ພາສາລາວ (Lao): translationQuestions Print

Updated ? hours ago # views See on WACS

1 Kings 1

1 Kings 1:1

ກະສັດດາວິດມີບັນຫາຫຍັງເມື່ອລາວເຖົ້າແກ່?

ເຖິງແມ່ນວ່າພວກເຂົາຫົ່ມຜ້າໃຫ້ກະສັດດາວິດດ້ວຍເຄື່ອງນຸ່ງ, ແຕ່ຮ່າງກາຍຂອງລາວກໍຍັງບໍ່ອົບອຸ່ນ.

1 Kings 1:3

ເຖິງແມ່ນວ່າອາບີຊາກງົດງາມແລະຮັບໃຊ້ກະສັດແລະໄດ້ຖວາຍການບົວລະບັດກະ​ສັດສິ່ງທີ່ດາວິດບໍ່ໄດ້ເຮັດກັບນາງ?

ກະສັດບໍ່ໄດ້ສົມສູ່ກັບອາບີຊາກໄດ້.

1 Kings 1:5

ອາໂດນີຢາລູກຊາຍຂອງຮັກກິດໄດ້ຍົກຕົວເອງຂື້ນແນວໃດ?

ອາໂດນີຢາຕ້ອງການເປັນກະສັດ, ສະນັ້ນລາວໄດ້ກຽມຕົວພ້ອມດ້ວຍລົດມ້າເສິກ ແລະ ກອງທະຫານມ້າສຳລັບທ່ານເອງກັບຄົນຫ້າສິບຄົນໄວ້ເເລ່ນນຳຫນ້າລາວ.

ກະສັດດາວິດໄດ້ລົງໂທດອາໂດນີຢາລູກຊາຍຂອງລາວ ແລະແກ້ໄຂການກະທຳຂອງເຂົາແນວໃດ?

ບໍ່, ກະສັດເດວິດບໍ່ໄດ້ເຄີຍຂັດໃຈອາໂດນີຢາ ໂດຍກ່າວວ່າ, "ເປັນຫຍັງເຈົ້າຈຶ່ງເຮັດເເບບນັ້ນ?"

1 Kings 1:7

ແມ່ນໃຜຜູ້ຊາຍສອງຄົນທີ່ຕິດຕາມແລະຊ່ວຍເຫລືອອາໂດນີຢາ?

ໂຢອາ ແລະ ອາບີຢາໃຫ້ຄວາມຊ່ວຍເຫລືອແກ່ອາໂດນີຢາ ໃນແຜນການຂອງຕົນເພື່ອໃຫ້ເປັນກະສັດ.

1 Kings 1:9

ຜູ້ທີ່ອາໂດນີຍາບໍ່ໄດ້ເຊື້ອເຊີນໃຫ້ຖວາຍຂອງເຂົາ?

ອາໂດນີຢາບໍ່ໄດ້ເຊື້ອເຊີນນາທານຜູ້ເຜີຍພຣະວັດຈະນະ, ເບນາອີຢາ, ພວກທະຫານກ້າ ຫລື ໂຊໂລໂມນນ້ອງຊາຍຂອງທ່ານ.

1 Kings 1:11

ຜູ້ໃດໄດ້ເຕືອນບັດເຊບາແມ່ຂອງໂຊໂລໂມນວ່າອາໂດນີຍາໄດ້ຂຶ້ນເປັນກະສັດແລະວ່າຊີວິດຂອງນາງຕົກຢູ່ໃນອັນຕະລາຍ?

ນາທານຜູ້ເຜີຍພຣະວັດຈະນະເຕືອນນາງບັດເຊບາແມ່ຂອງໂຊໂລໂມນວ່າອາໂດນີຍາໄດ້ຂຶ້ນເປັນກະສັດ ແລະ ວ່າຊີວິດຂອງນາງ ແລະ ໂຊໂລໂມນລູກຊາຍຂອງນາງຕົກຢູ່ໃນອັນຕະລາຍ.

1 Kings 1:13

ນາທານໄດ້ບອກຄໍາຖາມອັນໃດກັບນາງເບັດເຊບາໃຫ້ຖາມກະສັດດາວິດ?

ນາທານຜູ້ເຜີຍພຣະວັດຈະນະໄດ້ບອກນາງເບັດເຊບາໃຫ້ຖາມກະສັດດາວິດວ່າພະອົງສັນຍາວ່າກະສັດໂຊໂລໂມນຈະເປັນກະສັດ ແລະ ເປັນຫຍັງອາໂດນີຍາຂຶ້ນເປັນກະສັດ.

1 Kings 1:15

ກະສັດດາວິດໄດ້ສາບານຕົວໄວ້ກັບນາງບັດເຊບາວ່າແນວໃດ?

ກະສັດດາວິດໄດ້ສາບານຕົວຕໍ່ນາງບັດເຊບາວ່າໂຊໂລໂມນຈະເປັນກະສັດຫລັງຈາກທີ່ດາວິດເສຍຊີວິດ.

1 Kings 1:18

ນາງບັດເຊບາໄດ້ບອກກະສັດດາວິດວ່າອາໂດນີຍາໄດ້ເຮັດຫຍັງ?

ນາງບັດເຊບາບອກພະອົງວ່າອາໂດນີຍາໄດ້ຂຶ້ນເປັນກະສັດ, ໂດຍກະສັດດາວິດບໍ່ຮູ້, ແລະ ເຂົາໄດ້ຖວາຍສັດເປັນຈຳນວນຫລວງຫລາຍ.

1 Kings 1:20

ເມື່ອກະສັດດາວິດເສຍຊີວິດ, ນາງບັດເຊບາຢ້ານຫຍັງ?

ນາງຢ້ານວ່ານາງ ແລະ ລູກຊາຍຂອງນາງໂຊໂລໂມນຈະຖືກຕົກເປັນຝ່າຍຜິດ.

1 Kings 1:24

ເປັນຫຍັງນາທານຜູ້ເຜີຍພຣະວັດຈະນະຈຶ່ງມາຢາມກະສັດດາວິດ?

ນາທານຜູ້ປະກາດພຣະທຳຕ້ອງການລາຍງານກະສັດດາວິດທີ່ອາໂດນີຢາຕັ້ງຕົວຂື້ນເປັນກະສັດໂດຍ ບໍ່ໄດ້ຮັບອະນຸຍາດຈາກກະສັດດາວິດ.

ນາທານຜູ້ປະກາດພຣະທຳໄດ້ຖາມຄຳຖາມຂອງກະສັດດາວິດວ່າແນວໃດ?

ນາທານໄດ້ຖາມພະອົງວ່າຖ້າກະສັດດາວິດໄດ້ເວົ້າວ່າອາໂດນີຍາຈະປົກຄອງແທນພະອົງ ແລະ ນັ່ງຢູ່ເທິງບັນລັງຂອງລາວເປັນກະສັດ.

1 Kings 1:28

ກະສັດດາວິດໄດ້ສາບານຫຍັງຕໍ່ນາງບັດເຊບາ?

ກະສັດດາວິດໄດ້ສາບານວ່າໂຊໂລໂມນລູກຊາຍຂອງນາງບັດເຊບາຈະປົກຄອງແທນພະອົງ ແລະ ນັ່ງຢູ່ເທິງບັນລັງຂອງລາວໃນສະຖານທີ່ຂອງດາວິດ.

1 Kings 1:32

ກະສັດດາວິດໄດ້ບອກຊາດົກ, ນາທານແລະເຢໂຮຢາດາເຮັດຫຍັງໃຫ້ຊາໂລໂມນລູກຊາຍຂອງລາວ?

ກະສັດດາວິດໄດ້ເລົ່າເລື່ອງສັດຊື່ສາມເລື່ອງຂອງລາວໃຫ້ເອົາໂຊໂລໂມນໄປທີ່ກີໂຮນຂີ່ລໍຂອງດາວິດ ແລະ ແຕ່ງຕັ້ງລາວໃຫ້ເປັນກະສັດປົກຄອງອິດສະຣາເອນ.

1 Kings 1:38

ປະຊາຊົນຕອບສະຫນອງແນວໃດເມື່ອຊາດົກໄດ້ຕັ້ງກະສັດຊາໂລໂມນໃຫ້ເປັນກະສັດ?

ປະຊາຊົນກ່າວວ່າ "ກະສັດໂຊໂລໂມນຊົງກະເສີມສຳລານ!" ແລະມີຄວາມປິຕິຍິນດີຢ່າງຍິ່ງ.

1 Kings 1:49

ອາໂດນີຍາໄດ້ເຮັດຫຍັງເມື່ອໄດ້ຍິນຂ່າວວ່າດາວິດໄດ້ແຕ່ງຕັ້ງກະສັດໂຊໂລໂມນໃຫ້ເປັນກະສັດແຫ່ງອິດສະຣາເອນ?

ອາໂດນີຍາຢ້ານໂຊໂລໂມນ, ແລະ ເຂົ້າໄປໃນພຣະວິຫານຂອງພຣະເຈົ້າ ແລະ ຈັບທີ່ເເຈຂອງເເທ່ນບູຊາ.

1 Kings 1:52

ກະສັດໂຊໂລໂມນສັ່ງໃຫ້ອາໂດນີຍາເຮັດແນວໃດເມື່ອພວກເຂົາພາລາວໄປຕໍ່ຫນ້າກະສັດໂຊໂລໂມນ?

ໂຊໂລໂມນໄດ້ເວົ້າກັບອາໂດນີຍາຈົ່ງກັບໄປວັງຂອງເຈົ້າເຖີດ.

1 Kings 2

1 Kings 2:1

ກະສັດດາວິດບອກໂຊໂລໂມນລູກຊາຍຂອງລາວວ່າແນວໃດ?

ດາວິດໄດ້ບອກລູກຊາຍຂອງລາວໃຫ້ມີຄວາມຢ້ານກົວ ແລະ ເຊື່ອຟັງພຣະເຈົ້າສະເຫມີ.

ແມ່ນຫນັງຄືຄໍາສັນຍາຂອງພຣະຢາເວກັບດາວິດ?

ພຣະຢາເວ ໄດ້ສັນຍາວ່າດາວິດຈະບໍ່ຂາດຄົນສືບທອດ ທີ່ຈະນັ່ງເທິງບັນລັງຂອງອິດສະຣາເອນ.

1 Kings 2:5

ກະສັດດາວິດໄດ້ບອກໂຊໂລໂມນບອກຫຍັງກ່ຽວກັບໂຢອາບລູກຊາຍຂອງເຊຣູອີຢາ?

ກະສັດດາວິດບອກໂຊໂລໂມນຢ່າປ່ອຍໃຫ້ຫົວຂອງເຂົາຕົກລົງໄປສູ່ຂຸມຝັງສົບຢ່າງສະຫງົບສຸກ.

1 Kings 2:7

ພວກລູກຊາຍຂອງບາກຊິນໄລໄດ້ເຮັດຫຍັງແກ່ກະສັດດາວິດ?

ພວກລູກຊາຍຂອງບາກຊິນໄລໄດ້ເຂົ້າມາຫາດາວິດ ເມື່ອລາວຫນີຈາກອັບຊາໂລມ.

1 Kings 2:8

ຊີເມອີໄດ້ເຮັດຫຍັງກັບກະສັດດາວິດ?

ຊີເມອີໄດ້ສາບແຊ່ງກະສັດດາວິດຢ່າງຮຸນແຮງ.

ດາວິດບອກໂຊໂລໂມນເຮັດຫຍັງໃຫ້ຊີເມອີ?

ດາວິດໄດ້ບອກໂຊໂລໂມນຢ່າໃຫ້ປ່ອຍຊີເມອີໃຫ້ພົ້ນຈາກການລົງໂທດ, ແຕ່ຈົ່ງນຳຫົວຂອງເຂົາລົງໄປສູ່ຂຸມຝັງສົບພ້ອມກັບເລືອດເທີນ.

1 Kings 2:10

ກະສັດດາວິດປົກຄອງອິດສະຣາເອນໄດ້ດົນປານໃດ?

ກະສັດດາວິດປົກຄອງເປັນເວລາສີ່ສິບປີ.

1 Kings 2:13

ອາໂດນີຍາໄດ້ເວົ້າຫຍັງກັບນາງບັດເຊບາເມື່ອລາວມາຫານາງ?

ອາໂດນີຍາກ່າວວ່າຊາວອິດສະຣາເອນທຸກຄົນຄາດວ່າລາວຈະຄວນເປັນກະສັດ.

1 Kings 2:16

ອາໂດນີຍາໄດ້ຂໍຫຍັງຈາກນາງບັດເຊບາ?

ອາໂດນີຍາໄດ້ຮຽກຮ້ອງໃຫ້ນາງຂໍໃຫ້ຊາໂລໂມນຂໍໃຫ້ນາງອາບີຊາກຊາວຊູເນມໃຫ້ເປັນເມຍຂອງລາວ.

1 Kings 2:19

ເປັນຫຍັງນາງບັດເຊບາຈຶ່ງໄປຊາໂລໂມນ?

ນາງບັດເຊບາຈຶ່ງໄດ້ໄປຖາມກະສັດໂຊໂລໂມນເພື່ອຂໍໃຫ້ອາບີຊາກໃຫ້ເປັນເມຍຂອງອາໂດນີຢາ.

1 Kings 2:22

ກະສັດໂຊໂລໂມນໄດ້ຕອບກັບນາງບັດເຊບາແນວໃດ?

ໂຊໂລໂມນກ່າວວ່າອາໂດນີຍາໄດ້ເວົ້າເລື່ອງນີ້ເພື່ອຂໍໃນຄ່າໃຊ້ຈ່າຍຂອງຊີວິດຂອງເຂົາ.

1 Kings 2:24

ກະສັດຊາໂຊໂລໂມນໄດ້ສົ່ງຜູ້ໃດໄປປະຫານອາໂດນີຍາ?

ໂຊໂລໂມນໄດ້ສົ່ງສົ່ງເບນາອີຢາລູກຊາຍຂອງເຢໂຮຍອາດາໄປຂ້າອາໂດນີຢາ.

1 Kings 2:26

ກະສັດໂຊໂລໂມນໄດ້ບອກອາບີອາທາຜູ້ປະໂລຫິດເຮັດຫຍັງ?

ໂຊໂລໂມນໄດ້ບອກອາບີຊີທາກັບໄປທີ່ທົ່ງນາຂອງລາວແລະໄລ່ລາວອອກຈາກການເປັນປະໂລຫິດ.

1 Kings 2:28

ໂຢອາບບໍ່ໄດ້ຫນີຈາກໂຊໂລໂມນໄປໃສ?

ໂຢອາບໄດ້ຫນີເຂົ້າໄປໃນເຕັນຂອງພຣະຢາເວ ແລະ ໄດ້ຢູ່ຂ້າງແທ່ນບູຊາ.

ກະສັດໂຊໂລໂມນໄດ້ສົ່ງເບນາອີຢາລູກຊາຍຂອງເຢໂຮຍອາດາໃຫ້ເຮັດຫຍັງ?

ໂຊໂລໂມນໄດ້ສົ່ງລາວໄປຂ້າໂຢອາບ.

1 Kings 2:30

ໂຢອາບ ໄດ້ເວົ້າຫຍັງກັບເບນາອີຢາ, ລູກຊາຍຂອງເຢໂຮຍອາດາ?

ໂຢອາບໄດ້ບອກລາວວ່າລາວຈະບໍ່ອອກຈາກວິຫານ ແລະ ຈະຕາຍຢູ່ແທ່ນບູຊາ.

ກະສັດໂຊໂລໂມນໄດ້ບອກເບນາອີຢາເຮັດຫຍັງກັບໂຢອາບ?

ໂຊໂລໂມນສັ່ງໃຫ້ເບນາອີຢາເຮັດຕາມທີ່ໂຢອາບຖາມ.

1 Kings 2:32

ເປັນຫຍັງກະສັດຊາໂລໂມນຈຶ່ງຂ້າໂຢອາບ?

ຊາໂລໂມນຂ້າໂຢອາບ ເພາະວ່າໂຢອາບໂຈມຕີ ແລະ ຂ້າອັບເນລູກຊາຍຂອງເນຣະ ແລະ ອາມາສາລູກຊາຍຂອງເຢເທີໂດຍບໍ່ໄດ້ຮັບອະນຸຍາດຈາກກະສັດດາວິດ.

1 Kings 2:34

ກະສັດໂຊໂລໂມນໄດ້ເຮັດຫຍັງເພື່ອໃຫ້ລາງວັນເບນາອີຢາລູກຊາຍຂອງກະສັດເຢໂຮຍອາດາ?

ໂຊໂລໂມນໄດ້ແຕ່ງຕັ້ງເພິ່ນໃຫ້ເປັນຜູ້ບັນຊາການກອງທັບ.

1 Kings 2:36

ກະສັດໂຊໂລໂມນອະນຸຍາດໃຫ້ຊີເມໂອນອາໄສຢູ່ບ່ອນໃດ?

ໂຊໂລໂມນບອກຊີເມອີວ່າລາວສາມາດອາໄສຢູ່ໃນນະຄອນເຢຣູຊາເລັມ.

ກະສັດໂຊໂລໂມນໃຫ້ຄຳເຕືອນຫຍັງແກ່ຊີເມໂອນເມື່ອລາວຍອມໃຫ້ລາວຢູ່ນະຄອນເຢຣູຊາເລັມ.?

ໂຊໂລໂມນບອກຊີເມອີວ່າຖ້າລາວອອກຈາກເຢຣູຊາເລັມໄປບ່ອນອື່ນ, ລາວຈະຖືກຂ້າຕາຍ.

1 Kings 2:39

ເປັນຫຍັງຊິເມໂອນຈຶ່ງປ່ອຍລໍຂອງຕົນແລະອອກຈາກນະຄອນເຢຣູຊາເລັມໄປທີ່ເມືອງກາດ?

ຊິເມອີໄປທີ່ເມືອງກາດເພື່ອນຳເອົາຜູ້ຮັບໃຊ້ສອງຄົນຂອງລາວທີ່ຫນີອອກຈາກລາວໄປ.

1 Kings 2:43

ກະສັດໂຊໂລໂມນໄດ້ເວົ້າຫຍັງວ່າຊິເມອີໄດ້ເຮັດຕໍ່ພຣະຢາເວ?

ໂຊໂລໂມນບອກກັບຊີເມອີວ່າລາວບໍ່ໄດ້ຮັກສາຄຳສາບານຂອງຕົນຕໍ່ພຣະຢາເວ, ເພາະສະນັ້ນພຣະຢາເວຈະຊົງນຳເອົາເຫດຮ້າຍມາສະຫນອງເທິງຫົວຂອງເຈົ້າເອງ.

1 Kings 2:45

ກະສັດໂຊໂລໂມນໄດ້ເຮັດຫຍັງເມື່ອລາວຖືກບອກວ່າຊີເມອີໄດ້ອອກຈາກເຢຣູຊາເລັມ?

ໂຊໂລໂມນໄດ້ບອກເບນາອີຢາລູກຊາຍຂອງເຢໂຮຍອາດາ ເພື່ອຂ້າຊີເມອີ.

1 Kings 3

1 Kings 3:1

ກະສັດໂຊໂລໂມນພັນທະມິດກັບກະສັດກະສັດເອຢິບແນວໃດ?

ໂຊໂລໂມນຜູກພັນຕົວເອງກັບຟາໂລໂດຍການແຕ່ງງານກັບລູກສາວຂອງເພິ່ນ

ກະສັດໂຊໂລໂມນໄດ້ເຮັດຫຍັງທີ່ບໍ່ແມ່ນຕາມກົດເກນຂອງພຣະຢາເວ?

ໂຊໂລໂມນໄດ້ຖວາຍເຄື່ອງບູຊາ ແລະ ເຜົາເຄື່ອງບູຊາທີ່ສະຖານສູງ.

1 Kings 3:4

ສະຖານສູງຕັ້ງຢູ່ໃສ?

ສະຖານສູງຕັ້ງຢູ່ເມືອງກີເບໂອນ.

ພຣະຢາເວປາກົດຕົວຕໍ່ກະສັດໂຊໂລໂມນແນວໃດ?

ພຣະຢາເວປາກົດແກ່ໂຊໂລໂມນໃນຄວາມຝັນໃນຕອນກາງຄືນ.

1 Kings 3:7

ກະສັດໂຊໂລໂມນຖາມຫຍັງກ່ຽວກັບພຣະຢາເວ?

ໂຊໂລໂມນຮ້ອງຂໍພຣະອົງປະທານຈິດໃຈ ທີ່ເຂົ້າໃຈຕໍ່ຜູ້ຮັບໃຊ້ຂອງພຣະອົງ ເພື່ອທີ່ຈະປົກຄອງປະຊາຊົນຂອງພຣະອົງຢ່າງຍຸດຕິທຳ.

1 Kings 3:10

ຄຳຂໍຂອງກະສັດໂຊໂລໂມນເປັນທີ່ໂປດປານຂອງອົງພຣະຜູ້ເປັນເຈົ້າບໍ?

ແມ່ນ, ຄຳຂໍຂອງໂຊໂລໂມນເປັນທີ່ພໍໃຈອົງພຣະຜູ້ເປັນເຈົ້າ.

ພຣະເຈົ້າໄດ້ມອບສິ່ງໃດແກ່ກະສັດໂຊໂລໂມນ?

ພຣະເຈົ້າໃຫ້ໂຊໂລໂມນມີໃຈດ້ວຍປັນຍາ ແລະ ເຂົ້າໃຈເພື່ອວ່າບໍ່ມີໃຜຄືກັບລາວ.

1 Kings 3:13

ພຣະເຈົ້າໄດ້ໃຫ້ບາງສິ່ງທີ່ກະສັດໂຊໂລໂມນບໍ່ໄດ້ຂໍບໍ?

ແມ່ນ, ພຣະເຈົ້າໄດ້ໃຫ້ທັງຄວາມຮັ່ງມີ ແລະກຽດຕິຍົດແກ່ໂຊໂລໂມນ.

ກະສັດໂຊໂລໂມນຈະຕ້ອງເຮັດຫຍັງແດ່ທີ່ຈະເຮັດໃຫ້ພຣະເຈົ້າໃຫ້ລາວມີຊີວິດຍືນຍາວ?

ພຣະເຈົ້າກ່າວວ່າພຣະອົງຈະໃຫ້ອາຍຸຂອງໂຊໂລໂມນຍືນຍາວຖ້າໂຊໂລໂມນຮັກສາກົດເກນ ແລະພຣະບັນຍັດຂອງພຣະເຈົ້າດັ່ງກະສັດດາວິດ.

1 Kings 3:15

ກະສັດໂຊໂລໂມນໄດ້ເຮັດຫຍັງຫລັງຈາກລາວຕື່ນຈາກການນອນ?

ໂຊໂລໂມນໄດ້ມາຮອດນະຄອນເຢຣູຊາເລັມ ແລະ ໄດ້ຖວາຍເຄື່ອງເຜົາບູຊາ ແລະ ເຄື່ອງຖວາຍສັນຕິສຸກ ແລະຈັດພິທີລ້ຽງແກ່ຂ້າຣາຊການທຸກຄົນຂອງເພິ່ນ.

1 Kings 3:16

ແມ່ນໃຜມາແລະຢືນຕໍ່ຫນ້າກະສັດໂຊໂລໂມນ?

ຍິງໂສເພນີສອງຄົນໄດ້ມາຫາກະສັດໂຊໂລໂມນ ແລະ ໄດ້ຢືນຢູ່ຕໍ່ຫນ້າໂຊໂລໂມນ.

1 Kings 3:18

ຜູ້ຍິງຄົນຫນຶ່ງເວົ້າກັບກະສັດໂຊໂລໂມນແນວໃດ?

ຜູ້ຍິງຄົນຫນຶ່ງກ່າວວ່າ ຜູ້ຍິງອີກຄົນຫນຶ່ງໄດ້ເອົາລູກຊາຍທີ່ຍັງມີຊີວິດຢູ່ມາຈາກນາງ ແລະ ເອົາລູກຊາຍທີ່ຕາຍຂອງຜູ້ຍິງຄົນນີ້ໃສ່ເຕົ້ານົມຂອງນາງໃນເວລາທີ່ນາງນອນຢູ່.

1 Kings 3:23

ກະສັດໂຊໂລໂມນສັ່ງຫຍັງກັບບັນດາຜູ້ຮັບໃຊ້ຂອງພະອົງ?

ໂຊໂລໂມນກ່າວວ່າໃຫ້ເອົາດາບ ແລະ ແບ່ງເດັກທີ່ມີຊີວິດອອກເປັນສອງສ່ວນ, ແລະ ໃຫ້ຍິງຄົນຫນຶ່ງສ່ວນຫນຶ່ງ ແລະ ອີກຄົນຫນຶ່ງສ່ວນຫນຶ່ງ.

1 Kings 3:26

ຜູ້ຍິງຄົນທຳອິດເວົ້າກັບກະສັດໂຊໂລໂມນແນວໃດ?

ຜູ້ຍິງຄົນທຳອິດບອກວ່າຈົ່ງມອບເດັກທີ່ມີຊີວິດນັ້ນໃຫ້ນາງອີກຄົນຫນຶ່ງໄປ, ແລະຢ່າຂ້າເຂົາເລີ​ຍ.

ກະສັດໂຊໂລໂມນໄດ້ເວົ້າຫຍັງກັບເດັກທີ່ມີຊີວິດຢູ່?

ໂຊໂລໂມນບອກວ່າຈົ່ງໃຫ້ເດັກທີ່ມີຊີວິດນັ້ນແກ່ຍິງຄົນທຳອິດ ແລະຢ່າຂ້າເດັກເລີຍ.

ຊາວອິດສະຣາເອນທຸກຄົນໄດ້ເຮັດຫຍັງເມື່ອໄດ້ຍິນກ່ຽວກັບການພິພາກສາທີ່ກະສັດໄດ້ໃຫ້?

ຊາວອິດສະຣາເອນທັງຫລາຍກໍຢ້ານກົວກະສັດ ເພາະເຂົາເຫັນວ່າ ປັນຍາຂອງພຣະເຈົ້າຢູ່ໃນທ່ານ ທີ່ຈະພິພາກສານັ້ນ.

1 Kings 4

1 Kings 4:1

ໂຊໂລໂມນເປັນກະສັດປົກຄອງອິດສະຣາເອນທັງຫມົດບໍ?

ແມ່ນແລ້ວໂຊໂລໂມນເປັນກະສັດປົກຄອງອິດສະລາເອນທັງຫມົດ.

1 Kings 4:5

ກະສັດໂຊໂລໂມນມີເຈົ້າຫນ້າທີ່ ແລະຫົວຫນ້າຜູ້ປົກຄອງແຂວງຕ່າງໆບໍ?

ກະສັດໂຊໂລໂມນມີຄົນຫລາຍຄົນທີ່ເປັນເຈົ້າຫນ້າທີ່ ແລະ ຫົວຫນ້າຜູ້ປົກຄອງແຂວງຕ່າງໆ.

1 Kings 4:7

ເຈົ້າຫນ້າທີ່ຂອງໂຊໂລໂມນແຕ່ລະຄົນໄດ້ຈັດຕຽມສະບຽງອາຫານສຳລັບ ຄົວເຮືອນຂອງພະອົງດົນປານໃດ?

ເຈົ້າຫນ້າທີ່ແຕ່ລະຄົນຕ້ອງໄດ້ຈັດຕຽມສະບຽງອາຫານເປັນເວລາ ຫນຶ່ງເດືອນໃນຫນຶ່ງປີ.

1 Kings 4:20

ຄົນຢູດາແລະຄົນອິດສະຣາເອນມີຈຳນວນເທົ່າໃດ?

ຄົນຢູດາ ແລະ ຄົນອິດສະຣາເອນນັ້ນໄດ້ມີຈຳນວນຫລວງຫລາຍຄືເມັດຊາຍຕາມແຄມຟັ່ງທະເລ.

ໂຊໂລໂມນປົກຄອງອານາຈັກໄກປານໃດ?

ໂຊໂລໂມນປົກຄອງທຸກອານາຈັກຕັ້ງແຕ່ແມ່ນ້ຳເອີຟຣັດໄປຈົນຮອດດິນແດນຂອງປະເທດເອຢິບ.

ແມ່ນຫຍັງຄືສະບຽງອາຫານສຳລັບໂຊໂລໂມນໃນມື້ຫນຶ່ງ?

ສະບຽງອາຫານສຳລັບໂຊໂລໂມນໃນມື້ຫນຶ່ງຄື ແປ້ງລະອຽດ, ອາຫານ, ງົວຕຸ້ຍພີ, ແກະ, ກວາງ, ມັງ, ໂອງ, ແລະ ໄກ່ໂຕອ້ວນພີ.

1 Kings 4:24

ຢູດາແລະອິດສະລາເອນເຮັດຫຍັງແດ່ໃນທຸກວັນທັງຫມົດຂອງໂຊໂລໂມນ?

ຢູດາ ແລະ ອິດສະຣາເອນກໍໄດ້ຢູ່ຢ່າງປອດໄພ, ທຸກຄົນຕ່າງກໍມີສວນອະງຸ່ນ ແລະ ສວນຫມາກເດື່ອເທດເປັນຂອງຕົນເອງໃນທຸກວັນທັງຫມົດຂອງໂຊໂລໂມນ.

1 Kings 4:26

ໂຊໂລໂມນມີຄອກມ້າຈັກຄອກສຳລັບລົດມ້າເສິກຂອງພະອົງ?

ໂຊໂລໂມນໄດ້ມີຄອກມ້າສີ່ຫມື່ນຄອກສຳລັບລົດມ້າເສິກ.

ສິ່ງທີ່ເອົາມາໃຫ້ສຳລັບມ້າຂອງໂຊໂລໂມນແມ່ນຫຍັງ?

ເຂົ້າບາເລ ແລະເມັດເຂົ້າພັນດີສຳລັບລົດມ້າ ເເລະ ຂີ່ມ້າ.

1 Kings 4:29

ພຣະເຈົ້າໄດ້ໃຫ້ສິ່ງໃດແກ່ໂຊໂລໂມນ?

ພຣະເຈົ້າໄດ້ໃຫ້ໂຊໂລໂມນມີສະຕິປັນຍາ ແລະ ຄວາມເຂົ້າໃຈຢ່າງໃຫຍ່ຄືກັບດິນຊາຍຢູ່ຝ່ັງທະເລ.

ຊື່ສຽງຂອງໂຊໂລໂມນຮອດລືໄປຮອດໃສ?

ຊື່ສຽງຂອງພ​ະອົງເລື່ອງລືໄປທຸກຊົນຊາດຢູ່ອ້ອມໆ.

1 Kings 4:32

ໂຊໂລໂມນມີຄຳສຸພາສິດແລະບົດເພງແນວໃດ?

ໂຊໂລໂມນກ່າວສຸພາສິດສາມຂໍ້ ເເລະ ບົດເພງຂອງພ​ະອົງມີຫນຶ່ງພັນຫ້າບົດ.

ປະຊາຊົນໄດ້ຍິນມາເຖິງສະຕິປັນຍາຂອງຊາໂລໂມນໄກປານໃດ?

ປະຊາຊົນມາຈາກທຸກປະຊາຊາດໄດ້ຍິນເຖິງສະຕິປັນຍາຂອງໂຊໂລໂມນ.

1 Kings 5

1 Kings 5:1

ແມ່ນໃຜໄດ້ສົ່ງຜູ້ຮັບໃຊ້ໄປຫາຊາໂລໂມນ?

ຮີຣາມກະສັດເມືອງຕີເຣໄດ້ສົ່ງຜູ້ຮັບໃຊ້ຂອງທ່ານໄປຫາໂຊໂລໂມນ.

ເປັນຫຍັງກະສັດດາວິດບໍ່ຊົງສາມາດສ້າງພຣະວິຫານສຳລັບພຣະນາມຂອງພຣະຢາເວໄດ້?

ກະສັດດາວິດບໍ່ຊົງສາມາດສ້າງພຣະວິຫານ ສຳລັບພຣະນາມຂອງພຣະຢາເວເພາະສົງຄາມອ້ອມຮອບ.

1 Kings 5:4

ພຣະຢາເວໄດ້ບອກດາວິດຫຍັງແດ່?

ພຣະຢາເວບອກດາວິດວ່າ, "ລູກຊາຍຂອງເຈົ້າ, ຜູ້ທີ່ເຮົາຈະໃຫ້ຂຶ້ນເປັນກະສັດແທນເຈົ້ານັ້ນ ຈະສ້າງພຣະວິຫານສຳລັບນາມຂອງເຮົາ.'

1 Kings 5:6

ໂຊໂລໂມນຮ້ອງຂໍໃຫ້ຮີຣາມເຮັດຫຍັງ?

ໂຊໂລໂມນໄດ້ຂໍໃຫ້ຮີຣາມຂໍທ່ານຈົ່ງສົ່ງຄົນຂອງທ່ານໄປຕັດໄມ້ຕົ້ນແປກ ທີ່ພູເລບານອນໃຫ້ຂ້າພະເຈົ້າ.

1 Kings 5:7

ຮີຣາມໄດ້ເຮັດຫຍັງເມື່ອໄດ້ຍິນຖ້ອຍຄຳຂອງໂຊໂລໂມນ?

ຮີຣາມໄດ້ຍິນຖ້ອຍຄຳຂອງໂຊໂລໂມນ ແລະກ່າວວ່າ,​ "ວັນນີ້ຂໍສັນລະເສີນພຣະຢາເວ."

ຮີຣາມໄດ້ເຮັດໃນສິ່ງທີ່ຊາໂລໂມນຂໍໃຫ້ລາວເຮັດບໍ?

ແມ່ນ, ຮີຣາມໄດ້ສົ່ງຄຳເວົ້າວ່າ, "ຂ້າພະເຈົ້າພ້ອມຈະເຮັດຕາມທີ່ທ່ານຕ້ອງການໃນເລື່ອງໄມ້ຕົ້ນແປກ ແລະ ໄມ້ສົນໃຫ້."

1 Kings 5:9

ຜູ້ຮັບໃຊ້ຂອງຮີຣາມຈະເຮັດຫຍັງກັບຕົ້ນໄມ້?

ຜູ້ຮັບໃຊ້ຂອງຮີຣາມໄດ້ນຳເອົາຕົ້ນໄມ້ມາຈາກພູເລບານອນມາຮອດທະເລ ບ່ອນທີ່ເຂົາເຈົ້າຈະມັດເປັນແພ.

ອັນໃດແມ່ນຄວາມປາຖະຫນາຂອງຮີຣາມ?

ຮີຣາມປາຖະຫນາ ວ່າຊາໂລໂມນຈະເອົາສະບຽງອາຫານສຳລັບຄົວເຮືອນຂອງລາວ.

1 Kings 5:10

ໂຊໂລໂມນໃຫ້ສະບຽງອາຫານຫຍັງແກ່ຮີຣາມ?

ໂຊໂລໂມນເອົາເຂົ້າເດືອຍສອງພັນໂຕນ ແລະ ນ້ຳມັນຫມາກກອກເທດສອງພັນລິດໃຫ້ຮີຣາມໃນແຕ່ລະປີ.

ມີສັນຕິສຸກລະຫວ່າງຮີຣາມກັບໂຊໂລໂມນບໍ?

ມີ, ສັນຕິສຸກລະຫວ່າງຮີຣາມກັບໂຊໂລໂມນ, ແລະ ທັງສອງກໍມີຂໍ້ຕົກລົງຕໍ່ກັນ.

1 Kings 5:13

ໂຊໂລໂມນໄດ້ເກນເອົາຄົນງານຈຳນວນເທົ່າໃດທີ່ມາຈາກອິດສະຣາເອນ?

ໂຊໂລໂມນໄດ້ເກນເອົາຄົນງານທີ່ມາຈາກອິດສະຣາເອນສາມຫມື່ນຄົນ.

ແມ່ນຜູ້ໃດທີ່ໂຊໂລໂມນໄດ້ເກນເອົາຄົນງານທັງຫມົດມາໃຫ້?

ໂຊໂລໂມນໄດ້ເອົາມາໃຫ້ອາໂດນີຣາມໄດ້ເປັນຜູ້ເບິ່ງແຍງຄົນງານ.

1 Kings 5:15

ໂຊໂລໂມນມີຜູ້ຊາຍທີ່ເບິ່ງແຍງຄົນງານທັງຫມົດບໍ?

ແມ່ນ, ໂຊໂລໂມນມີນາຍທະຫານ 3,300 ຄົນທີ່ເປັນຜູ້ເບິ່ງແຍງຄົນງານ.

1 Kings 5:17

ຄົນງານໄດ້ເຮັດຫຍັງເພື່ອການກໍ່ສ້າງພຣະວິຫານຂອງພຣະຢາເວ?

ຄົນງານໄດ້ສະກັດກ້ອນຫີນໃຫຍ່ງາມດີອອກມາ ເພື່ອວາງຮາກຖານຂອງພຣະວິຫານຂອງພຣະຟາເວ.

1 Kings 6

1 Kings 6:1

ເມື່ອໃດໂຊໂລໂມນເລີ່ມສ້າງພຣະວິຫານຂອງພຣະຢາເວ?

ໂຊໂລໂມນໄດ້ເລີ່ມສ້າງພຣະວິຫານຂອງພຣະຢາເວໃນປີທີ 480 ຫລັງຈາກທີ່ປະຊາຊົນອິດສະຣາເອນໄດ້ອອກມາຈາກແຜ່ນດິນເອຢິບ.

ພຣະວິຫານທີ່ໂຊໂລໂມນໄດ້ສ້າງສໍາລັບພຣະຢາເວມີຂະນາດເທົ່າໃດ?

ພຣະວິຫານທີ່ໂຊໂລໂມນໄດ້ສ້າງນັ້ນຍາວຊາວເຈັດແມັດ ກວ້າງເກົ້າແມັດ ແລະ ສູງສິບສາມແມັດເຄິ່ງ.

1 Kings 6:3

ໂຊໂລໂມນໄດ້ເຮັດປ່ອງຢ້ຽມສຳລັບພຣະວິຫານບໍ?

ແມ່ນ, ໂຊໂລໂມນເຮັດປ່ອງຢ້ຽມສຳລັບພຣະວິຫານ.

1 Kings 6:7

ບັນດາກ້ອນຫີນສຳລັບພຣະວິຫານໄດ້ຖືກກະກຽມຢູ່ໃສ?

ບັນດາກ້ອນຫີນສຳລັບພຣະວິຫານໄດ້ຖືກກະກຽມມາຈາກບໍ່ຫີນ.

1 Kings 6:9

ໂຊໂລໂມນໃຊ້ຫຍັງເພື່ອປົກປິດພຣະວິຫານ?

ໂຊໂລໂມນໃຊ້ມ້ແປກເຮັດຂື່ ແລະ ເພດານ.

ບັນດາຫ້ອງອ້ອມພຣະວິຫານເປັນແນວໃດ?

ບັນດາຫ້ອງອ້ອມພຣະວິຫານໂດຍໄດ້ເຊື່ອມຕິດກັບຕົວພຣະວິຫານ ໂດຍໃຊ້ໄມ້ແປກ.

1 Kings 6:11

ພຣະຢາເວຊົງສັນຍາທີ່ຈະອາໄສຢູ່ໃນຢູ່ທ່າມກາງປະຊາຊົນອິດສະຣາເອນບໍ?

ແມ່ນ, ພຣະຢາເວໄດ້ສັນຍາວ່າຈະອາໄສຢູ່ໃນທ່າມກາງປະຊາຊົນອິດສະຣາເອນ ແລະ ຈະບໍ່ຖິ້ມພວກເຂົາເລີຍ.

1 Kings 6:14

ໂຊໂລໂມນໃຊ້ຫຍັງເພື່ອສ້າງຝາຂ້າງໃນຂອງພຣະວິຫານ?

ໂຊໂລໂມນໄດ້ໃຊ້ແປ້ນໄມ້ແປກສ້າງຝາຂ້າງໃນຂອງພຣະວິຫານ.

1 Kings 6:16

ຄວາມຍາວຂອງຫ້ອງໂຖງຂອງພຣະວິຫານແມ່ນເທົ່າໃດ?

ຄວາມຍາວຂອງຫ້ອງໂຖງຂອງພຣະວິຫານສິບແປດແມັດ.

1 Kings 6:19

ເປັນຫຍັງໂຊໂລໂມນຈຶ່ງຈັດກຽມສະຖານທີ່ສັກສິດທີ່ສຸດພາຍໃນພຣະວິຍານ?

ໂຊໂລໂມນຈຶ່ງຈັດກຽມສະຖານທີ່ສັກສິດທີ່ສຸດພາຍໃນພຣະວິຍານ ເພື່ອເອົາຫີບພັນທະສັນຍາຂອງພຣະຢາເວໄວ້ບ່ອນນັ້ນ.

1 Kings 6:21

ໂຊໂລໂມນໃຊ້ຫຍັງໃນການປົກຫຸ້ມຫ້ອງຊັ້ນໃນຂອງພຣະວິຫານ ແລະ ແທ່ນບູຊາຂອງສະຖານທີ່ສັກສິດທີ່ສຸດ?

ໂຊໂລໂມນໄດ້ໂອບຫ້ອງຊັ້ນໃນຂອງພຣະວິຫານ ແລະ ແທ່ນບູຊາຂອງສະຖານທີ່ສັກສິດທີ່ສຸດ ດ້ວຍທອງຄຳບໍລິສຸດ.

1 Kings 6:23

ຄວາມສູງຂອງເຄຣຸບເທົ່າໃດທີ່ໂຊໂລໂມນໄດ້ເຮັດສໍາລັບສະຖານທີ່ບໍລິສຸດທີ່ສຸດ?

ໂຊໂລໂມນໄດ້ສ້າງເຄຣຸບສອງຕົນ ສຳລັບສະຖານທີ່ບໍລິສຸດທີ່ສູງສຸດສິບສອກ.

1 Kings 6:27

ໂຊໂລໂມນໄດ້ວາງເຄຣຸບທີ່ເຂົາເຮັດໄວ້ຢູ່ໃສ?

ໂຊໂລໂມນໄດ້ວາງເຄຣຸບໄວ້ໃນສ່ວນຊັ້ນໃນທີ່ສຸດຂອງພຣະວິຫານ.

1 Kings 6:29

ໂຊໂລໂມນໄດ້ແກະສະຫລັກສິ່ງໃດໃນຝາເຮືອນ?

ໂຊໂລໂມນແກະສະຫລັກເປັນຮູບເຄຣຸບ, ຮູບຕົ້ນຕານ, ແລະ ຮູບດອກໄມ້ບານທັງຫ້ອງທາງໃນ ແລະ ທາງນອກ.

1 Kings 6:31

ໂຊໂລໂມນໄດ້ເຮັດບານປະຕູສຳລັບສຳລັບທາງເຂົ້າສູ່ຫ້ອງຊັ້ນໃນສຸດບໍ?

ແມ່ນ, ໂຊໂລໂມນໄດ້ເຮັດບານປະຕູຄູ່ ດ້ວຍໄມ້ຫມາກກອກເທດສຳລັບທາງເຂົ້າສູ່ຫ້ອງຊັ້ນໃນສຸດ.

1 Kings 6:37

ໂຊໂລໂມນໃຊ້ເວລາດົນປານໃດໃນການສ້າງພຣະວິຫານ?

ໂຊໂລໂມນໄດ້ຊົງສ້າງພຣະວິຫານນັ້ນເຈັດປີ.

1 Kings 7

1 Kings 7:1

ໂຊໂລໂມນໃຊ້ເວລາດົນປານໃດເພື່ອສ້າງພະຣາຊະວັງຂອງຕົນເອງ?

ໂຊໂລໂມນໄດ້ໃຊ້ເວລາສິບສາມປີເພື່ອສ້າງຣາຊະວັງຂອງເພິ່ນເອງ.

ໂຊໂລໂມນໃຊ້ປ່າໄມ້ຫຍັງເພື່ອສ້າງພະຣາຊະວັງຂອງເພິ່ນ?

ໂຊໂລໂມນໄດ້ຊົງສ້າງພະຣາຊະວັງຈາກປ່າເເຫ່ງເລບານອນ.

1 Kings 7:6

ຫ້ອງໂຖງຢູ່ທີ່ວັງຂອງໂຊໂລໂມນມີຂະຫນາດໃຫຍ່ປານໃດ?

ຫ້ອງໂຖງຢູ່ທີ່ວັງຂອງໂຊໂລໂມນມີຂະຫນາດຍາວຫ້າສິບສອກ ເເລະ ກວ້າງສາມສິບເເມັດເຄິ່ງ,

1 Kings 7:7

ຫ້ອງໂຖຕັດສິນຄວາມຂອງຊາໂລໂມນປົກຄຸມດ້ວຍຫຍັງ?

ຫ້ອງໂຖຕັດສິນຄວາມຂອງຊາໂລໂມນອ້ອມດ້ວຍໄມ້ເເປກຕັ້ງເເຕ່ພື້ນຈົນຈຸເພດານ.

1 Kings 7:8

ໂຊໂລໂມນໄດ້ສ້າງຫຍັງໃຫ້ແກ່ເມຍຂອງເພິ່ນ, ລູກສາວຂອງຟາໂຣ?

ໂຊໂລໂມນໄດ້ສ້າງເຮືອນເເບບນີ້ໃຫ້ເມຍຂອງເພິ່ນ, ຜູ້ທີ່ເປັນລູກສາວຂອງຟາໂຣ.

1 Kings 7:9

ກ້ອນຫີນຮາກຖານຂອງອາຄານມີຂະຫນາດໃຫຍ່ເທົ່າໃດ?

ກ້ອນຫີນຮາກຖານຂອງອາຄານນັ້ນມີຄວາມຍາວເເປດເເມັດ ເເລະ ສິບເເມັດ.

1 Kings 7:11

ສະຫນາມໃຫຍ່ທີ່ຢູ່ອ້ອມຮອບພະຣາຊະວັງມີຫີນຕັດຈັກແຖວ?

ສະຫນາມໃຫຍ່ທີ່ຢູ່ອ້ອມຮອບ ພະຣາຊວັງມີຫີນຕັດສາມແຖວ.

1 Kings 7:13

ແມ່ນຜູ້ໃດມາເຮັດວຽກກັບທອງສຳລິດເພື່ອກະສັດໂຊໂລໂມນ?

ຮູລາມເພື່ອເຮັດວຽກກັບທອງສຳລິດເພື່ອກະສັດ.

1 Kings 7:15

ຮູລາມໄດ້ຕົບເເຕ່ງເສົາທອງສຳລິດຈັກເສົາ?

ລາມໄດ້ຕົບເເຕ່ງເສົາທອງສຳລິດສອງເສົາ.

1 Kings 7:20

ສິ່ງໃດທີ່ລວມຢູ່ເທິງເສົາຫລັກ?

ມີລູກທັບທິມສອງຮ້ອຍລູກຢູ່ອ້ອມຮອບຢູ່ເທິງເສົາ.

1 Kings 7:25

ອ່າງນ້ຳນັ້ນຕັ້ງຢູ່ເທິງມີງົວຈັກໂຕ?

ອ່າງນ້ຳນັ້ນຕັ້ງຢູ່ເທິງງົວສິບສອງໂຕ, ໂດຍສາມໂຕປິ່ນຫນ້າໄປທາງທິດເຫນືອ, ທາງທິດຕາເວັນຕົກ, ທາງທິດໃຕ້, ແລະ ທາງທິດຕາເວັນອອກ.

1 Kings 7:27

ຮູຣາມໄດ້ເຮັດເເທ່ນທອງສຳຣິດສິບຄັນມີຄວາມສູງເທົ່າໃດ?

ຮູຣາມໄດ້ເຮັດເເທ່ນທອງສຳຣິດສິບຄັນມີຄວາມສູງສາມສອກ.

1 Kings 7:32

ກົງລໍ້ຢູ່ເບື້ອງເຜົາເຮັດດ້ວຍຫຍັງ?

ກົງລໍ້ຢູ່ເບື້ອງເຜົາເຮັດດ້ວຍເຫລັກ.

1 Kings 7:38

ຮູຣາມເຮັດອ່າງແຕ່ລະອ່າງສາມາດເກັບນໍ້າໄດ້ຫລາຍປານໃດ?

ຮູຣາມເຮັດອ່າງແຕ່ລະອ່າງສາມາດເກັບນໍ້າໄດ້ເເປດຮ້ອຍລິດ.

1 Kings 7:40

ຮູຣາມໄດ້ສຳເລັດວຽກໃນພຣະວິຫານຂອງພຣະຢາເວ ບໍ?

ແມ່ນ, ຮູຣາມໄດ້ສຳເລັດວຽກທັງຫມົດທີ່ລາວໄດ້ເຮັດສຳລັບກະສັດໂຊໂລໂມນຢູ່ໃນພຣະວິຫານຂອງຂອງພຣະຢາເວ.

1 Kings 7:42

ຮູຣາມໄດ້ເຮັດລູກທັບທິມເທົ່າໃດລູກສຳລັບຕາຄ່າຍ?

ຮູຣາມໄດ້ເຮັດລູກທັບທິມສີ່ຮ້ອຍລູກສຳລັບຕາຄ່າຍ.

1 Kings 7:48

ໂຊໂລໂມນໃຊ້ຫຍັງເພື່ອເຮັດເຄື່ອງໃຊ້ທັງຫລາຍທີ່ຢູ່ໃນວິຫານພຣະຢາເວທັງຫມົດ?

ໂຊໂລໂມນໃຊ້ທອງຄຳທັງຫມົດ ພື່ອເຮັດເຄື່ອງໃຊ້ທັງຫລາຍ ທີ່ຢູ່ໃນວິຫານພຣະຢາເວ.

1 Kings 7:51

ໂຊໂລໂມນເອົາສິ່ງໃດວາງໄວ້ໃນຫ້ອງເກັບໄວ້ໃນຄັງພຣະວິຫານຂອງພຣະຢາເວ?

ໂຊໂລໂມນໄດ້ວາງໃນຫ້ອງເກັບໄວ້ໃນຄັງພຣະວິຫານເຄື່ອງ ເ​ງີນ, ເຄື່ອງທອງຄຳ, ແລະ ເຄື່ອງໃຊ້ຕ່າງໆ ທີ່ດາວິດພໍ່ຂອງລາວໄດ້ອຸທິດ.

1 Kings 8

1 Kings 8:1

ເປັນຫຍັງໂຊໂລໂມນເອີ້ນປະຊຸມຜູ້ອາວຸໂສຂອງອິດສະຣາເອນຕໍ່ຫນ້າຕົວເອງ?

ໂຊໂລໂມນປະຊຸມຜູ້ອາວຸໂສຂອງອິດສະຣາເອນ ເພື່ອຈະນຳຫີບພັນທະສັນຍາຂອງພຣະຢາເວຈາກເມືອງແຫ່ງດາວິດ.

ແມ່ນໃຜມາປະຊຸມກັນຕໍ່ຫນ້າກະສັດໂຊໂລໂມນໃນງານລ້ຽງ?

ຜູ້ຊາຍທັງຫມົດຂອງອິດສະຣາເອນກໍໄດ້ມາປະຊຸມກັນຕໍ່ຫນ້າກະສັດໂຊໂລໂມນທີ່ງານລ້ຽງ.

1 Kings 8:3

ແມ່ນໃຜຍົກຫືບພັນທະສັນຂຶ້ນມາ?

ພວກປະໂລຫິດຍົກຫີບພັນທະສັນຂຶ້ນມາ.

ມີສິ່ງໃດແດ່ທີ່ໄດ້ຖວາຍຕໍ່ຫນ້າຫີບພັນທະສັນ?

ກະສັດໂຊໂລໂມນໄດ້ຖວາຍເເກະ ເເລະ ງົວຈົນບໍ່ສາມາດນັບຈຳນວນໄດ້ຕໍ່ຫນ້າຫືບພັນທະສັນ.

1 Kings 8:6

ພວກປະໂລຫິດໄດ້ເອົາຫີບພັນທະສັນຍາຂອງພຣະຢາເວໄປວາງໄວ້ບ່ອນໃດ?

ພວກປະໂລຫິດໄດ້ເອົາຫີບພັນທະສັນຍາຂອງພຣະຢາເວ ມາໄວ້ໃນສະຖານທີ່ໆສັກສິດທີ່ສຸດ.

1 Kings 8:9

ສິ່ງທີ່ເຕັມໄປໃນພຣະວິຫານຂອງພຣະຢາເວແມ່ນຫຍັງ?

ພຣະສິຣິຂອງພຣະຢາເວເຕັມພຣະວິຫານຂອງພຣະອົງ.

1 Kings 8:14

ກະສັດໄດ້ເຮັດຫຍັງສຳລັບການຊຸມນຸມອິດສະຣາເອນ?

ກະສັດໄດ້ອວຍພອນຊຸມນຸມຊົນອິດສະຣາເອນທັງຫມົດໃນຂະນະທີ່ພວກເຂົາກຳລັງຢືນຢູ່.

1 Kings 8:17

ສິ່ງທີ່ພຣະຢາເວໄກ່າວກັບດາວິດແມ່ນຫຍັງ?

ພຣະຢາເວໄດ້ກ່າວກັບດາວິດວ່າລູກຊາຍຂອງເຈົ້າຈະສ້າງພຣະວິຫານສຳລັບນາມຂອເຮົາ.

1 Kings 8:22

ໂຊໂລໂມນໄດ້ເຮັດຫຍັງຕໍ່ຫນ້າແທ່ນບູຊາພຣະຢາເວ?

ໂຊໂລໂມນໄດ້ຢືນຢູ່ຕໍ່ຫນ້າແທ່ນບູຊາຂອງພຣະຢາເວ ແລະ ໄດ້ກາງແຂນຂອງລາວອອກ.

1 Kings 8:25

ໂຊໂລໂມນໄດ້ອະທິຖານຫຍັງແລະຂໍຈາກພຣະຢາເວບໍ?

ໂຊໂລໂມນໄດ້ອະທິຖານວ່າຄຳສັນຍາທີ່ພຣະຢາເວມີໄວ້ກັບດາວິດຈະເປັນຈິງ.

1 Kings 8:29

ໂຊໂລໂມນໄດ້ອະທິຖານເພື່ອໃຫ້ພຣະຢາເວເຮັດຫຍັງ?

ໂຊໂລໂມນໄດ້ອະທິຖານວ່າພຣະຢາເວຂໍພຣະອົງທີ່ຈະຊົງເຝົ້າເບິ່ງແຍງດູແລພຣະວິຫານນີ້ທັງກາງເວັນ ແລະ ກາງຄືນ,

ບ່ອນໃດທີ່ພຣະຢາເວຈະຟັງຈາກເມື່ອຄົນອິດສະຣາເອນໄດ້ອະທິຖານເຖິງພຣະອົງເຂົາ?

ພຣະອົງເອງຊົງຟັງຈາກບ່ອນຢູ່ຂອງພຣະອົງຄືຈາກຟ້າ

1 Kings 8:31

ໂຊໂລໂມນຮ້ອງຂໍໃຫ້ພຣະຢາເວເຮັດຫຍັງສຳລັບຄົນຊອບທໍາ?

ໂຊໂລໂມນຖາມວ່າຄົນຊອບທຳຈະຖືກຕັດສິນວ່າຜູ້ຊອບທຳນັ້ນບໍຣິສຸດໂດຍປະທານລາງວັນໃຫ້ພວກເຂົາ ຕາມຄວາມຊອບທຳຂອງເຂົາ.

1 Kings 8:33

ເມື່ອທີ່ປະຊາຊົນອິດສະຣາເອນຈະໄດ້ຮັບການພ່າຍແພ້ກັບສັດຕູ ?

ເມື່ອອິດສະຣາເອນປະຊາຊົນພ່າຍແພ້ກັບສັດຕູ ເພາະໄດ້ເຮັດຜິດບາບຕໍ່ພຣະຢາເວ.

1 Kings 8:35

ເປັນຫຍັງທ້ອງຟ້າທັງຫລາຍຈຶ່ງປິດຢູ່ ແລະບໍ່ມີຝົນຕົກ?

ເມື່ອຟ້າທັງຫລາຍປິດຢູ່ ແລະ ບໍ່ມີຝົນຕົກເພາະເຂົາທັງຫລາຍໄດ້ເຮັດຜິດບາບຕໍ່ພຣະຢາເວ.

1 Kings 8:39

ເປັນຫຍັງໂຊໂລໂມນຈຶ່ງຂໍໃຫ້ພຣະຢາເວຟັງໃນຟ້າສະຫວັນແລະຂໍໃຫ້ຊົງອະໄພບາບຂອງປະຊາຊົນ?

ໂຊໂລໂມນຂໍໃຫ້ພຣະຢາເວຊົງອະໄພບາບຂອງປະຊາຊົນ ສະນັ້ນພວກເຂົາຈະໄດ້ຢຳເກງພຣະອົງ ຕະຫລອດວັນເວລາທີ່ມີຊີວິດເທິງແຜ່ນດິນ.

1 Kings 8:41

ເປັນຫຍັງຄົນຕ່າງດ້າວຈະມາຈາກແດນທີ່ຫ່າງໄກ?

ຄົນຕ່າງດ້າວຈະມາຈາກແດນທີ່ຫ່າງໄກເນື່ອງຈາກພຣະນາມຂອງພຣະອົງ.

ເປັນຫຍັງໂຊໂລໂມນຈຶ່ງຂໍໃຫ້ພຣະຢາເວເຮັດໃນສິ່ງທີ່ຄົນຕ່າງດ້າວອ້ອນວອນໃຫ້ພຣະອົງເຮັດ?

ໂຊໂລໂມນໄດ້ຂໍໃຫ້ພຣະເຢເວເຮັດໃນສິ່ງທີ່ຄົນຕ່າງດ້າວອ້ອນວອນໃຫ້ພຣະອົງເຮັດ ເພື່ອຄົນທຸກຊາດແຫ່ງແຜ່ນດິນໂລກຈະຮູ້ຈັກພຣະນາມຂອງພຣະອົງ ແລະ ຢຳເກງພຣະອົງ.

1 Kings 8:46

ເປັນຫຍັງສັດຕູຈຶ່ງນຳອິດສະຣາເອນໄປເປັນຊະເລີຍໃນແຜ່ນດິນຂອງພວກເຂົາ?

ສັດຕູຈະປະຕິບັດອິດສະຣາເອນໄປເປັນຊະເລີຍເພາະວ່າພຣະອົງໂກດຮ້າຍກັບອິດສະຣາເອນ ແລະໄດ້ມອບພວກເຂົາໃຫ້ແກ່ສັດຕູຂອງພວກເຂົາ.

ຊາວອິດສະຣາເອນຈະເວົ້າຫຍັງໃນດິນແດນຂອງສັດຕູຂອງພວກເຂົາ?

ຊາວອິດສະຣາເອນຈະເວົ້າວ່າ, "ພວກເຮົາໄດ້ກະທຳຄວາມຊົ່ວ ແລະ ໄດ້ເຮັດບາບແລ້ວ. ພວກເຮົາໄດ້ປະພຶດຕົວທີ່ຊົ່ວຮ້າຍ."

1 Kings 8:48

ຊາວອິດສະຣາເອນຈະເຮັດຫຍັງໃນດິນແດນຂອງສັດຕູຂອງພວກເຂົາ?

ຊາວອິດສະຣາເອນຈະກັບມາຫາພຣະອົງດ້ວຍສຸດໃຈ ແລະ ສຸດຈິດຂອງພວກເຂົາ ແລະ ອະທິຖານຕໍ່ພຣະອົງ.

1 Kings 8:49

ໂຊໂລໂມນອ້ອນວອນໃຫ້ພຣະຢາເເຮັດຫຍັງເມື່ອປະຊາຊົນຂອງພຣະອົງອະທິຖານຫາພຣະອົງ?

ໂຊໂລໂມນອ້ອນວອນຂໍໃຫ້ພຣະຢາເວຊົງຍົກໂທດໃຫ້ປະຊາຊົນຂອງພຣະອົງຜູ້ເຮັດບາບ ແລະ ຂໍໃຫ້ພຣະອົງປະທານຄວາມເມດຕາຕໍ່ພວກເຂົາ.

1 Kings 8:51

ບ່ອນໃດທີ່ພຣະຢາເວໄດ້ຊ່ວຍປະຊາຊົນລາວ?

ພຣະຢາເວໄດ້ຊ່ວຍປະຊາຊົນຂອງພຣະອົງຊ່ວຍກູ້ອອກມາຈາກເອຢິບ ຄືອອກຈາກທ່າມກາງເຕົາ.

ໂຊໂລໂມນອ້ອນວອນໃຫ້ພຣະຢາເວເຮັດຫຍັງເມື່ອປະຊາຊົນຂອງພຣະອົງຮ້ອງທູນພຣະອົງ?

ໂຊໂລໂມນອ້ອນວອນໃຫ້ພຣະຢາເວຊົງຫລຽວເບິ່ງປະຊາຊົນອິດສະຣາເອນຕໍ່ຄຳອ້ອນວອນ ແລະ ຮັບຟັງພວກເຂົາ.

ເປັນຫຍັງພຣະຢາເວຈຶ່ງແຍກປະຊາຊົນຂອງພຣະອົງອອກຈາກອອກຈາກທ່າມກາງຊົນທຸກຊາດແຫ່ງແຜ່ນດິນໂລກ?

ພຣະຢາເວໄດ້ແຍກປະຊາຊົນຂອງພຣະອົງອອກຈຈາກທ່າມກາງຊົນທຸກຊາດແຫ່ງແຜ່ນດິນໂລກ ໃຫ້ເປັນສົມບັດຂອງພຣະອົງ ແລະ ຮັບພຣະສັນຍາຂອງພຣະອົງ.

1 Kings 8:54

ໂຊໂລໂມນໄດ້ເຮັດຫຍັງຫລັງຈາກທີ່ລາວໄດ້ອະທິຖານແລະຄຳອ້ອນວອນຕໍ່ພຣະຢາເວທັງຫມົດແລ້ວ?

ຫລັງຈາກລາວອະທິຖານແລ້ວ, ຊາໂລໂມນໄດ້ຢືນຂື້ນ ແລະ ອວຍພອນປະຊາຊົນອິດສະຣາເອນທຸກຄົນດ້ວຍສຽງດັງ.

1 Kings 8:59

ໂຊໂລໂມນຢາກໃຫ້ປະຊາຊົນທັງຫມົດໃນແຜ່ນດິນໂລກຮູ້ຫຍັງ?

ໂຊໂລໂມນຢາກໃຫ້ປະຊາຊົນທັງຫມົດໃນແຜ່ນດິນໂລກຮູ້ະຮູ້ວ່າພຣະຢາເວນັ້ນ ຊົງເປັນພຣະເຈົ້າ, ບໍ່ມີພະອື່ນເລີຍ.

ໂຊໂລໂມນສັ່ງໃຫ້ປະຊາຊົນຂອງພຣະຢາເວເຮັດຫຍັງ?

ໂຊໂລໂມນບອກພວກເຂົາຂໍໃຫ້ຈິດໃຈຂອງທ່ານທັງຫລາຍສັດຊື່ຕໍ່ພຣະຢາເວ ພຣະເຈົ້າຂອງພວກເຮົາ, ຄືດຳເນີນຢູ່ໃນກົດເກນຂອງພຣະອົງ ແລະ ຮັກສາພຣະບັນຍັດຂອງພຣະອົງ.

1 Kings 8:62

ແມ່ນໃຜທີ່ໄດ້ຖວາຍເຄື່ອງບູຊາແດ່ພຣະຢາເວ?

ກະສັດ ແລະ ຄົນອິດສະຣາເອນທັງຫມົດທີ່ຢູ່ກັບທ່ານ ໄດ້ຖວາຍເຄື່ອງບູຊາແດ່ພຣະຢາເວ.

ໂຊໂລໂມນໄດ້ເອົາງົວແລະແກະຈຳນວນເທົ່າໃດ?

ໂຊໂລໂມນໄດ້ຖວາຍເຄື່ອງບູຊາງົວ 22,000 ໂຕ ແລະແກະ 120,000 ໂຕ.

1 Kings 8:64

ເປັນຫຍັງກະສັດຈຶ່ງບໍ່ເຮັດພິທີຊຳລະຢູ່ສ່ວນກາງຂອງເດີ່ນຫຍ້າທີ່ຢູ່ຕໍ່ຫນ້າວິຫານຂອງພຣະຢາເວ?

ກະສັດບໍ່ເຮັດພິທີຊຳລະຢູ່ສ່ວນກາງຂອງເດີ່ນຫຍ້າ ທີ່ຢູ່ຕໍ່ຫນ້າວິຫານຂອງພຣະຢາເວນັ້ນ ນ້ອຍເກີນກວ່າຈະຮັບເຄື່ອງບູຊາທັງຫມົດ.

1 Kings 8:65

ເມື່ອໃດກະສັດໄດ້ສົ່ງປະຊາຊົນກັບໄປບ້ານຂອງເຂົາ?

ໃນມື້ທີແປດ, ກະສັດໄດ້ສົ່ງປະຊາຊົນໄປເຮືອນຂອງພວກເຂົາ.

1 Kings 9

1 Kings 9:1

ຫລັງຈາກກະສັດໂຊໂລໂມນໄດ້ສ້າງພຣະວິຫານຂອງພຣະຢາເວແລ້ວ, ພຣະຢາເວໄດ້ເຮັດຫຍັງ?

ເມື່ອກະສັດໂຊໂລໂມນໄດ້ສ້າງພຣະວິຫານຂອງພຣະຢາເວແລ້ວ, ພຣະຢາເວໄດ້ຊົງປາກົດຕໍ່ໂຊໂລໂມນເປັນເທື່ອທີສອງ.

1 Kings 9:3

ພຣະຢາເວກ່າວຫຍັງກັບຢຊໂລໂມນ?

ພຣະຢາເວກ່າວຫຍັງກັບຢຊໂລໂມນວ່າ, "ເຮົາໄດ້ຍິນຄຳອະທິຖານ ແລະ ຄຳອ້ອນວອນຂອງເຈົ້າ ຊຶ່ງເຈົ້າໄດ້ອ້ອນວອນຕໍ່ເຮົານັ້ນ."

1 Kings 9:4

ພຣະຢາເວຢາກໃຫ້ໂຊໂລໂມນເຊື່ອຟັງສິ່ງໃດ?

ພຣະຢາເວຢາກໃຫ້ໂຊໂລໂມນເຊື່ອຟັງຄຳບັນຊາທັງຫມົດ ແລະ ທັງຮັກສາກົດຫມາຍຂອງພຣະອົງ ທີ່ພຣະອົງໄດ້ສັ່ງ.

ພຣະຢາເວໄດ້ຊົງສັນຍາຫຍັງກັບດາວິດ, ພໍ່ຂອງຊາໂລໂມນ?

ພຣະຢາເວ ໄດ້ຊົງສັນຍາວ່າຈະສະຖາປະນາຣາຊບັນລັງແຫ່ງອານາຈັກຂອງດາວິດປົກຄອງອິດສະຣາເອນຕະຫລອດໄປ.

1 Kings 9:6

ພຣະຢາເວກ່າວກັບຊາໂລໂມນວ່າພຣະອົງຈະເຮັດຫຍັງ ຖ້າໂຊໂລໂມນບໍ່ຮັກສາພຣະບັນຍັດຂອງພຣະອົງ?

ພຣະຢາເວບອກໂຊໂລໂມນວ່າພຣະອົງຈະຕັດອິດສະຣາເອນອອກຈາກພື້ນດິນ ຊຶ່ງພຣະອົງໄດ້ມອບໃຫ້ພວກເຂົາ.

1 Kings 9:8

ຜູ້ຄົນຈະຖາມຫຍັງເມື່ອພວກເຂົາຜ່ານພຣະວິຫານຂອງພຣະຢາເວ?

ປະຊາຊົນຖາມວ່າ, "ເປັນຫຍັງພຣະເຢເວຈຶ່ງເຮັດແບບນີ້ແກ່ແຜ່ນດິນນີ້ ແລະພຣະວິຫານນີ້?"

ເປັນຫຍັງພຣະວິຫານຈິ່ງນຳເອົາໄພພິບັດນີ້ມາສູ່ພວກເຂົາ?

ພຣະຢາເວຈະນຳເອົາໄພພິບັດນີ້ມາສູ່ພວກເຂົາ ເພາະວ່າພວກເຂົາໄດ້ກະບົດຕໍ່ພຣະເຈົ້າຂອງພວກເຂົາ ແລະ ນະມັດສະການພະເຈົ້າອື່ນໆ.

1 Kings 9:10

ສິ່ງທີ່ເກີດຂື້ນເມື່ອທ້າຍຂອງປີທີຊາວ?

ເມື່ອທ້າຍປີທີຊາວ, ໂຊໂລໂມນໄດ້ສຳເລັດການສ້າງພຣະວິຫານຂອງພຣະຢາເວ ແລະຣາຊວັງຂອງກະສັດ.

ກະສັດຮີຣາມຂອງເມືອງຕີເຣໄດ້ເຮັດຫຍັງກັບຊາໂລໂມນ?

ກະສັດຮີຣາມຂອງເມືອງຕີເຣຈຶ່ງໄດ້ສົ່ງໄມ້ແປກ, ໄມ້ສົນ ແລະ ທອງຄຳໃຫ້ໂຊໂລໂມນ.

1 Kings 9:12

ຮີຣາມໄດ້ໄປຈາກເມືອງຕີເຣເພື່ອກວດກາເບິ່ງຫຍັງ?

ຮີຣາມໄດ້ໄປຈາກເມືອງຕີເຣເພື່ອກວດກາເບິ່ງເມືອງ ທີ່ໂຊໂລໂມນໄດ້ປະທານໃຫ້ແກ່ເພິ່ນ.

ຮີຣາມໄດ້ເອີ້ນເມືອງຫຍັງທີ່ໂຊໂລໂມນມອບໃຫ້?

ຮີຣາມໄດ້ເອີ້ນເມືອງເຫລົ່ານັ້ນວ່າ ແຜ່ນດິນກາບູນ ຊຶ່ງມີຄວາມຫມາຍວ່າບໍ່ມີຄ່າ.

ຮີຣາມໄດ້ສົ່ງທອງຄຳຫນັກຫລາຍປານໃດໃຫ້ກະສັດໂຊໂລໂມນ?

ຮີຣາມໄດ້ສົ່ງທອງຄຳຫນັກ 120 ຕະລັນ ແກ່ກະສັດໂຊໂລໂມນ.

1 Kings 9:15

ໂຊໂລໂມນໄດ້ສ້າງຫຍັງຢູ່ທີ່ເມືອງຮາໂຊ, ເມືອງເມກິດໂດ, ແລະເມືອງເກເຊ?

ໂຊໂລໂມນໄດ້ສ້າງທີ່ປ້ອງກັນເມືອງຮາໂຊ, ເມືອງເມກິດໂດ, ແລະເມືອງເກເຊ.

ກະສັດຟາໂລແຫ່ງເອຢິບໄດ້ເຮັດຫຍັງຢູ່ເກເຊ?

ກະສັດແຫ່ງເອຢິບຢຶດເມືອງເກເຊ ແລະ ໄດ້ເອົາໄຟເຜົາ ທັງໄດ້ຂ້າຄົນການາອານ ຊຶ່ງຢູ່ໃນເມືອງນັ້ນ.

1 Kings 9:17

ໂຊໂລໂມນໄດ້ເຮັດຫຍັງຢູ່ທີ່ເກເຊແລະເບັດໂຮໂຣນ?

ໂຊໂລໂມນຈຶ່ງໄດ້ສ້າງເມືອງຂື້ນໃຫມ່ທີ່ເກເຊ ແລະ ເບັດໂຮໂຣນ.

1 Kings 9:20

ໂຊໂລໂມນໄດ້ເຮັດຫຍັງກັບປະຊາຊົນໃນແຜ່ນດິນທີ່ບໍ່ແມ່ນເຊື້ອສາຍອິດສະຣາເອນ?

ປະຊາຊົນໃນແຜ່ນດິນທີ່ບໍ່ແມ່ນຊາວອິດສະຣາເອນໂຊໂລໂມນໄດ້ເຮັດໃຫ້ເປັນທາດແຮງງານ.

1 Kings 9:22

ໂຊໂລໂມນເຮັດຫຍັງກັບປະຊາຊົນອິດສະຣາເອນ?

ໂຊໂລໂມນໄດ້ເຮັດໃຫ້ປະຊາຊົນອິດສະຣາເອນກາຍເປັນທະຫານ, ຂ້າຣາຊການ, ຜູ້ບັນຊາກອງທັບ, ຜູ້ບັງຄັບກອງລົດຮົບ ແລະທະຫານມ້າ.

1 Kings 9:23

ໂຊໂລໂມນມີຫົວຫນ້າຂ້າຣາຊການຈັກຄົນ?

ໂຊໂລໂມນມີຫົວຫນ້າຂ້າຣາຊການ 550 ຄົນທີ່ເປັນຜູ້ຄວບຄຸມຄົນງານ.

1 Kings 9:25

ແມ່ນຫຍັງທີ່ໂຊໂລໂມນໄດ້ຖວາຍເຄື່ອງບູຊາສາມຄັ້ງຕໍ່ປີ?

ໂຊໂລໂມນໄດ້ຖວາຍເຄື່ອງເຜົາບູຊາ ແລະ ເຄື່ອງບູຊາເທິງແທ່ນບູຊາປີລະສາມຄັ້ງ.

1 Kings 9:26

ໂຊໂລໂມນເຮັດຫຍັງຢູ່ເມືອງເອຊີໂອນເກເບ?

ໂຊໂລໂມນໄດ້ສ້າງກອງທັບເຮືອ ທີ່ເມືອງເອຊີໂອນເກເບ.

ເປັນຫຍັງໂຊໂລໂມນຈຶ່ງສົ່ງຜູ້ຮັບໃຊ້ໄປທີ່ເມືອງໂອເຟຍ?

ໂຊໂລໂມນໄດ້ສົ່ງຜູ້ຮັບໃຊ້ໄປທີ່ເມືອງໂອເຟຍ ເພື່ອນຳເອົາທອງຄຳ.

1 Kings 10

1 Kings 10:1

ເປັນຫຍັງຣາຊີນີຂອງເຊບາຈຶ່ງມາຫາໂຊໂລໂມນ?

ຣາຊີນີຈຶ່ງເດີນທາງມາຫາໂຊໂລໂມນເພື່ອທົດສອບດ້ວຍປັນຫາຫຍຸ້ງຍາກຫລາຍຢ່າງ.

ຣາຊີນີຂອງເຊບາໄດ້ນຳເອົາຫຍັງມາສູ່ເຢຣູຊາເລັມ?

ຣາຊີນີຂອງເຊບາໄດ້ນຳເອົເຄື່ອງເທດຕ່າງໆ, ທອງຄຳ, ແລະ ເພັດພອຍລຳ້ຄ່າຫລວງຫລາຍມາຍັງກຸງເຢຣູຊາເລັມ.

1 Kings 10:3

ໂຊໂລໂມນໄດ້ຕອບຄຳຖາມຂອງລາຊິນີຈັກຄຳຖາມ?

ໂຊໂລໂມນໄດ້ຕອບທຸກຄຳຖາມຂອງຣາຊີນີເຊບາ.

ຣາຊີນີຂອງເຊບາມີປະຕິກິລິຍາແນວໃດເມື່ອເຫັນສະຕິປັນຍາທັງຫມົດ ຂອງໂຊໂລໂມນ?

ເມື່ອຣາຊີນີຂອງເຊບາໄດ້ເຫັນສະຕິປັນຍາທັງຫມົດ ຂອງໂຊໂລໂມນບໍ່ມີສິ່ງໃດທີ່ນາງໄດ້ທູນຖາມອີກຕໍ່ໄປ.

1 Kings 10:6

ຣາຊິນີຂອງເຊເບໄດ້ເວົ້າຫຍັງກັບໂຊໂລໂມນ?

ຣາຊິນີຂອງຊາບາໄດ້ກ່າວກັບໂຊໂລໂມນວ່າ,“ ທ່ານມີຊື່ສຽງຫລາຍກວ່າຂ່າວທີ່ຂ້ານ້ອຍໄດ້ຍິນມາ."

1 Kings 10:8

ເປັນຫຍັງຣາຊິນີຂອງເຊເບຈຶ່ງເວົ້າວ່າຜູ້ຮັບໃຊ້ຂອງໂຊໂລໂມນໄດ້ຮັບພອນ?

ຣາຊິນີຂອງເຊເບຈຶ່ງເວົ້າວ່າຜູ້ຮັບໃຊ້ຂອງໂຊໂລໂມນໄດ້ຮັບພອນ ເພາະພວກເຂົາໄດ້ຟັງສະຕິປັນຍາຂອງທ່ານ.

ພຣະຢາເວສະແດງຄວາມຮັກຂອງພຣະອົງຕໍ່ອິດສະຣາເອນແນວໃດ?

ພຣະຢາເວສະແດງຄວາມຮັກຂອງພຣະອົງຕໍ່ອິດສະຣາເອນ ໂດຍການແຕ່ງຕັ້ງກະສັດໂຊໂລໂມນ.

1 Kings 10:10

ຣາຊິນີຂອງເຊບາໄດ້ມອບຫຍັງແກ່ໂຊໂລໂມນ?

ຣາຊີນີກໍຖວາຍທອງຄຳຫນັກ 120 ຕະລັນແກ່ກະສັດ ທັງເຄື່ອງເທດ ແລະ ເພັດພອຍອັນລ້ຳຄ່າຢ່າງຫລວງຫລາຍ.

1 Kings 10:11

ກອງທັບເຮືອຂອງຮີຣາມໄດ້ນຳເອົາຫຍັງຈາກໂອເຟຍ?

ກອງທັບເຮືອຂອງຮີຣາມໄດ້ນຳເອົາທອງຄຳມາຈາກໂອເຟຍ.

ກະສັດໄດ້ເຮັດຫຍັງສຳລັບພຮະວິຫານຂອງ ພຣະຢາເວ?

ກະສັດໄດ້ໃຊ້ໄມ້ຈັນເຮັດເສົາສຳລັບພຣະວິຫານຂອງພຣະຢາເວ.

1 Kings 10:13

ກະສັດໂຊໂລໂມນໄດ້ໃຫ້ຫຍັງແກ່ຣາຊິນີຂອງເຊບາ?

ກະສັດໂຊໂລໂມນໄດ້ດ້ປະທານແກ່ຣາຊີນີແຫ່ງເຊບາ ໃນທຸກສິ່ງຢ່າງທີ່ນາງຕ້ອງການ.

1 Kings 10:14

ໃນປີຫນຶ່ງນໍ້າຫນັກຂອງທອງຄຳທີ່ນຳມາຖວາຍກະສັດໂຊໂລໂມນເທົ່າໃດ?

ນ້ຳຫນັກຂອງທອງຄຳທີ່ໄດ້ນຳມາຖວາຍໂຊໂລໂມນ ໃນປີຫນຶ່ງເປັນທອງຄຳຫນັກຮອດ 666 ຕະລັັນ.

ມີໃຜແດ່ເອົາທອງ ຄຳ ແລະເງິນມາຖວາຍໃຫ້ໂຊໂລໂມນ?

ບັນດາກະສັດແຫ່ງອາຣາເບຍທັງຫມົດ ແລະ ຈາກບັນດາເຈົ້າເມືອງຕ່າງໆໃນປະເທດກໍໄດ້ນຳເຄື່ອງທອງ ແລະ ເຄື່ອງເງິນມາຖວາຍແກ່ໂຊໂລໂມນ.

1 Kings 10:16

ກະສັດໂຊໂລໂມນໄດ້ສ້າງແຜ່ນໂລ້ທອງໃຫຍ່ຫລາຍປານໃດ?

ກະສັດໂຊໂລໂມນໄດ້ສ້າງແຜ່ນໂລ້ທອງໃຫຍ່ສອງຮ້ອຍອັນຈາກທອງຄຳ.

ກະສັດໂຊໂລໂມນໄດ້ວາງໂລ້ນ້ອຍສາມຮ້ອຍອັນຈາກທອງຄຳໄວ້ຢູ່ໃສ?

ກະສັດໂຊໂລໂມນໄດ້ວາງໂລ້ນ້ອຍສາມຮ້ອຍອັນ ຈາກທອງຄຳໄວ້ຢູ່ໃນຫ້ອງໂຖງແຫ່ງດົງເລບານອນ.

1 Kings 10:18

ກະສັດໄດ້ເຮັດຫຍັງດ້ວຍງາຊ້າງ ແລະ ທອງຄຳຢ່າງດີທີ່ສຸດ?

ກະສັດໄດ້ສ້າງບັນລັງທີ່ໃຫຍ່ໂຕດ້ວຍງາຊ້າງ ແລະ ໂອບດ້ວຍທອງຄຳຢ່າງດີທີ່ສຸດ.

ມີສິ່ງໃດຢືນຢູ່ທາງຂ້າງບ່ອນວາງແຂນນັ້ນທີ່ກະສັດໄດ້ສ້າງ?

ມີສິງໂຕສອງໂຕທີ່ຢູ່ທາງຂ້າງບ່ອນວາງແຂນນັ້ນ.

ມີສິ່ງໃດຢືນຢູ່ເທິງແຕ່ລະຂ້າງຂອງຂັ້ນທັງຫົກຂັ້ນ?

ມີຮູບສິງໂຕອີກສິບສອງໂຕຢືນຢູ່ເທິງຂັ້ນຄັນໄດ, ຫນຶ່ງໂຕຢູ່ເທິງແຕ່ລະຂ້າງຂອງຂັ້ນທັງຫົກຂັ້ນ.

1 Kings 10:21

ຖ້ວຍເຄື່ອງດື່ມທັງຫມົດທີ່ຢູ່ໃນຫ້ອງໂຖງຂອງເລບານອນນັ້ນເຮັດດ້ວຍຫຍັງ?

ຖ້ວຍເຄື່ອງດື່ມທັງຫມົດທີ່ຢູ່ໃນຫ້ອງໂຖງຂອງເລບານອນນັ້ນເຮັດດ້ວຍທອງຄຳບໍລິສຸດ.

ກອງທັບເຮືອຂອງກະສັດໄດ້ນຳເອົາຫຍັງໃນທຸກໆສາມປີ?

ໃນທຸກໆສາມປີ, ກອງທັບເຮືອໄດ້ນຳທອງຄຳ, ເງີນ, ງາຊ້າງ, ລີງໃຫຍ່ ແລະ ລີງນ້ອຍ.

1 Kings 10:23

ເປັນຫຍັງທົ່ວທັງໂລກກໍສະແຫວງຫາຫາໂຊໂລໂມນ?

ທົ່ວທັງໂລກກໍສະແຫວງຫາໂຊໂລໂມນເພື່ອມາຟັງສະຕິປັນຍາ ທີ່ພຣະເຈົ້າໄດ້ປຣະທານໄວ້ໃຫ້ໃນໃຈຂອງເພິ່ນນັ້ນ.

ຜູ້ຄົນມາຢ້ຽມຢາມຂອງໂຊໂລໂມນໄດ້ນຳຫຍັງມາໃຫ້ເພິ່ນ?

ທຸກຄົນທີ່ໄດ້ມາກໍໄດ້ນຳຂອງຂວັນມາມອບໃຫ້ເພີ່ນ ຄືແລະ ຄຳ, ເສື້ອຜ້າ, ອາວຸດ, ເຄື່ອງເທດ ແລະສິ່ງທີ່ເຮັດດ້ວຍເງີນ.

1 Kings 10:26

ໂຊໂລໂມນຮວບຮວມລົດມ້າ ແລະ ຄົນຂີ່ມ້າຂອງເພິ່ນໄປໃສ?

ໂຊໂລໂມນຮວບຮວມລົດມ້າ ແລະ ຄົນຂີ່ມ້າຂອງເພິ່ນດ້ປະຈຳການຢູ່ກັບເພີ່ນ ໃນນະຄອນເຢຣູຊາເລັມ.

ກະສັດເຮັດໃຫ້ຫຍັງກັບໄມ້ແປກ?

ກະສັດໄດ້ເຮັດໃຫ້ມີໄມ້ແປກຢ່າງຫລວງຫລາຍ ຄືຕົ້ນຫມາກເດື່ອເທດທີ່ເກີດຢູ່ຕາມຕີນພູ.

1 Kings 10:28

ມ້າຂອງໂຊໂລໂມນເອົາມາຈາກໃສ?

ມ້າຂອງໂຊໂລໂມນເອົາມາຈາກປະເທດເອຢິບ ແລະ ກີລີເກຍ

ລາຄາຂອງມ້າຂອງໂຊໂລໂມນທີ່ເປັນຂອງເພິ່ນເທົ່າໃດ?

ມ້າໂຕຫນຶ່ງມີລາຄາຫ້າຮ້ອຍສິບຫລຽນເງີນ.

1 Kings 11

1 Kings 11:1

ກະສັດໂຊໂລໂມນຮັກໃຜ?

ກະສັດໂຊໂລໂມນໄດ້ຮັກຍິງຕ່າງຊາດຫລາຍຄົນ.

ພຣະຢາເວໄດ້ສັ່ງຫຍັງກ່ຽວກັບການແຕ່ງງານກັບຜູ້ຍິງຈາກຕ່າງຊາດ?

ພຣະຢາເວໄດ້ສັ່ງບໍ່ໃຫ້ແຕ່ງງານກັບຜູ້ຍິງຈາກຕ່າງຊາດ.

1 Kings 11:3

ບັນດາເມຍຂອງໂຊໂລໂມນເຮັດຫຍັງກັບຈິດໃຈຂອງເພິ່ນ?

ບັນດາເມຍຂອງເພິ່ນກໍໄດ້ຫັນຈິດໃຈຂອງເພິ່ນ.

ຈິດໃຈຂອງດາວິດມີຕໍ່ພຣະຢາເວແນວໃດ?

ຈິດໃຈຂອງດາວິດໄດ້ພັກດີຢ່າງເຕັມສ່ວນຕໍ່ພຣະຢາເວພຣະເຈົ້າຂອງພະອົງ.

1 Kings 11:5

ໂຊໂລໂມນໄດ້ຕິດຕາມຫຍັງ?

ໂຊໂລໂມນໄດ້ດຳເນີນຕາມເຈົ້າແມ່ອັດສະຕາກ, ພະຂອງຊາວຊີໂດນ, ແລະ ຕາມພະໂມເລກ ຂອງຊາວອຳໂມນ.

ໂຊໂລໂມນເຮັດຫຍັງໃນສາຍຕາຂອງພຣະຢາເວ?

ໂຊໂລໂມນໄດ້ເຮັດສິ່ງຊົ່ວຮ້າຍໃນສາຍຕາຂອງພຣະຢາເວ.

1 Kings 11:7

ໂຊໂລໂມນໄດ້ສ້າງສຳລັບພະເຄໂມດຫຍັງ?

ໂຊໂລໂມນໄດ້ສ້າງບ່ອນຂາບໄຫວ້ພະເຄໂມດ, ຊຶ່ງເປັນພະຂອງຊາວໂມອາບ.

ໂຊໂລໂມນໄດ້ເຮັດຫຍັງຢູ່ບ່ອນຂາບໄຫວ້ຂອງບັນດາເມຍຕ່າງຊາດຂອງເພິ່ນ?

ໂຊໂລໂມນໄດ້ເຜົາເຄື່ອງຫອມ ແລະ ຖວາຍເຄື່ອງບູຊາແກ່ບັນດາພະຂອງພວກນາງ.

1 Kings 11:9

ພຣະຢາເວຊົງໄດ້ປາກົດຕໍ່ກະສັດໂຊໂລໂມນຈັກເທື່ອ?

ພຣະຢາເວຊົງໄດ້ປາກົດຕໍ່ກະສັດໂຊໂລໂມນສອງເທື່ອ.

ພຣະຢາເວ ໄດ້ສັ່ງຫຍັງໂຊໂລໂມນ?

ພຣະຢາເວ ໄດ້ສັ່ງບໍ່ຄວນໄປຕິດຕາມພະອື່ນໆ.

1 Kings 11:11

ພຣະຢາເວກ່າວກັບໂຊໂລໂມນວ່າພຣະອົງຈະເຮັດຫຍັງຍ້ອນພະເຈົ້າຕ່າງຊາດ?

ພຣະຢາເວກ່າວກັບໂຊໂລໂມນວ່າພຣະອົງຈະຈີກເອົາອານາຈັກອອກຈາກເພິ່ນແລະມອບໃຫ້ຜູ້ຮັບໃຊ້ຂອງເພິ່ນ.

ພຣະຢາເວສັນຍາວ່າຈະມອບເຜົ່າຈຳນວນເທົ່າໃດໃຫ້ແກ່ລູກຊາຍຂອງໂຊໂລໂມນ?

ພຣະຢາເວສັນຍາວ່າຈະມອບຫນຶ່ງເຜົ່າ ໃຫ້ແກ່ລູກຊາຍຂອງໂຊໂລໂມນ.

1 Kings 11:14

ແມ່ນໃຜຜູ້ທີ່ພຣະຢາເວໄດ້ປະຕິບັດເກີດຂຶ້ນຕໍ່ສູ້ໂຊໂລໂມນ?

ພຣະຢາເວໄດ້ປະຕິບັດເກີດຂຶ້ນມາຈາກຮາດາດຜູ້ທີ່ຈະຕໍ່ສູ້ກັບໂຊໂລໂມນ.

ມີໃຜໄດ້ຂຶ້ນໄປຝັງສົບຜູ້ທີ່ຖືກຂ້າຕາຍໃນເອໂດມ?

ໂຢອາບຜູ້ບັນຊາການກອງທັບໄດ້ຂຶ້ນໄປຝັງຜູ້ທີ່ຖືຂ້າຕາຍ, ແລະ ໄດ້ຂ້າຜູ້ຊາຍທຸກຄົນໃນເອໂດມ.

ໂຢອາບແລະອິດສະຣາເອນຍັງຄົງຢູ່ໃນເອໂດມດົນປານໃດ?

ໂຢອາບ ແລະ ຄົນອິດສະຣາເອນທັງຫມົດຍັງຢູ່ທີ່ນັ້ນຫົກເດືອນ.

ຮາດາດຫນີໄປບ່ອນໃດ?

ຮາດາດຫນີໄປເອຢິບ.

1 Kings 11:18

ຟາໂລໄດ້ມອບໃຫ້ຜູ້ໃດເປັນເມຍໃຫ້ແກ່ຮາດາດ?

ຟາໂລໄດ້ມອບນ້ອງສາວໃຫ້ເປັນເມຍແກ່ຮາດາດຂອງຣາຊີນີຕາເປເນັດ.

1 Kings 11:20

ລູກຊາຍຂອງຮາດາດຊື່ວ່າແນວໃດ?

ລູກຊາຍຂອງຮາດາດຊື່ວ່າ ເກນູບັດ.

ຮາດາດໄດ້ຖາມຫຍັງກັບຟາໂຣ?

ຮາດາດໄດ້ຖາມຟາໂຣວ່າ ລາວອາດຈະອອກເດີນທາງ ແລະ ໄປປະເທດຂອງລາວ.

1 Kings 11:23

ຊື່ຂອງສັດຕູອີກຄົນຫນຶ່ງທີ່ພຣະເຈົ້າຍົກຂຶ້ນມາຕໍ່ຕ້ານໂຊໂລໂມນແມ່ນໃຜ?

ພຣະເຈົ້າໄດ້ຊົງໃຫ້ອີກຄົນຫນຶ່ງເກີດຂຶ້ນຕໍ່ສູ້ໂຊໂລໂມນ, ຄືເຣຊົນລູກຊາຍຂອງເອລີອາດາ .

ຜູ້ຊາຍຂອງເຣຊົນໄດ້ເດີນທາງໄປໃສ?

ຜູ້ຊາຍຂອງເຣຊົນໄດ້ເດີນທາງໄປເມືອງດາມັສກັດ ແລະອາໃສຢູ່ທີ່ນັ້ນ.

ເຣຊົນແມ່ນສັດຕູຂອງອິດສະຣາເອນໄດ້ດົນປານໃດ?

ເຣຊົນໄດ້ເປັນສັດຕູຂອງອິດສະຣາເອນຕະຫລອດສະໄຫມຂອງໂຊໂລໂມນ.

1 Kings 11:26

ຜູ້ໃດຍົກມືຂຶ້ນຕໍ່ສູ້ກັບກະສັດ?

ເຢໂຣໂບອາມລູກຊາຍຂອງເນບັດເປັນກະບົດຕໍ່ກະສັດ.

ເປັນຫຍັງເຢໂຣໂບອາມຈຶ່ງກະບົດຕໍ່ກະສັດ?

ເຢໂຣໂບອາມລູກຊາຍຂອງເນບັດເປັນກະບົດຕໍ່ກະສັດເພາະວ່າລາວໄດ້ຖົມດິນແດນທາງທິດຕາເວັນອອກຂອງນະຄອນເຢຣູຊາເລັມ ແລະ ໄດ້ສ້ອມແປງກຳແພງເມືອງຂອງດາວິດພໍ່ຂອງຕົນ.

1 Kings 11:28

ໂຊໂລໂມນໄດ້ໃຫ້ເຢໂຣໂບອາມບັນຊາຫຍັງ?

ໂຊໂລໂມນໄດ້ໃຫ້ເຢໂຣໂບອາມດູແລແຮງງານທັງຫມົດໃນເຮືອນຂອງໂຢເຊັບ.

ມີໃຜພົບເຫັນເຢໂຣໂບອາມຕາມເສັ້ນທາງທີ່ລາວອອກໄປຈາກເຢຣູຊາເລັມ?

ອາຮີຢາຜູ້ເຜີຍພຣະພຣະວັດຈະນະໄດ້ພົບເຫັນເຢໂຣໂບອາມຕາມເສັ້ນທາງທີ່ລາວອອກໄປຈາກເຢຣູຊາເລັມ.

ອາຮີຢາໄດ້ເຮັດຫຍັງຕໍ່ເສື້ອຜ້າໃຫມ່ຂອງເຢໂຣໂບອາມ?

ອາຮີຢາກໍໄດ້ຈັບເສື້ອຄຸມໃຫມ່ທີ່ເຂົາສວມໃສ່ຢູ່ ແລະ ຈີກອອກເປັນສິບສອງຕ່ອນ.

1 Kings 11:31

ພຣະຢາເວໄດ້ກ່າວແນວໃດກ່ຽວກັບອານາຈັກຂອງໂຊໂລໂມນ?

ພຣະຢາເວກ່າວວ່າພຣະອົງກຳລັງຈະຈີກອານາຈັກ ຈາກມືຂອງໂຊໂລໂມນ.

ໂຊໂລໂມນຈະຮັກສາຈັກເຜົ່າ?

ໂຊໂລໂມນຈະມີເຜົ່າຫນຶ່ງເພື່ອເຫັນແກ່ດາວິດ.

1 Kings 11:34

ພຣະຢາເວໄດ້ເຮັດໃຫ້ໂຊໂລໂມນເປັນຜູ້ຄອບຄອງດົນປານໃດ?

ພຣະຢາເວຈະໃຫ້ໂຊໂລໂມນເປັນຜູ້ຄອບຄອງຕະຫລອດຊີວິດຂອງເຂົາ.

ໃນເມືອງໃດທີ່ເມືອງພຣະຢາເວເລືອກໃຫ້ນາມຊື່ຂອງພຣະອົງ?

ໃນເຢຣູຊາເລັມ, ເມືອງຊຶ່ງເຮົາເລືອກໃຫ້ນາມຊື່ຂອງເຮົາຕັ້ງຢູ່ທີ່ນັ້ນ.

1 Kings 11:37

ພຣະຢາເວສັນຍາວ່າຈະເຮັດຫຍັງສຳລັບເຢໂຣໂບອາມ ຖ້າລາວ ດຳເນີນໃນທາງທັງຫລາຍຂອງພຣະອົງ?

ພຣະຢາເວສັນຍາວ່າຈະໃຫ້ເຢໂຣໂບອາມ ຈະສ້າງເຊື້ອສາຍທີ່ຫມັ້ນຄົງໃຫ້ເລາວ ແລະຈະໃຫ້ອິດສະຣາເອນແກ່ລາວ ຖ້າລາວຍ່ເນີນໃນທາງທັງຫລາຍຂອງພຣະອົງ.

1 Kings 11:40

ໂຊໂລໂມນພະຍາຍາມເຮັດຫຍັງກັບເຢໂຣໂບອາມ?

ໂຊໂລໂມນຈຶ່ງໄດ້ພະຍາຍາມທີ່ຈະຂ້າເຢໂຣໂບອາມ.

1 Kings 11:41

ໂຊໂລໂມນປົກຄອງເມືອງເຢຣູຊາເລັມດົນປານໃດ?

ໂຊໂລໂມນໄດ້ປົກຄອງໃນເຢຣູຊາເລັມທັງຫມົດເປັນເວລາສີ່ສິບປີ.

ຜູ້ໃດກໍໄດ້ຂຶ້ນເປັນກະສັດແທນໂຊໂລໂມນ?

ເຣໂຫໂບອາມກໍໄດ້ຂຶ້ນເປັນກະສັດແທນໂຊໂລໂມນ.

1 Kings 12

1 Kings 12:1

ເປັນຫຍັງເຣໂຫໂບອາມໄດ້ໄປທີ່ເມືອງຊີເຄມ?

ເຣໂຫໂບອາມໄດ້ໄປທີ່ເມືອງຊີເຄມ, ເພາະອິດສະຣາເອນທັງຫມົດໄດ້ມາຊີເຄມ ເພື່ອຈະຕັ້ງເພິ່ນໃຫ້ເປັນກະສັດ.

1 Kings 12:3

ມີໃຜມາພ້ອມກັບການຊຸມນຸມຊົນອິດສະຣາເອນທັງຫມົດໄດ້ເວົ້າບອກຕໍ່ເຣໂຫໂບອາມ?

ເຢໂຣໂບອາມລູກຊາຍຂອງເນບັດມາພ້ອມກັບການຊຸມນຸມຊົນອິດສະຣາເອນທັງຫມົດ ໄດ້ເວົ້າບອກຕໍ່ເຣໂຫໂບອາມ.

ອິດສະຣາເອນໄດ້ຖາມຫຍັງກ່ຽວກັບເຣໂຫໂບອາມ?

ຊາວອິດສະຣາເອນທຸກຄົນຖາມວ່າເຣໂຫໂບອາມ ຂໍຊົງລົດງານຫນັກຂອງພໍ່ຂອງເພິ່ນວາງເທິງພວກເຂົາ.

ເຣໂຫໂບອາມໄດ້ສົ່ງປະຊາຊົນອອກໄປຈັກຈັກວັນ?

ເຣໂຫໂບອາມໄດ້ສົ່ງປະຊາຊົນອອກໄປສາມວັນ.

1 Kings 12:6

ເຣໂຫໂບອາມໄດ້ປຶກສາກັບໃຜ?

ເຣໂຫໂບອາມໄດ້ຊົງປຶກສາຜູ້ອາວຸໂສ ຜູ້ຊົງປະຕິບັດໂຊໂຣໂມນ ພໍ່ຂອງລາວ.

ພວກຜູ້ອາວຸໂສເວົ້າກັບເຣໂຫໂບອາມວ່າແນວໃດ?

ພວກຜູ້ອາວຸໂສກ່າວວ່າ, ເຣໂຫໂບອາມຄວນເວົ້າຄຳດີໆຕໍ່ປະຊາຊົນອິດສະຣາເອນ.

1 Kings 12:8

ເຣໂຫໂບອາມໄດ້ເຮັດຫຍັງກັບຄຳແນະນຳຂອງພວກຜູ້ອາວຸໂສ?

ເຣໂຫໂບອາມໄດ້ເສີຍຊາຕໍ່ຄຳປຶກສາທີ່ບັນດາຜູ້ອາວຸໂສນັ້ນ.

1 Kings 12:10

ຄົນຫນຸ່ມເຫລົ່ານັ້ນບອກກັບເຣໂຫໂບອາມໃຫ້ເວົ້າຫຍັງແກ່ຜູ້ຄົນ?

ຄົນຫນຸ່ມເຫລົ່ານັ້ນບອກກັບເຣໂຫໂບອາມໃຫ້ເວົ້າວ່າ, "ນິ້ວກ້ອຍຂອງເຮົາກໍຫນາກ່ອນເເອວພໍ່ເຮົາ. "

ເຣໂຫໂບອາມເວົ້າແນວໃດວ່າລາວຈະໃຊ້ເພື່ອລົງໂທດປະຊາຊົນ?

ເຣໂຫໂບອາມເວົ້າວ່າລາວຈະລົງໂທດປະຊາຊົນດ້ວຍເເມງປ່ອງ.

1 Kings 12:12

ກະສັດໄດ້ສັ່ງໃຫ້ປະຊາຊົນເຮັດຫຍັງ?

ກະສັດໄດ້ສັ່ງໃຫ້ປະຊາຊົນ ຈົ່ງກັບມາຫາໃນວັນທີສາມ.

ກະສັດໄດ້ຕອບປະຊາຊົນແນວໃດ?

ກະສັດໄດ້ຕອບປະຊາຊົນຢ່າງດຸດັນ.

ກະສັດໄດ້ເວົ້າວ່າເພິ່ນຈະເຮັດຫຍັງຕໍ່ກັບແອກຂອງປະຊາຊົນ?

ກະສັດໄດ້ເວົ້າວ່າເພິ່ນຈະເພີ່ມວຽກຂອງປະຊາຊົນຕື່ມອີກ.

1 Kings 12:15

ໃຜເປັນຜູ້ນຳເຫດການເຫລົ່ານີ້?

ການປ່ຽນວຽກນີ້ມາຈາກພຣະຢາເວພຣະເຈົ້າຂອງພວກທ່ານ.

1 Kings 12:16

ປະຊາຊົນອິດສະຣາເອນທຸກຄົນເວົ້າຫຍັງເມື່ອເຫັນວ່າກະສັດບໍ່ຍອມຟັງພວກເຂົາ?

ປະຊາຊົນອິດສະຣາເອນກໍຕອບວ່າ, "ຂ້ານ້ອຍບໍ່ມີສ່ວນໃນມໍລະດົກຈາກລູກຊາຍຂອງເຢຊີ; ກັບໄປເຕັນຂອງທ່ານເຖີດ."

ເຣໂຫໂບອາໄດ້ກາຍເປັນກະສັດເຫນືອສິ່ງໃດ?

ເຣໂຫໂບອາມໄດ້ເປັນກະສັດຄອງເຫນືອພວກເຂົາ, ຜູ້ອາໄສຢູ່ເມືອງຕ່າງໆຂອງຢູດາ.

1 Kings 12:18

ອິດສະຣາເອນໄດ້ເຮັດຫຍັງກັບອາໂດມ?

ອິດສະຣາເອນທັງຫມົດຂອງເອົາຫີນດຶກໃສ່ເຂົາຕາຍ.

1 Kings 12:20

ໃຜເປັນຜູ້ທີ່ຕິດຕາມຄອບຄົວຂອງດາວິດ?

ນອກຈາກເຜົ່າຢູດາເທົ່ານັ້ນຕິດຕາມຄອບຄົວຂອງດາວິດ.

1 Kings 12:21

ເປັນຫຍັງເຣໂຫໂບອາມລະດົມພົງພັນຢູດາຢູ່ໃນນະຄອນເຢຣູຊາເລັມ?

ເຣໂຫໂບອາມລະດົມພົງພັນຢູດາຢູ່ໃນນະຄອນເຢຣູຊາເລັມ ເພື່ອສູ້ຮົບກັບພົງພັນອິດສະຣາເອນ

1 Kings 12:22

ພຣະວັດຈະນະຂອງພຣະເຈົ້າມາເຖິງຜູ້ໃດ?

ພຣະວັດຈະນະຂອງພຣະເຈົ້າໄດ້ມາຍັງເຊໄມຢາ ຄົນຂອງພຣະເຈົ້າ

ພຣະຢາເວໄດ້ກ່າວຫຍັງ ?

ພຣະຢາເວໄດ້ກ່າວວ່າ, "ພວກເຈົ້າຢ່າຂື້ນໄປໂຈມຕີ ຫລື ຕໍ່ສູ້ກັບປະຊາຊົນອິດສະຣາເອນ ພີ່ນ້ອງຂອງເຈົ້າເລີຍ."

1 Kings 12:25

ເຢໂຣໂບອາມໄດ້ຊົງສ້າງເມືອງເຊເຄມຢູ່ບ່ອນໃດ?

ເຢໂຣໂບອາມໄດ້ຊົງສ້າງເມືອງເຊເຄມຢູ່ໃນຖິ່ນເອຟຣາຢິມ.

ເຢໂຣໂບອາມຄິດແນວໃດໃນໃຈຂອງລາວ?

ເຢໂຣໂບອາມໄດ້ຄິດໃນໃຈວ່າ, " ເທື່ອນີ້ຈະກັບໄປເມືອງຂອງດາວິດ. "

ເຢໂຣໂບອາມເວົ້າຫຍັງກ່ຽວກັບຄົນທີ່ຖວາຍເຄື່ອງບູຊາໃນພຣະວິຫານຂອງພຣະຢາເວ?

ເຢໂຣໂບອາມເວົ້າວ່າ, "ຖ້າປະຊາຊົນນີ້ຂຶ້ນໄປຖວາຍເຄື່ອງສັດບູຊາ ໃນພຣະວິຫານຂອງພຣະຢາເວ, ພວກເຂົາຈະຂ້າຂ້ອຍ ແລະກັບໄປຫາກະສັດເຣໂຫໂບອາມກະສັດແຫ່ງຢູດາ. "

1 Kings 12:28

ກະສັດເຢໂຣໂບອາມໄດ້ເຮັດຫຍັງ?

ກະສັດເຢໂຣໂບອາມໄດ້ຊົງສ້າງລູກງົວທອງຄຳ ຂຶ້ນສອງຫົວ.

ບ່ອນໃດທີ່ເຢໂຣໂບອາມຕັ້ງລູກງົວທອງຄຳ ຂຶ້ນສອງຫົວ?

ກະສັດເຢໂຣໂບອາມຕັ້ງລູກງົວຫນຶ່ງໄວ້ທີ່ເບເອນ ເເລະ ອີກໂຕຫນຶ່ງຕັ້ງໄວ້ທີ່ເມືອງດານ.

1 Kings 12:31

ເຢໂຣໂບອາມເຮັດຫຍັງກັບປະຊາຊົນໃຫ້ກາຍເປັນປະໂລຫິດ?

ເຢໂຣໂບອາມໄດ້ຕັ້ງປະຊາຊົນຈາກປະໂລຫິດທຳມະດາຜູ້ບໍ່ເເມ່ນບັນດາລູກຊາຍຂອງຄົນເລວີ.

ເຢໂຣໂບອາມໄດ້ເຮັດຫຍັງຢູ່ເບເອນ?

ເຢໂຣໂບອາມໄດ້ກຳນົດເທດສະການລ້ຽງ ຢູ່ເບເອນ

1 Kings 12:33

ເຢໂຣໂບອາມໄດ້ເຮັດຫຍັງຢູ່ແທ່ນບູຊາໃນເບເອນ?

ເຢໂຣໂບອາມໄດ້ຂຶ້ນໄປເທິງແທ່ນບູຊາເພື່ອເຜົາເຄື່ອງຫອມ.

1 Kings 13

1 Kings 13:1

ຜູ້ໃດອອກມາຈາກຢູດາໂດຍວັດຈະນະຂອງພຣະຢາເວ ?

ຄົນຂອງພຣະເຈົ້າຄົນຫນຶ່ງໄດ້ອອກຈາກຢູດາໂດຍວັດຈະນະຂອງພຣະຢາເວ.

ຄົນຂອງພຣະເຈົ້າໄດ້ຮ້ອງຫຍັງໃສ່ແທ່ນບູຊາທີ່ເບັດເອນ?

ຄົນຂອງພຣະເຈົ້າໄດ້ຮ້ອງໃສ່ເເທ່ນບູຊານັ້ນ, "ພວກເຈົ້າຈະເຜົາກະດູກເທິງເຈົ້າ."

ຄົນຂອງພຣະເຈົ້າໄດ້ໃຫ້ຫມາຍສຳຄັນຫຍັງກ່ຽວກັບແທ່ນບູຊາ?

ຄົນຂອງພຣະເຈົ້າໄດ້ໃຫ້ຫມາຍສຳຄັນ ເວົ້າວ່າ" ເບິ່ງສາເເທ່ນບູຊານັ້ນຈະຖືກເເຍກອອກຈາກກັນ ເເລະ ຂີ້ເທົ່າທີ່ີຢູ່ເທິງນັ້ນຈະຖືກເທອອກ."

1 Kings 13:4

ມີຫຍັງເກີດຂື້ນກັບມືຂອງເຢໂຣໂບອາມເມື່ອລາວເອື້ອມອອກຈາກແທ່ນບູຊາ?

ເມື່ອເຢໂຣໂບອາມເອື້ອມອອກຈາກແທ່ນບູຊາ, ໃນທັນໃດນັ້ນເເຂນຂອງກະສັດກໍລ່ອຍຈົນພັບຄືນບໍໄດ້.

ເກີດຫຍັງຂຶ້ນກັບແທ່ນບູຊາ?

ເເທ່ນບູຊາກໍເເຕກພັງທະລາຍລົງຢ່າງກະທັນຫັນ ເເລະ ຂີ້ເທົ່າກໍໄດ້ຖືກເທຈາກເເທ່ນ ດັ່ງທີ່ອະທິບາຍຕາມຫມາຍສຳຄັນທີ່ຄົນຂອງພຣະເຈົ້າ.

1 Kings 13:6

ສິ່ງທີ່ເກີດຂື້ນເມື່ອຄົນຂອງພຣະເຈົ້າໄດ້ອະທິຖານຕໍ່ພຣະຢາເວກ່ຽວກັບມືຂອງເຢໂຣໂບອາມ?

ຄົນຂອງພຣະເຈົ້າໄດ້ອະທິຖານຕໍ່ພຣະຢາເວ, ມືຂອງກະສັດຈະພັບມືເຂົ້າຫາໂຕເອງໄດ້ອີກ.

ກະສັດໄດ້ເວົ້າກັບຄົນຂອງພະເຈົ້າວ່າແນວໃດ?

ກະສັດໄດ້ກ່າວກັບຄົນຂອງພຣະເຈົ້າວ່າ, “ ເຊີນມາວັງກັບເຮົາເຖີດ ເເລະເຕີມພະລັງຂອງທ່ານ ເເລະ ເຮົາຈະໄຫ້ລາງວັນທ່ານ.“

1 Kings 13:8

ຄົນຂອງພຣະເຈົ້າໄດ້ກ່າວກັບກະສັດວ່າແນວໃດ?

ຄົນຂອງພຣະເຈົ້າໄດ້ເວົ້າກັບກະສັດວ່າ, " ຂ້ານ້ອຍກໍຈະບໍ່ໄປກັບທ່ານ "

ຄົນຂອງພຣະເຈົ້າໄດ້ເຮັດຫຍັງຫລັງຈາກເວົ້າກັບກະສັດ?

ຫລັງຈາກເວົ້າກັບກະສັດ, ຄົນຂອງພຣະເຈົ້າໄດ້ກັບໄປທາງທີ່ເຂົ້າມາຍັງເບັດເອນ.

1 Kings 13:11

ຜູ້ເຜີຍວັດຈະນະຄົນຫນຶ່ງອາໄສຢູ່ບ່ອນໃດ?

ຜູ້ເຜີຍວັດຈະນະຄົນຫນຶ່ງອາໄສຢູ່ໃນເບັດເອນ.

ມີໃຜເຫັນທາງທີ່ຄົນຂອງພຣະເຈົ້າໄດ້ອອກຈາກເບັດເອນບໍ?

ລູກຊາຍຂອງຜູ້ເຜີຍວັດຈະນະຊາດົກເຫັນທາງ ທີ່ຄົນຂອງພຣະເຈົ້າໄດ້ອອກຈາກເບັດເອນ.

ຜູ້ເຜີຍວັດຈະນະໄດ້ພົບຄົນຂອງພຣະເຈົ້າຢູ່ໃສ?

ຜູ້ເຜີຍວັດຈະນະໄດ້ພົບຄົນຂອງພຣະເຈົ້າ ເຂົາກຳລັງນັ່ງຢູ່ຕົ້ນໂອກ.

1 Kings 13:14

ຜູ້ເຜີຍວັດຈະນະເວົ້າຫຍັງກັບຄົນຂອງພຣະເຈົ້າ?

ຜູ້ເຜີຍວັດຈະນະເວົ້າກັບເຂົາວ່າ, “ເຊີນໄປບ້ານກັບຂ້ອຍ ເເລະ ກິນອາຫານ“

ຄົນຂອງພຣະເຈົ້າໄດ້ຕອບຜູ້ເຜີຍວັດຈະນະແນວໃດ?

ຄົນຂອງພຣະເຈົ້າໄດ້ຕອບ, “ຂ້ານ້ອຍຈະກັບໄປກັບທ່ານບໍ່ໄດ້ ຫລື ໄປກັບທ່ານ. “

ຜູ້ເຜີຍວັດຈະນະຕອບແນວໃດຕໍ່ຄົນຂອງພຣະເຈົ້າ?

ຜູ້ເຜີຍວັດຈະນະໄດ້ຕວະຄົນຂອງພຣະເຈົ້າ ແລະ ຕອບວ່າ, "ມີທູດສະຫວັນອົງຫນຶ່ງໄດ້ກ່າວໂດຍພຣະວັດຈະນະຂອງພຣະຜູ້ເປັນເຈົ້າວ່າ 'ຈົ່ງນຳລາວກັບໄປເຮືອນຂອງເຈົ້າ."

1 Kings 13:18

ຄົນຂອງພຣະເຈົ້າໄປໃສຫລັງຈາກເຜີຍວັດຈະນະໄດ້ຕວະລາວ?

ຄົນຂອງພຣະເຈົ້າຈຶ່ງໄດ້ກັບໄປກັບຜູ້ເຜີຍວັດຈະນະ ເເລະ ໄດ້ກິນອາຫານ ເເລະ ດື່ມນ້ຳໃນບ້ານຂອງເຂົາ.

1 Kings 13:20

ມີຫຍັງເກີດຂື້ນກັບເຜີຍວັດຈະນະໃນຂະນະທີ່ພວກເຂົານັ່ງຢູ່ໂຕະ?

ພຣະວັດຈະນະຂອງພຣະຢາເວໄດ້ມາຍັງຜູ້ປະກາດພຣະທຳໃນຂະນະທີ່ພວກເຂົານັ່ງຢູ່ໂຕະ.

ພຣະວັດຈະນະຂອງພຣະຢາເໄດ້ກ່າວກັບຄົນຂອງພຣະເຈົ້າວ່າແນວໃດ?

ພຣະວັດຈະນະຂອງພຣະຢາເໄດ້ກ່າວ່ວາ, “ເພາະວ່າເຈົ້າໄດ້ຮັບປະທານອາຫານ ຫລື ດື່ມນ້ຳ ສົບຂອງເຈົ້າຈະບໍ່ໄດ້ຝັງຢູ່ອຸບໂມງຂອງບັນພະບູລຸດຂອງເຈົ້າ“

1 Kings 13:23

ຜູ້ເຜີຍພຣະວັດຈະນະໄດ້ເຮັດຫຍັງຫລັງຈາກກິນເຂົ້າ?

ຫລັງຈາກກິນເຂົ້າ, ຜູ້ເຜີຍພຣະວັດຈະນະກໍຜູກອານລາໄຫ້ເເກ່ຄົນຂອງພຣະເຈົ້າ.

ມີຫຍັງເກີດຂື້ນຫລັງຈາກທີ່ຄົນຂອງພຣະເຈົ້າໄດ້ຈາກໄປ?

ຫລັງຈາກທີ່ຄົນຂອງພຣະເຈົ້າໄດ້ຈາກໄປ, ມີສິງໂຕໄດ້ມາກັດຢູ່ແຄມທາງ ເເລະ ຂ້າເຂົາ.

ພວກຜູ້ຊາຍຜ່ານໄປໄດ້ເຮັດຫຍັງເມື່ອເຫັນສົບຂອງພຣະເຈົ້ານອນຢູ່ແຄມທາງຢູ່ຂ້າງທາງ?

ພວກຜູ້ຊາຍຜ່ານໄປໄດ້ເມື່ອເຫັນສົບຂອງພຣະເຈົ້ານອນຢູ່ແຄມທາງຢູ່ຂ້າງທາງ, ພວກເຂົາກໍໄດ້ມາ ເເລະ ເວົ້າກັນໃນເມືອງທີ່ຜູ້ເຜີຍພຣະວັດຈະນະໄດ້ຢູ່ນັ້ນ.

1 Kings 13:26

ຄຳຕອບຂອງຜູ້ເຜີຍພຣະວັດຈະນະພວກຜູ້ຊາຍແມ່ນຫຍັງ?

ຜູ້ເຜີຍພຣະວັດຈະນະໄດ້ຕອບວ່າ, "ຄົນຂອງພຣະເຈົ້າຜູ້ບໍ່ເຊື່ອຟັງພຣະວັດຈະນະຂອງພຣະຢາເວ. "

ຜູ້ເຜີຍພຣະວັດຈະນະໄດ້ເຮັດຫຍັງຫລັງຈາກໄດ້ຍິນພວກຜູ້ຊາຍເຫລົ່ານັ້ນ?

ຜູ້ເຜີຍພຣະວັດຈະນະໄດ້ເວົ້າກັບລູກຊາຍຂອງເຂົາວ່າ ຈົ່ງຜູກອານລາໃຫ້ລາວ ແລະ ລາວຈຶ່ງໄດ້ໄປເເລະໄດ້ພົບສົບນັ້ນຖິ້ມຢູ່ຂ້າງທາງ.

1 Kings 13:29

ຜູ້ເຜີຍພຣະວັດຈະນະໄດ້ເຮັດຫຍັງກັບຮ່າງກາຍຂອງຄົນຂອງພຣະເຈົ້າ?

ຜູ້ເຜີຍພຣະວັດຈະນະກໍໄດ້ເອົາສົບຄົນຂອງພຣະເຈົ້າ ແລະ ໄດ້ວາງສົບນັ້ນໃນອຸບໂມງຝັງສົບຂອງຕົນເອງ.

1 Kings 13:31

ຜູ້ເຜີຍພຣະວັດຈະນະໄດ້ເວົ້າຫຍັງກັບພວກລູກຊາຍຂອງລາວກ່ຽວກັບການຝັງສົບຂອງລາວ?

ຜູ້ເຜີຍພຣະວັດຈະນະກໍໄດ້ເວົ້າກັບພວກລູກຊາຍຂອງຕົນວ່າ“ ເມື່ອພໍ່ຕາຍ ຈົ່ງຝັງພໍ່ໄວ້ໃນອຸບໂມງຝັງສົບທີ່ຄົນຂອງພຣະເຈົ້ານັ້ນ.

1 Kings 13:33

ມີສິ່ງໃດທີ່ເປັນບາບຕໍ່ຄອບຄົວເຢໂຣໂບອາມແລະເຮັດໃຫ້ມັນຖືກຕັດອອກຈາກຜືນແຜ່ນດິນໂລກ?

ໂຢໂຣໂບອາມ ໄດ້ຫັນກັບຈາກທາງຊົ່ວຂອງລາວ ແລະ ໄດ້ເເຕ່ງຕັ້ງປະໂລຫິດຜູ້ທີ່ລາວຕ້ອງການ; ສິ່ງນີ້ສິ່ງນີ້ໄດ້ກາຍເປັນບາບຕໍ່ຄອບຄົວເຢໂຣໂບອາມ.

1 Kings 14

1 Kings 14:1

ມີຫຍັງເກີດຂື້ນກັບອາບີຢາລູກຊາຍຂອງເຢໂຣໂບອາມ?

ອາບີຢາ ລູກຊາຍຂອງເຢໂຣໂບອາມໄດ້ເຈັບປ່ວຍ.

ເຢໂຣໂບອາມໄດ້ຂໍໃຫ້ເມຍຂອງລາວເຮັດຫຍັງ?

ເຢໂຣໂບອາມ ໄດ້ສັ່ງເມຍຂອງຕົນວ່າ“ ຈົ່ງປອມຕົວຂອງເຈົ້າ ແລະໄປຫາ ຜູ້ເຜີຍພຣະວັດຈະນະ ອາບີຢາທີ່ເມືອງຊີໂລ.

ເປັນຫຍັງເຢໂຣໂບອາມຈຶ່ງຂໍໃຫ້ເມຍຂອງລາວໄປຫາຜູ້ຜູ້ເຜີຍພຣະວັດຈະນະ ອາຮີຢາ?

ເຢໂຣໂບອາມຈຶ່ງຂໍໃຫ້ເມຍຂອງລາວໄປຫາຜູ້ຜູ້ເຜີຍພຣະວັດຈະນະ ອາຮີຢາເພື່ອຢາກຮູ້ວ່າມີຫຍັງເກີດຂຶ້ນກັບລູກຊາຍຂອງລາວ.

1 Kings 14:4

ແມ່ນຫຍັງທີ່ຜິດພາດກັບສາຍຕາຂອງອາຮີຢາ?

ບັດນີ້ ອາຮີຢາເຖົ້າເເກ່ຫລາຍ ແລະສາຍຕາຂອງລາວເບິ່ງບໍ່ເຫັນ .

ຜູ້ໃດໄດ້ບອກອາຮີຢາວ່າ, "ເມຍຂອງເຢໂຣໂບອາມກຳລັງຈະມາພົບເຈົ້າ."

ພຣະຢາເວໄດ້ກ່າວກັັບອາຮີຢາວ່າ“ ເບິ່ງເມຍຂອງເຢໂຣໂບອາມກຳລັງມາ ເພື່ອຈະຖາມເລື່ອງລູກຂອງນາງ ເພາະເດັກນ້ອຍນັ້ນບໍ່ສະບາຍ.“

1 Kings 14:6

ອາຮີຢາເວົ້າຫຍັງກັບເມຍຂອງເຢໂຣໂບອາມ?

ເມື່ອອາຮີຢາໄດ້ຍິນສຽງໄດ້ຍິນສຽງຂອງນາງມາຮອດເພິ່ນຈຶ່ງເວົ້າວ່າ, “ເປັນຫຍັງຄືເຮັດທ່າທີເປັນຄົນອື່ນຄືບໍ່ເຮັດເປັນໂຕເອງລະ?“

ພຣະເຈົ້າຂອງອິດສະຣາເອນກ່າວຫຍັງກ່ຽວກັບເຢໂຣໂບອາມ?

ພຣະເຈົ້າຂອງອິດສະຣາເອນໄດ້ກ່າວກັບເຢໂຣໂບອາມວ່າ,“ເຈົ້າບໍ່ໄດ້ຄືກັຍ ດາວິດຜູ້ຮັບໃຊ້ຂອງເຮົາຜູ້ທີ່ໄດ້ຮັກສາພຣະບັນຍັດຂອງເຮົາ.“

1 Kings 14:9

ເຢໂຣໂບອາມໄດ້ເຮັດຫຍັງເພື່ອກະຕຸ້ນໃຫ້ພຣະຢາເວກັບຄວາມໃຈຮ້າຍ?

ເຢໂຣໂບອາມໄດ້ຮູບຫລໍ່ໂລຫະ ເເລະ ເຮັດໃຫ້ພຣະຢາເວໃຈຮ້າຍ.

ໄພພິບັດອັນໃດທີ່ພຣະຢາເວຈະນຳມາສູ່ເຢໂຣໂບອາມ?

ພຣະຢາເວກ່າວວ່າຈະຕັດຊາຍທຸກຄົນໃນອິດສະຣາເອນ.

1 Kings 14:11

ຈະເກີດຫຍັງຂຶ້ນກັບຄົນນຣາຊວົງຂອງເຢໂຣໂບອາມຜູ້ທີ່ເສຍຊີວິດໃນເມືອງ?

ຜູ້ໃດທີ່ເປັນຄົນນຣາຊວົງຂອງເຢໂຣໂບອາມມີ່ຕາຍໃນເມືອງ ກໍຈະຖືກຫມາກັດກິນ.

ຊາວອິດສະຣາເອນທຸກຄົນຈະເຮັດຫຍັງສຳລັບລູກຂອງເຢໂຣໂບອາມ?

ຊາວອິດສະຣາເອນທຸກຄົນຈະໄວ້ທຸກໃຫ້ ເເລະ ຣາຊວົງຂອງເຢໂຣໂບອາມນັ້ນ.

1 Kings 14:14

ພຣະຜູ້ເປັນເຈົ້າໄດ້ກ່າວວ່າພຣະອົງຈະກະຈັດກະຈາຍອິດສະຣາເອນໄປໄກເທົ່າໃດ?

ພຣະຜູ້ເປັນເຈົ້າໄດ້ກ່າວວ່າພຣະອົງຈະກະຈາຍອິດສະຣາເອນໃຫ້ພົ້ນເເມ່ນ້ຳເອີຟຣັດໄປ.

ແມ່ນຫຍັງພຣະຢາເວເວົ້າວ່າເຢໂຣໂບອາມນໍາອິດສະຣາເອນເຮັດແນວໃດ?

ພຣະຢາເວຈະຊົງມອບອິດສະຣາເອນໄວ້ເພາະບາບຂອງເຢໂຣໂບອາມ.

1 Kings 14:17

ມີຫຍັງເກີດຂື້ນໃນເວລາທີ່ເມຍຂອງເຢໂຣໂບອາມຍ່າງເຂົ້າໄປໃນເຮືອນ?

ເມຍຂອງເຢໂຣໂບອາມຍ່າງເຂົ້າໄປໃນເຮືອນ, ລູກຊາຍຂອງນາງກໍຕາຍ.

ຊາວອິດສະຣາເອນທຸກຄົນໄດ້ເຮັດຫຍັງຫລັງຈາກເດັກນ້ອຍຕາຍ?

ຊາວອິດສະຣາເອນທຸກຄົນພາກັນໂສກເສົ້າເສຍໃຈລາວ ແລະ ໄດ້ຝັງລາວ.

1 Kings 14:19

ບັນຫາອື່ນໆກ່ຽວກັບເຢໂຣໂບອາມ ໄດ້ຖືກບັນທຶກໄວ້ຢູ່ໃສ?

ບັນຫາອື່ນໆກ່ຽວກັບເຢໂຣໂບອາມ ໄດ້ຖືກບັນທຶກໄວ້ໃນຫນັງສືກະສັດເເຫ່ງອິດສະຣາເອນ.

ເຢໂຣໂບອາມປົກຄອງຈັກປີກ່ອນພະອົງລ່ວງລັບໄປຢູ່ກັບບັນພະບຸລຸດຂອງເພີ່ນ?

ເຢໂຣໂບອາມໄດ້ຂຶ້ນປົກຄອງເປັນເວລາຊາວສອງປີ ເເລ້ວໄດ້ຊົງລ່ວງຫລັບໄປຢູ່ກັບບັນພະບູລຸດຂອງພະອົງ.

1 Kings 14:21

ໃຜກຳລັງປົກຄອງຢູດາ?

ເຣໂຫໂບອາມ ລູກຂອງໂຊໂລໂມນ ໄດ້ຄອງຣາດໃນຢູດາ.

ຢູດາບໄດ້ກະຕຸ້ນພຣະຢາເວບໍ່ພໍໃຈແນວໃດ?

ຢູດາໄດ້ເຮັດຊົ່ວຕໍ່ພຣະຢາເວເຮັດໃຫ້ພຣະອົງບໍ່ພໍໃຈເພາະບາບທີ່ພວກເຂົາໄດ້ເຮັດນັ້ນ.

1 Kings 14:23

ຢູດາໄດ້ກໍ່ສ້າງຫຍັງທີ່ເທິງໂນນພູສູງທຸກເນີນ ເເລະກ້ອງຕົ້ນໄມ້ຂຽວທຸກຕົ້ນ?

ຢູດາໄດ້ກໍ່ສ້າງແທ່ນບູຊາ ແລະ ເສົາອາເຊຣາ ທີ່ເທິງໂນນພູສູງທຸກເນີນ ເເລະ ກ້ອງຕົ້ນໄມ້ຂຽວທຸກຕົ້ນ.

ປະຊາຊາດໄດ້ເຮັດຫຍັງທີ່ຫ້ນາກຽດຊັງ?

ປະຊາຊາດໄດ້ມີຊາຍໂສເພນີຢູ່ໃນແຜ່ນດິນ.

1 Kings 14:25

ໃນປີໃດ ຊິຊັກຂຶ້ນມາສູ້ຮົບກັບນະຄອນເຢຣູຊາເລັມ?

ໃນປີທີຫ້າເເຫ່ງກະສັດເຣໂຫໂບອາມ ຊິຊັກຂຶ້ນມາສູ້ຮົບກັບນະຄອນເຢຣູຊາເລັມ.

ຊາຊັກໄດ້ເອົາໂລ່ຫຍັງຈາກນະຄອນເຢຣູຊາເລັມ?

ຊາຊັກໄດ້ຊົງເອົາໂລ່ທອງຄຳທັງຫມົດ ທີ່ໂຊໂລໂມນໄດ້ຊົງສ້າງໄວ້ນັ້ນໄປດ້ວຍ.

1 Kings 14:27

ກະສັດເຣໂຫໂບອາມໄດ້ເຮັດຫຍັງກັບໂລ່ອງສຳຣິດທີ່ລາວໄດ້ເຮັດ?

ກະສັດເຣໂຫໂບອາມໄດ້ມອບໄວ້ໃນກນດູເເລຂອງພວກຜູ້ບັນຊາການທະຫານຮັກສາພະອົງ.

ເມື່ອໃດທີ່ທະຫານຮັກສາພະອົງກໍຖືໂລ້ອອກມາ?

ເມື່ອໃດກໍຕາມທີ່ກະສັດໄດ້ໄປພຣະນິເວດຂອງພຣະຢາເວ, ທະຫານຮັກສາພະອົງກໍຖືໂລ້ອອກມາ.

1 Kings 14:29

ສ່ວນເລື່ອງອື່ນໆທີ່ກ່ຽວຂ້ອງກັບເຣໂຫໂບອາມ ໄດ້ຂຽນຢູ່ບ່ອນໃດ?

ສ່ວນເລື່ອງອື່ນໆທີ່ກ່ຽວຂ້ອງກັບເຣໂຫໂບອາມ ໄດ້ຖືກບັນທຶກໄວ້ໃນຫນັງສືກະສັດຢູດາ.

ຜູ້ໃດໄດ້ຂຶ້ນຄອງແທນທີ່ກະສັດເຣໂຫໂບອາມ?

ອາບີຢາ, ລູກຊາຍຂອງເຣໂຫໂບອາມກໍໄດ້ຂຶ້ນເປັນກະສັດເເທນທີ່ຂອງພະອົງ.

1 Kings 15

1 Kings 15:1

ເມື່ອໃດອາບີຍາເລີ່ມປົກຄອງເຫນືອຢູດາຢູດາ?

ອາບີຢາໄດ້ຊົງເລີ່ມປົກຄອງເຫນືອຢູດາ ໃນຣາຊການປີທີສິບເເປດຂອງກະສັດຂອງເຣໂຫໂບອາມ .

ອາບີຍາປົກຄອງຣາດຢູ່ໃນນະຄອນເຢຣູຊາເລັມດົນປານໃດ?

ພະອົງໄດ້ຊົງຄອງຣາດຢູ່ໃນນະຄອນເຢຣູຊາເລັມສາມປີ.

ຈິດໃຈຂອງອາບີຍາແມ່ນພັກດີຕໍ່ພຣະຢາເວພຣະເຈົ້າຂອງລາວບໍ?

ຈິດໃຈຂອງອາບີຍາບໍ່ໄດ້ມີໃຈພັກດີເເນ່ວເເນ່ຕໍ່ພຣະຢາເວພຣະເຈົ້າຂອງລາວ.

1 Kings 15:4

ເປັນຫຍັງພຣະຢາເວຈຶ່ງຍົກລູກຊາຍຂຶ້ນສຳລັບອາບີຢາມາປົກຄອງໃນນະຄອນເຢຣູຊາເລັມ?

ພຣະຢາເວຈຶ່ງຍົກລູກຊາຍຂຶ້ນສຳລັບອາບີຢາ ເພື່ອເຮັດໃຫ້ເຢຣູຊາເລັມເຂັ້ມແຂງ .

ໃນເລື່ອງຫຍັງດາວິດຫັນຫນີຈາກພຣະຢາເວ?

ດາວິດຫັນຫນີຈາກພຣະຢາເວຍົກເວັ້ນເລື່ອງທີ່ກ່ຽວກັບອູຣິຢາຊາວຮິດຕີ.

ເກີດຫຍັງຂຶ້ນຕະຫລອດຊີວິດຂອງອາບີຍາ?

ບັດນີ້ ມີສົງຄາມລະຫວ່າງ ເຣໂຫໂບອາມກັບເຢໂຣໂບອາມ ຕະຫລອດຊີວິດຂອງອາບີຢາ.

1 Kings 15:7

ເມື່ອໃດທີ່ອາບີຢາໄດ້ຕາຍກັບບັນພະບຸລຸດຂອງລາວ ໃຜຜູ້ທີ່ໄດ້ກາຍເປັນກະສັດແທນທີ່ຂອງລາວ?

ເມື່ອໃດທີ່ອາບີຢາໄດ້ຕາຍກັບບັນພະບຸລຸດຂອງລາວ ອາສາໄດ້ຂື້ນເປັນກະສັດແທນທີ່ຂອງລາວ.

1 Kings 15:9

ອາສາເລີ່ມປົກຄອງຢູດາເມື່ອໃດ?

ໃນປີທີຊາວຂອງຣາຊການເຢໂຣໂບອາມກະສັດເເຫ່ງອິດສະຣາເອນ.

ອາສາປົກຄອງເໃນກຸງເຢຣູຊາເລັມໄດ້ຈັກປີ?

ອາາໄດ້ຊົງຄອງຣາດຢູ່ ສີ່ສິບເອັດປີໃນກຸງເຢຣູຊາເລັມ.

ອາສາໄດ້ເຮັດຫຍັງໃນສາຍພຣະເນດຂອງ ພຣະຢາເວ?

ອາສາໄດ້ຊົງເຮັດສິ່ງທີ່ຖືກຕ້ອງ ໃນສາຍພຣະເນດຂອງພຣະຢາເວຄືດາວິດ.

1 Kings 15:12

ໃນດິນແດນອາສາໄດ້ເຮັດຫຍັງ?

ອາສາໄດ້ທຳລາຍຮູບເຄົາລົບທັງປວງທີ່ບັນພະບູລຸດໄດ້ສ້າງຂຶ້ນໃນດິນແດນ.

ອາສາໄດ້ຖອດຜູ້ໃດອອກຈາກຕຳເເຫນ່ງພະພັນປີຫລວງ ?

ອາສາໄດ້ຊົງຖອດນາງມາອາຄາ ເເມ່ຕູ້ຂອງພຣະອົງ ອອກຈາກຕຳເເຫນ່ງພະພັນປີຫລວງ .

1 Kings 15:14

ຈະເປັນແນວໃດສະພາບໃນໃຈຂອງອາສາໄປສູ່ການພຮະຢາເວ?

ໃນໃຈຂອງອາສາກໍພັກດີເເນ່ວເເນ່ຕໍ່ພຣະຢາເວຕະຫລອດຊີວິດ

ອາສາໄດ້ນໍາເອົາສິ່ງທີ່ເຂົ້າໄປໃນພຣະວິຫານຂອງພຣະຢາເວ?

ອາສາໄດ້ນຳສິ່ງທີ່ສັກສິດເຂົ້າໄປໃນໃນພຣະວິຫານຂອງພຣະຢາເວ.

1 Kings 15:16

ອາສາຢູ່ໃນສົງຄາມກັບໃຜ?

ອາສາຢູ່ໃນສົງຄາມກັບາອາຊາກະສັດເເຫ່ງອິດສະຣາເອນຕະຫລອດຣາຊການ.

ເປັນຫຍັງບາອາສາຈຶ່ງສ້າງຣາມາ?

ບາອາສາໄດ້ຊົງສ້າງຣາມາເພື່ອໄດ້ຊົງປິດທາງເຂົ້າອອກສູ່ເເດນຂອງກະສັດອາສາເເຫ່ງຢູດາ.

1 Kings 15:18

ອາສາໄດ້ເຮັດຫຍັງກັບເງິນ ແລະ ຄຳທັງຫມົດຈາກຫ້ອງເກັບຂອງພຣະວິຫານພຣະຢາເວ?

ອາສາໄດ້ສົ່ງເງິນ ແລະ ຄຳທັງຫມົດນຳໄປມອບໃຫ້ກະສັດເບັນຮາດາດຊຶ່ງປົກຄອງຢູ່ໃນເມືອງດາມັສກັດ.

ອາສາໄດ້ເວົ້າຫຍັງກັບເບັນຮາດາດ?

ອາສາໄດ້ເວົ້າກັບເບັນຮາດາດວ່າ, "ຂໍໃຫ້ເຮົາເປັນພັນທະມິດກັນລະຫວ່າງຂ້ານ້ອຍກັບທ່ານ , ຄືກັນກັບພໍ່ຂອງຂ້ານ້ອຍ ແລະ ພໍ່ຂອງທ່ານ."

1 Kings 15:20

ເບັນຮາດາດໄດ້ເຮັດຫຍັງຫລັງຈາກລາວຟັງ ອາສາ?

ຫລັງຈາກລາວຟັງ ອາສາ, ເບັນຮາດາດໄດ້ສົ່ງກອງກຳລັງໄປໂຈມຕີເມືອງຕ່າງໆ ຂອງອິດສະຣາເອນ.

ບາອາຊາໄດ້ເຮັດຫຍັງເມື່ອໄດ້ຍິນກ່ຽວກັບເລື່ອງນີ້?

ເມືອບາອາຊາໄດ້ຊົງຮູ້ເລື່ອງການໂຈມຕີ, ລາວກໍຢຸດສ້າງເມືອງຣາມາ.

ອາສາໄດ້ເຮັດຫຍັງກັບວັດຖຸທີ່ໃຊ້ໃນການກໍ່ສ້າງເມືອງຣາມາ?

ກະສັດອາສາໄດ້ຊົງນຳວັດຖຸທີ່ໃຊ້ໃນການກໍ່ສ້າງເມືອງຣາມາ ແລະມາສ້າງ ໃນເເດນເບັນຢາມິນ ເເລະ ເມືອງມິດສະປາ.

1 Kings 15:23

ເຫດການອື່ນໆໃນຣາຊາການອາສາໄດ້ຖືກບັນທຶກໄວ້ຢູ່ໃສ?

ເຫດການອື່ນໆໃນຣາຊາການອາສາໄດ້ຖືກບັນທຶກໄວ້ໃນກົດຫມາຍກະສັດເເຫ່ງຢູດາ.

ຫລັງຈາກອາສາກໍໄດ້ຕາຍໄປຢູ່ກັບບັນພະບູລຸດຂອງລາວ, ໃຜຜູ້ທີ່ໄດ້ຂຶ້ນເປັນກະສັດແທນລາວ?

ຫລັງຈາກອາສາກໍໄດ້ຕາຍໄປຢູ່ກັບບັນພະບູລຸດຂອງລາວ, ຢໂຮຊາຟັດລູກຂອງລາວໄດ້ເປັນກະສັດເເທນ.

1 Kings 15:25

ໃຜຜູ້ໄດ້ຊົງປົກຄອງເຫນືອອິດສະຣາເອນໃນປີທີສອງຂອງອາສາ?

ນາດາບລູກຂອງເຢໂຣໂບອາມໄດ້ຊົງປົກຄອງເຫນືອອິດສະຣາເອນໃນປີທີສອງຂອງອາສາ.

ນາດາບໄດ້ຊົງຢູ່ໃນສາຍພຣະເນດຂອງພຣະຢາເວແນວໃດ?

ພະອົງໄດ້ຊົງເຮັດສິ່ງຊົ່ວຮ້າຍໃນສາຍພະເນດຂອງພຣະຢາເວ ດຳເນີນຕາມວິຖີຂອງພໍ່ລາວ.

1 Kings 15:27

ອາບາຊາລູກຊາຍຂອງອາຫິຢາໄດ້ເຮັດຫຍັງຢູ່ກິບເບໂທນ?

ອາບາຊາລູກຊາຍຂອງອາຫິຢາໄດ້ປົງພຣະຊົນນາດາບຢູ່ກິບເບໂທນ.

1 Kings 15:29

ບາອາຊາໄດ້ເຮັດຫຍັງທັນທີ ທີ່ລາວໄດ້ກາຍເປັນກະສັດ?

ທັນທີທີ່ພະອົງເປັນກະສັດບາອາຊາກໍໄດ້ຂ້າຄົນທຸກຄົນໃນຄອບຄົວຂອງເຢໂຣໂບອາມ.

1 Kings 15:31

ສົງຄາມລະຫວ່າງອາສາແລະບາອາຊາໄດ້ດົນປານໃດ?

ສົງຄາມລະຫວ່າງອາສາກັບບາອາຊາແມ່ນຕະຫລອດຣາຊກິດທັງປວງ.

1 Kings 15:33

ບາອາຊາປົກຄອງເມືອງຕີຣາຊາໄດ້ດົນປານໃດ?

ບາອາຊາປົກຄອງທີ່ເມືອງຕີຣາຊາ ໄດ້ຊາວສີ່ປີ.

ບາອາຊາມີຊີວິດຢູ່ໄດ້ແນວໃດ?

ບາອາຊາໄດ້ຊົງເຮັດສິ່ງທີ່ຊົ່ວໃນສາຍພຣະເນດຂອງພຣະຢາເວ ແລະໄດ້ຊົງດຳເນີນຕາມວິຖີ ຂອງເຢໂຣໂບອາມ.

1 Kings 16

1 Kings 16:1

ອອກຈາກສິ່ງໃດພຣະຢາເວເຊີດຊູບາອາຊາ?

ພຣະຢາເວເຊີດຊູຂຶ້ນມາຈາກຂີ້ຝຸ່ນ.

1 Kings 16:3

ແມ່ນຫຍັງຈະກິນຫຍັງກັຜູ້ໃດກໍຕາມໃນຣາຊວົງບາອາຊາທີ່ຕາຍໃນເມືອງ?

ຫມາຈະກິນຜູ້ໃດກໍຕາມໃນຣາຊວົງບາອາຊາທີ່ຕາຍໃນເມືອງ .

1 Kings 16:7

ເປັນຫຍັງພຣະວັດຈະນະຂອງພຣະຢາເວຈຶ່ງກ່າວໂທດບາອາຊາ ແລະເເລະເຊື້ອສາຍພະອົງ?

ພຣະວັດຈະນະຂອງພຣະຢາເວຈຶ່ງກ່າວໂທດບາອາຊາ ແລະເເລະເຊື້ອສາຍພະອົງ, ເພາະວ່າທັງເລື່ອງຄວາມຊົ່ວທຸກຢ່າງທີ່ໄດ້ເຮັດໃນສາຍພະເນດພຣະຢາເວ, ເເລະເພາະພະອົງໄດ້ຊົງທຳລາຍຣາຊວົງຂອງໂຢໂຣໂບອາມດ້ວຍ.

1 Kings 16:8

ເອລາ ໄດ້ເຮັດຫຍັງໃນເວລາທີ່ຊິມຣີຂ້າລາວ?

ເອລາ ໄດ້ກິນເຫລົ້າຈົນເມົາໃນບ້ານຂອງອາຣະຊາເມື່ອຊິມຣີຂ້າລາວ.

1 Kings 16:11

ເມື່ອໃດຊິມຣີໄດ້ປະຫານຣາຊາວົງຂອງບາອາຊາ ທັງຫມົດ?

ເມື່ອຊິມຣີໄດ້ເລີ່ມຄອງຣາຊເເລະນັ່ງເທິງບັັນລັງ, ລາວໄດ້ປະຫານຣາຊາວົງຂອງບາອາຊາທັງຫມົດ.

1 Kings 16:15

ເມືອງກິເບໂອນເປັນຂອງໃຜ?

ເມືອງກິເບໂອນເປັນຂອງຄົນຟີລິດສະຕີນ .

1 Kings 16:18

ຊິມຣີຂ້າຕົວເອງຕາຍຢູ່ໃສ?

ຊິມຣີຂ້າຕົວເອງຕາຍໃນປ້ອມຂອງຣາຊວັງຂອງກະສັດ.

1 Kings 16:21

ປະຊາຊົນອິດສະຣາເອນໄດ້ແບ່ງອອກສອງຜູ້ນຳເປັນແນວໃດ?

ປະຊາຊົນອິດສະຣາເອນໄດ້ເເບ່ງອອກເປັນສອງສ່ວນ ຕິດຕາມທິບນີລູກາຍຂອງກີນັດ ເເລະະອີກຫນຶ່ງຕິດຕາມອິມຣີ.

1 Kings 16:23

ເປັນຫຍັງອິມຣີຈຶ່ງເອີ້ນຊື່ຂອງເມືອງສະມາເຣຍ?

ອິມຣີຈຶ່ງເອີ້ນຊື່ຂອງເມືອງສະມາເຣຍ ຕາມຊື່ຂອງເຊເມຜູ້ເປັນອາດີດພູເຂົານັ້ນ.

1 Kings 16:27

ຜູ້ໃດໄດ້ຂຶ້ນເປັນກະສັດເເທນອິມຣີ?

ອາຮາບພະຣາຊໂອຣົດຂອງພະອົງກໍໄດ້ຂຶ້ນເປັນກະສັດເເທນ.

1 Kings 16:31

ໃຜໄດ້ສ້າງເຮືອນຂອງພະບາອານໃນເມືອງຊາມາເຣຍ?

ອາຮາບໄດ້ສ້າງເຮືອນຂອງພະບາອານໃນເມືອງຊາມາເຣຍ.

1 Kings 16:34

ສາເຫດອັນໃດທີ່ເຮັດໃຫ້ອາບີຮາມລູກຊາຍຂອງຮີເອນສູນເສຍ?

ຮີເອນໄດ້ສ້າງເມືອງເຢຣິໂກຂຶ້ນ, ຮີເອນໄດ້ວາງຮາກຖານເມືອງນັ້ນໂດຍຕ້ອງເສຍອາບີຮາມ.

1 Kings 17

1 Kings 17:1

ເອລີຢາໄດ້ສົ່ງຂໍ້ຄວາມອັນໃດອັນຫນ້າກຽດອັນໃດແກ່ອາຮາບ?

ເອລີຢາໄດ້ເວົ້າກັບອາຮາບວ່າ ບ່ອນທີ່ພຣະຢາເວພຣະອາໃສຢູ່, ຈະບໍ່ມີນໍ້າຕົກຫລື ຝົນເວັ້ນເສຍແຕ່ທ່ານເວົ້າເຊັ່ນນັ້ນ.

1 Kings 17:2

ພຣະຢາເວໄດ້ຊົງບັນຊາຜູ້ໃດທີ່ໃຫ້ອາຫານເອລີຢາໃນຂະນະທີ່ເອລີຢາອາໄສຢູ່ຂ້າງລຳທານເກຣິດ?

ພຣະຢາເວໄດ້ຊົງບັນຊາໃຫ້ຝູງກາຫ້ອາຫານເອລີຢາຢູ່ຂ້າງລຳທານເກຣິດ .

1 Kings 17:5

ເກີດຫຍັງຂື້ນເມື່ອບໍ່ມີຝົນຕົກໃນແຜ່ນດິນ?

ແມ່ນໍ້າກໍຫືດເເຫ້ງ ເພາະບໍ່ມີຝົນໃນເເຜ່ນດິນ.

1 Kings 17:8

ເອລີຢາໄປໃສຫລັງຈາກກະແສນໍ້າແຫ້ງ?

ພຣະຢາເວໄດ້ຊົງສົ່ງເອລີຢາໄປຫາເເມ່ມ້າຍຄົນຫນຶ່ງຢູ່ເມືອງສາເຣຟັດ.

1 Kings 17:11

ເປັນຫຍັງແມ່ຫມ້າຍຈຶ່ງເກັບເອົາໄມ້ສອງທ່ອນ?

ແມ່ຫມ້າຍຈຶ່ງເກັບເອົາໄມ້ສອງທ່ອນ ເພື່ອນາງຈະສາມາດເຂົ້າໄປໃນເຮືອນ ເເລະ ແຕ່ງກິນລຳບັນຕົນເອງ ແລະ ລູກຊາຍຂອງນາງ, ເພື່ອພວກເຂົາຈະໄດ້ກິນ, ແລະຕາຍຢູ່ທີ່ນັ້ນ.

1 Kings 17:14

ດົນປານໃດທີ່ອາຫານໃນຫມໍ້ເເລະນ້ຳໃນໄຫນັ້ຂອງແມ່ຫມ້າຍເຕັມ?

ພວກເຂົາຈະໄດ້ອາຫານເຕັມຈົນກວ່າພຣະຢາເວຈະສົ່ງຝົນລົງມາພື້ນດິນ.

1 Kings 17:17

ອາການປ່ວຍລູກຊາຍຂອງຜູ້ຍິງເປັນແນວໃດ?

ອາການປ່ວຍຂອງລູກຊາຍນັ້ນຫນັກຫລາຍ ຈົນບໍ່ມີລົມຫາຍໃຈເຫລືອຢູ່ເເລ້ວ.

1 Kings 17:19

ເອລີຢາໄດ້ເຮັດຫຍັງເພື່ອຊ່ວຍຊີວິດເດັກນ້ອຍ?

ເອລີຢາກໍໄດ້ຢຽດໂຕທັບເດັກນັ້ນສາມເທື່ອ; ເຂົາໄດ້ທູນພຣະຢາເວວ່າ “ຂ້າເເຕ່ພຣະຢາເວພຣະເຈົ້າຂອງຂ້າພະອົງ, ຂ້າພະອົງຂໍທ່ານ, ຂໍໃຫ້ປະທານຊີວິດຂອງເດັກນ້ອຍຄົນນີ້ກັບມາຫາຂອງລາວ. “

1 Kings 17:22

ຜູ້ຍິງຮູ້ໄດ້ແນວໃດວ່າເອລີຢາເປັນຄົນຂອງພຣະເຈົ້າ?

ຜູ້ຍິງຮູ້ວ່າເອລີຢາເປັນຄົນຂອງພຣະເຈົ້າເມື່ອຮູ້ລູກຊາຍຂອງນາງມີຊີວິດ, ແລະ ເອລີຢາໄດ້ອຸ້ມເດັກນັ້ນ ເເລະໄດ້ນຳເຂົາມາຈາກຫ້ອງຊັ້ນເທິງເຂົາໄປໃນບ້ານ .

1 Kings 18

1 Kings 18:1

ພຣະດຳລັດອັນໃດທີ່ພຣະຢາເວໄດ້ຖາມເອລີຢາເພື່ອໃຫ້ອາຫັບໃນລະຫວ່າງຄວາມອຶດຢາກ?

ພຣະຢາເວໄດ້ຖາມເອລີຢາເພື່ອໃຫ້ອາຫັບ ພຣະອົງຈະສົ່ງຕົກລົງມາຈາກເເຜ່ນດິນໂລກ.

1 Kings 18:3

ໂອບາດີໄດ້ໃຫ້ກຽດແກ່ເຢຣູຊາເລັມແນວໃດເມື່ອເຍເຊເບນຂ້າຜູ້ເຜີຍພຣະວັດຈະນະຂອງພຣະເຈົ້າ?

ໂອບາດີໄດ້ຖວາຍກຽດພຣະຢາເວຫລາຍ ໂດຍການເຊື່ອງພວກຜູ້ເຜີຍພຣະວັດຈະນະຫນຶ່ງຮ້ອຍຄົນໂດຍຫ້າສິບຄົນໃນຖໍ້າ ເເລະ ຈັດສົ່ງອາຫານກັບນ້ຳໃຫ້.

1 Kings 18:5

ເປັນຫຍັງອາຫັບແລະໂອບາດີຈຶ່ງໄປທົ່ວແຜ່ນດິນຕາມແຫລ່ງນໍ້າ ແລະຫ້ວຍທັງຫມົດ?

ອາຫັບແລະໂອບາດີໄດ້ຊອກຫາແຫລ່ງນໍ້າ ແລະຫຍ້າ ດັ່ງນັ້ນພວກເຂົາຈະບໍ່ສູນເສຍມ້າເເລະລາ.

1 Kings 18:7

ຂໍ້ຄວາມອັນຕະລາຍອັນໃດທີ່ເອລີຢາໄດ້ຂໍໃຫ້ໂອບາດີບອກອາຫັບ?

ເອລີຢາໄດ້ຂໍໃຫ້ໂອບາດີບອກອາຫັບວ່າ, “ເອລີຢາຢູ່ທີ່ນີ້. “

1 Kings 18:9

ເປັນຫຍັງໂອບາດີບໍ່ກ້າທີ່ຈະບອກອາຫັບວ່າ "ເອລີຢາຢູ່ທີ່ນີ້."

ໂອບາດີບໍ່ກ້າທີ່ຈະບອກອາຫັບວ່າ,"ເອລີຢາຢູ່ທີ່ນີ້." ເພາະວ່າ ເມື່ອໃດກໍຕາມທີ່ອານາຈັກໃດບອກວ່າ “ເອລີຢາບໍ່ໄດ້ຢູ່ທີ່ນັ້ນ“ ທຸກຊົຊາດທີ່ໄກ້ຄຽງສາບານວ່າເອລີຢາບໍ່ໄດ້ຢູ່ທີ່ນັ້ນ.

1 Kings 18:12

ໂອບາດີຄິດວ່າຈະເກີດຫຍັງຂຶ້ນທັນທີ ທີ່ເອລີຢາອອກໄປ?

ໂອບາດີຄິດວ່າພຣະວິນຍານຂອງພຣະຢາເວຈະມາຮັບໂຕເອລີຢາໄປທີ່ໃດໂອບາດີບໍ່ໄດ້ຮູ້.

1 Kings 18:14

ເອລີຢາໄດ້ບອກຫຍັງໃຫ້ໂອບາດີສະຫງົບຄວາມຢ້ານກົວຂອງລາວ?

ເອລີຢາໄດ້ບອກໃຫ້ໂອບາດີ ເພື່ອພຣະອົງພຣະຊົນຢູ່ເເນ່ສັນໃດ, ພຣະອົງກໍຈະສະເເດງຕົວຕໍ່ອາຫັບໃນວັນນີຢ່າງເເນ່ນອນສັນນັ້ນ.

1 Kings 18:16

ອາຫັບໄດ້ເອີ້ນເອລີຢາຫຍັງເມື່ອເຂົາພົບລາວ?

ອາຫັບໄດ້ເອີ້ນເອລີຢາວ່າ "ເຈົ້າຄືຄົນທີ່ນຳຄວາມເດືອດຮ້ອນ "ເມື່ອເຂົາພົບລາວ.

1 Kings 18:18

ເອລີຢາໄດ້ຕອບ ແນວໃດຕໍ່ອາຫັບວ່າ"ເຈົ້າຄືຄົນທີ່ນຳຄວາມເດືອດຮ້ອນ"?

ເອລີຢາໄດ້ຕອບອາຫັບວ່າ ທີ່ລາວ ແລະຄອບຄົວຂອງພໍ່ເປັນຜູ້ນໍາຄວາມເດືອດຮ້ອນເພາະວ່າພວກເຂົາປະຖິ້ມພຣະບັນຍັດຂອງພຣະຢາເວເພື່ອຕິດຕາມຮູບເຄົາຣົບຂອງພະບາອານ.

ເອລີຢາບອກໃຜໃຫ້ໄປເຕົ້າໂຮມກັນຢູ່ເທິງພູເຂົາກາເມນ?

ເອລີຢາບອກໃຫ້ໄປເຕົ້າໂຮມປະຊາຊົນອິດສະຣາເອນ, ພ້ອມທັງຜູ້ທຳນາຍຂອງພະບາອານ 450 ຄົນ ເເລະຜູ້ເຜີຍວັດຈະນະຂອງເເມ່ອາເຊຣາສີ່ຮ້ອຍຄົນ ຊຶ່ງເຢເຊເບນເຄີຍລວມໂຕະອາຫານນຳ.

1 Kings 18:20

ເອລີຢາໄດ້ບອກວ່າໃຜທີ່ພວກເຂົາຄວນຈະຕິດຕາມ?

ເອລີຢາໄດ້ບອກປະຊາຊົນໃຫ້ຕິດຕາມພຣະຢາເວ ຖ້າພຣະອົງເປັນພຣະເຈົ້າ ຫລື ພະບາອານ ຖ້າພະນັ້ນເປັນພຣະເຈົ້າ.

1 Kings 18:22

ເອລີຢາໄດ້ສະເຫນີອັນໃດຕໍ່ຫນ້າປະຊາຊົນ?

ເອລີຢາໄດ້ສະເຫນີວ່າ ຜູ້ທຳນວາຍຂອງພະບາອານ ແລະ ລາວເອງຮຽກຮ້ອງພະເຈົ້າຂອງພວກເຂົາກິນຂອງຖວາຍຂອງງົວເຖິກໂດຍການພິສູດວ່າຜູ້ໃດແມ່ນພຣະເຈົ້າ.

1 Kings 18:25

ຜູ້ພະຍາກອນພະບາອານໄດ້ຮ້ອງພະບາອານດົນປານໃດ?

ຜູ້ພະຍາກອນພະບາອານໄດ້ຮ້ອງພະບາອານເເຕ່ເຊົ້າຈົນທ່ຽງ .

1 Kings 18:27

ຫລັງຈາກເອລີຢາໄດ້ເວົ້າເຍາະເຍີ້ຍແກ່ຜູ້ພະຍາກອນພະບາອານຕອນທ່ຽງຜູ້ພະຍາກອນພະບາອານໄດ້ເຮັດຫຍັງ?

ຜູ້ພະຍາກອນຈຶ່ງຊ່ວຍກັນຮ້ອງເເຮງຂຶ້ນ ເເລະ ພວກເຂົາໄດ້ເອົາດາບ ເເລະຫອກມາປາດຕົນເອງ.

ຜູ້ພະຍາກອນພະບາອານໄດ້ສືບຕໍ່ການທໍລະມານຂອງພວກເຂົາດົນປານໃດ?

ຜູ້ພະຍາກອນພະບາອານໄດ້ສືບຕໍ່ການທໍລະມານຈົນເຖິງເວລາຖວາຍເຄື່ອງບູຊາຕອນເເລງ

1 Kings 18:30

ເອລີຢາໄດ້ເຮັດຫຍັງກັບແທ່ນບູຊາທີ່ເສຍຫາຍຂອງພຣະຢາເວ?

ເອລີຢາກໍໄດ້ເເປງເເທ່ນບູຊາຂອງພຣະຢາເວດ້ວຍຫີນມາສິບສອງກ້ອນ.

ເອລີຢາເຮັດຫຍັງຂະຫນາດແທ່ນບູຊາຂອງພຣະຢາເວ?

ເອລີຢາຂຸດຮ່ອງຮອບຂະຫນາດເເທ່ນບູຊາຂອງພຣະຢາເວ.

1 Kings 18:33

ເອລີຢາໄດ້ໃຫ້ປະຊາຊົນເຮັດຫຍັງຕໍ່ໄມ້ຟືນແລະງົວເພື່ອເປັນເຄື່ອງເຜົາບູຊາ?

ສາມເທື່ອ ເອລີຢາໄດ້ໃຫ້ປະຊາຊົນຕັກນ້ຳໃສ່ໃຫ້ເຕັມຖັງເເລະເທລົງເຄື່ອງເຜົາບູຊາເເລະເທິງກອງຟືນ.

1 Kings 18:38

ປະຊາຊົນອິດສະຣາເອນໄດ້ຕອບສະຫນອງແນວໃດເມື່ອໄຟຂອງ ພຣະຢາເວໄດ້ຕົກລົງ ແລະ ໄດ້ເຜົາໄຫມ້ເຄື່ອງບູຊາ ແລະທຸກຢ່າງທີ່ຢູ່ອ້ອມມັນ?

ເມື່ອປະຊາຊົນກໍໄດ້ກົ້ມຫນ້າລົງພື້ນດິນ ເເລະ ຮ້ອງວ່າ “ພຣະຢາເວ, ພຣະອົງຊົງເປັນພຣະເຈົ້າ!, ພຣະຢາເວ, ພຣະອົງຊົງເປັນພຣະເຈົ້າ! “

ເອລີຢາໄດ້ເຮັດຫຍັງກັບຜູ້ທຳນວາຍຂອງພະບາອານ?

ເອລີຢາໄດ້ນຳໂຕບັນດາຜູ້ຄົນເຄົາລົບພະບາອານທີ່ລົງໄປໃນຫ້ວຍກີໂຊນ ເເລະ ຂ້າພວກເຂົາເສຍ.

1 Kings 18:43

ຜູ້ຮັບໃຊ້ຂອງເອລີຢາໄດ້ເຫັນຫຍັງຫລັງຈາກທີ່ລາວຫລຽວເບິ່ງທະເລເຈັດເທື່ອ?

ຫລັງຈາກເຈັດເທື່ອ, ຜູ້ຮັບໃຊ້ຂອງເອລີຢາໄດ້ເຫັນມີເມກນ້ອຍໆກ້ອນຊ່ຳຝາມືຫນຶ່ງ.

ເອລີຢາໄດ້ບອກໃຫ້ຜູ້ຮັບໃຊ້ຂອງລາວເວົ້າຫຍັງຕໍ່ອາຫັບ?

ເອລີຢາໄດ້ບອກໃຫ້ຜູ້ຮັບໃຊ້ຂອງລາວເວົ້າຕໍ່ອາຮາມ ຈົ່ງຕຽມລົດມ້າເສິກຂອງພະອົງເເລ້ວຈົ່ງລົງຈາກພູເຂົາ ກ່ອນພະອົງຈະຊົງຕິດຝົນ.

1 Kings 18:45

ເອລີຢາໄດ້ເຮັດຫຍັງເມື່ອອາຫັບຂີ່ລົດມ້າ ແລະ ໄປຢິດສະເຣນ?

ເອລີຢາໄດ້ເອົາເສື້ອມັດເເອວໃຫ້ເເຫນ້ນ ເເລະ ເເລ່ນເເຊງກັນຂຶ້ນຫນ້າອາຫັບມາຈົນຮອດທາງເຂົາຢິດສະເຣນ.

1 Kings 19

1 Kings 19:1

ເຢເຊເບນໄດ້ຂົ່ມຂູ່ອັນໃດກັບເອລີຢາ?

ເຢເຊເບນບອກເອລີຢາວ່າ ນາງຈະເຮັດໃຫ້ລາວເປັນຫນຶ່ງໃນຜູ້ທຳນວາຍຂອງພະບາອານທີ່ຕາຍພາຍໃນມື້ອື່ນ.

ເອລີຢາໄດ້ຕອບສະຫນອງແນວໃດຕໍ່ໄພຂົ່ມຂູ່ຈາກເຢເຊເບນ?

ເອລີຢາຫນີເອົາຊີວິດລອດ ໄປຍັງເບເອເຊບາ.

1 Kings 19:4

ເປັນຫຍັງເອລີຢາຈຶ່ງຂໍຮ້ອງວ່າລາວອາດຈະຕາຍ?

ເອລີຢາຈຶ່ງຂໍຮ້ອງວ່າລາວອາດຈະຕາຍເພາະວ່າ ຂ້ານ້ອຍກໍບໍ່ດີກວ່າບັນພະບູລຸດຂອງຂ້ານ້ອຍທີີ່ໄດ້ຕາຍໄປແລ້ວ.

ມີຫຍັງເກີດຂື້ນໃນຂະນະທີ່ເອລີຢາກຳລັງນອນກ້ອງຟຸ່ມໄມ້?

ມີທູດສະຫວັນອົງຫນຶ່ງໄດ້ມາເເຕະຕ້ອງຕົວເຂົາ ເເລະ ບອກວ່າ “ຈົ່ງລຸກຂຶ້ນ ເເລະ ກິນອາຫານ.“

ເອລີຢາໄດ້ເຫັນຫຍັງແລະເຮັດຫຍັງຫລັງຈາກທູດສະຫວັນໄດ້ແຕະຕ້ອງຕົວລາວ?

ເອລີຢາໄດ້ເຫັນມີຂະຫນົມປັງປິ້ງຢູ່ຖານຮ້ອນໆ ເເລະ ມີນ້ຳຈອກຫນຶ່ງ. ສະນັ້ນລາວຈຶ່ງກິນຂະຫນົມປັງ ດື່ມນ້ຳເເລ້ວລົ້ມໂຕນອນລົງອີກ.

1 Kings 19:7

ໃຊ້ເວລາດົນປານໃດທີ່ເອລີຢາຈະໄປຮອດພູໂຮເຣບ, ພູຂອງພຣະເຈົ້າ?

ເອລີຢາເດີນທາງເວລາສີ່ສິບວັນ ແລະ ສີ່ສິບຄືນຈົນມາເຖິງພູເຂົາໂຮເຣບ.

1 Kings 19:9

ເອລີຢາໄດ້ຕອບສະຫນອງແນວໃດເມື່ອພຣະຢາເວຖາມລາວວ່າ ລາວ ກຳລັງເຮັດຫຍັງຢູ່ໃນຖໍ້າແຫ່ງຫນຶ່ງ?

ເອລີຢາໄດ້ຕອບວ່າ“ ຂ້ານ້ອຍໄດ້ທຸ້ມເທຢ່າງຫລາຍເພື່ອພຣະອົງ, ແຕ່ປະຊາຊົນອິດສະຣາເອນໄດ້ຖິ້ມພັນທະສັນຍາຂອງພຣະອົງ ໄດ້ທຳລາຍເເທ່ນບູຊາຂອງພຣະອົງ ເເລະ ໄດ້ສັງຫານຜູ້ເຜີຍພຣະວັດຈະນະຂອງພຣະອົງ, ແລະ ບັດນີ້ເຫລືອຂ້ານ້ອຍພຽງຄົນດຽວ.

1 Kings 19:15

ພຣະຢາເວສັ່ງໃຫ້ເອລີຢາເຮັດຫຍັງ?

ພຣະຢາເວສັ່ງໃຫ້ເອລີຢາຈົ່ງກັບໄປຍັງຖິ່ນທຸລະກັນດານ ເພື່ອຈົ່ງເຈີມຮາຊາເອນໄຫ້ເປັນກະສັດເຫນືອອາຮາມ, ຊານໃຫ້ເປັນກະສັດເຫນືອອິດສະຣາເອນ, ແລະ ເອລີຊາເປັນຜູ້ເຜີຍພຣະວັດຈະນະສືບຕໍ່ຈາກເຈົ້າ.

1 Kings 19:17

ພຣະຢາເວຕອບສະຫນອງຕໍ່ການຮ້ອງຂໍຂອງເອລີຢາວ່າ ລາວເປັນຜູ້ເຜີຍພຣະວັດຈະນະຄົນດຽວທີ່ເຫລືອຢູ່ໃນແຜ່ນດິນແນວໃດ?

ພຣະຢາເວກ່າວຕໍ່ເອລີຢາວ່າເເຕ່ເຮົາຈະເຫລືອປະຊາຊົນໄວ້ເຈັດພັນຄົນ ໃນອິດສະຣາເອນຜູ້ທີ່ສັດຊື່ຕໍ່ພຣະອົງ.

1 Kings 19:19

ມີຂໍ້ແກ້ຕົວຫຍັງທີ່ເອລີຊາໄດ້ໃຫ້ກັບເອລີຢາຫລັງຈາກລາວໃສ່ເສື້ອຄຸມຂອງເຂົາ?

ເອລີຊາໄດ້ຖາມເອລີຢາໃຫ້ຈູບລາພໍ່ ເເລະເເມ່ກ່ອນ ເເລ້ວຈະຕິດຕາມທ່ານໄປ.

1 Kings 20

1 Kings 20:1

ແມ່ນຂໍ້ຄວາມຫຍັງທີ່ອາຫັບໄດ້ຮັບຈາກເບັນຮາດາບເມື່ອທີ່ນະຄອນຂອງສະມາເລຍຢູ່ພາຍໃຕ້ການລ້ອມຮອບ?

ເບັນຮາດາບໄດ້ເວົ້າກັບອາຫັບວ່າ ເງິນ ເເລະທອງຂອງພະອົງພ້ອມທັງບັນດາເມຍ ເເລະ ໂອຣົດຂອງພະອົງເປັນຊັບສິນທີ່ມີຢູ່ໃນປະຈຸບັນຂອງເບັນຮາດາບ.

1 Kings 20:4

ເບັນຮາດດາດໄດ້ຕອບສະຫນອງແນວໃດຕໍ່ຄວາມເຕັມໃຈຂອງອາຫັບທີ່ຈະມອບເງິນ, ຄຳ, ເມຍ, ແລະເດັກນ້ອຍໃຫ້ລາວ?

ເບັນຮາດດາດໄດ້ແຈ້ງໃຫ້ ອາຫັບຮູ້ວ່າລາວກຳລັງສົ່ງຜູ້ຮັບໃຊ້ຂອງຕົນໃນມື້ຕໍ່ມາ, ແລະ ພວກເຂົາກໍ່ຈະຈັບມືຂອງພວກເຂົາດ້ວຍສິ່ງທີ່ພໍໃຈໃນຕາຂອງພວກເຂົາ.

1 Kings 20:7

ຄຳແນະນຳທີ່ກະສັດອິດສະຣາເອນໄດ້ຮັບຈາກຜູ້ອາວຸໂສຂອງແຜ່ນດິນແລະປະຊາຊົນທັງຫມົດແມ່ນຫຍັງ?

ບັນດາຜູ້ອາວຸໂສ ເເລະ ປະຊາຊົນທັງຫມົດກໍໄດ້ເວົ້າກັບກະສັດວ່າ “ຢ່າສູ່ຟັງ ຫລືຍອມເຮັດຕາມຄຳສັ່ງຂອງເບັນຮາດດາດເພາະວ່າຜູ້ຊາຍນີ້ຫາເລື່ອງເດືອດຮ້ອນຊ່ຳໃດ.

1 Kings 20:9

ຂໍ້ຄວາມອັນໃດທີ່ອາຫັບສົ່ງໄປເບັນຮາດາດ?

ອາຫັບບອກກັບເບັນຮາດາດວ່າ ລາວເຫັນດ້ວຍກັບທຸກສິ່ງທີ່ພະອົງຮຽກຮ້ອງຈາກຜູ້ຮັບໃຊ້ຂອງພະອົງໃນຄັ້ງທຳອິດນັ້ນ ເເຕ່ຄຳສັ່ງທີ່ສອງນີ້ເຮົາເຮັດບໍ່ໄດ້.

ຄຳຕອບຂອງເບັນຮາດາດຕໍ່ຂໍ້ຄວາມຂອງອາຫັບແມ່ນຫຍັງ?

ເບັນຮາດາດໄດ້ສາບານວ່າຈະລົດສະມາເລຍໃຫ້ເປັນຜົງຂີ້ເຖົ່າ.

1 Kings 20:11

ເບັນຮາດາດໄດ້ເວົ້າຫຍັງເມື່ອກະສັດແຫ່ງອິດສະຣາເອນໄດ້ບອກກັບລາວວ່າ ລາວບໍ່ຄວນອວດອ້າງ ຄືກັບວ່າການສູ້ຮົບຈະສິ້ນສຸດລົງ?

ເບັດຮາດາດກໍໄດ້ຊົງຮັບສັ່ງຄົນຂອງພະອົງວ່າຈົ່ງເຂົ້າປະຈຳທີ່ເພື່ອພ້ອມຮົບ.

1 Kings 20:13

ຜູ້ໃຜແດ່ທີ່ພຣະຢາເວ ກ່າວວ່າຈະຊະນະການສູ້ຮົບສຳລັບອິດສະຣາເອນຕໍ່ກອງທັບໃຫຍ່ຂອງຊາວອາມາເລຍ?

ພຣະຢາເວໄດ້ບອກອາຫັບ ໂດຍມືຂອງຂ້າຣາຊການຄົນຫມຸ່ມຜູ້ເຮັດຫນ້າທີ່ເປັນຜູ້ປົກຄອງຫົວເມືອງທັງຫລາຍວ່າຈະຊະນະການສູ້ຮົບສຳລັບອິດສະຣາເອນ.

1 Kings 20:16

ເມື່ອເຈົ້າຫນ້າທີ່ຫນຸ່ມນ້ອຍທີ່ຮັບໃຊ້ເຈົ້າຫົວເມືອງປົກຄອງໄດ້ຍົກໄປກ່ອນ, ເບັນຮາກາດແລະກະສັດນ້ອຍສາມສິບສອງຄົນທີ່ກຳລັງຊ່ວຍລາວເຮັດຫຍັງ?

ສ່ວນເບັນຮາດາດ ແລະ ສັດທີ່ີຮອງຈາກພະອົງມີສາມສິບສອງອົງກຳລັງກິນເຫລົ້າຈົນເມົາ.

1 Kings 20:20

ມີຫຍັງເກີດຂື້ນກັບເບັນຮາດາດແລະຄົນອາຮາມ?

ເບັນຮາດາດໄດ້ຊົງມ້າຫນີໄປກັບທະຫານມ້າຈຳນວນຫນຶ່ງ ແລະ ຄົນອາຮາມຫລາຍຄົນໄດ້ຖືກຂ້າຕາຍໃນການຟັນຄົ້ງໃຫ່ຍ.

1 Kings 20:22

ຜູ້ເຜີຍພະວັດຈະນະໄດ້ສົ່ງຂ່າວສານອັນໃດແກ່ກະສັດອິດສະຣາເອນ?

ຜູ້ເຜີຍພະວັດຈະນະໄດ້ບອກກະສັດອິດສະຣາເອນວ່າ ກະສັດແຫ່ງອາຣາມຈະກັບມາຕໍ່ຕ້ານພວກເຂົາອີກ, ດັ່ງນັ້ນອິດສະຣາເອນຄວນເສີມກຳລັງຕົວເອງ ແລະ ວາງແຜນວ່າພວກເຂົາຈະເຮັດຫຍັງ.

ບັນດາຜູ້ຮັບໃຊ້ຂອງກະສັດແຫ່ງອາຮາມໄດ້ໃຫ້ເຫດຜົນອັນໃດທີ່ເຮັດໃຫ້ອິດສະຣາເອນເຂັ້ມແຂງຂື້ນໃນການສູ້ຮົບຫລາຍກ່ວາຄົນອາຮາມ?

ບັນດາຜູ້ຮັບໃຊ້ຂອງກະສັດແຫ່ງອາຮາມ ໄດ້ເວົ້າກັບພະອົງວ່າ ອິດສະຣາເອນເຂັ້ມແຂງກວ່າອາຮາມ, ພະທັງຫລາຍຂອງເຈົ້າເປັນພະເຈົ້າເເຫ່ງພູຜາ.

1 Kings 20:26

ເບັນຮາກາດໄດ້ເຮັດຫຍັງຫລັງຈາກເລີ່ມຕົ້ນປີໃຫມ່?

ເບັນຮາດາດໄດ້ລວບລວມຄົນອາຮາມ ເເລະ ຍົກຂຶ້ນໄປທີ່ເມືອງອາເຟັກຮົບກັບຄົນອິດສະຣາເອນ.

1 Kings 20:28

ຄົນຂອງພຣະເຈົ້າຄົນຫນຶ່ງໄດ້ເວົ້າຫຍັງກັບກະສັດອິດສະຣາເອນກ່ຽວກັບຄົນອາຮາມ?

ຄົນຂອງພຣະເຈົ້າຄົນຫນຶ່ງໄດ້ເວົ້າ ເພາະວ່າຄົນອາຮາມເວົ້າກັບພຣະເຈົ້າແຫ່ງພູເຂົາ ແລະ ພຣະອົງບໍ່ໄດ້ເປັນພຣະເຈົ້າເເຫ່ງທີ່ຕ່ຳ, ເພາະສະນັ້ນ ເຮົາຈະມອບກອງທັບໃຫຍ່ທັງຫມົດຂອງອາຮາມນີ້ໄວ້ໃນມືຂອງກະສັດແຫ່ງອິສະຣາເອນ.

1 Kings 20:29

ຜົນໄດ້ຮັບຂອງການສູ້ຮົບລະຫວ່າງກອງທັບໄດ້ເປັນແນວໃດ?

ກອງທັບອິດສະຣາເອນໄດ້ຂ້າອາຮາມ ຊຶ່ງເປັນທະຫານລາບ100,000 ຄົນໃນມື້ດຽວ. ພວກທີ່ີເຫລືອກໍໄດ້ຫນີເຂົ້າເມືອງອາເຟັກ ເເລະ ກຳເເພງເມືອງລົ້ມທັບຄົນນັ້ນສອງຫມື່ນເຈັດພັນຄົນ ເບັນຮາດາດກໍໄດ້ຫນີເຂົ້າໄປ ໃນຫ້ອງຊັ້ນໃນທີ່ໃນເມືອງ.

1 Kings 20:31

ຜູ້ຮັບໃຊ້ຂອງເບັນຮາດາດໄດ້ເຮັດຫຍັງສຳລັບເບັນຮາດາດ?

ຜູ້ຮັບໃຊ້ຂອງເບັນຮາດາດໄດ້ເອົາກະສອບມັດເເອວ ໄດ້ເອົາເຊືອກພັນຫົວ ໄດ້ໄປເຝົ້າກະສັດເເຫ່ງອິດສະຣາເອນເເລະໄດ້ກ່າວວ່າ ເບັນຮາດາດຜູ້ຮັບໃຊ້ຂອງພະອົງອາຮາບໄດ້ກ່າວວ່າ ຂໍຊົງໄວ້ຊີວິດຂ້າພະອົງ.

1 Kings 20:33

ເບັນຮາດາດໄດ້ສະເຫນີຫຍັງຕໍ່ອາຫັບເມື່ອລາວຖືກເອີ້ນໃຫ້ໄປພົບກັບລາວໃນລົດຮົບ?

ເບັນຮາດາດບອກກັບອາຫັບວ່າ ລາວເອົາເມືອງຕ່າງໆ ທີ່ຍຶດເອົາຈາກອິດສະຣາເອນຄືນໃຫ້ຖ້າອາຫັບຈະປ່ອຍລາວ.

1 Kings 20:35

ເປັນຫຍັງຜູ້ເຜີຍພຣະວັດຈະນະຄົນຫນຶ່ງຖືກສິງຂ້າຕາຍ?

ຜູ້ເຜີຍພຣະວັດຈະນະຄົນຫນຶ່ງຖືກສິງຂ້າຕາຍ ເພາະວ່າບໍ່ໄດ້ຟັງສຽງຂອງພຣະຢາເວໂດຍຕີຜູ້ເຜີຍພຣະວັດຈະນະຂອງລາວ.

1 Kings 20:37

ຜູ້ເຜີຍພຣະວັດຈະນະໄດ້ປອມຕົວຕົນເອງຈາກກະສັດແນວໃດ ຫລັງຈາກລາວຖືກຕີແລະໄດ້ຮັບບາດເຈັບ?

ຜູ້ເຜີຍພຣະວັດຈະນະໄດ້ປອມຕົວຕົນເອງຈາກກະສັດດ້ວຍຜ້າພັນທີ່ຕາຂອງເຂົາ.

1 Kings 20:39

ເປັນຫຍັງຜູ້ເຜີຍພຣະວັດຈະນະໄດ້ເລົ່າເລື່ອງໃຫ້ກະສັດອິດສະຣາເອນຟັງ?

ຜູ້ເຜີຍພຣະວັດຈະນະໄດ້ເລົ່າເລື່ອງໃຫ້ກະສັດອິດສະຣາເອນຟັງເພື່ອຫລອກລວງລາວ, ສະນັ້ນກະສັດຈະຕັດສິນໃຈຊຶ່ງຈະສົ່ງຜົນເສຍຊີວິດຂອງກະສັດເອງ.

1 Kings 20:41

ຜູ້ເຜີຍພຣະວັດຈະນະໄດ້ກ່າວຄຳເວົ້າທີ່ກ້າຫານແນວໃດຕໍ່ກະສັດອິດສະຣາເອນ?

ຜູ້ເຜີຍພຣະວັດຈະນະໄດ້ກ່າວຕໍ່ກະສັດວ່າ ລາວຈະຕາຍເພາະລາວອະນຸຍາດໃຫ້ຄົນຂອງພຣະຢາເວໄດ້ຕັດສິນໂທດປະທານ.

1 Kings 21

1 Kings 21:1

ກະສັດອາຫັບກະສັດຊາມາເລຍຕ້ອງການຫຍັງຈາກ ນາໂບດຊາວຢິດຊະເຣນ?

ອາຫັບ, ກະສັດແຫ່ງຊາມາເລຍ ຢາກໄດ້ສວນອະງຸ່ນ ນາໂບດ, ຊຶ່ງຢູ່ໃກ້ພະລາຊະວັງຂອງລາວ.

ອາຫັບໄດ້ສະເຫນີຫຍັງໃຫ້ນາໂບດສຳລັບສວນອະງຸ່ນຂອງລາວ?

ອາຫັບຈະໃຫ້ສວນອະງຸ່ນທີ່ດີກວ່ານີ້ ຫລື ໃຫ້ເງິນລາວ.

1 Kings 21:3

ເປັນຫຍັງນາໂບດຈຶ່ງປະຕິເສດທີ່ຈະບໍ່ໃຫ້ສວນອະງຸ່ນຂອງລາວແກ່ອາຫັບ?

ນາໂບດປະຕິເສດທີ່ຈະມອບສວນອະງຸ່ນຂອງລາວແກ່ອາຫັບ ເພາະວ່າມັນເປັນມໍລະດົກຂອງບັນພະບຸລຸດຂອງລາວ.

ອາຫັບໄດ້ເຮັດຫຍັງເມື່ອນາໂບດໄດ້ປະຕິເສດທີ່ຈະໃຫ້ສວນອະງຸ່ນຂອງລາວ?

ອາຫັບຮູ້ສຶກຄຽດແຄ້ນ ແລະໃຈຮ້າຍ, ເຂົ້ານອນ ແລະ ບໍ່ຍອມທີ່ຈະກິນອາຫານໃດໆ.

1 Kings 21:5

ມີໃຜບອກອາຫັບໃຫ້ລຸກຈາກຕຽງນອນກິນເຂົ້າແລະມີຄວາມສຸກ?

ເມຍຂອງອາຫັບ, ເຢເຊເບນ, ໄດ້ບອກລາວໃຫ້ລຸກຈາກຕຽງນອນ, ກິນເຂົ້າ ແລະມີຄວາມສຸກ.

1 Kings 21:8

ເຢເຊເບນໄດ້ເຮັດຫຍັງເພື່ອໃຫ້ແນ່ໃຈວ່າອາຫັບຈະໄດ້ຮັບສວນອະງຸ່ນຂອງນາໂບດ?

ເຢເຊເບນ ມີຜູ້ຊາຍສອງຄົນທີ່ບໍ່ສັດຊື່ ທີ່ບໍ່ຖືກຕ້ອງກ່າວຫາທີ່ບໍ່ຖືກຕ້ອງກ່ຽວກັບນາໂບດ ຂອງການຫມິ່ນປະຫມາດພຣະເຈົ້າ ແລະ ກະສັດໃນເວລາຖືສິນອົດເຂົ້າ.

ຈະເປັນແນວໃດການລົງໂທດຕໍ່ການຫມ່ິນປະຫມາດຂອງນາໂບດ?

ນາໂບດຈະຖືກພາເຂົາອອກໄປ ເເລະ ເອົາຫິນດຶກໃສ່ເຂົາໃຫ້ຕາຍ.

1 Kings 21:17

ຜູ້ໃດທີ່ພຣະຢາເວດ້ສົ່ງໄປທີ່ສວນອະງຸ່ນເພື່ອຕອບສະຫນອງອາຫັບ?

ພຣະຢາເວສົ່ງເອລີຢາຊາວຢິດຊະເຣນ ເພື່ອຍຶດເອົາສວນນັ້ນ.

ອາຫັບໄດ້ເຮັດຫຍັງເມື່ອເຢເຊເບນບອກລາວວ່ານາໂບດຕາຍແລ້ວ?

ອາຫັບໄດ້ຍິນວ່າວ່ານາໂບດຕາຍແລ້ວ, ພະອົງກໍໄດ້ຊົງລຸກຂຶ້ນ ລົງໄປສວນອະງຸ່ນ ເພື່ອຢຶດເອົາຊັບສິນນັ້ນ.

1 Kings 21:19

ເອລີຢາໄດ້ບອກໃຫ້ອາຫັບຈະເກີດຫຍັງຂຶ້ນກັບລາວຍ້ອນຄວາມບາບຂອງລາວ?

ເອລີຢາໄດ້ບອກໃຫ້ອາຫັບທີ່ຫມາຈະເລຍເລືອດຂອງລາວ ບ່ອນທີ່ຫມາເລຍເລືອດຂອງນາໂບດ.

1 Kings 21:21

ເອລີຢາໄດ້ສົ່ງຂໍ້ຄວາມຫຍັງສູ່ອາຫັບຈາກພຣະຢາເວ?

ເອລີຢາບອກກັບອາຫັບວ່າ ພຣະຢາເວຈະກຳຈັດຜູ້ຊາຍທຸກຄົນ ທັງທີ່ເປັນທາດ ເເລະ ເປັນຄົນອິດສະຣາເອນອອກຈາກເຈົ້າ ເພ່ະວ່າເຈົ້າໄດ້ໃຫ້ອິດສະຣາເອນເຮັດບາບດ້ວຍ.

1 Kings 21:23

ຈະເກີດຫຍັງຂຶ້ນກັບເຢເຊເບນ?

ຫມາຈະກິນເຢເຊເບນທີ່ຂ້າງກຳເເພງຢິດສະເຣນ .

1 Kings 21:27

ອາຫັບໄດ້ເຮັດຫຍັງເມື່ອໄດ້ຍິນຄຳເວົ້າເຫລົ່ານີ້?

ອາຫັບໄດ້ສີກເຄື່ອງພະອົງເເລະໄດ້ໄສ່ຜ້າກະສອບ ໄດ້ຊົງຖືອົດອາຫານ.

ພຣະຢາເວໄດ້ເຮັດຫຍັງເມື່ອອາຫັບຖ່ອມຕົວຕໍ່ຫນ້າພຣະອົງ?

ພຣະຢາເວໄດ້ກ່າວວ່າພຣະອົງຈະບໍ່ນຳໄພພິບັດມາຍັງສະໄຫມຂອງອາຫັບ ເເຕ່ເຮົາຈະນຳເຫດຮ້າຍມາເຫນືອຣາຊວົງຂອງເຂົາໃນສະໄຫມລູກຊາຍຂອງເຂົາ.

1 Kings 22

1 Kings 22:1

ສົງຄາມລະຫວ່າງອາຮາມແລະອິດສະຣາເອນດົນປານໃດ?

ສາມປີຜ່ານໄປໂດຍປາສະຈາກສົງຄາມລະຫວ່າງອາຮາມກັບອິດສະຣາເອນ.

ຜູ້ໃດທີ່ເປັນກະສັດຂອງຢູດາ?

ກະສັດຢູດາແມ່ນ ເຢໂຣຊາຟັດ.

1 Kings 22:3

ກະສັດແຫ່ງອິດສະຣາເອນໄດ້ຂໍຮ້ອງເຢໂຣຊາຟັດເຮັດຫຍັງກັບພະອົງ?

ກະສັດເເຫ່ງອິດສະຣາເອນໄດ້ກ່າວຖາມເຢໂຣຊາຟັດໄປທີ່ຣາໂມດໃນກິເຣອາດ ແລະເຮັດສົງຄາມກັບກະສັດແຫ່ງອາຮາມ.

1 Kings 22:5

ກະສັດແຫ່ງອິດສະຣາເອນໄດ້ເອີ້ນຜູ້ໃດມາເຕົ້າໂຮມກັນເພື່ອສະແຫວງຫາການຊົງນຳຂອງພຣະຢາເວໃນເລື່ອງນີ້?

ກະສັດເເຫ່ງອິດສະຣາເອນກໍໄດ້ເອີ້ນປະຊຸມພວກເຜີຍພຣະວັດຈະນະ, ສີ່ຮ້ອຍຄົນ ເເລະ ໄດ້ກ່າວກັບພວກເຂົາວ່າ“ ຄວນທີ່ເຮົາຈະໄປເຮັດສົງຄາມກັບອາຮາມ.

1 Kings 22:7

ກະສັດແຫ່ງອິດສະຣາເອນສະແຫວງຫາຄຳແນະນຳຈາກຜູ້ເຜີຍພຣະວັດຈະນະຄົນໃດ?

ກະສັດອິດສະຣາເອນໄດ້ເອີ້ນມີຄາຍາລູກຊາຍຂອງອິມຣາ.

1 Kings 22:10

ໃນຂະນະທີ່ກະສັດອາຫັບແລະເຢໂຮຊາຟັດນັ່ງເທິງບັນລັງຂອງພວກເຂົາຕໍ່ຫນ້າຜູ້ເຜີຍພຣະວັດຈະນະ, ຜູ້ເຜີຍພຣະວັດຈະນະທີ່ພວກເຂົາໄດ້ຍິນແມ່ນຫຍັງ?

ກະສັດອາຫັບແລະເຢໂຮຊາຟັດນັ່ງເທິງບັນລັງຂອງພວກເຂົາ, ຜູ້ເຜີຍພຣະວັດຈະນະທຸກຄົນເວົ້າຕໍ່ພວກເຂົາວ່າ ພວກເຮົາຈະໂຈມຕີຕີຣາໂມດກິເລອາດ ເເລະ ມີໄຊຊະນະເຖີດ.

1 Kings 22:13

ມີກາອາຢາເຫັນດີກັບຜູ້ເຜີຍພຣະວັດຈະນະຄົນອຶ່ນໆທັງຫມົດບໍ່?

ແມ່ນ, ມີກາອາຢາເຫັນດີກັບຜູ້ເຜີຍພຣະວັດຈະນະຄົນອຶ່ນໆທັງຫມົດ.

1 Kings 22:16

ມີກາອາຢາໄດ້ບອກຂ່າວຮ້າຍຫຍັງແກ່ກະສັດອິດສະຣາເອນ?

ມີກາອາຢາໄດ້ບອກແກ່ກະສັດອິດສະຣາເອນວ່າ ພວກເຮົາບໍ່ມີຜູ້ລ້ຽງແກະ ແລະຈະກະຈາຍ.

1 Kings 22:21

ມີກາອີຢາໄດ້ບອກກະສັດອິດສະຣາເອນໄດ້ແນວໃດວ່າ ລາວຈະຊວນໃຫ້ໄປຫາເມືອງເມືອງຣາໂມດກິເຣອາດ?

ມີກາອີຢາໄດ້ບອກກະສັດອິດສະຣາເອນ ລາວຈະຊວນໃຫ້ໄປຫາເມືອງຣາໂມດກິເຣອາດ ໂດຍຄຳຕົວະທີ່ຜູ້ເຜີຍພຣະວັດຈະນະທຸກຄົນຂອງພຣະອົງ.

1 Kings 22:26

ກະສັດແຫ່ງອິດສະຣາເອນໄດ້ສັ່ງໃຫ້ເຮັດຫຍັງກັບມີກາອີຢາ?

ກະສັດແຫ່ງອິດສະຣາເອນໄດ້ສັ່ງໃຫ້ຈັບມີກາອີຢາ ແລະ ເອົາເຂົ້າຄຸກແລະລ້ຽງອາຫານພຽງແຕ່ເຂົ້າຈີ່ ແລະ ນໍ້າຫນ້ອຍຫນຶ່ງຈົນກະສັດອິດສະຣາເອນກັບມາໂດຍສັນຕິພາບ.

1 Kings 22:29

ກະສັດແຫ່ງອິດສະຣາເອນໄດ້ເຮັດຫຍັງເພື່ອຫລີກລ້ຽງການຈັບກຸມໃນການສູ້ຮົບທີ່ເມືອງຣາໂມດກິເຣອາດ?

ກະສັດແຫ່ງອິດສະຣາເອນໄດ້ປອມໂຕຕົວເອງ ເພື່ອຫລີກລ້ຽງການຈັບກຸມທີ່ເມືອງຣາໂມດກິເຣອາດ.

1 Kings 22:34

ອາຫັບໄດ້ຮັບບາດແຜທີ່ຮ້າຍແຮງແນວໃດໃນການສູ້ຮົບຂອງເມືອງຣາໂມດກິເຣອາດ?

ທະຫານຄົນຫນຶ່ງຂອງອາຮາມໄດ້ກົ່ງທະນູສຸມໃສ່ລາວ ແລະ ມັນໄດ້ໂຈມຕີອາຫັບລະຫວ່າງລະຫວ່າງເກັດເກາະ ເເລະ ເເຜ່ນບັງ.

1 Kings 22:37

ອາຫັບຖືກຝັງຢູ່ໃສ?

ກະສັດອາຮາບຖືກນຳມາຝັງທີ່ນະຄອນຊາມາເລຍ.

1 Kings 22:39

ຜູ້ໃດໄດ້ຂຶ້ນເປັນກະສັດເມື່ອອາຫັບເສຍຊີວິດ?

ອາຮາຊີຢາລຸູກຊາຍຂອງເພິ່ນກໍຂຶ້ນເປັນກະສັດປົກຄອງເເທນ.

1 Kings 22:41

ເຢໂຮຊາຟັດໄດ້ຄອງຣາດໃນນະຄອນເຢຣູຊາເລັມດົນປານໃດ?

ເຢໂຮຊາຟັດໄດ້ຄອງຣາດໃນນະຄອນເຢຣູຊາເລັມໄດ້ຊາວຫ້າປີ.

1 Kings 22:43

ສິ່ງທີ່ເວົ້າກ່ຽວກັບການປົກຄອງຂອງເຢໂຮຊາຟັດ?

ມັນໄດ້ຖືກກ່າວວ່າເຢໂຮຊາຟັດໄດ້ເຮັດສິ່ງທີ່ຖືກຕ້ອງໃນສາຍຕາຂອງພຣະຢາເວ.

1 Kings 22:51

ສິ່ງທີ່ເວົ້າກ່ຽວກັບການປົກຄອງຂອງອາຫັບແມ່ນຫຍັງ?

ມັນໄດ້ຖືກກ່າວວ່າອາຫັບໄດ້ເຮັດສິ່ງຊົ່ວຮ້າຍ ໃນສາຍຕາຂອງພຣະຢາເວ.