ພາສາລາວ (Lao): translationQuestions Print

Updated ? hours ago # views See on WACS

Philippians 1

Philippians 1:1

ໂປໂລໄດ້ກ່າວເຖິງຈົດຫມາຍນີ້ໃຫ້ກັບໃຜ?

ໂປໂລໄດ້ກ່າວເຖິງຈົດຫມາຍສະບັບນີ້ຕໍ່ທຸກຄົນທີ່ຖືກແຍກໄວ້ໃນພຣະເຢຊູຄຣິດເຈົ້າ ໃນເມືອງຟີລິບປອຍພ້ອມກັບບັນດາຜູ້ປົກຄອງ ແລະ ຜູ້ດູແລ.

Philippians 1:3

ໂປໂລໄດ້ຂອບໃຈພຣະເຈົ້າສໍາລັບຊາວຟີລິບປອຍແນວໃດ?

ໂປໂລຂອບພຣະຄຸນພຣະເຈົ້າ ສໍາລັບຟີລິບປອຍທີ່ ໄດ້ຮ່ວມກັນປະກາດຂ່າວປະເສີດ ຕັ້ງແຕ່ຕົ້ນຈົນເຖິງບັດນີ້.

ໂປໂລແນ່ໃຈຫຍັງໃນຟີລິບປອຍ?

ໂປໂລແນ່ໃຈໃນເລື້ອງນີ້ວ່າ ພຣະອົງ ຜູ້ໄດ້ຊົງ ຕັ້ງຕົ້ນການດີໄວ້ໃນ ພວກທ່ານແລ້ວ ຈະຊົງກະທຳຕໍ່ໄປໃຫ້ສຳເລັດ

Philippians 1:7

ຟີລິບປອຍໄດ້ເປັນຄູ່ຮ່ວມງານໂປໂລໃນເລື່ອງໃດ?

ໃນການຖືກຈຳຈ່ອງ ຂອງໂປໂລ ແລະ ໃນການປົກປ້ອງແລະ ຮັບປະກັນຂ່າວປະເສີດນີ້,ຟີລິບປອຍໄດ້ເປັນຄູ່ຮ່ວມງານຂອງລາວ

Philippians 1:9

ໂປໂລອະທິຖານຫຍັງທີ່ຈະເພີ່ມຂື້ນເລື້ອຍໆໃນບັນດາຟີລິບ?

ໂປໂລໄດ້ອະທິຖານດັ່ງນີ້ຂໍໃຫ້ຄວາມຮັກ ຂອງພວກທ່ານຈະເລີນໃຫຍ່ຂຶ້ນ ໃນຄວາມຮູ້ ແລະ ໃນຄວາມເຂົ້າໃຈທັງຫມົດ.

ໂປໂລປາຖະຫນາຢາກໃຫ້ຊາວຟີລິບປອຍເຕັມໄປດ້ວຍຫຍັງ?

ໂປໂລປາຖະຫນາວ່າຊາວຟີລິບປອຍຈະເຕັມລົ້ນໄປດ້ວຍຜົນແຫ່ງຄວາມຊອບທຳ ທີ່ຜ່ານມາທາງພຣະເຢຊູຄຣິດເຈົ້າ ເພື່ອເປັນທີ່ຖວາຍກຽດ ແລະ ສັນລະເສີນພຣະເຈົ້າ.

Philippians 1:12

ການຈໍາຈ່ອງຂອງໂປໂລກ້າວຫນ້າຕໍ່ຂ່າວປະເສີດແນວໃດ?

ການຖືກຈໍາຈ່ອງຂອງໂປໂລຍ້ອນເປັນຜູ້ຮັບໃຊ້ ຂອງພຣະ​ເຢ​ຊ​ູຄຣິດເຈົ້າໄດ້ເຮັດໃຫ້ຂ່າວປະເສີດແຜ່ຂະຫຍາຍອອກໄປຢ່າງຫຼວງຫຼາຍແລະພີ່ນ້ອງສ່ວນໃຫຍ່ ໃນ ອົງພຣະຜູ້ເປັນເຈົ້າ ມີແຮງຈູງໃຈ ຫຼາຍຂຶ້ນ

Philippians 1:15

ເປັນຫຍັງບາງຄົນຈຶ່ງປະກາດພຣະຄຣິດດ້ວຍແຮງຈູງໃຈທີ່ເຫັນແກ່ຕົວ?

ບາງຄົນໄດ້ ປະກາດພຣະເຢ​ຊູຄຣິດເຈົ້າ ດ້ວຍແຮງຈູງໃຈທີ່ເຫັນແກ່ຕົວ, ບໍ່ສັດຊື່ ແລະ ອວດອ້າງ. ພວກເຂົາຫວັງຈະໃຫ້ຂ້າພະເຈົ້າເດືອດຮ້ອນໃນຂະນະທີ່ຂ້າພະເຈົ້າຖືກຈຳຈ່ອງຢູ່.

Philippians 1:18

ໂປໂລມີປະຕິກິລິຍາແນວໃດຕໍ່ການປະກາດຂ່າວປະເສີດຂອງພຣະຄຣິດຢ່າງຈິງໃຈແລະຫນັກແຫນ້ນ?

ໂປໂລປິຕິຍິນດີບໍ່ວ່າຈະດ້ວຍວິທີໃດກໍຕາມ, ບໍ່ວ່າເຂົາຈະແກ້ງເຮັດ ຫລື ເຮັດດ້ວຍຄວາມຈິງ, ພຣະເຢ​ຊ​ູຄຣິດເຈົ້າກໍໄດ້ຖືກປະກາດອອກໄປແລ້ວ

Philippians 1:20

ໂປໂລຢາກເຮັດຫຍັງໃນຊີວິດຫລືຄວາມຕາຍ?

ໂປໂລປາຖະຫນາທີ່ຈະໃຫ້ພຣະເຢຊູຄຣິດເຈົ້າ ຈະໄດ້ຮັບກຽດ ໃນຮ່າງກາຍຂອງຂ້າພະເຈົ້າ, ບໍ່ວ່າຈະມີຊີວິດຢູ່ ຫລື ຕາຍກໍ່ຕາມ.

ໂປໂລໄດ້ກ່າວວ່າການມີຊີວິດຢູ່ແມ່ນຫຍັງ,ແລະການຕາຍແມ່ນຫຍັງ?

ໂປໂລໄດ້ກ່າວວ່າການມີຊີວິດຢູ່ກໍ່ເພື່ອພຣະເຢຊູຄຣິດເຈົ້າ ແລະ ການຕາຍກໍເປັນປະໂຫຍດ.

Philippians 1:22

ມີທາງເລືອກໃດແດ່ທີ່ດຶງໂປໂລໄປໃນທິດທາງທີ່ແຕກຕ່າງກັນ?

ໂປໂລປາຖະໜາ ທີ່ຈະຈາກໄປຢູ່ກັບພຣະເຢ​ຊ​ູຄຣິດເຈົ້າ ຊຶ່ງທີ່ຂ່າວປະເສີດຫລາຍກວ່າ,ແຕ່ການຍັງມີຊີວິດຢູ່ໃນຮ່າງກາຍ ນີ້ກໍເປັນສິ່ງຈຳເປັນເພື່ອເຫັນແກ່ປະໂຫຍດຂອງພວກທ່ານຫລາຍກວ່າ.

Philippians 1:25

ໂປໂລຫມັ້ນໃຈວ່າລາວຈະຢູ່ກັບຊາວຟີລິບປອຍເພື່ອຈຸດປະສົງຫຍັງ?

ໂປໂລມີຄວາມຫມັ້ນໃຈວ່າຈະຢູ່ກັບຊາວຟີລິບປອຍສະເຫນີສໍາລັບຄວາມກ້າວຫນ້າ ແລະ ຄວາມຊື່ນຊົມຍິນດີໃນຄວາມເຊື່ອຂອງພວກທ່ານ

ບໍ່ວ່າຈະຢູ່ກັບຟີລິບປອຍຫລືຢູ່ຫ່າງຈາກພວກເຂົາ,ໂປໂລຢາກຟັງຫຍັງກ່ຽວກັບຟີລິບປອຍ?

ໂປໂລຕ້ອງການຢາກໄດ້ຍິນຂ່າວວ່າພວກທ່ານໄດ້ຮ່ວມກັນຕໍ່ສູ້ ດ້ວຍຈິດໃຈດຽວກັນ ເພື່ອຄວາມເຊື່ອໃນຂ່າວປະເສີດ.

Philippians 1:28

ເມື່ອຟີລິບປອຍບໍ່ຢ້ານຜູ້ທີ່ຕໍ່ຕ້ານພວກເຂົາ,ສັນຍານນັ້ນແມ່ນຫຍັງ?

ສິ່ງນີ້ເປັນເຄື່ອງຫມາຍແຫ່ງການຖືກທຳລາຍຂອງພວກເຂົາ, ແຕ່ສຳລັບພວກທ່ານ ຄືເປັນເຄື່ອງຫມາຍແຫ່ງຄວາມລອດພົ້ນ

ພຣະເຈົ້າໄດ້ອະນຸຍາດໃຫ້ສອງຢ່າງມີຫຍັງແດ່?

ບໍ່ພຽງແຕ່ໃຫ້ເຊື່ອໃນພຣະອົງເທົ່ານັ້ນ, ແຕ່ໃຫ້ຍອມທົນທຸກ ເພື່ອພຣະອົງດ້ວຍ.

Philippians 2

Philippians 2:1

ໂປໂລເວົ້າວ່າຊາວຟີລິບປອຍຕ້ອງເຮັດຫຍັງເພື່ອເຮັດໃຫ້ຄວາມສຸກຂອງລາວເຕີມເຕັມ?

ຊາວຟີລິບປອຍຕ້ອງມີຄວາມຮັກເຫມືອຢ່າງດຽວກັນ, ແລະ ມີຄວາມສາມັກຄີ ເປັນນໍ້າຫນຶ່ງໃຈດຽວກັນໃນຝ່າຍ​ຈິດວິນຍານ.

Philippians 2:3

ໂປໂລເວົ້າວ່າຊາວຟີລິບປອຍຄວນນັບຖືກັນແນວໃດ?

ຊາວຟີລິບປອຍຈົ່ງຖ່ອມໃຈລົງຖືວ່າຄົນອື່ນດີກວ່າຕົນເອງ. ຢ່າໃຫ້ຜູ້ໃດເຫັນແກ່ປະໂຫຍດສ່ວນຕົວຝ່າຍດຽວ, ແຕ່ຈົ່ງເຫັນແກ່ປະໂຫຍດຂອງຄົນອື່ນດ້ວຍ.

Philippians 2:5

ໂປໂລເວົ້າວ່າຈໍາເປັນຕ້ອງມີຈິດໃຈຂອງໃຜ?

ພວກເຮົາຕ້ອງມີຈິດໃຈເໝືອນຢ່າງພຣະເຢຊູຄຣິດເຈົ້າ.

ພຣະເຢຊູມີຢູ່ໃນສະພາບແບບໃດ?

ພຣະຄຣິດຊົງຢູ່ໃນສະພາບ ເປັນພຣະເຈົ້າ

ພຣະເຢຊູຄຣິດໄດ້ສະພາບໃດຫລັງຈາກນັ້ນ?

ພຣະເຢຊູຄຣິດຊົງຍອມສະຫລະຖານະຂອງພຣະອົງເອງ, ພຣະອົງມາຮັບສະພາບເປັນຂ້ອຍຂ້າ.

ພຣະເຢຊູຖ່ອມຕົວເອງແນວໃດ?

ພຣະອົງຊົງຍອມເຊື່ອຟັງຈົນເຖິງຄວາມມໍຣະນາເທິງໄມ້ກາງແຂນ.

Philippians 2:9

ພຣະເຈົ້າໄດ້ເຮັດຫຍັງຕໍ່ພຣະເຢຊູຄຣິດ?

ພຣະເຈົ້າ ຈຶ່ງໄດ້ຊົງຍົກພຣະອົງຂຶ້ນເຖິງທີ່ສູງສຸດໄດ້ຊົງປະທານພຣະນາມຂອງພຣະອົງ ຢູ່ເຫນືອນາມທຸກນາມທັງປວງ.

ທຸກລີ້ນຈະສາລະພາບຫຍັງ?

ທຸກລີ້ນຍອມຮັບດ້ວຍປາກວ່າພຣະເຢຊູຄຣິດເຈົ້າ ຊົງເປັນອົງພຣະຜູ້ເປັນເຈົ້າ, ເພື່ອຖວາຍພຣະກຽດແກ່ພຣະເຈົ້າພຣະບິດາ.

Philippians 2:12

ຊາວຟີລິບປອຍຖືກຮຽກຮ້ອງໃຫ້ເຮັດວຽກຄວາມລອດພວກເຂົາແນວໃດ?

ຊາວຟີລິບປອຍຄວນປະ​ພ​ືດຕົວໃຫ້ສົມກັບຄວາມພົ້ນທີ່ໄດ້ຮັບດ້ວຍຄວາມຢຳເກງ ແລະ ຕົວສັ່ນ.

ພັນ​ທະ​ກິດ​ຂອງ​ພ​ຣະ​ເຈົ້າ​ທີ່ມອບ​ໃຫ​້ຜູ້ທີ່ເຊື່ອເຮັດແມ່ນ​ຫຍັງ?

ພຣະເຈົ້າເປັນຜູ້ກຳລັງກະທຳ ການຢູ່ພາຍໃນທ່ານ ເພື່ອໃຫ້ທ່ານມີຄວາມຕັ້ງໃຈ ແລະ ດຳເນີນງານເພື່ອໃຫ້ເປັນທີ່ພໍພຣະໄທຂອງພຣະອົງ.

Philippians 2:14

ທຸກສິ່ງທຸກຢ່າງຕ້ອງເຮັດໂດຍບໍ່ຕ້ອງເຮັດຫຍັງ?

ທຸກສິ່ງທຸກຢ່າງຕ້ອງເຮັດໂດຍບໍ່ມີການຈົ່ມ ຫລື ຖົກຖຽງກັນ ໃຫ້ປະຕິບັດເຊັ່ນນີ້ ເພື່ອວ່າທ່ານຈະເປັນຜູ້ທີ່ບໍ່ຖືກຕິຕຽນ ແລະ ບໍ່ມີຄວາມຜິດ, ລູກຂອງພຣະເຈົ້າ ຜູ້ບໍ່ມີຄວາມຜິດ.

Philippians 2:17

ໂປໂລກໍາລັງໃຊ້ຊີວິດເພື່ອຈຸດປະສົງຫຍັງ?

ໂປໂລຈະຕ້ອງສະຫລະຊີວິດຖວາຍເປັນເຄື່ອງບູຊາ ເທິງແທ່ນບູຊາ ແລະ ເປັນປະໂຫຍດຕໍ່ຄວາມເຊື່ອຂອງທ່ານທັງຫລາຍ

ໂປໂລມີທັດສະນະຄະຕິແບບໃດເຊິ່ງລາວຍັງຮຽກຮ້ອງໃຫ້ຊາວຟີລິບປອຍມີ?

ໂປໂລມີ ຄວາມຍິນດີ, ແລະ ຊົມຊື່ນຍິນດີຮ່ວມກັບພວກທ່ານທັງຫລາຍດ້ວຍ.

Philippians 2:19

ເປັນຫຍັງຕີໂມທຽວຈຶ່ງເປັນຜູ້ຊ່ວຍທີ່ພິເສດສໍາລັບໂປໂລ?

ບໍ່ມີຜູ້ໃດ ທີ່ມີຄວາມຫ່ວງໄຍທ່ານທັງຫລາຍ ເຫມືອນຢ່າງຕີໂມທຽວ.

Philippians 2:22

ໂປໂລຄາດວ່າຈະໄດ້ເຫັນຊາວຟີລີບປອຍບໍ?

ແມ່ນແລ້ວ, ໂປໂລຫມັ້ນໃຈໃນອົງພຣະຜູ້ເປັນເຈົ້າ ວ່າຂ້າພະເຈົ້າເອງຈະໄດ້ມາຫາພວກທ່ານໃນໄວໆນີ້ເໝືອນກັນ.

Philippians 2:28

ເອປາໂຟດີດເກືອບຕາຍຍ້ອນຫຍັງ?

ເອໂຟດີໂຕເກືອບຈະສູນເສຍຊີວິດເພື່ອງານຂອງພຣະຄຣິດ, ເພາະເພິ່ນໄດ້ສ່ຽງຊີວິດຂອງເພິ່ນເພື່ອ ບົວລະບັດຮັບໃຊ້ ຂ້າພະເຈົ້າ ແລະ ເຮັດແທນໃນສິ່ງທີ່ທ່ານບໍ່ອາດເຮັດໃຫ້ຂ້າພະເຈົ້າໄດ້.

Philippians 3

Philippians 3:1

ໂປໂລເຕືອນຜູ້ທີ່ເຊື່ອໃຫ້ລະວັງຫຍັງ?

ໂປໂລເຕືອນຜູ້ທີ່ເຊື່ອໃຫ້ລະວັງພວກຫມາໄນ, ຈົ່ງລະວັງພວກທີ່ເຮັດຊົ່ວຮ້າຍ, ຈົ່ງລະວັງພວກຖືການປາດເນື້ອ.

ໂປໂລກ່າວວ່າໃຜເປັນຜູ້ຖືພິທີຕັດທີ່ແທ້ຈິງ?

ໂປໂລກ່າວວ່າຜູ້ທີ່ຖືພິທີຕັດ ເປັນຜູ້ທີ່ນະມັດສະການ ດ້ວຍພຣະວິນຍານຂອງພຣະເຈົ້າ. ເປັນຜູ້ທີ່ອວດອ້າງໃນພຣະເຢຊູຄຣິດເຈົ້າ ແລະ ເປັນຜູ້ທີ່ບໍ່ໄວ້ໃຈໃນຝ່າຍເນື້້ອຫນັງ.

Philippians 3:6

ໂປໂລອະທິບາຍເຖິງການປະພຶດທີ່ຜ່ານມາຂອງລາວກ່ຽວກັບຄວາມຊອບທໍາຊຶ່ງມີຢູ່ໃຕ້ກົດບັນຍັດແນວໃດ?

ໂປໂລອະທິບາຍເຖິງການປະພຶດທີ່ຜ່ານມາຂອງລາວບໍ່ໄດ້ມີທີ່ຕິຕຽນໃນການເຄົາລົບຄວາມຊອບທໍາຢູ່ໃຕ້ກົດບັນຍັດ.

ບັດນີ້ໂປໂລຖືວ່າຄວາມເຊື່ອຫມັ້ນໃນສະໄຫມກ່ອນຂອງລາວໃນເນື້ອຫນັງເປັນແນວໃດ?

ດຽວນີ້ໂປໂລນັບວ່າຄວາມຫມັ້ນໃຈທັງຫນົດທີ່ລາວເຄີຍມີໃນເນື້ອຫນັງວ່າເປັນອັນໄຮ້ປະໂຫຍດ ເພາະເຫັນແກ່ພຣະເຢ​ຊູຄຣິດເຈົ້າ.

Philippians 3:8

ຈຸດປະສົງຫຍັງໃນປະຈຸບັນນີ້ທີ່ໂປໂລຖືວ່າທຸກໆສິ່ງທີ່ຜ່ານມາເປັນຂີ້ເຫຍື້ອ?

ໂປໂລຖືວ່າ ທຸກສິ່ງເປັນຂອງໄຮ້ປະໂຫຍດ ເພາະເຫັນແກ່ສິ່ງທີ່ມີຄຸນຄ່າອັນສູງກວ່ານັ້ນຄື ການຮູ້ຈັກພຣະເຢຊູຄຣິດເຈົ້າ.

ດງວນີ້ໂປໂລມີຄວາມຊອບທໍາຫຍັງ?

ໂປໂລມີຄວາມຊອບທຳມາໂດຍຄວາມເຊື່ອ ໃນພຣະເຢ​ຊູຄຣິດເຈົ້າ.

ໂປໂລມີສ່ວນຮ່ວມກັບພຣະຄຣິດໃນສິ່ງໃດ?

ໂປໂລມີສ່ວນຮ່ວມໃນການທົນທຸກຂອງພຣະຄຣິດດ້ວຍ.

Philippians 3:12

ເຖິງແມ່ນວ່າລາວຍັັງບໍ່ທັນຄົບຖ້ວນ,ແຕ່ໂປໂລຍັງເຮັດຫຍັງຕໍ່ໄປ?

ໂປໂລສືບຕໍ່ກ້າວຕໍ່ໄປ

ເປົ້າຫມາຍທີ່ໂປໂລກ້າວຕໍ່ໄປແມ່ນຫຍັງ?

ໂປໂລບາກບັ່ນມຸ່ງໄປ ສູ່ຫລັກໄຊ ເພື່ອຈະໄດ້ຮັບລາງວັນ ຄືການຊົງເອີ້ນຈາກພຣະເຈົ້າ ຊຶ່ງມີຢູ່ໃນພຣະເຢຊູຄຣິດເຈົ້າ.

Philippians 3:17

ໂປໂລບອກຊາວຟີລິບປອຍເຮັດຫຍັງກ່ຽວກັບຕົວຢ່າງຂອງການຍ່າງຂອງລາວ?

ໂປໂລບອກຊາວຟີລິບປອຍປະຕິບັດຕາມແບບຢ່າງຂອງລາວ.

ຈຸດຫມາຍປາຍທາງຂອງຜູ້ທີ່ມີພຣະເຈົ້າແມ່ນທ້ອງຂອງພວກເຂົາແລະຜູ້ທີ່ຄິດກ່ຽວກັບສິ່ງຕ່າງໆໃນໂລກແມ່ນຫຍັງ?

ຜູ້ທີ່ມີພຜ​ຣະເຈົ້າເປັນທ້ອງຂອງພວກເຂົາແລະຄິດກ່ຽວກັບສິ່ງຕ່າງໆໃນໂລກແມ່ນມີຫລາຍຄົນທີ່ປະພຶດຕົວ ເປັນສັດຕູຕໍ່ໄມ້ກາງແຂນຂອງພຣະເຢ​ຊູຄຣິດເຈົ້າ.ເພາະພະເຈົ້າຂອງພວກເຂົາ ແມ່ນທ້ອງຂອງພວກເຂົາເອງ, ພວກເຂົາອວດອ້າງ ໃນສິ່ງທີ່ໜ້າອັບອາຍຂອງພວກເຂົາ. ພວກເຂົາຄິດເຖິງແຕ່ສິ່ງຂອງຝ່າຍໂລກ.

Philippians 3:20

ໂປໂລເວົ້າວ່າພົນລະເມືອງຂອງຜູ້ເຊື່ອຖືກຕັ້ງຢູ່ໃສ?

ໂປໂລກ່າວວ່າພົນລະເມືອງຂອງຜູ້ທີ່ເຊື່ອແມ່ນຢູ່ໃນສະຫວັນ.

ພຣະຄຣິດຈະເຮັດຫຍັງຕໍ່ຮ່າງກາຍຂອງຜູ້ທີ່ເຊື່ອເມື່ອພຣະອົງສະເດັດມາຈາກສະຫວັນ?

ພຣະຄຣິດຈະຊົງປ່ຽນຮ່າງກາຍອັນຕໍ່າຕ້ອຍຂອງເຮົາ ໃຫ້ ເປັນເໝືອນພຣະກາຍອັນຊົງສະຫງ່າຣາສີຂອງພຣະອົງ, ດ້ວຍຣິດທານຸພາບຂອງພຣະອົງ ທີ່ຈະຊົງສາມາດ ປາບສັບພະທຸກສິ່ງໃຫ້ລົງຢູ່ໃຕ້ ອຳນາດຂອງພຣະອົງ.

Philippians 4

Philippians 4:1

ໂປໂລຢາກໃຫ້ເພື່ອນທີ່ຮັກຂອງລາວຢູ່ຟີລິບປອຍເຮັດຫຍັງ?

ໂປໂລຕ້ອງການໃຫ້ຊາວຟີລິບປອຍຕັ້ງຫມັ້ນຢູ່ໃນອົງພຣະຜູ້ເປັນເຈົ້າ.

ໂປໂລປາຖະ ໜາ ຢາກເຫັນຫຍັງເກີດຂື້ນກັບນາງຢູໂອເດຍແລະນາງຊີນຕີເຂ?

ໂປໂລປາດຖະ ໜາ ທີ່ຈະເຫັນນາງຢູໂອເດຍແລະນາຊີນຕີເຂໃຫ້ມີຄວາມຄິດຖືກຕ້ອງປອງດອງກັນ ໃນອົງພຣະຜູ້ເປັນເຈົ້າ.

Philippians 4:4

ໂປໂລບອກຟີລິບໃຫ້ເຮັດຫຍັງຢູ່ສະ ເໝີ?

ໂປໂລບອກພວກເຂົາໃຫ້ຊົມຊື່ນຍິນດີໃນອົງພຣະຜູ້ເປັນເຈົ້າຕະຫລອດເວລາ.

ແທນທີ່ຈະກັງວົນໃຈ, ໂປໂລບອກໃຫ້ເຮັດຫຍັງ?

ໂປໂລບອກວ່າຢ່າທຸກຮ້ອນໃຈໃນສິ່ງໃດເລີຍແຕ່ຈົ່ງທູນຂໍເລື່ອງທຸກສິ່ງດ້ວຍການພາວັນນາອະທິຖານ ແລະ ດ້ວຍການອ້ອນວອນຂໍ, ດ້ວຍການຂອບພຣະຄຸນໃຫ້ພຣະເຈົ້າຊົງຊາບການຮ້ອງຂໍຂອງພວກທ່ານ.

ຖ້າພວກເຮົາເຮັດສິ່ງນີ້, ສິ່ງໃດຈະປົກປ້ອງຫົວໃຈແລະຄວາມຄິດຂອງພວກເຮົາ?

ຖ້າພວກເຮົາເຮັດສິ່ງນີ້ແລ້ວສັນຕິສຸກຂອງພຣະເຈົ້າ ຊຶ່ງເກີນຄວາມເຂົ້າໃຈທັງຫມົດຈະເຝົ້າຮັກສາຈິດໃຈ ແລະ ຄວາມຄິດຂອງພວກທ່ານທັງຫລາຍໄວ້ໃນພຣະເຢຊູຄຣິດເຈົ້າ.

Philippians 4:8

ໂປໂລເວົ້າວ່າຄວນຄິດເຖິງສິ່ງໃດແດ່?

ໂປໂລກ່າວວ່າໃຫ້ຄິດໃນສິ່ງທີ່ເປັນຈິງ ສິ່ງໃດທີ່ໜ້ານັບຖື ສິ່ງໃດທີ່ ຍຸດຕິທຳສິ່ງໃດທີ່ບໍຣິສຸດ ສິ່ງໃດທີ່ໜ້າຮັກ ສິ່ງໃດທີ່ໜ້າຍິນດີ ສິ່ງໃດ ທີ່ລໍ້າເລີດ ແລະ ຖ້າມີ ສິ່ງໃດທີ່ຫນ້າສັນລະເສີນໃຫ້ຄິດເຖິງ ສິ່ງເຫລົ່ານັ້ນ.

Philippians 4:10

ດຽວນີ້ຊາວຟີລິບປອຍສາມາດທີ່ຈະສຶບຕໍ່ໄປໄດ້ແນວໃດ?

ດຽວນີ້ຊາວຟີລິບປອຍສາມາດສຶບຕໍ່ຮຽນຮູ້ທີ່ຈະພໍໃຈຢູ່ໃນທຸກສະຖານະການ.

ໂປໂລໄດ້ຮຽນຮູ້ຄວາມລັບຫຍັງກ່ຽວກັບການ ດຳ ລົງຊີວິດໃນສະພາບການທີ່ແຕກຕ່າງກັນ?

ໂປໂລໄດ້ຮຽນຮູ້ຄວາມລັບຂອງການ ດຳ ລົງຊີວິດທີ່ເຕັມໄປດ້ວຍຄວາມອຸດົມສົມບູນແລະຄວາມຕ້ອງການ.

ໂປໂລສາມາດສູ້ໄດ້ໂດຍອໍານາດຫຍັງ?

ໂປໂລສາມາດສູ້ກັບທຸກສິ່ງໄດ້ໂດຍ ພຣະອົງຜູ້ຊົງເສີມກຳລັງຂ້າພະເຈົ້າ.

Philippians 4:14

ໂປໂລສະແຫວງຫາຫຍັງ ສຳ ລັບຊາວຟີລິບປອຍໃນການຕອບສະ ໜອງ ຄວາມຕ້ອງການຂອງລາວ?

ໂປໂລຢາກເຫັນຜົນເພີ່ມຂຶ້ນໃນບັນຊີຂອງພວກທ່ານ.

Philippians 4:18

ພຣະເຈົ້າມີທັດສະນະແນວໃດຕໍ່ຂອງຂວັນທີ່ຟີລິບປອຍສໍາລັບໂປໂລ?

ການເສຍສະລະທີ່ຟີລິບໄດ້ເຮັດເພື່ອໂປໂລ ຊື່ງເປັນທີ່ພໍພຣະໄທພຣະເຈົ້າ.

ໂປໂລເວົ້າວ່າພຣະເຈົ້າຈະເຮັດຫຍັງໃຫ້ຟີລິບປອຍ?

ພຣະເຈົ້າຈະຊົງໂຜດເພີ່ມເຕີມທຸກສິ່ງສາລະພັດ ທີ່ພວກທ່ານຂາດ ຢູ່ນັ້ນຈາກຊັບອັນຮຸ່ງເຮືອງ ຂອງພຣະອົງໃນພຣະເຢຊູຄຣິດເຈົ້າ.

Philippians 4:21

ໂປໂລເວົ້າວ່າຄອບຄົວໃດທີ່ຊົມເຊີຍຊາວຟີລິບປອຍ?

ໂດຍສະເພາະຄົນທີ່ຢູ່ໃນພະຣາຊະວັງຂອງຈັກກະພັດຊີຊາຂໍພຣະຄຸນຂອງອົງພຣະເຢຊູຄຣິດເຈົ້າ ຈົ່ງສະຖິດຢູ່ກັບຈິດວິນຍານຂອງພວກທ່ານ.