ພາສາລາວ (Lao): translationQuestions Print

Updated ? hours ago # views See on WACS

Habakkuk 1

Habakkuk 1:1

ຮາບາກຸກຖາມຄຳຖາມຫຍັງພຣະຢາເວໃນຂະນະທີ່ລາວເລີ່ມປະກາດ?

ຮາບາກຸກຖາມວ່າເປັນຫຍັງພຣະຢາເວບໍ່ໄດ້ຍິນຫລືຊ່ວຍລາວ, ເຖິງແມ່ນວ່າລາວໄດ້ຮ້ອງຂໍຄວາມຊ່ວຍເຫລືອ.

Habakkuk 1:3

ຮາບາກຸກຖືກສ້າງຂື້ນເພື່ອໃຫ້ເບິ່ງຫຍັງ?

ຮາບາກຸກກຳລັງຖືກສ້າງຂຶ້ນ ເພື່ອໃຫ້ເບິ່ງຄວາມຊົ່ວ, ການເຮັດຜິດ, ການທຳລາຍ, ຄວາມຮຸນແຮງ, ການຜິດຖຽງກັນ ແລະການຂັດແຍ້ງ.

ຄວາມຍຸດຕິທຳແບບໃດກຳລັງຈະເກີດຂຶ້ນ?

ຄວາມຍຸດຕິທຳທີ່ບໍ່ຖືກຕ້ອງກຳລັງຈະເກີດຂຶ້ນ.

Habakkuk 1:5

ພຣະຢາເວບອກຮາບາກຸກວ່າລາວຈະເຫັນຫຍັງໃນສະໄຫມຂອງລາວ?

ພຣະຜູ້ເປັນເຈົ້າກ່າວວ່າ ຮາບາກຸກຈະເຫັນຊາວຊາວເຄເດັຽ ເດີນຂະບວນກອງທັບຜ່ານແຜ່ນດິນເພື່ອຍຶດເປັນທີ່ຢູ່ອາໄສ.

ຊົນເຜົ່າຊາວເຄເດັຽເປັນຄົນແບບໃດ?

ຊາວຊາວເຄເດັຽ ແມ່ນເປັນຫນ້າຢ້ານກົວ ແລະ ເປັນຕາຢ້ານຫລາຍ.

Habakkuk 1:8

ຊາວເຄເດັຽໄດ້ຮວບຮວມເອົາຫຍັງກັບຄວາມຮຸນແຮງ?

ຊາວເຄເດັຽໄດ້ລວບລວມພວກທີ່ຖືກຈັບເປັນຊະເລີຍເຫມືອນກັນກັບເມັດດິນຊາຍດ້ວຍຄວາມຮຸນແຮງ.

Habakkuk 1:10

ຊາວເຄເດັຽມີທັດສະນະແນວໃດຕໍ່ກະສັດ ແລະ ຜູ້ປົກຄອງອື່ນໆ?

ຊາວເຄເດັຽໄດ້ເຢາະເຢີ້ຍກະສັດ ແລະ ຜູ້ປົກຄອງອື່ນໆ.

Habakkuk 1:12

ຜູ້ໃດໄດ້ແຕ່ງຕັ້ງໃຫ້ຊາວເຄເດັຽມາພິພາກສາ?

ພຣະຢາເວໄດ້ແຕ່ງຕັ້ງໃຫ້ຊາວຄັນເດມາ ແລະ ນຳການຕັດສິນຄວາມຜິດ.

ຮາບາກຸກໃຊ້ຄຳຫຍັງເອີ້ນສຳລັບພຣະຢາເວ?

ຮາບາກຸກໃຊ້ຄຳທີ່ວ່າ "ພຣະເຈົ້າຂອງຂ້ອຍ," "ຜູ້ຊົງບໍຣິສຸດ," ແລະ "ເປັນທີ່ກຳບັງເຂັ້ມແຂງ" ສຳລັບພຣະຢາເວ.

Habakkuk 1:13

ຮາບາກຸກໃຊ້ຄຳຖາມ ຫລື ຄຳຮ້ອງທຸກອັນໃດແກ່ພຣະຢາເວ?

ຮາບາກຸກຖາມພຣະຢາເວວ່າເປັນຫຍັງພຣະອົງຈຶ່ງມິດງຽບໃນຂະນະທີ່ຄົນຊົ່ວກືນກິນຄົນຊອບທຳເຫລົ່ານັ້ນຢູ່.

Habakkuk 1:15

ກ່ຽວກັບສິ່ງໃດທີ່ເຮັດໃຫ້ຄົນທີ່ກຳລັງຂ້າປະຊາຊາດຕ່າງໆ ມີຄວາມປິຕິຍິນດີ?

ເຂົາເຈົ້າມີຄວາມປິຕິຍິນດີເມື່ອເຂົາເຈົ້າລວບລວມແລະ ດຶງຄົນອອກໄປໄດ້.

ການກະທຳຫຍັງທີ່ຮາບາກຸກກ່າວວ່າຄ້າຍຄື ໃນການເຕົ້າໂຮມມະນຸດເພື່ອການພິພາກສາ?

ຮາບາກຸກກ່າວວ່າການເຕົ້າໂຮມມະນຸດ ເພື່ອການພິພາກສາແມ່ນຄ້າຍຄືການກວາດປາດ້ວຍມອງ.

ຜູ້ທີ່ຂ້າປະເທດຕ່າງໆມີຄວາມຂາດເຂີນທາງອາລົມແນວໃດ?

ຜູ້ທີ່ຂ້າປະຊາຊາດຂາດຄວາມເຫັນອົກເຫັນໃຈ.

Habakkuk 2

Habakkuk 2:1

ຮາບາກຸກກຳລັງເຝົ້າລະວັງຫຍັງຢູ່?

ຮາບາກຸກກຳລັງເຝົ້າເບິ່ງຢ່າງລະມັດລະວັງ ເພື່ອຈະເຫັນສິ່ງທີ່ພຣະຢາເວໄດ້ກ່າວໄວ້ກັບລາວ.

Habakkuk 2:2

ພຣະຢາເວໄດ້ບອກຮາບາກຸກເຮັດຫຍັງ ກັບນິມິດດັ່ງກ່າວ?

ພຣະຢາເວໄດ້ບອກຮາບາກຸກໃຫ້ບັນທຶກນິມິດນັ້ນໄວ້ໃສ່ໃນແຜ່ນປ້າຍ.

ພຣະຢາເວ ໃຫ້ການຮັບປະກັນອັນໃດແກ່ຮາບາກຸກກ່ຽວກັບນິມິດນີ້ສຳລັບໃນອະນາຄົດ?

ພຣະຢາເວໄດ້ຮັບຮອງກັບຮາບາກຸກວ່າ ນິມິດນີ້ຈະຖືກເວົ້າເຖິງວ່າມັນຈະຊ້າ.

Habakkuk 2:4

ພຣະຢາເວເວົ້າແນວໃດ ຄົນຊອບທຳຈຶ່ງຈະມີຊີວິດຢູ່?

ພຣະຢາເວໄດ້ກ່າວວ່າຄົນຊອບທຳຈະມີຊີວິດຢູ່ດ້ວຍຄວາມເຊື່ອຂອງລາວ.

ພຣະຢາເວເວົ້າຫຍັງໃນສາມຢ່າງທີ່ບໍ່ເຄີຍເຮັດໃຫ້ພໍໃຈໄດ້?

ພຣະຢາເວ ກ່າວວ່າຄວາມປາຖະຫນາຂອງຊາຍຫນຸ່ມທີ່ຈອງຫອງ, ຂຸມຝັງສົບ ແລະ ຄວາມຕາຍແມ່ນບໍ່ເຄີຍພໍໃຈໄດ້ເລີຍ.

Habakkuk 2:6

ພຣະຢາເວເວົ້າວ່າແມ່ນຫຍັງຈະເກີດຂຶ້ນກັບຊາຍຫນຸ່ມທີ່ຈອງຫອງ ຜູ້ທີ່ປຸ້ນຈີ້ເອົາຫລາຍປະເທດ?

ພຣະຢາເວກ່າວວ່າຊາຍຫນຸ່ມທີ່ຈອງຫອງ ຈະຖືກປຸ້ນຈີ້ໂດຍປະຊາຊົນທີ່ເຫລືອຢູ່.

Habakkuk 2:9

ພຣະຢາເວປະກາດວິບັດໃສ່ໃຜໃນຄັ້ງທຳອິດ?

ພຣະຢາເວປະກາດວິບັດກັບຜູ້ທີ່ເອົາຄວາມຊົ່ວຮ້າຍອອກຈາກເຮືອນຂອງຕົນ.

ພຣະຢາເວເວົ້າຫຍັງຈະຮ້ອງໄຫ້ເພາະຄວາມອັບອາຍແລະ ຄວາມບາບ?

ພຣະຢາເວກ່າວວ່າກ້ອນຫີນ ຈະຮ້ອງອອກມາເພາະຄວາມອັບອາຍ ແລະຄວາມບາບ.

Habakkuk 2:12

ພຣະຢາເວປະກາດວິບັດໃສ່ໃຜໃນຄັ້ງທີ່ສອງ?

ພຣະຢາເວປະກາດວິບັດຕໍ່ຜູ້ທີ່ສ້າງນະຄອນດ້ວຍເລືອດ ແລະຄວາມຊົ່ວ.

ຄຳສັນຍາຫຍັງຂອງພຣະຢາເວ ຈະເກີດຂຶ້ນກັບແຜ່ນດິນໃນອະນາຄົດ?

ພຣະຢາເວສັນຍາວ່າແຜ່ນດິນຈະເຕັມໄປດ້ວຍຄວາມຮູ້ເລື່ອງພຣະສີຣິຂອງພຣະຢາເວ.

Habakkuk 2:15

ພຣະຢາເວປະກາດວິບັດໃສ່ໃຜໃນຄັ້ງທີ່ສາມ?

ພຣະຢາເວປະກາດວິບັດກັບຜູ້ທີ່ເຮັດໃຫ້ເພື່ອນບ້ານດື່ມຢາຜິດ ເພື່ອເບິ່ງການເປືອຍກາຍຂອງເຂົາ.

ມັນຈະເປັນແນວໃດຕໍ່ກັບຜູ້ທີ່ເຮັດໃຫ້ເພື່ອນບ້ານດື່ມຢາຜິດ?

ຈອກຢູ່ເບື້ອງຂວາມືຂອງພຣະຢາເວຈະມາສູ່ຜູ້ທີ່ເຮັດໃຫ້ເພື່ອນບ້ານດື່ມຢາຜິດ.

Habakkuk 2:18

ຊ່າງແກະສະຫລັກໄດ້ວາງຄວາມໄວ້ວາງໃຈຂອງລາວໃສ່ຫຍັງ?

ລາວວາງຄວາມໄວ້ວາງໃຈຂອງລາວໃນວຽກງານຫັດຖະກໍາຂອງຕົນເອງເມື່ອລາວສ້າງພະເຫລົ່ານີ້.

ສິ່ງໃດທີ່ຕ້ອງເຮັດຕໍ່ຫນ້າພຣະຢາເວ, ສຳລັບຜູ້ທີ່ຢູ່ໃນວິຫານສັກສິດຂອງພຣະອົງ?

ທຸກຄົນຕ້ອງມິດງຽບຢູ່ຕໍ່ຫນ້າພຣະຢາເວ ໃນວິຫານສັກສິດຂອງພຣະອົງ.

Habakkuk 3

Habakkuk 3:1

ເມື່ອໄດ້ຍິນການລາຍງານຂອງພຣະຢາເວ, ຄຳຕອບຂອງຮາບາກຸກແມ່ນຫຍັງ?

ເມື່ອໄດ້ຍິນການລາຍງານຂອງພຣະຢາເວ, ຮາບາກຸກແມ່ນມີຄວາມຢຳເກງ.

ຮາບາກຸກຂໍໃຫ້ພຣະຢາເວຈື່ຫຍັງ?

ຮາບາກຸກຂໍໃຫ້ພຣະຢາເວ ຈື່ຈຳຄວາມເມດຕາໃນຄວາມໂກດແຄ້ນຂອງພຣະອົງ.

Habakkuk 3:4

ໃນເວລາທີ່ພຣະເຈົ້າມາ, ມີຫຍັງເກີດຂຶ້ນກ່ອນ ແລະຫລັງຈາກພຣະອົງ?

ເມື່ອພຣະເຈົ້າສະເດັດມາ, ໂຣກລະບາດໄດ້ມາຢູ່ຕໍ່ຫນ້າພຣະອົງ ແລະ ມີໄພພິບັດຫລັງຈາກພຣະອົງ.

Habakkuk 3:6

ພຣະຢາເວໄດ້ເຮັດຫຍັງແກ່ຊາດຕ່າງໆໃນຄວາມຄຽດແຄ້ນຂອງລາວ?

ພຣະຢາເວໄດ້ສັ່ນສະເທືອນບັນດາປະຊາຊາດຕ່າງໆ.

Habakkuk 3:13

ເປັນຫຍັງພຣະຢາເວສະເດັດອອກໄປໃນຄວາມຄຽດແຄ້ນຂອງພຣະອົງ?

ພຣະຢາເວສະເດັດອອກໄປ ເພື່ອຄວາມລອດພົ້ນຂອງໄພ່ພົນຂອງພຣະອົງ ແລະເພື່ອຄວາມລອດພົ້ນຂອງຜູ້ທີ່ພຣະອົງເລືອກໄວ້ .

ພຣະຢາເວຊົງທຳລາຍໃຜໃນຄວາມຄຽດແຄ້ນຂອງພຣະອົງ?

ພຣະຢາເວຊົງທຳລາຍຜູ້ນຳຂອງຄົວເຮືອນຂອງຄົນຊົ່ວຮ້າຍ.

Habakkuk 3:14

ນັກຮົບຊົ່ວຮ້າຍໄດ້ເຮັດຫຍັງເມື່ອພວກເຂົາມາທຳລາຍປະຊາຊົນຂອງພຣະຢາເວ?

ພວກນັກຮົບໄດ້ຄຸມກຳລັງປະຊາຊົນຂອງພຣະຢາເວ.

Habakkuk 3:16

ແມ່ນຫຍັງທີ່ຮາບາກຸກກຳລັງລໍຖ້າຢ່າງງຽບໆ?

ຮາບາກຸກກຳລັງລໍຖ້າຢ່າງງຽບໆສຳລັບວັນແຫ່ງຄວາມຫຍຸ້ງຍາກທີ່ຈະມາເຖິງຜູ້ຄົນທີ່ບຸກໂຈມຕີປະຊາຊົນຂອງພຣະຢາເວ.

Habakkuk 3:17

ປະຊາຊົນຂອງພຣະຢາເວກຳລັງປະສົບຄວາມລຳບາກຫຍັງແດ່?

ຕົ້ນຫມາກເດື່ອ ແລະ ຕົ້ນຫມາກກອກບໍ່ອອກດອກ, ທົ່ງນາບໍ່ມີອາຫານ, ແລະບໍ່ມີສັດລ້ຽງ.

Habakkuk 3:18

ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກຫລາຍ, ຮາບາກຸກຈະເຮັດຫຍັງ?

ເຖິງວ່າຈະມີຄວາມຫຍຸ້ງຍາກລຳບາກ, ຮາບາກຸກຈະດີໃຈໃນພຣະຢາເວ.

ບ່ອນໃດທີ່ພຣະຢາເວນໍາພາຮາບາກຸກ?

ພຣະຢາເວນຳຮາບາກຸກໄປບ່ອນສູງ.