ພາສາລາວ (Lao): translationQuestions Print

Updated ? hours ago # views See on WACS

Joel 1

Joel 1:1

ຖ້ອຍຄຳຂອງໃຜທີ່ມາກັບເຖິງໂຢເອນ?

ຖ້ອຍຄຳຂອງພຣະຢາເວມາເຖິງໂຢເອນ.

ພວກຜູ້ເຖົ້າຜູ້ແກ່ໄດ້ບອກຖ້ອຍຄຳຂອງພຣະຢາເວໃຫ້ແກ່ຜູ້ໃດ?

ພວກເຂົາໄດ້ບອກລູກຫລານຂອງພວກເຂົາ, ແລະລູກຫລານຂອງພວກເຂົາຕ້ອງບອກລູກຫລານຂອງພວກເຂົາລຸ້ນຕໍ່ໄປ.

Joel 1:4

ເກີດຫຍັງຂຶ້ນກັບສິ່ງທີ່ ຝູງຕັກແຕນເຫລືອເອົາໄວ້?

ພວກແມງໄມ້ກໍໄດ້ມາກິນຊໍ້າ ໃນສິ່ງທີ່ຝູງຕັກແຕນເຫລືອໄວ້.

Joel 1:5

ເປັນຫຍັງຄົນຂີ້ເຫລົ້າຈຶ່ງຈະຮ້ອງໄຫ້?

ພວກເຂົາຈະຮ້ອງໄຫ້ ເພາະວ່າເຫລົ້າອະງຸ່ນຫວານໄດ້ຖືກຕັດອອກໄປ.

ສັດຕູໄດ້ເຮັດແນວໃດກັບສວນອະງຸ່ນ?

ພວກເຂົາໄດ້ເຮັດໃຫ້ສວນອະງຸ່ນກາຍເປັນສະຖານທີ່ໆຫນ້າ ຢ້ານກົວ.

Joel 1:8

ດ້ວຍເຫດຜົນອັນໃດທີ່ຍິງສາວຄົນນີ້ຈຶ່ງໂສກເສົ້າ?

ຍິງສາວໂສກເສົ້າ ຍ້ອນສາມາຫນຸ່ມຂອງນາງເສຍຊີວິດ.

ມີຫຍັງເກີດຂຶ້ນກັບເມັດພືດ?

ເມັດພືດຖືກທຳລາຍ.

Joel 1:11

ບໍ່ມີ

ບໍ່ມີ

Joel 1:13

ສິ່ງໃດທີ່ຖືກກີດຂວາງຈາກພຣະວິຫານຂອງພຣະເຈົ້າ?

ເຂົ້າຈີ່ ແລະ ເຄື່ອງດື່ມຖວາຍບູຊາໄດ້ຂາດຈາກພຣະວິຫານຂອງພຣະເຈົ້າ.

Joel 1:15

ເມື່ອໃດມື້ຂອງພຣະຢາເວຈະມາເຖິງ?

ມື້ຂອງພຣະຢາເວຈະມາຮອດໃນໄວໆນີ້.

ແມ່ນຫຍັງທີ່ຖືກເພພັງລົງ?

ເລົ້າເຂົ້າກໍຖືກມ້າງລົງ.

Joel 1:18

ເປັນຫຍັງຝູງສັດທັງຫລາຍຈຶ່ງທົນທຸກທໍລະມານ?

ຝູງສັດທົນທຸກທໍລະມານຍ້ອນວ່າ ພວກມັນບໍ່ມີຫຍ້າກິນ.

ໂຢເອນເອີ້ນຫາໃຜ?

ໂຢເອນເອີ້ນຫາພຣະຢາເວ.

ສັດທັງຫລາຍຢູ່ໃນທົ່ງແມ່ນສຳລັບໃຜ?

ສັດທັງຫລາຍຢູ່ໃນທົ່ງແມ່ນສຳລັບພຮະຢາເວ.

Joel 2

Joel 2:1

ຍ້ອນຫຍັງ ທຸກຄົນທີ່ອາໄສຢູ່ໃນແຜ່ນດິນຄວນຢ້ານກົວ?

ພວກເຂົາຄວນຢ້ານຈົນໂຕສັ່ນ ເພາະມື້ຂອງພຣະຢາເວກຳລັງມາ

ເມື່ອໃດທີ່ມີກອງທັບຄ້າຍຄືກັບກອງທັບນີ້?

ບໍ່ມີກອງທັບໃດຈະເຫມືອນກອງທັບນີ້ ແລະ ຈະບໍ່ມີຢ່າງນີ້ອີກຕໍ່ໄປ

Joel 2:3

ແຜ່ນດິນຈະເປັນແນວໃດຫລັງກອງທັບໄດ້ເຂົ້າມາ?

ແຜ່ນດິນຫລັງກອງທັບໄດ້ເຂົ້າມາເປັນເຫມືອນ ຖິ່ນແຫ້ງແລ້ງກັນດານທີ່ຖືກທຳລາຍ.

Joel 2:4

ກອງທັບມີລັກສະນະແນວໃດ ແລະ ເຮັດຄືແນວໃດ?

ກອງທັບນັ້ນເປັນເຫມືອນຝູງມ້າ, ແລະ ແລ່ນເຫມືອນກັບທະຫານລົດມ້າ

Joel 2:6

ບໍ່ມີ

ບໍ່ມີ

Joel 2:8

ທະຫານເຂົ້າໄປໃນເມືອງແນວໃດ?

ພວກມັນຮີບເຂົ້າໄປເມືອງນັ້ນ, ພວກມັນແລ່ນຢູ່ເທິງກຳແພງ, ພວກມັນປີນຂຶ້ນໄປໃນເຮືອນທຸກຫລັງ, ແລະທາງປ່ອງຢ້ຽມເຫມືອນຢ່າງຄົນຂີ້ລັກ.

Joel 2:10

ກອງທັບຂອງໃຜ?

ນີ້ແມ່ນກອງທັບຂອງພຣະຢາເວ.

Joel 2:12

ສອງສິ່ງທີ່່ປະຊາຊົນຄວນຈີກແມ່ນນຫຍັງ?

ພວກເຂົາຄວນຈີີກໃຈຂອງພວກເຂົາ ແລະ ເຫມືອນຈີກເສື້ອຜ້າພາຍນອກ.

ເຫດໃດປະຊາຊົນຈຶ່ງຄວນຫັນກັບໄປຫາພຮະຢາເວ?

ພຣະອົງຊົງເຕັມໄປດ້ວຍພຣະເມດຕາກະລຸນາ, ຊົງຮ້າຍຊ້າ ແລະ ສັດຊື່ຕໍ່ຄຳຫມັ້ນສັນຍາຂອງພຣະອົງ ແລະ ພຣະອົງອາດຈະຊົງໂຜດປ່ຽນພຣະໄທການລົງໂທດພວກເຈົ້າ

Joel 2:14

ບໍ່ມີ

ບໍ່ມີ

Joel 2:15

ເປັນຫຍັງປະຊາຊົນຈຶ່ງຄວນເປົ່າແກເທິງພູຊີໂອນ?

ພວກເຂົາຄວນເປົ່າແກເທິງພູຊີໂອນ ເພື່ອພາກັນຖືສິນອົດອາຫານບໍຣິສຸດ ແລະ ເອີ້ນຊຸມນຸມບໍຣິສຸດ.

Joel 2:17

ບໍ່ມີ

ບໍ່ມີ

Joel 2:18

ປະຊາຊົນຂອງພຣະຢາເວໄດ້ເປັນແນວໃດໃນທ່າມກາງບັນດາປະຊາຊາດທັງຫລາຍ?

ພຣະຢາເວຈະບໍ່ເຮັດໃຫ້ພວກເຈົ້າຕ້ອງໄດ້ຮັບຄວາມອັບອາຍທ່າມກາງຊົນຊາດອື່ນອີກຕໍ່ໄປ.

Joel 2:20

ບໍ່ມີ

ບໍ່ມີ

Joel 2:21

ເປັນນຫຍັງແຜ່ນດິນຈຶ່ງບໍ່ມີຄວາມຢ້ານກົວ?

ແຜ່ນດິນຈະບໍ່ຢ້ານກົວ ເພາະວ່າພຣະຢາເວຈະຊົງກະທຳສິ່ງທີ່ຍິ່ງໃຫຍ່

Joel 2:24

ຜູ້ໃຜສົ່ງກອງທະຫານທີ່ຍິ່ງໃຫຍ່ໄປ?

ພຣະຢາເວເປັນຜູ້ສົ່ງກອງທະຫານທີ່ຍິ່ງໃຫຍ່ໄປ.

Joel 2:26

ພຣະຢາເວເຄີຍນຳຄວາມອັບອາຍມາສູ່ປະຊາຊົນຂອງພຣະອົງອີກບໍ?

ບໍ່, ພຣະອົງບໍ່ເຄີຍນຳຄວາມອັບອາຍມາສູ່ປະຊາຊົນຂອງພຣະອົງອີກ.

Joel 2:28

ມັນຈະເກີດຫຍັງຂຶ້ນເມື່ອເວລາພຣະຢາເວຊົງຖອກເທພຣະວິນຍານຂອງພຣະອົງອອກ?

ບັນດາລູກຊາຍລູກຍິງຂອງພວກເຈົ້າຈະປະກາດພຣະຄຳ, ພວກຜູ້ເຖົ້າກໍຈະຝັນເຫັນ, ແລະ ພວກຄົນຫນຸ່ມກໍຈະເຫັນນິມິດ.

Joel 2:30

ພຣະຢາເວຈະສະແດງສິ່ງໃດໃນສະຫວັນ ແລະ ແຜ່ນດິນໂລກ?

ພຣະຢາເວຈະສະແດງການອັດສະຈັນໃນທ້ອງຟ້າ ແລະ ເທິງແຜ່ນດິນໂລກ.

ດວງຕາເວັນຈະກາຍເປັນຫຍັງ?

ດວງຕາເວັນຈະກາຍເປັນຄວາມມືດ.

Joel 2:32

ໃຜແດ່ຈະລອດພົ້ນໃນເວລານັ້ນ?

ທຸກໆຄົນທີ່ຮຽກອອກນາມຊື່ຂອງພຣະຢາເວຈະລອດພົ້ນ.

Joel 3

Joel 3:1

ພຣະຢາເວຈະນຳຜູ້ໃດມາເຖິງຮ່ວມພູເຢໂຮຊາຟັດ?

ພຣະຢາເວຈະເຕົ້າໂຮມຊົນຊາດທັງປວງ, ແລະ ນຳພວກເຂົາທັງຫລາຍໄປຍັງຮ່ອມພູເຢໂຮຊາຟັດ.

ຊົນຊາດໃດທີ່ກະຈັດກະຈາຍ?

ຊົນຊາດທີ່ກະຈັດກະຈາຍແມ່ນໄພ່ພົນຂອງພຣະຢາເວ.

Joel 3:4

ຄົນຕີເຣ, ຄົນຊີໂດນ, ແລະ ທົ່ວປະເທດຟີລິດສະຕີໂກດຮ້າຍໃຫ້ໃຜ?

ຄົນຕີເຣ ຄົນຊີໂດນ, ແລະ ທົ່ວປະເທດຟີລິດສະຕີໂກດຮ້າຍໃຫ້ພຣະຢາເວ.

ຄົນຕີເຣ, ຄົນຊີໂດນ, ແລະ ຄົນຟີລິດສະຕີນໄດ້ເຮັດຫຍັງຕໍ່ຊັບສົມບັດຂອງພຣະຢາເວ?

ພວກເຂົາໄດ້ຂົນເອົາຂອງມີຄ່າຂອງພຣະອົງໄປຍັງວິຫານທັງຫລາຍຂອງພວກເຂົາ.

ຄົນຕີເຣ, ຄົນຊີໂດນ, ແລະ ຄົນຟີລິດສະຕີນໄດ້ເຮັດຫຍັງແກ່ຄົນຢູດາ ແລະ ເຢຣູຊາເລັມ?

ພວກເຂົາໄດ້ຂາຍຊາວຢູດາ ແລະ ເຢຣູຊາເລັມກັບຊາວກຣີກ, ເພື່ອເຮັດໃຫ້ພວກເຂົາຢູ່ຫ່າງໄກຈາກເຂດແດນຂອງພວກເຂົາ.

Joel 3:7

ພຣະຢາເວຈະເຮັດແນວໃດຕໍ່ລູກຊາຍ ແລະ ລູກສາວຂອງຄົນຕີເຣ, ຄົນຊີໂດນ, ແລະ ຟີລິດສະຕີນ?

ພຣະຢາເວຈະຂາຍບັນດາລູກຊາຍຍິງຂອງພວກເຈົ້າໃຫ້ຊາວເຊບາ ດ້ວຍມືຂອງຄົນຢູດາ.

Joel 3:9

ປະຊາຊາດຄວນຈະຕີຫມາກສົບໄຖໃຫ້ເປັນຫຍັງ?

ພວກເຂົາຄວນຕີຫມາກສົບໄຖຂອງພວກເຂົາໃຫ້ເປັນດາບ.

Joel 3:12

ພຣະຢາເວ ຈະເຮັດຫຍັງຕໍ່ຊົນຊາດທີ່ຢູ່ແຖບນັ້ນ?

ພຣະຢາເວຈະພິພາກສາຊົນຊາດທັງຫລາຍທີ່ຢູ່ແຖບນັ້ນ.

Joel 3:14

ຈະມີຫຍັງເກີດຂຶ້ນກັບດວງຕາເວັນ, ດວງເດືອນ, ແລະ ດວງດາວ?

ດວງຕາເວັນ ແລະ ດວງເດືອນຈະມືດຄື້ມໄປ, ແລະ ດວງດາວທັງຫລາຍກໍບໍ່ສ່ອງແສງອີກ.

Joel 3:16

ພຣະຢາເວຈະຊົງກ່າວສອງປະການຕໍ່ໄພ່ພົນຂອງພຮະອົງຫຍັງແດ່?

ພຣະຢາເວຊົງເປັນທີ່ກຳບັງ ແລະ ເປັນປ້ອມປາການໃຫ້ແກ່ຄົນຂອງພຣະອົງ.

ແມ່ນໃຜທີ່ອາໄສຢູ່ເທິງພູຊີໂອນ?

ພຣະຢາເວ, ພຣະເຈົ້າຂອງພວກເຈົ້າສະຖິດຢູ່ເທິງພູຊີໂອນ.

Joel 3:18

ແມ່ນຫຍັງຈະໄຫລອອກມາຈາກເນີນພູ?

ບັນດາເນີນພູກໍຈະມີນ້ຳນົມໄຫລອອກມາ.

ຜູ້ໃດຈະຖືກປະຖິ້ມຍ້ອນຄວາມຮຸນແຮງທີ່ພວກເຂົາໄດ້ເຮັດກັບປະຊາຊົນຢູດາ?

ເອຢິບ ແລະ ເອໂດມ ຈະຖືກປະໃຫ້ຮົກຮ້າງ.

Joel 3:20

ບໍ່ມີ

ບໍ່ມີ