ພາສາລາວ (Lao): translationQuestions Print

Updated ? hours ago # views See on WACS

Haggai 1

Haggai 1:1

ພຣະ­ທຳຂອງພຣະ­ຢາເວໄດ້ມາໂດຍທາງຮັກກາຍ ຜູ້ປະກາດພຣະ­ທຳເມື່ອໃດ?

ໃນປີທີສອງແຫ່ງຣາ­ຊະ­ການກະ­ສັດດາ­ຣິ­ອຸດ, ໃນວັນທີຫນຶ່ງຂອງເດືອນທີຫົກ.

ພຣະ­ທຳຂອງພຣະ­ຢາເວທີ່ໄດ້ມານັ້ນ ໄດ້ກ່າວເຖິງໃຜ?

ພຣະ­ທຳໄດ້ມາເຖິງເຊ­ຣູ­ບາ­ເບນ ຜູ້ປົກ­ຄອງເມືອງ ແລະ ເຖິງໂຢ­ຊວຍ ມະ­ຫາປະໂລຫິດ.

ພຣະ­ຢາເວຊົງກ່າວວ່າປະຊາຊົນເຫລົ່ານີ້ໄດ້ເວົ້າຫຍັງ?

ພຣະອົງໄດ້ກ່າວວ່າ ພວກເຂົາເວົ້າວ່າ ມັນຍັງບໍ່ເຖິງເວ­ລາຂອງເຮົາທີ່ຈະມາ ຫລື ຈະສ້າງພຣະ­ວິ­ຫານຂອງພຣະຢາເວ.”

Haggai 1:3

ສະພາບພຣະວິຫານຂອງພຣະເຈົ້າເປັນແນວໃດ ໃນຂະນະທີ່ປະຊາຊົນໄດ້ອາໄສຢູ່ໃນເຮືອນທີ່ສ້າງແລ້ວສົມບູນ?

ພຣະ­ວິ­ຫານຂອງພຣະເຈົ້າຍັງ­ເພພັງ.

ເຖິງວ່າປະຊາຊົນໄດ້ຫວ່ານເມັດພືດຫລາຍ, ເປັນຫຍັງພຣະຢາເວເປົ່າມັນຖິ້ມເສຍ ແລະ ນຳເອົາຄວາມແຫ້ງແລ້ງມາເຫນືອຜົນງານຂອງພວກເຂົາ?

ພຣະຢາເວໄດ້ເປົ່າມັນ ແລະ ເຮັດໃຫ້ເກີດຄວາມແຫ້ງແລ້ງເພາະວ່າພຣະວິຫານຂອງພຣະຢາເວຖືກທຳລາຍ ໃນຂະນະທີ່ຊາຍທຸກຄົນມີຄວາມສຸກໃນເຮືອນຂອງຕົນເອງ.

Haggai 1:7

ພຣະຢາເວໄດ້ສັ່ງໃຫ້ປະຊາຊົນເຮັດຫຍັງ?

ພຣະເຢເວໄດ້ສັ່ງໃຫ້ພວກເຂົາສ້າງພຣະວິຫານຂອງພຣະອົງ ເພື່ອວ່າພຣະອົງຈະມີຄວາມພໍໃຈ ແລະ ໄດ້ຮັບສະຫງ່າຣາສີ.

Haggai 1:12

ເຊ­ຣູ­ບາ­ເບນ ຜູ້ປົກຄອງ, ໂຢ­ຊວຍ ມະ­ຫາປະ­ໂລຫິດ, ແລະ ລວມທັງປະ­ຊາຊົນທັງປວງທີ່ເຫລືອ ໄດ້ຕອບສະຫນອງແນວໃດຕໍ່ພຣະສຸ­ລະ­ສຽງຂອງພຣະຢາເວ ແລະ ຖ້ອຍຄຳຂອງຜູ້ປະກາດພຣະທຳ ຮັກກາຍ, ຊຶ່ງພຣະ­ຢາເວໄດ້ໃຊ້ເພິ່ນມາ?

ພວກເຂົາທັງຫລາຍກໍໄດ້ເຊື່ອຟັງພຣະ­ສຸ­ລະ­ສຽງຂອງພຣະຢາເວ ແລະ ຖ້ອຍຄຳຂອງຜູ້ປະກາດພຣະທຳ ຮັກກາຍ, ແລະ ຢຳເກງພຣະສຸລະສຽງຂອງພຣະຢາເວ.

ພຣະຢາເວໄດ້ຕອບແກ່ປະຊາຊົນແນວໃດ ສຳລັບການຊື່ອຟັງຂອງພວກເຂົາ?

ພຣະຢາເວສົ່ງຖ້ອຍຄຳຜ່ານ ຮັກກາຍ ຜູ້ສົ່ງຂ່າວຂອງພຣະອົງ ແກ່ປະຊາຊົນວ່າ, “ພຣະ­ຢາເວປະກາດວ່າ ເຮົາຢູ່ກັບເຈົ້າ!”

Haggai 1:14

ເມື່ອໃດທີ່ພຣະຢາເວໄດ້ຊົງບັນດົນໃຈຂອງເຊ­ຣູບາ­ເບນ ຜູ້ປົກ­ຄອງເມືອງ, ແລະ ໂຢ­ຊວຍ ມະ­ຫາປະໂລຫິດ, ແລະ ປະ­ຊາຊົນທັງປວງທີ່ເຫລືອຢູ່ ເພື່ອພວກເຂົາຈະໄດ້ໄປສ້າງພຣະ­ວິ­ຫານຂອງພຣະຢາເວຈອມໂຢທາ ພຣະ­ເຈົ້າຂອງພວກເຂົາ?

ພຣະອົງໄດ້ຊົງບັນດານໃຈພວກເຂົາ ໃນວັນທີຊາວສີ່ຂອງເດືອນທີຫົກ, ປີທີສອງແຫ່ງຣາ­ຊະ­ການກະ­ສັດດາ­ຣິ­ອຸດ.

Haggai 2

Haggai 2:1

ພຣະ­ທຳຂອງພຣະຢາເວໄດ້ມາໂດຍຮັກກາຍ ຜູ້ປະ­ກາດພຣະທຳ ເມື່ອໃດ?

ພຣະ­ທຳຂອງພຣະຢາເວໄດ້ມາໃນເດືອນທີເຈັດ ວັນທີຊາວເອັດ ຂອງເດືອນ.

Haggai 2:3

ເຖິງວ່າພຣະວິຫານຂອງພຣະຢາເວຈະບໍ່ໄດ້ເປັນເຫມືອນທີ່ເຄີຍໄດ້ເຫັນພຣະຣັດສະມີແຫ່ງພຣະ­ວິ­ຫານນີ້ໃນຄາວກ່ອນ, ແຕ່ເປັນຫຍັງພຣະຢາເວຈຶ່ງໄດ້ຊົງປະກາດແກ່ເຊ­ຣູ­ບາ­ເບນ ຜູ້ປົກຄອງ, ໂຢ­ຊວຍ ມະ­ຫາປະໂລຫິດ, ແລະ ປະ­ຊາຊົນທັງຫມົດແຫ່ງແຜ່ນ­ດິນວ່າຈົ່ງເຂັ້ມ­ແຂງ ແລະ ເຮັດວຽກເທີ້ນ?

ພຣະຢາເວໄດ້ປະກາດວ່າໃຫ້ພວກເຂົາເຂັ້ມແຂງ ແລະ ເຮັດວຽກ ເພາະວ່າພຣະອົງໄດ້ຊົງສະຖິດຢູ່ນຳພວກເຂົາ.

ໂດຍພັນທະສັນຍາທີ່ຖືກສ້າງຂຶ້ນຂອງພຣະຢາເວ, ແມ່ນຫຍັງທີ່ເຊ­ຣູ­ບາ­ເບນ, ໂຢ­ຊວຍ, ແລະ ປະ­ຊາຊົນທັງຫມົດທີ່ບໍ່ຄວນເຮັດ?

ພວກເຂົາບໍ່ຕ້ອງຢ້ານ.

Haggai 2:6

ເມື່ອພຣະຢາເວໄດ້ສັ່ນສະທ້ານຟ້າສະຫວັນ, ແຜ່ນດິນໂລກ, ແລະທຸກໆປະຊາຊາດ, ແລະພວກເຂົາໄດ້ນຳເອົາສິ່ງທີ່ມີຄ່າຂອງພວກເຂົາມາຖວາຍແກ່ພຣະອົງ, ພຣະຢາເວຈະເຮັດຫຍັງແດ່?

ພຣະອົງຈະເຮັດໃຫ້ພຣະວິຫານແຫ່ງນີ້ເຕັມໄປດ້ວຍສະ­ຫງ່າຣາ­ສີ ແລະ ຈະປຣະທານສັນຕິສຸກແກ່ສະຖານທີ່ແຫ່ງນີ້.

Haggai 2:10

ອີງຕາມປະໂລຫິດ, ຖ້າຜູ້ໃດຖືຕ່ອນຊີ້ນບໍ­ຣິສຸດສຳລັບພຣະຢາເວ ຫໍ່ດ້ວຍເສື້ອຄຸມຂອງເຂົາ, ແລະໄປຖືກເຂົ້າ­ຈີ່ຫລືແກງ, ເຫລົ້າແຫວງ ຫລືນ້ຳ­ມັນ, ຫລື ອາຫານໃດໆກໍຕາມ, ສິ່ງເຫລົ່ານັ້ນຈະບໍ­ຣິສຸດໄປນຳຫລືບໍ່?

ອີງຕາມປະໂລຫິດ, ຖ້າຜູ້ໃດຖືຕ່ອນຊີ້ນບໍ­ຣິສຸດສຳລັບພຣະຢາເວ ຫໍ່ດ້ວຍເສື້ອຄຸມຂອງເຂົາ, ແລະໄປຖືກເຂົ້າ­ຈີ່ຫລືແກງ ຈະເປັນມົນ­ທິນໄປນຳ.

Haggai 2:13

ອີງຕາມປະໂລຫິດ, ຖ້າຫາກມີຄົນຫນຶ່ງຄົນໃດທີ່ເປັນມົນ­ທິນເພາະໄປຖືກສົບມາ ແລ້ວມາແຕະຕ້ອງສິ່ງເຫລົ່ານີ້, ສິ່ງເຫລົ່ານີ້ຈະເປັນມົນ­ທິນໄປນຳຫລືບໍ່?

ອີງຕາມປະໂລຫິດ, ອາຫານທີ່ໄປຖືກຄົນຫນຶ່ງຄົນໃດທີ່ເປັນມົນທິນເພາະໄປຖືກສົບມາ ກໍຈະກາຍເປັນມົນ­ທິນໄປນຳ

ເຄື່ອງຖວາຍທັງຫລາຍຂອງປະຊາຊົນ ແລະ ຊົນຊາດນີ້ ປຽບເຫມືອນຫຍັງຕໍ່ພຣະພັກພຣະຢາເວ?

ພວກເຂົາເປັນເຫມືອນຂອງຖວາຍທີ່ບໍ່ສະອາດຄືກັບອາຫານທີ່ຖືກແຕະຕ້ອງໂດຍຄົນທີ່ບໍ່ສະອາດຍ້ອນຄວາມຕາຍ.

Haggai 2:15

ກ່ອນທີ່ຫີນກ້ອນຫນຶ່ງຈະວາງຊ້ອນເທິງຫີນອີກກ້ອນຫນຶ່ງໃນພຣະ­ວິ­ຫານຂອງພຣະຢາເວ, ມີຫຍັງເກີດຂຶ້ນ?

ເມື່ອທ່ານມາຕວງເຂົ້າຈຳນວນຊາວຫມື່ນ, ແຕ່ມີພຽງສິບຫມື່ນ; ເມື່ອທ່ານຕັກເອົານໍ້າອະງຸ່ນຫ້າສິບຖັງ, ແຕ່ກໍມີແຕ່ຊາວຖັງ, ແລະ ພຣະຢາເວໄດ້ໂຈມຕີເຈົ້າ ແລະ ຜົນລະປູກແຫ່ງການງານຂອງພວກເຂົາ.

ເມື່ອພຣະຢາເວເຮັດໃຫ້ປະຊາຊົນທຸກທໍລະມານກ່ອນທີ່ຫີນກ້ອນຫນຶ່ງຈະວາງຊ້ອນເທິງຫີນອີກກ້ອນຫນຶ່ງໃນພຣະ­ວິ­ຫານຂອງພຣະຢາເວ, ປະຊາຊົນໄດ້ຫັນກັບມາຫາພຣະຢາເວບໍ?

ບໍ່, ແຕ່ປະຊາຊົນກໍຍັງບໍ່ກັບຄືນມາຫາພຣະຢາເວ.

Haggai 2:18

ມີຫຍັງເກີດຂຶ້ນກັບປະຊາຊົນ ນັບຈາກວັນທີຊາວສີ່ ເດືອນທີເກົ້າ, ຕັ້ງ­ແຕ່ມື້ທີ່ຮາກຖານຂອງພຣະວິຫານຂອງພຣະຢາເວໄດ້ວາງລົງ?

ບໍ່ມີແນວປູກເຫລືອຢູ່ໃນເລົ້າ, ເຄືອອະ­ງຸ່ນ, ຕົ້ນຫມາກ­ເດື່ອເທດ, ຕົ້ນຫມາກພິ­ລາ, ແລະ ຕົ້ນຫມາກ­ກອກ­ເທດກໍຍັງບໍ່ເກີດຫມາກເທື່ອ.

ພຣະຢາເວໄດ້ຊົງສັນຍາວ່າຈະມີຫຍັງເກີດຂຶ້ນ ນັບຈາກມື້ນັ້ນເປັນຕົ້ນໄປ?

ພຣະຢາເວໄດ້ຊົງສັນຍາວ່າຈະອວຍ­ພອນແກ່ພວກເຂົາ ຕັ້ງແຕ່ວັນນີ້ເປັນ­ຕົ້ນໄປ.

Haggai 2:23

ເປັນຫຍັງພຣະຢາເວຈຶ່ງຊົງຕັ້ງ ເຊ­ຣູ­ບາ­ເບນໃຫ້ເປັນແຫວນປະທັບຂອງພຣະອົງ?

ພຣະຢາເວຈະຕັ້ງລາວໃຫ້ເປັນເຫມືອນແຫວນປະ­ທັບຂອງພຣະອົງ ເພາະພຣະຢາເວໄດ້ຊົງເລືອກລາວແລ້ວ.