ພາສາລາວ (Lao): translationQuestions Print

Updated ? hours ago # views See on WACS

Deuteronomy 1

Deuteronomy 1:1

ໂມເຊຢູ່ໃສເມື່ອລາວເວົ້າກັບຊາວອິດສະຣາເອນ?

ໂມເຊຢູ່ອີກຟາກຫນຶ່ງຂອງແມ່ນໍ້າຈໍແດນ ໃນຖິ່ນແຫ້ງແລ້ງກັນດານ, ໃນທົ່ງພຽງຂອງລ່ອງແມ່ນໍ້າຈໍແດນ.

Deuteronomy 1:3

ໂມເຊໄດ້ເວົ້າກັບປະຊາຊົນອິດສະຣາເອນ, ບອກພວກເຂົາທຸກສິ່ງທີ່ພຣະຢາເວໄດ້ສັ່ງລາວເມື່ອໃດ?

ແມ່ນປີທີສີ່ສິບ, ແມ່ນມື້ທຳອິດຂອງເດືອນທີ 11, ໃນມື້ທຳອິດຂອງເດືອນ.

Deuteronomy 1:7

ພຣະຢາເວໄດ້ສາບານຈະປະທານດິນແດນໃຫ້ກັບໃຜ?

ພຣະຢາເວໄດ້ສາບານກັບອັບຣາຮາມ, ອີຊາກ, ແລະ ຢາໂຄບທີ່ຈະປະທານແຜ່ນດິນແກ່ພວກເຂົາ ແລະ ລູກຫລານຂອງພວກເຂົາທີ່ມາຕາມຫລັງ.

Deuteronomy 1:9

ເປັນຫຍັງໂມເຊຈຶ່ງຮູ້ສຶກວ່າລາວບໍ່ສາມາດນຳພາຜູ້ຄົນໄປຄົນດຽວໄດ້?

ພຣະເຈົ້າໄດ້ເພີ່ມພູນພວກເຂົາຂຶ້ນ, ເຮັດໃຫ້ພວກເຂົາເປັນເຫມືອນດາວແຫ່ງຟ້າສະຫວັນ.

Deuteronomy 1:12

ໃຜຈະຊ່ວຍໂມເຊແບກຫາບພາລະແລະຄວາມຂັດແຍ່ງຂອງປະຊາຊົນໄດ້?

ພວກເຂົາຈະເອົາຄົນທີ່ສະຫລາດ, ຄົນທີ່ມີຄວາມເຂົ້າໃຈ, ເເລະ ຄົນທີ່ມີຊື່ສຽງດີຈາກເເຕ່ລະເຜົ່າ, ເເລະ ຂ້ານ້ອຍຈະເຮັດໃຫ້ພວກເຂົາເປັນຫົວຫນ້າປົກຄອງເຫນືອພວກທ່ານ.

Deuteronomy 1:15

ໂມເຊສັ່ງໃຫ້ຜູ້ພິພາກສາເຮັດຫຍັງ?

ລາວໄດ້ສັ່ງພວກເຂົາໃຫ້ຟັງຄວາມຂັດແຍ່ງລະຫວ່າງອ້າຍນ້ອງແລະ ຄົນຕ່າງຊາດທີ່ຢູ່ກັບເຂົາ.

Deuteronomy 1:19

ພວກອິດສະຣາເອນໄດ້ເດີນທາງຜ່ານສິ່ງໃດໃນຂະນະທີ່ພວກເຂົາເດີນທາງຈາກເມືອງໂຮເຣໄປສູ່ເຂດພູ?

ພວກເຂົາໄດ້ເດີນທາງຜ່ານຖິ່ນແຫ້ງແລ້ງກັນດານທີ່ກວ້າງໃຫຍ່ແລະ ຫນ້າຢ້ານກົວ.

Deuteronomy 1:22

ເປັນຫຍັງປະຊາຊົນຈຶ່ງຂໍໃຫ້ໂມເຊສົ່ງຜູ້ຊາຍໄປກ່ອນ?

ພວກເຂົາໄດ້ຂໍໃຫ້ໂມເຊສົ່ງຄົນໄປກ່ອນເພື່ອຄົ້ນຫາດິນແດນ ແລະ ນຳເອົາຂ່າວກ່ຽວກັບວິທີ ທີ່ພວກເຂົາຄວນຈະບຸກໂຈມຕີແລະ ກ່ຽວກັບເມືອງຕ່າງໆ.

ແມ່ນໃຜທີ່ໂມເຊເລືອກທີ່ຈະອອກໄປສອດແນມດິນແດນໃນເຂດປະເທດຮ່ອມພູ?

ລາວໄດ້ເລືອກເອົາຊາຍສິບສອງຄົນ, ຫນຶ່ງຄົນຈາກແຕ່ລະເຜົ່າ.

Deuteronomy 1:25

ພວກຜູ້ຊາຍໄດ້ລາຍງານຫຍັງກ່ຽວກັບແຜ່ນດິນນັ້ນ?

ພວກເຂົາເວົ້າວ່າ, "ມັນເປັນແຜ່ນດິນທີ່ດີທີ່ພຣະຢາເວພຣະເຈົ້າຂອງພວກເຮົາປະທານໃຫ້ພວກເຮົາ."

Deuteronomy 1:26

ເປັນຫຍັງພວກຜູ້ຊາຍເວົ້າວ່າພຣະຢາເວພາພວກເຂົາອອກຈາກແຜ່ນດິນອີຢີບ?

ພວກເຂົາເວົ້າວ່າພຣະຢາເວກຽດຊັງພວກເຂົາ ແລະ ພຣະອົງໄດ້ນຳພວກເຂົາອອກຈາກແຜ່ນດິນເອຢີບ ເພື່ອທຳລາຍພວກເຂົາ.

ອ້າຍນ້ອງຂອງພວກເຂົາເວົ້າຫຍັງກ່ຽວກັບຜູ້ຄົນໃນແຜ່ນດິນນັ້ນ?

ພວກເຂົາກ່າວວ່າຜູ້ຄົນໃນແຜ່ນດິນນັ້ນໃຫຍ່ ແລະສູງກວ່າຊາວອິດສະຣາເອນ.

Deuteronomy 1:29

ໂມເຊເວົ້າສິ່ງທີ່ມີເຫດຜົນຫຍັງທີ່ເຮັດໃຫ້ປະຊາຊົນບໍ່ຈຳເປັນຕ້ອງຢ້ານ?

ລາວບອກພວກເຂົາວ່າຢ່າຢ້ານ, ເພາະພຣະຢາເວຈະນຳຫນ້າພວກເຂົາໄປ ແລະຈະສູ້ຮົບເພື່ອພວກເຂົາຄືກັບທີ່ພຣະອົງໄດ້ເຮັດໃນເອຢິບ ແລະ ໃນຖິ່ນແຫ້ງແລ້ງກັນດານ.

Deuteronomy 1:34

ພຣະຢາເວເວົ້າແນວໃດເພາະພຣະອົງຊົງໂກດຮ້າຍ?

ພຣະອົງໄດ້ສາບານແລະກ່າວວ່າ, "ແນ່ນອນວ່າບໍ່ມີຜູ້ໃດໃນບັນດາຮຸ້ນຄົນທີ່ຊົ່ວຊ້ານີ້ທີ່ຈະເຫັນແຜ່ນດິນທີ່ດີຍົກເວັ້ນກາເລບ."

Deuteronomy 1:37

ພຣະຢາເວສັ່ງໃຫ້ໂມເຊເຮັດຫຍັງໃຫ້ແກ່ໂຢຊວຍລູກຊາຍຂອງນູນ?

ພຣະຢາເວບອກໂມເຊໃຫ້ຫນູນໃຈໂຢຊວຍເພາະລາວຈະນຳຊາວອິດສະຣາເອນສືບທອດແຜ່ນດິນນັ້ນເປັນມໍລະດົກ.

Deuteronomy 1:39

ຜູ້ໃດທີ່ພຣະຢາເວໄດ້ເວົ້າວ່າຈະເຂົ້າໄປໃນແຜ່ນດິນນັ້ນແລະຄອບຄອງ?

ພຣະອົງກ່າວວ່າລູກຫລານຂອງພວກເຂົາຈະເຂົ້າໄປ ແລະ ຈະຄອງຄອງມັນໄວ້.

Deuteronomy 1:43

ປະຊາຊົນໄດ້ເຮັດຢ່າງໃດໃນເວລາທີ່ພຣະຢາເວໄດ້ບອກພວກເຂົາວ່າບໍ່ໃຫ້ໂຈມຕີເຂດພູ?

ພວກເຂົາອວດດີແລະໂຈມຕີດິນແດນເຂດພູ, ແລະ ຄົນອາໂມໄດ້ເຂົ້າມາໂຈມຕີພວກຜູ້ຊາຍ, ແລະໄລ່ພວກເຂົາຄືກັບຝູງເຜິ້ງ.

Deuteronomy 2

Deuteronomy 2:1

ໂມເຊເວົ້າວ່າເຂົາເຈົ້າຈະໄດ້ເດີນທາງໄປໃສ?

ພວກເຂົາໄດ້ເດີນທາງເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ, ໂດຍທາງທະເລແດງ.

Deuteronomy 2:4

ພຣະຢາເວໄດ້ສັ່ງໃຫ້ປະຊາຊົນລະມັດລະວັງບໍ່ໃຫ້ເຮັດຫຍັງ?

ພວກເຂົາຕ້ອງລະວັງບໍ່ໃຫ້ຕໍ່ສູ້ກັບເຊື້ອສາຍຂອງເອຊາວ, ເພາະວ່າ ພຣະຢາເວຈະບໍ່ຍອມມອບດິນແດນຂອງພວກເຂົາໃຫ້ພວກເຂົາເລີຍ.

Deuteronomy 2:6

ພວກເຂົາໄດ້ຮັບອາຫານແລະນໍ້າແນວໃດ?

ພວກເຂົາຕ້ອງໄດ້ຊື້ອາຫານແລະນໍ້າຈາກປະຊາຊົນເຊຣະເພື່ອພວກເຂົາຈະໄດ້ກິນແລະດື່ມ.

Deuteronomy 2:9

ພຣະຢາເວບອກຫຍັງພວກເຂົາວ່າພວກເຂົາບໍ່ຄວນເຮັດໃນໂມອາບ?

ພວກເຂົາບໍ່ໄດ້ສ້າງຄວາມເດືອດຮ້ອນໃຫ້ແກ່ໂມອາບ ຫລື ຕໍ່ສູ້ກັບພວກເຂົາເພາະວ່າພຣະຢາເວບໍ່ໄດ້ມອບດິນແດນນັ້ນໃຫ້ພວກເຂົາ.

Deuteronomy 2:13

ໃຊ້ເວລາດົນປານໃດທີ່ອິດສະຣາເອນເດີນທາງຈາກກາເດັດບາເນຍໄປຫາແມ່ນຳ້ເຊເຣດ?

ມັນໄດ້ໃຊ້ເວລາ 38 ປີທີ່ເຂົາເຈົ້າຈະໄປທີ່ແມ່ນຳ້ເຊເຣດ.

Deuteronomy 2:16

ມີຫຍັງເກີດຂື້ນກັບຊາຍທຸກຄົນທີ່ພ້ອມໃນການຕໍ່ສູ້?

ຜູ້ຊາຍທຸກຄົນທີ່ພ້ອມໃນການຕໍ່ສູ້ແມ່ນຕາຍ ແລະ ຫມົດສິ້ນໄປຈາກບັນດາປະຊາຊົນ.

ພຣະຢາເວໄດ້ມອບແຜ່ນດິນຂອງຄົນອຳໂມນໃຫ້ໃຜແດ່?

ພຣະຢາເວໄດ້ມອບດິນແດນນັ້ນໃຫ້ລູກຫລານຂອງໂລດ.

Deuteronomy 2:24

ປະຊາຊົນໃນແຜ່ນດິນໄດ້ເຮັດຢ່າງໃດເມື່ອໄດ້ຍິນຂ່າວກ່ຽວກັບຊາວອິດສະຣາເອນ?

ພວກເຂົາຈະສັ່ນສະເທືອນ ແລະ ທຸກທໍລະມານເພາະຊາວອິດສະຣາເອນ.

Deuteronomy 2:26

ຖ້ອຍຄຳທີ່ສະຫງົບສຸກໃດທີ່ໂມເຊໄດ້ສົ່ງໄປຫາກະສັດເຮັດຊະໂບນ?

ໂມເຊໄດ້ຂໍໃຫ້ໄດ້ຮັບອະນຸຍາດໃຫ້ຜ່ານດິນແດນໂດຍທາງຫລວງ, ທີ່ບໍ່ຫັນໄປທາງຂວາ ຫລື ຊ້າຍ.

Deuteronomy 2:28

ໂມເຊໄດ້ວາງແຜນຢ່າງໃດທີ່ຈະໄດ້ອາຫານແລະນຳ້ສຳລັບປະຊາຊົນ?

ລາວໄດ້ຂໍໃຫ້ກະສັດເຮັດຊະໂບນຂາຍອາຫານແລະນໍ້າໃຫ້ລາວເພື່ອເຂົາຈະໄດ້ກິນ ແລະດື່ມ.

Deuteronomy 2:32

ມີຫຍັງເກີດຂຶ້ນເມື່ອກະສັດຊີໂຫນອອກມາຕໍ່ສູ້ໂມເຊ?

ພຣະຢາເວໄດ້ມອບລາວໃຫ້ໂມເຊ ແລະພວກເຂົາໄດ້ເອົາຊະນະລາວ, ຂ້າລາວ, ພວກລູກຊາຍ ແລະປະຊາຊົນລາວທັງຫມົດ.

Deuteronomy 2:34

ມີຫຍັງເກີດຂຶ້ນກັບທຸກເມືອງທີ່ມີຄົນອາໄສ?

ໂມເຊຍຶດເອົາເມືອງທັງຫມົດຂອງກະສັດ ແລະທຳລາຍພວກເຂົາ, ລວມທັງຜູ້ຍິງແລະເດັກນ້ອຍ; ບໍ່ໃຫ້ມີເຫລືອຢູ່.

Deuteronomy 3

Deuteronomy 3:1

ກະສັດໂອກກະສັດແຫ່ງບາຊານໄດ້ເຮັດຫຍັງຕໍ່ຊາວອິດສະຣາເອນໃນຂະນະທີ່ພວກເຂົາມາຮອດແຜ່ນດິນຂອງລາວ?

ເມື່ອເດີນທາງໄປເມືອງບາຊານ, ກະສັດຂອງບາຊານ ແລະ ປະຊາຊົນທັງຫມົດຂອງລາວໄດ້ມາໂຈມຕີອິດສະຣາເອນ.

Deuteronomy 3:3

ອິດສະຣາເອນໄດ້ເຮັດຫຍັງກັບກະສັດບາຊານແລະປະຊາຊົນຂອງລາວ?

ພວກເຂົາໄດ້ໂຈມຕີກະສັດແຫ່ງບາຊານຈົນຕາຍຈົນກວ່າຈະບໍ່ມີປະຊາຊົນຄົນໃດເຫລືອຢູ່, ແລະຍຶດເອົາເມືອງທັງຫມົດຂອງລາວ.

Deuteronomy 3:5

ອິດສະຣາເອນໄດ້ເຮັດຫຍັງກັບຝູງງົວແລະເຄື່ອງຂອງທີ່ຢູ່ໃນເມືອງ?

ພວກເຂົາໄດ້ເອົາງົວ ແລະເຄື່ອງຂອງທີ່ຢູ່ໃນເມືອງທັງຫມົດໄປເປັນຂອງຕົນເອງ.

Deuteronomy 3:12

ໂມເຊໄດ້ມອບດິນແດນທີ່ພວກເຂົາໄດ້ຍຶດໄປໃຫ້ຜູ້ໃດ?

ລາວໄດ້ມອບມັນໃຫ້ຄົນເຜົ່າຣູເບັນ ແລະຄົນເຜົ່າກາດ ແລະເຄິ່ງຫນຶ່ງຂອງເຜົ່າມານາເຊ.

Deuteronomy 3:18

ໂມເຊໄດ້ສັ່ງໃຫ້ພວກນັກຮົບຂອງເຜົ່າຣູເບັນແລະເຜົ່າກາດແລະເຄິ່ງໜຶ່ງຂອງເຜົ່າມານາເຊເຮັດຫຍັງ?

ລາວໄດ້ສັ່ງພວກເຂົາໃຫ້ຍົກອາວຸດຂຶ້ນຂ້າມໄປກ່ອນຫນ້າອ້າຍນ້ອງຂອງພວກເຂົາ, ຊາວອິດສະຣາເອນ.

Deuteronomy 3:19

ເມື່ອໃດທີ່ພຣະຢາເວກ່າວວ່າຄົນເຜົ່າຣູເບັນແລະເຜົ່າກາດແລະເຄິ່ງໜຶ່ງຂອງເຜົ່າມານາເຊສາມາດກັບໄປເປັນກຳມະສິດຂອງຕົນເອງ?

ພຣະຢາເວກ່າວວ່າພວກເຂົາຈະສົ່ງຄືນໄດ້ຫລັງຈາກທີ່ ພຣະຢາເວ ໄດ້ປະທານການຫຍຸດພັກໃຫ້ພີ່ນ້ອງຂອງພວກເຂົາ, ຈົນກວ່າພວກເຂົາຈະຍຶດຄອງແຜ່ນດິນຂອງພວກເຂົາ.

Deuteronomy 3:21

ໂມເຊໄດ້ບອກໃຫ້ໂຢຊວຍບໍ່ຕ້ອງເຮັດຫຍັງ?

ລາວບອກໂຢຊວຍບໍ່ໃຫ້ຢ້ານສັດຕູເພາະວ່າພຣະຢາເວຈະເປັນຜູ້ທີ່ສູ້ຮົບເພື່ອລາວ.

Deuteronomy 3:23

ໂມເຊໄດ້ຂໍໄປແລະເບິ່ງຢູ່ໃສ?

ລາວໄດ້ທູນຂໍພຣະຢາເວໃຫ້ລາວໄປ ແລະ ເບິ່ງແຜ່ນດິນທີ່ດີຝາກຈໍແດນ ແລະເລບານອນນຳ.

Deuteronomy 3:26

ພຣະຢາເວໄດ້ເຮັດຫຍັງເພື່ອອະນຸຍາດໃຫ້ໂມເຊໄປເບິ່ງແຜ່ນດິນນັ້ນ?

ພຣະຢາເວບອກໃຫ້ລາວຂຶ້ນໄປເທິງພູປີຊະກາ ແລະ ເງີຍຫນ້າຂຶ້ນເບິ່ງອ້ອມຮອບລາວເພາະວ່າລາວ ຈະບໍ່ໄດ້ຂ້າມແມ່ນໍ້າຈໍແດນ.

Deuteronomy 3:28

ພຣະຢາເວສັ່ງໃຫ້ໂມເຊເຮັດຫຍັງໃຫ້ແກ່ໂຢຊວຍ?

ພຣະອົງໄດ້ບອກໂມເຊໃຫ້ສັ່ງໂຢຊວຍ, ໃຫ້ຫນູນໃຈແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ລາວ, ຍ້ອນວ່າລາວຈະໄປຢູ່ຕໍ່ຫນ້າປະຊາຊົນ ແລະຈະເຮັດໃຫ້ພວກເຂົາຮັບແຜ່ນດິນນັ້ນທີ່ໄດ້ເຫັນເປັນມໍລະດົກ.

Deuteronomy 4

Deuteronomy 4:1

ປະຊາຊົນອິດສະຣາເອນຕ້ອງເຮັດຫຍັງແດ່ເພື່ອພວກເຂົາຈະມີຊີວິດຢູ່ແລະເຂົ້າໄປແລະຄອບຄອງແຜ່ນດິນທີ່ພຣະຢາເວຈະປະທານໃຫ້ພວກເຂົາ?

ພວກເຂົາຕ້ອງໄດ້ຟັງແລະປະຕິບັດຕາມກົດບັນຍັດທີ່ໂມເຊຈະສັ່ງສອນພວກເຂົາເພື່ອພວກເຂົາຈະໄດ້ຍຶດຄອງແຜ່ນດິນນັ້ນ.

ແມ່ນຫຍັງທີ່ປະຊາຊົນບໍ່ຕ້ອງເຮັດ?

ພວກເຂົາບໍ່ຕ້ອງເພີ່ມຫລືຫລຸດຖ້ອຍຄຳທີ່ໂມເຊສັ່ງພວກເຂົາ ດັ່ງນັ້ນພວກເຂົາຈະຮັກສາພຣະບັນຍັດຂອງພຣະຜູ້ເປັນເຈົ້າ.

Deuteronomy 4:3

ພຣະຢາເວຈະທໍາລາຍຄົນພວກໃດ?

ພຣະຢາເວທຳລາຍຄົນທີ່ຕິດຕາມພະບາອານເປເອີ.

Deuteronomy 4:5

ເປັນຫຍັງຊາວອິດສະຣາເອນຄວນຮັກສາກົດບັນຍັດທີ່ໂມເຊໄດ້ສັ່ງພວກເຂົາ?

ພວກເຂົາຄວນຮັກສາແລະປະຕິບັດຕາມເພື່ອພວກເຂົາຈະມີປັນຍາແລະຄວາມເຂົ້າໃຈໃນສາຍຕາຂອງຜູ້ຄົນທັງຫລາຍ.

Deuteronomy 4:9

ເປັນຫຍັງປະຊາຊົນຄວນເອົາໃຈໃສ່ແລະປົກປ້ອງຈິດວິນຍານຂອງພວກເຂົາ?

ພວກເຂົາຄວນເອົາໃຈໃສ່ ແລະເບິ່ງແຍງຈິດວິນຍານຂອງພວກເຂົາເພື່ອບໍ່ໃຫ້ພວກເຂົາລືມສິ່ງທີ່ພວກເຂົາໄດ້ເຫັນ, ແຕ່ໃຫ້ເກັບຮັກສາສິ່ງເຫລົ່ານັ້ນໄວ້ໃນໃຈຂອງພວກເຂົາ ແລະ ເຮັດໃຫ້ລູກ ແລະ ລູກຫລານຂອງພວກເຂົາຮູ້ຈັກ.

Deuteronomy 4:11

ປະຊາຊົນໄດ້ຍິນຫຍັງຈາກກາງໄຟຢູ່ເທິງພູນັ້ນ?

ພວກເຂົາໄດ້ຍິນສຽງຂອງພຣະຢາເວອອກຈາກກາງໄຟນັ້ນ, ແຕ່ບໍ່ເຫັນຮູບສັນຖານໃດເລີຍ.

Deuteronomy 4:15

ປະຊາຊົນຖືກບອກວ່າບໍ່ໃຫ້ເຮັດຫຍັງ?

ພວກເຂົາຖືກບອກຢ່າໃຫ້ຕົນເອງເຮັດບາບໂດຍການເຮັດຮູບແກະສະຫລັກໃນຮູບແບບໃດໆ, ລວມທັງຜູ້ຊາຍ, ຜູ້ຍິງ, ນົກ, ສິ່ງທີ່ເລືອຄານ, ແລະປາ.

Deuteronomy 4:19

ເປັນຫຍັງໂມເຊຈຶ່ງບອກໃຫ້ປະຊາຊົນລະມັດລະວັງກ່ຽວກັບດວງອາທິດ, ດວງຈັນແລະດວງດາວ?

ລາວໄດ້ບອກພວກເຂົາວ່າພວກເຂົາຄວນຈະລະມັດລະວັງບໍ່ໃຫ້ຖືກດຶງອອກໄປເພື່ອນະມັດສະການສະຫວັນ, ດວງອາທິດ, ດວງຈັນ, ຫລື ດວງດາວ.

ເປັນຫຍັງພຣະຢາເວຈຶ່ງນຳປະຊາຊົນອອກຈາກເຕົາເຫລັກ, ຄືເອຢີບ?

ພຣະອົງໄດ້ນຳພວກເຂົາອອກຈາກປະເທດເອຢິບມາເປັນປະຊາຊົນທີ່ເປັນມໍລະດົກຂອງພຣະອົງເອງ.

Deuteronomy 4:21

ພຣະຢາເວໄດ້ເຮັດຫຍັງກັບໂມເຊເພາະພຣະອົງໃຈຮ້າຍໃຫ້ໂມເຊ?

ພຣະອົງບໍ່ຍອມໃຫ້ໂມເຊເຂົ້າໄປໃນແຜ່ນດິນທີ່ດີຢູ່ຝາກຈໍແດນ, ແຕ່ໂມເຊຕ້ອງຕາຍທາງນອກແຜ່ນດິນນັ້ນ.

Deuteronomy 4:23

ເປັນຫຍັງພຣະຢາເວຫ້າມບໍ່ໃຫ້ອິດສະຣາເອນເຮັດຮູບແກະສະຫລັກໃດໆ?

ພຣະຢາເວພຣະເຈົ້າຂອງພວກພຣະອົງບໍ່ແມ່ນໄຟເຜົນຜານ, ແຕ່ເປັນຄວາມພຣະເຈົ້າຜູ້ຫວງແຫນ.

Deuteronomy 4:25

ໂມເຊເວົ້າສິ່ງໃດຈະເກີດຂື້ນຖ້າປະຊາຊົນເຮັດໂຕຜິດແລະເຮັດສິ່ງທີ່ຊົ່ວຮ້າຍໃນສາຍຕາຂອງພຣະຢາເວ?

ພວກເຂົາຈະຕາຍຈາກແຜ່ນດິນຟາກແມ່ນຳ້ຈໍແດນ, ແລະຖືກທຳລາຍຫມົດສິ້ນ

Deuteronomy 4:27

ໂມເຊເວົ້າວ່າພຣະຢາເວຈະເຮັດຫຍັງແກ່ປະຊາຊົນ?

ພຣະຢາເວຈະແຍກປະຊາຊົນ ແລະພວກເຂົາຈະມີຈຳນວນຫນ້ອຍໃນບັນດາຊົນຊາດທີ່ພວກເຂົາຈະຮັບໃຊ້ພະທີ່ເຮັດດ້ວຍໄມ້ແລະຫີນ.

Deuteronomy 4:29

ໃນເວລາໃດທີ່ປະຊາຊົນຈະພົບກັບພຣະຢາເວ?

ພວກເຂົາຈະພົບພຣະອົງເມື່ອພວກເຂົາສະແຫວງຫາພຣະອົງດ້ວຍສຸດໃຈ ແລະ ສຸດຈິດຂອງພວກເຂົາ.

Deuteronomy 4:30

ສິ່ງໃດຈະເຮັດໃຫ້ປະຊາຊົນກັບຄືນສູ່ພຣະຢາເວຂອງພວກເຂົາແລະຟັງສຽງຂອງພຣະອົງ?

ເມື່ອພວກເຂົາຕົກຢູ່ໃນຄວາມຫຍຸ້ງຍາກ, ແລະ ເມື່ອທຸກຢ່າງເກີດຂື້ນພວກເຂົາກໍ່ຈະກັບຄືນມາຫາພຣະຢາເວ.

Deuteronomy 4:34

ພະເຈົ້າໄດ້ເຮັດຫຍັງແກ່ຜູ້ຄົນເມື່ອພວກເຂົາຢູ່ໃນປະເທດເອຢິບ?

ພຣະເຈົ້າໄດ້ຊົງນຳຊົນຊາດຫນຶ່ງມາເພື່ອພຣະອົງເອງຈາກທ່າມກາງຊົນຊາດຫນຶ່ງ, ດ້ວຍການລອງໃຈ, ດ້ວຍຫມາຍສຳຄັນ, ແລະ ດ້ວຍການອັດສະຈັນ, ດ້ວຍສົງຄາມ, ດ້ວຍມືອັນຊົງຣິດ, ເເລະ ດ້ວຍແຂນອັນຣິດເດດຂອງພຣະອົງທີ່ຢຽດອອກ, ແລະ ດ້ວຍຄວາມຢ້ານກົວອັນຍິ່ງໃຫຍ່.

Deuteronomy 4:35

ພຣະຢາເວໄດ້ເຮັດໃຫ້ເກີດຫຍັງຂຶ້ນກັບປະຊາຊົນເພື່ອເຂົາເຈົ້າຈະຮູ້ວ່າພຣະອົງເປັນພຣະເຈົ້າ?

ພຣະອົງໄດ້ເຮັດໃຫ້ພວກເຂົາໄດ້ຍິນສຽງຂອງພຣະອົງອອກຈາກສະຫວັນ, ແລະຢູ່ເທິງແຜ່ນດິນໂລກໄດ້ເຮັດໃຫ້ພວກເຂົາເຫັນໄຟອັນຍິ່ງໃຫຍ່ຂອງພຣະອົງ.

Deuteronomy 4:37

ພຣະຢາເວໄດ້ເຮັດຫຍັງຕໍ່ຊາວອິດສະຣາເອນເພາະວ່າພຣະອົງຮັກບັນພະບຸລຸດຂອງພວກເຂົາ?

ພຣະອົງໄດ້ເລືອກລູກຫລານຂອງພວກເຂົາ, ໄດ້ນຳພວກເຂົາອອກຈາກປະເທດເອຢິບດ້ວຍການຊົງສະຖິດຂອງພຣະອົງ ແລະ ອຳນາດຂອງພຣະອົງ. ພຣະອົງໄດ້ໃຫ້ແຜ່ນດິນແກ່ພວກເຂົາຫລັງຈາກຂັບໄລ່ຊົນຊາດທີ່ໃຫຍ່ກວ່າອອກໄປ.

Deuteronomy 4:41

ບຸກຄົນທີ່ຂ້າຄົນອື່ນໂດຍບໍ່ຕັ້ງໃຈຈະຫນີໄປໃສ?

ລາວສາມາດຫນີໄປເມືອງຫນຶ່ງໃນສາມເມືອງທີ່ໂມເຊໄດ້ເລືອກ ຢູ່ທາງຕາເວັນອອກຂອງແມ່ນຳ້ຈໍແດນ.

Deuteronomy 4:44

ໂມເຊໄດ້ຈັດວາງສິ່ງໃດໄວ້ຕໍ່ໜ້າຊາວຍິດສະລາເອນ?

ລາວວາງກົດຫມາຍ; ພັນທະສັນຍາ, ກົດລະບຽບ, ແລະບັນຍັດອື່ນໆທີ່ລາວໄດ້ກ່າວກັບພວກເຂົາ ເມື່ອພວກເຂົາອອກຈາກປະເທດເອຢິບ.

Deuteronomy 4:47

ອານາເຂດດິນຂອງກະສັດທັງສອງແຫ່ງຂອງຊາວອາໂມໄລໄດ້ແຜ່ຂະຫຍາຍໄປເຖິງຂອບເຂດໃດ?

ອານາເຂດນີ້ໄດ້ນັບຈາກເມືອງອາໂຣເອ, ຢູ່ແຄມຮ່ອມພູອາກໂນນ, ໄປສູ່ພູສິໂຍນ(ຫລືພູເຮີໂມນ), ແລະລວມທັງເຂດທົ່ງພຽງຂອງລ່ອງແມ່ນຳ້ຈໍແດນ, ທາງຕາເວັນອອກຟາກແມ່ນໍ້າຈໍແດນ, ໄປສູ່ທະເລອາຣາບາ, ເຖິງ ເປີ້ນພູປີສະກາ. "

Deuteronomy 5

Deuteronomy 5:1

ພຣະຢາເວໄດ້ເຮັດພັນທະສັນຍາກັບຜູ້ໃດຢູ່ທີ່ໂຮເຣບ?

ພຣະຢາເວໄດ້ເຮັດພັນທະສັນຍາກັບອິດສະຣາເອນຢູ່ທີ່ເມືອງໂຮເຣັບ, ບໍ່ແມ່ນກັບບັນພະບູລຸດຂອງພວກເຂົາ, ແຕ່ກັບຜູ້ທີ່ມີຊີວິດຢູ່.

Deuteronomy 5:4

ເປັນຫຍັງໂມເຊຢືນຢູ່ລະຫວ່າງພຣະຢາເວ ແລະປະຊາຊົນໃນເວລາທີ່ພຣະຢາເວເປີດເຜີຍຖ້ອຍຄໍາຂອງພຣະອົງແກ່ພວກເຂົາ?

ເພາະວ່າພວກເຂົາຢ້ານໄຟຈາກບ່ອນທີ່ພຣະເຈົ້າໄດ້ຊົງກ່າວນັ້ນ.

ພຣະຢາເວບອກໃຫ້ຊາວອິດສະຣາເອນຮູ້ວ່າພຣະອົງແມ່ນໃຜ?

ພຣະອົງກ່າວວ່າ, "ເຮົາແມ່ນຢາເວພຣະເຈົ້າຂອງທ່ານ, ຜູ້ທີ່ໄດ້ພາທ່ານອອກຈາກປະເທດເອຢິບ, ອອກຈາກເຮືອນຂອງຂ້າທາດ."

Deuteronomy 5:7

ພະເຈົ້າບອກໃຫ້ຊາວອິດສະຣາເອນບໍ່ໃຫ້ສ້າງຫຍັງ, ກົ້ມຂາບຫລືຮັບໃຊ້?

ພວກເຂົາບໍ່ຄວນເຮັດຮູບແກະສະຫລັກຫລືທີ່ຄ້າຍຄືຢູ່ໃນສະຫວັນ, ແຜ່ນດິນໂລກຫລືໃນນໍ້າ.

Deuteronomy 5:9

ພຣະຢາເວຈະລົງໂທດຄວາມຊົ່ວຮ້າຍຂອງບັນພະບຸລຸດທີ່ພວກເຂົາກົ້ມຂາບຫລືຮັບໃຊ້ຮູບເຄົາລົບແນວໃດ?

ພຣະຢາເວຈະລົງໂທດຄວາມຊົ່ວຮ້າຍຂອງບັນພະບຸລຸດໂດຍນຳ ເອົາການລົງໂທດຕໍ່ລູກຫລານຂອງພວກເຂົາ.

ໍພຣະຢາເວຈະເຮັດຫຍັງຕໍ່ຜູ້ທີ່ຮັກພຣະອົງແລະຖືຮັກສາພຣະບັນຍັດຂອງພຣະອົງ?

ພຣະອົງຈະສະແດງຄວາມຊື່ສັດຕໍ່ພັນທະສັນຍາກັບພວກເຂົາ.

Deuteronomy 5:11

ຜູ້ທີ່ພຣະຢາເວຈະບໍ່ຖືຄວາມຜິດ?

ພຣະອົງຈະບໍ່ຖືຜູ້ທີ່ຍົກພຣະນາມຂອງພຣະອົງຢ່າງໄຮ້ປະໂຫຍດ.

Deuteronomy 5:12

ພຣະຢາເວເວົ້າຫຍັງໃນວັນທີ່ເຈັດ?

ມື້ທີເຈັດແມ່ນວັນຊະບາໂຕແກ່ພຣະຢາເວ ພຣເຈົ້າຂອງພວກເຂົາ, ດັ່ງນັ້ນພວກເຂົາຕ້ອງຮັກສາມັນໃຫ້ບໍລິສຸດ ແລະ ບໍ່ຕ້ອງເຮັດວຽກໃດໆ.

Deuteronomy 5:15

ເປັນຫຍັງພຣະຢາເວຈຶ່ງສັ່ງໃຫ້ພວກເຂົາຮັກສາວັນຊະບາໂຕ?

ພຣະອົງຕ້ອງການໃຫ້ພວກເຂົາຈື່ຈຳ ວ່າພວກເຂົາເປັນຄົນຮັບໃຊ້ໃນປະເທດເອຢິບ ແລະ ພຣະເຈົ້າໄດ້ນຳພວກເຂົາອອກມາໂດຍພຣະຫັດອັນຍິ່ງໃຫຍ່ຂອງພຣະອົງທີ່ສະແດງອຳນາດ.

Deuteronomy 5:16

ພຣະຢາເວເວົ້າສິ່ງໃດທີ່ຈະເກີດຂື້ນກັບປະຊາຊົນຖ້າພວກເຂົາເຄົາລົບພໍ່ແລະແມ່ຂອງພວກເຂົາ?

ພວກເຂົາຈະມີຊີວິດຢູ່ເປັນເວລາດົນນານໃນແຜ່ນດິນທີ່ພຣະເຈົ້າໄດ້ມອບໃຫ້ພວກເຂົາ ແລະ ຈະເປັນໄປດ້ວຍດີກັບພວກເຂົາ.

Deuteronomy 5:17

ພວກເຂົາຖືກສັ່ງບໍ່ໃຫ້ເຮັດຫຍັງ?

ເຂົາເຈົ້າບໍ່ຄວນຄາດຕະກຳ, ຫລິ້ນຊູ້, ລັກ, ຫລືເປັນພະຍານທີ່ບໍ່ຈິງຕໍ່ເພື່ອນບ້ານ.

Deuteronomy 5:22

ພຣະຢາເວຂຽນຖ້ອຍຄຳຂອງພຣະອົງໃສ່ສິ່ງໃດ?

ພຣະອົງໄດ້ຂຽນລົງເທິງແຜ່ນຫີນສອງແຜ່ນ ແລະ ປະທານໃຫ້ແກ່ໂມເຊ.

Deuteronomy 5:25

ປະຊາຊົນເວົ້າວ່າຈະເກີດຫຍັງຂື້ນກັບພວກເຂົາຖ້າພວກເຂົາໄດ້ຍິນສຽງຂອງພຣະຢາເວຕໍ່ໄປ?

ປະຊາຊົນຈະຖືກເຜົາຜານໂດຍໄຟອັນຍິ່ງໃຫຍ່ ແລະຈະຕາຍ.

ປະຊາຊົນເວົ້າວ່າພວກເຂົາຈະເຮັດຫຍັງເມື່ອໂມເຊເວົ້າກ່າວຖ້ອຍຄຳຂອງພຣະຢາເວຕໍ່ພວກເຂົາອີກ?

ພວກເຂົາເວົ້າວ່າພວກເຂົາຈະຟັງ ແລະ ເຊື່ອຟັງຖ້ອຍຄຳຂອງພຣະຢາເວ.

Deuteronomy 5:28

ພຣະຢາເວຊົງກ່າວແນວໃດກ່ຽວກັບການຕອບສະຫນອງຂອງປະຊາຊົນ?

ພຣະອົງກ່າວວ່າພຣະອົງໄດ້ຍິນຄຳເວົ້າຂອງປະຊາຊົນ ແລະ ທີ່ພວກເຂົາກ່າວນັ້ນດີ.

Deuteronomy 5:32

ໂມເຊເວົ້າວ່າສິ່ງໃດຈະເກີດຂື້ນກັບປະຊາຊົນຖ້າພວກເຂົາຖືຮັກສາກົດບັນຍັດແລະ ຄຳສັ່ງທັງຫມົດຂອງພຣະຢາເວທີ່ໂມເຊຈະສັ່ງພວກເຂົານັ້ນ?

ຖ້າພວກເຂົາຖືຮັກສາພຣະບັນຍັດ, ພວກເຂົາຈະມີຊີວິດຢູ່, ເເລະ ເພື່ອວ່າພວກທ່ານຈະຢູ່ເຢັນເປັນສຸກ, ເເລະ ເພື່ອວ່າພວກທ່ານຈະມີວັນເວລາທີ່ຍືນຍາວໃນດິນເເດນທີ່ພວກທ່ານໄດ້ເປັນກຳມະສິດນັ້ນ.

Deuteronomy 6

Deuteronomy 6:1

ຈະມີຫຍັງເກີດຂື້ນຖ້າຊາວອິດສະຣາເອນແລະລູກຫລານຂອງພວກເຂົາຮັກສາບັນຍັດ ແລະ ຄຳສັ່ງທັງໝົດຂອງພຣະຢາເວຕະຫຼອດຊີວິດຂອງພວກເຂົາ?

ຖ້າພວກເຂົາຖືຮັກສາບັນຍັດ ແລະ ຄຳສັ່ງຂອງພຣະອົງ, ວັນເວລາຂອງພວກເຂົາຈະຍາວນານ.

Deuteronomy 6:3

ໂມເຊໄດ້ບັນຍາຍກ່ຽວກັບແຜ່ນດິນທີ່ປະຊາຊົນກຳລັງຈະເດີນທາງໄປແນວໃດ?

ລາວກ່າວວ່າມັນແມ່ນດິນແດນທີ່ເຕັມໄປດ້ວຍນົມ ແລະ ນໍ້າເຜິ້ງຫລັງໄຫລ.

Deuteronomy 6:4

ຊາວອິດສະຣາເອນຄວນຮັກພຣະຢາເວດ້ວຍສິ່ງໃດ?

ພວກເຂົາຄວນຮັກພຣະຢາເວດ້ວຍສຸດຫົວໃຈ, ສຸດຄວາມຄິດ, ແລະສຸດກຳລັງຂອງພວກເຂົາ.

Deuteronomy 6:6

ປະຊາຊົນຄວນສອນຄຳສັ່ງທີ່ຢູ່ໃນໃຈຂອງພວກເຂົາໃຫ້ລູກຫລານຂອງຕົນຢ່າງພາກພຽນເມື່ອໃດ?

ພວກເຂົາຄວນສອນຄຳສັ່ງໃຫ້ລູກຫລານຂອງພວກເຂົາໃນເວລາທີ່ພວກເຂົານັ່ງຢູ່ໃນເຮືອນ, ເມື່ອພວກທ່ານຍ່າງໄປຕາມຫົນທາງ, ເມື່ອພວກທ່ານນອນລົງ ເເລະ ເມື່ອພວກທ່ານລຸກຂຶ້ນ

Deuteronomy 6:10

ໃນເວລາໃດທີ່ອິດສະຣາເອນບໍ່ຄວນລືມພຣະຢາເວ?

ພວກເຂົາບໍ່ຄວນລືມພຣະຢາເວໃນເວລາທີ່ພວກເຂົາກິນອີ່ມແລະເພິ່ງພໍໃຈໃນແຜ່ນດິນທີ່ພຣະຢາເວໄດ້ສາບານຕໍ່ບັນພະບຸລຸດຂອງພວກເຂົາ.

Deuteronomy 6:13

ຈະມີຫຍັງເກີດຂື້ນກັບຊາວອິດສະຣາເອນຖ້າພວກເຂົາຮັບໃຊ້ພະອື່ນແລະເຮັດໃຫ້ພຣະເຈົ້າຢາເວພຣະເຈົ້າໂກດແຄ້ນ, ເຮັດໃຫ້ໂກດແຄ້ນ?

ຖ້າຄວາມໂກດຮ້າຍຂອງພຣະຢາເວມາເຖິງພວກເຂົາ, ພຣະອົງຈະທໍາລາຍພວກເຂົາອອກຈາກຫນ້າໂລກນີ້.

Deuteronomy 6:16

ພວກເຂົາໄດ້ເຮັດຫຍັງຢູ່ມັດສາ ທີ່ພວກເຂົາບໍ່ຄວນຈະເຮັດອີກ?

ພວກເຂົາໄດ້ທົດສອບທົດລອງພຣະຢາເວທີ່ມັດສາ.

Deuteronomy 6:20

ປະຊາຊົນຄວນຕອບສະໜອງແນວໃດເມື່ອລູກຊາຍຂອງພວກເຂົາຖາມກ່ຽວກັບຄຳສັ່ງຂອງພັນທະສັນຍາ, ບັນຍັດ, ແລະ ຄຳສັ່ງອື່ນໆທີ່ພຣະຢາເວໄດ້ສັ່ງ?

ພວກເຂົາຄວນບອກລູກຊາຍຂອງພວກເຂົາວ່າພວກເຂົາເປັນຂ້າໃຊ້ຂອງກະສັດຟາໂລໃນເວລາທີ່ ພຣະຢາເວໄດ້ນຳພວກເຂົາອອກຈາກປະເທດເອຢິບ ແລະ ໄດ້ມອບດິນແດນທີ່ທີ່ພຣະອົງຊົງສັນຍາໄວ້ເເກ່ບັນດາບັນພະບູລຸດຂອງພວກເຂົາ.

Deuteronomy 6:24

ເປັນຫຍັງປະຊາຊົນຄວນຢຳເກງພຣະຢາເວ?

ພວກເຂົາຄວນຢຳເກງ ພຣະອົງເພື່ອຄວາມດີຂອງພວກເຂົາ, ເພື່ອພຣະອົງຈະໄດ້ຮັກສາພວກເຂົາໃຫ້ມີຊີວິດຢູ່.

Deuteronomy 7

Deuteronomy 7:2

ປະຊາຊົນຕ້ອງເຮັດຫຍັງຕໍ່ປະຊາຊົນໃນແຜ່ນດິນທີ່ພຣະຢາເວ ກຳລັງໃຫ້ພວກເຂົາເປັນເຈົ້າຂອງ?

ພວກເຂົາຕ້ອງໂຈມຕີແລະທຳລາຍພວກເຂົາຢ່າງຫມົດສິ້ນ.

ຊາວອິດສະຣາເອນບໍ່ຄວນເຮັດສິ່ງໃດກັບປະຊາຊົນຂອງປະເທດເຫລົ່ານັ້ນ?

ພວກເຂົາບໍ່ຄວນເຮັດພັນທະສັນຍາກັບພວກເຂົາ, ສະແດງຄວາມເມດຕາ, ຫລື ຈັດການແຕ່ງງານກັບພວກເຂົາສຳລັບລູກຊາຍ ຫລື ລູກສາວຂອງພວກເຂົາ.

Deuteronomy 7:4

ຊາວອິດສະຣາເອນຄວນປະຕິບັດຕໍ່ປະຊາຊົນຂອງປະເທດເຫລົ່ານີ້ແນວໃດ?

ພວກເຂົາຄວນທຳລາຍແທ່ນບູຊາ, ເສົາຫີນທີ່ສັກສິດຂອງພວກເຂົາ, ຕັດເສົາຫີນອາເຊຣາຂອງພວກເຂົາ, ແລະເຜົາຮູບບູຊາຂອງພວກເຂົາ.

Deuteronomy 7:7

ພຣະຢາເວຮັກສາຄຳສັນຍາຂອງພະອົງແນວໃດຕໍ່ຜູ້ຄົນທີ່ຖືກເລືອກ?

ພຣະຢາເວຮັກສາຄຳສັນຍາຂອງພຣະອົງແລະໄດ້ປົດປ່ອຍພວກເຂົາອອກຈາກເຮືອນຂອງຄວາມເປັນຂ້າທາດ, ຈາກກຳມືຂອງຟາໂລ.

Deuteronomy 7:9

ຈະເກີດຫຍັງຂຶ້ນກັບຄົນທີ່ຮັກພຣະຢາເວແລະຖືຮັກສາພຣະບັນຍັດຂອງພຣະອົງ?

ຕໍ່ຜູ້ທີ່ຮັກພຣະອົງ, ພຣະເຈົ້າຈະຮັກສາພັນທະສັນຍາຂອງພຣະອົງ ແລະ ຄວາມສັດຊື່ໄປຈົນເປັນພັນຊົ່ວອາຍຸ.

Deuteronomy 7:12

ປະຊາຊົນຈະໄດ້ຮັບພຣະພອນຈາກພຣະຢາເວໃນທາງໃດແດ່ຖ້າພວກເຂົາຖືຮັກສາຄຳສັ່ງຂອງພຣະອົງ?

ພຣະເຈົ້າຈະອວຍພອນພວກເຂົາໂດຍທະວີຄູນພວກເຂົາຂຶ້ນ, ແລະ ຫມາກໄມ້ຈາກດິນ, ເມັດພືດ, ເຫລົ້າແວງ, ນໍ້າມັນ, ແລະ ເພີ່ມພູນສັດລ້ຽງຂອງພວກເຂົາ.

Deuteronomy 7:17

ພຣະເຈົ້າຈະເຮັດຫຍັງຕໍ່ປະເທດຕ່າງໆທີ່ອິດສະຣາເອນຢ້ານກົວ?

ພຣະເຈົ້າຈະນຳຄວາມທຸກທໍລະມານຢ່າງໃຫຍ່ຫລວງແກ່ພວກເຂົາ ແລະ ສະແດງອຳນາດອື່ນໆຂອງພວກເຂົາ ທີ່ພວກເຂົາໄດ້ເຫັນໃນປະເທດເອຢິບແລ້ວ.

Deuteronomy 7:20

ພຣະເຈົ້າໄດ້ສົ່ງຝູງຕໍ່ເຂົ້າໄປໃນພວກເຂົາດົນປານໃດ?

ພຣະຢາເວພຣະເຈົ້າຂອງພວກທ່ານຈະສົ່ງຝູງຕໍ່ມາຈົນກວ່າບັນດາຄົນເຫລົ່ານັ້ນທີ່ຫລົງເຫລືອ ເເລະ ລີ້ຢູ່ຈາກອິດສະຣາເອນຈະຖືກກຳຈັດໄປ.

ເປັນຫຍັງປະຊາຊົນບໍ່ຄວນຢ້ານກົວໃນບັນດາຜູ້ຄົນເຫລົ່ານັ້ນ?

ພຣະເຈົ້າ, ຜູ້ທີ່ຍິ່ງໃຫຍ່ແລະຫນ້າຢຳເກງ, ແມ່ນສະຖິດຢູ່ໃນບັນດາຊາວອິດສະຣາເອນທັງຫລາຍ.

Deuteronomy 7:23

ພຣະເຈົ້າຈະໃຫ້ປະຊາຊົນມີໄຊຊະນະເຫນືອປະຊາຊາດໄດ້ແນວໃດ?

ພຣະເຈົ້າຈະເຮັດໃຫ້ຊົນຊາດຕ່າງໆສັບສົນໃນການສູ້ຮົບຈົນກວ່າພວກເຂົາຈະຖືກທຳລາຍ.

Deuteronomy 7:25

ພວກເຂົາຄວນເຮັດຫຍັງຕໍ່ບັນດາພະທັງຫລາຍຂອງຊົນຊາດພວກນັ້ນ?

ພວກເຂົາຕ້ອງເຜົາຮູບສະລັກຂອງພະທັງຫລາຍ.

Deuteronomy 8

Deuteronomy 8:1

ຊາວອິດສະຣາເອນຄວນສົນໃຈສິ່ງໃດ?

ພວກເຂົາຄວນຄິດເຖິງວິທີທີ່ພຣະເຈົ້າຖ່ອມຕົວ ແລະ ທົດລອງພວກເຂົາເປັນເວລາສີ່ສິບປີ ໃນຖິ່ນແຫ້ງແລ້ງກັນດານ.

Deuteronomy 8:3

ເປັນຫຍັງພຣະຢາເວຖ່ອມຕົວ, ເຮັດໃຫ້ຫິວໂຫຍ, ແລະລ້ຽງຜູ້ຄົນດ້ວຍມານາ?

ພຣະອົງໄດ້ເຮັດສິ່ງເຫລົ່ານີ້ເພື່ອເຮັດໃຫ້ປະຊາຊົນຮູ້ວ່າ ພວກເຂົາບໍ່ສາມາດດຳລົງຊີວິດດ້ວຍເຂົ້າຈີ່ຢ່າງດຽວເເຕ່ໂດຍທຸກສິ່ງທີ່ອອກມາຈາກພຣະໂອດຂອງພຣະຢາເວ.

Deuteronomy 8:4

ປະຊາຊົນໄດ້ລອດຊີວິດໃນເວລາສີ່ສິບປີຢູ່ໃນຖິ່ນແຫ້ງແລ້ງກັນດານໄດ້ແນວໃດ?

ເຄື່ອງນຸ່ງຂອງພວກເຂົາບໍ່ເກົ່າຫລືຂາດ ແລະ ຕີນຂອງພວກມັນບໍ່ບວມໃຄ່.

ພຣະຢາເວສັ່ງສອນຊາວອິດສະຣາເອນແນວໃດ?

ໃນຖານະເປັນຊາຍຄົນຫນຶ່ງສັ່ງສອນລູກຊາຍຂອງຕົນ, ດັ່ງນັ້ນ, ພຣະຢາເວໄດ້ສັ່ງສອນພວກເຂົາ.

Deuteronomy 8:7

ຢູ່ໃນແຜ່ນແດນທີ່ດີເຊິ່ງພຣະເຈົ້ານຳພວກເຂົາໄປນັ້ນມີສິ່ງໃດ?

ແຜ່ນດິນດັ່ງກ່າວຈະເຕັມໄປດ້ວຍສາຍນໍ້າ, ນໍ້າພຸ ແລະແຫລ່ງນໍ້າ, ເຂົ້າສາລີ ແລະເຂົ້າບາເລ, ເຄືອອະງຸ່ນ, ຕົ້ນຫມາກເດື່ອ, ຕົ້ນຫມາກພິລາ, ຕົ້ນຫມາກກອກ ແລະນໍ້າເຜິ້ງ.

Deuteronomy 8:9

ເປັນຫຍັງປະຊາຊົນຈຶ່ງສັນລະເສີນພຣະຢາເວ?

ພວກເຂົາຈະສັນລະເສີນພຣະອົງເພາະວ່າແຜ່ນດິນດີ ທີ່ພຣະອົງໄດ້ປະທານໃຫ້ພວກເຂົາ.

Deuteronomy 8:11

ສິ່ງທີ່ປະຊາຊົນຖືກເຕືອນບໍ່ໃຫ້ເຮັດ?

ພວກເຂົາໄດ້ຖືກເຕືອນບໍ່ໃຫ້ລືມພຣະຢາເວ ແລະ ລະເລີຍຄຳສັ່ງຂອງພຣະອົງ.

Deuteronomy 8:13

ເປັນຫຍັງປະຊາຊົນອາດລືມພຣະຢາເວຜູ້ທີ່ໄດ້ນຳພວກເຂົາອອກຈາກເອຢີບ?

ໃນເວລາທີ່ຝູງສັດທັງຫລາຍຂອງພວກເຂົາເພີ່ມທະວີຂຶ້ນ, ແລະ ເງິນ ແລະຄຳຂອງພວກເຂົາເພີ່ມຂື້ນ, ການໄດ້ຍິນຂອງພວກເຂົາອາດຈະຖືກຫລົງລືມໄປ ແລະ ພວກເຂົາອາດຈະລືມພຣະຢາເວ.

Deuteronomy 8:15

ພຣະຢາເວໄດ້ຈັດຕຽມນໍ້າແລະອາຫານແນວໃດໃນຖິ່ນແຫ້ງແລ້ງກັນດານທີ່ຮ້າຍແຮງສຳລັບປະຊາຊົນອິດສະລາເອນ?

ພຣະຢາເວໄດ້ນຳເອົານໍ້າອອກມາຈາກຫີນ ສຳລັບພວກເຂົາ ແລະ ຈັດຫາມານາໃຫ້ພວກເຂົາ.

Deuteronomy 8:18

ສິ່ງໃດທີ່ຈະເຮັດໃຫ້ປະຊາຊົນຖືກລົງໂທດຄືກັບພວກຊົນຊາດທີ່ຢູ່ກ່ອນພວກເຂົາ?

ພວກເຂົາຈະຈິບຫາຍຖ້າພວກເຂົາລືມວ່າຄວາມຮັ່ງມີຂອງພວກເຂົາມາຈາກໃສ, ຍ່າງຕາມພະອື່ນ, ແລະບໍ່ຟັງສຽງຂອງພຣະຢາເວ.

Deuteronomy 9

Deuteronomy 9:1

ປະຊາຊົນອິດສະຣາເອນກຳລັງກະກຽມໄປໃສ?

ຊາວອິດສະຣາເອນກຳລັງຈະຂ້າມແມ່ນໍ້າຈໍແດນ.

Deuteronomy 9:3

ຈະມີຫຍັງເກີດຂື້ນກ່ອນທີ່ຊາວອິດສະຣາແອນຂ້າມແມ່ນໍ້າຈໍແດນ?

ພຣະຢາເວຈະນຳຫນ້າພວກເຂົາໄປ ແລະ ຈະທຳລາຍປະຊາຊາດຄືກັບໄຟເຜົາຜານ.

Deuteronomy 9:4

ໂມເຊໄດ້ບອກຫຍັງກັບປະຊາຊົນບໍ່ໃຫ້ຄິດໃນໃຈຂອງພວກເຂົາຫລັງຈາກທີ່ພຣະຢາເວຂັບໄລ່ສັດຕູຂອງພວກເຂົາອອກຈາກແຜ່ນດິນນັ້ນແລ້ວ?

ລາວໄດ້ບອກຊາວອິດສະຣາເອນບໍ່ໃຫ້ຄິດວ່າມັນແມ່ນຍ້ອນຄວາມຊອບທຳຂອງຊາວອິດສະຣາເອນທີ່ວ່າພຣະຢາເວໄດ້ໃຫ້ພວກເຂົາເປັນເຈົ້າຂອງແຜ່ນດິນ.

Deuteronomy 9:5

ເຫດຜົນທີ່ພະເຈົ້າຂັບໄລ່ຊົນຊາດຕ່າງໆອອກໄປກ່ອນທີ່ອິດສະຣເອນຂ້າມແມ່ນໍ້າຈໍແດນແມ່ນຫຍັງ?

ພຣະອົງກຳລັງຂັບໄລ່ພວກເຂົາອອກຍ້ອນຄວາມຊົ່ວຮ້າຍຂອງພວກເຂົາ, ແລະເຮັດຕາມຖ້ອຍຄຳຂອງພຣະອົງທີ່ພຣະອົງໄດ້ສັນຍາຕໍ່ບັນພະບູລຸດຂອງອິດສະຣາເອນໄວ້ແລ້ວຄື, ອັບຣາຮາມ, ອີຊາກ, ແລະຢາໂຄບ.

Deuteronomy 9:7

ເປັນຫຍັງພຣະຢາເວຈຶ່ງໂກດແຄ້ນຕໍ່ຊາວອິດສະຣາເອນ?

ພຣະອົງໂກດແຄ້ນຫລາຍພໍທີ່ຈະທຳລາຍພວກເຂົາ ເພາະພວກເຂົາເຮັດໃຫ້ພຣະອົງ ແລະ ກະບົດຕໍ່ພຣະອົງ.

Deuteronomy 9:9

ໂມເຊໄດ້ກິນແລະດື່ມສິ່ງໃດຢູ່ເທິງພູນັ້ນ?

ລາວບໍ່ໄດ້ກິນຫລືດື່ມເປັນເວລາສີ່ສິບວັນສີ່ສິບຄືນຢູ່ເທິງພູ.

Deuteronomy 9:11

ເປັນຫຍັງພຣະຢາເວບອກໂມເຊໃຫ້ລົງຈາກພູເຂົາໂດຍໄວ?

ພຣະຢາເວໄດ້ບອກລາວວ່າປະຊາຊົນໄດ້ເຮັດໃຫ້ຕົນເອງຜິດບາບ ໂດຍການຫັນຫນີຈາກເສັ້ນທາງທີ່ພຣະຜູ້ເປັນເຈົ້າບັນຊາ ແລະ ເຮັດຮູບເຄົາລົບແກ່ພວກເຂົາເອງຂຶ້ນມາ.

Deuteronomy 9:13

ເປັນຫຍັງພຣະຢາເວກ່າວວ່າຈະລົບລ້າງອິດສະຣາເອນແລະສ້າງຊົນຊາດທີ່ເຂັ້ມແຂງກ່ວາພວກເຂົາ?

ພຣະຢາເວກ່າວວ່າພຣະອົງໄດ້ເຫັນວ່າພວກເຂົາເປັນຄົນແຂງກະດ້າງ.

Deuteronomy 9:15

ຊາວອິດສະຣາເອນພວກເຂົາໄດ້ເຮັດບາບອັນໃດ?

ພວກເຂົາໄດ້ເຮັດບາບຕໍ່ພຣະຢາເວໂດຍການປັ້ນຮູບງົວເປັນຮູບເຄົາລົບ.

Deuteronomy 9:17

ໂມເຊໄດ້ເຮັດຫຍັງຫລັງຈາກທີ່ລາວເຫັນວ່າປະຊາຊົນໄດ້ເຮັດສິ່ງທີ່ຊົ່ວຮ້າຍຕໍ່ພຣະພັກພຣະຢາເວ?

ລາວຖິ້ມແຜ່ນສີລາ ແລະທຳລາຍຕໍ່ຫນ້າຕໍ່ຕາຂອງພວກເຂົາ, ລາວຫມູບຫນ້າລົງຕໍ່ ພະເຢໂຫວາເປັນເວລາສີ່ສິບວັນ ແລະຄືນ, ແລະ ບໍ່ໄດ້ກິນແລະດື່ມຫຍັງຫມົດ.

Deuteronomy 9:19

ເປັນຫຍັງໂມເຊຈຶ່ງອະທິຖານເພື່ອປະຊາຊົນແລະອາໂຣນ?

ລາວອະທິຖານເພາະວ່າພຣະຢາເວໃຈຮ້າຍ ແລະບໍ່ພໍໃຈກັບປະຊາຊົນແລະອາໂຣນ, ຫລາຍພໍທີ່ຈະທຳລາຍພວກເຂົາ.

Deuteronomy 9:21

ໂມເຊໄດ້ເຮັດຫຍັງກັບຮູບປັ້ນງົວທີ່ປະຊາຊົນໄດ້ສ້າງຂຶ້ນ?

ໂມເຊໄດ້ເຜົາມັນ, ທຸບມັນ, ແລະບົດມັນເປັນດິນນ້ອຍໆແລະໂຍນຂີ້ຝຸ່ນຂອງມັນລົງໃນກະແສນໍ້າທີ່ລົງມາຈາກພູ.

Deuteronomy 9:22

ປະຊາຊົນເຮັດໃສ່ພຣະຢາເວແນວໃດພຣະອົງຈຶ່ງໂກດແຄ້ນ?

ພວກເຂົາໄດ້ກະບົດຕໍ່ພຣະບັນຍັດຂອງພຣະຢາເວ ແລະ ພວກເຂົາບໍ່ເຊື່ອ ຫລື ຟັງສຽງຂອງພຣະອົງ.

Deuteronomy 9:25

ຄຳອະທິຖານຂອງໂມເຊເປັນແນວໃດໃນຂະນະທີ່ລາວຫມູບຫນ້າລົງຢູ່ເປັນເວລາສີ່ສິບວັນແລະຄືນ?

ລາວໄດ້ອະທິຖານວ່າປະຊາຊົນ ແລະ ມໍລະດົກຂອງພຣະຢາເວຈະບໍ່ຖືກທຳລາຍ.

Deuteronomy 9:27

ໂມເຊໄດ້ຮ້ອງຂໍໃຫ້ພຣະຢາເວບໍ່ໃຫ້ປະຊາຊົນໃນແຜ່ນດິນເວົ້າແນວໃດ?

ລາວຮຽກຮ້ອງໃຫ້ພຣະຢາເວຢ່າປ່ອຍໃຫ້ປະຊາຊົນເວົ້າ ວ່າພຣະອົງນຳອິດສະຣາເອນເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ ເພື່ອຂ້າພວກເຂົາເພາະວ່າພຣະອົງກຽດຊັງພວກເຂົາ.

Deuteronomy 10

Deuteronomy 10:1

ພຣະຢາເວບອກໃຫ້ໂມເຊວາງແຜ່ນຫີນສອງແຜ່ນທີ່ລາວຈະຂຽນ ຖ້ອຍຄຳຂອງພຣະຢາເວຢູ່ໃສ?

ພຣະຢາເວບອກລາວວ່າເອົາແຜ່ນຫີນສອງແຜ່ນເຂົ້າໄປທາງໃນຂອງຫີບໄມ້ທີ່ໂມເຊຈະສ້າງຂຶ້ນ.

Deuteronomy 10:3

ພຣະຢາເວໄດ້ຂຽນຫຍັງໃນແຜ່ນຫີນນັ້ນເມື່ອໂມເຊໄດ້ຂຶ້ນໄປເທີງພູ?

ພຣະຢາເວຂຽນພຣະບັນຍັດສິບປະການຢູ່ເທິງແຜ່ນຫີນຄືກັນກັບຄັ້ງທຳອິດ.

Deuteronomy 10:5

ໂມເຊໄດ້ເອົາແຜ່ນຫີນສອງແຜ່ນນັ້ນໄປໃສເມື່ອລາວກັບມາຈາກພູ?

ລາວເອົາພວກມັນເຂົ້າໄປໃນຫີບທີ່ລາວໄດ້ເຮັດໄວ້ຕາມທີ່ພຣະຢາເວໄດ້ສັ່ງລາວ.

Deuteronomy 10:6

ເກີດຫຍັງຂຶ້ນກັບອາໂຣນໃນເມືອງໂມເຊຣາ?

ອາໂຣນໄດ້ເສຍຊີວິດ ແລະ ໄດ້ຖືກຝັງໄວ້ໃນເມືອງໂມເຊຣາ

Deuteronomy 10:8

ພຣະຢາເວໄດ້ເລືອກເຜົ່າໃດທີ່ຈະຮັບຜິດຊອບຫີບພຣະບັດຍັດແລະຮັບໃຊ້ຕໍ່ພຣະພັກພຣະຢາເວ?.

ພຣະຢາເວໄດ້ເລືອກເອົາເຜົ່າເລວີຮັບຜິດຊອບຫີບ ແລະ ຢືນຢູ່ຕໍ່ພຣະພັກພຣະອົງເພື່ອຮັບໃຊ້ ແລະ ອວຍພອນຜູ້ຄົນໃນນາມຂອງພຣະອົງ.

Deuteronomy 10:10

ໂມເຊໄດ້ຢູ່ເທິງພູເຂົາດົນປານໃດໃນຕອນນີ້?

ລາວພັກຢູ່ເທິງພູເຂົາສີ່ສິບວັນແລະສີ່ສິບຄືນ, ຄືກັບຄັ້ງທຳອິດ.

Deuteronomy 10:12

ໂມເຊເວົ້າຢ່າງໃດທີ່ວ່າພຣະຢາເວຮຽກຮ້ອງຊາວອິດສະຣາເອນ?

ພຣະຢາເວຮຽກຮ້ອງໃຫ້ຊາວອິດສະຣາເອນຕ້ອງຢຳເກງພຣະອົງ, ເດີນໄປໃນທຸກວິທີທາງຂອງພຣະອົງ, ຮັກພຣະອົງ, ນະມັດສະການພຣະອົງດ້ວຍສຸດຫົວໃຈແລະສຸດຈິດຂອງເຂົາ, ແລະຖືຮັກສາພຣະບັນຍັດຂອງພຣະອົງ.

Deuteronomy 10:16

ເປັນຫຍັງໂມເຊຈຶ່ງບອກໃຫ້ປະຊາຊົນເຮັດພິທິຕັດ?

ລາວໄດ້ບອກເຂົາເຈົ້າໃຫ້ຕັດຫນັງຫຸ້ມຫົວໃຈຂອງເຂົາ.

Deuteronomy 10:18

ເປັນຫຍັງຊາວອິດສະຣາເອນຄວນຮັກຄົນຕ່າງຊາດ?

ຊາວອິດສະຣາເອນຄວນຮັກຄົນຕ່າງຊາດເພາະວ່າພວກເຂົາເຄີຍເປັນຄົນຕ່າງຊາດໃນປະເທດເອຢິບ.

Deuteronomy 10:22

ພຣະເຈົ້າໄດ້ອວຍພອນບັນດາບັນພະບຸລຸດຜູ້ທີ່ໄດ້ໄປໃນອີຢີບແນວໃດ?

ພວກເຂົາໄດ້ໄປໃນປະເທດເອຢິບຄືປະຊາຊົນເຈັດສິບຄົນ ແລະ ພຣະເຈົ້າໄດ້ທະວີຄູນພວກເຂົາໃຫ້ມີຈຳນວນເທົ່າກັບດວງດາວໃນທ້ອງຟ້າ.

Deuteronomy 11

Deuteronomy 11:1

ແມ່ນຫຍັງຄືສີ່ຢ່າງທີ່ພຣະຢາເວສັ່ງໃຫ້ໂມເຊບອກແກ່ປະຊາຊົນຖືຮັກສາໄວ້?

ພຣະອົງໄດ້ບອກພວກເຂົາໃຫ້ຮັກສາຄຳສັ່ງສອນຂອງພຣະຢາເວຕະຫລອດເວລາ, ກົດຫມາຍ, ບັນຍັດແລະ ຂໍ້ຄຳສັ່ງຂອງພຣະອົງ.

Deuteronomy 11:2

ຜູ້ໃດບໍ່ຮູ້ຫລືເຫັນການລົງໂທດຂອງພຣະຢາເວແລະການສະແດງ ອຳນາດຂອງພຣະອົງໃນເອຢີບ?

ລູກຫລານຊາວອິດສະຣາເອນບໍ່ຮູ້ ຫລື ບໍ່ເຫັນການລົງໂທດ ຫລືອຳນາດຂອງພຣະຢາເວໃນປະເທດເອຢິບ.

Deuteronomy 11:4

ພຣະຢາເວໄດ້ໃຊ້ສິ່ງໃດທີ່ຈະຄອບງໍາກອງທັບຂອງປະເທດເອຢິບໃນເວລາທີ່ພວກເຂົາໄລ່ຕາມອິດສະຣາເອນມາ?

ພຣະອົງຊົງເຮັດໃຫ້ນ້ຳທະເລເເດງຖ້ວມຈົມພວກເຂົາ ໃນຂະນະທີ່ໄລ່ຕິດຕາມອິດສະຣາເອນ.

Deuteronomy 11:6

ດວງຕາຂອງຊາວອິດສຣາເອນໄດ້ເຫັນສິ່ງໃດ?

ດວງຕາຂອງຊາວອິດສະຣາເອນໄດ້ເຫັນການອັດສະຈັນທັງຫມົດ ທີ່ພຣະຢາເວໄດ້ເຮັດ.

Deuteronomy 11:8

ຈະມີຫຍັງເກີດຂຶ້ນກັບປະຊາຊົນຖ້າພວກເຂົາຖືຮັກສາພຣະບັນຍັດທັງຫມົດ?

ຖ້າພວກເຂົາຖືຮັກສາພຣະບັນຍັດທັງຫມົດ, ພວກເຂົາຈະເຂັ້ມແຂງ, ເຂົ້າໄປ ແລະຄອບຄອງແຜ່ນດິນ, ແລະ ວັນເວລາຂອງພວກເຂົາຈະຍາວນານ.

Deuteronomy 11:10

ແລະແຜ່ນດິນທີ່ຖືກສັນຍາໄວ້ແຕກຕ່າງຈາກແຜ່ນດິນເອຢີບແນວໃດແລະເປັນຫຍັງ?

ແຜ່ນດິນດັ່ງກ່າວແມ່ນດິນແດນຂອງເນີນພູ ແລະ ຮ່ອມພູຕ່າງໆ, ແລະ ດື່ມນໍ້າຝົນທີ່ມາຈາກຟ້າສະຫວັນ.

Deuteronomy 11:13

ພຣະຢາເວຈະໃຫ້ສິ່ງໃດແກ່ພວກເຂົາຖ້າພວກເຂົາເຊື່ອຟັງຄຳສັ່ງຂອງພຣະອົງ, ຮັກແລະຮັບໃຊ້ພຣະອົງດ້ວຍສຸດໃຈ ແລະສຸດຈິດຂອງພວກເຂົາ?

ພຣະຢາເວຈະໃຫ້ຝົນຕົກຕົ້ນ ແລະ ປາຍລະດູແກ່ພວກເຂົາ, ເພື່ອພວກເຂົາຈະໄດ້ເກັບກ່ຽວເມັດເຂົ້າ, ເຫລົ້າອະງຸ່ນໃຫມ່ ແລະ ນໍ້າມັນແກ່ພວກເຂົາ.

Deuteronomy 11:16

ພຣະຢາເວຈະເຮັດແນວໃດຖ້າປະຊາຊົນຫັນຫນີໄປ ແລະນະມັດສະການພະອື່ນ?

ພຣະອົງຈະໂກດແຄ້ນ ແລະ ປິດສະຫວັນດັ່ງນັ້ນຈະບໍ່ມີຝົນຕົກອີກ.

Deuteronomy 11:18

ໃນເວລາໃດທີ່ປະຊາຊົນອິດສະຣາເອນຄວນສອນລູກຫລານຂອງພວກເຂົາກ່ຽວກັບພຣະບັນຍັດຂອງພຣະຢາເວ?

ພວກເຂົາຄວນສອນລູກຫລານຂອງເຂົາເຖິງບັນຍັດເມື່ອເຂົານັ່ງ, ຍ່າງ, ແລະນອນ, ແລະຕື່ນຂຶ້ນ.

Deuteronomy 11:20

ປະຊາຊົນຄວນເຮັດແນວໃດເພື່ອວັນແລະວັນເວລາຂອງລູກຫລານຂອງພວກເຂົາອາດຈະທະວີຄູນຂຶ້ນ?

ພວກເຂົາຈະຂຽນບັນຍັດໄວ້ເທິງຫນ້າປະຕູເຮືອນ ແລະ ປະຕູເມືອງຂອງພວກເຂົາ.

Deuteronomy 11:22

ຖ້າປະຊາຊົນຖືຮັກສາພຣະບັນຍັດທັງຫມົດຂອງພຣະຢາເວແລະຍຶດຫມັ້ນກັບພຣະອົງ, ພຣະອົງຈະເຮັດສິ່ງໃດໃຫ້ພວກເຂົາ?

ພຣະຢາເວຈະຂັບໄລ່ປະເທດທັງຫມົດມາຢູ່ຕໍ່ຫນ້າພວກເຂົາ ແລະ ພວກເຂົາຈະຄອບຄອງປະເທດທີ່ໃຫຍ່ ແລະເຂັ້ມແຂງກວ່າພວກເຂົາ.

Deuteronomy 11:24

ເປັນຫຍັງບໍ່ມີຜູ້ໃດຈະສາມາດຢືນຢັດນຳຫນ້າຊາວອິດສະຣາເອນໄດ້?

ພຣະຢາເວຈະເຮັດໃຫ້ຊາວອິດສະຣາເອນມີຄວາມຢ້ານກົວ ແລະເກງກົວຕໍ່ແຜ່ນດິນທັງຫມົດນັ້ນ.

Deuteronomy 11:26

ສິ່ງໃດທີ່ໂມເຊໄດ້ນຳມາຕໍ່ຫນ້າຊົນອິດສະຣາເອນ?

ລາວໄດ້ນຳມາເຊິ່ງພຣະພອນ ແລະ ຄຳສາບແຊ່ງຕໍ່ຫນ້າພວກເຂົາ.

Deuteronomy 11:31

ປະຊາຊົນຕ້ອງເຮັດຕາມຄຳສັ່ງໃຫ້ໄປຍຶດຄອງແຜ່ນດິນຢູ່ໃສ?

ພວກເຂົາຕ້ອງຂ້າມແມ່ນໍ້າຈໍແດນເພື່ອຄອບຄອງ ແລະ ອາໄສຢູ່ໃນແຜ່ນດິນ.

Deuteronomy 12

Deuteronomy 12:1

ໂມເຊໄດ້ບອກໃຫ້ຊາວອິດສະຣາເອນທຳລາຍສະຖານທີ່ໃດ?

ພວກເຂົາຕ້ອງທຳລາຍສະຖານທີ່ທັງຫມົດທີ່ຊົນຊາດອິດສະຣາເອນຍຶດຄອງ ທີ່ນະມັດສະການພະຂອງພວກເຂົາ.

Deuteronomy 12:3

ພຣະຢາເວໄດ້ສັ່ງຊາວອິດສະຣາເອນໃຫ້ເຮັດຫຍັງຕໍ່ຊື່ຂອງພະຕ່າງໆຂອງຊົນຊາດເຫລົ່ານັ້ນ?

ພຣະອົງໄດ້ບອກຊາວອິດສະຣາເອນໃຫ້ ທຳລາຍຊື່ຂອງພວກເຂົາອອກຈາກບ່ອນນັ້ນ.

Deuteronomy 12:5

ປະຊາຊົນອິດສະຣາເອນຈະນຳເອົາເຄື່ອງເຜົາບູຊາ, ເຄື່ອງບູຊາຂອງພວກເຂົາ, ເງິນສ່ວນຫນຶ່ງ, ແລະເຄື່ອງຖວາຍບູຊາໄປບ່ອນໃດ.

ພວກເຂົາຕ້ອງໄປທີ່ສະຖານທີ່ທີ່ພຣະຢາເວຂອງພວກເຂົາເລືອກໄວ້.

Deuteronomy 12:8

ປະຊາຊົນອິດສະຣາເອນໄດ້ເຮັດສິ່ງໃດແດ່?

ພວກເຂົາໄດ້ເຮັດທຸກສິ່ງທີ່ຖືກຕ້ອງໃນສາຍຕາຂອງພວກເຂົາເອງ.

Deuteronomy 12:10

ພຣະຢາເວຈະໃຫ້ການພັກຜ່ອນແບບໃດແກ່ຊາວອິດສະຣາເອນເມື່ອພວກເຂົາຂ້າມແມ່ນໍ້າຈໍແດນ?

ພຣະອົງຈະໃຫ້ພວກເຂົາພັກຜ່ອນຈາກສັດຕູທັງຫມົດທີ່ອ້ອມຮອບພວກເຂົາ, ພວກເຂົາຈະມີຊີວິດຢູ່ໃນຄວາມປອດໄພ.

Deuteronomy 12:15

ສັດໃດແດ່ທີ່ຊາວອິດສະຣາເອນສາມາດຂ້າແລະກິນໄດ້?

ຊາວອິດສະຣາເອນສາມາດຂ້າ ແລະ ກິນສັດທີ່ຢູ່ພາຍໃນທຸກປະຕູເມືອງຂອງພວກເຂົາ.

ແມ່ນຫຍັງທີ່ຊາວອິດສະຣາເອນບໍ່ໄດ້ຮັບອະນຸຍາດໃຫ້ກິນ?

ຊາວອິດສະຣາເອນບໍ່ໄດ້ຮັບອະນຸຍາດໃຫ້ກິນເລືອດ, ແຕ່ຕ້ອງໄດ້ຖອກມັນລົງເທິງດິນຄືກັບນໍ້າ.

Deuteronomy 12:17

ຢູ່ບ່ອນທີ່ຊາວອິດສະຣາເອນຖືກບອກບໍ່ໃຫ້ພວກເຂົາກິນເຄື່ອງຖວາຍແລະເຄື່ອງບູຊາຂອງພວກເຂົາໄດ້?

ພວກເຂົາບໍ່ສາມາດກິນພວກມັນຢູ່ພາຍໃນປະຕູເມືອງຂອງພວກເຂົາ.

Deuteronomy 12:18

ປະຊາຊົນອິດສະຣາເອນກິນອາຫານຖວາຍແລະເຄື່ອງບູຊາຂອງພວກເຂົາໄດ້ຢູ່ໃສ?

ພວກເຂົາຕ້ອງກິນຕໍ່ພຣະພັກພຣະເຈົ້າຢາເວໃນບ່ອນທີ່ພຣະອົງເລືອກໄວ້.

ເປັນຫຍັງຊາວອິດສະຣາເອນໄດ້ຖືກບອກວ່າບໍ່ໃຫ້ຫລົງລືມ?

ພວກເຂົາຖືກບອກໃຫ້ຢ່າລືມຊາວເລວີຕາບໃດທີ່ພວກເຂົາອາໄສຢູ່ໃນປະເທດອິດສະຣາເອນ.

Deuteronomy 12:20

ຊາວອິດສະຣາເອນສາມາດກິນຫຍັງໄດ້ເມື່ອພຣະຢາເວພຣະເຈົ້າຂອງພວກເຂົາຂະຫຍາຍເຂດແດນຂອງພວກເຂົາຕາມທີ່ພຣະອົງ ໄດ້ສັນຍາໄວ້ກັບພວກເຂົາ?

ຊາວອິດສະຣາເອນສາມາດກິນຊີ້ນ, ຕາມຈິດໃຈຂອງພວກເຂົາຕ້ອງການ.

Deuteronomy 12:21

ສິ່ງທີ່ອິດສະຣາເອນສາມາດກິນໄດ້ຖ້າສະຖານທີ່ທີ່ພຣະຢາເວພຣະເຈົ້າຂອງພວກເຂົາເລືອກທີ່ຈະໃສ່ນາມຊື່ຂອງພຣະອົງຢູ່ໄກຈາກພວກເຂົາ?

ຖ້າສະຖານທີ່ໆພຣະຢາເວພຣະເຈົ້າຂອງຊາວອິດສະຣາເອນເລືອກໃສ່ນາມຊື່ຂອງພຣະອົງຢູ່ໄກຈາກອິດສະຣາເອນ, ແລ້ວອິດສະຣາເອນອາດຈະຂ້າຝູງສັດຂອງພວກເຂົາທີ່ພຣະຢາເວໄດ້ປະທານໃຫ້ພວກເຂົາ.

Deuteronomy 12:23

ຊາວອິດສະຣາເອນຄວນຈະເຮັດແນວໃດກັບໂລຫິດແຫ່ງຊີວິດ?

ຊາວອິດສະຣາເອນບໍ່ຄວນກິນໂລຫິດແຫ່ງຊີວິດ, ແຕ່ຄວນຖອກມັນລົງເທິງແຜ່ນດິນຄືກັບນໍ້າ.

Deuteronomy 12:26

ແມ່ນຫຍັງທີ່ຊາວອິດສະຣາເອນໄດ້ຖືກແນະນໍາໃຫ້ໃຊ້ເວລາແລະໄປສະຖານທີ່ທີ່ພຣະຢາເວເລືອກໄວ້?

ຊາວອິດສະຣາເອນຈະເອົາສິ່ງທີ່ສັກສິດທີ່ພວກເຂົາມີແລະເຄື່ອງບູຊາຂອງພວກເຂົາໄປໄວ້ບ່ອນທີ່ພຣະຢາເວເລືອກໄວ້.

ບ່ອນທີ່ອິດສະຣາເອນຈະນໍາເຄື່ອງເຜົາບູຊາຂອງເຂົາເຈົ້າ, ຊີ້ນແລະເລືອດ, ຢູ່ເທິງແທ່ນບູຊາພະເຈົ້າຂອງເຈົ້ານັ້ນຢູ່ໃສ?

ຊາວອິດສະຣາເອນຈະໄປທີ່ສະຖານທີ່ໆພຣະຢາເວ ເລືອກທີ່ຈະເອົາເຄື່ອງເຜົາບູຊາ, ຊີ້ນ ແລະ ເລືອດຂອງພວກເຂົາ ໄປວາງເທິງແທ່ນບູຊາພຣະເຈົ້າຂອງພວກເຂົາ.

Deuteronomy 12:28

ຊາວອິດສະຣາເອນໄດ້ຖືກແນະນຳໃຫ້ເຮັດຫຍັງເພື່ອມັນຈະດີກັບພວກເຂົາແລະກັບລູກຫລານທີ່ຢູ່ພາຍຫລັງພວກເຂົາຕະຫລອດໄປ?

ຊາວອິດສະຣາເອນຄືຕ້ອງໃຫ້ປະຕິບັດ ແລະ ຮັບຟັງທຸກຄຳທີ່ພຣະຢາເວສັ່ງພວກເຂົາ ແລະເຮັດສິ່ງທີ່ດີ ແລະ ຖືກຕ້ອງໃນສາຍພຣະເນດຂອງພຣະຢາເວພຣະເຈົ້າຂອງພວກເຂົາເພື່ອວ່າມັນຈະດີກັບພວກເຂົາ ແລະ ກັບລູກຫລານຂອງພວກເຂົາຕະຫລອດໄປ.

Deuteronomy 12:29

ພຣຢາເວໄດ້ສັ່ງຊາວອິດສະຣາເອນແນວໃດໃນການເຝົ້າລະວັງໃນເວລາທີ່ພຣະເຈົ້າຕັດຊົນຊາດທີ່ຢູ່ກ່ອນພວກເຂົາອອກ ແລະເມື່ອອິດສະຣາເອນເຂົ້າໄປໃນເພື່ອຍຶດຄອງພວກເຂົາ ແລະອາໄສຢູ່ໃນດິນແດນຂອງພວກເຂົາ?

ຊາວອິດສະຣາເອນຕ້ອງເອົາໃຈໃສ່ເພື່ອວ່າພວກເຂົາຈະບໍ່ຕົກຢູ່ໃນກັບດັກໃນການຕິດຕາມ ຫລືໄຕ່ຖາມເລື່ອງພະຂອງຊົນຊາດເຫລົ່ານັ້ນຕໍ່ຫນ້າພວກເຂົາ.

Deuteronomy 12:31

ຊົນຊາດອື່ນໆໄດ້ເຮັດຫຍັງກັບລູກຊາຍແລະລູກສາວຂອງເຂົາເພື່ອນະມັດສະການພະຕ່າງໆນັ້ນ?

ຊົນຊາດອື່ນໆໄດ້ເອົາລູກຊາຍ ແລະ ລູກສາວຂອງພວກເຂົາມາເຜົາບູຊາສຳລັບພະເຫລົ່ານັ້ນ.

Deuteronomy 13

Deuteronomy 13:1

ເປັນຫຍັງປະຊາຊົນອິດສະຣາເອນບໍ່ຄວນຟັງຄຳເວົ້າຂອງຜູ້ທຳນວາຍຫລືຜູ້ແກ້ຄວາມຝັນຂອງຜູ້ທີ່ໃຫ້ຫມາຍສຳຄັນຫລືການອັດສະຈັນແລະກ່າວວ່າ "ຂໍໃຫ້ພວກເຮົາຕິດຕາມພະອົງອື່ນ, ທີ່ພວກເຈົ້າບໍ່ຮູ້ຈັກແລະໃຫ້ພວກເຮົານະມັດສະການຳພ້ອມ."

ຊາວອິດສະຣາເອນບໍ່ຄວນຟັງເພາະວ່າພຣະຢາເວກຳລັງທົດສອບພວກເຂົາໃຫ້ຮູ້ວ່າພວກເຂົາ ຈະຮັກພຣະອົງດ້ວຍສຸດຫົວໃຈ ແລະ ສຸດຈິດສຸດໃຈຂອງພວກເຂົາ.

Deuteronomy 13:4

ປະຊາຊົນອິດສະຣາເອນຄວນເຮັດຫຍັງຕໍ່ຜູ້ທຳນວາຍຫລືຜູ້ແກ້ຄວາມຝັນຄືຜູ້ທີ່ບອກພວກເຂົາໃຫ້ນະມັດສະການພະອື່ນ?

ພວກເຂົາຄວນປະຫານຊີວິດຜູ້ທຳນວາຍຫລືຜູ້ແກ້ຄວາມຝັນນັ້ນ.

Deuteronomy 13:8

ຊາວອິດສະຣາເອນໄດ້ຖືກແນະນຳໃຫ້ເຮັດຫຍັງກັບຜູ້ໃດທີ່ຊັກຊວນພວກເຂົາຢ່າງລັບໆແລະເວົ້າວ່າ“ ໃຫ້ພວກເຮົາໄປນະມັດສະການພະອື່ນທີ່ບໍ່ຮູ້ຈັກ?

ແນ່ນອນພວກເຂົາຕ້ອງຂ້າຜູ້ທີ່ຊັກຊວນພວກເຂົາໄປນະມັດສະການພະເຈົ້າອື່ນ.

Deuteronomy 13:10

ປະຊາຊົນອິດສະຣາເອນຄວນຈະຂ້າຄົນທີ່ພະຍາຍາມຊັກຊວນພວກເຂົາໃຫ້ຫັນຫນີຈາກພຣະຢາເວຂອງພວກເຂົາແນວໃດ?

ພວກເຂົາຄວນແກວ່ງກ້ອນຫີນໃສ່ຄົນນັ້ນຈົນຕາຍ.

Deuteronomy 13:12

ປະຊາຊົນອິດສະຣາເອນຈະເຮັດແນວໃດຖ້າພວກເຂົາໄດ້ຍິນຜູ້ໃດເວົ້າວ່າຄົນຊົ່ວຮ້າຍໄດ້ອອກຈາກເມືອງຫນຶ່ງຂອງພວກເຂົາແລະເວົ້າວ່າ "ພວກເຮົາຈົ່ງໄປນະມັດສະການພະເຈົ້າອື່ນ?"

ພວກເຂົາຄວນເຮັດການຄົ້ນຫາແລະສືບສວນຢ່າງລະອຽດ, ສະນັ້ນເບິ່ງວ່າມັນແມ່ນຄວາມຈິງຫລືບໍ່.

Deuteronomy 13:15

ຊາວອິດສະຣາເອນຄວນເຮັດຫຍັງແດ່ໃນເມືອງຖ້າພວກເຂົາຮູ້ວ່າມັນເປັນຄວາມຈິງທີ່ຊາວເມືອງບອກວ່າຈະໄປນະມັດສະການພະອົງອື່ນ?

ພວກເຂົາຄວນໂຈມຕີຊາວເມືອງໃນເມືອງນັ້ນດ້ວຍດາບແລະ ທຳລາຍເຂົາຈົນຫມົດສິ້ນ.

Deuteronomy 13:17

ເປັນຫຍັງຈຶ້ງບໍ່ຕ້ອງເກີດຂຶ້ນກັບສິ່ງທີ່ແຍກໄວ້ເພື່ອທຳລາຍ?

ສິ່ງເຫລົ່ານັ້ນຕ້ອງບໍ່ຕິດຢູ່ໃນມືຂອງອິດສະຣາເອນ, ດັ່ງນັ້ນ, ເພາະພຣະຢາເວຈະຫັນຈາກຮຸນແຮງຂອງຄວາມໂກດແຄ້ນຂອງພຣະອົງ.

Deuteronomy 14

Deuteronomy 14:1

ໂມເຊສັ່ງໃຫ້ປະຊາຊົນຂອງພຣະຢາເວບໍ່ໃຫ້ເຮັດຫຍັງ?

ພວກເຂົາບໍ່ຄວນປາດເນື້ອຫນັງຕົວເອງ, ຫລື ຂູດສ່ວນໃດໆ ຂອງໃບຫນ້າຂອງພວກທ່ານເພື່ອຄົນຕາຍ.

Deuteronomy 14:6

ລັກສະນະສອງຢ່າງຂອງສັດທີ່ຊາວອິດສະຣາເອນໄດ້ຮັບອະນຸຍາດໃຫ້ກິນແມ່ນຫຍັງ?

ຊາວອິດສະຣາເອນອາດຈະກິນສັດໃດໆທີ່ເເຍກກີບໄດ້, ຄືສັດທີ່ເເຍກກີບອອກເປັນສອງສ່ວນ, ເເລະຄ້ຽວເອື້ອງ.

Deuteronomy 14:8

ເປັນຫຍັງບໍ່ຄວນກິນຫມູ?

ຫມູເປັນສັດທີ່ເປັນມົນທິນດ້ວຍເຊັ່ນກັນເພາະມັນມີກີບເເຍກເເຕ່ບໍ່ໄດ້ຄ້ຽວເອື້ອງ.

Deuteronomy 14:9

ສິ່ງຕ່າງໆຈາກນໍ້າຊະນິດໃດທີ່ຊາວອິດສະຣາເອນໄດ້ຮັບອະນຸຍາດໃຫ້ກິນ?

ພວກເຂົາຈະກິນທຸກຢ່າງທີ່ມີຄີບ ແລະເກັດ.

Deuteronomy 14:18

ຊາວອິດສະຣາເອນໄດ້ຮັບອະນຸຍາດໃຫ້ກິນສັດທີ່ມີສັດມີປີກທຸກຊະນິດ ຈຳພວກເເມງບໍ?

ທຸກສິ່ງທີ່ມີປີກ, ແລະຈຳພວກເເມງເປັນສັດມີມົນທິນສຳລັບຊາວອິດສະຣາເອນ ແລະ ບໍ່ຕ້ອງກິນ.

Deuteronomy 14:21

ຊາວອິດສະຣາເອນຈະກິນສິ່ງທີ່ຕາຍດ້ວຍຕົວເອງມັນໄດ້ບໍ?

ພວກເຂົາອາດຈະບໍ່ກິນສິ່ງໃດທີ່ຕາຍເອງ, ແຕ່ພວກເຂົາອາດຈະເອົາໃຫ້ຄົນຕ່າງຊາດ.

ເປັນຫຍັງຊາວອິດສະຣາເອນບໍ່ສາມາດເຮັດສິ່ງໃດຕໍ່ລູກແບ້ອ່ອນ?

ພວກເຂົາບໍ່ຕ້ອງຕົ້ມລູກແບ້ອ່ອນລົງໃນນົມຂອງແມ່ມັນ.

Deuteronomy 14:22

ຊາວອິດສະຣາເອນຕ້ອງເຮັດຫຍັງກັບຜົນລະປູກທັງຫມົດຂອງເຊື້ອສາຍຂອງພວກເຂົາ?

ຊາວອິດສະຣາເອນຕ້ອງຖວາຍຫນຶ່ງສ່ວນສິບຂອງຜົນລະປູກຂອງພວກເຂົາ.

ຊາວອິດສະຣາເອນຄວນກິນຫນຶ່ງສ່ວນສິບຂອງພືດຜົນຂອງເຂົາເຈົ້າ, ເຫລົ້າແວງ ໃໝ່, ແລະນໍ້າມັນຂອງພວກເຂົາ, ແລະລູກຫົວປີຂອງສັດແລະຝູງສັດຂອງພວກເຂົາຢູ່ໃສ?

ຊາວອິດສະຣາເອນຕ້ອງກິນຫນຶ່ງສ่ວນສິບຂອງຜົນລະປູກ, ເຫລົ້າອະງຸ່ນໃຫມ່, ແລະນໍ້າມັນຂອງພວກເຂົາ, ແລະລູກຫົວປີຂອງສັດ ແລະຝູງສັດຂອງພວກເຂົາໃນບ່ອນທີ່ພຣະອົງຈະເລືອກເປັນບ່ອນສັກສິດຂອງພຣະອົງ.

Deuteronomy 14:24

ຊາວອິດສະຣາເອນໄດ້ຮັບອະນຸຍາດໃຫ້ເຮັດແນວໃດກັບເຄື່ອງສ່ວນສິບຖ້າວ່າສະຖານທີ່ໆພຣະຢາເວເລືອກເປັນບ່ອນສັກສິດຂອງພຣະອົງຢູ່ໄກ?

ພວກເຂົາສາມາດປ່ຽນເຄື່ອງຖວາຍເປັນເງິນ, ມັດເງິນໃນມືຂອງພວກເຂົາ, ແລະ ໄປທີ່ສະຖານທີ່ໆພຣະຢາເວໄດ້ເລືອກຖ້າການເດີນທາງໄກເກີນໄປ ສຳລັບພວກເຂົາ ເພື່ອທີ່ພວກເຂົາບໍ່ສາມາດແບກເຄື່ອງສ່ວນສິບໄປໄດ້.

Deuteronomy 14:26

ຜູ້ໃດບໍ່ມີມໍລະດົກກັບຊາວອິດສະຣາເອນ ແລະ ຕ້ອງບໍ່ຖືກປະຖິ້ມ?

ຄົນເລວີທີ່ຢູ່ໃນປະຕູເມືອງຂອງພວກເຂົາບໍ່ມີມູນມໍລະດົກ ແລະຕ້ອງບໍ່ໃຫ້ຖືກປະຖິ້ມ.

Deuteronomy 14:28

ຊາວອິດສະຣາເອນຖືກແນະນຳ ໃຫ້ເຮັດຫຍັງໃນຕອນທ້າຍຂອງທຸກໆສາມປີ?

ພາຍໃນເວລາທຸກໆສາມປີຊາວອິດສະຣາເອນຈະຕ້ອງ ນຳເອົາຜົນຜະລິດ ຫນຶ່ງສ່ວນສິບຂອງມັນທັງຫມົດໃນປີດຽວກັນແກ່ຄົນເລວີ, ຄົນຕ່າງຊາດ, ເດັກກຳພ້າ ແລະແມ່ຫມ້າຍ.

Deuteronomy 15

Deuteronomy 15:1

ໃນທ້າຍທຸກໆເຈັດປີຊາວອິດສະຣາເອນຕ້ອງເຮັດສິ່ງໃດ?

ໃນເວລາສິ້ນສຸດໃນທຸກໆເຈັດປີຊາວອິດສະຣາເອນຕ້ອງຍົກເລີກ ຫນີ້ສິນ.

ເປັນຫຍັງທຸກໆຫນີ້ສິນ ຕ້ອງຖືກຍົກເລີກທຸກໆເຈັດປີ?

ເຈົ້າຫນີ້ທຸກຄົນຈະຍົກເລີກສິ່ງທີ່ລາວໄດ້ໃຫ້ເພື່ອນບ້ານ ຫລື ພີ່ນ້ອງຂອງລາວຢືມເພາະວ່າການຍົກເລີກຫນີ້ສິນຂອງພຣະຢາເວໄດ້ຖືກປະກາດແລ້ວ.

ໃນທຸກໆເວລາເຈັດປີຕໍ່ໄປຊາວອິດສະຣາເອນສາມາດຮຽກຮ້ອງຈ່າຍເງິນຕໍ່ຈາກໃຜ?

ຊາວອິດສະຣາເອນສາມາດສືບຕໍ່ຮຽກຮ້ອງຈ່າຍເງິນຈາກຫນີ້ຂອງພວກຕ່າງຊາດໄດ້.

Deuteronomy 15:4

ເປັນຫຍັງຖ່າມກາງຄົນອິດສະຣາເອນຈະບໍ່ມີຄົນຍາກຈົນ?

ແນ່ນອນພຣະຢາເວຈະອວຍພອນພວກເຂົາໃນແຜ່ນດິນທີ່ພຣະອົງໃຫ້ກັບອິດສະຣາເອນເປັນມໍລະດົກ.

ຈະມີຫຍັງເກີດຂຶ້ນກັບຊາວອິດສະຣາເອນເພື່ອສະແດງໃຫ້ເຫັນວ່າພຣະຢາເວພຣະເຈົ້າຂອງອິດສະຣາເອນໄດ້ອວຍພອນພວກເຂົາ?

ຊາວອິດສະຣາເອນຈະໃຫ້ກູ້ຢືມໄປຫລາຍຊົນຊາດ, ແຕ່ຈະບໍ່ຢືມ; ອິດສະຣາເອນຈະປົກຄອງຫລາຍປະເທດ, ແຕ່ປະເທດອື່ນໆຈະບໍ່ປົກຄອງອິດສະຣາເອນ.

Deuteronomy 15:7

ຊາວອິດສະຣາເອນໄດ້ຖືກບອກໃຫ້ເຮັດຫຍັງຖ້າມີຄົນຍາກຈົນໃນບັນດາພວກເຂົາ?

ຊາວອິດສະຣາເອນຖືກບອກວ່າຢ່າເຮັດໃຈແຂງກະດ້າງ ແລະ ບໍ່ປິດໃຈຈາກອ້າຍນ້ອງທີ່ທຸກຍາກຂອງພວກເຂົາ.

Deuteronomy 15:9

ຊາວອິດສະຣາເອນຄວນລະມັດລະວັງບໍ່ຄວນເຮັດຫຍັງເມື່ອປີທີເຈັດປີທີ່ປ່ອຍຕົວໃກ້ເຂົ້າມາແລ້ວ?

ພວກເຂົາບໍ່ຄວນປະຕິເສດທີ່ຈະໃຫ້ອ້າຍນ້ອງທີ່ທຸກຍາກໃນເວລາທີ່ປີທີເຈັດ, ປີຂອງການປ່ອຍ, ໃກ້ເຂົ້າມາແລ້ວ.

ພຣະຢາເວຈະເຮັດຫຍັງຕໍ່ຊາວອິດສະຣາເອນເພື່ອເປັນການຕອບແທນໃນການມອບໃຫ້ຄົນທຸກຍາກໃນເວລາທີ່ປີທີ່ເຈັດໃກ້ເຂົ້າມາ?

ພຣະຢາເວຈະອວຍພອນຊາວອິດສະຣາເອນໃນວຽກງານທຸກຢ່າງແລະທຸກສິ່ງທີ່ເຂົາເຈົ້າລົງມີເຮັດ.

Deuteronomy 15:11

ເປັນຫຍັງອິດສະຣາເອນຖືກສັ່ງໃຫ້ເປີດມືໃຫ້ອ້າຍນ້ອງຂອງພວກເຂົາ, ຄົນທີ່ຂັດສົນແລະຄົນຍາກຈົນໃນແຜ່ນດິນຂອງພວກເຂົາ?

ຄົນທຸກຍາກຈະບໍ່ມີວັນຢູ່ໃນແຜ່ນດິນ.

Deuteronomy 15:12

ຊາວອິດສະຣາເອນໄດ້ຮັບຄຳແນະນຳຫຍັງແດ່ທີ່ຈະໃຫ້ຊາຍຊາວເຮັບເຣີ ຫລືຍິງຊາວເຮັບເຣີຖືກປ່ອຍຕົວໃຫ້ເປັນອິດສະລະໃນປີທີເຈັດ?

ພວກເຂົາຕ້ອງຈັດຕຽມໃຫ້ພວກເຂົາອອກຈາກຝູງແກະອອກຈາກລານນວດເຂົ້າຂອງພວກທ່ານ, ແລະຈາກບໍ່ຢຽບຫມາກອະງຸ່ນຂອງພວກທ່ານ. ດັ່ງທີ່ພຣະຢາເວພຣະເຈົ້າຂອງພວກທ່ານໄດ້ຊົງອວຍພອນພວກທ່ານນັ້ນ.

Deuteronomy 15:15

ຊາວອິດສະຣາເອນຄວນຈື່ຈຳ ຫຍັງແດ່ໃນຂະນະທີ່ພວກເຂົາໄດ້ປົດປ່ອຍຄົນເຫລົ່ານັ້ນເປັນອິດສະລະ?

ຊາວອິດສະຣາເອນຖືກບອກໃຫ້ຈື່ຈຳໄວ້ວ່າພວກເຂົາເປັນຂ້າທາດໃນປະເທດເອຢິບ.

ຊາວອິດສະຣາເອນຄວນເຮັດຫຍັງກັບຂ້າໃຊ້ຍິງຫລືຊາຍຜູ້ທີ່ເວົ້າວ່າ "ຂ້ອຍຈະບໍ່ຫນີໄປຈາກເຈົ້າ"?

ຊາວອິດສະຣາເອນຈະເອົາເຫລັກແທງທີ່ໃບຫູຂອງນາງໄປທີ່ປະຕູ, ແລະລາວ ຫລື ນາງຈະເປັນຜູ້ຮັບໃຊ້ຂອງຊາວອິດສະຣາເອນຕະຫລອດໄປ.

Deuteronomy 15:18

ເປັນຫຍັງມັນບໍ່ເບິ່ງຄືວ່າຍາກສຳລັບຊາວອິດສະຣາເອນທີ່ປ່ອຍຂ້າໃຊ້ໃຫ້ເປັນອິດສະລະ?

ມັນບໍ່ຄວນຍາກເພາະວ່າພວກເຂົາໄດ້ຮັບໃຊ້ເຂົາເປັນເວລາຫົກປີແລະໃຫ້ມູນຄ່າສອງເທົ່າຂອງຄົນທີ່ຈ້າງ.

Deuteronomy 15:19

ປະຊາຊົນອິດສະຣາເອນຕ້ອງເຮັດຫຍັງກັບລູກຫົວປີໃນຝູງສັດຂອງພວກເຂົາ?

ພວກເຂົາຕ້ອງກິນລູກຫົວປີຕໍ່ພຣະພັກພຣະຢາເວໃນປີຕໍ່ປີກັບຄອບຄົວຂອງພວກເຂົາໃນບ່ອນທີ່ພຣະຢາເວຈະເລືອກໄວ້.

ຊາວອິດສະຣາເອນຄວນເຮັດຫຍັງກັບສັດຊະນິດນີ້ຖ້າວ່າມັນເປັນຫູຫນວກຫລືຕາບອດຫລືມີສິ່ງໃດທີ່ເປັນມົນທິນ?

ພວກເຂົາບໍ່ຕ້ອງຖວາຍເຄື່ອງບູຊາໃຫ້ແກ່ພຣະຢາເວ, ແຕ່ພວກເຂົາຄວນກິນມັນພາຍໃນປະຕູເມືອງຂອງພວກເຂົາ.

Deuteronomy 15:22

ຊາວອິດສະຣາເອນຕ້ອງເຮັດຫຍັງກັບເລືອດຂອງລູກຫົວປີໂຕທີ່ເປັນມົນທິນ?

ພວກເຂົາຕ້ອງຖອກເລືອດຂອງລູກຫົວປີໂຕທີ່ເປັນມົນທິນນັ້ນລົງພື້ນດິນເໝືອນດັ່ງຖອກນໍ້າ.

Deuteronomy 16

Deuteronomy 16:1

ເປັນຫຍັງຊາວອິດສະຣາເອນຈຶ່ງຖືເອົາເດືອນຂອງອາບີບ ແລະຮັກສາປັດສະຄາສຳລັບພຣະຢາເວຂອງພວກເຂົາ?

ໃນເວລາກາງຄືນ, ໃນເດືອນອາບີບ, ພຣະຢາເວໄດ້ນໍາເອົາຊາວອິດສະຣາເອນອອກຈາກເອຢີບ.

ຊາວອິດສະຣາເອນຈະເຮັດຫຍັງແດ່ເພື່ອເຮັດການສະຫລອງປັດສະຄາ?

ຊາວອິດສະຣາເອນຈະຖວາຍຝູງແກະ ແລະຝູງສັດຈຳນວນຫນຶ່ງໃນບ່ອນທີ່ພຣະຢາເວຈະເລືອກເປັນບ່ອນສັກສິດຂອງພຣະອົງ.

Deuteronomy 16:3

ເປັນຫຍັງຊາວອິດສະຣາເອນບໍ່ກິນເຂົ້າຈີ່ທີ່ມີເຊື້ອຫລືມີເຊື້ອແປ້ງໃນບັນດາຂອບເຂດແດນທັງຫມົດຂອງພວກເຂົາເປັນເວລາເຈັດວັນ?

ພວກເຂົາຕ້ອງກິນເຂົ້າຈີ່ທີ່ບໍ່ມີເຊື້ອແປ້ງຫລືບໍ່ມີເຊື້ອເພາະວ່າພວກເຂົາອອກມາຈາກປະເທດເອຢິບໂດຍວ່ອງໄວ.

ຊາວອິດສະລາເອນຄວນເຮັດຫຍັງກັບຊີ້ນທີ່ພວກເຂົາຖວາຍໃນຕອນຄໍ່າຂອງມື້ທຳອິດ?

ຊາວອິດສະຣາເອນຈະຕ້ອງໄດ້ກຳຈັດເອົາຊີ້ນໃດໆທີ່ເຫລືອຈາກເຂົາຖວາຍບູຊາໃນຕອນແລງຂອງມື້ທຳອິດ ເພື່ອບໍ່ໃຫ້ມັນເຫລືອຈົນຮອດຕອນເຊົ້າ.

Deuteronomy 16:5

ຊາວອິດສະຣາເອນຈະຖວາຍປັດສະຄາຢູ່ໃສ?

ພວກເຂົາຕ້ອງຖວາຍເຄື່ອງບູຊາຢູ່ບ່ອນທີ່ພຣະຢາເວຈະເລືອກໄວ້ເປັນບ່ອນສັກສິດຂອງພຣະອົງ.

ເມື່ອໃດທີ່ການຖວາຍບູຊາຂອງປັດສະຄາຈະເກີດຂຶ້ນ?

ເຄື່ອງບູຊາປັດສະຄາຕ້ອງເຮັດໃນຕອນແລງເວລາທີ່ຕາເວັນຕົກດິນ, ໃນເວລາປີທີ່ພວກທ່ານອອກມາຈາກເອຢີບ.

Deuteronomy 16:7

ຊາວອິດສະຣາເອນຄວນຈະເຮັດຫຍັງໃນຫົກມື້ທຳອິດໃນຂະນະທີ່ພວກເຂົາສະຫລອງປັດສະຄາ?

ຊາວອິດສະຣາເອນຕ້ອງກິນເຂົ້າຈີ່ບໍ່ມີເຊື້ອແປ້ງເປັນເວລາຫົກວັນ.

ຊາວອິດສະຣາເອນຄວນຈະເຮັດຫຍັງໃນມື້ທີເຈັດເມື່ອເຂົາເຈົ້າສະຫລອງປັດສະຄາ?

ໃນວັນທີ່ເຈັດພວກເຂົາຕ້ອງມີການຊຸມນຸມອັນສັກສິດແລະບໍ່ເຮັດວຽກໃດໆ.

Deuteronomy 16:9

ຊາວອິດສະຣາເອນກຳຫນົດການເລີ່ມຕົ້ນຂອງງານເທສະການສຳລັບພຣະຢາເວແນວໃດ?

ຊາວອິດສະຣາເອນຈະນັບເຈັດອາທິດນັບແຕ່ເວລາທີ່ພວກເຂົາເລີ່ມເກັບກ່ຽວຕົ້ນເຂົ້າທີ່ຢືນຕົ້ນນັ້ນ.

ຊາວອິດສະຣາເອນມີການປະກອບສ່ວນຫຍັງແດ່ໃນງານເທສະການແຫ່ງອາທິດ?

ພວກເຂົາຕ້ອງໄດ້ມອບເຄື່ອງຖວາຍຕາມໃຈມັກແກ່ພຣະຢາເວຕາມທີ່ພຣະອົງຈະໄດ້ອວຍພອນພວກເຂົາ.

Deuteronomy 16:11

ທຸກໆຄົນໃນອິດສະຣາເອນ, ລວມທັງຄົນຕ່າງຊາດຈະຕ້ອງເອົາໃຈໃສ່ຫຍັງໃນເທດສະການແຫ່ງອາທິດ?

ພວກເຂົາຕ້ອງລະນຶກຄິດເມື່ອພວກເຂົາຕົກເປັນທາດຢູ່ເອຢີບ.

Deuteronomy 16:13

ຊາວອິດສະຣາເອນໄດ້ຖືກແນະນຳ ໃຫ້ເຮັດເທດສະການຫຍັງເຈັດວັນຫລັງຈາກທີ່ເຂົາເຈົ້າເກັບກ່ຽວຈາກລານຮວບຮວມການເກັບກ່ຽວຂອງພວກເຂົາແລະຈາກບໍ່ຢຽບເຫລົ້າອະງຸ່ນຂອງພວກເຂົາ?

ພວກເຂົາຕ້ອງຮັກສາເທດສະການປຸກເພີງພັກເຈັດວັນຫລັງຈາກທີ່ພວກເຂົາເລີ່ມເກັບກ່ຽວຂອງພວກເຂົາ.

Deuteronomy 16:16

ໃນສາມເທສະການໃດແດ່ທີ່ໃຫ້ຜູ້ຊາຍອິດສະຣາເອນທັງຫມົດຕ້ອງມາປະກົດໂຕຕໍ່ພຣະພັກພຣະຢາເວຢູ່ບ່ອນທີ່ຊົງເລືອກໄວ້?

ພວກເຂົາຕ້ອງປະກົດຕົວຕໍ່ພຣະພັກພຣະອົງໃນງານບຸນເຂົ້າຈີບໍ່ມີເຊື້ອ, ເທດສະການແຫ່ງອາທິດ ແລະເທດສະການປຸກເພີງພັກ.

ແມ່ນຫຍັງທີ່ຜູ້ຊາຍອິດສະຣາເອນທຸກຄົນຄວນໃຫ້ແກ່ພຣະຢາເວ ແທນທີ່ຈະມາຈາກມືລ້າ?

ຊາຍຊາວອິດສະຣາເອນທຸກຄົນແມ່ນໃຫ້ສິ່ງທີ່ພວກເຂົາສາມາດໃຫ້ໄດ້ແກ່ພຣະຢາເວ.

Deuteronomy 16:18

ຊາວອິດສະຣາເອນຈະພົບຜູ້ປົກຄອງແລະເຈົ້າຫນ້າທີ່ຂອງພວກເຂົາຢູ່ໃສ?

ຜູ້ປົກຄອງແລະເຈົ້າຫນ້າທີ່ຈະຖືກນຳອອກມາຈາກແຕ່ລະເຜົ່າຂອງພວກເຂົາເພື່ອຕັດສິນຜູ້ຄົນດ້ວຍການພິພາກສາທີ່ຊອບທຳ.

ເປັນຫຍັງຜູ້ປົກຄອງແລະເຈົ້າຫນ້າທີ່ບໍ່ຄວນບິດເບືອນຄວາມຍຸຕິທຳຫລືສະແດງຄວາມລຳອຽງໂດຍການຮັບສິນບົນ?

ສິນບົນຈະເຮັດໃຫ້ສາຍຕາຂອງຄົນສະຫລາດມືດມົວແລະທຳລາຍຄຳເວົ້າຂອງຄົນຊອບທຳ.

ຜູ້ພິພາກສາ ແລະເຈົ້າຫນ້າທີ່ໄດ້ຮັບຫຍັງໂດຍການປະຕິບັດຕາມຄວາມຍຸຕທຳ.

ພວກເຂົາຕ້ອງຕິດຕາມຄວາມຍຸດຕິທຳ ແລະ ຄວາມຍຸດຕິທຳເທົ່ານັ້ນ, ເພື່ອພວກເຂົາຈະມີຊີວິດ ແລະ ເປັນເຈົ້າຂອງແຜ່ນດິນທີ່ພຣະຢາເວກຳລັງຈະໃຫ້ພວກເຂົາ.

Deuteronomy 16:21

ຊາວອິດສະລາເອນບໍ່ຄວນຈັດແຈງຕົວເອງແນວໃດ?

ພວກເຂົາບໍ່ຄວນຕັ້ງເສົາອາເຊຣາ, ຫລືເສົາຫີນ, ຫລືເສົາຫີນສັກສິດໃດໆ.

Deuteronomy 17

Deuteronomy 17:1

ເປັນຫຍັງຊາວອິດສະຣາເອນຕ້ອງບໍ່ຖວາຍງົວຫລືແກະທີ່ມີມົນທິນຫລືສິ່ງໃດທີ່ບໍ່ດີຕໍ່ພຣະຢາເວ?

ມັນຈະເປັນສິ່ງທີ່ຫນ້າລັງກຽດຕໍ່ພຣະຢາເວຖ້າພວກເຂົາໄດ້ຖວາຍສັດດ້ວຍສິ່ງທີ່ເປັນມົນທິນຫລືສິ່ງທີ່ບໍ່ດີ.

Deuteronomy 17:2

ຊາວອິດສະຣາເອນຖືກບອກໃຫ້ເຮັດຫຍັງຖ້າພວກເຂົາໄດ້ຍິນວ່າຊາຍຫລືຍິງພາຍໃນເມືອງຂອງພວກເຂົາໄດ້ເຮັດສິ່ງທີ່ຊົ່ວຮ້າຍໃນສາຍພຣະເນດຂອງພຣະເຈົ້າ?

ຊາວອິດສະຣາເອນຕ້ອງດຳເນີນການສືບສວນຢ່າງລະມັດລະວັງເພື່ອໃຫ້ຮູ້ວ່ານີ້ຖືກຕ້ອງແລະແນ່ນອນ.

Deuteronomy 17:5

ຊາວອິດສະຣາເອນເຮັດຫຍັງກັບຊາຍຫລືຍິງຜູ້ທີ່ໄດ້ເຮັດສິ່ງທີ່ຊົ່ວຮ້າຍເຊັ່ນການນະມັດສະການພະອື່ນແລະກົ້ມຂາບພວກເຂົາ?

ຊາວອິດສະຣາເອນຕ້ອງແກ່ວງກ້ອນຫີນໃສ່ພວກເຂົາຈົນຕາຍ.

ຈຳເປັນຕ້ອງມີພະຍານຈຳນວນເທົ່າໃດເພື່ອຕັດສິນໂທດບຸກຄົນໃດຫນຶ່ງຈົນເຖິງແກ່ຄວາມຕາຍ?

ຈຳເປັນຕ້ອງມີພະຍານສອງ ຫລືສາມຄົນເພື່ອຕັດສິນໂທດບຸກຄົນໃດຫນຶ່ງເຖິງຂັ້ນຕາຍ.

ຜູ້ໃດທີ່ແກວ່ງກ້ອນຫີນກ້ອນທຳອິດໃນເວລາທີ່ຈະລົງໂທດບຸກຄົນນັ້ນເຖິງຕາຍ?

ມືຂອງພະຍານຕ້ອງເປັນຜູ້ທຳອິດທີ່ແກ່ວງກ້ອນຫີນ, ຖັດມາແມ່ນຊາວອິດສະຣາເອນທີ່ເຫລືອ.

ເປັນຫຍັງຊາວຍິດສະລາເອນຕ້ອງແກວ່ງກ້ອນຫີນໃສ່ຄົນນັ້ນເຖິງແກ່ຄວາມຕາຍເຊິ່ງໄດ້ເຮັດສິ່ງຊົ່ວຮ້າຍ ຄືການນະມັດສະການພະອື່ນ?

ສິ່ງນີ້ຈະກຳຈັດສິ່ງຊົ່ວຮ້າຍອອກຈາກຖ່າມກາງພວກເຂົາ.

Deuteronomy 17:8

ໃຜຈະເປັນຜູ້ພິພາກສາຖ້າຊາວອິດສະຣາເອນມີເລື່ອງທີ່ຍາກເກີນໄປທີ່ຈະຕັດສິນໃຫ້ພວກເຂົາ?

ພວກເຂົາຕ້ອງໄປຫາປະໂລຫິດ ແລະ ພວກເລວີແລະຜູ້ພິພາກສາທີ່ກຳລັງຮັບໃຊ້ໃນເວລານັ້ນເພື່ອຂໍຄຳແນະນຳຈາກປະໂລຫິດ.

Deuteronomy 17:12

ຄົນໃດທີ່ຕ້ອງຕາຍເພື່ອເອົາຄວາມຊົ່ວຮ້າຍອອກຈາກອິດສະຣາເອນ?

ຜູ້ໃດທີ່ກະທຳຢ່າງໂຫດຮ້າຍແລະບໍ່ຟັງປະໂລຫິດ, ຫລືບໍ່ຟັງຜູ້ພິພາກສາ, ຕ້ອງຕາຍເພື່ອເອົາຄວາມຊົ່ວຮ້າຍອອກຈາກອິດສະຣາເອນ.

Deuteronomy 17:14

ໃນເວລາທີ່ພວກເຂົາຢູ່ໃນແຜ່ນດິນນັ້ນອິດສະຣາເອນຈະແຕ່ງຕັ້ງໃຜເປັນກະສັດ?

ຊາວອິດສະຣາເອນຈະເລືອກເອົາໃນບັນດາອ້າຍນ້ອງຂອງເຂົາເຈົ້າຜູ້ທີ່ພຣະຢາເວຈະເລືອກ.

Deuteronomy 17:16

ເປັນຫຍັງກະສັດອິດສະຣາເອນບໍ່ເພີ່ມມ້າຫລາຍໂຕສຳລັບຕົວເອງ, ແລະບໍ່ໃຫ້ປະຊາຊົນກັບຄືນໄປປະເທດເອຢິບເພື່ອວ່າກະສັດຈະເພີ່ມມ້າຫລາຍໂຕ?

ກະສັດບໍ່ຕ້ອງການໃຫ້ເພີ່ມຈຳນວນມ້າ ຫລື ເຮັດໃຫ້ປະຊາຊົນກັບຄືນສູ່ປະເທດເອຢິບ ເພາະວ່າພຣະຢາເວໄດ້ບອກຊາວອິດສະຣາເອນບໍ່ໃຫ້ກັບມາທາງນັ້ນອີກ.

ເປັນຫຍັງກະສັດຈຶ່ງຖືກບອກວ່າບໍ່ໃຫ້ມີເມຍຫລາຍ?

ກະສັດບໍ່ໃຫ້ມີເມຍຫລາຍຄົນເພື່ອຕົວລາວເອງເພາະວ່າໃຈຂອງລາວຈະບໍ່ຫັນຫນີຈາກພຣະຢາເວ.

Deuteronomy 17:18

ກະສັດສັ່ງຫຍັງໃຫ້ຄົງຢູ່ກັບລາວແລະອ່ານຕະຫລອດຊີວິດຂອງລາວເພື່ອລາວຈະຮຽນຮູ້ທີ່ຈະໃຫ້ກຽດແກ່ພຣະຢາເວອົງເປັນພຣະເຈົ້າຂອງລາວ, ແລະຮັກສາແລະປະຕິບັດຕາມຖ້ອຍຄຳທັງຫມົດຂອງກົດບັນຍັດແລະ ຂໍ້ກຳຫນົດດັ່ງກ່າວ?

ລາວຕ້ອງຂຽນສຳເນົາກົດຫມາຍສະບັບນີ້ສຳລັບຕົວເອງທີ່ຈະຖືຮັກສາ ແລະໃຫ້ລາວໄດ້ອ່ານເອງຕະຫລອດຊີວິດຂອງລາວ.

Deuteronomy 17:20

ເປັນຫຍັງກະສັດຈຶ່ງຖືກແນະນຳໃຫ້ຮັກສາມ້ວນຫນັງສືບັນຍັດໄວ້ກັບລາວເອງ?

ລາວຕ້ອງຮັກສາມ້ວນຫນັງສືດັ່ງກ່າວໄວ້ກັບລາວເພື່ອບໍ່ໃຫ້ຫົວໃຈຂອງລາວສູງສົ່ງເຫນືອອ້າຍນ້ອງຂອງລາວ, ແລະເພື່ອວ່າລາວຈະບໍ່ຫັນຫນີຈາກພຣະບັນຍັດ.

Deuteronomy 18

Deuteronomy 18:1

ເປັນຫຍັງປະໂຣຫິດຊາວເລວີຕ້ອງໄດ້ກິນເຄື່ອງຖວາຍບູຊາຂອງພຣະຢາເວເປັນມໍລະດົກຂອງພວກເຂົາ?

ພວກປະໂຣຫິດຊາວເລວີຈະຕ້ອງກິນເຄື່ອງຖວາຍນັ້ນ ເພາະວ່າພວກເຂົາຈະບໍ່ມີມໍລະດົກ ໃນບັນດາພີ່ນ້ອງຂອງພວກເຂົາ.

Deuteronomy 18:3

ແມ່ນສິ່ງໃດທີ່ຈະໃຫ້ແກ່ປະໂຣຫິດຈາກການຖວາຍບູຊາຂອງປະຊາຊົນ?

ພວກປະໂລຫິດຈະຕ້ອງເອົາບ່າໄຫລ, ແກ້ມສອງເບື້ອງ, ແລະສ່ວນເຄື່ອງໃນຂອງງົວແລະແກະແລະຜົນທຳອິດຂອງພືດຖວາຍ, ເຫລົ້າແວງ, ນໍ້າມັນແລະຂົນແກະຈາກໂຕແກະຈາກການຖວາຍບູຊາຂອງປະຊາຊົນ.

ເປັນຫຍັງພວກປະໂລຫິດຄວນຈະໄດ້ຮັບສ່ວນເຫລົ່ານີ້ຈາກການຖວາຍບູຊາຂອງປະຊາຊົນ?

ພວກເຂົາຕ້ອງໄດ້ຮັບສ່ວນເຫລົ່ານີ້ເພາະວ່າພຣະຢາເວໄດ້ເລືອກພວກເຂົາໃຫ້ຢູ້ຊ້ອງຫນ້າ ເພື່ອຮັບໃຊ້ໃນນາມຂອງພຣະຢາເວ.

Deuteronomy 18:6

ຊາວເລວີສາມາດຮັບໃຊ້ໃນສະຖານທີ່ໆພຣະຢາເວຈະເລືອກເປັນບ່ອນສັກສິດຂອງພຣະອົງເມື່ອໃດ?

ຊາວເລວີຄົນຫນຶ່ງສາມາດຮັບໃຊ້ໃນສະຖານທີ່ ໆ ພຣະຢາເວເລືອກເປັນບ່ອນສັກສິດຂອງພຣະອົງ ເມື່ອລາວອອກຈາກປະຕູເມືອງໃດຂອງອິດສະຣາເອນດ້ວຍຄວາມປາດຖະຫນາຂອງຈິດວິນຍານຂອງລາວທີ່ຈະຮັບໃຊ້ພຣະຢາເວ.

Deuteronomy 18:9

ມີການປະຕິບັດບາງຢ່າງທີ່ຫນ້າລັງກຽດໃດແດ່ໂດຍຊົນຊາດທັງຫລາຍນັ້ນ?

ການປະຕິບັດບາງຢ່າງທີ່ຫນ້າລັງກຽດແມ່ນເຮັດໃຫ້ລູກຫລານຂອງພວກເຂົາຂ້າມຜ່ານໄຟ, ໃຊ້ການທຳນວາຍ, ຫມໍສະເຫນ່, ການໃຊ້ຜີສາງ ແລະເວົ້າລົມກັບຄົນທີ່ຕາຍຫລືວິນຍານ.

Deuteronomy 18:12

ເປັນຫຍັງພຣະຢາເວຈະຂັບໄລ່ປະຊາຊາດທັງຫລາຍອອກຈາກແຜ່ນດິນ?

ພຣະຢາເວຈະຂັບໄລ່ປະຊາຊາດອອກຈາກແຜ່ນດິນເພາະວ່າພວກເຂົາຟັງຫມໍທຳນວາຍ ແລະຫມໍດູ.

Deuteronomy 18:15

ພຣະຢາເວໄດ້ສັນຍາທີ່ຈະຍົກໃຜຂຶ້ນຈາກຖ່າມກາງປະຊາຊົນ?

ພຣະຢາເວສັນຍາວ່າພຣະອົງຈະຍົກຜູ້ເຜີຍພຣະວະຈະນະຄືໂມເຊໃນອະນາຄົດຈາກອິດສະຣາເອນ.

Deuteronomy 18:20

ສິ່ງໃດທີ່ຈະເຮັດໃຫ້ພວກຫມໍທຳນວາຍນັ້ນສົມຄວນຕາຍ?

ພວກຫມໍທຳນວາຍນັ້ນຈະຕາຍຖ້າລາວເວົ້າຄຳເວົ້າທີ່ຫຍາບຄາຍໃນນາມຂອງພຣະຢາເວ, ເປັນຄຳທີ່ພຣະຢາເວ ບໍ່ໄດ້ສັ່ງໃຫ້ລາວເວົ້າ, ຫລືລາວເວົ້າໃນນາມຂອງພະອື່ນ.

Deuteronomy 18:22

ມັນຫມາຍຄວາມວ່າຖ້າຫາກວ່າຄໍາທໍານວາຍເວົ້າໃນນາມຂອງພຣະຢາເວບໍ່ໄດ້ເກີດຂຶ້ນແທ້?

ຖ້າຄຳພະຍາກອນບໍ່ເກີດຂຶ້ນ, ຄຳທຳນວາຍແມ່ນບາງສິ່ງບາງຢ່າງທີ່ພຣະຢາເວບໍ່ໄດ້ກ່າວໄວ້.

Deuteronomy 19

Deuteronomy 19:1

ເປັນຫຍັງພຣະຢາເວຈຶ່ງສັ່ງໃຫ້ປະຊາຊົນເລືອກເອົາສາມຕົວເມືອງຢູ່ເຄິ່ງກາງຂອງແຜ່ນດິນ?

ພຣະອົງໄດ້ສັ່ງໃຫ້ປະຊາຊົນເລືອກເອົາ 3 ເມືອງ ເພື່ອໃຫ້ທຸກຄົນທີ່ຂ້າຄົນອື່ນສາມາດຫນີໄປຢູ່ທີ່ນັ້ນໄດ້.

Deuteronomy 19:4

ພຣະຢາເວໄດ້ຈັດຕຽມຫຍັງສຳລັບຄົນທີ່ຂ້າເພື່ອນບ້ານໂດຍບໍ່ຕັ້ງໃຈ, ແລະບໍ່ເຄີຍກຽດຊັງລາວມາກ່ອນ?

ພຣະຢາເວໃຫ້ເມືອງຫລົບໄພສາມເມືອງເຊິ່ງຊາຍຄົນນີ້ສາມາດຫນີໄປ ແລະອາໄສຢູ່ໄດ້.

Deuteronomy 19:6

ເປັນຫຍັງຄົນທີ່ຂ້າຄົນອື່ນຕ້ອງຫນີໄປເມືອງບ່ອນລີ້ໄພ?

ລາວຄວນຫນີເພື່ອວ່າຍາດພີ່ນ້ອງຂອງຄົນ ທີ່ລ່ວງລັບໄປແລ້ວຈະບໍ່ໄລ່ຈັບດ້ວຍຄວາມໂກດແຄ້ນ, ຈັບ, ແລະຂ້າລາວ.

Deuteronomy 19:8

ເງື່ອນໄຂໃດແດ່ທີ່ຈະເປັນການເພີ່ມບ່ອນຫລົບໄພສາມຕົວເມືອງຕື່ມອີກ?

ຖ້າຫາກວ່າພຣະຢາເວຂະຫຍາຍຊາຍແດນຂອງເຂົາເຈົ້າ, ຫລັງຈາກນັ້ນພວກເຂົາເຈົ້າຕ້ອງເພີ່ມສາມຕົວເມືອງຂອງການລີ້ໄພ.

Deuteronomy 19:11

ແມ່ນຫຍັງທີ່ຄວນຈະເກີດຂຶ້ນຖ້າຄົນເຮົາກຽດຊັງເພື່ອນບ້ານ, ດັກຖ້າລາວ, ເຮັດໃຫ້ລາວຕາຍ, ແລະຫລັງຈາກນັ້ນຫນີໄປເມືອງຫນຶ່ງໃນເມືອງລີ້ໄພນັ້ນ?

ບັນດາຜູ້ໃຫຍ່ໃນເມືອງຂອງພວກເຂົາຕ້ອງສົ່ງຕົວເເລະນຳເຂົາກັບມາທີ່ນັ້ນ,ເເລະມອບເຂົາຄືນໃຫ້ກັບຍາດທີ່ມີຄວາມຮັບຜິດຊອບຕໍ່ເຂົາ ເພື່ອວ່າເຂົາຢ້ານຈະຖືກຂ້າຕາຍ ຍ້ອນການລົງໂທດຕໍ່ຄວາມຜິດຂອງເລືອດຈາກອິດສະຣາເອນ.

Deuteronomy 19:15

ຈຳເປັນຕ້ອງມີພະຍານຈຳນວນເທົ່າໃດສຳລັບເລື່ອງທີ່ຈະຕ້ອງຖືກຢືນຢັນ?

ມັນເປັນສິ່ງຈຳເປັນສຳລັບພະຍານສອງ ຫລື ສາມຄົນທີ່ຈະກ່າວເຖິງເລື່ອງທີ່ຈະຖືກຢືນຢັນ.

Deuteronomy 19:17

ຄວນເຮັດແນວໃດເມື່ອມີການຜິດຖຽງກັນລະຫວ່າງຊາຍສອງຄົນ?

ຈາກນັ້ນຜູ້ຊາຍທັງສອງ, ຜູ້ທີ່ລະຫວ່າງຜູ້ທີ່ມີການໂຕ້ຖຽງກັນ, ຕ້ອງຢືນຢູ່ຕໍ່ຫນ້າພຣະຢາເວ, ຕໍ່ຫນ້າປະໂລຫິດ ແລະຜູ້ພິພາກສາທີ່ຮັບໃຊ້ໃນວັນນັ້ນ. ຜູ້ພິພາກສາຕ້ອງສອບຖາມຢ່າງແນ່ນອນ; ເບິ່ງ, ຖ້າຫາກວ່າພະຍານນັ້ນເປັນພະຍານທີ່ບໍ່ຖືກຕ້ອງແລະໄດ້ເປັນພະຍານທີ່ບໍ່ຈິງຕໍ່ພີ່ນ້ອງຂອງຕົນ.

Deuteronomy 20

Deuteronomy 20:1

ເປັນຫຍັງປະຊາຊົນອິດສະຣາເອນບໍ່ຕ້ອງຢ້ານກົວເມື່ອພວກເຂົາເດີນທັບອອກໄປສູ້ຮົບກັບສັດຕູຂອງພວກເຂົາ?

ປະຊາຊົນອິດສະຣາເອນບໍ່ຕ້ອງຢ້ານກົວເພາະວ່າພຣະຢາເວພຣະເຈົ້າຂອງພວກເຂົາຜູ້ທີ່ໄດ້ນຳພວກເຂົາອອກຈາກແຜ່ນດິນເອຢີບຈະສະຖິດຢູ່ກັບພວກເຂົາ.

Deuteronomy 20:2

ຈະມີສິ່ງໃດຕ້ອງເກີດຂຶ້ນເມື່ອປະຊາຊົນອິດສະຣາເອນຍັບເຂົ້າມາໃກ້ຈະຮອດສະຫນາມຮົບ?

ປະໂຣຫິດຕ້ອງເວົ້າກັບປະຊາຊົນ ແລະ ບອກພວກເຂົາວ່າຢ່າຢ້ານກົວ, ແຕ່ພຣະຢາເວ ຢູ່ກັບພວກເຂົາ ເພື່ອຕໍ່ສູ້ເພື່ອພວກເຂົາ.

Deuteronomy 20:5

ຜູ້ຊາຍນັ້ນຄວນຈະເຮັດແນວໃດຖ້າລາວເປັນຜູ້ກໍ່ສ້າງເຮືອນຫລັງໃຫມ່ ແລະຍັງບໍ່ໄດ້ອຸທິດເຮືອນຫລັງນີ້?

ລາວຄວນຈະກັບໄປເຮືອນຂອງລາວເພື່ອວ່າລາວຈະບໍ່ຕາຍໃນການສູ້ຮົບ ແລະຜູ້ຊາຍຄົນອື່ນໄດ້ອຸທິດ.

Deuteronomy 20:6

ຜູ້ຊາຍຄວນຈະເຮັດແນວໃດຖ້າລາວມີສ່ວນພົວພັນກັບຜູ້ຍິງແລະຍັງບໍ່ໄດ້ແຕ່ງງານກັບນາງ?

ລາວຄວນຈະກັບຄືນ ແລະ ແຕ່ງງານກັບນາງເພື່ອວ່າລາວຈະບໍ່ຕ້ອງຕາຍໃນການສູ້ຮົບ ແລະ ຜູ້ຊາຍອີກຄົນ ຫນຶ່ງແຕ່ງງານກັບນາງແທນ.

Deuteronomy 20:10

ຈະມີຫຍັງເກີດຂຶ້ນຖ້າປະຊາຊົນໃນເມືອງທີ່ຢູ່ຫ່າງໄກຍອມຮັບເອົາການສະເຫນີຄວາມສະຫງົບສຸກເມື່ອອິດສະຣາເອນໂຈມຕີ?

ປະຊາຊົນທຸກຄົນໃນເມືອງຕ້ອງເປັນແຮງງານທີ່ຖືກບີບບັງຄັບ ແລະຮັບໃຊ້ຊາວອິດສະຣາເອນ.

Deuteronomy 20:12

ແມ່ນຫຍັງທີ່ຕ້ອງເກີດຂຶ້ນຖ້າເມືອງບໍ່ຍອມຮັບເອົາການສະເຫນີຄວາມສະຫງົບສຸກ, ແຕ່ຈະເຮັດສົງຄາມກັບອິດສະຣາເອນແທນ?

ຊາວອິດສະຣາເອນຈະຕ້ອງໂຈມຕີເຂົາ ແລະເມື່ອພຣຢາເວໃຫ້ອິດສະຣາເອນເອົາຊະນະພວກເຂົາຕ້ອງຂ້າຜູ້ຊາຍທຸກຄົນໃນເມືອງນັ້ນເສຍ.

Deuteronomy 20:16

ເປັນຫຍັງປະຊາຊົນອິດສະຣາເອນຕ້ອງທຳລາຍທຸກສິ່ງທຸກຢ່າງທີ່ຫາຍໃຈໃນເມືອງຕ່າງໆຂອງແຜ່ນດິນທີ່ພຣະຢາເວຈະປຣະທານໃຫ້ພວກເຂົາເປັນມໍລະດົກ?

ພວກເຂົາຕ້ອງທຳລາຍທຸກສິ່ງທຸກຢ່າງເພື່ອທີ່ປະຊາຊົນໃນແຜ່ນດິນບໍ່ໄດ້ສອນພວກເຂົາໃຫ້ປະພຶດໃນແບບທີ່ຫນ້າລັງກຽດ ແລະເຮັດບາບຕໍ່ພຣະຢາເວ.

Deuteronomy 20:19

ຊາວອິດສະຣາເອນຄວນເຮັດຫຍັງກັບຕົ້ນໄມ້ໃນເມືອງຕ່າງໆທີ່ພວກເຂົາໂຈມຕີ?

ຊາວອິດສະຣາເອນບໍ່ຄວນຕັດຕົ້ນໄມ້ທີ່ ຖືກນຳໃຊ້ເປັນອາຫານ, ແຕ່ພວກເຂົາສາມາດຕັດຕົ້ນໄມ້ທີ່ບໍ່ໄດ້ໃຊ້ເປັນອາຫານເພື່ອກໍ່ສ້າງເສົາກັນລ້ອມເມືອງໄດ້.

Deuteronomy 21

Deuteronomy 21:1

ແມ່ນຫຍັງຄືສິ່ງທີ່ຈະເກີດຂຶ້ນຖ້າຄົນທີ່ຖືກຂ້າຕາຍຖືກພົບວ່ານອນຢູ່ໃນທົ່ງນາ ແລະບໍ່ຮູ້ວ່າແມ່ນໃຜທຳຮ້າຍລາວ?

ຜູ້ເຖົ້າຜູ້ແກ່ ແລະຜູ້ພິພາກສາຄວນວັດແທກເພື່ອກຳຫນົດເມືອງທີ່ໃກ້ທີ່ສຸດກັບຊາຍທີ່ຖືກຂ້າ.

Deuteronomy 21:5

ພຣະຢາເວຕ້ອງການໃຫ້ປະຊາຊົນອິດສະຣາເອນຕອບສະຫນອງຕໍ່ຖ້ອຍຄຳຂອງປະໂລຫິດຂອງພຣະອົງແນວໃດ?

ພຣະຢາເວຕ້ອງການຢາກໃຫ້ພວກເຂົາຍອມຮັບເອົາຄຳແນະນຳຂອງພວກປະໂລຫິດ ຂອງພຣະອົງເປັນຄຳຕັດສິນໃນທຸກໆຂໍ້ຂັດແຍ່ງ ແລະ ໃນກໍລະນີທີ່ຖືກທຳຮ້າຍ.

Deuteronomy 21:6

ຜູ້ເຖົ້າຜູ້ແກ່ໃນເມືອງທີ່ໃກ້ທີ່ສຸດກັບຜູ້ທີ່ຖືກຂ້ານັ້ນໄດ້ປະຕິບັດພິທີການຢ່າງໃດເພື່ອວ່າການນອງເລືອດນີ້ຈະໄດ້ຮັບການໃຫ້ອະໄພ?

ບັນດາຜູ້ໃຫຍ່ທັງຫມົດຂອງເມືອງຕ້ອງໄດ້ລ້າງມືຂອງພວກເຂົາລົງເທິງງົວແມ່ ທີ່ຖືກຫັກຄໍແລ້ວແລະເວົ້າວ່າ, "ມືຂອງພວກເຮົາບໍ່ໄດ້ເຮັດໃຫ້ເລືອດນີ້ຫລັ່ງໄຫລ ແລະ ສາຍຕາຂອງພວກເຮົາບໍ່ໄດ້ເຫັນ."

Deuteronomy 21:10

ໂມເຊໄດ້ບອກຊາວອິດສະຣາເອນເຮັດຫຍັງເມື່ອພວກເຂົາອອກໄປສູ້ຮົບກັບສັດຕູຂອງພວກເຂົາແລະພຣະຢາເວໄດ້ໃຫ້ພວກເຂົາຊະນະ?

ພວກເຂົາຖືກບອກໃຫ້ຈັບສັດຕູຂອງພວກເຂົາໄປເປັນຊະເລີຍ.

ຜູ້ຊາຍອິດສະຣາເອນຈະຕອບສະຫນອງແນວໃດຕໍ່ພວກຜູ້ຍິງທີ່ຖືກຈັບໄປເປັນຊະເລີຍ?

ຖ້າຜູ້ຊາຍເຫັນຜູ້ຍິງງາມຄົນຫນຶ່ງ ທີ່ລາວຢາກເອົາມາເປັນເມຍຂອງລາວ, ລາວກໍ່ຕ້ອງພານາງໄປເຮືອນບ່ອນທີ່ນາງຈະຕັດຜົມ ແລະ ຕັດເລັບມືຂອງນາງ.

Deuteronomy 21:13

ຜູ້ຍິງທີ່ຖືກຈັບໄປເປັນເວລາດົນປານໃດທີ່ອະນຸຍາດໃຫ້ໄວ້ທຸກກັບແມ່ແລະພໍ່ຂອງລາວ?

ນາງຈະຍັງຢູ່ໃນການໄວ້ທຸກແກ່ພໍ່ ແລະ ແມ່ຂອງນາງເປັນເວລາ ຫນຶ່ງເດືອນກ່ອນທີ່ນາງຈະກາຍເປັນພັນລະຍາຂອງຊາຍຄົນນັ້ນ.

ຊາຍອິດສະຣາເອນຄວນປະຕິບັດແນວໃດຕໍ່ຜູ້ທີ່ເປັນຊະເລີຍທີ່ລາວໄດ້ເປັນພັນລະຍາຖ້າລາວບໍ່ພໍໃຈກັບນາງ?

ລາວຕ້ອງປ່ອຍໃຫ້ນາງໄປແຕ່ບໍ່ຕ້ອງຂາຍນາງເພື່ອຫາເງິນເດັດຂາດ.

Deuteronomy 21:15

ຖ້າຜູ້ຊາຍມີເມຍສອງຄົນແລະກຽດຊັງຜູ້ທີ່ໄດ້ເກີດລູກຊາຍກົກໃຫ້ລາວ, ລາວຈະຕ້ອງແບ່ງສິ່ງຂອງທີ່ເປັນຂອງຜູ້ສືບທອດມໍລະດົກແນວໃດ?

ຊາຍຄົນນີ້ຕ້ອງຮັບຮູ້ລູກຊາຍກົກຂອງເມຍທີ່ກຽດຊັງໂດຍໃຫ້ລາວແບ່ງສອງສ່ວນຂອງທັງຫມົດທີ່ລາວມີ.

Deuteronomy 21:18

ຊາຍນັ້ນຕ້ອງເອົາລູກຊາຍທີ່ແຂງກະດ້າງແລະຫົວແຂງຂອງລາວໄປຫາໃຜ ຖ້າລູກຊາຍບໍ່ເຊື່ອຟັງຄຳເວົ້າຂອງພໍ່ ຫລື ແມ່ຂອງລາວ?

ຊາຍນັ້ນແລະເມຍຂອງລາວຕ້ອງນຳລູກຊາຍໄປຫາຜູ້ເຖົ້າຜູ້ແກ່ຢູ່ປະຕູເມືອງ.

Deuteronomy 21:20

ພໍ່ແລະແມ່ຂອງລູກຊາຍທີ່ດື້ດ້ານເວົ້າກັບຜູ້ເຖົ້າຜູ້ແກ່ໃນເມືອງຂອງລາວວ່າແນວໃດ?

ພໍ່ແລະແມ່ຂອງລູກຊາຍທີ່ດື້ດ້ານຕ້ອງບອກພວກຜູ້ເຖົ້າແກ່ວ່າ, "ລູກຊາຍຄົນນີ້ຂອງພວກເຮົາແຂງກະດ້າງແລະຫົວແຂງ, ເປັນຄົນຂີ້ຄ້ານແລະຂີ້ເມົາແລະຈະບໍ່ເຊື່ອຟັງຄຳຂອງພວກເຮົາ".

ເປັນຫຍັງຜູ້ເຖົ້າຜູ້ແກ່ໃນເມືອງຈຶ່ງຕ້ອງຕອບໂຕ້ໂດຍການແກວ່ງຫີນໃຫ້ລູກຊາຍນັ້ນຈົນຕາຍ?

ພວກເຂົາຕ້ອງແກວ່ງລູກຊາຍຈົນຕາຍເພື່ອກຳຈັດຄວາມຊົ່ວຮ້າຍຈາກພວກເຂົາ, ແລະເຮັດໃຫ້ຊາວອິດສະຣາເອນທຸກຄົນໄດ້ຍິນແລະຢຳເກງ.

Deuteronomy 22

Deuteronomy 22:1

ໂມເຊໄດ້ບອກໃຫ້ຊາວອິດສະຣາເອນເຮັດຫຍັງເມື່ອພວກເຂົາເຫັນສັດລ້ຽງຂອງເພື່ອນຊາວອິດສະຣາເອນຫລົງທາງ?

ພວກເຂົາເຈົ້າບໍ່ຕ້ອງນຳເອົາສັດດັ່ງກ່າວມາຢູ່ໃນເຮືອນຂອງພວກເຂົາເອງ, ແຕ່ສົ່ງກັບຄືນໃຫ້ຊາວອິດສະຣາເອນ ເພື່ອນຮ່ວມຊາດອີກດ້ວຍ.

Deuteronomy 22:3

ໂມເຊໄດ້ບອກໃຫ້ຊາວອິດສະຣາເອນເຮັດຫຍັງເມື່ອພວກເຂົາເຫັນສັດລ້ຽງຂອງເພື່ອນຮ່ວມຊາດອິດສະຣາເອນຄົນຫນຶ່ງ ລົ້ມລົງໃນຫົນທາງ?

ພວກເຂົາຕ້ອງຊ່ວຍເຫລືອເພື່ອນຊາວອິດສະຣາເອນຂອງພວກເຂົາຍົກມັນຂຶ້ນອີກ.

Deuteronomy 22:5

ພຶດຕິກໍາແບບໃດທີ່ພຣະຢາເວເຫັນວ່າຫນ້າລັງກຽດ?

ພຣະຢາເວກຽດຊັງໃນເວລາທີ່ແມ່ຍິງໃສ່ເຄື່ອງນຸ່ງຂອງຜູ້ຊາຍ ຫລື ຜູ້ຊາຍໃສ່ເຄື່ອງນຸ່ງຜູ້ຍິງ.

Deuteronomy 22:6

ຊາວອິດສະຣາເອນຄວນຈະເຮັດແນວໃດຖ້າພວກເຂົາພົບແມ່ນົກຢູ່ໃນຮັງນົກພ້ອມກັບລູກນ້ອຍຫລືນັ່ງເທິງໄຂ່?

ພວກເຂົາຕ້ອງປ່ອຍໃຫ້ແມ່ນົກໄປ, ແຕ່ລູກນ້ອຍອາດເອົາມາລ້ຽງດ້ວຍເຂົາເອງໄດ້.

Deuteronomy 22:8

ຈຳເປັນຕ້ອງເຮັດຫຍັງເມື່ອຊາວອິດສະຣາເອນຈະສ້າງເຮືອນ?

ມີຄວາມຈຳເປັນທີ່ລາວຈະຕ້ອງເຮັດຮາວກັ້ນ ສຳລັບຫລັງຄາເພື່ອລາວຈະບໍ່ມີເລືອດຕົກໃສ່ເຮືອນຂອງລາວຖ້າມີຄົນຕົກລົງຈາກບ່ອນນັ້ນ.

Deuteronomy 22:9

ເປັນຫຍັງຊາວອິດສະຣາເອນຈຶ່ງຖືກແນະນຳໃຫ້ບໍ່ປູກຕົ້ນອະງຸ່ນຂອງພວກເຂົາດ້ວຍແກ່ນສອງປະເພດ?

ຊາວອິດສະຣາເອນບໍ່ຄວນປູກດ້ວຍແກ່ນສອງຊະນິດເພື່ອບໍ່ໃຫ້ການເກັບກູ້ທັງຫມົດຈະບໍ່ເປັນມົນທິນ.

Deuteronomy 22:18

ສິ່ງທີ່ຕ້ອງເກີດຂື້ນຖ້າຜູ້ຊາຍໄດ້ກ່າວຜິດຕໍ່ເມຍຂອງລາວ?

ຜູ້ເຖົ້າຜູ້ແກ່ໃນເມືອງຕ້ອງລົງໂທດລາວໂດຍການປັບໃຫມລາວຈຳນວນຫນຶ່ງຮ້ອຍເຊເຂ ເຊິ່ງຈະມອບໃຫ້ບິດາຂອງເມຍ ແລະຜູ້ຊາຍນັ້ນຈະບໍ່ສົ່ງເມຍຂອງລາວໃຫ້ຫນີອອກໄປໃສ.

Deuteronomy 22:20

ສິ່ງທີ່ຄວນຈະເກີດຂຶ້ນຖ້າບໍ່ພົບຫລັກຖານສະແດງຄວາມບໍລິສຸດຂອງເມຍນັ້ນ?

ຖ້າຫລັກຖານພິສູດຄວາມເປັນພົມມະຈາລີຂອງນາງບໍ່ໄດ້ຖືກພົບເຫັນ, ນາງຕ້ອງຖືກນຳຕົວອອກມາ ແລະ ເອົາກ້ອນຫີນແກວ່ງໃສ່ຈົນຕາຍເພາະວ່ານາງໄດ້ກະທຳການທີ່ຫນ້າລັງກຽດ.

Deuteronomy 22:22

ຈະເກີດຫຍັງຂື້ນຖ້າພົບວ່າຜູ້ຊາຍນອນຢູ່ກັບຜູ້ຍິງທີ່ແຕ່ງງານກັບຜູ້ຊາຍຄົນອື່ນແລ້ວ?

ທັງຊາຍແລະຍິງຕ້ອງໄດ້ຖືກກ້ອນຫີນແກ່ວງໃສ່ຈົນຕາຍເພື່ອລົບລ້າງຄວາມຊົ່ວ.

Deuteronomy 22:23

ເປັນຫຍັງປະຊາຊົນອິດສະຣາເອນຈຶ່ງຖືກແນະນຳ ໃຫ້ແກວ່ງກ້ອນຫີນທັງຍິງສາວທີ່ເປັນຍິງສາວບໍລິສຸດທີ່ພົວພັນກັບຜູ້ຊາຍ ແລະຊາຍອີກຫນຶ່ງຄົນຖ້າພວກເຂົາພົບວ່ານອນຢູ່ນຳກັນ?

ພວກເຂົາຖືກສັ່ງໃຫ້ແກວ່ງກ້ອນຫີນທັງສອງເພາະວ່າຍິງສາວບໍ່ໄດ້ຮ້ອງໄຫ້ເມື່ອລາວຢູ່ໃນເມືອງ ແລະ ຊາຍຄົນນັ້ນໄດ້ເຮັດໃຫ້ເມຍຂອງເພື່ອນຮ່ວມຊາດອິດສະຣາເອນໄດ້ອັບອາຍ.

Deuteronomy 22:25

ຈະເປັນແນວໃດຖ້າຜູ້ຊາຍຈະບັງຄັບຍິງສາວໃຫ້ນອນກັບລາວເມື່ອພວກເຂົາຢູ່ໃນທົ່ງນາ?

ຖ້າສິ່ງນີ້ເກີດຂຶ້ນໃນທົ່ງນາ, ຜູ້ຊາຍຈະຕ້ອງຕາຍ, ແຕ່ບໍ່ຕ້ອງເຮັດຫຍັງກັບເດັກຍິງເພາະວ່າລາວໄດ້ພົບນາງຢູ່ໃນທົ່ງນາ ແລະ ບໍ່ມີຜູ້ໃດທີ່ຈະຊ່ວຍຊີວິດລາວ.

Deuteronomy 22:28

ສິ່ງທີ່ຕ້ອງເກີດຂຶ້ນຖ້າຜູ້ຊາຍນອນຢູ່ກັບຍິງສາວທີ່ເປັນຄົນບໍລິສຸດ, ແຕ່ວ່າບໍ່ແມ່ນຜູ້ທີ່ຫມັ້ນຫມາຍແລະພວກເຂົາຖືກພົບພໍ້?

ຊາຍຄົນນັ້ນຕ້ອງເອົາເງິນທີ່ເປັນເງິນສົດໃຫ້ພໍ່ຂອງຍິງ ແລະ ເອົາຍິງເປັນເມຍຂອງລາວແທນທີ່ຈະສົ່ງນາງກັບໄປ.

Deuteronomy 22:30

ເປັນຫຍັງຜູ້ຊາຍບໍ່ຄວນເອົາເມຍຂອງພໍ່ເປັນເມຍຂອງຕົນ?

ຜູ້ຊາຍບໍ່ຕ້ອງເອົາເມຍຂອງພໍ່ຂອງລາວ ມາເປັນຂອງຕົນເອງເພາະວ່າລາວຈະເອົາສິດຂອງການແຕ່ງງານຂອງພໍ່ຂອງລາວໄປ.

Deuteronomy 23

Deuteronomy 23:1

ຜູ້ໃດທີ່ຈະບໍ່ໄດ້ຮັບອະນຸຍາດໃຫ້ເຂົ້າໄປໃນການຊຸມນຸມຂອງພຣະຢາເວ?

ຊາຍທຸກຄົນທີ່ພາກສ່ວນໃນຕົນໂຕຂອງເຂົາຖືກທຸບຕີ ຫລື ຖືກຕັດ, ຫລືເດັກທີ່ນອກກົດຫມາຍບໍ່ໄດ້ຖືກອະນຸຍາດໃຫ້ເຂົ້າໄປໃນການຊຸມນຸມຂອງພຣະຢາເວ.

Deuteronomy 23:3

ເປັນຫຍັງບໍ່ໃຫ້ມີຄົນອຳໂມນ ແລະຊາວໂມອາບເຂົ້າໄປໃນການຊຸມນຸມຂອງພຣະຢາເວ?

ພວກເຂົາເຂົ້າໄປໃນຊຸມນຸມໄດ້ເພາະວ່າພວກເຂົາ ບໍ່ໄດ້ພົບກັບຊາວອິດສະຣາເອນດ້ວຍເຂົ້າຈີ່ ແລະ ນໍ້າໃນເສັ້ນທາງເມື່ອພວກເຂົາອອກຈາກປະເທດເອຢິບ ແລະ ພວກເຂົາໄດ້ຈ້າງບາລາອາມເພື່ອສາບແຊ່ງພວກອິດສະຣາເອນ.

Deuteronomy 23:5

ມີຫລັກຖານຫຍັງແດ່ທີ່ສະແດງວ່າພຣະຢາເວບໍ່ໄດ້ຟັງບາລາອາມ?

ພຣະຢາເວປ່ຽນຄຳສາບແຊ່ງຂອງບາລາອາມມາເປັນພອນໃຫ້ແກ່ອິດສະຣາເອນ.

Deuteronomy 23:7

ເປັນຫຍັງຊາວເອໂດມແລະຊາວອີຢີບຈຶ່ງໄດ້ຮັບອະນຸຍາດໃຫ້ເຂົ້າໄປໃນທີ່ຊຸມນຸມຂອງພຣະຢາເວ?

ຊາວເອໂດມໄດ້ຮັບອະນຸຍາດໃຫ້ເຂົ້າຮ່ວມການຊຸມນຸມເພາະວ່າພວກເຂົາໄດ້ເປັນເພື່ອຮ່ວມຊາດອິດສະຣາເອນ ແລະ ຊາວເອຢີບໄດ້ຮັບອະນຸຍາດເຂົ້າຊຸມນຸມຕັ້ງແຕ່ຊົນຊາດອິດສະຣາເອນເຄີຍເປັນຄົນຕ່າງຊາດໃນແຜ່ນດິນຂອງພວກເຂົາ.

Deuteronomy 23:9

ເມື່ອມີຊາຍຄົນຫນຶ່ງໃນກອງທັບອິດສະຣາເອນທີ່ກາຍເປັນຄົນບໍ່ສະອາດຍ້ອນເຫດການທີ່ເກີດຂື້ນກັບລາວໃນຕອນກາງຄືນຈະເຮັດຢ່າງໃດເພື່ອເຮັດໃຫ້ສະອາດຄືນໃຫມ່ເພື່ອລາວຈະກັບມາຢູ່ໃນຄ້າຍໄດ້?

ລາວສາມາດອາບນໍ້າໃນຕອນແລງ ແລະ ຫລັງຈາກນັ້ນລາວຈະໄດ້ຮັບອະນຸຍາດໃຫ້ກັບມາຢູ່ໃນຄ້າຍພັກ.

Deuteronomy 23:12

ເປັນຫຍັງພຣະຢາເວຈຶ່ງໃຫ້ຄຳສັ່ງແກ່ປະຊາຊົນອິດສະຣາເອນກ່ຽວກັບສະຖານທີ່ ແລະວິທີການປົດທຸກແກ່ຕົນເອງ?

ພຣະຢາເວກຳລັງຍ່າງຢູ່ໃນທ່າມກາງຄ້າຍຂອງພວກເຂົາ, ສະນັ້ນກອງທັບຈະຕ້ອງບໍລິສຸດເພື່ອບໍ່ໃຫ້ມີສິ່ງທີ່ບໍ່ສະອາດ ແລະຫັນຫນີຈາກພວກເຂົາ.

Deuteronomy 23:15

ຄຳສັ່ງທີ່ພຣະຢາເວໃຫ້ກ່ຽວກັບຂ້າທາດເປັນເລື່ອງແປກປະຫລາດແນວໃດ?

ຂ້າໃຊ້ທີ່ຫນີຈາກນາຍຂອງຕົນຈະບໍ່ໄດ້ຖືກສົ່ງກັບຄືນ, ແຕ່ໄດ້ຮັບອະນຸຍາດໃຫ້ຢູ່ກັບພວກເຂົາໃນເມືອງໃດກໍ່ຕາມທີ່ລາວເລືອກ.

Deuteronomy 23:17

ເປັນຫຍັງພຣະຢາເວບໍ່ອະນຸຍາດໃຫ້ມີຜູ້ຍິງໂສເພນີຫລືຊາຍສົມສູ່ກັບຜູ້ຊາຍໃນບັນດາຊາຍອິດສະຣາເອນທັງບໍ່ຍອມໃຫ້ຄ່າຈ້າງຂອງພວກເຂົາຖືກໃຊ້ເປັນຄຳປະຕິຍານໃນບ້ານເຮືອນສະຖານທີ່ຂອງພຣະອົງ?

ພຣະຢາເວແມ່ນກຽດຊັງກັບສິ່ງໃດທີ່ເຊື່ອມຕໍ່ກັບພຶດຕິກໍາທີ່ຊົ່ວຮ້າຍຂອງໂສເພນີ ຫລື ພວກຊາຍສົມສູ່ກັບຊາຍນັ້ນ.

Deuteronomy 23:19

ນະໂຍບາຍການປ່ອຍເງິນກູ້ແຕກຕ່າງກັນແນວໃດເມື່ອມີສ່ວນຮ່ວມກັບຄົນຕ່າງປະເທດແທນທີ່ຈະເປັນຊາວອິດສະຣາເອນເອງ?

ພວກເຂົາບໍ່ໃຫ້ເພື່ອນຮ່ວມຊາດອິດສະຣາເອນກູ້ຢືມ ໂດຍມີດອກເບ້ຍ, ແຕ່ພວກເຂົາໄດ້ຮັບອະນຸຍາດໃຫ້ກູ້ຢືມໂດຍມີດອກເບ້ຍໃຫ້ຄົນຕ່າງຊາດ.

Deuteronomy 23:21

ມັນມີຄວາມສຳຄັນແນວໃດສຳລັບຊາວອິດສະຣາເອນໃນການປະຕິບັດຄຳປະຕິຍານທີ່ພວກເຂົາໄດ້ເຮັດກັບພຣະຢາເວ?

ຊາວອິດສະຣາເອນຄົນຫນຶ່ງບໍ່ຄວນຈະເສີຍຊາໃນການປະຕິບັດຄຳປະຕິຍານທີ່ລາວໄດ້ເຮັດກັບພຣະຢາເວ, ແຕ່ລາວຕ້ອງປະຕິບັດຕາມຄຳສັນຍາທີ່ລາວໄດ້ເວົ້າກັບປາກຂອງລາວຢ່າງເສລີ ເພື່ອວ່າລາວຈະບໍ່ເຮັດບາບຕໍ່ພຣະຢາເວ.

Deuteronomy 23:24

ຄຳແນະນຳຈາກພຣະຢາເວມີຄວາມເຜຶ່ອແຜ່ຫລາຍປານໃດກ່ຽວກັບສິ່ງທີ່ວ່າຊາວອິດສະຣາເອນສາມາດກິນໄດ້ຈາກສວນອະງຸ່ນ ແລະທົ່ງນາຂອງເພື່ອນບ້ານ?

ພວກເຂົາສາມາດກິນຫມາກອະງຸ່ນຂອງພວກເຂົາຈາກສວນຂອງເພື່ອນບ້ານຂອງພວກເຂົາຕາບໃດທີ່ພວກເຂົາບໍ່ເອົາເຂົ້າໃນບັນຈຸ ແລະພວກເຂົາກໍ່ສາມາດເກັບເອົາເມັດພືດຈາກສວນຂອງເພື່ອນບ້ານຂອງພວກເຂົາຕາບໃດທີ່ພວກເຂົາບໍ່ທັນກ່ຽວ.

Deuteronomy 24

Deuteronomy 24:1

ພຣະຢາເວໄດ້ເຮັດໃຫ້ເປັນໄປໄດ້ທີ່ຜູ້ຊາຍຢ່າຮ້າງເມຍໄດ້ແນວໃດ?

ຖ້າຜູ້ຊາຍພົບເຫັນບາງສິ່ງທີ່ບໍ່ເຫມາະສົມໃນເມຍຂອງລາວ, ລາວສາມາດຂຽນໃບສະເຫນີການຢ່າຮ້າງ, ເອົາໃສ່ໃນມືຂອງນາງ, ແລະສົ່ງນາງອອກຈາກເຮືອນບ່ອນທີ່ລາວໄປໄດ້ແລະກາຍເປັນເມຍຂອງຜູ້ຊາຍຄົນອື່ນ.

Deuteronomy 24:3

ສິ່ງໃດທີ່ພຣະຢາເວບໍ່ອະນຸຍາດຖ້າຜົວຜູ້ທີສອງຂຽນໜັງ ສືຢ່າຮ້າງແລະສົ່ງນາງອອກຈາກເຮືອນຫລືຖ້າລາວຕາຍ?

ພຣະຢາເວບໍ່ຍອມໃຫ້ຜົວທຳອິດທີ່ໄດ້ສົ່ງນາງໄປຮັບເອົານາງອີກໃຫ້ເປັນເມຍຂອງລາວ.

Deuteronomy 24:5

ສິ່ງໃດທີ່ຈະເປັນປະໂຫຍດກັບຜູ້ຊາຍທີ່ໄດ້ເອົາເມຍໃຫມ່?

ລາວບໍ່ຈຳເປັນຕ້ອງໄປເຮັດສົງຄາມຫລືຖືກສັ່ງໃຫ້ໄປເຮັດຕາມຫນ້າທີ່ໂດຍຖືກມອບຫມາຍ, ແຕ່ລາວສາມາດຢູ່ເຮືອນໄດ້ 1 ປີ ເພື່ອເຮັດໃຫ້ເມຍໃຫມ່ມີຄວາມສຸກ.

Deuteronomy 24:6

ເປັນຫຍັງຜູ້ຄົນບໍ່ໄດ້ຮັບອະນຸຍາດໃຫ້ເອົາກ້ອນຫີນໂມ້ຫລືກ້ອນຫີນໂມ້ທີ່ຢູ່ຂ້າງເທິງມາເປັນເຄື່ອງປະກັນ?

ບໍ່ມີຜູ້ໃດໄດ້ຮັບອະນຸຍາດໃຫ້ເອົາໄປ, ເພາະວ່າມັນປຽບຄືຈະເອົາເຄື່ອງໃຊ້ຊີວິດຈຳວັນຂອງຜູ້ຊາຍເປັນເຄື່ອງປະກັນ.

Deuteronomy 24:7

ສະພາບການຈະເປັນແນວໃດໃນເວລາທີ່ຄົນຈະຖືກປະກາດວ່າເປັນໂຈນແລະຕ້ອງຕາຍ?

ຄົນນັ້ນຈະຖືກປະກາດວ່າເປັນໂຈນຜູ້ທີ່ຕ້ອງຕາຍຖ້າລາວລັກພາຕົວອ້າຍນ້ອງອິດສະຣາເອນຂອງລາວ ແລະ ເຮັດໃຫ້ເຂົາເປັນທາດ ຫລື ຂາຍເຂົາ.

Deuteronomy 24:8

ພຣະຢາເວໄດ້ບອກຄຳເຕືອນຫຍັງກ່ຽວກັບພະຍາດຂີ້ທູດທີ່ໂມເຊໄດ້ບອກຕໍ່ໄປເທິງຊາວອິດສະຣາເອນ?

ໂມເຊໄດ້ບອກປະຊາຊົນອິດສະຣາເອນໃຫ້ລະມັດລະວັງແລະປະຕິບັດຕາມຄຳສັ່ງສອນທຸກຢ່າງທີ່ພຣະຢາເວໄດ້ໃຫ້ປະໂລຫິດແລະພວກເລວີກ່ຽວກັບໂລກຂີ້ທູດ.

Deuteronomy 24:10

ມີຂໍ້ຈຳກັດຫຍັງແດ່ໃນການໃຫ້ກູ້ຢືມເງິນແກ່ເພື່ອນບ້ານ?

ເມື່ອເພື່ອນບ້ານກູ້ຢືມເງິນ, ພວກທ່ານບໍ່ໄດ້ເຂົ້າໄປໃນເຮືອນເພື່ອເອົາເຄື່ອງຄໍ້າປະກັນ, ແຕ່ໃຫ້ຢືນຢູ່ຂ້າງນອກແລະລໍຖ້າຄົນນັ້ນທີ່ໄດ້ຮັບເງິນກູ້ເພື່ອເອົາແນວຄໍ້າປະກັນນັ້ນອອກມາ.

Deuteronomy 24:12

ຈະເປັນແນວໃດຖ້າວ່າຜູ້ທີ່ໃຫ້ຄຳຫມັ້ນສັນຍາເປັນຄົນທີ່ທຸກຍາກ?

ຖ້າຊາຍຄົນນັ້ນເປັນຄົນຍາກຈົນ, ຜູ້ທີ່ໃຫ້ເງິນກູ້ຢືມນັ້ນບໍ່ຕ້ອງນຳໃຊ້ກັບແນວຄໍ້າປະກັນທີ່ຢູ່ໃນກຳມະສິດຂອງຕົນ, ແຕ່ໃຫ້ຄືນແນວຄໍ້າປະກັນນັ້ນເມື່ອຮອດເວລາທີ່ຕາເວັນຕົກ ເພື່ອລາວຈະນຳໃຊ້ເສື້ອຄຸມຂອງລາວ.

Deuteronomy 24:14

ປະຊາຊົນອິດສະຣາເອນຕ້ອງເຮັດຫຍັງແດ່ເພື່ອບໍ່ກົດຂີ່ຂົ່ມເຫັງຜູ້ຮັບໃຊ້ທີ່ທຸກຍາກແລະຄົນຂັດສົນ?

ພວກເຂົາຕ້ອງໃຫ້ຄ່າຈ້າງລາວທຸກໆມື້ເພາະວ່າລາວທຸກຍາກແລະ ກຳລັງເພິ່ງຄ່າຈ້າງນັ້ນ.

Deuteronomy 24:16

ພຣະຢາເວໄດ້ເຮັດແນວໃດເພື່ອໃຫ້ຊັດເຈນວ່າທຸກຄົນຕ້ອງຮັບຜິດຊອບຕໍ່ບາບຂອງຕົນເອງ?

ພຣະຢາເວບອກປະຊາຊົນອິດສະຣາເອນວ່າພໍ່ແມ່ບໍ່ຕ້ອງຖືກປະຫານຊີວິດຍ້ອນບາບຂອງລູກແລະເດັກບໍ່ຄວນຖືກປະຫານຊີວິດຍ້ອນບາບຂອງພໍ່ແມ່.

Deuteronomy 24:17

ເປັນຫຍັງປະຊາຊົນອິດສະຣາເອນໄດ້ຖືກເຕືອນກ່ຽວກັບເວລາທີ່ເປັນຂ້າທາດໃນປະເທດເອຢິບແລະວິທີທີ່ພຣະຢາເວໄດ້ຊ່ວຍພວກເຂົາອອກຈາກບ່ອນນັ້ນ?

ພວກເຂົາຖືກເຕືອນໃຫ້ລະນຶກເຖິງສະນັ້ນພວກເຂົາຈະບໍ່ຕໍ່ສູ້ຄວາມຍຸຕິທຳໄປຈາກຕ່າງຊາດຫລືລູກກຳພ້າ, ແລະບໍ່ເອົາເສື້ອຄຸມຂອງແມ່ຫມ້າຍມາເປັນເຄື່ອງຄໍ້າປະກັນ.

Deuteronomy 24:19

ຊາວອິດສະຣາເອນໄດ້ຖືກສັ່ງໃຫ້ເຮັດຫຍັງເມື່ອພວກເຂົາເກັບກ່ຽວໄຮ່ນາຫລືສັ່ນຕົ້ນຫມາກກອກເທດຂອງພວກເຂົາ?

ເມື່ອປະຊາຊົນອິດສະຣາເອນໄດ້ເກັບກ່ຽວຜົນຜະລິດຂອງພວກເຂົາພວກເຂົາ ບໍ່ຄວນກັບໄປຫາສ່ວນທີ່ຕົກຫລົ່ນຢູ່ໃນທົ່ງນາ ຫລື ສັ່ນຕົ້ນຫມາກກອກເທດເປັນເທື່ອທີສອງ, ແຕ່ຈະປ່ອຍໃຫ້ມັນໃຫ້ຄົນຕ່າງຊາດ, ລູກກຳພ້າ ແລະ ແມ່ຫມ້າຍ.

Deuteronomy 25

Deuteronomy 25:1

ຜູ້ພິພາກສາຈະແກ້ໄຂຂໍ້ຂັດແຍ່ງລະຫວ່າງຊາຍສອງຄົນໃນສານແນວໃດ?

ລາວຈະພິພາກສາຄົນໃດທີ່ຊອບທຳ ແລະ ກ່າວໂທດຄົນຊົ່ວທີ່ຈະຖືກໂບຍຕີຢູ່ຕໍ່ຫນ້າພຣະອົງ.

Deuteronomy 25:3

ເປັນຫຍັງຜູ້ພິພາກສາຈະຈຳກັດຈຳນວນຄັ້ງທີ່ຄົນຊົ່ວຈະໄດ້ຮັບການຖືກໂບຍຕີ?

ຜູ້ພິພາກສາຈະໃຫ້ເຂົາຖືກໂບຍຕີບໍ່ເກີນສີ່ສິບຄັ້ງ ເພື່ອຄົນຊົ່ວຮ້າຍຈະບໍ່ໄດ້ຮັບຄວາມອັບອາຍ.

Deuteronomy 25:5

ພຣະຢາເວຊົງປົກປ້ອງແນວໃດເພື່ອໃຫ້ຊື່ຂອງຄົນຈະບໍ່ຈິບຫາຍຈາກອິດສະຣາເອນ?

ຖ້າອ້າຍຕາຍໂດຍບໍ່ມີລູກຊາຍ, ນ້ອງຂອງລາວຕ້ອງເອົາເມຍ ຂອງຜູ້ທີ່ຕາຍໄປມາເປັນເມຍຂອງຕົນ ເພື່ອວ່າລູກຊາຍກົກນາງຈະໄດ້ຮັບຜົນສຳເລັດໃນນາມຂອງອ້າຍ ທີ່ຕາຍໄປຂອງຊາຍຄົນນັ້ນ.

Deuteronomy 25:9

ພຣະຢາເວຈະລົງໂທດອັນໃດແກ່ຊາວອິດສະຣາເອນຖ້າຫາກວ່ານ້ອງຂອງຊາຍຄົນນັ້ນບໍ່ຕ້ອງການເອົາເມຍຂອງອ້າຍຂອງລາວ?

ເມຍຂອງອ້າຍຈະຢູ່ຕໍ່ຫນ້າ ພວກເຖົ້າແກ່ ຖອດເກີບຂອງລາວອອກ, ຖົ່ມນໍ້າລາຍໃສ່ຫນ້າລາວ, ແລະ ບອກລາວວ່າຕ້ອງເຮັດແບບນີ້ແມ່ນສຳລັບຜູ້ຊາຍ ທີ່ບໍ່ໄດ້ສ້າວົງຕະກຸນຂອງອ້າຍນ້ອງຂອງຕົນ.

Deuteronomy 25:15

ການກະທຳປະເພດໃດແດ່ທີ່ບໍ່ຊອບທໍາທີ່ເປັນຫນ້າກຽດຊັງສຳລັບ ພຣະຢາເວ?

ມັນເປັນສິ່ງທີ່ຫນ້າກຽດຊັງຕໍ່ພຣະຢາເວເມື່ອຄົນໃດຫນຶ່ງມີນໍ້າຫນັກຫລາຍແລະນ້ອຍແທນທີ່ຈະສົມບູນແລະນໍ້າຫນັກສົມຄວນຕາມການຊັ່ງຊາ.

Deuteronomy 25:17

ເປັນຫຍັງປະຊາຊົນອິດສະຣາເອນຕ້ອງບໍ່ລະນຶກເຖິງການກະທຳຂອງຄົນອາມາເລກຈາກໃຕ້ຟ້າສະຫວັນ?

ຄົນອາມາເລກບໍ່ໄດ້ໃຫ້ກຽດພຣະເຈົ້າເມື່ອເຂົາໄດ້ພົບຊາວອິດສະຣາເອນຢູ່ແຄມທາງ ແລະໂຈມຕີຜູ້ທີ່ອ່ອນແອ ແລະອ່ອນເພຍຢູ່ຂ້າງຫລັງໃນຂະນະທີ່ພວກເຂົາອອກມາຈາກເອຢີບ.

Deuteronomy 26

Deuteronomy 26:1

ປະຊາຊົນອິດສະຣາເອນຕ້ອງເຮັດຫຍັງເມື່ອພວກເຂົາໄດ້ຄອບຄອງດິນແດນທີ່ພຣະຢາເວ ໄດ້ມອບໃຫ້ພວກເຂົາ?

ປະຊາຊົນອິດສະຣາເອນຈະຕ້ອງນຳຜົນນັ້ນໃສ່ກະຕ່າເເລະໄປຍັງສະຖານທີ່ ທີ່ພຣະຢາເວພຣະເຈົ້າຂອງພວກທ່ານຈະຊົງເລືອກໃຫ້ເປັນດັ່ງສະຖານທີ່ນະມັດສະການຂອງພຣະອົງ.

Deuteronomy 26:3

ຊາວອິດສະຣາເອນຕ້ອງເວົ້າຫຍັງຕໍ່ປະໂລຫິດເມື່ອພວກເຂົາເອົາກະຕ່າໄປນັ້ນ?

ປະຊາຊົນອິດສະຣາເອນຕ້ອງເວົ້າ, "ຂ້າພະເຈົ້າຮັບຮູ້ໃນມື້ນີ້ເຖິງພຣະຢາເວວ່າຂ້າພະເຈົ້າໄດ້ມາຮອດແຜ່ນດິນທີ່ພຣະອົງໄດ້ສັນຍາໄວ້ກັບບັນພະບູລຸດຂອງພວກເຮົາແລ້ວ."

Deuteronomy 26:5

ຊາວອິດສະຣາເອນຕ້ອງບອກສິ່ງໃດເຖິງບັນພະບູລຸດຂອງພວກເຂົາ?

ຊາວອິດສະຣາເອນຕ້ອງເວົ້າວ່າບັນພະບູລຸດຂອງພວກເຂົາແມ່ນຊາວອາຣາມຜູ້ພະເນຈອນ.

Deuteronomy 26:6

ຊາວອີຢີບປະຕິບັດຕໍ່ຊາວອິດສະຣາເອນແນວໃດເມື່ອຢູ່ໃນປະເທດເອຢິບ?

ພວກເຂົາໄດ້ປະຕິບັດຕໍ່ຊາວອິດສະຣາເອນຢ່າງໂຫດຮ້າຍແລະຂົ່ມເຫັງພວກເຂົາ, ເຮັດໃຫ້ພວກເຂົາເຮັດວຽກເຫມືອນຂ້າທາດ.

Deuteronomy 26:8

ພຣະຢາເວໄດ້ນໍາເອົາອິດສະຣາເອນອອກຈາກປະເທດເອຢິບແນວໃດ?

ພຣະອົງໄດ້ນຳພວກເຂົາອອກມາດ້ວຍພຣະຫັດອັນແຮງກ້າ, ພ້ອມດ້ວຍການສະແດງອຳນາດຂອງພຣະອົງ, ດ້ວຍອຳນາດທີ່ຫນ້າ ຢ້ານກົວ, ພ້ອມດ້ວຍຫມາຍສຳຄັນແລະດ້ວຍສິ່ງມະຫັດສະຈັນ.

Deuteronomy 26:10

ແມ່ນຫຍັງຄືຈຸດປະສົງສຳລັບການນຳກະຕ່າມາວາງຊ້ອງຫນ້າ ພຣະຢາເວ?

ຈຸດປະສົງແມ່ນເພື່ອກາບນະມັດສະການພຣະຢາເວ ແລະ ປິຕິຍິນດີໃນທຸກສິ່ງທີ່ພຣະອົງໄດ້ເຮັດສຳລັບຊາວອິດສະຣາເອນ, ບ້ານເຮືອນຂອງເຂົາ, ຊາວເລວີ, ແລະ ຄົນຕ່າງ ຊາດໃນບັນດາພວກເຂົາ.

Deuteronomy 26:12

ປະຊາຊົນອິດສະຣາເອນຕ້ອງເຮັດຫຍັງແດ່ຫລັງຈາກທີ່ພວກເຂົາໄດ້ເອົາຫນຶ່ງ ສ່ວນສິບຂອງທັງຫມົດຈາກການເກັບກ່ຽວຂອງພວກເຂົາ?

ປະຊາຊົນອິດສະຣາເອນຕ້ອງເອົາມັນໃຫ້ຊາວເລວີ, ຄົນຕ່າງຊາດ, ລູກກຳພ້າແລະແມ່ຫມ້າຍເພື່ອພວກເຂົາຈະໄດ້ກິນແລະອີ່ມ.

Deuteronomy 26:14

ປະຊາຊົນອິດສະຣາເອນຕ້ອງການໃຫ້ພຣະຢາເວເຮັດຫຍັງເພື່ອພວກເຂົາ?

ປະຊາຊົນອິດສະຣາເອນຕ້ອງການໃຫ້ພຣະຢາເວແນມລົງມາຈາກສະຫວັນແລະອວຍພອນພວກເຂົາໃນແຜ່ນດິນທີ່ພຣະອົງໄດ້ປະທານໃຫ້ພວກເຂົາ.

Deuteronomy 26:16

ພຣຢາເວສັ່ງໃຫ້ປະຊາຊົນອິດສະລາເອນເຮັດຫຍັງ?

ພຣະອົງກຳລັງສັ່ງໃຫ້ປະຊາຊົນອິດສະຣາເອນເຊື່ອຟັງກົດເກນແລະຄຳສັ່ງຂອງພຣະອົງດ້ວຍສຸດໃຈແລະສຸດຈິດ.

ປະຊາຊົນອິດສະຣາເອນໄດ້ຍອມຮັບຮູ້ສິ່ງໃດແດ່ຕໍ່ຊ້ອງຫນ້າພຣະຢາເວ?

ພວກເຂົາຍອມຮັບວ່າພຣະຢາເວເປັນພຣະເຈົ້າຂອງພວກເຂົາແລະພວກເຂົາຈະເດີນຕາມເສັ້ນທາງຂອງພຣະອົງ, ຖືຮັກສາພຣະບັນຍັດຂອງພຣະອົງ, ແລະຟັງສຽງຂອງພຣະອົງ.

Deuteronomy 26:18

ພຣະຢາເວໄດ້ຮັບຮອງສິ່ງໃດແກ່ປະຊາຊົນອິດສະຣາເອນ?

ພຣະຢາເວໄດ້ຍອມຮັບວ່າອິດສະຣາເອນເປັນກຳມະສິດຂອງພຣະອົງ ແລະ ພຣະອົງຈະຍົກພວກເຂົາສູງກວ່າປະເທດອື່ນໆທັງ ຫມົດໃນການເຄົາລົບສັນເສີນ ແລະ ໃຫ້ກຽດຕິຍົດເພື່ອພວກເຂົາຈະເປັນປະຊາຊົນທີ່ບໍລິສຸດຕໍ່ພຣະອົງ.

Deuteronomy 27

Deuteronomy 27:1

ໂມເຊແລະພວກເຖົ້າແກ່ຂອງອິດສະຣາເອນໄດ້ສັ່ງໃຫ້ປະຊາຊົນອິດສະຣາເອນຖືຮັກສາສິ່ງໃດ?

ໂມເຊ ແລະພວກເຖົ້າແກ່ຂອງອິດສະຣາເອນໄດ້ບອກປະຊາຊົນໃຫ້ຖືຮັກສາບັນຍັດທັງຫມົດ ທີ່ໂມເຊໄດ້ສັ່ງພວກເຂົາໃນມື້ນັ້ນ.

Deuteronomy 27:4

ປະຊາຊົນອິດສະຣາເອນຕ້ອງເຮັດຫຍັງຫລັງຈາກພວກເຂົາຂ້າມແມ່ນໍ້າຈໍແດນໄປສູ່ແຜ່ນດິນທີ່ພຣະຢາເວຈະປະທານໃຫ້ພວກເຂົາ?

ພວກເຂົາຕ້ອງສ້າງກ້ອນຫີນໃຫຍ່ຈຳນວນຫນຶ່ງຂຶ້ນທາດ້ວຍປູນຂາວແລະຂຽນທຸກໆຖ້ອຍຄຳຂອງກົດບັນຍັດໃສ່.

ຊາວອິດສະຣາເອນຕ້ອງສ້າງສິ່ງໃດຢູ່ເທິງພູເຂົາເອບານ?

ປະຊາຊົນອິດສະຣາເອນຕ້ອງໄດ້ສ້າງແທ່ນຫີນ ທີ່ຖວາຍແກ່ພຣະຢາເວໂດຍບໍ່ໃຊ້ເຄື່ອງມືເຫລັກ ເພື່ອຖວາຍເຄື່ອງເຜົາບູຊາແກ່ພຣະອົງ.

Deuteronomy 27:6

ປະຊາຊົນອິດສະຣາເອນໄດ້ຂຽນຫຍັງຢູ່ເທິງຫີນທີ່ພວກເຂົາໄດ້ທາປູນຂາວນັ້ນ?

ພວກເຂົາຕ້ອງຂຽນໃສ່ຫີນນັ້ນທຸກຖ້ອຍຄຳຂອງກົດບັນຍັດ.

Deuteronomy 27:9

ເປັນຫຍັງຈຶ່ງສຳຄັນສຳລັບປະຊາຊົນອິດສະຣາເອນທີ່ຈະໄດ້ຍິນພຣະສຸລະສຽງຂອງພຣະຜູ້ເປັນເຈົ້າແລະເຊື່ອຟັງພຣະບັນຍັດຂອງພຣະອົງໃນມື້ນັ້ນ?

ມັນສຳຄັນເພາະວ່າໃນມື້ນັ້ນພວກເຂົາໄດ້ກາຍມາເປັນປະຊາຊົນຂອງພຣະຢາເວ.

Deuteronomy 27:11

ເປັນຫຍັງຫົກຊົນເຜົ່າຂອງອິດສະຣາເອນຈຶ່ງຖືກບັນຊາໃຫ້ຢືນຢູ່ເທິງພູເກຣິຊີ?

ໂມເຊໄດ້ບອກປະຊາຊົນວ່າຫົກຊົນເຜົ່າຂອງອິດສະຣາເອນ ຈະຕ້ອງຢືນຢູ່ເທິງພູເກຣິຊີເພື່ອເປັນອວຍພຣະພອນໃຫ້ແກ່ປະຊາຊົນ.

Deuteronomy 27:13

ເປັນຫຍັງຫົກເຜົ່າໃນອິດສະລາແອນຈຶ່ງຖືກບັນຊາໃຫ້ຢືນຢູ່ເທິງພູເຂົາເອລີ?

ຫົກຊົນເຜົ່າຂອງອິດສະຣາເອນໄດ້ຖືກບັນຊາໃຫ້ຢືນຢູ່ເທິງພູເອບານເພື່ອອອກສຽງຄຳສາບແຊ່ງ

Deuteronomy 27:15

ສິ່ງຫນຶ່ງທີ່ ໜ້າກຽດຊັງຕໍ່ພຣະຢາເວແມ່ນຫຍັງ?

ສິ່ງຫນຶ່ງທີ່ຫນ້າກຽດຊັງຕໍ່ພຣະຢາເວແມ່ນຮູບແກະສະຫລັກ ຫລືຮູບເຄົາລົບທີ່ຜະລິດໂດຍຊ່າງຜູ້ທີ່ຕັ້ງມັນໄວ້ໃນບ່ອນລັບລີ້.

Deuteronomy 27:20

ເປັນຫຍັງຜູ້ຊາຍຈຶ່ງຖືກສາບແຊ່ງຖ້າລາວນອນຢູ່ກັບເມຍຂອງພໍ່ລາວ?

ຜູ້ຊາຍຖືກສາບແຊ່ງຖ້າລາວນອນກັບເມຍຂອງພໍ່, ເພາະວ່າລາວໄດ້ລັກເອົາສິດຂອງພໍ່ຂອງລາວໄປ.

Deuteronomy 27:24

ຄົນເລວີເວົ້າວ່າຈະມີຫຍັງເກີດຂື້ນກັບຜູ້ຊາຍທີ່ຂ້າເພື່ອນບ້ານຢ່າງລັບໆຫລືຮັບສິນບົນເພື່ອຂ້າຄົນບໍລິສຸດ?

ຊາຍຄົນນັ້ນຈະຖືກສາບແຊ່ງ.

Deuteronomy 27:26

ເປັນຫຍັງຄົນເລວີຈຶ່ງເວົ້າວ່າທຸຄົນຄວນຢືນຢັນຖ້ອຍຄຳຂອງກົດບັນຍັດນີ້ໂດຍການເຊື່ອຟັງ?

ທຸກຄົນຄວນເຊື່ອຟັງຄຳເວົ້າຂອງກົດບັນຍັດນີ້ ເພື່ອວ່າເຂົາຈະບໍ່ຖືກສາບແຊ່ງ.

Deuteronomy 28

Deuteronomy 28:1

ປະຊາຊົນອິດສະຣາເອນໄດ້ເຮັດຫຍັງເພື່ອຈະໄດ້ຮັບພອນໂດຍພຣະຢາເວແລະໄດ້ຍົກສູງເຫນືອປະຊາຊາດອື່ນໆໃນໂລກ?

ປະຊາຊົນອິດສະຣາເອນຕ້ອງຟັງສຽງຂອງພຣະຢາເວຢ່າງລະມັດລະວັງ ແລະ ຮັກສາພຣະບັນຍັດທັງຫມົດຂອງພຣະອົງ.

Deuteronomy 28:7

ພຣະຢາເວຈະເຮັດຫຍັງຕໍ່ປະຊາຊົນອິດສະລາເອນຖ້າພວກເຂົາຈະເຊື່ອຟັງຂໍ້ຄຳສັ່ງຂອງພຣະອົງ?

ພຣະຢາເວຈະເຮັດໃຫ້ສັດຕູຂອງພວກເຂົາຖືກໂຈມຕີຕໍ່ຫນ້າຕໍ່ຕາພວກເຂົາ.

Deuteronomy 28:9

ພຣະຢາເວຈະເຮັດໃຫ້ປະຊາຊົນອິດສະຣາເອນກາຍເປັນຫຍັງຖ້າພວກເຂົາຈະເຊື່ອຟັງຂໍ້ຄຳສັ່ງຂອງພຣະອົງ?

ພຣະອົງຈະຕັ້ງພວກເຂົາໃຫ້ເປັນປະຊາຊາດທີ່ບໍລິສຸດສຳລັບພຣະອົງເອງ.

Deuteronomy 28:11

ພຣະຢາເວຈະເປີດສິ່ງໃດສໍາລັບປະຊາຊົນອິດສະຣາເອນຖ້າຫາກວ່າພວກເຂົາເຈົ້າເຊື່ອຟັງພຣະບັນຍັດຂອງພຣະອົງ?

ພຣະຢາເວເປີດຄັງແຫ່ງສະຫວັນຂອງພຣະອົງໃຫ້ພວກເຂົາ ເພື່ອໃຫ້ຝົນຕົກໃນດິນແດນຂອງພວກເຂົາ ໃນເວລາທີ່ເຫມາະສົມ, ແລະ ເປັນພອນໃຫ້ແກ່ວຽກງານທັງຫມົດ ທີ່ມືຂອງພວກເຂົາເຮັດ.

Deuteronomy 28:15

ຈະເກີດຫຍັງຂື້ນກັບປະຊາຊົນອິດສະຣາເອນຖ້າພວກເຂົາບໍ່ຍອມຟັງສຽງຂອງພຣະຢາເວແລະຮັກສາພຣະບັນຍັດທັງຫມົດຂອງພຣະອົງ?

ຄຳສາບແຊ່ງທຸກຢ່າງຈະມາຕົກສູ່ພວກເຂົາແລະຕາມທັນພວກເຂົາໄປ.

Deuteronomy 28:23

ທ້ອງຟ້າແລະແຜ່ນດິນໂລກຈະເປັນແນວໃດຕໍ່ຊາວອິດສະຣາເອນຖ້າພວກເຂົາບໍ່ປະຕິບັດຕາມພຣະບັນຍັດ?

ທ້ອງຟ້າຈະເປັນທອງແດງ ແລະ ແຜ່ນດິນໂລກຈະເປັນເຫລັກ.

Deuteronomy 28:25

ຈະມີຫຍັງເກີດຂື້ນໃນອິດສະຣາເອນເມື່ອພວກເຂົາຕໍ່ສູ້ກັບສັດຕູຂອງພວກເຂົາຖ້າພວກເຂົາບໍ່ເຊື່ອຟັງພຣະບັນຍັດ?

ພວກເຂົາຈະຖືກໂຈມຕີຕໍ່ຫນ້າສັດຕູຂອງພວກເຂົາ, ແລະ ແລ່ນຫນີໄປເຈັດທາງຕໍ່ຫນ້າຕໍ່ຕາຂອງພວກເຂົາ.

Deuteronomy 28:27

ພຣະຢາເວໂຈມຕີປະຊາຊົນອິດສະຣາເອນດ້ວຍສິ່ງໃດຖ້າພວກເຂົາບໍ່ເຊື່ອຟັງ?

ພຣະອົງຈະໂຈມຕີພວກເຂົາດ້ວຍການເປັນຜີ, ໂລກໄພ, ຄວາມວຸ່ນວາຍ, ແລະອາການຄັນ, ແລະພ້ອມດ້ວຍຄວາມບ້າ, ຕາບອດແລະຄວາມສັບສົນທາງຈິດ.

Deuteronomy 28:30

ຈະມີຫຍັງເກີດຂື້ນຖ້າຊາວອິດສະລາເອນຫມັ້ນຫມາຍກັບຜູ້ຍິງ, ຫລືໄດ້ສ້າງເຮືອນຫລືສວນອະງຸ່ນ?

ລາວຈະບໍ່ນອນຮ່ວມກັບຜູ້ຍິງຄົນນັ້ນ, ຫລືອາໄສຢູ່ໃນເຮືອນ, ຫລືເພີດເພີນກັບຫມາກໄມ້ໃນສວນອະງຸ່ນ.

Deuteronomy 28:32

ຈະເກີດຫຍັງຂຶ້ນກັບພວກລູກຊາຍແລະລູກສາວຂອງຊາວອິດສະຣາເອນ?

ລູກຊາຍແລະລູກສາວຂອງພວກເຂົາຈະຖືກມອບໃຫ້ແກ່ຄົນອື່ນ, ແລະພວກເຂົາຈະຊອກຫາພວກເຂົາແຕ່ບໍ່ພົບພວກເຂົາ.

Deuteronomy 28:36

ປະຊາຊົນອິດສະຣາເອນຈະເປັນຄົນຢ່າງໃດໃນບັນດາປະຊາຊົນທັງຫມົດ?

ພວກເຂົາຈະກາຍເປັນແຫລ່ງແຫ່ງຄວາມຢ້ານກົວ, ຄຳສຸພາສິດແລະຄໍ່າຄວນຫາ, ໃນຖ່າມກາງປະຊາຊົນທັງຫລາຍ.

Deuteronomy 28:38

ການບໍ່ເຊື່ອຟັງຂອງປະຊາຊົນອິດສະຣາເອນຈະມີຜົນກະທົບແນວໃດຕໍ່ຜົນລະປູກທີ່ພວກເຂົາປູກ?

ພວກເຂົາຈະປູກແນວພັນ ແລະສວນອະງຸ່ນຫລາຍ, ແຕ່ພວກມັນຈະບໍ່ເພີດເພີນກັບຫມາກຜົນຂອງແຮງງານຂອງພວກເຂົາເພາະວ່າພະຍາດ ແລະຫນອນຈະຍຶດເອົາຫມົດ.

Deuteronomy 28:42

ຄົນຕ່າງຊາດຈະມີຄວາມສຳຄັນຫລາຍກວ່າຊາວອິດສະລາເອນແນວໃດ?

ຄົນຕ່າງຊາດຈະປ່ອຍເງິນກູ້ໃຫ້ພວກເຂົາແລະກາຍເປັນຫົວຫນ້າໃນຂະນະທີ່ປະຊາຊົນອິດສະຣາເອນຈະບໍ່ສາມາດກູ້ຢືມແລະກາຍມາເປັນຫາງ.

Deuteronomy 28:45

ຈະມີຫຍັງເກີດຂື້ນເພາະປະຊາຊົນອິດສະຣາເອນບໍ່ຍອມຟັງສຽງຂອງພຣະຢາເວແລະຮັກສາພຣະບັນຍັດຂອງພຣະອົງ?

ຄຳສາບແຊ່ງທຸກຢ່າງຈະມາສູ່ພວກເຂົາແລະໄລ່ຕາມທັນພວກເຂົາຈົນກວ່າພວກເຂົາຈະຖືກທຳລາຍ.

Deuteronomy 28:47

ເປັນຫຍັງປະຊາຊົນອິດສະຣາເອນຈະຮັບໃຊ້ສັດຕູຂອງພຣະຢາເວ?

ພວກເຂົາຈະຮັບໃຊ້ສັດຕູຂອງພຣະຢາເວເພາະວ່າພວກເຂົາບໍ່ໄດ້ນະມັດສະການພຣະຢາເວດ້ວຍຄວາມຊື່ນຊົມຍິນດີແລະຂອບພຣະຄຸນໃນເວລາທີ່ພວກເຂົາຈະເລີນຮຸ່ງເຮືອງ.

Deuteronomy 28:49

ໂມເຊໄດ້ພະຍາກອນຫຍັງກ່ຽວກັບຊາວອິດສະລາເອນ?

ພຣະຢາເວຈະນຳຊົນຊາດມາແຕ່ທາງໄກ ເພື່ອໂຈມຕີພວກເຂົາໂດຍບໍ່ເຄົາລົບຜູ້ເຖົ້າ ຫລືຜູ້ຫນ່ມ, ພ້ອມທັງເອົາອາຫານທັງຫມົດຈາກພວກເຂົາ ແລະ ຝູງສັດຂອງພວກເຂົາໄປນຳ.

Deuteronomy 28:54

ໃນລະຫວ່າງການບຸກໂຈມຕີເມືອງ, ຜູ້ຊາຍທີ່ອ່ອນໂຍນ ແລະລະອຽດອ່ອນໃນບັນດາພວກເຂົາຈະບໍ່ມອບໃຫ້ນ້ອງຊາຍ ຫລື ເມຍທີ່ຮັກຂອງລາວ ຫລື ເດັກນ້ອຍອື່ນໆທີ່ລາວປະໄວ້?

ພວກເຂົາຈະບໍ່ໃຫ້ຊີ້ນລູກຂອງເຂົາເອງ ທີ່ກຳລັງຈະກິນ.

Deuteronomy 28:56

ໃນລະຫວ່າງການລ້ອມລ້ອມເມືອງຜູ້ຍິງຈະເຮັດຫຍັງກັບເດັກເກີດໃຫມ່ແລະເດັກນ້ອຍທີ່ນາງຊ່ອຍຊູ?

ໃນລະຫວ່າງການລ້ອມລ້ອມເມືອງຜູ້ຍິງຈະກິນລູກທີ່ເກີດໃຫມ່ ແລະ ເດັກນ້ອຍທີ່ນາງຮັບຜິດຊອບ.

Deuteronomy 28:58

ຈະມີຫຍັງເກີດຂື້ນຖ້າປະຊາຊົນອິດສະຣາເອນບໍ່ເຄົາລົບນາມຊື່ຂອງພຣະຢາເວໂດຍການຖືຮັກສາຖ້ອຍຄຳພຣະບັນຍັດ?

ພວກເຂົາຈະປະສົບກັບໄພພິບັດທີ່ຮ້າຍແຮງ ແລະ ເປັນໂລກຮ້າຍແຮງ.

Deuteronomy 28:60

ມີຊາວອິດສະລາເອນຈັກຄົນທີ່ຈະເຫລືອຢູ່ຫລັງຈາກພຣະຢາເວ ລົງໂທດພວກເຂົາ?

ພວກເຂົາຈະມີຈຳນວນຫນ້ອຍແລະຈະກະແຈກກະຈາຍຈາກເບື້ອງຫນຶ່ງຂອງແຜ່ນດິນໂລກໄປຫາອີກເບື້ອງຫນຶ່ງ.

Deuteronomy 28:65

ປະຊາຊົນອິດສະຣາເອນຈະໄດ້ຫຍຸດພັກຫລືບໍ່ເມື່ອພວກເຂົາຖືກກະຈັດກະຈາຍໄປໃນບັນດາຊົນຊາດຕ່າງໆ?

ພວກເຂົາຈະບໍ່ມີຄວາມສະດວກສະບາຍ, ແລະຈະບໍ່ມີບ່ອນພັກຜ່ອນຢູ່ປາຍຕີນຂອງພວກເຂົາ.

Deuteronomy 29

Deuteronomy 29:1

ພຣະຢາເວໄດ້ເຮັດພັນທະສັນຍາກັບໃຜ?

ພຣະຢາເວໄດ້ເຮັດພັນທະສັນຍາກັບຊາວອິດສະຣາເອນໃນແຜ່ນດິນໂມອາບ.

ແມ່ນຫຍັງຄືພັນທະສັນຍາກ່ອນຫນ້າທີ່ພຮະຢາເວໄດ້ເຮັດກັບປະຊາຊົນຂອງອິດສະຣາເອນ?

ໃນເມື່ອກ່ອນພຣະຢາ້ວໄດ້ເຮັດພັນທະສັນຍາກັບອິດສະຣາເອນທີ່ໂຮເຣັບ.

Deuteronomy 29:2

ໂມເຊໄດ້ເຕືອນຊາວອິດສະຣາເອນທຸກຄົນກ່ຽວກັບຫຍັງ?

ໂມເຊໄດ້ເຕືອນປະຊາຊົນອິດສະຣາເອນທຸກຄົນກ່ຽວກັບທຸກສິ່ງທີ່ພຣະຢາເວໄດ້ເຮັດຕໍ່ຫນ້າຕໍ່ຕາຂອງພວກເຂົາໃນແຜ່ນດິນອີຢີບຕໍ່ຟາໂລ, ຕໍ່ບັນດາຜູ້ຮັບໃຊ້ ແລະ ທົ່ວແຜ່ນດິນຂອງເຂົາ.

ເປັນຫຍັງໂມເຊຈຶ່ງເວົ້າວ່າປະຊາຊົນອິດສະຣາເອນຕ້ອງໄດ້ຄຳນຶງເຖິງຄວາມທຸກທໍລະມານອັນໃຫຍ່ຫລວງທີ່ຕາຂອງພວກເຂົາໄດ້ເຫັນ, ຫມາຍສຳຄັນແລະສິ່ງມະຫັດສະຈັນເຫລົ່ານັ້ນ?

ໂມເຊໄດ້ກ່າວວ່າຈົນເຖິງມື້ນີ້ພຣະຢາເວບໍ່ໄດ້ໃຫ້ຫົວໃຈທີ່ຈະຮູ້, ຕາທີ່ຈະເບິ່ງ, ຫລືຫູທີ່ຈະໄດ້ຍິນກ່ຽວກັບສິ່ງເຫລົ່ານັ້ນ.

Deuteronomy 29:5

ເປັນຫຍັງພຣະຢາເວຈຶ່ງນຳຊາວ ອິດສະຣາເອນເປັນເວລາສີ່ສິບປີໃນຖິ່ນແຫ້ງແລ້ງກັນດານບ່ອນທີ່ເຄື່ອງນຸ່ງຫົ່ມແລະເກີບຂອງພວກເຂົາບໍ່ໄດ້ຂາດແລະພວກເຂົາບໍ່ໄດ້ກິນເຂົ້າຈີ່ຫລືດື່ມເຫລົ້າອະງຸ່ນຫລືເຄື່ອງດື່ມທີ່ມື່ນເມົາ?

ພຣະອົງໄດ້ເຮັດສິ່ງເຫລົ່ານັ້ນເພື່ອພວກເຂົາຈະໄດ້ຮູ້ວ່າພຣະອົງແມ່ນພຣະຢາເວຂອງພວກເຂົາ.

Deuteronomy 29:7

ເປັນຫຍັງຊາວອິດສະຣາເອນຈຳເປັນຕ້ອງເຮັດຕາມຄຳສັ່ງເພື່ອຄວາມຈະເລີນຮຸ່ງເຮືອງໃນທຸກຢ່າງ?

ພວກເຂົາຕ້ອງຖືຮັກສາຖ້ອຍຄຳຂອງພັນທະສັນຍານີ້ແລະປະຕິບັດຕາມແລະສະນັ້ນພວກເຂົາຈະໄດ້ຈະເລີນຮຸ່ງເຮືອງໃນທຸກສິ່ງທີ່ພວກເຂົາໄດ້ເຮັດ.

Deuteronomy 29:10

ຊາວອິດສະລາເອນທັງຫມົດຢືນຢູ່ຕໍ່ຊ້ອງຫນ້າໃຜ?

ຊາວອິດສະຣາເອນທຸກຄົນຢືນຢູ່ຕໍ່ຊ້ອງຫນ້າພຣະຢາເວພຣະເຈົ້າຂອງພວກເຂົາ.

Deuteronomy 29:12

ເປັນຫຍັງຊາວອິດສະຣາເອນຈຶ່ງຢືນຢູ່ຕໍ່ຊ້ອງຫນ້າພຣະຢາເວພຣະເຈົ້າຂອງພວກເຂົາ?

ພວກເຂົາໄດ້ຢືນຢູ່ຕໍ່ຊ້ອງຫນ້າ ພຣະຢາເວເພື່ອຈະເຂົ້າໄປໃນພັນທະສັນຍາຂອງພຣະຜູ້ເປັນເຈົ້າແລະ ຄຳສາບານທີ່ພຣະຢາເວ ໄດ້ເຮັດກັບພວກເຂົາໃນມື້ນັ້ນ.

ພຣະຢາເວຕ້ອງການເຮັດຫຍັງຕໍ່ປະຊາຊົນອິດສະຣາເອນໂດຍຜ່ານພັນທະສັນຍານີ້?

ພຣະອົງຕ້ອງການທີ່ຈະເຮັດໃຫ້ຊາວອິດສະຣາເອນກາຍເປັນປະຊາຊົນຂອງພຣະອົງເອງ.

Deuteronomy 29:14

ປະຊາຊົນຜູ້ໃດແນ່ທີ່ໄດ້ຖືກລວມເຂົ້າໃນພັນທະສັນຍາແລະຄໍາສາບານທີ່ພຣະຢາເວໄດ້ເຮັດກັບອິດສະຣາເອນໃນມື້ນັ້ນໃນໂມອາບ?

ທຸກໆຄົນທີ່ຢືນຢູ່ໃນມື້ນັ້ນໃນໂມອາບແລະຜູ້ທີ່ບໍ່ຢູ່ກັບພວກເຂົາກໍ່ໄດ້ຖືກລວມເຂົ້າໃນພັນທະສັນຍາແລະຄຳສາບານທີ່ພຣະຢາເວກຳລັງເຮັດກັບອິດສະຣາເອນ.

ກ່ຽວກັບສິ່ງໃດທີ່ປະຊາຊົນອິດສະຣາເອນໄດ້ຮັບການຕັກເຕືອນອີກເທື່ອຫນຶ່ງ?

ພວກເຂົາໄດ້ຮັບການເຕືອນເຖິງທີ່ພວກເຂົາເຄີຍອາໄສຢູ່ໃນປະເທດເອຢິບຢ່າງໃດແລະທີ່ພວກເຂົາໄດ້ຜ່ານຝ່າກັບທ່າມກາງຊົນຊາດຕ່າງໆທີ່ພວກເຂົາໄດ້ຜ່ານມາຢ່າງໃດ.

Deuteronomy 29:17

ເປັນຫຍັງປະຊາຊົນຈຶ່ງຖືກຕັກເຕືອນເຖິງສິ່ງທີ່ໜ້າລັງກຽດທີ່ພວກເຂົາໄດ້ເຫັນເມື່ອພວກເຂົາອອກຈາກປະເທດເອຢິບ?

ພວກເຂົາໄດ້ຮັບການຕັກເຕືອນເຖິງສິ່ງທີ່ໜ້າລັງກຽດທີ່ພວກເຂົາໄດ້ເຫັນເພື່ອວ່າຈະບໍ່ມີຄົນໃດໃນບັນດາພວກເຂົາທີ່ຈະມີຫົວໃຈຈະຫັນຫນີຈາກພຣະຢາເວ, ນະມັດສະການພະເຂອງປະເທດເຫລົ່ານັ້ນແລະເພື່ອວ່າມັນຈະບໍ່ມີຮາກຂົມຂື່ນແລະຫນອນໄມ້ກັດກິນໃນພວກເຂົາ.

ຄົນທີ່ໄດ້ຍິນຄຳສາບແຊ່ງບໍ່ຄວນເວົ້າຫຍັງໃນໃຈຂອງລາວ?

ຜູ້ທີ່ໄດ້ຍິນຄຳສາບແຊ່ງບໍ່ຄວນເວົ້າວ່າຂ້ານ້ອຍມີສັນຕິສຸກເຖິງເເມ່ນວ່າຂ້ານ້ອຍມີຄວາມດື້ ທີ່ຢູ່ໃນໃຈຂອງຂ້ານ້ອຍ.

Deuteronomy 29:20

ຈະມີຫຍັງເກີດຂື້ນກັບຄົນທີ່ເວົ້າວ່າລາວຈະມີສັນຕິສຸກເຖິງແມ່ນວ່າລາວຈະຍ່າງໄປໂດຍໃນຫົວໃຈແຂງກະດ້າງຂອງລາວ?

ພຣະຢາເວຈະບໍ່ໃຫ້ອະໄພລາວ, ຄວາມໂກດແຄ້ນແລະຄວາມຫວງແຫນຂອງພຣະຢາເວຈະຮ້າຍແຮງຕໍ່ລາວ, ຄຳສາບແຊ່ງທັງ ຫມົດ ທີ່ຂຽນໄວ້ໃນຫນັງສືນັ້ນຈະເກີດຂື້ນກັບລາວແລະພຣະຢາເວຈະລົບລ້າງຊື່ຂອງລາວອອກຈາກໃຕ້ຟ້າສະຫວັນ.

Deuteronomy 29:22

ຄົນລຸ້ນຕໍ່ໄປຈະຖາມຫຍັງເມື່ອພວກເຂົາເຫັນໄພພິບັດຢູ່ໃນແຜ່ນດິນນີ້ແລະພະຍາດຕ່າງໆທີ່ພຣະຢາເວເຮັດໃຫ້ເຈັບປ່ວຍ?

ພວກເຂົາຈະຖາມວ່າເປັນຫຍັງພຣະຢາເວຈຶ່ງເຮັດກັບແຜ່ນດິນນີ້ແລະຄວາມຮ້ອນແຮງຂອງຄວາມໂກດຮ້າຍອັນນີ້ຫມາຍຄວາມວ່າແນວໃດ.

Deuteronomy 29:25

ປະຊາຊົນຈະຕອບແນວໃດເມື່ອຄົນລຸ້ນຕໍ່ໄປຖາມວ່າເປັນຫຍັງ ພຣະຢາເວຈຶ່ງເຮັດສິ່ງນີ້?

ປະຊາຊົນຈະເວົ້າວ່າມັນແມ່ນຍ້ອນວ່າພວກເຂົາປະຖິ້ມພັນທະສັນຍາຂອງພຣະຜູ້ເປັນເຈົ້າແລະຍ້ອນວ່າພວກເຂົາໄດ້ໄປນະມັດສະການພະອື່ນແລະກົ້ມຂາບ, ພະທີ່ພວກເຂົາບໍ່ຮູ້ຈັກແລະພຣະອົງບໍ່ໄດ້ມອບໃຫ້ພວກເຂົາ.

Deuteronomy 29:27

ປະຊາຊົນຈະເວົ້າຢ່າງໃດແດ່ທີ່ວ່າການໂຈມຕີແຜ່ນດິນນີ້?

ປະຊາຊົນຈະເວົ້າວ່າຄວາມໂກດແຄ້ນຂອງພຣະຢາເວໄດ້ພຸ່ງຂື້ນທຳລາຍແຜ່ນດິນນີ້.

ປະຊາຊົນຈະເວົ້າຢ່າງໃດແດ່ທີ່ວ່າພຣະຢາເວຈະເຮັດແນວໃດກັບຜູ້ທີ່ພຣະອົງໄດ້ຖອນຮາກຂອງເຂົາອອກຈາກແຜ່ນດິນຂອງພວກເຂົາດ້ວຍຄວາມໂກດແຄ້ນ?

ປະຊາຊົນຈະເວົ້າວ່າ, ໃນຄວາມໂກດແຄ້ນ, ຄວາມໂກດແຄ້ນ, ແລະຄວາມໂກດແຄ້ນອັນໃຫຍ່ຫຼວງໄດ້ໂຍນພວກເຂົາລົງໄປໃນດິນແດນອື່ນ.

Deuteronomy 29:29

ເລື່ອງລີ້ລັບນັ້ນແມ່ນເປັນຂອງໃຜ?

ບັນຫາລີ້ລັບນັ້ນແມ່ນຂອງພຣະຢາເວເທົ່ານັ້ນ.

ສິ່ງຕ່າງໆທີ່ຖືກເປີດເຜີຍນັ້ນເປັນຂອງໃຜ?

ບັນດາສິ່ງທີ່ຖືກເປີດເຜີຍນັ້ນເປັນຂອງປະຊາຊົນອິດສະຣາເອນແລະລູກຫລານຂອງພວກເຂົາຕະຫລອດໄປເພື່ອພວກເຂົາຈະເຮັດຕາມທຸກຖ້ອຍຄຳຂອງກົດບັນຍັດນັ້ນ.

Deuteronomy 30

Deuteronomy 30:1

ປະຊາຊົນອິດສະຣາເອນຕ້ອງເຮັດຫຍັງແດ່ເພື່ອໃຫ້ພຣະຢາເວຈະປະຕິເສດການເປັນຊະເລີຍຂອງພວກເຂົາແລະມີຄວາມເມດຕາສົງສານພວກເຂົາແລະກັບມາເຕົ້າໂຮມກັນຈາກປະຊາຊົນທັງຫມົດໃນບ່ອນທີ່ພຣະຢາເວໄດ້ກະແຈກກະຈາຍພວກເຂົາ?

ພວກເຂົາຕ້ອງກັບຄືນສູ່ພຣະຢາເວແລະເຊື່ອຟັງສຽງຂອງພຣະອົງ, ປະຕິບັດຕາມທຸກສິ່ງທີ່ພຣະອົງໄດ້ສັ່ງພວກເຂົາດ້ວຍສຸດໃຈແລະສຸດຈິດຂອງພວກເຂົາ.

Deuteronomy 30:4

ພຣະຢາເວຈະເຕົ້າໂຮມຄົນອິດສະຣາເອນທີ່ຖືກຂັບໄລ່ຫນີຈາກໃສ?

ພຣະຢາເວຈະເຕົ້າໂຮມຄົນທີ່ຖືກຂັບໄລ່ຫນີຄືຊາວອິດສະຣາເອນຈາກບ່ອນທີ່ໄກທີ່ສຸດພາຍໃຕ້ຟ້າສະຫວັນ.

ພະເຢໂຫວາຈະນຳຊາວອິດສະຣາແອນທີ່ຖືກເນລະເທດໄປຢູ່ບ່ອນໃດ?

ພຣະຢາເວຈະນຳພວກເຂົາເຂົ້າໄປໃນແຜ່ນດິນທີ່ບັນພະບຸລຸດຂອງພວກເຂົາຄອບຄອງ.

Deuteronomy 30:6

ເປັນຫຍັງພຣະຢາເວຈຶ່ງຈະຕັດຫົວໃຈຂອງຊາວອິດສະຣາເອນແລະລູກຫລານຂອງພວກເຂົາ?

ພຣະຢາເວຈະຕັດຫົວໃຈຂອງພວກເຂົາເພື່ອພວກເຂົາຈະຮັກພຣະຢາເວພຣະເຈົ້າຂອງພວກເຂົາດ້ວຍສຸດໃຈແລະດ້ວຍສຸດຈິດຂອງພວກເຂົາແລະພວກເຂົາຈະມີຊີວິດ.

ພຣະຢາເວຈະໃສ່ຄຳສາບແຊ່ງທີ່ເຄີຍມີຕໍ່ປະຊາຊົນອິດສະລາເອນແກ່ຜູ້ໃດ?

ພຣະຢາເວຈະໃສ່ຄຳສາບແຊ່ງໃສ່ສັດຕູຂອງພວກເຂົາແລະຜູ້ທີ່ກຽດຊັງຊາວອິດສະຣາເອນແລະຜູ້ທີ່ໄດ້ຂົ່ມເຫັງພວກເຂົາ.

ຈະເກີດຫຍັງຂຶ້ນເມື່ອປະຊາຊົນອິດສະຣາເອນກັບຄືນສູ່ພຣະຢາເວ?

ພວກເຂົາຈະເຊື່ອຟັງສຸລະສຽງຂອງພຣະຢາເວແລະຈະເຮັດທຸກ ຄຳສັ່ງຂອງໂມເຊທີ່ໂມເຊໄດ້ສັ່ງພວກເຂົາ.

Deuteronomy 30:9

ພຣະຢາເວຈະເຮັດຫຍັງເມື່ອພະອົງເຮັດໃຫ້ປະຊາຊົນອິດສະຣາເອນມີຄວາມອຸດົມສົມບູນໃນວຽກງານທັງໝົດທີ່ມືຂອງພວກເຂົາເຮັດ, ໃນຫມາກຜົນຂອງຮ່າງກາຍພວກເຂົາ, , ແລະຜົນຈາກສັດລ້ຽງຂອງພວກເຂົາແລະຜົນແຫ່ງຜືນດິນຂອງພວກເຂົາ, ເພື່ອຄວາມຈະເລີນຮຸ່ງເຮືອງ?

ພຣະຢາເວຈະປິຕິຍິນດີຕໍ່ປະຊາຊົນອິດສະຣາເອນຄືກັບທີ່ພຣະອົງຊື່ນຊົມຍິນດີກັບບັນພະບຸລຸດຂອງພວກເຂົາ.

ປະຊາຊົນອິດສະຣາເອນຈຳເປັນຕ້ອງເຮັດຫຍັງເພື່ອຈະໃຫ້ພຣະຢາເວຊື່ນຊົມຍິນດີກັບພວກເຂົາ?

ປະຊາຊົນອິດສະຣາເອນຈຳເປັນຕ້ອງເຊື່ອຟັງພຣະສຸລະສຽງຂອງພຣະຢາເວພະເຈົ້າຂອງພວກເຂົາ, ຮັກສາຄຳສັ່ງ ແລະ ກົດບັນຍັດຂອງພຣະອົງທີ່ຂຽນໄວ້ໃນໜັງສືບັນຍັດ ແລະ ຫັນເຂົ້າມາຫາພຣະຢາເວດ້ວຍສຸດໃຈ ແລະສຸດຈິດຂອງພວກເຂົາ.

Deuteronomy 30:11

ໂມເຊເວົ້າສິ່ງໃດ ບໍ່ຍາກເກີນໄປສຳລັບຜູ້ຄົນຫລືໄກເກີນໄປທີ່ພວກເຂົາຈະໄປເຖິງ?

ໂມເຊກ່າວວ່າຄຳສັ່ງທີ່ເພິ່ນກຳລັງສັ່ງໃຫ້ຊາວອິດສະຣາເອນບໍ່ແມ່ນເລື່ອງຍາກເກີນໄປສຳລັບພວກເຂົາ ຫລື ຫ່າງໄກເກີນໄປທີ່ພວກເຂົາຈະເຂົ້າເຖິງ.

Deuteronomy 30:13

ຖ້ອຍຄຳນັ້ນທີ່ຕັ້ງຢູ່ໃສ?

ຖ້ອຍຄຳນັ້ນຢູ່ໃກ້ທ່ານຫລາຍ, ໃນປາກແລະໃນໃຈຂອງທ່ານ, ເພື່ອວ່າທ່ານຈະໄດ້ປະຕິບັດຕາມມັນ.

Deuteronomy 30:15

ໂມເຊໄດ້ວາງຫຍັງໄວ້ຕໍ່ຫນ້າຊາວອິດສະຣາເອນ?

ໂມເຊໄດ້ວາງຊີວິດແລະຄວາມດີ, ຄວາມຕາຍ ແລະ ຄວາມຊົ່ວຮ້າຍຕໍ່ ຫນ້າປະຊາຊົນອິດສະຣາເອນ.

ຈະເກີດຫຍັງຂຶ້ນຖ້າປະຊາຊົນອິດສະຣາເອນເຊື່ອຟັງກົດບັນຍັດ ຂອງພຣະຢາເວທີ່ໂມເຊສັ່ງພວກເຂົາ?

ພວກເຂົາຈະມີຊີວິດຢູ່ແລະມີຈຳນວນຫລວງຫລາຍ ແລະ ພຣະຢາເວຈະອວຍພອນພວກເຂົາໃນແຜ່ນດິນບ່ອນ ທີ່ພວກເຂົາກຳລັງຈະໄປ.

Deuteronomy 30:17

ຈະມີຫຍັງເກີດຂື້ນກັບປະຊາຊົນຖ້າຫົວໃຈຂອງພວກເຂົາຫັນໄປແລະພວກເຂົາບໍ່ຟັງ, ແຕ່ຫົວໃຈຂອງພວກເຂົາຈະຖືກດຶງອອກໄປແທນ, ແລະກົ້ມກາບພຣະອື່ນແລະນະມັດສະການພວກເຂົາ?

ພວກເຂົາຈະຕາຍແນ່ນອນ ແລະ ພວກເຂົາຈະບໍ່ມີອາຍຸຍາວນານໃນແຜ່ນດິນ.

Deuteronomy 30:19

ໂມເຊຮຽກຮ້ອງໃຫ້ຊາວອິດສະຣາເອນເລືອກຫຍັງໃນຂະນະທີ່ລາວຮຽກເອີ້ນສະຫວັນແລະແຜ່ນດິນໂລກໃຫ້ເປັນພະຍານ?

ໂມເຊກຳລັງຮຽກຮ້ອງໃຫ້ປະຊາຊົນເລືອກຊີວິດ ເພື່ອພວກເຂົາແລະລູກຫລານຂອງພວກເຂົາຈະມີຊີວິດຢູ່.

ເປັນຫຍັງປະຊາຊົນທັງຫລາຍຄວນເລືອກຊີວິດ?

ພວກເຂົາຄວນເລືອກຊີວິດເພື່ອຮັກພຣະຢາເວພຣະເຈົ້າຂອງພວກເຂົາ, ຟັງສຽງຂອງພຣະອົງ ແລະ ຍຶດໝັ້ນກັບພຣະອົງເພາະວ່າພຣະອົງເປັນຊີວິດ ແລະ ຄວາມຍືນຍາວຂອງວັນເວລາຂອງພວກເຂົາ.

Deuteronomy 31

Deuteronomy 31:1

ໂມເຊໄດ້ບອກຊາວອິດສະຣາເອນທຸກຄົນແນວໃດກ່ຽວກັບອາຍຸທີ່ຫລາຍຂອງລາວ?

ລາວບອກພວກເຂົາວ່າຕອນນີ້ລາວມີອາຍຸໄດ້ຫນຶ່ງ ຮ້ອຍຊາວປີແລ້ວ ແລະ ລາວບໍ່ສາມາດອອກໄປ ແລະ ເຂົ້າມາໄດ້ອີກຕໍ່ໄປ.

ພຣະຢາເວໄດ້ບອກໂມເຊສິ່ງໃດກ່ຽວກັບການເດີນທາງຂ້າມແມ່ນໍ້າຈໍແດນ?

ພຣະອົງບອກໂມເຊວ່າຈະບໍ່ຂ້າມຈໍແດນແຕ່ວ່າພຣະເຈົ້າຈະຂ້າມແມ່ນໍ້າຈໍແດນນຳຫນ້າໂມເຊ ແລະ ຈະທຳລາຍຊົນຊາດຕ່າງໆຈາກອິດສະຣາເອນ.

ຜູ້ທີ່ພຣະຢາເວເວົ້າວ່າຈະຂ້າມແມ່ນໍ້າຈໍແດນແທນເປັນໂມເຊແມ່ນໃຜ?

ພຣະຢາເວບອກໂມເຊວ່າໂຢຊວຍຈະຂ້າມແມ່ນໍ້າຈໍແດນໄປກ່ອນຫນ້າອິດສະຣາເອນ.

Deuteronomy 31:4

ພຣະຢາເວໄດ້ເຮັດຫຍັງກັບຊີໂຫນແລະໂອກ, ກະສັດຂອງອາໂມຣິດ?

ພຣຢາເວໄດ້ທໍາລາຍພວກເຂົາແລະແຜ່ນດິນຂອງພວກເຂົາ.

ພຣະຢາເວກ່າວວ່າພຣະອົງຈະເຮັດຫຍັງແກ່ອິດສະຣາເອນເມື່ອພວກເຂົາປະເຊີນກັບຊົນຊາດຕ່າງໆໃນການສູ້ຮົບ?

ພຣະຢາເວກ່າວວ່າທ່ານຈະໃຫ້ອິດສະຣາເອນເອົາຊະນະພວກເຂົາເມື່ອອິດສະຣາເອນປະເຊີນຫນ້າກັບພວກເຂົາໃນການສູ້ຮົບ.

ໂມເຊໄດ້ໃຫ້ຄຳສັ່ງຫຍັງແກ່ຊາວອິດສະຣາເອນ?

ໂມເຊບອກພວກເຂົາໃຫ້ມີຄວາມເຂັ້ມແຂງ, ມີຄວາມກ້າຫານ, ບໍ່ໃຫ້ຢ້ານກົວແລະບໍ່ຢ້ານກົວຊົນຊາດຕ່າງໆນັ້ນເພາະວ່າພຣະຢາເວ ຈະໄປກັບພວກເຂົາແລະຈະບໍ່ພ່າຍແພ້ຫລືປະຖິ້ມພວກເຂົາ.

Deuteronomy 31:7

ໂມເຊໄດ້ເວົ້າຫຍັງກັບໂຢຊວຍໃນສາຍຕາອິດສະຣາເອນທັງຫມົດ?

ໂມເຊໄດ້ບອກໃຫ້ໂຢຊວຍມີຄວາມເຂັ້ມແຂງແລະມີກຳລັງໃຈທີ່ດີເພາະໂຢຊວຍຈະໄປກັບຊາວອິດສະຣາເອນເຂົ້າໄປໃນແຜ່ນດິນທີ່ ພຣະຢາເວໄດ້ປະຕິຍານຈະປະທານຕໍ່ບັນພະບຸລຸດຂອງພວກເຂົາແລະພຣະຢາເວຈະເຮັດໃຫ້ພວກເຂົາຈະໄດ້ແຜ່ນດິນນັ້ນເປັນມໍລະດົກ.

ໂມເຊໄດ້ບອກໂຢຊວຍວ່າພຣະຢາເວຈະເຮັດຫຍັງໃຫ້ລາວ?

ໂມເຊໄດ້ບອກໂຢຊວຍວ່າພຣະຢາເວຈະນຳຫນ້າໂຢຊວຍ, ຈະຢູ່ກັບລາວແລະຈະບໍ່ເຮັດໃຫ້ຜິດຫວັງຫລືປະຖິ້ມໂຢຊວຍດັ່ງນັ້ນໂຢຊວຍບໍ່ຄວນຢ້ານກົວຫລືທໍ້ຖອຍ.

Deuteronomy 31:9

ຫລັງຈາກທີ່ທ່ານໄດ້ຂຽນກົດຫມາຍ, ໂມເຊໄດ້ໃຫ້ກົດຫມາຍໃຫ້ແກ່ຜູ້ໃດ?

ໂມເຊໄດ້ໃຫ້ກົດໝາຍນີ້ແກ່ພວກປະໂລຫິດ, ພວກລູກຊາຍຂອງເລວີ, ຜູ້ທີ່ຖືຫີບແລະລາວຍັງໄດ້ເອົາສຳເນົາດັ່ງກ່າວໄປໃຫ້ຜູ້ເຖົ້າຜູ້ແກ່ຂອງອິດສະຣາເອນທຸກຄົນນຳອີກ.

ໂມເຊໄດ້ສັ່ງໃຫ້ປະໂລຫິດອ່ານກົດຫມາຍທີ່ໂມເຊໄດ້ມອບໃຫ້ພວກເຂົາສະຫມໍ່າສະເຫມີຫລືບໍ່?

ໂມເຊໄດ້ສັ່ງໃຫ້ພວກປະໂລຫິດອ່ານກົດຫມາຍ ດັ່ງກ່າວໃນຕອນທ້າຍຂອງທຸກໆເຈັດປີ, ໃນລະຫວ່າງເທດສະການໃນງານລ້ຽງ, ໂດຍທີ່ຊາວອິດສະຣາເອນທຸກຄົນໄດ້ຍິນໄດ້.

Deuteronomy 31:12

ເປັນຫຍັງໂມເຊຈຶ່ງບອກພວກປະໂລຫິດໃຫ້ເຕົ້າໂຮມພວກຜູ້ຊາຍ, ຜູ້ຍິງ, ເດັກນ້ອຍແລະຄົນຕ່າງຊາດ.

ໂມເຊໄດ້ບອກປະໂລຫິດໃຫ້ເຕົ້າໂຮມປະຊາຊົນທຸກຄົນເພື່ອພວກເຂົາຈະໄດ້ຍິນແລະຮຽນຮູ້, ແລະຖວາຍກຽດແກ່ພຣະຢາເວພຣະເຈົ້າຂອງພວກເຂົາ ແລະ ຮັກສາຖ້ອຍຄຳທັງຫມົດຂອງກົດໝາຍ ແລະ ເພື່ອໃຫ້ລູກຫລານຂອງພວກເຂົາໄດ້ຍິນ ແລະ ຮຽນຮູ້ທີ່ຈະຖວາຍກຽດແດ່ພຣະຢາເວ.

ພວກປະໂລຫິດຄວນອ່ານກົດຫມາຍ ໃຫ້ປະຊາຊົນອິດສະຣາເອນດົນປານໃດ?

ພວກປະໂລຫິດຄວນອ່ານກົດຫມາຍ ໃຫ້ປະຊາຊົນຕະຫລອດເວລາທີ່ພວກເຂົາອາໄສຢູ່ໃນແຜ່ນດິນທີ່ພວກເຂົາຈະຂ້າມແມ່ນໍ້າຈໍແດນມາຄອບຄອງ.

Deuteronomy 31:14

ເປັນຫຍັງພຣະຢາເວບອກໂມເຊໃຫ້ຮຽກໂຢຊວຍແລະສະເຫນີຕົວຂອງພວກເຂົາຢູ່ໃນຫໍເຕັນ?

ພຣະຢາເວສັ່ງໂມເຊໃຫ້ຮຽກໂຢຊວຍໄປທີ່ຫໍເຕັນເພາະວ່າມື້ນັ້ນກຳ ລັງຈະມາເຖິງເມື່ອໂມເຊຕ້ອງຕາຍ.

ມີຫຍັງເກີດຂື້ນເມື່ອໂມເຊແລະໂຢຊວຍໄດ້ສະ ເຫນີຕົວຢູ່ໃນຫໍເຕັນ?

ເມື່ອໂມເຊແລະໂຢຊວຍ ນຳ ສະເຫນີຕົນເອງຢູ່ໃນຫໍເຕັນ, ພຣະຢາເວໄດ້ມາປະກົດຢູ່ໃນເຕັນໃນເສົາເມກທີ່ຕັ້ງຢູ່ຂ້າງປະຕູຂອງເຕັນ.

Deuteronomy 31:16

ພຣະຢາເວໄດ້ບອກໂມເຊແນວໃດທີ່ປະຊາຊົນຈະປະຕິບັດຕາມຫລັງຈາກໂມເຊໄດ້ລ່ວງລັບກັບບັນພະບຸລຸດຂອງລາວ?

ພຣະຢາເວບອກໂມເຊວ່າປະຊາຊົນຈະລຸກຂຶ້ນ, ເຮັດຄືກັບຍິງໂສເພນີທີ່ໄປຕາມພະທີ່ແປກປະຫລາດຂອງດິນແດນນັ້ນແລະວ່າພວກເຂົາຈະລືມພຣະຢາເວ ແລະ ທຳລາຍພັນທະສັນຍາທີ່ພຣະອົງໄດ້ເຮັດໄວ້ກັບພວກເຂົາ.

Deuteronomy 31:17

ພຣະຢາເວບອກໂມເຊວ່າພຣະອົງຈະເຮັດຫຍັງເມື່ອປະຊາຊົນລືມພັນທະສັນຍາຂອງພຣະຢາເວ?

ພຣະຢາເວບອກໂມເຊວ່າໃນວັນທີ່ປະຊາຊົນໄດ້ປະຖິ້ມຄຳສັນຍາຂອງພຣະອົງ, ຄວາມໂກດແຄ້ນຈະພຸ່ງອອກມາໂຈມຕີພວກເຂົາ, ພຣະອົງຈະປະຖິ້ມພວກເຂົາ, ແລະຈະປິດບັງພຣະພັກຂອງພຣະອົງຈາກພວກເຂົາ.

ພຣະຢາເວໄດ້ບອກໂມເຊວ່າຈະເກີດຫຍັງຂຶ້ນກັບປະຊາຊົນໃນເວລາທີ່ພຣະຢາເວເຊື່ອງພຣະພັກຂອງພຣະອົງຈາກພວກເຂົາ?

ພຣະຢາເວບອກກັບໂມເຊວ່າໄພພິບັດ ແລະ ຄວາມຫຍຸ້ງຍາກຫລາຍຢ່າງຈະມາເຖິງຜູ້ຄົນ ແລະ ພຣະອົງຈະເຊື່ອງຊ້ອນພຣະອົງຈາກພວກເຂົາເພາະວ່າພວກເຂົາຫັນໄປຫາພະອື່ນ.

Deuteronomy 31:19

ເປັນຫຍັງພຣະຢາເວບອກໂມເຊໃຫ້ຂຽນເພງແລະສອນມັນໃຫ້ຊາວອິດສະລາເອນແລະເອົາໃສ່ໃນປາກຂອງພວກເຂົາ?

ພຣະຢາເວໄດ້ບອກໂມເຊໃຫ້ຂຽນເພງແລະສອນມັນໃຫ້ແກ່ປະຊາຊົນເພື່ອວ່າບົດເພງນັ້ນຈະເປັນພະຍານໃຫ້ແກ່ພຣະຢາເວຕໍ່ຊາວອິດສະຣາເອນ.

ພຣະຢາເວໄດ້ບອກໂມເຊວ່າປະຊາຊົນຈະເຮັດຫຍັງເມື່ອພວກເຂົາຢູ່ໃນແຜ່ນດິນທີ່ພຣະຢາເວໄດ້ສາບານໃຫ້ບັນພະບຸລຸດຂອງພວກເຂົາ?

ພຣະຢາເວບອກໂມເຊເຖິງປະຊາຊົນອິດສະຣາເອນຈະຫັນໄປຫາພະອື່ນ, ນະມັດສະການ, ດູຫມິ່ນພຣະຢາເວ ແລະ ທຳລາຍພັນທະສັນຍາຂອງພຣະອົງ.

Deuteronomy 31:21

ພຣະຢາເວໄດ້ບອກສິ່ງໃດກັບໂມເຊທີ່ເພງຂອງລາວໄດ້ຈະເຮັດສິ່ງໃດເມື່ອຄວາມຊົ່ວແລະຄວາມຫຍຸ້ງຍາກຫລາຍຢ່າງມາເຖິງປະຊາຊົນອິດສະຣາເອນ?

ພຣະຢາເວໄດ້ບອກໂມເຊວ່າເພງຈະເປັນພະຍານຕໍ່ອິດສະຣາເອນໃນຖານະເປັນພະຍານແລະມັນຈະບໍ່ຖືກລືມອອກຈາກປາກຂອງລູກຫລານຂອງພວກເຂົາ.

ພຣະຢາເວໄດ້ກ່າວວ່າພຣະອົງຮູ້ສິ່ງໃດກ່ຽວກັບປະຊາຊົນແມ່ນແຕ່ກ່ອນທີ່ພຣະອົງຈະນຳພວກເຂົາເຂົ້າໄປໃນແຜ່ນດິນທີ່ໄດ້ສັນຍາໄວ້?

ພຣະຢາເວກ່າວວ່າພຣະອົງຮູ້ແຜນການທີ່ປະຊາຊົນກຳລັງສ້າງຂຶ້ນໃນມື້ນີ້.

Deuteronomy 31:22

ດົນນານປານໃດທີ່ໂມເຊໄດ້ລໍຖ້າກ່ອນທີ່ລາວຈະຂຽນບົດເພງທີ່ພຣະຢາເວບອກໃຫ້ລາວຂຽນ?

ໂມເຊໄດ້ຂຽນບົດເພງໃນມື້ດຽວກັນທີ່ພຣະຢາເວສັ່ງໃຫ້ລາວຂຽນແລະຫລັງຈາກນັ້ນລາວໄດ້ສອນເພງນັ້ນໃຫ້ຊາວອິດສະຣາເອນໃນມື້ດຽວກັນ.

ພຣະຢາເວໄດ້ໃຫ້ ຄຳສັ່ງຫຍັງແກ່ໂຢຊວຍ, ລູກຊາຍຂອງນູນ?

ພຣະຢາເວໄດ້ສັ່ງໂຢຊວຍໃຫ້ເຂັ້ມແຂງແລະມີຄວາມກ້າຫານ.

ເປັນຫຍັງພຣະຢາເວສັ່ງໂຢຊວຍໃຫ້ມີຄວາມເຂັ້ມແຂງແລະມີຄວາມກ້າຫານ?

ພຣະຢາເວໄດ້ບອກໂຢຊວຍໃຫ້ມີຄວາມເຂັ້ມແຂງແລະມີຄວາມກ້າຫານເພາະວ່າໂຢຊວຍຈະນຳຊາວອິດສະຣາເອນເຂົ້າໄປໃນແຜ່ນດິນທີ່ພຣະຢາເວໄດ້ສັນຍາໄວ້ກັບພວກເຂົາ ແລະ ພຣະຢາເວ ໄດ້ບອກໂຢຊວຍວ່າພຣະອົງຈະຢູ່ກັບໂຢຊວຍ.

Deuteronomy 31:24

ໃນຫນັງສືທີ່ໂມເຊຂຽນກົດບັນຍັດແລ້ວນັ້ນໂມເຊໃຫ້ແກ່ຜູ້ໃດ?

ໂມເຊໄດ້ໃຫ້ຖ້ອຍຄຳຂອງກົດບັນຍັດແກ່ພວກເລວີຜູ້ທີ່ດູແລຫີບພັນທະສັນຍາເປັນພະຍານຂອງພະເຢໂຫວາ.

ໂມເຊໄດ້ບອກຊາວເລວີວ່າພວກເຂົາຄວນເຮັດແນວໃດກັບຫນັງສືກົດບັນຍັດນັ້ນເມື່ອລາວຂຽນສຳເລັດແລ້ວ?

ໂມເຊໄດ້ບອກໃຫ້ພວກເລວີວ່າ ຈົ່ງເອົາຫນັງສືເເຫ່ງກົດຫມາຍນີ້ເເລະໃສ່ໄປດ້ານໃນຂອງຫີບພັນທະສັນຍາຂອງພຣະຢາເວພຣະເຈົ້າຂອງພວກທ່ານ, ດັ່ງນັ້ນເພື່ອເປັນຄຳພະຍານຕໍ່ສູ້ພວກທ່ານ.

Deuteronomy 31:27

ໂມເຊໄດ້ບອກພວກເລວີເຖິງສິ່ງໃດທີ່ລາວຮູ້ກ່ຽວກັບພວກເຂົາແມ່ນແຕ່ດຽວນີ້, ໃນຂະນະທີ່ລາວຍັງມີຊີວິດຢູ່?

ໂມເຊໄດ້ບອກພວກເລວີວ່າລາວຮູ້ກ່ຽວກັບການກະບົດຂອງພວກເຂົາ ແລະ ວິທີທີ່ພວກເຂົາໄດ້ກະບົດຕໍ່ພຣະຢາເວ.

ເປັນຫຍັງໂມເຊຈຶ່ງບອກພວກເລວີໃຫ້ມາຊຸມນຸມກັນຕໍ່ຫນ້າລາວຜູ້ເຖົ້າຜູ້ແກ່ໃນຕະກຸນ ແລະ ພວກເຈົ້າຫນ້າຂອງພວກເຂົາ?

ໂມເຊບອກພວກເລວີໃຫ້ເຕົ້າໂຮມຜູ້ເຖົ້າຜູ້ແກ່ ແລະ ເຈົ້າຫນ້າທີ່ເພື່ອລາວຈະສາມາດກ່າວຖ້ອຍ ຄຳຂອງລາວໃນຫູຂອງເຂົາແລະຂໍສະຫວັນ ແລະ ແຜ່ນດິນໂລກເປັນພະຍານຕໍ່ພວກເຂົາ.

ໂມເຊເວົ້າຢ່າງໃດລາວຮູ້ວ່າຈະເກີດຫຍັງຂຶ້ນຫລັງຈາກລາວຕາຍ?

ໂມເຊກ່າວວ່າຫລັງຈາກທີ່ລາວສິ້ນຊີວິດປະຊາຊົນຈະສໍ້ລາດບັງຫລວງກັນເອງ ແລະ ຫັນຫນີຈາກທາງທີ່ໂມເຊໄດ້ສັ່ງພວກເຂົາໄວ້.

ໂມເຊເວົ້າສິ່ງໃດຈະເກີດຂື້ນເມື່ອປະຊາຊົນຫັນຫນີຈາກທາງທີ່ໂມເຊໄດ້ສັ່ງພວກເຂົາ?

ໂມເຊກ່າວວ່າໄພພິບັດຈະເກີດຂື້ນກັບຜູ້ຄົນໃນວັນຕໍ່ມາຫລັງຈາກພວກເຂົາຫັນຫນີຈາກເສັ້ນທາງທີ່ໂມເຊໄດ້ສັ່ງພວກເຂົາ.

ເປັນຫຍັງໂມເຊຈຶ່ງເວົ້າວ່າໄພພິບັດຈະເກີດຂື້ນກັບຜູ້ຄົນ?

ໂມເຊກ່າວວ່າໄພພິບັດຈະມາເຖິງເພາະວ່າພວກເຂົາຈະເຮັດສິ່ງທີ່ຊົ່ວຮ້າຍໃນສາຍພຣະເນດຂອງພຣະຢາເວ, ທີ່ເປັນການເຮັດໃຫ້ພຣະອົງພິໂຣດໂດຍຜ່ານການງານເເຫ່ງນ້ຳມືຂອງພວກທ່ານ

Deuteronomy 31:30

ໂມເຊໄດ້ຮ້ອງເພງຫຍັງໃສ່ໃນຫູຂອງປະຊາຊົນອິດສະຣາເອນທຸກຄົນ?

ໂມເຊໄດ້ຮ້ອງທຸກຖ້ອຍຄຳຂອງເພງທີ່ລາວແຕ່ງ.

Deuteronomy 32

Deuteronomy 32:1

ໂມເຊຮຽກໃຫ້ສະຫວັນແລະແຜ່ນດິນໂລກເຮັດຫຍັງ?

ໂມເຊ ກຳ ລັງຮຽກໃຫ້ສະຫວັນຟັງ ແລະ ໃຫ້ລາວເວົ້າ ແລະກຳລັງຂໍໃຫ້ແຜ່ນດິນໂລກຟັງຖ້ອຍຄຳຂອງລາວ.

ໂມເຊປຽບທຽບຄຳສັ່ງສອນແລະ ຄຳເວົ້າຂອງລາວໄດ້ແນວໃດ?

ໂມເຊປຽບທຽບການສອນຂອງລາວກັບສາຍຝົນແລະການເວົ້າຂອງລາວກັບນໍ້າຄ້າງ.

Deuteronomy 32:3

ໂມເຊປະກາດແລະພັນລະນາຄວາມຍິ່ງໃຫຍ່ເຖິງຊື່ໃຜ?

ໂມເຊປະກາດນາມຊື່ຂອງພຣະຢາເວແລະກ່າວເຖິງຄວາມຍິ່ງໃຫຍ່ຕໍ່ພຣະເຈົ້າ.

ວຽກຂອງໃຜແມ່ນສົມບູນແບບແລະຢູ່ໃນເສັ້ນທາງທີ່ຖືກຕ້ອງ?

ວຽກງານຂອງພຣະສິລາແມ່ນດີເລີດແລະເສັ້ນທາງຂອງພຣະອົງແມ່ນຖືກຕ້ອງ.

ແມ່ນຜູ້ໃດບໍ່ມີຄວາມຊົ່ວຊ້າແລະທ່ຽງທຳ ແລະຊື່ກົງ?

ພຣະເຈົ້າຊົງສັດຊື່, ບໍ່ມີຄວາມຊົ່ວຮ້າຍ ແລະ ທ່ຽງທຳ ແລະຊື່ກົງ

Deuteronomy 32:5

ໂມເຊເອີ້ນປະຊາຊົນຜູ້ທີ່ເຮັດສິ່ງທີ່ຊົ່ວຮ້າຍຕໍ່ພຣະຢາເວວ່າແນວໃດ?

ໂມເຊເອີ້ນພວກເຂົາວ່າຄົນລຸ້ນທີ່ຊົ່ວຮ້າຍແລະຄົດໂກງແລະຄົນໂງ່ງ່າວແລະເສຍສະຕິ.

ໂມເຊເວົ້າວ່າໃຜສ້າງແລະສະຖາປະນາປະຊາຊົນອິດສະຣາເອນ?

ໂມເຊກ່າວວ່າພຣະຢາເວໄດ້ສ້າງແລະສະຖາປະນາປະຊາຊົນອິດສະຣາເອນ.

Deuteronomy 32:7

ໂມເຊເວົ້າວ່າບັນພະບຸລຸດແລະຜູ້ເຖົ້າຜູ້ແກ່ຈະສາມາດຕັກເຕືອນຊາວອິດສະຣາເອນໄດ້ແນວໃດ?

ໂມເຊກ່າວວ່າບັນພະບຸລຸດແລະຜູ້ເຖົ້າຜູ້ແກ່ຈະສາມາດຕັກເຕືອນຊາວອິດສະຣາເອນກ່ຽວກັບວັນເວລາໃນສະໄຫມກ່ອນແລະຫລາຍປີທີ່ຜ່ານມາ.

ໂມເຊເວົ້າຢ່າງໃດກັບບັນພະບຸລຸດແລະຜູ້ເຖົ້າຜູ້ແກ່ສາມາດບອກປະຊາຊົນກ່ຽວກັບເວລາທີ່ຜູ້ສູງສຸດໄດ້ປະທານຊົນຊາດຕ່າງໆໃຫ້ເປັນມໍລະດົກ?

ໂມເຊກ່າວວ່າອົງຜູ້ສູງສຸດໄດ້ແຍກມະນຸດທັງ ຫມົດ, ແລະ ກຳຫນົດເຂດແດນຂອງປະຊາຊົນຕາມຈຳນວນຂອງບຸດຊາຍຂອງອິດສະຣາເອນ.

Deuteronomy 32:9

ແມ່ນຫຍັງຄືສ່ວນຂອງພຣະຢາເວແລະຜູ້ທີ່ເປັນສ່ວນຂອງມໍລະດົກ?

ສ່ວນຂອງພຣະຢາເວແມ່ນປະຊາຊົນຂອງພຣະອົງແລະຢາໂຄບເປັນມໍລະດົກທີ່ແຍກຳໄວ້ຂອງພຣະອົງ.

ບ່ອນທີ່ພຣະຢາເວພົບກັບຢາໂຄບ (ປະຊາຊົນຂອງພຣະອົງ)?

ພຣະຢາເວພົບຢາໂຄບ (ປະຊາຊົນຂອງພຣະອົງ) ໃນດິນແດນທະເລຊາຍ.

ພຣະຢາເວໄດ້ເຮັດຫຍັງສໍາລັບປະຊາຊົນຂອງພຣະອົງ?

ພຣະຢາເວປົກປ້ອງພວກເຂົາ, ເບິ່ງແຍງພວກເຂົາ ແລະ ປົກປ້ອງພວກເຂົາຄືກັບແກ້ວຕາດວງໃຈຂອງພຣະອົງ.

Deuteronomy 32:11

ໂມເຊປຽບທຽບວິທີການທີ່ພຣະຢາເວດູແລປະຊາຊົນຂອງພຣະອົງຄືແນວໃດ?

ໂມເຊປຽບທຽບວິທີທີ່ພຣະຢາເວໄດ້ດູແລປະຊາຊົນຂອງພຣະອົງຄືກັບນົກອິນຊີທີ່ເຝົ້າຮັງຂອງມັນ ແລະ ວົນໄປມາຢູ່ເຫນືອລູກນ້ອຍຂອງມັນ.

ຜູ້ດຽວທີ່ນຳພາປະຊາຊົນອິດສະຣາເອນໄປຄືໃຜ?

ພຣະຢາເວອົງດຽວໄດ້ນຳພາປະຊາຊົນອິດສະຣາເອນ.

Deuteronomy 32:15

ສິ່ງທີ່ເກີດຂື້ນໃນເວລາທີ່ເຢຊູຣູນ(ອິດສະຣາເອນ) ອ້ວນພີ?

ໃນເວລາທີ່ເຢຊູຣູນ (ອິດສະຣາເອນ) ອວ້ນພີ ແລະ ພໍໃຈພວກເຂົາປະຖິ້ມ ແລະ ປະຕິເສດພຣະຢາເວ ແລະ ເຮັດໃຫ້ພຣະອົງຫ່ວງແຫນໂດຍພະເຈົ້າທີ່ແປກປະຫລາດຂອງພວກເຂົາ ແລະເຮັດໃຫ້ພຣະອົງໂກດແຄ້ນກັບຮູບປັ້ນ ທີ່ຫນ້າລັງກຽດຂອງພວກເຂົາ.

Deuteronomy 32:17

ປະຊາຊົນຂອງພຣະເຈົ້າລືມໃຜເມື່ອພວກເຂົາສືບຕໍ່ທີ່ຈະກະບົດ?

ພວກເຂົາລືມພຣະເຈົ້າຜູ້ທີ່ໃຫ້ກຳເນີດພວກເຂົາ.

Deuteronomy 32:19

ພຣະຢາເວໄດ້ເຮັດຫຍັງເພາະປະຊາຊົນຂອງພຣະອົງໄດ້ຍຸແຍ່ພຣະອົງ?

ພຣະຢາເວປະຕິເສດປະຊາຊົນຂອງພຣະອົງເພາະວ່າພວກເຂົາໄດ້ຍຸແຍ່ພຣະອົງ.

Deuteronomy 32:21

ໃຜທີ່ພຣະຢາເວຈະໃຊ້ເພື່ອເຮັດໃຫ້ອິດສະຣາເອນອິດສາແລະໂກດແຄ້ນ?

ພຣະຢາເວຈະເຮັດໃຫ້ພວກເຂົາອິດສາໂດຍຜູ້ທີ່ບໍ່ແມ່ນປະຊາຊົນ, ແລະຈະເຮັດໃຫ້ພວກເຂົາໂກດແຄ້ນໂດຍຊົນຊາດທີ່ບໍ່ມີຄວາມເຂົ້າໃຈ.

Deuteronomy 32:23

ແມ່ນຫຍັງຄືສິ່ງທີ່ພຣະຢາເວກ່າວ ເວົ້າວ່າພຣະອົງຈະນຳໄພພິບັດມາສູ່ອິດສະຣາເອນ?

ພຣະຢາເວກ່າວວ່າພຣະອົງຈະນຳໄພພິບັດຕ່າງໆມາເຖິງພວກເຂົາ.

Deuteronomy 32:27

ສິ່ງທີ່ຈະທ່ວງດຶງພຣະຢາເວຈາກການເຮັດທຸກຢ່າງທີ່ລາວຂົ່ມຂຸ່ປະຊາຊົນຂອງພຣະອົງແມ່ນຫຍັງ?

ພຣະຢາເວຈະບໍ່ເຮັດທຸກສິ່ງທີ່ລາວຂົ່ມຂູ່ປະຊາຊົນຂອງພຣະອົງ ເພາະວ່າສັດຕູຂອງພວກເຂົາຈະຕັດສິນຜິດ ແລະ ເວົ້າວ່າ, "ມືຂອງພວກເຮົາສູງສົ່ງ."

Deuteronomy 32:28

ອິດສະຣາເອນຂາດສິ່ງໃດໃນການທີ່ຈະເປັນຊາດ?

ອິດສະຣາເອນຂາດສະຕິປັນຍາ ແລະ ບໍ່ມີຄວາມເຂົ້າໃຈໃນພວກເຂົາ.

ໂມເຊຢາກໃຫ້ຊາວອິດສະຣາເອນພິຈາລະນາຫຍັງ?

ໂມເຊຕ້ອງການໃຫ້ອິດສະຣາເອນ ທີ່ພວກເຂົາຈະໄດ້ພິຈາລະນາເຖິງຈຸດຈົບຂອງເຂົາທີ່ຈະມາເຖິງ

Deuteronomy 32:30

ຊາວອິດສະຣາເອນສາມາດເຮັດໃຫ້ສັດຕູຂອງພວກເຂົາຫນີໄປແລະມີໄຊຊະນະເຫນືອພວກເຂົາໄດ້ແນວໃດ?

ຊາວອິດສະຣາເອນສາມາດມີໄຊຊະນະໄດ້ເພາະວ່າພຣະຢາເວໄດ້ໃຫ້ພວກເຂົາມີໄຊຊະນະ ແລະ ກ້ອນສິລາຂອງສັດຕູຂອງພວກເຂົາບໍ່ຄືກັນກັບພຣະສິລາຂອງຊາວອິດສະລາເອນ.

Deuteronomy 32:33

ເຄືອອະງຸ່ນຂອງສັດຕູມາຈາກໃສແລະເຄືອອະງຸ່ນນັ້ນພັນລະນາວ່າແນວໃດ?

ເຄືອຂອງພວກມັນມາຈາກເມືອງໂຊໂດມ ແລະ ເມືອງໂກໂມຣາ ແລະ ຫມາກອະງຸ່ນນັ້ນມີພິດ ແລະຂົມຂື່ນ.

ເຫລົ້າທີ່ເຮັດຈາກອະງຸ່ນຂອງເມືອງໂຊໂດມແລະ ໂກໂມຣາໄດ້ຖືກພັນລະນາວ່າແນວໃດ?

ເຫລົ້ານັ້ນຖືກທີ່ພັນລະນາວ່າເປັນສານພິດຂອງງູຮ້າຍ ແລະພິດຂອງງູ.

ແຜນການຂອງພຣະຢາເວເກັບຮັກສາໄວ້ໄດ້ແນວໃດ?

ແຜນຂອງພຣະຢາເວແມ່ນເກັບຮັກສາໄວ້ໂດຍພຣະອົງ ແລະຜະນຶກເຂົ້າກັນໃນຊັບສົມບັດຂອງພຣະອົງ.

Deuteronomy 32:35

ການແກ້ແຄ້ນແລະການຕອບແທນເປັນຂອງໃຜ?

ການແກ້ແຄ້ນ ແລະ ການຕອບແທນເປັນຂອງພຣະຢາເວ.

ມື້ຂອງໄພພິບັດແລະສິ່ງທີ່ຈະມາເຖິງຈະໄວເທົ່າໃດ?

ໄພພິບັດແມ່ນຢູ່ໃກ້ ແລະ ສິ່ງທີ່ຈະມາເຖິງຈະຟ້າວເກີດຂື້ນ.

Deuteronomy 32:36

ຜູ້ໃດຈະຕັດສິນປະຊາຊົນຂອງພຣະອົງແລະມີຄວາມສົງສານຕໍ່ຜູ້ຮັບໃຊ້ຂອງພຣະອົງ?

ພຣະຢາເວຈະຕັດສິນປະຊາຊົນຂອງພຣະອົງ ແລະ ພຣະອົງຈະສົງສານຜູ້ຮັບໃຊ້ຂອງພຣະອົງ.

Deuteronomy 32:37

ການຊ່ວຍເຫລືອແລະການປົກປ້ອງມາຈາກໃຜທີ່ບໍ່ແມ່ນມາເພື່ອປະຊາຊົນອິດສະຣາເອນ?

ການປົກປ້ອງ ແລະ ຄວາມຊ່ວຍເຫລືອບໍ່ໄດ້ມາຈາກພະອື່ນ, ກ້ອນຫີນທີ່ພວກເຂົາໄດ້ໄປລີ້ໄພ ແລະ ຜູ້ທີ່ກິນເຄື່ອງຖວາຍບູຊາຂອງພວກເຂົາ ແລະ ດື່ມເຄື່ອງຖວາຍຂອງພວກເຂົາ.

Deuteronomy 32:39

ໃຜແມ່ນທີ່ພຣະເຈົ້າກ່າວວ່າຢູ່ຂ້າງພວກເຂົາແລະສິ່ງໃດທີ່ພຣະເຈົ້າເວົ້າວ່າພຣະອົງດຽວເທົ່ານັ້ນສາມາດເຮັດໄດ້?

ພຣະເຈົ້າກ່າວວ່າບໍ່ມີພຣະເຈົ້ານອກຈາກພຣະອົງ ແລະ ພຣະອົງຜູ້ດຽວຈະຂ້າ ແລະ ເຮັດໃຫ້ມີຊີວິດ, ມີບາດແຜ ແລະມີການຮັກສາ.

ພຣະເຈົ້າໄດ້ເຮັດຫຍັງ, ຜູ້ດຽວທີ່ພະເຈົ້າສັນຍາໄວ້ຄືທີ່ພຣະອົງຍົກພຣະຫັດຂຶ້ນໄປສະຫວັນ?

ໃນຂະນະທີ່ພຣະອົງຍົກມືຂຶ້ນສູ່ສະຫວັນ, ພຣະອົງສັນຍາວ່າ ຄືພຣະອົງມີຊີວິດຕະຫລອດໄປ, ພຣະອົງກະທຳ.

Deuteronomy 32:41

ພຣະເຈົ້າຈະນຳເອົາຄວາມຍຸດຕິທຳມາສູ່ໃຜແລະແກ້ແຄ້ນໃຜ?

ພຣະເຈົ້າຈະນຳການຕັດສິນໂທດ ແລະ ການແກ້ແຄ້ນມາເຖິງສັດຕູຂອງພຣະອົງ ແລະ ຜູ້ທີ່ກຽດຊັງພຣະອົງ.

Deuteronomy 32:42

ພຣະເຈົ້າບອກໃຜວ່າລູກສອນຂອງພຣະອົງເມົາດ້ວຍເລືອດແລະດາບຂອງພຣະອົງກິນເນື້ອຫນັງ?

ລູກສອນຂອງພະເຈົ້າຈະເມົາດ້ວຍເລືອດຂອງຄົນທີ່ຖືກຂ້າ ແລະ ເປັນຊະເລີຍ ແລະດາບຂອງລາວຈະກັດເນື້ອຫນັງຈາກຫົວຂອງພວກຜູ້ນຳຂອງສັດຕູ?

Deuteronomy 32:43

ຜູ້ໃດຈະປິຕິຍິນດີກັບປະຊາຊົນຂອງພຣະເຈົ້າເມື່ອພຣະອົງແກ້ແຄ້ນດ້ວຍເລືອດແກ່ຜູ້ຮັບໃຊ້ຂອງພຣະອົງແລະແກ້ແຄ້ນຕໍ່ສັດຕູຂອງພຣະອົງ?

ຊົນຊາດທັງຫລາຍຈະຊື່ນຊົມຍິນດີກັບປະຊາຊົນຂອງພຣະເຈົ້າ.

ພຣະເຈົ້າຈະຊົດໃຊ້ແທນຜູ້ໃດສຳລັບແຜ່ນດິນຂອງພຣະອົງ?

ພຣະເຈົ້າຈະເຮັດການຊົດໃຊ້ແທນແຜ່ນດິນຂອງພຣະອົງ, ເພື່ອປະຊາຊົນຂອງພຣະອົງ.

Deuteronomy 32:44

ແມ່ນໃຜຮ້ອງທຸກຖ້ອຍຄຳຂອງເພງນີ້ ໃສ່ໃນຫູຂອງປະຊາຊົນ?

ໂມເຊໄດ້ມາ ເເລະ ໂຢຊວຍ ກ່າວເນື້ອເພງທັງຫມົດໃຫ້ປະຊາຊົນໄດ້ຟັງ.

Deuteronomy 32:46

ເປັນຫຍັງປະຊາຊົນອິດສະຣາເອນຈຶ່ງຕ້ອງຕັ້ງໃຈຈົດຈໍ່ໃນຖ້ອຍຄຳທີ່ໂມເຊໄດ້ເປັນພະຍານຕໍ່ພວກເຂົາ?

ປະຊາຊົນຕ້ອງຕັ້ງໃຈໃນຖ້ອຍ ຄຳຂອງໂມເຊເພື່ອພວກເຂົາຈະສາມາດສັ່ງສອນລູກຫລານຂອງພວກເຂົາ ໃຫ້ຖືຮັກສາທຸກຄຳຂອງກົດບັນຍັດນີ້.

Deuteronomy 32:48

ເປັນຫຍັງພຣະຢາເວຈຶ່ງບອກໂມເຊໃຫ້ຂຶ້ນໄປເທິງພູເຂົາທີ່ກົງກັນຂ້າມກັບເມືອງເຢຣິໂຄ?

ພຣະຢາເວບອກໂມເຊໃຫ້ຂຶ້ນໄປເທິງພູເຂົາ ເພື່ອລາວຈະໄດ້ເບິ່ງແຜ່ນດິນການາອານທີ່ພຣະຢາເວກຳລັງປະທານ ໃຫ້ປະຊາຊົນອິດສະຣາເອນເປັນເຈົ້າຂອງ.

Deuteronomy 32:50

ພຣະຢາເວກ່າວວ່າຈະມີຫຍັງເກີດຂື້ນກັບໂມເຊຢູ່ເທິງພູ?

ພຣະຢາເວກ່າວວ່າໂມເຊຈະຕາຍເທິງພູດັ່ງທີ່ອາໂຣນໄດ້ຕາຍຢູ່ເທິງພູໂຮເຣ ແລະ ຖືກລວບລວມຢູ່ກັບຜູ້ຄົນຂອງລາວ.

ເປັນຫຍັງພຣະຢາເວຈຶ່ງເວົ້າວ່າໂມເຊຈະຕາຍເທິງພູ?

ໂມເຊກຳລັງຈະຕາຍເທິງພູເຂົາເພາະວ່າລາວບໍ່ສັດຊື່ຕໍ່ພຣະຢາເວທີ່ນໍ້າສ້າງທີ່ເມືອງເມຣີບາໃນແຜ່ນດິນກາເດັດ ແລະ ຍ້ອນວ່າໂມເຊບໍ່ໄດ້ປະຕິບັດຕໍ່ພຣະຢາເວດ້ວຍກຽດ ແລະ ເຄົາລົບນັບຖືໃນບັນດາປະຊາຊົນອິດສະຣາເອນ.

ພຣະຢາເວໄດ້ກ່າວວ່າໂມເຊຈະເຫັນຫຍັງກ່ອນທີ່ລາວຈະຕາຍ?

ພຣະຢາເວກ່າວວ່າໂມເຊຈະໄດ້ເຫັນແຜ່ນດິນທີ່ພຣະຢາເວກຳລັງປະທານໃຫ້ປະຊາຊົນອິດສະຣາເອນແຕ່ລາວເອງບໍ່ໄດ້ໄປທີ່ນັ້ນ.

Deuteronomy 33

Deuteronomy 33:1

ໂມເຊໄດ້ໃຫ້ພຣະພອນນີ້ກັບປະຊາຊົນອິດສະຣາເອນໃນເມື່ອໃດ?

ໂມເຊໄດ້ໃຫ້ພອນນີ້ແກ່ຊາວອິດສະຣາເອນກ່ອນທີ່ລາວຈະເສຍຊີວິດ.

ໂມເຊພັນລະນາເຖິງແນວໃດຕໍ່ພຣະຢາເວ?

ໂມເຊໄດ້ພັນລະນາເຖິງພຣະອົງໄດ້ສາຍເເສງຈາກພູເຂົາປາຣານ, ເເລະ ພຣະອົງໄດ້ມາພ້ອມກັບທູດສະຫວັນນັບຫມື່ນໆ, ໃນພຣະຫັດຂວາຂອງພຣະອົງຄືສາຍຟ້າເເລບ.

Deuteronomy 33:3

ພຣະຢາເວຮູ້ສຶກແນວໃດຕໍ່ຊາວອິດສະຣາເອນ?

ພຣະຢາເວຮັກປະຊາຊົນຊາວອິດສະຣາເອນ.

ປະຊາຊົນບໍລິສຸດຂອງອິດສະຣາເອນຕອບສະຫນອງ ຕໍ່ຄວາມຮັກຂອງພຣະຢາເວແນວໃດ?

ປະຊາຊົນອິດສະຣາເອນຜູ້ບໍລິສຸດໄດ້ກົ້ມຂາບທີ່ພຣະບາດຂອງ ພຣະຢາເວແລະຮັບເອົາຖ້ອຍຄຳຂອງພຣະຢາເວ.

ໂມເຊເວົ້າແນວໃດກ່ຽວກັບກົດບັນຍັດທີ່ໄດ້ສັ່ງໃຫ້ແກ່ປະຊາຊົນ?

ໂມເຊເອີ້ນກົດບັນຍັດດັ່ງກ່າວວ່າເປັນມໍລະດົກສຳລັບການຊຸມນຸມຂອງຢາໂຄບ.

Deuteronomy 33:5

ພຣະຢາເວໄດ້ກາຍເປັນຫຍັງເມື່ອຜູ້ນຳຂອງປະຊາຊົນແລະທຸກເຜົ່າຂອງອິດສະຣາເອນໄດ້ເຕົ້າໂຮມ?

ພຣະຢາເວກາຍເປັນກະສັດໃນເມືອງເຢຊູຣູນ (ອິດສະຣາເອນ).

ໂມເຊເວົ້າວ່າສິ່ງໃດຈະເກີດຂື້ນກັບເຜົ່າຣູເບັນ?

ໂມເຊໄດ້ກ່າວວ່າເຜົ່າຣູເບັນຈະມີຊີວິດຢູ່ແລະຈະບໍ່ຕາຍແຕ່ຄົນຂອງລາວຈະມີຈຳນວນຫນ້ອຍ.

Deuteronomy 33:7

ພຣະພອນທີ່ໂມເຊມອບໃຫ້ແກ່ຢູດາແມ່ນຫຍັງ?

ໂມເຊຂໍໃຫ້ພຣະຢາເວອວຍພອນຢູດາໂດຍການຟັງສຽງຂອງຢູດາ, ນຳລາວມາສູ່ປະຊາຊົນຂອງລາວແລະຕໍ່ສູ້ເພື່ອລາວ.

Deuteronomy 33:8

ໂມເຊສັ່ງໃຫ້ພວກເລວີເຮັດຫຍັງໃນການອວຍພອນຂອງລາວຕໍ່ພວກເຂົາ?

ໂມເຊບອກພວກເລວີໃຫ້ສັ່ງສອນພະບັນຍັດຂອງພຣະຢາເວ, ໃສ່ເຄື່ອງຫອມແລະເຜົາເຄື່ອງບູຊາເທິງແທ່ນບູຊາຂອງພຣະຢາເວ, ເພື່ອສັນເສີນພຣະຢາເວແລະຍອມຮັບເອົາການງານຂອງມືຂອງພຣະອົງແລະຢຽບບັ້ນແອວຂອງຜູ້ທີ່ລຸກຂຶ້ນຕໍ່ສູ້ກັບພຣະຢາເວ.

Deuteronomy 33:12

ໂມເຊເວົ້າກ່ຽວກັບພຣະພອນຂອງເບັນຍາມີນແນວໃດ?

ພຣະຢາເວັກ່າວວ່າເບັນຢາມິນແມ່ນຄົນທີ່ຮັກໂດຍພຣະຢາເວ, ພຣະຢາເວປ້ອງກັນລາວຕະຫລອດມື້ແລະລາວອາໄສຢູ່ໃນອອ້ມພຣະກາຍຂອງພຣະຢາເວ.

Deuteronomy 33:16

ໃຜເປັນຜູ້ເປັນເຈົ້າຊາຍເຫນືອອ້າຍນ້ອງຂອງລາວ?

ໂຍເຊບເປັນເຈົ້າຊາຍເຫນືອພວກອ້າຍຂອງລາວ.

Deuteronomy 33:17

ຊາວເອຟຣາອິມສິບພັນຄົນແລະຫລາຍພັນຄົນຂອງມານາເຊເຮັດຫຍັງ?

ພວກເຂົາຈະຍູ້ປະຊາຊົນ, ພວກເຂົາທຸກຄົນ, ໄປຈົນເຖິງທີ່ສຸດຂອງແຜ່ນດິນໂລກ.

Deuteronomy 33:18

ໂມເຊກ່າວວ່າພຣະພອນຂອງເຊບູຣູນແລະອິດສະຄາຈະມາຈາກໃສ?

ພອນຂອງເຊບູຣູນ ແລະອິດສະຄາຈະມາຈາກພູເຂົາ, ຄວາມອຸດົມສົມບູນຂອງທະເລ ແລະ ຈາກດິນຊາຍທີ່ເຊື່ອງຊ້ອນໄວ້ໃນແຄມທະເລ.

Deuteronomy 33:20

ໂມເຊເວົ້າວ່າກາດຈະອາໄສຢູ່ ໃນຂະນະທີ່ດິນແດນຂອງລາວຖືກຂະຫຍາຍອອກໄປ?

ເຜົ່າກາດຈະອາໄສຢູ່ບ່ອນນັ້ນເຫມືອນກັບໂຕສິງແລະຈີກແຂນຫລືຫົວ.

Deuteronomy 33:21

ເຜົ່າກາດໄດ້ຖືຮັກສາຫຍັງຕໍ່ພຣະຢາເວ?

ເຜົ່າກາດໄດ້ຖືຮັກສາຄວາມຍຸດຕິ ທຳຂອງພຣະຢາເວ ແລະ ຄຳສັ່ງຂອງພຣະອົງກັບອິດສະຣາເອນ.

Deuteronomy 33:22

ໂມເຊໄດ້ອະທິບາຍກ່ຽວກັບເຜົ່າດານແນວໃດ?

ໂມເຊໄດ້ພັນລະນາເຖິງເຜົ່າດານເປັນເຫມືອນໂຕສິງໂຕຫນຶ່ງທີ່ໂດດອອກມາຈາກເມືອງບາຊານ.

Deuteronomy 33:23

ໂມເຊໄດ້ກ່າວວ່າແຜ່ນດິນໃດທີ່ເຜົ່ານັບທາລີຈະຍຶດຄອງ?

ເຜົ່ານັບທາລີຈະຍຶດເອົາດິນແດນທາງທິດຕາເວັນຕົກແລະທິດໃຕ້.

Deuteronomy 33:24

ໂມເຊເວົ້າສິ່ງໃດກ່ຽວກັບພຣະພອນສຳລັບເຜົ່າອາເຊີ?

ໂມເຊກ່າວວ່າເອເຊີຈະໄດ້ຮັບພຣະພອນຫລາຍກວ່າລູກຊາຍຄົນອື່ນໆ, ຄືລາວຈະຢຽບຕີນລົງໃສ່ນໍ້າມັນຫມາກກອກແລະວ່າລາວຈະປອດໄພຕະຫລອດວັນເວລາຂອງພວກເຂົາ.

Deuteronomy 33:27

ໂມເຊໄດ້ກ່າວວ່າພະເຈົ້າຈະເຮັດສິ່ງໃດກັບສັດຕູຂອງເຢຊູຣຸນ (ອິດສະຣາເອນ)?

ໂມເຊກ່າວວ່າພຣະເຈົ້າຈະໄລ່ພວກສັດຕູຂອງອິດສະຣາເອນອອກຈາກພວກເຂົາແລະວ່າພຣະເຈົ້າຈະເວົ້າວ່າ, "ທຳລາຍ!"

Deuteronomy 33:28

ເຊື້ອສາຍຂອງຢາໂຄບຈະມີຊີວິດຢູ່ຢ່າງໃດ?

ເຊື້ອສາຍຂອງຢາໂຄບຈະອາໄສຢູ່ຢ່າງປອດໄພແລະປອດໄພໃນດິນແດນແຫ່ງເມັດພືດແລະເຫລົ້າອະງຸ່ນໃຫມ່.

Deuteronomy 33:29

ໂມເຊໄດ້ກ່າວເຖິງຊາວອິດສະຣາເອນແນວໃດ?

ໂມເຊໄດ້ບັນຍາຍອິດສະຣາເອນວ່າເປັນຜູ້ທີ່ໄດ້ຮັບພຣະພອນແລະເປັນຜູ້ທີ່ໄດ້ຮັບຄວາມລອດໂດຍພຣະເຈົ້າຢາເວ, ເຊິ່ງສັດຕູຂອງພວກເຂົາຈະສັ່ນສະເທືອນຕໍ່ພວກເຂົາ.

Deuteronomy 34

Deuteronomy 34:1

ໂມເຊໄດ້ສະແດງດິນແດນທັງຫມົດ ທີ່ບັນດາເຜົ່າຂອງອິດສະຣາເອນຈະຄອບຄອງຈາກບ່ອນໃດ?

ໂມເຊໄດ້ສະແດງດິນແດນທັງຫມົດ ທີ່ບັນດາເຜົ່າຂອງອິດສະຣາເອນຈະຄອບຄອງຈາກເທິງຍອດພູປີສະກາ.

Deuteronomy 34:4

ພຣະຢາເວອະນຸຍາດໃຫ້ໂມເຊເຫັນຫຍັງກ່ອນທີ່ລາວຈະຕາຍ?

ພຣະຢາເວອະນຸຍາດໃຫ້ໂມເຊເຫັນແຜ່ນດິນທີ່ພຣະອົງໄດ້ສາບານໃຫ້ອັບຣາຮາມ, ອີຊາກແລະຍາໂຄບ.

ໂມເຊຕາຍບ່ອນໃດແລະພຣະຢາເວດ້ຝັງໂມເຊຢູ່ໃສ?

ໂມເຊຕາຍໃນແຜ່ນດິນໂມອາບແລະພຣະຢາເວໄດ້ຝັງລາວໄວ້ໃນຮ່ອມພູໃນແຜ່ນດິນໂມອາບກົງກັນຂ້າມກັບເບັດເປເອີ.

Deuteronomy 34:7

ໂມເຊມີສະພາບຮ່າງກາຍແນວໃດເມື່ອລາວຕາຍອາຍຸຫນຶ່ງຮ້ອຍຊາວປີ?

ເມື່ອໂມເຊຕາຍລາວຍັງແຂງແຮງແລະສາມາດແນມເຫັນໄດ້ດີ.

ປະຊາຊົນອິດສະຣາເອນໄດ້ເປັນໄວ້ທຸກດົນປານໃດສຳລັບໂມເຊ?

ຜູ້ຄົນພາກັນຮ້ອງໄຫ້ໃຫ້ໂມເຊເປັນເວລາສາມສິບວັນ.

Deuteronomy 34:9

ເປັນຫຍັງປະຊາຊົນອິດສະຣາເອນຍອມຟັງໂຢຊວຍແລະເຮັດໃນສິ່ງທີ່ພຣະຢາເວໄດ້ສັ່ງໂມເຊ?

ປະຊາຊົນອິດສະຣາເອນໄດ້ຟັງໂຢຊວຍເພາະວ່າໂຢຊວຍເຕັມໄປດ້ວຍສະຕິປັນຍາແລະໂມເຊໄດ້ວາງມືໃສ່ລາວ.

Deuteronomy 34:10

ໂມເຊໄດ້ເປັນທີ່ຮູ້ຈັກໂດຍພຣະຢາເວແນວໃດ?

ພຣະຢາເວຮູ້ໂມເຊແບບຫນ້າຕໍ່ຫນ້າ.

ເຄີຍມີຜູ້ເຜີຍພະວັດຈະນະຄືໂມເຊໃນອິດສະຣາເອນບໍ?

ບໍ່ເຄີຍມີຜູ້ເຜີຍພຣະວັດຈະນະຄືໂມເຊໃນອິດສະຣາເອນທັງຫມົດ.