ພາສາລາວ (Lao): translationQuestions Print

Updated ? hours ago # views See on WACS

Job 1

Job 1:1

ລັກສະນະຂອງໂຢບຖືກບັນຍາຍເປັນແນວໃດ?

ໂຢບເປັນ​ຄົນ​ສັດ­ຊື່ ແລະ​ ​ເປັນ​ຄົນ​ດີ. ເຂົາເປັນຄົນຂາບ­ໄຫວ້​ພຣະເຈົ້າ, ແລະບໍ່ເຄີຍເຮັດຊົ່ວ.

Job 1:4

ຫລັງຈາກລູກຊາຍຂອງໂຢບໄດ້ຈັດງານລ້ຽງກັບອ້າຍເອື້ອຍນ້ອງຂອງພວກເຂົາໃນເຮືອນຂອງພວກເຂົາ, ໂຢບຈະເຮັດຫຍັງ?

ໂຢບຊຳຣະພວກເຂົາໃຫ້ບໍຣິສຸດເພື່ອພຣະເຈົ້າ, ຖວາຍ​ເຄື່ອງ​ເຜົາ​ບູ­ຊາ ແລະອະທິຖານເພື່ອພວກ​ເຂົາ.

Job 1:6

ເຫດໃດພຣະຢາເວຊົງກ່າວວ່າຊາຕານຄວນພິຈາລະນາໂຢບ?

ບໍ່­ມີ​ໃຜເທິງແຜ່ນ​ໂລກທີ່ເປັນເຫມືອນລາວ, ລາວເປັນຄົນ​ບໍ່ມີຄວາມຜິດ ແລະລາວເປັນຄົນສັດຊື່, ລາວເປັນຄົນຂາບ­ໄຫວ້​ພຣະ­ເຈົ້າ ແລະ ບໍ່ເຄີຍເຮັດຊົ່ວ

Job 1:9

ຊາຕານເວົ້າວ່າພຣະຢາເວໄດ້ຊົງປົກປ້ອງໂຢບແນວໃດ?

ພຣະອົງ​ຊົງກັ້ນອະນາເຂດລ້ອມຮອບລາວ, ເຮືອນຂອງລາວ, ແລະລ້ອມຮອບທຸກ​ດ້ານ.

ຊາຕານຄິດວ່າຈະແນວໃດ ທີ່ຈະເຮັດໃຫ້ໂຢບປະຖິ້ມພຣະເຈົ້າ?

ລາວກ່າວວ່າໂຢບຈະປະຖິ້ມພຣະເຈົ້າຄືພຣະເຈົ້າຊົງໂຈມຕີທຸກສິ່ງຂອງໂຢບທີ່ມີຢູ່.

ພຣະຢາເວຊົງອະນຸຍາດແກ່ຊາຕານເຮັດຫຍັງ?

ພຣະຢາເວ​ຊົງ​ອະນຸຍາດແກ່ຊາຕານ​ວ່າ, ເອົາທຸກ​ສິ່ງທຸກຢ່າງ​ທີ່​ໂຢບ​ມີກໍຢູ່ໃນມືຂອງເຈົ້າ​ນັ້ນ. ຂໍພຽງແຕ່ຕໍ່ລາວເອງ ຢ່າຍື່ນມືຂອງເຈົ້າແຕະຕ້ອງລາວ.

Job 1:13

ຜູ້ສົ່ງຂ່າວບອກກັບໂຢບທີ່ຄົນເຊບາໄດ້ເຮັດຫຍັງກັບລາວ?

ພວກ​ເຊ­ບາ​ໄດ້ເຂົ້າໂຈມຕີ ແລະ​ ປຸ້ນ​ເອົາ​ງົວ​ກັບ​ລໍ​ທັງ​ຫມົດ​ໄປ. ຄົນເຊບາ​ໄດ້​ຂ້າ​ຄົນຮັບ­ໃຊ້​ທັງ​ຫມົດດ້ວຍດາບ.

Job 1:16

ຜູ້ສົ່ງຂ່າວຄົນທີສອງບອກວ່າໂຢບເກີດຫຍັງຂຶ້ນກັບແກະຂອງລາວ?

ໄຟຂອງພຣະເຈົ້າລົງມາຈາກທ້ອງຟ້າ ແລະ ໄດ້ເຜົາໄຫມ້ຝູງແກະ ແລະ ບັນດາທາດທັງຫມົດ.

ຜູ້ສົ່ງຂ່າວຄົນທີສາມທີ່ບອກໂຢບວ່າ ເກີດຫຍັງຂື້ນກັບອູດຂອງລາວ?

ພວກໂຈນສາມກຸ່ມໄດ້ເອົາ ແລະ ໂຈມຕີຝູງ​ອູດ. ພວກເຂົາໄດ້ເອົາພວກມັນໄປ ແລະ ຂ້າຄົນຜູ້ຊາຍຜູ້ທີ່ລ້ຽງພວກມັນທັງຫມົດ.

Job 1:18

ຜູ້ສົ່ງຂ່າວຄົນທີສີ່ໄດ້ນຳຂ່າວຫຍັງມາໃຫ້ໂຢບ?

ບັນດາ​ລູກ­ຊາຍ​ ແລະ ລູກສາວທີ່ກຳລັງກິນລ້ຽງຢູ່ເຮືອນຂອງອ້າຍກົກຂອງພວກເຂົານັ້ນ ເມື່ອໄດ້​ມີ​ລົມແຮງໄດ້​ພັດ​ມາ​ ແລະ ​ໄດ້​ພັດ​ປະທະເຮືອນ​ຊານນັ້ນທັງສີ່ດ້ານ, ຈົນເຮືອນພັງລົ້ມທັບຄົນຫນູ່ມສາວທັງຫລາຍ ແລະ ພວກເຂົາຕາຍ.

Job 1:20

ໂຢບໄດ້ເຮັດຫຍັງຫລັງຈາກທີ່ລາວໄດ້ຮັບຂ່າວສານທັງຫມົດນີ້?

ໂຢບຈຶ່ງ​ໄດ້​ລຸກ­ຂຶ້ນ, ຈີກ​ເສື້ອຄຸມ​ຂອງ­ເຂົາ, ແຖຜົມຂອງເຂົາ, ກົ້ມຫນ້າລົງດິນ ແລະນະມັດສະການພຣະເຈົ້າ.

ໂຢບເວົ້າຫຍັງກ່ຽວກັບສະພາບຂອງລາວຫລັງຈາກເຫດການເຫລົ່ານີ້?

ຂ້ານ້ອຍເປັນຄົນຕົວເປົ່າ ເມື່ອຂ້ານ້ອຍອອກມາຈາກທ້ອງແມ່ຂອງຂ້ານ້ອຍ, ແລະຂ້ານ້ອຍຈະເປັນຄົນຕົວເປົ່າຈະກັບທີ່ນັ້ນ.

ໂຢບເວົ້າຫຍັງວ່າທີ່ພຣະຢາເວຊົງໄດ້ເຮັດກັບລາວ?

ພຣະຢາເວຜູ້​ຊົງ​ໂຜດ​ປຣະ­ທານ, ແລະ ​ຄືພຣະຢາເວ ຜູ້ກໍຊົງເອົາຄືນໄປ.

ໂຢບສະແດງວິທີການແນວໃດວ່າລາວບໍ່ແມ່ນຄົນໂງ່?

ໂຢບກໍ​ບໍ່­ໄດ້​ເຮັດ​ບາບ, ຫລືບໍ່ໄດ້ກ່າວໂທດ ​ພຣະ­ເຈົ້າ​ວ່າຊົງກະທຳຜິດເລີຍ.

Job 2

Job 2:1

ຜູ້ທີ່ມາກັບພວກລູກຊາຍຂອງພຣະເຈົ້າເມື່ອພວກເຂົາປະກົດຕົວເອງຕໍ່ພຣະພັກພຣະຢາເວ?

ຊາຕານ​ກໍ​ມາ​ນຳພ້ອມກັບພວກເຂົາຕໍ່ຫນ້າ​ຂອງ​ພຣະຢາເວດ້ວຍ

ຊາຕານໄດ້ບອກຫຍັງກັບພຣະຢາເວວ່າລາວໄດ້ເຮັດຢູ່?

ພະເນຈອນໄປເທິງແຜ່ນດິນໂລກ, ຈາກ​ໄປໆ ມາໆ ເທິງແຜ່ນດິນໂລກ

Job 2:3

ພຣະຢາເວຊົງກ່າວຫຍັງວ່າໂຢບ ຍັງຄົງເຮັດຕໍ່ໄປຫລັງຈາກການໂຈມຕີຂອງຊາຕານ?

ໂຢບຍັງຢືດຫມັ້ນຕໍ່ຄວາມສັດຊື່ຂອງລາວ.

Job 2:4

ຊາຕານຢາກເຮັດຫຍັງກັບໂຢບ ເພື່ອທີ່ໂຢບຈະສາບແຊ່ງພຣະເຈົ້າ?

ຊາຕານຢາກແຕະຕ້ອງກະດູກ ແລະຮ່າງກາຍຂອງລາວເພື່ອໃຫ້ລາວເຈັບປວດ.

Job 2:7

ຊາຕານທຳຮ້າຍຮ່າງກາຍຂອງໂຢບແນວໃດ?

​ລາວໄດ້ທຳລາຍ​ໂຢບ​ເປັນຝີຮ້າຍຕັ້ງແຕ່ຕີນໄປຈົນເຖິງຫົວຂອງລາວ.

ໂຢບເຮັດຫຍັງ ເພື່ອຈັດການກັບຄວາມເຈັບປວດຂອງຄວາມທຸກທໍລະມານຂອງລາວ?

ລາວຈຶ່ງໄດ້​ເອົາຫມໍ້ທີ່ແຕກເປັນປ່ຽງມາ​ຂູດ​ຕາມ​​ຕົວ​ຂອງລາວ ແລ້ວນັ່ງຢູ່ກອງຂີ້ເຖົ່າ.

Job 2:9

ເມຍຂອງໂຢບຢາກໃຫ້ລາວເຮັດຫຍັງ?

ເມຍຂອງໂຢບຢາກໃຫ້ລາວປ້ອຍ​ດ່າ​ພຣະ­ເຈົ້າ ແລະ​ຕາຍ​ເສຍ.

ໂຢບມີຂໍ້ກ່າວຫາເມຍຂອງລາວວ່າແນວໃດ?

ໂຢບມີຂໍ້ກ່າວຫານາງໃຫ້ຄິດພວກເຮົາ ໄດ້ຮັ​ບສິ່ງທີ່ດີໃນມືພຣະ­ເຈົ້າ​ປຣະ­ທານ​ແຕ່ບໍ່ສິ່ງທີ່ບໍ່ດີ.

Job 2:11

ເພື່ອນທັງສາມຄົນຂອງໂຢບໄດ້ເຮັດຫຍັງ ເມື່ອໄດ້ຍິນສິ່ງທີ່ເກີດຂື້ນກັບໂຢບ?

ພວກເຂົາ ​ກໍ​ນັດ​ກັນ​ມາ​ຢ້ຽມ­ຢາມ​ລາວ ແລະ ເພື່ອ​ເລົ້າ​ໂລມ​ຈິດ­ໃຈ​ລາວ.

Job 2:12

ເພື່ອນສາມຄົນຂອງໂຢບສະແດງຄວາມເສົ້າສະຫລົດໃຈ ເມື່ອພວກເຂົາເຫັນລາວແນວໃດ?

ພວກ­ເຂົາ​​ຈຶ່ງຮ້ອງ­ສຽງດັງ ແລະ ຮ້ອງໄຫ້; ຈີກ​ເສື້ອ­ຜ້າ​ຂອງ­ຕົນ ແລະ ​​ຫວ່ານ​ຂີ້­ຝຸ່ນ​ດິນ​ເທິງ​ອາ­ກາດ, ​ແລະນັ່ງ​ຢູ່­ເທິງພື້ນດິນໂດຍ​ບໍ່​ເວົ້າ​​ຫຍັງເລີຍເປັນເວລາ​ເຈັດ​ມື້​ເຈັດ​ຄືນ​.

Job 3

Job 3:1

ໂຢບເວົ້າຫຍັງໃນວັນທີ່ລາວເກີດ?

​ລາວປ້ອຍດ່າ​ວັນທີ່­ລາວເກີດມາ ແລະຂໍໃຫ້ວັນນັ້ນຈົ່ງພິນາດ

Job 3:4

ໂຢບຢາກຮຽກຮ້ອງຫຍັງໃນວັນທີ່ລາວເກີດມາ?

ລາວຕ້ອງການໃນວັນນັ້ນໃຫ້ຄວາມມືດມິດ ແລະ ເງົາແຫ່ງຄວາມຕາຍ.

Job 3:6

ໂຢບຕ້ອງການຢືດຄືນທີ່ລາວຮູ້ສຶກຢ່າງໃດ?

ໂຢບຕ້ອງການຢືດຄືນທີ່ລາວຮູ້ສຶກໃຫ້ຄວາມມືດມິດ.

Job 3:8

ບໍ່ມີ

ບໍ່ມີ

Job 3:11

ໂຢບເກີດຫຍັງຂື້ນກັບລາວເມື່ອລາວອອກມາຈາກທ້ອງແມ່?

ລາວປາດຖະຫນາວ່າລາວຈະຕາຍ ແລະວິນຍານຂອງ​ລາວບໍ່ອອກຈາກຮ່າງກາຍ.

Job 3:13

ໂຢບເວົ້າວ່າລາວຈະເຮັດຫຍັງຕອນນີ້ຖ້າລາວຕາຍຕັ້ງແຕ່ເກີດ?

ລາວຈະນອນຫລັບ ແລະພັກຜ່ອນພ້ອມກັບບັນດາ​ກະ­ສັດ ແລະ​ຜູ້ໃຫ້​ຄຳປຶກ­ສາ​ທັງ­ຫລາຍໃນແຜ່ນດິນໂລກນີ້.

Job 3:15

ບໍ່ມີ

ບໍ່ມີ

Job 3:17

ນັກໂທດ ແລະຜູ້ຮັບໃຊ້ຖືກປ່ອຍຕົວໃນຄວາມຕາຍແນວໃດ?

ນັກໂທດ ແລະຜູ້ຮັບໃຊ້ຖືກປ່ອຍຕົວຈາກ​ສຽງ​ຮ້າຍ​ຂອງ​ຜູ້ກົດຂີ່ທາດ, ແລະທາດກໍເປັນ​ອິສະຫລະຈາກເຈົ້ານາຍຂອງລາວ.

Job 3:20

ໂຢບເວົ້າກັບຜູ້ໃດວ່າຄວາມຕາຍຈະບໍ່ມາ?

ມັນຈະບໍ່ມາແກ່ຄົນຫນຶ່ງທີ່​ລໍ­ຄອຍ​ຄວາມ​ຕາຍ, ແລະແກ່ຄົນຫນຶ່ງທີ່ຂຸດຫາຄວາມ​ຕາຍຫລາຍກວ່າຂຸດຫາຊັບສົມບັດທີ່ເຊື່ອງໄວ້.

Job 3:23

ໂຢບໄດ້ບັນຍາຍເຖິງສຽງຮ້ອງໃຫ້ຂອງລາວແນວໃດ?

ລາວຮ້ອງໄຫ້​ຄືເເທອອກມາເຫມືອນນໍ້າໄຫລ.​

Job 3:25

ໂຢບຢ້ານກວ່າສິ່ງທີ່ເກີດຂື້ນກັບລາວຄືແນວໃດ?

ລາວ​ບໍ່ສະບາຍ ຫລື ບໍ່ມີ​ຄວາມ​ສະ­ຫງົບ, ແລະ​ໄດ້​ຢຸດ​ພັກຜ່ອນ.

Job 4

Job 4:1

ແມ່ນຫຍັງແດ່ ທີ່ເອລີຟັດເວົ້າເຖິງສິ່ງທີ່ດີທັງຫລາຍທີ່ໂຢບໄດ້ເຮັດເພື່ອຄົນອຶ່ນ?

ໂຢບໄດ້​ສັ່ງສອນ​​ມາ​ຫລາຍ​ແລ້ວ ແລະ ໄດ້ເສີມກຳລັງ​ມືທີ່​ອ່ອນ​ແຮງ.

Job 4:4

ເອລີຟັດໄດ້ບອກຫຍັງຄືຄວາມຫນັ້ນໃຈ ແລະຄວາມຫວັງຂອງໂຢບໃນເວລາທີ່ປະສົບກັບຄວາມຫຍຸ້ງຍາກ?

ຄວາມຢໍາເກງຂອງໂຢບຕໍ່ພຣະເຈົ້າແມ່ນຄວາມຫມັ້ນໃຈຂອງລາວ ແລະ ຄວາມຊື່ສັດຂອງລາວທີ່ເປັນຄວາມຫວັງຂອງລາວ.

Job 4:7

ຜູ້ໃດຖືກລົງໂທດ ແລະໂດຍລະບາຍລົມແຫ່ງພຣະເຈົ້າ ແລະພຣະພິ­ໂຣດ​ຂອງພຣະອົງ?

ຄົນເຫລົ່ານັ້ນທີ່​ໄຖ່​ຄວາມ​ຜິດ, ຫວ່ານ​ຄວາມ​ເດືອນຮ້ອນ ກໍຈະພິນາດ ແລະຖືກເຜົາຜານໄປ.

Job 4:10

ເອລີຟັດເວົ້າແນວໃດວ່າຖືກທຳລາຍ? ເອລີຟັດເວົ້າແນວໃດວ່າແຕກ?

ສຽງຂອງສິງຮ້າຍ, ແຂ້ວຂອງບັນດາສິ່ງໂຕຫນຸ່ມແມ່ນຖືກທຳລາຍ.

Job 4:12

ເອລີຟັດໄດ້ຮັບຂ່າວສານຢ່າງເປັນຄວາມລັບແນວໃດ?

ລາວໄດ້ຍິນສຽງກະຊິບກ່ຽວກັບສິ່ງນັ້ນ ແລະຝັນຮ້າຍທີ່ກຸກກວນນອນຕອນກາງຄືນ.

Job 4:14

ເກີດຫຍັງຂື້ນກັບເອລີຟັດ ເມື່ອລາວໄດ້ຮັບຂໍ້ຄວາມ?

ຄວາມຢ້ານກົວ ແລະການ​ຕົວ​ສັ່ນເຫນືອລາວ.

Job 4:16

ສຽງດັງໄດ້ຖາມຫຍັງກ່ຽວກັບມະ­ນຸດທີ່ຕ້ອງການຕາຍ?

ມັນໄດ້ຖາມມະ­ນຸດທີ່ຕ້ອງການຕາຍສາມາດເປັນຜູ້ຄົນ​ຊອບ­ທັມໄດ້ຫລາຍກວ່າ​ພຣະເຈົ້າ, ແລະເປັນຜູ້​ບໍຣິສຸດກວ່າພຣະຜູ້ສ້າງຂອງເຂົາຢ່າງນັ້ນບໍ?

Job 4:18

ເອລີຟັດບັນຍາຍເຖິງມະ­ນຸດທີ່ຕ້ອງການຕາຍແນວໃດ?

ສຳລັບຄົນເຫລົ່ານັ້ນທີ່ອາໃສໃນເຮືອນສ້າງດ້ວຍດິນຫນຽວ, ຄົນທີ່ຖານຮາກຂອງເຂົາເປັນຂີ້ຝຸ່ນ, ຄົນທີ່ຖືກ​ບີບ​ເຫມືອນ​ບີບ​ແມງ​ເມົ່າ.

Job 4:20

ບໍ່ມີ

ບໍ່ມີ

Job 5

Job 5:1

ເອລີຟັດເວົ້າຫຍັງຈະເກີດຂື້ນກັບຄົນໂງ່ ແລະ ໂງ່ຈ້າ?

ຄວາມໂກດ​ເຄືອງຂ້າຄົນໂງ່; ຄົນ​ອິດສາຂ້າຄົນບໍ່ຮູ້ສຳນຶກ.

Job 5:4

ເກີດຫຍັງຂື້ນກັບລູກຂອງຄົນໂງ່ທີ່ຢູ່ໃນປະຕູເມືອງ?

ພວກເຂົາຖືກກະບົດບີບທີ່ຢູ່ປະຕູເມືອງ.

Job 5:6

ຄວາມຫຍຸ້ງຍາກເກີດມາຈາກໃສ?

ມະນຸດທັງປວງເກີດມາເພື່ອ​ຄວາມ​ຍາກ​ລຳ­ບາກ.

Job 5:8

ພຣະເຈົ້າໃຫ້ສິ່ງໃດແກ່ແຜ່ນດິນໂລກ ແລະທົ່ງນາ?

ພຣະ­ອົງ​ຊົງປຣະທານຝົນ­ຕົກ​ລົງມາ​ເທິງ​ແຜ່ນ­ດິນ, ແລະ​ຊົງ​ໃຫ້​ນ້ຳ​ຝົນຫົດ​ທົ່ງນາທັງຫລາຍ.

Job 5:11

ພຣະເຈົ້າເຮັດແນວໃດກ່ຽວກັບແຜນການຂອງຄົນທີ່ຫລອກລວງ?

ພຣະອົງທຳລາຍແຜນການຂອງພວກເຂົາ ເພື່ອມືຂອງພວກເຂົາຈະບໍ່ສາມາດເຮັດ​ຫຍັງ​ສຳ­ເລັດ​ໄດ້.

Job 5:14

ພຣະເຈົ້າຊ່ວຍຄົນທີ່ທຸກຍາກ ແລະ ຄົນຍາກຈົນມາຈາກຫຍັງ?

​ພຣະ­ເຈົ້າ​ຊົງ​ຊ່ວຍ​ຄົນ​ຍາກ­ຈົນ​ໃຫ້​ພົ້ນ​ຈາກ​ຄວາມ​ຕາຍ ດ້ວຍຄົມດາບຂອງພວກເຂົາ ແລະ​ຄົນ​ຂັດ​ສົນຈາກມືຂອງຄົນທີ່ມີກຳລັງ.

Job 5:17

ເປັນຫຍັງຊາຍຄົນນີ້ຈຶ່ງມີຄວາມສຸກທີ່ພຣະເຈົ້າແກ້ໄຂ ແລະຕີສອນ?

ລາວມີມີຄວາມສຸກທີ່ພຣະເຈົ້າ­ອົງຊົງ​ເຮັດ­ໃຫ້​ບາດ­ເຈັບ ແລະ ຈາກນັ້ນ​ພຣະອົງ​ຊົງ​ພັນ​ບາດ­ແຜ​ໃຫ້; ພຣະອົງຊົງໃຫ້ບາດແຜ ແລະ ຈາກນັ້ນມື​ຂອງ​ພຣະ­ອົງ​ຊົງປີ່ນປົວ.

Job 5:20

ຊາຍທີ່ພຣະເຈົ້າແກ້ໄຂການຫົວເລາະຄືແນວໃດ?

ລາວຈະະ​ຫົວ­ຂວັນ​ການ​ທຳ­ລາຍ ແລະ ​ການ​ອຶດ­ຢາກ.

Job 5:23

ຊາຍທີ່ພຣະເຈົ້າແກ້ໄຂຈະພົບເຫັນສິ່ງໃດ ເມື່ອລາວໄປຢາມຝູງແກະຂອງລາວ?

ລາວຈະພົບວ່າບໍ່ສູນເສຍສິ່ງໃດໆເລີຍ.

Job 5:26

ຜູ້ຊາຍທີ່ພຣະເຈົ້າແກ້ໄຂຈະມີຊີວິດຢູ່ດົນປານໃດ?

ລາວຈະ​ມາເຖິງທີ່ອຸໂມງຝັງສົບ, ເມື່ອເຈົ້າເຖົ້າ​ແກ່.

Job 6

Job 6:1

ໂຢບອະທິບາຍຄວາມທຸກໂສກ ແລະຄວາມທຸກຂອງລາວແນວໃດ?

ຖ້າພຽງຄວາມ​ເສົ້າ​ໂສກ​ຂອງລາວໄດ້ຮັບການ​ຊັ່ງ​ນໍ້າຫນັກ ມັນຄົງຈະ​ຫນັກຍິ່ງກວ່າ​ດິນ­ຊາຍ​ໃນ​ທະ­ເລ

Job 6:4

ພຣະເຈົ້າຜູ້ມີຣິດທານຸພາບໄດ້ເຮັດຫຍັງ ກັບໂຢບດ້ວຍລູກທະນູຂອງພຣະອົງ?

ລູກທະນູຂອງພຣະອົງກໍ​ຢູ່­ໃນ​ຕົວຂອງໂຢບ, ແລະຈິດວິນຍານ​ຂອງ​ໂຢບ​ດື່ມຢາ​ພິດ.

Job 6:7

ໂຢບປາຖະຫນາທີ່ຈະໃຫ້ພຣະເຈົ້າເຮັດຫຍັງກັບລາວ?

ລາວຕ້ອງການໃຫ້​ພຣະ­ເຈົ້າ​ພໍພຣະ­ທັຍ​ທີ່​ຈະ​ບີບ­ຄັ້ນລາວ, ​ ແລະ​ ຕັດລາວອອກໄປຈາກຊີວິດນີ້!

Job 6:10

ການປອບໃຈຂອງໂຢບແມ່ນຫຍັງ?

ການປອບໃຈຂອງລາວ ບໍ່ໄດ້ປະຕິເສດພຣະຄັມຂອງອົງ​ບໍ­ຣິ­ສຸດ​ເລີຍ.

Job 6:12

ສິ່ງໃດທີ່ຖືກຂັບໄລ່ອອກຈາກໂຢບ?

ສະຕິ​ປັນ­ຍາກໍຖືກໄລ່ອອກຈາກລາວແລ້ວ.

Job 6:14

ເພື່ອນຄວນສະແດງຄວາມຊື່ສັດຕໍ່ຜູ້ໃດ?

ເພື່ອນຄວນສະແດງຄວາມຊື່ສັດຕໍ່ຄົນທີ່ຈະລົ້ມລົງ.

ໂຢບປຽບທຽບພວກອ້າຍຂອງລາວກັບທະເລຊາຍທີ່ແຜ່ລາມແນວໃດ?

ພວກມັນເຫືອດຫາຍໄປສູ່ຄວາມເປົ່າຫວ່າງ, ພວກມັນກໍ​ຫາຍ​ໄປ, ແລະພວກມັນລະລາຍໄຫລອອກໄປເມື່ອອາກາດ​ຮ້ອນ.

Job 6:18

ເກີດຫຍັງຂື້ນກັບພວກຫມູ່ຄົນໃນເວລາທີ່ພວກເຂົາຊອກຫານໍ້າໃນສາຍນໍ້າເຫລົ່ານີ້?

ພວກເຂົາພະເນຈອນເຂົ້າໄປໃນດິນແດນທີ່ແຫ້ງແລ້ງ ແລະຫ່ຽວແຫ້ງ. ພວກ­ເຂົາຕ້ອງ​ຜິດ​ຫວັງ ແລະຖືກຫລອກ.​

Job 6:21

ເຫດໃດເພື່ອນຂອງໂຢບຈຶ່ງບໍ່ເປັນປະໂຫຍດຕໍ່ລາວ?

ພວກເຂົາ​ເຫັນ​ຄວາມ​ລຳ­ບາກ​ຍາກ​ເຂັນ​ ແລະ ມີ​ຄວາມ​ຢ້ານ​.

Job 6:24

ໂຢບເວົ້າວ່າລາວຈະເຮັດຫຍັງຖ້າເພື່ອນຂອງລາວສອນລາວ?

ລາວຈະຢືດຫມັ້ນໃນສັນຕິສຸກຂອງລາວ.

Job 6:26

ໂຢບເວົ້າວ່າເພື່ອນຂອງລາວວາງແຜນ ຈະເຮັດຫຍັງກັບຄຳເວົ້າຂອງລາວ?

ພວກເຈົ້າ​ວາງແຜນທີ່ຈະເມີນເສີຍ­ຄຳ​ປາ​ໄສຂອງຂ້ອຍ​, ແລະປະຕິບັດມັນ​ເຫມືອນກັບສາຍ​ລົມ.

Job 6:28

ເປັນຫຍັງໂຢບເວົ້າວ່າເພື່ອນຂອງລາວຄວນຄືນມາຄິດໃຫມ່ໃນການໂຈມຕີລາວ?

ເພາະເລື່ອງຂອງໂຢບ​ກໍຊອບ­ທັມ​ຢູ່.

Job 7

Job 7:1

ໂຢບປຽບທຽບຫຍັງກັບເດືອນທີ່ແຫ່ງຄວາມທຸກທໍລະມານແລະຄືນທີ່ເຕັມໄປດ້ວຍຄວາມເດືອດຮ້ອນ?

ໂຢບປຽບທຽບມັນເຫມືອນ​ກັບ​ລູກ­ຈ້າງ​ຄົນຫນຶ່ງ, ຫລືກັບລູກ​ຈ້າງຄົນຫນຶ່ງ​ທີ່ຄອຍຖ້າຄ່າແຮງງານຂອງຕົນ.

Job 7:4

ສິ່ງໃດທີ່ປົກຄຸມເນື້ອຫນັງຂອງໂຢບ?

ເນື້ອຫນັງ​ຂອງ​ລາວ​ເຕັມ​ໄປ​ດ້ວຍ​ຫນອນ ແລະເຕັມໄປດ້ວຍຂີ່​ຝຸ່ນ.

Job 7:6

ໂຢບໃຊ້ຮູບໃດເພື່ອບັນຍາຍເຖິງຄວາມໄວຂອງວັນເວລາຂອງລາວ?

ມື້ທັງຫລາຍຂອງລາວ ກໍ​ໄວ​ກວ່າ​ກະ­ສວຍ​ທໍ­ຜ້າ​ຂອງ​ຊ່າງ​ທໍ.

Job 7:8

ໂຢບປຽບທຽບຜູ້ຊາຍທີ່ລົງໄປຫາບ່ອນຫລຸມສົບຄືແນວໃດ?

ລາວປຽບຫມືອນກັບກ້ອນເມກທີ່ຖືກສະລາຍ​ຈາງໄປ ແລະ​ ຈາງຫາຍ​ໄປ​ສັນ­ໃດ.

Job 7:11

ໂຢບຈະເວົ້າ ແລະຈົ່ມວ່າໃນທາງໃດ?

ລາວ​ຈະ​ເວົ້າ​ດ້ວຍ​ຄວາມທຸກ​ແສນ​ຣະ​ທົມໃນວິນຍານ​ຂອງລາວ ແລະ​ຈະ​ຈົ່ມ​ດ້ວຍ​ຄວາມ​ຂົມ­ຂື່ນ​ໃນ​ຈິດ­ໃຈ​ຂອງລາວ.

Job 7:13

ພຣະເຈົ້າເຮັດຫຍັງກັບໂຢບເມື່ອລາວເຂົ້ານອນ?

​ພຣະ­ອົງ​ກໍ​ເຮັດ­ໃຫ້​ລາວ​ຢ້ານ​ກົວ​ດ້ວຍ​ຄວາມ​ຝັນທັງຫລາຍ ແລະ​ຊົງຂູ່ຂ້າລາວ ໂດຍຜ່ານທາງ​ນິ­ມິດທັງຫລາຍ.

Job 7:16

ເປັນຫຍັງໂຢບຈຶ່ງຢາກໃຫ້ພຣະເຈົ້າປ່ອຍລາວໄວ້ຄົນດຽວ?

ໂຢບເວົ້າວ່າວັນທັງຫລາຍຂອງລາວ ​ເປັນ​ແຕ່​ພຽງ​ສິ່ງ​ທີ່​ໄຮ້​ປະໂຫຍດ.

Job 7:19

ໂຢບທູນຂໍໃຫ້ພຣະເຈົ້າປ່ອຍ ໃຫ້ລາວຢູ່ຄົນດຽວຍາວນານພໍທີ່ຈະເຮັດຫຍັງ?

ລາວຮ້ອງຂໍໃຫ້​ປ່ອຍ​ຂ້າ­ນ້ອຍ​ໄວ້ຕາມ​ລຳ­ພັງພຽງພໍ ເພື່ອ​ລາວ​ຈະ​ກືນ​ນ້ຳ­ລາຍ​ຂອງ­ຕົນລົງຄໍ​ໄດ້.

Job 7:21

ໂຢບຄິດວ່າພຣະເຈົ້າຈະບໍ່ເຮັດຫຍັງ?

ລາວຄິດວ່າພຣະເຈົ້າ​ບໍ່​ອະໄພແກ່​ການ​ລະ­ເມີດ​ຂອງ​ລາວ ແລະ​ ນຳ​ເອົາ​ຄວາມ​ຊົ່ວ­ຊ້າ​ຂອງ​ລາວອອກໄປ.​

Job 8

Job 8:1

ບິນດັດໄດ້ປຽບທຽບຫຍັງກັບຄຳເວົ້າຈາກປາກຂອງໂຢບ?

ລາວໄດ້ປຽບທຽບມັນເປັນລົມ​ພາ­ຍຸ​.

Job 8:4

ບິນດັດເວົ້າແນວໃດໃຫ້ລາວຮູ້ວ່າລູກຂອງໂຢບໄດ້ເຮັດຜິດ?

ລາວເວົ້າວ່າລາວຮູ້ ເພາະວ່າພຣະເຈົ້າມອບພວກເຂົາໄວ້ໃນມືຂອງຄວາມບາບທັງຫລາຍ​ຂອງ​ພວກ­ເຂົາ.

Job 8:6

ບິນດັດເວົ້າແນວໃດວ່າພຣະເຈົ້າຈະອວຍພອນໂຢບຖ້າລາວເປັນຄົນບໍຣິສຸດ ແລະທ່ຽງທັມແທ້?

ພຣະ­ອົງຈະໃຫ້ລາງວັນໂຢບກັບເຮືອນທີ່ເປັນຂອງລາວແທ້ໆ.

Job 8:8

ບິນດັດປຽບທຽບວັນເວລາຂອງເຮົາເທິງແຜ່ນດິນໂລກກັບຫຍັງ?

ລາວເວົ້າວ່າເທິງແຜ່ນດິນໂລກນີ້ເປັນພຽງແຕ່​ເງົາ.

Job 8:11

ຕົ້ນກົກ ແລະ ຕົ້ນອໍ້ຕ້ອງການຫຍັງເພື່ອຈະເລີນເຕີບໂຕ?

ຕົ້ນກົກສາມາດເຕີບໂຕໄດ້ໂດຍບໍ່ມີບຶງ, ແລະຕົ້ນ­ອໍ້​ຈະ​ງອກ​ງາມ​ໃນ​ບ່ອນ​ທີ່​ມີ​ນ້ຳ​.

Job 8:13

ບິນດັດປຽບທຽບຄວາມໄວ້ວາງໃຈຂອງຜູ້ຊາຍທີ່ບໍ່ມີພຣະເຈົ້າ?

ຄວາມ​ໄວ້ວາງ­ໃຈ​ຂອງພວກເຂົາອ່ອນໄຫວເຫມືອນ​ຄື​ໃຍ​ແມງ­ມຸມ.

Job 8:16

ຮາກເຮັດຫຍັງທີ່ເປັນຕົວແທນໃຫ້ຄົນທີ່ລືມພຣະເຈົ້າ?

ຮາກ​ຂອງ​ມັນກໍຫໍ່ຫຸ້ມຫີນ; ພວກເຂົາຊອກຫາສະຖານທີ່ທີ່ດີໃນທ່າມກາງກ້ອນຫີນນັ້ນ.

Job 8:19

ພຣະເຈົ້າຊົງປະຕິບັດຕໍ່ຜູ້ທີ່ບໍຣິສຸດ ແລະຄົນຊົ່ວຮ້າຍແຕກຕາງກັນແນວໃດ?

ພຣະ­ອົງ​ຈະ​ບໍ່­ໄດ້​ປະ​ຖິ້ມ​ຄົນ​ດີ​ຮອບ​ຄອບ, ຫລືພຣະອົງຈະປະມືຈາກຄົນທີ່ເຮັດ​ຊົ່ວ­ຮ້າຍ.

Job 8:21

ພຣະເຈົ້າຈະຊົງເຮັດໃຫ້ປາກ ແລະຮີມປາກຂອງຄົນບໍຣິສຸດດ້ວຍສິ່ງໃດແດ່?

ພຣະ­ອົງຈະເຕີມປາກຂອງທ່ານດ້ວຍສຽງຫົວ, ຮີມ­ປາກຂອງທ່ານດ້ວຍການໂຫ່­ຮ້ອງ​ສະ­ເຫມີ.

Job 9

Job 9:1

ຈະເກີດຫຍັງຂຶ້ນຕໍ່ຜູ້ໃດຜູ້ຫນຶ່ງ ທີ່ພະຍາຍາມໂຕ້ແຍ້ງກັບພຣະເຈົ້າ?

ໃນ​ຫນຶ່ງພັນ​ເທື່ອລາວບໍ່ສາມາດ​ຕອບ​ພຣະອົງ​ໄດ້​ເລີຍແມ້ແຕ່ເທື່ອດຽວ.

Job 9:4

ພຣະເຈົ້າຊົງເຮັດຫຍັງກັບພູເຂົາເມື່ອພຣະພິໂຣດຂອງພຣະອົງ?

ພຣະ­ອົງ​ຜູ້​ໄດ້​ເຄື່ອນ​ຍ້າຍ​ພູ­ເຂົາທັງຫລາຍ ໂດຍບໍ່ໄດ້ເຕືອນກ່ອນ ແລະຫລົບຫລີນພວກເຂົາ.

Job 9:7

ພຣະເຈົ້າຢຽບສິ່ງໃດ?

​ພຣະອົງຊົງໄດ້​ຢຽບ​ຄື້ນທັງຫລາຍໃນ​ທະ­ເລ.

Job 9:10

ໂຢບເຫັນພຣະເຈົ້າບໍເມື່ອລາວຜ່ານໄປ?

ພຣະ­ອົງ​ໄດ້​ຜ່ານ​ກາຍ­ໄປ, ໂຢບ​ບໍ່ໄດ້​ສັງ­ເກດ​ເຫັນພຣະອົງ.

Job 9:13

ເຖິງແມ່ນວ່າໂຢບຈະເປັນຄົນຊອບທັມ, ລາວຈຳເປັນຕ້ອງເຮັດແນວໃດຕໍ່ຫນ້າພຣະເຈົ້າ?

ໂຢບ​ກໍບໍ່ສາມາດ​ຕອບ​ພຣະ­ອົງ​­ໄດ້, ແຕ່ເຮັດໄດ້ພຽງແຕ່​ຂໍ​ພຣະ­ກະ­ຣຸ­ນາ.

Job 9:16

ເປັນຫຍັງໂຢບເຊື່ອວ່າພຣະເຈົ້າເພີ່ມ­ທະ­ວີ​ບາດ­ແຜຂອງລາວຫລາຍຢ່າງ?

ໂຢບເຊື່ອວ່າ​ພຣະເຈົ້າຊົງ​ເພີ່ມ­ທະ­ວີ​ບາດ­ແຜ​​ຂອງລາວບໍ່­ມີ​ເຫດຜົນ.

Job 9:19

ເປັນໄປໄດ້ບໍ່ທີ່ໂຢບຈະເປັນຄົນຊອບທັມ ແລະສົມບູນແບບ?

ບໍ່, ເຖິງແມ່ນວ່າ, ປາກ​ຂອງລາວ​ຈະ​ກ່າວ​ໂທດ​ລາວເອງ ແລະ ກໍຈະພິສູດໃຫ້ເຫັນວ່າລາວເປັນຄົນຜິດເອງ.

Job 9:21

ໂຢບຄິດວ່າພຣະເຈົ້າປະຕິບັດຕໍ່ຄົນທີ່ຊອບທັມ ແລະຄົນຊົ່ວຕ່າງກັັນບໍ?

ລາວເວົ້າວ່າ ພຣະເຈົ້າຊົງທຳລາຍທັງ​ຄົນ​ດີ​ຮອບ​ຄອບ ແລະ ທີ່​ຄົນ​ຊົ່ວຮ້າຍຄືກັນ.

Job 9:25

ໂຢບປຽບທຽບຄວາມໄວຂອງສະໄຫມຂອງລາວກັບສາມຢ່າງຫຍັງແດ່?

ພວກເຂົາແມ່ນ​ໄວ​ກວ່າ​ນັກ​ແລ່ນສົ່ງສານຄົນຫນຶ່ງ; ພວກມັນ​ໄວເຫມືອນກັບ​ເຮືອ​ໄວ, ແລະ ໄວເຫມືອນ​ນົກ​ອິນ­ຊີ​ທີ່ບິນ​ລົງ­ມາ​ຈັບ​ເຫຍື່ອ.

Job 9:27

ເປັນຫຍັງໂຢບເວົ້າວ່າມັນບໍ່ມີປະໂຫຍດທີ່ຈະລືມຄຳຮ້ອງທຸກຂອງລາວ?

ພຣະ­ອົງ​ຈະ​ບໍ່​ຖື​ວ່າ​ລາວ​ບໍ່­ມີ​ຄວາມ​ຜິດ, ແຕ່ໂຢບະຖືກລົງໂທດ.

Job 9:30

ບໍ່ມີ

ບໍ່ມີ

Job 9:32

ໂຢບເວົ້າຫຍັງວ່າບໍ່ມີຜູ້ພິພາກສາສາມາດເຮັດໄດ້?

ບໍ່ມີຜູ້ຕັດສິນຄະດີໃດສາມາດວາງມືເທິງທັງ​ສອງຝ່າຍລະຫວ່າງໂຢບ ແລະ ພຣະເຈົ້າ​ໄດ້.

Job 9:34

ໂຢບເວົ້າວ່າບໍ່ມີຜູ້ພິພາກສາຄົນອຶ່ນສາມາດເຮັດຫຍັງໄດ້?

ບໍ່ມີຜູ້ຕັດສິນຄະດີຄວາມຄົນອຶ່ນ ທີ່ສາມາດເອົາ​ໄມ້­ແສ້​ຂອງພຣະເຈົ້າອອກໄປ​ຈາກໂຢບໄດ້, ຫລືສາມາດເກັບການຂົ່ມຂູ່ຂອງພຣະອົງທີ່ເຮັດໃຫ້ໂຢບຢ້ານກົວໄວ້ໄດ້.

Job 10

Job 10:1

ເປັນຫຍັງໂຢບຈຶ່ງຢາກໃຫ້ພຣະເຈົ້າສະແດງລາວ, ແທນທີ່ຈະກ່າວໂທດລາວຢ່າງດຽວ?

ລາວຕ້ອງການໃຫ້ພຣະເຈົ້າສະແດງໂຢບວ່າ ເຫດໃດພຣະອົງຈຶ່ງກ່າວໂທດລາວ.

Job 10:4

ໂຢບຖາມພຣະເຈົ້າ​ຊົງມີ​ດວງຕາ​ເຫມືອນ​ຕາຂອງມະນຸດ​ບໍ?

ໂຢບຖາມພຣະ­ອົງ​ເຫັນ​ເຫມືອນກັບ​ມະ­ນຸດຄົນຫນຶ່ງ​ເຫັນ​.

ໂຢບເວົ້າແນວໃດ ທີ່ພຣະເຈົ້າສອບຖາມ ແລະ ຊອກຫາຫລັງຈາກນັ້ນ?

​ພຣະ­ເຈົ້າຊົງໄດ້​ຄອຍ​ຖ້າ​ຈັບ​ຄວາມ​ຊົ່ວ­ຊ້າ​ຂອງ​ໂຢບ ແລະ ຊົງ​ຄົ້ນຫາ​ຄວາມບາບ​ຂອງ​ລາວ.

Job 10:8

ພຣະຫັດຂອງພຣະເຈົ້າໄດ້ເຮັດຫຍັງສຳລັບໂຢບ?

ພຣະຫັດຂອງ​ພຣະ­ອົງໄດ້ຊົງ​ສ້າງ​ ແລະປັ້ນແຕ່ງໂຢບເຂົ້າດ້ວຍກັນ.

Job 10:10

ພຣະເຈົ້າໄດ້ຕົບແຕ່ງໂຢບດ້ວຍສິ່ງໃດ?

ພຣະຊົງ​ໄດ້​ສານ​ລາວ​ເຂົ້າກັນດ້ວຍ​ກະ­ດູກ ແລະ​ເສັ້ນ​ເອັນ.

Job 10:12

ພຣະເຈົ້າຊົງໃຫ້ຫຍັງແກ່ໂຢບ?

ພຣະ­ເຈົ້າ​ໄດ້​ຊົງປຣະ­ທານ​ຊີ­ວິດໃຫ້ແກ່ລາວ ແລະພັນທະສັນຍາແຫ່ງຄວາມສັດຊື່.

ພຣະເຈົ້າຈະເຮັດແນວໃດຖ້າໂຢບເຮັດບາບ?

ພຣະ­ເຈົ້າກໍຈະສັງເກດເຫັນ, ຈະບໍ່­ໄດ້​ປ່ອຍ​ຕົວ​ລາວໄປໃນຄວາມຊົ່ວຮ້າຍ​ຂອງ​ລາວ.

Job 10:15

ຖ້າໂຢບຍົກຕົວຂອງລາວເອງ, ພຣະເຈົ້າຈະເຮັດແນວໃດກັບໂຢບ?

ພຣະເຈົ້າກໍຊົງ​ໄລ່​ລ້າ​ລາວ​ເຫມືອນລ່າ​ໂຕ​ສິງຕົວຫນຶ່ງ.

Job 10:17

ພຣະເຈົ້ານຳຜູ້ໃດມາຕໍ່ຕ້ານໂຢບອະທິບາຍວ່າມີຫຍັງເກີດຂື້ນກັບລາວ?

ພຣະ­ເຈົ້າຊົງ​ໄດ້​ນຳ​ພະ­ຍານ​ຂອງ​ພຣະ­ອົງ​ຄົນໃຫມ່ມາຕໍ່ສູ້ລາວ.

Job 10:18

ໂຢບຢາກໃຫ້ມີຫຍັງເກີດຫຍັງຂຶ້ນກັບລາວ?

ລາວຢາກໃຫ້ວິນຍານຂອງລາວຖືກເຮັດໃຫ້ຕາຍໄປ ແລະບໍ່ຕ້ອງມີດວງຕາໃດໄດ້ເຄີຍເຫັນລາວ.

Job 10:20

ໂຢບຈະໄປໃສ, ຈາກບ່ອນທີ່ລາວຈະບໍ່ກັບມາ?

ລາວກຳລັງໄປເຖິງ​ແຜ່ນ­ດິນ​ແຫ່ງ​ຄວາມ​ມືດ ແລະດິນແດນທີ່ເປັນ​ເງົາ​ມັດ­ຈຸ­ຣາດ.

Job 11

Job 11:1

ໂຊຟາຄິດວ່າໂຢບໄດ້ເຮັດຫຍັງໃນການສອນຂອງພວກເຂົາ?

ລາວຄິດວ່າໂຢບ​ເຍາະ­ເຍີ້ຍຄຳສອນຂອງພວກເຂົາ.

Job 11:4

ໂຊຟາເວົ້າວ່າແນວໃດທີ່ພຣະເຈົ້າເອີ້ນຮ້ອງຈາກໂຢບ?

ລາວເວົ້າວ່າພຣະ­ເຈົ້າຊົງ​ເອີ້ນ​ຮ້ອງ​ຈາກໂຢບ​ຫນ້ອຍ​ກວ່າ​ຄວາມຫລອກລວງອັນ​ຊົ່ວ­ຮ້າຍຂອງເຂົາ​ອີກ.

Job 11:7

ໂຊຟາຄິດວ່າໂຢບສາມາດເຂົ້າໃຈພຣະເຈົ້າໄດ້ບໍ?

ໂຊຟາຄິດວ່າມັນເປັນໄປບໍ່ໄດ້ ເພາະວ່າ ພຣະເຈົ້າຊົງຢູ່ສູງເຫນືອຟ້າສະຫວັນ, ເລິກກວ່າແດນຄົນຕາຍ, ຍາວ​ກວ່າແຜ່ນດິນ​ໂລກ, ແລະກວ້າງ​ກ່ວາທ້ອງ​ທະເລ.

Job 11:10

ໂຊຟາຄິດວ່າມັນເປັນໄປໄດ້ບໍທີ່ຈະມີໃຜຂັດຂວາງພຣະເຈົ້າໄດ້?

ມັນເປັນໄປບໍ່ໄດ້ວ່າ ໃຜຈະທີ່ສາມາດ​ຂັດ­ຂວາງ​ພຣະ­ເຈົ້າ ເພາະວ່າພຣະ­ອົງ​ຮູ້​ຈັກຄົນຫລອກລວງ ແລະສັງເກດເຫັນ​ຄວາມ​ຊົ່ວ­ຮ້າຍ.

ໂຊຟາຈະເວົ້າວ່າຄົນໂງ່ຈະມີຄວາມເຂົ້າໃຈເມື່ອໃດ?

ພວກເຂົາຈະມີຄວາມເຂົ້າໃຈ ເມື່ອລາປ່າຕົວຫນຶ່ງເກີດລູກອອກມາເປັນມະນຸດ.

Job 11:13

ບໍ່ມີ

ບໍ່ມີ

Job 11:15

ໂຊຟາຈະເວົ້າຫຍັງທີ່ຈະເກີດຂື້ນກັບຄວາມທຸກຍາກຂອງໂຢບ ຖ້າລາວປະຖິ້ມຄວາມຊົ່ວຮ້າຍຂອງລາວໄປຢ່າງແທ້ຈິງ?

ໂຢບຈະລືມຄວາມ­ທຸກ​ຍາກ​ຂອງລາວ ແລະ ລາວຈະ​ຈົດ​ຈຳ​ໄດ້​ພຽງແຕ່ ເຫມືອນ​ນ້ຳ​ທີ່​ໄດ້​ໄຫລ​ຜ່ານ​​ໄປ.

Job 11:18

ເປັນຫຍັງໂຢບຈຶ່ງຈະປອດໄພຖ້າລາວຖີ້ມຄວາມຊົ່ວຮ້າຍອອກໄປ?

ລາວຈະໄດ້ຮັບການເຮັດໃຫ້ຫມັ້ນຄົງປອດໄພເພາະມີຄວາມຫວັງ

Job 11:20

ໂຊຟາເວົ້າຫຍັງທີ່ເປັນຄວາມຫວັງດຽວຂອງຄົນຊົ່ວ?

​ຄວາມ​ຫວັງດຽວ​ຂອງ​ພວກເຂົາ​ກໍຈະ​ເຫມືອນລົມຫາຍໃຈສຸດທ້າຍຂອງຊີວິດເທົ່ານັ້ນ​.

Job 12

Job 12:1

ໂຢບປຽບທຽບຕົວເອງກັບເພື່ອນຂອງລາວແນວໃດ?

ລາວ​ກໍ​ມີ​ຄວາມ​ເຂົ້າ­ໃຈ​ ແລະ ​ບໍ່​ດີກ­ວ່າ​ພວກເຂົາ.

Job 12:4

ເພື່ອນບ້ານຂອງໂຢບຄິດແນວໃດກັບລາວຕອນນີ້?

ພວກເຂົາຫົວ­ຂວັນລາວ.

Job 12:7

ໂຢບຄິດວ່າໃຜສາມາດສອນເພື່ອນຂອງລາວໄດ້?

ສັດຮ້າຍ, ບັນດາ​ນົກ​, ແຜ່ນດິນ­ໂລກ, ປາ​ໃນທະ­ເລ​ ສາມາດສອນເພື່ອນຂອງລາວໄດ້.

Job 12:9

ສັດທັງຫມົດຮູ້ຫຍັງແດ່?

ພວກມັນຮູ້ວ່າ ໃນມືຂອງພຣະຢາເວໄດ້ໃຫ້ຊີວິດຂອງພວກມັນ.

Job 12:11

ໂຢບເວົ້າແນວໃດກ່ຽວກັບຜູ້ຊາຍສູງອາຍຸ ແລະຄວາມເຂົ້າໃຈ?

ຜູ້ຄົນທີ່ມີອາຍຸພ້ອມກັບສະ­ຕິ­ປັນ­ຍາ​; ວັນທັງຫລາຍກໍຄືຄວາມເຂົ້າໃຈ.

Job 12:13

ພຣະເຈົ້າເຮັດຫຍັງກັບນໍ້າ?

ພຣະອົງຊົງກັກນໍ້າເອົາໄວ້, ພວກມັນກໍຈະເຫືອດແຫ້ງ, ແລະ ຖ້າພຣະອົງຊົງສົ່ງພວກມັນອອກໄປ, ພວກມັນກໍຈະຖ້ວມແຜ່ນດິນ.

Job 12:16

ພຣະເຈົ້າເອົາຫຍັງຈາກກະສັດ?

ພຣະ­ອົງຊົງ​ໄດ້​ປົດໂສ້ສິດອຳນາດຂອງ​ພວກເຂົາ.

Job 12:19

ໂຢບເວົ້າແນວໃດກ່ຽວກັບພຣະເຈົ້າເຮັດກັບຜູ້ທີ່ຫນ້າເຊື່ອຖື ແລະຜູ້ເຖົ້າແກ່?

ພຣະ­ອົງຊົງກຳຈັດ​ຄຳ​ເວົ້າຂອງຜູ້ທີ່ຫນ້າເຊື່ອຖື, ແລະເອົາຄວາມເຂົ້າໃຈອອກໄປຈາກພວກຜູ້ໃຫ່ຍ.

Job 12:22

ໂຢບເວົ້າແນວໃດກ່ຽວກັບພຣະເຈົ້າທີ່ຊົງເຮັດກັບປະຊາຊາດຕ່າງໆ?

ພຣະ­ອົງຊົງ​ໄດ້ກະ­ທຳ­ໃຫ້​ປະ­ຊາ­ຊາດ​ເຂັ້ມແຂງ​ຂຶ້ນ, ແລະ​ຂະ­ຫຍາຍ​ບັນ­ດາ​ປະ­ຊາ­ຊາດຕ່າງໆ, ຫລື ໄດ້​ນຳ​ພວກ­ເຂົາ​ມາເຫມືອນກັບນັກໂທດດ້ວຍ.​

Job 12:24

ມີຫຍັງເກີດຂຶ້ນກັບພວກຜູ້ນໍາຂອງປະຊາຊົນໃນໂລກ ເມື່ອພຣະເຈົ້າຍົກຄວາມເຂົ້າໃຈຂອງພວກເຂົາອອກໄປ?

ພຣະອົງ​ໄດ້​ກະ­ທຳ­ໃຫ້​ພວກ­ເຂົາ​ພະ­ເນ­ຈອນ​ໄປ​ໃນ​ຖິ່ນ­ແຫ້ງ­ແລ້ງ​ກັນ­ດານ ຊຶ່ງ​ບໍ່­ມີ​ຫົນທາງ.

Job 13

Job 13:1

ໂຢບເວົ້າວ່າຄວາມຮູ້ຂອງລາວສົມທຽບກັບຄວາມຮູ້ຂອງເພື່ອນຂອງລາວແນວໃດ?

ໂຢບເວົ້ນວ່າສິ່ງ­ໃດ​ທີ່ພວກເຂົາ​ຮູ້, ລາວ​ກໍ​ຮູ້​ເຫມືອນກັນ, ແລະລາວ​ບໍ່​ໄດ້ດ້ອຍໄປກວ່າພວກເຂົາເລີຍ.

Job 13:3

ໂຢບຢາກເວົ້າລົມຫຍັງແທນເພື່ອນຂອງລາວ ແລະຍ້ອນຫຍັງ?

ລາວຄວນຈະ​ທູນ​ຕໍ່​ອົງ​ຜູ້​ຊົງ​ຣິດທານຸພາບ ເພາະວ່າໂຢບ​ປາ­ຖະ­ຫນາໃຫ້ເຫດຜົນຕໍ່​​ພຣະ­ເຈົ້າ.

ໂຢບເວົ້າວ່າເພື່ອນຂອງລາວເຮັດຫຍັງກັບຄວາມຈິງ?

ພວກເຂົາປ້າຍສີຄວາມຈິງ​ດ້ວຍ​ການ​ຂີ້­ຕົວະ.

Job 13:6

ໂຢບຢາກໃຫ້ເພື່ອນຂອງລາວໄດ້ຍິນຫຍັງ?

ລາວຕ້ອງການໃຫ້ພວກເຂົາຟັງ​ຄຳ​ອ້ອນວອນ​ຂອງ​ຮິມ­ປາກ​ຂອງ​ລາວ.

Job 13:9

ພຣະເຈົ້າຈະອະນຸຍາດບໍ ຖ້າເພື່ອນຂອງໂຢບສະແດງຄວາມລຳອຽງຕໍ່ພຣະເຈົ້າ?

ພຣະ­ອົງ​ຈະ​ໄດ້​ລົງ­ໂທດພວກເຂົາ ຖ້າ​ພວກເຂົາ​ສະ­ແດງ​ຄວາມ​ລຳ­ອຽງ​.

Job 13:11

ໂຢບຄິດແນວໃດກັບຄຳເວົ້າ ແລະການປ້ອງກັນຂອງເພື່ອນຂອງລາວ?

ລາວເວົ້າວ່າ ຄຳກ່າວທີ່ໂດດເດັ່ນຂອງພວກເຂົາ ເປັນພຽງສຸພາສິດທີ່ເຮັດຈາກຂີ້­ເຖົ່າ, ແລະ ການປ້ອງກັນຂອງພວກເຈົ້າເປັນການປ້ອງກັນເຮັດມາຈາກດິນ.

Job 13:13

ໂຢບຂໍໃຫ້ເພື່ອນຂອງລາວເຮັດຫຍັງເພື່ອລາວຈະເວົ້າ?

ໂຢບຂໍ​ຈົ່ງຍຶດຫມັ້ນໃນສັນຕິຂອງພວກເຂົາໄວ້, ປ່ອຍລາວໄວ້ຕາມລຳພັງເຖີ້ນ.

Job 13:16

ເປັນຫຍັງໂຢບຄິດວ່າລາວຈະພົ້ນຜິດ?

ລາວບໍ່ໄດ້ມາຢູ່ຕໍ່ຫນ້າພຣະ­ອົງເຫມືອນກັນຄົນຊອບທັມ.

Job 13:18

ໂຢບໄດ້ຕັ້ງຫຍັງ?

ໂຢບໄດ້ຕັ້ງການປ້ອງກັນຂອງລາວ.

Job 13:20

ໂຢບຢາກໃຫ້ພຣະເຈົ້າຖອນຕົວຈາກລາວແນວໃດ?

ໂຢບຕ້ອງການໃຫ້ພຣະເຈົາຖອນ​ມືແຫ່ງການກົດຂີ່ຂອງພຣະອົງຈາກໂຢບ.

Job 13:23

ພຣະເຈົ້າປະຕິບັດກັບໃຜຄືກັບໂຢບ?

ພຣະ­ອົງ​​ຊົງປະຕິບັດຕໍ່ໂຢບ​ເຫມືອນເປັນ​ສັດ­ຕຣູ​ຂອງ​ພຣະ­ອົງ.

Job 13:26

ສິ່ງທີ່ບໍ່ມີປະໂຫຍດຫຍັງທີ່ໂຢບເວົ້າວ່າລາວເປັນຄືກັນ?

ລາວເປັນເຫມືອນສິ່ງເນົ່າເປື່ອຍທີ່ຕ້ອງຖິ້ມ, ເປັນເຫມືອນຜ້າທີ່ຖືກໂຕມອດກັດກິນກໍຕາມ.

Job 14

Job 14:1

ໂຢບເວົ້າວ່າມະນຸດຄືກັບດອກໄມ້ແນວໃດ?

ມະນຸດງອກ​ອອກ​ມາດິນ​ເຫມືອນກັບ​ດອກ­ໄມ້ດອກຫນຶ່ງ, ແລະກໍ​ຖືກ​ຕັດ​ໃຫ້​ລົ້ມ­ລົງ.

Job 14:4

ຜູ້ໃດທີ່ກຳນົດໄລຍະເວອາຍຸຂອງມະນຸດ?

ພຣະເຈົ້າ​ກຳ­ນົດ​ວັນທັງຫລາຍຂອງມະນຸດ ແລະ ຈຳ­ນວນ​ເດືອນທັງຫລາຍ​ຂອງ​ເຂົາ​.

Job 14:7

ໂຢບເວົ້າແນວໃດກ່ຽວກັບຕົ້ນໄມ້ທີ່ຖືກຕັດລົງ?

ສິ່ງນັ້ນສາມາດເປັນຄວາມຫວັງໃຫ້ກັບຕົ້ນໄມ້ຫນຶ່ງ ທີ່ຖ້າຫາກມັນຖືກ​ຕັດ​ລົງ, ມັນ​ກໍ​ຈະ​ແຕກ​ຫນໍ່ຂຶ້ນ​ອີກ.

Job 14:10

ໂຢບເວົ້າວ່າມະນຸດຈະສາມາດມີຊີວິດອີກຄັ້ງບໍ?

ລາວເວົ້າວ່າຄົນລົ້ມລົງ ບໍ່ລຸກຂຶ້ນມາອີກ ແລະ ຖືກປຸກຈາກການນອນຫລັບຂອງ​ພວກ­ເຂົາ.

Job 14:13

ໂຢບປາຖະຫນາທີ່ພຣະເຈົ້າຈະເຊື່ອງລາວຢູ່ໃສ?

ໂຢບຕ້ອງການພຣະ­ເຈົ້າ​ເຊື່ອລາວຈາກ​ແດນ​ຄົນ​ຕາຍ ​ຈາກຄວາມຍາກລຳບາກຕ່າງໆ.

Job 14:15

ພຣະເຈົ້າຈະປະຕິບັດຕໍ່ການລະເມີດ ແລະຄວາມຊົ່ວຊ້າຂອງໂຢບບໍຖ້າພຣະພິໂລດຂອງພຣະເຈົ້າສິ້ນສຸດລົງ?

ພຣະເຈົ້າຈະຖືກ​ໃສ່​ໄວ້​ໃນຖົງການກະທຳຜິດຂອງໂຢບ ແລະ ຈະປົກປິດຄວາມ​ຊົ່ວ­ຊ້າ​ຂອງ​ລາວ​.

Job 14:18

ນໍ້າສາມາດເຮັດຫຍັງທີ່ຫນ້າອັດສະຈັນເມື່ອເວລາຜ່ານໄປ?

ນ້ຳທັງຫລາຍກັດ​ເຊາະກ້ອນ​ຫີນ​ໄປ.

Job 14:20

ມັນຈະມີຜົນກະທົບແນວໃດຕໍ່ຄົນທີ່ຕາຍ ຖ້າລູກຊາຍຂອງລາວໄດ້ຮັບກຽດຕິຍົດ ຫລື ຕໍ່າຕ້ອຍ?

ຖ້າບັນ­ດາ​ລູກ­ຊາຍ​ຂອງ​­ລາວໄດ້­ຮັບ​ກຽດ, ​­ລາວ​ກໍ​ບໍ່​ຮູ້ , ແລະຖ້າພວກ­ເຂົາ​ຖືກເຮັດໃຫ້​ຕົກ­ຕ່ຳ​ລົງ, ລາວບໍ່​ຮູ້​ບໍ່​ເຫັນວ່າມັນເກີດຂື້ນ.

Job 15

Job 15:1

ຄົນທີ່ມີປັນຍາບໍ່ຄວນເຕີມເຕັມຕົວເອງບໍ?

ລາວບໍ່ຄວນ​ຕື່ມເຕັມຕົວເອງດ້ວຍລົມ​ຕາ­ວັນ​ອອກ.

Job 15:4

ເອລີຟັດຄິດແນວໃດວ່າ ຄຳເວົ້າຂອງໂຢບເຮັດໃຫ້ພຣະເຈົ້າເສຍຊື່ສຽງ?

ລາວຄິດວ່າ ໂຢບ​ເຄົາລົບພຣະເຈົ້ານ້ອຍລົງ, ແລະ ຄັດຄ້ານການອຸທິດຕໍ່ພຣະອົງ.

Job 15:7

ເອລີຟັດຄິດວ່າ ໂຢບຮູ້ບາງສິ່ງບາງຢ່າງທີ່ເພື່ອນຄົນອື່ນບໍ່ຮູ້ບໍ?

ລາວບໍ່ຮູ້ຈັກຫຍັງທີ່ໂຢບຮູ້ຈັກສິ່ງທີ່ພວກເຂົາ​ບໍ່​ຮູ້​ຈັກ, ຫລື ສິ່ງທີ່ລາວເຂົ້າໃຈສິ່ງທີ່ພວກເຮົາບໍ່ເຂົ້າໃຈ.

Job 15:10

ເອລີຟັດ ເວົ້າວ່າຄົນໃດທີ່ເຫັນດີກັບເພື່ອນຂອງໂຢບ?

ຜູ້ທີ່ມີ­​ຜົມ​ຫງອກ ແລະ​​ອາ­ຍຸ​ກໍຫລາຍຍິ່ງກວ່າພໍ່​ຂອງ​ເຈົ້າຢູ່ກັບເອລີຟັດ ແລະ ເພື່ອນຂອງລາວ.

Job 15:12

ເອລີຟັດ ຄິດວ່າຈິດວິນຍານຂອງໂຢບໄດ້ເຮັດຫຍັງລົງໄປ?

ລາວຄິດວ່າຈິດວິນຍານ​ຂອງໂຢບຕໍ່­ສູ້​ພຣະ­ເຈົ້າ.

Job 15:15

ພຣະເຈົ້າມີທັດສະນະແນວໃດຕໍ່ຜູ້ບໍຣິສຸດ ແລະທ້ອງຟ້າ?

ພຣະ­ອົງບໍ່­ໄດ້ຊົງ​ວາງ­ໃຈແມ່ນແຕ່​ຜູ້​ບໍ­ຣິ­ສຸດ, ແລະທ້ອງຟ້າ ກໍ​ບໍ່ບໍຣິ­ສຸດ​ໃນ​ສາຍ​ຕາ​ຂອງ​ພຣະ­ອົງ.

Job 15:17

ເອລີຟັດ ໄດ້ຮັບສິ່ງທີ່ລາວຈະປະກາດແກ່ໂຢບຈາກໃຜ?

ສິ່ງຕ່າງໆ​ທີ່​ບັນດາຄົນ​ມີ​ປັນ­ຍາທີ່​ໄດ້ຮັບການຖ່າຍທອດມາກຈາກພໍ່ທັງຫລາຍຂອງພວກເຂົາ, ແລະສິ່ງຕ່າງໆ ທີ່​ບັນ­ພະ­ບຸຣຸດ​ຂອງ​ພວກ­ເຂົາ ບໍ່­ເຄີຍ​ປິດ­ບັງ​ໄວ້.

Job 15:19

ເມື່ອໃດທີ່ຜູ້ທຳລາຍພວກເຂົາຈະມາໂຈມຕີຄົນຊົ່ວ?

ຜູ້​ທຳ­ລາຍ​ຈະ​ມາ​ເຫນືອລາວ ໃນຂະນະທີ່ລາວມີຄວາມຮຸ່ງເຮືອງ.

Job 15:22

ສິ່ງທີ່ລໍຖ້າຄົນຊົ່ວຮ້າຍແມ່ນຫຍັງ?

ດາບກໍຄອຍຖ້າຄົນຊົ່ວຢູ່.

Job 15:25

ດ້ວຍຫຍັງຄົນຊົ່ວໄດ້ຕໍ່ສູ້ກັບພຣະເຈົ້າ?

ຄົນຊົ່ວຮ້າຍນີ້​ແລ່ນ​ເຂົ້າ​ໃສ່​ພຣະ­ອົງດ້ວຍຄໍທີ່ຕັ້ງຊັນ, ພ້ອມ­ກັບ​ໂລ່​ຫນາ.

Job 15:27

ຈະເກີດຫຍັງຂຶ້ນກັບເມືອງ ແລະເຮືອນຂອງຄົນຊົ່ວ?

ພວກມັນພ້ອມທີ່ຈະເປັນກອງຊາກຫັກພັງແລ້ວ.

Job 15:29

ສິ່ງໃດຈະເຮັດໃຫ້ຄົນຊົ່ວຮ້າຍຫາຍໄປ?

ຄົນຊົ່ວຮ້າຍຫາຍໄປໂດຍ​ລົມ​ຫາຍ­ໃຈຈາກປາກຂອງພຣະເຈົ້າ​.

Job 15:31

ຄົນຊົ່ວຈະໄດ້ຮັບລາງວັນຫຍັງ ສຳລັບການວາງໃຈໃນສິ່ງທີ່ບໍ່ມີປະໂຫຍດ?

​ຄວາມບໍ່ເປັນປະໂຫຍດ ຈະເປັນລາງວັນຂອງເຂົາ.

Job 15:34

ຈະເກີດຫຍັງຂຶ້ນກັບການຄົບຫາກັບເພື່ອນຄົນທີ່ບໍ່ມີຊອບທັມ?

ມັນຈະ​ເປັນ​ຫມັນ, ແລະ​ໄຟ​ຈະ​ເຜົາ​ຜານ​ເຕັ້ນທີ່ຕິດສິນບົນຂອງພວກເຂົາ.

Job 16

Job 16:1

ໂຢບເວົ້າຫຍັງກ່ຽວກັບເລົ້າໂລມຂອງເພື່ອນລາວ?

ໂຢບເວົ້າວ່າ ພວກເຂົາເປັນ​ຜູ້​ເລົ້າ​ໂລມ​ທີ່​ຫນ້າສັງເວດທີ່ສຸດນຳໃຊ້ຖ້ອຍຄຳ​ລົມໆ​ແລ້ງໆ.

Job 16:4

ບໍ່ມີ

ບໍ່ມີ

Job 16:6

ການເວົ້າຂອງໂຢບມີຜົນກະທົບແນວໃດຕໍ່ຄວາມໂສກເສົ້າຂອງລາວ?

ຖ້າ​ລາວເວົ້າ, ຄວາມ­ເຈັບ​ປວດ​ຂອງ​ລາວກໍ​ບໍ່​ລະ­ງັບລົງ, ແລະ ຖ້າລາວມິດ​ງຽບ​ຢູ່, ຈະ​ຊ່ວຍ​ບັນ­ເທົາ​ຄວາມ­ເຈັບ​ປວດ​ຂອງລາວໄດ້.

Job 16:9

ຄົນອື່ນປະຕິບັດຕໍ່ໂຢບແນວໃດ ໃນຂະນະທີ່ພຣະເຈົ້າໂຈມຕີລາວ?

ພວກເຂົາໄດ້​ອ້າ​ປາກ​ໃສ່​ຂ້ໂຢບ; ພວກ­ເຂົາ​ໄດ້ຕົບ​ແກ້ມ​ປະ­ຈານ​ລາວ ຢ່າງເສື່ອມເສຍ; ແລະພວກ­ເຂົາໄດ້​ສຸມ​ຫົວ​ກັນ​ປັກ​ປ້ຳລາວ.

Job 16:11

ພຣະເຈົ້າໄດ້ໂຢບໃຫ້ກັບໃຜ?

ພຣະ­ເຈົ້າຊົງ​ໄດ້​ມອບ​ຂ້ານ້ອຍ​ໃຫ້​ແກ່​ຄົນ​ອະ­ທັມ ແລະຊົງ​ໄດ້​ໂຍນ​ລາວ​ໄວ້​ໃນ​ມື​ຂອງ​ຄົນ​ຊົ່ວ­ຮ້າຍ.

Job 16:13

ພຣະເຈົ້າໄດ້ເຮັດໃຫ້ໂຢບບາດເຈັບແນວໃດ?

ພຣະ­ອົງ​ໄດ້​ແທງ​ແອວ​ຂອງ​ລາວ ແລະ​​ໄດ້​ຖອກ​ນ້ຳ­ບີ​ຂອງລາວ​ລົງ​ເທິງ​ດິນ.

Job 16:15

ໂຢບໄດ້ເຮັດຫຍັງກັບຜິວຫນັງຂອງລາວ ເພື່ອສະແດງຄວາມໂສກເສົ້າຂອງລາວ?

ລາວໄດ້ຜິວຫນັງຂອງລາວກໍຖືກຫຍິບເຫມືອນ​­ກະ­ສອບ.

Job 16:18

ພະຍານຂອງໂຢບແມ່ນໃຜ ແລະສາມາດຮັບຮອງໄດ້?

​ໂຢບພະຍານກໍ​ຢູ່​ເທິງທ້ອງຟ້າ, ແລະຜູ້​ຮັບ­ຮອງລາວ​ກໍ​ຢູ່­ໃນ​ທີ່​ສູງ.

Job 16:20

ໂຢບຫັນຫນ້າໄປຫາໃຜໃນຂະນະທີ່ເພື່ອນຂອງລາວເວົ້າເຍາະເຍີ້ຍລາວ?

ລາວໄດ້ຖອກ​ນ້ຳ​ຕາ​ຕໍ່ພຣະ­ເຈົ້າ.

Job 17

Job 17:1

ໂຢບຕ້ອງເຫັນຫຍັງຢູ່ສະເຫມີ?

ລາວຕ້ອງ​ຈ້ອງເບິ່ງການ​ນິນ­ທາຂອງຄົນ​ທີ່​ເຍາະ­ເຍີ້ຍລາວ.

ໂຢບຢາກໃຫ້ພຣະເຈົ້າສັນຍາແນວໃດກັບລາວ?

ລາວຢາກໃຫ້ພຣະເຈົ້າຊົງສັນຍາວ່າຈະຄໍ້າ​ປະ­ກັນພຣະອົງເອງສຳລັບໂຢບ.

Job 17:4

ການກະທຳທີ່ຊົ່ວຮ້າຍໃຜ ຈະເຮັດໃຫ້ສາຍຕາຂອງລູກຫລານຂອງລາວລົ້ມເຫລວ?

ຜູ້​ປະນາມພວກເພື່ອນຂອງລາວ ເພື່ອເຫັນແກ່ລາງວັນ, ດວງຕາຂອງລູກຫລານຂອງລາວຈະ​ມືດ​ມົວ​ໄປ.

Job 17:6

ມີຫຍັງເກີດຂື້ນກັບດວງຕາຂອງໂຢບ ແລະຮ່າງກາຍຂອງລາວຍ້ອນຄວາມໂສກເສົ້າ?

ດວງ­ຕາ​ຂອງ​ລາວ​ໄດ້​ມືດ​ມົວ​ໄປ ແລະ​ອະ­ໄວ­ຍະ­ວະ​ໃນຮ່າງກາຍຂອງລາວ​ກໍຈ່ອຍບາງ​ເຫມືອນ​ກັບ​ເງົາ.

Job 17:9

ໂຢບຄິດວ່າລາວສາມາດພົບຄົນທີ່ສະຫລາດໃນເພື່ອນຂອງລາວບໍ?

ລາວບໍ່ຮູ້ຈະ​ບໍ່​ພົບ​ຄົນ­ທີ່​ມີ​ປັນ­ຍາ​ຈັກ​ຄົນຫນຶ່ງ​ໃນ​ທ່າມກາງພວກເຂົາ.

Job 17:11

ໂຢບມີແຜນການໃນອະນາຄົດບໍ?

ແຜນການຂອງໂຢບສິິ້ນສຸດລົງ, ທັງຄວາມປາຖະຫນາແຫ່ງຫົວໃຈຂອງລາວ.

Job 17:13

ສິ່ງທີ່ໄດ້ກາຍເປັນພໍ່, ແມ່ ແລະເອື້ອຍຂອງໂຢບ?

ຂຸມເລິກໄດ້ກາຍ​ເປັນ​ພໍ່​ຂອງລາວ, ແລະ​​ຫນອນໄດ້​ເປັນ​ແມ່​ຂອງລາວ, ແລະ​ເປັນ​ເອື້ອຍ​ຂອງລາວ.

Job 18

Job 18:1

ບໍ່ມີ

ບໍ່ມີ

Job 18:3

ບິນດັດຄິດວ່າໂຢບເບິ່ງເພື່ອນຂອງລາວແນວໃດ?

ບັນດິດຄິດວ່າໂຢບ​​ນັບພວກເຂົາ​ໃຫ້­ເປັນເຫມືອນ​ສັດຮ້າຍ ແລະ ຄິດວ່າພວກເຂົາ​ຄົນ​ໂງ່​.

Job 18:5

ຈະເກີດຫຍັງຂຶ້ນກັບຄວາມສະຫວ່າງຂອງຄົນຊົ່ວ?

ຄວາມ​ສະ­ຫວ່າງ​ຂອງ​ຄົນ​ຊົ່ວຮ້າຍ​ຈະ​ຖືກ​ດັບ​ມອດ​ໄປ ແລະ​ແປວໄຟ​ຂອງ​ເຂົາ​ຈະ​ບໍ່​ສ່ອງ­ແສງ​ອີກ.

Job 18:7

ແມ່ນຫຍັງຈະໂຍນຄົນຊົ່ວຮ້າຍລົງໃນບ້ວງແຮ້ວ?

​ເຂົາຈະ​ຖືກ​ໂຍນ​ເຂົ້າ­ໄປ​ໃນ​ບ້ວງ­ແຮ້ວ​ດ້ວຍ​ຕີນ​ຂອງ​ເຂົາ​ເອງ ແລະ​ເຂົາຈະ​ຍ່າງ​ຢູ່​ເທິງ​ຂຸມກັບດັກ.

Job 18:9

ສິ່ງທີ່ຈະຈັບຄົນຊົ່ວຮ້າຍ?

ເຂົາຈະຖືກຈັບດ້ວຍກັບ​​ດັກ​, ບ້ວງມີ​ແຮ້ວ​​, ແລະບ້ວງ.

Job 18:12

ຈະເກີດຫຍັງຂຶ້ນກັບຄວາມຮັ່ງມີຂອງຄົນຊົ່ວ?

ຄວາມມັ່ງຄັ່ງຂອງ​ເຂົາ​ຈະຫັນໄປສູ່ຄວາມຫິວໂຫຍ.

Job 18:14

ຄົນຊົ່ວຈະບໍ່ມີຢູ່ໄສອີກຕໍ່ໄປ?

ເຂົາຖືກຈີກຂາດຈາກຄວາມປອດພັຍແຫ່ງເຕັນຂອງລາວ, ທີ່ຢູ່ອາໃສຂອງເຂົາ ຊຶ່ງຕອນນີີ້ເຂົາໄວ້ວາງໃຈ.

Job 18:16

ບິນດັດໃຊ້ຮູບໃດເພື່ອພັນລະນາເຖິງສິ່ງທີ່ຈະເກີດຂື້ນກັບຄົນຊົ່ວ?

ບິນດັດພັນລະນາເຖິງຄົນຊົ່ວເປັນຕົ້ນໄມ້ທີ່ຮາກຈະແຫ້ງຢູ່ໃຕ້ພື້ນດິນ, ແລະ ກິ່ງຂອງເຂົາທີ່­ຢູ່​ເທິງຂຶ້ນໄປ​ຈະ​ຖືກ​ຕັດ​ອອກ.

Job 18:18

ຄົນຊົ່ວຈະມີລູກຫລານຢູ່ບໍ່?

ເຂົາຈະ​ບໍ່­ມີ​ລູກ ຫລື​ຫລານ​ຊາຍທ່າມ­ກາງ​ຄົນຂອງເຂົາ, ຫລືບໍ່ມີຍາດມິດຄົງ​ເຫລືອ​ຢູ່­ໃນ​ບ່ອນ​ທີ່​ເຂົາ​ເຄີຍ​​ຢູ່.

ຜູ້ຄົນຕອບສະຫນອງແນວໃດຕໍ່ສິ່ງທີ່ເກີດຂື້ນກັບຄົນຊົ່ວ?

ຄົນເຫລົ່ານັ້ນທີ່ອາໄສຢູ່ທາງທິດຕາເວັນຕົກ ຈະຖືກເຮັດໃຫ້ຂະຫຍອງຂວັນ ແລະ ຄົນເຫລົ່ານັ້ນທີ່ອາໄສຢູ່ທາງຕາເວັນອອກ ຈະຖືກເຮັດໃຫ້ສະທ້ານຢ້ານກົວ.

Job 18:21

ບໍ່ມີ

ບໍ່ມີ

Job 19

Job 19:1

ໂຢບເວົ້າວ່າແມ່ນຫຍັງທີ່ເພື່ອນຂອງລາວເຮັດໃຫ້ລາວແຕກແຍກ?

ໂຢບຈຶ່ງໄດ້ເວົ້າວ່າພວກເຂົາທຳລາຍລາວໃຫ້ເປັນຕ່ອນໆ.

Job 19:3

ເພື່ອນຂອງໂຢບໄດ້ຕຳຫນິລາວເລື້ອຍປານໃດ?

ພວກເຂົາໄດ້ຫມິ່ນ­ປະ­ຫມາດລາວຢ່າງນີ້ສິບຄັ້ງແລ້ວ.

ຖ້າໂຢບໄດ້ເຮັດຜິດລາວຄວນກັງວົນໃຈຕໍ່ຜູ້ໃດ?

ໂຢບເວົ້າວ່າຄວາມຜິດຂອງລາວກໍຍັງຄົງເປັນຄວາມກັງວົນຂອງລາວເອງ.

Job 19:5

ໂຢບເວົ້າວ່າ ພຣະເຈົ້າປະຕິບັດກັບລາວແນວໃດ?

ໂຢບເວົ້າວ່າພຣະເຈົ້າໄດ້ຊົງກະທຳສິ່ງທີ່ຜິດຕໍ່ລາວ ແລະໄດ້​ຊົງ​ຈັບ​ລາວໄວ້ໃນບ້ວງ​ແຮ້ວ​ຂອງພຣະອົງ.

Job 19:7

ມີຫຍັງເກີດຂື້ນ ເມື່ອໂຢບຮຽກຮ້ອງຄວາມຊ່ວຍເຫລືອເພາະລາວຖືກເຮັດຜິດ?

ລາວຈະບໍ່ໄດ້ຮັບຄຳຕອບ ແລະ ບໍ່ມີຄວາມຍຸຕິທັມເກີດຂຶ້ນ.

Job 19:10

ພຣະເຈົ້ານັບໂຢບເປັນແນວໃດ?

ພຣະອົງໄດ້ຊົງ​ນັບລາວເປັນ​ເຫມືອນຫນຶ່ງໃນບັນດາ​ສັດ­ຕຣູ​ຜູ້​ຮ້າຍ​ກາດ​ຂອງ​ພຣະອົງ.

Job 19:13

ຈະເກີດຫຍັງຂຶ້ນຄອບຄົວ ແລະ ເພື່ອນຂອງໂຢບທັງຫມົດ?

ພຣະ­ເຈົ້າ​ຊົງ​ເຮັດ­ໃຫ້​ພີ່­ນ້ອງ​ຂອງຂ້ານ້ອຍຫ່າງໄກຈາກ​ລາວ; ບັນດາຄົນຮູ້ຈັກລາວກໍເລີ່ມ​ຫັນ​ຫນີ​, ພວກຍາດ​ພີ່­ນ້ອງ​ຂ້ານ້ອຍ ໄດ້ເຮັດໃຫ້ລາວຜິດຫວັງ; ​ເພື່ອນ​ຝູງ​ສະຫນິດ ໄດ້ຫລົງລືມລາວ.

Job 19:15

ຜູ້ຮັບໃຊ້ຂອງໂຢບຕອບແນວໃດ ເມື່ອລາວເອີ້ນເຂົາ?

ຜູ້ຮັບໃຊ້ຂອງລາວຈະບໍ່ຕອບລາວເຖິງແມ່ນວ່າ ລາວຈະອ້ອນວອນເຂົາດ້ວຍຄຳເວົ້າຂອງລາວກໍຕາມ.​

Job 19:17

ຜູ້ທີ່ໂຢບຮັກຕອບສະຫນອງກັບລາວແມ່ນຫຍັງ?

ຄົນເຫລົ່ານັ້ນທີ່ລາວຮັກໄດ້ຫັນມາໂຈມຕີລາວ. ​

Job 19:20

ໂຢບມີຊີວິດລອດໄດ້ແນວໃດ?

ລາວມີຊີິວິດລອດພຽງຫນັງຫຸ້ມແຂ້ວຂອງລາວເທົ່ານັ້ນ.

Job 19:23

ໂຢບຢາກໃຫ້ເກີດຫຍັງຂຶ້ນກັບຄຳເວົ້າຂອງລາວ?

ລາວຕ້ອງການຖ້ອຍຄຳຂອງລາວໄດ້ຖືກບັນທຶກເອົາໄວ້ ແລະ ໄດ້ຖືກ​ບັນ­ທຶກໄວ້ໃນຫນັງສືເຫລັ້ມຫນຶ່ງ, ຫລື ຖືກສະຫລັກດ້ວຍເຫລັກ ແລະກົ່ວ ໃນກ້ອນຫີນຊົ່ວນິຣັນດອນ.

Job 19:25

ໂຢບເວົ້າວ່າລາວຮູ້ຫຍັງ?

ລາວຮູ້ວ່າພຣະຜູ້ໄຖ່ລາວ ຊົງມີຊີວິດຢູ່, ແລະພຣະອົງຈະຊົງຢືນຢູ່ເທິງແຜ່ນດິນໂລກໃນທີ່ສຸດ.

ໂຢບເວົ້າຫຍັງຈະເກີດຂື້ນເມື່ອຮ່າງກາຍຂອງລາວຖືກທຳລາຍ?

ໂຢບໃນຊີ້ນຫນັງຂອງລາວຈະ​ເຫັນ​ພຣະ­ເຈົ້າ.

Job 19:28

ພຣະ­ພິ­ໂຣດນຳຫຍັງມາ?

ພຣະ­ພິ­ໂຣດນຳມາຊຶ່ງການລົງໂທດດ້ວຍດາບ.

Job 20

Job 20:1

ເປັນຫຍັງໂຊຟາຈຶ່ງຕອບໂຢບຢ່າງຮີບຮ້ອນ?

ເຂົາຕອບໂຢບຢ່າງ​ຮີບ​ຮ້ອນເພາະຄວາມກັງວົນທີ່ຢູ່ພາຍໃນລາວ ແລະວິນຍານຫນຶ່ງຈາກຄວາມເຂົ້າໃຈຂອງລາວຕອບລາວ. ລາວໄດ້ຍິນຄຳຕຳຫນິທີ່ຫມິ່ນປະຫມາດຂອງໂຢບ ແລະ ເວົ້າວ່າມັນເຮັດໃຫ້ລາວອັບອາຍ.

Job 20:4

ຄວາມຍິນດີຂອງຄົນທີ່ບໍ່ນັບຖືພຣະເຈົ້າທີ່ຈະຢູ່ດົນປານໃດ?

ຄວາມ​ຍິນດີຂອງຄົນທີ່ບໍ່ນັບຖືພຣະເຈົ້າ ກໍຢູ່ພຽງຊົ່ວຂະນະຫນຶ່ງ.

Job 20:6

ຄົນຊົ່ວຈະຈິບຫາຍໄດ້ແນວໃດ?

ຄົນເຊັ່ນນີ້ຈະຈິບຫາຍໄປຢ່າງຖາວອນ ເຫນືອນກັບຫນ້າຂອງລາວເອງ.

Job 20:8

ຄົນຊົ່ວຈະຫນີໄປໄດ້ແນວໃດ?

ເຂົາ​ຈະ​ບິນ​ໄປ​ຄື​ຄວາມ​ຝັນ, ແລະ​ຖືກໄລ່ອອກໄປ​ເຫມືອນກັບນິມິດຍາມຄໍ່າ­ຄືນ.

Job 20:10

ລູກຂອງຄົນຊົ່ວຈະເຮັດຫຍັງ?

ລູກ­ທັງຫລາຍ​ຂອງ​ເຂົາຈະ​ຂໍໂທດຕໍ່ຄົນຍາກຈົນ.

Job 20:12

ມີຫຍັງເກີດຂຶ້ນກັບຄວາມຊົ່ວຮ້າຍພາຍໃນຄົນຊົ່ວ?

ມັນຈະເຮັດໃຫ້ອາ­ຫານໃນລຳໃສ້ຂອງເຂົາຈະກາຍເປັນຣົດຂົມ; ມັນກາຍເປັນພິດ ເຫມືອນພິດງູຢູ່ພາຍໃນເຂົາ.​

Job 20:15

ຈະເກີດຫຍັງຂຶ້ນກັບຊັບສົມບັດທີ່ຄົນຊົ່ວກືນລົງໄປ?

ເຂົາຈະ​ຮາກ​ມັນ​ອອກ​ມາ​ອີກ.

Job 20:17

ຄົນຊົ່ວຈະບໍ່ມີຊີວິດຢູ່ເພື່ອຄວາມສຸກກັບສິ່ງໃດ?

ເຂົາຈະ​ບໍ່ມີຄວາມສຸກກັບການເບິ່ງ​ສາຍນ້ຳຕ່າງໆ ແລະ ແມ່ນໍ້າທີ່ມີນໍ້າເຜີ້ງ ແລະເນີຍແຫລວ.

ເປັນຫຍັງຄົນຊົ່ວຈະບໍ່ມີຄວາມສຸກ?

ເຂົາໄດ້​ບຽດ­ບຽນ ແລະ​ປະ​ຖິ້ມ​ຄົນ​ຍາກ­ຈົນ, ແລະເຂົາໄດ້ໃຊ້ຄວາມຮຸນແຮງ ເພື່ອ​ຢຶດ​ເຮືອນທັງຫລາຍທີ່ເຂົາ​ບໍ່­ໄດ້​ສ້າງ.

Job 20:20

ເປັນຫຍັງຄວາມຮຸ່ງເຮືອງຂອງຄົນຊົ່ວຈະບໍ່ມີຖາວອນ?

ມັນຈະບໍ່ຄົງຢູ່ ເພາະວ່າບໍ່­ມີສິ່ງໃດຫລົງເຫລືອທີ່ເຂົາບໍ່ໄດ້ຜານ.

Job 20:23

ພຣະເຈົ້າຈະເຮັດແນວໃດກັບຄົນຊົ່ວຮ້າຍທີ່ກຳລັງເຕີມທ້ອງຂອງເຂົາ?

ພຣະເຈົ້າຈະຖອກຝົນແຫ່ງພຣະພິໂຣດລົງມາເຖິງເຂົາໃນຂະນະທີ່ເຂົາກຳລັງກິນອາຫານ​ຢູ່.

ຈະມີຫຍັງເກີດຂຶ້ນເມື່ອຄົນຊົ່ວຮ້າຍຫນີຈາກອາວຸດເຫລັກ?

ຄັນ​ທະ­ນູ​ທອງເຫລືອງ​ຈະ​ຍິງເຂົາ.

Job 20:26

ຟ້າສະຫວັນ ແລະແຜ່ນດິນໂລກຈະເຮັດແນວໃດຕໍ່ກັບຄົນຊົ່ວ?

ຟ້າ­ສະ­ຫວັນ​ຈະ​ສະ­ແດງ​ຄວາມ​ຊົ່ວ­ຊ້າ​ຂອງເຂົາ ແລະ​ແຜ່ນ­ດິນ­ໂລກ​ຈະ​ລຸກ­ຂຶ້ນ​ຕໍ່­ສູ້​ເຂົາໃນຖານະພະຍານຜູ້ຫນຶ່ງ.

Job 20:28

ໃນວັນແຫ່ງພຣະພິໂຣດຂອງພຣະເຈົ້າຈະເປັນແນວໃດ?

ຄວາມມັ່ງຄັ່ງແຫ່ງເຮືອນຂອງເຂົາ ຈະຖືກກວາດໄປ ແລະ ສິນຄ້າຂອງເຂົາຈະໄຫລອອກໄປ.

Job 21

Job 21:1

ໂຢບຄິດວ່າເພື່ອນຂອງລາວຈະເຮັດຫຍັງຫລັງຈາກລາວເວົ້າ?

ລາວຄິດວ່າພວກເຂົາຈະສືບຕໍ່ໄປເຍາະ­ເຍີ້ຍລາວ.

Job 21:4

ຜູ້ຄົນຈະຕອບສະຫນອງແນວໃດເມື່ອພວກເຂົາເບິ່ງໂຢບ?

​ພວກເຂົາຈະປະ­ຫລາດ​ໃຈ​ ແລະ​​ ເອົາ​ມືຂອງເຈົ້າ​ປິດ​ປາກ​ຂອງພວກເຂົາໄວ້.

ຈະເກີດຫຍັງຂຶ້ນກັບໂຢບເມື່ອລາວຄິດເຖິງຄວາມທຸກທໍລະມານຂອງລາວ?

ລາວມີຄວາມວິຕົກກັງວົນ ແລະ ຄວາມຢ້ານກົວຈັບເນື້ອຫນັງຂອງລາວ.

Job 21:7

ໂຢບຖາມຫຍັງແດ່ກ່ຽວກັບຄົນຊົ່ວ?

ໂຢບຖາມເປັນ­ຫຍັງ​ຄົນ​ຊົ່ວ​ຈຶ່ງ​ມີ­ຊີ­ວິດ​ຢູ່ຕໍ່ໄປ, ຈົນ​ເຖິງ​ເຖົ້າ​ແກ່ ແລະ​ມີພະລັງແຂງແຮງ​ຂຶ້ນ?

Job 21:10

ເກີດຫຍັງຂຶ້ນກັບງົວເຖິກ ແລະງົວຂອງຄົນຊົ່ວ?

ງົວ­ເຖິກ​ຜະສົມພັນໄດ້; ມັນເຮັດໄດ້ສຳເລັດ; ແມ່ງົວ​​ອອກ­ລູກ ແລະ​ບໍ່­ມີ​ຫລຸ​ລູກ.

Job 21:13

ຄົນຊົ່ວເວົ້າຫຍັງຕໍ່ພຣະເຈົ້າ?

ພວກ­ເຂົາ​ຈຶ່ງ​ທູນ​ພຣະ­ເຈົ້າ​ວ່າ ຂໍ​ຊົງແຍກໄປຈາກພວກເຮົາ, ພວກເຮົາບໍ່ປາຖະຫນາຄວາມຮູ້ໃດໆ ໃນທາງຂອງ​ພຣະ­ອົງ.

Job 21:16

ໂຢບຕອບສະຫນອງຕໍ່ຄຳແນະນຳຂອງຄົນຊົ່ວແນວໃດ?

ລາວບໍ່ມີສິ່ງໃດທີ່ຈະຕ້ອງເຮັດກັບຄຳແນະນຳຂອງຄົນຊົ່ວ.

Job 21:19

ໂຢບຢາກໃຫ້ໃຜຮັບຜິດຊອບ ສຳລັບຄວາມຜິດຂອງຄົນຊົ່ວ?

ໂຢບຕ້ອງການຄົນຊົ່ວຮັາຍຊົດໃຊ້ຄວາມຜິດດ້ວຍຕົວເອງ, ແລະ​​ບໍ່ແມ່ນບັນດາລູກ­​ຂອງພວກເຂົາ, ເພື່ອທີ່ເຂົາຈະຮູ້ເຖິງຄວາມຜິດຂອງເຂົາ.

Job 21:22

ມີຜູ້ໃດສາມາດສອນຄວາມຮູ້ໃຫ້ກັບພຣະເຈົ້າ?

ບໍ່ມີ, ເນື່ອງຈາກພຣະ­ອົງ​ຊົງ​ພິ­ພາກ­ສາ​ ແມ້ແຕ່ຄົນເຫລົ່ານັ້ນທີ່ຢູ່ສູງ.

Job 21:25

ມີຫຍັງເກີດຂື້ນກັບທັງຄົນທີ່ຕາຍດ້ວຍກຳລັງແຮງ ແລະຜູ້ທີ່ຕາຍດ້ວຍຄວາມຂົມຂື່ນຂອງວິນຍານຈິດ?

ພວກ­ເຂົາ​ລົ້ມຕົວນອນ​ໃນ​ຂີ້­ຝຸ່ນ​ດິນ​ຄື­ກັນ, ແລະ​ບັນດາຕົວ​ຫນອນ​ກໍ​ກັດ​ກິນ​ປົກຄຸມພວກເຂົາ​ທັງ​ສອງ​.

Job 21:27

ໂຢບຮູ້ຫຍັງກ່ຽວກັບຄວາມຄິດ ແລະວິທີການຂອງເພື່ອນຂອງລາວ?

ລາວຮູ້​ຄວາມ​ຄິດຂອງພວກເຂົາ, ແລະ​ອຸ­ບາຍທີ່ພວກເຂົາປາຖະຫນາ​ເຮັດ​ຜິດ​ຕໍ່ລາວ.

Job 21:29

ຜູ້ຄົນເຄີຍສັນຈອນໄປມາໄດ້ເຫັນຫຍັງແດ່ເກີດຂຶ້ນກັບຄົນຊົ່ວ?

ພວກເຂົາເຫັນ​ຄົນ​ຊົ່ວ​ໄດ້​ຖືກມ້ຽນ­ໄວ້​ຈາກວັນແຫ່ງຄວາມພິນາດ, ແລະ​ທີ່­ເຂົາ​ຈະໄດ້​ຖືກ​ນຳອອກ­ໄປຈາກວັນແຫ່ງ​ຄວາມໂກດຮ້າຍ.

Job 21:31

ຜູ້ຊາຍຈະເຮັດຫຍັງຢູ່ໃນບ່ອນຝັງສົບຂອງຄົນຊົ່ວ?

ຜູ້ຊາຍຈະເຝົ້າເຫນືອ​ອຸ­ໂມງຝັງສົບຂອງພວກເຂົາ.

Job 21:34

ໂຢບເວົ້າວ່າໂຊຟາ ກຳລັງພະຍາຍາມປອບໂຍນລາວແນວໃດ?

ໂຢບເວົ້າວ່າໂຊຟາປອບໂຍນລາວດ້ວຍສິ່ງທີ່​​ເປົ່າໆ.

Job 22

Job 22:1

ເອລີຟັດຖາມໂຢບວ່າແນວໃດຖ້າຄວາມຊອບທັມຂອງລາວ ສາມາດເຮັດໄດ້ສຳລັບຜູ້ຊົງຣິດທານຸພາບ?

ລາວຖາມວ່າຖ້າມັນສ້າງຄວາມພໍພຣະທັຍຢ່າງໃດໃຫ້ກັບອົງຜູ້ຊົງຣິດທານຸພາບຖ້າໂຢບມີຄວາມຊອບທັມ.

Job 22:4

ເອລີຟັດເຍາະເຍີ້ຍຄວາມນັບຖືຂອງໂຢບຕໍ່ພຣະເຈົ້າແນວໃດ?

ລາວເຍາະເຍີ້ຍ ເພາະໂຢບຄວາມ​ຢຳ​ເກງຕໍ່ພຣະ­ອົງ​, ພຣະອົງຊົງຕຳນິລາວ.

Job 22:6

ເອລີຟັດກ່າວຫາໂຢບວ່າເຮັດຫຍັງກັບຄົນເປືອຍກາຍ?

ລາວເວົ້າວ່າໂຢບໄດ້ປຸ້ນ​ເສື້ອ­ຜ້າ​ຂອງ​ຄົນ­ທີ່​ເປືອຍ​ກາຍ​ຢູ່.

Job 22:9

ເອລີຟັດກ່າວຫາໂຢບວ່າເຮັດຫຍັງກັບແມ່ຫມ້າຍ?

ລາວກ່າວຫາໂຢບໄດ້ສົ່ງແມ່­ຫມ້າຍ​ອອກ​ໄປດ້ວຍຄວາມວ່າງ​ເປົ່າ.

ເອລີຟັດເວົ້າວ່າຄວາມມືດໄດ້ເຮັດຫຍັງກັບໂຢບ?

ລາວເວົ້າວ່າທີ່ຄວາມ​ມືດ, ເພື່ອວ່າ​​ໂຢບຈະ​ບໍ່​ສາມາດແນມເຫັນ.

Job 22:12

ເອລີຟັດອ້າງວ່າໂຢບເວົ້າຫຍັງແດ່ກ່ຽວກັບພຣະເຈົ້າທີ່ບໍ່ເຫັນຄົນ?

ໂຢບເວົ້າວ່າ, "ເມກ​ທຶບ​ປົກຄຸມ​ພຣະ­ອົງ​ໄວ້, ເພື່ອວ່າພຣະ­ອົງຈະ​ບໍ່ຊົງສາມາດ​ເຫັນຄົນ."

Job 22:15

ເກີດຫຍັງຂຶ້ນກັບຮາກຖານຂອງຄົນຊົ່ວ?

ຄົນຊົ່ວເຫລົ່ານັ້ນທີ່ຮາກ­ຖານ​ໄດ້ຖືກພັດ​ໄປເຫມືອນແມ່ນໍ້າສາຍຫນຶ່ງ.

Job 22:18

ຄົນຊອບທັມປະພຶດແນວໃດເມື່ອເຂົາເຈົ້າເຫັນໂຊກຊະຕາກຳຂອງຄົນຊົ່ວ?

ຄົນ​ຊອບ­ທັມ​ຈະ​ເຫັນໂຊກຊະຕາຂອງພວກເຂົາ ແລະ​ຊົມ­ຊື່ນຍິນດີ.

Job 22:21

ຈະເກີດຫຍັງຂຶ້ນຖ້າໂຢບຍອມຈຳນົນຕໍ່ພຣະເຈົ້າ?

ຖ້າໂຢບຍອມຈຳນົນຕໍ່ພຣະເຈົ້າ, ສິ່ງດີກໍຈະເກີດຂຶ້ນກັບລາວ.

Job 22:23

ເອລີຟັດບອກວ່າຈະເກີດຫຍັງຂຶ້ນຖ້າໂຢບຫັນກັບຫາພຣະເຈົ້າອົງມີຣິດທານຸພາບ?

ໂຢບຫັນກັບຫາພຣະເຈົ້າອົງມີຣິດທານຸພາບ, ລາວຈະໄດ້ຮັບການສ້າງຂຶ້ນໃຫມ່.

Job 22:26

ຈະເກີດຫຍັງຂຶ້ນເມື່ອໂຢບມີຄວາມເພິງພໍໃຈໃນອົງຜູ້ຊົງຣິດທານຸພາບ?

ເມື່ອໂຢບມີຄວາມເພິງພໍໃຈໃນອົງຜູ້ຊົງຣິດທານຸພາບ, ລາວຈະເງີຍຫນ້າຂຶ້ນຕໍ່ພຣະເຈົ້າ.

Job 22:29

ພຣະເຈົ້າຊົງເຮັດຫຍັງກັບຄົນອວດຕົວ?

ພຣະເຈົ້າຊົງເຮັດໃຫ້ຄົນຍິ່ງຖ່ອມຕົວລົງ.

Job 23

Job 23:1

ໂຢບເວົ້າວ່າແມ່ນຫຍັງທີ່ເປັນສິ່ງທີ່ຍິ່ງກວ່າການຮ້ອງຄວນຄາງຂອງລາວ?

ໂຢບເວົ້າວ່າຄວາມທຸກຂອງລາວແມ່ນຫນັກກວ່າການຮ້ອງຄວນ​ຄາງ​ຂອງລາວ.

Job 23:3

ໂຢບຈະເຮັດຫຍັງຢູ່ຕໍ່ຫນ້າພຣະເຈົ້າຖ້າລາວສາມາດພົບພຣະອົງ?

ລາວຈະ​ຍື່ນ​ຄະ­ດີ​ຂອງ​ລາວ​ຕໍ່​ຫນ້າພຣະ­ອົງ ແລະ​ເຕີມປາກຂອງລາວດ້ວຍຄຳໂຕ້​ແຍ້ງ.

Job 23:6

ໂຢບຄິດວ່າພະເຈົ້າຈະຕໍ່ຕ້ານລາວໃນຣິດເດດອັນຍິ່ງໃຫຍ່ຂອງພຣະເຈົ້າຖ້າລາວສາມາດຢືນຢູ່ຕໍ່ຫນ້າພຣະອົງໄດ້?

ບໍ່ເລີຍ, ລາວຄິດວ່າພຣະ­ອົງ​ຈະ​ໃຫ້​ກຳ­ລັງ​ແກ່​ລາວ.

Job 23:8

ໂຢບເວົ້າວ່າພຣະເຈົ້າກຳລັງເຮັດຫຍັງຢູ່ທາງທິດໃຕ້?

ໂຢບເວົ້າວ່າຢູ່ທາງທິດໃຕ້, ພຣະອົງ ເຊື່ອງພຣະອົງ­ໄວ້ ເພື່ອໂຢບ​ຈະບໍ່ສາມາດເຫັນພຣະ­ອົງ​ໄດ້.

Job 23:10

ໂຢບຄາດຫວັງຜົນໄດ້ຮັບຫຍັງແດ່ຈາກການທົດສອບຂອງພຣະເຈົ້າ?

ເມື່ອ​ພຣະ­ອົງ​ໄດ້​ທົດ­ສອບໂຢບ​ແລ້ວ, ໂຢບກໍ​ຈະອອກມາ​ເປັນ​ເຫມືອນ​ຄຳ.

ໂຢບໄດ້ເຮັດຫຍັງກັບພຣະ­ທັມ​ແຫ່ງ​ພຣະ­ໂອດ​ຂອງ​ພຣະເຈົ້າ?

ໂຢບ​ໄດ້ເຫັນຄຸນຄ່າຕໍ່ບັນດາ​ພຣະ­ທັມ​ແຫ່ງ​ພຣະ­ໂອດ​ຂອງ​ພຣະ­ອົງ

Job 23:13

ພຣະເຈົ້າດຳເນີນການຫຍັງແດ່ກັບໂຢບ?

ພຣະ­ອົງຊົງ​ຈະ​ໄດ້​ເຮັດ​ສິ່ງ​ທີ່​ພຣະ­ອົງ​ໄດ້​ກຳ­ນົດທີ່ຕໍ່ຕ້ານ​ໂຢບ​ນັ້ນ​ຄົບ­ຖ້ວນ.

Job 23:15

ໂຢບຮູ້ສຶກແນວໃດເມື່ອລາວຄິດເຖິງພຣະເຈົ້າ?

ເມື່ອລາວຄິດເຖິງພຣະອົງ, ລາວ​ກໍ​ຢ້ານກົວ​ພຣະ­ອົງ.

ແມ່ນຫຍັງທີ່ປົກຄຸມຫນ້າຂອງໂຢບ?

ຄວາມ​ມືດ​ທຶບທີ່ປົກຄຸກໃບຫນ້າອັນສິ້ນຫວັງຂອງໂຢບ.

Job 24

Job 24:1

ຊ່ວງເວລາທີ່ໂຢບຄິດວ່າບໍ່ໄດ້ກຳນົດໂດຍພຣະຜູ້ເປັນເຈົ້າ?

ເປັນ­ຫຍັງເວລາທັງຫລາຍເພື່ອການຕັດສິນຄົນຊົ່ວຮ້າຍ ຈຶ່ງບໍ່ຕັ້ງໂດຍອົງຜູ້ຊົງຣິດ.

Job 24:2

ຄົນຊົ່ວເຮັດຫຍັງກັບຝູງລາ​ຂອງ​ຄົນ​ກຳ­ພ້າ​ພໍ່?

ພວກ­ເຂົາຂັບ​ໄລ່​ຕ້ອນ​ຝູງລາ​ຂອງ​ຄົນ​ກຳ­ພ້າ​ພໍ່.

Job 24:5

ຜູ້ທຸກຍາກຫວັງວ່າຊາວອາຣາບາຈະສະຫນອງຫຍັງ?

ພວກເຂົາຫວັງວ່າອາຣາບາ ຈະຕຽມອາຫານໃຫ້ພວກເຂົາເພື່ອບັນດາລູກ​ທັງ­ຫລາຍ​ຂອງ​ພວກ­ເຂົາ.

ຄົນທຸກຍາກຈະຂາເດເຂີນຫຍັງຊ່ວງຫນາວເຢັນ?

ພວກເຂົາບໍ່­ມີ​ຜ້າ­ຫົ່ມ​ກັນຄວາມ​ຫນາວ.

Job 24:8

ຄົນທຸກຍາກກອດເອົາຫຍັງແດ່ ສຳລັບການຂາດບ່ອນກຳບັງ?

ພວກເຂົາກອດກ້ອນ​ຫີນ ເພາະ​ບໍ່­ມີ​ບ່ອນ​ກຳ​ບັງ.

ຄົນທຸກຍາກເຮັດຫຍັງເພື່ອຄົນອຶ່ນ, ເຖິງແມ່ນວ່າພວກເຂົາຫິວ?

ເຖິງແມ່ນວ່າພວກເຂົາ​​ຫິວກໍຕາມ, ພວກເຂົາກໍຕ້ອງແບກ​ຟ່ອນ​ເຂົ້າ­ໄປ​ຈາກ​ຄົນ­ທີ່​ຫິວ.

Job 24:11

ຄົນທຸກຍາກເຮັດຫຍັງເພື່ອຄົນອຶ່ນ, ເຖິງແມ່ນວ່າເຂົາເຈົ້າປະສົບຄວາມຫິວກະຫາຍ?

ພວກ­ເຂົາ​ຢຽບອະ­ງຸ່ນໃນບໍ່ອະງຸ່ນຂອງຄົນຊົ່ວຮ້າຍ; ແຕ່ພວກເຂົາກັບທົນທຸກໃນຄວາມຫິວກະຫາຍ.

Job 24:13

ໃນຕອນກາງຄືນຄາດຕະກຳແມ່ນຫຍັງ?

ໃນ​ກາງ­ຄືນ, ຄາດຕະກຳເປັນ​ເຫມືອນຄົນ­ຂີ້­ລັກ.

Job 24:15

ເປັນຫຍັງຄົນຊົ່ວຈຶ່ງປິດຕົວເອງໃນຍາມກາງເວັນ?

ພວກ­ເຂົາ​ບໍ່​ສົນໃຈ​ຄວາມ​ສະ­ຫວ່າງ.

ຄົນຊົ່ວຈະສະບາຍກັບຄວາມຢ້ານກົວຫຍັງແດ່?

ພວກເຂົາສະບາຍກັບຄວາມຫນ້າກົວແຫ່ງຄວາມມືດທືບ.

Job 24:18

ແດນຄົນຕາຍຈະຈັບເອົາໃຜ?

ແດນຄົນຕາຍ​ກໍ​ຈັບ​ເອົາຄົນເຫລົ່ານັ້ນທີ່ໄດ້ເຮັດ​ບາບ.

Job 24:20

ຄົນຊົ່ວຮ້າຍລ້າງຜານຫຍັງ?

ຄົນຊົ່ວຮ້າຍທີ່ລ້າງຜານ​ຍິງຜູ້ເປັນຫມັນ​ ຜູ້ທີ່ເຄີຍບໍ່­ມີ​ລູກ.

Job 24:22

ພຣະເຈົ້າຊົງລາກໃຜໄປ?

ພຣະເຈົ້າຍັງຊົງລາກຄົນທີ່​ມີ​ກຳ­ລັງອອກໄ​ດ້ດ້ວຍຣິດທານຸພາບຂອງພຣະອົງ

Job 24:24

ຈະມີຫຍັງເກີດຂຶ້ນກັບຄົນທີ່ມີອຳນາດໃນເວລາສັ້ນໆ?

ແຕ່ກໍເປັນພຽງຊ່ວງເວລາຫນຶ່ງເທົ່ານັ້ນ, ພວກເຂົາຈະຕ້ອງຈາກໄປ.

Job 25

Job 25:1

ພຣະເຈົ້າບັນຊາໃຫ້ຢູ່ບ່ອນໃດ?

ພຣະ­ອົງຊົງບັນຊາໃນສະຖານທີ່ສູງແຫ່ງທ້ອງຟ້າຂອງ​ພຣະ­ອົງ.

Job 25:4

ບິນດັດໄດ້ຖາມໃຜແດ່ວ່າ ພວກເຂົາສາມາດສະອາດ ແລະເປັນທີ່ຍອມຮັບຂອງພຣະເຈົ້າ?

ລາວຖາມຜູ້ທີ່​ເກີດ​ຈາກ​ຜູ້­ຍິງຄົນຫນຶ່ງທີ່​ບໍ­ຣິ­ສຸດ, ເປັນທີ່ຍອມຮັບຕໍ່ພຣະອົງ.

ບິນດັດປຽບທຽບບຸດມະນຸດກັບຫຍັງ?

ລາວເວົ້າວ່າ ລູກ​ຂອງ​ມະ­ນຸດແມ່ນ​ຕົວ​ຫນອນຕົວຫນຶ່ງ.

Job 26

Job 26:1

ໂຢບຄິດວ່າ ບິນດັດເວົ້າຄຳເວົ້າຂອງຕົວເອງແນວໃດ?

ບໍ່ເລີຍ, ໂຢບຢາກຮູ້ວ່າການທີ່ບິນດັດ​ໄດ້​ກ່າວ​ຖ້ອຍ­ຄຳເຫລົ່ານີ້ມັນຊ່ວຍໃຜ.

Job 26:5

ບໍ່ມີສິ່ງໃດປົກປິດຕໍ່ຫນ້າພຣະເຈົ້າ?

ການທຳລາຍ ກໍບໍ່ມີສິ່ງປົກປິດຕໍ່ພຣະອົງ.

Job 26:7

ພຣະເຈົ້າໄດ້ຫຸ້ມຫໍ່ນໍ້າໄວ້ຢູ່ໃສ?

ພຣະ­ອົງ​ຊົງໄດ້​ຫຸ້ມ​ຫໍ່​ນ້ຳ​ໄວ້​ໃນ​ເມກ​ທຶບ​ຂອງ​ພຣະ­ອົງ

Job 26:9

ພຣະເຈົ້າຊົງແຜ່ຂະຫຍາຍສິ່ງໃດຢູ່ເທິງຜິວດວງເດືອນ?

ພຣະ­ອົງ​ຊົງປົກຄຸມຜິວດວງເດືອນ ແລະແຜ່ເມກຂອງພຣະອົງເທິງດວງເດືອນນັ້ນ.

Job 26:11

ພຣະເຈົ້າໄດ້ຊົງເຮັດຫຍັງໃຫ້ສະ­ຫງົບ​ດ້ວຍ​ຣິດ­ທາ­ນຸ­ພາບ​ຂອງ​ພຣະ­ອົງ?

ພຣະ­ອົງ​ໄດ້ຊົງເຮັດໃຫ້​ທະ­ເລ​​ສະ­ຫງົບ​ດ້ວຍ​ຣິດ­ທາ­ນຸ­ພາບ​ຂອງ​ພຣະ­ອົງ.

Job 26:13

ພຣະເຈົ້າຊົງເຮັດໃຫ້ທ້ອງຟ້າທັງຫລາຍຂອງພະຍຸສ່ອງໃສໂດຍສິ່ງໃດ?

ໂດຍລົມຫາຍໃຈຂອງພຣະອົງ, ພຣະອົງຊົງເຮັດໃຫ້ທ້ອງຟ້າທັງຫລາຍຂອງພະຍຸສ່ອງໃສ.

Job 27

Job 27:1

ໂຢບເວົ້າແນວໃດທີ່ພຣະເຈົ້າໄດ້ເອົາຫຍັງໄປຈາກລາວ?

ພຣະເຈົ້າຊົງເອົາ​ຄວາມ­ຍຸ­ຕິ­ທັມຂອງລາວອອກໄປ.

Job 27:4

ໂຢບສາບານວ່າຮິມປາກຂອງລາວຈະບໍ່ເວົ້າຫຍັງ?

ໂຢບສາບານວ່າຮີມ­ປາກ​ຂອງ​ລາວຈະ​ບໍ່​ເວົ້າ​ຄວາມ​ບໍ່​ຈິງ.

Job 27:6

ຄວາມຄິດຂອງໂຢບຈະບໍ່ຕຳນິລາວດົນປານໃດ?

ລາວຄິດວ່າຄວາມຄິດຂອງລາວຈະ​ບໍ່​ຕຳ­ນິລາວ ນານຕາບຈົນເຖິງທີ່ລາວມີ​ຊີ­ວິດ​ຢູ່

Job 27:8

ໂຢບເວົ້າວ່າພຣະເຈົ້າເຮັດຫຍັງ ເມື່ອພຣະອົງຕັດຊີວິດຂອງຄົນ​ທີ່ບໍ່ນັບຖືພຣະເຈົ້າ?

ເມື່ອພຣະເຈົ້າຊົງຕັດລາວອອກໄປ, ເມື່ອພຣະເຈົ້າໄດ້ເອົາຊີວິດຂອງລາວໄປ.

Job 27:11

ໂຢບເວົ້າຫຍັງແດ່ວ່າລາວຈະບໍ່ປິດບັງຜູ້ມີຣິດທານຸພາບ?

ໂຢບເວົ້າວ່າຈະ​ບໍ່​ປິດ­ບັງ​ພຣະ­ດຳ­ຣິຕ່າງໆ​ຂອງ​ພຣະ­ເຈົ້າ​ອົງ​ຜູ້ຊົງ​ມິ​ຣິດທານຸພາບ.

Job 27:13

ເຊື້ອສາຍຂອງຄົນຊົ່ວຈະມີຫຍັງບໍ່ພຽງພໍ?

ເຊື້ອສາຍຂອງລາວຈະບໍ່ມີວັນທີ່ອາຫານພຽງພໍ​ກິນ.

Job 27:15

ແມ່ຫມາ້ຍຂອງຄົນຊົ່ວຈະເຮັດຫຍັງເພື່ອເຂົາບໍ່ໄດ້?

ແມ່­ຫມ້າຍ​​ຂອງ​ເຂົາ​ຈະ​ບໍ່​ຮ້ອງ​ຄວນຄາງເພື່ອເຂົາ.

Job 27:18

ຄົນຊົ່ວຮ້າຍເຫັນຫຍັງໃນເວລາທີ່ເຂົາເປີດຕາເຂົາຫລັງຈາກເຂົານອນຈົນລວຍ?

ເຂົາເປີດຕາຂອງເຂົາ ແລະທຸກສິ່ງກໍຫາຍໄປ.

Job 27:20

ລົມຕາເວັນອອກເຮັດຫຍັງເມື່ອມັນໄລ່ຊົ່ວຮ້າຍອອກໄປ?

ລົມຈາກທິດຕາເວັນອອກຈະຫອບເອົາເຂົາໄປ, ແລະມັນກວາດລາວອອກໄປຈາກ​ບ່ອນ​ຂອງ​ເຂົາ.

Job 27:22

ຄົນຊົ່ວຮ້າຍພະຍາຍາມເຮັດຫຍັງເມື່ອລົມແຮງຢູ່ທາງທິດຕາເວັນອອກບໍ່ຢຸດ?

ເຂົາພະຍາຍາມຫນີອອກໄປຈາກມືຂອງມັນ.

Job 28

Job 28:1

ແຮ່ທອງເຫລືອງຖືກຫລອມມາຈາກໃສ?

ແຮ່ທອງ­ເຫລືອງຖືກຫລອມ​ມາ​ຈາກ​ກ້ອນຫີນ.

Job 28:3

ມະນຸດຄົ້ນ­ຫາຫຍັງທີ່​ໄປ​ຍັງ​ເຂດຫ່າງ​ໄກ​ທີ່­ສຸດ?

ມະນຸດຄົ້ນ­ຫາ, ທີ່​ໄປ​ຍັງ​ເຂດຫ່າງ​ໄກ​ທີ່­ສຸດ, ກ້ອນຫີນຕ່າງໆ ໃນທີ່ລັບ ແລະໃນຄວາມມືດທືບ.

ມະນຸດເປີດອຸໂມງຢູ່ບ່ອນໃດ?

ເຂົາ​ເປີດອຸໂມງທີ່ຢູ່ຫ່າງໄກຈາກທີ່ຜູ້ຄົນອາໄສຢູ່.

Job 28:5

ສິ່ງທີ່ມີຢູ່ໃນຂີ້ຝຸ່ນຂອງແຜ່ນດິນໂລກແມ່ນຫຍັງ?

​ຂີ້­ຂອງມັນບັນຈຸ​ຄຳ.

Job 28:7

ສິ່ງທີ່ຍັງບໍ່ທັນໄດ້ຍ່າງຜ່ານເສັ້ນທາງຂອງກະດູກຂອງມະນຸດແມ່ນຫຍັງ?

ສັດທີ່ອວດອ້າງບໍ່ໄດ້ເຄີຍ​ຍ່າງ​ທາງ­ນັ້ນ, ຫລື​ໂຕ​ສິງໂຕ​ໂຫດ­ຮ້າຍ​ກໍບໍ່​ໄດ້ຜ່ານ­ບ່ອນ­ນັ້ນ.

Job 28:9

ຜູ້ຊາຍເຫັນຫຍັງໃນຊ່ອງທາງຕ່າງໆທີ່ເຂົາຕັດໃນບັນດາກ້ອນຫີນ?

ດວງຕາຂອງເຂົາແນມເຫັນສິ່ງທີ່ມີຄ່າທຸກຢ່າງທີ່ນັ້ນ.

Job 28:12

ສະຕິປັນຍາ ແລະຄວາມເຂົ້າໃຈອັນໃດທີ່ບໍ່ພົບໄດ້?

ທັງສອງຢ່າງພົບບໍ່ໄດ້ໃນແຜ່ນ­ດິນ​ຂອງ​ຄົນ​ເປັນ.

Job 28:15

ສິ່ງທີ່ບໍ່ສາມາດທຽບເທົ່າຄ່າຂອງສະຕິປັນຍາ ແລະ ຄວາມເຂົ້າໃຈ?

​ຄຳ ແລະ​ແກ້ວ​ບໍ­ຣິ­ສຸດ​​ບໍ່­ສາມາດມີຄ່າທຽບເທົ່າທັງສອງຢ່າງໄດ້.

Job 28:18

ລາຄາຂອງສະຕິປັນຍາແມ່ນຫລາຍສູງກ່ວາເຄື່ອງປະດັບອັນໃດ?

ລາຄາຂອງ​ສະ­ຕິ­ປັນ­ຍາ​ນັ້ນມີຫລາຍສູງ​ກວ່າ​ບັນດາທັບທິມ.

Job 28:20

ສະຕິປັນຍານນັ້ນທີ່ເຊື່ອງພົ້ນຈາກດວງຕາຂອງໃຜ?

ສະຕິປັນຍານັ້ນ​ທີ່​ເຊື່ອງ​ພົ້ນ​ຈາກ​ດວງຕາທັງຫລາຍ​ຂອງ​ສິ່ງ​ທີ່​ມີ­ຊີ­ວິດທັງຫມົດ.

Job 28:23

ຜູ້ໃດຈະຮູ້ສະຖານທີ່ຂອງສະຕິປັນຍາ?

ພຣະ­ເຈົ້າ​ຊົງເຂົ້າໃຈ​ທາງ​ໄປ​ຫາ​ສະ­ຕິ­ປັນ­ຍາ​ນັ້ນ ແລະ ​ພຣະ­ອົງ​ຊົງ​ຮູ້ຈັກສະຖານທີ່​ຂອງ​ສະ­ຕິ­ປັນ­ຍາ​ດ້ວຍ.

ພຣະເຈົ້າໄດ້ປະທານຫຍັງໂດຍການວັດແທກ?

ພຣະອົງແບ່ງນໍ້າທັງຫລາຍອອກດ້ວຍເຄື່ອງ​ຜອງ.

Job 28:26

ສຳລັບພຣະເຈົ້າໄດ້ສ້າງກົດເກນຫຍັງ?

ພຣະ­ອົງ​ໄດ້​ສ້າງ​ກົດ­ເກນສຳລັບ​​ຝົນ.

ພຣະເຈົ້າບອກຫຍັງໃຫ້ຄົນຜູ້ມີສະຕິປັນຍາ?

ຕໍ່ຜູ້ຄົນ ພຣະ­ອົງ​ກ່າວ​​ວ່າ, "ເບິ່ງ​ແມ, ຄວາມ​ຢຳ​ເກງ​ອົງ­ພຣະຜູ້­ເປັນ­ເຈົ້າ​ນັ້ນ​ແຫລະຄື​ສະ­ຕິ­ປັນ­ຍາ."

Job 29

Job 29:1

ໂຢບໄດ້ລະນຶກເຖິງເວລາທີ່ພຣະເຈົ້າໄດ້ຊົງຫ່ວງໄຍລາວບໍ?

ໂຢບໄດ້ລະນຶກເຖິງເມື່ອຫລາຍ​ເດືອນ​ກ່ອນທີ່ພຣະເຈົ້າໄດ້ຊົງຫ່ວງໄຍລາວ.

Job 29:4

ຈະເກີດຫຍັງຂຶ້ນກັບເຕັນຂອງໂຢບໃນວັນແຫ່ງຄວາມສົມບູນຂອງລາວ?

ໂຢບໄດ້ລະນຶກເຖິງໃນຄວາມສົມບູນແຫ່ງວັນຂອງລາວ, ເມື່ອ​ສຳພັນທະພາບກັບພຣະເຈົ້າໄດ້ຢູ່ໃນເຕັນຂອງລາວ.

ກ້ອນຫີນໄດ້ໄຫລສິ່ງໃດໃຫ້ແກ່ໂຢບໃນອາດີດ?

ເມື່ອ​ອົງ​ຜູ້​ມີ​ຣິດທານຸພາບຍັງຊົງ​​ຢູ່​ກັບລາວ, ກ້ອນຫີນນັ້ນໄດ້ຫລັ່ງສາຍນໍ້າແຫ່ງ​​​ນ້ຳ­ມັນ​ອອກ​ໃຫ້ແກ່ລາວ.

Job 29:7

ຄົນຫນຸ່ມໄດ້ສະແດງຄວາມເຄົາລົບນັບຖືຕໍ່ໂຢບຢູ່ບໍລິເວນເມືອງແນວໃດ?

ພວກເຂົາເຫັນຂ້ານ້ອຍແລະຢູ່ຫ່າງຈາກຂ້ານ້ອຍດ້ວຍຄວາມເຄົາຣົບ

Job 29:9

ບັນດາເຈົ້ານາຍໄດ້ເຮັດຫຍັງເມື່ອໂຢບມາເຖິງ?

ພວກເຂົາຢຸດ​ການໂອ້ລົມ ເມື່ອລາວມາເຖິງ.

ມີຫຍັງເກີດຂຶ້ນກັບລີ້ນຂອງບັນດາເຈົ້າ​ນາຍເມື່ອໂຢບມາ?

ລີ້ນ​ຂອງ​ພວກ­ເຂົາ​ກໍ​ຕິດ​ເພ­ດານ​ປາກຂອງພວກເຂົາ.

Job 29:11

ບັນດາເຈົ້າ​ນາຍຈະເຮັດຫຍັງຫລັງຈາກດວງຕາຂອງພວກເຂົາໄດ້ເຫັນໂຢບ?

ພວກເຂົາຈະໃຫ້ຄຳພະຍານຕໍ່ລາວ ແລະຍອມຮັບລາວ.

ໂຢບເຮັດໃຫ້ຈິດໃຈຂອງຍິງຫມ້າຍເປັນແນວໃດ?

ລາວໄດ້­ເປັນ​ເຫດ​ໃຫ້​ຈິດ­ໃຈ​ຂອງ​ແມ່­ຫມ້າຍ​ ຮ້ອງ­ເພງ​ດ້ວຍ​ຄວາມ​ຊົມຊື່ນ­ຍິນດີ.

Job 29:14

ໂຢບໄດ້ເຮັດຫຍັງ ແມ່ນແຕ່ສຳລັບຄົນທີ່ລາວບໍ່ຮູ້ຈັກ?

ລາວຈະພິ­ຈາ­ຣະ­ນາ​ຄະດີ ແມ້ແຕ່​ຂອງ​ຜູ້​ທີ່​ຂ້ານ້ອຍບໍ່​ຮູ້­ຈັກ.

Job 29:17

ຜູ້ໃດທີ່ໂຢບຈະໄລ່ຈາກແຂ້ວຂອງຄົນບໍ່ຊອບທັມ?

ໂຢບຈະຊ່ວຍຜູ້ຕົກເປັນເຫຍື່ອອອກຈາກລະຫວ່າງ​ແຂ້ວ​ຂອງ​ລາວ.

Job 29:20

ໂຢບເວົ້າຫຍັງສົດໃຫມ່ ຢູ່ໃນມືຂອງລາວສະເຫມີ?

ຄັນ​ທະ­ນູ​ແຫ່ງກຳລັງຂອງ​ລາວສົດໃຫມ່ໃນ​ມືລາວ​ສະ­ເຫມີ.

Job 29:23

ຜູ້ຊາຍລໍຖ້າດື່ມຫຍັງ ຄືກັບນໍ້າຝົນຈາກໂຢບ?

ພວກ­ເຂົາໄດ້ເປີດ​ປາກ​ຂອງ­ຕົນກວ້າງເພື່ອດື່ມຖ້ອຍຄຳຂອງລາວ, ເຫມືອນກັບພວກເຂົາຈະດື່ມ​ນ້ຳ​ຝົນ­ຕົກ​ທ້າຍ​ຣະ­ດູ.

Job 29:25

ໂຢບປຽບທຽບຕົນເອງກັບອັນໃດໃນງານສົບ?

ລາວເວົ້າວ່າ ລາວເຫມືອນກັບຜູ້ຫນຶ່ງທີ່ປອບໂຍນບັນດາຄົນໄວ້ທຸກ.

Job 30

Job 30:1

ຜູ້ໃດທີ່ບໍ່ມີຫຍັງ ນອກເຫນືອຈາກການເຍາະເຍີ້ຍໂຢບ?

ຄົນເຫລົ່ານັ້ນທີ່ອາຍຸນ້ອຍກວ່າ ໂຢບກັບບໍ່ໄດ້ເຮັດສິ່ງໃດນອກຈາກການເຍາະເຍີ້ຍລາວ.

ແມ່ນຫຍັງທີ່ເຮັດໃຫ້ບັນພະບຸຣຸດຂອງຄົນ­ທີ່​ຫນຸ່ມຈ່ອຍຜອມ?

ພວກເຂົາຝ່າຍຜອມເພາະ​ຄວາມ​ຍາກຈົນ ແລະ​ຫິວ­ໂຫຍ.

Job 30:4

ບັນພະບຸຣຸດຂອງຄົນ­ທີ່​ຫນຸ່ມຖືກໄລ່ອອກຈາກໄສ?

ພວກ­ເຂົາໄດ້​ຖືກ​ຂັບ​ໄລ່­ອອກຈາກ​ທ່າມ­ກາງ​ປະຊາກອນ.

Job 30:7

ຈາກຜູ້ໃດ ທີ່ບັນພະບຸຣຸດຂອງຄົນ­ທີ່​ຫນຸ່ມນີ້ ເວົ້າກ່ຽວກັບໂຢບ?

ພວກ­ເຂົາ​ໄດ້ເປັນ​ລູກຊາຍ​ຂອງພວກ​ຄົນ​ໂງ່, ຄວາມຈິງຄື, ເປັນ​ລູກຊາຍ​ຂອງພວກທີ່ບໍ່ມີຊື່ສຽງ.

Job 30:9

ເກີດຫຍັງຂຶ້ນແກ່ໂຢບ ສຳລັບພວກລູກຫລານຂອງຄົນທີ່ບໍ່ມີຄ່າ?

ໂຢບໄດ້​ກາຍ­ເປັນ​ເພງແຫ່ງການ​ເຍາະ­ເຍີ້ຍ​ຂອງ​ພວກ­ເຂົາ.

ດຽວນີ້ປະຊາຊົນສູນເສຍຫຍັງຕໍ່ຫນ້າໂຢບ?

ຄົນເຫລົ່ານີ້ສູນເສຍການຄວບຄຸມຕົນເອງທັງຫມົດຕໍ່ຫນ້າລາວ.

Job 30:12

ເປັນຫຍັງຜູ້ຄົນຈຶ່ງຍູ້ຄວາມພິນາດໄປທາງຫນ້າໂຢບໄດ້?

ພວກ­ເຂົາຍູ້ຄວາມພິນາດໄປທາງຫນ້າລາວ​, ພວກຄົນທີ່ບໍ່­ມີ​ຜູ້­ໃດ​ຕ້ານ­ທານ​ພວກ­ເຂົາ​ໄວ້​ເລີຍ.

Job 30:14

ໂຢບເວົ້າຫຍັງທີ່ຖືກກຳຈັດອອກໄປເຫມືອນກັບມັນເປັນພຽງແຕ່ສາຍລົມ?

ກຽດຂອງລາວຖືກກຳຈັດອອກໄປເຫມືອນກັບມັນເປັນພຽງແຕ່ສາຍລົມ.

Job 30:16

ມີສິ່ງໃດໄດ້​​ຈັບ​ຕົວໂຢບໄວ້ຈົນຫມັ້ນ ໃນຂະນະທີ່ຊີວິດຂອງລາວ ກຳລັງຫລົງໄຫລຢູ່ໃນຕົວລາວ?

ວັນ​ເວ­ລາ​ແຫ່ງ​ຄວາມ­ທຸກທໍຣະມານທັງຫລາຍຂອງລາວ ໄດ້​​ຈັບ​ຕົວລາວໄວ້ຈົນຫມັ້ນ.

Job 30:18

ແມ່ນຫຍັງທີ່ໂຢບເວົ້າ ໄດ້ຍຶດເສື້ອຜ້າຂອງລາວໄປ?

ກຳລັງອັນຍິ່ງໃຫຍ່ຂອງພຣະເຈົ້າ ໄດ້ຢືດເສື້ອຜ້າຂອງຂ້ານ້ອຍ.

Job 30:20

ໂຢບເວົ້າວ່າພຣະເຈົ້າຂົ່ມເຫັງລາວແນວໃດ ໃນຂະນະທີ່ພຣະອົງຊົງປ່ຽນແປງ ແລະ ກາຍເປັນຄົນໂຫດຮ້າຍ?

ພຣະເຈົ້າຊົງປ່ຽນແປງ ແລະຊົງ​ໂຫດ­ຮ້າຍ​ຕໍ່​ລາວ; ພ້ອມກັບຣິດອຳນາດດ້ວຍພຣະຫັດຂອງພຣະອົງ ພຣະເຈົ້າໄດ້ຂົ່ມເຫັງລາວ.​

Job 30:22

ໂຢບຮູ້ວ່າ ມີຫຍັງຖືກກຳນົດໄວ້ສຳລັບສິ່ງມີຊີວິດທັງຫມົດ?

ລາວຮູ້​​ວ່າ​ ພຣະເຈົ້າ​ຈະ­ໃຫ້ລາວໄປເຖິງຄວາມ​ຕາຍ​ເສຍ, ​ໄປເຖິງ​ສູ່​ບ່ອນທີ່ເປັນຈຸດຫມາຍປາຍທາງສຳລັບທຸກສິ່ງທີ່ມີຊີວິດ.

Job 30:24

ມີຫຍັງເກີດຂຶ້ນ ເມື່ອໂຢບໄດ້ລໍຄອຍຖ້າຄວາມສະຫວ່າງ?

ເມື່ອ​ລາວໄດ້ລໍ​ຄອຍ​ຖ້າ​ຄວາມ​ສະ­ຫວ່າງ, ຄວາມ​ມືດ​ກໍ​ມາ​ແທນທີ່.

Job 30:27

ໂຢບຢືນຢູ່ບ່ອນໃດເພື່ອຂໍຄວາມຊ່ວຍເຫລືອ?

ລາວ​ຢືນ​ຂຶ້ນ​ໃນ​ທີ່​ຊຸມ­ນຸມ­ຊົນ ແລະ​ຮ້ອງ​ຂໍ​ຄວາມ​ຊ່ວຍ­ເຫລືອ.

Job 30:30

ໂຢບເວົ້າວ່າສຽງ​ພິນ​ຄູ່​ຂອງລາວ ໄດ້ຫັນໄປສູ່ເພັງປະເພດໃດ?

ໂຢບເວົ້າວ່າສຽງ​ພິນ​ຄູ່​ຂອງລາວ ຈຶ່ງຫັນໄປສູ່ເພງໄວ້ທຸກ.

Job 31

Job 31:1

ໂຢບເວົ້າວ່າ ຄວາມປາຖະຫນາອັນໃດ ດ້ວຍຄວາມສະຫງົບ ໂດຍເຮັດສັນຍາກັບດວງຕາຂອງລາວ?

ໂຢບໄດ້ເຮັດສັນຍາກັບດວງຕາຂອງລາວ; ແລ້ວລາວຄວນຈະເບິ່ງ​ຍິງບໍຣິສຸດ​ດ້ວຍ​ໃຈປາຖະຫນາ​ຢ່າງນັ້ນ.

Job 31:3

ໂຢບຄິດວ່າເຫດການເລວຮ້າຍມີໄວ້ສຳລັບໃຜ?

ໂຢບຄິດວ່າເຫດການເລວຮ້າຍມີໄວ້ສຳລັບຄົນອະທັມ.

Job 31:5

ໂຢບຂໍໃຫ້ເຮັດຫຍັງ ເພື່ອພຣະ­ອົງ​ຈະຊົງ​ຮູ້­ເຖິງຄວາມຊື່ສັດຂອງລາວ?

ລາວຂໍໃຫ້​ພຣະ­ເຈົ້າ​ໄດ້ຮັບການ​ຊັ່ງ​ຢ່າງສົມດຸນ ເພື່ອພຣະ­ເຈົ້າຈະຊົງ​ຮູ້­ເຖິງຄວາມຊື່ສັດຂອງລາວ.

Job 31:7

ໂຢບຂໍໃຫ້ເກີດຫຍັງຂຶ້ນກັບການເກັບກ່ຽວ ຖ້າລາວກັບໄປໃນທາງທີ່ຖືກຕ້ອງ?

ລາວເວົ້າວ່າ ຂໍ​ໃຫ້​ການເກັບກ່ຽວຖືກຖອນອອກໄປຈາກທົ່ງນາຂອງລາວ.

Job 31:9

ໂຢບເວົ້າວ່າ ແມ່ນຫຍັງຄືການພິພາກສາຖ້າລາວຖືກດຶງດູດໃຫ້ຜູ້ຍິງຄົນອຶ່ນ?

ລາວເວົ້າວ່າ​ຂໍ​ໃຫ້​ເມຍ​ຂອງລາວຮັບ­ໃຊ້​ຄົນອຶ່ນ.

Job 31:11

ໂຢບເວົ້າວ່າ ໄຟຊະນິດໃດຈຶ່ງເວົ້າວ່າອາຊະຍາກຳເປັນເຊັ່ນນີ້?

ໂຢບເວົ້າວ່າເເປັນໄຟທີ່ເຜົາຜານທຸກສິ່ງເພື່ອແດນຄົນຕາຍ.

Job 31:13

ພຣະເຈົ້າຊົງໄດ້ເຮັດຫຍັງສຳລັບທັງຜູ້ຮັບໃຊ້ ແລະ ສຳລັບໂຢບ?

ພຣະເຈົ້າຊົງປັ້ນພວກເຮົາທຸກຄົນໃນທ້ອງນັ້ນ.

Job 31:16

ໂຢບເວົ້າວ່າ ລາວໄດ້ປະຕິບັດຕໍ່ເດັກກຳພ້າຕັ້ງແຕ່ຍັງນ້ອຍມາ ແນວໃດ?

ລາວວ່າລູກກຳພ້າໄດ້​ເຕີບໂຕຂຶ້ນພ້ອມກັບລາວເຫມືອນ ກັບລາວເປັນພໍ່ຂອງເຂົາ.

Job 31:19

ສິ່ງທີ່ຄວນສະເຫນີເພື່ອໃຫ້ຄວາມອົບອຸ່ນແກ່ຄົນຂັດສົນ ໂດຍບໍ່ມີເຄື່ອງນຸ່ງຫົ່ມ?

ພວກເຂົາຄວນໄດ້ຮັບການເຮັດໃຫ້ອົບອຸ່ນດ້ວຍຂົນແກະຂອງລາວ.

Job 31:22

ໂຢບກ່າວວ່າສ່ວນໃດຂອງຮ່າງກາຍຂອງລາວ ຄວນຈະຫລຸດອອກຖ້າລາວບໍ່ມີຄວາມເມດຕາສົງສານ?

ໂຢບເວົ້າວ່າຂໍໃຫ້ໄຫລ່ຂອງລາວຫລຸດ​ອອກ­ຈາກ​ບ່າ​ຂອງ​ລາວເສຍ

Job 31:24

ຜູ້ຄົນສາມາດເວົ້າຫຍັງກັບຄຳເນື້ອດີ?

ພວກເຂົາໄດ້ເວົ້າຕໍ່ຄຳເນື້ອດີວ່າ, "ເຈົ້າເປັນຄວາມຫມັ້ນໃຈຂອງຂ້ອຍ"

Job 31:26

ໂຢບຈະປະຕິເສດໃຜຖ້າລາວນະມັດສະການດວງອາທິດ ຫລືດວງຈັນ?

ຖ້າລາວນະມັດສະການພວກມັນ ລາວກໍໄດ້ປະຕິເສດພຣະເຈົ້າຜູ້ຊົງຢູ່ເບື້ອງເທິງ.

Job 31:29

ໂຢບບໍ່ຍອມໃຫ້ປາກຂອງລາວເຮັດບາບແນວໃດ?

ໂຢບບໍ່ຍອມໃຫ້ປາກຂອງລາວເຮັດ​ບາບ ດ້ວຍ​ການຂໍຊີວິດຄົນທີ່ກຽດຊັງລາວ ດ້ວຍຄຳ​ສາບ­ແຊ່ງ.

Job 31:31

ໂຢບໄດ້ເຮັດຫຍັງຢ່າງສະຫມໍ່າສະເຫມີໃຫ້ແກ່ນັກເດີນທາງ?

ລາວໄດ້ເປີດປະຕູຂອງລາວໃຫ້ກັບນັກເດີນທາງສະເຫມີ.

Job 31:33

ໂຢບເວົ້າວ່າມະນຸດໄດ້ເຊື່ອງບາບຂອງລາວໄດ້ແນວໃດ?

ລາວໄດ້ປິດບັງບາບຂອງລາວ ໂດຍການເຊື່ອງຄວາມຜິດລາວພາຍໃນເສື້ອຄຸມຂອລາວ.

Job 31:35

ໂຢບຢາກໃຫ້ຜູ້ທີ່ປໍລະປັກຂອງລາວຂຽນສິ່ງໃດ?

ໂຢບຢາກໃຫ້ມີຂໍ້ກ່າວຫາທີ່ປໍລະປັກຂອງລາວໄດ້ບັນທຶກເອົາໄວ້.

ໂຢບຈະຂຶ້ນຜູ້ທີ່ປໍລະປັກຂອງລາວແນວໃດ ຖ້າລາວມີກຂໍ້ກ່າວຫາຂອງພວກເຂົາ?

ຈະຂຶ້ນໄປຫາພຣະອົງ ເປັນເຫມືອນເຈົ້າຊາຍທີ່ມີຄວາມຫມັ້ນໃຈ.

Job 31:38

ຖ້າໂຢບໄດ້ເຮັດໃຫ້ເຈົ້າຂອງດິນສູນເສຍຊີວິດ, ລາວຈະຮຽກຮ້ອງປູກຫຍັງແທນທີ່ຈະເປັນຜົນລະປູກ?

ໂຢບເວົ້າວ່າຂໍ​ໃຫ້​​ຫນາມທັງຫລາຍເຕີບໂຕແທນທີ່ສາລີ ແລະຫຍ້າແທນເຂົ້າບາເລ.

Job 32

Job 32:1

ເພື່ອນສາມຄົນຂອງໂຢບໄດ້ເຮັດຫຍັງ ເມື່ອພວກເຂົາບໍ່ສາມາດເຮັດໃຫ້ໂຢບເຊື່ອວ່າລາວໄດ້ເຮັດຫຍັງຜິດ?

ພວກເຂົາຈຶ່ງໄດ້ຢຸດຕອບໂຢບ.

ເອ­ລີ­ຮູມີຄວາມຮູ້ສຶກແນວໃດເມື່ອໂຢບສືບຕໍ່ອ້າງຕົວເອງຖືກຕ້ອງຫລາຍກວ່າພຣະເຈົ້າ?

ເອ­ລີ­ຮູ ກໍຮ້ອນຮົນໄປດ້ວຍຄວາມໂກດໂຢບ.

Job 32:3

ເປັນຫຍັງຄວາມໃຈຮ້າຍຂອງເອ­ລີ­ຮູ ຈຶ່ງເກີດກັບເພື່ອນທັງສາມຄົນຂອງໂຢບ?

ເອ­ລີ­ຮູ ມີຄວາມໂກດຕໍ່ເພື່ອນທັງຫລາຍທັງສາມຄົນດ້ວຍ ເພາະພວກເຂົາບໍ່ມີຄຳຕອບໃຫ້ກັບໂຢບ, ແລະພວກເຂົາກໍຍັງຄົງໄດ້ຕຳຫນິໂຢບ.

Job 32:6

ເປັນຫຍັງເອ­ລີ­ຮູ ຈຶ່ງຮູ້ສຶກອາຍ ແລະຢ້ານທີ່ຈະບອກໂຢບ ແລະເພື່ອນຂອງລາວວ່າ ຕົນເອງຄິດແນວໃດ?

ເອ­ລີ­ຮູ ເປັນຄົນຫນຸ່ມ ແລະ​ພວກທ່ານ​ທັງ­ຫລາຍ​ເປັນຜູ້ອາວຸໂສ ແລະຄວນຈະສາມາດສອນ​ສະ­ຕິ­ປັນ­ຍາໄດ້.

Job 32:8

ເອ­ລີ­ຮູ ເວົ້າວ່າໃຜເຮັດໃຫ້ຄວາມເຂົ້າໃຈແກ່ມະນຸດ?

ລົມຫາຍໃຈຂອງອົງຊົງຣິດທານູພາບປະມານຄວາມເຂົ້າໃຈ.

ເປັນຫຍັງ ເອ­ລີ­ຮູ ເວົ້າວ່າຄົນອຶ່ນຄວນຟັງລາວ ແລະອະນຸຍາດໃຫ້ລາວປະກາດສິ່ງທີ່ລາວຮູ້?

​ບໍ່ແມ່ນ​ພຽງແຕ່ຄົນທີ່ຍິ່ງໃຫ່ຍ​ເທົ່າ​ນັ້ນ​ທີ່​ເປັນ​ຄົນ​ສະ­ຫລາດ ຫລືບໍ່ພຽງແຕ່​ຄົນມີ​​ອາ­ຍຸສູງເທົ່ານັ້ນທີ່​ເຂົ້າ­ໃຈ​ຄວາມ­ຍຸຕິ­ທັມ.

Job 32:11

ເພື່ອນຂອງໂຢບບໍ່ສາມາດເຮັດຫຍັງໄດ້ ເຖິງແມ່ນວ່າ ເອ­ລີ­ຮູ ລໍຖ້າໃຫ້ພວກເຂົາເວົ້າ, ແລະເອົາໃຈໃສ່ຢ່າງລະມັດລະວັງ?

ເພື່ອນຂອງໂຢບບໍ່ສາມາດເຮັດໃຫ້ໂຢບສຳນຶກ ຫລືບໍ່ມີໃຜທີ່ຈະ​ຕອບສະຫນອງຖ້ອຍຄຳ​ທັງຫລາຍ​ຂອງ​ໂຢບ​ໄດ້.

Job 32:13

ເອ­ລີ­ຮູ ເວົ້າວ່າໃຜຈະປາບ ໂຢບເມື່ອເພື່ອນທັງສາມຄົນ, ຊຶ່ງຄິດວ່າພວກເຂົາສະຫລາດ, ບໍ່ສາມາດເຮັດເຊັ່ນນັ້ນໄດ້?

ພຣະ­ເຈົ້າຈະຊົງປາບໂຢບ.

Job 32:15

ແມ່ນຫຍັງເປັນ ສິ່ງທີ່ລາວຕັດສິນໃຈທີ່ຈະເຮັດ ຍ້ອນວ່າເພື່ອນສາມຄົນເປັນຄົນຫູປາກກຶກ ແລະບໍ່ສາມາດຕອບໂຢບໄດ້?

ເອລີຮູຕັດສິນໃຈເຊັ່ນນີ້ ຍ້ອນວ່າ ເພື່ອນທັງສາມຄົນຂອງລາວ ບໍ່ມີຖ້ອຍຄຳທີ່ຈະເວົ້າ, ລາວຈະບໍ່​ຄອຍ​ຖ້າອີກຕໍ່ໄປແລ້ວ.

Job 32:17

ແມ່ນຫຍັງທີ່ບັງຄັບໃຫ້ ເອລີຮູ ແບ່ງປັນຄວາມຮູ້ຂອງລາວກັບໂຢບ?

ວິນຍານພາຍໃນຕົວເອລີຮູບັງຄັບໃຫ້ລາວແບ່ງປັນຄວາມຮູ້.

ເອລີຮູ ເວົ້າວ່າລາວ ກຳລັງຮູ້ສຶກແນວໃດໃນຫນ້າອົກຂອງລາວ?

ຫນ້າເອິກຂອງລາວກໍ ເຫມືອນກັບ ຖົງ​ຫນັງ​ເຫລົ້າ​ອະ­ງຸ່ນ​ໃຫມ່​, ທີ່ມັນພ້ອມຈະ​ລະ­ເບີດ​ຢູ່​ແລ້ວ.

Job 32:20

ເອລີຮູ ເວົ້າວ່າຜູ້ສ້າງຂອງລາວຈະເຮັດຫຍັງກັບລາວ ຖ້າລາວຕ້ອງເວົ້າແລະໃຫ້ກຽດແກ່ມະນຸດຜູ້ໃດ?

ເອລີຮູ ເວົ້າວ່າຜູ້​​ສ້າງ​ຂອງລາວກໍຊົງເອົາລາວໄປ.

Job 33

Job 33:1

ເປັນຫຍັງ ເອລີຮູ ຈຶ່ງຂໍຮ້ອງໂຢບໃຫ້ຟັງຄຳເວົ້າທີ່ລາວຈະເວົ້າ?

ເອລີຮູ ຂໍໃຫ້ໂຢບ​ຟັງ ​ເພາະວ່າລາວຈະສະ­ແດງ​ຄວາມ­ທ່ຽງ­ທັມ​ຂອງ​ຈິດ­ໃຈຂອງລາວ.

Job 33:4

ຜູ້ໃຜສ້າງເອລີຮູ ແລະສິ່ງໃດທີ່ໃຫ້ຊີວິດແກ່ລາວ?

ພຣະ­ວິນ­ຍານ​ຂອງ​ພຣະ­ເຈົ້າ​ໄດ້​ສ້າງ​ເອລີຮູ ແລະ​ລົມ​ຫາຍໃຈ​ຂອງ​ອົງ​ຜູ້​ມີ​ຣິດທານຸພາບ​ໄດ້ຊົງ​ໃຫ້​ຊີ­ວິດ​ໃຫ້ແກ່​ລາວ.

ເອລີຮູ ຂໍໃຫ້ໂຢບເຮັດຫຍັງ ຖ້າໂຢບສາມາດຕອບເອລີຮູໄດ້?

ລາວໄດ້ຖາມໂຢບຕັ້ງຖ້ອຍ­ຄຳທັງຫລາຍ​ຂອງ​ລາວ ແລະຢືນຂຶ້ນ​ຕໍ່ຫນ້າ​ເອລີຮູ.

Job 33:6

ມີເຫດຜົນຫຍັງແດ່ທີ່ເອລີຮູບອກໂຢບ ບໍ່ຄວນຢ້ານລາວ ຫລືຮູ້ສຶກຖືກກົດດັນຈາກເອລີຮູ?

ເອລີຮູໄດ້ບອກກັບໂຢບວ່າ ພວກເຂົາເຫມືອນກັນໃນສາຍຕາຂອງ​ພຣະ­ເຈົ້າ ແລະທັງສອງເກີດມາຈາກ​ດິນ​ຄື­ກັນ.

Job 33:8

ເອລີຮູ ໄດ້ຍິນໂຢບເວົ້າກ່ຽວກັບຫຍັງ?

ເອລີຮູ ໄດ້ຍິນໂຢບເວົ້າວ່າ ລາວເປັນຄົນ​ບໍ­ຣິ­ສຸດ ແລະປາ­ສະ­ຈາກ​ການ​ລະ­ເມີດ, ​ບໍ­ຣິສຸດ, ແລະ ບໍ່­ມີ​ຄວາມ​ບາບ​ໃນລາວເລີຍ.

Job 33:10

ໂຢບໄດ້ຕຳຫນິຜູ້ໃດທີ່ຊອກຫາໂອກາດທີ່ຈະໂຈມຕີລາວ ແລະ ສຳລັບລາວທີ່ເປັນສັດຕຣູ?

ໂຢບໄດ້ຕຳຫນິພຣະເຈົ້າສຳລັບການເຮັດສິ່ງເຫລົ່ານັ້ນ.

ເອລີຮູ ເວົ້າວ່າພຣະເຈົ້າປຽບທຽບກັບມະນຸດແນວໃດ?

ພຣະ­ເຈົ້າແມ່ນຍິ່ງ​ໃຫຍ່​ກວ່າ​ມະ­ນຸດ

Job 33:13

ເປັນຫຍັງ ເອລີຮູ ເວົ້າວ່າມັນບໍ່ມີປະໂຫຍດທີ່ຈະຕໍ່ສູ້ກັບພຣະເຈົ້າ?

​ພຣະ­ອົງ​ບໍ່­ໄດ້ຊົງ​ລາຍ​ງານ​ສິ່ງໃດໆ ທີ່​ພຣະ­ອົງ​ເຮັດເລີຍ.

ເອລີຮູ ເວົ້າວ່າ ພຣະເຈົ້າເວົ້າກັບມະນຸດໄດ້ແນວໃດ?

ພຣະເຈົ້າຊົງເວົ້າໃນ​ຄວາມ​ຝັນຫນຶ່ງ ແລະ ໃນ​ນິ­ມິດຫນຶ່ງຍາມ​ກາງຄືນ, ​ເມື່ອມະນຸດນອນ​ຫລັບ​ສະ­ນິດ.

Job 33:16

ເປັນຫຍັງພຣະເຈົ້າເປີດຫູຂອງມະນຸດ ແລະເຮັດໃຫ້ພວກເຂົາຢ້ານກົວດ້ວຍການຂົ່ມຂູ່?

ພຣະເຈົ້າເຮັດສິ່ງນີ້ ເພື່ອ​ດຶງມະນຸດກັບມາຈາກ​ເປົ້າ​ຫມາຍ​ຄວາມບາບຂອງລາວ, ແລະ​ຕັດ​ຄວາມ​ຈອງ­ຫອງ​ອອກ​ເສຍ​ຈາກລາວ.

Job 33:19

ເອລີຮູ ເວົ້າວ່າແມ່ນຫຍັງຄືເຫດຜົນວ່າຄວາມເຈັບປວດຂອງມະນຸດນອນເທິງ​ຕຽງ​ຂອງ​ພວກ­ເຂົາ, ແລະ​ດ້ວຍ​ຄວາມເຈັບ​ປວດ​ຢ່າງ​ສາ­ຫັດ​ໃນ​ກະ­ດູກ​ຂອງ​ລາວ, ແລະບໍ່ຕ້ອງການອາຫານ ຫລື ​ເບື່ອ​ອາ­ຫານ?

ເອລີຮູ ເວົ້າວ່າເພາະມະ­ນຸດ​ຍັງ​ຖືກ​ລົງໂທດ.

Job 33:21

ເອລີຮູ ເວົ້າວ່າມີຫຍັງເກີດຂຶ້ນກັບ ຜູ້ຊາຍທີ່ຖືກພຣະເຈົ້າລົງໂທດ?

ເນື້ອ​ຫນັງ​ຂອງ​ລາວຖືກທຳລາຍໄປ, ກະ­ດູກທັງຫລາຍຂອງລາວກໍຍື່ນ​ອອກ​ມາ ແລະ ຈິດ­ວິນ­ຍານ​ຂອງ​­ລາວ​ເຂົ້າ­ໄປ​ໃກ້​ຂຸມ​ຝັງ​ສົບ​ຄົນ​ຕາຍ.

Job 33:23

ຜູ້ເປັນຄົນກາງເທວະດາສາມາດທູນຕໍ່ພຣະເຈົ້າ ເພື່ອຊ່ວຍຄົນໃຫ້ລອດຈາກການລົງໄປໃນຂຸມຝັງ​ສົບ​ຄົນ​ຕາຍ?

ເທວະດາທູນຕໍ່ພຣະເຈົ້າ​ວ່າ, "ຂ້າ­ນ້ອຍ​ໄດ້ພົບ​ຄ່າ­ໄຖ່ສຳລັບລາວ. "

Job 33:25

ຈະເກີດຫຍັງຂື້ນກັບເນື້ອຫນັງຂອງຄົນທີ່ລອດຈາກການລົງໄປໃນຂຸມຝັງ​ສົບ​ຄົນ​ຕາຍ?

ເນື້ອ​ຫນັງ​ຂອງ​ລາວ​ຈະ​ສົດຊື່ນຂຶ້ນຍິ່ງກວ່າເດັກເນື້ອ​ຫນັງ​ເດັກ.

Job 33:27

ຈະມີຫຍັງເກີດຂື້ນກັບຊີວິດຂອງຄົນທີ່ຍອມຮັບບາບຂອງລາວ ແລະໄດ້ຮັບການຊ່ວຍເຫລືອຈາກພຣະເຈົ້າ?

​ຊີ­ວິດ​ຂອງ​ຄົນຍັງຄົງເຫັນ​ຄວາມ​ສະ­ຫວ່າງ.

Job 33:29

ເປັນຫຍັງເອລີຮູ ຈຶ່ງເວົ້າວ່າພຣະເຈົ້າຊົງຊ່ວຍຄົນໃຫ້ລອດຈາກຂຸມຝັງ​ສົບ​ຄົນ​ຕາຍ?

ພຣະ­ເຈົ້າ​ຊົງກະ­ທຳ​ສິ່ງ​ເຫລົ່າ​ນີ້ກັບຄົນຫນຶ່ງ ເພື່ອ​ວ່າລາວຈະໄດ້ເຂົ້າໃຈດ້ວຍຄວາມ​ສະ­ຫວ່າງ​ແຫ່ງຊີ­ວິດ.

Job 33:31

ເອລີຮູຕ້ອງການສອນຫຍັງແດ່ແກ່ໂຢບ ຖ້າໂຢບຈະສົນໃຈ ແລະ ຟັງລາວ ແລະມິດງຽບ?

ເອລີຮູຈະ​­ສອນ​ສະຕິ​ປັນ­ຍາໃຫ້ແກ່ໂຢບ.

Job 34

Job 34:1

ແມ່ນໃຜທີ່ ເອລີຮູຢາກໃຫ້ຟັງຄຳເວົ້າຂອງລາວ ແລະ ຟັງລາວ?

ເອລີຮູຕ້ອງການ​ຜູ້​ມີ​ປັນ­ຍາ ແລະ ຜູ້​ມີ​ຄວາມ​ຮູ້ ເພື່ອຮັບຟັງລາວ.

Job 34:4

ເອລີຮູ ຕ້ອງການໃຫ້ຄົນອຶ່ນເລືອກ ແລະຄົ້ນພົບດ້ວຍຕົນເອງຫຍັງແດ່?

ເອລີຮູ ຕ້ອງການພວກເຂົາເລືອກ​ສິ່ງ​ທີ່​ຖືກ ແລະຄົ້ນຫາສິ່ງທີ່ດີ.

ໂຢບເວົ້າວ່າພຣະເຈົ້າຊົງໄດ້ເອົາຫຍັງໄປຈາກລາວ ເຖິງແມ່ນວ່າລາວຈະບໍ່ມີບາບ ແລະ ບໍ່ມີສິ່ງໃດຮັກສາໃຫ້ຫາຍ?

ໂຢບເວົ້າວ່າພຣະ­ເຈົ້າ​ໄດ້​ເອົາ​ຄວາມ­ຊອບ­ທັມ​ຂອງລາວ​ໄປ​ເສຍ.

Job 34:7

ເອລີຮູ ເວົ້າວ່າໂຢບເຂົ້າ​ສັງ­ຄົມ​ກັບຜູ້ໃດ?

ລາວເວົ້າວ່າ ໂຢບເຂົ້າ​ສັງ­ຄົມ​ກັບ​ຄົນ​ເຮັດ​ຄວາມ​ຊົ່ວ­ຊ້າ.

Job 34:10

ເອລີຮູ ບອກພວກມະນຸດທີ່ເຂົ້າໃຈວ່າ ພຣະເຈົ້າບໍ່ໄດ້ເຮັດຫຍັງ?

ພຣະ­ເຈົ້າ​ຈະ​ບໍ່​ກະ­ທຳສິ່ງ​ຊົ່ວຮ້າຍໃດໆ, ເຮັດຄວາມບາບ, ຫລື​ບິດເບືອນ​ຄວາມ­ຍຸ­ຕິ­ທັມ.

Job 34:13

ເອລີຮູ ເວົ້າຫຍັງຈະເກີດຂຶ້ນຖ້າຫາກວ່າ ພຣະເຈົ້າເຄີຍເຕົ້າໂຮມຕົວເອງກັບວິນຍານ ແລະລົມຫາຍໃຈຂອງລາວ?

ເນື້ອ​ຫນັງ​ທັງ​ຫມົດ​ກໍ​ຈະ​ພິ­ນາດ​ໄປ​ນຳ­ກັນ; ມວນ​ມະ­ນຸດ​ກໍ​ຈະ​ກັບ​ໄປ​ເປັນ​ຂີ້­ຝຸ່ນ​ດິນອີກຄັ້ງ.

Job 34:16

ຄຳຖາມຂອງເອລີຮູ ຫມາຍຄວາມວ່າ ໂຢບກຳລັງຕຳຫນິຜູ້ໃດ?

ລາວຫມາຍຄວາມວ່າ ໂຢບຕຳຫນິພຣະເຈົ້າ ​ຜູ້ຊົງ​ທີ່​ຊອບ­ທັມ ແລະຊົງຣິດ.

Job 34:18

ເອລີຮູເວົ້າວ່າ ຜູ້ໃດເປັນສີພຣະຫັດຂອງພຣະເຈົ້າ?

ພວກຜູ້ນຳ, ຮັ່ງ­ ແລະ ​ຍາກ­ຈົນ, ແມ່ນ​ພວກເຂົາລ້ວນເປັນ​ສີ​ພຣະຫັດ​ຂອງ​ພຣະ­ອົງ.

Job 34:21

ເອລີຮູ ເວົ້າວ່າພຣະເຈົ້າຊົງເຫັນຫຍັງ.

ພຣະ­ອົງ​ຊົງ​ເຫັນບັນດາທາງຂອງທຸກຄົນ ແລະ ພຣະອົງຊົງເຫັນທຸກບາດກ້າວຂອງ​ພວກ­ເຂົາທັງຫມົດ.

Job 34:24

ພຣະເຈົ້າເຮັດຫຍັງໃນຕອນກາງຄືນກັບຜູ້ຊາຍທີ່ມີອຳນາດ ຊຶ່ງເຂົາຮູ້ວິທີ ແລະ ການກະທຳ?

ພຣະອົງຊົງໂຄ່ນຄົນເຫລົ່ານີ້ໃນເວລາກາງຄືນ ແລະພວກ­ເຂົາ​ກໍ​ຖືກທຳລາຍແລ້ວ.

Job 34:26

ພຣະເຈົ້າຈະເຮັດແນວໃດ ຕໍ່ຜູ້ທີ່ເຮັດສິ່ງທີ່ຊົ່ວຄືກັບຄະດີອາຊະຍາກຳ ແລະເຮັດໃຫ້ສຽງຮ້ອງຂອງຄົນຍາກຈົນມາຫາພຣະອົງ?

ພຣະ­ອົງຊົງຂ້າ​ພວກ­ເຂົາຕໍ່­ຫນ້າ­ຕໍ່­ຕາ​ຄົນ​ອຶ່ນໆ.

Job 34:29

ພຣະເຈົ້າປົກຄອງເຫນືອຜູ້ໃດ?

ພຣະອົງປົກຄອງເຫນືອຊົນຊາດ ແລະສ່ວນບຸກຄົນເຊັ່ນກັນ.

Job 34:31

ເອລີຮູ ແນະນຳຫຍັງແດ່ແກ່ໂຢບ ໃຫ້ໂຢບຄວນຍອມຮັບກັບພຣະເຈົ້າ?

ເອລີຮູ ແນະນຳໂຢບຄວນຍອມຮັບວ່າ ລາວມີຄວາມຜິດ ແລະ ເຮັດບາບ, ແຕ່ຈະບໍ່ເຮັດບາບອີກຕໍ່ໄປ.

Job 34:34

ຄົນທີ່ມີຄວາມເຂົ້າໃຈຈະເວົ້າຫຍັງກ່ຽວກັບໂຢບ?

ພວກເຂົາຈະເວົ້າວ່າ ໂຢບເວົ້າ​ໂດຍປາສະຈາກຄວາມຮູ້ ແລະ​ສະ­ຕິ­ປັນ­ຍາ.

Job 34:36

ເອລີຮູເວົ້າວ່າ ໂຢບກຳລັງເພີ່ມຫຍັງໃນຄວາມຜິດຂອງລາວ ເພາະວ່າລາວເວົ້າຄືກັບຄົນຊົ່ວ?

ເອລີຮູເວົ້າວ່າ ໂຢບໄດ້​ເພີ່ມ​ການ­ກະ­ບົດ​ເຂົ້າໃນຄວາມ​ບາບ​ຂອງ​ລາວ.

Job 35

Job 35:1

ເອລີຮູ ຫມາຍຄວາມວ່າໂຢບປຽບທຽບຕົວເອງກັບພຣະເຈົ້າໄດ້ແນວໃດ?

ເອລີຮູ ຫມາຍຄວາມວ່າໂຢບຄິດວ່າລາວບໍຣິສຸດ ແລະ ຍຸຕິທັມກວ່າພຣະເຈົ້າ.

Job 35:4

ເອລີຮູບອກຫຍັງແກ່ໂຢບ ແລະ ເພື່ອນຂອງລາວເບິ່ງ ແລະເບິ່ງຫຍັງ?

ເອລີຮູບອກພວກເຂົາວ່າຈົ່ງ​ເບິ່ງຂຶ້ນໄປ​ທ້ອງ­ຟ້າ ແລະເບິ່ງ​ເມກ.

Job 35:6

ຄວາມຊົ່ວຮ້າຍຂອງໂຢບ ຫລືຄວາມຊອບທັມຂອງລາວ ສາມາດສົ່ງຜົນແນວໃດຕໍ່ຄົນອຶ່ນ?

ຄວາມ​ຊົ່ວ​ຂອງໂຢບ​ ອາດ​ເປັນ​ອັນ­ຕະ­ຣາຍ​ແກ່​ມະນຸດຄົນຫນຶ່ງ ແລະ​ຄວາມ​ຊອບ­ທັມ​ຂອງ​ລາວ​ກໍ​ເປັນ​ປະ­ໂຫຍດ​ແກ່​ລູກຊາຍຂອງ​ມະ­ນຸດ.

Job 35:9

ເປັນຫຍັງຜູ້ຄົນຈຶ່ງຮຽກຮ້ອງ ໃຫ້ຂໍຄວາມຊ່ວຍເຫລືອຈາກແຂນຂອງມະນຸດທີ່ມີອຳນາດ?

ຜູ້ຄົນຈຶ່ງຮ້ອງ­ໃຫ້ຂໍຄວາມຊ່ວຍເຫລືອ ເພາະວ່າການກະທຳແຫ່ງການຖືກ​ບີບ​ບັງ­ຄັບຢ່າງຫລວງຫລາຍ.

ເອລີຮູເວົ້າຫຍັງແດ່ ທີ່ວ່າພຣະເຈົ້າສາມາດເຮັດເພື່ອຜູ້ຄົນ, ເຖິງແມ່ນວ່າບໍ່ມີໃຜຍອມຮັບກໍຕາມ?

ຜູ້​ປຣະ­ທານບົດ​ເພງ​ໃນ​ຍາມຄໍ່າ­ຄືນ, ສອນ​ພວກເຮົາ, ແລະສ້າງ​ພວກເຮົາໃຫ້​ສະ­ຫລາດ.

Job 35:12

ເປັນຫຍັງເອລີຮູຈຶ່ງເວົ້າວ່າ ພຣະເຈົ້າບໍ່ປຣະທານຄຳຕອບເມື່ອຜູ້ຄົນຮ້ອງໃຫ້ຫາພຣະອົງ?

ເອລີຮູຈຶ່ງເວົ້າວ່າ ພຣະເຈົ້າບໍ່ປຣະທານຄຳຕອບເມື່ອຜູ້ຄົນຮ້ອງໃຫ້ຫາພຣະອົງ ເພາະຄວາມ​ຈອງ­ຫອງ​ຂອງມະນຸດທີ່​ຊົ່ວຮ້າຍ.

ພຣະເຈົ້າຈະບໍ່ໄດ້ຍິນຫຍັງຢ່າງແນ່ນອນ?

ພຣະ­ເຈົ້າ​ບໍ່­ຊົງໄດ້ຍິນສຽງຮ້ອງໃຫ້ຂອງຄົນໂງ່ຈ້າຢ່າງແນ່ນອນ.

Job 35:15

ເອລີຮູກ່າວຫາວ່າໂຢບເຮັດຫຍັງ ເມື່ອໂຢບເປີດປາກ?

ລາວເວົ້າວ່າ ໂຢບ​ຈຶ່ງ​ອ້າ​ປາກລາວເວົ້າ ພຽງເພື່ອເວົ້າຢ່າງຄົນໂງ່ເທົ່ານັ້ນ ແລະ ເພີ່ມພູນຖ້ອຍຄຳ​ໂດຍ​ປາ­ສະ­ຈາກ​ຄວາມ​ຮູ້.

Job 36

Job 36:1

ເອລີຮູ ຍອມຮັບວ່າຄວາມຊອບທັມເປັນຂອງໃຜ?

ເອລີຮູ ຍອມຮັບວ່າຄວາມ​ຊອບ­ທັມນັ້ນ ເປັນຂອງພຣະຜູ້​ໄດ້​ສ້າງ​ລາວ.

Job 36:4

ບໍ່ມີ

ບໍ່ມີ

Job 36:6

ພຣະເຈົ້າເຮັດຫຍັງ ໃຫ້ແກ່ຜູ້ທີ່ທຸກຍາກ?

​ພຣະອົງຊົງໄດ້​ເຮັດສິ່ງທີ່ຖືກຕ້ອງສຳລັບຄົນເຫລົ່ານັ້ນທີ່ທຸກຍາກ.

ພຣະເຈົ້າເຮັດຫຍັງ ໃຫ້ແກ່ຜູ້ທີ່ຊອບທັມ?

ພຣະອົງຊົງຕັ້ງພວກເຂົາເທິງບັນລັງ ເຫມືອນ​ບັນ­ດາ​ກະ­ສັດທັງຫລາຍ​ໄວ້​ເປັນ­ນິດ, ແລະ​ພວກ­ເຂົາ​ໄດ້ຮັບການຍົກຂຶ້ນ​ບ່ອນ​ສູງ.

Job 36:8

ພຣະເຈົ້າເປີດເຜີຍຫຍັງແກ່ຜູ້ທີ່ຖືກລ່າມດ້ວຍໂສ້ ແລະຖືກຕິດກັບດັັກແຫ່ງຄວາມທຸກທໍລະມານ?

ພຣະ­ອົງ​ຊົງເປີດເຜີຍຕໍ່ພວກເຂົາເຖິງສິ່ງທີ່ພວກເຂົາໄດ້ກະທຳ, ແລະການລະ­ເມີດ​ຂອງ​ພວກ­ເຂົາ​ ແລະວິທີທີ່ພວກເຂົາປະພຶດຕົນຢ່າງຈອງຫອງ.

Job 36:10

ຈະມີຫຍັງເກີດຂຶ້ນກັບຄົນທີ່ເຊື່ອຟັງພຣະເຈົ້າ ແລະນະມັດສະການພຣະອົງ?

ພວກ­ເຂົາ​ຈະ​ໃຊ້ວັນທັງຫລາຍຂອງພວກເຂົາໃນຄວາມຈະເຣີນຮຸ່ງເຮືອງ ແລະ ​​ປີທັງຫລາຍຂອງພວກເຂົາ​ດ້ວຍ​ຄວາມ­ສຸກ​ໃຈ.

ຈະມີຫຍັງເກີດຂຶ້ນກັບຄົນທີ່ບໍ່ເຊື່ອຟັງພຣະເຈົ້າ?

ພວກ­ເຂົາ​ກໍ​ຈະ​ຈິບ­ຫາຍ​ດ້ວຍ​ດາບ ແລະພວກເຂົາຈະ​ຕາຍ ​ເພາະພວກເຂົາຂາດ​ຄວາມ​ຮູ້.

Job 36:13

ຄົນທີ່ບໍ່ຮັບຖືພຣະເຈົ້າທີ່ສະສົມຄວາມໂກດແຄ້ນ ແລະບໍ່ຮ້ອງຂໍພຣະເຈົ້າເພື່ອຂໍຄວາມຊ່ວຍເຫລືອ ຈະເປັນແນວໃດ?

ພວກເຂົາ​ຕາຍ​ເມື່ອ​ຍັງ​ໄວຫນຸ່ມ​ຢູ່ ແລະ​ຊີ­ວິດ​ຂອງ​ພວກເຂົາ​ຈະສິ້ນສຸກລົງໃນຄວາມອັບອາຍ.

Job 36:15

ເອລີຮູເວົ້າແນວໃດວ່າ ພຣະເຈົ້າໃຊ້ຄວາມລຳບາກ ແລະການກົດຂີ່ຂົ່ມເຫັງ?

ພຣະເຈົ້າໃຊ້ຄວາມລຳບາກເພື່ອຊ່ວຍກູ້​ຄົນທີ່ເດືອດຮ້ອນ ແລະການກົດຂີ່ເພື່ອເປີດຫູຂອງພວກເຂົາ .

ເອລີຮູເວົ້າວ່າ ພຣະເຈົ້າຕ້ອງການເຮັດຫຍັງໃຫ້ໂຢບ?

ພຣະ­ອົງ​ຊົງດຶງໂຢບອອກຈາກຄວາມເຈັບປວດ ເພື່ອເຂົ້າໄປໃນສະຖານທີ່ກວ້າງທີ່ບໍ່ມີຄວາມທຸກລຳບາກ.

Job 36:17

ແມ່ນຫຍັງທີ່ເຕັມຢູ່ໃນໂຢບ?

ລາວໄດ້ເຕີມເຕັມການ​ພິ­ພາກ­ສາທີ່​ຄົນ​ຊົ່ວຮ້າຍຄວນໄດ້ຮັບ.

ມີສິ່ງໃດທີ່ສາມາດເຮັດໃຫ້ໂຢບໄປສູ່ການຫລອກລວງ ແລະເຮັດໃຫ້ລາວຂາດຄວາມຍຸຕິທັມ?

ຄວາມຮັ່ງມີອາດຈະເຮັດໃຫ້ໂຢບໄປສູ່ການຫລອກລວງ ແລະການໃຫ້ສິນບົນສາມາດເຮັດໃຫ້ລາວຫ່າງຈາກຄວາມຍຸຕິທັມ.

Job 36:19

ສິ່ງໃດແດ່ທີ່ຈະບໍ່ສາມາດຊ່ວຍໂຢບພົ້ນຈາກຄວາມທຸກທໍລະມານຂອງລາວ?

ຄວາມຮັ່ງມີຂອງໂຢບ ແລະ ກຳລັງຂອງລາວຈະບໍ່ຊ່ວຍໃຫ້ລາວພົ້ນຈາກຄວາມທຸກທໍລະມານຂອງລາວ.

ເປັນຫຍັງເອລີຮູຈຶ່ງເວົ້າວ່າ ໂຢບກຳລັງຖືກທົດສອບໂດຍຄວາມທຸກທໍລະມານ?

ໂຢບກຳລັງຖືກທົດສອບໂດຍຄວາມທຸກທໍຣະມານ ເພື່ອລາວຈະຄົງຫ່າງໄກຈາກຄວາມບາບ.

Job 36:22

ແມ່ນຫຍັງທີຄົນບໍ່ສາມາດເວົ້າກ່ຽວກັບພຣະເຈົ້າ?

ບໍ່ມີຜູ້­ໃດສາມາດເວົ້າກັບພຣະ­ເຈົ້າ​ໄດ້​ກະ­ທຳສິ່ງທີ່​ບໍ່ຊອບທັມ​.

Job 36:25

ແມ່ນຫຍັງກ່ຽວກັບພຣະເຈົ້າ ທີ່ພວກເຮົາບໍ່ສາມາດນັບໄດ້?

ພວກເຮົາບໍ່ສາມາດນັບໄດ້ຈຳນວນປີທັງຫລາຍຂອງ​ພຣະ­ອົງ​.

Job 36:27

ພຣະເຈົ້າໄດ້ເຮັດໃຫ້ຝົນຕົກແນວໃດ?

​ພຣະ­ອົງຊົງດຶງ​ເມັດ​ນ້ຳທັງຫລາຍ ທີ່ພຣະອົງຊົງກັ່ນໃຫ້ເປັນນໍ້າຝົນຈາກ​ອາຍ​ນ້ຳ­ຂອງ​ພຣະ­ອົງ, ທີ່ກ້ອນ​ເມກ​ທັງຫລາຍ​ຖອກ​ເທລົງ­ມາ ແລະ​ຍ້ອຍ​ລົງຢ່າງ​ອຸ­ດົມ­ສົມ­ບູນເຫນ່ືອມວນມະ­ນຸດ.

Job 36:30

ເປັນຫຍັງເອລີຮູຈຶ່ງເວົ້າວ່າ ພຣະເຈົ້າຊົງແຜ່ຟ້າແມບ ແລະຊົງປົກຄຸມຮາກທັງລາຍຂອງທະເລດ້ວຍຄວາມມືດ?

ພຣະ­ອົງ​ຊົງແຜ່ຟ້າ​ແມບ​ຂອງ​ພຣະ­ອົງລ້ອມຮອບພຣະອົງ ແລະ​ຊົງປົກຄຸມຮາກທັງຫລາຍຂອງ​ທະ­ເລດ້ວຍຄວາມມືດເພື່ອປຣະທານອາຫານແກ່ຄົນ ແລະໃຫ້ອາຫານຢ່າງ​ອຸ­ດົມ­ສົມ­ບູນ.

Job 36:32

ສິ່ງໃດທີ່ບອກໃຫ້ປະຊາຊົນ ແລະຝູງສັດຂອງລົມພາຍຸ ກຳລັງຈະມາເຖິງ?

ສຽງດັງຂອງຟ້າແລບໄດ້ພັດເຂົ້າໄປໃນເປົ້າຫມາຍຂອງພວກເຂົາ ເພື່ອບອກໃຫ້ປະຊາຊົນ ແລະຝູງສັດວ່າ ລົມພາຍຸກຳລັງຈະມາ.

Job 37

Job 37:1

ສິ່ງໃດທີ່ເຮັດໃຫ້ຫົວໃຈຂອງເອລີຮູ ສັ່ນໄຫວ?

ສຽງອັນດັງຂອງພຣະອົງ, ­ສຽງທີ່ອອກ​ຈາກ​ພຣະ­ໂອດ ​ຂອງ​ພຣະ­ອົງ ເຮັດໃຫ້ຈິດໃຈຂອງເອລີຮູສັ່ນໄຫວ.

Job 37:4

ພຣະເຈົ້າບອກຫຍັງຕໍ່ຫິມະ ແລະສາຍຝົນໃຫ້ເຮັດຫຍັງ?

ພຣະ­ອົງ​ກ່າວ​ຕໍ່​ຫິ­ມະ​ວ່າ ຈົ່ງຕົກລົງເທິງ​ແຜ່ນ­ດິນໂລກ ແລະເຊັ່ນດຽວກັນກັບສາຍຝົນ ຈົ່ງກາຍເປັນຝົນຫ່າໃຫຍ່ທີ່ເທລົງມາ.

Job 37:7

ເປັນຫຍັງພຣະເຈົ້າຢຸດ​ມື​ຂອງ​ມະ­ນຸດ​ທຸກ​ຄົນຈາກການເຮັດວຽກ?

ພຣະ­ອົງ​ຊົງຢຸດ​ມື​ຂອງ​ມະ­ນຸດ​ທຸກ​ຄົນຈາກການເຮັດວຽກ ເພື່ອວ່າມະນຸດທັງຫລາຍຈະເຫັນພຣະຣາຊະກິດຕ່າງໆ​ຂອງ​ພຣະ­ອົງ.

ດ້ວຍເຫດຜົນຫຍັງ​ສັດ­ຮ້າຍທັງຫລາຍກໍເຂົ້າໄປເຊື່ອງຕົວ ແລະ​ພັກ​ຢູ່­ໃນ​ຖ້ຳ​ຂອງ​ມັນ?

​ສັດ­ຮ້າຍທັງຫລາຍກໍເຂົ້າໄປເຊື່ອງຕົວ ແລະ​ພັກ​ຢູ່­ໃນ​ຖ້ຳ​ຂອງ​ມັນເພາະວ່າລົມ​ບ້າ­ຫມູທີ່ມາ.

Job 37:10

ສິ່ງໃດທີ່ໄດ້ຮັບໂດຍລົມຫາຍໃຈຂອງພຣະເຈົ້າ?

ພຣະ­ເຈົ້າປຣະທານນໍ້າແຂງໂດຍລົມຫາຍໃຈ.

Job 37:12

ດ້ວຍເຫດຜົນໃດແດ່ ທີ່ພຣະເຈົ້າໄດ້ຊົງນຳກ່ຽວກັບກ້ອນເມກ ແລະ ພວກ​ມັນຈະ​ເຮັດ​ໃນສິ່ງໃດກໍຕາມ​ທີ່​ພຣະ­ອົງ​ໄດ້ຊົງ​ບັນ­ຊາ?

ພຣະອົງຊົງເຮັດໃຫ້ທຸກສິ່ງນີ້ເກີດຂຶ້ນ; ບາງຄັ້ງມັນເກີດຂຶ້ນເພື່ອການກວດແກ້, ບາງຄັ້ງເພື່ອດິນແດນຂອງພຣະອົງ ແລະບາງຄັ້ງເປັນດັ່ງການກະທຳແຫ່ງພັນທະສັນຍາອັນສັດຊື່.

Job 37:14

ເອລີຮູຕ້ອງການຢາກໃຫ້ໂຢບຢຸດ ແລະຄິດເຖິງກ່ຽວກັບຫຍັງ?

ເອລີຮູຕ້ອງການຢາກໃຫ້ໂຢບຢຸດ ແລະຄິດເຖິງກ່ຽວກັບພຣະຣາຊະກິດທັງຫລາຍທີ່ຫນ້າຢໍາເກງຂອງພຣະເຈົ້າ.

ມີຫຍັງເກີດຂື້ນ ເມື່ອພຣະເຈົ້າຊົງຝືນພຣະທັມຂອງພຣະອົງເຫນືອກ້ອນເມກ?

ພຣະອົງຊົງເຮັດໃຫ້ຟ້າແມບມີແສງຢູ່ໃນກ້ອນເມກ.

Job 37:16

ບໍ່ມີ

ບໍ່ມີ

Job 37:18

ເອລີຮູໃຊ້ຮູບແບບໃດເພື່ອອະທິບາຍທ້ອງຟ້າ?

ລາວເວົ້າວ່າທ້ອງຟ້າທີ່​ແຂງແຮງ​ເຫມືອນ​ກະ­ຈົກທີ່ເຮັດຈາກໂລຫະຫລອມ

ເປັນຫຍັງເອລີຮູຈຶ່ງເວົ້າວ່າລາວ ແລະຄົນອຶ່ນໆ ບໍ່ສາມາດໂຕ້ແຍ້ງກັນຕໍ່ ຫນ້າພຣະເຈົ້າໄດ້?

​ພວກເຮົາບໍ່ສາມາດເຜີຍ ຄຳໂຕ້ແຍ້ງທັງຫລາຍຂອງພວກເຂົາຕໍ່ຫນ້າພຣະເຈົ້າໄດ້ ເພາະວ່າຄວາມ​ມືດແຫ່ງຈິດໃຈຂອງພວກເຂົາ.

Job 37:21

ແມ່ນຫຍັງທີ່ຜູ້ຄົນບໍ່ສາມາດເຫັນ ເມື່ອທ້ອງຟ້າສ່ອງແສງ?

ຜູ້ຄົນບໍ່ສາມາດເຫັນທີ່ດວງຕາເວັນ ເມື່ອມັນສ່ອງແສງໃນທ້ອງຟ້າ.

Job 37:23

ເອລີຮູເວົ້າວ່າ ອົງຜູ້ມີຣິດທານຸພາບບໍ່ໄດ້ເຮັດຫຍັງຕໍ່ປະຊາຊົນຂອງພຣະອົງ?

ອົງ​ຜູ້​ມີ​ຣິດທານຸພາບ ບໍ່ສາມາດກົດຂີ່ປະຊາຊົນໄດ້.

ເອລີຮູເວົ້າວ່າອົງ​ຜູ້​ມີ​ຣິດທານຸພາບຈະບໍ່ສົນໃຈຜູ້ໃດ?

ອົງ​ຜູ້​ມີ​ຣິດທານຸພາບບໍ່ຊົງສົນພຣະໄທຄົນເຫລົ່ານັ້ນ ທີ່ມີປັນຫາໃນຄວາມຄິດຂອງພວກເຂົາເອງ.

Job 38

Job 38:1

ພຣະເຢເວຊົງເອີ້ນໂຢບໃຫ້ອອກຈາກໃສ?

ພຣະ­ຢາເວໄດ້ຊົງເອີ້ນ​ໂຢບ​ໃຫ້ອອກຈາກ​ພະ­ຍຸຮ້າຍ.

ຜູ້ໃດຜູ້ຫນຶ່ງນຳຄວາມມືດມາສູ່ແຜນງານຂອງພຣະຢາເວໂດຍວິທີໃດ?

ໂຢບນຳຄວາມມືດມາສູ່ແຜນງານຂອງພຣະຢາເວດຍບັນດາຖ້ອຍຄຳທີ່ປາສະຈາກຄວາມຮູ້.

ພຣະເຢເວຊົງບອກອັນໃດແກ່ໂຢບ ທີ່ລາວຕ້ອງເຮັດເມື່ອພຣະເຢເວຊົງຖາມລາວ?

ໂຢບຕ້ອງໄດ້ຄາດເອວຂອງເຈົ້າເຫມືອນກັບຊາຍຄົນຫນຶ່ງ ແລະຕອບຄຳຖາມຂອງພຣະຢາເວ.

Job 38:4

ບໍ່ມີ

ບໍ່ມີ

Job 38:6

ຈະຮ້ອງເພງຫຍັງຮ່ວມກັນ ແລະຜູ້ທີ່ຮ້ອງຂື້ນວ່າດ້ວຍຄວາມຍິນດີ ເມື່ອພຣະຢາເວວາງສີລາມຸມເອກຂອງແຜ່ນດິນໂລກ?

ດາວປະຈຳຮຸ່ງເຊົ້າໄດ້ຮ້ອງເພງດ້ວຍກັນ ແລະບັນດາຊາຍທັງຫລາຍຂອງພຣະເຈົ້າຮ້ອງດ້ວຍຄວາມຍິນດີ ເມື່ອສີລາມຸມເອກຖືກວາງ.

Job 38:8

ພຣະຢາເວປຽບທຽບຫຍັງກັບທະເລ ທີ່ແຕກອອກຫລັງຈາກມັນຖືກປິດດ້ວຍປະຕູ?

ພຣະເຈົ້າປຽບທຽບກັບທະເລ ທີ່ແຕກອອກຫລັງຈາກມັນຖືກປິດດ້ວຍປະຕູ ເຫມືອນກັບມັນໄດ້ອອກມາຈາກທ້ອງນັ້ນ.

Job 38:10

ມີສິ່ງໃດແດ່ທີ່ພຣະຢາເວໄດ້​ກຳ­ນົດເຄື່ອງຫມາຍໄວ້ ເປັນເຂດກັ້ນສຳລັບທະເລ ເພື່ອໃຫ້ໄດ້ມາວ່າ​ໄກ​ເທົ່າ​ນີ້ ແລະ ແຕ່ບໍ່ໄກ​ໄປກວ່ານີ້?

ພຣະຢາເວໄດ້ວາງຊື່ ແລະປະຕູທັງຫລາຍ ເພື່ອ​ກຳ­ນົດເຄື່ອງຫມາຍໄວ້ເປັນເຂດກັ້ນສຳລັບທະເລ.

Job 38:12

ບໍ່ມີ

ບໍ່ມີ

Job 38:14

ແຜ່ນດິນໂລກຖືກເຮັດໃຫ້ປ່ຽນແປງສະພາບແນວໃດ ເຫມືອນດິນຫນຽວທີ່ປ່ຽນແປງໄປພາຍໃຕ້ຕຣາປຣະທັບອັນຫນຶ່ງ?

ແສງສະຫວ່າງຂອງອາລຸນປ່ຽນແຜນດິນໂລກ ເພື່ອໃຫ້ທຸກສິ່ງເທິງ​ນັ້ນຢືນແຈ້ງເຫມືອນກັບຜ້າຜືນຫນຶ່ງ.

Job 38:16

ບໍ່ມີ

ບໍ່ມີ

Job 38:19

ພຣະຢາເວເວົ້າຫຍັງທີ່ຈະເຍາະເຍີ້ຍໂຢບ ກ່ຽວກັບການຂາດຄວາມຮູ້ຂອງລາວ ກ່ຽວກັບສັ້ນທາງໄປສູ່ສະຖານທີ່ພັກແຫ່ງຄວາມສະຫວ່າງ ແລະຄວາມມືດ?

ພຣະຢາເວເວົ້າເຍາະເຍີ້ຍໂຢບ ດ້ວຍຄຳເວົ້າບໍ່ຕ້ອງສົງໄສເລີຍວ່າ ໂຢບຄວນຮູ້ ກ່ຽວກັບສິ່ງໄດ້ເກີດມາແລ້ວ; ຈຳນວນວັນທັງຫລາຍຂອງໂຢບນັ້ນໃຫຍ່ຫລາຍ.

Job 38:22

ດ້ວຍເຫດຜົນອັນໃດ ທີ່ພຣະຢາເວຊົງເວົ້າວ່າ ພຣະອົງໄດ້ເກັບໃນຄັງສຳລັບເກັບຫິມະ ແລະ ຄັງເກັບຫມາກເຫັບ?

ພຣະຢາເວໄດ້ເກັບສິ່ງຕ່າງໆເຫລົ່ານີ້ໄວ້ສຳລັບເວລາລຳບາກ, ສຳລັບວັນທັງຫລາຍໃນສົງຄາມ ແລະການເຮັດ​ເສິກ​ສົງຄາມ.

Job 38:25

ເປັນຫຍັງພຣະຢາເວ ຈຶ່ງຊົງເຮັດໃຫ້ຝົນຕົກໃນຖິ່ນແຫ້ງແລ້ງກັນດານທີ່ບໍ່ມີຜູ້ໃດເລີຍ?

ພຣະອົງຊົງເຮັດໃຫ້ ມັນເປັນຝົນລົດລົງມາເທິງແຜ່ນດິນທັງຫລາຍ ເພື່ອຊ່ວຍເຫລືອບໍຣິເວນຕ່າງໆທີ່ເປັນຫມັນ ແລະໂດດດ່ຽວ ແລະ ເພື່ອເຮັດໃຫ້ຫຍ້າທີ່ນຸ້ມງອກງາມຂຶ້ນມາ.

Job 38:28

ບໍ່ມີ

ບໍ່ມີ

Job 38:31

ພຣະຢາເວຊົງຖາມຫຍັງກັບໂຢບ ຖ້າລາວສາມາດເຮັດຫຍັງໄດ້​ດາວ​ລູກ​ໄກ່ ແລະ ​ດາວ​ໄຖ?

​ພຣະອົງຊົງຖາມໂຢບ ຖ້າລາວສາມາດມັດ​ດາວ​ລູກ​ໄກ່, ຫລື ຄ້າຍເຊືອກຜູກ​ດາວ​ໄຖ​ໄດ້.

Job 38:34

ບໍ່ມີ

ບໍ່ມີ

Job 38:36

ມີຫຍັງເກີດຂຶ້ນກັບຂີ້ຝຸ່ນ ແລະດິນຂອງແຜ່ນດິນໂລກເມື່ອ ພຣະຢາເວ ຖອກນໍ້າໃສ່ພວກມັນ?

ຂີ້ຝຸ່ນແລ່ນເຂົ້າເກາະກັນຈົນເປັນກ້ອນ ແລະດິນທັງຫລາຍຂອງແຜ່ນດິນໂລກລວມຕົວກັນຈົນຫນາແຫນ້ນ.

Job 38:39

ສິງໂຕຫນຸ່ມ ລໍຖ້າອາຫານຂອງພວກເຂົາຢູ່ໃສ?

ພວກ​ມັນ​ຫມູບ​ຢູ່­ໃນ​ຖ້ຳ​ຂອງພວກ​ມັນ ແລະເຊື່ອງຕົວຄອຍຖ້າ​ຢູ່­ໃນ​ທີ່​ກຳ​ບັງ.

Job 38:41

ເປັນຫຍັງລູກນ້ອຍຂອງອີ່ກາຈຶ່ງຍ່າງໂຊເຊ?

ພວກມັນຍ່າງໂຊເຊເພາະຂາດອາຫານ.

Job 39

Job 39:1

ບໍ່ມີ

ບໍ່ມີ

Job 39:3

ຈະມີຫຍັງເກີດຂື້ນກັບລູກ​ນ້ອຍ​ຂອງກວາງ ຫລັງຈາກພວກມັນໄດ້​ເຕີບ­ໂຕແຂງແຮງໃນທົ່ງໂລ່ງ?

ພວກມັນອອກໄປ ແລະ​ບໍ່​ກັບ​ມາ​ອີກ.

Job 39:5

ພຣະຢາເວສ້າງບ້ານຂອງຝຸງລາໄວ້ຢູ່ໃສ?

ພຣະອົງໄດ້ສ້າງບ້ານຂອງພວກມັນໄວ້ໃນອາຣາບາ, ຄືບ້ານຂອງມັນໃນແຜ່ນດິນເກືອ.

Job 39:7

ລາປ່າຊອກຫາອາຫານຢູ່ໃສ?

ມັນພະເນຈອນໄປຕາມພູເຂົາຕ່າງໆ ບ່ອນ​ມັນ​ຊອກ­ຫາ​ຫຍ້າ​ອັນ​ຂຽວ​ສົດ ເພື່ອຈະກິນ.

Job 39:9

ພຣະເຢເວຊົງຂໍໃຫ້ໂຢບ ເຮັດໃຫ້ງົວກະທິງສາມາດຄວບຄຸມໄດ້?

ພຣະຢາເວຊົງຖາມ ໂຢບຖ້າສາມາດຄວບຄຸມງົວປ່າໃຫ້ໄຖ​ນາ​ໄດ້​ດ້ວຍໄມ້ເທົ້າອັນຫນຶ່ງ ຫລື​ ມັນ​ຈະ​ໄຖ​ຄາດ​ລຳຫ້ວຍຕ່າງໆ​ໃຫ້ກັບ​ເຈົ້າ​.

Job 39:11

ບໍ່ມີ

ບໍ່ມີ

Job 39:13

ແມ່ນຫຍັງເຮັດໃຫ້ນົກ​ກະ­ຈອກ​ເທດ​ ພືອອກຢ່າງອວດໂຕໄດ້?

ປີກ​ທັງຫລາຍຂອງ​ນົກ​ກະ­ຈອກ​ເທດ​ກໍພືອອກຢ່າງອວດໂຕ.

ນົກກະຈອກເຮັດຫຍັງກັບໄຂ່ຂອງມັນ?

ມັນອອກໄຂ່ທັງຫລາຍຂອງມັນເທິງແຜ່ນດິນໂລກ, ແລະມັນ​ປະ​ໄຂ່ເຫລົ່ານັ້ນ​ອົບ­ອຸ່ນ​ຢູ່­ໃນຝຸ່ນ.

Job 39:16

ເປັນຫຍັງນົກກະຈອກເທດຈຶ່ງຢ້ານວ່າ ແຮງຂອງມັນອາດ​ເສຍ​ໄປ​ລ້າ?

ພຣະຢາເວໄດ້ຊົງຖອນສະຕິປັນຍາຈາກມັນ ແລະບໍ່ປຣະທານຄວາມເຂົ້າໃຈໃດໆໃຫ້ກັບມັນ.

ພຣະຢາເວເວົ້າແນວໃດກ່ຽວກັບນົກກະຈອກເທດເມື່ອມັນແລ່ນ?

ມັນຫົວເຍາະເຍີ້ຍມ້າ ແລະຜູ້ທີ່ຂີ່ມ້ານັ້ນ.

Job 39:19

ເຄື່ອງຫຸ້ມຄໍຂອງມ້າແມ່ນຫຍັງ?

ດ້ວຍແຝງຍາວຫຸ້ມຄໍຂອງມັນ.

Job 39:21

ມ້າມີປະຕິກິລິຍາຕໍ່ດາບແນວໃດ?

ມັນບໍ່​ຫັນກັບຈາກຄົມດາບ.

Job 39:24

ມ້າບໍ່ສາມາດເຮັດຫຍັງໄດ້ ໃນສຽງແກ?

ມັນບໍ່ສາມາດຢືນຢູ່ບ່ອນດຽວ.

Job 39:26

ບໍ່ມີ

ບໍ່ມີ

Job 39:27

ນົກອິນຊີເຮັດຮັງ ແລະເຮືອນຂອງມັນຢູ່ໃສ?

ມັນເຮັດ​ຮັງຂອງມັນທີ່​ສູງ ແລະເຮືອນ​ຂອງ​ມັນ​ເທິງ​ໂງ່ນ​ຫີນ​ສູງຂອງຫນ້າຜາ.

Job 39:29

ບໍ່ມີ

ບໍ່ມີ

Job 40

Job 40:1

ບໍ່ມີ

ບໍ່ມີ

Job 40:3

ໂຢບໄດ້ເຮັດແນວໃດເພື່ອສະແດງໃຫ້ເຫັນວ່າ ລາວບໍ່ສຳຄັນທີ່ຈະທູນຕອບພຣະຢາເວໄດ້?

ໂຢບວາງມືຂອງລາວເຫນືອປາກຂອງລາວ.

Job 40:6

ພຣະຢາເວຊົງຕອບໂຢບອອກມາຈາກໃສ?

ພຣະຢາເວໄດ້ຕອບໂຢບອອກມາຈາກ​ລົມ­ພະ­ຍຸ​ແຮງ.

ພຣະເຢເວຊົງບອກໃຫ້ໂຢບເຮັດຫຍັງເພື່ອກະກຽມຕອບພຣະເຢເວ?

ພຣະອົງຊົງບອກໂຢບມັດແອວຂອງລາວ ເຫມືອນກັບຊາຍຄົນຫນຶ່ງ.

Job 40:8

ເປັນຫຍັງພຣະຢາເວຈຶ່ງກ່າວວ່າ ໂຢບກຳລັງຕຳນິພຣະຢາເວ?

ພຣະອົງກ່າວວ່າກັບໂຢບຕຳຫນິພຣະຢາເວ ເພື່ອໂຢບຈະຮຽກຮ້ອງວ່າລາວຖືກຕ້ອງຢ່າງນັ້ນ.

Job 40:10

ພຣະຢາເວຊົງທ້າທາຍສິ່ງໃດກັບໂຢບໃນການສວມເຄື່ອງນຸ່ງຕົວເອງ?

ພຣະຢາເວຊົງທ້າທາຍໂຢບສວມຕົວເອງດ້ວຍຄວາມສະຫງ່າຣາສີ, ຄວາມມີກຽດ, ດ້ວຍກຽດ ແລະບາຣະມີ.

Job 40:12

ພຣະຢາເວຊົງບອກໂຢບໃຫ້ເຮັດຫຍັງກັບຄົນຊົ່ວ?

ພຣະຢາເວຊົງບອກໂຢບ ກຳ­ຈັດ​ຄົນຊົ່ວຮ້າຍເມື່ອພວກເຂົາຢືນຂຶ້ນ.

Job 40:15

ສັດທີ່ໂຕໃຫ່ຍທີ່ສຸດກິນຫຍັງ?

ມັນ​ກິນ​ຫຍ້າ​ເຫມືອນ​ງົວ.

Job 40:17

ຫາງຂອງສັດທີ່ໂຕໃຫ່ຍທີ່ສຸດເປັນແນວໃດ?

ຫາງຂອງມັນຄືກັບຕົ້ນສົນ.

Job 40:19

ໃຜສາມາດເອົາຊະນະ ສັດທີ່ໂຕໃຫ່ຍທີ່ສຸດໄດ້?

ມີພຽງພຣະເຈົ້າເທົ່ານັ້ນເອົາຊະນະ ສັດທີ່ໂຕໃຫ່ຍທີ່ສຸດໄດ້.

ສັດທີ່ໂຕໃຫຍ່ທີ່ສຸດນອນຢູ່ໃສ?

ມັນ​ນອນ​ລົງຢູ່​ລຸ່ມກົກບົວໃນຮົ່ມຂອງກົກ​ອໍ້​ຢູ່ໃນ​ຫນອງ​ບຶງ.

Job 40:22

ສັດທີ່ໂຕໃຫ່ຍທີ່ສຸດຄິດແນວໃດ ເມື່ອແມ່ນໍ້າໄຫລຖ້ວມຕະລຶ່ງ ແລະແມ່ນໍ້າຢໍແດນໄຫລຖັ່ງໄປ?

ມັນກໍບໍ່ຫວັ່ນໄຫວ ແລະ ມັນຫມັ້ນໃຈ.

Job 41

Job 41:1

ພຣະຢາເວຊົງຖາມຫຍັງກັບໂຢບ ຖ້າລາວສາມາດ​​ເອົາລາກເລວິອາທານອອກ​ໄດ້?

ພຣະຢາເວຊົງຖາມໂຢບ ຖ້າລາວສາມາດ​​ເອົາລາກເລວິອາທານອອກ​ໄດ້​ດ້ວຍເບັດໃສ່ປາ.

Job 41:4

ພຣະຢາເວຊົງຖາມຫຍັງກັບໂຢບ ຖ້າຫາກວ່າຊາວປະມົງຈະເຮັດແນວໃດກັບເລວິອາທານ?

ພຣະອົງຖາມໂຢບຖ້າກຸ່ມຊາວປະມົງທັງຫລາຍຈະຕໍ່ລອງກັບເລວິອາທານ ຫລື ແບ່ງມັນເພື່ອແລກປ່ຽນໃນທ່າມກາງພໍ່ຄ້າ.

Job 41:7

ຈະມີຫຍັງເກີດຂື້ນ ຖ້າມີຄົນເອົາມືຂອງລາວວາງເທິງເລວິອາທານ?

ຖ້າມີຄົນເອົາມືຂອງລາວວາງເທິງເລວິອາທານພຽງແຕ່ຄັ້ງຫນຶ່ງ ແລະລາວຈະລະນຶກເຖິງສົງຄາມ ແລະບໍ່ເຮັດມັນອີກ.

Job 41:10

ເນື່ອງຈາກວ່າມີໃຜທີ່ດຸ​ຮ້າຍ ພໍທີ່ຈະປຸກເລວິອາທານໃຫ້ລຸກຂຶ້ນໄດ້, ບໍ່ມີໃຜຈະຢືນຕໍ່ຫນ້າພຣະຢາເວໄດ້?

ບໍ່ມີໃຜກ້າທີ່ຈະກະຕຸ້ນໃຫ້ມີເລວິອາທານຂຶ້ນໄປ, ສະນັ້ນຈຶ່ງບໍ່ມີຜູ້ໃດສາມາດຢືນຢູ່ຕໍ່ ຫນ້າພຣະຢາເວໄດ້.

Job 41:13

ພຣະຢາເວພັນລະນາເຖິງປາກຂອງເລວິອາທານແນວໃດ?

ພຣະອົງຊົງກ່າວມັນມີປະຕູແຫ່ງຫນ້າຂອງມັນ ທີ່ປາກ​ຂອງ​ມັນ​ກໍ​ເຕັມ​ດ້ວຍ​ແຂ້ວ, ​ອັນ​ຫນ້າ​ຢ້ານ​ຫລາຍ.

Job 41:16

ມີເກັດຢູ່ດ້ານຫລັງຂອງເລວິອາທານໃກ້ເທົ່າໃດ?

ອັນຫນຶ່ງຕິດກັບອີກອັນ ຊຶ່ງອາກາດບໍ່ສາມາດທະລຸພວກມັນ.

ພຣະຢາເວກ່າວວ່າດວງຕາຂອງເລວິອາທານເປັນຄືແນວໃດ?

ດວງຕາຂອງມັນເປັນເຫມືອນກັບຫນັງຕາຂອງ​ແສງ​ອາລຸນ.

Job 41:19

ສິ່ງທີ່ອອກມາຈາກປາກຂອງ​ເລວິອາທານ ແມ່ນຫຍັງ?

​ແປວ­ໄຟ​ຮ້ອນ­ຮົນ​ອອກ​ມາ​ຈາກ​ປາກ​ຂອງ​ເລວິອາທານ ແລະ​​ປະກາຍ​ໄຟ​ປິວ​ອອກ​ມາ.

ຄວັນຈາກຮູດັງຂອງ​ເລວິອາທານຄ້າຍຄືແນວໃດ?

ມັນຫມືອນ​ກັບຫມໍ້ຕົ້ມນໍ້າທີ່ກຳລັງຟົດ ຕັ້ງຢູ່ເທິງໄຟທີ່ຖືກພັດໃຫ້ຮ້ອນຢ່າງຫລາຍ.

Job 41:22

ຫົວໃຈຂອງເລວິອາທານ ເປັນແນວໃດ?

ຫົວ­ໃຈ​ຂອງ​ມັນ​ແຂງ­​ເຫມືອນ​ຫີນ.

Job 41:25

ພຣະເຈົ້າເຮັດຫຍັງ ເມື່ອເລວິອາທານຍົກຕົວເອງຂຶ້ນ?

ພວກເຂົາກໍຕ້ອງ​ຕົກ­ໃຈ​ຢ້ານ ແລະຖອຍຫລັງ.

ຈະເກີດຫຍັງຂື້ນໃນເວລາທີ່ດາບເຫລັ້ມຫນຶ່ງ, ຫອກອັນຫນຶ່ງ, ລູກສອນ ຫລື ອາວຸດໃດໆກໍຕາມຕໍ່ສູ້ກັບ ເລວິອາທານ?

ພວກມັນບໍ່ສາມາດເຮັດຫຍັງກັບມັນໄດ້.

ເລວິອາທານຄິດແນວໃດກັບເຫລັກ ແລະທອງແດງ?

ມັນຄິດເຖິງເຫລັກວ່າເປັນ​ເຟືອງເຂົ້າ, ​ ແລະ​ທອງ​ແດງ​ເປັນເຫມືອນ​ໄມ້​ຜຸພັງ.

Job 41:28

ເລວິອາທານຖີ້ມຮ່ອງຮອຍຫຍັງໄວ້?

ມັນຖິ້ມຫາງທີ່ແຜ່ອອກລົງໃນຂີ້ຕົມ ເຫມືອນກັບວ່າມັນເປັນລານນວດເຂົ້າ.

Job 41:31

ມັນເຮັດໃຫ້ບ່ອນເລິກເຮັດຫຍັງ?

ມັນ​ເຮັດ­ໃຫ້​ຟອງຈາກທີ່ເລິກລອຍຂຶ້ນ ມາເຫມືອນກັບຫມໍ້ຕົ້ມ​ນ້ຳ​ຟົດ.

Job 41:33

ເປັນຫຍັງເລວິອາທານຈຶ່ງບໍ່ມີໃຜທຽບມັນໄດ້ເທິງແຜ່ນດິນໂລກ?

ມັນຜູ້ທີ່ໃຊ້ຊີວິດໂດຍປາສະຈາກ​ຄວາມ​ຢ້ານກົວ.

Job 42

Job 42:1

ໂຢບຍອມຮັບວ່າລາວໄດ້ເວົ້າຫຍັງ?

ລາວໄດ້ກ່າວສິ່ງຕ່າງໆ ທີ່ລາວບໍ່ເຂົ້າໃຈ, ທີ່ຍາກເກີນກວ່າທີ່ລາວຈະເຂົ້າໃຈໄດ້ສິ່ງຕ່າງໆ, ຊຶ່ງລາວບໍ່ມີຄວາມຮູ້ກ່ຽວກັບສິ່ງເຫລົ່ານັ້ນເລີຍ.

Job 42:4

ໂຢບຕອບສະຫນອງຕໍ່ກັບພຣະຢາເວແນວໃດ ຫລັງຈາກທີ່ເຫັນພຣະອົງດ້ວຍດວງຕາຂອງລາວ?

ໂຢບດູຖືກຕົວເອງ ແລະ ລາວໄດ້​ປ່ຽນ​ໃຈ​ໄປ​ນັ່ງ​ຢູ່­ໃນ​ຝຸ່ນ​ດິນ ແລະ​ຂີ້­ເຖົ່າ​.

Job 42:7

ແມ່ນຫຍັງທີ່ພຣະຢາເວເວົ້າວ່າເອລີຟັດ ແລະເພື່ອນສອງຄົນຂອງລາວໄດ້ເຮັດຜິດ?

ພວກເຂົາ​ບໍ່​ເວົ້າ​ຄວາມ­ຈິງ​ກ່ຽວ­ກັບພຣະຢາເວ, ເຫມືອນກັບໂຢບ​​ໄດ້ກ່າວ.

ພຣະຢາເວຊົງບອກອັນໃດກັບເອລີຟັດໃຫ້ເປັນເຄື່ອງຖວາຍ?

ພຣະອົງຊົງບອກເອລີຟັດ ຈົ່ງ​ເອົາ​ງົວ­ເຖິກ​ເຈັດ​ໂຕ​ກັບ​ແກະ​ເຖິກ​ເຈັດ​ໂຕຂອງເຈົ້າ​, ຈົ່ງຖວາຍເຄື່ອງເຜົາ​ຖວາຍ​ບູ­ຊາ​ສຳ­ລັບເພື່ອຕົວຂອງພວກ​ເຂົາເອງ.

ພຣະຢາເວ ກ່າວວ່າຜູ້ໃດທີ່ພຣະອົງຈະຍອມຮັບຄຳອະທິຖານ?

ພຣະຢາເວຈະຍອມຮັບຄຳອະທິຖານຂອງໂຢບ.

Job 42:10

ມີຫຍັງເກີດຂຶ້ນ ຫລັງຈາກໂຢບອະທິຖານເພື່ອເພື່ອນຂອງລາວ?

ພຣະ­ຢາເວໄດ້ຊົງ​ເຮັດ­ໃຫ້ຄວາມອຸ­ດົມ­ສົມ­ບູນ​ຂຶ້ນ​ອີກແກ່ໂຢບ​. ພຣະຢາເວ ຊົງມອບໃຫ້ແກ່ລາວຫລາຍເປັນ​ສອງ​ເທົ່າຈາກສິ່ງທີ່ລາວມີມາກ່ອນ.

Job 42:12

ພຣະຢາເວຊົງອວຍພອນໂຢບແນວໃດ ໃນຊ່ວງບັ້ນປາຍຂອງ​ຊີວິດ?

ພຣະຢາເວໄດ້ຊົງ​ອວຍ­ພອນ​ໃຫ້​ໂຢບ ໃນຊ່ວງບັ້ນປາຍຂອງ​ຊີ­ວິດໃຫ້ມີໃຫ້ມີຫລາຍກວ່າຕອນຕົ້ນ.

ພຣະຢາເວຊົງປຣະທານລູກຊາຍ ແລະລູກສາວອີກຈັກຄົນໃຫ້ແກ່ໂຢບ?

ລາວມີ​ລູກ­ຊາຍ​ເຈັດ​ຄົນ ແລະ​ລູກ­ສາວ​ສາມ​ຄົນ.

Job 42:15

ສິ່ງທີ່ເປັນເອກະລັກສະເພາະກ່ຽວກັບລູກສາວຂອງໂຢບ?

ໃນແຜ່ນດິນທັງຫລາຍ ບໍ່­ມີ​ຍິງ​ຄົນໃດທີ່ຖືກພົບວ່າງົດງາມເທົ່າ​ລູກ­ສາວ​ຂອງ​ໂຢບ. ລາວ​​ໄດ້​ແບ່ງ​ມໍ­ຣະ­ດົກ​ໃຫ້​ພວກ​ນາງ​ ເຫມືອນ​ກັບມອບ​ໃຫ້ບັນດາ​ອ້າຍນ້ອງຊາຍຂອງພວກນາງ.