຍວ່າ ຈະໃຫ້ລາວຕັດເອັນຄະນ່ອງມ້າຂອງພວກເຂົາ, ແລະ ເຜົາລົດມ້າຂອງພວກເຂົາເສຍ.

Joshua 11:8

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 11:10

ໂຢຊວຍໄດ້ເຮັດຫຍັງກັບເມືອງຮາໂຊ ແລະກະສັດຂອງເມືອງນັ້ນ?

ໂຢຊວຍໄດ້ເຜົາເມືອງ ແລະຂ້າກະສັດຂອງເມືອງນັ້ນດ້ວຍດາບ.

Joshua 11:12

ໂຢຊວຍໄດ້ເຮັດຫຍັງກັບກະສັດ ແລະເມືອງທີ່ເຫລືອຢູ່ທີ່ເຮັດສົງຄາມກັບອິດສະຣາເອນ?

ໂຢຊວຍໄດ້ຈັບກະສັດທັງຫມົດຂອງພວກເຂົາ ແລະ ຂ້າພວກເຂົາດ້ວຍດາບ, ແຕ່ລາວບໍ່ໄດ້ເຜົາເມືອງໃດໆ.

Joshua 11:14

ໂມເຊໄດ້ສັ່ງໃຫ້ໂຢຊວຍເຮັດຫຍັງ?

ໂມເຊໄດ້ສັ່ງໃຫ້ໂຢຊວຍຂ້າທຸກຄົນ.

ໂຢຊວຍໄດ້ເຮັດທຸກສິ່ງທີ່ໂມເຊສັ່ງໃຫ້ລາວເຮັດບໍ?

ແມ່ນ. ໂຢຊວຍໄດ້ເຮັດທຸກສິ່ງທີ່ໂມເຊສັ່ງໃຫ້ເຮັດ.

Joshua 11:16

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 11:18

ເມືອງດຽວທີ່ສ້າງສັນຕິພາບກັບອິດສະຣາເອນແມ່ນເມືອງໃດ?

ເມືອງກິເບໂອນແມ່ນເມືອງດຽວທີ່ສ້າງສັນຕິພາບກັບອິດສະຣາເອນ.

Joshua 11:21

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 11:23

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 12

Joshua 12:1

ຊາວອິດສະຣາເອນໄດ້ເຮັດຫຍັງ ກັບແຜ່ນດິນທາງຕາເວັນອອກຂອງແມ່ນໍ້າຈໍແດນ?

ພວກເຂົາໄດ້ຍຶດເອົາດິນແດນທາງທິດຕາເວັນອອກ ຂອງແມ່ນໍ້າຈໍແດນບ່ອນທີ່ດວງຕາເວັນຂຶ້ນ.

Joshua 12:3

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 12:6

ແມ່ນໃຜ ເປັນຜູ້ນຳພາປະຊາຊົນອິດສະຣາເອນ ໃນຂະນະທີ່ພວກເຂົາພ່າຍແພ້ ປະຊາຊົນທາງທິດຕາເວັນອອກຂອງແມ່ນໍ້າຈໍແດນ?

ໂມເຊຜູ້ຮັບໃຊ້ຜູ້ຮັບໃຊ້ຂອງພຣະຢາເວ, ແລະ ປະຊາຊົນຂອງອິດສະຣາເອນໄດ້ເຮັດໃຫ້ພວກເຂົາພ່າຍແພ້ ປະຊາຊົນທາງທິດຕາເວັນອອກຂອງແມ່ນໍ້າຈໍແດນ.

Joshua 12:7

ແມ່ນໃຜເປັນຜູ້ນຳພາ ປະຊາຊົນອິດສະຣາເອນ ໃນຂະນະທີ່ພວກເຂົາໄດ້ຕີເອົາຊະນະ ປະຊາຊົນທາງທິດຕາເວັນຕົກຂອງແມ່ນໍ້າຈໍແດນ?

ໂຢຊວຍເປັນຜູ້ນຳພາພວກເຂົາ ໄດ້ຕີເອົາຊະນະປະຊາຊົນທາງທິດຕາເວັນຕົກຂອງແມ່ນໍ້າຈໍແດນ

Joshua 12:9

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 12:13

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 12:17

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 12:21

ໂຢຊວຍ ແລະຊາວອິດສະຣາເອນໄດ້ເອົາ ຊະນະກະສັດຈັກຄົນໃນແຜ່ນດິນທີ່ພຣະຢາເວໄດ້ມອບໃຫ້ພວກເຂົາ?

ໂຢຊວຍ ແລະຊາວອິດສະຣາເອນໄດ້ເອົາຊະນະກະສັດສາມສິບຄົນ ໃນແຜ່ນດິນທັງຫມົດທີ່ພຣະຢາເວໄດ້ມອບໃຫ້ພວກເຂົາ.

Joshua 13

Joshua 13:1

ຍ້ອນຫຍັງ ພຣະຢາເວຈຶ່ງເວົ້າກັບໂຢຊວຍວ່າ ຍັງມີດິນແດນຫລາຍບ່ອນທີ່ຍັງບໍ່ທັນໄດ້ຢຶດຄອງເທື່ອ?

ພຣະຢາເວໄດ້ກ່າວກັບໂຢຊວຍວ່າ ຍັງມີແຜ່ນດິນອີກຫລາຍແຫ່ງທີ່ຕ້ອງຢຶດຄອງ ເພາະວ່າໂຢຊວຍເຖົ້າຫລາຍ ແລະມີອາຍຸຫລາຍແລ້ວ.

Joshua 13:2

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 13:4

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 13:6

ພຣະຢາເວສັ່ງໃຫ້ໂຢຊວຍເຮັດຫຍັງ ຫລັງຈາກພຣະອົງຂັບໄລ່ຊາວເມືອງອອກໄປຕໍ່ຫນ້າກອງທັບອິດສະຣາເອນ?

ພຣະຢາເວສັ່ງໃຫ້ໂຢຊວຍໃຫ້ມອບດິນແດນໃຫ້ອິດສະຣາເອນ ເປັນມໍຣະດົກຕາມທີ່ພຣະຢາເວໄດ້ສັ່ງ.

ດິນແດນຄວນແບ່ງອອກໃຫ້ໃຜ?

ດິນແດນນີ້ເປັນມໍຣະດົກໃຫ້ແກ່ເຜົ່າຕ່າງໆເກົ້າເຜົ່າ ແລະ ເຄິ່ງຫນຶ່ງຂອງເຜົ່າມານາເຊ.

Joshua 13:8

ເຜົ່າສອງ ແລະ ອີກເຄິ່ງຫນຶ່ງໄດ້ຮັບມໍຣະດົກຂອງພວກເຂົາຢູ່ໃສ?

ສ່ວນອີກເຄິ່ງຫນຶ່ງຂອງເຜົ່າມານາເຊ, ເຜົ່າຣູເບັນ ແລະ ເຜົ່າກາດໄດ້ຮັບມໍຣະດົກຂອງພວກເຂົາທີ່ໂມເຊ ໄດ້ໃຫ້ພວກເຂົາທິດຕາເວັນອອກຂອງແມ່ນ້ຳຈໍແດນ.

Joshua 13:10

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 13:13

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 13:14

ໂມເຊບໍ່ໄດ້ມອບມໍຣະດົກຫຍັງໃຫ້ແກ່ເຜົ່າຫນຶ່ງ?

ໂມເຊບໍ່ໄດ້ມອບມໍຣະດົກຫຍັງໃຫ້ແກ່ເຜົ່າເລວີ.

ໂມເຊໄດ້ມອບມໍຣະດົກຫຍັງໃຫ້ແກ່ເຜົ່າເລວີ?

ໂມເຊໄດ້ມອບມໍຣະດົກຫຍັງໃຫ້ແກ່ເຜົ່າເລວີ "ໃຫ້ເຄື່ອງຖວາຍແດ່ພຣະຢາເວ, ພຣະເຈົ້າຂອງອິດສະຣາເອນທີ່ເຮັດດ້ວຍໄຟນັ້ນ " ເປັນມໍຣະດົກຂອງພວກເຂົາ.

Joshua 13:15

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 13:17

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 13:20

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 13:22

ແມ່ນຫຍັງຄືອານາເຂດຂອງເຜົ່າຂອງຣູເບັນ?

ອານາເຂດແດນຂອງເຜົ່າຂອງຣູເບັນ ທີ່ມີຢູ່ແມ່ນໍ້າຈໍແດນເປັນເຂດແດນ.

Joshua 13:24

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 13:27

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 13:29

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 13:32

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 14

Joshua 14:1

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 14:2

ສອງເຜົ່າທີ່ເປັນເຜົ່າພັນຂອງໂຢເຊັບແມ່ນເຜົ່າຫຍັງ?

ເຜົ່າມານາເຊ ແລະ ເອຟຣາອິມທີ່ເປັນເຜົ່າພັນຂອງໂຢເຊັບ.

Joshua 14:6

ກາເລັບອາຍຸເທົ່າໃດເມື່ອໂມເຊຜູ້ຮັບໃຊ້ຂອງພຣະຢາເວ ໄດ້ສົ່ງລາວໄປເພື່ອສອດແນມເບິ່ງແຜ່ນດິນ?

ລາວອາຍຸສີ່ສິບປີໂມເຊຜູ້ຮັບໃຊ້ຂອງພຣະຢາເວ ໄດ້ສົ່ງລາວຈາກຄາເດັດບາເນຍເພື່ອສອດແນມເບິ່ງແຜ່ນດິນ.

Joshua 14:8

ໂມເຊໄດ້ສາບານແນວໃດທີ່ຈະມອບໃຫ້ກາເລັບ?

ໂມເຊໄດ້ສາບານໃຫ້ແຜ່ນດິນກາເລັບ ຊຶ່ງຕີນຂອງລາວໄດ້ຍ່າງຢຽບໄປນັ້ນຈະຕົກເປັນມໍຣະດົກຂອງທ່ານ ແລະ ຂອງລູກຫລານຂອງທ່ານສືບໄປເປັນນິດ.

Joshua 14:10

ກາເລັບອາຍຸເທົ່າໃດເມື່ອລາວມາຫາໂຢຊວຍ?

ກາເລັບມີອາຍຸແປດສິບຫ້າປີແລ້ວເມື່ອລາວມາຫາໂຢຊວຍ.

Joshua 14:12

ກາເລັບໄດ້ຂໍໃຫ້ໂຢຊວຍເອົາຫຍັງໃຫ້ລາວ?

ກາເລັບໄດ້ຂໍໃຫ້ໂຢຊວຍມອບດິນແດນເນີນພູນີ້ເປັນມໍລະດົກ.

Joshua 14:13

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 15

Joshua 15:1

ຈຸດທີ່ໄກທີ່ສຸດທາງທິດໃຕ້ ເຊິ່ງໄປເຖິງແຜ່ນດິນຢູດາແມ່ນຮອດໃສ?

ຈຸດທີ່ໄກທີ່ສຸດທີ່ທາງທິດໃຕ້ແມ່ນເຖິງຖິ່ນແຫ້ງແລ້ງກັນດານແຫ່ງຊິນ.

Joshua 15:3

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 15:5

ແມ່ນຫຍັງ ຄືເຂດແດນທາງຕາເວັນອອກຂອງແຜ່ນດິນຢູດາ?

ເຂດແດນທາງທິດຕາເວັນອອກຄືທະເລເກືອ.

Joshua 15:7

ເມືອງຂອງຄົນເຢບຸດແມ່ນຊື່ຫຍັງ?

ເມືອງຂອງຄົນເຢບຸດນັ້ນຄືເຢຣູຊາເລັມ.

Joshua 15:9

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 15:11

ຊາຍແດນທາງທິດຕາເວັນຕົກຂອງຕະກູນຂອງຢູດາໄດ້ແມ່ນຫຍັງ?

ຊາຍແດນທາງທິດຕາເວັນຕົກຂອງຕະກູນຢູດາໄດ້ຄືທະເລໃຫຍ່ ແລະ ຝັ່ງທະເລ.

Joshua 15:13

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 15:16

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 15:18

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 15:19

ກາເລັບໄດ້ມອບຫຍັງໃຫ້ແກ່ລູກສາວຂອງລາວ, ອັກສາ, ເມື່ອນາງຂໍເອົາມັນ?

ກາເລັບ ໄດ້ໃຫ້ນໍ້າພຸທີ່ສູງ ແລະລຸ່ມໃຫ້ນາງອັກສາ ເມື່ອນາງຖາມ.

Joshua 15:20

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 15:21

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 15:25

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 15:29

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 15:33

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 15:37

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 15:40

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 15:42

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 15:45

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 15:48

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 15:52

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 15:55

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 15:58

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 15:60

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 15:63

ສິ່ງໃດທີ່ປະຊາຊົນບໍ່ສາມາດຖືກຂັບໄລ່ອອກຈາກເຢຣູຊາເລັມໂດຍເຜົ່າຢູດາ?

ຄົນເຢບຸດບໍ່ສາມາດຖືກຂັບໄລ່ອອກຈາກເຢຣູຊາເລັມໂດຍຊົນເຜົ່າຢູດາ.

Joshua 16

Joshua 16:1

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 16:3

ສອງເຜົ່າຂອງໂຢເຊັບ ໄດ້ຮັບມໍຣະດົກຂອງເຂົາເຈົ້າຮ່ວມກັນຄືເຜົ່າໃດ?

ເຜົ່າຂອງໂຢເຊັບຄືມານາເຊ, ແລະ ເອຟຣາອິມໄດ້ຮັບມໍຣະດົກຂອງພວກເຂົາ.

Joshua 16:5

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 16:8

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 16:10

ເຜົ່າເອຟຣາອິມບໍ່ໄດ້ຂັບໄລ່ປະຊາຊົນເຜົ່າໃດອອກຈາກເມືອງເກເຊ?

ເຜົ່າເອຟຣາອິມບໍ່ໄດ້ຂັບໄລ່ຊາວການາອານອອກຈາກເມືອງເກເຊ.

Joshua 17

Joshua 17:1

ແມ່ນໃຜເປັນລູກຊາຍກົກຂອງໂຢເຊັບ?

ມານາເຊ ເປັນລູກຊາຍກົກຂອງໂຢເຊັບ.

ມາກີແມ່ນໃຜ?

ມາກີເປັນລູກຊາຍກົກຂອງມານາເຊ ແລະເປັນພໍ່ຂອງກີເລອາດ.

Joshua 17:3

ເປັນຫຍັງ ພວກລູກສາວຂອງເຊໂລເຟຮັດເຂົ້າຫາ ເອເລອາຊາ, ໂຢຊວຍ, ແລະຜູ້ນໍາ?

ພວກລູກສາວຂອງເຊໂລເຟຮັດເຂົ້າຫາ ເອເລອາຊາ, ໂຢຊວຍ, ແລະຜູ້ນໍາເພາະວ່າ ພວກເຂົາບໍ່ມີອ້າຍນ້ອງທີ່ຈະໄດ້ຮັບມໍຣະດົກ.

ໂຢຊວຍໄດ້ເຮັດຫຍັງ ສຳລັບພວກລູກສາວຂອງເຊໂລເຟຮັດ?

ໂຢຊວຍໃຫ້ລູກສາວຂອງເຊໂລເຟຮັດ ເປັນມໍຣະດົກທ່າມກາງພວກພີ່ນ້ອງຂອງພໍ່ຂອງພວກເຂົາ.

Joshua 17:5

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 17:7

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 17:9

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 17:11

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 17:13

ປະຊາຊົນອິດສະຣາເອນໄດ້ເຮັດຫຍັງ ກັບຊາວການາອານເມື່ອປະຊາຊົນອິດສະຣາເອນເຂັ້ມແຂງຂຶ້ນແລ້ວ?

ເມື່ອປະຊາຊົນອິດສະຣາເອນເຂັ້ມແຂງຂຶ້ນແລ້ວ, ພວກເຂົາກໍໄດ້ບັງຄັບຄົນການາອານໃຫ້ເຮັດວຽກຫນັກ.

Joshua 17:14

ລູກຫລານຂອງຄົນເຜົ່າໂຢເຊັບ ໄດ້ເວົ້າກັບໂຢຊວຍແນວໃດ?

ລູກຫລານຂອງຄົນເຜົ່າໂຢເຊັບ ໄດ້ເວົ້າກັບໂຢຊວຍວ່າ, ດິນແດນເຂດພູເຂົາບໍ່ພຽງພໍສຳລັບຈຳນວນຂອງພວກເຂົາ.

ໂຢຊວຍເວົ້າຫຍັງກັບລູກຫລານຂອງໂຢເຊັບ?

ໂຢຊວຍເວົ້າຫຍັງກັບລູກຫລານຂອງໂຢເຊັບວ່າ ຈົ່ງເຂົ້າໄປຖາງເອົາປ່າ ທີ່ດິນສຳລັບພວກທ່ານເອງໃນແຜ່ນດິນຂອງຄົນເປຣີຊີ, ແລະ ຄົນເຣຟາອິມ.

Joshua 17:16

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 18

Joshua 18:1

ເມື່ອການຊຸມນຸມຂອງປະຊາຊົນໄດ້ພົບກັນທີ່ເມືອງຊີໂລ, ເຜົ່າອິດສະຣາເອນມີຈັກເຜົ່າ ທີ່ຍັງບໍ່ໄດ້ຮັບມອບມໍຣະດົກ?

ເມື່ອການຊຸມນຸມຊົນຂອງປະຊາຊົນໄດ້ພົບກັນທີ່ເມືອງຊີໂລ, ຍັງມີອີກເຈັດເຜົ່າໃນທ່າມກາງປະຊາຊົນອິດສະຣາເອນ ທີ່ຍັງບໍ່ໄດ້ຮັບມອບມໍຣະດົກ.

Joshua 18:3

ແມ່ນໃຜທີ່ໂຢຊວຍໄດ້ແຕ່ງຕັ້ງຈະອອກໄປ ສຳຫລວດແຜ່ນດິນໂດຍລະອຽດ?

ໂຢຊວຍແຕ່ງຕັ້ງຜູ້ຊາຍສາມຄົນ ຈາກແຕ່ລະເຜົ່າອອກໄປສຳຫລວດແຜ່ນດິນໂດຍລະອຽດ.

ຜູ້ຊາຍສາມຄົນຈາກແຕ່ລະເຜົ່າໄດ້ລາຍງານຫຍັງກັບໂຢຊວຍ?

ຜູ້ຊາຍສາມຄົນຈາກແຕ່ລະເຜົ່າ ຈະຂຽນຄຳອະທິບາຍເຖິງແນວເຂດທີ່ດິນມໍຣະດົກຂອງພວກເຂົາ, ແລະ ພວກເຂົາຈະກັບມາຫາໂຢຊວຍ.

Joshua 18:5

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 18:7

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 18:8

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 18:10

ໂຢຊວຍໄດ້ເຮັດຫຍັງ ຫລັງຈາກຜູ້ຊາຍກັບມາຫາລາວ ຫລັງຈາກສຳຫລວດແຜ່ນດິນໂດຍລະອຽດ?

ໂຢຊວຍກໍຈັບສະຫລາກ ໃຫ້ພວກເຂົາທີ່ຊີໂຣຕໍ່ຫນ້າພຣະຢາເວ ຫລັງຈາກຜູ້ຊາຍກັບສຳຫລວດແຜ່ນດິນໂດຍລະອຽດ.

Joshua 18:11

ເຜົ່າຂອງເບັນຢາມິນໄດ້ການຈັດສັນໃຫ້ເປັນມໍຣະດົກຄືແນວໃດ?

ເຜົ່າຂອງເບັນຢາມິນໄດ້ການຈັດສັນໃຫ້ ເປັນມໍຣະດົກຂອບເຂດດິນແດນລະຫວ່າງລູກຫລານຂອງຢູດາ ແລະ ລູກຫລານຂອງໂຢເຊັບ.

Joshua 18:13

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 18:15

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 18:17

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 18:19

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 18:21

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 18:25

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 19

Joshua 19:1

ສະຫລາກທີສອງໄດ້ຕົກເປັນຂອງເຜົ່າໃດ?

ສະຫລາກທີສອງໄດ້ຕົກເປັນຂອງເຜົ່າຊີເມໂອນ.

Joshua 19:2

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 19:5

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 19:8

ມໍຣະດົກຂອງເຜົ່າຊີເມໂອນມີສ່ວນຫນຶ່ງຢູ່ໃນເຜົ່າໃດ?

ມໍຣະດົກຂອງເຜົ່າຊີເມໂອນມີສ່ວນຫນຶ່ງຢູ່ໃນເຜົ່າຂອງຢູດາ.

ເປັນຫຍັງມໍຣະດົກຂອງເຜົ່າຊີເມໂອນຈຶ່ງມາຈາກດິນແດນຢູດາ?

ມໍຣະດົກຂອງເຜົ່າຊີເມໂອນຈຶ່ງມາຈາກດິນແດນຢູດາ ເພາະວ່າແຜ່ນດິນທີ່ໄດ້ຈັດສັນໃຫ້ເຜົ່າຢູດານັ້ນໃຫຍ່ຫລາຍ.

Joshua 19:10

ສະຫລາກທີສາມໄດ້ຕົກເປັນຂອງເຜົ່າໃດ?

ສະຫລາກທີສາມໄດ້ຕົກເປັນຂອງເຜົ່າເຊບູໂລນ;

Joshua 19:12

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 19:14

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 19:17

ສະຫລາກທີສີ່ໄດ້ຕົກເປັນຂອງເຜົ່າໃດ?

ສະຫລາກທີສີ່ໄດ້ຕົກເປັນຂອງ ເຜົ່າອິດຊາຄາ.

Joshua 19:20

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 19:23

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 19:24

ສະຫລາກທີຫ້າໄດ້ຕົກເປັນຂອງເຜົ່າໃດ?

ສະຫລາກທີຫ້າໄດ້ຕົກເປັນຂອງເຜົ່າຄົນອາເຊ.

Joshua 19:27

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 19:29

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 19:31

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 19:32

ສະຫລາກທີຫົກຕົກເປັນຂອງເຜົ່າໃດ?

ສະຫລາກທີຫົກຕົກເປັນຂອງເຜົ່ານັບທາລີ.

Joshua 19:35

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 19:38

ມີຈັກເມືອງ ທີ່ໄດ້ຮັບການປະມອບເປັນມໍຣະດົກຂອງເຜົ່າຂອງເນັບທາລີ?

ມໍຣະດົກຂອງເຜົ່າຂອງເນັບທາລີລວມສິບເກົ້າເມືອງ .

Joshua 19:40

ສະຫລາກທີເຈັດໄດ້ຕົກເປັນຂອງເຜົ່າໃດ?

ສະຫລາກທີເຈັດໄດ້ຕົກເປັນຂອງເຜົ່າດານ.

Joshua 19:43

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 19:47

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 19:49

ປະຊາຊົນອິດສະຣາເອນ ໄດ້ມອບສ່ວນມໍຣະດົກອັນໃດ ໃຫ້ແກ່ໂຢຊວຍ ເມື່ອພວກເຂົາສຳເລັດການຈັດສັນທີ່ດິນ?

ປະຊາຊົນອິດສະຣາເອນໄດ້ມອບມໍຣະດົກ ໃຫ້ແກ່ໂຢຊວຍຕາມຄຳສັ່ງຂອງພຣະຢາເວ ຄືເມືອງທີ່ເຂົາຂໍໄວ້ໃຫ້ແກ່ເຂົາຄື ເມືອງທິມນາດເສຣາ.

Joshua 19:51

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 20

Joshua 20:1

ພຣະຢາເວໄດ້ກ່າວກັບໂຢຊວຍແນວໃດ?

ພຣະຢາເວໄດ້ກ່າວກັບໂຢຊວຍ ໃຫ້ເວົ້າກັບປະຊາຊົນວ່າພວກເຂົາຄວນຈະກຳນົດເມືອງລີ້ໄພໄວ້.

Joshua 20:4

ຜູ້ໃດທີ່ຂ້າຄົນອຶ່ນ ຈະອະທິບາຍກ່ຽວກັບຄະດີຂອງລາວໃຫ້ໃຜ ແລະຢູ່ໃສ?

ຄົນທີ່ໄດ້ຂ້າຄົນອຶ່ນຈະຢືນຢູ່ປະຕູເມືອງ ແລະອະທິບາຍຄະດີຂອງລາວໃຫ້ພວກຜູ້ໃຫຍ່ຂອງເມືອງນັ້ນ.

Joshua 20:5

ຫລັງຈາກ ຖ້າຜູ້ຫນຶ່ງຫນີໄປເມືອງລີ້ໄພ ແລະຢືນຢູ່ຕໍ່ຫນ້າການປະຊຸມເພື່ອການພິພາກສາ, ຈະເກີດຫຍັງຂຶ້ນ ກ່ອນທີ່ລາວຈະໄດ້ຮັບອະນຸຍາດໃຫ້ກັບຄືນບ້ານຂອງລາວ?

ລາວບໍ່ສາມາດອອກຈາກເມືອງລີ້ໄພ ແລະກັບໄປບ້ານຈົນກວ່າປະໂລຫິດໃຫຍ່ຈະເຖິງແກ່ຄວາມຕາຍ.

Joshua 20:7

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 20:9

ຄົນທີ່ຖືກກ່າວຫາຈະເຮັດຫຍັງ ຢູ່ໃນເມືອງລີ້ໄພ ເພື່ອຫລີກລ້ຽງການຖືກຄົນນັ້ນທີ່ຕ້ອງການແກ້ແຄ້ນແທນເລືອດທີ່ຕົກ?

ຄົນທີ່ຖືກກ່າວຫາຈະໄດ້ຢືນຕໍ່ຫນ້າທີ່ປະຊຸມເສຍກ່ອນ.

Joshua 21

Joshua 21:1

ແມ່ນໃຜ ໄດ້ຂໍໃຫ້ປະຊາຊົນອິດສະຣາເອນມອບເມືອງແກ່ພວກເຂົາ ເພື່ອຈະອາໄສຢູ່ ແລະພ້ອມທັງທົ່ງຫຍ້າສຳລັບຝູງສັດລ້ຽງຂອງພວກເຮົາດ້ວຍ?

ຕະກູນຕ່າງໆ ຂອງຄົນເລວີຂໍປະຊາຊົນອິດສະຣາເອນ ໃຫ້ມອບເມືອງແກ່ພວກເຂົາເພື່ອຈະອາໄສຢູ່ ແລະພ້ອມທັງທົ່ງຫຍ້າສຳລັບຝູງສັດລ້ຽງຂອງພວກເຂົາດ້ວຍ.

Joshua 21:3

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 21:4

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 21:6

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 21:8

ປະຊາຊົນອິດສະຣາເອນໄດ້ກຳນົດເມືອງຕ່າງໆ ແລະທີ່ດິນທີ່ທົ່ງຫຍ້າສຳລັບຝູງສັດລ້ຽງໃຫ້ແກ່ພວກເລວີແນວໃດ?

ປະຊາຊົນອິດສະຣາເອນໄດ້ກຳນົດເມືອງຕ່າງໆ ແລະທີ່ດິນທີ່ທົ່ງຫຍ້າສຳລັບຝູງສັດລ້ຽງໃຫ້ແກ່ພວກເລວີ ໂດຍການຈັບສະຫລາກ, ຕາມທີ່ພຣະຢາເວໄດ້ຊົງສັ່ງໄວ້.

Joshua 21:11

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 21:13

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 21:17

ມີຈັກເມືອງທີ່ໄດ້ມອບໃຫ້ລູກຫລານຂອງອາໂຣນ?

ລູກຫລານຂອງອາໂຣນໄດ້ຮັບຕະກູນຄົນເມຣາຣີທຸກຄົນ.

Joshua 21:20

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 21:23

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 21:25

ມີຈັກເມືອງທີ່ໄດ້ມອບໃຫ້ຕະກູນຂອງໂກຮາດ?

ຕະກູນຂອງໂກຮາດໄດ້ຮັບເມືອງສິບເມືອງທັງຫມົດ.

Joshua 21:27

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 21:28

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 21:32

ມີຈັກເມືອງທີ່ໄດ້ມອບໃຫ້ຕະກູນຂອງເກໂຊນ?

ຕະກູນຂອງເກໂຊນໄດ້ຮັບຕະກູນ ຕາມຫົວເມືອງຂອງເມຣາຣີທັງຫມົດ.

Joshua 21:34

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 21:36

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 21:39

ມີຈັກເມືອງທີ່ໄດ້ມອບໃຫ້ຕະກູນຂອງເມຣາຣີ?

ຕະກູນຂອງເມຣາຣີໄດ້ຮັບສິບສອງເມືອງທັງຫມົດ.

Joshua 21:41

ມີຈັກເມືອງທີ່ໄດ້ມອບໃຫ້ຄົນເລວີ ຊຶ່ງຢູ່ທ່າມກາງກຳມະສິດຂອງປະຊາຊົນອິດສະຣາເອນນັ້ນລວມທັງຫມົດ?

ສີ່ສິບແປດເມືອງ, ພ້ອມທົ່ງຫຍ້າທຸກເມືອງ, ໄດ້ມອບໃຫ້ຄົນເລວີຊຶ່ງຢູ່ທ່າມກາງດິນແດນ.

Joshua 21:43

ພຣະຢາເວ ໄດ້ຊົງສັນຍາຫຍັງກັບບັນພະບຸຣຸດຂອງອິດສະຣາເອນ?

ພຣະຢາເວ ໄດ້ຊົງສັນຍາວ່າຈະໃຫ້ແກ່ບັນພະບຸຣຸດຂອງພວກເຂົາ, ແລະໄດ້ປຣະທານໃຫ້ພວກເຂົາມີຄວາມສະຫງົບຢູ່ທຸກດ້ານ.

Joshua 22

Joshua 22:1

ຄຳແນະນຳຫຍັງແດ່ທີ່ໂຢຊວຍ ມອບໃຫ້ແກ່ຄົນຣູເບັນ, ຄົນກາດ, ແລະ ຄົນມານາເຊເຄິ່ງເຜົ່າ?

ໂຢຊວຍໄດ້ແນະນຳພວກເຂົາໂດຍກ່າວວ່າ ໄດ້ເຮັດທຸກຢ່າງຊຶ່ງໂມເຊໄດ້ສັ່ງໃຫ້ເຮັດ ແລະໂຢຊວຍໄດ້ແນະນຳພວກເຂົາ ແລະ ທີ່ພວກເຂົາບໍ່ໄດ້ປະຖິ້ມພີ່ນ້ອງຂອງພວກເຂົາ ແຕ່ໄດ້ເຊື່ອຟັງຢ່າງລະມັດລະວັງຕໍ່ພຣະຢາເວ ພຣະເຈົ້າຂອງພວກເຂົາ.

Joshua 22:4

ໂຢຊວຍໄດ້ບອກຫຍັງກັບບັນດາເຜົ່າເຫລົ່ານີ້ ໃຫ້ພວກເຂົາລະວັງ ເມື່ອພວກເຂົາກັບໄປທີ່ເຕັ້ນຂອງພວກເຂົາ?

ໂຢຊວຍໄດ້ບອກບັນດາເຜົ່າເຫລົ່ານີ້ ໃຫ້ລະວັງໃຫ້ດີທີ່ຈະປະຕິບັດກົດບັນຍັດ ແລະ ກົດຫມາຍທີ່ໂມເຊຜູ້ຮັບໃຊ້ຂອງພຣະຢາເວໄດ້ສັ່ງເຈົ້າໄວ້ແລ້ວ.

Joshua 22:7

ແມ່ນຫຍັງ ທີ່ໂຢຊວຍໄດ້ບອກກັບ​ມາ​ນັດ​ເຊເຄິ່ງ​ເຜົ່າ​ ໃຫ້ແບ່ງປັນທ່າມກາງພວກພີ່ນ້ອງຂອງພວກເຂົາ?

ໂຢຊວຍໄດ້ບອກກັບ​ມາ​ນັດ​ເຊເຄິ່ງ​ເຜົ່າ​ ໃຫ້ແບ່ງປັນສິ່ງທີ່ຢຶດມາທ່າມກາງພວກພີ່ນ້ອງຂອງພວກເຂົາ.

Joshua 22:10

ຄົນຣູເບັນ, ຄົນກາດ, ແລະຄົນມານາເຊເຄິ່ງເຜົ່າໄດ້ເຮັດຫຍັງ ໃກ້ແມ່ນ້ຳຈໍແດນ ທີ່ເຮັດໃຫ້ຄວາມໂກດຮ້າຍຂອງປະຊາຊົນອິດສະຣາເອນໃນແຜ່ນດິນການາອານເດືອດຂຶ້ນ?

ຄົນຣູເບັນ, ຄົນກາດ, ແລະຄົນມານາເຊເຄິ່ງເຜົ່າໄດ້ສ້າງແທ່ນບູຊາທີ່ໃຫຍ່ ໃກ້ແມ່ນ້ຳຈໍແດນ ທີ່ເປັນຂອງຂອງປະຊາຊົນອິດສະຣາເອນ.

Joshua 22:12

ປະຊາຊົນອິດສະຣາເອນໄດ້ເຮັດຫຍັງ ເມື່ອພວກເຂົາໄດ້ຍິນກ່ຽວກັບແທ່ນບູຊານັ້ນ?

ປະຊາຊົນອິສະຣາເອນ ກໍໄປລວມກັນທີ່ເມືອງຊີໂລ ເພື່ອຈະຂຶ້ນໄປເຮັດເສິກກັບບັນດາເຜົ່າເຫລົ່ານັ້ນ ເມື່ອພວກເຂົາໄດ້ຍິນກ່ຽວກັບແທ່ນບູຊານັ້ນ.

Joshua 22:13

ປະຊາຊົນອິດສະຣາເອນ ໄດ້ສົ່ງພວກຜູ້ສື່ຂ່າວຜູ້ໃດໄປຫາ ຄົນຣູເບັນ, ຄົນກາດ, ແລະຄົນມານາເຊເຄິ່ງເຜົ່າ?

ປະຊາຊົນອິດສະຣາເອນໄດ້ສົ່ງຟີເນຮາລູກຊາຍຂອງເອເລອາຊາ, ທີ່​ເປັນປະໂລຫິດ, ແລະພ້ອມດ້ວຍຜູ້ນຳສິບຄົນ ເປັນພວກຜູ້ສື່ຂ່າວໄປຫາ ຄົນຣູເບັນ, ຄົນກາດ, ແລະຄົນມານາເຊເຄິ່ງເຜົ່າ.

Joshua 22:15

ພວກຜູ້ສື່ຂ່າວຂອງອິດສະຣາເອນໄດ້ກ່າວຫຍັງ ກັບປະຊາຊົນຄົນຣູເບັນ, ຄົນກາດ, ແລະຄົນມານາເຊເຄິ່ງເຜົ່າ?

ພວກຜູ້ສື່ຂ່າວຂອງອິິດສະຣາເອນໄດ້ກ່າວກັບປະຊາຊົນຄົນຣູເບັນ, ຄົນກາດ, ແລະຄົນມານາເຊເຄິ່ງເຜົ່າ, ພວກເຈົ້າໄດ້ເຮັດການທໍຣະຍົດຕໍ່ພຣະເຈົ້າຂອງອິດສະຣາເອນ, " ພວກເຈົ້າໄດ້ເຮັດການທໍຣະຍົດຕໍ່ພຣະເຈົ້າຂອງອິດສະຣາເອນ, ໂດຍໄດ້ສ້າງແທ່ນບູຊາສຳລັບພວກທ່ານ...? "

Joshua 22:17

ປະຊາຊົນອິດສະຣາເອນມີຄວາມກັງວົນຫຍັງແດ່ ຖ້າປະຊາຊົນຄົນຣູເບັນ, ຄົນກາດ, ແລະຄົນມານາເຊເຄິ່ງເຜົ່າຫັນໄປເສຍຈາກການຕິດຕາມພຣະຢາເວ?

ປະຊາຊົນອິດສະຣາເອນມີຄວາມກັງວົນຖ້າປະຊາຊົນຄົນຣູເບັນ, ຄົນກາດ, ແລະຄົນມານາເຊເຄິ່ງເຜົ່າຫັນໄປເສຍຈາກການຕິດຕາມພຣະຢາເວ, ເພາະພຣະອົງກໍຈະໂກດຮ້າຍຕໍ່ຊຸມນຸມຊົນຂອງອິດສະຣາເອນທັງຫມົດ.

Joshua 22:19

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 22:21

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 22:24

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 22:25

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 22:26

ເຜົ່າຂອງຣູເບັນ, ຄົນກາດ, ແລະຄົນມານາເຊເຄິ່ງເຜົ່າໄດ້ເວົ້າຫຍັງແດ່ກັບພວກຜູ້ສື່ຂ່າວຂອງອິດສະຣາເອນ?

ເຜົ່າຂອງຣູເບັນ, ຄົນກາດ, ແລະຄົນມານາເຊເຄິ່ງເຜົ່າໄດ້ເວົ້າກັບພວກຜູ້ສື່ຂ່າວຂອງອິສະຣາເອນວ່າ ພວກເຂົາສ້າງແທ່ນບູຊາຕອນນີ້ເຖີດ, ບໍ່ແມ່ນເພື່ອເຄື່ອງເຜົາບູຊາ ບໍ່ແມ່ນສຳລັບການຖວາຍເຄື່ອງບູຊາໃດໆ, ແຕ່ເພື່ອເປັນພະຍານລະຫວ່າງພວກເຮົາກັບປະຊາຊົນອິສະຣາເອນ, ວ່າພວກເຮົາຈະເຮັດການບົວຣະບັດພຣະຢາເວຕໍ່ຫນ້າຂອງພຣະອົງ ເພື່ອຄົນຊົ່ວອາຍຸຕໍ່ຈາກພວກເຮົາ.

Joshua 22:28

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 22:30

ຟີເນຮາປະໂລຫິດ ແລະຜູ້ສົ່ງຂ່າວສານອຶ່ນໆໄດ້ເວົ້າຫຍັງ ກ່ຽວກັບການໄດ້ຍິນຖ້ອຍຄຳທີ່ປະຊາຊົນເຜົ່າຣູເບັນ, ປະຊາຊົນເຜົ່າກາດ, ແລະ ປະຊາຊົນເຜົ່າມານາເຊ?

ຟີເນຮາປະໂລຫິດ ແລະຜູ້ສົ່ງຂ່າວສານອຶ່ນໆໄດ້ຍິນຖ້ອຍຄຳທີ່ປະຊາຊົນເຜົ່າຣູເບັນ, ປະຊາຊົນເຜົ່າກາດ, ແລະປະຊາຊົນເຜົ່າມານາເຊກ່າວກໍເຫັນດີໃນສາຍຕາຂອງພວກເຂົາ.

Joshua 22:32

ປະຊາຊົນອິດສະຣາເອນໄດ້ເຮັດຫຍັງ ເມື່ອຟີເນຮາ ແລະ ຜູ້ສົ່ງຂ່າວສານໄດ້ລາຍງານກັບພວກເຂົາ?

ປະຊາຊົນອິດສະຣາເອນກໍສັນຣະເສີນພຣະເຈົ້າ, ແລະບໍ່ເວົ້າເຖິງເລື່ອງທີ່ຈະເຮັດສົງຄາມ.

Joshua 22:34

ຄົນຣູເບັນ ແລະຄົນກາດເອີ້ນແທ່ນບູຊານັ້ນແນວໃດ?

ຄົນຣູເບັນ ແລະຄົນກາດເອີ້ນແທ່ນນັ້ນວ່າ "ພະຍານ."

Joshua 23

Joshua 23:1

ໂຢຊວຍໄດ້ເຮັດຫຍັງຫລັງຈາກ ທີ່ພຣະຢາເວໄດ້ປຣະທານຄວາມສະຫງົບແກ່ອິດສະຣາເອນ ຈາກພວກສັດຕຣູຂອງພວກເຂົາ?

ຫລັງຈາກທີ່ພຣະຢາເວໄດ້ປຣະທານຄວາມສະຫງົບ ແກ່ອິດສະຣາເອນຈາກພວກສັດຕຣູຂອງພວກເຂົາ, ໂຢຊວຍກໍໄດ້ເອີ້ນປະຊາຊົນອິດສະຣາເອນທັງຫມົດ.

ໂຢຊວຍເວົ້າວ່າແມ່ນໃຜໄດ້ຕໍ່ສູ້ເພື່ອພວກເຂົາ?

ໂຢຊວຍເວົ້າວ່າພຣະຢາເວພຣະເຈົ້າຂອງພວກເຈົ້າໄດ້ຊົງສູ້ຮົບເພື່ອພວກເຂົາ.

Joshua 23:4

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 23:6

ໂຢຊວຍບອກປະຊາຊົນບໍ່ໃຫ້ເວົ້າເຖິງຫຍັງ?

ໂຢຊວຍບອກປະຊາຊົນ ເພື່ອພວກເຂົາຈະບໍ່ຮ້ອງອອກຊື່ພະຕ່າງໆ ເຂົ້າສ່ວນກັບປະຊາຊາດເຫລົ່ານີ້ ທີ່ຍັງຄົງເຫລືອຢູ່ທ່າມກາງພວກເຂົາ.

Joshua 23:9

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 23:12

ໂຢຊວຍເວົ້າວ່າພຣະຢາເວຈະເຮັດຫຍັງ ຖ້າພວກເຂົາຜູກພັນກັບຄົນທີ່ມີຊີວິດລອດຂອງປະຊາຊາດເຫລົ່ານີ້ທີ່ເຫລືອຢູ່ ທ່າມກາງພວກເຂົາ?

ໂຢຊວຍເວົ້າຕໍ່ປະຊາຊົນວ່າ ພຣະຢາເວຈະພິນາດໄປຈາກແຜ່ນດິນທີ່ດີນີ້ ຖ້າພວກເຂົາຜູກພັນກັບຄົນທີ່ມີຊີວິດລອດຂອງປະຊາຊາດເຫລົ່ານີ້ທີ່ເຫລືອຢູ່ ທ່າມກາງພວກເຂົາ.

Joshua 23:14

ໂຢຊວຍເວົ້າວ່າຈະເກີດຫຍັງຂຶ້ນກັບລາວ?

ໂຢຊວຍເວົ້າວ່າລາວກຳລັງໄປ​ຕາມ​ທາງ​ຂອງ​ໂລກ​ນີ້.

Joshua 23:16

ໂຢຊວຍເວົ້າຫຍັງ ທີ່ຈະເຮັດໃຫ້ພຣະຢາເວນຳສິ່ງຊົ່ວຮ້າຍມາສູ່ປະຊາຊົນອິດສະຣາເອນ?

ໂຢຊວຍເວົ້າວ່າພຣະຢາເວນຳສິ່ງຊົ່ວຮ້າຍມາສູ່ປະຊາຊົນອິດສະຣາເອນ ຖ້າປະຊາຊົນອິດສະຣາເອນບໍ່ຮັກສາພັນທະສັນຍາແຫ່ງພຣະຢາເວ.

Joshua 24

Joshua 24:1

ໂຢຊວຍເວົ້າກັບໃຜ ແລະ ລາວເວົ້າກັບພວກເຂົາຢູ່ໃສ?

ໂຢຊວຍກໍໄດ້ຮວບຮວມບັນດາເຜົ່າຕ່າງໆ ຂອງອິດສະຣາເອນມາທີ່ເມືອງຊີເຄມ ແລະໄດ້ເອີ້ນພວກຜູ້ໃຫຍ່ຂອງອິດສະຣາເອນ, ພວກຜູ້ນຳຂອງພວກເຂົາ, ພວກຜູ້ພິພາກສາຂອງພວກເຂົາ, ແລະເຈົ້າຫນ້າທີ່ຂອງພວກເຂົາ.

Joshua 24:3

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 24:5

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 24:7

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 24:8

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 24:9

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 24:11

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 24:13

ແມ່ນຫຍັງ ທີ່ພຣະຢາເວໄດ້ເວົ້າວ່າ ພຣະອົງໄດ້ມອບໃຫ້ປະຊາຊົນອິດສະຣາເອນ?

ພຣະຢາເວໄດ້ກ່າວວ່າ ພຣະອົງໄດ້ມອບແຜ່ນດິນແກ່ປະຊາຊົນອິດສະຣາເອນ ຊຶ່ງພວກເຂົາບໍ່ໄດ້ຖາກຖາງ ແລະເມືອງຕ່າງໆທີ່ພວກເຂົາບໍ່ໄດ້ສ້າງ, ແລະບັດນີ້ພວກເຂົາໄດ້ເຂົ້າອາໄສຢູ່ໃນເມືອງເຫລົ່ານັ້ນ. ພວກເຂົາໄດ້ກິນຫມາກໄມ້ຈາກສວນຫມາກອະງຸ່ນແລະສວນຫມາກກອກເທດທີ່ພວກເຂົາບໍ່ໄດ້ປູກ.

Joshua 24:14

ໂຢຊວຍເວົ້າຫຍັງແດ່ກ່ຽວກັບຕົວເອງ ແລະ ເຮືອນຂອງລາວ?

ໂຢຊວຍເວົ້າກ່ຽວກັບຕົວເອງ ແລະຄອບຄົວຂອງລາວຈະນະມັດສະການແຕ່ພຣະຢາເວເທົ່ານັ້ນ.

Joshua 24:16

ປະຊາຊົນອິດສະຣາເອນໄດ້ຕອບໂຢຊວຍແນວໃດ?

ປະຊາຊົນອິດສະຣາເອນໄດ້ຕອບໂຢຊວຍໂດຍກ່າວວ່າ ພວກເຂົາຈະນະມັດສະການພຣະຢາເວເຊັ່ນກັນ.

Joshua 24:19

ໂຢຊວຍໄດ້ກ່າວປະຊາຊົນອິດສະຣາເອນແນວໃດ?

ໂຢຊວຍໄດ້ກ່າວປະຊາຊົນອິດສະຣາເອນວ່າວກເຈົ້າບໍ່ສາມາດບົວຣະບັດພຣະຢາເວໄດ້ດອກ ເພາະວ່າພຣະອົງຈະບໍ່ອາໄພການລະເມີດ ຫລື ການບາບຂອງພວກເຂົາ.

Joshua 24:21

ໃນທີ່ສຸດປະຊາຊົນອິດສະຣາເອນໄດ້ກ່າວກັບໂຢຊວຍວ່າແນວໃດ?

ໃນທີ່ສຸດປະຊາຊົນອິດສະຣາເອນໄດ້ກ່າວກັບໂຢຊວຍວ່າ, "ບໍ່, ພວກເຮົາຈະນະມັດສະການພຣະຢາເວ."

Joshua 24:24

ໂຢຊວຍໄດ້ເຮັດຫຍັງ ເພື່ອເຮັດພັນທະສັນຍາສຳລັບປະຊາຊົນໃນມື້ນັ້ນ?

ໂຢຊວຍໄດ້ບັນທຶກຖ້ອຍຄຳເຫລົ່ານີ້ໃນຫນັງສືກົດບັນຍັດຂອງພຣະເຈົ້າ ແລະ ໄດ້ເອົາກ້ອນຫີນໃຫຍ່ຂຶ້ນທີ່ຮົ່ມຂອງຕົ້ນໂອກ ທີ່ຢູ່ຂ້າງສະຖານທີ່ນະມັດສະການຂອງພຣະຢາເວ.

Joshua 24:27

ສິ່ງໃດທີ່ໂຢຊວຍເວົ້າວ່າກ້ອນຫີນຈະເປັນພະຍານ?

ໂຢຊວຍເວົ້າວ່າກ້ອນຫີນຈະເປັນພະຍານຕໍ່ສູ້ຂອງຊາວອິດສະຣາເອນ ເພາະມັນໄດ້ຍິນທຸກຖ້ອຍຄຳທີ່ພຣະຢາເວ ແລະປະຊາຊົນອິດສະຣາເອນທັງຫມົດ.

Joshua 24:29

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 24:31

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Joshua 24:32

ແມ່ນຫຍັງທີ່ປະຊາຊົນອິດສະຣາເອນໄດ້ນຳອອກມາຈາກເອຢິບ?

ປະຊາຊົນອິດສະຣາເອນໄດ້ນຳເອົາກະດູກຂອງໂຢເຊັບອອກມາຈາກເອຢິບ.