ພາສາລາວ (Lao): translationQuestions Print

Updated ? hours ago # views See on WACS

Zephaniah 1

Zephaniah 1:1

ພຣະເຈົ້າບອກເຊຟານີຢາວ່າພຣະອົງຈະເຮັດຫຍັງຕໍ່ນົກເທິງທ້ອງຟ້າ, ປາໃນທະເລ ແລະ ມະນຸດ?

ພຣະເຈົ້າໄດ້ກ່າວວ່າພຣະອົງຈະທຳລາຍພວກເຂົາ ແລະ ກຳຈັດມະນຸດໄປຈາກພື້ນແຜ່ນດິນ.

Zephaniah 1:4

ຊື່ຂອງຮູບເຄົາລົບທີ່ພຣະເຈົ້າກ່າວວ່າຈະກຳຈັດທຸກສິ່ງທີ່ເຫລືອຢູ່ແມ່ນຫຍັງ?

ພຣະເຈົ້າຈະກຳຈັດສ່ວນທີ່ເຫລືອຂອງພະບາອານອອກຈາກສະຖານທີ່ນີ້ທັງຫມົດ.

ຜູ້ໃດທີ່ຫລົງໄຫລຂາບໄຫວ້ຮູບເຄົາລົບ?

ພວກທີ່ຂາບໄຫວ້ບໍລິວານແຫ່ງທ້ອງຟ້າ.

Zephaniah 1:7

ປະຊາຊົນເຮັດຫຍັງຢູ່ຕໍ່ຫນ້າພຣະຢາເວ?

ພວກເຂົາມິດງຽບຢູ່ຕໍ່ຫນ້າພຣະຢາເວອົງພຣະຜູ້ເປັນເຈົ້າ.

ມີໃຜແດ່ທີ່ພຣະຢາເວ ກ່າວວ່າພຣະອົງຈະລົງໂທດໃນວັນແຫ່ງການບູຊາ?

ພຣະຢາເວຈະລົງໂທດພວກເຈົ້າຊາຍ ແລະ ບັນດາໂອຣົດຂອງກະສັດທັງຫລາຍ, ແລະ ຄົນທັງປວງທີ່ໃສ່ເສື້ອຜ້າຂອງຄົນຕ່າງຊາດ, ທຸກຄົນທີ່ໂດດຂ້າມປະຕູ, ແລະ ພວກທີ່ເຮັດໃຫ້ບ້ານເຈົ້ານາຍຂອງພວກເຂົາ ເຕັມໄປດ້ວຍຄວາມທາລຸນ ແລະ ການຫລອກລວງ.

Zephaniah 1:10

ຈະມີສຽງຫຍັງອອກມາຈາກປະຕູປາ ແລະຈາກເຂດສ້າງໃຫມ່ທີສອງໃນມື້ນັ້ນ?

ໃນວັນນັ້ນຈະມີສຽງຮ້ອງຈາກປະຕູປາ, ແລະ ສຽງຮ້ອງໄຫ້ຈາກເຂດສ້າງໃຫມ່ທີສອງໃນມື້ນັ້ນ.

ຈະມີຫຍັງເກີດຂຶ້ນກັບພໍ່ຄ້າໃນມື້ນັ້ນ?

ພວກເຂົາທັງຫລາຍຈະຖືກທຳລາຍໃຫ້ຫມົດໄປ; ທຸກຄົນທີ່ເຫັນແກ່ເງິນຈະຖືກຕັດອອກໄປທັງຫມົດ.

Zephaniah 1:12

ຜູ້ຊາຍບາງຄົນໃນເມືອງເຢຣູຊາເລັມເວົ້າຫຍັງກ່ຽວກັບພຣະຢາເວ?

ພວກເຂົາເວົ້າວ່າ,"ພຣະຢາເວຈະບໍ່ຊົງເຮັດຫຍັງ, ບໍ່ວ່າຈະດີ ຫລືຮ້າຍ!"

Zephaniah 1:14

ວັນໃດຈະເປັນວັນແຫ່ງພຣະພິໂລດ, ເປັນວັນທີ່ທຸກໃຈ ແລະ ເປັນວັນທີ່ມືດ?

ວັນອັນຍິ່ງໃຫຍ່ຂອງພຣະຢາເວຈະເປັນວັນແຫ່ງພຣະພິໂລດ, ເປັນວັນທີ່ທຸກໃຈ, ແລະເປັນວັນທີ່ມືດ.

Zephaniah 1:17

ໂລຫິດຂອງໃຜຈະຖືກເທອອກຄືຝຸ່ນລະອອງໃນວັນຂອງພຣະຢາເວ?

ຜູ້ທີ່ໄດ້ເຮັດບາບຕໍ່ພຣະຢາເວ.

ແມ່ນຫຍັງຈະບໍ່ສາມາດຊ່ວຍພວກເຂົາໃນວັນນັ້ນ?

ເງິນ ຫລື ທອງຄຳຂອງເຂົາຈະບໍ່ສາມາດຊ່ວຍກູ້ເຂົາໄດ້ໃນວັນນັ້ນ.

Zephaniah 2

Zephaniah 2:1

ປະຊາຊົນຕ້ອງເຮັດຫຍັງແດ່ເພື່ອຫລີກລ້ຽງຄວາມໂກດຮ້າຍໂມໂຫຂອງພຣະຢາເວ?

ປະຊາຊົນຕ້ອງສະແຫວງຫາຄວາມຊອບທຳ, ແລະຄວາມຖ່ອມໃຈ ເພື່ອຫລີກລ້ຽງຄວາມໂກດຮ້າຍໂມໂຫຂອງພຣະຢາເວ.

Zephaniah 2:4

ຈະເກີດຫຍັງຂຶ້ນກັບຄົນທີ່ບໍ່ເຊື່ອຟັງຄຳເຕືອນຂອງພຣະຢາເວ?

ປະຊາຊົນທຸກຄົນທີ່ບໍ່ຍອມຟັງຄຳເຕືອນຂອງພຣະຢາເວ ຈະຖືກປ່ອຍໃຫ້ຮົກຮ້າງ, ແລະ ຈະຖືກທຳລາຍ.

Zephaniah 2:8

ຊາວໂມອາບ, ແລະ ຊາວອຳໂມນ ຈະເປັນ ເຫມືອນຊາວເມືອງໃດແດ່?

ຊາວໂມອາບຈະເປັນເຫມືອນໂຊໂດມ, ແລະ ຊາວອຳໂມນຈະເປັນເຫມືອນໂກໂມຣາ.

Zephaniah 2:12

ນົກຊະນິດໃດທີ່ຈະສ້າງຮັງຢູ່ເທິງເສົາຂອງອັດຊີເຣຍ?

ນົກເຄົ້າຈະສ້າງຮັງຢູ່ເທິງສຸດຂອງເສົາອັດຊີເຣຍ.

Zephaniah 2:15

ເມືອງທີ່ດີຈະກາຍເປັນຫຍັງ?

ເມືອງທີ່ເປັນນະຄອນເຈົ້າສຳລານ ຈະກາຍເປັນທີ່ຫນ້າຢ້ານກົວ, ສະຖານທີ່ເປັນທີ່ອາໄສຂອງສັດປ່າ.

Zephaniah 3

Zephaniah 3:3

ເຈົ້ານາຍຂອງເມືອງແຫ່ງຄວາມຮຸນແຮງຈະເປັນແນວໃດ?

ພວກເຈົ້ານາຍຂອງເມືອງ ເປັນຄືສິງໂຕທີ່ຮ້ອງຄາມຣາມ.

Zephaniah 3:5

ເມື່ອໃດພຣະຢາເວຈະຊົງເຮັດຄວາມຍຸດຕິທຳ?

ພຣະຢາເວຈະຊົງເຮັດຄວາມຍຸດຕິທຳ ຕັ້ງແຕ່ເຊົ້າຫາເຊົ້າ.

Zephaniah 3:6

ພຣະຢາເວຫວັງວ່າປະຊາຊົນຈະເຮັດຫຍັງ?

ພຣະຢາເວໄດ້ຫວັງວ່າປະຊາຊົນຈະຢຳເກງພຣະອົງ, ແລະ ຍອມຮັບການຕີສອນ.

Zephaniah 3:8

ພຣະຢາເວໄດ້ຕັດສິນໃຈຫຍັງກ່ຽວກັບປະຊາຊາດ?

ພຣະຢາເວໄດ້ຕັດສິນໃຈ ທີ່ຈະລວບລວມປະຊາຊາດ, ແລະ ໃຫ້ອານາຈັກມາຊຸມນຸມກັນ, ເພື່ອເທຄວາມໂກດຮ້າຍ, ພຣະພິໂຣດອັນຮ້າຍແຮງທັງຫມົດຂອງພຣະອົງ.

Zephaniah 3:9

ພຣະຢາເວຈະຮ້ອງທຸກຄົນໃຫ້ເຮັດຫຍັງ?

ພຣະຢາເວຈະຮ້ອງທຸກຄົນໃຫ້ບົວລະບັດຮັບໃຊ້ພຣະອົງດ້ວຍໃຈອັນດຽວກັນ.

Zephaniah 3:12

ສ່ວນຄົນທີ່ເຫລືອຢູ່ໃນອິດສະຣາເອນຈະມີການປ່ຽນແປງແນວໃດຫລັງຈາກນີ້?

ສ່ວນຄົນທີ່ເຫລືອຢູ່ໃນອິດສະຣາເອນ ຈະບໍ່ເຮັດຄວາມບໍ່ຍຸດຕິທຳອີກຕໍ່ໄປ ຫລື ເວົ້າຂີ້ຕົວະອີກຕໍ່ໄປ.

Zephaniah 3:14

ເປັນຫຍັງຊາວອິດສະຣາເອນຄວນຮ້ອງເພງ ແລະຊື່ນຊົມຍິນດີ?

ຊາວອິດສະຣາເອນຄວນຮ້ອງເພງ, ແລະ ຊື່ນຊົມຍິນດີ ເພາະວ່າພຣະຢາເວໄດ້ຊົງຍົກເລີກການລົງໂທດຂອງພວກເຂົາໄປ.

Zephaniah 3:19

ພຣະຢາເວຈະຊ່ວຍກູ້ຜູ້ໃດທີ່ໄດ້ເຮັດຜິດຕໍ່ອິດສະຣາເອນ?

ພຣະຢາເວຈະຊ່ວຍກູ້ຄົນພິການ ແລະ ລວບລວມຜູ້ທີ່ຖືກຂັບໄລ່ໄປ.

ເປັນຫຍັງທຸກປະຊາຊາດຂອງແຜ່ນດິນໂລກຈຶ່ງເຄົາລົບນັບຖື, ແລະ ສັນລະເສີນອິດສະຣາເອນ?

ທຸກປະຊາຊາດຂອງແຜ່ນດິນໂລກຈະເຄົາລົບນັບຖື, ແລະ ສັນລະເສີນອິດສະຣາເອນ ເມື່ອພວກເຂົາເຫັນວ່າພຣະຢາເວໄດ້ໃຫ້ພວກເຂົາກັບສູ່ສະພາບເດີມ.