ພາສາລາວ (Lao): translationQuestions Print

Updated ? hours ago # views See on WACS

Zechariah 1

Zechariah 1:1

ເຊຄາຣິຢາໄດ້ປະກາດພຣະທັມໃນລະຫວ່າງຣາຊະການໃດ?

ເຊຄາຣິຢາໄດ້ປະກາດພຣະທັມໃນຊ່ວງ​ຣາ­ຊະ­ການ​ຂອງດາ­ຣິ­ອຸດ

ເຊຄາຣິຢາແມ່ນໃຜ?

ເຊຄາຣິຢາແມ່ນ ລູກ­ຊາຍ​ຂອງ​ເບ­ເຣ­ກີ­ຢາ, ຜູ້­ປະ­ກາດ­ພຣະ­ທັມ ແຫ່ງອິດ­ໂດ

ພຣະຢາເວຈອມໂຍທາຊົງກ່າວວ່າ ພຣະອົງຈະເຮັດຢ່າງໃດ ຖ້າປະຊາຊົນຈະຫັນມາຫາພຣະອົງ?

ພຣະ­ຢາເວຈອມໂຍທາຊົງ​ກ່າວວ່າ ຖ້າປະຊາຊົນຈະຫັນມາຫາພຣະອົງ, ​ພຣະອົງ​ຈະ​ກັບ​ມາ​ຫາ​ພວກ​ເຈົ້າ.

Zechariah 1:4

ບັນພະບຸຣຸດຂອງພວກເຂົາໄດ້ເຮັດຫຍັງ ເມື່ອພຣະຢາເວຊົງບອກພວກເຂົາໃຫ້ຫັນຫນີຈາກທາງຊົ່ວ ແລະ ການປະພຶດຊົ່ວຮ້າຍຂອງພວກເຂົາ?

​ບັນພະບຸຣຸດຂອງພວກເຂົາຈະບໍ່ຟັງ ແລະ ບໍ່ສົນໃຈໃນພຣະຢາເວ.

ຜູ້ຄົນໄດ້ເວົ້າຫຍັງເມື່ອພວກເຂົາກັບໃຈໃຫມ່?

ໃນເວລາທີ່ພວກເຂົາກັບໃຈໃຫມ່ປະຊາຊົນກ່າວວ່າ, "ພຣະຢາເວຈອມໂຍທາໄດ້ວາງແຜນການທີ່ຈະກະທຳຕາມຖ້ອຍຄໍາຂອງພຣະອົງ ແລະ ປະຕິບັດຕາມ, ແລະພຣະອົງໄດ້ຊົງກະທຳຢ່າງນັ້ນ."

Zechariah 1:7

ເຊຄາຣິຢາໄດ້ເຫັນຫຍັງ ເມື່ອຖ້ອຍຄຳຂອງພຣະຢາເວໄດ້ມາເຖິງລາວໃນເວລາກາງຄືນ?

ເຊຄາຣິຢາໄດ້ເຫັນມີ​ຊາຍ​ຄົນ​ຫນຶ່ງ​ຂີ່​ມ້າ​ສີ­ແດງ ຢູ່​ທ່າມ­ກາງ​ຕົ້ນ​ຢ່າງໄມ້ຫອມ​ທີ່ຢູ່ເທິງ​ພູ­ເຂົາ. ຢູ່​ທາງ​ຫລັງລາວ ມີ​ມ້າ​ສີ­ແດງ, ສີ​ດ່າງ, ແລະ ​ສີ­ຂາວ

Zechariah 1:10

ບັນດາມ້າທີ່ເຊຄາຣິຢາເຫັນເປັນແນວໃດ?

ບັນດາມ້າເຫລົ່ານັ້ນແມ່ນພຣະຢາເວເປັນນຜູ້ສົ່ງມາໃຫ້ທ່ອງທ່ຽວໄປມາທົ່ວແຜ່ນດິນໂລກ.

ບັນດາມ້າເຫລົ່ານັ້ນທີ່ຂີ່ມາພົບຫຍັງທີ່ຢູ່ທົ່ວເທິງແຜ່ນດິນໂລກ?

ບັນດາມ້າເຫລົ່ານັ້ນ ໄດ້ພົບວ່າທົ່ວແຜ່ນດິນ​ໂລກຍັງຄົງພັກຜ່ອນຢູ່ຢ່າງ​ສະຫງົບ​ສຸກ​ຢູ່.

Zechariah 1:12

ເທວະດາຂອງພຣະຢາເວມີຄຳຖາມຫຍັງກັບພຣະຢາເວກ່ຽວກັບນະຄອນເຢຣູຊາເລັມ ແລະ ເມືອງຕ່າງໆຂອງຢູດາ?

ເທວະດາຂອງພຣະຢາເວທູນຖາມພຣະຢາເວວ່າ ອີກດົນປານໃດທີ່ພຣະອົງຈະບໍ່ສະແດງຄວາມເມດຕາສົງສານຕໍ່ເຢຣູຊາເລັມ ແລະ ເມືອງຕ່າງໆຂອງຢູດາ.

Zechariah 1:14

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Zechariah 1:16

ພຣະຢາເວຈອມໂຍທາຊົງກ່າວຫຍັງກ່ຽວກັບເຢຣູຊາເລັມ ແລະ ເມືອງຕ່າງໆຂອງຢູດາ?

ພຣະຢາເວຊົງກ່າວວ່າ ພຣະອົງໄດ້ຫັນກັບໄປຍັງເຢຣູຊາເລັມ ດ້ວຍຄວາມເມດຕາ, ທີ່ພຣະ­ວິ­ຫານຂອງພຣະອົງຈະຖືກສ້າງຢູ່ທ່າມກາງນາງ ແລະ ເຊືອກວັດຈະຖືກຄຶງ​​ອອກເຫນືອນະຄອນ​ເຢ­ຣູ­ຊາ­ເລັມ. ພຣະຢາເວຊົງກ່າວອີກວ່າ ເມືອງ​ທັງຫລາຍ​ຂອງ​ເຮົາ​ຈະເຕັມໄປດ້ວຍຄວາມດີງາມອີກຄັ້ງ ແລະ ​ພຣະຢາເວຈະຊົງມາເລົ້າໂລມຈິດໃຈຊີໂອນອີກເທື່ອຫນຶ່ງ, ແລະ ໄດ້ຊົງເລືອກ​ນະຄອນ​ເຢ­ຣູ­ຊາ­ເລັມ​ອີກເທື່ອຫນຶ່ງ.

Zechariah 1:18

ເຂົາທັງສີ່ທີ່ເຊຄາຣິຢາເຫັນນັ້ນແມ່ນຫຍັງ?

ເຂົາທັງສີ່ນັ້ນຄືຄົນທັງຫລາຍທີ່ໄດ້ກະຈັດກະຈາຍຢູ່ໃນຢູດາ, ອິດສະຣາເອນ ແລະ ເຢຣູຊາເລັມ.

Zechariah 1:20

ຊ່າງຕີເຫລັກສີ່ຄົນທີ່ເຊຄາຣິຢາເຫັນນັ້ນແມ່ນໃຜ ແລະ ພວກເຂົາກຳລັງຈະເຮັດຫຍັງ?

ຊ່າງຕີເຫຼັກແມ່ນຄົນທີ່ກຳລັງຈະຂັບໄລ່ ແລະ ໂຍນເຂົາສັດທັງຫລາຍຂອງບັນດາປະຊາຊາດ ຜູ້ທີ່ຖືກ​ຍົກເຂົາສັດຂຶ້ນຕໍ່­ສູ້​ແຜ່ນ­ດິນແຫ່ງ​ຢູດາ​ ເພື່ອ​ເຮັດ­ໃຫ້ຢູດາກະຈັດກະຈາຍໄປ.

Zechariah 2

Zechariah 2:1

ຊາຍຫນຸ່ມຄົນນີ້ຈະເຮັດຫຍັງກັບເຊືອກວັດທີ່ຢູ່ໃນມືຂອງລາວ?

ລາວກຳລັງຈະໄປແທກນະຄອນເຢຣູຊາເລັມ, ເພື່ອເບິ່ງຄວາມກວ້າງ ແລະ ຄວາມຍາວຂອງມັນ.

Zechariah 2:3

ເປັນຫຍັງເທວະດາອົງທີສອງຈຶ່ງເວົ້າວ່າ ນະຄອນເຢຣູຊາເລັມຈະນັ່ງຢູ່ໃນຊົນນະບົດທີ່ໂລ່ງ?

ເທວະດາອົງທີສອງກ່າວເຊັ່ນນັ້ນ ເພາະການເພີ່ມຈຳນວນຄົນຂຶ້ນຂອງມະນຸດ ແລະ ສັດລ້ຽງໃນນະຄອນນັ້ນ.

ພຣະຢາເວ ໄດ້ຊົງກ່າວວ່າ ພຣະອົງຈະຊົງກາຍເປັນຫຍັງສຳລັບນະຄອນເຢຣູຊາເລັມ?

ພຣະຢາເວໄດ້ຊົງກ່າວວ່າ ພຣະອົງຈະ​ເປັນເຫມືອນ​ກຳ­ແພງ​ແຫ່ງແປວ­ໄຟ​ອ້ອມ​ເມືອງ​ນັ້ນໄວ້, ແລະ ​ພຣະອົງຈະຊົງ​ສະຫງ່າ­ຣາ­ສີ​ໃນທ່າມ​ກາງພວກເຂົາ.

Zechariah 2:6

ແມ່ນຫຍັງເປັນຄຳປະກາດຂອງພຣະຢາເວກັບຜູ້ທີ່ອາໄສຢູ່ກັບລູກສາວຂອງບາບີໂລນ?

ພຣະຢາເວໄດ້ບອກພວກເຂົາໃຫ້ຫນີໄປທີ່ເມືອງຊີໂອນ.

Zechariah 2:8

ພວກເຂົາຮູ້ໄດ້ແນວໃດ ວ່າພຣະຢາເວຈອມໂຍທາໄດ້ສົ່ງເທວະດາອົງທີສອງມາ?

ເທວະດາອົງທີສອງກ່າວວ່າ ຢູດາ ແລະ ອິດສະຣາເອນຈະຮູ້ວ່າພຣະຢາເວໄດ້ສົ່ງລາວມາ ເມື່ອພຣະອົງ​ຊົງສັ່ນພຣະຫັດ​ຂອງ​ພຣະອົງ​ເຫນືອບັນດາປະຊາຊາດທັງຫລາຍທີ່ປຸ້ນ​ຢູດາ ແລະ ອິສະຣາເອນ ຈະຖືກປຸ້ນ ໃຫ້ໄປເປັນທາດຂອງເຂົາທັງຫລາຍ.

Zechariah 2:10

ຈະມີຫຍັງເກີດຂຶ້ນເມື່ອພຣະຢາເວສະເດັດມາ ແລະ ສະຖິດຢູ່ໃນຊີໂອນ?

ເມື່ອສິ່ງເຫລົ່ານັ້ນເກີດຂຶ້ນກັບບັນດາປະຊາຊາດທີ່ຍິ່ງໃຫຍ່ທັງຫລາຍເຕົ້າໂຮມກັນມາຫາພຣະຢາເວ ແລະ ຄົນຂອງຊີໂອນຈະກາຍເປັນປະຊາກອນຂອງພຣະອົງ.

Zechariah 2:12

ເປັນຫຍັງມະນຸດທັງຫມົດ ຈຶ່ງຖືກສັ່ງໃຫ້ມິດງຽບຕໍ່ພຣະພັກພຣະຢາເວ?

ມະນຸດທັງຫມົດຖືກສັ່ງໃຫ້ມິດງຽບຕໍ່​ພຣະ­ພັກ​ພຣະ­ຢາເວ, ເພາະ­ວ່າ​​ພຣະ­ຢາເວໄດ້ສະເດັດອອກມາຈາກ​ບ່ອນ​ສະ­ຖິດ​ຂອງ​ພຣະ­ອົງ​ແລ້ວ!

Zechariah 3

Zechariah 3:1

ຜູ້ໃດທີ່ຢູ່ໃກ້ມະຫາປະໂລຫິດໂຢຊວຍ?

​ໂຢ­ຊວຍກຳລັງຢືນ­ຢູ່​ຕໍ່ຫນ້າເທວະດາ​ຂອງ​ພຣະຢາເວ ແລະ​ ຊາ­ຕານ​ຢືນ­ຢູ່​ຂ້າງ​ຂວາ​ມື​ຂອງ​ລາວ.

ຊາຕານເຮັດຫຍັງຢູ່ຂ້າງຂວາມືຂອງໂຢຊວຍ?

ຊາຕານໄດ້ກ່າວໂທດຄວາມບາບຂອງໂຢຊວຍ.

ໂຢຊວຍນຸ່ງຫົ່ມຫຍັງໃນຂະນະທີ່ເຂົາຢືນຢູ່ຕໍ່ຫນ້າເທວະດາ?

ໂຢຊວຍໄດ້ນຸ່ງ​ເຄື່ອງ​ເປິ­ເປື້ອນ.

Zechariah 3:4

ເທວະດາຂອງພຣະຢາເວ ໄດ້ເວົ້າວ່າລາວໄດ້ເຮັດຫຍັງແກ່ໂຢຊວຍ?

​ເທວະດາ​ໄດ້ເວົ້າວ່າ ລາວໄດ້ເຮັດໃຫ້​ຄວາມຜິດບາບຂອງໂຢຊວຍອອກໄປເສີຍຈາກໂຢຊວຍແລ້ວ.

ມີຫຍັງເກີດຂຶ້ນກ່ຽວກັບເສື້ອຜ້າຂອງໂຢຊວຍ?

ເທວະດາໄດ້ສັ່ງໃຫ້​ຖອດ​ເຄື່ອງ­ນຸ່ງ​ທີ່ເປື້ອນໃຫ້​ອອກໄປຈາກໂຢຊວຍ­ ແລະ ສຳລັບໂຢຊວຍແລ້ວໃຫ້ນຸ່ງເຄື່ອງໃຫ້ສະອາດ; ດ້ວຍຜ້າ­ແພ​ບໍ­ຣິສຸດ​ມາ​ຄຽນ ແລະ ເສື້ອຜ້າທັງຫລາຍທີ່ສະອາດ.

Zechariah 3:6

ພຣະຢາເວໄດ້ສັນຍາຫຍັງແດ່ກັບໂຢຊວຍ, ມະຫາປະໂລຫິດ, ຖ້າລາວຈະດຳເນີນຕາມທາງຂອງພຣະຢາເວ ແລະ ຮັກສາພຣະບັນຍັດຂອງພຣະອົງ?

ພຣະຢາເວຊົງສັນຍາກັບໂຢຊວຍວ່າ ພຣະອົງຈະ​ປົກ­ຄອງພຣະ​ວິ­ຫານ​ຂອງພຣະອົງ ແລະ ເບິ່ງ­ແຍງ​ສະຖານທີ່ຂອງ​ພຣະອົງ. ພຣະຢາເວຊົງສັນຍາວ່າ ຈະອະນຸຍາດໃຫ້ໂຢຊວຍເຂົ້າມາ ແລະ ອອກໄປທ່າມ­ກາງ​ຄົນເຫລົ່ານັ້ນທີ່ຈະຢືນຢູ່​ຕໍ່ພຣະພັກຂອງພຣະຢາເວ.

Zechariah 3:8

ຜູ້ຮັບໃຊ້ທີ່ພຣະຢາວກຳລັງຈະຍົກຂຶ້ນນັ້ນຖືກເອີ້ນວ່າຫຍັງ?

ຜູ້ຮັບໃຊ້ໄດ້ຖືກເອີ້ນວ່າ "ກິ່ງກ້ານ"

ຂໍ້ຄວາມທໍາອິດທີ່ຈາຣຶກໄວ້ເທິງກ້ອນຫີນເຈັດດ້ານແມ່ນຫຍັງ?

ຂໍ້ຄວາມທໍາອິດຄືພຣະຢາເວຈະຊົງກຳຈັດຄວາມຜິດບາບ ອອກຈາກແຜ່ນດິນນີ້ພາຍໃນຫນຶ່ງມື້.​

Zechariah 3:10

ອິງຕາມຄຳປະກາດຂອງພຣະຢາເວ ເມື່ອໃດຈະໃຫ້ແຕ່ລະຄົນ ເຊີນເພື່ອນບ້ານຂອງຕົນໃຫ້ມານັ່ງພັກຜ່ອນພາຍໃຕ້ກ້ອງຕົ້ນອະງຸ່ນ ແລະ ​ຕົ້ນ​ຫມາກ­ເດື່ອ​ເທດຂອງລາວ?

ພຣະຢາເວຊົງກ່າວວ່າ ສິ່ງນີ້ຈະເກີດຂຶຶ້ນ "ໃນວັນນັ້ນ".

Zechariah 4

Zechariah 4:1

ເຊຄາຣິຢາເຫັນຫຍັງ ເມື່ອລາວຖືກປຸກໃຫ້ຕື່ນຂຶ້ນ?

​ເຊຄາຣິຢາເຫັນ​ເຄື່ອງ​ຮອງ​ຕີນ​ໂຄມ​ອັນ​ຫນຶ່ງ​ ທີ່​ເຮັດ​ດ້ວຍ​ທອງ­ຄຳ​ລ້ວນໆ ແລະ ມີ​ຈອກ​ເທິງ​ຍອດ, ພ້ອມກັບ​ໂຄມ­ໄຟ​ເຈັດ​ຫນ່ວຍ​ ແລະ ຕົ້ນ​ຫມາກ­ກອກ­ເທດ​ສອງ​ຕົ້ນຢູ່​ໃກ້​ໂຄມ­ໄຟ.

Zechariah 4:4

ເຊຄາຣີຢາເຂົ້າໃຈຄວາມຫມາຍໃນນິມິດນັ້ນບໍ?

ບໍ່ເລີຍ, ເຊຄາຣີຢາບອກເທວະດາວ່າ ຜູ້ທີ່ຍ່າງໄປກັບລາວວ່າ ລາວບໍ່ເຂົ້າໃຈຄວາມຫມາຍຂອງສິ່ງເຫລົ່ານັ້ນໃນນິມິດນັ້ນເລີຍ.

Zechariah 4:6

ຖ້ອຍຄຳຂອງພຣະຢາເວແມ່ນຫຍັງທີ່ກ່າວເຖິງເຊ­ຣູ­ບາ­ເບນກ່ຽວກັບສິ່ງຕ່າງໆທີ່ຈະມາເຖິງທີ່ສຳລັດ?

​ຖ້ອຍຄຳຂອງ​ພຣະຢາເວເຖິງ​ເຊ­ຣູ­ບາ­ເບນຄື: "ບໍ່​ແມ່ນ​ດ້ວຍ​ກຳ­ລັງ, ບໍ່​ແມ່ນ​ດ້ວຍ​ອຳ­ນາດ, ແຕ່​ດ້ວຍ​ພຣະ­ວິນ­ຍານ​ຂອງພຣະອົງ".

ຈະມີສຽງຫຍັງດັງຂຶ້ນ ເມື່ອ​ເຊ­ຣູ­ບາ­ເບນເອົາກ້ອນຫີນທີ່­ຢູ່​ເທິງ​ຍອດພູ​ເຂົາອອກ​ມາ?

ພວກເຂົາຈະ​ໂຫ່­ຮ້ອງ​ວ່າ, ‘ມັນສວຍງາມ! ຂໍພຣະເຈົ້າອ່ວຍພອນມັນດ້ວຍ!

Zechariah 4:8

ປະຊາຊົນຈະຮູ້ໄດ້ແນວໃດວ່າ ພຣະຢາເວສົ່ງຊາຄາຣີຢາມາຫາພວກເຂົາ?

ປະຊາຊົນຈະຮູ້ຈັກວ່າ ເມື່ອພວກເຂົາເຫັນຄຳທຳນວາຍເຖິງທີ່ສຳເລັດ; ຊຶ່ງມື​ຂອງ​ເຊ­ຣູ­ບາ­ເບນ​ໄດ້​ວາງ​ຮາກ­ຖານ​ຂອງ​ພຣະ­ວິ­ຫານ​​ ແລະ​ ດ້ວຍມືຂອງລາວຈະ​ນຳມາສູ່ຄວາມ​ສຳ­ເລັດ.

ປະຊາຊົນຈະ​ໄດ້​ເຫັນ​ຫຍັງ­ຢູ່​ໃນ​ມື​ຂອງ​ເຊ­ຣູ­ບາ­ເບນ?

ປະຊາຊົນຈະ​ໄດ້​ເຫັນສາຍ​ດິ່ງ​ທີ່­ຢູ່​ໃນ​ມື​ຂອງ​ເຊ­ຣູ­ບາ­ເບນ.

ໂຄມໄຟທັງ​ເຈັດດວງມີຄວາມຫມາຍວ່າຫຍັງ?

ໂຄມໄຟທັງ​ເຈັດດວງຄື​ບັນ­ດາດວງຕາ​​ຂອງ​ພຣະ­ຢາເວທີ່ຊົງຫລຽວ​ເບິ່ງ​ຢູ່​ທົ່ວແຜ່ນດິນ­ໂລກທັງຫມົດ.

Zechariah 4:12

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Zechariah 4:14

ງ່າ​ຫມາກ­ກອກ­ເທດສອງງ່ານັ້ນ​ແມ່ນຫຍັງ?

ງ່າ​ຫມາກ­ກອກ­ເທດຄືລູກຊາຍທັງຫລາຍທີ່ໄດ້­ຮັບ​ການ​ເຈີມ ຜູ້ທີ່​ຢືນ­ຢູ່​ຂ້າງພຣະ­ຜູ້­ເປັນ­ເຈົ້າ​ແຫ່ງ​ແຜ່ນ­ດິນໂລກທັງສິ້ນ.

Zechariah 5

Zechariah 5:1

ຫນັງ­ສື​ມ້ວນ​ທີ່ເຊຄາຣິຢາເຫັນໃຫຍ່ປານໃດ?

ຫນັງ­ສື​ມ້ວນມີ​ຄວາມຍາວ​ຊາວ​ສອກ ແລະ​ ກວ້າງ​ສິບ​ສອກ.

Zechariah 5:3

ເທວະດາໄດ້ເວົ້າກ່ຽວກັບຫນັງ­ສື​ມ້ວນ​​ທີ່ບິນ​ໄດ້ນັ້ນແນວໃດ ?

ເທວະດາໄດ້ເວົ້າກ່ຽວກັບຫນັງ­ສື​ມ້ວນ​​ບິນ​ໄດ້ວ່າ ​ເປັນ​ຄຳ​ສາບແຊ່ງ​ທີ່​ແຜ່​ອອກ​ໄປ​ທົ່ວ​ແຜ່ນ­ດິນ​ໂລກທັງຫມົດ.

ຫນັງສືມ້ວນສາບແຊ່ງ​ໃຜ?

ຫນັງສືມ້ວນສາບແຊ່ງຕໍ່ຄົນຂີ້ລັກທຸກຄົນ ແລະ ທຸກຄົນທີ່​ສາ­ບານ​ບໍ່​ຈິງ​.

ຄຳ​ສາບແຊ່ງໄດ້ເຮັດຫຍັງກັບຄົນຂີ້ລັກທຸກຄົນ ແລະ ທຸກຄົນທີ່​ສາ­ບານ​ບໍ່​ຈິງ ໂດຍອອກພຣະນາມຂອງພຣະຢາເວ?

ຄຳ​ສາບແຊ່ງຈະເຂົ້າໄປໃນເຮືອນຂອງພວກເຂົາ ແລະ ຈະຍັງຄົງຢູ່ນັ້ນ ແລະ ເຜົາໄຫມ້ທ່ອນໄມ້ ແລະ ພ້ອມທັງກ້ອນຫີນທັງຫລາຍໃນເຮືອນຂອງພວກເຂົາທັງຫລາຍ.

Zechariah 5:5

ເຊຄາຣິຢາເຫັນຫຍັງຢູ່ໃນກະຕ່າ ແລະ ເທວະດາເວົ້າວ່າມັນແມ່ນຫຍັງ?

ຫນື່ງ​ເອ­ຟາ​ບັນຈຸໃນກະຕ່າທີ່ຊາຄາຣິຢາເຫັນ, ແລະ ເທວະດາເວົ້າວ່າ​ເອ­ຟາ "ນີ້ຄືຄວາມຜິດບາບຂອງເຂົາທັງຫລາຍ​​ໃນ​ທົ່ວ​ແຜ່ນ­ດິນ​ທັງສິ້ນ."

Zechariah 5:8

ເທວະດາເວົ້າວ່າຜູ້ຍິງທີ່ນັ່ງຢູ່ໃນກະຕ່າຄືແນວໃດ?

ເທວະດາໄດ້​ກ່າວ​ວ່າ “ນີ້​ແມ່ນ​ຄວາມ​ຊົ່ວ­ຮ້າຍ!”

ຜູ້­ຍິງ​ສອງ​ຄົນ, ທີ່ມີປີກ​ນັ້ນ​ຄ້າຍ­ຄື​ປີກ​ຂອງ​ນົກ​ຂຸ້ມ, ໄດ້ເຮັດຫຍັງກັບກະຕ່າ?

ຜູ້­ຍິງ​ສອງ​ຄົນ​ໄດ້​ຍົກກະຕ່າ​ເອຟາ​ຂຶ້ນ​ ລະ­ຫວ່າງ ​ແຜ່ນ­ດິນ­ໂລກ ແລະ ທ້ອງຟ້າ­.

Zechariah 5:10

ບັນດາຍິງເຫລົ່າ­ນັ້ນ​ຈະ​ເອົາ​ກະຕ່າ​ໄປ​ໃສ ແລະ ເພື່ອຈຸດປະສົງຫຍັງ?

ບັນດາຍິງເຫລົ່າ­ນັ້ນ​ຈະ​ເອົາ​ກະຕ່າໄປ​ສ້າງພຣະວິຫານໃນ​ແຜ່ນ­ດິນ​ຊີ­ນາຍສຳລັບມັນ, ດັ່ງນັ້ນ ເມື່ອພຣະວິຫານ​ສຳ­ເລັດ​ແລ້ວ, ກະຕ່ານັ້ນຈະຖືກຈັດໄວ້ທີ່ນັ້ນເທິງແທ່ນ​ບ່ອນທີ່ໄດ້ຈັດຕຽມໄວ້.

Zechariah 6

Zechariah 6:1

ເຊຄາຣິຢາໄດ້ເຫັນຫຍັງ ທີ່ກຳລັງມາອອກ​ມາ​ລະ­ຫວ່າງ­ກາງ​ພູ­ເຂົາ​ສອງຫນ່ວຍ?

ເຊຄາຣິຢາໄດ້ເຫັນລົດມ້າ­ຮົບ​ສີ່​ຄັນກຳລັງ​ອອກ​ມາ​ລະ­ຫວ່າງ­ກາງ​ພູ­ເຂົາ​ສອງຫນ່ວຍ.

ລົດມ້າຮົບແຕ່ລະ​ຄັນ​ມີສີຫຍັງ?

ລົດມ້າຮົບ​ຄັນ​ທຳ­ອິດ​ມີ​ມ້າ​ສີ­ແດງ, ຄັນ​ທີ​ສອງ​ມີ​ມ້າ​ສີ­ດຳ, ລົດມ້າຄັນ​ທີ​ສາມ​ມ້າ​ສີ­ຂາວ, ແລະ ລົດມ້າຄັນ​ທີ​ສີ່​ມ້າ​ດ່າງ​ສີ​ເທົາ​.

Zechariah 6:5

ເທວະດາ​ໄດ້ເວົ້າວ່າລົດມ້າຮົບແມ່ນຫຍັງ?

ເທວະດາ​ໄດ້ເວົ້າວ່າລົດມ້າຮົບ​ທັງຫລາຍ ເປັນລົມທັງ​ສີ່​ຂອງຟ້າສະຫວັນ.

ລົດມ້າຮົບ​ທັງສີ່ຄັນນັ້ນໄດ້ຢູ່ໃສ?

ລົດມ້າຮົບ​ສີ່ຄັນນີ້​ຢືນ­ຢູ່​ຕໍ່​ພຣະ­ພັກ​ຂອງ​ອົງ­ພຣະ­ຜູ້­ເປັນ­ເຈົ້າ​ແຫ່ງ​ແຜ່ນ­ດິນ­ໂລກທັງຫມົດ.

ລົດມ້າຮົບທັງສາມຄັນທີ່ມີສິດຳ, ສີຂາວ ແລະ ສີມ້າລາຍໄປທາງໃດ?

ລົດມ້າສີ​ດຳ​ທັງຫລາຍໄດ້ອອກ​ໄປ​ປະເທດທາງທິດ­ເຫນືອ. ມ້າ​ສີ­ຂາວທັງຫລາຍໄດ້ອອກໄປປະເທດທາງທິດຕາເວັນຕົກ. ລົດມ້າສີລາຍທັງຫລາຍໄດ້ອອກໄປປະເທດທາງທິດໃຕ້.

Zechariah 6:7

ລົດມ້າຮົບສີ​ດຳທັງຫລາຍ​ ໄດ້ອອກ​ໄປ​ປະເທດທາງທິດ­ເຫນືອເພື່ອໄປເຮັດຫຍັງໃຫ້ສຳເລັດ?

ລົດມ້າ​ສີດຳ​ໄດ້ຈະອອກ​ໄປ ເພື່ອ​ສ້າງຄວາມສະຫງົບໃນສິ່ງທີ່ວິນຍານຂອງເທວະດາມີຄວາມເປັນຫ່ວງກ່ຽວກັບປະ­ເທດທາງທິດເຫນືອ.

Zechariah 6:9

ເຊຄາຣິຢາຄວນຈະເຮັດແນວໃດກັບເຄື່ອງຖວາຍທີ່ລາວຮວບຮວມ​ຈາກ ​ເຮນດາຍ, ໂຕ­ບີ­ຢາ, ແລະ​ ເຢ­ດາ­ອີຢາ?

ເຊຄາຣິຢາໄດ້ຮັບຄຳສັ່ງໃຫ້ນຳເອົາເຄື່ອງບູຊາເຂົ້າມາໃນເຮືອນຂອງໂຢສິຢາ, ລູກ­ຊາຍ​ເຊ­ຟາ­ນີ­ຢາ. ເຊຄາຣິຢາ​ຈະຕ້ອງເອົາເງິນແລະ​ຄຳ​, ເຮັດ​ເປັນ​ມົງ­ກຸດອັນຫນຶ່ງ ແລ້ວສວມ​ໃສ່​ເທິງ​ຫົວ​ຂອງ​ໂຢ­ຊວຍ​ລູກ­ຊາຍ​ເຢ­ໂຮ­ຊາ­ດັກ, ມະ­ຫາ­ປະ­ໂລ­ຫິດ.

Zechariah 6:12

ພຣະຢາເວຈອມໂຍທາ­​ໄດ້​ກ່າວວ່າ ໂຢຊວຍລູກ­ຊາຍ​ເຢ­ໂຮ­ຊາ­ດັກ, ມະ­ຫາ­ປະ­ໂລ­ຫິດວ່າ ຈະເຮັດຫຍັງ?

ພຣະຢາເວໄດ້​ກ່າວວ່າ ໂຢຊວຍຈະເຕີບໂຕໃນສະຖານທີ່ໆລາວຢູ່ ແລະຈາກນັ້ນ ລາວ​ຈະ​ສ້າງ​ພຣະ­ວິ­ຫານ​ຂອງ​ພຣະ­ຢາເວ, ຈະ​ໄດ້­ຮັບ​ສະຫງ່າຣາສີອັນຍິ່ງໃຫຍ່ຂອງມັນ, ແລະ ແລ້ວລາວກໍນັ່ງ​ ແລະ​ປົກ­ຄອງ​ຢູ່​ເຫນືອ​ຣາ­ຊະ​ບັນ­ລັງ​ຂອງ​ລາວ.

Zechariah 6:14

ເປັນຫຍັງມົງກຸດຈະຖືກວາງໄວ້ໃນ​ພຣະ­ວິ­ຫານ​ຂອງ​ພຣະ­ຢາເວ?

ມົງ­ກຸດຈະຖືກວາງໄວ້ໃນ​ພຣະ­ວິ­ຫານ​ຂອງ​ພຣະ­ຢາເວ ເພື່ອ​ເປັນ​ທີ່​ລະ­ນຶກ​ເຖິງ​ເຮນ­ດາຍ, ໂຕ­ບີ­ຢາ, ເຢ­ດາ­ອີຢາ, ແລະ ​ເຮັນລູກຊາຍ​ຂອງ​ເຊ­ຟາ­ນີ­ຢາ.

ຜູ້ຄົນຈະຕ້ອງເຮັດຫຍັງແດ່ ເພື່ອເຫດການທີ່ທຳນວາຍເຫລົ່ານີ້ເປັນຈິງ?

ພຣະຢາເວໄດ້ກ່າວເຫດການເຫລົ່ານີ້ຈະເກີດຂຶ້ນ ”ຖ້າ​ພວກ​ທ່ານ​ເຊື່ອ​ຟັງສຽງຂອງພຣະຢາເວ ພຣະເຈົ້າ​ຂອງ​ຢ່າງແທ້ຈິງ!”

Zechariah 7

Zechariah 7:1

ເປັນຫຍັງປະຊາຊົນແຫ່ງເບເທນຈຶ່ງສົ່ງຊາ­ເຣັດ­ເຊ, ​ເຣ­ເກມເມ­ເລັກ, ແລະ ພວກຜູ້ຊາຍຂອງພວກເຂົາໄປ?

ປະຊາຊົນແຫ່ງເບເທນໄດ້ສົ່ງພວກເຂົາໄປ ເພື່ອຮ້ອງຂໍຄວາມເມດຕາຂອງພຣະຢາເວ.

ຊາ­ເຣັດ­ເຊ, ເມ­ເລັກ, ແລະ ພວກຜູ້ຊາຍຂອງພວກເຂົາໄດ້ຖາມປະໂລຫິດ ແລະ ຜູ້ປະກາດ­ພຣະ­ທັມແນວໃດ?

ພວກເຂົາໄດ້ກ່າວວ່າ, “ຄວນທີ່ຂ້າ­ນ້ອຍ​ຈະ​ໄວ້​ທຸກ​ໃນ​ເດືອນ​ທີ​ຫ້າດ້ວຍການອົດອາຫານຫລື, ເຫມືອນທີ່ຂ້ານ້ອຍ​ໄດ້​ເຮັດ​ມາ​ແລ້ວ​ໃນ​ຫລາຍ​ປີທີ່ຜ່ານມານັ້ນຫລື​?”

Zechariah 7:4

ຄຳຖາມສອງຂໍ້ທີ່ພຣະຢາເວໄດ້ຖາມກັບປະຊາຊົນຂອງແຜ່ນດິນ ແລະ ປະໂລຫິດຜ່ານເຊຄາຣີຢາກ່ຽວກັບການຖືສິນອົດ, ການກິນ ແລະ ການດື່ມນັ້ນມີຫຍັງແດ່?

ຄຳຖາມທຳອິດທີ່ພຣະຢາເວຖາມຄື, "ເມື່ອ​ພວກເຈົ້າ​ອົດ​ອາຫານ​ ແລະ ​ໄວ້​ທຸກ​ໃນ​ເດືອນ​ທີ​ຫ້າ ແລະ ​ເດືອນ​ທີ​ເຈັດເປັນເວລາດົນເຖິງເຈັດ​ສິບ​ປີ​ນັ້ນ, ພວກ​ເຈົ້າ​ໄດ້​ອົດອາຫານເພື່ອເຮົາແທ້ຫລື​ບໍ?". ຄໍາຖາມທີສອງຄື, "ເມື່ອພວກ​ເຈົ້າ​ໄດ້​ກິນ ແລະດື່ມ, ພວກເຈົ້າໄດ້ກິນ ແລະ ດື່ມ​ເພື່ອ​ຕົວ​ຂອງ​ເຈົ້າ​ເອງຫລື?"

ໂດຍຫຍໍ້, ຄຳຖາມສຸດທ້າຍແມ່ນຫຍັງທີ່ພຣະຢາເວຖາມປະໂລຫິດ ແລະ ປະຊາຊົນຂອງແຜ່ນດິນໂລກ?

ໂດຍຫຍໍ້, ທີ່ພຣະຢາເວຖາມວ່າສິ່ງເຫລົ່ານີ້ ບໍ່ແມ່ນຄຳດຽວກັນກັບທີ່ພຣະຢາເວຊົງກ່າວກັບປະຊາຊົນໃນຂະນະທີ່ພວກເຈົ້າຍັງຄົງໄດ້ຢູ່ໃນນະຄອນເຢຣູ­ຊາ­ເລັມ ແລະ ເມືອງທັງຫລາຍໂດຍອ້ອມຮອບ, ເນເກບ, ແລະ ເຂດທົ່ງພຽງທາງທິດຕາເວັກຕົກຫລື.

Zechariah 7:8

ພຣະຢາເວຊົງເວົ້າຜ່ານທາງເຊຄາຣິຢາໃຫ້ບອກປະຊາຊົນເຮັດຫຍັງ?

ພຣະຢາເວຊົງບອກພວກເຂົາໃຫ້​ຕັດ­ສິນ​ດ້ວຍ​ຄວາມຍຸຕິທັມຢ່າງແທ້ຈິງ, ຕາມພັນທະສັນຍາທີ່ສັດຊື່, ແລະ ດ້ວຍຄວາມເມດຕາ. ພຣະອົງກ່າວວ່າ ບໍ່ໃຫ້ບິບບັງຄັບຍິງຫມ້າຍ, ລູກກຳພ້າ, ຄົນຕ່າງດ້າວ, ຫລືຄົນທຸກຍາກ ແລະ ຢ່າເຮັດການຊົ່ວຮ້າຍຕໍ່ກັນແລະກັນ.

Zechariah 7:11

ປະຊາຊົນຕອບສະຫນອງແນວໃດກັບຖ້ອຍຄໍາຂອງພຣະຢາເວ?

ພວກປະຊາຊົນໄດ້ປະຕິເສດທີ່ຈະຟັງຖ້ອຍຄຳຂອງພຣະຢາເວ.

Zechariah 7:13

ພຣະຢາເວຊົງໄດ້ກ່າວວ່າ ຈະເຮັດຫຍັງ ເມື່ອຄົນເຫລົ່ານັ້ນ ຜູ້ທີ່ປະຕິເສດທີ່ບໍ່ຍອມຟັງສຽງທີ່ພຣະຢາເວຊົງເອີ້ນລາວ?

ພຣະຢາເວຊົງກ່າວວ່າ ພຣະອົງບໍ່ຍອມຟັງພວກເຂົາ ແລະ ຍິ່ງໄປກວ່ານັ້ນ ພຣະອົງຈະກະຈັດ­ກະ­ຈາຍພວກເຂົາ​ໄປ ​ດ້ວຍ​ລົມຫົວກຸດໄປເຖິງປະຊາຊາດທັງຫລາຍທີ່ພວກເຂົາບໍ່ເຄີຍເຫັນມາກ່ອນ.

Zechariah 8

Zechariah 8:1

ພຣະຢາເວຊົງສະແດງຄວາມຫວງແຫວນຂອງພຣະອົງຕໍ່ກັບຊີໂອນແນວໃດ?

ພຣະຢາເວຊົງສະແດງຄວາມຫວງ​ແຫນ​ຂອງພຣະອົງສຳລັບຊີ­ໂອນຢ່າງ­ຍິ່ງ­ໃຫຍ່​ ແລະ ດ້ວຍຄວາມໂກດຮ້າຍຢ່າງຮຸນແຮງ.

ນະຄອນເຢຣູຊາເລັມ ແລະ ພູເຂົາຂອງພຣະຢາເວຈະຖືກເອີ້ນວ່າແນວໃດ ເມື່ອພຣະຢາເວກັບຄືນມາຢູ່ທ່າມກາງນະຄອນເຢຣູຊາເລັມນັ້ນ?

ນະຄອນເຢ­ຣູ­ຊາ­ເລັມ​ຈະຖືກເອີ້ນວ່າ "​ເມືອງ​ແຫ່ງ​ຄວາມ­ຈິງ" ແລະ​ ພູເຂົາ​ຂອງ​ພຣະ­ຢາເວຈະຖືກເອີ້ນ­ວ່າ "​ພູ­ເຂົາ​ບໍ­ຣິ­ສຸດ" ເມື່ອພຣະຢາເວກັບຄືນໄປອາໄສຢູ່ໃນທ່າມກາງນະຄອນເຢຣູຊາເລັມນັ້ນ.

Zechariah 8:4

ແມ່ນໃຜຈະຖືກພົບເຫັນອີກຕາມຖະຫນົນ ໃນນະຄອນເຢຣູຊາເລັມ?

ຊາຍ​ອາວຸໂສ ​ແລະ ​ຍິງ​ອາວຸໂສຈະ​ອາ­ໄສ​ຢູ່​ຕາມ​ຖະ­ຫນົນ​ໃນນະຄອນ​ເຢ­ຣູ­ຊາ­ເລັມ, ຕາມຖະຫນົນຫົນທາງຂອງເມືອງນັ້ນ​ຈະ​ເຕັມ​ໄປ​ດ້ວຍ​ພວກ​ເດັກ­­ຊາຍ ​ແລະ ​ພວກເດັກ­ຍິງ ທີ່ກຳລັງ​ແລ່ນ​ຫລິ້ນຢູ່​ໃນນັ້ນ.

Zechariah 8:6

ພຣະ­ຢາເວຈະຊົງຊ່ວຍປະຊາຊົນຂອງພຣະອົງອອກມາຈາກໃສ?

ພຣະ­ຢາເວຕ້ອງການ​ຊ່ວຍ​ປະ­ຊາ­ຊົນ​ຂອງ​ພຣະອົງອອກຈາກດິນແດນທີ່ທິດຕາເວັນອອກ ແລະ​ ຈາກດິນແດນແຫ່ງທິດຕາເວັນຕົກ.

Zechariah 8:9

ເປັນຫຍັງພຣະຢາເວຈຶ່ງຢາກໃຫ້ປະຊາຊົນເຮັດໃຫ້ມືຂອງພວກເຂົາໃຫ້ແຂງແຮງຂຶ້ນ?

ພຣະຢາເວຢາກໃຫ້ມືຂອງພວກເຂົາແຂງແຮງຂຶ້ນ ເພື່ອວ່າພຣະວິຫານຂອງພຣະອົງຈະຖືກສ້າງຂຶ້ນ.

ມີຫຍັງເກີດຂຶ້ນກ່ອນວັນນັ້ນ ເມື່ອຮາກຖານຂອງພຣະວິຫານຂອງພຣະຢາເວຖືກວາງລົງ?

ໃນວັນເຫລົ່າ­ນັ້ນ, ​ບໍ່​ມີ­ໃຜລວບລວມເມັດພຶດໄດ້, ບໍ່ມີໃຜໄດ້ກຳໄລ ບໍ່ວ່າຈະເປັນຄົນ ຫລືສັດ, ບໍ່­ມີສັນຕິພາບຈາກ​ສັດຕູສຳລັບຜູ້ທີ່ກຳລັງຈະໄປ ຫລືຜູ້ທີ່ກຳລັງຈະມາ. ພຣະຢາເວໄດ້ໃຫ້ພວກເຂົາທຸກຄົນຕໍ່ສູ້ຊຶ່ງກັນແລະກັນກັບ​ເພື່ອນ­ບ້ານ​ຂອງ­ຕົນເອງ.

Zechariah 8:11

ພຣະ­ຢາເວໄດ້ກ່າວແນວໃດ ກ່ຽວກັບສະໄຫມຂອງເຊຄາຣີຢາ?

ພຣະ­ຢາເວຊົງໄດ້ກ່າວວ່າ ມັນຈະບໍ່ຄືກັບມື້ທັງຫລາຍໃນອະດີດອີກ. ພຣະອົງກ່າວວ່າ ເມັດພັນແຫ່ງສັນຕິສຸກຈະຖືກຫວ່ານອອກໄປ. ເຄືອ​ອະ­ງຸ່ນ​ຈະ​ເກີດຫມາກ, ແລະ​ ແຜ່ນ­ດິນ​ໂລກຈະ​ເກີດ​​ຜົນຜະລິດ. ບັນດາ​ທ້ອງ­ຟ້າ​ຈະໃຫ້​ນ້ຳ­ຫມອກມາ​. ພຣະ­ຢາເວຈະ­ເຮັດໃຫ້​ປະ­ຊາ­ຊົນ​ທີ່​ເຫລືອ​ຢູ່​ນີ້ ​ໄດ້​ຮັບມໍຣະດົກຈາກສິ່ງເຫລົ່ານີ້ທັງຫມົດ.

Zechariah 8:13

ບໍ່ມີຄໍາຖາມ

ບໍ່ມີຄໍາຖາມ

Zechariah 8:16

ພຣະຢາເວຊົງສັ່ງໃຫ້ປະຊາຊົນປະຕິບັດຕົນເອງແນວໃດ ແລະຍ້ອນຫຍັງ?

ພຣະຢາເວຊົງກ່າວກັບປະຊາຊົນວ່າ ໃຫ້ພວກເຂົາທຸກ​ຄົນ​ເວົ້າ​ຄວາມ­ຈິງ​ກັບ​ເພື່ອນ­ບ້ານຂອງພວກເຂົາ, ແລະ ຕັດ­ສິນ​ຕາມ​ຄວາມ­ຈິງ, ຕາມຄວາມຍຸຕິທັມ, ແລະ ​ສ້າງ­ສັນຕິສຸກຢູ່​ທີ່​ປະ­ຕູ​ເມືອງຂອງ​ພວກເຂົາ. ພຣະອົງຊົງກ່າວວ່າ ຢ່າ​ວາງແຜນ​ຊົ່ວ​ຮ້າຍໃນ​ໃຈ​ຂອງພວກເຂົາ​ຕໍ່­ສູ້​ຊຶ່ງກັນແລະກັນ. ພຣະຢາເວສັ່ງວ່າ ຢ່າ​ຮັກ​ຄຳ​ປະຕິຍານ​ບໍ່​ຈິງ ເພາະພຣະອົງກຽດຊັງສິ່ງເຫລົ່ານີ້.

Zechariah 8:18

ຕາມຄວາມຈິງທີ່ວ່າ ການ​ອົດ​ອາ­ຫານ​ໃນ​ເດືອນ​ທີ​ສີ່, ​ເດືອນ​ທີ​ຫ້າ​, ເດືອນ​ທີ​ເຈັດ ແລະ ​​ເດືອນ​ທີ​ສິບ ຈະ​ເປັນ​ເວລາແຫ່ງ​ຄວາມ​ຊົມ­ຊື່ນ­ຄວາມຍິນ­ດີ ແລະ ​ເທດສະການແຫ່ງຄວາມສຸກ ສຳລັບ​ເຊື້ອ­ສາຍ​ຂອງຢູ­ດາ, ພວກເຂົາໄດ້ຖືກບອກໃຫ້ເຮັດຫຍັງໂດຍພຣະຢາເວ?

ພວກເຂົາໄດ້ຖືກບອກວ່າ ໃຫ້ຮັກ​ຄວາມ­ຈິງ ແລະ ​ໃຫ້ຮັກສັນຕິສຸກ.

Zechariah 8:20

ແມ່ນໃຜຜູ້ທີ່ພຣະ­ຢາເວເວົ້າວ່າ ຈະມາສະແຫວງຫາພຣະອົງ ແລະ ຮ້ອງຂໍຄວາມເມດຕາຂອງພຣະອົງ?

ພຣະຢາເວຊົງກ່າວວ່າ ປະຊາຊົນຫລວງຫລາຍຈາກເມືອງທີ່ແຕກຕ່າງກັນ ແລະ​ ບັນ­ດາ​ປະຊາຊາດ​ທີ່​ເຂັ້ມ­ແຂງ ​ຈະ​ມາ​ສະ­ແຫວງ­ຫາ​ພຣະຢາເວ ແລະ ຮ້ອງຂໍພຣະເມດຕາຂອງພຣະອົງ.

Zechariah 8:23

ໃນວັນເຫລົ່ານັ້ນ, ເປັນຫຍັງຜູ້ຊາຍສິບຄົນຈາກທຸກພາສາ, ແລະ ທຸກຊາດຮ້ອງຂໍເພື່ອຂຶ້ນໄປນະຄອນເຢຣູຊາເລັມ ພ້ອມກັບປະຊາຊົນຂອງພຣະ­ຢາເວ?

ພວກເຂົາຂໍຂຶ້ນໄປນະຄອນເຢຣູຊາເລັມພ້ອມກັບປະຊາຊົນຂອງພຣະ­ຢາເວ ເພື່ອທີ່ພວກເຂົາຈະ​ໄດ້ຍິນ​ຄຳວ່າ​ ພຣະ­ເຈົ້າ​ສະ­ຖິດ​ຢູ່​ກັບ​ພວກເຂົາ.

Zechariah 9

Zechariah 9:1

ຄຳປະກາດຂອງພຣະຢາເວກ່ຽວກັບເລື່ອງຫຍັງ?

ຄຳປະກາດຖ້ອຍຄຳຂອງພຣະຢາເວກ່ຽວກັບເລື່ອງຂອງ ແຜ່ນດິນ​ຮັດ­ຣັກ ແລະ ເມືອງ​​ດາ­ມາ­ເຊ, ​ຮຳ­ມາດ, ຕີ­ເຣ​ ແລະ​ຊີ­ໂດນ.

Zechariah 9:3

ພຣະຢາເວຊົງກ່າວ່າ ຈະເຮັດຫຍັງກ່ຽວກັບ­ເມືອງຕີ­ເຣ?

ພຣະຢາເວຊົງກ່າວ່າ, " ອົງ­ພຣະຜູ້ເປັນເຈົ້າຈະຢຶດ​ຊັບ­ສິນ​ຂອງນາງ ແລະ ທຳລາຍຄວາມເຂັ້ມແຂງຂອງນາງ​ລົງ​ໄປ​ໃນ​ນ້ຳ​ທະ­ເລ, ດັ່ງນັ້ນເມືອງນີ້ຈະຖືກເຜົາໄຫມ້ດ້ວຍໄຟ."

Zechariah 9:5

ພຣະຢາເວຊົງກ່າວວ່າ ພຣະອົງຈະເຮັດຫຍັງກັບຄົນ​ຟີ­ລິດ­ສະ­ຕິນ ແລະ ຈະເກີດຫຍັງຂຶ້ນກັບພວກເຂົາ?

ພຣະຢາເວຊົງກ່າວ່າ, ພຣະອົງຈະກຳຈັດ​ຄວາມ​ຈອງຫອງ​ຂອງ​ຄົນ​ຟີ­ລິດ­ສະ­ຕິນ. ພຣະຢາເວຍັງຊົງກ່າວອີກວ່າ ພວກເຂົາຈະກາຍເປັນສິ່ງເສດເຫລືອ ສຳລັບພຣະເຈົ້າເຫມືອນກັນກັບເຜົ່າຂອງຢູດາ.

Zechariah 9:8

ເຫດຜົນອັນຫນຶ່ງທີ່ພຣະຢາເວໃຫ້ສຳລັບການຕັ້ງຄ້າຍພັກຮອບແຜ່ນດິນຂອງພຣະອົງແມ່ນຫຍັງ?

ພຣະຢາເວກ່າວວ່າ ພຣະອົງຈະ​ຕັ້ງ­ຄ້າຍ​ຢູ່​ຂ້າງ​ແຜ່ນດິນຂອງພຣະອົງຕໍ່ສູ້ກອງທັບເຫລົ່າສັດຕູ ດັ່ງນັ້ນ ຈຶ່ງບໍ່ມີໃຜສາມາດຜ່ານເຂົ້າໄປ ຫລືກັບອອກມາໄດ້, ເພາະພຣະອົງຊົງກ່າວວ່າ ຈະບໍ່​ໃຫ້ມີ​ຜູ້­ໃດເຂົ້າມາຂົ່ມ­ເຫັງ​ພວກ­ເຂົາ​ໄດ້ອີກຕໍ່ໄປ.

Zechariah 9:9

ເປັນຫຍັງລູກສາວຂອງຊີໂອນຈຶ່ງໂຮ່ຮ້ອງດ້ວຍຄວາມຊື່ນຊົມຍິນດີ​ ແລະ ລູກສາວແຫ່ງເຢ­ຣູ­ຊາ­ເລັມບອກໃຫ້ຮ້ອງດ້ວຍຄວາມສຸກ?

ພວກເຂົາຖືກບອກໃຫ້ເຮັດສິ່ງນີ້ ເພາະວ່າ ກະ­ສັດ​ຂອງ​ພວກເຂົາ​ກຳລັງສະ­ເດັດ​ມາ​ຫາພວກເຂົາ​ດ້ວຍ​ຄວາມ­ຍຸ­ຕິ­ທັມ ແລະສະເດັດມາເພື່ອຊ່ວຍພວກເຂົາ.

ກະສັດຂອງພວກເຂົາຈະມາຫາພວກເຂົາແນວໃດ?

ພຣະອົງຂອງຊົງ​ຖ່ອມໃຈ ແລະ ຊົງປະທັບເທິງຫລັງ​ລາ, ເທິງຫລັງລູກລາໂຕຫນຶ່ງ.

ກະສັດອົງນີ້ຈະເວົ້າຫຍັງຕໍ່ປະຊາຊາດ?

ພຣະ­ອົງ​ຈະ​ປະ­ກາດ​ສັນ­ຕິ­ສຸກ​ແກ່​ບັນດາປະຊາ­ຊາດ.

ຂອບເຂດຂອງການຄອບຄອງຂອງກະສັດນັ້ນຈະເປັນແນວໃດ?

ການປົກ​ຄອງ​ຂອງພຣະອົງ ຈະເລີ່ມຈາກ​ທະ­ເລ​ນີ້​ໄປ​ເຖິງ​ທະ­ເລ​ນັ້ນ, ແລະ​ຈາກ​ແມ່­ນ້ຳ​ນີ້​ໄປ​ເຖິງ​ສຸດ​ປາຍ​ແຜ່ນ­ດິນ­ໂລກ.

Zechariah 9:11

ເປັນຫຍັງພຣະຢາເວຈຶ່ງປົດປ່ອຍນັກໂທດຂອງພວກເຂົາໃຫ້ເປັນອິດສະຫລະອອກຈາກຂຸມທີ່ບໍ່ມີນໍ້າ?

ພຣະຢາເວຊົງກ່າວວ່າ ດ້ວຍ​ວ່າ ເລືອດ​ແຫ່ງ​ຄຳ­ຫມັ້ນ­ສັນ­ຍາ​ຂອງ​ພຣະອົງກັບພວກເຂົາ.

ພຣະຢາເວໄດ້ປຸກພວກລູກຊາຍຂອງຊີໂອນເພື່ອຕໍ່ສູ້ກັບໃຜ?

ພຣະຢາເວໄດ້ປຸກລູກ​ຊາຍທັງຫລາຍຂອງຊີ­ໂອນ ເພື່ອຕໍ່­ສູ້​ກັບ​ລູກ­ຊາຍ​ທັງ­ຫລາຍຂອງຊາວກຣີກ.

ພຣະຢາເວໄດ້ເຮັດໃຫ້ຊີໂອນເປັນຄືແນວໃດ?

ພຣະຢາເວໄດ້ເຮັດໃຫ້ຊີ­ໂອນເປັນ​ຄື​ດາບ​ນັກຮົບ.

Zechariah 9:14

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Zechariah 9:16

ໃນມື້ນັ້ນ ຊີໂອນຈະເປັນແນວໃດ ເມື່ອພຣະຢາເວ, ພຣະ­ເຈົ້າ​ຂອງ​ພວກ­ເຂົາ​ຈະ​ຊ່ວຍ​ພວກເຂົາໃຫ້ພົ້ນ?

ໃນມື້ນັ້ນ ຊີໂອນຈະ​ເປັນ​ເຫມືອນ​ດັ່ງ​ແກ້ວ​ເພັດ ຊຶ່ງ​ຕິດ​ຢູ່­ໃນ​ມົງກຸດ​ທີ່​ສ່ອງ­ແສງ​ໃນ​ແຜ່ນ­ດິນ​ຂອງ​ພຣະ­ອົງ.

Zechariah 10

Zechariah 10:1

ພຣະຢາເວຈະເຮັດຫຍັງເພື່ອຊີໂອນ?

ພຣະຢາເວ​ຈະ­ປະ­ທານ​ຫ່າ​ຝົນໃຫ້​ແກ່​ທຸກ​ຄົນ ແລະ ພືດຜັກໃນທົ່ງນາ.

ດ້ວຍເຫດໃດຜູ້ຄົນຈຶ່ງຫລົງທາງຄືແກະ ແລະທຸກລຳບາກ?

ຜູ້ຄົນຫລົງທາງຄືແກະ ແລະ ທຸກລຳບາກ ຍ້ອນວ່າ ພວກຫມໍ­ດູທີ່ເຫັນ​ນິມິດ​ບໍ່​ຈິງ; ໄດ້​ເລົ່າ​ຄວາມ​ຝັນ​ບໍ່​ຈິງ, ແລະ​ໃຫ້​ຄຳ​ເລົ້າ​ໂລມ​ໃຈ​ອັບ​ປະ­ໂຫຍດ. ພວກເຂົາ​ທຸກລຳບາກເພາະບໍ່­ມີ​ຜູ້​ລ້ຽງ.

Zechariah 10:3

ແມ່ນໃຜເປັນຜູ້ທີ່ພຣະຢາເວຊົງກ່າວວ່າພຣະອົງຈະລົງໂທດ?

ພຣະຢາເວຈະລົງໂທດ ແກະຕົວຜູ້ຄື – ພວກຜູ້ນຳທັງຫລາຍ.

Zechariah 10:4

ພຣະຢາເວຊົງກ່າວຫຍັງແດ່ ທີ່ຈະມາຈາກເຊື້ອສາຍຂອງຢູດາ?

ພຣະຢາເວຊົງກ່າວວ່າ ຫີນເສົາເອກ, ເຫລັກຕອກເຕັນ, ຄັນທະ­ນູສູ້ຮົບ ແລະ ບັນດາຜູ້ປົກຄອງຈະມາຈາກເຊື້ອສາຍຂອງຢູດາ.

Zechariah 10:6

ພຣະຢາເວ ໄດ້ຊົງກ່າວວ່າ ພຣະອົງຈະເຮັດຫຍັງຕໍ່ເຊື້ອສາຍຂອງຢູດາ ແລະ ໂຢເຊັບ?

ພຣະຢາເວຊົງກ່າວວ່າ ພຣະອົງຈະເສີມກຳລັງ­​ເຊື້ອ­ສາຍຂອງ​ຢູ­ດາ​ ແລະ ປົກປ້ອງ​ເຊື້ອ­ສາຍ​ຂອງ​ໂຢ­ເຊັບ​. ພຣະຢາເວຊົງກ່າວວ່າ ພຣະອົງຈະເຮັດໃຫ້ພວກ­ເຂົາ​ຄືນ​ມາ​ສູ່ສະພາບເດີມ ແລະ ເມດຕາພວກເຂົາ.

Zechariah 10:8

ຢູດາ ແລະ ເອຟາຣາອີມຈະເຮັດຫຍັງ ເມື່ອພວກເຂົາລະນຶກເຖິງ​ພຣະຢາເວ​ ໃນບັນດາປະເທດທີ່ຫ່າງໄກ ຄືໃນບ່ອນທີ່​ພຣະຢາເວ​ໄດ້ຊົງກະຈັດກະຈາຍພວກເຂົາໄປ?

ພວກ­ເຂົາ​ ແລະ ລູກຫລານທັງຫລາຍຂອງພວກເຂົາ ຈະ​ດຳ­ລົງ​ຊີ­ວິດ​ຢູ່​ ແລະ ກັບ​ຄືນ​ມາ. ເມື່ອພວກ­ເຂົາ​ຈະ​ລະ­ນຶກ​ເຖິງ​ພຣະຢາເວ​ໃນ​ບັນ­ດາ​ປະ­ເທດ​ທີ່​ຫ່າງ​ໄກທັງຫລາຍ​ນັ້ນ​ ບ່ອນທີ່ພຣະອົງໄດ້ກະຈັດກະຈາຍ​ພວກ­ເຂົາໄປ.

Zechariah 10:11

ພຣະຢາເວໄດ້ຊົງກ່າວວ່າ ພຣະອົງຈະເຮັດຫຍັງຕໍ່ເອຢິບ ແລະອັດ­ຊີ­ເຣຍ ຫລັງຈາກທີ່ພຣະອົງຊົງເຕົ້າໂຮມເຊື້ອສາຍຢູດາຈາກສະຖານທີ່ເຫລົ່ານັ້ນ?

ພຣະຢາເວ​ຊົງກ່າວວ່າ ພຣະອົງຈະເຮັດໃຫ້ຄວາມສະຫງ່າງາມຂອງ​ອັດ­ຊີ­ເຣຍ​​ຕົກ­ຕ່ຳ ແລະ ​ໄມ້ຄ້ອນເທົ້າ​ຂອງ​ເອຢິບ​ຈະ​ຖືກ​ຖອດ­ອອກ​ໄປຈາກຊາວເອຢິບ.

Zechariah 11

Zechariah 11:1

ເປັນຫຍັງຄົນລ້ຽງແກະຈຶ່ງຮ້ອງໄຫ້?

ຄົນລ້ຽງແກະຮ້ອງ­ໄຫ້ ເພາະປ່າ­ທຶບໄດ້ຖືກທຳລາຍລົງຫມົດແລ້ວ.

Zechariah 11:4

ພຣະ­ຢາເວຊົງບອກໃຫ້ເຊຄາຣິຢາເຮັດຫຍັງ?

ພຣະ­ຢາເວຊົງບອກໃຫ້ເຊຄາຣິຢາວ່າ, "ຄົນ​ລ້ຽງ​ຝູງ​ແກະຫມາຍເຖິງສຳລັບຖືກຂ້າ!"

ພຣະຢາເວຊົງກ່າວວ່າ ພຣະອົງຈະເຮັດຫຍັງຕໍ່ຄົນທີ່ອາໄສໃນແຜ່ນດິນຢູດາ?

ພຣະ­ຢາເວຊົງກ່າວວ່າ ພຣະອົງຈະບໍ່ມີຄວາມສົງສານຕໍ່ພວກເຂົາ ແຕ່ຈະໃຫ້ທຸກຄົນຕົກຢູ່ໃນມືຂອງຜູ້ລ້ຽງແກະ ແລະ​ ມື​ຂອງກະສັດຂອງ​ພວກ­ເຂົາ, ແລະພວກ­ເຂົາ​ຈະ​ທຳລາຍແຜ່ນ­ດິນ​ນັ້ນ.

Zechariah 11:7

ສອງສິ່ງທີ່ເຊຄາຣິຢາໃຊ້ສຳລັບ ຄົນ​ລ້ຽງ​ຝູງ​ແກະຫມາຍເຖິງການຂ້າ ແມ່ນຊື່ແນວໃດ?

ຊື່ຂອງ​ສອງສິ່ງນັ້ນຄື: "ພຣະ­ຄຸນ." ແລະ "​ເອກະ­ພາບ."

ເປັນຫຍັງເຊຄາຣິຢາຈຶ່ງທຳລາຍຜູ້ລ້ຽງແກະສາມຄົນໃນຫນຶ່ງເດືອນ?

ເພາະລາວຫມົດຄວາມອົດທົນກັບພວກເຂົາ, ແລະ ພວກເຂົາກຽດ­ຊັງລາວເຫມືອນ​ກັນ.

Zechariah 11:10

ເປັນຫຍັງເຊຄາຣິຢາຈຶ່ງທຳລາຍໄມ້ຄ້ອນ­ເທົ້າ​ຂອງລາວ, "ພຣະ­ຄຸນ."?

ລາວໄດ້ທຳລາຍ ເພື່ອຫັກພັນທະສັນຍາທີ່ລາວໄດ້ເຮັດກັບເຜົ່າຂອງລາວທັງຫມົດ.

ເຊຄາຣິຢາໄດ້ຈ່າຍເທົ່າໃດ?

ເຊຄາຣິຢາໄດ້ຈ່າຍຈຳນວນເງິນສາມ­ສິບ​ຫລຽນ.

Zechariah 11:13

ພຣະຢາເວໄດ້ຊົງບອກໃຫ້ເຊຄາຣິຢາເຮັດຫຍັງກັບເງິນສາມສິບຫລຽນຂອງລາວ?

ເຊຄາຣິຢາໄດ້ຖືກບອກໃຫ້ເອົາເງິນສາມສີບຫລຽນໄປໄວ້ໃນຄັງ.

ການໄດ້ທຳລາຍໄມ້ຄ້ອນເທົ້າທີສອງ, "ເອກະພາບ" ເພື່ອຫຍັງ?

ການທຳລາຍ​ໄມ້­ຄ້ອນເທົ້າ​ອັນ​ທີ​ສອງ, "ເອກະພາບ," ເພື່ອຕັດຄວາມເປັນພີ່ນ້ອງ ລະຫວ່າງ ​ຢູ­ດາກັບອິດສະຣາເອນ.

Zechariah 11:15

ພຣະ­ຢາເວໄດ້ເວົ້າວ່າ ພຣະອົງຈະລ້ຽງຜູ້ລ້ຽງແກະໃນແຜ່ນດິນ. ຜູ້ລ້ຽງແກະຈະເຮັດຫຍັງ?

ຜູ້​ລ້ຽງ​ແກະ​ຈະ​ບໍ່ສົນໃຈແກະ, ຈະບໍ່ສະແຫວງຫາແກະທີ່ກະຈັດກະຈາຍໄປ​, ຫລື​ຮັກສາແກະພິການ. ເຂົາບໍ່ລ້ຽງແກະທີ່ແຂງແຮງ, ແຕ່ຈະກິນເນື້ອຂອງແກະໂຕອ້ວນພີ​ ແລະ ຈະ​ຫັກ​ກີບຕີນ​ຂອງພວກມັນ.

Zechariah 11:17

ຄຳສາບແຊ່ງອັນໃດທີ່ຖືກປະກາດຕໍ່ຜູ້ລ້ຽງແກະທີ່ບໍ່ເຫັນຄ່າທີ່ປະຖິ້ມຝູງແກະ?

ຄຳສາບແຊ່ງຄື: ຂໍໃຫ້ດາບນັ້ນຕໍ່ສູ້ກັບແຂນຂອງເຂົາ ແລະ ​ຕາ​ຂວາ​ຂອງເຂົາ! ຂໍໃຫ້ແຂນຂອງເຂົາຫ່ຽວແຫ້ງໄປ ແລະ ​ໃຫ້ຕາ​ເບື້ອງ​ຂວາ​ຂອງ​ເຂົາ­​ບອດ​ໄປ!”

Zechariah 12

Zechariah 12:1

ແມ່ນໃຜຄືພຣຢາເວຜູ້ເຮັດການປະກາດນີ້ກ່ຽວກັບອິສະຣາເອນ?

ພຣະຢາເວແມ່ນ ຜູ້ຊຶ່ງຊົງຄຶງ​ທ້ອງ­ຟ້າ​ອອກ ແລະ ວາງ​ຮາກ­ຖານຂອງແຜ່ນດິນໂລກ, ຜູ້ຊົງໃສ່​ຈິດວິນຍານຂອງ​ປະຊາຊາດໄວ້ໃນມະນຸດ.

ແມ່ນໃຜຈະໄປເຕົ້າໂຮມຕໍ່ສູ້ເຢຣູຊາເລັມ?

ບັນດາປະຊາຊາດແຫ່ງແຜ່ນດິນໂລກຈະເຕົ້າໂຮມກັນຕໍ່ສູ້ເຢຣູຊາເລັມ.

Zechariah 12:4

ໃນມື້ທີ່ປະຊາຊາດທັງຫລາຍເຕົ້າໂຮມກັນຕໍ່ສູ້ກັບຢູດາ, ພຣະຢາເວໄດ້ຊົງກ່າວຫຍັງແດ່ເປັນພິເສດທີ່ພຣະອົງຈະເຮັດຕໍ່ມ້າທັງຫລາຍ ແລະ ຜູ້ຂີ່ມ້າຂອງກອງທັບສັດຕູ?

ພຣະຢາເວຈະໂຈມຕີມ້າທຸກໂຕດ້ວຍຄວາມຢ້ານກົວ ແລະ ຜູ້​ຂີ່​ມ້າ​ທຸກຄົນຢ່າງຄົນບ້າ​. ພຣະຢາເວຈະ​​ໂຈມຕີ​ມ້າ​ທຸກ​ໂຕ​ຂອງສັດຕູຕາ­ບອດ​ໄປ.

Zechariah 12:6

ໃນມື້ນັ້ນ ພວກຜູ້ນຳຢູດາຈະເປັນເຫມືອນຫຍັງ?

ໃນວັນນັ້ນ, ຜູ້ນຳ​ທັງຫລາຍ​ຂອງ​ຢູ­ດາເປັນເຫມືອນຫມໍ້ໄຟທ່າມກາງໄມ້ ແລະ ເປັນເຫມືອນໂຄມໄຟທ່າມກາງຕົ້ນເຂົ້າທີ່ຢືນຢູ່.

Zechariah 12:7

ເປັນຫຍັງພຣະ­ຢາເວຈະຊ່ວຍຫໍເຕັ້ນຂອງຢູດາກ່ອນ?

ພຣະ­ຢາເວຈະຮັກສາຫໍເຕັ້ນຂອງຢູດາກ່ອນ ເພື່ອ​ວ່າ ​ສະ­ຫງ່າຣາ­ສີ​ຂອງ​ເຊື້ອ­ສາຍ​ດາ­ວິດ ແລະ ​ກຽດສັກສີຂອງຜູ້ທີ່ອາໄສໃນນະຄອນ​ເຢ­ຣູ­ຊາ­ເລັມ ​ຈະ​ບໍ່​ໄດ້ຍິ່ງໃຫຍ່ໄປກວ່າຄົນທີ່ເຫລືອຂອງ​ຢູ­ດາ.

ຄວາມຕັ້ງໃຈຂອງພຣະ­ຢາເວທີ່ຈະເຮັດໃນມື້ນັ້ນແມ່ນຫຍັງ?

ພຣະ­ຢາເວຊົງກ່າວ່າ ໃນ​ວັນ​ນັ້ນພຣະອົງ​ ຈະເລີ່ມຕົ້ນ​ທຳລາຍບັນດາປະຊາຊາດ​ທັງ​ຫມົດ​ທີ່​ມາ​ຕໍ່­ສູ້ນະຄອນ​ເຢ­ຣູ­ຊາ­ເລັມ.

Zechariah 12:10

ໃນມື້ນັ້ນ, ພຣະຢາເວຈະຖອກເທໃສ່ສິ່ງໃດແດ່ເທິງເຊື້ອສາຍຂອງດາວິດ ແລະ ຊາວເມືອງເຢຣູຊາເລັມ?

ພຣະຢາເວຈະຖອກເທ​ວິນ­ຍານ​ແຫ່ງຄວາມຮັກ ແລະ ​ຄຳ​ອ້ອນ­ວອນ.

ເຊື້ອສາຍຂອງດາວິດ ແລະ ຊາວເມືອງເຢຣູຊາເລັມຈະເຮັດແນວໃດເມື່ອພວກເຂົາເຫັນຜູ້ທີ່ເຂົາໄດ້ແທງ?

ເມື່ອພວກເຂົາ​ຫລຽວເຫັນລາວ,​ ຜູ້ດຽວທີ່ພວກເຂົາໄດ້ແທງນັ້ນ, ພວກເຂົາຈະໄວ້ທຸກ ແລະ ໂສກເສົ້າເສຍໃຈຢ່າງຂົ່ມຂື່ນ ສຳລັບພວກເຂົາເຫມືອນຄົນເຫລົ່ານັ້ນຜູ້ທີ່ໂສກເສົ້າເສຍໃຈເຖິງການຕາຍຂອງລູກຊາຍກົກຂອງຕົນ.

Zechariah 12:12

ແຜ່ນດິນຈະໂສກເສົ້າເສຍໃຈໃນມື້ນີ້ແນວໃດ?

ໃນມື້ນັ້ນ, ແຕ່ລະຕະກຸນຈະໄວ້ທຸກ ແຍກອອກຈາກຕະກຸນອຶ່ນໆ ແລະໃນແຕ່ລະຕະກຸນ ພວກເຂົາຈະໄວ້ທຸກແຍກກັນ, ບັນດາເມຍຂອງພວກເຂົາຈະຖືກແຍກອອກຈາກຜູ້ຊາຍທັງຫລາຍ.

Zechariah 13

Zechariah 13:1

ເພາະຫຍັງນໍ້າພຸຈະພຸ່ງຂື້ນສຳລັບເຊື້ອສາຍດາວິດວັນໃນວັນນັ້ນ?

ນ້ຳ­ພຸຈະ​ພຸ່ງ­ຂຶ້ນເພາະ ຄວາມບາບ ແລະ ​ຄວາມສົກກະປົກຂອງພວກເຂົາ.

ພຣະ­ຢາເວຈະຕັດສິ່ງໃດອອກຈາກແຜ່ນດິນແລະຍ້ອນຫຍັງ?

​ພຣະ­ຢາເວຈະ​ຕັດ​ຊື່ທັງຫລາຍ​ຂອງ​ບັນ­ດາ​ຮູບ​ເຄົາ­ລົບ​ໃຫ້​ຫນີ​ຈາກ​ແຜ່ນ­ດິນ ແລະ ຈະບໍ່ມີໃຜລະນືກເຖິງພວກມັນອີກເລີຍ.

​ພຣະ­ຢາເວຈະຊົງເຮັດຫຍັງໃຫ້ອອກ​ໄປ​ຈາກ​ແຜ່ນ­ດິນນັ້ນ?

ພຣະ­ຢາເວຈະເຮັດໃຫ້ບັນດາຜູ້­ປະ­ກາດ­ພຣະ­ທັມປອມ ແລະ​ວິນ­ຍານ​ຊົ່ວຮ້າຍທີ່ເປັນມົນທິນອອກ​ໄປ​ຈາກ​ແຜ່ນ­ດິນນັ້ນ.

Zechariah 13:3

​ຖ້າໃຜກໍຕາມທີ່ຍັງທຳ­ນວາຍ​ຢູ່, ພໍ່​ແລະແມ່​ຈະ​ເຮັດແນວໃດຕໍ່​ລາວ?

ພໍ່​ແລະແມ່ຂອງລາວຄື​ຜູ້​ໃຫ້​ກຳ­ເນີດ​ລາວ​​ຈະ​ແທງ​ລາວໃຫ້​ຊອດ​ ເມື່ອລາວ​ກ່າວຄຳທຳ­ນວາຍ​ທັງຫລາຍ.

Zechariah 13:4

ໃນວັນນັ້ນ, ເປັນຫຍັງຜູ້ທີ່ທຳນວາຍຈະບໍ່ໃສ່ເສື້ອຄຸມທີ່ມີຂົນສັດ?

­ຜູ້ທຳນວາຍຈະ​ບໍ່​ນຸ່ງ​ເສື້ອທີ່​ເປັນ​ຂົນ​ສັດ ເພື່ອທີ່ຫລອກຫລວງປະຊາຊົນຕໍ່ໄປ.

Zechariah 13:7

ຜູ້ລ້ຽງແກະແມ່ນໃຜ?

ຜູ້ລ້ຽງແກະຄື "ຜູ້ຊາຍຄົນນັ້ນທີ່ຢືນໃກ້ເຮົາ."

ຈະມີຫຍັງເກີດຂຶ້ນກັບຝູງແກະເມື່ອຜູ້ລ້ຽງແກະຖືກຂ້າຕາຍ?

ເມື່ອຜູ້ລ້ຽງແກະຖືກຂ້າຕາຍ ຝູງ​ແກະ​ນັ້ນ​ຈະ​ກະ­ຈັດກະ­ຈາຍ​ໄປ.

Zechariah 13:8

ພຣະຢາເວປະກາດວ່າ ຈະມີຫຍັງເກີດຂຶ້ນໃນທົ່ວແຜ່ນດິນທັງຫມົດ?

ນີ້ເປັນຄຳປະກາດຂອງພຣະຢາເວຄື ສອງໃນສາມຈະຖືກຕັດອອກ. ຄົນເຫລົ່ານັ້ນຈະຖືກທຳລາຍ​ໃຫ້ຈິບ­ຫາຍ​; ພຽງຫນຶ່ງໃນສາມເທົ່ານັ້ນທີ່ຈະ​ຍັງ​ເຫລືອ​ຢູ່.

ຈະມີຫຍັງເກີດຂຶ້ນຕໍ່ຄົນຫນຶ່ງໃນສາມທີ່ຍັງເຫລືອຢູ່ນັ້ນ?

​ຫນຶ່ງ​ໃນ​ສາມ​ທີ່ຍັງເຫລືອຢູ່ນັ້ນ ຈະຖືກນຳເອົາໄປຜ່ານໄຟ​, ຖືກຫລອມ ແລະ ທົດສອບ.

ຄົນຫນຶ່ງໃນສາມທີ່ເຫລືອຢູ່ນັ້ນຈະເວົ້າຫຍັງແດ່?

ຄົນຫນຶ່ງໃນສາມທີ່ເຫລືອຢູ່ນັ້ນຈະເວົ້າວ່າ, ‘ພຣະຢາເວ​ເປັນພຣະ­ເຈົ້າ​ຂອງ​ຂ້ານ້ອຍ!"

Zechariah 14

Zechariah 14:1

ເປັນຫຍັງການປຸ້ນນະຄອນເຢຣູຊາເລັມຈຶ່ງຈະຖືກແບ່ງແຍກໃນທ່າມກາງພວກເຂົາ?

ການປຸ້ນນະຄອນເຢຣູຊາເລັມຈະຖືກແບ່ງແຍກໃນທ່າມກາງພວກເຂົາ ເພາະວ່າ ພຣະຢາເວຈະຊົງເຕົ້າໂຮມຊົນຊາດມາຕໍ່ສູ້ກັບເຢຣູຊາເລັມໃນສົງຄາມ, ແລະ ເມືອງ​ນັ້ນ​ຈະຖືກ​ຢຶດຄອງ. ບ້ານເຮືອນທັງຫລາຍຈະຖືກ​ປຸ້ນ​.

Zechariah 14:3

ຈະເກີດຫຍັງຂຶ້ນກັບຊົນຊາດທັງຫລາຍທີ່ມາຕໍ່ສູ້ກັບນະຄອນເຢຣູຊາເລັມ?

ພຣະ­ຢາເວ​ຈະ​ສະ­ເດັດ​ອອກ​ໄປ ແລະ ເຮັດສົງຄາມ​ຕໍ່­ສູ້​ກັບ​ບັນດາຊົນ­ຊາດ​ເຫລົ່າ­ນັ້ນ ເຫມືອນ​ກັບມື້​ທີ່​ພຣະ­ອົງ​ຕໍ່­ສູ້​ໃນ​ວັນ​ແຫ່ງສົງຄາມນັ້ນ.

ຈະເກີດຫຍັງຂຶ້ນກັບພູເຂົາຫມາກກອກເທດ ເມື່ອພຣະ­ຢາເວຢືນຢູ່ເທິງນັ້ນ?

ພູຫມາກກອກເທດ​ຈະຖືກແບ່ງ​ເຄິ່ງ​ ໂດຍ​ຮ່ອມພູ​ທີ່​ກວ້າງ​ໃຫຍ່ ​ລະຫວ່າງ ເຄິ່ງຫນຶ່ງ.

Zechariah 14:5

ເມື່ອໃດທີ່ພຣະ­ຢາເວ ແລະ ອົງຜູ້ຊົງ​ບໍ­ຣິ­ສຸດຈະສະເດັດມາ?

ພຣະ­ຢາເວ ແລະ ອົງຜູ້​ບໍ­ຣິ­ສຸດຈະສະເດັດມາ ຫລັງຈາກຊາວເຢຣູຊາເລັມຫນີລົງໄປ​ໃນ​ຮ່ອມ​ພູ­​ ລະຫວ່າງພູຂອງ​ພຣະຢາເວ.

Zechariah 14:6

ນໍ້າທີ່ໄຫລຈາກເມືອງເຢຣູຊາເລັມ, ກຳລັງຈະໄຫລໄປໃສ?

ເຄິ່ງຫນຶ່ງຂອງນ້ຳ​ຈະໄຫລໄປທີ່ທະ­ເລ​ທິດ­ຕາເວັນອອກ, ແລະ​ອີກ​ເຄິ່ງ​ຫນຶ່ງຈະ​ໄຫລ​ໄປ​ສູ່​ທະ­ເລ​ທິດ­ຕາເວັນຕົກ.

Zechariah 14:9

ໃຜຈະເປັນກະສັດປົກຄອງທົ່ວແຜ່ນດິນໂລກ?

ພຣະຢາເວ​ຈະ​ເປັນ​­ກະ­ສັດເຫນືອ­ແຜ່ນ­ດິນ­ໂລກທັງຫມົດ.

ພຣະເຈົ້າຈະທຳລາຍເມືອງເຢຣູຊາເລັມບໍ?

ພຣະເຈົ້າຈະບໍ່ທຳລາຍລ້າງພວກເຂົາຈົນຫມົດກ້ຽງອີກຕໍ່ໄປ. ຊາວເຢ­ຣູຊາເລັມ​ຈະມີຊີວິດຢູ່ຢ່າງ​ປອດ­ໄພ.

Zechariah 14:12

ແມ່ນໄພພິບັດຫຍັງແດ່ ທີ່ພຣະຢາເວຈະໂຈມຕີປະຊາຊົນທັງຫມົດທີ່ເຮັດສົງຄາມເພື່ອຕໍ່ສູ້ກັບເຢຣູຊາເລັມ?

ເນື້ອຫນັງ, ດວງຕາ ແລະ ລີ້ນຂອງປະຊາຊົນທຸກຄົນທີ່ຮັບຈ້າງເຮັດສົງຄາມຕໍ່­ສູ້​ກັບ​ນະຄອນເຢ­ຣູ­ຊາ­ເລັມຈະເຫນົ່າເຫມັນ.

ຈະເກີດຫຍັງຂຶ້ນ ເມື່ອຄວາມຢ້ານກົວທີ່ຍິ່ງໃຫຍ່ຈາກພຣະຢາເວມາໃນທ່າມກາງພວກເຂົາ?

ແຕ່ລະຄົນຈະຈັບມືຊຶ່ງກັນແລະກັນ, ແລະມືຂອງຄົນຫນຶ່ງຈະ​ຍົກ​​ຂຶ້ນ​ຕໍ່­ສູ້​ມືຂອງເພື່ອບ້ານອີກຄົນຫນຶ່ງ.

Zechariah 14:14

ບໍ່ມີຄໍາຖາມ

ບໍ່ມີຄໍາຖາມ

Zechariah 14:16

ຄົນທີ່ເຫລືອຢູ່ໃນປະຊາຊາດເຫລົ່ານັ້ນຈະເຮັດຫຍັງໃນການຕໍ່ສູ້ກັບນະຄອນເຢຣູຊາເລັມ?

ຄົນທີ່ເຫລືອຢູ່ໃນປະຊາຊາດເຫລົ່ານັ້ນ ​ຈະ​ຂຶ້ນ​ມາ​ທຸກໆ​ປີ ເພື່ອນະມັດສະການກະ­ສັດ, ​ຄື​ພຣະຢາເວຈອມໂຍທາ,­ ແລະ ຮັກສາ​ເທດ­ສະ­ການ​ປຸກຕູບຢູ່.

ຈະມີຫຍັງເກີດຂຶ້ນຖ້າຄົນຈາກທຸກຊາດໃນແຜ່ນດິນໂລກບໍ່ໄດ້ຂຶ້ນໄປເຢຣູຊາເລັມ ເພື່ອຂາບໄຫ້ວນະມັດສະການກະສັດ, ​ພຣະ­ຢາເວຈອມໂຍທາ?

ຖ້າ​ຄົນ​ໃດ​ບໍ່​ຂຶ້ນ​ໄປ​ເຢ­ຣູ­ຊາ­ເລັມ, ພຣະຢາເວຈະບໍ່ໃຫ້ມີຝົນ​ຕົກ​ເທິງພວກເຂົາ.​ ໄພພິ­ບັດຈາກ​​ພຣະຢາເວຈະ​ໂຈມ­ຕີ​ຊົນ­ຊາດທັງຫລາຍ ທີ່​ບໍ່​ຂຶ້ນ​ໄປຮັກສາ​ເທດ­ສະ­ການ​ປຸກຕູບ.

Zechariah 14:19

ບໍ່ມີຄໍາຖາມ

ບໍ່ມີຄໍາຖາມ

Zechariah 14:20

ໃນວັນນັ້ນ ຜູ້ໃດຈະບໍ່ຢູ່ໃນພຣະວິຫານຂອງພຣະຢາເວຈອມໂຍທາ?

ໃນວັນ​ນັ້ນ​ຈະ​ບໍ່​ມີ­ພວກພໍ່ຄ້າທັງຫລາຍຢູ່ໃນ ພຣະ­ວິ­ຫານ​ຂອງ​ພຣະຢາເວຈອມໂຍທາ​ອີກ​ຕໍ່­ໄປ.