ພາສາລາວ (Lao): translationQuestions Print

Updated ? hours ago # views See on WACS

James 1

James 1:1

ຢາໂກໂບຂຽນຈົດໝາຍສະບັບນີ້ໃຫ້ໃຜແນ່?

ຢາໂກໂບຂຽນຈົດໝາຍນີ້ເຖິງຄົນສິບສອງເຜົ່າທີ່ກະຈັດກະຈາຍ.

ເມື່ອປະສົບບັນຫາ, ຢາໂກໂບເວົ້າວ່າຜູ້ອ່ານຂອງລາວຄວນມີທັດສະນະຄະຕິແນວໃດ?

ຢາໂກໂບບອກວ່າໃຫ້ຖືວ່າເປັນເລື່ອງທີ່ໜ້າຍິນດີທັງໝົດເມື່ອຕ້ອງພົບກັບການທົດລອງຕ່າງໆ.

ການທົດລອງຄວາມເຊື່ອຂອງພວກເຮົາຄວນຈະເປັນແນວໃດ?

ການທົດລອງຄວາມເຊື່ອຂອງພວກເຮົາເຮັດໃຫ້ມີຄວາມອົດທົນ.

James 1:4

ເຮົາຄວນຂໍອັນໃດຈາກພຣະເຈົ້າເມື່ອເຮົາຕ້ອງການ ?

ເຮົາຄວນຂໍສະຕິປັນຍາຈາກພຣະເຈົ້າເມື່ອເຮົາຕ້ອງການ.

James 1:6

ຄົນທີ່ຂໍດ້ວຍຄວາມສົງໄສຫວັງວ່າເຂົາຈະໄດ້ຮັບອັນໃດ?

ຄົນທີ່ຂໍດ້ວຍຄວາມສົງໄສບໍ່ຄວນຫວັງວ່າເຂົາຈະໄດ້ຮັບສິ່ງໃດໆຈາກພຣະເຈົ້າ.

James 1:9

ເປັນຫຍັງພີ່ນ້ອງທີ່ຮັ່ງມີຄວນເປັນຄົນຖ່ອມໃຈ?

ພີ່ນ້ອງທີ່ຮັ່ງມີຄວນຖ່ອມໃຈເພາະເຂົາຈະຕ້ອງລ່ວງລັບໄປຄືດອກຫຍ້າ.

James 1:12

ຜູ້ທີ່ຜ່ານ​ພົ້ນການທົດລອງ​ເຣື່ອງຄວາມເຊື່ອຈະໄດ້ຮັບຫຍັງ ?

ຜູ້ທີ່ຜ່ານການທົດລອງຄວາມເຊື່ອຈະໄດ້ຮັບມົງກຸດແຫ່ງຊີວິດ.

James 1:14

ແມ່ນຫຍັງທີ່ເຮັດໃຫ້ຄົນເຮົາຖືກລໍ້ລວງຈາກຄວາມຊົ່ວ?

ຄວາມປາຖະໜາທີ່ຊົ່ວຂອງຕົວເອງເຮັດໃຫ້ລາວຖືກລໍ້ລວງຈາກຄວາມບາບ.

ຜົນຂອງບາບທີ່ໃຫຍ່ຂຶ້ນເຕັມຂະໜາດແມ່ນຫຍັງ?

ຜົນຂອງຄວາມບາບທີ່ໃຫຍ່ຂຶ້ນເຕັມຂະໜາດກໍ່ຄືຄວາມຕາຍ.

James 1:17

ແມ່ນຫຍັງມາຈາກພຣະບິດາແຫ່ງແສງສະຫວ່າງ?

ຂອງປະທານອັນດີທຸກຢ່າງແລະຂອງຂວັນອັນດີເລີດທຸກຢ່າງຍ່ອມມາຈາກທາງເທິງ.

ພຣະເຈົ້າຊົງເລືອກໃຫ້ພວກເຮົາບັງເກີດໂດຍທາງໃດ?

ພຣະເຈົ້າຊົງເລືອກໃຫ້ພວກເຮົາບັງເກີດດ້ວຍພຣະທຳອັນສັດຈິງ.

James 1:19

ຢາໂກໂບໄດ້​ແນະ​ນຳພວກເຮົາແນວໃດກໃນການຟັງ, ການເວົ້າ, ແລະ ອາລົມຂອງພວກເຮົາ?

ຢາໂກໂບໄດ້​ແນະ​ນຳພວກເຮົາໃຫ້​ວ່ອງໄວໃນການຟັງ, ຊ້າໃນການເວົ້າ, ແລະຊ້າໃນການຮ້າຍ.

James 1:22

ຢາໂກໂບບອກວ່າເຮົາຫລອກລວງຕົນເອງໄດ້ແນວໃດ?

ຢາໂກໂບບອກວ່າເຮົາສາມາດຫລອກລວງຕົນເອງໄດ້ໂດຍການຟັງພຣະຄຳຊື່ໆແລະບໍ່ປະຕິບັດຕາມ.

James 1:26

ເຮົາຕ້ອງຄວບຄຸມອັນໃດໄດ້ເພື່ອເຮົາຈະເປັນຄົນມີສາສະໜາແທ້ຈິງໄດ້?

ເຮົາຕ້ອງຄວບຄຸມລີ້ນຂອງຕົນເອງເພື່ອຈະເປັນຄົນທີ່ນັບຖືສາສະໜາທີ່ແທ້ຈິງໄດ້.

ສາສະໜາທີ່ບໍຣິສຸດແລະບໍ່ມີການຊົ່ວມົວໝອງຕໍ່ພຣະພັກພຣະເຈົ້າແມ່ນຫຍັງ?

ສາສະໜາທີ່ບໍຣິສຸດແລະບໍ່ມີການຊົ່ວມົວໝອງຕໍ່ພຣະພັກພຣະເຈົ້າຄືການໄປຢ້ຽມຢາມຊ່ວຍເຫລືອລູກກຳພ້າແລະຍິງໝ້າຍ, ແລະການຮັກສາຕົວໃຫ້ພົ້ນຈາກການຊົ່ວມົວໝອງຂອງໂລກ.

James 2

James 2:1

ຢາໂກໂບໄດ້ບອກໃຫ້ພີ່ນ້ອງວ່າບໍ່ຄວນເຮັດແນວໃດເມື່ອມີບາງຄົນເຂົ້າມາໃນທີ່ປະຊຸມ?

ຢາໂກໂບໄດ້ບອກພວກເຂົາວ່າຢ່າມີໃຈລຳອຽງຕໍ່ບາງຄົນເພາະລັກສະນະພາຍນອກຂອງພວກເຂົາ.

James 2:5

ຢາໂກໂບໄດ້ບອກວ່າພຣະເຈົ້າຊົງເລືອກຄົນທຸກຈົນໃຫ້ເປັນແນວໃດ?

ຢາໂກໂບໄດ້ບອກວ່າພຣະເຈົ້າຊົງເລືອກຄົນທຸກຈົນໃຫ້ເປັນຄົນຮັ່ງມີໃນຝ່າຍຄວາມເຊື່ອແລະເປັນຜູ້ໃດ້ຮັບມໍລະດົກໃນຣາຊອານາຈັກ.

ຢາໂກໂບບອກວ່າຄົນຮັ່ງມີເຄີຍເຮັດຫຍັງມາ?

ຢາໂກໂບບອກວ່າຄົນຮັ່ງມີນັ້ນແຫລະທີ່ເຄີຍກົດຂີ່ຂົ່ມເຫງພີ່ນ້ອງແລະເວົ້າໝິ່ນປະໝາດພຣະນາມອັນປະເສີດຂອງພຣະເຈົ້າ.

James 2:8

ກົດບັນຍັດຢ່າງຄົບຖ້ວນຕາມພຣະຄຳພີຄືແນວໃດ?

ກົດບັນຍັດຢ່າງຄົບຖ້ວນຄື, ”ຈົ່ງຮັກເພື່ອນບ້ານເຫມືອນຮັກຕົນເອງ“.

James 2:10

ໃຜກໍ່ຕາມທີ່ຝ່າຝືນກົດບັນຍັດຂອງພຣະເຈົ້າພຽງຂໍ້ດຽວກໍເປັນຄົນຜິດແມ່ນບໍ?

ໃຜກໍ່ຕາມທີ່ຝ່າຝືນກົດບັນຍັດຂອງພຣະເຈົ້າພຽງຂໍ້ດຽວຜູ້ນັ້ນກໍຜິດໃນຖານຝ່າຝືນກົດບັນຍັດທັງໝົດ.

James 2:12

ຈະມີຫຍັງເກິດຂຶ້ນກັບຄົນທີ່ບໍ່ສະແດງຄວາມເມດຕາ?

ການພິພາກສາລົງໂທດຈະມາເຖິງບັນດາຄົນທີ່ບໍ່ສະແດງຄວາມເມດຕາ.

James 2:14

ຢາໂກໂບໄດ້ເວົ້າວ່າຕົນມີຄວາມເຊື່ອ,ແຕ່ບໍ່​ໄດ້ຊ່ວຍເຫລືອຄົນທີ່ຂັດສົນແມ່ນແນວໃດ?

ຢາໂກໂບໄດ້ບອກວ່າບັນດາຄົນທີ່ອ້າງວ່າຕົນມີຄວາມເຊື່ອ, ແຕ່ບໍ່ໄດ້ຊ່ວຍເຫລືອຄົນຂັດສົນ ຄວາມເຊື່ອຂອງເຂົາກໍ່ຊ່ວຍເຂົາໃຫ້ພົ້ນບໍ່ໄດ້.

ຄວາມເຊື່ອທີ່ບໍ່ມີການປະຕິບັດ, ເປັນຄວາມເຊື່ອແນວໃດ?

ຄວາມເຊື່ອ, ທີ່ບໍ່ມີການປະຕິບັດ, ເປັນຄວາມເຊື່ອທີ່ຕາຍແລ້ວ.

James 2:18

ຢາໂກໂບໄດ້ບອກວ່າເຮົາຕ້ອງສະແດງຄວາມເຊື່ອຂອງເຮົາແບບໃດ?

ຢາໂກໂບໄດ້ບອກວ່າເຮົາຕ້ອງສະແດງຄວາມເຊື່ອຂອງເຮົາໂດຍການປະຕິບັດ.

ບັນດາຄົນທີ່ອ້າງວ່າຕົນມີຄວາມເຊື່ອແລະມານກໍເຊື່ອເປັນຄວາມເຊື່ອແນວໃດ?

ບັນດາຄົນທີ່ອ້າງວ່າຕົນມີຄວາມເຊື່ອແລະມານກໍເຊື່ອເໝືອນກັນວ່າມີພຣະເຈົ້າອົງດຽວ.

James 2:21

ອັບຣາຮາມໄດ້ສະແດງຄວາມເຊື່ອຂອງທ່ານໂດຍການປະຕິບັດແບບໃດ?

ອັບຣາຮາມສະແດງຄວາມເຊື່ອຂອງທ່ານໂດຍການປະຕິບັດເມື່ອທ່ານຖວາຍອີຊາກເທິງແທ່ນບູຊາ.

ຂໍ້ພຣະຄຳພີທີ່ເຮັດໃຫ້ສຳເລັດຍ້ອນຄວາມເຊື່ອແລະການປະຕິບັດຂອງອັບຣາຮາມແນວໃດ?

ຂໍ້ພຣະຄຳພີທີ່ເຮັດໃຫ້ສຳເລັດໄດ້ກ່າວວ່າ, “ອັບຣາຮາມເຊື່ອພຣະເຈົ້າ, ແລະສິ່ງນັ້ນເຮັດໃຫ້ເພິ່ນຖືກນັບວ່າເປັນຜູ້ຊອບທຳ”.

James 2:25

ຣາຮາບສະແດງຄວາມເຊື່ອຂອງນາງອອກມາໂດຍການປະຕິບັດແບບໃດ?

ຣາຮາບໄດ້ສະແດງຄວາມເຊື່ອຂອງນາງອອກມາໂດຍການປະຕິບັດ ເມື່ອນາງຕ້ອນຮັບນັກສືບສອດແນມແລະສົ່ງພວກເພິ່ນໃຫ້ກັບເມືອທາງອື່ນ.

ຖ້າຮ່າງກາຍຖືກແຍກຈາກວິນຍານຈະເປັນແນວໃດ?

ຮ່າງກາຍທີ່ຖືກແຍກຈາກວິນຍານກໍຕາຍແລ້ວ.

James 3

James 3:1

ຍ້ອນຫຍັງຢາໂກໂບຈຶ່ງບອກວ່າບໍ່ຄວນໃຫ້ຫລາຍຄົນເປັນອາຈານ?

ບໍ່ຄວນໃຫ້ຫລາຍຄົນເປັນອາຈານຍ້ອນວ່າພວກເຂົາຈະໄດ້ຮັບການພິພາກສາໜັກໜ່ວງກວ່າຜູ້ອື່ນ.

ຜູ້ໃດຜິດພາດ, ຢູ່ເລື້ອຍໆ?

ພວກເຮົາທຸກຄົນລ້ວນຜິດພາດໄດ້ຫລາຍທາງ.

ຄົນແບບໃດທີ່ສາມາດບັງຄັບທັງຮ່າງກາຍຂອງເຂົາໄດ້?

ຄົນທີ່ບໍ່ຜິດພາດທາງວາຈາກໍເປັນຄົນຄົບຖ້ວນທີ່ສາມາດບັງຄັບທັງຮ່າງກາຍຂອງເຂົາໄດ້.

James 3:3

ມີສອງຕົວຢ່າງທີ່ຢາໂກໂບຍົກຕົວຢ່າງຂຶ້ນມາເພື່ອສະແດງວ່າສິ່ງນ້ອຍໆສາມາດບັງຄັບສິ່ງໃຫຍ່ໄດ້ມີຫຍັງແນ່?

ຢາໂກໂບໄດ້ຍົກຕົວຢ່າງເລື່ອງບັງຫຽນຂອງມ້າແລະຫາງເສືອຂອງເຮືອ.

James 3:5

ລີ້ນ​ທີ່​ປາກ​ເວົ້າບາບຊົ່ວ​ຊ້າທຳ​ລາຍຮ່າງກາຍໄດ້ແດ່?

ລີ້ນແຫ່ງຄວາມບາບສາມາດເຮັດໃຫ້ທັງຮ່າງກາຍຊົ່ວມົວໝອງໄດ້.

James 3:7

ແມ່ນຫຍັງທີ່ບໍ່ມີໃຜຝຶກແອບໄດ້?

ບໍ່ມີມະນຸດຄົນໃດສາມາດຝຶກແອບລິ້ນໄດ້.

James 3:9

ສອງສິ່ງທີ່ອອກຈາກປາກດຽວກັນມີຫຍັງແນ່?

ທັງຄຳອວຍພອນແລະຄຳສາບແຊ່ງກໍອອກມາຈາກປາກດຽວກັນ.

James 3:13

ຄົນທີ່ສະຫລາດແລະມີຄວາມເຂົ້າໃຈຄວນສະແດງອັນໃດອອກມາ?

ຄົນທີ່ສະຫລາດແລະມີຄວາມເຂົ້າໃຈຄວນສະແດງການປະຕິບັດອັນດີແຫ່ງຄວາມຖ່ອມໃຈ.

James 3:15

ສະຕິປັນຍາທີ່ມາຈາກໂລກນີ້ທີ່ບໍ່ຢູ່ຝ່າຍວິນຍານແລະຖືກຄວບຄຸມໂດຍມານຮ້າຍ, ສະແດງທ່າທີ່ອອກມາແນວໃດ?

ບຸກຄົນທີ່ມີຄວາມອິດສາຂົມຂື່ນ ຄວາມມັກໃຫຍ່ໃຝ່ສູງທີ່ເຫັນແກ່ຕົວມີສະຕິປັນຍາທີ່ມາຈາກໂລກນີ້, ແລະຖືກຄວບຄຸມໂດຍມານຮ້າຍ.

ທ່າທີແບບໃດທີ່ສະທ້ອນເຖິງສະຕິປັນຍາທີ່ມາຈາກເບື້ອງເທິງ?

ບຸກຄົນທີ່ມີຄວາມສະຫງົບສຸກ,ອ່ອນໂຍນ, ມີໃຈອົບອຸ່ນ,ເຕັມດ້ວຍຄວາມເມດຕາແລະໃຫ້ຜົນດີບໍ່ເລືອກໜ້າຄົນ, ແລະບໍ່ໜ້າຊື່ໃຈຄົດກໍມີສະຕິປັນຍາທີ່ມາຈາກເບື້ອງເທິງ.

James 4

James 4:1

ຢາໂກໂບໄດ້ບອກວ່າແມ່ນຫຍັງທີ່ເປັນເຫດໃຫ້ເກີດການຜິດຖຽງກັນລະຫວ່າງຜູ້ເຊື່ອ?

ຕົ້ນເຫດຄືກິເລດຕັນຫາຊົ່ວເຮັດໃຫ້ເກີດການຕໍ່ສູ້ກັນໃນລະຫວ່າງພວກເຂົາ.

ຍ້ອນຫຍັງຜູ້ເຊື່ອຈຶ່ງບໍ່ໄດ້ຮັບຕາມທີ່ພວກເຂົາທູນຂໍຈາກພຣະເຈົ້າ?

ພວກເຂົາບໍ່ໄດ້ຮັບຍ້ອນພວກເຂົາຂໍໃນສິ່ງທີ່ຜິດໆເພື່ອເອົາໄປໃຊ້ຕາມກິເລດຕັນຫາຂອງຕົນເອງ.

James 4:4

ຖ້າຄົນນັ້ນເປັນມິດກັບໂລກແລ້ວ, ຄວາມສຳພັນຂອງຄົນນັ້ນກັບພຣະເຈົ້າຈະເປັນແນວໃດ?

ຄົນທີ່ຢາກເປັນມິດກັບໂລກກໍເຮັດຕົວເປັນສັດຕູຕໍ່ພຣະເຈົ້າ.

James 4:6

ພຣະເຈົ້າຊົງຕໍ່ສູ້ຫຍັງ ແລະປະທານພຣະຄຸນໃຫ້ແກ່ໃຜ?

ພຣະເຈົ້າຊົງຕໍ່ສູ້ຜູ້ທີ່ຈອງຫອງ, ແຕ່ຊົງປະທານພຣະຄຸນໃຫ້ແກ່ຄົນທີ່ຖ່ອມໃຈລົງ.

ຖ້າຜູ້ເຊື່ອນ້ອມໃຈຍອມຟັງພຣະເຈົ້າແລະຕໍ່ສູ້ກັບມານ ມານຈະເຮັດແນວໃດ?

ມານຈະໜີໄປ

James 4:8

ບັນດາຄົນທີ່ເຂົ້າມາໃກ້ພຣະເຈົ້າ ພຣະເຈົ້າຈະເຮັດແນວໃດ?

ພຣະເຈົ້າກໍຈະເຂົ້າມາໃກ້ບັນດາຄົນທີ່ເຂົ້າມາໃກ້ພຣະອົງ.

James 4:11

ຢາໂກໂບບອກຜູ້ເຊື່ອວ່າບໍ່ຄວນເຮັດຫຍັງ?

ຢາໂກໂບບອກຜູ້ເຊື່ອວ່າຢ່າເວົ້າຕໍ່ຕ້ານກັນແລະກັນ.

James 4:15

ຢາໂກໂບໄດ້ບອກໃຫ້ຜູ້ເຊື່ອເວົ້າວ່າແນວໃດກ່ຽວກັບສິ່ງທີ່ຈະເກີດຂຶ້ນໃນອະນາຄົດ?

ຢາໂກໂບບອກໃຫ້ຜູ້ເຊື່ອເວົ້າວ່າຖ້າອົງພຣະຜູ້ເປັນເຈົ້າພໍພຣະໄທພວກເຮົາກໍຈະມີຊີວິດຢູ່ແລະເຮັດສິ່ງນີ້ຫລືສິ່ງນັ້ນ.

ຢາໂກໂບໄດ້ເວົ້າເຖິງຄົນທີ່ໂອ້ອວດກ່ຽວກັບແຜນງານຂອງຕົນເອງໄວ້ວ່າແນວໃດ?

ຢາໂກໂບໄດ້ເວົ້າເຖິງບັນດາຄົນທີ່ໂອ້ອວດກ່ຽວກັບແຜນງານຂອງຕົນເອງວ່າເປັນການເຮັດຊົ່ວ.

ຖ້າຜູ້ໃດຮູ້ວ່າອັນໃດເປັນການດີແຕ່ບໍ່ເຮັດມັນຈະເປັນແນວໃດ?

ຖ້າຜູ້ໃດຮູ້ວ່າອັນໃດເປັນການດີແຕ່ບໍ່ເຮັດຜູ້ນັ້ນຈຶ່ງມີບາບ

James 5

James 5:1

ຄົນຮັ່ງມີ, ທີ່ຢາໂກໂບກຳລັງເວົ້າເຖິງ, ໄດ້ເຮັດຫຍັງໃນວາລະສຸດທ້າຍຊຶ່ງເປັນພະຍານຕໍ່ສູ້ພວກເຂົາເອງ?

ຊັບສົມບັດທີ່ພວກເຂົາສະສົມໄວ້ຈະເປັນພຍານຕໍ່ສູ້ພວກເຂົາ.

James 5:4

ຄົນຮັ່ງມີປະຕິບັດແບບໃດຕໍ່ຄົນງານຂອງພວກເຂົາ?

ຄົນຮັ່ງມີບໍ່ຈ່າຍຄ່າແຮງໃຫ້ຄົນງານ.

ຄົນຮັ່ງມີປະຕິບັດແບບໃດຕໍ່ຄົນຊອບທຳ?

ຄົນຮັ່ງມີເຫລົ່ານີ້ໄດ້ກ່າວໂທດແລະຂ້າຜູ້ຊອບທຳ.

James 5:7

ຢາໂກໂບໄດ້ເວົ້າເຖິງທ່າທີ່ຂອງຜູ້ເຊື່ອຕໍ່ການສະເດັດກັບມາຂອງອົງພຣະຜູ້ເປັນເຈົ້າວ່າຄວນເປັນແນວໃດ?

ຜູ້ເຊື່ອຄວນລໍຄອຍການສະເດັດມາຂອງອົງພຣະຜູ້ເປັນເຈົ້າດ້ວຍຄວາມອົດທົນ.

James 5:9

ຢາໂກໂບໄດ້ບອກວ່າພວກຜູ້ທຳນວາຍໃນສະໄໝພຣະຄຳພີເດີມໄດ້ສະແດງລັກສະນະແບບໃດໃຫ້ແກ່ເຮົາ?

ຜູ້ທຳນວາຍໃນສະໄໝພຣະຄຳພີເດີມໄດ້ສະແດງຄວາມອົດທົນແລະຍອມທົນທຸກລຳບາກ.

James 5:12

ຢາໂກໂບໄດ້ເວົ້າເຖິງຄວາມໜ້າເຊື່ອຖືຂອງຜູ້ເຊື່ອເມື່ອກ່າວຄຳວ່າ “ແມ່ນ“ ແລະ “ບໍ່ແມ່ນ“ ໄວ້ວ່າແນວໃດ?

ຄຳວ່າ “ແມ່ນ“ ຂອງຜູ້ເຊື່ອຕ້ອງໝາຍເຖິງ “ແມ່ນ“ ແລະຄຳວ່າ “ບໍ່ແມ່ນ“ ກໍຕ້ອງໝາຍເຖິງ “ບໍ່ແມ່ນ“

James 5:13

ຄົນທີ່ເຈັບປ່ວຍຄວນເຮັດແນວໃດ?

ໃຫ້ຄົນທີ່ເຈັບໄຂ້ໄດ້ປ່ວຍເຊີນບັນດາເຖົ້າແກ່ມາເພື່ອໃຫ້ເພິ່ນພາວັນນາອະທິຖານສຳລັບຕົນແລະເຈີມດ້ວຍນຳ້ມັນ.

James 5:16

ຢາໂກໂບໄດ້ບອກເຖິງສອງສິ່ງທີ່ຜູ້ເຊື່ອຄວນເຮັດຕໍ່ກັນເພື່ອຈະໄດ້ຮັບການຮັກສາຢ່ຽວຢາໃຫ້ດີພະຍາດມີແນວໃດແນ່?

ຜູ້ເຊື່ອຄວນສາລະພາບບາບຕໍ່ກັນແລະກັນແລະອະທິຖານເພື່ອກັນແລະກັນ.

ຢາໂກໂບໄດ້ເວົ້າວ່າຕົວຢ່າງຂອງເອລີຢາສະແດງໃຫ້ພວກເຮົາເຫັນແນວໃດກ່ຽວກັບການອະທິຖານ?

ຕົວຢ່າງຂອງເອລີຢາສະແດງໃຫ້ເຮົາເຫັນວ່າຄຳພາວັນນາອະທິຖານຂອງຜູ້ຊອບທຳນັ້ນມີພະລັງເຮັດໃຫ້ເກີດຜົນ.

James 5:19

ຖ້າຄົນໃດສາມາດນຳຄົນບາບກັບຄືນມາຈາກທາງທີ່ຫລົງຜິດຂອງເຂົາ ຄົນນັ້ນໄດ້ເຮັດຫຍັງສຳເລັດໄດ້ແລ້ວ?

ຄົນທີ່ສາມາດນຳຄົນບາບໃຫ້ອອກຈາກທາງທີ່ຫລົງຜິດຂອງເຂົາກໍ່ຊ່ວຍຈິດວິນຍານຂອງຄົນນັ້ນໃຫ້ພົ້ນຈາກຄວາມຕາຍແລະທັງໃຫ້ຄວາມບາບຈຳນວນຫລວງຫລາຍນັ້ນໄດ້ຮັບການອະໄພ