ພາສາລາວ (Lao): translationQuestions Print

Updated ? hours ago # views See on WACS

Jonah 1

Jonah 1:1

ພຣະຢາເວຊົງບັນຊາໂຢນາໄປໃສ ແລະເຮັດຫຍັງ?

ພຣະຢາເວຊົງບັນຊາໃຫ້ໂຢນາໄປທີ່ເມືອງນີນາເວ ແລະໄປເວົ້າຕໍ່ຕ້ານພວກເຂົາ.

ໂຢນາໄດ້ເຮັດຫຍັງຫລັງຈາກລາວໄດ້ຍີນຄຳສັ່ງຂອງພຣະຢາເວ?

ໂຢນາລຸກຫນີໃຫ້ພົ້ນຈາກຫນ້າພຣະຢາເວ ໄປທີ່ເມືອງຕາກຊິດ.

Jonah 1:4

ພຣະຢາເວຊົງເຮັດຫຍັງກັບເຮືອທີ່ໂຢນາໄດ້ຂື້ນໄປນັ້ນ?

ພຣະຢາເວໄດ້ສົ່ງລົມພາຍຸໃຫ່ຍຂື້ນໃນທະເລ, ແລະປາກົດວ່າເຮືອຈະແຕກ.

ພວກລູກເຮືອໄດ້ເຮັດຫຍັງໃນຢູ່ທ່າມກາງພາຍຸ?

ພວກລູກເຮືອກໍຢ້ານຫລາຍ ແລະແຕ່ລະຄົນກໍຮ້ອງຫາພະຂອງຕົນ

Jonah 1:6

ພວກລູກເຮືອຮູ້ໄດ້ແນວໃດວ່າຜູ້ໃດເປັນຕົ້ນເຫດຄວາມຊົ່ວຮ້າຍນີ້, ແລະ ແມ່ນຫຍັງແມ່ນຜົນທີ່ຕາມມາ?

ພວກລູກເຮືອຈັບສະຫລາກ ເພື່ອຈະໄດ້ຮູ້ວ່າແມ່ນໃຜເປັນຕົ້ນເຫດ, ແລະສະຫລາກນັ້ນຕົກໄປທີ່ໂຢນາ.

Jonah 1:8

ໂຢນາເວົ້າແມ່ນຫຍັງເປັນຕົ້ນເຫດຂອງຄວາມຊົ່ວຮ້າຍທີ່ເກີດຂື້ນກັບພວກເຂົາ?

ໂຢນາບອກພວກເຂົາວ່າລາວໄດ້ກໍາລັງຫນີໃຫ້ພົ້ນຈາກຫນ້າຂອງພຣະຢາເວ.

Jonah 1:11

ໂຢນາບອກຫຍັງໃຫ້ຊາຍພວກນັ້ນເພື່ອໃຫ້ພາຍຸສະຫງົບລົງ?

ໂຢນາບອກພວກເຂົາວ່າຈົ່ງຈັບຂ້ອຍໂຍນລົງໄປໃນທະເລ ເພື່ອພາຍຸຈະສະຫງົບລົງ.

Jonah 1:14

ລູກເຮືອສອງຄົນຮ້ອງຂໍຫຍັງແດ່ຕໍ່ພຣະຢາເວ?

ພວກເຂົາຂໍຕໍ່ພຣະຢາເວວ່າ ຢ່າລົງໂທດພວກເຂົາ, ແລະຢ່າໃຫ້ຄວາມຜິດຂອງຄວາມຕາຍຂອງໂຢນາຕົກຢູ່ກັບພວກເຂົາ.

ມີຫຍັງຂື້ນເມື່ອພວກລູກເຮືອໂຍນໂຢນາລົງໄປໃນທະເລ?

ເມື່ອພວກເຂົາໂຍນໂຢນາລົງໄປໃນທະເລ, ແລະແລ້ວທະເລກໍສະຫງົບລົງ.

Jonah 1:17

ມີຫຍັງຂື້ນກັບໂຢນາເມື່ອພວກເຂົາໂຍນໂຢນາລົງໄປໃນທະເລ?

ປາໃຫຍ່ໂຕຫນຶ່ງກືນໂຢນາລົງໄປໄວ້ໃນທ້ອງ, ແລະລາວໄດ້ຢູ່ໃນທ້ອງປານັ້ນເປັນເວລາ ສາມມື້ສາມຄືນ.

Jonah 2

Jonah 2:1

ໂຢນາເຮັດຫຍັງໃນທ້ອງປາ?

ໂຢນາຮ້ອງຫາພຣະຢາເວເພື່ອຂໍຄວາມຊ່ວຍເຫລືອ.

Jonah 2:3

ໂຢນາຄິດວ່າລາວຄົງຈະບໍ່ເຮັດຫຍັງໄດ້ອີກແລ້ວ?

ໂຢນາຄິດວ່າລາວຄົງຈະບໍ່ໄດ້ເຫັນພຣະວິຫານອັນບໍຣິສຸດຂອງພຣະຢາເວອີກແລ້ວ.

Jonah 2:5

ຈາກບ່ອນໃດທີ່ພຣະຢາເວຊູບຊີວິດຂອງໂຢນາ?

ພຣະຢາເວຊ່ວຍຊີວິດຂອງໂຢນາໃຫ້ພົ້ນຈາກຂຸມ.

Jonah 2:7

ຈະເກີດຫຍັງຂື້ນກັບຄົນເຫລົ່ານັ້ນທີ່ສົນໃຈໃນພະອື່ນທີ່ບໍ່ມີຄ່ານັ້ນ?

ຄົນເຫລົ່ານັ້ນທີີ່ສົນໃຈໃນພະອື່ນທີບໍ່ມີຄ່ານັ້ນ ໄດ້ປະຕິເສດຄວາມສັດຊື່ຂອງພຣະຢາເວທີ່ມີຕໍ່ພວກເຂົາ.

Jonah 2:9

ໂຢນາໄດ້ເຮັດຄຳສັນຍາຫຍັງໃນທ້ອງປາ?

ໂຢນາໄດ້ສັນຍາວ່າຈະເຮັດໃຫ້ສຳເລັດຕາມທີ່ລາວໄດ້ປະຕິຍານໄວ້.

ໂຢນາເວົ້າເຖິງຄວາມພົ້ນນັ້ນມາຈາກໃສ?

ໂຢນາເວົ້າວ່າຄວາມພົ້ນມາຈາກພຣະຢາເວ.

ພຣະຢາເວໄດ້ສັ່ງໃຫ້ປາເຮັດຫຍັງ?

ພຣະຢາເວສັ່ງປາໃຫ້ຄາຍໂຢນາອອກສູ່ແຜ່ນດີນແຫ້ງ.

Jonah 3

Jonah 3:1

ພຣະຢາເວຊົງສັ່ງຫຍັງແດ່ເປັນເທື່ອທີ່ສອງແກ່ໂຢນາ?

ພຣະຢາເວສັ່ງໂຢນາໃຫ້ໄປທີ່ເມືອງນີນາເວ ແລະປະກາດຖ້ອຍຄຳຂອງພຣະຢາເວ.

ໂຢນາໄດ້ຕອບຕໍ່ຄຳສັ່ງຂອງພຣະຢາເວໃນເທື່ອນີ້ແນວໃດ?

ໂຢນາເຊື່ອຟັງ ແລະໄປທີ່ເມືອງນີນາເວ.

Jonah 3:4

ຖ້ອຍຄຳອັນໃດທີ່ໂຢນາປະກາດຢູ່ໃນເມືອງນີນາເວ?

ໂຢນາປະກາດວ່າ ອີກສີ່ສິບມື້ເມືອງນີນາເວຈະຖືກທຳລາຍ.

Jonah 3:8

ຊາວເມືອງນີນາເວຕອບຕໍ່ຖ້ອຍຄຳຂອງພຣະຢາເວທີ່ໂຢນາປະກາດນັ້ນແນວໃດ?

ຊາວເມືອງນີນາເວຖືສິນອົດເຂົ້າ ແລະນຸ່ງເຄື່ອງທີ່ເຮັດຜ້າປ່ານ, ກັບໃຈຈາກທາງແຫ່ງຄວາມຊົ່ວຮ້າຍຂອງພວກເຂົາ, ແລະຮ້ອງຂໍດ້ວຍສຽງດັງຕໍ່ພຣະເຈົ້າ.

ກະສັດຂອງເມືອງນີນາເວຍັງຄົງມີຄວາມຫວັງຫຍັງ ເພື່ອປະຊາຊົນ ແລະເມືອງນັ້ນ?

ກະສັດຂອງເມືອງນີນາເວຍັງຄົງມີຄວາມຫວັງວ່າ ພຣະເຈົ້າອາດຈະຊົງປ່ຽນໃຈ ປ່ຽນຈາກຄວາມໂກດອັນແຮງກ້າຂອງພຣະອົງ.

Jonah 3:10

ພຣະເຈົ້າຕອບຕໍ່ການກັບໃຈໃຫມ່ຂອງຊາວນີນາເວແນວໃດ?

ພຣະເຈົ້າຈຶ່ງປ່ຽນໃຈບໍ່ລົງໂທດພວກເຂົາ, ຕາມທີ່ພຣະອົງເຄີຍກ່າວໄວ້ນັ້ນ.

Jonah 4

Jonah 4:1

ແມ່ນຫຍັງເບິ່ງຄືວ່າບໍ່ຖືກຕ້ອງຢ່າງຮ້າຍແຮງຕໍ່ໂຢນາ?

ມັນເບິ່ງຄືວ່າບໍ່ຖືກຕ້ອງຢ່າງຮ້າຍແຮງຕໍ່ໂຢນາຄືວ່າ ພຣະເຈົ້າຊົງປ່ຽນໃຈ ແລະບໍ່ລົງໂທດຊາວນີນາເວ.

ເປັນຫຍັງໂຢນາຈຶ່ງກ່າວຕໍ່ພຣະອົງພະຍາຍາມຫນີໄປທີ່ເມືອງຕາກຊິດ?

ໂຢນາກ່າວວ່າລາວຮູ້ວ່າ ພຣະຢາເວຊົງພຣະຄຸນ, ມີຄວາມເມດຕາ, ຮ້າຍຊ້າ, ເຕັມໄປດ້ວຍຄວາມຮັກ, ແລະຈະຊົງຍົກໂທດຈາກການສົ່ງໄພພິບັດມາ.

ໂຢນາຕ້ອງການໃຫ້ພຣະຢາເວເຮັດຫຍັງກັບລາວ?

ໂຢນາຕ້ອງການໃຫ້ພຣະຢາເວເອົາຊີວິດລາວໄປ.

Jonah 4:4

ພຣະຢາເວຊົງຖາມຄຳຖາມຫຍັງກັບໂຢນາ?

ພຣະຢາເວໄດ້ຖາມໂຢນາ ຖ້າມັນດີແລ້ວຫລືທີ່ເຈົ້າໃຈຮ້າຍແບບນີ້.

ຍ້ອນຫຍັງໂຢນາຈຶ່ງອອກຈາກເມືອງ ແລະນັ່ງລົງ?

ໂຢນາຕ້ອງການຢາກເບິ່ງ ສິ່ງທີ່ຈະເກີດຂື້ນກັບເມືອງນັ້ນ.

Jonah 4:6

ພຣະຢາເວເຮັດຫຍັງແດ່ກັບໂຢນາ ໃນຂະນະທີລາວຍັງນັ່ງຢູ່ນອກເມືອງ?

ທຳອິດພຣະຢາເວຊົງເຮັດໃຫ້ມີຕົ້ນໄມ້ໃຫ້ຮົ່ມເງົາແກ່ໂຢນາ, ແລ້ວໄດ້ມີໂຕຫນອນໂນຫນຶ່ງມາກັດກິນມັນໃນມື້ຕໍ່ມາ, ແລະແລ້ວໄດ້ສົ່ງລົມຮ້ອນພັດມາຈາກທິດຕາເວັນອອກມາເຮັດໃຫ້ໂຢນາເກືອບເປັນລົມຫລົ້ມໄປ.

Jonah 4:8

ພຣະຢາເວຊົງຖາມຄຳຖາມຫຍັງກັບໂຢນາ?

ພຣະຢາເວຊົງຖາມໂຢນາດີແລ້ວບໍທີ່ລາວໃຈຮ້າຍກັບເລື່ອງຕົ້ນໄມ້ນີ້

Jonah 4:10

ໂຢນາມີຄວາມຮູ້ສຶກແນວໃດຕໍ່ຕົ້ນໄມ້ທີ່ມີຮົ່ມນັ້ນ?

ໂຢນາມີຄວາມເມດຕາຕໍ່ຕົ້ນໄມ້ຕົ້ນນັ້ນ.

ພຣະຢາເວມີຄວາມເມດຕາສຳລັບຫຍັງ?

ພຣະຢາເວມີຄວາມເມດຕາຕໍ່ປະຊາຊົນຊາວເມືອງນີນາເວ ແລະຝູງສັດດ້ວຍ.