ພາສາລາວ (Lao): translationQuestions Print

Updated ? hours ago # views See on WACS

Jeremiah 1

Jeremiah 1:1

ເຢເຣມີເຮັດວຽກແບບໃດ?

ເຢເຣມີຢາເປັນປະໂລຫິດ.

ແມ່ນໃຜເປັນກະສັດເມື່ອຖ້ອຍຄຳຂອງພຣະຢາເວມາຫາເຢຣູຊາເລັມໃນຄັ້ງທຳອິດ?

ຖ້ອຍຄຳຂອງພຣະຢາເວໄດ້ມາເຖິງເຢເຣມີຢາ ເມື່ອໂຢສີຢາເປັນກະສັດ.

Jeremiah 1:4

ເມື່ອໃດທີ່ພຣະຢາເວໄດ້ເລືອກເລືອກເຢເຣມີຢາໃຫ້ເປັນຜູ້ປະກາດພຣະຄຳ?

ພຣະຢາເວໄດ້ເລືອກເຢເຣມີຢາ ກ່ອນເຢເຣມີຢາເກີດ.

ເປັນຫຍັງເຢເຣມີຢາຈຶ່ງເວົ້າວ່າລາວບໍ່ມີຄຸນສົມບັດ?

ລາວບອກວ່າລາວຍັງນ້ອຍເກີນໄປ.

Jeremiah 1:7

ພຣະຢາເວສັ່ງເຢເຣມີຢາໃຫ້ເວົ້າຫຍັງ?

ພຣະຢາເວສັ່ງໃຫ້ລາວເວົ້າສິ່ງທີ່ ພຣະຢາເວສັ່ງລາວໃຫ້ເວົ້າ.

ເປັນຫຍັງເຢເຣມີຢາຈຶ່ງບໍ່ຕ້ອງຢ້ານ?

ລາວບໍ່ຄວນຢ້ານເພາະວ່າພຣະຢາເວ ກຳລັງຈະຢູ່ກັບລາວ ແລະ ຊ່ວຍລາວ.

Jeremiah 1:9

ພຣະຢາເວໄດ້ໃສ່ຫຍັງຢູ່ໃນປາກຂອງເຢເຣມີຢາ?

ພຣະຢາເວໄດ້ໃສ່ຖ້ອຍຄຳຂອງພຣະອົງຢູ່ໃນປາກຂອງເຢເຣມີຢາ.

Jeremiah 1:11

ເຢເຣມີໄດ້ເຫັນຫຍັງ?

ລາວໄດ້ເຫັນງ່າຂອງຕົ້ນຫມາກບົກ.

ພຣະຢາເວຈະເຮັດຫຍັງກັບຖ້ອຍຄຳຂອງພຣະອົງ?

ພຣະອົງຈະປະຕິບັດໃຫ້ມັນສຳເລັດ.

Jeremiah 1:13

ຫມໍ້ທີ່ເຢເຣມີຢາໄດ້ເຫັນນັ້ນມີຄວາມຫມາຍແນວໃດ?

ຫມໍ້ແມ່ນຮູບພາບຂອງໄພພິບັດທີ່ຈະມາເຖິງ.

Jeremiah 1:15

ທຸກເຜົ່າຂອງອານາຈັກພາກເຫນືອຈະເຮັດຫຍັງເມື່ອພຣະຢາເວຮຽກຮ້ອງ?

ພວກເຂົາຈະມາຕັ້ງທັບຕັ້ງອ້ອມຮອບເມືອງເຢຣູຊາເລັມ ແລະຢູດາ.

ເປັນຫຍັງພຣະຢາເວຈຶ່ງຈະກ່າວຄຳພິພາກສາຕໍ່ເຢຣູຊາເລັມແລະຢູດາ?

ພຣະອົງຈະກ່າວຄຳພິພາກສາຕັດສິນລົງໂທດພວກເຂົາເພາະວ່າພວກເຂົາບໍ່ເຊື່ອຟັງພຣະອົງ.

Jeremiah 1:17

ປະຊາຊົນຈະເຮັດຫຍັງຫລັງຈາກທີ່ເຢເຣມີຢາເວົ້າກັບພວກເຂົາ?

ປະຊາຊົນຈະຕໍ່ສູ້ລາວ.

Jeremiah 2

Jeremiah 2:1

ພຣະຢາເວລະນຶກຫຍັງກ່ຽວກັບປະຊາຊົນໃນເຢຣູຊາເລັມ?

ພຣະຢາເວລະນຶກໄດ້ວ່າປະຊາຊົນໃນເມືອງເຢຣູຊາເລັມ ເຄີຍຮັກພຣະອົງໃນສະໄຫມກ່ອນ.

ຈະເກີດຫຍັງຂຶ້ນກັບປະຊາຊົນອິດສະຣາເອນ?

ຄວາມຊົ່ວຮ້າຍຈະມາເຖິງພວກເຂົາ.

Jeremiah 2:4

ພຣະຢາເວຢາກໃຫ້ເຊື້ອສາຍຂອງຢາໂຄບບອກພຣະອົງແນວໃດ?

ພຣະຢາເວຢາກໃຫ້ເຊື້ອສາຍຂອງຢາໂຄບບອກພຣະອົງວ່າພວກໄດ້ເຮັດສິ່ງທີ່ບໍ່ຖືກຕ້ອງ.

Jeremiah 2:7

ປະຊາຊົນໄດ້ເຮັດຫຍັງເມື່ອພຣະເຈົ້າ ນຳພວກເຂົາໄປສູ່ແຜ່ນດິນກາເມີ?

ພວກເຂົາໄດ້ເຮັດໃຫ້ແຜ່ນດິນເປັນມົນທິນ.

ຜູ້ປະກາດພຣະທັມໄດ້ກໍປະກາດໃນນາມຂອງໃຜ?

ຜູ້ປະກາດພຣະທັມກໍປະກາດໃນນາມຂອງພະບາອານ

Jeremiah 2:9

ປະຊາຊົນຂອງພຣະຢາເວໄດ້ແລກປ່ຽນສັກສີຂອງພວກເຂົາກັບອັນໃດ?

ປະຊາຊົນຂອງພຣະຢາເວໄດ້ເອົາສັກສີຂອງພວກເຂົາແລກກັບສິ່ງບໍ່ສາມາດຊ່ວຍເຫລືອພວກເຂົາ.

Jeremiah 2:12

ສິ່ງຊົ່ວຮ້າຍສອງຢ່າງທີ່ປະຊາຊົນຂອງພຣະຢາເວໄດ້ເຮັດແມ່ນຫຍັງ?

ພວກເຂົາໄດ້ປະຖິ້ມບໍ່ນ້ຳແຫ່ງຊີວິດ, ແລະພວກເຂົາໄດ້ຂຸດນ້ຳສ້າງສຳລັບຕົນເອງ.

Jeremiah 2:14

ສັດຕູຂອງອິດສະຣາເອນໄດ້ເຮັດຫຍັງກັບອິດສະຣາເອນ?

ພວກເຂົາເຮັດໃຫ້ອິດສະຣາເອນຕົກເປັນຂ້າທາດ.

ມີຫຍັງເກີດຂຶ້ນກັບເມືອງຕ່າງໆຂອງອິດສະຣາເອນ?

ເມືອງຕ່າງໆຂອງພວກເຂົາຖືກທຳລາຍຈົນບໍ່ມີຜູ້ອາໄສຢູ່.

Jeremiah 2:20

ປະຊາຊົນໄດ້ເວົ້າຫຍັງຫລັງຈາກທີ່ພຣະຢາເວໄດ້ຫັກແອກຂອງພວກເຂົາ ແລະ ທຳລາຍໂຊ້ທີ່ຖ່ວງດຶງພວກເຂົາ?

ພວກເຂົາເວົ້າວ່າ, 'ຂ້າພະເຈົ້າຈະບໍ່ຮັບໃຊ້ພຣະອົງ'

Jeremiah 2:23

ພຣະຢາເວເວົ້າວ່າຜູ້ຄົນຄ້າຍຄືສັດແບບໃດ?

ພຣະອົງບອກວ່າພວກເຂົາຄ້າຍຄືກັບອູດ ແລະ ລໍປ່າ.

Jeremiah 2:26

ເຊື້ອສາຍຂອງອິດສະຣາເອນຈະໄດ້ຮັບຄວາມອັບອາຍອັນໃດ?

ພວກເຂົາຈະໄດ້ຄວາມອັບອາຍຈາກການນະມັດສະການຕົ້ນໄມ້ ແລະ ກ້ອນຫີນ.

Jeremiah 2:29

ການປະກາດຂອງພຣະຢາເວແມ່ນຫຍັງ?

ພວກເຈົ້າທຸກຄົນໄດ້ເຮັດຜິດຕໍ່ສູ້ເຮົາ.

ເປັນຫຍັງພຣະຢາເວເວົ້າວ່າ ການລົງໂທດປະຊາຊົນຈຶ່ງບໍ່ມີປະໂຫຍດ?

ພຣະອົງໄດ້ລົງໂທດພວກເຂົາ ເພາະວ່າພວກເຂົາບໍ່ຍອມຮັບເອົາວິໄນ.

Jeremiah 2:32

ປະຊາຊົນໄດ້ເຮັດຫຍັງແກ່ຄົນບໍລິສຸດ ແລະ ຄົນຍາກຈົນ?

ພວກເຂົາໄດ້ຂ້າຄົນບໍລິສຸດ ແລະ ຄົນຍາກຈົນ.

Jeremiah 2:35

ເປັນຫຍັງປະຊາຊົນຄິດວ່າຄວາມໂກດຮ້າຍຂອງພຣະຢາເວ ຈະຫັນຫນ້າຫນີຈາກພວກເຂົາ?

ປະຊາຊົນຄິດວ່າພວກເຂົາບໍ່ໄດ້ເຮັດບາບເລີຍ.

Jeremiah 3

Jeremiah 3:1

ແມ່ຍິງແບບໃດທີ່ຜູ້ທຳນວາຍປຽບທຽບໃສ່ຄົນ?

ພຣະອົງປຽບທຽບພວກເຂົາກັບຜູ້ຍິງທີ່ຫນີຈາກຜົວຂອງນາງ.

Jeremiah 3:3

ເປັນຫຍັງຝົນບໍ່ຕົກ?

ຝົນບໍ່ໄດ້ຕົກເພາະວ່າປະຊາຊົນບໍ່ມີຄວາມລະອາຍຕໍ່ບາບຂອງພວກເຂົາ.

Jeremiah 3:6

ອິດສະຣາເອນໄດ້ເຮັດຫຍັງຢູ່ເທິງພູແລະໃຕ້ຕົ້ນໄມ້?

ອິດສະຣາເອນປະຕິບັດຄືກັບຜູ້ຍິງທີ່ຈິງຈັງໃນການນະມັດສະການຮູບປັ້ນ.

Jeremiah 3:8

ພຣະເຈົ້າໄດ້ເຮັດຫຍັງກັບອິດສະຣາເອນ?

ພຣະອົງໄດ້ຢ່າຮ້າງກັບນາງ.

ຢູດາບໍ່ໄດ້ເຮັດຫຍັງຫລັງຈາກທີ່ພຣະຢາເວຢ່າຮ້າງອິດສະຣາເອນ?

ຢູດາເຮັດສິ່ງດຽວກັນທີ່ອິດສະຣາເອນໄດ້ເຮັດ.

Jeremiah 3:11

ພຣະຢາເວເຊື້ອເຊີນຊາວອິດສະຣາເອນເຮັດຫຍັງ?

ພຣະອົງເຊື້ອເຊີນພວກເຂົາໃຫ້ກັບຄືນມາ.

Jeremiah 3:13

ປະຊາຊົນຕ້ອງເຮັດຫຍັງເມື່ອພວກເຂົາກັບມາ?

ພວກເຂົາຕ້ອງຍອມສາລະພາບຄວາມຜິດຂອງພວກເຂົາ.

ພຣະຢາເວຈະໃຫ້ສິ່ງໃດແກ່ພວກເຂົາຖ້າພວກເຂົາກັບມາ?

ພຣະອົງຈະໃຫ້ຜູ້ປົກຄອງທີ່ມາຈາກໃຈຂອງພຣະອົງ.

Jeremiah 3:16

ພວກເຂົາຈະຄິດແນວໃດກ່ຽວກັບຫີບແຫ່ງຄຳສັນຍາ?

ພວກເຂົາຈະບໍ່ຄິດກ່ຽວກັບມັນອີກຕໍ່ໄປ.

Jeremiah 3:17

ຈະມີຫຍັງເກີດຂື້ນໃນເມືອງເຢຣູຊາເລັມ?

ປະຊາຊາດອື່ນໆທຸກຄົນຈະເຕົ້າໂຮມກັນທີ່ເຢຣູຊາເລັມ.

ຢູດາແລະອິດສະຣາເອນຄົງຈະເປັນສັດຕູບໍ?

ບໍ່, ພວກເຂົາຈະມາເຕົ້າໂຮມກັນ.

Jeremiah 3:19

ພຣະຢາເວຕ້ອງການໃຫ້ກຽດແກ່ປະຊາຊົນແນວໃດ?

ພຣະອົງຕ້ອງການໃຫ້ພວກເຂົານັບຖືຕາມວິທີທີ່ພໍ່ໃຫ້ກຽດລູກຊາຍຂອງຕົນ.

Jeremiah 3:21

ໄດ້ຍິນສຽງຫຍັງດັງໆຢູ່ທີ່ທົ່ງພຽງ?

ການຮ້ອງໄຫ້ ແລະການອ້ອນວອນຂອງປະຊາຊົນອິດສະຣາເອນໄດ້ຍິນຢູ່ໃນເຂດທົ່ງພຽງ.

Jeremiah 3:23

ມີຫຍັງເກີດຂື້ນກັບສິ່ງທີ່ບັນພະບຸລຸດເຮັດວຽກມາ?

ຮູບເຄົາລົບໄດ້ກຶນກິນສິ່ງຕ່າງໆທີ່ບັນພະບຸລຸດເຮັດວຽກມາ.

ປະຊາຊົນ ແລະ ບັນພະບຸລຸດຂອງພວກເຂົາໄດ້ເຮັດຫຍັງ?

ພວກເຂົາບໍ່ໄດ້ຍິນສຸລະສຽງຂອງພຣະຢາເວ ພຣະເຈົ້າຂອງພວກເຂົາ.

Jeremiah 4

Jeremiah 4:1

ຈະມີຫຍັງເກີດຂຶ້ນຖ້າຊາວອິດສະຣາເອນກັບຄືນຫາ ພຣະຢາເວ?

ຊົນຊາດຕ່າງໆຈະຂໍສຳລັບພອນຂອງພຣະຢາເວ.

Jeremiah 4:4

ຈະເປັນແນວໃດເພາະເນື່ອງຈາກຄວາມຊົ່ວຮ້າຍຂອງປະຊາຊົນ?

ພຣະເຈົ້າຢາເວຈະໂກດແຄ້ນກັບພວກເຂົາ ແລະ ນຳຄວາມເດືອດຮ້ອນຈາກພາກເຫນືອມາ.

Jeremiah 4:7

ໂຕສິງຈະເຮັດຫຍັງຕໍ່ປະຊາຊົນ?

ມັນຈະທຳລາຍເມືອງຕ່າງໆຂອງພວກເຂົາ.

ເປັນຫຍັງປະຊາຊົນຈຶ່ງຫໍ່ຕົວເອງໃສ່ຜ້າປ່ານ?

ພວກເຂົາຈະເຮັດມັນເພື່ອສະແດງໃຫ້ເຫັນວ່າພວກເຂົາເສຍໃຈກັບບາບຂອງພວກເຂົາ.

Jeremiah 4:9

ເປັນຫຍັງເຢເຣມີຢາຄິດວ່າພຣະຢາເວໄດ້ຫລອກລວງປະຊາຊົນ?

ພຣະຢາເວໄດ້ສັນຍາກັບປະຊາຊົນວ່າ ຈະໃຫ້ຄວາມສະຫງົບສຸກແກ່ຄົນ, ແຕ່ວ່າມີບາງຄົນທຳຮ້າຍພວກເຂົາ.

Jeremiah 4:13

ປະຊາຊົນເຢຣູຊາເລັມຈະລອດໄດ້ແນວໃດ?

ພວກເຂົາຕ້ອງຊຳລະລ້າງຫົວໃຈຂອງພວກເຂົາຈາກຄວາມຊົ່ວ.

Jeremiah 4:16

ເປັນຫຍັງພວກເຝົ້າຍາມຈຶ່ງມາຈາກດິນແດນທີ່ຫ່າງໄກ?

ພວກເຂົາກຳລັງມາເພາະຢູດາໄດ້ກະບົດຕໍ່ ພຣະຢາເວ.

Jeremiah 4:19

ເປັນຫຍັງເຢເຣມີຢາຈິ່ງເປັນທຸກ?

ລາວໄດ້ຍິນສຽງເຕືອນສຳລັບເສິກສົງຄາມ.

Jeremiah 4:21

ຄວາມໂງ່ຈ້າຂອງຄົນເຮົາແມ່ນຫຍັງ?

ພວກເຂົາບໍ່ຮູ້ຈັກພຣະຢາເວ.

Jeremiah 4:23

ເປັນຫຍັງແຜ່ນດິນທີ່ເຢເຣມີຢາເຫັນຈິ່ງຫວ່າງເປົ່າ?

ແຜ່ນດິນແມ່ນເປົ່າເພາະວ່າພຣະຢາເວຊົງໂກດຮ້າຍ.

Jeremiah 4:27

ປະຊາຊົນໃນທຸກໆເມືອງຈະເຮັດຫຍັງ?

ພວກເຂົາຈະຫນີຈາກຜູ້ໂຈມຕີ ແລະ ເຮັດໃຫ້ເມືອງຕ່າງໆເປັນບ່ອນຮ້າງເປົ່າ.

Jeremiah 4:30

ຈະເປັນແນວໃດກັບຜູ້ທີ່ຮັ່ງມີຕອນນີ້?

ພວກເຂົາຈະຖືກຂ້າ.

Jeremiah 5

Jeremiah 5:1

ພຣະເຈົ້າຈະໃຫ້ອະໄພເຢຣູຊາເລັມໃນຈຸດໃດ?

ພຣະເຈົ້າຈະໃຫ້ອະໄພເຢຣູຊາເລັມ ຖ້າຫາກວ່າຜູ້ປະກາດພຣະທຳສາມາດຊອກຫາຜູ້ໃດກໍ່ຕາມ ທີ່ກະທຳຢ່າງທ່ຽງທຳ.

ເຖິງແມ່ນວ່າພຣະເຈົ້າໄດ້ເອົາຊະນະປະຊາຊົນຢ່າງສິ້ນເຊີງ, ພວກເຂົາຍັງເຮັດຫຍັງຢູ່?

ພວກເຂົາຍັງປະຕິເສດທີ່ຈະຢູ່ໃນກົດລະບຽບວິໄນ.

Jeremiah 5:4

ເປັນຫຍັງຜູ້ປະກາດພຣະທຳຈຶ່ງເວົ້າວ່າຄົນເຫລົ່ານີ້ເປັນພຽງຄົນທຸກ, ໂງ່ຈ້າ?

ພວກເຂົາບໍ່ຮູ້ທາງຂອງພຣະຢາເວ.

ຄົນສຳຄັນຮູ້ຈັກທາງຂອງພຣະຢາເວບໍ?

ບໍ່, ພວກເຂົາໄດ້ກະບົດຕໍ່ພຣະອົງ.

ເຢເຣມີຢາໄດ້ເວົ້າຫຍັງກ່ຽວກັບການລະເມີດ ແລະ ການກະ ທຳທີ່ບໍ່ສັດຊື່ຂອງປະຊາຊົນ?

ເຢເຣມີຢາກ່າວວ່າການລ່ວງລະເມີດຂອງພວກເຂົາເພີ່ມຂື້ນແລະ ການກະທຳທີ່ບໍ່ສັດຊື່ຂອງພວກເຂົາແມ່ນບໍ່ມີຂີດຈຳກັດ.

Jeremiah 5:10

ປະຊາຊົນເວົ້າຫຍັງກ່ຽວກັບພຣະເຈົ້າ?

ພວກເຂົາໄດ້ເວົ້າວ່າພຣະອົງບໍ່ແມ່ນພຣະເຈົ້າຈິງ.

Jeremiah 5:14

ພຣະຢາເວກຳລັງຈະເຮັດຫຍັງກັບເຊື້ອສາຍອິດສະຣາເອນ?

ພຣະອົງກຳລັງຈະນຳເອົາຊົນຊາດຫນຶ່ງມາຕໍ່ຕ້ານພວກເຂົາຈາກທາງໄກ.

Jeremiah 5:16

ພວກສັດຕູຈະເຮັດຫຍັງຕໍ່ຊົນຊາດອິດສະຣາເອນ?

ພວກສັດຕູຈະຂ້າພວກເດັກນ້ອຍຂອງຊົນຊາດອິດສະຣາເອນ ແລະ ກິນອາຫານຂອງພວກເຂົາ.

Jeremiah 5:18

ເປັນຫຍັງພະເຈົ້າຈະທຳຮ້າຍຕໍ່ຊົນຊາດອິດສະຣາເອນ ແລະຢູດາ?

ພຣະອົງຈະທຳຮ້າຍພວກເຂົາເພາະວ່າພວກເຂົາປະຖິ້ມ ພຣະຢາເວ ແລະ ນະມັດສະການພະເຈົ້າຕ່າງຊາດ.

Jeremiah 5:20

ຕາ ແລະ ຫູຂອງຮູບປັ້ນເຮັດຫຍັງ?

ພວກເຂົາບໍ່ເຮັດຫຍັງເລີຍ.

Jeremiah 5:23

ພຣະເຢເວຢາກເຮັດຫຍັງສຳລັບຜູ້ທີ່ຢ້ານກົວພຣະອົງ?

ພຣະອົງຕ້ອງການໃຫ້ຝົນຕົກຖືກຕ້ອງຕາມລະດູການເພື່ອໃຫ້ການເກັບກ່ຽວໄດ້ຮັບຜົນດີ.

Jeremiah 5:26

ຄົນຊົ່ວໃນບັນດາປະຊາຊົນຂອງພຣະຢາເວມີຄວາມຮັ່ງມີ ຫລືທຸກຍາກບໍ?

ພວກເຂົາຮັ່ງມີ.

ພຣະຢາເວຈະປະຕິບັດຕໍ່ຄົນຊົ່ວແນວໃດ?

ພຣະອົງຈະລົງໂທດພວກເຂົາ.

Jeremiah 5:30

ປະຊາຊົນຮູ້ສຶກແນວໃດຕໍ່ສິ່ງທີ່ພວກຜູ້ປະກາດພຣະທຳ ແລະ ປະໂລຫິດເຮັດ?

ພວກເຂົາມັກແບບທາງນັ້ນ.

Jeremiah 6

Jeremiah 6:1

ເປັນຫຍັງປະຊາຊົນເບັນຢາມິນຄວນຊອກຫາຄວາມປອດໄພໂດຍການອອກຈາກເຢຣູຊາເລັມ?

ພຣະຢາເວຈະທຳລາຍນະຄອນເຢຣູຊາເລັມ.

Jeremiah 6:4

ສັດຕູຈະໂຈມຕີເມື່ອໃດ?

ພວກເຂົາຈະໂຈມຕີໃນຕອນທ່ຽງ ແລະ ຕອນກາງຄືນ.

Jeremiah 6:6

ເປັນຫຍັງພຣະຢາເວຈຶ່ງຕ້ອງການໃຫ້ສັດຕູໂຈມຕີນະຄອນເຢຣູຊາເລັມ?

ພຣະອົງຕ້ອງການໃຫ້ພວກເຂົາໂຈມຕີເພາະວ່າເມືອງນີ້ເຕັມໄປດ້ວຍການບີບບັງຄັບຂົ່ມເຫງ ແລະ ຄວາມຊົ່ວຮ້າຍ.

ຈະເກີດຫຍັງຂຶ້ນຖ້າເຢຣູຊາເລັມບໍ່ຍອມຮັບຄຳຕັກເຕືອນ?

ພຣະຢາເວຈະທຳລາຍນະຄອນເຢຣູຊາເລັມ.

Jeremiah 6:9

ເປັນຫຍັງພຣະຢາເວຈຶ່ງບໍ່ເຕືອນຊົນອິດສະຣາເອນ?

ພວກເຂົາບໍ່ສາມາດຈະໃຫ້ຄວາມສົນໃຈໄດ້

Jeremiah 6:11

ສິ່ງທີ່ຈະເກີດຂື້ນກັບບ້ານເຮືອນ, ທົ່ງນາ ແລະ ແມ່ຍິງ?

ພວກເຂົາຈະຕ້ອງຖືກຍົກເປັນຂອງຄົນອື່ນ.

Jeremiah 6:13

ປະຊາຊົນຮູ້ສຶກແນວໃດເມື່ອພວກເຂົາກະທຳຄວາມຫນ້າກຽດຊັງ?

ພວກເຂົາບໍ່ໄດ້ຮູ້ສຶກອັບອາຍເລີຍ.

Jeremiah 6:16

ເປັນຫຍັງພຣະຢາເວຈຶ່ງຈະນຳເອົາໄພພິບັດມາສູ່ປະຊາຊົນນີ້?

ພວກເຂົາບໍ່ສົນໃຈຄຳເວົ້າ ຫລື ກົດບັນຍັດຂອງພຣະອົງເລີຍ.

Jeremiah 6:20

ກິ່ນຫອມ ແລະ ກິ່ນທີ່ຫວານມີຄວາມຫມາຍແນວໃດຕໍ່ ພຣະຢາເວ?

ພວກມັນບໍ່ມີຄວາມຫມາຍຫຍັງກັບພຣະອົງ. ພຣະອົງບໍ່ມັກພວກມັນ.

ສິ່ງທີ່ເຮັດໃຫ້ຄົນສະດຸດລົ້ມຈະເຮັດອັນຕະລາຍຫຍັງແດ່ໃຫ້ປະຊາຊົນ?

ມັນຈະທຳລາຍພວກເຂົາ.

ຄົນແບບໃດທີ່ກຳລັງມາ?

ຄົນທີ່ໂຫດຮ້າຍ, ຊາຍນັກຮົບ, ກຳລັງມາ.

Jeremiah 6:25

ເປັນຫຍັງລູກສາວຂອງປະຊາຊົນຄວນສະແດງຮ້ອງໄຫ້ດ້ວຍຄວາມຂົມຂື່ນທີ່ສຸດສຳລັບຕົວເອງ?

ນາງຄວນເຮັດແນວນີ້ເພາະວ່າສັດຕູຈະທຳລາຍຄົນຂອງນາງ.

Jeremiah 6:27

ເຢເຣມີຢາຈະເຮັດຫຍັງໃນຖານະເປັນຜູ້ກວດສອບປະຊາຊົນຂອງພຣະເຈົ້າ?

ລາວຈະກວດສອບ ແລະ ທົດລອງທາງຂອງພວກເຂົາ.

ຜູ້ຄົນມັກຈະເປັນແບບໃດ?

ພວກເຂົາຫົວແຂງຄືກັບທອງແດງ ແລະ ດື້ດ້ານເຫມືອນເຫລັກກ້າ.

Jeremiah 7

Jeremiah 7:3

ພຣະຢາເວສັນຍາວ່າຈະເຮັດຫຍັງໃຫ້ແກ່ປະຊາຊົນຖ້າພວກເຂົາຈະຍຶດຖືໃນທາງ ແລະ ການປະຕິບັດສິ່ງດີ?

ພຣະອົງຈະສືບຕໍ່ອະນຸຍາດໃຫ້ພວກເຂົາອາໄສຢູ່ບ່ອນນັ້ນ.

Jeremiah 7:5

ປະຊາຊົນຕ້ອງເຮັດຫຍັງເພື່ອໃຫ້ພຣະຢາເວຍອມໃຫ້ພວກເຂົາຢູ່ໃນແຜ່ນດິນ?

ພວກເຂົາຕ້ອງເຮັດໃນທາງ ແລະ ການປະຕິບັດທີ່ມີຄວາມຍຸດຕິທຳ.

ປະຊາຊົນບໍ່ຕ້ອງເຮັດຫຍັງຖ້າພວກເຂົາຕ້ອງການໃຫ້ ພຣະຢາເວຍອມໃຫ້ພວກເຂົາຢູ່ໃນແຜ່ນດິນ?

ພວກເຂົາຈະບໍ່ຂົ່ມເຫັງຄົນອ່ອນແອ ຫລື ຂ້າຄົນບໍລິສຸດຫລື ນະມັດສະການເທບພະເຈົ້າປອມ.

Jeremiah 7:8

ຜູ້ຄົນເວົ້າຫຍັງຫລັງຈາກທີ່ພວກເຂົາເຮັດສິ່ງທີ່ພວກເຂົາຮູ້ວ່າພຣະເຈົ້າກຽດຊັງ?

ພວກເຂົາໄປພຣະວິຫານ ແລະ ບອກວ່າພວກເຂົາລອດແລ້ວ.

Jeremiah 7:12

ເປັນຫຍັງພຣະຢາເວຈຶ່ງຢາກໃຫ້ປະຊາຊົນຄິດກ່ຽວກັບເມືອງຊີໂລ?

ພຣະອົງຢາກໃຫ້ພວກເຂົາຈື່ໄດ້ວ່າພຣະອົງຈະເຮັດກັບພວກເຂົາໃນສິ່ງທີ່ລາວໄດ້ເຮັດກັບຊີໂລ ເພາະວ່າພວກເຂົາມີຄວາມຜິດໃນການກະທຳອັນດຽວກັນທີ່ປະຊາຊົນຊິໂລມີຄວາມຜິດ.

Jeremiah 7:16

ເປັນຫຍັງພຣະຢາເວຈະບໍ່ຟັງຄຳອະທິຖານຂອງເຢເຣມີຢາ?

ພຣະອົງຈະບໍ່ຟັງເພາະວ່າພຣະອົງໄດ້ຕັດສິນໃຈທຳລາຍຊົນຊາດອິດສະຣາເອນ.

ເປັນຫຍັງພຣະຢາເວຈະທຳລາຍປະຊາຊົນ?

ເພາະວ່າພວກເຂົາກຳລັງນະມັດສະການເທບພະເຈົ້າອື່ນ.

Jeremiah 7:21

ພຣະຢາເວໄດ້ໃຫ້ຄຳສັ່ງຫຍັງແກ່ປະຊາຊົນເມື່ອພວກເຂົາອອກຈາກປະເທດເອຢິບ?

ພຣະອົງໄດ້ສັ່ງໃຫ້ພວກເຂົາເຊື່ອຟັງສຽງຂອງພຣະອົງ.

Jeremiah 7:24

ປະຊາຊົນໄດ້ເຮັດຫຍັງໃນເວລາທີ່ພຣະຢາເວສົ່ງພຣະທຳຂອງພຣະເຈົ້າ?

ພວກເຂົາບໍ່ໄດ້ຟັງ ຫລື ເອົາໃຈໃສ່. ພວກເຂົາໄດ້ເຮັດຄວາມຊົ່ວ.

Jeremiah 7:27

ຜູ້ປະກາດພຣະທຳຄວນເວົ້າຫຍັງກັບພວກເຂົາ?

ພຣະອົງຕ້ອງເວົ້າກັບພວກເຂົາວ່ານີ້ແມ່ນຊົນຊາດຫນຶ່ງທີ່ບໍ່ຟັງສຽງຂອງພຣະຢາເວ.

Jeremiah 7:29

ເປັນຫຍັງພຣະເຢເວຈຶ່ງບອກເຢເຣມີຢາເພື່ອຕັດຜົມຂອງລາວທັງຫມົດ?

ເຢເຣມີຢາແມ່ນເພື່ອສະແດງໃຫ້ເຫັນວ່າພຣະຢາເວໄດ້ປະຕິເສດຊາວອິດສະຣາເອນ.

Jeremiah 7:31

ເປັນຫຍັງປະຊາຊົນຈຶ່ງສ້າງສະຖານທີ່ສູງຂອງໂຕເຟັດໃນຮ່ອມພູ ເບັນຮິນໂນມ?

ພວກເຂົາໄດ້ສ້າງມັນເພື່ອພວກເຂົາສາມາດຖວາຍເຜົາພວກລູກຊາຍ ແລະ ລູກສາວຂອງພວກເຂົາໃນໄຟ.

Jeremiah 7:33

ຊາກສົບຂອງຄົນພວກນີ້ຈະກາຍເປັນຫຍັງ?

ພວກນົກ ແລະ ສັດປ່າຈະກິນພວກມັນ.

ພຣະຢາເວຈະເຮັດຫຍັງຕໍ່ເມືອງຕ່າງໆຂອງຢູດາ ແລະ ຖະຫນົນໃນເມືອງເຢຣູຊາເລັມ?

ພຣະອົງຈະສ້າງມັນບໍ່ມີຄົນທີ່ມີຄວາມສຸກຢູ່ທີ່ນັ້ນ.

Jeremiah 8

Jeremiah 8:1

ຈະເກີດຫຍັງຂຶ້ນກັບກະດູກຂອງຄົນເຮົາ?

ຜູ້ຄົນຈະກະຈາຍກະດູກເຫລົ່ານັ້ນທົ່ວພື້ນດິນ.

ຜູ້ທີ່ມີຊີວິດຢູ່ຈະປາດຖະຫນາວ່າເຂົາເຈົ້າສາມາດມີຊີວິດຢູ່ ຫລື ຢາກໃຫ້ເຂົາເຈົ້າຕາຍ?

ພວກເຂົາປາດຖະຫນາວ່າພວກເຂົາຈະຕາຍ.

Jeremiah 8:4

ຄົນທີ່ຫລົງຫາຍທາງພະຍາຍາມເຮັດຫຍັງ?

ພວກເຂົາພະຍາຍາມຫາທາງກັບຄືນມາ.

Jeremiah 8:6

ປະຊາຊົນຮູ້ສຶກແນວໃດຕໍ່ຄວາມຊົ່ວຮ້າຍຂອງພວກເຂົາ?

ບໍ່ມີໃຜເສຍໃຈກັບຄວາມຊົ່ວຮ້າຍຂອງຕົນ.

ປະຊາຊົນຂອງພຣະຢາເວບໍ່ຄືນົກແນວໃດ?

ນົກຮູ້ວ່າພວກເຂົາຄວນຈະເຮັດແນວໃດ, ແຕ່ປະຊາຊົນພຣະອົງບໍ່ຮູ້ກົດຫມາຍຂອງພຣະຢາເວ.

Jeremiah 8:8

ພວກອາລັກໄດ້ເຮັດຫຍັງ?

ພວກເຂົາໄດ້ຂຽນສິ່ງຕ່າງໆທີ່ຫລອກລວງຜູ້ຄົນ.

ພຣະຢາເວຈະເຮັດຫຍັງກັບເມຍແລະທົ່ງນາຂອງເຂົາເຈົ້າ?

ພຣະອົງຈະໃຫ້ເມຍແລະທົ່ງນາຂອງພວກເຂົາຕົກໄປເປັນຂອງຄົນອື່ນ.

Jeremiah 8:11

ປະຊາຊົນມີຄວາມອັບອາຍເພາະບາບຂອງພວກເຂົາບໍ?

ບໍ່, ພວກເຂົາບໍ່ອັບອາຍເລີຍ.

ພຣະຢາເວຈະເຮັດແນວໃດເພາະວ່າພວກເຂົາບໍ່ມີຄວາມອັບອາຍ?

ພຣະອົງຈະເປັນສັດຕູຂອງພວກເຂົາ ຂ້າພວກເຂົາ.

Jeremiah 8:14

ປະຊາຊົນຕັດສິນໃຈເຮັດຫຍັງ?

ພວກເຂົາຕັດສິນໃຈໄປເມືອງຕ່າງໆ ແລະ ຕາຍ.

Jeremiah 8:16

ມ້າທີ່ແຂງແຮງຂອງພຣະຢາເວຈະເຮັດຫຍັງ?

ພວກເຂົາຈະມາຢຶດເອົາທີ່ດິນ ແລະ ຊັບສົມບັດຂອງມັນ, ເມືອງ ແລະ ຜູ້ທີ່ອາໄສຢູ່ໃນນັ້ນ.

ແມ່ນຫຍັງທີ່ພຣະຢາເວສົ່ງເພື່ອທຳລາຍເຂົາເຈົ້າ?

ພຣະອົງກຳລັງສົ່ງງູພິດທັບທາງເພື່ອທຳຮ້າຍພວກເຂົາ.

Jeremiah 8:18

ຄົນທີ່ກຳລັງຮ້ອງໄຫ້ເຫລົ່ານັ້ນຢູ່ໃສ?

ພວກເຂົາຢູ່ໃນດິນແດນທີ່ຫ່າງໄກ.

ພຣະຢາເວສະຖິດຢູ່ໃສ?

ພຣະຢາເວສະຖິດຢູ່ໃນຊິໂອນ.

Jeremiah 9

Jeremiah 9:1

ເປັນຫຍັງຜູ້ປະກາດພຣະທຳຈຶ່ງຕ້ອງຮ້ອງໄຫ້?

ລາວຢາກຮ້ອງໄຫ້ເພາະວ່າປະຊາຊົນຂອງລາວຫລາຍຄົນໄດ້ຖືກຂ້າຕາຍ.

ເປັນຫຍັງລາວຕ້ອງການປະຖິ້ມປະຊາຊົນລາວ?

ລາວຕ້ອງການທີ່ຈະປະຖິ້ມພວກເຂົາເພາະວ່າພວກເຂົາເປັນຄົນຫລິ້ນຊູ້ ແລະຄົນກະບົດ.

ຄົນບາບເວົ້າຫຍັງ?

ພວກເຂົາເວົ້າຕົວະ.

Jeremiah 9:4

ເປັນຫຍັງພວກເຂົາແຕ່ລະຄົນຄວນລະວັງເພື່ອນບ້ານແລະ ອ້າຍນ້ອງຂອງພວກເຂົາ?

ພວກເຂົາຄວນລະວັງພວກເຂົາເພາະວ່າອ້າຍນ້ອງ ແລະເພື່ອນບ້ານທຸກໆຄົນແມ່ນຜູ້ທີ່ຫລອກລວງ.

ເປັນຫຍັງປະຊາຊົນຈິ່ງເມື່ອຍລ້າ?

ພວກເຂົາເມື່ອຍລ້າເພາະແຮງຂອງພວກເຂົາຫມົດໄປຈາກການກະທຳຄວາມຊົ່ວຊ້າ.

ເປັນຫຍັງພຣະຢາເວຈະລົງໂທດຊາວອິດສະຣາເອນ?

ພຣະອົງຈະລົງໂທດຊາວອິດສະຣາເອນເພາະວ່າພວກເຂົາໄດ້ຮັບພິທີຕັດພຽງແຕ່ຮ່າງກາຍຂອງພວກເຂົາ ແລະ ບໍ່ແມ່ນໃນໃຈຂອງພວກເຂົາ.

Jeremiah 9:7

ເປັນຫຍັງພຣະຢາເວຈຶ່ງຕ້ອງການທົດລອງຄົນຂອງພຣະອົງ?

ພຣະອົງຕ້ອງການທົດລອງພວກເຂົາເພາະວ່າພວກເຂົາເວົ້າຕົວະເພື່ອນບ້ານຂອງຕົນ.

Jeremiah 9:10

ຜູ້ປະກາດພຣະທຳຈະຮ້ອງເພງຫຍັງ?

ລາວຈະຮ້ອງເພງແຫ່ງການໂສກເສົ້າ ແລະ ຄວນຄາງສຳລັບພູເຂົາທັງຫລາຍ, ແລະເພັງງານສົບຈະຖືກຮ້ອງເພາະທົ່ງຫຍ້າເຫລົ່ານັ້ນ.

ພຣະຢາເວຈະເຮັດຫຍັງໃນເມືອງເຢຣູຊາເລັມ ແລະ ຢູດາ?

ພຣະອົງຈະປ່ຽນພວກມັນໃຫ້ເປັນບ່ອນທີ່ຖືກທຳລາຍ.

ແຜ່ນດິນນັ້ນຈະເປັນແນວໃດຫລັງຈາກມັນໄດ້ສູນຫາຍໄປ?

ມັນຈະເປັນຄືກັບຖິ່ນແຫ້ງແລ້ງກັນດານ, ແລະບໍ່ມີໃຜຈະຜ່ານມັນໄດ້.

Jeremiah 9:13

ປະຊາຊົນໄດ້ເຮັດຫຍັງທີ່ບໍ່ພໍໃຈກັບພຣະຢາເວ?

ພວກເຂົາໄດ້ປະຖິ້ມພຣະບັນຍັດຂອງພຣະອົງ ແລະ ພວກເຂົາບໍ່ຍອມເຊື່ອຟັງພຣະອົງ.

Jeremiah 9:15

ພຣະເຢເວເວົ້າວ່າພຣະອົງຈະເຮັດຫຍັງຕໍ່ຊົນອິດສະຣາເອນ?

ພຣະອົງຈະເຮັດໃຫ້ພວກເຂົາບໍ່ມີຄວາມສຸກຄືກັບຄົນທີ່ບໍ່ມີຫຍັງນອກເຫນືອຈາກສິ່ງທີ່ຂົມຂື່ນທີ່ຈະກິນແລະດື່ມ. ຈາກນັ້ນລາວຈະຂັບໄລ່ພວກເຂົາອອກຈາກເຮືອນຂອງພວກເຂົາແລະເຮັດໃຫ້ພວກເຂົາຖືກຂ້າ.

Jeremiah 9:17

ຜູ້ຍິງທີ່ຊຳນານໃນການຮ້ອງທຸກຄວນເຮັດແນວໃດ?

ພວກເຂົາຄວນຮ້ອງເພງທີ່ໂສກເສົ້າຮ້ອງໄຫ້ເພື່ອປະຊາຊົນຂອງນາງ.

Jeremiah 9:19

ຄົນທີ່ຮ້ອງໄຫ້ຢູ່ເມືອງຊີໂອນຮູ້ສຶກແນວໃດ?

ພວກເຂົາຈະມີຄວາມອັບອາຍຫລາຍ.

ຜູ້ຍິງຄວນສອນລູກສາວແນວໃດ?

ພວກເຂົາຄວນສອນລູກສາວຂອງພວກເຂົາດ້ວຍເພງແຫ່ສົບ.

Jeremiah 9:21

ຜູ້ປະກາດພຣະທຳເວົ້າວ່າໃຜກຳລັງຈະຕາຍ?

ເດັກນ້ອຍ ແລະ ຊາຍຫມຸ່ມກຳລັງຈະຕາຍ.

ຊາກສົບຈະເປັນຄືກັບຂີ້ເຫຍື່ອ ແລະ ຕໍເຂົ້າດ້ວຍເຫດໃດ?

ເພາະຊາກສົບຂອງພວກເຂົາຈະບໍ່ມີໃຜຝັງ.

Jeremiah 9:23

ປະຊາຊົນຄວນພູມໃຈໃນສິ່ງໃດ?

ປະຊາຊົນຄວນຈະມີຄວາມພູມໃຈທີ່ພວກເຂົາຮູ້ຈັກພຣະຢາເວ.

ມີສິ່ງໃດແດ່ທີ່ພຣະຢາເວເວົ້າວ່າລາວເຮັດ?

ພຣະອົງເຮັດດ້ວຍຄວາມສັດຊື່ຕໍ່ພັນທະສັນຍາ, ຄວາມຍຸດຕິ ທຳ, ແລະ ຄວາມຊອບທຳ.

Jeremiah 9:25

ເປັນຫຍັງພຣະຢາເວຈະລົງໂທດຊາວອິດສະຣາເອນ?

ພຣະອົງຈະລົງໂທດຊາວອິດສະຣາເອນເພາະວ່າພວກເຂົາໄດ້ຮັບພິທີຕັດພຽງເພາະເນື້ອຫນັງຂອງພວກເຂົາ ແລະ ບໍ່ແມ່ນໃນໃຈຂອງພວກເຂົາ.

ເປັນຫຍັງພຣະຢາເວຈະລົງໂທດຄົນອື່ນ?

ພຣະອົງຈະລົງໂທດພວກເຂົາເພາະວ່າແມ່ນແຕ່ຮ່າງກາຍຂອງພວກເຂົາຍັງບໍ່ໄດ້ຮັບພິທີຕັດ.

Jeremiah 10

Jeremiah 10:1

ພຣະຢາເວບໍ່ຕ້ອງການໃຫ້ຊາວອິດສະຣາເອນເຮັດຫຍັງ?

ພຣະອົງບໍ່ຕ້ອງການໃຫ້ພວກເຂົາຮຽນຮູ້ການດຳເນີນຊີວິດຕາມຢ່າງບັນດາປະຊາຊາດ .

Jeremiah 10:3

ທຳນຽມໃດທີ່ບໍ່ມີປະໂຫຍດ?

ການສ້າງຮູບເຄົາລົບແມ່ນບໍ່ມີປະໂຫຍດ.

ເປັນຫຍັງປະຊາຊົນບໍ່ຄວນຢ້ານຮູບເຄົາລົບ?

ຮູບເຄົາລົບບໍ່ສາມາດເຮັດຫຍັງໄດ້ທັງສິ່ງດີ ຫລື ບໍ່ດີ.

Jeremiah 10:6

ແມ່ນໃຜເປັນຄືກັບພຣະຢາເວ?

ບໍ່ມີໃຜປຽບເຫມືອນພຣະຢາເວ.

Jeremiah 10:11

ແມ່ນຫຍັງຈະເກີດຂຶ້ນກັບພະຕ່າງໆທີ່ບໍ່ໄດ້ສ້າງແຜ່ນດິນໂລກ?

ພວກເຂົາຈະຖືກພິນາດ.

ພຣະເຈົ້າທ່ຽງແທ້ໄດ້ເຮັດຫຍັງ?

ພຣະອົງໄດ້ສ້າງທີ່ດິນແຫ້ງແລ້ງ ແລະ ກະຈາຍຟ້າສະຫວັນ.

Jeremiah 10:14

ແມ່ນຫຍັງຄືຄວາມແຕກຕ່າງລະຫວ່າງຮູບບູຊາ ແລະ ພຣະເຈົ້າທ່ຽງແທ້?

ຮູບບູຊາບໍ່ມີຊີວິດ, ແຕ່ພຣະເຈົ້າໄດ້ສ້າງທຸກສິ່ງ.

Jeremiah 10:17

ຄົນທີ່ອາໄສຢູ່ພາຍໃຕ້ການການຢຶດຄອງຄວນເຮັດແນວໃດ?

ພວກເຂົາຄວນຮວບຮວມມັນເຂົ້າຂອງພວກເຂົາ ແລະ ຫນີອອກຈາກທີ່ດິນ.

Jeremiah 10:19

ເປັນຫຍັງບໍ່ມີໃຜອີກຕໍ່ໄປທີ່ຈະເຜີຍແຜ່ຜ້າເຕັນຂອງຜູ້ປະກາດພຣະທຳ?

ພວກເຂົາໄດ້ນຳເອົາລູກໆຂອງລາວໄປຈາກລາວຫມົດ

Jeremiah 10:21

ເປັນຫຍັງຄົນລ້ຽງແກະຈຶ່ງໂງ່ຈ້າ?

ພວກເຂົາບໍ່ໄດ້ຊອກຫາພຣະຢາເວ.

ຈະເກີດຫຍັງຂຶ້ນເມື່ອແຜ່ນດິນໄຫວເກີດຂື້ນ?

ບັນດາເມືອງຂອງຢູດາຈະກາຍເປັນສິ່ງຊາກຫັກພັງ.

Jeremiah 10:23

ຜູ້ປະກາດພຣະທຳໄດ້ຮ້ອງຂໍໃຫ້ພຣະຢາເວໃສ່ວິໄນລາວແນວໃດ?

ລາວຂໍໃຫ້ພຣະຢາເວຕີສອນລາວດ້ວຍຄວາມຍຸດຕິທຳ, ບໍ່ແມ່ນດ້ວຍຄວາມໂກດຮ້າຍ.

ຜູ້ປະກາດພຣະທຳໄດ້ຂໍໃຫ້ຄວາມໂກດຮ້າຍຂອງພຣະຢາເວຕົກໃສ່ເຫນືອໃຜ?

ລາວຮ້ອງຂໍໃຫ້ພຣະຢາເວຄວາມໂກດຮ້າຍຕົກໃສ່ຄົນຕ່າງຊາດທີ່ບໍ່ຮູ້ຈັກພຣະອົງ.

ເປັນຫຍັງພວກເຂົາຄວນຈະໄດ້ຮັບຄວາມໂກດຮ້າຍຂອງ ພຣະຢາເວ?

ພວກເຂົາຄວນຈະໄດ້ຮັບຄວາມໂກດແຄ້ນຂອງພຣະຢາເວ ເພາະວ່າພວກເຂົາໄດ້ທຳລາຍຢາໂຄບ ແລະ ແຜ່ນດິນຂອງຢາໂຄບ.

Jeremiah 11

Jeremiah 11:1

ພຣະຢາເວໄດ້ບອກເຢເຣມີໃຫ້ກັບຜູ້ໃດເພື່ອປະກາດຖ້ອຍຄຳ ແຫ່ງພັນທະສັນຍານີ້?

ພຣະຢາເວກ່າວວ່າຈະປະກາດພວກເຂົາໃຫ້ແກ່ແຕ່ລະຄົນຂອງຢູດາ ແລະບັນດາຜູ້ທີ່ອາໄສຢູ່ນະຄອນເຢຣູຊາເລັມ.

Jeremiah 11:3

ເປັນຫຍັງປະຊາຊົນຈຶ່ງຖືກສາບແຊ່ງ?

ພວກເຂົາຈະຖືກສາບແຊ່ງຖ້າພວກເຂົາບໍ່ຟັງຄຳເວົ້າແຫ່ງພັນທະສັນຍາ.

ຄຳສັນຍານີ້ໄດ້ມອບໃຫ້ກັບໃຜ?

ພັນທະສັນຍາດັ່ງກ່າວໄດ້ຖືກມອບໃຫ້ແກ່ບັນພະບຸລຸດຂອງອິດສະຣາເອນ.

ໃນເວລາທີ່ໄດ້ຮັບພັນທະສັນຍາ?

ມັນແມ່ນວັນທີ່ພຣະຢາເວໄດ້ນຳຊາວອິດສະຣາເອນອອກຈາກເອຢີບ.

ຄຳສາບານທີ່ພຣະເຈົ້າໄດ້ສາບານໄວ້ກັບບັນພະບຸລຸດແມ່ນຫຍັງ?

ພຣະອົງໄດ້ສາບານວ່າຈະໃຫ້ແຜ່ນດິນຊຶ່ງມີນ້ຳນົມ ແລະນໍ້າເຜີ້ງໄຫລບໍລິບູນແກ່ພວກເຂົາ.

Jeremiah 11:6

ເປັນຫຍັງພຣະເຈົ້າຈຶ່ງນຳເອົາຄຳສາບແຊ່ງທັງຫມົດໃນພັນທະສັນຍາຕໍ່ສູ້ປະຊາຊົນ?

ພຣະອົງໄດ້ນຳພວກເຂົາມາເພາະປະຊາຊົນບໍ່ເຊື່ອຟັງຄຳ ສັນຍາ.

Jeremiah 11:9

ການສົມຄົບຄິດລະຫວ່າງປະຊາຊົນຢູດາ ແລະ ເຢຣູຊາເລັມແມ່ນຫຍັງ?

ພວກເຂົາບໍ່ຍອມເຮັດຕາມຖ້ອຍຄຳຂອງພຣະຢາເວ ແລະນະມັດສະການເທບພະເຈົ້າອື່ນ.

Jeremiah 11:11

ເມື່ອພຣະຢາເວນຳຄວາມເດືອດຮ້ອນມາສູ່ປະຊາຊົນ ແລະພວກເຂົາຮ້ອງຫາພຣະອົງ, ພຣະອົງຈະຕອບພວກເຂົາໄດ້ແນວໃດ?

ລາວຈະບໍ່ຟັງພວກເຂົາ.

ມີແທ່ນບູຊາພະບາອານ ຈຳນວນເທົ່າໃດໃນເມືອງເຢຣູຊາເລັມ?

ປະຊາຊົນເຮັດແທ່ນສຳລັບເຜົາເຄື່ອງຫອມຖວາຍແກ່ພະບາອານ, ຫລາຍທໍ່ກັບຫົນທາງຕ່າງໆໃນເມືອງນັ້ນ.

Jeremiah 11:14

ເປັນຫຍັງພຣະຢາເວບໍ່ສັ່ງເຢເຣມີຢາບໍ່ໃຫ້ອະທິຖານເພື່ອປະຊາຊົນ?

ລາວບໍ່ໄດ້ອະທິຖານເພາະວ່າພຣະຢາເວບໍ່ຟັງ.

ເປັນຫຍັງການຖວາຍເຄື່ອງບູຊາຂອງປະຊາຊົນຈະບໍ່ຊ່ວຍພວກເຂົາໃຫ້ລອດພົ້ນໄດ້?

ການເຜົາບູຊາບໍ່ສາມາດຈະຊ່ວຍພວກເຈົ້າໄດ້ ເພາະພວກເຂົາຍິນດີໃນການກະທຳທັງຫລາຍທີ່ຊົ່ວຮ້າຍຂອງພວກເຂົາ.

Jeremiah 11:17

ປະຊາຊົນໄດ້ກະທຳສິ່ງທີ່ຊົ່ວຮ້າຍຫຍັງ?

ພວກເຂົາໄດ້ຖວາຍເຄື່ອງບູຊາແກ່ພະບາອານ.

Jeremiah 11:18

ພຣະຢາເວຊົງກວດເບິ່ງສ່ວນໃດຂອງມະນຸດ?

ພຣະອົງຊົງກວດເບິ່ງທັງຄວາມຄິດ ແລະຈິດໃຈ.

Jeremiah 11:21

ປະຊາຊົນຂອງອານາໂທດ ບອກເຢເຣມີຢາວ່າພວກເຂົາເຈົ້າຈະເຮັດແນວໃດ ຖ້າຫາກວ່າເຂົາໄດ້ຮັບການທໍານວາຍໃນນາມຂອງພຣະຢາເວ?

ພວກເຂົາເວົ້າວ່າພວກເຂົາຈະຂ້າລາວ.

ພຣະຢາເວເວົ້າວ່າຈະມີຫຍັງເກີດຂື້ນກັບຜູ້ຄົນທີ່ຢາກຂ້າເຢເຣມີຢາ?

ພຣະຢາເວກຳລັງຈະລົງໂທດພວກຄົນຫນຸ່ມຈະຕາຍດ້ວຍດາບ ແລະ ດ້ວຍການອຶດຢາກອາຫານ.

Jeremiah 12

Jeremiah 12:1

ຄຳຮ້ອງທຸກຂອງເຢເຣມີຢາກ່ຽວກັບຄົນຊົ່ວແມ່ນຫຍັງ?

ສິ່ງທີ່ດີຈະເກີດຂື້ນກັບພວກເຂົາ.

Jeremiah 12:3

ເຢເຣມີຢາຢາກໃຫ້ ພຣະຢາເວເຮັດຫຍັງແກ່ປະຊາຊົນ?

ລາວຕ້ອງການໃຫ້ພຣະຢາເວທຳລາຍພວກເຂົາເສຍ.

ເປັນຫຍັງຕົ້ນໄມ້ຈຶ່ງຫ່ຽວແຫ້ງ?

ຕົ້ນໄມ້ຈະຫ່ຽວແຫ້ງຍ້ອນຄວາມຊົ່ວຮ້າຍຂອງປະຊາຊົນ.

Jeremiah 12:5

ແມ່ນໃຜໄດ້ທໍລະຍົດເຢເຣມີຢາ?

ອ້າຍຂອງເຢເຣມີຢາ ແລະ ຄອບຄົວຂອງພໍ່ຂອງລາວໄດ້ທໍລະຍົດຕໍ່ລາວ.

Jeremiah 12:7

ເປັນຫຍັງພຣະເຈົ້າກຽດຊັງປະຊາຊົນຂອງພຣະອົງ?

ພວກເຂົາໄດ້ຕັ້ງຫນ້າຕໍ່ຕ້ານພຣະອົງ.

Jeremiah 12:10

ຄົນລ້ຽງແກະໄດ້ເຮັດຫຍັງສ່ວນທີ່ຫນ້າຊື່ນຊົມ?

ພວກເຂົາໄດ້ປ່ຽນມັນເປັນຖິ່ນແຫ້ງແລ້ງກັນດານ.

Jeremiah 12:12

ບ່ອນທີ່ດິນມີຄວາມປອດໄພສຳລັບສິ່ງທີ່ມີຊີວິດບໍ?

ໃນແຜ່ນດິນບໍ່ມີຄວາມປອດໄພ.

ເປັນຫຍັງຄົນງານຈຶ່ງຄວນອັບອາຍກັບຜົນປະໂຫຍດຂອງພວກເຂົາ?

ພວກເຂົາຄວນຈະອັບອາຍເພາະຄວາມໂກດຮ້າຍຂອງ ພຣະຢາເວ.

Jeremiah 12:14

ສິ່ງທີ່ຈະເກີດຂື້ນກັບເຊື້້ອສາຍຢູດາເມື່ອພຣະຢາເວມີຄວາມເມດຕາສົງສານພວກເຂົາ?

ພຣະຢາເວຈະນຳພວກເຂົາກັບຄືນສູ່ແຜ່ນດິນຂອງພວກເຂົາ.

Jeremiah 12:16

ຄຳສັນຍາຂອງພຣະຢາເວແມ່ນຫຍັງຕໍ່ປະຊາຊາດເຫລົ່ານັ້ນທີ່ຮຽນຮູ້ທາງຄືປະຕິຍານໃນນາມຂອງເຮົາວ່າ, "ພຣະຢາເວຊົງພຣະຊົນຢູ່ແນ່ນອນສັນໃດ" ?

ພວກເຂົາຈະຖືກສ້າງຂຶ້ນທ່າມກາງປະຊາຊົນຂອງພຣະຢາເວ.

ຈະມີຫຍັງເກີດຂື້ນຖ້າປະເທດເຫລົ່ານັ້ນບໍ່ເຊື່ອຟັງ?

ພຣະຢາເວຈະຖອນພວກເຂົາອອກ.

Jeremiah 13

Jeremiah 13:1

ພຣະຢາເວບອກເຢເຣມີຢາໃຫ້ເຮັດຫຍັງກັບຜ້າປ່ານຄາດແອວ?

ພຣະອົງບອກເຢເຣມີຢາໃຫ້ໃສ່ຜ້າປ່ານຄາດແອວ ແລະຫລັງຈາກນັ້ນເອົາໄປທີ່ແມ່ນ້ຳເອຟຣາດ ແລະ ເຊື່ອງມັນໄວ້.

Jeremiah 13:8

ຄົນຊົ່ວຄືກັນກັບຜ້າຄາດແອວແນວໃດ?

ພວກມັນບໍ່ມີຫຍັງດີ ເພາະພວກເຂົາປະຕິເສດທີ່ຈະຟັງຖ້ອຍ ຄຳຂອງພຣະຢາເວ.

ສາມສິ່ງທີ່ພຣະຢາເວຢາກໃຫ້ປະຊາຊົນຂອງພຣະອົງໄດ້ນຳມາໃຫ້ພຣະອົງແມ່ນຫຍັງ?

ພຣະອົງຕ້ອງການໃຫ້ພວກເຂົານຳຊື່ສຽງ, ສຽງຄຳສັນລະເສີນ ແລະ ສະຫງ່າລາສີແກ່ພຣະອົງ.

Jeremiah 13:12

ພຣະຢາເວຈະໃສ່ຫຍັງແກ່ປະຊາຊົນທັງຫມົດ?

ພຣະອົງຈະເຮັດໃຫ້ພວກເຂົາເຕັມດ້ວຍຄວາມມືນເມົາ.

ພຣະຢາເວຈະເຮັດຫຍັງຫລັງຈາກພຣະອົງໃສ່ຄວາມມຶນເມົາແກ່ປະຊາຊົນ?

ພຣະອົງຈະທຳລາຍພວກເຂົາ.

Jeremiah 13:15

ຈະເກີດຫຍັງຂຶ້ນຖ້າປະຊາຊົນບໍ່ໃຫ້ກຽດແກ່ພຣະຢາເວ?

ພຣະອົງຈະນຳຄວາມມືດ.

Jeremiah 13:18

ເປັນຫຍັງກະສັດ ແລະພະລາຊີນີຄວນຖ່ອມຕົວ?

ເພາະວ່າມົງກຸດເທິງຫົວຂອງພະອົງໄດ້ຕົກລົງແລ້ວ.

Jeremiah 13:20

ພຣະເຈົ້າຈະໃຫ້ຜູ້ໃດປົກຄອງຜູ້ຄົນ?

ພຣະອົງຈະແຕ່ງຕັ້ງພວກເຂົາຜູ້ທີ່ພວກເຂົາໄດ້ສອນໃຫ້ເປັນເພື່ອນຂອງພວກເຂົາ.

Jeremiah 13:22

ເປັນຫຍັງເຫດການບໍ່ດີເກີດຂື້ນກັບປະຊາຊົນ? "

ສິ່ງທີ່ບໍ່ດີເກີດຂຶ້ນເພາະວ່າປະຊາຊົນໄດ້ກະທຳຄວາມຊົ່ວຮ້າຍຫລາຍຢ່າງ.

Jeremiah 13:25

ພຣະຢາເວຈະເຮັດຫຍັງໃນສິ່ງທີ່ບໍ່ດີທີ່ຜູ້ຄົນໄດ້ເຮັດໃນທີ່ລັບ?

ພຣະອົງຈະໃຫ້ປະກົດແຈ້ງແກ່ທຸກຄົນ.

Jeremiah 14

Jeremiah 14:1

ເກີດຫຍັງຂຶ້ນເມື່ອພວກຂ້າໃຊ້ທີ່ຊອກຫານໍ້າ?

ພວກເຂົາບໍ່ສາມາດຫານ້ຳໄດ້.

Jeremiah 14:4

ຈະເກີດຫຍັງຂຶ້ນເມື່ອບໍ່ມີຝົນຕົກ?

ບໍ່ມີຫຍ້າ ຫລື ພືດພັນ.

Jeremiah 14:7

ເວລາໃດທີ່ພຣະຢາເວຊ່ວຍອິດສະຣາເອນ?

ພຣະອົງຊົງຊ່ວຍອິດສະຣາເອນໃນເວລາທີ່ປະສົບກັບຄວາມຫຍຸ້ງຍາກ.

Jeremiah 14:10

ພຣະຢາເວບອກເຢເຣມີບໍ່ໃຫ້ເຮັດຫຍັງເພື່ອປະຊາຊົນ?

ພຣະຢາເວບອກເຢເຣມີຢາບໍ່ໃຫ້ອະທິຖານຂໍສິ່ງທີ່ດີສຳລັບປະຊາຊົນ.

Jeremiah 14:13

ຄຳເວົ້າທີ່ຫລອກລວງຂອງຜູ້ປະກາດພຣະທຳປອມແມ່ນມາຈາກໃສ?

ພວກມັນມາຈາກຫົວໃຈຂອງຜູ້ປະກາດພຣະທຳປອມເອງ.

Jeremiah 14:15

ຈະເກີດຫຍັງຂຶ້ນກັບຜູ້ປະກາດພຣະທຳປອມ?

ພວກເຂົາຈະຕາຍຍ້ອນສົງຄາມ ແລະ ຄວາມອຶດຢາກ.

Jeremiah 14:17

ບ່ອນໃດທີ່ປະຊາຊົນຈະເສຍຊີວິດຈາກສົງຄາມ?

ພວກເຂົາຈະຕາຍຍ້ອນສົງຄາມຕາມທົ່ງນາ.

ບ່ອນໃດທີ່ຄົນຈະຕາຍຍ້ອນຄວາມອຶດຢາກ?

ພວກເຂົາຈະຕາຍຍ້ອນຄວາມອຶດຢາກໃນເມືອງ.

Jeremiah 14:19

ເຢເຣມີຢາຍອມຮັບຫຍັງກັບພຣະຢາເວແມ່ນຄວາມຊົ່ວຮ້າຍຂອງບັນພະບຸລຸດ?

ພວກເຂົາໄດ້ເຮັດບາບຕໍ່ພຣະຢາເວ.

Jeremiah 14:21

ເປັນຫຍັງປະຊາຊົນຄວນມີຄວາມຫວັງໃນພຣະຢາເວ?

ພຣະຢາເວໄດ້ຊົງສ້າງທ້ອງຟ້າ ແລະ ເຮັດໃຫ້ເກີດຝົນໄດ້.

Jeremiah 15

Jeremiah 15:1

ພຣະຢາເວໄດ້ກ່າວວ່າພຣະອົງຈະບໍ່ປ່ຽນແປງຫຍັງເຖິງແມ່ນວ່າໂມເຊ ຫລື ຊາມູເອນກຳລັງຢືນອ້ອນວອນສຳລັບຄົນເຫລົ່ານີ້?

ພຣະອົງຍັງຄົງກໍຈະບໍ່ມີໃຈເມດຕາປະຊາຊາດເຫລົ່ານີ້ເລີຍ.

ຈະເກີດຫຍັງຂຶ້ນກັບປະຊາຊົນຢູດາ ແລະ ເຢຣູຊາເລັມ?

ບາງຄົນຈະຕາຍ, ບາງຄົນຈະຖືກຂ້າ, ບາງຄົນຈະຕາຍຍ້ອນຄວາມຫິວໂຫຍ, ແລະບາງຄົນຈະຖືກນຳໄປຈາກບ້ານເກີດເມືອງນອນຂອງພວກເຂົາ.

Jeremiah 15:3

ສີ່ສິ່ງທີ່ຈະເກີດຂຶ້ນກັບປະຊາຊົນມີຫຍັງແດ່?

ບາງຄົນຈະຕາຍໃນສົງຄາມ, ຖືກຫມາດຶງແກ່ໄປ, ຖືກຝູງນົກໃນອາກາດສັບຕອດກິນ ແລະສັດປ່າເທີງແຜ່ນດິນໂລກກັດກິນ.

Jeremiah 15:5

ແມ່ນໃຜຈະສົນໃຈເມືອງເຢຣູຊາເລັມ?

ບໍ່ມີໃຜຈະສົນໃຈເມືອງເຢຣູຊາເລັມ.

ແມ່ນຫຍັງທີ່ພຣະຢາເວເມື່ອຍເຮັດສໍາລັບເຢຣູຊາເລັມ?

ພຣະອົງເມື່ອຍທີ່ຈະມີຄວາມເມດຕາຕໍ່ເຢຣູຊາເລັມ.

Jeremiah 15:8

ສິ່ງໃດຈະເຮັດໃຫ້ແມ່ທີ່ເກີດລູກເຈັດຄົນກໍອ່ອນກຳລັງ ແລະ ອັບອາຍ?

ພຣະຢາເວຈະໃຫ້ສັດຕູຂ້າລູກນ້ອຍຂອງນາງ.

Jeremiah 15:10

ເມື່ອໃດພຣະຢາເວຈະເຮັດໃຫ້ສັດຕູຂອງເຢເຣມີຢາທູນຂໍຄວາມຊ່ວຍເຫລືອ?

ພຣະອົງຈະເຮັດໃຫ້ພວກເຂົາອ້ອນວອນຂໍຄວາມຊ່ວຍເຫລືອໃນເວລາທີ່ປະສົບກັບຄວາມຫຍຸ້ງຍາກລຳບາກ.

Jeremiah 15:13

ເປັນຫຍັງພຣະຢາເວຈະໃຫ້ຄວາມຮັ່ງມີຂອງປະຊາຊົນແກ່ສັດຕູຂອງພວກເຂົາ?

ພຣະອົງຈະໃຫ້ເພາະຄວາມບາບທັງຫລາຍຂອງປະຊາຊົນຂອງພຣະອົງ.

Jeremiah 15:15

ເຢເຣມີໄດ້ເຮັດຫຍັງກັບຄຳເວົ້າຂອງພຣະຢາເວ?

ລາວກຶນກິນພວກມັນ.

Jeremiah 15:19

ເຢເຣມີຢາຈຳເປັນຕ້ອງເຮັດຫຍັງເພື່ອຈະໄດ້ຮັບການຟື້ນຟູ?

ລາວຈຳເປັນຕ້ອງກັບໃຈ.

ຄົນປະເພດໃດແດ່ທີ່ພຣະຢາເວຈະຊ່ວຍກູ້ເຢເຣມີຢາຈາກພວກເຂົາ?

ພຣະອົງຈະຊ່ວຍລາວໃຫ້ພົ້ນຈາກຄົນຊົ່ວ ແລະ ອຳມະຫິດ.

Jeremiah 16

Jeremiah 16:1

ພຣະຢາເວຄຳສັ່ງຫຍັງແກ່ເຢເຣມີຢາ?

ພຣະຢາເວສັ່ງເຢເຣມີຢາບໍ່ໃຫ້ເອົາເມຍ.

ຈະເກີດຫຍັງຂຶ້ນກັບເດັກນ້ອຍທີ່ເກີດໃນສະຖານທີ່ນັ້ນ?

ພວກເຂົາທຸກຄົນຈະຕາຍ.

ຈະເກີດຫຍັງຂຶ້ນກັບສົບຂອງພວກເຂົາ?

ສົບຂອງພວກເຂົາຈະເປັນເຫມືອນຂີ້ສັດທີ່ຢູ່ເທິງພື້ນແຜ່ນດິນ ແລະ ຈະເປັນອາຫານສຳລັບນົກ ແລະສັດເດຍລະສານ.

Jeremiah 16:5

ເປັນຫຍັງພຣະຢາເວສັ່ງເຢເຣມີຢາບໍ່ໃຫ້ເຂົ້າໄປໃນເຮືອນບ່ອນທີ່ມີຜູ້ຄົນໄຫວ້ທຸກ?

ພຣະອົງສັ່ງເຢເຣມີຢາເພາະວ່າທັງຄົນໃຫຍ່ ແລະ ຄົນນ້ອຍໆຈະຕາຍ, ແຕ່ຈະບໍ່ມີໃຜມາຄໍ່າຄວນອາໄລພວກເຂົາ .

Jeremiah 16:7

ເປັນຫຍັງພຣະຢາເວສັ່ງເຢເຣມີຢາບໍ່ໃຫ້ເຂົ້າໄປໃນເຮືອນບ່ອນທີ່ມີຜູ້ຄົນກຳລັງສະຫລອງ?

ພຣະຢາເວສັ່ງລາວ ເພາະວ່າພຣະອົງກຳລັງຈະເຮັດໃຫ້ການສະຫລອງຕ່າງໆສິ້ນສຸດລົງ.

Jeremiah 16:10

ປະຊາຊົນຈະຖາມຫຍັງເມື່ອຕອນທີ່ເຢເຣມີຢາລາຍງານຖ້ອຍຄຳເຫລົ່ານີ້ແກ່ພວກເຂົາ?

ປະຊາຊົນຈະຖາມເຢເຣມີຢາວ່າເປັນຫຍັງພຣະຢາເວຈຶ່ງອອກ ຄຳສັ່ງໄພພິບັດຕໍ່ພວກເຂົາ.

Jeremiah 16:12

ແມ່ນໃຜເປັນຄົນຊົ່ວກວ່າ, ຄົນພວກນີ້ ຫລື ບັນພະບຸລຸດຂອງພວກເຂົາ?

ຄົນພວກນີ້ຊົ່ວຫລາຍກ່ວາບັນພະບຸລຸດຂອງພວກເຂົາ.

Jeremiah 16:16

ເປັນຫຍັງພຣະຢາເວຈະຈ່າຍຄືນຄວາມຊົ່ວຊ້າ ແລະ ບາບຂອງອິດສະຣາເອນສອງເທົ່າ?

ພຣະອົງຈະເຮັດຢ່າງນັ້ນເພາະວ່າພວກເຂົາໄດ້ເຮັດໃຫ້ແຜ່ນດິນເປັນມົນທິນ ທີ່ເຕັມໄປດ້ວຍຮູບປັ້ນຂອງພວກເຂົາ.

Jeremiah 16:19

ບັນດາປະຊາຊາດຈະເວົ້າຫຍັງແດ່ກ່ຽວກັບບັນພະບຸລຸດຂອງພວກເຂົາເມື່ອພວກເຂົາເຂົ້າເຝົ້າພຣະຢາເວ?

ພວກເຂົາຈະເວົ້າວ່າບັນພະບູລຸດຂອງພວກເຮົາໄດ້ຮັບມໍຣະດົກທີ່ຫລອກລວງ.

Jeremiah 17

Jeremiah 17:1

ບາບຂອງຢູດານັ້ນບັນທຶກໄວ້ຢູ່ໃສ?

ບາບຂອງຢູດານັ້ນບັນທຶກໃສ່ຫົວໃຈຂອງພວກເຂົາ.

ເສົາອາເຊຣາຂອງປະຊາຊົນຕັ້ງຢູ່ໃສ?

ເສົາອາເຊຣາແມ່ນຢູ່ຂ້າງຕົ້ນໄມ້ໃບໄມ້ຢູ່ເທິງໂນນພູສູງ.

Jeremiah 17:3

ຢູດາຈະຕົກເປັນຊະເລີຍຢູ່ໃສ?

ຢູດາຈະຕົກເປັນທາດຂອງແຜ່ນດິນທີ່ພວກເຂົາບໍ່ຮູ້.

Jeremiah 17:5

ພຣະຢາເວເວົ້າວ່າແມ່ນໃຜຖືກສາບແຊ່ງ?

ພຣະຢາເວກ່າວວ່າຜູ້ທີ່ໄວ້ວາງໃຈໃນມະນຸດຊາດແມ່ນຖືກສາບແຊ່ງ.

Jeremiah 17:9

ຈິດໃຈເປັນຄືຫຍັງ?

ຈິດໃຈຫລອກລວງຫລາຍກ່ວາສິ່ງອື່ນ, ມັນເຈັບປ່ວຍ, ແລະບໍ່ມີໃຜເຂົ້າໃຈມັນ.

Jeremiah 17:12

ຈະເກີດຫຍັງຂຶ້ນກັບຄົນທີ່ປະຖິ້ມພຣະຢາເວ?

ທຸກຄົນທີ່ປະຖິ້ມພຣະຢາເວຈະມີຄວາມອັບອາຍ ແລະ ຖືກຕັດອອກ.

Jeremiah 17:15

ເຢເຣມີຢາບໍ່ໄດ້ຫນີຈາກວຽກຫຍັງ?

ເຢເລມີຢາບໍ່ໄດ້ຫນີຈາກໄປການເປັນຜູ້ລ້ຽງແກະທີ່ຕາມພຣະອົງໄປ

Jeremiah 17:21

ພຣະຢາເວຕ້ອງການໃຫ້ປະຊາຊົນຢຸດເຮັດຫຍັງ?

ພຣະອົງຕ້ອງການໃຫ້ພວກເຂົາຢຸດແບກຫາບພາລະໃນວັນຊະບາໂຕ.

Jeremiah 17:24

ຈະເກີດຫຍັງຂຶ້ນກັບເມືອງຖ້າປະຊາຊົນຈະເຊື່ອຟັງ ແລະ ບໍ່ເຮັດວຽກໃນວັນຊະບາໂຕ?

ຖ້າພວກເຂົາຈະເຊື່ອຟັງແລະເຮັດຕາມ, ຈາກນັ້ນເມືອງຈະຢູ່ຕະຫລອດໄປ.

Jeremiah 17:26

ຈະເປັນແນວໃດຖ້າປະຊາຊົນບໍ່ຟັງ?

ຖ້າປະຊາຊົນບໍ່ຍອມຟັງ, ພຣະຢາເວຈະເຜົາທຳລາຍເມືອງເຢຣູຊາເລັມ.

Jeremiah 18

Jeremiah 18:1

ພຣະຢາເວບອກເຢເຣມີຢາບ່ອນໃດທີ່ຈະໄປຟັງຖ້ອຍຄຳຈາກພຣະອົງ?

ພຣະຢາເວບອກເຢເຣມີຢາໃຫ້ໄປເຮືອນຂອງຊ່າງຫມໍ້ດິນ.

ມີຫຍັງເກີດຂື້ນກັບຫມໍ້ດິນທີ່ຊ່າງກຳລັງປັ້ນໃນຂະນະທີ່ເຢເຣມີຢາກຳລັງສັງເກດເບິ່ງຢູ່?

ມັນໄດ້ແຕກຢູ່ທີ່ມືຂອງຊ່າງປັ້ນຫມໍ້.

Jeremiah 18:5

ພຣະຢາເວຈະເຮັດຫຍັງແກ່ຊາດທີ່ຫັນຫນ້າຫນີຈາກຄວາມຊົ່ວຮ້າຍ ຫລັງຈາກໄດ້ຍິນຄຳປະກາດຂອງພຣະອົງ?

ພຣະອົງຈະຍອມຫັນໄພພິບັດທີ່ລາວກຳລັງວາງແຜນທີ່ຈະເຮັດໃຫ້ມັນເກີດຂື້ນຈາກພວກເຂົາ.

Jeremiah 18:9

ພຣະຢາເວຈະເຮັດແນວໃດຕໍ່ປະຊາຊາດທີ່ບໍ່ຟັງສຽງຂອງພຣະອົງ?

ພຣະອົງຈະຢຸດສີ່ງທີ່ດີ ຊຶ່ງເຮົາກ່າວໄວ້ວ່າເຮົາຈະເຮັດກັບພວກເຂົານັ້ນເສຍ.

Jeremiah 18:11

ເປັນຫຍັງພຣະຢາເວຈຶ່ງປະສົບໄພພິບັດຕໍ່ປະຊາຊົນຢູດາ ແລະ ເຢຣູຊາເລັມ?

ພວກເຂົາກຳລັງເຮັດສິ່ງທີ່ຊົ່ວ.

ຫລັງຈາກເຢເຣມີຢາເຕືອນພວກເຂົາແລ້ວ ພວກຜູ້ຊາຍຢູດາແລະເຢຣູຊາເລັມຈະເຮັດຫຍັງ?

ພວກເຂົາຈະບໍ່ຟັງ ຫລື ຢຸດເຮັດສິ່ງທີ່ຊົ່ວ.

Jeremiah 18:15

ເປັນຫຍັງອິດສະຣາເອນຈະກາຍເປັນຄວາມຢ້ານກົວ?

ຊາວອິດສະຣາເອນໄດ້ລືມພຣະຢາເວ ແລະ ໄດ້ຖວາຍເຄື່ອງບູຊາແກ່ຮູບເຄົາລົບ.

ເປັນຫຍັງທຸກຄົນທີ່ຜ່ານໄປຈະຕົວສັ່ນ, ແລະ ແກວ່ງຫົວຂອງເຂົາ?

ພວກເຂົາຈະເຮັດແນວນັ້ນເພາະວ່າພຣະຢາເວໄດ້ເຮັດໃຫ້ແຜ່ນດິນນັ້ນເປັນຕາຢ້ານ.

Jeremiah 18:18

ແຜນການປອງຮ້າຍຂອງຜູ້ຄົນຕໍ່ເຢເຣມີຢາແມ່ນຫຍັງ?

ພວກເຂົາວາງແຜນທີ່ຈະໂຈມຕີລາວດ້ວຍຄຳເວົ້າຂອງພວກເຂົາ ແລະ ບໍ່ເອົາໃຈໃສ່ຕໍ່ທຸກສິ່ງທີ່ລາວເວົ້າ.

ເຢເຣມີຢາຮ້ອງຂໍໃຫ້ພຣະຢາເວຈື່ລາວໄດ້ແນວໃດ?

ເຢເຣມີຢາໄດ້ຂໍໃຫ້ພຣະຢາເວລະນຶກເຖິງວິທີທີ່ພຣະອົງໄດ້ສັນຍາ ສຳລັບສະຫວັດພາບຂອງປະຊາຊົນ.

Jeremiah 18:21

ເຢເຣມີຢາຮ້ອງຂໍໃຫ້ພຣະຢາເວເຮັດຫຍັງກັບສັດຕູຂອງລາວ?

ລາວຮ້ອງຂໍໃຫ້ພຣະຢາເວຂ້າຜູ້ຊາຍທັງຫມົດ ແລະ ບໍ່ໃຫ້ອະໄພບາບຂອງພວກເຂົາ.

Jeremiah 19

Jeremiah 19:1

ພຣະຢາເວບອກເຢເຣມີໃຫ້ຊື້ຫຍັງ?

ພຣະອົງໄດ້ບອກເຢເຣມີໃຫ້ໄປຊື້ຫມໍ້ດິນເຜົາຂອງຊ່າງປັ້ນຫມໍ້.

ພຣະຢາເວບອກເຢເຣມີວ່າລາວຈະນຳຫຍັງມາສູ່ກະສັດຢູດາ ແລະຊາວເມືອງເຢຣູຊາເລັມ?

ພຣະຢາເວກ່າວວ່າພຣະອົງຈະນຳເອົາໄພພິບັດມາສູ່ສະຖານທີ່ນັ້ນ, ແລະເຮັດໃຫ້ຫູຂອງພວກເຂົາຈະອື້ຂື້ນ. "

Jeremiah 19:4

ເປັນຫຍັງພຣະເຈົ້າຈຶ່ງນຳເອົາໄພພິບັດມາສູ່ເມືອງເຢຣູຊາເລັມ?

ພຣະອົງກຳລັງນຳຄວາມເດືອດຮ້ອນມາ ເພາະວ່າປະຊາຊົນໄດ້ປະຖິ້ມພຣະເຈົ້າ ແລະຫມຶ່ນປະຫມາດສະຖານທີ່ຂອງພຣະອົງ, ແລະເຂົ້າໄປຫາພະເຈົ້າອື່ນ, ແລະເຕັມໄປດ້ວຍສະຖານທີ່ເຕັມໄປດ້ວຍເລືອດຜູ້ບໍລິສຸດ.

ເປັນຫຍັງຜູ້ຄົນຈຶ່ງສ້າງຫໍບູຊາຕໍ່ພະບາອານ?

ພວກເຂົາໄດ້ສ້າງຫໍບູຊາຕໍ່ພະບາອານ ເພື່ອເຜົາພວກລູກຊາຍຂອງພວກເຂົາໃນໄຟ ເປັນການຖວາຍບູຊາແກ່ພະນັ້ນ.

Jeremiah 19:6

ຊື່ຫຍັງທີ່ຮ່ອມພູເບັນຮິນໂນມຈະຖືກເອີ້ນ?

ມັນຈະຈະຖືກເອີ້ນວ່າຮ່ອມພູແຫ່ງການຂ້າຟັນ.

Jeremiah 19:10

ເຢເຣມີຢາໄດ້ເຮັດຫຍັງກັບເສດດິນເຜົາ?

ລາວຕ້ອງທຳລາຍດິນເຜົາຕໍ່ຫນ້າສາຍຕາຂອງຜູ້ຊາຍທີ່ໄປນຳ ລາວ.

Jeremiah 19:12

ຄົນທີ່ບໍ່ສະອາດເຮັດຫຍັງຢູ່ເທິງຫລັງຄາ?

ຄົນທີ່ບໍ່ສະອາດໄດ້ໄປນະມັດສະການຮູບດາວຢູ່ເທິງຫລັງຄາ ແລະ ຖອກເຄື່ອງດື່ມບູຊາຖວາຍແກ່ພະເຈົ້າອື່ນ.

Jeremiah 19:14

ເປັນຫຍັງພຣະຢາເວຈຶ່ງນຳເອົາໄພພິບັດມາສູ່ເມືອງ ແລະ ທຸກເມືອງ?

ພຣະເຈົ້າໄດ້ນຳຄວາມເດືອດຮ້ອນມາສູ່ພວກເຂົາເພາະວ່າພວກເຂົາແຂງຄໍ ແລະ ປະຕິເສດທີ່ຈະຟັງຖ້ອຍຄຳຂອງພຣະເຈົ້າ.

Jeremiah 20

Jeremiah 20:1

ເປັນຫຍັງປັດຊູຈຶ່ງຕີເຢເຣມີຢາ ແລະ ວາງລາວໄວ້ໃນຫຸ້ນ?

ລາວໄດ້ລົງໂທດເຢເຣມີຢາເພາະວ່າເຢເຣມີຢາໄດ້ທຳນວາຍຖ້ອຍຄຳເຫລົ່ານີ້ຕໍ່ຫນ້າພຣະວິຫານຂອງພຣະຢາເວ.

Jeremiah 20:3

ພຣະຢາເວຈະໃຫ້ສິ່ງໃດແກ່ກະສັດບາບີໂລນ?

ພຣະຢາເວຈະໃຫ້ຊັບສົມບັດທັງຫມົດຂອງເມືອງນີ້ ແລະຊັບສົມບັດທັງຫມົດຂອງລາວພ້ອມທັງເຄື່ອງທີ່ມີຄ່າ ແລະຊັບສົມບັດທັງຫມົດຂອງກະສັດຢູດາ.

Jeremiah 20:5

ຈະເກີດຫຍັງຂຶ້ນກັບປັດຊູ ແລະ ທຸກຄົນທີ່ອາໃສຢູ່ໃນເຮືອນຂອງລາວ?

ພວກເຂົາຈະຖືກກວດໄປບາບີໂລນ ແລະ ຕາຍຢູ່ທີ່ນັ້ນ.

Jeremiah 20:7

ມີຫຍັງເກີດຂື້ນເມື່ອເຢເຣມີພະຍາຍາມບໍ່ປະກາດນາມຊື່ຂອງ ພຣະຢາເວອີກຕໍ່ໄປ?

ຄຳເວົ້າຂອງພຣະອົງກາຍເປັນຄືກັບໄຟໃນໃຈຂອງເຢເຣມີຢາ, ເປັນແຜໃນກະດູກຂອງລາວ, ແລະ ລາວສາມາດອັດມັນໄວ້ໄດ້.

ເຢເຣມີຢາໄດ້ສົ່ງຂ່າວສານຫຍັງ ແລະ ປະກາດຫຍັງ?

ລາວໄດ້ຮ້ອງອອກມາ ແລະ ປະກາດວ່າ "ຄວາມຮຸນແຮງ ແລະຄວາມພິນາດ."

Jeremiah 20:10

ສິ່ງທີ່ຈະເກີດຂື້ນກັບຜູ້ທີ່ເຝົ້າເບິ່ງເຢເຣມີຢາໃຫ້ລົ້ມລົງ?

ພວກເຂົາຈະຫລົງທາງ, ພວກເຂົາຈະບໍ່ເອົາຊະນະລາວ, ແລະພວກເຂົາຈະມີຄວາມອັບອາຍທີ່ບໍ່ມີວັນສິ້ນສຸດ.

Jeremiah 20:12

ເປັນຫຍັງເຢເຣມີຢາຈຶ່ງເວົ້າ ແລະ ຮ້ອງເພງຍ້ອງຍໍພຣະຢາເວ?

ທຸກຄົນຄວນຮ້ອງເພງ ແລະ ຍ້ອງຍໍສັນລະເສີນພຣະຜູ້ເປັນເຈົ້າ ເພາະວ່າລາວກວດເບິ່ງຄົນຊອບທຳ, ເບິ່ງຈິດໃຈ ແລະຫົວໃຈຂອງເຂົາ, ເຮັດການແກ້ແຄ້ນ, ແລະ ຊ່ວຍກູ້ຄົນທີ່ຖືກຂົ່ມເຫັງ.

Jeremiah 20:14

ເຢເຣມີຢາເວົ້າແນວໃດກ່ຽວກັບມື້ທີ່ລາວເກີດ?

ລາວສາບແຊ່ງມື້ທີ່ລາວເກີດ ແລະ ຮ້ອງຂໍໃຫ້ມັນບໍ່ໄດ້ຮັບພອນ.

Jeremiah 21

Jeremiah 21:1

ແມ່ນຫຍັງທີ່ປັດຊູ ແລະ ເຊຟານີຢາໄດ້ຖາມເຢເຣມີຢາ?

ພວກເຂົາຂໍໃຫ້ລາວສະແຫວງຫາຄຳແນະນຳຈາກພຣະຢາເວ.

ເປັນຫຍັງພວກເຂົາຈຶ່ງຕ້ອງການເຢເຣມີຢາຂໍຄຳແນະນຳ ຈາກພຣະຢາເວ?

ພວກເຂົາຫວັງວ່າພຣະຢາເວຈະເຮັດການອັດສະຈັນສຳລັບພວກເຂົາ.

Jeremiah 21:3

ເຢເຣມີຢາບອກຂໍ້ຄວາມອັນໃດ?

ຂໍ້ຄວາມທີ່ພຣະຢາເວຈະຕໍ່ສູ້ກັບເຊເດກີຢາ.

Jeremiah 21:6

ພຣະຢາເວຈະຕໍ່ສູ້ກັບກະສັດເຊເດກີຢາແນວໃດ?

ພຣະຢາເວຈະຕໍ່ສູ້ກັບກະສັດເຊເດກີຢາດ້ວຍຄວາມເຈັບປ່ວຍ, ສົງຄາມ ແລະ ຄວາມອຶດຢາກ.

Jeremiah 21:8

ຄົນທີ່ຕ້ອງມີຊີວິຢູ່ຕ້ອງໄດ້ເຮັດຫຍັງແດ່?

ພວກເຂົາຈຳເປັນຕ້ອງຫນີອອກຈາກເມືອງ ແລະ ຍອມຈຳ ນົນຕໍ່ຄົນເດນເດຍ.

ຈະເກີດຫຍັງຂຶ້ນກັບຄົນທີ່ອາໄສຢູ່ໃນເມືອງ?

ພວກເຂົາຈະຕາຍ.

Jeremiah 21:11

ພຣະຢາເວຕ້ອງການໃຫ້ກະສັດຢູດາເຮັດຫຍັງ?

ລາວຕ້ອງການໃຫ້ກະສັດຟັງຄຳເວົ້າຂອງພຣະຢາເວ, ເຮັດໃຫ້ມີຄວາມຍຸດຕິທຳ, ແລະ ຊ່ວຍກູ້ຄົນທີ່ຖືກກົດຂີ່ຂົ່ມເຫັງ.

Jeremiah 21:13

ແມ່ນໃຜເປັນຜູ້ທີ່ພຣະຢາເວຕໍ່ຕ້ານ?

ພຣະຢາເວຕໍ່ຕ້ານຜູ້ຄົນທີ່ອາໄສຢູ່ໃນຮ່ອມພູ ແລະ ຕາມທົ່ງພຽງ.

ພຣະຢາເວຈະເຮັດຫຍັງເນື່ອງຈາກສິ່ງທີ່ປະຊາຊົນກຳລັງເຮັດຢູ່?

ພຣະອົງຈະກໍ່ໄຟໃນປ່າທີ່ຈະເຜົາຜານທຸກສິ່ງທຸກຢ່າງ.

Jeremiah 22

Jeremiah 22:1

ພຣະຢາເວບອກກະສັດຢູດາຜູ້ຮັບໃຊ້ ແລະ ປະຊາຊົນຂອງລາວໃຫ້ເຮັດຫຍັງ?

ພວກເຂົາຕ້ອງຟັງຄຳຂອງພຣະຢາເວ, ປະຕິບັດຢ່າງທ່ຽງທຳ, ຊ່ວຍເຫລືອຜູ້ທີ່ຖືກປຸ້ນ, ແລະ ກູ້ເອົາຄົນທີ່ຖືກກົດຂີ່ຂົ່ມເຫັງ. ພວກເຂົາບໍ່ຄວນທຳຮ້າຍຄົນຕ່າງດ້າວ, ເດັກກຳພ້າ, ຫລືແມ່ ຫມ້າຍ, ແລະພວກເຂົາບໍ່ຄວນໃຊ້ຄວາມຮຸນແຮງ ຫລື ຂ້າຄົນບໍລິສຸດ.

Jeremiah 22:4

ຈະເກີດຫຍັງຂຶ້ນຖ້າພວກເຂົາບໍ່ຟັງຄຳເວົ້າຂອງຄຳປະກາດຂອງພຣະຢາເວ?

ລາຊະສຳນັກນີ້ຈະເປັນທີ່ຮົກຮ້າງ.

Jeremiah 22:6

ພະລາຊະວັງຈະກາຍເປັນຖິ່ນແຫ້ງແລ້ງກັນດານໄດ້ແນວໃດ?

ພຣະຢາເວຈະເລືອກຜູ້ຄົນໃຫ້ມາທຳລາຍມັນ.

Jeremiah 22:8

ເປັນຫຍັງພຣະຢາເວໄດ້ເຮັດສິ່ງເຫລົ່ານີ້ກັບເມືອງໃຫຍ່?

ພຣະອົງໄດ້ເຮັດພວກມັນ ເພາະວ່າປະຊາຊົນໄດ້ປະຖິ້ມພັນທະສັນຍາ ແລະ ນະມັດສະການພະເຈົ້າອື່ນ.

Jeremiah 22:10

ເປັນຫຍັງປະຊາຊົນຄວນຮ້ອງໄຫ້ສຳລັບຜູ້ທີ່ຕົກເປັນຊະເລີຍ?

ພວກເຂົາຄວນຈະຮ້ອງໄຫ້ເພາະວ່າພວກທີ່ຖືກຈັບໄປນັ້ນຈະບໍ່ກັບຄືນ ຫລື ເຫັນແຜ່ນດິນເກີດອີກ.

Jeremiah 22:15

ກະສັດທີ່ດີຄວນເຮັດແນວໃດ?

ລາວຄວນເຮັດຄວາມຍຸດຕິທຳ ແມ່ນແຕ່ສຳລັບຄົນຍາກຈົນແລະ ຄົນຂັດສົນ, ໃຫ້ຄວາມຊອບທຳ, ແລະຮູ້ຈັກພຣະຢາເວ.

Jeremiah 22:17

ເປັນຫຍັງປະຊາຊົນຈະບໍ່ຮ້ອງໄຫ້ສຳລັບກະສັດເຢໂຮຢາກິມ?

ພວກເຂົາຈະບໍ່ຮ້ອງໄຫ້ເພາະພະອົງລັກ, ຂ້າຄົນບໍລິສຸດ, ແລະກົດຂີ່ຂົ່ມເຫັງຜູ້ຄົນ.

ສົບຂອງເຢໂຮຢາກີມຈະຖືກຝັງແນວໃດ?

ພວກເຂົາຈະຝັງລາວເຫມືອນກັນກັບຝັງລາ.

Jeremiah 22:20

ປະເພນີຂອງປະຊາຊົນນັບຕັ້ງແຕ່ພວກເຂົາຍັງຫນຸ່ມແມ່ນຫຍັງ?

ພວກເຂົາບໍ່ໄດ້ຟັງສຽງຂອງພຣະຢາເວ.

Jeremiah 22:22

ຈະເກີດຫຍັງຂຶ້ນກັບພວກເຂົາເມື່ອພວກເຂົາບໍ່ເຊື່ອຟັງ?

ພວກເຂົາຈະສູນເສຍຜູ້ລ້ຽງຂອງພວກເຂົາ, ເພື່ອນຂອງພວກເຂົາຈະກາຍເປັນຊະເລີຍ, ແລະພວກເຂົາຈະໄດ້ຮັບຄວາມອັບອາຍ ແລະຖືກດູຫມິ່ນ.

Jeremiah 22:24

ຈະເກີດຫຍັງຂຶ້ນກັບເຢໂຮຢາຊິນ?

ພຣະຢາເວຈະມອບເຢໂຮຢາຊິນ ແກ່ກະສັດແຫ່ງບາບີໂລນ, ແລະ ລາວຈະຕາຍຢູ່ທີ່ຫ່າງໄກຈາກແຜ່ນດິນ.

Jeremiah 22:29

ແມ່ນຫຍັງທີ່ພຣະຢາເວເວົ້າກ່ຽວກັບ ເຢໂຮຢາກີມ?

ເຢໂຮຢາກີມຈະບໍ່ມີລູກ ແລະ ຈະບໍ່ຈະເລີນຮຸ່ງເຮືອງ.

Jeremiah 23

Jeremiah 23:1

ຜູ້ລ້ຽງແກະໃນສະໄຫມຂອງເຢເຣມີຢາໄດ້ເຮັດຫຍັງກັບແກະ?

ຄົນລ້ຽງແກະທຳລາຍ ແລະ ກະແຈກກະຈາຍແກະ, ຂັບໄລ່ພວກເຂົາອອກໄປ, ແລະບໍ່ສົນໃຈພວກມັນ.

Jeremiah 23:3

ພຣະຢາເວປະກາດວ່າລາວຈະເຮັດຫຍັງເພື່ອຝູງສັດຂອງລາວ?

ພຣະອົງຈະເຕົ້າໂຮມພວກເຂົາ, ໃຫ້ທົ່ງຫຍ້າແກ່ພວກ, ແລະໃຫ້ພວກມີຜູ້ລ້ຽງແກະທີ່ດີ.

Jeremiah 23:5

ພຣະຢາເວຈະເຮັດຫຍັງໃນວັນຂ້າງຫນ້າ?

ພຣະອົງຈະແຕ່ງຕັ້ງໃຫ້ກະສັດຜູ້ຫນຶ່ງທີ່ຊອບທຳຂຶ້ນ.

Jeremiah 23:7

ປະຊາຊົນຈະເວົ້າແນວໃດວ່າພຣະຢາເວໄດ້ເຮັດເພື່ອພວກເຂົາ?

ພວກເຂົາຈະເວົ້າວ່າພຣະຢາເວໄດ້ນຳພວກເຂົາກັບມາຈາກດິນແດນອື່ນ ເພື່ອພວກເຂົາຈະໄດ້ອາໄສຢູ່ໃນດິນແດນຂອງພວກເຂົາ.

Jeremiah 23:9

ເປັນຫຍັງຫົວໃຈຂອງເຢເຣມີຈຶ່ງແຕກສະລາຍ?

ຫົວໃຈຂອງລາວແຕກສະລາຍເພາະຄຳເວົ້າຂອງ ພຣະຢາເວແມ່ນບໍລິສຸດ, ແຕ່ວ່າຜູ້ບັນດາຜູ້ປະກາດພຣະທັມຕົວະ ແລະແຜ່ນດິນເຕັມໄປດ້ວຍການລ່ວງປະເວນີ.

Jeremiah 23:11

ຈະເກີດຫຍັງຂຶ້ນກັບຜູ້ປະກາດພຣະທັມ ແລະພວກປະໂລຫິດກໍອະທຳ?

ພຣະຢາເວຈະຍູ້ພວກເຂົາລົງ ແລະ ໄພພິບັດຈະມາຕ້ານພວກເຂົາ.

Jeremiah 23:13

ການກະທຳຜິດຂອງຜູ້ປະກາດພຣະທັມແມ່ນຫຍັງ?

ພວກເຂົາໄດ້ປະກາດພຣະທັມໃນນາມຂອງພະບາອານ ແລະ ໄດ້ນຳໃຫ້ອິດສະຣາເອນອອກຈາກເສັ້ນທາງທີ່ຖືກຕ້ອງ, ການຫລິ້ນຊູ້, ຫລອກລວງປະຊາຊົນ, ແລະຊຸກຍູ້ຜູ້ຄົນໃຫ້ເຮັດຄວາມຊົ່ວ.

ພຣະຢາເວເຮັດໃຫ້ຜູ້ປະກາດພຣະທຳເຫລົ່ານີ້ເຮັດຫຍັງ?

ພຣະອົງເຮັດໃຫ້ພວກເຂົາກິນຫນອນ ແລະ ດື່ມນໍ້າທີ່ເປັນພິດ.

Jeremiah 23:16

ເປັນຫຍັງພຣະຢາເວຈຶ່ງເວົ້າວ່າ, "ຢ່າຟັງບັນດາຖ້ອຍຄຳຂອງຜູ້ປະກາດພຣະທັມ"?

ພວກເຂົາໄດ້ຕົວະປະຊາຊົນ.

Jeremiah 23:19

ຄວາມໂກດຮ້າຍຂອງພຣະຢາເວເປັນຄືກັບຫຍັງ?

ຄວາມໂກດແຮ້າຍຂອງພຣະອົງແມ່ນຄືກັບລົມພະຍຸ.

Jeremiah 23:21

ແມ່ນຫຍັງທີ່ບໍ່ຖືກຕ້ອງກັບຜູ້ປະກາດພຣະທັມ?

ພຣະຢາເວບໍ່ໄດ້ສົ່ງພວກເຂົາໄປ.

Jeremiah 23:23

ປະຊາຊົນຈະຫນີຈາກພຣະຢາເວໄດ້ຢູ່ໃສ?

ບໍ່ມີບ່ອນໃດທີ່ຄົນສາມາດຫນີຈາກພຣະອົງໄດ້. ພຣະອົງຢູ່ໃກ້ແລະໄກ, ພຣະອົງສາມາດເຫັນໄດ້ໃນທຸກໆສະຖານທີ່ລັບ, ແລະພຣະອົງຢູ່ທົ່ວທຸກບ່ອນໃນສະຫວັນ ແລະ ແຜ່ນດິນໂລກ.

Jeremiah 23:25

ຜູ້ປະກາດພຣະທັມຕ້ອງການໃຫ້ຜູ້ຄົນເຮັດຫຍັງ?

ພວກເຂົາຕ້ອງການໃຫ້ປະຊາຊົນຢຸດການນະມັດສະການ ພຣະຢາເວ.

Jeremiah 23:28

ຜູ້ປະກາດພຣະທັມປະກາດສິ່ງທີ່ລາວໄດ້ຍິນຈາກພຣະຢາເວແນວໃດ?

ລາວຕ້ອງປະກາດຖ້ອຍຄຳຂອງພຣະຢາເວຢ່າງຈິງຈັງ ແລະ ບໍ່ລັກຖ້ອຍຄຳຈາກຄົນອື່ນ .

Jeremiah 23:31

ເປັນຫຍັງພຣະຢາເວຕໍ່ສູ້ກັບບັນດາຜູ້ປະກາດພຣະທັມ?

ພຣະອົງຕໍ່ຕ້ານພວກເຂົາເພາະວ່າພວກເຂົາຫລອກລວງຜູ້ຄົນໂດຍເວົ້າວ່າຄວາມຄິດຂອງພວກເຂົາເອງແມ່ນຄຳເວົ້າຂອງພຣະຢາເວ.

Jeremiah 23:33

ພຣະຢາເວຕ້ອງການໃຫ້ເຢເຣມີຢາບອກຫຍັງກັບຜູ້ທີ່ສະແຫວງຖ້ອຍຄຳຈາກພຣະຢາເວ?

ເຢເຣມີຢາຕ້ອງເວົ້າວ່າບໍ່ມີຄຳເວົ້າຫຍັງຈາກພຣະຢາເວເພາະວ່າພຣະຢາເວໄດ້ປະຖິ້ມປະຊາຊົນ.

ພຣະຢາເວຈະລົງໂທດຜູ້ໃດ?

ພຣະອົງຈະລົງໂທດຜູ້ທີ່ເວົ້າວ່າພວກເຂົາມີຂ່າວສານຈາກ ພຣະຢາເວ.

Jeremiah 23:35

ເປັນຫຍັງປະຊາຊົນຕ້ອງບໍ່ສົນທະນາກັນກ່ຽວກັບການປະກາດຂອງພຣະຢາເວ?

ພວກເຂົາບໍ່ຕ້ອງເຮັດເພາະວ່າແຕ່ລະຄົນໃຊ້ຄຳເວົ້າຂອງຕົນເອງ, ແລະພວກເຂົາໄດ້ທຳລາຍຖ້ອຍຄຳຂອງພຣະເຈົ້າຜູ້ຊົງພຣະຊົນຢູ່.

Jeremiah 23:37

ເຢເຣມີຢາທົດສອບຜູ້ປະກາດພຣະທັມແນວໃດ?

ລາວຖາມຄຳຖາມເພື່ອທົດສອບເບິ່ງວ່າພວກເຂົາເວົ້າຕົວະທີ່ວ່າພວກເຂົາໄດ້ຮັບຖ້ອຍຄຳຈາກພຣະຢາເວ.

ເກີດຫຍັງຂຶ້ນກັບຜູ້ປະກາດພຣະທັມທີ່ໃຫ້ລາຍງານທີ່ບໍ່ຖືກຕ້ອງ?

ພຣະຢາເວຈະຖິ້ມພວກເຂົາໄປ ແລະ ເຮັດໃຫ້ພວກເຂົາອັບອາຍເປັນນິດ.

Jeremiah 24

Jeremiah 24:1

ນິມິດທີ່ເຢເຣມີຢາໃຫ້ແກ່ເຢເຣມີຢາແມ່ນຫຍັງ?

ພຣະຢາເວໄດ້ສະແດງໃຫ້ລາວເຫັນກະຕ່າຂອງຫມາກເດື່ອເທດທີ່ດີແລະ ກະຕ່າຂອງຫມາກເດື່ອເທດທີ່ບໍ່ດີ.

Jeremiah 24:4

ປະຊາຊົນທີ່ພຣະຢາເວເວົ້າວ່າເປັນຄືກັບຫມາກເດື່ອເທດທີ່ດີແມ່ນໃຜ?

ພຣະຢາເວພວກເຫລົ່ານັ້ນທີ່ຖືກກວາດໄປຊະເລີຍແມ່ນເປັນຄືຫມາກເດືອຍ້ທດທີ່ດີ.

ພຣະຢາເວຈະເຮັດຫຍັງຕໍ່ຜູ້ຄົນທີ່ຄ້າຍຄືຫມາກເດື່ອເທດທີ່ດີ?

ພຣະອົງຈະສົ່ງພວກເຂົາຄືນສູ່ແຜ່ນດິນ

Jeremiah 24:8

ປະຊາຊົນຜູ້ທີ່ພຣະຢາເວກ່າວວ່າແມ່ນຄືກັນກັບຫມາກເດືອເທດທີ່ບໍ່ດີແມ່ນໃຜ?

ເຊເດກີຢາ, ປະຊາຊົນທີ່ຍັງຄົງຢູ່ໃນແຜ່ນດິນ, ແລະຜູ້ຄົນທີ່ໄປອີຢີບແມ່ນເປັນຄືກັນກັບຫມາກເດື່ອເທດທີ່ບໍ່ດີ.

ພຣະຢາເວຈະເຮັດຫຍັງຕໍ່ຜູ້ຄົນທີ່ລາວເວົ້າວ່າມັນຄ້າຍຄື ຫມາກເດືອທີ່ບໍ່ດີ?

ລາວຈະເຮັດໃຫ້ສິ່ງທີ່ບໍ່ດີແກ່ພວກເຂົາ, ແລະລາວຈະຂ້າພວກເຂົາດ້ວຍສົງຄາມ, ຄວາມອຶດຢາກ, ແລະໂລກໄພ.

Jeremiah 25

Jeremiah 25:1

ຜູ້ປະກາດພຣະທຳເຢເຣມີໄດ້ປະກາດຖ້ອຍຄຳນີ້ໃຫ້ກັບໃຜ?

ລາວໄດ້ປະກາດຖ້ອຍຄຳດັ່ງກ່າວຕໍ່ປະຊາຊົນຢູດາ ແລະຊາວເມືອງເຢຣູຊາເລັມທຸກຄົນ.

Jeremiah 25:3

ເຢເຣມີຢາໄດ້ປະກາດຖ້ອຍຄຳຂອງພຣະຢາເວດົນປານໃດ?

ລາວໄດ້ປະກາດແກ່ພວກເຂົາເປັນເວລາ 23 ປີແລ້ວ.

ປະຊາຊົນໄດ້ຕອບສະຫນອງຕໍ່ຖ້ອຍຄຳທີ່ເຢເຣມີຢາໄດ້ປະກາດຢ່າງໃດ?

ພວກເຂົາບໍ່ໄດ້ຟັງ.

Jeremiah 25:5

ພວກຜູ້ປະກາດພຣະທັມໄດ້ບອກຜູ້ຊາຍແຕ່ລະຄົນວ່າແນວໃດ?

ພວກເຂົາໄດ້ບອກໃຫ້ຜູ້ຊາຍແຕ່ລະຄົນຫັນປ່ຽນຈາກແນວທາງທີ່ຊົ່ວຂອງຕົນ, ບໍ່ໃຫ້ນະມັດສະການພະເຈົ້າອື່ນ, ແລະບໍ່ໃຫ້ກະທຳຜິດຕໍ່ສິ່ງທີ່ພວກເຂົາໄດ້ເຮັດ.

Jeremiah 25:7

ພຣະຢາເວໄດ້ເຮັດອັນຕະລາຍຫຍັງເພາະວ່າພວກເຂົາບໍ່ຟັງ?

ພຣະຢາເວໄດ້ສົ່ງຜູ້ຄົນຢູ່ທາງເຫນືອພ້ອມດ້ວຍເນບູກາດເນັດຊາ ເພື່ອທຳລາຍພວກເຂົາ.

Jeremiah 25:10

ສຽງຫຍັງຈະຫາຍໄປຈາກຊາດເຫລົ່ານີ້ເມື່ອພວກເຂົາຮັບໃຊ້ກະສັດແຫ່ງບາບີໂລນເປັນເວລາເຈັດສິບປີ?

ສຽງຂອງການສະຫລອງ ແລະ ສຽງຂອງການງານຈະຫາຍໄປ.

Jeremiah 25:12

ຈະເກີດຫຍັງຂຶ້ນໃນເຈັດສິບປີ?

ພຣະຢາເວຈະລົງໂທດປະຊາຊົນຂອງບາບີໂລນຍ້ອນຄວາມຊົ່ວຮ້າຍຂອງພວກເຂົາ.

Jeremiah 25:15

ປະຊາຊາດທັງຫມົດຈະເຮັດຫຍັງເມື່ອພຣະຢາເວມອບຈອກແຫ່ງຄວາມໂກດຮ້າບແກ່ພວກເຂົາ?

ພວກເຂົາຈະຕ້ອງດື່ມມັນ, ຍ່າງໂຊເຊ ແລະ ບ້າຄັ່ງ.

Jeremiah 25:17

ມີຫຍັງເກີດຂື້ນຫລັງຈາກເມືອງເຢຣູຊາເລັມ, ເມືອງຕ່າງໆຂອງຢູດາ, ແລະບັນດາກະສັດ ແລະພວກເຈົ້ານາຍຂອງນາງໄດ້ດື່ມຈາກຈອກທີ່ເຢເຣມີຢາໃຫ້?

ພວກເຂົາກາຍເປັນຊາກຫັກພັງ.

Jeremiah 25:24

ຊົນຊາດໃດທີ່ຈະເປັນຊົນຊາດສຸດທ້າຍທີ່ຈະດື່ມຈອກແຫ່ງຄວາມໂກດແຮ້າຍຂອງພຣະຢາເວ?

ບາບີໂລນເປັນຜູ້ສຸດທ້າຍທີ່ດື່ມຈອກຂອງຄວາມໂກດຮ້າຍຂອງພຣະຢາເວ.

Jeremiah 25:27

ຈະມີຫຍັງເກີດຂື້ນຖ້າຊົນຊາດຕ່າງໆປະຕິເສດທີ່ຈະເອົາຈອກຈາກມືຂອງເຢເຣມີຢາ?

ພວກເຂົາຈະຖືກລົງໂທດເຊັ່ນກັນ.

Jeremiah 25:32

ໄພພິບັດຈາກພຣະຢາເວຈະຂ້າຜູ້ໃດແດ່?

ມັນຈະຂ້າທຸກຄົນຈາກເບື້ອງປາຍຂອງແຜ່ນດິນເບື້ອງນີ້ ໄປຫາອີກເບື້ອງຫນຶ່ງ.

Jeremiah 25:34

ເປັນຫຍັງຄົນລ້ຽງແກະຈຶ່ງຮ້ອງໄຫ້?

ມັນແມ່ນມື້ທີ່ພວກເຂົາຈະຕາຍ.

Jeremiah 25:37

ເປັນຫຍັງທົ່ງຫຍ້າລ້ຽງສັດທີ່ສະຫງົບສຸກຈຶ່ງຖືກທຳລາຍ?

ພຣະຢາເວໄດ້ໂກດຮ້າຍ.

Jeremiah 26

Jeremiah 26:1

ພຣະຢາເວບອກເຢເຣມີໃຫ້ປະກາດຫຍັງຢູ່ໃນສະຫນາມຫລວງ?

ພຣະອົງບອກໃຫ້ລາວປະກາດທຸກຖ້ອຍຄຳຂອງພຣະຢາເວ.

ປະຊາຊົນສາມາດເຮັດຫຍັງໄດ້ແດ່ທີ່ຈະເຮັດໃຫ້ພຣະຢາເວ ບໍ່ໃຫ້ເກີດໄພພິບັດແກ່ພວກເຂົາ?

ຖ້າປະຊາຊົນຮັບຟັງ ແລະ ຫັນໄປຈາກແນວທາງທີ່ຊົ່ວຂອງພວກເຂົາ, ພຣະຢາເວຈະບໍ່ເຮັດໃຫ້ພວກເຂົາເກີດໄພພິບັດ.

Jeremiah 26:4

ຖ້າປະຊາຊົນບໍ່ຍອມຟັງຖ້ອຍຄຳຂອງພຣະຢາເວ, ພຣະຢາເວຈະເຮັດແນວໃດຕໍ່ເມືອງຂອງພວກເຂົາ?

ພຣະຢາເວຈະເຮັດໃຫ້ເມືອງຂອງພວກເຂົາກາຍເປັນທີ່ສາບແຊ່ງ.

Jeremiah 26:7

ມີຫຍັງເກີດຂື້ນກັບເຢເຣມີຢາຫລັງຈາກລາວປະກາດຖ້ອຍ ຄຳຂອງພຣະຢາເວ?

ພວກປະໂລຫິດ, ພວກຜູ້ປະກາດພຣະທັມ, ແລະປະຊາຊົນທັງປວງໄດ້ຈັບລາວ ແລະ ບອກວ່າລາວຈະຕ້ອງຕາຍ.

Jeremiah 26:10

ປະຊາຊົນນຳລາວໄປຕັດສິນລາວຢູ່ໃສ?

ພວກເຂົາພາລາວໄປປະຕູປະຕູໄຊໃຫມ່ຂອງພຣະວິຫານ.

Jeremiah 26:13

ຈະເປັນແນວໃດຖ້າເຈົ້ານາຍໄດ້ຂ້າເຢເຣມີຢາ?

ຖ້າພວກເຂົາຂ້າລາວພວກເຂົາຈະມີຄວາມຜິດໃນການຂ້າຄົນບໍລິສຸດ.

Jeremiah 26:16

ພວກເຈົ້ານາຍ ແລະປະຊາຊົນທັງຫມົດ ແລະ ຜູ້ເຖົ້າຜູ້ແກ່ເວົ້າຫຍັງກ່ຽວກັບການຂ້າເຢເຣມີຢາ?

ພວກເຂົາເວົ້າວ່າມັນຈະເປັນການຜິດທີ່ຈະຂ້າລາວ.

Jeremiah 26:18

ມີກາໄດ້ທຳນວາຍຫຍັງ?

ມີກາໄດ້ທຳນາຍວ່າສຊິໂອນ, ເຢຣູຊາເລັມ, ແລະພູເຂົາພຣະວິຫານຈະກາຍເປັນຊາກຫັກພັງ.

Jeremiah 26:20

ກະສັດພະຍາຍາມເຮັດຫຍັງກັບອູຣີຢາ?

ກະສັດພະຍາຍາມຈະຂ້າອູຣີຢາ.

ອູຣີຢາເຮັດຫຍັງ?

ລາວຫນີໄປປະເທດເອຢີບ.

Jeremiah 26:22

ກະສັດເຢໂຮຢາກີມສາມາດຂ້າອູຣີຢາໄດ້ແນວໃດ?

ເຢໂຮຢາກີມໄດ້ສົ່ງຄົນໄປປະເທດເອຢີບເພື່ອນຳອູຣີຢາກັບຄືນ, ຫລັງຈາກນັ້ນເຢໂຮຢາກີມ ໄດ້ຂ້າອູຣີຢາດ້ວຍດາບ.

ແມ່ນໃຜເຮັດໃຫ້ເຢເຣມີຢາບໍ່ຖືກຂ້າ?

ອາຮີກາມລູກຊາຍຊາຟານໄດ້ຊ່ວຍເຢເຣມີຢາບໍ່ໃຫ້ຖືກຂ້າ.

Jeremiah 27

Jeremiah 27:1

ເຢເຣມີຢາໄດ້ຮັບຖ້ອຍຄຳຈາກພຣະຢາເວໃຫ້ກ່າວແກ່ກະສັດອົງໃດ?

ລາວໄດ້ຮັບຖ້ອຍຄຳໃຫ້ບັນດາກະສັດໃນເອໂດມ, ໂມອາບ, ອຳ ໂມນ, ເມືອງຕີເຣ ແລະ ເມືອງຊີໂດນ.

Jeremiah 27:5

ຂ່າວສານສຳລັບກະສັດແມ່ນຫຍັງ?

ປະຊາຊາດທັງຫມົດຂອງພວກເຂົາຈະຮັບໃຊ້ກະສັດເນບູກາດເນັດຊາກະສັດແຫ່ງບາບີໂລນ.

Jeremiah 27:8

ຈະເກີດຫຍັງຂຶ້ນກັບປະເທດທີ່ບໍ່ຮັບໃຊ້ເນບູກາດເນັດຊາ?

ພຣະຢາເວຈະລົງໂທດປະເທດຕ່າງໆທີ່ບໍ່ຮັບໃຊ້ເນບູກາດເນັດຊາດ້ວຍດາບ, ຄວາມອຶດຢາກ, ແລະໄພພິບັດ.

Jeremiah 27:9

ຈະເກີດຫຍັງຂຶ້ນກັບຄົນທີ່ເຊື່ອຟັງຖ້ອຍຄຳທຳນວາຍທີ່ຫລອກລວງ?

ພຣະຢາເວຈະສົ່ງພວກເຂົາອອກໄປຈາກແຜ່ນດິນຂອງພວກເຂົາ, ແລະພວກເຂົາຈະຕາຍ.

ປະເທດຊາດທີ່ແບກແອກກະສັດຂອງກະສັດບາບີໂລນຈະໄດ້ຮັບຫຍັງ?

ພວກເຂົາຈະຢູ່ໃນດິນແດນຂອງພວກເຂົາ, ພວກເຂົາຈະເຮັດໄຮ່ໄຖນາ ແລະປຸກເຮືອນທັງຫລາຍໃນແຜ່ນດິນນັ້ນ.

Jeremiah 27:12

ເຊເດກີຢາຈຳເປັນຕ້ອງເຮັດຫຍັງຖ້າລາວຕ້ອງການອາໄສຢູ່?

ລາວຈຳເປັນຕ້ອງຮັບໃຊ້ກະສັດແຫ່ງບາບີໂລນ.

Jeremiah 27:14

ຈະມີຫຍັງເກີດຂື້ນກັບເຊເດກີຢາຖ້າລາວຟັງຖ້ອຍຄຳຂອງຜູ້ປະກາດພຣະທັມ?

ພຣະຢາເວຈະຂັບໄລ່ລາວອອກໄປ ແລະ ລາວຈະຕາຍ.

Jeremiah 27:16

ເຢເຣມີຢາເວົ້າຫຍັງຕໍ່ພວກປະໂລຫິດ ແລະ ປະຊາຊົນ?

ພວກເຂົາບໍ່ຕ້ອງຟັງຖ້ອຍຄຳຂອງຜູ້ປະກາດພຣະທັມ. ພວກເຂົາຕ້ອງຮັບໃຊ້ກະສັດແຫ່ງບາບີໂລນ ແລະ ຈະມີຊີວິດຢູ່.

Jeremiah 27:19

ເນບູກາດເນັດຊາເອົາຫຍັງຈາກຢູດາ ແລະ ເຢຣູຊາເລັມ?

ລາວໄດ້ເອົາເຢໂຮຢາກີມ ແລະ ຂ້າລາຊະການທັງຫມົດ.

Jeremiah 27:21

ຈະມີຫຍັງເກີດຂື້ນກັບສິ່ງຂອງໃນພຣະວິຫານ?

ເນບູກາດເນັດຊາຈະກວດພວກມັນໄປບາບີໂລນ.

Jeremiah 28

Jeremiah 28:1

ສັງລວມຄຳເວົ້າທີ່ຮານານີຢາ ເວົ້າກັບເຢເຣມີຢາຕໍ່ຫນ້າປະໂລຫິດ ແລະປະຊາຊົນ?

ຮານານີຢກ່າວວ່າພຣະຢາເວໄດ້ຫັກແອກທີ່ວ່ງໂດຍກະສັດບາບີໂລນ.

Jeremiah 28:8

ທ່ານຈະຮູ້ໄດ້ແນວໃດວ່າບັນດາຜູ້ປະກາດພຣະທັມທີ່ແທ້ຈິງທີ່ສົ່ງໂດຍພຣະຢາເວ?

ຄຳເວົ້າຂອງບັນດາຜູ້ປະກາດພຣະທັມຈະເປັນຈິງ.

Jeremiah 28:10

ເປັນຫຍັງຮານານີຢາຈຶ່ງທຳລາຍແອກຂອງເຢເຣມີຢາ?

ລາວຕ້ອງການໃຫ້ປະຊາຊົນເຊື່ອວ່າພວກເຂົາຈະພົ້ນຈາກບາບີໂລນ.

Jeremiah 28:12

ຄຳເວົ້າຂອງຮານານີຢາແມ່ນຄວາມຈິງບໍ?

ບໍ່, ປະຊາຊົນຈະບໍ່ພົ້ນຈາກບາບີໂລນ.

Jeremiah 28:15

ຂໍ້ຄວາມຂອງພຣະຢາເວຜ່ານເຢເຣມີຢາເຖິງຮານານີຢານັ້ນແມ່ນຫຍັງ?

ພຣະຢາເວຈະຂ້າຮານານີຢາພາຍໃນປີນີ້ເພາະວ່າຮານານີຢາ ໄດ້ບອກປະຊາຊົນໃຫ້ກະບົດຕໍ່ພຣະຢາເວ.

Jeremiah 29

Jeremiah 29:1

ເຢເຣມີຢາໄດ້ສົ່ງຫນັງສືມ້ວນຂອງລາວໄປຫາໃຜ?

ມັນຖືກສົ່ງໄປທຸກຄົນທີ່ຖືກເນລະເທດໄປບາບີໂລນ.

Jeremiah 29:6

ເປັນຫຍັງພຣະຢາເວຈຶ່ງຊົງບອກຜູ້ທີ່ຖືກຈັບໄປໃຫ້ຊອກຫາຄວາມສະຫງົບສຸກຂອງເມືອງບ່ອນທີ່ພວກເຂົາຖືກເນລະເທດ ແລະ ຂໍຮ້ອງກັບພຣະຢາເວໃນນາມຂອງເມືອງນັ້ນ?

ພຣະອົງບອກໃຫ້ພວກເຂົາເຮັດສິ່ງນີ້ເພາະວ່າຊະເລີຍຈະມີຄວາມສະຫງົບສຸກ ຖ້າເມືອງມີຄວາມສັນຕິສຸກ.

Jeremiah 29:8

ແມ່ນຫຍັງຄືຄຳເຕືອນຂອງພຣະຢາເວຜ່ານເຢເຣມີຢາ?

ພຣະຢາເວເຕືອນພວກເຂົາບໍ່ໃຫ້ຟັງຄວາມຝັນ ຫລື ຜູ້ປະກາດພຣະທັມທັງຫລາຍ ຜູ້ທີ່ພຣະຢາເວບໍ່ໄດ້ສົ່ງ.

Jeremiah 29:10

ແຜນການຂອງພຣະຢາເວສຳລັບຜູ້ເປັນຊະເລີຍ ພາຍຫລັງຈາກໄດ້ເຈັດສິບປີແມ່ນຫຍັງ?

ພຣະອົງຈະນຳພວກເຂົາກັບຄືນສູ່ຢູດາ ແລະ ເຮັດໃຫ້ພວກເຂົາມີຄວາມສັນຕິສຸກ.

Jeremiah 29:12

ເວລາໃດທີ່ພວກເຂົາເຈົ້າຈະພົບພຣະຢາເວ?

ພວກເຂົາຈະພົບພຣະອົງເມື່ອຕອນທີ່ພວກເຂົາເອີ້ນຫາພຣະອົງ, ອະທິຖານຫາພຣະອົງ, ແລະ ສະແຫວງຫາພຣະອົງດ້ວຍສຸດໃຈ.

Jeremiah 29:15

ພຣະຢາເວຈະເຮັດຫຍັງສຳລັບປະຊາຊົນຜູ້ທີ່ຢູ່ໃນຕົວເມືອງແລະ ບໍ່ໄດ້ຖືກກວດໄປເປັນຊະເລີຍ?

ພຣະຢາເວກ່າວວ່າລາວກຳລັງຈະສົ່ງດາບ, ຄວາມອຶດຢາກ, ແລະ ໂຣກຕ່າງໆມາສູ່ພວກເຂົາ.

Jeremiah 29:20

ພຣະຢາເວກ່າວວ່າລາວຈະເຮັດຫຍັງຕໍ່​ອາຮາບ ແລະ ເຊເດກີຢາ?

ພຣະຢາເວຈະມອບພວກເຂົາໃຫ້ແກ່ເນບູກາດເນັດຊາ ເຊິ່ງຈະຂ້າພວກເຂົາເສຍ.

Jeremiah 29:22

ແມ່ນຫຍັັງເປັນຄຳສາບແຊ່ງຕໍ່ຢູດາຜູ້ທີ່ຖືກຈັບເປັນຊະເລີຍໃນບາບີໂລນ?

ພວກເຂົາຈະເວົ້າວ່າ, "ຂໍໃຫ້ພຣະຢາເວເຮັດໃຫ້ເຈົ້າເປັນເຫມືອນເຊເດກີຢາ ແລະ ອາຮາບ, ຜູ້ທີ່ກະສັດບາບີໂລນເຜົາເສຍດ້ວຍໄຟ."

ເປັນຫຍັງພຣະຢາເວຈະເຮັດໃຫ້ເຊເດກີຢາ ແລະ ອາຮາບຖືກຂ້າຕາຍ?

ພຣະອົງຈະໃຫ້ພວກເຂົາຖືກຂ້າຕາຍຍ້ອນສິ່ງທີ່ຫນ້າອັບອາຍທີ່ພວກເຂົາໄດ້ເຮັດ.

Jeremiah 29:24

ເຊມາຢາຢູ່ໃສເມື່ອລາວໄດ້ຂຽນຈົດຫມາຍຢູ່?

ລາວຢູ່ບາບີໂລນ.

ປະຊາຊົນຜູ້ທີ່ເຊມາຢາຂຽນຈົດຫມາຍຫາຢູ່ໃສ?

ພວກເຂົາຢູ່ໃນເຢຣູຊາເລັມ.

ເຊມາຢາບຕ້ອງການໃຫ້ເຊຟານີຢາເຮັດຫຍັງ?

ລາວຕ້ອງການໃຫ້ເຊຟານີຢາຈັບພວກຜູ້ປະກາດພຣະທຳໃສ່ຄຸກໄວ້.

Jeremiah 29:27

ເປັນຫຍັງເຊມາຢາຈຶ່ງຕ້ອງການໃຫ້ເຊຟານີຢາສັ່ງຫ້າມເຢເຣມີຢາ?

ເຢເຣມີໄດ້ກ່າວວ່າປະຊາຊົນຈະຢູ່ບາບີໂລນເປັນເວລາດົນນານ.

Jeremiah 29:30

ເປັນຫຍັງພຣະຢາເວຈະລົງໂທດເຊມາຢາ ແລະ ລູກຫລານຂອງລາວ?

ລາວຈະເຮັດເພາະວ່າເຊມາຢາໄດ້ທຳນວາຍຕົວະຕໍ່ປະຊາຊົນເພື່ອພວກເຂົາຈະກະບົດຕໍ່ພຣະຢາເວ.

Jeremiah 30

Jeremiah 30:1

ພຣະຢາເວຈະເຮັດຫຍັງເພື່ອປະຊາຊົນຂອງພຣະອົງ?

ພຣະອົງຈະນຳຄວາມຮຸ່ງເຮືອງທັງຫລາຍແກ່ໄພ່ພົນຂອງພຣະອົງ ແລະ ນຳພວກເຂົາກັບຄືນສູ່ແຜ່ນດິນ.

Jeremiah 30:4

ມີໃຜໄດ້ຍິນ “ສຽງຮ້ອງໄຫ້ ຍ້ອນຕື່ນຕົກໃຈເປັນສຽງຢ້ານ”?

ພຣະຢາເວ, ເວົ້າເຖິງຕົວເອງວ່າ "ພວກເຮົາ", ແມ່ນຜູ້ທີ່ໄດ້ຍິນສຽງ.

Jeremiah 30:6

ເປັນຫຍັງຊາຍຫນຸ່ມຈຶ່ງເອົາມືອູ້ມທ້ອງ ແລະ ຫນ້າຂາວຊີດໄປ?

ເຊື້ອສາຍຂອງຢາໂຄບຈະເປັນເວລາກະວົນກະວາຍທຸກໃຈ.

Jeremiah 30:8

ຊົນອິດສະຣາເອນສະຫລອງການຖືກປົດປ່ອຍຈາກການເປັນທາດຄືແນວໃດ?

ພວກເຂົາຈະນະມັດສະການພຣະເຈົ້າຢາເວຂອງພວກເຂົາ ແລະ ຮັບໃຊ້ກະສັດດາວິດຂອງພວກເຂົາ.

Jeremiah 30:10

ເປັນຫຍັງລູກຫລານຂອງຢາໂຄບຈຶ່ງບໍ່ຄວນຕື່ນຕົກໃຈ?

ພຣະຢາເວຈະນຳພວກເຂົາກັບມາຈາກບ່ອນທີ່ລາວໄດ້ກະແຈກກະຈາຍພວກເຂົາໃຫ້ເປັນຊະເລີຍ.

Jeremiah 30:12

ບາດແຜຂອງອິດສະຣາເອນຈະຫາຍດີໄດ້ແນວໃດ?

ມັນບໍ່ສາມາດຫາຍດີໄດ້.

Jeremiah 30:14

ເປັນຫຍັງພຣະຢາເວຈິ່ງໃສ່ລະບຽບວິໄນອິດສະຣາເອນ?

ພຣະຢາເວໃສ່ລະບຽບວິໄນຊາວອິດສະຣາເອນ ຍ້ອນຄວາມຊົ່ວຮ້າຍ ແລະ ບາບຂອງພວກເຂົາ.

Jeremiah 30:16

ພຣະຢາເວຈະເຮັດແນວໃດກັບຜູ້ທີ່ທຳຮ້າຍອິດສະຣາເອນ?

ພຣະອົງຈະໃຫ້ສັດຕູຂອງພວກເຂົາມາກຶນກິນ ແລະຈັບເອົາພວກເຂົາໄປ.

ພຣະຢາເວຈະເຮັດຫຍັງສຳລັບອິດສະຣາເອນ?

ພຣະຢາເວຈະຮັກສາບາດແຜຂອງອິດສະຣາເອນ.

Jeremiah 30:18

ປະຊາຊົນຈະເຮັດຫຍັງຫລັງຈາກເມືອງໄດ້ຖືກສ້າງຂຶ້ນໃຫມ່?

ພວກເຂົາຈະຮ້ອງເພງສັນລະເສີນ, ພວກເຂົາຈະເພີ່ມຈຳນວນຂຶ້ນ, ແລະ ພຣະຢາເວຈະໃຫ້ກຽດພວກເຂົາ.

Jeremiah 30:20

ພຣະຢາເວຈະເຮັດຫຍັງຫລັງຈາກທີ່ພຣະອົງໄດ້ສະຖາປານາການຊຸມນຸມຂອງອິດສະຣາເອນ?

ພຣະອົງຈະແຕ່ງຕັ້ງຜູ້ນຳຄົນຫນຶ່ງປົກຄອເຫນືອອິດສະຣາເອນ.

Jeremiah 31

Jeremiah 31:1

ພຣະເຈົ້າຈະເປັນພຣະຢາເວຂອງໃຜ?

ພຣະອົງຈະເປັນພຣະເຈົ້າຂອງຊາວອິດສະຣາເອນທັງຫມົດ.

ເປັນຫຍັງປະຊາຊົນອິດສະຣາເອນຜູ້ທີ່ລອດຊີວິດຈາກດາບຊອກຫາຄວາມເມດຕາຂອງພຣະຢາເວ?

ພວກເຂົາໄດ້ຮັບຄວາມເມດຕາຍ້ອນວ່າພຣະຢາເວຮັກພວກເຂົາດ້ວຍຄວາມຮັກອັນເປັນນິດ.

Jeremiah 31:4

ອິດສະຣາເອນສາວປອດຈະເຮັດຫຍັງຫລັງພຣະຢາເວໄດ້ສ້າງນາງຂື້ນໃຫມ່?

ນາງຈະອອກເຕັ້ນດ້ວຍຄວາມເບີກບານມ່ວນຊື່ນ ແລະ ມີຜົນລະປູກ.

Jeremiah 31:7

ພຣະຢາເວໄດ້ຊ່ວຍເຫລືອຜູ້ໃດ?

ພຣະອົງໄດ້ຊົງຊ່ວຍຄົນທັງປວງທີ່ເຫລືອຢູ່ຂອງອິດສະຣາເອນ.

Jeremiah 31:8

ບ່ອນໃດທີ່ພຣະຢາເວຈະນຳເອົາອິດສະຣາເອນທີ່ເຫລືອຢູ່ກັບມາຈາກບ່ອນໃດ?

ພຣະອົງຈະນຳພວກເຂົາກັບມາຈາກແຜ່ນດິນທາງເຫນືອ ແລະ ສ່ວນທີ່ສຸດຂອງແຜ່ນດິນໂລກ.

Jeremiah 31:10

ໃຜເປັນ "ຜູ້ທີ່ກະແຈກກະຈາຍອິດສະຣາເອນ"?

ພຣະຢາເວເປັນຜູ້ກະແຈກກະຈາຍອິດສະຣາເອນ.

Jeremiah 31:12

ສັນຍານຂອງຄວາມຈະເລີນຮຸ່ງເຮືອງຈາກພຣະຢາເວແມ່ນຫຍັງ?

ປະຊາຊົນຈະມີອາຫານພຽງພໍ ແລະເຫລົ້າອະງຸ່ນໃຫມ່, ນ້ຳມັນ ແລະຝູງສັດລ້ຽງທັງຫລາຍ

Jeremiah 31:13

ປະຊາຊົນຈະເຮັດຫຍັງເມື່ອພວກເຂົາຢຸດການທຸກໂສກ?

ພວກເຂົາຈະສະເເລີມສະຫລອງ

Jeremiah 31:15

ເປັນຫຍັງມີການຮ້ອງໄຫ້ ແລະ ສຽງໂອຍຄາງຢູ່ທີ່ເມືອງຣາມາ?

ມີສຽງໂອຍຄາງ ແລະຮ້ອງໄຫ້ດ້ວຍຄວາມຂົມຂື່ນ ເພາະວ່າລູກຂອງຣາເຊນໄດ້ເສຍຊີວິດແລ້ວ.

Jeremiah 31:16

ເປັນຫຍັງປະຊາຊົນຄວນຢຸດຮ້ອງໄຫ້?

ພຣະຢາເວຈະນຳລູກຫລານຂອງພວກເຂົາກັບມາຈາກແຜ່ນດິນສັດຕູ.

Jeremiah 31:18

ເປັນຫຍັງພຣະຢາເວຈະມີຄວາມເມດຕາຕໍ່ເອຟຣາອິມ?

ພຣະອົງຈະມີຄວາມເມດຕາເພາະວ່າເອຟຣາອິມຮູ້ສຶກອັບອາຍໃນຄວາມຜິດຂອງລາວ.

Jeremiah 31:23

ເປັນຫຍັງປະຊາຊົນຈະເວົ້າວ່າ, "ຂໍໃຫ້ພຣະຜູ້ເປັນເຈົ້າຈົ່ງອວຍພອນທ່ານ"?

ພວກເຂົາຈະເວົ້າວ່າເພາະວ່າປະຊາຊົນຈະອາໄສຢູ່ໃນເມືອງ ແລະ ຊາວກະສິກອນ ແລະຜູ້ລ້ຽງແກະຈະອາໄສຢູ່ໃນປະເທດ.

Jeremiah 31:27

ພຣະຢາເວຈະເຮັດຫຍັງຕໍ່ບ້ານເຮືອນຂອງອິດສະຣາເອນ ແລະ ຢູດາທີ່ໄດ້ຖອນ ແລະ ພັງພວກເຂົາລົງ?

ພຣະຢາເວຈະເຝົ້າເບິ່ງພວກເຂົາເພື່ອວ່າພຣະອົງຈະສາມາດສ້າງພວກເຂົາຂຶ້ນ ແລະ ປູກພວກເຂົາ.

Jeremiah 31:29

ແມ່ນຫຍັງທີ່ເວົ້າວ່າຊາວອິດສະຣາເອນ ແລະ ຢູດາຈະບໍ່ມີໃຜກ່າວຕໍ່ໄປອີກ?

ຄຳເວົ້າທີ່ວ່າ, "ພວກພໍ່ໄດ້ກິນຫມາກອະງຸ່ນສົ້ມ, ແຕ່ລູກຊ້ຳພັດເຂັດແຂ້ວ."

ເປັນຫຍັງປະຊາຊົນຈະບໍ່ໃຊ້ຄຳເວົ້ານັ້ນອີກຕໍ່ໄປ?

ຜູ້ຊາຍແຕ່ລະຄົນຈະເສຍຊີວິດຍ້ອນບາບຂອງຕົນເອງ.

Jeremiah 31:33

ແມ່ນຫຍັງທີ່ເປັນພັນທະສັນຍາໃຫມ່ທີ່ພຣະຢາເວຈະສ້າງຕັ້ງກັບຄອບຄົວຂອງອິດສະຣາເອນ ແລະ ຢູດາ?

ພັນທະສັນຍາໃຫໃມ່ນີ້ແມ່ນ: ພຣະຢາເວຈະຂຽນກົດຫມາຍ ຂອງພຣະອົງໃສ່ໃຈຂອງພວກເຂົາ.

Jeremiah 31:35

ອິດສະຣາເອນຈະເປັນປະເທດຫນຶ່ງຕາບໃດກໍຕາມທີ່ສິ່ງນີ້ບໍ່ ຫມົດໄປຈາກແຜ່ນດິນ?

ພວກເຂົາຈະເປັນປະເທດຫນຶ່ງຕາບໃດທີ່ຕາເວັນ, ດວງຈັນ, ດວງດາວ, ແລະທະເລຍັງບໍ່ຫາຍໄປ.

Jeremiah 31:37

ພຣະຢາເວຈະປະຕິເສດເຊື້ອສາຍອິດສະຣາເອນພຽງແຕ່ເມື່ອສອງສິ່ງທີ່ເກີດຂື້ນ?

ພວກເຂົາຈະເປັນປະເທດຫນຶ່ງຕາບໃດທີ່ບໍ່ມີໃຜໄດ້ວັດແທກຄວາມສູງຂອງທ້ອງຟ້າ ຫລື ຄົ້ນພົບຮາກຖານຂອງແຜ່ນດິນໂລກ.

Jeremiah 31:38

ເມື່ອເມືອງຖືກສ້າງໃຫມ່, ມັນຈະໃຫຍ່ ຫລື ນ້ອຍກ່ວາເກົ່າບໍ?

ມັນຈະໃຫຍ່ກວ່າເກົ່າ.

Jeremiah 32

Jeremiah 32:1

ເຢເຣມີຢູ່ໃສເມື່ອເຢເຣມີຢາໄດ້ບອກລາວ?

ເຢເຣມີຢາໄດ້ຖືກຂັງຢູ່ໃນເດີ່ນເຮືອນຂອງກະສັດຢູດາ.

ກອງທັບຂອງຊາວບາບີໂລນກຳລັງເຮັດຫຍັງຢູ່?

ມັນໄດ້ໂຈມຕີເຢຣູຊາເລັມ.

Jeremiah 32:3

ເປັນຫຍັງເຊເດກີຢາຈຶ່ງຈໍາຄຸກເຢເຣມີຢາ?

ເຊເດກີຢາຈຳຄຸກລາວເພາະວ່າເຢເຣມີຢາໄດ້ ທຳນວາຍໄວ້ວ່າກຸງເຢລູຊາເລັມ ແລະເຊເດກີຢາຈະຖືກຊາວບາບີໂລນຍຶດຄອງໄດ້.

Jeremiah 32:6

ເຢເຣມີເວົ້າຫຍັງກັບເຢເຣມີຢາວ່າຈະເກີດຫຍັງຂຶ້ນ?

ພຣະຢາເວ ໄດ້ບອກເຢເຣມີຢາວ່າ, ຮານາມານລູກຊາຍຂອງຊານມູມລຸງຂອງທ່ານກຳລັງມາຫາເຢເຣມີຢາແລະຈະເວົ້າວ່າ, “ຈົ່ງຊື້ນາຂອງຂ້ານ້ອຍຊຶ່ງຢູ່ທີ່ອານາໂທດສຳລັບຕົວທ່ານເອງ, ເພາະວ່າສິດທິຂອງການຊື້ນັ້ນເປັນຂອງທ່ານ.’’

Jeremiah 32:10

ເຢເຣມີຢາໄດ້ແນວໃດກ່ຽວກັບການຊື້ທົ່ງນາ?

ເຢເຣມີຢາໄດ້ລົງນາມໃນຫນັງສືແລະປະທັບຕາໄວ້ຂອງກາານຊື້, ຊັ່ງຕາຊິງຊັ່ງເງິນ, ແລະມອບເອກະສານຂອງການຊື້ໃຫ້ແກ່ບາຣຸກທີ່ປະທັບຂອງພະຍານ.

Jeremiah 32:13

ເຢເຣມີຢາໄດ້ບອກບາຣຸກໃຫ້ເຮັດຫຍັງກັບຫນັງສືມ້ວນທີ່ປະທັບຕາ?

ເຢເຣມີຢາໄດ້ບອກບາຣຸກໃຫ້ເອົາຫນັງສືພ້ອມດ້ວຍໃບຮັບເງິນຂອງການຊື້ແລະວາງໃສ່ພາຊະນະດິນໃຫມ່.

ຂໍ້ຄວາມແຫ່ງຄວາມຫວັງອັນໃດທີ່ພຣະຢາເວຕ້ອງການສື່ໃຫ້ຮູ້ຜ່ານການຊື້ທີ່ດິນນີ້ແມ່ນຫຍັງ?

ພຣະຢາເວຕ້ອງການໃຫ້ປະຊາຊົນທຸກຄົນຮູ້ວ່າບ້ານເຮືອນ, ໄຮ່ນາ, ແລະສວນອະງຸ່ນທັງຫລາຍ ຈະມີການຖືກຳມະສິດກັນອີກໃນແຜ່ນດິນນີ້.

Jeremiah 32:16

ພຣະຢາເວສ້າງສະຫວັນ ແລະ ແຜ່ນດິນໂລກແນວໃດ?

ພຣະອົງໄດ້ໄດ້ຊົງສ້າງຟ້າສະຫວັນ ແລະແຜ່ນດິນໂລກ ດ້ວຍລິດທານຸພາບອັນຍິ່ງໃຫຍ່ຂອງພຣະອົງ ແລະດ້ວຍພຣະຫັດຊຶ່ງຢຽດອອກຂອງພຣະອົງ.

Jeremiah 32:19

ພະຣະນາມຂອງພຣະຢາເວໄດ້ເປັນທີ່ຮູ້ຈັກແນວໃດ?

ພຣະອົງໄດ້ນຳຊາວອິດສະລາເອນອອກຈາກແຜ່ນດິນເອຢີບ.

Jeremiah 32:22

ປະຊາຊົນອິດສະຣາເອນໄດ້ເຮັດຫຍັງຫລັງຈາກທີ່ພຣະຢາເວ ໄດ້ມອບແຜ່ນດິນໃຫ້ພວກເຂົາ?

ພວກເຂົາບໍ່ໄດ້ເຊື່ອຟັງພຣະອົງ.

Jeremiah 32:24

ພຣະຢາເວໄດ້ບອກເຢເຣມີຢາໃຫ້ເຮັດຫຍັງເມື່ອນະຄອນເຢຣູຊາເລັມຖືກມອບໃຫ້ແກ່ຊາວບາບີໂລນ?

ພຣະອົງໄດ້ບອກລາວໃຫ້ຊື້ທົ່ງນາຕອນຫນຶ່ງ.

Jeremiah 32:26

ເປັນຫຍັງເນບູກາດເນັດຊາຈຶ່ງສາມາດຍຶດເອົາເມືອງນັ້ນໄດ້?

ພຣະຢາເວຊົງມອບເມືອງນັ້ນໃຫ້ແກ່ລາວ.

Jeremiah 32:31

ດົນປານໃດທີ່ເຢຣູຊາເລັມຍົວະເຍົ້າຄວາມໂກດຮ້າຍ ແລະຄວາມພິໂລດຂອງພຣະຢາເວ?

ເຢຣູຊາເລັມໄດ້ຍົວະເຍົ້າຄວາມໂກດຮ້າຍ ແລະຄວາມພິໂລດຂອງພຣະຢາເວນັບຕັ້ງແຕ່ມື້ທີ່ພວກເຂົາເຈົ້າໄດ້ສ້າງມັນ.

Jeremiah 32:33

ປະຊາຊົນອິດສະຣາເອນໄດ້ເຮັດຫຍັງເພື່ອຍົວະເຍົ້າຄວາມໂກດຮ້າຍຂອງພຣະຢາເວ?

ພວກເຂົາຫັນຫລັງໃສ່ພຣະຢາເວ, ວາງສິ່ງຊົ່ວໃນພຣະວິຫານ, ສ້າງຫໍບູຊາສຳລັບພະບາອານ, ແລະໄດ້ເຜົາບູຊາລູກຂອງພວກເຂົາໃຫ້ແດ່ພະໂມເລັກ.

Jeremiah 32:36

ພຣະຢາເວສັນຍາວ່າຈະເຮັດຫຍັງຕໍ່ປະຊາຊົນຢູດາເຖິງແມ່ນວ່າພວກເຂົາໄດ້ຊົ່ວ?

ພຣະອົງສັນຍາວ່າຈະເຕົ້າໂຮມພວກເຂົາຈາກບ່ອນທີ່ພວກເຂົາຢູ່ ແລະ ນຳພວກເຂົາກັບຄືນສູ່ແຜ່ນດິນ.

Jeremiah 32:38

ພຣະຢາເວຈະຈັດຫາໃຫ້ແກ່ປະຊາຊົນຢູດາແນວໃດ?

ພຣະອົງຈະໃຫ້ພວກເຂົາມີຫົວໃຈດຽວ ແລະ ວິທີທາງດຽວ ເພື່ອໃຫ້ກຽດແກ່ພຣະອົງ, ແລະພຣະອົງຈະສ້າງພັນທະສັນຍາຕະຫລອດໄປກັບພວກເຂົາ.

Jeremiah 32:41

ຄືກັບທີ່ພຣະຢາເວໄດ້ນຳເອົາໄພພິບັດມາສູ່ປະຊາຊົນຂອງພຣະອົງ, ພຣະອົງຈະເຮັດຫຍັງກັບພວກເຂົາໃນອະນາຄົດ?

ພຣະຢາເວກ່າວວ່າເຮົາກໍຈະນຳຄວາມດີທັງຫມົດຊຶ່ງເຮົາໄດ້ສັນຍາໄວ້ມາເຫນືອພວກເຂົາສັນນັ້ນ

Jeremiah 33

Jeremiah 33:1

ພຣະຢາເວມາບອກເຢເຣມີຢາໃຫ້ເຮັດຫຍັງ?

ພຣະຢາເວມາບອກເຢເຣຢາມີໃຫ້ເອີ້ນຫາພຣະອົງ.

Jeremiah 33:4

ຊາວເຄນເດຍ (ຊາວບາບີໂລນ) ກຳລັງຈະເຮັດຫຍັງກັບເຮືອນຊານທັງຫລາຍໃນນະຄອນນີ້?

ພວກເຂົາກຳລັງຈະເອົາສົບຂອງຜູ້ຄົນໃສ່ເຕັມບ້ານເຮືອນ.

Jeremiah 33:6

ເຢເຣມີຢາແບ່ງປັນຂ່າວດີຫຍັງແກ່ປະຊາຊົນຢູດາ?

ພຣະຢາເວຈະໃຫ້ອະໄພຄວາມຊົ່ວຊ້າທັງຫມົດຂອງປະຊາຊົນ, ຮັກສາພວກເຂົາ, ແລະໃຫ້ຄວາມສະຫງົບສຸກແກ່ພວກເຂົາ.

ເມືອງເຢຣູຊາເລັມຈະເປັນແນວໃດສຳລັບພຣະຢາເວ?

ເຢຣູຊາເລັມຈະກາຍເປັນຈະກາຍເປັນສິ່ງທີ່ຊື່ນບານສຳລັບພຣະຢາເວ.

Jeremiah 33:12

ເມືອງຕ່າງໆຂອງຢູດາຈະປ່ຽນແປງໄດ້ແນວໃດ?

ດຽວນີ້ເມືອງຕ່າງໆກໍ່ຖືກທຳລາຍ, ແຕ່ວ່າຜູ້ລ້ຽງແກະຈະນຳ ຝູງສັດລ້ຽງຂອງພວກເຂົາມາຢູ່ໃນນັ້ນ.

Jeremiah 33:14

ພຣະຢາເວສັນຍາວ່າຈະເຮັດຫຍັງສຳລັບປະຊາຊົນຢູດາ ແລະເຢຣູຊາເລັມ?

ພຣະຢາເວໄດ້ສັນຍາວ່າຈະສ້າງເຊື້ອສາຍຂອງດາວິດໃຫ້ເປັນກະສັດຂອງພວກເຂົາເພື່ອວ່າລາວຈະ ສາມາດປະຕິບັດຄວາມຍຸດຕິທຳ ແລະ ຄວາມຊອບທຳໃນແຜ່ນດິນ.

Jeremiah 33:17

ແມ່ນຫຍັງພຣະຢາເວສັນຍາກັບເຢເຣມີຢາ?

ພຣະອົງສັນຍາວ່າຈະມີຊາຍຄົນຫນຶ່ງຈາກເຊື້ອສາຍຂອງດາວິດ ເພື່ອປົກຄອງອິດສະຣາເອນ ແລະ ປະໂລຫິດຊາວເລວີເພື່ອຖວາຍເຄື່ອງບູຊາ.

Jeremiah 33:19

ເມື່ອໃດພຣະຢາເວຈະທຳລາຍພັນທະສັນຍາກັບດາວິດ?

ພຣະອົງຈະບໍ່ທຳລາຍມັນ.

ດາວິດຈະມີລູກຫລານຈັກຄົນ?

ດາວິດຈະມີລູກຫລານຫລາຍກ່ວາທຸກໆຄົນທີ່ຈະສາມາດນັບໄດ້.

Jeremiah 33:23

ປະຊາຊົນໄດ້ປະກາດຫຍັງກ່ຽວກັບການລົງໂທດຂອງພຣະຢາເວຕໍ່ຢູດາ?

ປະຊາຊົນໄດ້ປະກາດວ່າພຣະຢາເວໄດ້ປະຕິເສດສອງຕະກູນທີ່ພຣະອົງຊົງເລືອກໄວ້ນັ້ນ, ສະນັ້ນພວກເຂົາບໍ່ເປັນປະຊາຊາດອີກຕໍ່ໄປ.

Jeremiah 33:25

ເມື່ອໃດທີ່ພຣະຢາເວຈະປະຖີ້ມເຊື້ອສາຍຂອງຢາໂຄບ?

ພຣະຢາເວຈະບໍ່ປະຖີ້ມພວກເຂົາເລີຍ.

Jeremiah 34

Jeremiah 34:1

ເຢເຣມີຢາໄດ້ຮັບພຣະທັມຈາກພຣະຢາເວເມື່ອໃດ?

ເຢເຣມີຢາໄດ້ຮັບພຣະທັມຂອງພຣະຢາເວເມື່ອກະສັດເນບູກາດເນັດຊາແຫ່ງບາບີໂລນ ແລະ ກອງທັບທັງຫມົດຂອງລາວກຳ ລັງທຳສົງຄາມກັບເຢຣູຊາເລັມ ແລະ ເມືອງຕ່າງໆຂອງ.

ແມ່ນຫຍັງທີ່ພຣະຢາເວກ່າວກັບເຢເຣມີຢາ?

ພຣະອົງກ່າວວ່າເຮົາກຳລັງຈະມອບເມືອງໃຫ້ເນບູກາດເນັດຊາ.

Jeremiah 34:4

ພຣະຢາເວບອກເຊເດກີຢາກະສັດແຫ່ງຢູດາວ່າແນວໃດ?

ພຣະອົງກ່າວກັບເຊເດກີຢາວ່າລາວຈະຕາຍດ້ວຍຄວາມສະຫງົບສຸກ.

Jeremiah 34:10

ມີຫຍັງເກີດຂື້ນຫລັງຈາກຜູ້ນຳ ແລະ ປະຊາຊົນໃນເຢຣູຊາເລັມໄດ້ປົດປ່ອຍຂ້າທາດຊາວອິດສະຣາເອນ?

ປະຊາຊົນໄດ້ປົດປ່ອຍຂ້າທາດຂອງພວກເຂົາທັງຫມົດ ແຕ່ຕໍ່ມາໄດ້ປ່ຽນໃຈ ແລະ ເຮັດໃຫ້ຂ້າທາດຂອງພວກເຂົາຕົກເປັນທາດອີກເທື່ອຫນຶ່ງ.

Jeremiah 34:12

ພຣະຢາເວສັ່ງໃຫ້ບັນພະບຸລຸດຂອງຊົນອິດສະຣາເອນເຮັດຫຍັງໃນທຸກໆເຈັດປີ?

ພຣະອົງໄດ້ສັ່ງພວກເຂົາໃຫ້ປ່ອຍຕົວຂ້າທາດຂອງພວກເຂົາທຸກໆເຈັດປີ.

Jeremiah 34:15

ປະຊາຊົນຢູດາໄດ້ເຮັດຄວາມຊົ່ວຊ້າຫຍັງແດ່?

ພວກເຂົາໄດ້ປ່ອຍຕົວຂ້າທາດຂອງພວກເຂົາໃຫ້ເປັນອິດສະລະພາບ, ແຕ່ຕໍ່ມາພວກເຂົາໄດ້ບັງຄັບໃຫ້ພວກເຂົາກາຍເປັນທາດອີກຄັ້ງ.

Jeremiah 34:17

ພຣະຢາເວຈະລົງໂທດພວກເຂົາແນວໃດ?

ພວກເຂົາຈະຕາຍດ້ວຍດາບ, ພະຍາດລະບາດ ແລະ ຄວາມອຶດຫົວອາຫານ.

ປະຊາຊົນສະແດງໃຫ້ເຫັນແນວໃດວ່າພວກເຂົາເຫັນດີຕໍ່ຄຳຫມັ້ນສັນຍາ?

ພວກເຂົາຕັດງົວເປັນເຄິ່ງ ແລະ ຍ່າງຜ່ານກາງທ່ອນທັງສອງນັ້ນ.

Jeremiah 34:20

ພຣະຢາເວຈະສະແດງແນວໃດວ່າລາວໃຈຮ້າຍໃຫ້ແກ່ຊາວຢູດາ?

ພຣະອົງຈະມອບພວກເຂົາໃຫ້ແກ່ສັດຕູຂອງພວກເຂົາ, ຜູ້ທີ່ຈະຂ້າພວກເຂົາ.

ຈະເກີດຫຍັງຂຶ້ນກັບເມືອງເຢຣູຊາເລັມ?

ພຣະຢາເວຈະນຳກອງທັບຂອງກະສັດບາບີໂລນ ກັບມາທຳ ການສູ້ຮົບກັບເຢຣູຊາເລັມ ແລະ ເຜົາມັນເພື່ອຈະບໍ່ມີຜູ້ອາໄສຢູ່ນັ້ນ.

Jeremiah 35

Jeremiah 35:1

ພຣະຢາເວບອກເຢເຣມີຢາໃຫ້ເຮັດຫຍັງ?

ພຣະຢາເວໄດ້ຂໍໃຫ້ເຢເຣມີເອົາເຊື້ອສາຍເຣກາບ ເຂົ້າໄປໃນພຣະວິຫານ ແລະ ເຊີນໃຫ້ພວກເຂົາດື່ມເຫລົ້າອະງຸ່ນ.

Jeremiah 35:5

ຊົນເຜົ່າຂອງເຊື້ອສາຍເຣກາບ ໄດ້ຕອບສະຫນອງແນວໃດເມື່ອພວກເຂົາຖືກເຊີນໃຫ້ດື່ມເຫລົ້າອະງຸ່ນ?

ເມື່ອເວລາທີ່ພວກເຂົາເຊີນໃຫ້ດື່ມເຫລົ້າອະງຸ່ນ ເຊື້ອສາຍເຣກາບປະຕິເສດທີ່ຈະດື່ມມັນ.

ເປັນຫຍັງເຊື້ອສາຍເຣກາບຈຶ່ງບໍ່ຍອມດື່ມເຫລົ້າແວງ?

ເຊື້ອສາຍເຣກາບປະຕິເສດທີ່ຈະບໍ່ດື່ມເຫລົ້າ, ເພາະບັນພະບຸລຸດຂອງພວກເຂົາ, ໂຢນາດາບ, ລູກຊາຍເຣກາບ ໄດ້ສັ່ງພວກເຂົາວ່າ, 'ຢ່າດື່ມເຫລົ້າແວງ, ທັງຕົວພວກເຈົ້າ ແລະລູກຫລານຂອງພວກເຈົ້າ ເປັນນິດ.

ເປັນຫຍັງ ໂຢນາດາບຈຶ່ງບໍ່ສັ່ງໃຫ້ເຊື້ອສາຍເຣກາບບໍ່ໃຫ້ສ້າງເຮືອນ, ຫວ່ານເມັດພືດ, ຫລື ປູກສວນອະງຸ່ນ?

ໂຢນາດາບໃຫ້ຄຳສັ່ງນີ້ແກ່ພວກເຂົາເພາະວ່າພວກເຂົາຕ້ອງອາໄສຢູ່ໃນເຕັນຕະຫລອດຊີວິດຂອງພວກເຂົາ.

Jeremiah 35:8

ເຊື້ອສາຍເຣກາບໄດ້ຕອບສະຫນອງຕໍ່ຄຳສັ່ງຂອງໂຢນາດາບ ແນວໃດ?

ເຊື້ອສາຍເຣກາບບໍ່ເຄີຍດື່ມເຫລົ້າແວງ ຫລື ສ້າງເຮືອນ.

ເປັນຫຍັງຈຶ່ງເປັນເຊື້ອສາຍເຣກາບອາໃສຢູ່ໃນເຢຣູຊາເລັມ?

ພວກເຂົາກຳລັງຫລົບຫນີຈາກກອງທັບຄົນເຄນເດຍ ແລະກອງທັບຄົນອາຣາມຽນ.

Jeremiah 35:12

ພຣະຢາເວໄດ້ໃຊ້ ເຊື້ອສາຍເຣກາບເປັນຕົວຢ່າງໃນທາງບວກສໍາລັບຜູ້ຊາຍຂອງຢູດາແນວໃດ?

ພຣະຢາເວຕ້ອງການໃຫ້ພວກຜູ້ຊາຍຢູດາເຊື່ອຟັງພຣະອົງ ຄືກັນກັບທີ່ຊາວເຣກາບເຊື່ອຟັງໂຢນາດາບ.

Jeremiah 35:15

ຜູ້ປະກາດພຣະທຳບອກພວກຜູ້ຊາຍຢູດາວ່າແນວໃດ?

ຜູ້ປະກາດພຣະທຳໄດ້ບອກພວກເຂົາໃຫ້ເຊົາເຮັດຄວາມຊົ່ວ, ເລີ່ມຕົ້ນເຮັດສິ່ງທີ່ດີ, ຢຸດການນະມັດສະການພະເຈົ້າອື່ນ, ແລະ ກັບມາແຜ່ນດິນ.

Jeremiah 35:17

ພຣະຢາເວຈະເຮັດຫຍັງເພາະວ່າພວກຜູ້ຊາຍຢູດາບໍ່ໄດ້ເຊື່ອຟັງພຣະອົງ?

ພຣະຢາເວຈະເຮັດໃຫ້ພວກເຂົາເກີດໄພພິບັດທັງຫມົດທີ່ເຮົາໄດ້ປະກາດຕໍ່ພວກເຂົາ.

Jeremiah 35:18

ພຣະຢາເວສັນຍາຫຍັງກັບຄອບຄົວຂອງເຊື້ອສາຍເຣກາບຜ່ານເຢເຣມີຢາ?

ເຊື້ອສາຍເຣກາບສັນຍາວ່າຈະມີບາງຄົນຈາກຄອບຄົວຂອງພວກເຂົາ ເພື່ອຮັບໃຊ້ພຣະອົງ.

Jeremiah 36

Jeremiah 36:1

ເປັນຫຍັງພຣະຢາເວຈຶ່ງຕ້ອງການເຢເຣມີຢາໃຫ້ຂຽນຖ້ອຍຄຳຂອງພຣະອົງຢູ່ເທິງຫນັງສືມ້ວນ?

ພຣະຢາເວຢາກໃຫ້ເຢເຣມີຢາຂຽນຖ້ອຍຄຳຂອງພຣະອົງລົງໃນແຜ່ນຫນັງສືມ້ວນ ເພື່ອໃຫ້ປະຊາຊົນຢູດາໄດ້ຟັງພຣະຢາເວ ແລະ ພຣະຢາເວສາມາດໃຫ້ອະໄພບາບຂອງເຂົາ.

Jeremiah 36:4

ເຢເຣມີຢາໄດ້ສັ່ງບາຣຸກໃຫ້ເຮັດຫຍັງ?

ເຢເຣມີໄດ້ສັ່ງບາຣຸກໃຫ້ເອົາຫນັງສືມ້ວນທີ່ມີຄຳເວົ້າຂອງເຢເຣມີຢາມາອ່ານໃຫ້ຄອບຄົວຂອງບາຣຸກ ແລະ ຊາວຢູດາ.

Jeremiah 36:7

ເປັນຫຍັງເຢເຣມີຢາຈຶ່ງຢາກໃຫ້ບາຣຸກອ່ານຫນັງສືມ້ວນ?

ເຢເຣມີຢາຫວັງວ່າປະຊາຊົນຈະຮັບຟັງ ແລະ ຫັນໄປຈາກແນວທາງທີ່ຊົ່ວຂອງພວກເຂົາ.

Jeremiah 36:9

ມີຫຍັງເກີດຂື້ນໃນໄລຍະທີ່ໄດ້ຖືກປະກາດຈັດພິທີຖືສິນອົດອາຫານ ເພື່ອຖວາຍພຣະກຽດແດ່ພຣະຢາເວ?

ບາຣຸກອ່ານຖ້ອຍຄຳຂອງເຢເຣມີຢາໃນພຣະວິຫານ ເພື່ອໃຫ້ປະຊາຊົນທັງຫມົດໄດ້ຍິນ.

Jeremiah 36:11

ມີກາຢາໄດ້ເຮັດຫຍັງເມື່ອໄດ້ຍິນບາຣຸກອ່ານຈາກຫນັງສືມ້ວນ?

ລາວກໍໄປຍັງພະລາຊະວັງທີ່ຫ້ອງຂອງລາຊະເລຂາ.

Jeremiah 36:13

ພວກເຈົ້ານາຍໄດ້ເຮັດຫຍັງເມື່ອໄດ້ຍິນຂ່າວສານຂອງ ມີກາຢາ?

ພວກເຂົາໄດ້ສົ່ງເຢຮູດີ ໄປນຳເອົາຕົວບາຣຸກໃຫ້ພວກເຂົາ, ແລະ ພວກເຂົາກໍ່ໄດ້ໃຫ້ ບາຣຸກອ່ານຫນັງສືມ້ວນນັ້ນໃຫ້ພວກເຂົາ.

Jeremiah 36:16

ມີຫຍັງເກີດຂື້ນຫລັງຈາກບາຣຸກອ່ານຈາກຫນັງສືມ້ວນ?

ພວກຜູ້ຊາຍທີ່ໄດ້ຍິນບາຣຸກອ່ານນັ້ນຢ້ານ ແລະ ຕັດສິນໃຈວ່າພວກເຂົາຕ້ອງລາຍງານຄຳເວົ້າຂອງເພິ່ນຕໍ່ກະສັດ.

ເຈົ້າຫນ້າທີ່ໄດ້ໃຫ້ຄຳແນະນຳຫຍັງແກ່ບາຣຸກຫລັງຈາກລາວບອກພວກເຂົາວ່າທ່ານໄດ້ຂຽນຄຳເວົ້າຂອງເຢເຣມີຢາໄວ້ໃນ ຫນັງສືມ້ວນ?

ພວກເຂົາບອກລາວວ່າເຈົ້າກັບເຢເຣມີຢາຕ້ອງໄປລີ້ຢູ່ສາກ່ອນ ຢ່າໃຫ້ໃຜຮູ້ວ່າພວກເຈົ້າລີ້ຢູ່ທີ່ໃດ.

Jeremiah 36:23

ກະສັດຕອບສະຫນອງແນວໃດຕໍ່ການອ່ານຫນັງສືມ້ວນໂດຍ ເຢຮູດີ?

ກະສັດໄດ້ເອົາມີດນ້ອຍຕັດອອກ ແລ້ວໂຍນຖິ້ມໃສ່ໄຟ ຊົງເຮັດດັ່ງນີ້ຈົນຫນັງສືມ້ວນນັ້ນ ຖືກເຜົາໄຟຫມົດ.

ກະສັດ ແລະ ຜູ້ຮັບໃຊ້ຂອງລາວສະແດງໃຫ້ເຫັນແນວໃດວ່າພວກເຂົາຈະບໍ່ເຊື່ອຟັງຄຳທີ່ຢູ່ໃນຫນັງສືມ້ວນນັ້ນ?

ພວກເຂົາບໍ່ໄດ້ຢ້ານກົວ,ຫລືສະແດງອາການເສຍໃຈຢ່າງໃດເລີຍ.

Jeremiah 36:25

ກະສັດໄດ້ເຮັດຫຍັງເມື່ອມີຜູ້ຊາຍຫລາຍໆຄົນໄດ້ທູນຂໍລາວບໍ່ໃຫ້ເຜົາຫນັງສືມ້ວນນັ້ນ?

ລາວບໍ່ຍອມຟັງພວກເຂົາ.

Jeremiah 36:27

ພຣະຢາເວໄດ້ບອກເຢເຣມີຢາເຮັດຫຍັງຫລັງຈາກກະສັດໄດ້ເຜົາມັນເສຍ?

ລາວບອກເຢເຣມີຢາໃຫ້ບາຣຸກຂຽນໃສ່ຫນັງສືມ້ວນເຫລັ້ມໃຫມ່ຖ້ອຍຄຳທັງຫມົດທີ່ຢູ່ໃນປື້ມເດີມ.

Jeremiah 36:30

ແມ່ນຫຍັງທີ່ພຣະຢາເວກ່າວວ່າເຮົາຈະເຮັດກັບກະສັດເຢໂຮຢາກິມ?

ພຣະອົງກ່າວວ່າຈະບໍ່ປ່ອຍໃຫ້ລູກຫລານຄົນໃດຂອງກະສັດເຢໂຮຢາກິມເປັນກະສັດ, ແລະພຣະອົງຈະຮັບປະກັນວ່າຈະບໍ່ມີໃຜຝັງສົບຂອງເຢໂຮຢາກິມ.

Jeremiah 37

Jeremiah 37:1

ໃຜເປັນຜູ້ແຕ່ງຕັ້ງກະສັດເຊເດກີຢາ?

ເນບູກາດເນັດຊາຕັ້ງກະສັດ.

ກະສັດເຊເດກີຢາບໍ່ຕອບສະຫນອງແນວໃດຕໍ່ກັບເຢເຣມີຢາເມື່ອທີ່ລາວໄດ້ປະກາດຖ້ອຍຄໍາຂອງພຣະຢາເວ?

ກະສັດເຊເດກີຢາບໍ່ໄດ້ເຊື່ອຟັງພຣະຄຳທີ່ພຣະຢາເວຊົງປະກາດ.

Jeremiah 37:3

ກະສັດເຊເດກີຢາ ແລະ ເຊຟານີຢາໄດ້ຮ້ອງຂໍໃຫ້ເຢເຣມີຢາເຮັດຫຍັງ?

ພວກເຂົາຂໍໃຫ້ລາວອະທິຖານຫາພຣະຢາເວສຳລັບພວກເຂົາ.

ເປັນຫຍັງຊາວເຄຍເດນ (ບາບີໂລນ) ຈຶ່ງອອກຈາກເຢຣູຊາເລັມ?

ພວກເຂົາຕ້ອງການຈະຫນີຈາກກອງທັບຂອງກະສັດຟາຣາໂອເຊິ່ງກຳລັງຈະອອກຈາກເອຢີບ.

Jeremiah 37:6

ພຣະຢາເວໄດ້ບອກເຢເຣມີຢາຫຍັງຈະເກີດຂື້ນຫລັງຈາກກອງທັບຂອງຟາຣາໂອກັບໄປເອຢີບ?

ພຣະອົງກ່າວວ່າຊາວເຄຍເດນຈະກັບຄືນມາ, ຕໍ່ສູ້ກັບເມືອງ, ຈັບມັນ ແລະຈູດມັນ.

ເປັນຫຍັງກອງທັບຂອງຟາຣາໂອຈຶ່ງອອກຈາກເອຢີບ?

ພວກເຂົາໄດ້ໄປຊ່ວຍປະຊາຊົນຢູດາໂດຍການຕໍ່ສູ້ກັບຊາວເຄຍເດນ.

Jeremiah 37:11

ເປັນຫຍັງເຢເຣມີຢາຈຶ່ງຫນີຈາກເຢຣູຊາເລັມ?

ເພື່ອຮັບເອົາສ່ວນແບ່ງທີ່ດິນຂອງຕົນ.

ອີຣີຢາຄິດວ່າເຢເຣມີຢາຈະເຮັດຫຍັງ?

ອີຣີຢາຄິດວ່າເຢເຣມີຢາກຳລັງຫນີໄປຫາຊາວເຄນເດນ (ຊາວບາບີໂລນ).

Jeremiah 37:14

ອີຣີຢາໄດ້ເຮັດຫຍັງເມື່ອເຢເຣມີຢາບອກວ່າລາວບໍ່ແມ່ນ ລາວບໍ່ໄດ້ຫນີໄປຫາຊາວເຄຍເດນ?

ອີຣີຢາໄດ້ເອົາເຢເຣມີຢາໄປຫາເຈົ້າຫນ້າທີ່, ເຊິ່ງໄດ້ທຸບຕີລາວແລະ ຂັງລາວໄວ້ໃນຄຸກ.

Jeremiah 37:16

ເຢເຣມີຢາຕອບກະສັດເຊເດກີຢາແນວໃດເມື່ອເຊເດກີຢາຖາມວ່າເຢເຣມີຢາວ່າ ມີຖ້ອຍຄຳຈາກພຣະຢາເວບໍ?

ເຢເຣມີຢາໄດ້ບອກເຊເດກີຢາວ່າພຣະຢາເວຈະມອບພະອົງໄວ້ໃນກຳມືຂອງກະສັດບາບີໂລນ.

Jeremiah 37:18

ເປັນຫຍັງເຢເຣມີຢາຈຶ່ງບໍ່ຢາກກັບໄປເຮືອນຂອງໂຢນາທານຜູ້ເປັນລາຊະເລຂາ?

ລາວຢ້ານວ່າລາວຈະຕາຍຢູ່ທີ່ນັ້ນ.

Jeremiah 37:21

ກະສັດເຊເດກີຢາຕອບສະຫນອງຕໍ່ຄໍາຮ້ອງຂໍຂອງເຢເຣມີຢາແນວໃດ?

ພະອົງໄດ້ໃຫ້ຜູ້ຮັບໃຊ້ຂອງທ່ານວາງເຢເຣມີຢາໄວ້ໃນບ່ອນບໍລິເວນທະຫານຮັກສາພະອົງ.

Jeremiah 38

Jeremiah 38:1

ຈະເກີດຫຍັງຂຶ້ນກັບຄົນທີ່ອາໄສຢູ່ໃນເມືອງ?

ພວກເຂົາຈະຕາຍດ້ວຍດາບ, ຄວາມອຶດຢາກ, ແລະໂລກໄພໄຂ້ເຈັບ.

ປະຊາຊົນຈະມີຊີວິດຢູ່ໄດ້ແນວໃດ?

ພວກເຂົາສາມາດຢູ່ໄດ້ໂດຍການຍອມຈຳນົນຕໍ່ຊາວເຄນເດຍ

ຈະເກີດຫຍັງຂຶ້ນກັບເມືອງ?

ຊາວເຄນເດຍ (ຊາວບາບີໂລນ) ຈະຍຶດມັນໄວ້.

Jeremiah 38:4

ເປັນຫຍັງພວກເຈົ້ານາຍຕ້ອງການໃຫ້ເຢເຣມີຢາຕາຍ?

ພວກເຂົາຕ້ອງການໃຫ້ລາວຕາຍ ເພາະວ່າລາວໄດ້ເຮັດໃຫ້ທະຫານໃນເມືອງນີ້ເສຍກຳລັງໃຈລົງຍ້ອນຊາວເຄນເດຍ.

Jeremiah 38:6

ພວກເຈົ້ານາຍໄດ້ເຮັດຫຍັງກັບເຢເຣມີຢາ?

ພວກເຂົາເອົາລາວໃສ່ສ້າງຂີ້ຕົມ .

Jeremiah 38:7

ເອເບັດເມເລັກໄດ້ເວົ້າຫຍັງກັບກະສັດກ່ຽວກັບເຢເຣມີຢາ?

ລາວໄດ້ບອກກະສັດ, ພວກເຈົ້ານາຍເຮັດຊົ່ວດ້ວຍວິທີທີ່ພວກເຂົາປະຕິບັດກັບຜູ້ປະກາດພຣະທຳເຢເຣມີຢາ. ພວກເຂົາໄດ້ໂຍນລາວລົງໃນສ້າງຂີ້ຕົມເພື່ອໃຫ້ລາວຕາຍຍ້ອນຄວາມອຶດຫິວ.

Jeremiah 38:10

ກະສັດເຊເດກີຢາໄດ້ສັ່ງຫຍັງກ່ຽວກັບເອເບັດເມເລັກກ່ຽວກັບເຢເຣມີຢາ?

ກະສັດເຊເດກີຢາໄດ້ສັ່ງໃຫ້ເອເບັດເມເລັກເອົາຊາຍສາມສິບຄົນ ແລະ ພາເຢເຣມີຢາອອກຈາກຖໍ້າກ່ອນທີ່ເຢເຣມີຢາກ່ອນທີ່ລາວຈະຕາຍ.

Jeremiah 38:14

ເຢເຣມີຢາຄິດວ່າເຊເດກີຢາຈະເຮັດຫຍັງຖ້າເຢເຣມີຢາບອກຄວາມຈິງແກ່ລາວ?

ລາວຄິດວ່າເຊເດກີຢາຈະຂ້າລາວ.

ເຊເດກີຢາຊັກຊວນເຢເຣມີຢາບໍ່ໃຫ້ບອກຄຳຕອບແກ່ລາວແນວໃດ?

ເຊເດກີຢາສາບານໂດຍນາມຊື່ຂອງພຣະຢາເວວ່າຈະບໍ່ຂ້າລາວ.

Jeremiah 38:17

ເຢເລມີຢາໄດ້ເວົ້າຫຍັງກັບເຊເດກີຢາ?

ເຢເຣມີບອກເຊເດກີຢາວ່າຖ້າລາວຍອມຈຳນົນຕໍ່ຊາວເຄຍເດນເຂົາຈະມີຊີວິດຢູ່, ແຕ່ຖ້າລາວບໍ່ຍອມ, ລາວ ແລະເມືອງຈະຖືກທຳລາຍ.

Jeremiah 38:19

ເປັນຫຍັງກະສັດເຊເດກີຢາຢ້ານຊາວຢູດາພວກທີ່ລັກຫນີໄປຫາຊາວເຄນເດຍ?

ລາວຢ້ານວ່າເນບູກາດເນັດຊາຈະຍອມໃຫ້ພວກເຂົາຈະທໍລະມານລາວ.

Jeremiah 38:20

ເຢເຣມີຢາໃຫ້ການຮັບປະກັນຫຍັງແກ່ກະສັດເຊເດກີຢາ?

ລາວບອກກະສັດເຊເດກີຢາວ່າຖ້າເຊເດກີຢາເຊື່ອຟັງຂໍ້ຄວາມຈາກພຣະຢາເວ, ເນບູກາດເນັດຊາຈະບໍ່ຍອມໃຫ້ປະຊາຊົນປະຕິບັດຕໍ່ເຊເດກີຢາຢ່າງບໍ່ດີ.

Jeremiah 38:22

ພວກຜູ້ຍິງຈະເຮັດແນວໃດຖ້າເຊເດກີຢາປະຕິເສດທີ່ຈະອອກໄປ?

ພວກເຂົາຈະຕິຕຽນ ແລະ ກ່າວຫາລາວ.

Jeremiah 38:24

ເຊເດກີຢາໄດ້ບອກເຢເຣມີຢາໃຫ້ເວົ້າຫຍັງກັບຜູ້ທີ່ຖາມລາວວ່າລາວ ແລະເຊເດກີຢາໄດ້ເົວົ້າຫຍັງ?

ລາວບອກເຢເຣມີຢາໃຫ້ບອກພວກເຂົາວ່າເຢເຣມີຢາໄດ້ຂໍຮ້ອງລາວບໍ່ໃຫ້ເຢເຣມີຢາກັບໄປເຮືອນຂອງ ໂຢນາທານເພື່ອໃຫ້ຕາຍເສຍທີ່ນັ້ນ.

Jeremiah 38:27

ມີຫຍັງເກີດຂື້ນເມື່ອພວກເຈົ້ານາຍໃນຢູດາຖາມເຢເຣມີຢາ?

ເຢເຣມີຢາໄດ້ບອກພວກເຂົາຕາມທີ່ກະສັດຊົງສັ່ງໃຫ້ລາວເວົ້າ.

Jeremiah 39

Jeremiah 39:1

ໃຜມາພ້ອມກັບກອງທັບຂອງລາວຕໍ່ຕ້ານເຢຣູຊາເລັມ ແລະໂຈມຕີເມືອງນັ້ນ?

ເນບູກາດເນັດຊາໄດ້ເຮັດ.

ເມືອງໃດທີ່ແຕກແຍກອອກເປັນ?

ເມືອງເຢຣູຊາເລັມໄດ້ແຕກສະຫລາຍໄປ.

ຜູ້ໃດມານັ່ງປະຕູກາງທາງ?

ພວກເຈົ້ານາຍທັງຫລາຍຂອງກະສັດບາບີໂລນມາ ແລະ ນັ່ງຢູ່ປະຕູກາງ.

Jeremiah 39:4

ເຊເດກີຢາແລະນັກຮົບທຸກຄົນຂອງລາວໄດ້ເຮັດຫຍັງເມື່ອເຫັນພວກເຈົ້ານາຍຂອງກະສັດບາບີໂລນຢູ່ປະຕູກາງ?

ພວກເຂົາຫນີອອກຈາກເມືອງ.

ກອງທັບຂອງຊາວເຄຍເດນ (ຊາວບາບີໂລນ) ໄດ້ເຮັດຫຍັງເມື່ອພວກເຂົາໄດ້ຈັບເຊເດກີຢາ?

ພວກເຂົາໄດ້ຈັບລາວ ແລະ ນຳຕົວລາວໄປຫາກະສັດເນບູກາດເນັດຊາ.

Jeremiah 39:6

ເນບູກາດເນັດຊາໄດ້ເຮັດຫຍັງເມື່ອເຊເດກີຢາຖືກນຳໄປຫາລາວ?

ລາວໄດ້ຂ້າພວກລູກຊາຍຂອງເຊເດກີຢາ ແລະ ຍັງໄດ້ຂ້າພວກເຈົ້ານາຍຂອງຢູດາທັງຫມົດນຳອີກ.

ກະສັດແຫ່ງບາບີໂລນໄດ້ເຮັດຫຍັງກັບເຊເດກີຢາ?

ພະອົງຊົງຄວັດຫນ່ວຍຕາຂອງເຊເດກີຢາອອກ ແລະເອົາໂສ້ທອງແດງຜູກເພິ່ນໄວ້ ເພື່ອຈະນຳໄປນະຄອນບາບີໂລນ.

Jeremiah 39:8

ຊາວບາບີໂລນໄດ້ເຮັດຫຍັງຕໍ່ບ້ານເຮືອນ ແລະ ກຳແພງເມືອງເຢຣູຊາເລັມ?

ພວກເຂົາໄດ້ເຜົາພວກເຂົາ.

ເນບູຊາຣາດານໄດ້ຖືກເນລະເທດໃຜ?

ພຣະອົງໄດ້ເຂົ້າໄປໃນການເນລະເທດຄົນທີ່ເຫລືອຢູ່ໃນເມືອງແລະຄົນທີ່ຫນີເຂົ້າໄປຫາຊາວເຄຍເດນ.

ປະຊາຊົນກຸ່ມໃດທີ່ເນບູຊາຣາດານໄດ້ອະນຸຍາດໃຫ້ຢູ່ໃນແຜ່ນດິນຢູດາ?

ລາວໄດ້ອະນຸຍາດໃຫ້ປະຊາຊົນທີ່ທຸກຍາກທີ່ສຸດຢູ່.

ເນບູຊາຣາດານໄດ້ໃຫ້ຫຍັງແກ່ຄົນທີ່ຍັງເຫລືອ?

ເນບູຊາຣາດານໄດ້ມອບສວນອະງຸ່ນ ແລະ ທົ່ງນາໃຫ້ປະຊາຊົນທີ່ຍັງເຫລືອ.

Jeremiah 39:11

ເນບູກາດເນັດຊາໄດ້ສັ່ງເນບູຊາຣາດານເຮັດຫຍັງກ່ຽວກັບເຢເຣມີຢາ?

ເນບູກາດເນັດຊາບອກເນບູຊາຣາດານເບິ່ງແຍງເຢເຣມີຢາ ແລະເຮັດທຸກສິ່ງທີ່ເຢເຣມີຢາບອກໃຫ້ລາວເຮັດ.

ເນບູຊາຣາດານ, ເນການຊາເຣັດເຊ ແລະພວກເຈົ້ານາຍສຳຄັນທີ່ສຸດຂອງກະສັດບາບີໂລນໄດ້ເຮັດຫຍັງກັບເຢເຣມີຢາ?

ພວກເຂົາເອົາເຢເຣມີຢາອອກຈາກເດີ່ນບ້ານຍາມ ແລະ ໄດ້ມອບຫມາຍໃຫ້ເກດາລີຢາໄປຮັບເອົາເຢເຣມີຢາກັບບ້ານ.

Jeremiah 39:15

ພຣະຢາເວໄດ້ບອກເຢເຣມີຢາໃຫ້ເວົ້າຫຍັງກັບເອເບັດເມເລັກຄົນເອທີໂອເປຍ?

ພຣະຢາເວໄດ້ບອກເຢເຣມີຢາໃຫ້ເວົ້າກັບເອເບັດເມເລັກຄົນເອທີໂອເປຍວ່າ: ພຣະຢາເວກຳລັງຈະເຮັດໃຫ້ເກີດພະຍາດລະບາດໃນເມືອງນັ້ນ.

Jeremiah 39:17

ພຣະຢາເວໄດ້ກ່າວວ່າຈະມີຫຍັງເກີດຂື້ນກັບເອເບັດເມເລັກໃນວັນທີ່ພຣະຢາເວປະຕິບັດຖ້ອຍຄຳຂອງລາວຕໍ່ເມືອງດັ່ງກ່າວ?

ພຣະອົງກ່າວວ່າ, ເຮົາຈະຊ່ວຍກູ້ເອເບັດເມເລັກ.

ດ້ວຍເຫດຜົນອັນໃດທີ່ພຣະຢາເວຈະຊ່ວຍກູ້ເອເບັດເມເລັກຈາກດາບ?

ພຣະອົງຈະຊ່ວຍກູ້ເອເບັດເມເລັກເພາະເຮົາເຊື່ອວາງໃຈໃນ ພຣະຢາເວ.

Jeremiah 40

Jeremiah 40:1

ມີຫຍັງມາຮອດເຢເຣມີຢາຫລັງຈາກທີ່ເນບູຊາຣາດານໄດ້ສົ່ງລາວໄປຈາກເມືອງຣາມາ?

ພຣະທັມຊຶ່ງມາຈາກພຣະຢາເວໄດ້ມາສູ່ເຢເຣມີຢາ ຫລັງຈາກທີ່ເນບູຊາຣາດານຜູ້ບັນຊາການທະຫານຮັກສາພະອົງໄດ້ປ່ອຍເພິ່ນທີ່ຣາມາ.

ເນບູຊາຣາດານກຳລັງຈະເຮັດຫຍັງກັບປະຊາຊົນເຢຣູຊາເລັມແລະຢູດາ?

ລາວກຳລັງຈະສົ່ງພວກເຂົາໄປບາບີໂລນ.

ເປັນຫຍັງຜູ້ບັນຊາການທະຫານຮັກສາພະອົງໄດ້ບອກເຢເຣມີຢາກ່ຽວກັບພຣະຢາເວ ແລະ ເຢຣູຊາເລັມ?

ຜູ້ບັນຊາການທະຫານຮັກສາພະອົງກ່າວວ່າ, ພຣະຢາເວພຣະເຈົ້າຂອງທ່ານຊົງປະກາດຄວາມຮ້າຍນີ້ຕໍ່ສະຖານທີ່ນີ້.

Jeremiah 40:3

ຜູ້ບັນຊາການທະຫານຮັກສາພະອົງເວົ້າວ່າເຢເຣມີຢາສາມາດໄປໃສ?

ລາວເວົ້າວ່າເຢເຣມີຢາສາມາດໄປກັບລາວໄປບາບີໂລນ ຫລື ໄປບ່ອນໃດກໍ່ຕາມທີ່ລາວຢາກຢູ່ໃນແຜ່ນດິນ.

Jeremiah 40:5

ຜູ້ບັນຊາການທະຫານຮັກສາພະອົງເວົ້າວ່າເຢເຣມີຢາຄວນໄປຫາໃຜ?

ທ່ານກ່າວວ່າເຢເຣມີຄວນໄປຫາເກດາລິຢາຜູ້ຮັບຜິດຊອບເມືອງຕ່າງໆຂອງຢູດາ.

ເຢເຣມີຢາໄດ້ໄປໃສ ແລະ ອາໄສຢູ່ໃສ?

ເຢເຣມີຢາໄດ້ໄປຫາເກດາລິຢາ ແລະອາໄສຢູ່ກັບບັນດາຜູ້ຄົນທີ່ຕົກຄ້າງຢູ່ໃນແຜ່ນດິນ.

Jeremiah 40:7

ຫົວຫນ້າຂອງກອງທະຫານຢູດາ ແລະ ຄົນຂອງພວກເຂົາໄດ້ເຮັດຫຍັງເມື່ອໄດ້ຍິນວ່າເກດາລີຢາໄດ້ຖືກແຕ່ງຕັ້ງຮັບຜິດຊອບຜູ້ທີ່ບໍ່ໄດ້ຖືກເນລະເທດໄປບາບີໂລນ?

ພວກເຂົາໄດ້ໄປຫາເກດາລີຢາທີ່ມິດຊະປາ.

Jeremiah 40:9

ເກດາລິຢາໄດ້ບອກຜູ້ບັນຊາການຂອງທະຫານຢູດາ ແລະຄົນຂອງພວກເຂົາໃຫ້ເຮັດຫຍັງ?

ທ່ານກ່າວວ່າຖ້າພວກເຂົາຈະຮັບໃຊ້ບັນດາເຈົ້ານາຍຂອງກະສັດເຄຍເດນ ແລະ ກະສັດແຫ່ງບາບີໂລນ ແລະອາໄສຢູ່ໃນແຜ່ນດິນນັ້ນມັນກໍ່ຈະເປັນໄປດ້ວຍດີ.

ເກດາລິຍາໄດ້ບອກຫຍັງໃຫ້ຜູ້ບັນຊາການທະຫານຢູດາ ແລະຜູ້ຊາຍຂອງພວກເຂົາເຮັດເພື່ອພວກເຂົາສາມາດເກັບກ່ຽວເຫລົ້າ, ຫມາກໄມ້ລະດູຮ້ອນ ແລະ ນໍ້າມັນໄດ້?

ລາວໄດ້ບອກພວກເຂົາວ່າພວກເຂົາຄວນອາໄສຢູ່ໃນເມືອງຕ່າງໆທີ່ພວກເຂົາຍຶດຄອງ.

Jeremiah 40:11

ຄົນຢູດາໄດ້ເຮັດຫຍັງເມື່ອໄດ້ຍິນວ່າກະສັດແຫ່ງບາບີໂລນໄດ້ອະນຸຍາດໃຫ້ຊາວຢູເດທີ່ເຫລືອຢູ່?

ບັນດາຊາວຢູດາໄດ້ກັບຄືນມາຢູດາຈາກທຸກໆບ່ອນທີ່ພວກເຂົາຖືກກະແຈກກະຈາຍ, ແລະພວກເຂົາໄດ້ເກັບກ່ຽວເຫລົ້າແລະ ຫມາກໄມ້ໃນລະດູຮ້ອນໄດ້ເປັນຈຳນວນຫລາຍ.

Jeremiah 40:13

ໂຢຮານານ ແລະ ຜູ້ບັນຊາການທະຫານທຸກຄົນຖາມຫຍັງກັບເກດາລີຢາທີ່ມິດຊະປາ?

ພວກເຂົາຖາມລາວວ່າທ່ານຮູ້ຫລືບໍ່ວ່າ ບາອາລິດ ກະສັດຂອງຄົນອຳໂມນໄດ້ສົ່ງໃຫ້ອິດຊະມາເອນລູກຊາຍເນທານີອາມາເອົາຊີວິດຂອງທ່ານ?

ເກດາລີຢາໄດ້ຄິດແນວໃດກ່ຽວກັບສິ່ງທີ່ໂຢນາທານ ແລະຜູ້ບັນຊາກອງທັບບອກລາວ?

ລາວບໍ່ເຊື່ອພວກເຂົາ.

Jeremiah 40:15

ໂຢຮານານໄດ້ບອກເກດາລີຢາວ່າລາວຢາກເຮັດຫຍັງ?

ໃຫ້ຂ້ານ້ອຍໄປຂ້າອິດຊະມາເອນ.

ເກດາລີຢາໄດ້ຄິດແນວໃດກັບຄຳຂໍຂອງໂຢຮານານກ່ຽວກັບອິດຊະມາເອນ?

ເກດາລີຢາຄິດວ່າໂຢຮານານກໍາລັງເວົ້າກ່ຽວກັບອິດຊະມາເອນເປັນຄວາມບໍ່ຈິງ.

Jeremiah 41

Jeremiah 41:1

ເປັນຫຍັງອິດຊະມາເອນ ແລະ ຜູ້ຊາຍສິບຄົນທີ່ຢູ່ກັບລາວມາກິນເຂົ້ານຳກັນກັບເກດາລິຢາ?

ພວກເຂົາຕ້ອງການຂ້າເກດາລິຢາ.

ອິດຊະມາເອນ ແລະຄົນຂອງລາວໄດ້ຂ້າໃຜ?

ພວກເຂົາໄດ້ຂ້າເກດາລິຢາ, ຊາວຢູດາທັງຫມົດທີ່ຢູ່ກັບລາວ, ແລະ ທະຫານຊາວເຄຍເດນທີ່ຢູ່ທີ່ນັ້ນ.

Jeremiah 41:4

ຜູ້ທີ່ມາອີກສອງມື້ຫລັງຈາກມື້ທີ່ເກດາລີຢາຖືກຂ້າໂດຍອິດສະມາເອນ?

ຜູ້ຊາຍແປດສິບຄົນມາຈາກເມືອງເຊເຄັມ, ຈາກເມືອງຊີໂລ, ແລະ ເມືອງຊາມາເຣຍ

ພວກເຂົາກຳລັງໄປໃສ?

ພວກເຂົາກຳລັງຈະໄປທີ່ພຣະວິຫານ.

Jeremiah 41:6

ອິດຊະມາເອນໄດ້ເວົ້າຫຍັງກັບພວກຜູ້ຊາຍແປດສິບຄົນ?

ລາວໄດ້ເຊື້ອເຊີນພວກເຂົາໄປຢ້ຽມຢາມເກດາລິຢາ.

ອິດຊະມາເອນ ແລະຄົນຂອງລາວໄດ້ເຮັດຫຍັງກັບພວກແປດສິບຄົນເມື່ອພວກເຂົາເຂົ້າໄປໃນເມືອງ?

ພວກເຂົາໄດ້ຂ້າຜູ້ຊາຍ ແລະໂຍນພວກເຂົາລົງໃນບ່ອນຂັງນໍ້າ.

Jeremiah 41:8

ເປັນຫຍັງພວກເຂົາບໍ່ຂ້າຜູ້ຊາຍສິບແປດຄົນ?

ຊາຍສິບຄົນບອກພວກເຂົາວ່າພວກເຂົາມີອາຫານການກິນ.

ອິດຊະມາເອນໄດ້ເອົາສົບຂອງປະຊາຊົນທັງຫມົດທີ່ລາວໄດ້ຂ້າໄປຖີ້ມໃສ?

ທ່ານໄດ້ໂຍນພວກເຂົາລົງໃນຂຸມທີ່ກະສັດອາຊາໄດ້ຂຸດໄວ້.

Jeremiah 41:10

ອິດຊະມາເອນໄດ້ເຮັດຫຍັງກັບຄົນອື່ນໆທັງຫມົດທີ່ຢູ່ໃນເມືອງມິດຊະປາ?

ອິດຊະມາເອນໄດ້ຈັບເອົາຄົນອື່ນໆທັງຫມົດທີ່ຢູ່ໃນເມືອງມິດຊະປາ ແລະ ເລີ່ມພາພວກເຂົາໄປເມືອງ ອຳໂມນ.

Jeremiah 41:11

ໂຢຮານານ ແລະ ຜູ້ບັນຊາກອງທັບທຸກຄົນທີ່ຢູ່ກັບລາວໄດ້ເຮັດຫຍັງເມື່ອໄດ້ຍິນກ່ຽວກັບສິ່ງທີ່ອິດຊະມາເອນໄດ້ເຮັດ?

ພວກເຂົາໄດ້ເອົາຄົນທັງຫມົດຂອງພວກເຂົາໄປສູ້ຮົບກັບອິດຊະມາເອນ.

Jeremiah 41:13

ຄົນທັງຫມົດທີ່ຢູ່ກັບອິດຊະມາເອນໄດ້ເຮັດຫຍັງເມື່ອເຫັນໂຢຮານານ ແລະ ຜູ້ບັນຊາກອງທັບທັງຫມົດທີ່ຢູ່ກັບລາວ?

ພວກເຂົາປິຕິຍິນດີແລະໄດ້ໄປຫາໂຍຮັນ.

Jeremiah 41:15

ອິດຊະມາເອນ ແລະຄົນຂອງລາວໄປໃສເພື່ອຫລົບຫນີຈາກໂຍຮານານ?

ພວກເຂົາໄດ້ໄປຫາຄົນຂອງອຳໂມນ.

Jeremiah 41:17

ໂຢຮານານ ແລະຜູ້ຄົນໄປໃສຫລັງຈາກພວກເຂົາອອກຈາກເມືອງມິດຊະປາ?

ພວກເຂົາໄດ້ໄປ ແລະພັກຢູ່ຊົ່ວຄາວໃນກິມຮາມ, ທີ່ຢູ່ໃກ້ເບັດເລເຮັມ.

ໂຢຮານານ ແລະຜູ້ຄົນຢາກໄປໃສ?

ພວກເຂົາຢາກໄປເອຢີບ.

ເປັນຫຍັງພວກເຂົາຈຶ່ງຢາກໄປປະເທດເອຢີບ?

ພວກເຂົາຢ້ານຊາວເຄນເດຍ.

ເປັນຫຍັງໂຢຮານານ ແລະ ປະຊາຊົນຢ້ານກົວຊາວເຄນເດຍ?

ພວກເຂົາຢ້ານເພາະອິດຊະມາເອນໄດ້ຂ້າເກດາລິຢາ.

Jeremiah 42

Jeremiah 42:1

ຜູ້ບັນຊາການກອງທັບ ແລະ ປະຊາຊົນທຸກຄົນເວົ້າຫຍັງກັບເຢເຣມີຢາ?

ພວກເຂົາໄດ້ຂໍໃຫ້ລາວອະທິຖານເພື່ອພວກເຂົາ ແລະ ບອກພວກເຂົາວ່າພວກເຂົາຄວນໄປ ແລະ ຄວນເຮັດແນວໃດ.

Jeremiah 42:4

ເຢເຣມີຢາຕອບເຂົາເຈົ້າແນວໃດ?

ທ່ານກ່າວວ່າທ່ານຈະອະທິຖານເພື່ອພວກເຂົາ ແລະ ບອກພວກເຂົາວ່າສິ່ງໃດທີ່ພຣະຢາເວຕອບ.

ແລ້ວຜູ້ຄົນເວົ້າກັບເຢເຣມີຢາວ່າແນວໃດ?

ພວກເຂົາເວົ້າວ່າພວກເຂົາຈະເຮັດທຸກສິ່ງທີ່ ພຣະຢາເວໄດ້ບອກພວກເຂົາໃຫ້ເຮັດ.

Jeremiah 42:7

ມີຫຍັງເກີດຂື້ນຫລັງຈາກສິບມື້?

ຫລັງຈາກສິບມື້, ຖ້ອຍຄຳຂອງພຣະຢາເວໄດ້ມາເຖິງເຢເຣມີຢາ.

Jeremiah 42:11

ພຣະຢາເວເວົ້າວ່າພຣະອົງຈະເຮັດຫຍັງເພາະວ່າລາວຢູ່ກັບພວກເຂົາ?

ພຣະອົງກ່າວວ່າທ່ານຈະຊ່ວຍພວກເຂົາໃຫ້ລອດພົ້ນ, ໃຫ້ຄວາມເມດຕາ ແລະຄວາມກະລຸນາແກ່ພວກເຂົາ, ແລະນໍາພວກເຂົາກັບຄືນສູ່ແຜ່ນດິນຂອງພວກເຂົາ.

Jeremiah 42:15

ພຣະຢາເວໄດ້ກ່າວວ່າຈະເກີດຫຍັງຂຶ້ນຖ້າວ່າປະຊາຊົນໄດ້ໄປປະເທດເອຢິບເພື່ອອາໄສຢູ່ທີ່ນັ້ນ?

ຖ້າພວກເຂົາໄປອາໄສຢູ່ປະເທດເອຢິບ, ພຣະຢາເວກ່າວວ່າພວກເຂົາທຸກຄົນຈະຕາຍຢູ່ທີ່ນັ້ນດ້ວຍດາບ, ຄວາມອຶດຢາກ, ແລະໂຣກພະຍາດ.

Jeremiah 42:18

ພວກເຂົາຈະເປັນແນວໃດຖ້າພວກເຂົາໄປເອຢີບ?

ພວກເຂົາຈະກາຍເປັນຈະເປັນຄຳສາບແຊ່ງ ແລະ ພວກເຂົາຈະບໍ່ກັບມາອີກ.

ເປັນຫຍັງປະຊາຊົນຈຶ່ງຈະບໍ່ເຫັນທີ່ດິນນີ້ອີກ?

ພຣະຢາເວໄດ້ບອກພວກເຂົາວ່າຢ່າໄປເອຢີບ, ແລະລາວຈະໂມໂຫຮ້າຍໃຫ້ພວກເຂົາຖ້າພວກເຂົາໄປ.

Jeremiah 42:20

ເປັນຫຍັງປະຊາຊົນຈະຕ້ອງເສຍຊີວິດຍ້ອນການໄປປະເທດເອຢິບ?

ພວກເຂົາຈະຕ້ອງຈ່າຍດ້ວຍຊີວິດຂອງພວກເຂົາ ເພາະວ່າພວກເຂົາໄດ້ຮ້ອງຂໍໃຫ້ເຢເຣມີຢາບອກຖ້ອຍຄໍາຈາກ ພຣະຢາເວແກ່ພວກເຂົາ, ແຕ່ພວກເຂົາຈະບໍ່ເຮັດໃນສິ່ງທີ່ ພຣະຢາເວບອກໃຫ້ພວກເຂົາເຮັດ.

Jeremiah 43

Jeremiah 43:1

ເຢເຣມີຢາສິ້ນສຸດການປະກາດໃຫ້ປະຊາຊົນທຸກຄົນເຮັດຫຍັງ?

ລາວໄດ້ປະກາດທຸກຖ້ອຍຄຳທີ່ພຣະຢາເວບອກໃຫ້ລາວເວົ້າ.

ອາຊາຣີຢາ, ໂຢຮານານ, ແລະ ຜູ້ທີ່ຈອງຫອງກ່າວຫາເຢເຣມີຢາຫຍັງແດ່?

ພວກເຂົາກ່າວຫາລາວວ່າຕົວະພວກເຂົາເພື່ອໃຫ້ເຢເຣມີຢາສາມາດເຮັດໃຫ້ຊາວເຄນເດຍໄດ້ຂ້າພວກເຂົາ ແລະ ຈັບພວກເຂົາໄປເປັນຊະເລີຍທີ່ບາບີໂລນ.

Jeremiah 43:4

ໂຢຮານານ ແລະ ຄົນອື່ນໆໄດ້ເຮັດຫຍັງແທນສິ່ງທີ່ພຣະຢາເວໄດ້ບອກໃຫ້ພວກເຂົາເຮັດ?

ພວກເຂົາທັງຫມົດໄດ້ໄປເອຢີບ.

Jeremiah 43:8

ພຣະຢາເວບອກເຢເຣມີຢາໃຫ້ເຮັດຫຍັງກັບກ້ອນຫີນ?

ພຣະອົງໄດ້ບອກລາວໃຫ້ຝັງພວກມັນຢູ່ໃກ້ເຮືອນຂອງຟາຣາໂອໃນນະຄອນຕະປັນເຂດ ເພື່ອສະແດງໃຫ້ເຫັນວ່າ ເນບູກາດເນັດຊາຈະນັ່ງຢູ່ເທິງບັນລັງ.

Jeremiah 43:11

ພຣະຢາເວກ່າວວ່າຈະມີຫຍັງເກີດຂື້ນກັບຜູ້ຄົນໃນເວລາທີ່ເນບູກາດເນັດຊາມາ ແລະ ໂຈມຕີແຜ່ນດິນເອຢີບ?

ພຣະຢາເວກ່າວວ່າເນບູກາດເນັດຊາຈະຂ້າຄົນບາງຄົນ ແລະເອົາຄົນອື່ນເຂົ້າໄປໃນການເປັນຊະເລີຍ.

ພຣະຢາເວກ່າວວ່າເນບູກາດເນັດຊາຈະເຮັດຫຍັງຕໍ່ບັນດາວິຫານຂອງພະຂອງເອຢີບ?

ພຣະຢາເວກ່າວວ່າລາວຈະເຜົາພວກເຂົາ ຫລື ຈັບພວກເຂົາໄປ.

Jeremiah 44

Jeremiah 44:1

ເປັນຫຍັງເຢເຣມີຢາຈຶ່ງເວົ້າວ່າພຣະຢາເວໄດ້ນຳເອົາໂຣກລະບາດມາສູ່ເຢຣູຊາເລັມ ແລະ ເມືອງຕ່າງໆຂອງຢູດາ?

ເຢເຣມີຢາເວົ້າວ່າ ເພາະວ່າປະຊາຊົນນະມັດສະການພະເຈົ້າອື່ນໆ.

Jeremiah 44:4

ບັນດາຜູ້ປະກາດພຣະທັມຂອງພຣະຢາເວເວົ້າຫຍັງຕໍ່ປະຊາຊົນ?

ບັນດາຜູ້ປະກາດພຣະທັມໄດ້ບອກປະຊາຊົນໃຫ້ຢຸດເຊົາເຮັດສິ່ງທີ່ພຣະຢາເວກຽດຊັງ.

ປະຊາຊົນໄດ້ເຮັດຫຍັງຫລັງຈາກບັນດາຜູ້ປະກາດພຣະທັມໄດ້ກ່າວກັບພວກເຂົາ?

ພວກເຂົາບໍ່ຍອມຟັງ.

ພຣະຢາເວໄດ້ເຮັດຫຍັງເມື່ອຊາວຢູດາບໍ່ຟັງບັນດາຜູ້ປະກາດພຣະທັມ?

ພຣະຢາເວໄດ້ຖອດເທຄວາມໂກດຮ້າຍ ແລະ ຄວາມໂມໂຫຂອງພຣະອົງ, ແລະພຣະອົງໄດ້ທຳລາຍຢູດາ ແລະ ເຢຣູຊາເລັມ.

Jeremiah 44:7

ພຣະຢາເວອະນຸຍາດໃຫ້ປະຊາຊົນເທົ່າໃດທີ່ໄປປະເທດເອຢິບມີຊີວິດຢູ່?

ລາວຈະບໍ່ຍອມໃຫ້ພວກເຂົາມີຊີວິດຢູ່.

ພວກເຂົາໄດ້ຍົວະເຍົ້າຄວາມໂມໂຫຂອງພຣະຢາເວແນວໃດ?

ພວກເຂົາໄດ້ກະທຳຜິດຕໍ່ພຣະຢາເວດ້ວຍການກະທຳດ້ວຍມືຂອງພວກເຂົາ, ໂດຍການເຜົາເຄື່ອງຫອມບູຊາໃຫ້ແກ່ພະອື່ນໆໃນແຜ່ນດິນແອຢີບ.

ພຣະຢາເວກ່າວວ່າຈະເກີດຫຍັງຂຶ້ນກັບພວກເຂົາໃນປະເທດເອຢິບ?

ພຣະອົງບອກເຂົາຈະທຳລາຍພວກເຂົາ.

Jeremiah 44:9

ພຣະຢາເວເວົ້າວ່າຜູ້ທີ່ໄດ້ກະທໍາຄວາມຊົ່ວແມ່ນໃຜ?

ພຣະອົງກ່າວວ່າປະຊາຊົນ ແລະ ບັນພະບຸລຸດຂອງພວກເຂົາໄດ້ກະທຳຄວາມຊົ່ວ.

Jeremiah 44:11

ພຣະຢາເວກ່າວວ່າຈະມີຫຍັງເກີດຂື້ນກັບຜູ້ຄົນທີ່ໄປເອຢີບ?

ພຣະຢາເວກ່າວວ່າລາວຈະ ເຮົາຈະມຸ່ງຫນ້າຂອງເຮົາຕໍ່ສູ້ພວກເຈົ້າໃຫ້ເກີດການຮ້າຍ ແລະຈະຕັດຢູດາອອກເສຍໃຫ້ຫມົດສິ້ນ ຄືກັນກັບທີ່ພຣະອົງໄດ້ລົງໂທດເຢຣູຊາເລັມ: ດ້ວຍດາບ ແລະຄວາມອຶດອາຫານ ແລະໂຣກລະບາດ.

Jeremiah 44:13

ແມ່ນຫຍັງທີ່ພຣະຢາເວເວົ້າກ່ຽວກັບຄົນທີ່ເຫລືອຂອງຢູດາ?

ພຣະອົງກ່າວວ່າບໍ່ມີໃຜໃນພວກເຂົາທີ່ຢາກກັບຄືນຢູດາຈະກັບຄືນມາ, ເຖິງແມ່ນວ່າມີພຽງຈຳນວນຫນ້ອຍດຽວຈະຫນີຈາກປະເທດເອຢິບ.

Jeremiah 44:15

ປະຊາຊົນຄິດວ່າຈະມີຫຍັງເກີດຂື້ນຖ້າພວກເຂົາສືບຕໍ່ເຜົາເຄື່ອງຫອມ ແລະ ຖອກເຄື່ອງຖວາຍເຄື່ອງດື່ມໃຫ້ແກ່ພະລາຊິນີແຫ່ງສະຫວັນ?

ປະຊາຊົນຄິດວ່າພວກເຂົາຈະເຕັມໄປດ້ວຍອາຫານແລະຈະເລີນຮຸ່ງເຮືອງ, ໂດຍບໍ່ຕ້ອງປະສົບກັບໂຣກພະຍາດໃດໆຖ້າພວກເຂົາເຜົາເຄື່ອງຫອມແລະຖອກເຄື່ອງດື່ມບູຊາໃຫ້ພວກເຈົ້າແມ່ແຫ່ງຟ້າສະຫວັນ.

Jeremiah 44:22

ມັນແມ່ນຫຍັງທີ່ພຣະຢາເວບໍ່ສາມາດທົນໄດ້ອີກຕໍ່ໄປ?

ພຣະຢາເວຈະຊົງທົນຕໍ່ການກະທຳອັນຊົ່ວຮ້າຍຂອງຜູ້ຄົນໄດ້ອີກ.

ມີຫຍັງເກີດຂື້ນກັບແຜ່ນດິນຂອງພວກເຂົາຫລັງຈາກທີ່ ພຣະຢາເວບໍ່ສາມາດທົນຕໍ່ສິ່ງທີ່ປະຊາຊົນເຮັດ?

ແຜ່ນດິນຂອງພວກເຂົາກາຍເປັນປັນທີ່ຮົກຮ້າງ, ທີ່ຫນ້າປະຫລາດໃຈ, ແລະເປັນທີ່ສາບແຊ່ງ.

ເປັນຫຍັງໂຣກລະບາດນີ້ເກີດຂື້ນກັບພວກເຂົາ?

ທ່ານໄດ້ເຜົາເຄື່ອງຫອມ ແລະເພາະວ່າທ່ານໄດ້ເຮັດບາບຕໍ່ພຣະຢາເວ. ແລະບໍ່ເຊື່ອຟັງພຣະສຸລະສຽງຂອງພຣະຢາເວ

Jeremiah 44:24

ເຢເຣມີຢາບອກຫຍັງແກ່ຜູ້ທີ່ຕ້ອງການປະຕິບັດຄຳ ປະຕິຍານຂອງຕົນຕໍ່ພວກເຈົ້າແມ່ແຫ່ງຟ້າສະຫວັນ?

ພຣະອົງໄດ້ບອກໃຫ້ພວກເຂົາປະຕິບັດຄຳປະຕິຍານຂອງພວກເຂົາ.

Jeremiah 44:26

ເຢເຣມີຢາເວົ້າວ່າຜູ້ຄົນຈະເຮັດຫຍັງຫລັງຈາກພວກເຂົາໄດ້ປະຕິບັດຄຳສາບານຂອງຕົນ?

ລາວໄດ້ບອກພວກເຂົາວ່າພວກເຂົາຈະບໍ່ນະມັດສະການ ພຣະຢາເວອີກຕໍ່ໄປ, ແຕ່ພວກເຂົາທັງຫມົດຈະຕາຍດ້ວຍດາບ ແລະ ຄວາມອຶດອາຫານ.

ຈະເກີດຫຍັງຂຶ້ນກັບຄົນທີ່ບໍ່ຕາຍດ້ວຍດາບ?

ພວກເຂົາຈະກັບຈາກປະເທດເອຢິບກັບຢູດາ.

Jeremiah 44:29

ປະຊາຊົນຈະເຂົ້າໃຈຫຍັງເມື່ອໂຮຟະຣາຕາຍ?

ພວກເຂົາຈະເຂົ້າໃຈວ່າພຣະຢາເວຈະເຮັດກັບພວກເຂົາທຸກຢ່າງທີ່ພຣະອົງເວົ້າວ່າພຣະອົງຈະເຮັດ.

ພຣະຢາເວເວົ້າວ່າລາວຈະເຮັດຫຍັງກັບຟາຣາໂອໂຮຟະຣາ?

ພຣະອົງກ່າວວ່າຈະມອບໃຫ້ກະສັດຟາຣາໂອໂຮຟະຣາໃຫ້ແກ່ສັດຕູຂອງທ່ານ.

Jeremiah 45

Jeremiah 45:1

ເປັນຫຍັງພຣະຢາເວຈຶ່ງມອບໃຫ້ເຢເຣມີຢາໄດ້ປະກາດພຣະທັມບອກແກ່ບາຣຸກ?

ພຣະອົງເຮັດໄດ້ໃຫ້ເພາະວ່າບາຣຸກ ກຳລັງເວົ້າວ່າພຣະຢາເວເຮັດໃຫ້ລາວເສຍໃຈ.

Jeremiah 45:4

ພຣະຢາເວວາງແຜນທີ່ຈະເຮັດຫຍັງກັບປະເທດຂອງ ບາຣຸກ?

ພຣະອົງວາງແຜນທີ່ຈະທຳລາຍມັນ.

ບາຣຸກບໍ່ຄວນປາຖະຫນາຫຍັງ?

ລາວບໍ່ຄວນປາດຖະຫນາໃຫ້ຜູ້ຄົນໃຫ້ກຽດລາວໃນແບບພິເສດ.

ພຣະຢາເວສັນຍາວ່າຈະເຮັດຫຍັງສຳລັບບາຣຸກ?

ພຣະຢາເວສັນຍາວ່າຈະປົກປ້ອງ ບາຣຸກທຸກບ່ອນທີ່ລາວໄປ.

Jeremiah 46

Jeremiah 46:1

ພຣະຢາເວສັ່ງໃຫ້ກອງທັບເອຢີບເຮັດຫຍັງ?

ພຣະອົງບອກພວກເຂົາໃຫ້ກຽມໂລ່, ມ້າ, ຫອກ, ແລະເສື້ອເກາະ ແລະກຽມພ້ອມສູ້ຮົບ.

ກະສັດສອງຄົນທີ່ກຳລັງຈະສູ້ສົງຄາມແມ່ນໃຜ?

ກະສັດເນບູກາດເນັດຊາຂອງບາບີໂລນ ແລະ ກະສັດເນໂກ້ຄົນຂອງເອຢີບກຳລັງຈະສູ້ຮົບ.

Jeremiah 46:5

ພຣະຢາເວເຫັນກອງທັບເອຢີບເຮັດຫຍັງ?

ພຣະອົງເຫັນທະຫານເອຢີບແລ່ນຫນີເພື່ອຊອກຫາບ່ອນລົບໄພລົ້ມລົງໃນແດນເຫນືອຂ້າງແມ່ນ້ຳເອຟຣາດ.

Jeremiah 46:7

ພຣະຢາເວປຽບທຽບກອງທັບເອຢີບກັບຫຍັງ?

ກອງທັບປຽບເຫມືອນແມ່ນໍ້າໄຫລຖ້ວມ ແລະ ທຳລາຍເມືອງແລະ ຜູ້ຢູ່ອາໃສ.

Jeremiah 46:10

ພຣະຢາເວພຣະອົງຈະຊົງແກ້ແຄ້ນແນວໃດ?

ພຣະອົງຈະໄດ້ທຳການແກ້ແຄ້ນໃນເວລາທີ່ດາບຈະກືນກິນ ແລະພໍໃຈ. ສິ່ງນັ້ນຈະເປັນຄືກັບການຖວາຍເຄື່ອງບູຊາແກ່ ພຣະຢາເວ.

Jeremiah 46:11

ພຣະຢາເວສັ່ງໃຫ້ເອຢີບເຮັດຫຍັງ?

ພວກເຂົາຈົ່ງຂຶ້ນໄປທີ່ກິເລອາດ ແລະໄປເອົາຫວ້ານຢາ, ແຕ່ມັນຈະບໍ່ມີການຮັກສາໃດໆສຳລັບພວກເຂົາ.

Jeremiah 46:13

ພຣະຢາເວສັ່ງໃຫ້ປະຊາຊົນຂອງເມືອງມິກໂດນ ແລະ ເມັມຟິດໃຫ້ເຮັດຫຍັງ?

ພຣະອົງບອກພວກເຂົາໃຫ້ໄປທີ່ຕະປັນ-ເຂດ ແລະ ຕໍ່ສູ້ຢູ່ທີ່ນັ້ນ.

Jeremiah 46:15

ມີຫຍັງເກີດຂື້ນກັບພະເຈົ້າຂອງຊາວເອຢີບ?

ອາປິດເທບພະເຈົ້າງົວໄດ້ແລ່ນຫນີໄປ ແລະ ພຣະຢາເວໄດ້ຢູ້ລາວລົ້ມລົງ.

ພວກທະຫານຕ້ອງການເຮັດຫຍັງ?

ພວກເຂົາຕ້ອງການກັບໄປເຮືອນຂອງພວກເຂົາ.

Jeremiah 46:18

ພຣະຢາເວກ່າວວ່າປະເທດເອຢິບ ຈຳເປັນຕ້ອງກຽມຕົວເຮັດຫຍັງແດ່?

ທ່ານກ່າວວ່າເອຢີບຈຳເປັນຕ້ອງກຽມຕົວເພື່ອເປັນຊະເລີຍ.

Jeremiah 46:20

ຜູ້ຂຽນເວົ້າວ່າເອຢີບເປັນເຫມືອນສັດຫຍັງກ່ອນການສູ້ຮົບ?

ປະເທດເອຢິບເປັນງົວຫນຸ່ມທີ່ສວຍງາມ, ແລະພວກທະຫານຮັບຈ້າງແມ່ນຄ້າຍຄືງົວທີ່ແຂງ.

ຜູ້ຂຽນເວົ້າວ່າເອຢີບເປັນເຫມືອນສັດຫຍັງຫລັງຈາກການສູ້ຮົບ?

ພຣະອົງກ່າວວ່າເອຢີບເປັນຄືກັບຄືງູ.

Jeremiah 46:23

ໃຜຈະຂ້າທະຫານຂອງເອຢີບ?

ປະຊາຊົນຈາກທາງທີດເຫນືອຈະຕັດພວກເຂົາລົງ.

Jeremiah 46:25

ພຣະຢາເວຈະມອບປະເທດເອຢິບໃຫ້ແກ່ໃຜ?

ລາວຈະມອບປະເທດເອຢິບໃຫ້ແກ່ເນບູກາດເນັດຊາ.

Jeremiah 46:27

ພຣະຢາເວເວົ້າວ່າລາວຈະເຮັດຫຍັງສຳລັບຊົນອິດສະຣາເອນຂອງພຣະອົງ?

ພຣະອົງຈະນຳພວກເຂົາອອກໄປຈາກການເປັນຊະເລີຍ, ກັບຄືນມາແຜ່ນດິນຂອງພວກເຂົາບ່ອນທີ່ພວກເຂົາຈະພົບຄວາມສະຫງົບສຸກ ແລະ ປອດໄພ, ນຳຄວາມພິນາດໄປສູ່ປະເທດທີ່ພວກເຂົາຖືກກະຈັດກະຈາຍ, ສັ່ງສອນພວກເຂົາຢ່າງທ່ຽງທຳ, ແຕ່ບໍ່ທຳລາຍພວກເຂົາຈົນຫມົດສິ້ນ.

Jeremiah 47

Jeremiah 47:1

ພຣະຢາເວກ່າວວ່າຈະມີຫຍັງເກີດຂື້ນກັບປະຊາຊົນຂອງຟີລິດສະຕີນ?

ພວກເຂົາຈະຖືກໂຈມຕີຈາກທນດເຫນືອ ແລະ ພວກເຂົາທຸກຄົນຈະທຸກໂສກ (ຮ້ອງໄຫ້).

Jeremiah 47:3

ປະຊາຊົນຟີລິດສະຕີນຈະຮູ້ໄດ້ແນວໃດວ່າສັດຕູກຳລັງຈະທຳ ລາຍພວກເຂົາ?

ພວກເຂົາຈະໄດ້ຍິນສຽງກີບຂອງມ້າ ແລະ ສຽງຮ້ອງຂອງລົດຮົບ. ຜູ້ຊາຍຈະແລ່ນຫນີ, ພວກເຂົາຈະບໍ່ຢຸດຊ່ວຍເຫລືອລູກຂອງພວກເຂົາ, ແລະພວກເຂົາຈະອ່ອນແອ ແລະ ສິ້ນຫວັງ.

Jeremiah 47:5

ປະຊາຊົນຂອງຟີລິດສະຕີນໄດ້ຖາມພຣະຢາເວໃຫ້ເຮັດຫຍັງ?

ພວກເຂົາຂໍໃຫ້ພຣະອົງຢຸດການຂ້າພວກເຂົາ.

ເປັນຫຍັງພຣະຢາເວຈະບໍ່ຢຸດການຂ້າ?

ເພາະວ່າພຣະອົງຕັ້ງໃຈຈະບຸກໂຈມຕີທຸກຄົນທີ່ອາໄສຢູ່ໂຈມຕີເມືອງອາຊະກາໂລນ ແລະ ໂຈມຕີແຜ່ນດິນແຄມທະເລ.

Jeremiah 48

Jeremiah 48:1

ແມ່ນຫຍັງທີ່ພຣະຢາເວເວົ້າກ່ຽວກັບໂມອາບ?

ເມືອງນີ້ຈະຖືກຖິ້ມເປັນເມືອງຮ້າງ, ບໍ່ມີໃຜຈະໃຫ້ກຽດໂມອາບ, ແລະ ສັດຕູຂອງພວກເຂົາຈະພະຍາຍາມທຳລາຍນາງໃນຖານະເປັນປະເທດຊາດ.

Jeremiah 48:3

ເປັນຫຍັງຜູ້ຄົນຈຶ່ງສຽງຮ້ອງ, ການທຸກໂສກ ແລະການຮ້ອງໄຫ້?

ພວກເຂົາກຳລັງເຮັດສິ່ງເຫລົ່ານີ້ເພາະວ່າໂມອາບຖືກທຳລາຍແລ້ວ.

Jeremiah 48:6

ເປັນຫຍັງພະເຄມົດ ແລະ ປະໂລຫິດ ແລະ ຜູ້ນຳຂອງລາວຈະຖືກນຳໄປເປັນຊະເລີຍ?

ພວກເຂົາວາງໃຈໃນການປະຕິບັດ ແລະ ຄວາມຮັ່ງມີຂອງພວກເຂົາ.

Jeremiah 48:8

ພຣະຢາເວກ່າວວ່າຈະເກີດຫຍັງຂຶ້ນກັບບັນດາເມືອງຕ່າງໆໃນໂມອາບ?

ພວກເຂົາທັງຫມົດຈະຖືກທຳລາຍ, ບໍ່ມີໃຜຄົນໃດຈະລອດພົ້ນໄດ້.

ຈະເກີດຫຍັງຂຶ້ນກັບຕົວເມືອງຂອງພວກເຂົາ?

ພວກມັນຈະກາຍເປັນທີ່ຮົກຮ້າງ, ບໍ່ມີຄົນອາໄສຢູ່.

ພຣະຢາເວຈະເຮັດຫຍັງຕໍ່ຜູ້ທີ່ຈະບໍ່ຂ້າຊາວໂມອາບສຳລັບພຣະອົງ?

ພຣະຢາເວຈະສາບແຊ່ງລາວ.

Jeremiah 48:11

ພຣະຢາເວກ່າວວ່າຈະເກີດຫຍັງຂຶ້ນກັບຊາວໂມອາບ?

ພຣະອົງກ່າວວ່າຈະສົ່ງສັດຕູມາໂຈມຕີພວກເຂົາ ແລະ ກຳຈັດພວກເຂົາອອກໄປ.

Jeremiah 48:15

ພຣະຢາເວກ່າວວ່າຈະເກີດຫຍັງຂຶ້ນກັບປະເທດໂມອາບ?

ມັນຈະຖືກທຳລາຍໃນໄວໆນີ້.

ຄົນທີ່ອາໄສຢູ່ໃກ້ກັບໂມອາບຄວນຈະເຮັດຫຍັງຫລັງຈາກໂມອາບຖືກທຳລາຍ?

ພວກເຂົາຄວນຮ້ອງໄຫ້ເພື່ອໂມອາບເພາະວ່າອຳນາດຂອງພວກເຂົາໄດ້ຖືກທຳລາຍແລ້ວ.

Jeremiah 48:18

ປະຊາຊົນໃນເມືອງດີໂບນ ແລະ ອາໂຣເອຄວນຈະເຮັດແນວໃດແທນທີ່ຈະອວດອ້າງ?

ພວກເຂົາຄວນສັງເກດເຫັນວ່າພວກເຂົາກຳລັງຖືກໂຈມຕີແລະ ເອົາໃຈໃສ່ຜູ້ທີ່ກຳລັງຫລົບຫນີ. ພວກເຂົາຄວນຈະຮ້ອງໄຫ້, ທຸກໂສກ ແລະຮ້ອງຂໍຄວາມຊ່ວຍເຫລືອ ເພາະວ່າໂມອາບໄດ້ຖືກທຳລາຍ.

Jeremiah 48:21

ມີການລົງໂທດຫຍັງຕໍ່ທຸກໆເມືອງໃນແຜ່ນດິນໂມອາບ?

ພຣະຢາເວໄດ້ລົງໂທດຫລາຍເມືອງ. ເຂົາຂອງໂມອາບຖືກຕັດອອກແລ້ວ ແລະແຂນຂອງມັນກໍຫັກ.

Jeremiah 48:26

ຊາວໂມອາບຄິດວ່າພວກເຂົາມີອຳນາດຕໍ່ຕ້ານພຣະຢາເວ, ແຕ່ພຣະຢາເວຈະເຮັດແນວໃດກັບພວກເຂົາ?

ພຣະຢາເວຈະຕັດສິນໂມອາບ ແລະ ສັດຕູຂອງພວກເຂົາຈະຫົວຂວັນພວກເຂົາ.

Jeremiah 48:28

ຊາວເມືອງຄວນເຮັດຫຍັງເພາະຄວາມພາກພູມໃຈຂອງພວກເຂົາ?

ພວກເຂົາຄວນປະຖິ້ມເມືອງ ແລະຕັ້ງຄ້າຍຢູ່ເທິງຫນ້າຜາໃນລືບຫີນ.

Jeremiah 48:30

ເປັນຫຍັງພຣະຢາເວຈຶ່ງຮ້ອງໄຫ້, ຮ້ອງໄຫ້ດ້ວຍຄວາມໂສກເສົ້າ, ແລະຮ້ອງໄຫ້ຜູ້ຄົນໃນໂມອາບ?

ພຣະຢາເວຮ້ອງໄຫ້ ເພາະວ່າພຣະອົງຮູ້ວ່າຄຳເວົ້າທີ່ໂຫດຮ້າຍຂອງໂມອາບບໍ່ມີຫຍັງເລີຍ.

Jeremiah 48:33

ພຣະຢາເວໄດ້ເຮັດຫຍັງກັບໂມອາບ?

ພຣະອົງໄດ້ຍົກເລີກການສະຫລອງຂອງພວກເຂົາ ແລະຄວາມປິຕິຍິນດີຂອງພວກເຂົາ.

Jeremiah 48:34

ພຣະຢາເວກ່າວວ່າລາວຈະເຮັດຫຍັງຕໍ່ປະຊາຊົນໂມອາບ ຜູ້ທີ່ຖວາຍເຄື່ອງບູຊາ ແລະ ເຜົາເຄື່ອງບູຊາແກ່ພະຂອງເຂົາ?

ພຣະອົງຈະກຳຈັດຄົນເຫລົ່ານັ້ນ.

Jeremiah 48:36

ປະຊາຊົນເມືອງກີເຣຮາເຣເສັດສະແດງຄວາມໂສກເສົ້າແນວໃດ ເພາະວ່າຄວາມຮັ່ງມີຂອງພວກເຂົາຫມົດໄປ?

ພວກເຂົາເອົາມືກຸມຫົວ ແລະທຸກຫົວຈະຖືກແຖ ແລະ ທຸກເຄົາຈະຖືກໂກນອອກ. ມີຮອຍປາດແຜຢູ່ເທິງມື, ແລະຈະມີຜ້າກະສອບຢູ່ບັ້ນແອວ..

Jeremiah 48:38

ເປັນຫຍັງມີຄວາມທຸກໂສກຢູ່ທົ່ວທຸກບ່ອນເທິງຫລັງຄາ ແລະ ຕາມຖະຫນົນຫົນທາງ?

ເພາະວ່າພຣະເຢເວໄດ້ທຳລາຍໂມອາບ ຄືກັບວ່າປະຊາຊົນທຳລາຍຫມໍ້ທີ່ບໍ່ມີໃຜຕ້ອງການ.

Jeremiah 48:40

ການຈັບເມືອງເກຣີໂຢດໄດ້ຖືກຈັບໄປເປັນຊະເລີຍຈະເປັນຄ້າຍຄືກັບຫຍັງ?

ມັນຈະເກີດຂື້ນຢ່າງໄວວາ, ຄືກັບສັດຕູຈະບິນເຈີດລົງມາເຫມືອນນົກອິນຊີີ, ກາງປີກອອກ. ສັດຕູຈະຍຶດເອົາຖານທີ່ຫມັ້ນ, ແລະ ພວກທະຫານຈະຢ້ານກົວ.

Jeremiah 48:42

ພຣະຢາເວຈະທຳລາຍໂມອາບແນວໃດ?

ພຣະຢາເວຈະເຮັດໃຫ້ປະຊາຊົນຢ້ານກົວ ແລະ ຕົກເຂົ້າໄປໃນຂຸມ ແລະ ກັບດັກ.

Jeremiah 48:45

ເປັນຫຍັງປະຊາຊົນຈະຫນີໄປຈົນເຖິງເມືອງເຮັດຊະໂບນ?

ເພາະວ່າໄຟຈະອອກມາຈາກເຮັດຊະໂບນ ແປວໄຟຈະອອກມາຈາກທ່າມກາງສີໂຮນ ມັນຈະທຳລາຍດິນແດນຂອງໂມອາບທີ່ອວດອ້າງ.

Jeremiah 48:46

ເຢເຣມີຢາເວົ້າວ່າຈະເກີດຫຍັງຂຶ້ນກັບຊາວໂມອາບ?

ຊາວໂມອາບຈະຖືກທຳລາຍ ແລະ ພວກລູກຊາຍ ແລະ ລູກສາວຂອງພວກເຂົາຈະຖືກຈັບໄປເປັນຊະເລີຍ ແລະ ຖືກນຳໄປປະເທດອື່ນ, ແຕ່ມື້ຫນຶ່ງພຣະຢາເວຈະອະນຸຍາດໃຫ້ພວກເຂົາກັບມາດິນແດນຂອງພວກເຂົາອີກ.

Jeremiah 49

Jeremiah 49:1

ເປັນຫຍັງໂມເຫລັກຈຶ່ງບໍ່ຄວນຄອບຄອງແຜ່ນດິນຄາດເປັນມໍລະດົກ?

ໂມເຫລັກບໍ່ຄວນຄອບຄອງຄາດເພາະວ່າມັນເປັນຂອງຊາວອິດສະຣາເອນ.

ຈະມີຫຍັງເກີດຂື້ນກັບນະຄອນຣັບບາ?

ມັນຈະກາຍເປັນກອງຊາກເມືອງທີ່ຮົກຮ້າງ.

Jeremiah 49:3

ຈະມີຫຍັງເກີດຂື້ນກັບໂມເຫລັກ?

ເມືອງຕ່າງໆຈະຖືກທຳລາຍ ແລະ ປະຊາຊົນຈະຕົກໄປສູ່ການເປັນຊະເລີຍ.

ລູກສາວທີ່ບໍ່ສັດຊື່ເຊື່ອວາງໃຈໃນສິ່ງໃດ?

ນາງໄວ້ວາງໃຈໃນຄວາມຮັ່ງມີຂອງນາງ.

Jeremiah 49:5

ເປັນຫຍັງປະຊາຊົນຈຶ່ງຢ້ານກົວ?

ພວກເຂົາຢ້ານກົວເພາະວ່າພວກເຂົາທຸກຄົນຈະຖືກບັງຄັບໂດຍສັດຕູ ທີ່ຢູ່ອ້ອມຮອບ, ພວກເຂົາກະແຈກກະຈາຍໄປສູ່ປະເທດອື່ນ.

ພຣະຢາເວຈະເຮັດຫຍັງສຳລັບຊາວອຳໂມນໃນອະນາຄົດ?

ພຣະຢາເວຈະໃຫ້ຄົນອຳໂມນກັບສູ່ສະພາບເດີມ.

Jeremiah 49:7

ມີຫຍັງເກີດຂື້ນກັບຄົນສະຕິປັນຍາຂອງເອໂດມ?

ຄົນສະຕິປັນຍາຂອງເອໂດມໄດ້ຫາຍສູນໄປ.

ປະຊາຊົນເອໂດມຄວນເຮັດຫຍັງໃນເມື່ອຄົນສະຕິປັນຍາຂອງພວກເຂົາຫາຍໄປ?

ພວກເຂົາຄວນຫນີ ແລະ ອາໄສຢູ່ໃນຖໍ້າເລິກໃນພື້ນດິນ.

ແມ່ນຫຍັງທີ່ພຣະຢາເວຈະເຮັດແກ່ເອຊາວ?

ລາວກຳລັງຈະນຳເອົາໄພພິບັດມາສູ່ເອຊາວ.

Jeremiah 49:9

ພຣະຢາເວເວົ້າຫຍັງກ່ຽວກັບເດັກກຳພ້າ ແລະ ແມ່ຫມ້າຍໃນເອໂດມ?

ພຣະອົງບອກວ່າລາວຈະເບິ່ງແຍງເດັກກຳພ້າ ແລະ ແມ່ຫມ້າຍ.

Jeremiah 49:12

ເປັນຫຍັງຊາວເອໂດມຈຶ່ງຄວນຮູ້ວ່າພຣະຢາເວຈະລົງໂທດພວກເຂົາ?

ພວກເຂົາໄດ້ເຫັນວ່າແມ່ນແຕ່ຜູ້ທີ່ພຣະຢາເວບໍ່ໄດ້ລົງໂທດກໍ່ໄດ້ຮັບຄວາມເດືອດຮ້ອນ.

ສິ່ງທີ່ພຣະຢາເວກ່າວວ່າພຮະອົງຈະເຮັດຕໍ່ໂບຊະຣາແມ່ນຫຍັງ?

ພຣະອົງຈະທຳລາຍມັນ.

Jeremiah 49:14

ຜູ້ສົ່ງຂ່າວຄົນຫນຶ່ງຂອງພຣະຢາເວຈະຖືກສົ່ງໄປທ່າມກາງບັນດາປະຊາຊາດເພື່ອບອກຂ່າວຫຍັງ?

ຜູ້ສົ່ງຂ່າວໄດ້ອອກໄປຫາປະເທດຕ່າງໆ ເພື່ອບອກພວກເຂົາໃຫ້ກຽມພ້ອມສູ້ຮົບ ແລະ ໂຈມຕີເອໂດມ.

ແມ່ນຫຍັງພຣະຢາເວເວົ້າກັບປະຊາຊົນຂອງເອໂດມ?

ພຣະອົງກ່າວວ່າໄດ້ເຮັດໃຫ້ປະເທດຊາດຂອງເຂົາເຈົ້າເປັນເຜົ່ານ້ອຍ ເມື່ອທຽບໃສ່ກັບປະເທດອື່ນໆ ແລະ ວ່າປະຊາຊົນຈະດູຖູກພວກເຂົາ.

Jeremiah 49:16

ເນື່ອງຈາກວ່າຊາວເອໂດມໄດ້ຫລອກລວງຕົນເອງ ແລະ ຄິດວ່າພວກເຂົາມີຄວາມປອດໄພອາໄສຢູ່ໃນຖ້ຳຫີນ, ພຣະຢາເວຈະເຮັດແນວໃດກັບພວກເຂົາ?

ພຣະອົງຈະເຮັດໃຫ້ພວກເຂົາລົ້ມລົງ.

Jeremiah 49:17

ແມ່ນຫຍັງທີ່ພຣະຢາເວປຽບທຽບຄວາມຫນ້າຢ້ານຂອງເອໂດມ?

ພຣະອົງປຽບທຽບມັນກັບເມືອງໂຊໂດມ ແລະເມືອງໂກໂມຣາ ແລະຫົວເມືອງໃກ້ຄຽງຂອງເຫລົ່ານັ້ນ, ບ່ອນທີ່ບໍ່ມີໃຜພັກອາໄສຢູ່.

Jeremiah 49:19

ພຣະຢາເວຈະເຮັດແນວໃດຕໍ່ຊາວເອໂດມ ຫລັງຈາກທີ່ລາວເອົາພວກເຂົາມາຈາກແຜ່ນດິນຂອງພວກເຂົາ?

ລາວຈະເລືອກຜູ້ໃດຜູ້ຫນຶ່ງໃຫ້ໃຫ້ເບິ່ງແຍງເມືອງນັ້ນ.

Jeremiah 49:20

ສິ່ງທີ່ແຜນການຂອງພຣະຢາເວມີຕໍ່ເມືອງເອໂດມ?

ພຣະອົງມີແຜນທີ່ຈະກອບກູ້ເອົາຊາວເມືອງເຕມານອອກໄປ ແລະ ປ່ຽນເຂດທົ່ງຫຍ້າລ້ຽງສັດຂອງພວກເຂົາປ່ຽນເປັນສະຖານທີ່ເພພັງ.

Jeremiah 49:21

ມັນຈະເປັນແນວໃດເມື່ອເອໂດມຖືກທຳລາຍ?

ແຜ່ນດິນໂລກຈະສັ່ນສະເທືອນ, ແລະຜູ້ຄົນທີ່ຢູ່ຫ່າງໄກໄດ້ຍິນສຽງຮ້ອງອງຄວາມທຸກໂສກຈາກອີກຝາກຫນຶ່ງຂອງທະເລແດງ. ແມ່ນແຕ່ນັກຮົບທີ່ແຂງແຮງທີ່ສຸດກໍ່ຈະຢ້ານກົວ.

Jeremiah 49:23

ພຣະຢາເວກ່າວວ່າຈະມີຫຍັງເກີດຂື້ນກັບປະຊາຊົນເມືອງດາມາເຊ?

ພວກເຂົາຈະມີຄວາມລະອາຍ ແລະ ອ່ອນແອ. ພວກເຂົາຈະຖອຍຫລັງ ແລະ ຫນີໄປດ້ວຍຄວາມວຸ້ນວາຍ.

Jeremiah 49:26

ຈະມີຫຍັງເກີດຂື້ນເມື່ອພຣະຢາເວກໍ່ໄຟໃສ່ກຳແພງເມືອງດາມາເຊ?

ໄຟນັ້ນຈະເຜົາຜານກຳແພງເມືອງເບັນຮາດັດເສຍ, ແລະບັນດາທີ່ກຳບັງອັນເຂັ້ມແຂງ, ພວກນັກຮົບທຸກຄົນຈະຕາຍ.

Jeremiah 49:28

ພຣະຢາເວບອກເນບູກາດເນັດຊາໃຫ້ເຮັດຫຍັງຄົນເກດາ?

ພຣະອົງບອກໃຫ້ເນບູກາດເນັດຊາໂຈມຕີປະຊາຊົນ ທຳລາຍພວກເຂົາ ແລະ ຢຶດເອົາຊັບສົມບັດຂອງພວກເຂົາ.

Jeremiah 49:30

ເປັນຫຍັງເຫດການນີ້ຈຶ່ງເປັນການໂຈມຕີແບບງ່າຍດາຍຕໍ່ເນບູກາດເນັດຊາ?

ມັນຈະເປັນເລື່ອງງ່າຍດາຍສຳລັບລາວເພາະວ່າປະຊາຊົນບໍ່ມີປະຕູເມືອງ ແລະບໍ່ມີດານປະຕູໃດໆໃນເມືອງເຫລົ່ານັ້ນ, ແລະພວກເຂົາອາໄສຢູ່ດ້ວຍຕົວເອງ.

ປະຊາຊົນເຄດາຈະອາໃສຢູ່ໃສພາຍຫລັງເນບູກາດເນັດຊາໂຈມຕີພວກເຂົາ?

ພວກເຂົາຈະອາໄສຢູ່ໃນຂຸມໃນພື້ນດິນ.

Jeremiah 49:32

ພຣະຢາເວຈະເຮັດຫຍັງແກ່ປະຊາຊົນໃນເມືອງຮາໂຣເມື່ອ ເນບູກາດເນັດຊາເອົາອູດ ແລະ ຊັບສິນຂອງພວກເຂົາໄປເປັນຂອງຍຶດເອົາຈາກສົງຄາມ?

ພຣະອົງຈະກະຈັດກະຈາຍພວກເຂົາ ແລະ ໄພພິບັດຈະມາສູ່ພວກເຂົາ.

ໃຜຈະອາໄສຢູ່ໃນເມືອງຫລັງຈາກເນບູກາດເນັດຊາໂຈມຕີມັນ?

ມີພຽງແຕ່ຫມາປ່າເທົ່ານັ້ນທີ່ຈະອາໄສຢູ່ໃນນັ້ນ.

Jeremiah 49:34

ເມື່ອໃດເຢເລມີຢາໄດ້ຮັບທຳນວາຍກ່ຽວກັບເມືອງເອລາມ?

ລາວໄດ້ຮັບມັນໃນຕອນຕົ້ນລາຊະການເຊເດກີຢາກະສັດແຫ່ງຢູດາ.

ເມື່ອພຣະຢາເວທໍາລາຍທະນູຂອງເອລາມ, ປະຊາຊົນຈະໄປໃສ?

ຜູ້ຄົນຈະກະຈາຍໄປທຸກພາກສ່ວນຂອງແຜ່ນດິນໂລກ.

Jeremiah 49:37

ພຣະຢາເວກຳລັງຈະເຮັດຫຍັງເພາະວ່າລາວໃຈຮ້າຍໃຫ້ແກ່ຊາວເອລາມ?

ພຣະຢາເວກຳລັງຈະຊ່ວຍໃຫ້ສັດຕູຂອງພວກເຂົາຕີພວກເຂົາ ແລະ ນຳເອົາໄພພິບັດມາສູ່ພວກເຂົາ, ຂ້າພວກເຂົາ, ແລະ ກຳ ຈັດພວກມັນໃຫ້ຫມົດສິ້ນ.

ມື້ໃດພຣະຢາເວຈະເຮັດແນວໃດສຳລັບຜູ້ຄົນຂອງເມືອງເອລາມ?

ພຣະອົງຈະອະນຸຍາດໃຫ້ພວກເຂົາກັບໄປທີ່ດິນຂອງພວກເຂົາ.

Jeremiah 50

Jeremiah 50:1

ຈະເກີດຫຍັງຂຶ້ນກັບບາບີໂລນ?

ບາບີໂລນຖືກຈັບໄປ. ພະເບນກໍໄດ້ອັບອາຍ. ພະເມໂຣດັກກໍຖືກເຮັດໃຫ້ອັບອາຍ.

Jeremiah 50:3

ຜູ້ໃດຈະຕໍ່ຕ້ານບາບີໂລນ?

ຊົນຊາດຈາກພາກເຫນືອ.

ຊາວອິດສະລາເອນຈະເຮັດຫຍັງເມື່ອບາບີໂລນຖືກໂຈມຕີ?

ປະຊາຊົນຈະມາພ້ອມກັນຮ້ອງໄຫ້ ແລະ ສະແຫວງຫາ ພຣະຢາເວ. ພວກເຂົາຈະຕັ້ງໄປສູ່ສີໂອນ ເພື່ອຕິດສະນິດກັບພຣະຢາເວໂດຍເຮັດຄຳຫມັ້ນສັນຍາຕະຫລອດໄປເປັນນິດ.

Jeremiah 50:6

ເປັນຫຍັງພຣະຢາເວພັນລະນາເຖິງປະຊາຊົນຂອງພຣະອົງວ່າເປັນຝູງແກະທີ່ຫລົງຫາຍ?

ພຣະອົງພັນລະນາພວກເຂົາວ່າເປັນຝູງແກະທີ່ຫລົງຫາຍເພາະວ່າ ຜູ້ລ້ຽງແກະຂອງພວກເຂົາເຮັດໃຫ້ພວກເຂົາຫລົງທາງ ແລະ ພວກເຂົາລືມບ້ານເກີດເມືອງນອນຂອງພວກເຂົາ.

ພວກສັດຕູຂອງພວກເຂົາເວົ້າຫຍັງກ່ຽວກັບວ່າເປັນຫຍັງພວກເຂົາໄດ້ພົບການລ້າງຜານຈາກພຣະຢາເວ?

ພວກສັດຕູຂອງພວກເຂົາໄດ້ກ່າວວ່າ, ‘ພວກເຮົາບໍ່ມີຄວາມຜິດ, ເພາະພວກເຂົາທັງຫລາຍໄດ້ເຮັດບາບຕໍ່ພຣະຢາເວ.

Jeremiah 50:8

ເປັນຫຍັງຊົນອິດສະຣາເອນຕ້ອງອອກຈາກບາບີໂລນກ່ອນເມືອງບາບີໂລນຖືກຍຶດ?

ພວກເຂົາຕ້ອງອອກໄປເພາະວ່າຊົນຊາດທີ່ຍິ່ງໃຫຍ່ຈາກພາກ ເຫນືອກຳລັງມາຍຶດເອົາບາບີໂລນ.

Jeremiah 50:11

ສິ່ງທີ່ຈະເກີດຂື້ນກັບບາບີໂລນເພາະວ່າພວກເຂົາເອົາມໍລະດົກຂອງພຣະຢາເວເປັນສິ່ງທີ່ປຸ້ນ?

ບາບີໂລນຈະເປັນປະເທດນ້ອຍທີ່ສຸດ, ເປັນຖິ່ນແຫ້ງແລ້ງກັນດານທີ່ບໍ່ມີບ່ອນຄົນຢູ່ອາໄສ.

Jeremiah 50:14

ເພາະວ່າບາບີໂລນໄດ້ເຮັດບາບຕໍ່ພຣະຢາເວແມ່ນຫຍັງທີ່ຈະເກີດຂື້ນກັບນາງ?

ທຸກຄົນທີ່ໂກ່ງຄັນທະນູຈົ່ງຍິງນາງ, ບາບີໂລນຈະຄອບຄອງອຳນາດຂອງນາງ, ນາງຍອມພ່າຍແພ້ແລ້ວ, ຮາກຖານຂອງນາງລົ້ມລົງແລ້ວ, ກຳແພງຂອງນາງຖືກເພພັງແລ້ວ, ແລະຄົນອື່ນໆຈະເຮັດກັບນາງຄືກັນກັບທີ່ນາງໄດ້ເຮັດກັບປະເທດອື່ນໆ.

Jeremiah 50:16

ຄົນທີ່ມາຈາກປະເທດອື່ນຄວນເຮັດຫຍັງເມື່ອບາບີໂລນຖືກໂຈມຕີ?

ພວກເຂົາທຸກຄົນຄວນຈະຫນີກັບໄປປະເທດຂອງພວກເຂົາເອງ.

Jeremiah 50:17

ພຣະຢາເວກ່າວວ່າພຣະອົງຈະເຮັດຫຍັງຕໍ່ປະຊາຊາດອັດຊີເຣຍ ແລະ ບາບີໂລນ?

ພຣະອົງກ່າວວ່າຈະລົງໂທດກະສັດບາບີໂລນ ແລະ ປະຊາຊົນຂອງລາວເຫມືອນກັນກັບທີ່ລາວໄດ້ລົງໂທດກະສັດອັດຊີເຣຍ.

Jeremiah 50:19

ພຣະຢາເວຈະເຮັດຫຍັງສຳລັບປະຊາຊົນທີ່ເຫລືອຢູ່?

ພຣະຢາເວຈະເຮັດໃຫ້ອິດສະຣາເອນກັບຄືນສູ່ບ້ານເກີດເມືອງນອນຂອງຕົນ, ແລະພຣະອົງຈະໃຫ້ອະໄພບາບຂອງຜູ້ຄົນ.

Jeremiah 50:21

ພຣະຢາເວກະຕຸ້ນໃຫ້ສັດຕູຂອງເມືອງບາບີໂລນເຮັດຫຍັງ?

ພຣະຢາເວຕ້ອງການໃຫ້ພວກເຂົາສຽງສົງຄາມຢູ່ໃນແຜ່ນດິນ ແລະ ສຽງການທຳລາຍຢ່າງໃຫຍ່ຫລວງມາສູ່ບາບີໂລນ.

Jeremiah 50:23

ເປັນຫຍັງກອງທັບບາບີໂລນຈະຖືກຢຶດ?

ມັນຈະຖືກຢຶດເພາະວ່າມັນທ້າທາຍໂດຍພຣະຢາເວ.

Jeremiah 50:25

ແມ່ນຫຍັງຄືວຽກທີ່ພຣະຢາເວຕ້ອງເຮັດ?

ພຣະຢາເວຢຽດແຂນຂອງພຣະອົງ, ເອົາອາວຸດອອກ, ແລະກະຕຸ້ນໃຫ້ພວກສັດຕູໂຈມຕີບາບີໂລນ, ຊົງເປີດຄັງອາວຸດ ແລະ ເຮັດໃຫ້ເມືອງນັ້ນຖືກທຳລາຍ. ພວກເຂົາຈະບໍ່ປ່ອຍໃຫ້ນາງເຫລືອຢູ່.

Jeremiah 50:27

ພວກທີ່ລອດຊີວິດຈາກບາບີໂລນຈະເວົ້າກ່ຽວກັບຫຍັງ?

ພວກເຂົາຈະເວົ້າກ່ຽວກັບວິທີທີ່ພຣະຢາເວລົງໂທດບາບີໂລນໂດຍການຂ້າບັນດານັກຮົບ ເພື່ອຕອບແທນໃນສິ່ງທີ່ໄດ້ເຮັດຕໍ່ພຣະວິຫານຂອງພຣະອົງໃນສີໂອນ.

Jeremiah 50:29

ຈະມີຫຍັງເກີດຂື້ນເພາະວ່ານາງຈອງຫອງລອງດີກັບພຣະຢາເວ?

ບໍ່ມີໃຜຈະລອດພົ້ນຈາກການທຳລາຍທີ່ສັດຕູຂອງບາບີໂລນຈະນຳມາໂຈມຕີນາງ. ສັດຕູແມ່ນເພື່ອທຳລາຍຄົນທີ່ນາງສູ້ທັງຫມົດເພາະສິ່ງທີ່ນາງໄດ້ເຮັດຕໍ່ພຣະຢາເວ.

Jeremiah 50:31

ພຣະຢາເວປະກາດວ່າຈະມີຫຍັງເກີດຂື້ນກັບຜູ້ທີ່ຈອງຫອງ?

ພຣະອົງປະກາດວ່າພວກເຂົາຈະສະດຸດ ແລະ ລົ້ມລົງ.

Jeremiah 50:33

ຜູ້ໃດຊ່ວຍຊີວິດຊາວອິດສະຣາເອນທີ່ຖືກກົດຂີ່ຂົ່ມເຫັງ?

ພຣະຢາເວຈອມໂຍທາຊ່ວຍກອບກູ້ອິດສະຣາເອນ.

Jeremiah 50:35

ທະຫານສັດຕູຈະເຮັດຫຍັງຕໍ່ບາບີໂລນ?

ພວກເຂົາຈະໂຈມຕີຊາວເມືອງ, ເຈົ້ານາຍ, ກັບນັກປາດຂອງນາງ ແລະປະຊາຊົນທຸກຄົນ. ພວກເຂົາຈະໂຈມຕີຜູ້ປະກາດພຣະທຳປອມຂອງພວກເຂົາ, ນັກຮົບທີ່ເຂັ້ມແຂງທີ່ສຸດ, ແລະມ້າ ແລະ ລົດຮົບຂອງພວກເຂົາ.

Jeremiah 50:38

ບາບີໂລນຈະເປັນແນວໃດ?

ບາບີໂລນຈະກາຍເປັນເຫມືອນເມືອງໂຊໂດມ ແລະ ເມືອງໂກໂມຣາ.

Jeremiah 50:41

ກະສັດແຫ່ງບາບີໂລນໄດ້ຍິນຫຍັງກ່ຽວກັບຜູ້ຄົນຈາກທິດເຫນືອ?

ບັນດາກະສັດໄດ້ຍິນວ່າພວກເຂົາໂຫດຮ້າຍ ແລະ ບໍ່ມີຄວາມເມດຕາສົງສານ.

ກະສັດແຫ່ງບາບີໂລນຮູ້ສຶກແນວໃດຫລັງຈາກໄດ້ຍິນຂ່າວນີ້ຈາກເຢເຣມີຢາວ່າກອງທັບຈາກທາງເຫນືອກຳລັງມາໂຈມຕີເມືອງບາບີໂລນ?

ຫລັງຈາກໄດ້ຍິນຂ່າວແລ້ວພະອົງກໍອ່ອນລົງ ຄວາມທຸກໃຈຈັບ ຫົວໃຈລາວເຈັບປວດເຫມືອນຜູ້ຍິງກຳລັງເກີດລູກ.

Jeremiah 50:44

ພຣະຢາເວຈະເຮັດຫຍັງຕໍ່ບາບີໂລນ?

ລາວຈະໄລ່ປະຊາຊົນອອກຈາກບາບີໂລນ ແລະ ແຕ່ງຕັ້ງຜູ້ຫນຶ່ງໃຫ້ເປັນຜູ້ດູແລເມືອງນັ້ນ.

Jeremiah 50:45

ພຣະຢາເວວາງແຜນທີ່ຈະເຮັດຫຍັງກັບປະຊາຊົນບາບີໂລນ?

ພຣະຢາເວວາງແຜນທີ່ຈະທຳລາຍປະຊາຊົນຂອງບາບີໂລນຢ່າງສິ້ນເຊີງ.

Jeremiah 51

Jeremiah 51:1

ຄົນຕ່າງຊາດຈະເຮັດຫຍັງຕໍ່ບາບີໂລນ?

ພວກເຂົາຈະມາ ແລະທຳລາຍບາບີໂລນ.

Jeremiah 51:3

ການໂຈມຕີແບບໃດທີ່ຈະເກີດຂື້ນກັບກອງທັບຂອງບາບີໂລນ?

ການໂຈມຕີທີ່ແປກປະຫລາດຈະເກີດຂື້ນຢ່າງໄວວາດັ່ງນັ້ນພວກທະຫານຂອງບາບີໂລນຈະບໍ່ມີເວລາທີ່ຈະໃສ່ເສື້ອເກາະຂອງພວກເຂົາ. ຜູ້ໂຈມຕີຈະທຳລາຍກອງທັບ ແລະປະຊາຊົນ.

Jeremiah 51:5

ແມ່ນຫຍັງ ພຣະຢາເວ ຈຶ່ງ ເຕືອນປະຊາຊົນລາວຂອງ?

ພຣະຢາເວ ເຕືອນພວກເຂົາວ່າເຖິງແມ່ນວ່າປະຊາຊົນຂອງພຣະອົງໄດ້ເຮັດບາບ ພຣະອົງຍັງເປັນພຣະເຈົ້າຂອງພວກເຂົາແລະພຣະອົງບໍ່ໄດ້ປະຖິ້ມພວກເຂົາ.

ພຣະຢາເວສັ່ງໃຫ້ຊາວອິດສະຣາເອນເຮັດຫຍັງ?

ພຣະຢາເວສັ່ງປະຊາຊົນຂອງພຣະອົງໃຫ້ຫນີ, ສະນັ້ນພວກເຂົາຈະຫນີຈາກການລົງໂທດທີ່ກຳລັງຈະມາເຖິງບາບີໂລນ

Jeremiah 51:7

ພຣະຢາເວໃຊ້ບາບີໂລນເຮັດຫຍັງແກ່ປະຊາຊາດຕ່າງໆ?

ພຣະຢາເວ ທີ່ໄດ້ເຮັດໃຫ້ແຜ່ນດິນໂລກທັງຫມົດມຶນເມົາ

ຈະເກີດຫຍັງຂຶ້ນກັບບາບີໂລນ?

ມັນຈະລົ້ມລົງ ແລະຖືກທຳລາຍ.

Jeremiah 51:9

ຊາວອິດສາຣາເອນຈະເຮັດຫຍັງເພາະບາບີໂລນຈະບໍ່ໄດ້ຮັບການຮັກສາໃຫ້ຫາຍ?

ຊາວອິດສະຣາເອນຈະອອກໄປ ແລະ ໄປທີ່ດິນຂອງພວກເຂົາ ແລະ ບອກຄົນອື່ນໃນສີໂອນວ່າພຣະຢາເວໄດ້ໃຫ້ອະໄພບາບຂອງພວກເຂົາ.

Jeremiah 51:11

ຜູ້ໃດຈະເດີນທັບເຂົ້າໄປໃນເມືອງບາບີໂລນເພາະວ່າບາບີໂລນ ທຳລາຍພຣະວິຫານຂອງພຣະຢາເວໃນເມືອງເຢຣູຊາເລັມ?

ກອງທັບຂອງຄົນເມເດຍ ແລະ ຊາວເປເຊຍແມ່ນຈະທຳລາຍບາບີໂລນ.

Jeremiah 51:13

ພຣະຢາເວຊົງປະຕິຍານຈະເຮັດຫຍັງກັບຄົນຮັ່ງມີຂອງບາບີໂລນ?

ພຣະຢາເວຈະຮ້ອງຕໍ່ສູ້ກັບພວກເຂົາ. ຈຸດຈົບຂອງພວກເຂົາໄດ້ມາເຖິງແລ້ວ.

Jeremiah 51:15

ພຣະເຢເວໄດ້ເຮັດຫຍັງໂດຍອຳນາດ, ສະຕິປັນຍາ ແລະ ຄວາມເຂົ້າໃຈຂອງພຣະອົງ?

ພຣະອົງໄດ້ສ້າງແຜ່ນດິນໂລກ, ຊົງສະຖາປະນາ ແລະ ຊົງແຜ່ທ້ອງຟ້າອອກ.

ມີຫຍັງເກີດຂື້ນໃນເວລາທີ່ພຣະຢາເວຊົງເວົ້າ?

ພຣະອົງນຳຟ້າຮ້ອງ, ຟ້າຝົນ, ຟ້າຜ່າ, ແລະລົມມາສູ່ໂລກ.

Jeremiah 51:17

ການເຮັດຮູບເຄົາລົບບູຊາເຮັດໃຫ້ຄົນພໍໃຈບໍ?

ບໍ່, ຮູບເຄົາລົບບໍ່ສາມາດເຮັດຫຍັງໄດ້ສຳລັບພວກເຂົາ. ພວກມັນບໍ່ມີຄ່າ.

ພຣະເຈົ້າຂອງອິດສະຣາເອນແມ່ນໃຜ?

ພຣະອົງແມ່ນຜູ້ທີ່ສ້າງທຸກສິ່ງທຸກຢ່າງ. ພຣະອົງຊື່ວ່າພຣະຢາເວ.

Jeremiah 51:20

ແມ່ນຫຍັງທີ່ພຣະເຈົ້າໄດ້ກ່າວວ່າອິດສະຣາເອນ?

ພຣະເຈົ້າໄດ້ກ່າວວ່າອິດສະຣາເອນແມ່ນປຽບຄືຄ້ອນຕີຂອງພຣະອົງ, ເປັນອາວຸດຂອງພຣະອົງໃນການສູ້ຮົບ.

Jeremiah 51:24

ພຣະຢາເວເວົ້າແນວໃດຕໍ່ຜູ້ຄົນໃນບາບີໂລນ?

ພຣະຢາເວກ່າວວ່ພຣະອົງຈະຕອບແທນປະຊາຊົນສຳລັບທຸກໆສິ່ງທີ່ຊົ່ວຮ້າຍ ທີ່ພວກເຂົາໄດ້ເຮັດໃນເຢຣູຊາເລັມ.

Jeremiah 51:25

ພຣະຢາເວຈະເຮັດຫຍັງກັບບາບີໂລນເພາະວ່າພວກເຂົາໄດ້ປຸ້ນເອົາຜູ້ຄົນຈາກທົ່ວແຜ່ນດິນໂລກ?

ພຣະຢາເວຈະທຳລາຍເມືອງບາບີໂລນຢ່າງສິ້ນເຊີງ, ແລະຈະບໍ່ມີຜູ້ໃດອາໄສຢູ່ທີ່ນັ້ນອີກ.

Jeremiah 51:27

ແມ່ນຫຍັງເຢເຣມີຢາທີ່ຈະບອກປະເທດຕ່າງໆຂອງມີເດຍ ແລະ ເປີເຊຍ?

ປະເທດເຫລົ່ານີ້ແມ່ນເພື່ອຮຽກຮ້ອງກອງທັບຂອງພວກເຂົາ ແລະ ກຽມພ້ອມທີ່ຈະໂຈມຕີບາບີໂລນ.

Jeremiah 51:29

ແຜນການຂອງພຣະຢາເວຕໍ່ບາບີໂລນແມ່ນຫຍັງ?

ແຜນການຂອງພຣະຢາເວແມ່ນການເຮັດໃຫ້ແຜ່ນດິນຂອງບາບີໂລນເປັນບ່ອນທີ່ບໍ່ມີປະຊາຊົນອາໄສຢູ່.

Jeremiah 51:30

ນັກຮົບໃນບາບີໂລນຈະຕອບສະຫນອງແນວໃດຕໍ່ການສູ້ຮົບກັບພວກເຂົາ?

ນັກຮົບຈະຍັງຄົງສັບສົນຢູ່ທີ່ຖານທີ່ຫມັ້ນຂອງພວກເຂົາເພາະວ່າສະຖານທີ່ຫລົບຫນີຈະຖືກກີດຂວາງ, ແລະເມືອງຈະຖືກໄຟໄຫມ້.

Jeremiah 51:33

ພຣະຢາເວບອກວ່າບາບີໂລນເປັນຄ້າຍຄືກັບຫຍັງ?

ບາບີໂລນແມ່ນຄ້າຍຄືບາບີໂລນກໍເຫມືອນລານນວດເຂົ້າ.

Jeremiah 51:34

ປະຊາຊົນໃນນະຄອນເຢຣູຊາເລັມຕ້ອງການໃຫ້ພຣະຢາເວເຮັດຫຍັງເພື່ອປະຊາຊົນໃນເມືອງບາບີໂລນ?

ພວກເຂົາຢາກໃຫ້ພຣະຢາເວເຮັດໃຫ້ຊາວບາບີໂລນໄດ້ຮັບຄວາມເດືອດຮ້ອນ ຄືກັບທີ່ພວກເຂົາໄດ້ຮັບຄວາມເດືອດຮ້ອນພາຍໃຕ້ກະສັດເນບູກາດເນັດຊາ.

Jeremiah 51:36

ແມ່ນຫຍັງທີ່ເປັນການຕອບສະຫນຶງຕໍ່ກັບຊາວອິດສະຣາເອນ?

ພຣະອົງຈະຟ້ອງຮ້ອງຄະດີຂອງພວກເຂົາ ແລະ ຈະແກ້ແຄ້ນໃຫ້ບາບີໂລນ. ພຣະອົງຈະເຮັດໃຫ້ນໍ້າພຸຂອງນາງເຫືອດຫາຍ ແລະເຮັດໃຫ້ນາງເປັນບ່ອນຮົກເຮື້ອທີ່ບໍ່ມີໃຜອາໄສຢູ່.

Jeremiah 51:38

ແມ່ນຫຍັງພຣະຢາເວຈະເຮັດແນວໃດກັບປະຊາຊົນຂອງບາບີໂລນ?

ພຣະອົງກຳລັງຈະຕຽມງານລ້ຽງໃຫ້; ແລະເຮັດໃຫ້ພວກເຂົາມຶນເມົາ ເພື່ອພວກເຂົາຈະຍິນດີ, ແລະຈົນນອນຫລັບຢູ່ເປັນນິດ ແລະ ບໍ່ຕື່ນເລີຍ.

Jeremiah 51:41

ເມືອງບາບີໂລນຈະເປັນສະຖານທີ່ແບບໃດ?

ບາບີໂລນຈະກາຍເປັນສະຖານທີ່ທຳລາຍໃນທ່າມກາງບັນດາປະຊາຊາດທັງປວງ.

Jeremiah 51:43

ພຣະຢາເວຈະເຮັດຫຍັງຕໍ່ພະເບນ?

ພຣະຢາເວຈະລົງໂທດພະເບນ ແລະເຮັດໃຫ້ປະຊາຊົນຂອງບາບີໂລນຖີ້ມເຄື່ອງບູຊາທີ່ຖືກມອບໃຫ້ພະເບນ, ແລະ ກຳແພງແຫ່ງບາບີໂລນຈະລົ້ມລົງ.

Jeremiah 51:45

ພຣະຢາເວບອກປະຊາຊົນຂອງພະອົງທີ່ຢູ່ເມືອງບາບີໂລນໃຫ້ເຮັດຫຍັງ?

ພຣະອົງບອກພວກເຂົາໃຫ້ແລ່ນຫນີ ແລະເອົາຊີວິດຂອງຕົນລອດພົ້ນຈາກຄວາມພິໂລດອັນຮ້ອນແຮງທີ່ຈະເກີດຂື້ນໃນແຜ່ນດິນ.

Jeremiah 51:47

ມີຫຍັງເກີດຂື້ນທີ່ເຮັດໃຫ້ສະຫວັນ ແລະ ແຜ່ນດິນໂລກປິຕິຍິນດີ?

ທ້ອງຟ້າແລະແຜ່ນດິນໂລກຈະປິຕິຍິນດີເພາະບາບີໂລນຖືກກອງທັບຈາກພາກເຫນືອທຳລາຍ.

Jeremiah 51:50

ເຢເຣມີຢາສັ່ງໃຫ້ຊາວອິດສະລາເອນເຮັດຫຍັງ?

ພວກເຂົາກຳລັງຈະອອກຈາກບາບີໂລນ, ກັບໄປເຢຣູຊາເລັມ, ແລະ ຫັນກັບໄປຫາພຣະຢາເວ.

ຊາວອິດສະຣາເອນໄດ້ຍິນຫຍັງກ່ຽວກັບວິຫານຂອງພຣະຢາເວ?

ພວກເຂົາໄດ້ຍິນວ່າຄົນຕ່າງຊາດໄດ້ເຂົ້າໃນສະຖານທີ່ບໍລິສຸດແຫ່ງພຣະນິເວດຂອງພຣະຢາເວ.

Jeremiah 51:52

ພຣະຢາເວບອກປະຊາຊົນວ່າລາວຈະເຮັດຫຍັງ?

ພຣະອົງບອກພວກເຂົາວ່າພຣະອົງຈະສົ່ງກອງທັບໄປທຳລາຍເມືອງບາບີໂລນ.

Jeremiah 51:54

ປະຊາຊົນໄດ້ຍິນຫຍັງຈາກບາບີໂລນ?

ພວກເຂົາໄດ້ຍິນສຽງຮ້ອງດັງຂອງຄວາມຫຍຸ້ງຍາກຂະນະທີ່ ພຣະຢາເວທຳລາຍບາບີໂລນ.

Jeremiah 51:57

ຈະເກີດຫຍັງຂຶ້ນກັບທຸກສິ່ງທີ່ປະຊາຊາດພະຍາຍາມຊ່ວຍເຫລືອບາບີໂລນ?

ມັນຈະບໍ່ມີປະໂຫຍດຫຍັງເລີຍ.

Jeremiah 51:59

ໃຜເປັນຫົວຫນ້າຈັດທີ່ພັກຂອງກະສັດເຊເດກີຢາ?

ເສຣາຢາເປັນຫົວຫນ້າຈັດທີ່ພັກຂອງພະອົງ.

ເຢເຣມີໄດ້ຂຽນຫຍັງໃນຫນັງສືມ້ວນ?

ເຢເຣມີຢາໄດ້ຂຽນໄພພິບັດທັງຫມົດທີ່ກຳລັງຈະມາເຖິງບາບີໂລນ.

Jeremiah 51:61

ຄໍາແນະນໍາຂອງເຢເຣມີຢາມີໃຫ້ກັບເສຣາຢາແມ່ນຫຍັງ?

ເຢເຣມີຢາໄດ້ບອກກັບເສຣາຢາວ່າ “ເມື່ອທ່ານໄປເຖິງບາບີໂລນແລ້ວ, ທ່ານຈະເຫັນ ແລະທ່ານຈະອ່ານຖ້ອຍຄຳເຫລົ່ານີ້ທັງຫມົດດ້ວຍສຽງດັງ. ມັດແຜ່ນຫີນໃສ່ມັນ, ແລະໂຍນມັນລົງໃນແມ່ນໍ້າເອຟຣາດ.

ແມ່ນຫຍັງຖືກຂຽນລົງໃນຫນັງສືມ້ວນ?

ພຣະຢາເວໄດ້ປະກາດວ່າບາບີໂລນຈະຖືກທຳລາຍ, ບໍ່ມີຜູ້ຢູ່ອາໄສ, ແລະ ກາຍເປັນດິນແດນເປົ່າຮ້າງຢ່າງຖາວອນ.

Jeremiah 51:63

ຄໍາແນະນໍາຂອງເຢເຣມີຢາມີໃຫ້ກັບເສຣາຢາແມ່ນຫຍັງ?

ເຢເຣມີຢາໄດ້ບອກກັບເສຣາຢາວ່າ “ເມື່ອທ່ານໄປເຖິງບາບີໂລນແລ້ວ, ທ່ານຈະເຫັນ ແລະທ່ານຈະອ່ານຖ້ອຍຄຳເຫລົ່ານີ້ທັງຫມົດດ້ວຍສຽງດັງ. ມັດແຜ່ນຫີນໃສ່ມັນ, ແລະໂຍນມັນລົງໃນແມ່ນໍ້າເອຟຣາດ.

ເປັນຫຍັງເສຣາຢາຈຶ່ງຖິ້ມຫນັງສືມ້ວນລົງໃນແມ່ນໍ້າ?

ເມື່ອລາວໂຍນຫນັງສືມ້ວນລົງໃນແມ່ນໍ້າ, ປະຊາຊົນຈະເຂົ້າໃຈວ່າບາບີໂລນຈະຈົມລົງຄືກັບຫນັງສືມ້ວນ ເພາະວ່າໄພພິບັດທີ່ພຣະຢາເວກຳລັງສົ່ງມາເທິງນາງ.

Jeremiah 52

Jeremiah 52:1

ເຊເດກີຢາເປັນກະສັດປະເພດໃດ?

ເຊເດກີຢາເປັນກະສັດຊົ່ວຄືກັນກັບກະສັດເຢໂຮຢາກີມ.

Jeremiah 52:4

ກະສັດເນບູກາດເນັດຊາໄດ້ເຮັດຫຍັງຂະນະທີ່ຢູ່ໃກ້ເມືອງເຢຣູຊາເລັມ?

ລາວຕັ້ງຄ້າຍພັກຢູ່ກົງກັນຂ້າມ ແລະ ໂຈມຕີເມືອງເປັນເວລາສອງປີ.

Jeremiah 52:6

ຊາວບາບີໂລນ (ຊາວບາບີໂລນ) ຈັບເຊເດກີຢາ ແລະ ຄົນຂອງລາວໄປຢູ່ໃສ?

ພວກເຂົາຈັບພວກເຂົາໃນເຂດທົ່ງພຽງແມ່ນໍ້າຢໍແດນໃກ້ເມືອງເຢຣິໂກ.

Jeremiah 52:9

ກະສັດແຫ່ງບາບີໂລນໄດ້ເຮັດຫຍັງກັບເຊເດກີຢາ ແລະ ພວກລູກຊາຍຂອງລາວ?

ກະສັດໄດ້ຂ້າພວກລູກຊາຍຂອງເຊເດກີຢາຕໍ່ຫນ້າຕໍ່ຕາເຊເດກີຢາເອງ ແລະໄດ້ຕັດສິນປະຫານຊີວິດພວກເຈົ້ານາຍຂອງຢູດາດ້ວຍ. ຕໍ່ມາ ພຣະອົງໄດ້ຄວັດຫນ່ວຍຕາຂອງເຊເດກີຢາອອກ ແລະໄດ້ຜູກໂສ້ນຳໄປຍັງບາບີໂລນ

Jeremiah 52:12

ເນບູຊາຣາດານໄດ້ເຮັດຫຍັງໃນເຢຣູຊາເລັມ?

ລາວໄດ້ເຜົາພຣະວິຫານ ເຜົາພະລາຊະວັງ ແລະບ້ານເຮືອນຂອງບຸກຄົນສຳຄັນທຸກແຫ່ງໃນເມືອງນັ້ນນຳ, ແລະລາວໄດ້ ທຳລາຍກຳແພງອ້ອມເມືອງເຢຣູຊາເລັມ.

Jeremiah 52:15

ເນບູຊາຣາດານໄດ້ເຮັດຫຍັງກັບປະຊາຊົນທີ່ທຸກຍາກທີ່ສຸດໃນເຢຣູຊາເລັມ?

ລາວໄດ້ຈັບພວກເຂົາຈຳນວນຫນຶ່ງໄປເປັນຊະເລີຍ ແລະ ປ່ອຍໃຫ້ບາງຄົນເຮັດສວນອະງຸ່ນ ແລະເຮັດໄຮ່ໄຖນາ.

Jeremiah 52:17

ມີຫຍັງເກີດຂື້ນກັບບັນດາທອງເຫລືອງ, ຄຳ, ແລະເງິນຢູ່ໃນພຣະວິຫານຂອງພຣະຢາເວ?

ຊາວເຄນເດຍ (ຊາວບາບີໂລນ) ໄດ້ຢຶດເອົາມັນທັງຫມົດໄປ.

Jeremiah 52:24

ເນບູຊາຣາດານໄດ້ເຮັດຫຍັງກັບເຊຟານີຢາ ແລະ ຄົນສຳຄັນອື່ນ?

ເພີ່ນເອົາພວກເຂົາເຂົ້າຄຸກ.

Jeremiah 52:26

ກະສັດແຫ່ງບາບີໂລນໄດ້ເຮັດຫຍັງກັບພວກນັກໂທດທີ່ເນບູຊາຣາດານເອົາມາໃຫ້ລາວ?

ເພີ່ນໄດ້ຂ້າພວກເຂົາທັງຫມົດ.

Jeremiah 52:28

ປະຊາຊົນຢູດາໄດ້ຖືກເປັນຊະເລີຍຈັກຄົນ?

ມີ 4,600 ຄົນຖືກເປັນຊະເລີຍຈາກເຢຣູຊາເລັມ.

Jeremiah 52:31

ຜູ້ໃດປ່ອຍເຢໂຮຢາກິນກະສັດຢູດາອອກຈາກຄຸກ?

ເອວິນເມໂຣດັກ, ກະສັດແຫ່ງບາບີໂລນ, ໄດ້ປ່ອຍລາວ.

Jeremiah 52:32

ເອວິນເມໂຣດັກປະຕິບັດຕໍ່ເຢເຣມີຢາແນວໃດເມື່ອລາວຖືກປ່ອຍຕົວຈາກຄຸກ?

ລາວໄດ້ເວົ້າດີກັບເຢເຣມີຢາ ແລະ ໃຫ້ລາວມີບ່ອນນັ່ງທີ່ມີກຽດ. ລາວຖອດເສື້ອຜ້າໃນຄຸກຂອງເຢໂຮຢາກິນ ແລະໄດ້ຮັບປະທານອາຫານທີ່ໂຕະສະເຫວີຍຂອງກະສັດທຸກມື້ຕະຫລອດຊີວິດທີ່ຍັງເຫລືອຂອງທ່ານ.