ພາສາລາວ (Lao): translationQuestions Print

Updated ? hours ago # views See on WACS

Nehemiah 1

Nehemiah 1:1

ໃຜເປັນຜູ້ທີ່ຂຽນປຶ້ມຂອງເນເຫມີຢາ?

ເນເຫມີຢາຜູ້ເປັນລູກຊາຍຂອງຮາກາລີຢາ ຊຶ່ງໄດ້ຂຽນປຶ້ມຂອງເນເຫມີຢາ.

ເມື່ອໃດທີ່ເນເຫມີຢາໄດ້ຖາມຮາກາລີຢາ ແລະບາງຄົນຈາກຢູດາກ່ຽວກັບຊາວຢິວຜູ້ທີ່ໄດ້ຫນີ, ຊາວຢິວທີ່ເຫລືອຢູ່ທີ່ນັ້ນ ແລະ ກ່ຽວກັບເມືອງເຢຣູຊາເລັມ?

ລາວຖາມພວກເຂົາໃນເດືອນກິດຊະເຫລັບ, ຂອງປີທີຊາວ.

Nehemiah 1:3

ຮັນນານີ ແລະບາງຄົນຈາກຢູດາຕອບຫຍັງ?

ພວກເຂົາຕອບວ່າ ຜູ້ທີ່ຢູ່ໃນເມືອງນັ້ນທີ່ລອດຊີວິດຈາກການຕົກເປັນຊະເລີຍ ມີຄວາມລຳບາກ ເເລະ ຄວາມອັບອາຍຫລາຍເພາະກຳເເພງເມືອງເຢຣູຊາເລັມໄດ້ຖືກທຳລາຍລົງ, ເເລະ ປະຕູຕ່າງໆກໍຖືກໄຟເຜົາ.

Nehemiah 1:4

ເນເຫມີຢາໄດ້ເຮັດຫຍັງເມື່ອໄດ້ຍິນກ່ຽວກັບສະພາບຂອງເຢຣູຊາເລັມ?

ລາວໄດ້ນັ່ງຮ້ອງໄຫ້ ແລະ ຮ້ອງໄຫ້, ແລະເປັນເວລາຫລາຍມື້ລາວໄດ້ສືບຕໍ່ທຸກໂສກ ແລະ ອົດອາຫານ ແລະອະທິຖານ.

ເນເຫມີຢາໄດ້ຮ້ອງຂໍຫຍັງໃນຂະນະທີ່ອະທິຖານຕໍ່ພຣະເຈົ້າແຫ່ງສະຫວັນ?

ລາວໄດ້ຮຽກຮ້ອງໃຫ້ພຣະຢາເວຊົງຮັບຟັງຄຳອະທິຖານຂອງລາວ; ວ່າພຣະຢາເວຈະລະນຶກເຖິງຖ້ອຍຄຳທີ່ພຣະອົງໄດ້ສັ່ງໂມເຊ, ໂດຍສັນຍາວ່າຈະເຕົ້າໂຮມຊົນຊາດອິດສະຣາເອນ ທີ່ກະແຈກກະຈາຍຖ້າພວກເຂົາກັບມາພຣະອົງ ແລະ ເຊື່ອຟັງ ແລະ ປະຕິບັດຕາມຄຳສັ່ງຂອງພຣະອົງ, ແລະວ່າພຣະຢາເວຈະຊົງປະທານຜົນສຳເລັດ ແລະ ໃຫ້ຄວາມເມດຕາຕໍ່ລາວ.

Nehemiah 1:6

ເນເຫມີຢາໄດ້ສາລະພາບຫຍັງໃນຂະນະທີ່ອະທິຖານຕໍ່ພຣະເຈົ້າແຫ່ງສະຫວັນ?

ເນເຫມີຢາໄດ້ສາລະພາບບາບຂອງຊາວອິດສະຣາເອນ ແລະບາບຂອງຕົນເອງ ແລະ ບາບຂອງຄອບຄົວຂອງລາວ. ເນເຫມີຢາໄດ້ກ່າວວ່າ ພວກເຂົາໄດ້ກະທຳທີ່ຊົ່ວຮ້າຍຕໍ່ພຣະຢາເວ ແລະ ບໍ່ໄດ້ຮັກສາບັນຍັດ, ກົດຫມາຍ, ແລະ ດຳລັດທີ່ພຣະຢາເວສັ່ງໄວ້ກັບໂມເຊ.

Nehemiah 1:10

ເນເຫມີຢາໄດ້ເຮັດຫນ້າທີ່ຖືຈອກເຫລົ້າອະງຸ່ນໃຫ້ກັບໃຜ?

ເນເຫມີໄດ້ເຮັດຫນ້າທີ່ຖືຈອກເຫລົ້າອະງຸ່ນໃຫ້ກັບກະສັດ.

Nehemiah 2

Nehemiah 2:1

ໃນມື້ໃດທີ່ເນເຫມີຢາໄດ້ຊົງເຮັດສິ່ງນີ້, ຄືໃນເວລາທີ່ລາວເສົ້າໃຈ, ລາວໄດ້ເອົາເຫລົ້າອະງຸ່ນໃຫ້ກະສັດ?

ເພີ່ນໄດ້ເຫລົ້າອະງຸ່ນ ມອບມັນໃຫ້ກະສັດໃນເດືອນຂອງນີຊານ, ໃນປີທີຊາວຂອງກະສັດ ອາກຕາເຊເຊັດ.

Nehemiah 2:3

ເປັນຫຍັງເນເຫມີຢາຈຶ່ງເສົ້າໃຈ?

ລາວມີຄວາມເສົ້າສະຫລົດໃຈ ເພາະເມືອງ, ອັນເປັນທີ່ຝັງສົບຂອງບັນດາບັນພະບູລຸດຂອງລາວໄດ້ຖືກທຳລາຍ ເເລະ ປະຕູເມືອງກໍຖືກໄຟເຜົາຈົນຫມົດ.

Nehemiah 2:4

ເມື່ອກະສັດຖາມວ່າເນເຫມີຢາຕ້ອງການໃຫ້ລາວເຮັດຫຍັງ, ເນເຫມີຢາໄດ້ເຮັດຫຍັງ?

ເນເຫມີຢາໄດ້ອະທິຖານຫາພຣະເຈົ້າແຫ່ງສະຫວັນ.

ເນເຫມີຢາຕ້ອງການໃຫ້ກະສັດອະນຸຍາດໃຫ້ລາວເຮັດຫຍັງ?

ເນເຫມີຢາຕ້ອງການໄດ້ຮັບອະນຸຍາດຈາກກະສັດໄປຢູດາ ເພື່ອສ້າງເມືອງຂຶ້ນໃຫມ່.

Nehemiah 2:9

ເມື່ອກະສັດໄດ້ສົ່ງເນເຫມີຢາກັບນາຍທະຫານ ແລະ ທະຫານມ້າ, ເປັນຫຍັງສານບັນລັດ ແລະ ໂຕບີຢາຈຶ່ງບໍ່ພໍໃຈ?

ພວກເຂົາບໍ່ພໍໃຈ ທີ່ມີໃຜບາງຄົນມາຊອກຫາຫົນທາງເພື່ອຊ່ວຍເຫລືອປະຊາຊົນຂອງອິດສະຣາເອນ.

Nehemiah 2:11

ໃນເວລາທີ່ເນເຫມີຢາໄດ້ລຸກຂຶ້ນໃນຕອນກາງຄືນ, ລາວໄດ້ບອກຜູ້ໃດໃນສິ່ງທີ່ພຣະເຈົ້າຊົງບັນດານໃຈຂອງລາວເຮັດສຳລັບນະຄອນເຢຣູຊາເລັມ?

ເນເຫມີຢາບໍ່ໄດ້ບອກຜູ້ໃດເຖິງສິ່ງທີ່ພຣະເຈົ້າຂອງລາວໄດ້ຊົງບັນດານໃຈຂອງລາວເພື່ອເຮັດສຳລັບເຢຣູຊາເລັມ.

Nehemiah 2:17

ເມື່ອເນເຫມີຢາໄດ້ບອກກັບຜູ້ປົກຄອງ, ຊາວຢິວ, ພວກປະໂລຫິດ, ບັນດາຄົນຊັ້ນສູງ, ສ່ວນທີ່ເຫລືອຢູ່ ທີ່ເຮັດວຽກທີ່ພຣະຫັດຂອງພຣະເຈົ້າຂອງລາວມີຕໍ່ລາວ ແລະ ກ່ຽວກັບຖ້ອຍຄຳທີ່ກະສັດໄດ້ເວົ້າກັບລາວ, ພວກເຂົາເວົ້າ ແລະ ເຮັດຫຍັງ?

ພວກເຂົາກ່າວວ່າພວກເຂົາຈະລຸກຂຶ້ນ ແລະ ກໍ່ສ້າງ, ແລະພວກເຂົາຈຶ່ງໄດ້ໄປເສີມກຳລັງມືຂອງພວກເຂົາໃຫ້ເຂັ້ມເເຂງເພື່ອເຮັດການດີນີ້.

Nehemiah 2:19

ເນເຫມີໄດ້ຕອບສະຫນອງຕໍ່ສານບັນລັດ, ໂຕບີຢາ, ແລະ ເກເຊມ ແນວໃດເມື່ອພວກເຂົາໄດ້ຍິນກ່ຽວກັບວຽກງານດັ່ງກ່າວ, ແລະ ເຍາະເຍີ້ຍຄົນທີ່ກຳລັງເຮັດວຽກ?

ເນເຫມີຢາຕອບໂດຍກ່າວວ່າພຣະເຈົ້າຈະປະທານຄວາມສຳເລັດໃຫ້ພວກເຂົາ, ວ່າພວກເຂົາແມ່ນຜູ້ຮັບໃຊ້ຂອງພຣະເຈົ້າ, ແລະ ວ່າສານບັນລັດ, ໂຕບີຢາ, ແລະ ເກເຊມບໍ່ມີສ່ວນແບ່ງ, ບໍ່ມີສິດ, ແລະບໍ່ໄດ້ຮັບການລະລຶກເຖິງໃນເຢຣູຊາເລັມ.

Nehemiah 3

Nehemiah 3:1

ໃຜເປັນຜູ້ສ້າງປະຕູແກະ ແລະ ໄດ້ເຮັດພິທີຊຳລະໃຫ້ບໍຣິສຸດ?

ເອລີອາຊິບກັບປະໂລຫິດນ້ອງຊາຍຂອງລາວໄດ້ສ້າງປະຕູແກະ.

Nehemiah 3:3

ໃຜເປັນຜູ້ສ້າງປະຕູປາ?

ພວກລູກຊາຍຂອງຮັດເສນາຢາກໍ່ສ້າງປະຕູປາ.

ຜູ້ນຳກຸ່ມໃດປະຕິເສດທີ່ຈະເຮັດວຽກຕາມການຊີ້ນຳຂອງພວກເຂົາ?

ບັນດາຜູ້ນຳຂອງຊາວເຕກົວໄດ້ປະຕິເສດທີ່ຈະເຮັດວຽກງານນີ້.

Nehemiah 3:6

ໃຜເປັນຜູ້ສ້ອມແປງປະຕູເກົ່າ?

ໂຢອີອາດາ ແລະ ເມຊຸນລຳ ໄດ້ສ້ອມແປງປະຕູເກົ່າ.

Nehemiah 3:8

ແມ່ນໃຜເປັນຜູ້ສ້ອມແປງເມືອງເຢຣູຊາເລັມຈົນເຖິງບໍລິເວນປະຕູກຳແພງກວ້າງ?

ອຸດຊີເອນ ແລະ ຮາອີຢາ ໄດ້ສ້ອມແປງສ່ວນນັ້ນຂອງເຢຣູຊາເລັມ.

Nehemiah 3:11

ມີຜູ້ໃດໄດ້ສ້ອມແປງສ່ວນອື່ນພ້ອມກັບຫໍຄອຍເຕົາອົບ?

ມັນກີຢາ ລູກຊາຍຂອງຮາຣິມ ແລະ ຮາຊຸບ ໄດ້ສ້າງສ່ວນຕໍ່ໄປພ້ອມກັບຫໍຄອຍເຕົາອົບ.

ໃຜຊ່ວຍຊານລູມສ້ອມແປງຝາ?

ລູກສາວຂອງລາວໄດ້ຊ່ວຍລາວ.

Nehemiah 3:13

ແມ່ນໃຜເປັນຜູ້ໄດ້ສ້ອມເເປງປະຕູຮ່ອມພູຈົນຮອດປະຕູກອງຂີ້ເຫຍື້ອ?

ຮານູນ ເເລະ ຜູ້ອາໄສໃນເມືອງຊາໂນອາໄດ້ສ້ອມເເປງປະຕູຮ່ອມພູຈົນຮອດປະຕູກອງຂີ້ເຫຍື້ອ.

Nehemiah 3:14

ໃຜເປັນຜູ້ໄດ້ສ້ອມເເປງປະຕູບ່ອນຖອກກອງຂີ້ເຫຍື່ອ?

ມັນກີຢາລູກຂອງເຣກາບໄດ້ສ້ອມແປງປະຕູກອງຂີ້ເຫຍື່ອ.

ໃຜເປັນຜູ້ສ້ອມແປງປະຕູນ້ຳພຸ ແລະ ກຳແພງຂອງສະລອຍນໍ້າເຊລາ?

ຊານລູມໄດ້ສ້ອມແປງປະຕູນ້ຳພຸ ແລະ ກຳແພງຂອງສະລອຍນໍ້າເຊລາ.

Nehemiah 3:16

ມີຜູ້ໃດໄດ້ສ້ອມແປງຈາກສະຖານທີ່ຂ້າມຈາກບ່ອນກົງກັນຂ້າມອູບໂມງຝັງສົບຂອງດາວິດ ຍາວໄປຈົນຮອດຄ້າຍຂອງນັກຮົບ?

ເນເຫມີຢາລູກຂອງອາຊາບຸກໄດ້ສ້ອມແປງສ່ວນນັ້ນ.

Nehemiah 3:20

ຜູ້ໃດໄດ້ສ້ອມແປງຢ່າງແຂງແຮງຈາກຫົວມຸມຂອງກຳເເພງຈົນໄປຮອດປະຕູບ້ານຂອງເອເລອາຊິບມະຫາປະໂລຫິດ?

ບາຣຸກໄດ້ສ້ອມແປງມັນຢ່າງແຂງແຮງ.

Nehemiah 3:22

ເບັນຢາມິນ ເເລະຮັດຊຸບໄດ້ສ້ອມເເປງສ່ວນໃດຂອງກຳແພງ?

ພວກເຂົາໄດ້ສ້ອມແປງສ່ວນທີ່ກົງກັນຂ້າມກັບເຮືອນຂອງຕົນເອງ.

Nehemiah 3:28

ຜູ້ໃດໄດ້ສ້ອມແປງທາງດ້ານເຫນືອປະຕູມ້າ?

ພວກປະໂລຫິດໄດ້ສ້ອມແປງສ່ວນນັ້ນ, ແຕ່ລະຄົນກໍສ້ອມແປງທີ່ກົງກັນຂ້າມກັບເຮືອນຂອງຕົນເອງ.

Nehemiah 3:31

ໃຜເປັນຜູ້ສ້ອມແປງກຳແພງລະຫວ່າງການປ່ຽນແປງດ້ານເທິງຂອງມຸມ ແລະ ປະຕູແກະ?

ບັນດາຊ່າງຕີຄຳ ແລະພວກພໍ່ຄ້າໄດ້ສ້ອມແປງພາກສ່ວນນັ້ນ.

Nehemiah 4

Nehemiah 4:1

ມີໃຜເຢາະເຢີ້ຍພວກຢິວເມື່ອໄດ້ຍິນຊາວຢິວກຳລັງສ້າງກຳແພງ?

ສານບັນລັດ ແລະ ໂຕບີໄດ້ເຢາະເຢີ້ຍຊາວຢິວ.

Nehemiah 4:4

ເປັນຫຍັງເນເຫມີຢາຈິ່ງບໍ່ຂໍໃຫ້ພຣະເຈົ້າປົກປິດຄວາມຊົ່ວຮ້າຍຂອງສັນບັນລັດ ແລະ ໂຕບີຢາ?

ເນເຫມີຢາໄດ້ຂໍຮ້ອງໃຫ້ພຣະເຈົ້າຢ່າປົກປິດຄວາມຊົ່ວຮ້າຍຂອງພວກເຂົາ ເພາະວ່າພວກເຂົາດູຫມິ່ນຊາວຢິວ ແລະ ເຮັດໃຫ້ຜູ້ກໍ່ສ້າງໂກດຮ້າຍ.

Nehemiah 4:7

ໃນເວລາທີ່ສັນບັນລັດ, ໂຕບີຢາ, ຄົນອາຣັບ, ຄົນອຳໂມນ, ແລະຄົນອາຊະໂດດ ມາຕໍ່ສູ້ກັບເຢຣູຊາເລັມ, ຜູ້ກໍ່ສ້າງ ແລະຜູ້ຄົນໄດ້ເຮັດຫຍັງ?

ພວກເຂົາໄດ້ອະທິຖານຫາພຣະເຈົ້າຂອງພວກເຂົາ ແລະ ຕັ້ງຜູ້ປົກປ້ອງເປັນຜູ້ປົກປ້ອງ.

Nehemiah 4:12

ເນເຫມີຢາໄດ້ເຮັດຫຍັງຫລັງຈາກຊາວຢິວໄດ້ເຕືອນລາວກ່ຽວກັບແຜນການທີ່ພວກເຂົາກຳລັງເຮັດກັບພວກເຂົາ?

ຫລັງຈາກເນເຫມີຢາໄດ້ຮຽນຮູ້ເຖິງແຜນການຕ່າງໆຕໍ່ພວກເຂົາ, ລາວຈຶ່ງກຳນົດໃຫ້ປະຊາຊົນທີ່ຢູ່ສ່ວນທີ່ຕໍ່າທີ່ສຸດຂອງກຳແພງໃນບໍລິເວນທີ່ກຳລັງເປີດຢູ່ນັ້ນ. ລາວວາງອາວຸດໃຫ້ແຕ່ລະຄອບຄົວ. ເນເຫມີຢາໄດ້ບອກໃຫ້ປະຊາຊົນຢ່າຢ້ານສັດຕູຂອງພວກເຂົາ, ຈື່ຈຳພຣະຜູ້ເປັນເຈົ້າຜູ້ຍິ່ງໃຫຍ່ ແລະ ຫນ້າຢ້ານກົວ, ແລະຕໍ່ສູ້ເພື່ອຄອບຄົວ ແລະ ບ້ານເຮືອນຂອງພວກເຂົາ.

Nehemiah 4:15

ເປັນຫຍັງແຜນການຂອງສັດຕູຈຶ່ງເປັນທີ່ຮູ້ຈັກຂອງຄົນງານ?

ແຜນການໄດ້ກາຍເປັນທີ່ຮູ້ຈັກ ພຣະເຈົ້າໄດ້ຊົງທຳລາຍແຜນການຂອງພວກເຂົາ.

ເນເຫມີຢາໄດ້ໃຫ້ຜູ້ຮັບໃຊ້ຂອງລາວເຮັດຫຍັງ?

ເນເຫມີຢາໄດ້ໃຫ້ຜູ້ຮັບໃຊ້ເຄິ່ງຫນຶ່ງຂອງລາວເຮັດວຽກກໍ່ສ້າງກຳແພງ ແລະ ອີກເຄິ່ງຫນຶ່ງຖືອາວຸດ ແລະ ໃສ່ເສື້ອເກາະ.

Nehemiah 4:19

ເປັນຫຍັງເນເຫມີຢາຈຶ່ງບອກປະຊາຊົນວ່າພວກເຂົາຕ້ອງຟ້າວໄປບ່ອນທີ່ພວກເຂົາໄດ້ຍິນສຽງແກ ແລະ ສຽງປະຊຸມຢູ່ທີ່ນັ້ນ?

ເນເຫມີຢາໄດ້ບອກປະຊາຊົນວ່າ ເພາະວ່າກຳມະກອນຖືກແຍກກັນໄປຢູ່ເທິງກຳແພງທີ່ຫ່າງຈາກກັນ.

Nehemiah 4:21

ເປັນຫຍັງປະຊາຊົນບໍ່ໄປເຮືອນຂອງພວກເຂົາເພື່ອນອນຫລັບ ຫລື ປ່ຽນເສື້ອຜ້າ?

ພວກເຂົາບໍ່ໄດ້ໄປເຮືອນຂອງພວກເຂົາ ຫລື ປ່ຽນເຄື່ອງນຸ່ງເພື່ອພວກເຂົາຈະໄດ້ນອນຄ້າງຄືນໃນກາງເມືອງເຢຣູຊາເລັມ, ເປັນຄົນເຝົ້າຍາມໃນຍາມກາງຄືນ ແລະ ເປັນຄົນເຮັດວຽກໃນຕອນກາງເວັນ.

Nehemiah 5

Nehemiah 5:6

ເປັນຫຍັງຊາຍ ແລະ ຍິງຈຶ່ງໄດ້ຮ້ອງໄຫ້ຕໍ່ສູ້ບັນດາພີ່ນ້ອງຂອງຊາວຢິວ?

ພວກເຂົາຍົກສູງການຮ້ອງຟ້ອງ ເພາະວ່າພວກເຂົາຕ້ອງໄດ້ເຊົ່າຊັບສິນຂອງພວກເຂົາ ແລະ ຂາຍລູກຂອງພວກເຂົາເພື່ອເປັນອາຫານ, ແຕ່ພວກເຈົ້າຫນ້າທີ່ສູງສຸດ ແລະ ເຈົ້ານາຍກໍ່ໄດ້ຮັບຄວາມສົນໃຈຈາກພວກເຂົາ.

ເຖິງແມ່ນວ່າຊາຍ ແລະ ຍິງໄດ້ຊື້ຄືນຈາກການເປັນຂ້າທາດອ້າຍນ້ອງຊາວຍິວຂອງພວກເຂົາທີ່ຖືກຂາຍໄປສູ່ປະຊາຊາດ, ແຕ່ພວກເຈົ້າຫນ້າທີ່ສູງສຸດ ແລະ ເຈົ້ານາຍໄດ້ເຮັດຫຍັງ?

ພວກເຂົາກຳລັງຂາຍອ້າຍເອື້ອຍນ້ອງຂອງພວກເຂົາ, ເພື່ອພວກເຂົາຈະຖືກຂາຍໃຫ້ກັບພີ່ນ້ອງຊາວຢິວອີກຄົນອື່ນອີກ.

Nehemiah 5:9

ເປັນຫຍັງເນເຫມີຢາຈຶ່ງບັນຊາພວກຫົວຫນ້າ, ເຈົ້າຫນ້າທີ່ແລະ ປະໂລຫິດໃຫ້ຄືນສິ່ງທີ່ພວກເຂົາໄດ້ຢຶດມາຈາກປະຊາຊົນ?

ພຣະອົງໄດ້ສັ່ງພວກເຂົາໃຫ້ເຮັດແນວນັ້ນ ເພາະວ່າພວກເຂົາກຳລັງເຮັດສິ່ງທີ່ບໍ່ດີ, ແລະພວກເຂົາກໍ່ໃຫ້ພວກປະເທດທີ່ເປັນສັດຕູຂອງພວກເຂົາ ດູຖູກພວກເຂົາ.

Nehemiah 5:12

ບັນດາຜູ້ມີກຽດ, ເຈົ້າຫນ້າທີ່ ແລະ ປະໂລຫິດໄດ້ຕອບສະຫນອງຕໍ່ຄຳສັ່ງຂອງເນເຫມີຢາແນວໃດ?

ພວກເຂົາເວົ້າວ່າພວກເຂົາຈະເຮັດຕາມທີ່ເພິ່ນໄດ້ສັ່ງ, ໂດຍກ່າວວ່າ "ອາແມນ," ແລະຍ້ອງຍໍສັນລະເສີນພຣະຢາເວ.

Nehemiah 5:14

ເປັນຫຍັງເນເຫມີຢາ ຫລືພີ່ນ້ອງຂອງຂ້ານ້ອຍບໍ່ໄດ້ກິນເຂົ້າທີ່ໄດ້ຈັດຕຽມໄວ້ສຳລັບຂ້ານ້ອຍໃນຖານະຜູ້ປົກຄອງເປັນໄລຍະເວລາ 12 ປີທີ່ລາວເປັນຜູ້ປົກຄອງຢູດາ?

ລາວບໍ່ໄດ້ເຮັດແນວນັ້ນເພາະວ່າຜູ້ປົກຄອງຄົນກ່ອນຫລາຍຄົນ ກ່ອນຫນ້າລາວໄດ້ວາງພາລະຫນັກເທິງປະຊາຊົນ, ແຕ່ເພາະລາວມີຄວາມຢຳເກງໃນພຣະເຈົ້າ.

Nehemiah 5:16

ໃຜກິນເຂົ້າຢູ່ໂຕະຂອງເນເຫມີຢາ?

ຜູ້ທີ່ໄດ້ຮັບປະທານອາຫານຢູ່ໂຕະຂອງເນເຫມີຢາ ແມ່ນຊາວຢິວ ແລະ ເຈົ້າຫນ້າທີ່, ຜູ້ຊາຍ 150 ຄົນ, ແລະ ຜູ້ທີ່ມາຮອດເນເຫມີຢາ ຈາກບັນດາປະເທດທີ່ຢູ່ອ້ອມຮອບພວກເຂົາ.

Nehemiah 5:18

ເປັນຫຍັງເນເຫມີຢາຈຶ່ງຂໍໃຫ້ພຣະເຈົ້າຂໍຊົງລະລຶກເຖິງລາວເພື່ອໃຫ້ເກີດຜົນດີ?

ລາວໄດ້ຂໍໃຫ້ພຣະເຈົ້າເຮັດສິ່ງນີ້ ເພາະວ່າທຸກໆສິ່ງທີ່ເນເຫມີຢາໄດ້ເຮັດທຸກສິ່ງເພື່ອປະຊາຊົນ.

Nehemiah 6

Nehemiah 6:1

ໃນເວລາທີ່ສານບັນລັດ, ໂຕບີຢາ, ແລະ ເກເຊມຖາມເນເຫມີຢາເພື່ອພົບກັບພວກເຂົາຢູ່ໃນທົ່ງພຽງຂອງໂອໂນ, ຈຸດປະສົງຂອງພວກເຂົາແມ່ນຫຍັງ?

ສານບັນລັດ, ໂຕບີຢາ, ແລະ ເກເຊມມີຈຸດປະສົງທີ່ຈະທໍາຮ້າຍເນເຫມີຢາບໍ?

Nehemiah 6:3

ເນເຫມີຢາຕອບສະຫນອງແນວໃດຕໍ່ຄຳຮຽກຮ້ອງຂອງສັດຕູຂອງພວກເຂົາ?

ເນເຫມີຢາໄດ້ສົ່ງຜູ້ສົ່ງຂ່າວໄປຫາພວກເຂົາວ່າ, "ຂ້ານ້ອຍກຳລັງເຮັດວຽກທີ່ຍິ່ງໃຫຍ່, ເເລະ ຂ້ານ້ອຍບໍ່ສາມາດລົງມາໄດ້. ເປັນຫຍັງຕ້ອງໃຫ້ວຽກຢຸດ ໃນຂະນະທີ່ຂ້ານ້ອຍຖິ້ມງານ ເເລະລົງມາຫາພວກທ່ານ?"

Nehemiah 6:5

ສານບັນລັດໄດ້ເວົ້າຫຍັງໃນຂ່າວສານເທື່ອທີຫ້າຂອງລາວ?

ທ່ານກ່າວວ່າທຸກໆປະເທດໄດ້ລາຍງານວ່າເນເຫມີຢາ ແລະ ຊາວຢິວກຳລັງວາງແຜນທີ່ຈະກະບົດ, ແລະ ກະສັດຈະໄດ້ຍິນຂ່າວເຫລົ່ານີ້ຢ່າງແນ່ນອນ.

ເນເຫມີບໍ່ຕອບສະຫນອງຕໍ່ຂ່າວສານທີ່ຫ້າຂອງສານບັນລັດຄືແນວໃດ?

ເນເຫມີຢາໄດ້ຕອບໂດຍກ່າວວ່າສານບັນລັດໄດ້ສ້າງບົດລາຍງານໃນຫົວໃຈຂອງລາວ.

Nehemiah 6:8

ເນເຫມີຢາຕອບສະຫນອງຕໍ່ຂ່າວສານທີ່ຫ້າຂອງສານບັນລັດແນວໃດ?

ເນເຫມີຢາໄດ້ຕອບໂດຍກ່າວວ່າເພາະໃນໃຈຂອງສານບັນລັດເເຕ່ງມັນຂຶ້ນມາເອງທັງນັ້ນ.

ເນເຫມີຢາໄດ້ອະທິຖານຫຍັງເມື່ອລາວຮູ້ວ່າສັດຕູຂອງສານບັນລັດ ແລະ ຊາວຢິວພະຍາຍາມທີ່ຈະເຮັດໃຫ້ວຽກງານຢຸດ ແລະ ຊາວຢິວຢ້ານ?

ເນເຫມີຢາໄດ້ອະທິຖານຂໍໃຫ້ພຣະເຈົ້າເສີມກຳລັງມືຂອງລາວ.

Nehemiah 6:10

ເປັນຫຍັງເນເຫມີຢາຈຶ່ງປະຕິເສດທີ່ຈະພົບກັບເຊມາອີຢາ ລູກຊາຍຂອງ ເດລາອີຢາ ລູກຂອງເມເຮຕາເບນໃນພຣະວິຫານ?

ເນເຫມີຢາປະຕິເສດ ເພາະລາວຄິດວ່າຜູ້ຊາຍຄືກັບຕົວເອງບໍ່ຄວນແລ່ນຫນີ ເພື່ອຊ່ວຍຊີວິດຂອງຕົນເອງ.

Nehemiah 6:12

ຈະມີຫຍັງເກີດຂື້ນຖ້າເນເຫມີຢາໄດ້ເຂົ້າໄປໃນວິຫານ?

ລາວຈະໄດ້ເຮັດບາບ, ແລະຈາກນັ້ນທາບີບີ ແລະ ຊານບາໂລລາດກໍ່ໄດ້ຕັ້ງຊື່ໃຫ້ເນເຫມີຢາເພື່ອເຮັດໃຫ້ລາວອັບອາຍ.

ເນເຫມີໄດ້ອະທິຖານຫຍັງເປັນເທື່ອທີສອງ?

ລາວໄດ້ອະທິຖານວ່າຂໍຊົງລະລຶກເຖິງໂຕບີຢາ, ແລະ ສານບັນລັດ, ຜູ້ເຜີຍພຣະວັດຈະນະຍິງໂນອາດີຢາ, ແລະ ຜູ້ເຜີຍພຣະວັດຈະນະຄົນອື່ນໆ, ແລະ ຜູ້ທີ່ພະຍາຍາມເຮັດໃຫ້ຂ້ານ້ອຍຢ້ານ.

Nehemiah 6:15

ເປັນຫຍັງສັດຕູຂອງເນເຫມີຢາຈຶ່ງຢ້ານກົວ ແລະ ຕົກຢູ່ໃນຄວາມນັບຖືຕໍ່ຕົນເອງເມື່ອກຳແພງສ້າງສຳເລັດ?

ພວກເຂົາຮູ້ສຶກຢ້ານເພາະຮູ້ວ່າວຽກຂອງພວກເຂົາຖືກເຮັດດ້ວຍຄວາມຊ່ວຍເຫລືອຂອງພຣະເຈົ້າຂອງຊາວຢິວ.

Nehemiah 7

Nehemiah 7:1

ໃນເວລາທີ່ເນເຫມີຢາໄດ້ໃຫ້ນ້ອງຊາຍຂອງລາວຮັບປົກຄອງເຫນືອເຢຣູຊາເລັມ?

ເນເຫມີຢາໄດ້ມອບຫມາຍໃຫ້ ຮານີນາຮັບຜິດຊອບຫລັງຈາກລາວໄດ້ກໍ່ສ້າງກຳແພງແລ້ວ, ຕັ້ງປະຕູ, ແລະແຕ່ງຕັ້ງຜູ້ເຝົ້າປະຕູ, ນັກຮ້ອງ, ແລະ ເລວີ.

ເປັນຫຍັງເນເຫມີຢາຈຶ່ງແຕ່ງຕັ້ງຮານານີ?

ເນເຫມີໄດ້ເຮັດເຊັ່ນນັ້ນເພາະວ່າ ຮານານີ ເປັນຄົນສັດຊື່ ແລະຢ້ານຢຳພຣະເຈົ້າຫລາຍກວ່າຄົນອື່ນໆ.

Nehemiah 7:3

ເມື່ອໃດທີ່ປະຕູຮົ້ວຂອງເຢຣູຊາເລັມຄວນຈະເປີດ?

ປະຕູໂຂງກຳນົດໃຫ້ເປີດເມື່ອແດດຮ້ອນ.

ເຖິງແມ່ນວ່າເມືອງກວ້າງ ແລະ ໃຫຍ່ຂຶ້ນຫລາຍ, ມີຄົນ ແລະເຮືອນຢູ່ພາຍໃນບໍ?

ຢູ່ໃນຕົວເມືອງມີຄົນຢູ່ບໍ່ຫນ້ອຍ ແລະບໍ່ມີບ້ານເຮືອນ.

Nehemiah 7:5

ພຣະເຈົ້າຊົງບັນດານໃຈຂອງເນເຫມີຢາເພື່ອເຮັດຫຍັງ?

ພຣະເຈົ້າຂອງຂ້ານ້ອຍຊົງບັນດານໃຈໃຫ້ເນເຫມີຢາລວບລວມບັນດາຂຸນນາງ, ເຈົ້າຫນ້າທີ່ຣາຊການ, ເເລະ ປະຊາຊົນທັງຫລາຍໃຫ້ລົງທະບຽນຕາມຄອບຄົວຂອງພວກເຂົາ.

Nehemiah 7:64

ສິ່ງທີ່ເຮັດກ່ຽວກັບປະໂລຫິດຜູ້ທີ່ບໍ່ສາມາດຊອກຫາບັນທຶກເຜົ່າພັນຂອງພວກເຂົາແລະ ຜູ້ວ່າການໄດ້ຈຳກັດພວກເຂົາບໍ່ໃຫ້ເຮັດຫຍັງ?

ພວກປະໂລຫິດທີ່ບໍ່ສາມາດຊອກຫາບັນທຶກເຜົ່າພັນຂອງພວກເຂົາໄດ້ ຖືກຍົກເວັ້ນຈາກຖານະປະໂລຫິດ ແລະ ຜູ້ວ່າການກ່າວວ່າພວກເຂົາ ພວກເຂົາບໍ່ສົມຄວນໄດ້ຮັບອະນຸຍາດໃຫ້ກິນອາຫານທີ່ມາຈາກເເທ່ນບູຊາ ຮ່ວມກັບບັນດາປະໂລຫິດ.

ເມື່ອປະໂລຫິດຜູ້ທີ່ບໍ່ສາມາດພິສູດເຊື້ອວົງຕະກຸນຂອງເຂົາເຈົ້າຈະຖືກລວມເຂົ້າໃນຖານະປະໂລຫິດອີກຄັ້ງໃດ?

ພວກເຂົາຈະຖືກຮ່ວມກັບບັນດາປະໂລຫິດຈົນກວ່າປະໂລຫິດຄົນຫນຶ່ງຈະຍົກເລື່ອງນີ້ຂຶ້ນໂດຍທາງອູຣິມ ເເລະ ທູມມິມ.

Nehemiah 7:66

ມີຈັກຄົນທີ່ຖືກນັບເຂົ້າໃນການລົງທະບຽນເຂົ້າປະຊຸມ?

ການຊຸມນຸມລວມທັງຫມົດໄດ້ຖືກນັບວ່າມີປະມານ 42,360 ຄົນ.

Nehemiah 7:70

ໃຜໃຫ້ຂອງຂວັນສຳລັບວຽກງານ?

ຫົວຫນ້າຄອບຄົວເຈົ້າກົກເຈົ້າເຫລົ່າ ໄດ້ຈ່າຍຄ່າສຳລັບງານ, ດັ່ງທີ່ເຮັດກັບຄົນອື່ນໆທັງຫມົດ.

Nehemiah 7:73

ພວກປະໂລຫິດ, ເລວີ, ຜູ້ເຝົ້າປະຕູ, ນັກຮ້ອງ, ຜູ້ຮັບໃຊ້ໃນພຣະວິຫານ, ແລະ ຜູ້ຄົນອາໄສຢູ່ໃນເມືອງຂອງພວກເຂົາເມື່ອໃດ?

ພວກເຂົາໄດ້ຕັ້ງຖິ່ນຖານໃນເມືອງພວກເຂົາເປັນເວລາເຈັດເດືອນ.

Nehemiah 8

Nehemiah 8:1

ໃຜໄດ້ມາເຕົ້າໂຮມກັນເພື່ອຟັງຫນັງສືແຫ່ງພຣະບັນຍັດ?

ຜູ້ຊາຍ ແລະ ຜູ້ຍິງ, ແລະ ຜູ້ທີ່ສາມາດເຂົ້າໃຈ ໄດ້ມາລວມຕົວກັນເພື່ອຟັງຫນັງສືແຫ່ງພຣະບັນຍັດ.

Nehemiah 8:4

ມີໃຜອ່ານຫນັງສືແຫ່ງພຣະບັນຍັດຂອງພຣະເຈົ້າ?

ເອຊະຣາ, ຄົນອື່ນໆທີ່ຢູ່ຂ້າງລາວ, ແລະພວກເລວີອ່ານມັນ.

Nehemiah 8:6

ເປັນຫຍັງເອຊະຣາ, ຄົນອື່ນທີ່ຢູ່ຂ້າງລາວ, ແລະຄົນເລວີຕ້ອງຕີຄວາມ ແລະ ໃຫ້ຄວາມຫມາຍຂອງຫນັງນັ້ນ?

ພວກເຂົາຕ້ອງເຮັດໃຫ້ຊັດເຈນໂດຍການແປ ແລະ ຕີຄວາມຫມາຍ ດັ່ງນັ້ນປະຊາຊົນຈຶ່ງເຂົ້າໃຈສິ່ງທີ່ໄດ້ອ່ານໄປ.

Nehemiah 8:9

ເປັນຫຍັງປະຊາຊົນທຸກຄົນຖືກສັ່ງໂດຍເນເຫມີຢາ, ເອເຊຣາ, ແລະ ພວກເລວີໃຫ້ສະຫລອງດ້ວຍຄວາມຊື່ນຊົມຍິນດີ ແລະ ບໍ່ຄວນຮ້ອງໄຫ້ ຫລື ທຸກໂສກ?

ພວກເຂົາໄດ້ຮັບຄຳສັ່ງໃຫ້ສະເຫລີມສະຫລອງແທນທີ່ຈະເປັນທຸກ ຫລື ຮ້ອງໄຫ້ເພາະວ່າ ວັນນີ້ເປັນວັນບໍຣິສຸດແດ່ພຣະຢາເວພຣະເຈົ້າຂອງພວກເຂົາ ແລະ ຄວາມສຸກຂອງພຣະຢາເວແມ່ນກຳລັງຂອງພວກເຂົາ.

Nehemiah 8:13

ພວກຜູ້ນຳຂອງເຊື້ອສາຍຂອງບັນພະບູລຸດ, ປະໂລຫິດ ແລະພວກເລວີໄດ້ຮັບຄວາມເຂົ້າໃຈຫຍັງ ເມື່ອພວກເຂົາມາເຕົ້າໂຮມກັນເພື່ອຮຽນຮູ້ຈາກເອຊະຣາ?

ພວກເຂົາພົບຂໍ້ຂຽນໃນພຣະບັນຍັດເຖິງເລື່ອງທີ່ພຣະຢາເວໄດ້ຊົງບັນຊາຜ່ານທາງໂມເຊ ວ່າປະຊາຊົນອິດສະຣາເອນຄວນຢູ່ໃນເຕັນໃນເດືອນທີເຈັດ.

Nehemiah 8:16

ປະຊາຊົນຕັ້ງຫໍເຕັນເພື່ອສະຫລອງວັນບຸນຢູ່ໃສ?

ປະຊາຊົນໄດ້ຕັ້ງຜ້າເຕັ້ນຂອງພວກເຂົາຢູ່ຕາມຫລັງຄາບ້ານຂອງຕົນ, ຕາມລານບ້ານຂອງຕົນ, ຕາມລານພຣະວິຫານຂອງພຣະເຈົ້າ, ຕາມພື້ນທີ່ໂລ່ງຕໍ່ຫນ້າປະຕູນ້ຳ, ແລະ ໃນລານຈະຕຸລັດທີ່ປະຕູເອຟຣາອິມ.

ຄັ້ງສຸດທ້າຍທີ່ປະຊາຊົນອິດສະຣາເອນໄດ້ເຊື່ອຟັງຄໍາສັ່ງຂອງ ພຣະຢາເວໃນການສະເຫລີມສະຫລອງເທດສະການນີ້ແມ່ນເມື່ອໃດ?

ຄັ້ງສຸດທ້າຍຂອງງານບຸນແມ່ນຕັ້ງແຕ່ສະໄຫມຂອງໂຢຊວຍ ລູກຊາຍຂອງນູນ.

Nehemiah 8:18

ເປັນຫຍັງປະຊາຊົນຈຶ່ງມາເຕົ້າໂຮມກັນຕັ້ງແຕ່ມື້ທຳອິດຂອງເດືອນເຈັດຕະຫລອດທ້າຍເດືອນ?

ປະຊາຊົນໄດ້ມາເຕົ້າໂຮມກັນເພື່ອຟັງຫນັງສືແຫ່ງພຣະບັນຍັດຂອງພຣະເຈົ້າ.

Nehemiah 9

Nehemiah 9:1

ໂດຍທົ່ວໄປ, ຊາວອິດສະລາເອນໄດ້ເຮັດຫຍັງ ໃນຂະນະທີ່ພວກເຂົາມາເຕົ້າໂຮມກັນໃນວັນທີຊາວສີ່ຂອງເດືອນດຽວກັນ?

ປະຊາຊົນອິດສະຣາເອນໄດ້ຖືສິນອົດອາຫານ, ແລະ ນຸ່ງຜ້າກະສອບ, ແລະ ເອົາຂີ້ດິນໃສ່ຫົວຂອງພວກເຂົາ. ເຊື້ອສາຍຂອງອິດສະຣາເອນໄດ້ແຍກພວກຂອງຕົນອອກຈາກຊົນຊາດທັງຫມົດ. ພວກເຂົາໄດ້ຢືນຂຶ້ນສາລະພາບບາບຂອງຕົນ ແລະການກະທຳອັນຊົ່ວຮ້າຍ ຂອງບັນພະບູລຸດພວກຂອງເຂົາ.

Nehemiah 9:5

ປະຊາຊົນເວົ້າຫຍັງກ່ຽວກັບພຣະຢາເວ?

ປະຊາຊົນກ່າວວ່າພຣະອົງຄືພຣະຢາເວ. ພຣະອົງອົງດຽວ. ທີ່ໄດ້ຊົງສ້າງຟ້າສະຫວັນ, ຟ້າສະຫວັນອັນສູງສຸດ, ພ້ອມກັບບໍລິວານທັງຫມົດຂອງຟ້າສະຫວັນນັ້ນ, ແຜ່ນດິນໂລກ ແລະ ບັນດາທຸກສິ່ງທີ່ຢູ່ໃນນັ້ນທະເລ ແລະ ບັນດາທຸກສິ່ງທີ່ຢູ່ໃນນັ້ນ.

Nehemiah 9:7

ປະຊາຊົນໄດ້ເວົ້າຫຍັງອີກແດ່ກ່ຽວກັບເລື່ອງພຣະຢາເວກ່ຽວຂ້ອງກັບອັບຣາຮາມ?

ປະຊາຊົນກ່າວວ່າ, ພຣະເຈົ້າຜູ້ຊົງເລືອກອັບຣາມ, ແລະ ຊົງນຳເຂົາອອກມາຈາກເມືອງອູເຣໃນເຄເດັຍ, ແລະ ປະທານນາມວ່າອັບຣາຮາມ. ເພາະອົງຊົງເຫັນວ່າໃຈຂອງເຂົາຊື່ສັດຕໍ່ພຣະອົງເພື່ອທີ່ຈະປະທານແຜ່ນດິນໃຫ້ລູກຫລານຂອງລາວ.

Nehemiah 9:9

ປະຊາຊົນເວົ້າແນວໃດວ່າພຣະຢາເວຮັກສາຄຳສັນຍາຂອງພຣະອົງກັບພວກເຂົາ?

ປະຊາຊົນໄດ້ບອກວິທີທີ່ພຣະຢາເວໄດ້ນຳບັນພະບຸລຸດຂອງພວກເຂົາອອກຈາກປະເທດເອຢິບ, ໄດ້ສະແດງເຄື່ອງຫມາຍສຳຄັນ ແລະ ການອັດສະຈັນຕໍ່ຕ້ານກະສັດຟາ​ໂຣ ແລະປະຊາຊົນຂອງລາວ, ແລະໄດ້ຊ່ວຍບັນພະບຸລຸດຂອງພວກເຂົາຢູ່ທີ່ທະເລແດງ.

Nehemiah 9:11

ປະຊາຊົນເວົ້າແນວໃດວ່າພຣະຢາເວໄດ້ເຮັດເພື່ອຊົນອິດສະຣາເອນຢູ່ທະເລແດງ?

ພຣະອົງໄດ້ຊົງແຍກທະເລ ຕໍ່ຫນ້າພວກເຂົາ, ເພື່ອພວກເຂົາ ໄດ້ຍ່າງໄປກາງທະເລເທິງດິນແຫ້ງ; ແລະ ພຣະອົງແກວ່ງພວກທີ່ໄລ່ນຳພວກເຂົາລົງໄປໃນທະເລເລິກ ຄືກັບກ້ອນຫີນທີ່ຈົມລົງໄປນໍ້າເລິກ.

Nehemiah 9:12

ມີຫຍັງອີກທີ່ພວກເຂົາເວົ້າວ່າພຣະຢາເວດູແລຊາວອິດສະຣາເອນ?

ພຣະອົງຊົງນຳພວກເຂົາໃຫ້ພວກເຂົາຍ່າງໄປໃນຕອນເຊົ້າດ້ວຍເສົາເມກ, ແລະໃນກາງຄືນດ້ວຍເສົາໄຟ, ພຣະອົງຊົງສະເດັດມາເທິງພູເຂົາຊີນາຍ ແລະ ປະທານກົດຫມາຍອັນຊອບທຳ.

Nehemiah 9:14

ປະຊາຊົນເວົ້າຫຍັງອີກແດ່ທີ່ພຣະຢາເວສະຫນອງໃຫ້ບັນພະບຸລຸດຂອງພວກເຂົາ?

ພຣະຢາເວໃຫ້ວັນສະບາໂຕບໍຣິສຸດຂອງພຣະອົງເປັນທີ່ຮູ້ຈັກ, ປະທານອາຫານແກ່ພວກເຂົາຈາກຟ້າສະຫວັນ, ປະທານນ້ຳທີ່ອອກມາຈາກຫີນ, ແລະຊົງກ່າວຕໍ່ພວກເຂົາໃຫ້ເຂົາໄປຢຶດແຜ່ນດິນຊຶ່ງພຣະອົງຊົງສັນຍາວ່າຈະປະທານໃຫ້ພວກເຂົາ.

Nehemiah 9:16

ຊາວອິດສະຣາເອນ ແລະ ບັນພະບຸລຸດຂອງພວກເຂົາໄດ້ກະທຳແນວໃດຕໍ່ພຣະເຈົ້າ?

ຊາວອິດສະລາແອນບໍ່ເຄົາລົບນັບຖື, ແຂງກະດ້າງ, ບໍ່ຍອມຟັງ, ກະບົດ, ແລະ ໄດ້ແຕ່ງຕັ້ງຜູ້ນຳໃຫ້ກັບຄືນໄປສູ່ຄວາມເປັນຂ້າທາດຂອງພວກເຂົາ.

ເປັນຫຍັງພຣະເຈົ້າບໍ່ປະຖິ້ມຊາວອິດສະຣາເອນໃນເວລາທີ່ພວກເຂົາບໍ່ນັບຖື, ແຂງກະດ້າງ, ກະບົດແລະບໍ່ເຊື່ອຟັງ?

ພຣະເຈົ້າບໍ່ໄດ້ປະຖິ້ມຊາວອິດສະຣາເອນເພາະວ່າພຣະອົງຊົງເຕັມໄປດ້ວຍການອະໄພໂທດ, ພຣະຄຸນ, ແລະພຣະກາລຸນາ, ຊົງໂມໂຫຊ້າ, ແລະ ຊົງອຸດົມໄປດ້ວຍຄວາມຮັກຫມັ້ນຄົງ.

Nehemiah 9:20

ຜູ້ຄົນເວົ້າແນວໃດວ່າພຣະເຈົ້າປະທານຫນັງແກ່ບັນພະບຸລຸດຂອງພວກເຂົາຕະຫລອດສີ່ສິບປີໃນຖິ່ນກັນດານ?

ພຣະຢາເວປະທານພຣະວິນຍານອັນປະເສີດໃຫ້ສັ່ງສອນພວກເຂົາ, ອາຫານ ແລະ ນໍ້າ; ເສື້ອຜ້າຂອງພວກເຂົາບໍ່ຂາດ ເເລະຕີນຂອງພວກເຂົາກໍບໍໄດ້ບວມ.

Nehemiah 9:23

ປະຊາຊົນເວົ້າວ່າມີຫຍັງໄດ້ເກີດຂື້ນຫລັງຈາກບັນພະບຸລຸດຂອງພວກເຂົາຢູ່ໃນຖິ່ນກັນດານ?

ປະຊາຊົນກ່າວວ່າ, ພຣະຢາເວໄດ້ລ້ຽງດູຄອບຄົວຂອງພວກເຂົາ, ໄດ້ບອກພວກເຂົາໃຫ້ເຂົ້າໄປ ແລະ ຄອບຄອງທີ່ດິນທີ່ລາວໄດ້ສັນຍາໄວ້, ແລະປາບປາມຊາວການາອານ.

Nehemiah 9:25

ຊາວອິດສະຣາເອນມີຊີວິດຢູ່ໄດ້ແນວໃດຫລັງຈາກຍຶດເອົາແຜ່ນດິນ ທີ່ພຣະເຈົ້າໄດ້ສັນຍາໄວ້ກັບພວກເຂົາ?

ຊາວອິດສະຣາເອນໄດ້ເຂົ້າຍຶດເອົາດິນແດນ ແລະ ສິ່ງທັງຫມົດ ທີ່ຢູ່ໃນນັ້ນດ້ວຍຕົນເອງ ແລະ ປິຕິຍິນດີໃນພຣະຄຸນຂອງພຣະອົງ.

Nehemiah 9:26

ປະຊາຊົນເວົ້າຫຍັງແດ່ວ່າພຣະຢາເວໄດ້ເຮັດກັບບັນພະບຸລຸດແລະ ບັນພະບຸລຸດຂອງພວກເຂົາຫລັງຈາກພວກເຂົາບໍ່ເຊື່ອຟັງ ແລະ ກະບົດຕໍ່ພຣະອົງ?

ພຣະຢາເວໄດ້ມອບພວກເຂົາໃຫ້ແກ່ສັດຕູຂອງພວກເຂົາ, ຜູ້ທີ່ເຮັດໃຫ້ພວກເຂົາປະສົບຄວາມຫຍຸ້ງຍາກ.

ເມື່ອຊາວອິດສະຣາເອນຮ້ອງຫາພຣະເຈົ້າ, ພຣະເຈົ້າໄດ້ເຮັດຫຍັງເພື່ອພວກເຂົາຍ້ອນຄວາມເມດຕາອັນຍິ່ງໃຫຍ່ຂອງພຣະອົງ?

ພຣະເຈົ້າໄດ້ຊ່ວຍພວກເຂົາໃຫ້ພົ້ນຈາກສັດຕູຂອງພວກເຂົາຫລາຍເທື່ອ.

Nehemiah 9:36

ເປັນຫຍັງຜົນຜະລິດທີ່ອຸດົມສົມບູນຈາກແຜ່ນດິນອິດສະຣາເອນຈຶ່ງຕົກຢູ່ກຳມືຂອງຫາກະສັດ ທີ່ພະເຈົ້າຕັ້ງໄວ້ໃຫ້ປົກຄອງເຫນືອພວກເຂົາ?

ຜົນຜະລິດທີ່ອຸດົມສົມບູນຈາກເເຜ່ນດິນຂອງຂ້ານ້ອຍ ເຖິງກະສັດ ເພາະບາບຂອງຂ້ານ້ອຍທັງຫລາຍຂອງຊາວອິດສະລາເອນ.

ເປັນຫຍັງຊາວອິດສະຣາເອນຈຶ່ງປະສົບກັບຄວາມຫຍຸ້ງຍາກຫລາຍ?

ຊາວອິດສະຣາເອນປະສົບກັບຄວາມຫຍຸ້ງຍາກຫລາຍ ເພາະກະສັດຂອງພວກເຂົາປົກຄອງຮ່າງກາຍ ແລະ ສັດລ້ຽງຂອງພວກເຂົາຕາມທີ່ກະສັດພໍໃຈ.

Nehemiah 9:38

ຊາວອິດສະຣາເອນໄດ້ເຮັດຫຍັງຍ້ອນຄວາມທຸກທໍລະມານຢ່າງຫລວງຫລາຍ?

ຊາວອິດສະຣາເອນໄດ້ເຮັດຈຶ່ງເຮັດພັນທະສັນຍາໄວ້ເພື່ອເປັນອັກສອນກັບພຣະຢາເວ.

ຊື່ຂອງໃຜໄດ້ຖືກຂຽນໄວ້ໃນພັນທະສັນຍາທີ່ຖືກທີ່ປະທັບຕາ?

ບັນດາຊື່ຂອງບັນດາກະສັດ, ຊາວເລວີ ແລະ ປະໂລຫິດຂອງຊາວອິດສະຣາເອນໄດ້ຖືກຂຽນໄວ້ໃນຫນັງສືພັນທະສັນຍາທີ່ຖືກປະທັບຕາໄວ້. "

Nehemiah 10

Nehemiah 10:28

ຜູ້ໃດໃຫ້ຄຳຫມັ້ນສັນຍາຕໍ່ພຣະພັນຍັດຂອງພຣະເຈົ້າທີ່ຖືກມອບໃຫ້ໂມເຊ?

ຜູ້ທີ່ໃຫ້ຄຳຫມັ້ນສັນຍາກັບຕົວເອງ ແມ່ນຄົນທີ່ເຫລືອຢູ່ເປັນປະໂລຫິດ, ເລວີ, ຜູ້ຮັກສາປະຕູ, ນັກຮ້ອງ, ຜູ້ຮັບໃຊ້ໃນພຣະວິຫານ, ແລະຄົນອື່ນໆທີ່ຜູກມັດຕົນເອງຕໍ່ກົດບັນຍັດຂອງພຣະເຈົ້າ.

Nehemiah 10:30

ພວກເຂົາໄດ້ສັນຍາຫຍັງກັບພຣະເຈົ້າ?

ພວກເຂົາໄດ້ສັນຍາວ່າເຮົາຈະບໍ່ຍົກລູກຜູ້ຍິງຂອງເຮົາໃຫ້ເເກ່ຄົນໃນເເຜ່ນດິນນັ້ນ ຫລື ບໍ່ຮັບລູກຜູ້ຍິງຂອງພວກເຂົາມາໃຫ້ລູກຊາຍຂອງເຮົາ. ເຮົາສັນຍາດ້ວຍວ່າ ຖ້າຄົນຂອງເເຜ່ນດິນນັ້ນນຳສິນຄ້າ ຫລືເມັດເຂົ້າໃດໆ ມາຂາຍໃນວັນສະບາໂຕ, ເຮົາຈະບໍ່ຊື້ຈາກພວກເຂົາໃນວັນສະບາໂຕ ຫລືວັນບໍຣິສຸດອື່ນໆ. ເຮົາຈະໃຫ້ທົ່ງນາໄດ້ຢຸດພັກທຸກປີທີເຈັດ.

Nehemiah 10:32

ພວກເຂົາຍອມຮັບຄຳສັ່ງຫຍັງ?

ພວກເຂົາຈະໃຫ້ເງິນ, ເຂົ້າຈີ່, ເມັດພືດ, ແລະຈັດຫາເຄື່ອງຖວາຍ ແລະ ຈັດງານລ້ຽງທຸກຢ່າງໃນແຕ່ລະປີ ເພື່ອງານທຸກຢ່າງໃນພຣະວິຫານຂອງພຣະເຈົ້າ.

Nehemiah 10:34

ເປັນຫຍັງປະໂລຫິດ, ພວກເລວີ, ແລະຜູ້ຄົນພາກັນການຈັບສະຫລາກສຳລັບເຄື່ອງບູຊາໄມ້?

ສິ່ງນີ້ເພື່ອທີ່ຈະເລືອກວ່າເຜົ່າໃດໃນເຊື້ອຊາດຂອງເຮົາຈະນຳຟືນມາໃຫ້ພຣະວິຫານຂອງພຣະເຈົ້າຕາມເວລາທີ່ກຳນົດໄວ້ໃນເເຕ່ລະປີ.

ພວກເຂົາສັນຍາວ່າຈະນຳສິ່ງໃດມາສູ່ພຣະວິຫານຂອງພຣະຢາເວ?

ພວກເຂົາສັນຍາວ່າຈະເອົາຫມາກຜົນທຳອິດຂອງການເກັບກ່ຽວຂອງພວກເຂົາ, ລູກຊາຍກົກຂອງພວກລູກຊາຍແລະສັດຂອງພວກເຂົາມາ.

Nehemiah 10:37

ຜູ້ໃດທີ່ຕ້ອງຢູ່ກັບຄົນເລວີເມື່ອພວກເລວີໄດ້ຮັບເງິນສ່ວນສິບ?

ປະໂລຫິດຜູ້ຫນຶ່ງທີ່ເປັນເຊື້ອສາຍຂອງອາໂຣນຕ້ອງຢູ່ກັບພວກເລວີ.

Nehemiah 10:39

ປະຊາຊົນອິດສະຣາເອນ ແລະ ລູກຫລານເລວີໄດ້ນຳເອົາສ່ວນຂອງການເກັບກ່ຽວໄປໃສ?

ພວກເຂົາຕ້ອງນຳມາເກັບໄວ້ທີ່ຫ້ອງຄັງທີ່ເກັບເຄື່ອງໃຊ້ໃນການນະມັດສະການ ເເລະ ເປັນຂອງປະໂລຫິດຜູ້ທີ່ເປັນຄົນຮັບໃຊ້ພຣະເຈົ້າ, ເເລະ ຄົນເຝົ້າປະຕູ, ເເລະນັກຮ້ອງຢູ່.

Nehemiah 11

Nehemiah 11:1

ຜູ້ທີ່ອາໄສຢູ່ໃນເມືອງສັກສິດຂອງເຢຣູຊາເລັມ?

ພວກຜູ້ນຳຂອງປະຊາຊົນໄດ້ອາໄສຢູ່ໃນເມືອງເຢຣູຊາເລັມ ແລະ ສ່ວນທີ່ເຫລືອຂອງປະຊາຊົນພາກັນໄປເບິ່ງວ່າຜູ້ຫນຶ່ງໃນສິບຄົນຈະອາໄສຢູ່ທີ່ນັ້ນ.

Nehemiah 11:19

ສ່ວນທີ່ເຫລືອຂອງອິດສະຣາເອນ, ປະໂລຫິດ, ແລະພວກເລວີອາໄສຢູ່ໃສ?

ພວກເຂົາໄດ້ອາໄສຢູ່ໃນທຸກເມືອງຂອງຢູດາ ໃນທີ່ດິນມໍລະດົກຂອງເຂົາ.

Nehemiah 12

Nehemiah 12:22

ບັນດາລູກຫລານຂອງເລວີ ແລະ ຜູ້ນຳຄອບຄົວຂອງພວກເຂົາຖືກບັນທຶກໄວ້ໃນປື້ມຫຍັງ?

ພວກເຂົາໄດ້ຮັບການບັນທຶກໄວ້ໃນບັນດາຫນັງສືປະຈຳປີ ຈົນຮອດສະໄຫມຂອງໂຢນາທານ.

Nehemiah 12:27

ເປັນຫຍັງຜູ້ຄົນຈຶ່ງຊອກຫາຄົນເລວີໃນການເຮັດພິທີມອບຖວາຍກຳແພງເຢຣູຊາເລັມ?

ປະຊາຊົນໄດ້ນຳພວກເລວີໄປນະຄອນເຢຣູຊາເລັມເພື່ອສະຫລອງພິທີມອບຖວາຍ.

Nehemiah 12:29

ພວກປະໂລຫິດ ແລະ ພວກເລວີໄດ້ເຮັດຫຍັງເພື່ອງານສະຫລອງ?

ພວກປະໂລຫິດ ແລະ ພວກເລວີເຮັດຄວາມບໍລິສຸດໃຫ້ຕົນເອງ, ແລະຫລັງຈາກນັ້ນເຮັດໄດ້ຊຳລະລ້າງປະຊາຊົນ, ປະຕູເມືອງ, ແລະກຳແພງໃຫ້ບໍຣິສຸດ.

Nehemiah 12:31

ພວກຜູ້ນຳຢູດາໄປໃສໃນມື້ສະເຫລີມສະຫລອງ?

ພວກຜູ້ນຳໄດ້ຂຶ້ນໄປຂຶ້ນເທິງກຳແພງ.

ສອງກຸ່ມນັກຮ້ອງໃຫຍ່, ເຊິ່ງເນເຫມີຢາໄດ້ແຕ່ງຕັ້ງ, ສົມມຸດວ່າຄວນເຮັດຫຍັງ?

ຄະນະນັກຮ້ອງສອງຄະນະໃຫຍ່ເປັນຜູ້ກ່າວຂອບພຣະຄຸນ.

ຄະນະນັກຮ້ອງທຳອິດໄປໃສ?

ຄະນະຫນຶ່ງໄດ້ຍ່າງໄປທາງຂົວເທິງກຳແພງໄປຫາປະຕູກອງຂີ້ເຫຍື່ອ.

Nehemiah 12:40

ໃຜເປັນຜູ້ຊີ້ນຳນັກຮ້ອງ?

ບັນດານັກຮ້ອງໄດ້ຮ້ອງເພງໂດຍມີເຢຊະຣາຮີຢາເປັນຜູ້ນຳຂອງພວກເຂົາ.

Nehemiah 12:43

ເປັນຫຍັງພວກເຂົາຈຶ່ງຖະຫວາຍເຄື່ອງບູຊາທີ່ຍິ່ງໃຫຍ່ໃນມື້ນັ້ນ, ແລະຊົມຊື່ນຍິນດີ?

ເຂົາທັງຫລາຍໄດ້ຖວາຍສັດບູຊາທີ່ຍິ່ງໃຫຍ່ໃນວັນນັ້ນ ແລະຊົມຊື່ນຍິນດີ,ເພາະພຣະເຈົ້າຊົງເຮັດໃຫ້ພວກເຂົາຊົມຊື່ນຍິນດີດ້ວຍຄວາມເບີກບານໃຈ.

Nehemiah 12:44

ໃຜຖືກມອບຫມາຍໃຫ້ໄປເຮັດວຽກຢູ່ທົ່ງນາໃກ້ເມືອງຕ່າງໆ?

ພວກຜູ້ຊາຍທີ່ຖືກແຕ່ງຕັ້ງໃຫ້ເບິ່ງແຍງຫ້ອງເກັບເຄື່ອງ ໄດ້ຖືກແຕ່ງຕັ້ງໃຫ້ເຮັດວຽກທົ່ງນາໃກ້ເມືອງຕ່າງໆ.

Nehemiah 12:46

ເມື່ອທີ່ອິດສະຣາເອນທັງຫມົດໄດ້ໄດເແບ່ງປັນປະຈຳແກ່ພວກນັກຮ້ອງ, ແລະພວກຄົນເຝົ້າປະຕູ?

ໃນສະໄຫມຂອງເຊຣຸບບາເບນ ແລະ ໃນສະໄຫມຂອງເນເຫມີຢາ, ອິດສະຣາເອນທັງປວງໄດເແບ່ງປັນປະຈຳແກ່ພວກນັກຮ້ອງ, ແລະພວກຄົນເຝົ້າປະຕູ.

Nehemiah 13

Nehemiah 13:1

ເປັນຫຍັງຄົນອຳໂມນ ແລະ ຊາວໂມອາບບໍ່ຄວນເຂົ້າມາຊຸມນຸມຂອງພຣະເຈົ້າ ຕະຫລອດໄປ?

ຊາວອຳໂມນ ແລະ ຊາວໂມອາບບໍ່ຄວນເຂົ້າມາຊຸມນຸມຂອງພຣະເຈົ້າ, ຕະຫລອດການ, ເພາະວ່າພວກເຂົາບໍ່ໄດ້ມາຫາພວກອິດສະຣາເອນພ້ອມດ້ວຍອາຫານ ແລະ ດ້ວຍນ້ຳ, ແຕ່ພວກເຂົາໄດ້ຈ້າງບາລາອາມໃຫ້ມາສາບແຊ່ງພວກອິດສະຣາເອນ.

Nehemiah 13:4

ເອລີຢາຊິບໄດ້ກະກຽມຫຍັງສຳລັບໂທບີຢາ?

ເອລີຢາຊິບໄດ້ກະກຽມບ່ອນເກັບມ້ຽນທີ່ກ້ວາງຂວາງສຳລັບໂທບີຢາ.

Nehemiah 13:6

ເນເຫມີຢາໄດ້ໄປໃສໃນປີທີສາມສິບສອງ?

ໃນປີທີສາມສິບສອງເເຫ່ງອາກຕາເຊັດ, ເນເຫມີຢາໄດ້ໄປຫາກະສັດ.

Nehemiah 13:8

ເນເຫມີຢາໄດ້ເຮັດຫຍັງຍ້ອນວ່າລາວໃຈຮ້າຍ?

ຍ້ອນວ່າລາວໂກດແຄ້ນ, ເນເຫມີຢາໄດ້ໂຍນເຄື່ອງຂອງທັງຫມົດຂອງຄົວເຮືອນຂອງໂທບີຢາອອກຈາກຫ້ອງເກັບເຄື່ອງນັ້ນ.

Nehemiah 13:10

ເປັນຫຍັງພວກເລວີ ແລະ ນັກຮ້ອງຈຶ່ງຮີບຮ້ອນອອກຈາກພຣະວິຫານ?

ຍ້ອນວ່າສ່ວນທີ່ມອບຫມາຍໃຫ້ພວກເລວີບໍ່ໄດ້ຖືກມອບໃຫ້ແກ່ພວກເຂົາ, ພວກເຂົາຮີບຮ້ອນອອກຈາກພຣະວິຫານ, ຄືກັບນັກຮ້ອງທີ່ເຮັດວຽກກໍ່ໄດ້ເຮັດ.

Nehemiah 13:12

ໃຜຖືກນັບວ່າເປັນຄົນທີ່ຫນ້າເຊື່ອຖືໄດ້?

ປະໂລຫິດເຊເລມີຢາ, ຜູ້ເປັນທຳມະຈານຊາດົກ , ເປດາອີຢາ, ແລະ ຮານານໄດ້ຖືກນັບວ່າເປັນທີ່ຫນ້າເຊື່ອຖື.

Nehemiah 13:15

ເມື່ອໃດທີ່ໃນຢູດາໄດ້ເຫັນປະຊາຊົນບີບນ້ຳອະງຸ່ນ?

ປະຊາຊົນໃນຢູດາກຳລັງບີບນ້ຳອະງຸ່ນໃນວັນສະບາໂຕ.

Nehemiah 13:16

ຜູ້ຊາຍຈາກເມືອງໄທຣະໄດ້ເຮັດຫຍັງໃນວັນຊະບາໂຕ?

ຜູ້ຊາຍຈາກເມືອງໄທຣະໄດ້ນຳປາ ເເລະ ສິນຄ້າທຸກປະເພດເຂົ້າມາ, ເເລະ ພວກເຂົາໄດ້ຂາຍສິນຄ້າເຫລົ່ານີ້ໃຫ້ປະຊາຊົນຢູດາ ເເລະ ກັບປະຊາຊົນໃນເມືອງນັ້ນໃນວັນສະບາໂຕ!

Nehemiah 13:19

ເນເຫມີຢາໄດ້ປ້ອງກັນບໍ່ໃຫ້ຜູ້ຄົນເຂົ້າໄປໃນເຢຣູຊາເລັມໃນວັນຊະບາໂຕແນວໃດ?

ທັນທີທີ່ມືດລົງ ທີ່ປະຕູເມືອງທັງຫລາຍກ່ອນວັນສະບາໂຕ, ເນເຫມີຢາໄດ້ສັ່ງໃຫ້ປິດປະຕູທັງຫລາຍ ເເລະ ບໍ່ໃຫ້ເປີດອີກຈົນກວ່າຈະພົ້ນວັນສະບາໂຕ ຂ້ານ້ອຍໄດ້ຕັ້ງຄົນໃຊ້ບາງຄົນຂອງຂ້ານ້ອຍທີ່ປະຕູເມືອງທັງຫລາຍ ດັ່ງນັ້ນຈຶ່ງບໍ່ໃຫ້ສຳພາລະສິ່ງຂອງໃດໆ ສາມາດນຳເຂົ້າມາໃນວັນສະບາໂຕ.

Nehemiah 13:21

ມີໃຜມາປົກປ້ອງປະຕູ, ເພື່ອຮັກສາວັນສະບາໂຕໃຫ້ບໍຣິສຸດ?

ພວກເລວີໄດ້ເຂົ້າມາ ແລະ ເຝົ້າປະຕູ, ເພື່ອຮັກສາວັນສະບາໂຕໃຫ້ບໍຣິສຸດ.

Nehemiah 13:23

ເດັກນ້ອຍເຄິ່ງຫນຶ່ງເວົ້າຫຍັງ?

ເດັກນ້ອຍເຄິ່ງຫນຶ່ງຂອງພີ່ນ້ອງທັງຫລາຍຂອງພວກເຂົາ ເວົ້າພາສາອາຊະໂດດ. ບໍ່ມີໃຜເວົ້າພາສາຢູດາໄດ້, ເເຕ່ເວົ້າໄດ້ເເຕ່ພາສາຂອງພວກເຂົາເເຕ່ລະພວກເທົ່ານັ້ນ.

Nehemiah 13:25

ເນເຫມີຢາໄດ້ປະເຊີນຫນ້າກັບຊາວຢິວຜູ້ທີ່ແຕ່ງງານກັບຜູ້ຍິງຊາວອາຊາດາມ, ອຳໂມນ ແລະ ໂມອາບແນວໃດ?

ເນເຫມີຢາໄດ້ປະເຊີນຫນ້າພວກເຂົາ, ແລະລາວໄດ້ສາບແຊ່ງພວກເຂົາ, ແລະ ລາວໄດ້ຕີພວກເຂົາ ແລະດຶງຜົມຂອງພວກເຂົາອອກ.

Nehemiah 13:30

ເນເຫມີຢາຢາກໃຫ້ພຣະເຈົ້າຊົງລະລຶກເຖິງລາວແນວໃດ?

ເນເຫມີຢາກໃຫ້ພຣະເຈົ້າຊົງລະລຶກເຖິງສິ່ງທີ່ດີທີ່ລາວໄດ້ເຮັດມາ.