ພາສາລາວ (Lao): translationQuestions Print

Updated ? hours ago # views See on WACS

Romans 1

Romans 1:1

ອົງພຣະຜູ້ເປັນເຈົ້າຊົງສັນຍາເລື່ອງຂ່າວປະເສີດກ່ອນເວລາຂອງໂປໂລໂດຍວິທີໃດ?

ອົງພຣະຜູ້ເປັນເຈົ້າຊົງສັນຍາເລື່ອງຂ່າວປະເສີດກ່ອນເວລາຂອງໂປໂລໂດຍຜູ້ທຳນວາຍຂອງພຣະອົງໃນພຣະຄຳພີສັກສິດ.

ພຣະບຸດຂອງພຣະເຈົ້າເກີດມາຈາກເຊື້ອວົງຄົນໃດຕາມຝ່າຍເນື້ອກາຍ?

ພຣະບຸດຂອງພຣະເຈົ້າເກີດໃນເຊື້ອວົງຂອງດາວິດຕາມຝ່າຍເນື້ອກາຍ.

Romans 1:4

ໂດຍເຫດການໃດທີ່ພຣະເຢຊູຄຣິດໄດ້ຖືກປະກາດວ່າເປັນພຣະບຸດຂອງພຣະເຈົ້າ?

ພຣະເຢຊູຄຣິດໄດ້ຖືກປະກາດວ່າ ເປັນພຣະບຸດຂອງພຣະເຈົ້າ ໂດຍການເປັນຄືນຂຶ້ນມາຈາກຄວາມຕາຍ.

ເພື່ອຈຸດປະສົງຫຍັງທີ່ໂປໂລໄດ້ຮັບພຣະຄຸນແລະການເປັນອັກຄະສາວົກຈາກພຣະຄຣິດ?

ເພື່ອເຫັນແກ່ພຣະຄຸນຂອງພຣະອົງທີ່ໂປໂລໄດ້ຮັບ ໂປໂລໄດ້ໄປປະກາດທ່າມກາງຊົນຊາດຕ່າງໆເພື່ອໃຫ້ເຂົາເຊື່ອຟັງ.

Romans 1:8

ໂປໂລຂອບພຣະຄຸນພຣະເຈົ້າກ່ຽວກັບຜູ້ທີ່ເຊື່ອໃນໂຣມເພາະເຫດໃດ?

ໂປໂລຂອບພຣະຄຸນພຣະເຈົ້າເພາະຄວາມເຊື່ອຂອງພວກເຂົາໄດ້ຖືກປະກາດໄປທົ່ວໂລກ.

Romans 1:11

ເປັນຫຍັງໂປໂລຈຶ່ງປາຖາດໜາທີ່ຈະພົບຜູ້ທີ່ເຊື່ອໃນໂຣມ?

ໂປໂລປາຖາດໜາທີ່ຈະພົບພວກເຂົາເພື່ອທີ່ຈະໃຫ້ຂອງປະທານຝ່າຍວິນຍານບາງຢ່າງເພື່ອຈະເສີມສ້າງພວກເຂົາ.

Romans 1:13

ເປັນຫຍັງໂປໂລຈຶ່ງບໍ່ສາມາດໄປຢາມຜູ້ທີ່ເຊື່ອໃນໂຣມໄດ້ຈົນເຖິງຂະນະນີ້?

ໂປໂລບໍ່ສາມາດໄປຢາມໄດ້ຍ້ອນເຂົາຖືກຂັດຂວາງໄວ້ຈົນເຖິງຂະນະນີ້.

Romans 1:16

ໂປໂລເວົ້າວ່າຂ່າວປະເສີດແມ່ນຫຍັງ?

ໂປໂລເວົ້າວ່າຂ່າວປະເສີດນັ້ນເປັນຣິດເດດອຳນາດຂອງພຣະເຈົ້າ.

ໂປໂລອ້າງເຖິງຂໍ້ພຣະຄຳພີໃດທີ່ກ່ຽວກັບວ່າຄົນຊອບທັມຈະມີຊີວິດຢູ່?

ໂປໂລອ້າງເຖິງຂໍ້ພຣະຄຳພີທີ່ວ່າ"ຜູ້ທີ່ຊົງຖືວ່າ ເປັນຄົນຊອບທັມເພາະດ້ວຍຄວາມເຊື່ອ ຜູ້ນັ້ນຈະໄດ້ຊີວິດ".

Romans 1:18

ຄົນອະທັມແລະຄົນບໍ່ຊອບທັມເຮັດຫຍັງ ເຖິງແມ່ນວ່າສິ່ງທີ່ພວກເຂົາຮູ້ຈັກກ່ຽວກັບພຣະເຈົ້າກໍ່ປາກົດແຈ້ງກັບພວກເຂົາແລ້ວ?

ຄົນອະທັມແລະຄົນບໍ່ຊອບທັມຂັດຂວາງຄວາມຈິງ ເຖິງແມ່ນວ່າສິ່ງທີ່ພວກເຂົາຮູ້ຈັກກ່ຽວກັບພຣະເຈົ້າກໍ່ປາກົດແຈ້ງກັບພວກເຂົາແລ້ວ.

Romans 1:20

ສິ່ງທີ່ເບິ່ງບໍ່ເຫັນກ່ຽວກັບພຣະເຈົ້ານັ້ນປາກົດແຈ້ງໄດ້ແນວໃດ?

ສິ່ງທີ່ເບິ່ງບໍ່ເຫັນກ່ຽວກັບພຣະເຈົ້ານັ້ນກໍ່ປາກົດແຈ້ງຜ່ານທາງສິ່ງທີ່ພຣະອົງຊົງສ້າງ .

ລັກສະນະໃດຂອງພຣະເຈົ້າທີ່ເບິ່ງເຫັນໄດ້ຈະແຈ້ງ?

ຣິດດອຳນາດນິຣັນດອນແລະລັກສະນະຄວາມເປັນພຣະເຈົ້າຂອງພຣະເຈົ້ານັ້ນເປັນທີ່ເບິ່ງເຫັນໄດ້ຈະແຈ້ງ.

ເກີດຫຍັງຂຶ້ນກັບຄົນທີ່ບໍ່ຖວາຍກຽດແດ່ພຣະເຈົ້າແລະບໍ່ຂອບພຣະຄຸນພຣະອົງ?

ຜູ້ທີ່ບໍ່ຖວາຍກຽດແດ່ພຣະເຈົ້າແລະບໍ່ຂອບພຣະຄຸນພຣະອົງພວກເຂົາກໍ່ກາຍເປັນຄົນໂງ່ໃນຄວາມຄິດຂອງພວກເຂົາແລະໃຈພວກເຂົາກໍ່ມືດມົວໄປ.

Romans 1:24

ພຣະເຈົ້າຊົງເຮັດແນວໃດຕໍ່ຄົນເຫລົ່ານັ້ນທີ່ແລກປ່ຽນພຣະສະຫງ່າຣາສີຂອງພຣະອົງກັບຮູບປັ້ນຂອງມະນຸດແລະສັດທີ່ຈະຈິບຫາຍໄປ?

ພຣະເຈົ້ງຊົງປ່ອຍໃຫ້ພວກເຂົາເຮັດການຊົ່ວຕາມຣາຄະຕັນຫາໃນໃຈຂອງພວກເຂົາ, ແລະໃຫ້ພວກເຂົາເຮັດສິ່ງທີ່ໜ້າອັບອາຍຕໍ່ຮ່າງກາຍຂອງກັນແລະກັນ.

Romans 1:26

ກິເລດຕັນຫາອັນໜ້າອັບອາຍໃດທີ່ຜູ້ຍິງແລະຜູ້ຊາຍເຫລົ່ານີ້ຮູ້ສຶກຮ້ອນຮົນດ້ວຍໄຟແຫ່ງກິເລດຕັນຫາຕໍ່ກັນແລະກັນ?

ຜູ້ຍິງກໍ່ຮ້ອນຮົນດ້ວຍໄຟກິເລດຕັນຫາຕໍ່ກັນແລະກັນ, ແລະຜູ້ຊາຍກໍ່ຮ້ອນຮົນດ້ວຍໄຟກິເລດຕັນຫາຕໍ່ກັນແລະກັນ.

Romans 1:28

ພຣະເຈົ້າຊົງເຮັດແນວໃດຕໍ່ຄົນເຫລົ່ານັ້ນທີ່ບໍ່ເຫັນດີທີ່ຈະຮູ້ຈັກກັບພຣະອົງ?

ພຣະເຈົ້າປ່ອຍໃຫ້ເຂົາມີຈິດໃຈຊົ່ວຮ້າຍໃນການເຮັດສິ່ງເຫລົ່ານັ້ນທີ່ບໍ່ສົມຄວນເຮັດ.

Romans 1:29

ລັກສະນະບາງຢ່າງຂອງຄົນເຫລົ່ານັ້ນທີ່ມີຈິດໃຈຊົ່ວຮ້າຍຄືຫຍັງ?

ຄົນເຫລົ່ານັ້ນທີ່ມີຈິດໃຈຊົ່ວຮ້າຍກໍ່ຈະເຕັມໄປດ້ວຍຄວາມອິດສາ, ການຂ້າຟັນ, ການສູ້ຮົບຕົບຕີ, ການຫລອກລວງແລະການຄິດຮ້າຍ.

Romans 1:32

ຄົນເຫລົ່ານັ້ນທີ່ມີຈິດໃຈຊົ່ວຮ້າຍເຂົ້າໃຈກ່ຽວກັບຂໍ້ຮຽກຮ້ອງຂອງພຣະເຈົ້າໄດ້ແນວໃດ?

ຄົນເຫລົ່ານັ້ນທີ່ມີຈິດໃຈຊົ່ວຮ້າຍເຂົ້າໃຈວ່າຄົນເຫລົ່ານັ້ນທີ່ເຮັດເຊັ່ນນັ້ນສົມຄວນຕາຍ.

ເຖິງວ່າຄົນເຫລົ່ານັ້ນທີ່ມີຈິດໃຈຊົ່ວຮ້າຍເຂົ້າໃຈຂໍ້ຮຽກຮ້ອງຂອງພຣະເຈົ້າ ພວກເຂົາກໍ່ຍັງເຮັດສິ່ງໃດ?

ພວກເຂົາກໍ່ຍັງເຮັດສິ່ງບໍ່ຊອບທັມຢູ່ຄືເກົ່າແລະເຫັນດີກັບຄົນເຫລົ່ານັ້ນທີ່ເຮັດເຊັ່ນນັ້ນ.

Romans 2

Romans 2:1

ເປັນຫຍັງບາງຄົນຈຶ່ງບໍ່ມີຂໍ້ແກ້ຕົວໃນການກ່າວໂທດຂອງພວກເຂົາ?

ດ້ວຍວ່າ ເມື່ອເຈົ້າກ່າວໂທດໃສ່ຜູ້ອື່ນ ແລະຍັງເຮັດຢ່າງດຽວກັບພວກເຂົາ ເຈົ້າກໍ່ກ່າວໂທດໃສ່ຕົນເອງ.

ພຣະເຈົ້າພິພາກສາແນວໃດເມື່ອພຣະອົງຕັດສິນຜູ້ທີ່ເຮັດສິ່ງບໍ່ຊອບທັມ?

ພຣະເຈົ້າຊົງພິພາກສາຕາມຄວາມຈິງເມື່ອພຣະອົງຕັດສິນຄົນທັງຫລາຍທີ່ເຮັດສິ່ງບໍ່ຊອບທຳ.

Romans 2:3

ຄວາມອົດທົນແລະຄຸນງາມຄວາມດີຂອງພຣະເຈົ້າໝາຍເຖິງຫຍັງ?

ຄວາມອົດທົນແລະຄຸນງາມຄວາມດີຂອງພຣະເຈົ້າໝາຍເຖິງການນຳຄົນໄປສູ່ການກັບໃຈ.

Romans 2:5

ຄົນທີ່ມີຫົວໃຈແຂງກະດ້າງ, ແລະບໍ່ຍອມກັບໃຈຕໍ່ພຣະເຈົ້າສະສົມຫຍັງໄວ້ໃຫ້ຕົນເອງ?

ຄົນທີ່ມີຫົວໃຈແຂງກະດ້າງ, ແລະບໍ່ຍອມກັບໃຈຕໍ່ພຣະເຈົ້າ ກຳລັງສະສົມຄວາມໂກດຮ້າຍໄວ້ໃຫ້ຕົນເອງສຳລັບວັນແຫ່ງການພິພາກສາອັນຊອບທຳຂອງພຣະເຈົ້າ.

ສຳລັບຄົນທີ່ມີຄວາມພຽນພະຍາຍາມ, ກະທຳດີຈະໄດ້ຮັບຫຍັງ?

ສຳລັບຄົນທີ່ມີຄວາມພຽນພະຍາຍາມ, ກະທຳດີຈະໄດ້ຮັບຊີວິດນິຣັນດອນ.

Romans 2:8

ຄົນທີ່ເຊື່ອຟັງຄວາມຊົ່ວຈະໄດ້ຮັບຜົນແນວໃດ?

ຄົນທີ່ເຊື່ອຟັງຄວາມຊົ່ວຈະໄດ້ຮັບຄວາມໂກດຮ້າຍ, ຄວາມໂກດແຄ້ນອັນເຜັດຮ້ອນ, ຄວາມຍາກລຳບາກ, ແລະຄວາມຫຍຸ້ງຍາກ.

Romans 2:10

ພຣະເຈົ້າບໍ່ໄດ້ເຫັນແກ່ໜ້າຜູ້ໃດໃນການຕັດສິນຂອງພຣະອົງລະຫວ່າງຊາວຢິວແລະກຣີກແນວໃດ?

ພຣະເຈົ້າບໍ່ໄດ້ເຫັນແກ່ໜ້າຜູ້ໃດເພາະຜູ້ທີ່ເຮັດບາບ, ບໍ່ວ່າຈະເປັນຊາວຢິວຫລືຊາວກຣີກ, ກໍ່ຈະຈິບຫາຍເໝືອນກັນ.

Romans 2:13

ໃຜເປັນຜູ້ຊອບທັມຕໍ່ພຣະພັກພຣະເຈົ້າ?

ຜູ້ທີ່ເຮັດຕາມພຣະບັນຍັດເປັນຜູ້ຊອບທັມຕໍ່ພຣະພັກພຣະເຈົ້າ.

ຄົນຕ່າງຊາດສະແດງໃຫ້ເຫັນແນວໃດວ່າພວກເຂົາມີກົດບັນຍັດຂອງຕົວພວກເຂົາເອງ?

ເມື່ອພວກເຂົາປະຕິບັດຕາມກົດບັນຍັດ ໂດຍນິໄສປົກກະຕິແລ້ວ ເຖິງແມ່ນພວກເຂົາບໍ່ມີກົດບັນຍັດກໍ່ຕາມ ແຕ່ກໍ່ຍັງເປັນກົດບັນຍັດຂອງຕົວພວກເຂົາເອງ.

Romans 2:21

ໂປໂລທ້າທາຍຫຍັງໃຫ້ແກ່ຄົນຢິວເຫລົ່ານັ້ນທີ່ເພິ່ງພາກົດບັນຍັດແລະສອນຄົນອື່ນ?

ໂປໂລທ້າທາຍພວກເຂົາວ່າຖ້າພວກເຂົາສອນຄົນອື່ນກ່ຽວກັບກົດບັນຍັດ, ພວກເຂົາກໍ່ຄວນສອນຕົວເອງເຊັ່ນກັນ.

ຄວາມບາບໃດທີ່ໂປໂລກ່າວເຖິງວ່າຜູ້ນຳຊາວຢິວທີ່ສອນເລື່ອງກົດບັນຍັດ ຄວນຈະຢຸດເຮັດ?

ໂປໂລກ່າວເຖິງຄວາມບາບຂອງການລັກຊັບ, ການຫລິ້ນຊູ, ແລະການປຸ້ນວິຫານ.

Romans 2:23

ເປັນຫຍັງພຣະນາມຂອງພຣະເຈົ້າຈຶ່ງຖືກໝິ່ນປະໝາດໃນທ່າມກາງຄົນຕ່າງຊາດເພາະຜູ້ນຳຊາວຢິວສອນເລື່ອງກົດບັນຍັດ?

ພຣະນາມຂອງພຣະເຈົ້າຖືກໝິ່ນປະໝາດເພາະຜູ້ນຳຊາວຢິວສອນເລື່ອງກົດບັນຍັດແຕ່ເຮັດຜິດກົດບັນຍັດເອງ.

Romans 2:25

ໂປໂລບອກວ່າການເຂົ້າພິທີຕັດຂອງຄົນຢິວບໍ່ສາມາດຖືວ່າເຂົ້າພິທີຕັດແນວໃດ?

ໂປໂລກ່າວວ່າການເຂົ້າພິທີຕັດຂອງຄົນຢິວບໍ່ສາມາດຖືວ່າເຂົ້າພີທີຕັດຖ້າຄົນນັ້ນລະເມີດຕໍ່ກົດບັນຍັດ.

ໂປໂລບອກວ່າການບໍ່ເຂົ້າພິທີຕັດຂອງຄົນຕ່າງຊາດຖືເປັນການເຂົ້າພິທີຕັດແນວໃດ?

ໂປໂລກ່າວວ່າການບໍ່ເຂົ້າພິທີຕັດຂອງຄົນຕ່າງຊາດນັ້ນຖືວ່າເປັນການເຂົ້າພິທີຕັດ ຖ້າວ່າຄົນນັ້ນປະຕິບັດຕາມກົດບັນຍັດ.

Romans 2:28

ໂປໂລບອກວ່າໃຜເປັນຄົນຢິວແທ້?

ໂປໂລບອກວ່າຄົນຢິວແທ້ນັ້ນເປັນຄົນຢິວພາຍໃນດ້ວຍການເຂົ້າພິທີຕັດດ້ວຍໃຈ.

ຄົນຢິວແທ້ໄດ້ຮັບການຍົກຍ້ອງຈາກໃຜ?

ຢິວແທ້ໄດ້ຮັບການຍົກຍ້ອງຈາກພຣະເຈົ້າ.

Romans 3

Romans 3:1

ແມ່ນຫຍັງຄືປະໂຫຍດທີ່ສຳຄັນທີ່ສຸດຂອງຄົນຢິວ?

ປະໂຫຍດທີ່ສຳຄັນທີ່ສຸດຂອງຄົນຢິວຄື ພວກເຂົາເປັນຜູ້ຮັບມອບຄວາມໄວ້ວາງໃຈໃຫ້ໄດ້ຮັບການເປີດເຜີຍສຳແດງຈາກພຣະເຈົ້າ.

Romans 3:3

ເຖິງແມ່ນວ່າມະນຸດທຸກຄົນເປັນຄົນເວົ້າຕົວະ, ແຕ່ພຣະເຈົ້າໄດ້ເປັນແນວໃດ?

ເຖິງແມ່ນວ່າມະນຸດທຸກຄົນເປັນຄົນເວົ້າຕົວະ, ແຕ່ພຣະເຈົ້າກ່າວແຕ່ຄວາມຈິງ.

Romans 3:5

ເພາະພຣະເຈົ້າຊົງຊອບທັມ, ພຣະອົງຈຶ່ງສາມາດເຮັດຫຍັງໄດ້?

ເພາະພຣະເຈົ້າຊົງຊອບທັມ, ພຣະອົງຈຶ່ງສາມາດພິພາກສາໂລກໄດ້.

Romans 3:7

ມີຫຍັງເກີດຂຶ້ນກັບຄົນທີ່ເວົ້າວ່າ"ຂໍໃຫ້ເຮົາເຮັດຊົ່ວ, ເພື່ອສິ່ງທີ່ດີຈະມາເຖິງ "?

ການພິພາກສາຈະເກີດຂຶ້ນກັບຄົນທີ່ເວົ້າວ່າ, “ຂໍໃຫ້ເຮົາເຮັດຊົ່ວ, ເພື່ອສິ່ງທີ່ດີຈະມາເຖິງ".

Romans 3:9

ແມ່ນຫຍັງຄືສິ່ງທີ່ຂຽນໄວ້ໃນພຣະຄັມພີກ່ຽວກັບຄວາມຊອບທັມຂອງທຸກຄົນ, ທັງຄົນຢິວແລະຄົນກຣີກ?

ມີຄຳຂຽນໄວ້ວ່າບໍ່ມີໃຜຈັກຄົນດຽວທີ່ເປັນຄົນຊອບທັມ, ບໍ່ມີເລີຍ.

Romans 3:11

ຕາມສິ່ງທີ່ມີຂຽນໄວ້, ໃຜທີ່ເຂົ້າໃຈແລະສະແຫວງຫາພຣະເຈົ້າ?

ຕາມສິ່ງທີ່ມີຂຽນໄວ້, ບໍ່ມີໃຜຈັກຄົນດຽວທີ່ເຂົ້າໃຈແລະບໍ່ມີໃຜຈັກຄົນທີ່ສະແຫວງຫາພຣະເຈົ້າ.

Romans 3:19

ຜູ້ໃດຈະຊົງຖືວ່າເປັນຄົນຊອບທຳດ້ວຍການເຮັດຕາມກົດບັນຍັດ?

ບໍ່ມີມະນຸດຄົນໃດທີ່ຊົງຖືວ່າເປັນຄົນຊອບທຳດ້ວຍການເຮັດຕາມກົດບັນຍັດ.

ມີກົດບັນຍັດຫຍັງແດ່?

ຄວາມຮູ້ເລື່ອງຄວາມບາບແມ່ນມາຈາກກົດບັນຍັດ.

Romans 3:21

ການເປັນພະຍານຫຍັງແດ່ຈຶ່ງມີຄວາມຊອບທັມໂດຍບໍ່ອີງໃສ່ກົດບັນຍັດ ປະຈຸບັນນີ້ໄດ້ຖືກເປີດເຜີຍແລ້ວ?

ການເປັນພຣະຍານຂອງກົດບັນຍັດແລະຜູ້ທຳນວາຍ ຈຶ່ງມີຄວາມຊອບທັມ ໂດຍບໍ່ອີງໃສ່ກົດບັນຍັດ ປະຈຸບັນໄດ້ຖືກເປີດເຜີຍແລ້ວ.

ແມ່ນຫຍັງຄືຄວາມຊອບທັມທີ່ບໍ່ອີງໃສ່ກົດບັນຍັດນັ້ນໄດ້ຮັບການເປີດເຜີຍ?

ຄວາມຊອບທັມທີ່ບໍ່ອີງໃສ່ກົດບັນຍັດແມ່ນຄວາມຊອບທັມຂອງພຣະເຈົ້າຜ່ານຄວາມເຊື່ອໃນພຣະເຢຊູຄຣິດສຳລັບທູກຄົນທີ່ເຊື່ອ.

Romans 3:23

ບຸກຄົນໜຶ່ງຈະເປັນຄົນຊອບທັມຕໍ່ພຣະພັກພຣະເຈົ້າໄດ້ແນວໃດ?

ບຸກຄົນນັ້ນໄດ້ຮັບຄວາມຊອບທັມຕໍ່ພຣະພັກພຣະເຈົ້າໂດຍພຣະຄຸນຂອງພຣະອົງຜ່ານທາງການໄຖ່ທີ່ຢູ່ໃນພຣະເຢຊູຄຣິດ

Romans 3:25

ພຣະເຈົ້າໄດ້ຊົງຈັດຕຽມພຣະເຢຊູຄຣິດເຈົ້າເພື່ອຈຸດປະສົງຫຍັງ?

ພຣະເຈົ້າໄດ້ຊົງຈັດຕຽມພຣະເຢຊູຄຣິດເຈົ້າໃຫ້ເປັນຜູ້ທີ່ລຶບລ້າງບາບກັມໂດຍທາງພຣະໂລຫິດຂອງພຣະອົງ.

ພຣະເຈົ້າໄດ້ສະແດງໃຫ້ເຫັນຫຍັງໂດຍສິ່ງທັງຫມົດທີ່ເກີດຂຶ້ນຜ່ານພຣະເຢຊູຄຣິດ?

ພຣະເຈົ້າໄດ້ສະແດງໃຫ້ເຫັນວ່າພຣະອົງທີ່ໃຫ້ຄວາມຊອບທັມແກ່ທຸກຄົນທີ່ເຊື່ອໃນພຣະເຢຊູຄຣິດ.

Romans 3:27

ກົດບັນຍັດມີບົດບາດຫຍັງແດ່ຕໍ່ຄວາມຊອບທັມ?

ບຸກຄົນນັ້ນໄດ້ຮັບຄວາມຊອບທັມໂດຍຄວາມເຊື່ອໂດຍປາສະຈາກການປະຕິບັດຕາມກົດບັນຍັດ.

Romans 3:29

ພຣະເຈົ້າໃຫ້ເຫດຜົນແກ່ຊາວຢິວທີ່ເຂົ້າພິທີຕັດແລະຄົນຕ່າງຊາດທີ່ບໍ່ໄດ້ເຂົ້າພິທີຕັດແນວໃດ?

ພຣະເຈົ້າຊົງໃຫ້ທັງສອງເປັນຜູ້ຊອບທັມໂດຍທາງຄວາມເຊື່ອ.

Romans 3:31

ເຮົາຄວນປະຕິບັດຫຍັງແດ່ກັບກົດບັນຍັດໂດຍທາງຄວາມເຊື່ອ?

ເຮົາຄວນຍົກຊູກົດບັນຍັດໂດຍທາງຄວາມເຊື່ອ.

Romans 4

Romans 4:1

ແມ່ນຫຍັງທີ່ຈະເຮັດໃຫ້ອັບຣາຮາມມີເຫດຜົນທີ່ຈະອວດອ້າງໄດ້?

ອັບຣາຮາມມີເຫດຜົນທີ່ຈະອວດອ້າງໄດ້ຖ້າເພິ່ນໄດ້ຮັບຄວາມຊອບທັມຍ້ອນສິ່ງທີ່ເພິ່ນໄດ້ເຮັດ.

ຂໍ້ພຣະຄັມພີເວົ້າແນວໃດກ່ຽວກັບວ່າອັບຣາຮາມເປັນຄົນຊອບທັມ?

ອັບຣາຮາມໄດ້ເຊື່ອພຣະເຈົ້າ, ແລະຍ້ອນຄວາມເຊື່ອນັ້ນ ພຣະເຈົ້າຈຶ່ງຖືວ່າ ເພິ່ນເປັນຄົນຊອບທັມ.

Romans 4:4

ພຣະເຈົ້າຊົງເຮັດໃຫ້ຄົນແບບໃດເປັນຄົນຊອບທັມ?

ພຣະເຈົ້າຊົງເຮັດໃຫ້ຄົນອະທັມກາຍເປັນຄົນຊອບທັມ.

Romans 4:6

ຕາມຄຳກ່າວຂອງດາວິດ, ມະນຸດໄດ້ຮັບການອວຍພອນຈາກພຣະເຈົ້າໂດຍທາງໃດ?

ຕາມຄຳກ່າວຂອງດາວິດ, ບຸກຄົນທີ່ອົງພຣະຜູ້ເປັນເຈົ້າຊົງຍົກໂທດບາບກໍ່ຈະໄດ້ຮັບພຣະພອນແລະອົງພຣະຜູ້ເປັນເຈົ້າກໍ່ບໍ່ໄດ້ນັບຄວາມບາບຂອງພວກເຂົາ.

Romans 4:9

ຄວາມເຊື່ອຂອງອັບຣາຮາມຖືກນັບວ່າເປັນຄວາມຊອບທັມກ່ອນຫລືຫລັງກ່ອນທີ່ເພິ່ນຈະເຂົ້າພິທີຕັດ?

ຄວາມເຊື່ອຂອງອັບຣາຮາມຖືກນັບວ່າເປັນຄວາມຊອບທັມກ່ອນທີ່ເພິ່ນຈະເຂົ້າພິທີຕັດ.

Romans 4:11

ອັບຣາຮາມເປັນບິດາຂອງຄົນກຸ່ມໃດ?

ອັບຣາຮາມເປັນບິດາຂອງທຸກຄົນທີ່ເຊື່ອ, ທັງຄົນທີ່ບໍ່ໄດ້ເຂົ້າພິທີຕັດແລະຄົນທີ່ເຂົ້າພິທີຕັດ.

Romans 4:13

ພຣະສັນຍາໃດທີ່ໄດ້ໃຫ້ກັບອັບຣາຮາມແລະເຊື້ອສາຍຂອງເພິ່ນໂດຍຜ່ານຄວາມຊອບທັມແລະຄວາມເຊື່ອ?

ມັນເປັນພຣະສັນຍາທີ່ໄດ້ໃຫ້ກັບອັບຣາຮາມແລະລູກຫລານຂອງເພິ່ນວ່າ ໂລກນີ້ຈະເປັນຂອງພວກເຂົາ.

ຈະເປັນແນວໃດຖ້າພຣະສັນຍາຕໍ່ອັບຣາຮາມຜ່ານມາທາງກົດບັນຍັດ?

ຖ້າພຣະສັນຍາຂອງອັບຣາຮາມຜ່ານມາທາງກົດບັນຍັດແລ້ວຄວາມເຊື່ອຈະບໍ່ມີປະໂຫຍດແລະພຣະສັນຍາຈະບໍ່ເປັນຄວາມຈິງ.

Romans 4:16

ພຣະສັນຍາທີ່ໃຫ້ໄວ້ໂດຍຄວາມເຊື່ອມີເຫດຜົນຫຍັງ?

ພຣະສັນຍາດັ່ງກ່າວໄດ້ຊົງປະທານໃຫ້ໂດຍຄວາມເຊື່ອ ເພື່ອວ່າມັນຈະເປັນໂດຍພຣະຄຸນ, ແລະເປັນທີ່ວາງໃຈແກ່ຜູ້ທີ່ເຊື່ອທຸກຄົນ.

ໂປໂລບອກວ່າພຣະເຈົ້າເຮັດຫຍັງສອງຢ່າງ?

ໂປໂລບອກວ່າພຣະເຈົ້າໄດ້ຊົງບັນດານໃຫ້ຄົນທີ່ຕາຍແລ້ວມີຊີວິດຄືນມາແລະຊົງເອີ້ນສິ່ງຕ່າງໆທີ່ບໍ່ມີໃຫ້ເກີດມີຂຶ້ນມາ.

Romans 4:18

ສະຖານະການພາຍນອກໃດທີ່ເຮັດໃຫ້ເປັນການຍາກທີ່ອັບຣາຮາມຈະເຊື່ອໃນພຣະສັນຍາຂອງພຣະເຈົ້າວ່າຈະເປັນບິດາຂອງມວນປະຊາຊາດ?

ພຣະເຈົ້າຊົງສັນຍາກັບອັບຣາຮາມຕອນເພິ່ນມີອາຍຸປະມານຮ້ອຍປີແລະຊາຣາກໍ່ເປັນໝັນ.

ອັບຣາຮາມຕອບສະໜອງຕໍ່ພຣະສັນຍາຂອງພຣະເຈົ້າບໍ່ວ່າຈະມີສະຖານະການພາຍນອກເຫລົ່ານັ້ນແນວໃດ?

ອັບຣາຮາມໄດ້ຫມັ້ນໃຈໃນພຣະເຈົ້າແລະບໍ່ລັງເລໃຈໃນຄວາມເຊື່ອ.

Romans 4:20

ອັບຣາຮາມຕອບສະໜອງຕໍ່ຄຳສັນຍາຂອງພຣະເຈົ້າໄດ້ຢ່າງໃດ ເຖິງວ່າມີສະພາບການພາຍນອກເຫລົ່ານີ້?

ເພິ່ນເຊື່ອໝັ້ນນວ່າພຣະເຈົ້າຊົງຣິດອຳນາດຈະເຮັດໃຫ້ສຳເລັດຕາມພຣະສັນຍາທີ່ມີໄວ້ກັບຕົນ.

Romans 4:23

ເລື່ອງລາວຂອງອັບຣາຮາມໄດ້ຂຽນໄວ້ສຳລັບຜູ້ໃດ?

ເລື່ອງລາວຂອງອັບຣາຮາມໄດ້ຂຽນໄວ້ເພື່ອເປັນປະໂຫຍດແກ່ພວກເຮົາແລະເປັນປະໂຫຍດແກ່ຕົວເພິ່ນເອງ.

ພວກເຮົາເຊື່ອວ່າພຣະເຈົ້າໄດ້ເຮັດຫຍັງເພື່ອເຮົາ?

ພວກເຮົາເຊື່ອວ່າພຣະເຈົ້າໄດ້ຊົງບັນດານໃຫ້ພຣະອົງເປັນຄືນມາຈາກຄວາມຕາຍ, ພຣະອົງຜູ້ຊົງຖືກມອບໄວ້ໃຫ້ເຖິງແກ່ຄວາມຕາຍ ເພາະບາບກັມຂອງພວກເຮົາ ເພື່ອໃຫ້ເຮົາຖືວ່າເປັນຄົນຊອບທັມຕໍ່ຫນ້າພຣະອົງ.

Romans 5

Romans 5:1

ສິ່ງທີ່ຜູ້ທີ່ເຊື່ອມີເພາະພວກເຂົາໄດ້ຮັບການເຮັດໃຫ້ເປັນຜູ້ຊອບທັມໂດຍຄວາມເຊື່ອຄືຫຍັງ?

ເພາະພວກເຂົາໄດ້ຮັບການເຮັດໃຫ້ເປັນຜູ້ຊອບທັມໂດຍຄວາມເຊື່ອ, ຜູ້ທີ່ເຊື່ອຈິ່ງມີສັນຕິສຸກກັບພຣະເຈົ້າໂດຍຜ່ານທາງອົງພຣະເຢຊູຄຣິດ.

Romans 5:3

ສາມສິ່ງທີ່ຄວາມທຸກຍາກພາໃຫ້ເກີດຂຶ້ນຄືຫຍັງ?

ຄວາມທຸກຍາກພາໃຫ້ເກີດຄວາມອົດທົນ, ການຍອມຮັບ,ແລະຄວາມຫມັ້ນໃຈ.

Romans 5:8

ພຣະເຈົ້າພິສູດຄວາມຮັກຂອງພຣະອົງຕໍ່ເຮົາແນວໃດ?

ພຣະເຈົ້າພິສູດຄວາມຮັກຂອງພຣະອົງຕໍ່ພວກເຮົາ,ໃນຂະນະທີ່ພວກເຮົາເປັນຄົນບາບ, ພຣະຄຣິດໄດ້ສິ້ນພຣະຊົນເພື່ອພວກເຮົາ.

ເມື່ອໄດ້ຮັບການພິສູດໂດຍພຣະໂລຫິດຂອງພຣະຄຣິດ, ຜູ້ເຊື່ອຈະໄດ້ພົ້ນຫຍັງ?

ເມື່ອໄດ້ຮັບການພິສູດໂດຍພຣະໂລຫິດຂອງພຣະຄຣິດ, ຜູ້ເຊື່ອຈະໄດ້ພົ້ນຈາກຄວາມໂກດຮ້າຍຂອງພຣະເຈົ້າ.

Romans 5:10

ຄວາມສຳພັນໃດທີ່ຜູ້ທີ່ບໍ່ເຊື່ອມີກັບພຣະເຈົ້າກ່ອນທີ່ພວກເຂົາຈະຄືນດີກັບພຣະເຈົ້າໂດຍຜ່ານທາງພຣະເຢຊູ?

ຜູ້ທີ່ບໍ່ເຊື່ອເປັນສັດຕູກັບພຣະເຈົ້າກ່ອນທີ່ພວກເຂົາຈະຄືນດີກັບພຣະເຈົ້າໂດຍທາງພຣະເຢຊູ.

Romans 5:12

ເກີດຫຍັງຂຶ້ນເພາະຄວາມບາບຂອງມະນຸດຄົນດຽວ?

ເພາະຄວາມບາບຂອງມະນຸດຄົນດຽວ, ຄວາມບາບຈິ່ງເຂົ້າມາໃນໂລກ, ຄວາມຕາຍໄດ້ເຂົ້າມາໂດຍທາງຄວາມບາບ, ແລະຄວາມຕາຍຈຶ່ງລາມໄປຍັງມະນຸດທຸກຄົນ.

Romans 5:14

ໃຜເປັນຜູ້ຊາຍຄົນໜຶ່ງທີ່ເຮັດໃຫ້ບາບເຂົ້າມາໃນໂລກ?

ອາດາມເປັນຜູ້ຊາຍຄົນນັ້ນທີ່ເຮັດບາບແລ້ວນຳບາບເຂົ້າມາໃນໂລກ.

ຂອງປະທານທີ່ບໍ່ເສຍຄ່າຂອງພຣະເຈົ້າແຕກຕ່າງຈາກບາບຂອງອາດາມແນວໃດ?

ໂດຍບາບຂອງອາດາມຫລາຍຄົນໄດ້ເສຍຊີວິດ, ແຕ່ໂດຍຂອງປະທານທີ່ມາດ້ວຍພຣະຄຸນທີ່ມາຈາກພຣະເຈົ້າກໍ່ມີບໍຣິບູນແກ່ຄົນຈຳນວນຫລວງຫລາຍ.

Romans 5:16

ຜົນຈາກບາບຂອງອາດາມເປັນແນວໃດ ແລະຜົນທີ່ໄດ້ຮັບຈາກຂອງປະທານຈາກພຣະເຈົ້າເປັນແນວໃດ?

ການພິພາກສາຂອງການຕັດສິນລົງໂທດແມ່ນເກີດມາຈາກບາບຂອງອາດາມ, ແຕ່ຄວາມຊອບເປັນຜົນມາຈາກຂອງປະທານຂອງພຣະເຈົ້າ.

ແມ່ນຫຍັງທີ່ຄອບຄອງໂດຍຄວາມບາບຂອງອາດາມ, ແລະແມ່ນຫຍັງທີ່ຄອບຄອງດ້ວຍຂອງປະທານແຫ່ງຄວາມຊອບທັມຂອງພຣະເຈົ້າ?

ຄວາມຕາຍໄດ້ຄອບຄອງຈາກບາບຂອງອາດາມ, ແລະພວກເຮົາກໍ່ໄດ້ຮັບການຄອບຄອງດ້ວຍປະທານຈາກພຣະເຈົ້າໂດຍຜ່ານທາງຊີວິດຂອງພຣະເຢຊູຄຣິດ.

Romans 5:18

ມີຫລາຍສິ່ງທີ່ເກີດຂຶ້ນໂດຍການບໍ່ເຊື່ອຟັງຂອງອາດາມ, ແລະຫລາຍໆຄົນຈະເຮັດຫຍັງຜ່ານການເຊື່ອຟັງຂອງພຣະຄຣິດ?

ມີຫລາຍຄົນທີ່ເຮັດບາບໂດຍຜ່ານການບໍ່ເຊື່ອຟັງຂອງອາດາມ, ແລະອີກຫລາຍຄົນຈະຕ້ອງເປັນຜູ້ຊອບທັມຜ່ານການເຊື່ອຟັງຂອງພຣະຄຣິດ.

Romans 5:20

ເປັນຫຍັງກົດບັນຍັດຈຶ່ງຖືກນຳເຂົ້າມາປະກອບ?

ກົດບັນຍັດຖືກນຳເຂົ້າມາປະກອບເພື່ອທີ່ວ່າການລະເມີດຈະປາກົດຫລາຍຂຶ້ນ.

ແມ່ນຫຍັງທີ່ຈະປາກົດຫລາຍຂຶ້ນຫລາຍກວ່າການລະເມີດ?

ພຣະຄຸນຂອງພຣະເຈົ້າຈະປາກົດຫລາຍຂຶ້ນຫລາຍກວ່າການລະເມີດ.

Romans 6

Romans 6:1

ຜູ້ທີ່ເຊື່ອຄວນສືບຕໍ່ເຮັດບາບເພື່ອໃຫ້ພຣະຄຸນຂອງພຣະເຈົ້າມີຫລາຍຂຶ້ນຕື່ມຊັ້ນບໍ?

ມັນບໍ່ເປັນຢ່າງນັ້ນດອກ.

ຄົນທີ່ຮັບບັບຕິສະມາເຂົ້າໃນພຣະເຢຊູຄຣິດໄດ້ຮັບບັບຕິສະມາຫຍັງ?

ຜູ້ທີ່ຮັບບັບຕິສະມາເຂົ້າໃນພຣະເຢຊູຄຣິດໄດ້ຮັບບັບຕິສະມາຮ່ວມເຂົ້າໃນຄວາມຕາຍຂອງພຣະຄຣິດດ້ວຍ.

Romans 6:4

ຜູ້ທີ່ເຊື່ອຄວນເຮັດຫຍັງຕັ້ງແຕ່ພຣະຄຣິດໄດ້ຟື້ນຄືນຈາກຄວາມຕາຍ?

ຜູ້ທີ່ເຊື່ອຄວນດຳເນີນຕາມຊີວິດໃຫມ່.

ໃນສອງວິທີໃດທີ່ຜູ້ທີ່ເຊື່ອຮ່ວມກັນກັບພຣະຄຣິດຜ່ານການຮັບບັບຕິສະມາ?

ຜູ້ທີ່ເຊື່ອໄດ້ຮ່ວມກັບພຣະຄຣິດໃນການສິ້ນພຣະຊົນແລະການຟື້ນຄືນມາຈາກຕາຍຂອງພຣະອົງ.

Romans 6:6

ມີການເຮັດສິ່ງໃດໃຫ້ເຮົາເພື່ອທີ່ວ່າເຮົາຈະບໍ່ໄດ້ເປັນທາດຂອງຄວາມບາບອີກຕໍ່ໄປ?

ຕົວເກົ່າຂອງເຮົາຖືກຄຶງໄວ້ກັບພຣະຄຣິດເພື່ອທີ່ວ່າເຮົາຈະບໍ່ໄດ້ເປັນທາດຂອງຄວາມບາບອີກຕໍ່ໄປ.

Romans 6:8

ພວກເຮົາຈະຮູ້ໄດ້ຢ່າງໃດວ່າຄວາມຕາຍຈະບໍ່ມີອຳນາດເໜືອພຣະຄຣິດອີກຕໍ່ໄປ?

ພວກເຮົາຮູ້ແລ້ວວ່າຄວາມຕາຍຈະບໍ່ມີອຳນາດເໜືອພຣະຄຣິດອີກຕໍ່ໄປເພາະວ່າພຣະຄຣິດໄດ້ຖືກຊົງບັນດານໃຫ້ເປັນຄືນມາຈາກຄວາມຕາຍ.

Romans 6:10

ພຣະຄຣິດຊົງສິ້ນພຣະຊົນຕໍ່ຄວາມບາບຈັກຄັ້ງ, ແລະພຣະອົງຊົງສິ້ນພຣະຊົນເພື່ອຄົນຈັກຄົນ?

ພຣະຄຣິດຊົງສິ້ນພຣະຊົນພຽງຄັ້ງດຽວເພື່ອຄົນທຸກຄົນ.

ຜູ້ທີ່ເຊື່ອຄວນຖືວ່າຕົນເອງເປັນແນວໃດໃນເລື່ອງທີ່ກ່ຽວຂ້ອງກັບຄວາມບາບ?

ຜູ້ທີ່ເຊື່ອຄວນຖືວ່າຕົນເອງເປັນຄົນທີ່ຕາຍຕໍ່ຄວາມບາບແລ້ວ.

ຜູ້ທີ່ເຊື່ອມີຊີວິດຢູ່ເພື່ອໃຜ?

ຜູ້ທີ່ເຊື່ອມີຊີວິດຢູ່ເພື່ອພຣະເຈົ້າ.

Romans 6:12

ຜູ້ທີ່ເຊື່ອຄວນມອບຮ່າງກາຍຂອງຕົນໃຫ້ກັບໃຜ, ແລະເພື່ອຫຍັງ?

ຜູ້ທີ່ເຊື່ອຄວນມອບອະໄວຍະວະທຸກພາກສ່ວນຂອງຮ່າງກາຍໃຫ້ກັບພຣະເຈົ້າເພື່ອເປັນເຄື່ອງໃຊ້ສຳລັບຄວາມຊອບທັມ.

ຜູ້ທີ່ເຊື່ອຢູ່ພາຍໃຕ້ຫຍັງ, ເຊິ່ງເຮັດໃຫ້ພວກເຂົາສາມາດຄວບຄຸມບາບໄດ້?

ຜູ້ທີ່ເຊື່ອຢູ່ພາຍໃຕ້ພຣະຄຸນຂອງພຣະເຈົ້າເຊິ່ງເຮັດໃຫ້ພວກເຂົາສາມາດຄວບຄຸມຄວາມບາບໄດ້.

Romans 6:15

ຜົນທີ່ສຸດແລ້ວຈະເປັນແນວໃດສຳລັບຄົນທີ່ເຮັດໃຫ້ຕົນເອງເປັນທາດຂອງຄວາມບາບ?

ຜົນສຸດທ້າຍຂອງຄົນທີ່ເຮັດໃຫ້ຕົນເອງເປັນທາດຂອງຄວາມບາບນັ້ນຄືຄວາມຕາຍ.

ຜົນສຸດທ້າຍສຳລັບຄົນທີ່ເຮັດຕົນເອງໃຫ້ເປັນຜູ້ຮັບໃຊ້ຂອງພຣະເຈົ້າຄືຫຍັງ?

ຜົນສຸດທ້າຍຂອງຄົນທີ່ເຮັດຕົນເອງໃຫ້ເປັນຜູ້ຮັບໃຊ້ຂອງພຣະເຈົ້າຄືຄວາມຊອບທັມ.

Romans 6:19

ຜົນສຸດທ້າຍສຳລັບຄົນທີ່ເຮັດຕົນເອງໃຫ້ເປັນຄົນຮົບໃຊ້ຂອງຄວາມບາບຄືຫຍັງ?

ຜົນສຸດທ້າຍສຳລັບຄົນທີ່ເຮັດຕົນເອງໃຫ້ເປັນຄົນຮັບໃຊ້ຂອງຄວາມບາບຄືຄວາມຕາຍ.

Romans 6:22

ທາດຂອງພຣະເຈົ້າມີຜົນຕອບແທນສຳລັບຈຸດປະສົງຫຍັງ?

ທາດຂອງພຣະເຈົ້າມີຜົນຕອບແທນສຳລັບການຊຳລະໃຫ້ບໍລິສຸດ.

ແມ່ນຫຍັງຄືຄ່າຈ້າງຂອງບາບ?

ຄ່າຈ້າງຂອງຄວາມບາບຄືຄວາມຕາຍ.

ຂອງພຣະຣາຊທານທີ່ມາແຕ່ພຣະເຈົ້າຄືສິ່ງໃດ?

ຂອງພຣະຣາຊທານທີ່ມາແຕ່ພຣະເຈົ້າຄືຊີວິດນິຣັນດອນ.

Romans 7

Romans 7:1

ກົດບັນຍັດຄວບຄຸມຄົນໆໜຶ່ງເປັນເວລາເທົ່າໃດ?

ກົດບັນຍັດຄວບຄຸມຄົນໆໜຶ່ງຕາບເທົ່າທີ່ເຂົາຍັງມີຊີວິດຢູ່.

Romans 7:2

ຍິງທີ່ແຕ່ງງານແລ້ວຈະຕ້ອງຜູກພັນຢູ່ກັບຜົວຂອງຕົນຕາມກົດໝາຍດົນປານໃດ?

ຍິງທີ່ແຕ່ງງານແລ້ວຈະຕ້ອງຜູກພັນຢູ່ກັບຜົວຂອງຕົນຕາມກົດໝາຍຈົນກວ່າຜົວຂອງລາວຈະຕາຍໄປ.

ຍິງຄົນນັ້ນສາມາດເຮັດຫຍັງໄດ້ແດ່ຫລັງຈາກທີ່ລາວເປັນອິດສະຫລະຈາກການແຕ່ງງານ?

ເມື່ອນາງເປັນອິດສະຫລະຈາກການແຈ່ງງານ, ນາງສາມາດແຕ່ງງານກັບຊາຍອື່ນໄດ້ໂດຍບໍ່ຜິດໃນຖານຫລິ້ນຊູ້.

Romans 7:4

ຜູ້ທີ່ເຊື່ອໄດ້ຖືກເຮັດໃຫ້ຕາຍຕໍ່ກົດບັນຍັດແນວໃດ?

ຜູ້ທີ່ເຊື່ອຖືກເຮັດໃຫ້ຕາຍຕໍ່ກົດບັນຍັດໂດຍທາງພຣະກາຍຂອງພຣະຄຣິດ.

ໂດຍການຖືກເຮັດໃຫ້ຕາຍຕໍ່ກົດບັນຍັດ, ຜູ້ທີ່ເຊື່ອສາມາດເຮັດຫຍັງໄດ້?

ໂດຍການຖືກເຮັດໃຫ້ຕາຍຕໍ່ກົດບັນຍັດ, ຜູ້ທີ່ເຊື່ອສາມາດທີ່ຈະເຂົ້າຮ່ວມກັບພຣະຄຣິດໄດ້.

Romans 7:7

ກົດບັນຍັດເຮັດໜ້າທີ່ຫຍັງ?

ກົດບັນຍັດເຮັດໃຫ້ຮູ້ຈັກວ່າອັນໃດຄືບາບ.

ກົດບັນຍັດເປັນບາບຫລືບໍ່?

ບໍ່, ກົດບັນຍັດບໍ່ແມ່ນບາບ.

ບາບເຮັດຫຍັງໂດຍຜ່ານຂໍ້ຂອງກົດບັນຍັດ?

ບາບ, ໄດ້ຖືເອົາຂໍ້ຂອງກົດບັນຍັດ, ເປັນຊ່ອງທາງຍົວະເຍົ້າຕັນຫາຊົ່ວທຸກຢ່າງໃຫ້ເກີດຂຶ້ນໃນຕົວເຮົາ.

Romans 7:11

ກົດບັນຍັດເປັນສິ່ງສັກສິດບໍ?

ກົດບັນຍັດເປັນສິ່ງສັກສິດໃນຕົວ, ແລະຂໍ້ບັນຍັດກໍ່ສັກສິດ, ຍຸດຕິທັມ, ແລະດີງາມ.

Romans 7:13

ໂປໂລບອກວ່າຄວາມບາບເຮັດຫຍັງໃຫ້ລາວ?

ໂປໂລບອກວ່າຄວາມບາບ, ໂດຍທາງກົດບັນຍັດ, ນຳຄວາມຕາຍມາສູ່ລາວ.

Romans 7:15

ສິ່ງໃດເຮັດໃຫ້ໂປໂລເຫັນພ້ອມວ່າກົດບັນຍັດນັ້ນຖືກຕ້ອງ?

ເມື່ອໂປໂລເຮັດໃນສິ່ງທີ່ບໍ່ຢາກເຮັດແລ້ວ, ລາວກໍ່ເຫັນພ້ອມວ່າກົດບັນຍັດນັ້ນຖືກຕ້ອງ.

Romans 7:17

ແມ່ນໃຜທີ່ກຳລັງເຮັດໃນສິ່ງທີ່ໂປໂລເຮັດ, ແຕ່ລາວບໍ່ຢາກເຮັດ?

ແມ່ນຄວາມບາບທີ່ອາໄສຢູ່ໃນຕົວຂອງໂປໂລເປັນຜູ້ເຮັດໃນສິ່ງທີ່ລາວບໍ່ຢາກເເຮັດ.

ແມ່ຫຍັງທີ່ຢູ່ໃນຕົວຂອງໂປໂລ?

ບໍ່ມີສິ່ງດີໆຈັກຢ່າງທີ່ຢູ່ໃນຕົວຂອງໂປໂລ.

Romans 7:19

ໂປໂລພົບຫລັກທັມອັນໃດໃນຕົວລາວ?

ໂປໂລພົບຫລັກທັມໃນຕົວລາວວ່າຢາກເຮັດສິ່ງດີ, ແຕ່ສິ່ງທີ່ຊົ່ວໃນຕົວລາວກໍ່ມາຕັນລາວໄວ້.

Romans 7:22

ກົດອີກຢ່າງໜຶ່ງຢູ່ໃນຮ່າງກາຍໂປໂລມີທັດສະນະຄະຕິແນວໃດຕໍ່ກົດບັນຍັດຂອງອົງພຣະຜູ້ເປັນເຈົ້າ?

ກົດອີກຢ່າງໜຶ່ງຢູ່ໃນຮ່າງກາຍໂປໂລມີຄວາມພໍໃຈປິຕິຍິນດີຕໍ່ກົດບັນຍັດຂອງພຣະເຈົ້າ.

ໂປໂລພົບຫລັກທັມຫຍັງໃນຮ່າງກາຍຂອງລາວ?

ໂປໂລພົບວ່າໃນສ່ວນຕ່າງໆຂອງຮ່າງກາຍເຮັດໃຫ້ລາວຕົກເປັນທາດຕໍ່ກົດຂອງຄວາມບາບ.

Romans 7:24

ໃຜຈະຊ່ວຍໂປໂລໃຫ້ພົ້ນຈາກຮ່າງກາຍທີ່ຕາຍເປັນນີ້ໄດ້?

ໂປໂລໂມທະນາຂອບພຣະຄຸນພຣະເຈົ້າອົງທີ່ດຳເນີນການນີ້ ໂດຍທາງພຣະເຢຊູຄຣິດເຈົ້າ.

Romans 8

Romans 8:1

ແມ່ນຫຍັງເຮັດໃຫ້ໂປໂລເປັນອິດສະຫລະຈາກກົດຂອງຄວາມບາບແລະຄວາມຕາຍ?

ກົດຂອງພຣະວິນຍານແຫ່ງຊີວິດໃນພຣະເຢຊູຄຣິດເຈົ້ານັ້ນໄດ້ເຮັດໃຫ້ໂປໂລເປັນອິດສະຫລະຈາກກົດຂອງຄວາມບາບແລະຄວາມຕາຍ.

Romans 8:3

ເປັນຫຍັງກົດບັນຍັດຈຶ່ງບໍ່ສາມາດເຮັດໃຫ້ຄົນເປັນອິດສະຫລະຈາກກົດຂອງຄວາມບາບແລະຄວາມຕາຍໄດ້?

ກົດບັນຍັດບໍ່ສາມາດເຮັດໄດ້ເພາະເນື້ອກາຍເຮັດໃຫ້ອ່ອນກຳລັງເສຍ.

ຜູ້ທີ່ເດີນຕາມພຣະວິນຍານຕ້ອງໃສ່ໃຈກັບຫຍັງ?

ຜູ້ທີ່ດຳເນີນຊີວິດຕາມພຣະວິນຍານກໍ່ໃສ່ໃຈໃນສິ່ງທີ່ເປັນຝ່າຍພຣະວິນຍານ.

Romans 8:6

ການເອົາໃຈໃສ່ຝ່າຍເນື້ອໜັງເປັນແນວໃດຕໍ່ພຣະເຈົ້າແລະກົດບັນຍັດ?

ເນື້ອໜັງເປັນສັດຕູຕໍ່ພຣະເຈົ້າເພາະບໍ່ຍອມຢູ່ໃຕ້ກົດບັນຍັດຂອງພຣະເຈົ້າ.

Romans 8:9

ຄົນທີ່ບໍ່ໄດ້ເປັນຂອງພຣະເຈົ້າຂາດສິ່ງໃດ?

ຄົນທີ່ບໍ່ໄດ້ເປັນຂອງພຣະເຈົ້າຂາດພຣະວິນຍານບໍຣິສຸດຂອງພຣະຄຣິດທີ່ຢູ່ໃນພວກເຂົາ.

Romans 8:11

ພຣະເຈົ້າປະທານຊີວິດແກ່ຮ່າງກາຍທີ່ຕ້ອງຕາຍຂອງຜູ້ທີ່ເຊື່ອແນວໃດ?

ພຣະເຈົ້າປະທານຊີວິດແກ່ຮ່າງກາຍທີ່ຕ້ອງຕາຍຂອງຜູ້ທີ່ເຊື່ອໂດຍຜ່ານທາງພຣະວິນຍານຂອງພຣະອົງ, ຜູ້ທີ່ສະຖິດຢູ່ໃນຜູ້ທີ່ເຊື່ອ.

Romans 8:14

ບຸດຂອງພຣະເຈົ້າມີຊີວິດແນວໃດ?

ພຣະວິນຍານຂອງພຣະເຈົ້າຊົງນຳພາຜູ້ໃດຜູ້ນັ້ນແລະເປັນບຸດຂອງພຣະເຈົ້າ.

ຜູ້ທີ່ເຊື່ອຈະຖືກລວມເຂົ້າໃນຄອບຄົວຂອງພຣະເຈົ້າໄດ້ແນວໃດ?

ຜູ້ທີ່ເຊື່ອຈະຖືກລວມເຂົ້າໃນຄອບຄົວຂອງພຣະເຈົ້າໄດ້ໂດຍການຮັບຮອງເອົາເປັນບຸດ.

Romans 8:16

ໃນຖານະທີ່ເປັນບຸດຂອງພຣະເຈົ້າ, ຜູ້ທີ່ເຊື່ອໄດ້ປະໂຫຍດຫຍັງໃນຄອບຄົວຂອງພຣະເຈົ້າ?

ໃນຖານະທີ່ເປັນບຸດຂອງພຣະເຈົ້າ, ຜູ້ທີ່ເຊື່ອໄດ້ຮັບມໍລະດົກຈາກພຣະເຈົ້າແລະເປັນຜູ້ຮ່ວມຮັບມໍລະດົກຮ່ວມກັບພຣະຄຣິດດ້ວຍ.

Romans 8:18

ເປັນຫຍັງຜູ້ທີ່ເຊື່ອຕ້ອງອົດທົນຕໍ່ຄວາມທຸກຍາກລຳບາກແຫ່ງຍຸກປະຈຸບັນ?

ຜູ້ທີ່ເຊື່ອຕ້ອງອົດທົນຕໍ່ຄວາມທຸກຍາກລຳບາກແຫ່ງຍຸກປະຈຸບັນເພື່ອທີ່ວ່າຜູ້ທີ່ເຊື່ອຈະໄດ້ຮັບສັກສີກັບພຣະຄຣິດເມື່ອພຣະບຸດຂອງພຣະເຈົ້າໄດ້ຮັບການເປີດເຜີຍ.

Romans 8:20

ໃນປະຈຸບັນນີ້, ການຊົງສ້າງຢູ່ພາຍໃຕ້ການເປັນທາດຫຍັງ?

ໃນປະຈຸບັນນີ້, ການຊົງສ້າງຢູ່ພາຍໃຕ້ການເປັນທາດຂອງການເສື່ອມສູນ.

ການຊົງສ້າງຈະຖືກສົ່ງໄປສູ່ສິ່ງໃດ?

ໃນມື້ໜຶ່ງສັບພຣະສິ່ງທີ່ພຣະອົງຊົງສ້າງນັ້ນ ຈະຖືກປົດປ່ອຍໃຫ້ເປັນອິດສະຫລະຈາກອຳນາດຂອງຄວາມເສື່ອມສູນ ແລະຈະມີອິດສະຫລະພາບອັນຄວາມຮຸ່ງເຮືອງແຫ່ງບັນດາລູກຂອງພຣະເຈົ້າ.

Romans 8:23

ຜູ້ເຊື່ອຄວນຈະລໍຄອຍການໄຖ່ຮ່າງກາຍແນວໃດ?

ຜູ້ເຊື່ອຄວນຈະລໍຄອຍການໄຖ່ຮ່າງກາຍດ້ວຍຄວາມໝັ້ນໃຈແລະຄວາມອົດທົນ.

Romans 8:26

ພຣະວິນຍານຊົງເຮັດຫຍັງເພື່ອຊ່ວຍເຫລືອໃນຄວາມອ່ອນແອຂອງຜູ້ທີ່ເຊື່ອ?

ພຣະວິນຍານເອງກໍ່ຊົງອະທິຖານຂໍແທນຜູ້ທີ່ເຊື່ອຕາມພຣະປະສົງຂອງພຣະເຈົ້າ.

Romans 8:28

ພຣະເຈົ້າເຮັດວຽກຮ່ວມກັບຜູ້ທີ່ຮັກພຣະເຈົ້າແລະໄດ້ຮັບການຊົງເອີ້ນຕາມພຣະປະສົງຂອງພຣະເຈົ້າແນວໃດ?

ພຣະອົງຊົງເຮັດວຽກຮ່ວມກັບຄົນທັງຫລາຍທີ່ຮັກພຣະອົງ ເພື່ອໃຫ້ເກີດຜົນດີໃນທຸກສິ່ງ ຄືຄົນທັງປວງທີ່ພຣະອົງໄດ້ຊົງເອີ້ນຕາມພຣະປະສົງຂອງພຣະອົງ.

ຈຸດໝາຍປາຍທາງທີ່ພຣະເຈົ້າຊົງກຳນົດໄວ້ສຳລັບຜູ້ທີ່ພຣະອົງໄດ້ຮູ້ລ່ວງໜ້າແມ່ນຫຍັງ?

ພຣະອົງຊົງກຳນົດໄວ້ກ່ອນ ເພື່ອໃຫ້ເປັນໄປຕາມແບບລັກສະນະແຫ່ງພຣະບຸດຂອງພຣະອົງ.

ພຣະເຈົ້າຊົງເຮັດຫຍັງອີກແດ່ສຳລັບຜູ້ທີ່ພຣະອົງກຳນົດໄວ້ກ່ອນ?

ຜູ້ທີ່ພຣະອົງຊົງກຳນົດໄວ້ແລ້ວນັ້ນ, ພຣະອົງກໍ່ຊົງເອີ້ນມາ, ຊົງຖືວ່າເປັນຜູ້ຊອບທຳ, ແລະໄດ້ຮັບສະຫງ່າຣາສີຮ່ວມກັບພຣະອົງ.

Romans 8:31

ຜູ້ທີ່ເຊື່ອຮູ້ໄດ້ແນວໃດວ່າພຣະເຈົ້າຈະປະທານທຸກສິ່ງໃຫ້ແກ່ພວກເຂົາ?

ຜູ້ທີ່ເຊື່ອຮູ້ວ່າພຣະເຈົ້າຈະປະທານທຸກສິ່ງໃຫ້ແກ່ພວກເຂົາເພາະວ່າ ພຣະເຈົ້າຜູ້ບໍ່ໄດ້ຊົງຫວງພຣະບຸດຂອງພຣະອົງເອງແຕ່ຊົງປະທານພຣະບຸດນັ້ນໄວ້ເພື່ອປະໂຫຍດແກ່ຜູ້ທີ່ເຊື່ອທຸກຄົນ.

Romans 8:33

ພຣະເຢຊູຄຣິດກຳລັງເຮັດຫຍັງຢູ່ເບື້ອງຂວາພຣະຫັດຂອງພຣະເຈົ້າ?

ພຣະເຢຊູຄຣິດເຈົ້າໄດ້ນັ່ງຢູ່ກຳ້ຂວາພຣະຫັດຂອງພຣະເຈົ້າພຣະອົງນັ້ນແລະທີ່ຊົງອະທິຖານອ້ອນວອນຂໍເພື່ອພວກເຮົາ.

Romans 8:37

ຜູ້ທີ່ເຊື່ອຈະເອົາຊະນະເໜືອຄວາມຍາກລຳບາກ, ແລະການຂົ່ມເຫງ, ຫລືແມ່ນແຕ່ຄວາມຕາຍໄດ້ແນວໃດ?

ຜູ້ທີ່ເຊື່ອມີໄຊຊະນະຢ່າງເຫລືອລົ້ນ ໂດຍທາງພຣະອົງຜູ້ຊົງຮັກພວກເຮົາທັງຫລາຍນັ້ນ.

ໂປໂລເຊື່ອໝັ້ນແນວໃດວ່າບໍ່ມີສິ່ງທີ່ຊົງສ້າງຂຶ້ນສາມາດແຍກຜູ້ທີ່ເຊື່ອ?

ໂປໂລເຊື່ອໝັ້ນວ່າສິ່ງທີ່ພຣະອົງຊົງສ້າງຂຶ້ນນັ້ນບໍ່ສາມາດແຍກຜູ້ທີ່ເຊື່ອອອກຈາກຄວາມຮັກຂອງພຣະເຈົ້າໄດ້.

Romans 9

Romans 9:3

ໂປໂລເຕັມໃຈເຮັດຫຍັງເພື່ອພີ່ນ້ອງຂອງລາວຕາມເຊື້ອສາຍ, ອິດສະຣາເອນ?

ໂປໂລເຕັມໃຈທີ່ຈະຖືກສາບແຊ່ງແລະຖືກຕັດຂາດຈາກພຣະຄຣິດເພາະເຫັນແກ່ພີ່ນ້ອງຂອງລາວ.

ຊາວອິດສະຣາເອນມີຫຍັງໃນປະຫວັດສາດ?

ຊາວອິດສະຣາເອນໄດ້ຮັບການຊົງໃຫ້ເປັນລູກພຣະເຈົ້າ, ໃຫ້ພວກເຂົາຮັບສະຫງ່າຣາສີ, ຮັບພັນທະສັນຍາ, ຮັບກົດບັນຍັດ, ການນະມັດສະການສັນລະເສີນພຣະເຈົ້າ, ແລະພຣະສັນຍາຕ່າງໆ.

Romans 9:6

ແມ່ນຫຍັງທີ່ໂປໂລບອກວ່າບໍ່ເປັນຄວາມຈິງກ່ຽວກັບທຸກຄົນໃນອິດສະຣາເອນແລະເຊື້ອສາຍຂອງອັບຣາຮາມທັງໝົດ?

ໂປໂລບອກວ່າບໍ່ແມ່ນທຸກຄົນໃນອິດສະຣາເອນຈະເປັນຄົນອິດສະຣາເອນຢ່າງແທ້ຈິງ, ແລະບໍ່ແມ່ນທຸກຄົນທີ່ເກີດຈາກເຊື້ອສາຍຂອງອັບຣາຮາມຈະເປັນລູກຂອງພຣະອົງຢ່າງແທ້ຈິງ.

Romans 9:8

ໃຜທີ່ບໍ່ຖືກນັບວ່າເປັນບຸດຂອງພຣະເຈົ້າ?

ລູກຂອງເນື້ອໜັງບໍ່ຊົງຖືນັບວ່າເປັນບຸດຂອງພຣະເຈົ້າ.

ໃຜທີ່ຖືກນັບວ່າເປັນລູກຂອງພຣະເຈົ້າ?

ບຸດທີ່ເກີດຕາມພຣະສັນຍາຊົງຖືວ່າເປັນລູກຂອງພຣະເຈົ້າ.

Romans 9:10

ແມ່ນຫຍັງຄືສາເຫດເບື້ອງຫລັງຂອງຄຳກ່າວທີ່ກ່າວແກ່ນາງເຣເບກາວ່າ, "ອ້າຍຈະຮັບໃຊ້ນ້ອງ,“ກ່ອນທີ່ບຸດຂອງນາງຈະເກີດມາ?

ຈຸດປະສົງຂອງພຣະເຈົ້າຕາມການຊົງເລືອກເປັນສາເຫດເບື້ອງຫລັງຂອງຄຳກ່າວທີ່ກ່າວແກ່ນາງເຣເບກາ.

Romans 9:14

ແມ່ນຫຍັງເປັນສາເຫດທີ່ຢູ່ເບື້ອງຫລັງຂອງປະທານແຫ່ງຄວາມເມດຕາແລະຄວາມກະລຸນາຂອງພຣະເຈົ້າ?

ສາເຫດທີ່ຢູ່ເບື້ອງຫລັງຂອງປະທານຂອງພຣະເຈົ້າແຫ່ງຄວາມເມດຕາແລະຄວາມກະລຸນາແມ່ນການຊົງເລືອກຂອງພຣະເຈົ້າ.

ແມ່ນຫຍັງທີ່ບໍ່ແມ່ນສາເຫດທີ່ຢູ່ເບື້ອງຫລັງຂອງປະທານແຫ່ງຄວາມເມດຕາແລະຄວາມກະລຸນາຂອງພຣະເຈົ້າ?

ສາເຫດທີ່ບໍ່ຢູ່ເບື້ອງຫລັງຂອງປະທານແຫ່ງຄວາມເມດຕາແລະຄວາມກະລຸນາຂອງພຣະເຈົ້ານັ້ນ ບໍ່ແມ່ນພຣະປະສົງຫລືການກະທຳຂອງຜູ້ທີ່ໄດ້ຮັບຂອງປະທານ.

Romans 9:19

ແມ່ນຫຍັງຄືຄຳຕອບຂອງໂປໂລຕໍ່ຜູ້ທີ່ຈະຖາມວ່າພຣະເຈົ້າຊອບທັມເພາະພຣະອົງພົບຄວາມຜິດໃນມະນຸດຫລືບໍ່?

ໂປໂລຕອບວ່າ, "ເຈົ້າເປັນຜູ້ໃດ ຈຶ່ງກ້າກ່າວໂຕ້ຕອບພຣະເຈົ້າໄດ້?“

Romans 9:22

ພຣະເຈົ້າໄດ້ເຮັດຫຍັງສຳລັບຜູ້ທີ່ກຽມພ້ອມສຳລັບຄວາມຈິບຫາຍ?

ພຣະອົງຊົງອົດກັ້ນໄວ້ດົນນານຕໍ່ພວກເຫລົ່ານັ້ນ ທີ່ຈັດຕຽມໄວ້ສຳລັບຄວາມຈິບຫາຍ.

ພຣະເຈົ້າຊົງເຮັດຫຍັງຕໍ່ຜູ້ທີ່ຊົງຈັດຕຽມໄວ້ສຳລັບສະຫງ່າຣາສີ?

ພຣະເຈົ້າສຳແດງພຣະສະຫງ່າຣາສີອັນອຸດົມສົມບູນຂອງພຣະອົງແກ່ບັນດາຜູ້ທີ່ຊົງຈັດຕຽມໄວ້.

ພຣະເຈົ້າຊົງເອີ້ນຜູ້ໃດຈາກຄົນທີ່ພຣະອົງຊົງເມດຕາ?

ພຣະອົງຊົງເອີ້ນເອົາຈາກທັງຊາວຢິວແລະຄົນຕ່າງຊາດດ້ວຍ ຄືຜູ້ທີ່ພຣະອົງຊົງເມດຕາ.

Romans 9:27

ຈາກລູກທັງໝົດຂອງອິດສະຣາເອນ, ຈັກຄົນທີ່ຈະໄດ້ຮັບຄວາມພົ້ນ?

ຈາກລູກທັງໝົດຂອງອິດສະຣາເອນ, ພວກທີ່ເຫລືອຢູ່ຈະໄດ້ຮັບຄວາມພົ້ນ.

Romans 9:30

ຄົນຕ່າງຊາດ, ທີ່ບໍ່ໄດ້ດິ້ນລົນຫາຄວາມຊອບທັມ, ໄດ້ຮັບໄດ້ແນວໃດ?

ຄົນຕ່າງຊາດໄດ້ຮັບຄວາມຊອບທັມໂດຍທາງຄວາມເຊື່ອ.

Romans 9:32

ເປັນຫຍັງຊາວອິດສະຣາເອນ, ຈຶ່ງໄດ້ເຮັດຕາມກົດບັນຍັດແຫ່ງຄວາມຊອບທັມ, ແຕ່ບໍ່ປະສົບຜົນສຳເລັດ?

ຊາວອິດສະຣາເອນບໍ່ປະສົບຜົນສຳເລັດ ເພາະວ່າພວກເຂົາບໍ່ໄດ້ດິ້ນລົນໂດຍຄວາມເຊື່ອ, ແຕ່ໄດ້ຊອກຫາດ້ວຍການປະຕິບັດ.

ອິດສະຣາເອນສະດຸດຫຍັງ?

ອິດສະຣາເອນສະດຸດກ້ອນຫິນທີ່ໃຫ້ສະດຸດນັ້ນ.

ເກີດຫຍັງຂຶ້ນກັບຄົນທີ່ບໍ່ສະດຸດ, ແຕ່ມີຄວາມເຊື່ອ?

ຜູ້ທີ່ບໍ່ສະດຸດ, ແຕ່ມີຄວາມເຊື່ອ, ຈະບໍ່ໄດ້ຮັບຄວາມລະອາຍຈັກເທື່ອ.

Romans 10

Romans 10:1

ຄວາມປາຖະຫນາຂອງໂປໂລຕໍ່ພີ່ນ້ອງ, ຊາວອິດສະຣາເອນແມ່ນຫຍັງ?

ຄວາມປາຖະຫນາຂອງໂປໂລຕໍ່ພີ່ນ້ອງຊາວອິດສະຣາເອນແມ່ນຂໍໃຫ້ພວກເຂົາໄດ້ພົ້ນ.

ຊາວອິດສະຣາເອນກຳລັງຊອກຫາໃນການຕັ້ງຫຍັງ?

ຊາວອິດສະຣາເອນກຳລັງພະບາຍາມຕັ້ງຄວາມຊອບທັມຂອງພວກເຂົາເອງ.

ຊາວອິດສະຣາເອນບໍ່ຮູ້ຫຍັງ?

ຊາວອິດສະຣາເອນບໍ່ຮູ້ຈັກຄວາມຊອບທັມຂອງພຣະເຈົ້າ.

Romans 10:4

ພຣະຄຣິດຊົງເຮັດຫຍັງໃນເລື່ອງທີ່ກ່ຽວກັບກົດບັນຍັດ?

ພຣະຄຣິດຊົງເປັນຜູ້ເຮັດຕາມກົດບັນຍັດໄດ້ສົມບູນຄົບຖ້ວນທຸກປະການ ເພື່ອໃຫ້ທຸກຄົນທີ່ມີຄວາມເຊື່ອໄດ້ຮັບຄວາມຊອບທັມ.

Romans 10:8

ຖ້ອຍຄຳແຫ່ງຄວາມເຊື່ອທີ່ໂປໂລປະກາດຢູ່ໃສ?

ຖ້ອຍຄຳແຫ່ງຄວາມເຊື່ອແມ່ນຢູ່ໃກ້, ຢູ່ທີ່ສົບປາກ ແລະຢູ່ໃນໃຈຂອງເຈົ້າ.

ໂປໂລເວົ້າວ່າຄົນຜູ້ໜຶ່ງເຮັດຫຍັງເພື່ອຈະໄດ້ຮັບຄວາມພົ້ນ?

ໂປໂລເວົ້າວ່າ ມະນຸດຕ້ອງຮັບດ້ວຍປາກວ່າພຣະເຢຊູເປັນອົງພຣະຜູ້ເປັນເຈົ້າ, ແລະເຊື່ອໃນໃຈວ່າພຣະເຈົ້າໄດ້ຊົງບັນດານໃຫ້ພຣະອົງເປັນຄືນມາຈາກຕາຍແລ້ວ.

Romans 10:11

ທຸກຄົນເຮັດຫຍັງຈຶ່ງຈະພົ້ນໄດ້?

ທຸກຄົນທີ່ຮ້ອງອອກພຣະນາມຂອງອົງພຣະຜູ້ເປັນເຈົ້າກໍ່ຈະໄດ້ພົ້ນ.

Romans 10:14

ໂປໂລເວົ້າຫຍັງໃນຂັ້ນຕອນຕ່າງໆທີ່ນຳຂ່າວດີໄປເຖິງຄົນໜຶ່ງ, ເພື່ອທີ່ລາວຈະໄດ້ຮ້ອງອອກພຣະນາມຂອງອົງພຣະຜູ້ເປັນເຈົ້າ?

ໂປໂລເວົ້າວ່າອັນດັບທຳອິດຕ້ອງສົ່ງນັກປະກາດອອກໄປ, ແລະມີຄົນໄດ້ຍິນຂ່າວປະເສີດແລະເຊື່ອ, ເພື່ອວ່າຄົນໜຶ່ງຈະໄດ້ຮ້ອງອອກພຣະນາມຂອງອົງພຣະຜູ້ເປັນເຈົ້າ.

Romans 10:16

ຄວາມເຊື່ອເກີດຂຶ້ນໄດ້ຍ້ອນການໄດ້ຍິນຫຍັງ?

ຄວາມເຊື່ອເກີດຂຶ້ນໄດ້ກໍ່ເພາະການໄດ້ຍິນ, ແລະການໄດ້ຍິນເກີດຂຶ້ນໄດ້ກໍ່ເພາະການປະກາດເລື່ອງພຣະຄຣິດ.

Romans 10:18

ຄົນອິດສະຣາເອນໄດ້ຍິນຂ່າວປະເສີດແມ່ນບໍ່?

ແມ່ນແລ້ວ, ຄົນອິດສະຣາເອນໄດ້ຍິນຂ່າວປະເສີດ.

Romans 10:19

ພຣະເຈົ້າກ່າວວ່າຈະເຮັດໃຫ້ຄົນອິດສະຣາເອນໃຫ້ອິດສາແນວໃດ?

ພຣະເຈົ້າກ່າວວ່າຈະເຮັດໃຫ້ຄົນອິດສະຣາເອນອິດສາ ໂດຍປາກົດຕົວແກ່ຄົນເຫລົ່ານັ້ນທີ່ປາດສະຈາກຄວາມເຂົ້າໃຈ.

Romans 10:20

ພຣະເຈົ້າໄດ້ເຫັນຫຍັງເມື່ອພຣະອົງຍື່ນມືອອກໄປຫາອິດສະຣາເອນ?

ເມື່ອພຣະອົງຍື່ນມືອອກໄປຫາອິດສະຣາເອນ, ພຣະອົງພົບແຕ່ຄວາມດື້ດ້ານແລະຄວາມບໍ່ເຊື່ອຟັງຂອງປະຊາຊົນ.

Romans 11

Romans 11:1

ເມື່ອເປັນແນວນັ້ນແລ້ວ ພຣະເຈົ້າຊົງປະຖິ້ມຄົນອິດສະຣາເອນແລ້ວບໍ່?

ບໍ່ແມ່ນຢ່າງນັ້ນດອກ.

Romans 11:4

ໂປໂລບອກວ່າຖ້າຍັງມີຊາວອິດສະຣາເອນທີ່ສັດຊື່ຍັງເຫລືອຢູ່, ແລະຖ້າເປັນແນວນັ້ນ, ພວກເຂົາໄດ້ຮັບການຮັກສາໄວ້ແນວໃດ?

ໂປໂລບອກວ່າປະຈຸບັນກໍ່ຍັງເປັນຢ່າງດຽວກັນຍັງມີພວກທີ່ເຫລືອຢູ່ ຕາມທີ່ພຣອົງຊົງເລືອກໄວ້ດ້ວຍພຣະຄຸນຂອງພຣະອົງ.

Romans 11:6

ຜູ້ໃດໃນປະຊາຊົນຊາວອິດສະຣາເອນໄດ້ຮັບຄວາມພົ້ນ, ແລະມີຫຍັງເກີດຂຶ້ນກັບຄົນອື່ນໆ?

ຜູ້ທີ່ຊົງເລືອກໄວ້ໃນບັນດາຊາວອິດສະຣາເອນໄດ້ຮັບຄວາມພົ້ນ, ແລະສ່ວນຄົນອື່ນແມ່ນໃຈແຂງກະດ້າງ.

ຈິດວິນຍານແຫ່ງຄວາມມືດມົວທີ່ພຣະເຈົ້າໄດ້ໃຫ້ແກ່ຜູ້ທີ່ຈະໄດ້ຮັບມັນເປັນແນວໃດ?

ຈິດວິນຍານແຫ່ງຄວາມມືດມົວໄດ້ເຮັດໃຫ້ຕາຂອງພວກເຂົາເບິ່ງບໍ່ເຫັນແລະຫູຂອງພວກເຂົາບໍ່ສາມາດໄດ້ຍິນ.

Romans 11:11

ສິ່ງດີຫຍັງໄດ້ເກີດຂຶ້ນເພາະການທີ່ອິດສະຣາເອນປະຕິເສດທີ່ຈະຍອມຮັບຂ່າວປະເສີດ?

ຄວາມລອດພົ້ນໄດ້ມາເຖິງຄົນຕ່າງຊາດ.

ຄວາມພົ້ນຂອງຄົນຕ່າງຊາດຈະມີຜົນກະທົບຕໍ່ຄົນອິດສະຣາເອນແບບໃດ?

ຄວາມພົ້ນຂອງຄົນຕ່າງຊາດຈະເຮັດໃຫ້ຄົນອິດສະຣາເອນອິດສາ.

Romans 11:17

ໃນຄຳປຽບທຽບຂອງໂປໂລລະຫວ່າງຮາກຂອງຕົ້ນໝາກກອກເທດແລະກິ່ງຕົ້ນໝາກກອກເທດປ່າ, ຜູ້ໃດເປັນຮາກແລະຜູ້ໃດເປັນກິ່ງ?

ຮາກຄືອິດສະຣາເອນແລະກິ່ງຄືຄົນຕ່າງຊາດ.

ໂປໂລບອກວ່າທັດສະນະຄະຕິໃດທີ່ຄວນຫລີກລ້ຽງ?

ໂປໂລເວົ້າວ່າເຈົ້າກໍ່ຢ່າໂອ້ອວດໃສ່ກິ່ງກ້ານທີ່ຖືກຫັກອອກນັ້ນເຈົ້າຈະພູມໃຈໄດ້ຢ່າງໃດ ຖ້າເຈົ້າໂອ້ອວດໃສ່ກ້ານເຫລົ່ານັ້ນ ຈົ່ງຈື່ຈຳໄວ້ວ່າ ບໍ່ແມ່ນເຈົ້າທີ່ໄດ້ລ້ຽງຮາກແຕ່ແມ່ນຮາກທີ່ລ້ຽງເຈົ້າ.

Romans 11:19

ໂປໂລໃຫ້ຄຳຕັກເຕືອນຫຍັງແກ່ກິ່ງກ້ານເຫລົ່ານັ້ນ?

ໂປໂລໃຫ້ຄຳຕັກເຕືອນແກ່ກິ່ງກ້ານວ່າ ຖ້າພຣະເຈົ້າບໍ່ໄດ້ຍົກເວັ້ນຄົນຢິວ, ຜູ້ທີ່ເປັນດັ່ງກິ່ງກ້ານເດີມນັ້ນບາງທີພຣະເຈົ້າກໍ່ຈະບໍ່ຍົກເວັ້ນເຈົ້າເໝືອນກັນ.

Romans 11:23

ພຣະເຈົ້າຊົງສາມາດເຮັດຫຍັງກັບກິ່ງໄມ້ ຕາມທຳມະຊາດໄດ້ຖ້າພວກເຂົາບໍ່ໄດ້ຢູ່ໃນຄວາມບໍ່ເຊື່ອຕໍ່ໄປ?

ພຣະເຈົ້າຊົງສາມາດຕໍ່ກິ່ງທຳມະຊາດທີ່ບໍ່ໄດ້ຢູ່ໃນຄວາມບໍ່ເຊື່ອ ກັບເຂົ້າມາໃນຕົ້ນໝາກກອກໄດ້.

Romans 11:25

ສ່ວນໜຶ່ງຂອງຊົນຊາດອິດສະຣາເອນຈະມີໃຈແຂງກະດ້າງໄປດົນນານເທົ່າໃດ?

ສ່ວນຫນຶ່ງຂອງຊົນຊາດອິດສະຣາເອນຈະມີໃຈແຂງກະດ້າງໄປຈົນກ່ວາຄົນຕ່າງຊາດຈະໄດ້ເຂົ້າມາຄົບຈຳນວນ.

Romans 11:28

ເຖິງວ່າພວກເຂົາຈະບໍ່ເຊື່ອ, ເປັນຫຍັງພຣະເຈົ້າຈຶ່ງຮັກຄົນອິດສະຣາເອນຕໍ່ໄປ?

ພຣະເຈົ້າຮັກຄົນອິດສະຣາເອນຕໍ່ໄປ ເພາະບັນພຣະບຸລຸດພວກເຂົາ, ແລະເພາະການຊົງເອີ້ນຂອງພຣະເຈົ້ານັ້ນບໍ່ມີວັນປ່ຽນແປງ.

Romans 11:30

ພຣະເຈົ້າໄດ້ຊົງສຳແດງວ່າທັງຄົນຢິວແລະຄົນຕ່າງຊາດເປັນແນວໃດ?

ພຣະເຈົ້າໄດ້ຊົງສຳແດງວ່າທັງຄົນຢິວແລະຄົນຕ່າງຊາດບໍ່ໄດ້ເຊື່ອຟັງ.

ພຣະເຈົ້າໄດ້ຊົງສຳແດງຫຍັງກັບຄົນທີ່ບໍ່ເຊື່ອ?

ພຣະເຈົ້າໄດ້ຊົງສຳແດງພຣະເມດຕາແກ່ຄົນທີ່ບໍ່ເຊື່ອຟັງ, ທັງຄົນຢິວແລະຄົນຕ່າງຊາດ.

Romans 11:33

ໃຜສາມາດຈະຢັ່ງຮູ້ຂໍ້ຕັດສິນຂອງພຣະເຈົ້າແລະໃຫ້ຄຳປຶກສາແກ່ພຣະອົງໄດ້?

ບໍ່ມີໃຜສາມາດຢັ່ງຮູ້ຂໍ້ຕັດສິນຂອງພຣະເຈົ້າແລະໃຫ້ຄຳປຶກສາແກ່ພຣະອົງໄດ້.

Romans 11:35

ສາມວິທີການທັງໝົດທີ່ກ່ຽວຂ້ອງກັບພຣະເຈົ້າມີຫຍັງແດ່?

ສິ່ງສາລະພັດມາຈາກພຣະເຈົ້າ, ມີມາໂດຍພຣະເຈົ້າ, ແລະເພື່ອພຣະເຈົ້າ,

Romans 12

Romans 12:1

ການຮັບໃຊ້ຝ່າຍວິນຍານຕໍ່ພຣະເຈົ້າສຳລັບຜູ້ທີ່ເຊື່ອຄືຫຍັງ?

ການຮັບໃຊ້ຝ່າຍວິນຍານຕໍ່ພຣະເຈົ້າສຳລັບຜູ້ທີ່ເຊື່ອແມ່ນການຖວາຍຕົວເປັນເຄື່ອງບູຊາທີ່ມີຊີວິດແດ່ພຣະເຈົ້າ.

ຈິດໃຈທີ່ປ່ຽນແປງໃນຜູ້ທີ່ເຊື່ອເຮັດໃຫ້ລາວສາມາດເຮັດຫຍັງໄດ້ແນ່?

ຈິດໃຈທີ່ປ່ຽນແປງໃນຜູ້ທີ່ເຊື່ອ ເຂົາຈະໄດ້ຮັບຮູ້ນຳ້ພຣະໄທຂອງພຣະເຈົ້າ ຄືຮູ້ວ່າອັນໃດດີ, ອັນໃດເປັນທີ່ຊອບພຣະໄທ, ອັນໃດດີທີ່ສຸດ.

Romans 12:3

ຜູ້ທີ່ເຊື່ອບໍ່ຄວນຄິດວ່າຕົນເອງເປັນແນວໃດ?

ຜູ້ທີ່ເຊື່ອບໍ່ຄວນຄິດຖືຕົວເກີນກວ່າທີ່ຕົນຄວນຈະຄິດ.

Romans 12:4

ຜູ້ທີ່ເຊື່ອຫລາຍຄົນມີສ່ວນຮ່ວມເຊິ່ງກັນແລະກັນໃນພຣະຄຣິດແນວໃດ?

ຜູ້ທີ່ເຊື່ອຫລາຍຄົນເປັນຮ່າງກາຍດຽວໃນພຣະຄຣິດແລະຕ່າງກໍ່ເປັນອະໄວຍະວະແກ່ກັນແລະກັນ.

Romans 12:6

ຜູ້ທີ່ເຊື່ອແຕ່ລະຄົນຄວນເຮັດແນວໃດກັບຂອງປະທານທີ່ພຣະເຈົ້າໄດ້ປະທານໃຫ້ແກ່ຕົນ?

ຜູ້ທີ່ເຊື່ອແຕ່ລະຄົນຄວນໃຊ້ຂອງປະທານຂອງຕົນຕາມຂະໜາດແຫ່ງຄວາມເຊື່ອຂອງຕົນເອງ.

Romans 12:9

ຜູ້ທີ່ເຊື່ອຄວນປະຕິບັດຕໍ່ກັນແລະກັນຄືແນວໃດ?

ຜູ້ທີ່ເຊື່ອຄວນຈະຮັກແພງກັນແລະກັນແລະເຄົາລົບເຊິ່ງກັນແລະກັນ.

Romans 12:11

ຜູ້ທີ່ເຊື່ອຄວນຕອບສະໜອງຄວາມຕ້ອງການຂອງໄພ່ພົນຂອງພຣະເຈົ້າແນວໃດ?

ຜູ້ທີ່ເຊື່ອຄວນຊ່ວຍເຫລືອໄພ່ພົນຂອງພຣະເຈົ້າ ເມື່ອພວກເຂົາຂັດສົນ.

Romans 12:14

ຜູ້ທີ່ເຊື່ອຄວນຕອບສະໜອງຜູ້ທີ່ຂົ່ມເຫງພວກເຂົາແນວໃດ?

ຜູ້ທີ່ເຊື່ອຄວນໃຫ້ພອນ, ແລະບໍ່ສາບແຊ່ງ, ຜູ້ທີ່ຂົ່ມເຫງພວກເຂົາ.

ຜູ້ທີ່ເຊື່ອຄວນປະຕິບັດຕໍ່ຜູ້ທີ່ຕ່ຳຕ້ອຍແນວໃດ?

ຜູ້ທີ່ເຊື່ອຄວນຍອມຮັບຮູ້ຄົນທີ່ຕ່ຳຕ້ອຍ.

Romans 12:17

ຖ້າເປັນໄປໄດ້, ຜູ້ທີ່ເຊື່ອຄວນເຮັດແນວໃດກັບທຸກໆຄົນ?

ຖ້າເປັນໄປໄດ້, ຜູ້ທີ່ເຊື່ອຄວນຢູ່ຢ່າງສະຫງົບສຸກກັບທຸກໆຄົນ.

Romans 12:19

ເປັນຫຍັງຜູ້ທີ່ເຊື່ອບໍ່ຄວນແກ້ແຄ້ນໃຫ້ກັບຕົນເອງ?

ຜູ້ທີ່ເຊື່ອບໍ່ຄວນແກ້ແຄ້ນໃຫ້ກັບຕົນເອງເພາະວ່າການແກ້ແຄ້ນເປັນທຸລະຂອງອົງພຣະຜູ້ພຣະເຈົ້າ.

ຜູ້ທີ່ເຊື່ອຄວນເອົາຊະນະຄວາມຊົ່ວໄດ້ແນວໃດ?

ຜູ້ທີ່ເຊື່ອຄວນເອົາຊະນະຄວາມຊົ່ວດ້ວຍຄວາມດີ.

Romans 13

Romans 13:1

ອຳນາດເທິງແຜ່ນດິນໂລກນີ້ໄດ້ຮັບສິດອຳນາດຈາກໃຜ?

ອຳນາດເທິງແຜ່ນດິນໂລກນີ້ໄດ້ຮັບການແຕ່ງຕັ້ງໂດຍພຣະເຈົ້າ, ແລະໄດ້ຮັບສິດອຳນາດຈາກພຣະເຈົ້າ.

ຜູ້ທີ່ຕໍ່ຕ້ານສິດອຳນາດໃນໂລກນີ້ຈະໄດ້ຮັບສິ່ງໃດ?

ຜູ້ທີ່ຕໍ່ຕ້ານສິດອຳນາດໃນໂລກນີ້ຈະໄດ້ຮັບຄຳພິພາກສາລົງໂທດ.

Romans 13:3

ໂປໂລບອກຜູ້ທີ່ເຊື່ອແນວໃດເພື່ອພວກເຂົາຈະບໍ່ຢ້ານຕໍ່ອຳນາດການປົກຄອງ?

ໂປໂລບອກຜູ້ທີ່ເຊື່ອວ່າໃຫ້ເຮັດສິ່ງທີ່ດີເພື່ອພວກເຂົາຈະບໍ່ຢ້ານກົວຕໍ່ອຳນາດການປົກຄອງ.

ພຣະເຈົ້າໄດ້ໃຫ້ສິດຫຍັງແກ່ຜູ້ປົກຄອງເພື່ອປາບປາມຄົນຊົ່ວ?

ພຣະເຈົ້າໄດ້ໃຫ້ສິດອຳນາດແກ່ຜູ້ປົກຄອງຖືດາບແລະລົງໂທດຄົນຊົ່ວ.

Romans 13:6

ອຳນາດທີ່ພຣະເຈົ້າປະທານໃຫ້ກັບຜູ້ທີ່ເຊື່ອໃນເລື່ອງທີ່ກ່ຽວກັບເງິນ?

ພຣະເຈົ້ງຊົງໃຫ້ອຳນາດກັບຜູ້ປົກຄອງທີ່ຈະຮຽກຮ້ອງການຈ່າຍພາສີ.

Romans 13:8

ສິ່ງໜຶ່ງທີ່ໂປໂລເວົ້າວ່າຜູ້ທີ່ເຊື່ອຄວນເປັນໜີ້ຄົນອື່ນແມ່ນຫຍັງ?

ສິ່ງໜຶ່ງທີ່ໂປໂລເວົ້າວ່າຜູ້ທີ່ເຊື່ອຄວນເປັນໜີ້ຄວາມຮັກຕໍ່ຄົນອື່ນ.

ຜູ້ທີ່ເຊື່ອຈະເຮັດຕາມກົດບັນຍັດໄດ້ແນວໃດ?

ຜູ້ທີ່ເຊື່ອຈະເຮັດຕາມກົດບັນຍັດໂດຍການຮັກເພື່ອນບ້ານ ເຫມືອນຮັກຕົນເອງ.

ຄຳສັ່ງຂໍ້ໃດທີ່ໂປໂລໄດ້ລົງຊື່ເປັນສ່ວນໜຶ່ງຂອງກົດບັນຍັດ?

ຂໍ້ກົດບັນຍັດທີ່ວ່າຄື ຢ່າຫລິ້ນຊູ້, ຢ່າຂ້າຄົນ, ຢ່າລັກຊັບ, ແລະຢ່າໂລບ ທັງຂໍ້ກົດບັນຍັດອື່ນໆກໍ່ລວມຢູ່ໃນຂໍ້ດຽວກັນນີ້.

Romans 13:11

ໂປໂລບອກວ່າຜູ້ທີ່ເຊື່ອຄວນໃສ່ຫຍັງໄວ້, ແລະວາງຫຍັງໄວ້?

ໂປໂລບອກວ່າຜູ້ທີ່ເຊື່ອຄວນເລີກເຮັດການຝ່າຍຄວາມມືດ, ແລະປະກອບດ້ວຍອາວຸດແຫ່ງຄວາມສະຫວ່າງ.

Romans 13:13

ກິດຈະກຳໃດທີ່ຜູ້ທີ່ເຊື່ອບໍ່ຄວນຮ່ວມ?

ກິດຈະກຳທີ່ຜູ້ທີ່ເຊື່ອບໍ່ຄວນຮ່ວມແມ່ນ ການກິນລ້ຽງຢ່າງເຖິງໃຈ, ການດື່ມເຫລົ້າເມົາຢາ, ການຜິດສິນທັມທາງເພດ, ການເຮັດເສື່ອມເສຍສິນທັມ, ການວິວາດຜິດຖຽງກັນ, ຫລື ອິດສາກັນ.

ທັດສະນະຂອງຜູ້ທີ່ເຊື່ອຕໍ່ຄວາມປາຖະໜາຂອງເນື້ອຫນັງຄວນຈະເປັນແນວໃດ?

ຢ່າຈັດຫາອັນໃດເພື່ອສະໜອງຕັນຫາຂອງເນື້ອກາຍ.

Romans 14

Romans 14:1

ອາຫານຊະນິດໃດທີ່ຜູ້ມີຄວາມເຊື່ອເຂັ້ມແຂງກິນ, ແລະອາຫານຊະນິດໃດທີ່ຜູ້ມີຄວາມເຊື່ອອ່ອນແອກິນ?

ຜູ້ທີ່ມີຄວາມເຊື່ອເຂັ້ມແຂງກິນໄດ້ທຸກຢ່າງ, ແຕ່ຜູ້ທີ່ມີຄວາມເຊື່ອອ່ອນແອກິນແຕ່ຜັກເທົ່ານັ້ນ.

Romans 14:3

ຜູ້ທີ່ເຊື່ອທີ່ມີຄວາມເຫັນແຕກຕ່າງກ້ນໃນເລື່ອງອາຫານການກິນຄວນຈະມີທ່າທີແນວໃດຕໍ່ກັນ?

ຜູ້ທີ່ເຊື່ອທີ່ມີຄວາມຄິດເຫັນແຕກຕ່າງກັນໃນເລື່ອງອາຫານການກິນບໍ່ຄວນຈະດູໝິ່ນຫລືຕັດສິນເຊິ່ງກັນແລະກັນ.

ໃຜເປັນຜູ້ຍອມຮັບທັງຄົນທີ່ກິນທຸກຢ່າງແລະຄົນທີ່ກິນພຽງຜັກ?

ພຣະເຈົ້າຍອມຮັບທັງຄົນທີ່ກິນທຸກຢ່າງແລະຄົນທີ່ກິນພຽງຜັກ.

Romans 14:5

ປະເດັນອື່ນທີ່ໂປໂລກ່າວເຖິງໃນຖານະທີ່ເປັນປະເດັນໃນເລື່ອງຂອງຄວາມເຊື່ອໝັ້ນຂອງແຕ່ລະຄົນແມ່ນຫຍັງ?

ໂປໂລກ່າວເຖິງໃນຖານະທີ່ເປັນປະເດັນໃນເລື່ອງຂອງຄວາມເຊື່ອໝັ້ນຂອງແຕ່ລະຄົນທີ່ກ່ຽວກັບວ່າ ວັນໜຶ່ງຈະສຳຄັນກວ່າອີກວັນໜຶ່ງ ຫລື ທຸກວັນສຳຄັນເທົ່າກັນ.

Romans 14:7

ຜູ້ເຊື່ອມີຊີວິດຢູ່ຫລືຕາຍເພື່ອຫຍັງ?

ຜູ້ເຊື່ອມີຊີວິດຢູ່ຫລືຕາຍເພື່ອອົງພຣະຜູ້ເປັນເຈົ້າ.

Romans 14:10

ໃນທີ່ສຸດແລ້ວຜູ້ທີ່ເຊື່ອທຸກຄົນຈະຕ້ອງຢືນຢູ້ໄສ?

ໃນທີ່ສຸດແລ້ວຜູ້ທີ່ເຊື່ອທຸກຄົນຈະຕ້ອງຢືນຢູ້ຕໍ່ໜ້າພຣະທີ່ນັ່ງແຫ່ງການພິພາກສາຂອງພຣະເຈົ້າ.

Romans 14:12

ພີ່ນ້ອງຄວນມີທັດສະນະຄະຕິແນວໃດຕໍ່ພີ່ນ້ອງຄົນອື່ນໃນບັນຫາເລື່ອງຄວາມເຊື່ອໝັ້ນຂອງຕົນເອງ?

ພີ່ນ້ອງບໍ່ຄວນເອົາສິ່ງໃດສິ່ງໜຶ່ງມາເຮັດໃຫ້ພີ່ນ້ອງຊູນສະດຸດຫລືລົ້ມລົງ ເພາະບັນຫາເລື່ອງຄວາມເຊື່ອໝັ້ນຂອງຕົນເອງ.

Romans 14:14

ໂປໂລເຊື່ອໝັ້ນໃນພຣະເຢຊູຄຣິດອົງພຣະຜູ້ເປັນເຈົ້າວ່າອາຫານຊະນິດໃດທີ່ເປັນມົນທິນ?

ໂປໂລເຊື່ອໝັ້ນວ່າບໍ່ມີອາຫານຊະນິດໃດທີ່ເປັນມົນທິນເລີຍ.

Romans 14:16

ກ່ຽວກັບອານາຈັກຂອງພຣະເຈົ້າແມ່ນຫຍັງ?

ອານາຈັກຂອງພຣະເຈົ້າເປັນເລື່ອງຂອງຄວາມຊອບທັມ, ແລະສັນຕິສຸກ, ແລະຄວາມຊົມຊື່ນຍິນດີທີ່ມາຈາກພຣະວິນຍານບໍລິສຸດເຈົ້າ.

Romans 14:20

ໂປໂລບອກວ່າຄວນເຮັດແນວໃດຕໍ່ພີ່ນ້ອງທີ່ບໍ່ກິນຊີ້ນຫລືດື່ມເຫລົ້າ?

ໂປໂລບອກວ່າຈະເປັນການດີຖ້າເຮົາບໍ່ກິນຊີ້ນຫລືດື່ມເຫລົ້າແວງຢູ່ຕໍ່ໜ້າພີ່ນ້ອງຄົນອື່ນ.

Romans 14:22

ຈະເກີດຫຍັງຂຶ້ນຫາກຄົນບໍ່ປະຕິບັດຕາມຄວາມເຊື່ອ?

ການກະທຳໃດໆທີ່ບໍ່ໄດ້ປະຕິບັດຈາກຄວມເຊື່ອແມ່ນຄວາມບາບ.

Romans 15

Romans 15:1

ຜູ້ທີ່ເຊື່ອທີ່ມີຄວາມເຊື່ອເຂັ້ມແຂງຄວນຈະມີທ່າທີແນວໃດຕໍ່ຄົນເຫລົ່ານັ້ນທີ່ມີຄວາມເຊື່ອອ່ອນແອ?

ຜູ້ທີ່ເຊື່ອທີ່ມີຄວາມເຊື່ອເຂັ້ມແຂງຄວນຈະອົດທົນຕໍ່ຄວາມອ່ອນແອຂອງຄົນເຫລົ່ານັ້ນທີ່ມີຄວາມເຊື່ອອ່ອນແອ, ເພື່ອທີ່ຈະໄດ້ເສີມສ້າງພວກເຂົາຂຶ້ນ.

Romans 15:3

ຕົວຢ່າງຫຍັງທີ່ໂປໂລໃຊ້ຈາກຜູ້ທີ່ບໍ່ໄດ້ໃຊ້ຊີວິດເພື່ອເຮັດໃຫ້ຕົນເອງພໍໃຈ, ແຕ່ຮັບໃຊ້ຄົນອື່ນ?

ພຣະຄຣິດບໍ່ໄດ້ມີຊີວິດຢູ່ເພື່ອເອົາໃຈຕົວເອງ, ແຕ່ມີຊີວິດຢູ່ເພື່ອຮັບໃຊ້ຜູ້ອື່ນ.

ຈຸດປະສົງອັນໜຶ່ງຂອງຂໍ້ພຣະຄັມພີທີ່ຂຽນໄວ້ໃນເມື່ອກ່ອນແມ່ນຫຍັງ?

ຈຸດປະສົງອັນໜຶ່ງຂອງຂໍ້ພຣະຄັມພີທີ່ຂຽນໄວ້ໃນເມື່ອກ່ອນແມ່ນຂຽນໄວ້ເພື່ອການສິດສອນຂອງພວກເຮົາ.

Romans 15:5

ໂປໂລປາຖະໜາໃຫ້ຜູ້ທີ່ເຊື່ອເປັນແນວໃດໂດຍການໃຊ້ຄວາມອົດທົນແລະການໜຸນໃຈເຊິ່ງກັນແລະກັນ?

ໂປໂລປາຖະໜາໃຫ້ຜູ້ທີ່ເຊື່ອເປັນນຳ້ຫນຶ່ງໃຈດຽວກັນ.

Romans 15:10

ຂໍ້ພຣະຄຳພີບອກວ່າຄົນຕ່າງຊາດຈະເຮັດຫຍັງເພາະພຣະເຈົ້າທີ່ມີຕໍ່ພວກເຂົາ?

ຂໍ້ພຣະຄຳພີບອກວ່າຄົນຕ່າງຊາດຈະຊື່ນຊົມຍິນດີແລະສັນລະເສີນອົງພຣະຜູ້ເປັນພຣະເຈົ້າ.

Romans 15:13

ໂປໂລບອກວ່າຜູ້ທີ່ເຊື່ອຈະສາມາດເຮັດຫຍັງໄດ້ໂດຍຣິດອຳນາດຂອງພຣະວິນຍານບໍຣິສຸດ?

ຜູ້ທີ່ເຊື່ອຈະເຕັມໄປດ້ວຍຄວາມຊື່ນຊົມຍິນດີແລະສັນຕິສຸກແລະຈະເຕັມປ່ຽມໃນຄວາມໝັ້ນໃຈ.

Romans 15:15

ພຣະເຈົ້າໄດ້ມອບຂອງປະທານຫຍັງໃຫ້ໂປໂລເຊິ່ງເປັນພາລະກິດຂອງໂປໂລ?

ພາລະກິດຂອງໂປໂລແມ່ນຜູ້ຮັບໃຊ້ຂອງພຣະເຢຊູຄຣິດທີ່ຖືກສົ່ງເຖິງຄົນຕ່າງຊາດ.

Romans 15:17

ພຣະຄຣິດໄດ້ເຮັດວຽກຜ່ານໂປໂລວິທີໃດເພຶ່ອນຳໄປສູ່ການເຊື່ອຟັງຂອງຄົນຕ່າງຊາດ?

ພຣະຄຣິດໄດ້ເຮັດວຽກຜ່ານໂປໂລໂດຍຄຳເວົ້າແລະການກະທຳ, ໂດຍຣິດອຳນາດແຫ່ງໝາຍສຳຄັນ, ແລະການອັດສະຈັນຕ່າງໆແລະລິດອຳນາດຂອງພຣະວິນຍານບໍລິສຸດ.

Romans 15:20

ໂປໂລປາຖະໜາຈະປະກາດຂ່າວປະເສີດຢູ່ໃສ?

ໂປໂລປາດຖະໜາຈະປະກາດຂ່າວປະເສີດໃນທີ່ທີ່ບໍ່ມີໃຜຮູ້ຈັກພຣະນາມຂອງພຣະຄຣິດ.

Romans 15:24

ໂປໂລວາງແຜນທີ່ຈະເດີນທາງໄປບ່ອນໃດເພື່ອຈະຊ່ວຍໃຫ້ລາວມາໃນໂຣມໄດ້?

ໂປໂລວາງແຜນທີ່ຈະເດີນທາງໄປປະເທດສະເປນ ເຊິ່ງຍັງຈະຊ່ວຍໃຫ້ລາວເຂົ້າມາໃນໂຣມອີກດ້ວຍ.

ເປັນຫຍັງໂປໂລຈຶ່ງໄປນະຄອນເຢຣູຊາເລັມ?

ໂປໂລໄປນະຄອນເຢຣູຊາເລັມເພື່ອຮັບໃຊ້ຜູ້ທີ່ເຊື່ອຢູ່ທີ່ນັ້ນ.

Romans 15:26

ເປັນຫຍັງໂປໂລຈຶ່ງເວົ້າວ່າຜູ້ທີ່ເຊື່ອຕ່າງຊາດເປັນໜີ້ຜູ້ທີ່ເຊື່ອຊາວຢິວ?

ຜູ້ທີ່ເຊື່ອຕ່າງຊາດເປັນໜີ້ຜູ້ທີ່ເຊື່ອຊາວຢິວເພາະຄົນຕ່າງຊາດເຂົ້າສ່ວນໃນການຝ່າຍຈິດວິນຍານ ກໍ່ເປັນການສົມຄວນທີ່ພວກຕ່າງຊາດນັ້ນ ຈະໄດ້ຊ່ວຍອຸປະຖຳສິດເຫລົ່ານັ້ນດ້ວຍສິ່ງຂອງຝ່າຍເນື້ອກາຍ.

Romans 15:30

ໂປໂລປາດຖະໜາຢາກຈະພົ້ນຈາກໃຜ?

ໂປໂລປາດຖະໜາຈະພົ້ນຈາກການຄົນທີ່ບໍ່ເຊື່ອໃນແຂວງຢູດາຍ.

Romans 16

Romans 16:1

ພີ່ນ້ອງຜູ້ຍິງທີ່ຊື່ຟອຍເບໄດ້ກາຍເປັນຫຍັງກັບໂປໂລ?

ພີ່ນ້ອງຜູ້ຍິງທີ່ຊື່ຟອຍເບໄດ້ກາຍເປັນຜູ້ຊ່ອຍຂອງໂປໂລ, ແລະອີກຫລາຍຄົນ.

Romans 16:3

ນາງປີຊະກີລາແລະທ່ານອາກີລາໄດ້ເຮັດຫຍັງໃຫ້ໂປໂລໃນອາດີດ?

ນາງປີຊະກີລາແລະທ່ານອາກີລາໄດ້ສ່ຽງຊີວິດຂອງພວກເພິ່ນເພື່ອປ້ອງກັນຊີວິດໂປໂລ.

ສະຖານທີ່ແຫ່ງໜຶ່ງທີ່ຜູ້ທີ່ເຊື່ອໃນໂຣມກຳລັງປະຊຸມກັນຢູ່ແມ່ນຢູ່ໃສ?

ຜູ້ທີ່ເຊື່ອໃນໂຣມກຳລັງປະຊຸມກັນຢູ່ໃນເຮືອນຂອງນາງປີຊະກີລາແລະທ່ານອາກີລາ.

Romans 16:6

ປະສົບການຫຍັງທີ່ອັນດາໂລນິໂກແລະຢູເນຍໄດ້ແບ່ງປັນກັບໂປໂລໃນອາດີດ?

ໃນອາດີດອັນດາໂລນິໂກແລະຢູເນຍໄດ້ເປັນເພື່ອນຮ່ວມຄຸກຂອງໂປໂລ.

Romans 16:15

ຜູ້ທີ່ເຊື່ອຈະທັກທາຍກັນແລະກັນແນວໃດ?

ຜູ້ທີ່ເຊື່ອຈະທັກທາຍກັນແລະກັນດ້ວຍທຳນຽມຈູບອັນບໍລິສຸດ.

Romans 16:17

ສິ່ງທີ່ບາງຄົນເຮັດ, ແລະກໍ່ໃຫ້ເກີດການແບ່ງແຍກແລະການສະດຸດຄືຫຍັງ?

ບາງຄົນໄປໄກເກີນກວ່າຄຳສອນທີ່ພວກເຂົາໄດ້ຮຽນຮູ້, ແລະລໍ້ລວງຫົວໃຈຂອງຜູ້ບໍລິສຸດ.

ໂປໂລບອກໃຫ້ຜູ້ທີ່ເຊື່ອເຮັດຫຍັງກັບຄົນເຫລົ່ານັ້ນທີ່ກໍ່ໃຫ້ເກີດການແບ່ງແຍກແລະການສະດຸດ?

ໂປໂລບອກໃຫ້ຜຸ້ທີ່ເຊື່ອເມີນໜ້າຈາກຄົນເຫລົ່ານັ້ນທີ່ກໍ່ໃຫ້ເກີດການແບ່ງແຍກແລະການສະດຸດ.

Romans 16:19

ໂປໂລຢາກໃຫ້ຜູ້ທີ່ເຊື່ອມີທັດສະນະຄະຕິຕໍ່ຄວາມດີແລະຄວາມຊົ່ວແນວໃດ?

ໂປໂລຢາກໃຫ້ຜູ້ທີ່ເຊື່ອສະຫລາດຕໍ່ການດີ, ແລະໃຫ້ເປັນຄົນໂງ່ໃນການຊົ່ວ.

ພຣະເຈົ້າແຫ່ງສັນຕິສຸກຈະເຮັດຫຍັງໃນໄວໆນີ້?

ພຣະເຈົ້າແຫ່ງສັນຕິສຸກຈະກຳຈັດຊາຕານໃຫ້ຢູ່ພາຍໃຕ້ຕີນຜູ້ທີ່ເຊື່ອ.

Romans 16:21

ຜູ້ໃດທີ່ຂຽນຈົດໝາຍສະບັບນີ້?

ເຕຣະຕຽວເປັນຜູ້ທີ່ຂຽນຈົດໝາຍສະບັບນີ້.

Romans 16:23

ເອຣາຊະໂຕປະກອບອາຊີບຫຍັງ?

ເອຣຊະໂຕເປັນນາຍຄັງປະຈຳເມືອງ.

Romans 16:25

ການເປີດເຜີຍອັນໃດທີ່ເກັບຮັກສາໄວ້ເປັນຄວາມລັບຕັ້ງແຕ່ດົນນານມາແລ້ວທີ່ໂປໂລກຳລັງປະກາດຢູ່?

ດຽວນີ້ໂປໂລກຳລັງປະກາດການເປີດເຜີຍຂ່າວປະເສີດຂອງພຣະເຢຊູຄຣິດ.

ໂປໂລປະກາດເພື່ອຈຸດປະສົງຫຍັງ?

ໂປໂລກຳລັງປະກາດເພື່ອວ່າພວກເຂົາທຸກຄົນຈະໄດ້ເຊື່ອຟັງ ໃນບັນດາຄົນຕ່າງຊາດ.