ພາສາລາວ (Lao): translationQuestions Print

Updated ? hours ago # views See on WACS

Numbers 1

Numbers 1:1

ພຣະຢາເວບອກກັບໂມເຊໃຫ້ນັບສຳມະໂນຄົວຂອງໃຜ?

ພຣະຢາເວບອກກັບໂມເຊໃຫ້ນັບສຳມະໂນຄົວຂອງຜູ້ຊາຍອິດສະຣາເອນທຸກຄົນຜູ້ມີອາຍຸ​ຊາວ​ປີ​ຂຶ້ນ​ໄປ.

Numbers 1:4

ໃຜຈະຮັບໃຊ້ໂມເຊໃນຖານະຜູ້ນຳເຜົ່າ?

ຜູ້ຊາຍທີ່ເປັນຫົວຫນ້າຕະກຸນຈາກແຕ່ລະເຜົ່າ, ຕ້ອງມາຮັບໃຊ້ກັບພວກເຈົ້າໃນຖານະເປັນຜູ້ນຳເຜົ່າຂອງເຂົາ.

Numbers 1:17

ຜູ້ຊາຍແຕ່ລະຄົນໄດ້ລະບຸເຊື້ອສາຍຂອງຕົນແນວໃດ?

ເຂົາຕ້ອງບອກຊື່ຕະກຸນ ແລະ ຄອບຄົວທີ່ສືບເຊື້ອສາຍມາຈາກບັນພະບູລຸດຂອງເຂົາ.

Numbers 1:44

ມີການບັນທຶກຈຳນວນຜູ້ຊາຍຈັກຄົນຈາກເຜົ່າທີ່ມີອາຍຸ 20 ປີຂຶ້ນໄປທີ່ສາມາດສູ້ຮົບໃນສົງຄາມໄດ້?

ພວກເຂົານັບຈຳນວນຜູ້ຊາຍຈາກເຜົ່າໄດ້ 603,550 ຄົນ.

Numbers 1:47

ພວກຜູ້ຊາຍຈາກເຜົ່າໃດບໍ່ຄວນຖືກນັບເຂົ້າ?

ພວກ​ຜູ້ຊາຍທີ່ສືບເຊື້ອສາຍຈາກເລວີທີ່ບໍ່ໄດ້ນັບ.

Numbers 1:50

ຄົນເລວີໄດ້ຖືກມອບຫມາຍໃຫ້ເບິ່ງແຍງຫຍັງແດ່?

ພວກເຂົາໄດ້ຖືກມອບຫມາຍໃຫ້ເບິ່ງແຍງຫໍເຕັນ​ສັກສິດ​ແຫ່ງ​ພັນທະສັນຍາ, ແລະ​ ເບິ່ງແຍງ​ເຄື່ອງໃຊ້​ທຸກຢ່າງ​ໃນຫໍເຕັນ​ສັກສິດ ແລະ ເບິ່ງແຍງທຸກສິ່ງທີ່ຢູ່ໃນ​ຫໍເຕັນ​ສັກສິດນັ້ນ.

Numbers 1:51

ຄົນເລວີຈະເຮັດຫຍັງກັບຄົນແປກຫນ້າຄົນໃດທີ່ເຂົ້າມາໃກ້ຫໍເຕັນສັກສິດ?

ຄົນເລວີຈະ​ໄດ້ຂ້າ​ຄົນແປກຫນ້າຄົນໃດທີ່ເຂົ້າມາໃກ້ຫໍເຕັນສັກສິດ.

ປະຊາຊົນອິດສະຣາເອນຕັ້ງຄ້າຍພັກຂອງພວກເຂົາຢູ່ບ່ອນໃດ?

ຜູ້ຊາຍແຕ່ລະຄົນ​ຕ້ອງຕັ້ງຄ້າຍພັກໃກ້ກັບທຸງ​ທີ່ເປັນຂອງກຸ່ມມີອາວຸດ​ຂອງຕົນ.

Numbers 1:53

ພວກເລວີຕັ້ງບ່ອນຕັ້ງຄ້າຍພັກຂອງພວກເຂົາຢູ່ບ່ອນໃດ?

ຜູ້ຊາຍແຕ່ລະຄົນ​ຕ້ອງ​ຕັ້ງ​ຄ້າຍ​ຂອງພວກເຂົາຢູ່ອ້ອມຮອບ​ຫໍເຕັນ​ສັກສິດທີ່​ແຫ່ງ​ພັນທະສັນຍາ​ໄວ້.

ປະຊາຊົນໄດ້ເຮັດສິ່ງທີ່ພຣະຢາເວສັ່ງຫລືບໍ?

ແມ່ນ, ພວກເຂົາເຮັດທຸກຢ່າງຕາມ​ທີ່​ພຣະຢາເວ​ໄດ້​ສັ່ງຜ່ານທາງ​ໂມເຊ.

Numbers 2

Numbers 2:1

ພຣະຢາເວກ່າວກັບໂມເຊແລະອາໂຣນສໍາລັບເຜົ່າທີ່ຕັ້ງຄ້າຍພັກຂອງພວກເຂົາ?

ພຣະຢາເວກ່າວວ່າເຜົ່າຕ່າງໆ​ຕັ້ງ​ຄ້າຍພັກຂອງພວກເຂົາອ້ອມຮອບທຸງຂອງຕົນ, ຂອງກຸ່ມອາວຸດຂອງພວກເຂົາ ແລະ ຮອບໆທຸງນ້ອຍທີ່ຊີ້ບອກເຖິງເຜົ່າຂອງພວກເຂົາ. ຄ້າຍພັກຂອງພວກເຂົາຕ້ອງເຊີງຫນ້າກັບເຕັນບ່ອນຊຸມນຸມ.

Numbers 2:3

ໂມເຊເວົ້າກັບທະຫານຂອງເຜົ່າຢູດາຈຳນວນ 74,600 ຄົນຕ້ອງໄປຕັ້ງຄ້າຍພັກຢູ່ໃສແລະໃຜຕ້ອງນຳກອງທັບຂອງພວກເຂົາ?

ພວກເຂົາຕ້ອງຕັ້ງຄ້າຍພັກຢູ່ຮອບໆທຸງຂອງເຜົ່າຢູດາ ທີ່ຈະຕັ້ງຢູ່ທາງທິດ​ຕາເວັນອອກຂອງຫໍເຕັນບ່ອນຊຸມນຸມ, ທີ່ດວງຕາເວັນຂຶ້ນ, ນາໂຊນຈະເປັນຜູ້ນຳ​ຂອງກອງທັບພວກເຂົາ.

Numbers 2:5

ຜູ້ຊາຍ 54,400 ຄົນຂອງເຜົ່າຂອງອິດຊາຄາຕ້ອງໄປຕັ້ງຄ້າຍພັກຢູ່ໃສ ແລະໃຜຕ້ອງນຳກອງທັບຂອງພວກເຂົາ?

ພວກເຂົາຈະຕ້ອງຕັ້ງຄ້າຍພັກຖັດໄປຈາກເຜົ່າຢູດາ, ແລະ ເນທານາເອນຕ້ອງນຳທະຫານຂອງພວກເຂົາ.

Numbers 2:7

ຜູ້ຊາຍ 57,400 ຄົນຂອງເຜົ່າເຊບູໂລນຕ້ອງໄປຕັ້ງຄ້າຍພັກຢູ່ໃສ ແລະໃຜຕ້ອງນຳກອງທັບຂອງພວກເຂົາ?

ພວກເຂົາຈະຕ້ອງຕັ້ງຄ້າຍພັກຖັດໄປຈາກເຜົ່າອິດຊາຄາ, ແລະເອລີອາບຕ້ອງນຳທະຫານຂອງພວກເຂົາ.

Numbers 2:9

ແມ່ນໃຜຈະຕ້ອງຈະອອກເດີນທາງອອກຫນ້າກ່ອນ?

ຈຳນວນຄົນທັງຫມົດຂອງຄ້າຍພັກຢູດາຈະອອກເດີນທາງອອກຫນ້າກ່ອນ.

Numbers 2:10

ຜູ້ຊາຍ 46,500 ຄົນຂອງເຜົ່າຣູເບັນຕ້ອງໄປຕັ້ງຄ້າຍພັກຢູ່ໃສແລະໃຜຕ້ອງນຳກອງທັບຂອງພວກເຂົາ?

ພວກເຂົາຈະຕ້ອງຕັ້ງຄ້າຍພັກຖັດໄປຈາກເຜົ່າຣູເບັນ ທາງດ້ານທິດ​ໃຕ້, ແລະ ເອລີຊູຕ້ອງນຳທະຫານຂອງພວກເຂົາ.

Numbers 2:12

ຜູ້ຊາຍ 59,300 ຄົນຂອງເຜົ່າຊີເມໂອນຕ້ອງໄປຕັ້ງຄ້າຍພັກຢູ່ໃສແລະໃຜຕ້ອງນຳກອງທັບຂອງພວກເຂົາ?

ພວກເຂົາຈະຕ້ອງຕັ້ງຄ້າຍພັກຖັດໄປຈາກເຜົ່າຣູເບັນ, ແລະເຊລູມີເອນຕ້ອງນຳທະຫານຂອງພວກເຂົາ.

Numbers 2:14

ຜູ້ຊາຍ 45,650 ຄົນຂອງເຜົ່າກາດຕ້ອງໄປຕັ້ງຄ້າຍພັກຢູ່ໃສແລະໃຜຕ້ອງນຳກອງທັບຂອງພວກເຂົາ?

ເຜົ່າກາດຢູ່ຖັດໄປ, ແລະເອລີອາສັບຕ້ອງນຳທະຫານຂອງພວກເຂົາ.

Numbers 2:16

ແມ່ນໃຜຈະຕ້ອງຈະອອກເດີນທາງເປັນລຳດັບທີສອງ?

ຈຳນວນຄົນທັງຫມົດຂອງຄ້າຍພັກຣູເບັນຈະອອກເດີນທາງເປັນລຳດັບທີສອງ.

Numbers 2:24

ຈຳນວນຄົນຢູ່ໃນຄ້າຍພັກຂອງເອຟຣາອິມີເທົ່າໃດ?

ຈຳນວນຄົນທັງຫມົດທີ່ນັບໄດ້ໃນຄ້າຍພັກຂອງເອຟຣາອິມີ 108,100 ຄົນ.

ຄ້າຍພັກຂອງເອຟຣາອິຄວນຈະອອກເດີນທາງເມື່ອໃດ ເມື່ອທຽບກັບຄ້າຍພັກອຶ່ນໆ?

ຄ້າຍພັກຂອງເອຟຣາອິຄວນຈະອອກເດີນທາງເປັນລຳດັບທີສາມ.

Numbers 2:25

ຜູ້ນຳຂອງຄົນດານແມ່ນໃຜ?

ຜູ້ນຳຂອງຄົນດານຄື ອາຮີເອເຊລູກອຳມີຊັດດາຍ.

Numbers 2:32

ໂມເຊ ແລະ ອາໂຣນບໍ່ໄດ້ນັບຜູ້ໃດໃນບັນດາຊົນຊາດອິດສະຣາເອນແລະຍ້ອນຫຍັງ?

ໂມເຊກັບອາໂຣນບໍ່ໄດ້ນັບຄົນເລວີ ທີ່ຢູ່ທ່າມກາງຄົນອິດສະຣາເອນ ເພາະວ່ານີ້ເປັນໄປຕາມທີ່ພຣະຢາເວໄດ້ຊົງສັ່ງໄວ້ກັບໂມເຊ.

Numbers 2:34

ຄົນອິດສະຣາເອນໄດ້ເຮັດຫຍັງ?

ຄົນອິດສະຣາເອນໄດ້ເຮັດທຸກສິ່ງຕາມທີ່ພຣະຢາເວໄດ້ຊົງສັ່ງໄວ້ກັບໂມເຊ—ຕັ້ງຄ້າຍພັກຕາມທຸງຂອງພວກເຂົາ ແລະອອກໄປຈາກຄ້າຍຕາມຕະກຸນຂອງພວກເຂົາ, ລຽງລຳດັບຕາມຄອບຄົວຂອງບັນພະບູລຸດຂອງເຂົາ.

Numbers 3

Numbers 3:1

ປະຫວັດນີ້ແມ່ນຫຍັງ?

ຕອນນີ້ເປັນປະຫວັດສາດຂອງເຊື້ອສາຍຂອງອາໂຣນແລະໂມເຊ.

ພວກລູກຊາຍຂອງອາໂຣນຊື່ຫຍັງ?

ຊື່ລູກຊາຍຂອງອາໂຣນຄືນາດາບລູກກົກ, ແລະ ອາບີຮູ, ອາເລອາຊາ, ແລະອີທາມາ.

Numbers 3:3

ເປັນຫຍັງນາດາບ ແລະອາບີຮູຈຶ່ງລົ້ມຕາຍຕໍ່ຫນ້າພຣະຢາເວ?

ນາດາບ ແລະ ອາບີຮູໄດ້ລົ້ມລົງຕາຍຕໍ່ຫນ້າພຣະຢາເວເມື່ອພວກເຂົາໄດ້ຖວາຍໄຟທີ່ຕ້ອງຫ້າມແດ່ພຣະອົງ.

ລູກຊາຍຂອງອາໂຣນຜູ້ໃດໄດ້ເຮັດຫນ້າທີ່ເປັນເປັນປະໂລຫິດກັບອາໂຣນ?

ອາເລອາຊາ, ແລະອີທາມາຈຶ່ງເຮັດຫນ້າທີ່ເປັນປະໂລຫິດກັບອາໂຣນພໍ່ຂອງພວກເຂົາ.

Numbers 3:5

ພຣະຢາເວໄດ້ກ່າວກັບເຜົ່າໃດທີ່ຈະຊ່ວຍອາໂຣນຮັບໃຊ້ເປັນປະໂລຫິດ?

ເຜົ່າເລວີມາຊ່ວຍອາໂຣນ.

Numbers 3:7

ຊົນເຜົ່າເລວີມີຫນ້າທີ່ຫຍັງແດ່?

ພວກເຂົາຕ້ອງປະຕິບັດຫນ້າທີ່ແທນອາໂຣນ ແລະ ແທນຊຸມຊົນທັງຫມົດທີ່ຫນ້າຫໍເຕັນບ່ອນຊຸມນຸມ, ຕ້ອງທຳງານຮັບໃຊ້ໃນຫໍເຕັນສັກສິດ.

Numbers 3:9

ພຣະຢາເວໃຫ້ຜູ້ໃດເພື່ອຊ່ວຍອາໂຣນ ແລະພວກລູກຊາຍຂອງລາວ?

ພຣະຢາເວມອບຄົນເລວີໃຫ້ກັບອາໂຣນ ແລະ ລູກຊາຍຂອງເຂົາເພື່ອຮັບໃຊ້ປະໂລຫິດສຳລັບຄົນອິດສະຣາເອນ.

Numbers 3:11

ພຣະຢາເວໄດ້ເລືອກຜູ້ໃດສໍາລັບຕົນເອງ?

ພຣະຢາເວໄດ້ເລືອກຄົນເລວີ ແລະລູກຊາຍກົກແຕ່ລະຄົນທີ່ເກີດມາທ່າມກາງຄົນອິດສະຣາເອນ, ທັງຄົນ ແລະ ສັດ.

ເມື່ອໃດພຣະເຈົ້າໄດ້ແຍກລູກຊາຍກົກຂອງອິດສະຣາເອນ?

ພຣະອົງໄດ້ແຍກລູກຊາຍກົກຂອງອິດສະຣາເອນໃນວັນທີ່ພຣະອົງຂ້າລູກຊາຍກົກທັງຫມົດໃນເອຢິບ.

Numbers 3:14

ຜູ້ໃດທີ່ພຣະຢາເວທີ່ສັ່ງໃຫ້ໂມເຊໃຫ້ນັບຢູ່ໃນເຜົ່າເລວີ?

ພຣະຢາເວທີ່ສັ່ງໃຫ້ໂມເຊໃຫ້ນັບຢູ່ໃນເຜົ່າເລວີ ຜູ້ຊາຍທຸກຄົນທີ່ມີອາຍຸຫນຶ່ງເດືອນຂຶ້ນໄປ.

Numbers 3:17

ແມ່ນໃຜທີ່ເປັນລູກຊາຍຂອງເລວີ?

ລູກຊາຍຂອງເລວີແມ່ນເກໂຊນ, ລິບນີ, ແລະຊີເມອີ.

Numbers 3:21

ຕະກຸນຂອງຄົນເກໂຊນທີ່ຈະຕັ້ງຄ້າຍພັກຢູ່ໃສ?

ຕະກຸນຂອງຄົນເກໂຊນຕ້ອງຕັ້ງຄ້າຍພັກທາງດ້ານທິດຕາເວັນຕົກຂອງຫໍເຕັນສັກສິດ.

Numbers 3:24

ແມ່ນໃຜຕ້ອງນຳຕະກຸນຂອງເຊື້ອສາຍຂອງຄົນເກໂຊນ?

ເອລີອາສັບລູກຂອງລາເອນຕ້ອງນຳຕະກຸນຂອງເຊື້ອສາຍ ຂອງຄົນເກໂຊນ.

ແມ່ນໃຜຕ້ອງຮັບຜິດຊອບຜ້າກັ້ງ, ເຕັນນັ້ນ, ສິ່ງທີ່ປົກຄຸມເຕັນ, ຜ້າກັ້ງທີ່ໃຊ້ເປັນທາງເຂົ້າ, ຜ້າກັ້ງບັງລານ, ຜ້າກັ້ງທາງເຂົ້າລານ, ແລະລານ, ເຊືອກ, ແລະທຸກຢ່າທີ່ຢູ່ໃນເຕັນບ່ອນຊຸມນຸມ?

ເຊື້ອສາຍ ຂອງຄົນເກໂຊນທີ່ຕັ້ງຄ້າຍພັກຢູ່ທາງທິດຕາເວັນຕົກຂອງຫໍເຕັນແມ່ນຕ້ອງຮັບຜິດຊອບສິ່ງທີ່ປົກຄຸມເຕັນ, ຜ້າກັ້ງ, ແລະເຊືອກ.

Numbers 3:30

ເຜົ່າຈາກໂກຮາດທີ່ຕັ້ງຄ້າຍພັກຢູ່ທາງທິດໃຕ້ຂອງຫໍເຕັນສັກສິດໄດ້ເຮັດແນວໃດ?

ພວກເຂົາຕ້ອງຮັບຜິດຊອບຫໍເຕັນສັກສິດ, ຜ້າກັ້ງຫໍເຕັນສັກສິດ ແລະທຸກສິ່ງໃນຫໍເຕັນສັກສິດ.

ເອລີຊາຜູ້ລູກຊາຍຂອງປະໂລຫິດອາໂຣນເປັນຜູ້ນຳຂອງໃຜ?

ເອເລອາຊາ ລູກອາໂຣນປະໂຣຫິດຕ້ອງນຳຄົນເລວີ ແລະກຳກັບຮັບຜິດຊອບຄົນທີ່ດູແລສະຖານທີ່ສັກສິດ.

Numbers 3:33

ແມ່ນໃຜນຳຕະກຸນເມຣາຣີ ທີ່ຕັ້ງຄ້າຍພັກຢູ່ທາງເຫນືອຂອງຫໍເຕັນສັກສິດ?

ຊູຣີເອນລູກຊາຍຂອງອາບີໄຮຕ້ອງນຳຕະກຸນຂອງເມຣາຣີ.

Numbers 3:36

ເຜົ່າເມຣາຣີທີ່ຕັ້ງຄ້າຍພັກຢູ່ທາງທິດເຫນືອຂອງຫໍເຕັນສັກສິດໄດ້ເຮັດແນວໃດ?

ເຊື້້ອສາຍຂອງເມຣາຣີຕ້ອງຮັບຜິດຊອບໄມ້ຂອບຂອງຫໍເຕັນສັກສິດ, ຄານ, ໄມ້ເສົາ, ແລະຕີນເສົາແລະສ່ວນປະກອບທັງຫມົດ .

Numbers 3:38

ໂມເຊແລະອາໂຣນແລະພວກລູກຊາຍທີ່ຕັ້ງຄ້າຍພັກຢູ່ທາງທິດຕາເວັນອອກຂອງຫໍເຕັນສັກສິດໄດ້ເຮັດຫຍັງ?

ພວກເຂົາຮັບຜິດຊອບໃນການປະຕິບັດພາລະກິດຫນ້າທີ່ ໃນບ່ອນນະມັດສະການ ແລະ ຫນ້າທີ່ຂອງຄົນອິດສະຣາເອນ.

ຈະມີຫຍັງເກີດຂື້ນກັບຄົນຕ່າງຊາດທີ່ເຂົ້າມາໃກ້ບ່ອນນະມັດສະການ?

ຄົນຕ່າງຊາດທີ່ເຂົ້າມາໃກ້ບ່ອນນະມັດສະການຕ້ອງມີໂທດເຖິງຕາຍ.

ໂມເຊແລະອາໂຣນນັບໃຜແດ່?

ໂມເຊກັບອາໂຣນໄດ້ນັບຜູ້ຊາຍທັງຫມົດໃນຕະກຸນຂອງເລວີ ທີ່ມີອາຍຸຫນຶ່ງເດືອນຂຶ້ນໄປ.

Numbers 3:40

ໂມເຊໄດ້ເອົາຜູ້ໃດໄປແທນໃຫ້ພຣະຢາເວເພື່ອແທນລູກກົກທັງຫມົດຂອງຄົນອິດສະຣາເອນ, ແລະຝູງສັດ?

ຕ້ອງນຳເອົາຄົນເລວີ ແລະ ຝູງສັດຂອງພວກເຂົາເພື່ອແທນລູກກົກທັງຫມົດຂອງຄົນອິດສະຣາເອນ, ແລະຝູງສັດ.

Numbers 3:46

ໂມເຊໄດ້ເກັບເງິນຈຳນວນເທົ່າໃດ ເພື່ອຄ່າໄຖ່ລູກຊາຍກົກຄົນອິດສະຣາເອນ 273 ຄົນ ທີ່ເກີນຈຳນວນຄົນເລວີ?

ໂມເຊຕ້ອງເກັບເງິນຄົນລະຫ້າຫລຽນເພື່ອເປັນຄ່າໄຖ່ລູກຊາຍກົກຂອງຄົນອິດສະຣາເອນ 273 ຄົນທີ່ເກີນຈຳນວນຂອງຄົນເລວີ.

ໂມເຊໄດ້ມອບເງິນໃຫ້ແກ່ຜູ້ໃດ ເພື່ອຄ່າໄຖ່ລູກຊາຍກົກຄົນອິດສະຣາເອນ?

ໂມເຊໄດ້ມອບເງິນຄ່າໄຖ່ນັ້ນໃຫ້ກັບອາໂຣນ ແລະ ພວກລູກຂອງລາວຕາມທີ່ພຣະຢາເວໄດ້ຊົງສັ່ງທ່ານໄວ້.

ໂມເຊໄດ້ເຮັດຫຍັງແດ່ໃນສິ່ງທີ່ຖືກບອກໃຫ້ເຮັດຕາມຄຳສັ່ງຂອງພຣະຢາເວທີ່ຊົງບອກ?

ໂມເຊໄດ້ເຮັດທຸກຢ່າງຕາມຄຳສັ່ງຂອງພຣະຢາເວ ທີ່ຊົງບອກໃຫ້ເຮັດ.

Numbers 4

Numbers 4:1

ໂມເຊແລະອາໂຣນເຮັດຫຍັງ?

ໂມເຊ ແລະ ອາໂຣນເຮັດສຳມະໂນຄົວຂອງຜູ້ຊາຍເຊື້ອສາຍ ຂອງໂກຮາດຈາກທ່າມກາງຄົນເລວີ, ທີ່ມີອາຍຸ 30 ປີ ເຖິງ 50 ປີ.

ເຊື້ອສາຍຂອງໂກຮາດໄດ້ເຮັດຫຍັງເພື່ອຮັບໃຊ້ໃນເຕັນບ່ອນຊຸມນຸມ?

ເຊື້ອສາຍຂອງໂກຮາດຕ້ອງຮັບຜິດຊອບສິ່ງທີ່ບໍຣິສຸດທີ່ສຸດ ທີ່ສະຫງວນໄວ້ສຳລັບເຮົາໃນຫໍເຕັນບ່ອນຊຸມນຸມ.

Numbers 4:5

ອາໂຣນແລະລູກຊາຍຂອງລາວຈະເປັນແນວໃດມື່ອຄ້າຍພັກຕຽມທີ່ຈະເຄື່ອນຍ້າຍອອກໄປາ?

ພວກເຂົາຕ້ອງເຂົ້າໄປຂ້າງໃນຫໍເຕັນນັ້ນ, ປົດຜ້າກັ້ງຊຶ່ງໃຊ້ກັ້ນອະພິສຸທິສະຖານຈາກວິສຸທິສະຖານ, ປົກຫີບແຫ່ງພັນທະສັນຍາດ້ວຍຜ້າກັ້ງນັ້ນ, ປົກຫີບນັ້ນດ້ວຍຫນັງທາຄັດຄຸມ ແລະຕ້ອງສອດໄມ້ຄານຫາມເພື່ອຂົນຍ້າຍໄປ.

Numbers 4:7

ແມ່ນສິ່ງໃດທີ່ອາໂຣນແລະພວກລູກຊາຍຂອງລາວເອົາຜ້າສີຟ້າມາວາງໃສ່ຈານ, ບ່ວງ, ຊາມ, ແລະໂຖສຳລັບເຍັ້ນ?

ພວກເຂົາໄດ້ປູຜ້າສີຟ້າເທິງໂຕະເຂົ້າຈີ່ຕໍ່ຫນ້າ, ແລະຕ້ອງວາງຈານ, ບ່ວງ, ຊາມ, ແລະໂຖສຳລັບເຍັ້ນເທິງໂຕະນັ້ນ.

ມີອັນໃດຈະຕ້ອງວາງຢູ່ເທິງນັ້ນສະເຫມີ?

ເຂົ້າຈີ່ຕ້ອງມີຢູ່ເທິງໂຕະສະເຫມີຂອງເຂົ້າຈີ່ທີ່ມີຢູ່.

Numbers 4:9

ຕະກຽງແລະສ່ວນປະກອບຂອງມັນທັງຫມົດຖືກກະກຽມໄວ້ສຳລັບເຄື່ອນຍ້າຍແນວໃດ?

ພວກເຂົາຕ້ອງເອົາຜ້າສີຟ້າມາ ແລະ ປົກຫລັກຕະກຽງ ແລະສ່ວນປະກອບຂອງມັນທັງຫມົດ, ປົກມັນດ້ວຍການຫໍ່ດ້ວຍຫນັງທາຄັດ, ແລະ ຕ້ອງວາງມັນເທິງຄານຫາມ.

ຈາກນັ້ນ, ພວກເຂົາຄວນໃຊ້ຫຍັງເພື່ອປົກຄຸມເຂົ້າຈີ່ທີ່ມີຢູ່ແລະພວກມັນຕ້ອງເອົາຫຍັງສອດເຂົ້າໄປໃນໂຕະ?

ພວກເຂົາຕ້ອງປົກຄຸມເຂົ້າຈີ່ດ້ວຍການຫໍ່ດ້ວຍຫນັງທາຄັດ, ແລະ ຈາກນັ້ນກໍສອດໄມ້ຄານຫາມ.

ແທ່ນບູຊາທອງຄຳ ແລະ ສ່ວນປະກອບທັງຫມົດຂອງມັນໄດ້ຖືກກະກຽມແນວໃດສຳລັບການເຄື່ອນຍ້າຍ?

ແທ່ນບູຊາທອງຄຳ ແລະ ສ່ວນປະກອບທັງຫມົດຂອງມັນຕ້ອງປູຜ້າສີຟ້າ, ຫໍ່ດ້ວຍຫນັງທາຄັດ, ແລະ ຈາກນັ້ນກໍສອດໄມ້ຄານຫາມ.

Numbers 4:12

ຂອງໃຊ້ທຸກຢ່າງສຳລັບງານວິສຸທິສະຖານໄດ້ຖືກກະກຽມແນວໃດ?

ຕ້ອງເອົາຂອງໃຊ້ທຸກຢ່າງສຳລັບງານວິສຸທິສະຖານ ແລະ ຫໍ່ມັນດວ້ຍຜ້າສີຟ້າ, ປົກມັນດ້ວຍຫນັງທາຄັດ ແລະ ວາງຂອງໃຊ້ນັ້ນໄວ້ເທິງຄານຫາມ.

ພວກເຂົາຕ້ອງເອົາຫຍັງອອກຈາກແທ່ນບູຊາ, ແລະມັນຕ້ອງປູດ້ວຍຫຍັງເທິງແທ່ນບູຊານັ້ນ?

ພວກເຂົາຕ້ອງເອົາຂີ້ເຖົ່າອອກຈາກແທ່ນບູຊາ ແລະ ປູຜ້າສີມ່ວງເທິງແທ່ນບູຊານັ້ນ.

ຂອງໃຊ້ທຸກຢ່າງທີ່ພວກເຂົາໃຊ້ໃນວຽກງານຂອງແທ່ນບູຊາຖືກວາງຢູ່ໃສ?

ຕ້ອງວາງຂອງໃຊ້ທຸກຢ່າງ ທີ່ພວກເຂົາໃຊ້ໃນງານກ່ຽວກັບແທ່ນບູຊາເທິງໂຄງຫາມສິ່ງຂອງເຫລົ່ານັ້ນ.

ແທ່ນບູຊາຈະຖືກປົກຄຸມໄປດ້ວຍຫຍັງກ່ອນທີ່ພວກເຂົາຈະສອດໄມ້ຄານຫາມ?

ແທ່ນບູຊາຕ້ອງປົກດ້ວຍຫນັງທາຄັດກ່ອນຈະກໍສອດໄມ້ຄານຫາມ.

Numbers 4:15

ແມ່ນຜູ້ໃດຈະມາຂົນຍ້າຍວິສຸທິສະຖານໄປຫລັງຈາກອາໂຣນແລະພວກລູກຊາຍຂອງລາວ ສຳເລັດການປົກຄຸມວິສຸທິສະຖານແລະຂອງໃຊ້ທຸກຢ່າງຂອງສະຖານທີ່ນັ້ນຮຽບຮ້ອຍແລ້ວ?

ເຊື້ອສາຍຂອງໂກຮາດ ຕ້ອງເຂົ້າມາຂົນຍ້າຍວິສຸທິສະຖານໄປຫລັງຈາກອາໂຣນ ແລະພວກລູກຊາຍຂອງລາວສຳເລັດການປົກຄຸມວິສຸທິສະຖານ ແລະຂອງໃຊ້ທຸກຢ່າງຂອງສະຖານທີ່ນັ້ນຮຽບຮ້ອຍແລ້ວ.

ເອເລອາຊາລູກຊາຍຂອງອາໂຣນຕອ້ງດູແລແລະຄວບຄຸມຫຍັງແດ່?

ເຂົາເປັນຜູ້ຄວບຄຸມການດູແລນຳ້ມັນສຳລັບຕະກຽງ, ເຄື່ອງຫອມ, ແລະ ພືດຜົນເປັນເມັດເພື່ອຖວາຍບູຊາ, ແລະ ນໍ້າມັນເຈີມ, ຄວບຄຸມການດູແລ ຫໍເຕັນສັກສິດທັງຫມົດ ແລະທຸກສິ່ງທີ່ຢູ່ໃນຫໍເຕັນສັກສິດນັ້ນ.

Numbers 4:17

ໃນທ່າມກາງຄົນໃດຂອງຕະກຸນຄົນໂກຮາດບໍ່ສາມາດຖືກຕັດຂາດອອກຈາກ ເພື່ອທີ່ຈະມີຊີວິດຢູ່ແລະບໍ່ຕາຍ?

ຕະກຸນເຜົ່າຄົນໂກຮາດ, ຖືກຕັດຂາດໄປຈາກທ່າມກາງຄົນເລວີ ເພື່ອທີ່ຈະມີຊີວິດຢູ່ ແລະບໍ່ຕາຍ.

ກ່ຽວກັບສິ່ງໃດທີ່ພຣະຢາເວໄດ້ເຕືອນໂມເຊແລະອາໂຣນວ່າຕະກຸນຄົນໂກຮາດບໍ່ສາມາດເເຂົ້າໄປຂ້າງໃນເພື່ອຈະເບິ່ງ ຫລື ພວກເຂົາຕ້ອງຕາຍ?

ຕະກຸນຄົນໂກຮາດຕ້ອງບໍ່ເຂົ້າໄປຂ້າງໃນເພື່ອຈະເບິ່ງວິສຸທິສະຖານ ຫລື ພວກເຂົາຕ້ອງຕາຍ.

ແມ່ນໃຜແດ່ທີ່ໄດ້ຮັບອະນຸຍາດເຂົ້າໄປໃນວິສຸທິສະຖານ?

ອາໂຣນ ແລະ ພວກລູກຊາຍຂອງເຂົາໄດ້ຮັບອະນຸຍາດເຂົ້າໄປໃນວິສຸທິສະຖານ.

Numbers 4:21

ພຣະຢາເວໄດ້ຊົງບອກໃຫ້ໂມເຊເຮັດຫຍັງກ່ຽວກັບການນັບ ຈຳນວນຜູ້ທີ່ຈະບົວລະບັດຫນ້າທີ່ໃນຫໍເຕັນທີ່ຊຸມນຸມຈາກຕະກູນເກໂຊນ?

ໂມເຊເຮັດສຳມະໂນຄົວນັບຈຳນວນຄົນເຫລົ່ານັ້ນທີ່ມີອາຍຸສາມສິບປີ ເຖິງຫ້າສິບປີ.

Numbers 4:24

ວຽກງານຂອງຄົນເກໂຊນແມ່ນຫຍັງ?

ວຽກງານຂອງຄົນເກໂຊນຕ້ອງຂົນຜ້າກັ້ງຂອງຫໍເຕັນສັກສິດ, ຫໍເຕັນປະຊຸມ, ແລະຜ້າທີ່ປົກຄຸມ ທີ່ມີການປົກຄຸມດ້ວຍຫນັງທາຄັດທີ່ຢູ່ເທິງນັ້ນພ້ອມທັງຂົນຜ້າກັ້ງຂອງລານ, ຜ້າກັ້ງສຳລັບທາງເຂົ້າປະຕູຂອງປະຕູລານ ແລະເຊືອກຂອງຜ້າກັ້ງເຫລົ່ານັ້ນແລະເຄື່ອງໃຊ້ທຸກຢ່າງສຳລັບການປະຕິບັດຫ້າທີ່ຂອງພວກເຂົາ.

Numbers 4:27

ແມ່ນໃຜຜູ້ທີ່ຈະເປັນຜູ້ຕ້ອງກຳກັບຮັບຜິດຊອບປະຕິບັດຫນ້າທີ່ທຸກຢ່າງຂອງເຊື້ອສາຍຂອງຄົນເກໂຊນ ຜູ້ທີ່ຖືກນຳໂດຍປະໂລຫິດອີທາມາ?

ອາໂຣນ ແລະ ພວກລູກຊາຍຂອງເຂົາຕ້ອງກຳກັບຮັບຜິດຊອບປະຕິບັດຫນ້າທີ່ທຸກຢ່າງຂອງເຊື້ອສາຍຂອງຄົນເກໂຊນ.

Numbers 4:31

ແມ່ນຫຍັງທີ່ຕະກຸນເມຣາຣີທີ່ຕ້ອງເຮັດໃນການປະຕິບັດຫນ້າທີ່ທັງຫມົດສຳລັບຫໍເຕັນປະຊຸມ?

ພວກເຂົາຕ້ອງຮັບຜິດຊອບໂຄງຮ່າງຂອງຫໍເຕັນສັກສິດ, ຕະຫລອດຈົນເສົາ, ໄມ້ຂອງລານຮອບຫໍເຕັນສັກສິດ, ຕີນຮອງ, ຫລັກສຽບ, ແລະເຊືອກສຳລັບອ້ອມເດີ່ນກັບສ່ວນປະກອບຕ່າງໆຂອງຫໍເຕັນສັກສິດ, ລວມທັງຈົດລາຍຊື່ຂອງສິ່ງຂອງທີ່ພວກເຂົາຕ້ອງຂົນຍ້າຍ.

Numbers 4:34

ໂມເຊ, ອາໂຣນແລະພວກຜູ້ນຳຂອງອິດສະຣາເອນໄດ້ເຮັດຫຍັງເພື່ອເຊື່ອຟັງພຣະຢາເວ?

ພວກເຂົານັບຄົນໂກຮາດທີ່ມີອາຍຸສາມສິບປີຂຶ້ນໄປ ຈົນເຖິງຫ້າສິບປີຕາມປະເພດວຽກທີ່ເຂົາຖືກມອບຫມາຍໃຫ້ເຮັດໃນຫໍເຕັນຊຸມນຸມ ແລະ ພວກເຂົານັບທຸກຄົນທີ່ຈະເຂົ້າຮ່ວມກັບກຸ່ມຄົນ ທີ່ຈະປະຕິບັດຫນ້າທີ່ໃນເຕັນຊຸມນຸມ.

Numbers 4:41

ຫຍັງມີຜູ້ໃດອີກທີ່ຖືກນັບເຂົ້າຢູ່ໃນຕະກູນຂອງພວກເຂົາຕັ້ງແຕ່ອາຍຸ 30-50 ປີ?

ຕະກຸນຂອງເຊື້ອສາຍເກໂຊນຖືກນັບເຂົ້າຢູ່ໃນຕະກູນຂອງພວກເຂົາ.

Numbers 4:42

ໂມເຊແລະອາໂຣນໄດ້ນັບຜູ້ໃດໃນຕະກຸນຂອງພວກເຂົາອີກອາຍຸຕັ້ງແຕ່ 30-50 ປີ?

ເຊື້ອສາຍຂອງເມຣາຣີທີ່ນັບໄດ້ໃນຕະກຸນຂອງພວກເຂົາ.

Numbers 4:46

ເມື່ອໂມເຊນັບຄົນເລວີທັງຫມົດຕາມຕະກຸນຂອງພວກເຂົາຕັ້ງແຕ່ 30-50ປີ, ເຂົາໄດ້ນັບຫຍັງອີກ?

ໂມເຊໄດ້ນັບທຸກຄົນທີ່ຈະເຮັດວຽກໃນຫໍເຕັນສັກສິດ, ແລະ ຜູ້ທີ່ຈະຂົນຍ້າຍ ແລະຮັບຜິດຊອບສິ່ງຂອງຕ່າງໆໃນຫໍເຕັນຊຸມນຸມ.

Numbers 5

Numbers 5:1

ມີບັນຫາຫຍັງແດ່ທີ່ພຣະຢາເວເວົ້າວ່າໂມເຊ ຄວນຈະແຍກທັງຊາຍແລະຍິງອອກໄປຈາກຄ້າຍພັກ?

ພຣະຢາເວກ່າວວ່າໂມເຊຄວນແຍກທຸກຄົນທີ່ຕິດເຊື້ອໂລກຜີວຫນັງ, ແລະ ທຸກຄົນທີ່ມີສິ່ງໄຫລອອກມາ, ແລະ ຄົນໃດກໍຕາມທີ່ເປັນມົນທິນຈາກການແຕະຕ້ອງຊາກສົບ.

Numbers 5:5

ພຣະຢາເວໄດ້ກ່າວຫຍັງກັບໂມເຊວ່າຊາຍແລະຍິງທີ່ເຮັດຜິດຕໍ່ຄົນອື່ນຄວນເຮັດແນວໃດ?

ທຸກຄົນທີ່ໄດ້ເຮັດບາບໃດໆ ຕໍ່ບຸກຄົນອື່ນຕ້ອງສາລະພາບບາບທີ່ເຂົາໄດ້ເຮັດ, ຕ້ອງໃຊ້ແທນຄືນແກ່ການເຮັດຜິດຂອງເຂົາ ແລະ ເພີ່ມຄ່າອີກຫນຶ່ງໃນຫ້າ.

Numbers 5:8

ຄ່າໃຊ້ແທນຄືນແມ່ນຫຍັງແລະເຂົາໄດ້ເຮັດຫຍັງກັບການຄ່າໃຊ້ແທນຄືນຖ້າວ່າຜູ້ທີ່ເຮັດຜິດບໍ່ມີຍາດພີ່ນ້ອງທີ່ຈະໄດ້ຮັບການຈ່າຍເງິນ?

ເຂົາຕ້ອງສະເຫນີລາຄາພ້ອມກັບແກະໃຫ້ແກ່ປະໂລຫິດຜູ້ທີ່ຈະເປັນເຈົ້າຂອງ.

Numbers 5:15

ພຣະຢາເວໄດ້ກ່າວກັບໂມເຊເຮັດແນວໃດກັບເມຍທີ່ຜົວຄິດວ່ານາງໄດ້ເຮັດຜິດຕໍ່ເຂົາ?

ຊາຍຄົນນັ້ນຄວນພາເມຍຂອງເຂົາໄປຫາປະໂລຫິດ ຕ້ອງນຳເຄື່ອງດື່ມບູຊາສຳລັບນາງມາດ້ວຍ ແລະ ພືດຜົນບູຊາຂອງແປ້ງເຂົ້າບາເລອາດຈະເປັນຕົວຊີ້ໃຫ້ເຫັນບາບໄດ້.

Numbers 5:16

ປະໂລຫິດໄດ້ເຮັດຫຍັງກ່ອນ?

ປະໂລຫິດໃຫ້ນາງຢືນຢູ່ຕໍ່ຫນ້າພຣະຢາເວ, ຕ້ອງນຳໂຖທີ່ມີນຳ້ບໍລິສຸດມາ ແລະເອົາຝຸ່ນຈາກພື້ນຂອງຫໍເຕັນສັກສິດໃສ່ລົງໄປໃນນຳ້ນັ້ນ.

Numbers 5:18

ແລ້ວປະໂລຫິດໄດ້ເຮັດຫຍັງ?

ປະໂລຫິດໄດ້ກວດເບິ່ງແກ້ມັດຜົມເທິງຫົວຂອງນາງ ແລະວາງພືດຜົນບູຊາແຫ່ງການລະນຶກໄວ້ໃນມືຂອງນາງ, ປະໂລຫິດຈະຖືນໍ້າຂົມໃຫ້ຍິງນັ້ນຢູ່ພາຍໃຕ້ຄຳສາບານ ຈະສາບແຊ່ງນາງ ຖ້ານາງບໍ່ສັດຊື່.

Numbers 5:20

ການສາບແຊ່ງຈະເຮັດໃຫ້ເກີດຫຍັງຂື້ນຖ້າວ່ານາງມີຄວາມຜິດ?

ນຳ້ທີ່ນຳຄຳສາບແຊ່ງມາກໍຈະເຂົ້າໄປໃນກະເພາະຂອງເຈົ້າ ແລະເຮັດໃຫ້ທ້ອງຂອງເຈົ້າໄຄ່.

Numbers 5:24

ປະໂລຫິດຄວນເຮັດຫຍັງກັບນໍ້າຂົມທີ່ມີຄຳສາບແຊ່ງໃນນັ້ນ?

ປະໂລຫິດຕ້ອງໃຫ້ຍິງນັ້ນກິນນຳ້ຂົມ.

ປະໂລຫິດໄດ້ເຮັດຫຍັງກັບພືດຜົນບູຊາ?

ປະໂລຫິດໄດ້ເອົາເຄື່ອງຖວາຍເຂົ້າມາຈາກມືຂອງຜູ້ຍິງ, ເອົາມັນຖວາຍບູຊາແດ່ພຣະຢາເວ, ເອົາສ່ວນຫນຶ່ງຂອງມັນມາຖວາຍແດ່ພຣະຢາເວ ແລະເຜົາມັນເທິງແທ່ນບູຊາ.

ປະໂລຫິດໄດ້ເຮັດຫຍັງກັບນໍ້າຂົມ?

ປະໂລຫິດຕ້ອງໃຫ້ຍິງນັ້ນກິນນຳ້ຂົມ.

Numbers 5:27

ມີຫຍັງເກີດຂຶ້ນກັບຜູ້ຍິງຖ້າວ່ານາງໄດ້ເຮັດຜິດຕໍ່ສາມີຂອງນາງ?

ທ້ອງຂອງແມ່ຍິງໄດ້ບວມ, ຂາຂອງນາງເສຍໄປ, ແລະ ນາງໄດ້ຖືກສາບແຊ່ງໃນບັນດາຜູ້ຄົນຂອງນາງ.

ຈະເກີດຫຍັງຂຶ້ນກັບຜູ້ຍິງຖ້າວ່ານາງຍັງບໍ່ໄດ້ເປັນມົນທິນ?

ນາງມີອິດສະລະ ແລະສາມາດມີລູກໄດ້.

Numbers 5:29

ກົດເລື່ອງຄວາມຫຶງຫວງແມ່ນຫຍັງ?

ກົດນີ້ເປັນກົດສຳລັບຜູ້ຍິງທີ່ນອກໃຈຜົວຂອງຕົນ ແລະ ເປັນມົນທິນ. ກົດນີ້ເປັນກົດສຳລັບຜູ້ຊາຍທີ່ມີວິນຍານແຫ່ງຄວາມຫຶງຫວງເມຍຂອງເຂົາ

Numbers 6

Numbers 6:1

ແມ່ນໃຜໄດ້ອຸທິດຕົວພິເສດຊາວນາຊີຣີແຍກຕົວເອງອອກມາ ແດ່ພຣະຢາເວ?

ເມື່ອຜູ້ຊາຍ ຫລື ຜູ້ຍິງຄົນໃດໄດ້ອຸທິດຕົວພິເສດຊາວນາຊີຣີແຍກຕົວເອງອອກມາ ແດ່ພຣະຢາເວ.

ແມ່ນຫຍັງທີ່ຜູ້ທີ່ໄດ້ອຸທິດຕົວພິເສດຊາວນາຊີຣີບໍ່ກິນໃນຊ່ວງວັນເວລາທີ່ແຍກຕົວເອງອອກມາ ແດ່ພຣະຢາເວ?

ເຂົາຕ້ອງບໍ່ດື່ມນຳ້ສົ້ມທີ່ເຮັດມາຈາກເຫລົ້າອະງຸ່ນ, ຈາກເຄື່ອງດື່ມມືນເມົາ, ບໍ່ດື່ມນຳ້ອະງຸ່ນ, ບໍ່ກິນຫມາກອະງຸ່ນສົດ, ແລະຫມາກອະງຸ່ນແຫ້ງເລີຍ—ສິ່ງໃດທີ່ເຮັດມາຈາກຕົ້ນອະງຸ່ນລວມທັງທຸກຢ່າງ.

Numbers 6:5

ແມ່ນຫຍັງທີ່ເຂົາຈະບໍ່ໃຊ້ຕະຫລອດຊ່ວງເວລາຂອງການອຸທິດຕົນໃນການແຍກຕົວອອກມາຂອງເຂົາ?

ຕະຫລອດຊ່ວງເວລາຂອງການອຸທິດຕົນ ໃນການແຍກຕົວອອກມາຂອງເຂົາ, ລາວຈະບໍ່ໃຊ້ໃຊ້ມີດແຖເທິງຫົວຂອງເຂົາ.

Numbers 6:6

ຊ່ວງລະຫວ່າງເວລາຂອງການແຍກຕົວເອງອອກມາແດ່ພຣະຢາເວສິ່ງທີ່ຜູ້ທີ່ອຸທິດຊາວນາຊີຣີບໍ່ຕ້ອງມາໃກ້ແມ່ນຫຍັງ?

ຜູ້ທີ່ອຸທິດຊາວນາຊີຣີຕ້ອງບໍ່ເຂົ້າມາໃກ້ຊາກສົບ.

ເຂົາໄດ້ສະຫງວນໃຫ້ກັບໃຜໃຕະຫລອດຊ່ວງເວລາການແຍກອອກມາຂອງເຂົາ, ເຂົາບໍຣິສຸດ?

ຕະຫລອດຊ່ວງເວລາການແຍກອອກມາຂອງເຂົາ, ເຂົາບໍຣິສຸດ, ແລະ ສະຫງວນໄວ້ແດ່ພຣະຢາເວ.

Numbers 6:9

ຊາວນາຊີຮິເຣັດໄດ້ເຮັດຫຍັງເຈັດວັນຫລັງຈາກທີ່ເຂົາໄດ້ເປັນມົນທິນໂດຍສົບຄົນຕາຍ?

ຫລັງຈາກເຈັດວັນຊາວນາຊີຮີຕ້ອງແຖຫົວ.

Numbers 6:10

ສິ່ງທີ່ຄົນນາຊີຮີທີ່ບໍ່ສະອາດກ່ອນອື່ນ ໝົດ ຕ້ອງໄດ້ ນຳ ເອົາການຊົດໃຊ້ໃນຄັ້ງທີແປດມາໃຫ້ປະໂລຫິດທີ່ປະຕູທາງເຂົ້າເຕັນປະຊຸມໃນມື້ທີ່ລາວໄດ້ແຕ່ງຕັ້ງຕົນເອງ?

ວັນທີແປດ ເຂົາຕ້ອງນຳເຄື່ອງບູຊາລຶບລ້າງບາບນົກເຂົາສອງໂຕ ຫລື ນົກກາງແກນຸ່ມສອງໂຕມາຫາປະໂຣຫິດ ທີ່ທາງເຂົ້າເຕັນປະຊຸມ. ຈາກນັ້ນເຂົາຕ້ອງຊຳລະຫົວຂອງເຂົາໃຫ້ບໍລິສຸດອີກຄັ້ງໃນວັນນັ້ນ.

ເຄື່ອງຖວາຍສອງຢ່າງນີ້ແມ່ນຫຍັງ?

ເຄື່ອງຖວາຍສອງຢ່າງນີ້ເປັນເຄື່ອງບູຊາລືບລ້າງບາບ ແລະ ເຄື່ອງເຜົາບູຊາສຳລັບລືບລ້າງບາບ.

Numbers 6:12

ເຂົາໄດ້ນຳເຄື່ອງບູຊາລືບລ້າງບາບຫຍັງແດ່ທີ່ເຂົາໄດ້ເຮັດເພື່ອພິຈາລະນາຕົນເອງແດ່ພຣະຢາເວໃນຊ່ວງເວລາຕ້ອງແຍກຕົວເອງອອກເຂົາ?

ເພື່ອພິຈາລະນາຕົນເອງແດ່ພຣະຢາເວໃນຊ່ວງເວລາ ຕ້ອງແຍກຕົວເອງອອກ, ເຂົາຕ້ອງນຳລູກແກະໂຕຜູ້ໂຕຫນຶ່ງທີ່ມີອາຍຸຫນຶ່ງປີມາເປັນເຄື່ອງບູຊາລືບລ້າງບາບ.

Numbers 6:13

ເຄື່ອງບູຊາລືບລ້າງບາບຂອງຄົນນາຊີຮີທີ່ເປັນມົນທິນຈຳ ເປັນຕ້ອງນຳຖວາຍແມ່ນຫຍັງ ທີ່ປະຕູເຕັນປະຊຸມກັບລູກແກະໂຕຜູ້ຂອງລາວເພື່ອເປັນເຄື່ອງບູຊາລືບລ້າງບາບ?

ເຂົາຕ້ອງນຳລູກແກະໂຕແມ່ຫນຶ່ງໂຕທີ່ມີອາຍຸຫນຶ່ງປີທີ່ບໍ່ມີຕຳຫນິ, ແກະໂຕຜູ້ໂຕຫນຶ່ງທີ່ບໍ່ມີຕຳນິມາຖວາຍເປັນສານບູຊາ, ເຂົ້າຈີ່ທີ່ບໍ່ມີເຊື້ອແປ້ງມາກະຕ່າຫນຶ່ງ, ພືດຜົນບູຊາ ແລະເຄື່ອງດື່ມບູຊາແດ່ພຣະຢາເວ.

Numbers 6:16

ຜູ້ໃດຕ້ອງເປັນຜູ້ຖວາຍເຄື່ອງບູຊາຕໍ່ຫນ້າພຣະຢາເວສໍາລັບຄົນນາຊີຮີໄດ້?

ປະໂລຫິດຕ້ອງຖວາຍສິ່ງເຫລົ່ານີ້ຕໍ່ຫນ້າພຣະຢາເວ.

Numbers 6:18

ຄົນນາຊີຣີໄດ້ເຮັດຫຍັງກັບຜົມທີ່ເຂົາແຖຫົວຂອງເຂົາ?

ເຂົາຕ້ອງເອົາເສັ້ນຜົມຈາກຫົວຂອງເຂົາ ແລະ ໃສ່ລົງເທິງໄຟທີ່ຢູ່ພາຍໃຕ້ການຖວາຍເຄື່ອງບູຊາຂອງສັນຕິບູຊາ.

Numbers 6:19

ປະໂລຫິດໄດ້ເອົາສິ່ງໃດໄວ້ໃນມືຂອງຄົນນາຊີຣີນັ້ນເພື່ອຍົກເປັນເຄື່ອງຖວາຍບູຊາຕໍ່ຫນ້າພຣະຢາເວເພື່ອນຳຖວາຍແດ່ ພຣະຢາເວ?

ໃນມືຂອງນາຊີຣີຄົນນັ້ນ, ປະໂລຫິດໄດ້ຕົ້ມບ່າຂອງແກະ, ເຂົ້າຈີ່ທີ່ບໍ່ມີເຊື້ອແປ້ງຫນຶ່ງກ້ອນມາຈາກກະຕ່າ, ແລະເຂົ້າຈີ່ແຜ່ນທີ່ບໍ່ມີເຊື້ອແປ້ງຫນຶ່ງແຜ່ນມາເພື່ອນຳຖວາຍແດ່ ພຣະຢາເວ.

ເຄື່ອງບູຊານີ້ມີໃຫ້ໃຜແດ່, ບວກກັບຊີ້ນຫນ້າເອິກແລະຊີ້ນກົກຂາທີ່ຖືກຍົກຂື້ນ, ຖວາຍແລ້ວ?

ເຄື່ອງບູຊານີ້, ບວກກັບຊີ້ນຫນ້າເອິກແລະຊີ້ນກົກຂາທີ່ຖືກຍົກຂື້ນ, ຖວາຍແລ້ວສຳລັບປະໂລຫິດ.

ຫລັງຈາກນັ້ນຄົນນາຊີຣີນັ້ນສາມາດດື່ມຫຍັງໄດ້?

ນາຊີຣີຄົນນັ້ນກໍຈະດື່ມເຫລົ້າອະງຸ່ນໄດ້.

Numbers 6:25

ແມ່ນພຣະພອນອັນໃດຈາກພຣະຢາເວ ທີ່ອາໂຣນ ແລະ ລູກຊາຍຂອງລາວຈະໃຫ້ປະຊາຊົນ?

ອາໂຣນ ແລະ ລູກຊາຍຂອງລາວຈະໃຫ້ປະຊາຊົນພຣະພອນຈາກພຣະຢາເວສ່ອງແສງ ແລະ ສັນຕິສຸກ.

Numbers 7

Numbers 7:1

ແມ່ນຫຍັງທິ່ໂມເຊໄດ້ເຈີມ ແລະໄດ້ຕັ້ງຫໍເຕັນສັກສິດທີ່ແຍກຫໍເຕັນນັ້ນແດ່ພຣະຢາເວ ແລະແທ່ນບູຊາໄດ້ສຳເລັດ?

ໂມເຊໄດ້ເຈີມ ແລະໄດ້ຕັ້ງຫໍເຕັນສັກສິດ, ພ້ອມກັບເຄື່ອງໃຊ້ທຸກຢ່າງຂອງຫໍເຕັນນັ້ນ, ແທ່ນບູຊາ ແລະ ຂອງໃຊ້ທຸກຢ່າງຂອງແທ່ນບູຊານັ້ນເຊັ່ນດຽວກັນແດ່ພຣະຢາເວ.

ຜູ້ນຳອິດສະຣາເອນໄດ້ນຳເອົາເຄື່ອງຖວາຍບູຊາອັນໃດມາຢູ່ຕໍ່ຫນ້າ ຫໍເຕັນ?

ພວກເຂົານຳກວຽນຫົກລຳ ແລະ ງົວສິບສອງໂຕມາຄື່ອງຖວາຍບູຊາຂອງພວກເຂົາມາຕໍ່ຫນ້າພຣະຢາເວ.

Numbers 7:4

ໂມເຊໄດ້ມອບເຄື່ອງບູຊາໃຫ້ໃຜແດ່?

ໂມເຊໄດ້ມອບເຄື່ອງບູຊາເຫລົ່ານັ້ນໃຫ້ກັບຄົນເລວີ, ໃຫ້ກັບແຕ່ລະຄົນຕາມທີ່ຕ້ອງການໃຊ້ສິ່ງເຫລົ່ານັ້ນໃນງານຂອງເຂົາ.

Numbers 7:6

ຄົນເກີໂຊນແລະລູກຫລານຂອງເຂົາໄດ້ຮັບສິ່ງທີ່ຕ້ອງການໃຊ້ໃນການເຮັດວຽກຂອງພວກເຂົາຫຍັງແດ່?

ຄົນເກີໂຊນແລະລູກຫລານຂອງເຂົາໄດ້ຮັບກວຽນສອງລຳແລະງົວສີ່ໂຕ.

ຄົນເມຣາຣີແລະລູກຫລານຂອງເຂົາໄດ້ຮັບສິ່ງທີ່ຕ້ອງການໃຊ້ໃນການເຮັດວຽກຂອງພວກເຂົາຫຍັງແດ່?

ຄົນເມຣາຣີ ແລະ ລູກຫລານຂອງເຂົາໄດ້ຮັບກວຽນສີ່ລຳ ແລະງົວແປດໂຕ.

Numbers 7:9

ເປັນຫຍັງລູກຫລານຂອງໂກຮາດ ບໍ່ໄດ້ຮັບກວຽນ ແລະ ງົວທີ່ຖວາຍເປັນເຄື່ອງບູຊາ?

ເຊື້ອສາຍຂອງໂກຮາດບໍ່ໄດ້ຮັບກວຽນ ແລະ ງົວທີ່ຖວາຍເປັນເຄື່ອງຖວາຍ ເພາະວຽກຂອງພວກເຂົາເປັນວຽກກ່ຽວກັບສິ່ງຕ່າງໆ ຊຶ່ງເປັນຂອງພຣະຢາເວ ທີ່ພວກເຂົາຈະແບກໄວ້ເທິງບ່າພວກເຂົາເອງ.

Numbers 7:10

ເມື່ອໃດບັນດາຜູ້ນຳໄດ້ຖວາຍສິ່ງຂອງຕ່າງໆ ຂອງພວກເຂົາສຳລັບການມອບຖວາຍແທ່ນບູຊາ?

ຜູ້ນຳແຕ່ລະຄົນຕ້ອງຖວາຍເຄື່ອງບູຊາສຳລັບການມອບຖວາຍແທ່ນບູຊາໃນວັນຂອງເຂົາເອງ.

Numbers 7:12

ແມ່ນເຜົ່າເປັນຜູ້ທຳອິດໃນຈຳນວນ 12 ເຜົ່າຂອງອິດສະຣາເອນທີ່ຖວາຍເຄື່ອງບູຊາສຳລັບການມອບຖວາຍແທ່ນບູຊາ?

ເຜົ່າຢູດາໃນຈຳນວນ 12 ເຜົ່າຂອງອິດສະຣາເອນທີ່ຖວາຍເຄື່ອງບູຊາສຳລັບການມອບຖວາຍແທ່ນບູຊາ.

Numbers 7:18

ໃນມື້ທີ 2, ແມ່ນເຜົ່າໃດໃນ 12 ເຜົ່າຂອງອິດສະຣາເອນທີ່ຖວາຍເຄື່ອງບູຊາສຳລັບການມອບຖວາຍແທ່ນບູຊາ?

ໃນມື້ທີ 2, ເຜົ່າອິດຊາຄານ 12 ເຜົ່າຂອງອິດສະຣາເອນທີ່ຖວາຍເຄື່ອງບູຊາສຳລັບການມອບຖວາຍແທ່ນບູຊາ.

Numbers 7:24

ໃນມື້ທີ 3, ແມ່ນເຜົ່າໃດໃນ 12 ເຜົ່າຂອງອິດສະຣາເອນທີ່ຖວາຍເຄື່ອງບູຊາສຳລັບການມອບຖວາຍແທ່ນບູຊາ?

ໃນມື້ທີ 3, ເຜົ່າເຊບູໂລນໃນ 12 ເຜົ່າຂອງອິດສະຣາເອນທີ່ຖວາຍເຄື່ອງບູຊາສຳລັບການມອບຖວາຍແທ່ນບູຊາ.

Numbers 7:30

ໃນມື້ທີ 4, ແມ່ນເຜົ່າໃດໃນ 12 ເຜົ່າຂອງອິດສະຣາເອນທີ່ຖວາຍເຄື່ອງບູຊາສຳລັບການມອບຖວາຍແທ່ນບູຊາ?

ໃນມື້ທີ 4, ເຜົ່າຣູເບັນໃນ 12 ເຜົ່າຂອງອິດສະຣາເອນທີ່ຖວາຍເຄື່ອງບູຊາສຳລັບການມອບຖວາຍແທ່ນບູຊາ.

Numbers 7:36

ໃນມື້ທີ 5, ແມ່ນເຜົ່າໃດໃນ 12 ເຜົ່າຂອງອິດສະຣາເອນທີ່ຖວາຍເຄື່ອງບູຊາສຳລັບການມອບຖວາຍແທ່ນບູຊາ?

ໃນມື້ທີ 5, ເຜົ່າຊີເມໂອນໃນ 12 ເຜົ່າຂອງອິດສະຣາເອນທີ່ຖວາຍເຄື່ອງບູຊາສຳລັບການມອບຖວາຍແທ່ນບູຊາ.

Numbers 7:42

ໃນມື້ທີ 6, ແມ່ນເຜົ່າໃດໃນ 12 ເຜົ່າຂອງອິດສະຣາເອນທີ່ຖວາຍເຄື່ອງບູຊາສຳລັບການມອບຖວາຍແທ່ນບູຊາ?

ໃນມື້ທີ 6, ເຜົ່າກາດໃນ 12 ເຜົ່າຂອງອິດສະຣາເອນທີ່ຖວາຍເຄື່ອງບູຊາສຳລັບການມອບຖວາຍແທ່ນບູຊາ.

Numbers 7:54

ໃນມື້ທີ 8, ແມ່ນເຜົ່າໃດໃນ 12 ເຜົ່າຂອງອິດສະຣາເອນທີ່ຖວາຍເຄື່ອງບູຊາສຳລັບການມອບຖວາຍແທ່ນບູຊາ?

ໃນມື້ທີ 8, ເຜົ່າມານັດເຊໃນ 12 ເຜົ່າຂອງອິດສະຣາເອນທີ່ຖວາຍເຄື່ອງບູຊາສຳລັບການມອບຖວາຍແທ່ນບູຊາ.

Numbers 7:60

ໃນມື້ທີ 9, ແມ່ນເຜົ່າໃດໃນ 12 ເຜົ່າຂອງອິດສະຣາເອນທີ່ຖວາຍເຄື່ອງບູຊາສຳລັບການມອບຖວາຍແທ່ນບູຊາ?

ໃນມື້ທີ 9, ເຜົ່າເບັນຢາມິນໃນ 12 ເຜົ່າຂອງອິດສະຣາເອນທີ່ຖວາຍເຄື່ອງບູຊາສຳລັບການມອບຖວາຍແທ່ນບູຊາ.

ໃນມື້ທີ 11, ແມ່ນເຜົ່າໃດໃນ 12 ເຜົ່າຂອງອິດສະຣາເອນທີ່ຖວາຍເຄື່ອງບູຊາສຳລັບການມອບຖວາຍແທ່ນບູຊາ?

ໃນມື້ທີ 11, ເຜົ່າອາເຊ ໃນ 12 ເຜົ່າຂອງອິດສະຣາເອນທີ່ຖວາຍເຄື່ອງບູຊາສຳລັບການມອບຖວາຍແທ່ນບູຊາ.

ໃນມື້ທີ 12, ແມ່ນເຜົ່າໃດໃນ 12 ເຜົ່າຂອງອິດສະຣາເອນທີ່ຖວາຍເຄື່ອງບູຊາສຳລັບການມອບຖວາຍແທ່ນບູຊາ?

ໃນມື້ທີ 12, ເຜົ່າເນັບທາລີ ໃນ 12 ເຜົ່າຂອງອິດສະຣາເອນທີ່ຖວາຍເຄື່ອງບູຊາສຳລັບການມອບຖວາຍແທ່ນບູຊາ.

Numbers 7:66

ໃນມື້ທີ 10, ແມ່ນເຜົ່າໃດໃນ 12 ເຜົ່າຂອງອິດສະຣາເອນທີ່ຖວາຍເຄື່ອງບູຊາສຳລັບການມອບຖວາຍແທ່ນບູຊາ?

ໃນມື້ທີ 10, ເຜົ່າດານ ໃນ 12 ເຜົ່າຂອງອິດສະຣາເອນທີ່ຖວາຍເຄື່ອງບູຊາສຳລັບການມອບຖວາຍແທ່ນບູຊາ.

Numbers 7:89

ຈາກບ່ອນໃດທີ່ພຣະຢາເວກ່າວກັບໂມເຊເມື່ອລາວຢູ່ໃນເຕັນປະຊຸມ?

ພຣະຢາເວກ່າວກັບໂມເຊຈາກເຫນືອຝາຫີບ ແຫ່ງການໄຖ່ເທິງຫີບແຫ່ງພັນທະສັນຍາ, ຈາກລະຫວ່າງເຄຣຸບທັງສອງ.

Numbers 8

Numbers 8:1

ຄໍາສັ່ງອັນໃດຂອງພຣະຢາເວທີ່ບອກກັບອາໂຣນກ່ຽວກັບຕະກຽງ?

ພຣະຢາເວຄໍາສັ່ງວ່າຕະກຽງຕ້ອງສ່ອງແສງໄປທາງຫນ້າຂອງຫລັກຕະກຽງ.

Numbers 8:3

ແມ່ນຜູ້ໃຜເປັນຜູ້ສະແດງແບບສຳລັບຫລັກຕະກຽງໃຫ້ແກ່ໂມເຊ?

ພຣະຢາເວໄດ້ຊົງສະແດງໃຫ້ໂມເຊເຫັນແບບສຳລັບຫລັກຕະກຽງ.

Numbers 8:5

ພຣະຢາເວໄດ້ບອກໃຫ້ໂມເຊເຮັດຫຍັງແດ່ຕໍ່ຄົນເລວີ?

ພຣະຢາເວໄດ້ບອກກັບໂມເຊນຳຄົນເລວີອອກຈາກທ່າມກາງຄົນອິດສະຣາເອນແລະຊຳລະພວກເຂົາໃຫ້ບໍຣິສຸດ.

Numbers 8:7

ໂມເຊໄດ້ເຮັດຫຍັງແດ່ກັບຄົນເລວີເພື່ອເປັນການຊຳລະຕົວພວກເຂົາເອງໃຫ້ບໍຣິສຸດ?

ໂມເຊໄດ້ໃຊ້ນນໍ້າຊຳລະຊິດໃສ່ພວກເຂົາ, ແຖຂົນທົ່ວທັງຕົວຂອງພວກເຂົາ, ແລະ ຊັກເສື້ອຜ້າຂອງພວກເຂົາ.

ເຄື່ອງຖວາຍທີ່ຄົນເລວີນຳມາຖວາຍແມ່ນຫຍັງ?

ຄົນເລວີນຳງົວຫນຸ່ມມາໂຕຫນຶ່ງ ແລະ ພືດຜົນບູຊາຄູ່ກັນທີ່ເປັນແປ້ງຢ່າງດີປະສົມກັບນຳ້ມັນ.

Numbers 8:9

ພຣະຢາເວສັ່ງໃຫ້ໂມເຊເອີ້ນຊຸມຊົນຂອງຄົນອິດສະຣາເອນເຮັດຫຍັງກັບຄົນເລວີເພື່ອເປັນການຊຳລະຕົວພວກເຂົາເອງໃຫ້ບໍຣິສຸດ?

ພຣະຢາເວສັ່ງໃຫ້ໂມເຊເອີ້ນຊຸມຊົນຂອງຄົນອິດສະຣາເອນຕ້ອງວາງມືພວກເຂົາເທິງຄົນເລວີ.

ເປັນຫຍັງພວກເຂົາຈຶ່ງຖວາຍຄົນເລວີຄືກັບວ່າພວກເຂົາໄດ້ຖືກຍົກສູງຕໍ່ຫນ້າພຣະຢາເວ?

ພວກເຂົາຖວາຍຄົນເລວີໃນນາມປະຊາຊົນ ທີ່ຄົນເລວີເຮັດຫນ້າທີ່ຮັບໃຊ້ພຣະຢາເວ.

Numbers 8:12

ເຄື່ອງບູຊາປະເພດໃດແດ່ເປັນການຖວາຍງົວໂຕຫນຶ່ງສໍາລັບຄົນເລວີ?

ຕ້ອງຖວາຍງົວໂຕຫນຶ່ງເປັນເຄື່ອງບູຊາລົບລ້າງບາບ ແລະ ເປັນເຄື່ອງເຜົາບູຊາພື່ອລົບລ້າງບາບໃຫ້ກັບຄົນເລວີ.

ຄົນເລວີວາງມືຂອງພວກເຂົາໄວ້ຢູ່ໃສ?

ຄົນເລວີວາງມືຂອງພວກເຂົາໄວ້ເທິງຫົວງົວເຖິກ.

Numbers 8:14

ເຜົ່າໃດທີ່ແຍກກັນ, ບໍຣິສຸດ, ແລະຍົກຂຶ້ນເປັນເຄື່ອງຖວາຍບູຊາແກ່ພຣະຢາເວ ເພື່ອພວກເຂົາຕ້ອງເຂົ້າໄປປະຕິບັດຫນ້າທີ່ໃນເຕັນປະຊຸມ?

ເຜົ່າເລວີທີ່ແຍກກັນ, ບໍຣິສຸດ, ແລະຍົກຂຶ້ນເປັນເຄື່ອງຖວາຍບູຊາແກ່ພຣະຢາເວ ເພື່ອພວກເຂົາຕ້ອງເຂົ້າໄປປະຕິບັດຫນ້າທີ່ໃນເຕັນປະຊຸມ.

Numbers 8:16

ເມື່ອພຣະຢາເວໄດ້ແຍກໄວ້ລູກກົກທັງຫມົດທ່າມກາງຄົນອິດສະຣາເອນ, ແລະສັດສໍາລັບຕົນເອງ?

ພຣະຢາເວໄດ້ແຍກລູກກົກທັງຫມົດທ່າມກາງຄົນອິດສະຣາເອນໄວ້ເປັນຂອງພຣະອົງ, ທັງຄົນ ແລະ ສັດ. ໃນວັນທີ່ເຮົາເອົາຊີວິດລູກຊາຍກົກທັງຫມົດໃນແຜ່ນດິນເອຢິບ.

Numbers 8:18

ພຣະຢາເວໄດ້ມອບຜູ້ໃດເພື່ອລົບລ້າງບາບໃຫ້ກັບຄົນອິດສະຣາເອນ ເພື່ອທີ່ຈະບໍ່ມີໄພພິບັດໃດໆ ຈະທຳຮ້າຍຄົນເຫລົ່ານັ້ນເມື່ອພວກເຂົາມາຢູ່ໃກ້ສະຖານທີ່ສັກສິດ?

ພຣະອົງໄດ້ມອບຄົນເວລີ, ແທນທີ່ລູກກົກທັງຫມົດ, ໃຫ້ກັບອາໂຣນ ແລະ ບັນດາລູກຂອງເຂົາເພື່ອຈະເຮັດຫນ້າທີ່ຂອງຄົນອິດສະຣາເອນໃນຫໍເຕັນປະຊຸມ.

Numbers 8:20

ໂມເຊ, ອາໂຣນ, ແລະຊຸມຊົນທັງຫມົດໄດ້ເຮັດທຸກສິ່ງທຸກຢ່າງທີ່ພຣະຢາເວໄດ້ສັ່ງກ່ຽວກັບພວກເລວີບໍ?

ແມ່ນ, ພວກເຂົາໄດ້ເຮັດທຸກຢ່າງທີ່ພຣະຢາເວໄດ້ຊົງສັ່ງໂມເຊ ກ່ຽວກັບຄົນເລວີ.

Numbers 8:23

ພຣະຢາເວໄດ້ກ່າວກັບໂມເຊແນວໃດກ່ຽວກັບອາຍຸການປະຕິບັດຫນ້າທີ່ໃນເຕັນປະຊຸມ?

ຄົນເລວີທີ່ມີອາຍຸຊາວຫ້າປີຂຶ້ນໄປສາມາດປະຕິບັດຫນ້າທີ່ຈົນເຖິງຫ້າສິບປີ.

Numbers 8:25

ພວກເຂົາສາມາດເຮັດຫຍັງໄດ້ເມື່ອພວກເຂົາຕ້ອງຢຸດການປະຕິບັດຫນ້າທີ່ໃນຫໍເຕັນປະຊຸມຫລັງຈາກອາຍຸ 50ປີ?

ຄົນເລວີອາຍຸອາຍຸ 50 ປີ ຍັງສາມາດຊ່ວຍພວກພີ່ນ້ອງຂອງຕົນ.

Numbers 9

Numbers 9:1

ແມ່ນໃຜໄດ້ບອກກັບໂມເຊໃນຖິ່ນແຫ້ງແລ້ງກັນດາຊິນາຍ?

ພຣະຢາເວໄດ້ບອກກັບໂມເຊ ໃນຖິ່ນແຫ້ງແລ້ງກັນດານຊີນາຍ.

ເມື່ອໃດທີ່ພຣະຢາເວໄດ້ບອກກັບໂມເຊ?

ພຣະຢາເວໄດ້ບອກກັບໂມເຊໃນເດືອນທີຫນຶ່ງ ຂອງປີທີສອງຫລັງຈາກທີ່ພວກເຂົາອອກມາຈາກແຜ່ນດິນເອຢິບ.

ເມື່ອໃດທີ່ປະຊາຊົນອິດສະຣາເອນໄດ້ຖືເທດສະການປັດສະຄາໃນຂະນະທີ່ພວກເຂົາຢູ່ໃນຖິ່ນກັນດານຊິນາຍ?

ຕາມເວລາທີ່ກຳນົດໄວ້ຂອງປີພວກເຂົາໄດ້ຖືເທດສະການປັດສະຄາ ໃນວັນທີສິບສີ່ຂອງເດືອນນີ້.

Numbers 9:6

ໂມເຊໄດ້ໄປຫາພຣະຢາເວເພື່ອຖາມຄຳຖາມຫຍັງ?

ໂມເຊໄດ້ເຂົ້າໄປຫາພຣະຢາເວ ເພື່ອຖາມເນື່ອງຈາກພວກເຂົາເປັນມົນທິນ ແຕ່ຕ້ອງການຖືປັດສະຄາ.

Numbers 9:9

ຄຳຕອບສຳລັບຄຳຖາມຂອງໂມເຊກັບພຣະຢາເວແມ່ນຫຍັງ?

ພຣະຢາເວໄດ້ບອກກັບໂມເຊຖ້າຄົນໃດໃນພວກເຈົ້າ ຫລື ລູກຫລານຂອງພວກເຈົ້າເປັນມົນທິນເພາະແຕະຕ້ອງສົບ, ຫລື ຢູ່ລະຫວ່າງການເດີນທາງ, ເຂົາກໍຍັງຖືປັດສະຄາແດ່ພຣະຢາເວໄດ້.

Numbers 9:11

ເມື່ອໃດທີ່ຜູ້ຊາຍເຫລົ່ານັ້ນຈະຖືເທດສະການປັດສະຄາຫລາຍກວ່າໃນວັນທີ 14 ຂອງເດືອນ 1?

ຜູ້ຊາຍເຫລົ່ານັ້ນເປັນມົນທິນ ຫລື ຢູ່ລະຫວ່າງການເດີນທາງຈະຖືປັດສະຄາໃນວັນທີສິບສີ່ເດືອນທີສອງ.

ແມ່ນຫຍັງຄືກົດລະບຽບຂອງປັດສະຄາບາງຢ່າງສຳລັບການຖືເທດສະການປັດສະຄາ?

ພວກເຂົາຕ້ອງກິນປັດສະຄາພ້ອມກັບເຂົ້າຈີ່ບໍ່ມີເຊື້ອແປ້ງກັບຜັກຂົມ ແລະ ຢ່າໃຫ້ພວກເຂົາປະປັດສະຄາເຫລືອໄວ້ຮອດມື້ອື່ນເຊົ້າ, ຫລື ຫັກກະດູກໃດໆຂອງສັດ.

Numbers 9:13

ແມ່ນສິ່ງໃດທີ່ເຮັດໃຫ້ຜູ້ຊາຍຄົນຫນຶ່ງຖືກຕັດອອກຈາກຊຸມຊົນຂອງເຂົາ?

ຄົນໃດທີ່ບໍ່ເປັນມົນທິນ ແລະ ບໍ່ໄດ້ຢູ່ລະຫວ່າງການເດີນທາງ, ແຕ່ຜູ້ນັ້ນບໍ່ໄດ້ຖືປັດສະຄາທີ່ພຣະຢາເວ ຊົງປະສົງຈະຖືກຕັດອອກຈາກຊຸມຊົນຂອງເຂົາ.

ກົດຫມາຍປັດສະຄາສຳລັບຄົນຕ່າງດ້າວໃນແຜ່ນດິນອິດສະຣາເອນແມ່ນຫຍັງ?

ເຂົາຕ້ອງຖືປັດສະຄາ ແລະ ເຮັດທຸກຢ່າງຕາມທີ່ພຣະອົງໄດ້ຊົງສັ່ງໄວ້.

Numbers 9:15

ຈະເກີດຫຍັງຂຶ້ນກັບເມກຈະປົກຄຸມຫໍເຕັນສັກສິດໃນຕອນກາງຄືນ?

ເມກຈະປາກົດເຫມືອນໄຟໃນຕອນກາງຄືນ.

ປະຊາຊົນຮູ້ໄດ້ແນວໃດທີ່ຈະໄປ ຫລືຢຸດການເດີນທາງ?

ເມື່ອໃດກໍຕາມທີ່ເມກລອຍຂຶ້ນໄປຈາກເຕັນນັ້ນ, ປະຊາຊົນກໍຈະອອກເດີນທາງໄປ. ເມກຢຸດລົງທີ່ໃດກໍຕາມ, ປະຊາຊົນກໍຈະຕັ້ງຄ້າຍພັກທີ່ນັ້ນ.

Numbers 9:18

ປະຊາຊົນຈະເຮັດແນວໃດເມື່ອເມກຍັງຄົງຢຸດຢູ່ເທິງຫໍເຕັນເປັນເວລາຫລາຍມື້?

ປະຊາຊົນກໍຈະເຮັດຕາມຄຳສັ່ງຂອງພຣະຢາເວ ແລະ ບໍ່ອອກເດີນທາງ.

Numbers 9:20

ເມື່ອໃດແມ່ນເວລາດຽວເທົ່າໃດທີ່ຜູ້ຄົນຈະເດີນທາງ?

ພວກເຂົາກໍຈະເດີນທາງໄປເມື່ອເມກລອຍຂຶ້ນໄປຕາມຄຳສັ່ງຂອງພຣະຢາເວ.

Numbers 9:22

ເມື່ອໃດທີ່ປະຊາຊົນອິດສະຣາເອນຕ້ອງພັກຢູ່ໃນຄ້າຍຂອງພວກເຂົາແລະບໍ່ອອກເດີນທາງ?

ຕາບໃດທີ່ເມກຍັງຢູ່ທີ່ນັ້ນ, ຄົນອິດສະຣາເອນຕ້ອງພັກຢູ່ໃນຄ້າຍຂອງພວກເຂົາ ແລະບໍ່ອອກເດີນທາງ.

ປະຊາຊົນອິດສະຣາເອນໄດ້ເຮັດຕາມຄຳສັ່ງຂອງພຣະຢາເວແນວໃດ?

ປະຊາຊົນອິດສະຣາເອນໄດ້ເຮັດຕາມຄຳສັ່ງຂອງພຣະຢາເວ ທີ່ຊົງປະທານຜ່ານທາງໂມເຊ.

Numbers 10

Numbers 10:1

ເປັນຫຍັງພຣະຢາເວບອກໂມເຊໃຫ້ເຮັດແກເງິນສອງອັນ?

ພຣະຢາເວໄດ້ບອກກັບໂມເຊໃຫ້ເຮັດແກເງິນສອງອັນ ເພື່ອທີ່ຈະເອີ້ນຊຸມຊົນໃຫ້ມາຊຸມນຸມກັນ ແລະ ເອີ້ນຊຸມຊົນໃຫ້ເຄື່ອນຍ້າຍຄ້າຍພັກຂອງພວກເຂົາ.

Numbers 10:3

ແມ່ນໃຜເປັນຜູ້ເປົ່າແກ?

ພວກປະໂຣຫິດຕ້ອງເປົ່າແກ.

ແມ່ນຫຍັງທີ່ເປັນສັນຍານສໍາລັບການພຽງແຕ່ຜູ້ນໍາເອີ້ນເພື່ຶອມາຊຸມນຸມກັບໂມເຊ?

ຖ້າພວກປະໂຣຫິດເປົ່າແກພຽງອັນດຽວ, ທີ່ເປັນສັນຍານສໍາລັບການພຽງແຕ່ຜູ້ນໍາເອີ້ນ ເພື່ຶອມາຊຸມນຸມກັບໂມເຊ.

ແມ່ນຫຍັງທີ່ສັນຍານສຳລັບຜູ້ຄົນທີ່ຢູ່ທາງທິດຕາເວັນອອກເພື່ອເລີ່ມຕົ້ນການເດີນທາງຂອງພວກເຂົາ?

ສັນຍານສຳລັບຜູ້ຄົນທີ່ຢູ່ທາງທິດຕາເວັນອອກ ເພື່ອເລີ່ມຕົ້ນການເດີນທາງຂອງພວກເຂົາແມ່ນການເປົ່າແກເປັນສັນຍານສຽງດັງ.

Numbers 10:6

ແມ່ນຫຍັງທີ່ເປັນສັນຍານສຳລັບການເປົ່າແກບໍ່ຕ້ອງສຽງດັງ?

ເພື່ອຊຸມຊົນມາປະຊຸມກັນ.

ແມ່ນຜູ້ໃດຕ້ອງເປົ່າແກນີ້?

ພວກລູກຊາຍຂອງອາໂຣນ, ບັນດາປະໂຣຫິດ, ເປັນຜູ້ດຽວທີ່ເປົ້າແກ.

Numbers 10:9

ເມື່ອພວກເຂົາໄປສູ້ຮົບແລະໄດ້ຍິນສຽງເຕືອນດ້ວຍສຽງແກດັງ, ພຣະຢາເວຈະເຮັດແນວໃດ?

ພວກເຂົາໄປສູ້ຮົບແລະໄດ້ຍິນສຽງເຕືອນດ້ວຍສຽງແກດັງ, ພຣະຢາເວຈະຊ່ວຍພວກເຈົ້າໃຫ້ພົ້ນຈາກສັດຕູຂອງພວກເຈົ້າ.

Numbers 10:10

ແມ່ນຫຍັງເປັນສິ່ງທີ່ລະນຶກເຖິງພຣະເຈົ້າ, ໃນເວລາຂອງການແຫ່ງສະເຫລີມສະຫລອງ, ວ່າພຣະຢາເວແມ່ນພຣະເຈົ້າຂອງພວກເຂົາ?

ພວກເຂົາຕ້ອງເປົ່າແກເຊັ່ນດຽວກັນເພື່ອໃຫ້ກຽດແກ່ເຄື່ອງເຜົາບູຊາຂອງເຂົາ ແລະເປົ່າແກເຫນືອເຄື່ອງບູຊາສຳລັບສານບູຊາຂອງພວກເຂົາ.

Numbers 10:11

ມີຫຍັງເກີດຂື້ນໃນປີທີສອງ, ໃນເດືອນສອງ, ໃນວັນທີ 20 ຂອງເດືອນນັ້ນ?

ໃນປີທີສອງ, ໃນເດືອນສອງ, ໃນວັນທີ 20 ຂອງເດືອນນັ້ນ, ວັນທີຊາວຂອງເດືອນທີສອງປີທີສອງ, ເມກລອຍຂຶ້ນໄປຈາກຫໍເຕັນສັກສິດ.

ປະຊາຊົນອິດສະຣາເອນໄດ້ໄປໃສຫລັງຈາກອອກຈາກຖິ່ນທຸລະກັນດານຊິນາຍ?

ປະຊາຊົນອອກຈາກຖິ່ນທຸລະກັນດານຊິນາຍ ໄດ້ໄປຖິ່ນທຸລະກັນດານປາລານ.

Numbers 10:14

ຄ້າຍພັກຂອງເຜົ່າໃດອອກເດີນທາງກ່ອນ?

ຄ້າຍພັກພາຍໃຕ້ທຸງຂອງເຜົ່າຢູດາອອກເດີນທາງກ່ອນ.

Numbers 10:17

ແມ່ນໃຜເປັນຜູ້ດູແລຫໍເຕັນສັກສິດ?

ຕະກຸນເກໂຊນ ແລະ ຕະກຸນເມຣາຣີ.

Numbers 10:21

ແມ່ນໃຜແບກຫາມເຄື່ອງໃຊ້ບໍຣິສຸດຂອງສະຖານນະມັດສະການ?

ຄົນໂກຮາດແບກຫາມເຄື່ອງໃຊ້ບໍຣິສຸດ.

ບັນດາກອງທັບລຳດັບຕໍ່ໄປຈະອອກເດີນທາງທີ່ຢູ່ພາຍໃຕ້ທຸງອັນໃດ?

ບັນດາກອງທີ່ຢູ່ພາຍໃຕ້ທຸງຂອງຕະກຸນເອຟຣາອິມ ອອກເດີນທາງເປັນລຳດັບຕໍ່ໄປ.

Numbers 10:25

ບັນດາກອງທັບສຸດທ້າຍຈະອອກເດີນທາງທີ່ຢູ່ພາຍໃຕ້ທຸງອັນໃດ?

ບັນດາກອງທີ່ຕັ້ງຄ້າຍພັກພາຍໃຕ້ທຸງຂອງຕະກຸນ ດານ ອອກເດີນທາງເປັນກອງສຸດທ້າຍ.

Numbers 10:29

ເຣອູເອນ ແມ່ນໃຜ?

ເຣອູເອນເປັນພໍ່ຂອງເມຍຂອງໂມເຊ.

ໂມເຊໄດ້ເຊີນຜູ້ໃດມາຮ່ວມນຳຊົນຊາດອິດສະຣາເອນ?

ໂມເຊໄດ້ເຊີນໂຮບັບລູກຊາຍຂອງພໍ່ເມຍຂອງລາວ.

ໂຮບັບຢາກໄປໃສ?

ໂຮບັບຢາກໄປຍັງແຜ່ນດິນຂອງລາວ ແລະ ຊຸມຊົນຂອງລາວ.

Numbers 10:31

ເປັນຫຍັງໂມເຊຢາກໃຫ້ໂຮບັບໄປນຳພວກເຂົາ?

ໂມເຊຢາກໃຫ້ໂຮບັບໄປນຳພວກເຂົາ ເພາະວ່າເຂົາຮູ້ວິທີການຕັ້ງຄ້າຍພັກໃນຖິ່ນທຸລະກັນດານ.

Numbers 10:33

ຈະເກີດຫຍັງຂື້ນເຫນືອພວກເຂົາໃນຂະນະທີ່ພວກເຂົາເດີນທາງໄປໃນຕອນກາງເວັນກັບຫີບແຫ່ງພັນທະສັນຍາ?

ເມກຂອງພຣະຢາເວ ຢູ່ເຫນືອພວກເຂົາໃນຕອນກາງເວັນໃນຂະນະທີ່ພວກເຂົາເດີນທາງກັບຫີບແຫ່ງພັນທະສັນຍາ.

Numbers 10:35

ໂມເຊໄດ້ຂໍໃຫ້ພຣະຢາເວເຮັດຫຍັງໃນຂະນະທີ່ພວກເຂົາກຳ ນົດການເດີນທາງຂອງພວກເຂົາ?

ລາວຂໍໃຫ້ພຣະຢາເວກະຈັດກະຈາຍສັດຕູຂອງພຣະອົງ ແລະ ຂໍໃຫ້ຄົນເຫລົ່ານັ້ນທີ່ກຽດຊັງພຣະອົງ ແລ່ນຫນີໄປຈາກພຣະອົງ.

ໂມເຊກ່າວຫຍັງກັບພຣະຢາເວເມື່ອພວກເຂົາຢຸດ?

ລາວກ່າວວ່າ ຂໍພຣະຢາເວຊົງກັບມາສູ່ຄົນອິດສະຣາເອນທີ່ມີຈຳນວນມາກມາຍຫລາຍຫມື່ນຄົນນີ້ດ້ວຍເຖີດ.

Numbers 11

Numbers 11:1

ແມ່ນຫຍັງທີ່ພຣະຢາເວຊົງໄດ້ຟັງຄຳຮ້ອງຂໍຂອງປະຊາຊົນ?

ປະຊາຊົນໄດ້ຈົ່ມກ່ຽວກັບຄວາມຍາກລຳບາກຂອງພວກເຂົາຂະນະທີ່ພຣະຢາເວຊົງຟັງຢູ່.

ໂມເຊໄດ້ເຮັດຫຍັງເມື່ອປະຊາຊົນຮ້ອງຂໍຕໍ່ລາວກ່ຽວກັບໄຟ?

ແລ້ວປະຊາຊົນກໍຮ້ອງຂໍຕໍ່ໂມເຊ, ດັ່ງນັ້ນໂມເຊຈຶ່ງໄດ້ອະທິຖານຕໍ່ພຣະຢາເວ, ແລະ ໄຟນັ້ນກໍມອດ.

Numbers 11:4

ຊາວອິດສະຣາເອນໄດ້ຮ້ອງຂໍຫຍັງເມື່ອພວກເຂົາເລີ່ມຮ້ອງໄຫ້ຄໍ່າຄວນ?

ຊາວອິດສະຣາເອນເລີ່ມຮ້ອງໄຫ້ຄໍ່າຄວນ ແລະ ເວົ້າວ່າ," ໃຜຈະເອົາຊີ້ນໃຫ້ພວກເຮົາກິນ?"

Numbers 11:7

ປະຊາຊົນໄດ້ເຫັນມານາຢູ່ໃສ?

ປະຊາຊົນກໍຍ່າງອອກໄປຮອບໆ ແລະເກັບມານາ.

Numbers 11:9

ມານາຈະຕົກລົງໃນຄ້າຍພັກເມື່ອໃດ?

ເມື່ອນໍ້າຫມອກຕົກລົງມາເຫນືອຄ້າຍພັກ, ມານາກໍຈະຕົກລົງມາດ້ວຍ.

Numbers 11:11

ໂມເຊເວົ້າແນວໃດວ່າພຣະຢາເວໄດ້ປະຕິບັດຕໍ່ລາວ?

ໂມເຊກ່າວຕໍ່ພຣະຢາເວໄດ້ປະຕິບັດຄືຜູ້ຮັບໃຊ້ຂອງພຣະອົງຢ່າງລຳບາກ.

Numbers 11:13

ເມື່ອປະຊາຊົນໄດ້ຖາມຫຍັງແດ່ເມື່ອພວກເຂົາຮ້ອງໄຫ້ຄໍ່າຄວນຢູ່ຕໍ່ຫນ້າໂມເຊ?

ພວກເຂົາກຳລັງຮ້ອງໄຫ້ຄໍ່າຄວນ ຢູ່ຕໍ່ຫນ້າໂມເຊ ແລະ ຂໍຊີ້ນໃຫ້ພວກເຂົາກິນ.

Numbers 11:16

ພຣະຢາເວສັ່ງໃຫ້ໂມເຊພາໃຜມາຫາພຣະອົງ?

ພຣະຢາເວສັ່ງໃຫ້ໂມເຊພາພວກຜູ້ໃຫຍ່ຂອງ ອິດສະຣາເອນ ເຈັດສິບຄົນມາຫາພຣະອົງ.

ພຣະຢາເວໄດ້ກ່າວກັບພວກຜູ້ໃຫ່ຍຈະເຮັດຫຍັງຫລັງຈາກພຣະວິນຍານທີ່ຢູ່ເທິງເຈົ້າບາງສ່ວນມາໃສ່ລົງໄປເທິງພວກເຂົາ?

ພຣະຢາເວໄດ້ກ່າວວ່າພວກຜູ້ໃຫຍ່ວ່າຈະແບກພາລະປະຊາຊົນຮ່ວມກັບໂມເຊ.

Numbers 11:18

ຜູ້ໃຜຈະໃຫ້ຊີ້ນໃຫ້ປະຊາຊົນກິນ?

ພຣະຢາເວຈະຊົງປະທານຊີ້ນໃຫ້ແກ່ພວກເຈົ້າ, ແລະພວກເຈົ້າຈະໄດ້ກິນຊີ້ນ.

ພຣະຢາເວກ່າວວ່າປະຊາຊົນຈະກິນຊີ້ນດົນປານໃດ?

ປະຊາຊົນຈະກິນຊີ້ນຕະຫລອດທັງເດືອນ.

Numbers 11:21

ພຣະຢາເວເວົ້າຫຍັງທີ່ໂມເຊຈະເຫັນຖ້ອຍຄຳຂອງພຣະອົງ?

ພຣະອົງໄດ້ກ່າວໂມເຊວ່າຈະໄດ້ເຫັນວ່າຖ້ອຍຄຳຂອງພຣະອົງ ຈະເປັນຈິງຫລືບໍ່.

Numbers 11:24

ພວກຜູ້ໃຫຍ່ທັງເຈັດສິບຄົນໄດ້ເຮັດຫຍັງມື່ອພຣະວິນຍານຊົງສະຖິດເທິງພວກເຂົາ?

ເມື່ອພຣະວິນຍານຊົງສະຖິດເທິງພວກຜູ້ໃຫຍ່ທັງເຈັດສິບຄົນນັ້ນ, ພວກເຂົາກໍທຳນວາຍ.

Numbers 11:26

ຈະເກີດຫຍັງຂື້ນກັບຊາຍສອງຄົນທີ່ຍັງຢູ່ໃນຄ້າຍພັກ?

ພຣະວິນຍານໄດ້ຊົງສະຖິດເທິງພວກເຂົາເຊັ່ນກັນກັບຊາຍສອງຄົນທີ່ຍັງຢູ່ໃນຄ້າຍພັກ.

Numbers 11:28

ໂຢຊວຍຂໍໃຫ້ໂມເຊເຮັດຫຍັງກັບຊາຍສອງຄົນທີ່ກຳລັງທຳ ນວາຍຢູ່ໃນຄ້າຍພັກ?

ໂຢຊວຍໃຫ້ໂມເຊຂໍໃຫ້ພວກເຂົາຢຸດທຳນວາຍ.

Numbers 11:31

ນົກຂຸ້ມກໍຕົກຢູ່ອ້ອມຄ້າຍພັກໄກປານໃດ?

ນົກຂຸ້ມກໍມາຕົກຢູ່ໃກ້ຄ້າຍພັກ, ຊຶ່ງເດີນທາງໄປເຖິງປະມານຫນຶ່ງມື້ແລະເດີນທາງກັບມາປະມານຫນຶ່ງມື້.

ປະຊາຊົນໄດ້ມ່ວນຢູ່ກັບການຈັບນົກຂຸ້ນດົນປານໃດ?

ປະຊາຊົນກໍມ່ວນຢູ່ກັບການຈັບນົກຂຸ້ມຢູ່ຕະຫລອດທັງວັນ, ທັງຄືນ, ແລະ ຕະຫລອດມື້ຕໍ່ມາດ້ວຍ.

Numbers 11:33

ພຣະຢາເວຊົງໂກດຮ້າຍແນວໃດໃນຂະນະທີ່ປະຊາຊົນກຳລັງຫຍຳ້ຊີ້ນນັ້ນຢູ່?

ໃນຂະນະທີ່ປະຊາຊົນກຳລັງຫຍໍ້າຊີ້ນນັ້ນຢູ່, ພຣະຢາເວກໍໂກດຮ້າຍພວກເຂົາ ແລະ ຊົງຂ້າຄົນເຫລົ່ານັ້ນດ້ວຍພະຍາດຮ້າຍແຮງ.

Numbers 12

Numbers 12:1

ເປັນຫຍັງມີຣີອາມແລະອາໂຣນເວົ້າຕໍ່ຕ້ານໂມເຊ?

ມີຣີອາມແລະອາໂຣນໄດ້ເວົ້າຕໍ່ຕ້ານໂມເຊ ເພາະເຫດຍິງຊາວກູເຊທີ່ເພິ່ນແຕ່ງງານດ້ວຍ.

ມີຄຳກ່າວາຫຍັງທີ່ຈະເນັ້ນວ່າໂມເຊເປັນຄົນອ່ອນນ້ອມຖ່ອມຕົວ?

ໂມເຊເປັນຄົນທີ່ອ່ອນນ້ອມຖ່ອມຕົວທີ່ສຸດ, ຖ່ອມໃຈຫລາຍກວ່າທຸກຄົນເທິງແຜ່ນດິນໂລກ.

Numbers 12:4

ພຣະຢາເວໄດ້ເອີ້ນໂມເຊ, ອາໂຣນແລະມາຣີອາມອອກໄປໃສ?

ພຣະຢາເວໄດ້ເອີ້ນໂມເຊ, ອາໂຣນແລະມາຣີອາມອອກໄປທີ່ຫໍເຕັນປະຊຸມ.

ແມ່ນສິ່ງໃດແລະບ່ອນໃດທີ່ພຣະຢາເວໄດ້ປະກົດເພື່ອກ່າວກັບພວກເຂົາ?

ພຣະຢາເວ ກໍສະເດັດລົງມາໃນເສົາເມກ ແລະໄດ້ຢືນຢູ່ທີທາງເຂົ້າຫໍເຕັນປະຊຸມ.

Numbers 12:6

ພຣະຢາເວ ໄດ້ສະແດງຕົນເອງແນວໃດຕໍ່ຜູ້ທຳນວາຍຂອງເຮົາຢູ່ທ່າມກາງປະຊາຊົນ?

ເມື່ອຜູ້ທຳນວາຍຂອງເຮົາຢູ່ທ່າມກາງປະຊາຊົນ, ພຣະຢາເວຈະສະແດງຕົວເຮົາເອງຕໍ່ເຂົາໃນນິມິດ ແລະ ເວົ້າກັບເຂົາໃນຄວາມຝັນ.

ພຣະຢາເວເວົ້າແນວໃດທີ່ແຕກຕ່າງກັບໂມເຊຈາກຜູ້ທຳນວາຍອື່ນໆ?

ພຣະຢາເວເວົ້າກັບໂມເຊຫນ້າຕໍ່ຫນ້າ, ບໍ່ໄດ້ເວົ້າດ້ວຍນິມິດ ຫລື ຄຳປິດສະຫນາ.

Numbers 12:9

ພຣະເຈົ້າໄດ້ຕອບສະຫນອງແນວໃດຕໍ່ອາໂຣນແລະມາຣີອາມ?

ພຣະຢາເວໄດ້ໂກດຮ້າຍພວກເຂົາຢ່າງຮຸນແຮງ.

ອາໂຣນໄດ້ສັງເກດເຫັນຫຍັງກ່ຽວກັບນາງມາຣີອາມໃນເວລາທີ່ພຣະຢາເວອອກໄປ ແລະເມກກໍລອຍຂຶ້ນໄປຈາກເຕັນນັ້ນ?

ເມກກໍລອຍຂຶ້ນໄປຈາກເຕັນນັ້ນ, ແລະໃນທັນໃດ ມີຣີອາມກໍເກີດພະຍາດຂີ້ທູດ ຜີວຫນັງຂາວດັ່ງນວນຝ້າຍ.

Numbers 12:11

ອາໂຣນໄດ້ເວົ້າຫຍັງກ່ຽວກັບສິ່ງທີ່ພວກເຂົາເວົ້າກັບໂມເຊ?

ອາໂຣນໄດ້ເວົ້າວ່າພວກເຮົາເວົ້າຢ່າງໂງ່ຈ້າ, ແລະ ໄດ້ເຮັດບາບແລ້ວ.

ອາໂຣນໄດ້ອະທິບາຍວ່າຮ່າງກາຍທີ່ເປັນພະຍາດຂີ້ທູດຂອງມີຣີອາມເປັນແນວໃດ?

ອາໂຣນໄດ້ອະທິບາຍວ່າ ນາງເປັນດັ່ງເດັກນ້ອຍເກີດໃຫມ່ທີ່ຕາຍແລ້ວຜູ້ທີ່ມີເນື້ອຫນັງກຸດໄປເຄິ່ງຫນຶ່ງ .

Numbers 12:13

ສິ່ງໃດທີ່ພຣະຢາເວກ່າວຄືການລົງໂທດທຳມະດາຖ້າພໍ່ຖົ່ມນໍ້າລາຍໃສ່ຫນ້າລູກສາວ.

ພຣະຢາເວກ່າວຄືຖ້າພໍ່ຂອງນາງຖົ່ມນໍ້າລາຍໃສ່ຫນ້າຂອງນາງໆກໍຈະອັບອາຍໄປເຈັດວັນ.

ຢູ່ໃສທີ່ມີຣີອາມຕ້ອງຖືກຕ້ອງຢູ່ເປັນເວລາ 7 ວັນ ແລະປະຊາຊົນບໍ່ໄດ້ເຮັດຫຍັງຈົນກວ່າ ມີຣີອາມໄດ້ກັບມາຍັງຄ້າຍພັກ?

ມີຣີອາມຖືກກັກຕົວໄວ້ນອກຄ້າຍພັກເປັນເວລາເຈັດວັນ ແລະປະຊາຊົນບໍ່ໄດ້ເຮັດຫຍັງຈົນກວ່າມີຣີອາມໄດ້ກັບມາຍັງຄ້າຍພັກ.

Numbers 13

Numbers 13:1

ພຣະຢາເວໄດ້ບອກໂມເຊສົ່ງຜູ້ຊາຍບາງຄົນໄປໃສ?

ພຣະຢາເວໄດ້ບອກກັບໂມເຊຈົ່ງສົ່ງບາງຄົນໄປສອດແນມແຜ່ນດິນການາອານ, ທີ່ພຣະອົງໄດ້ມອບໃຫ້ແກ່ຊາວອິດສະຣາເອນ.

ຜູ້ຊາຍທີ່ຖືກສົ່ງມາໃນທ່າມກາງອິດສະຣາເອນຈຳນວນເທົ່າໃດ?

ຜູ້ຊາຍທຸກຄົນແມ່ນຜູ້ນຳຈາກແຕ່ລະເຜົ່າໃນທ່າມກາງອິດສະຣາເອນ.

Numbers 13:13

ໂມເຊໄດ້ໃຊ້ຊື່ຫຍັງສຳລັບໂຮເຊຢາລູກຊາຍຂອງນາງນູນທີ່ຖືກເລືອກ?

ໂມເຊໂມເຊເອີ້ນໂຮເຊຢາລູກຊາຍ ຂອງນູນໂດຍໃຊ້ຊື່ວ່າ ໂຢຊວຍ.

Numbers 13:17

ໂມເຊໄດ້ບອກຫຍັງແດ່ໃຫ້ຜູ້ຊາຍສອດແນມນີ້ສັງເກດເບິ່ງຄົນທີ່ອາໄສຢູ່ໃນແຜ່ນດິນ?

ໂມເຊໄດ້ບອກໃຫ້ຜູ້ຊາຍສອດແນມນີ້ສັງເກດເບິ່ງຄົນທີ່ອາໄສຢູ່ໃນແຜ່ນດິນນັ້ນ, ພວກເຂົາເຂັ້ມແຂງ ຫລື ອ່ອນແອ, ແລະພວກເຂົາມີຈຳນວນນ້ອຍ ຫລື ຫລາຍ.

ໂມເຊໄດ້ບອກຫຍັງແດ່ໃຫ້ຜູ້ຊາຍເຫລົ່ານີ້ສັງເກດເບິ່ງເມືອງຕ່າງໆໃນແຜ່ນດິນ?

ໂມເຊໄດ້ບອກໃຫ້ພວກເຂົາໃຫ້ສັງເກດເບິ່ງເມືອງເຫລົ່ານັ້ນເປັນຄ້າຍພັກ, ຫລືເປັນເມືອງທີ່ມີກຳແພງປ້ອງກັນ.

ໂມເຊໄດ້ບອກໃຫ້ຜູ້ນຳຮູ້ຫຍັງກ່ຽວກັບແຜ່ນດິນແລະພວກເຂົາຕ້ອງເອົາຫຍັງກັບມາ?

ໂມເຊໄດ້ບອກໃຫ້ຜູ້ນຳສັງເກດເບິ່ງແຜ່ນດິນສຳລັບການປູກຝັງນັ້ນອຸດົມສົມບູນຫລືບໍ່, ແລະ ມີຕົ້ນໄມ້ຢູ່ທີ່ນັ້ນ ຫລື ບໍ່, ແລະ ນຳຕົວຢ່າງຫມາກໄມ້ບາງຊະນິດຂອງແຜ່ນດິນນັ້ນມາດ້ວຍ.

Numbers 13:23

ຜູ້ຊາຍໄດ້ຕັດຫຍັງຢູ່ຮ່ອມພູເອັດຊະໂຄນ?

ເມື່ອຜູ້ຊາຍເຫລົ່ານັ້ນຮອດຮ່ອມພູເອັດຊະໂຄນ, ພວກເຂົາກໍຕັດເອົາງ່າອະງຸ່ນງ່າຫນຶ່ງທີ່ມີຫມາກດົກຫລາຍ.

Numbers 13:25

ພວກຜູ້ຊາຍໄດ້ໃຊ້ເວລາດົນປານໃນການສອດແນມເບິ່ງແຜ່ນດິນ?

ພວກເຂົາກໍກັບມາຈາກການສອດແນມແຜ່ນດິນນັ້ນຫລັງຈາກນັ້ນສີ່ສິບວັນ.

ນອກຈາກໂມເຊແລະອາໂຣນ ພວກເຂົາໄດ້ລາຍງານກັບຜູ້ໃດແດ່?

ພວກເຂົາໄດ້ກັບມາລາຍງານຕໍ່ຊຸມຊົນທັງຫມົດຂອງຄົນອິດສະຣາເອນ.

Numbers 13:27

ພວກຜູ້ຊາຍລາຍງານຫຍັງກ່ຽວກັບປະຊາຊົນຢູ່ໃນແຜ່ນດິນ?

ພວກຜູ້ຊາຍລາຍງານວ່າຄົນທີ່ສ້າງບ້ານເຮືອນຂອງພວກເຂົາທີ່ນັ້ນເປັນຄົນແຂງແຮງຫລາຍ.

ພວກຜູ້ຊາຍນີ້ໄດ້ເວົ້າຫຍັງແດ່ກ່ຽວກັບເມືອງຕ່າງໆໃນແຜ່ນດິນນີ້?

ເມືອງເຫລົ່ານັ້ນມີກຳແພງປ້ອງກັນແລະໃຫຍ່ໂຕຫລາຍ.

Numbers 13:30

ກາເລັບໄດ້ສະຫນັບສະຫນູນໃຫ້ປະຊາຊົນໂຈມຕີແຜ່ນດິນເມື່ອໃດ?

ກາເລັບໄດ້ສະຫນັບສະຫນູນໃຫ້ປະຊາຊົນໂຈມຕີແຜ່ນດິນໃນຄັ້ງດຽວ.

ເປັນຫຍັງຜູ້ຊາຍຄົນອື່ນໆທີ່ໄປກັບກາເລັບເວົ້າວ່າພວກເຂົາບໍ່ສາມາດໂຈມຕີປະຊາຊົນໄດ້?

ແຕ່ຄົນອື່ນໆທີ່ໄດ້ໄປກັບເຂົາຕອບວ່າ," ພວກເຮົາບໍ່ສາມາດຕໍ່ສູ້ກັບຄົນເຫລົ່ານັ້ນໄດ້ ເພາະພວກເຂົາແຂງແກ່ນກວ່າພວກເຮົາ.

Numbers 13:32

ພວກຜູ້ຊາຍໄດ້ອະທິບາຍວ່າພວກເຂົາຮູ້ສຶກຢ່າງໃດເມື່ອທຽບກັບຍັກໃນແຜ່ນດິນ?

ພວກຜູ້ຊາຍເວົ້າວ່າໃນສາຍຕາຂອງພວກເຂົາ ພວກເຂົາເປັນເຫມືອນຕັກແຕນ ເມື່ອປຽບທຽບກັບພວກຍັກໃນແຜ່ນດິນ.

Numbers 14

Numbers 14:1

ຊຸມຊົນທັງຫມົດມີຄວາມຮູ້ສຶກແນວໃດຕໍ່ຂ່າວກ່ຽວກັບຍັກໃນແຜ່ນດິນ?

ໃນຄືນນັ້ນຊຸມຊົນທັງຫມົດກໍຮ້ອງໃຫ້ສຽງດັງ.

ຊຸມຊົນອິດສະຣາເອນທັງຫມົດຕ້ອງການຫຍັງເກີດຂື້ນເມື່ອພວກເຂົາຕໍ່ວ່າໂມເຊແລະອາໂຣນ?

ຊຸມຊົນທັງຫມົດກ່າວກັບໂມເຊແລະອາໂຣນວ່າ ພວກເຂົາຢາກຈະຕາຍເສຍໃນແຜ່ນດິນເອຢິບ, ແລະ ໃນຖິ່ນທຸລະກັນດານທີ່ນີ້.

ພວກເຂົາຄິດວ່າຈະເປັນແນວໃດດີກວ່າແທນທີ່ຈະເຂົ້າໄປໃນດິນແດນທີ່ພຣະຢາເວໄດ້ຊົງນຳພວກເຂົາ?

ພວກເຂົາຄິດວ່າມັນຈະດີກວ່າທີ່ຈະກັບໄປທີ່ເອຢິບກັບເມຍແລະ ລູກນ້ອຍໆຂອງເຂົາ.

Numbers 14:4

ປະຊາຊົນໄດ້ເວົ້າລົມກັນແນວໃດກ່ຽວກັບເລື່ອງນີ້?

ພວກເຂົາເວົ້າວ່າ ໃຫ້ພວກເຮົາເລືອກຜູ້ນຳອີກຄົນຫນຶ່ງ, ແລະໃຫ້ພວກເຮົາກັບໄປທີ່ເອຢິບ

ໂມເຊແລະອາໂຣນໄດ້ເຮັດຫຍັງຢູ່ຕໍ່ຫນ້າປະຊຸມ?

ໂມເຊ ແລະ ອາໂຣນກໍຫມູບຫນ້າລົງຕໍ່ຫນ້າທີ່ປະຊຸມ.

Numbers 14:6

ໂຢຊວຍແລະກາເລັບໄດ້ຕອບສະຫນອງແນວໃດ?

ໂຢຊວຍ ແລະ ກາເລັບກໍໄດ້ຈີກເສື້ອຜ້າຂອງຕົນ ແລະ ເວົ້າກັບຊຸມຊົນທັງຫມົດ.

ໂຢຊວຍ ແລະກາເລັບໄດ້ບອກກັບຊຸມຊົນຈະມີສິ່ງໃດເກີດຂື້ນຖ້າພຣະຢາເວຊົງພໍພຣະໄທກັບພວກເຂົາ?

ພວກເຂົາເວົ້າວ່າ ຖ້າພຣະຢາເວຊົງພໍພຣະໄທພວກເຂົາແລ້ວ, ພຣະອົງຈະຊົງນຳພວກເຂົາເຂົ້າສູ່ແຜ່ນດິນນັ້ນ ແລະ ປະທານແຜ່ນດິນນັ້ນແກ່ພວກເຂົາ.

ໂຢຊວຍ ແລະກາເລັບໄດ້ອະທິບາຍແຜ່ນດິນນັ້ນເປັນແນວໃດ?

ໂຢຊວຍ ແລະ ກາເລັບໄດ້ອະທິບາຍແຜ່ນດິນນັ້ນເປັນແຜ່ນດິນທີ່ອຸດົມດ້ວຍນໍ້ານົມ ແລະ ນໍ້າເຜິ້ງ.

Numbers 14:9

ເປັນຫຍັງໂຢຊວຍ ແລະກາເລັບເວົ້າວ່າ ເກາະກຳບັງຈະຖືກເອົາອອກໄປຈາກປະຊາຊົນໃນແຜ່ນດິນ?

ພວກເຂົາໄດ້ເວົ້່າວ່າເກາະກຳບັງຂອງປະຊາຊົນຈະຖືກເອົາອອກໄປຈາກແຜ່ນດິນ ເພາະວ່າເພາະພຣະຢາເວ ຊົງສະຖິດກັບປະຊາຊົນອິດສະຣາເອນ.

ຊຸມຊົນທຸກຄົນຕ້ອງການເຮັດຫຍັງກັບໂຢຊວຍແລະກາເລັບ, ແລະພຣະສະຫງ່າຣາສີຂອງ ພຣະຢາເວ ກໍປາກົດຢູ່ໃສ?

ຊຸມຊົນທັງຫມົດໄດ້ຂູ່ວ່າຈະເອົາກ້ອນຫີນແກວ່ງໃສ່ພວກເຂົາໃຫ້ຕາຍ. ແລ້ວພຣະສະຫງ່າຣາສີຂອງພຣະຢາເວ ກໍໄດ້ປາກົດທີ່ຫໍເຕັນບ່ອນປະຊຸມ.

Numbers 14:11

ພຣະຢາເວສະເຫນີແນວໃດໃຫ້ພອນແກ່ຄອບຄົວຂອງໂມເຊຫລັງຈາກໂຈມຕີພວກເຂົາດ້ວຍໄພພິບັດແລະການຂ້າຄົນອິດສະຣາເອນ?

ພຣະຢາເວກ່າວກັບໂມເຊວ່າພຣະອົງຈະສ້າງຊົນຊາດຫນຶ່ງຈາກຕະກຸນຂອງເຈົ້າເອງໃຫ້ຍິ່ງໃຫຍ່ ແລະ ເຂັ້ມແຂງກວ່າພວກເຂົາ.

Numbers 14:13

ໂມເຊເວົ້າວ່າຊາວເອຢີບຈະເຮັດແນວໃດເມື່ອພວກເຂົາໄດ້ຍິນກ່ຽວກັບການທຳລາຍອິດສະຣາເອນຂອງພຣະຢາເວ?

ໂມເຊເວົ້າວ່າຊາວເອຢີບຈະບອກເລື່ອງນີ້ຕໍ່ຜູ້ອາໄສຢູ່ໃນແຜ່ນດິນນີ້.

Numbers 14:15

ໂມເຊໄດ້ກ່າວຊົນຊາດວ່າແນວໃດຖ້າຫາກວ່າພຣະຢາເວຂ້າປະຊາຊົນອິດສະຣາເອນໃນຖິ່ນແຫ້ງແລ້ງກັນດານ?

ໂມເຊໄດ້ເວົ້າກັບພວກເຂົາວ່າ ເພາະພຣະຢາເວ ບໍ່ສາມາດພາຄົນເຫລົ່ານັ້ນໄປຍັງແຜ່ນດິນ ທີ່ພຣະອົງຊົງສັນຍາວ່າຈະມອບໃຫ້ແກ່ພວກເຂົາໄດ້, ພຣະອົງຈຶ່ງຂ້າພວກເຂົາໃນຖິ່ນທຸລະກັນດານ.

Numbers 14:17

ເປັນຫຍັງໂມເຊຈຶ່ງຂໍວິງວອນຕໍ່ພຣະຢາເວເພື່ອໃຫ້ອະໄພບາບຂອງຜູ້ຄົນ?

ໂມເຊຈຶ່ງຂໍວິງວອນຕໍ່ພຣະຢາເວ ເພື່ອໃຫ້ອະໄພບາບຂອງຜູ້ຄົນເພາະຄວາມຮັກຍິ່ງໃຫຍ່ແຫ່ງຄວາມສັດຊື່ໃນພັນທະສັນຍາຂອງພຣະອົງ.

Numbers 14:20

ພຣະຢາເວກ່າວວ່າຈະເກີດຫຍັງຂຶ້ນເພາະວ່າພຣະອົງໄດ້ໃຫ້ອະໄພພວກເຂົາຕາມຄຳວິງວອນຂອງໂມເຊ?

ພຣະຢາເວກ່າວວ່າ, ເຮົາມີຊີວິດຢູ່ສັນໃດ, ແລະແຜ່ນດິນໂລກທັງຫມົດນີ້ກໍຈະເຕັມດ້ວຍພຣະສະຫງ່າຣາສີຂອງເຮົາສັນນັ້ນ.

ແມ່ນຫຍັງທີ່ຄົນເຫລົ່ານັ້ນຈະເຮັດແນວໃດທີ່ໄດ້ເຫັນພຣະສະຫງ່າຣາສີຂອງພຣະອົງ ແລະ ຫມາຍສຳຄັນແຫ່ງຣິດອຳນາດທີ່ພຣະອົງໄດ້ກະທຳໃນເອຢິບ ແລະ ໃນຖິ່ນທຸລະກັນດານ?

ຄົນເຫລົ່ານັ້ນທີ່ໄດ້ເຫັນພຣະສະຫງ່າຣາສີຂອງພຣະອົງ ແລະຫມາຍສຳຄັນກໍຍັງທົດລອງພຣະອົງເຖິງສິບເທື່ອ ແລະ ບໍ່ຟັງສຽງຂອງພຣະອົງ.

Numbers 14:23

ຈະເປັນແນວໃດເກີດຂຶ້ນກັບຄົນເຫລົ່ານັ້ນທີ່ຫມິ່ນປະຫມາດພຣະຢາເວ?

ຜູ້ຄົນທີ່ຫມິ່ນປະຫມາດພຣະຢາເວ ຈະບໍ່ໄດ້ເຫັນແຜ່ນດິນ ທີ່ພຣະຢາເວໄດ້ສັນຍາໄວ້ກັບບັນພະບູລຸດຂອງພວກເຂົາຢ່າງແນ່ນອນ.

ກາເລັບ ໄດ້ເຮັດຫຍັງເພາະວ່າລາວມີວິນຍານແຕກຕ່າງ, ແລະມັນຈະເກີດຫຍັງຂຶ້ນກັບກາເລັບ?

ກາເລັບມີວິຍານແຕກຕ່າງສະນັ້ນເຂົາໄດ້ຕິດຕາມເຮົາຢ່າງສຸດໃຈ; ດັ່ງນັ້ນເຂົາຈະເຂົ້າສູ່ແຜ່ນດິນທີ່ເຂົາໄດ້ໄປສອດແນມມານັ້ນ. ເຊື້ອສາຍຂອງເຂົາຈະໄດ້ແຜ່ນດິນເປັນກຳມະສິດ.

ພຣະຢາເວບອກຜູ້ຄົນໄປບ່ອນໃດມື້ຕໍ່ໄປ?

ພຣະຢາເວບອກຜູ້ຄົນໃນມື້ອື່ນຈົ່ງກັບຄືນ ແລະ ໄປຍັງຖິ່ນທຸລະກັນດານຕາມທາງໄປທະເລແດງ.

Numbers 14:28

ພຣະຢາເວໄດ້ກ່າວວ່າຊາກສົບຂອງຄົນມີອາຍຸຕັ້ງແຕ່ເທົ່າໃດ ທີ່ຈະຕົກລົ່ນຢູ່ໃນຖິ່ນທຸລະກັນດານ?

ພຣະຢາເວໄດ້ກ່າວວ່າຊາກສົບຂອງຄົນຕັ້ງແຕ່ອາຍຸຊາວປີຂຶ້ນໄປ ແລະ ຈະຕົກລົ່ນຢູ່ໃນຖິ່ນທຸລະກັນດານນີ້.

ແມ່ນໃຜເປັນຜູ້ຊາຍສອງຄົນເທົ່ານັ້ນທີ່ມີອາຍຸຫລາຍກວ່າ 20 ປີທີ່ພຣະຢາເວກ່າວວ່າເຂົາຈະເຂົ້າໄປໃນດິນແດນທີ່ພຣະອົງໄດ້ສັນຍາໄວ້ສຳລັບເຮືອນຂອງພວກເຂົາ?

ພຣະອົງກ່າວວ່າພຣະອົງຈະໃຫ້ພຽງແຕ່ກາເລັບ ແລະ ໂຢຊວຍຈະເຂົ້າໄປໃນດິນແດນທີ່ພຣະອົງໄດ້ສັນຍາໄວ້ສຳລັບເຮືອນຂອງພວກເຂົາ.

Numbers 14:31

ແມ່ນໃຜອີກທີ່ພຣະຢາເວກ່າວວ່າພຣະອົງຈະໃຫ້ເຂົ້າໄປໃນດິນແດນ?

ພຣະອົງກ່າວວ່າພຣະອົງຈະໃຫ້ເຂົ້າໄປໃນດິນແດນລູກນ້ອຍຜູ້ມີພໍ່ແມ່ທີ່ບອກວ່າເປັນຜູ້ຮັບເຄາະນັ້ນ.

Numbers 14:34

ປະຊາຊົນຕ້ອງຮັບຜົນທີ່ຕາມມາຂອງບາບຂອງພວກເຂົາຈຳນວນຈັກປີແລະເປັນຫຍັງຈຳນວນດັ່ງກ່າວ?

ພວກເຈົ້າຕ້ອງຮັບຜົນທີ່ຕາມມາຂອງບາບຂອງພວກເຈົ້າເປັນເວລາສີ່ສິບປີເຊັ່ນດຽວກັນ ເພາະວ່າພວກເຈົ້າໄດ້ໄປສອດແນມແຜ່ນດິນນັ້ນ ເປັນເວລາສີ່ສິບວັນ.

Numbers 14:36

ເກີດຫຍັງຂຶ້ນກັບພວກຜູ້ຊາຍໄດ້ສົ່ງໄປສອດແນມທີ່ແຜ່ນດິນນັ້ນ?

ພວກຄົນທີ່ໂມເຊໄດ້ສົ່ງໄປສອດແນມທີ່ແຜ່ນດິນນັ້ນກໍຕາຍທັງຫມົດດ້ວຍໄພພິບັດຕໍ່ພຣະພັກພຣະຢາເວ.

ແມ່ນໃຜທີ່ຍັງມີຊີວິດຢູ່ຂອງພວກຜູ້ຊາຍໄດ້ສົ່ງໄປສອດແນມທີ່ແຜ່ນດິນນັ້ນ?

ພວກຜູ້ຊາຍໄດ້ສົ່ງໄປສອດແນມທີ່ແຜ່ນດິນນັ້ນ, ມີພຽງແຕ່ໂຢຊວຍ ແລະກາເລັບເທົ່ານັ້ນທີ່ຍັງມີຊີວິດຢູ່.

Numbers 14:41

ເປັນຫຍັງໂມເຊຈຶ່ງບອກປະຊາຊົນບໍ່ໃຫ້ເຂົ້າໄປໃນແຜ່ນດິນນັ້ນ?

ໂມເຊໄດ້ບອກພວກເຂົາຢ່າເຂົ້າໄປເພາະພວກເຂົາຈະຂັດຂືນຄຳສັ່ງຂອງພຣະຢາເວ ແລະ ພຣະຢາເວບໍ່ໄດ້ຊົງສະຖິດຢູ່ກັບພວກເຈົ້າ ເພື່ອປົກປ້ອງພວກເຈົ້າຈາກການໂຈມຕີຂອງສັດຕູຂອງພວກເຈົ້າ.

Numbers 14:44

ແມ່ນໃຜຜູ້ທີ່ບໍ່ໄດ້ອອກຈາກຄ້າຍພັກເພື່ອກໍຍັງຂື້ນໄປຍັງເຂດແດນເນີນພູສູງນັ້ນກັບປະຊາຊົນ?

ບໍ່ວ່າໂມເຊ ຫລື ຫີບແຫ່ງພັນທະສັນຍາຂອງ ພຣະຢາເວ ກໍຈະບໍ່ໄດ້ອອກໄປຈາກຄ້າຍເມື່ອວກເຂົາກໍຍັງຂື້ນໄປຍັງເຂດແດນເນີນພູສູງນັ້ນ.

Numbers 15

Numbers 15:1

ເຄື່ອງບູຊາຕອນເທດສະການງານລ້ຽງເຮັດໃຫ້ເພື່ອພຣະຢາເວແມ່ນຫຍັງ?

ເຄື່ອງບູຊາຕອນເທດສະການງານລ້ຽງເພື່ອໃຫ້ມີກິ່ນຫອມແດ່ພຣະຢາເວ.

Numbers 15:4

ເຄື່ອງບູຊາເມັດພືດອັນໃດທີ່ພວກເຂົາຖວາຍພ້ອມກັບເຄື່ອງບູຊາແກະ?

ພ້ອມກັບເຄື່ອງບູຊາແກະ, ພວກເຂົາຖວາຍເຄື່ອງບູຊາເມັດພືດທີ່ເປັນແປ້ງປົນກັບນຳ້ມັນ.

ປະຊາຊົນຈະຕ້ອງຖວາຍເຄື່ອງດື່ມຫຍັງແດ່ທີ່ ນຳມາເຄື່ອງເຜົາບູຊາຫລືເຄື່ອງສັດບູຊາດ້ວຍ.ຂອງລູກແກະແຕ່ລະໂຕ?

ປະຊາຊົນບອກໃຫ້ກະກຽມ, ເປັນເຄື່ອງດື່ມບູຊາພ້ອມກັບເຄື່ອງເຜົາບູຊາຫລືເຄື່ອງສັດບູຊາດ້ວຍ.

Numbers 15:11

ແມ່ນຜູ້ໃດຖືກບອກໃຫ້ປະຕິບັດຕາມກົດເກນເຫລົ່ານັ້ນກ່ຽວກັບການຖວາຍເຄື່ອງບູຊາ?

ຄົນອິດສະຣາເອນພື້ນເມືອງທຸກຄົນຜູ້ໃດຖືກບອກໃຫ້ເຄື່ອງບູຊາທຸກຢ່າງ ທີ່ພວກເຈົ້າຈັດຕຽມແລະຖວາຍຕ້ອງເຮັດຕາມທີ່ກຳນົດໄວ້ໃນທີ່ນີ້.

Numbers 15:14

ກົດເກນແລະຂໍ້ບັງຄັບນີ້ໃຊ້ໄດ້ແນວໃດ ສຳລັບຄົນຕ່າງຊາດທີ່ພັກກັບຄົນອິດສະຣາເອນ?

ກົດເກນແລະຂໍ້ບັງຄັບດຽວກັນຕ້ອງໃຊ້ກັບພວກເຈົ້າ ແລະ ກັບຄົນຕ່າງຊາດທີ່ພັກອາໃສຢູ່ກັບຄົນອິດສະຣາເອນ.

Numbers 15:20

ປະຊາຊົນເຮັດຫຍັງກັບແປ້ງທຳອິດຂອງພວກເຂົາ?

ປະຊາຊົນຖວາຍເຂົ້າຈີ່ກ້ອນທຳອິດາກກ້ອນແປ້ງທີ່ປະສົມແລ້ວຂອງພວກເຂົາບໍ?

ເມື່ອໃດທີ່ພຣະຢາເວໄດ້ບັນຊາປະຊາຊົນໃຫ້ຍົກເອົາການຖວາຍຈາກເຂົ້າຈີ່ທຳອິດ?

ພວກເຈົ້າຕ້ອງຖວາຍເຄື່ອງບູຊາ ຖວາຍຈາກເຂົ້າຈີ່ກ້ອນທຳອິດຈາກແປ້ງທີ່ປະສົມຕະຫລອດທຸກຊົ່ວອາຍຸຄົນ.

Numbers 15:22

ຊຸມຊົນຈະເຮັດຫຍັງກ່ຽວກັບບາບໂດຍບໍ່ໄດ້ເຈດຕະນາ?

ຊຸມຊົນທັງຫມົດຖວາຍງົວຫນຸ່ມຫນຶ່ງໂຕ, ເຄື່ອງຖວາຍພືດຜົນບູຊາ, ແລະແບ້ຜູ້ໂຕຫນຶ່ງເປັນເຄື່ອງບູຊາລົບລ້າງບາບ.

Numbers 15:25

ປະໂຣຫິດຕ້ອງເຮັດການລົບລ້າງບາບສຳລັບໃຜແລະຍ້ອນຫຍັງ?

ປະໂຣຫິດຕ້ອງເຮັດການລົບລ້າງບາບໃຫ້ກັບຊຸມຊົນຂອງຄົນອິດສະຣາເອນທັງຫມົດ ເພາະການເຮັດບາບນັ້ນເປັນຄວາມຜິດພາດ.

Numbers 15:30

ຕ້ອງເຮັດຫຍັງກັບຜູ້ທີ່ລ່ວງລະເມີດແລະຍ້ອນຫຍັງ?

ຄົນທີ່ເຮັດສິ່ງໃດທີ່ເປັນການລະເມີດຖືກຕັດອອກຈາກຊຸມຊົນຂອງເຂົາ ເພາະເຂົາໄດ້ຫມິ່ນປະຫມາດຄຳຂອງເຮົາ ແລະ ລະເມີດຄຳສັ່ງຂອງພຣະຢາເວ.

Numbers 15:35

ຊຸມຊົນໄດ້ເຮັດຫຍັງກັບຜູ້ຊາຍຄົນນີ້ທີ່ພົບວ່າອອກໄປເອົາຟືນໃນວັນສະບາໂຕໃນວັນຊະບາໂຕ?

ຊຸມຊົນທັງຫມົດກໍນຳເຂົາອອກໄປນອກຄ້າຍ ແລະ ເອົາກ້ອນຫີນດຶກໃສ່ເຂົາຈົນຕາຍ

Numbers 15:37

ເຊື້ອສາຍຂອງອິດສະຣາເອນ ແລະສັ່ງພວກເຂົາໃຫ້ເຮັດຫຍັງຢູ່ເທິງເສື້ອຜ້າຂອງພວກເຂົາ?

ເຊື້ອສາຍຂອງອິດສະຣາເອນ ແລະ ສັ່ງພວກເຂົາໃຫ້ເຮັດຍອຍຫ້ອຍໃສ່ແຈດ້ວຍດ້າຍສີຟ້າ.

ການຍອຍເປັນສິ່ງເຕືອນໃຈໃຫ້ເຮັດຫຍັງ?

ການເຮັດເຊັ່ນນີ້ຈະເປັນການເຕືອນໃຈເພື່ອພວກເຂົາຈະເຮັດຕາມຄຳສັ່ງຂອງພຣະຢາເວທຸກປະການ ແລະ ເພື່ອບໍ່ແນມເບິ່ງຕາມໃຈ ແລະ ຕາຂອງພວກເຈົ້າເອງ.

Numbers 15:40

ມີສິ່ງໃດອີກແດ່ທີ່ການຍອຍຈະເປັນສິ່ງເຕືອນໃຈ?

ການເຮັດເຊັ່ນນີ້ເພື່ອພວກເຈົ້າລະນຶກເຖິງ ແລະ ເຊື່ອຟັງຄຳສັ່ງຂອງພຣະຢາເວ, ແລະ ເພື່ອພວກເຈົ້າຈະບໍຣິສຸດ, ທີ່ໄດ້ສະຫງວນໄວ້ສຳລັບພຣະເຈົ້າ.

ພຣະຢາເວໄດ້ກ່າວວ່າພຣະອົງໄດ້ເຮັດຫຍັງເພື່ອຈະກາຍເປັນປະຊາຊົນຂອງພຣະເຈົ້າອິດສະຣາເອນ?

ພຣະຢາເວກ່າວວ່າພຣະອົງເປັນຜູ້ນຳພວກເຂົາອອກມາຈາກແຜ່ນດິນເອຢິບ, ເພື່ອເປັນພຣະເຈົ້າຂອງພວກເຂົາ.

Numbers 16

Numbers 16:1

ແມ່ນໃຜ—ພ້ອມກັບດາທານ, ອາບີຣາມ, ແລະໂອນ—ໄດ້ເຕົ້າໂຮມຜູ້ຊາຍບາງຄົນຕໍ່ຕ້ານໂມເຊ?

ໂກຣາ ໄດ້ເຕົ້າໂຮມຜູ້ຊາຍບາງຄົນຕໍ່ຕ້ານໂມເຊ?

ແມ່ນໃຜຮ່ວມໂກຣາກັບກັບດາທານ, ອາບີຣາມ, ແລະໂອ

ນຳຂອງຊຸມຊົນຈຳນວນສອງຮ້ອຍຫ້າສິບຄົນກັບພວກເຂົາໄດ້ລຸກຂຶ້ນຕໍ່ຕ້ານໂມເຊ.

ແມ່ນໃຜຜູ້ຊາຍສອງຄົນທີ່ໂກຣາແລະຄົນອື່ນຄິດວ່າກຳລັງຍົກຕົວເອງຂຶ້ນເຫນືອຄົນທີ່ເຫລືອຂອງຊຸມຊົນຂອງພຣະຢາເວ?

ພວກເຂົາຄິດວ່າໂມເຊແລະອາໂຣນໄດ້ຍົກຕົວເອງ ຂຶ້ນເຫນືອຄົນທີ່ເຫລືອຂອງຊຸມຊົນຂອງພຣະຢາເວ.

Numbers 16:4

ໂມເຊໄດ້ເຮັດຫຍັງເມື່ອໄດ້ຍິນສິ່ງທີ່ພວກຜູ້ນຳໄດ້ເວົ້າກັບລາວ?

ເມື່ອໂມເຊໄດ້ຍິນດັງນັ້ນ, ເພິ່ນກໍຫມູບຫນ້າລົງເມື່ອໄດ້ຍິນສິ່ງທີ່ພວກຜູ້ນຳໄດ້ເວົ້າກັບລາວ.

ໂມເຊເວົ້າຫຍັງກັບຜູ້ໃດທີ່ຈະສະແດງໂກຣາ ແລະ ຄົນເຫລົ່ານັ້ນທີ່ຢູ່ກັບລາວ ໄດ້ຖືກເລືອກໃຫ້ເປັນປະໂລຫິດຂອງພຣະຢາເວ, ໂດຍການນຳພຣະອົງຈະຊົງນຳຄົນນັ້ນມາໃກ້ພຣະອົງໃນຕອນເຊົ້າ?

ໂມເຊຈຶ່ງເວົ້າກັບໂຄຣາ ແລະ ຄົນເຫລົ່ານັ້ນທີ່ຢູ່ກັບລາວທີ່ມາກັບເຂົາທຸກຄົນທີ່ພຣະຢາເວຈະແດງວ່າຄົນທີ່ພຣະອົງຊົງເລືອກເປັນປະໂລຫິດ, ພຣະອົງຈະຊົງນຳຄົນນັ້ນມາໃກ້ພຣະອົງໃນຕອນເຊົ້າ.

Numbers 16:6

ໂມເຊໄດ້ແນະນຳຜູ້ໃດໃຫ້ສະແດງຕົວເພື່ອນຳກະຖາງໄຟມາສະແດງຢູ່ຕໍ່ພຣະພັກພຣະຢາເວ ເພື່ອສະແດງຜູ້ທີ່ພຣະຢາເວໄດ້ເລືອກໃຫ້ເປັນຜູ້ບໍຮິສຸດ, ແລະພວກເຂົາຄວນເຮັດແນວໃດກັບກະຖາງໄຟຂອງພວກເຂົາ?

ໂມເຊໄດ້ແນະນຳໂຄຣາແລະພັກພວກຂອງເຈົ້າຈົ່ງນຳກະຖາງໄຟມາ ໃນມື້ອື່ນເຊົ້ານີ້ແລະໃສ່ໄຟ ແລະ ເຄື່ອງຫອມລົງໄປໃນກະຖາງໄຟເຫລົ່ານັ້ນຕໍ່ພຣະພັກພຣະຢາເວ ເພື່ອສະແດງຜູ້ທີ່ພຣະຢາເວໄດ້ເລືອກໃຫ້ເປັນຜູ້ບໍຮິສຸດ.

Numbers 16:8

ພຣະຢາເວໄດ້ແຍກພວກເລວີຈາກຊຸມຊົນອິດສະຣາເອນໃຫ້ເຮັດມີວຽກຫຍັງ?

ພຣະເຈົ້າແຫ່ງອິດສະຣາເອນຊົງແຍກຄົນເລວີໄວ້ ຈາກຊຸມຊົນອິດສະຣາເອນ, ເພື່ອນຳພວກເຈົ້າມາໃກ້ພຣະອົງ, ເພື່ອໃຫ້ເຮັດວຽກໃນຫໍເຕັນສັກສິດຂອງພຣະຢາເວ, ແລະຢືນຢູ່ຕໍ່ຫນ້າຊຸມຊົນນີ້ເພື່ອຮັບໃຊ້ພວກເຂົາ.

ໂຄຣາແລະພວກເລວີມາຊຸມນຸມກັນເພື່ອຕໍ່ຕ້ານໃຜເມື່ອພວກເຂົາຮຽກຮ້ອງຖານະປະໂລຫິດຂອງອາໂຣນແລະຮ້ອງທຸກຕໍ່ອາໂຣນ?

ໂຄຣາແລະພວກເລວີມາຊຸມນຸມກັນຕໍ່ຕ້ານພຣະຢາເວເມື່ອພວກເຂົາຮຽກຮ້ອງຖານະປະໂລຫິດຂອງອາໂຣນ ແລະ ຮ້ອງທຸກຕໍ່ອາໂຣນ.

Numbers 16:12

ດາທານແລະອາບີຣາມໄດ້ເວົ້າຫຍັງເມື່ອໂມເຊໄດ້ເອີ້ນພວກເຂົາມາຫາ, ແລະພວກເຂົາເວົ້າຫຍັງກ່ຽວກັບໂມເຊ?

ດາທານແລະອາບີຣາມເວົ້າວ່າພວກເຂົາຈະບໍ່ຂຶ້ນມາຫາໂມເຊ. ພວກເຂົາເວົ້າວ້າໂມເຊພາເຮົາອອກມາຈາກແຜ່ນດິນທີ່ອຸດົມດ້ວຍນໍ້ານົມ ແລະ ນໍ້າເຜິ້ງ, ເພື່ອທີ່ຈະຂ້າເຮົາໃນຖິ່ນທຸລະກັນດານ, ແລະ ລາວເອງເປັນຜູ້ປົກຄອງເຫນືອພວກເຂົາ.

Numbers 16:15

ໂມເຊທູນຂໍດ້ວຍຄວາມໂກດຮ້າຍຫຍັງຕໍ່ພຣະຢາເວກ່ຽວກັບການຖວາຍຂອງດາທານແລະອາບີຣາມ, ແລະໂມເຊໄດ້ກ່າວວ່າລາວບໍ່ໄດ້ເອົາຫຍັງຈາກພວກເຂົາ ຫລືບໍ່ໄດ້ເຮັດຫຍັງ?

ໂມເຊໄດ້ທູນຂໍຕໍ່ພຣະຢາເວດ້ວຍຄວາມໂກດຮ້າຍ ທີ່ບໍ່ຍອມຮັບເຄື່ອງບູຊາຈາກພວກເຂົາ, ແລະໂມເຊເວົ້າວ່າລາວບໍ່ໄດ້ເອົາລໍຂອງພວກເຂົາມາແມ້ແຕ່ໂຕດຽວ, ບໍ່ເຄີຍທຳຮ້າຍໃຜໃນພວກເຂົາເລີຍ.

ໂມເຊໄດ້ບອກຫຍັງໃຫ້ຊາຍ 250 ຄົນແລະອາໂຣນເອົາຫຍັງກັບພວກເຂົາໃນມື້ຕໍ່ມາແລະພວກເຂົາຈະມາໄປໃສ?

ໂມເຊໄດ້ບອກອາໂຣນ ແລະຜູ້ຊາຍ 250 ຄົນທີ່ຢູ່ກັບລາວໃຫ້ມາຢູ່ຕໍ່ພຣະພັກພຣະຢາເວພ້ອມດ້ວຍກະຖາງໄຟຂອງພວກເຂົາ.

Numbers 16:18

ມີຫຍັງປະກົດຂື້ນເມື່ອໂຄຣາຜູ້ຕິດຕາມຂອງລາວໄດ້ປະຊຸມຊຸມຊົນທັງຫມົດໃຫ້ຕໍ່ຕ້ານໂມເຊແລະອາໂຣນ ທີ່ທາງເຂົາຫໍເຕັນປະຊຸມ?

ເມື່ອໂຄຣາຜູ້ຕິດຕາມຂອງລາວໄດ້ປະຊຸມ ທີ່ຊຸມຊົນທັງຫມົດໃຫ້ຕໍ່ຕ້ານໂມເຊ ແລະອາໂຣນ ທີ່ທາງເຂົາຫໍເຕັນປະຊຸມ, ແລະ ພຣະສະຫງ່າຣາສີຂອງພຣະຢາເວກໍປົກຄຸມຊຸມຊົນທັງຫມົດ

Numbers 16:20

ພຣະຢາເວຢາກໃຫ້ໂມເຊແລະອາໂຣນເຮັດຫຍັງ?

ພຣະຢາເວຢາກໃຫ້ໂມເຊແລະອາໂຣນແຍກຕົວອອກຈາກຊຸມຊົນນີ້ ທີ່ພຣະອົງຈະທຳລາຍພວກເຂົາໃຫ້ຫມົດສິ້ນເສຍດຽວນີ້.

ອາໂຣນແລະໂມເຊໄດ້ເຮັດຫຍັງແລະເວົ້າຫຍັງເມື່ອພຣະເຈົ້າແຫ່ງວິນຍານຂອງມວນມະນຸດໄດ້ສັ່ງພວກເຂົາໃຫ້ຫນີຈາກຜູ້ຄົນທີ່ເຕົ້າໂຮມກັນຢູ່ທີ່ປະຕູຫໍເຕັນປະຊຸມ?

ໂມເຊ ແລະອາໂຣນຫມູບຫນ້າລົງ ແລະ ທູນວ່າຂ້າແດ່ພຣະເຈົ້າ, ຜູ້ຊົງເປັນພຣະເຈົ້າແຫ່ງວິນຍານຂອງມວນມະນຸດ, ຖ້າຫາກຄົນຫນຶ່ງເຮັດບາບ, ພຣະອົງຈະຊົງໂກດຮ້າຍຕໍ່ຊຸມຊົນທັງຫມົດບໍ.

Numbers 16:23

ພຮະຢາເວສັ່ງໃຫ້ໂມເຊບອກໃຫ້ຊຸມຊົນເຮັດຫຍັງ?

ພຣະອົງກ່າວຕໍ່ໂມເຊໃຫ້ບອກກັບຊຸມຊົນວ່າ ຈົ່ງອອກໄປໃຫ້ໄກຈາກເຕັນຂອງໂຄຣາ, ດາທານ, ແລະອາບີຣາມ.

Numbers 16:25

ແມ່ນຜູ້ໃດທີ່ຕິດຕາມໂມເຊໄປເມື່ອດາທານແລະອາບີຣາມແລະບອກຊຸມຊົນອອກໄປຈາກເຕັນຂອງຄົນຊົ່ວຮ້າຍເຫລົ່ານີ້ດຽວນີ້ແລະຢ່າແຕະຕ້ອງສິ່ງໃດຂອງພວກເຂົາ.?

ພວກອາວຸໂສກໍຕາມໂມເຊໄປເມື່ອດາທານ ແລະ ອາບີຣາມແລະ ບອກຊຸມຊົນອອກໄປຈາກເຕັນຂອງຄົນຊົ່ວຮ້າຍເຫລົ່ານີ້ດຽວນີ້ ແລະ ຢ່າແຕະຕ້ອງສິ່ງໃດຂອງພວກເຂົາ.

ລາວບອກຫຍັງກັບພວກເຂົາວ່າ ຈະເກີດຂຶ້ນກັບຊຸມຊົນຖ້າພວກເຂົາຢູ່ໃກ້ກັບເຕັນຂອງພວກເຂົາ?

ລາວເວົ້າວ່າບໍ່ດັ່ງນັ້ນຊຸມຊົນຈະຖືກທຳລາຍຫມົດສີ້ນເນື່ອງຈາກບາບທັງຫມົດຂອງພວກເຂົາ.

ແມ່ນໃຜອອກມາຈາກເຕັນຂອງພວກເຂົາ ແລະ ຢືນຢູ່ທີ່ປະຕູເຂົ້າໄປໃນເຕັນຂອງພວກເຂົາກັບເມຍ, ລູກຊາຍ, ແລະລູກນ້ອຍໆຂອງພວກເຂົາ?

ດາທານ, ແລະອາບີຣາມກໍອອກມາ ແລະ ຢືນຢູ່ທີ່ປະຕູເຕັນຂອງພວກເຂົາ, ພ້ອມກັບເມຍ, ລູກຊາຍ, ແລະລູກນ້ອຍໆຂອງພວກເຂົາ.

Numbers 16:28

ປະຊາຊົນຈະຮູ້ໄດ້ແນວໃດວ່າພຣະຢາເວໄດ້ສົ່ງໂມເຊໄປເຮັດວຽກງານທັງຫມົດນັ້ນແລະວ່າພຣະອົງບໍ່ໄດ້ເຮັດຕາມຄວາມປະສົງຂອງພຮະອົງ?

ຖ້າຄົນເຫລົ່ານີ້ຕາຍດ້ວຍການຕາຍທຳມະຊາດທີ່ເກີດຂຶ້ນ, ແລ້ວພຣະຢາເວກໍບໍ່ໄດ້ຊົງໃຊ້ໂມເຊມາ.ຖ້າພຣະຢາເວຊົງເຮັດໃຫ້ພື້ນດິນອ້າອອກແລະກືນພວກເຂົາລົງໄປສູ່ແດນຄົນຕາຍທັງເປັນ, ແລ້ວປະຊາຊົນກໍຕ້ອງເຂົ້າໃຈວ່າຄົນເຫລົ່ານັ້ນໄດ້ຫມິ່ນປະຫມາດພຣະຢາເວ.

Numbers 16:31

ມີຫຍັງເກີດຂື້ນທັນທີທີ່ໂມເຊເວົ້າຈົບກັບໂຄຣາແລະຄົນຂອງລາວ?

ທັນທີ ທີ່ໂມເຊເວົ້າຖ້ອຍຄຳທັງຫມົດນີ້ຈົບ, ພື້ນດິນທີ່ຢູ່ໃຕ້ຄົນເຫລົ່ານັ້ນກໍຍະອອກ ແລະກືນໂຄຣາ, ທຸກຄົນທີ່ມີສ່ວນຮ່ວມກັບໂຄຣາ, ຄອບຄົວພວກເຂົາ, ແລະລວມທັງຊັບສິນທັງຫມົດຂອງພວກເຂົາດ້ວຍ.

Numbers 16:33

ມີຫຍັງເກີດຂື້ນກັບທຸກໆຄົນໃນຄອບຄົວ?

ພວກເຂົາແລະທຸກຄົນໃນຄອບຄົວຂອງພວກເຂົາກໍລົງໄປສູ່ແດນຄົນຕາຍທັງເປັນ, ແຜ່ນດິນກໍປົກປິດພວກເຂົາໄວ້, ແລະ ໃນເຫດການນີ້ພວກເຂົາກໍດັບສູນໄປຈາກທ່າມກາງຊຸມຊົນນີ້.

ຄົນອິດສະຣາເອນທຸກຄົນໄດ້ເຮັດຫຍັງແລະພວກເຂົາຢ້ານຫຍັງ?

ຄົນອິດສະຣາເອນທັງຫມົດທີ່ຢູ່ອ້ອມແອ້ມ ກໍແລ່ນຫນີເພາະພວກເຂົາຢ້ານແຜ່ນດິນນີ້ຈະກືນພວກເຮົາເຂົ້າໄປດ້ວຍ.

ມີຫຍັງເກີດຂື້ນກັບຜູ້ຊາຍ 250 ຄົນທີ່ໄດ້ຖວາຍເຄື່ອງຫອມແດ່ພຣະຜູ້ເປັນເຈົ້າ?

ໄຟຈາກພຣະຢາເວ ກໍລົງມາເຜົາຜານຄົນ 250 ຄົນທີ່ຖວາຍເຄື່ອງຫອມນັ້ນ.

Numbers 16:36

ພຣະຢາເວສັ່ງໃຫ້ໂມເຊບອກເອເລອາຊາລູກຊາຍຂອງປະໂລຫິດແຫ່ງອາໂຣນເຮັດຫຍັງແລະຍ້ອນຫຍັງ?

ພຣະຢາເວສັ່ງໃຫ້ໂມເຊບອກເອເລອາຊາເອົາກະຖາງໄຟອອກມາຈາກກອງໄຟນັ້ນ ແລະ ກະຈາຍຢູ່ບ່ອນກະຖາງນັ້ນເພາະວ່າກະຖາງໄຟແມ່ນບໍຣິສຸດ, ສະຫງວນໄວ້ສຳລັບພຣະອົງ.

ໂມເຊໄດ້ບອກເອເລອາຊາເຮັດຫຍັງກັບກະຖາງໄຟຂອງຄົນເຫລົ່ານັ້ນທີ່ຖືກຂ້າຕາຍເພາະບາບຂອງພວກເຂົາມາ?

ເອເລອາຊາໄດ້ຕີດ້ວຍຄ້ອນເທິງແຜ່ນບາງໆສຳລັບປົກແທ່ນບູຊາ ເພາະຄົນເຫລົ່ານັ້ນກໍເຮັດເພື່ອຖວາຍຕໍ່ຫນ້າພຣະຢາເວ.

ການປົກແທ່ນບູຊາເປັນຄວາມຫມາຍອັນໃດ?

ການປົກແທ່ນບູຊານັ້ນຈະເປັນຫມາຍສຳຄັນຂອງການຊົງສະຖິດຂອງເຮົາຕໍ່ຄົນອິດສະຣາເອນ.

Numbers 16:39

ກະຖາງໄຟທອງສຳລິດໄດ້ເຕືອນໃຈຫຍັງ?

ພວກເຂົາຈະກາຍເປັນການເຕືອນໃຈຄົນອິດສະຣາເອນ, ເພື່ອທີ່ຈະບໍ່ມີຄົນໃດ, ບໍ່ໄດ້ເປັນເຊື້ອສາຍຈາກອາໂຣນ ຈະເຂົ້າມາເຜົາເຄື່ອງຫອມຕໍ່ພຣະພັກພຣະຢາເວ.

Numbers 16:41

ຊຸມຊົນຂອງປະຊາຊົນອິດສະຣາເອນທຸກຄົນໄດ້ກ່າວຫຍັງໃນເຊົ້າມື້ຕໍ່ມາເພື່ອຈົ່ມຕໍ່ໂມເຊແລະອາໂຣນ?

ແຕ່ວັນຕໍ່ມາຊຸມຊົນທັງຫມົດຂອງຄົນອິດສະຣາເອນ ກໍຈົ່ມວ່າໂມເຊ ແລະອາໂຣນ ເວົ້າວ່າໂມເຊ ແລະອາໂຣນໄດ້ຂ້າຄົນຂອງພຣະຢາເວ.

ຈະເກີດຫຍັງຂື້ນເມື່ອຊຸມຊົນຫັນຫນ້າໄປທາງຫໍເຕັນປະຊຸມ?

ເມກໄດ້ປົກຄຸມເຕັນນັ້ນ ແລະພຣະສະຫງ່າຣາສີຂອງພຣະຢາເວກໍປາກົດຂຶ້ນ.

ໂມເຊແລະອາໂຣນໄປໃສ?

ໂມເຊແລະອາໂຣນກໍມາທີ່ຂ້າງຫນ້າຫໍເຕັນປະຊຸມ.

Numbers 16:44

ພຣະຢາເວໄດ້ບອກໂມເຊວ່າແນວໃດໃນຂະນະທີ່ພວກເຂົາຢືນຢູ່ຕໍ່ຫນ້າ ເຕັນສັກສິດ?

ພຣະຢາເວບອກໂມເຊຈົ່ງຖອຍອອກຫ່າງຈາກປະຊາຊົນເຫລົ່ານີ້ ເພື່ອທີ່ເຮົາຈະທຳລາຍພວກເຂົາໃຫ້ຫມົດສີ້ນດຽວນີ້.

ອາໂຣນແລະໂມເຊໄດ້ເຮັດຫຍັງເມື່ອພວກເຂົາຖືກບອກໃຫ້ດ້ວຍພຣະຢາເວໃຫ້ຖອຍອອກຫ່າງຈາກປະຊາຊົນ?

ໂມເຊແລະອາໂຣນກໍຫມູບຫນ້າລົງເຖິງພື້ນດິນເມື່ອພວກເຂົາຖືກບອກໃຫ້ຖອຍອອກຫ່າງຈາກປະຊາຊົນ.

ໂມເຊໄດ້ບອກໃຫ້ອາໂຣນເຮັດຫຍັງເພື່ອຢຸດໄພພິບັດເພາະຄວາມໂກດຮ້າຍຂອງພຣະຢາເວ?

ມເຊຈຶ່ງບອກກັບອາໂຣນວ່າຈົ່ງໄປເອົາກະຖາງໄຟມາ, ແລ້ວໃສ່ໄຟທີ່ມາຈາກແທ່ນບູຊາລົງໄປ, ແລະໃສ່ເຄື່ອງຫອມລົງໄປໃນກະຖາງໄຟນັ້ນ, ແລະຈົ່ງຖືກະຖາງໄຟນັ້ນມາທີ່ຊຸມຊົນນີ້ໂດຍໄວ.

Numbers 16:47

ອາໂຣນແລ່ນໄປບ່ອນໃດເພື່ອເຮັດການລົບລ້າງບາບໃນຂະນະທີ່ ໂລກລະບາດເລີ່ມແຜ່ຂະຫຍາຍອອກ, ແລະລາວຢືນຢູ່ລະຫວ່າງຫຍັງ?

ລາວຈຶ່ງແລ່ນເຂົ້າໄປທາງກາງຂອງຊຸມຊົນນັ້ນ, ໂລກລະບາດເລີ່ມແຜ່ຂະຫຍາຍອອກເພື່ອເຮັດການລົບລ້າງບາບ, ແລະ ຢູ່ລະຫວ່າງຄົນຕາຍກັບຄົນທີ່ມີຊີວິດ.

Numbers 16:49

ນອກເຫນືອຈາກຄົນເຫລົ່ານັ້ນທີ່ໄດ້ຕາຍໄປໃນເລື່ອງຂອງໂຄຣາ, ມີຈັກຄົນທີ່ເສຍຊີວິດຍ້ອນໂລກລະບາດ?

ນອກເຫນືອຈາກຄົນເຫລົ່ານັ້ນທີ່ໄດ້ຕາຍໄປໃນເລື່ອງຂອງໂຄຣາ, ຄົນເຫລົ່ານັ້ນທີ່ຕາຍຈາກໂລກລະບາດ ມີຈຳນວນ 14,700 ຄົນ.

ມີຫຍັງເກີດຂຶ້ນເມື່ອອາໂຣນກັບໄປທີ່ຫໍເຕັນປະຕູ?

ໂລກລະບາດກໍສິ້ນສຸດລົງເມື່ອອາໂຣນກັບໄປທີ່ຫໍເຕັນປະຕູ.

Numbers 17

Numbers 17:1

ພຣະຢາເວບອກໃຫ້ປະຊາຊົນອິດສະຣາເອນເອົາຫຍັງຈາກແຕ່ລະເຜົ່າ ແລະເຮັດສິ່ງທີ່ພວກເຂົາເອົາໄປ?

ພຣະຢາເວໄດ້ກ່າວກັບໂມເຊຈົ່ງເວົ້າກັບຄົນອິດສະຣາເອນ ແລະ ເອົາໄມ້ເທົ້າຈາກພວກເຂົາມາ, ໄມ້ເທົ້າອັນຫນຶ່ງຈາກແຕ່ລະບັນພະບູລຸດແຕ່ລະເຜົ່າ, ແລະ ຈົ່ງຂຽນຊື່ຜູ້ນຳເທິງໄມ້ເທົ້າຂອງເຂົາ.

Numbers 17:3

ພຣະຢາເວສັ່ງໃຫ້ໂມເຊຂຽນຊື່ຜູ້ໃດຢູ່ເທິງໄມ້ເທົ້າຄົນເລວີ?

ພຣະຢາເວສັ່ງໃຫ້ໂມເຊຂຽນຊື່ອາໂຣນ ເທິງໄມ້ເທົ້າຂອງເຜົ່າເລວີ.

ໂມເຊເຮັດຫຍັງກັບໄມ້ເທົ້າສິບສອງອັນ?

ໂມເຊຕ້ອງວາງໄມ້ເທົ້າເຫລົ່ານັ້ນໄວ້ໃນເຕັນປະຊຸມ ໃນຕໍ່ຫນ້າຫີບພັນທະສັນຍາພຣະບັນຊາ.

ພຣະຢາເວກ່າວຫຍັງທີ່ຈະເກີດຂື້ນກັບໄມ້ເທົ້າຂອງຜູ້ຊາຍທີ່ ພຣະຢາເວເລືອກ?

ໄມ້ເທົ້າຂອງຄົນທີ່ພຣະຢາເວເລືອກກໍຈະແຕກຫນໍ່.

ຈະເກີດຫຍັງຂຶ້ນເມື່ອພຣະຢາເວເຮັດໃຫ້ໄມ້ເທົ້າແຕກຫນໍ່?

ພຣະຢາເວຈະເຮັດໃຫ້ຄຳຈົ່ມຈາກຄົນອິດສະຣາເອນ, ທີ່ພວກເຂົາເວົ້າຕໍ່ຕ້ານໂມເຊຢຸດໄປ.

Numbers 17:6

ເມື່ອໂມເຊເວົ້າກັບຄົນວອິດສະຣາເອນ, ໃຜມອບໄມ້ເທົ້າໃຫ້ໂມເຊ?

ຜູ້ນຳເຜົ່າທຸກຄົນກໍນຳໄມ້ເທົ້າຂອງເຂົາມາໃຫ້ລາວ, ລວມອາໂຣນ.

Numbers 17:8

ມີຫຍັງເກີດຂື້ນກັບໄມ້ເທົ້າຄົນຫນຶ່ງເມື່ອໂມເຊເອົາໄມ້ເທົ້າທັງຫມົດອອກໄປຈາກພຣະພັກພຣະຢາເວໃນເຕັນແຫ່ງຫີບພັນທະສັນຍາພຣະບັນຊາ?

ເມື່ອໂມເຊເອົາໄມ້ເທົ້າທັງຫມົດອອກໄປຈາກພຣະພັກພຣະຢາເວ ໃນເຕັນແຫ່ງຫີບພັນທະສັນຍາພຣະບັນຊາ, ໄມ້ເທົ້າ ຂອງອາໂຣນແຕກຫນໍ່ ແລະ ອອກດອກ ແລະ ເກີດຫມາກອາວມອນສຸກ.

ໂມເຊໄດ້ເຮັດຫຍັງກັບໄມ້ເທົ້າທຸກຄົນ?

ໂມເຊຈຶ່ງເອົາໄມ້ເທົ້າທັງຫມົດອອກໄປຈາກພຣະພັກພຣະຢາເວ ມາຍັງຄົນອິດສະຣາເອນທັງຫມົດ, ແລະ ແຕ່ລະຄົນກໍເອົາໄມ້ເທົ້າຂອງເຂົາໄປ.

Numbers 17:10

ພຣະຢາເວສັ່ງໃຫ້ໂມເຊເຮັດຫຍັງກັບໄມ້ເທົ້າຂອງອາໂຣນ?

ພຣະຢາເວສັ່ງໃຫ້ໂມເຊຈົ່ງວາງໄມ້ເທົ້າຂອງອາໂຣນໄວ້ຕໍ່ຫນ້າຫີບພັນທະສັນຍາພຣະບັນຊາ.

ເປັນຫຍັງພຣະຢາເວບອກໂມເຊໃຫ້ໄມ້ເທົ້າຂອງອາໂຣນວາງໄວ້ຕໍ່ຫນ້າຫີບພັນທະສັນຍາພຣະບັນຊາ?

ພຣະຢາເວບອກໂມເຊໃຫ້ໄມ້ເທົ້າຂອງອາໂຣນວາງໄວ້ຕໍ່ຫນ້າຫີບພັນທະສັນຍາພຣະບັນຊາເພື່ອເກັບໄມ້ເທົ້ານັ້ນໄວ້ເປັນເຄື່ອງຫມາຍຕໍ່ຄົນທີ່ກະບົດ ເພື່ອທີ່ເຈົ້າຈະເຮັດໃຫ້ຄຳຈົ່ມວ່າຕໍ່ພຣະຢາເວສີ້ນສຸດລົງ.

Numbers 17:12

ປະຊາຊົນອິດສະຣາເອນມີຄວາມຢ້ານກົວຫຍັງ?

ປະຊາຊົນອິດສະຣາເອນມີຄວາມຢ້ານກົວພວກເຂົາຈະຕາຍເມື່ອທຸກຄົນທີ່ຂຶ້ນມາ ຄົນທີ່ເຂົ້າມາໃກ້ຫໍເຕັນສັກສິດຂອງພຣະຢາເວ.

Numbers 18

Numbers 18:1

ຍ້ອນຫຍັງພຣະຢາເວໄດ້ກ່າວວ່າມີພຽງແຕ່ອາໂຣນ, ລູກຊາຍ, ແລະເຊື້ອສາຍຂອງບັນພະບຸລຸດເທົ່ານັ້ນທີ່ຈະຕ້ອງຮັບຜິດຊອບ?

ພຣະຢາເວໄດ້ກ່າວກັບອາໂຣນວ່າ, ລາວ, ກັບພວກລູກຊາຍຂອງລາວ, ແລະ ເຊື້ອສາຍຂອງບັນພະບູລຸດຂອງເຈົ້າຈະຮັບຜິດຊອບຕໍ່ການເຮັດບາບທັງຫມົດ ທີ່ເຮັດຕໍ່ສະຖານນະມັດສະການ.

ພຣະເຈົ້າໄດ້ກ່າວວ່າໃຜຈະຮັບຜິດຊອບຕໍ່ບາບທັງຫມົດທີ່ໃຜຜູ້ຫນຶ່ງເຮັດໃນຖານະປະໂລຫິດ?

ແຕ່ສະເພາະອາໂຣນກັບພວກລູກຊາຍຂອງລາວເທົ່ານັ້ນ ທີ່ຮັບຜິດຊອບຕໍ່ການເຮັດບາບທັງຫມົດທີ່ເຮັດໂດຍຄົນທີ່ຢູ່ໃນຕຳແຫນ່ງປະໂລຫິດ.

ເຜົ່າໃດທີ່ຈະຊ່ວຍອາໂຣນແລະລູກຊາຍຂອງລາວເມື່ອພວກເຂົາຮັບໃຊ້ຢູ່ຫນ້າຫໍເຕັນຫີບພັນທະສັນຍາພຣະບັນຊາ?

ເຜົ່າເລວີ, ເປັນເຜົ່າບັນພະບຸລຸດຂອງອາໂຣນທີ່ຈະຊ່ວຍອາໂຣນ ແລະ ລູກຊາຍຂອງລາວເມື່ອພວກເຂົາຮັບໃຊ້ຢູ່ຫນ້າຫໍເຕັນຫີບພັນທະສັນຍາພຣະບັນຊາ.

Numbers 18:3

ຄົນເລວີບໍ່ສາມາດໄປບ່ອນໃດເມື່ອພວກເຂົາຮັບໃຊ້ອາໂຣນແລະຫໍເຕັນປະຊຸມ?

ພວກເລວີຕ້ອງບໍ່ເຂົ້າມາໃກ້ສິ່ງໃດໃນສະຖານທີ່ບໍຣິສຸດ ຫລືສິ່ງທີ່ໃຊ້ກັບແທ່ນບູຊາ.

ຈະມີຫຍັງເກີດຂື້ນຖ້າຫາກຄົນເລວີເຂົ້າມາໃກ້ໃນສະຖານທີ່ບໍຣິສຸດ ຫລືສິ່ງທີ່ໃຊ້ກັບແທ່ນບູຊາ?

ຖ້າຫາກຄົນເລວີເຂົ້າມາໃກ້ໃນສະຖານທີ່ບໍຣິສຸດ ຫລື ສິ່ງທີ່ໃຊ້ກັບແທ່ນບູຊາ, ພວກເຂົາ ແລະ ອາໂຣນຈະຕາຍ.

ແມ່ນໃຜທີ່ບໍ່ສາມາດເຂົ້າມາໃກ້ອາໂຣນ?

ຄົນຕ່າງຊາດບໍ່ສາມາດເຂົ້າມາໃກ້ອາໂຣນ.

ສຳລັບພວກເລວີຈະຮັບຜິດຊອບຫຍັງ?

ພວກເລວີຕ້ອງຮ່ວມກັນກັບອາໂຣນຮັບຜິດຊອບຫໍເຕັນປະຊຸມ, ເພາະວຽກທັງຫມົດກ່ຽວກັບຫໍເຕັນນັ້ນ.

ເປັນຫຍັງອາໂຣນແລະພວກລູກຊາຍຂອງລາວຕ້ອງໄດ້ເບິ່ງແຍງສະຖານທີ່ບໍຣິສຸດແລະແທ່ນບູຊາ?

ອາໂຣນແລະພວກລູກຊາຍຂອງລາວຕ້ອງໄດ້ເບິ່ງແຍງສະຖານທີ່ບໍຣິສຸດແລະແທ່ນບູຊາ ເພື່ອທີ່ຄວາມໂກດຮ້າຍຂອງພຣະຢາເວຈະບໍ່ລົງມາເຫນືອຄົນອິດສະຣາເອນອີກ.

Numbers 18:6

ພຣະຢາເວໄດ້ຫຍັງໃຫ້ອາໂຣນແລະພວກລູກຊາຍຂອງລາວແລະເປັນຫຍັງລາວຈຶ່ງເອົາຂອງເຫລົ່ານັ້ນມາໃຫ້?

ພຣະຢາເວເຜົ່າເລວີເປັນມອບຂອງຂວັນໃຫ້ອາໂຣນ, ທີ່ມອບໃຫ້ພຣະຢາເວ, ເພື່ອເຮັດວຽກກ່ຽວກັບຫໍເຕັນປະຊຸມ.

ມີໃຜແດ່ທີ່ອະນຸຍາດຈະເຮັດຫນ້າທີ່ໃນຕຳແຫນ່ງປະໂຣຫິດທີ່ກ່ຽວກັບທຸກສິ່ງທີ່ໃຊ້ກັບແທ່ນບູຊາ ແລະ ທຸກສິ່ງທີ່ຢູ່ໃນຜ້າກັ້ງນັ້ນ?

ແຕ່ສະເພາະອາໂຣນແລະພວກລູກຊາຍຂອງເຈົ້າເທົ່ານັ້ນທີ່ຈະເຮັດຫນ້າທີ່ໃນຕຳແຫນ່ງປະໂຣຫິດທີ່ກ່ຽວກັບທຸກສິ່ງທີ່ໃຊ້ກັບແທ່ນບູຊາ ແລະ ທຸກສິ່ງທີ່ຢູ່ໃນຜ້າກັ້ງນັ້ນ.

ຈະມີຫຍັງເກີດຂື້ນກັບຄົນຕ່າງຊາດຄົນໃດທີ່ເຂົ້າໄປໃກ້ແທ່ນບູຊາຂອງພຣະຢາເວພາຍໃນຜ້າກັ້ງນັ້ນ?

ຄົນໃດທີ່ເປັນຄົນຕ່າງຊາດເຂົ້າມາໃກ້ແທ່ນບູຊາຂອງພຣະຢາເວພາຍໃນຜ້າກັ້ງນັ້ນ ຈະຕ້ອງຖືກລົງໂທດເຖິງຕາຍ.

Numbers 18:8

ເຄື່ອງບູຊາທີ່ຖວາຍອັນໃດແດ່ທີ່ຈະຖວາຍພຣະຢາເວທີ່ຈະມອບໃຫ້ແກ່ອາໂຣນແລະພວກລູກຊາຍຂອງລາວເປັນສ່ວນແບ່ງຂອງພວກເຂົາຕະຫລອດເວລາໄປ?

ສິ່ງເຫລົ່ານີ້ຈາກສິ່ງບໍຣິສຸດທີ່ສຸດຂອງເຄື່ອງບູຊາທີ່ປະຊາຊົນອິດສະຣາເອນຖວາຍໃຫ້ແກ່ພຣະຟາເວທີ່ບໍ່ໄດ້ເຜົາໄຟະມອບໃຫ້ແກ່ອາໂຣນແລະພວກລູກຊາຍຂອງລາວເປັນສ່ວນແບ່ງຕະຫລອດເວລາໄປ.

ຈະມີສິ່ງໃດອີກຈະມອບໃຫ້ລາວແລະລູກຊາຍຂອງລາວ?

ເຄື່ອງບູຊາທຸກຢ່າງທີ່ພວກເຂົາມາມອບ—ພືດຜົນບູຊາທຸກຢ່າງ, ເຄື່ອງບູຊາລົບລ້າງບາບທຸກຢ່າງ, ແລະເຄື່ອງບູຊາຊົດໃຊ້ບາບທຸກຢ່າງ —ສິ່ງເຫລົ່ານີ້ຈະມອບໃຫ້ອາໂຣນ ແລະ ພວກລູກຊາຍຂອງລາວ.

Numbers 18:10

ຄົນເລວີຜູ້ຊາຍທຸກຄົນກິນເຄື່ອງບູຊາເຫລົ່ານີ້ແນວໃດ?

ຜູ້ຊາຍທຸກຄົນເລວີກິນເຄື່ອງບູຊາເຫລົ່ານີ້, ເພາະສິ່ງເຫລົ່ານີ້ບໍຣິສຸດ, ສະຫງວນໄວ້ຢ່າງລະມັດລະວັງສຳລັບພຣະຢາເວ.

ພຣະຢາເວໄດ້ມອບໃຫ້ກັບຜູ້ໃດ, ເປັນຂອງຂວັນເພື່ອເປັນສ່ວນຂອງພວກເຂົາຕະຫລອດໄປຈາກເຄື່ອງບູຊາຍົກຍໍຖວາຍທັງຫມົດຂອງຄົນອິດສະຣາເອນທີ່ກຳລັງສືບຕໍ່ຂອງເຂົາເຈົ້ານອກຈາກ?

ພຣະຢາເວມອບເປັນຂອງຂວັນຈາກສ່ວນເຄື່ອງບູຊາຍົກຍໍຖວາຍທັງຫມົດຂອງຄົນອິດສະຣາເອນສຳລັບອາໂຣນ, ພວກລູກຊາຍແລະລູກສາວ, ຂອງເຈົ້າເພື່ອເປັນສ່ວນຂອງພວກເຂົາຕະຫລອດໄປ.

Numbers 18:12

ມີຫຍັງອີກແດ່ທີ່ໄດ້ມອບໃຫ້ຄອບຄົວຂອງອາໂຣນ?

ນຳ້ມັນຢ່າງດີທີ່ສຸດທັງຫມົດ, ເຫລົ້າອະງຸ່ນໃຫມ່ ແລະພືດຜົນເປັນເມັດ, ຫມາກໄມ້ສຸກລຸ້ນທຳອິດຂອງທຸກຕົ້ນທີ່ຢູ່ໃນທີ່ດິນຂອງພວກເຂົາ, ທີ່ພວກເຂົາໄດ້ນຳມາຖວາຍພຣະຢາເວ, ຈະເປັນຂອງອາໂຣນ. ທຸກຄົນໃນຄອບຄົວຂອງລາວທີ່ໄດ້ຮັບການຊຳລະສະອາດແລ້ວ.

Numbers 18:14

ປະຊາຊົນຈະຕ້ອງຊື້ຫຍັງຄືນ?

ປະຊາຊົນຈະຕ້ອງຊື້ລູກຊາຍກົກທຸກຄົນກັບຄືນຢ່າງແນ່ນອນ, ແລະຕ້ອງຊື້ສັດໂຕຜູ້ທີ່ບໍ່ມີມົນທິນກັບຄືນໄປ.

ໃນເວລາໃດທີ່ປະຊາຊົນໄດ້ຊື້ລູກຊາຍກົກ?

ປະຊາຊົນໄດ້ຊື້ລູກກົກເຫລົ່ານັ້ນຄືນໄປຫລັງຈາກທີ່ມີອາຍຸໄດ້ຫນຶ່ງເດືອນ.

Numbers 18:17

ສັດຊະນິດໃດທີ່ບໍ່ຄວນຊື້ຄືນແຕ່ເປັນສັດບໍລິສຸດ, ສະຫງວນຖວາຍແດ່ພຣະຢາເວເພື່ອເປັນເຄື່ອງບູຊາທີ່ອາໂຣນແລະພວກລູກຊາຍຂອງລາວຈະກິນ?

ລູກຫົວປີຂອງງົວ, ຫລືລູກຫົວປີຂອງແກະ, ຫລືລູກຫົວປີຂອງແບ້, ບໍ່ຄວນຊື້ຄືນເພາະປັນສັດບໍລິສຸດ, ສະຫງວນຖວາຍແດ່ພຣະຢາເວ ແລະຊີ້ນຂອງມັນສຳລັບອາໂຣນແລະພວກລູກຊາຍຂອງລາວຈະກິນ.

Numbers 18:19

ແມ່ນຫຍັງທີ່ພຣະຢາເວກ່າວວ່າຈະຖືກມອບໃຫ້ອາໂຣນແລະພວກລູກຊາຍແລະລູກສາວຂອງລາວເພື່ອເປັນສ່ວນແບ່ງຕະຫລອດໄປເພາະວ່າເຄື່ອງບູຊາເຫລົ່ານັ້ນເປັນພັນທະສັນຍາເກືອ, ເປັນພັນທະສັນຍາຜູກພັນຕະຫລອດໄປຕໍ່ຫນ້າພຣະຢາເວກັບອາໂຣນແລະເຊື້ອສາຍຂອງລາວ?

ພຣະຢາເວມອບເຄື່ອງບູຊາບໍຣິສຸດທັງຫມົດໃຫ້ແກ່ອາໂຣນແລະພວກລູກຊາຍແລະລູກສາວຂອງລາວເພື່ອເປັນສ່ວນແບ່ງຕະຫລອດໄປເພາະວ່າເຄື່ອງບູຊາເຫລົ່ານັ້ນເປັນພັນທະສັນຍາເກືອ, ເປັນພັນທະສັນຍາຜູກພັນຕະຫລອດໄປ ຕໍ່ຫນ້າພຣະຢາເວກັບອາໂຣນ ແລະ ເຊື້ອສາຍຂອງລາວ.

ເປັນຫຍັງພຣະຢາເວບອກກັບອາໂຣນວ່າລາວຈະບໍ່ມີມໍລະດົກໃນແຜ່ນດິນຂອງປະຊາຊົນ?

ພຣະຢາເວໄດ້ບອກກັບອາໂຣນວ່າລາວຈະບໍ່ມີມໍລະດົກໃນແຜ່ນດິນຂອງປະຊາຊົນ ເພາະວ່າເປັນສ່ວນແບ່ງ ແລະ ເປັນມໍລະດົກຂອງພຣະອົງ.

Numbers 18:21

ມີສິ່ງໃດອີກທີ່ພຣະຢາເວໄດ້ມອບໃຫ້ເຊື້ອສານຂອງຄົນເລວີເປັນມໍລະດົກຂອງພວກເຂົາໃນການຕອບແທນສຳລັບການເຮັດວຽກທີ່ພວກເຂົາຮັບຜິດຊອບເບິ່ງແຍງຫໍເຕັນບ່ອນຊຸມນຸມ?

ພຣະຢາເວໄດ້ມອບຫນຶ່ງສ່ວນສິບທັງຫມົດໃນອິດສະຣາເອນ ເປັນມໍລະດົກແກ່ເຊື້ອສາຍຂອງຄົນເລວີ, ໃນການຕອບແທນສຳລັບການເຮັດວຽກ ທີ່ພວກເຂົາຮັບຜິດຊອບເບິ່ງແຍງຫໍເຕັນບ່ອນຊຸມນຸມ.

ຜູ້ໃດທີ່ພຣະຢາເວກ່າວວ່າຈະຕາຍຕັ້ງແຕ່ນີ້ໄປຖ້າປະຊາຊົນມາໃກ້ຫໍເຕັນບ່ອນຊຸມນຸມຂອງພຣະຢາເວ?

ພຣະຢາເວບອກກັບອາໂຣນວ່າຕັ້ງແຕ່ນີ້ໄປຄົນອິດສະຣາເອນຕ້ອງບໍ່ມາໃກ້ຫໍເຕັນບ່ອນຊຸມນຸມ, ບໍ່ດັ່ງນັ້ນພວກເຂົາຈະຕາຍ.

Numbers 18:25

ເຄື່ອງບູຊາຫຍັງທີ່ຄົນເລວີໄດ້ຖວາຍແດ່ພຮະຢາເວເມື່ອພວກເຂົາໄດ້ຮັບເຄື່ອງບູຊາພືດຜົນຈາກເຂົ້າແລະເຫລົ້າອະງຸ່ນຈາກປະຊາຊົນອິດສະຣາເອນ?

ເຄື່ອງບູຊາພວກຄົນເລວີໄດ້ຖວາຍຄືນແດ່ພຣະຢາເວ ເແມ່ນແບ່ງຈາກຫນຶ່ງສ່ວນສິບຂອງສ່ວນເຄື່ອງບູຊາພືດຜົນຈາກເຂົ້າ ແລະ ເຫລົ້າອະງຸ່ນ.

Numbers 18:28

ແມ່ນໃຜທີ່ຄົນເລວີໄດ້ມອບເຄື່ອງບູຊາທີ່ຖວາຍແດ່ພຣະຢາເວຈາກຫນຶ່ງສ່ວນສິບທັງຫມົດທີ່ພວກເຈົ້າໄດ້ຮັບຈາກຄົນອິດສະຣາເອນ?

ຄົນເລວີໄດ້ມອບໃຫ້ແກ່ອາໂຣນເຄື່ອງບູຊາທີ່ຖວາຍແດ່ພຣະຢາເວຈາກຫນຶ່ງສ່ວນສິບທັງຫມົດທີ່ພວກເຈົ້າໄດ້ຮັບຈາກຄົນອິດສະຣາເອນ.

Numbers 19

Numbers 19:1

ພຣະບັນຍັດຫລືກົດເກນອັນໃດທີ່ພຣະຢາເວໄດ້ບັນຊາຄົນອິດສະລາເອນ?

ພຣະຢາເວໄດ້ບັນຊາຄົນອິດສະຣາເອນ ຈົ່ງນຳງົວແມ່ສີແດງທີ່ມີສຸຂະພາບດີ ແລະ ບໍ່ມີຕຳຫນິ, ແລະບໍ່ເຄີຍໃຊ້ວຽກຈັກເທື່ອ.

Numbers 19:3

ປະໂລຫິດເອເລອາຊາໄດ້ເອົາງົວທີ່ຄົນຫນຶ່ງຕ້ອງຂ້າຢູ່ຫນ້າເຂົາອອກໄປບ່ອນໃດ?

ປະໂລຫິດເອເລອາຊານຳເອົາງົວແມ່ໂຕສຸຂະພາບດີ, ທີ່ຄົນຫນຶ່ງຕ້ອງຂ້າມັນຕໍ່ຫນ້າເຂົາ, ອອກໄປນອກຄ້າຍ.

ເອເລອາຊາໄດ້ເຮັດຫຍັງກັບເລືອດຂອງງົວແມ່ໂຕນັ້ນ?

ເອເລອາຊາຕ້ອງເອົາມືຂອງເຂົາຈຸ່ມເລືອດຂອງມັນມາບາງສ່ວນ ແລະ ຊິດເລືອດນັ້ນໄປທາງຫນ້າບ່ອນຫໍເຕັນບ່ອນປະຊຸມນັ້ນເຈັດເທື່ອ.

ປະໂລຫິດຄົນອື່ນໄດ້ເຮັດຫຍັງກັບງົວແມ່ໂຕນັ້ນ?

ປະໂຣຫິດອີກຄົນຫນຶ່ງຕ້ອງເຜົາງົວແມ່ໂຕນັ້ນ, ຫນັງ, ຊີ້ນ, ເລືອດ, ແລະ ພ້ອມດ້ວຍເຄື່ອງໃນໄສ້ພຸງຢູ່ຕໍ່ຫນ້າເອເລອາຊາ.

ປະໂລຫິດໄດ້ໂຍນສົນສີດາ, ໃບຕົ້ນຫຸສົບ, ແລະດ້າຍສີແດງເຂັ້ມ ຢູ່ບ່ອນໃດ?

ປະໂລຫິດໄດ້ໂຍນສົນສີດາ, ໃບຕົ້ນຫຸສົບ, ແລະດ້າຍສີແດງເຂັ້ມ ລົງໄປທາງກາງຂອງງົວແມ່ ທີ່ກຳລັງເຜົາໄຫມ້ຢູ່ນັ້ນ.

Numbers 19:7

ເອເລອາຊາຍັງຄົງເປັນມົນທິນດົນປານໃດຫລັງຈາກທີ່ລາວໄດ້ຊັກເຄື່ອງນຸ່ງຫົ່ມ, ອາບນ້ ຳ, ແລະກັບໄປທີ່ຄ້າຍພັກ?

ເອເລອາຊາຍັງຄົງເປັນມົນທິນຢູ່ຈົນເຖິງຄໍ່າຫລັງຈາກທີ່ລາວໄດ້ຊັກເຄື່ອງນຸ່ງຫົ່ມ, ອາບນໍ້າ, ແລະ ກັບໄປທີ່ຄ້າຍພັກ.

ປະໂລຫິດຄົນທີ່ເຜົາງົວສາວໂຕນັ້ນເປັນມົນທິນດົນປານໃດຫລັງຈາກທີ່ລາວໄດ້ຊັກເຄື່ອງນຸ່ງຫົ່ມ, ອາບນໍ້າ, ແລະກັບໄປທີ່ຄ້າຍພັກ?

ປະໂລຫິດຄົນທີ່ເຜົາງົວສາວໂຕນັ້ນເປັນມົນທິນຈົນເຖິງຄໍ່າຫລັງຈາກທີ່ລາວໄດ້ຊັກເຄື່ອງນຸ່ງຫົ່ມ, ອາບນໍ້າ, ແລະ ກັບໄປທີ່ຄ້າຍພັກ.

Numbers 19:9

ຄົນທີ່ທີ່ບໍ່ເປັນມົນທິນໄດ້ເຮັດຫຍັງກັບຂີ້ເຖົ່າຂອງງົວແມ່?

ຄົນທີ່ບໍ່ເປັນມົນທິນໄດ້ເອົາຂີ້ເຖົ່າຂອງງົວແມ່ ແລ້ວເອົາໄປວາງຮັກສາໄວ້ໃນບ່ອນທີ່ສະອາດນອກຄ້າຍ.

ມີຫຍັງເກີດຂື້ນກັບຂີ້ເຖົ່າເຫລົ່ານີ້ທີ່ຖືກຈັດວາງຮັກສາໄວ້ໃນບ່ອນທີ່ສະອາດນອກຄ້າຍ?

ຂີ້ເຖົ່າເຫລົ່ານີ້ທີ່ຖືກຈັດວາງຮັກສາໄວ້ ເພື່ອຊຸມຊົນອິດສະຣາເອນ ເພື່ອປະສົມກັບນໍ້າສຳລັບການຊໍາລະມົນທິນ ເພື່ອລົບລ້າງບາບນັບຕັ້ງແຕ່ພວກເຂົາມາຈາກເຄື່ອງລົບລ້າງບາບ.

ລະບຽບການຖາວອນກ່ຽວກັບຜູ້ທີ່ຊ້ວນຂີ້ເຖົ່າຂອງງົວແມ່ນັ້ນແມ່ນຫຍັງ?

ຜູ້ທີ່ຊ້ວນຂີ້ເຖົ່າຂອງງົວແມ່ນັ້ນ ຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນ ແຕ່ລາວຍັງຈະເປັນມົນທິນຈົນຮອດຄໍ່າ

Numbers 19:11

ຜູ້ໃດທີ່ແຕະຕ້ອງສົບຈະຈະເປັນມົນທິນດົນປານໃດ?

ໃຜກໍຕາມທີ່ແຕະຕ້ອງສົບກໍຈະເປັນມົນທິນຢູ່ເຈັດວັນ.

ຜູ້ທີ່ແຕະຕ້ອງສົບແລ້ວໄດ້ຊຳລະລ້າງຕົນເອງໃຫ້ບໍລິສຸດແນວໃດ?

ຜູ້ທີ່ແຕະຕ້ອງສົບຕ້ອງຊຳລະຕົນເອງໃຫ້ບໍລິສຸດໃນວັນທີສາມແລະວັນທີເຈັດ ເພື່ອເຂົາຈຶ່ງຈະສະອາດໃນວັນທີເຈັດ.

ມີຫຍັງເກີດຂື້ນກັບຜູ້ໃດທີ່ແຕະຕ້ອງສົບແລະບໍ່ທຳຄວາມສະອາດຕົນເອງໃຫ້ບໍລິສຸດໃນມື້ທີສາມ?

ຜູ້ໃດທີ່ແຕະຕ້ອງສົບແລະບໍ່ທຳຄວາມສະອາດຕົນເອງໃຫ້ບໍລິສຸດໃນມື້ທີສາມ, ແລ້ວເຂົາກໍຈະບໍ່ສະອາດໃນວັນທີເຈັດ.

ເປັນຫຍັງຜູ້ໃດທີ່ແຕະຕ້ອງສົບແລ້ວ, ແຕ່ຊຳລະຕົນເອງໃຫ້ບໍລິສຸດ, ຍັງຄົງເປັນມົນທິນ, ແລະສິ່ງທີ່ຈະເກີດຂື້ນກັບຊາຍຄົນນັ້ນ?

ໃຜກໍຕາມທີ່ແຕະຕ້ອງສົບ, ແລະບໍ່ຊຳລະຕົນເອງໃຫ້ບໍລິສຸດຈະຍັງບໍ່ສະອາດ ເພາະຄົນນັ້ນກໍເຮັດໃຫ້ຫໍເຕັນສັກສິດ ຂອງພຣະຢາເວເປັນມົນທິນ. ຄົນນັ້ນຕ້ອງຖືກຕັດອອກຈາກອິດສະຣາເອນ ແລະ ຈະຍັງຄົງເປັນມົນທິນຢູ່.

Numbers 19:14

ມີຫຍັງເກີດຂື້ນກັບຜູ້ໃດຜູ້ຫນຶ່ງທີ່ເຂົ້າໄປໃນຫໍເຕັນບ່ອນທີ່ມີຄົນເສຍຊີວິດຫລືຜູ້ທີ່ຢູ່ໃນຫໍເຕັນໃນເວລາມີຄົນຕາຍ?

ທັງສອງທັງຜູ້ທີ່ເຂົ້າໄປໃນເຕັນບ່ອນທີ່ມີຄົນໄດ້ເສຍຊີວິດ ແລະ ຜູ້ທີ່ຢູ່ໃນຫໍເຕັນນັ້ນຈະເປັນມົນທິນເປັນເວລາເຈັດວັນ.

ສິ່ງທີ່ເກີດຂື້ນກັບໄຫກັບຫມໍ້ທຸກຫນ່ວຍທີ່ເປີດຢູ່ບໍ່ມີຝາອັດເມື່ອມີຄົນເສຍຊີວິດຢູ່ໃນຫໍເຕັນ?

ໄຫກັບຫມໍ້ທຸກຫນ່ວຍທີ່ເປີດຢູ່ຈະເປັນມົນທິນ ເມື່ອມີຄົນເສຍຊີວິດຢູ່ໃນຫໍເຕັນ.

ມີກົດເກນຫຍັງ ສຳລັບຜູ້ໃດທີ່ຢູ່ນອກຫໍເຕັນ ທີ່ໄດ້ແຕະຕ້ອງຄົນທີ່ຖືກຂ້າຕາຍດ້ວຍດາບ, ສົບໃດໆ, ກະດູກມະນຸດ, ຫລືຂຸມຝັງສົບ?

ຄົນອິດສະຣາເອນທີ່ໄດ້ແຕະຕ້ອງຄົນທີ່ຖືກຂ້າຕາຍດ້ວຍດາບ, ສົບໃດໆ, ກະດູກມະນຸດ, ຫລື ຂຸມຝັງສົບຈະເປັນມົນທິນຢູ່ເຈັດວັນ.

Numbers 19:17

ສິ່ງທີ່ຕ້ອງໄດ້ໃຊ້ສຳລັບຄົນທີ່ເປັນມົນທິນ, ແລະມັນປະສົມກັບຫຍັງ?

ຂີ້ເຖົ່າຈາກເຄື່ອງເຜົາບູຊາລົບລ້າງບາບຕ້ອງໃຊ້ ແລະ ປະສົມລົງໄປໃນນຳ້ທີ່ສະອາດໃນຖ້ວຍ.

ຜູ້ໃດໄດ້ເຮັດຫຍັງກັບຂີ້ເຖົ່າຈາກເຄື່ອງເຜົາບູຊາລົບລ້າງບາບຕ້ອງໃຊ້ ແລະ ປະສົມລົງໄປໃນນຳ້ທີ່ສະອາດໃນຖ້ວຍ.

ຕ້ອງເອົາໃບຕົ້ນຫຸສົບ, ຄົນທີ່ສະອາດຕ້ອງໄດ້ຊີດນໍ້າບາງຢ່າງໃສ່ເຕັນນັ້ນ ແລະ ເທິງພາຊະນະທຸກໆສິ່ງ ແລະ ຄົນທີ່ຢຄ່ໃນຫໍເເຕັນທີ່ຕາຍ. ນໍ້ານີ້ຍັງຖືກຊີດເທິງຄົນທີ່ແຕະຕ້ອງກະດູກ, ຄົນທີ່ຖືກຂ້າຕາຍ, ສົບຫລືຂຸມຝັງສົບ.

Numbers 19:20

ມີຫຍັງເກີດຂື້ນກັບຄົນທີ່ຊິດນຳ້ຊຳລະມົນທິນ, ແລະລາວຈະເປັນມົນທິນດົນປານໃດ?

ຄົນທີ່ຊິດນຳ້ຊຳລະມົນທິນຕ້ອງຊັກເສື້ອຜ້າຂອງເຂົາ, ແລະເຂົາຈະເປັນມົນທິນຈົນເຖິງເວລາຄຳ່

ມີຫຍັງເກີດຂື້ນກັບຄົນທີ່ແຕະຕ້ອງສິ່ງໃດກໍຕາມທີ່ເປັນມົນທິນກໍຈະເປັນມົນທິນ?

ຄົນທີ່ແຕະຕ້ອງສິ່ງໃດກໍຕາມທີ່ເປັນມົນທິນກໍຈະເປັນມົນທິນທີ່ແຕະຕ້ອງສິ່ງນັ້ນຈະເປັນມົນທິນຈົນເຖິງເວລາຄໍ່າ.

Numbers 20

Numbers 20:1

ແມ່ນໃຜທີ່ໄດ້ເຂົ້າໄປໃນຖິ່ນແຫ້ງແລ້ງກັນດານຊິນ ໃນເດືອນທຳອິດແລະພັກຢູ່ທີ່ກາເດັດ?

ຊຸມຊົນທັງຫມົດຂອງອິດສະຣາເອນ, ກໍເຂົ້າໄປໃນຖິ່ນທຸລະກັນດານຊິນ.

ມີຫຍັງເກີດຂື້ນກັບມີລີອາມ ຢູ່ທີ່ກາເດັດ?

ລີອາມໄດ້ເສຍຊີວິດແລະໄດ້ຖືກຝັງໄວ້ທີ່ນັ້ນ.

Numbers 20:2

ມີຫຍັງເກີດຂື້ນທີ່ເຮັດໃຫ້ປະຊາຊົນຈົ່ມຮ້າຍກັບໂມເຊແລະອາໂຣນ?

ບໍ່ມີນໍ້າສຳລັບປະຊາຊົນ.

Numbers 20:4

ປະຊາຊົນ, ຊຸມຊົນຂອງພຣະຢຢາເວໄດ້ຖາມໂມເຊແລະອາໂຣນວ່າແນວໃດ?

ປະຊາຊົນໄດ້ຖາມໂມເຊ ແລະ ອາໂຣນວ່າເປັນຫຍັງພວກເຂົາຈຶ່ງນຳຊຸມຊົນ ແລະ ຝູງສັດຂອງພວກເຮົາຕາຍໃນຖິ່ນທຸລະກັນດານນີ້.

ປະຊາຊົນບໍ່ມີຫຍັງໃນຖິ່ນແຫ້ງແລ້ງກັນດານຊິນນີ້?

ປະຊາຊົນບໍ່ມີເຂົ້າກິນ, ຫມາກເດື່ອເທດ, ອະງຸ່ນ, ຫລື ຫມາກພີລາ ແລະ ແມ່ນແຕ່ນໍ້າຈະດື່ມ.

Numbers 20:6

ມີຫຍັງປະກົດໃຫ້ໂມເຊແລະອາໂຣນເຫັນພວກເຂົາໄປຢືນຢູ່ທາງປະຕູເຂົ້າຫໍເຕັນປະຊຸມ ແລະຫມູບຫນ້າລົງດິນ?

ແສງສຸກໃສແຫ່ງສະຫງ່າຣາສີຂອງພຣະຢາເວ ກໍໄດ້ປາກົດຂຶ້ນເມື່ອຫມູບຫນ້າລົງດິນຢູ່ທາງປະຕູເຂົ້າຫໍເຕັນປະຊຸມ.

Numbers 20:7

ເປັນຫຍັງພຣະຢາເວບອກໂມເຊໃຫ້ເອົາໄມ້ຄ້ອນເທົ້ນຂອງລາວ, ມາຊຸມນຸມຊົນແລະເວົ້າກັບໂງ່ນຫີນກ່ອນຫນ້າຂອງປະຊາຊົນ?

ພຣະຢາເວກ່າວກັບໂມເຊເຮັດສິ່ງນີ້ເພື່ອຈະໄດ້ນໍ້າໄຫລອອກມາຈາກໂງ່ນຫິນສໍາລັບປະຊາຊົນ ສໍາລັບພວກເຂົາ ແລະ ສັດຂອງພວກເຂົາໄດ້ດື່ມ.

Numbers 20:10

ກ່ອນທີ່ລາວຈະຕີໂງ່ນຫີນ, ໂມເຊໄດ້ເອີ້ນຊຸມຊົນແນວໃດ?

ໂມເຊເອີ້ນຊຸມຊົນຄົນກະບົດ.

ມີຫຍັງເກີດຂື້ນເມື່ອໂມເຊຕີໂງ່ນຫີນສອງຄັ້ງກັບໄມ້ຄ້ອນເທົ້າຂອງລາວ?

ເມື່ອໂມເຊຕີໂງ່ນຫີນນໍ້າກໍໄຫລທະລຸອອກມາຢ່າງ ຫລວງຫລາຍ ແລະຊຸມຊົນ ແລະຝູງສັດທັງປວງກໍພາກັນດື່ມ.

Numbers 20:12

ພຣະຢາເວໄດ້ກ່າວຕໍ່ໂມເຊແລະອາໂຣນຈະເກີດຫຍັງຂຶ້ນເພາະວ່າພວກເຂົາບໍ່ໄວ້ວາງໃຈພຣະຢາເວ ຫລືຖວາຍກຽດແກ່ພຣະອົງໃນສາຍຕາປະຊາຊົນອິດສະຣາເອນ?

ພຣະຢາເວ ໄດ້ກ່າວພວກເຂົາວ່າ ພວກເຂົາຈະບໍ່ໄດ້ນຳພາ ປະຊາຊົນເຂົ້າໄປຢູ່ໃນດິນແດນບ່ອນທີ່ພຣະອົງ ໄດ້ສັນຍາວ່າ ຈະມອບໃຫ້ແກ່ພວກເຂົານັ້ນ.

Numbers 20:14

ໂມເຊໄດ້ສົ່ງຜູ້ນຳຂ່າວໄປບອກໃຜກ່ຽວກັບຄວາມຍາກລໍາບາກທີ່ພວມເກີດຂຶ້ນກັບປະຊາຊົນແລ້ວ?

ໂມເຊໄດ້ສົ່ງຜູ້ນຳຂ່າວໄປຫາກະສັດແຫ່ງດິນແດນເອໂດມ.

Numbers 20:17

ໂມເຊໄດ້ຂໍໃຫ້ກະສັດເອໂດມອະນຸຍາດໃຫ້ປະຊາຊົນເຮັດຫຍັງ?

ໂມເຊໄດ້ຂໍໃຫ້ກະສັດເອໂດມຖ້າພະອົງອະນຸຍາດໃຫ້ປະຊາຊົນອິດສະຣາເອນຜ່ານດິນແດນ.

ໂມເຊໄດ້ບອກວ່າຜູ້ຄົປະຊາຊົນບໍ່ເຮັດຫຍັງຈົນກວ່າພວກເຂົາຈະໄດ້ຜ່ານແດນຂອງກະສັດ?

ໂມເຊໄດ້ບອກວ່າປະຊາຊົນຈະບໍ່ລ້ຽວໄປທາງຂວາມື ຫລື ທາງຊ້າຍຈົນກວ່າພວກເຮົາໄດ້ພົ້ນເຂດຂອງກະສັດໄປ.

Numbers 20:18

ກະສັດຕອບກັບໂມເຊວ່າແນວໃດ?

ກະສັດແຫ່ງເອໂດມໄດ້ຕອບປະຊາຊົນອິດສະຣາເອນວ່າຈະຜ່ານເຂົ້າມາດິນແດນຂອງເຮົາບໍ່ໄດ້ ແລະ ເຮົາຈະມາພ້ອມກັບດາບທີ່ຈະໂຈມຕີພວກເຈົ້າຖ້າພວກເຈົ້າພະຍາຍາມຜ່ານດິນແດນນີ້.

ຄຳຕອບຂອງປະຊາຊົນອິດສະຣາເອນຕໍ່ກະສັດເອໂດມແມ່ນຫຍັງ?

ປະຊາຊົນອິດສະຣາເອນຕອບວ່າພວກເຮົາຈະຢູ່ຕາມທາງຫລວງ ເທົ່ານັ້ນ, ຈະຈ່າຍຄ່ານໍ້າທີ່ສັດລ້ຽງຂອງພວກເຂົາຈະດື່ມ ແລະ ພວກເຂົາຈະຍ່າງຜ່ານໄປເທົ່ານັ້ນແລະບໍ່ໄດ້ເຮັດສິ່ງໃດເລີຍ.

Numbers 20:20

ກະສັດເອໂດມໄດ້ເຮັດຫຍັງຫລັງຈາກລາວປະຕິເສດທີ່ຈະປ່ອຍໃຫ້ປະຊາຊົຍອິດສະຣາເອນຜ່ານແຜ່ນດິນພະອົງ?

ກະສັດແຫ່ງເອໂດມຈິ່ງອອກມາຕໍ່ສູ້ກັບອິດສະຣາເອນດ້ວຍມືທີ່ເຂັ້ມແຂງພ້ອມກັບທະຫານຫລວງຫລາຍ.

ຊາວອິດສະຣາເອນໄດ້ເຮັດຫຍັງເມື່ອກະສັດເອໂດມປະຕິເສດທີ່ຈະອະນຸຍາດໃຫ້ພວກເຂົາຜ່ານດິນແດນ?

ຊາວອິດສະຣາເອນຈຶ່ງລ້ຽວອອກໄປຈາກແຜ່ນດິນເອໂດມ.

Numbers 20:22

ປະຊາຊົນອິດສະຣາເອນໄດ້ໄປໃສເມື່ອພວກເຂົາເດີນທາງຈາກ ກາເດັດ?

ປະຊາຊົນອິດສະຣາເອນກໍມາຮອດພູເຂົາໂຮເຣ.

ພຣະຢາເວໄດ້ກ່າວແກ່ໂມເຊແລະອາໂຣນຢູ່ເທິງພູເຂົາໂຮເຣຫຍັງແດ່ກ່ຽວກັບຜົນຂອງການກະບົດຂອງພວກເຂົາ?

ພຣະຢາເວໄດ້ກ່າວແກ່ພວກເຂົາ ທີ່ອາໂຣນຕ້ອງຖືກລວມເຂົ້າໄປຢູ່ກັບຄົນຂອງເຂົາ, ເພາະເຂົາຈະບໍ່ໄດ້ເຂົ້າໄປໃນແຜ່ນດິນທີ່ພຣະອົງໄດ້ມອບໃຫ້ແກ່ຊາວອິດສະຣາເອນເພາະພວກເຂົາທັງສອງໄດ້ກະບົດຕໍ່ຄໍາສັ່ງຂອງພຣະອົງທີ່ນໍ້າແຫ່ງເມຣີບາ.

Numbers 20:25

ມີໃຜແດ່ທີ່ພຣະຢາເວກ່າວວ່າໂມເຊແລະອາໂຣນຄວນນຳ ເຂົາໄປເທິງພູເຂົາໂຮເຣ?

ພຣະຢາເວກ່າວວ່າໂມເຊແລະອາໂຣນຄວນນຳ ເອເລອາຊາ ລູກຊາຍຂອງອາໂຣນມາ, ພາພວກເຂົາຂຶ້ນໄປເທິງພູເຂົາໂຮເຣ.

ເປັນຫຍັງພຣະຢາເວບອກໃຫ້ພວກເຂົາຖອດເສື້ອຄຸມປະໂລຫິດຂອງອາໂຣນອອກແລະສວມໃສ່ເອເລອາຊາລູກຊາຍຂອງລາວ?

ພຣະຢາເວບອກກັບພວກເຂົາວ່າ ອາໂຣນຕ້ອງຕາຍແລະຖືກລວມໄປຢູ່ກັບຄົນຂອງເຂົາຢູ່ທີ່ນັ້ນ.

Numbers 20:27

ຊຸມຊົນໄດ້ເຮັດຫຍັງຫລັງຈາກທີ່ໂມເຊໄດ້ເຮັດຕາມທີ່ພຣະຢາເວໄດ້ສັ່ງແລະພວກເຂົາເຫັນວ່າອາໂຣນຕາຍແລ້ວ?

ເມື່ອຊຸມຊົນທັງຫມົດຮູ້ວ່າ ອາໂຣນໄດ້ຕາຍແລ້ວ, ຊົນຊາດທັງຫມົດກໍຮ້ອງໃຫ້ໄວ້ທຸກໃຫ້ອາໂຣນເປັນເວລາສາມສິບວັນ.

Numbers 21

Numbers 21:1

ກະສັດຫ່ງເມືອງ ອາຣັດ, ຊາວການາອານໄດ້ເຮັດຫຍັງເມື່ອໄດ້ຍິນວ່າຊາວອິດສະລາເອນກຳລັງເດີນທາງໄປທາງເມືອງອະທາຣິມ?

ກະສັດແຫ່ງເມືອງອາຣັດອອກມາຕໍ່ສູ້ກັບອິດສະຣາເອນ ແລະ ໄດ້ຈັບບາງຄົນມາເປັນຊະເລີຍເສິກ.

ພຣະຢາເວໄດ້ຊົງເຮັດຫຍັງໃນການຕອບສະຫນອງຕໍ່ຄຳ ປະຕິຍານຂອງອິດສະຣາເອນທີ່ພວກເຂົາຈະທຳລາຍເມືອງຕ່າງໆຂອງກະສັດອາຣັດຢ່າງສິ້ນເຊີງຖ້າຫາກວ່າພຣະຢາເວຈະໃຫ້ຊາວອິດສະຣາເອນມີໄຊຊະນະເຫນືອພວກເຂົາ?

ພຣະຢາເວໄດ້ຊົງຟັງສຽງຂອງຊາວອິດສະຣາເອນ ແລະໄດ້ຊົງໃຫ້ພວກເຂົາຕີຊະນະເຫນືອຄົນການາອານ.

ສະຖານທີ່ໆເອີ້ນວ່າບ່ອນທີ່ອິດສະຣາເອນໄດ້ທຳລາຍຊາວການາອານແລະເມືອງຂອງພວກເຂົາແມ່ນຫຍັງ?

ໄດ້ໃສ່ຊື່ບ່ອນນັ້ນວ່າ ໂຮມາ.

Numbers 21:4

ມີຫຍັງເກີດຂື້ນໃນໃຈຂອງປະຊາຊົນໃນຂະນະທີ່ພວກເຂົາເດີນທາງຈາກພູໂຮເຣໄປຕາມທາງທີ່ໄປຍັງທະເລແດງເພື່ອອ້ອມໄປທາງເຂດແດນຂອງ ເອໂດມ?

ໃນໃຈຂອງປະຊາຊົນພາກັນຫມົດຄວາມອົດທົນ.

ຄຳຈົ່ມຮ້າຍຂອງປະຊາຊົນຕໍ່ຕ້ານພຣະເຈົ້າແລະໂມເຊແມ່ນຫຍັງ?

ປະຊາຊົນຈຶ່ງໄດ້ຈົ່ມຮ້າຍຕໍ່ພຣະເຈົ້າ ແລະ ຕໍ່ໂມເຊ ວ່າ, ເປັນຫຍັງທ່ານຈຶ່ງນຳພາພວກເຮົາອອກຈາກປະເທດເອຢິບ ມາຕາຍຢູ່ໃນກາງຖິ່ນທຸລະກັນດານນີ້ເພາະບ່ອນບໍ່ມີອາຫານ , ບໍ່ມີນໍ້າ, ແລະ ພວກເຮົາບໍ່ອາດທົນກິນອາຫານຕາຍໆ ເຊັ່ນນີ້ໄດ້ດອກ.

Numbers 21:6

ມີຫຍັງເກີດຂື້ນກັບປະຊາຊົນເມື່ອພຣະຢາເວສົ່ງງູພິດມາທ່າມກາງປະຊາຊົນ?

ງູພິດກໍຕອດປະຊາຊົນ ແລະ ຕາຍຢ່າງຫລວງຫລາຍ.

ປະຊາຊົນຮ້ອງຂໍໃຫ້ໂມເຊເຮັດຫຍັງຫລັງຈາກພວກເຂົາສາລະພາບວ່າພວກເຂົາໄດ້ເຮັດຜິດແລະໄດ້ເວົ້າຕໍ່ຕ້ານ ພຣະຢາເວແລະໂມເຊ?

ປະຊາຊົນຮ້ອງຂໍໃຫ້ໂມເຊພາວັນນາອະທິຖານຕໍ່ພຣະຢາເວ ເພື່ອທີ່ຈະຊົງເອົາງູອອກໄປຈາກເຂົາ.

Numbers 21:8

ພຣະຢາເວສັ່ງໃຫ້ໂມເຊເຮັດຫຍັງຫລັງຈາກທີ່ໂມເຊໄດ້ອະທິຖານເພື່ອປະຊາຊົນ?

ພຣະຢາເວສັ່ງໃຫ້ໂມເຊໃຫ້ເຮັດງູເປັນທອງສໍາຣິດ ຕອກຕິດໄວ້ກັບເສົາ.

ມີຫຍັງເກີດຂື້ນຖ້າຄົນຜູ້ຫນຶ່ງແນມເບິ່ງງູທອງເຫລືອງຫລັງຈາກລາວຖືກງູກັດ?

ຄົນຜູ້ນັ້ນກໍໄດ້ຮັບການປິ່ນປົວໃຫ້ຫາຍດີແນມເບິ່ງງູທອງເຫລືອງຫລັງຈາກລາວຖືກງູກັດ.

Numbers 21:16

ຜູ້ຄົນໄດ້ພົບເຫັນຫຍັງຢູ່ເມືອເບອໍ?

ເປັນບໍ່ນໍ້າທີ່ພຣະຢາເວໄດ້ບອກໂມເຊວ່າ ຈົ່ງເອີ້ນປະຊາຊົນໃຫ້ມາເຕົ້າໂຮມກັນ ເພື່ອພຣະຢາເວຈະໃຫ້ນໍ້າດື່ມແກ່ພວກເຂົາ.

Numbers 21:17

ຊາວອິດສະຣາເອນໄດ້ຮ້ອງເພງເຖິງຫຍັງ?

ພວກເຂົາຮອ້ງເພງເຖິງບໍ່ນໍ້ານີ້ທີ່ບັນດາເຈົ້ານາຍຂອງປະຊາຊົນໄດ້ຂຸດເພື່ອໃຫ້ນໍ້າພວກເຂົາ.

Numbers 21:21

ຄົນອິດສະຣາເອນ ຈຶ່ງສົ່ງຜູ້ສົ່ງຂ່າວສານໄປຫາໃຜ?

ຄົນອິດສະຣາເອນ ຈຶ່ງສົ່ງຜູ້ສົ່ງຂ່າວສານໄປບອກສີໂຫນ ກະສັດຂອງ ຊາວອາໂມ.

ຜູ້ສົ່ງຂ່າວສານຂອງຄົນອິດສະຣາເອນຮ້ອງຂໍໃຫ້ສິໂຫນເຮັດຫຍັງ?

ຄົນອິດສະຣາເອນຮ້ອງຂໍໃຫ້ພວກເຂົາຜ່ານແດນຂອງພະອົງໄປຈະບໍ່ດື່ມນໍ້າຈາກບໍ່ຂອງພະອົງ ພວກເຂົາຈະເດີນທາງໄປຕາມທາງຫລວງ.

ກະສັດຕອບສະຫນອງຕໍ່ຄຳຮຽກຮ້ອງຂອງຄົນອິດສະຣາເອນແນວໃດ?

ກະສັດສີໂຫນ ບໍ່ຍອມໃຫ້ຄົນອິດສະຣາເອນຜ່ານເຂົ້າເຂດແດນຂອງພວກເຂົາໄປ. ພະອົງໄດ້ຮວບຮວມເອົາກອງທະຫານທັງຫມົດ ແລະ ໂຈມຕີຄົນອິດສະຣາເອນ ໃນຖິ່ນທຸລະກັນດານ.

Numbers 21:24

ຊາວອິດສະຣາເອນໄດ້ເຮັດຫຍັງໃນການຕອບໂຕ້ກັບການໂຈມຕີຂອງສິໂຫນ?

ຊາວອິດສະຣາເອນກໍໂຈມຕີກອງທັບຂອງສີໂຫນດ້ວຍຄົມດາບ ແລະ ຢຶດດິນແດນຂອງພວກເຂົາ.

Numbers 21:31

ຄົນອິດສະຣາເອນເລີ່ມຕົ້ນອາໄສຢູ່ບ່ອນໃດ?

ຄົນອິດສະຣາເອນ ກໍເລີ່ມອາໃສຢູ່ໃນດິນແດນຂອງຊາວອາໂມຣິດຕະຫລອດມາ.

ມີຫຍັງເກີດຂື້ນຫລັງຈາກທີ່ໂມເຊສົ່ງຄົນໄປເບິ່ງຊ່ອງທາງທີ່ເມືອງຢາເສ?

ຄົນອິດສະຣາເອນຈຶ່ງຢຶດຫມູ່ບ້ານຂອງເມືອງນັ້ນ ແລະ ໄດ້ຂັບໄລ່ຊາວອາໂມຣິດທີ່ອາໃສຢູ່ທີ່ນັ້ນອອກໄປ.

Numbers 21:33

ໂອກໄດ້ເຮັດຫຍັງເມື່ອຄົນອິດສະຣາເອນຫັນໄປແລະຂຶ້ນໄປຕາມເສັ້ນທາງຂອງເມືອງບາຊານ?

ໂອກແລະທະຫານຂອງພະອົງກໍໄດ້ອອກມາສຸ້ຮົບກັບຄົນອິດສະຣາເອນທີ່ ເອັດເຣອີ.

ແມ່ນຫຍັງພຣະຢາເວກ່າວກັບໂມເຊກ່ຽວກັບໂອກແລະກອງທັບຂອງລາວ?

ພຣະຢາເວໄດ້ບອກກັບໂມເຊວ່າຢ່າສູ່ຢ້ານໂອກເລີຍ, ເພາະພຣະອົງໄດ້ໃຫ້ຄົນອິດສະຣາເອນຕີຊະນະເຫນືອສີໂຫນ ກະສັດຂອງຊາວອາໂມຣິດ ເພາະພຣະຢາເວໄດ້ໃຫ້ພວກເຂົາຕີຊະນະເຫນືອເຂົາ, ກອງທັບທັງຂອງເຂົາ, ແລະ ດິນແດນຂອງເຂົາ.

ໂມເຊແລະຊາວອິດສະຣາເອນໄດ້ຕອບສະຫນອງຕໍ່ຄຳແນະ ນຳຂອງພຣະຢາເວແນວໃດ?

ໂມເຊແລະປະຊາຊົນໄດ້ຂ້າກະສັດໂອກ, ລູກຊາຍ ຂອງເຂົາ, ແລະກອງທັບຂອງເຂົາ, ປະຊາຊົນທັງຫມົດຂອງເຂົາ ແລະ ກໍຢຶດດິນແດນຂອງພວກເຂົາມາປົກຄອງ.

Numbers 22

Numbers 22:1

ເມືອງໃດຢູ່ໃກ້ສະຖານທີ່ໆປະຊາຊົນອິດສະຣາເອນຕັ້ງຄ້າຍພັກຕາມທົ່ງຮາບພຽງຂອງໂມອາບຢູ່ຟາກຫນຶ່ງຂອງແມ່ນໍ້າຈໍແດນ?

ເມືອງເຢຣີໂກຢູ່ຟາກຫນຶ່ງຂອງແມ່ນໍ້າຈໍແດນຢູ່ໃກ້ສະຖານທີ່ໆປະຊາຊົນອິດສະຣາເອນຕັ້ງຄ້າຍພັກ.

Numbers 22:2

ເປັນຫຍັງຊາວໂມອາບຈຶ່ງຢ້ານກົວຊາວອິດສະຣາເອນ?

ຊາວໂມອາບຈຶ່ງຢ້ານຄົນເຫລົ່ານັ້ນຫລາຍເພາະພວກເຂົາມີຈຳນວນຫລວງຫລາຍ, ແລະ ຊາວໂມອາບກໍຢູ່ໃນຄວາມຢ້ານກົວຕໍ່ຄົນອິດສະຣາເອນ.

ກະສັດບາຫລາກເປັນກະສັດຂອງຊົນຊາດ?

ບາຫລາກເປັນກະສັດແຫ່ງໂມອາບ.

Numbers 22:5

ບາຫລາກຢາກໃຫ້ບາລາອາມເຮັດຫຍັງຕໍ່ຊົນຊາດທີ່ມາຈາກເອຢີບ?

ບາຫລາກຢາກໃຫ້ບາລາອາມສາບແຊ່ງຊົນຊາດທີ່ມາຈາກເອຢິວ.

ເປັນຫຍັງບາຫລາກຢາກໃຫ້ບາລາອາມສາບແຊ່ງຊົນຊາດທີ່ມາຈາກເອຢິວ.?

ລາວຢາກໃຫ້ບາລາອາມສາບແຊ່ງຊົນຊາດວກເພາະວ່າພວກເຂົາໄດ້ແຜ່ຜາຍໄປທົ່ວທຸກແຫ່ງ, ແລະ ພວກເຂົາຢູ່ຕິດກັບພວກເຮົາໃນຕອນນີ້, ແລະພວກເຂົາມີກຳລັງຫລາຍເກີນໄປສຳລັບລາວ.

ບາຫລາກຮູ້ຫຍັງວ່າບາລາອາມສາມາດເຮັດໄດ້?

ບາຫລາກຮູ້ວ່າບາລາອາມກ່າວຄໍາອວຍພອນ ຜູ້ໃດກໍຕາມກໍຈະໄດ້ຮັບພອນ, ແລະ ລາວກ່າວຄໍາສາບແຊ່ງຜູ້ໃດກໍຕາມ ເຂົາຈະໄດ້ຮັບຄໍາສາບແຊ່ງ.

Numbers 22:7

ບາລາອາມເວົ້າຫຍັງເມື່ອໄດ້ຍິນຂ່າວຂອງບາຫລາກ?

ບາຫລາກເວົ້າກັບຜູ້ສົ່ງຂ່າວວ່າ ຈົ່ງຢູ່ທີ່ນີ້ຄືນນີ້ເຖີດ ແລະ ລາວຈະນຳຄຳທີ່ພຣະຢາເວໄດ້ບອກກັບລາວໃນຄືນນີ້.

Numbers 22:9

ບາລາອາມໄດ້ຕອບຫຍັງຕໍ່ພຣະຢາເວກ່ຽວກັບຄຳຮ້ອງຂໍຂອງຜູ້ຄົນເຫລົ່ານັ້ນທີ່ມາຫາລາວຈາກບາຫລາກ?

ບາລາອາມ ຈຶ່ງຕອບພຣະເຈົ້າວ່າບາຫລາກໄດ້ສັ່ງໃຫ້ຂ້ານ້ອຍສາບແຊງປະຊາຊົນອິດສະຣາເອນ ສະນັ້ນບາຫລາກຈຶ່ງສາມາດ ສູ້ຮົບກັບພວກເຂົາໄດ້ແລະຂັບໄລ່ພວກເຂົາອອກໄປໄດ້.

Numbers 22:12

ພຣະເຈົ້າໄດ້ບອກບາລາອາມເຮັດຫຍັງກ່ຽວກັບການໄປກັບຜູ້ສົ່ງຂ່າວສານແລະການສາບແຊ່ງຊາວອິດສະຣາເອນ?

ພຣະເຈົ້າໄດ້ບອກບາລາອາມວ່າເຈົ້າຢ່າໄປກັບຄົນເຫລົ່ານັ້ນ. ເຈົ້າຢ່າສາບແຊ່ງຄົນອິດສະຣາເອນ.

ບາລາອາມໄດ້ບອກຜູ້ນຳຂອງບາຫລາກໃນຕອນເຊົ້າວ່າແນວໃດ?

ບາລາອາມໄດ້ບອກຜູ້ນຳຂອງບາຫລາກຈົ່ງກັບໄປຍັງດິນແດນຂອງພວກທ່ານເຖີດ ເພາະພຣະຢາເວຊົງປະຕິເສດທີ່ຈະໃຫ້ຂ້ອຍໄປກັບພວກເຈົ້າ.

ພວກຜູ້ນຳໄດ້ບອກຫຍັງກັບບາຫລາກເມື່ອພວກເຂົາກັບໄປຫາລາວ?

ພວກຜູ້ນຳໄດ້ບອກກັບບາຫລາກວ່າບາລາອາມປະຕິເສດທີ່ຈະໄປກັບພວກເຂົາ.

Numbers 22:15

ບາຫລາກໄດ້ພະຍາຍາມທີ່ຈະເຮັດໃຫ້ບາລາອາມມາຫາລາວແນວໃດເມື່ອລາວສົ່ງຜູ້ນຳທີ່ມີກຽດຫລາຍໄປຫາບາລາອາມ?

ບາຫລາກໄດ້ພະຍາຍາມທີ່ຈະເຮັດໃຫ້ບາລາອາມສາບແຊ່ງອິດສະຣາເອນໂດຍຈະຈ່າຍໃຫ້ແກ່ລາວຢ່າງງາມ ແລະ ໃຫ້ກຽດແກ່ລາວຢ່າງສູງ, ແລະ ເຂົາຈະເຮັດຕາມສິ່ງທີ່ລາວບອກໃຫ້ເຂົາເຮັດ.

Numbers 22:18

ບາລາອາມໄດ້ເວົ້າຫຍັງກັບຄົນຂອງບາຫລາກໃນການຕອບ ຄຳຂໍຂອງພວກເຂົາ?

ບາລາອາມ ໄດ້ຕອບກັບຄົນບາຫລາກວ່າລາວບໍ່ສາມາດຝ່າຝືນຄໍາສັ່ງຂອງພຣະຢາເວ, ພຣະເຈົ້າຂອງລາວ, ແລະ ສາມາດເຮັດນ້ອຍ ຫລື ຫລາຍກ່ວາ ທີ່ພຣະອົງຊົງບອກລາວໄດ້.

ເປັນຫຍັງບາລາອາມຈຶ່ງບອກຄົນບາຫລາກວ່າພວກເຂົາຄວນລໍຄອຍທີ່ນີ້ຄືນນີ້ດ້ວຍ?

ບາລາອາມຈຶ່ງບອກຄົນບາຫລາກວ່າພວກເຂົາຄວນລໍຄອຍທີ່ນີ້ຄືນນີ້ດ້ວຍ ເພື່ອລາວຈະຮູ້ວ່າພຣະຢາເວຈະຊົງບອກອັນໃດລາວຫ້ຮູ້ຕື່ມກໍໄດ້.

ພຣະເຈົ້າໄດ້ບອກຫຍັງກັບບາລາອາມ ເມື່ອພຣະເຈົ້າໄດ້ມາຫາ ບາລາອາມໃນຕອນກາງຄືນ?

ພຣະເຈົ້າໄດ້ມາຫາ ບາລາອາມໃນຕອນກາງຄືນ ແລະ ພຣະອົງຊົງບອກບາລາອາມວ່າ ຈົ່ງລຸກຂື້ນ ແລະໄປຫາຄົນບາຫລາກແຕ່ຈົ່ງເຮັດຕາມສິ່ງທີ່ພຣະເຈົ້າໄດ້ບອກລາວໃຫ້ເຮັດເທົ່ານັ້ນ

Numbers 22:21

ບາລາອາມໄດ້ເຮັດຫຍັງໃນຕອນເຊົ້າ?

ບາລາອາມຕື່ນຂຶ້ນໃນຕອນເຊົ້າ, ຜູກລໍຂອງເຂົາ, ແລະ ອອກ ເດີນທາງໄປກັບພວກຜູ້ນຳຊາວໂມອາບ.

ເປັນຫຍັງຄວາມໂກດຮ້າຍຂອງພຣະເຈົ້າໄດ້ພຸ່ງຂຶ້ນ?

ຄວາມໂກດຮ້າຍເພາະບາລາອາມໄປນຳພວກເຂົາ.

ເທວະດາຂອງພຣະຢາເວໄດ້ເຮັດຫຍັງ?

ເທວະດາຂອງພຣະຢາເວກໍມາຢືນຂວາງຢຸ່ໃນຫົນທາງນັ້ນເປັນເຫມືອນຄົນທີ່ເປັນສັດຕູຕໍ່ບາລາອາມ.

ລໍຂອງບາລາອາມໄດ້ເຫັນຫຍັງຢູ່ໃນຫົນທາງ?

ໂຕລໍຂອງບາລາອາມ ໄດ້ເຫັນເທວະດາຂອງພຣະຢາເວທີ່ຊັກດາບອອກມາຢູ່ໃນມືຂອງເຂົາກຳລັງຢືນຢູ້ໃນຫົນທາງນັ້ນ.

ລໍຂອງບາລາອາມໄດ້ເຮັດຫຍັງເມື່ອມັນເທວະດາຂອງພຣະຢາເວ, ແລະບາລາອາມໄດ້ເຮັດຫຍັງກັບລໍຂອງລາວ?

ໂຕລໍຂອງບາລາອາມກໍແລ່ນອອກຈາກທາງ ແລະ ເຂົ້າໄປສູ່ທົ່ງນາ. ບາລາອາມຈຶ່ງຕີລໍໂຕນັ້ນຂະຫນາບມັນໃຫ້ກັບຄືນມາສູ່ຫົນທາງໃຫຍ່.

Numbers 22:24

ສິ່ງທີ່ຢູ່ເບື້ອງຂວາແລະຊ້າຍຂອງເທວະດາຂອງພຣະຢາເວ ໃນເວລາທີ່ລາວຢືນຢູ່ໃນທາງແຄບຂອງຫົນທາງລະຫວ່າງສວນອະງຸ່ນ?

ມີກຳແພງຫີນຢູ່ດ້ານຂວາຂອງເຂົາແລະກຳແພງອີກດ້ານຫນຶ່ງຢູ່ທາງຊ້າຍຂອງເຂົາ.

ໂຕລໍໄດ້ເຮັດຫຍັງເມື່ອທີ່ມັນໄດ້ເຫັນທູດຂອງພຣະຢາເວທີ່ມີດາບໄດ້ຖືກດຶງຢູ່ໃນທາງແຄບຂອງຫົນທາງ, ແລະຫລັງຈາກນັ້ນບາລາອາມໄດ້ຕອບສະຫນອງຕໍ່ສິ່ງທີ່ລໍຂອງລາວໄດ້ເຮັດແນວໃດ?

ເມື່ອໂຕລໍໄດ້ເຫັນເທວະດາຂອງພຣະຢາເວອີກ. ມັນຈຶ່ງໄປຕໍາກໍາແພງ ແລະ ເຮັດໃຫ້ຕີນຂອງບາລາອາມບຽດກັບຝາຫີນ. ບາລາອາມ ຈຶ່ງຕີລໍອີກ.

Numbers 22:26

ໂຕລໍໄດ້ເຮັດຫຍັງເມື່ອທີ່ນາງໄດ້ເຫັນທູດຂອງພຣະຢາຢູ່ໃນທາງແຄບຂອງຫົນທາງອີກ ບ່ອນທີ່ບໍ່ມີທາງທີ່ຈະຫັນໄປທາງໃດຂ້າງຫນຶ່ງ, ແລະບາລາອາມໄດ້ເຮັດຫຍັງ?

ໂຕລໍກໍຫມູບລົງຂ້າງໃຕ້ບາລາອາມ. ບາລາອາມເກີດໃຈຮ້າຍຂຶ້ນມາ, ແລະ ເຂົາກໍຕີລໍໂຕນັ້ນດ້ວຍໄມ້ເທົ້າຂອງເຂົາ.

Numbers 22:28

ໂຕລໍຖາມຫຍັງບາລາອາມຣະຢາເວກໍຊົງເປີດປາກຂອງນາງເພື່ອວ່ານາງຈະສາມາດເວົ້າໄດ້?

ໂຕລໍເວົ້າຕໍ່ບາລາອາມວ່າ ຂ້ອຍເຮັດຫຍັງໃຫ້ເຈົ້າເດ ເຈົ້າຈຶ່ງຕີຂ້ອຍເຖິງສາມເທື່ອເຊັ່ນນີ້.

ບາລາອາມຕອບກັບໂຕລໍແນວໃດ, ແລະລາວປາດຖະຫນາ ວ່າລາວຈະເຮັດຫຍັງກັບນາງ?

ບາລາອາມຕອບໂຕລໍວ່າທີ່ລາວຕີນາງ ກໍຍ້ອນເຈົ້າທຳທ່າເຮັດໃຫ້ຂ້ອຍ. ຂ້ອຍຢາກມີດາບຢູ່ໃນມືຂອງຂ້ອຍ. ຖ້າຫາກມີຂ້ອຍຈະຂ້າເຈົ້າເສຍດຽວນີ້.

Numbers 22:31

ບາລາອາມໄດ້ເຫັນຫຍັງແລະເຮັດຫຍັງເມື່ອພຣະຢາເວ ຈຶ່ງເປີດຕາຂອງລາວ?

ບາລາອາມກໍໄດ້ເຫັນເທວະດາຂອງພຣະຢາເວທີ່ຊັກດາບຢຸ່ໃນມືຂອງເຂົາ ດັ່ງນັ້ນບາລາອາມ ຈຶ່ງກົ້ມຫົວຂອງເຂົາ ແລະ ຫມູບຫນ້າລົງດິນ.

ເປັນຫຍັງເທວະດາຂອງພຣະຢາເວໄດ້ບອກບາລາອາມກ່ຽວກັບສິ່ງນີ້ ເປັນຫຍັງລໍຂອງລາວຈຶ່ງເຮັດຕາມທີ່ນາງໄດ້ເຮັດ?

ເທວະດາໄດ້ເວົ້າກັບບາລາອາມວ່າເມື່ອລໍໂຕນັ້ນໄດ້ເຫັນເທວະດາ ນາງຈຶ່ງຫັນຫນີອອກໄປເຖິງສາມເທື່ອ.

ຖ້າເທວະດາໄດ້ເວົ້າວ່າຈະເກີດຫຍັງຂຶ້ນກັບບາລາອາມຖ້າລໍຂອງລາວບໍ່ຫນີ?

ທວະດາໄດ້ເວົ້າກັບບາລາອາມວ່າຖ້າ ໂຕລໍຂອງລາວບໍ່ຫັນໄປຈາກເທວະດາຄົງໄດ້ຂ້າບາລາອາມຢ່າງແນ່ນອນ ແລະ ໄວ້ຊີວິດຂອງໂຕລໍ.

Numbers 22:34

ບາລາອາມໄດ້ສາລະພາບຫຍັງກັບເທວະດາ, ແລະລາວໄດ້ສະ ເຫນີຫຍັງແດ່?

ບາລາອາມຈຶ່ງໄດ້ສາລະພາບວ່າລາວເຮັດບາບແລ້ວ ແລະລາວຈະກັບຄືນເມືອດຽວນີ້.

ເທວະດາໄດ້ຕອບບາລາອາມແນວໃດ?

ເທວະດາຂອງພຣະຢາເວບອກບາລາອາມວ່າ ຈົ່ງໄປກັບຄົນເຫລົ່ານັ້ນຕໍ່ໄປ ແຕ່ເຈົ້າຕ້ອງເວົ້າສະເພາະຄຳທີ່ເທວະດາບອກລາວກ່າວເທົ່ານັ້ນ.

Numbers 22:36

ບາຫລາກໄດ້ເຮັດຫຍັງເມື່ອໄດ້ຍິນວ່າບາລາອາມມາແລ້ວ?

ບາຫລາກກໍຮີບເດີນທາງອອກໄປພົບບາລາອາມ.

ບາຫລາກໄດ້ຖາມບາລາອາມເມື່ອທີ່ເຂົາພົບລາວທີ່ເມືອງອາໂຣນ, ຊ່ຶ່ງເປັນເມືອງທີ່ກັ້ນຊາຍແດນຂອງໂມອາບ?

ບາຫລາກໄດ້ຖາມບາລາອາມເປັນຫຍັງລາວຈຶ່ງບໍ່ມາຫາເມື່ອບາຫລາກເອີ້ນຫາລາວ, ແລະ ບາລາອາມບໍ່ຄິດວ່າບາຫລາກສາມາດໃຫ້ກຽດລາວ.

Numbers 22:38

ບາລາອາມໄດ້ບອກຫຍັງກັບບາຫລາກວ່າລາວສາມາດເວົ້າໄດ້ເທົ່ານັ້ນ?

ບາລາອາມໄດ້ບາຫລາກລາວສາມາດເວົ້າໄດ້ພຽງແຕ່ຖ້ອຍຄຳ ທີ່ພຣະເຈົ້າໄດ້ຊົງໃສ່ໄວ້ໃນປາກຂອງລາວເທົ່ານັ້ນ.

ບາຫລາກໄດ້ເຮັດຫຍັງເມື່ອລາວແລະບາລາອາມໄປເຖິງກີຣີອາດຮູຊົດ?

ເມື່ອພວກເພິ່ນກໍໄປເຖິງກີຣີອາດຮູຊົດ, ບາຫລາກໄດ້ຖວາຍງົວ ແລະ ແກະເປັນເຄື່ອງບູຊາ ແລະ ໃຫ້ຊີ້ນບາງສ່ວນໃຫ້ບາລາອາມ ແລະ ພວກຜູ້ນຳທີ່ໄດ້ໄປກັບຕົນ.

Numbers 22:41

ບາລາອາມສາມາດເຫັນຫຍັງເມື່ອບາຫລາກໄດ້ພາລາວຂຶ້ນໄປເທິງທີ່ສູງບາອານ?

ບາລາອາມ ກໍສາມາດຫລຽວເຫັນຄົນອິດສະຣາເອນ ທີ່ຢູ່ໃນຄ້າຍຂອງພວກເຂົາ.

Numbers 23

Numbers 23:1

ບາລາອາມຜູ້ປະກາດພຣະຄຳໄດ້ບອກກະສັດບາຫລາກໃຫ້ເຮັດຫຍັງ?

ບາລາອາມໄດ້ບອກບາຫລາກຂໍຈົ່ງສ້າງແທ່ນບູຊາຂຶ້ນເຈັດແທ່ນໃຫ້ຂ້ານ້ອຍທີ່ນີ້ ແລະຈັດຕຽມງົວຜູ້ເຈັດໂຕ ແລະແກະຜູ້ເຈັດໂຕ.

ບາຫລາກໄດ້ເຮັດຫຍັງກ່ຽວກັບຄຳຮ້ອງຂໍຂອງບາລາອາມ?

ບາຫລາກກໍໄດ້ເຮັດຕາມຄຳຮ້ອງຂໍຂອງບາລາອາມ, ແລະພວກເຂົາກໍໄດ້ຖວາຍງົວຜູ້ຫນຶ່ງໂຕ ແລະ ແກະຜູ້ຫນຶ່ງໂຕເປັນເຄື່ອງບູຊາເທິງແທ່ນບູຊາແຕ່ລະອັນ.

ບາລາອາມໄດ້ບອກບາຫລາກວ່າພຣະຢາເວອາດຈະເຮັດຫຍັງເມື່ອບາລາອາມໄປ?

ບາລາອາມໄດ້ບອກບາຫລາກວ່າບາງທີພຣະຢາເວຈະຊົງມາພົບຂ້າລາວ ແລະ ຈາກນັ້ນລາວຈະບອກບາຫລາກອັນໃດກໍຕາມທີ່ພຣະອົງຊົງສຳແດງແກ່ລາວ.

Numbers 23:4

ພຣະຢາເວບອກບາລາອາມໃຫ້ເຮັດຫຍັງ?

ພຣະຢາເວບອກບາລາອາມຈົ່ງກັບຄືນໄປຫາບາຫລາກ ແລະ ເວົ້າຖ້ອຍຄຳກັບເຂົາ.

Numbers 23:7

ບາລາອາມໄດ້ຖາມສອງຄຳຖາມຫຍັງສອງຂໍ້ໃນພາກທຳອິດຂອງຖ້ອຍຄຳທີ່ພຣະເຈົ້າໃຫ້ໄວ້?

ບາລາອາມໄດ້ຖາມ, "ຂ້ອຍຈະສາບແຊ່ງຄົນເຫລົ່ານັ້ນທີ່ພຣະເຈົ້າ ບໍ່ໄດ້ຊົງສາບແຊ່ງໄດ້ຢ່າງໃດ? ອຍຈະສູ້ຮົບກັບຄົນເຫລົ່ານັ້ນທີ່ພຣະຢາເວບໍ່ໄດ້ຊົງສູ້ຮົບໄດ້ຢ່າງໃດ?

Numbers 23:9

ບາລາອາມເວົ້າແນວໃດກ່ຽວກັບອິດສະຣາເອນພິຈາລະນາຕົນເອງ?

ບາລາອາມເວົ້າທີ່ອິດສະຣາເອນບໍ່ຖືວ່າພວກເຂົາເອງເປັນພຽງຊົນຊາດທຳມະດາ.

Numbers 23:10

ບາລາອາມເວົ້າແນວໃດກ່ຽວກັບຂະຫນາດຂອງອິດສະຣາເອນ?

ບາລາອາມເວົ້າບໍ່ມີໃຜນັບຈຳນວນພຽງແຕ່ຫນຶ່ງໃນສີ່ຂອງອິດສະຣາເອນໄດ້.

ບາລາອາມປາດຖະຫນາຢາກຈະຕາຍແບບໃດ?

ບາລາອາມປາດຖະຫນາຢາກຈະຕາຍຢ່າງຄວາມຕາຍຂອງຄົນຊອບທຳ, ແລະຂໍໃຫ້ບັ້ນປາຍຊີວິດຂ້ອຍເປັນເຫມືອນດັ່ງຄົນຊອບທຳ.

Numbers 23:11

ບາຫລາກເວົ້າຫຍັງວ່າບາລາອາມໄດ້ເຮັດແທນການສາບແຊ່ງສັດຕູຂອງລາວ?

ບາຫລາກເວົ້າຕໍ່ບາລາອາມວ່າບາລາອາມໄດ້ອວຍພອນສັດຕູຂອງລາວແທນທີ່ຈະສາບແຊ່ງພວກເຂົາ.

ບາລາອາມຕອບແນວໃດເມື່ອບາຫລາກເວົ້າວ່າລາວໄດ້ອວຍພອນສັດຕູຂອງລາວແທນທີ່ຈະສາບແຊ່ງພວກເຂົາ?

ບາລາອາມຕອບວ່າລາວໄດ້ລະວັງທີ່ຈະເວົ້າຄຳທີ່ພຣະຢາເວໄດ້ຊົງໃສ່ໄວ້ໃນປາກຂອງລາວ.

Numbers 23:13

ບາຫລາກຢາກໃຫ້ບາລາອາມເຮັດຫຍັງເມື່ອບາຫລາກໄດ້ພາບາລາອາມໄປບ່ອນອື່ນທີ່ລາວສາມາດເຫັນບໍລິເວນອິດສະຣາເອນທີ່ໃກ້ທີ່ສຸດ, ສັດຕູຂອງບາຫລາກ?

ບາຫລາກຢາກໃຫ້ບາລາອາມສາບແຊ່ງສັດຕູຂອງລາວ.

ບາຫລາກໄດ້ພາບາລາອາມໄປໃສແລະລາວໄດ້ເຮັດຫຍັງຢູ່ທີ່ນັ້ນ?

ບາຫລາກໄດ້ພາບາລາອາມທີ່ເທິງພູປີສະກາ, ແລະສ້າງແທ່ນບູຊາອີກເຈັດແທ່ນ ແລະລາວຖວາຍງົວຜູ້ຫນຶ່ງໂຕ ແລະແກະຜູ້ຫນຶ່ງໂຕເທິງແຕ່ລະແທ່ນບູຊາ.

ບາລາອາມໄດ້ບອກບາຫລາກວ່າລາວຈະເຮັດຫຍັງໃນຂະນະທີ່ບາຫລາກຢືນຢູ່ໃກ້ກັບເຄື່ອງເຜົາບູຊາຂອງລາວ?

ບາລາອາມເວົ້າວ່າຈະໄປພົບພຣະຢາເວ.

Numbers 23:19

ຈະເປັນແນວໃດແມ່ນຖ້ອຍຄໍາທີ່ພຣະຢາເວເອົາໃສ່ໃນປາກຂອງບາລາອາມ?

ບາລາອາມເວົ້າວ່າພຣະເຈົ້າຈະຊົງບໍ່ເວົ້າຕົວະໄດ້, ແລະພຣະອົງຈະບໍ່ປ່ຽນພຣະໄທຂອງພຣະອົງໄດ້.

ບາລາອາມເວົ້າວ່າລາວບໍ່ສາມາດເຮັດຫຍັງກ່ຽວກັບຄຳສັ່ງຂອງພຣະເຈົ້າທີ່ຈະອວຍພອນອິດສະຣາເອນ?

ບາລາອາມເວົ້າວ່າລາວບໍ່ສາມາດຈະກັບຄຳສັ່ງຂອງພຣະເຈົ້າໄດ້ທີ່ຈະອວຍພອນອິດສະຣາເອນ.

Numbers 23:21

ບາລາອາມເວົ້າວ່າແມ່ນໃຜຢູ່ກັບຄົນອິດສະຣາເອນ?

ບາລາອາມເວົ້າວ່າພຣະຢາເວສະຖິດກັບຄົນອິດສະຣາເອນ.

ບາລາອາມເວົ້າວ່າກຳລັງຂອງພຣະເຈົ້າເຫນືອນຫຍັງ?

ລາວເວົ້າວ່າພຣະກຳລັງຂອງພຣະເຈົ້າເຫມືອນກຳລັງຂອງງົວປ່າ.

Numbers 23:23

ມີສິ່ງໃດທີ່ບໍ່ສາມາດທຳຮ້າຍຕໍ່ຕ້ານ ຫລືເຮັດອັນຕະລາຍຕໍ່ອິດສະຣາເອນໄດ້?

ບໍ່ມີເວດມົນໃດບໍ່ມີຄຳທຳນວາຍອານາຄົດໃດທີ່ຈະທຳຮ້າຍຫລືເຮັດອັນຕະຫລາຍຕໍ່ອິດສະຣາເອນໄດ້.

ຈະຕ້ອງໄດ້ເວົ້າກ່ຽວກັບຢາໂຄບແລະອິດສະຣາເອນ?

ຕ້ອງເວົ້າວ່າ, ' ເບິ່ງແມ! ສິ່ງທີ່ພຣະເຈົ້າ ໄດ້ເຮັດສໍາລັບພວກເຂົາ!'

Numbers 23:24

ບາລາອາມອະທິບາຍວ່າຊົນຊາດອິດສະຣາເອນເປັນຄົນແນວໃດ?

ຊົນຊາດອິດສະຣາເອນເປັນເຫມືອນກັບສິງໂຕທີ່ປາກົດໂຕ ແລະ ເຂົ້າໂຈມຕີເຫຍື່ອ.

Numbers 23:25

ຫລັງຈາກບາລາອາມໃຫ້ຄຳທຳນວາຍຂອງພະອົງບາລາອາມເວົ້າຫຍັງ?

ບາຫລາກຈຶ່ງເວົ້າກັບບາລາອາມວ່າຢ່າສາບແຊ່ງພວກເຂົາ ຫລືອວຍພອນພວກເຂົາເລີຍ.

ບາລາອາມບອກບາຫລາກວ່າແມ່ນຫຍັງເປັນສິ່ງດຽວທີ່ລາວເວົ້າໄດ້ບໍ?

ບາລາອາມບອກບາຫລາກວ່າລາວສາມາດເວົ້າພຽງແຕ່ທຸກສິ່ງ ທີ່ພຣະຢາເວໄດ້ບອກໃຫ້ລາວເວົ້າ.

ບາຫລາກຄິດວ່າບາລາອາມອາດຈະສາມາດເຮັດຫຍັງໄດ້ ຖ້າລາວພາບາລາອາມໄປບ່ອນອື່ນ?

ບາຫລາກຄິດວ່າພຣະເຈົ້າຈະຍອມໃຫ້ບາລາອາມອາດ ສາບແຊ່ງຄົນອິດສະຣາເອນຈາກຢູ່ບ່ອນອື່ນ.

Numbers 23:28

ສະນັ້ນດຽວນີ້ບາຫລາກໄດ້ພາບາລາອາມໄປໃສ?

ບາຫລາກໄດ້ພາບາລາອາມໄປທີ່ເທິງຍອດພູເປໂອ.

ບາລາອາມໄດ້ບອກບາຫລາກເຮັດຫຍັງໃນຄັ້ງນີ້ແລະບາຫລາກໄດ້ເຮັດຫຍັງ?

ບາລາອາມໄດ້ບອກບາຫລາກຂໍໃຫ້ສ້າງແທ່ນບູຊາເຈັດແທ່ນ ດ່ັ່ງນັ້ນບາຫລາກກໍສ້າງຕາມບາລາອາມໄດ້ບອກ ແລະ ຈັດຕຽມງົວຜູ້ເຈັດໂຕ ແລະ ແກະຜູ້ເຈັດໂຕເທິງແຕ່ລະແທ່ນບູຊາ.

Numbers 24

Numbers 24:1

ບາລາອາມຜູ້ທຳນວາຍບໍ່ໄດ້ເຮັດຫຍັງເມື່ອລາວໄດ້ເຫັນພອນອິດສະຣາເອນນັ້ນເຮັດໃຫ້ພຣະຢາເວພໍພຣະໄທ?

ບາລາອາມບໍໄດ້ໃຊ້ເວດມົນ, ແຕ່ເຂົາໄດ້ອ່ວາຍຫນ້າໄປທາງຖິ່ນທຸລະກັນດານ.

Numbers 24:2

ມີຫຍັງເກີດຂື້ນເມື່ອບາລາອາມເງີຍຫນ້າຂຶ້ນເບິ່ງແລະ ເຫັນວ່າອິດສະຣາເອນ ໄດ້ຕັ້ງຄ້າຍ, ແຕ່ລະຄ້າຍໃນເຜົ່າຂອງຕົນ?

ເມື່ອບາລາອາມເງີຍຫນ້າຂຶ້ນເບິ່ງເຫັນດ້ວຍຕາຂອງຕົນເອງ ແລະຫັນວ່າອິດສະຣາເອນ ໄດ້ຕັ້ງຄ້າຍ, ພຣະວິນຍານ ຂອງພຣະເຈົ້າໄດ້ລົງມາສະຖິດກັບບາລາອາມ ແລະ ລາວໄດ້ຮັບຄຳທຳນວາຍ.

Numbers 24:4

ບາລາອາມໄດ້ເຮັດຫຍັງເມື່ອລາວເຫັນນິມິດຈາກນິມິດຈາກກອງຜູ້ຊົງມີຣິດອໍານາດຍິ່ງໃຫຍ່?

ບາລາອາມກົ້ມກາບລົງດ້ວຍຕາທີ່ໄດ້ຖືກເປີດອອກ.

ບາລາອາມເວົ້າຫຍັງກ່ຽວກັບເຕັນຂອງຢາໂຄບ?

ບັນດາເຕັນຂອງຢາໂຄບຊ່າງງາມແທ້ນໍ.

Numbers 24:6

ບາລາອາມໄດ້ບັນຍາຍເຖິງຄວາມງົດງາມຂອງສະຖານທີ່ໆອິດສະຣາເອນອາໄສຢູ່ແນວໃດ?

ບາລາອາມໄດ້ບັນຍາຍເຫມືອນກັບຮ່ອມພູເຫລົ່ານັ້ນທີ່ແຜ່ຂະຫຍາຍອອກໄປ, ເຫມືອນສວນທັງຫລາຍ ທີ່ຢູ່ແຄມແມ່ນໍ້າ, ເຫມືອນຕົ້ນເກດສະຫນາ ຊຶ່ງພຣະຢາເວໄດ້ຊົງປູກໄວ້, ເຫມືອນຕົ້ນສົນສີດາ ທີ່ຖືກປູກໄວ້ແຄມສາຍນໍ້າ.

Numbers 24:7

ພຣະເຈົ້າອວຍພອນຊາວອິດສະຣາເອນໃນແຜ່ນດິນທີ່ພວກເຂົາອາໄສຢູ່ດ້ວຍອັນໃດ?

ພຣະເຈົ້າໄດ້ອວຍພອນຊາວອິດສະຣາເອນດ້ວຍນໍ້າທີ່ໄຫລ ຊຶ່ງຊຶ່ງອາດຈະຫົດນໍ້າເມັດທີ່ພວກເຂົາປູກ.

ສິ່ງທີ່ຈະເກີດຂື້ນກັບາຊອານາຈັກອິດສະຣາເອນ?

ຣາຊອານາຈັກຂອງເຂົາຈະໄດ້ຮັບການຍົກຍ້ອງ.

Numbers 24:8

ພຣະເຈົ້ານຳປະຊາຊົນຂອງພຣະອົງມາຈາກບ່ອນໃດ?

ພຣະເຈົ້າໄດ້ຊົງນຳພວກເຂົາອອກມາຈາກ ເອຢີບ.

ບາລາອາມເວົ້າແນວໃດກ່ຽວກັບກຳລັງຂອງອິດສະຣາເອນ?

ບາລາອາມເວົ້າວ່າກຳລັງຂອງອິດສະຣາເອນດັ່ງກຳລັງຂອງງົວປ່າ.

ຈະເປັນຫຍັງເກີດຂື້ນກັບປະຊາຊາດຕ່າງໆທີ່ຕໍ່ສູ້ກັບອິດສະຣາເອນ?

ບາລາອາມເວົ້າວ່າອິດສະຣາເອນກິນຈະກິນບັນດາປະຊາຊາດທີ່ຕໍ່ສູ້ກັບພວກເຂົາ, ຈະຫັກກະດູກຂອງພວກເຂົາເປັນທ່ອນໆ, ແລະຈະຍິງພວກເຂົາດ້ວຍທະນູຂອງເຂົາ.

Numbers 24:9

ບາລາອາມໄດ້ທຳນວາຍຫຍັງຈະເກີດຂື້ນກັບຜູ້ທີ່ອວຍພອນຫລືສາບແຊ່ງອິດສະຣາເອນ?

ຄົນທີ່ອວຍພອນເຂົາໄດ້ຮັບຄໍາອວຍພອນ ແລະ ທຸກຄົນທີ່ສາບແຊ່ງເຂົາໄດ້ຮັບການສາບແຊ່ງ.

Numbers 24:10

ບາຫລາກໄດ້ສະແດງຄວາມໂກດຮ້າຍຕໍ່ບາລາອາມແນວໃດ?

ບາຫລາກກໍຕົບມືຂອງລາວດ້ວຍຄວາມໂກດຮ້າຍ.

ຜູ້ໃດທີ່ບາຫລາກເວົ້າວ່າ ເຮັດໃຫ້ບາລາອາມບໍ່ໄດ້ຮັບລາງວັນຕາມສັນຍາ?

ບາຫລາກເວົ້າວ່າພຣະຢາເວາໄດ້ຊົງກີດກັ້ນບາລາອາມບໍ່ໃຫ້ໄດ້ຮັບລາງວັນໃດໆ.

Numbers 24:12

ບາລາອາມໄດ້ບອກບາຫລາກວ່າລາວບໍ່ສາມາດເຮັດຫຍັງໄດ້ເຖິງແມ່ນວ່າບາຫລາກໃຫ້ວັງຂອງເຂົາເຕັມໄປດ້ວຍເງິນແລະ ຄຳ?

ບາລາອາມໄດ້ບອກບາຫລາກວ່າລາວບໍ່ສາມາດຝ່າຝືນຄໍາສັ່ງຂອງພຣະຢາເວ ແລະສິ່ງທີ່ຮ້າຍ ຫລື ດີ, ຫລື ສິ່ງໃດທີ່ລາວຕ້ອງການຈະເວົ້າຕາມທີ່ລາວຢາກເວົ້າ.

ບາລາອາມເວົ້າວ່າສິ່ງດຽວທີ່ລາວເວົ້າໄດ້ແມ່ນຫຍັງ?

ບາລາອາມເວົ້າວ່າສິ່ງດຽວທີ່ລາວເວົ້າສະເພາະຄຳທີ່ພຣະຢາເວຊົງບອກໃຫ້ລາວເວົ້າເທົ່ານັ້ນ.

ບາລາອາມໄດ້ເຕືອນຫຍັງກ່ຽວກັບບາຫລາກກ່ອນຈະກັບຄືນໄປຍັງຊົນຊາດຂອງຕົນ?

ບາລາອາມໄດ້ເຕືອນບາຫລາກຄົນອິດສະຣາເອນຈະເຮັດສິ່ງໃດຕໍ່ປະຊາຊົນຂອງບາຫລາກໃນອີກບໍ່ທໍ່ໃດວັນຂ້າງຫນ້າ.

Numbers 24:15

ບາລາອາມເວົ້າຫຍັງຈາກຄຳທຳນວາຍ, ຖ້ອຍຄຳ, ຄວາມຮູ້ແລະນິມິດຂອງລາວ?

ບາລາອາມເວົ້າວ່ານີ້ເປັນຄຳທຳນວຍຂອງຄົນທີ່ໄດ້ຍິນຖ້ອຍຄຳຈາກພຣະເຈົ້າ, ຜູ້ທີ່ມີຄວາມຮູ້ມາຈາກອົງສູງສຸດ, ຜູ້ທີ່ມີນິມິດຈາກອົງຜູ້ມີຣິດອໍານາດຍິ່ງໃຫຍ່.

Numbers 24:17

ບາລາອາມເວົ້າຫຍັງອອກມາຈາກຢາໂຄບແລະອາດຈະລຸກຂຶ້ນຈາກອິດສະຣາເອນ?

ບາລາອາມເວົ້າດາວດວງຫນຶ່ງຈະມາຈາກຢາໂຄບ, ແລະອາດຈະຂຶ້ນມາຈາກອິດສະຣາເອນ.

ບາລາອາມເວົ້າຫຍັງວ່າດວງດາວແລະດາບຈະເຮັດຫຍັງກັບພວກຜູ້ນຳຂອງໂມອາບແລະເຊື້ອສາຍຂອງເຊດທັງຫມົດ?

ບາລາອາມເວົ້າວ່າດວງດາວແລະດາບຈະເຮັດໃຫ້ພວກຜູ້ນຳຂອງໂມອາບກະຈັດກະຈາຍໄປ ແລະ ທຳລາຍເຊື້ອສາຍຂອງເຊດທັງຫມົດ.

Numbers 24:18

ຈະເກີດຫຍັງຂຶ້ນກັບເອໂດມແລະເສອີເມື່ອອິດສະຣາເອນໄດ້ຍຶດເອົາພວກເຂົາດ້ວຍກຳລັງ?

ເອໂດມແລະເສອີກໍຈະເປັນກຳມະສິດຂອງອິດສະຣາເອນ, ແລະອິດສະຣາເອນຈະມີໄຊຊະນະດ້ວຍກຳລັງ.

ມີຫຍັງອອກມາຈາກຢາໂຄບແລະລາວຈະເຮັດຫຍັງ?

ກະສັດອົງຫນຶ່ງຈະອອກມາຈາກຢາໂຄບ ຜູ້ທີ່ຈະຊົງຄອບຄອງ, ແລະ ເຂົາຈະທຳລາຍຜູ້ທີ່ລອດຊີວິດຈາກເມືອງຂອງພວກເຂົາ.

Numbers 24:20

ຈະເກີດຫຍັງຂຶ້ນກັບອາມາເລກຜູ້ທີ່ຍິ່ງໃຫຍ່ທີ່ສຸດໃນຊົນຊາດ?

ໃນບັ້ນປາຍ ຂອງອາມາເລກ, ຜູ້ທີ່ຍິ່ງໃຫຍ່ທີ່ສຸດໃນຊົນຊາດ, ຈະຈິບຫາຍໄປຕະຫລອດ.

Numbers 24:21

ບາລາອາມໄດ້ທຳນວາຍຫຍັງຈະເກີດຂື້ນກັບເກນິດ ແລະຊາວເຄນທີ່ອາໄສຢູ່ເຂັ້ມແຂງຫລາຍ ຢູ່ເທິງໂງ່ນຫີນພຸ້ນ?

ຄົນເກນິດກໍຈະຖືກທຳລາຍ ເມື່ອຊາວອັດຊີເຣຍມາຈັບພວກເຈົ້າໄປເປັນຊະເລີຍ.

Numbers 24:23

ມີຫຍັງເກີດຂື້ນຮິມຝັ່ງຂອງກິດຕິມຊຶ່ງຈະໂຈມຕີອັດຊີເຣຍແລະຈະຊະນະເອເບ, ແລະແລ້ວແມ່ນຫຍັງຈະເກີດຂື້ນກັບພວກເຂົາ?

ເຮືອທັງຫລາຍຈະມາຈາກຮິມຝັ່ງຂອງກິດຕິມ ຊຶ່ງຈະໂຈມຕີອັດຊີເຣຍ ແລະຈະຊະນະເອເບ; ແຕ່ພວກເຂົາກໍຈະມີຈຸດຈົບໃນການຖືກທຳລາຍເຊັ່ນກັນ.

Numbers 25

Numbers 25:1

ແມ່ນຫຍັງເຮັດໃຫ້ຄວາມໂກດຮ້າຍຂອງພຣະຢາເວມີຄວາມໂກດຮ້າຍຕໍ່ອິດສະຣາເອນ?

ພວກຜູ້ຊາຍຊາວອິດສະຣາເອນ ໄດ້ສົມສູ່ຢູ່ກິນກັບຍິງຊາວໂມອາບ ແລະ ຊາວອິດສະຣາເອນ ກໍໄດ້ຮ່ວມຂາບໄຫວ້ພະບາອານ ແຫ່ງເປອໍດ້ວຍ.

Numbers 25:4

ພຣະຢາເວສັ່ງໃຫ້ໂມເຊເຮັດຫຍັງຕໍ່ພວກຜູ້ນຳ ອິດສະລາເອນທີ່ນະມັດສະການພະບາອານເປອໍ?

ພຣະຢາເວໄດ້ກ່າວຕໍ່ ໂມເຊວ່າໃຫ້ຈັບບັນດາຫົວຫນ້າຂອງຊາດອິດສະຣາເອນ ທັງຫມົດມາປະຫານຊີວິດຜູ້ທີ່ຮ່ວມນະມັດສະການພະບາອານເປອໍ ແລະ ແຂວນບັນດາຫົວຫນ້ຕໍ່ຫນ້າພຣະຢາເວ.

Numbers 25:6

ຊຸມຊົນຂອງປະຊາຊົນອິດສະຣາເອນຢູ່ໃສເມື່ອຊາວອິດສະຣາເອນຜູ້ຫນຶ່ງໄດ້ນຳຍິງຊາວມີດີອານທ່າມກາງຄອບຄົວຂອງລາວ?

ເມື່ອຊາວອິດສະຣາເອນຜູ້ຫນຶ່ງໄດ້ນຳຍິງຊາວມີດີອານທ່າມກາງຄອບຄົວຂອງລາວ, ຊຸມຊົນຂອງປະຊາຊົນອິດສະຣາເອນທັງຫມົດໃນຂະນະທີ່ກຳລັງໄວ້ທຸກ ທີ່ປະຕູເຂົ້າຫໍເຕັນ.

ຟີເນຮາດລູກຊາຍຂອງເອເລອາຊາໄດ້ເຮັດຫຍັງເມື່ອລາວເຫັນຊາຍອິດສະຣາເອນແລະຜູ້ຍິງຊາວມີດີອານ?

ເມື່ອຟີເນຮາດເຫັນຊາຍອິດສະຣາເອນ ແລະ ຜູ້ຍິງຊາວມີດີອານ, ລາວຈຶ່ງລຸກຂຶ້ນໄປຈາກທີ່ປະຊຸມ ແລະ ຖືຫອກໃນມືຂອງລາວ.

Numbers 25:8

ມີຫຍັງເກີດຂື້ນກັບຊາວຍິດສະລາເອນຜູ້ທີ່ໄດ້ພາຜູ້ຍິງຊາວມີດີອານເຂົ້າມາໃນຄ້າຍພັກໂມເຊ?

ຟີເນຮາດ ປະໂຣຫິດຊັດຫອກຂອງຕົນໃສ່ຈົນຊອດເຂົາທັງສອງ ຂອງຜູ້ຊາຍ ແລະຜູ້ຍິງ.

ພຣະເຈົ້າໄດ້ເຮັດຫຍັງເພື່ອຢຸດພວກເຂົາຈາກການນອນກັບຜູ້ຍິງຊາວໂມອາບ ແລະ ນະມັດສະການພະບາອານເປອໍ ແລະມີຈັກຄົນທີ່ເສຍຊີວິດ?

ພຣະເຈົ້າໄດ້ສົ່ງໂຣກລະບາດນີ້ ກໍໄດ້ທຳລາຍປະຊາຊົນອິດສະຣາເອນ ໄປແລ້ວ 24,000 ຄົນ.

Numbers 25:10

ເປັນຫຍັງຄວາມໂກດຮ້າຍຂອງພຣະຢາເວຈຶ່ງຫັນຫນີໄປຈາກປະຊາຊົນອິດສະຣາເອນ?

ຄວາມໂກດຮ້າຍຂອງພຣະຢາເວຈຶ່ງຫັນຫນີໄປຈາກປະຊາຊົນອິດສະຣາເອນ ເພາະຟີເນຮາໄດ້ຈັດການຢ່າງເດັດຂາດ ຕໍ່ຜູ້ທີ່ຂາບໄຫວ້ພະອື່ນໆ ນອກເຫນືອຈາກເຮົາ..

Numbers 25:12

ຊື່ທຳອິດທີ່ພຣະຢາເວເອີ້ນຄໍາສັນຍາຂອງປະໂຣຫິດຮັບໃຊ້ພຣະອົງສືບໆໄປເປັນແນວໃດ?

ພຣະຢາເວເອີ້ນຄໍາສັນຍາຂອງປະໂຣຫິດຮັບໃຊ້ພຣະອົງສືບໆໄປ, ຕັ້ງຄໍາສັນຍາແຫ່ງສັນຕິສຸກຂອງພຣະອົງ.

ເປັນຫຍັງພຣະຢາເວຕັ້ງຄໍາສັນຍາຂອງປະໂຣຫິດຮັບໃຊ້ພຣະອົງສືບໆໄປກັບຟີເນຮາ?

ພຣະຢາເວຕັ້ງຄໍາສັນຍາກັບຟີເນຮາ ເພາະວ່າລາວໄດ້ຈັດການຢ່າງເດັດຂາດກັບທຸກໆຄົນ ທີ່ກະບົດຕໍ່ເຮົາ ແລະໄດ້ເຮັດໃຫ້ເຮົາຍົກໂທດປະຊາຊົນອິດສະຣາເອນ.

Numbers 25:16

ເປັນຫຍັງພຣະຢາເວບອກໂມເຊໃຫ້ປະຕິບັດກັບຊາວມີດີອານຄືສັດຕູ ແລະ ທຳລາຍພວກເຂົາ?

ພຣະຢາເວໄດ້ກ່າວຕໍ່ໂມເຊວ່າ, ຈົ່ງບຸກໂຈມຕີຊາວມີດີອານ ແລະ ທຳລາຍພວກເຂົາໃຫ້ກ້ຽງ ເພາະພວກເຂົາປະຕິບັດກັບອິດສະຣາເອນດ້ວຍອຸບາຍກັບເຮັດຊົ່ວຂອງພວກເຂົາ.

ພຣະຢາເວໄດ້ກ່າວເຖິງໂກສະບີ, ລູກສາວຂອງຜູ້ນໍາໃນ ມີດີອານຜູ້ທີ່ໄດ້ຖືກຂ້າໃນເວລາ ທີ່ເກີດໂຣກລະບາດນັ້ນແນວໃດ?

ພຣະຢາເວໄດ້ກ່າວເຖິງໂກສະບີ, ລູກສາວຂອງຜູ້ທີ່ໄດ້ຖືກຂ້າໃນເວລາ ທີ່ເກີດໂຣກລະບາດນັ້ນ, ແມ່ນນ້ອງສາວຂອງພວກເຂົາ.

Numbers 26

Numbers 26:1

ພຣະຢາເວສັ່ງໃຫ້ໂມເຊແລະເອເລອາຊາເຮັດຫຍັງຫລັງຈາກໂຣກລະບາດ?

ພຣະຢາເວສັ່ງໃຫ້ພວກເຂົາຈົ່ງເຮັດສຳ­ມະ­ໂນຄົວຊຸມ­ນຸມ­ຊົນອິ­ດສະຣາ­ເອນທັງຫມົດ, ອາ­ຍຸຕັ້ງ­ແຕ່ຊາວປີຂຶ້ນໄປ, ເຜົ່າຂອງພວກເຂົາທັງຫມົດ, ຜູ້ທີ່ສາ­ມາດເຂົ້າສົງ­ຄາມໄດ້.

Numbers 26:3

ໂມເຊແລະເອເລອາຊາບອກປະຊາຊົນ ພຣະຢາເວໄດ້ສັງໃຫ້ພວກເຂົາເຮັດຫຍັງ?

ພວກເຂົາບອກປະຊາຊົນຈົ່ງເຮັດສຳ­ມະ­ໂນຄົວປະ­ຊາ­ຊົນ, ອາ­ຍຸຕັ້ງແຕ່ 20 ປີຂຶ້ນໄປ, ຜູ້ທີ່ອອກຈາກແຜ່ນ­ດິນເອ­ຢິບ.

Numbers 26:5

ແມ່ນໃຜເປັນລູກຊາຍກົກຂອງອິດສະຣາເອນ?

ລູກຊາຍກົກຂອງອິດສະຣາເອນເຜົ່າຣູເບັນ.

ເຊື້ອສາຍຂອງເຊື້ອສາຍຂອງຣູເບັນມີຈຳນວນພົນຈັກຄົນ?

ຕະກຸນຣູເບັນມີຈໍານວນພົນ 43,730 ຄົນ.

Numbers 26:8

ແມ່ນໃຜເປັນລູກຊາຍຂອງເອ­ລີ­ອາບເຊື້ອສາຍຂອງຣູເບັນ, ແລະລູກຊາຍຂອງລາວໄດ້ເຮັດຫຍັງ?

ລູກຊາຍຂອງເອ­ລີ­ອາບຄື ເນ­ມູ­ເອນ, ດາ­ທານ, ແລະອາ­ບີ­ຣາມ. ດາທານ, ແລະອາ­ບີ­ຣາມຂັດ­ຂວາງພຣະ­ຢາເວດ້ວຍການຕິດຕາມພັກພວກໂກ­ຣາ ຜູ້ຂັດ­ຂວາງໂມ­ເຊແລະອາ­ໂຣນ.

Numbers 26:10

ມີຫຍັງເກີດຂື້ນກັບຜູ້ຕິດຕາມທັງຫມົດຂອງ ໂກ­ຣາ ທີ່ກາຍເປັນສັນຍານເຕືອນໄພ?

ແຜ່ນດິນໂລກໄດ້ກືນພວກເຂົາລົງ ແລະ ໄຟໄດ້ເຜົາຕົວຜູ້ຊາຍ 250 ຄົນ.

ເຊື້ອສາຍຂອງໃຜບໍ່ໄດ້ຕາຍ?

ເຊື້ອສາຍຂອງໂກ­ຣາບໍ່ຕາຍ.

Numbers 26:12

ແມ່ນຜູ້ໃດແມ່ນຜູ້ຕໍ່ໄປທີ່ຢູ່ໃນບັນດາລູກຊາຍຂອງອິດສະຣາເອນ, ແລະເຊື້ອສາຍຂອງພວກເຂົາມີຈຳນວນພົນຈັກຄົນ?

ຕະກຸນຊິ­ເມ­ໂອນແມ່ນລູກຊາຍຜູ້ຕໍ່ໄປ ຂອງບັນດາລູກຊາຍຂອງອິດສະຣາເອນ, ພວກເຂົາມີຈຳ­ນວນພົນທັງຫມົດ 22,200 ຄົນ.

Numbers 26:15

ຕະກຸນກາດມີຜູ້ຊາຍຈຳນວນຈັກຄົນ?

ຕະກຸນກາດມີຜູ້ຊາຍຈຳນວນ 40,500 ຄົນ..

Numbers 26:19

ມີຫຍັງເກີດຂື້ນກັບພວກລູກຊາຍຂອງຢູດາ, ເອ­ຣະແລະໂອ­ນານ?

ເອ­ຣະກັບໂອ­ນານຕາຍໃນແຜ່ນ­ດິນກາ­ນາ­ອານ.

ໃນຕະກຸນອື່ນໆຂອງຢູດາມີຈຳນວນພົນຈັກຄົນ?

ໃນຕະກຸນອື່ນໆຂອງຢູດາມີຈຳນວນພົນ76,500 ຄົນ.

Numbers 26:23

ວົງຕະກູນຈາກເຊື້ອສາຍຂອງອິດຊາຄາມີຈຳນວນພົນຈັກຄົນ?

ວົງຕະກູນຈາກເຊື້ອສາຍຂອງອິດຊາຄາມີຈຳນວນພົນ 64,300 ຄົນ.

Numbers 26:26

ຕະກູນເຊບູໂລນ ມີຈຳນວນພົນຈັກຄົນ?

ຕະກູນເຊບູໂລນ ມີຈຳນວນພົນ 60,500 ຄົນ.

Numbers 26:28

ແມ່ນໃຜທີ່ເປັນລູກຊາຍຂອງໂຢ­ເຊັບ?

ລູກຊາຍຂອງໂຢ­ເຊັບຕາມຕະກຸນຂອງລາວຄື: ມາ­ນາ­ເຊ ແລະ ເອ­ຟຣາ­ຢິມ.

Numbers 26:33

ເສໂລເຟຮັດລູກຊາຍຂອງເຮເຟໄດ້ມີລູກສາວຈັກຄົນເຖິງວ່າລາວຈະບໍ່ມີລູກຊາຍ?

ເສໂລເຟຮັດລູກຊາຍຂອງ ເຮເຟ ບໍ່ມີລູກຊາຍ ມີແຕ່ລູກສາວ 5 ຄົນ.

ຜູ້ຊາຍທີ່ມາຈາກຕະກູນມາ­ນາ­ເຊ ມີຈຳນວນພົນຈັກຄົນ?

ຜູ້ຊາຍທີ່ມາຈາກຕະກູນມາ­ນາ­ເຊ ມີຈຳນວນພົນ 52,700 ຄົນ.

Numbers 26:35

ຜູ້ຊາຍທີ່ມາຈາກຕະກູນເອ­ຟຣາ­ຢິມມີຈຳນວນພົນຈັກຄົນ?

ຜູ້ຊາຍທີ່ມາຈາກຕະກູນເອ­ຟຣາ­ຢິມ ມີຈຳນວນພົນ 32,500 ຄົນ.

Numbers 26:38

ຜູ້ຊາຍທີ່ມາຈາກຕະກູນເບັນ­ຢາ­ມິນມີຈຳນວນພົນຈັກຄົນ?

ຜູ້ຊາຍທີ່ມາຈາກຕະກູນເບັນ­ຢາ­ມິນ ມີຈຳນວນພົນ 45,600 ຄົນ.

Numbers 26:42

ຜູ້ຊາຍທີ່ມາຈາກຕະກູນດານມີຈຳນວນພົນຈັກຄົນ?

ຜູ້ຊາຍທີ່ມາຈາກຕະກູນດານ ມີຈຳນວນພົນ 64,400 ຄົນ.

Numbers 26:44

ຜູ້ຊາຍທີ່ມາຈາກຕະກູນອາ­ເຊມີຈຳນວນພົນຈັກຄົນ?

ຜູ້ຊາຍທີ່ມາຈາກຕະກູນອາ­ເຊ ມີຈຳນວນພົນ 53,400 ຄົນ.

Numbers 26:48

ຜູ້ຊາຍທີ່ມາຈາກຕະກູນນັບ­ທາ­ລີມີຈຳນວນພົນຈັກຄົນ?

ຜູ້ຊາຍທີ່ມາຈາກຕະກູນນັບ­ທາ­ລີ ມີຈຳນວນພົນ 45,400 ຄົນ.

Numbers 26:51

ຈຳນວນຜູ້ຊາຍທັງຫມົດຂອງຊາວອິດສະຣາເອນມີຈຳນວນພົນຈັກຄົນ

ຈຳນວນຜູ້ຊາຍຊາວອິດສະຣາເອນ: ທັງຫມົດມີ 601,730 ຄົນ.

Numbers 26:52

ພຣະຢາເວກ່າວແນວໃດດິນແດນຈະແບ່ງອອກ?

ພຣະຢາເວກ່າວງແບ່ງດິນແດນ ໃຫ້ແກ່ຊາວອິດສະຣາເອນ ເຜົ່າຕ່າງໆ ຕາມຈໍານວນລາຍຊື່ຂອງປະຊາຊົນ.

Numbers 26:54

ຜູ້ທີ່ຈະໄດ້ຮັບຫລາຍແລະຜູ້ໃດຈະໄດ້ຮັບແຜ່ນດິນຫນ້ອຍສຳລັບມໍລະດົກຂອງພວກເຂົາ?

ຄົນຕະ­ກຸນໃຫຍ່ກໍຈະໄດ້ຮັບມໍ­ລະ­ດົກສ່ວນໃຫຍ່, ແລະຄົນຕະ­ກຸນນ້ອຍກໍຈະໄດ້ຮັບມໍ­ລະ­ດົກສ່ວນນ້ອຍ.

ຈະໃຊ້ວິທີໃດແດ່ໃນການແບ່ງແຜ່ນດິນ?

ແຜ່ນດິນຈະຖືກແບ່ງອອກຕາມການຈັບສະ­ຫລາກຕາມລາຍຊື່ຕະ­ກຸນຂອງບັນ­ພະ­ບູ­ລຸດຂອງພວກເຂົາ.

Numbers 26:57

ເກໂຊນ, ໂກຮາດ, ແລະ ເມຣາຣີ ແມ່ນມາຈາກເຜົ່າໃດ?

ເກໂຊນ, ໂກຮາດ, ແລະ ເມຣາຣີ ແມ່ນມາຈາກເຜົ່າເລວີ .

ຄົນຕະກຸນລິບ­ນີ ເຮບໂຣນ, ຄົນຕະກຸນເຮັບ­ໂຣນ, ຄົນຕະກຸນມາ­ລີ, ຄົນຕະກຸນມູ­ຊີ, ຄົນຕະກຸນໂກ­ຣາ, ແລະໂກ­ຮາດ ມາມາຈາກເຜົ່າໃດ?

ຄົນຕະກຸນລິບ­ນີ ເຮບໂຣນ, ຄົນຕະກຸນເຮັບ­ໂຣນ, ຄົນຕະກຸນມາ­ລີ, ຄົນຕະກຸນມູ­ຊີ, ຄົນຕະກຸນໂກ­ຣາ, ແລະໂກ­ຮາດ ມາມາຈາກເຜົ່າເລວີ.

ແມ່ນໃຜເປັນເປັນບັນພະບຸລຸດຂອງອຳ­ຣາມ?

ບັນພະບຸລຸດຂອງອຳ­ຣາມແມ່ນໂກ­ຮາດ.

ແມ່ນໃຜເປັນລູກຂອງອຳ­ຣາມ ແລະ ໂຢເກເບັດ, ເຊື້ອສາຍຂອງເລວີຜູ້ທີ່ເກີດໃນປະເທດເອຢິບ?

ລູກຂອງພວກເຂົາແມ່ນອາໂຣນ ແລະ ໂມເຊ ກັບລູກສາວຜູ້ຫນຶ່ງຊື່ ມີຣີອາມ.

Numbers 26:60

ແມ່ນຜູ້ເປັນພໍ່ຂອງ ນາດາບ ອາບີຮູ, ເອເລອາຊາ ແລະ ອີທາມາ?

ອາໂຣນເປັນພໍ່ຂອງ ນາດາບ ອາບີຮູ, ເອເລອາຊາ ແລະ ອີທາມາ.

ມີຫຍັງເກີດຂື້ນກັບນາດາບແລະອາບີຮູແລະເປັນຫຍັງພວກເຂົາຈຶ່ງຕາຍ?

ນາດາບແລະອາບີຮູຕາຍເມື່ອພວກເຂົາໄດ້ຖວາຍບູຊາໄຟທີ່ຕ້ອງຫ້າມ ຕໍ່ຫນ້າອົງພຣະຢາເວ.

ລູກຊາຍຈາກເລວີ ທີ່ມີອາຍຸຫນຶ່ງເດືອນຂື້ນໄປມີຈຳນວນພົນຈັກຄົນ?

ຜູ້ຊາຍຈາກເລວີ ທີ່ມີອາຍຸຫນຶ່ງເດືອນຂື້ນໄປມີຈຳນວນພົນ 23,000 ຄົນ.

ເປັນຫນັງຈຳນວນລູກຊາຍທີ່ມີອາຍຸຫນຶ່ງເດືອນຂື້ນໄປບໍ່ສາມາດນັບໄດ້ທ່າມກາງຕະກູນອິດສະຣາເອນ?

ລູກຊາຍທີ່ມີອາຍຸຫນຶ່ງເດືອນຂື້ນໄປບໍ່ສາມາດນັບໄດ້ທ່າມກາງຕະກູນອິດສະຣາເອນ ຍ້ອນພວກເຂົາຈະບໍ່ໄດ້ຮັບຊັບສົມບັດສ່ວນໃດໆ ຢູ່ໃນຊາດອິດສະຣາເອນ.

Numbers 26:63

ໂມເຊແລະເອເລອາຊາ ເປັນຜູ້ຈົດທະບຽປະຊາຊົນອິດສະຣາເອນຢູ່ໃສແດ່?

ໂມເຊແລະເອເລອາຊາໄດ້ເຮັດສໍາມະໂນຄົວ ຊາວອິດສະຣາເອນ ທີ່ທົ່ງພຽງໂມອາບ ຊຶ່ງຢູ່ອີກຟາກຫນຶ່ງຂອງແມ່ນໍ້າຈໍແດນທີ່ເມືອງເຢຣິໂກ.

ມີຜູ້ຊາຍຈັກຄົນທີ່ຖືກຄົ້ນພົບໂດຍໂມເຊແລະປະໂລຫິດແຫ່ງອາໂຣນເມື່ອເຊື້ອສາຍອິດສະຣາເອນໄດ້ຖືກນັບເຂົ້າໄປໃນຖິ່ນແຫ້ງແລ້ງກັນດານຂອງຊີ­ນາຍ?

ບໍ່ມີຊາຍຈັກຄົນຫນຶ່ງຖືກນັບໂມເຊແລະອາໂຣນເມື່ອເຊື້ອສາຍອິດສະຣາເອນໄດ້ຖືກນັບເຂົ້າໄປໃນຖິ່ນແຫ້ງແລ້ງກັນດານຂອງຊີ­ນາຍ.

Numbers 26:65

ເປັນຫຍັງໂມເຊແລະອາໂຣນບໍ່ສາມາດນັບຕະກູນເຫລົ່ານີ້?

ອົງພຣະຢາເວ ໄດ້ກ່າວພວກເຂົາທຸກຄົນຈະຕ້ອງຕາຍໃນຖິ່ນແຫ້ງແລ້ງກັນດານ, ຍົກເວັ້ນແຕ່ກາເລບ ແລະໂຢຊວຍ.

Numbers 27

Numbers 27:2

ເປັນຫຍັງ ເຊ­ໂລ­ເຟ­ຂາດຈຶ່ງຕາຍໃນຖິ່ນແຫ້ງແລ້ງກັນດານ?

ເຊ­ໂລ­ເຟ­ຂາດຈຶ່ງຕາຍໃນຖິ່ນແຫ້ງແລ້ງກັນດານເພາະລາວຜູ້ທີ່ໄດ້ກະບົດຕໍ່ອົງພຣະຢາເວ ເປັນພັກພວກຂອງໂຄຣາ, ແຕ່ລາວຕາຍຍ້ອນບາບກຳຂອງລາວເອງ.

Numbers 27:4

ພວກລູກສາວຂອງເຊ­ໂລ­ເຟ­ຂາດຢາກໃຫ້ໂມເຊເອົາຫຍັງໃຫ້ພວກເຂົາ?

ພວກລູກສາວຂອງເຊ­ໂລ­ເຟ­ຂາດຢາກໃຫ້ໂມເຊເອົາໃຫ້ດິນແດນຢູ່ໃນທ່າມກາງຍາດຕິພີ່ນ້ອງຂອງພວກເຂົາ.

Numbers 27:6

ພຣະຢາເວໄດ້ກ່າວວ່າຄວນຈະເກີດຫຍັງຂຶ້ນກັບມໍລະດົກຂອງມະນຸດເມື່ອລາວຕາຍແລະບໍ່ມີລູກຊາຍ?

ຖ້າຊາຍຄົນຫນຶ່ງໄດ້ຕາຍໄປ ໂດຍທີ່ລາວບໍ່ມີລູກຊາຍ, ກໍຈົ່ງໃຫ້ມໍລະ­ດົກຂອງລາວຕົກໄປເປັນຂອງລູກສາວຂອງລາວໄດ້.

Numbers 27:9

ຖ້າຜູ້ຊາຍເສຍຊີວິດແລະບໍ່ມີລູກຊາຍ ຫລຶລູກສາວ, ຜູ້ໃດຈະໄດ້ຮັບມໍລະດົກຕໍ່ໄປ?

ຖ້າຜູ້ຊາຍເສຍຊີວິດ ແລະ ບໍ່ມີລູກຊາຍ ຫລື ລູກສາວ, ມໍ­ລະດົກນັ້ນຕົກເປັນຂອງຍາດພີ່­ນ້ອງທີ່ໃກ້­ຊິດຕໍ່ໄປ

Numbers 27:12

ເປັນຫຍັງໂມເຊຈຶ່ງຕ້ອງມາເຕົ້າໂຮມກັບຜູ້ຄົນຂອງລາວແທນທີ່ຈະເຂົ້າໄປໃນແຜ່ນດິນທີ່ພຣະ­ຢາເວໄດ້ມອບໃຫ້ພວກເຂົາ?

ໂມເຊຈຶ່ງຕ້ອງມາເຕົ້າໂຮມກັບຜູ້ຄົນຂອງລາວເພາະລາວກັບອາໂຣນໄດ້ຝ່າຝືນຂໍ້ຄໍາສັ່ງຂອງພຣະຢາເວໂດຍຕີໂງ່ນຫ້ວຍດ້ວຍຄວາມໂກດຮ້າຍ.

Numbers 27:15

ເປັນຫຍັງໂມເຊຈຶ່ງຂໍໃຫ້ພຣະຢາເວແຕ່ງຕັ້ງຊາຍຄົນຫນຶ່ງໃນຊຸມຊົນ?

ໂມເຊ ໄດ້ອ້ອນວອນ ອະທິຖານຕໍ່ອົງພຣະຢາເວວ່າຂໍຊົງໂຜດແຕ່ງ­ຕັ້ງໃຫ້ມີຜູ້­ນຳປະ­ຊາ­ຊົນເຫລົ່ານີ້ ສະນັ້ນພວກເຂົາຈຶ່ງບໍ່ເປັນເຫມືອນແກະທີ່ຂາດຜູ້ລ້ຽງ.

Numbers 27:18

ເປັນຫຍັງພຣະຢາເວຈຶ່ງສັ່ງໃຫ້ໂມເຊວາງມືໃສ່ໂຢຊວຍລູກຊາຍຂອງນາງນູ?

ພຣະຢາເວຈຶ່ງກ່າວຕໍ່ໂມ­ເຊຈົ່ງໄປເອົາໂຢຊວຍ ເພາະລາວເປັນຜູ້ທີ່ມີຄວາມສາ­ມາດ, ແລະ ມີພຣະ­ວິນ­ຍານຂອງພຣະຢາເວສະຖິດຢູ່.

Numbers 27:20

ພຣະຢາເວສັ່ງໃຫ້ໂມເຊມອບອຳນາດບາງຢ່າງໃຫ້ແກ່ໂຢຊວຍແນວໃດ?

ໂມເຊແມ່ນໃຫ້ອຳນາດແກ່ໂຢຊວຍໃນການສະແຫວງຫາຄວາມປະສົງຂອງພຣະຢາເວ ໂດຍການຕັດສິນໃຈຂອງອູຣິມ ແລະ ສັ່ງໃຫ້ຊາວອິດສະຣາເອນທຸກຄົນເຊື່ອຟັງລາວ.

Numbers 27:22

ໂມເຊຕອບສະຫນອງແນວໃດຕໍ່ຄຳສັ່ງຂອງພຣະ­ຢາເວ?

ໂມເຊໄດ້ໃຫ້ໂຢ­ຊວຍຢືນຂຶ້ນຢູ່ຕໍ່­ຫນ້າປະ­ໂລ­ຫິດ ແລະ ຊຸມນຸມຊົນທັງຫມົດ ແລະ ລາວໄດ້ວາງມືລົງເທິງຫົວໂຢຊວຍແລະ ປະກາດແຕ່ງຕັ້ງລາວໃຫ້ເປັນຜູ້ສືບທອດຕໍາແຫນ່ງແທນຕົນ, ຕາມທີ່ອົງພຣະຢາເວໄດ້ສັ່ງເພິ່ນໄວ້ທຸກປະການ.

Numbers 28

Numbers 28:1

ພຣະຢາເວກ່າວວ່າການຖວາຍໄດ້ໃຫ້ຫຍັງສຳລັບພຣະອົງ?

ພຣະຢາເວໄດ້ບອກວ່າການຖວາຍເປັນເຄື່ອງບູ­ຊາດ້ວຍໄຟໃຫ້ເປັນກິ່ນທີ່ພໍ­ພຣະ­ໄທ.

Numbers 28:3

ສັດສອງປະເພດໃດ, ຫນຶ່ງໃນຕອນເຊົ້າແລະຫນຶ່ງໃນຕອນແລງ, ທີ່ຈະຖືກຖວາຍເປັນເຄື່ອງເຜົາບູ­ຊາໃນແຕ່ລະມື້?

ເຄື່ອງບູ­ຊາປະ­ຈຳທຸກວັນຈະຖືກຖວາຍເປັນເຄື່ອງບູ­ຊາດ້ວຍໄຟ ໃນຕອນເຊົ້າ ແລະ ຫນຶ່ງໃນຕອນແລງແມ່ນລູກແກະອາຍຸຫນຶ່ງປີບໍ່ມີຕຳ­ຫນິ.

ມີສິ່ງໃດອີກແດ່ທີ່ພວກເຂົາຕ້ອງໄດ້ຖວາຍດ້ວຍເຄື່ອງເຜົາບູຊາທີ່ປົກກະຕິ?

ພວກເຂົາຖວາຍຍອດແປ້ງຫນຶ່ງສ່ວນສິບເອ­ຟາເປັນເຄື່ອງບູຊາພືດຜົນເປັນເມັດນວດກັບນໍ້າມັນສະ­ກັດຫນຶ່ງໃນສີ່ຮິນ.

Numbers 28:6

ແມ່ນຫຍັງເປັນເຄື່ອງດື່ມບູຊາແດ່ພຣະຢາເວທີ່ຕ້ອງໄດ້ເພີ່ມເຂົ້າໃນເຄື່ອງເຜົາບູຊາເຫລົ່ານັ້ນເປັນປະຈຳ ແລະພວກເຂົາໄດ້ເຮັດຫຍັງກັບມັນ?

ສ່ວນ​ເຄື່ອງດື່ມບູຊາ ຄືເຫລົ້າອະງຸ່ນຫນຶ່ງ​ລ​ິດ​ທີ່ຕ້ອງໄດ້ເພີ່ມເຂົ້າໃນເຄື່ອງເຜົາບູຊາເຫລົ່ານັ້ນ ແລະ ໃຫ້​ຖອກ​ໃສ່​ແທ່ນ​ບູ​ຊາ.

Numbers 28:9

ມີການຖວາຍຫຍັງແດ່ໃນວັນຊະບາໂຕ?

ໃນວັນຊະບາໂຕ, ລູກແກະອາ­ຍຸຫນຶ່ງປີສອງໂຕ, ທີ່ບໍ່ມີຕຳ­ຫນິ ແລະຍອດແປ້ງສອງໃນສິບເອ­ຟານວດກັບນໍ້າມັນໃຫ້ເປັນເຄື່ອງພືດຜົນບູຊາ ແລະ ເຄື່ອງດື່ມບູ­ຊາ.

Numbers 28:11

ມີການຖວາຍສັດພິເສດຫຍັງແດ່ໃນຕົ້ນເດືອນນັ້ນ?

ໃນເວ­ລາຕົ້ນເດືອນທຸກເດືອນ ສັດພິເສດທີ່ມີການຖວາຍຄືງົວຫນຶ່ງສອງໂຕ, ແກະຜູ້ໂຕຫນຶ່ງ, ລູກແກະຫນຶ່ງປີບໍ່ມີຕຳ­ຫນິເຈັດໂຕ.

ແມ່ນຫຍັງເປັນເຄື່ອງພືດຜົນບູຊາຖວາຍກັບງົວສອງໂຕແລະແກະໂຕຫນຶ່ງໂຕ?

ເຄື່ອງພືດຜົນບູຊາ ສຳລັບງົວໂຕຫນຶ່ງຈົ່ງເອົາຍອດແປ້ງສາມໃນສິບເອ­ຟານວດກັບນຳ້­ມັນ, ແລະ ເຄື່ອງພືດຜົນບູຊາສຳ­ລັບແກະຜູ້ໂຕຫນຶ່ງນັ້ນ ຈົ່ງເອົາຍອດແປ້ງສອງໃນສິບເອ­ຟານວດກັບນຳ້ມັນ.

ເຄື່ອງພືດຜົນບູຊາ ສຳລັບລູກແກະແຕ່ລະໂຕແມ່ນຫຍັງ?

ລູກແກະແຕ່ລະໂຕມີເຄື່ອງພືດຜົນບູຊາຈົ່ງເອົາຍອດແປ້ງຫນຶ່ງໃນສິບເອ­ຟານວດກັບນຳ້­ມັນ.

Numbers 28:14

ເຄື່ອງເຜົາບູຊາປະຈຳເຫລົ່ານີ້ຄວນຈະມີເລື້ອຍເທົ່າໃດ?

ເຄື່ອງເຜົາບູ­ຊາປະ­ຈຳປະ­ຈຳເດືອນ ທຸກເດືອນຕະ­ຫລອດປີ.

ມີຫຍັງແດ່ທີ່ນຳມາຖວາຍເຄື່ອງເຜົາບູ­ຊາປະ­ຈຳແລະເຄື່ອງດື່ມບູຊາ?

ລູກແບ້ຜູ້ໂຕຫນຶ່ງເປັນເຄື່ອງບູ­ຊາໄຖ່ບາບຖວາຍແກ່ພຣະ­ຢາເວ.

Numbers 28:16

ເມື່ອໃດປັດສະຄາເພື່ອຍົກຍໍໃຫ້ກຽດພຣະຢາເວຈະມາ?

ປັດສະຄາເພື່ອຍົກຍໍໃຫ້ກຽດພຣະຢາເວໃນວັນເລີ່ມຕົ້ນ, ໃນວັນທີສິບສີ່ຂອງເດືອນທີຫນຶ່ງ.

ໃນມື້ໃດເປັນມື້ສະເຫລີມສະຫລອງແລະຈະກິນເຂົ້າຈີ່ປະເພດໃດສຳລັບເຈັດວັນ?

ມື້ສະເຫລີມສະຫລອງຈະຈັດຂຶ້ນໃນວັນທີສິບສີ່ຂອງເດືອນທີຫນຶ່ງ, ແລະ ພວກເຂົາຈະກິນເຂົ້າຈີ່ບໍ່ມີເຊື້ອແປ້ງເທົ່ານັ້ນສຳລັບເຈັດວັນ.

ພວກເຂົາໄດ້ເຮັດຫຍັງແດ່ເພື່ອໃຫ້ກຽດແດ່ພຣະຢາເວໃນມື້ທຳອິດຂອງເທດສະການປັດສະຄາ, ແລະ ພວກເຂົາບໍ່ໄດ້ເຮັດຫຍັງໃນມື້ນັ້ນ?

ພວກເຈົ້າເຕົ້າໂຮມກັນເພື່ອນະມັດສະການ ແລະ ຢ່າເຮັດວຽກໃດໆທັງສິ້ນ.

Numbers 28:19

ມີການຖວາຍສັດຫຍັງໃນລະຫວ່າງເຈັດວັນຂອງການເທດສະການປັດສະຄາ?

ພວກເຂົາຈະຖວາຍຄືເອົາງົວຫນຸ່ມສອງໂຕ, ແກະຜູ້ໂຕຫນຶ່ງ, ແລະ ລູກແກະອາ­ຍຸຫນຶ່ງປີເຈັດໂຕ, ເບິ່ງໃຫ້ດີວ່າບໍ່ມີຕຳ­ຫນິ.

ແມ່ນເຄື່ອງພືດພັນບູຊາອັນໃດທີ່ຖວາຍກັບເອົາງົວຫນຸ່ມສອງໂຕແລະແກະໂຕນັ້ນ?

ສຳ­ລັບງົວ­ເຖິກໂຕຫນຶ່ງເຈົ້າຈົ່ງຖວາຍສາມໃນສິບເອ­ຟາເປັນຍອດແປ້ງນວດນໍ້າມັນ ແລະ ສຳ­ລັບແກະຜູ້ໂຕຫນຶ່ງສອງໃນສິບເອ­ຟາ.

ພວກເຂົາໄດ້ຖວາຍສິ່ງໃດກັບລູກແກະ?

ລູກແກະເຈັດໂຕນັ້ນ, ຈົ່ງເອົາແປ້ງຫນຶ່ງໃນສິບເອ­ຟາປັນຍອດແປ້ງນວດນໍ້າມັນ.

ເປັນຫຍັງແບ້ຜູ້ຈຶ່ງໄດ້ຮັບ?

ແບ້ຜູ້ໂຕຫນຶ່ງເປັນເຄື່ອງບູ­ຊາໄຖ່ບາບ ເພື່ອເຮັດການລຶ­ບລ້າງມົນ­ທິນບາບຂອງເຈົ້າ.

Numbers 28:23

ມີຫຍັງເກີດຂຶ້ນໃນມື້ທີເຈັດຂອງການສະຫລອງເທດສະການປັດສະຄາ?

ໃນມື້ທີເຈັດ ພວກເຈົ້າຈົ່ງມີ­ການປະ­ຊຸມບໍ­ລິ­ສຸດ ເພື່ອຖວາຍກຽດພຣະຢາເວ, ແລະຢ່າເຮັດວຽກຫນັກໃນມື້ນັ້ນ.

Numbers 28:26

ພວກເຂົາຕ້ອຖວາຍໃນວັນຖວາຍຜົນລຸ້ນທຳ­ອິດຫຍັງໃນເທດ­ສະການລະ­ດູເກັບກ່ຽວນັ້ນຂອງພວກເຂົາ ແລະ ພວກເຂົາໄດ້ເຮັດຫຍັງໃນມື້ນັ້ນ?

ໃນວັນຖວາຍຜົນລຸ້ນທຳ­ອິດ, ພວກເຂົາໄດ້ຖວາຍເຄື່ອງພືດຜົນບູຊາຖວາຍແກ່ພຣະ­ຢາເວໃນເທດ­ສະ­ການລະ­ດູເກັບກ່ຽວນັ້ນ, ແລະ ຈົ່ງມີ­ການປະ­ຊຸມບໍ­ລິ­ສຸດເພື່ອຖວາຍກຽດພຣະຢາເວ, ແລະ ຢ່າເຮັດວຽກຫນັກໃນມື້ນັ້ນ.

Numbers 29

Numbers 29:1

ເປັນຫຍັງປະຊາຊົນອິດສະຣາເອນຈຶ່ງມີ­ການປະ­ຊຸມບໍ­ລິ­ສຸດໃນວັນທີຫນຶ່ງຂອງເດືອນທີເຈັດ; ພວກເຂົາບໍ່ໄດ້ເຮັດຫຍັງແລະພວກເຂົາໄດ້ເຮັດຫຍັງໃນມື້ນັ້ນ?

ໃນວັນທີຫນຶ່ງຂອງເດືອນທີເຈັດ,ປະຊາຊົນອິດສະຣາເອນຈຶ່ງມີການປະ­ຊຸມບໍ­ລິ­ສຸດເພື່ອຖວາຍກຽດພຣະຢາເວ; ຢ່າເຮັດວຽກໃດໆທັງສິ້ນ ແລະ ພວກເຂົາຈະເປົ່າແກໃຫ້ດັງສະຫນັ່ນ.

Numbers 29:2

ໃນມື້ນັ້ນ, ພວກເຂົາເອົາສັດຫຍັງແລະເປັນຫຍັງພວກເຂົາຈຶ່ງຖວາຍມັນ?

ໃນມື້ນັ້ນ, ພວກເຂົາເຜົາເຄື່ອງບູຊາຖວາຍງົວເຖິກໂຕຫນຶ່ງ, ແກະເຖິກໂຕຫນຶ່ງ ແລະ ລູກແກະອາຍຸຫນຶ່ງປີເຈັດໂຕ. ສັດທັງຫມົດນັ້ນໃຫ້ເປັນສັດທີ່ມີສຸຂະພາບດີ— ແຕ່ລະໂຕຈະມີຕໍາຫນິ—ເພື່ອເປັນກິ່ນຫອມຫວນຈຶ່ງເປັນທີ່ພໍໃຈພຣະຢາເວ.

Numbers 29:3

ການຖວາຍເຄື່ອງພືດພັນບູຊາທີ່ພວກເຂົາຖວາຍກັບສັດແມ່ນຫຍັງ?

ກັບສັດພວກເຂົາຖວາຍເຄື່ອງພືດພັນບູຊາຍອດແປ້ງນວດນຳ້­ມັນ.

ເປັນຫຍັງພວກເຂົາຈຶ່ງຖວາຍແບ້ໂຕຜູ້ຫນຶ່ງໂຕ?

ພງກເຂົາຖວາຍລູກແບ້ຜູ້ໂຕຫນຶ່ງເປັນເຄື່ອງບູ­ຊາໄຖ່ບາບ ເພື່ອລຶ­ບລ້າງມົນ­ທິນບາບຂອງເຈົ້າ.

Numbers 29:6

ເມື່ອໃດທີ່ພວກເຂົາຕ້ອງຖວາຍເຄື່ອງບູຊາໄຖ່ບາບນີ້, ນອກ ເຫນືອຈາກເຄື່ອງບູຊາປະຈຳທັງຫມົດທີ່ພວກເຂົາຖວາຍໃນແຕ່ລະເດືອນ?

ພວກເຂົາຕ້ອງຖວາຍເຄື່ອງບູຊາໄຖ່ບາບນີ້ໃນເດືອນທີເຈັດ, ນອກເຫນືອຈາກເຄື່ອງບູຊາປະຈຳທັງຫມົດທີ່ພວກເຂົາຖວາຍໃນແຕ່ລະເດືອນ.

Numbers 29:7

ພຣະຢາເວໄດ້ກ່າວວ່າປະຊາຊົນອິດສະຣາເອນໄດ້ເຮັດຫຍັງໃນວັນທີສິບຂອງເດືອນທີເຈັດນີ້?

ໃນວັນທີສິບເດືອນທີເຈັດນີ້ ປະຊາຊົນອິດສະຣາເອນມີ­ການປະ­ຊຸມບໍ­ລິ­ສຸດຖວາຍກຽດແດ່ພຣະຢາເວ., ຖ່ອມໃຈຕົນເອງ, ແລະ ບໍ່ຕ້ອງເຮັດວຽກຫນັກໃດໆ.

ສັດຊະນິດໃດທີ່ພວກເຂົາຕ້ອງຖວາຍເປັນເຄື່ອງເຜົາບູຊາເພື່ອໃຫເປັນກິ່ນຫອມທີ່ພໍ­ພຣະ­ໄທແດ່ພຣະຢາເວ ໃນວັນທີ ສິບຫ້າຂອງເດືອນເຈັດ?

ໃນວັນທີສິບຫ້າເດືອນທີເຈັດນີ້ ປະຊາຊົນອິດສະຣາເອນຈະຖວາຍງົວຫນຸ່ມໂຕຫນຶ່ງ, ແກະຜູ້ໂຕຫນຶ່ງ, ລູກແກະອາ­ຍຸຫນຶ່ງປີເຈັດໂຕ—ຢ່າໃຫ້ມີຕຳ­ຫນິ.

Numbers 29:9

ປະຊາຊົນອິດສະຣາເອນຕ້ອງໄດ້ເອົາຫຍັງກັບສັດແຕ່ລະຕົວ?

ປະຊາຊົນອິດສະຣາເອນຕ້ອງຖວາຍ ຍອດແປ້ງປະ­ສົມກັບນຳ້ມັນກັບກັບສັດແຕ່ລະຕົວ.

ເປັນຫຍັງແບ້ໂຕຜູ້ຈຶ່ງໄດ້ຖືກຮັບ?

ລູກແບ້ຜູ້ໂຕຫນຶ່ງເປັນເຄື່ອງບູ­ຊາໄຖ່ບາບ.

Numbers 29:12

ໃນວັນໃດມີການປະຊຸມບໍລິສຸດອີກເພື່ອຖວາຍກຽດແດ່ພຣະຢາເວທີ່ພວກເຂົາບໍ່ໄດ້ເຮັດວຽກປົກກະຕິແລະເວລານີ້ຈັດເທດສະການງານລ້ຽງໃຫ້ພຣະອົງເປັນເວລາເຈັດວັນ?

ໃນວັນທີສິບຫ້າເດືອນທີເຈັດຈະມີ­ການປະ­ຊຸມບໍ­ລິ­ສຸດຊຶ່ງບໍ່ໄດ້ເຮັດວຽກຫນັກ ແລະຈົ່ງມີ­ການກິນລ້ຽງເຈັດມື້ແດ່ພຣະ­ຢາເວ.

ໃນວັນດັ່ງກ່າວນີ້ມີງົວຫນຸ່ມ, ແກະແລະລູກແກະໂຕຜູ້ອາຍຸ ຫນຶ່ງປີໂດຍບໍ່ມີຕໍາຫນິ ຈຳນວນຈັກໂຕ?

ໃນວັນດັ່ງກ່າວນີ້ ພວກເຂົາຖວາຍງົວຫນຸ່ມສິບສາມໂຕ, ແກະຜູ້ສອງໂຕ, ລູກແກະອາ­ຍຸຫນຶ່ງປີສິບສີ່ໂຕ, ສັດເຫລົ່ານີ້ຢ່າໃຫ້ມີຕຳຫນິ.

Numbers 29:14

ນອກເຫນືອຈາກເຄື່ອງພືດຜົນບູຊາ, ເຄື່ອງດື່ມບູຊາແລະເຄື່ອງເຜົາບູຊາອື່ນແລ້ວ, ສັດຊະນິດໃດທີ່ຖືກຖວາຍເປັນເຄື່ອງບູຊາໄຖ່ບາບ?

ນອກເຫນືອຈາກເຄື່ອງພືດຜົນບູຊາ, ເຄື່ອງດື່ມບູຊາແລະເຄື່ອງເຜົາບູຊາອື່ນແລ້ວ, ລູກແບ້ຜູ້ໂຕຫນຶ່ງເປັນເຄື່ອງບູ­ຊາໄຖ່ບາບ.

Numbers 29:17

ໃນມື້ທີສອງຂອງການຊຸມນຸມ, ພວກເຂົາຖວາຍ ງົວຈັກໂຕ?

ໃນມື້ທີສອງຂອງການຊຸມນຸມ, ພວກເຂົາຖວາຍງົວຫນຸ່ມສິບສອງໂຕ.

Numbers 29:20

ໃນມື້ທີສາມຂອງການຊຸມນຸມ, ພວກເຂົາຖວາຍງົວຈັກໂຕ?

ໃນມື້ທີສາມຂອງການຊຸມນຸມ, ພວກເຂົາຖວາຍງົວສິບເອັດໂຕ.

Numbers 29:23

ໃນມື້ທີສີ່ຂອງການຊຸມນຸມ, ພວກເຂົາຖວາຍງົວຈັກໂຕນອກ ເຫນືອຈາກການຖວາຍທັງຫມົດຂອງມື້ກ່ອນ?

ໃນມື້ທີສີ່ຂອງການຊຸມນຸມ, ປະຊາຊົນອິດສະຣາເອນຖວາຍງົວສິບໂຕເຊັ່ນດຽວກັນກັບການຖວາຍທັງຫມົດຂອງມື້ກ່ອນ.

Numbers 29:26

ປະຊາຊົນອິດສະຣາເອນຕ້ອງໄດ້ສະຫລອງການປະຊຸມ ໃນມື້ທີ່ຫ້າແນວໃດ?

ໃນມື້ທີຫ້າຂອງມື້ການຊຸມນຸມຂອງປະຊາຊົນອິດສະຣາເອນໂດຍການຖວາຍງົວເກົ້າໂຕ ແລະ ເຄື່ອງຖວາຍບູຊາທັງຫມົດຂອງມື້ກ່ອນ.

Numbers 29:29

ປະຊາຊົນອິດສະຣາເອນໄດ້ສະຫລອງການຊຸມນຸມ ໃນມື້ທີຫົກແນວໃດ?

ໃນມື້ທີຫົກຂອງການຊຸມນຸມ ປະຊາຊົນອິດສະຣາເອນໄດ້ຖວາຍງົວແປດໂຕ ແລະ ເຄື່ອງຖວາຍບູຊາທັງຫມົດຂອງມື້ກ່ອນ.

Numbers 29:32

ປະຊາຊົນອິດສະຣາເອນໄດ້ສະຫລອງການຊຸມນຸມ ໃນມື້ທີເຈັດແນວໃດ?

ໃນມື້ທີເຈັດຂອງການຊຸມນຸມປະຊາຊົນອິດສະຣາເອນຖວາຍງົວເຈັດໂຕຖວາຍງົວເຈັດໂຕແລະເຄື່ອງຖວາຍບູຊາທັງຫມົດຂອງມື້ກ່ອນ.

Numbers 29:35

ປະຊາຊົນອິດສະຣາເອນໄດ້ສະຫລອງການຊຸມນຸມ ໃນມື້ທີແປດແນວໃດ?

ໃນມື້ທີແປດຂອງການຊຸມນຸມປະຊາຊົນອິດສະຣາເອນມີ­ການປະຊຸມອັນສັກ­ສິດ ແລະ ຈະບໍ່ເຮັດວຽກຫນັກ.

ສັດຫຍັງທີ່ພວກເຂົາຖວາຍໃນມື້ທີແປດສຳລັບຖວາຍເຄື່ອງເຜົາບູ­ຊາດ້ວຍໄຟ, ໃຫ້ເປັນກິ່ນຫອມທີ່ພໍ­ພຣະ­ໄທພຣະ­ຢາເວ?

ພວກເຂົາຈະຖວາຍງົວ­ເຖິກໂຕຫນຶ່ງ, ແກະຜູ້ໂຕຫນຶ່ງ, ລູກແກະອາ­ຍຸຫນຶ່ງປີ, ແຕ່ລະໂຕຈະບໍ່ມີຕຳ­ຫນິ.

Numbers 29:37

ມີຫຍັງອິກບໍນອກຈາກນີ້ມີງົວ, ແກະແລະລູກແກະໂຕຜູ້ທີ່ມີອາຍຸຫນຶ່ງປີເຈັດໂຕແລະບໍ່ມີຕຳຫນິ? [29:35]

ນອກຈາກນີ້ມີງົວ, ແກະແລະລູກແກະໂຕຜູ້ທີ່ມີອາຍຸຫນຶ່ງປີເຈັດໂຕແລະບໍ່ມີຕຳຫນິ, ພວກເຂົາຍັງຖວາຍເຄື່ອງພືດຜົນບູຊາ, ແລະເຄື່ອງດື່ມບູ­ຊາດ້ວຍ ຄຽງຄູ່ກັບຖວາຍແບ້ຜູ້ໂຕຫນຶ່ງເປັນເຄື່ອງບູຊາໄຖ່ບາບ.

Numbers 29:39

ນອກເຫນຶອຈາກເຄື່ອງເຜົາບູຊາຂອງພວກເຂົາ, ເຄື່ອງພືດຜົນບູຊາ, ເຄື່ອງດື່ມບູຊາ, ມິເຄື່ອງຖວາຍບູຊາຫຍັງອີກທີ່ພວກເຂົາຕ້ອງຖວາຍ?

ອກເຫນຶອຈາກເຄື່ອງເຜົາບູຊາຂອງພວກເຂົາ, ເຄື່ອງພືດຜົນບູຊາ, ເຄື່ອງດື່ມບູຊາ, ແລະເຄື່ອງສັນຕິບູ­ຊາ, ຕາມຄຳປະ­ຕິ­ຍານຂອງເຈົ້າ, ແລະການຖວາຍດ້ວຍໃຈສະ­ຫມັກຂອງເຈົ້າ.

ໂມເຊໄດ້ບອກປະຊາຊົນອິດສະຣາເອນຫຍັງ?

ໂມເຊ ຈຶ່ງໄດ້ບອກປະຊາຊົນອິດສະຣາເອນ ທຸກສິ່ງຕາມທີ່ພຣະຢາເວ ໄດ້ສັ່ງເພິ່ນໄວ້ທຸກປະການ.

Numbers 30

Numbers 30:1

ຄົນທີ່ປະຕິບານຄວນຈະເຮັດຫຍັງ?

ລາວບໍ່ຄວນຈະເສຍສັດ­ຈະ.

Numbers 30:3

ຖ້າຍິງສາວຄົນຫນຶ່ງທີ່ອາໄສຢູ່ໃນເຮືອນຂອງພໍ່ຂອງນາງໃຫ້ ຄຳປະຕິຍານໄວ້ແກ່ພຣະ­ຢາເວ ແລະພໍ່ຂອງນາງໄດ້ຍິນຄຳ ສາບານຂອງນາງແຕ່ບໍ່ເວົ້າຫຍັງເລີຍເພື່ອປະຕິຍານໄວ້ນັ້ນຄົງຢູ່, ຄຳປະຕິຍານດັ່ງກ່າວມີຜົນບັງຄັບໃຊ້ບໍ?

ແມ່ນ, ມີຜົນບັງຄັບໃຊ້.

Numbers 30:5

ຖ້າຍິງສາວຄົນຫນຶ່ງທີ່ອາໄສຢູ່ໃນເຮືອນຂອງພໍ່ຂອງນາງໃຫ້ ຄຳປະຕິຍານໄວ້ແກ່ພຣະ­ຢາເວ ແລະພໍ່ຂອງນາງຄັດຄ້ານນາງໃນມື້ທີ່ລາວໄດ້ຍິນ, ຄຳປະຕິຍານມີຜົນບັງຄັບໃຊ້ບໍ?

ບໍ່, ຄຳປະຕິຍານບໍ່ມີຜົນບັງຄັບໃຊ້.

Numbers 30:6

ຖ້າຍິງສາວທີ່ແຕ່ງງານແລ້ວເຮັດໃຫ້ຄຳປະຕິຍານແລະຜົວຂອງນາງໄດ້ຍິນກ່ຽວກັບມັນແລະບໍ່ມີຫຍັງທີ່ຈະຢຸດນາງ, ແມຄຳປະຕິຍານມີຜົນບັງຄັບໃຊ້ບໍ?

ແມ່ນ, ຄຳປະຕິຍານມີຜົນບັງຄັບໃຊ້.

Numbers 30:8

ຖ້າຜົວຂອງແມ່ຍິງຫນຸ່ມຄົນຫນຶ່ງຄັດຄ້ານນາງໃນມື້ທີ່ລາວໄດ້ຍິນ ຄຳສາບານຂອງນາງ, ຄຳ ປະຕິຍານດັ່ງກ່າວມີຜົນບັງຄັບໃຊ້ບໍ?

ບໍ່, ຄຳປະຕິຍານບໍ່ມີຜົນບັງຄັບໃຊ້.

Numbers 30:9

ຖ້າແມ່ຫມ້າຍ ຫລືຜູ້ຍິງທີ່ຢ່າຮ້າງ ຄຳປະຕິຍານໄວ້ແດ່ພຣະຢາເວ, ຄຳປະຕິຍານຈະບັງຄັບໃຊ້ໄດ້ບໍ?

ແມ່ນ, ຄຳປະຕິຍານຈະບັງຄັບໃຊ້ໄດ້.

ຖ້າແມ່ຍິງໃນຄອບຄົວຂອງຜົວ ຄຳປະຕິຍານໄວ້, ແລະຜົວຂອງນາງຈະເລີກມັນໃນມື້ທີ່ລາວໄດ້ຍິນ, ຄຳປະຕິຍານມີຜົນບັງຄັບໃຊ້ບໍ?

ບໍ່, ຄຳປະຕິຍານຂອງນາງບໍ່ບັງຄັບໃຊ້ໄດ້.

Numbers 30:15

ຖ້າຜົວຂອງນາງພະຍາຍາມຍົກເລີກຄຳປະຕິຍານຂອງນາງເປັນເວລາດົນນານຫລັງຈາກລາວໄດ້ຍິນກ່ຽວກັບຄຳເວົ້າດັ່ງກ່າວ, ຄຳປະຕິຍານດັ່ງກ່າວມີຜົນບັງຄັບໃຊ້ບໍ?

ແມ່ນ, ຄຳປະຕິຍານດັ່ງກ່າວມີຜົນບັງຄັບໃຊ້, ແລະ ຖ້າລາວທຳລາຍມັນ, ລາວຕ້ອງຮັບໂທດຕາມຄວາມຊົ່ວ­ຊ້າຂອງນາງ, ແລະ ໂທດຈາກການລະເມີດມັນ.

Numbers 31

Numbers 31:1

ພຣະຢາເວໄດ້ບອກໂມເຊວ່າຈະເກີດຫຍັງຂຶ້ນຫລັງຈາກລາວໄດ້ແກ້ແຄ້ນຄົນມີ­ດີ­ອານເພື່ອຄົນອິ­ສຣາ­ເອນ?

ອົງພຣະຢາເວໄດ້ກ່າວຕໍ່ໂມເຊຈະຕາຍ ແລະ ຈະເຕົ້າໂຮມກັບປະຊາຊົນຂອງລາວ.

Numbers 31:3

ແຕ່ລະເຜົ່າມີທະຫານຈຳນວນເທົ່າໃດທີ່ຈະສົ່ງໄປເຮັດສົງຄາມກັບຄົນມີ­ດີ­ອານ?

ແຕ່ລະເຜົ່າຈະສົ່ງທະຫານຫມື່ນສອງພັນຄົນ.

Numbers 31:6

ມີຫຍັງເກີດຂື້ນໃນການຕໍ່ສູ້ຂອງຊາວອິດສະຣາເອນກັບຄົນມີ­ດີ­ອານ?

ຄົນມີ­ດີ­ອານຖືກຂ້າທຸກຄົນ, ລວມທັງກະສັດຂອງພວກເຂົາ ແລະບາ­ລາ­ອາມ.

Numbers 31:9

ທະຫານຂອງອິດສະຣາເອນໄດ້ຍຶດເອົາສິ່ງທີ່ປຸ້ນຈາກຊາວມີ­ດີ­ອານຫຍັງແດ່?

ທະຫານຂອງອິດສະຣາເອນໄດ້ຈັບຜູ້­ຍິງຊາວມີ­ດີ­ອານທັງຫມົດ, ພ້ອມກັບພວກເດັກ­ນ້ອຍທັງ­ຫລາຍ, ແລະ ກວາດເອົາຝູງງົວຝູງແບ້ແກະ ແລະ ເຄື່ອງຂອງທັງປວງໄປຫມົດ ແລະ ເປັນຊັບທີ່ປຸ້ນມາໄດ້.

Numbers 31:13

ເປັນຫຍັງໂມເຊຈຶ່ງໂກດຮ້າຍກັບພວກນາຍທະ­ຫານຂອງອິດສະຣາເອນ?

ໂມ­ເຊຮ້າຍພວກນາຍທະ­ຫານ ເພາະພວກເຂົາໄດ້ໄວ້ຊີ­ວິດພວກຜູ້ຍິງທັງຫມົດ.

Numbers 31:16

ເປັນຫຍັງໂມເຊຈຶ່ງໂກດຮ້າຍທີ່ພວກນາຍທະຫານຂອງອິດສະຣາເອນໄດ້ໄວ້ຊີ­ວິດພວກຜູ້­ຍິງຊາວມີ­ດີ­ອານທັງຫມົດ?

ໂມເຊຈຶ່ງໂກດຮ້າຍເພາະວ່າພວກຜູ້­ຍິງຊາວມີ­ດີ­ອານໄດ້ເຮັດໃຫ້ຄົນອິ­ສຣາ­ເອນ, ຍ້ອນຄຳປຶກ­ສາຂອງບາ­ລາ­ອາມ, ຫລົງລະ­ເມີດຕໍ່ພຣະ­ຢາເວ.

ໂມເຊໄດ້ສັ່ງຜູ້ໃດໃນກອງທັບອິດສະຣາເອນຂ້າໃຜ?

ໂມເຊໄດ້ສັ່ງເຈົ້ານາຍເປັນຜູ້ຂ້າຜູ້ຊາຍທຸກຄົນທ່າມກາງເດັກນ້ອຍຜູ້ຊາຍທຸກຄົນ, ແລະ ປະ­ຫານຊີ­ວິດຜູ້­ຍິງທີ່ເຄີຍນອນຮ່ວມກັບຊາຍທຸກຄົນ.

Numbers 31:18

ໂມເຊໄດ້ບອກຜູ້ໃດພວກນາຍທະຫານ ພວກເຂົາສາມາດໄວ້ຊີວິດໃຜໄດ້?

ໂມເຊໄດ້ບອກພວກນາຍທະຫານວ່າ ພວກເຂົາຈົ່ງໄວ້ຊີ­ວິດເດັກ­ຜູ້­ຍິງທີ່ຍັງບໍ່ເຄີຍນອນຮ່ວມກັບຊາຍໄວ້ສຳ­ລັບເຈົ້າທັງຫລາຍເອງ.

ພວກທະຫານທີ່ຂ້າຄົນຫລືແຕະສົບຄົນຕາຍຕ້ອງໄດ້ພັກຢູ່ນອກຄ້າຍທະຫານອິດສະຣາເອນດົນປານໃດ?

ພວກເຂົາຕ້ອງໄດ້ພັກຢູ່ນອກຄ້າຍເປັນເວລາເຈັດມື້.

ຜູ້ຊາຍໃນກອງທັບອິດສະຣາເອນຜູ້ໃດຕ້ອງຊຳລະຕົວເອງ?

ທຸກຄົນໃນກອງທັບຜູ້ໃດທີ່ໄດ້ຂ້າຄົນ ຫລື ຜູ້ໃດທີ່ໄດ້ແຕະ­ຕ້ອງສົບຄົນຕາຍ ຕ້ອງຊຳ­ລະຕົວ.

ໃນມື້ໃດທີ່ພວກທະຫານແລະນັກໂທດຂອງພວກເຂົາຕັ້ງຄ້າຍພັກຢູ່ນອກຄ້າຍຂອງອິດສະຣາເອນທີ່ຈະຕ້ອງເຮັດຊຳລະຕົນເອງ?

ພວກເຂົາຕັ້ງຄ້າຍພັກຢູ່ນອກຄ້າຍຂອງອິດສະຣາເອນ ທີ່ຈະຕ້ອງເຮັດຊຳລະຕົນເອງໃນມື້ທີສາມ ແລະ ມື້ທີເຈັດ.

Numbers 31:25

ໂມເຊຂໍໃຫ້ເອເລອາຊາຜູ້ເປັນປະໂລຫິດ ແບ່ງປັນສິ່ງທີ່ປູ້ນໄດ້ຈາກສົງຄາມໃຫ້ລະຫວ່າງສອງກຸ່ມໃດ?

ໂມເຊຂໍໃຫ້ເອເລອາຊາແບ່ງປັນສິ່ງທີ່ປຸ້ນໄດ້ຈາກສົງຄາມໃຫ້ລະຫວ່າງໃຫ້ທະ­ຫານຜູ້ອອກໄປເຮັດສົງ­ຄາມສ່ວນຫນຶ່ງ, ແລະ ໃຫ້ບັນດາຊຸມ­ນຸມ­ຊົນອີກສ່ວນຫນຶ່ງ.

Numbers 31:28

ພາສີທີ່ພວກທະຫານຕ້ອງຫັກເອເລອາຊາຜູ້ເປັນປະໂລຫິດເປັນແນວໃດ?

ພວກທະ­ຫານຕ້ອງຫັກພາສີຫ້າຮ້ອຍຫັກຫນຶ່ງ ທັງຄົນ ແລະງົວ ແລະ ລໍ ແລະຝູງແບ້ ຫລື ແກະ.

Numbers 31:30

ຈະເປັນແນວໃດອາກອນປະຊາຊົນອິດສະຣາເອນທີ່ຈະໃຫ້ກັບຄົນເລວີຜູ້ທີ່ດູແລຫໍເຕັນ?

ປະຊາຊົນອິ­ດຣາ­ເອນຕ້ອງນຳຫ້າສິບຫັກຫນຶ່ງຈາກຄົນ, ຝູງງົວ, ຝູງລໍ, ແລະ ຝູງແບ້ແກະ.

Numbers 31:50

ເປັນຫຍັງພວກເຈົ້ານາຍຂອງກອງທັບອິດສະຣາເອນຈຶ່ງນຳ ເອົາເຄື່ອງຖວາຍແດ່ພຣະຢາເວ?

ພວກເຂົານຳ ເອົາເຄື່ອງຖວາຍເພື່ອເຮັດການລົບລ້າງມົນ­ທິນບາບຂອງພວກເຮົາທັງ­ຫລາຍຕໍ່ພຣະ­ພັກພຣະ­ຢາເວ.

Numbers 31:52

ເປັນຫຍັງຄຳທັງຫມົດຈາກນາຍພັນ ແລະນາຍ­ຮ້ອຍນຳຖວາຍໃຫ້ແດ່ພຣະຢາເວ?

ມັນຖືກນຳມາໃນຫໍ­ເຕັນສັກ­ສິດແຫ່ງຊຸມ­ນຸມ ເປັນທີ່ລະ­ນຶກແກ່ຄົນອິ­ສຣາ­ເອນຕໍ່ພຣະ­ພັກພຣະ­ຢາເວ.

Numbers 32

Numbers 32:1

ເປັນຫຍັງຄົນຣູເບັນແລະ ກາດ ຈຶ່ງໄປເວົ້າກັບໂມເຊ?

ເຊື້ອສາຍຣູເບັນແລະ ກາດຈຶ່ງໄປເວົ້າກັບໂມເຊເພາະວ່າພວກເຂົາໄດ້ເຫັນແຜ່ນ­ດິນຢາ­ເຊແລະແຜ່ນ­ດິນກິ­ເລ­ອາດ, ບ່ອນນັ້ນເປັນບ່ອນທີ່ເຫມາະແກ່ຝູງສັດ ແລະຄົນຣູ­ເບັນແລະຄົນກາດມີຝູງງົວເປັນຈຳ­ນວນຫລາຍ.

Numbers 32:6

ເປັນຫຍັງໂມເຊຈຶ່ງຄິດວ່າຄົນກາດາແລະຣູເບັນຕ້ອງການທີ່ຈະພັກຢູ່ຢາ­ເຊແລະກິ­ເລ­ອາດ?

ລາວຄິດວ່າພວກເຂົາຕ້ອງການຕັ້ງຖິ່ນຖານຢູ່ບ່ອນນັ້ນ ແລະໃຫ້ໃຫ້ພີ່­ນ້ອງຂອງເຈົ້າໄປເຮັດສົງ­ຄາມ.

ໂມເຊຄິດວ່າຈະເປັນຫຍັງເກີດຂື້ນກັບຈິດໃຈຂອງປະຊາຊົນອິດສະຣາເອນຖ້າຫາກວ່າປະຊາຊົນຂອງກາດແລະຣູເບັນໄດ້ຕົກລົງຢູ່ທີ່ນັ້ນ?

ໂມເຊຄິດວ່າຈິດໃຈຂອງປະຊາຊົນຈະທໍ້­ຖອຍ.

Numbers 32:8

ພໍ່ຂອງເຈົ້າທັງ­ຫລາຍໄດ້ເຮັດຫຍັງ ເມື່ອໂມເຊໄດ້ໃຊ້ພວກເຂົາໄປຈາກກາ­ເດັດ-ບາ­ເນ­ອາ ໃຫ້ສອດ­ແນມເບິ່ງແຜ່ນ­ດິນນັ້ນ?

ພວກເຂົາໄດ້ເຫັນແຜ່ນ­ດິນນັ້ນ­ແລ້ວ ພວກເຂົາກໍເຮັດໃຫ້ຈິດ­ໃຈຄົນອິ­ສຣາ­ເອນທໍ້­ຖອຍທີ່ຈະຍົກເຂົ້າໄປໃນແຜ່ນ­ດິນ.

Numbers 32:10

ເປັນຫຍັງພຣະຜູ້ເປັນເຈົ້າຈຶ່ງສາບານວ່າຈະບໍ່ມີຜູ້ໃດໃນບັນດາຜູ້ຊາຍຊາວອິດສະຣາເອນຕັ້ງແຕ່ອາຍຸ 20 ປີຂື້ນໄປຍົກເວັ້ນແຕ່ກາ­ເລັບ ແລະ ໂຢຊວຍຈະເຫັນແຜ່ນດິນແຫ່ງພັນທະສັນຍາກັບອັບຣາຮາມ, ອີຊາກ, ແລະຢາໂຄບ?

ພຣະຢາເວໄດ້ສາບານຢ່າງນີ້ ເພາະວ່າລາວໂກດແຄ້ນພວກອິດສະຣາເອນບໍ່ໄດ້ເຮັດຕາມລາວເລີຍ.

Numbers 32:13

ເປັນຫຍັງພຣະຢາເວຈຶ່ງສັນຍາວ່າຈະບໍ່ມີຜູ້ໃດໃນບັນດາຜູ້ຊາຍຊາວອິດສະຣາເອນຕັ້ງແຕ່ອາຍຸ 20 ປີຂື້ນໄປຍົກເວັ້ນແຕ່ກາເລບແລະໂຢຊວຍຈະເຫັນແຜ່ນດິນທີ່ພຣະອົງໄດ້ສັນຍາກັບອັບຣາຮາມ, ອີຊາກ, ແລະຢາໂຄບ?

ພຣະຢາເວໄດ້ຊົງສັນຍາເພາະວ່າພຣະອົງມີຄວາມໂກດຮ້າຍທີ່ຜູ້ຊາຍຂອງອິດສະຣາເອນບໍ່ໄດ້ເຊື່ອຟັງພຣະອົງ.

Numbers 32:16

ຄົນຣູເບັນ ແລະ ກາດ ໄດ້ສັນຍາຫຍັງກັບໂມເຊ ຖ້າລາວຈະອະນຸຍາດໃຫ້ພວກເຂົາສ້າງຄອກສຳ­ລັບຝູງແບ້ແກະບ່ອນນີ້, ແລະສ້າງເມືອງສຳ­ລັບຄອບຄົວຂອງເຮົາທັງ­ຫລາຍ?

ພວກເຂົາສັນຍາຈະຖືອາ­ວຸດພ້ອມທີ່ຈະໄປຂ້າງຫນ້າຄົນອິດສະຣາເອນ ແລະຈະບໍ່ກັບຈົນກວ່າພວກເຂົາຈະນຳຄົນອິດສະຣາເອນເຖິງບ່ອນຂອງພວກເຂົາ.

Numbers 32:20

ໂມເຊໄດ້ຕັດສິນໃຈເຮັດຫຍັງກ່ຽວກັບຄຳຮ້ອງຂໍຄົນຣູເບັນແລະ ກາດໄດ້ເຮັດ?

ໂມ­ເຊຈຶ່ງກ່າວແກ່ພວກເຂົາວ່າຖ້າພວກເຈົ້າໄປສົງຄາມກັບຄົນອິດສະຣາເອນ ແລະ ຂັບໄລ່ສັດ­ຕູໃຫ້ພົ້ນຈາກແຜ່ນດິນ, ພາຍ­ຫລັງພວກເຈົ້າຈຶ່ງຈະກັບແຜ່ນ­ດິນນີ້ຈະຕົກເປັນກຳ­ມະສິດຂອງພວກເຈົ້າ ແລະ ຈະບໍ່ມີໂທດຕໍ່ພຣະຢາເວ ແລະ ຄົນອິດສະຣາເອນ.

Numbers 32:28

ຈະເປັນແນວໃດຖ້າຄົນຣູເບັນແລະ ກາດບໍ່ຖືອາ­ວຸດຂ້າມໄປແລະຕໍ່ສູ້ກັບພວກອິດສະຣາເອນທີ່ຈະຍຶດເອົາແຜ່ນດິນທີ່ພຣະຢາເວໄດ້ມອບໃຫ້ແກ່ພວກເຂົາ?

ຖ້າພວກເຂົາບໍ່ຖືອາ­ວຸດຂ້າມໄປ ແລະ ຕໍ່ສູ້ກັບພວກອິດສະຣາເອນ, ຫລັງຈາກນັ້ນພວກເຂົາກໍຈະບໍ່ໄດ້ແຜ່ນ­ດິນກິເລ­ອາດ, ແຕ່ພວກເຂົາຈະໄດ້ມາຊຶ່ງຊັບສິນຂອງພວກເຂົາຢູ່ແຜ່ນ­ດິນກາ­ນາ­ອານ.

Numbers 32:31

ຄົນຣູເບັນແລະກາດແລະເຄິ່ງເຜົ່າຂອງມານາເຊໄດ້ສັນຍາກັບຜູ້ນຳອິດສະຣາເອນວ່າແນວໃດ?

ພວກເຮົາໄດ້ສັນຍາຈະຖືອາ­ວຸດຂ້າມໄປສູ່ແຜ່ນ­ດິນກາ­ນາ­ອານ.

Numbers 32:33

ໂມເຊໄດ້ມອບດິນແດນໃດໃຫ້ແກ່ຄົນກາດແລະຣູເບັນ, ແລະໃຫ້ແກ່ເຄິ່ງເຜົ່າຂອງມານາເຊ?

ລາວໄດ້ມອບໃຫ້ພວກເຂົາ ອາ­ນາ­ຈັກຂອງສີ­ໂຫນກະ­ສັດແຫ່ງຄົນອະ­ໂມ­ຣີດ, ແລະ ອາ­ນາ­ຈັກຂອງໂອກກະ­ສັດແຫ່ງບາ­ຊານ.

Numbers 33

Numbers 33:3

ເປັນຫຍັງປະຊາຊົນອິດສະຣາເອນສາມາດອອກຈາກ ຣາ­ເມ­ເສດຢ່າງເມີໄຊໂດຍບໍ່ມີການຄັດຄ້ານຈາກຊາວເອຢີບ?

ພວກເຂົາສາມາດອອກມາຢ່າງມີໄຊ ເພາະວ່າຊາວເອຢິບກຳ­ລັງຝັງສົບລູກຫົວ­ປີທັງ­ຫລາຍຂອງຕົນ.

Numbers 33:8

ເປັນຫຍັງປະຊາຊົນອິດສະຣາເອນຈຶ່ງເລືອກທີ່ຈະຕັ້ງຄ້າຍພັກຢູ່ເອລີມ?

ພວກເຂົາເລືອກຈະຕັ້ງຄ້າຍພັກຢູ່ບ່ອນນັ້ນເພາະວ່າມີນໍ້າ­ພຸສິບສອງແຫ່ງ, ແລະ ຕົ້ນປາມເຈັດສິບຕົ້ນ.

Numbers 33:11

ປະຊາຊົນອິດສະຣາເອນບໍ່ສາມາດພົບເຫັນຫຍັງຢູ່ທີ່ ເຣ­ຟີ­ດີມ?

ບໍ່ພົບນໍ້າຢູ່ ເຣ­ຟີ­ດີມ.

Numbers 33:38

ດົນປານໃດຫລັງຈາກຄົນອິດສະຣາເອນຍົກຍ່າງອອກຈາກເອຢີບ, ອາໂຣນເສຍຊີວິດຢູ່ເທິງພູເຂົາໂຮ­ເຣ?

ອາໂຣນເສຍຊີວິດເປັນປີທີ່ສີ່ສິບ ຫລັງຈາກຄົນອິດສະຣາເອນຍົກຍ່າງອອກຈາກເອຢີບ.

Numbers 33:50

ພຣະຢາເວສັ່ງໃຫ້ປະຊາຊົນຜ່ານໂມເຊເຮັດຫຍັງຫລັງຈາກພວກເຂົາຂ້າມແມ່ນໍ້າຈໍແດນເຂົ້າໄປໃນແຜ່ນດິນການາອານ?

ພຣະຢາເວສັ່ງໃຫ້ພວກເຂົາຂັບໄລ່ຊາວເມືອງນັ້ນອອກທັງຫມົດໃຫ້ພົ້ນ ແລະ ທຳ­ລາຍຮູບແກະ­ສະ­ຫລັກຂອງພວກເຂົາໃຫ້ຫມົດ.

Numbers 33:53

ພຣະຢາເວຕ້ອງການໃຫ້ປະຊາຊົນອິດສະຣາເອນແບ່ງປັນແຜ່ນດິນທີ່ພວກເຂົາເປັນເຈົ້າຂອງແນວໃດ?

ພຣະຢາເວຕ້ອງການໃຫ້ປະຊາຊົນອິດສະຣາເອນແບ່ງປັນແຜ່ນດິນໂດຍການຈັບສະ­ຫລາກ, ຕາມຄອບ­ຄົວທີ່ໃຫຍ່ໃຫ້ມໍລະດົກສ່ວນໃຫຍ່, ຄອບ­ຄົວທີ່ນ້ອຍໃຫ້ມໍ­ລະ­ດົກສ່ວນນ້ອຍ.

Numbers 33:55

ຈະເກີດຫຍັງຂຶ້ນຖ້າປະຊາຊົນອິດສະຣາເອນບໍ່ໄດ້ຂັບໄລ່ຊາວເມືອງນັ້ນອອກໃຫ້ພົ້ນ?

ຊາວເມືອງຜູ້ທີ່ພວກເຈົ້າອະນຸຍາດໃຫ້ຢູ່ຈະເຮັດເປັນຫນາມທີ່ສີຂ້າງຂອງພວກເຂົາ.

Numbers 34

Numbers 34:13

ແມ່ນໃຜເປັນຜູ້ຄົນທີ່ຈະໄດ້ຮັບແຜ່ນດິນການາອານເປັນມໍລະດົກຂອງພວກເຂົາ?

ທັງເກົ້າຕະ­ກຸນກັບອີກເຄິ່ງຕະ­ກຸນະໄດ້ຮັບແຜ່ນດິນການາອານເປັນມໍລະດົກຂອງພວກເຂົາ.

ຄົນຣູ­ເບັນແລະກາດແລະເຄິ່ງເຜົ່າຂອງມານາເຊຈະໄດ້ຮັບສ່ວນແບ່ງທີ່ດິນຂອງພວກເຂົາຄືແນວໃດ?

ຄົນຣູ­ເບັນ ແລະ ກາດແລະເຄິ່ງເຜົ່າຂອງມານາເຊຈະໄດ້ຮັບສ່ວນແບ່ງທີ່ດິນຂອງພວກເຂົາ ທີ່ຟາກແມ່­ນໍ້າຢໍ­ແດນເບື້ອງນີ້ໃກ້ກັບເມືອງເຢ­ຣິ­ໂກທາງທິດ­ຕາ­ເວັນ­ອອກ.

Numbers 34:16

ແມ່ນໃຜຜູ້ຊາຍທີ່ຈະແບ່ງດິນແດນສໍາລັບມໍລະດົກຂອງພວກເຂົາ?

ເອ­ເລ­ອາ­ຊາປະ­ໂລ­ຫິດ ແລະ ໂຢ­ຊວຍລູກຊາຍນູນ, ຜູ້ນຳຂອງຄົນທຸກເຜົ່າ.

Numbers 34:27

ພຣະຢາເວໄດ້ສັ່ງໃຫ້ຜູ້ຊາຍເຫລົ່ານີ້ເຮັດຫຍັງ?

ພຣະຢາເວໄດ້ສັ່ງພວກເຂົາແບ່ງແຜ່ນ­ດິນກາ­ນາ­ອານ ແລະມອບໃຫ້ແຕ່ລະເຜົ່າຂອງອີດສະຣາເອນ.

Numbers 35

Numbers 35:1

ພຣະຢາເວໄດ້ສັ່ງຫຍັງແຕ່ລະເຜົ່າຂອງອິດສະຣາເອນໃຫ້ເຮັດຫຍັງກັບພວກເລວີ?

ຣະຢາເວໄດ້ສັ່ງພວກເຂົາມອບໃຫ້ຄົນເລວີ ສ່ວນແບ່ງທີ່ດິນຂອງຕົນເອງ, ເມືອງຕ່າງໆໃຫ້ພວກເຂົາອາໄສຢູ່, ແລະ ທົ່ງຫຍ້າລ້ຽງສັດທີ່ຢູ່.

Numbers 35:6

ມີຈັກເມືອງທີ່ຈະມອບໃຫ້ຊາວເລວີ?

ສີ່ສິບແປດຫົວເມືອງໄດ້ຍົກໃຫ້ຄົນເລ­ວີ.

ຈຸດປະສົງສຳລັບຫົກເມືອງທີ່ຊາວເລວີຈະໄດ້ຮັບແມ່ນຫຍັງ?

ພວກເຂົາຕ້ອງຮັບໃຊ້ເປັນເມືອງລີ້ໄພ ຊຶ່ງພວກທີ່ຖືກກ່າວຫາວ່າຂ້າຄົນສາມາດຫນີໄປຢູ່ທີ່ນັ້ນໄດ້.

Numbers 35:16

ສິ່ງທີ່ຈະເຮັດໃຫ້ຊາຍທີ່ຖືກກ່າວຫາຖືກປະຫານຊີວິດຢ່າງແນ່ນອນ?

ລາວຈະຖືກປະຫານຊີວິດຖ້າລາວຕີຄົນອື່ນດ້ວຍເຄື່ອງ­ມືເຫລັກ, ກ້ອນຫີນໃນມື, ຫລືໃຊ້ອາວຸດໄມ້ ແລະ ຜູ້ເຄາະຮ້າຍຂອງລາວນັ້ນຕາຍ.

Numbers 35:19

ຈະມີຫຍັງເກີດຂື້ນຖ້າຜູ້ຖືກກ່າວຫາທີ່ບໍ່ມີອາວຸດເຮັດໃຫ້ຜູ້ໃດຜູ້ຫນຶ່ງບາດເຈັບຈົນວ່າພວກເຂົາຈະຕາຍ?

ຖ້າຜູ້ຖືກກ່າວຫາທີ່ບໍ່ມີອາວຸດຈັບບຸກຄົນໃດຄົນຫນຶ່ງ ຫລື ແກວ່ງກ້ອນຫີນໃສ່ລາວໃນຂະນະທີ່ລີ້ຊ່ອນ, ຫລື ຕີດ້ວຍມືຂອງລາວເພື່ອໃຫ້ຜູ້ຖືກເຄາະຮ້າຍເສຍຊີວິດ, ຜູ້ທີ່ຖືກກ່າວຫານັ້ນຕ້ອງຖືກປະຫານຊີວິດ.

Numbers 35:24

ຊຸມຊົນຕ້ອງເຮັດຫຍັງແດ່ເພື່ອຊ່ວຍຊີວິດຜູ້ທີ່ຖືກກ່າວຫາຂ້າຄົນ, ຜູ້ຖືກເຄາະຮ້າຍເສຍຊີວິດຍ້ອນຄວາມອັນຕະລາຍໂດຍບໍ່ຕັ້ງໃຈ?

ໃຫ້ຊຸມ­ນຸມ­ຊົນພາໂຕຜູ້ຊາຍຄົນທີ່ຖືກກ່າວຫາກັບໄປເມືອງລີ້ໄພ, ຊຶ່ງລາວໄດ້ຫນີໄປຢູ່ນັ້ນ.

Numbers 35:26

ເມື່ອໃດທີ່ຜູ້ຄຽດແຄ້ນຈະຂ້າຜູ້ຊາຍທີ່ຖືກກ່າວຫາ ແລະຍັງບໍ່ມີຄວາມຜິດໃນການຂ້າຄົນ?

ຖ້າຜູ້ຄຽດແຄ້ນພົບລາວນອກເຂດເມືອງລີ້ໄພ, ຜູ້ຄຽດແຄ້ນໄດ້ຂ້າຜູ້ຂ້າຄົນນັ້ນ, ຜູ້ທີ່ຄຽດແຄ້ນຈະບໍ່ມີຄວາມຜິດໃດ.

ເມື່ອໃດຜູ້ຂ້າຄົນນັ້ນເປັນອິດສະລະ ສາ­ມາດກັບໄປແຜ່ນ­ດິນທີ່ເຂົາຖືກຳ­ມະ­ສິດຢູ່ໄດ້?

ລາວຈະເປັນອິດສະລະກັບຄືນຫລັງຈາກທີ່ມະ­ຫາປະ­ໂຣ­ຫິດຕາຍແລ້ວ.

Numbers 35:29

ມີສິ່ງໃດທີ່ຈຳເປັນກ່ອນທີ່ຂ້າຕະກອນສາມາດປະຫານຊີວິດໄດ້?

ພະຍານຫລາຍກວ່າຫນຶ່ງຄົນແມ່ນສິ່ງຈຳເປັນກ່ອນທີ່ຂ້າຕະກອນສາມາດປະຫານຊີວິດ.

Numbers 35:31

ຜູ້ທີ່ຍອມຮັບຄ່າໄຖ່ອັນໃດ ສຳລັບຊີວິດຂອງຄົນທີ່ຄາດຕະ ກຳ?

ປະຊາຊົນຕ້ອງຍອມຮັບຄ່າໄຖ່ບໍ່ໄດ້ ສຳລັບຊີວິດຂອງຄົນທີ່ເປັນຂ້າຕະກອນ ຫລື ຄົນທີ່ຫລົບ­ຫນີໄປຍັງເມືອງລີ້ໄພ.

Numbers 35:33

ມີສິ່ງດຽວທີ່ສາມາດຊົດໃຊ້ແທນທີ່ດິນທີ່ມີເລືອດໄຫລອອກ?

ພຽງແຕ່ເລືອດຂອງຜູ້ທີ່ເຮັດໃຫ້ເລືອດຕົກຈະຊົດໃຊ້ແທນທີ່ດິນ.

Numbers 36

Numbers 36:1

ພຣະຢາເວໄດ້ສັ່ງໃຫ້ໂມເຊມອບແຜ່ນດິນເສໂລເຟຮັດໃຫ້ກັບໃຜ?

ພຣະຢາເວໄດ້ສັ່ງໃຫ້ໂມເຊມອບແຜ່ນດິນເສໂລເຟຮັດໃຫ້ກັບລູກສາວຂອງລາວ.

Numbers 36:3

ຈະມີຫຍັງເກີດຂື້ນກັບແຜ່ນດິນຂອງເສໂລເຟຮັດຖ້າວ່າລູກສາວຂອງລາວແຕ່ງງານກັບຜູ້ຊາຍຈາກເຜົ່າອື່ນໆໃນອິດສະຣາເອນ?

ຖ້າພວກເຂົາເຮັດແນວນັ້ນ, ດິນແດນຂອງພວກເຂົາຈະເປັນຂອງເຜົ່າທີ່ພວກເຂົາແຕ່ງງານ.

ຈະເກີດຫຍັງຂຶ້ນກັບແຜ່ນດິນທີ່ເປັນຂອງລູກສາວຜູ້ຫນຶ່ງທີ່ໄດ້ແຕ່ງງານກັບຜູ້ຊາຍຈາກເຜົ່າອື່ນເມື່ອເມື່ອເຖິງປີແຫ່ງສຽງເຂົາສັດມາເຖິງ?

ເມື່ອເຖິງປີແຫ່ງສຽງເຂົາສັດມາເຖິງ, ສ່ວນແບ່ງທີ່ເປັນຂອງລູກສາວຈະເປັນຂອງເຜົ່າຂອງຜົວ ແລະ ຈະຖືກເອົາໄປຈາກເຜົ່າຂອງເສໂລເຟຮັດ.

Numbers 36:5

ພຣະຢາເວໄດ້ໃຫ້ຄຳສັ່ງຫຍັງຜ່ານໂມເຊກ່ຽວກັບພວກລູກສາວຂອງເສໂລເຟຮັດ?

ພຣະຢາເວໄດ້ໃຫ້ຄຳສັ່ງທີ່ພວກລູກສາວຂອງເສໂລເຟຮັດມີສິດທີ່ຈະແຕ່ງງານກັບໃຜກໍໄດ້ແຕ່ ຕ້ອງແມ່ນຄົນໃນເຜົ່າດຽວກັນ.

Numbers 36:7

ສິ່ງທີ່ບໍ່ເຄີຍເກີດຂື້ນກັບການແບ່ງປັນທີ່ດິນໃນອິດສະຣາເອນ?

ສ່ວນມໍ­ລະ­ດົກຂອງຄົນອິ­ດສະຣາ­ເອນຈະບໍ່ຖືກຍົກ­ຍ້າຍຈາກຕະກຸນຫນຶ່ງໄປໃຫ້ອີກຕະ­ກຸນຫນຶ່ງ, ຄົນອິ­ດສະຣາ­ເອນທຸກຄົນຕ້ອງຢູ່ໃນມໍ­ລະ­ດົກຂອງຕະ­ກຸນບັນ­ພະ­ບູ­ລຸດຂອງຕົນ.

Numbers 36:8

ເປັນຫຍັງພຣະຢາເວຈຶ່ງບັນຊາວ່າແມ່ຍິງທຸກຄົນໃນບັນດາຊາວອິດສະຣາເອນທີ່ເປັນເຈົ້າຂອງດິນແດນໃນເຜົ່າຂອງນາງຕ້ອງໄດ້ແຕ່ງງານກັບຜູ້ໃດຜູ້ຫນຶ່ງທີ່ເປັນເຊື້ອສາຍຂອງເຜົ່າຂອງພໍ່?

ພຣະຢາເວຈຶ່ງບັນຊານີ້ເພື່ອໃຫ້ທຸກຄົນໃນບັນດາປະຊາຊົນອິດສະຣາເອນສາມາດເປັນເຈົ້າຂອງມໍລະດົກຈາກບັນພະບຸລຸດຂອງລາວ.

Numbers 36:10

ລູກສາວຂອງເຊ­ໂລ­ເຟ­ຮັດປະຕິບັດຕາມຄໍາສັ່ງນີ້ຈາກ ພຣະຢາເວໄດ້ແນວໃດ?

ພວກ​ນາງໄດ້ແຕ່ງ­ງານກັບຄອບ­ຄົວມາ­ນາ­ເຊ ໃນທາງນີ້, ມໍ­ລະ­ດົກຂອງນາງກໍຍັງຢູ່ໃນຕະ­ກຸນພໍ່ຂອງນາງ.