ພາສາລາວ (Lao): translationQuestions Print

Updated ? hours ago # views See on WACS

Jude 1

Jude 1:1

ຢູດາເປັນຜູ້ຮັບໃຊ້ຂອງໃຜ?

ຢູດາເປັນຜູ້ຮັບໃຊ້ຂອງພຣະເຢຊູຄຣິດເຈົ້າ.

ຢູດາເປັນນ້ອງຊາຍຂອງໃຜ?

ຢູດາເປັນນ້ອງຊາຍຂອງຢາໂກໂບ.

ຢູດາໄດ້ຂຽນຈົດຫມາຍຫາໃຜ?

ຢູດາຂຽນຈົດຫມາຍເຖິງຄົນເຫລົ່ານັ້ນ, ທີ່ໄດ້ຮັບການຊົງເອີ້ນວ່າເປັນທີ່ຮັກໃນພຣະເຈົ້າ, ພຣະບິດາເຈົ້າ ແລະ ເປັນຜູ້ທີ່ໄດ້ຮັບການຮັກສາໄວ້ເພື່ອພຣະເຢຊູຄຣິດ.

ສິ່ງໃດທີ່ຢູດາຕ້ອງການຂຽນເຖິງກຸ່ມຄົນເຫລົ່ານັ້ນຫລາຍ?

ຢູດາຂໍພຣະເມດຕາຄຸນ, ສັນຕິສຸກ ແລະ ຄວາມຮັກເພີ່ມທະວີຄູນຍິ່ງຂື້ນ

Jude 1:3

ເລື່ອງໃດທີ່ຢູດາຕ້ອງການຂຽນເຖິງເປັນອັນດັບທຳອິດ?

ຢູດາຕ້ອງການຂຽນເຖິງ ທ່ານກ່ຽວກັບຄວາມພົ້ນທົ່ວໄປຂອງເຮົານັ້ນ, ເປັນອັນດັບທຳອິດ.

ຢູດາຂຽນຕາມຄວາມເປັນຈິງກ່ຽວກັບຫຍັງ?

ປົກກະຕິຢູດາຂຽນຕາມຄວາມເປັນຈິງກ່ຽວກັບ ການຕໍ່ສູ້ຢ່າງຈິງຈັງເພື່ອຄວາມເຊື່ອ ຊື່ງຄັ້ງຫນຶ່ງໄດ້ໂຜດມອບໄວ້ແກ່ຜູ້ເຊື່ອທັງຫລາຍແລ້ວ.

ຄົນທີ່ຖືກກ່າວໂທດ ແລະ ຄົນທີ່ບໍ່ຮູ້ຈັກກັບພຣະເຈົ້າເຂົາໄດ້ຖືກລົງໂທດແນວໃດ?

ຄົນເຫລົ່ານີ້ຖືກເລັງໄວ້ເພື່ອການພິພາກສາພວກເຂົາ.

ຜູ້ທີ່ຖືກກ່າວໂທດ ແລະ ຄົນທີ່ບໍ່ຮູ້ຈັກກັບພຣະເຈົ້າ ເຮັດຫຍັງ?

ພວກເຂົາປ່ຽນພຣະຄຸນຂອງພຣະເຈົ້າຂອງເຮົາເຂົ້າສູ່ການຊົ່ວຊ້າລາມົກ, ແລະ ໄດ້ປະຕິເສດຈອມເຈົ້ານາຍ ແລະ ອົງພຣະຜູ້ເປັນເຈົ້າອົງດຽວຂອງເຮົາຄືພຣະເຢຊູຄຣິດເຈົ້າ.

Jude 1:5

ອົງພຣະຜູ້ເປັນເຈົ້າ ໄດ້ຊ່ວຍເຫລືອຄົນທັງຫລາຍອອກຈາກໃສ?

ອົງພຣະຜູ້ເປັນເຈົ້າ ໄດ້ຊ່ວຍເຫລືອພວກເຂົາອອກຈາກແຜ່ນດິນຂອງອີຢິບ.

ອົງພຣະຜູ້ເປັນເຈົ້າ ໄດ້ເຮັດຫຍັງກັບກຸ່ມຄົນເຫລົ່ານັ້ນທີ່ບໍ່ເຊື່ອ?

ອົງພຣະຜູ້ເປັນເຈົ້າ ໄດ້ຊົງທຳລາຍຄົນເຫລົ່ານັ້ນທີ່ບໍ່ໄດ້ເຊື່ອພຣະອົງ.

ອົງພຣະຜູ້ເປັນເຈົ້າ ໄດ້ເຮັດຫຍັງກັບເຫລົ່າທູດສະຫວັນ ອອກຈາກທີ່ຢູ່?

ພຣະອົງໄດ້ຊົງກັກຂັງພວກເຂົາດ້ວຍໂສ້ອັນນິລັນໄວ້ໃນທີ່ມືດ, ເພື່ອການພິພາກສາໃນວັນຍິ່ງໃຫຍ່ນັ້ນ.

Jude 1:7

ເມືອງໂຊໂດມ, ເມືອງໂກໂມຣາ ແລະ ເມືອງທັງຫລາຍທີ່ຢູ່ລອບໆພວກເຂົາເຮັດຫຍັງ?

ພວກເຂົາໄດ້ຫລົງໄປກັບການຜິດປະເວນີ ແລະ ຄວາມປາຖະຫນາໃນການຜິດສິນທຳທາງເພດ.

ເຊັ່ນດຽວກັບເມືອງໂຊໂດມ, ເມືອງໂກໂມຣາ ແລະ ເມືອງທັງຫລາຍທີ່ຢູ່ລອບໆພວກເຂົາ, ຜູ້ທີ່ຖືກກ່າວໂທດ ແລະ ຄົນທີ່ບໍ່ຮູ້ຈັກກັບພຣະເຈົ້າເຮັດຫຍັງ?

ພວກເຫລົ່ານີ້ກໍຍັງມົວຝັນ, ເຮັດໃຫ້ຮ່າງກາຍຂອງຕົນຊົ່ວມົວໝອງ. ພວກເຂົາໝິ່ນປະໝາດສິດອຳນາດ, ແລະ ພວກເຂົາດ່າວ່າເຖິງບັນດາສິ່ງທີ່ມີກຽດສັກສີຢູ່ເບື້ອງເທິງ.

Jude 1:9

ທູດສະຫວັນມີຄາເອນເວົ້າຫຍັງກັບມານ?

ທູດສະຫວັນມີຄາເອນໄດ້ເວົ້າວ່າ: “ຂໍອົງພຣະຜູ້ເປັນເຈົ້າເປັນຜູ້ຕິຕຽນເຈົ້າເທີ້ນ.

Jude 1:12

ຜູ້ທີ່ຖືກກ່າວໂທດ ແລະ ຄົນທີ່ບໍ່ຮູ້ຈັກກັບພຣະເຈົ້າ ເຂົາບໍ່ລະອາຍແກ່ໃຈທີ່ຈະດູແລໃຜ?

ເຂົາບໍ່ລະອາຍແກ່ໃຈໃນການທີ່ລ້ຽງດູຕົວພວກເຂົາເອງ.

Jude 1:14

ເອໂນກເປັນຄົນທີເທົ່າໃດໃນເຊື້ອສາຍອາດາມ?

ເອໂນກເປັນຄົນທີເຈັດໃນເຊື້ອສາຍອາດາມ.

ອົງພຣະຜູ້ເປັນເຈົ້າ ຈະຊົງສະຖິດກັບໃຜດຳເນີນການພິພາກສາ?

ອົງພຣະຜູ້ເປັນເຈົ້າ ຈະຊົງສະຖິດກັບທຸກຄົນດຳເນີນການພິພາກສາ.

ໃຜແມ່ນຄົນທີ່ບໍ່ຮູ້ຈັກກັບພຣະເຈົ້າ ໃຜແມ່ນຄົນຕັດສິນ?

ຄົນເຫຼົ່ານີ້ເປັນຄົນມັກຈົ່ມ, ເປັນຄົນໂຄສະນາ ຊົ່ວຊ້າທີ່ດຳເນີນຕາມຄວາມປາຖະຫນາອັນຊົ່ວຮ້າຍຂອງພວກເຂົາ. ພວກເຂົາເວົ້າອວດອ້າງເພື່ອຫວັງປະໂຫຍດສ່ວນຕົວຄືຄົນຊົ່ວທີ່ຖືກຕັດສິນ.

Jude 1:17

ໃຜທີ່ເວົ້າເຖິງຄຳເວົ້າໃນອະດີດກ່ຽວກັບຄົນທີ່ຖືກເຍາະເຍີ້ຍທັງຫລາຍ?

ອັກຄະສາວົກຂອງອົງພຣະຜູ້ເປັນເຈົ້າ ພຣະເຢຊູຄິດເຈົ້າໄດ້ເວົ້າເຖິງຄຳເວົ້າໃນອະດີດຖືກເຍາະເຍີ້ຍທັງຫລາຍ.

ແມ່ນຫຍັງຄືຄວາມຈິງຂອງຜູ້ທີ່ຖືກເຍາະເຍີ້ຍທີ່ດຳເນີນໄປຕາມຄວາມໂລບທີ່ບໍ່ຊອບທຳຂອງຕົນເອງ ຊຶ່ງເຮັດໃຫ້ເກີດການແບ່ງແຍກ ແລະ ມີຄວາມຮູ້ສຶກສະຫຼາດ?

ພວກເຂົາບໍ່ມີພຣະວິນຍານບໍລິສຸດ.

Jude 1:20

ຜູ້ເປັນທີ່ຮັກກຳລັງເສີມສ້າງຕົນເອງ ແລະ ອະທິຖານແນວໃດ?

ຜູ້ເປັນທີ່ຮັກກຳລັງເສີມສ້າງຕົນເອງໃນຄວາມເຊື່ອອັນບໍຣິສຸດຂອງພວກເຂົາ ແລະ ກຳລັງອະທິຖານໃນພຣະວິນຍານບໍຣິສຸດເຈົ້າ.

ຜູ້ເປັນທີ່ຮັກເກັບຮັກສາ ແລະ ເບິ່ງຕົນເອງໄວ້ເພື່ອຫຍັງ?

ຜູ້ເປັນທີ່ຮັກຕ້ອງຮັກສາຕົນເອງ ແລະ ເບິ່ງເພື່ອຄວາມຮັກຂອງພຣະເຈົ້າ ແລະ ຄວາມເມດຕາຂອງພຣະຜູ້ເປັນເຈົ້າ ພຣະເຢຊູຄຣິດເຈົ້າ.

Jude 1:22

ໃຜຄືຜູ້ທີ່ຄວນໄດ້ຮັບພຣະເມດຕາ ແລະ ໄດ້ຮັບຄວາມຊ່ວຍເຫລືອ?

ຜູ້ເປັນທີ່ຮັກຄວນໄດ້ຮັບພຣະເມດຕາ ແລະ ໄດ້ຮັບຄວາມຊ່ວຍເຫລືອຄື ຄົນເຫລົ່ານັ້ນທີ່ຍັງສົງໃສ ຫລື ຜູ້ທີ່ໃສ່ເສື້ອຜ້າເປື້ອນ ແລະ ຄົນເຫລົ່ານັ້ນທີ່ຢູ່ໃນກອງໄຟ.

Jude 1:24

ພຣະເຈົ້າຊ່ວຍພວກ​ເຂົາໃຫ້ລອດພົ້ນຜ່ານຄວາມ​ຕາຍ​ຂອງພຣະເຢຊູຄິດເຈົ້າ

ພຣະເຈົ້າສາມາດປົກປ້ອງພວກເຂົາຈາກການສະດຸດ ແລະ ວາງພວກເຂົາໄວ້ຕໍ່ ພຣະພັກ ອັນສະຫງ່າລາສີຂອງພະອົງໂດຍປາສະຈາກຄວາມຜິດ

ໃນເວລາໃດພຣະເຈົ້າມີສະຫງ່າຣາສີ?

ພຣະເຈົ້າມີສະຫງ່າຣາສີ ບັດດຽວນີ້ ແລະ ຕະຫລອດໄປ.