ພາສາລາວ (Lao): translationQuestions Print

Updated ? hours ago # views See on WACS

Esther 1

Esther 1:1

ອາຫາສຸເອຣັດປົກຄອງໄກປານໃດ?

ກະສັດອາ​ຫາ​ສຸ​ເອ​ຣັດ ຜູ້ປົກຄອງຫລາຍກວ່າ 127 ແຂວງ, ຈາກແຂວງອິນເດຍໄປໄກຈົນເຖິງເອທິໂອເປຍ

Esther 1:3

ຜູ້ໃດມາເຝົ້າຢູ່ຕໍ່ຫນ້າກະສັດ?

ກອງທັບຂອງເປີເຊຍ ແລະ ເມເດຍ, ບັນດາຂຸນນາງ ແລະ ຜູ້ປົກຄອງຂອງແຂວງຕ່າງໆ ໄດ້ເຝົ້າຢູ່ຕໍ່ຫນ້າພະອົງ.

Esther 1:5

ງານລ້ຽງສະລອງທີ່ດຳເນີນມາເປັນເວລາເຈັດວັນສຳລັບໃຜ?

ງານລ້ຽງສະຫລອງຕໍ່ໄປອີກເຈັດວັນແມ່ນສຳລັບປະຊາຊົນທຸກຄົນໃນປ້ອມປາການຂອງເມືອງຊູຊາ, ຕັ້ງແຕ່ຜູ້ນ້ອຍທີ່ສຸດຈົນເຖິງຜູ້ທີ່ສຳຄັນທີ່ສຸດ.

ກະສັດໄດ້ຈັດງານລ້ຽງໃຫ້ໃຜແດ່?

ງານລ້ຽງສະຫລອງແມ່ນສຳລັບປະຊາຊົນທຸກຄົນໃນປ້ອມປາການຂອງເມືອງຊູຊາ, ຕັ້ງແຕ່ຜູ້ນ້ອຍທີ່ສຸດຈົນເຖິງຜູ້ທີ່ສຳຄັນທີ່ສຸດ.

Esther 1:7

ເປັນຫຍັງຈຶ່ງມີເຫລົ້າອະງຸ່ນທີ່ເຮັດຈາກຣາຊະວົງຫລາຍ?

ເຫລົ້າອະງຸ່ນຂອງຣາດຊະວົງ ຢ່າງອີ່ມຫນຳສຳລານດ້ວຍໃຈອັນກວ້າງຂວາງຂອງກະສັດ.

ຄຳສັ່ງຂອງກະສັດຕໍ່ຂ້າຣາຊະການທັງຫມົດຂອງພະຣາຊະວັງແມ່ນຫຍັງ?

ກະສັດໄດ້ຊົງມີຄຳສັ່ງ ແກ່ຂ້າຣາຊະການທຸກຄົນໃຫ້ຈັດຫາສິ່ງໃດກໍຕາມທີ່ແຂກປາຖະຫນາ

Esther 1:9

ກະສັດໄດ້ບອກຫຍັງກັບຂ້າຣາຊະການທັງເຈັດທ່ານທີ່ຮັບໃຊ້ຕໍ່ພະພັກພະອົງ?

ກະສັດໄດ້ສັ່ງໃຫ້ຊາຍຕອນທັງເຈັດຜູ້ທີ່ໄດ້ຮັບໃຊ້ພະອົງ ໄປທູນເຊີນພະຣາຊີນີວາຊະຕີມາພົບພະອົງ ພ້ອມດ້ວຍມຸງກຸດຂອງນາງ.

Esther 1:12

ເປັນຫຍັງກະສັດຈຶ່ງໃຈຮ້າຍຫລາຍ?

ກະສັດໄດ້ໃຈຮ້າຍຫລາຍເພາະວ່າ ພະຣາຊີນີວາຊະຕີໄດ້ຊົງປະຕິເສດ ບໍ່ມາຕາມຄຳເຊີນຂອງກະສັດ.

Esther 1:13

ກະສັດໄດ້ປຶກສາກັບໃຜ?

ກະສັດຈຶ່ງໄດ້ຊົງໄປປຶກສາກັບຜູ້ທີ່ມີສະຕິປັນຍາ ແລະ ຊຳນິຊຳນານໃນເລື່ອງຂອງກາລະເທສະ.

Esther 1:16

ອີງຕາມ ເມມູການ, ວາຊະຕິ ເຮັດຜິດຕໍ່ໃຜ?

ເມມູການເວົ້າວ່າ ບໍ່ພຽງແຕ່ຜິດຕໍ່ກະສັດເທົ່ານັ້ນ, ແຕ່ຍັງຜິດຕໍ່ຂ້າຣາຊະການທັງຫລາຍ ແລະ ຄົນທັງປວງຜູ້ຊຶ່ງຢູ່ໃນບັນດາແຂວງທັງຫມົດຂອງກະສັດອາ​ຫາ​ສຸ​ເອ​ຣັດດ້ວຍ.

ເມມູການໄດ້ເວົ້າຕໍ່ພວກຜູ້ຍິງເປີເຊຍ ແລະ ເມເດຍວ່າແນວໃດກ່ອນວັນນັ້ນຈະສິ້ນສຸດລົງ?

ເຂົາເວົ້າວ່າ ກ່ອນວັນນີ້ຈະສິ້ນສຸດລົງ, ພວກຜູ້ຍິງເຫລົ່ານັ້ນຈະປະຕິການເຊີນຂອງກະສັດ.

Esther 1:19

ກະສັດຈະເອົາຕຳແຫນ່ງຂອງວາຊະຕິໃນການເປັນພະຣາຊະນີໃຫ້ໃຜ?

ກະສັດໄດ້ຊົງມອບຕຳແຫນ່ງພະຣາຊີນີຂອງນາງໃຫ້ແກ່ຜູ້ອື່ນທີ່ເຫມາະສົມກວ່ານາງ.

Esther 1:21

ກະສັດໄດ້ສັ່ງຫຍັງ?

ພຣະອົງໄດ້ຊົງມີບັນຊາວ່າໃຫ້ຊາຍທຸກຄົນເປັນນາຍໃນຄົວເຮືອນຂອງເຂົາ.

Esther 2

Esther 2:1

ຊາຍຫນຸ່ມຂອງກະສັດໄດ້ແນະນຳຫຍັງ?

ພວກຊາຍຫນຸ່ມຂອງກະສັດໄດ້ແນະນຳໃຫ້ຂໍຊົງຕັ້ງຜູ້ແທນພຣະອົງ ເພື່ອຊອກຫາຍິງພົມມະຈາຣີທີ່ງົດງາມທັງຫລາຍເຂົ້າມາ.

Esther 2:3

ຍິງສາວພົມມະຈາລີໄດ້ຢູ່ພາຍໃຕ້ການດູແລໃຜ?

ຍິງສາວພົມມະຈາລີໄດ້ຖືກມອບໃຫ້ມາຢູ່ພາຍໃຕ້ການດູແລຂອງເຮໄກ, ຊາຍຕອນຂອງກະສັດ, ຜູ້ມີຫນ້າທີ່ໃນການດູແລພວກຜູ້ຍິງ.

Esther 2:5

ແມ່ນໃຜທີ່ໄດ້ເອົາມໍເດໄກ ໄປຈາກເຢຣູຊາເລັມ?

ກະສັດເນບູກາດເນັດຊາແຫ່ງບາບີໂລນໄດ້ຂັບໄລ່ມໍເດໄກໄປຈາກເຢຣູຊາເລັມ.

Esther 2:7

ຊື່ອີກອັນຫນຶ່ງຂອງເອສະເທີ ແມ່ນຫຍັງ?

ຊື່ອີກອັນຫນຶ່ງຂອງເອສະເທີແມ່ນຮາດາສາ.

ເອສະເທີກ່ຽວຂ້ອງກັບມໍເດໄກແນວໃດ?

ເອສະເທີເປັນລູກສາວຂອງລຸງເຂົາ.

Esther 2:8

ເຮໄກ ໄດ້ຈັດຕຽມຫຍັງໄວ້ສຳລັບເອສະເທີ?

ເຮໄກ ໄດ້ຈັດຕຽມເຄື່ອງສຳອາງ ແລະ ອາຫານໃຫ້ແກ່ນາງຢ່າງທັນທີ. ເຂົາຍັງໄດ້ຈັດຕັ້ງສາວໃຊ້ເຈັດຄົນໃຫ້ແກ່ນາງຈາກຣາຊະວັງຂອງກະສັດ.

Esther 2:10

ເປັນຫຍັງເອສະເທີຈຶ່ງບໍ່ໄດ້ບອກຜູ້ໃດວ່າ ນາງເປັນຄົນຂອງໃຜ ຫລື ໃຜເປັນຍາດພີ່ນ້ອງຂອງນາງ?

ເອສະເທີບໍ່ໄດ້ບອກເລົ່າໃຫ້ໃຜຟັງທັງສິ້ນວ່ານາງເປັນຊົນຊາດໃດ ຫລືເປັນຍາດພີ່ນ້ອງໃຜ, ເພາະມໍເດໄກໄດ້ບອກນາງເອົາໄວ້ວ່າບໍ່ໃຫ້ບອກໃຜ.

Esther 2:12

ເມື່ອຍິງສາວໄປຫາກະສັດ, ລາວໄດ້ຮັບຫຍັງ?

ເມື່ອຍິງສາວແຕ່ລະຄົນເຂົ້າເຝົ້າກະສັດ, ສິ່ງໃດທີ່ນາງປາຖະຫນາຈະໄດ້ຮັບ.

Esther 2:14

ຍິງນັ້ນຈະກັບໄປຫາາກະສັດເມື່ອໃດ?

ຍິງນັ້ນຈະບໍ່ໄດ້ກັບອອກມານອກຈາກ ພຣະອົງຊົງພໍພຣະທັຍໃນຕົວນາງ ແລະ ໃຫ້ນາງກັບເຂົ້າໄປບົວລະບັດອີກຄັ້ງ.

Esther 2:15

ເອສະເທີໄດ້ຂໍຫຍັງ?

ນາງບໍ່ໄດ້ຮ້ອງຂໍສິ່ງໃດເລີຍ ເວັ້ນແຕ່ສິ່ງທີ່ເຮໄກ ຊາຍຕອນຂອງກະສັດ, ໄດ້ແນະນຳແກ່ນາງ.

ເອສະເທີໄດ້ຖືກນຳເຂົ້າໄປຫາາກະສັດອາຫາສຸເອຣັດເມື່ອໃດ?

ເອສະເທີຖືກພາເຂົ້າໄປໃນພຣະຣາຊະວັງຂອງກະສັດອາ​ຫາ​ສຸ​ເອ​ຣັດໃນເດືອນທີສິບ, ຊຶ່ງເປັນເດືອນຂອງເຕເບັດຊຶ່ງເປັນປີທີເຈັດຂອງຣາຊະການຂອງພະອົງ

Esther 2:17

ເປັນຫຍັງກະສັດຈຶ່ງສວມມົງກຸດໃສ່ເທິງຫົວຂອງເອສະເທີແລະ ຕັ້ງນາງໃຫ້ເປັນພະຣາຊີນີ?

ກະສັດໄດ້ຮັກນາງຫລາຍກວ່າຍິງສາວຜູ້ອື່ນໃດ, ນາາງເປັນທີ່ໂປດປານ ແລະ ເມດຕາຕໍ່ກະສັດ. ສະນັ້ນ, ກະສັດໄດ້ສວມມົງກຸດໃສ່ຫົວຂອງນາງໃຫ້ເປັນຣາຊີນີ.

Esther 2:19

ບິກທານ ແລະ ເຕເຣເຊ ຊອກຫາທາງຈະເຮັດຫຍັງຕໍ່ກະສັດອາຫາສຸເອຣັດ?

ບິກທານ ແລະ ເຕເຣເຊ ຊອກຫາທາງຈະທຳຮ້າຍກະສັດອາຫາສຸເອຣັດ.

Esther 2:22

ມີຫຍັງເກີດຂຶ້ນຕໍ່ ບິກທານ ແລະ ເຕເຣເຊ?

ຊາຍທັງສອງຄົນຖືກນຳເອົາໄປແຂວນຄໍ.

Esther 3

Esther 3:1

ແມ່ນໃຜທີ່ຄຸເຂົ່າ ແລະ ກົ້ມກາບຕໍ່ຮາມານ?

ມະຫາດເລັກທຸກຄົນຂອງກະສັດທີ່ຢູ່ປະຕູຂອງກະສັດຈະຄຸເຂົ່າລົງ ແລະກົ້ມກາບຣາມານ.

Esther 3:3

ມໍເດໄກປະຕິເສດທີ່ຈະເຮັດຫຍັງ?

ມໍເດໄກ ໄດ້ປະຕິເສດທີ່ຈະເຮັດຕາມບັນດາມະຫາດເລັກຂອງກະສັດ.

Esther 3:5

ຮາມານຕ້ອງການທີ່ຈະຂ້າໃຜ?

ຮາມານຕ້ອງການທີ່ຈະຂ້າມໍເດໄກພ້ອມກັບຄົນຢູ່ທັງຫລາຍດ້ວຍ.

Esther 3:8

ໃນເວລາທີ່ພວກເຂົາຈົກສະຫລາກ, ພວກເຂົາໄດ້ເລືອກເດືອນໃດ?

ເມື່່ອພວກເຂົາຈົກສະຫລາກ.., ພວກເຂົາເລືອກເອົາເດືອນທີສິບສອງ (ເຊິ່ງເປັນເດືອນອາດານ)

ຮາມານພ້ອມທີ່ຈະຈ່າຍໄວ້ໃນຄັງເງິນຂອງກະສັດຫລາຍປານໃດ ຖ້າກະສັດຈະອອກຄຳສັ່ງໃຫ້ຂ້າຊາວຢິວ?

ຮາມານເຕັມໃຈ ທີ່ຈະເອົາເງິນເຂົ້າໃນຄັງສົມບັດຂອງກະສັດຈຳນວນຫນຶ່ງຫມື່ນຕະລັນຖ້າກະສັດຈະອອກຄຳສັ່ງໃຫ້ຂ້າຊາວຢິວ.

Esther 3:12

ສານໄດ້ຖືກແຈກຍາຍເຖິງແຂວງທັງຫລາຍຂອງກະສັດແນວໃດ?

ສານໄດ້ມອບສານເຫລົ່ານັ້ນດ້ວຍມື ໄປຍັງແຂວງທັງຫມົດຂອງກະສັດ.

Esther 3:14

ເມືອງຊູຊາໄດ້ຕອບສະຫນອງຕໍ່ກົດຫມາຍແນວໃດ?

ເມືອງຊູຊາກຳລັງເກີດຄວາມສັບສົນວຸ້ນວາຍ.

Esther 4

Esther 4:1

ມໍເດໄກ ໄດ້ໄປໄກເທົ່າໃດ? ແລະ ເປັນຫຍັງ?

ທ່ານໄດ້ຂຶ້ນໄປເຖິງແຕ່ປະຕູຂອງກະສັດເທົ່ານັ້ນ ເພາະໃຜກໍຕາມທີ່ໃສ່ຜ້າກະສອບຈະບໍ່ໄດ້ຮັບອານຸຍາດໃຫ້ຜ່ານເຂົ້າໄປ.

Esther 4:4

ເມື່ອເອສະເທີສົ່ງເສື້ອຜ້າໄປໃຫ້ ມໍເດໄກ, ທ່ານໄດ້ຕອບສະຫນອງແນວໃດ?

ນາງຈຶ່ງສົ່ງເສື້ອຄຸມໄປໃຫ້ກັບມໍເດໄກ, ແຕ່ທ່ານປະຕິເສດບໍ່ຮັບມັນ.

Esther 4:6

ມໍເດໄກ ໄດ້ລາຍງານຫຍັງຕໍ່ຮາທາດ?

ມໍເດໄກໄດ້ລາຍງານເລື່ອງລາວທັງຫມົດທີ່ເກີດຂຶ້ນກັບເຂົາ, ແລະ ເລື່ອງຈຳນວນເງິນທັງຫມົດທີ່ຮາມານສັນຍາຖວາຍໃຫ້ແກ່ກະສັດເພື່ອເອົາໄປໃສ່ໃນຄັງຂອງພະອົງ, ເພື່ອຈະໄດ້ສັງຫານຊົນຊາດຢິວທັງຫມົດ.

ເປັນຫຍັງ ມໍເດໄກຈຶ່່ງໄດ້ມອບສຳເນົາຊອງຈົດຫມາຍເລື່ອງການທຳລາຍຊົນຊາດຢິວ ທີ່ສົ່ງໄປທົ່ວຊູຊາໃຫ້ກັບຮາທາດ?

ທ່ານເຮັດເຊັ່ນນີ້ ເພື່ອຮາທາດຈະໄດ້ນຳໄປມອບໃຫ້ນາງເອສະເທີ, ແລະ ທ່ານຕ້ອງການໃຫ້ນາງຮັບຜິດຊອບເລື່ອງການເຂົ້າເຝົ້າກະສັດ ເພື່ອອ້ອນວອນກະສັດຂໍຄວາມເມດຕາ, ແລະ ຂໍຮ້ອງແທນຊົນຊາດຂອງນາງ.

Esther 4:9

ມີຫຍັງເກີດຂຶ້ນ ຖ້າຊາຍ ຫລື ຍິງ ທີ່່ເຂົ້າໄປໃນເດີ່ນຊັ້ນໃນ ໂດຍບໍ່ໄດ້ຮັບຄຳສັ່ງ?

ບໍ່ວ່າຊາຍ ຫລື ຍິງໃດທີ່ເຂົ້າໄປໃນເດີ່ນຊັ້ນໃນຂອງກະສັດໂດຍບໍ່ມີການຮັບສັ່ງ, ມີກົດພຽງຂໍ້ດຽວເທົ່ານັ້ນຄື ຜູ້ນັ້ນຈະຕ້ອງຖືກປະຫານຊີວິດ ເວັ້ນແຕ່ຜູ້ທີ່ກະສັດໄດ້ຊົງຍື່ນໄມ້ຄ້ອນເທົ້າທອງຄຳເພື່ອໄວ້ຊີວິດຜູ້ນັ້ນ.

Esther 4:13

ມໍເດໄກ ເວົ້າວ່າຈະມີຫຍັງເກີດຂຶ້ນ ຖ້າເອສະເທີຫາກຍັງມິດຫງຽບຢູ່?

ຖ້າເອສະເທີຍັງມິດງຽບເຊັ່ນນີ້ຕໍ່ໄປ, ການຊ່ວຍເຫລືອ ແລະ ການຊ່ວຍກູ້ຂອງຊົນຊາດຢິວຄົງມາຈາກບ່ອນອື່ນ, ແຕ່ທ່ານ ແລະ ຄອບຄົວຂອງທ່ານເອງກໍຕ້ອງພິນາດໄປດ້ວຍເຊັ່ນດຽວກັນ.

Esther 4:15

ເອສະເທີ ໄດ້ບອກ ມໍເດໄກ ວ່າແນວໃດ?

ນາງເອສະເທີຈຶ່ງສົ່ງຂໍ້ຄວາມໄປຫາມໍເດໄກວ່າ, ຈົ່ງໄປຮວບຮວມຊາວຢິວທຸກຄົນທີ່ຢູ່ໃນຊູຊາ, ແລະ ຈົ່ງຖືສິນອົດອາຫານເພື່ອຂ້ານ້ອຍ. ຢ່າໄດ້ກິນ ຫລື ດື່ມເປັນເວລາສາມວັນສາມຄືນ.

Esther 5

Esther 5:1

ເດີ່ນຊັ້ນໃນຢູ່ບ່ອນໃດໃນພະຣາຊະວັງຂອງກະສັດ?

ເດີ່່່່່່ນຊັ້ນໃນຂອງກະສັດ ດ້ານຫນ້າຣາຊະວັງຂອງກະສັດ.

ເມື່ອກະສັດເຫັນພະຣາຊີນີເອສະເທີຢືນຢູ່ໃນເດີ່ນຊັ້ນໃນ, ເເປັນຫຍັງກະສັດຄືຍື່ນໄມ້ຄ້ອນເທົ້າທອງຄຳອອກ?

ພຣະນາງກໍໄດ້ຮັບຄວາມໂປດປານໃນພະເນດຂອງພະອົງ. ສະນັ້ນ, ພະອົງຈຶ່ງໄດ້ຊົງຍືນໄມ້ຄອນເທົ້າທອງຄຳໃນມືຂອງພະອົງອອກ.

Esther 5:3

ເອສະເທີ ໄດ້ທູນຂໍຫຍັງຈາກກະສັດ?

ນາງເອສະເທີ ທູນຂໍໃຫ້ກະສັດ ແລະ ຮາມານລົງມາໃນວັນນີ້ທີ່ງານລ້ຽງສະຫລອງທີ່ຂ້ານ້ອຍໄດ້ຈັດຕຽມໄວ້ໃຫ້ກັບເຂົາ.

Esther 5:7

ເອສະເທີໄດ້ທູນຂໍສິ່ງໃດໃນຄັ້ງທີສອງ?

ຂໍເຊີນພະອົງ ແລະ ຮາມານ ຊົງມາຮ່ວມງານລ້ຽງທີ່ຂ້ານ້ອຍໄດ້ຈັດຕຽມສຳລັບພະອົງໃນມື້ອື່ນ.

Esther 5:9

ຮາມານໄດ້ເລົ່າຫຍັງໃຫ້ຄອບຄົວຂອງລາວຟັງ?

ຮາມານກໍເລົ່າໃຫ້ພວກເຂົາຟັງເຖິງຄວາມຮັ່ງມີຂອງເຂົາ, ຈຳນວນລູກຊາຍທັງຫລາຍຂອງເຂົາ, ແລະ ທີ່ກະສັດໄດ້ຊົງເລື່ອນຕຳແຫນ່ງທັງຫລາຍຊຶ່ງກະສັດໄດ້ໃຫ້ກຽດຕິຍົດແກ່ເຂົາ, ແລະ ອຳນາດທີ່ເຂົາໄດ້ຮັບເຫນືອຂ້າຣາຊະການ ແລະ ຂ້າຮັບໃຊ້ທັງປວງຂອງກະສັດ.

Esther 5:12

ຮາມານຮູ້ສຶກແນວໃດ ໃນການຖືກເຊີນໄປຮ່ວມງານລ້ຽງສະຫລອງທີ່ບໍ່ມີຄ່າຫຍັງຕໍ່ລາວ?

ຖືກເຊີນໄດ້ຮ່ວມງານລ້ຽງສະຫລອງເປັນສິ່ງທີ່ບໍ່ມີຄ່າຫຍັງຕໍ່ກັບໂຕຂ້າພະເຈົ້າ, ຕາບໃດທີ່ຂ້າພະເຈົ້າຍັງເຫັນມໍເດໄກ ຄົນຢິວຍັງນັ່ງຢູ່ທີ່ປະຕູພະຣາຊະວັງຂອງກະສັດນັ້ນ.

Esther 5:14

ເຊເຮເຊ ໄດ້ບອກໃຫ້ຮາມານເຮັດຫຍັງ? ແລະ ເປັນຫຍັງ?

ເຊເຮເຊໄດ້ບອກລາວສ້າງບ່ອນແຂວນຄໍສູງຊາວສອງແມັດ ເພື່ອໃຫ້ພວກເຂົານຳມໍເດໄກໄປແຂວນຄໍທີ່ນັ້ນ.

Esther 6

Esther 6:1

ເປັນຫຍັງກະສັດຈຶ່ງໄດ້ຊົງສັ່ງໃຫ້ຂ້າຮັບໃຊ້ນຳບັນທຶກລາຍງານໃນຣາຊະການຂອງພະອົງມາ?

ໃນຄືນນັ້ນ ກະສັດບໍ່ສາມາດນອນໄດ້, ສະນັ້ນ ພະອົງຈຶ່ງໄດ້ຊົງສັ່ງໃຫ້ຂ້າຮັບໃຊ້ນຳບັນທຶກລາຍງານໃນຣາຊະການຂອງພະອົງມາ.

ໄດ້ເຮັດຫຍັງເພື່ອເປັນການໃຫ້ກຽດ ຫລື ການຍ້ອງຍໍ ທີ່ມໍເດໄກໄດ້ບອກກະສັດກ່ຽວກັບບິກທານ ແລະ ເຕເຣເຊ?

ຍັງບໍ່ໄດ້ເຮັດຫຍັງໃຫ້ເຂົາເປັນການໃຫ້ກຽດ ຫລື ການຍ້ອງຍໍໃດໆເລີຍ ທີ່ມໍເດໄກໄດ້ບອກກະສັດກ່ຽວກັບບິກທານ ແລະ ເຕເຣເຊ.

Esther 6:4

ເມື່ອກະສັດໄດ້ຖາມຮາມານວ່າ, "ຄວນເຮັດແນວໃດຕໍ່ຊາຍທີ່ໄດ້ຮັບຄວາມໂປດປານຈາກກະສັດ ເພື່ອເປັນການໃຫ້ກຽດ, ຮາມານໄດ້ຄິດແມ່ນໃຜທີ່ກະສັດໄດ້ເວົ້າເຖິງ?

ເມື່ອກະສັດໄດ້ເວົ້າກັບຮາມານວ່າ ຄວນຈະເຮັດສິ່ງໃດຕໍ່ຊາຍທີ່ໄດ້ຮັບບຄວາມໂປດປານຈາກກະສັດ ເພື່ອເປັນການໃຫ້ກຽດ, ຮາມານຄິດວ່າ ກະສັດເວົ້າເຖິງລາວ.

Esther 6:7

ໃຜຈະເປັນຄົນແຕ່ງກາຍໃຫ້ກັບຊາຍຄົນທີ່ກະສັດຊົງໂປດປານ ເພື່ອເປັນການໃຫ້ກຽດ ແລະ ນຳລາວຂີ່ຫລັງມ້າໄປຕາມທາງໃນເມືອງ?

ຂ້າຣາຊະການສູງສຸດຂອງກະສັດຈະແຕ່ງກາຍໃຫ້ຊາຍຄົນນັ້ນຄືຜູ້ທີ່ກະສັດຊົງໂປດປານ ແລະ ໃຫ້ກຽດແກ່ເຂົາ, ໃຫ້ພວກເຂົາພາຊາຍຄົນນັ້ນນັ່ງເທິງມ້າ ແລະ ເດີນໄປຕາມທາງໃນເມືອງ.

Esther 6:10

ໃຜເປັນຄົນແຕ່ງເຄື່ອງໃຫ້ ມໍເດໄກ ແລະ ນຳລາວຂີ່ເທິງຫລັງມ້າແຫ່ຮອບເມືອງ?

ຮາມານເປັນຄົນແຕ່ງເຄື່ອງໃຫ້ມໍເດໄກ ແລະ ນຳລາວແຫ່ເທິງຫລັງມ້າໄປຮອບເມືອງ.

Esther 6:12

ຊາຍຜູ້ມີສະຕິປັນຍາ ແລະ ເມຍຂອງຮາມານໄດ້ເຕືອນລາວກ່ຽວກັບເລື່ອງຫຍັງ?

ຜູ້ຊາຍທີ່ມີປັນຍາ ແລະ ເມຍຂອງລາວ ໄດ້ເວົ້າກັບເຂົາວ່າ, "ຫາກມໍເດໄກ ຄືຄົນຢິວ, ຮາມານບໍ່ມີວັນຈະຊະນະເຂົາໄດ້ແນ່ນອນ, ແຕ່ທ່ານຈະລົ້ມລົງ ແລະ ພ່າຍແພ້ຕໍ່ເຂົາ.

Esther 7

Esther 7:3

ເອສະເທີໄດ້ທູນຂໍສິ່ງໃດ?

ຂ້ານ້ອຍທູນຂໍຊີວິດຂອງຂ້ານ້ອຍ ແລະ ຊົນຊາດຂອງຂ້ານ້ອຍດ້ວຍ.

ເອສະເທີໄດ້ເວົ້າວ່າລາວຈະເຮັດຫຍັງໄດ້ແດ່ຖ້າປະຊາຊົນຂອງນາງຖືກຂາຍໄປເປັນຂ້າທາດ?

ຖ້າປະຊາຊົນຂອງນາງຖືກຂາຍໄປເປັນຂ້າທາດ, ນາງກ່າວວ່າລາວຈະງຽບຢູ່.

Esther 7:6

ແມ່ນໃຜທີ່ເອສະເທີ ບັນລະຍາຍເຖິງວ່າ "ຊາຍຊົ່ວ ແລະ ສັດຕູນັ້ນ...!"

ຜູ້ທີ່ເອສະເທີ ບັນລະຍາຍເຖິງແມ່ນ ຮາມານ.

ຮາມານໄດ້ເຮັດຫຍັງເມື່ອກະສັດລຸກຂຶ້ນດ້ວຍຄວາມໂກດຮ້າຍຈາກການດື່ມເຫລົ້າອະງຸ່ນ?

ເມື່ອກະສັດກໍໄດ້ຊົງລຸກຂຶ້ນດ້ວຍຄວາມໂກດຮ້າຍຈາກການດື່ມເຫລົ້າອະງຸ່ນ, ແຕ່ຮາມານນັ້ນໄດ້ຄຸກເຂົ່າ ຮ້ອງຂໍຊີວິດຂອງເຂົາຈາກພະຣາຊີນີເອສະເທີ.

Esther 7:8

ຫລັງຈາກຮາມານລົ້ມລົງຢູ່ທີ່ປະທັບ ບ່ອນທີ່ນາງເອສະເທີໄດ້ປະທັບຢູ່, ກະສັດໄດ້ຄິດວ່າ ຮາມານຈະເຮັດຫຍັງ?

ຮາມານນັ້ນລົ້ມລົງຢູ່ທີ່ປະທັບ ບ່ອນທີ່ນາງເອສະເທີໄດ້ປະທັບຢູ່, ກະສັດໄດ້ຄິດວ່າ, ເຂົາຈະທຳຮ້າຍພຣະຣາຊີນີຕໍ່ຫນ້າພະອົງ.

Esther 7:9

ກະສັດໄດ້ຮັບສັ່ງໃຫ້ເອົາຮາມານໄປແຂນຄໍຢູ່ໃສ?

ກະສັດໄດ້ຮັບສັ່ງໃຫ້ເອົາຮາມານ ແລະ ຄອບຄົວຂອງລາວໄປແຂນຄໍຢູ່ບ່ອນທີ່ຮາມານສ້າງສຳລັບແຂນຄໍ ມໍເດໄກ.

Esther 8

Esther 8:1

ເປັນຫຍັງມໍເດໄກ ຈຶ່ງໄດ້ເລີ່ມບົວລະບັດກະສັດ?

ມໍເດໄກກໍໄດ້ເລີ່ມບົວລະບັດຮັບໃຊ້ກະສັດ, ເພາະນາງເອສະເທີໄດ້ທູນກະສັດວ່າ ມໍເດໄກກ່ຽວຂ້ອງກັບນາງຢ່າງໃດ.

ເປັນຫຍັງ ມໍເດໄກ ຈຶ່ງໄດ້ຖືກມອບຫມາຍໃຫ້ດູູແລຊັບສົມບັດຂອງຮາມານ?

ນາງເອສະເທີປາຖະຫນາໃຫ້ມໍເດໄກ ເປັນຜູ້ດູແລເຫນືອຊັບສົມບັດຕ່າງໆຂອງຮາມານ.

Esther 8:3

ກະສັດໄດ້ເຮັດຫຍັງ ເພື່ອເອສະເທີ ຈຶ່ງສາມາດຢືນຕໍ່ພະພັກຂອງກະສັດໄດ້?

ກະສັດກໍໄດ້ຊົງຍື່ນໄມ້ຄ້ອນເທົ້າທອງຄຳຂອງພຣະອົງໃຫ້ແກ່ເອສະເທີ, ແລ້ວນາງກໍໄດ້ຊົງລຸກຂຶ້ນຢືນຕໍ່ຫນ້າກະສັດ.

Esther 8:5

ຮາມານໄດ້ຂຽນຈົດຫມາຍຫຍັງ?

ຮາມານໄດ້ຂຽນຈົດຫມາຍກ່ຽວກັບການນທຳລາຍຊາວຢິວ ຜູ້ຢູ່ໃນແຂວງຕ່າງໆຂອງກະສັດ.

Esther 8:7

ເປັນຫຍັງ ເອສະເທີຈຶ່ງຕ້ອງການຂຽນປປະກາດສຳລັບຄົນຢິວໃນນາມຂອງກະສັດ?

ເອສະເທີ ຕ້ອງການຂຽນປະກາດອີກສະບັບຫນຶ່ງສຳລັບຄົນຢິວໃນນາມຂອງກະສັດ, ເພາະປະກາດທີ່ໄດ້ຂຽນໄປແລ້ວນັ້ນໃນນາມຂອງກະສັດ ແລະ ປະທັບດ້ວຍແຫວນຕາຂອງກະສັດບໍ່ສາມາດເພີກຖອນໄດ້.

Esther 8:9

ເລຂາທິການຂອງກະສັດໄດ້ຖືກຮ້ອງເຂົ້າມາໃນເວລາ?

ເລຂາທິການຂອງກະສັດກໍໄດ້ຖືກຮ້ອງເຂົ້າມາໃນເວລານັ້ນ, ໃນເດືອນທີສາມ, ຄືເດືອນຊີວານ, ໃນວັນທີຊາວສາມຂອງເດືອນນັ້ນ.

Esther 8:10

ກະສັດໄດ້ອະນຸຍາດໃຫ້ຊາວຢິວເຮັດຫຍັງ?

ກະສັດໄດ້ຊົງມີຄຳສັ່ງອະນຸຍາດໃຫ້ຄົນຢິວໃນທຸກແຂວງຮວມໂຕກັນເພື່ອຕຽມພ້ອມໃນການປົກປ້ອງຊີວິດຂອງພວກເຂົາຄືໃຫ້ຂ້າ ແລະ ທຳລາຍກອງທັບທັງຫລາຍທີ່ມາຮຸກຮານພວກເຂົາ ຈາກໃຜກໍຕາມ ຫລື ແຂວງໃດກໍຕາມທີ່ອາດຈະໂຈມຕີພວກເຂົາ, ລວມທັງເດັກນ້ອຍ ແລະ ຜູ້ຍິງ, ແລະ ໂຈນທີ່ຈະມາປຸ້ນເອົາຊັບສົມບັດຂອງພວກເຂົາ.

Esther 8:15

ເປັນຫຍັງຄົນທັງຫລາຍທ່າມກາງປະຊາຊາດທັງຫລາຍຈຶ່ງກາຍມາເປັນຊາວຢິວ?

ຄົນຢ່າງຫລວງຫລາຍຈາກແຜ່ນດິນຕ່າງໆ ໄດ້ກາຍເປັນຄົນຢິວ, ເພາະວ່າຄວາມຢ້ານຂອງຄົນຢິວໄດ້ຕົກຢູ່ເຫນືອພວກເຂົາ.

Esther 9

Esther 9:1

ເປັນຫຍັງຄືບໍ່ມີໃຜສາມາດຢືນຕໍ່ສູ້ຊາວຢິວໄດ້?

ບໍ່ມີໃຜຢືນຢັດຕໍ່ສູ້ພວກເຂົາໄດ້, ເພາະຄວາມຢ້ານທີ່ມີຕໍ່ພວກຢິວໄດ້ຕົກຢູ່ນຳຄົນທັງປວງ.

Esther 9:3

ຊາວຢິວໄດ້ເຮັດແນວໃດຕໍໍ່ສັດຕູຂອງເຂົາ?

ພວກຢິວໄດ້ໂຈມຕີສັດຕູຂອງພວກເຂົາດ້ວຍຄົມດາບ, ຂ້າ ແລະ ທຳລາຍພວກກເຂົາ, ແລະ ເຮັດຕາມທີ່ພວກເຂົາມັກຕໍ່ຄົນເຫລົ່ານັ້ນທີ່ກຽດຊັງພວກເຂົາ.

Esther 9:11

ຊາວຢິວຂ້າໃຜ?

ພວກຢິວໄດ້ຂ້າຄົນຫ້າຮ້ອຍຄົນໃນປ້ອມແຫ່ງເມືອງຊູຊາ, ລວມທັງລູກຊາຍສິບຄົນຂອງຮາມານດ້ວຍ.

Esther 9:13

ເກີດຫຍັງຂຶ້ນກັບຊາກສົບຂອງລູກຊາຍຮາມານທັງສິບ?

ຊາກສົບຂອງລູກຊາຍຮາມານທັງສິບໄດ້ຖືກແຂນໄວ້ຢູ່ບ່ອນແຂນຄໍ.

Esther 9:15

ຊາວຢິວໄດ້ຂ້າຜູ້ຊາຍຈັກຄົນໃນວັນທີສິບສີ່ຂອງເດືອນອາດານ?

ໃນວັນທີສິບສີ່ໃນເດືອນອາດານ, ແລະ ໄດ້ຂ້າຊາຍໃນເມືອງຊູຊາອີກສາມຮ້ອຍຄົນ.

Esther 9:17

ເປັນຫຍັງຊາວຢິວທີ່ຢູ່ຕາມຊົນນະບົດຈຶ່ງເອົາວັນທີ່ສິບສີ່ຂອງເດືອນອາດານເປັນມື້ທີ່ສະຫລອງ ແລະ ຍິນດີ?

ພວກຢິວໃນຊົນນະບົດທີ່ອາໄສຢູ່ແຖບນອກໄດ້ໃຫ້ວັນທີສິບສີ່ໃນເດືອນອາດານເປັນວັນລ້ຽງສະຫລອງ ແລະ ຍິນດີຂອງພວກເຂົາ ເພາະໃຫ້ເປັນວັນຢຸດການຂ້າຟັນ ແລະ ພວກເຂົາພັກຜ່ອນ ແລະ ເຮັດໃຫ້ວັນນັ້ນເປັນວັນທີ່ພວກເຂົາສະຫລອງ ແລະ ຍິນດີຮ່ວວມກັນ.

Esther 9:20

ມໍເດໄກ ໄດ້ໃຫ້ຊາວຢິວມີພັນທະໃນການຮັກສາວັນທີສິບສີ່ ແລະ ສິບຫ້າຂອງເດືອນອາດານເລື້ອຍປານໃດ?

ມໍເດໄກໃຫ້ພວກເຂົາຮັກສາໃຫ້ເປັນພັນທະໃນວັນທີສິບສີ່ ແລະ ວັນທີສິບຫ້າໃນເດືອນອາດານຂອງທຸກໆປີ.

Esther 9:23

ບົດໃຫ້ຫມຸ່ນຫມາຍຍຄວາມວ່າແນວໃດ?

ບົດໃຫ້ຫມຸ່ນຫມາຍຄວາມວ່າທຳລາຍ.

Esther 9:26

ເປັນຫຍັງພວກຢິວ ແລະ ເຊື້ອສາຍຂອງພວກເຂົາບໍ່ເຄີຍຢຸດໃນການປະຕິບັດວັນປູຣິມຢ່າງສັດຊື່?

ໃຫ້ພວກຢິວ ແລະລູກຫລານຂອງພວກເຂົາທີ່ຈະບໍ່ຢຸດ ແລະຖືປະຕິບັດວັນປູຣິມ ນີ້ຢ່າງສັດຊື່ ເພື່ອບໍ່ໃຫ້ພວກເຂົາລືມວັນເຫລົ່ານີ້.

Esther 10

Esther 10:1

ກະສັດອາ​ຫາ​ສຸ​ເອ​ຣັດໄດ້ເກັບພາສີຢູ່ໃສ?

ກະສັດອາ​ຫາ​ສຸ​ເອ​ຣັດກໍໄດ້ມີ ຄຳສັ່ງໃຫ້ຈັດເກັບພາສີທົ່ວທັງແຜ່ນດິນ ແລະຕາມຊາຍຝັ່ງທະເລ.

ຄວາມສຳເລັດກ່ຽວກັບອຳນາດທັງຫມົດຂອງ ກະສັດອາຫາສຸເອຣັດ ແລະ ອາດຈະຖືກບັນທືກຢູ່ໃສ?

ຄວາມສຳເລັດທັງຫມົດແຫ່ງອຳນາດ ແລະ ຣິດນຸພາບຂອງພະອົງ ພ້ອມດ້ວຍຄວາມຍິ່ງໃຫຍ່ຂອງມໍເດໄກ ທີ່ກະສັດໄດ້ຊົງຍົກເຂົາຂຶ້ນ, ສິ່ງເຫລົ່ານີ້ໄດ້ມີບັນທຶກໄວ້ໃນຫນັງສື ປະຫວັດສາດຂອງກະສັດແຫ່ງມີເດຍ ແລະ ເປີເຊຍ.

Esther 10:3

ມໍເດໄກຊາວຢິວມີຕຳແຫນ່ງຫຍັງ?

ມໍເດໄກຄົນຢິວມີຕຳແຫນ່ງຮອງເປັນອັນດັບສອງຖັດຈາກກະສັດອາ​ຫາ​ສຸ​ເອ​ຣັດ.

ເປັນຫຍັງມໍເດໄກຈຶ່ງເປັນໃຫຍ່ທ່າມກາງຊາວຢິວ ແລະ ເປັນທີ່ຊື່ນຊອບແກ່ພີ່ນ້ອງຊາວຢິວທັງຫລາຍຂອງລາວ?

ທ່ານເປັນຜູ້ຍິ່ງໃຫຍ່ທ່າມກາງພວກຢິວ ແລະເປັນທີ່ຊື່ນຊອບຂອງພີ່ນ້ອງຊາວຢິວທັງຫລາຍ. ເພາະທ່ານໄດ້ສະແຫວງຫາ ສະຫວັດດີພາບແກ່ຄົນຂອງທ່ານແລະ ທ່ານໄດ້ເວົ້າໃຫ້ເກີດສັນຕິສຸກແກ່ຊົນຊາດຂອງທ່ານທັງຫມົດ.