ພາສາລາວ (Lao): translationQuestions Print

Updated ? hours ago # views See on WACS

2 Thessalonians 1

2 Thessalonians 1:3

ແມ່ນຫຍັງຄືສອງສິ່ງໃດທີ່ໂປໂລຂອບຄຸນພຣະເຈົ້າໃນຄຣິສຕະຈັກເທສະໂລນິກ?

ໂປໂລຂອບພຣະຄຸນພຣະເຈົ້າສຳລັບຄວາມເຊື່ອທີ່ເພີ່ມຂື້ນຂອງພວກເຂົາແລະຄວາມຮັກທີ່ພວກເຂົາມີຕໍ່ກັນແລະກັນ.

ເຫດການໃດທີ່ເຮັດໃຫ້ຄວາມເຊື່ອຂອງຄົນເທສະໂລນິກມີ່ຄວາມຫມັ້ນຄົງ?

ຍ້ອນການກົດຂີ່ຂົ່ມເຫງແລະຄວາມຍາກລຳບາກເຂົາຈື່ງມີຄວາມເຊື່ອທີ່ຫມັ້ນຄົງ.

ຜົນດີທີ່ເຂົາຈະໄດ້ຮັບເພາະຄວາມເຊື່ອທີ່ຫມັ້ນຄົງ?

ຜົນກໍ່ຄືທ່ານຈະໄດ້ເປັນຄົນທີ່ເຫມາະສົມສຳລັບຣາຊະອານາຈັກຂອງພຣະເຈົ້າສຳຫລັບການທົນທຸກ.

2 Thessalonians 1:6

ພຣະເຈົ້າຈະເຮັດສິ່ງໃດແກ່ຄົນເຫລົ່ານັ້ນທີ່ຂົ່ມເຫງຜູ້ທີ່ເຊື່ອ?

ພຣະເຈົ້າຈະຂົ່ມເຫັງຜູ້ທີ່ຂົ່ມເຫັງຜູ້ທີ່ເຊື່ອ, ລົງໂທດພວກເຂົາດ້ວຍແປວໄຟ.

ໃນເວລາໃດຜູ້ທີ່ເຊື່ອຈະໄດ້ຮັບການປົດປ່ອຍຈາກຄວາກທຸກທໍລະມານ?

ຜູ້ທີ່ເຊື່ອຈະໄດ້ຮັບການປົດປ່ອຍເມື່ອພຣະເຢຊູຄຣິດສະເດັດມາຈາກຟ້າສະຫວັນ.

2 Thessalonians 1:9

ຜູ້ທີ່ບໍ່ຮູ້ຈັກພຣະເຈົ້າຈະຖືກລົງໂທດດົນປານໃດ?

ຜູ້ທີ່ບໍ່ຮູ້ຈັກພຣະເຈົ້າພວກເຂົາຈະທົນທຸກກັບການຖືກລົງໂທດ ອັນເປັນຄວາມຈິບຫາຍນິຣັນດອນ.

ເປັນຫຍັງຜູ້ທີ່ບໍ່ຮູ້ຈັກພຣະເຈົ້າພວກເຂົາຈື່ງຖືກແຍກອອກຈາກການລົງໂທດຂອງພຣະເຈົ້າ?

ຄົນທີ່ບໍ່ຮູ້ຈັກພຣະເຈົ້າເຂົາຈະຖືກແຍກອອກຈາກທີ່ປະທັບຂອງພຣະເຈົ້າ.ເພື່ອການລົງໂທດ.

ຜູ້ທີ່ເຊື່ອຈະຕ້ອງເຮັດສິ່ງໃດເມື່ອພວກເຂົາເຫັນພຣະຄຣິດກັບມາໃນວັນຂອງພຣະອົງ?

ຜູ້ທີ່ເຊື່ອຈະອັດສະຈັນໃຈເມື່ອເຂົາເຫັນພຣະຄຣິດກັບມາໃນວັນຂອງພຣະອົງ

2 Thessalonians 1:11

ຜົນໄດ້ຮັບຂອງການເຮັດວຽກທີ່ດີຂອງຜູ້ທີ່ເຊື່ອໃນພຣະເຈົ້າແມ່ນຫຍັງ?

ຜົນງານທີ່ດີຂອງພວກເຂົາຄືການທີ່ພຣະນາມຂອງພຣະເຢຊູຄຣິດເປັນທີ່ສັນລະເສີນ.

2 Thessalonians 2

2 Thessalonians 2:1

ກ່ຽວກັບເຫດການໃດທີ່ໂປໂລເວົ້າວ່າຕອນທີ່ລາວຈະຂຽນ?

ໂປໂລກ່າວວ່າຕອນທີ່ລາວກຳລັງຈະຂຽນກ່ຽວກັບການສະເດັດມາຂອງອົງພຣະເຢຊູຄຣິດເຈົ້າ.

ໂປໂລບອກຫຍັງໃຫ້ແກ່ພວກເຂົາທີ່ບໍ່ເຊື່ອ?

ໂປໂລບອກພວກເຂົາວ່າຢ່າເຊື່ອວ່າວັນຂອງພຣະຜູ້ເປັນເຈົ້າໄດ້ມາເຖິງແລ້ວ.

2 Thessalonians 2:3

ໂປໂລເວົ້າຫຍັງທີ່ຕ້ອງມາກ່ອນວັນຂອງພຣະຜູ້ເປັນເຈົ້າ?

ໂປໂລເວົ້າວ່າຢ່າໃຫ້ໃຜລໍ້ລວງທ່ານ ບໍ່ວ່າຈະໃນທາງໃດໆ ຄົນນອກກົດຫມາຍໄດ້ເປີດເຜີຍ ແລະສະແດງຕົນເອງວ່າເປັນດັ່ງພຣະເຈົ້າ.

ຄົນທີ່ຜິດກົດຫມາຍເຂົາເປັນຄົນແບບໃດ?

ເປັນຄົນທີ່ຕໍ່ຕ້ານແລະ ຍົກຕົນເອງຂຶ້ນ ເພື່ອເປັນປໍຣະປັກກັບທຸກສິ່ງທີ່ເອີ້ນໂຕເອງວ່າພຣະເຈົ້າ

2 Thessalonians 2:5

ຄົນນອກກົດຫມາຍຈະຖືກເປິດເຜີຍເມື່ອໃດ?

ຄົນນອກກົດຫມາຍຈະຖືກເປິດເຜີຍເມື່ອຮອດເວລາທີ່ເຫມາະສົມເທົ່ານັ້ນ.

2 Thessalonians 2:8

ພຣະເຢຊູຈະເຮັດສິ່ງໃດກັບຊາຍທີ່ຜິດກົດຫມາຍ?

ເມື່ອພຣະເຢຊູເປິດເຜີຍຊາຍທີ່ຜິດກົດຫມາຍ ພຣະອົງຈະຂ້າຊາຍທີ່ຜິດກົດຫມາຍນັ້ນ.

ແມ່ນໃຜທີ່ເຮັດວຽກກັບຊາຍທີ່ຜິດກົດໝາຍທີ່ຈະມອບ ອຳນາດ, ຫມາຍສຳຄັນແລະສິ່ງມະຫັດສະຈັນບໍ່ຈິງໃຫ້ລາວ?

ແມ່ນຊາຕານທີ່ເຮັດວຽກກັບຊາຍທີ່ຜິດກົດໝາຍທີ່ຈະມອບ ອຳນາດ, ຫມາຍສຳຄັນແລະສິ່ງມະຫັດສະຈັນບໍ່ຈິງໃຫ້ກັບລາວ.

ເປັນຫຍັງບາງຄົນຈຶ່ງຖືກຫລອກລວງໂດຍຜູ້ຊາຍທີ່ຜິດກົດ ໝາຍ ແລະ ກຳລັງຈະສູນຫາຍ?

ບາງຄົນຖືກຫລອກລວງເພາະວ່າພວກເຂົາບໍ່ໄດ້ຮັບຄວາມຮັກຈາກຄວາມຈິງທີ່ພວກເຂົາຈະລອດພົ້ນໄດ້.

2 Thessalonians 2:11

ຄົນທີ່ຖືກຫລອກລວງແລະຈິບຫາຍເອົາຄວາມສຸກມາຈາກໃສ?

ຜູ້ທີ່ຖືກຫລອກລວງແລະສູນເສຍຄວາມສຸກໃນຄວາມອະທໍາ.

2 Thessalonians 2:13

ພຣະເຈົ້າໄດ້ເລືອກຫຍັງ ສຳ ລັບຊາວເທຊະໂລນິກທີ່ຈະໄດ້ຮັບໂດຍຜ່ານຂ່າວປະເສີດ?

ພຣະເຈົ້າໄດ້ເລືອກຄົນເທຊະໂລນິກເພື່ອໃຫ້ໄດ້ຮັບກຽດຕິຍົດຂອງອົງພຣະເຢຊູຄຣິດເຈົ້າໂດຍຜ່ານຂ່າວປະເສີດ.

ໂປໂລເອີ້ນຊາວເທຊະໂລນິກເຮັດຫຍັງໃນຕອນທີ່ພວກເຂົາໄດ້ຮັບຂ່າວປະເສີດ?

ພີ່ນ້ອງທັງຫລາຍ ຈົ່ງຕັ້ງຫມັ້ນຄົງຢູ່ ແລະ ຍຶດຖືເອົາຄວາມຈິງເຫລົ່ານັ້ນທີ່ພວກທ່ານໄດ້ຮຽນຈາກເຮົາ, ທັງທາງຖ້ອຍຄຳ ຫລື ໂດຍທາງຈົດຫມາຍ.

2 Thessalonians 2:16

ໃນສິ່ງທີ່ໂປໂລປາຖະຫນາໃຫ້ຊາວເທຊະໂລນິກສ້າງຕັ້ງຂື້ນໃນຫົວໃຈຂອງພວກເຂົາ?

ຄືການຫນູນໃຈ ແລະ ເສີມສ້າງຫົວໃຈຂອງເຂົາໃຫ້ຫມັ້ນຄົງໃນການງານ ແລະ ຖ້ອຍຄຳອັນດີທຸກປະການ.

2 Thessalonians 3

2 Thessalonians 3:1

ເພາະໂປໂລຢາກໃຫ້ຊາວເທຊະໂລນິກອະທິຖານກ່ຽວກັບພຣະ ຄຳຂອງພຣະຜູ້ເປັນເຈົ້າຍ້ອນຫຍັງ?

ບັດນີ້,​ ພີ່ນ້ອງທັງຫລາຍເອີຍ, ຈົ່ງອະທິຖານເພື່ອພວກເຮົາ, ທີ່ພຣະຄຳຂອງອົງພຣະຜູ້ເປັນເຈົ້າຈະໄດ້ຮັບການປະກາດອອກໄປຢ່າງໄວວາ ແລະ ໄດ້ຖວາຍກຽດ, ຢ່າງທີ່ໄດ້ເກີດຂຶ້ນກັບພວກທ່ານ.

ໂປໂລປາດຖະຫນາ ຈະຖືກປົດປ່ອຍຈາກໃຜ?

ຄືເຮົາໄດ້ຮັບການປົດປ່ອຍຈາກຄົນພານ ແລະ ຄົນຊົ່ວຮ້າຍ, ເພາະບໍ່ແມ່ນວ່າທຸກຄົນມີຄວາມເຊື່ອ.

2 Thessalonians 3:4

ໂປໂລບອກຊາວເທຊະໂລນິກໃຫ້ເຮັດຫຍັງຕໍ່ໄປ?

ບອກມີຄວາມເຊື່ອຫມັ້ນໃນອົງພຣະຜູ້ເປັນເຈົ້າກ່ຽວກັບທ່ານ, ວ່າທ່ານທັງສອງກຳລັງເຮັດ ແລະ ຈະເຮັດຕໍ່ໄປໃນສິ່ງທີ່ເຮົາສັ່ງ

2 Thessalonians 3:6

ຜູ້ທີ່ເຊື່ອຈະເຮັດຫຍັງກັບພີ່ນ້ອງທຸກຄົນທີ່ອາໃສຢູ່ບໍ່ສຸພາບ?

ຫລີກຫນີອອກຈາກພີ່ນ້ອງທຸກຄົນທີ່ຢູ່ຢ່າງກຽດຄ້ານ.

ໂປໂລວາງຕົວຢ່າງອັນໃດ ສຳ ລັບຊາວເທຊະໂລນິກກ່ຽວກັບວຽກແລະການສະໜັບສະໜູນຂອງລາວ?

ຄືໂປໂລບໍ່ໄດ້ກິນອາຫານຂອງໃຜໂດຍທີ່ບໍ່ໄດ້ຈ່າຍເງິນ. ແຕ່ເຮົາເຮັດວຽກຫນັກທັງເວັນ ແລະ ຄືນ ດ້ວຍຄວາມຍາກລຳບາກ, ເພື່ອທີ່ເຮົາຈະບໍ່ເປັນພາລະຜູ້ໃດ.

2 Thessalonians 3:10

ໂປໂລສັ່ງຫຍັງກ່ຽວກັບຜູ້ທີ່ບໍ່ຕ້ອງການເຮັດວຽກ?

ເຮົາສັ່ງພວກທ່ານວ່າ ຖ້າໃຜບໍ່ຢາກຈະເຮັດວຽກ, ຄົນນັ້ນກໍບໍ່ຄວນກິນ.

ໂປໂລເຕືອນສະຕິຄົນຂີ້ຄ້ານ,ມັກມັກຫຍຸ້ງກ່ຽວກັບເລື່ອງຂອງຄົນອື່ນວ່າແນວໃດ?

ເຮົາສັ່ງ ແລະ ເຕືອນສະຕິຄົນເຊັ່ນນັ້ນ ໃນອົງພຣະເຢຊູຄຣິດເຈົ້າວ່າ ພວກເຂົາຄວນຈະເຮັດວຽກນຳຄວາມສະຫງົບ ແລະ ຫາລ້ຽງຊີບຕົນເອງ.

2 Thessalonians 3:13

ພີນ້ອງທີ່ເຊື່ອຄວນເຮັດຫຍັງກັບຜູ້ທີ່ບໍ່ເຊື່ອຟັງຄຳແນະນຳ ຂອງໂປໂລໃນຈົດໝາຍສະບັບນີ້?

ຖ້າມີຄົນທີ່ບໍ່ໄດ້ເຊື່ອຟັງຄຳເວົ້າຂອງເຮົາໃນຈົດຫມາຍສະບັບນີ້, ໃຫ້ຫມາຍຫົວເຂົາໄວ້ ແລະ ຢ່າໄປຄົບຄ້າສະມາຄົມກັບເຂົາ, ເພື່ອທີ່ວ່າເຂົາຈະຮູ້ສຶກລະອາຍ.

2 Thessalonians 3:16

ໂປໂລປາດຖະຫນາຫຍັງທີ່ພຣະຜູ້ເປັນເຈົ້າຈະໃຫ້ຊາວເທຊະໂລນິກ?

ຂໍອົງພຣະຜູ້ເປັນເຈົ້າແຫ່ງສັນຕິສຸກປະທານສັນຕິສຸກແກ່ທ່ານໃນທຸກເວລາ ແລະ ທຸກສະຖານະການ. ຂໍອົງພຣະຜູ້ເປັນເຈົ້າສະຖິດຢູ່ກັບພວກທ່ານທຸກຄົນ.

ໂປໂລສະແດງໃຫ້ເຫັນແນວໃດວ່າລາວເປັນຜູ້ຂຽນຈົດ ໝາຍ ສະບັບນີ້?

ໂປໂລຂຽນດ້ວຍມືຂອງເພີ່ນເອງ, ຊຶ່ງເປັນສັນຍາລັກໃນຈົດ ຫມາຍທຸກສະບັບ. ນີ້ເປັນວິທີທີ່ເພີ່ນຂຽນ.