ພາສາລາວ (Lao): translationQuestions Print

Updated ? hours ago # views See on WACS

2 John 1

2 John 1:1

ໂຢຮັນໄດ້ແນະນຳຕົວເອງວ່າຢູ່ໃນຖານະໃດໃນຈົດໝາຍສະບັບນີ້?

ໂຢຮັນໄດ້ແນະນຳຕົວເອງໃນຖານະຜູ້ປົກຄອງ

ໂຢຮັນໄດ້ຂຽນຈົດໝາຍສະບັບນີ້ເຖິງໃຜ?

ໂຢຮັນໄດ້ຂຽນຈົດໝາຍສະບັບນີ້ເຖິງ ທ່ານສຸພາບສະຕຣີທີ່ຊົງເລືອກໄວ້ ແລະບັນດາບຸດຂອງທ່ານ

ໂຢຮັນກ່າວວ່າພຣະຄຸນ ພຣະເມດຕາແລະສັນຕິສຸກນັ້ນມາຈາກໃຜ?

ໂຢຮັນກ່າວວ່າພຣະຄຸນ ພຣະເມດຕາແລະສັນຕິສຸກນັ້ນມາຈາກພຣະເຈົ້າພຣະບິດາແລະພຣະເຢຊູຄຣິດພຣະບຸດອົງດຽວຂອງພຣະອົງ

2 John 1:4

ດ້ວຍເຫດໃດໂຢຮັນຈິ່ງຮູ້ສຶກຍິນດີເປັນຢ່າງຍິ່ງ?

ໂຢຮັນຈິ່ງຮູ້ສຶກຍິນດີເປັນຢ່າງຍິ່ງເພາະບຸດບາງຄົນຂອງສະຕຣີທີ່ຖືກເລືອກໄວ້ນັ້ນດຳເນີນຢູ່ໃນຄວາມຈິງ

ບັນຍັດໃດທີ່ໂຢຮັນກ່າວວ່າພວກເຂົາມີມາຕັ້ງແຕ່ທຳອິດແລ້ວ?

ໂຢຮັນກ່າວວ່າພວກເຂົາມີບັນຍັດທີ່ເຂົາໄດ້ມີມາຕັ້ງແຕ່ທຳອິດແລ້ວ ນັ້ນກໍຄືໃຫ້ເຮົາຮັກເຊິ່ງກັນແລະກັນ

ໂຢຮັນກ່າວວ່າຄວາມຮັກນັ້ນຄືຫຍັງ?

ໂຢຮັນກ່າວວ່າຄວາມຮັກນັ້ນຄືການທີ່ເຮົາດຳເນີນຕາມພຣະບັນຍັດຂອງພຣະເຈົ້າ

2 John 1:7

ໂຢຮັນເອີ້ນຜູ້ທີ່ບໍ່ຍອມຮັບວ່າພຣະເຢຊູຄຣິດໄດ້ສະເດັດມາເປັນມະນຸດວ່າຢ່າງໃດ?

ໂຢຮັນເອີ້ນຜູ້ທີ່ບໍ່ຍອມຮັບວ່າພຣະເຢຊູຄຣິດໄດ້ສະເດັດມາເປັນມະນຸດວ່າເປັນຜູ້ລໍ້ລວງເປັນປໍລະປັກພຣະຄຣິດ

ໂຢຮັນໄດ້ຕັກເຕືອນບັນດາຜູ້ທີ່ເຊື່ອບໍ່ໃຫ້ເຮັດສິ່ງໃດ?

ໂຢຮັນໄດ້ຕັກເຕືອນບັນດາຜູ້ທີ່ເຊື່ອບໍ່ໃຫ້ສູນເສຍສິ່ງຕ່າງໆທີ່ເຮົາທຸກຄົນໄດ້ເຮັດເພື່ອໃຫ້ໄດ້ມາແລ້ວ

2 John 1:9

ໂຢຮັນບອກກັບບັນດາຜູ້ທີ່ເຊື່ອວ່າຄວນເຮັດສິ່ງໃດຕໍ່ຜູ້ທີ່ບໍ່ນຳຄວາມຈິງມາສູ່ຄຳສອນກ່ຽວກັບພຣະຄຣິດ?

ໂຢຮັນບອກກັບບັນດາຜູ້ທີ່ເຊື່ອວ່າຢ່າຕ້ອນຮັບຜູ້ທີ່ບໍ່ໄດ້ນຳຄວາມຈິງມາສູ່ຄຳສອນກ່ຽວກັບພຣະຄຣິດ

ຜູ້ທີ່ເຊື່ອຕ້ອນຮັບຜູ້ທີ່ບໍ່ໄດ້ນຳຄວາມຈິງມາສູ່ຄຳສອນກ່ຽວກັບພຣະຄຣິດຈະມີຄວາມຜິດອັນໃດ?

ຜູ້ທີ່ເຊື່ອກໍມີສ່ວນຮ່ວມໃນການເຮັດຊົ່ວຂອງຜູ້ທີ່ບໍ່ໄດ້ນຳຄວາມຈິງມາສູ່ຄຳສອນກ່ຽວກັບພຣະຄຣິດ

2 John 1:12

ໂຢຮັນຫວັງວ່າຈະເຮັດສິ່ງໃດໃນອະນາຄົດ?

ໂຢຮັນຫວັງວ່າຈະມາຫາສະຕຣີທີ່ຊົງຖືກເລືອກໄວ້ແລ້ວໂດຍ ໜ້າຕໍ່ໜ້າກັນ