ພາສາລາວ (Lao): translationQuestions Print

Updated ? hours ago # views See on WACS

2 Chronicles 1

2 Chronicles 1:1

ເປັນຫຍັງໂໍຊໂລໂມນ, ລູກຊາຍຂອງດາວິດໄດ້ຊົງເຮັດໃຫ້ຣາຊະອານາຈັກຂອງພະອົງເຂັ້ມແຂງ?

ໂຊໂລໂມນໄດ້ເຮັດໃຫ້ຣາຊະອານາຈັກຂອງພະອົງເຂັ້ມແຂງຂື້ນ ເພາະວ່າພຣະຢາເວຊົງສະຖິດຢູ່ກັບພະອົງ ແລະ ຊົງເຮັດໃຫ້ພະອົງຍິ່ງໃຫຍ່.

2 Chronicles 1:2

ມີສິ່ງຂອງອັນໃດແດ່ຊຶ່ງນຳໄປເພື່ອນະມັດສະການໃນຂະນະທີ່ໂຊໂລໂມນໄດ້ຂື້ນໄປທີ່ປູຊະນີຍະສະຖານສູງຊຶ່ງຢູ່ທີ່ກິເບໂອນ?

ມີຫໍເຕັນແຫ່ງຊຸມນຸມ ຫລື ຫໍເຕັນທີ່ໂມເຊໄດ້ສ້າງໃນຖິ່ນແຫ້ງແລ້ງກັນດານ, ແລະ ແທ່ນບູຊາທອງເຫລືອງທີ່ເບຊາເລັມໄດ້ສ້າງຂຶ້ນ, ແຕ່ຫີບຂອງພຣະເຈົ້າໄດ້ຖືກນຳອອກຈາກເມືອງກີຣີຢາດ ເຢອາຣີມໄປທີ່ເຕັນຢູ່ນະຄອນເຢຣູຊາເລັມ.

2 Chronicles 1:6

ໂຊໂລໂມນໄດ້ເຮັດຫຍັງກ່ອນທີ່ພຣະຢາເວໄດ້ປະກົດແກ່ພະອົງດ້ວຍຄຳຖາມວ່າ, "ເຈົ້າຢາກໃຫ້ເຮົາໃຫ້ອັນໃດແກ່ເຈົ້າ"?

ໂຊໂລໂມນໄດ້ນະມັດສະການພຣະຢາເວຢູ່ທີແທ່ນບູຊາທອງເຫລືອງໂດຍການຖວາຍເຄື່ອງເຜົາບູຊາຫນຶ່ງພັນໂຕເທິ່ງແທ່ນນັ້ນ.

2 Chronicles 1:8

ເປັນຫຍັງໂຊໂລໂມນຈຶ່ງຂໍໃຫ້ພຣະຢາເວປະທານສະຕິປັນຍາ ແລະ ຄວາມຮູ້ແກ່ພະອົງ?

ໂຊໂລໂມນຊົງຂໍໃຫ້ພຣະຢາເວປະທານສະຕິປັນຍາ ແລະ ຄວາມຮູ້ແກ່ພະອົງ ເພື່ອພະອົງຈະສາມາດນຳພາປະຊາຊົນອິດສະຣາເອນທີ່ມີຈຳນວນຫລວງຫລາຍໄດ້.

ເປັນຫຍັງພຣະເຈົ້າຈຶ່ງປະທານສະຕິປັນຍາ ແລະ ຄວາມຮູ້ແກ່ໂຊໂລໂມນ?

ພຣະເຈົ້າໄດ້ປະທານສະຕິປັນຍາ ແລະ ຄວາມຮູ້ແກ່ໂຊໂລໂມນເພາະວ່າລາວບໍ່ໄດ້ຂໍເອົາຊັບສົມບັດຄວາມຮັ່ງມີ, ກຽດຕິຍົດ, ຊີວິດຂອງຄົນທີ່ກຽດຊັງພະອົງ ຫລື ອາຍຸຍືນຍາວສຳລັບຕົນເອງ, ແຕ່ເພື່ອຮັບການຊ່ວຍເຫລືອຂອງພຣະເຈົ້າໃນການປົກຄອງປະຊາຊົນຂອງລາວ.

2 Chronicles 1:12

ພຣະເຈົ້າໄດ້ໃຫ້ສິ່ງໃດແກ່ໂຊໂລໂມນພ້ອມດ້ວຍສະຕິປັນຍາ ແລະ ຄວາມຮູ້?

ພຣະເຈົ້າໄດ້ປະທານສິ່ງທີ່ໂຊໂລໂມນບໍ່ໄດ້ຂໍນຳເຊັ່ນ: ຊັບສົມບັດ, ຄວາມຮັ່ງມີ, ແລະ ກຽດຕິຍົດເຫນືອບັນດາກະສັດຕໍ່ຫນ້າພະອົງ.

2 Chronicles 1:14

ທຸກຄົນໄດ້ເຫັນຄວາມຮັ່ງມີຂອງໂຊໂລໂມນໃນທາງໃດແດ່?

ໂຊໂລໂມນມີລົດມ້າ 1,400 ຄັນ ແລະ ພົນທະຫານມ້າສິບສອງພັນຄັນ, ເງິນ ແລະ ຄຳເປັນຂອງສາມັນຄືກັນກັບກ້ອນຫີນ, ແລະ ໄມ້ສົນທັງຫລາຍເຫມືອນກັນກັບໄມ້ຫມາກເດື່ອຂອງຮ່ອມພູເຂົາ.

2 Chronicles 2

2 Chronicles 2:1

ເປັນຫຍັງໂຊໂລໂມນຈຶ່ງຂໍໃຫ້ຮູຣາມສົ່ງໄມ້ສົນໃຫ້ພະອົງຄືກັບທີ່ໄດ້ເຮັດກັບດາວິດພໍ່ຂອງພະອົງ?

ໂຊໂລໂມນໄດ້ຂໍໃຫ້ຮູຣາມໄປສົ່ງໄມ້ສົນໃຫ້ລາວ ເພື່ອລາວຈະສາມາດສ້າງພຣະວິຫານສຳລັບພຣະນາມຂອງພຣະຢາເວ ແລະ ພະຣາຊະວັງ ສຳລັບອານາຈັກຂອງພະອົງ.

2 Chronicles 2:4

ເປັນຫຍັງໂຊໂລໂມນຈຶ່ງວາງແຜນທີ່ຈະສ້າງພຣະວິຫານເພື່ອພຣະນາມຂອງພຣະຢາເວທີ່ຍິ່ງໃຫຍ່?

ໂຊໂລໂມນວາງແຜນທີ່ຈະສ້າງພຣະວິຫານເພື່ອພຣະນາມຊື່ຂອງພຣະຢາເວ ເພາະວ່າພຣະເຈົ້າຂອງລາວໃຫຍ່ກວ່າພະເຈົ້າອົງອື່ນໆ.

2 Chronicles 2:6

ໂຊໂລໂມນຕ້ອງການຜູ້ໃດ ເພື່ອສ້າງພຣະວິຫານສຳລັບພຣະອົງເພື່ອພຣະນາມຂອງພຣະຢາເວ ຊຶ່ງສະທ້ອນເຖິງຄວາມຫຍິ່ງໃຫຍ່ຂອງພຣະຢາເວ?

ໂຊໂລໂມນຕ້ອງການພວກຜູ້ຊາຍທີ່ຊຳນານໃນການຊ່າງຄຳ, ເງິນ, ທອງເຫລືອງ, ເຫລັກ ແລະຊຳນານໃນເລື່ອງຜ້າສີມ່ວງ, ສີແດງເຂັ້ມ, ແລະ ສີຟ້າ, ທັງເປັນຜູ້ຊຳນານໃນການແກະສະຫລັກທຸກຊະນິດ.

2 Chronicles 2:8

ເປັນຫຍັງໂຊໂລໂມນຂໍໃຫ້ຮູຣາມສົ່ງໄມ້ສົນ, ໄມ້ແປກ, ແລະຕົ້ນໄມ້ດູ່ຈາກເລບານອນ?

ໂຊໂລໂມນຢາກໃຫ້ຮູຣາມສົ່ງຕົ້ນໄມ້ເຫລົ່ານີ້ໄປຫາພະອົງ ເພື່ອວ່າພຣະວິຫານທີ່ພະອົງຈະສ້າງສຳລັບພຣະນາມຂອງພຣະຢາເວຈະຍິ່ງໃຫຍ່ ແລະ ແປກປະຫລາດຫລາຍ.​

2 Chronicles 2:11

ອີງຕາມຮູຣາມ, ເປັນຫຍັງພຣະຢາເວຈຶ່ງເຮັດໃຫ້ໂຊໂລໂມນເປັນກະສັດປົກຄອງເຫນືອປະຊາຊົນອິດສະຣາເອນ?

ອີງຕາມຮູຣາມ, ພຣະຢາເວໄດ້ເຮັດໃຫ້ກະສັດໂຊໂລໂມນເປັນກະສັດເພາະວ່າພຣະຢາເວຊົງຮັກປະຊາຊົນຂອງພຣະອົງ ແລະໂຊໂລໂມນໄດ້ຮັບຂອງປະທານທີ່ມີຄວາມສະຫລຽວສະຫລາດ ແລະມີຄວາມເຂົ້າໃຈ.

2 Chronicles 2:13

ເປັນຫຍັງຮູຣາມຈຶ່ງສົ່ງຊາວຮູຣາມມາໃຫ້ໂຊໂລໂມນ?

ຮູຣາມໄດ້ສົ່ງຊາວຮູຣາມເພາະວ່າລາວມີຄວາມຊຳນານງານຊ່າງຄຳ, ເງິນ, ທອງເຫລືອງ, ເຫລັກຫີນ ແລະ ໄມ້, ແລະ ເຮັດວຽກຊ່າງຜ້າສີມ່ວງ, ສີຟ້າ, ຜ້າປ່ານເນື້ອລະອຽດ ແລະ ຜ້າສີແດງເຂັ້ມ. ແກະສະຫລັກທຸກຊະນິດ.

2 Chronicles 2:15

ໄມ້ທີ່ຈະນຳມາຈາກເລບານອນໄປອິດສະຣາເອນຕ້ອງເຮັດແນວໃດ?

ໄມ້ຈາກເລບານອນຖືກນຳໄປປະເທດອິດສະຣາເອນໂດຍແພທາງທະເລເຖີງເມືອງຢົບປາ ແລະ ຈາກນັ້ນຈະໄດ້ນຳຂື້ນໄປໃນເມືອງເຢຣູຊາເລັມ.

2 Chronicles 3

2 Chronicles 3:1

ເປັນຫຍັງໂຊໂລໂມນຈຶ່ງເລີ່ມຕົ້ນສ້າງພຣະວິຫານຂອງພຣະຢາເວຢູ່ທີ່ເດີ່ນລານນວດເຂົ້າຂອງອາໂຣນາຄົນເຢບຸດເທິ່ງພູເຂົາໂມຣີຢາ?

ໂຊໂລໂມນເລີ່ມສ້າງພຣະວິຫານຂອງພຣະຢາເວຢູ່ທີ່ນັ້ນ ເພາະວ່ານັ້ນແມ່ນບ່ອນທີ່ພຣະຢາເວໄດ້ປະກົດແກ່ດາວິດພໍ່ຂອງພະອົງ.

ຂະຫນາດຮາກຖານທີ່ໂຊໂລໂມນຊົງວາງໄວ້ສໍາລັບພຣະວິຫານຂອງພຣະເຈົ້າມີຂະຫນາດເທົ່າໃດ?

ຂະຫນາດຂອງຮາກຖານສຳລັບພຣະວິຫານຂອງພຣະເຈົ້າມີຄວາມຍາວປະມານຫົກສິບສອກ ແລະ ກວ້າງປະມານຊາວສອກ, ນຳໃຊ້ຮູບແບບວັດແທກແບບບູຮານເຊິ່ງຄິດໄລ່ເປັນສອກ.

2 Chronicles 3:4

ລະບຽງດ້ານຫນ້າຂອງພຣະວິຫານຂອງພຣະເຈົ້ານັ້ນສູງເທົ່າໃດ?

ລະບຽງມີລວງສູງຊາວສອກ.

2 Chronicles 3:6

ບໍ່ມີ

ບໍ່ມີ

2 Chronicles 3:8

ບ່ອນບໍຣິສຸດທີ່ສຸດໄດ້ຊົງສ້າງຊົງໂອບດ້ວຍຫຍັງ?

ບ່ອນບໍຣິສຸດທີ່ສຸດໄດ້ຊົງໂອບດ້ວຍທອງຄຳບໍລິສຸດ.

2 Chronicles 3:10

ບໍ່ມີ

ບໍ່ມີ

2 Chronicles 3:13

ໂຊໂລໂມນໄດ້ວາງອັນໃດໃສ່ເທິ່ງເສົາຕົ້ນສອງເສົາຢູ່ຕໍ່ຫນ້າພຣະວິຫານຂອງພຣະເຈົ້າ?

ໂຊໂລໂມນໄດ້ເຮັດທັບທິມຫນຶ່ງຮ້ອຍຫນ່ວຍແຂວນໄວ້ທີ່ລູກໂສ້ຄືໃນຫ້ອງຫລັງຕິດໄວ້ທີ່ປາຍເສົາ.

2 Chronicles 4

2 Chronicles 4:1

ແທ່ນບູຊາທອງເຫລືອງມີຂະຫນາດເທົ່າໃດ?

ແທ່ນບູຊາທອງເຫລືອງຍາວຊາວສອກ, ກວ້າງຊາວສອກ, ແລະ ລວງສູງສິບສອກ.

ຂັນຫລໍ່ເປັນຂັນມົນໃຫຍ່ປານໃດ?

ຂັນຫລໍ່ມີຂະຫນາດສິບສອກຈາກຂອງຫນຶ່ງໄປເຖີງອີກຂອບຫລຶ່ງ. ມັນມີຂະຫນາດສູງຫ້າສອກ ແລະ ລວງກວ້າງວັດແທກໂດຍຮອບໄດ້ສາມສິບສອກ.

2 Chronicles 4:4

ຈຸດປະສົງຂອງຂັນທີ່ໂຊໂລໂມນໄດ້ສ້າງຂື້ນໃນພຣະວິຫານແມ່ນເພື່ອຫຍັງ?

ຂັນນັ້ນແມ່ນເພື່ອໃຫ້ປະໂລຫິດລ້າງສິ່ງຂອງໃນນັ້ນ.

2 Chronicles 4:7

ໂຊໂລໂມນຮູ້ວິທີທີ່ຊົງສ້າງຄັນຕະກຽງຄຳສິບຄັນແນວໃດ?

ໂຊໂລໂມນຊົງສ້າງຄັນຕະກຽງຄຳສິບຄັນຕາມທີ່ກຳນົດກ່ຽວກັບຄັນຕະກຽງ.

2 Chronicles 4:9

ບໍ່ມີ

ບໍ່ມີ

2 Chronicles 4:11

ວຽກອັນໃດທີ່ຮູຣາມເຮັດສຳເລັດສຳລັບກະສັດໂຊໂລໂມນໃນພຣະວິຫານຂອງພຣະເຈົ້າ?

ຮູຣາມສຳເລັດການເຮັດເສົາສອງຕົ້ນ, ຄິ້ວ ແລະ ບົວລົ້ມທີ່ຢູ່ເທິງປາຍເສົາທັງສອງ, ແລະ ຕາຫນ່າງສອງຜືນຊຶ່ງປົກຄຸມຄິ້ວທັງສອງຂອງບົວລົ້ມທີ່ຢູ່ເທິງປາຍເສົາ ແລະ ສ້າງທັບທິມສີ່ຮ້ອຍເມັດ.

2 Chronicles 4:14

ຮູຣາມໄດ້ເຮັດຫຍັງທີ່ເຮັດດ້ວຍທອງເຫລືອງສຳລັບກະສັດໂຊໂລໂມນສຳລັບພຣະວິຫານຂອງພຣະຢາເວ?

ຮູຣາມໄດ້ເຮັດແທ່ນບູຊາ ແລະ ຂັນ, ຂັນຫນຶ່ງຫນ່ວຍ ແລະ ງົວ ສິບສອງ ໂຕຮອງຢູ່ຂັນນັ້ນ, ແລະ ມີເຄື່ອງປະກອບຫລາຍຢ່າງ.

2 Chronicles 4:17

ນ້ຳຫນັກຂອງທອງເຫລືອງທັງຫມົດທີ່ຊາໂລໂມນເຮັດແມ່ນມີນໍ້າຫນັກເທົ່າໃດ?

ນ້ຳຫນັກຂອງທອງເຫລືອງທີ່ໂຊໂລໂມນຊົງຫລໍ່ສິ່ງຕ່າງໆແມ່ນບໍ່ສາມາດນັບໄດ້.

2 Chronicles 4:19

ຄັນຕະກຽງກັບຕະກຽງທີ່ໃຊ້ໄຕ້ຕະກຽງຕໍ່ຫນ້າຫ້ອງດ້ານໃນເຮັດດ້ວຍຫຍັງ?

ຄັນຕະກຽງກັບຕະກຽງແມ່ນເຮັດດ້ວຍທອງຄຳບໍຣິສຸດ.

2 Chronicles 5

2 Chronicles 5:1

ຊາໂລໂມນໄດ້ວາງສິ່ງຂອງຕ່າງໆທີ່ດາວິດອຸທິດໃຫ້ແກ່ພຣະເຈົ້າໄວ້ຢູ່ໃສ?

ໂຊໂລໂມນໄດ້ນຳສິ່ງຂອງທັງຫມົດຄື ເຄື່ອງເງິນ, ເຄື່ອງຄຳ, ແລະ ເຄື່ອງໃຊ້ຕ່າງໆເກັບໄວ້ໃນຄັງພຣະວິຫານຂອງພຣະເຈົ້າ.

2 Chronicles 5:2

ຊາໂລໂມນຕັດສິນໃຈເຮັດຫຍັງຕໍ່ໄປ?

ແລ້ວໂຊໂລໂມນຊົງປະຊຸມພວກຜູ້ໃຫຍ່ຂອງອິດສະຣາເອນ, ເພື່ອຈະນຳຫີບຄຳຫມັ້ນສັນຍາຂອງພຣະຢາເວຂຶ້ນມາຈາກນະຄອນດາວິດ.

2 Chronicles 5:4

ກະສັດຊາໂລໂມນ ແລະ ປະຊາຊົນອິດສະຣາເອນທຸກຄົນໄດ້ເຮັດຫຍັງເມື່ອພວກເລວີໄດ້ຫາມຫີບແຫ່ງຄຳສັນຍານັ້ນຂຶ້ນມາ?

ກະສັດໂຊໂລໂມນ ແລະ ພວກຜູ້ໃຫຍ່ທັງຫມົດຂອງອິດສະຣາເອນກໍມາຊຸມນຸມກັນພ້ອມກັນຖວາຍແກະ ແລະ ງົວເຖິກຫລາຍໂຕ.

2 Chronicles 5:7

ພວກປະໂລຫິດວາງຫີບແຫ່ງພັນທະສັນຍາຂອງພຣະຢາເວໄວ້ຢູ່ໃສ?

ພວກປະໂລຫິດໄດ້ວາງຫີບແຫ່ງພັນທະສັນຍາຂອງພຣະເຈົ້າໄວ້ໃນບ່ອນສັກສິດທີ່ສຸດພາຍໃຕ້ປີກຂອງເຄຣຸບ.

2 Chronicles 5:9

ມີສິ່ງໃດແດ່ທີ່ຢູ່ໃນຫີບແຫ່ງພັນທະສັນຍາ?

ບໍ່ມີສິ່ງໃດໃນຫີບນອກຈາກສີລາສອງແຜ່ນທີ່ໂມເຊເກັບໄວ້ໃນພູເຂົາໂຮເຣັບ.

2 Chronicles 5:11

ຄົນເລວີທັງຫມົດໄດ້ເຮັດຫຍັງຫລັງຈາກທີ່ປະໂລຫິດອອກຈາກສະຖານທີ່ສັກສິດ?

ຄົນເລວີຜູ້ທີ່ແຕ່ງກາຍດ້ວຍຜ້າປ່ານສີຂາວ, ໄດ້ຢືນຢູ່ທາງທິດຕາເວັນອອກຂອງແທ່ນບູຊາໄດ້ຫລິ້ນເຄື່ອງຫລິ້ນມີແຊ່ງ, ສຽງພິນໃຫຍ່ ແລະ ພິນຄູ່.

ສຽງແກ ແລະ ນັກຮ້ອງພາກັນສັນຣະເສີນພຣະຢາເວແນວໃດ?

ພວກຄົນເປົ່າແກ ແລະ ນັກຮ້ອງຮ່ວມກັນບັນເລງເພັງສັນຣະເສີນ, ຮ້ອງວ່າ, "ເພາະພຣະອົງປະເສີດ, ເພາະຄວາມເມດຕາຂອງພຣະອົງດຳຣົງຢູ່ເປັນນິດ."

ເປັນຫຍັງພວກປະໂລຫິດຈຶ່ງບໍ່ສາມາດຢືນເພື່ອບົວລະບັດ?

ພວກປະໂລຫິດບໍ່ສາມາດຢືນຢູ່ໄດ້ເພາະວ່າເມກ, ເຊິ່ງເປັນສະຫງ່າຣາສີຂອງພຣະຢາເວເຕັມພຣະວິຫານຂອງພຣະເຈົ້າ.

2 Chronicles 6

2 Chronicles 6:1

ໂຊໂລໂມນໄດ້ສ້າງພຣະວິຫານສຳລັບພຣະຢາເວຈະອາສະຖິດຢູ່ນີ້ໄດ້ແນວໃດ?

ພຣະຢາເວໄດ້ກ່າວວ່າພຣະອົງຈະປະທັບໃນຄວາມມືດມິດ, ແຕ່ໂຊໂລໂມນໄດ້ສ້າງບ່ອນຢູ່ອາໄສທີ່ສູງສົ່ງເພື່ອພຣະອົງຈະຊົງສະຖິດຢູ່ເປັນນິດ.

2 Chronicles 6:4

ບ່ອນໃດທີ່ພຣະຢາເວໄດ້ຕັດສິນໃຈທີ່ຈະອາໄສຢູ່ ແລະ ຊາຍຄົນໃດທີ່ພຣະອົງເລືອກໃຫ້ຢູ່ເຫນືອອິດສະຣາເອນ?

ພຣະຢາເວບໍ່ໄດ້ເລືອກເມືອງໃດເມືອງຫນຶ່ງທີ່ຈະສ້າງພຣະວິຫານຂອງພຣະອົງ ຫລື ຊາຍຄົນໃດໃຫ້ເປັນເຈົ້າປົກຄອງເຫນືອອິດສະຣາເອນ, ແຕ່ລາວໄດ້ເລືອກເອົາເຢຣູຊາເລັມເປັນເມືອງ ແລະ ດາວິດໃຫ້ຢູ່ເຫນືອອິດສະຣາເອນ.

2 Chronicles 6:7

ພຣະຢາເວກ່າວຫຍັງກັບດາວິດເພື່ອໃຫ້ພະອົງເຮັດຕາມຄວາມຕັ້ງໃຈຂອງພະອົງ?

ພຣະຢາເວກ່າວກັບດາວິດ, "ທີ່ເຈົ້າຕັ້ງໃຈຈະສ້າງພຣະວິຫານສຳລັບນາມຊື່ຂອງເຮົານັ້ນ, ແຕ່ວ່າລູກຊາຍຂອງເຈົ້າຈະສ້າງພຣະວິຫານແທນ."

2 Chronicles 6:10

ພຣະຢາເວຊົງໃຫ້ພຣະດຳຣັດຂອງພຣະອົງທີ່ໄດ້ກ່າວແລ້ວນັ້ນສຳເລັດແນວໃດ?

ພຣະຢາເວຊົງໃຫ້ພຣະດຳຣັດຂອງພຣະອົງຊຶ່ງພຣະອົງຊົງກ່າວນັ້ນສຳເລັດໂດຍໃຫ້ໂຊໂລໂມນໄດ້ຂື້ນມາແທນບັນລັງຂອງດາວິດ, ເພື່ອສ້າງພຣະວິຫານສຳລັບພຣະນາມຂອງພຣະຢາເວ,​ ແລະເພື່ອວາງຫີບແຫ່ງພັນທະສັນຍາຢູ່ທີ່ນັ້ນ.

2 Chronicles 6:12

ໂຊໂລໂມນຢືນຢູ່ຕໍ່ຫນ້າແທ່ນບູຊາຂອງພຣະຢາເວແນວໃດ?

ຊາໂລໂມນຢືນຂຶ້ນເທິງແທ່ນບູຊາທອງເຫລືອງ, ຊົງຂຸເຂົ່າລົງຕໍ່ຫນ້າຊຸມນຸມອິດສະຣາເອນທັງຫມົດ, ແລະ ກາງພະຫັດຂອງພະອົງສູ່ຟ້າສະຫວັນ.

2 Chronicles 6:14

ພຣະຢາເວຊົງກະທຳອັນໃດສຳລັບຜູ້ຮັບໃຊ້ທີ່ຍ່າງຢູ່ຕໍ່ຫນ້າພຣະອົງດ້ວຍສຸດໃຈຂອງເຂົາ?

ພຣະຢາເວຊົງຮັກສາຄຳຫມັ້ນສັນຍາ ແລະ ຊົງສຳແດງຄວາມເມດຕາແກ່ຜູ້ຮັບໃຊ້ຂອງພຣະອົງ ຜູ້ດຳເນີນຢູ່ຕໍ່ພຣະພັກພຣະອົງດ້ວຍສິ້ນສຸດໃຈຂອງເຂົາ.

2 Chronicles 6:16

ແມ່ນຫຍັງຄືຄຳສັນຍາທີ່ພຣະຢາເວໄດ້ສັນຍາໄວ້ກັບດາວິດຜູ້ຮັບໃຊ້ຂອງພຣະອົງ?

ພຣະຢາເວກ່າວກັບດາວິດວ່າ ຖ້າລູກຫລານທັງຫລາຍຂອງເຈົ້າລະມັດລະວັງ ໃນການດຳເນີນຊີວິດຂອງພວກເຂົາ ໂດຍດຳເນີນຕາມພຣະບັນຍັດຂອງເຮົາ ຄືທີ່ເຈົ້າໄດ້ດຳເນີນຕໍ່ຫນ້າເຮົານັ້ນ ເຈົ້າຈະບໍ່ຂາດຊາຍຜູ້ຫນຶ່ງໃນສາຍຕາຂອງເຮົາທີ່ຈະນັ່ງເທິງບັນລັງຂອງອິດສະຣາເອນ.’

2 Chronicles 6:18

ຄຳຮ້ອງຂໍພື້ນຖານອັນໃດທີ່ໂຊໂລໂມນໄດ້ຂໍຈາກພຣະຢາເວ?

ໂຊໂລໂມນຂໍພຣະຢາເວຊົງຮັບຟັງສຽງຮ້ອງ ແລະ ຄຳອະທິຖານເພື່ອວ່າພຣະເນດຂອງພຣະອົງຈະຊົງຢູ່ເຫນືອພຣະວິຫານນີ້ທັງກາງເວັນ ແລະ ກາງຄືນ.

2 Chronicles 6:21

ໂຊໂລໂມນຕ້ອງການໃຫ້ພຣະຢາເວພຣະເຈົ້າຂອງອິດສະຣາເອນເຮັດຫຍັງພາຍຫລັງທີ່ພຣະຢາເວໄດ້ຮັບຟັງຄຳອ້ອນວອນຂອງໂຊໂລໂມນ ແລະ ປະຊາຊົນອົດສະຣາເອນ?

ໂຊໂລໂມນຂໍພຣະອົງຊົງໂຜດຍົກໂທດ.

2 Chronicles 6:22

ຜູ້ຊາຍທີ່ຊອບທຳຈະຖືກປະກາດວ່າບໍ່ມີຄວາມຜິດແນວໃດ ຖ້າລາວຖືກກ່າວຫາວ່າເຮັດຜິດຕໍ່ເພື່ອນບ້ານ?

ຜູ້ຊາຍທີ່ຊອບທຳສາມາດປະກາດຄວາມບໍຣິສຸດໂດຍການໃຫ້ຄຳສາບານຕໍ່ຫນ້າແທ່ນບູຊາຂອງພຣະຢາເວໃນພຣະວິຫານນີ້.

2 Chronicles 6:24

ປະຊາຊົນອິດສະຣາເອນຕ້ອງເຮັດອັນໃດ ເມື່ອພວກເຂົາພ່າຍແພ້ຕໍ່ຫນ້າສັດຕູເພາະວ່າພວກເຂົາໄດ້ເຮັດບາບຕໍ່ພຣະອົງ?

ປະຊາຊົນອິດສະຣາເອນຕ້ອງຫັນກັບມາຫາພຣະຢາເວ ໂດຍຍອມຮັບພຣະນາມຂອງພຣະອົງ, ອະທິຖານ ແລະ ອ້ອນວອນຕໍ່ພຣະພັກພຣະອົງໃນພຣະວິຫານນີ້.

2 Chronicles 6:26

ປະຊາຊົນອິດສະລາເອນຄວນຈະຕອບສະຫນອງແນວໃດເມື່ອທ້ອງຟ້າຖືກປິດ ແລະ ບໍ່ມີຝົນ ເນື່ອງຈາກພວກເຂົາທັງຫລາຍໄດ້ເຮັດບາບຕໍ່ພຣະຢາເວ?

ປະຊາຊົນອິດສະຣາເອນຄວນອະທິຖານຕໍ່ສະຖານທີ່, ຍອມຮັບພຣະນາມຂອງພຣະອົງ ແລະ ຫັນຫລັງກັບຈາກຄວາມຜິດບາບຂອງພວກເຂົາເພື່ອຂໍຝົນຕົກລົງເທິ່ງແຜ່ນດິນຂອງພຣະອົງ.

2 Chronicles 6:28

ມີເງື່ອນໄຂຫຍັງແດ່ທີ່ປະຊາຊົນອິດສະຣາເອນຕ້ອງການໃຫ້ພຣະຢາເວຮັບຟັງຕໍ່ຄຳອະທິຖານຂອງພວກເຂົາ ແລະ ຍົກໂທດສຳລັບຄວາມຜິດບາບຂອງພວກເຂົາ?

ປະຊາຊົນອິດສະຣາເອັນຕ້ອງການໃຫ້ພຣະຢາເວຮັບຟັງຄຳອະທິຖານຂອງພວກເຂົາເມື່ອມີການອຶດຢາກ, ມີພະຍາດຣະບາດ, ພືດຫ່ຽວແຫ້ງ ຫລື ເຊື້ອຣາທຳລາຍ, ຫລື ຕັກແຕນບິນ ຫລື ຕັກແຕນຄານ, ຫລື ສັດຕູບຸກເຂົ້າໂຈມຕີພວກເຂົາອ້ອມເມືອງ, ຫລື ເປັນໄພພິບັດຢ່າງໃດ ຫລື ຄວາມເຈັບປ່ວຍ.

2 Chronicles 6:32

ພຣະຢາເວຄວນກະທຳອັນໃດຕໍ່ການທູນຂໍຂອງຄົນຕ່າງດ້າວເມື່ອງພວກເຂົາມາຫາ ແລະ ທູນຂໍຕໍ່ພຣະວິຫານຂອງພຣະຢາເວ?

ພຣະຢາເວຂໍຊົງກະທຳຕາມທຸກສິ່ງທີ່ຄົນຕ່າງດ້າວໄດ້ທູນຂໍຈາກພຣະອົງເພື່ອເພື່ອວ່າຊົນຊາດທັງຫລາຍແຫ່ງແຜ່ນດິນໂລກຈະຮູ້ຈັກພຣະນາມຂອງພຣະອົງ, ແລະ ຢຳເກງພຣະອົງ, ແລະ ຮູ້ວ່າພຣະວິຫານທີ່ຂ້າພະອົງໄດ້ສ້າງໄວ້ນີ້ເປັນບ່ອນເອີ້ນອອກພຣະນາມຂອງພຣະອົງ.

2 Chronicles 6:34

ບໍ່ມີ

ບໍ່ມີ

2 Chronicles 6:36

ໂຊໂລໂມນໄດ້ຂໍອັນໃດຈາກພຣະຢາເວ?

ໂຊໂລໂມນຂໍພຣະຢາເວຊົງຮັບຟັງເມື່ອປະຊາຊົນອິດສະຣາເອນສາລະພາບ ແລະ ໂຜດຍົກໂທດບາບໃຫ້ພວກເຂົາ, ເມື່ອຖືກຈັບໄປເປັນຊະເລີຍໃນແຜ່ນດິນຂອງສັດຕູ, ແລະ ກັບໃຈຈາກການເຮັດຜິດບາບ.

ໂຊໂລໂມນຢາກໃຫ້ພຣະເຈົ້າກະທຳອັນໃດ?

ໂຊໂລໂມນຢາກໃຫ້ພຣະຢາເວຊົງຮັບຟັງຄຳອະທິຖານຂອງປະຊາຊົນ, ຂໍໃຫ້ປະໂລຫິດຂອງພະອົງສວມຄວາມພົ້ນ, ແລະ ໃຫ້ຜູ້ບໍຣິສຸດຂອງພຣະອົງຊົມຊື່ນຍິນດີໃນຄວາມປະເສີດຂອງພຣະອົງ.

2 Chronicles 7

2 Chronicles 7:1

ມີຫຍັງເກີດຂື້ນເມື່ອໂຊໂລໂມນຈົບຄຳອະທິຖານຂອງພະອົງຕໍ່ພຣະຢາເວ?

ເມື່ອໂຊໂລໂມນຈົບຄຳອະທິຖານຂອງພຣະອົງແລ້ວ, ໄຟໄດ້ລົງມາຈາກຟ້າສະຫວັນໄຫມ້ເຄື່ອງເຜົາບູຊາ ແລະ ເຄື່ອງສັດບູຊາ, ແລະ ສະຫງ່າຣາສີຂອງພຣະຢາເວກໍເຕັມພຣະວິຫານ.

ປະຊາຊົນອິດສະຣາເອນໄດ້ຕອບສະຫນອງແນວໃດໃນເວລາທີ່ໄຟລົງມາ ແລະ ລັດສະຫມີພາບຂອງພຣະຢາເວປົກຄຸມເຕັມໃນພຣະວິຫານ?

ປະຊາຊົນອິດສະຣາເອນໄດ້ກົ້ມຂາບລົງພື້ນດິນ, ນະມັດສະການ, ແລະ ສັນຣະເສີນຂອບພຣະຄຸນພຣະຢາເວ.

2 Chronicles 7:4

ເປັນຫຍັງກະສັດໂຊໂລໂມນ ແລະ ປະຊາຊົນຈຶ່ງຖວາຍເຄື່ອງບູຊາແກ່ພຣະຢາເວ?

ກະສັດໂຊໂລໂມນ ແລະ ປະຊາຊົນຊົງຖວາຍເຄື່ອງບູຊາຕໍ່ພຣະຢາເວ ເພື່ອອຸທິດຖວາຍພຣະວິຫານແຫ່ງພຣະເຈົ້າ.

2 Chronicles 7:7

ເປັນຫຍັງໂຊໂລໂມນຖວາຍເຄື່ອງບູຊາ ແລະ ໄຂມັນຂອງເຄື່ອງບູຊາຢູ່ກາງຂອງເດີ່ນຊຶ່ງຢູ່ຂ້າງຫນ້າພຣະວິຫານຂອງພຣະຢາເວ?

ເຄື່ອງເຜົາບູຊາ ແລະ ໄຂມັນຂອງເຄື່ອງບູຊາໄດ້ຖວາຍໂດຍໂຊໂລໂມນຢູ່ສ່ວນກາງຂອງເດີ່ນເພາະວ່າແທ່ນທອງເຫລືອງທີ່ໂຊໂລໂມນໄດ້ສ້າງໄວ້ນັ້ນບໍ່ພໍບັນຈຸເຄື່ອງເຜົາບູຊາ, ເຄື່ອງບູຊາພືດຜົນເປັນເມັດ, ແລະ ໄຂມັນ.

2 Chronicles 7:8

ເປັນຫຍັງໂຊໂລໂມນຈຶ່ງສາມາດໃຫ້ປະຊາຊົນອິດສະຣາເອນກັບໄປຍັງບ້ານເຮືອນຂອງຕົນດ້ວຍຄວາມຍິນດີ ແລະ ຈິດໃຈຊື່ນບານຫລັງຈາກເທດສະການ?

ໂໍຊໂລໂມນຊົງໃຫ້ປະຊາຊົນກັບໄປເຕັນຂອງຕົນ ດ້ວຍຄວາມຍິນດີ ແລະ ຈິດໃຈຊື່ນບານເພາະຄວາມດີທີ່ພຣະຢາເວໄດ້ຊົງສຳແດງແກ່ດາວິດ, ແກ່ໂຊໂລໂມນ, ແລະ ແກ່ອິດສະຣາເອນ, ປະຊາຊົນຂອງພຣະອົງ.

2 Chronicles 7:11

ຄວາມສຳເລັດຫຍັງແດ່ທີ່ໂຊໂລໂມນໄດ້ເຮັດໃນພຣະວິຫານ ແລະ ພະຣາຊະວັງຂອງພຣະອົງ?

ພະອົງຊົງກະທຳໃຫ້ສຳເລັດຫມົດດັ່ງທີ່ໂຊໂລໂມນຕັ້ງໃຈຊົງສ້າງພຣະວິຫານຂອງພຣະຢາເວ ແລະ ພະຣາຊະວັງຂອງພະອົງ.

2 Chronicles 7:13

ປະຊາຊົນອິດສະຣາເອນຄວນເຮັດອັນໃດເພື່ອໃຫ້ພຣະຢາເວຮັບຟັງຄຳອະທິຖານ, ຍົກໂທດບາບ ແລະ ຮັກສາແຜ່ນດິນຂອງພວກເຂົາ?

ຖ້າປະຊາຊົນຂອງເຮົາ ຜູ້ທີ່ເອີ້ນອອກນາມຊື່ຂອງເຮົານັ້ນຈະຖ່ອມຕົວລົງ, ອະທິຖານ, ແລ້ວສະແຫວງຫາເຮົາ, ແລະ ຫລີກຫນີຈາກທາງຊົ່ວຂອງຕົນ.

2 Chronicles 7:16

ເປັນຫຍັງພຣະຢາເວໄດ້ເລືອກ ແລະ ເຮັດໃຫ້ວິຫານເປັນບ່ອນບໍຣິສຸດ?

ພຣະຢາເວໄດ້ເລືອກ ແລະ ເຮັດໃຫ້ວິຫານນີ້ເປັນບ່ອນບໍຣິສຸດ ເພື່ອນາມຂອງເຮົາຈະຢູ່ບ່ອນນັ້ນເປັນນິດ.

ມີເງື່ອນໄຂອັນໃດແດ່ທີ່ພຣະຢາເວໄດ້ຕັ້ງໄວ້ເພື່ອປະຊາຊົນອິດສະຣາເອນໃຫ້ກະທຳເພື່ອເຊື້ອສາຍຂອງດາວິດຈະບໍ່ຂາດຊາຍຜູ້ຈະປົກຄອງເຫນືອບັນລັງ?

ພຣະຢາເວກ່າວວ່າປະຊາຊົນອິດສະຣາເອນຈົ່ງເຮັດຕາມທຸກສິ່ງທີ່ເຮົາໄດ້ບັນຊາເຈົ້າ ແລະ ຮັກສາກົດເກນຂອງເຮົາກັບຄຳຕັດສິນຂອງເຈົ້າ.

2 Chronicles 7:19

ຈະເກີດຫຍັງຂື້ນຖ້າຫາກປະຊາຊົນອິດສະຣາເອນບໍ່ເຊື່ອຟັງກົດເກນ ແລະ ບັນຍັດຂອງພຣະຢາເວ ແລະ ໄປບົວລະບັດພະອື່ນ?

ແຕ່ຖ້າປະຊາຊົນອິດສະຣາເອນບໍ່ເຊື່ອຟັງກົດເກນ ແລະ ບັນຍັດຂອງພຣະຢາເວ, ແລ້ວໄປບົວລະບັດພະອື່ນ ແລະ ນະມັດສະການພະເຫລົ່ານັ້ນ, ເຮົາຈະຖອນຮາກພວກເຂົາທັງຫລາຍຈາກແຜ່ນດິນຂອງເຮົາ ຊຶ່ງເຮົາໄດ້ໃຫ້ແກ່ພວກເຂົາ. ວິຫານຊຶ່ງເຮົາຊຳຣະໃຫ້ບໍຣິສຸດເພື່ອນາມຂອງເຮົາ, ເຮົາຈະໂຍນອອກໄປຈາກສາຍຕາຂອງເຮົາ, ແລະ ເຮົາຈະເຮັດໃຫ້ເປັນເລື່ອງເວົ້າ ແລະ ເປັນທີ່ຫມິ່ນປະຫມາດທ່າມກາງຊົນຊາດທັງຫລາຍ.

ແມ່ນຫຍັງຈະເກີດຂື້ນຕໍ່ປະຊາຊົນຜູ້ທີ່ຜ່ານວິຫານໄປ ແລະ ເຮັດໃຫ້ປະຫລາດໃຈຕໍ່ສິ່ງທີ່ພຣະຢາເວໄດ້ຊົງກະທຳຕໍ່ແຜ່ນດິນ ແລະ ພຣະວິຫານ?

ສິ່ງທີ່ຈະໄດ້ຮັບແມ່ນພຣະຢາເວຈະໃຫ້ເຫດຮ້າຍທີ່ໄດ້ເກີດຂື້ນເຫນືອແຜ່ນດິນເອຢິບ ແລະ ພຣະວິຫານ ເພາະວ່າປະຊາຊົນປະຖິ້ມພຣະອົງ ແລະ ໄດ້ນັບຖືພະອື່ນ, ນະມັດສະການພະເຫລົ່ານັ້ນ.​

2 Chronicles 8

2 Chronicles 8:1

ໂຊໂລໂມນໄດ້ເຮັດຫຍັງແດ່ໃນຂະນະທີ່ຊົງສ້າງພຣະວິຫານຂອງພຣະຢາເວ ແລະ ພະຣາຊະວັງຂອງພະອົງ?

ໃນຂະນະທີ່ໂຊໂລໂມນໄດ້ຊົງສ້າງພຣະວິຫານຂອງພຣະຢາເວ ແລະ ພະຣາຊະວັງຂອງພະອົງ, ພະອົງໄດ້ຊົງເສີມສ້າງຫົວເມືອງຊຶ່ງຮູຣາມໄດ້ຖວາຍແກ່ພະອົງ ແລະ ໃຫ້ຄົນອິດສະຣາເອນອາໃສຢູ່ໃນນັ້ນ.

2 Chronicles 8:3

ບໍ່ມີ

ບໍ່ມີ

2 Chronicles 8:5

ໂດຍລວມໂຊໂລໂມນໄດ້ຊົງສ້າງຢູ່ໃສ ແລະ ມີຈຸດປະສົງອັນໃດ?

ໂຊໂລໂມນປະສົງຈະຊົງສ້າງເຢຣູຊາເລັມ, ໃນເລບານອນ, ແລະໃນແຜ່ນດິນທັງຫມົດຢູ່ໃນປົກຄອງຂອງພະອົງ.

2 Chronicles 8:7

ມີຫຍັງເກີດຂື້ນຕໍໍ່ປະຊາຊົນທັງປວງຜູ້ທີ່ບໍ່ແມ່ນຊາວອິດສະຣາເອນ?

ໂຊໂລໂມນໄດ້ເຮັດໃຫ້ປະຊາຊົນຊຶ່ງບໍ່ແມ່ນຊາວອິດສະຣາເອນເຫລົ່ານີ້ເປັນຂ້າທາດແຮງງານ.

2 Chronicles 8:9

ມີວຽກງານອັນໃດທີ່ໂຊໂລໂມນໄດ້ມອບໃຫ້ແກ່ປະຊາຊົນອິດສະຣາເອນ?

ໂຊໂລໂມນເຮັດໃຫ້ປະຊາຊົນອິດສະຣາເອນນັ້ນເປັນທະຫານ, ເປັນນາຍທະຫານຂອງພະອົງ, ເປັນຜູ້ບັງຄັບບັນຊາລົດຮົບຂອງພະອົງ, ແລະ ພົນທະຫານມ້າຂອງພະອົງ.

2 Chronicles 8:11

ເປັນຫຍັງໂຊໂລໂມນຈຶ່ງຊົງນຳທິດາຂອງຟາໂຣຂື້ນມາຈາກນະຄອນດາວິດມາໃນພະຣາຊະວັງທີ່ພະອົງຊົງສ້າງໄວ້ໃຫ້ນາງ?

ໂຊໂລໂມນຊົງນຳທິດາຂອງຟາໂຣຂື້ນມາຈາກນະຄອນດາວິດມາໃນພະຣາຊະວັງທີ່ພະອົງຊົງສ້າງໄວ້, ເພາະວ່າຫີບພັນທະສັນຍາຂອງພຣະຢາເວຢູ່ໃນວັງ ແລະ ສະຖານທີ່ນັ້ນເປັນບ່ອນບໍຣິສຸດ.

2 Chronicles 8:12

ໂຊໂລໂມນໄດ້ຖວາຍເຄື່ອງບູຊາແນວໃດໃຫ້ແກ່ພຣະຢາເວເທິ່ງແທ່ນບູຊາຂອງພຣະຜູ້ເປັນເຈົ້າ ຊຶ່ງພະອົງຊົງສ້າງໄວ້ຢູ່ຫນ້າລະບຽງ?

ໂຊໂລໂມນຊົງຖວາຍເຄື່ອງເຜົາບູຊາແດ່ພຣະຢາເວຕາມຫນ້າທີ່ປະຈຳວັນທີ່ຕ້ອງເຮັດ, ເປັນການຖວາຍບູຊາຕາມບັນຍັດຂອງໂມເຊ.

2 Chronicles 8:14

ຫນ້າທີ່ຂອງບັນດາປະໂລຫິດ ແລະ ພວກເລວີມີຫຍັງແດ່?

ຫນ້າທີ່ຂອງປະໂລຫິດ ແລະ ພວກເລວີແມ່ນແຕ່ງຕັ້ງໂດຍໂຊໂລໂມນເພື່ອເປັນທີສັນຣະເສີນພຣະເຈົ້າ ແລະ ບົວລະບັດຕໍ່ຫນ້າປະໂລຫິດຕາມຫນ້າທີ່ປະຈຳວັນທີຕ້ອງເຮັດ.​

ຜູ້ເຝົ້າປະຕູໄດ້ມີຄວາມສັດຊື່ແນວໃດໃນການປະຕິບັຫນ້າທີ່ຂອງຕົນ?

ຄົນເຝົ້າປະຕູເຮັດຕາມຄຳສັ່ງຂອງກະສັດທີ່ຊົງບັນຊາປະໂລຫິດ ແລະ ຄົນເລວີກ່ຽວກັບເລື່ອງຄັງຕ່າງໆ.

2 Chronicles 8:16

ມີສັນຍານອັນໃດຊຶ່ງບອກວ່າບັນດາພະຣາຊະກິດຂອງໂຊໂລໂມນໃນການວາງຮາກພຣະວິຫານຂອງພຣະຢາເວສຳເລັດ?

ພຣະວິຫານຂອງພຣະຢາເວໄດ້ສຳເລັດຄົບຖ້ວນ ແລະ ພ້ອມໃຊ້ງານ.

2 Chronicles 9

2 Chronicles 9:1

ເປັນຫຍັງພະຣາຊີນີແຫ່ງເຊບາຈຶ່ງສະເດັດມາເຢຣູຊາເລັມ?

ພະຣາຊີນີແຫ່ງເຊບາສະເດັດມາເຢຣູຊາເລັມ ເພາະວ່າພະນາງຊົງໄດ້ຍິນກິດຕິສັບຂອງໂຊໂລໂມນ ແລະ ເພື່ອທົດລອງພະອົງດ້ວຍບັນຫາຍາກຕ່າງໆ.

ໂຊໂລໂມນຕອບແນວໃດເມື່ອພະຣາຊີນີຖາມພະອົງທຸກຄຳຖາມທີ່ຢູ່ໃນໃຈຂອງພະນາງ?

ໂຊໂລໂມນກ່າວຕອບບັນຫາທັງຫມົດຊຶ່ງພະນາງເຊບາໄດ້ຖາມພະອົງ.

2 Chronicles 9:3

ການຕອບສະຫນອງຈາກພະຣາຊີນີແຫ່ງເຊບາມີຫຍັງແດ່ ເມື່ອພະນາງເຫັນພະສະຕິປັນຍາຂອງໂຊໂລໂມນ ແລະ ພະຣາຊະວັງທີ່ພະອົງຊົງສ້າງ, ທັງອາຫານ, ເຄື່ອງແຕ່ງກາຍ, ແລະ ຂ້າໃຊ້ທີ່ພະອົງຊົງມີໃນການຄອບຄອງ?

ເມື່ອພະຣາຊີນີແຫ່ງເຊບາຊົງເຫັນພະສະຕິປັນຍາຂອງໂຊໂລໂມນ ແລະ ພະຣາຊະວັງທີ່ພະອົງຊົງສ້າງ, ​ພະທັຍຂອງພະນາງກໍເສົ້າສະຫລົດໃຈລົງບາດດຽວ.

2 Chronicles 9:5

ພະຣາຊີນີໄດ້ປະເມ່ີນແນວໃດແດ່ຕໍ່ກະສັດໂຊໂລໂມນ?

ພະຣາຊີນີແຫ່ງເຊບາໄດ້ກ່າວກັບກະສັດໂຊໂລໂມນວ່າ ພະສະຕິປັນຍາຂອງພະອົງ ແລະ ຄວາມຮັ່ງມີຂອງພະອົງລ້ຳເລີດຫລາຍກວ່າຂ່າວຄ່າວທີ່ຂ້ານ້ອຍໄດ້ຍິນ.

2 Chronicles 9:7

ພະຣາຊີນີແຫ່ງເຊບາໄດ້ກ່າວຫຍັງກັບໂຊໂລໂມນໃນການທີ່ພະອົງຖືກຕັ້ງໄວ້ເທິ່ງບັນລັງແຫ່ງອິດສະຣາເອນໃນຖານະກະສັດ?

ພະຣາຊີນີແຫ່ງເຊບາໄດ້ບອກກັບໂຊໂລໂມນວ່າ ພຣະຢາເວຕັ້ງພະອົງໄວ້ເທິ່ງບັນລັງ ແລະ ສະຖາປະນາພະອົງເປັນກະສັດເຫນືອອິດສະຣາເອນເພາະວ່າພຣະຢາເວຮັກອິດສະຣາເອນ ແລະ ຈະສະຖາປະນາໄວ້ເປັນນິດ.

2 Chronicles 9:9

ບໍ່ມີ

ບໍ່ມີ

2 Chronicles 9:10

ຜົນຂອງການເດີນທາງມາຫາກະສັດໂຊໂລໂມນຂອງພະຣາຊີນີແຫ່ງເຊບາມີຫຍັງແດ່?

ກະສັດໂຊໂລໂມນພະຣາຊະທານທຸກຢ່າງແກ່ພະຣາຊີນີແຫ່ງເຊບາຕາມທີ່ພະນາງຊົງມີພະປະສົງ ນອກເຫນືອໄປຈາກສິ່ງທີ່ພະນາງນຳມາຖວາຍກະສັດ ແລະ ພະນາງກໍສະເດັດກັບໄປແຜ່ນດິນຂອງພະນາງ, ພ້ອມກັບຂ້າຣາຊະການຂອງພະນາງ.

2 Chronicles 9:13

ມີທອງຄຳຫລາຍປານໃດ ທີ່ໄດ້ນຳມາສົ່ງໂຊໂລໂມນໃນປີຫນຶ່ງ?

ນ້ຳຫນັກຂອງຄຳທີ່ນຳມາສົ່ງໂຊໂລໂມນໃນປີຫນຶ່ງແມ່ນ 666 ຕະລັນຕົນ.

ແມ່ນໃຜນຳຄຳມາໃຫ້ໂຊໂລໂມນ?

ນັກການຄ້າ, ພໍ່ຄ້າ, ກະສັດທັງປວງແຫ່ງອາຫລັບ ແລະ ບັນດາເຈົ້າເມືອງແຫ່ງແຜ່ນດິນໄດ້ນຳຄຳມາໃຫ້ໂຊໂລໂມນ.

2 Chronicles 9:15

ໂລ່ເຮັດດ້ວຍຄຳທີ່ໂຊໂລໂມນສ້າງມີຈັກອັນ?

ກະສັດໂຊໂລໂມນໄດ້ຊົງສ້າງໂລ່ອັນດ້ວຍຄຳ ຫ້າຮ້ອຍອັນ.

2 Chronicles 9:17

ພະທີ່ນັ່ງຂອງກະສັດໂໍຊໂລໂມນເຮັດດ້ວຍຫຍັງແດ່?

ພະທີ່ນັ່ງຂອງກະສັດໂຊໂລໂມນເຮັດດ້ວຍງາຊ້າງຂະຫນາດໃຫຍ່ ແລະ ຊົງໂອບດ້ວຍຄຳບໍຣິສຸດ.

2 Chronicles 9:19

ເປັນຫຍັງຈຶ່ງບໍ່ມີພາຊະນະເຄື່ອງດື່ມຂອງກະສັດໂໍໍຊໂລໂມນທີ່ເຮັດດ້ວຍເງິນ?

ບໍ່ມີພາຊະນະເຄື່ອງດື່ມອັນໃດຂອງກະສັດໂຊໂລໂມນເຮັດດ້ວຍເງິນເລີຍ ເພາະວ່າເງິນນັ້ນຖືວ່າເປັນຂອງບໍ່ມີຄ່າຫຍັງໃນສະໄຫມຂອງໂຊໂລໂມນ.

2 Chronicles 9:22

ເປັນຫຍັງກະສັດທັງຫມົດແຫ່ງແຜ່ນດິນໂລກກໍສະແຫວງຫາທີ່ຈະເຂົ້າເຝົ້າໂຊໂລໂມນ?

ກະສັດທັງຫມົດແຫ່ງແຜ່ນດິນໂລກກໍສະແຫວງທີ່ຈະເຂົ້າເຝົ້າໂຊໂລໂມນເພາະວ່າຄວາມຮັ່ງມີ, ແລະ ເພື່ອໄດ້ຍິນເຖີງພະສະຕິປັນຍາຊຶ່ງພຣະເຈົ້າໄດ້ຊົງພຣະຣາຊະທານໄວ້ໃນໃຈຂອງພະອົງ.

2 Chronicles 9:25

ແມ່ນຫຍັງທີ່ກະສັດໂຊໂລໂມນໄດ້ປົກຄອງເຫນືອ?

ກະສັດໂຊໂລໂມນປົກຄອງເຫນືອກະສັດທັງປວງຕັ້ງແຕ່ແມ່ນ້ຳຮອດແຜ່ນດິນຂອງຄົນຟີລິສະຕີນ, ແລະຮອດເຂດແດນຂອງເອຢິບ.

2 Chronicles 9:27

ກະສັດໂຊໂລໂມນໄດ້ປົກຄອງເຢຣູຊາເລັມເຫນືອອິດສະຣາເອນໄດ້ຈັກປີ?

ໂຊໂລໂມນຊົງປົກຄອງໃນເມືອງເຢຣູຊາເລັມເຫນືອອິດສະຣາເອນທັງປວງສີ່ສິບປີ.

2 Chronicles 10

2 Chronicles 10:1

ເປັນຫຍັງອິດສະຣາເອນທັງປວງຈຶ່ງມາເຊເຄັມ?

ອິດສະຣາເອນທັງປວງໄດ້ມາເຊເຄັມເພື່ອຈະຕັ້ງພະອົງໃຫ້ເປັນກະສັດ.

ມີສິ່ງໃດຢືນຢູ່ຕໍ່ຫນ້າກະສັດເຢໂຣໂບອາມກາຍເປັນກະສັດຂອງອິດສະຣາເອນທັງຫມົດ?

ເຢໂຣໂບອາມທີກັບຈາກເອຢິບຢືນບ່ອນເພີ່ນຫນີ ແລະ ໄດ້ຢືນຢູ່ເມື່ອເຢໂຣໂບອາມຖືກຕັ້ງເປັນກະສັດຂອງອິດສະຣາເອນ ທັງປວງ.

2 Chronicles 10:3

ເຢໂຣໂບອາມ ແລະ ອິດສະຣາເອນທັງຫມົດໄດ້ທູນຂໍອັນໃດຈາກເຣໂຮໂບອາມ?

ເຢໂຣໂບອາມ ແລະ ອິດສະຣາເອນທັງຫມົດໄດ້ທູນຂໍເຣໂຮໂບອາມເພື່ອຜ່ອນແອກອັນຫນັກຫນ່ວງທີ່ກະສັດໂຊໂລໂມນໄດ້ໃສ່ເຫນືອປະຊາຊົນທັງປວງໃຫ້ເບົາລົງ.

2 Chronicles 10:6

ພວກຜູ້ເຖົ້າຜູ້ທີ່ໄດ້ຢືນຢູ່ຕໍ່ຫນ້າກະສັດໂຊໂລໂມນຕອນພະອົງມີຊີວິດຢູ່ ໄດ້ແນະນຳໃຫ້ກະສັດເຣໂຮໂບອາມໃຫ້ເຮັດຫຍັງ?

ບັນດາຜູ້ເຖົ້າໄດ້ໃຫ້ຄຳປຶກສາກັບກະສັດເຣໂຮໂບອາມວ່າ ຂໍຊົງເມດຕາແກ່ປະຊາຊົນນີ້ ແລະ ເຮັດໃຫ້ພວກເຂົາພໍໃຈ, ແລະກ່າວຕອບຄຳດີແກ່ພວກເຂົາ, ພວກເຂົາກໍຈະເປັນຜູ້ຮັບໃຊ້ຂອງພະອົງເປັນນິດ.”

2 Chronicles 10:8

ເຣໂຮໂບອາມໄດ້ເຮັດອັນໃດຫລັງຈາກທີ່ພະອົງບໍ່ສົນໃຈຕໍ່ຄຳປຶກສາຂອງຜູ້ເຖົ້າທີ່ມີໃຫ້ກັບພະອົງ?

ເຣໂຮໂບອາມປຶກສາກັບຄົນຫນຸ່ມຊຶ່ງເຕີບໃຫຍ່ຂື້ນມາພ້ອມກັບພະອົງ, ໂດຍຖາມພວກເຂົາຈະແນະນຳຢ່າງໃດ ເພື່ອຈະຕອບວ່າຂໍຊົງຜ່ອນແອກວາງຢູ່ເຫນືອພະອົງທັງຫລາຍໃຫ້ເບົາລົງ.

2 Chronicles 10:10

ຄຳແນະນຳອັນໃດທີ່ຄົນຫນຸ່ມເຫລົ່ານັ້ນຜູ້ໄດ້ເຕີບໃຫຍ່ມາພ້ອມກັບເຣໂຮໂບອາມໄດ້ມີໃຫ້ແກ່ພະອົງກ່ຽວກັບຄຳຮ້ອງທູນຂອງຄົນທັງປວງເພື່ອຂໍໃຫ້ແອກເບົາລົງ?

ຄົນຫນຸ່ມເຫລົ່ານັ້ນໄດ້ແນະນຳໃຫ້ເຣໂຮໂບອາມບອກປະຊາຊົນວ່າເຖີງແມ່ນວ່າບິດາຂອງເຮົາວາງແອກຫນັກເທິງທ່ານທັງຫລາຍກໍດີແລ້ວ, ເຮົາຈະເພີ່ມແອກໃຫ້ແກ່ທ່ານທັງຫລາຍອີກ.

2 Chronicles 10:12

ມີຫຍັງເກີດຂື້ນເມື່ອເຢໂຣໂບອາມ ແລະ ປະຊາຊົນອິດສະຣາເອນທັງປວງເຂົ້າເຝົ້າເຣໂຮໂບອາມໃນມື້ທີສາມ?

ກະສັດເຣໂຮໂບອາມຊົງປະຖິ້ມຄຳປຶກສາຂອງພວກຜູ້ເຖົ້າແລະ ໄດ້ຕອບພວກເຂົາຢ່າງຫຍາບຊ້າໂດຍປະຕິບັດຕາມຄຳປຶກສາຂອງຄົນຫນຸ່ມ.

2 Chronicles 10:15

ເປັນຫຍັງກະສັດເຣໂຮໂບອາມຈຶ່ງບໍ່ຍອມຟັງປະຊາຊົນອິດສະຣາເອນ?

ການຕັດສິນໃຈຂອງກະສັດທີ່ບໍ່ຟັງຊາວອິດສະຣາເອນເປັນຈຸດປ່ຽນຂອງເຫດການທີ່ເກີດຂື້ນໂດຍພຣະຢາເວເພື່ອພຣະຢາເວຈະຊົງໃຫ້ ພຣະທັມຂອງພຣະອົງໄດ້ສຳເລັດ ຊຶ່ງພຣະອົງກ່າວໂດຍອາຮີຢາຊາວຊີໂລແກ່ເຢໂຣໂບອາມ.

2 Chronicles 10:16

ຄຳຕອບຂອງອິດສະຣາເອນແມ່ນຫຍັງຕໍ່ກັບສິ່ງທີ່ກະສັດເຣໂຮໂບອາມໄດ້ກ່າວກັບພວກເຂົາວ່າຈະໃຫ້ແອກຂອງພວກເຂົາຫນັກຂື້ນກວ່າເກົ່າ?

ເມື່ອອິດສະຣາເອນໄດ້ຍິນຈາກກະສັດເຣໂຮໂບອາມ, ປະຊາຊົນອິດສະຣາເອນກ່າວວ່າພວກເຂົາມີສ່ວນຫຍັງໃນດາວິດ, ໄດ້ບອກກັບປະຊາຊົນອິດສະຣາເອນກັບໄປຍັງເຕັນຂອງພວກເຂົາ, ແລະ ກ່າວກັບເຣໂຮໂບອາມເບິ່ງແຍງຣາຊະວົງຂອງພະອົງເອງເຖີດ.

ປະຊາຊົນອິດສະຣາເອນໄດ້ຕອບສະຫນອງແນວໃດເມື່ອກະສັດເຣໂບໂບມສົ່ງອາດາໂນຣາມ, ຜູ້ທີ່ເປັນຜູ້ດູແລແຮງງານທີ່ຖືກບັງຄັບ, ເພື່ອໄປຫາພວກເຂົາ?

ປະຊາຊົນອິດສະຣາເອນກໍເອົາຫີນຄວ່າງເພີ່ນຈົນຕາຍ ແລະ ກະສັດເຣໂຮໂບອາມຊົງຮີບຂື້ນລົດຮົບຂອງພະອົງຊົງຫນີໄປເມືອງເຢຣູຊາເລັມ.

2 Chronicles 11

2 Chronicles 11:1

ເປັນຫຍັງເຣໂຮໂບອາມຈຶ່ງຮວບຮວມເຊື້ອສາຍຢູດາ ແລະ ເບັນຢາມິນເພື່ອສູ້ຮົບກັບອິດສະຣາເອນເມືອພະອົງມາເຖີງເຢຣູຊາເລັມ?

ເຣໂຮໂບອາມໄດ້ຊົງຮວບຮວມເຊື້ອສາຍຢູດາ ແລະ ເບັນຢາມິນເພື່ອເອົາຣາຊະອານາຈັກຄືນໃຫ້ແກ່ພະອົງເອງ.

2 Chronicles 11:2

ພຣະທັມຂອງພຣະຢາເວທີ່ເຖິງເຊມາຢາໄດ້ໄປທູນຕໍ່ເຣໂຮໂບອາມ ແລະ ຊາວອິດສະຣາເອນມີຫຍັງແດ່?

ພຣະທັມຂອງພຣະຢາເວໄດ້ມາເຖີງພວກເຂົາວ່າຢ່າຂື້ນໄປສູ້ຮົບກັບພີ່ນ້ອງຂອງເຈົ້າ.

2 Chronicles 11:5

ເປັນຫຍັງເຣໂຮໂບອາມຈຶ່ງໄດ້ສ້າງບັນດາຫົວເມືອງຕ່າງໆໃນຢູດາ?

ເຣໂຮໂບອາມໄດ້ສ້າງຫົວເມືອງຕ່າງໆໃນຢູດາເພື່ອປ້ອງກັນ.

2 Chronicles 11:11

ບາງຜົນສຳເລັດຂອງເຣໂຮໂບອາມມີຫຍັງແດ່?

ເຣໂຮໂບອາມຊົງສ້າງປ້ອມປ້ອງກັນໃຫ້ແຂງແຮງ,​ ຕັ້ງຜູ້ບັງຄັບບັນຊາໃນປ້ອມເຫລົ່ານັ້ນ ແລະ ຊົງເກັບໂລ່ ແລະ ຫອກໄວ້ໃນຫົວເມືອງທັງປວງ.

2 Chronicles 11:13

ເປັນຫຍັງຄົນເລວີຈຶ່ງປະຖິ້ມທົ່ງຫຍັາ ແລະ ເຮືອນທີ່ພວກເຂົາຍຶດຖືເປັນກຳມະສິດເພື່ອໄປຍັງຢູດາ ແລະ ເຢຣູຊາເລັມ?

ຄົນເລວີປະຖິ້ມທົ່ງຫຍ້າ ແລະ ເຮືອນທີ່ພວກເຂົາຍຶດຖືເປັນກຳມະສິດເພາະວ່າເຢໂຣໂບອາມ ແລະ ລູກຊາຍຂອງພຣະອົງໄດ້ຂັບໄລ່ພວກເຂົາອອກຈາກຕຳແຫນ່ງ, ດັ່ງນັ້ນພວກເຂົາຈຶ່ງບໍ່ສາມາດປະຕິບັດຫນ້າທີ່ປະໂລຫິດຂອງພຣະຢາເວ.

ເຢໂຣໂບອາມໄດ້ເຮັດແນວໃດຕໍ່ພວກປະໂລຫິດ ແລະ ຄົນເລວີຊຶ່ງຍ້າຍມາຢູດາ?

ເຢໂຣໂບອາມໄດ້ຊົງແຕ່ງຕັ້ງປະໂລຫິດຂອງພະອົງຂື້ນສຳລັບປູຊະນີຍະສະຖານ ແລະ ສຳລັບຜີປີສາດ ແລະ ສຳລັບລູກງົວຊຶ່ງພະອົງໄດ້ຊົງສ້າງຂື້ນ.

2 Chronicles 11:16

ບັນດາປະຊາຊົນຈາກຕະກູນທັງປວງຂອງອິດສະຣາເອນໄດ້ເຮັດຫຍັງເພື່ອເສີມກຳລັງເຣໂຮໂບອາມ ແລະ ຣາຊະອານາຈັກຢູດາ?

ບັນດາປະຊາຊົນຈາກຕະກູນທັງປວງໃນອິດສະຣາເອນ,​ ຜູ້ທີ່ປັກໃນສະແຫວງຫາພຣະຢາເວເຂົ້າມາຍັງກຸງເຢຣູຊາເລັມ ເພື່ອຖວາຍຕໍ່ພຣະຢາເວ.

2 Chronicles 11:18

ບໍ່ມີ

ບໍ່ມີ

2 Chronicles 11:20

ບໍ່ມີ

ບໍ່ມີ

2 Chronicles 11:22

ເຣໂຮໂບອາມມີວິທີຫນຶ່ງຊຶ່ງໄດ້ຈັດການຢ່າງສະຫລາດຫຍັງແດ່?

ເຣໂຮໂບອາມຊົງຈັດການຢ່າງສະຫລາດ; ພະອົງໄດ້ແຈກຢາຍບັນດາລູກຊາຍຂອງພະອົງໄປທົ່ວແຜ່ນດິນທັງຫມົດຂອງຢູດາ ແລະ ເບັນຢາມິນ ໃນຫົວເມືອງທີ່ມີປ້ອມທັງຫມົດ

2 Chronicles 12

2 Chronicles 12:1

ເຣໂຮໂບອາມໄດ້ຜິດອັນໃດເມື່ອເມື່ອລາຊະອານາຈັກຂອງເຣໂຮໂບອາມຕັ້ງຫມັ້ນຄົງ ?

ເຣໂຮໂບອາມ ແລະ ອິດສະຣາເອນກໍປະຖິ້ມພຣະບັນຍັດຂອງພຣະຢາເວ.

2 Chronicles 12:2

ເປັນຫຍັງຊີຊາກ, ກະສັດແຫ່ງເອຢິບຈຶ່ງສະເດັດຂື້ນມາສູ້ຮົບກັບເຢຣູຊາເລັມ?

ຊີຊາກກະສັດແຫ່ງເອຢິບສະເດັດຂື້ນມາສູ້ຮົບກັບເຢຣູຊາເລັມ ເພາະວ່າພວກເຂົາບໍ່ສັດຊື່ຕໍ່ພຣະຢາເວ.

2 Chronicles 12:5

ການຕອບສະຫນອງຂອງເຣໂຮໂບອາມ ແລະ ບັນດາເຈົ້ານາຍແຫ່ງຢູດາມີຫຍັງແດ່ເມື່ອເຊມາຢາຜູ້ທຳນວາຍໄດ້ກ່າວກັບພວກເຂົາວ່າ ພວກເຂົາໄດ້ຕົກຢູ່ໃນມືຂອງຊີຊາກເພາະວ່າພວກເຂົາປະຖິ້ມພຣະຢາເວ?

ເຣໂຮໂບອາມ ແລະ ບັນດາເຈົ້ານາຍແຫ່ງຢູດາໄດ້ຖ່ອມຕົວລົງ ແລະ ກ່າວວ່າພຣະຢາເວຊົງຊອບທັມແລ້ວ.

2 Chronicles 12:7

ພຣະຢາເວໄດ້ຊົງກະທຳຫຍັງແດ່ ເມື່ອພຣະອົງເຫັນເຣໂຮໂບອາມ ແລະ ບັນດາເຈົ້ານາຍແຫ່ງຢູດາໄດ້ຖ່ອມຕົວລົງ?

ພຣະຢາເວໄດ້ຊົງຊ່ວຍເຂົາໃຫ້ພົ້ນໃນລະດັບຫນຶ່ງ, ແຕ່ວ່າຍັງເປັນຜູ້ຮັບໃຊ້ຂອງຊີຊາກ.

ເປັນຫຍັງພຣະຢາເວຈຶ່ງໃຫ້ບັນດາເຈົ້ານາຍແຫ່ງຢູດາເປັນຜູ້ຮັບໃຊ້ຂອງຊີຊາກ?

ພຣະຢາເວອະນຸຍາດໃຫ້ພວກເຂົາເປັນຜູ້ຮັບໃຊ້ຂອງຊີຊາກເພື່ອພວກເຂົາຈະໄດ້ຮູ້ຄວາມແຕກຕ່າງລະຫວ່າງການຮັບໃຊ້ເຮົາ ແລະ ຮັບໃຊ້ຣາຊະອານາຈັກທັງຫລາຍ ຂອງແຜ່ນດິນໂລກ.

2 Chronicles 12:9

ຊີຊາກໄດ້ຊົງເກັບເອົາຫຍັງແດ່ຈາກເຢຣູຊາເລັມ?

ຊີຊາກຊົງເກັບເອົາຊັບສິນແຫ່ງພຣະວິຫານຂອງພຣະຢາເວ ແລະ ຊັບສົມບັດໃນພະຣາຊະວັງທັງຊົງເກັບເອົາໂລ່ຄຳທີ່ໂຊໂລໂມນຊົງສ້າງໄວ້ໄປນຳ.

2 Chronicles 12:11

ເປັນຫຍັງພຣະພິໂຣດຂອງພຣະຢາເວຈຶ່ງຫັນໄປຈາກເຣໂຮໂບອາມ?

ພຣະພິໂຣດຂອງພຣະຢາເວກໍຫັນໄປຈາກພະອົງ ເພາວ່າເຣໂຮໂບອາມຊົງຖ່ອມພະອົງລົງ ແລະ ສະພາບກໍຍັງດີຢູໃນຢູດາ.

2 Chronicles 12:13

ເປັນຫຍັງຈຶ່ງມີການກ່າວວ່າ​ "ກະສັດເຣໂຮໂບອາມໄດ້ຊົງກະທຳການຊົ່ວຮ້າຍ"?

ໄດ້ມີການກ່າວວ່າເຣໂຮໂບອາມໄດ້ຊົງກະທຳການຊົ່ວຮ້າຍເພາະວ່າພຣະອົງບໍ່ຊົງຕັ້ງພະທັຍທີ່ຈະສະແຫວງຫາພຣະຢາເວ.

ມີອັນໃດເກີດຂື້ນເມື່ອເຣໂຮໂບອາມລ່ວງລັບໄປຢູ່ກັບບັນພະບູຣຸດ ແລະ ຖືກຝັງໄວ້ໃນອຸບໂມງ?

ອາບີຢາລູກຊາຍຂອງພະອົງໄດ້ຂື້ນປົກຄອງແທນພະອົງ.

2 Chronicles 13

2 Chronicles 13:1

ອາບີຢາໄດ້ເຮັດສົງຄາມກັບໃຜ?

ອາບີຢາໄດ້ຕໍ່ສູ້ກັບໂຢໂຣໂບອາມ.

2 Chronicles 13:4

ພູເຂົາເຊມາຣາຢິມຢູ່ໃສ?

ພູເຂົາເຊມາຣາຢິມແມ່ນພູເຂົາຢູ່ໃນໃນເອຟຣາຢິມ.

2 Chronicles 13:6

ມີໃຜແດ່ທີ່ເຂົ້າຮ່ວມກັບເຢໂຣໂບອາມ?

ຜູ້ຊາຍໄຮ້ຄ່າ, ຄົນຖ່ອຍຄົນອັນທະພານບາງຄົນມົ້ວສຸມກັນກັບລາວ.

2 Chronicles 13:8

ອີງຕາມອາບີຢາ, ແມ່ນໃຜເປັນຜູ້ກ່າວວ່າສາມາດຕໍ່ຕ້ານຣາຊະອານາຈັກຂອງພຣະຢາເວ?

ອີງຕາມອາບີຢາ, ​ເຢໂຣໂບອາມໄດ້ກ່າວ່າພະອົງສາມາດຕໍ່ຕ້ານຣາຊະອານາຈັກຂອງພຣະຢາເວ.

2 Chronicles 13:10

ແມ່ນໃຜທີ່ບໍ່ໄດ້ປະຖິ້ມພຣະຢາເວ?

ປະເທດຂອງອາບີຢາ, ຢູດາ, ທີ່ບໍ່ໄດ້ປະຖິ້ມພຣະອົງ.

2 Chronicles 13:12

ແມ່ນໃຜຈະບໍ່ຊະນະເລີຍຖ້າຫາກພວກເຂົາຕໍ່ສູ້ກັບພຣະຢາເວ?​

ປະຊາຊົນອິດສະຣາເອນຈະບໍ່ຊະນະເລີຍ ຖ້າຫາກພວກເຂົາຕໍ່ສູ້ກັບພຣະຢາເວ.

2 Chronicles 13:13

ເຢໂຣໂບອາມໄດ້ວາງແຜນແນວໃດ ສຳລັບການສູ້ຮົບ?

ເຢໂຣໂບອາມໄດ້ສັບຊ້ອນດັກຊຸ້ມຜູ້ຄົນໄວ້ເພື່ອຈະອ້ອມມາຫາພວກເຂົາ; ກອງທະຫານຂອງພະອົງກໍຢູ່ຕໍ່ຫນ້າຢູດາ, ແລະ ກອງຊຸ້ມກໍຢູ່ຂ້າງຫລັງພວກເຂົາ.

2 Chronicles 13:16

ເປັນຫຍັງປະຊາະຊົນແຫ່ງຢູດາຈຶ່ງຊະນະ?

ປະຊາຊົນແຫ່ງຢູດາຊະນະ ເພາະວ່າພວກເຂົາເພີ່ງພຣະຢາເວ.

ເຢໂຣໂບອາມສິ້ນພະຊົນແນວໃດ?

ພຣະຢາເວຊົງປະຫານພະອົງ,​ ແລະ ພະອົງຊົງສິ້ນພະຊົນ.

2 Chronicles 14

2 Chronicles 14:1

ອາຊາໄດ້ກະທຳອັນໃດເພື່ອໃຫ້ເຫັນວ່າ ພະອົງຊົງກະທຳສິ່ງດີ ແລະ ເປັນທີ່ຊອບໃນສາຍພຣະເນດຂອງພຣະຢາເວ?

ອາຊາໄດ້ຊົງກຳຈັດແທ່ນບູຊາພະຕ່າງດ້າວ ແລະ ປູຊະນີຍະສະຖານ, ມ້າງເສົາສັກສິດລົງ, ແລະ ໄດ້ລົ້ມເສົາຮູບເຄົາຣົບເສຍ.

2 Chronicles 14:5

ເປັນຫຍັງຣາຊະອາຈັກຈິ່ງສະຫງົບ ແລະ ບໍ່ມີສົງຄາມຕະຫລອດໄລຍະທີ່ອາຊາປົກຄອງ?

ຣາຊະອານາຈັກໄດ້ສະຫງົບ ແລະ ບໍ່ໄດ້ເຮັດສົງຄາມໃນປີທີ່ອາຊາປົກຄອງເພາະວ່າພຣະຢາເວຊົງປະທານຄວາມສະຫງົບແກ່ພະອົງ.

2 Chronicles 14:7

ເປັນຫຍັງອາຊາຈຶ່ງເຮັດແຜນໃນການສ້າງກຳແພງທົ່ວເມືອງ?

ອາຊາໄດ້ມີແຜນສ້າງກຳແພງອ້ອມຮອບເມືອງ ເພາະວ່າພຣະຢາເວໄດ້ປະທານຄວາມສະຫງົບສຸກທຸກດ້ານ.

2 Chronicles 14:9

ອາຊາໄດ້ຕອບສະຫນອງແນວໃດ ເມື່ອງກອງທັບຂອງເຊຣາໃນເມືອງເອທິໂອເປຍມາຕໍ່ສູ້ກັບຄົນອິດສະຣາເອນ?

ອາຊາຮ້ອງທູນຕໍ່ພຣະຢາເວ ເພື່ອຂໍຄວາມຊ່ວຍເຫລືອໂດຍຮູ້ວ່າພະອົງ ແລະ ທະຫານຂອງພະອົງມາຕໍ່ສູ້ໃນນາມຂອງພຣະຢາເວ ກັບພວກທະຫານຂອງເຊຣາ.

2 Chronicles 14:12

ຜູ້ໃດເຮັດໃຫ້ເອທິໂອເປຍພ່າຍແພ້ຕໍ່ຫນ້າອາຊາ ແລະ ຢູດາ?

ພຣະຢາເວຊົງໃຫ້ເອທິໂອເປຍພ່າຍແພ້ຕໍ່ຫນ້າຂອງອາຊາ ແລະ ຢູດາ.

ພວກທະຫານໄດ້ເຮັດຫຍັງແກ່ບັນດາເມືອງໃນເກຣາ?

ພວກທະຫານໄດ້ທຳລາຍ ແລະ ປຸ້ນບັນດາຫົວເມືອງໃນເກຣາ.

2 Chronicles 15

2 Chronicles 15:1

ຂໍ້ຄວາມອັນໃດຈາກພຣະເຈົ້າທີ່ອາຊາຣີຢາໄດ້ກ່າວກັບກະສັດອາຊາ?

ຂໍ້ຄວາມໄດ້ກ່າວວ່າພຣະຢາເວຊົງສະຖິດກ່າວກັບອາຊາ ໃນຂະນະທີ່ອາຊາສະແຫວງຫາພຣະຢາເວ, ແຕ່ຖ້າອາຊາປະຖິ້ມພຣະຢາເວ, ພຣະຢາເວກໍຊົງປະຖິ້ມອາຊາ.

2 Chronicles 15:3

ອິດສະຣາເອນໄດ້ຢູ່ໂດຍປາສະຈາກຫຍັງເປັນເວລາອັນຍາວນານ?

ອິດສະຣາເອັນໄດ້ຢູ່ໂດຍປາສະຈາກພຣະເຈົ້າອົງທ່ຽງແທ້ເປັນເວລາດົນ, ບໍ່ມີປະໂລຫິດຜູ້ສັ່ງສອນ, ແລະ ບໍ່ມີກົດຫມາຍ.

ໃນສະໄຫມນັ້ນມີອັນໃດເກີດຂື້ນແກ່ຊາວເມືອງທັງຫລາຍ?

ໃນສະໄຫມນັ້ນ, ມີການວຸ້ນວາຍລົບກວນຊາວເມືອງທັງຫລາຍ.​

2 Chronicles 15:6

ພຣະເຈົ້າໄດ້ລົບກວນປະຊາຊົນໃນດິນແເດນແນວໃດ?

ພຣະເຈົ້າຊົງລົບກວນພວກເຂົາໃນດິນແເດນດ້ວຍຄວາມທຸກຍາກລຳບາກ.

2 Chronicles 15:8

ອາຊາໄດ້ສ້າງຫຍັງເມື່ອໄດ້ຍິນຖ້ອຍຄຳຂອງຜູ້ທຳນວາຍ?

ອາຊາຊົງສ້າງແທ່ນບູຊາແກ່ພຣະຢາເວ ເມື່ອພະອົງໄດ້ຍິນຖ້ອຍຄຳຂອງຜູ້ທຳນວາຍ.

ເປັນຫຍັງຄົນເປັນຈຳນວນຫລາຍໄດ້ມາຫາກະສັດອາຊາຈາກເອຟຣາອິມ, ມານາເຊ, ແລະ ຊິເມໂອນ?

ພວກເຂົາໄດ້ມາຫາເພາະວ່າພວກເຂົາເຫັນວ່າ ພຣະຢາເວໄດ້ຊົງສະຖິດກັບກະສັດອາຊາ.

2 Chronicles 15:10

ບໍ່ມີ

ບໍ່ມີ

2 Chronicles 15:12

ປະຊາຊົນໄດ້ໃຫ້ຄຳຫມັ້ນສັນຍາຫຍັງແດ່?

ປະຊາຊົນໄດ້ເຮັດຄຳຫມັ້ນສັນຍາທີ່ຈະສະແຫວງຫາພຣະຢາເວດ້ວຍສຸດຈິດສຸດໃນຂອງພວກເຂົາ.

ຈະມີຫຍັງເກີດຂື້ນຕໍ່ກັບຜູ້ທີ່ປະຕິເສດທີ່ຈະສະແຫວງຫາພຣະຢາເວ?

ທຸກຄົນທີ່ປະຕິເສດທີ່ຈະສະແຫວງຫາ ພຣະຢາເວຈະມີໂທດເຖີງຕາຍ.

2 Chronicles 15:14

ພຣະຢາເວໄດ້ຊົງປະທານຫຍັງ ແກ່ພວກເຂົາພາຍຫລັງທີ່ພວກເຂົາໄດ້ໃຫ້ຄຳຫມັ້ນສັນຍາດ້ວຍສຸດໃຈຂອງພວກເຂົາ?

ພຣະຢາເວຊົງປະທານໃຫ້ພວກເຂົາມີຄວາມສະຫງົບສຸກຮອບດ້ານ.

2 Chronicles 15:16

ສະພາບຂອງພະທັມຂອງກະສັດອາຊາເປັນແນວໃດ?

ພະທັມຂອງກະສັດອາຊາກໍບໍຣິສຸດຕໍ່ພຣະຢາເວຕະຫລອດຣາຊະການຂອງພະອົງ.​

ແມ່ນຫຍັງຈະບໍ່ເກີດຂື້ນຈົນປີທີສາມສິບຫ້າໃນຣາຊະການຂອງອາຊາ?

ບໍ່ມີສົງຄາມອີກຈົນປີທີສາມສິບຫ້າໃນຣາຊະການຂອງອາຊາ.

2 Chronicles 16

2 Chronicles 16:1

ເປັນຫຍັງບາອາຊາ, ກະສັດແຫ່ງອິດສະຣາເອນຈຶ່ງໄດ້ກະທຳການຮຸນແຮງຕໍ່ສູ້ຢຸູດາໂດຍການສ້າງເມືອງຣາມາ?

ບາອາຊາໄດ້ກະທຳຢ່າງຮຸນແຮງ ດັ່ງນັ້ນພະອົງບໍ່ຍອມໃຫ້ຄົນຫນຶ່ງຄົນໃດອອກໄປ ຫລື ເຂົ້າໄປໃນແຜ່ນດິນອາຊາ.

2 Chronicles 16:2

ເປັນຫຍັງອາຊາຈຶ່ງຊົງເອົາເງິນ ແລະ ຄຳອອກຈາກຄັງຂອງພຣະວິຫານ ແລະ ສົ່ງໄປເບັນຮາດັດ, ກະສັດແຫ່ງອາລາມ?

ອາຊາຊົງເອົາເງິນ ແລະ ຄຳຈາກຄັງສົ່ງໄປໃຫ້ເບັນຮາດັດເພື່ອເຮັດໃຫ້ພະອົງສະເດັດໄປທຳລາຍສັນຍາຂອງພະອົງກັບບາອາຊາ ແລະ ສ້າງສັນຍາກັບອາຊາ.​

ເປັນຫຍັງອາຊາຈຶ່ງຢາກໃຫ້ເບັນຮາດັດທຳລາຍສັນຍາກັບບາອາຊາ?

ອາຊາຢາກໃຫ້ເບັນຮາດັດທຳລາຍສັນຍາ ສະນັ້ນບາອາຊາຈຶ່ງຖອຍໄປຈາກອາຊາ.

2 Chronicles 16:4

ມີຫຍັງເກີດຂື້ນເມື່ອບາອາຊາຢຸດສ້າງເມືອງຣາມາເນື່ອງຈາກການຕໍ່ສູ້ຈາກເບັນຮາດັດ?

ອາຊາ ແລະ ຢູດາທັງຫມົດໄດ້ຂົງຫີນ ແລະ ເຄື່ອງໄມ້ຊຶ່ງບາອາຊາໄດ້ຊົງສ້າງເມືອງຣາມາ ແລະ ໄດ້ຊົງໃຊ້ສິ່ງກໍ່ສ້າງນັ້ນເອົາມາສ້າງເມືອງເກບາ ແລະ ເມືອງມິດຊະປາ.

2 Chronicles 16:7

ເປັນຫຍັງຮານານີຜູ້ທຳນວາຍໄດ້ຫ້າມອາຊາ?

ຮານານີຫ້າມອາຊາເພາະວ່າພະອົງເພີ່ງໃນສັນຍາແຫ່ງກະສັດຊີເຣຍແທນທີ່ຈະເພີ່ງພຣະຢາເວ ໃນຂະນະທີ່ພະອົງຕໍ່ສູ້ກັບຄົນເອທິໂອເປຍ.​

2 Chronicles 16:9

ເປັນຫຍັງພຣະເນດຂອງພຣະຢາເວຈຶ່ງຢູ່ເຫນືອແຜ່ນດິນໂລກ?

ພຣະເນດຂອງພຣະຢາເວກໍຢູ່ເຫນືອແຜ່ນດິນໂລກ ເພື່ອສະແດງຣິດທານຸພາບຂອງພຣະອົງ ໂດຍເຫັນແກ່ຜູ້ທີ່ມີໃຈຈິງຕໍ່ພຣະອົງ.

ອາຊາເຮັດຫຍັງແດ່ພາຍຫລັງໄດ້ຮັບການຫ້າມຂອງຮານານີ?

ອາຊາຊົງຮ້າຍຫລາຍຕໍ່ຮານານີ ແລະ ຈັບລາວຂັງໄວ້ໃນຄຸກ.

2 Chronicles 16:11

ອາຊາໄດ້ສະແດງແນວໃດຕໍ່ພະຍາດຮ້າຍແຮງທີ່ພະບາດຂອງພະອົງ?

ອາຊາບໍ່ໄດ້ຊົງສະແຫວງຫາພຣະຢາເວ, ​ແຕ່ໄດ້ສະແຫວງຫາການປິ່ນປົວຈາກແພດຫມໍ.

2 Chronicles 16:13

ອາຊາໄດ້ຮັບການຍົກຍ້ອງແນວໃດ ພາຍຫລັງທີ່ພະອົງສິ້ນພະຊົນ?

ພວກເຂົາວາງພະສົບຂອງອາຊາໄວ້ເທິ່ງແທ່ນທີ່ມີເຄື່ອງຫອມຕ່າງໆ ແລະ ໄດ້ກໍ່ແປວໄຟໃຫຍ່ຖວາຍພະອົງ.

2 Chronicles 17

2 Chronicles 17:1

ເຢໂຮຊາຟັດຊົງວາງກຳລັງທະຫານໄວ້ຢູ່ໃສ?

ເຢໂຮຊາຟັດຊົງວາງກຳລັງທະຫານໄວ້ໃນຫົວເມືອງທີ່ມີປ້ອມທັງປວງຂອງຢູດາ.

2 Chronicles 17:3

ເປັນຫຍັງພຣະຢາເວຈຶ່ງສະຖິດຢູ່ກັບເຢໂຮຟັດ?

ພຣະຢາເວຊົງສະຖິດຢູ່ກັບເຢໂຮຟັດເພາະວ່າພະອົງຊົງດຳເນີນໃນທາງຂອງດາວິດ ບິດາຂອງພະອົງ.

ແມ່ນໃຜທີ່ເຢໂຮຟັດບໍ່ໄດ້ດຳເນີນຕາມ, ແຕ່ພະອົງດຳເນີນຕາມພຣະບັນຍັດຂອງພຣະເຈົ້າ?

ພະອົງໄດ້ຊົງດຳເນີນໃນພຣະບັນຍັດຂອງພຣະເຈົ້າ, ບໍ່ໄດ້ຊົງດຳເນີນຕາມອິດສະຣາເອນເລີຍ.

2 Chronicles 17:5

ສິ່ງອັນໃດທີ່ພະໄທຂອງເຢໂຮຊາຟັດຕັ້ງຢູ່?​

ພະໄທຂອງພະອົງເຂັ້ມແຂງຂື້ນໃນເສັ້ນທາງຂອງພຣະຢາເວ.​

2 Chronicles 17:7

ປື້ມຫົວໃດທີ່ພວກເຈົ້ານາຍ ແລະ ຄົນເລວີ ແລະ ປະໂລຫິດໃຊ້ສອນຢູ່ໃນຢູດາ?

ພວກເຂົາໄດ້ສັ່ງສອນໃນຢູດາ, ມີຫນັງສືພຣະບັນຍັດຂອງພຣະຢາເວໄປກັບເຂົາດ້ວຍ.

2 Chronicles 17:10

ບັນດາຣາຊະອາຈັກແຫ່ງແຜ່ນດິນທີ່ຢູ່ຮອບຢູດາບໍ່ໄດ້ເຮັດຫຍັງ ເພາະວ່າຄວາມຢ້ານກົວຕໍ່ພຣະຢາເວທີ່ມາເຖີງພວກເຂົາ?

ຄວາມຢ້ານກົວອັນຕໍ່ພຣະຢາເວໄດ້ມາເຖີງພວກເຂົາທີ່ຢູ່ຮອບຢູດາ, ສະນັ້ນພວກເຂົາບໍ່ໄດ້ເຮັດສົງຄາມກັບເຢໂຕຊາຟັດ.

2 Chronicles 17:12

ສອງສິ່ງທີ່ເຢໂຮຊາຟັດໄດ້ສ້າງໃນຢູດາມີຫຍັງແດ່?

ເຢໂຮຊາຟັດຊົງສ້າງປ້ອມ ແລະ ຫົວເມືອງຄັງຫລວງໄວ້ໃນຢູດາ.

2 Chronicles 17:14

ອາມາສີຢາລູກຊາຍຂອງຊິກຣີອາສາໄດ້ສະຫມັກເຮັດຫຍັງ?

ອາມາສີຢາອາສາສະຫມັກ ເພື່ອການບົວລະບັດພຣະຢາເວ.

ເອລີອາດາຈາກເບັນຢາມິນເປັນຜູ້ຊາຍແນວໃດ?

ເອລີອາດາ ເປັນຜູ້ຊາຍທີ່ເຂັ້ມແຂງເຕັມດ້ວຍຄວາມກ້າຫານ.

2 Chronicles 18

2 Chronicles 18:1

ເຢໂຮຊາຟັດເຮັດໃຫ້ພະອົງເປັນທອງແຜ່ນດຽວກັບອາຮາບໄດ້ແນວໃດ?

ເຢໂຮຊາຟັດເຮັດໃຫ້ພະອົງເອງເປັນທອງແຜ່ນດຽວກັນກັບອາຮາບໂດຍການໃຫ້ຜູ້ຫນຶ່ງໃນຄອບຄົວຂອງພະອົງແຕ່ງງານກັບລູກສາວຂອງພະອົງ.

2 Chronicles 18:4

ເຢໂຮຊາຟັດໄດ້ບອກກະສັດອິດສະຣາເອນຫຍັງແດ່ ໃຫ້ເຮັດເພື່ອຊອກຫາຄຳຕອບ?

ເຢໂຮຊາຟັດກ່າວກັບກະສັດອິດສະຣາເອນ, “ຂໍສອບຖາມເບິ່ງພຣະຄັມຈາກພຣະຢາເວມື້ນີ້ກ່ອນ.”

2 Chronicles 18:6

ເປັນຫຍັງກະສັດອິດສະຣາເອນຈຶ່ງກຽດຊັງມີຄາຢາ ລູກຊາຍຂອງອິມລາ?

ກະສັດແຫ່ງອິດສະຣາເອນຊົງກຽດຊັງມີຄາຢາເພາະວ່າລາວບໍ່ເຄີຍທຳ ນວາຍຄວາມດີກ່ຽວກະສັດ, ແຕ່ບອກແຕ່ຄວາມຮ້າຍສະເຫມີ.

2 Chronicles 18:9

ຜູ້ທຳນວາຍພວກໃດທຳນວາຍວ່າໄດ້ມອບເມືອງຣາໂມດກິເລອາດໄວ້ໃນພະຫັດຂອງກະສັດ?

ຜູ້ທຳນວາຍທັງປວງກໍທຳນວາຍວ່າ ພຣະຢາເວຊົງມອບເມືອງຣາໂມດກິເລອາດໄວ້ໃນພະຫັດຂອງກະສັດ.

2 Chronicles 18:12

ຜູ້ສົ່ງຂ່າວໄດ້ກ່າວຫຍັງຕໍ່ມີຄາຢາສຳລັບຖ້ອຍຄຳທີ່ຄວນກ່າວຕໍ່ກະສັດ?

ຜູ້ສົ່ງຂ່າວໄດ້ກ່າວກັບມີຄາຢາວ່າຖ້ອຍຄຳຂອງບັນດາຜູ້ທຳນວາຍກໍເວົ້າສິ່ງທີ່ດີແກ່ກະສັດເປັນສຽງດຽວກັນ.

2 Chronicles 18:15

ມີຄາຢາໄດ້ປຽບທຽບກັບຊາວອິດສະຣາເອນແນວໃດ ເມື່ອລາວເຫັນພວກເຂົາກະແຈກກະຈາຍຢູ່ເທິງພູເຂົາ?

ມີຄາຢາທູນວ່າຂ້າພະອົງໄດ້ເຫັນຊາວອິດສະຣາເອນທັງປວງກະຈັດກະຈາຍຢູ່ເທິງພູເຂົາ, ເປັນເຫມືອນແກະທີ່ບໍ່ມີຜູ້ລ້ຽງ.

2 Chronicles 18:17

ເມື່ອໃດທີ່ມີຄາຢາໄດ້ເຫັນບັນລັງຂອງພຣະຢາເວ ທີ່ອ້ອມຮອບໄປດ້ວຍບໍລິວານແຫ່ງຟ້າສະຫວັນ?

ມີຄາຢາໄດ້ເຫັນພຣະຢາເວປະທັບເທິ່ງພຣະທີ່ນັ່ງຂອງພຣະອົງ, ແລະ ບັນດາບໍລິວານແຫ່ງຟ້າສະຫວັນຢືນຢູ່ຂ້າງຂວາພຣະຫັດ ແລະ ຂ້າງຊ້າຍ.

2 Chronicles 18:19

ພຣະຢາເວໄດ້ຖາມຫຍັງທີ່ຈະເກີດຂື້ນເມື່ອອາຮາບຂຶ້ນໄປເມືອງຣາໂມດກິເລອາດາ?

ພຣະຢາເວໄດ້ຖາມຜູ້ໃດຈະຫລອກລວງອາຮາບກະສັດແຫ່ງອິດສະຣາເອນ, ເພື່ອພວກເຂົາຈະຂຶ້ນໄປ ແລະ ລົ້ມລົງທີ່ຣາໂມດກິເລອາດ.

2 Chronicles 18:20

ຕໍ່ຜູ້ໃດທີ່ວິນຍານຈະກາຍເປັນວິນຍານຂີ້ຕົວະ?

ວິນຍານໄດ້ກ່າວວ່າລາວຈະອອກໄປ ແລະ ຈະເປັນວິນຍານຂີ້ຕົວະຢູ່ໃນປາກຂອງຜູ້ທຳນວາຍຂອງອາຮາບ.

2 Chronicles 18:22

ມີຄາຢາໄດ້ເວົ້າຫຍັງວ່າພຣະຢາເວໄດ້ອອກຄຳສັ່ງໃຫ້ກະສັດອິດສະຣາເອນ?

ມີຄາຢາໄດ້ກ່າວວ່າພຣະຢາເວຊົງລັ່ນພຣະຄັມເວົ້າເປັນຄວາມຮ້າຍກ່ຽວກັບພະອົງ.

2 Chronicles 18:23

ບໍ່ມີ

ບໍ່ມີ

2 Chronicles 18:25

ມີຄາຢາຈະຢູ່ໃສ ຈົນກວ່າກະສັດແຫ່ງອິດສະຣາເອນຈະກັບມາໂດຍສະຫວັດດີພາບ?

ກະສັດກ່າວວ່າຈົງເອົາມີຄາຢາໄປຂັງຄຸກຈົນກວ່າລາວຈະກັບມາໂດຍສະຫວັດດີພາບ.

ຖ້າກະສັດກັບມາໂດຍສະຫວັດດີພາບ, ຄຳເວົ້າຂອງມີຄາຢາມີຄວາມ ຫມາຍຫຍັງແດ່?

ມີຄາຢາກ່າວວ່າຖ້າກະສັດກັບມາໂດຍສະຫວັດດີພາບ, , ພຣະຢາເວກໍບໍ່ໄດ້ກ່າວໂດຍຂ້າພະອົງ.

2 Chronicles 18:28

ແມ່ນໃຜທີ່ກະສັດຊີເຣຍກ່າວກັບບັນດາຜູ້ບັນຊາໃຫ້ໂຈມຕີ?

ກະສັດແຫ່ງຊິເຣຍຊົງກ່າວກັບບັນດາຜູ້ບັນຊາການລົດຮົບຂອງພະອົງວ່າ, ຢ່າຮົບກັບທະຫານ, ແຕ່ຈົ່ງໂຈມຕີສະເພາະກະສັດແຫ່ງອິດສະຣາເອນ.

2 Chronicles 18:31

ຜູ້ບັນຊາການໄດ້ເຮັດຫຍັງແດ່ເມື່ອພວກເຂົາຮູວ່າເຢໂຮຊາຟັດບໍ່ແມ່ນກະສັດແຫ່ງອິດສະຣາເອນ?

ເມື່ອຜູ້ບັນຊາການລົດຮົບເຫັນວ່າລາວບໍ່ແມ່ນກະສັດຂອງອິດສະຣາເອນ, ພວກເຂົາກໍຫັນລົດກັບຈາກການໄລ່ຕາມພະອົງ.

2 Chronicles 18:33

ເວລາໃດຂອງມື້ນັ້ນທີ່ອາຮາບສິ້ນພະຊົນ?

ປະມານເວລາຕາເວັນຕົກ, ອາຮາບກໍສິ້ນພະຊົນ.

2 Chronicles 19

2 Chronicles 19:1

ສິ່ງດີອັນໃດທີ່ໄດ້ພົບເຫັນໃນພະໄທຂອງເຢໂຮຊາຟັດ?

ຍັງໄດ້ພົບຄວາມດີໃນເຢໂຮຊາຟັດ, ຊຶ່ງລາວໄດ້ຕັ້ງພະໄທສະແຫວງຫາພຣະເຈົ້າ.

2 Chronicles 19:4

ເຢໂຮຊາຟັດຊົງຕັ້ງຜູ້ປົກຄອງຢູ່ໃສ?

ເຢໂຮຊາຟັດຊົງຕັ້ງຜູ້ປົກຄອງໃນແຜ່ນດິນນັ້ນ ໃນຫົວເມືອງທີ່ມີປ້ອມທັງຫມົດຂອງຢູດາ.

2 Chronicles 19:6

ບ່ອນໃດທີ່ໂຮຊາຟັດເວົ້າວ່າ ພຣະຢາເວເປັນຜູ້ປົກຄອງໄດ້ຜ່ານການພິພາກສາ?

ພຣະອົງຊົງກ່າວກັບຜູ້ປົກຄອງວ່າພຣະຢາເວຊົງສະຖິດກັບທ່ານໃນການພິພາກສາຢ່າງທ່ຽງທຳ.

2 Chronicles 19:8

ພະໄທຢ່າງໃດທີ່ເຢໂຮຊາຟັດໄດ້ກ່າວຕໍ່ຜູ້ປົກຄອງໃນເຢຣູຊາເລັມ ຄວນມີເພື່ອຢໍຳເກັງພຣະເຈົ້າ?

ເຢໂຮຊາຟັດໄດ້ຊົງສັ່ງພວກເຂົາວ່າຈົ່ງກະທຳການນີ້ດ້ວຍຄວາມຢຳເກງພຣະຢາເວ, ດ້ວຍຄວາມສັດຊື່, ແລະ ດ້ວຍສຸດໃຈຂອງທ່ານ.

2 Chronicles 19:10

ຈະມີຫຍັງເກີດຂື້ນກັບພວກເຂົາຖ້າຫາກຄົນທັງຫລາຍເຮັດບາບຕໍ່ພຣະຢາເວ?

ຄົນທັງຫລາຍໄດ້ຖືກບອກວ່າຢ່າເຮັດບາບຕໍ່ພຣະຢາເວ, ເພາະວ່າພຣະພິໂຣດຈຶ່ງຈະບໍ່ມາເຫນືອພວກເຂົາ.

2 Chronicles 19:11

ຜູ້ໃດແດ່ທີ່ເຢໂຮຊາຟັດໄດ້ທູນຂໍພຣະຢາເວຊົງສະຖິດນຳ?

ເຢໂຮຊາຟັດຂໍກັບພຣະຢາເວຊົງສະຖິດຢູ່ກັບຜູ້ທ່ຽງທັມ.

2 Chronicles 20

2 Chronicles 20:1

ດ້ວຍເຫດຜົນຫຍັງທີ່ຊາວໂມອາບ, ຊາວອຳໂມນ ແລະ ຊາວເມໂອນຈຶ່ງມາໂຈມຕີໂຮຊາຟັດ?

ພວກເຂົາໄດ້ຂື້ນມາເຮັດສົງຄາມກັບເຢໂຮຊາຟັດ.

2 Chronicles 20:3

ຄົນຢູດາທີ່ສະແຫວງຫາພຣະຢາເວນັ້ນມາຈາກໃສ?

ຄົນທັງຫລາຍໄດ້ພາກັນມາຈາກຫົວເມືອງທັງຫມົດແຫ່ງຢູດາ ເພື່ອສະແຫວງຫາພຣະຢາເວ.

2 Chronicles 20:5

ເຢໂຮຊາຟັດໄດ້ຢືນຢູ່ໃສໃນບ່ອນຊຸມນຸມຂອງຄົນທັງຫລາຍ?

ເຢໂຮຊາຟັດໄດ້ຢືນຢູ່ທີພຣະວິຫານຂອງພຣະຢາເວ, ຕໍ່ຫນ້າເດີ່ນໃຫມ່.

2 Chronicles 20:8

ສັນຍາໃດຂອງພຣະຢາເວທີ່ເຢໂຮຊາຟັດໄດ້ເວົ້າຊໍ້າ ເມື່ອຜູ້ຄົນຮ້ອງທູນຕໍ່ພຣະອົງໃນຄວາມທຸກໃຈຂອງພວກເຂົາ?

ເຢໂຮຊາຟັດກ່າວວ່າເມື່ອຄົນຮ້ອງທູນຕໍ່ພຣະຢາເວໃນຄວາມທຸກໃຈຂອງພວກເຂົາ, ພຣະອົງຈະຊົງຟັງ ແລະ ຊ່ວຍໃຫ້ລອດພົ້ນ.

2 Chronicles 20:10

ແມ່ນຫຍັງທີ່ພຣະຢາເວບໍ່ຊົງຍອມໃຫ້ຄົນອິດສະຣາເອນເຮັດຕໍ່ກັບຄົນອຳໂມນ, ໂມອາບ ແລະ ພູເຂົາເສອີ ເມື່ອພວກເຂົາອອກມາຈາກເອຢິບ?

ພຣະຢາເວບໍ່ຊົງຍອມໃຫ້ອິດສະຣາເອນບຸກລຸກພວກເຂົາ ຕອນທີ່ພວກເຂົາອອກມາຈາກແຜ່ນດິນເອຢິບ.

2 Chronicles 20:12

ມີສ່ວນໃດຂອງປະຊາຊົນຢູດາທີ່ຢືນຢູ່ຕໍ່ຫນ້າພຣະຢາເວ?

ຄົນທັງປວງຂອງຢູດາໄດ້ຢືນຢູ່ຕໍ່ຫນ້າພຣະຢາເວ, ພ້ອມກັບເມຍ, ແລະ ລູກຫລານຂອງພວກເຂົາ.

2 Chronicles 20:14

ເປັນຫຍັງພຣະຢາເວບອກວ່າຢ່າຢ້ານກົວ ຫລື ທໍ້ຖອຍໃຈຕໍ່ກອງທັບຫມູ່ໃຫຍ່ທີ່ຢູ່ຕໍ່ຫນ້າພວກເຂົາ?

ພຣະຢາເວກ່າວກັບທ່ານທັງຫລາຍວ່າຢ່າຢ້ານເລີຍ ຫລື ຢ່າທໍ້ຖອຍດ້ວຍຄົນຫມູ່ໃຫຍ່ນີ້, ເພາະວ່າເສິກສົງຄາມນັ້ນບໍ່ແມ່ນຂອງທ່ານ, ແຕ່ເປັນຂອງພຣະເຈົ້າ.

2 Chronicles 20:16

ພຣະຢາເວໄດ້ກ່າວຫຍັງວ່າປະຊາຊົນຈະເຫັນເມື່ອພວກເຂົາຢືນຢູ່ໃນຈຸດຂອງພວກເຂົາ?

ພຣະຢາເວກ່າວຕໍ່ພວກເຂົາວ່າຢືນມິດຢູ່,​ແລະ ເບີ່ງໄຊຊະນະຂອງພຣະຢາເວເພື່ອທ່ານ.​

2 Chronicles 20:18

ຢູດາ ແລະ ຄົນທັງປວງແຫ່ງເຢຣູຊາເຮັດຫຍັງແດ່ ເພື່ອນະມັດສະການພຣະອົງ?

ຢູດາທັງປວງກັບຊາວເຢຣູຊາເລັມໄດ້ຂາບລົງຕໍ່ພຣະພັກພຣະຢາເວ, ນະມັດສະການພຣະອົງ.

2 Chronicles 20:20

ໃນຂະນະທີ່ພວກເຂົາຍ່າງອອກໄປ, ເປັນຫຍັງເຢໂຮຊາຟັດຈຶ່ງກ່າວໃຫ້ຖວາຍໂມທະນາແດ່ພຣະຢາເວ?

ໃນຂະນະທີ່ພວກເຂົາຍ່າງອອກໄປຕໍ່ຫນ້າສັດຕູ, ເຢໂຮຊາຟັດໄດ້ກ່າວຕໍ່ພວກເຂົາວ່າ, “ຈົ່ງຖວາຍໂມທະນາແດ່ພຣະຢາເວ, ເພາະຄວາມເມດຕາຂອງພຣະອົງດຳຣົງຢູ່ເປັນນິດ.”

2 Chronicles 20:22

ພຣະຢາເວໄດ້ເຮັດຫຍັງເມື່ອຄົນຢູດາເລີ່ມຮ້ອງເພັງ ແລະ ສັນຣະເສີນ?

ເມື່ອພວກເຂົາຕັ້ງຕົ້ນຮ້ອງເພງ ແລະ ສັນຣະເສີນ, ພຣະຢາເວຊົງຈັດກອງຊຸ້ມຄອຍຖ້າຕໍ່ສູ້ກັບສັດຕູຂອງພວກເຂົາ.

2 Chronicles 20:24

ຢູດາໄດ້ເຫັນຫຍັງເມື່ອພວກເຂົາເບີ່ງຊື່ໄປທີ່ກອງທະຫານຂອງສັດຕູ?

ເມື່ອພວກເຂົາເບີ່ງຊື່ໄປທີ່ສັດຕູ, ເບິ່ງແມ, ມີສົບນອນຢູ່ເທິ່ງພື້ນດິນ.

2 Chronicles 20:25

ໃຊ້ເວລາດົນປານໃດທີ່ປະຊາຊົນເກັບເອົາເຄື່ອງທີ່ຍຶດມາໄດ້ຈາກສັດຕູ?

ໃຊ້ເວລາໃນສາມມື້ເພື່ອເພື່ອເກັບສິ່ງທີ່ຍຶດໄດ້, ເພາະວ່າມັນມີຫລາຍເຫລືອເກີນ.

2 Chronicles 20:27

ເປັນຫຍັງເຢໂຮຊາຟັດ ແລະ ຄົນຂອງລາວກັບມາເຢຣູຊາເລັມດ້ວຍຄວາມຊື່ນຊົມຍິນດີ?​

ພວກເຂົາໄດ້ກັບໄປຍັງເຢຣູຊາເລັມດ້ວຍຊື່ນຊົມຍິນດີ ເພາະພຣະຢາເວໄດ້ຊົງກະທຳໃຫ້ພວກເຂົາຊື່ນຊົມຍິນດີເຢາະເຍີ້ຍສັດຕູ.

2 Chronicles 20:29

ພຣະເຈົ້າໄດ້ປະທານຫຍັງໃຫ້ກັບເຢໂຮຊາຟັດຊຶ່ງເຮັດໃຫ້ດິນແດນຂອງພະອົງມີຄວາມສະຫງົບ?​

ດິນແດນຂອງເຢໂຮຊາຟັດຈຶ່ງສະຫງົບງຽບ, ເພາະວ່າພຣະເຈົ້າຂອງພະອົງຊົງປຣະທານໃຫ້ພະອົງມີຄວາມສະຫງົບຢູ່ຮອບດ້ານ.

2 Chronicles 20:31

ເຢໂຮຊາຟັດໄດ້ເຮັດອັນໃດໃນສາຍພຣະເນດຂອງພຣະຢາເວ?

ເຢໂຮຊາຟັດໄດ້ກະທຳສິ່ງທີ່ຊອບໃນສາຍພຣະເນດຂອງພຣະຢາເວ.

2 Chronicles 20:34

ບໍ່ມີ

ບໍ່ມີ

2 Chronicles 20:35

ແມ່ນຫຍັງທີ່ຜູ້ທຳນວາຍຕໍ່ຕ້ານເຢໂຮຊາຟັດ, ເພາະວ່າລາວໄດ້ຜູກພັນຕົນເອງກັບອາຮາຊີຢາ?

ເພາະວ່າເຢໂຮຊາຟັດໄດ້ຊົງຮ່ວມກັບອາຮາຊີຢາ,​ພຣະຢາເວຈຶ່ງຊົງທຳລາຍສິ່ງທີ່ພະອົງເຮັດ.

2 Chronicles 21

2 Chronicles 21:1

ເປັນຫຍັງເຢໂຮຟັດຈຶ່ງຊົງປະທານຣາຊະອານາຈັກແກ່ເຢໂຮອາມ?

ເຢໂຮຟັດປະທານຣາຊະອານາຈັກແກ່ເຢໂຮຣາມ, ເພາະວ່າເພິ່ນເປັນລູກຊາຍຫົວປີ.

2 Chronicles 21:4

ເຢໂຮຣາມໄດ້ເຮັດຫຍັງ ແກ່ພວກນ້ອງຊາຍຂອງພະອົງພາຍ ຫລັງທີ່ພະອົງໄດ້ສະຖາປະນາຕົນເອງເປັນກະສັດ?

ເມື່ອເຢໂຮຣາມໄດ້ສະຖາປະນາຕົນເອງເປັນກະສັດ, ພະອົງຊົງປະຫານນ້ອງຊາຍຂອງພະອົງຈົນຫມົດດ້ວຍດາບ.

2 Chronicles 21:6

ເປັນຫຍັງພຣະຢາເວຈຶ່ງບໍ່ຊົງທຳລາຍວິຫານຂອງດາວິດ?

ພຣະຢາເວບໍ່ຊົງທຳລາຍວິຫານຂອງດາວິດ ເພາະເຫດຄຳຫມັ້ນສັນຍາຊຶ່ງພຣະອົງຊົງກະທຳໄວ້ກັບດາວິດ.

2 Chronicles 21:8

ເປັນຫຍັງລິບນາໄດ້ກະບົດອອກຈາກການປົກຄອງຂອງຢູດາ?

ພວກເຂົາໄດ້ກະບົດອອກຈາກການປົກຄອງຂອງຢູດາ, ເພາະວ່າໂຢໂຮຣາມໄດ້ຊົງປະຖິ້ມພຣະຢາເວ.

2 Chronicles 21:11

ເຢໂຮຣາມໄດ້ສ້າງຫຍັງໃນພູເຂົາຂອງຢູດາ?

ເຢໂຮຣາມໄດ້ຊົງສ້າງປູຊະນີຍະສະຖານສູງໃນພູເຂົາຂອງຢູດາ.

2 Chronicles 21:12

ເອລີຢາໄດ້ທຳນວາຍວ່າຈະມີອັນໃດເກີດຂື້ນຕໍ່ກັບລຳໃສ້ຂອງເຢໂຮຣາມໃນການເຈັບປ່ວຍຂອງພະອົງ?

ເຢໂຮຣາມຈະມີຄວາມເຈັບປ່ວຍສາຫັດດ້ວຍພະຍາດລຳໄສ້ຮ້າຍແຮງຈົນກວ່າລຳໄສ້ຂອງເຈົ້າຈະອອກມາ ເພາະເຫດພະຍາດນັ້ນນັບມື້ນັບຮ້າຍແຮງ.

2 Chronicles 21:16

ສິ່ງທີຄົນຟີລິດສະຕິນ ແລະ ຄົນອາຫລັບໄດ້ຂົນໄປຈາກພະວິຫານຂອງກະສັດມີຫຍັງແດ່?

ພວກເຂົາໄດ້ຂົນສິ່ງຂອງທັງຫມົດ ທີ່ມີໃນຣາຊະສຳນັກຂອງກະສັດ.

2 Chronicles 21:18

ສິ່ງໃດທີ່ປະຊາຊົນຂອງພະອົງບໍ່ໄດ້ເຮັດໃຫ້ກັບເຢໂຮຣາມ ຄືກັນກັບທີ່ພວກເຂົາໄດ້ເຮັດຕໍ່ບັນພະບຸຣຸດຂອງພວກເຂົາ?

ປະຊາຊົນຂອງພະອົງບໍ່ໄດ້ກໍ່ແປວໄຟຖວາຍກຽດແດ່ພະອົງຄືກັບທີ່ໄດ້ກໍ່ແປວໄຟໃຫ້ກັບບັນພະບຸຣຸດຂອງພະອົງ.

2 Chronicles 22

2 Chronicles 22:1

ອາຮາຊີຢາໄດ້ຊົງດຳເນີນຕາມທາງໃດເນື່ອງດ້ວຍຄຳແນະນຳຂອງພະມານດາຂອງພະອົງ?

ອາຮາຊີຢາຊົງດຳເນີນໃນທາງທັງຫລາຍແຫ່ງຣາຊະວົງຂອງອາຮາບດ້ວຍເພາະວ່າພະມານດາຂອງພະອົງເປັນທີ່ປຶກສາໃນການເຮັດຄວາມຊົ່ວຮ້າຍຂອງພະອົງ.

2 Chronicles 22:4

ອາຮາຊີຢາໄດ້ຊົງເຮັດສິ່ງໃດ ໃນສາຍພຣະເນດຂອງພຣະຢາເວ, ຄືກັບຣາຊະວົງຂອງອາຮາບໄດ້ເຮັດ?

ອາຮາຊີຢາຊົງເຮັດສິ່ງທີ່ຊົ່ວຮ້າຍໃນສາຍພຣະເນດຂອງພຣະຢາເວ,​ ຄືກັບຣາຊະວົງຂອງອາຮາບໄດ້ເຮັດ.

2 Chronicles 22:6

ເປັນຫຍັງອາຮຊີຢາໄດ້ໄປເຝົ້າໂຢຣາມ, ລູກຊາຍຂອງອາຮາບ?

ອາຊາຣີຢາສະເດັດລົງໄປເຝົ້າເຢໂຮຣາມເພື່ອພົບພະອົງເພາະວ່າໂຢຣາມມີບາດແຜ.

2 Chronicles 22:7

ພຣະເຈົ້າໄດ້ຊົງນຳສິ່ງໃດມາເຖີງອາຮາຊີຢາໂດຍທີ່ພຣະອົງສະເດັດລົງໄປຢ້ຽມໂຢຣາມ?

ພຣະເຈົ້າຊົງກຳນົດໄວ້ແລ້ວວ່າ ຄວາມຫລົ້ມຈົມຂອງອາຮາຊີຢາຈະມາໂດຍທີ່ພະອົງສະເດັດລົງໄປຢ້ຽມ ໂຢຣາມ.

2 Chronicles 22:9

ແມ່ນຫຍັງທີ່ເຢຮູໄດ້ກ່າວຕໍ່ພໍ່ຂອງອາຮາຊີຢາ?

ເຢຮູໄດ້ກ່າວວ່າອາຮາຊີຢາເປັນລູກຊາຍຂອງເຢໂຮຊາຟັດ,​ ຜູ້ສະແຫວງຫາພຣະຢາເວດ້ວຍສິ້ນສຸດພະໄທຂອງພະອົງ.

2 Chronicles 22:10

ແມ່ຂອງອາຮາຊີຍາໄດ້ເຮັດຫຍັງເມື່ອລາວເຫັນວ່າພະອົງສິ້ນພະຊົນແລ້ວ?

ເມື່ອພະນາງເຫັນວ່າລູກຊາຍຂອງພະນາງສິ້ນພະຊົນແລ້ວ, ພະນາງກໍລຸກຂື້ນທຳລາຍເຊື້ອພະວົງແຫ່ງຣາຊະວົງຂອງຢູດາຈົນຫມົດ.

ໂຢອາດໄດ້ເຊື່ອງຕົວເປັນເວລາດົນປານໃດ ໃນພຣະວິຫານຂອງພຣະເຈົ້າເມື່ອອາທາລີຢາໄດ້ເປັນຜູ້ປົກຄອງ?

ໂຢອາດໄດ້ເຊື່ອງຕົວຢູ່ໃນພຣະວິຫານຂອງພຣະເຈົ້າຢູ່ຫົກປີ ເມື່ອພະນາງອາທາລີຢາໄດ້ປົກຄອງແຜ່ນດິນ.

2 Chronicles 23

2 Chronicles 23:1

ແມ່ນຫຍັງເຮັດໃຫ້ເຢໂຮຢາດາກ້າເວົ້າກັບ ພວກຜູ້ນຳວ່າລູກຊາຍຂອງກະສັດຈະປົກຄອງ?

ເຢໂຮຢາດາກ່າວແກ່ລູກຊາຍຂອງກະສັດຈະປົກຄອງ, ຕາມທີ່ພຣະຢາເວກ່າວກ່ຽວກັບບັນດາເຊື້ອສາຍຂອງດາວິດ.

2 Chronicles 23:4

ວຽກອັນໃດທີ່ຖືກມອບຫມາຍໃຫ້ພວກປະໂລຫິດ ແລະ ພວກເລວີຮັບໃຊ້ໃນວັນຊະບາໂຕ?

ທ່ານທັງຫລາຍຊຶ່ງມາບົວລະບັດໃນວັນສະບາໂຕ ໃຫ້ເປັນຜູ້ເຝົ້າປະຕູ.

2 Chronicles 23:6

ເມື່ອໃດທີ່ຄົນເລວີໄດ້ຖືກບບຶກໃຫ້ຢູ່ກັບກະສັດ?

ພວກເຂົາໄດ້ບອກໃຫ້ຈົ່ງຢູ່ກັບກະສັດ ເມື່ອພະອົງສະເດັດເຂົ້າມາ ແລະ ເມື່ອພະອົງສະເດັດອອກໄປ.

2 Chronicles 23:8

ຄົນເລວີ ແລະ ຄົນຢູດາທັງຫມົດ ປະຕິບັດຕາມຄຳສັ່ງຂອງເຢໂຢດາຢ່າງໃດ?

ພວກເຂົາໄດ້ເຮັດທຸກສິ່ງທີ່ປະໂລຫິດເຢໂຮຢາດາໄດ້ບັນຊາໄວ້.

2 Chronicles 23:10

ພວກເຂົາໄດ້ເຮັດຫຍັງໃຫ້ແກ່ລູກຊາຍຂອງກະສັດ ເມື່ອພວກເຂົາສຸບມົງກຸດໃຫ້ພະອົງ?

ພວກເຂົານຳລູກຊາຍຂອງກະສັດອອກມາ,​ ແລະ ສຸບມົງກຸດໃຫ້ພະອົງມອບພະໂອວາວໃຫ້ແກ່ພະອົງ.​

2 Chronicles 23:12

ມີສຽງດັງອັນໃດເຮັດໃຫ້ອາທາລີຢາສະເດັດອອກມາຫາປະຊາຊົນໃນພຣະວິຫານຂອງພຣະຢາເວ?

ເມື່ອພະນາງໄດ້ຍິນສຽງປະຊາຊົນແລ່ນ ແລະ ສັນລະເສີນກະສັດ, ພະນາງກໍສະເດັດເຂົ້າໄປຫາປະຊາຊົນໃນພຣະວິຫານຂອງພຣະຢາເວ.

ພະນາງອາທາລີຢາໄດ້ຊົງກະທຳຫຍັງໃນຂະນະທີ່ຮ້ອງວ່າ “ກະບົດ! ກະບົດ!”?

ພະນາງອາທາລີຢາກໍຈີກເສື້ອຜ້າຂອງພະນາງ ແລະ ຊົງຮ້ອງວ່າ,​“ກະບົດ! ກະບົດ!”

2 Chronicles 23:14

ເຢໂຮຢາດາໄດ້ສັ່ງວ່າແນວໃດຕໍ່ກັບຜູ້ທີ່ຕາມພະນາງອາທາລີຢາ?

ເຢໂຮຢາດາສັ່ງວ່າຈົ່ງຄຸມຕົວທຸກຄົນທີ່ຕາມພະນາງໄປກໍໃຫ້ປະຫານຊີວິດເສຍດ້ວຍດາບ.

2 Chronicles 23:16

ຄຳຫມັ້ນສັນຍາອັນໃດທີ່ເຢໂຮຢາດາໄດ້ເຮັດໄວ້ລະຫວ່າງພະອົງເອງ, ປະຊາຊົນ,​ ແລະ ກະສັດ?

ເຢໂຮຢາດາໄດ້ເຮັດຄຳຫມັ້ນສັນຍາລະຫວ່າງເພີ່ນເອງ, ກັບປະຊາຊົນທັງປວງ, ແລະ ກະສັດວ່າ, ພວກເຂົາທັງຫລາຍຈະເປັນປະຊາຊົນຂອງພຣະຢາເວ.

2 Chronicles 23:18

ຜູ້ໃດທີ່ເຢໂຮຢາດາບໍ່ອານຸຍາດໃຫ້ເຂົ້າໄປໃນພຣະວິຫານຂອງພຣະຢາເວໂດຍການຕັ້ງຜູ້ເຝົ້າປະຕູຮົ້ວໄວ້?

ເຢໂຮຢາດາໄດ້ຕັ້ງຜູ້ເຝົ້າປະຕູໄວ້ທີ່ປະຕູຮົ້ວພຣະວິຫານຂອງພຣະຢາເວ, ເພື່ອບໍ່ໃຫ້ຜູ້ມີມົນທິນດ້ວຍປະການຫນຶ່ງປະການໃດເຂົ້າໄປ.

2 Chronicles 23:20

ເຢໂຮຢາດາ ແລະ ປະຊາຊົນໄດ້ເຊີນກະສັດໄປໃສ ພາຍຫລັງທີ່ໄປທາງປະຕູເທິງ?

ປະຊາຊົນໄປທາງປະຕູເທິງ ໄປສູ່ພະຣາຊະສຳນັກ ແລະ ໄດ້ເຊີນກະສັດປະທັບເທິງພະຣາຊະບັນລັງແຫ່ງຣາຊະອານາຈັກຣາຊະອານາຈັກ.

2 Chronicles 24

2 Chronicles 24:1

ໂຍອາດໄດ້ກະທຳໃນສິ່ງທີ່ຊອບໃນສາຍຕາຂອງພຣະຢາເວດົນປານໃດ?

ໂຢອາດຊົງກະທຳສິ່ງທີ່ຊອບໃນສາຍພຣະເນດຂອງພຣະຢາ ເວຕະຫລອດຊົ່ວອາຍຸຂອງປະໂລຫິດເຢໂຮຢາດາ.

2 Chronicles 24:4

ໂຢອາດໄດ້ສົ່ງປະໂລຫິດ ແລະ ຄົນເລວີໄປເກັບເງິນຈາກຄົນອິດສະຣາເອນເພື່ອເຮັດຫຍັງ?

ໂຢອາດໄດ້ສົ່ງພວກເຂົາໄປເກັບເງິນຈາກອິດສະຣາເອນທັງປວງເພື່ອສ້ອມແປງພຣະວິຫານຂອງພຣະເຈົ້າ.

2 Chronicles 24:6

ບັນດາລູກຊາຍຂອງອາທາລີຢາໄດ້ເອົາຫຍັງອອກຈາກພຣະວິຫານຂອງພຣະຢາເວ ແລະ ມອບໃຫ້ພະບາອານ?

ພວກເຂົາໄດ້ເອົາສິ່ງຂອງທີ່ມອບຖວາຍທັງຫມົດຂອງພຣະວິຫານຂອງພຣະຢາເວ ມອບໃຫ້ແກ່ພະບາອານ.

2 Chronicles 24:8

ຫີບທີ່ກະສັດຊົງບັນຊາໃຫ້ວາງໄວ້ຢູ່ໃສ?

ກະສັດຈຶ່ງຊົງບັນຊາ, ແລະ ພວກເຂົາໃຫ້ເຮັດຫີບຫນ່ວຍຫນຶ່ງວາງໄວ້ນອກປະຕູພຣະວິຫານຂອງພຣະຢາເວ.

ມີຄົນພາກສ່ວນໃດແດ່ທີ່ປິຕິຍິນດີ ແລະ ນຳຄ່າເສຍສ່ວຍຂອງພວກເຂົາມາປ່ອນລົງໃນຫີບ?

ບັນດາເຈົ້ານາຍທັງຫມົດ ແລະ ປະຊາຊົນທັງປວງກໍປິຕິຍິນດີ ແລະ ນຳຄ່າເສຍສ່ວຍຂອງພວກເຂົາທັງຫລາຍມາປ່ອນລົງໃນຫີບຈົນຄົບ.

2 Chronicles 24:11

ດັ່ງທີ່ພວກເຂົາໄດ້ມາຖອກຫີບອອກທຸກມື້ພວກເຂົາເກັບໄດ້ຫຍັງແດ່?

ພວກເຂົາເຂົ້າມາຖອກຫີບອອກທຸກມື້, ແລະ ເກັບເງິນໄດ້ເປັນຈຳນວນຫລາຍ.

2 Chronicles 24:13

ຄົນຮັບຈ້າງເຮັດວຽກໄດ້ເຮັດຫຍັງແດ່ ເພື່ອສ້ອມແປງພຣະວິຫານຂອງພຣະເຈົ້າ?

ພວກເຂົາໄດ້ສ້ອມແປງພຣະວິຫານຂອງພຣະເຈົ້າ ຕາມຂະຫນາດເດີມ ແລະ ເສີມໃຫ້ແຂງແຮງຂຶ້ນ.

2 Chronicles 24:15

ເປັນຫຍັງເຢໂຮຢາດາໄດ້ຖືກຝັງໄວ້ໃນທ່າງກາງບັນດາກະສັດໃນນະຄອນຂອງເດວິດ?

ພວກເຂົາກໍຝັງສົບເພິ່ນໄວ້ໃນນະຄອນຂອງດາວິດທ່າມກາງບັນດາກະສັດ, ເພາະເພິ່ນໄດ້ກະທຳການດີໃນອິດສະຣາເອນ, ຕໍ່ພຣະເຈົ້າ, ແລະ ພຣະວິຫານຂອງພຣະອົງ.

2 Chronicles 24:17

ຄົນເຫລົ່ານັ້ນໄດ້ເຮັດຫຍັງ ເມື່ອພຣະຢາເວໄດ້ສົ່ງຜູ້ທຳນວາຍໄປເປັນພະຍານຕໍ່ພວກເຂົາ?

ພຣະຢາເວຊົງໃຊ້ຜູ້ທຳນວາຍເປັນພະຍານຕໍ່ສູ້ພວກເຂົາ, ແຕ່ພວກເຂົາກໍບໍ່ຍອມຫງ່ຽງຫູຟັງ.

2 Chronicles 24:20

ເປັນຫຍັງເຊຄາຣີຢາໄດ້ກ່າວຕໍ່ຄົນທັງຫລາຍວ່າພຣະຢາເວໄດ້ຊົງປະຖິ້ມພວກເຂົາ?

ເຊຄາຣີຢາໄດ້ກ່າວຕໍ່ຄົນທັງຫລາຍວ່າ ເພາະທ່ານທັງຫລາຍໄດ້ປະຖິ້ມພຣະຢາເວ, ພຣະຢາເວຈຶ່ງປະຖິ້ມທ່ານ.

ມີອັນໃດທີ່ກະສັດໂຢອາດບໍ່ໄດ້ຊົງລະນຶກເຖີງຄວາມກະຣຸນາທີ່ບິດາຂອງຊາຄາຣີຢາໄດ້ສະແດງຕໍ່ພະອົງ?

ດັ່ງນີ້ແຫລະ, ກະສັດ, ໂຢອາດຈຶ່ງບໍ່ໄດ້ຊົງລະນຶກເຖິງຄວາມກະຣຸນາທີ່ເຢໂຮຢາດາ, ບິດາຂອງເຊຄາຣີຢາ, ໄດ້ສະແດງຕໍ່ພະອົງ. ແຕ່ໄດ້ຊົງປະຫານລູກຊາຍຂອງເພິ່ນເສຍ.

2 Chronicles 24:23

ແມ່ນຫຍັງທີ່ພຣະຢາເວໄດ້ມອບໃຫ້ກອງທັບຄົນຊີເຣຍທີ່ມາແຕ່ຫນ້ອຍຄົນເພາະວ່າຢູດາໄດ້ປະຖິ້ມພຣະອົງ?

ກອງທັບຄົນຊີເຣຍມາແຕ່ຫນ້ອຍຄົນ, ພຣະຢາເວຊົງມອບກອງທັບໃຫຍ່ໄວ້ໃນມືຂອງພວກເຂົາ, ເພາະຢູດາໄດ້ປະຖິ້ມພຣະຢາເວ.

2 Chronicles 24:25

ເປັນຫຍັງຂ້າຣາຊະການຂອງໂຢອາດຄິດຮ້າຍຕໍ່ພະອົງ?

ຂ້າຣາຊະການຂອງໂຢອາດກໍຄິດຮ້າຍຕໍ່ພະອົງ ເພາະການປະຫານຂອງລູກຊາຍເຢໂຮຢາດາ, ປະໂລຫິດ.

2 Chronicles 24:27

ບໍ່ມີ

ບໍ່ມີ

2 Chronicles 25

2 Chronicles 25:1

ອາມາຊີຢາໄດ້ຈັກປີເມື່ອເລີ່ມປົກຄອງ ແລະ ຊົງປົກຄອງໄດ້ດົນປານໃດ?

ອາມາຊີຢາມີອາຍຸໄດ້ຊາວຫ້າປີ ເມື່ອພະອົງຊົງປົກຄອງ ແລະ ປົກຄອງໄດ້ຊາວເກົ້າປີ.

ສະພາບພະໄທຂອງອາເມຊີຢາເປັນແນວໃດ?

ພະໄທຂອງເອເມຊີຢາບໍ່ແມ່ນພະໄທທີ່ແທ້ຈິງໃນສານພຣະເນດຂອງພຣະຢາເວ.

2 Chronicles 25:3

ເປັນຫຍັງອາເມຊີຢາບໍ່ໄດ້ຊົງປະຫານລູກຫລານຂອງຂ້າຣາຊະການຜູ້ຊຶ່ງສັງຫານບິດາຂອງພະອົງ, ຜູ້ເປັນກະສັດ?

ອາເມຊີຢາບໍ່ໄດ້ຊົງປະຫານຊີວິດລູກຫລານຂອງຂ້າຣາຊະການຜູ້ຊຶ່ງປະຫານບິດາຂອງພະອົງ ເພາະວ່າພຣະບັນຍັດຂອງໂມເຊໄດ້ກ່າວວ່າລູກຫລານຈະບໍ່ຕາຍເພື່ອບິດາ,​ ແຕ່ໃຫ້ທຸກຄົນຮັບໂທດເຖີງຕາຍເນື່ອງດ້ວຍບາບຂອງຄົນນັ້ນເອງ.

2 Chronicles 25:5

ອາມາຊິຍາເຮັດແນວໃດເພື່ອເພີ່ມຜູ້ຊາຍທີ່ຖືກເລືອກຈຳນວນ 300,000 ຄົນຈາກຢູດາ ແລະ ເບັນຢາມິນທີ່ໄດ້ຢູ່ພາຍໃຕ້ບັນດາບັນພະບຸລຣຸດຂອງພວກເຂົາ?

ອາມາຊີຢາຊົງຈ້າງທະຫານທີ່ເກັ່ງກ້າຈາກອິດສະຣາເອນຫນຶ່ງແສນຄົນເພີ່ມໃສ່ສາມແສນຄົນຈາກຢູດາ.

2 Chronicles 25:7

ເປັນຫຍັງຄົນຂອງພຣະເຈົ້າທູກກະສັດວ່າຂໍຢ່າໃຫ້ກອງທັບຂອງອິດສະຣາເອນໄປກັບພະອົງ?

ຄົນຂອງພຣະເຈົ້າທູນກະສັດວ່າຂໍຢ່າໃຫ້ກອງທັບອິດສະຣາເອນໄປກັບພະອົງ, ​ເພາະພຣະຢາເວບໍ່ໄດ້ຊົງສະຖິດຢູ່ນຳອິດສະຣາເອນ.​

ສິ່ງທີ່ຄົນຂອງພຣະເຈົ້າກ່າວວ່າຈະເກີດຂື້ນມີຫຍັງແດ່ ເຖີງແມ່ນວ່າອາມາຊີຢາເຂັ້ມແຂງພໍທີ່ຈະເຂົ້າສົງຄາມ?

ຄົນຂອງພຣະເຈົ້າທູນວ່າພຣະເຈົ້າຈະຊົງແກວ່ງພະອົງລົງຕໍ່ຫນ້າສັດຕູ.

2 Chronicles 25:9

ຄົນຂອງພຣະເຈົ້າໄດ້ຕອບອາມາຊີຢາວ່າ ແນວໃດກ່ຽວກັບເລື່ອງເງິນຫນຶ່ງຮ້ອຍຕະລັນຕົນຊຶ່ງເຮົາໄດ້ໃຫ້ແກ່ກອງທັບອິດສະຣາເອນ?

ຄົນຂອງພຣະເຈົ້າກ່າວກັບອາມາຊີຢາວ່າ ພຣະຢາເວຊົງສາມາດທີ່ຈະປຣະທານແກ່ພະອົງຫລາຍກວ່ານີ້ອີກຫລາຍເທົ່າ.

ເປັນຫຍັງກອງທັບຈາກເອຟຣາອິມຈຶ່ງໂກດຮ້າຍຕໍ່ຢູດາ?

ພວກເຂົາຈຶ່ງຮ້າຍຢູດາຫລາຍ ເພາະວ່າອາມາຊີຢາໄດ້ປົດປ່ອຍກອງທັບ ແລະ ໃຫ້ເຂົາກັບເຮືອນພວກເຂົາ.

2 Chronicles 25:11

ມີຫຍັງເກີດຂື້ນກັບທະຫານຫນຶ່ງຫມື່ນຄົນ ເມື່ອອາມາຊີຢາໄດ້ຊົງນຳພວກເຂົາອອກໄປຍັງພູເຂົາເກືອ?

ອາມາຊີຢາຊົງນຳທະຫານຂອງພະອົງອອກໄປຍັງພູເຂົາເກືອ ແລະ ທີ່ນັ້ນພະອົງໄດ້ໂຈມຕີຊະນະຄົນເສອີຫນຶ່ງຫມື່ນຄົນ.

ກອງທັບຢູດາໄດ້ເຮັດຫຍັງກັບກອງທັບອີກຫມື່ນຄົນຂອງເສອີ ທີ່ໄດ້ຈັບເປັນ?

ກອງທັບຂອງຢູດາໄດ້ໂຍນພວກເຂົາມາຈາກຍອດຫນ້າຜາ.

2 Chronicles 25:13

ກອງທັບຂອງອິດສະຣາເອນໄດ້ເຮັດຫຍັງຕໍ່ຫົວເມືອງຂອງຢູດາ ຕັ້ງແຕ່ຊາມາເຣຍ ເຖີງເບັດໂຮໂຣນ?

ກອງທັບຂອງອິດສະຣາເອນໄດ້ໂຈມຕີຫົວເມືອງ, ຂ້າປະຊາຊົນສາມພັນຄົນ ແລະ ຢຶດສິ່ງຂອງໄປເປັນຈຳນວນຫລາຍ.

2 Chronicles 25:14

ແມ່ນຫຍັງທີ່ອາມາຊີຢາໄດ້ກະທຳຕໍ່ກັບຮູບເຄົາຣົບທີ່ໄດ້ນຳກັບມາຈາກຄົນຂອງເສອີ?

ອາມາຊີຢາຊົງນຳຮູບເຄົາລົບຕັ້ງໄວ້ເປັນພະຂອງພະອົງ, ກາບນະມັດສະການ, ແລະ ຊົງເຜົາເຄື່ອງຫອມຖວາຍແກ່ພະເຫລົ່ານັ້ນ.

ຜູ້ທຳນວາຍທີ່ພຣະເຢໄດ້ສົ່ງໄປໄດ້ຖາມອາມາຊີຢາຫຍັງແດ່ກ່ຽວກັບຮູບເຄົາລົບຂອງພວກເສອີ?

ຜູ້ທຳນວາຍໄດ້ຖາມອາມາຊີຢາເປັນຫຍັງຈຶ່ງສະແຫວງຫາພະຂອງຊົນຊາດຫນຶ່ງ ຊຶ່ງບໍ່ສາມາດຊ່ວຍຊົນຊາດຂອງຕົນເອງໃຫ້ພົ້ນຈາກມືຂອງອາມາຊີຢາ.

2 Chronicles 25:16

ຜູ້ທຳນວາຍໄດ້ກ່າວອັນໃດ ແມ່ນເຫດຜົນທີ່ພຣະເຈົ້າຕັດສິນໃຈທີຊົງທຳລາຍອາມາຊິຍາ?

ເຫດຜົນຊຶ່ງພຣະເຈົ້າໄດ້ທຳລາຍອາມາຊີຢາ ແມ່ນເພາະອາມາຊີຢາຊົງກະທຳເຊັ່ນນີ້ ແລະ ບໍ່ໄດ້ຊົງຟັງຄຳປຶກສາຂອງຜູ້ທຳນວາຍ.

2 Chronicles 25:17

ມີຂໍ້ຄວາມຫຍັງຊຶ່ງອາມາຊີຢາໄດ້ສົ່ງໃຫ້ເຢໂຮອາຮາດ, ກະສັດຂອງອິດສະຣາເອນ?

ອາມາຊີຢາໄດ້ສົ່ງຄຳປຶກສາຖາມເຢໂຮອາຮາດຊົງໃຊ້ໃຫ້ໄປຫາ ແລະ ປະເຊີນຫນ້າກັນຕໍ່ຫນ້າກັບອາມາຊີຢາໃນສົງຄາມ.

2 Chronicles 25:18

ເປັນຫຍັງຜູ້ສົ່ງຂ່າວຂອງກະສັດໂຢອາດບອກກັບນາງອາມາຊິຍາວ່າລາວຄວນຈະພັກຢູ່ເຮືອນ?

ຜູ້ສົ່ງຂ່າວຂອງເຢໂຮອາດໄດ້ກ່າວກັບອາມາຊີຢາວ່າຈົ່ງຢູ່ກັບເຮືອນເຖີດເພາະວ່າທັງທ່ານ ອາມາຊີຢາ ແລະ ຢູດາ ຈະລົ້ມລົງ.

2 Chronicles 25:20

ເປັນຫຍັງພຣະເຈົ້າຊົງມອບຄົນຂອງຢູດາໄວ້ໃນມືຂອງສັດຕູຂອງພວກເຂົາ?

ພຣະເຈົ້າຈະຊົງມອບພວກເຂົາທັງຫລາຍໄວ້ໃນມືຂອງສັດຕູ, ເພາະພວກເຂົາໄດ້ຊອກຫາຄຳປຶກສາຈາກພະແຫ່ງເອໂດມ.

ຜົນຮັບແມ່ນຫຍັງເມື່ອເຢໂຮອາດ, ກະສັດແຫ່ງອິດສະຣາເອນ,​ແລະ ອາມາຊີອາ,​ ກະສັດແຫ່ງຢູດາ,​ໄດ້ປະເຊີນກັນຫນ້າຕໍ່ຫນ້າທີ່ເບັດເຊເມັດ?

ຜົນຮັບແມ່ນຢູດາກໍພ່າຍແພ້ອິດສະຣາເອນ ແລະ ທຸກຄົນກໍຫນີກັບໄປເຕັນຂອງຕົນ.

2 Chronicles 25:23

ບ່ອນໃດທີ່ເຢໂຮອາດໄດ້ສະເດັດໄປພາຍຫລັງທີ່ພະອົງທຳລາຍກຳແພງເມືອງເຢຣູຊາເລັມ ແລະ ເອົາເຄື່ອງໃຊ້ທຸກຢ່າງທີ່ມີຄ່າຈາກພຣະວິຫານ ແລະ ຄັງຂອງສຳນັກພະຣາຊະວັງ, ພ້ອມກັບຄົນປະກັນ?

ເຢໂຮອາດໄດ້ກັບໄປຍັງຊາມາເຣຍ ພາຍຫລັງທີ່ໄດ້ຊົງທຳລາຍກຳແພງເຢຣູຊາເລັມ ແລະ ເອົາເຄື່ອງໃຊ້ທຸກຢ່າງທີ່ມີຄ່າ ແລະ ຄົນປະກັນດ້ວຍ.

2 Chronicles 25:25

ອາມາຊີຢາ, ກະສັດແຫ່ງຢູດາຊົງພະຊົນຢູ່ອີກຈັກປີຫລັງຈາກການສະຫວັນນະຄົດຂອງເຢໂຮອາດ, ກະສັດແຫ່ງອິດສະຣາເອນ?

ອາເມຊີຢາຊົງພະຊົນຢູ່ເປັນເວລາສິບຫ້າປີຫລັງຈາກການສະຫວັນນະຄົດຂອງໂຢອາດ.

ພະຣາຊະກິດອື່ນທີ່ບັນທຶກກ່ຽວກັບອາມາຊີຢາໄດ້ບັນທຶກໄວ້ໃນຫນັງສືໃດ?

ສ່ວນພະຣາຊະກິດອື່ນນັ້ນຂອງອາມາຊີຢາໄດ້ບັນທຶກໄວ້ໃນຫນັງສືຂອງກະສັດແຫ່ງຢູດາ ແລະ ອິດສະຣາເອນ.

2 Chronicles 25:27

ມີອັນໃດເກີດຂື້ນຕໍ່ອາມາຊີຢາຫລັງຈາກທີ່ພະອົງໄດ້ຫັນໄປຈາກການຕິດຕາມພຣະຢາເວ?

ຫລັງຈາກອາມາຊີຢາຊົງຫັນໄປຈາກການຕິດຕາມພຣະຢາເວ, ພວກເຂົາທັງຫລາຍກໍຄິດກະບົດ.

ອາມາຊີຢາໄດ້ຖືກຝັງໄວ້ຢູ່ໃສຫລັງຈາກທີ່ພະອົງໄດ້ຖືກປະຫານຢູ່ທີ່ລາກິດ?

ອາມາຊີຢາໄດ້ຖືກຝັງໄວ້ກັບບັນພະບຸຣຸດຂອງພະອົງໃນເມືອງແຫ່ງຢູດາ.

2 Chronicles 26

2 Chronicles 26:1

ຜູ້ໃດເປັນຜູ້ແຕ່ງຕັ້ງອຸດຊີຢາ ແລະ ເຮັດໃຫ້ພະອົງເປັນກະສັດແທນອາມາຊີຢາບິດາຂອງພະອົງ?

ປະຊາຊົນທັງຫມົດແຫ່ງຢູດາຈຶ່ງຕັ້ງອຸດຊີຢາ, ແລະ ໃຫ້ເປັນກະສັດແທນອາມາຊີຢາບິດາຂອງພະອົງ.

ອຸດຊີຢາໄດ້ເຮັດຫຍັງຕໍ່ເມືອງເອລັດ ຫລັງຈາກທີ່ພະອົງໄດ້ເປັນກະສັດ?

ອຸດຊີຢາຊົງສ້າງເມືອງເອລັດ ແລະ ໃຫ້ກັບຄືນແກ່ຢູດາ.

2 Chronicles 26:4

ອຸດຊີຢາໄດ້ຊົງກະທຳຕາມແບບຢ່າງຂອງບິດາຂອງພະອົງແນວໃດໃນຄວາມສຳພັນກັບພຣະຢາເວ?

ອຸດຊີຢາຊົງກະທຳສິ່ງທີ່ພໍພຣະໄທໃນສາຍພຣະເນດຂອງພຣະຢາເວ ແລະ ຊົງສະແຫວງຫາພຣະເຈົ້າ.

ຈະມີອັນໃດເກີດຂື້ນຕໍ່ກັບອຸດຊີຢາຕາບໃດທີ່ພະອົງສະແຫວງຫາພຣະຢາເວ?

ຕາມໃດທີ່ພະອົງສະແຫວງຫາພຣະຢາເວ, ພຣະເຈົ້າກໍຊົງກະທຳໃຫ້ພະອົງຈະເລີນ.

2 Chronicles 26:6

ຜົນຂອງການຊົງຊ່ວຍເຫລືອທີ່ມາຈາກພຣະເຈົ້າມີຫຍັງແດ່ ເມື່ອພະອົງໄດ້ສູ້ກັບສັດຕູຂອງພະອົງ?

ພຣະເຈົ້າຊົງຊ່ວຍອຸດຊີຢາຕໍ່ສູ້ກັບພວກສັດຕູ, ແລະ ພະນາມຂອງພະອົງກະແຜ່ອອກໄປເຖີງເຂດແດນອື່ນໆ, ແລະ ພະອົງຊົງເຂັ້ມແຂງຂື້ນຫລາຍ.

2 Chronicles 26:9

ອຸດຊີຢາໄດ້ສ້າງຫຍັງທີ່ປະຕູໃນເຢລູຊາເລັມທີ່ແຈປະຕູ ແລະ ໃນຖິ່ນແຫ້ງແລ້ງກັນດານ?

ອຸດຊີຢາໄດ້ສ້າງປ້ອມໃນເຢລູຊາເລັມທີ່ແຈປະຕູ, ແລະ ບ່ອນກຳແພງໂຄ້ງ. ພະອົງຍັງຊົງສ້າງປ້ອມໃນຖິ່ນແຫ້ງແລ້ງກັນດານ.

ເປັນຫຍັງອຸດຊີຢາໄດ້ສ້າງປ້ອມ,​ແລະ ຊົງຂຸດນ້ຳສ້າງຫລາຍແຫ່ງໃນຖິ່ນແຫ້ງແລ້ງກັນດານ?

ອຸດຊີຢາຊົງສ້າງປ້ອມ ແລະ ຊົງຂຸດນ້ຳສ້າງຫລາຍແຫ່ງໃນຖິ່ນແຫ້ງແລ້ງກັນດານ ເພາະວ່າພະອົງຊົງມີຝູງສັດໃຫຍ່ ແລະ ຊົງມີຊາວນາໃນທົ່ງນາ ແລະ ພະອົງຊົງຮັກການກະເສດຫລາຍ.

2 Chronicles 26:11

ທະຫານຂອງອຸດຊີຢາໄດ້ສົງຄາມແນວໃດ?

ທະຫານຂອງອຸດຊີຢາໄດ້ເຮັດສົງຄາມໄດ້ດ້ວຍກຳລັງຫລາຍ ເພື່ອຊ່ວຍກະສັດໃຫ້ຕໍ່ສູ້ກັບສັດຕູ.

2 Chronicles 26:14

ສິ່ງທີ່ຖືກສ້າງຂື້ນໂດຍຊ່າງປະດິດໃນເຢຣູຊາເລັມໃນຂະນະທີ່ ອຸດຊີຢາມີກອງທັບຂອງລາວມີຫຍັງແດ່?

ໃນເຢລູຊາເລັມ, ອຸດຊີຢາໄດ້ຊົງເຮັດເຄື່ອງກົນໄກໂດຍຊ່າງປະດິດ.

ຊື່ສຽງຂອງອຸດຊີຢາຊ່າລືໄປໄກປານໃດ, ເມື່ອພະອົງຊົງໄດ້ຮັບຄວາມຊ່ວຍເຫລືອຢ່າງອັດສະຈັນຈົນຈາກພຣະຢາເວ, ຈົນພະອົງເຂັ້ມແຂງ?

ພະນາມຂອງພະອົງກໍຊ່າລືໄປຍັງບັນດາແຜ່ນດິນໄກ

2 Chronicles 26:16

ອຸດຊີຢາໄດ້ລະເມີດແນວໃດຕໍ່ພຣະຢາເວ, ພຣະເຈົ້າຂອງພະອົງ, ເມື່ອພະອົງຊົງແຂງແຮງ?

ອຸດຊີຢາລະເມີດຕໍ່ພຣະຢາເວ ເມື່ອພະອົງໄດ້ເຂົ້າໄປໃນພຣະວິຫານຂອງພຣະຢາເວເພື່ອເຜົາເຄື່ອງຫອມເທິ່ງແທ່ນບູຊາ.

ເປັນຫຍັງອາຊາລີຍາ ແລະ ພວກປະໂລຫິດແປດສິບຄົນຈຶ່ງເຂົ້າໄປໃນເມືອງອືເຊຍ, ແລະເປັນຫຍັງອາຊາຣິຍາຈຶ່ງເວົ້າວ່າອູເຊໄດ້ຜິດ ເມື່ອລາວເຜົາເຄື່ອງທູບຢູ່ໃນພຣະວິຫານ?

ພວກປະໂລຫິດໄດ້ກ່າວກັບອຸດຊີຢາວ່າ ເປັນຫນ້າທີ່ຂອງປະໂລຫິດ, ລູກຫລາຍຂອງອາໂຣນ, ຜູ້ຊຶງຊຳຣະໄວ້ໃຫ້ບໍລິສຸດເພື່ອເຜົາເຄື່ອງຫອມ, ອຸດຊີຢາໄດ້ຊົງລ່ວງເກີນເມືອງພະອົງໄດ້ເຜົາເຄື່ອງຫອມຖວາຍແດ່ພຣະຢາເວ.

2 Chronicles 26:19

ມີຫຍັງເກີດຂື້ນຕໍ່ອຸດຊີຢາເມື່ອພະອົງມີກະຖາງໄຟໃນພະຫັດຂອງພະອົງ, ແລະເມື່ອພະອົງຊົງຮ້າຍຕໍ່ພວກປະໂລຫິດ?

ເມື່ອອຸດຊີຢາມີກະຖາງໄຟຢູ່, ແລະ ເມື່ອພະອົງຊົງຮ້າຍຕໍ່ພວກປະໂລຫິດ, ພະຍາດຂີ້ທູດກໍເກີດຂື້ນມາທີ່ຫນ້າຜາກຂອງພະອົງ.

ເປັນຫຍັງພະຍາດຂີ້ທູດຈຶ່ງເປັນທີ່ຫນ້າຜາກຂອງອຸດຊີຢາ?

ພະຍາດຂີ້ທູດໄດ້ເປັນທີ່ຫນ້າຜາກຂອງອຸດຊີຢາເພາະວ່າພຣະຢາເວຊົງລົງໂທດພະອົງ.

2 Chronicles 26:21

ເປັນຫຍັງອຸດຊີຢາຈຶ່ງຊົງປະທັບຕ່າງຫາກຈົນມື້ສິ້ນພະຊົນ?

ອຸດຊີຢາໄດ້ຊົງປະທັບໃນວັງຕ່າງຫາກ ເພາະວ່າພະອົງຊົງເປັນພະຍາດຂີ້ທູດ ແລະ ພະອົງຊົງຖືກຕັດອອກຈາກພຣະວິຫານຂອງພຣະຢາເວ.

2 Chronicles 26:22

ແມ່ນໃຜເປັນກະສັດຫລັງຈາກທີ່ອຸດຊີຢາສິ້ນພະຊົນ ແລະ ໄດ້ຖືກຝັງພະສົບໄວ້ກັບບັນພະບຸຣຸດຂອງພະອົງ?

ໂຢທາມ, ລູກຊາຍຂອງອຸດຊີຢາກໍຂື້ນປົກຄອງແທນ.

2 Chronicles 27

2 Chronicles 27:1

ໂຢທາມມີອາຍຸຈັກປີ ເມື່ອພະອົງເປັນກະສັດແຫ່ງຢູດາ ແລະ ພະອົງປົກຄອງອີກດົນປານ?

ໂຢທາມມີອາຍຸຊາວຫ້າປີເມື່ອພະອົງເປັນກະສັດ ແລະ ປົກຄອງໃນເຢຣູຊາເລັມເປັນເວລາສິບຫົກປີ.

ປະຊາຊົນແຫ່ງຢູດາມີການກະທຳແນວໃດ ເຖີງແມ່ນວ່າໂຢທາມໄດ້ກະທຳສິ່ງທີ່ພໍພຣະໄທໃນສາຍພຣະເນດຂອງພຣະຢາເວ?

ປະຊາຊົນແຫ່ງຢູດາຍັງປະຕິບັດໃນທາງເສຍຫາຍ, ເຖີງແມ່ນວ່າໂຢທາມໄດ້ຊົງກະທຳສິ່ງທີ່ພໍພຣະໄທໃນສາຍພຣະເນດຂອງພຣະຢາເວ.

2 Chronicles 27:3

ໂຢທາມໄດ້ຊົງສ້າງອັນໃດໃນເຢຣູຊາເລັມ?

ໂຢທາມໄດ້ສ້າງປະຕູເທິ່ງພຣະວິຫານຂອງພຣະຢາເວ, ແລະ ພະອົງໄດ້ຊົງສ້າງຫລາຍບ່ອນທີ່ກຳແພງຕາແສງໂອເຟນ.

ໂຢທາມໄດ້ສ້າງຫຍັງໃນແຖບພູເຂົາ ແລະ ປ່າໄມ້ຂອງຢູດາ?

ໂຢທາມໄດ້ຊົງສ້າງຫົວເມືອງ, ຫໍຄອຍ ແລະ ສ້າງປ້ອມຕາມປ່າໄມ້.

2 Chronicles 27:5

ເປັນຫຍັງຄົນອຳໂມນໄດ້ຖວາຍເງິນ, ເຂົ້າສາລີ, ແລະ ເຂົ້າບາເລ?

ຄົນອຳໂມນໄດ້ຊົງຖວາຍເງິນແກ່ພະອົງ, ເຂົ້າສາລີ ເພາວ່າພະອົງສູ້ຮົບກັບພວກເຂົາ ແລະ ຊົງຊະນະພວກເຂົາ.

2 Chronicles 27:6

ເປັນຫຍັງໂຢທາມຈຶ່ງມີກຳລັງຫລາຍຂື້ນ?

ໂຢທາມຈຶ່ງຊົງກຳລັງຫລາຍຂື້ນເພາວ່າພະອົງດຳເນີນຢ່າງຫມັ້ນຄົງຕໍ່ພຣະຢາເວພຣະເຈົ້າຂອງພະອົງ.

2 Chronicles 27:8

ໂຢທາມໄດ້ຖືກຝັງຢູ່ໃສເມື່ອພະອົງສິ້ນພະຊົນ?

ໂຢທາມໄດ້ຖືກຝັງພະສົບໃນນະຄອນດາວິດ.

ຜູ້ໃດເປັນກະສັດແຫ່ງຢູດາຫລັງຈາກທີ່ໂຢທາມສິ້ນພະຊົນ?

ອາຮາດ, ລູຸກຊາຍຂອງໂຢທາມ, ຂື້ນປົກຄອງແທນ.

2 Chronicles 28

2 Chronicles 28:1

ອາຮາດບໍ່ໄດ້ເຮັດຫຍັງດັ່ງທີ່ດາວິດບັນພະບຸຣຸດຂອງພະອົງໄດ້ຊົງກະທຳ?

ອາຮາດບໍ່ໄດ້ຊົງກະທຳສິ່ງທີ່ພໍພຣະໄທໃນສາຍພຣະເນດຂອງພຣະຢາເວ, ດັ່ງທີ່ດາວິດບັນພະບຸຣຸດຂອງພະອົງໄດ້ຊົງກະທຳ.

ອາຮາດໄດ້ເຮັດຫຍັງໃນຂະນະທີ່ລາວດຳເນີນຕາມທາງຂອງກະສັດຂອງອິດສະຣາເອນ?

ອາຮາດໄດ້ຊົງສ້າງຮູບເຄົາຣົບສຳລັບບັນດາພະບາອານ.

2 Chronicles 28:3

ອາຮາດໄດ້ກະທຳອັນໃດຕໍ່ລູກຂອງພະອົງນອກເຫນືອຈາກການສ້າງພະບາອານ, ຖວາຍເຄື່ອງຫອມ, ແລະ ເຮັດຕາມການອັນຫນ້າກຽດຊັງຂອງບັນດາປະຊາຊາດຊຶ່ງພຣະຢາເວຊົງຂັບໄລ່ອອກໄປເສຍໃຫ້ພົ້ນຫນ້າປະຊາຊົນອິດສະຣາເອນ?

ອາຮາດໄດ້ຊົງເຜົາບັນດາລູກຊາຍຂອງພະອົງໃນໄຟທີ່ເຜົາເຄື່ອງຫອມບູຊາ.

2 Chronicles 28:5

ສາເຫດຫຍັງຂອງການພ່າຍແພ້ຂອງອາຮາດ ຊຶ່ງຊົງຖືກມອບໄວ້ໃນພະຫັດຂອງກະສັດແຫ່ງຊີເຣຍ ແລະ ພະຫັດຂອງກະສັດແຫ່ງອິດສະຣາເອນ?

ອາຮາດໄດ້ພ່າຍແພ້ຄົນຊີເຣຍ ແລະ ກະສັດຂອງອິດສະຣາເອນ ເພາະວ່າພະອົງ ແລະ ປະຊາຊົນຂອງພະອົງໄດ້ປະຖິ້ມພຣະຢາເວ, ພຣະເຈົ້າແຫ່ງບັນພະບຸຣຸດຂອງຕົນ.

2 Chronicles 28:7

ແມ່ນຫຍັງທີ່ກອງທັບອິດສະຣາເອນໄດ້ນຳມາຍັງຊາມາເຣຍ?

ທະຫານອິດສະຣາເອນໄດ້ຈັບຍາດພີ່ນ້ອງຂອງຕົນເປັນຊະເລີຍ, ແລະ ພວກເຂົາຍຶດສິ່ງຂອງເປັນຈຳນວນຫລາຍຊຶ່ງພວກເຂົານຳມາຍັງຊາມາເຣຍ.

2 Chronicles 28:9

ແມ່ນໃຜທີ່ອອກໄປເພື່ອພົບກັບກອງທັບທີ່ມາຍັງຊາມາເຣຍ?

ໂອເດັດ, ຜູ້ທຳນວາຍຂອງພຣະຢາເວ, ໄດ້ອອກໄປພົບກອງທັບ.

ຂໍ້ກ່າວຫາທີ່ໂອເດັດນຳມາສູ່ກອງທັບແມ່ນຫຍັງ?

ໂອເດັດໄດ້ກ່າວຫາກອງທັບວ່າ ໄດ້ສັງຫານຄົນຢູດາດ້ວຍຄວາມຮ້າຍຊຶ່ງຂື້ນໄປເຖີງຟ້າສະຫວັນ.

ແມ່ນຫຍັງທີ່ໂອເດັດໄດ້ກ່າວກັບກອງທັບອິດສະຣາເອນໃຫ້ກະທຳກັບຊະເລີຍທີ່ພວກເຂົາໄດ້ຈັບຈາກເຢຣູຊາເລັມ?

ໂອເດັດໄດ້ກ່າວກັບກອງທັບວ່າຂໍສົ່ງຊະເລີຍກັບໄປ, ເພາະວ່າພຣະພິໂຣດອັນແຮງກ້າຂອງພຣະຢາເວ ຢູ່ເຫນືອທ່ານຫັງຫລາຍ.

2 Chronicles 28:12

ຫົວຫນ້າຂອງຄົນເອຟຣາອິມໄດ້ກ່າວຫຍັງເຊິ່ງເປັນເຫດຜົນທີ່ພວກເຂົາບໍ່ຄວນນຳຊະເລີຍໄປຊາມາເຣຍ?

ຫົວຫນ້າໄດ້ກ່າວກັບເຂົາວ່າເພາະເຈົ້າມຸ້ງຫມາຍທີ່ຈະນຳໂທດບາບມາເຫນືອເຮົາຕໍ່ພຣະຢາເວ ແລະ ເຮັດໃຫ້ພຣະພິໂຣດອັນແຮງກ້າຕໍ່ອິດສະຣາເອນ.

2 Chronicles 28:14

ບັນດາເຈົ້ານາຍໄດ້ເຮັດຫຍັງຕໍ່ຊະເລີຍ ເມື່ອກອງທັບໄດ້ຖິ້ມຊະເລີຍຕໍ່ ຫນ້າພວກເຂົາ?

ບັນດາເຈົ້ານາຍໄດ້ເອົາເສື້ອຜ້າມາໃຫ້ແກ່ພວກເຂົາ, ເອົາເກີບໃຫ້ພວກເຂົາໃສ່, ຈັດອາຫານໃຫ້ພວກເຂົາກິນ ແລະ ດື່ມ,​ ທາບາດແຜໃຫ້ພວກເຂົາ,​ ນຳຄົນທີ່ອ່ອນເພຍຂື້ນລາ, ແລະ ນຳພວກເຂົາກັບໄປຫາຍາດພີ່ນ້ອງຂອງພວກເຂົາທີ່ເມືອງເຢຣີໂກ.

2 Chronicles 28:16

ແມ່ນຫຍັງທີ່ເຮັດໃຫ້ກະສັດອາຮາບຊົງໃຊ້ຜູ້ສົ່ງຂ່າວໄປຫາກະສັດອັດຊີເຣຍເພື່ອຂໍຄວາມຊ່ວຍເຫລືອ?

ມັນມີຄວາມຈຳເປັນເພາະອາຮາບໄດ້ຂໍກະສັດອັດຊີເຣຍຊົງຊ່ວຍ ເພາະວ່າຄົນເອໂດມໄດ້ບຸກລຸກເຂົ້າໂຈມຕີຢູດາ ແລະ ຟີລິດສະຕິນໄດ້ຢຶດເມືອງໃນພູເຂົາ ແລະ ທີ່ພາກໃຕ້ຂອງຢູດາ.

2 Chronicles 28:19

ອາຮາດໄດ້ເຮັດຫຍັງຊຶ່ງເປັນສາເຫດເຮັດໃຫ້ພຣະຢາເວໄດ້ຊົງກະທຳໃຫ້ຢູດາອ່ອນແອລົງ?

ຢູດາໄດ້ຊົງອ່ອນແອລົງເພາະອາຮາດຊົງປ່ອຍໃຫ້ຫລົງອຳນາດ ແລະ ບໍ່ສັດຊື່ຕໍ່ພຣະຢາເວຢ່າງຫນັກ.

ເປັນຫຍັງອາຮາດຈຶ່ງເອົາສິ່ງຂອງອອກຈາກພຣະວິຫານຂອງພຣະຢາເວ ແລະ ຣາຊະສຳນັກຈາກກສະສັດ ແລະ ພວກເຈົ້ານາຍ?

ອາຮາດຊົງເອົາສິ່ງຂອງສ່ວນຫນຶ່ງຈາກພຣະວິຫານຂອງພຣະຢາເວ ແລະ ຈາກຣາຊະສຳນັກຈາກເຈົ້ານາຍ, ເພື່ອເປັນການຖວາຍເຄື່ອງບັນນາການແກ່ກະສັດຂອງອັດຊີເຣຍ.

2 Chronicles 28:22

ສິ່ງທີ່ນຳເອົາການທຳລາຍອາຮາດ ແລະອິດສະຣາເອນທັງປວງແມ່ນຫຍັງ?

ອາຮາດບໍ່ສັດຊື່ຕໍ່ພຣະຢາເວ ແລະ ຖວາຍສັດບູຊາແກ່ພະຂອງເມືອງດາມາເຊ.

2 Chronicles 28:24

ອາຮາດໄດ້ເຮັດຫຍັງຕໍ່ເຄື່ອງໃຊ້ຂອງພຣະວິຫານຂອງພຣະເຈົ້າ?

ອາຮາດຊົງຕັດເຄື່ອງໃຊ້ເປັນຕ່ອນ ແລະ ຊົງປິດປະຕູພຣະວິຫານຂອງພຣະຢາເວ.

ຜົນເປັນແນວໃດຈາກການທີ່ອາຮາດຊົງສ້າງແທ່ນບູຊາສຳລັບພະອົງທຸກແຈເມືອງເຢຣູຊາເລັມ,​ ແລະ ຊະນີຍະສະຖານສູງໃນຫົວເມືອງຂອງຢູດາທຸກຫົວເມືອງ ເພື່ອເຜົາເຄື່ອງຫອມຖວາຍພະອື່ນ?

ຜົນຈາກການກະທຳຂອງອາຮາດ ເຮັດໃຫ້ພຣະເຈົ້າແຫ່ງບັນພະບຸຣຸດຂອງພະອົງຊົງພຣະພິໂຣດ.

2 Chronicles 28:26

ກິດຈະກຳທັງຫມົດຂອງອາຮາດໄດ້ບັນທຶກໄວ້ຢູ່ໃສ?

ກິດຈະກຳປະຈຳວັນຂອງພະອົງທັງຫມົດ, ຕັ້ງແຕ່ຕົ້ນຈົນຈົບ, ກໍມີບັນທຶກໄວ້ໃນຫນັງສືຂອງກະສັດແຫ່ງຢູດາ ແລະ ອິດສະຣາເອນ.

ຜູ້ໃດໄດ້ກາຍເປັນກະສັດຫລັງຈາກທີ່ອາຮາດໄດ້ສິ້ນພະຊົນ ແລະ ຖືກຝັງໃນເຢລູຊາເລັມ?

ເຮເຊກີຢາ, ລູກຊາຍຂອງອາຮາດ, ໄດ້ຂື້ນປົກຄອງແທນພະອົງ.

2 Chronicles 29

2 Chronicles 29:1

ແບບຢ່າງອັນໃດທີ່ເຮເຊກີຢາໄດ້ຊົງກະທຳຕາມ ເມື່ອພະອົງໄດ້ຊົງປົກຄອງໃນເວລາທີ່ອາຍຸຊາວຫ້າປີ?

ເຮເຊກີຢາຊົງກະທຳສິ່ງທີ່ພໍພຣະໄທໃນສາຍພຣະເນດຂອງພຣະຢາເວ, ຕາມທີ່ດາວິດບັນພະບຸຣຸດຂອງພະອົງໄດ້ຊົງກະທຳທຸກປະການ.

2 Chronicles 29:3

ແມ່ນຫຍັງທີ່ເຮຊາກີຢາໄດ້ຊົງກ່າວຕໍ່ພວກປະໂລຫິດໃຫ້ເຮັດ ຫລັງຈາກທີ່ພະອົງຊົງເປີດປະຕູ ພຣະວິຫານຂອງພຣະຢາເວ ແລະ ໄດ້ຊົງສ້ອມແປງປະຕູນັ້ນ?

ເອເຊເກຍເຊໄດ້ກ່າວກັບຄົນເລວີຂໍຊົງຊຳຣະຕົວໃຫ້ບໍຣິສຸດ, ຊຳຣະພຣະວິຫານຂອງພຣະຢາເວ, ແລະ ຂົນສິ່ງເປື້ອນເປິອອກໄປຈາກສະຖານທີ່ບໍຣິສຸດ.

2 Chronicles 29:6

ແມ່ນຫຍັງທີ່ເຮຊາກີຢາໄດ້ກ່າວບັນພະບຸຣຸດຂອງພວກເຂົາໄ ດ້ຊົງກະທຳຕໍ່ສາຍພຣະເນດຂອງພຣະຢາເວ?

ເອເຊກີຢາໄດ້ຊົງກ່າວວ່າບັນພະບຸຣຸດໄດ້ກະທຳການບໍ່ສັດຊື່ ແລະ ໄດ້ເຮັດສິ່ງທີ່ຊົ່ວໃນສາຍພຣະເນດພຣະຢາເວພຣະເຈົ້າຂອງເຂົາ.

ແມ່ນຫຍັງທີ່ບັນພະບຸຣຸດຂອງພວກເຂົາບໍ່ໄດ້ກະທຳໃນພຣະວິຫານຂອງພຣະຢາເວບ່ອນທີ່ພຣະອົງຊົງສະຖິດຢູ່?

ບັນພະບຸຣຸດຂອງພວກເຂົາບໍ່ໄດ້ເຜົາເຄື່ອງຫອມ ຫລືຖວາຍເຄື່ອງເຜົາບູຊາໃນສະຖານທີ່ບໍຣິສຸດແດ່ພຣະເຈົ້າແຫ່ງອິດສະຣາເອນ.

2 Chronicles 29:8

ແມ່ນຫຍັງແມ່ນຜົນຂອງພຣະພິໂຣດຂອງພຣະຢາເວທີ່ຕົກໃສ່ຢູດາ ແລະ ອິດສະຣາເອນ?

ພຣະຢາເວຊົງເຮັດໃຫ້ຢູດາ ແລະ ເຢລູຊາເລັມເປັນທີ່ຫນ້າຢ້ານກົວ, ເປັນທີ່ເຢາະເຍີ້ຍ.

ມີອັນໃດເກີດຂື້ນຕໍ່ບິດາ, ລູກຊາຍ, ລູກສາວ ແລະ ເມຍເພາະພຣະພິໂຣດຂອງພຣະຢາເວ?

ບິດາທັງຫລາຍຂອງເຮົາໄດ້ລົ້ມລົງດ້ວຍດາບ, ແລະ ລູກຊາຍລູກສາວກັບເມຍຂອງເຮົາໄດ້ຕົກເປັນຊະເລີຍເພາະພຣະພິໂຣດຂອງພຣະຢາເວ.

2 Chronicles 29:10

ແມ່ນຫຍັງທີ່ເຮເຊກີຢາໄດ້ຂໍເພື່ອພຣະພິໂຣດຂອງພຣະເຈົ້າຈະຫັນໄປຈາກພວກເຂົາ?

ເຮເຊກີຢາມີໃຈປະສົງທີ່ຈະເຮັດຄຳຫມັ້ນສັນຍາກັບພຣະຢາເວ, ພຣະເຈົ້າແຫ່ງອິດສະຣາເອນ

2 Chronicles 29:12

ບໍ່ມີ

ບໍ່ມີ

2 Chronicles 29:15

ຄົນເລວີໄດ້ເຮັດຫຍັງຫລັງຈາກພວກເຂົາຮວບຮວມພີ່ນ້ອງຂອງຕົນ?

ຄົນເລວີ ແລະ ພວກພີ່ນ້ອງຂອງພວກເຂົາ, ໄດ້ອຸທິດພວກເຂົາຕໍ່ພຣະຢາເວ, ​ແລະ ເຂົ້າໄປຊຳຣະພຣະວິຫານຂອງພຣະຢາເວໃຫ້ບໍຣິສຸດ.

ພວກເລວີໄດ້ເຮັດຫຍັງເມື່ອເຫັນສິ່ງທີ່ເປື້ອນເປິທີ່ພົບເຫັນໃນພຣະວິຫານຂອງພຣະຢາເວອອກມາທີ່ເດີ່ນພຣະວິຫານຂອງພຣະຢາເວໃນຂະນະທີ່ຊຳຣະ?

ຄົນເລວີກໍຂົນເອົາສິ່ງຂອງນັ້ນອອກໄປຍັງຫ້ວຍນ້ຳກິດໂຣນ.

ໃຊ້ເວລາດົນປານໃດທີ່ປະໂລຫິດຊຳຣະພຣະວິຫານຂອງພຣະຢາເວ?

ບັນດາປະໂລຫິດເລີ່ມຊຳຣະໃນມື້ທຳອິດຂອງເດືອນ ແລະ ວັນທີສິບຫົກຂອງເດືອນທຳອິດກໍສຳເລັດ.

2 Chronicles 29:18

ແມ່ນຫຍັງທີ່ປະໂລຫິດໄດ້ກ່າວຕໍ່ເຮເຊກີຢາວ່າ ພວກເຂົາໄດ້ກະກຽມ ແລະ ຊຳຣະເພື່ອຊຳຣະພຣະວິຫານຂອງພຣະຢາເວທັງຫມົດ?

ນອກຈາກຊຳຣະພຣະວິຫານທັງຫມົດຂອງພຣະຢາເວ, ພວກປະໂລຫິດໄດ້ກະກຽມ ແລະ ຊຳຣະເຄື່ອງໃຊ້ທັງຫມົດທີ່ກະສັດອາຮາດເລືອກຖິິມໃຫ້ສັກສິດທຸກຢ່າງທີ່ກະສັດອາຮາດ ຖິ້ມຕອນທີ່ພະອົງບໍ່ສັດຊື່ຕໍ່ພຣະເຈົ້າໃນຣາຊະການຂອງພະອົງ.

2 Chronicles 29:20

ເຮເຊກີຢາໄດ້ບັນຊາປະໂລຫິດໃຫ້ເຮັດຫຍັງຕໍ່ກັບສັດທີ່ພວກເຂົາໄດ້ນຳມາເປັນເຄື່ອງບູຊາໄຖ່ບາບ ສຳລັບຢູດາ?

ເຮເຊກີຢາໄດ້ບັນຊາໃຫ້ປະໂລຫິດຖວາຍສັດເທິ່ງແທ່ນບູຸຊາຂອງພຣະຢາເວ.

2 Chronicles 29:22

ເປັນຫຍັງປະໂລຫິດຈຶ່ງຂ້າສັດ ແລະ ເອົາເລືອດຊິດໃສ່ແທ່ນບູຊາ?

ພວກປະໂລຫິດໄດ້ຂ້າສັດ ແລະ ເອົາເລືອດຂອງມັນຊິດໃສ່ແທ່ນບູຊາເພື່ອເຮັດການລຶບລ້າງມົນທິນໃຫ້ກັບອິດສະຣາເອນ. ເຄື່ອງເຜົາບູຊາ ແລະ ເຄື່ອງບູຊາໄຖ່ບາບສຳລັບອິດສະຣາເອນທັງປວງ.

2 Chronicles 29:25

ຈາກຜູ້ໃດທີ່ພຣະບັນຍັດນັ້ນມາເຖີງພວກເລວີ ແລະ ເຄື່ອງດົນຕີໃນພຣະວິຫານຂອງພຣະຢາເວ?

ພຣະບັນຍັດນັ້ນມາຈາກພຣະຢາເວທາງຜູ້ທຳນວາຍຂອງພຣອົງ.

2 Chronicles 29:27

ການຮ້ອງເພງ ແລະ ການຫລີ້ນດົນຕີສືບຕໍ່ຊຸມນຸມທັງຫມົດນະມັດສະການ ແລະ ເຄື່ອງເຜົາບູຊາເລີ່ມຕົ້ນໃຊ້ເວລາດົນປານໃດ?

ນັກຮ້ອງກໍຮ້ອງເພງ, ແລະ ຄົນດົນຕຣີກໍເປົ່າແກ; ເຮັດແບບນີ້ຢູ່ຈົນຖວາຍເຄື່ອງເຜົາບູຊາສຳເລັດ.

2 Chronicles 29:29

ທ່າທີຂອງຄົນເລວີ ເມື່ອເຂົາຮ້ອງສັນຣະເສີນຕໍ່ພຣະຢາເວໂດຍໃຊ້ຖ້ອຍຄຳຂອງດາວິດ ແລະ ອາສັບເປັນແນວໃດ?

ຄົນເລວີຮ້ອງເພງສັນຣະເສີນດ້ວຍຄວາມຍິນດີ ແລະ ກົ້ມຫົວລົງນະມັດສະການ.

2 Chronicles 29:31

ແມ່ນຫຍັງທີ່ຊຸມນຸມໄດ້ນຳມາໃນພຣະວິຫານຂອງພຣະຢາເວ?

ຊຸມນຸມຊົນກໍນຳເຄື່ອງສັດບູຊາ ແລະ ເຄື່ອງບູຊາໂມທະນາພຣະຄຸນ, ແລະ ທຸກຄົນທີ່ມີໃຈສະຫມັກກໍໄດ້ນຳເຄື່ອງເຜົາບູຊາມາ.

2 Chronicles 29:32

ສັດຊະນິດໃດທີ່ຊຸມນຸມຊົນໄດ້ນຳມາເພື່ອໃຊ້ເຮັດເປັນເຄື່ອງເຜົາບູຊາມອບຖວາຍ?

ຊຸມນຸມຊົນໄດ້ນຳງົວເຖີກ, ແກະ, ລູກແກະ, ງົວ,​ແລະ ລູກແກະ ເພື່ອເປັນເຄື່ອງບູຊາທີ່ມອບຖວາຍ.

2 Chronicles 29:34

ເປັນຫຍັງປະໂລຫິດຈຶ່ງຂໍຄວາມຊ່ອຍເຫລືອຈາກພວກເລວີເພື່ອຊ່ອຍຫລົກຫນັງເຄື່ອງເຜົາບູຊາ?

ປະໂລຫິດໄດ້ຂໍໃຫ້ຄົນເລວີມາຊ່ອຍພວກເຂົາຫລົກຫນັງເຄື່ອງເຜົາບູຊາເພາະວ່າປະໂລຫິດມີຫນ້ອຍເກີນໄປທີ່ຈະເຮັດວຽກຂອງພວກເຂົາ.

2 Chronicles 29:35

ເຮເຊກີຢາ ແລະ ປະຊາຊົນທັງປວງໄດ້ເຮັດຫຍັງເມື່ອວຽກບົວລະບັດໃນພຣະວິຫານຂອງພຣະຢາເວກໍຟື້ນຄືນມາອີກ?

ເຮເຊກີຢາກັບປະຊາຊົນທັງປວງກໍຊົມຊື່ນຍິນດີ.

2 Chronicles 30

2 Chronicles 30:1

ເຮເຊກີຢາໄດ້ສົ່ງຜູ້ສົ່ງຂ່າວໄປໃສ ແລະ ຜູ້ໃດທີ່ພະອົງຊົງຂຽນຫນັງສືເຖີງ?

ເຮເຊກີຢາຊົງຮັບສັ່ງໄປເຖິງອິດສະຣາເອນ ແລະ ຢູດາທັງປວງ, ແລະ ຊົງຂຽນຫນັງສືເຖິງເອຟຣາຢິມກັບມານາເຊ.

ຖ້ອຍຄຳຂອງເຮເຊກີຢາກ່າວແນວໃດຕໍ່ພວກເຂົາ?

ຖ້ອຍຄຳກ່າວວ່າພວກເຂົາທັງຫລາຍຄວນກັບມາເຢລູຊາເລັມຈະມາພຣະວິຫານຂອງພຣະຢາເວເພື່ອສະຫລອງເທດສະການປັດສະຄາ.

ຜູ້ໃດທີ່ປຶກສາກັນທີ່ຈະສະຫລອງເທດສະການປັດສະຄາໃນເດືອນທີສອງ?

ພວກເຂົາແມ່ນກະສັດ,​ ເຈົ້ານາຍຂອງພະອົງ,​ ແລະ ທັງຊຸມນຸມຊົນທັງປວງໃນເຢຣູຊາເລັມ.

ເປັນຫຍັງພວກເຂົາຈຶ່ງບໍ່ສາມາດຖືປັດສະຖາຕາມກຳນົດໄດ້?

ພວກເຂົາຈະຖືປັດສະຄາຕາມກຳນົດບໍ່ໄດ້, ເພາະວ່າພວກປະໂລຫິດຍັງບໍ່ໄດ້ຊຳຣະຕົນໃຫ້ບໍຣິສຸດພຽງພໍແກ່ຈຳນວນ, ແລະປະຊາຊົນຍັງບໍ່ໄດ້ຊຸມນຸມກັນໃນເຢຣູຊາເລັມເທື່ອ.

2 Chronicles 30:4

ແຜນງານນີ້ເປັນແນວໃດຕໍ່ກະສັດ ແລະ ຊຸມນຸມຊົນທັງປວງ?

ແຜນງານນັ້ນກໍເປັນທີ່ພໍໃຈແກ່ພວກເຂົາ.

ກະສັດ ແລະ ຊຸມນຸມຊົນໄດ້ສ້າງຕັ້ງ ແລະ ເຮັດຫຍັງ?

ພວກເຂົາຈຶ່ງລົງມະຕິດເຮັດປະກາດອອກໄປ.​

ການປະກາດໄດ້ກ່າວໄປຮອດໃສແດ່?

ການປະກາດອອກໄປທົ່ວອິດສະຣາເອນ, ຕັ້ງແຕ່ເບເອເຊບາຮອດເມືອງດານ

ການປະກາດໄດ້ກ່າວວ່າແນວໃດແດ່?

ການປະກາດກ່າວວ່າປະຊາຊົນຄວນມາຖືປັດສະຄາຖວາຍແດ່ພຣະຢາເວໃນເຢຣູຊາເລັມ.

2 Chronicles 30:6

ຄຳປະກາດນັ້ນໄປໂດຍທາງໃດ?

ການປະກາດໄດ້ໄປໂດຍຄົນຖືຫນັງສືຈາກກະສັດ ແລະ ບັນດາເຈົ້ານາຍໄປເຖີງຊົນອິດສະຣາເອນ ແລະ ຄົນຢູດາທັງປວງ.

2 Chronicles 30:7

ຄຳປະກາດໄດ້ກ່າວວ່າຈະເກີດຫຍັງຂື້ນຖ້າຄົນທັງຫລາຍຫັນຫລັງໃຫ້ກັບພຣະຢາເວ?

ພີ່ນ້ອງຂອງທ່ານ ແລະ ລູກຫລານຂອງທ່ານຈະປະສົບກັບຄວາມເມດຕາຈາກຜູ້ທີ່ຈັບພວກເຂົາໄປເປັນຊະເລີຍ, ແລະ ຈະໄດ້ກັບມາໃນແຜ່ນດິນອິດສະຣະເອນ.

2 Chronicles 30:10

ຄົນແລ່ນຫນັງສືໄປບ່ອນໃດ ແລະ ການຕອບສະໜອງຂອງປະຊາຊົນເປັນແນວໃດ?

ຄົນແລ່ນຫນັງສືຈຶ່ງໄປຕາມຫົວເມືອງຕ່າງທົ່ວແຜ່ນດິນເອຟຣາຢິມ ແລະ ມານາເຊ, ໄກໄປຈົນຮອດເຊບູລູນ, ແຕ່ຄົນທັງຫລາຍກໍຫົວເຍາະເຍີ້ຍພວກເຂົາ.

ຜູ້ໃດທີ່ຖ່ອມຕົວລົງ ແລະ ພວກເຂົາໄດ້ກະທຳອັນໃດ?

ມີແຕ່ຄົນອາເຊ ມານາເຊ ແລະ ເຊບູລູນບາງຄົນທີ່ຖ່ອມຕົວ ແລະ ມາເຢຣູຊາເລັມ

ພຣະຫັດຂອງພຣະເຈົ້າໄດ້ກະທຳອັນໃດ ແລະ ຈະມີອັນໃດເກີດຂື້ນ?

ພຣະຫັດຂອງພຣະເຈົ້າຢູ່ເຫນືອຢູດາໂດຍຊົງໃຫ້ພວກເຂົາເປັນໃຈດຽວກັນທີ່ຈະເຮັດຕາມພຣະໄທຂອງພຣະຢາເວ.

2 Chronicles 30:13

ມີຈັກຄົນທີ່ເຕົ້າໂຮມກັນຢູ່ກຸງເຢຣູຊາເລັມ ເພື່ອຖືເທດສະການກິນເຂົ້າຈີ່ບໍ່ມີເຊື້ອໃນເດືອນສອງ?

ປະຊາຊົນເປັນຈຳນວນຫລາຍມາປະຊຸມກັນໃນເຢຣູຊາເລັມ

ຊຸມນຸມທີ່ຢູ່ໃນເຢລູຊາເລັມໄດ້ເຮັດຫຍັງ?

ພວກເຂົາໄດ້ກຳຈັດແທ່ນບູຊາທີ່ຢູ່ໃນເຢຣູຊາເລັມ, ແລະ ແທ່ນສຳລັບເຜົາເຄື່ອງຫອມທັງປວງນັ້ນ, ພວກເຂົາຂົນໄປຖິ້ມເສຍໃນຫ້ວຍນ້ຳກິດໂຣນ. ພວກເຂົາທັງຫລາຍໄດ້ຂ້າແກະປັດສະຄາໃນວັນທີສິບສີ່ຂອງເດືອນທີສອງ.

ປະໂລຫິດ ແລະ ຄົນເລວີທີ່ຮູ້ສຶກລະອາຍໄດ້ເຮັດຫຍັງແດ່?

ພວກເຂົາຈຶ່ງຊຳຣະຕົວໃຫ້ບໍຣິສຸດ ແລະ ນຳເຄື່ອງເຜົາບູຊາໃນພຣະວິຫານຂອງພຣະຢາເວ.

2 Chronicles 30:16

ພວກເຂົາຢືນແນວໃດ ແລະ ປະໂລຫິດໄດ້ເຮັດຫຍັງ?

ພວກເຂົາເຂົ້າປະຈຳຕຳແຫນ່ງທີ່ເຄີຍເຮັດ, ຕາມບົດບັນຍັດຂອງໂມເຊ,ຄົນຂອງພຣະເຈົ້າ ແລະ ປະໂລຫິດກໍເອົາເລືອດທີ່ເລວີມາຊິດໃສ່.

ເປັນຫຍັງປະໂລຫິດຈຶ່ງສີດເລືອດທີ່ພວກເຂົາໄດ້ຮັບຈາກພວກເລວີ?

ເພາະວ່າມີຫລາຍຄົນໃນຊຸມນຸມຊົນນັ້ນຍັງບໍ່ໄດ້ຊຳຣະຕົນໃຫ້ບໍຣິສຸດ, ຄົນເລວີຈຶ່ງຕ້ອງຂ້າແກະປັດສະຄາແທນທຸກຄົນທີ່ມີມົນທິນ, ແລະ ປະໂລຫິດໄດ້ຮັບຈາກພວກເຂົາເພື່ອຊິດໃສ່.

2 Chronicles 30:18

ເປັນຫຍັງເຮເຊກີຢາຈຶ່ງອະທິຖານເພື່ອຄົນເອຟຣາອິມ, ມານາເຊ, ອິດຊາຄາ, ແລະ ເຊບູລູນ ແລະ ພະອົງຊົງອະທິຖານເພື່ອຫຍັງແດ່?

ຄົນເປັນຈຳນວນຫລາຍຍັງບໍ່ໄດ້ຊຳຣະຕົນ ແລະ ຍັງຮັບປະທານປັດສະຄາຊຶ່ງຜິດຕໍ່ຂໍ້ທີ່ກຳນົດໄວ້. ແຕ່ເຮເຊກີຢາໄດ້ອະທິຖານຕໍ່ພຣະຢາເວຂໍພຣະຢາເວຊົງປະໄພແກ່ທຸກຄົນທີ່ປັກໃຈສະແຫວງຫາພຣະເຈົ້າ, ເຖິງແມ່ນວ່າ ຈະບໍ່ຊຳຣະຕົວຕາມກົດຂອງຄວາມບໍຣິສຸດແຫ່ງສະຖານທີ່ບໍຣິສຸດນີ້.

ພຣະຢາເວໄດ້ກະທຳອັນໃດເພື່ອຕອບຄຳອະທິຖານ?

ພຣະຢາເວຊົງຟັງເຮເຊກີຢາ ແລະ ຊົງຮັກສາປະຊາຊົນ.

2 Chronicles 30:21

ຄົນອິດສະຣາເອນ,​ ພວກເລວີ ແລະ ປະໂລຫິດໄດ້ເຮັດຫຍັງ?

ປະຊາຊົນໄດ້ຢູ່ໃນເທດສະການເຈັດມື້ດ້ວຍຄວາມຍິນດີຫລາຍ. ຄົນເລວີກັບປະໂລຫິດໄດ້ສັນຣະເສີນພຣະຢາເວທຸກມື້ ໂດຍການຮ້ອງເພງເຮັດສຽງດັງດ້ວຍເຄື່ອງດົນຕຣີຂອງພວກເຂົາ.

ເຮເຊກີຢາໄດ້ກ່າວຢ່າງໃດຕໍ່ເລວີ ຜູ້ຊຶ່ງເຂົ້າໃຈເຖີງການບົວລະບັດພຣະຢາເວ, ແລະ ພວກເຂົາໄດ້ເຮັດຫຍັງ?

ເຮເຊກີຢາກໍໄດ້ກ່າວຫນູນໃຈພວກເຂົາ ແລະ ພວກເຂົາໄດ້ຮັບປະທານອາຫານໃນເທດສະການນັ້ນເຈັດວັນ, ຖວານສັດເປັນເຄື່ອງບູຊາເພື່ອຄວາມສາມັກຄີ, ແລະ ສາຣະພາບຄວາມຜິດບາບຕໍ່ພຣະຢາເວ.

2 Chronicles 30:23

ຊຸມນຸມທັງຫມົດໄດ້ຕົກລົງກັນເຮັດຫຍັງ ເມື່ອເຮເຊກີຢາໄດ້ຊົງປະທານງົວເຖີງຫນຶ່ງພັນໂຕ ແລະ ແກະເຈັດພັນໂຕ, ແລະ ພວກເຈົ້ານາຍໄດ້ໃຫ້ງົວເຖີງຫນຶ່ງພັນໂຕ ແລະ ແກະຫນຶ່ງຫມື່ນໂຕ ແລະ ແບ້?

ແລ້ວຊຸມນຸມຊົນທັງຫມົດກໍຕົກລົງກັນທີ່ຈະຖືເທດສະການໄປອີກເຈັດມື້, ແລະ ພວກເຂົາຈຶ່ງຖືເທດສະການດ້ວຍຄວາມຍິນດີ.

2 Chronicles 30:25

ແມ່ນໃຜເປັນຜູ້ທີ່ຍິນດີໃນການສະຫລອງ?

ຊຸມນຸມຊົນທັງຫມົດຂອງຢູດາ, ກັບບັນດາປະໂລຫິດ ແລະຄົນເລວີ​, ແລະ ທັງຊຸມນຸມຊົນທັງຫມົດທີ່ອອກມາຈາກອິດສະຣາເອນ, ແລະ ຄົນຕ່າງດ້າວທີ່ອອກມາຈາກແຜ່ນດິນອິດສະຣາເອນ ແລະ ຊຶ່ງຢູ່ໃນຢູດາອກໍຊົມຊື່ນຍິນດີພ້ອມກັນ.

ການສະຫລອງຖືກອະທິບາຍແນວໃດ?

ມີຄວາມຍິນດີອັນໃຫຍ່ໃນເຢຣູຊາເລັມ, ເພາະຕັ້ງແຕ່ສະໃຫມຂອງໂຊໂລໂມນ, ພວກເຂົາຍັງບໍ່ເຄີຍມີຢ່າງນີ້ເລີຍໃນເຢຣູຊາເລັມ.

ພວກປະໂລຫິດ ແລະ ຄົນເລວີໄດ້ເຮັດອັນໃດໄດ້ເຮັດຫຍັງແດ່ຕໍ່ໄປໃນການສະຫລອງ?

ພວກເຂົາໄດ້ອວຍພອນປະຊາຊົນ ແລະ ສຽງຂອງພວກເຂົາກໍເຖີງພຣະກັນ,​ ແລະ ຄຳອະທິຖານຂອງພວກເຂົາກໍຂື້ນໄປເຖີງສະຫວັນ.

2 Chronicles 31

2 Chronicles 31:1

ເມືອສຳເລັດເທດສະການກິນເຂົ້າບໍ່ມີເຊື້ອແປ້ງທັງຫມົດແລ້ວປະຊາຊົນອິດສະຣາເອນໄດ້ເຮັດຫຍັງ?

ປະຊາຊົນອິດສະຣາເອນໄດ້ອອກໄປໃນຫົວເມືອງຢູດາ, ທຳລາຍເສົາສັກສິດເປັນທ່ອນ, ລົ້ມບັນດາເສົາຮູບເຄົາລົບລົງ, ແລະ ທັງທຳລາຍປູຊະນີຍະສະຖານສູງລົງ ແລະ ພັງແທ່ນທົ່ວຢູດາ ແລະ ເບັນຢາມິນທັງຫມົດ,​ ແລະ ໃນເອຟຣາຢິມກັບມານາເຊ, ຈົນພວກເຂົາທຳລາຍຫມົດສິ້ນ.

ປະຊາຊົນອິດສະຣາເອນໄດ້ໄປໃສ ເມື່ອໄດ້ພວກເຂົາໄດ້ຊົງກະທຳສິ່ງນີ້?

ພວກເຂົາໄດ້ກັບໄປໃນຕາມຊັບສິນຂອງພວກເຂົາ ແລະ ເມືອງຂອງຕົນ.

2 Chronicles 31:2

ເຮເຢກີຢາໄດ້ແບ່ງວຽກແນວໃດໃຫ້ແກ່ປະໂລຫິດ ແລະ ຄົນເລວີ ຫລັງຈາກພະອົງຈັດແບ່ງພວກເຂົາຕາມການຈັດແບ່ງ?

ເຮເຢກີຢາໄດ້ຊົງຈັດແບ່ງພວກເຂົາຖວາຍເຄື່ອງເຜົາບູຊາ, ເຄື່ອງບູຊາເພື່ອຄວາມສາມັກຄ, ໃຫ້ບົວລະບັດ, ຖວາຍໂມທະນາພຣະຄຸນ,​ແລະ ສັນລະເສີນພາຍໃນປະຕູຄ້າຍຂອງພຣະຢາເວ.

ສ່ວນໃດແດ່ທີເຮເຊກີຢາໄດ້ຈັດແບ່ງ ແລະ ເມື່ອໃດຈຶ່ງຖວາຍ?

ສ່ວນທີ່ກະສັດຊົງບໍຣິຈາກຈາກຊັບສິນສ່ວນພະອົງນັ້ນ,​ແລະ ຖວາຍເຄື່ອງເຜົາບູຊາສຳລັບຕອນເຊົ້າ, ຕອນແລງ, ສຳລັບວັນສະບາໂຕ, ວັນຂື້ນຫນຶ່ງຄ່ຳ, ແລະ ເທດສະການຕາມກຳນົດ.

2 Chronicles 31:4

ເຮເຢກີຢດາໄດ້ຊົງບັນຊາຫຍັງແດ່ ເພື່ອໃຫ້ປະຊາຊົນອິດສະຣາເອັນເຮັດເພື່ດໃຫ້ປະໂລຫິດ ແລະ ຄົນເລວີ ເຂັ້ມແຂງຂື້ນໃນພຣະບັນຍັດຂອງພຣະຢາເວ?

ປະຊາຊົນໃຫ້ບໍຣິຈາກສ່ວນທີ່ເປັນຂອງປະໂລຫິດ ແລະ ຂອງຄົນເລວີ

ມີຫຍັງເກີດຂື້ນເມື່ອພະບັນຊາໄດ້ໄປເຖີງຄົນທັງປວງ?

ປະຊາຊົນອິດສະຣາເອນກໍໄດ້ບໍຣິຈາກເຂົ້າມາຢ່າງຫລວງຫລາຍມີເຂົ້າລຸ້ນທຳອິດ, ນ້ຳອະງຸ່ນ, ນ້ຳມັນ, ນ້ຳເຜິ້ງ, ແລະ ຜະລິດຜົນທຸກຢ່າງຂອງໄຮ່ນາ. ພວກເຂົາຍັງນຳເອົາຫນຶ່ງສ່ວນສິບຂອງທຸກຊະນິດເຂົ້າມາຢ່າງຫລວງຫລາຍ.

2 Chronicles 31:6

ປະຊາຊົນໃນຢູດາໄດ້ເຮັດຫຍັງຕໍ່ພຣະບັນຍັດ?

ປະຊາຊົນທີ່ອາໄສໃນຢູດາໄດ້ນຳຫນຶ່ງສ່ວນສິບຂອງງົວ, ແກະ, ແລະ ຫນຶ່ງສ່ວນສິບຂອງສິ່ງບໍຣິສຸດທີ່ມອບຖວາຍແດ່ພຣະຢາເວ, ແລະ ເກັບໄວ້ເປັນກອງ.

ເດືອນທີ່ປະຊາເລີ່ມກອງໄວ້ແມ່ນເດືອນໃດ?

ປະຊາຊົນເລີ່ມກອງໃນເດືອນທີສາມ ແລະ ສຳເລັດໃນເດືອນທີເຈັດ.

ຜູ້ໃດທີ່ຖວາຍສາທຸການແດ່ພຣະຢາເວ ແລະ ອວຍພອນປະຊາຊົນເມື່ອພວກເຂົາເລີ່ມກອງໃຫ້ສູງຂື້ນ?

ເຮເຊກີຢາ ແລະ ບັນດາເຈົ້ານາຍຖວາຍສາທຸການແດ່ພຣະຢາເວ ແລະ ອວຍພອນປະຊາຊົນ.

2 Chronicles 31:9

ອາຊາຣີຢາຜູ້ເປັນປະໂລຫິດໃຫຍ່ຕອບເຮເຊກີຢາແນວໃດ ເມື່ອລາວຖາມພວກປະໂລຫິດ ແລະ ພວກເລວີ ກ່ຽວກັບເລື່ອງເຫລົ່ານັ້ນ?

ອາຊາລີຢາຊົງທູນຕອບປະຊາຊົນທີ່ໄດ້ນຳສ່ວນສິບ ແລະ ນຳສ່ວນມາໄວ້ໃນກອງໃຫຍ່ນີ້. ພະອົງໄດ້ຊົງກ່າວກັບເຮເຊກີຢາວ່າ ພວກເຂົາຮັບປະທານ ແລະ ມີພຽງພໍ, ແລະ ຈົນມີເຫລືອຢູ່ ເພາະວ່າພຣະຢາເວຊົງອຳນວຍພະພອນປະຊາຊົນຂອງພະອົງ.​

ເຮເຊກີຢາໄດ້ບັນຊາຫຍັງແດ່ໃນການຈັດໄວ້ ແລະ ພວກເຂົາໄດ້ເຮັດຫຍັງແດ່?

ເຮເຊກີຢາຈຶ່ງຊົງບັນຊາໃຫ້ພວກເຂົາຈັດຫ້ອງໃນພຣະວິຫານຂອງພຣະຢາເວ. ຫລັງຈາກນັ້ນພວກເຂົາກໍໄດ້ຈັດໄວ້ ແລະ ນຳເຄື່ອງຖວາຍບູຊາ,ທັງຫນຶ່ງສ່ວນສິບ, ແລະ ສິ່ງມາມອບຖວາຍ.

ແມ່ນໃຜທີ່ເຮເຊກີຢາ ແລະ ອາຊາຣີຢາໄດ້ແຕ່ງຕັ້ງເພື່ອຊ່ອຍເຫລືອຄວບຄຸມຫ້ອງເກັບໄວ້?

ເຮເຊກີຢາ ແລະ ອາຊາຣຢາໄດ້ແຕ່ງຕັ້ງໂກນານີຢາຜູ້ຄວບຄຸມຊ່ວຍເຫລືອນ້ອງຊາຍຂອງໂກນານີຢາ, ຊີເມອີ, ດັ່ງເຈົ້າຫນ້າທີ່ຊັ້ນຜູ້ໃຫຍ່ຊ່ອຍເຫລືອ.

2 Chronicles 31:14

ບໍ່ມີ

ບໍ່ມີ

2 Chronicles 31:16

ໂກຣີ ແລະ ຜູ້ທີ່ຢູ່ກັບລາວແຈກຢາຍເຄື່ອງຖວາຍໃຫ້ໃຜແດ່?

ພວກເຂົາໄດ້ໃຫ້ຜູ້ຊາຍເຫລົ່ານັ້ນຕັ້ງແຕ່ສາມປີຂຶ້ນໄປ, ຕາມຜຽນທີ່ໄດ້ກຳນົດໄວ້, ຜູ້ທີ່ໄດ້ຂື້ນທະບຽນໄວ້ຕາມບັນທຶກຂອງບັນພະບຸຣຸດຂອງພວກເຂົາຊຶ່ງໄດ້ເຂົ້າໄປໃນພຣະວິຫານຂອງພຣະຢາເວຕາມຫນ້າທີ່ປະຈຳວັນ.

2 Chronicles 31:17

ຜູ້ທີ່ຖືກນັບຖັດໄປແມ່ນໃຜເພື່ອຮັບເອົາເຄື່ອງບູຊາດັ່ງກ່າວ?

ພວກເຂົາໄດ້ແຈກຢາຍໃຫ້ຄົນເລວີຕັ້ງແຕ່ອາຍຸຊາວປີຂື້ນໄປ ແລະ ຫລາຍກວ່າຕາມຫນ້າທີ່ຂອງພວກເຂົາຕາມຜຽນຂອງພວກເຂົາທັງຫລາຍ.

ປະຊາຊົນໄດ້ເຮັດຫຍັງກ່ອນທີ່ຈະໄດ້ຮັບເຄື່ອງບູຊາຈາກໂກເຣແລະຜູ້ທີ່ຢູ່ກັບລາວ?

ເພາະພວກເຂົາທັງຫລາຍສັດຊື່ໃນການຮັກສາຕົວໃຫ້ບໍຣິສຸດຕໍ່ຫນ້າການແຈກຢາຍທັງລູກນ້ອຍຂອງຕົນ, ເມຍຂອງຕົນ, ແລະ ລູກຊາຍລູກສາວຂອງຕົນ,​ຊຶ່ງຜູ້ທີ່ໄດ້ຖືກນັບເຂົ້າຢູ່ໃນເຊື້ອສາຍຂອງພວກເຂົາ.

ແມ່ນຫຍັງທີ່ຕ້ອງເຮັດສໍາລັບປະໂລຫິດຜູ້ທີ່ຖືກນັບໃນເຊື້ອສາຍວ່າເປັນຄົນເລວີ?

ມີຜູ້ຊາຍທີ່ຖືກລະບຸຊື່ໃຫ້ແຈກຢາຍໃນສ່ວນແບ່ງແກ່ຜູ້ຊາຍທຸກຄົນຜູ້ຢູ່ໃນທົ່ງນາຊຶ່ງຂອງພວກເຂົາໃນເມືອງຕ່າງໆ ຫລື ໃນທຸກເມືອງ.

2 Chronicles 31:20

ເຮເຊກີຢາໄດ້ສຳເລັດຢູ່ໃສ ແລະ ສຳເລັດແນວໃດ?

ເຮເຊກີຢາໄດ້ຊົງກະທຳສຳເລັດທົ່ວຢູດາ ແລະ ກະທຳສິ່ງດີ, ຊອບ, ແລະ ເປັນຈິງຕໍ່ພຣະພັກພຣະຢາເວ.

ໃນທາງໃດທີ່ເຮເຊກີຢາໄດ້ກະທຳວຽກງານທຸກຢ່າງ,​ ແລະ ມີຜົນຫຍັງແດ່?

ເຮເຊກີຢາໄດ້ເຮັດວຽກງານທຸກຢາ່ງດ້ວຍເຕັມພະໄທ, ແລະ ຊົງຈະເລີນຂື້ນ.

2 Chronicles 32

2 Chronicles 32:1

ເສັນນາເກຣິບ, ກະສັດອັດຊີເຣຍ, ໄດ້ເຮັດຫຍັງເຮັດຕໍ່ຢູດາ?

ພະອົງໄດ້ບຸກລຸກຢູດາ ແລະ ໂຈມຕີຫົວເມືອງຕ່າງໆ.

2 Chronicles 32:2

ເຮເຊກີຢາໄດ້ຂໍໃຫ້ເຈົ້ານາຍຂອງພະອົງຊ່ວຍຫຍັງ?

ພະອົງຊົງຂໍໃຫ້ພວກເຂົາອັດນ້ຳພຸ ແລະ ປິດລຳທານເພື່ອກະສັດອັດຊີເຣຍຈະບໍ່ພົບນ້ຳ.

2 Chronicles 32:5

ເຮເຊກີຢາໄດ້ເຮັດຫຍັງເພື່ອປ້ອງກັນສັດຕູມາທຳລາຍ?

ພະອົງຊົງສ້າງກຳແພງ ແລະ ຊົງເສີມດ້ວຍອາວຸດຈຳນວນຫລາຍ.

2 Chronicles 32:6

ຄຳຫນູນໃຈອັນໃດທີ່ເຮເຊກີຢາໄດ້ມອບໃຫ້ປະຊາຊົນຂອງພະອົງ?

ພະອົງກ່າວກັບພວກເຂົາວ່າຈົ່ງເຂັ້ມແຂງ, ແລະ ກ້າຫານເຖິດ, ແລະ ຢ່າຢ້ານ ເພາະວ່າພຣະຢາເວ, ຜູ້ຊຶ່ງໃຫຍ່ກວ່າຝ່າຍພວກສັດຕູ, ຈະຊ່ອຍພວກເຂົາສູ້ຮົບ.

2 Chronicles 32:9

ເປັນຫຍັງເສັນນາເກຣິບຈຶ່ງສົ່ງຂ້າຣາຊະການໄປເຢລູຊາເລັມ?

ພະອົງຢາກຮູ້ວ່າເຮເຊກີຢາເພີ່ງຫຍັງຈຶ່ງຊະນະ.

2 Chronicles 32:11

ເສັນນາເກຣິບພະຍາຍາມໂນ້ມນາວຜູ້ຄົນທີ່ເຮເຊຄືຢາ ເພື່ອເຮັດໃຫ້ພວກເຂົາເຂົ້າໃຈຜິດຢ່າງໃດ?

ພະອົງໄດ້ກ່າວວ່າພວກເຂົາອາດຕາຍດ້ວຍການອົດອາຫານ ແລະ ຄວາມກະຫາຍຫລື ແລະ ມີຄຳຖາມວ່າ ພຣະຢາເວຈະຊົງຊ່ອຍເຂົາໃຫ້ພົ້ນ.

2 Chronicles 32:13

ເສັນນາເກຣິບ ແລະ ບັນພະບຸຣຸດຂອງລາວໄດ້ເຮັດຫຍັງກັບຄົນອື່ນ ແລະ ແຜ່ນດິນຂອງພວກເຂົາ?

ເພາະວ່າພະທັງປວງບໍ່ສາມາຊ່ອຍພວກເຂົາ, ພວກເຂົາຈະຖືກທຳລາຍຈົນຫມົດສິ້ນ.

ເປັນຫຍັງເສັນນາເກຣິບຈຶ່ງໄດ້ເວົ້າຕໍ່ອິດສະຣາເອນບໍ່ຄວນເຊື່ອເຮເຊກີຢາ?

ເສັນນາເກຣິບຢາກໃຫ້ພາໃຫ້ຫລົງເຊື່ອວ່າພຣະເຈົ້າ ບໍ່ສາມາດຊ່ອຍພວກເຂົາໃຫ້ລອດຈາກມືຂອງເຮົາ.

2 Chronicles 32:16

ແມ່ນຫຍັງທີ່ເສັນເນເກຣິບໄດ້ເຮັດເພື່ອເຍາະເຍີ້ຍພຣະຢາເວ?

ພະອົງໄດ້ຊົງຂຽນຫນັງສືຫມິ່ນປະຫມາດພຣະຢາເວ, ເພື່ອຢ້ຳເຕືອນປະຊາຊົນໃນເຢຣູຊາເລັມໃນອະດິດ ແລະ ພຣະເຈົ້າຂອງເຮເຊກີຢາບໍ່ສາມາຊ່ອຍພວກເຂົາໃຫ້ລອດພົ້ນ.

2 Chronicles 32:18

ເປັນຫຍັງຜູ້ຮັບໃຊ້ຂອງເສັນນາເກຣິບຈຶ່ງຮ້ອງປັນພາສາເຮັບເຣີຕໍ່ຊາວເຢຣູຊາເລັມ?

ຂ້າຣາຊະການຢາກເຮັດໃຫ້ພວກເຂົາຕົກໃຈແລ້ວຈະໄດ້ຢຶດເອົາເມືອງນັ້ນ.

2 Chronicles 32:20

ພຣະຢາເວຕອບສະຫນອງແນວໃດເມື່ອເຮເຊກີຢາ ແລະເອຊາຢາໄດ້ອະທິຖານ ແລະ ຮ້ອງທູນຕໍ່ສະຫວັນ?

ພະອົງຊົງໃຊ້ຜູ້ສົ່ງຂ່າວສະຫວັນອົງຫນຶ່ງ, ຊຶ່ງໄດ້ຕັດທະຫານກ້າທັງປວງ.

ມີອັນໃດເກີດຂື້ນຕໍ່ເສັນນາເກຣິບຫລັງຈາກທີ່ຜູ້ສົ່ງຂ່າວໄດ້ຂ້າກອງທັບຂອງພຣະອົງ?

ເສັນນາເກຣິບໄດ້ກັບດ້ວຍຄວາມອັບອາຍຂາຍຫນ້າໄປໃນແຜ່ນດິນ, ບ່ອນຊຶ່ງລູກຂອງພະອົງ ໄດ້ຂ້າພະອົງ.

2 Chronicles 32:22

ເຮເຊກີຢາໄດ້ຖືກຍົກຍ້ອງແນວໃດ?

ພຣະຢາເວໄດ້ຊ່ວຍເຮເຊກີຢາຈາກເສັນນາເກຣິບ ແລະ ຄົນອື່ນໆ. ຂອງຂັວນອັນມີຄ່າຕ່າງໆໄດ້ນຳມາຖວາຍແກ່ພຣະຢາເວ ແລະ ເຮເຊກີຢາເປັນຈຳນວນຫລວງຫລາຍ.

2 Chronicles 32:24

ມີຫຍັງເກີດຂື້ນກັບເຮເຊກີຢາເມື່ອລາວບໍ່ໄດ້ໂມທະນາພະຄຸນແກ່ພຣະຢາເວ ເມື່ອລາວເຈັບປ່ວຍ?

ພຣະພິໂຣດຂອງພຣະເຈົ້າຈຶ່ງມາເຫນືອພະອົງ, ​ແລະ ຢູດາ ແລະ ເຢລູຊາເລັມ. ຫລັງຈາກພະອົງ ແລະ ປະຊາຊົນໄດ້ອ່ອນນ້ອມຖ່ອມພະໄທ, ພຣະພິໂຣດຂອງພຣະຢາເວຈຶ່ງບໍ່ໄດ້ມາເຫນືອພວກເຂົາທັງຫລາຍໃນຣາຊະການຂອງເຮເຊກີຢາ.

2 Chronicles 32:27

ຫລັງຈາກທີ່ເຮເຊກີຢາໄດ້ອ່ອນນ້ອມຖ່ອມຕົວລົງພຣະເຈົ້າໄດ້ມອບອັນໃດໃຫ້ກັບພະອົງ?

ພຣະເຈົ້າໄດ້ຊົງອວຍພອນພະອົງດ້ວຍເພັດພອຍຕ່າງໆ, ສຳລັບຜົນເກັບກ່ຽວ, ສັດລ້ຽງຫລາຍຊະນິດ,​ແລະ ຫົວເມືອງຕ່າງໆ.

2 Chronicles 32:30

ເປັນຫຍັງພຣະເຈົ້າຈຶ່ງປ່ອຍພະອົງຕາມໃຈຫລັງຈາກທີ່ເຮເຊກີຢາຈະເລີນໃນພະຣາຊກິດທັງຫມົດຂອງພະອົງ?

ພຣະເຈົ້າທົດລອງພະອົງ ແລະ ເພື່ອຈະຮູ້ວ່າພະໄທຂອງພະອົງເປັນຢ່າງໃດ.

2 Chronicles 32:32

ຄວາມດີຂອງເຮເຊກີຢາໄດ້ບັນທຶກໄວ້ຢູ່ໃສ?

ກໍມີບັນທຶກໄວ້ໃນນິມິດຂອງເອຊາຢາຜູ້ທຳນວາຍ ແລະ ໃນຫນັງສືຂອງກະສັດແຫ່ງຢູດາ ແລະ ອິດສະຣາເອນ.

2 Chronicles 33

2 Chronicles 33:1

ມານາເຊເປັນກະສັດແບບໃດຕະຫລອດໄລຍະເວລາຫ້າສິບຫ້າປີ?

ພະອົງຊົງກະທຳສິ່ງທີ່ຊົ່ວຮ້າຍໃນສາຍພຣະເນດຂອງພຣະຢາເວ, ໄດ້ຊົງສ້າງຮູບເຄົາລົບຊຶ່ງເຮເຊກີຢາໄດ້ທຳລາຍລົງ,​ ແລະ ຊົງນະມັດສະການບໍລິວານທັງຫມົດຂອງຟ້າສະຫວັນ.

2 Chronicles 33:4

ພະອົງໄດ້ເຮັດຫັຍງເຮັດໃຫ້ພຣະເຈົ້າເກີດພຣະພິໂຣດ?

ມານາເຊຊົງໃຫ້ລູກຊາຍຂອງພະອົງບຸກໄຟ, ຊົງກະທຳຊົ່ວຮ້າຍ ແລະ ຕິດຕໍ່ກັບຄົນຊົງພໍ່ມົດຫມໍຜີ.

2 Chronicles 33:7

ມານາເຊຊົງໄດ້ເຮັດຫຍັງເພື່ອຊັກຈູງຊາວຢູດາ ແລະ ຊາວເຢຣູຊາເລັມໃຫ້ເຮັດຄວາມຊົ່ວຮ້າຍ?

ພະອົງໄດ້ທຳລາຍພຣະບັນຍັດໂດຍການເອົາຮູບແກະສະລັກໃສ່ໃນພຣະວິຫານຂອງພຣະເຈົ້າ.

2 Chronicles 33:10

ເກີດຫຍັງຂື້ນຕໍ່ມານາເຊເມື່ອພຣະຢາເວໄດ້ກ່າວກັບພະອົງ ແລະ ປະຊາຊົນຂອງພຣະອົງ?

ເພາະວ່າພວກເຂົາບໍ່ຊົງຟັງ,​ພຣະຢາເວຊົງໃຫ້ຜູ້ບັງຄັບກອງທະຫານຂອງກະສັດແຫ່ງອັດຊີເຣຍມາຕໍ່ສູ້ພວກເຂົາ ໂດຍເອົາໂຊ້ມັດມານາເຊ ແລະ ນຳພະອົງໄປບາບີໂລນ.

2 Chronicles 33:12

ມານາເຊໄດ້ເຮັດຫຍັງເພື່ອວ່າພຣະເຈົ້າຈະນຳລາວກັບຄືນເມືອງເຢຣູຊາເລັມ?

ພະອົງຊົງຖ່ອມພະໄທລົງ, ອະທິຖານ ແລະ ຂໍພຣະກະລຸນາຕໍ່ພຣເຈົ້າ.

2 Chronicles 33:14

ຫລັງຈາກມານາເຊໄດ້ອະທິຖານແລ້ວ, ລາວໄດ້ເຮັດຫຍັງເພື່ອສະແດງຄວາມເສຍໃຈຂອງລາວ?

ພະອົງຊົງສ້າງກຳແພງສູງອ້ອມຮອບ ແລະ ພະອົງຊົງເອົາພະຕ່າງດ້າວ, ຮູບເຄົາຣົບເສຍຈາກພຣະວິຫານຂອງພຣະຢາເວ, ແລະ ແທ່ນບູຊາທັງ ຫມົດທີ່ພະອົງໄດ້ຊົງສ້າງໄວ້.

2 Chronicles 33:16

ແມ່ນໃຜທີ່ປະຊາຊົນໄດ້ຖວາຍທີ່ສະຖານທີ່ສັກສິດ?

ພວກເຂົາຖວາຍພຽງແຕ່ຕໍ່ພຣະຢາເວທີ່ສະຖານທີ່ສັກສິດ.

2 Chronicles 33:18

ຄຳອະທິຖານ ແລະ ເລື່ອງສຳຄັນຂອງມານາເຊໄດ້ຖືກຮັກສາໄວ້ແນວໃດ?

ເລື່ອງສຳຄັນຂອງມານາເຊ, ການອະທິຖານ,​ ແລະ ຖ້ອຍຄຳຂອງຜູ້ທຳນວາຍ ໄດ້ບັນທືກໄວ້ກັບສິ່ງທີ່ພະອົງໄດ້ກະທຳສຳລັບກະສັດແຫ່ງອິດສະຣາເອນ.

2 Chronicles 33:21

ອາໂມນເປັນກະສັດແບບໃດໃນລະຫວ່າງການປົກຄອງສອງປີ?

ພະອົງໄດ້ຊົງກະທຳຊົ່ວຮ້າຍກວ່າບິດາຂອງພະອົງ, ພະອົງໄດ້ຖວາຍສັດບູຊາຮູບເຄົາຣົບ,​ ແລະ ພະອົງບໍ່ໄດ້ຖ່ອມພະອົງລົງຕໍ່ພຣະພັກພຣະຢາເວ.

2 Chronicles 33:24

ຫລັງຈາກຜູ້ຮັບໃຊ້ຂອງກະສັດອາໂມນໄດ້ຂ້າລາວ, ປະຊາຊົນໃນແຜ່ນດິນໄດ້ເຮັດຫຍັງກັບຄົນເຫລົ່ານັ້ນທີ່ຂ້າພະອົງ?

ປະຊາຊົນແຫ່ງແຜ່ນດິນໄດ້ປະຫານບັນດາຄົນເຫລົ່ານັ້ນທີ່ຄິດກະບົດຕໍ່ກະສັດອາໂມນ.

2 Chronicles 34

2 Chronicles 34:1

ເຖິງແມ່ນວ່າກະສັດໂຢຊິອາມີອາຍຸພຽງແຕ່ແປດປີເມື່ອລາວເປັນກະສັດ, ລາວໄດ້ເຮັດຫຍັງໃນລະຫວ່າງການປົກຄອງຂອງພະອົງທີ່ເປັນການກະທຳທີ່ພໍພຣະໄທພຣະຢາເວ?

ພະອົງຊົງເລີ່ມສະແຫວງຫາພຣະເຈົ້າ, ພະອົງຊົງເລີ່ມກວາດລ້າງຢູດາ ແລະ ເຢຣູຊາເລັມຈາກສະຖານທີ່ສັກສິດ, ທັງບັນດາເສົາຮູບເຄົາລົບ ແລະ ຮູບເຄົາລົບແກະສະຫລັກກັບຮູບເຄົາຣົບຫລໍ່.

2 Chronicles 34:4

ໂຢຊີຢາໄດ້ກວາດລ້າງຢູດາ ແລະ ເຢລູຊາເລັມແນວໃດ?

ທຳລາຍແທ່ນບູຊາ, ພະອົງຊົງລົ້ມບັນດາຮູບເຄົາລົບທີ່ຕັ້ງຢູ່ເທິງນັ້ນລົງ, ພະອົງຊົງທຸບບັນດາເສົາຮູບເຄົາລົບ ແລະ ຮູບເຄົາລົບແກະສະຫລັກກັບຮູບເຄົາລົບຫລໍ່ເປັນທ່ອນ. ພະອົງຊົງເຜົາກະດູກຂອງປະໂລຫິດເທິງແທ່ນພະເຫລົ່ານັ້ນ.

2 Chronicles 34:6

ມີສິ່ງໃດທີ່ໂຢຊິຢາໄດ້ກະທຳໃນແຜ່ນດິນອິດສະຣາເອນກ່ອນທີ່ພຣະອົງໄດ້ກັບໄປຍັງເຢຣູຊາເລັມ?

ພະອົງຊົງກະທຳຊ້ຳໃນການກວາດລ້າງທີ່ພະອົງໄດ້ກະທຳໃນຢູດາ ແລະເຢຣູຊາເລັມ.

2 Chronicles 34:8

ເງິນເຫລົ່ານັນໄດ້ມາຈາກໃສເພື່ອໃຊ້ໃນການສ້ອມແປງພຣະວິຫານຂອງພຣະຢາເວ?

ຈຳນວນເງິນທີ່ໄດ້ເກັບຈາກປະຊາຊົນໃນເຢຣູຊາເລັມ ແລະ ນຳມາມອບໃຫ້ມະຫາປະໂລຫິດ.​

2 Chronicles 34:10

ຈຳນວນເງິນໄດ້ມອບໃຫ້ຜູ້ໃດ ແລະ ສຳລັບໃຊ້ໃນອັນໃດ?

ພວກຊ່າງໄມ້ ແລະ ພວກກໍ່ສ້າງເພື່ອຈະຊື້ຫີນສະຫລັກ ແລະ ໄມ້ກະດານເພື່ອການສ້ອມແປງພຣະວິຫານ.

2 Chronicles 34:12

ຄົນເລວີໄດ້ມີບົດບາດຫຍັງໃນການສ້ອມແປງພຣະວິຫານ?

ບາງຄົນເປັນຜູ້ຄຸມງານ, ຄົນຮັກສາ, ເປັນເຈົ້າຫນ້າທີ່, ແລະ ຄົນເຝົ້າປະຕູ; ພວກເຂົາຍັງເປັນຄົນທີ່ຊຳນານເຄື່ອງດົນຕີ ແລະ ເຮັດງານຢ່າງສັດຊື່.

2 Chronicles 34:14

ປະໂລຫິດໄດ້ພົບເຫັນຫຍັງເມື່ອລາວນຳເອົາເງິນທີ່ຖືກນຳເຂົ້າໄປໃນພຣະວິຫານຂອງພຣະຢາເວ?

ປະໂລຫິດໄດ້ພົບຫນັງສືພຣະບັນຍັດຂອງພຣະຢາເວທີ່ຊົງປະທານທາງໂມເຊ.

2 Chronicles 34:17

ກະສັດໄດ້ເຮັດອັນໃດເມື່ອໄດ້ຍິນຖ້ອຍຄຳຂອງພຣະບັນຍັດນັ້ນ?

ກະສັດໂຢຊິຢາໄດ້ຊົງຈີກເສື້ອຜ້າຂອງພະອົງ.

2 Chronicles 34:20

ບໍ່ມີ

ບໍ່ມີ

2 Chronicles 34:22

ບໍ່ມີ

ບໍ່ມີ

2 Chronicles 34:23

ເປັນຫຍັງພຣະພິໂຣດຂອງພຣະເຈົ້າຈະເທລົງເຫນືອປະຊາຊົນ ແລະ ຈະດັບບໍ່ໄດ້?

ເພາະວ່າພວກເຂົາໄດ້ປະຖິ້ມເຮົາ ແລະ ໄດ້ເຜົາເຄື່ອງຫອມຖວາຍພະອື່ນ ຄືກັບບັນພະບຸຣຸດຂອງພວກເຂົາໄດ້ກະທຳ.

2 Chronicles 34:26

ເນື່ອງຈາກພະໄທຂອງໂຢຊິຢາອ່ອນໂຍນ, ມີຫຍັງເກີດຂື້ນເມື່ອພະອົງຖ່ອມຕົວລົງພາຍຫລັງໄດ້ຍິນຖ້ອຍຄຳຂອງພຣະເຈົ້າ?

ພຣະເຈົ້າໄດ້ເວົ້າກັບພະອົງວ່າ ຈະປະທານຄວາມສະຫງົບສຸກ, ແລະ ພະອົງຈະບໍ່ເຫັນບັນດາເຫດຊົ່ວຮ້າຍ ທີ່ເຮົາຈະນຳມາເຫນືອສະຖານທີ່ນີ້ ແລະ ຊາວເມືອງນີ້.

2 Chronicles 34:29

ເປັນຫຍັງໂຢຊີຈຶ່ງໃຫ້ຄົນທັງຫມົດ ທັງຜູ້ໃຫຍ່ ແລະ ນ້ອຍມາເຕົ້າໂຮມກັນ?

ໂຢຊິຢາຊົງອ່ານຖ້ອຍຄຳທັງຫມົດໃນຫນັງສືຄຳຫມັ້ນສັນຍາ.

2 Chronicles 34:31

ຄຳຫມັ້ນສັນຍາອັນໃດທີ່ໂຢຊິຢາໄດ້ເຮັດຕໍ່ພຣະຢາເວ?

ພະອົງໄດ້ເຮັດຕາມຄຳຫມັ້ນສັນຍາຕໍ່ຫນ້າພຣະຢາເວທີ່ຈະເຮັດຕາມພຣະບັນຍັດ.

2 Chronicles 34:33

ແມ່ນຫຍັງທີ່ປະຊາຊົນອິດສະຣາເອນໄດ້ກະທຳໃນການເຊື່ອຟັງໂຢຊິຢາ?

ພວກເຂົາໄດ້ນະມັດສະການພຣະຢາເວ ແລະ ບໍ່ໄດ້ຫັນໄປຈາກການຕິດຕາມພຣະອົງ.

2 Chronicles 35

2 Chronicles 35:1

ໂຢສີຢາໄດ້ຖືເທດສະການປັດສະຄາໃນເຢຣູຊາເລັມແນວໃດ?

ພະອົງຊົງຖືເທດສະການປັດສະຄາໄດ້ຂ້າແກະ ແລະ ແຕ່ງຕັ້ງປະໂລຫິດໃຫນປະຈຳຫນ້າທີ່ໃນພຣະວິຫານແຫ່ງພຣະຢາເວ.

2 Chronicles 35:3

ໂຍເຊຊີໄດ້ບອກໃຫ້ປະຊາຊົນເອົາຫີບສັກສິດແທນທີ່ຈະແບກໄວ້ເທິງບ່າຂອງພວກເຂົາໄປໄວ້ບ່ອນໃດ?

ພວກເຂົາໄດ້ຂໍໃຫ້ວາງຫີບບໍຣິສຸດໃນພຣະວິຫານທີ່ໂຊໂລໂມນໄດ້ສ້າງ.

2 Chronicles 35:5

ປະຊາຊົນກຽມຕົວສຳລັບການສະຫລອງປັດສະຄາແນວໃດ?

ພວກເຂົາຂ້າແກະປັດສະຄາ ແລະ ຊຳຣະຕົນໃຫ້ບໍຣິສຸດໃນການເຊື່ອຟັງຖ້ອຍຄຳຂອງພຣະເຈົ້າ.

2 Chronicles 35:7

ບໍ່ມີ

ບໍ່ມີ

2 Chronicles 35:10

ປະຊາຊົນອິດສະຣາເອັນໄດ້ຖວາຍບູຊາຕໍ່ພຣະຢາເວແນວໃດ?

ພວກເຂົາຂ້າແກະປັດສະຄາ, ເອົາເລືອດມາຊິດໃສ່, ລອກຫນັງສັດ, ແລະ ຖວາຍບູຊາແດ່ພຣະຢາເວ, ດ່ັ່ງທີ່ໄດ້ບັນທຶກໄວ້າໃນຫນັງສືຂອງໂມເຊ.

2 Chronicles 35:13

ບໍ່ມີ

ບໍ່ມີ

2 Chronicles 35:15

ບໍ່ມີ

ບໍ່ມີ

2 Chronicles 35:16

ຊາວອິດສະຣາເອນໄດ້ເຮັດຫຍັງຫລັງຈາກຖືປັດສະຄາ?

ພວກເຂົາໄດ້ຖືເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງເຈັດມື້.

2 Chronicles 35:18

ເປັນຫຍັງການຖືປັດສະຄາຈຶ່ງຖືວ່າພິເສດ?

ມັນເປັນສິ່ງທີ່ພິເສດ ເພາະວ່ານີ້ແມ່ນຄັ້ງທຳອິດທີ່ຈັດຂຶ້ນຢູ່ປະເທດອິດສະຣາແອນຕັ້ງແຕ່ສະໄຫມຜູ້ທຳນວາຍຊາມູເອນ.​

2 Chronicles 35:20

ຂໍ້ຄວາມຫຍັງທີ່ກະສັດເອຢິມໄດ້ນຳມາບອກໂຢສີຢາ?

ພະອົງໄດ້ກ່າວວ່າພຣະເຈົ້າຊົງບັນຊາເຮົາໃຫ້ມາຕໍ່ສູ້ເຊື້ອສາຍກາເກມິດ ແລະ ໂຢສີຢາບໍ່ຄວນມາກ່ຽວຂ້ອງ.

2 Chronicles 35:22

ໂຢສີຢາໄດ້ຕອບສະຫນອງຕໍ່ກະສັດເອຢິບແນວໃດ?

ພະອົງບໍ່ໄດ້ຊົງຟັງພະດຳຣັດຂອງກະສັດ, ແຕ່ໂຢສີຢາໄດ້ປອມພະອົງເພື່ອຈະສູ້ຮົບ.

2 Chronicles 35:23

ມີຫຍັງເກີດຂື້ນກັບໂຢສີຢາໃນສະຫນາມສູ້ຮົບ?

ພະອົງໄດ້ຖືກທະນູ ແລະ ຂ້າຣາຊະການຂອງພະອົງໄດ້ນຳພະອົງໄປຍັງເຢຣູຊາເລັມ, ບ່ອນທີ່ພະອົງໄດ້ສິ້ນພະອົງຫລັງຈາກນັ້ນ.

2 Chronicles 35:25

ເພງຄໍ່າຄວນທີ່ກາຍເປັນປະເພນີໃນອິດສະຣາເອນມີເພງຫຍັງແດ່?

ມີບົດເພງຄ່ຳຄວນຖວາຍແກ່ໂຢສີຢາ ແລະ ຍັງເປັນບົດເພງຂອງເພີ່ນຈົນທຸກມື້ນີ້.

ເລື່ອງຕ່າງໆຂອງໂຢສີຢາ ແລະ ບັນດາການກະທຳທີ່ດີຂອງລາວຖືກບັນທຶກໄວ້ຢູ່ໃສ?

ເພັງນີ້ໄດ້ບັນທຶກໄວ້ຫນັງສືເພງຂອງກະສັດຢູດາ ແລະ ອິດສະຣາເອນ.

2 Chronicles 36

2 Chronicles 36:1

ຫລັງຈາກໂຢສີຢາສິ້ນພະຊົນ, ແມ່ນໃຜຂື້ນເປັນກະສັດເຢຣູຊາເລັມ?

ປະຊາຊົນແຫ່ງແຜ່ນດິນໄດ້ຕັ້ງເຢໂຮອາຮາດລູກຊາຍຂອງໂຢສີຢາ, ແລະ ໃຫ້ພະອົງເປັນກະສັດແທນບິດາຂອງພະອົງເປັນເວລາສາມເດືອນ.

2 Chronicles 36:3

ເຢໂຮຢາກິມໄດ້ເປັນກະສັດຢູດາ ແລະ ເຢຣູຊາເລັມໄດ້ແນວໃດ?

ນ້ອງຊາຍຂອງພະອົງ, ​ກະສັດແຫ່ງເອຢິບ, ໄດ້ຊົງຖອດເຢໂຮອາຮາດຫລັງຈາກສາມເດືອນ ແລະ ເຮັດໃຫ້ເອລີຢາກີມເປັນກະສັດ ແລະ ປ່ຽນພະນາມຂອງພະອົງໃຫມ່ເປັນເຢໂຮຢາກິມ.

2 Chronicles 36:5

ເຢໂຮຢາກີມເປັນຜູ້ປົກຄອງແບບໃດໃນການປົກຄອງຂອງລາວສິບເອັດປີ?

ເຢໂຮຢາກີມຊົງເຮັດຊົ່ວຮ້າຍໃນສາຍພຣະເນດຂອງພຣະຢາເວ

ກະສັດແຫ່ງບາລີໂລນເນບູກາດເນັດຊາ ໄດ້ກະທຳແນວໃດຕໍ່ກະສັດຢູດາ?

ພະອົງໄດ້ຊົງຕໍ່ສູ້, ຈຳຈອງພະອົງດ້ວຍໂສ້, ແລະ ພາພະອົງໄປຍັງບາບີໂລນ.

ເນບູກາດເນັດຊາໄດ້ກະທຳແນວໃດຕໍ່ພຣະວິຫານຂອງພຣະຢາເວ?

ພະອົງຊົງນຳເຄື່ອງໃຊ້ສ່ວນຫນຶ່ງໃນພຣະວິຫານພຣະຢາເວໄປນຳ, ແລະ ຊົງເກັບໄວ້ໃນຣາຊະວັງຂອງພະອົງ.

2 Chronicles 36:8

ແມ່ນໃຜເປັນກະສັດຫລັງຈາກເຢໂຮຢາກີມ?

ລູກຊາຍຂອງພະອົງ, ​ເຢໂຮຢາກິນໄດ້ປົກຄອງແທນ.

2 Chronicles 36:9

ກະສັດເນບູກາດເນັດຊາໄດ້ເຮັດແນວໃດຕໍ່ເຢໂຮຢາກິນ?

ພະອົງໄດ້ນຳເຢໂຮຢາກິນໄປບາບີໂລນພ້ອມກັບເຄື່ອງໃຊ້ປະເສີດແຫ່ງພຣະວິຫານຂອງພຣະຢາເວ.

2 Chronicles 36:11

ເຊດາກີຢາໄດ້ຕອບສະຫນອງແນວໃດຕໍ່ພຣະຢາເວ?

ພະອົງໄດ້ຊົງກະທຳຄວາມຊົ່ວຮ້າຍໃນສາຍພຣະເນດຂອງພຣະຢາເວ,​ ແລະ ພະອົງບໍ່ໄດ້ຖ່ອມພະອົງລົງຕໍ່ຜູ້ທຳນວາຍເຢເຣມີຢາ, ຜູ້ກ່າວຈາກພຣະໂອດຂອງພຣະຢາເວ.

2 Chronicles 36:13

ເຊເດກີຢາໄດ້ກະບົດຕໍ່ກະສັດເນບູກາດເນັດຊາແນວໃດ?

ພະອົງຊົງແຂງຂໍ້ພະອົງຕໍ່ພຣະຢາເວ ແລະ ຫັນໄປຈາກກະສັດເນບູກາດເນັດຊາ.

2 Chronicles 36:15

ປະຊາຊົນຕອບສະຫນອງແນວໃດຕໍ່ຄວາມເມດຕາທີ່ ພຣະຢາເວສືບຕໍ່ສະແດງໃຫ້ພວກເຂົາເຫັນ?

ພວກເຂົາໄດ້ເຍາະເຍີ້ຍທູດສະຫວັນຂອງພຣະເຈົ້າ, ຫມິ່ນປະຫມາດພຣະທໄທຂອງພຣະອົງ, ແລະ ທັງດ່າຜູ້ທຳນວາຍຂອງພຣະອົງ.

2 Chronicles 36:17

ພຣະເຈົ້າໄດ້ກ່າວແນວໃດຕໍ່ຜູ້ທີ່ເຍາະເຍີ້ຍ?

ພະອົງໃຫ້ຂ້າຊາຍຫນຸ່ມໂດຍຄົນຄັນເດອາມາ, ​ແລະ ຊົງມອບທັງຫມົດໄວ້ໃນມືຂອງກະສັດ.

2 Chronicles 36:18

ກະສັດຊາວບາບີໂລນໄດ້ເຮັດຫຍັງຕໍ່ກຸງເຢຣູຊາເລັມ ແລະພະອົງໄດ້ເອົາຫຍັງໄປບາບີໂລນ?

ພະອົງໄດ້ທຳລາຍພຣະວິຫານຂອງພຣະເຈົ້າ, ກຳແພງເຢຣູຊາເລັມ, ວັງ,​ ແລະ ເຄື່ອງໃຊ້ໃນນັ້ນ. ຫລັງຈາກນັ້ນພະອົງໄດ້ເອົາເຄື່ອງໃຊ້ທັງຫມົດ ແລະ ສິ່ງທີ່ມີຄ່າໄປຍັງບາບີໂລນ.

2 Chronicles 36:20

ມີຫຍັງເກີດຂື້ນກັບພວກທີ່ລອດຈາກການຂ້າ?

ພວກເຂົາໄດ້ກາຍເປັນຜູ້ຮັບໃຊ້ສຳລັບກະສັດ ແລະ ລູກຊາຍ, ຊຶ່ງເກີດຂື້ນເພື່ອໃຫ້ສຳເລັດຕາມພຣະໄທຂອງພຣະຢາເວທາງປາກຂອງເຢເຣມີຢາ.

2 Chronicles 36:22

ໄຊຣັດກະສັດເປີເຊຍໄດ້ກ່າວຫຍັງ ແລະ ຂຽນຫຍັງໄວ້?

ພະອົງກ່າວວ່າ ພຣະຢາເວໄດ້ຊົງບັນຊາໃຫ້ພະອົງສ້າງພຣະວິຫານຂອງພຣະເຈົ້າໃນເຢຣູຊາເລັມ ແລະ ເພື່ອພຣະເຈົ້າຈະສະຖິດກັບພວກເຂົາເມື່ອພວກເຂົາກັບມາແຜ່ນດິນ.