ພາສາລາວ (Lao): translationQuestions Print

Updated ? hours ago # views See on WACS

Revelation 1

Revelation 1:1

ໄດ້ຮັບການເປີດເຜີຍຄັ້ງທຳອິດມາຈາກໃຜ ແລະໃຜຄືຜູ້ທີ່ເປີດເຜີຍ?

ພຣະນິມິດຂອງພະເຢຊູຄຣິດເຈົ້າ ທີ່ພຣະເຈົ້າຊົງປຣະທານໃຫ້ແກ່ພຣະອົງເພື່ອສຳແດງຕໍ່ບັນດາຜູ້ຮັບໃຊ້ຂອງພຣະອົງວ່າຈະຕ້ອງເກີດຫຍັງຂຶ້ນແດ່ອີກບໍ່ຊ້ານີ້

ເຫດການຂອງພຣະນິມິດຈະເກີດຂຶ້ນເມື່ອໃດ?

ເຫດການພຣະນິມິດ ຈະເກີດຂຶ້ນໃນອີກບໍ່ດົນ.

ໃຜຈະໄດ້ຮັບພອນໃນປຶ້ມຫົວນີ້?

ຜູ້ທີ່ອ່ານດັງໆ, ໄດ້ຍິນ ແລະ ເຊື່ອຟັງປຶ້ມຫົວນີ້ຈະໄດ້ຮັບພອນ.

Revelation 1:4

ໃຜຂຽນປຶ້ມຫົວນີ້ ແລະ ທ່ານຂຽນຫາໃຜ?

ໂຢຮັນຂຽນຈົດໝາຍນີ້ ແລະ ຂຽນຫາຄຣິດສະຈັກທັງເຈັດໃນ ອາຊີ.

ສາມເລື່ອງຫຍັງທີ່ໂຢຮັນໃຫ້ພຣະເຢຊູຄຣິດ?

ໂຢຮັນໃຫ້ພຣະເຢຊູຄຣິດ ໃຫ້ຕຳແຫນ່ງເປັນພະຍານທີ່ຊື່ສັດ, ລູກຊາຍກົກຂອງຄົນຕາຍ ແລະ ເປັນຜູ້ປົກຄອງບັນດາກະສັດໃນແຜ່ນດິນໂລກ.

ແມ່ນຫຍັງທີ່ພຣະເຢຊູໃຫ້ແກ່ຜູ້ທີ່ເຊື່ອ?

ພຣະເຢຊູໄດ້ໃຫ້ຜູ້ທີ່ເຊື່ອເປັນອານາຈັກ ແລະ ປະໂລຫິດຕໍ່ພຣະເຈົ້າພຣະບິດາເຈົ້າ.

Revelation 1:7

ໃຜຈະສາມາດເຫັນພຣະເຢຊູເມື່ອພຣະອົງສະເດັດມາ?

ທຸກໆສາຍຕາຈະໄດ້ເຫັນພຣະເຢຊູເມື່ອພຣະອົງສະເດັດມາ,ລວມໄປທັງຜູ້ທີ່ແທງພຣະອົງ.

ອົງພຣະຜູ້ເປັນເຈົ້າໄດ້ບັນຍາຍຕົນເອງແນວໃດ?

ອົງພຣະເປັນເຈົ້າບັນຍາຍຕົວເອງວ່າ ອາລາຟາ ແລະ ໂອເມກາ, ພຣະຜູ້ເປັນເຈົ້າຊົງກ່າວວ່າ, "ຜູ້ຊົງເປັນຢູ່, ຜູ້ເຄີຍເປັນຢູ່ ແລະ ຜູ້ທີ່ຈະສະເດັດມາ ຜູ້ຊົງຣິດອຳນາດຍິ່ງໃຫຍ່ສູງສຸດ.

Revelation 1:9

ເປັນຫຍັງໂຢຮັນຈຶ່ງຢູ່ເທິງເກາະປັດໂມ?

ໂຢຮັນຢູ່ເທິງເກາະປັດໂມເພາະວ່າໄດ້ປະກາດພຣະທັມຂອງພຣະເຈົ້າ ແລະ ໃນການເປັນພະຍານ ຝ່າຍພຣະເຢຊູເຈົ້າ.

ມີສຽງດັງທາງຫລັງໂຢຮັນບອກໃຫ້ລາວເຮັດຫຍັງ?

ສຽງດັງທາງຫລັງໂຢຮັນບອກໃຫ້ລາວຂຽນຫນັງສືທີ່ລາວເຫັນ ແລະ ສົ່ງໃຫ້ຄຣິດຕະຈັກທັງເຈັດ.

Revelation 1:14

ໂຢຮັນໄດ້ເຫັນຊາຍຄົນນັ້ນມີຜົມ ແລະ ຕາ ເປັນແບບໃດ?

ໂຢຮັນໄດ້ເຫັນຊາຍຄົນນັ້ນມີຜົມສີຂາວຄືຂົນເເກະ ແລະ ຕາຄືດັ່ງແປວໄຟລຸກ.

ສິ່ງໃດທີ່ຢູ່ມືຂວາຂອງຊາຍຄົນນັ້ນ ແລະ ມີຫຍັງອອກມາຈາກປາກຂອງຊາຍຄົນນັ້ນ?

ຊາຍຄົນນັ້ນຖືດວງດາວເຈັດດວງໄວ້ໃນມືຂວາຂອງເຂົາແລະ ມີດາບສອງຄົມອອກມາຈາກປາກຂອງຊາຍຄົນນັ້ນ .

Revelation 1:17

ໂຢຮັນໄດ້ເຮັດຫຍັງເມື່ອລາວເຫັນຊາຍຄົນນັ້ນ?

ໂຢຮັນໄດ້ລົ້ມລົງໃກ້ຕີນຂອງພຣະອົງເຫມືອນດັ່ງຄົນຕາຍ.

ຊາຍຄົນນັ້ນບອກວ່າລາວມີກະແຈຫຍັງ?

ຊາຍຄົນໄດ້ນັ້ນບອກວ່າລາວມີກະແຈແຫ່ງຄວາມຕາຍ ແລະ ແດນມໍຣະນາ.

Revelation 1:19

ຄວາມຫມາຍຂອງເຈັດດາວ ແລະ ໂຄມໄຟຄຳທັງເຈັດ ແມ່ນຫຍັງ?

ດາວທັງເຈັດ ແມ່ນທູດສະຫວັນຂອງເຈັດຄຣິດຕະຈັກ ແລະ ໂຄມທັງເຈັດຫນ່ວຍແມ່ນເຈັດຄຣິດຕະຈັກ.

Revelation 2

Revelation 2:1

ສ່ວນຕໍ່ຂອງຈົດໝາຍໄດ້ຂຽນຫາທູດສະຫວັນອົງໃດ?

ສ່ວນຕໍ່ຂອງຈົດໝາຍໄດ້ຂຽນຫາທູດສະຫວັນຂອງຄຣິດຕະຈັກໃນເອເຟໂຊ.

ຄຣິດຕະຈັກໃນເມືອງເອເຟໂຊໄດ້ເຮັດຫຍັງກ່ຽວກັບຜູ້ທີ່ຊົ່ວ ແລະ ຜູ້ທີ່ອ້າງຕົນວ່າເປັນອັກຄະສາວົກ?

ຄຣິດຕະຈັກໃນເມືອງເອເຟໂຊບໍ່ໄດ້ເອົາໃຈໃສ່ກັບຜູ້ທີ່ຊົ່ວນັ້ນ ແລະ ໄດ້ທົດສອບພວກທີ່ອ້າງຕົນວ່າເປັນອັກຄະສາວົກ .

Revelation 2:3

ພຣະຄຣິດມີຫຍັງຕໍ່ຕ້ານຄຣິດຕະຈັກເມືອງເອເຟໂຊ?

ພຣະຄຣິດມີຫຍັງຕໍ່ຕ້ານຄຣິດຕະຈັກເມືອງເອເຟໂຊວ່າພວກເຂົາໄດ້ປະຖິ້ມຄວາມຮັກຄວາມຮັກຄັ້ງທຳອິດຂອງພວກເຂົາ.

ພຣະຄຣິດໄດ້ບອກວ່າຫຍັງຖ້າພວກເຂົາບໍ່ກັບໃຈ?

ພຣະຄຣິດກ່າວວ່າລາວຈະກັບມາເອົາໂຄມໄຟຂອງພວກເຂົາອອກຈາກບ່ອນນັ້ນຖ້າພວກເຂົາບໍ່ກັບໃຈ.

Revelation 2:6

ແມ່ນຫຍັງທີ່ພຣະຄຣິດສັນຍາກັບຄົນທີ່ໄຊຊະນະ?

ພຣະຄຣິດສັນຍາກັບຜູ້ໃດທີ່ມີໄຊຊະນະ ຜູ້ນັ້ນຈະມີສິດກິນຜົນຈາກຕົ້ນໄມ້ແຫ່ງຊິວິດ ທີ່ມີຢູ່ໃນເມືອງສຸກກະເສີມຂອງພຣະເຈົ້າ.

Revelation 2:8

ສ່ວນຕໍ່ຂອງຈົດໝາຍໄດ້ຂຽນຫາທູດສະຫວັນອົງໃດ?

ສ່ວນຕໍ່ຂອງຈົດໝາຍໄດ້ຂຽນຫາທູດສະຫວັນຂອງຄຣິດຕະຈັກໃນເມືອງຊະມີນາ.

ຄຣິດຕະຈັກໃນເມືອງຊະມີນາມີປະສົບການຫຍັງ?

ຄຣິດຕະຈັກໃນເມືອງຊະມີນາມີປະສົບການຄວາມທຸກຍາກ, ຄວາມຍາກຈົນ ແລະ ຖືກໃສ່ຮ້າຍ.

Revelation 2:10

ພຣະຄຣິດໄດ້ຊົງສັນຍາຫຍັງກັບຜູ້ທີ່ຊື່ສັດຈົນວັນຕາຍ ແລະ ຄົນທີ່ມີໄຊຊະນະເຫລົ່ານັ້ນ?

ພຣະຄຣິດໄດ້ຊົງສັນຍາກັບຜູ້ທີ່ຊື່ສັດຈົນວັນຕາຍ ແລະ ຄົນທີ່ມີໄຊຊະນະເຫລົ່ານັ້ນວ່າຈະໄດ້ຮັບມົງກຸດແຫ່ງຊີວິດ ແລະ ຈະບໍ່ໄດ້ຮັບອັນຕະລາຍຈາກຄວາມຕາຍຄັ້ງທີ່ສອງເລີຍ.

Revelation 2:12

ສ່ວນຕໍ່ຂອງຈົດໝາຍໄດ້ຂຽນຫາທູດສະຫວັນອົງໃດ?

ສ່ວນຕໍ່ຂອງໝາຍໄດ້ຂຽນຫາທູດສະຫວັນຂອງຄຣິດຕະຈັກໃນເມືອງເປຄາໂມ.

ຄຣິດຕະຈັກໃນເປຄາໂມອາໃສຢູ່ໃສ?

ຄຣິດຕະຈັກໃນເປຄາໂມອາໃສຢູ່ບັນລັງຂອງມານຊາຕານ.

ຄຣິດຕະຈັກໃນເປຄາໂມໄດ້ເຮັດຫຍັງໃນມື້ທີ່ອາຕິປັດຖືກຂ້າ?

ຄຣິດຕະຈັກໃນເປຄາໂມໄດ້ຖືຊື່ຂອງພຣະຄຣິດຢ່າງ ແຫນັນ ແລະ ບໍ່ປະຕິເສດຄວາມເຊື່ອໃນເມື່ອອັນຕິປາຖືກຂ້າ.

Revelation 2:14

ຄຳສອນສອງຢ່າງທີ່ບາງຄົນໃນຄຣິດຕະຈັກໃນເມືອງປາເຄໂມເຊື່ອຫມັ້ນນັ້ນຄືຫຍັງ?

ບາງຄົນໃນເມືອງປາເຄໂມພວກເຂົາເຈົ້າເຊື່ອຫມັ້ນຄຳສອນຂອງບາລາອາມ ແລະ ຄຳສອນຂອງພວກນິໂກລາຍເຕ.

Revelation 2:16

ພຣະຄຣິດຊົງເຕືອນວ່າພຣະອົງຈະຊົງເຮັດຫຍັງ ຖ້າວ່າຄົນທີ່ຍຶດຫມັ້ນໃນຄຳສອນທີ່ບໍ່ແທ້ຈິງເຫລົ່ານີ້, ບໍ່ກັບໃຈ?

ພຣະຄຣິດຊົງເຕືອນວ່າພຣະອົງຈະຊົງສະເດັດມາ ແລະ ຊົງຕໍ່ສູ້ກັບຄົນທີ່ຍຶດຫມັ້ນໃນຄຳສອນທີ່ບໍ່ແທ້ຈິງເຫລົ່ານີ້

ພຣະຄຣິດສັນຍາກັບຜູ້ໃດກ່ຽວກັບຜູ້ທີ່ເອົາຊະນະ?

ສຳລັບຜູ້ທີ່ມີໄຊຊະນະ, ເຮົາຈະໃຫ້ມານາທີ່ເຊື່ອງໄວ້ ແລະ ຈະໃຫ້ຫີນຂາວທີ່ມີຊື່ໃຫມ່ຈາລືກໄວ້ເທິງກ້ອນຫີນນັ້ນ ເປັນຊື່ຊຶ່ງບໍ່ມີໃຜຮູ້ເລີຍນອກຈາກຜູ້ທີ່ໄດ້ຮັບເທົ່ານັ້ນ.

Revelation 2:18

ສ່ວນຕໍ່ຂອງຈົດໝາຍໄດ້ຂຽນຫາທູດສະຫວັນອົງໃດ?

ສ່ວນຕໍ່ຂອງຈົດໝ!ຍໄດ້ຂຽນຫາທູດສະຫວັນຫາຄຣິດຕະຈັກໃນເມືອງທົວເຕຣາ.

ພຣະຄຣິດຮູ້ວ່າຄຣິດຕະຈັກໃນເມືອງທົວເຕຣາໄດ້ເຮັດການດີຫຍັງ?

ພຣະຄຣິດຮູ້ວ່າຄຣິດຕະຈັກໃນເມືອງທົວເຕຣາ ມີຄວາມຮັກ, ຄວາມເຊື່ອ, ການປະຕິບັດ ແລະຄວາມອົດທົນ.

Revelation 2:20

ພຣະຄຣິດຊົງຕໍ່ວ່າຄຣິດຕະຈັກໃນເມືອງທົວເຕຣາວ່າແນວໃດ?

ພຣະຄຣິດຊົງຕໍ່ວ່າຄຣິດຕະຈັກໃນເມືອງທົວເຕຣາວ່າພວກເຂົາທົນຟັງເຢເຊເບນ ຜູ້ທີ່ອ້າງຕົນເອງວ່າເປັນຜູ້ປະກາດພຣະຄັມຂອງພຣະເຈົ້າ.

Revelation 2:22

ພຣະຄຣິດຊົງເຕືອນວ່າພຣະອົງຈະຊົງເຮັດຫຍັງ ຖ້າເຢເຊເບນບໍ່ກັບໃຈ?

ພຣະຄຣິດຊົງເຕືອນວ່າພຣະອົງຈະຖິ້ມນາງລົງໃນຕຽງນອນຂອງຄົນປ່ວຍ, ແລະ ປະຫານພວກລູກໆ ຂອງນາງໃຫ້ຕາຍ ຖ້ານາງບໍ່ກັບໃຈ.

Revelation 2:24

ພຣະຄຣິດບອກໃຫ້ຜູ້ທີ່ບໍ່ຍຶດຫມັ້ນໃນຄຳສອນຂອງເຢຊາເບນໃຫ້ເຮັດຫຍັງ?

ພຣະຄຣິດບອກພວກເຂົາຈົ່ງຢືດຫມັ້ນສິ່ງທີ່ພວກເຈົ້າມີຢູ່ແລ້ວໄວ້ຈົນກວ່າເຮົາຈະມາ.

Revelation 2:26

ພຣະຄຣິດຊົງສັນຍາຫຍັງກັບຄົນທີ່ມີໄຊຊະນະ?

ພຣະຄຣິດຊົງສັນຍາກັບຄົນທີ່ມີໄຊຊະນະເຫລົ່ານັ້ນວ່າຈະມີສິດທິອຳນາດເຫນືອບັນດາປະຊາຊາດ ແລະ ດາວເພັກ(ປະຈຳຮຸ່ງອາລຸນ).

ພຣະຄຣິດບອກວ່າຜູ້ອ່ານປຶ້ມຫົວນີ້ຄວນຟັງຫຍັງ?

ພຣະຄຣິດກ່າວວ່າຜູ້ອ່ານຄວນຟັງສິ່ງທີ່ວິນຍານກຳລັງເວົ້າກັບຄຣິດຕະຈັກ.

Revelation 3

Revelation 3:1

ຕອນຕໍ່ໄປຫນັງສືຫົວນີ້ໄດ້ຂຽນເຖິງທູດສະຫວັນອົງໃດ?

ຕອນຕໍ່ໄປຫນັງສືຫົວນີ້ໄດ້ຂຽນເຖິງທູດສະຫວັນແຫ່ງຄຣິດຕະຈັກໃນເມືອງຊາດິສ.

ຄຣິດຕະຈັກໃນເມືອງຊາດີສໄດ້ຊື່ວ່າຫຍັງ ແຕ່ແມ່ນຫຍັງຄືຄວາມຈິງກ່ຽວກັບພວກເຂົາ?

ຄຣິດຕະຈັກໃນເມືອງຊາດີສໄດ້ຊື່ວ່າມີຊີວິດຢູ່ເຖິງແມ່ນວ່າເຈົ້າຕາຍແລ້ວກໍຕາມ.

ພຣະຄຣິດໄດ້ຕັກເຕືອນໃຫ້ຄຣິດຕະຈັກຊາດີສເຮັດຫຍັງ?

ພຣະຄຣິດໄດ້ຕັກເຕືອນໃຫ້ພວກເຂົາເຈົ້າຈົ່ງຕື່ນຂຶ້ນ ແລະ ຈົ່ງເສີມກຳລັງ.

Revelation 3:5

ພຣະຄຣິດໄດ້ຊົງສັນຍາກັບຜູ້ທີ່ໄດ້ຮັບໄຊຊະນະວ່າແນວໃດ?

ກຸ່ມຄົນທີ່ມີໄຊຊະນະຈະນຸ່ງເສື້ອສີຂາວ, ແລະ ເຮົາຈະບໍ່ລົບຊື່ຂອງເຂົາອອກຈາກຫນັງສືແຫ່ງຊີວິດ, ແລະ ເຮົາຈະຮັບຮອງຊື່ຂອງເຂົາເບື້ອງຫນ້າພຣະບິດາເຈົ້າຂອງເຮົາ, ແລະ ຕໍ່ຫນ້າບັນດາທູດສະຫວັນຂອງພຣະອົງ.

Revelation 3:7

ຕອນຕໍ່ໄປຫນັງສືຫົວນີ້ເວົ້າເຖິງທູດສະຫວັນອົງໃດ?

ຕອນຕໍ່ໄປຫນັງສືຫົວນີ້ເວົ້າເຖິງທູດສະຫວັນຂອງຄຣິດຕະຈັກໃນເມືອງຟິລາເດັນເຟຍ.

ຄຣິດຕະຈັກໃນເມືອງຟິລາເດັນເຟຍໄດ້ເຮັດຫຍັງເຖິງພວກເຂົາມີຄວາມເເຂງແກ່ນຫນ້ອຍ?

ຄຣິດຕະຈັກໃນເມືອງຟິລາເດັນເຟຍໄດ້ເຊື່ອຟັງຄຳເວົ້າຂອງພຣະຄຣິດ ແລະ ບໍ່ໄດ້ປະຕິເສດພຣະນາມຂອງພຣະອົງ.

Revelation 3:9

ພຣະຄຣິດຈະຊົງເຮັດຫຍັງກັບທັມະສາລາຂອງຊາຕານ?

ພຣະຄຣິດຈະຊົງໃຫ້ພວກເຂົາມາກາບລົງທີ່ຕີນຂອງບັນດາຜູ້ທີ່ເຊື່ອ.

ພຣະຄຣິດໃຫ້ເມືອງຟິລາເດັນເຟຍເຮັດຫຍັງເມື່ອພຣະອົງສະເດັດມາ?

ພຣະຄຣິດບອກໃຫ້ພວກເຂົາຈົ່ງຢຶດຫມັ້ນໃນສິ່ງທີ່ເຈົ້າມີຢູ່ນັ້ນ ເພື່ອວ່າຈະບໍ່ໃຫ້ໃຜຊີງເອົາມົງກຸດແຫ່ງໄຊຊະນະຂອງເຈົ້າໄປຈາກເຈົ້າໄດ້.

Revelation 3:12

ພຣະຄຣິດຊົງສັນຍາກັບຄົນທີ່ມີໄຊຊະນະວ່າຫຍັງ?

ຄົນເຫລົ່ານັ້ນທີ່ມີໄຊຊະນະຈະຖືກແຕ່ງຕັ້ງໃຫ້ເປັນເສົາຫລັກຢູ່ໃນພຣະວິຫານຂອງພຣະເຈົ້າ ຈະຈາລຶກພຣະນາມແຫ່ງພຣະເຈົ້າຂອງເຮົາໄວ້ເທິງຕົວເຂົາ ແລະຊື່ເມືອງຂອງພຣະເຈົ້າ ແລະ ນາມໃຫມ່ແຫ່ງພຣະຄຣິດໃນຕົວເຂົາ.

Revelation 3:14

ຕອນຕໍ່ໄປຫນັງສືຫົວນີ້ໄດ້ຂຽນເຖິງທູດສະຫວັນອົງໃດ?

ຕອນຕໍ່ໄປຫນັງສືຫົວນີ້ໄດ້ຂຽນເຖິງທູດສະຫວັນໃນຄຣິດຕະຈັກທີເມືອງລາວດີເກອາ.

ພຣະຄຣິດຕ້ອງການໃຫ້ຄຣິດຕະຈັກໃນເມືອງລາວດີເກອາເປັນແນວໃດ?

ພຣະຄຣິດຕ້ອງການໃຫ້ຄຣິດຕະຈັກໃນເມືອງລາວດີເກອາ ບໍ່ເຢັນ ຫລື ຮ້ອນ.

ພຣະຄຣິດໄດ້ເຮັດຫຍັງກ່ຽວກັບຄຣິດຕະຈັກລາວດີເກອາ ແລະ ຍ້ອນຫຍັງ?

ພຣະຄຣິດກຳລັງຈະຄາຍຄຣິດຕະຈັກລາວດີເກອາອອກຈາກປາກຂອງພຣະອົງ ເພາະວ່າພວກເຂົາເປັນແຕ່ອຸ່ນໆ.

Revelation 3:17

ຄຣິດຕະຈັກໃນເມືອງລາວດີເກອາເວົ້າເຖິງຕົນເອງວ່າແນວໃດ?

ຄຣິດຕະຈັກໃນເມືອງລາວດີເກອາເວົ້າເຖິງຕົນເອງວ່າ ຂ້ອຍຮັ່ງມີ ແລະ ຂ້ອຍບໍ່ຕ້ອງການສິ່ງໃດເລີຍ.

ພຣະຄຣິດເວົ້າຫຍັງກ່ຽວກັບຄຣິດຕະຈັກໃນເມືອງລາວດີເກອາ?

ພຣະຄຣິດເວົ້າເຖິງຄຣິດຕະຈັກໃນເມືອງລາວດີເກອາເປັນຄົນນ່າສົງສານ, ຍາກຈົນ, ຕາບອດ, ແລະ ເປືອຍກາຍຢູ່.

Revelation 3:19

ພຣະຄຣິດເຮັດຫຍັງສຳລັບທຸກຄົນທີ່ພຣະອົງຊົງຮັກ?

ພຣະຄຣິດຈະຝຶກອົບຮົມ ແລະ ສອນທຸກຄົນທີ່ພຣະອົງຊົງຮັກ

Revelation 3:21

ພຣະຄຣິດໄດ້ຊົງສັນຍາຫຍັງກັບຜູ້ທີ່ມີໄຊຊະນະ?

ຄົນທີ່ມີໄຊຊະນະນັ້ນຈະມີສິດນັ່ງເທິງພຣະທີ່ນັ່ງຂອງພຣະອົງ.

ພຣະຄຣິດໄດ້ບອກວ່າຜູ້ອ່ານປຶ້ມຄວນຟັງໃຜ?

ພຣະຄຣິດໄດ້ບອກວ່າຜູ້ອ່ານປຶ້ມຄວນຟັງພຣະວິນຍານໄດ້ກ່າວກັບຄຣິສຕະຈັກທັງຫລາຍ.

Revelation 4

Revelation 4:1

ໂຢ​ຮັນ​ໄດ້​ເຫັນ​ຫຍັງ​ເປີດ​ໃນ​ສ​ະ​ຫວັນ?

ໂຢ​ຮັນ​ໄດ້​ເຫັນ​ປະ​ຕູ​ໃນ​ສະ​ຫວັນ​​ເປີດ.

ພ​ຣະ​ສຸຣະ​ສຽງ​ທີ່​ຕັດ ພ​ຣະ​ອົງ​ຊົງ​ສຳ​ແດງ​ຫຍັງ​ກັບ​ໂຢ​ຮັນ?

ພ​ຣະ​ສຸຣະ​ສຽງ​ທີ່​ຕັດ ພ​ຣະ​ອົງ​ຊົງ​ສຳ​ແດງ​ກັບ​ໂຢ​ຮັນເຖິງ​ສິ່ງ​ທີ່​ຕ້ອງ​ເກີດ​ຂຶ້ນ​ຫລັງ​ຈາກ​ເຫດ​ການ​ເຫລົ່າ​ນັ້ນ.

ມີ​ໃຜ​ບາງ​ຄົນ​ນັ່ງ​ຢູ່​ເທິງ​ສະ​ຫວັນ?

ມີທ່ານຜູ້ຫນຶ່ງປະທັບເທິງພຣະທີ່ນັ່ງນັ້ນ.

Revelation 4:4

ໃນ​ອ້ອມ​ຮອບພຣະທີ່ນັ່ງໃນ​ສະ​ຫວັນ​ມີ​ຫຍັງ​?

ອ້ອມຮອບພຣະທີ່ນັ່ງນັ້ນມີບັນລັງອີກຊາວສີ່ບັນລັງ ມີຜູ້ອາວຸໂສຊາວສີ່ທ່ານນັ່ງຢູ່ເທິງບັນລັງເຫລົ່ານັ້ນ.

ຕະກຽງທັງ​ເຈັດ​ດວງ​ທີ່​ໄຕ້​ໄວ້​ຫນ້າ​ພ​ຣະ​ທີ່​ນັ່ງ​ແມ່ນ​ຕະ​ກຽງ​ຫຍັງ?

ຕະກຽງໄຕ້ໄວ້ຢູ່ເຈັດໜ່ວຍ ແມ່ນວິນຍານທັງເຈັດຂອງພຣະເຈົ້າ.

Revelation 4:6

​ສີ່​ສິ່ງ​ຢູ່​ອ້ອມ​ຮອບ​ພ​ຣະ​ທີ່​ນັ່ງ​ແມ່ນ​ຫຍັງ?

ໃນລະຫວ່າງກາງບັນລັງແລະ ອ້ອມຮອບບັນລັງນັ້ນ ມີສິ່ງທີ່ມີຊີວິດສີ່ໂຕ, ຕົນທີ1ເໝືອນສິງຕົນທີສອງເໝືອນງົວນ້ອຍ,ຕົນທີສາມມີໜ້າເໝືອມະນຸດ,ຕົນທີສີ່ເໝືອນນົກອິນຊີທີ່ກຳລັງບິນຢູ່ສິ່ງມີຊີວິດສີ່ຕົນມີຕາເຕັມໂຕທັງຂ້າງຫນ້າ ແລະຂ້າງຫລັງ.

Revelation 4:7

ສັດ​ທີ່​ມີ​ຊີ​ວິດ​ທັງ​ສີ່ຮ້ອງ​ຄຳ​ສາມ​ຄຳ​ທີ່ ຮ້ອງຕະຫລອດເວັນ ແລະ ຄືນ​ແມ່ນ​ຫຍັງ?

ສັດ​ທີ່​ມີ​ຊີ​ວິດ​ທັງ​ສີ່ຮ້ອງຕະຫລອດເວັນ ແລະ ຄືນຢ່າງບໍ່ເຊົາບໍ່ຂາດວ່າ "ບໍຣິສຸດ ບໍຣິສຸດ ບໍຣິສຸດ .

Revelation 4:9

ຜູ້​ອາ​ວຸ​ໂສ​ທັງ​ຊາວ​ສີ່ນັ້ນ​ເຮັດ​ຫຍັງ​ເມືຶ່ອ​ສັດ​ທີ່​ມີ​ຊີ​ວິດ​ທັງ​ຫລາຍ​ຖວາຍ​ພ​ຣະ​ສະ​ຫງ່າ​ຣາ​ສີ ແດ່​ພ​ຣະ​ເຈົ້າ?

ຜູ້​ອາ​ວຸ​ໂສ​ທັງ​ຊາວ​ສີ່ກໍ່​ລົ້ມ​ຕົວ​ລົງ​ຖວາຍ​ເຂົ້າ​ເຝົ້າ​ຕໍ່​ຫນ້າ​ພ​ຣະ​ອົງ​ຜູ້​ປະ​ທັບ​ທີ່​ພ​ຣະ​ທີ່​ນັ່ງ ແລະ​ ກົ້ມ​ຫົວ​ຖອດ​ມົງ​ກຸດ​ອອກວາງ​ຕໍ່​ຫນ້າ.

ຜູ້​ອາ​ວຸ​ໂສໄດ້​ເວົ້າ​ຫຍັງ​ກ່ຽວ​ກັບ​ບົດ​ບາດ​ຂອງ​ພ​ຣະ​ເຈົ້າ​ໃນ​ການ​ສ້າງ?

ຜູ້​ອາ​ວຸ​ໂສໄດ້​ເວົ້າ​ວ່າພຣະອົງໄດ້ສ້າງສັບພະທຸກສີ່ງທັງປວງຂຶ້ນແລ້ວໂດຍພຣະປະສົງ ແລະ ສັບພະທຸກສິ່ງເຫລົ່ານີ້ກໍ່ດຳລົງຢູ່ ແລະ ມີຊີວິດຢູ່.

Revelation 5

Revelation 5:1

ໂຢ​ຮັນ​ໄດ້​ເຫັນ​ຫຍັງ​ໃນ​ແຂນ​ຂວາ​ຂອງ​ພ​ຣະ​ອົງ​ຜູ້​ທີ່​ຢືນ​ຢູ່​ພ​ຣະ​ທີ່​ນັ່ງ.

ໂຢ​ຮັນ​ໄດ້​ເຫັນ​ຫນັງ​ສື​ມ້ວນ​ຫນຶ່ງ​ເຊື່ງວ່າ​ມີ​ກາ​ຈ້ຳ​ຢູ່​ເຈັດ​ດວງ.

Revelation 5:3

ໃຜ​ໃນ​ແຜ່ນ​ດິນ​ໂລກ​ທີ່​ຄູ່​ຄວນ​ເປີດ​ຫນັງ​ສື​ມ້ວນ ຫລື ອ່ານ​ຫນັງ​ສືນັ້ນ?

ບໍ່​ມີ​ໃຜທີ່​ຄູ່​ຄວນ​ເປີດ​ຫນັງ​ສື​ມ້ວນ ຫລື ອ່ານ​ຫນັງ​ສືນັ້ນ.

ໃຜ​ສາ​ມາດ​ເປີດ​ຫນັງ​ສື​ມ້ວນ ແລະ ແກະປະ​ທັບຕາທັງເຈັດດວງໄດ້?

ສິງໂຕແຫ່ງເຜົ່າຢູດາ ຊຶ່ງເປັນຮາກເຫງົ້າຂອງດາວິດສາ​ມາດແກະປະ​ທັບຕາທັງເຈັດດວງໄດ້.

Revelation 5:6

ໃຜ​ທີ່​ຢືນ​ຢູ່​ທ່າມ​ກາງ​ບັນ​ດາ​ຜູ້​ອາ​ວຸ​ໂສ​ຕໍ່​ຫນ້າ​ພ​ຣະ​ທີ່​ນັ່ງ?

ພຣະເມສານ້ອຍເບີ່ງຄືວ່າຖືກຂ້າແລ້ວ ແລ້ວ​ຢືນ​ຢູ່​ທ່າມ​ກາງ​ພວກ​ຜູ້ອ​າ​ວຸ​ໂສ​ຕໍ່​ຫນ້າ​ພ​ຣະ​ທີ່​ນັ່ງ.

ເຂົາ​ເຈັດ​ເຂົາ ແລະ ຕາ​ເຈັດ​ດວງ​ໃນພ​ຣະ​ເມ​ສາ​ນ້ອຍ​ແມ່ນ​ຫຍັງ.

ເຂົາ​ເຈັດ​ເຂົາ ແລະ ຕາ​ເຈັດ​ດວງ​ແມ່ນ​ພ​ຣະ​ວິນ​ຍານ​ຂອງ​ພ​ຣະ​ເຈົ້າ ສົ່ງ​ອອກ​ໄປ​ທົ່ວ​ແຜ່ນ​ດິນ​ໂລກ.

Revelation 5:8

ຂັນ​ທອງ​ຄຳ​ທີ່​ບັນ​ຈຸ​ເຄື່ອງ​ຫອມ​ທີ່​ຜູ້​ອາ​ວຸ​ໂສ​ມີ​ແມ່ນ​ຫຍັງ?

ຂັນ​ທອງ​ຄຳ​ທີ່​ບັນ​ຈຸ​ເຄື່ອງ​ຫອມ​ທີ່​ຜູ້​ອາ​ວຸ​ໂສ​ມີ​ແມ່ນຄຳ​ອະ​ທິ​ຖານຂອງບັນດາຜູ້ເຊື່ອ.

Revelation 5:9

ເປັນ​ພ​ຣະ​ເມ​ສາ​ນ້ອຍ​ຈຶ່ງ​ຄູ່​ຄວນ​ທີ່​ຈະ​ເປີດ​ຫນັງ​ສື​ມ້ວນ?

ພ​ຣະ​ເມ​ສາ​ນ້ອຍ​ສົມ​ຄວນເພາະພຣະອົງຊົງໄຖ່ຄົນເພື່ອຄົນ​ຂອງພຣະເຈົ້າ ຈາກທຸກເຜົ່າ, ທຸກພາສາ, ທຸກຊົນຊາດ ແລະ ທຸກປະຊາຊາດດ້ວຍພຣະໂລຫິດ.

ປະ​ໂລ​ຫິດ​ຂອງ​ພ​ຣະ​ເຈົ້າ​ປົກ​ຄອງຢູ່​ໃສ?

ປະ​ໂລ​ຫິດ​ຂອງ​ພ​ຣະ​ເຈົ້າ​ປົກ​ຄອງຢູ່​ທົ່ວ​ແຜ່ນ​ດິນ​ໂລກ.

Revelation 5:11

ບັນ​ດາ​ທູດ​ສະ​ຫວັນ​ໄດ້​ກ່າວ​ວ່າ​ພ​ຣະ​ເມ​ສາ​ນ້ອຍ​ມີ​ຄ່າ​ຄູ່​ຄວນ​ທີ່​ຈະ​ໄດ້​ຮັບ​ຫຍັງ?

ບັນ​ດາ​ທູດ​ສະ​ຫວັນ​ໄດ້​ກ່າວ​ວ່າ​ພ​ຣະ​ເມ​ສາ​ນ້ອຍ​ມີ​ຄ່າ​ຄູ່​ຄວນ​ທີ່​ຈະ​ໄດ້​ຮັບ​ພະ​ລັງ, ຄວາມ​ຮັ່ງ​ມີ, ປັນ​ຍາ, ຄວາມ​ເຂັ້ມ​ແຂງ, ກຽດ​ຕິ​ຍົດ, ພ​ຣະ​ສະ​ຫງ່າ​ຣາ​ສີ ແລະ ການ​ສັນ​ຣະ​ເສີນ.

Revelation 5:13

ໃຜ​ທີ່​ກ່າວ​ວ່າ​ຜູ້​ທີ່​ປະ​ທັບ​ໃນ​ພ​ຣະ​ທີ່​ນັ່ງ ແລະ ພ​ຣະ​ເມ​ສາ​ນ້ອຍ ເປັນ​ຜູ້​ສົມ​ຄວນ​ທີ່​ຈະ​ໄດ້​ຮັບ​ການ​ສັນ​ຣະ​ເສີນ​ຕະ​ຫລອດ​ໄປແລະ ເປັນ​ນິດ?

ທຸກ​ສິ່ງ​ທີ່​ຊົງ​ສ້າງ​ຂຶ້ນນັ້ນ​​ໄດ້ກ່າວ​ວ່າຜູ້​ທີ່​ປະ​ທັບ​ໃນ​ພ​ຣະ​ທີ່​ນັ່ງ ແລະ ພ​ຣະ​ເມ​ສາ​ນ້ອຍ ເປັນ​ຜູ້​ສົມ​ຄວນ​ທີ່​ຈະ​ໄດ້​ຮັບ​ການ​ສັນ​ຣະ​ເສີນ​ຕະ​ຫລອດ​ໄປ​ແລະ ເປັນ​ນິດ.

ຜູ້​ອາ​ວຸ​ໂສ​ເຮັດ​ຫຍັງ​ເມື່ອ​ໄດ້​ຍິນ​ສັດ​ທີ່​ມີ​ຊີ​ວິດ​ເວົ້າ​ວ່າ​"ອາແມນ!" ?

ບັນດາຜູ້ອາວຸດໂສກໍ່ຂາບລົງກັບ​ພື້ນ ແລະ ນະມັດສະການ.

Revelation 6

Revelation 6:1

​ພ​ຣະ​ເມ​ສາ​ນ້ອຍ​ໄດ້​ເຮັດ​ຫຍັງ​ກັບ​ຫນັງ​ສື​ມ້ວນນັ້ນ?

​ພ​ຣະ​ເມ​ສາ​ນ້ອຍ​ໄດ້ແກະ​ຕາ​ປະ​ທັບ​ດວງ​ຫນຶ່ງ​ໃນ​ເຈັດ​ດວງ​ໃນ​ຫນັງ​ສື​ມ້ວນນັ້ນ.

ໂຢ​ຮັນ​ໄດ້​ເຮັດ​ຫຍັງ​ຫລັງ​ຈາກ​ເຫັນ​ຕາ​ປະ​ທັບ​ແກະ​ອອກ​ທຳ​ອິດ?

ໂຢ​ຮັນ​ໄດ້​ເຫັ​ນມ້າສີຂາວໂຕຫນຶ່ງອອກມາ,ເພື່ອເອົາໄຊຊະນະ.

Revelation 6:3

ໂຢ​ຮັນ​ໄດ້​ເຮັດ​ຫຍັງ​ຫລັງ​ຈາກ​ເຫັນ​ຕາ​ປະ​ທັບ​ແກະ​ອອກ​ຄັ້ງ​ທີ​ສອງ?

​ໂຢ​ຮັນ​ໄດ້​ເຫັນມ້າສີແດງເຂັ້ມຜູ້ທີ່ຂີ່ມ້າຕົວນີ້ໄດ້ຮັບມອບຫມາຍໃຫ້ເອົາສັນຕິສຸກໄປຈາກແຜ່ນດິນໂລກ

Revelation 6:5

ໂຢ​ຮັນ​ໄດ້​ເຮັດ​ຫຍັງ​ຫລັງ​ຈາກ​ເຫັນ​ຕາ​ປະ​ທັບ​ແກະ​ອອກ​ຄັ້ງ​ທີ​ສາມ?

​ໂຢ​ຮັນ​ໄດ້​ເຫັນມ້າສີດຳໂຕຫນຶ່ງ ແລະ ຜູ້ທີ່ຂີ່ມ້າໂຕນີ້ຖືຕາຊັ່ງ

Revelation 6:7

ໂຢ​ຮັນ​ໄດ້​ເຮັດ​ຫຍັງ​ຫລັງ​ຈາກ​ເຫັນ​ຕາ​ປະ​ທັບ​ແກະ​ອອກ​ຄັ້ງ​ທີ​ສີ່?

ໂຢ​ຮັນ​ໄດ້ເຫັນມ້າສີຂຽວອ່ອນໂຕຫນຶ່ງ ຜູ້ທີ່ຂີ່ມ້ານີ້ມີຊື່ວ່າມັດຈຸລາດ.

Revelation 6:9

ໂຢ​ຮັນ​ໄດ້​ເຮັດ​ຫຍັງ​ຫລັງ​ຈາກ​ເຫັນ​ຕາ​ປະ​ທັບ​ແກະ​ອອກ​ຄັ້ງ​ທີ​ຫ້າ?

ໂຢ​ຮັນ​ໄດ້ເຫັນດວງວິນຍານທີ່ໄຕ້ແທ່ນບູຊາ ເຊີ່ງເປັນຈິດວິນຍານຂອງຄົນທັງຫລາຍທີຖືກຂ້າເພາະປະກາດພຣະຄຳຂອງພຣະເຈົ້າ.

ຈິດວິນຍານທີ່ໄຕ້ແທ່ນບູຊາຕ້ອງ​ການ​ຮູ້​ຫຍັງ​ຈາກ​ພ​ຣະ​ເຈົ້າ?

ຈິດວິນຍານຕ້ອງ​ການ​ຢາກ​ຮູ້ວ່າອີກດົນປານໃດພຣະອົງແກ້ແຄ້ນແທນເລືອດຂອງ​ພວກ​ເຂົາ.

ດົນ​ປານ​ໃດ​ທີ່ຈິດວິນຍານໄດ້​ບອກ​ໃຫ້ພວກ​ເຂົາຈະ​ລໍຖ້າ?

ຈິດວິນຍານໄດ້​ບອກ​ໃຫ້ພວກ​ເຂົາຈະ​ລໍຖ້າຈົນ​ກວ່າຜູ້ຮ່ວມຮັບໃຊ້ ແລະ ພີ່ນ້ອງຊາຍຍິງຂອງເຂົາຈະຖືກຂ້າເຫມືອນຢ່າງພວກເຂົາຄົບຈຳນວນແລ້ວ.

Revelation 6:12

ໂຢ​ຮັນ​ໄດ້​ເຮັດ​ຫຍັງ​ຫລັງ​ຈາກ​ເຫັນ​ຕາ​ປະ​ທັບ​ແກະ​ອອກ​ຄັ້ງ​ທີ​ຫົກ?

ໂຢ​ຮັນ​ໄດ້ເຫັນແຜ່ນດິນໄຫວຢ່າງໃຫຍ່ ດວງຕາເວັນກາຍເປັນສີດຳມືດຄືເຄື່ອງໄວ້, ແລະ ດວງເດືອນເຕັມດວງກໍ່ກາຍເປັນສີແດງຄືເລືອດ ແລະ ດວງດາວທັງຫລາຍເທິງທ້ອງຟ້າກໍ່ຕົກລົງມາເທິງແຜ່ນດິນ .

Revelation 6:15

ໂຢ​ຮັນ​ໄດ້​ເຫັນ​ກະ​ສັດ, ນາຍ​ພົນ​, ຜູ້​ຮັ່ງ​ມີ, ອຳ​ນາດ ແລະ​ທຸກ​ຄົນ​ໄດ້​ເຮັດ​ຫຍັງ?

ໂຢ​ຮັນ​ໄດ້​ເຫັນພວກ​ເຂົາ​ລີ້​ຊ້ອນ​ຢູ່​ໃນ​ຖ້ຳ ແລະ ຮ້ອງ​ຂໍ​ໃຫ້ໂງ່ນ​ຫີນ​ຕົກ​ລົງ​ໃສ່​ພວກ​ເຂົ​າ ແລະ ເຊື່ອ​ພວກ​ເຂົາ​ໄວ້.

ກະ​ສັດ, ນາຍ​ພົນ​, ຜູ້​ຮັ່ງ​ມີ, ອຳ​ນາດ ແລະ​ທຸກ​ຄົນ​ຕ້ອງ​ການ​ລີ້​ຊ້ອນ​ຈາກ​ຫຍັງ?

ພວກ​ເຂົາຕ້ອງ​ການ​ລີ້​ຊ້ອນ​ຈາກ​ໃຫ້ພົ້ນຈາກສາຍຕາຂອງພຣະອົງຜູ້ນັ່ງເທິງບັນລັງ ແລະ ພົ້ນຈາກຄວາມໂກດຮ້າຍຂອງພຣະເມສານ້ອຍແດ່ຖ້ອນ.

ມື້​ໃດ​ມາ​ຮອດ​ແລ້ວ?

ເພາະວ່າມື້ສຳຄັນແຫ່ງຄວາມໂກດຮ້າຍອັນໃຫຍ່ຂອງພຣະອົງມາເຖິງແລ້ວ .

Revelation 7

Revelation 7:1

ທູດສະຫວັນຢືນຢູ່ທັງສີ່ມຸມຂອງແຜ່ນດິນໂລກກຳລັງເຮັດຫຍັງໃນຂະນະທີ່ໂຢຮັນໄດ້ເຫັນພວກເຂົາ?

ທູດສະຫວັນສີ່ອົງຢືນຢູ່ທີ່ມຸມທັງສີ່ຂອງແຜ່ນດິນໂລກ, ຢັບຢັ້ງລົມທັງສີີ່ຂອງແຜ່ນດິນໂລກໄວ້ .

ທູດສະຫວັນຈາກທາງຕາເວັນອອກເວົ້າວ່າຕ້ອງເຮັດຫຍັງກ່ອນທີ່ໂລກຈະໄດ້ຮັບອັນຕະລາຍ?

ທູດສະຫວັນໄດ້ບອກວ່າຕ້ອງປະທັບຕາເທິງຫນ້າຜາກຂອງຂ້າຮັບໃຊ້ຂອງພຣະເຈົ້າກ່ອນທີ່ໂລກຈະໄດ້ຮັບອັນຕະລາຍ.

Revelation 7:4

ມີຈັກຄົນທີ່ມາຈາກຊົນເຜົ່າທີ່ໄດ້ຮັບການປະທັບຕາ?

ຈຳນວນຜູ້ທີ່ໄດ້ຮັບການປະທັບຕາມີ: ແສນສີ່ຫມື່ນສີ່ພັນຄົນ, ທີ່ໄດ້ຮັບການປະທັບຕາແລ້ວມາຈາກສິບສອງເຜົ່າໃນອິສະຣາເອນ.

Revelation 7:9

ໂຢຮັນໄດ້ເຫັນຫຍັງຕໍ່ໜ້າພຣະທີ່ນັ່ງຂອງພຣະເຈົ້າ ແລະ ສະເພາະ ພຣະພັກຂອງພຣະເມສານ້ອຍ?

ໂຢຮັນໄດ້ເຫັນ ມີຜູ້ຄົນຢ່າງຫລວງຫລາຍທີ່ບໍ່ມີໃຜນັບຈຳນວນໄດ້ ທີ່ມາຈາກປະຊາຊາດ, ທຸກເຜົ່າ, ທຸກຊົນຊາດ ແລະ ທຸກພາສາ ຢືນຢູ່ຕໍ່ຫນ້າບັນລັງ ແລະ ຕໍ່ຫນ້າພຣະເມສານ້ອຍ.

ຕາມທີ່ໄດ້ກ່າວໄວ້ຕໍ່ຫນ້າບັນລັງຄວາມລອດແມ່ນເປັນຂອງໃຜ?

ພວກເຂົາຮ້ອງສຽງດັງອອກໄປຕໍ່ຫນ້າບັນລັງວ່າ "ຄວາມລອດພົ້້ນເປັນຂອງພຣະເຈົ້າຂອງເຮົາຜູ້ປະທັບເທິງບັນລັງ ແລະ ເປັນຂອງພຣະເມສານ້ອຍ.

Revelation 7:11

ບັນດາທູດສະຫວັນຜູ້ອາວຸໂສ ແລະ ສິ່ງທີ່ມີຊີວິດທັງສີ່ນັ້ນເຮັດແນວໃດໃນຂະນະທີ່ພວກເຂົານະມັດສະການພຣະເຈົ້າ?

ພວກເຂົານອນລົງເທິງພື້ນ ແລະ ປິ່ນຫນ້າຂອງພວກເຂົາແປະພື້ນໃນຂະນະທີ່ພວກເຂົານະມັດສະການພຣະເຈົ້າ.

Revelation 7:13

ຜູ້ອາວຸໂສໄດ້ເວົ້າວ່າໃຜແມ່ນຄົນທີ່ສວມເສື້ອຄຸມສີຂາວຢູ່ຕໍ່ຫນ້າບັນລັງ?

ຜູ້ອາວຸໂສໄດ້ເວົ້າວ່າພວກເຂົາເປັນຄົນທີ່ອອກມາຈາກຄວາມຍາກລຳບາກຄັ້ງຍິ່ງໃຫຍ່

ຜູ້ທີ່ຢູ່ຕໍ່ຫນ້າບັນລັງເຮັດໃຫ້ເສື້ອຄຸມຂອງພວກເຂົາຂາວແນວໃດ?

ພວກເຂົາຊຳລະເສື້ອຜ້າຂອງເຂົາດ້ວຍເລືອດຂອງພຣະເມສານ້ອຍຈົນຂາວສະອາດ.

Revelation 7:15

ຜູ້ອາວຸໂສໄດ້ກ່າວວ່າພຣະເຈົ້າຈະຊົງເຮັດຫຍັງຕໍ່ຜູ້ທີ່ສວມເສື້ອຄຸມເຫຼົ່ານັ້ນ?

ພຣະເຈົ້າຈະກາງເຕັນຂອງພຣະອົງໃຫ້ເຫນືອພວກເຂົາ, ປົກປ້ອງຄຸ້ມຄອງເພື່ອທີ່ພວກເຂົາຈະບໍ່ທຸກທໍຣະມານອີກຕໍ່ໄປ.

ຜູ້ອາວຸໂສໄດ້ກ່າວວ່າພຣະເມສານ້ອຍຈະຊົງເຮັດຫຍັງຕໍ່ຜູ້ທີ່ສວມເສື້ອຄຸມເຫລົ່ານັ້ນ?

ພຣະເມສານ້ອຍຈະຊົງລ້ຽງດູ ແລະ ນຳພວກເຂົາໄປສູ່ນ້ຳພຸແຫ່ງຊີວິດ.

Revelation 8

Revelation 8:1

ແມ່ນຫຍັງເຮັດໃຫ້ເກີດຄວາມງຽບໃນສະຫວັນ?

ເມື່ອພຣະເມສານ້ອຍເປີດກາປະທັບຕາດວງທີເຈັດນັ້ນຟ້າສະຫວັນກໍ່ງຽບສະຫງັດ.

ທູດສະຫວັນທັງເຈັດອົງທີ່ຢືນຕໍ່ຫນ້າພຣະເຈົ້າໄດ້ຮັບຫຍັງ?

ທູດສະຫວັນເຈັດອົງຢືນຢູ່ຕໍ່ຫນ້າພຣະເຈົ້າ,ໄດ້ຮັບ ແກເຈັດອັນ.

Revelation 8:3

ແມ່ນຫຍັງທີ່ເກີດຂຶ້ນຕໍ່ຫນ້າພຣະເຈົ້າ?

ຄວັນທູບພ້ອມກັບຄຳອະທິຖານຂອງໄພ່ພົນໄດ້ລຸກຂຶ້ນຕໍ່ຫນ້າພຣະເຈົ້າ.

ເກີດຫຍັງຂຶ້ນເມື່ອທູດສະຫວັນໂຍນໄຟລົງມາເທິງແຜ່ນດິນໂລກຈາກໄຟໄຫມ້ແທ່ນບູຊາ?

ເມື່ອທູດສະຫວັນໂຍນໄຟລົງມາເກີດມີສຽງຟ້າຮ້ອງສະນັ່ນ ເກີດຟ້າແມບສະຫວ່າງຈ້າ ແລະເກີດແຜ່ນດິນໄຫວ.

Revelation 8:6

ເກີດຫຍັງຂຶ້ນເມື່ອເປົ່າແກຄັ້ງທຳອິດ?

ເມື່ອເປົ່າແກຄັ້ງທຳອິດ ກໍ່ມີພາຍຸເຫັບ ແລະ ລູກໄຟປະສົມກັນກັບເລືອດ ຖືກຖອກລົງມາເທິງແຜ່ນດິນໂລກເພື່ອຈະເຜົາຫນຶ່ງສ່ວນສາມຂອງໂລກ ຫນຶ່ງສວນສາມຂອງຕົ້ນໄມ້ຖືກເຜົາໄຫມ້ ແລະ ພືດສີຂຽວກໍຖືກເຜົາໄຫມ້ໄປຫມົດ.

Revelation 8:8

ເກີດຫຍັງຂຶ້ນເມື່ອເປົ່າແກຄັ້ງທີສອງ?

ເມື່ອເປົ່າແກຄັ້ງທີສອງ ມີບາງສິ່ງທີ່ເຫມືອນກັບພູທີ່ລຸກເປັນໄຟຖືກຖິ້ມລົງມາທີ່ທະເລ ຫນຶ່ງສ່ວນສາມຂອງທະເລກາຍເປັນເລືອດ, ຫນຶ່ງສ່ວນສາມຂອງສີ່ງຊົງສ້າງທີ່ມີຊີວິດໃນທະເລຖືກຂ້າໃຫ້ຕາຍ, ຫນຶ່ງສ່ວນສາມຂອງເຮືອໃຫຍ່ຖືກທຳລາຍ.

Revelation 8:10

ເກີດຫຍັງຂຶ້ນເມື່ອເປົ່າແກຄັ້ງທີສາມ?

ເມື່ອເປົ່າແກຄັ້ງທີສາມ ຫນຶ່ງສ່ວນສາມຂອງນໍ້າທັງຫມົດກາຍເປັນນໍ້າຂົມ ແລະ ຄົນຈຳນວນຫລວງຫລາຍຕ້ອງຕາຍສາເຫດເພາະນໍ້າຂົມນີ້.

Revelation 8:12

ເກີດຫຍັງຂຶ້ນເມື່ອເປົ່າແກຄັ້ງທີສີ່?

ເມື່ອເປົ່າແກຄັ້ງທີສີ່ ຫນຶ່ງສ່ວນສາມຂອງກາງເວັນ ແລະ ຫນຶ່ງສ່ວນສາມຂອງກາງຄືນຈຶ່ງບໍ່ມີຄວາມສະຫວ່າງ.

Revelation 8:13

ເປັນຫຍັງຜູ້ອາວຸໂສເວົ້າວ່າ "ວິບັດ, ວິບັດ, ວິບັດ ແກ່ຄົນເຫລົ່ານັ້ນທີ່ອາໃສຢູ່ເທິງແຜ່ນດິນໂລກ?

ຜູ້ອາວຸໂສເວົ້າວ່າ ວິບັດ, ວິບັດ, ວິບັດ, ແກ່ຄົນເຫລົ່ານັ້ນທີ່ອາໃສຢູ່ເທິງແຜ່ນດິນໂລກ ເພາະແກທີ່ເຫລືອຢູ່ກຳລັງຈະຖືກເປົ່າໂດຍທູດສະຫວັນທັງສາມອົງ

Revelation 9

Revelation 9:1

ໂຢຮັນໄດ້ເຫັນດາວປະເພດໃດເມື່ອແກໄດ້ຖືກເປົ່າຄັ້ງທີຫ້າ?

ເມື່ອແກໄດ້ຖືກເປົ່າຄັ້ງທີຫ້າ ໂຢຮັນໄດ້ເຫັນດາວດວງຫນຶ່ງຕົກລົງມາຈາກທ້ອງຟ້າມາຍັງແຜ່ນດິນໂລກ.

ດາວໄດ້ເຮັດຫຍັງ?

ດາວໄດ້ໄຂ ເປີດປະຕູນາຣົກຂຸມເລິກ.

Revelation 9:3

ພຣະເຈົ້າຊົງບອກຕັກແຕນມາຈາກຂຸມເລິກໃຫ້ເຮັດຫຍັງ?

ບໍ່ໃຫ້ທຳລາຍຕົ້ນຫຍ້າ, ພືດ ແລະ ຕົ້ນໄມ້ໃດໆເທິງແຜ່ນດິນໂລກ ນອກຈາກທຳລາຍຄົນທີ່ບໍ່ມີຕາປະທັບຂອງພຣະເຈົ້າທີ່ເທິງໜ້າຜາກຂອງພວກເຂົາເທົ່ານັ້ນ.

Revelation 9:5

ຜູ້ຄົນທີ່ຕັກແຕນທໍຣະມານຊອກຫາຫຍັງ? ແຕ່ບໍ່ເຫັນ

ຜູ້ຄົນທີ່ຕັກແຕນທໍຣະມານຊອກຫາຄວາມຕາຍ, ແຕ່ພວກເຂົາຈະຫາບໍ່ເຫັນ.

Revelation 9:7

ປີກຕັກແຕນເຮັດສຽງຫຍັງ?

ສຽງປີກຂອງພວກມັນເຫມືອນສຽງຂອງລົດມ້າສົງຄາມ ແລະຝູງມ້າທີ່ກຳລັງແລ່ນເຂົ້າສູ່ສົງຄາມ.

Revelation 9:10

ໃຜແມ່ນຣາຊາໃຫຍ່ຂອງຕັກແຕນ?

ຣາຊາໃຫຍ່ຂອງຕັກແຕນແມ່ນທູດນັ້ນຄືອາບັດໂດນ, ຫລື ຊື່ໃນພາສາກຣິກຄືອາໂປລິໂອນ, ທູດຈາກຂຸມນາຣົກເລິກ.

ເກີດຫຍັງຂຶ້ນຫລັງຈາກເປົ່າແກຄັ້ງທີຫ້າ?

ວິບັດທຳອິດຜ່ານໄປ ຫລັງຈາກແກຄັ້ງທີຫ້າຖືກເປົ່າ.

Revelation 9:13

ໂຢຮັນໄດ້ຍິນສຽງຫຍັງຫລັງຈາກແກຄັ້ງທີຫົກຖືກເປົ່າ

ເມື່ອແກຄັ້ງທີຫ້າຖືກເປົ່າ ໂຢຮັນໄດ້ຍິນສຽງມາຈາກແທ່ນບູຊາທອງຄຳທີ່ຢູ່ສະເພາະທີ່ພັກຂອງພຣະເຈົ້າ.

ທູດສະຫວັນສີ່ອົງໄດ້ເຮັດຫຍັງ? ເມື່ອພວກເຂົາໄດ້ຍິນສຽງ

ເມື່ອພວກເຂົາໄດ້ຍິນສຽງ ທູດສະຫວັນສີ່ອົງໄດ້ຖືກປ່ອຍມາເພື່ອຂ້າມວນມະນຸດຈຳນວນຫນຶ່ງສ່ວນສາມ.

Revelation 9:16

ໂຢຮັນໄດ້ເຫັນພົນທະຫານມີມ້າຈຳນວນເທົ່າໃດ?

ໂຢຮັນໄດ້ເຫັນພົນທະຫານທີ່ນັ່ງດ້ານຫລັງມ້າວ່າມີສອງຮ້ອຍລ້ານຄົນ 200,000,000.

Revelation 9:18

ໄພພິບັດຫຍັງທີ່ຂ້າຄົນຫນຶ່ງໃນສາມ?

ຈຳນວນຫນຶ່ງສ່ວນສາມຂອງມະນຸດຖືກຂ້າໂດຍໄພພິບັດທັງສາມຢ່າງນີ້ຄື ໄຟ, ຄວັນ ແລະ ກຳມະທັນ ທີ່ມາຈາກປາກມ້ານັ້ນກໍ່ຂ້າຄົນຈຳນວນຫນຶ່ງສ່ວນສາມຂອງມະນຸດ.

Revelation 9:20

ຜູ້ຄົນທີ່ບໍ່ຖືກຂ້າຈາກໄພພິບັດໄດ້ຕອບໂຕ້ແນວໃດ?

ຜູ້ຄົນທີ່ບໍ່ຖືກຂ້າຈາກໄພພິບັດບໍ່ໄດ້ກັບໃຈເສຍໃຫມ່ຈາກການກະທຳຂອງຕົນ ຫລື ບໍ່ຢຸດນະມັດສະການວິນຍານຊົ່ວກັບພວກຮູບເຄົາລົບ.

Revelation 10

Revelation 10:1

ໃບຫນ້າ ແລະ ຕີນຂອງທູດສະຫວັນທີ່ມີຣິດອຳນາດທີ່ໂຢຮັນໄດ້ເຫັນມີລັກສະນະແນວໃດ?

ທູດສະຫວັນມີຫນ້າຄ້າຍຄືດວງຕາເວັນ ແລະ ມີຕີນຄ້າຍຄືເສົາໄຟ.

ທູດສະຫວັນຢືນຢູ່ໃສ?

ທູດສະຫວັນຢືນກັບຕີນຂວາຢຽບລົງເທີງທະເລ ແລະວາງຕີນຊ້າຍຢຽບເທິງແຜ່ນດິນໂລກ.

Revelation 10:3

ສິ່ງໂຢຮັນໄດ້ບອກວ່າບໍ່ໄດ້ຂຽນແມ່ນຫຍັງ?

ຈົ່ງເກັບໄວ້ເປັນຄວາມລັບກ່ຽວກັບສິ່ງທີ່ຟ້າຮ້ອງທັງເຈັດເວົ້ານັ້ນ ຈົ່ງຢ່າຂຽນບັນທຶກ

Revelation 10:5

ທູດສະຫວັນຜູ້ຫຍິ່ງໃຫຍ່ສາບານໂດຍອ້າງອີງເຖິງໃຜ?

ທູດສະຫວັນຜູ້ຫຍິ່ງໃຫຍ່ສາບານໂດຍອ້າງຜູ້ຫນຶ່ງເຊິ່ງເປັນຢູ່ນິຣັນດອນ ຜູ້ສ້າງຟ້າສະຫວັນ ແລະທຸກສິ່ງທີ່ຢູ່ໃນນັ້ນ ຜູ້ສ້າງແຜ່ນດິນໂລກ ແລະທຸກສິ່ງທີ່ຢູ່ໃນນັ້ນ ຜູ້ສ້າງທະເລ

ທູດສະຫວັນຜູ້ຫຍິ່ງໃຫຍ່ໄດ້ເວົ້າວ່າ ແມ່ນຫຍັງຈະບໍ່ມີການຊັກຊ້າອີກຕໍ່ໄປ?

ທູດສະຫວັນຜູ້ຫຍິ່ງໃຫຍ່ໄດ້ເວົ້າວ່າເມື່ອແກທີເຈັດຖືກເປົ່າຈະບໍ່ມີການຊັກຊ້າອີກຕໍ່ໄປ ຄວາມເລິກລັບຂອງພຣະເຈົ້າຈະຖືກເຮັດໃຫ້ສົມບູນ

Revelation 10:8

ໂຢຮັນໄດ້ຮັບການບອກເອົາຫຍັງຈາກທູດສະຫວັນຜູ້ຫຍິ່ງໃຫຍ່?

ໂຢຮັນໄດ້ບອກຈົ່ງໄປແລະເປີດຫນັງສືມ້ວນທີ່ຢູ່ໃນມືຂອງທູດສະຫວັນອົງນັ້ນ.

ທູດສະຫວັນໄດ້ເວົ້າວ່າແມ່ນຫຍັງຈະເກີດຂຶ້ນເມື່ອໂຢຮັນກິນຫນັງສືມ້ວນ?

ທູດສະຫວັນໄດ້ເວົ້າວ່າ "ຈົ່ງຮັບຫນັງສືມ້ວນນີ້ແລະກິນເຂົ້າໄປ ມັນຈະຂົມຢູ່ທ້ອງຂອງທ່ານ ແຕ່ເມື່ອຢູ່ໃນປາກຂອງທ່ານມັນຈະມີລົດຊາດຫວານເຫມືອນນໍ້າເຜິ້ງ"

Revelation 10:10

ຫລັງຈາກໂຢຮັນກິນຫນັງສືມ້ວນແລ້ວ ໂຢຮັນໄດ້ບອກໃຫ້ປະກາດຫຍັງ?

ໂຢຮັນໄດ້ບອກ ທ່ານຈະຕ້ອງປະກາດພຣະຄັມກ່ຽວກັບຜູ້ຄົນຕ່າງໆ ຊົນຊາດຕ່າງໆ ພາສາຕ່າງໆ ແລະກະສັດຈຳນວນຫລວງຫລາຍ.

Revelation 11

Revelation 11:1

ໂຢຮັນໄດ້ບອກວັດແທກຫຍັງ?

ໂຢຮັນໄດ້ບອກວັດແທກຂະຫນາດຂອງພຣະວິຫານຂອງພຣະເຈົ້າກັບແທ່ນບູຊາ ແລະນັບຈຳນວນຄົນທີ່ມານະມັດສະການໃນວິຫານນັ້ນ.

ຄົນຕ່າງຊາດຈະຢຽບນະຄອນອັນບໍຣິສຸດດົນປານໃດ?

ຄົນຕ່າງຊາດຈະຢຽບຢໍ່ຳນະຄອນອັນບໍຣິສຸດເປັນເວລາສີ່ສີບສອງເດືອນ

Revelation 11:3

ພະຍານສອງຄົນໃຫ້ອຳນາດຫຍັງກັບຄົນທີ່ເລືອກເຮັດອັນຕະລາຍກັບພວກເຂົາ?

ພະຍານສອງຄົນໄດ້ຮັບອຳນາດໃຫ້ຂ້າສັດຕຣູດ້ວຍໄຟ

Revelation 11:8

ຮ່າງກາຍຂອງທັງສອງພະຍານນັ້ນຈະຢູ່ໃສ?

ຮ່າງກາຍຂອງທັງສອງພະຍານນັ້ນ ຈະຖືກຖິ້ມໄວ້ກາງທາງຂອງນະຄອນໃຫຍ່ນັ້ນ ອັນເປັນສັນຍາລັກຂອງນະຄອນນີ້ຊື່ວ່າ ເມືອງໂຊໂດມແລະເມືອງເອຢີບ, ເປັນທີ່ຊຶ່ງອົງພຣະຜູ້ເປັນເຈົ້າຖືກຄຶງໄວ້ທີ່ໄມ້ກາງເເຂນ

Revelation 11:10

ຜູ້ຄົນເທິງແຜ່ນດິນໂລກຈະອາການແນວໃດເມື່ອພະຍານທັງສອງຖືກຂ້າຕາຍ?

ຜູ້ຄົນເທິງແຜນດິນໂລກຈະຊື່ນຊົມຍິນດີ ແລະ ສະເຫລີມສະຫລອງເມື່ອພະຍານທັງສອງຖືກຂ້າຕາຍ.

ແມ່ນຫຍັງຈະເກີດຂຶ້ນກັບພະຍານທັງສອງຫລັງຈາກສາມມື້ເຄິ່ງ?

ຫລັງຈາກສາມມື້ເຄິ່ງພະຍານທັງສອງຈະຢືນຂຶ້ນໄປໃນສະຫວັນທ່າມກາງຫມູ່ເມກໃນຂະນະທີ່ພວກສັດຕຣູກໍ່ແນມເບິ່ງຢູ່ນັ້ນ.

Revelation 11:13

ຫລັງຈາກພະຍານສອງ ແລະ ແຜ່ນດິນໄຫວເສັດສິ້ນລົງແລ້ວ, ແມ່ນຫຍັງຜ່ານມາ?

ຫລັງຈາກພະຍານສອງ ແລະ ແຜ່ນດິນໄຫວເສັດສິ້ນລົງແລ້ວ, ວິບັດຢ່າງທີສອງຜ່ານໄປ.

Revelation 11:15

ເມື່ອແກທີເຈັດໄດ້ຖືກເປົ່າສຽງອັນດັງໃນຟ້າສະຫວັນກ່າວຫຍັງ?

ເມື່ອແກທີເຈັດໄດ້ຖືກເປົ່າ ສຽງອັນດັງໃນຟ້າສະຫວັນກ່າວວ່າ "ອານາຈັກແຫ່ງໂລກນີ້ໄດ້ກາຍມາເປັນອານາຈັກຂອງອົງພຣະຜູ້ເປັນເຈົ້າ ແລະຂອງພຣະຄຣິດເຈົ້າ.

Revelation 11:16

ຜູ້ອາວຸໂສໄດ້ກ່າວຫຍັງຕໍ່ອົງພຣະຜູ້ເປັນເຈົ້າ, ພຣະເຈົ້າໄດ້ເລີ່ມເຮັດແລ້ວ?

ຜູ້ອາວຸໂສໄດ້ກ່າວຕໍ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າເລີ່ມຕົ້ນຄອບຄອງແລ້ວ.

Revelation 11:18

ອີງຕາມຜູ້ອາວຸໂສ, ຕອນນີ້ຮອດເວລາໃດແລ້ວ?

ຕອນນີ້ຮອດເວລາທີ່ຄົນ ຕາຍຈະໄດ້ຮັບການພິພາກສາກໍ່ມາເຖິງແລ້ວ ເພື່ອທີ່ພຣະເຈົ້າຈະປະທານລາງວັນໃຫ້ແກ່ຜູ້ປະກາດພຣະຄັມທີ່ເປັນຜູ້ຮັບໃຊ້ຂອງພຣະອົງ ແລະ ເພື່ອພຣະອົງຈະທຳລາຍຄົນເຫລົ່ານັ້ນທີ່ກຳລັງທຳລາຍແຜ່ນດິນໂລກຢູ່.

Revelation 11:19

ພວກເຂົາໄດ້ເປີດຫຍັງໃນສະຫວັນ?

ພຣະວິຫານຂອງພຣະເຈົ້າກໍ່ຖືກເປີດອອກໃນສະຫວັນ.

Revelation 12

Revelation 12:1

ຫມາຍສຳຄັນອັນຫຍິ່ງໃຫຍ່ທີ່ໄດ້ເຫັນໃນສະຫວັນແມ່ນຫຍັງ?

ຫມາຍສຳຄັນອັນໃຫຍ່ປາກົດຂຶ້ນໃນສະຫວັນ ຄືມີຜູ້ຍິງຄົນຫນຶ່ງທີ່ມີດວງຕາເວັນ,ປົກຄຸມໂຕເປັນເສື້ອຜ້າ ແລະດວງເດືອນຮອງຕີນຂອງນາງ ແລະມີດາວທັງສິບສອງດວງເປັນມົງກຸດສວມຢູ່ເທິງຫົວ.

Revelation 12:3

ມີຫມາຍສຳຄັນອັນຫຍິ່ງໃຫຍ່ໃດອີກທີ່ເຫັນໃນສະຫວັນ?

ຫມາຍສຳຄັນຫນຶ່ງເກີດຂຶ້ນໃນສະຫວັນ ເບິ່ງແມ ມີພະຍານາກໃຫຍ່ຕົວຫນຶ່ງທີ່ມີເຈັດຫົວ ມີສິບເຂົາ ແລະມີມົງກຸດເຈັດອັນຢູ່ເທິງແຕ່ລະຫົວຂອງມັນ.

ພະຍານາກໄດ້ເຮັດຫຍັງກັບຫາງຂອງມັນເອງ?

ຫາງຂອງມັນກວາດເອົາດວງດາວຫນຶ່ງສ່ວນສາມຂອງຟ້າສະຫວັນ ແລະຖິ້ມດາວເຫລົ່ານັ້ນເທິງແຜ່ນດິນໂລກ .

ພະຍານາກມີຄວາມປາດຖະຫນາຢາກຈະເຮັດຫຍັງ?

ພະຍານາກມີຄວາມປາດຖະຫນາຢາກຈະກືນກິນລູກຂອງນາງ.

Revelation 12:5

ເດັກຊາຍຈະໄປເຮັດຫຍັງ

ເດັກນ້ອຍຜູ້ຊາຍຈະໄປປົກຄອງທຸກຊົນຊາດດ້ວຍໄມ້ຄ້ອນເຫລັກ.

ເດັກນ້ອຍຜູ້ຊາຍໄດ້ໄປໃສ?

ເດັກຊາຍຄົນນັ້ນຖືກຮັບອອກມາຫາພຣະເຈົ້າ ແລະນຳໄປທີ່ບັນລັງຂອງພຣະອົງ.

ຜູ້ຍິງໄດ້ໄປໃສ?

ຜູ້ຍິງໄດ້ຫນີເຂົ້າໄປໃນຖິ່ນແຫ້ງແລ້ງທຸລະກັນດານ.

Revelation 12:7

ໃຜທີ່ຕໍ່ສູ້ໃນສະຫວັນ?

ມີຄາເອນແລະເຫລົ່າທູດສະຫວັນຂອງຕົນຕ່າງກໍ່ຕໍ່ສູ້ກັບພະຍານາກນັ້ນ ພະຍານາກແລະເຫລົ່າສະຫມຸມຂອງມັນກໍ່ຕໍ່ສູ້ຄືນ.

ເກີດຫຍັງຂຶ້ນກັບພະຍານາກ ແລະທູດສະຫວັນຂອງມັນຫລັງຈາກການຕໍ່ສູ້?

ພະຍານາກ ແລະທູດສະຫວັນຂອງມັນ ຖືກຖິ້ມລົງມາເທິງແຜ່ນດິນໂລກພ້ອມກັບເຫລົ່າສະຫມຸນຂອງມັນທັງໝົດ

ໃຜແມ່ນພະຍານາກ?

ພະຍານາກແມ່ນງູດຶກດຳບັນ, ມານ ຫລື ຊາຕານ.

Revelation 12:11

ພີ່ນ້ອງໄດ້ເອົາຊະນະພະຍານາກໄດ້ແນວໃດ?

ພວກເຂົາຊະນະມັນໄດ້ໂດຍພຣະໂລຫິດຂອງພຣະເມສານ້ອຍ ແລະໂດຍຖ້ອຍຄຳແຫ່ງການເປັນພະຍານຂອງພວກເຂົາ .

ພະຍານາກຮູ້ວ່າລາວມີເວລາດົນປານໃດ?

ພະຍານາກຮູ້ວ່າເວລາຂອງມັນເຫລືອຫນ້ອຍເຕັມທີ.

Revelation 12:13

ຜູ້ຍິງໄດ້ເຮັດຫຍັງໃນເວລາທີ່ພະຍານາກໄລ່ຕາມນາງ?

ແຕ່ຜູ້ຍິງຄົນນັ້ນໄດ້ຮັບປີກຂອງນົກອິນຊີໃຫຍ່ສອງປີກ ດັ່ງນັ້ນນາງຈຶ່ງສາມາດຫນີໄປຍັງສະຖານທີ່ໆໄດ້ຈັດຕຽມເອົາໄວ້ສຳລັບນາງ.

Revelation 12:15

ເມື່ອພະຍານາກບໍ່ສາມາດກວດເອົາຜູ້ຍິງຄົນນັ້ນໄດ້, ພະຍານາກໄດ້ເຮັດຫຍັງ?

ພະຍານາກໄດ້ອອກໄປເຮັດສົງຄາມຕໍ່ສູ້ກັບບັນດາຄົນທີ່ເຊື່ອຟັງຄຳສັ່ງຂອງພຣະເຈົ້າ ແລະຢຶດຫມັ້ນໃນຄຳພະຍານຂອງພວກເຂົາກ່ຽວກັບພຣະເຢຊູ.

Revelation 13

Revelation 13:1

ໂຢຮັນໄດ້ເຫັນສັດຮ້າຍມາຈາກໃສ?

ສັດຮ້າຍໂຕຫນຶ່ງຂຶ້ນມາຈາກທະເລ.

ພະຍານາກໃຫ້ຫຍັງກັບສັດຮ້າຍ?

ພະຍານາກໃຫ້ໃຫ້ອຳນາດບັນລັງແລະສິດທິອຳນາດອັນຍິ່ງໃຫຍ່ແກ່ມັນເພື່ອຈະຄອບຄອງ.

Revelation 13:3

ເປັນຫຍັງໂລກທັງຫມົດປະຫລາດໃຈ ຕິດຕາມສັດຮ້າຍ?

ໂລກທັງຫມົດປະຫລາດໃຈ ແລະຕິດຕາມສັດຮ້າຍເພາະວ່າມັນມີບາດແຜທີ່ຕ້ອງຮັກສາໃຫ້ຫາຍດີ.

Revelation 13:5

ສັດຮ້າຍໄດ້ເວົ້າຫຍັງກັບປາກຂອງມັນເອງ?

ສັດຮ້າຍໄດ້ເວົ້າໂອ້ອວດ ແລະ ຕໍ່ຕ້ານພຣະເຈົ້າ ຫມິ່ນປະຫມາດພຣະນາມຂອງພຣະອົງ ຫມິ່ນປະຫມາດທີ່ບັນລັງ ແລະບັນດາຜູ້ທີ່ຢູ່ເທິງສະຫວັນທັງຫມົດ.

Revelation 13:7

ສັດປ່າໄດ້ອະນຸຍາດໃຫ້ເຮັດຫຍັງກັບບັນດາຜູ້ເຊື່ອ?

ສັດຮ້າຍນັ້ນໄດ້ຮັບອະນຸຍາດໃຫ້ເຮັດສົງຄາມກັບບັນດາຜູ້ເຊື່ອ ແລະ ເອົາຊະນະພວກເຂົາໄດ້.

ໃຜບໍ່ນະມັດສະການສັດຮ້າຍ?

ຜູ້ທີ່ຖືກຈົດບັນທຶກເອົາໄວ້ໃນຫນັງສືແຫ່ງຊີວິດຈະບໍ່ນະມັດສະການສັດຮ້າຍ.

Revelation 13:9

ສຳລັບຜູ້ທີ່ຂຶ້ນຊື່ວ່າບໍຣິສຸດຄືໃຜ?

ຜູ້ທີ່ຂຶ້ນຊື່ວ່າບໍຣິສຸດຈະໄດ້ຮັບເອີ້ນໃຫ້ອົດທົນ ແລະ ມີຄວາມອົດທົນຕໍ່ການເຊື່ອ

Revelation 13:11

ໂຢຮັນໄດ້ເຫັນສັດຮ້າຍອີກໂຕຫນຶ່ງມາຈາກໃສ?

ສັດຮ້າຍອີກໂຕຫນຶ່ງຂຶ້ນມາຈາກແຜ່ນດິນໂລກ

ສັດຮ້າຍອີກໂຕນັ້ນມີການເວົ້າ ແລະ ເວົ້າແນວໃດ?

ມັນມີສອງເຂົາເຫມືອນແກະໂຕຫນຶ່ງ ແລະມັນເວົ້າຄືກັບພະຍານາກ.

ສັດຮ້າຍອີກໂຕເຮັດໃຫ້ຜູ້ຄົນທີ່ອາໃສຢູ່ເທິງແຜ່ນດິນໂລກເຮັດຫຍັງ?

ມັນເຮັດໃຫ້ແຜ່ນດິນໂລກແລະທຸກສິ່ງທີ່ຢູ່ໃນນັ້ນນະມັດສະການສັດຮ້າຍໂຕທຳອິດ.

Revelation 13:15

ເກີດຫຍັງຂຶ້ນກັບກຸ່ມຄົນທີ່ປະຕິເສດການນະມັດສະການສັດຮ້າຍ?

ໃຜປະຕິເສດທີ່ຈະນະມັດສະການສັດຮ້າຍນັ້ນຈະຕ້ອງຖືກຂ້າຕາຍ.

ທຸກຄົນໄດ້ຮັບຫຍັງຈາກສັດຮ້າຍອີກໂຕ?

ທຸກຄົນໄດ້ເຮັດສັນຍາລັກທີ່ມືຂວາ ຫລືເທິງຫນ້າຜາກ.

Revelation 13:18

ຕົວເລກຂອງສັດຮ້າຍແມ່ນຫຍັງ?

ຕົວເລກຂອງສັດຮ້າຍແມ່ນ 666.

Revelation 14

Revelation 14:1

ໂຢຮັນໄດ້ເຫັນໃຜຢືນຢູ່ຕໍ່ຫນ້າຂອງລາວ?

ເຫັນພຣະເມສານ້ອຍກຳລັງຢືນຢູ່ເທິງພູເຂົາຊີໂອນ .

Revelation 14:3

ໃຜທີ່ສາມາດຮຽນຮູ້ບົດເພງໃຫມ່ທີ່ຮ້ອງຕໍ່ຫນ້າບັນລັງໄດ້?

ມີພຽງແຕ່ 144,000 ຄົນຊົງໄດ້ຮັບການໄຖ່ຈາກແຜ່ນດິນໂລກເທົ່ານັ້ນທີ່ສາມາດຮຽນຮູ້ເພງໃຫມ່ໄດ້.

ໃຜໄດ້ປ່ຽນເປັນຜົນທຳອິດສຳລັບພຣະເຈົ້າຕໍ່ຫນ້າພຣະເມສານ້ອຍ?

ຜູ້ທີ່ປາສະຈາກມົນທິນ 144,000 ຄົນເປັນຜົນທຳອິດທີ່ມອບຖວາຍໃຫ້ກັບພຣະເຈົ້າແລະກັບພຣະເມສານ້ອຍ.

Revelation 14:6

ທູດສະຫວັນນັ້ນໄດ້ໃຫ້ຖ້ອຍຄຳຕະຫລອດໄປເປັນນິດແຫ່ງຂ່າວປະເສີດແກ່ໃຜ?

ເຂົາມີຖ້ອຍຄຳອັນຕະຫລອດໄປເປັນນິດແຫ່ງຂ່າວປະເສີດເພື່ອປະກາດແກ່ບັນດາຄົນທີ່ຢູ່ເທິງແຜ່ນດິນໂລກຄື ທຸກຊົນຊາດ ທຸກເຜົ່າ ທຸກພາສາ ແລະທຸກຄົນ.

ທູດສະຫວັນໄດ້ບອກໃຫ້ບັນດາຄົນທີ່ຢູ່ເທິງແຜ່ນດິນໂລກເຮັດຫຍັງ?

ທູດສະຫວັນໄດ້ບອກໃຫ້ພວກເຂົາວ່າຈົ່ງຢໍາເກງພຣະເຈົ້າ ແລະຖວາຍກຽດແກ່ພຣະອົງ

ເວລາໃດທີ່ທູດສະຫວັນບອກວ່າຈະມາເຖິງແລ້ວ?

ຊົ່ວໂມງແຫ່ງການພິພາກສາຂອງພຣະເຈົ້າໄດ້ມາເຖິງແລ້ວ

Revelation 14:8

ທູດສະຫວັນອົງທີສອງໄດ້ປະກາດຫຍັງ?

ທູດສະຫວັນອົງທີສອງຕາມມາ ແລະກ່າວວ່າ "ຫລົ້ມຈົມແລ້ວ ບາບີໂລນມະຫານະຄອນຫລົ້ມຈົມແລ້ວ .

Revelation 14:9

ທູດສະຫວັນອົງທີສາມເວົ້າວ່າແມ່ນຫຍັງຈະເກີດຂຶ້ນກັບຜູ້ທີ່ໄດ້ຮັບກາປະທັບຕາຂອງສັດຮ້າຍ?

ຜູ້ທີ່ໄດ້ຮັບກາປະທັບຕາຂອງສັດຮ້າຍຈະຖືກທົນທຸກທໍຣະມານດ້ວຍໄຟ ແລະ ມາດ.

Revelation 14:11

ບັນດາໄພ່ພົນຖືກເອີ້ນວ່າຫຍັງ?

ບັນດາໄພ່ພົນຖືກເອີ້ນໃຫ້ພຽນອົດທົນ.

Revelation 14:14

ໂຢຮັນເຫັນໃຜນັ່ງຢູ່ເທິງເມກ?

ໂຢຮັນເຫັນຜູ້ທີ່ນັ່ງຢູ່ເທິງເມກນັ້ນມີລັກສະນະເຫມືອນບຸດມະນຸດ.

ຜູ້ທີ່ກຳລັງນັ່ງຢູ່ເທິງເມກເຮັດຫຍັງ?

ຜູ້ທີ່ນັ່ງຢູ່ເທິງເມກແກ່ວງກ່ຽວຂອງພຣະອົງລົງແຜ່ນດິນໂລກ ແລ້ວແຜ່ນດິນໂລກກໍ່ໄດ້ຮັບການເກັບກ່ຽວ.

Revelation 14:19

ທູດສະຫວັນອົງນັ້ນໄດ້ເຮັດຫຍັງກັບກ່ຽວ?

ທູດສະຫວັນອົງນັ້ນຈຶ່ງແກວ່ງກ່ຽວລົງເທິງແຜ່ນດິນໂລກ ແລະເກັບກ່ຽວຫມາກອະງຸ່ນຈາກແຜ່ນດິນໂລກ ເຂົາໂຍນຫມາກອະງຸ່ນເຫລົ່ານັ້ນລົງໄປໃນອ່າງບີບອະງຸ່ນຂະໜາດໃຫຍ່ຊຶ່ງເປັນອ່າງແຫ່ງຄວາມໂກດຮ້າຍຂອງພຣະເຈົ້າ.

ເກີດຫຍັງຂຶ້ນກັບອ່າງບີບເຫລົ່າອະງຸ່ນຂອງພຣະເຈົ້າ?

ອ່າງບີບເຫລົ້າອະງຸ່ນນັ້ນຖືກບີບທີ່ນອກເມືອງ ແລະ ມີເລືອດໄຫລອອກມາຈາກອ່າງນັ້ນ.

Revelation 15

Revelation 15:1

ທູດສະຫວັນເຈັດອົງທີ່ໂຢຮັນໄດ້ເຫັນມີຫຍັງຢູ່ກັບພວກເຂົາ?

ທູດສະຫວັນເຈັດອົງຖືໄພພິບັດເຈັດຢ່າງ ເຊິ່ງເປັນໄພພິບັດສຸດທ້າຍ.

Revelation 15:2

ໃຜທີ່ຢືນຢູ່ໃນແຄມທະເລ?

ຄົນເຫລົ່ານັ້ນທີ່ຢືນຢູ່ແຄມທະເລຄືບັນດາຄົນທີ່ມີໄຊຊະນະຕໍ່ສັດຮ້າຍ ແລະຕໍ່ຮູບຂອງມັນ ຢືນຢູ່ແຄມໃນທະເລ.

Revelation 15:3

ຄົນເຫລົ່ານັ້ນທີ່ຢືນຢູ່ແຄມທະເລກຳລັງຮ້ອງເພງຂອງໃຜ?

ພວກເຂົາຮ້ອງເພງຂອງໂມເຊ ຜູ້ຮັບໃຊ້ຂອງພຣະເຈົ້າ ແລະຮ້ອງເພງຂອງພຣະເມສານ້ອຍ.

ວິທີການຂອງພຣະເຈົ້າໄດ້ອະທິບາຍໃນເພງແນວໃດ?

ວິທີການຂອງພຣະເຈົ້າໄດ້ອະທິບາຍກໍ່ຖືກຕ້ອງແລະສັດຊື່ຈິງ .

ຢູ່ໃນເພງມີໃຜມາ ແລະ ນະມັດສະການພຣະເຈົ້າ?

ບັນດາປະຊາຊາດທັງຫລາຍຈະມານະມັດສະການພຣະເຈົ້າ.

Revelation 15:5

ແລ້ວເຂົາຖືຫຍັງອອກມາຈາກສະຖານບໍຣິສຸດທີ່ສຸດ ?

ທູດສະຫວັນທັງເຈັດອົງຖືໄພພິບັດທັງເຈັດຢ່າງໄດ້ອອກມາຈາກສະຖານບໍຣິສຸດທີ່ສຸດ .

Revelation 15:7

ທູດສະຫວັນທັງເຈັດອົງໄດ້ຮັບຫຍັງ?

ທູດສະຫວັນທັງເຈັດອົງໄດ້ຮັບຂັນຄຳເຈັດຫນ່ວຍທີ່ເຕັມໄປດ້ວຍຄວາມໂກດຮ້າຍຂອງພຣະເຈົ້າ.

ບໍ່ມີໃຜສາມາດເຂົ້າເຖິງພຣະວິຫານໄດ້ຈົນຮອດເມື່ອໃດ?

ບໍ່ມີໃຜສາມາດເຂົ້າໄປໃນພຣະວິຫານນັ້ນ ຈົນກວ່າໄພພິບັດທັງເຈັດຂອງທູດສະຫວັນເຈັດອົງນັ້ນຈະສຳເລັດລົງ

Revelation 16

Revelation 16:1

ທູດສະຫວັນທັງເຈັດອົງແມ່ນໄດ້ບອກໃຫ້ເຮັດຫຍັງ?

ທູດສະຫວັນທັງເຈັດອົງນັ້ນວ່າ ຈົ່ງອອກໄປແລ້ວຖອກເທຂັນແຫ່ງຄວາມໂກດຮ້າຍຂອງພຣະເຈົ້າທັງເຈັດຫນ່ວຍລົງເທິງແຜ່ນດິນໂລກ.

Revelation 16:2

ເກີດຫຍັງຂຶ້ນເມື່ອຂັນແຫ່ງຄວາມໂກດຮ້າຍທີຫນຶ່ງຂອງພຣະເຈົ້າໄດ້ຖືກຖອກເທອອກ?

ທູດສະຫວັນອົງທຳອິດອອກໄປເທຂັນລົງເທິງແຜ່ນດິນໂລກ ແລ້ວຄົນທັງຫລາຍທີ່ມີເຄື່ອງຫມາຍຂອງສັດຮ້າຍ ແລະພວກທີ່ບູຊາຮູບຂອງມັນກໍ່ມີບາດແຜຮ້າຍທີ່ຫນ້າກຽດຊັງ ແລະ ເຈັບປວດເກີດຂຶ້ນຕາມຕົນຕົວ.

Revelation 16:3

ເກີດຫຍັງຂຶ້ນເມື່ອຂັນແຫ່ງຄວາມໂກດຮ້າຍທີສອງຂອງພຣະເຈົ້າໄດ້ຖືກຖອກເທອອກ?

ທະເລກໍ່ກາຍເປັນເລືອດເຫມືອນເລືອດຂອງຄົນຕາຍ .

Revelation 16:4

ເກີດຫຍັງຂຶ້ນເມື່ອຂັນແຫ່ງຄວາມໂກດຮ້າຍທີສາມຂອງພຣະເຈົ້າໄດ້ຖືກຖອກເທອອກ?

ແມ່ນໍ້າ ແລະ ນໍ້າພຸທັງຫລາຍ, ເຫລົ່ານັ້ນກໍ່ກາຍເປັນເລືອດ

ເປັນຫຍັງພຣະເຈົ້າຈຶ່ງໃຫ້ຄົນເຫລົ່ານັ້ນສົມຄວນດື່ມເລືອດ?

ເພາະພວກເຂົາເຮັດໃຫ້ເລືອດຂອງບັນດາຜູ້ເຊື່ອ ແລະຜູ້ປະກາດພຣະຄັມໄຫລອອກ ແລະພຣະອົງຊົງໃຫ້ເຂົາດື່ມເລືອດຊຶ່ງເປັນສິ່ງທີ່ພວກເຂົາສົມຄວນໄດ້ຮັບແລ້ວ.

Revelation 16:8

ເກີດຫຍັງຂຶ້ນເມື່ອຂັນແຫ່ງຄວາມໂກດຮ້າຍທີສີ່ຂອງພຣະເຈົ້າໄດ້ຖືກຖອກເທອອກ?

ຕາເວັນເຜົາໄຫມ້ມະນຸດດ້ວຍຄວາມຮ້ອນອັນແຮງກ້າ.

Revelation 16:10

ເກີດຫຍັງຂຶ້ນເມື່ອຂັນແຫ່ງຄວາມໂກດຮ້າຍທີຫ້າຂອງພຣະເຈົ້າໄດ້ຖືກຖອກເທອອກ?

ມືດກໍ່ປົກຄຸມອານາຈັກຂອງສັດຮ້າຍ.

Revelation 16:12

ເກີດຫຍັງຂຶ້ນເມື່ອຂັນແຫ່ງຄວາມໂກດຮ້າຍທີຫົກຂອງພຣະເຈົ້າໄດ້ຖືກຖອກເທອອກ?

ແມ່ນໍ້າເອີຟຣັດບົກແຫ້ງ ເພື່ອຕຽມທາງໄວ້ສຳລັບບັນດາກະສັດທີ່ຈະມາຈາກທິດຕາເວັນອອກ

ວິນຍານຊົ່ວຮ້າຍສາມດວງອອກໄປເຮັດຫຍັງ?

ວິນຍານຊົ່ວຮ້າຍສາມດວງອອກໄປຫາບັນດາກະສັດທົ່ວໂລກ ເພື່ອຮວບຮວມເອົາບັນດາກະສັດເຫລົ່ານັ້ນໄປ ເຮັດສົງຄາມໃນວັນອັນໃຫຍ່ຫລວງຂອງພຣະເຈົ້າຜູ້ຊົງຍິ່ງໃຫຍ່ສູງສຸດ

Revelation 16:15

ຊື່ຂອງສະຖານທີ່ທີ່ກະສັດຂອງໂລກນຳມາລວມກັນມີຊື່ວ່າແນວໃດ?

ສະຖານທີ່ເອີ້ນຕາມພາສາເຮັບເຣີວ່າ ອາມາເຄໂດນ.

Revelation 16:17

ເກີດຫຍັງຂຶ້ນເມື່ອຂັນແຫ່ງຄວາມໂກດຮ້າຍທີເຈັດຂອງພຣະເຈົ້າໄດ້ຖືກເທອອກ?

ມີພຣະສຸຣະສຽງດັງອອກມາຈາກບັນລັງໃນພຣະວິຫານນັ້ນວ່າ "ສຳເລັດແລ້ວ" ແລະ ເກີດມີຟ້າແມບ ສຽງແຕກດັງສະນັ່ນ ສຽງຟ້າຮ້ອງ ແລະແຜ່ນດິນໄຫວຮຸນແຮງ.

ໃນເວລາດຽວກັນ ພຣະເຈົ້າຊົງລະນຶກເຖິງຫຍັງ?

ໃນເວລາດຽວກັນພຣະເຈົ້າຊົງລະນຶກເຖິງມະຫານະຄອນບາບີໂລນ ແລະ ພຣະອົງຊົງໃຫ້ນະຄອນນີ້ດື່ມເຫລົ້າອະງຸ່ນທີ່ເຮັດມາຈາກຄວາມໂກດຮ້າຍອັນຮຸນແຮງຂອງພຣະອົງ

Revelation 16:20

ຜູ້ຄົນໄດ້ຮັບມືກັບໄພພິບັດເຫລົ່ານີ້ແນວໃດ?

ພວກເຂົາສາບແຊ່ງພຣະເຈົ້າ.

Revelation 17

Revelation 17:1

ທູດສະຫວັນໄດ້ເວົ້າໃຫ້ໂຢຮັນເບິ່ງຫຍັງ?

ທູດສະຫວັນໄດ້ເວົ້າວ່າເຮົາຈະໃຫ້ທ່ານເບິ່ງການລົງໂທດຍິງແມ່ຈ້າງຄົນສຳຄັນ.

Revelation 17:3

ຜູ້ຍິງກຳລັງນັ່ງຢູ່ເທິງຫຍັງ?

ຍິງຄົນຫນຶ່ງນັ່ງຢູ່ເທິງສັດຮ້າຍ, ສັດຮ້າຍນັ້ນມີເຈັດຫົວແລະສິບເຂົາ.

ຈອກວາຍທີ່ຜູ້ຍິງຖືຢູ່ໃນມືມີຫຍັງ?

ໃນຈອກເຕັມໄປດ້ວຍສິ່ງທີ່ຫນ້າກຽດຫນ້າຊັງ ແລະ ສິ່ງທີ່ເປັນມົນທິນຈາກການລ່ວງປະເວນີຂອງນາງ.

ຊື່ຜູ້ຍິງຄົນນັ້ນແມ່ນຫຍັງ?

ນາງມີຊື່ທີ່ມີຄວາມຫມາຍເລິກລັບຂຽນໄວ້ວ່າ ບາບີໂລນນະຄອນໃຫຍ່ ແມ່ຂອງຍິງແມ່ຈ້າງທັງຫລາຍ ແລະແມ່ຂອງບັນດາສິ່ງຫນ້າກຽດຫນ້າຊັງແຫ່ງແຜ່ນດິນໂລກ.

Revelation 17:6

ຜູ້ຍິງຄົນນັ້ນເມົາດ້ວຍຫຍັງ?

ຍິງນັ້ນເມົາດ້ວຍເລືອດຂອງບັນດາຜູ້ເຊື່ອ ແລະເລືອດຂອງບັນດາຜູ້ສະຫລະຊີວິດເພາະເປັນພະຍານຝ່າຍພຣະເຢຊູເຈົ້າ .

Revelation 17:8

ສັດຮ້າຍນັ້ນໄດ້ຂຶ້ນມາຈາກໃສຊຶ່ງຜູ້ຍິງຄົນນັ້ນນັ່ງຢູ່?

ສັດຮ້າຍນັ້ນໄດ້ຂຶ້ນມາຈາກເຫວເລິກ.

ສັດຮ້າຍນັ້ນໄດ້ໄປໃສ?

ສັດຮ້າຍນັ້ນໄດ້ໄປຫາຄວາມພິນາດ.

Revelation 17:9

ຫົວທັງເຈັດຂອງສັດຮ້າຍແມ່ນຫຍັງ?

ຫົວທັງເຈັດນັ້ນຄືເນີນເຂົາເຈັດຫນ່ວຍທີ່ຍິງນັ້ນນັ່ງຢູ່ ແລະ ຫມາຍເຖິງກະສັດເຈັດອົງ

Revelation 17:11

ສັດຮ້າຍແມ່ນກຳລັງໄປໃສ?

ສັດຮ້າຍແມ່ນກຳລັງໄປສູ່ຄວາມພິນາດ

Revelation 17:12

ສິບເຂົາຂອງສັດຮ້າຍແມ່ນຫຍັງ?

ເຂົາທັງສິບເຂົາແມ່ນກະສັດສິບອົງ.

ກະສັດ ແລະ ສັດຮ້າຍຈະເຮັດຫຍັງ ເມື່ອພວກເຂົາມີຄວາມຄິດດຽວກັນ?

ເມື່ອພວກເຂົາມີຄວາມຄິດດຽວກັນ, ພວກເຂົາຈະຕໍ່ສູ້ກັບພຣະເມສານ້ອຍ .

Revelation 17:15

ແມ່ນໍ້າຫຍັງທີ່ແມ່ຈ້າງນັ່ງຢູ່ນັ້ນ ?

ແມ່ນໍ້າທີ່ແມ່ຈ້າງນັ່ງຢູ່ນັ້ນ ແມ່ນຄົນທັງຫລາຍ ເຫລົ່າຝູງຊົນ ບັນດາປະຊາຊາດ ແລະພາສາຕ່າງໆ

Revelation 17:16

ກະສັດ ແລະ ສັດຮ້າຍຕ້ອງການຈະເຮັດຫຍັງກັບຍິງຄົນນັ້ນ?

ພວກມັນຈະເຮັດໃຫ້ນາງເປົ່າປ່ຽວ ແລະເປືອຍກາຍ ພວກມັນຈະຫຸ້ມກິນຊີ້ນຂອງນາງ ແລະເອົາໄຟເຜົານາງຈົນບໍ່ເຫລືອຊາກ.

Revelation 17:18

ໂຢຮັນເຫັນຜູ້ຍິງຄົນນັ້ນຄືຫຍັງ?

ຜູ້ຍິງທີ່ໂຢຮັນເຫັນນັ້ນຄືນະຄອນທີ່ປົກຄອງຢູ່ເຫນືອບັນດາກະສັດຂອງແຜ່ນດິນໂລກ.

Revelation 18

Revelation 18:1

ທູດສະຫວັນມີສິດທິອຳນາດຫຍ່ິ່ງໃຫຍ່ທີ່ຈະປະກາດຫຍັງ?

ທູດສະຫວັນມີສິດທິອຳນາດຍິ່ງໃຫຍ່ທີ່ຈະຮ້ອງປະກາດດ້ວຍສຽງອັນດັງວ່າ "ບາບີໂລນນະຄອນໃຫຍ່ຫລົ້ມຈົມແລ້ວ.

Revelation 18:4

ສຽງທີ່ອອກມາຈາກສະຫວັນໄດ້ບອກຄົນຂອງພຣະເຈົ້າເຮັດຫຍັງ?

ສຽງມາຈາກສະຫວັນວ່າ ຈົ່ງອອກມາຈາກມະຫານະຄອນບາບີໂລນສາ ເພື່ອເຈົ້າຈະບໍ່ມີສ່ວນໃນຄວາມບາບຂອງນະຄອນນັ້ນ.

ພຣະເຈົ້າໄດ້ຕອບສະຫນອງຫຍັງໃຫ້ເມືອງບາບີໂລນກັບສິ່ງທີ່ພຣະອົງໄດ້ເຮັດ?

ພຣະເຈົ້າໄດ້ຕອບສະຫນອງນະຄອນນັ້ນເຫມືອນຢ່າງທີ່ນະຄອນນັ້ນເຄີຍຕອບສະຫນອງຄົນອື່ນໆ .

Revelation 18:7

ໄພພິບັດໃດມາເຖິງບາບີໂລນໃນມື້ດຽວ?

ຄວາມຕາຍ, ຄວາມໂສກເສົ້າ ແລະ ຄວາມອຶດຢາກມາເຖິງບາບີໂລນໃນມື້ດຽວ ແລະ ໄຟຈະເຜົາຜານນະຄອນນັ້ນ.

Revelation 18:9

ບັນດາກະສັດ ແລະ ພວກພໍ່ຄ້າແຫ່ງແຜ່ນດິນໂລກໄດ້ມີການຕອບສະຫນອງແນວໃດ ເມື່ອເຫັນການພິພາກສານະຄອນບາບີໂລນ?

ບັນດາກະສັດ ແລະ ພວກພໍ່ຄ້າແຫ່ງແຜ່ນດິນໂລກໄດ້ເຫັນການພິພາກ, ພວກເຂົາຈະອອກໄປຢືນຢູ່ຫ່າງໆດ້ວຍຄວາມຢ້ານຫລາຍການທໍຣະມານນະຄອນນັ້ນ.

Revelation 18:14

ນະຄອນບາບີໂລນໄດ້ປາດຖະຫນາຫຍັງ ຊຶ່ງສູນເສຍໄປພາຍໃນຊົ່ວໂມງດຽວ?

ນະຄອນບາບີໂລນປາດຖະຫນາສິ່ງທີ່ຫລູຫລາ ແລະງາມສະຫງ່າຊຶ່ງສູນເສຍໄປພາຍໃນຊົ່ວໂມງດຽວ.

Revelation 18:15

ເປັນຫຍັງກະສັດ, ພໍ່ຄ້າ ແລະ ຜູ້ຄວບຄຸມເຮືອ ຢືນຫ່າງຈາກນະຄອນບາບີໂລນໃນເວລາທີ່ພວກເຂົາຖືກຕັດສິນ?

ພວກເຂົາຢືນຢູ່ຫ່າງໆ ເພາະຢ້ານຕໍ່ການທໍຣະມານນະຄອນນັ້ນ ພວກເຂົາຈະຮ້ອງໄຫ້ແລະໂສກເສົ້າຢ່າງຫນັກ.

Revelation 18:18

ຜູ້ຄວບຄຸມເຮືອ ຖາມຫຍັງກ່ຽວກັບນະຄອນບາບີໂລນ?

ຜູ້ຄວບຄຸມເຮືອຮ້ອງຖາມວ່ານະຄອນໃດຈະເຫມືອນນະຄອນໃຫຍ່ນີ້.

ໄພ່ພົນ, ອັກຄະສາວົກ ແລະ ສາດສະຫນາຈານໄດ້ຖືກບອກໃຫ້ເຮັດຫຍັງ ເມື່ອນະຄອນບາບີໂລນຖືກພິພາກສາຈາກພຣະເຈົ້າ?

ໄພ່ພົນ, ອັກຄະສາວົກ ແລະ ສາດສະຫນາຈານໄດ້ຖືກບອກໃຫ້ຊື່ນຊົມຍິນດີ ເພາະພຣະເຈົ້າພິພາກສາລົງໂທດນະຄອນບາບີໂລນໂດຍພຣະອົງ.

Revelation 18:21

ຫລັງຈາກທີ່ພວກເຂົາໄດ້ຖືກພິພາກ, ເມື່ອໃດຈະເຫັນນະຄອນບາບີໂລນອີກຄັ້ງ?

ຫລັງຈາກທີ່ພວກເຂົາໄດ້ຖືກພິພາກສາ,ຈະບໍ່ມີໃຜໄດ້ພົບເຫັນນະຄອນນະຄອນບາບີໂລນອີກເລີຍ .

Revelation 18:23

ສິ່ງໃດທີ່ພົບເຫັນໃນນະຄອນໃຫຍ່ບາບີໂລນ ຊຶ່ງຍິງຄົນນັ້ນຖືກພິພາກສາ?

ເລືອດຂອງບັນດາຜູ້ປະກາດພຣະຄັມ,ຜູ້ເຊື່ອທັງຫລາຍ ແລະເລືອດຂອງທຸກຄົນທີ່ຖືກຂ້າ ເທິງແຜ່ນດິນໂລກນັ້ນ.

Revelation 19

Revelation 19:1

ພຣະສຸຣະສຽງທີ່ມາຈາກສະຫວັນເວົ້າຫຍັງກ່ຽວກັບການພິພາກສາຂອງພຣະເຈົ້າ?

ພຣະສຸຣະສຽງທີ່ມາຈາກສະຫວັນເວົ້າວ່າການພິພາກສາຂອງພຣະອົງຖືກຕ້ອງແລະຍຸຕິທັມ .

ເປັນຫຍັງພຣະເຈົ້າຈຶ່ງພິພາກສາຍິງໂສເພນີຄົນສຳຄັນ?

ພຣະເຈົ້າພິພາກເພາະພຣະອົງໄດ້ຊົງພິພາກສາຍິງໂສເພນີຄົນສຳຄັນທີ່ເຮັດໃຫ້ແຜ່ນດິນໂລກເສື່ອມຊາມດ້ວຍການລ່ວງປະເວນີຂອງນາງ ພຣະອົງຊົງແກ້ແຄ້ນຍິງຄົນນັ້ນທີ່ເຮັດໃຫ້ເລືອດຂອງບັນດາຜູ້ຮັບໃຊ້ຂອງພຣະອົງຫລັ່ງອອກມາ.

Revelation 19:3

ຈະເກີດຫຍັງຂຶ້ນກັບຍິງໂສເພນີຄົນສຳຄັນຕະຫລອດໄປ ແລະ ເປັນນິດ?

ຄວັນຈາກແປວໄຟທີ່ເຜົາໄຫມ້ນະຄອນນັ້ນກໍ່ພຸ່ງຂຶ້ນຕະຫລອດໄປ ແລະ ເປັນນິດ.

Revelation 19:5

ພຣະເຈົ້າບອກຜູ້ທີ່ມີຄວາມຢ້ານໃຫ້ເຮັດຫຍັງ?

ເຈົ້າທັງຫລາຍທີ່ຢຳເກງພຣະອົງ ທັງຄົນເລັກນ້ອຍ ແລະຄົນມີອຳນາດ ຈົ່ງສັນຣະເສີນແດ່ພຣະເຈົ້າຂອງເຮົາທັງຫລາຍ.

Revelation 19:7

ເປັນຫຍັງສຽງນັ້ນຈຶ່ງກ່າວວ່າ ບັນດາຜູ້ທີ່ຮັບໃຊ້ພຣະເຈົ້າຄວນຈະຊົມຊື່ນຍິນດີ ແລະ ປິຕິຍິນດີເປັນຢ່າງຍິ່ງ?

ບັນດາຜູ້ທີ່ຮັບໃຊ້ທັງຫລາຍຊື່ນຊົມ ແລະ ປິຕິຍິນດີຢ່າງໃຫຍ່ ແລະຖວາຍພຣະກຽດຕິຍົດແດ່ພຣະອົງ ເພາະເຖິງເວລາແຫ່ງການສົມຣົດຂອງພຣະເມສານ້ອຍແລ້ວ.

ເຈົ້າສາວຂອງພຣະເມສານ້ອຍໃສ່ຊຸດຫຍັງ?

ເຈົ້າສາວນັ້ນໄດ້ຮັບອະນຸຍາດໃຫ້ສວມໃສ່ຜ້າປ່ານເນື້ອລະອຽດສະຫວ່າງສົດໃສແລະສະອາດ.

Revelation 19:9

ທູດສະຫວັນໄດ້ເວົ້າຫຍັງກ່ຽວກັບພະຍານຫລັກຂອງພຣະເຢຊູ?

ທູດສະຫວັນໄດ້ເວົ້າກ່ຽວກັບພະຍານຫລັກຂອງພຣະເຢຊູວ່າເປັນວິນຍານແຫ່ງການພິພາກສາ.

Revelation 19:11

ຜູ້ທີ່ຊົງຢູ່ເທິງມ້າສີຂາວທີ່ໂຢຮັນໄດ້ເຫັນມີຊື່ວ່າແນວໃດ?

ໂຢຮັນໄດ້ເຫັນຜູ້ທີ່ຢູ່ເທິງມ້າສີຂາວຊົງມີພຣະນາມເອີ້ນພຣະອົງນັ້ນຄືພຣະຄັມຂອງພຣະເຈົ້າ.

Revelation 19:14

ພຣະຄັມຂອງພຣະເຈົ້າຕໍ່ສູ້ກັບປະຊາຊາດແນວໃດ?

ມີດາບຄົມດວງຫນຶ່ງອອກມາຈາກປາກຂອງພຣະອົງຊຶ່ງໃຊ້ຟາດຟັນປະຊາຊາດຕ່າງໆ.

ພຣະຄັມທີ່ຈາລຶກເທິງເສື້ອຄຸມ ແລະ ທີ່ຕົ້ນຂາຂອງພຣະອົງແມ່ນຫຍັງ?

ພຣະອົງຊົງມີພຣະນາມຈາລຶກເທິງເສື້ອຄຸມຂອງພຣະອົງ ແລະທີ່ຕົ້ນຂາຂອງພຣະອົງວ່າ ກະສັດເຫນືອກະສັດທັງຫລາຍ ແລະເຈົ້ານາຍເຫນືອເຈົ້ານາຍທັງຫລາຍ.

Revelation 19:17

ນົກທີ່ບິນຢູ່ເທິງອາກາດຖືກຮ້ອງໃຫ້ກິນຫຍັງໃນອາຫານແລງທີ່ຍິ່ງໃຫຍ່?

ນົກທັງຫມົດທີີ່ບິນໄປມາຢູ່ກາງອາກາດຖືກຮ້ອງວ່າມາກີນຊີ້ນຂອງບັນດາກະສັດ ຊີ້ນຂອງຜູ້ບັນຊາການທະຫານ ຊີ້ນຂອງຄົນທີ່ມີອິດທິພົນຫລາຍ, ຊີ້ນຂອງມ້າແລະຄົນທີ່ຂີ່ມັນ ແລະຊີ້ນຂອງມະນຸດທຸກຄົນ.

Revelation 19:19

ສັດຮ້າຍ ແລະ ກະສັດ ຂອງແຜ່ນດິນໂລກ ອອກເດີນທາງໄປເຮັດຫຍັງ?

ພວກເຂົາທັງຫລາຍມາຊຸມນຸມກັນເພື່ອເຮັດສົງຄາມກັບພຣະຄັມຂອງພຣະເຈົ້າ ແລະ ກັບກອງທັບຂອງພຣະອົງ.

ເກີດຫຍັງຂຶ້ນກັບສັດຮ້າຍ ແລະ ຄູສອນປອມ?

ສັດຮ້າຍ ຄົນເຫລົ່ານັ້ນທີ່ບູຊາຮູບຂອງມັນ ທັງສອງຖືກໂຍນລົງທັງເປັນໃນບຶງໄຟທີ່ລຸກໄຫມ້ຢູ່ດ້ວຍມາດ.

Revelation 19:21

ເກີດຫຍັງຂຶ້ນກັບກຸ່ມຄົນທີ່ເຫລືອໃນການຕໍ່ສູ້ກັບພຣະຄັມຂອງພຣະເຈົ້າ?

ຄົນທີ່ເຫລືອຢູ່ກໍຖືກຂ້າດ້ວຍດາບທີ່ອອກມາຈາກປາກຂອງພຣະອົງຜູ້ປະທັບເທິງຫລັງມ້ານັ້ນ ນົກທຸກໂຕກໍ່ກິນຊີ້ນຄົນເຫລົ່ານັ້ນທີ່ຕາຍແລ້ວ.

Revelation 20

Revelation 20:1

ທູດສະຫວັນໄດ້ສະເດັດລົງມາເຮັດຫຍັງກັບເຂົາ?

ທູດສະຫວັນມີກະແຈຂອງເຫວເລິກ ແລະທ່ານມີໂສເສັ້ນໃຫຍ່ຢູ່ໃນມືຂອງທ່ານ.

ມານຊາຕານຈະຖືກມັດມັນໄວ້ດົນປານໃດ?

ມານຊາຕານຈະຖືກມັດມັນໄວ້ຫນຶ່ງພັນປີ .

ທູດສະຫວັນໄດ້ເຮັດຫຍັງກັບມານຊາຕານ?

ທູດສະຫວັນໄດ້ໂຍນມານຊາຕານລົງໄປໃນເຫວເລິກນັ້ນ.

ມານຊາຕານຈະເຮັດຫຍັງບໍ່ໄດ້ໃນຂະນະທີ່ຖືກມັດໄວ້?

ມານຊາຕານຈະລໍ້ລວງປະຊາຊາດທັງຫລາຍບໍ່ໄດ້ໃນຂະນະທີ່ຖືກມັດໄວ້.

Revelation 20:4

ເກີດຫຍັງຂຶ້ນກັບຄົນເຫລົ່ານັ້ນທີ່ບໍ່ຍອມຮັບເຄື່ອງຫມາຍຂອງສັດຮ້າຍນັ້ນ?

ຄົນເຫລົ່ານັ້ນທີ່ບໍ່ຍອມຮັບເຄື່ອງຫມາຍຂອງສັດຮ້າຍນັ້ນ, ພວກເຂົາທັງຫລາຍກັບມາມີຊີວິດອີກຄັ້ງຫນຶ່ງ ແລະຄອບຄອງຮ່ວມກັບພຣະຄຣິດເຈົ້າເປັນເວລາຫນຶ່ງພັນປີ

Revelation 20:5

ສ່ວນອື່ນທີ່ຕາຍໄປແລ້ວຈະໄດ້ກັບຄືນມີຊີວິດອີກຄັ້ງເມື່ອໃດ?

ສ່ວນອື່ນທີ່ຕາຍໄປແລ້ວຈະໄດ້ກັບຄືນມີຊີວິດອີກຄັ້ງຈົນກວ່າພັນປີ.

ຜູ້ທີ່ມີສ່ວນໃນກາຟື້ນຄືນມາມີຊີວິດເທຶ່ອທຳອິດຈະເຮັດຫຍັງ?

ໃຜທີ່ມີສ່ວນໃນການເປັນຂຶ້ນມາຈາກຕາຍຄັ້ງທຳອິດກໍ່ເປັນສຸກແລະບໍຣິສຸດ ຄວາມຕາຍຄັ້ງທີສອງຈະບໍ່ມີອຳນາດເຫນືອພວກເຂົາທັງຫລາຍ ແຕ່ພວກເຂົາຈະເປັນປະໂລຫິດຂອງພຣະເຈົ້າ ແລະຂອງພຣະຄຣິດເຈົ້າ ແລະຈະຄອບຄອງຮ່ວມກັບພຣະອົງຫນຶ່ງພັນປີ

Revelation 20:7

ມານຊາຕານຈະເຮັດຫຍັງເມື່ອຄົບ ຫນຶ່ງພັນປີ?

ເມື່ອຄົບຫນຶ່ງພັນປີແລ້ວ ຊາຕານຈະຖືກປ່ອຍອອກມາຈາກຄຸກ ມັນຈະອອກໄປລໍ້ລວງປະຊາຊາດຕ່າງໆທີ່ກະຈັດກະຈາຍຢູ່ທົ່ວໂລກ

Revelation 20:9

ຈະເກີດຫຍັງຂຶ້ນເມື່ອກອງທັບຂອງບັນດາໄພ່ພົນຖືກອ້ອມໄວ້?

ເມື່ອກອງທັບຂອງບັນດາໄພ່ພົນຖືກອ້ອມໄວ້ ໄຟໄດ້ຕົກລົງມາຈາກສະຫວັນ ແລະເຜົາຜານພວກເຂົາເສຍ.

ໃນເວລານີ້ແມ່ນຫຍັງໄດ້ເຮັດກັບປີສາດ?

ປີສາດໄດ້ຖືກໂຍນລົງໄປນັ້ນ ພວກມັນຈະຖືກທໍຣະມານທັງກາງເວັນແລະກາງຄືນຕະຫລອດໄປເປັນນິດ

Revelation 20:11

ຜູ້ພິພາກຕັດສິນຄົນທີ່ຕາຍແລ້ວໂດຍຫຍັງຕໍ່ຫນ້າບັນລັງໃຫຍ່ສີຂາວ?

ຄົນຕາຍຖືກພິພາກສາຕາມການກະທຳຂອງພວກເຂົາທີ່ມີບັນທຶກໄວ້ໃນໜັງສືເຫລົ່ານັ້ນ.

Revelation 20:13

ຄວາມຕາຍຄັ້ງທີສອງແມ່ນຫຍັງ?

ຄວາມຕາຍຄັ້ງທີສອງແມ່ນບຶງໄຟ .

ເກີດຫຍັງຂຶ້ນກັບຄົນທີ່ບໍ່ມີບັນທຶກໄວ້ໃນປຶ້ມແຫ່ງຊີວິດ?

ໃຜບໍ່ໄດ້ມີຈົດຊື່ໄວ້ໃນປື້ມແຫ່ງຊີວິດ ເຂົາກໍ່ຈະຖືກໂຍນລົງໄປໃນບຶງໄຟ.

Revelation 21

Revelation 21:1

ໂຢຮັນໄດ້ເຫັນຫຍັງໃນສະຫວັນເດີມ ແລະ ແຜ່ນດິນໂລກ ?

ໂຢຮັນໄດ້ເຫັນສະຫວັນເດີມ ແລະ ແຜ່ນດິນໂລກໄດ້ຜ່ານພົ້ນໄປແລ້ວ.

ແມ່ນຫຍັງມາແທນທີ່ສະຫວັນເດີມ ແລະ ແຜ່ນດິນໂລກ ?

ສະຫວັນໃຫມ່ ແລະ ແຜ່ນດິນໂລກໃຫມ່ ມາແທນທີ່ສະຫວັນເດີມ ແລະ ແຜ່ນດິນໂລກ .

ແມ່ນຫຍັງສະເດັດລົງມາຈາກສະຫວັນ?

ນະຄອນບໍຣິສຸດ, ນະຄອນເຢຣູຊາເລັມໃຫມ່, ລົງມາຈາກສະຫວັນ.

Revelation 21:3

ສຽງຈາກບັນລັງກ່າວວ່າພຣະເຈົ້າປະທັບຢູ່ທີ່ໃດໃນຂະນະນີ້?

ສຽງຈາກບັນລັງກ່າວວ່າພຣະເຈົ້າປະທັບຢູ່ກັບມະນຸດແລ້ວໃນຂະນະນີ້.

ແມ່ນຫຍັງຜ່ານພົ້ນໄປແລ້ວ?

ພຣະເຈົ້າຈະຊົງເຊັດນໍ້າຕາທຸກຢົດຈາກຕາຂອງພວກເຂົາທັງຫລາຍ ແລະຈະບໍ່ມີຄວາມຕາຍ ຫລືຄວາມໂສກເສົ້າ ຫລືການຮ້ອງໄຫ້ ຫລືການເຈັບປວດອີກຕໍ່ໄປ ເພາະສິ່ງເດີມໆນັ້ນໄດ້ຜ່ານໄປແລ້ວ.

Revelation 21:5

ຜູ້ທີ່ປະທັບຢູ່ທີ່ບັນລັງຮ້ອງຊື່ຂອງຕົນເອງວ່າແນວໃດ?

ຜູ້ທີ່ປະທັບຢູ່ທີ່ບັນລັງຮ້ອງຊື່ຂອງຕົນເອງວ່າອາລະຟາແລະໂອເມຄາ ເປັນເບື້ອງຕົ້ນແລະເປັນເບື້ອງປາຍ.

Revelation 21:7

ເກີດຫຍັງຂຶ້ນກັບຜູ້ທີ່ບໍ່ສັດທາສິລະທັມ ແລະ ຮູບປັ້ນເຄົາລົບ?

ຜູ້ທີ່ບໍ່ສັດຊື່,ຜິດສິລະທັມທາງເພດ,ສະຖານທີ່ມີຮູບປັ້ນເຄົາລົບ ໃນທະເລສາບທີ່ລຸກເປັນໄຟຂອງການເຜົາໄຫມ້ມາດ.

Revelation 21:9

ແມ່ນຫຍັງແມ່ນເຈົ້າສາວ ຫລື ເມຍຂອງພຣະເມສານ້ອຍ?

ເຈົ້າສາວ ຫລື ເມຍຂອງພຣະເມສານ້ອຍແມ່ນ ນະຄອນບໍຣິສຸດ, ນະຄອນເຢລູຊາເລັມ ຊິ່ງລົງມາຈາກສະຫວັນແລະຈາກພຣະເຈົ້າ.

Revelation 21:11

ມີຈາລຶກຫຍັງທີ່ຈາລຶກໄວ້ໃນປະຕູເຢຣູຊາເລັມໃຫມ່?

ເທິງປະຕູມີຊື່ເຜົ່າຂອງປະຊາກອນອິສະຣາເອນສິບສອງເຜົ່າຈາລຶກໄວ້ໃນປະຕູເຢຣູຊາເລັມໃຫມ່.

Revelation 21:14

ມີຈາລຶກຫຍັງທີ່ຈາລຶກໄວ້ໃນຖານຂອງເຢຣູຊາເລັມໃຫມ່?

ຊື່ຂອງອັກຄະສາວົກສິບສອງທ່ານຂອງພຣະເມສານ້ອຍ ໃນຖານຂອງເຢຣູຊາເລັມໃຫມ່.

Revelation 21:16

ຮູບຮ່າງໃຫມ່ຂອງນະຄອນເຢຣູຊາເລັມເປັນແນວໃດ?

ນະຄອນນັ້ນເປັນຮູບສີ່ຫລ່ຽມຈະຕຸລັດ

Revelation 21:18

ນະຄອນຈະສ້າງຂຶ້ນດ້ວຍຫຍັງ?

ນະຄອນນັ້ນສາ້ງດ້ວຍຄຳບໍຣິສຸດທີ່ເສາະໃສເຫມືອນແກ້ວ.

Revelation 21:21

ແມ່ນຫຍັງຄືພຣະວິຫານເຢຣູຊາເລັມໃຫມ່?

ອົງພຣະຜູ້ເປັນເຈົ້າພຣະເຈົ້າຜູ້ຊົງຣິດອຳນາດຍິ່ງໃຫຍ່ສູງສຸດ ແລະພຣະເມສານ້ອຍເປັນພຣະວິຫານນະຄອນນັ້ນ

Revelation 21:23

ແມ່ນຫຍັງຄືແສງສະຫວ່າງໃນເຢຣູຊາເລັມໃຫມ່?

ແສງສະຫວ່າງໃນເຢຣູຊາເລັມໃຫມ່ແມ່ນສະຫງ່າຣາສີຂອງພຣະເຈົ້າ ແລະ ພຣະເມສານ້ອຍ.

Revelation 21:26

ແມ່ນຫຍັງຈະເຂົ້ານະຄອນເຢຣູຊາເລັມໃຫມ່ບໍ່ໄດ້ເລີຍ?

ສິ່ງໃດທີ່ເປັນມົນທິນຈະບໍ່ສາມາດເຂົ້າໃນນະຄອນນັ້ນໄດ້ເລີຍ.

Revelation 22

Revelation 22:1

ໂຢຮັນໄດ້ເຫັນຫຍັງໄຫລມາຈາກພຣະທີ່ນັ່ງຂອງພຣະເຈົົ້າ?

ໂຢຮັນໄດ້ເຫັນເຫັນສາຍນໍ້າທີ່ມີຊີວິດຊຶ່ງໃສເຫມືອນແກ້ວ ໄຫລອອກມາຈາກພຣະບັນລັງຂອງພຣະເຈົ້າ. .

ໃບໄມ້ຂອງຕົ້ນໄມ້ແຫ່ງຊີວິດມີໄວ້ເພື່ອຫຍັງ?

ໃບຂອງຕົ້ນໄມ້ນັ້ນມີໄວ້ເພື່ອປິ່ນປົວບັນດາປະຊາຊາດທັງຫລາຍໃຫ້ດີ.

Revelation 22:3

ຈະບໍ່ມີຫຍັງຢູ່ໃນນະຄອນອີກຕໍ່ໄປ?

ຈະບໍ່ມີຄຳສາບແຊ່ງຈະບໍ່ມີອີກຕໍ່ໄປ ແລະ ກາງຄືນຈະບໍ່ມີອີກຕໍ່ໄປ

ບັນລັງຂອງ ພຣະເຈົ້າ ແລະ ພຣະເມສານ້ອຍຢູ່ໃສ?

ບັນລັງຂອງ ພຣະເຈົ້າ ແລະ ພຣະເມສານ້ອຍຈະຢູ່ໃນນະຄອນ.

Revelation 22:6

ຜູ້ຄົນຕ້ອງເຮັດຫຍັງເພື່ອຈະໄດ້ຮັບພອນຈາກພຣະຄັມນີ້?

ຜູ້ຄົນຕ້ອງເຊື່ອຟັງຄຳເວົ້າຂອງຄຳພຣະຍານຂອງພຣະຄັມນີ້ເພື່ອຈະໄດ້ຮັບພຣະພອນ.

Revelation 22:8

ທູດສະຫວັນໄດ້ບອກໃຫ້ໂຢຮັນເຮັດຫຍັງເມືອໂຢຮັນກົ້ມລົງນົບຕີນຂອງທູດສະຫວັນ?

ທູດສະຫວັນໄດ້ບອກໃຫ້ໂຢຮັນນະມັດສະການພຣະເຈົ້າ.

Revelation 22:10

ເປັນຫຍັງໂຢຮັນບໍ່ໃຫ້ປົກປິດຄຳທຳນວາຍຂອງຂອງພຣະຄັມເຫລັ້ມນີ້?

ໂຢຮັນວ່າຢ່າປົກປິດຖ້ອຍຄຳແຫ່ງຄຳທຳນວາຍ ໃນພຣະຄັມນີ້ໄວ້ເປັນຄວາມລັບ ເພາະວ່າເວລານັ້ນໃກ້ເຂົ້າມາແລ້ວ.

Revelation 22:12

ອົງພຣະຜູ້ເປັນເຈົ້າເວົ້າວ່າຈະນຳຫຍັງມານຳພຣະອົງເມື່ອພຣະອົງສະເດັດມາ?

ອົງພຣະຜູ້ເປັນເຈົ້າເວົ້າວ່າຈະນຳບໍາເຫນັດຂອງພຣະອົງມານຳ ເມື່ອພຣະອົງສະເດັດມາ.

Revelation 22:14

ຜູ້ທີ່ຕ້ອງການມີສິດກິນຈາກຕົ້ນໄມ້ແຫ່ງຊີວິດຕ້ອງເຮັດຫຍັງ?

ຄົນເຫລົ່ານັ້ນທີ່ລ້າງເສື້ອຜ້າຂອງຕົນເອງກໍ່ເປັນສຸກ ເພື່ອວ່າພວກເຂົາຈະມີສິດໃນການກິນຜົນຈາກຕົ້ນໄມ້ແຫ່ງຊີວິດ .

Revelation 22:16

ພຣະເຢຊູຄຣິດເວົ້າວ່າພຣະອົງກ່ຽວຂ້ອງກັບກະສັດດາວິດແນວໃດ?

ພຣະເຢຊູຄຣິດເວົ້າວ່າພຣະອົງເປັນກົກເຄົ້າ ແລະ ເຊື້ອສາຍຂອງດາວິດ .

Revelation 22:18

ຈະເກີດຫຍັງຂຶ້ນກັບທຸກຄົນໄດ້ເພີ່ມຕື່ມຄຳທຳນວາຍໃນພຣະຄັມນີ້?

ທຸກຄົນທີ່ໄດ້ຍິນຄຳທຳນວາຍໃນພຣະຄັມນີ້ວ່າ ຖ້າຜູ້ໃດເພີ້ມຕື່ມສິ່ງໃດເຂົ້າໄປໃນຖ້ອຍຄຳເຫລົ່ານີ້ ພຣະເຈົ້າກໍ່ຈະຊົງເພີ່ມຕື່ມໄພພິບັດທີ່ມີຂຽນໄວ້ໃນພຣະຄັມນີ້ແກ່ຜູ້ນັ້ນດ້ວຍ.

ຈະເກີດຫຍັງຂຶ້ນກັບທຸກຄົນທີ່ຕັດຖ້ອຍຄຳອອກໄປຈາກຫນັງສືຄຳທຳນວາຍເຫລັ້ມນີ້ ?

ຜູ້ໃດຕັດຖ້ອຍຄຳອອກໄປຈາກຫນັງສືຄຳທຳນວາຍເຫລັ້ມນີ້ ພຣະເຈົ້າກໍ່ຈະຊົງຕັດສ່ວນແບ່ງຂອງເຂົາໃນຕົ້ນໄມ້ແຫ່ງຊີວິດແລະນະຄອນບໍຣິສຸດຊຶ່ງມີຂຽນໄວ້ໃນພຣະຄັມນີ້ອອກໄປດ້ວຍ.

Revelation 22:20

ພຣະຄັມຕອນທ້າຍຂອງພຣະເຢຊູໃນພຣະຄັມນີ້ແມ່ນຫຍັງ?

ພຣະຄັມຕອນທ້າຍຂອງພຣະເຢຊູແມ່ນ ແນ່ນອນ ເຮົາຈະມາໃນບໍ່ຊ້ານີ້.

ພຣະຄັມຕອນທ້າຍໃນພຣະຄັມນີ້ແມ່ນຫຍັງ?

ພຣະຄັມຕອນທ້າຍໃນພຣະຄັມເຫລັ້ມນີ້ຄື "ອາແມນ."