ພາສາລາວ (Lao): translationQuestions Print

Updated ? hours ago # views See on WACS

Leviticus 1

Leviticus 1:3

ພຣະຢາເວສັ່ງໂມເຊໃຫ້ບອກປະຊາຊົນນຳເຄື່ອງເຜົາບູຊາມາຖວາຍເປັນສັດປະເພດໃດຈາກຝູງນັ້ນ?

ພຣະຢາເວສັ່ງໂມເຊໃຫ້ບອກປະຊາຊົນນຳເຄື່ອງເຜົາບູຊາມາຖວາຍເປັນໂຕຜູ້ທີ່ບໍ່ມີຕຳຫນິ.

ພຣະຢາເວສັ່ງໃຫ້ຜູ້ໃດເຮັດຫຍັງແດ່ ເພື່ອໃຫ້ການຖວາຍເຄື່ອງເຜົາບູຊາບນັ້ນເປັນທີ່ຍອມຮັບແທນໂຕເຂົາເພື່ອລົບລ້າງມົນທິນສຳລັບໂຕເຂົາເອງ?

ພຣະຢາເວສັ່ງໃຫ້ຜູ້ຫນຶ່ງໃຫ້ວາງມືຂອງເຂົາເທິງຫົວເຄື່ອງເຜົາບູຊານັ້ນຈະເປັນທີ່ຍອມຮັບແທນໂຕເຂົາ.

Leviticus 1:5

ປະໂລຫິດຄວນເຮັດຫຍັງກັບເລືອດງົວ?

ປະໂຣຫິດໄດ້ນຳເລືອດນັ້ນມາຊິດໃສ່ແທ່ນບູຊາແລະຮອບຂ້າງຂອງເເທ່ນບູຊາຢູ່ທາງເຂົ້າເຕັນນັດພົບ.

Leviticus 1:7

ແມ່ນໃຜເປັນປະໂລຫິດ?

ປະໂລຫິດແມ່ນບັນດາບຸດຂອງອາໂຣນ.

ຈະເຮັດແນວໃດກັບສ່ວນເຄື່ອງໃນ ເເລະຂາຂອງມັນ ກ່ອນທີ່ຈະເອົາໄປເຜົາເທິງແທ່ນບູຊາ?

ສ່ວນເຄື່ອງໃນ ເເລະຂາຂອງມັນ ເຂົາຈະລ້າງດ້ວຍນໍ້າກ່ອນທີ່ຈະເອົາໄປເຜົາເທິງແທ່ນບູຊາ.

ເຄື່ອງເຜົາບູຊາທີ່ຜະລິດຈະເປັນສິ່ງທີ່ພໍພຣະໄທຕໍ່ພຣະຢາເວແມ່ນຫຍັງ?

ເຄື່ອງເຜົາບູຊາທີ່ຜະລິດກິ່ນຫອມສິ່ງທີ່ພໍພຣະໄທຕໍ່ພຣະຢາເວ.

Leviticus 1:10

ພຣະຢາເວໄດ້ບອກໂມເຊແນວໃດໃຫ້ບອກປະຊາຊົນໃຫ້ເອົາສັດມາຈາກຝູງແກະເພື່ອເປັນເຄື່ອງບູຊາ?

ພຣະຢາເວໄດ້ບອກປະຊາຊົນເອົາຈາກຝູງເເກະ ຫລື ເເບ້ ຕ້ອງຖວາຍໂຕຜູ້ທີ່ປາສະຈາກການຕຳຫນິ.

ຝູງແກະ ຫລື ແບ້ຕ້ອງຂ້າຢູ່ດ້ານໃດຂອງເເທ່ນບູຊາ?

ຝູງແກະ ຫລື ແບ້ຕ້ອງຂ້າສັດທັງຫມົດດ້ານເຫນືອຂອງເເທ່ນບູຊາ.

ບັນດາບຸດຂອງອາໂຣນຕ້ອງຖອກເລືອດແກະ ຫລື ແບ້ ຢູ່ບ່ອນໃດ?

ບັນດາບຸດຂອງອາໂຣນຈະຖອກເລືອດນັ້ນໃສ່ແທ່ນບູຊາທຸກດ້ານ.

Leviticus 1:14

ພຣະຢາເວໄດ້ບອກວ່າ ນົກຊະນິດໃດທີ່ສາມາດຖືກນຳມາເປັນເຄື່ອງເຜົາບູຊາ?

ພຣະຢາເວໄດ້ບອກວ່າຕ້ອງນຳນົກເຂົາ ຫລື ນົກພິລາບຫນຸ່ມມາເປັນເຄື່ອງບູຊາ.

Leviticus 2

Leviticus 2:1

ເຄື່ອງບູຊາເປັນພືດຜົນຊະນິດໃດທີ່ຈະນຳມາຖວາຍເເດ່ພຣະຢາເວ?

ຕ້ອງເປັນເເປ້ງຢ່າງດີຈະນຳມາຖວາຍເເດ່ພຣະຢາເວ.

ຈະຕ້ອງເຮັດຫຍັງເພື່ອກະກຽມແປ້ງຢ່າງດີກ່ອນຈະຖວາຍແດ່ພຣະຢາເວ?

ນໍ້າມັນ ແລະ ເຄື່ອງຫອມຈະນຳມາວາງລົງເທິງແປ້ງຢ່າງດີກ່ອນຈະຖວາຍແດ່ພຣະຢາເວ.

ເຄື່ອງບູຊາເປັນພືດຜົນທີ່ເຫລືອນັ້ນຈະເປັນຂອງໃຜ?

ເຄື່ອງບູຊາເປັນພືດຜົນທີ່ເຫລືອນັ້ນຈະເປັນຂອງອາໂຣນເເລະລູກຂອງທ່ານ.

Leviticus 2:4

ຖ້າເຄື່ອງບູຊາເປັນການອົບດ້ວຍຫມໍ້ເຫລັກເເບນ, ມັນຕ້ອງເປັນແນວໃດ?

ຖ້າເຄື່ອງບູຊາເປັນການອົບດ້ວຍຫມໍ້ເຫລັກເເບນ, ຈະຕ້ອງເປັນເເປ້ງຢ່າງດີທີ່ປາສະຈາກເຊື້ອເເປ້ງທີ່ທາດ້ວຍນໍ້າມັນ.

Leviticus 2:11

ເຄື່ອງປຸງຫຍັງແດ່ທີ່ບໍ່ໃຫ້ໃສ່ເຄື່ອງບູຊາເປັນພືດຜົນ?

ເຊື້ອເເປ້ງ ແລະ ນໍ້າເຜິ້ງ, ບໍ່ໃຫ້ໃສ່ໃນເຄື່ອງບູຊາເປັນພືດຜົນ.

ເຄື່ອງປຸງຫຍັງແດ່ທີ່ຕ້ອງໃຫ້ໃສ່ເຄື່ອງບູຊາເປັນພືດຜົນ?

ເກືອຕ້ອງໃຫ້ໃສ່ເຄື່ອງບູຊາເປັນພືດຜົນ.

Leviticus 3

Leviticus 3:1

ເຄື່ອງບູຊາສັນຕິບູຊາແບໃດແດ່ທີ່ເປັນສັດຈາກຝູງສັດ?

ເຄື່ອງບູຊາສັນຕິບູຊາບໍ່ວ່າຈະເປັນໂຕຜູ້ຫລືໂຕເມຍ ຕ້ອງຖວາຍສັດທີ່ປາສະຈາກຕຳຫນິຈາກຝູງສັດ.

ເຄື່ອງບູຊາສັນຕິບູຊາຈະຖືກຂ້າຢູ່ໃສ?

ເຄື່ອງບູຊາສັນຕິບູຊາຈະຖືກຂ້າມັນເສຍທີ່ປະຕູເຕັນນັດພົບ.

Leviticus 3:3

ມີພາກສ່ວນໃດແດ່ຂອງເຄື່ອງບູຊາສັນຕິບູຊາທີ່ຕ້ອງເອົາອອກ ແລະວາງເທິງແທ່ນບູຊາ?

ໄຂມັນທີ່ຫຸ້ມ ຫລືຕິດກັບເຄື່ອງໃນ, ຕັບທັງກ້ອນພ້ອມຫມາກໄຂ່ຫລັງ ທີ່ຕ້ອງເອົາອອກແລະວາງເທິງແທ່ນບູຊາ

Leviticus 3:6

ມີຄວາມແຕກຕ່າງບໍ່ ເຄື່ອງບູຊາແຫ່ງສັນຕິບູຊາທີ່ຖືກເອົາມາຈາກຝູງແທນທີ່ຈະເປັນຝູງນັ້ນ?

ບໍ່, ບໍ່ມີຄວາມແຕກຕ່າງ.

Leviticus 3:9

ມີສິ່ງທີ່ແຕກຕ່າງຫຍັງແດ່ທີ່ຈະຕ້ອງຖືກເອົາອອກຈາກເຄື່ອງບູຊາແຫ່ງສັນຕິບູຊາທີ່ມາຈາກຝູງ?

ຫາງທີ່ມີໄຂທັງຫມົດໃຫ້ຕັດຈົນເຖິງກະດູກສັນຫລັງຈະຕ້ອງຖືກເອົາອອກຈາກເຄື່ອງບູຊາແຫ່ງສັນຕິບູຊາທີ່ມາຈາກຝູງ.

Leviticus 3:15

ໄຂມັນທັງຫມົດນັ້ນເປັນຂອງໃຜ?

ໄຂມັນທັງຫມົດນັ້ນເປັນຂອງພຣະຢາເວ

ພຣະຢາເວບອກຫຍັງແດ່ໃຫ້ປະຊາຊົນບໍ່ກິນໃນທຸກເເຫ່ງທີ່ພວກເຂົາສ້າງບ່ອນພັກອາໄສ?

ພຣະຢາເວບອກໃຫ້ປະຊາຊົນບໍ່ກິນໄຂຂອງມັນຫລືເລືອດໃນທຸກເເຫ່ງທີ່ພວກເຂົາສ້າງບ່ອນພັກອາໄສ.

Leviticus 4

Leviticus 4:1

ບົດທີສີ່ ກົດລະບຽບພວກເລວີເວົ້າເຖິງການຖວາຍແບບໃດ?

ບົດທີສີ່ ກົດລະບຽບພວກເລວີເວົ້າເຖິງເຄື່ອງບູຊາເພື່ອລົບລ້າງສຳລັບຄວາມບາບທີ່ເຂົາເຮັດ.

Leviticus 4:6

ຈຳນວນຈັກເທື່ອທີ່ປະໂລຫິດໄດ້ຊິດເລືອດຈາກເຄື່ອງບູຊາເພື່ອລົບລ້າງບາບຕໍ່ພຣະພັກພຣະຢາເວ, ໃນສະຖານທີ່ສັກສິດທີ່ສຸດ?

ປະໂຣຫິດກໍຊິດເລືອດຈາກເຄື່ອງບູຊາເພື່ອລົບລ້າງບາບໃສ່ທາງຫນ້າຜ້າກັ້ງເຈັດເທື່ອຕໍ່ພຣະພັກພຣະຢາເວ, ໃນສະຖານທີ່ສັກສິດທີ່ສຸດ.

Leviticus 4:11

ພາກສ່ວນຂອງງົວທີ່ໄດ້ຖືກນຳໄປຍັງສະຖານທີ່ລ້າງຊຳລະສຳລັບພຣະຢາເວ ແລະຖອກຂີ້ເທົ່າຖີ້ມ?

ສ່ວນຫນັງຂອງໂຕງົວຜູ້ ແລະ ຊີ້ນທີ່ເຫລືອ, ພ້ອມກັບຫົວ ແລະ ຂາ, ເຄື່ອງໃນ ເເລະ ຂີ້ຂອງມັນ ທີ່ຖືກຖອກຂີ້ເທົ່າຖິ້ມ.

Leviticus 4:13

ຖ້າຊຸມຊົນຊາວອິດສະຣາເອນທັງຫມົດໄດ້ເຮັດບາບໂດຍບໍ່ຕ້ອງການເຮັດບາບ, ຜູ້ໃດຈະວາງມືໃສ່ເຄື່ອງບູຊາເພື່ອລ້າງບາບ?

ບັນດາຜູ້ອາວຸໂສວາງມືເທິງເຄື່ອງບູຊາເພື່ອລົບລ້າງບາບຖ້າຊຸມນຸມຊາວອິດສະຣາເອນທັງຫມົດໄດ້ເຮັດບາບໂດຍບໍ່ຕ້ອງການເຮັດບາບ.

Leviticus 4:20

ຈະເກີດຫຍັງຂຶ້ນກັບການຊຸມນຸມຊົນຂອງອິດສະຣາເອນຖ້າພວກເຂົາປະຕິບັດຕາມຄຳແນະນຳສຳລັບການຖວາຍເຄື່ອງບູຊາລົບລ້າງບາບ?

ຖ້າຊຸມນຸມຊົນຊາວອິດສະຣາເອນປະຕິບັດຕາມຄຳແນະນຳສຳລັບການເຄື່ອງບູຊາລົບລ້າງບາບ, ພວກເຂົາຈະໄດ້ຮັບການອະໄພ.

Leviticus 4:22

ແມ່ນສັດແບບໃດທີ່ຜູ້ນຳຄົນໃດທີ່ເຮັດບາບຕ້ອງຖວາຍ?

ຜູ້ນຳຄົນໃດທີ່ເຮັດບາບ, ເຂົາຕ້ອງນຳແບ້ໂຕຜູ້ທີ່ປາສະຈາກການຕຳຫນິ,

Leviticus 4:27

ປະຊາຊົນທົ່ວໄປຄົນໃດເຮັດບາບຕ້ອງເອົາຫຍັງມາຖວາຍຖ້າພວກເຂົາເຮັດບາບ?

ປະຊາຊົນທົ່ວໄປຄົນໃດເຮັດບາບຕ້ອງເອົາເເບ້ໂຕແມ່ໂຕຫນຶ່ງທີ່ປາສະຈາກຕຳຫນິ ມາເປັນເຄື່ອງບູຊາສຳລັບລົບລ້າງບາບຖ້າພວກເຂົາເຮັດບາບ.

Leviticus 4:32

ຜູ້ຊາຍສາມາດນຳລູກເເກະໂຕແມ່ ທີ່ປາສະຈາກຕຳຫນິມາຖວາຍເປັນເຄື່ອງບູຊາລົບລ້າງບາບບໍ?

ແມ່ນ, ເຂົາສາມາດນຳລູກເເກະໂຕແມ່ ທີ່ປາສະຈາກຕຳຫນິມາຖວາຍເປັນເຄື່ອງບູຊາລົບລ້າງບາບ.

Leviticus 5

Leviticus 5:1

ບາບອັນໃດຂອງການລະເລີຍທີ່ຕ້ອງຮັບຜິດຊອບແມ່ນຫຍັງ?

ຖ້າຄົນໃດເຮັດບາບໂດຍບໍ່ເປັນພະຍານໃນສິ່ງທີ່ເຂົາເຄີຍໄດ້ເຫັນຫລືເຄີຍໄດ້ຍິນ,ໄດ້ຮັບການຂໍຮ້ອງໃຫ້ໄປເປັນພະຍານ ເຂົາຈະຕ້ອງຮັບຜິດຊອບ.

ສິ່ງໃດທີ່ຈະຖືກປະກາດຄົນໃດແຕະຕ້ອງສິ່ງໃດທີ່ພຣະເຈົ້າຊົງກຳນົດໃຫ້ເປັນມົນທິນ?

ຖ້າຄົນໃດແຕະຕ້ອງສິ່ງໃດທີ່ພຣະເຈົ້າຊົງກຳນົດໃຫ້ເປັນມົນທິນ, ເຂົາກໍເປັນມົນທິນ ແລະມີຄວາມຜິດ.

Leviticus 5:5

ຜູ້ໃດໄດ້ເຮັດບາບຕ້ອງເຮັດຫຍັງສອງຢ່າງ?

ຜູ້ໃດໄດ້ເຮັດບາບຕ້ອງສາລະພາບບາບທຸກຢ່າງທີ່ເຂົາໄດ້ເຮັດໄປ ແລະເຂົາຕ້ອງນຳເຄື່ອງບູຊາໄຖ່ບາບມາຖວາຍແດ່ພຣະຢາເວ.

ຈະເປັນສັດປະເພດໃດທີ່ຄວນຖືກນຳມາຖວາຍແກ່ພຣະຢາເວເພື່ອຖວາຍເຄື່ອງບູຊາລົບລ້າງບາບ?

ແບ້ແມ່ ຫລື ແກະຄວນຖືກນຳມາຖວາຍແກ່ພຣະຢາເວເພື່ອຖວາຍເຄື່ອງບູຊາລົບລ້າງບາບ.

Leviticus 5:7

ຖ້າເຂົາບໍ່ສາມາດທີ່ຈະຊື້ລູກແກະຫນຶ່ງໂຕ, ແມ່ນຫຍັງເຂົາສາມາດນຳມາຖວາຍເເດ່ພຣະຢາເວສຳລັບປັນເຄື່ອງບູຊາລົບລ້າງບາບ?

ຖ້າເຂົາບໍ່ສາມາດທີ່ຈະຊື້ລູກແກະຫນຶ່ງໂຕ,ເຂົາສາມາດນຳນົກເຂົາສອງໂຕ ຫລື ນົກພິລາບຫນຸ່ມສອງໂຕມາຖວາຍເເດ່ພຣະຢາເວສຳລັບເປັນເຄື່ອງບູຊາລົບລ້າງບາບ.

Leviticus 5:11

ຖ້າເຂົາບໍ່ສາມາດທີ່ຈະຊື້ນົກເຂົາສອງໂຕຫລືນົກພິລາບຫນຸ່ມສອງໂຕໄດ້, ແມ່ນຫຍັງທີ່ເຂົາສາມາດນຳມາຖວາຍເປັນການລົບລ້າງບາບຂອງເຂົາ?

ຖ້າເຂົາບໍ່ສາມາດທີ່ຈະຊື້ນົກເຂົາສອງໂຕຫລືນົກພິລາບຫນຸ່ມສອງໂຕໄດ້, ເຂົາຕ້ອງຖວາຍເຄື່ອງບູຊາເປັນເເປ້ງຢ່າງດີມາຫນຶ່ງກິໂລກຣາມ ມາຖວາຍເປັນການລົບລ້າງບາບຂອງເຂົາ.

Leviticus 5:14

ແມ່ນຫຍັງທີ່ຕ້ອງນຳຖວາຍ ຖ້າຄົນໃດຝ່າຝືນພຣະບັນຊາ ເເລະ ເຮັດບາບໂດຍບໍ່ໄດ້ຈ່າຍຄ່າຫຍັງຕາມທີ່ພຣະຢາເວຮຽກຮ້ອງ?

ເຄື່ອງບູຊານີ້ຈະຕ້ອງເປັນເເກະໂຕຜູ້ທີ່ປາສະຈາກຕຳຫນິທີ່ເອົາມາຈາກຝູງ ຕ້ອງຕີລາຄາເເກະນັ້ນເປັນເງິນເຊເຄ.

Leviticus 6

Leviticus 6:1

ເຂົາຕ້ອງເຮັດແນວໃດຖ້າເຂົາເຮັດບາບຕໍ່ເພື່ອນບ້ານ?

ຖ້າຄົນຜູ້ຫນຶ່ງເຮັດບາບຕໍ່ເພື່ອນບ້ານຂອງເຂົາ, ເຂົາຕ້ອງໄດ້ກັບຄືນສິ່ງທີ່ເຂົາເອົາມາ ຫລື ເຄື່ອງທີ່ຫາຍໄປທີ່ເຂົາໄດ້ພົບ.

Leviticus 6:5

ມີສິ່ງໃດທີ່ຕ້ອງເຮັດຜູ້ທີ່ຕົວະກ່ຽວກັບເລື່ອງໃດຫນຶ່ງ?

ຖ້າເຂົາມີການຕົວະໃນເລື່ອງໃດເລື່ອງຫນຶ່ງ, ເຂົາຕ້ອງຄືນໃຫ້ທັງຫມົດ ແລະ ເພີ່ມຫນຶ່ງໃນຫ້າ.

ມີຜູ້ໃດແດ່ທີ່ຕ້ອງໄດ້ນຳເຄື່ອງບູຊາໄຖ່ຄວາມຜິດມາຖວາຍຕໍ່ປະໂລຫິດຖ້າເຂົາມີຄວາມຜິດບາບຂ້າງເທິງ?

ຖ້າຜູ້ຫນຶ່ງເຮັດຜິດບາບຂ້າງເທິງ, ເຂົາຕ້ອງນຳແກະຜູ້ທີ່ປາສະຈາກຕຳຫນິເອົາມາຈາກຝູງ.

Leviticus 6:8

ເຄື່ອງເຜົາບູຊາຢູ່ເທິງແທ່ນບູຊາດົນປານໃດ?

ເຄື່ອງເຜົາບູຊາຈະຕ້ອງເຜົາເທິງແທ່ນບູຊາຕະຫລອດຄືນຈົນຮອດເຊົ້າ

Leviticus 6:10

ປະໂລຫິດຕ້ອງໃສ່ຫຍັງເພື່ອຈະເອົາຂີ້ເຖົ່າອອກຈາກແທ່ນບູຊາ?

ປະໂລຫິດຈະສວມຊຸດຜ້າປ່ານ ແລະສວມຊຸດຊັ້ນໃນເປັນຜ້າປ່ານດ້ວຍເພື່ອຈະເອົາຂີ້ເຖົ່າອອກຈາກແທ່ນບູຊາ.

ປະໂລຫິດຕ້ອງເຮັດຫຍັງກ່ອນ ເພື່ອເອົາຂີ້ເຖົ່າໄປທາງນອກຄ້າຍ?

ປະໂລຫິດຈະຕ້ອງຖອດເສື້ອຊຸດຂອງເຂົາອອກ ເເລະປ່ຽນໃສ່ອີກຊຸດຫນຶ່ງ ເພື່ອເອົາຂີ້ເຖົ່າໄປທາງນອກຄ້າຍ.

Leviticus 6:12

ສິ່ງໃດທີ່ຕ້ອງໄດ້ສືບຕໍ່ໄປຕະຫລອດເວລາ?

ໄຟຈະຕ້ອງລຸກໄຫມ້ໃນແທ່ນບູຊາຢູ່ຢ່າງຕໍ່ເນື່ອງ.

Leviticus 6:16

ພວກປະໂລຫິດຄວນເຮັດຫຍັງກັບການຖວາຍເຄື່ອງບູຊາເປັນພືດຜົນທີ່ຍັງເຫລືອ?

ພວກປະໂລຫິດຈະກິນອາຫານທີ່ເຫລືອຈາກເຄື່ອງບູຊາໂດຍປາສະຈາກເຊື້ອເເປ້ງ.

Leviticus 6:19

ບັນດາລູກຊາຍຂອງອາໂຣນຕ້ອງເຮັດຫຍັງເມື່ອລູກຊາຍຂອງພວກເຂົາຖືກເຈີມ?

ບັນດາລູກຊາຍຂອງອາໂຣນຕ້ອງຖວາຍເຄື່ອງພືດຜົນບູຊາຂອງເເປ້ງເຂົ້າຢ່າງດີສອງກິໂລກຣາມ, ຕອນເຊົ້າຖວາຍເຄິ່ງຫນຶ່ງ ຕອນເເລງຖວາຍອີກເຄິ່ງຫນຶ່ງ.

Leviticus 6:21

ການກະກຽມເຄື່ອງບູຊາພືດຜົນນີ້ຕອ້ງເຮັດແນວໃດ?

ເຄື່ອງບູຊາພືດຜົນນີ້ຕ້ອງໃຫ້ປົນແປ້ງກັບນໍ້າມັນເເລ້ວທອດໃນຫມໍ້ເມື່ອສຸກແລ້ວ, ຈາກນັ້ນນຳມາອົບເປັນຕ່ອນໆ.

ແມ່ນໃຜຈະຖວາຍເຄື່ອງບູຊາພືດຜົນນີ້?

ບັນດາລູກຊາຍຂອງອາໂຣນຜູ້ທີ່ຈະເປັນມະຫາປະໂຣຫິດຄົນໃຫມ່ຈະຖວາຍເຄື່ອງບູຊາພືດຜົນນີ້.

Leviticus 6:24

ອີງຕາມກົດບັນຍັດຂອງເຄື່ອງບູຊາລົບລ້າງບາບ, ປະໂລຫິດຕ້ອງເຮັດຫຍັງກັບເຄື່ອງຖວາຍບູຊາ?

ປະໂລຫິດຕ້ອງກິນເຄື່ອງບູຊາລົບລ້າງບາບ.

Leviticus 6:27

ຈະຕ້ອງເຮັດແນວໃດກັບຫມໍ້ດິນຕົ້ມທີ່ໃຊ້ຕົ້ມເສື້ອຜ້າເປື້ອນເລືອດ?

ຫມໍ້ດິນຕົ້ມທີ່ໃຊ້ຕົ້ມເສື້ອຜ້າເປື້ອນເລືອດຈະຕ້ອງທຸບໃຫ້ແຕກ.

Leviticus 6:29

ສ່ວນໃດແດ່ຂອງເຄື່ອງບູຊາລ້າງບາບທີ່ບໍ່ຄວນກິນ?

ສ່ວນຫນຶ່ງຂອງເຄື່ອງບູຊາລົບລ້າງບາບບໍ່ຄວນກິນຈາກເລືອດທີ່ນຳເຂົ້າມາໃນເຕັນນັດພົບເພື່ອເຮັດການລ້າງບາບໃນສະຖານທີ່ສັກສິດ.

Leviticus 7

Leviticus 7:7

ເຄື່ອງຖວາຍອັນໃດທີ່ຄ້າຍຄືກັບເຄື່ອງບູຊາໄຖ່ຄວາມຜິດ?

ເຄື່ອງບູຊາລົບລ້າງບາບກໍ່ເຊັ່ນດຽວກັນເຄື່ອງບູຊາໄຖ່ຄວາມຜິດ.

ປະໂລຫິດສາມາດຮັກສາຫຍັງຈາກເຄື່ອງເຜົາບູຊາຂອງຜູ້ໃດ?

ປະໂລຫິດເກັບຫນັງຂອງໃຜກໍ່ຕາມທີ່ແທ່ນບູຊານັ້ນໄວ້ສຳລັບຕົນເອງໄດ້.

Leviticus 7:9

ເຄື່ອງຖວາຍອັນໃດທີ່ເປັນຂອງປະໂລຫິດ?

ເຄຶ່ອງບູຊາເມັດພືດທີ່ເປັນຂອງປະໂລຫິດ.

Leviticus 7:17

ຕ້ອງເຮັດຫຍັງກັບຊີ້ນຂອງເຄື່ອງບູຊາທີ່ບໍ່ໄດ້ກິນໃນມື້ທີສາມ?

ຊີ້ນຂອງເຄື່ອງບູຊາທີ່ບໍ່ໄດ້ກິນມື້ທີສາມໃຫ້ເຜົາເສຍ.

Leviticus 7:25

ຕ້ອງເຮັດແນວໃດກັບຜູ້ໃດທີ່ກິນໄຂມັນຈາກສັດຫລື ເລືອດຈາກນົກຫລືສັດ?

ຜູ້ໃດທີ່ກິນໄຂມັນຈາກສັດ ຫລືເລືອດຈາກນົກຫລືສັດ ຕ້ອງຖືກຕັດອອກຈາກປະຊາຊົນຂອງເຂົາ.

Leviticus 7:31

ມີຫຍັງແດ່ທີ່ຈະຕ້ອງໃຫ້ແກ່ປະໂລຫິດຫລັງຈາກເຜົາໄຂມັນນັ້ນເທິງແທ່ນບູຊາ?

ຫລັງຈາກເຜົາໄຂມັນນັ້ນເທິງແທ່ນບູຊາ, ຕ້ອງມອບຂາຂວາດ້ານຫລັງສັດໃຫ້ເເກ່ປະໂຣຫິດ

Leviticus 8

Leviticus 8:1

ພຣະຢາເວສັ່ງໃຫ້ໂມເຊເຮັດຫຍັງກັບອາໂຣນແລະພວກລູກຊາຍຂອງລາວ?

ພຣະຢາເວກ່າວເເກ່ໂມເຊວ່າ ຈົ່ງນຳອາໂຣນ ແລະ ບັນດາລູກຊາຍຂອງເຂົາມາພ້ອມກັບເຂົາ, ນຳເສື້ອຄຸມ ແລະ ນຳ້ມັນເຈີມສຳລັບເຄື່ອງບູຊາລຶບລ້າງບາບ, ແກະໂຕຜູ້ສອງໂຕ, ແລະຂະຫນົມປັງບໍ່ມີເຊື້ອແປ້ງຫນຶ່ງກະຕ່າ ຢູ່ທາງຫນ້າທາງເຂົ້າເຕັນນັດພົບ.

ພຣະຢາເວບອກໃຫ້ໂມເຊເອີ້ນຜູ້ໃດເຂົ້າທີ່ເຂົ້າເຕັນນັດພົບ?

ພຣະຢາເວບອກໃຫ້ໂມເຊເອີ້ນໃຫ້ຊຸມນຸມຊົນມາປະຊຸມກັນຢູ່ທາງຫນ້າທາງເຂົ້າເຕັນນັດພົບ.

Leviticus 8:6

ໂມເຊໄດ້ໃສ່ຊຸດຫຍັງໃຫ້ອາໂຣນ?

ໂມເຊໄດ້ເອົາຊຸດໃສ່ໃຫ້ອາໂຣນ, ແລະມັດຜ້າຮອບແອວ ແລະ ໃສ່ເສື້ອຄຸມ.

Leviticus 8:8

ໂມເຊໄດ້ໃສ່ສິ່ງໃດໄວ້ໃນຫນ້າເອິກ?

ໂມເຊໄດ້ໃສ່ອຸຣິມ ເເລະ ທຸມມິມໃສ່ໃນນັ້ນດ້ວຍ.

ມົງກຸດທີ່ບໍລິສຸດແມ່ນຫຍັງ?

ມົງກຸດທີ່ບໍລິສຸດໄດ້ມັດແຜ່ນທອງຄຳ.

Leviticus 8:10

ແມ່ນຫຍັງທີ່ໂມເຊໄດ້ເຈີມດ້ວຍນໍ້າມັນເຈີມ?

ໂມເຊເຈີມຫໍເຕັນສັກສິດພ້ອມກັບທຸກສິ່ງຢູ່ໃນນັ້ນດ້ວຍນຳ້ມັນເຈີມ.

Leviticus 8:12

ໂມເຊໄດ້ເຮັດພິທີຊຳລະອາໂຣນແນວໃດ?

ໂມເຊໄດ້ເຮັດພິທີຊຳລະອາໂຣນດ້ວຍເຈີມໂດຍຖອກນຳ້ມັນເຈີມ.

Leviticus 8:14

ໂມເຊໄດ້ເຮັດຫຍັງກັບເລືອດງົວທີ່ນຳມາເພື່ອເປັນເຄື່ອງບູຊາລ້າງບາບ?

ໂມເຊໄດ້ເອົາມືຂອງເຂົາຈຸ່ມເລືອດເເລ້ວໄປເຈີມໃສ່ຕີນເເທ່ນບູຊາ, ຈາກນັ້ນຖອກເລືອດໃສ່ແທ່ນບູຊາ.

Leviticus 8:18

ໂມເຊໄດ້ເຮັດຫຍັງກັບເລືອດຈາກແກະທີ່ໃຊ້ສຳລັບເຄື່ອງເຜົາບູຊາ?

ໂມເຊໄດ້ຂ້າເເກະ ເເລະເອົາເລືອດຂອງເເກະນັ້ນຊິດຮອບເເທ່ນບູຊາ

Leviticus 8:22

ໂມເຊໄດ້ເຮັດຫຍັງກັບເລືອດບາງສ່ວນຈາກແກະໂຕທີສອງ, ແກະໂຕຜູ້ໄປເຮັດຫຍັງ?

ໂມເຊໄດ້ເອົາເລືອດບາງສ່ວນຈາກແກະໂຕຜູ້ໄປເຈີມປາຍຫູດ້ານຂວາຂອງອາໂຣນ, ເເລະຫົວໂປ້ມືດ້ານຂວາຂອງລາວ.

Leviticus 8:34

ພວກປະໂລຫິດຈະຍັງຄົງຢູ່ທີ່ທາງເຂົ້າຫໍເຕັນນັດພົບດົນປານໃດ?

ພວກປະໂລຫິດຈະຍັງຄົງຢູ່ຫນ້າທາງເຂົ້າເຕັນນັດພົບ, ທັງກາງເວັນເເລະກາງຄືນເປັນເວລາເຈັດວັນ.

ອາໂຣນແລະລູກຊາຍຂອງລາວຕອບສະຫນອງແນວໃດຕໍ່ສິ່ງທີ່ພຣະຢາເວບອກໃຫ້ພວກເຂົາເຮັດ?

ພວກເຂົາໄດ້ເຮັດຕາມທຸກຢ່າງທີ່ພຣະຢາເວໄດ້ຊົງບັນຊາຜ່ານທາງໂມເຊ.

Leviticus 9

Leviticus 9:1

ໃນມື້ໃດທີ່ໂມເຊໄດ້ເອີ້ນອາໂຣນແລະພວກລູກຊາຍຂອງລາວແລະພວກຜູ້ໃຫ່ຍຂອງອິດສະຣາເອນ?

ໂມເຊໄດ້ເອີ້ນອາໂຣນ ແລະພວກລູກຊາຍຂອງລາວແລະພວກຜູ້ໃຫ່ຍຂອງອິດສະຣາເອນໃນວັນທີ່ແປດ.

ມີສັດສອງຊະນິດຫຍັງແດ່ທີ່ໂມເຊບອກໃຫ້ອາໂຣນແລະພວກລູກຊາຍຂອງລາວນຳໄປຖວາຍຖວາຍແດ່ພຣະຢາເວ?

ໂມເຊໄດ້ບອກອາໂຣນໃຫ້ເອົາລູກງົວໂຕຫນຶ່ງມາຈາກຝູງ ເເລະ ແກະຜູ້ໂຕຫນຶ່ງທີ່ປາສະຈາກການຕຳຫນິ.

Leviticus 9:3

ສັດຫຍັງທີ່ໂມເຊບອກໃຫ້ອາໂຣນບອກປະຊາຊົນອິດສະຣາເອນເພື່ອນຳເອົາມາຖວາຍແດ່ພຣະຢາເວ?

ໂມເຊບອກໃຫ້ອາໂຣນບອກປະຊາຊົນເອົາແກະຜູ້ໂຕຫນຶ່ງ, ລູກງົວໂຕຫນຶ່ງ, ລູກແກະໂຕຫນຶ່ງ, ງົວໂຕຫນຶ່ງ ເເລະ ເເກະຜູ້ໂຕຫນຶ່ງເພື່ອນຳເອົາມາຖວາຍແດ່ພຣະຢາເວ.

Leviticus 9:6

ເປັນຫຍັງພຣະຢາເວຊົງບັນຊາພວກເຂົາໃຫ້ເຮັດເຊັ່ນນີ້?

ພຣະຢາເວໄດ້ຊົງບັນຊາໃຫ້ພວກທ່ານເຮັດເພື່ອພຣະສິຣິຂອງພຣະອົງຈະປະກົດແດ່ທ່ານທັງຫລາຍ.

Leviticus 9:22

ຫລັງຈາກອາໂຣນຖວາຍເຄື່ອງບູຊາດັ່ງທີ່ໂມເຊບອກແລ້ວ, ອາໂຣນໄດ້ເຮັດຫຍັງເພື່ອປະຊາຊົນ?

ຫລັງຈາກອາໂຣນຖວາຍເຄື່ອງບູຊາ, ລາວກໍ່ຍົກມື້ຂຶ້ນຕໍ່ຫນ້າປະຊາຊົນເເລະອວຍພອນພວກເຂົາ.

ສິ່ງທີ່ເກີດຂື້ນເມື່ອພຣະສິຣິພຣະຢາເວໄດ້ປະກົດເເກ່ປະຊາຊົນທັງປວງ?

ເມື່ອພຣະສິຣິພຣະຢາເວໄດ້ປະກົດເເກ່ປະຊາຊົນທັງປວງ, ມີໄຟພຸ່ງອອກມາ ແລະເຜົາເຄື່ອງບູຊາ ແລະ ໄຂຂອງມັນທີ່ຢູ່ເທິງແທ່ນບູຊາ .

ປະຊາຊົນໄດ້ເຮັດຫຍັງເມື່ອໄຟພຸ່ງອອກມາຈາກພຣະຢາເວ?

ເມື່ອໄຟພຸ່ງອອກມາຈາກພຣະຢາເວ, ປະຊາຊົນກໍເປັ່ງສຽງຂຶ້ນ ແລະ ກົ້ມຫນ້າລົງກັບພື້ນ.

Leviticus 10

Leviticus 10:1

ແມ່ນໃຜທີ່ຖວາຍໄຟທີ່ຕ້ອງຫ້າມຂອງພຣະຢາເວ?

ນາດາບແລະອາບີຮູ, ລູກຊາຍຂອງອາໂຣນ, ຖວາຍໄຟທີ່ຕ້ອງຫ້າມຂອງພຣະຢາເວ.

ຈະເກີດຫຍັງຂື້ນກັບຊາຍສອງຄົນນີ້ທີ່ເປັນຜົນມາຈາກການກະທຳນີ້?

ໄຟພຸງອອກມາຈາກພຣະຢາເວ ແລະເຜົາຜານພວກເຂົາ.

Leviticus 10:3

ໂມເຊໄດ້ເອີ້ນໃຜມາແບກສົບອອກຈາກຄ້າຍ?

ມີຊາເອນ ເເລະເອນຊາຟັນ, ຜູ້ເປັນບຸດຊາຍຂອງອຸດຊີເອນ ລຸງຂອງອາໂຣນມາ, ຖືກເອີ້ນຈາກໂມເຊ ມາແບກສົບອອກຈາກຄ້າຍ.

Leviticus 10:5

ໂມເຊໄດ້ເວົ້າຫຍັງກັບອາໂຣນແລະພວກລູກຊາຍຂອງລາວ?

ໂມເຊໄດ້ເວົ້າກັບພວກເຂົາວ່າ ພວກເຂົາບໍ່ຄວນອອກຈາກເຕັນນັດພົບ ຫລື ພວກເຂົາຈະຕ້ອງຕາຍ.

Leviticus 10:8

ພຣະຢາເວໄດ້ກ່າວຫຍັງແດ່ກັບອາໂຣນແລະພວກລູກຊາຍຂອງລາວກ່ຽວກັບສິ່ງທີ່ພວກເຂົາບໍ່ຄວນດື່ມ?

ພຣະຢາເວໄດ້ກ່າວກັບອາໂຣນແລະພວກລູກຊາຍຂອງລາວຢ່າກິນເຫລົ້າອະງຸ່ນຫລືເຄື່ອງດື່ມມືນເມົາ ເມື່ອເຂົ້າໄປທີ່ເຕັນນັດພົບ.

Leviticus 10:16

ເປັນຫຍັງໂມເຊຈຶ່ງຮ້າຍກັບເອເລອາຊາແລະອີທາມາຊຶ່ງເປັນລູກຊາຍຂອງອາໂຣນທີ່ຍັງເຫລືອຢູ່?

ໂມເຊຈຶ່ງຮ້າຍກັບເອເລອາຊາແລະອີທາມາເພາະວ່າພວກເຂົາໄດ້ປ່ອຍແບ້ໂຕທີ່ໃຊ້ຖວາຍເປັນເຄື່ອງບູຊາລົບລ້າງບາບ.

Leviticus 11

Leviticus 11:3

ສິ່ງທີ່ມີຊີວິດຕ່າງໆຢູ່ເທິງເເຜ່ນດິນທີ່ພຣະຢາເວໄດ້ກ່າວກັບໂມເຊແລະອາໂຣນທີ່ປະຊາຊົນອິດສະຣາເອນສາມາດກິນໄດ້ແມ່ນຫຍັງ?

ພຣະຢາເວໄດ້ກ່າວກັບໂມເຊແລະອາໂຣນໄປບອກປະຊາຊົນອິດສະຣາເອນວ່າ ພວກເຂົາສາມາດກິນສິ່ງທີ່ມີຊີວິດທີ່ແຍກກີບ ແລະທີ່ຄ້ຽວເອື້ອງທຸກໆຊະນິດ.

ປະຊາຊົນໄດ້ຮັບອະນຸຍາດໃຫ້ກິນສັດ ຖ້າພວກມັນພຽງແຕ່ແຍກກີບເທົ່ານັ້ນຫລື ທີ່ຄ້ຽວເອື້ອງເທົ່ານັ້ນບໍ?

ຖ້າຫາກສັດມີພຽງແຕ່ຫນຶ່ງໃນສອງລັກສະນະເທົ່ານັ້ນພວກເຂົາກໍ່ບໍ່ໄດ້ຮັບອະນຸຍາດໃຫ້ກິນ.

Leviticus 11:9

ສັດຫຍັງທີ່ອາໃສຢູ່ໃນນໍ້າ ທີ່ປະຊາຊົນອິດສະຣາເອນສາມາດກິນໄດ້?

ສັດທີ່ອາໃສຢູ່ໃນນໍ້າເຊັ່ນຈຳພວກທີ່ມີຄີ ເເລະ ມີເກັດທີ່ປະຊາຊົນອິດສະຣາເອນສາມາດກິນໄດ້.

Leviticus 11:13

ພຣະຢາເວຊົງກ່າວວ່າ ນົກຢ່ຽວ, ນົກແຫລວ ແລະນົກກາຊະນິດໃດແດ່ທີ່ຫນ້າລັງກຽດແລະບໍ່ສາມາດກິນໄດ້?

ພຣະຢາເວຊົງກ່າວວ່າບໍ່ມີນົກຢ່ຽວ, ນົກແຫລວ ແລະນົກກາຊະນິດໃດສາມາດກິນໄດ້. ພວກມັນທັງຫມົດຕ້ອງຖືກລັງກຽດ.

Leviticus 11:29

ສັດຊະນິດໃດທີ່ເປັນສັດເລືອຄານຖຶກຖືວ່າເປັນມົນທິນ?

ເຫງັນ, ຫນູ, ຫນູຊິງ, ໂຕເຮ້ຍທຸກຊະນິດ, ກັບແກ້, ກະປອມ, ເເຫຍ້, ຈິງຫລີດ, ແລະ ຈິໂກະ, ຖຶກຖືວ່າເປັນມົນທິນ.

Leviticus 11:34

ມີຫຍັງເກີດຂື້ນກັບສິ່ງໃດທີ່ແຕະຕ້ອງກັບສັດທີ່ບໍ່ສະອາດ?

ສິ່ງໃດກໍຕາມທີ່ແຕະຕ້ອງກັບສັດທີ່ບໍ່ສະອາດຈະກາຍເປັນມົນທິນ.

Leviticus 11:41

ພຣະຢາເວໄດ້ຊົງກ່າວຫຍັງແດ່ກ່ຽວກັບສັດເລືອຄານ?

ສັດທີ່ເລືອຄານເທິງດິນທັງຫມົດປັນສິ່ງຫນ້າກຽດ ແລະບໍ່ສະອາດ.

Leviticus 11:43

ເປັນຫຍັງພຣະຢາເວຈຶ່ງຊົງກ່າວວ່າປະຊາຊົນອິດສະຣາເອນຈະຕ້ອງບໍລິສຸດ?

ພຣະຢາເວຈຶ່ງຊົງກ່າວວ່າປະຊາຊົນຕ້ອງບໍລິສຸດເພາະວ່າພຣະອົງບໍຣິສຸດ.

Leviticus 12

Leviticus 12:1

ພຣະຢາວາໄດ້ເວົ້າຫຍັງກັບໂມເຊກ່ຽວກັບຜູ້ຍິງທີ່ເກີດລູກຜູ້ຊາຍ?

ພຣະຢາເວໄດ້ກ່າວເເກ່ໂມເຊວ່າ ຍິງຄົນໃດມີລູກ ເເລະ ອອກລູກຊາຍ ນາງກໍຈະເປັນມົນທິນເປັນເວລາເຈັດວັນ ແລະໃນວັນທີແປດ ເດັກນ້ອຍນັ້ນຈະຕ້ອງເຮັດພິທີຕັດຫນັງປາຍອະໄວຍະວະເພດຂອງເດັກນ້ອຍຊາຍນັ້ນ.

Leviticus 12:4

ຜູ້ຍິງຈຳເປັນຕ້ອງເຮັດຫຍັງຫລັງຈາກນາງບໍ່ສະອາດ?

ນາງຕ້ອງຊຳລະມານດາໃຫ້ບໍຣິລິສຸດຈາກການຕົກເລືອດຂອງນາງຕໍ່ໄປອີກສາມສິບສາມວັນ ແລະຫ້າມນາງຈັບຕ້ອງສິ່ງບໍຣິສຸດໃດໆ ຫລືເຂົ້າມາສະຖານທີ່ສັກສິດຈົນກວ່າຈະຄົບກຳນົດວັນແຫ່ງການຊຳລະໃຫ້ບໍຣິສຸດຂອງນາງ;

ແມ່ຍິງຈຳເປັນຕ້ອງເຮັດຫຍັງີທ່ແຕກຕ່າງຖ້າລາວເກີດລູກຜູ້ຍິງ?

ຖ້າເກີດລູກຜູ້ຍິງ ນາງຈະເປັນມົນທິນເປັນເວລາສອງອາທິດ ແລະເຊັ່ນດຽວກັບຈະຊຳລະມານດາໃຫ້ບໍຣິສຸດຕໍ່ໄປອີກຫົກສິບຫົກວັນ.

Leviticus 12:6

ຜູ້ຍິງຕ້ອງການເຮັດຫຍັງໃນເວລາສິ້ນສຸດການເຮັດໃຫ້ບໍລິສຸດ?

ເມື່ອຄົບກຳນົດວັນເເຫ່ງການຊຳລະໂຕໃຫ້ບໍຣິສຸດຂອງນາງເເລ້ວ, ນາງຈະນຳມາມອບໃຫ້ເເກ່ປະໂຣຫິດລູກເເກະອາຍຸຫນຶ່ງປີມາເປັນເຄື່ອງບູຊາລົບລ້າງບາບ ແລະນົກພິລາບຫລຶນົກເຂົາເພື່ອເປັນເຄື່ອງບູຊາລົບລ້າງບາບ.

Leviticus 12:7

ຈະເປັນແນວໃດຖ້າຜູ້ຍິງທີ່ໃຫ້ກຳເນີດລູກບໍ່ສາມາດຫາລູກແກະໄດ້?

ຖ້ານາງບໍ່ສາມາດຫາລູກເເກະມາໄດ້, ນາງຕ້ອງນຳນົກເຂົາສອງໂຕຫລືນົກພິລາບເພື່ອເປັນເຄື່ອງເຜົາບູຊາລ້າງບາບ.

ຈະມີຫຍັງເກີດຂື້ນກັບແມ່ຍິງຫລັງຈາກທີ່ນາງໄດ້ເຮັດສິ່ງເຫລົ່ານີ້?

ນາງກໍຈະສະອາດ ຫລັງຈາກປະໂລຫິດຈະເຮັດການລົບລ້າງບາບໃຫ້ເເກ່ນາງ;

Leviticus 13

Leviticus 13:1

ພຣະຢາເວໄດ້ກ່າວວ່າບຸກຄົນໃດຫນຶ່ງຕ້ອງເຮັດແນວໃດຖ້າຄົນຫນຶ່ງມີອາການບວມ, ຫລື ຜື່ນ ຫລືຮອຍດ່າງຕາມຜິວຂອງເຂົາ ເເລະຕິດເຊື້ອ?

ພຣະຢາເວໄດ້ກ່າວວ່າບຸກຄົນໃດຫນຶ່ງມີໂຣກຜິວຫນັງໃນຮ່າງກາຍກໍ່ພາເຂົາມາຫາອາໂຣນຜູ້ເປັນມະຫາປະໂຣຫິດ, ຫລືບຸກຄົນຫນຶ່ງຄົນໃດຂອງລູກຂອງເຂົາທີ່ເປັນປະໂລຫິດ.

Leviticus 13:3

ຈະຕ້ອງເຮັດແນວໃດຖ້າປະໂລຫິດກຳນົດວ່າອາການບວມ, ຫລື ຜື່ນ ຫລືຮອຍດ່າງບໍ່ໄດ້ບໍ່ຕິດເຊື້ອ?

ຖ້າປະໂລຫິດບໍ່ໄດ້ກຳນົດວ່າອາການບວມ, ຫລື ຜື່ນ ຫລືຮອຍດ່າງແມ່ນຕິດເຊື້ອ, ຄົນນັ້ນຕ້ອງກັກຄົນທີ່ເປັນໂຣກໄວຫນຶ່ງອາທິດເພື່ອຈະໄດ້ກວດກາອີກເທື່ອຫນຶ່ງ.

Leviticus 13:5

ຈະເປັນແນວໃດຖ້າອາການບວມ, ຫລື ຜື່ນ ຫລືຮອຍດ່າງກວດວ່າບໍ່ຕິດເຊື້ອ?

ຖ້າອາການບວມ, ຫລື ຜື່ນ ຫລືຮອຍດ່າງກວດວ່າບໍ່ຕິດເຊື້ອ,ປະໂລຫິດປະກາດວ່າເຂົາສະອາດຫລັງຈາກຊັກເສື້ອຜ້າຂອງເຂົາເເລ້ວ

Leviticus 13:9

ແມ່ນຫຍັງຄືເງື່ອນໄຂສາມຢ່າງທີ່ເຮັດໃຫ້ເກີດອາການບວມ, ຫລື ຜື່ນ ຫລືຮອຍດ່າງຖ້າມັນຖືກປະກາດວ່າຕິດເຊື້ອ?

ເງື່ອນໄຂສາມຢ່າງທີ່ເຮັດໃຫ້ເກີດອາການບວມ, ຫລື ຜື່ນ ຫລືຮອຍດ່າງຖ້າມັນຖືກປະກາດວ່າຕິດເຊື້ອທາງຜິດຫນັງ, ຖ້າຂົນໄດ້ກາຍເປັນສີຂາວ ຫລືຖ້າມີເເຜສົດທີ່ບວມ.

ຖ້າປະໂລຫິດສະແດງວ່ານີ້ເປັນໂລກຜິວຫນັງຊຳເຮື້ອ, ປະໂລຫິດຕ້ອງເຮັດຫຍັງ?

ຖ້າປະໂລຫິດສະແດງວ່ານີ້ເປັນໂລກຜິວຫນັງຊຳເຮື້ອ, ປະໂລຫິດຕ້ອງເຮັດຫຍັງ, ປະໂລຫິດຕ້ອງປະກາດວ່າເຂົາເປັນມົນທິນ.

Leviticus 13:12

ຖ້າໂລກຜິວຫນັງຄວບຄຸມຜິວຫນັງທັງໂຕຂອງຄົນນັ້ນ ແລະສາມາດເຫັນເເຜສົດປະກົດນຳໂຕໄດ້, ຄົນທີ່ຖືກປະກາດວ່າເປັນຫຍັງ?

ຖ້າໂລກຜິວຫນັງຄວບຄຸມຜິວຫນັງທັງໂຕຂອງຄົນນັ້ນ ແລະສາມາດເຫັນເເຜສົດປະກົດນຳໂຕໄດ້, ຄົນທີ່ຖືກປະກາດເປັນມົນທິນ..

Leviticus 13:15

ຄົນທີ່ເປັນມົນທິນຈະສະອາດອີກເທື່ອໄດ້ແນວໃດ?

ຄົນທີ່ເປັນມົນທິນຈະສະອາດອີກເທື່ອຖ້າເນື້ອແຜສົດນັ້ນປ່ຽນເປັນສີຂາວ ແລະປະໂລຫິດປະກາດວ່າຄົນນັ້ນສະອາດ.

Leviticus 13:18

ປະໂລຫິດຕ້ອງເຮັດແນວໃດ ຖ້າລາວກວດເບິ່ງຄົນນັ້ນເປັນຝີທີ່ມີການ ແຕ່ກີດອາການບວມ, ຫລື ຜື່ນ ຫລືຮອຍດ່າງທີ່ເລິກລົງໄປໃຕ້ຜິວຫນັງບ່ອນລິເວນທີ່ເປັນແຜນ ແລະມີຜົມສີຂາວ?

ປະໂລຫິດກໍຕ້ອງປະກາດວ່າເຂົາເປັນມົນທິນ.

Leviticus 13:29

ໂລກຕິດເຊື້ອຊະນິດໃດອາດຈະເຮັດໃຫ້ຄົນເປັນມົນທິນ ຖ້າພົບເຫັນເທິງຫົວ ຫລື ຄາງ?

ຖ້າຊາຍ ຫລື ຍິງເປັນຜື່ນຄັນເທິງຫົວ ຫລື ຄາງມັນອາດຈະເປັນໂລກຕິດເຊື້ອ ແລະເຮັດໃຫ້ຄົນນັ້ນເປັນມົນທິນ.

Leviticus 13:40

ຜົມຂອງຊາຍໃດຫລົນຈາກຫົວຂອງເຂົາຈະປະກາດເຂົາເປັນຫຍັງ?

ຜົມຂອງຊາຍໃດຫລົນຈາກຫົວຂອງເຂົາຈະປະກາດເຂົາສະອາດ.

Leviticus 13:42

ສິ່ງໃດທີ່ມີເງື່ອນໄຂເຮັດໃຫ້ຊາຍຫົວລ້ານປະກາດເປັນມົນທິນ?

ຖ້າຊາຍຫົວລ້ານ ມີບາດແຜໂພງຂື້ນທີ່ປະໂລຫິດຕັດສິນໃຈວ່າເປັນໂລກທີ່ຕິດເຊື້ອ, ລາວຈະຖືກປະກາດວ່າເປັນມົນທິນ.

Leviticus 13:45

ຄົນເປັນມົນທິນຕ້ອງເຮັດແນວໃດເພື່ອໃຫ້ຄົນອື່ນຮູ້ວ່າເຂົາບໍ່ເປັນມົນທິນ?

ຄົນທີ່ເປັນມົນທິນຈະຕ້ອງໃສ່ເສື້ອຜ້າຂາດ, ໃຫ້ປ່ອຍຜົມ, ແລະ ໃຫ້ເຂົາປິດຫນ້າຂອງເຂົາຈົນເຖິງດັງຂອງເຂົາ, ແລະຮ້ອງວ່າ "ມົນທິນ, ມົນທິນ" ເມື່ອຢູ່ຕໍ່ຫນ້າຄົນອື່ນ. ເຂົາຍັງຕ້ອງຢູ່ຜູ້ດຽວ ຢູ່ຫ່າງໄກຈາກຄ້າຍພັກ.

Leviticus 13:56

ປະໂລຫິດຈະຕ້ອງເຮັດຫຍັງ ເຄື່ອງເເຕ່ງກາຍຫລືຫນັງ, ຫລື ຈາກດ້ວຍທໍຫລືດ້າຍຖັກ ຫລືສິ່ງອື່ນໆທີ່ເຮັດມາຈາກຫນັງ ທີ່ພົບວ່າມີການຕິດເຊື້ອລາ?

ຖ້າເຄື່ອງເເຕ່ງກາຍຫລືຫນັງ, ຫລື ຈາກດ້ວຍທໍຫລືດ້າຍຖັກ ຫລືສິ່ງອື່ນໆທີ່ເຮັດມາຈາກຫນັງ ທີ່ພົບວ່າມີການຕິດເຊື້ອລາ, ປະໂລຫິດຕ້ອງເຜົາມັນ.

Leviticus 14

Leviticus 14:3

ປະໂລຫິດຕ້ອງກວດເບິ່ງຜູ້ທີ່ເປັນພະຍາດໃນວັນແຫ່ງການ ຊຳລະໂຕຂອງເຂົາຢູ່ໃສ?

ປະໂລຫິດຕ້ອງກວດເບິ່ງຜູ້ທີ່ເປັນພະຍາດໃນວັນແຫ່ງການ ຊຳລະໂຕຂອງເຂົາຢູ່ນອກຄ້າຍເພື່ອກວດເບິ່ງຄົນນັ້ນ ຖ້າໂຣກຜິວຫນັງຕິດເຊື້ອນັ້ນຫາຍດີ.

ປະໂລຫິດໄດ້ສັ່ງໃຫ້ຜູ້ທີ່ເປັນພະຍາດນີ້ເອົາຫຍັງແດ່ມາປະກາດການຊຳລະໂຕຂອງເຂົາ?

ປະໂລຫິດຈະສັ່ງໃຫ້ຄົນຊຳລະໂຕໃຫ້ນຳນົກທີ່ສະອາດ, ເເລະ ມີຊີວິດຢູ່ມາສອງໂຕ, ໄມ້ສົນສີດາ, ດ້າຍສີເເດງ, ເເລະ ໃບຫູສົບມັດຫນຶ່ງ.

Leviticus 14:6

ຫລັງຈາກປະໂລຫິດໄດ້ຊີດນ້າທີ່ປົນສ່ວນປະສົມຂອງເລືອດ, ນໍ້າ, ໄມ້ສົນສີດາ ແລະຕົ້ນໃບຫູສົບ ໃສ່ຄົນເຈັບ ໃນເວລາເຈັດເທື່ອ, ລາວໄດ້ເຮັດຫຍັງກັບນົກທີ່ເຫລືອ?

ຫລັງຈາກປະໂລຫິດໄດ້ຊີດນ້າທີ່ປົນສ່ວນປະສົມໃສ່ຄົນເຈັບໃນເວລາເຈັດເທື່ອ, ລາວໄດ້ປ່ອຍນົກໂຕທີ່ມີຊີວິດໄປໃນທ້ອງທົ່ງ.

Leviticus 14:8

ຄົນທີ່ໄດ້ຮັບການຊຳລະຕ້ອງເຮັດຫຍັງຫລັງຈາກປະໂລຫິດໄດ້ປະກາດວ່າລາວສະອາດ?

ຄົນທີ່ຖືກລ້າງໃຫ້ສະອາດຕ້ອງຊັກເເສື້ອຜ້າຂອງເຂົາ, ໂກນຂົນທັງຫມົດຂອງເຂົາ ເຖຫນວດຂອງເຂົາດ້ວຍນໍ້າ, ແລະຢູ່ພາຍນອກເຕັນທີ່ພັກຂອງເຂົາເຈັດວັນ.

Leviticus 14:10

ໃນວັນທີແປດ, ຄົນທີ່ຖືກຊຳລະໂຕ ຄວນຈະນຳສັດຊະນິດຫຍັງມາໃຫ້ປະໂລຫິດຖ້າລາວສາມາດຊື້ໄດ້?

ໃນວັນທີແປດ, ຄົນທີ່ຖືກຊຳລະໂຕ ຄວນຈະນຳມາໃຫ້ປະໂລຫິດ, ຖ້າລາວສາມາດຊື້ໄດ້, ລູກແກະໂຕຜູ້ທີ່ປາສະຈາກຕຳຫນິມາສອງໂຕ, ເເລະ ລູກແກະໂຕເມຍອາຍຸຫນຶ່ງປີທີ່ປາສະຈາກຕຳຫນິ ແລະ ແປ້ງຢ່າງດີປົນນຳ້ມັນຫມາກກອກເທດສອງກິໂລກຣາມປະສົມນຳ້ມັນຫມາກກອກເທດເຄິ່ງລິດ.

Leviticus 14:21

ຖ້າຄົນທີ່ຖືກຊຳລະໂຕເປັນຄົນຂັດສົນແລະບໍ່ສາມາດຫາເຄື່ອງບູຊາເຫລົ່ານີ້ໄດ້, ເຂົາອາດຈະເອົາຫຍັງມາແທນ?

ຖ້າຄົນທີ່ຖືກຊຳລະໂຕເປັນຄົນຂັດສົນແລະບໍ່ສາມາດຫາເຄື່ອງບູຊາເຫລົ່ານີ້ໄດ້, ເຂົາອາດຈະເອົາລູກເເກະໂຕຜູ້ມາໂຕຫນຶ່ງ, ເອົາເເປ້ງຢ່າງດີມາປະສົມກັບນຳ້ມັນຫນຶ່ງກິໂລກຣາມປະສົມນຳ້ມັນຫນຶ່ງ, ແລະພ້ອມກັບນົກເຂົາສອງໂຕ ຫລືນົກພິລາບສອງໂຕ.

Leviticus 14:28

ປະໂລຫິດເອົານໍ້າມັນທີ່ໃຊ້ໃນການທຳຄວາມສະອາດບ່ອນໃດ?

ປະໂລຫິດເອົານໍ້າມັນແຕະທີ່ຫູຂວາ, ຫົວໂປ້ມືຂວາ, ເເລະຫົວໂປ້ຕີນຂວາ ແລະທີ່ເຫລືອໃນມືຂອງເຂົາເຈີມຢູ່ຫົວຂອງຄົນຊຳລະໂຕ.

Leviticus 14:43

ສິ່ງທີ່ອາດຈະເຮັດໃຫ້ເຮືອນຖືກປະກາດວ່າເປັນມົນທິນໂດຍປະໂລຫິດ?

ບ້ານນັ້ນກໍເປັນມົນທິນໂດຍປະໂລຫິດ ຖ້າເຊື້ອລານັ້ນກັບມາເກີດຂຶ້ນອີກເເລະລຸກລາມໄປ.

Leviticus 14:45

ສິ່ງທີ່ຈະເກີດຂື້ນກັບເຮືອນ ຖ້າເຊື້ອລານີ້ແຜ່ລາມໄປແລະບໍ່ສາມາດຢຸດໄດ້?

ເຮືອນນັ້ນຈະຕ້ອງຖືກຮື້ລົງ ຖ້າເຊື້ອລານີ້ແຜ່ລາມໄປແລະບໍ່ສາມາດຢຸດໄດ້.

Leviticus 14:52

ເຮືອນສາມາດປະກາດສະອາດໄດ້ແນວໃດ ຖ້າເຊື້ອລາສະມາດຢຸດໄດ້?

ເຮືອນສາມາດປະກາດສະອາດໄດ້ດ້ວຍປະໂລຫິດໂດຍຊີດເລືອດຂອງນົກ, ແລະ ດ້ວຍນຳ້ສະອາດ, ດ້ວຍນົກທີ່ມີຊີວິດໄມ້ສົນສີດາ, ຕົ້ນຫູສົບ, ເເລະ ດ້າຍສີເເດງ.

Leviticus 15

Leviticus 15:1

ພຣະຢາເວໄດ້ເວົ້າຫຍັງກັບໂມເຊແລະອາໂຣນແນວໃດ ເມື່ອຊາຍໃດມີຂອງແຫລວທີ່ຕິດເຊື້ອໄຫລອອກຈາກຮ່າງກາຍຂອງເຂົາ?

ພຣະຢາເວໄດ້ເວົ້າຫຍັງກັບໂມເຊແລະອາໂຣນ ເມື່ອຊາຍໃດມີຂອງແຫລວທີ່ຕິດເຊື້ອໄຫລອອກຈາກຮ່າງກາຍຂອງເຂົາ, ເຂົາກໍເປັນມົນທິນ.

Leviticus 15:6

ມີຫຍັງເກີດຂື້ນກັບຜູ້ທີ່ແຕະຕ້ອງຜູ້ທີ່ເປັນມົນທິນຍ້ອນຂອງແຫລວທີ່ຕິດເຊື້ອໄຫລອອກ?

ຜູ້ທີ່ແຕະຕ້ອງຜູ້ທີ່ເປັນມົນທິນຈະເປັນມົນທິນດ້ວຍຕົນເອງຕ້ອງຊັກເສື້ອຜ້າຂອງຕົນແລະອາບນຳ້ເເລະເຂົາຈະເປັນມົນທິນໄປຈົນຮອດຕອນເເລງ.

Leviticus 15:13

ໃນນໍ້າປະເພດໃດທີ່ຄົນໄດ້ຮັບການຊຳລະໃຫ້ສະອາດຈາກການຈາກການອາບນ້ຳທີ່ມີຂອງແຫລວໄຫລທີ່ຕິດເຊື້ອ?

ບຸກຄົນທີ່ໄດ້ຮັບການຊຳລະໃຫ້ສະອາດຈາກການຈາກການອາບນ້ ຳທີ່ມີຂອງແຫລວໄຫລທີ່ຕິດເຊື້ອໃນບ່ອນທີ່ມີນຳ້ໄຫລ.

ຄົນທີ່ມົນທິນຕ້ອງຖວາຍສິ່ງໃດຕໍ່ປະໂລຫິດ ສຳລັບເປັນເຄື່ອງບູຊາລົບລ້າງບາບ ແລະເຄື່ອງເຜົາບູຊາ?

ຄົນທີ່ມົນທິນຕ້ອງຖວາຍຕໍ່ປະໂລຫິດ ນົກສອງໂຕ ຫລືນົກພິລາບສອງໂຕສຳລັບສຳລັບເປັນເຄື່ອງບູຊາລົບລ້າງບາບ ແລະເຄື່ອງເຜົາບູຊາ.

Leviticus 15:16

ມີເງື່ອນໄຂຫຍັງ ຫລືຄົນໃດທີ່ມີການຕິດຕໍ່ກັບນໍ້າອະສຸຈິຂອງຜູ້ຊາຍ?

ພວກເຂົາຕ້ອງອາບນຳ້ ເເລະພວກເຂົາຈະເປັນມົນທິນໄປຈົນຮອດຕອນເເລງ.

Leviticus 15:19

ຜູ້ຍິງຈະເປັນມົນທິນດົນປານໃດ ຫລັງຈາກນາງເປັນປະຈຳເດືອນ?

ນາງຈະເປັນມົນທິນຂອງນາງຕໍ່ເນື່ອງໄປເຈັດວັນ,

Leviticus 15:24

ຜູ້ຊາຍຈະເປັນມົນທິນດົນປານໃດ ຖ້າເຂົານອນກັບຜູ້ຍິງທີ່ເປັນປະຈຳເດືອນ ແລະການໄຫລຂອງນາງຈະແຕະຕ້ອງເຂົາ?

ຊາຍນັ້ນກໍ່ເປັນມົນທິນໄປເຈັດວັນ,

Leviticus 15:28

ຜູ້ຍິງຈະເອົາຫຍັງແດ່ມາເປັນເຄື່ອງບູຊາໃນແປດມື້ຫລັງຈາກທີ່ເລືອດຢຸດໄຫລ?

ນາງຈະຕ້ອງນຳເອົານົກສອງໂຕຫລືນົກພິລາບສອງໂຕ.

Leviticus 16

Leviticus 16:1

ພຣະຢາເວສັ່ງໃຫ້ໂມເຊເຕືອນອາໂຣນແນວໃດ ຢ່າເຂົ້າໄປໃນບ່ອນທີ່ສັກສິດທີ່ສຸດຕາມໃຈມັກຄືເຂົ້າໄປໃນມ່ານຜ້າຫນ້າ?

ພຣະຢາເວສັ່ງໃຫ້ໂມເຊເຕືອນອາໂຣນ ຢ່າເຂົ້າໄປໃນບ່ອນທີ່ສັກສິດທີ່ສຸດຕາມໃຈມັກຄືເຂົ້າໄປໃນມ່ານຜ້າຫນ້າທຸກເວລາ.

Leviticus 16:3

ເມື່ອອາໂຣນເຂົ້າໄປໃນສະຖານທີ່ບໍຣິສຸດທີ່ສຸດ ອາໂຣນຕ້ອງນຳຫຍັງມາພ້ອມລາວ?

ອາໂຣນຕ້ອງນຳເຂົ້າມາພ້ອມລາວທີ່ໃຊ້ເປັນເຄື່ອງບູຊາລົບລ້າງບາບ ເເລະເເກະຫນຶ່ງໂຕທີ່ໃຊ້ເປັນເຄື່ອງເຜົາບູຊາ.

ອາໂຣນຕ້ອງເຮັດຫຍັງແດ່ກ່ອນທີ່ລາວໃສ່ເຄື່ອງນຸ່ງປະໂລຫິດ?

ອາໂຣນຕ້ອງອາບນຳ້ເເລ້ວໃສ່ປະໂລຫິດ.

ຜູ້ໃດຕ້ອງໃຫ້ແບ້ຜູ້ສອງໂຕແລະແກະຜູ້ໂຕຫນຶ່ງໂຕແກ່ອາໂຣນ?

ຊຸມນຸມຊົນອິດສະຣາເອນໃຫ້ອາໂຣນແບ້ຜູ້ສອງໂຕແລະແກະຜູ້ໂຕຫນຶ່ງໂຕ.

Leviticus 16:8

ເປັນຫຍັງອາໂຣນຈຶ່ງຈັບສະຫລາກເເບ້ທັງຫລາຍ?

ອາໂຣນຈຶ່ງຈັບສະຫລາກເເບ້ທັງຫລາຍເພື່ອສະຫລາກຫນຶ່ງເພື່ອເປັນຂອງພຣະຢາເວ ແລະສະຫລາກຫນຶ່ງເພື່ອເປັນຂອງເເບ້ຮັບບາບ.

ມີຫຍັງເກີດຂື້ນກັບແບ້ຫລາຍໂຕທີ່ສະຫລາກຕົກເປັນຂອງແບ້ຮັບບາບ?

ແບ້ໂຕທີ່ສະຫລາກຕົກເປັນແບ້ຮັບບາບຈະຕ້ອງນຳມາຕໍ່ພຣະພັກພຣະຢາເວ ແລະໂດຍການປ່ອຍແບ້ທີ່ເປັນແບ້ຮັບບາບນັ້ນເຂົ້າສູ່ຖິ່ນທຸລະກັນດານ.

Leviticus 16:11

ອາໂຣນຖວາຍງົວໃຫ້ແກ່ໃຜແດ່?

ອາໂຣນຕ້ອງຖວາຍງົວເປັນເຄື່ອງບູຊາລົບລ້າງບາບຂອງໂຕເອງເເລະຂອງຄອບຄົວຂອງເຂົາ.

Leviticus 16:12

ມີສິ່ງໃດແດ່ທີ່ຕ້ອງປົກຄຸມເຫນືອຝາຫີບເເຫ່ງການລົບລ້າງມົນທິນບາບທີ່ປິດຢູ່ເທິງຫີບພັນທະສັນຍາທີ່ອາໂຣນຕ້ອງຈະບໍ່ຕາຍ?

ຄວັນຈາກເຄື່ອງຫອມຕ້ອງປົກຄຸມເຫນືອຝາຫີບເເຫ່ງການລົບລ້າງມົນທິນບາບທີ່ປິດຢູ່ເທິງຫີບພັນທະສັນຍາທີ່ອາໂຣນຕ້ອງຈະບໍ່ຕາຍ

Leviticus 16:17

ມີຜູ້ໃຜແດ່ທີ່ຈະຕ້ອງຢູ່ໃນເຕັນນັດພົບເມື່ອອາໂຣນເຂົ້າໄປຫາການລົບລ້າງມົນທິນທີ່ສັກສິດທີ່ສຸດ?

ຫ້າມຄົນໃດຢູ່ໃນເຕັນນັດພົບເມື່ອອາໂຣນເຂົ້າໄປຫາການລົບລ້າງມົນທິນທີ່ສັກສິດທີ່ສຸດ.

Leviticus 16:20

ອາໂຣນຕ້ອງເຮັດຫຍັງເມື່ອເຂົາວາງມືໃສ່ຫົວແບ້ທີ່ຮັບາບ?

ອາໂຣນສາລະພາບຄວາມຊົ່ວຮ້າຍທັງຫມົດຂອງປະຊາຊົນອິດສະຣາເອນການກະບົດທັງສິ້ນຂອງພວກເຂົາ, ເເລະ ຄວາມບາບທັງຫມົດຂອງພວກເຂົາ.

Leviticus 16:23

ອາໂຣນຈະເຮັດຫຍັງກັບຊຸດຜ້າປ່ານຂອງປະໂລຫິດ?

ອາໂຣນຈະຖອດຊຸດຜ້າປ່ານຂອງປະໂລຫິດແລະເອົາເຄື່ອງເຫລົ່ານັ້ນໄວ້ໃນເຕັນນັດພົບ.

Leviticus 16:29

ເມື່ອໃດທີ່ພຣະຢາເວກ່າວວ່າໃນວັນເເຫ່ງການລົບລ້າງມົນທິນບາບຈະເປັນວັນທີ່ຕັ້ງຂຶ້ນຄວນຈະເກີດຂື້ນ?

ໃນວັນທີສິບຂອງເດືອນ, ການລົບລ້າງມົນທິນບາບຈະຖືກເຮັດໃນແຕ່ລະປີ.

Leviticus 17

Leviticus 17:1

ຖ້າຄົນຜູ້ຫນຶ່ງຂ້າງົວ, ລູກແກະ ຫລືແບ້ພາຍໃນຄ້າຍ ຫລືຜູ້ທີ່ຂ້າພາຍນອກຄ້າຍ, ເພື່ອຈະຖວາຍເປັນເຄື່ອງບູຊາເເດ່ພຣະຢາເວ, ເຂົາຈະມີຄວາມຜິດບາບຫຍັງ?

ຖ້າຄົນຜູ້ຫນຶ່ງຂ້າງົວ, ລູກແກະ ຫລືແບ້ພາຍໃນຄ້າຍ ຫລືຜູ້ທີ່ຂ້າພາຍນອກຄ້າຍ, ເພື່ອຈະຖວາຍເປັນເຄື່ອງບູຊາເເດ່ພຣະຢາເວ ມີຄວາມຜິດໃນການເຮັດໃຫ້ເລືອດໄຫລ ແລະຕ້ອງຖືກຕັດອອກຈາກທ່າມກາງຜູ້ຄົນຂອງເຂົາ.

Leviticus 17:5

ຈຸດປະສົງຂອງພຣະບັນຊານີ້ເພື່ອຫຍັງ?

ຈຸດປະສົງຂອງພຣະບັນຊານີ້ກໍ່ເພື່ອໃຫ້ປະຊາຊົນຈະນຳເຄື່ອງບູຊາຂອງພວກເຂົາມາຖວາຍເເດ່ພຣະຢາເວ ທີ່ທາງເຂົ້າເຕັນນັດພົບ ເເທນທີ່ການຖວາຍເຄື່ອງບູຊາຕາມເດີ່ນພາຍນອກ.

Leviticus 17:7

ກົດເກນຖາວອນສະບັບນີ້ຈະສິ້ນສຸດແນວໃດ?

ກົດເກນຈະໃຫ້ປະຊາຊົນຕ້ອງບໍ່ຖວາຍເຄື່ອງບູຊາຂອງພວກເຂົາ, ໃຫ້ເເກ່ຮູບປັ້ນເເບ້ອີກຕໍ່ໄປ.

Leviticus 17:10

ພຣະຢາເວເວົ້າຫຍັງເຮັດໃຫ້ການລົບລ້າງມົນທິນໄດ້?

ພຣະຢາເວເວົ້າວ່າເລືອດນັ້ນເອງທີ່ເຮັດການລົບລ້າງມົນທິນໄດ້.

Leviticus 17:12

ພຣະຢາເວກ່າວວ່າຈະຕ້ອງເຮັດຫຍັງກັບສັດຫລືນົກທີ່ຜູ້ອອກໄປລ່າຂ້າເພື່ອກິນ ຫາກມີຄົນອິດສະຣາເອນຄົນໃດ ຫລືຄົນຕ່າງຊາດຄົນໃດອາໄສຢູ່ທ່າມກາງພວກເຈົ້າ?

ພຣະຢາເວເວົ້າວ່າຫາກມີຄົນອິດສະຣາເອນຄົນໃດ ຫລືຄົນຕ່າງຊາດຄົນໃດອາໄສຢູ່ທ່າມກາງພວກເຈົ້າ, ຜູ້ອອກໄປລ່າສັດເເລະຂ້າສັດຫລືນົກທີ່ສາມາດກິນໄດ້, ຄົນນັ້ນຕ້ອງຖອກເລືອດຂອງສັດຖິ້ມເເລະເອົາດິນຖົມ.

Leviticus 17:15

ບຸກຄົນຜູ້ໃດທີ່ກິນສັດທີ່ຕາຍເເລ້ວຫລືຖືກສັດປ່າກັດຕາຍຕ້ອງເຮັດແນວໃດ?

ກຄົນທີ່ກິນສັດທີ່ຕາຍເເລ້ວຫລືຖືກສັດປ່າກັດຕາຍ ຕ້ອງຊັກເສື້ອຜ້າຂອງເຂົາເເລະອາບນຳ້ເເລະເຂົາຈະເປັນມົນທິນໄປຈົນເຖິງຕອນເເລງ.

ລາວຕ້ອງເຮັດແນວໃດຖ້າລາວບໍ່ຊັກເສື້ອຜ້າແລະອາບນໍ້າຕົວເອງ?

ຖ້າເຂົາຊັກເສື້ອຜ້າຂອງເຂົາຫລືອາບນຳ້ ເຂົາກໍຕ້ອງແບກຮັບຄວາມຜິດຂອງເຂົາ.

Leviticus 18

Leviticus 18:6

ຄົນກຸ່ມຫນຶ່ງທີ່ພຣະເຈົ້າຫ້າມບໍ່ໃຫ້ຫລັບນອນກັບຄົນໃດ?

ພຣະເຈົ້ເວົ້າວ່າຈົ່ງຢ່າໃຫ້ຄົນໃດຫລັບນອນກັບໃຜກໍ່ຕາມທີ່ກ່ຽວຂ້ອງກັນຄືພີ່ນ້ອງ.

Leviticus 18:19

ເປັນຫຍັງຜູ້ຊາຍບໍ່ຄວນມີເພດສຳພັນກັບຜູ້ຍິງໃນຊ່ວງທີ່ນາງມີປະຈຳເດືອນ?

ຊາຍບໍ່ຄວນມີເພດສຳພັນກັບຜູ້ຍິງໃນຊ່ວງທີ່ນາງມີປະຈຳເດືອນ ເພາະວ່ານາງເປັນມົນທິນໃນຊ່ວງເວລານັ້ນ.

Leviticus 18:21

ສິ່ງທີ່ປະຊາຊົນອາດຈະບໍ່ຖວາຍໃຫ້ເເກ່ພະໂມເລັກແມ່ນຫຍັງ?

ປະຊາຊົນຈະບໍ່ຖວາຍລູກທັງຫລາຍຂອງເຂົາເຈົ້າເເກ່ພະໂມເລັກ.

Leviticus 18:22

ຂໍ້ທີ 22 ແລະ 23 ມີສອງປະເພດໃດແດ່ທີ່ຫ້າມ?

ຂໍ້ທີ 22 ແລະ 23 ຈົ່ງຢ່າຫລັບນອນກັບຜູ້ຊາຍອື່ນໆ ຫລືນອນກັບສັດໃດໆ.

Leviticus 18:26

ມີຫຍັງເກີດຂື້ນກັບຄົນທີ່ອາໄສຢູ່ທີ່ນັ້ນຕໍ່ຫນ້າປະຊາຊົນອິດສະຣາເອນ?

ຄົນທີ່ອາໄສຢູ່ທີ່ນັ້ນຕໍ່ຫນ້າປະຊາຊົນອິດສະຣາເອນ ເຫມືອນດັ່ງທີ່ມັນເຄີຍເປັນມົນທິນຈາກຜູ້ຄົນທີ່ເຄີຍຢູ່ອາໄສມາກ່ອນພວກເຈົ້າອອກມາເເລ້ວ..

Leviticus 18:29

ຈະເກີດຫຍັງຂຶ້ນກັບຄົນຫລືຄົນຕ່າງຊາດທີ່ອາໄສຢູ່ໃທ່າມກາງຂອງເຂົາທີ່ເຮັດສິ່ງທີ່ຫນ້າກຽດຊັງເຫລົ່ານີ້?

ໃຜກໍຕາມທີ່ເຮັດສິ່ງທີ່ຫນ້າລັງກຽດເຫລົ່ານັ້ນ, ຄົນນັ້ນທີ່ເຮັດເເບບນັ້ນຈະຖືກຕັດອອກຈາກທ່າມກາງຊົນຊາດຂອງເຂົາ.

Leviticus 19

Leviticus 19:1

ສອງສິ່ງທີ່ພຣະຢາເວໄດ້ບອກປະຊາຊົນທີ່ພວກເຂົາຕ້ອງເຮັດແມ່ນຫຍັງ?

ພຣະຢາເວໄດ້ບອກທຸກຄົນຈົ່ງເຄົາລົບແມ່ຂອງຕົນແລະພໍ່ຂອງຕົນ, ແລະພວກເຈົ້າຕ້ອງຮັກສາໂຕຂອງເຮົາ.

Leviticus 19:9

ເປັນຫຍັງພຣະຢາເວຈຶ່ງບອກປະຊາຊົນໃຫ້ອອກຈາກທົ່ງນາຂອງພວກເຂົາຕ້ອງບໍ່ເກັບພວງອະງຸ່ນທຸກເມັດຈາກສວນອະງຸ່ນ ຫລືເກັບພວງອະງຸ່ນທີ່ເຮ່ຍເທິງພື້ນໃນສວນອະງຸ່ນ?

ຈະບໍ່ເກັບກ່ຽວຜົນຜະລິດໄປຈົນຫມົດ ແລະສວນອະງຸ່ນພວກເຈົ້າຕ້ອງເຫລືອໄວ້ສຳລັບຄົນຕ່າງຊາດ.

Leviticus 19:15

ປະຊາຊົນບໍ່ຄວນສະແດງຄວາມລຳອຽງຕໍ່ໃຜ?

ປະຊາຊົນບໍ່ຄວນສະແດງຄວາມລຳອຽງຕໍ່ບາງຄົນເພາະເຫັນວ່າເຂົາຍາກຈົນ ຫລື ລວຍ, ແຕ່ຈົ່ງຕັດສິນເພື່ອນບ້ານຂອງພວກເຈົ້າຢ່າງຍຸດຕິທຳ.

Leviticus 19:17

ປະຊາຊົນຄວນເຮັດຫຍັງແດ່ແທນທີ່ຈະແກ້ແຄ້ນ ຫລືຄິດປອງຮ້າຍ?

ປະຊາຊົນຄວນເຮັດຫຍັງແດ່ແທນທີ່ຈະແກ້ແຄ້ນ ຫລືຄິດປອງຮ້າຍ, ແຕ່ຈົ່ງຮັກເພື່ອນບ້ານຂອງພວກເຈົ້າເຫມືອນຮັກຕົນເອງ.

Leviticus 19:19

ປະຊາຊົນຕ້ອງເຮັດຫຍັງເມື່ອຫວ່ານເມັດພືດໃນທົ່ງນາ?

ເມື່ອຫວ່ານໃນທົ່ງນາຂອງພວກເຈົ້າ, ຢ່າໃສ່ຊຸດທີ່ເຮັດມາຈາກຜ້າສອງຊະນິດປະສົມກັນ.

Leviticus 19:23

ຜູ້ທີ່ປູກຕົ້ນໄມ້ກິນຫມາກຈະຕ້ອງລໍຖ້າດົນປານໃດກ່ອນທີ່ລາວຈະກິນຫມາກໄມ້ຂອງເຂົາໄດ້?

ຜູ້ທີ່ປູກຕົ້ນໄມ້ກິນຫມາກ ຈະຕ້ອງລໍຖ້າໃນປີທີ່ຫ້າກ່ອນທີ່ເຂົາຈຶ່ງຈະກິນຜົນລະປູກຂອງເຂົາໄດ້.

Leviticus 19:32

ຜູ້ພຣະຢາເວໄດ້ບອກປະຊາຊົນທີ່ຈະຄຳນັບກ່ອນແລະໃຫ້ກຽດສັກສີແມ່ນໃຜ?

ພຣະຢາເວໄດ້ບອກປະຊາຊົນທີ່ຈະຄຳນັບກ່ອນຕໍ່ຜູ້ທີ່ມີຜົມງອກແລ້ວແລະໃຫ້ກຽດຕໍ່ຫນ້າຜູ້ອາວຸໂສ.

Leviticus 20

Leviticus 20:1

ຈະມີຫຍັງເກີດຂື້ນກັບຄົນໃດໃນທ່າມກາງປະຊາຊົນອິດສະຣາເອນ ທີ່ໄດ້ຍົກລູກທັງຫລາຍຂອງຕົນໃຫ້ເເກ່ພະໂມເລັກ?

ຄົນໃດທີ່ໄດ້ຍົກລູກທັງຫລາຍຂອງຕົນໃຫ້ເເກ່ພະໂມເລັກຕ້ອງມີໂທດເຖິງຕາຍຢ່າງເເນ່ນອນ.

Leviticus 20:3

ພຣະຢາເວຈະເຮັດແນວໃດຖ້າພວກເຂົາບໍ່ລົງໂທດຊາຍຄົນນັ້ນເຖິງຕາຍ?

ຖ້າພວກເຂົາບໍ່ລົງໂທດຊາຍຄົນນັ້ນເຖິງຕາຍ, ພຣະຢາເວຈະຕັດເຂົາອອກຈາກທ່າມກາງຊົນຊາດຂອງເຂົາ.

Leviticus 20:6

ພຣະຢາເວໄດ້ບອກປະຊາຊົນຜູ້ໃດບໍ່ໃຫ້ກັບໃຈ?

ພຣະຢາເວໄດ້ບອກປະຊາຊົນຜູ້ທີ່ຕິດຕໍ່ເວົ້າກັບວິນຍານຕ່າງໆ.

Leviticus 20:13

ຈະມີຜົນຫຍັງເກີດຂື້ນຖ້າຊາຍຄົນຫນຶ່ງໄປຫລັບນອນກັບຊາຍອີກຄົນຫນຶ່ງ?

ຊາຍຄົນຫນຶ່ງຫລັບນອນກັບຊາຍອີກຄົນຫນຶ່ງໄດ້ເຮັດສິ່ງທີ່ຫນ້າອາຍ, ແລະທັງສອງຕ້ອງມີໂທດເຖິງຕາຍຢ່າງແນ່ນອນ.

Leviticus 20:15

ຖ້າຊາຍຄົນຫນຶ່ງຫລືຍິງຄົນຫນ່ຶ່ງສົມສູ່ກັບສັດ, ພວກເຂົາຈະເຮັດແນວໃດກັບພວກເຂົາ?

ຊາຍຄົນຫນຶ່ງ, ຍິງຄົນຫນ່ຶ່ງ ແລະສັດ ຕ້ອງມີໂທດເຖິງຕາຍຢ່າງແນ່ນອນ.

Leviticus 20:24

ພຣະຢາເວໄດ້ອະທິບາຍກ່ຽວກັບແຜ່ນດິນທີ່ພຣະອົງໄດ້ມອບໃຫ້ປະຊາຊົນອິດສະຣາເອນແນວໃດ?

ພຣະຢາເວເອີ້ນວ່າເປັນ"ແຜ່ນດິນທີ່ມີນຳ້ນົມແລະນຳ້ເຜິ້ງໄຫລ."

Leviticus 21

Leviticus 21:1

ສໍາລັບຜູ້ເສຍຊີວິດທີ່ເປັນປະໂລຫິດໄດ້ຮັບອະນຸຍາດເຮັດໃຫ້ຕົນເອງບໍ່ສະອາດ?

ປະໂລຫິດໄດ້ຮັບອະນຸຍາດຢ່າເຮັດໂຕເອງໃຫ້ເປັນມັນທິນສຳລັບພີ່ນ້ອງໃກ້ຊິດຂອງເຂົາ.

Leviticus 21:4

ມີຂໍ້ຈຳກັດຫຍັງແດ່ກ່ຽວກັບກ່ຽວກັບຜົມແລະຫນວດຂອງພວກປະໂລຫິດ?

ປະໂລຫິດຈະບໍ່ອະນຸຍາດໃຫ້ແຖຫົວຫລືແຖປາຍຫນວດຂອງເຂົາ.

Leviticus 21:7

ຈະເກີດຫຍັງຂຶ້ນກັບລູກຍິງຂອງປະໂຣຫິດຄົນໃດທີ່ເຮັດຕົວເອງໃຫ້ເປັນມົນທິນໂດຍການເປັນໂສເພນີ?

ລູກຍິງຂອງປະໂຣຫິດຄົນໃດທີ່ເຮັດຕົວເອງໃຫ້ເປັນມົນທິນໂດຍການເປັນໂສເພນີຕ້ອງຖືກເຜົາ.

Leviticus 21:10

ປະໂລຫິດໃຫຍ່ຄວນຈະຫລີກລຽ້ງຫຍັງແດ່ແມ້ວ່າເພື່ອພໍ່ຫລືແມ່ຂອງເຂົາກໍ່ຕາມ?

ເຂົາຕ້ອງບໍ່ໄປທີ່ໃດກໍ່ຕາມທີ່ມີສົບຢູ່, ແມ້ວ່າເພື່ອພໍ່ຫລືແມ່ຂອງເຂົາກໍ່ຕາມ.

Leviticus 21:13

ປະໂລຫິດບໍ່ຕ້ອງແຕ່ງງານກັບຜູ້ຍິງປະເພດໃດ?

ເຂົາຕ້ອງບໍ່ແຕ່ງງານກັບຍິງຫມ້າຍ, ຍິງທີ່ຢ່າຮ້າງ ,ຫລືຍິງທີ່ເປັນໂສເພນີ.

Leviticus 21:18

ຄົນແບບໃດແດ່ທີ່ພຣະຢາເວບໍ່ໄດ້ຢາກເຂົ້າຫາເຂົາເຂົ້າໄປໃກ້ເພື່ອຖວາຍອາຫານ?

ພຣະຢາເວຈະບໍ່ຕ້ອງການຊາຍໃດທີ່ມີຮ່າງກາຍພິການຕ້ອງບໍ່ເຂົ້າໄປໃກ້ພຣະຢາເວ.

Leviticus 22

Leviticus 22:1

ພຣະຢາເວກ່າວວ່າສິ່ງໃດຄືການຖືກຢຽດຢາມໃນນາມທີ່ບໍຣິສຸດຂອງພຣະອົງ?

ພຣະຢາເວກ່າວວ່າຜູ້ໃດທີ່ເປັນມົນທິນບໍ່ວ່າເຫດຜົນໃດຫນຶ່ງ ແລະເຂົ້າໃກ້ສິ່ງທີ່ບໍລິສຸດຖືກຢຽດຢາມໃນນາມທີ່ບໍຣິສຸດຂອງພຣະອົງ.

Leviticus 22:4

ປະໂລຫິດຕ້ອງເຮັດຫຍັງເມື່ອລາວແຕະຕ້ອງສິ່ງໃດສິ່ງຫນຶ່ງ ທີ່ເຮັດໃຫ້ເຂົາເປັນມົນທິນ?

ເຂົາຕ້ອງອາບນໍ້າ ແລະຈະເປັນມົນທິນໄປຈົນເຖິງເວລາຕອນແລງ.

Leviticus 22:7

ສິ່ງທີ່ອາດຈະເກີດຂື້ນກັບປະໂລຫິດຜູ້ທີ່ບໍ່ປະຕິບັດຕາມຄຳສັ່ງສອນຂອງພຣະຢາເວ?

ພວກເຂົາຈະມີຄວາມຜິດບາບແລະອາດຕາຍເພາະລົບລູ່ເຮົາ.

Leviticus 22:10

ມີໃຜແດ່ທີ່ສາມາດກິນສິ່ງໃດທີ່ເປັນຂອງບໍລິສຸດ?

ຜູ້ທີ່ທີ່ສາມາດກິນສິ່ງໃດທີ່ເປັນຂອງບໍລິສຸດແມ່ນປະໂລຫິດ ແລະສະມາຊິກໃນຄອບຄົວຂອງເຂົາ, ແລະທາດທັງຫລາຍທີ່ເຂົາໄດ້ຮ່ວມກັນໄດ້.

Leviticus 22:12

ລູກສາວຂອງປະໂລຫິດຜູ້ທີ່ໄດ້ແຕ່ງງານກັບຄົນທີ່ບໍ່ແມ່ນປະໂລຫິດ, ກິນຂອງຖວາຍບໍລິສຸດໄດ້ບໍ?

ບໍ່ໄດ້, ຖ້ານາງເປັນຍິງຫມ້າຍ, ຫລືຢ່າຮ້າງ, ແລະກັບມາອາໃສຢູ່ບ້ານພໍ່ຂອງນາງ.

Leviticus 22:14

ຜູ້ຊາຍຕ້ອງເຮັດຫຍັງແດ່ຜູ້ທີ່ມີຄວາມຜິດແຫ່ງການກິນອາຫານທີ່ບໍລິສຸດໂດຍບໍ່ຮູ້ຕົວ?

ຜູ້ທີ່ມີຄວາມຜິດແຫ່ງການກິນອາຫານທີ່ບໍລິສຸດໂດຍບໍ່ຮູ້ຕົວ, ເຂົາຕ້ອງຊົດໃຊ້ຄືນໃຫ້ແກ່ປະໂລຫິດ, ເຂົາຕ້ອງເພີ່ມໃຫ້ອີກຫນຶ່ງໃນຫ້າ.

Leviticus 22:17

ສັດຊະນິດໃດເປັນເຄື່ອງບູຊາທີ່ພໍໃຈທີ່ຖືກຍອມຮັບເປັນເຄື່ອງເຜົາບູຊາ?

ມັນຕ້ອງຖວາຍສັດຕົວຜູ້ທີ່ປາສະຈາກຕຳນິ, ທີ່ເອົາມາຈາກຝູງງົວຝູງແກະຫລືຝູງແບ້.

Leviticus 22:20

ແມ່ນຫຍັງທີ່ເປັນຂໍ້ກຳນົດທີ່ສຳຄັນທີ່ສຸດສຳລັບສັດທີ່ຕ້ອງຖວາຍເປັນເຄື່ອງບູຊາແກ່ພຣະຢາເວ?

ສັດທີ່ຕ້ອງຖວາຍເປັນເຄື່ອງບູຊາແກ່ພຣະຢາເວທິ່ຕ້ອງບໍ່ມີຕຳນິ.

Leviticus 22:26

ລູກງົວ, ແກະ, ແລະແບ້ຕ້ອງມີອາຍຸເທົ່າໃດເພື່ອຈະໄດ້ຖວາຍເປັນເຄື່ອງບູຊາແດ່ແກ່ພຣະຢາເວ?

ງົວຫລືແກະຫລືແບ້ຕ້ອງໄດ້ວັນທີ່ແປດເປັນຕົ້ນໄປ ຈຶ່ງສາມາດເປັນເຄື່ອງບູຊາສຳຫລັບຖວາຍແດ່ພຣະຢາເວ.

Leviticus 22:28

ເວລາໃດຕ້ອງກິນຖວາຍເຄື່ອງບູຊາແຫ່ງການຂອບພຣະຄຸນ?

ເຄື່ອງບູຊານັ້ນຕ້ອງຖືກກິນໃນມື້ດຽວກັນທີ່ຖວາຍເຄື່ອງບູຊາ.

Leviticus 23

Leviticus 23:3

ພຣະຢາເວກ່າວຫຍັງກ່ຽວກັບການເຮັດວຽກແລະວັນຊະບາໂຕ?

ພຣະຢາເວກ່າວວ່າປະຊາຊົນເຮັດວຽກຫົກມື້, ແຕ່ວ່າມື້ທີເຈັດ, ວັນຊະບາໂຕ, ແມ່ນມື້ຢຸດພັກ.

Leviticus 23:4

ຈະມີເທດສະການລ້ຽງຫຍັງໃນເດືອນທຳອິດໃນວັນທີສິບສີ່?

ປັດສະຄາຂອງພຣະຢາເວແມ່ນທດສະການຈັດງານລ້ຽງໃນວັນທີສິບສີ່, ເດືອນທີຫນຶ່ງ.

ເປັນເທດສະການຫຍັງຕາມເທດສະການປັດສະຄາໃນວັນທີສິບຫ້າຂອງເດືອນດຽວກັນ?

ເປັນເທດສະການກິນຂະຫນົມປັງບໍ່ມີເຊື້ອເເປ້ງຕາມເທະດສະການປັດສະກາໃນວັນທີສິບຫ້າຂອງເດືອນດຽວກັນ.

Leviticus 23:9

ປະຊາຊົນຕ້ອງນຳຫຍັງໄປຫາປະໂລຫິດຫລັງຈາກເກັບກ່ຽວຄັ້ງທຳອິດໃນແຜ່ນດິນທີ່ພຣະຢາເວກຳລັງຈະໃຫ້ແກ່ພວກເຂົາ?

ປະຊາຊົນຕ້ອງເອົາຜົນທຳອິດຫນຶ່ງມັດມັດໄປໃຫ້ປະໂລຫິດຫລັງຈາກເກັບກ່ຽວຄັ້ງທຳອິດໃນແຜ່ນດິນທີ່ພຣະຢາເວກຳລັງຈະໃຫ້ແກ່ພວກເຂົາ.

Leviticus 23:26

ພຣະຢາເວໄດ້ກຳນົດວັນໃດ ສຳລັບວັນລຶບລ້າງມົນທິນ?

ພຣະຢາເວໄດ້ໃຫ້ຂໍ້ຄຳສັ່ງໃນນວັນທີສິບຂອງເດືອນທີເຈັດນີ້ເປັນວັນລົບລ້າງມົນທິນ.

Leviticus 23:30

ປະຊາຊົນບໍ່ຕ້ອງເຮັດຫຍັງໃນມື້ແຫ່ງການລຶບລ້າງມົນທິນ?

ປະຊາຊົນຈະຕ້ອງບໍ່ເຮັດວຽກງານໃດໆ ໃນວັນນັ້ນ.

Leviticus 23:33

ພຣະຢາເວກ່າວວ່າເທດສະການອັນໃດຈະເກີດຂື້ນໃນວັນທີສິບຫ້າຂອງເດືອນທີເຈັດ?

ພຣະຢາເວໄດ້ກ່າວວ່າ ເທດສະການຖ້າຢູ່ໄຟຖວາຍເເດ່ພຣະຢາເວຈະເກີດຂື້ນໃນວັນທີສິບຫ້າຂອງເດືອນທີເຈັດ.

Leviticus 23:40

ປະຊາຊົນຕ້ອງໃຊ້ຫຍັງທີ່ຈະປິຕິຍິນດີໃນຊ່ວງເທດສະການຖ້າຢູ່ໄຟສຳລັບພຣະຢາເວ?

ປະຊາຊົນຕ້ອງເອົາຜົນທີ່ດີທີ່ສຸດຈາກຕົ້ນມາ, ໃບຕານກ້ານພ້າວກັບຫງ່າໄມ້ທີ່ມີໃບດົກ, ເເລະຈະຊື່ນຊົມຍິນດີຕໍ່ພະພັກພຣະຢາເວ.

Leviticus 23:42

ປະຊາຊົນອິດສະຣາເອນອາໄສຢູ່ບ່ອນໃດໃນຊ່ວງເເທດສະການຖ້າຢູ່ໄຟສຳລັບພຣະຢາເວ?

ປະຊາຊົນອິດສະຣາເອນຕ້ອງອາໄສຢູ່ກອງໄຟນ້ອຍໆເປັນເວລາເຈັດວັນໃນຊ່ວງເເທດສະການຖ້າຢູ່ໄຟສຳລັບພຣະຢາເວ.

Leviticus 24

Leviticus 24:3

ອາໂຣນຕ້ອງເຮັດຫຍັງກັບນໍ້າມັນບໍລິສຸດທີ່ຜູ້ຄົນຈະເອົາມາໃຫ້ເຂົາ?

ອາໂຣນຕ້ອງຄອຍດູເເລໃຫ້ຕະກຽງນີ້ມີໄຟລຸກຕໍ່ຫນ້າຫີບເເຫ່ງພັນທະສັນຍາທີ່ຢູ່ໃນເຕັນນັດພົບຕັ້ງເເຕ່ຕອນເເລງຈົນຮອດເຊົ້າ.

Leviticus 24:7

ມີໃຜແດ່ທີ່ອະນຸຍາດໃຫ້ເຄື່ອງບູຊາເຂົ້າຈີ່ສິບສອງກ້ອນ?

ອາໂຣນ, ເເລະບັນດາລູກຊາຍຂອງເຂົາຈະກິນເຄື່ອງບູຊານັ້ນໃນສະຖານທີ່ບໍລິສຸດ.

Leviticus 24:13

ຊາວອິດສະຣາເອນໄດ້ຖືກບອກໃຫ້ເຮັດຫຍັງກັບມິ່ນປະຫມາດພຣະນາມຂອງພຣະຢາເວ?

ພຣະຢາເວໄດ້ກ່າວຕໍ່ຊາວອິດສະຣາເອນ ຈົ່ງເອົາຊາຍຄົນນັ້ນທີ່ໄດ້ເເຊ່ງດ່າພຣະເຈົ້າອອກໄປພາຍນອກຄ້າຍ, ວາງມືເທິງຫົວຜູ້ນັ້ນ ແລະເອົາຫີນດຶກໃສ່ເຂົາໃຫ້ຕາຍ.

Leviticus 24:17

ມີຫຍັງເກີດຂື້ນກັບຜູ້ຊາຍທີ່ຂ້າອີກຄົນຫນຶ່ງ?

ເຂົາຕ້ອງຮັບໂທດເຖິງຕາຍຢ່າງເເນ່ນອນ.

Leviticus 24:19

ພຣະຢາເວໄດ້ກ່າວວ່າຈະຕ້ອງເຮັດຫຍັງກັບຜູ້ໃດກໍຕາມທີ່ເຮັດໃຫ້ເສຍຊີິວິດຫລືບາດເຈັບຢ່າງໃດຕໍ່ບຸກຄົນອື່ນ?

ພຣະຢາເວໄດ້ກ່າວວ່າຜູ້ໃດກໍຕາມທີ່ເຮັດໃຫ້ຕໍ່ບຸກຄົນອື່ນ ຄວນຈະຖືກເຮັດເເບບດຽວກັນ; ຕາຕໍ່ຕາ, ແຂ້ວຕໍ່ແຂ້ວ.

Leviticus 25

Leviticus 25:3

ພຣະຢາເວໄດ້ກ່າວວ່າຄວນເຮັດຫຍັງຫລັງຈາກທົ່ງນາແລະສວນອະງຸ່ນຖືກປູກ, ຕັດແຕ່ງແລະເກັບກ່ຽວໄດ້ຫົກປີ?

ພຣະຢາເວໄດ້ກ່າວວ່າຫລັງຈາກຫົກປີຖືກຫວ່ານ, ຕັດແຕ່ງແລະເກັບກ່ຽວໃນທົ່ງນາ ແລະສວນອະງຸ່ນ, ໃນປີທີເຈັດ ຕ້ອງຖືເປັນປີສະບາໂຕເເຫ່ງການຢຸດພັກຂອງເເຜ່ນດິນຢ່າງຈິງຈັງ ເປັນສະບາສຳລັບທົ່ງນາ ແລະສວນອະງຸ່ນ.

Leviticus 25:8

ໃນປີທີສີ່ສິບເກົ້າ, ວັນທີສິບຂອງເດືອນເຈັດຈະຕ້ອງເຮັດຫຍັງດີ?

ຕ້ອງເປົ່າເຂົາສັດໃຫ້ດັງທົ່ວທຸກຫົນເເຫ່ງໃນປີທີສີ່ສິບເກົ້າ, ໃນວັນທີສິບສອງເດືອນທີເຈັດ,.

Leviticus 25:10

ປີຫ້າສິບຫ້າຈະຖືກເອີ້ນເປັນແນວໃດ?

ປີທີຫ້າສິບນັ້ນຈະເປັນການສະເຫລີມສະຫລອງສຳຫລັບພວກເຈົ້າທີ່ດິນ.

ມີກິດຈະກຳຫຍັງທີ່ສຳຄັນທີ່ຈະຈັດຂຶ້ນໃນປີການສະເຫລີມສະຫລອງສຳຫລັບພວກເຈົ້າທີ່ດິນ?

ໃນປີການສະເຫລີມສະຫລອງສຳຫລັບພວກເຈົ້າທີ່ດິນ ແລະບັນດາທາດຕ້ອງກັບຄືນສູ່ຄອບຄອງພວກເຂົາ.

Leviticus 25:11

ສິ່ງທີ່ຄວນກິນໃນຊ່ວງປີການສະເຫລີມສະຫລອງສຳຫລັບພວກເຈົ້າທີ່ດິນ?

ສິ່ງທີ່ເຕີບໂຕຂຶ້ນເອງເທົ່ານັ້ນຄວນກິນໃນຊ່ວງປີການສະເຫລີມສະຫລອງສຳຫລັບພວກເຈົ້າທີ່ດິນ.

Leviticus 25:15

ປະຊາຊົນຕ້ອງໄດ້ພິຈາລະນາຫຍັງແດ່ເມື່ອຊື້ຫລືຂາຍດິນ?

ປະຊາຊົນຕ້ອງຄວນພິຈາລະນາຈຳນວນປີໄປຈົນເຖິງປີເເຫ່ງການສະເຫລີມສະຫລອງໃນຄັ້ງຕໍ່ໄປ. ຍິ່ງມີຫລາຍປີເທົ່າໃດ, ດິນກໍ່ຍິ່ງມີຄ່າຫລາຍ.

Leviticus 25:20

ພຣະຢາເວຈະດູແລປະຊາຊົນຂອງລາວແນວໃດໃນປີທີເຈັດ, ປີວັນຊະບາໂຕ, ໃນເວລາທີ່ບໍ່ປູກພືດ?

ພຣະຢາເວບອກປະຊາຊົນທີ່ເກັບກ່ຽວໃນປີທີຫົກ ເເລະນັ້ນຈະເຮັດໃຫ້ເກັບກ່ຽວໄດ້ສຳລັບສາມປີ, ສະນັ້ນມັນຈະມີອາຫານ ສຳລັບປີທີເຈັດ.

Leviticus 25:23

ພຣະຢາເວບອກຫຍັງຕໍ່ປະຊາຊົນກ່ຽວກັບການເປັນເຈົ້າຂອງທີ່ດິນຖາວອນ?

ພຣະຢາເວບອກວ່າທີ່ດິນຕ້ອງບໍ່ຖືກຂາຍໃຫ້ເເກ່ເຈົ້າຂອງໃຫມ່ຢ່າງຖາວອນ ເພາະເເຜ່ນດິນເປັນຂອງເຮົາ.

Leviticus 25:29

ມີຊັບສິນຫຍັງທີ່ຈະບໍ່ຖືກສົ່ງຄືນໃນປີເເຫ່ງການສະເຫລີມສະຫລອງເຈົ້າຂອງທີ່ດິນ?

ເຮືອນທີ່ຢູ່ໃນເມືອງທີ່ມີກຳເເພງນັ້ນກໍຈະເປັນຊັບສິນຂອງຊາຍຜູ້ນັ້ນໄດ້ຊື້ບ້ານນັ້ນໄປຕະຫລອດຊົ່ວຊົນຊາດຂອງເຂົາ.

Leviticus 25:35

ປະຊາຊົນເປັນຄົນແນວໃດທີ່ຈະປະຕິບັດຕໍ່ພີ່ນ້ອງຮ່ວມຊາດຂອງພວກເຈົ້າທຸກຍາກລົງ ຈົນເຂົາບໍ່ສາມາດລ້ຽງດູຕົນເອງໄດ້ຕໍ່ໄປ?

ປະຊາຊົນຕ້ອງຊ່ວຍເຂົາ, ຢ່າຄິດດອກເບ້ຍຫລືພະຍາຍາມຫາກຳໄລໃດໆ ຈາກເຂົາ.

Leviticus 25:39

ປະຊາຊົນຄວນຈະປະຕິບັດຕໍ່ເພີ່ນ້ອງຮ່ວມຊາດ ຜູ້ທີ່ໄດ້ຂາຍຕົວເອງໃຫ້ເປັນທາດແນວໃດ?

ປະຊາຊົນຄວນຈະປະຕິບັດຕໍ່ເພີ່ນ້ອງຮ່ວມຊາດຜູ້ທີ່ໄດ້ຂາຍຕົວເອງໃຫ້ເປັນທາດ ຕ້ອງບໍ່ບັງຄັບໃຫ້ເຂົາເຮັດວຽກຄືທາດ.

Leviticus 26

Leviticus 26:1

ພຣະຢາເວກ່າວຫຍັງແດ່ຕໍ່ຜູ້ຄົນທີ່ພວກເຂົາບໍ່ຄວນເຮັດ?

ພຣະຢາເວກ່າວຕໍ່ຜູ້ຄົນທິ່ເຂົ່າຕ້ອງບໍ່ເຮັດຮູບເຄົາລົບ.

Leviticus 26:3

ປະຊາຊົນຕ້ອງເຮັດຫຍັງເພື່ອໃຫ້ແນ່ໃຈວ່າພຣະະຢາເວສົ່ງຝົນແລະການເກັບກ່ຽວ?

ພຣະະຢາເວກ່າວວ່າປະຊາຊົນຕ້ອງດຳເນີນໃນກົດຫມາຍຂອງພຣະອົງ ແລະຮັກສາພຣະບັນຍັດຂອງພຣະອົງ, ແລະເຊື່ອຟັງພວກເຂົາເພື່ອຈະໄດ້ຮັບຝົນແລະການເກັບກ່ຽວ.

Leviticus 26:5

ພຣະຢາເວຈະເຮັດຫຍັງເພື່ອໃຫ້ປະຊາຊົນມີຄວາມປອດໄພ?

ພຣະຢາເວຈະເອົາບັນດາສັດຮ້າຍທັງຫລາຍ ແລະດາບບໍ່ໄດ້ຜ່ານອອກຈາກເເຜ່ນດິນ..

Leviticus 26:11

ຖ້າປະຊາຊົນເຮັດຕາມໃນສິ່ງທີ່ພຣະຢາເວສັ່ງໃຫ້ພວກເຂົາເຮັດ, ພຣະອົງສັນຍາວ່າຈະເຮັດຫຍັງເພື່ອພວກເຂົາ?

ຖ້າປະຊາຊົນເຮັດຕາມໃນສິ່ງທີ່ພຣະຢາເວສັ່ງໃຫ້ພວກເຂົາເຮັດ, ເຮົາຈະເດີນໄປທ່າມກາງພວກເຈົ້າ, ແລະເປັນພຣະເຈົ້າຂອງພວກເຈົ້າ, ແລະພວກເຈົ້າຈະເປັນປະຊາກອນຂອງເຮົາ.

Leviticus 26:16

ໂຣກຕ່າງໆ ເເລະ ຄວາມເຈັບໄຂ້ແນວໃດທີ່ພຣະຢາເວກ່າວວ່າພຣະອົງຈະສົ່ງຫາຊາວອິດສະຣາເອນຖ້າພວກເຂົາບໍ່ເຊື່ອຟັງຄຳສັ່ງຂອງພຣະອົງ?

ພຣະຢາເວກ່າວວ່າພຣະອົງຈະສົ່ງໂຣກຕ່າງໆ ເເລະ ຄວາມເຈັບໄຂ້ທີ່ຈະທຳລາຍດວງຕາທັງຫລາຍ, ເເລະເຮັດໃຫ້ຊີວິດຂອງພວກເຂົາຫາຍໄປຖ້າພວກເຂົາບໍ່ເຊື່ອຟັງຄຳສັ່ງຂອງພຣະອົງ.

Leviticus 26:18

ພຣະຢາເວກ່າວວ່າພຣະອົງຈະເຮັດຫຍັງຖ້າປະຊາຊົນບໍ່ເຊື່ອຟັງບັນຍັດຕ່າງໆແລະ ຄຳສັ່ງຂອງພຣະອົງ?

ພຣະຢາເວກ່າວວ່າຖ້າປະຊາຊົນບໍ່ເຊື່ອຟັງບັນຍັດຕ່າງໆຂອງພຣະອົງ, ພວກເຂົາຈະໄດ້ຮັບການລົງໂທດເຈັດເທົ່າຢ່າງຮຸນເເຮງສຳຫລັບຄວາມບາບທັງຫລາຍຂອງພວກເຈົ້າ.

ພຣະຢາເວໄດ້ກ່າວວ່າພຣະອົງຈະເຮັດຫຍັງກັບທ້ອງຟ້າຖ້າປະຊາຊົນອິດສະຣາເອນບໍ່ເຊື່ອຟັງບັນຍັດຂອງພຣະອົງ?

ພຣະຢາເວໄດ້ກ່າວວ່າພຣະອົງຈະເຮັດໃຫ້ທ້ອງຟ້າເຫນືອພວກເຈົ້າເປັນເຫມືອນເຫລັກ (ແຫ້ງແລ້ງ).

Leviticus 26:21

ພຣະຢາເວກ່າວວ່າຖ້າອິດສະຣາເອນບໍ່ຍອມຟັງພຣະອົງ, ພຣະອົງຈະສົ່ງສັດຮ້າຍທັງຫລາຍມາຕໍ່ສູ້ພວກເຂົາ. ພຣະຢາເວ ໄດ້ກ່າວວ່າສັດເຫລົ່ານັ້ນຈະເຮັດຫຍັງ?

ພຣະຢາເວກ່າວວ່າຈະມາລັກລູກຫລານຂອງພວກເຈົ້າ, ເເລະທຳລາຍງົວ ແລະເຮັດໃຫ້ພວກມັນເຫລືອຢູ່ຈຳນວນນ້ອຍ.

Leviticus 26:40

ຖ້າປະຊາຊົນບໍ່ເຊື່ອຟັງພຣະຢາເວ, ພວກເຂົາໄດ້ສູນເສຍຄວາມຫວັງທັງຫມົດບໍ?

ພຣະຢາເວກ່າວວ່າ ຖ້າປະຊາຊົນສາລະພາບບາບຂອງພວກເຂົາ, ເເລະຄວາມບາບຂອງບັນພະບູລຸດຂອງພວກເຈົ້າ, ເເລະການທໍລະຍົດຂອງພວກເຈົ້າທີ່ພວກເຂົາບໍ່ຊື່ສັດຕໍ່ເຮົາ, ຍອມຮັບຢ່າງຖ່ອມຕົວການລົງໂທດສຳຫລັບການບາບທັງຫລາຍຂອງພວກເຂົາ, ເຮົາກໍ່ຈະລະນຶກເຖິງສັນຍາຂອງເຮົາກັບຢາໂຄບ, ພັນທະສັນຍາຂອງເຮົາກັບອິຊາກ, ເເລະພັນທະສັນຍາຂອງເຮົາກັບອັບຣາຮາມ.

Leviticus 26:44

ເຖິງວ່າຈະມີບາບຂອງພວກເຂົາ, ພຣະຢາເວສັນຍາວ່າຈະເຮັດຫຍັງ?

ພຣະຢາເວສັນຍາວ່າຈະປະຕິເສດພວກເຂົາ ຫລືຈະບໍ່ກຽດຊັງພວກເຂົາຈົນທຳລາຍພວກເຂົາໃຫ້ຫມົດສິ້ນ, ເເລະບໍ່ສົນພັນທະສັນຍາຂອງເຮົາທີ່ມີກັບເຂົາ, ເພາະເຮົາຄືພຣະຢາເວພຣະເຈົ້າຂອງພວກເຂົາ.

Leviticus 27

Leviticus 27:1

ຈຸດປະສົງຂອງໃຊ້ການປະມານຄ່າແມ່ນຫຍັງ?

ເມື່ອບຸກຄົນໃດຫນຶ່ງອຸທິດຕົວໃຫ້ແກ່ພຣະຢາເວ, ພຣະອົງຈະເຮັດຕາມຄຳສັນຍາເປັນພິເສດທີ່ກຳນົດໃຫ້ເຂົາໃຊ້ການປະມານຄ່າ.

Leviticus 27:3

ມາດຕະຖານລາຄາຂອງຜູ້ຊາຍອາຍຸລະຫວ່າງຊາວຫົກສິບປີແມ່ນຫຍັງ?

ມາດຕະຖານລາຄາຂອງຜູ້ຊາຍອາຍຸຊາວເຖິງຊາວຫົກປີຕ້ອງມີຄ່າເປັນເງິນຫ້າສິບເຊເຄ.

ມາດຕະຖານລາຄາຂອງຜູ້ຍິງອາຍຸລະຫວ່າງຊາວຫົກສິບປີແມ່ນຫຍັງ?

ມາດຕະຖານລາຄາຂອງຜູ້ຍິງອາຍຸຊາວເຖິງຊາວຫົກປີຕ້ອງມີສາມສິບເຊເຄ.

Leviticus 27:7

ຈະເປັນແນວໃດຖ້າຜູ້ທີ່ເຮັດການປະຕິຍານຕົນບໍ່ສາມາດມາກຕະຖານລາຄາຂອງຄົນທີ່ເຂົາກຳລັງຖວາຍ?

ຖ້າສຳຫລັບຄົນທີ່ເຮັດການປະຕິຍານຕົນບໍ່ສາມາດຈ່າຍ, ຕາມລາຄາມາດຕະຖານໄດ້, ກໍ່ຕ້ອງໃຫ້ຄົນທີ່ຈະຖວາຍໄປພົບປະໂຣຫິດ, ເເລະປະໂຣຫິດຈະຕິຄ່າລາຄາລູກຄົນນັ້ນຕາມລາຄາທີ່ຜູ້ທີ່ເຮັດການປະຕິຍານຕົນນັ້ນສາມາດຈັດຫາມາໄດ້.

Leviticus 27:11

ຈະມີສິ່ງໃດອີກທີ່ປະໂລຫິດອາດຈະຕີລາຄາທີ່ຈະຖວາຍແດ່ພຣະຢາເວ?

ປະໂລຫິດຈະຕິລາຄາສັດນັ້ນເພື່ອຖວາຍເຄື່ອງບູຊາ, ເປັນເຮືອນຂອງຜູ້ພວກເຂົາ, ຫລືທີ່ດິນບາງສ່ວນຂອງເຂົາ.

Leviticus 27:14

ຈະມີສິ່ງໃດອີກທີ່ປະໂລຫິດອາດຈະຕີລາຄາທີ່ຈະຖືກຖວາຍໃຫ້ພຣະຢາເວ?

ປະໂລຫິດອາດຈະຕີລາຄາສັດເພື່ອຖວາຍເຄື່ອງບູຊາ, ເປັນເຮືອນຂອງຜູ້ພວກເຂົາ, ຫລືທີ່ດິນບາງສ່ວນຂອງເຂົາ.

Leviticus 27:16

ຈະມີສິ່ງໃດອີກທີ່ປະໂລຫິດອາດຈະຕີລາຄາທີ່ຈະຖືກຖວາຍໃຫ້ພຣະຢາເວ?

ປະໂລຫິດອາດຈະຕີລາຄາສັດເພື່ອຖວາຍເຄື່ອງບູຊາ, ເປັນເຮືອນຂອງຜູ້ພວກເຂົາ, ຫລືທີ່ດິນບາງສ່ວນຂອງເຂົາ.

Leviticus 27:26

ສັດຊະນິດໃດທີ່ເປັນຂອງພຣະຢາເວ?

ລູກສັດຫົວປີເປັນຂອງພຣະຢາເວຢູ່ເເລ້ວ.

Leviticus 27:28

ເເມ່ນຫຍັງທີ່ອຸທິດຖວາຍໃຫ້ເເດ່ພຣະຢາເວ ອາດຈະຖືກຂາຍຫລືຖືກໄຖ່ຖອນໄດ້?

ບໍ່ມີຫຍັງທີ່ອຸທິດຖວາຍໃຫ້ເເດ່ພຣະຢາເວຈະຖືກຂາຍຫລືຖືກໄຖ່ໄດ້.

Leviticus 27:30

ຖ້າຄົນໃດໄຖ່ຖອນສິບລິດໃດໆຂອງເຂົາ, ເຂົາຕ້ອງເພີ່ມຫຍັງແດ່?

ຖ້າຄົນໃດໄຖ່ຖອນສິບລິດໃດໆຂອງເຂົາ ເຂົາຕ້ອງເພີ່ມລາຄາເຂົ້າໄປອີກຫນຶ່ງໃນຫ້າ.