ພາສາລາວ (Lao): translationQuestions Print

Updated ? hours ago # views See on WACS

Isaiah 1

Isaiah 1:1

ເອຊາຢາເປັນໃຜ?

ເອຊາຢາເປັນບຸດຊາຍຂອງອາໂມດ,

ນິມິດຂອງເອຊາຢາກ່ຽວກັບຫຍັງ?

ນິມິດຂອງເອຊາຢາກ່ຽວກັບຢູດາ ແລະ ນະ​ຄອນເຢຣູຊາເລັມ

ເອຊາຢາມີນິມິດຂອງລາວເມື່ອໃດ?

ເອຊາຢາໄດ້ເອຊາຢາມີນິມິດຂອງລາວໃນສະໄຫມການປົກຄອງຂອງ ອຸດ​ຊີ​ຢາ, ໂຢທາມ, ອາຮ​າດ, ແລະ ເຮເຊກີ​ຢາ, ບັນ​ດາກະສັດຂອງຢູດາ.

Isaiah 1:2

ເປັນຫຍັງຟ້າສະຫວັນຈື່ງຕ້ອງຟັງ ແລະ ແຜ່ນດິນໂລກ​ງ່ຽງ​ຫູ​ຟັງ?

ຟ້າສະຫວັນຄວນໄດ້ຍິນແລະແຜ່ນດິນໂລກຄວນຟັງເພາະວ່າ ພຣະຢາເວໄດ້ກ່າວ.

ພຣະ​ຢາ​ເວ​ໄດ້ຊົງກະທໍາຫຍັງ?

ພຣະອົງໄດ້ຖະ​ຫນຸ​ຖະ​ຫນອມ ແລະ ລ້ຽງດູລູກໆ

ລູກໆຂອງພຣະຢາເວໄດ້ເຮັດຫຍັງ?

ພວກເຂົາໄດ້ກະບົດຕໍ່ພຣະຢາເວ

Isaiah 1:4

ປະເທດໄດ້ຖືກອະທິບາຍວ່າແນວໃດ?

ພວກເຂົາຖືກອະທິບາຍວ່າເປັນຄົນບາບ, ຊົນຊາດທີ່ແບກພາລະຫນັກດ້ວຍຄວາມຊົ່ວຊ້າ, ລູກ​ຫລານຂອງຄົນຊົ່ວຮ້າຍ, ພວກບຸດຊາຍຂອງຜູ້ທີ່ເຮັດ​ຄວາມ​ເຊື່ອມ​ເສຍ.

ປະເທດໄດ້ເຮັດຫຍັງ?

ພວກເຂົາໄດ້ປະຖິ້ມພຣະຢາ​ເວ, ພວກເຂົາໄດ້ດູຫມິ່ນ​ອົງບໍຣິສຸດຂອງອິດສະຣາເອນ

Isaiah 1:5

ບໍ່ມີຄໍາຖາມ

ບໍ່ມີຄໍາຖາມ

Isaiah 1:7

ສະພາບຂອງປະເທດແລະເມືອງຂອງພວກເຂົາເປັນຄືແນວໃດ?

ປະເທດຂອງພວກເຈົ້າກໍຖືກທຳລາຍ ແລະ ບັນ​ດາເມືອງຂອງພວກ​ເຂົາກໍຖືກເຜົາໄຫມ້

Isaiah 1:9

ພຣະຢາ​ເວໄດ້ຊົງປະປ່ອຍຫຍັງໄວ້ໃຫ້ກັບພວກເຂົາ?

ພຣະຢາ​ເວໄດ້ຊົງປະປ່ອຍສ່ວນເລັກນ້ອຍໄວ້ໃຫ້ກັບພວກເຂົາ.

Isaiah 1:10

ພຣະຢາເວບໍ່ຊົງພໍໃຈສິ່ງໃດແດ່?

ພຣະອົງບໍ່ຊົງພໍໃຈໃນເລືອດຂອງບັນ​ດາງົວຫນຸ່ມ, ແກະໂຕຜູ້, ແລະແບ້ໂຕຜູ້.

Isaiah 1:12

ບໍ່ມີຄໍາຖາມ

ບໍ່ມີຄໍາຖາມ

Isaiah 1:14

ພຣະຢາເວຊົງກຽດຊັງຫຍັງ?

ພຣະອົງກຽດຊັງມື້ສະຫລອງເດືອນອອກໃຫມ່ ແລະ ມື້ສັກສິດຕ່າງໆ

ເປັນຫຍັງພຣະຢາເວຈື່ງບໍ່ໄດ້ຍິນຄໍາອະທີຖານຂອງພວກເຂົາ?

ພຣະອົງຈະບໍ່ຟັງເພາະມືຂອງພວກເຂົາເຕັມໄປດ້ວຍເລືອດ.

Isaiah 1:16

ພຣະຢາເວບອກໃຫ້ພວກເຂົາເຮັດຫຍັງ?

ພຣະຢາເວບອກພວກເຂົາໃຫ້ຢຸດກະທຳຄວາມຊົ່ວຮ້າຍ; ໃຫ້ຮຽນຮູ້ທີ່ຈະເຮັດສິ່ງທີ່ດີ; ໃຫ້ຊອກຫາຄວາມຍຸດຕິທຳ, ໃຫ້ຊ່ວຍເຫລືອຜູ້ທີ່ຖືກກົດຂີ່, ​ໃຫ້ຄວາມຍຸດຕິທຳຕໍ່ລູກ​ທີ່ກຳ​ພ້າພໍ່, ແລະ ປົກປ້ອງແມ່ຫມ້າຍ.

Isaiah 1:19

ພວກເຂົາຕ້ອງເຮັດຫຍັງເພື່ອຈະໄດ້ກິນອາຫານທີ່ດີແຫ່ງແຜ່ນດິນ?

ພວກເຂົາຕ້ອງເຕັມໃຈ ແລະ ເຊື່ອຟັງ.

ຈະເກີດຫຍັງຂື້ນຖ້າພວກເຂົາປະຕິເສດ ແລະ ກະບົດ?

ດາບກໍ​ຈະ​ລ້າງ​ຜານ​ພວກ​ເຂົາ

Isaiah 1:21

ເມືອງທີ່ສັດຊື່ໃນເມື່ອກ່ອນເປັນແນວໃດກ່ອນຈະກາຍເປັນເມືອງໂສເພນີ?

ເມືອງທີ່ສັດຊື່ເຄີຍເຕັມແຕ່ຄວາມຍຸຕິທຳ ແລະ ຄວາມຊອບທຳ.

ເມືອງທີ່ສັດຊື່ເຄີຍເຕັມໄປດ້ວຍຫຍັງ?

ເມືອງທີ່ສັດຊື່ເຕັມໄປດ້ວຍພວກຄາດຕະກອນ.

Isaiah 1:24

ພຣະຢາເວຈະຊົງເຮັດຫຍັງ?

ພຣະອົງຈະແກ້ແຄ້ນຕໍ່ສັດຕູຂອງພຣະອົງ.

Isaiah 1:29

ສິ່ງໃດຈະເຮັດໃຫ້ພວກເຂົາອັບອາຍແລະລະອາຍໃຈ?

ພວກເຂົາຈະໄດ້​ຮັບ​ຄວາມອັບອາຍໃນຕົ້ນໂອກສັກສິດທີ່ພວກເຂົາປາຖະຫນາ, ແລະ ພວກເຂົາຈະມີຄວາມອັບອາຍໃນສວນທີ່ພວກເຂົາໄດ້ເລືອກ

Isaiah 1:31

ຈະເກີດຫຍັງຂຶ້ນກັບຄົນ​ທີ່​ແຂງ​ແຮງ​ແລະວຽກຂອງລາວ?

ພວກມັນທັງສອງຢ່າງ​ກໍຈະເຜົາ​ໄຫມ້​ໄປ​ພ້ອມກັນ

Isaiah 2

Isaiah 2:1

ຄໍາທີ່ເອຊາຢາເປັນກັງວົນແມ່ນຫຍັງ?

ຄໍາທີ່ເອຊາຢາເປັນກັງວົນແມ່ນຢູດາ ແລະ ນະ​ຄອນເຢຣູຊາເລັມ.

ຈະມີຫຍັງເກີດຂື້ນໃນວາລະສຸດທ້າຍ?

ໃນວາລະສຸດທ້າຍພູເຂົາ​ແຫ່ງພຣະວິຫານຂອງພຣະຢາ​ເວຈະຖືກສ້າງຕັ້ງຂື້ນ.

ຜູ້ໃດຈະເຂົ້າໄປໃນພຣະວິຫານຂອງພຣະຢາ​ເວ?

ບັນ​ດາປະຊາຊາດຈະຫລັ່ງໄຫລມາ​ສ​ູ່ພູເຂົານີ້.

Isaiah 2:3

ເປັນຫຍັງຄົນຈໍານວນຫລ​ວງຫລາຍຈື່ງຈະຂຶ້ນໄປເທິງພູຂອງພຣະຢາ​ເວ?

ພວກເຂົາຈະຂື້ນໄປເພື່ອຮັບການສອນເຖິງວິທີທາງຂອງພ​ຣະ​ຢາເວ.

Isaiah 2:4

ພຣະຢາເວຈະຊົງກະທໍາຫຍັງສໍາລັບປະຊາ​ຊາດ ແລະປະຊາຊົນຫລວງຫລາຍ?

ພຣະຢາເວຈະຊົງຕັດສິນພວກເຂົາ ແລະຈະຊົງຕັດສິນຄວາມ.

ປະຊາ​ຊາດຈະບໍ່ເຮັດຫຍັງ?

ພວກເຂົາຈະບໍ່ຍົກດາບຂຶ້ນຕໍ່ສູ້​ກັບປະຊາຊາດ ຫລື ຝຶກຊ້ອມໃນ​ການເຮັດສົງຄາມ.

Isaiah 2:5

ເຊື້ອ​ສາຍຂອງຢາໂຄບໄດ້ບອກໃຫ້ເຮັດຫຍັງ?

ພວກເຂົາຖືກບອກໃຫ້ເດີນໄປໃນຄວາມສະຫວ່າງຂອງພຣະຢາ​ເວ.

ພຣະຢາເວໄດ້ຊົງກະທໍາຫຍັງ?

ພຣະອົງໄດ້ປະຖິ້ມປະຊາຊົນຂອງພຣະອົງ, ເຊື້ອ​ສາຍຂອງຢາໂຄບ.

ເປັນຫຍັງພຣະຢາເວຈຶ່ງປະຖິ້ມເຊື້ອ​ສາຍຂອງຢາໂຄບ?

ພຣະອົງໄດ້ປະຖິ້ມພວກເຂົາເພາະວ່າພວກເຂົາຍັງເຕັມໄປດ້ວຍປະເພນີຈາກທິດຕາເວັນອອກ ແລະ ເຕັມໄປດ້ວຍພວກ​ຜູ້​ທຳ​ນວຍຄືກັບພວກຟີລິດສະຕີນ, ແລະ ພວກເຂົາໄດ້ຈັບມືທັກ​ທາຍກັບພວກບຸດຊາຍຂອງພວກຄົນຕ່າງດ້າວ.

Isaiah 2:9

ເປັນຫຍັງເຊື້ອ​ສາຍຂອງຢາໂຄບຈຶ່ງຄວນເຂົ້າໄປໃນບ່ອນທີ່ເຕັມດ້ວຍຜາຫີນແລະລີ້​ຕົວຢູ່ໃນພື້ນດິນ?

ພວກເຂົາຄວນລີ້​ຕົວເພາະຄວາມຄວາມຢ້ານກົວຂອງພຣະຢາເວ ແລະ ຣັດສະຫມີແຫ່ງສະຫງ່າຣາສີຂອງພ​ຣະ​ອົງ.

ຈະມີຫຍັງເກີດຂື້ນກັບຕາທີ່​ຍິ່ງ​ຈອງ​ຫອງຂຶ້ນແລະຄວາມໂອ້ອວດຂອງມະນຸດ?

ພວກເຂົາຈະຖືກເຮັດ​ໃຫ​້​ຕົກ​ຕ່ຳລົງ ແລະ ຖືກເຮັດ​ໃຫ້​ຕົກ​ຕ່ຳລົງ

ຜູ້ໃດຊົງສົມຄວນແກ່​ການສັນລະເສີນໃນມື້ນັ້ນ?

ໃນມື້ນັ້ນພຣະຢາເວອົງດຽວເທົ່າຈະຮັບໄດ້ການສັນລະເສີນ.

Isaiah 2:17

ຈະເກີດຫຍັງຂື້ນກັບຮູບເຄົາລົບເຫລົ່ານັ້ນ?

ພວກເຂົາຈະສູນສີ້ນໄປ.

ມະນຸດຈະໄປໃສ່ໃນມື້ນັ້ນ?

ພວກເຂົາຈະໄປຍັງຖໍ້າພູຜາຕ່າງໆ ແລະ ຮູຂອງພື້ນດິນ.

Isaiah 2:20

ເຊື້ອ​ສາຍຂອງຢາໂຄບໄດ້ບອກໃຫ້ເລີກໄວ້ວາງໃຈໃຜ?

ພວກເຂົາໄດ້ຖືກບອກໃຫ້ເລີກໄວ້ວາງໃຈໃນມະນຸດ.

Isaiah 3

Isaiah 3:1

ພຣະຢາເວຈະຊົງເອົາຫຍັງອອກໄປຈາກເຢຣູຊາເລັມ ແລະ ຢູດາ?

ພຣະຢາເວຈະຊົງເອົາຄວາມຊ່ວຍເຫລືອ ແລະ ການຈຸນເຈືອຂອງພວກເຂົາອອກໄປ.

Isaiah 3:4

ຜູ້ໃດຈະນຳຢູດາແລະເຢຣູຊາເລັມ?

ຄົນຫນຸ່ມຈະນຳຂອງພວກເຂົາ ແລະຄົນຫນຸ່ມຈະປົກຄອງເຫນືອພວກເຂົາ.

ຜູ້ໃດຈະກົດຂີ່ຂູດຮີດປະຊາຊົນ?

ຜູ້ຄົນຈະຖືກບີບບັງຄັບຈາກຄົນອຶ່ນ ແລະ ທຸກຄົນຈະຖືກເພື່ອນບ້ານໃກ້ຄຽງຂອງລາວກົດຂີ່ຂູດຮີດ.

Isaiah 3:8

ເປັນຫຍັງເມືອງເຢຣູຊາເລັມຈຶ່ງຖືກທຳລາຍແລະຢູດາກໍ່ລົ້ມລົງ?

ຖືກທຳລາຍ ແລະ ລົ້ມລົງເພາະຄຳເວົ້າ ແລະ ການກະທຳຂອງພວກເຂົາຕໍ່ສູ້ພຣະຢາເວ.

ມີພະຍານຫຍັງແດ່ທີ່ປັກປຳຕໍ່ຢູດາແລະເຢຣູຊາເລັມ?

ໃບຫນ້າຂອງພວກເຂົາກໍເປັນພະຍານປັກປຳຕໍ່ພວກເຂົາ

Isaiah 3:10

ຈະເກີດຫຍັງຂື້ນກັບຄົນຊອບທຳ?

ມັນຈະໄປໄດ້ດີກັບຄົນຊອບທຳ.

ຈະເກີດຫຍັງຂຶ້ນກັບຄົນອະທໍາ?

ມັນຈະວິບັດກັບຄົນອະທຳ

ຜູ້ນຳຂອງພວກເຂົາຈະນຳພວກເຂົາໄປໃສ?

ຜູ້ນໍາເຫລົົ່ານັ້ນນຳທາງພວກເຂົາໃຫ້ຫລົງທາງໄປ ແລະໃຫ້ການນຳທາງຂອງພວກເຈົ້າສັບສົນ.

Isaiah 3:13

ພຣະຢາເວຈະຊົງເຮັດຫຍັງ ກັບພວກເຖົ້າແກ່ແລະພວກຜູ້ນຳຂອງປະຊາຊົນພຣະອົງ?

ພຣະຢາເວຈະຊົງພິພາກສາພວກເຂົາ.

Isaiah 3:16

ອົງພຣະຜູ້ເປັນເຈົ້າ, ພຣະຢາເວຈະຊົງກະທໍາຫຍັງກັບລູກສາວຂອງຊີໂອນ?

ພຣະຢາເວຈະເຮັດໃຫ້ເກີດພະຍາດຂີ້ຫິດຢູ່ເທິງຫົວຂອງພວກເຂົາ ແລະເຮັດໃຫ້ພວກເຂົາເຈົ້າເປັນຄົນຫົວລ້ານ.

Isaiah 3:18

ບໍ່ມີຄໍາຖາມ

ບໍ່ມີຄໍາຖາມ

Isaiah 3:21

ບໍ່ມີຄໍາຖາມ

ບໍ່ມີຄໍາຖາມ

Isaiah 3:24

ຈະເກີດຫຍັງຂຶ້ນກັບພວກຜູ້ຊາຍ?

ພວກຜູ້ຊາຍຈະລົ້ມລົງດ້ວຍດາບ

Isaiah 4

Isaiah 4:1

ເປັນຫຍັງຜູ້ຍິງເຈັດຄົນຈື່ງຢຶດຜູ້ຊາຍຄົນຫນຶ່ງໄວ້?

ພວກເຂົາຕ້ອງການໃສ່ຊື່ຂອງລາວ ແລະອົາຄວາມອັບອາຍຂອງພວກເຂົາອອກໄປ

Isaiah 4:3

ຜູ້ທີ່ລອດຊີວິດເຫລົ່ານັ້ນທີ່ເຫລືອໃຫ້ຢູ່ໃນຊີໂອນແລະເຢຣູຊາເລັມຈະໄດ້ຮັບການຊົງເອີ້ນວ່າແນວໃດ?

ຜູ້ທີ່ລອດຊີວິດເຫລົ່ານັ້ນທີ່ເຫລືອໃຫ້ຢູ່ໃນຊີໂອນແລະເຢຣູຊາເລັມຈະໄດ້ຮັບການຊົງເອີ້ນວ່າບໍລິສຸດ.

ອົງພຣະຜູ້ເປັນເຈົ້າຈະຊົງເຮັດຫຍັງໂໂດຍວິນຍານແຫ່ງການພິພາກສາ ແລະວິນຍານແຫ່ງແປວໄຟ?

ອົງພຣະຜູ້ເປັນເຈົ້າຈະຊົງຊຳລະລ້າງຄວາມເປິເປື້ອນ ຂອງລູກຍິງທັງຫລາຍຂອງຊີໂອນ ແລະ ຈະຊຳລະຄາບໂລຫິດຈາກທ່າມກາງກຸງເຢຣູຊາເລັມ.

Isaiah 4:5

ພຣະຢາເວຈະຊົງສ້າງສິ່ງໃດຢູ່ເຫນືອທົ່ວທຸກແຫ່ງຂອງພູຊີໂອນ ແລະເຫນືອສະຖານທີ່ຊຸມນຸມຂອງເມືອງນັ້ນ?

ພຣະອົງຈະຊົງສ້າງເມກ ແລະ ຄວັນໃນຕອນກາງເວັນ, ແລະ ແສງສ່ອງສະຫວ່າງຂອງແປວໄຟໃນຕອນກາງຄືນ; ຊຶ່ງຈະເປັນສິ່ງທີ່ປົກຄຸມເຫນືອພຣະສະຫງ່າຣາສີທັງສິ້ນ

Isaiah 5

Isaiah 5:1

ນັກຮ້ອງຢາກຮ້ອງເພງໃຫ້ຜູ້ໃດແດ່?

ນັກຮ້ອງຢາກຮ້ອງເພງເພື່ອ​ຜູ້ທີ່ເປັນ​ທີ່ຮັກຂອງລາວ

ເນື້ອເພງຂອງນັກຮ້ອງແມ່ນກ່ຽວກັບຫຍັງ?

ເນື້ອເພງແມ່ນກ່ຽວກັບສວນອະງຸ່ນ ຂອງຜູ້​ທີ່ເປັນ​ທີ່​ຮັກຂອງລາວ.

ລາວໄດ້ເຮັດຫຍັງກັບສວນອະງຸ່ນ?

ລາວໄດ້ຂຸດສວນນັ້ນ, ເອົາກ້ອນຫີນອອກໄປ, ໄດ້ປູກສວນນັ້ນດ້ວຍແນວອະ​ງຸ່ນທີ່ດີ, ແລະ ສ້າງຫໍ​ຄອຍ​ຫລັງ​ຫນຶ່ງ​ໄວ້ ແລະ ສ້າງບ່ອນເຮັດເຫລົ້າອະງຸ່ນ​ໄວ້​ນຳຢູ່ໃນນັ້ນ.

ສວນອະງຸ່ນໄດ້ອອກຫຍັງ?

ສວນອະງຸ່ນກໍ​ອອກ​ຫມາກມີແຕ່ຫມາກອະງຸ່ນສົ້ມ

Isaiah 5:3

ບັນດາຜູ້ທີ່ອາໄສ່ຢູ່ນະ​ຄອນເຢຣູຊາເຣັມ ແລະ ຊາວຢູດາຈະຖືກຕັດສິນຫຍັງ?

ພວກເຂົາຈະຖືກຕັດສິນລະຫວ່າງຜູ້ທີ່ເປັນທີ່ຮັກ ແລະ ສວນອະງຸ່ນຂອງລາວ.

Isaiah 5:5

ຜູ້ທີ່ເປັນທີ່ຮັກຈະເຮັດຫຍັງກັບສວນອະງຸ່ນຂອງລາວ?

ລາວຈະຍ້າຍຮົ້ວກັ້ນ​ອອກໄປ, ຈະ​ປ່ຽນສວນນັ້ນໃຫ້ກາຍເປັນທົ່ງຫຍ້າ, ຈະທຳລາຍກຳແພງລົງ, ແລ້ວສວນນັ້ນຈະຫວ່າງເປົ່າ ແລະຝົນຈະບໍ່ຕົກເທິງມັນ.

Isaiah 5:7

ແມ່ນໃຜຄືສວນອະງຸ່ນຂອງພຣະຢາເວຈອມໂຢທາ?

ສວນອະງຸ່ນຂອງພຣະຢາເວ ແມ່ນເຊື້ອສາຍແຫ່ງອິດສະຣາເອນ.

ພຣະຢາເວໄດ້ຊົງລໍຖ້າຫຍັງ?

ພ​ຣະ​ອົງ​ໄດ້​ຊົງ​ລໍ​ຖ້າ​ຄວາມ​ຍຸດ​ຕິ​ທຳ ແລະ ຄວາມຊອບທຳ.

ພຣະຢາເວໄດ້ຮັບຫຍັງແທນຄວາມຍຸດຕິທຳ ແລະຄວາມຊອບທຳ?

ພຣະຢາເວໄດ້ຮັບການຂ້າ ແລະ ສຽງ​ການຮ້ອງຂໍຄວາມຊ່ວຍເຫລືອ.

Isaiah 5:8

ຈະມີຫຍັງເກີດຂື້ນກັບເຮືອນເຫລົ່ານັ້ນ?

ມີຫລາຍຫລັງຄາເຮືອນຈ​ະເປົ່າ​ຮ້າງ ແລະປາ​ສະ​ຈາກຜູ້ຢູ່ອາໄສ

Isaiah 5:11

ບໍ່ມີຄໍາຖາມ

ບໍ່ມີຄໍາຖາມ

Isaiah 5:13

ເປັນຫຍັງປະຊາຊົນອິດສະຣາເອນແລະຢູດາຈຶ່ງໄດ້ຕົກເປັນຊະເລີຍ?

ພວກເຂົາໄດ້ຕົກເປັນຊະເລີຍເພາະພວກເຂົາຂາດຄວາມເຂົ້າໃຈ.

Isaiah 5:15

ໃນສິ່ງໃດ​ທີ່ຈະສັນ​ລະເສີນພຣະຢາ​ເວຈອມໂຢທາ?

ຄວາມຍຸດຕິທຳຂອງພຣະອົງທີ່​ສັນ​ລະເສີນ​ພຣະອົງ.

ພຣະເຈົ້າອົງບໍລິສຸດຖືກຮັບຮູ້ແນວໃດ?

ພຣະເຈົ້າຖືກຮັບຮູ້ໂດຍຄວາມຊອບທຳຂອງພ​ຣະ​ອົງ.

Isaiah 5:18

ບໍ່ມີຄໍາຖາມ

ບໍ່ມີຄໍາຖາມ

Isaiah 5:20

ບໍ່ມີຄໍາຖາມ

ບໍ່ມີຄໍາຖາມ

Isaiah 5:22

ບໍ່ມີຄໍາຖາມ

ບໍ່ມີຄໍາຖາມ

Isaiah 5:24

ເປັນຫຍັງຮາກຂອງອິດສະຣາເອນຈື່ງເນົ່າເປື່ອຍ, ແລະຄວາມ​ເບັ່ງ​ບານຂອງພວກເຂົາກໍຈະປິວໄປຄືກັບຜົງຂີ້ຝຸ່ນ?

ຮາກຂອງອິດສະຣາເອນຈະເນົ່າເປື່ອຍ ແລະ ຄວາມ​ເບັ່ງ​ບານຂອງພວກເຂົາກໍຈະປິວໄປຄືກັບຜົງຂີ້ຝຸ່ນ ເພາະພວກເຂົາໄດ້ປະຕິເສດພ​ຣະ​ບັນ​ຍັດຂອງອົງພຣະຢາ​ເວ ແລະ ໄດ້ດູຫມິ່ນພ​ຣະຄຳຂອງອົງຜູ້ບໍຣິສຸດຂອງອິດສະຣາເອນ.

Isaiah 5:25

ບໍ່ມີຄໍາຖາມ

ບໍ່ມີຄໍາຖາມ

Isaiah 5:26

ພຣະຢາເວຈະຊົງເອີ້ນຊົນຊາດທີ່ຢູ່ຫ່າງໄກໃຫ້ມາແນວໃດ?

ພຣະອົງຈະຊົງເອີ້ນພວກເຂົາໂດຍການຍົກທຸງສັນຍານ ແລະ ຊົງຜິວ​ພ​ຣະ​ໂອດກັບພວກເຂົາ.

ຊົນຊາດທີ່ຢູ່ໄກນັ້ນຈະມາໄດ້ແນວໃດ?

ຊົນ​ຊາດ​ທີ່ຢູ່ຫ່າງໄກຈະມາໃນທັນທີ ແລະມາຢ່າງວ່ອງໄວ.

Isaiah 5:27

ບໍ່ມີຄໍາຖາມ

ບໍ່ມີຄໍາຖາມ

Isaiah 5:29

ບໍ່ມີຄໍາຖາມ

ບໍ່ມີຄໍາຖາມ

Isaiah 6

Isaiah 6:1

ເອຊາຢາໄດ້ເຫັນອົງພຣະຜູ້ເປັນເຈົ້ານັ່ງຢູ່ເທິງບັນລັງສູງ ແລະ ສູງຍິ່ງເມື່ອໃດ?

ເອຊາຢາໄດ້ເຫັນອົງພຣະຜູ້ເປັນເຈົ້າໃນປີທີ່ກະສັດອຸດຊີຢາໄດ້ສິ້ນຊີວິດ.

ຜູ້ໃດທີ່ຢູ່ເຫນືອອົງພຣະຜູ້ເປັນເຈົ້າ?

​ພວກເຊ​ລາ​ພິມໄດ້ຢູ່ເຫນືອອົງພຣະຜູ້ເປັນເຈົ້າ.

Isaiah 6:3

ບໍ່ມີຄໍາຖາມ

ບໍ່ມີຄໍາຖາມ

Isaiah 6:4

ມີຫຍັງເກີດຂື້ນເມື່ອ​ພວກ​ເຊ​ລາ​ພິມໄດ້ຮ້ອງຫາກັນແລະກັນ?

ເມື່ອ​ພວກ​ເຊ​ລາ​ພິມໄດ້ຮ້ອງຫາກັນແລະກັນ, ປະ​ຕູ​ທັງ​ຫລາຍ​ ແລະພື້ນຖານກໍສັ່ນສະເທືອນ ແລະ ພ​ຣະ​ນິ​ເວດກໍເຕັມໄປດ້ວຍຄວັນ.

ເອຊາຢາໄດ້ເວົ້າຫຍັງເມື່ອລາວເຫັນສິ່ງເຫລົ່ານີ້ທັງຫມົດ?

ເອຊາຢາກໍ​ໄດ້ກ່າວວ່າລາວໄດ້ເຖິງ​ຄາວຕາຍແລ້ວເພາະວ່າລາວມີປາກບໍ່ສະອາດ ແລະ ໄດ້ອາໄສຢູ່ໃນບັນດາຊົນ​ຊາດທີ່ມີປາກບໍ່ສະອາດ ແລະ ເພາະວ່າລາວໄດ້ເຫັນອົງກະສັດ, ອົງພຣະຢາເວ.

Isaiah 6:6

ເຊຣາຟິມໄດ້ເວົ້າຫຍັງ ເມື່ອເພິ່ນໄດ້ສຳ​ພັດປາກຂອງເອຊາຢາດ້ວຍຖ່ານໄຟຈາກແທ່ນບູຊາ?

ເພິ່ນໄດ້ກ່າວວ່າ, “ເບິ່ງເຖີດ, ສິ່ງນີ້ໄດ້ສຳພັດປາກຂອງທ່ານແລ້ວ; ຄວາມບາບຂອງທ່ານໄດ້ຖືກຊຳລະລ້າງໃຫ້ສະອາດແລ້ວ."

Isaiah 6:8

ເອຊາຢາໄດ້ຍິນສຽງຂອງອົງພຣະຜູ້ເປັນເຈົ້າຖາມຫຍັງ?

ອົງພຣະຜູ້ເປັນເຈົ້າກ່າວວ່າ, "ເຮົາຈະໃຊ້ຜູ້ໃດໄປ; ຜູ້ໃດຈະໄປແທນພວກເຮົາໄດ້?"

ເອຊາຢາໄດ້ທູນຕອບແນວໃດຕໍ່ສິ່ງທີ່ອົງພຣະຜູ້ເປັນເຈົ້າໄດ້ຖາມ?

ເອຊາຢາໄດ້ທູນວ່າ, "ຂ້າ​ພະ​ອົງຢູ່​ທີ່​ນີ້ ຂໍຊົງໃຊ້ຂ້າ​ພະ​ອົງໄປເຖີດ."

ອົງພຣະຜູ້ເປັນເຈົ້າໄດ້ບອກຫຍັງໃຫ້ເອຊາຢາບອກປະຊາຊົນ?

ອົງພຣະຜູ້ເປັນເຈົ້າໄດ້ບອກເອຊາຢາໃຫ້ບອກກັບປະຊາຊົນວ່າ ຈົ່ງຟັງ, ແຕ່ບໍ່ເຂົ້າໃຈ; ຈົ່ງເບິ່ງ, ແຕ່ຈະເບິ່ງບໍ່ເຫັນ.

Isaiah 6:10

ບໍ່ມີຄໍາຖາມ

ບໍ່ມີຄໍາຖາມ

Isaiah 6:11

ເອຊາຢາຄວນບອກຂ່າວສານຂອງອົງພຣະຜູ້ເປັນເຈົ້າຕໍ່ປະຊາຊົນອີກດົນປານໃດ?

ເອຊາຢາຄວນບອກຂ່າວສານຂອງອົງພຣະຜູ້ເປັນເຈົ້າຕໍ່ປະຊາຊົນຈົນກ່ວາເມືອງທັງ​ຫລາຍ​ຈະຖືກທຳລາຍເປັນ​ຊາກບໍ່ມີຜູ້ຄົນອາໄສຢູ່ ແລະ ບ້ານເຮືອນກໍບໍ່ມີປະຊາຊົນ ແລະ ແຜ່ນດິນນັ້ນໄດ້ຕົກຢູ່ໃນຄວາມເປົ່າປ່ຽວຢ່າງ​ສີ້ນ​ເຊິງ ແລະ ຈົນກ່ວາພຣະຢາເວໄດ້ສົ່ງຊົນ​ຊາດ​ນັ້ນ​ອອກ​ໄປໄກ ແລະ ບ່ອນ​ເປົ່າ​ຫວ່າງຂອງແຜ່ນດິນນັ້ນກໍກວ້າງຂວາງ.

Isaiah 6:13

ບໍ່ມີຄໍາຖາມ

ບໍ່ມີຄໍາຖາມ

Isaiah 7

Isaiah 7:1

ອາຮາດແມ່ນໃຜ?

ອາຮາດແມ່ນລູກຊາຍຂອງໂຢທາມ, ຜູ້ທີ່ເປັນລູກຊາຍຂອງອຸດຊີຢາ, ກະສັດແຫ່ງຢູດາ.

ໃນສະໄຫມຂອງອາຮາດ, ກະສັດອົງໃດໄດ້ຂຶ້ນໄປເມືອງເຢຣູຊາເລັມໃນແຂວງຢູດາຍ ເພື່ອໄປສູ້ຮົບກັບເມືອງນັ້ນ?

ເຣ​ຊິນ, ກະສັດແຫ່ງຊີເຣຍ ແລະ ເປກາລູກຊາຍຂອງກະສັດເຣ​ມາ​ລີຢ​າ, ກະສັດແຫ່ງອິດສະຣາເອນໄດ້​ຂື້ນໄປເພື່ອໄປສູ້ຮົບກັບນະ​ຄອນເຢຣູຊາເລັມ.

ອາຮາດແລະປະຊາຊົນຂອງລາວມີປະຕິກິລິຍາແນວໃດເມື່ອໄດ້ຍິນຂ່າວວ່າຊີເຣຍຜູກພັນກັບເອ​ຟາ​ອິມ?

ຫົວໃຈຂອງ​ອາຮາດ ແລະ ປະຊາຊົນຂອງ​ພ​ຣະ​ອົງ​ກໍສັ່ນສະເທືອນເມື່ອໄດ້ຍິນເລື່ອງ

Isaiah 7:3

ພຣະຢາເວໄດ້ຊົງບອກເອຊາຢາໃຫ້ເຮັດວຽກຫຍັງແດ່?

ພຣະຢາເວໄດ້ກ່າວກັບເອຊາຢາຈົ່ງອອກໄປກັບລູກຊາຍຂອງທ່ານ ແລະ ໄປເຝົ້າອາຮາດ.

ພຣະຢາເວຊົງກ່າວກັບອາຮາດວ່າບໍ່ຄວນຢ້ານກົວຜູ້ໃດ?

ພຣະຢາເວຊົງກ່າວກັບອາຮາດວ່າຢ່າຢ້ານກົວ ຫລື ການຂົ່ມຂູ່ຂອງເຣ​ຊິນ ແລະເປກາ.

Isaiah 7:5

ອາ​ຣາມ, ເອ​ຟາ​ອິມ, ແລະລູກຊາຍຂອງເຣ​ມາ​ລີຢ​າໄດ້ວາງແຜນທີ່ຈະເຮັດຫຍັງ?

ພວກເຂົາແຜນທີ່ຊົ່ວຮ້າຍຕໍ່ອາຮາດ ແລະຢູດາ. ພວກເຂົາໄດ້ວາງແຜນໂຈມຕີຢູດາ ແລະ ເຮັດ​ໃຫ້​ຢູດາ​ນັ້ນຢ້ານ, ແລະ ແຕ່ງຕັ້ງລູກຊາຍຂອງ​ຕາ​ເບ​ເອນໃຫ້ເປັນກະສັດ.

Isaiah 7:7

ພຣະຢາເວໄດ້ຊົງບອກຫຍັງກັບອາຮາດກ່ຽວກັບເອ​ຟາ​ອິມ?

ພຣະຢາເວໄດ້ຊົງບອກອາຮາດ, "ພາຍໃນຫົກສິບ-ຫ້າປີ, ເອຟຣາອິມຈະຖືກ​ເຮັດ​ໃຫ້ກະຈັດກະຈາຍໄປ ແລະ ຈະບໍ່ເປັນຊົນຊາດອີກຕໍ່​ໄປ"

ພຣະຢາເວໄດ້ຊົງອາຮາດວ່າຈະເກີດຫຍັງຂຶ້ນຖ້າຄວາມເຊື່ອຂອງເພິ່ນບໍ່ຫນັ້ນຄົງ?

ອາຮາດຈະຍັງບໍ່ປອດໄພແນ່ນອນ ຈົນກວ່າຄວາມເຊື່ອຂອງທ່ານຫນັ້ນຄົງ.

Isaiah 7:10

ອາຮາດໄດ້ຕອບຮັບແນວໃດເມື່ອອົງພຣະຜູ້ເປັນເຈົ້າໄດ້ສັ່ງໃຫ້ເພິ່ນຮ້ອງຂໍຫມາຍສໍາຄັນຈາກພຣະຢາເວ?

ອາຮາດ​ໄດ້ກ່າວວ່າ, "ຂ້າ​ພະ​ເຈົ້າຈະບໍ່ທູນ​ຂໍ, ຂ້າ​ພະ​ເຈົ້າຈະບໍ່ທົດລອງພຣະຢາເວ."

Isaiah 7:13

ເອຊາຢາບອກວ່າອາຮາດກໍາລັງເຮັດຫຍັງ?

ເອຊາຢາ​ທູນຕອບວ່າພ​ຣະ​ອົງບໍ່ພຽງແຕ່ທົດສອບຄວາມອົດທົນຂອງປະຊາຊົນເທົ່ານັ້ນ ແຕ່ພ​ຣະ​ອົງຍັງທົດສອບຄວາມອົດທົນຂອງພຣະເຈົ້າດ້ວຍ.

Isaiah 7:16

ເອຊາຢາໄດ້ບອກອາຮາດວ່າພຣະຢາເວຈະນໍາຜູ້ໃດມາໂຈມຕີເພິ່ນ?

ເອຊາຢາໄດ້ບອກອາຮາດວ່າພຣະຢາເວຈະນໍາະສັດແຫ່ງອັດຊີເຣຍມາເຫນືອ​ພ​ຣະ​ອົງ ແລະ ປະຊາຊົນຂອງພຣະອົງ.

Isaiah 7:20

ກະສັດອັດຊີເຣຍຈະເຮັດຫຍັງ?

ກະສັດອັດຊີເຣຍຈະຊົງໂກນ​ຫົວ, ຂົນ​ຂາ ແລະຈະ​ແຖ​ເອົາ​ ຫນວດ​ເຄົາ​.

Isaiah 7:23

ຈະເກີດຫຍັງຂຶ້ນກັບແຜ່ນດິນ?

ແຜ່ນດິນຈະເຕັມໄປດ້ວຍພຸ່ມ​ຫນາມ ແລະ ພືດ​ມີ​ຫນາມ ແລະ ມັນຈະເປັນບ່ອນທີ່ຝູງງົວ ແລະ ຝູງແກະເລັມ​ຫຍ້າ.​

Isaiah 8

Isaiah 8:1

ພຣະຢາເວບອກເອຊາຢາໃຫ້ເຮັດຫຍັງ?

ພຣະອົງໄດ້ບອກເອຊາຢາໃຫ້ນຳ​ເອົາ​ແຜ່ນ​ຈາ​ລຶກ​ຂະ​ຫນາດໃຫຍ່ມາ ແລະ ຂຽນໃສ່ເທິງນັ້ນວ່າ, 'ມາ​ເຮີ​ຊາ​ລານ​ຫັດ​ສະ​ບັດ.'

ຜູ້ໃດທີ່ໄດ້ເປັນພະຍານທີ່ສັດຊື່ຂອງພຣະຢາເວ?

ພະຍານຂອງພຣະຢາເວຈະຕ້ອງເປັນປະໂລຫິດອູ​ຣີ​ຢາ ແລະ ເຊຄາຣີຢາລູກຊາຍຂອງເຢ​ເບ​ເຣ​ກີ​ຢາ.

Isaiah 8:3

ເປັນຫຍັງພຣະຢາເວຈື່ງຊົງບອກເອຊາຢາໃຫ້ຕັ້ງຊື່ລູກຊາຍຂອງລາວ 'ມາ​ເຮີ​ຊາ​ລານ​ຫັດ​ສະ​ບັດ'?

ລາວຈະຖືກຕັ້ງຊື່ວ່າ 'ມາ​ເຮີ​ຊາ​ລານ​ຫັດ​ສະ​ບັດ' ເພາະວ່າກ່ອນທີ່ເດັກຊາຍຄົນ​ນັ້ນຈະຮູ້ວິທີ່ຮ້ອງໄຫ້, 'ພໍ່ຂອງຂ້າ​ພະ​ເຈົ້າ,' ແລະ, 'ແມ່ຂອງຂ້າ​ພະ​ເຈົ້າໄດ້,' ກະສັດແຫ່ງອັດຊີເຣຍຈະຂົນເອົາຊັບສິນຂອງດາມາເຊ ແລະ ສິ່ງ​ຂອງ​ທີ່​ຢຶດ​ມາ​ໄດ້ຂອງຊາມາເຣຍໄປ.

Isaiah 8:5

ບໍ່ມີຄໍາຖາມ

ບໍ່ມີຄໍາຖາມ

Isaiah 8:8

ບໍ່ມີຄໍາຖາມ

ບໍ່ມີຄໍາຖາມ

Isaiah 8:9

ບໍ່ມີຄໍາຖາມ

ບໍ່ມີຄໍາຖາມ

Isaiah 8:11

ໃນທາງສະເພາະເຈາະຈົງໃດຂອງປະຊາຊົນທີ່ເອຊາຢາໄດ້ຖືກເຕືອນບໍ່ໃຫ້ຍ່າງ?

ເອຊາຢາໄດ້ຖືກເຕືອນບໍ່ໃຫ້ເອີ້ນການສົມຮູ້ຮ່ວມຄິດໃດໆ ທີ່ປະຊາຊົນເຫລົ່ານີ້ສົມຮູ້ຮ່ວມຄິດ ແລະະ ບໍ່ຢ້ານກົວສິ່ງທີ່ພວກເຂົາຢ້ານ ຫລື ຢ່າ​ຫວາດ​ຫວັ່ນສິ່ງເຫລົ່ານັ້ນ.

ຜູ້ໃດທີ່ເອຊາຢາຖືກບອກໃຫ້ຖວາຍພ​ຣະ​ກຽດໃຫ້​ເປັນ​ອົງບໍຣິສຸດ ແລະຕ້ອງຢ້ານກົວ?

ເອຊາຢາຖືກບອກໃຫ້ຢ້ານກົວ ແລະ ຕ້ອງຫວາດ​ຫວັ່​ນພຣະຢາເວ​ຈອ​ມ​ໂຍ​ທາ ​ຕ້ອງຖວາຍພ​ຣະ​ກຽດໃຫ້​ເປັນ​ອົງບໍຣິສຸດ.

Isaiah 8:14

ພຣະຢາເວຈະເປັນທັງເຊື້ອສາຍອິດສະຣາເອນແລະເປັນຄົນທີ່ອາໄສ່ຂອງເຢຣູຊາເລັມໄດ້ຢ່າງໃດ?

ພຣະອົງຈະເປັນຫີນທີ່ເຮັດໃຫ້ປະຊາຊົນເດີນທາງໄປ ແລະ ເປັນສີ​ລາທີ່ເຮັດ​ໃຫ້ສະດຸດໄປສູ່ອິດສະຣາເອນ,​ ແລະ ເປັນກັບດັກ ແລະ ບ່ວງ​ແຮ້ວ​ຕໍ່​ປະ​ຊາ​ຊົນນະ​ຄອນເຢຣູຊາເລັມ.

Isaiah 8:16

ຄໍາພະຍານໃດຂອງເອຊາຢາທີ່ຈະມອບໃຫ້ແກ່ລູກສິດຂອງລາວ?

ຄໍາພະຍານຂອງເອຊາຢາວ່າລາວຈະລໍຖ້າພຣະຢາ​ເວ ແລະ ເອຊາຢາ ແລະ ພວກລູກຊາຍຂອງລາວຜູ້ທີ່ພຣະຢາເວໄດ້ປະທານໃຫ້ເພື່ອເປັນເຄື່ອງ​ຫມາຍສຳ​ຄັນ ແລະ ການ​ອັດສະຈັນໃນອິດສະຣາເອນ.

Isaiah 8:19

ປະຊາຊົນອິດສະຣາເອນຈະບອກພວກລູກສິດຂອງເອຊາຢາວ່າແນວໃດອີງຕາມຄຳເວົ້າຂອງເອຊາຢາ?

ພວກເຂົາບອກພວກລູກສິດຂອງເອຊາຢາປຶກສາກັບຜູ້ຮັບໃຊ້ ແລະ ຄົນ​ໃຊ້ເວດມົນ.

ເອຊາຢາບອກປະຊາຊົນຄວນປຶກສາຜູ້ໃດ?

ປະຊາຊົນຄວນທີ່ຈະປຶກສາກັບພະເຈົ້າຂອງພວກເຂົາ.

ເອຊາອີສັ່ງໃຫ້ພວກລູກສິດຂອງລາວສົນໃຈຕໍ່ຫຍັງ?

ພວກເຂົາໄດ້ຮັບຄໍາສັ່ງໃຫ້ສົນໃຈຕໍ່ກົດບັນ​ຍັດ ແລະ ຕໍ່ຄຳເວົ້າຂອງພະຍານ.

Isaiah 8:21

ປະຊາຊົນອິດສະລາເອນຈະເຮັດຫຍັງໃນເວລາທີ່ພວກເຂົາຄວາມທຸກຍາກ​ລຳ​ບາກແລະຫິວແລະໃຈຮ້າຍ ?

ພວກເຂົາຈະເງີຍ​ຫນ້າຂອງ​ພວກ​ເຂົາຂື້ນໄປ ແລະາບແຊ່ງກະສັດ ແລະ ພະເຈົ້າຂອງພວກເຂົາ.

ຈະເກີດຫຍັງຂຶ້ນກັບປະຊາຊົນອິດສະຣາເອນ?

ພວກເຂົາຈະຖືກຂັບໄລ່ເຂົ້າໄປໃນແຜ່ນດິນແຫ່ງຄວາມມືດ.

Isaiah 9

Isaiah 9:1

ຈະມີຫຍັງເກີດຂື້ນກັບຄົນທີ່ກຳລັງທຸກ​ລະ​ທົມໃຈ?

ຄວາມໂສກເສົ້າຂອງນາງຈະເລື່ອນຫາຍໄປ

ແຜ່ນດິນອັນໃດທີ່ພຣະເຈົ້າໄດ້ເຮັດໃຫ້ອັບອາຍໃນໄລຍະທີ່ຜ່ານມາ?

​ພ​ຣະ​ອົງໄດ້ເຮັດໃຫ້ແຜ່ນດິນເຊ​ບູ​ລຸນ ແລະ ນັບ​ທາ​ຣີ​ອັບອາຍ.

ພຣະເຈົ້າຈະຊົງເຮັດຫຍັງກັບເຊ​ບູ​ລຸນ ແລະ ນັບ​ທາ​ຣີໃນໄລຍະຕໍ່ມາ?

ພຣະອົງຈະຊົງເຮັດພວກເຂົາຮຸ່​ງເຮືອງ.

ແສງສະຫວ່າງສ່ອງມາໃສ່ໃຜ?

ແສງສະຫວ່າງໄດ້ສ່ອງມາໃສ່ຄົນເຫລົ່ານັ້ນທີ່ຢູ່ໃນແຜ່ນດິນຂອງ​ເງົ​າແຫ່ງຄວາມຕາຍ.

Isaiah 9:3

ບໍ່ມີຄໍາຖາມ

ບໍ່ມີຄໍາຖາມ

Isaiah 9:4

ບໍ່ມີຄໍາຖາມ

ບໍ່ມີຄໍາຖາມ

Isaiah 9:6

ຜູ້ທີ່ຈະຄອບຄອງຢູ່ເທິງບ່າຂອງລາວຊື່ຫຍັງ?

ນາມຊື່ຂອງທ່ານວ່າເປັນທີ່ປຶກສາມະຫັດສະຈັນ, ພະ​ບິ​ດານິລັນດອນ, ແລະ ອົງສັນຕິລາດ.

ພຣະອົງຈະປົກຄອງແບບໃດ?

ພຣະອົງຈະປົກຄອງດ້ວຍຄວາມຍຸດຕິທຳ ແລະ ດ້ວຍຄວາມຊອບທຳ.

ພຣະອົງຈະປົກຄອງດົນປານໃດ?

ພຣະອົງຈະປົກຄອງຕັ້ງແຕ່ບັດ​ນີ້ ແລະ ໄປຈົນຊົ່ວ​ນິ​ລັນ.

Isaiah 9:8

ອິດສະຣາເອນໄດ້ເວົ້າຫຍັງໃນຄວາມອວດ​ອົ່ງແລະດ້ວຍຫົວໃຈທີ່ຈອງຫອງ?

ອິດສະຣາເອນກ່າວ, “ກ້ອນດິນຈີ່ເຫລົ່ານັ້ນໄດ້ຖືກທຳລາຍແລ້ວ, ແຕ່ພວກເຮົາຈະສ້າງດ້ວຍຫີນແກະສະຫລັກ; ບັນ​ດາຕົ້ນຫມາກເດື່ອໄດ້ຖືກຕັດລົງແລ້ວ, ແຕ່ພວກ​ເຮົາຈະເອົາຕົ້ນແປກສີ​ດາມາແທນທີ່ພວກມັນ."

Isaiah 9:11

ຜູ້ໃດທີ່ພຣະຢາເວໄດ້ຊົງຍົກຂຶ້ນມາຕໍ່ສູ້ອິດສະຣາເອນ?

ພຣະຢາເວໄດ້ເຮັດໃຫ້ເຣ​ຊິນ, ຄົນອາຣາມ ແລະວກຟີລິດສະຕີນຕໍ່ສູ້ກັບອິດສະຣາເອນ.

ຫລັງຈາກເຫດການທັງຫມົດເຫລົ່ານີ້ໄດ້ເຮັດໃຫ້ຄວາມໂກດແຄ້ນຂອງພຣະຢາເວບັນເທົາລົງບໍ?

ບໍ່, ຄວາມໂກດແຄ້ນຂອງພຣະຢາເວບັນເທົາລົງພ​ຣະ​ຫັດຂອງພ​ຣະ​ອົງ ຍັງຢຽດອອກເພື່ອໂຈມຕີອິດສະຣາເອນຢູ່.

Isaiah 9:13

ປະຊາຊົນໄດ້ຫັນໄປຫາພຣະຢາເວບໍ?

ປະຊາຊົນກໍຈະບໍ່ກັບມາຫາພຣະຢາເວ ຫລືແຫວງຫາພຣະອົງ.

ຜູ້ໃດທີ່ເປັນ "ຫົວ" ແລະ "ຫາງ" ທີ່ພຣະຢາເວຈະຕັດອອກໃນມື້ດຽວ?

ພວກຜູ້ນຳ ແລະ ຄົນສູງສົ່ງຄືຫົວ; ແລະ ພວກສາດສະດາທີ່ສອນບໍ່ຖືກຕ້ອງ​ກໍ​ຄືຫາງ.

Isaiah 9:16

ເປັນຫຍັງອົງພຣະຜູ້ເປັນເຈົ້າຈື່ງບໍ່ມີຄວາມເມດຕາຕໍ່ລູກ​ທີ່​ກຳ​ພ້າພໍ່ ແລະ ແມ່ຫມ້າຍ?

ພຣະອົງບໍ່ມີຄວາມເມດຕາຕໍ່ພວກເຂົາ ເພາະວ່າທຸກຄົນລ້ວນບໍ່ມີພຣະເຈົ້າ ແລະ ເປັນຄົນຊົ່ວ ແລະ ທຸກໆປາກເວົ້າສິ່ງ​ຕ່າງໆທີ່ໂງ່ຈ້າ.

ຫລັງຈາກເຫດການທັງຫມົດເຫລົ່ານີ້ໄດ້ເຮັດໃຫ້ຄວາມໂກດແຄ້ນຂອງພຣະຢາເວບັນເທົາລົງບໍ?

ບໍ່, ຄວາມໂກດແຄ້ນຂອງພຣະຢາເວບັນເທົາລົງພ​ຣະ​ຫັດຂອງພ​ຣະ​ອົງຍັງຢຽດອອກ ເພື່ອໂຈມຕີອິດສະຣາເອນຢູ່.

Isaiah 9:18

ສິ່ງທີ່ເກີດຂຶ້ນແມ່ນຜົນມາຈາກຄວາມຄຽດແຄ້ນຂອງພຣະຢາເວບໍ່?

ພຣະຢາເວຊົງກະທໍາໃຫ້ແຜ່ນດິນໂລກນັ້ນກໍ່ຖືກໄຫມ້ ແລະ ຊົນຊາດ​ນັ້ນ​ກໍເປັນຄືກັບນໍ້າມັນໃຫ້ເຊື້ອໄຟ.

Isaiah 9:20

ມີຫຍັງເກີດຂື້ນກັບມານາເຊ, ເອຟຣາອິມແລະຢູດາ?

ມານາເຊ ແລະເອຟຣາອິມຈະກືນ​ກິນກັນ ແລະກັນ ແລະພວກເຂົາຕໍ່ສູ້ກັບຢູດາຮ່ວມກັນ.

ຫລັງຈາກເຫດການທັງຫມົດເຫລົ່ານີ້ໄດ້ເຮັດໃຫ້ຄວາມໂກດແຄ້ນຂອງພຣະຢາເວບັນເທົາລົງບໍ?

ບໍ່, ຄວາມໂກດແຄ້ນຂອງພຣະຢາເວບັນເທົາລົງພ​ຣະ​ຫັດຂອງພ​ຣະ​ອົງຍັງຢຽດອອກ ເພື່ອໂຈມຕີອິດສະຣາເອນຢູ່.

Isaiah 10

Isaiah 10:5

ແມ່ນໃຜເປັນຜູ້ຄຶງຄວາມໂກດແຄ້ນຂອງພຣະຢາເວ ແລະແມ່ນຕົ້ນໄມ້ທີ່ໃຊ້ເປັນເຄື່ອງມືໃດເພື່ອຕ້ານກັບຄວາມໂກດແຄ້ນຂອງພຣະອົງ?

ຊາວອັດຊີເຣຍແມ່ນຜູ້ຄຶງຄວາມໂກດແຄ້ນພຣະຢາເວ ແລະແມ່ນຕົ້ນໄມ້ທີ່ໃຊ້ເປັນເຄື່ອງມືເພື່ອຕ້ານກັບຄວາມໂກດແຄ້ນຂອງພຣະອົງ.

ພຣະຢາເວຊົງບັນຊາໃຫ້ຊາວອັດຊີເຣຍເຮັດຫຍັງ?

ພຣະອົງຊົງບັນຊາໃຫ້ຊາວອັດຊີເຣຍເອົາຂອງທີ່ຝັງມາ, ເອົາເຍື່ອ ແລະຢຽບຢໍາພວກອິດສະຣາເອນຄືກັບຂີ້ຕົມຢູ່ຕາມຖະໜົນ.

Isaiah 10:7

ຊາວອັດຊີເຣຍໄດ້ຕັ້ງໃຈຫຍັງ?

ມັນຢູ່ໃນຫົວໃຈຂອງອັດຊີເຣຍທີ່ຈະທໍາລາຍທຳລາຍ ແລະ ກຳຈັດເຊື້ອຊາດຕ່າງໆທັງຫລາຍ.

Isaiah 10:12

ອົງພຣະຜູ້ເປັນເຈົ້າໄດ້ກ່າວວ່າພຣະອົງຈະເຮັດຫຍັງເມື່ອຂ້າພະເຈົ້າໄດ້ສຳເລັດການເຮັດວຽກຢູ່ເທິງພູສີໂອນ ແລະໃນເມືອງເຢຣູຊາເລັມ?

ອົງພຣະຜູ້ເປັນເຈົ້າຈະລົງໂທດຄຳເວົ້າຈາກຫົວໃຈທີ່ຫນ້າພູມໃຈຂອງບັນດາກະສັດອັດຊີເຣຍ ແລະ ສາຍຕາທີ່ຫນ້າພູມໃຈຂອງພວກເຂົາ

ເປັນຫຍັງກະສັດແຫ່ງອັດຊີເຣຍຈຶ່ງຄິດວ່າລາວປະສົບຜົນສຳ ເລັດ?

ກະສັດແຫ່ງອັດຊີເຣຍຄິດວ່າລາວປະສົບຜົນສໍາເລັດ ເພາະກຳລັງ, ປັນຍາ, ແລະຄວາມເຂົ້າໃຈຂອງລາວ.

Isaiah 10:15

ອົງພຣະຜູ້ເປັນເຈົ້າພຣະເຈົ້າຈະເຮັດຫຍັງໃນບັນດານັກຮົບທີ່ດີເລີດຂອງອັດຊີເຣຍ?

ອົງພຣະຜູ້ເປັນເຈົ້າພຣະເຈົ້າຈະສົ່ງຄວາມຜອມຈ່ອຍໃຫ້ບັນດານັກຮົບທີ່ດີເລີດ.

Isaiah 10:17

ພຣະຢາເວໄດ້ກ່າວວ່າພຣະອົງຈະກືນກິນຫຍັງໃນອັດຊີເຣຍ?

ພຣະຢາເວໄດ້ກ່າວວ່າພຣະອົງຈະກືນກິນສະຫງ່າລາສີຂອງປ່າໄມ້ຂອງລາວ ແລະ ແຜ່ນດິນອຸດົມສົມບູນຂອງລາວ.

Isaiah 10:20

ຄົນອິດສະຣາເອນທີ່ເຫລືອຢູ່ຈະພຶງພາອາໄສຫຍັງຫລັງຫລັງຈາກພວກເຂົງລົບຫນີໄປ?

ຄົນອິດສະຣາເອນທີ່ເຫລືອຢູ່ຈະບໍ່ເພີ່ງພາອາໄສຜູ້ທີ່ໂຈມຕີພວກເຂົາອີກຕໍ່ໄປ, ແຕ່ຈະເພີ່ງພາໃນພຣະຢາເວ.

Isaiah 10:24

ດ້ວຍເຫດໃດ ພຣະຢາເວອົງພຣະຜູ້ເປັນເຈົ້າຈອມໂຢທາຈຶ່ງບອກປະຊາຊົນວ່າ ຢ່າຢ້ານກົວຄົນອັດຊີເຣຍ?

ພຣະອົງໄດ້ບອກພວກເຂົາວ່າ ຢ່າຢ້ານກົວຄົນອັດຊີເຣຍ ເພາະອີກບໍ່ດົນຄວາມໃຈຮ້າຍຂອງອົງພຣະຜູ້ເປັນເຈົ້າທີ່ມີຕໍ່ຄົນເຫລົ່ານັ້ນທີ່ຢູ່ໃນຊີໂອນຈະສິ້ນສຸດລົງ, ແລະ ຄວາມໃຈຮ້າຍຂອງເຮົາຈະມຸ່ງໄປສູ່ການທຳລາຍຂອງຊາວອັດຊີເຣຍ.

Isaiah 10:26

ຈະເກີດຫຍັງຂຶ້ນໃນມື້ທີ່ພຣະຢາເວຈະໃຊ້ໄມ້ແສ້ຕໍ່ສູ້ກັບພວກອັດຊີເຣຍແລະໃນມື້ພຣະຢາເວຈະຍົກໄມ້ຄອນຂອງພຣະອົງຂຶ້ນມາເຫນືອທະເລເພື່ອຈະຊົງຍົກມັນຂຶ້ນ?

ພາລະຫນັກຂອງເຂົາຈະຖືກຍົກອອກຈາກບ່າຂອງພວກເຂົາ ແລະ ແອກຂອງເຂົາອອກຈາກຄໍຂອງພວກເຂົາ.

Isaiah 11

Isaiah 11:1

ຈະມີຫຍັງງອກມາຈາກຮາກຂອງເຈຊີ?

ຫນໍ່ຫນຶ່ງ ແລະ ກິ່ງຫນຶ່ງຈະງອກມາຈາກຮາກຂອງເຈຊີ.

ສິ່ງໃດຈະສະຖິດຢູ່ເທິງເຂົາ?

ພຣະວິນຍານຂອງພຣະຢາເວຈະສະຖິດຢູ່ເທິງທ່ານ

ພຣະວິນຍານຂອງພຣະຢາເວຈະປະທານສິ່ງໃດແກ່ເຂົາ?

ພຣະວິນຍານຂອງພຣະຢາເວຈະປະທານປັນຍາ ແລະ ຄວາມເຂົ້າໃຈ, ການສອນ ແລະ ຣິດເດດ, ຄວາມຮູ້ ແລະ ຄວາມຢຳເກງພຣະຢາເວ.

Isaiah 11:3

ເຮົາຈະໃຊ້ມາດຕະຖານໃດແດ່ໃນການພິພາກສາຄົນທຸກຍາກແລະຖ່ອມຕົວ?

ພຣະອົງຈະບໍ່ພິພາກສາຕາມສິ່ງທີ່ຕາພຣະອົງເບິ່ງເຫັນ ຫລື ຫູຂອງພຣະອົງໄດ້ຍິນ. ພຣະອົງຈະພິພາກສາດ້ວຍຄວາມຊອບທຳ ແລະ ຕັດສິນຢ່າງເປັນທຳ.

ພຣະອົງຈະເຮັດຫຍັງກັບຄົນຊົ່ວ?

ພຣະອົງຈະປະຫານພວກເຂົາດ້ວຍລົມຈາກຮີມຝີປາກຂອງພຣະອົງ.

Isaiah 11:8

ພວກສັດຈະປະພຶດແຕກຕ່າງກັນແນວໃດ?

ພວກມັນຈະບໍ່ເຮັດເຈັບປວດ ຫລື ທຳລາຍກັນທົວທັງພູ.

ເປັນຫຍັງພວກສັດຈື່ງບໍ່ທໍາຮ້າຍຫລືທຳລາຍ?

ພວກສັດຈື່ງບໍ່ທໍາຮ້າຍ ຫລື ທຳລາຍພາະແຜ່ນດິນໂລກຈະເຕັມດ້ວຍຄວາມຮູ້ຂອງພຣະຢາເວ.

Isaiah 11:10

ໃນວັນນັ້ນເປັນຫຍັງອົງພຣະຜູ້ເປັນເຈົ້າຈະຊົງຍື່ນມືຂອງພຣະອົງອອກໄປ?

ພຣະຜູ້ເປັນເຈົ້າຈະຊົງຢືນມືຂອງພຣະອົງອີກຄັ້ງ ເພື່ອນຳປະຊາຊົນຂອງພຣະອົງທີ່ເຫລືອຢູ່ຜູ້ທີ່ຍັງຄົງຢູ່ໃນອັດຊີເຣຍ, ເອຢິບ, ປັດໂຣດ, ເອລາມ, ຊິນາ, ຮາມັດ, ແລະ ເກາະຕ່າງໆໃນທະເລ.

Isaiah 11:12

ຈະເກີດຫຍັງຂຶ້ນກັບຄົນທີ່ເປັນສັດຕູກັບຢູດາ?

ຄົນທີ່ເປັນສັດຕູກັບຢູດາຈະຖືກຕັດອອກໄປ.​

ຈະມີຫຍັງເກີດຂື້ນລະຫວ່າງເອຟຣາອິມແລະຢູດາ?

ເອຟຣາອິມຈະບໍ່ອິດສາຢູດາຍ ແລະ ຢູດາຍຈະບໍ່ເປັນສັດຕູກັບເອຟຣາອິມອີກຕໍ່ໄປ.

Isaiah 11:14

ເອຟຣາອິມແລະຢູດາຈະເຮັດຫຍັງຮ່ວມກັນ?

ພວກເຂົາຈະໂນມລົງເຫນືອເຂົາຂອງພວກຟີລິດສະຕິນທາງຕາເວັນຕົກ ແລະປົນຊົນຊາດທາງຕາເວັນອອກ. ພວກເຂົາຈະໂຈມຕີເອໂດມແລະໂມອາບ..

ພຣະຢາເວຈະຊົງເຮັດຫຍັງກັບອ່າວໃນທະເລອີຢີບແລະແມ່ນ້ຳຢູເຟນຕີ?

ພຣະຢາເວຈະຊົງແຍກອ່າວທະເລທະເລຂອງປະເທດເອຢິບ ແລະ ແຍກແມ່ນ້ຳຢູເຟນຕີໃຫ້ເປັນລຳທານເຈັດສາຍ.

ເປັນຫຍັງພຣະຢາເວຈຶ່ງຊົງແບງອ່າວທະເລທະເລຂອງປະເທດເອຢິບແລະແບ່ງແມ່ນ້ຳຢູເຟນຕີ?

ພຣະອົງຈະຊົງແຍກພວກເຂົາເພື່ອໃຫ້ສາມາດໃສ່ເກີບຍ່າງຂ້າມໄປໄດ້.​

Isaiah 12

Isaiah 12:1

ໃນວັນນັ້ນ, ເປັນຫຍັງພວກເຂົາຈະຂອບຄຸນພຣະຢາເວ?

ພວກຈະຂອບພຣະຄຸນພຣະອົງ ເພາະເຖິງແມ້ວ່າພຣະອົງໄດ້ຊົງໃຈຮ້າຍຕໍ່ພວກເຂົາ, ພຣະອົງໄດ້ຫັນຄວາມໂກດຮ້າຍຂອງພຣະອົງອອກຈາກພວກເຂົາ ແລະ ພຣະອົງໄດ້ຊົງປອບໂຍນພວກເຂົາ.

ໃນວັນນັ້ນປະຊາຊົນຈະເວົ້າວ່າພຣະຢາເວຊົງເປັນຫຍັງສຳລັບພວກເຂົາ?

ປະຊາຊົນຈະເວົ້າວ່າພຣະຢາເວຊົງເປັນກຳລັງ, ບົດເພງຂອງພວກເຂົາ, ແລະພຣະອົງຊົງເປັນຄວາມຮອດຂອງພວກເຂົາ.

Isaiah 12:5

ເປັນຫຍັງປະຊາຊົນຈຶ່ງໄດ້ຮັບຄໍາສັ່ງໃຫ້ຮ້ອງເພງຖວາຍພຣະຢາເວ?

ພວກເຂົາໄດ້ຮັບຄໍາສັ່ງໃຫ້ຮ້ອງເພງຖວາຍພຣະຢາເວ ເພາະພຣະອົງໄດ້ຊົງກະທຳວຽກທີ່ຫນ້າສັນລະເສີນ ແລະ ເພື່ອໃຫ້ເລື່ອງນີ້ເປັນທີ່ຮູ້ກັນທົວແຜ່ນດິນໂລກ.

Isaiah 13

Isaiah 13:1

ເອຊາຢາໄດ້ຮັບຂໍ້ຄວາມຫຍັງຈາກພຣະຢາເວ?

ລາວໄດ້ຮັບຄຳປະກາດກ່ຽວກັບບາບີໂລນ.

ພຣະຢາເວຊົງເອີ້ນຜູ້ທີ່ມີອຳນາດຂອງພຣະອົງໃຫ້ເຮັດຫຍັງ?

ພຣະອົງຊົງເອີ້ນພວກເຂົາໃຫ້ຈັດການຕາມຄວາມໃຈຮ້າຍຂອງພຣະອົງ.

Isaiah 13:4

ກອງທັບຂອງພຣະຢາເວມາຈາກໃສ?

ພວກເຂົາມາຈາກປະເທດທີ່ຫ່າງໄກ, ມາຈາກສຸດຂອບຟ້າ.

ເຄື່ອງມືແຫ່ງການພິກພາກສາຂອງພຣະຢາເວຈະເຮັດຫຍັງ?

ພວກເຂົາຈະທຳລາຍທົ່ວທັງແຜ່ນດິນ

Isaiah 13:6

ປະຊາຊົນຈະເຮັດແນວໃດເມື່ອທີ່ດິນຖືກທຳລາຍ?

ມືຂອງພວກເຂົາຈະອ່ອນແຮງ, ແລະ ໃຈຂອງພວກເຂົາຈະສະລາຍລົງ; ພວກເຂົາຈະຕົກໃຈຢ້ານ; ຄວາມເຈັບປວດ ແລະ ຄວາມທຸກທໍລະມານຈະຍຶດກຸມພວກເຂົາໄວ. ພວກເຂົາຈະມີລັກສະນະປະຫລາດໃຈ ແລະໃບຫນ້າຂອງພວກເຂົາຈະເຫມືອນກັບແສງໄຟ.

Isaiah 13:9

ຈະມີຫຍັງອີກທີ່ຈະເກີດຂຶ້ນໃນວັນແຫ່ງພຣະຢາເວ?

ແຜ່ນດິນເປັນທີ່ຮ້າງເປົ່າ ແລະ ພວກຄົນບາບຈະຖືກທຳລາຍຈາກແຜ່ນດິນນັ້ນ. ເຫລົ່າດວງດາວ, ກຸ່ມດາວຕ່າງໆ, ດວງອາທິດ ແລະດວງຈັນຈະບໍ່ຊ່ອງແສງ; ພວກເຂົາຈະມືດໄປ.

Isaiah 13:11

ຈະມີຜູ້ຊາຍຫລາຍຄົນໄປເຫລື່ອຢູ່ບໍ?

ບໍ່! ພຣະຢາເວຈະເຮັດໃຫ້ພວກຜູ້ຊາຍຫາຍາກຍິ່ງກວ່າຫາທອງຄຳ.

Isaiah 13:17

ພຣະຢາເວຊົງກໍາລັງເລັ່ງຜູ້ໃດໃຫ້ໂຈມຕີຊາວບາບີໂລນ?

ພຣະຢາເວກຳລັງເລັ່ງໃຫ້ຄົນມີເດຍມາໂຈມຕີຄົນບາບີໂລນ.

Isaiah 13:19

ຈະເກີດຫຍັງຂຶ້ນກັບບາບີໂລນ?

ພຣະເຈົ້າຈະຊົງທຳລາຍພວກເຂົາເຫມືອນກັບເມືອງໂຊໂດມ ກັບເມືອງໂກໂມຣາ ແລະ ພວກເຂົາຈະບໍ່ມີຜູ້ໃດເຂົ້າໄປອາໃສ ຫລືອາໃສຢູ່ໃນເມືອງນັ້ນຕະຫລອດທຸກຊົ່ວອາຍຸຄົນ.

Isaiah 13:21

ສິ່ງໃດຈະນອນລົງຢູ່ບາບີໂລນ?

ພວກສັດປ່າແຫ່ງທະເລຊາຍຈະນອນລົງທີ່ນັ້ນ

ເຫດການເຫລົ່ານີ້ຈະເກີດຂື້ນກັບເມືອງບາບີໂລນເມື່ອໃດ?

ເວລາຂອງເມືອງນັ້ນກໍໃກ້ເຂົ້າມາແລ້ວ ແລະ ວັນຂອງເມືອງນັ້ນຈະບໍ່ລ່າຊ້າອີກຕໍ່ໄປ.

Isaiah 14

Isaiah 14:1

ພຣະຢາເວຈະຊົງເຮັດຫຍັງກັບອິດສະຣາເອນ?

ພຣະອົງຈະຊົງເລືອກອິດສະຣາເອນອີກ ແລະເຮັດໃຫ້ພວກເຂົາກັບຄືນສູ່ແຜ່ນດິນຂອງພວກເຂົາເອງ.

ມີຜູ້ໃດອີກບໍທີ່ຈະໄປກັບຊົນຊາດອິດສະຣາເອນກັບຄືນສູ່ແຜ່ນດິນຂອງພວກເຂົາ?

ພວກຄົນຕ່າງຊາດຈະສົມທົບກັບພວກເຂົາ ແລະ ພົວພັນຕົວພວກເຂົາເອງກັບເຊື້ອສາຍຂອງຢາໂຄບ.

ຜູ້ໃດຈະນຳຊົນຊາດອິດສະຣາເອນກັບຄືນສູ່ແຜ່ນດິນຂອງພວກເຂົາເອງ?

ຊົນຊາດທັງຫລາຍຈະນຳພວກເຂົາມາຍັງທີ່ຂອງພວກເຂົາເອງ

ເຊື້ອສາຍອິດສະຣາເອນຈະເຮັດຫຍັງຕໍ່ປະເທດເຫລົ່ານັ້ນທີ່ໄດ້ເຄີຍຈັບພວກອິດສະຣາເອນເປັນຊະເລີຍ?

ເຊື້ອສາຍຂອງອິດສະຣາເອນຈະຮັບພວກເຂົາມາເປັນຄົນຮັບໃຊ້ຊາຍ ແລະ ຍິງ. ພວກເຂົາຈະຈັບຄົນເຫລົ່ານັ້ນເປັນຊະເລີຍຜູ້ທີ່ໄດ້ເຄີຍຈັບພວກເຂົາເປັນຊະເລີຍ ແລະ ພວກເຂົາຈະປົກຄອງເຫນືອພວກຄົນທີ່ເຄີຍບີບບັງຄັບພວກເຂົາ.

Isaiah 14:3

ຈະເກີດຫຍັງຂື້ນໃນວັນທີ່ພຣະຢາເວໃຫ້ອິດສະຣາເອນຢຸດພັກຈາກຄວາມທຸກ ແລະ ຈາກຄວາມເຈັບປວດ, ແລະ ຈາກງານຍາກກາກກຳ?

ພວກເຈົ້າຈະຮ້ອງບົດເພງເຢາະເຢີ້ຕໍ່ກະສັດຂອງບາບີໂລນ.

ຈະເກີດຫຍັງຂື້ນກັບຜູ້ຜູ້ທີ່ບີບບັງຄັບ?

ຜູ້ທີ່ບີບບັງຄັບໄດ້ມາເຖິງຈຸດຈົບ.

Isaiah 14:5

ກະສັດແຫ່ງບາບີໂລນໄດ້ເຮັດຫຍັງ?

ເພິ່ນໄດ້ຕີປະຊາຊົນດ້ວຍຄວາມໃຈຮ້າຍແບບບໍ່ຢັ້ງມື. ເພິ່ນໄດ້ປົກຄອງຊົນຊາດທັງຫລາຍດ້ວຍຄວາມໃຈຮ້າຍ, ດ້ວຍການຕີແບບບໍ່ຢັ້ງມື.

Isaiah 14:10

ບັນດາກະສັດທີ່ຕາຍແລ້ວໃນແຜ່ນດິນໂລກຈະເວົ້າຫຍັງກັບກະສັດແຫ່ງບາບີໂລນ?

ພວກເຂົາຈະເວົ້າວ່າ, "ເຈົ້າໄດ້ກາຍເປັນຄົນອ່ອນແອເຫມືອນກັບພວກເຮົາ..." ແລະ "ຄວາມສະງ່າງາມຂອງເຈົ້າໄດ້ຖືກນຳລົງໄປສູ່ແດນຄົນຕາຍ..."

Isaiah 14:12

ມີຫຍັງເກີດຂື້ນກັບລູກຊາຍແຫ່ງຮຸ່ງອາລຸນ?

ລາວຈະຕົກລົງມາຈາກຟ້າສະຫວັນ ແລະຖືກໂຄ່ນລົງມາສູ່ພື້ນດິນ.

ລູກຊາຍແຫ່ງຮຸ່ງອາລຸນເວົ້າຫຍັງໃນໃຈຂອງລາວ?

ລາວໄດ້ເວົ້າວ່າ ລາວຈະຕັ້ງບັນລັງຂອງລາວເຫນືອດວງດາວທັງຫລາຍຂອງພຣະເຈົ້າ ແລະ ຈະເຮັດໃຫ້ຕົວຂອງເຮົາເອງເປັນເຫມືອນອົງພະເຈົ້າສູງສຸດ.

Isaiah 14:18

ເປັນຫຍັງກະສັດແຫ່ງບາບີໂລນຈຶ່ງບໍ່ເຂົ້າຮ່ວມກັບກະສັດອົງອື່ນໆຂອງປະເທດຕ່າງໆໃນບ່ອນຝັງສົບ?

ລາວຈະບໍ່ມີສ່ວນຮ່ວມໃນງານຝັງສົບກັບພວກເຂົາ, ເພາະລາວໄດ້ທຳລາຍແຜ່ນດິນຂອງລາວ ແລະ ໄດ້ຂ້າຊົນຊາດຂອງລາວ.

Isaiah 14:21

ຄຳປະກາດຂອງພຣະຢາເວຈອມໂຢທາທີ່ຕໍ່ສູ້ກັບບາບີໂລນແມ່ນຫຍັງ?

ພຣະອົງປະກາດວ່າ, "ເຮົາຈະລຸກຂຶ້ນສູ້ກັບພວກເຂົາ," ແລະ ຫລາຍກວ່ານັ້ນ, "ເຮົາຈະຕັດຊື່ບາບີໂລນ, ລູກຫລານ, ແລະເຊື້ອສາຍອອກໄປ. "

Isaiah 14:24

ພຣະຢາເວຈອມໂຍທາໄດ້ຊົງປະຕິຍານຫຍັງກ່ຽວກັບຄົນອັດຊີເຣຍໃນແຜ່ນດິນພຣະຢາເວ?

ພຣະອົງຈະຕີຄົນອັດຊີເຣຍໃຫ້ແຕກດ້ວຍມືຂອງພຣະອົງ ແລະ ຈະຢຽບຢ້ຳເຂົາໃຫ້ຢູ່ໃຕ້ຝ່າຕີນເທິງພູເຂົາທັງຫລາຍຂອງພຣະອົງ.

Isaiah 14:28

ຄຳປະກາດຂອງພຣະຢາເວຈອມໂຢທາທີ່ຕໍ່ສູ້ກັບຄົນຟີລິດສະຕິນແມ່ນຫຍັງ?

ໄດ້ຖືກປະກາດວ່າຄົນຟີລິດສະຕິນເອີຍຢ່າປິຕິຍິນດີ, ພຣະຢາເວຈະຂ້າຮາກເຫງົ້າຂອງຄົນຟີລິດສະຕິນໃຫ້ຕາຍດ້ວຍການແຫ້ງແລ້ງກັນດານອາຫານ ທີ່ຈະສັງຫານຄົນທີ່ລອດຊີວິດທັງຫມົດຂອງຄົນຟີລິດສະຕິນ.

Isaiah 14:31

ໃຜເປັນຜູ້ໄດ້ວາງຖານຮາກຊີໂອນໄວ້?

ພຣະຢາເວເປັນຜູ້ໄດ້ວາງຖານຮາກຊີໂອນໄວ້

ຄົນທີ່ທົນທຸກຂອງຊົນຊາດຂອງພຣະຢາເວຈະພົບຫຍັງໃນທີ່ຊີໂອນ?

ຄົນທີ່ທົນທຸກຂອງຊົນຊາດຂອງພຣະຢາເວຈະພົບທີ່ລີ້ໄພທີ່ຊີໂອນ.

Isaiah 15

Isaiah 15:1

ຄໍາປະກາດກ່ຽວກັບໃຜ?

ຄໍາປະກາດກ່ຽວກັບໂມອາບ.

ຈະເກີດຫຍັງຂຶ້ນກັບເມືອງອາຣະ ແລະເມືອງກີຣະຂອງໂມອາບ?

ແຕ່ລະເມືອງພວກເຂົາຈະຖືກທຳລາຍ ແລະ ຖືກເຮັດໃຫ້ຫວ່າງເປົ່າໃນຄືນດຽວ.

Isaiah 15:3

ບໍ່ມີຄໍາຖາມ

ບໍ່ມີຄໍາຖາມ

Isaiah 15:5

ພວກລີ້ໄພຂອງໂມອາບຈະໄປໃສ?

ພວກເຂົາຈະຫນີໄປຍັງເມືອງໂຊອາ ແລະໄປຍັງເມືອງເຊລິດຊີຢາ.

Isaiah 15:8

ມີຫຍັງໄດ້ເກີດຂື້ນກັບບັນດາລຳນ້ຳຂອງເມືອງດີໂມນ ແລະມີຫຍັງຈະເກີດຂື້ນກັບບັນດາລຳນ້ຳຂອງເມືອງດີໂມນ?

ບັນດາລຳນ້ຳຂອງເມືອງດີໂມນເຕັມດ້ວຍເລືອດ; ແຕ່ພຣະຢາເວຈະເພີ່ມໄພໃຫ້ກັບເມືອງດີໂມນຫລາຍກວ່ານີ້.

ຈະເກີດຫຍັງຂຶ້ນກັບຜູ້ທີ່ຫນີອອກຈາກໂມອາບແລະຜູ້ທີ່ຍັງຢູ່ໃນແຜ່ນດິນນັ້ນ?

ສິງໂຕຈະທຳຮ້າຍພວກຄົນທີ່ຫນີຮອດໄປຈາກໂມອາບ ແລະ ພວກຄົນທີ່ຍັງຄົງເຫລືອຢູ່ໃນແຜ່ນດິນນັ້ນດ້ວຍ.

Isaiah 16

Isaiah 16:1

ພວກແກະໂຕຜູ້ຖືກສົ່ງອອກໄປໃຫ້ຜູ້ໃດ?

ພວກແກະໂຕຜູ້ຈະຖືກສົ່ງໄປຍັງຜູ້ປົກຄອງແຜ່ນດິນທີ່ພູເຂົາຂອງລູກສາວແຫ່ງຊີໂອນ.

ຜູ້ຍິງຂອງໂມອາບທີ່ຢູ່ທີ່ທ່ານໍ້າຂອງແມ່ນ້ຳອາກໂນນຖືກປຽບທຽບກັບຫຍັງ?

ພວກເຂົາຄືກັບພວກນົກທີ່ຖືກໄລ່ ຫລື ກະແຈກກະຈາຍໄປ.

Isaiah 16:3

ຢູດາຄວນເຮັດຫຍັງກັບພວກລີ້ໄພແລະຊາວອົບພະຍົບຂອງໂມອາບ?

ພວກເຂົາຈະເຊື່ອງຕົວເອງ ແລະບໍ່ຫັກຫລັງພວກຜູ້ລີ້ໄພ ແລະ ໃຫ້ພວກລີ້ໄພອາໃສຢູ່ທ່າມກາງພວກເຂົາ; ເປັນສະຖານທີ່ລີ້ໄພໃຫ້ກັບພວກເຂົາໃຫ້ພົ້ນຈາກຜູ້ທຳລາຍ.

Isaiah 16:5

ຄົນຫນື່ງຈາກເຕັນຂອງດາວິດຜູ້ທີ່ນັ່ງເທິງບັນລັງຈະເຮັດຫຍັງ?

ພຣະອົງຈະພິພາກສາຕາມທີ່ພຣະອົງສະແຫວງຫາຄວາມຍຸດຕິທຳ ແລະ ເຮັດຢ່າງຊອບທຳ.

Isaiah 16:11

ໂມອັບຈະເຮັດຫຍັງໃຫ້ສຳເລັດເມື່ອລາວເຂົ້າໄປໃນວິຫານຂອງລາວເພື່ອອະທິຖານ?

ໂມອັບຈະບໍ່ສຳເລັດຫຍັງເລີຍໃນຄໍາອະທິຖານຂອງລາວ.

Isaiah 16:13

ຈະເກີດຫຍັງຂຶ້ນກັບຄວາມຮັ່ງມີອັນມະຫາສານຂອງໂມອັບ?

ພຣະຢາເວກາວວ່າຄວາມຮັ່ງມີອັນມະຫາສານຂອງໂມອາບຈະສູນສິ້ນໄປ.

ໂມອາບຈະມີເຫລືອຢູ່ຈັກຄົນ?

ຄົນທີ່ເຫລືອຢູ່ຂອງໂມອາບຈະຫນ້ອຍຫລາຍ ແລະ ບໍ່ມີຄວາມສຳຄັນ.

Isaiah 17

Isaiah 17:1

ຈະເກີດຫຍັງຂຶ້ນກັບເມືອງດາມັສກັດ?

ມັນຈະບໍ່ເປັນເມືອງອີກຕໍ່ໄປ, ແຕ່ຈະເປັນຊາກຫັກພັງ.

ສິ່ງໃດທີ່ຈະຫາຍໄປຈາກເອຟາຣິມ?

ບັນດາເມືອງປ້ອມປາການຈະຫາຍໄປຈາກເອຟາຣິມ.

Isaiah 17:4

ໃນວັນນັ້ນ ຈະເກີດຫຍັງຂື້ນກັບຄວາມຍິ່ງໃຫຍ່ຂອງຢາໂຄບ?

ຄວາມຍິ່ງໃຫຍ່ຂອງຢາໂຄບຈະເບົາບາງລົງ ແລະ ຄວາມຕຸ້ຍພີຂອງເນື້ອຫນັງຂອງລາວຈະຈ່ອຍຜອມລົງໄປໃນວັນນັ້ນ.

Isaiah 17:6

ໃນວັນນັ້ນຄົນທັງຫລາຍຈະເບິ່ງໄປຍັງຜູ້ໃດ?

ຄົນທັງຫລາຍຈະເບິ່ງໄປຍັງພຣະຜູ້ສ້າງຂອງພວກເຂົາ, ແລະ ສາຍຕາຂອງພວກເຂົາຈະເບິ່ງອົງບໍຣິສຸດຂອງອິດສະຣາເອນ.

Isaiah 17:8

ໃນວັນນັ້ນເມືອງທີ່ເຂັ້ມແຂງຂອງພວກເຂົາຈະເຫມືອນຫຍັງ?

ໃນວັນນັ້ນເມືອງທີ່ເຂັ້ມແຂງຂອງພວກເຂົາ ຈະເຫມືອນກັບປ່າດົງທີ່ຖືກຖິ້ມຮ້າງເທິງຍອດສຸດຂອງຮ່ອມເຂົາ.

Isaiah 17:12

ຈະມີຫຍັງເກີດຂື້ນເມື່ອຊົນຊາດທັງຫລາຍຈະເປັ່ງສຽງກີກຮ້ອງເຫມືອນກັບນ້ຳຫລວງຫລາຍທີ່ໄຫລບ່າຢ່າງວ່ອງໄວ?

ພຣະເຈົ້າຈະຊົງກຳລາບຊົນຊາດທັງຫລາຍ ແລະ ພວກເຂົາຈະຫນີໄປໄກໆ ແລະ ຈະຖືກໄລ່ຕາມ.

ສ່ວນຂອງຄົນທີ່ປົ້ນສັບອິດສະຣາເອນແມ່ນຫຍັງ?

ສ່ວນຂອງພວກເຂົາແມ່ນຈະເຫັນຄວາມຫນ້າຢ້ານໃນຕອນແລງ ແລະ ຈະຫາຍໄປກ່ອນທີ່ຈະຮຸ່ງເຊົ້າ.

Isaiah 18

Isaiah 18:1

ແຜ່ນດິນແຫ່ງສຽງກະພືຂອງປີກຢູ່ໃສ?

ແຜ່ນດິນແຫ່ງສຽງກະພືຂອງປີກຢູ່ຕາມແມ່ນ້ຳແຫ່ງເອທີໂອເປຍ.

ແຜ່ນດິນແຫ່ງສຽງກະພືຂອງປີກສົ່ງທູດໄປໃຫ້ໃຜ?

ພວກເຂົາສົ່ງສົ່ງບັນດາທູດທັງຫລາຍໄປຍັງຊົນຊາດທີ່ຕົວສູງ ແລະ ຜິວພັນກ້ຽງໃສ, ໄປຍັງຊົນຊາດທີ່ເກງກົວ, ໄປຍັງຊົນຊາດທີ່ເຂັ້ມແຂງ ແລະຢຽບຢ້ຳລົງ, ຊຶ່ງແຜ່ນດິນຂອງເຂົາຖືກແບ່ງດ້ວຍແມ່ນ້ຳ.

Isaiah 18:3

ເມື່ອໃດຄົນທີ່ອາໃສຢູ່ໃນໂລກນີ້ຄວນເບິ່ງແລະຟັງ?

ພວກເຂົາຈະຕ້ອງເບິ່ງ ແລະ ຟັງເມື່ອສັນຍານໄດ້ຖືກຍົກຂຶ້ນເທິງພູເຂົາເມື່ອແຕ່ແກເປົ່າຂຶ້ນ.

Isaiah 18:4

ພຣະຢາເວຈະຊົງເຮັດຫຍັງກ່ອນທີ່ຈະເຖິງລະດູເກັບກ່ຽວ, ເມື່ອດອກໄມ້ບານຜ່ານພົ້ນໄປແລ້ວ?

ພຣະຢາເວຈະຊົງຕັດກິ່ງເຫລົ່ານັ້ນອອກດວ້ຍກ້ຽວຕັດກິ່ງໄມ້ ແລະພຣະອົງຈະຊົງຕັດພວກກິ່ງທີ່ແຜ່ຂະຫຍາຍລົງໄປ ແລະ ເອົາອອກໄປ.

Isaiah 18:6

ຈະເກີດຫຍັງຂື້ນເມື່ອບັນດານົກໃນລະດູຮ້ອນຢູ່ເທິງກິ່ງໄມ້ເຫລົ່ານັ້ນແລະສັດທັງປວງເທິງແຜ່ນດິນໃນລະດູຫນາວຢູ່ເທິງພວກມັນ?

ໃນເວລານັ້ນຂອງຖວາຍຈະຖືກນຳມາຍັງພູເຂົາຊີໂອນສໍາລັບພຣະຢາເວຈາກພວກຄົນທີ່ຕົວສູງ ແລະ ຜິວກ້ຽງໃສ.

Isaiah 19

Isaiah 19:1

ຄຳປະກາດໃນບົດນີ້ແມ່ນກ່ຽວກັບຜູ້ໃດ?

ຄຳປະກາດໃນບົດນີ້ແມ່ນກ່ຽວກັບເອຢິບ.

ຜູ້ໃດຈະປຸກຄົນເອຢີບ?

ພຣະຢາເວຈະປຸກຄົນເອຢີບ

ຜູ້ໃດທີ່ຄົນເອຢີບຈະຕໍ່ສູ້ກັບ?

ພວກເຂົາຈະຖືກປຸກເພື່ອຕໍ່ສູ້ກັນເອງ.

Isaiah 19:3

ພຣະຢາເວຈະຊົງຈະມອບຄົນອີຢີບໄວ້ໃນມືຂອງຜູ້ໃດ?

ພຣະຢາເວຈະຊົງຈະມອບຄົນອີຢີບໄວ້ໃນມືຂອງນາຍທີ່ໂຫດຮ້າຍ, ແລະ ກະສັດທີ່ເຂັ້ມແຂງຈະປົກຄອງເຫນືອພວກເຂົາ.

Isaiah 19:5

ຈະເກີດຫຍັງຂຶ້ນກັບແມ່ນ້ຳທັງຫລາຍຂອງອີຢີບ?

ນ້ຳໃນທະເລຈະຫົດແຫ້ງໄປ ແລະ ແມ່ນ້ຳຈະແຫ້ງລົງ ແລະ ບໍ່ມີນ້ຳຢູ່ເລີຍ.

Isaiah 19:9

ຈະມີຫຍັງເກີດຂື້ນຄົນເຮັດງານຜ້າໃນອີຢີບ?

ຄົນເຮັດງານຜ້າຈະຖືກບີບຄັ້ນ.

Isaiah 19:11

ເກີດຫຍັງຂື້ນກັບຄຳແນະນຳຂອງບັນດາທີ່ປຶກສາຂອງຟາໂຣ?

ບັນດາທີ່ປຶກສາທີ່ສະຫລາດກໍໄຮ້ປະໂຫຍດ.

Isaiah 19:13

ເປັນຫຍັງຄຳແນະນຳຂອງບັນດາທີ່ປຶກສາຂອງຟາໂຣຈື່ງກາຍເປັນໄຮ້ປະໂຫຍດ?

ບັນດາທີ່ປຶກສາທີ່ສະຫລາດກໍໄຮ້ປະໂຫຍດ ເພາະວ່າພຣະຢາເວໄດ້ຊົງປະປົນວິນຍານແຫ່ງການບິດເບືອນ ລົງໄປໃນທ່າມກາງອີຢິບ.

Isaiah 19:16

ໃນວັນນັ້ນຄົນອີຢີບຈະເປັນແບບໃດ?

ໃນວັນນັ້ນຄົນອີຢີບຈະເປັນຫມືອນກັບພວກຜູ້ຍິງ. ພວກເຂົາຈະຕົວສັ່ນ ແລະ ຢ້ານກົວ.

Isaiah 19:18

ໃນວັນນັ້ນຫ້າເມືອງໃນແຜ່ນດິນເອຢິບຈະເຮັດຫຍັງ?

ພວກເຂົາຈະສາບານທີ່ຈະຈົ່ງຮັກພັກດີຕໍ່ພຣະຢາເວຈອມໂຢທາ.

Isaiah 19:19

ໃນວັນນັ້ນ ຈະເກີດຫຍັງຂື້ນຢູ່ໃນກາງແຜ່ນດິນອີຢີບ?

ໃນວັນນັ້ນ ຈະມີແທ່ນບູຊາຂອງພຣະຢາເວແທ່ນຫນຶ່ງຢູ່ກາງແຜ່ນດິນຂອງເອຢິບ.

Isaiah 19:23

ໃນວັນນັ້ນຜູ້ໃດຈະນະມັດສະການພຣະຢາເວຮ່ວມກັນກັບໃຜ?

ຄົນເອຢິບ ແລະ ຄົນອັດຊີເຣຍຈະນະມັດສະການພຣະຢາເວຮ່ວມກັບ.

Isaiah 19:24

ໃນວັນນັ້ນ ຜູ້ໃດຈະເປັນພຣະພອນໃນທ່າມກາງແຜ່ນດິນໂລກ?

ອິດສະຣາເອນ, ເອຢິບ, ອັດຊີເຣຍຈະເປັນພຣະພອນໃນທ່າມກາງແຜ່ນດິນໂລກ.

Isaiah 20

Isaiah 20:1

ເກີດຫຍັງຂື້ນເມື່ອທາດທັນມາຍັງອາສະໂດດ?

ທາດທັນໄດ້ສູ້ຮົບກັບເມືອງອາສະໂດດ ແລະ ຍຶດເມືອງນັ້ນໄດ້.

ຜູ້ໃດສົ່ງທາດທັນໄປທີ່ອາສະໂດດ?

ຊາກໂກນກະສັດແຫ່ງຊີເຣຍໄດ້ສົ່ງທາດທັນໄປຍັງເມືອງອາສະໂດດ.

ພຣະຢາເວໄດ້ບອກເອຊາຢາໃຫ້ເຮັດຫຍັງເມື່ອທາດທັນໄດ້ຍຶດເອົາອາສະໂດດ?

ພຣະຢາເວໄດ້ບອກເອຊາຢາໃຫ້ແກ້ຜ້າກະສອບອອກ ແລະຖອດເກີບອອກ ແລະຍ່າງເປືອຍກາຍ ແລະ ຕີນເປົ່າ.

Isaiah 20:3

ເປັນຫຍັງເອຊາຢາຈຶ່ງຖືກບອກວ່າໃຫ້ຍ່າງເປືອຍກາຍ?

ນີ້ເປັນຫມາຍສຳຄັນແລະ ລາງບອກເຫດກ່ຽວກັບເອຢິບ ແລະ ກ່ຽວກັບພວກຊະເລີຍຂອງເອທີໂອເປຍທີ່ຖືກກວາດຕ້ອນເປືອຍກາຍ, ແລະ ຕີນເປົ່າໂດຍກະສັດແຫ່ງອັດຊີເຣຍ.

Isaiah 20:5

ຈະເກີດຫຍັງຂື້ນກັບຜູ້ທີ່ວາງຄວາມຫວັງໃນເອທີໂອເປຍແລະເອຢີບ?

ພວກເຂົາທໍ້ຖອຍ ແລະ ອັບອາຍ.

Isaiah 21

Isaiah 21:1

ມີນິມິດປະເພດໃດທີ່ຖືກມອບໃຫ້ແກ່ເອຊາຢາ?

ພວກເຂົາໄດ້ຮັບນິມິດທີ່ເຮັດໃຫ້ເປັນທຸກ.

ນິມິດກ່ຽວກັບຫຍັງ?

ນິມິດຂອງເອຊາຢາແມ່ນກ່ຽວກັບການໂຈມຕີເອລາມ ແລະ ການໂຈມຕີຂອງມີເດຍ

Isaiah 21:3

ນິມິດນີ້ສົ່ງຜົນຕໍ່ເອຊາຢາແນວໃດ?

ບັ້ນເອວຂອງເອຊາຢາເຈັບປວດ. ລາວໄດ້ໂນ້ນຕົວລົງ ແລະໃນສິ່ງທີ່ໄດ້ຍິນ. ໃຈຂອງລາວກໍສັ່ນ. ລາວຕົວສັ່ນ ແລະຢ້ານຫລາຍ.

Isaiah 21:5

ບໍ່ມີຄໍາຖາມ

ບໍ່ມີຄໍາຖາມ

Isaiah 21:6

ອົງພຣະຜູ້ເປັນເຈົ້າໄດ້ກ່າວກັບເອຊາຢາວ່າແນວໃດ?

ອົງພຣະຜູ້ເປັນເຈົ້າໄດ້ກ່າວກັບເອຊາຢາ ໃຫ້ຕັ້ງຍາມຄົນຫນຶ່ງໄວ້ ແລະຕ້ອງແຈ້ງສິ່ງທີ່ເຂົາເຫັນໃຫ້ຮູ້.

ຄົນເຝົ້າຍາມຈະເຮັດຫຍັງເມື່ອລາວເຫັນລົດມ້າ, ຄົນຂີ່ມ້າຄູ່ຫນຶ່ງແລະບັນດາຄົນຂີ່ລາ ແລະຄົນຂີ່ອູດ?

ແລ້ວຄົນເຝົ້າຍາມຕ້ອງໃຫ້ຄວາມສົນໃຈ ແລະ ຕື່ນຕົວຢ່າງຫລາຍ.

Isaiah 21:8

ເມື່ອຄົບຂີ່ລົດມ້າມາຄົນຍາມຄົນນັ້ນຮ້ອງວ່າແນວໃດ?

ຄົນຍາມຄົນນັ້ນຮ້ອງວ່າ, "ບາບີໂລນແຕກແລ້ວ, ແຕກແລ້ວ, ແລະ ບັນດາຮູບແກະສະລັກທັງຫມົດຂອງພະຂອງເມືອງນັ້ນໄດ້ແຕກຫັກລົງເທິງພື້ນດິນ."

Isaiah 21:10

ບໍ່ມີຄໍາຖາມ

ບໍ່ມີຄໍາຖາມ

Isaiah 21:11

ບໍ່ມີຄໍາຖາມ

ບໍ່ມີຄໍາຖາມ

Isaiah 21:13

ຜູ້ໃດຄ້າງຄືນໃນຖິ່ນແຫ້ງແລ້ງກັນດານອາຣາເບຍ.?

ບັນດາກອງຂະບວນຂອງຊາວ​ເມືອງ​ເດດານຄ້າງຄືນທີ່ນັ້ນ.

ບັນດາກອງຂະບວນຂອງຊາວ​ເມືອງ​ເດດານ​ຖືກບອກໃຫ້ເຮັດ?

ພວກເຂົາຖືກບອກໃຫ້ເອົານໍ້າມາໃຫ້ກັບຄົນທີ່ກະຫາຍ.

ຜູ້ອາໄສຢູ່ໃນແຜ່ນດິນເທມາຖືກສັ່ງໃຫ້ເຮັດຫຍັງ?

ພວກເຂົາຖືກສັ່ງໃຫ້ມາພົບກັບພວກລີ້ໄພພ້ອມກັບອາຫານ.

Isaiah 21:16

ອົງພຣະຜູ້ເປັນເຈົ້າໄດ້ບອກເອຊາຢາຫຍັງກ່ຽວກັບຄົນເດດານ?

ອົງພຣະຜູ້ເປັນເຈົ້າໄດ້ບອກເອຊາຢາພາຍໃນປີດຽວຄວາມຍິ່ງໃຫຍ່ທັງຫມົດຂອງຄົນເດດານຈະສິ້ນສຸດລົງ ແລະ ນັກພົນທະນູພຽງບໍ່ຈັກຄົນເທົ່ານັ້ນ ແລະ ພວກນັກລົບຈະຍັງຄົງເຫລືອຢູ່.

Isaiah 22

Isaiah 22:1

ຫົວຂໍ້ຂອງບົດທີ່ 22 ແມ່ນຫຍັງ?

ມັນແມ່ນຄຳປະກາດກ່ຽວກັບຮ່ວມເຂົາແຫ່ງນິມິດ.

ປະຊາຊົນທັງຫມົດໄດ້ໄປໃສ່?

ພວກເຂົາທຸກຄົນຈຶ່ງໄດ້ຂຶ້ນໄປເທິງຫລັງຄາບ້ານ.

ມີຫຍັງເກີດຂື້ນໃນເມືອງແລະນະຄອນ?

ເມືອງມີສຽງດັງອຶກກະທຶກ ແລະນະຄອນເຕັມດ້ວຍຄວາມລື່ນເລີງ.

ຄົນທີ່ຕາຍໄດ້ຕາຍດ້ວຍດາບຫລືໃນສົ່ງຄາມບໍ?

ບໍ່ ພວກຄົນຕາຍຂອງພວກເຈົ້າບໍ່ໄດ້ຖືກຂ້າດ້ວຍດາບ, ແລະ ພວກເຂົາບໍ່ໄດ້ຕາຍໃນສົງຄາມ.

Isaiah 22:3

ເກີດຫຍັງຂຶ້ນກັບພວກຜູ້ປົກຄອງຂອງພວກເຂົາ?

ພວກຜູ້ປົກຄອງທັງຫມົດຂອງພວກເຈົ້າໄດ້ຫນີໄປນຳກັນ ແລະຖືກຈັບດ້ວຍກັັນ.

ເປັນຫຍັງເອຊາຢາຈຶ່ງຮ້ອງໄຫ້ຢ່າງຂົມຂື່ນ?

ລາວຮ້ອງໄຫ້ຢ່າງຂົມຂື່ນເພາະລູກສາວຂອງຊົນຊາດລາວຖືກທຳລາຍ.

Isaiah 22:5

ຜູ້ໃດທີ່ກຳລັງຈັບແລ່ງທະນູ ແລະ ກຳລັງປ້ອງກັນພວກເຂົາ?

ເອລາມຈັບແລ່ງທະນູ ແລະ ພ້ອມກັບວາງໂລ້ໄວ້ໂດຍບໍ່ໄດ້ຄຸມ.

ຈະເກີດຫຍັງຂຶ້ນໃນບັນດາຮ່ວມພູເຂົາທີ່ດີທີ່ສຸດຂອງຢູດາ?

ບັນດາຮ່ວມພູເຂົາທີ່ດີທີ່ສຸດຂອງເຈົ້າຈະເຕັມໄປດ້ວຍລົດມ້າສຶກ.

Isaiah 22:8

ພຣະເຈົ້າໄດ້ຊົງເຮັດຫຍັງກັບການປົກປ້ອງຂອງເມືອງເຢຣູຊາເລັມ?

ພຣະອົງໄດ້ຊົງເອົາການປົກປ້ອງຂອງພວກເຂົາໄປ

Isaiah 22:10

ບໍ່ມີຄໍາຖາມ

ບໍ່ມີຄໍາຖາມ

Isaiah 22:12

ພຣະຢາເວຈອມໂຍທາໄດ້ຊົງຮ້ອງຫຍັງໃນວັນນັ້ນ?

ພຣະອົງໄດ້ຊົງຮ້ອງໃຫ້ມີການຄ່ຳຄວນ ຄວາມໂສກເສົ້າ, ແຖຫົວແລະການໃສ່ຜ້າກະສອບ.

ເຮັດຫຍັງແທນທີ່ຄ່ຳຄວນ ແລະຄວາມໂສກເສົ້າ?

ປະຊາຊົນໄດ້ມີການສະຫລອງແລະຄວາມຍິນດີ. ພວກເຂົາຂ້າຝູງງົວແລະສັງຫານຝູງແກະ, ກິນເນື້ອ ແລະ ດື່ມເຫລົ້າອະງຸ່ນ.

ອົງພຣະຜູ້ເປັນເຈົ້າໃຫ້ອະໄພປະຊາຊົນສໍາລັບການຕອບສະຫນອງຂອງເຂົາເຈົ້າບໍ?

ອົງພຣະຜູ້ເປັນເຈົ້າບໍ່ໃຫ້ອະໄພພວກເຂົາເຖິງແມ່ນວ່າພວກເຂົາຕາຍ.

Isaiah 22:15

ເຊັບນາ,ຜູ້ທີ່ດູແລຣາຊສຳນັກ, ໄດ້ເຮັດຫຍັງໃຫ້ຕົວເອງ?

ເຊັບນາເຈາະອຸບມຸງສຳຫລັບຕົວເຈົ້າເອງໃນຫີນເປັນສະຖານທີ່ລຸມຝັງສົບ.

Isaiah 22:17

ພຣະຢາເວກ່າວວ່າພຣະອົງຈະຊົງເຮັດຫຍັງກັບເຊັບນາ?

ພຣະຢາເວກ່າວວ່າພຣະອົງຈະຊົງໂຍນເຊັບນາລົງ, ແລະຍ້າຍລາວອອກຈາກຕໍາແຫນ່ງ ແລະສະຖານທີ່ຂອງລາວ.

Isaiah 22:20

ຜູ້ໃດເປັນຜູ້ທີ່ຈະເຂົ້າແທນອຳນາດຂອງ ເຊັບນາ?

ເອລີອາກິມ, ລູກຊາຍຂອງຮິນກີຢາຈະຢຶດເອົາຕໍາແຫນ່ງຈາກເຊັບນາ.

Isaiah 22:25

ໃນວັນນັ້ນສິ່ງທີ່ຈະເກີດຫຍັງຂຶ້ນກັບມຸດທີ່ຕອກລົງໃນທີ່ຫມັ່ນຄົງ?

ມຸດດທີ່ຕອກລົງໃນທີ່ຫມັ່ນຄົງຈະຖືກຖອນອອກໄປ, ແຕກຫັກ ແລະລົ້ມລົງ ແລະ ພາລະຫນັກທີ່ກໍ່ຢູ່ເທິງນັ້ນກໍຈະຖືກຕັດອອກ.

Isaiah 23

Isaiah 23:1

ຄຳປະກາດໃນບົດທີ່ 23 ເວົ້າກ່ຽວກັບໃຜ?

ຄຳປະກາດໃນບົດທີ່ 23 ເວົ້າກ່ຽວກັບຕີເຣ.

ເປັນຫຍັງເຮືອຂອງເມືອງຕາກຊິດຈຶ່ງຄ່ຳຄວນ?

ພວກເຂົາຄວນຄ່ຳຄວນເຖີດເພາະບໍ່ມີທັງບ້ານ ແລະ ທ່າເຮືອເລີຍ.

ເມືອງຕີເຣແມ່ນເມືອງຫຍັງ?

ເມືອງຕີເຣແມ່ນເມືອງຫ່ງຄ້າຂາຍຂອງຊົນຊາດທັງຫລາຍ.​

Isaiah 23:4

ເມື່ອພວກເຂົາໄດ້ຍິນຂ່າວກ່ຽວກັບເມືອງຕີໂລຈະເຮັດຫຍັງ?

ເອຢິບກໍຈະເສົ້າໃຈກ່ຽວກັບຕີເຣ.

Isaiah 23:8

ໃຜໄດ້ວາງແຜນຕໍ່ສູ້ກັບຕີເຣ?

ອົງພຣະຜູ້ເປັນເຈົ້າຈອມໂຢທາໄດ້ວາງແຜນນີ້ຕໍ່ສູ້ກັບຕີເຣ.

ເປັນຫຍັງອົງພຣະຜູ້ເປັນເຈົ້າຈອມໂຢທາໄດ້ວາງແຜນນີ້ຕໍ່ສູ້ກັບຕີເຣ?

ພຣະອົງໄດ້ວ່າງແຜນນີ້ເພື່ອລົບລູຄວາມຢໍ້ຍິ່ງ ແລະ ຄວາມຍິ່ງໃຫຍ່ທັງຫມົດຂອງນາງ, ເຮັດໃຫ້ທຸກຄົນທີ່ມີກຽດເທິງແຜ່ນດິນໂລກໄດ້ຮັບຄວາມອັບອາຍ.

Isaiah 23:15

ຕີເຣຈະຖືກລືມໄປເປັນເວລາດົນປານໃດ?

ໃນວັນນັ້ນເມືອງຕີເຣຈະຖືກລືມໄປເປັນເວລາເຈັດສິບປີ.​

Isaiah 23:17

ຈະເກີດຫຍັງຂຶ້ນກັບເມືອງຕີເຣຫລັງຈາກຖືກລືມເປັນເວລາເຈັດສິບປີ?

ພຣະຢາເວຈະຊົງຊ່ວຍຕີເຣ, ແລະ ເມືອງນັ້ນຈະເລີ່ມຫາເງິນອີກ ແລະ ເປັນຍິງໂສເພນີຄົນຫນຶ່ງໃຫ້ກັບທຸກຣາຊອານາຈັກຂອງແຜ່ນດິນໂລກ.

ຈະເກີດຫຍັງຂຶ້ນກັບຜົນກຳໄລ ແລະລາຍໄດ້ຂອງຕີເຣ?

ຜົນກຳໄລ ແລະລາຍໄດ້ຈະເປັນຂອງຖວາຍແດ່ພຣະຢາເວ.

ຈະເກີດຫຍັງຂື້ນກັບສິນຄ້າຂອງເມືອງຕີເຣ?

ມັນຈະຖືກມອບໃຫ້ແກ່ພວກຄົນທີ່ອາໃສຢູ່ຕໍ່ຫນ້າຂອງພຣະຢາເວ, ເພື່ອຈັດຫາອາຫານຢ່າງອຸດົມໃຫ້ກັບພວກເຂົາ ແລະ ມີເສື້ອຜ້າທີ່ມີຄຸນນະພາບດີທີ່ສຸດດ້ວຍ.

Isaiah 24

Isaiah 24:1

ພຣະຢາເວຈະຊົງເຮັດຫຍັງ?

ພຣະອົງຈະຊົງເຮັດໃຫ້ວ່າງເປົ່າ, ຈະຊົງທຳລາຍແຜ່ນດິນໂລກ, ທັງຊົງທຳລາຍພື້ນຜິວຂອງໂລກ ແລະ ຊົງເຮັດໃຫ້ຜູ້ທີ່ຢູ່ອາໃສເທິງໂລກນີ້ກະແຈກກະຈາຍໄປ.

Isaiah 24:3

ແຜ່ນດິນໂລກໄດ້ເປັນມົນທິນເນື່ອງຈາກຜູ້ທີ່ຢູ່ອາໃສໃນໂລກນີ້ດວ້ຍວິທີ່ໃດ?

ແຜ່ນດິນໂລກເປັນມົນທິນເນື່ອງຈາກຜູ້ທີ່ຢູ່ອາໃສໃນໂລກນີ້ ເພາະພວກເຂົາໄດ້ລະເມີດກົດບັນຍັດໄດ້ຝືນກົດເກນ ແລະ ໄດ້ຫັກຄຳສັນຍານິລັນນັ້ນ.

Isaiah 24:6

ຈະເກີດຫຍັງຂື້ນກັບຜູ້ທີ່ອາໃສຢູ່ໃນໂລກ?

ໂລກຈຶ່ງຖືກເຜົາຜານ ແລະເຫລືອຢູ່ພຽງບໍ່ຈັກຄົນ.

Isaiah 24:12

ເອຊາຢາໃຊ້ພາບໃດເພື່ອສະແດງໃຫ້ເຫັນວ່າໃນເວລານັ້ນຈະເປັນແນວໃດໃນທົ່ວແຜ່ນດິນໂລກໃນທ່າມກາງຊົນຊາດທັງຫລາຍ?

ລາວປຽບທຽບສະພາບການຕ່າງໆເທິງແຜ່ນດິນໂລກວ່າມັນຈະເປັນແນວໃດເມື່ອຕອນຕົ້ນຫມາກກອກຖືກສັ່ນ ຫລື ພວງອະງຸ່ນຖືກເກັບເລັມແລ້ວ.

Isaiah 24:14

ທ່າມກາງຄວາມຫາຍຍະນະນີ້ "ພວກເຂົາ" ຈະເຮັດຫຍັງ?

ພວກເຂົາຈະເປັ່ງສຽງຂອງພວກເຂົາຂຶ້ນແລະໂຫ່ຮ້ອງເຖິງພຣະສະງ່າງາມຂອງພຣະຢາເວ ແລະ ຈະໂຫ່ຮ້ອງດ້ວຍຄວາມຊື່ນຊົມຍິນດີຈາກທະເລ.

Isaiah 24:16

ເອຊາຢາຕອບສະຫນອງແນວໃດຕໍ່ການໂຫ່ຮ້ອງແລະການເອີ້ນເພື່ອຖວາຍກຽດແກ່ພຣະຢາເວ, ພຣະເຈົ້າຂອງອິດສະຣາເອນ?

ເອຊາຢາຕອບສະຫນອງໂດຍການກ່າວວ່າ, "ຂ້ານ້ອຍໄດ້ອ່ອນລ້າໄປ, ຂ້ານ້ອຍໄດ້ອ່ອນລ້າໄປແລ້ວ,​ ວິບັດແກ່ຂ້ານ້ອຍ " ຄົນທໍລະຍົດກໍໄດ້ເຮັດການທໍລະຍົດ; ແມ່ນແລ້ວ, ຄົນທີ່ທໍລະຍົດໄດ້ເຮັດການທໍລະຍົດຢ່າງຍິ່ງ.

Isaiah 24:21

ໃນວັນນັ້ນ ຜູ້ໃດທີ່ພຣະຢາເວຈະລົງໂທດ?

ພຣະຢາເວຈະລົງໂທດບໍລິວານຂອງພວກທີ່ຢູ່ສູງເທິງທີ່ສູງ ແລະ ບັນດາກະສັດຂອງແຜ່ນດິນໂລກເທິງໂລກນີ້.

ການລົງໂທດສຳລັບບໍລິວານຂອງພວກທີ່ຢູ່ສູງເທິງທີ່ສູງ ແລະ ບັນດາກະສັດຂອງແຜ່ນດິນໂລກເທິງໂລກນີ້ແມ່ນຫຍັງ?

ພວກເຂົາຈະຖືກຮວມເຂົ້າດ້ວຍກັນ, ເປັນພວກນັກໂທດໃນຄຸກໃຕ້ດິນ ແລະ ຈະຖືກຂັງໄວ້ໃນຄຸກ ແລະຫ ລັງຈາກນັ້ນຫລາຍມື້ພວກເຂົາກໍຈະຖືກ ລົງໂທດ.

ເປັນຫຍັງດວງຈັນຈື່ງຈະອົດສູ ແລະດວງອາທິດຈື່ງອັບອາຍຂາຍຫນ້າ ?

ສິ່ງນີ້ຈະເກີດຂື້ນເພາະພຣະຢາເວຈອມໂຍທາຈະຊົງຄອງຣາດເທິງພູເຂົາຊີໂອນແລະ ໃນກຸງເຢຣູສາເລັມ, ແລະ ຕໍ່ຫນ້າພວກຜູ້ອາວຸໂສຂອງພຣະອົງດ້ວຍພຣະສິຣິ.

Isaiah 25

Isaiah 25:1

ເປັນຫຍັງເອຊາຢາຈຶ່ງໄດ້ຍົກຍ້ອງແລະສັນລະເສີນພຣະຢາເວ?

ເອຊາຢາຍົກບ້ອງພຣະອົງ ແລະ ສັນລະເສີນພຣະຢາເວເພາະພຣະອົງໄດ້ຊົງເຮັດສິ່ງຕ່າງໆ ທີ່ອັດສະຈັນ, ສິ່ງຕ່າງໆໄດ້ວາງແຜນໄວ້ດົນມາແລ້ວ, ໃນຄວາມສັດຊື່ຢ່າງສົມບູນ.

ພຣະຢາເວໄດ້ເຮັດສິ່ງຕ່າງທີ່ອັດສະຈັນໃດແດ່?

ພຣະຢາເວໄດ້ຊົງເຮັດໃຫ້ເມືອງເປັນກອງຂີ້ເຫຍື້ອ, ເມືອງປ້ອມປາການເປັນທີ່ເພພັງ ແລະ ເມືອງທີ່ປ້ອມຂອງພວກຄົນຕ່າງດ້າວບໍ່ເປັນເມືອງອີກຕໍ່ໄປ.

ການຕອບສະຫນອງຫຍັງເກີດຂື້ນຫລັງຈາກພຣະຢາເວໄດ້ຊົງເຮັດໃຫ້ເມືອງເປັນກອງຂີ້ເຫຍື້ອ, ແລະອື່ນໆ?

ຊົນຊາດທີ່ເຂັ້ມແຂງຈະຖວາຍພຣະກຽດແດ່ພຣະຢາເວ, ເມືອງຂອງຊົນຊາດທັງຫລາຍທີ່ໂຫດຮ້າຍຈະເກງກົວພຣະອົງ.

Isaiah 25:6

ພຣະຢາເວຈະຊົງເຮັດຫຍັງແກ່ແລະຊົນຊາດທັງຫລາຍເທິງພູເຂົານັ້ນ?

ພຣະຢາເວຈະຊົງຈັດງານລ້ຽງດ້ວຍສິ່ງຕ່າງໆທີ່ເຕັມດ້ວຍໄຂ ແລະພຣະອົງຈະຊົງທຳລາຍສິ່ງທີ່ປົກຄຸມເທິງຊົນຊາດທັງຫມົດ, ຜ້າທໍ່ໃຍທີ່ປົກຄຸມບັນດາປະຊາຊົນ.

ພຣະຢາເວຈະຊົງກືນຫຍັງ, ເຊັດແລະເອົາຫຍັງໄປຈາກປະຊາຊົນຂອງພຣະອົງ?

ພຣະອົງຈະຊົງກືນຄວາມຕາຍ, ຈະຊົງເຊັດນ້ຳຕາຈາກທຸກໃບຫນ້າ ແລະພຣະອົງຈະຊົງນຳຄວາມອັບອາຍຂອງຊົນຊາດຂອງພຣະອົງອອກໄປ.

Isaiah 25:9

ໃນວັນນັ້ນຈະຖືກເວົ້າຫຍັງ?

ໃນມື້ນັ້ນເຂົາຈະກ່າວກັນວ່າ: "ເບິ່ງເຖີດ ນີ້ຄືພຣະເຈົ້າຂອງພວກເຮົາ: ພວກເຮົາໄດ້ລໍຖ້າພຣະອົງ ແລະພຣະອົງຈະຊົງຊ່ວຍພວກເຮົາໃຫ້ລອດ.​ ນີ້ຄືພຣະຢາເວ; ພວກເຮົາໄດ້ລໍຖ້າພຣະອົງ. ພວກເຮົາຈະຍີນດີແລະປິຕິໃນຄວາມລອດພົ້ນຂອງພຣະອົງ"

ສະຕາກໍາຂອງໂມອາບຈະເປັນແນວໃດ?

ສະຕາກໍາຂອງໂມອາບຖືກປຽບທຽບກັບຟາງທີ່ຖືກຢຽບຢ້ຳລົງໃນລຸມທີ່ເຕັມດ້ວຍມູນສັດ.

Isaiah 26

Isaiah 26:1

ໃນວັນນັ້ນເພງນີ້ຈະໄດ້ຮ້ອງຢູ່ໃສ?

ເພງນີ້ຈະຖືກຮ້ອງຢູ່ໃນແຜ່ນດິນຢູດາ.

ພຣະເຈົ້າໄດ້ຊົງເຮັດໃຫ້ເມືອງນັ້ນເຂັ້ມແຂງໄດ້ແນວໃດ?

ພຣະເຈົ້າໄດ້ຊົງເຮັດໃຫ້ເມືອງນັ້ນເຂັ້ມແຂງໂດຍການເຮັດໃຫ້ຄວາມລອດເປັນກຳແພງ ແລະ ແນວປ້ອງກັນຂອງເມືອງນັ້ນ.

ປະຕູເມືອງຈະຖືກເປີດໃຫ້ໃຜແດ່?

ປະຕູເມືອງຈະຖືກເປີດໃຫ້ຊົນຊາດທີ່ຊອບທໍາທີ່ຮັກສາຄວາມເຊື່ອ.

Isaiah 26:3

ພວກເຮົາຄວນໄວ້ວາງໃຈໃຜແລະພວກເຮົາຄວນໄວ້ວາງໃຈດົນປານໃດ?

ພວກເຮົາຄວນໄວ້ວາງໃຈພຣະຢາເວຕະລອດໄປ.

Isaiah 26:5

ຈະເກີດຫຍັງຂື້ນກັບພວກທີ່ດຳເນີນຊີວິດຢ່າງຢໍ້ຍິ່ງ; ເມືອງທີ່ມີປ້ອມປາການ?

ພຣະຢາເວວາງພວກເຂົາຕໍາລົງ; ພຣະອົງຈະຊົງເຮັດໃຫ້ເມືອງນັ້ນຕ່ຳລົງຈົນເຖິງຝຸ່ນດິນ. ມັນຈະຖືກຢຽບຢ້ຳລົງໂດຍຕີນຂອງຄົນຈົນແລະການຢຽບຂອງຄົນຂັດສົນ.

Isaiah 26:7

ຄວາມປາດທະນາຂອງຈິດໃຈຂອງພວກເຮົາແມ່ນຫຍັງ?

ພຣະນາມ ແລະຄວາມລະນຶກຂອງພຣະອົງເປັນຄວາມປາດທະນາຂອງຈິດໃຈເຮົາ.

ຈະເກີດຫຍັງຂຶ້ນະເມື່ອການພິກພາກສາມາເທິງແຜ່ນດິນໂລກ?

ເມື່ອການພິກພາກສາມາເທິງແຜ່ນດິນໂລກຜູ້ທີ່ອາໃສຢູ່ໃນໂລກນີ້ກໍໄດ້ຮຽນຮູ້ເຖິງຄວາມຊອບທຳ.

Isaiah 26:10

ຄົນອະທໍາຈະເຮັດຫຍັງເມື່ອຖືກສຳແດງພຣະກາຣຸນາແກ່?

ລາວຈະບໍ່ຮຽນຮູ້ເຖິງຄວາມຊອບທຳ.

Isaiah 26:11

ພຣະຢາເວໄດ້ຊົງເຮັດຫຍັງເພື່ອຢູດາແລະພຣະອົງຈະຊົງນຳຫຍັງມາໃຫ້ແກ່ຢູດາ?

ພຣະຢາເວໄດ້ຊົງເຮັດການກະທຳທັງຫມົດເພື່ອພວກຂ້ານ້ອຍ ແລະ ຈະຊົງນຳຄວາມສະງົບສຸກມາໃຫ້ແກ່ຢູດາ.

Isaiah 26:13

ເກີດຫຍັງຂື້ນກັບບັນດາຜູ້ປົກຄອງຄົນອື່ນໆທີ່ປົກຄອງຢູດາ?

ພວກເຂົາຕາຍແລ້ວ, ພວກເຂົາຈະບໍ່ມີຊີວິດອີກ, ພວກເຂົາໄດ້ເສຍຊີວິດ ແລະພວກເຂົາຈະບໍ່ບຸກຂຶ້ນມາ. ພຣະຢາເວໄດ້ເຂົ້າມາພິພາກສາ ແລະທຳລາຍພວກເຂົາ.

Isaiah 26:16

ຢູດາໄດ້ເບິ່ງເຢຣູຊາເລັມເມື່ອໃດ?

ພວກເຂົາໄດ້ເບິ່ງທີ່ພຣະອົງໃນເວລາຍາກລຳບາກ; ເມື່ອພຣະອົງຕີສອນພວກເຂົາ.

Isaiah 26:19

ເປັນຫຍັງຜູ້ທີ່ທີ່ອາໃສຢູ່ໃນຝຸ່ນດິນຈຶ່ງຕື່ນຂຶ້ນແລະຮ້ອງເພງດ້ວຍຄວາມຊື່ນບານ?

ພວກເຂົາຈະຕື່ນຂຶ້ນແລະຮ້ອງເພງດ້ວຍຄວາມຊື່ນບານ ເພາະວ່າພວກຄົນຕາຍແລ້ວ, ພວກເຂົາຈະມີຊີວິດອີກ, ພວກເຂົາຈະເປັນຂຶ້ນມາ.

Isaiah 26:20

ເປັນຫຍັງປະຊາຊົນຈຶ່ງຄວນເຂົ້າໄປໃນຫ້ອງແລະປິດປະຕູ.

ພວກເຂົາຕ້ອງເຮັດສິ່ງນີ້ເພື່ອພວກເຂົາສາມາດເຊື່ອງຕົວຈົນກວ່າຄວາມໂກດຮ້າຍຈະຜ່ານໄປ.

ພຣະຢາເວຈະຊົງເຮັດກ່ຽວກັບຫຍັງ?

ພຣະອົງກໍາລັງຈະອອກມາຈາກທີ່ຢູ່ຂອງພຣະອົງເພື່ອລົງໂທດຜູ້ທີ່ອາໃສຢູ່ໃນແຜ່ນດິນໂລກຕໍ່ຄວາມຊົ່ງຮ້າຍຂອງພວກເຂົາ.

Isaiah 27

Isaiah 27:1

ໃນວັນນັ້ນ ພຣະຢາເວຈະຊົງເຮັດຫຍັງກັບດາບຂອງພຣະອົງ?

ໃນວັນນັ້ນ ພຣະຢາເວຈະຊົງລົງໂທດເລວີ​ອາທັນ​ມັງກອນ​ຮ້າຍ, ແລະພຣະອົງຈະຊົງຂ້າສັດຮ້າຍທີ່ຢູ່ໃນທະເລ. ​

ໃນວັນນັ້ນ ພຣະຢາເວຈະຊົງເຮັດຫຍັງກັບສວນອະງຸ່ນແຫ່ງຫນື່ງ?

ພຣະອົງຈະຊົງປົກປ້ອງສວນນັ້ນ, ຮົດນ້ຳໃຫ້ມັນທຸກເວລາ ແລະເຝົ້າດູແລມັນທັງກາງຄືນແລະກາງເວັນ.

Isaiah 27:4

ພຣະຢາເວຈະຊົງເຮັດຫຍັງຖ້າຫາກພຸ່ມໄມ້ຫນາມ ແລະພວກຕົ້ນຫນາມໄດ້ເຂົ້າໃຈເຖິງການປົກປ້ອງຂອງພຣະອົງແລະສ້າງສັນຕິພາບກັບພຣະອົງ?

ພຣະຢາເວຈະຊົງກ້າວຍ່າງອອກໄປຕໍ່ສູ້ກັບພວກມັນເຮົາຈະເຜົາພວກມັນທັງຫມົດດ້ວຍກັນ.

Isaiah 27:6

ຢາໂຄບແລະອິດສະຣາເອນຈະເຮັດຫຍັງໃນວັນທີ່ຈະມາເຖິງ?

ຢາໂຄບຈະຢັ່ງຮາກ; ອິດສະຣາເອນຈະເບັ່ງບານແລະແຕກຫນໍ່; ແລະ ພວກເຂົາຈະເຮັດໃຫ້ພື້ນດິນເຕັ້ມດ້ວຍຜົນ.

Isaiah 27:9

ຜົນອັນເຕັມທີ່ຂອງຢາໂຄບຈະຫັນຫນີຈາກບາບຂອງລາວແນວໃດ?

ພຣະອົງຈະຊົງເຮັດໃຫ້ຫິນຂອງແທ່ນບູຊາທັງຫມົດເປັນເຫມືອນຫິນປູນ ແລະທຸບໃຫ້ແຕກ ແລະ ບໍ່ມີເສົາອາເຊຣາ ຫລື ແທ່ນເຜົາເຄື່ອງຫອມຍັງຄົງຕັ້ງຢູ່ເລີຍ.

Isaiah 27:10

ເປັນຫຍັງພຣະຜູ້ສ້າງຂອງອິດສະຣາເອນຈະບໍ່ຊົງອີ່ຕົນພວກເຂົາ?

ເພາະວ່າພວກເຂົາບໍ່ແມ່ນຊົນຊາດທີ່ມີຄວາມເຂົ້າໃຈພຣະຢາເວຈະບໍ່ມີເມດຕາຕໍ່ພວກເຂົາ.

Isaiah 27:12

ໃນວັນນັ້ນ ຊົນຊາດອິດສະຣາເອນຈະມາເຕົ້າໂຮມກັນໄດ້ແນວໃດ?

ພວກເຂົາຈະຖືກຮວບຮວມເຂົ້າມາເທື່ອລະຄົນ.

ໃຜຈະນະມັດສະການພຣະຢາເວເທິງພູເຂົາສັກສິດໃນກຸງເຢຣູຊາເລັມ?

ຄົນທີ່ພິນາດໃນແຜ່ນດິນອັດຊີເຣຍ ແລະ ໃນແຜ່ນດິນເອຢິບຈະນະມັດສະການພຣະຢາເວເທິງພູເຂົາສັກສິດໃນກຸງເຢຣູຊາເລັມ.

Isaiah 28

Isaiah 28:1

ເອຟຣາອິມມີລັກສະນະແນວໃດ?

ເອຟຣາອິມມີລັກສະນະພູມໃຈຄືກັບພວກຂີ້ເມົາ.

ມີຫຍັງເກີດຂື້ນກັບຄວາມງາມສະງ່າຂອງເອຟຣາອິມ?

ຄວາມງາມສະງ່າເອຟຣາອິມແມ່ນຫ່ຽວແຫ້ງ.

ຜູ້ທີ່ມີກຳລັງແລະແຂ້ງແຮງຂອງອົງພຣະຜູ້ເປັນເຈົ້າໄດ້ຖືກປຽບທຽບກັບສິ່ງໃດ?

ລາວໄດ້ຖືກປຽບທຽບເຫມືອນກັບພາຍຸລູກເຫັບ, ເຫມືອນລົມພາຍຸແຫ່ງການທຳລາຍ, ເຫມືອນກັບຝົນຊັດສາດຂອງທ່າມກາງ ແລະນ້ຳທີ່ໄຫລບ່າ.

ຜູ້ທີ່ມີກຳລັງແລະແຂ້ງແຮງຂອງພຣະຢາເວຈະເຮັດຫຍັງ?

ລາວຈະໂຈມຕີແຜ່ນດິນໂລກດ້ວຍພຣະຫັດຂອງພຣະອົງເອງ.

Isaiah 28:3

ດອກໄມ້ແຫ່ງຄວາມງາມສະງ່າຂອງເອຟຣາອິມຈະປຽບທຽບກັບຫຍັງ?

ມັນຈະເປັນເຫມືອນຜົນແລກສຸກກ່ອນລະດູຮ້ອນ, ເມື່ອມີຄົນເຫັນມັນ, ຂະນະທີ່ມັນຢູ່ໃນມືຂອງເຂົາແລ້ວເຂົາກໍຮີບກິນມັນທັນທີ.

Isaiah 28:5

ໃນວັນນັ້ນສິ່ງທີ່ພຣະຢາເວຈະຊົງເປັນຫຍັງແກ່ຄົນທີ່ເຫລືອຢູ່ອງຊົນຊາດຂອງພຣະອົງ?

ພຣະຢາເວຈະຊົງມົງກຸດສວຍງາມ ແລະເປັນມົງກຸດທີ່ງົດງາມ, ຈະຊົງເປັນວິຍານແຫ່ງຄວາມຍຸດຕິທຳໃຫ້ກັບຜູ້ທີ່ນັ່ງໃນການພິພາກສາ, ແລະ ຊົງເສີມກຳລັງແກ່ຄົນທີ່ຊະນະສັດຕູຂອງພວກເຂົາທີ່ປະຕູເມືອງ.

Isaiah 28:7

ຜູ້ໃດຈະຊວນເຊດ້ວຍເຫລົ້າອະງຸ່ນ ແລະຍັງໂຊເຊດ້ວຍເຄື່ອງດື່ມທີ່ແຮງ?

ພວກຄົນທີ່ເຫລືອຂອງພຣະຢາເວ, ປະໂຣຫິດ ແລະຜູ້ທໍານວາຍ.

ພວກປະໂຣຫິດ ແລະຜູ້ເຜີຍພະວັດຈະນະໂຊເຊ ແລະເອັນອຽງໃນການຫຍັງ?

ພວກເຂົາໂຊເຊໃນນິມິດ ແລະ ເອັນອຽງໃນການຕັດສິນຄວາມ.

Isaiah 28:9

ບໍ່ມີຄໍາຖາມ

ບໍ່ມີຄໍາຖາມ

Isaiah 28:11

ພຣະຢາເວຈະກ່າວກັບກັບຊົນຊາດນີ້ແນວໃດ?

ພຣະອົງຈະກ່າວກັບພວກເຂົາດ້ວຍຮີມຝີປາກທີ່ເຍາະເຢີ້ ແລະ ດ້ວຍລີ້ນຂອງຄົນຕ່າງດ້າວ.

ເກີດຫຍັງຂື້ນໃນອະດີດເມື່ອພຣະຢາເວກ່າວກັບພວກເຂົາ?

ພວກເຂົາຈະບໍ່ຟັງ.

Isaiah 28:13

ບັດນີ້ຈະເປັນແນວໃດເມື່ອຜູ້ຄົນພວກນີ້ໄດ້ຍິນຂໍ້ຄຳສັ່ງຂອງພຣະຢາເວ?

ພວກເຂົາຈະໄປ ແລະລົ້ມລົງງາຍຫລັງ ແລະ ຖືກແຕກຫັກ, ຕິດບ່ວງດັກ ແລະຖືກຈັບໄປ.

Isaiah 28:14

ພວກຜູ້ປົກຄອງຂອງຊົນຊາດນີ້ທີ່ຢູ່ໃນກຸງເຢຣູຊາເລັມໄດ້ເວົ້າຫຍັງ?

ພວກເຂົາເວົ້າວ່າ ພວກເຂົາໄດ້ເຮັດຄຳສັນຍາກັບຄວາມຕາຍແລ້ວ ແລະ ພວກເຂົາໄດ້ເຮັດຂໍ້ຕົກລົງກັບແດນຄົນຕາຍດັ່ງນັ້ນເມື່ອໄພພິບັດໄຫລບ່າລົງມາມັນຈະບໍ່ມາເຖິງພວກເຂົາ. ພວກເຂົາເວົ້າວ່າ ໄດ້ເຮັດໃຫ້ການຕົວະເປັນທີ່ລີ້ໄພຂອງເຂົາ ແລະ ເອົາການຫລອກລວງເປັນທີ່ກຳບັງ.

Isaiah 28:16

ອົງພຣະຜູ້ເປັນເຈົ້າພຣະຢາເວຈະວາງສິ່ງໃດໃນຊີໂອນ?

ພຣະອົງຈະວາງຫິນຮາກຖານ, ຫິນທີ່ທົດສອບ, ຫິນມຸມເອກທີ່ລ້ຳຄ່າ, ຮາກຖານທີ່ຫມັ່ນຄົງ.

ຈະເກີດຫຍັງຂຶ້ນຖ້າພວກເຂົາເຊື່ອໃນຫີນກ້ອນນີ້?

ຖ້າຫາກພວກເຂົາເຊື່ອໃນຫິນຮາກຖານພວກເຂົາຈະບໍ່ໄດ້ຮັບຄວາມອັບອາຍ.

Isaiah 28:17

ຈະເກີດຫຍັງຂຶ້ນກັບບ່ອນລີ້ໄພແຫ່ງການຕົວະແລະບ່ອນລົບລີ້?

ລູກເຫັບຈະກວາດທີ່ລີ້ໄພແຫ່ງການຕົວະອອກໄປ ແລະ ນ້ຳຖ້ວມຈະໄຫບບ່າລົ້ນທີ່ລົບລີ້ນັ້ນ.

Isaiah 28:18

ຈະມີຫຍັງເກີດຂຶ້ນກັບຄຳສັນຍາກັບຄວາມຕາຍແລະຂໍ້ຕົກລົງກັບແດນຄົນຕາຍທີ່ພວກຜູ້ປົກຄອງຂອງປະຊາຊົນໃນເມືອງເຢຣູຊາເລັມໄດ້ເຮັດ?

ຄຳສັນຍາ ແລະ ຂໍ້ຕົກລົງຈະຖືກຍົກເລິກ ແລະ ເມື່ອນ້ຳໄຫລແຮງຮາກໄຫລຜ່ານນ້ຳກໍຈະທ່ວມພວກເຂົາ.

Isaiah 28:22

ເອຊາຢາບອກວ່າຜົນຂອງເຍາະເຍີ້ຍແມ່ນຫຍັງ?

ລາວເຕືອນພວກເຂົາຢ່າເຍາະເຍີ້ຍ ຫລື ບໍ່ສະນັ້ນໂຊ້ລາມຂອງເຈົ້າຈະຮັດແນ່ນ.

Isaiah 29

Isaiah 29:1

ນະຄອນ​ແຫ່ງ​ແທ່ນບູຊາ​ຂອງ​ພຣະເຈົ້າແມ່ນຫຍັງ?

ນະຄອນ​ແຫ່ງ​ແທ່ນບູຊາ​ຂອງ​ພຣະເຈົ້າແມ່ນເມືອງທີ່ດາວິດເຄີຍຕັ້ງຄ່າຍ.

Isaiah 29:3

ພຣະຢາເວຈະຊົງເຮັດຫຍັງກັບນະຄອນ​ແຫ່ງ​ແທ່ນບູຊາ​ຂອງ​ພຣະເຈົ້າ?

ພຣະອົງຈະຕັ້ງຄ່າຍເປັນວົງລ້ອມນະຄອນ​ແຫ່ງ​ແທ່ນບູຊາ​ຂອງ​ພຣະເຈົ້າ ແລະ ນາງຈະຖືກເຮັດໃຫ້ຕົກຕ່ຳລົງ.

Isaiah 29:5

ຈະຕ້ອງໃຊ້ເວລາດົນປານໃດທີ່ນະຄອນ​ແຫ່ງ​ແທ່ນບູຊາ​ຂອງ​ພຣະເຈົ້າຈະຖືກທໍາລາຍລົງ?

ມັນຈະເກີດຂື້ນຢ່າງກະທັນຫັນ, ໃນທັນທີ.

Isaiah 29:7

ໃຜຈະຕໍ່ສູ້ກັບນະຄອນ​ແຫ່ງ​ແທ່ນບູຊາ​ຂອງ​ພຣະເຈົ້າ ແລະທີ່ ຫມັ້ນຂອງນາງ?

ບັນດາຊົນຊາດທັງຫລາຍຈະຕໍ່ສູ້ກັບນະຄອນ​ແຫ່ງ​ແທ່ນບູຊາ​ຂອງ​ພຣະເຈົ້າ.

Isaiah 29:9

ພຣະຢາເວໄດ້ຊົງເທຫຍັງມາເທິງນະຄອນ​ແຫ່ງ​ແທ່ນບູຊາ​ຂອງ​ພຣະເຈົ້າ?

ພຣະອົງໄດ້ຊົງເທວິນຍານແຫ່ງການຫລັບສະນິດ.

ການເທໃນຄັ້ງນີ້ເຮັດໃຫ້ວິນຍານແຫ່ງການຫລັບສະນິດເຮັດຫຍັງກັບພວກເຂົາ?

ມັນປິດຕາພວກຜູ້ທຳນາຍ ແລະ ຄຸມຫົວພວກຜູ້ເຜີຍຂໍ້ຄຳສັ່ງ.​

Isaiah 29:13

ຄຳຮຽກຮ້ອງຂອງອົງພຣະຜູ້ເປັນເຈົ້າຕໍ່ຊົນຊາດນີ້ແມ່ນຫຍັງ?

ອົງພຣະຜູ້ເປັນເຈົ້າໄດ້ກ່າວວ່າ "ຊົນຊາດນີ້ມາໃກ້ເຮົາດ້ວຍປາກຂອງພວກເຂົາແລະໃຫ້ກຽດເຮົາດ້ວຍຮີມຝີປາກຂອງພວກເຂົາແຕ່ໃຈຂອງພວກເຂົາຢູ່ຫ່າງໄກ ຈາກເຮົາກຽດທີ່ພວກເຂົາໃຫ້ແກ່ເຮົາເປັນພຽງກົດບັນຍັດຂອງມະນຸດທີ່ໄດ້ສອນກັນມາ.

ເນື່ອງຈາກໃຈຂອງພວກເຂົາຢູ່ໄກຈາກອົງພຣະຜູ້ເປັນເຈົ້າແລະພວກເຂົາບໍ່ໃຫ້ກຽດແກ່ພຣະອົງ, ອົງພຣະຜູ້ເປັນເຈົ້າຈະເຮັດຫຍັງກັບພວກເຂົາ?

ພຣະອົງຈະເຮັດໃຫ້ປັນຍາຂອງຄົນມີປັນຍາພິນາດໄປ ແລະຄວາມເຂົ້າໃຈຂອງຄົນທີ່ມີຄວາມເຂົ້າໃຈຈະຫາຍໄປ.

Isaiah 29:17

ຈະມີຫຍັງເກີດຂື້ນກັບເລບານອນໃນເວລາແປບດຽວ?

ເລບານອນຈະກາຍເປັນທຸ່ງນາ ແລະ ທຸ່ງນານັ້ນຈະກາຍເປັນປ່າ.

ໃນມື້ນັ້ນ ຄົນຫູຫນວກ ແລະຄົນຕາບອດຈະເຮັດຫຍັງ?

ຄົນຫູຫນວກຈະໄດ້ຍິນຖ້ອຍຄຳຂອງຫນັງສື ແລະ ຕາຂອງຄົນ ຕາບອດຈະເບິ່ງເຫັນໃນທີ່ມືດທຶບ.

ຄົນທີ່ຖືກບີບບັງຄັບ ແລະຄົນຍາກຈົນໃນທ່າມກາງມະນຸດຈະເຮັດຫຍັງ?

ພວກເຂົາຈະຊື່ນຊົມຍິນດີໃນອົງບໍລິສຸດຂອງອິດສະຣາເອນ.

Isaiah 29:20

ຈະເກີດຫຍັງຂຶ້ນກັບຄົນທີ່ຮັກໃນການເຮັດຊົ່ວ?

ພວກເຂົາຈະຖືກຕັດອອກ.

Isaiah 29:22

ເມື່ອໃດເຊື້ອສາຍຂອງຢາໂຄບຈະໃຫ້ກຽດແກ່ນາມຊື່ຂອງພຣະຢາເວ?

ພວກເຂົາຈະໃຫ້ກຽດແກ່ນາມຊື່ຂອງພຣະຢາເວເມື່ອລາວເຫັນເຫັນລູກຫລານຂອງລາວຢູ່ທ່າມກາງ, ຜົນງານແຫ່ງມືຂອງພຣະຢາເວ.

ຈະເກີດຫຍັງຂຶ້ນກັບພວກຄົນທີ່ມັກຈົ່ມ ແລະພວກຄົນທີ່ເຂົ້າໃຈຜິດໃນຈິດໃຈ?

ພວກຄົນທີ່ມັກຈົ່ມຈະຮຽນຄວາມຮູ້ ແລະພວກຄົນທີ່ເຂົ້າໃຈຜິດ ຈະມີຄວາມເຂົ້າໃຈຫລາຍຂຶ້ນ.

Isaiah 30

Isaiah 30:1

ພຣະຢາເວກ່າວວ່າລູກຫລານທີ່ກະບົດຈະເຮັດຫຍັງ?

ພຣະອົງໄດ້ກ່າວວ່າພວກເຂົາວາງແຜນແຕ່ບໍ່ແມ່ນມາຈາກພຣະອົງ ແລະ ເຮັດສັນຍາແຕ່ບໍ່ໄດ້ຮັບການແນະນຳຈາກ ວິນຍານຂອງພຣະອົງ, ເພາະສະນັ້ນ ພວກເຂົາຈຶ່ງເພີ່ມບາບເຂົ້າກັບບາບ.

ລູກຫລານທີ່ກະບົດສະແຫວງຫາການຄຸ້ມຄອງຈາກໃຜ?

ສະແຫວງຫາການຄຸ້ມຄອງຈາກຟາໂຣ ແລະ ຫາທີ່ກຳບັງໃຕ້ຮົ່ມເງົາຂອງເອຢິບ.

Isaiah 30:3

ການຄຸ້ມຄອງຈາກຟາໂຣ ແລະຮົ່ມເງົາຂອງເອຢິບຈະເປັນແນວໃດຕໍ່ລູກຫລານທີ່ກະບົດ?

ການຄຸ້ມຄອງຈາກຟາໂຣຈະເປັນຄວາມອັບອາຍຂອງພວກເຂົາ ແລະ ຮົ່ມເງົາຂອງເອຢິບຈະເປັນອັບປະຍົດຂອງພວກເຂົາ.

Isaiah 30:6

ການຊ່ວຍເຫລືອຂອງອີຢິບມີຄຸນຄ່າຫຼາຍປານໃດຕໍ່ລູກຫລານທີ່ກະບົດ?

ການຊ່ວຍເຫລືອຂອງອີຢິບບໍ່ມີຄຸນຄ່າຫຍັງ.

Isaiah 30:8

ເປັນຫຍັງພຣະຢາເວຈຶ່ງຕ້ອງການໃຫ້ເອຊາຢາຂຽນມັນຢູ່ຕໍ່ ຫນ້າພວກເຂົາ ແລະຈາລຶກໄວ້ເທິງຫນັງສືມ້ວນ ?

ພຣະຢາເວຕ້ອງການໃຫ້ມັນຖືກເກັບຮັກສາໄວ້ ເພື່ອເປັນພະຍານໃນເວລາທີ່ຈະມາເຖິງ.

ຊົນຊາດທີ່ກະບົດບໍ່ໄດ້ຍິນຫຍັງ?

ພວກເຂົາຈະບໍ່ໄດ້ຍິນຄຳສັ່ງສອນຂອງພຣະຢາເວ.

Isaiah 30:10

ລູກຫລານທີ່ກະບົດຢາກໄດ້ຍິນຫຍັງ?

ພວກເຂົາຢາກໄດ້ຍິນເລື່ອງທີ່ລຽບງ່າຍ ແລະ ຄຳພະຍາກອນທີ່ຫຼອກລວງ.

Isaiah 30:15

ພຣະຢາເວກ່າວວ່າລູກຫລານທີ່ກະບົດສາມາດມີກຳລັງແລະປອດໄພໄດ້ແນວໃດ?

ພຣະຢາເວກ່າວວ່າພວກເຂົາສາມາດໄດ້ຮັບຄວາມລອດໂດຍການຫັນກັບ ແລະ ການຢຸດພັກ, ແລະ ໃນຄວາມງຽບສະງົບແລະ ຄວາມໄວ້ວາງໃຈຈະເປັນກຳລັງຂອງພວກເຂົາ.

ພຣະຢາເວຕອບສະຫນອງຫຍັງກັບຄໍາເວົ້າຂອງລູກຫລານທີ່ກະບົດກ່ຽວກັບການຫນີໄປ ແລະຂີ່ມ້າທີ່ໄວສຸດ?

ພຣະຢາເວຕອບສະຫນອງໂດຍບອກລູກຫລານ ທີ່ກະບົດວ່າພວກເຂົາຈະຫນີໄປ ແລະ ພວກຄົນທີ່ໄລ່ຕາມພວກເຂົາກໍຈະໄວສຸດ.

Isaiah 30:17

ພຣະຢາເວກ່າວວ່າ ມີຈັກຄົນທີ່ຈະຫນີຈາກໄພຄໍາຂູ່ຂອງຄົົນໆດຽວ?

ພຣະຢາເວກ່າວວ່າຄົນຫນື່ງພັນຄົນຈະເພາະຄຳຂູ່ຂອງຄົົນໆດຽວ .

Isaiah 30:18

ພຣະຢາເວຊົງລໍຖ້າ ແລະພ້ອມທີ່ຈະຊົງເຮັດຫຍັງ?

ພຣະອົງກຳລັງຊົງລໍຖ້າທີ່ຈະກະຣຸນາຕໍ່ລູກຫລານທີ່ກະບົດ ແລະ ມີຄວາມເມດຕາຕໍ່ພວກເຂົາ.

ຈະເກີດຫຍັງຂຶ້ນກັບຄົນທັງປວງທີ່ລໍຖ້າພຣະຢາເວ?

ພວກເຂົາຈະໄດ້ຮັບພອນ.

Isaiah 30:20

ເຖິງແມ້ນວ່າພຣະຢາເວປະທານເຂົ້າຫນົມປັງແຫ່ງຄວາມຍາກລຳບາກແລະນ້ຳແຫ່ງຄວາມທຸກໃຈ ພະອາຈານຂອງພວກເຂົາຈະບໍ່ເຮັດຫຍັງອີກຕໍ່ໄປ?

ພະອາຈານຂອງພວກເຂົາຈະບໍ່ເຊື່ອງຕົວເອງອີກຕໍ່ໄປ, ແຕ່ພວກເຂົາຈະເຫັນພະອາຈານດ້ວຍຕາຂອງພວກເຂົາເອງ.

Isaiah 30:22

ລູກຫລານທີ່ກະບົດຈະເຮັດຫຍັງກັບຮູບແກະສະລັກ ແລະຮູບຫລໍ່ທອງຄຳຂອງພວກເຂົາ?

ພວກເຂົາຈະຂູດຂະຍີ້ພວກມັນວ່າ ແລະ ຈະຂວ້າງພວກມັນຖິ້ມໄປ.

Isaiah 30:23

ບໍ່ມີຄໍາຖາມ

ບໍ່ມີຄໍາຖາມ

Isaiah 30:25

ພຣະຢາເວຈະຊົງເຮັດຫຍັງຕໍ່ປະຊາຊົນຂອງພຣະອົງຫລັງຈາກມື້ທີ່ມີການເຂັ່ນຂ້າຄັ້ງໃຫຍ່ ເມື່ອຫໍຄອຍເຫລົ່ານັ້ນພັງລົງມາ?

ພຣະຢາເວຈະພັນຮອຍແຜຂອງຊົນຊາດຂອງພຣະອົງ ແລະ ຊົງຮັກສາຮອຍຊ້ຳທີ່ພຣະອົງເຮັດໃຫ້ບາດເຈັບ.

Isaiah 30:29

ບໍ່ມີຄໍາຖາມ

ບໍ່ມີຄໍາຖາມ

Isaiah 30:30

ພຣະຢາເວຈະຊົງສະແດງຄວາມງົດງາມຂອງສຽງອັນຊົງພະລັ່ງຂອງພຣະອົງ ແລະສະແດງການເຄື່ອນໄຫວຂອງພຣະຫັດຂອງພຣະອົງແນວໃດ?

ພຣະອົງຈະສະແດງໃຫ້ພວກເຂົາເຫັນໃນຄວາມໂກດຮ້າຍຢ່າງ ຮຸນແຮງ ແລະດ້ວຍເປວໄຟ, ພ້ອມດ້ວຍລົມພະຍຸ, ລົມພະຍຸ ແລະ ລູກເຫັບ.

Isaiah 30:31

ສຽງແລະການເຄື່ອນໄຫວຂອງພຣະຫັດຂອງພຣະຢາເວຈະຊີ້ໄປຫາຜູ້ໃດ?

ພວກມັນຈະຈະຊີ້ໄປຫາຄົນອັດຊີເຣຍ. ເພາະສຽງຂອງພຣະຢາເວ, ອັດຊີເຣຍຈະຖືກກະແຈກກະຈາຍໄປ; ພຣະອົງຈະຊົງຕີພວກເຂົາດ້ວຍໄມ້.

ແມ່ນຫຍັງຈະມາພ້ອມກັບທຸກຈັງວະຂອງໄມ້ລຽວທີ່ພຣະຢາເວຈະຊົງຫວດຢູ່ເທິງພວກເຂົາ?

ສຽງດົນຕີຂອງກອງ ແລະ ພິນເຂົາຄູ່ຈະມາພ້ອມກັບທຸກໆຈັງວະໃນຂະນະທີ່ພຣະຢາເວຊົງສູ້ຮົບ ແລະ ຕໍ່ສູ້ບອັດຊີເຣຍ.

Isaiah 30:33

ແມ່ນຫຍັງທີ່ໄດ້ຖືກຕຽມໄວ້ສຳຫລັບກະສັດອັດຊີເຣຍ?

ສະຖານທີ່ແຫ່ງການເຜົາກໍ່ໄດ້ຕຽມໄວ້ດົນແລ້ວສຳລັບກະສັດອັດຊີເຣຍ.

ແມ່ນຫຍັງ ຫຼືຜູ້ໃດທີ່ຈະຈູດໄຟເພື່ອກະກຽມສໍາລັບກະສັດແຫ່ງອັດຊີເຣຍ?

ລົມຫາຍໃຈແຫ່ງພຣະຢາເວຈະຈູດໄຟໃຫ້ລຸກຂຶ້ນ.

Isaiah 31

Isaiah 31:1

ເປັນຫຍັງວິບັດຈຶ່ງມາເຖິງຜູ້ທີ່ລົງໄປຊ່ວຍປະເທດເອຢິບ?

ວິບັດຈະມາເຖິງພວກເຂົາເພາະວ່າພວກເຂົາໄວ້ວາງໃຈໃນລົດມ້າສຶກ ແລະພວກພົນມ້າແຕ່ພວກເຂົາບໍ່ໄດ້ໃສ່ໃຈກັບອົງບໍລິສຸດຂອງອິດສະຣາເອນ, ທັງພວກເຂົາກໍບໍ່ສະແຫວງຫາພຣະຢາເວ.

ພຣະຢາເວຈະຊົງຕໍ່ສູ້ກັບກັບໃຜ?

ພຣະອົງຈະຊົງລຸກຂຶ້ນຕໍ່ສູ້ກັບວົງວານທີ່ເຮັດຊົ່ວ ແລະຜູ້ທີ່ຊ່ວຍເຫລືອຂອງພວກຄົນທີ່ເຮັດບາບ.

Isaiah 31:3

ຈະເກີດຫຍັງຂຶ້ນກັບຄົນທີ່ຊ່ວຍເຫລືອ ແລະຄົນທີ່ໄດ້ຮັບການຊ່ວຍເຫລືອ?

ພວກເຂົາທັງສອງກໍຈະພິນາດໄປດ້ວຍກັນ.

Isaiah 31:5

ພຣະຢາເວຈະຊົງເຮັດຫຍັງສຳລັບເມືອງເຢຣູຊາເລັມ?

ພຣະອົງຈະຊົງປົກປ້ອງ, ສົ່ງ ແລະຮັກສາມັນໄວ້.

ເອຊາຢາບອກໃຫ້ຊົນຊາດອິດສະຣາເອນເຮັດຫຍັງ?

ພຣະອົງບອກພວກເຂົາໃຫ້ກັບມາຫາພຣະຢາເວຜູ້ທີ່ພວກເຂົາໄດ້ຫັນໄປຈາກຢ່າງສິ້ນເຊີງ.

ຫລັງຈາກຄົນອັດຊີເຣຍຈະລົ້ມລົງດ້ວຍດາບ, ພວກຄົນຫນຸ່ມຂອງເຂົາຈະຖືກບັງຄັບໃຫ້ເຮັດຫຍັງ?

ພວກຄົນຫນຸ່ມຂອງອັດຊີເຣຍຈະຖືກບັງຄັບໃຫ້ເຮັດວຽກຫນັກ.

Isaiah 32

Isaiah 32:1

ກະສັດທີ່ຊອບທຳ ແລະບັນດາອົງຊາຍທີ່ຍຸດຕິທໍາຈະເປັນແບບໃດ?

ພວກເຂົາຈະເປັນເຫມືອນທີ່ກຳບັງຈາກລົມ ແລະ ທີ່ຄຸ້ມກັນຈາກພາຍຸ, ເຫມືອນກັບລຳທານນ້ຳໃນທີ່ແຫ້ງແລ້ງ, ເຫມືອນກັບຮົ່ມເງົາຂອງຫີນໃຫຍ່ໃນແຜ່ນດິນທີ່ແຫ້ງແລ້ງ.

Isaiah 32:4

ຄົນທີ່ຫຸນຫັນພະລັນ ແລະຄົນເວົ້າຕິດອ່າງຈະເຮັດຫຍັງເມື່ອກະສັດປົກຄອງໃນຄວາມຊອບທຳ ແລະບັນດາເຈົ້າຊາຍທັງຫລາຍປົກຄອງດ້ວຍຄວາມຍຸຕິທຳ?

ຄົນທີ່ຫຸນຫັນພະລັນແລ່ນຈະຄິດຢ່າງຮອບຄອບດ້ວຍຄວາມເຂົ້າໃຈ ແລະຄົນທີ່ຕິດອ່າງຈະເວົ້າຊັດຖ້ອຍຊັດຄຳ ແລະຄວາມງ່າຍດາຍ. ຄົນໂງ່ຈະບໍ່ຖືກຮ້ອງກວ່າຄົນມີກຽດອີກຕໍ່ໄປ, ຄົນທີ່ຫລອກລວງກໍຈະບໍ່ໄດ້ຖືກຮ້ອງວ່າຄົນສຳຄັນອີກຕໍ່ໄປ.

ຄົນໂງ່ເຮັດຫຍັງ?

ລາວເວົ້າຄວາມໂງ່ຈ້າ, ໃຈຂອງເຂົາກໍວາງແຜນຊົ່ວຮ້າຍກະທຳອາທຳ ແລະເຂົາເວົ້າບໍ່ຖືກຕ້ອງກ່ຽວກັບພຣະຢາເວ.

Isaiah 32:7

ຜູ້ຫລອກລວງເຮັດຫຍັງ?

ລາວໄດ້ໃຊ້ວິທີການທັງຫລາຍທີ່ຊົ່ວຮ້າຍ. ເຂົາວາງແຜນອາທຳເພື່ອທຳລາຍຄົນຈົນດ້ວຍການຕົວະຕ່າງໆ.

ຈະເກີດຫຍັງຂຶ້ນກັບຄົນຜູ້ມີກຽດຕິຍົດ?

ຄົນທີ່ຊື່ຕົງຈະຢືນຢັດ ເພາະການກະທຳທີ່ຊື່ຕົງຂອງເຂົາ.

Isaiah 32:9

ເປັນຫຍັງພວກຜູ້ຍິງທີ່ຢູ່ຢ່າງສະບາຍຈຶ່ງຖືກບອກໃຫ້ຟັງສຽງຂອງເອຊາຢາ?

ພວກເຂົາຖືກບອກໃຫ້ຟັງສຽງຂອງເອຊາຢາເພາະວ່າໃນເວລາອີກປີປາຍໆຄວາມຫມັ້ນໃຈຂອງພວກເຈົ້າຈະຫມົດໄປ, ການເກັບຜົນອະງຸ່ນຈະບໍ່ໄດ້ຜົນ, ການເກັບພື້ດຜົນກໍຈະບໍ່ມາເຖິງ.

Isaiah 32:14

ຈະເກີດຫຍັງຂຶ້ນກັບພຣະຣາຊວັງ ແລະທີ່ມີຄົນຫນາແຫນ້ນ?

ພຣະຣາຊວັງກຳລັງຈະຖືກຖິ້ມ ແລະ ເມືອງທີ່ມີຄົນຫນາແຫນ້ນກໍຈະຮ້າງເປົ່າໄປ.

ຄວາມພິນາດຈະຢູ່ດົນປານໃດ?

ມັນຈະມີຢູ່ດົນນານຈົນກວ່າພຣະວິນຍານຈະຖືກເທລົງມາຈາກເບື້ອງເທິງລົງມາ ແລະ ຖິ່ນແຫ້ງແລ້ງກັນດານຈະກາຍເປັນໄຮ່ນາທີ່ອຸດົມສົມບູນ ແລະ ໄຮ່ນາທີ່ອຸດົມສົມບູນຈະຖືວ່າເປັນປ່າ.

Isaiah 32:16

ຜົນງານ ແລະຜົນແຫ່ງຄວາມຊອບທຳຈະເປັນແນວໃດ?

ຜົນງານຂອງຄວາມຊອບທຳຈະເປັນສັນຕິສຸກ ແລະ ຜົນຂອງຄວາມຊອບທຳ ຄືຄວາມງຽບສະງົບ ແລະຄວາມຫມັ້ນໃຈຕະຫລອດໄປ.

Isaiah 32:19

ຜູ້ໃດທີ່ຈະໄດ້ຮັບພອນ?

ຄົນທີ່ມີຄວາມສຸກຄືຄົນທີ່ວ່ານພືດຢູ່ແຄມລໍາທານນ້ຳທຸກແຫ່ງ ແລະຜູ້ທີ່ປ່ອຍງົວ ແລະແບ້ຂອງພວກເຈົ້າອອກໄປຫາກິນຫຍ້າ.

Isaiah 33

Isaiah 33:1

ຈະຫຍັງເກີດຂື້ນກັບຜູ້ທຳລາຍ ແລະ ທໍລະຍົດເມື່ອພວກເຂົາຢຸດທຳລາຍ ແລະທໍລະຍົດ?

ຜູ້ທຳລາຍຈະຖືກທຳລາຍ ແລະ ຄົນທີ່ທໍລະຍົດຈະຖືກທໍລະຍົດ.

Isaiah 33:3

ຈະເກີດຫຍັງຂຶ້ນເມື່ອພຣະຢາເວຊົງລຸກຂຶ້ນ?

ຊົນຊາດທັງຫລາຍກໍ່ກະແຈກກະຈາຍໄປ.

Isaiah 33:5

ພຣະຢາເວຈະຊົງເຕີມຫຍັງໄວ້ໃນຊີໂອນ?

ພຣະອົງຈະຊົງເຮັດໃຫ້ຊີໂອນເຕັມໄປດ້ວຍຄວາມຍຸດຕິທຳ ແລະ ຄວາມຊອບທຳ.

ພຣະຢາເວຈະຊົງເປັນຫຍັງໃນເວລາຂອງພຣະອົງ?

ໃນເວລາຂອງພວກເຂົາ, ພຣະອົງຈະຊົງເປັນຄວາມອຸດົມສົມບູນ, ຊົງເປັນຄວາມລອດພົ້ນ ແລະ ສະຕິປັນຍາ ແລະ ຄວາມຮອບຮູ້.

Isaiah 33:7

ເປັນຫຍັງພວກເຂົາຈື່ງສົ່ງສຽງຮ້ອງໄຫ້ ແລະພວກນັກການທູດຮ້ອງໄຫ້ຢ່າງຂົມຂື່ນ?

ພວກເຂົາຮ້ອງໄຫ້ ແລະຮ້ອງໄຫ້ຢ່າງຂົ່ມຂືນ ເພາະວ່າທາງຫລວງກໍວາງເປົ່າ; ບໍ່ມີນັກທ່ອງທ່ຽວອີກຕໍ່ໄປ. ພັນທະສັນຍາຕ່າງໆກໍ່ຖືກຫັກລົງ, ພວກພະຍານກໍໍຖືກດູຖູກ ແລະ ເມືອງຕ່າງໆກໍບໍ່ໄດ້ຮັບການນັບຖື.

Isaiah 33:10

ຈະມີຫຍັງເກີດຂື້ນເມື່ອພຣະຢາເວຊົງລຸກຂຶ້ນ?

ພຣະຢາເວຈະຊົງຖືກເຊີດຊູ ແລະໄດ້ຮັບການຍົກຍ້ອງ .

ເກີດຫຍັງຂື້ນກັບບັນດາຜູ້ທີ່ຢູ່ໃນຊີໂອນຜູ້ຖືພາແຕ່ຂີ້ແກບ, ແລະອອກລູກມາເປັນຕໍເຂົ້າ?

ລົມຫາຍໃຈຂອງພວກເຂົາເປັນໄຟທີ່ຈະເຜົາຜານພວກເຂົາ. ພວກປະຊາຊົນຈະຖືກເຜົາເປັນປູນຂາວ.

Isaiah 33:13

ການຕອບສະຫນອງຂອງຄົນບາບໃນຊີໂອນແມ່ນຫຍັງ?

ພວກຄົນບາບໃນຊີໂອນຢ້ານກົວ; ຄວາມຢ້ານກົວໄດ້ຄອບງຳພວກຄົນທີ່ຊົ່ວຮ້າຍ.

Isaiah 33:15

ຜູ້ໃດໃນບັນດາຜູ້ທີ່ຢູ່ໃນຊີໂອນສາມາດອາໄສຢູ່ກັບໄຟທີ່ຮ້ອນແຮງ ແລະໄຟລຸກຢູ່ຕະຫຼອດໄປເປັນນິດໄດ້?

ຄົນທີ່ສາມາດອາໄສຢູ່ກັບໄຟທີ່ຮ້ອນແຮງ ແລະ ລຸກໄຫມ້ນີ້ແມ່ນຜູ້ຄົນທີ່ຍ່າງດ້ວຍຄວາມຊອບທຳ ແລະ ເວົ້າຢ່າງຊື່ສັດ; ຄົນທີ່ດູຫມິ່ນຜົນປະໂຫຍດທີ່ໄດ້ຈາການກົດຂີ່ຂູດຮີດ, ຜູ້ຈະປະຕິເສດທີ່ຈະຮັບສິນບົນ, ຜູ້ທີ່ບໍ່ໄດ້ວາງແຜນການກະທຳສິ່ງຜິດທີ່ຮ້າຍແຮງ, ແລະ ບໍ່ເບິ່ງຄວາມຊົ່ວຮ້າຍ.

ຄົນທີ່ຍ່າງດ້ວຍຄວາມຊອບທຳ ແລະເວົ້າຢ່າງຊື່ສັດະສ້າງເຮືອນຂອງເຂົາຢູ່ໃສ?

ຄົນທີ່ຍ່າງດ້ວຍຄວາມຊອບທຳ ແລະ ເວົ້າຢ່າງຊື່ສັດເຂົາຈະສ້າງເຮືອນຂອງເຂົາເທິ່ງບ່ອນສູງ.

Isaiah 33:22

ພຣະຢາເວຊົງເປັນຜູ້ໃດ ແລະພຣະອົງຈະເຮັດຫຍັງ?

ພຣະຢາເວເປັນຜູ້ພິພາກສາຂອງພວກເຮົາ, ຊົງເປັນຜູ້ບັນຍັດກົດຫມາຍຂອງພວກເຮົາ; ພຣະອົງຈະຊົງຊ່ວຍພວກເຮົາໃຫ້ລອດພົ້ນ.

Isaiah 33:23

ໃນເວລາມີການແບ່ງສັບສົມບັດທີ່ຢຶດມາຢ່າງຫລວງຫລາຍ ຜູ້ໃດກໍຈະລາກຂອງທີ່ຍຶດມານັ້ນໄປໄດ້?

ແມ່ນແຕ່ນຄົນຂາພິການກໍຈະລາກຂອງທີ່ຍຶດມານັ້ນໄປໄດ້.

Isaiah 34

Isaiah 34:1

ມີໃຜແດ່ທີ່ຄວນຈະເຂົ້າມາໃກ້, ຟັງ ແລະເອົາໃຈໃສ່?

ຊົນຊາດທັງຫລາຍ, ແຜ່ນດິນໂລກ ແລະ ຊັບພະສິ່ງໃນນັ້ນ, ໂລກ ແລະ ທຸກສິ່ງທີ່ເຂົ້າມາໃກ້, ຟັງ ແລະເອົາໃຈໃສ່.

ເປັນຫຍັງປະຊາຊາດ, ແຜ່ນດິນໂລກ ແລະຊັບພະສິ່ງໃນນັ້ນ, ໂລກແລະທຸກສິ່ງທີ່ເຂົ້າມາໃກ້, ຟັງ ແລະເອົາໃຈໃສ່?

ພວກເຂົາຕ້ອງເຮັດເພາະເພາະພຣະຢາເວ ຊົງໂກດຮ້າຍແກ່ປະຊາຊາດທັງຫມົດ, ແລະ ຊົງລົງໂທດຕໍ່ກອງທັບທັງຫມົດຂອງພວກເຂົາ.

ພຣະຢາເວໄດ້ເຮັດຫຍັງແກ່ປະເທດຊາດແລະກອງທັບຂອງພວກເຂົາ?

ພຣະອົງຊົງທຳລາຍພວກເຂົາຈົນສິ້ນ, ພຣະອົງໄດ້ມອບພວກເຂົາໃຫ້ແກ່ການຂ້າຟັນ.

Isaiah 34:3

ຈະເກີດຫຍັງຂຶ້ນກັບດວງດາວແລະທ້ອງຟ້າ?

ດວງດາວທັງຫມົດເທິງທ້ອງຟ້າຈະຫາຍໄປ, ແລະ ທ້ອງຟ້າຈະຖືກມ້ວນຄືກັບຫນັງສືມ້ວນ, ແລະ ດວງດາວທັງຫມົດຈະຈາງຫາຍໄປ.

Isaiah 34:5

ພຣະຢາເວຈະເຮັດຫຍັງແດ່ພາຍຫລັງດາບຂອງລາວດື່ມຈົນອຶ່ມໃນສະຫວັນ?

ເມື່ອດາບຂອງພຮະອົງຈະຕົກລົງມາຍັງເອໂດມ, ແລະ ມາຍັງຊົນຊາດທີ່ເຮົາໄດ້ກຳນົດໃວ້ເພື່ອພິພາກສາ.

ແມ່ນຫຍັງທີ່ພຣະຢາເວມີຢູ່ໃນເມືອງໂບຊະຣາ ແລະ ເອໂດມ?

ພຣະພຣະຢາເວ ມີການຖວາຍບູຊານີ້ໃນ ເມືອງໂບຊະຣາ ແລະການສັງຫານຄັ້ງໃຫຍ່ຈະເກີດໃນແຜ່ນດິນເອໂດມ.

Isaiah 34:8

ຈະເກີດຫຍັງຂຶ້ນກັບແຜ່ນດິນເອໂດມ?

ແມ່ນໍ້າທັງຫລາຍຂອງ ເອໂດມ ຈະກາຍເປັນຢາງຫມາຕອຍ, ດິນຈະກາຍເປັນມາດ. ມັນຈະລຸກໄຫມ້. ມັນຈະເປັນແຜ່ນດິນທີ່ວ່າງເປົ່າຢູ່ທຸກຍຸກທຸກສະໄຫມ; ຈະບໍ່ມີໃຜຜ່ານໄປບ່ອນນັ້ນຕະຫລອດໄປເປັນນິດ.

Isaiah 34:11

ໂດຍທົ່ວໄປສິ່ງໃດທີ່ຈະອາໄສຢູ່ໃນເອໂດມ?

ບັນດານົກປ່າ ແລະ ສັດປ່າຈະອາໄສຢູ່ໃນເອໂດມ.

Isaiah 34:16

ນົກແລະສັດຈະອາໃສຢູ່ໃນເອໂດມດົນປານໃດ?

ພວກມັນຈະໄດ້ກຳມະສິດຕະຫລອດໄປ; ພວກມັນຈະຢູ່ອາໄສຢູ່ບ່ອນນັ້ນທຸກຍຸກທຸກສະໄຫມ.

Isaiah 35

Isaiah 35:1

ຈະເກີດຫຍັງຂື້ນກັບທະເລຊາຍ?

ທະເລຊາຍຈະປິຕິຍິນດີ ເບັ່ງບານ ເຫມືອນດັ່ງດອກກຸຫລາບ.

ສິ່ງໃດທີ່ຈະມອບໃຫ້ແກ່ທະເລຊາຍ?

ມັນຈະໄດ້ຮັບສະຫງ່າລາສີຂອງເລບານອນທັງຄວາມສວຍງາມຕາ, ຂອງກາເມນ ແລະ ຊາໂຣນ.

ຖິ່ນແຫ້ງແລ້ງກັນດານ, ອາຣາບາ ແລະ ທະເລຊາຍຈະເຫັນຫຍັງ?

ພວກເຂົາຈະເຫັນລັດສະຫມີຂອງພຣະຢາເວ, ແລະ ພຣະສະຫງ່າລາສີຂອງພຣະເຈົ້າຂອງພວກເຮົາ.

Isaiah 35:3

ເປັນຫຍັງຄົນທີ່ມີຫົວໃຈທີ່ຢ້ານກົວຄວນຈະເຂັ້ມແຂງແລະບໍ່ຢ້ານກົວ?

ເພາະພຣະເຈົ້າຂອງພວກເຈົ້າຈະມາດ້ວຍການແກ້ແຄ້ນ, ດ້ວຍການຕອບແທນຂອງພຣະເຈົ້າ. ພຣະອົງຈະສະເດັດມາ ແລະ ຊ່ວຍພວກເຈົ້າໃຫ້ພົ້ນ.

Isaiah 35:5

ມີສິ່ງໃດແດ່ທີ່ຈະເກີດຂື້ນເມື່ອພຣະເຈົ້າຂອງພວກເຂົາມາ?

ຄົນຕາບອດຈະເບິ່ງເຫັນ, ແລະ ຫູຂອງຄົນຫູຫນວກຈະໄດ້ຍິນ.ແລ້ວຄົນຂາພິການຈະໂດດເຕັ້ນ, ແລະ ລີ້ນຂອງຄົນປາກກືກຈະຮ້ອງເພງ, ເພາະນ້ຳໄດ້ໄຫລຂຶ້ນມາໃນອາຣາບາ, ແລະ ແມ່ນ້ຳທັງຫລາຍຈະເກີດຂຶ້ນໃນຖິ່ນທຸລະກັນດານ. ດິນຊາຍທີ່ຖືກແຜດເຜົາຈະກາຍເປັນສະນ້ຳ, ແລະ ພື້ນດິນທີ່ແຫ້ງແລ້ງຈະກາຍເປັນນ້ຳພຸ, ໃນທີ່ອາໄສຂອງຫມາປ່າ, ບ່ອນທີ່ພວກມັນເຄີຍນອນຢູ່.

Isaiah 35:8

ທາງຫລວງສາຍຫນຶ່ງຈະເອີ້ນວ່າແນວໃດ ທີ່ຈະໄປປາກົດໃນເວລານັ້ນ?

ທາງຫລວງສາຍຫນຶ່ງທີ່ເອີ້ນວ່າທາງບໍລິສຸດ.

ແມ່ນໃຜຈະ ແລະ ຈະບໍ່ໄປໃນທາງຫລວງນັ້ນ?

ຄົນທີ່ມີຄວາມບາບຈະບໍ່ເດີນໄປທາງນັ້ນ ແລະ ບໍ່ມີຄົນໂງ່ຄົນໃດຈະໄປທາງນັ້ນ. ຈະບໍ່ມີສິງໂຕຢູ່ທີ່ນັ້ນ ຫລື ຈະບໍ່ມີສັດດຸຮ້າຍອາໄສຢູ່ບ່ອນນັ້ນ. ທາງຫລວງນັ້ນຈະເປັນສຳລັບຜູ້ທີ່ຍ່າງໄປມາໃນຄວາມບໍຣິສຸດ. ຄົນທີ່ຖືກໄຖ່ຈະຍ່າງໄປທີ່ນັ້ນ.

Isaiah 35:10

ສິ່ງທີ່ຈະເກີດຂື້ນກັບຜູ້ທີ່ໄດ້ຮັບການໄຖ່ຂອງພຣະຢາເວ ເມື່ອພວກເຂົາກັບມາ?

ຄວາມສຸກອັນເປັນນິດຈະຢູ່ເທິງຫົວຂອງພວກເຂົາ; ຄວາມປິຕິຍິນດີ ແລະ ຄວາມສຸກຈະເກີດຂຶ້ນກັບພວກເຂົາ; ຄວາມໂສກເສົ້າ ແລະ ຄວາມຂົມຂື່ນຈະຫາຍໄປ.

Isaiah 36

Isaiah 36:1

ມີຫຍັງເກີດຂື້ນນປີທີສິບສີ່ຂອງຣາຊການກະສັດເຮເຊກິຢາ?

ເຊັນນາເກຣິບ, ກະສັດແຫ່ງອັດຊິເຣຍ, ໄດ້ບຸກໂຈມຕີບັນດາເມືອງປ້ອມປ້ອງກັນທັງຫມົດຂອງຢູດາຍ ແລະ ໄດ້ຢຶດເມືອງເຫລົ່ານັ້ນ.

ກະສັດແຫ່ງອັດຊີເຣຍໄດ້ສົ່ງຜູ້ໃດຈາກເມືອງຈາກເມືອງລາກິດມາຍັງນະຄອນເຢຣູຊາເລັມ ໄປທີ່ເຮເຊກິຢາ?

ກະສັດແຫ່ງອັດຊີເຣຍໄດ້ສົ່ງຜູ້ບັນຊາການທະຫານ.

ຜູ້ບັນຊາການທະຫານຢືນຢູ່ໃສ?

ພຣະອົງໄດ້ຢຸດຢູ່ທີ່ຮາງລະບາຍນ້ຳຂອງສະບ່ອນສູງ, ຢູ່ທາງຫລວງໄປຫາບ່ອນຊັກຜ້າ.

ແມ່ນໃຜອອກໄປພົບກັບຜູ້ບັນຊາການທະຫານ?

ເອລີອາກິມ, ລູກຊາຍຂອງຮິນກີຢາ, ເຊັບນາເລຂາທິການ, ແລະໂຢອາຜູ້ຂຽນບັນທຶກ, ລູກຊາຍຂອງອາສັບອອກໄປພົບກັບຜູ້ບັນຊາການທະຫານ.

Isaiah 36:6

ຜູ້ບັນຊາການທະຫານເວົ້າຫຍັງວ່າກະສັດຟາໂລ, ກະສັດແຫ່ງເອຢິບ, ແມ່ນຕໍ່ຜູ້ໃດທີ່ໄວ້ວາງໃຈໃນລາວ?

ຜູ້ບັນຊາການທະຫານເວົ້າກະສັດຟາໂລ ທີ່ເຈົ້າໃຊ້ເປັນໄມ້ຄັນເທົ້າເປັນຕົ້ນກົກທີ່ແຕກແລ້ວ, ແຕ່ຖ້າມີຄົນກຳເທິງໄມ້ນັ້ນມັນກໍຈະປັກ ແລະ ແທງມືຂອງເຂົາ.

Isaiah 36:8

ຜູ້ບັນຊາການທະຫານກ່າວວ່າກະສັດອັດຊີເຣຍຈະເຮັດຫຍັງຖ້າເຮເຊກີຢາຈະການຍື່ນຂໍ້ສະເຫນີທີ່ດີກັບກະສັດອັດຊີເຣຍ?

ຜູ້ບັນຊາການທະຫານກ່າວວ່າກະສັດອັດຊີເຣຍຈະໃຫ້ເຮເຊກີຢາມ້າສອງພັນໂຕ.

Isaiah 36:9

ຜູ້ໃດທີ່ຜູ້ບັນຊາການທະຫານ ເວົ້າວ່າໄດ້ບອກລາວໃຫ້ເດີນທັບຕໍ່ສູ້ຢູດາແລະທຳ ລາຍເມືອງນັ້ນ?

ຜູ້ບັນຊາການທະຫານເວົ້າວ່າ ພຣະຢາເວໄດ້ບອກລາວໃຫ້ເດີນທັບຕໍ່ສູ້ຢູດາ ແລະ ທຳລາຍເມືອງນັ້ນ.

Isaiah 36:11

ເປັນຫຍັງເອລີອາກິມລູກຊາຍຂອງຮິນກິຢາ ແລະໂຢອາໄດ້ຂໍໃຫ້ຜູ້ບັນຊາການທະຫານເວົ້າກັບພວກເຂົາໃນພາສາອາຣາມິກ?

ພວກເຂົາບໍ່ຕ້ອງການໃຫ້ເຂົ້າຫູປະຊາຊົນທີ່ຢູ່ເທິງກຳແພງເລີຍ ແລະ ເຂົ້າໃຈສິ່ງທີ່ກຳລັງເວົ້າ.

Isaiah 36:13

ຜູ້ບັນຊາການທະຫານໄດ້ຕອບແນວໃດຕໍ່ຄຳຮ້ອງຂໍໃຫ້ລາວເວົ້າກັບ ເອລີອາກິມລູກຊາຍຂອງຮິນກິຢາ ແລະ ໂຢອາໃນໃນພາສາອາຣາມິກ?

ລາວໄດ້ຕອບໂດຍຢືນ ແລະ ຮ້ອງຂື້ນດ້ວຍສຽງດັງໃນພາສາຂອງຊາວຍິວ.

ໂດຍທີ່ໄລຍະສັ້ນໆ, ຜູ້ບັນຊາການທະຫານເວົ້າຫຍັງຄືຄຳເວົ້າຂອງກະສັດອັດຊີເຣຍກ່ຽວກັບເຮເຊກິຢາ?

ລາວເວົ້າວ່າ ຢ່າໃຫ້ ເຮເຊກິຢາຫລອກລວງພວກເຈົ້າ, ເພາະເຂົາຈະບໍ່ສາມາດຊ່ວຍຫຍັງພວກເຈົ້າໄດ້ ແລະ ຢ່າຟັງເຮເຊກິຢາ ທີ່ບອກໃຫ້ພວກເຈົ້າວາງໃຈໃນພຣະຢາເວ.

Isaiah 36:16

ກະສັດອັດຊີເຣຍກ່າວວ່າຈະເກີດຫຍັງຂຶ້ນຖ້າຊາວຢິວຈະເຮັດສັນຍາສັນຕິສຸກກັບລາວແລະອອກມາຫາລາວ?

ກະສັດອັດຊີເຣຍກ່າວວ່າຊາວຢິວແຕ່ລະຄົນຈະກິນຫມາກອາງຸ່ນຂອງຕົນ ແລະ ຈາກຕົ້ນຫມາກເດື່ອຂອງຕົນເອງ, ແລະ ດື່ມນ້ຳໃນອ່າງຂອງຕົນເອງ, ຈົນກວ່າເຮົາຈະມາ ແລະ ເອົາຕົວພວກເຈົ້າໄປຍັງແຜ່ນດິນທີ່ຄືກັບແຜ່ນດິນຂອງເຈົ້າເອງ, ຄືແຜ່ນດິນທີ່ມີເຂົ້າ ແລະ ເຫລົ້າອາງຸ່ນໃຫມ່, ແຜ່ນດິນທີ່ມີເຂົ້າຈີ່ ແລະ ສວນຫມາກອະງຸ່ນ.

Isaiah 36:21

ຄຳຕອບຂອງຄຳເວົ້າຂອງຜູ້ບັນຊາການທະຫານ ແມ່ນຫຍັງ?

ພວກເຂົາຍັງມິດຢູ່ແລະບໍ່ຕອບ, ເພາະຄຳສັ່ງຂອງກະສັດວ່າ, "ຢ່າໂຕ້ຕອບເຂົາ."

ເອລີອາກິມ, ເຊັບນາ ແລະ ໂຢອາ ໄດ້ເຮັດຫຍັງຫລັງຈາກຄຳເວົ້າຂອງຜູ້ບັນຊາການທະຫານ?, ເຊັບນາ ແລະ ໂຢອາ ໄດ້ເຮັດຫຍັງ ຫລັງຈາກຄຳເວົ້າຂອງຜູ້ບັນຊາການທະຫານ?

ພວກເຂົາໄດ້ມາເຂົ້າເຝົ້າເຮເຊກິຢາດ້ວຍເສື້ອຜ້າທີ່ຈີກຂາດ, ແລະ ໄດ້ກາບທູນຖ້ອຍຄຳຂອງຜູ້ບັນຊາການທະຫານໃຫ້ພະອົງຊົນຮູ້.

Isaiah 37

Isaiah 37:1

ເຮເຊກິຢາໄດ້ເຮັດຫຍັງເມື່ອລາວໄດ້ຍິນລາຍງານຈາກເອລີອາກິມ, ເຊັບນາ ແລະ ໂຢອາ?

ເຮເຊກິຢາໄດ້ຈີກເສື້ອຜ້າຂອງພະອົງ, ແລະ ຊົງປົກຄຸມພະອົງເອງດ້ວຍເຄື່ອງນຸ່ງຜ້າກະສອບ, ແລະເຂົ້າໄປໃນພຣະວິຫານຂອງພຣະຢາເວ. ພະອົງໄດ້ຊົງໃຊ້ເອລີອາກິມ, ເຊັບນາ ແລະພວກປະໂລຫິດອາວຸໂສ ໄປຫາເອຊາຢາຜູ້ທຳນວາຍ.

Isaiah 37:3

ເຮເຊກິຢາຂໍໃຫ້ເອຊາຢາເຮັດຫຍັງ?

ພະອົງໄດ້ຂໍໃຫ້ເອຊາຢາອະທິຖານຫາພຣະເຢເວ ສຳລັບສິ່ງທີ່ເຫລືອນັ້ນທີ່ຍັງພົບເຫັນຢູ່ບ່ອນນັ້ນ.

Isaiah 37:5

ເອຊາຢາໄດ້ໃຫ້ຂໍ້ຄວາມຫຍັງແກ່ຜູ້ຮັບໃຊ້ຂອງເຮເຊກິຢາເພື່ອຈະກັບໄປຫາເຮເຊກິຢາ?

ຂໍ້ຄວາມຂອງເອຊາຢາໄປຫາເຮເຊກິຢາຄື ຢ່າຊູ່ຢ້ານຄຳເວົ້າທີ່ເຈົ້າໄດ້ຍິນ, ດ້ວຍຄຳເວົ້າເຊິ່ງພວກຂ້າຣາຊການຂອງກະສັດອັດຊີເຣຍ, ຜູ້ບັນຊາການທະຫານ. ພຣະຢາເວຈະໃສ່ວິນຍານຫນຶ່ງໃນຕົວຂອງກະສັດກະສັດອັດຊີເຣຍ, ແລະ ລາວຈະໄດ້ຍິນຂ່າວທີ່ສຳຄັນ ແລະ ກັບໄປຫາແຜ່ນດິນຂອງລາວ ແລະຈະເຮັດໃຫ້ລາວລົ້ມລົງດ້ວຍດາບ ໃນດິນແດນຂອງລາວເອງ.

Isaiah 37:8

ຫລັງຈາກກະສັດອັດຊີເຣຍໄດ້ຍິນວ່າຕີຣາກາກະສັດແຫ່ງເອທິໂອເປຍ ກຳລັງອອກມາສູ້ຮົບກັບລາວ, ກະສັດແຫ່ງອັດຊີເຣຍໄດ້ສົ່ງຂ່າວຫຍັງເຖິງເຮເຊກິຢາ?

ກະສັດແຫ່ງອັດຊີເຣຍໄດ້ໄດ້ບອກເຮເຊກິຢາໃນຈົດຫມາຍທີ່ບໍ່ໃຫ້ພຣະເຈົ້າຫລອກລວງເຮເຊກິຢາ ໂດຍກ່າວວ່າເຢຣູຊາເລັມຈະບໍ່ຖືກມອບໄວ້ໃນກຳມືຂອງກະສັດອັດຊີເຣຍ.

Isaiah 37:14

ເຮເຊກິຢາຈະເຮັດຫຍັງຫລັງຈາກລາວໄດ້ຮັບຈົດຫມາຍສະບັບຈາກກະສັດອັດຊີເຣຍ ແລະອ່ານມັນ?

ພະອົງໄດ້ສະເດັດຂຶ້ນໄປໃນພຣະວິຫານຂອງພຣະຢາເວ ແລະ ຊົງເປີດຈົດຫມາຍຕໍ່ຫນ້າພຣະອົງ.

Isaiah 37:17

ເຮເຊກິຢາໄດ້ອະທິຖານຂໍໃຫ້ພຣະຢາເວເຮັດຫຍັງ?

ຄັ້ງທໍາອິດ, ເຮເຊກິຢາໄດ້ອະທິຖານຂໍໃຫ້ພຣະຢາເວຟັງ ແລະຟັງ ແລະເປີດຕາຂອງພຣະອົງ ແລະຊົງເບິ່ງ, ແລະ ຊົງຟັງຖ້ອຍຄຳຂອງເຊັນນາເກຣິບ. ຄັ້ງທີສອງ, ເຮເຊກິຢາໄດ້ຂໍໃຫ້ພຣະຢາເວຊ່ວຍກູ້ເອົາເຢຣູຊາເລັມ ຈາກມືຂອງເຊັນນາເກຣິບ.

Isaiah 37:19

ເຮເຊກິຢາໄດ້ອະທິຖານຂໍໃຫ້ພຣະຢາເວເຮັດຫຍັງ?

ຄັ້ງທໍາອິດ, ເຮເຊກິຢາໄດ້ອະທິຖານຂໍໃຫ້ພຣະຢາເວຟັງ ແລະຟັງ ແລະເປີດຕາຂອງພຣະອົງ ແລະຊົງເບິ່ງ, ແລະ ຊົງຟັງຖ້ອຍຄຳຂອງເຊັນນາເກຣິບ. ຄັ້ງທີສອງ, ເຮເຊກິຢາໄດ້ຂໍໃຫ້ພຣະຢາເວຊ່ວຍກູ້ເອົາເຢຣູຊາເລັມຈາກມືຂອງເຊັນນາເກຣິບ.

ມີຫຍັງແດ່ທີ່ເຮເຊກິຢາໃຫ້ເຫດຜົນວ່າເປັນແຮງບັນດານໃຈສຳລັບພຣະເຈົ້າທີ່ຈະຊົງຊ່ວຍເຢຣູຊາເລັມໃຫ້ລອດພົ້ນຈາກເຊັນນາເກຣິບ?

ເຮເຊກິຢາປາຖະຫນາຢາກໃຫ້ພຣະຢາເວຊ່ວຍເຢຣູຊາເລັມໃຫ້ລອດພົ້ນຈາກເຊັນນາເກຣິບ, ເພື່ອວ່າອານາຈັກທັງຫມົດເທິງແຜ່ນດິນໂລກຈະຮູ້ວ່າພຣະອົງພຽງຜູ້ດຽວທີ່ຊົງເປັນພຣະຢາເວ."

Isaiah 37:21

ພຣະຢາເວໄດ້ຕອບຕໍ່ຄໍາອະທິຖານຂອງເຮເຊກິຢາແນວໃດ?

ພຣະຢາເວໄດ້ຕອບໂດຍການສົ່ງຂໍ້ຄວາມເຖິງເຮເຊກິຢາຜ່ານເອຊາຢາ.

ໃນຂໍ້ຄວາມຂອງພຣະຢາເວຕໍ່ເຮເຊກິຢາ ສິ່ງທີ່ພຣະຢາເວກ່າວວ່າ ເຊັນນາເກຣິບໄດ້ເຮັດຜິດພາດຫຍັງ?

ພຣະຢາເວກ່າວວ່າ ເຊັນນາເກຣິບໄດ້ດູຫມິ່ນເຈົ້າ, ຂຶ້ນສຽງຂອງເຈົ້າ ແລະ ສົ່ງສາຍຕາຂອງເຈົ້າດ້ວຍຄວາມໂອ້ອວດຕໍ່ພຣະອົງຜູ້ບໍລິສຸດ ຂອງຊາວອິດສະຣາເອນ.

Isaiah 37:26

ພຣະຢາເວໄດ້ກຳນົດໄວ້ແຕ່ດົນນານມາແລ້ວ ແລະ ໄດ້ປະຕິບັດມັນມາແລ້ວໃນສະໄຫມບູຮານ?

ພຣະຢາເວໄດ້ກຳນົດ ແລະ ໄດ້ປະຕິບັດ ທີ່ເຊັນນາເກຣິບຈະຫລຸດຜ່ອນຕົວເມືອງ ທີ່ບໍ່ສາມາດຄິດອອກເປັນຊາກຫັກພັງ.

Isaiah 37:28

ມີຫຍັງອີກແດ່ທີ່ພຣະຢາເວຊົງຮູ້ກ່ຽວກັບເຊັນນາເກຣິບ?

ພຣະຢາເວຊົງຮູ້ເມື່ອເຊັນນາເກຣິບການນັ່ງຂອງເຈົ້າ, ການອອກໄປ, ການເຂົ້າມາ, ແລະຄວາມໂກດແຄ້ນຂອງເຈົ້າທີ່ມີຕໍ່ເຮົາ.

ຈະເປັນແນວໃດແມ່ນຜົນມາຈາກຄວາມໂກດແຄ້ນເຊັນນາເກຣິບ ທີ່ມີຕໍ່ພຣະຢາເວ?

ພຣະຢາເວຈະຫັນເຊັນນາເກຣິບກັບຕາມທາງທີ່ລາວມາ.

Isaiah 37:33

ພຣະຢາເວໄດ້ກ່າວຫຍັງກ່ຽວກັບກະສັດອັດຊີເຣຍ ເມືອງເຢຣູຊາເລັມ?

ພຣະຢາເວກ່າວວ່າກະສັດອັດຊີເຣຍຈະບໍ່ເຂົ້າໄປໃນເມືອງເຢຣູຊາເລັມ ຫລື ຍິງລູກສອນຢູ່ທີ່ນັ້ນ ແລະ ລາວຈະບໍ່ຖືໂລ່ມາຕໍ່ຫນ້າເມືອງນີ້ ຫລື ສ້າງທາງຂຶ້ນອ້ອມຮອບເພື່ອຕໍ່ສູ້ກັບເມືອງນີ້.

Isaiah 37:35

ມີເຫດຜົນຫຍັງແດ່ທີ່ພຣະຢາເວໃຫ້ສຳລັບປົກປ້ອງເມືອງນີ້ແລະກອບກູ້ເມືອງເຢຣູຊາເລັມ?

ພຣະອົງກ່າວວ່າ ເຮົາຈະປົກປ້ອງ ແລະ ກອບກູ້ເມືອງເຢຣູຊາເລັມ ເພາະເຫັນແກ່ເຮົາເອງ ແລະ ເພື່ອເຫັນແກ່ດາວິດຜູ້ຮັບໃຊ້ຂອງເຮົາ.

Isaiah 37:36

ເທວະດາຂອງພຣະຢາເວໄດ້ເຮັດຫຍັງ?

ລາວໄດ້ອອກໄປ ແລະໂຈມຕີ 185,000 ຄົນໃນຄ້າຍທະຫານຂອງຄົນອັດຊີເຣຍ.

Isaiah 37:38

ມີຫຍັງເກີດຂື້ນກັບເຊັນນາເກຣິບຫລັງຈາກທີ່ລາວອອກເດີນທາງແລະເມືອບ້ານຢູ່ເມືອງນິເນເວ?

ໃນຂະນະທີ່ພະອົງກຳລັງຂາບໄຫວ້ນີຊະໂລກພະຂອງຕົນໃນວິຫານ, ອັດຣຳເມເລັກ ແລະ ຊາເຣເຊລູກຊາຍຂອງລາວໄດ້ຂ້າເຊັນນາເກຣິບດ້ວຍດາບ.

Isaiah 38

Isaiah 38:1

ໃນສະໄຫມນັ້ນມີຫຍັງເກີດຂື້ນກັບເຮເຊກິຢາ?

ເຮເຊກິຢາ ໄດ້ເຈັບປ່ວຍຈົນເຖິງຂັ້ນໃກ້ຈະເສຍຊີວິດ.

ເອຊາຢາໄດ້ບອກເຮເຊກິຢາວ່າແນວໃດ?

ເອຊາຢາໄດ້ບອກເຮເຊກິຢາ ວ່າ,“ ພຣະຢາເວກ່າວວ່າ, 'ຈົ່ງຈັດການບ້ານເຮືອນຂອງເຈົ້າໃຫ້ຮຽບຮ້ອຍ; ເພາະວ່າເຈົ້າຈະຕາຍ, ເຈົ້າຈະບໍ່ມີຊີວິດຢູ່."'

ເຮເຊກິຢາໄດ້ເຮັດຫຍັງຫລັງຈາກໄດ້ຮັບຂໍ້ຄວາມຂອງພຣະຢາເວຜ່ານເອຊາຢາ?

ລາວໄດ້ອະທິຖານຕໍ່ພຣະຢາເວ ຂໍຊົງໂຜດລະນຶກເຖິງການທີ່ຂ້ານ້ອຍໄດ້ດຳເນີນຕໍ່ພະພັກພຣະອົງຢ່າງສັດຊື່ດ້ວຍສຸດໃຈຂອງຂ້ານ້ອຍ, ແລະ ການທີ່ຂ້ານ້ອຍໄດ້ເຮັດສິ່ງທີ່ດີ ໃນສາຍພຣະເນດຂອງພຣະຢາເວ. ແລ້ວເຮເຊກິຢາໄດ້ຮ້ອງໄຫ້ຢ່າງແຮງ.

Isaiah 38:4

ພຣະຢາເວບອກເອຊາຢາໃຫ້ເວົ້າຫຍັງກັບເຮເຊກິຢາ?

ພຣະອົງໄດ້ບອກກັບເຮເຊກິຢາວ່າ ພຣະອົງໄດ້ຍິນຄຳ ອະທິຖານຂອງເຮເຊກິຢາແລ້ວ, ແລະເຮົາໄດ້ເຫັນນ້ຳຕາຂອງ. ພຣະຢາເວບອກເຮເຊກິຢາວ່າ ພຣະອົງຈະຕໍ່ຊີວິດຂອງເຮເຊກິຢາໃຫ້ອີກສິບຫ້າປີໃນຊີວິດຂອງເຮເຊກິຢາ ແລະ ນອກຈາກນັ້ນເຮົາພຣະອົງຈະຊ່ວຍເຫລືອເຮເຊກິຢາ ແລະ ເມືອງເຢຣູຊາເລັມນີ້ໃຫ້ພົ້ນຈາກກຳມືຂອງກະສັດອັດຊີເຣຍ, ແລະພຣະອົງຈະປົກປ້ອງເຢຣູຊາເລັມນີ້.

Isaiah 38:7

ແມ່ນຫຍັງຈະເປັນຫມາຍສຳຄັນຈາກພຣະຢາເວ, ມາເຖິງເຮເຊກິຢາວ່າ ພຣະຢາເວຈະເຮັດຕາມທີ່ພຣະອົງໄດ້ສັນຍາໄວ້?

ພຣະຢາເວກ່າວວ່າ ພຣະອົງຈະຮັດໃຫ້ເງົາຂອງຂັ້ນບັນໄດຂອງອາຮາດໄດ້ສ້າງຖອຍຄືນໄປສິບຂັ້ນ.

Isaiah 38:9

ໃນຄຳອະທິຖານເປັນລາຍລັກອັກສອນຂອງຂອງກະສັດເຮເຊກິຢາ ສິ່ງທີ່ເຮເຊກິຢາເວົ້າວ່າຈະເກີດຫຍັງຂຶ້ນເຄິ່ງທາງໃນຊີວິດຂອງລາວ?

ລາວເວົ້າວ່າ ລາວຈະເຂົ້າໄປຍັງປະຕູຂອງແດນຄົນຕາຍ.

ໃນຕອນເລີ່ມຕົ້ນຂອງຄຳອະທິຖານຂອງເຮເຊກິຢາ ລາວເວົ້າຫຍັງກ່ຽວກັບພຣະຢາເວ?

ເຮເຊກິຢາໄດ້ເວົ້າວ່າ ລາວຈະບໍ່ໄດ້ເຫັນໂລກມະນຸດ ຫລື ຜູ້ອາໄສຢູ່ໃນໂລກອີກຕໍ່ໄປ.

Isaiah 38:16

ເຮເຊກິຢາໄດ້ເວົ້າຫຍັງຕໍ່ອົງພຣະຜູ້ເປັນເຈົ້າກ່ຽວກັບຄວາມທຸກຍາກ ແລະຄວາມໂສກເສົ້າຂອງລາວ?

ເຮເຊກິຢາໄດ້ເວົ້າຄວາມທຸກຍາກ ທີ່ພຣະຜູ້ເປັນເຈົ້າປະທານໃຫ້ເປັນສິ່ງທີ່ດີສຳລັບຂ້ານ້ອຍ ແລະ ການໄດ້ພົບກັບຄວາມໂສກເສົ້າເຊັ່ນນັ້ນເປັນຜົນດີຕໍ່ຂ້ານ້ອຍ.

ເຮເຊກິຢາເວົ້າຫຍັງທີ່ອົງພຣະຜູ້ເປັນເຈົ້າໄດ້ເຮັດຫຍັງກັບບາບຂອງລາວ?

ເຮເຊກິຢາເວົ້າວ່າ ອົງພຣະຜູ້ເປັນເຈົ້າໄດ້ຊົງແກວ່ງຄວາມບາບທັງຫມົດຂອງເຮເຊກິຢາໄວ້ເບື້ອງຫລັງຂອງພຣະອົງ.

Isaiah 38:20

ເຮເຊກິຢາໄດ້ສະເຫລີມສະຫລອງແນວໃດທີ່ພຣະຢາເວຊົງຊ່ວຍລາວໃຫ້ລອດ?

ເຮເຊກິຢາໄດ້ເວົ້າວ່າພວກເຂົາຈະສະຫລອງ ດ້ວຍການຮ້ອງເພງສັນລະເສີນຕະຫລອດຊີວິດ ຂອງພວກເຂົາໃນພຣະວິຫານຂອງພຣະຢາເວ.

Isaiah 38:21

ເຮເຊກິຢາໄດ້ເວົ້າຫຍັງທີ່ເພິ່ນຈະຫາຍດີປົກກະຕິ?

ລາວເວົ້າວ່າ, "ຂໍໃຫ້ພວກເຂົາເອົາແປ້ງທີ່ເຮັດດ້ວຍຫມາກເດື່ອມາວາງໃສ່ບ່ອນທີ່ເຈັບປວດ, ແລະ ເພິ່ນຈະຫາຍດີປົກກະຕິ."

Isaiah 39

Isaiah 39:1

ຜູ້ໃດສົ່ງຈົດຫມາຍແລະເຄື່ອງບັນນາການມາໃຫ້ເຮເຊກິຢາ?

ເມໂຣດັກບາລາດານລູກຊາຍຂອງບາລາດານ, ກະສັດແຫ່ງບາບີໂລນ,ໄດ້ສົ່ງຈົດຫມາຍ ແລະ ເຄື່ອງບັນນາການມາໃຫ້ເຮເຊກິຢາ.

ເຮເຊກິຢາໄດ້ສະແດງຫຍັງຕໍ່ຜູ້ໃດສົ່ງຈົດຫມາຍແລະເຄື່ອງບັນນາການມາຈາກເມໂຣດັກບາລາດານ?

ເຮເຊກິຢາໄດ້ສະແດງຕໍ່ພວກເຂົາສິ່ງຕ່າງໆທີ່ມີຄ່າຂອງເພິ່ນ ຄື—ເງິນ, ຄຳ, ເຄື່ອງເທດ, ແລະ ນ້ຳມັນອັນລ້ຳຄ່າ, ບ່ອນເກັບມ້ຽນອາວຸດຂອງເພິ່ນ, ແລະ ຂອງທັງຫມົດທີ່ພົບເຫັນຢູ່ໃນສາງຂອງເພິ່ນ. ເຮເຊກິຢາໄດ້ສະແດງໃຫ້ເຂົາເຫັນທຸກຢ່າງພະຣາຊວັງ, ຫລື ໃນອານາຈັກທັງຫມົດຂອງເພິ່ນ.

Isaiah 39:3

ເອຊາຢາຖາມເຮເຊກິຢາວ່າແນວໃດ?

ລາວໄດ້ຖາມເຮເຊກິຢາວ່າ ຄົນເຫລົ່ານີ້ເວົ້າຫຍັງກັບພະອົງ, ພວກເຂົາມາຈາກໃສ ແລະ ພວກເຂົາໄດ້ເຫັນຫຍັງຢູ່ໃນວັງຂອງເຮເຊກິຢາ.

Isaiah 39:5

ເອຊາຢາໄດ້ເວົ້າຫຍັງກັບເຮເຊກິຢາວ່າຈະຖືກນຳໄປບາບີໂລນ?

ພຣະຢາເວກ່າວຕໍ່ເຮເຊກິຢາວ່າ ທຸກສິ່ງໃນວັງຂອງເຈົ້າ ແລະ ສິ່ງຂອງຕ່າງໆທີ່ບັນພະບຸລຸດຂອງເຈົ້າເກັບໄວ້ຈົນຮອດທຸກວັນນີ້, ຈະຖືກນຳໄປສູ່ບາບີໂລນ.

Isaiah 39:7

ເປັນຫຍັງເຮເຊກິຢາຈຶ່ງຄິດວ່າຖ້ອຍຄຳຂອງພຣະຢາເວທີ່ເອຊາຢາໄດ້ເວົ້ານັ້ນດີ?

ເຮເຊກິຢາຈຶ່ງຄິດວ່າມັນດີ ເພາະວ່າລາວຄິດວ່າຈະມີຄວາມສະຫງົບສຸກ ແລະ ຫມັ້ນຄົງໃນສະໃຫມຂອງລາວ.

Isaiah 40

Isaiah 40:1

ພຣະເຈົ້າເວົ້າແນວໃດທີ່ຈະປອບໃຈຜູ້ຄົນຂອງພຣະອົງ?

ພຣະອົງໄດ້ກ່າວປອບໃຈພວກເຈົ້າວ່າ ຈົ່ງເວົ້າກັບເຢຣູຊາເລັມດ້ວຍຄວາມເຫັນໃຈ; ປະກາດກັບເມືອງນັ້ນວ່າສົງຄາມຂອງເມືອງນັ້ນໄດ້ສິ້ນສຸດລົງແລ້ວ ແລະ ປະກາດວ່າຄວາມຜິດບາບຂອງເມືອງນັ້ນໄດ້ຖືກອະໄພແລ້ວ ຈາກພຣະຫັດຂອງພຣະຢາເວເປັນສອງເທົ່າແລ້ວ.

Isaiah 40:3

ມີສຽງຫນຶ່ງຮ້ອງອອກມາແນວໃດ?

ມັນຮ້ອງວ່າ, "ໃນຖິ່ນທຸລະກັນດານ ຈົ່ງເຮັດທາງຫລວງສຳລັບພຣະເຈົ້າຂອງພວກເຮົາໃນອາຣາບານໃຫ້ຊື່ໄປ."

ຈະເກີດຫຍັງຂຶ້ນກັບແຜ່ນດິນໃນອິດສະຣາເອນ?

ຮ່ອມພູທຸກແຫ່ງຈະຖືກຍົກໃຫ້ສູງຂຶ້ນ, ແລະທຸກພູເຂົາແລະເນີນພູຈະຖືກເຮັດໃຫ້ຕ່ຳລົງ; ແລະແຜ່ນດິນທີ່ແຂງແລະຫຍາບຈະຖືກປ່ຽນໃຫ້ເປັນດິນອ່ອນ, ແລະບ່ອນສູງໆຕຳ່ໆຈະເຮັດໃຫ້ຮາບພຽງ.

ພຣະສະຫງ່າຣາສີຂອງພຣະຢາເວຈະຖືກເປີດເຜີຍຕໍ່ຜູ້ໃດ?

ພຣະສະຫງ່າຣາສີຂອງພຣະຢາເວຈະຖືກເປີດເຜີຍ, ແລະທຸກຄົນຈະຫລຽວເຫັນພ້ອມກັນ.

Isaiah 40:6

ສິ່ງທີ່ຈະຢືນຢູ່ຕະຫລອດໄປ?

ຖ້ອຍຄຳຂອງພຣະເຈົ້າຂອງພວກເຮົາຈະຢືນຢູ່ຕະຫລອດໄປ.

Isaiah 40:9

ຂ່າວດີອັນໃດ ທີ່ຄວນປະກາດແກ່ເຢຣູຊາເລັມແລະເມືອງຕ່າງໆຂອງຢູດາ?

ຂ່າວດີຢູ່ທີ່ນັ້ນ, "ນີ້ແມ່ນພຣະເຈົ້າຂອງພວກເຈົ້າ!"

ພຣະຢາເວອົງພຣະຜູ້ເປັນເຈົ້າສະເດັດມາແນວໃດ?

ພຣະຢາເວອົງພຣະຜູ້ເປັນເຈົ້າສະເດັດມາ ເຫມືອນກັບນັກຮົບທີ່ມີໄຊຊະນະ.

ພຣະຢາເວໄດ້ນຳຫຍັງມາກັບພຣະອົງເມື່ອພຣະອົງສະເດັດລົງມາ?

ພຣະຢາເວໄດ້ນຳເອົາລາງວັນຂອງພຣະອົງແມ່ນຢູ່ກັບພຣະອົງ, ແລະ ພວກຄົນທີ່ພຣະອົງໄດ້ຊົງຊ່ວຍກໍໄປຢູ່ຕໍ່ພຣະພັກພຣະອົງ.

Isaiah 40:15

ຈະເປັນແນວໃດປະຊາຊາດທັງຫລາຍປຽບເຫມືອນຫຍັງກັບພຣະຢາເວ?

ປະຊາຊາດທັງຫລາຍປຽບເຫມືອນກັບນ້ຳຢອດດຽວຢູ່ໃນຖັງເກັບນ້ຳຕໍ່ກັບພຣະຢາເວ ແລະ ຖືວ່າເປັນຄືຂີ້ຝຸ່ນຢູ່ເທິງຊິງສັ່ງ.

Isaiah 40:21

ພຣະເຈົ້າປະທັບຢູ່ໃສ?

ພຣະອົງເປັນຜູ້ທີ່ປະທັບຢູ່ເຫນືອຂອບຟ້າຂອງແຜ່ນດິນໂລກ.

Isaiah 40:23

ພຣະອົງຊົງເຮັດໃຫ້ຜູ້ປົກຄອງຫຍັງແດ່?

ພຣະອົງຊົງເຮັດໃຫ້ຜູ້ປົກຄອງບໍ່ມີຫຍັງເລີຍ ແລະ ເຮັດໃຫ້ຜູ້ປົກຄອງແຜ່ນດິນໂລກຫມົດຄວາມສຳຄັນ.

Isaiah 40:25

ພຣະຢາເວເຮັດຫຍັງກັບດວງດາວ?

ພຣະອົງນຳພາການອອກແບບຂອງພວກມັນອອກມາແລະເອີ້ນດວງດາວທັງຫມົດຕາມຊື່ຂອງມັນ. ໂດຍຄວາມຍິ່ງໃຫຍ່ຂອງຣິດເດດຂອງພຣະອົງ, ແລະ ໂດຍກຳລັງຂອງຣິດທານຸພາບຂອງພຣະອົງ, ຈຶ່ງບໍ່ມີດວງດາວຈັກດວງຂາດຫາຍໄປ.

Isaiah 40:27

ແມ່ນໃຜຄືພຣະຢາເວ, ແລະພຣະອົງແມ່ນໃຜ?

ພຣະຢາເວ, ຊົງເປັນພຣະເຈົ້ານິລັນດອນ, ຜູ້ຊົງສ້າງທີ່ສຸດປາຍແຜ່ນດິນໂລກ, ຜູ້ບໍ່ຊົງອິດເມື່ອຍຫລືອ່ອນເພຍ; ຄວາມເຂົ້າໃຈຂອງພຣະອົງບໍ່ມີຂີດຈຳກັດ.

Isaiah 40:29

ພຣະຢາເວຊົງເຮັດແນວໃດເພື່ອຜູ້ທີ່ອິດເມື່ອຍແລະອ່ອນແອ?

ພຣະອົງປະທານກຳລັງໃຫ້ແກ່ຄົນທີ່ອິດເມື່ອຍ; ແລະ ປະທານເຮື່ອແຮງໃຫ້ຄົນທີ່ອ່ອນແອ.

ຈະເກີດຫຍັງຂຶ້ນກັບຜູ້ທີ່ລໍຄອຍພຣະຢາເວ?

ຄົນທີ່ລໍຄອຍພຣະຢາເວຈະໄດ້ຮັບກຳລັງໃຫມ່; ພວກເຂົາຈະບິນຂຶ້ນດ້ວຍປີກເຫມືອນນົກອິນຊີ; ພວກເຂົາຈະແລ່ນ ແລະ ບໍ່ອ່ອນເພຍ; ພວກເຂົາຈະຍ່າງ ແລະ ບໍ່ອິດເມື່ອຍ.

Isaiah 41

Isaiah 41:1

ເພື່ອຈຸດປະສົງອັນໃດທີ່ພຣະຢາເວໄດ້ຊົງກ່າວ, "ຈົ່ງໃຫ້ພວກເຮົາເຂົ້າມາໃກ້ກັນ"?

ພຣະຢາເວໄດ້ຊົງກ່າວ ສຳລັບພວກເຂົາເຂົ້າມາໃກ້ກັນເພື່ອໂຕ້ຖຽງກັນຂໍ້ພິພາກສາ.

Isaiah 41:3

ຜູ້ໃດໄດ້ເອີ້ນຄົນທຸກຊົນຊາດຕັ້ງແຕ່ປະຖົມມະການ?

ພຣະຢາເວ, ຜູ້ເປັນເບື້ອງຕົ້ນ ແລະ ເປັນເບື້ອງປາຍ.

Isaiah 41:5

ແມ່ນຫຍັງຄືຄຳຕອບຂແຜ່ນດິນທັງຫລາຍໄດ້ເຫັນແລະຢ້ານກົວແລະ ສຸດປາຍແຜ່ນດິນໂລກສັ່ນສະເທືອນ?

ພວກເຂົາຫຍັບມາໃກ້ ແລະ ເຂົ້າມາ ແລະ ໃຫ້ກຳລັງໃຈແກ່ກັນແລະ ກັນເພື່ອສ້າງຮູບເຄົາລົບ.

Isaiah 41:8

ແມ່ນຫຍັງພຣະຢາເວເອີ້ນອິດສະຣາເອນ?

ພຣະຢາເວເອີ້ນອິດສະຣາເອນ, ຜູ້ຮັບໃຊ້ຂອງເຮົາ, ເຊື້ອສາຍຂອງອັບຣາຮາມສະຫາຍຂອງເຮົາ ແລະ ເຮົາເອີ້ນອິດສະຣາເອນໄດ້ເລືອກແລ້ວ.

ພຣະຢາເວກ່າວວ່າພຣະອົງກຳລັງເຮັດຫຍັງສຳລັບອິດສະລາເອນ?

ພຣະຢາເວກ່າວວ່າເຮົານຳອິດສະຣາເອນມາຈາກທີ່ສຸດປາຍແຜ່ນດິນໂລກ.

Isaiah 41:10

ພຣະຢາເວບອກໃຫ້ອິດສະຣາເອນບໍ່ເຮັດຫຍັງແລະເປັນຫຍັງ?

ພຣະຢາເວບອກໃຫ້ອິດສະຣາເອນ ຢ່າຢ້ານເລີຍ, ເພາະເຮົາຢູ່ກັບເຈົ້າ. ຢ່າຕົກໃຈ. ເພາະເຮົາເປັນພຣະເຈົ້າຂອງເຈົ້າ.

ພຣະຢາເວກ່າວຫຍັງອີກວ່າພຣະອົງຈະເຮັດຫຍັງສຳລັບອິດສະລາເອນ?

ພຣະຢາເວກ່າວວ່າເຮົາຈະເສີມກຳລັງຂອງເຈົ້າ, ເຮົາຈະຊ່ວຍເຈົ້າ ແລະ ເຮົາຈະຊູເຈົ້າດ້ວຍມືຂວາຂອງໄຊະນະທີ່ໄສົມຄວນໄດ້ຮັບ.

Isaiah 41:11

ຈະເກີດຫຍັງຂຶ້ນກັບຄົນທີ່ໃຈຮ້າຍແລະຕໍ່ຕ້ານອິດສະຣາເອນ?

ທຸກຄົນທີ່ຄຽດແຄ້ນຕໍ່ເຈົ້າພວກເຂົາຈະອັບອາຍ ແລະ ຂາຍຫນ້າ ແລະ ຈະກາຍເປັນຄວາມວ່າງເປົ່າ ແລະພິນາດ.

Isaiah 41:16

ອິດສະລາເອນຈະເຮັດຫຍັງເມື່ອພວກເຂົາຊະນະຄົນທີ່ສູ້ຮົບກັບພວກເຂົາແລະຕໍ່ສູ້ກັບພວກເຂົາ?

ອິດສະຣາເອນຈະປິຕິຍິນດີໃນພຣະຢາເວ, ໃນອົງບໍລິສຸດຂອງອິດສະຣາເອນ.

Isaiah 41:17

ພຣະຢາເວຈະເຮັດຫຍັງເມື່ອຜູ້ທີ່ຖືກກົດຂີ່ຂົ່ມເຫັງແລະຄົນຂັດສົນສະແຫວງຫານໍ້າ?

ພຣະຢາເວ, ຈະຕອບຄໍາອະທິຖານຂອງພວກເຂົາ ໂດຍການເຮັດໃຫ້ກະແສນ້ຳໄຫລລົງມາຕາມເປີ້ນພູ, ແລະ ນ້ຳທີ່ໄຫລອອກມາຢູ່ກາງຮ່ອມພູ, ເຮັດໃຫ້ທະເລຊາຍກາຍເປັນຫນອງນ້ຳ, ແລະ ດິນແຫ້ງແລ້ງໃຫ້ກາຍເປັນນ້ຳພຸໄຫລອອກມາ. ພຣະອົງຈະບໍ່ປະຖິ້ມພວກເຂົາ.

Isaiah 41:21

ແມ່ນຫຍັງພຣະຢາເວກ່າວກັບຜູ້ທີ່ຕິດຕາມຮູບເຄົາລົບ?

ພຣະອົງກ່າວຈະນຳສະເຫນິຄະດີຂອງພວກເຂົາ, ນຳເອົາຂໍ້ໂຕ້ແຍ້ງທີ່ດີທີ່ສຸດສຳລັບຮູບເຄົາລົບຂອງພວກເຂົາ.

ມີຫລັກຖານຫຍັງແດ່ທີ່ພຣະຢາເວກ່າວວ່າ ຜູ້ທີ່ຕິດຕາມຮູບເຄົາລົບຄວນນຳສະເຫນີເພື່ອໃຫ້ພວກເຮົາຮູ້ວ່າພວກເຮົາສາມາດເຊື່ອຖືພວກເຂົາໄດ້ຫລືບໍ່

ເພື່ອເປັນຫລັກຖານ, ພຣະຢາເວກ່າວວ່າຈະບອກສິ່ງທີ່ຈະເກີດຂື້ນ, ແລະ ເພື່ອບອກເຖິງການປະກາດ ທີ່ໄດ້ທຳນວາຍໄວ້ກ່ອນຫນ້ານີ້ເພື່ອພວກເຮົາຈະໄດ້ໄຕ່ຕອງຄຳປະກາດເຫລົ່ານັ້ນ ແລະ ຮູ້ວ່າຄຳປະກາດເຫລົ່ານັ້ນສຳເລັດໄດ້ຢ່າງໃດ.

Isaiah 41:23

ການປະເມີນຜົນຂອງພຣະຢາເວແມ່ນຫຍັງສຳລັບຮູບເຄົາລົບແລະຄົນທີ່ເລືອກມັນ?

ພຣະຢາເວໄດ້ກ່າວສຳລັບຮູບເຄົາລົບຂອງພວກເຂົາ ແລະ ການກະທຳຂອງເຈົ້າພວກກໍຫວ່າງເປົ່າ; ຄົນທີ່ເລືອກພວກເຈົ້າກໍຫນ້າລັງກຽດ.

Isaiah 41:25

ມີໃຜໃນຜູ້ທີ່ນະມັດສະການຮູບເຄົາລົບໄດ້ສັ່ງ ຫລືປະກາດວ່າຜູ້ຫນຶ່ງຈະມາຈາກທິດເຫນືອ ແລະຈະໄລ່ຜູ້ປົກຄອງຄືຂີ້ຕົມ, ຄືກັບຊ່າງຫມໍ້ດິນທີ່ ກຳລັງປັ້ນດິນເຜົາ?

ບໍ່ມີໃຜໃນນະມັດສະການຮູບເຄົາລົບ ແລະ ບໍ່ມີໃຜໄດ້ຍິນວ່າເຈົ້າເວົ້າຫຍັງ.

Isaiah 41:27

ພຣະຢາວກ່າວຫຍັງກ່ຽວກັບຜູ້ທີ່ລາວຍົກຂຶ້ນມາຈາກທິດເຫນືອ?

ເຮົາໄດ້ກ່າວກັບຊີໂອນເທື່ອທຳອິດວ່າ,“ ເບິ່ງນີ້ພວກເຂົາຢູ່ບ່ອນນີ້;” ເຮົາໄດ້ສົ່ງຜູ້ສົ່ງຂ່າວໄປເຢຣູຊາເລັມ.

ໃນບົດນີ້ພຣະຄຳເວົ້າສຸດທ້າຍຂອງພຣະຢາເວກ່ຽວກັບຜູ້ທີ່ຕິດຕາມຮູບເຄົາລົບແມ່ນຫຍັງ?

ນີ້ແມ່ນຖ້ອຍຄຳຂອງພຣະອົງ: "ເມື່ອເຮົາຫລຽວເບິ່ງ, ກໍ່ບໍ່ມີໃຜເລີຍ, ບໍ່ມີໃຜຈັກຄົນໃນພວກເຂົາທີ່ສາມາດໃຫ້ຄຳປຶກສາທີ່ດີໄດ້, ໃນເມື່ອເຮົາຖາມ, ໃຜທີ່ສາມາດຕອບຄຳຖາມໄດ້. ຈົ່ງເບິ່ງ, ພວກເຂົາທຸກຄົນກໍຫວ່າງເປົ່າ, ແລະ ການກະທຳຂອງພວກເຂົາບໍ່ມີຫຍັງເລີຍ; ຮູບຫລໍ່ໂລຫະຂອງພວກເຂົາກໍເປັນແຕ່ລົມແລະ ຄວາມຫວ່າງເປົ່າ.

Isaiah 42

Isaiah 42:1

ພຣະຢາເວກ່າວວ່າພຣະອົງໄດ້ເຮັດຫຍັງແກ່ຜູ້ຮັບໃຊ້ຂອງພຣະອົງ?

ພຣະຢາເວກ່າວວ່າພຣະອົງເປັນຜູ້ທີ່ເລືອກສັນຂອງເຮົາ, ຜູ້ທີ່ເຮົາປິຕິຍິນດີໃນເຂົາ ແລະ ເຮົາໄດ້ເອົາວິນຍານຂອງເຮົາໃສ່ໃວ້ໃນເຂົາ.

ສິ່ງໃດທີ່ພຮະຢາເວກ່າວວ່າຜູ້ຮັບໃຊ້ຂອງພຣະອົງຈະນຳມາສູ່ປະຊາຊາດ?

ພຣະຢາເວກ່າວວ່າຜູ້ຮັບໃຊ້ຂອງພຣະອົງ ຈະນຳຄວາມຍຸດຕິທຳມາສູ່ປະຊາຊາດທັງຫລາຍດ້ວຍຄວາມສັດຊື່.

Isaiah 42:3

ຜູ້ຮັບໃຊ້ຂອງພຣະຢາເວຈະບໍ່ເຮັດຫຍັງກັບຕົ້ນອໍ້ຊໍ້າ ຫລືເໃສ້ຕະກຽງໃກ້ຈະຫມົດໄປ?

ພຮະຢາເວກ່າວວ່າຜູ້ຮັບໃຊ້ຂອງເຮົາ ຈະບໍ່ຫັກຕົ້ນອໍ້ຊໍ້າ ແລະ ບໍ່ດັບໃສ້ຕະກຽງທີ່ໃກ້ຈະຫມົດ.

Isaiah 42:5

ພຣະຢາເວອະທິບາຍພຣະອົງເອງແນວໃດ?

ພຣະຢາເວພຣະເຈົ້າ, ຜູ້ທີ່ສ້າງຟ້າສະຫວັນ ແລະ ຄຶງພວກມັນໄວ້, ເປັນຜູ້ສ້າງແຜ່ນດິນໂລກ ແລະ ທຸກສິ່ງທີ່ບັງເກີດຂຶ້ນໃນໂລກ, ຜູ້ທີ່ປະທານລົມຫາຍໃຈແກ່ຜູ້ຄົນທັງປວງເທິງໂລກ, ແລະ ຜູ້ທີປະທານຊີວິດໃຫ້ແກ່ພວກຄົນທີ່ອາໄສຢູ່ເທິງແຜ່ນດິນໂລກ ກ່າວດັ່ງນີ້.

Isaiah 42:7

ພຣະຢາເວຕ້ອງການໃຫ້ຜູ້ຮັບໃຊ້ທີ່ພຣະອົງເລືອກເຮັດຫຍັງ ສຳລັບຄົນຕາບອດແລະນັກໂທດ?

ພຣະຢາເວຕ້ອງການໃຫ້ຜູ້ຮັບໃຊ້ຂອງພຣະອົງ ເພື່ອເປີດຕາຂອງຄົນຕາບອດ, ເພື່ອປົດປ່ອຍນັກໂທດທັງຫລາຍອອກຈາກຄຸກ, ແລະ ປົດປ່ວຍພວກຄົນທີ່ນັ່ງຢູ່ໃນຄວາມມືດຈາກເຮືອນຈຳ.

Isaiah 42:8

ພຣະຢາເວກ່າວວ່າພຣະອົງຈະບໍ່ໃຫ້ຫຍັງ?

ພຣະອົງກ່າວວ່າ ຈະບໍ່ໃຫ້ສະຫງ່າຣາສີຂອງເຮົາແກ່ຄົນອື່ນ ຫລື ບໍ່ໃຫ້ການສັນລະເສີນຂອງເຮົາແກ່ຮູບເຄົາລົບແກະສະຫລັກ.

ພຣະຢາເວຊົງປຽບທຽບກົງກັນຂ້າມພຣະອົງເອງ ກັບ ຮູບເຄົາລົບແກະສະຫລັກແນວໃດ?

ປຽບທຽບໃສ່ຮູບເຄົາລົບແກະສະຫລັກ, ເປັນສິ່ງເກົ່າກໍໄດ້ລ່ວງເລີຍໄປ ເມື່ອເຮົາຈະປະກາດເຖິງພວກມັນ.

ເພື່ອສືບຕໍ່ປະກາດສະຫງ່າຣາສີຂອງເຮົາສິ່ງທີ່ພຣະຢາເວກ່າວວ່າພຣະອົງຈະເຮັດຫຍັງ?

ພຣະອົງກ່າວວ່າເຮົາຈະປະກາດເຖິງສິ່ງໃຫມ່ໆ. ພຣະອົງຈະກ່າວກ່ຽວກັບພວກມັນກ່ອນທີ່ສິ່ງເຫລົ່ານັ້ນຈະເກີດຂື້ນ.

Isaiah 42:12

ພຣະຢາເວຈະເຮັດຫຍັງກັບສັດຕູຂອງພຣະອົງ?

ພຣະອົງຈະຊົງສະແດງຣິດທານຸພາບຂອງພຣະອົງຕໍ່ສັດຕູຂອງພຣະອົງ.

Isaiah 42:16

ພຣະຢາເວຈະເຮັດຫຍັງ ສຳລັບຄົນຕາບອດ?

ພຣະອົງຈະນຳຄົນຕາບອດໄປຕາມທາງທີ່ພວກເຂົາບໍ່ຮູ້ຈັກ; ເຮົາຈະພາພວກເຂົາໄປໃນເສັ້ນທາງທີ່ພວກເຂົາບໍ່ຮູ້ຈັກ. ເຮົາຈະເຮັດໃຫ້ຄວາມມືດເປັນຄວາມສະຫວ່າງຕໍ່ຫນ້າພວກເຂົາ, ແລະເຮັດໃຫ້ທີ່ຄົດງໍໃຫ້ຊື່ຕົງ. ເຮົາຈະເຮັດສິ່ງເຫລົ່ານີ້, ແລະເຮົາຈະບໍ່ປະຖິ້ມພວກເຂົາ.

Isaiah 42:17

ຈະມີຫຍັງເກີດຂື້ນກັບຜູ້ທີ່ວາງໃຈໃນຮູບເຄົາລົບແກະສະຫລັກແລະເວົ້າກັບຮູບຫລໍ່ໂລຫະວ່າ, "ທ່ານທັງຫລາຍແມ່ນພະເຈົ້າຂອງພວກເຮົາ."?

ພວກເຂົາຈະກັບຄືນໄປ ແລະ ພວກເຂົາຈະອັບອາຍຢ່າງທີ່ສຸດ.

Isaiah 42:18

ຄົນຫູຫນວກ ແລະ ຄົນຕາບອດຖືກສັ່ງໃຫ້ເຮັດຫຍັງ?

ພວກຄົນຫູຫນວກຖືກສັ່ງໃຫ້ ຈົ່ງຟັງ ແລະ ຄົນຕາບອດຖືກສັ່ງຈົ່ງເບິ່ງ ເພື່ອພວກເຈົ້າຈະໄດ້ເຫັນ.

Isaiah 42:20

ເປັນຫຍັງພຣະຢາເວຈຶ່ງສັ່ງໃຫ້ພວກເຂົາຟັງແລະເບິ່ງ?

ພຣະອົງຈຶ່ງສັ່ງໃຫ້ພວກເຂົາຟັງແລະເບິ່ງ ເພາະວ່າເຖິງແມ໋ວ່າພວກເຈົ້າເຫັນຫລາຍຢ່າງ, ແຕ່ບໍ່ເຂົ້າໃຈ; ຫູຂອງພວກເຂົາກໍເປີດອອກ, ແຕ່ບໍ່ມີໃຜໄດ້ຍິນ.

Isaiah 42:22

ພຣະຢາເວກ່າວຫຍັງຄືເງື່ອນໄຂຂອງປະຊາຊົນ?

ພຣະຢາເວກ່າວວ່າຊົນຊາດທີ່ຖືກລັກ ແລະ ປຸ້ນຈີ້; ພວກເຂົາທັງຫມົດຕິດກັບດັກໃນຂຸມ, ຖືກຈັບຢູ່ໃນຄຸກ; ພວກເຂົາໄດ້ກາຍມາເປັນຂອງທີ່ຖືກຢຶດທີ່ບໍ່ມີໃຜຊ່ວຍພວກເຂົາ.

Isaiah 42:23

ຜູ້ໃດມອບຢາໂຄບໃຫ້ກັບໂຈນແລະອິດສະຣາເອນໃຫ້ແກ່ພວກໂຈນປຸ້ນ?

ມັນແມ່ນພຣະຢາເວຜູ້ທີ່ໃຫ້ພວກເຂົາຫລາຍ.

ເປັນຫຍັງພຣະຢາເວຈຶ່ງມອບຢາໂຄບໃຫ້ກັບໂຈນແລະອິດສະຣາເອນໃຫ້ແກ່ພວກໂຈນປຸ້ນ?

ພຣະຢາເວມອບໃຫ້ພວກເຂົາຫລາຍ ເພາະວ່າພວກເຂົາເຮັດຜິດຕໍ່ພຣະອົງ, ຜູ້ເຊິ່ງພວກເຂົາປະຕິເສດທີ່ຈະດຳເນີນໄປໃນທາງຂອງພຣະອົງ, ແລະ ປະຕິເສດທີ່ຈະເຊື່ອຟັງພຣະບັນຍັດຂອງພຣະອົງ.

Isaiah 42:25

ອິດສະຣາເອນໄດ້ຮັບຮູ້ບໍວ່າຜູ້ໃດເຄີຍເຮັດສົງຄາມກັບພວກເຂົາດ້ວຍສົງຄາມແຫ່ງການທຳລາຍລ້າງແລະເປັນຫຍັງເຂົາຈຶ່ງເຮັດມັນ?

ບໍ່, ມັນເຮັດໃຫ້ພວກເຂົາມີໄຟອ້ອມຕົວພວກເຂົາ, ແຕ່ພວກເຂົາກໍບໍ່ຮັບຮູ້ມັນ; ມັນໄດ້ເຜົາໄຫມ້ພວກເຂົາ, ແຕ່ພວກເຂົາບໍ່ຍອມເອົາໃຈໃສ່.

Isaiah 43

Isaiah 43:1

ໂດຍທົ່ວໄປສິ່ງທີ່ພຣະຢາເວໄດ້ບອກກັບຢາໂຄບ, ອິດສະຣາເອນ, ໃຫ້ເຮັດ?

ພຮະອົງບອກຢາໂຄບ, ອິດສະຣາເອນ, ບໍ່ໃຫ້ຢ້ານກົວ.

Isaiah 43:2

ພຣະຢາເວໄດ້ກ່າວວ່າພຣະອົງຈະເຮັດຫຍັງເພື່ອອິດສະຣາເອນເພື່ອປົກປ້ອງພວກເຂົາ?

ພຣະອົງກ່າວວ່ານ້ຳກໍ່ຈະບໍ່ໄຫລຖ້ວມອິດສະຣາເອນ ແລະ ທີ່ພວກເຂົາຈະບໍ່ຖືກທຳລາຍ ຫລື ຈະບໍ່ຖືກເຜົາໄຫມ້, ແລະແປວໄຟຈະບໍ່ທຳລາຍ.

ພຣະຢາເວຊົງໃຫ້ຫຍັງໃນຄ່າໄຖ່ແລະແລກປ່ຽນກັບອິດສະຣາເອນ?

ພຣະອົງໄດ້ໃຫ້ປະເທດເອຢິບເປັນຄ່າໄຖ່, ໃຫ້ເອທິໂອເປຍ ແລະ ເສບາເປັນການແລກປ່ຽນກັບອິດສະຣາເອນ.

Isaiah 43:4

ພຣະຢາເວໄດ້ກ່າວວ່າພຣະອົງຈະເຮັດຫຍັງ ສຳລັບລູກຫລານຂອງອິດສະຣາເອນ?

ພຣະອົງກ່າວວ່ານຳເອົາພວກເຂົາມາຈາກທິດຕາເວັນອອກແລະຈະເຕົ້າໂຮມພວກເຂົາຈາກທິດຕາເວັນຕົກ.

Isaiah 43:10

ເປັນຫຍັງພຣະຢາເວຈຶ່ງຊົງທຳນວາຍການເຕົ້າໂຮມລູກຊາຍແລະລູກສາວຂອງລາວຈາກທິດຕາເວັນອອກແລະທິດຕາເວັນຕົກແລະປະກາດກັບເຫດການຕ່າງໆກ່ອນຫນ້ານີ້ໃຫ້ພວກເຂົາຟັງ?

ພຣະຢາເວຊົງເຮັດສິ່ງນີ້ ເພື່ອພວກເຈົ້າຈະໄດ້ຮູ້ຈັກແລະເຊື່ອໃນເຮົາ, ແລະເຂົ້າໃຈວ່າເຮົາແມ່ນພຣະຜູ້ເປັນເຈົ້າ.

ມີພະອື່ນບໍຫລືພະຜູ້ຊ່ອຍໃຫ້ລອດກວ່າ ພຮະຢາເວ ບໍ?

ກ່ອນຫນ້າພຣະຢາເວຈະບໍ່ມີເທບພະເຈົ້າອົງໃດຖືກປັ້ນຂຶ້ນມາ, ແລະພາຍຫລັງພຣະຢາເວກໍຈະບໍ່ມີອີກເລີຍ. ເຮົາເອງ, ເຮົາຄືພຣະຢາເວ, ແລະບໍ່ມີພຣະຜູ້ຊ່ອຍໃຫ້ລອດອື່ນໃດນອກຈາກເຮົາ.

Isaiah 43:12

ໃຜສາມາດຊ່ວຍພວກເຮົາໃຫ້ລອດຈາກມືຂອງພຣະເຈົ້າ?

ບໍ່ມີໃຜສາມາດຊ່ວຍຄົນໃດໃຫ້ລອດຈາກມືຂອງພຣະເຈົ້າໄດ້.

Isaiah 43:14

ດ້ວຍເຫດໃດທີ່ພຣະຢາເວໄດ້ສົ່ງໄປບາບີໂລນແລະນຳພວກເຂົາທັງຫມົດ ໃຫ້ເປັນພວກຜູ້ລີ້ໄພ, ແລະ ປ່ຽນສຽງແຫ່ງຄວາມຊື່ນຊົມຍິນດີຂອງຊາວບາບີໂລນໃຫ້ເປັນບົດເພງແຫ່ງຄວາມໂສກເສົ້າ?

ພຣະຢາເວຊົງເຮັດສິ່ງນີ້ ເພື່ອປະໂຫຍດຂອງອິດສະຣາເອນ.

Isaiah 43:16

ມີສິ່ງເກົ່າໃດທີ່ພຣະຢາເວຊົງໄດ້ເຮັດທີ່ພຣະອົງບອກພວກເຂົາບໍ່ໃຫ້ລະນຶກເຖິງຫລືພິຈາລະນາ?

ພຣະຢາເວຊົງໄດ້ເປີດທາງໄປສູ່ທະເລ ແລະ ເສັ້ນທາງໃນນ້ຳທີ່ໄຫລແຮງ. ຜູ້ທີ່ໄດ້ນຳລົດຮົບແລະມ້າອອກມາ, ທະຫານ ແລະ ກອງທັບທີ່ມີອຳນາດອອກມາ, ພວກເຂົາໄດ້ຈົມລົງໄປພ້ອມກັນ; ພວກເຂົາຈະບໍ່ໄດ້ຂື້ນມາອີກເລີຍ; ພວກເຂົາໄດ້ສູນສິ້ນໄປ ມອດດັບໄປຄືໃສ້ຕະກຽງ.

Isaiah 43:18

ພຣະຢາເວກ່າວຫຍັງໃຫມ່ທີ່ພຣະອົງກຳລັງຈະເຮັດໃນທະເລຊາຍແລະໃນຖິ່ນທຸລະກັນດານ?

ພຣະຢາເວກ່າວວ່າພຮະອົງຈະສ້າງຫົນທາງໃນທະເລຊາຍ ແລະ ສາຍນ້ຳທັງຫລາຍໃນຖິ່ນທຸລະກັນດານ.

Isaiah 43:22

ປະຊາຊົນ, ອິດສະຣາເອນ, ຜູ້ທີ່ພຣະຢາເວສ້າງຕັ້ງຂຶ້ນໄວ້ເພື່ອຕົນເອງ ເພ່ື່ອຊົນຊາດນີ້ຈະເຮັດຫຍັງແກ່ພຣະຢາເວ?

ອິດສະຣາເອນບໍ່ສາມາດຈະເອີ້ນຫາພຣະຢາເວ. ພວກເຂົາບໍ່ໄດ້ນຳເອົາແກະໂຕໃດມາເປັນເຄື່ອງເຜົາບູຊາ ຫລື ຖວາຍກຽດເຮົາດ້ວຍເຄື່ອງບູຊາຂອງພວກເຈົ້າ.

Isaiah 43:24

ອິດສະຣາເອນໄດ້ເຮັດຫຍັງກັບພຣະຢາເວ?

ອິດສະຣາເອນເປັນພາລະແກ່ພຣະຢາເວດ້ວຍຄວາມບາບທັງຫລາຍຂອງພວກເຈົ້າ ແລະໄດ້ເຮັດໃຫ້ເຮົາເບື່ອຫນ່າຍກັບການກະທຳທີ່ຊົ່ວຮ້າຍຂອງພວກເຈົ້າ.

Isaiah 43:25

ເປັນຫຍັງພຣະເຢເວຈຶ່ງລົບລ້າງການກະທຳຜິດຂອງອິດສະຣາເອນແລະບໍ່ຈົດຈໍາຄວາມບາບຂອງພວກເຂົາ?

ພຣະຢາເວຊົງເຮັດສິ່ງນີ້ເພື່ອຜົນປະໂຫຍດຂອງພຣະອົງເອງ.

Isaiah 43:27

ເປັນຫຍັງພຣະຢາເວຈຶ່ງເຮັດໃຫ້ມີມົນທິນແກ່ເພວກເຈົ້ານາຍໃນພຣະວິຫານ; ສົ່ງຢາໂຄບໃຫ້ເຮັດການທຳລາຍທີ່ສົມບູນ ແລະດສະຣາເອນກໍໃຫ້ແກ່ການດູຫມິ່ນທີ່ຫນ້າອັບປະຍົດອົດສູ?

ພຣະຢາເວຊົງເຮັດສິ່ງນີ້ເພາະວ່າ ບັນພະບຸລຸດຄົນທຳອິດຂອງເຈົ້າໄດ້ເຮັດບາບ, ແລະ ພວກຜູ້ນຳຂອງເຈົ້າກໍ່ໄດ້ເຮັດຜິດຕໍ່ເຮົາ.

Isaiah 44

Isaiah 44:3

ເປັນຫຍັງພຣະຢາເວໄດ້ບອກຢາໂຄບວ່າພຣະອົງຈະຖອກເທເຊື້ອສາຍຂອງຢາໂຄບ?

ພຣະຢາເວກ່າວວ່າພຣະອົງຈະຖອກພຣະວິນຍານຂອງເຮົາລົງເທິງເຊື້ອສາຍຂອງເຈົ້າ.

Isaiah 44:7

ຜູ້ໃດຜູ້ຫນຶ່ງສາມາດປະກາດໃຫ້ພຣະຢາເວໄດ້ແນວໃດວ່າມີໃຜຄືພຣະອົງ; ພຣະເຈົ້າອົງອື່ນບໍ?

ເພື່ອປະກາດເລື່ອງນີ້ໃຫ້ພຣະຢາເວ ເຈົ້າຈະອະທິບາຍໃຫ້ເຮົາຟັງເຫດການທີ່ໄດ້ເກີດຂື້ນຕັ້ງແຕ່ເຮົາໄດ້ສະຖາປະນາປະຊາຊົນຄົນບູຮານຂອງເຮົາ, ແລະ ໃຫ້ພວກເຂົາບອກເຖິງເຫດການທີ່ຈະມາເຖິງ.

Isaiah 44:9

ແມ່ນຫຍັງທີ່ພຣະຢາເວກ່າວກ່ຽວກັບທຸກຄົນທີ່ປັ້ນຮູບເຄົາລົບ?

ພຣະຢາເວກ່າວວ່າ ທຸກຄົນທີ່ປັ້ນຮູບເຄົາລົບລ້ວນແຕ່ບໍ່ມີຫຍັງເລີຍ ສິ່ງຕ່າງໆທີ່ພວກເຂົາພໍໃຈເປັນສິ່ງທີ່ບໍ່ມີຄ່າຫຍັງເລີຍ.

Isaiah 44:11

ສິ່ງໃດທີ່ຈະເກີດຂື້ນກັບຊ່າງຫັດຖະກຳ ແລະພັກພວກຂອງເຂົາທຸກຄົນທີ່ສ້າງເປັນຮູບພະເຈົ້າຫລືຮູບບູຊາ?

ຊ່າງຫັດຖະກຳ ແລະພັກພວກຂອງເຂົາທຸກຄົນທີ່ສ້າງເປັນຮູບພະເຈົ້າຫລືຮູບບູຊາຈະໄດ້ຮັບຄວາມອັບອາຍ.

Isaiah 44:14

ຊ່າງໄມ້ເລີ່ມເຮັດຮູບບູຊາແນວໃດ?

ເຂົາຕັດຕົ້ນສົນສີດາ, ຫລືເລືອກຕົ້ນສົນສາມໃບຫລືຕົ້ນໂອກ.

Isaiah 44:15

ຊາຍຄົນນັ້ນເຮັດຫຍັງຈາກຕົ້ນໄມ້ທີ່ເຂົາຖືກຕັດລົງມາ?

ຄົນກໍໃຊ້ມັນເພື່ອເປັນໄຟແລະເຮັດໃຫ້ຕົວເອງອົບອຸ່ນ, ປີ້ງເຂົ້າຈີ່ດ້ວຍໄຟ, ແລະປີ້ງຊີ້ນຂອງເຂົາເທິງໄຟ ແລະ ເຂົາໄດ້ສ້າງຮູບພະຈາກມັນແລະກາບໄຫວ້.

Isaiah 44:19

ເພາະວ່າຜູ້ທີ່ເຮັດ ແລະ ບູຊາຮູບປັ້ນບໍ່ມີຄວາມເຂົ້າໃຈຫລືຄວາມຮູ້ແລະຕາຂອງພວກເຂົາຕາບອດ ແລະ ຈິດໃຈຂອງພວກເຂົາບໍ່ໄດ້ຮັບຄວາມຮູ້ສຶກ, ສອງຄຳຖາມໃດທີ່ພວກເຂົາບໍ່ຖາມຕົວເອງ?

ທຳອິດ, ພວກເຂົາບໍ່ຖາມຕົວເອງວ່າ ພວກເຂົາຄວນຈະເຮັດໄມ້ສ່ວນຫນຶ່ງເປັນສິ່ງທີ່ຫນ້າກຽດຊັງເພື່ອທີ່ຈະນະມັດສະການບ. ອັນທີສອງ, ພວກເຂົາບໍ່ຖາມຕົວເອງວ່າມັນສົມເຫດສົມຜົນທີ່ຈະຄວນກົ້ມຂາບກ້ອນ ຫລື ໄມ້.

Isaiah 44:21

ເປັນຫຍັງຢາໂຄບແລະອິດສະຣາເອນຖືກບອກໃຫ້ຄິດກ່ຽວກັບ ພຣະຢາເວເປັນພຣະເຈົ້າອົງດຽວແລະຮູບເຄົາລົບວ່າບໍ່ມີຫຍັງ?

ພວກເຂົາຕ້ອງຈົດຈໍາສິ່ງເຫລົ່ານີ້ເພາະວ່າພຣະຢາເວຊົງສ້າງພວກເຂົາ, ພວກເຂົາແມ່ນເປັນຜູ້ຮັບໃຊ້ຂອງພຣະອົງແລະພຣະອົງຈະບໍ່ລືມພວກເຂົາ. ນອກຈາກນີ້, ພຣະຢາເວຊົງໄດ້ ລົບລ້າງຄວາມບາບ ແລະ ການກະທໍາທີ່ການກະບົດ.

Isaiah 44:23

ເປັນຫຍັງຟ້າສະຫວັນ, ພູເຂົາ, ປ່າໄມ້ແລະຕົ້ນໄມ້ທຸກຕົ້ນຖືກສັ່ງໃຫ້ເປັ່ງສຽງຮ້ອງເພງ?

ພວກເຂົາຖືກສັ່ງໃຫ້ເປັ່ງສຽງຮ້ອງເພງເພາະພຣະຢາເວໄດ້ຊົງໄຖ່ຢາໂຄບແລ້ວ, ແລະ ຈະສະແດງພຣະສິຣິຂອງພຣະອົງໃນອິດສະຣາເອນ.

Isaiah 44:24

ພຣະຢາເວເຮັດແນວໃດຄຳທຳນວາຍແລະຜູ້ທີ່ອ່ານຄຳທຳນວາຍ?

ພຣະຢາເວຈະເຮັດໃຫ້ຄຳທຳນວາຍຂອງຜູ້ເວົ້າທີ່ໄຮ້ສາລະເປັນຄວາມວ່າງເປົ່າແລະຜູ້ທີ່ເຮັດໃຫ້ພວກຄົນທີ່ອ່ານຄຳທຳນວາຍຕ່າງໆໄດ້ຮັບຄວາມອັບປະຍົດ.

Isaiah 44:26

ພຣະຢາເວເຮັດຫຍັງ ສຳລັບຜູ້ຮັບໃຊ້ຂອງພຣະອົງແລະຜູ້ສົ່ງຂ່າວຂອງພຣະອົງ?

ພຣະຢາເວຊົງປະຕິບັດການປະກາດຂອງຜູ້ຮັບໃຊ້ຂອງພຣະອົງແລະຈະນຳ ເຮັດຕາມຄຳແນະນຳຜູ້ສົ່ງຂ່າວຂອງພຣະອົງປ.

ພຣະຢາເວໄດ້ກ່າວຫຍັງກ່ຽວກັບເມືອງເຢຣູຊາເລັມແລະເມືອງຕ່າງໆຂອງຢູດາຍ?

ພຣະອົງກ່າວວ່າເມືອງເຢຣູຊາເລັມຈະມີຄົນອາໃສຢູ່ ແລະເມືອງຕ່າງໆຂອງຢູດາຍຈະຖືກສ້າງຂຶ້ນໃຫມ່, ແລະເຮົາຈະຍົກສູງຊາກປະຫລັກຫັກພັງຂອງເມືອງເຫລົ່ານັ້ນຂຶ້ນ.

Isaiah 44:28

ພຣະຢາເວກ່າວຫຍັງເຖິງໄຊຣັດ ແລະພຣະອົງຈະເຮັດຫຍັງ?

ພຣະອົງຜູ້ທີ່ກ່າວເຖິງໄຊຣັດວ່າ, ''ລາວເປັນຜູ້ລ້ຽງແກະຂອງເຮົາ, ລາວຈະເຮັດຕາມຄວາມປະສົງທຸກຢ່າງຂອງເຮົາ—ລາວຈະອອກດຳລັດກ່ຽວກັບເມືອງເຢຣູຊາເລັມວ່າ, 'ເມືອງນັ້ນຈະຖືກສ້າງຂຶ້ນໃຫມ່, ແລະກ່າວເຖິງພຣະວິຫານວ່າ, 'ຈົ່ງວາງຮາກຖານຂອງພຣະວິຫານໄວ້. '"

Isaiah 45

Isaiah 45:1

ໃນບົດນີ້, ແມ່ນໃຜເປັນຜູ້ທີ່ຖືກຊົງເຈີມຈາກພຣະຜູ້ເປັນເຈົ້າ?

ໃນບົດນີ້, ພຣະຢາເວກ່າວກັບໄຊຣັດຜູ້ທີ່ພຣະອົງໄດ້ຊົງເຈີມ.

ເປັນຫຍັງພຣະຢາເວຈຶ່ງຊູມືຂອງໄຊຣັດ?

ພຣະຢາເວຊູມືຂອງໄຊຣັດ' ເພື່ອທີ່ຈະປາບບັນດາປະຊາຊາດທີ່ຢູ່ຂ້າງຫນ້າລາວ, ເພື່ອປົດອາວຸດກະສັດທັງຫລາຍ, ແລະ ເປີດປະຕູທັງຫລາຍທີ່ຢູ່ຕໍ່ຫນ້າລາວ, ເພື່ອທີ່ປະຕູເມືອງເຫລົ່ານັ້ນຍັງຄົງເປີດຢູ່.

Isaiah 45:2

ເປັນຫຍັງພຣະຢາເວຈະໄປຂ້າງຫນ້າໄຊຣັດ ແລະຈະເຮັດໃຫ້ພູເຂົາທັງຫລາຍຮາບພຽງ, ແຕກແຍກເປັນປະຕູຂອງທອງເຫລືອງ, ຈະເຮັດໃຫ້ເປັນປະຕູທອງເຫລືອງທັງຫລາຍ, ແຕກເປັນຕ່ອນໆ ແລະມອບຊັບສົມບັດແຫ່ງຄວາມມືດ ແລະ ຄວາມຮັ່ງມີທີ່ເຊື່ອງໄວ້ໃຫ້ລາວ?

ພຣະຢາເວຈະເຮັດສິ່ງເຫລົ່ານີ້ ເພື່ອວ່າໄຊຣັດຈະຮູ້ວ່າ ມັນແມ່ນພຣະຢາເວພຣະເຈົ້າຂອງອິດສະຣາເອນ ຜູ້ທີ່ເອີ້ນລາວ.

Isaiah 45:4

ພຣະຢາເວຊົງເອີ້ນໄຊຣັດຕາມຊື່ຂອງຜູ້ໃດເພາະເຫັນແກ່ຜູ້ໃດ?

ພຣະຢາເວຊົງເຮັດສິ່ງເຫລົ່ານີ້ເພາະເຫັນແກ່ຢາໂຄບເປັນຜູ້ຮັບໃຊ້ຂອງເຮົາແລະອິດສະຣາເອນຜູ້ທີ່ເຮົາເລືອກໄວ້.

ໄຊຣັດຮູ້ຈັກພຣະຢາເວບໍ?

ບໍ່, ໄຊຣັດຮູ້ຈັກພຣະຢາເວ.

ມີພຣະເຈົ້າອົງໃດອີກບໍນອກຈາກພຣະຢາເວ?

ບໍ່, ບໍ່ມີພຣະເຈົ້າອື່ນໃດນອກຈາກພຣະຢາເວ.

Isaiah 45:7

ແມ່ນໃຜປະກອບແສງສະຫວ່າງແລະສ້າງຄວາມມືດແລະແມ່ນໃຜນຳຄວາມສະຫງົບສຸກມາໃຫ້ແລະສ້າງໄພພິບັດ?

ພຣະຢາເວແມ່ນເປັນຜູ້ທີ່ເຮັດສິ່ງເຫລົ່ານີ້ທັງຫມົດ.

ແມ່ນໃຜສ້າງຄວາມລອດພົ້ນ?

ພຣະຢາເວສ້າງຄວາມລອດພົ້ນ.

Isaiah 45:9

ມີສິ່ງໃດແດ່ທີ່ພຣະຢາເວປຽບທຽບຜູ້ທີ່ໂຕ້ຖຽງກັບກັບຜູ້ທີ່ໄດ້ປັ້ນເຂົາ?

ພຣະອົງປຽບທຽບຜູ້ທີ່ໂຕ້ຖຽງກັບກັບຜູ້ທີ່ໄດ້ປັ້ນເຂົາ ກັບດິນເຜົາທີ່ເວົ້າກັບຊ່າງຫມໍ້ດິນວ່າ, "ເຈົ້າເຮັດຫຍັງ?" ຫລື, 'ເຈົ້າກຳລັງເຮັດຫຍັງ—ສິ່ງທີ່ເຈົ້າເຮັດບໍ່ໃຊ້ມືເຮັດມັນບໍ?'

Isaiah 45:13

ໄຊຣັດຈະເຮັດຫຍັງ ສຳລັບພຣະຢາເວ?

ລາວຈະສ້າງເມືອງຂອງເຮົາ; ລາວຈະປ່ອຍໃຫ້ປະຊາຊົນຂອງເຮົາທີ່ເປັນຊະເລີຍໄດ້ກັບບ້ານ, ແລະບໍ່ແມ່ນເພື່ອຄ່າຈ້າງຫລືສິນບົນ.

Isaiah 45:14

ມີພຣະເຈົ້າອົງໃດອີກບໍນອກຈາກພຣະຢາເວ?

ບໍ່, ບໍ່ມີພຣະເຈົ້າອື່ນໃດນອກຈາກພຣະຢາເວ.

Isaiah 45:16

ແມ່ນໃຜຈະເດີນໄປໃນຄວາມອັບອາຍ?

ຜູ້ທີ່ແກະສະຫລັກຮູບເຄົາຣົບຈະເດີນໄປໃນຄວາມອັບອາຍ.

ຄວາມລອດຂອງອິດສະຣາເອນຈະຢູ່ດົນປານໃດ?

ພຣະຢາເວຈະໃຫ້ຄວາມລອດແກ່ອິດສະຣາເອນດ້ວຍຄວາມລອດອັນເປັນນິດ.

Isaiah 45:18

ມີພຣະເຈົ້າອົງໃດອີກບໍນອກຈາກພຣະຢາເວ?

ບໍ່, ບໍ່ມີພຣະເຈົ້າອື່ນໃດນອກຈາກພຣະຢາເວ.

ເປັນຫຍັງພຣະຢາເວຈຶ່ງສ້າງແຜ່ນດິນໂລກ?

ພຣະອົງຊົງຕັ້ງພຣະໄທໃຫ້ມັນເປັນບ່ອນຢູ່ອາໄສ.

Isaiah 45:20

ຜູ້ໃດທີ່ບໍ່ມີຄວາມຮູ້?

ຄົນທີ່ຖືຮູບແກະສະຫລັກແລະອະທິຖານຕໍ່ເທບພະເຈົ້າທີ່ບໍ່ສາມາດຊ່ວຍໃຫ້ລອດພົ້ນໄດ້, ແມ່ນບໍ່ມີຄວາມຮູ້.

Isaiah 45:21

ມີພຣະເຈົ້າອົງໃດອີກບໍນອກຈາກພຣະຢາເວ?

ບໍ່, ບໍ່ມີພຣະເຈົ້າອື່ນໃດນອກຈາກພຣະຢາເວ.

Isaiah 45:22

ມີພຣະເຈົ້າອົງໃດອີກບໍນອກຈາກພຣະຢາເວ?

ບໍ່, ບໍ່ມີພຣະເຈົ້າອື່ນໃດນອກຈາກພຣະຢາເວ.

ແມ່ນໃຜພຣະຢາເວປະຕິຍານດ້ວຍ?

ພຣະຢາເວປະຕິຍານດ້ວຍຕົວເຮົາເອງ.

Isaiah 45:24

ທຸກຄົນຈະສາບານແນວໃດ?

ທຸກຄົນຈະສາບານວ່າ, "ໃນພຣະຢາເວພຽງຜູ້ດຽວທີ່ມີຄວາມລອດພົ້ນແລະຄວາມເຂັ້ມແຂງ."

ຈະເກີດຫຍັງຂຶ້ນກັບເຊື້ອສາຍອິດສະຣາເອນທຸກຄົນ?

ໃນພຣະຢາເວ ເຊື້ອສາຍຂອງອິດສະຣາເອນທັງຫມົດຈະຖືກເຮັດໃຫ້ເປັນຜູ້ຊອບທຳ; ພວກເຂົາຈະພູມໃຈໃນພຣະອົງ.

Isaiah 46

Isaiah 46:1

ພະເບັນ ແລະພະເນໂບແມ່ນຫຍັງ?

ພວກຮູບເຄົາລົບ.

ແມ່ນໃຜເປັນຜູ້ຖືພະເບັນ ແລະພະເນໂບ?

ພະເບັນ ແລະພະເນໂບແມ່ນສັດທີ່ເປັນພາຫະນະ.

Isaiah 46:3

ແມ່ນໃຜອູ້ມເຊື້ອສາຍຂອງຢາໂຄບ?

ພຣະຢາເວອູ້ມເຊື້ອສາຍຂອງຢາໂຄບ.

ພຣະຢາເວອູ້ມເຊື້ອສາຍຂອງຢາໂຄບເປັນເວລາດົນປານໃດແລະພຣະອົງຈະອູ້ມພວກເຂົາໄປດົນປານໃດ?

ພຣະຢາເວໄດ້ອູ້ມມາຕັ້ງແຕ່ກ່ອນທີ່ພວກເຂົາເກີດ ແລະຈະອູ້ມພວກເຂົາຈົນກວ່າຜົມຂອງເຂົາຫງອກ.

Isaiah 46:5

ຄົນເຮັດຫຍັງກັບຄຳ ແລະເງິນ?

ພວກເຂົາຈ້າງໂລຫະຄົນຫນຶ່ງ, ແລະ ໃຫ້ລາວເຮັດໃຫ້ມັນຂຶ້ນເປັນພະເຈົ້າອົງຫນຶ່ງ; ພວກເຂົາກົ້ມກາບໄຫວ້ມັນ.

Isaiah 46:7

ພະເຈົ້າອົງນີ້ສາມາດຊ່ວຍຕອບພວກເຂົາຫລືຊ່ວຍພວກເຂົາໄດ້ບໍ?

ບໍ່, ມັນບໍ່ສາມາດຕອບ ຫລື ຊ່ວຍຄົນໃດຈາກຄວາມລຳບາກຂອງເຂົາໄດ້.

Isaiah 46:8

ພຣະຢາເວສາມາດໄດ້ຮັບການປຽບທຽບກັບໃຜ? ແມ່ນໃຜຄືພຣະອົງ?

ພຣະຢາເວແມ່ນພຣະເຈົ້າ, ແລະບໍ່ມີໃຜອີກ. ແລະບໍ່ມີໃຜຄືກັບພຣະອົງ.

Isaiah 46:10

ແມ່ນຫຍັງທີ່ເຮັດໃຫ້ພຣະຢາເວ, ພຣະເຈົ້າ, ແຕກຕ່າງຈາກຮູບບູຊາ?

ພຣະຢາເວຊົງແຍກອອກຈາກຄວາມຈິງທີ່ວ່າພຣະອົງຊົງປະກາດຈຸດຈົບໃຫ້ຮູ້ໃນຕອນເລີ່ມຕົ້ນ, ແລະປະກາດກ່ອນລ່ວງຫນ້າສິ່ງທີ່ຍັງບໍ່ທັນເກີດຂຶ້ນ.

Isaiah 46:12

ພຣະຢາເວກຳລັງເຮັດຫຍັງສຳລັບຄົນທີ່ແຂງກະດ້າງ, ຜູ້ທີ່ຢູ່ໄກຈາກການເຮັດສິ່ງທີ່ຊອບທຳ?

ພຣະຢາເວກຳລັງນຳຄວາມຊອບທຳຂອງເຮົາມາໃກ້. ພຣະອົງຈະໃຫ້ຄວາມລອດແກ່ຊິໂອນ ແລະຄວາມສະຫງ່າງາມຂອງພຣະອົງຕໍ່ອິດສະຣາເອນ.

Isaiah 47

Isaiah 47:1

ຜູ້ໃດຈະບໍ່ຖືກເອີ້ນວ່າເປັນຄົນງົດງາມແລະອ່ອນໂຍນອີກຕໍ່ໄປ?

ທິດາພົມມະຈາລີຂອງບາບີໂລນ, ລູກສາວຂອງຊາວເຄເດຍ, ຈະບໍ່ຖືກເອີ້ນວ່າເປັນຄົນງົດງາມແລະອ່ອນໂຍນອີກຕໍ່ໄປ.

Isaiah 47:3

ລູກສາວຂອງຊາວເຄເດຍຈະຖືກເອີ້ນວ່າແນວໃດ?

ລູກສາວຂອງຊາວເຄເດຍຈະບໍ່ຖືກເອີ້ນວ່າລາຊິນີແຫ່ງອານາຈັກອີກຕໍ່ໄປ.

Isaiah 47:6

ເປັນຫຍັງພຣະຢາເວຈຶ່ງໃຈຮ້າຍກັບຊາວເຄເດຍ?

ພຣະຢາເວຈຶ່ງໃຈຮ້າຍກັບຊາວເຄເດຍ ເພາະເຖິງແມ່ນວ່າພຣະຢາເວໄດ້ມອບປະຊາຊົນຂອງພຣະອົງໄວ້ໃນມືຂອງຊາວເຄເດຍ, ພວກເຂົາບໍ່ໄດ້ສະແດງຄວາມເມດຕາໃຫ້ປະຊາຊົນຂອງພຣະຢາເວແລະໄດ້ເອົາແອກໃສ່ເທິງຄົນແກ່.

Isaiah 47:8

ຈະມີຫຍັງເກີດຂື້ນກັບລູກສາວຂອງຊາວເຄເດຍໃນເວລາດຽວໃນມື້ດຽວ?

ລູກສາວຂອງຊາວເຄເດຍຈະການສູນເສຍລູກ ແລະ ເປັນແມ່ຫມ້າຍໃນເວລາດຽວໃນມື້ດຽວ.

Isaiah 47:10

ລູກສາວຂອງຊາວເຄເດຍມີຄວາມໄວ້ວາງໃຈໃນສິ່ງໃດ?

ນາງໄວ້ວາງໃຈໃນຄວາມຊົ່ວຮ້າຍຂອງນາງ.

ສິ່ງໃດທີ່ບໍ່ໄດ້ປິດບັງໄພພິບັດແລະການທຳລາຍທີ່ກຳລັງເກີດຂື້ນກັບລູກສາວຂອງຊາວເຄເດຍ?

ຄາຖາອາຄົມລູກສາວຂອງຊາວເຄເດຍບໍ່ສາມາດຂັບໄລ່ໄພພິບັດອອກໄປໄດ້ ແລະ ການທຳລາຍລ້າງຈະຕົກລົງມາເທິງພວກເຂົາ.

Isaiah 47:14

ຈະມີຫຍັງເກີດຂື້ນກັບຜູ້ທີ່ເຮັດແຜນທີ່ຂອງຟ້າສະຫວັນແລະສຶກສາເບິ່ງດວງດາວ, ຜູ້ທີ່ແຈ້ງວັນຂຶ້ນຫນຶ່ງຄ່ຳໃຫ້ຮູ້ ?

ຜູ້ທີ່ເຮັດແຜນທີ່ຂອງຟ້າສະຫວັນ ແລະ ສຶກສາເບິ່ງດວງດາວ, ຜູ້ທີ່ແຈ້ງວັນຂຶ້ນຫນຶ່ງຄ່ຳໃຫ້ຮູ້ແມ່ນຈະເປັນເຫມືອນຕໍເຟືອງ. ໄຟຈະເຜົາໄຫມ້ພວກເຂົາ..

ຜູ້ໃດຈະຊ່ວຍເຫລືອລູກສາວຂອງຊາວເຄເດຍ?

ບໍ່ມີໃຜສາມາດຊ່ວຍພວກເຂົາໄດ້.

Isaiah 48

Isaiah 48:1

ຄອບຄົວຂອງຢາໂຄບຖືກເອີ້ນວ່າແນວໃດແລະພວກເຂົາຈະລົງມາຈາກເຊື້ອຍສາຍໃດ?

ພວກເຂົາຖືກເອີ້ນໂດຍຊື່ວ່າອິດສະຣາເອນ, ແລະໄດ້ມາຈາກເຊື້ອສາຍຂອງຢູດາ.

ອິດສະຣາເອນກຳລັງເຮັດຫຍັງທີ່ບໍ່ຈິງໃຈແລະບໍ່ຊອບທຳ?

ອິດສະຣາເອນປະຕິຍານຕົນໂດຍພຣະນາມຂອງພຣະຢາເວ ແລະຮ້ອງຂໍຕໍ່ພຣະເຈົ້າຂອງອິດສະຣາເອນ ທີ່ບໍ່ຈິງໃຈ ແລະ ບໍ່ຊອບທັມ.

Isaiah 48:3

ພຣະຢາເວໄດ້ເຮັດຫຍັງ, ຮູ້ວ່າອິດສະຣາເອນດື້ດ້ານ?

ພຣະອົງໄດ້ປະກາດສິ່ງເຫລົ່ານີ້ໃຫ້ຮູ້ມາຕັ້ງແຕ່ດົນນານມາແລ້ວ; ແລະໄດ້ເຮັດສິ່ງເຫລົ່ານີ້ໃຫ້ພວກເຂົາຮູ້ກັນ; ເຮົາໄດ້ປະຕິບັດຢ່າງທັນທີທັນໃດ, ແລະ ກໍ່ເປັນໄປຕາມນັ້ນ.

ໂດຍການປະກາດເລື່ອງເຫລົ່ານີ້ໃຫ້ແກ່ອິດສະຣາເອນຮູ້ລ່ວງຫນ້າພຣະຢາເວຫວັງວ່າຈະປ້ອງກັນຫຍັງ?

ພຣະຢາເວຕ້ອງການຫ້າມອິດສະຣາເອນຈາກການເວົ້າວ່າ, 'ຮູບເຄົາລົບຂອງຂ້ອຍໄດ້ເຮັດສິ່ງເຫລົ່ານີ້,' ຫລື 'ຮູບແກະສະຫລັກຂອງຂ້ອຍ ແລະ ຮູບຫລໍ່ຂອງຂ້ອຍໄດ້ດົນບັນດານສິ່ງເຫລົ່ານີ້.'

Isaiah 48:9

ເປັນຫຍັງພຣະຢາເວຈິ່ງອົດກັ້ນຄວາມໂກດແຄ້ນຂອງພຣະອົງແລະຍັບຍັ້ງການທຳລາຍອິດສະຣາເອນ?

ພຣະອົງຈະກະທຳການເພື່ອປະໂຫຍດຂອງພຣະອົງເອງ.

ພຣະຢາເວໄດ້ຊໍາລະລ້າງອິດສະຣາເອນແນວໃດ?

ພຣະອົງໄດ້ຊຳລະລ້າງພວກເຂົາໃຫ້ສະອາດຢູ່ໃນເຕົາໄຟ ແຫ່ງຄວາມລຳບາກ.

Isaiah 48:14

ພຣະຢາເວ ໄດ້ເອີ້ນໃຜແລະເພື່ອຈຸດປະສົງຫຍັງ?

ພຣະອົງເອີ້ນຜູ້ຊ່ວຍຂອງພຣະອົງ ຈະເຮັດໃຫ້ຈຸດປະສົງຂອງພຣະອົງທີ່ຕໍ່ສູ້ກັບບາບີໂລນສຳເລັດ.

Isaiah 48:20

ຈະມີຮ້ອງປະກາດຫຍັງແດ່ທີ່ຈະໄປເຖິງສຸດປາຍຂອງແຜ່ນດິນໂລກ?

ການຮ້ອງປະກາດແມ່ນ: 'ພຣະຢາເວໄດ້ຊົງໄຖ່ຢາໂຄບຜູ້ຮັບໃຊ້ຂອງພຣະອົງແລ້ວ.'

Isaiah 48:21

ຜູ້ໃດທີ່ພຣະຢາເວກ່າວວ່າຈະບໍ່ມີຄວາມສະຫງົບສຸກ?

ພຣະຢາເວກ່າວວ່າບໍ່ມີຄວາມສະຫງົບສຸກ ສຳລັບຄົນອະທຳເລີຍ.

Isaiah 49

Isaiah 49:1

ພຣະຢາເວໄດ້ເຮັດຫຍັງສໍາລັບອິດສະຣາເອນຜູ້ຮັບໃຊ້ຂອງພຣະອົງ?

ພຣະຢາເວໄດ້ຊົງເອີ້ນຊື່ເຂົາຕັ້ງແຕ່ເກີດ. ພຣະອົງໄດ້ຊົງເຮັດໃຫ້ປາກຂອງອິດສະຣາເອນເປັນຄືດາບແຫລມ; ແລະເຊື່ອງອິດສະຣາເອນໄວ້ໃນຮົ່ມເງົາພຣະຫັດຂອງພຣະອົງ; ພຣະອົງໄດ້ເຮັດໃຫ້ອິດສະຣາເອນເປັນລູກສອນຂັດມັນ; ພຣະອົງໄດ້ເຊື່ອງອິດສະຣາເອນໄວ້ໃນແລ່ງທະນູຂອງພຣະອົງ.

Isaiah 49:3

ແມ່ນຫຍັງທີ່ພຣະຢາເວຈະເຮັດຜ່ານທາງອິດສະຣາເອນ?

ພຣະຢາເວຈະສຳແດງພຣະສິລິຂອງເຮົາຜ່ານທາງອິດສະຣາເອນ.

ແມ່ນຫຍັງອິດສະຣາເອນໄວ້ວາງໃຈພຣະຢາເວ?

ອິດສະຣາເອນເວົ້າວ່າ ຍຸດຕິທຳຂອງພຣະອົງແມ່ນຢູ່ກັບພຣະຢາເວ, ແລະລາງວັນຂອງພຣະອົງແມ່ນຢູ່ກັບພຣະເຈົ້າຂອງພຣະອົງ.

Isaiah 49:5

ແມ່ນຫຍັງເປັນວຽກຂອງອິດສະຣາເອນເປັນຜູ້ຮັບໃຊ້ຂອງພຣະຢາເວ?

ວຽກຂອງເຂົາແແມ່ນເພື່ອຟື້ນຟູຢາໂຄບກັບ ຄືນມາຫາພຣະອົງອີກຄັ້ງ, ເພື່ອທີ່ຈະຮວບຮວມອິດສະຣາເອນມາຫາພຣະອົງ.

ສິ່ງເລັກນ້ອຍເກີນໄປສຳລັບຜູ້ຮັບໃຊ້ຂອງພຣະຢາເວ ແມ່ນຫຍັງ?

ສິ່ງເລັກນ້ອຍເກີນໄປສຳລັບຜູ້ຮັບໃຊ້ຂອງພຣະຢາເວ ເພື່ອຈະສະຖາປານບັນດາເຜົ່າຂອງຢາໂຄບ, ແລະ ຟື້ນຟູບັນດາຜູ້ທີ່ລອດຊີວິດຂອງອິດສະຣາເອນ.

ພຣະຢາເວຈະເຮັດແນວໃດອີກຕໍ່ໄປສໍາລັບຜູ້ຮັບໃຊ້ຂອງພຣະອົງ?

ພຣະຢາເວຈະເຮັດສໍາລັບຜູ້ຮັບໃຊ້ຂອງພຣະອົງເປັນແສງສະຫວ່າງແກ່ຄົນຕ່າງຊາດ ທີ່ຜູ້ຮັບໃຊ້ພຣະອົງຈະເປັນຄວາມລອດຂອງພຣະອົງໄປຍັງສຸດປາຍຂອງແຜ່ນດິນໂລກ.

Isaiah 49:7

ຈະເກີດຫຍັງຂຶ້ນກັບຄົນທີ່ຖືກດູຫມິ່ນ, ຖືກກຽດຊັງຂອງປະຊາຊາດ, ເຊິ່ງເປັນທາດຂອງຜູ້ປົກຄອງ?

ກະສັດທັງຫລາຍຈະເຫັນເຂົາແລະລຸກຂຶ້ນ, ແລະພວກເຈົ້ານາຍຈະເຫັນເຂົາແລະກົ້ມຂາບລົງ.

Isaiah 49:8

ເມື່ອໃດພຮະຢາເວຈະຊ່ວຍແລະຕອບຜູ້ຮັບໃຊ້ຂອງພຣະອົງ?

ໃນເວລານັ້ນພຣະອົງຕັ້ງໃຈສະແດງຄວາມພໍໃຈ ຂອງເຮົາພຣະອົງຈະຕອບຜູ້ຮັບໃຊ້ຂອງພຣະອົງ, ແລະໃນວັນແຫ່ງຄວາມລອດພຣະອົງຈະປົກປ້ອງເຈົ້າຜູ້ຮັບໃຊ້ຂອງພຣະອົງ.

Isaiah 49:10

ໃຜຈະເປັນຜູ້ນຳພານັກໂທດ?

ພຣະອົງຜູ້ທີ່ມີຄວາມເມດຕາສົງສານ ຕໍ່ພວກເຂົາຈະນຳພວກເຂົາໄປ.

Isaiah 49:12

ເປັນຫຍັງຟ້າສະຫວັນ, ແຜ່ນດິນໂລກແລະພູເຂົາຈຶ່ງເປັ່ງສຽງຮ້ອງແລະຊື່ນຊົມຍິນດີ?

ພວກເຂົາເປັ່ງສຽງຮ້ອງເພງ ແລະ ຊື່ນຊົມຍິນດີເພາະວ່າພຣະຢາເວ ປອບໂຍນຊົນຊາດຂອງພຣະອົງ, ແລະ ຈະມີຄວາມເມດຕາສົງສານຕໍ່ຄວາມທຸກລຳບາກຂອງເຂົາ.

Isaiah 49:14

ຄໍາຕອບຂອງ ພຣະຢາເວແມ່ນຫຍັງ ເພື່ອສີໂອນໃນເວລາທີ່ພວກເຂົາຈົ່ມ; "ພຣະຢາເວໄດ້ປະຖິ້ມຂ້ອຍແລ້ວ, ແລະອົງພຣະຜູ້ເປັນເຈົ້າໄດ້ຊົງລືມຂ້ອຍແລ້ວ."?

ຄໍາຕອບຂອງ ພຣະຢາເວຕໍ່ຊິໂອນແມ່ນ, "ແມ່ຍິງຈະລືມລູກອ່ອນ, ຂອງນາງທີ່ຍັງກິນນົມຢູ່ໃນເອິກຂອງນາງໄດ້ບໍ, ດັ່ງນັ້ນນາງຈະບໍ່ມີຄວາມເມດຕາສົງສານລູກຊາຍທີ່ລາວເກີດມາບໍ? ແມ່ນແລ້ວ, ພວກເຂົາອາດຈະລືມໄດ້, ແຕ່ເຮົາຈະບໍ່ລືມເຈົ້າ.

Isaiah 49:16

ສິ່ງໃດທີ່ພຣະຢາເວສະເຫນີເປັນຫລັກຖານຂອງຄວາມກັງວົນຂອງພຣະອົງທີ່ມີຕໍ່ຊີໂອນ?

ພຣະຢາເວກ່າວຫລັກຖານຂອງພຣະອົງດັ່ງຕໍ່ໄປນີ້: “ເບິ່ງແມ, ເຮົາໄດ້ຈາລຶກຊື່ຂອງເຈົ້າໄວ້ໃນຝາມືຂອງເຮົາ; ກຳແພງເມືອງຂອງເຈົ້າຢູ່ຕໍ່ຫນ້າເຮົາຕະຫລອດໄປ. ບຸດທັງຫລາຍຂອງເຈົ້າກຳລັງຮີບຮ້ອນກັບມາ, ໃນຂະນະທີ່ພວກທີ່ທຳລາຍພວກເຈົ້າຈະຫນີໄປ. ຈົ່ງຫລຽວເບິ່ງອ້ອມໆ ແລະ ເບິ່ງ, ພວກເຂົາກຳລັງເຕົ້າໂຮມກັນ ແລະ ມາຫາພວກເຈົ້າ.

Isaiah 49:19

ເດັກນ້ອຍທີ່ເກີດໃນຊ່ວງເວລາທີ່ຈະສູນເສຍລູກຂອງຊິໂອນຈະເວົ້າຫຍັງ?

ພວກເຂົາຈະເວົ້າວ່າ, 'ສະຖານທີ່ນີ້ຄັບແຄບເກີນໄປສຳລັບພວກເຮົາ, ຈົ່ງສ້າງທີ່ຢູ່ສຳລັບພວກເຮົາ, ເພື່ອທີ່ພວກເຮົາຈະໄດ້ອາໄສຢູ່ທີ່ນີ້.'

Isaiah 49:21

ຊິໂອນຈະຖາມຕົວເອງແນວໃດ?

ນາງຈະຖາມຕົວເອງວ່າ, "ແມ່ນໃຜໄດ້ເກີດບຸດເຫລົ່ານີ້ໃຫ້ແກ່ຂ້ອຍ?" ແລະ "ໃຜໄດ້ລ້ຽງດູເດັກນ້ອຍເຫລົ່ານີ້?" ແລະ ທ້າຍສຸດ. "...ຄົນເຫລົ່ານີ້ມາແຕ່ໃສ? "

Isaiah 49:22

ຜູ້ໃດຈະເອົາລູກຊາຍແລະລູກສາວຂອງຊິໂອນມາຄືນ?

ປະຊາຊົນຂອງຊົນຊາດຈະນຳພວກເຂົາກັບຄືນມາ.

Isaiah 49:24

ຈະເອົາຂອງທີ່ຖືກຢຶດມາໄດ້ຈາກພວກນັກຮົບບໍ, ຫລືພວກທີ່ຖືກຈັບໄປເປັນຊະເລີຍຈາກຄວາມໂຫດຮ້າຍໄດ້ບໍ?

ແມ່ນແລ້ວ, ພວກທີ່ຖືກຈັບໄປຈະຖືກເອົາໄປຈາກນັກຮົບ, ແລະຂອງທີ່ຢຶດມາຈະໄດ້ຮັບການຊ່ວຍກູ້; ເພາະພຣະຢາເວຈະຕໍ່ສູ້ກັບສັດຕູຂອງຊີໂອນ ແລະຊ່ວຍບຸດທັງຫລາຍຂອງນາງໃຫ້ລອດ.

Isaiah 49:26

ພຣະຢາເວຈະເຮັດຫຍັງຕໍ່ຜູ້ກົດຂີ່ຂອງຊິໂອນ?

ພຣະອົງຈະລ້ຽງຜູ້ຄົນທີ່ກົດຂີ່ເຈົ້າດ້ວຍເນື້ອຫນັງຂອງພວກເຂົາເອງ.

Isaiah 50

Isaiah 50:1

ເປັນຫຍັງຊິໂອນຈຶ່ງຖືກຂາຍແລະແມ່ຂອງນາງຖືກໄລ່ໄປ?

ຊິໂອນຈຶ່ງຖືກຂາຍເພາະວ່າຍ້ອນຄວາມບາບຂອງນາງ, ແລະຍ້ອນຍ້ອນການກະບົດຂອງນາງ, ແມ່ຂອງນາງຈຶ່ງໄດ້ຖືກໄລ່ໄປ.

Isaiah 50:2

ມີຫຍັງເກີດຂື້ນໃນຄຳນາບຂູ່ຂອງພຣະຢາເວ?

ທີ່ຄຳນາບຂູ່ຂອງພຣະຢາເວກ່າວວ່າ ທະເລເຫືອດແຫ້ງໄປ ແລະພຣະອົງດ້ເຮັດໃຫ້ແມ່ນ້ຳກາຍເປັນທະເລຊາຍ. ພຣະຢາເວຫົ່ມທ້ອງຟ້າດ້ວຍຄວາມມືດ ຫຸ້ມມັນດ້ວຍຜ້າກະສອບ.

Isaiah 50:4

ພຣະຢາເວໄດ້ມອບຫຍັງໃຫ້ແກ່ຜູ້ຮັບໃຊ້ຂອງພຣະອົງ?

ພຣະຢາເວໄດ້ປະທານລີ້ນໃຫ້ແກ່ຜູ້ຮັບໃຊ້ຂອງພຣະອົງ ເຫມືອນກັບຄົນຫນຶ່ງໃນບັນດາຜູ້ທີ່ໄດ້ຮັບການສັ່ງສອນ.

ຜູ້ຮັບໃຊ້ຂອງພຣະຢາເວໄດ້ເຮັດຫຍັງກັບລີ້ນທີ່ພຣະຢາເວໄດ້ໃຫ້ເຂົາ?

ຜູ້ຮັບໃຊ້ຂອງພຣະຢາເວຈະເວົ້າຖ້ອຍຄຳທີ່ຊູໃຈຕໍ່ຄົນທີ່ອ່ອນແຮງ.

Isaiah 50:5

ຍ້ອນວ່າເຂົາບໍ່ໄດ້ກະບົດແລະບໍ່ຫັນຫລັງ, ຜູ້ຮັບໃຊ້ຂອງພຣະຢາເວໄດ້ເຮັດຫຍັງ?

ຜູ້ຮັບໃຊ້ຂອງພຣະຢາເວຈະຫັນຫລັງຂອງເຂົາໃຫ້ກັບພວກຄົນທີ່ທຸບຕີເຂົາ, ແລະປິ່ນແກ້ມໃຫ້ຜູ້ທີ່ດຶງຫນວດຂອງເຂົາອອກ; ເຂົາບໍ່ໄດ້ເຊື່ອງຫນ້າຈາກການກະທຳທີ່ຫນ້າອັບອາຍແລະການຖົ່ມນໍ້າລາຍ.

Isaiah 50:7

ເປັນຫຍັງຜູ້ຮັບໃຊ້ຂອງພຣະຢາເວ ເວົ້າວ່າເຂົາບໍ່ໄດ້ຮັບຄວາມອັບອາຍ?

ຜູ້ຮັບໃຊ້ເວົ້າວ່າເຂົ່ຈະໄດ້ຮັບຄວາມອັບອາຍ ເພາະວ່າພຣະຢາເວອົງພຣະຜູ້ເປັນເຈົ້າຈະຊົງຊ່ວຍເຂົາໄດ້.

Isaiah 50:8

ສິ່ງທີ່ຈະເກີດຂື້ນກັບຜູ້ທີ່ກ່າວຫາຜູ້ຮັບໃຊ້ຂອງພຣະຢາເວ ແລະປະກາດວ່າເຂົາມີຄວາມຜິດ?

ຜູ້ກ່າວຫາທຸກຄົນຈະຫມົດໄປຄືກັນກັບເສື້ອຜ້າ; ແມງໄມ້ຈະກັດກິນພວກເຂົາເສຍ.

Isaiah 50:10

ຜູ້ທີ່ຢ້ານກົວພຣະຢາເວ ຜູ້ທີ່ເຊື່ອຟັງສຽງຂອງຜູ້ຮັບໃຊ້ຂອງພຣະອົງ ແລະຜູ້ທີ່ດຳເນີນໃນຄວາມມືດມິດໂດຍບໍ່ມີແສງສະຫວ່າງຄວນເຮັດແນວໃດ?

ເຂົາຄວນໄວ້ວາງໃຈໃນນາມຂອງພຣະຢາເວ ແລະ ເພິ່ງພາພຣະເຈົ້າຂອງເຂົາ.

Isaiah 50:11

ຜູ້ຮັບໃຊ້ຂອງພຣະຢາເວຈະເຮັດຫຍັງແກ່ທຸກຄົນທີ່ຈູດໄຟ, ຜູ້ທີ່ຄາດຕົນເອງດ້ວຍຄົບໄຟ?

ຜູ້ຮັບໃຊ້ຂອງພຣະຢາເວຈະເຮັດໃຫ້ພວກເຂົານອນລົງໃນບ່ອນແຫ່ງຄວາມເຈັບປວດ.

Isaiah 51

Isaiah 51:1

ພຣະຢາເວໄດ້ກ່າວແນວໃດຜູ້ທີ່ດຳເນີນຕາມຄວາມຊອບທຳຄວນເບິ່ງຫຍັງ?

ພຣະຢາເວໄດ້ກ່າວຈົ່ງເບິ່ງກ້ອນຫີນທີ່ພວກເຈົ້າໄດ້ສະກັດມາແລະເບິ່ງບໍ່ຫີນຈາກບ່ອນທີ່ພວກໄດ້ຂຸດນັ້ນ.

Isaiah 51:2

ພຣະຢາເວໄດ້ເຮັດຫຍັງກັບອັບຣາຮາມ?

ພຣະຢາເວເອີ້ນລາວວ່າ, ອວຍພອນລາວ ແລະ ເຮັດໃຫ້ລາວມີຄົນຈຳນວນຫລວງຫລາຍ.

Isaiah 51:6

ຈະມີຫຍັງເກີດຂື້ນກັບທ້ອງຟ້າ, ແຜ່ນດິນໂລກແລະຜູ້ທີ່ອາໃສຢູ່?

ທ້ອງຟ້າຈະຫາຍໄປເຫມືອນກັບຄວັນ; ແຜ່ນດິນໂລກຈະເຊື່ອມໂຊມລົງເຫມືອນກັບເສື້ອຜ້າ; ແລະຜູ້ທີ່ອາໄສຢູ່ຈະຕາຍໄປເຫມືອນກັບແມງວັນ.

ສິ່ງໃດທີ່ຈະດຳລົງຢູ່ຕະຫລອດໄປເປັນນິດແລະບໍ່ຢຸດເຮັດວຽກເລີຍ?

ຄວາມລອດຂອງພຣະຢາເວຈະດຳລົງຢູ່ຕະຫລອດໄປເປັນນິດ, ແລະຄວາມຊອບທຳຂອງເຮົາຈະບໍ່ຢຸດເຮັດວຽກເລີຍ.

Isaiah 51:7

ຖະແຫລງການນີ້ໄດ້ກ່າວເຖິງໃຜ: "ຢ່າຢ້ານກົວຄຳເຢາະເຢີ້ຍຂອງມະນຸດ, ຫລືຢ່າທໍ້ໃຈຈາກການຢຽບຫຍາມຂອງພວກເຂົາ ... "?

ຖະແຫລງການນີ້ແມ່ນສຳລັບຜູ້ທີ່ຮູ້ວ່າແມ່ນຫຍັງ ຄືຄວາມຊອບທຳ, ຜູ້ທີ່ມີກົດບັນຍັດຂອພຣະຢາເວຢູ່ໃນໃຈ.

Isaiah 51:9

ແມ່ນໃຜທຳລາຍສັດທະເລອະສູນຮ້າຍ, ເຮັດໃຫ້ທະເລເຫືອດແຫ້ງ ແລະ ເຮັດໃຫ້ຄວາມເລິກຂອງທະເລກາຍເປັນທາງແກ່ຜູ້ທີ່ຖືກໄຖ່ຜ່ານ?

ດ້ວຍແຂນຂອງພຣະຢາເວໄດ້ເຮັດສິ່ງນີ້.

Isaiah 51:11

ສິ່ງໃດທີ່ຈະເຕັມລົ້ນແລະສິ່ງໃດຈະຫນີໄປຈາກຜູ້ທີ່ໄດ້ຊົງໄຖ່ໄວ້ຂອງພຣະຢາເວຈະກັບມາແລະມາຮອດຊີໂອນ?

ຄວາມສຸກຈະເຕັມລົ້ນໃນພວກເຂົາ, ແລະ ຄວາມໂສກເສົ້າ ແລະ ຄວາມທຸກໃຈຈະຫນີຈາກໄປ.

Isaiah 51:14

ພຣະຢາເວຈະເຮັດຫຍັງສຳລັບຜູ້ທີ່ກົ້ມຕົວລົງ?

ພຣະຢາເວຊົງຮີບຈະປົດປ່ອຍເຂົາ.

Isaiah 51:17

ເຢຣູຊາເລັມດື່ມຫຍັງຈາກພຣະຫັດຂອງພຣະຢາເວ?

ພວກເຂົາດື່ມຈາກຖ້ວຍແຫ່ງຄວາມໂກດຮ້າຍຂອງພຣະອົງ; ພວກເຂົາດື່ມຈາກຖ້ວຍນັ້ນ, ຈາກຖ້ວຍແຫ່ງຄວາມໂຊເຊ.

ຜູ້ໃດໃນບັນດາລູກຊາຍທັງຫມົດຂອງເມືອງ ເຢຣູຊາເລັມໄດ້ເກີດມາເພື່ອ ຈະນຳທາງນາງ?

ບໍ່ມີໃຜໃນບັນດາພວກລູກຊາຍທີ່ນາງເກີດມານັ້ນທີ່ຈະນຳທາງນາງໄດ້.

Isaiah 51:23

ຫລັງຈາກທີ່ພຣະຢາເວເອົາຈອກແຫ່ງຄວາມໂຊເຊຈາກເຢຣູຊາເລັມຜູ້ໃດທີ່ພຣະອົງຈະມອບໃຫ້?

ພຣະອົງຈະໃສ່ມັນໄວ້ໃນມືຂອງຜູ້ທີ່ທໍລະມານໃນເມືອງເຢຣູຊາເລັມ.

Isaiah 52

Isaiah 52:1

ຈະບໍ່ມີສິ່ງເກີດຂື້ນກັບເມືອງເຢຣູຊາເລັມອີກຕໍ່ໄປບໍ?

ບໍ່ເຂົ້າພິທີຕັດ ຫລື ຜູ້ທີ່ເປັນມົນທິນຈະບໍ່ເຂົ້າມາໃນເມືອງເຢຣູຊາເລັມອີກຕໍ່ໄປ.

Isaiah 52:4

ຜູ້ໃດໄດ້ກົດຂີ່ຂົ່ມເຫັງເຢຣູຊາເລັມເມື່ອບໍ່ດົນມານີ້?

ອັດຊີເຣຍໄດ້ກົດຂີ່ຂົ່ມເຫັງພວກເຂົາເມື່ອບໍ່ດົນມານີ້.

Isaiah 52:5

ໃນມື້ນັ້ນເປັນຫຍັງປະຊາຊົນຂອງພຣະຢາເວຈະຮູ້ຊື່ຂອງພຣະອົງ?

ພວກເຂົາຈະຮູ້ຊື່ຂອງພຣະຢາເວເພາະວ່ານາມຂອງພຣະອົງ ກໍຖືກຫມິ່ນປະຫມາດເລື້ອຍມາຕະຫລອດເວລາ.

Isaiah 52:7

ຜູ້ໃດທີ່ຈະເຫັນການກັບຄືນຂອງພຣະຢາເວ ໃນຊິໂອນ?

ທຸກໆສາຍຕາຜູ້ເຝົ້າຍາມຂອງຊິໂອນຈະເຫັນພຣະຢາເວສະເດັດກັບມາຍັງຊີໂອນ.

Isaiah 52:9

ເປັນຫຍັງຊາກຫັກພັງຂອງເມືອງເຢລູຊາເລັມຈຶ່ງຄວນເປັ່ງສຽງຮ້ອງເພງດ້ວຍຄວາມຊື່ນບານດ້ວຍກັນ?

ພວກເຂົາຄວນເຮັດສິ່ງນີ້ເພາະວ່າພຣະຢາເວໄດ້ຊົງເລົ້າໂລມຊົນຊາດຂອງພຣະອົງ, ພຣະອົງໄດ້ຊົງໄຖ່ເມືອງເຢຣູຊາເລັມແລ້ວ. ພຣະເຈົ້າຢາເວໄດ້ຊົງເຜີຍໃຫ້ເຫັນແຂນທີ່ບໍລິສຸດຂອງພຣະອົງຕໍ່ໜ້າ ປະຊາຊາດທັງປວງ.

Isaiah 52:11

ຜູ້ໃດທີ່ຂົນພາຊະນະຂອງພຣະຢາເວຈະເຮັດຫຍັງ?

ພວກເຂົາອອກໄປ, ແຕະຕ້ອງສິ່ງທີ່ເປັນມົນທິນ ແລະຊຳລະຕົວເອງໃຫ້ບໍລິສຸດ.

ເປັນຫຍັງປະຊາຊົນຂອງພຣະຢາເວຈຶ່ງບໍ່ຈຳເປັນຕ້ອງຟ້າວຟັ່ງ ຫລື ແບບຢ້ານກົວເມື່ອພວກເຂົາອອກໄປ?

ພວກເຂົາບໍ່ຈຳເປັນຕ້ອງຟ້າວຟັ່ງ ຫລື ແບບຢ້ານກົວເພາະວ່າ ພຣະຢາເວຈະສະເດັດນຳຫນ້າພວກເຂົາ ແລະ ພຣະເຈົ້າຂອງອິດສະຣາເອນຈະເປັນກອງຫລັງຂອງພວກເຂົາ.

Isaiah 52:13

ຜູ້ຮັບໃຊ້ຂອງພຣະອົງຈະເນັດຫຍັງ?

ເຂົາຈະກະທຳການຢ່າງມີປັນຍາ ແລະປະສົບຜົຍສຳເລັດ; ເຂົາຈະໄດ້ຮັບການຍົກຊູ ແລະຍົກສູງ, ແລະຈະໄດ້ຮັບການຍົກຍ່ອງ.

ມີຫຍັງເກີດຂື້ນກັບຮູບຮ່າງຫນ້າຕາຂອງຜູ້ຮັບໃຊ້ຂອງພຣະຢາເວ?

ຮູບຮ່າງຫນ້າຕາຂອງເຂົາຈະຫນ້າກຽດຊັງກວ່າມະນຸດຄົນອື່ນສັນນັ້ນ.

Isaiah 52:15

ບັນດາກະສັດຈະເຮັດຫຍັງເພາະຜູ້ຮັບໃຊ້ຂອງພຣະຢາເວ?

ກະສັດທັງຫລາຍກໍຈະປາກບໍ່ອອກຍ້ອນເຂົາ.

Isaiah 53

Isaiah 53:1

ຜູ້ຮັບໃຊ້ຂອງພຣະຢາເວເຕີບໃຫຍ່ຂຶ້ນແນວໃດ?

ເຂົາໄດ້ເຕີບໂຕຂຶ້ນຕໍ່ພຣະພັກພຣະຢາເວເຫມືອນກັບຕົ້ນອ່ອນ, ແລະເຫມືອນຫນໍ່ທີ່ແຕກອອກມາຈາກພື້ນດິນທີ່ແຫ້ງແລ້ງ.

ຜູ້ຮັບໃຊ້ຂອງພຣະຢາເວມີລັກສະນະແບບໃດ?

ເຂົາມີບໍ່ມີຮູບຮ່າງທີ່ງົດງາມຫລືສະຫງ່າງາມ; ເມື່ອພວກເຮົາໄດ້ເຫັນເຂົາ, ບໍ່ມີຄວາມງາມທີ່ຈະດຶງດູດພວກເຮົາ.

Isaiah 53:3

ຜູ້ຮັບໃຊ້ຂອງພຣະຢາເວໄດ້ຮັບການຍອມຮັບຈາກປະຊາຊົນແນວໃດ?

ເຂົາໄດ້ຖືກຄົນທັງຫລາຍດູຫມິ່ນແລະຖືກປະຕິເສດ ແລະຖືວ່າເຂົາບໍ່ມີຄວາມສຳຄັນ.

Isaiah 53:4

ຜູ້ຮັບໃຊ້ຂອງພຣະຢາເວໄດ້ເຮັດຫຍັງສຳລັບພວກເຮົາ?

ເຂົາໄດ້ແບກຫາບຄວາມເຈັບປ່ວຍຂອງເຮົາແລະແບກຄວາມທຸກທໍລະມານຂອງເຮົາໄປ.

Isaiah 53:5

ເປັນຫຍັງຜູ້ຮັບໃຊ້ຂອງພຣະຢາເວຈຶ່ງຖືແທງແລະຖືກຂຽ້ນຕີ?

ເຂົາໄດ້ຖືກແທງຍ້ອນການກະທຳທີ່ທໍລະຍົດຂອງພວກເຮົາ ແລະເຂົາໄດ້ຖືກຂ້ຽນຕີເພາະວ່າຄວາມບາບຂອງພວກເຮົາ.

ການລົງໂທດແລະບາດແຜຂອງຜູ້ຮັບໃຊ້ເຮັດຫຍັງສຳລັບພວກເຮົາ?

ເຂົາຖືກລົງໂທດເພື່ອໃຫ້ເຮົາມີຄວາມສະຫງົບສຸກ ແລະ ດ້ວຍບາດແຜຂອງເຂົາ ພວກເຮົາຈຶ່ງໄດ້ຮັບການຮັກສາໃຫ້ດີ.

Isaiah 53:6

ພວກເຮົາເຫມືອນກັບແກະແນວໃດ?

ພວກເຮົາທຸກຄົນເປັນເຫມືອນແກະເພາະວ່າພວກເຮົາຫລົງທາງໄປ; ພວກເຮົາແຕ່ລະຄົນໄດ້ຫັນໄປຕາມທາງຂອງຕົນເອງ.

Isaiah 53:8

ມີວິທີການໃດແດ່ທີ່ໃຊ້ເພື່ອກ່າວໂທດຜູ້ຮັບໃຊ້ຂອງພຣະຢາເວ?

ການບີບບັງຄັບແລະການພິພາກສາແມ່ນວິທີການທີ່ໃຊ້ໃນການກ່າວໂທດເຂົາ.

ເປັນຫຍັງຜູ້ຮັບໃຊ້ຂອງພຣະຢາເວຈຶ່ງຖືກຕັດອອກຈາກແຜ່ນດິນຂອງຄົນເປັນ?

ເຂົາຈະຖືກຕັດອອກເພາະວ່າການກະທຳຜິດຂອງຊົນຊາດ.

ຜູ້ຮັບໃຊ້ຂອງພຣະຢາເວໄດ້ເຮັດຜິດຫຍັງບໍ?

ບໍ່, ເຂົາບໍ່ໄດ້ເຮັດຄວາມຮຸນແຮງໃດໆ ແລະ ບໍ່ມີຄຳຫລອກລວງໃດໆໃນປາກຂອງເຂົາເລີຍ.

Isaiah 53:10

ເປັນຫຍັງມັນຄືຄວາມປະສົງຂອງພຣະາຢເວ ທີ່ຈະທຳລາຍຜູ້ຮັບໃຊ້ຂອງພຣະອົງ?

ເປັນຄວາມປະສົງຂອງພຣະາຢເວເພື່ອພຣະປະສົງຂອງພຣະຢາເວຈະສຳເລັດຜ່ານທາງເຂົາ.

Isaiah 53:12

ເປັນຫຍັງພຣະຢາເວຈະມອບສ່ວນຂອງຜູ້ຮັບໃຊ້ຂອງພຣະອົງທ່າມກາງຄົນຫລວງຫລາຍ?

ພຣະຢາເວຈະມອບສ່ວນຂອງຜູ້ຮັບໃຊ້ຂອງພຣະອົງເພາະວ່າເຂົາເທຈິດວິຍານຕົວເອງສູ່ຄວາມຕາຍ ແລະ ຖືກນັບເຂົ້າກັບຄົນທໍລະຍົດ. ເຂົາໄດ້ແບກຮັບເອົາຄວາມຜິດບາບຂອງຄົນຫລວງຫລາຍ ແລະ ທ່ານໄດ້ອະທິຖານອ້ອນວອນເພື່ອພວກຄົນທໍລະຍົດ.

Isaiah 54

Isaiah 54:1

ເປັນຫຍັງພຣະຢາເວກ່າວວ່າຜູ້ຍິງເປັນເຫມັນຄວນຮ້ອງເພງ?

ພຣະຢາເວກ່າວນາງຄວນຮ້ອງເພງ, ເພາະບັນດາລູກຂອງແມ່ຮ້າງກໍຫລາຍກ່າວລູກທັງຫລາຍຂອງຍິງທີ່ແຕ່ງງານແລ້ວ.

Isaiah 54:2

ເຊື້ອສາຍຂອງຊິໂອນຈະເຮັດຫຍັງ?

ພວກເຂົາຈະຄອບຄອງຊົນຊາດທັງຫລາຍ ແລະ ຕັ້ງຖິ່ນຖານທີ່ຢູ່ໃນຕົວເມືອງທີ່ຖືກທຳລາຍຂຶ້ນມາໃຫມ່.

Isaiah 54:5

ຜົວຂອງຊິໂອນແມ່ນໃຜ?

ພຣະຢາເວຈອມໂຍທາ, ພຣະຜູ້ສ້າງແມ່ນຜົວຂອງພວກເຂົາ.

Isaiah 54:7

ພຣະຢາເວ ໄດ້ເຮັດຫຍັງກັບອິດສະຣາເອນ?

ໃນໄລຍະເວລາສັ້ນໆພຣະອົງໄດ້ປະຖິ້ມນາງ.

ພຣະຢາເວຈະເຮັດຫຍັງ ສຳລັບອິດສະຣາເອນ?

ພຣະຢາເວຈະຮວບຮວມເຈົ້າດ້ວຍຄວາມເມດຕາສົງສານຍິ່ງຫນັກ.

Isaiah 54:9

ພຣະຢາເວໄດ້ປະຕິຍານຫຍັງກ່ຽວກັບອິດສະຣາເອນ?

ພຣະອົງປະຕິຍານຈະບໍ່ໂກດຮ້າຍພວກເຂົາ ຫລື ຕຳນິພວກເຂົາສັນນັ້ນ.

Isaiah 54:13

ອິດສະຣາເອນບໍ່ມີປະສົບການຫຍັງອີກຕໍ່ໄປ?

ອິດສະຣາເອນຈະບໍ່ປະສົບກັບການຖືກຂົ່ມເຫັງອີກຕໍ່ໄປ.

Isaiah 54:15

ຈະມີຫຍັງເກີດຂື້ນກັບຜູ້ໃດປຸກປັ່ນໃຫ້ເກີດຄວາມຍາກລຳບາກໃຫ້ແກ່ອິດສະຣາເອນ?

ຜູ້ໃດທີ່ກໍ່ໃຫ້ເກີດບັນຫາກັບອິດສະຣາເອນຈະລົ້ມລົງໃນຄວາມພ່າຍແພ້.

Isaiah 54:17

ຈະເກີດຫຍັງຂຶ້ນກັບທຸກໆຄົນທີ່ກ່າວຫາອິດສະຣາເອນ?

ອິດສະຣາເອນຈະລົງໂທດທຸກຄົນ.

Isaiah 55

Isaiah 55:1

ຜູ້ທີ່ບໍ່ມີເງິນບອກໃຫ້ຊື້ຫຍັງ?

ພວກເຂົາບອກໃຫ້ຊື້ເຫລົ້າອະງຸ່ນ ແລະ ນໍ້ານົມໂດຍບໍ່ຕ້ອງເສຍເງິນ ແລະ ບໍ່ຕ້ອງເສຍຄ່າໃຊ້ຈ່າຍ.

Isaiah 55:2

ຜູ້ທີ່ຫິວນໍ້າບອກໃຫ້ກິນຫຍັງ?

ພວກເຂົາບອກໃຫ້ກິນສິ່ງທີ່ດີ.

Isaiah 55:3

ພຣະຢາເວຊົງຕັ້ງໃຜເປັນພະຍານຕໍ່ປະຊາຊາດແລະເປັນຜູ້ນຳ ແລະຜູ້ບັນຊາການຕໍ່ປະຊາຊົນທັງຫລາຍ?

ພຣະຢາເວຊໄງຕັ້ງດາວິດໃນຕຳແຫນ່ງນັ້ນ.

Isaiah 55:5

ເປັນຫຍັງປະຊາຊາດຫນຶ່ງທີ່ບໍ່ຮູ້ອິດສະຣາເອນຈະແລ່ນມາຫາພວກເຂົາ?

ປະຊາຊາດຫນຶ່ງທີ່ບໍ່ຮູ້ອິດສະຣາເອນຈະແລ່ນມາຫາພວກເຂົາເພາະວ່າພຣະຢາເວພຣະເຈົ້າຂອງພວກເຂົາ, ອົງບໍລິສຸດຂອງອິດສະຣາເອນ, ຜູ້ທີ່ຊົງໃຫ້ພວກເຂົາໄດ້ຮັບກຽດ. "

Isaiah 55:6

ໃນເວລາທີ່ອິດສະຣາເອນຄວນຈະສະແຫວງຫາແລະວິງວອນຫາພຣະຢາເວ?

ພວກເຂົາສະແຫວງຫາພຣະຢາເວ ໃນຂະນະທີ່ຈະພົບພຣະອົງໄດ້; ຮ້ອງຫາພຣະອົງໃນຂະນະທີ່ພຣະອົງຊົງຢູ່ໃກ້ໆ.

ຄົນອຳທຳແລະຜູ້ຊາຍທີ່ເຮັດບາບແມ່ນຫຍັງ?

ຂໍໃຫ້ຄົນອະທຳປະຖິ້ມທາງຂອງເຂົາ, ແລະ ໃຫ້ຄົນບາບປະຖິ້ມຄວາມຄິດຂອງເຂົາ.

ພຣະຢາເວຈະເຮັດຫຍັງ ສຳລັບຜູ້ທີ່ກັບຄືນມາພຣະອົງ?

ພຣະຢາເວຈະຊົງເມດຕາສົງສານເຂົາ ແລະ ຈະໃຫ້ອະໄພເຂົາ.

Isaiah 55:8

ເປັນຫຍັງຄວາມຄິດແລະວິທີຕ່າງໆຂອງພຣະຢາເວຈຶ່ງບໍ່ແມ່ນຄວາມຄິດແລະວິທີການຂອງອິດສະຣາເອນ?

ເພາະວ່າທ້ອງຟ້າສູງກວ່າແຜ່ນດິນໂລກສັນໃດ, ທາງຂອງພຣະຢາເວກໍສູງກວ່າທາງຂອງພວກເຂົາ, ແລະ ຄວາມຄິດຂອງພຣະຢາເວກໍສູງກວ່າຄວາມຄິດຂອງພວກເຂົາສັນນັ້ນ.

Isaiah 55:10

ຈະເປັນແນວໃດກັບຖ້ອຍຄຳທີ່ອອກຈາກປາກຂອງພຣະຢາເວ?

ພວກເຂົາຈະເຮັດໃຫ້ສິ່ງທີ່ພຣະຢາເວປາຖະຫນາສຳເລັດ, ແລະຈະເຮັດໃຫ້ສິ່ງທີ່ພຣະອົງໄດ້ໃຊ້ໄປເຮັດນັ້ນສຳເລັດ.

Isaiah 55:12

ຫມາສຳຄັນອັນເປັນນິດທີ່ຈະບໍ່ຖືກຕັດອອກແມ່ນຫຍັງ?

ນີ້ແມ່ນຫມາຍສຳຄັນ: ອິສະຣາເອນຈະອອກໄປດ້ວຍຄວາມປິຕິຍິນດີແລະຖືກນຳພາໄປຢ່າງສະຫວັດດີພາບ; ພູເຂົາແລະເນີນພູຕ່າງໆຈະຮ້ອງອອກມາດ້ວຍສຽງຮ້ອງດ້ວຍຄວາມຍິນດີຕໍ່ຫນ້າພວກເຂົາ, ແລະຕົ້ນໄມ້ທຸກຕົ້ນໃນທົ່ງນາຈະຕົບມື. ຕົ້ນສົນຈະເກີດຂຶ້ນແທນໃນບ່ອນທີ່ມີພຸ່ມຫນາມ, ແລະຕົ້ນນ້ຳມັນຫອມຈະປົ່ງແທນຕົ້ນຫນາມ.

Isaiah 56

Isaiah 56:1

ເປັນຫຍັງພຣະຢາເວຈຶ່ງກ່າວວ່ຖືຮັກສາສິ່ງທີ່ຊອບທຳ,ແລະເຮັດໃນສິ່ງທີ່ຍຸດຕິທຳ?

ພຣະອົງກ່າວເພາະວ່ຄວາມລອດຂອງພຣະອົງແມ່ນມາໃກ້ແລ້ວ ແລະ ການປົດປ່ອຍຂອງພຣະອົງກຳລັງສຳແດງອອກມາ.

Isaiah 56:3

ແມ່ນຫຍັງຄົນຕ່າງຊາດແລະຂັນທີຜູ້ທີ່ຕິດຕາມພຣະຢາເວ ບໍ່ຄວນຈະເວົ້າ?

ຄົນຕ່າງຊາດບໍ່ຄວນເວົ້າ, "ພຣະຢາເວ ຈະຊົງແຍກຂ້ອຍອອກຈາກຊົນຊາດຂອງພຣະອົງຢ່າງແນ່ນອນ." ແລະ ຂັນທີກໍບໍ່ຄວນເວົ້າ,“ ເບິ່ງແມ, ຂ້ອຍເປັນຕົ້ນໄມ້ທີ່ຫ່ຽວແຫ້ງ.”

Isaiah 56:4

ພຣະຢາເວຈະເຮັດຫຍັງສຳລັບພວກຂັນຕິທີ່ຖືວັນຊະບາໂຕຂອງພຣະຢາເວ, ເລືອກສິ່ງທີ່ເຮັດໃຫ້ພຣະອົງພໍໃຈແລະຍຶດຫມັ້ນໃນພັນທະສັນຍາຂອງພຣະຢາເວ?

ພຣະຢາເວຈະຈະຕັ້ງອານຸສອນສະຖານໃຫ້ແກ່ພວກເຂົາ, ໃນພຣະວິຫານຂອງພຣະຢາເວ ແລະພາຍໃນກຳແພງຂອງພຣະອົງ, ທີ່ດີກວ່າການມີບັນດາບຸດຊາຍແລະບຸດຍິງ.

Isaiah 56:6

ພຣະຢາເວຈະເຮັດຫຍັງ ສຳລັບຄົນຕ່າງຊາດທີ່ຜູກພັນຕົນເອງກັບພຣະຢາເວ ເພື່ອເປັນຜູ້ຮັບໃຊ້ພຣະອົງ, ຜູ້ທີ່ນະມັດສະການພຣະອົງ ແລະຮັຜູ້ທີ່ຮັກພຣະນາມຂອງພຣະອົງ, ຜູ້ທີ່ບໍ່ເຮັດໃຫ້ວັນນັ້ນເປັນມົນທິນ, ແລະຜູ້ທີ່ຍຶດຫມັ້ນພັນທະສັນຍາຂອງພຣະຢາເວ?

ພຣະຢາເວຈະນຳພວກເຂົາໄປສູ່ພູເຂົາບໍລິສຸດຂອງພຣະອົງ ແລະ ເຮັດໃຫ້ພວກເຂົາມີຄວາມສຸກຢູ່ໃນວິຫານແຫ່ງການອະທິຖານຂອງພຣະອົງ; ພຣະອົງຈະຍອມຮັບເຄື່ອງເຜົາບູຊາແລະເຄື່ອງຖວາຍບູຊາທັງຫລາຍຂອງພວກເຂົາເທິງແທ່ນບູຊາຂອງພຣະອົງ.

Isaiah 56:9

ໃຜຖືກປຽບທຽບກັບຫມາເຫົ່າ?

ຄົນເຝົ້າຍາມຂອງພວກເຂົາແມ່ນຖືກປຽບທຽບກັບຫມາເຫົ່າ.

Isaiah 56:11

ຄົນເຝົ້າຍາມແລະຜູ້ລ້ຽງແກະຂອງພວກເຂົາໄດ້ເຮັດຫຍັງ?

ພວກເຂົາທຸກຄົນໄດ້ຫັນໄປຕາມທາງຂອງຕົນເອງ, ແຕ່ລະຄົນລ້ວນແຕ່ຢາກໄດ້ຮັບຜົນປະໂຫຍດທີ່ບໍ່ຍຸດຕິທຳ.

Isaiah 57

Isaiah 57:1

ບໍ່ມີໃຜໃສ່ໃຈ ຫລືເຂົ້າໃຈຫຍັງກ່ຽວກັບຄົນຊອບທຳ ເມື່ອພວກເຂົາຈິບຫາຍໄປ?

ພວກເຂົາບໍ່ມີໃສ່ໃຈ ຫລື ບໍ່ເຂົ້າໃຈທີ່ຄົນຊອບທຳຖືກເຕົ້າໂຮມເອົາໄປຈາກຄວາມຊົ່ວຮ້າຍ ແລະ ເຂົ້າໄປໃນສັນຕິສຸກ.

Isaiah 57:3

ແມ່ນໃຜກຳລັງເຍາະເຍີ້ຍຢ່າງສະຫນຸກສະຫນານແລະກຳລັງອ້າປາກແລະແລບລີ້ນໃສ່?

ພວກເຈົ້າລູກຊາຍຂອງແມ່ມົດ, ພວກລູກຫລານຂອງຄົນຫລິ້ນຊູ້ ແລະ ຜູ້ຍິງທີ່ເປັນໂສເພນີເຮັດໃນສິ່ງນີ້.

Isaiah 57:5

ພວກເຂົາໄດ້ເຮັດສິ່ງໃດແດ່ຈຶ່ງຖືກເອີ້ນວ່າເປັນລູກຂອງການທໍລະຍົດ, ເປັນລູກຂອງການຫລອກລວງ?

ພວກເຂົາດ້ວຍການນອນຢູ່ນຳກັນພາຍໃຕ້ຕົ້ນໂອກ, ພາຍໃຕ້ຕົ້ນໄມ້ຂຽວສົດທຸກຕົ້ນ, ພວກເຂົາຜູ້ທີ່ຂ້າບຸດທັງຫລາຍຂອງພວກເຂົາຢູ່ໃນກົ້ນແມ່ນ້ຳທີ່ເຫືອດແຫ້ງ, ພາຍໃຕ້ໂງ່ນຫີນທີ່ຍື່ນອອກມາ.

Isaiah 57:6

ສິ່ງຂອງທີ່ເປັນການຖວາຍຂອງພວກເຂົາແມ່ນຫຍັງ?

ບາງຫີນທີ່ກ້ຽງຂອງຮ່ອມພູແມ່ນ້ຳເປັນສິ່ງທີ່ໄດ້ມອບໃຫ້ເຈົ້າແຫ່ງການຖວາຍຂອງພວກເຂົາ.

Isaiah 57:7

ຄົນທີ່ກະບົດແລະຫລອກລວງເຫລົ່ານີ້ໄດ້ເຮັດຫຍັງກ່ຽວກັບພຣະຢາເວ?

ພວກເຈົ້າໄດ້ປະຖິ້ມພຣະອົງ.

Isaiah 57:13

ພຣະຢາເວຈະບອກຜູ້ທີ່ຊົ່ວຮ້າຍແລະກະບົດເຫລົ່າານີ້ເມື່ອພວກເຂົາຮ້ອງຂໍແນວໃດ?

ພຣະຢາເວຈະບອກພວກເຂົາ ກໍໃຫ້ບັນດາຮູບເຄົາລົບຂອງພວກເຂົາທີ່ສະສົມໄວ້ຊ່ວຍກູ້ພວກເຂົາ.

ຈະເກີດຫຍັງຂື້ນກັບຄົນຊົ່ວຮ້າຍແລະກະບົດເຫລົ່ານີ້?

ລົມຈະພັດພາພວກມັນໄປຫມົດ, ລົມຫາຍໃຈດຽວກໍຈະຫອບພວກມັນໄປຫມົດ.

ຈະເກີດຫຍັງຂື້ນກັບຄົນທີ່ທີ່ລີ້ໄພໃນພຣະຢາເວ?

ພວກເຂົາຈະໄດ້ຮັບແຜ່ນດິນເປັນມໍລະດົກ ແລະ ໄດ້ກຳມະສິດໃນພູເຂົາບໍລິສຸດຂອງພຣະຢາເວ.

Isaiah 57:14

ຜູ້ໃດທີ່ດຳລົງຢູ່ກັບພຣະຢາເວໃນສະຖານທີ່ສູງສົ່ງແລະບໍຣິສຸດ?

ຜູ້ທີ່ມີວິນຍານທີ່ບອບຊ້ຳ ແລະ ຖ່ອມໃຈຈະດຳລົງຢູ່ກັບພຣະຢາເວທີ່ນັ້ນ.

Isaiah 57:16

ຈະມີສິ່ງໃດເກີດຂື້ນຖ້າພຣະຢາເວກ່າວໂທດມະນຸດຢູ່ຕະຫລອດໄປ?

ຈິດວິນຍານຂອງມະນຸດຈະອ່ອນກຳລັງຕໍ່ຫນ້າພຣະຢາເວ.

ເປັນຫຍັງພຣະຢາເວຈຶ່ງມີຄວາມໂກດຮ້າຍກັບມະນຸດ?

ພຣະຢາເວມີຄວາມໂກດຮ້າຍກັບມະນຸດ ເພາະວ່າຈາກຄວາມຮຸນແຮງຂອງເຂົາເພີ່ມຫລາຍຂຶ້ນ.

Isaiah 57:18

ເຖິງແມ່ນວ່າພຣະຢາເວໄດ້ເຫັນທາງຂອງເຂົາແລ້ວ, ພຣະຢາເວຈະເຮັດແນວໃດສໍາລັບມະນຸດ?

ພຣະຢາເວກ່າວວ່າຈະຮັກສາເຂົາໃຫ້ຫາຍດີ.

Isaiah 57:20

ຜູ້ໃດທີ່ບໍ່ມີຄວາມສະຫງົບສຸກ?

ຄົນອະທຳຜູ້ທີ່ບໍ່ມີຄວາມສະຫງົບສຸກ.

Isaiah 58

Isaiah 58:1

ພຣະຢາເວໄດ້ສັ່ງຫຍັງກັບເຊື້ອສາຍຂອງຢາໂຄບທີ່ຈະປະເຊີນຫນ້າ?

ພຣະອົງໄດ້ສັ່ງກັບເຊື້ອສາຍຢາໂຄບປະເຊີນຫນ້າກັບການທໍລະຍົດຂອງພວກເຂົາ ແລະ ຄວາມບາບຂອງພວກເຂົາ.

ເຊື້ອສາຍຂອງຢາໂຄບໄດ້ສະແຫວງຫາກັບພຣະຢາເວແນວໃດ?

ພວກເຂົາສະແຫວງຫາພຣະອົງຄືກັບປະຊາຊາດຫນຶ່ງທີ່ປະຕິບັດຄວາມຊອບທຳແລະບໍ່ປະຖິ້ມກົດບັນຍັດຂອງພຣະເຈົ້າຂອງພວກເຂົາ.

Isaiah 58:3

ຄໍາຮ້ອງທຸກແນວໃດທີ່ເຊື້ອສາຍຂອງຢາໂຄບໄດ້ເຮັດຕໍ່ພຣະຢາເວກ່ຽວກັບພວກເຂົາຖ່ອມຕົວລົງ ແລະ ຖືສິນອົດອາຫານ?

ພວກເຂົາຮ້ອງຂໍຕໍ່ພຣະຢາເວ ເມື່ອພວກເຂົາຖືສິນອົດອາຫານ ແລະ ຖ່ອມຕົວລົງພຣະຢາເວບໍ່ສົນພຣະໄທ.

ພຣະຢາເວໄດ້ກ່າວແນວໃດທີ່ເຊື້ອສາຍຂອງຢາໂຄບໄດ້ເຮັດໃນມື້ຖືສິນອົດອາຫານ?

ພຣະຢາເວໄດ້ກ່າວວ່າໃນມື້ຖືສິນອົດອາຫານຂອງພວກເຂົາ ພວກເຂົາກໍເຮັດຕາມໃຈຂອງເຂົາເອງ ແລະ ກົດຂີ່ຂົ່ມເຫົງຄົນງານທັງຫມົດຂອງພວກເຂົາ.

Isaiah 58:4

ພຣະຢາເວກ່າວຫຍັງທີ່ບໍ່ແມ່ນເຫດຜົນທີ່ເຊື້ອສາຍຂອງຢາໂຄບຖືສິນອົດອາຫານ?

ພຣະຢາເວກ່າວວ່າເຊື້ອສາຍຂອງຢາໂຄບບໍ່ໄດ້ຖືສິນອົດອາຫານເພື່ອເຮັດໃຫ້ສຽງຂອງພວກເຂົາໄດ້ຍິນໄປເຖິງເບຶ້ອງເທິງ.

Isaiah 58:6

ແມ່ນຫຍັງການຖືສິນອົດອາຫານທີ່ພຣະອົງຊົງລືອກ?

ພຣະຢາເວເລືອກການອົດອາຫານຢ່າງນີ້: ຄືການປົດປ່ອຍຄວາມຜູກພັນທີ່ອະທຳ, ການແກ້ສາຍເຊືອກຂອງແອກອອກໄປ, ການປົດປ່ອຍຄົນທີ່ຊອກຊ້ຳລະກຳໃຈໃຫ້ເປັນອິດສະຫລະ, ຫັກແອກທັງຫມົດເສຍ, ການອົດອາຫານທີ່ເປັນການຫັກເຂົ້າຈີ່ຂອງພວກເຂົາໃຫ້ກັບຄົນທີ່ຫິວໂຫຍ, ນຳເອົາຄົນຍາກຈົນແລະບໍ່ມີທີ່ຢູ່ອາໄສເຂົ້າໄປໃນເຮືອນຂອງພວກເຂົາ, ນຸ່ງເສື້ອຜ້າໃຫ້ເຂົາ ແລະບໍ່ຄວນເຊື່ອງຕົວພວກເຂົາຈາກຍາດພີ່ນ້ອງຂອງພວກເຂົາເອງ.

Isaiah 58:9

ພຣະຢາເວຈະເຮັດແນວໃດຖ້າເຊື້ອສາຍຂອງຢາໂຄບໄດ້ເອົາແອກອອກໄປ, ອີກທັງນິ້ວມືທີ່ກ່າວຮ້າຍ, ແລະຄຳເວົ້າອະທຳອອກໄປ, ຖ້າພວກເຂົາເອງໄດ້ຈັດຫາໃຫ້ຄົນທີ່ອິດຫິວແລະຄົນຂັດສົນທີ່ທຸກໃຈໃຫ້ອີ່ມ?

ຖ້າພວກເຂົາເຮັດສິ່ງເຫລົ່ານີ້ຈາກນັ້ນແສງສະຫວ່າງຂອງພວກເຂົາຈະຮຸ່ງແຈ້ງໃນຄວາມມືດ, ແລະຄວາມມືດຂອງພວກເຂົາຈະເປັນຄືກັບຕອນກາງເວັນ.

Isaiah 59

Isaiah 59:1

ພຣະຢາເວສາມາດຊ່ວຍພວກເຮົາໄດ້ບໍ? ພຣະອົງໄດ້ຍິນພວກເຮົາບໍ?

ພຣະຫັດຂອງພຣະຢາເວບໍ່ໄດ້ສັ້ນເກີນກວ່າທີ່ຈະຊ່ວຍໃຫ້ເຈົ້າລອດບໍ່ໄດ້; ຫລືຫູຂອງພຣະອົງກໍບໍ່ໄດ້ຕຶງເກີນກວ່າທີ່ຈະບໍ່ໄດ້ຍິນ.

Isaiah 59:3

ແມ່ນຫຍັງຄືຄວາມບາບບາງຢ່າງຂອງເຊື້ອສາຍຂອງຢາໂຄບໄດ້ສັນຍາວ່າການແຍກພວກເຂົາຈາກພຣະຢາເວ?

ຄວາມບາບບາງຢ່າງທີ່ຈະແຍກພວກເຂົາຈາກພຣະຢາເວ: ພວກເຂົາເປື້ອນດ້ວຍເລືອດ. ພວກເຂົາເວົ້າຕົວະ ແລະ ເວົ້າກ່າວຮ້າຍ. ພວກເຂົາເປັນອັນຕະລາຍ ແລະບໍ່ຈິງໃຈ. ພວກເຂົາຈະມີຄວາມລຳບາກ

Isaiah 59:7

ຈະເກີດຫຍັງຂຶ້ນກັບຜູ້ທີ່ເດີນທາງໄປຕາມທາງຄົດລ້ຽວ?

ໃຜກໍຕາມທີ່ເດີນໄປຕາມເສັ້ນທາງເຫລົ່ານີ້ກໍບໍ່ຮູ້ຈັກສັນຕິສຸກ.

Isaiah 59:14

ມີຫຍັງເກີດຂື້ນກັບເຂົາທີ່ຫັນຫນີຈາກຄວາມຊົ່ວຮ້າຍ?

ເຂົາຕົວເອງຕົກເປັນເຫຍື່ອ.

Isaiah 59:16

ພຣະຢາເວໄດ້ເຮັດຫຍັງເມື່ອພຣະອົງເຫັນວ່າບໍ່ມີຜູ້ໃດທີ່ຈະອອນວອນເພື່ອ?

ພຣະອົງຊົງເຫັນວ່າບໍ່ມີຜູ້ໃດເລີຍທີ່ຈະອ້ອນວອນເພື່ອ, ແຂນຂອງພຣະອົງເອງຈຶ່ງນຳເອົາຄວາມລອດມາໃຫ້ພຣະອົງ

Isaiah 59:17

ແລ້ວພຣະຢາເວໄດ້ເຮັດຫຍັງ?

ພຣະອົງໄດ້ສວມໃສ່ຄວາມຊອບທຳເປັນເກາະປ້ອງກັນເອິກແລະສວມຫມວກເຫລັກແຫ່ງຄວາມລອດໃວ້ເທິງຫົວຂອງພຣະອົງ. ພຣະອົງຊົງນຸ່ງເຄື່ອງນຸ່ງຂອງການແກ້ແຄ້ນແລະສວມໃສ່ເສື້ອຄຸມຄວາມກະຕືລືລົ້ນ.ພຣະອົງຊົງຕອບແທນພວກເຂົາຕາມສິ່ງທີ່ພວກເຂົາໄດ້ກະທຳ, ຄືການພິພາກສາດ້ວຍພຣະພິໂລດຕໍ່ພວກສັດຕູຂອງພຣະອົງ, ແລະການແກ້ແຄ້ນຕໍ່ສັດຕູຂອງພຣະອົງ, ແລະການລົງໂທດຕໍ່ຫມູ່ເກາະຕ່າງໆເປັນການຕອບແທນພວກເຂົາ.

Isaiah 59:19

ຈະເປັນຜົນແນວໃດມາຈາກການພຣະຢາເວຕອບແທນໃຫ້ພວກເຂົາສໍາລັບສິ່ງທີ່ພວກເຂົາໄດ້ເຮັດ?

ພວກເຂົາຈະຢ້ານກົວພຣະນາມຂອງພຣະຢາເວຈາກທິດຕາເວັນຕົກ, ແລະຢ້ານກົວພຣະສະຫງ່າຣາສີຂອງພຣະອົງຈາກທາງຕາເວັນຂື້ນ.

Isaiah 59:21

ແມ່ນຫຍັງຄືພັນທະສັນຍາຂອງພຣະຢາເວກັບພວກເຂົາ?

ນີ້ແມ່ນພັນທະສັນຍາ: ຈິດວິນຍານຂອງພຣະຢາເວຜູ້ຊຶ່ງຢູ່ເຫນືອພວກເຈົ້າ, ແລະຖ້ອຍຄຳຂອງເຮົາທີ່ເຮົາໄດ້ໃສ່ໄວ້ໃນປາກຂອງພວກເຈົ້າຈະບໍ່ພາກອອກຈາກປາກຂອງພວກເຈົ້າຫລື ຈະບໍ່ພາກອອກຈາກປາກຂອງບຸດທັງຫລາຍຂອງພວກເຈົ້າ, ຫລື ຈະບໍ່ພາກອອກຈາກປາກຂອງລູກຫລານທັງຫລາຍຂອງພວກເຈົ້າ ຕັ້ງແຕ່ບັດນີ້ໄປແລະຕະຫລອດໄປເປັນນິດ.

Isaiah 60

Isaiah 60:2

ເຖິງແມ່ນວ່າຄວາມມືດຈະປົກຄຸມທົ່ວແຜ່ນດິນໂລກ, ພຣະຢາເວຈະເຮັດຫຍັງສຳລັບອິດສະຣາເອນ?

ພຣະຢາເວຈະຊົງຂຶ້ນມາເຫນືອເພວກເຂົາ, ແລະ ຈະເຫັນພຣະສະຫງ່າຣາສີຂອງພຣະອົງເຫນືອພວກເຂົາ.

ຜູ້ໃດຈະມາສູ່ຄວາມສະຫວ່າງຂອງອິດສະຣາເອນ?

ບັນດາປະຊາຊາດຈະມາຍັງແສງສະຫວ່າງຂອງເຂົາ.

Isaiah 60:4

ເປັນຫຍັງອິດສະຣາເອນຈະຫລຽວເບິ່ງແລະເຕັມໄປດ້ວຍຄວາມສຸກໃຈ, ແລະຫົວໃຈຂອງເຈົ້າຈະມີຄວາມປິຕິຍິນດີ?

ນີ້ຈະເປັນເພາະວ່າຄວາມມັງຄັ້ງຂອງທະເລຈະຖືກຖອກເທອອກມາໃຫ້ເຂົາ, ຊັບສົມບັດຂອງບັນດາປະຊາຊາດຈະມາຍັງພວກເຂົາ.

Isaiah 60:8

ແມ່ນໃຜເປັນຜູ້ນຳຫນ້າເອົາລູກຊາຍທັງຫລາຍຂອງອິດສະຣາເອນຈາກແດນໄກ?

ເຮືອທັງຫລາຍຂອງເມືອງທາຊາກໍນຳຫນ້າ.

Isaiah 60:10

ຜູ້ໃດຈະສ້າງເມືອງເຢຣູຊາເລັມຄືນໃຫມ່ ແລະໃຜຈະຮັບໃຊ້ພວກເຂົາ?

ພວກບຸດຊາຍຂອງຄົນຕ່າງຊາດຈະສ້າງກຳແພງຂອງພວກເຂົາຄືນໃຫມ່, ແລະ ບັນດາກະສັດຂອງພວກເຂົາຈະຮັບໃຊ້ພວກເຂົາ.

Isaiah 60:12

ຈະເກີດຫຍັງຂຶ້ນກັບປະຊາຊາດແລະອານາຈັກເຫລົ່ານັ້ນທີ່ຈະບໍ່ຮັບໃຊ້ພວກເຂົາ?

ປະຊາຊາດເຫລົ່ານັ້ນຈະພິນາດໄປ ແລະຈະຖືກທຳລາຍຫມົດສີ້ນ.

Isaiah 60:15

ສິ່ງໃດທີ່ພຣະຢາເວຈະເຮັດໃຫ້ເມືອງຂອງພຣະຢາເວເປັນ?

ພຣະອົງຈເຮັດໃຫ້ນາງເປັນສິ່ງທີ່ຫນ້າພູມໃຈຕະຫລອດໄປເປັນນິດ, ເປັນຄວາມຊື່ນບານຈາກຄົນລຸ້ນຫນຶ່ງຫາຄົນລຸ້ນຫນຶ່ງ.

Isaiah 60:17

ຈະບໍ່ໄດ້ຍິນເຖິງຫຍັງອີກໃນແຜ່ນດິນຊິໂອນ?

ຈະບໍ່ໄດ້ຍິນເຖິງ ຄວາມທາລຸນໃນແຜ່ນດິນຂອງພວກເຂົາອີກຕໍ່ໄປ, ຫລືການລ້າງຜານ, ຫລືການເຮັດໃຫ້ກະຈັດກະຈາຍໄປພາຍໃນເຂດແດນຂອງພວກເຂົາ.

Isaiah 60:19

ສິ່ງໃດທີ່ຈະເປັນແສງສະຫວ່າງຕໍ່ແຜ່ນດິນ?

ພຣະຢາເວຊົງເປັນຄວາມສະຫວ່າງຂອງເຈົ້າຕະຫລອດໄປເປັນນິດ.

Isaiah 60:21

ປະຊາຊົນຂອງພຣະຢາເວຈະໄດ້ຮັບແຜ່ນດິນເປັນກຳມະສິດດົນປານໃດ?

ພວກເຂົາຈະໄດ້ຮັບແຜ່ນດິນເປັນກຳມະສິດຕະຫລອດໄປ.

ພຣະຢາເວຈະເຮັດໃຫ້ສິ່ງເຫລົ່ານີ້ສຳເລັດຈະໃຊ້ເວລາດົນປານໃດ?

ພຣະຢາເວຈະປະຕິບັດສິ່ງເຫລົ່ານີ້ໃຫ້ສຳເລັດຢ່າງວ່ອງໄວເມື່ອເຖິງເວລາ.

Isaiah 61

Isaiah 61:1

ເປັນຫຍັງພຣະວິນຍານຂອງພຣະຢາເວອົງພຣະຜູ້ເປັນເຈົ້າຈຶ່ງສະຖິດເຫນືອເຂົາ?

ພຣະວິນຍານສະຖິດເຫນືອເຂົາເພາະພຣະຢາເວຊົງເຈີມເຂົາ.

ພຣະຢາເວໄດ້ເຈີມເຂົາໃຫ້ເຮັດຫຍັງ?

ພຣະຢາເວໄດ້ຊົງເຈີມເຂົາເພື່ອປະກາດຂ່າວດີຕໍ່ຄົນທີ່ຖ່ອມຕົວ.

ມີສາມຢ່າງທຳອິດທີ່ພຣະຢາເວໄດ້ຊົງສົ່ງເຂົາໄປເຮັດຫຍັງ?

ພຣະອົງໄດ້ໃຫ້ເຂົາໄປຮັກສາໃຈຄົນທີ່ຊອກຊຳ້ລະກຳໃຈ, ເພື່ອປະກາດອິດສະຫລະພາບໃຫ້ແກ່ຜູ້ທີ່ຖືກຈັບເປັນສະເລີຍ, ແລະ ການເປີດຄຸກໃຫ້ຜູ້ທີ່ຖືກກັກຂັງ.

Isaiah 61:4

ພວກຄົນຕ່າງຊາດຈະເຮັດຫຍັງໃນຊິໂອນ?

ພວກຄົນຕ່າງຊາດຈະຢືນ ແລະ ລ້ຽງແບ້ ແກະຢູ່ຊິໂອນ, ແລະພວກລູກຊາຍຂອງຄົນຕ່າງຊາດຈະເຮັດວຽກໃນທົ່ງນາ ແລະ ສວນອະງຸ່ນຂອງພວກເຂົາ.

Isaiah 61:6

ພວກຜູ້ຄົນໃນຊິໂອນຈະຖືກເອີ້ນວ່າແນວໃດ?

ພວກເຈົ້າຈະໄດ້ຮັບການຂະຫນານນາມວ່າເປັນປະໂລຫິດຂອງພຣະຢາເວ.

Isaiah 61:8

ພຣະຢາເວຮັກຫຍັງແລະພຣະອົງກຽດຊັງຫຍັງ?

ພຣະຢາເວ ຮັກຄວາມຍຸດຕິທຳ, ແລະກຽດຊັງການກົດຂີ່ ແລະ ອາຊະຍາກຳທີ່ຮຸນແຮງ.

Isaiah 61:10

ພຣະຢາເວໄດ້ເຮັດຫຍັງສຳລັບເຂົາ?

ພຣະຢາເວໄດ້ຊົງສວມເຂົາດວ້ຍເສື້ອຜາ້ແຫ່ງຄວາມລອດ; ພຣະອົງໄດ້ສວມເສື້ອຄຸມແຫ່ງຄວາມຊອບທຳໃຫ້ເຂົາ.

ແມ່ນຫຍັງທີ່ພຣະຢາເວອົງພຣະຜູ້ເປັນເຈົ້າຈະເຮັດໃຫ້ເກີດການປົ່ງຂຶ້ນມາຕໍ່ຫນ້າຂອງປະຊາຊາດທັງຫມົດ?

ພຣະອົງຈະໃຫ້ຄວາມຊອບທຳແລະການສັນລະເສີນເກີດຂື້ນມາຕໍ່ຫນ້າປະຊາຊາດທັງຫມົດຢ່າງນັ້ນ.

Isaiah 62

Isaiah 62:1

ຜູ້ໃດຈະເຫັນຄວາມຊອບທຳ ແລະສະຫງ່າລາສີຂອງຊີໂອນ?

ປະຊາຊາດທັງຫລາຍຈະໄດ້ເຫັນຄວາມຊອບທຳຂອງຊີໂອນ, ແລະ ກະສັດທັງຫມົດດຈະເຫັນສະຫງ່າລາສີຂອງນາງ.

Isaiah 62:3

ຈະມີຫຍັງແດ່ຈະບໍ່ມີການເວົ້າເຖິງຊິໂອນແລະແຜ່ນດິນຂອງນາງອີກຕໍ່ໄປ?

ຊີໂອນຈະບໍ່ມີການເວົ້າວ່າ, "ຜູ້ຖືກປະຖິ້ມໄວ້"; ຫລືແຜ່ນດິນຂອງນາງຈະບໍ່ຖືກເອີ້ນວ່າ, "ບ່ອນຮ້າງເປົ່າ." ອີກຕໍ່ໄປແທ້ຈິງແລ້ວ,.

ເປັນຫຍັງຊິໂອນຈຶ່ງຖືກເອີ້ນວ່າ "ຄວາມຍິນດີຂອງເຮົາແມ່ນຢູ່ໃນນາງ," ແລະເອີ້ນແຜ່ນດິນວ່າ "ແຕ່ງງານແລ້ວ,"?

ນາງຈະຖືກເອີ້ນສິ່ງເຫລົ່ານັ້ນ ເພາະວ່າພຣະຢາເວມີຄວາມປິຕິຍິນດີໃນນາງ, ແລະ ແຜ່ນດິນຂອງນາງຈະແຕ່ງງານ.

Isaiah 62:6

ເປັນຫຍັງຄົນເຝົ້າຍາມຢູ່ເທິງກຳແພງເມືອງເຢຣູຊາເລັມ?

ພວກເຂົາໄດ້ວາງຢູ່ທີ່ນັ້ນເຕືອນຄວາມຈຳຂອງພຣະຢາເວ, ຢ່າຍອມໃຫ້ພຣະອົງຊົງຢຸດພັກຈົນກວ່າພຣະອົງໄດ້ສ້າງກຸງເຢຣູຊາເລັມຂຶ້ນມາໃຫມ່ ແລະ ເຮັດໃຫ້ເມືອງນັ້ນເປັນທີ່ສັນລະເສີນໃນແຜ່ນດິນໂລກ.

Isaiah 62:8

ແມ່ນຫຍັງທີ່ພຣະຢາເວໄດ້ປະຕິຍານໂດຍໃຊ້ມືຂວາຂອງພຣະອົງແລະແຂນແຫ່ງຣິດທານຸພາບຂອງພຣະອົງ?

ພຣະອົງໄດ້ປະຕິຍານວ່າ ພຣະອົງຈະບໍ່ເອົາເຂົ້າຂອງເຢຣູຊາເລັມເປັນອາຫານ ສຳລັບສັດຕູຂອງເຈົ້າອີກຕໍ່ໄປ. ພວກຄົນຕ່າງຊາດຈະບໍ່ໄດ້ດື່ມເຫລົ້າອາງຸ່ນໃຫມ່ຂອງນາງ.

Isaiah 62:11

ແມ່ນຫຍັງທີ່ພຣະຢາເວປະກາດໄປຍັງສຸດປາຍແຜ່ນດິນໂລກ?

ນີ້ແມ່ນພຣະຢາເວຊົງປະກາດ: "ຈົ່ງກ່າວແກ່ທິດາຂອງຊີໂອນວ່າ, 'ຈົ່ງເບິ່ງ, ພຣະຜູ້ຊ່ວຍໃຫ້ລອດຂອງເຈົ້າກຳລັງສະເດັດມາ! ເບິ່ງແມ, ລາງວັນຂອງພຣະອົງກໍຢູ່ກັບພຣະອົງ ແລະຄ່າຕອບແທນຂອງພຣະອົງຈະໄປຢູ່ຕໍພຣະພັກຂອງພຣະອົງ.'"

Isaiah 63

Isaiah 63:1

ແມ່ນໃຜທີ່ມາຈາກເອໂດມນຸ່ງຫຍັງ ແລະ ເຂົາມາຈາກໃສ?

ຜູ້ທີ່ນຸ່ງເສື້ອຜ້າສີແດງ ແລະ ເຂົາກ້າວເດີນມາດ້ວຍຄວາມຫມັ້ນໃຈ.

ເປັນຫຍັງຜູ້ໃດຈາກເມືອງເອໂດມຈຶ່ງກ້າວເດີນມາດ້ວຍຄວາມຫມັ້ນໃຈ?

ເຂົາກ້າວເດີນມາດ້ວຍຄວາມຫມັ້ນໃຈເພາະອານຸພາບອັນຍິ່ງໃຫຍ່ຂອງພຣະອົງ.

ຜູ້ນີ້ຈາກເອໂດມເວົ້າຫຍັງກ່ຽວກັບຕົວເອງ?

ເຂົາເວົ້າວ່າເຂົາກ່າວດ້ວຍຄວາມຊອບທຳ ແລະ ເຕັມໃປດ້ວຍຣິດທານຸພາບທີ່ສາມາດຊ່ວຍໃຫ້ລອດໄດ້.

Isaiah 63:3

ສິ່ງນີ້ແມ່ນຫຍັງຈາກເອໂດມທີ່ລໍຄອຍ?

ເຂົາໄດ້ເບິ່ງໄປທາງຫນ້າເຖິງວັນແຫ່ງການແກ້ແຄ້ນ, ແລະປີແຫ່ງການໄຖ່ເຮົາໄດ້ມາເຖິງແລ້ວ.

Isaiah 63:5

ມີໃຜຈະຊ່ວຍເຫລືອຜູ້ນີ້ຈາກເອໂດມບໍ?

ບໍ່, ບໍ່ມີໃຜຈັກຄົນຊ່ວຍເຫລືອ.

ຜູ້ທີ່ມາຈາກເອໂດມເຮັດແນວໃດຕໍ່ປະຊາຊົນ?

ເຂົາໄດ້ຢຽບຢໍ່າຊົນຊາດທັງຫລາຍດ້ວຍຄວາມຄຽດແຄ້ນຂອງເຮົາແລະເຮັດໃຫ້ພວກເຂົາມຶນເມົາດ້ວຍຄວາມໂກດຮ້າຍຂອງເຮົາ, ແລະເຮົາໄດ້ຖອກໂລຫິດຂອງພວກເຂົາລົງເທິງແຜ່ນດິນໂລກ.

Isaiah 63:7

ເປັນຫຍັງ ແລະ ແນວໃດທີ່ພຣະຢາເວໄດ້ສຳແດງພຣະເມດຕານີ້ຕໍ່ເຊື້ອສາຍອິດສະຣາເອນ?

ພຣະຢາເວໄດ້ສຳແດງພຣະເມດຕານີ້ ຍ້ອນຄວາມເມດຕາຂອງພຣະອົງ ແລະດ້ວຍການກະທຳທີ່ສັດຊື່ໃນພັນທະສັນຍາຢ່າງຫລວງຫລາຍ.

Isaiah 63:9

ມີຫຍັງເກີດຂື້ນໃນສະໄຫມໂບຮານເມື່ອປະຊາຊົນຂອງພະຢາເວມີຄວາມທຸກຍາກລຳບາກ?

ເມື່ອປະຊາຊົນຂອງພະຢາເວມີຄວາມທຸກຍາກລຳບາກ, ພຣະອົງຊົງເປັນທຸກ.

ໃນສະໄຫມໂບຮານ, ໃຜຊ່ວຍຊີວິດອິດສະຣາເອນ?

ທູດສະຫວັນຈາກທີ່ປະທັບຂອງພຣະອົງໄດ້ຊ່ວຍພວກເຂົາໃຫ້ລອດ.

Isaiah 63:10

ເປັນຫຍັງພຣະອົງຈຶ່ງກາຍເປັນສັດຕູຂອງພວກເຂົາ?

ພຮະອົງກາຍເປັນສັດຕູຂອງພວກເຂົາເພາະພວກເຂົາໄດ້ທໍລະຍົດແລະເຮັດໃຫ້ພຣະວິນຍານບໍລິສຸດຂອງພຣະອົງຊົງເສຍພຣະໄທ.

Isaiah 63:15

ພຣະນາມຂອງພຣະຢາເວຕັ້ງແຕ່ສະໄຫມໂບຮານແມ່ນຫຍັງ?

ພຣະນາມຂອງພຣະອົງຕັ້ງແຕ່ສະໃຫມບູຮານຄື "ພຣະຜູ້ໄຖ່ຂອງພວກເຮົາ".

Isaiah 63:17

ແມ່ນຫຍັງເປັນຄໍາຮ້ອງທຸກ ຫລື ຄໍາຖາມຂອງເຊື້ອສາຍຂອງອິດສະຣາເອນກັບພຣະຢາເວ?

ຄໍາຮ້ອງທຸກ ຫລື ຄໍາຖາມແມ່ນ, "ຂ້າແດ່ພຣະຢາເວ, ເປັນຫຍັງພຣະອົງຈຶ່ງເຮັດໃຫ້ພວກຂ້ານ້ອຍຫລົງທາງໄປຈາກທາງຂອງພຣະອົງແລະເຮັດໃຫ້ໃຈຂອງຂ້ານ້ອຍແຂງກະດ້າງ, ຈົນວ່າພວກຂ້ານ້ອຍບໍ່ເຊື່ອຟັງພຣະອົງ?"

Isaiah 64

Isaiah 64:1

ຈະມີຫຍັງເກີດຂື້ນຖ້າພຣະນາມຂອງພຣະຢາເວຮູ້ໂດຍສັດຕູຂອງພຣະອົງ?

ບັນດາປະຊາຊາດຈະໂຕສັ່ນຢູ່ຕໍ່ຫນ້າຂອງພຣະອົງ.

Isaiah 64:3

ຕັ້ງແຕ່ສະໄຫມໂບຮານມາມີໃຜໄດ້ຍິນຫລືຮັບຮູ້ວ່າມີພຣະເຈົ້າອົງໃດນອກເຫນືອຈາກພຣະຢາເວ, ຜູ້ທີ່ກະທຳສິ່ງຕ່າງໆເພື່ອຜູ້ທີ່ລໍຄອຍພຣະອົງ?

ບໍ່ມີຜູ້ໃດໄດ້ຍິນຫລືຮັບຮູ້ພຣະເຈົ້າໃດນອກເຫນືອຈາກພຣະອົງ, ຜູ້ທີ່ກະທຳສິ່ງຕ່າງໆເພື່ອຜູ້ທີ່ລໍຄອຍພຣະອົງ.

Isaiah 64:6

ການກະທຳທີ່ຊອບທຳຂອງອິດສະຣາເອນເຫມືອນຫຍັງ?

ພວກເຂົາກໍເຫມືອນດັ່ງຜ້າເສັດທີ່ສົກກະປົກ.

ເປັນຫຍັງຈຶ່ງບໍ່ມີຜູ້ໃດຮ້ອງທູນຕໍ່ພຣະນາມຂອງພຣະອົງ, ຜູ້ທີ່ພະຍາຍາມຈະຢຶດພຣະອົງໄວ້?

ນີ້ແມ່ນຍ້ອນພຣະອົງໄດ້ເຊື່ອງພຣະພັກຂອງພຣະອົງຈາກພວກເຂົາແລະເຮັດໃຫ້ພວກເຂົາສູນເສຍໃນມືຂອງຄວາມຜິດບາບຂອງພວກເຂົາ.

Isaiah 64:8

ນັກຂຽນປຽບທຽບພຣະຢາເວ ແລະ ປະຊາຊົນອິດສະຣາເອນໃສ່ຫຍັງ?

ພຣະຢາເວໄດ້ປຽບເປັນຊ່າງປັ້ນ ແລະປະຊາຊົນອິດສະຣາເອນປຽບເປັນດິນຫນຽວ.

Isaiah 64:10

ເມືອງທີ່ບໍລິສຸດຂອງພຣະຢາເວໄດ້ກາຍເປັນຫຍັງ?

ເມືອງທີ່ບໍລິສຸດທັງຫລາຍຂອງພຣະອົງໄດ້ກາຍເປັນຖິ່ນແຫ້ງແລ້ງກັນດານ ແລະ ເຢຣູຊາເລັມກາຍເປັນບ່ອນທີ່ຮົກຮ້າງຫວ່າງເປົ່າ.

ຄຳຖາມທີ່ນັກຂຽນມີສອງຄຳຖາມແມ່ນຫຍັງ?

ສອງຄຳຖາມແມ່ນ: "ຂ້າແດ່ພຣະຢາເວ, ພຣະອົງຍັງຊົງຢັບຢັ້ງຢູ່ໄດ້ຢ່າງໃດ? ແລະ ພຣະອົງຍັງຊົງງຽບ ແລະ ສືບຕໍ່ຮັບຄວາມອັບອາຍຕະຫລອດໄປໄດ້ຢ່າງໃດ?"

Isaiah 65

Isaiah 65:1

ພຣະຢາເວຕ້ອງການຫຍັງຈາກຜູ້ທີ່ບໍ່ໄດ້ຖາມແລະບໍ່ສະແຫວງຫາ?

ພຣະອົງຕ້ອງການຜູ້ທີ່ສະແຫວງຫາ ແລະ ພົບໂດຍຄົນທີ່ບໍ່ໄດ້ຖາມແລະບໍ່ໄດ້ຂໍ.

ຄົນທີ່ດື້ດ້ານເຫລົ່ານີ້ໄດ້ດຳເດີນຕາມຫຍັງ?

ພວກເຂົາດຳເນີນຕາມຄວາມຄິດ ແລະ ແຜນການຂອງຕົນເອງ.

Isaiah 65:3

ປະຊາຊົນເຫລົ່ານີ້ມີວິທີການໃດແດ່ທີ່ເປັນການກະທໍາຜິດຕໍ່ກັບພຣະຢາເວຢ່າງຕໍ່ເນື່ອງ?

ພວກເຂົາແມ່ນຊົນຊາດທີ່ເຮັດຜິດຕໍ່ເຮົາຕະຫລອດເວລາ, ຄືການຖວາຍເຄື່ອງບູຊາທັງຫລາຍໃນສວນຕ່າງໆ, ແລະເຜົາເຄື່ອງຫອມເທິງກ້ອນດິນຈີ່. ພວກເຂົານັ່ງຢູ່ທ່າມກາງບ່ອນຝັງສົບແລະເຝົ້າລະວັງຕະຫລອດຄືນ, ແລະກິນຊີ້ນຫມູພ້ອມກັບນ້ຳແກງຂອງຊີ້ນ ທີ່ຫນ້າລັງກຽດໃນຈານຂອງພວກເຂົາ.

Isaiah 65:6

ແມ່ນຫຍັງເປັນສິ່ງທີ່ໄດ້ເຮັດ ແລະເປັນສິ່ງຈະເຮັດຂອງພຣະຢາເວກັບຄົນທີ່ດື້ດ້ານເຫລົ່ານີ້?

ພຣະອົງຈະຕອບແທນພວກເຂົາຄືນ ແລະຈະຕອບແທນພວກເຂົາສຳລັບຄວາມບາບຂອງເຂົາ ແລະ ຄວາມບາບຂອງບັນດາບັນພະບູລຸດຂອງພວກເຂົາ.

Isaiah 65:9

ພຮະຢາເວຈະເຮັດຫຍັງ ລັບຄົນທີ່ພຣະອົງຊົງເລືອກ?

ພວກເຂົາຈະໄດ້ຮັບແຜ່ນດິນເປັນກຳມະສິດ.

Isaiah 65:12

ພຣະຢາເວຈະເຮັດແນວໃດກັບຜູ້ທີ່ປະຖິ້ມພຣະຢາເວ?

ພຣະອົງຈະລິຄິດພວກເຂົາໃຫ້ແກ່ດາບ, ແລະ ພວກເຂົາທຸກຄົນຈະກົ້ມຫົວລົງຕໍ່ຜູ້ສັງຫານ.

Isaiah 65:13

ສິ່ງທີ່ຈະເກີດຂື້ນກັບຜູ້ຮັບໃຊ້ຂອງພຣະຢາເວແມ່ນຫຍັງ?

ພວກເຂົາຈະກິນ, ດື່ມ, ປິຕິຍິນດີ ແລະ ຈະໂຫ່ຮ້ອງດ້ວຍຄວາມຍິນດີ.

ຈະມີຫຍັງອີກແດ່ທີ່ຈະເກີດຂຶ້ນກັບຜູ້ທີ່ປະຖິ້ມພຣະຢາເວ?

ພວກເຈົ້າຈະຫິວໂຫຍ ແລະຈະຫິວກະຫາຍ. ພວກເຈົ້າຈະໄດ້ຮັບຄວາມອັບອາຍ ແລະເພາະຄວາມເຈັບປວດຂອງຫົວໃຈ ແລະ ຈະຮ້ອງໄຫ້ຍ້ອນວິນຍານທີ່ຊອກຊ້ຳ.

Isaiah 65:17

ແມ່ນຫຍັງທີ່ພຣະຢາເວຈະສ້າງ?

ພຣະຢາເວຈະສ້າງທ້ອງຟ້າໃຫມ່ ແລະ ແຜ່ນດິນໂລກໃຫມ່.

ຜູ້ຮັບໃຊ້ຂອງພຣະຢາເວຈະຕອບສະຫນອງເພື່ອທ້ອງຟ້າໃຫມ່ແລະແຜ່ນດິນໂລກໃຫມ່ແນວໃດ?

ພວກເຂົາຈະຍິນດີ ແລະ ເບີກບານໃຈຕະຫລອດໄປໃນສິ່ງທີ່ພຣະຢາເວກຳລັງຈະສ້າງຂຶ້ນ.

Isaiah 65:20

ປະຊາຊົນຈະເຮັດຫຍັງໃນເມືອງເຢຣູຊາເລັມໃຫມ່?

ພວກກເຂົາຈະສ້າງານເຮືອນ ແລະ ອາໄສຢູ່ທີ່ນັ້ນ, ແລະພວກເຂົາຈະປູກຕົ້ນອະງຸ່ນ ແລະກິນຫມາກຂອງມັນ.

Isaiah 65:22

ປະຊາຊົນຈະມີຊີວິດຢູ່ໄດ້ຈັກວັນ?

ພວກເຂົາຈະມີຊີວິດຍາວນານຄືກັບອາຍຸຂອງຕົ້ນໄມ້.

Isaiah 65:24

ໃນທ້ອງຟ້າໃຫມ່ແລະແຜ່ນດິນໂລກໃຫມ່ເມື່ອໃດພຣະຢາເວຈະໄດ້ຍິນແລະຕອບປະຊາຊົນຂອງພຣະອົງ?

ໃນຂະນະທີ່ພວກເຂົາຍັງເວົ້າຢູ່, ພຣະຢາເວຈະຟັງພວກເຂົາ, ແລະກ່ອນພວກເຂົາຮ້ອງຂໍ ພຣະອົງຈະຕອບພວກເຂົາ.

ສິ່ງທີ່ຈະແຕກຕ່າງກັນກ່ຽວກັບເທິງພູເຂົາອັນບໍລິສຸດຂອງພຣະຢາເວ ທັງຫມົດ?

ພວກມັນຈະບໍ່ທຳຮ້າຍຫລືທຳລາຍກັນອີກຕໍ່ໄປ. ຫມາປ່າແລະລູກແກະຈະຫາກິນຢູ່ນຳກັນ, ແລະ ສິງໂຕຈະກິນເຟືອງຄືກັນກັບງົວ.

Isaiah 66

Isaiah 66:2

ໃຜສ້າງຟ້າສະຫວັນແລະແຜ່ນດິນໂລກ?

ພຣະຢາເວສ້າງສິ່ງທັງຫມົດນີ້ດ້ວຍພຣະຫັດຂອງພຣະອົງ.

ພຣະຢາເວຍອມຮັບຂອງມະນຸດປະເພດໃດ?

ພຣະຢາເວຍອມຮັບມະນຸດຜູ້ທີ່ມີຈິດວິນຍານທີ່ແຕກສະຫລາຍ ແລະສຳນຶກຜິດ, ແລະ ຜູ້ທີ່ຕົວສັ່ນຕໍ່ຖ້ອຍຄຳຂອງເຮົາ.

Isaiah 66:3

ເອຊາຢາໄດ້ຍົກຕົວຢ່າງອັນໃດແດ່ທີ່ສະແດງຄວາມຫນ້າຊື່ໃຈຄົດຂອງມະນຸດ?

ພຣະຢາເວກ່າວວ່າຜູ້ທີ່ຂ້າງົວກໍຂ້າຄົນນຳ. ຜູ້ທີ່ຖວາຍບູຊາລູກແກະກໍຫັກຄໍຂອງຫມາດ້ວຍ. ຜູ້ທີ່ຖວາຍເມັດພືດເປັນເຄື່ອງບູຊາກໍຖວາຍເລືອດຫມູດ້ວຍ; ຜູ້ທີ່ຖວາຍອານຸສອນເຄື່ອງຫອມກໍອວຍພອນຄວາມຊົ່ວຮ້າຍດ້ວຍ.

Isaiah 66:5

ພີ່ນ້ອງຂອງຜູ້ທີ່ຢ້ານກົວຈົນຕົວສັ່ນ ໃນພຣະຄຳຂອງພຣະຢາເວເຮັດແນວໃດກັບພວກເຂົາ?

ບັນດາພີ່ນ້ອງຂອງພວກເຈົ້າຜູ້ທີ່ກຽດຊັງ ແລະ ແຍກຜູ້ທີ່ຢ້ານກົວຈົນຕົວສັ່ນໃນພຣະຄຳຂອງພຣະຢາເວອອກໄປ.

Isaiah 66:6

ສຽງທີ່ມາຈາກເມືອງແລະພຣະວິຫານແມ່ນຫຍັງ?

ມັນແມ່ນສຽງອຶກກະທຶກຂອງການສູ້ຮົບແມ່ນອອກມາຈາກເມືອງນັ້ນ, ສຽງຂອງພຣະຢາເວທີ່ກຳລັງຊົງແກ້ແຄ້ນພວກສັດຕູຂອງພຣະອົງ.

Isaiah 66:10

ເປັນຫຍັງທຸກຄົນທີ່ຮັກເຢຣູຊາເລັມຄວນປິຕິຍິນດີກັບນາງແລະມີຍິນດີກັບນາງ?

ພວກເຂົາຄວນປິຕິຍິນດີກັບເຢຣູຊາເລັມ ແລະ ຍິນດີກັບນາງ, ສຳລັບພວກເຈົ້າຈະໄດ້ຮັບລ້ຽງດູ ແລະອີ່ມໃຈ; ເພາະໄດ້ຮັບການເລົ້າໂລມຢູ່ໃນອ້ອມເອິກຂອງນາງ; ເພາະວ່າພວກເຈົ້າຈະດື່ມສິ່ງເຫລົ່ານັ້ນໃຫ້ເຕັມທີ່ ແລະ ຈະປິຕິຍິນດີກັບສະຫງ່າຣາສີຢ່າງມາກມາຍຂອງນາງ.

Isaiah 66:12

ພຣະຢາເວຈະຊົງແຜ່ຂະຫຍາຍຫຍັງໄປທົ່ວເຢຣູຊາເລັມ?

ພຣະຢາເວແມ່ນກຳລັງຂະຫຍາຍຄວາມຈະເລີນຮຸ່ງເຮືອງມາເຫນືອນາງຄືກັບແມ່ນ້ຳ, ແລະສັບສົມບັດຂອງບັນດາປະຊາຊາດຄືກັບກະແສນ້ຳໄຫລ.

Isaiah 66:15

ພຣະຢາເວຈະຊົງໃຊ້ຫຍັງໃນການພິພາກສາມະນຸດຊາດ?

ພຣະອົງຈະໃຊ້ດ້ວຍໄຟ ແລະ ດາບຂອງພຣະອົງ.

Isaiah 66:18

ເປັນຫຍັງພຣະຢາເວຈະເຕົ້າໂຮມທຸກປະຊາຊາດແລະທຸກພາສາ?

ພຣະຢາເວເຕົ້າໂຮມທຸກປະຊາຊາດແລະທຸກພາສາ ເພື່ອພວກເຂົາຈະມາແລະຈະເຫັນສະຫງ່າຣາສີຂອງພຣະອົງ ແລະເພື່ອບາງຄົນຜູ້ທີ່ລອດຊີວິດສາມາດກັບຄືນໄປຍັງບັນດາປະຊາຊາດຂອງພວກເຂົາ ເພື່ອປະກາດສະຫງ່າຣາສີຂອງພຣະຢາເວໃນທ່າມກາງບັນດາປະຊາຊາດ.

Isaiah 66:20

ຜູ້ໃດຈະໄດ້ຮັບເຄື່ອງຖວາຍບູຊາແກ່ພຣະຢາເວ?

ພີ່ນ້ອງຂອງອິດສະຣາເອນທຸກຄົນກັບມາຈາກປະຊາຊາດທັງຫມົດ, ມາເປັນເຄື່ອງບູຊາຖວາຍແດ່ພຣະຢາເວ.

Isaiah 66:22

ປະຊາຊົນຈະເຮັດຫຍັງຈາກເດືອນຫນຶ່ງເຖິງເດືອນຕໍ່ໄປແລະຈາກວັນຊະບາໂຕເຖິງວັນຊະບາໂຕ?

ປະຊາຊົນທັງຫມົດຈະມາຂາບໄຫວ້ພຣະຢາເວາກເດືອນຫນຶ່ງເຖິງເດືອນຕໍ່ໄປ ແລະ ຈາກວັນຊະບາໂຕເຖິງວັນຊະບາໂຕ.

Isaiah 66:24

ຈະເກີດຫຍັງຂຶ້ນກັບຊາກສົບຂອງພວກຄົນທີ່ກະບົດຕໍ່ພຣະຢາເວ?

ຫນອນທີ່ກັດກິນພວກເຂົາ ແລະທີ່ເຜົາຜານພວກເຂົາ.