ພາສາລາວ (Lao): translationQuestions Print

Updated ? hours ago # views See on WACS

1 Thessalonians 1

1 Thessalonians 1:2

ໂປໂລຈົດຈຳສິ່ງໃດຕໍ່ໜ້າພະເຈົ້າກ່ຽວກັບເທຊະໂລນິກ?

ໂປໂລ ລະນຶກເຖິງຢ່າງສະຫມໍ່າສະເຫມີຕໍ່ຫນ້າພຣະເຈົ້າ ແລະ ພຣະບິດາເຈົ້າ ເລື່ອງການງານແຫ່ງຄວາມເຊື່ອ, ງານທີ່ພວກທ່ານທຸ້ມເທເຮັດດ້ວຍຄວາມຮັກ.

1 Thessalonians 1:4

ແມ່ນຫຍັງຄືສີ່ທາງທີ່ຂ່າວປະເສີດມາເຖີງຊາວເທຊະໂລນິກ?

ຂ່າວປະເສີດຂອງພວກເຮົາບໍ່ໄດ້ມາເຖິງທ່ານໂດຍ ຖ້ອຍຄຳເທົ່ານັ້ນ, ແຕ່ໂດຍລິດອຳນາດ, ໃນພຣະວິນຍານບໍລິສຸດ, ແລະ ຊຶ່ງຫມັ້ນຄົງເຊື່ອຖືໄດ້.

1 Thessalonians 1:6

ມີຫຍັງເກີດຂື້ນກັບຊາວເທຊະໂລນິກໃນຂະນະທີ່ພວກເຂົາໄດ້ຮັບພຣະຄຳ ກ່ຽວກັບຂ່າວປະເສີດ?

ທ່ານໄດ້ກາຍມາເປັນຜູ້ເຮັດຕາມແບບຢ່າງຂອງພວກເຮົາ ແລະ ຂອງອົງພຣະຜູ້ເປັນເຈົ້າ, ເມື່ອທ່ານຮັບເອົາພຣະຄຳນັ້ນຢ່າງຍາກລຳບາກ ດ້ວຍຄວາມຊື່ນຊົມຍິນດີຈາກພຣະວິນຍານບໍລິສຸດເຈົ້າ.

ທ່າທີຊາວເທຊະໂລນິກໃນຂະນະທີ່ພວກເຂົາໄດ້ຮັບພຣະຄຳ ແຫ່ງຂ່າວປະເສີດ?

ຜົນທີ່ໄດ້ຄື, ພວກທ່ານໄດ້ກາຍມາເປັນແບບຢ່າງໃຫ້ກັບພີ່ນ້ອງໃນແຂວງມາຊີໂດເນຍ ແລະ ແຂວງອາຂາຢາ ຜູ້ທີ່ເຊື່ອທຸກຄົນ.

1 Thessalonians 1:8

ຫລັງຈາກໄດ້ຮັບຖ້ອຍ ຄຳຂອງພຣະຜູ້ເປັນເຈົ້າ ມີຫຍັງເກີດຂື້ນກັບຊາວເທຊະໂລນິກ?

ຖ້ອຍຄຳຂອງພຣະເຈົ້າໄດ້ສົ່ງສຽງອອກໄປ, ແລະ ບໍ່ແມ່ນພຽງໃນມາຊີໂດເນຍ ແລະ ອາຂາຢາເທົ່ານັ້ນ. ແຕ່ຄວາມເຊື່ອຂອງພວກທ່ານໄດ້ກະຈາຍອອກໄປທຸກຫົນທຸກແຫ່ງ.

ແມ່ນຫຍັງຄືສິ່ງທີ່ຊາວເທຊະໂລນິກໄດ້ນະມັດສະການ ກ່ອນທີ່ພວກເຂົາຈະກາຍເປັນຜູ້ທີ່ເຊື່ອໃນພຣະເຈົ້າທີ່ແທ້ຈິງ?

ພວກເຂົາເລົ່າເຖິງການທີ່ທ່ານໄດ້ຫັນມາຫາພຣະເຈົ້າ ປະຖິ້ມຈາກຮູບເຄົາລົບ ເພື່ອຮັບໃຊ້ພຣະເຈົ້າຜູ້ຊົງພຣະຊົນຢູ່ ແລະ ພຣະເຈົ້າທີ່ແທ້ຈິງ.

ໂປໂລແລະຊາວເທຊະໂລນິກໄດ້ລໍຖ້າຫຍັງ?

ພວກເຂົາລາຍງານວ່າພວກທ່ານກຳລັງລໍຄອຍພຣະບຸດຈາກສະຫວັນ, ຜູ້ທີ່ພຣະອົງຊົງເຮັດໃຫ້ເປັນຂຶ້ນມາຈາກຄວາມຕາຍ.

ພະເຍຊູປົດປ່ອຍພວກເຮົາຈາກສິ່ງໃດ?

ຜູ້ນີ້ຄືພຣະເຢຊູຄຣິດເຈົ້າ, ຜູ້ທີ່ຊ່ວຍເຮົາໃຫ້ພົ້ນຈາກຄວາມໂກດຮ້າຍຂອງພຣະເຈົ້າທີ່ກຳລັງຈະມາເຖິງ.

1 Thessalonians 2

1 Thessalonians 2:1

ໂປໂລແລະເພື່ອນຮ່ວມງານຂອງລາວໄດ້ຮັບການປະຕິບັດແນວໃດກ່ອນທີ່ຈະມາຮອດເທຊະໂລນິກ?

ພວກທ່ານຮູ້ວ່າກ່ອນຫນ້ານີ້ພວກເຮົາຕ້ອງທົນທຸກ ແລະ ຖືກປະຈານຢ່າງຫນ້າອັບອາຍທີ່ເມືອງຟີລິບປອຍ.

1 Thessalonians 2:3

ແມ່ນໃຜທີ່ໂປໂລພໍໃຈຢາກໃຫ້ໄປປະກາດຂ່າວປະເສີດ?

ພວກເຮົາບໍ່ໄດ້ເວົ້າດ້ວຍເພື່ອໃຫ້ມະນຸດພໍໃຈ, ແຕ່ເພື່ອໃຫ້ພຣະເຈົ້າພໍພຣະທັຍ. ພຣະອົງຄືຜູ້ດຽວທີ່ກວດສອບຫົວໃຈຂອງພວກເຮົາ

1 Thessalonians 2:5

ໂປໂລບໍ່ໄດ້ເຮັດຫຍັງໃນການປະກາດຂ່າວປະເສີດຂອງລາວ?

ບໍ່ໄດ້ສະແຫວງຫາກຽດຈາກມະນຸດ, ຫລືຈາກພວກທ່ານ ຫລື ຈາກຄົນອື່ນໆ.

1 Thessalonians 2:7

ໂປໂລແລະເພື່ອນຂອງລາວໄດ້ເຮັດຫຍັງເພື່ອບໍ່ໃຫ້ພວກເຂົາເປັນພາລະຂອງຊາວເທຊະໂລນິກ?

ສຳລັບພວກທ່ານຈົ່ງຈົດຈຳໄວ້, ອ້າຍນ້ອງຂອງເຮົາເອີຍ, ການທຸ້ມເທເຮັດວຽກ ແລະ ການອັນຫນັກຫນ່ວງຂອງພວກເຮົາ. ທຸກວັນ ແລະ ຄືນພວກເຮົາກຳລັງເຮັດວຽກເພື່ອຈະບໍ່ເປັນພາລະອັນຫນັກແກ່ພວກທ່ານຄົນໃດ.

1 Thessalonians 2:10

ໂປໂລປະຕິບັດຕໍ່ຊາວເທຊະໂລນິກແນວໃດເມື່ອເພີນຢູ່ນຳພວກເຂົາ?

ໂປໂລມີຄວາມອ່ອນໂຍນກັບຊາວເທຊະໂລນິກຄືກັບພໍ່ຫຼືແມ່ແລະລູກຂອງພວກເຂົາ.

ໂປໂລບອກຊາວເທຊະໂລນິກ ວ່າພວກເຂົາຄວນຈະເດີນໄປໃນທາງໃດ?

ພວກເຮົາຈຶ່ງຮ້ອງຂໍທ່ານ ຫນູນໃຈ ແລະ ເຕືອນສະຕິທ່ານ ເພື່ອຈະເດີນຢູ່ໃນຄວາມປະພຶດອັນເຫມາະສົມຫນ້າຍົກຍ້ອງຂອງພຣະເຈົ້າ, ຜູ້ຊົງເອີ້ນພວກທ່ານ ເຂົ້າສູ່ອານາຈັກ ແລະ ໃນສະຫງ່າລາສີຂອງພຣະອົງ.

1 Thessalonians 2:13

ແມ່ນຫຍັງຄືສິ່ງທີ່ຊາວເທຊະໂລນິກໄດ້ຮັບຂໍ້ຄວາມຈາກໂປໂລທີ່ໄດ້ປະກາດແກ່ພວກເຂົາ?

ພວກທ່ານໄດ້ຮັບຂ່າວສານ ຂອງພຣະເຈົ້າທີ່ພວກທ່ານໄດ້ຍິນຈາກພວກເຮົາແລ້ວ, ພວກທ່ານໄດ້ຍອມຮັບແລ້ວ ບໍ່ແມ່ນຄຳເວົ້າຂອງມະນຸດ.

1 Thessalonians 2:14

ແມ່ນຫຍັງທີ່ເຮັດໃຫ້ພະເຈົ້າບໍ່ພໍໃຈຕໍ່ກັບຊາວຢິວທີ່ບໍ່ເຊື່ອ?

ຄືພວກຢິວທີ່ໄດ້ຂ້າທັງພຣະເຢຊູເຈົ້າ ແລະ ບັນດາຜູ້ປະກາດພຣະທຳ. ຄືພວກຊາວຢິວທີ່ໄດ້ຂັບໄລ່ພວກເຮົາ. ພວກເຂົາບໍ່ໄດ້ເຮັດໃຫ້ພຣະເຈົ້າພໍໃຈ.

1 Thessalonians 2:17

ເປັນຫຍັງໂປໂລຈຶ່ງບໍ່ສາມາດມາຮອດຊາວເທຊະໂລນິກເຖິງແມ່ນວ່ານັ້ນແມ່ນຄວາມປາດຖະຫນາຂອງທ່ານ?

ເພາະພວກເຮົາປາດຖະນາທີ່ຈະມາຫາພວກທ່ານ, ຂ້າພຣະເຈົ້າເອງຄືໂປໂລ ກໍປາດຖະນາທີ່ຈະມາຫາພວກທ່ານອີກເທື່ອຫນຶ່ງ, ແຕ່ຊາຕານໄດ້ຢຸດຢັ້ງພວກເຮົາເອົາໄວ້.

ສິ່ງທີ່ຊາວເທຊະໂລນິກຈະເຮັດ ສຳລັບໂປໂລໃນການສະເດັດມາຂອງພຣະຜູ້ເປັນເຈົ້າ?

ເພາະຄວາມຫມັ້ນໃຈຂອງພວກເຮົາສຳລັບອານາຄົດ ຫລື ຄວາມຊື່ນຊົມຍິນດີ ຫລື ມົງກຸດແຫ່ງຄວາມພູມໃຈຂອງພວກເຮົານັ້ນຢູ່ຕໍ່ຫນ້າອົງພຣະເຢຊູເຈົ້າໃນການມາຂອງພຣະອົງ.

1 Thessalonians 3

1 Thessalonians 3:1

ໂປໂລໄດ້ເຮັດຫຍັງ, ເຖິງແມ່ນວ່າເພີ່ນຈະຖືກປະຖິ້ມໄວ້ໃນນະຄອນເອແຖນ?

ພວກເຮົາຈຶ່ງສົ່ງຕີໂມທຽວ, ຜູ້ເປັນອ້າຍນ້ອງຂອງເຮົາ ແລະ ເປັນເພື່ອນຮ່ວມງານເພື່ອພຣະເຈົ້າໃນຂ່າວປະເສີດຂອງພຣະຄຣິດເຈົ້າ, ເພື່ອມາເສີມກຳລັງ ແລະ ຫນູນໃຈພວກທ່ານເນື່ອງຈາກຄວາມເຊື່ອຂອງພວກທ່ານ.

ໂປໂລໄດ້ເຮັດແນວໃດຕອນລາວໄດ້ຖືກແຕ່ງຕັ້ງ?

ພວກເຮົາໄດ້ເຮັດດັ່ງນີ້ ເພື່ອຈະບໍ່ມີໃຜສັ່ນສະເທືອນກັບຄວາມທຸກທໍຣະມານເຫລົ່ານີ້. ສຳລັບພວກທ່ານກໍຮູ້ແລ້ວວ່າ ພວກເຮົາກະທຳເຊັ່ນນີ້ ເພາະພວກເຮົາໄດ້ຖືກແຕ່ງຕັ້ງ.

1 Thessalonians 3:4

ແມ່ນຫຍັງຄືເລື່ອງທີ່ໂປໂລກັງວົນກ່ຽວກັບຊາວເທຊະໂລນິກ?

ເມື່ອຂ້າພຣະເຈົ້າບໍ່ສາມາດຢືນສູ້ຕໍ່ໄປໄດ້, ຂ້າພຣະເຈົ້າຈຶ່ງສົ່ງຄົນໄປ ເພື່ອວ່າຂ້າພຣະເຈົ້າຈະໄດ້ຮູ້ກ່ຽວກັບຄວາມເຊື່ອຂອງພວກທ່ານ. ບາງເທື່ອເມື່ອຜູ້ທົດລອງໄດ້ເຂົ້າມາທົດລອງພວກທ່ານຢ່າງໃດຢ່າງຫນຶ່ງ ແລະ ການທຸ້ມເທໃນການງານຂອງພວກເຮົາຈະໄຮ້ປະໂຫຍດ.

1 Thessalonians 3:6

ສິ່ງໃດຄຶສິ່ງທີ່ໂປໂລເວົ້າປອບໂຍນເມື່ອຕີໂມທຽວກັບມາຈາກເທຊະໂລນີກ?

ເພິ່ນໄດ້ບອກພວກເຮົາວ່າພວກທ່ານມີຄວາມຈົດຈຳທີ່ດີກ່ຽວກັບພວກເຮົາສະເຫມີ, ແລະ ພວກທ່ານລໍຄອຍທີ່ຈະໄດ້ພົບພວກເຮົາເຫມືອນກັບທີ່ພວກເຮົາລໍຄອຍທີ່ຈະໄດ້ພົບພວກທ່ານ.

1 Thessalonians 3:8

ໂປໂລເວົ້າກັບຊາວເທຊະໂລນິກວ່າເຮັດແນວໃດ?

ໂປໂລເວົ້າວ່າ ຕອນນີ້ພວກເຮົາມີຊີວິດຢູ່ໄດ້, ຖ້າຫາກພວກທ່ານຍຶດຫມັ້ນໃນອົງພຣະຜູ້ເປັນເຈົ້າ.

ແມ່ນຫຍັງຄືສິ່ງ ໂປໂລອະທິຖານທັງກາງເວັນແລະກາງຄືນ ?

ໂປໂລອະທິຖານທັງກາງເວັນແລະກາງຄືນເພື່ອຈະໄດ້ພົບ ຫນ້າຂອງພວກທ່ານ ແລະ ຈັດຕຽມສິ່ງທີ່ຂາດຢູ່ໃນຄວາມເຊື່ອຂອງພວກທ່ານໃຫ້ແກ່ພວກທ່ານ.

1 Thessalonians 3:11

ໃນສິ່ງທີ່ໂປໂລປາດຖນາໃຫ້ຊາວເທຊະໂລນິກເພີ່ມຂື້ນແລະອຸດົມສົມບູນ?

ສິ່ງທີ່ໂປໂລ ຂຽນເຖິງຊາວເທຊະໂລນິກຄື ຂໍອົງພຣະຜູ້ເປັນເຈົ້າຊົງເພີ້ມພູນ ແລະ ຜູກພັນພວກທ່ານໃນຄວາມຮັກທີ່ມີຕໍ່ກັນແລະກັນ, ແລະ ໃນຄວາມຮັກທີ່ມີຕໍ່ຄົນທັງຫລາຍ, ເຫມືອນຢ່າງທີ່ພວກເຮົາມີຕໍ່ພວກທ່ານ.

ແມ່ນຫຍັງຄືສິ່ງ ໂປໂລຢາກໃຫ້ຊາວເທຊະໂລນິກໄດ້ກຽມພ້ອມໂດຍການມີຫົວໃຈຂອງພວກເຂົາໃນຄວາມບໍລິສຸດ?

ຂໍພຣະອົງກະທຳສິ່ງນີ້ເພື່ອເສີມກໍາລັງໃຈຂອງພວກທ່ານ, ໃຫ້ປາດສະຈາກທີ່ຕິໃດໆ ໃນຄວາມບໍລິສຸດຕໍ່ພຣະເຈົ້າ ແລະ ພຣະບິດາເຈົ້າຂອງເຮົາໃນການສະເດັດມາ ຂອງອົງພຣະເຢຊູຄຣິດເຈົ້າພ້ອມກັບບັນດາຜູ້ບໍລິສຸດທັງຫມົດຂອງພຣະອົງ.

1 Thessalonians 4

1 Thessalonians 4:1

ໂປໂລຢາກໃຫ້ຊາວເທຊະໂລນິກເຮັດຫຍັງກັບ ຄຳແນະນຳທີ່ລາວໄດ້ໃຫ້ກ່ຽວກັບວິທີທີ່ພວກເຂົາຕ້ອງເດີນໃນທາງຂອງພຣະເຈົ້າແລະເຮັດໃຫ້ພຣະເຈົ້າພໍໃຈ?

ເມື່ອທ່ານຮັບເອົາຄຳສັ່ງສອນຂອງພວກເຮົາກ່ຽວກັບວິທີການດຳເນີນຊີວິດ ແລະ ເປັນທີ່ພໍພຣະໄທພຣະເຈົ້າ, ເຊັ່ນກັນກັບການດຳເນີນໃນທາງນີ້ດ້ວຍ, ເພື່ອວ່າພວກທ່ານຈະເຮັດໄດ້ຫລາຍກວ່າເກົ່າອີກ.

1 Thessalonians 4:3

ແມ່ນຫຍັງຄືສິ່ງທີ່ໂປໂລເວົ້າຄວາມປະສົງຂອງພະເຈົ້າສຳລັບຊາວເທຊະໂລນິກ?

ໂປໂລເວົ້າວ່າ ນີ້ເປັນນໍ້າພຣະໄທຂອງພຣະເຈົ້າ, ຄືຈົ່ງຊຳລະຕົນໃຫ້ບໍລິສຸດ, ເພື່ອພວກທ່ານຈະຫລີກຫນີຈາກຄວາມຜິດສິລະທັມທາງເພດ.

ຜູ້ເປັນຜົວຄວນປະຕິບັດແນວໃດຕໍ່ເມຍ?

ພວກທ່ານແຕ່ລະຄົນຈະຮູ້ຈັກດຳເນີນຕົວໃນທາງທີ່ບໍລິສຸດ ແລະ ມີກຽດ.

ແມ່ນຫຍັງເກີດຂື້ນກັບພີ່ນ້ອງທີ່ເຮັດຜິດໃນເລື່ອງການຜິດປະເວນີ?

ເພາະອົງພຣະຜູ້ເປັນເຈົ້າຊົງເປັນຜູ້ແກ້ແຄ້ນໃນສິ່ງຕ່າງໆເຫລົ່ານີ້, ເຫມືອນດັ່ງທີ່ພວກເຮົາໄດ້ເຕືອນ ແລະ ເປັນພະຍານຕໍ່ທ່ານກ່ອນແລ້ວ.

1 Thessalonians 4:7

ບຸກຄົນໃດທີ່ປະຕິເສດຜູ້ທີ່ເອີ້ນຫາຄວາມບໍລິສຸດ?

ດ້ວຍເຫດນີ້, ຜູ້ໃດທີ່ປະຕິເສດສິ່ງນີ້ ບໍ່ໄດ້ປະຕິເສດມະນຸດ, ແຕ່ໄດ້ປະຕິເສດພຣະເຈົ້າ, ຜູ້ຊົງປຣະທານພຣະວິນຍານບໍລິສຸດໃຫ້ແກ່ພວກທ່ານ.

1 Thessalonians 4:9

ແມ່ນຫຍັງຄືສິ່ງ ໂປໂລຢາກໃຫ້ພວກເຂົາເຮັດຫຼາຍກວ່ານັ້ນແກ່ຊາວເທຊະໂລນິກ?

ໂປໂລ ຂຽນບອກ ເພາະພວກທ່ານເອງໄດ້ຮັບການຊົງສອນຈາກພຣະເຈົ້າໃຫ້ຮັກເຊິ່ງກັນ ແລະ ກັນ.

ຊາວເທຊະໂລນິກເຮັດແນວເພື່ອວ່າພວກເຂົາເຈົ້າຍ່າງຢ່າງຖືກຕ້ອງ ກ່ອນທີ່ຈະບໍ່ເຊື່ອແລະບໍ່ມີຄວາມຕ້ອງການຫຍັງ?

ເພື່ອພວກທ່ານຈະສາມາດດຳເນີນຊີວິດໃຫ້ເປັນທີ່ຫນ້າເຄົາລົບນັບຖືຈາກຄົນພາຍນອກ ທີ່ຍັງບໍ່ເຊື່ອພຣະເຈົ້າ ແລະ ເພື່ອພວກທ່ານຈະບໍ່ຂາດເຂີນສິ່ງໃດເລີຍ.

1 Thessalonians 4:13

ກ່ຽວກັບຫົວຂໍ້ໃດທີ່ຊາວເທຊະໂລນິກໄດ້ເຮັດໃຫ້ມີຄວາມເຂົ້າໃຈຜິດ?

ພວກເຮົາບໍ່ຕ້ອງການໃຫ້ພວກທ່ານເຂົ້າໃຈຜິດ, ອ້າຍນ້ອງທັງຫລາຍເອີຍ, ກ່ຽວກັບຄົນເຫລົ່ານັ້ນທີ່ຫລັບໄປນັ້ນ ເພື່ອພວກທ່ານຈະບໍ່ຕ້ອງໂສກເສົ້າຄືກັບຄົນທີ່ເຫລືອຢູ່ ຊຶ່ງບໍ່ຮູ້ວ່າອັນໃດແນ່ນອນກ່ຽວກັບອານາຄົດ.

ພະເຈົ້າຈະເຮັດຫຍັງ ສຳລັບຜູ້ທີ່ນອນຫລັບໄປໃນພຣະເຢຊູ?

ເພາະຖ້າເຮົາເຊື່ອວ່າພຣະເຢຊູເຈົ້າໄດ້ຕາຍ ແລະ ຊົງໄດ້ຄືນພຣະຊົນມາແລ້ວ, ດັ່ງນັ້ນພຣະເຈົ້າຈະຊົງນຳຄົນເຫລົ່ານັ້ນທີ່ລ່ວງລັບໄປແລ້ວໃນພຣະອົງໃຫ້ມາພ້ອມກັນກັບພຣະເຢຊູດ້ວຍ.

1 Thessalonians 4:16

ພຣະຜູ້ເປັນເຈົ້າຈະສະເດັດລົງມາຈາກສະຫວັນໄດ້ແນວໃດ?

ພຣະອົງຈະສະເດັດມາດ້ວຍສຽງອັນດັງ, ດ້ວຍສຽງຂອງຫົວໜ້າທູດສະຫວັນ, ດ້ວຍສຽງແກຂອງພຣະເຈົ້າ.

ຜູ້ໃດເປັນຄືນຂຶ້ນມາກ່ອນ, ແລະຜູ້ໃດຈະເປັນຄືນຂຶ້ນຮ່ວມກັນກັບພວກເຂົາ?

ຄົນທີ່ຕາຍແລ້ວໃນພຣະຄຣິດເຈົ້າຈະຖືກເຮັດໃຫ້ເປັນຄືນມາຈາກຕາຍກ່ອນ.

ຜູ້ທີ່ຈະເພີ່ມຂຶ້ນຈະພົບກັບໃຜ, ແລະດົນປານໃດ?

ຈາກນັ້ນພວກເຮົາຜູ້ຊຶ່ງຍັງມີຊີວິດຢູ່, ຜູ້ທີ່ຖືກປະໄວ້ ຈະຖືກຮັບໄປໃນເມກ ພ້ອມກັນກັບພວກເຂົາ ເພື່ອໄປພົບກັບອົງພຣະຜູ້ເປັນເຈົ້າໃນຟ້າອາກາດ. ດ້ວຍເຫດນີ້ພວກເຮົາຈະໄດ້ຢູ່ກັບພຣະຜູ້ເປັນເຈົ້າຂອງພວກເຮົາສະເຫມີໄປ.

ໂປໂລ ສອນວ່າແມ່ນຫຍັງຄືສິ່ງທີ່ຊາວເທຊະໂລນິກ ເມື່ອຄົນທີ່ນອນຫລັບໄປ?

ໂປໂລສອນບອກຊາວເທຊະໂລນິກວ່າ ສະນັ້ນຈົ່ງຫນູນໃຈກັນ ແລະ ກັນດ້ວຍຖ້ອຍຄຳເຫລົ່ານີ້ເຖີ້ນ.

1 Thessalonians 5

1 Thessalonians 5:1

ໂປໂລເວົ້າເຖິງວັນຂອງພຣະຜູ້ເປັນເຈົ້າຈະມາຮອດແນວໃດ?

ໂປໂລເວົ້າວ່າ ເພາະພວກທ່ານຮູ້ດີແລ້ວວ່າວັນຂອງອົງພຣະຜູ້ເປັນເຈົ້າກຳລັງໃກ້ເຂົ້າມາແລ້ວເຫມືອນຂະໂມຍມາໃນເວລາກາງຄືນ.

ແມ່ນຫຍັງທີ່ບາງຄົນເວົ້າເມື່ອການທຳລາຍມາເຖິງພວກເຂົາຢ່າງກະທັນຫັນ?

ເມື່ອນັ້ນຄວາມພິນາດຈິບຫາຍຈະມາເຖິງພວກເຂົາທັນທີ ເຫມືອນດັ່ງຄວາມເຈັບປວດຂອງຍິງຖືພາທີ່ກຳລັງຈະເກີດລູກ. ພວກເຂົາຈະບໍ່ມີທາງຫນີພົ້ນໄດ້ເລີຍ.

1 Thessalonians 5:4

ເປັນຫຍັງໂປໂລເວົ້າວ່າວັນຂອງພຣະຜູ້ເປັນເຈົ້າແກ່ຜູ້ທີ່ເຊື່ອຄືຈະມາຄືໂຈນ?

ແຕ່ພວກທ່ານບໍ່ໄດ້ຢູ່ໃນຄວາມມືດ ເພື່ອວັນນັ້ນຈະບໍ່ມາຫລອນໃສ່ພວກທ່ານເຫມືອນຂະໂມຍມາ.

ໂປໂລບອກຜູ້ທີ່ເຊື່ອແນວໃດກ່ຽວກັບວັນຂອງອົງພຣະຜູ້ເປັນເຈົ້າການມາ?

ໂປໂລເວົ້າວ່າ ແຕ່ຂໍໃຫ້ພວກເຮົາຢ່າເຜີຫລັບນອນດັ່ງຄົນອື່ນ. ໃຫ້ເຝົ້າຣະວັງຢູ່ ແລະ ມີສະຕິໃຫ້ດີ.

1 Thessalonians 5:8

ແມ່ນຫຍັງຄືຈຸດຫມາຍສຳລັບຜູ້ທີ່ເຊື່ອ?

ເພາະພຣະເຈົ້າບໍ່ໄດ້ກໍາຫນົດໃຫ້ພວກເຮົາຕ້ອງພົບກັບຄວາມໂກດຮ້າຍຂອງພຣະເຈົ້າ, ແຕ່ໃຫ້ພວກເຮົາໄດ້ຮັບຄວາມລອດພົ້ນໂດຍຜ່ານທາງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ.

1 Thessalonians 5:12

ໂປໂລເວົ້າວ່າຜູ້ທີ່ເຊື່ອຄວນມີທັດສະນະຄະຕິແນວໃດຕໍ່ຜູ້ທີ່ຢູ່ ເຫນືອພວກເຂົາໃນອົງພຣະຜູ້ເປັນເຈົ້າ?

ໂປໂລເວົ້າວ່າ ພວກເຮົາຂໍໃຫ້ພວກທ່ານສະແດງຄວາມເຄົາລົບຢ່າງສູງຕໍ່ພວກເພິ່ນດ້ວຍຄວາມຮັກ ເພາະການງານຂອງພວກເພິ່ນ ພວກທ່ານຈົ່ງຢູ່ຮ່ວມກັນຢ່າງສະຫງົບສຸກ.

1 Thessalonians 5:15

ແມ່ນຫຍັງຄືສິ່ງໂປໂລເວົ້າວ່າບໍ່ມີໃຜສາມາດເລືອກໄດ້ເມື່ອຄວາມຊົ່ວຮ້າຍໄດ້ຢູ່ກັບພວກເຂົາ?

ໂປໂລເວົ້າວ່າ ຈົ່ງເຝົ້າເບິ່ງວ່າຈະບໍ່ມີໃຜທີ່ຕອບແທນຄວາມຮ້າຍດ້ວຍຄວາມຮ້າຍ.

ແມ່ນຫຍັງຄືສິ່ງໂປໂລເວົ້າວ່າຜູ້ທີ່ເຊື່ອເຮັດໄດ້ໃນທຸກສິ່ງແລະຍ້ອນຫຍັງ?

ໂປໂລເວົ້າວ່າ ຈົ່ງໂມທະນາຂອບພຣະຄຸນໃນທຸກສິ່ງ. ເພາະເຫດນີ້ແຫລະ ເປັນນໍ້າພຣະໄທຂອງພຣະເຈົ້າໃນພຣະເຢຊູຄຣິດເຈົ້າສຳລັບພວກທ່ານ.

1 Thessalonians 5:19

ໂປໂລໃຫ້ ຄຳແນະນຳຫຍັງແນ່ແກ່ຜູ້ທີ່ເຊື່ອກ່ຽວກັບຄຳພະຍາກອນຕ່າງໆ?

ໂປໂລເວົ້າວ່າ ຢ່າລະງັບພຣະວິນຍານ,ຢ່າຫມິ່ນປະຫມາດຄຳທຳນວາຍ,ຈົ່ງພິສູດທຸກສິ່ງ. ຈົ່ງຍຶດຫມັ້ນໃນສິ່ງທີ່ດີກວ່າ ຈົ່ງຫລີກຫນີຈາກການກະທຳຊົ່ວຮ້າຍທຸກຮູບແບບ.

1 Thessalonians 5:23

ໂປໂລອະທິຖານຕໍ່ພະເຈົ້າວ່າຈະເຮັດແນວໃດສຳລັບຜູ້ທີ່ເຊື່ອ?

ໂປໂລອະທິຖານວ່າ ຂໍພຣະເຈົ້າແຫ່ງສັນຕິສຸກເຮັດໃຫ້ທ່ານບໍລິສຸດຢ່າງສົມບູນ. ຂໍໃຫ້ທັງວິນຍານຈິດໃຈແລະ ຮ່າງກາຍຂອງພວກທ່ານໄດ້ຮັບການປົກປ້ອງໂດຍປາດສະຈາກຄວາມຜິດເມື່ອການສະເດັດມາຂອງອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ.

1 Thessalonians 5:25

ໂປໂລອະທິຖານແນວໃດກັບຜູ້ທີ່ເຊື່ອ?

ໂປໂລເວົ້າວ່າ ຂໍພຣະຄຸນຂອງອົງພຣະເຢຊູຄຣິດເຈົ້າ ດຳລົງຢູ່ກັບພວກທ່ານເຖີ້ນ.