ພາສາລາວ (Lao): translationQuestions Print

Updated ? hours ago # views See on WACS

2 Peter 1

2 Peter 1:1

ແມ່ນໃຜເປັນ​ຜູ້​ຂຽນ​ພ​ຣະ​ທັມ 2 ເປ​ໂຕ?

ຊີໂມນ ເປໂຕ, ຜູ້ຮັບໃຊ້ ແລະ ອັກຄະສາວົກຂອງພຣະເຢຊູຄຣິດເຈົ້າ.

ເປໂຕຂຽນຈົດໝາຍຫາໃຜ?

ເປໂຕຂຽນຫາຜູ້ທີ່ໄດ້ຮັບຄວາມເຊື່ອທີ່ມີຄ່າຄືກັບເຂົາໄດ້ຮັບ.

2 Peter 1:3

ເປໂຕ ແລະ ຜູ້ທີ່ໄດ້ຮັບທຸກສິ່ງທີ່ກ່ຽວກັບອຳນາດຂອງພຣະເຈົ້າສຳລັບຊີວິດ ແລະ ຄວາມດີແນວໃດ?

ພວກເຂົາໄດ້ຮັບຜ່ານທາງຄວາມຮູ້ຂອງພຣະເຈົ້າ.

ເປັນຫຍັງພຣະເຈົ້າຈຶ່ງປະທານສິ່ງທີ່ກ່ຽວກັບອຳນາດຂອງພຣະເຈົ້າສຳລັບຊີວິດ ແລະ ຄວາມດີລວມໄປຍັງພຣະສັນຍາອັນປະເສີດ ແລະ ຍິ່ງໃຫຍ່ແກ່ເປໂຕ ແລະ ຜູ້ທີ່ເຊື່ອ.

ພຣະອົງຊົງເຮັດເຊັ່ນນັ້ນເພື່ອທີ່ພວກເຂົາອາດຈະເປັນຜູ້ແບ່ງປັນໃນສະພາບອັນສັກສິດ.

2 Peter 1:5

ໃນທີ່ສຸດແລ້ວ ແມ່ນຫຍັງຄືສິ່ງທີ່ຜູ້ຮັບເຊື່ອໄດ້ຮັບຜ່ານທາງຄວາມເຊື່ອຂອງພວກເຂົາ?

ໃນທີ່ສຸດແລ້ວ ພວກເຂົາຈະໄດ້ຄວາມຮັກຜ່ານຄວາມເຊື່ອຂອງພວກເຂົາ.

2 Peter 1:8

ຄົນຕາບອດທາງວິນຍານລືມຫຍັງ?

ເຂົາລືມໄປວ່າຕົນໄດ້ຮັບການຊຳລະລ້າງ ຈາກຄວາມຜິດບາບແຕ່ກ່ອນຂອງເຂົາແລ້ວ.

2 Peter 1:10

ຖ້າພີ່ນ້ອງໄດ້ເຮັດດີທີ່ສຸດເພື່ອໃຫ້ການຊົງເອີ້ນແລະການຊົງເລືອກເປັນທີ່ແນ່ໃຈຂອງເຂົາເຈົ້າ ແມ່ນຫຍັງຈະເກີດຂຶ້ນ?

ພວກເຂົາຈະບໍ່ສະດຸດລົ້ມລົງ ດ້ວຍວ່າການຍ່າງຂອງເຂົາຈະມີສິດສົມບູນທີ່ຈະເຂົ້າໄປໃນຣາຊແຜ່ນດິນອັນນິຣັນດອນຂອງພຣະເຈົ້າ ແລະ ພຣະເຢຊູຄຣິດເຈົ້າ.

2 Peter 1:12

​ເປັນ​ຫຍ້ງ​ເປ​ໂຕ​ຄິດ​ວ່າ​ລາວ​ເຮັດຖືກທີ່​ເຕືອນພີ່​ນ້ອງ​ໃຫ້​ລະ​ນຶກ​ເຖີງ​ຂໍ້​ຄວາມ​ເຫລົ່າ​ນີ້?

​ເພາະ​ວ່າ​ພ​ຣະ​ເຢ​ຊູ​ຄ​ຣິດ​ເຈົ້າ​ໄດ້​ສຳ​ແດງ​ພ​ຣະ​ອົງ​ເອງວ່າ​ອິກ​ບໍ່​ດົນ​ເພິ່ນກໍ​ຈະ​ຈາກ​ໂລກນີ້​ໄປ.

2 Peter 1:16

ແມ່ນຫຍັງທີ່ພວກ​ເຂົາ​ເຈົ້າ​​ເປັນ​ພະ​ຍານ​ຮູ້​ເຫັນ​ເດ​ຊາ​ນຸ​ພາບ​ຂອງ​ພ​ຣະ​ເຢ​ຊູ?

​ພວກ​ເຂົາ​ເຫັນພ​ຣະ​ອົງ​ໄດ້​ຮັບ​ກຽດ​ແລະ​ສ​ະຫງ່າ​ຣາ​ສີ​ຈາກ​ພຣະ​ບິ​ດາ​ເຈົ້າ.

2 Peter 1:19

ພວກ​ເຮົາ​ຈະ​ມີ​ຄວາມ​ແນ່ນອນ​ກ່ຽວ​ກັບ​ຄຳ​ທຳ​ນ​ວາຍ​ໄດ້​ຢ່າງ​ໃດ?

ເພາະ​ວ່າ​ມີ​ຄຳ​ທຳ​ນ​ວາຍ​ໄດ້​ຂຽນ​ໄວ້​ໃນ​ພ​ຣະ​ຄຳ​ພີ​ບໍ່​ໄດ້​ມາ​ຈາກ​ໃຈ​ຂອງ​ມະ​ນຸດ​ແຕ່​ມະ​ນຸດ​ໄດ້​ກ່າວ​ຄຳ​ທີ່​ມາ​ຈາກ​ພ​ຣະ​ເຈົ້າ​ຕາມ​ທີ່​ພ​ຣະ​ວິນ​ຍານ​ບໍ​ຣິ​ສຸ​ດ​ເຈົ້າ​ຊົງ​ດົນ​ໃຈ.

2 Peter 2

2 Peter 2:1

ທີ່​ຄູ​ສອນ​ປອມ​ຈະ​​​ແອບ​ແຝງ​ເອົາ​ຫຍັງ​ມາ​ຍັງ​ບັນ​ດາ​ຜູ້​ທີ່​ເຊື່ອ?

ຄູ​ສອນ​ປອມ​ຈະ​ເອົາ​​ຄວາມ​ຈິບ​ຫາຍ​ມາ​ແລະໃຫ້​ປະ​ຕິ​ເສດ​​ອົງ ພ​ຣະ​ຜູ້​ເປັນ​ເຈົ້າ​ທີ່​ໄດ້​ຊົງ​ໄຖ່​ເຂົາ​ໄວ້​ແລ້ວ.

​ແມ່ນ​ຫຍັງ​ຈະ​ເກີດ​ຂື້ນ​ກັບ​ຄູ​ສອນ​ປອມ​ທັງ​ຫລາຍ?

ຄວາມ​ຈິບ​ຫາຍ​ແລ​ະການ​ສາບ​ແຊ່ງະ​ຈະ​ເກີດ​ຂື້ນ​ກັບ​ພວກ​ຄູ​ສອນ​ປອ​ມ​ໂດຍ​ໄວ.

ພວກ​ຄູ​ສອນ​ປອມ​ຈະ​ເຮັດ​ຫຍັງ​ກັບ​ຄຳ​ເວົ້າ​ຫລອກ​ລວງ​ຂອງ​ເຂົາ?

ດ້ວຍຄວາມໂລບເຂົາຈະກ່າວຄຳຕົວະ ເພື່ອຄ້າກຳໄລຈາກທ່ານທັງຫລາຍ.

2 Peter 2:4

ພ​ຣະ​ເຈົ້າ​ບໍ່​ໄດ້​ຊົງ​ຍົກ​ເວັ້ນ​ຜູ້​ໃດ?

ພ​ຣະ​ເຈົ້າ​ບໍ່​ໄດ້​ຊົງ​ຍົກ​ເວັ້ນ​ຝູງ​ເທວະ​ດາ​ທີ່​ໄດ້​ເຮັດ​ບາບ ຄາວ​ບູ​ຮານ​ ເມືອງ​ໂຊ​ໂດມ ​ແລະ​ເມືອງ​ໂກ​ໂມ​ຣາ.

ພ​ຣະ​ເຈົ້າ​ໄດ້​ຮັກ​ສາ​ຜູ້​ໃດ​ຈາກນ້ຳ​ຖ້ວມ?

ພ​ຣະ​ເຈົ້າ​ໄດ້​ຮັກ​ສາ ​ໂນ​ອາ​ ຮ່ວມກັບ​ຄົນ​ອື່ນ​ອິກ​ເຈັດ​ຄົນ.

2 Peter 2:7

​ແມ່ນ​ຫຍັງ​ທີ່ພ​ຣະ​ເຈົ້າ​ຊົງ​ສຳ​ແດງ​ໃຫ້​ເຫັນ​ວ່າ ບໍ່​ຮັກ​ສາ​ບາງ​ຄົນ ແລະ​ຮັກ​ສາ​ບາງ​ຄົນ?

​ການ​ກະ​ທຳ​ຂອງພ​ຣະ​ເຈົ້າຊີ້​ໃຫ້​ເຫັນ​ວ່າອົງພຣະຜູ້ເປັນເຈົ້າຊົງຮູ້ຈັກວິທີທີ່ຈະຊ່ວຍຄົນທີ່ເຮັດຕາມທາງຂອງພຣະເຈົ້າໃຫ້ລອດພົ້ນຈາກການທົດລອງຕ່າງໆ,

2 Peter 2:10

ໃຜ​ຄື​ຜູ້ມີ​ສະ​ຫງ່າ​ລາ​ສີ​ ທີ່ຜູ້​ບໍ່​ຢຳ​ເກງ​ພ​ຣະ​ເຈົ້າ​ບໍ່​ຢ້ານ​ທີ່​ຈະ​ໝີ່ນ​ປະ​ໝາດ?

​ຜູ້​ມີ​ສະ​ຫງ່າ​ຣາ​ສີ​ເຫລົ່າ​ນັ້ນ​ແມ່ນ​ເທວະ​ດາ ຜູ້​ທີ່ບໍ່​ກ່າວ​ປະ​ນາມ​ຄົນ​ເຫລົ່າ​ນັ້ນ​ຕໍ່​ພ​ຣະ​​ຜູ້​ເປັນເຈົ້າ.

2 Peter 2:12

ຄູ​ສອນ​ປອມ​ຈະລໍ້​ລວງ​ໃຜ?

ພວກ​ຄູ​ສອນ​ປອມ​ຈະ​​ລໍ້​ລວງ​ຄົນ​ທີ່​ຈິດ​ໃຈ​ບໍ່​ໝັ້ນ​ຄົງ.

2 Peter 2:15

ຜູ້​ໃດ​ຫ້າມ​ຄວາມ​ບ້າ​ຂອງ​ບາ​ລາ​ອາມ​ຜູ້​ທຳ​ນ​ວາຍ​ໃຫ້​ເຊົາ?

ແມ່ນ​ໂຕ​ລໍ​ກຶກທີ່​ປາກ​​ພາສາ​ມະ​ນຸດ​ໄດ້​ຢຸດ​ບາ​ລາ​ອາມ

2 Peter 2:17

​ຄົນເຮົາ​ເປັນ​ທາດ​ຫຍັງ?

​ຄົນ​ເຮົາ​ເປັນ​ທາດ​ຂອງ​​ສິ່ງ​ທີ່​ເຂົາ​ພ່າຍ​ແພ້.

2 Peter 2:20

ສຳ​ລັບ​ຜູ້​ທີ່​ລົບ​ໜີ​ຈາກ​ກິ​ເລດ​ຕັນ​ຫາ​ຂອງ​ໂລກນີ້​ດ້ວຍ​ການ​ທີ່​ພວກ​ເຂົາ​ຮູ້​ຈັກ​ອົງ​ພ​ຣະ​ເຢ​ຊູ​ຄ​ຣິດ​ ແລະ​ກັບ​ໄປ​ກ່ຽວ​ຂ້ອງ​ພ່າຍ​ແພ້​ແກ່​ການ​ຊົ່ວ​ມົວ​ໝອງນັ້ນ​ອີກ ຈະ​ມີ​ຫຍັງ​ດີ​ຂື້ນບໍ່?

ເພາະວ່າຖ້າເຂົາບໍ່ໄດ້ຮູ້ຈັກທາງຊອບທັມນັ້ນເສັຍເລີຍກໍຍັງຈະດີກວ່າ

2 Peter 3

2 Peter 3:1

ເປັນ​ຫ​ຍັ​ງ​ເປ​ໂຕ​ຈຶ່ງ​ໄດ້​ຂຽນ​ຈົດ​ໝາຍ​ສ​ະບັບ​ທີສອງ?

ເພື່ອ​ໃຫ້​ພວກ​ເຂົາ​ຈົດ​ຈຳ​ຖ້ອຍ​ຄຳ​ທັງ​ຫລາຍ​ຊຶ່ງ​ພວກ​​ຜູ້ທຳ ​ ນວາຍໄດ້​ກ່າວ​ໄວ້ແລະ​ເປັນ​ຄຳ​ສັ່ງ​ຂອງ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ຄື ພ​ຣະ​ຜູ້​ຊົ​ງ​ໂຜດ​ຊ່ວຍ​ໃຫ້​ພົ້ນ.

2 Peter 3:3

ຄົນ​ທີ່​ມັກ​ເຢາະ​ເຢີ້ຍ​ຈະເວົ້າຫຍັງແດ່​ໃນ​ວັນ​ສຸດ​ທ້າຍ?

ເຂົາ​ຈະ​ຖາມ​"ຄຳ​ທີ່​ພ​ຣະ​ເຢ​ຊູ​ຊົງ​ສັນ​ຍາ​ໄວ້​ວ່າ​ພ​ຣະ​ອົງ​ຈະ​ສະ​ເດັດ​ມາ ແລະເວົ້າວ່າທຸກສິ່ງກໍ​ເໝືອນ​ເດີມດັ່ງ​ທີ່​ໄດ້​ເປັນ​ຢູ່​ຕັ້ງ​ແຕ່​ເລີ້ມ​ຕົ້ນ​ຊົງ​ສ້າງ​ໂລກ.

2 Peter 3:5

​​ສະ​ຫວັນ​ແລະ​ແຜ່ນ​ດິນ​ໂລກ​ບັງ​ເກີດ​ຂື້ນ, ​ແລະ​ໄດ້​ຖຶກ​ຮັກ​ສາ​ເພື່ອທໍາລາຍດ້ວຍໄຟໃນ​​ວັນ​ພິ​ພາກ​ສາແລະ​ການ​ທຳ​ລາຍ​ຄົນ​ອະ​ທັມຢ່າງໃດ?

ສິ່ງເຫລົ່ານີ້ໄດ້ເກີດຂັ້ນແລະຖືກຮັກສາໄວ້ ດ້ວຍ​ພ​ຣະ​ຄໍາ​ຂອງ ​ພ​ຣະ​ເຈົ້າ.

2 Peter 3:8

​ເປັນ​ຫຍັງ​ພ​ຣະ​ເຈົ້າ​ຈຶ່ງ​ຊັກ​ຊ້າ​ຕໍ່​ຜູ້​ທີ່​ພ​ຣະ​ອົງ​ຮັກ?

ເພາະ​ວ່າ​ພ​ຣະ​ອົງ​ບໍ່​ຊົງ​ປະ​ສົງ​ໃຫ້​ເຂົາ​ພິ​ນາດ​ແຕ່​ໃຫ້​ເວ​ລາ​ຄົນ​ທັງ​ປວງ​ກັບ​ໃຈ​ເສັຍ​ໃໝ່.

2 Peter 3:10

ວັນ​ຂອງ​ພ​ຣະຜູ້ເປັັນ​​ເຈົ້າ​ຈະ​ມາ​​ຢ້່າງ​ໃດ?

ວັນ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ​ຈະ​ມາ​ເຖິງ​ເໝືອນ​ດັ່ງ​ຂະ​ໂມຍມາ.

2 Peter 3:11

​ເປັນ​ດ້ວຍ​ເຫດ​ໃດ​ທີ່​ເປ​ໂຕ​ ເວົ້າ​ພວກ​ທີ່​ຮັກ​ເອີຍ​ທ່ານ​ຈະ​ປັນ​ຜູ້​ທີ່​ດຳ​​ເນີນຊີ​ວິດ​ອັນບໍ​ຣິ​ສຸດ​ແລະ​ນັບ​ຖື​ພ​ຣະ​ເຈົ້າຢ່າງ​ໃດ?

ເພາະ​ວ່າ​ຟ້າ​ສ​ຫັວນ​ແລະ​ແຜ່ນ​ດິນ​ໂລກ​ຈະ​ຖຶກ​ທຳ​ລາຍ​ໄປ ​ແລະເພາະວ່າເພິ່ນຢາກໃຫ້ບັນດາຜູ້ຊອບທໍາໄດ້ຢູ່ໃນ​ຟ້າ​ສະ​ຫວັນ​ແລະ​ແຜ່ນ​ດິນ​ໂລກ​ໃໝ່.

2 Peter 3:14

ແມ່ນຫ​ຍັງ​ຈະ​ເກີດ​ຂື້ນຄົນທີ່ບໍ່ໄດ້ຮຽນຮູ້ແລະບໍ່ແນ່ນອນໝັ້ນຄົງ ທີ່ໄດ້ບິດເບືອນປັນຍາທີ່ໃຫ້ແກ່ໂປໂລແລະບົດເບືອນພຣະ​ທັມຂໍ້​ອື່ນໆ​ໃນ​ພ​ຣະ​ຄຳ​ພີ​​?

​ການກະທໍາຂອງພວກເຂົາຈະເກີດຄວາມພິນາດຈິບຫາຍມາ​ສູ່ຊີວິດຂອງພວກເຂົາ.

2 Peter 3:17

ແທນທີ່ຈະຖືກຊັກຈູງ່​ໃຫ້​​ຫລົງ​ຜິດ​ດ້ວຍ​ການ​ຖືກຫລອກ​ລວງ​​​​​​​​ຈາກຄົນອະທັມແລະ​​ຈະ​ສູນເສັຍ​ຄວາມ​ສັດ​ຊື່ ແມ່ນຫຍັງທີ່ເປໂຕ​ໄດ້ແນະນໍາໃຫ້ພວກພີ່ນ້ອງທີ່ຮັກເຮັດ?

ເພິ່ນໄດ້ແນະນໍາເຂົາເຈົ້າວ່າ ຈົ່ງ​ຈະ​ເລີນ​ຂື້ນ​ໃນ​ພ​ຣະ​ຄຸນ​ແລະ​ໃນຄວາມ​ຮູ້​ຂອງ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ ​ພ​ຣະ​ເຢ​ຊູູຄຣິດ​ເຈົ້າ ພ​ຣະ​ຜູ້​ໂຜດໃຫ້​ພົ້ນ​ຂອງ​ເຮົາ.