ພາສາລາວ (Lao): translationQuestions Print

Updated ? hours ago # views See on WACS

Matthew 1

Matthew 1:1

ໃນເຊື້ອຕະກຸນຂອງພຣະເຢຊູຄຣິດ, ໃນຈໍານວນສອງບັນພະບຸລຸດທີ່ີໄດ້ຖືກລະບຸໄວ້ກ່ອນເເລ້ວ, ທີ່ສະແດງໃຫ້ເຫັນເຖິງຄວາມສຳຄັນນັ້ນເເມ່ນໃຜ?

ບັນທຶກລຳດັບບັນພະບຸຣຸດຂອງພຣະເຢຊູຄຣິດເຈົ້າ ຜູ້ເປັນເຊື້ອສາຍຂອງກະສັດດາວິດ ຜູ້ສືບເຊື້ອສາຍມາຈາກອັບຣາຮາມ.

Matthew 1:15

ໃນຕອນສຸດທ້າຍຂອງວົງຕະກຸນ, ແມ່ນໃຜເປັນພັນລະຍາ ແລະ ເປັນຫຍັງນາງຈຶ່ງມີລາຍຊື່?

ນາງມາຣິອາ, ຜູ້ເປັນພັນລະຍາຂອງໂຢເຊັບ, ເຊິ່ງເປັນຜູ້ທີ່ພຣະເຢຊູຄຣິດເຈົ້າຊົງບັງເກີດດ້ວຍ.

Matthew 1:18

ມີຫຍັງເກີດຂຶ້ນກັບນາງມາລີອາກ່ອນທີ່ນາງຈະມາຢູ່ຮ່ວມກັບໂຢເຊັບ?

ແຕ່ກ່ອນເວລາເຂົາໄດ້ເປັນຄູ່ຜົວເມຍກັນ, ກໍປະກົດວ່ານາງມີທ້ອງແລ້ວດ້ວຍຣິດເດດພຣະວິນຍານບໍຣິສຸດເຈົ້າ.

ໂຢເຊັບເປັນຄົນແບບໃດ?

ໂຢເຊັບ ເປັນຄົນມີສິລະທັມ.

ໂຢເຊັບໄດ້ຕັດສິນໃຈເຮັດເເນວໃດ ເມື່ອເພິ່ນຮູ້ວ່ານາງມາລີອາມີທ້ອງ?

ເພິ່ນຈິ່ງໄດ້ວາງແຜນວ່າຈະຖອນຫມັ້ນນາງຢ່າງລັບໆ.

Matthew 1:20

ມີຫຍັງເກີດຂຶ້ນກັບໂຢເຊັບ ຈຶ່ງເຮັດໃຫ້ລາວຕັດສິນໃຈທີ່ຈະຍັງຄົງຫມັ້ນກັບນາງມາລີອາຄືເກົ່າ?

ມີເທວະດາຕົນຫນຶ່ງຂອງພຣະຜູ້ເປັນເຈົ້າໄດ້ມາປະກົດແກ່ໂຢເຊັບໃນຄວາມຝັນ, ກ່າວວ່າ “ໂຢເຊັບ, ບຸດດາວິດເອີຍ, ຢ່າຊູ່ຢ້ານທີ່ຈະຮັບນາງມາຣິອາມາເປັນເມຍຂອງເຈົ້າ, ເພາະວ່າຜູ້ຊຶ່ງປະຕິສົນທິໃນທ້ອງຂອງນາງກໍເປັນໂດຍຣິດເດດພຣະວິນຍານບໍຣິສຸດເຈົ້າ.

ເປັນຫຍັງ ໂຢເຊັບຈຶ່ງເອີ້ນບຸດນັ້ນວ່າ ເຢຊູ?

ໂຢເຊັບຕັ້ງຊື່ບຸດນັ້ນວ່າ ເຢຊູ ເພາະວ່າທ່ານຜູ້ນີ້ແຫລະ ຈະເປັນຜູ້ໂຜດໄພ່ພົນຂອງຕົນໃຫ້ລອດພົ້ນຈາກຄວາມຜິດບາບຂອງເຂົາ.

Matthew 1:22

ຄຳພະຍາກອນໃນພຣະຄຳພີ ໄດ້ກ່າວເຖິງສິ່ງອັນໃດທີ່ບັນລຸຜົນສຳເລັດໃນເຫດການເຫລົ່ານີ້?

ຕາມພຣະຄັມຂອງພຣະເຈົ້າໄດ້ຊົງກ່າວໄວ້ໂດຍຜູ້ປະກາດພຣະທັມ, ກ່າວວ່າ, "ເບິ່ງແມ, ຍິງພົມມະຈາຣີຄົນຫນຶ່ງຈະຖືພາ ແລະ ຈະປະສູດລູກຊາຍຄົນຫນຶ່ງ, ແລະ ເຂົາຈະເອີ້ນຊື່ລູກນັ້ນວ່າ "ເອມານູເອນ" ເຊິ່ງມີຄວາມໝາຍວ່າ, “ພຣະເຈົ້າຊົງສະຖິດຢູ່ກັບພວກເຮົາ".

Matthew 1:24

ໂຢເຊັບໄດ້ລະມັດລະວັງໃນເລື່ອງອັນໃດຈົນກວ່າມາລີຈະເກີດບຸດຊື່ວ່າເຢຊູ?

ໂຢເຊັບບໍ່ໄດ້ສົມສູ່ຢູ່ກັບນາງມາລີອາຈົນກວ່ານາງໄດ້ປະສູດບຸດຊາຍແລ້ວ.

Matthew 2

Matthew 2:1

ພຣະເຢຊູເພິ່ນໄດ້ຊົງປະສູດຢູ່ໃສ?

ພຣະເຢຊູເຈົ້າໄດ້ຊົງປະສູດຢູ່ໃນເມືອງເບັດເລເຮັມ ໃນແຂວງຢູດາຍ

ພວກໂຫຣາຈານຈາກທິດຕາເວັນອອກໄດ້ເອີ້ນພຣະເຢຊູວ່າເເນວໃດ?

ພວກໂຫຣາຈານຈາກທິດຕາເວັນອອກ ໄດ້ເອີ້ນຊື່ພຣະເຢຊູວ່າ “ກຸມມານຜູ້ເກີດມາເປັນກະສັດຂອງຄົນຊາດຢິວ".

ພວກໂຫຣາຈານຈາກທິດຕາເວັນອອກໄດ້ຮູ້ວ່າກະສັດຂອງຊົນຊາດຢິວໄດ້ປະສູດມາແນວໃດ?

ພວກໂຫຣາຈານຈາກທິດຕາເວັນອອກໄດ້ເຫັນດາວຂອງກະສັດຂອງຄົນຊາດຢິວປະກົດຂຶ້ນໃນທິດຕາເວັນອອກ.

ກະສັດເຮໂຣດໄດ້ມີທ່າທີຕອບສະຫນອງຕໍ່ຂ່າວສານຈາກພວກໂຫຣາຈານເເນວໃດ?

ເມື່ອກະສັດເຮໂຣດໄດ້ຍິນດັ່ງນັ້ນ ກໍວຸ້ນວາຍໃຈ.

Matthew 2:4

ພວກປະໂລຫິດໃຫຍ່ ແລະ ພວກພວກນັກທັມ ຮູ້ໄດ້ແນວໃດວ່າພຣະຄຣິດຈະມາບັງເກີດຢູ່ທີ່ໃດ?

ພວກເພິ່ນຮູ້ໄດ້ຍ້ອນວ່າ ຜູ້ປະກາດພຣະທັມໄດ້ຂຽນໄວ້ດັ່ງນີ້: "ຜູ້ເປັນພຣະຄຣິດນັ້ນຈະບັງເກີດໃນເມືອງເບັດເລເຮັມແຂວງຢູດາຍ".

Matthew 2:9

ພວກໂຫຣາຈານຮູ້ເຖິງບ່ອນສະຖານທີ່ທີ່ພຣະເຢຊູຢູ່ນັ້ນຢ່າງເເມ່ນຢໍາໄດ້ເເນວໃດ?

ດາວທີ່ປາກົດແກ່ພວກເຂົາໃນພາກຕາເວັນອອກນັ້ນກໍໄດ້ນຳຫນ້າເຂົາໄປ ແລະ ຈົນມາຢຸດຢູ່ບ່ອນສະຖານທີ່ກຸມມານຢູ່ນັ້ນ.

Matthew 2:11

ພຣະເຢຊູໄດ້ມີອາຍຸເທົ່າໃດໃນຕອນທີ່ພວກໂຫຣາຈານໄດ້ເຂົ້າໄປພົບເພິ່ນ?

ໃນຕອນທີ່ພວກໂຫຣາຈານໄດ້ເຂົ້າໄປພົບພຣະເຢຊູນັ້ນ ເພິ່ນຍັງເປັນກຸມມານນ້ອນຢູ່.

ພວກໂຫຣາຈານໄດ້ນໍາເອົາສິ່ງອັນໃດເເດ່ຖວາຍໃຫ້ພຣະເຢຊຸ?

ພວກເຂົາໄດ້ໄຂຫີບເອົາຊັບສົມບັດຂອງເຂົາອອກມາ ແລະ ຖວາຍແກ່ກຸມມານຄື ຄຳ, ກຳຍານ, ແລະ ຢາງໄມ້ຫອມ.

ໃນເວລານັ້ນພວກໂຫຣາຈານໄດ້ເດີນທາງກັບໄປຍັງບ້ານເມືອງຂອງຕົນ ເເລະ ເປັນຫຍັງພວກເຂົາຈຶ່ງເລືອກທີ່ຈະເດີນທາງກັບບ້ານເມືອງຂອງຕົນ?

ພຣະເຈົ້າຊົງເຕືອນພວກເຂົາທາງຄວາມຝັນ ບໍ່ໃຫ້ກັບໄປຫາເຮໂຣດອີກ, ດັ່ງນັ້ນພວກເຂົາຈິ່ງກັບໄປຍັງເມືອງຂອງຕົນໂດຍທາງອື່ນ.

Matthew 2:13

ໂຢເຊັບໄດ້ຮັບຄຳເຕືອນຫຍັງໃນຄວາມຝັນຂອງລາວ?

ມີທູດສະຫວັນຕົນຫນຶ່ງຂອງພຣະຜູ້ເປັນເຈົ້າໄດ້ມາປະກົດແກ່ໂຢເຊັບທາງຄວາມຝັນ ແລະ ກ່າວວ່າ “ຈົ່ງລຸກຂຶ້ນ, ພາກຸມມານ ແລະ ມານດາຂອງພຣະອົງຫນີໄປທີ່ປະເທດເອຢິບ. ແລ້ວຈົ່ງຢູ່ທີ່ນັ້ນ ເພາະວ່າເຮໂຣດຈະຊອກຫາກຸມມານເພື່ອຈະຂ້າເພິ່ນເສຍ”.

ຄຳພະຍາກອນອັນໃດ ກາຍເປັນຄວາມຈິງທີ່ພຣະເຢຊູກັບມາຈາກອີຢີບໃນເວລາຕໍ່ມາ?

ຜູ້ປະກາດພຣະທັມວ່າ “ເຮົາໄດ້ເອີ້ນບຸດຊາຍຂອງເຮົາອອກມາຈາກປະເທດເອຢິບ”. ສິ່ງທີ່ເກີດຂຶ້ນດັ່ງນີ້ກໍເພື່ອຈະໃຫ້ສຳເລັດຕາມທີ່ພຣະຜູ້ເປັນເຈົ້າໄດ້ຊົງກ່າວໄວ້.

Matthew 2:16

ເຣໂຣດໄດ້ເຮັດເເນວໃດເມື່ອຮູ້ວ່າພວກໂຫຣາຈານບໍ່ໄດ້ກັບຄືນມາຫາຕົນ?

ເຮໂຣດ ຈຶ່ງໃຊ້ຄົນໄປຂ້າເດັກນ້ອຍຜູ້ຊາຍທັງຫມົດຕັ້ງແຕ່ອາຍຸສອງປີລົງມາ ໃນເມືອງເບັດເລເຮັມ ແລະ ສະຖານທີ່ໃກ້ຄຽງ

Matthew 2:19

ຫລັງຈາກທີ່ເຣໂຣດໄດ້ຕາຍແລ້ວໂຢເຊັບໄດ້ຮັບຄຳສັ່ງຫຍັງໃນຄວາມຝັນ?

ໂຢເຊັບໄດ້ຮັບຄຳສັ່ງທາງຄວາມຝັນໃຫ້ພາກຸມມານກັບມານດາຂອງພຣະອົງກັບຄືນໄປແຜ່ນດິນອິສະຣາເອນ.

Matthew 2:22

ໂຢເຊັບໄດ້ຕັ້ງຖິ່ນຖານອາໄສຢູ່ບ່ອນໃດກັບນາງມາລີອາ ແລະ ພະເຍຊູ?

ໂຢເຊັບກໍໄປຍັງແຂວງຄາລີເລ ແລະ ໄປອາໄສຢູ່ເມືອງຫນຶ່ງຊື່ນາຊາເຣັດ.

ຄຳພະຍາກອນອັນໃດ ໄດ້ກາຍເປັນຈິງເມື່ອໂຢເຊັບຍ້າຍໄປຢູ່ໃນສະຖານທີ່ໃຫມ່?

ເພື່ອຈະສຳເລັດຕາມທີ່ຊົງກ່າວໄວ້ໂດຍຜ່ານຜູ້ປະກາດພຣະທັມວ່າ ທ່ານຈະຖືກເອີ້ນວ່າ ‘ໄທນາຊາເຣັດ’.

Matthew 3

Matthew 3:1

ໂຢຮັນບັບຕິສະໂຕໄດ້ມາປະກາດໃນປ່າຖິ່ນທຸຣະກັນດານດ້ວຍຄໍາເວົ້າວ່າເເນວໃດ?

ໂຢຮັນບັບຕິສະໂຕໄດ້ມາປະກາດດ້ວຍຄໍາເວົ້າວ່າ "ຈົ່ງຖິ້ມໃຈເກົ່າ, ແລ້ວເອົາໃຈໃຫມ່ ແລະ ເຊົາເຮັດບາບເພາະວ່າຣາຊະອານາຈັກສະຫວັນໄດ້ມາໃກ້ແລ້ວ".

ຄຳພະຍາກອນຈາກເອຊາຢາເວົ້າວ່າແນວໃດ ໃນເລື່ອງທີ່ໂຢຮັນບັບຕິສະໂຕໄດ້ມາເພື່ອຈະເຮັດສິ່ງໃດ?

ຜູ້ປະກາດພຣະທັມໄດ້ກ່າວໄວ້ວ່າ ນີ້ແມ່ນໂຢຮັນບັບຕິສະໂຕຜູ້ທີ່ຈະຈັດແຈ່ງທາງແຫ່ງພຣະຜູ້ເປັນເຈົ້າ.

Matthew 3:4

ປະຊາຊົນໄດ້ເຮັດຫຍັງໃນຂະນະທີ່ພວກເຂົາຮັບບັບຕິສະມາໂດຍໂຢຮັນ?

ໃນຂະນະທີ່ພວກເຂົາຮັບບັບຕິສະມາ, ພວກເຂົາໄດ້ສາລະພາບຄວາມຜິດບາບຂອງຕົນ.

Matthew 3:7

ໂຢຮັນບັບຕິສະໂຕໄດ້ບອກພວກຟາຣີຊາຍ ແລະ ພວກຊາດູກາຍ ໃຫ້ເຮັດສິ່ງໃດ?

ໂຢຮັນບັບຕິສະໂຕໄດ້ບອກພວກຟາຣີຊາຍ ແລະ ພວກຊາດູກາຍວ່າ ຈົ່ງປະຕິບັດໃຫ້ໄດ້ຜົນສົມກັບການທີ່ພວກທ່ານໄດ້ຖິ້ມໃຈເກົ່າເອົາໃຈໃຫມ່.

ໂຢຮັນບັບຕິສະໂຕໄດ້ບອກພວກຟາຣີຊາຍ ແລະ ພວກຊາດູກາຍ ຢ່າຕັ້ງນຶກໃນໃຈວ່າເເນວໃດ?

ໂຢຮັນບັບຕິສະໂຕໄດ້ບອກພວກຟາຣີຊາຍ ແລະ ພວກຊາດູກາຍ ຢ່າຕັ້ງນຶກໃນໃຈວ່າ ພວກເຮົາມີອັບຣາຮາມເປັນພໍ່ຂອງພວກເຮົາ.

Matthew 3:10

ດັ່ງທີ່ໂຢຮັນ, ມີຫຍັງເກີດຂຶ້ນກັບຕົ້ນໄມ້ທຸກຕົ້ນທີ່ບໍ່ໄດ້ຮັບຫມາກຜົນທີ່ດີ?

ໂຢຮັນໄດ້ເວົ້າວ່າ ຕົ້ນໄມ້ທຸກຕົ້ນທີ່ບໍ່ເກີດຜົນດີຈະຖືກປ້ຳ ແລ້ວໂຍນຖິ້ມໃສ່ໄຟເສຍ.

ຜູ້ທີ່ຈະມາພາຍຫລັງຈາກໂຢຮັນບັບຕິສະມານັ້ນຈະມາດ້ວຍວິທີໃດ?

ຜູ້ທີ່ຈະມາພາຍຫລັງຈາກໂຢຮັນບັບຕິສະມາ ຝ່າຍຜູ້ນັ້ນຈະໃຫ້ຮັບບັບຕິສະມາດ້ວຍພຣະວິນຍານບໍຣິສຸດເຈົ້າ ແລະ ດ້ວຍໄຟ.

Matthew 3:13

ພຣະເຢຊູໄດ້ກວ່າສິ່ງໃດເເກ່ໂຢຮັນຈຶ່ງເຮັດໃຫ້ໂຢຮັນຍອມຮັບບັບຕິສະມາ?

ພຣະເຢຊູໄດ້ຊົງກ່າວເເກ່ໂຢຮັນວ່າ “ບັດນີ້ຈົ່ງຍອມໃຫ້ເປັນໄປຢ່າງນີ້ສາ ເພາະສົມຄວນທີ່ເຮົາຈະເຮັດຢ່າງນີ້ໃຫ້ຖືກກັບຄວາມຊອບທັມທຸກປະການ” ແລ້ວໂຢຮັນກໍຍອມ.

Matthew 3:16

ພຣະເຢຊູເຈົ້າໄດ້ເຫັນສິ່ງໃດ ພາຍຫລັງທີ່ພຣະອົງຊົງຮັບບັບຕິສະມາແລ້ວກໍສະເດັດຂຶ້ນຈາກນ້ຳນັ້ນ?

ພຣະອົງຊົງເຫັນພຣະວິນຍານຂອງພຣະເຈົ້າສະເດັດລົງມາເຫມືອນດັ່ງນົກເຂົາ ແລະ ມາສະຖິດຢູ່ເທິງພຣະອົງ.

ຫລັງຈາກທີ່ພະເຍຊູຮັບບັບຕິສະມາແລ້ວ ມີພຣະສຸລະສຽງຈາກສະຫວັນ ຊົງກ່າວໄວ້ເເນວໃດ?

ພຣະສຸຣະສຽງຈາກຟ້າສະຫວັນຊົງກ່າວວ່າ: “ທ່ານຜູ້ນີ້ເປັນບຸດທີ່ຮັກຂອງເຮົາ. ເຮົາຊອບໃຈໃນຕົວທ່ານຫລາຍ”.

Matthew 4

Matthew 4:1

ເເມ່ນໃຜທີ່ນໍາພາພຣະເຢຊູເຂົ້າໄປໃນຖິ່ນທຸລະກັນດານເພື່ອມານຮ້າຍຈະໄດ້ທົດລອງພຣະອົງ?

ພຣະວິນຍານໄດ້ຊົງພາພຣະເຢຊູເຈົ້າເຂົ້າໄປໃນປ່າ ເພື່ອມານຮ້າຍຈະໄດ້ທົດລອງພຣະອົງ.

ພຣະອົງຊົງອົດອາຫານໃນຖິ່ນທຸລະກັນດານເປັນເວລາດົນປານໃດ?

ພຣະອົງຊົງອົດອາຫານໃນຖິ່ນທຸລະກັນດານເປັນເວລາສີ່ສິບວັນສີ່ສິບຄືນ.

ຄັ້ງທໍາອິດທີ່ມານຮ້າຍໄດ້ທົດລອງພຣະເຢຊູ ດ້ວຍວິທີໃດ?

ມານຮ້າຍໄດ້ທົດລອງໃຫ້ພຣະອົງສັ່ງກ້ອນຫີນໃຫ້ກາຍເປັນອາຫານ.

ພຣະເຢຊູໄດ້ຊົງກ່າວເເກ່ການທົດລອງຄັ້ງທໍາອິດ ວ່າເເນວໃດ?

ພຣະເຢຊູເຈົ້າຊົງຕອບວ່າ: ມະນຸດຈະບໍ່ລ້ຽງຊີວິດດ້ວຍອາຫານພຽງສິ່ງດຽວ ແຕ່ລ້ຽງດ້ວຍຖ້ອຍຄຳທຸກຂໍ້ທີ່ອອກມາຈາກພຣະໂອດຂອງພຣະເຈົ້າ.

Matthew 4:5

ໃນຄັ້ງທີ່ສອງມານຮ້າຍໄດ້ທົດລອງພຣະເຢຊູ ດ້ວຍວິທີໃດ?

ມານຮ້າຍໄດ້ທົດລອງໃຫ້ພຣະອົງໂຕນລົງຈາກຈຸດສູງສຸດຂອງພຣະວິຫານ.

Matthew 4:7

ພຣະເຢຊູໄດ້ຊົງກ່າວເເກ່ການທົດລອງຄັ້ງທີສອງວ່າເເນວໃດ?

ພຣະເຢຊູຊົງກ່າວວ່າຢ່າທົດລອງພຣະອົງຜູ້ເປັນພຣະເຈົ້າຂອງເຈົ້າ.

ໃນຄັ້ງທີ່ສາມມານຮ້າຍໄດ້ທົດລອງພຣະເຢຊູ ດ້ວຍວິທີໃດ?

ມານຮ້າຍໄດ້ທົດລອງໃຫ້ພຣະອົງກົ້ມກາບ ແລະ ນະມັດສະການບັນດາອານາຈັກແຫ່ງໂລກນີ້ກັບຄວາມຍິ່ງໃຫຍ່ທັງຫມົດ.

Matthew 4:10

ພຣະເຢຊູໄດ້ຊົງກ່າວເເກ່ການທົດລອງຄັ້ງທີສາມວ່າເເນວໃດ?

ພຣະເຢຊູຊົງກ່າວວ່າຈົ່ງຂາບໄຫວ້ພຣະອົງຜູ້ເປັນພຣະເຈົ້າຂອງເຈົ້າ ແລະ ຮັບໃຊ້ພຣະອົງແຕ່ຜູ້ດຽວ.

Matthew 4:14

ສິ່ງອັນໃດທີ່ໄດ້ກາຍເປັນຈິງໂດຍທີ່ພຣະເຢຊູໄດ້ເຄື່ອນຍ້າຍໄປທີ່ເມືອງກາເປນາອູມຢູ່ໃນເເຂວງຄາລີເລ?

ສິ່ງນີ້ເປັນໄປຕາມທີ່ຊົງກ່າວໄວ້ດ້ວຍເອຊາຢາຜູ້ປະກາດພຣະທັມຈະໄດ້ສຳເລັດຄື ພົນລະເມືອງແຂວງຄາລີເລຈະໄດ້ເຫັນຄວາມສະຫວ່າງອັນໃຫຍ່.

Matthew 4:17

ພຣະເຢຊູໄດ້ຊົງເລີ່ມເທດສະຫນາໃນເລື່ອງໃດ?

ພຣະເຢຊູເຈົ້າຊົງຕັ້ງຕົ້ນປ່າວປະກາດວ່າ, “ຈົ່ງກັບໃຈໃຫມ່ເພາະຣາຊະອານາຈັກສະຫວັນໄດ້ມາໃກ້ແລ້ວ.”

Matthew 4:18

ເປໂຕ ເເລະ ອັນເດມີອາຊີບຫຍັງ?

ເປໂຕ ເເລະ ອັນເດມີອາຊີບເປັນຊາວປະມົງ.

ພຣະເຢຊູຊົງກ່າວຈະໃຫ້ເປໂຕ ເເລະ ອັນເດ ມີອາຊີບຫຍັງ?

ພຣະເຢຊູຊົງກ່າວວ່າເພິ່ນຕ້ອງການຈະບັນດານໃຫ້ເປໂຕ ເເລະ ອັນເດເປັນຜູ້ຫາຄົນ.

Matthew 4:21

ຢາໂກໂບ ເເລະ ໂຢຮັນ ມີອາຊີບຫຍັງ?

ຢາໂກໂບ ເເລະ ໂຢຮັນ ມີອາຊີບເປັນຊາວປະມົງ.

Matthew 4:23

ໃນເວລານັ້ນ, ພຣະເຢຊູຊົງເທດສະຫນາຢູ່ໃສ?

ພຣະເຢຊູຊົງເທດສະຫນາໃນໂຮງທັມະສາລາ ຢູ່ແຂວງຄາລີເລ.

ຜູ້ຄົນເເບບໃດທີ່ເຂົ້າມາຫາພຣະເຢຊູ ເເລະ ພຣະເຢຊູຊົງກະທໍາສິ່ງໃດກັບພວກເຂົາ?

ທັງຫມົດເເມ່ນຄົນປ່ວຍໄຂ້ໄດ້ພະຍາດຕ່າງ, ຄົນທີ່ທົນທຸກທໍລະມານ, ຄົນທີ່ຜີເຂົ້າສິງ, ຄົນເປັນບ້າຫມູ ແລະ ຄົນເປັນເປ້ຍມາຫາພຣະອົງ ເເລະ ພຣະອົງກໍຊົງໂຜດໃຫ້ພວກເຂົາດີທຸກຄົນ.

ຄົນທີ່ຕິດຕາມພຣະເຢຊູໃນເວລານັ້ນ ມີຈໍານວນເທົ່າໃດ?

ມີຈໍານວນຫລວງຫລາຍຄົນທີ່ຕິດຕາມພຣະເຢຊູໃນເວລານັ້ນ.

Matthew 5

Matthew 5:1

ເປັນຫຍັງຜູ້ຄົນທີ່ຍາກຈົນໃນຈິດວິນຍານ ຈຶ່ງໄດ້ຮັບພຣະພອນ?

ພຣະພອນເປັນຂອງຜູ້ໃດທີ່ຍາກຈົນໃນຈິດວິນຍານ ເພາະວ່າອານາຈັກສະຫວັນເປັນຂອງຜູ້ນັ້ນ.

ເປັນຫຍັງຜູ້ຄົນທີ່ໂສກເສົ້າ ຈຶ່ງໄດ້ຮັບພຣະພອນ?

ພຣະພອນເປັນຂອງຜູ້ໃດທີ່ໂສກເສົ້າເພາະວ່າຜູ້ນັ້ນຈະໄດ້ຮັບການຊົງເລົ້າໂລມ.

Matthew 5:5

ເປັນຫຍັງຜູ້ຄົນທີ່ມີຈິດໃຈອ່ອນຫວານ ຈຶ່ງໄດ້ຮັບພຣະພອນ?

ພຣະພອນເປັນຂອງຜູ້ໃດທີ່ມີຈິດໃຈອ່ອນຫວານ ເພາະວ່າຜູ້ນັ້ນຈະໄດ້ຮັບແຜ່ນດິນໂລກເປັນມໍຣະດົກ.

ເປັນຫຍັງຜູ້ຄົນທີ່ມີຄວາມອຶດຫິວ ແລະ ກະຫາຍຄວາມຊອບທັມຈຶ່ງໄດ້ຮັບພຣະພອນ?

ພຣະພອນເປັນຂອງຜູ້ໃດທີ່ມີຄວາມອຶດຫິວ ແລະ ກະຫາຍຄວາມຊອບທັມ ເພາະວ່າພຣະເຈົ້າຈະຊົງໃຫ້ອີ່ມບໍຣິບູນ.

Matthew 5:11

ເປັນຫຍັງຜູ້ຄົນເປັນຫຍັງຄົນທີ່ຖືກດູຖູກ ແລະ ຖືກຂົ່ມເຫັງເພາະເຫັນແກ່ພະເຍຊູ ຈຶ່ງໄດ້ຮັບພຣະພອນ?

ເມື່ອຄົນກ່າວຂວັນນິນທາ ແລະ ຂົ່ມເຫັງ ແລະ ຖືກກ່າວຫາຄວາມບໍ່ຈິງທຸກຢ່າງ ເພາະເຫັນແກ່ພຣະເຢຊູ ຈຶ່ງໄດ້ຮັບພຣະພອນ ເພາະວ່າບຳເຫນັດຂອງຄົນເຫລົ່ານັ້ນມີບໍຣິບູນໃນສະຫວັນ.

Matthew 5:15

ຜູ້ທີ່ເຊື່ອຈະສ່ອງເເສງສະຫວ່າງຂອງພວກເຂົາຕໍ່ຫນ້າຜູ້ຄົນທັງຫລາຍໄດ້ຢ່າງໃດ?

ຜູ້ທີ່ເຊື່ອຈະສ່ອງເເສງສະຫວ່າງຂອງພວກເຂົາຕໍ່ຫນ້າຜູ້ຄົນທັງຫລາຍໄດ້ດ້ວຍວິທີການທີ່ຜູ້ທີ່ເຊື່ອຈະກະທໍາສິ່ງດີໆ.

Matthew 5:17

ພຣະເຍຊູໄດ້ຊົງກະທໍາສິ່ງອັນໃດກັບບົດພຣະບັນຍັດ ເເລະ ຖ້ອຍຄໍາຂອງພຣະທັມສັນຍາເກົ່າ?

ພຣະເຍຊູໄດ້ຊົງມາເພື່ອມາເຮັດໃຫ້ສຳເລັດຄົບຖ້ວນຂອງ ພຣະບັນຍັດ ແລະ ຖ້ອຍຄຳຂອງຜູ້ປະກາດພຣະທັມ.

Matthew 5:19

ຜູ້ໃດຈະເປັນຜູ້ຍິ່ງໃຫຍ່ໃນອານາຈັກສະຫວັນ?

ຜູ້ໃດທີ່ປະຕິບັດ ແລະ ສອນຕາມພຣະບັນຍັດ ຜູ້ນັ້ນຈະຖືກເອີ້ນວ່າຜູ້ໃຫຍ່ໃນອານາຈັກສະຫວັນ.

Matthew 5:21

ພຣະເຢຊູຊົງສອນໄວ້ວ່າ ບໍ່ພຽງເເຕ່ຜູ້ໃດຂ້າຄົນຈະຕ້ອງຖືກພິພາກສາລົງໂທດເທົ່ານັ້ນ ເເຕ່ຍັງພິພາກສາລົງໂທດໄປເຖິງຜູ້ຄົນທີ່ກະທໍາສິ່ງໃດເເດ່?

ພຣະເຢຊູຊົງສອນໄວ້ວ່າ ບໍ່ພຽງເເຕ່ຜູ້ໃດຂ້າຄົນຈະຕ້ອງຖືກພິພາກສາລົງໂທດເທົ່ານັ້ນ, ເເຕ່ຜູ້ໃດທີ່ຮ້າຍອ້າຍນ້ອງຂອງຕົນ ຜູ້ນັ້ນຈະຕ້ອງຖືກໂທດຢ່າງຫນັກເຊັ່ນກັນ.

Matthew 5:23

ພຣະເຢຊູຊົງສອນໃຫ້ພວກເຮົາກະທໍາສິ່ງໃດ ຖ້າຫາກວ່າອ້າຍນ້ອງເຮົາກະທໍາໃຫ້ເຮົາຮູ້ສຶກຂຸ້ນເຄືອງ?

ຖ້າຫາກວ່າອ້າຍນ້ອງເຮົາກະທໍາໃຫ້ເຮົາຮູ້ສຶກຂຸ້ນເຄືອງ ພຣະເຢຊູຊົງສອນໃຫ້ພວກເຮົາກັບໄປຄືນດີກັບອ້າຍນ້ອງຜູ້ນັ້ນເສຍກ່ອນ.

Matthew 5:25

ພຣະເຢຊູຊົງສອນໃຫ້ພວກເຮົາກະທໍາສິງໃດກັບໂຈດຂອງພວກເຮົາກ່ອນທີ່ຈະຂຶ້ນສານ?

ໃນຂະນະທີ່ທ່ານກຳລັງໄປຂຶ້ນສານກັບໂຈດ ພຣະເຢຊູຊົງສອນໃຫ້ພວກເຮົາຕົກລົງເຫັນພ້ອມໃນຂໍ້ຫາກັນເສຍກ່ອນ.

Matthew 5:27

ພຣະເຢຊູຊົງສອນວ່າການລ່ວງລະເມີດທາງເພດເປັນສິ່ງທີ່ຜິດ ເເຕ່ນອກນີ້ຍັງມີການກະທໍາສິ່ງໃດອີກທີ່ຜິດ?

ພຣະເຢຊູຊົງສອນວ່າ ການຫລິ້ນຊູ້ສູ່ຜົວເມຍເພິ່ນກໍ່ເປັນສິ່ງທີ່ຜິດ, ເເຕ່ນອກນີ້ຍັງລວມໄປເຖິງຜູ້ທີ່ເບິ່ງແມ່ຍິງດ້ວຍໃຈກຳຫນັດໃນຍິງນັ້ນກໍ່ຜິດເຊັ່ນກັນ.

Matthew 5:29

ພຣະເຢຊູກ່າວວ່າພວກເຮົາຄວນກະທໍາສິ່ງໃດຕໍ່ກັບສິ່ງທີ່ເຮັດໃຫ້ເຮົາເປັນບາບ?

ພຣະເຢຊູກ່າວວ່າພວກເຮົາຄວນກໍາຈັດທຸກສິ່ງທີ່ເຮັດໃຫ້ເຮົາເປັນບາບນັ້ນອອກໄປເສຍ.

Matthew 5:31

ດ້ວຍເຫດໃດ ພຣະເຍຊູຈຶ່ງຍອມໃຫ້ມີການຢ່າຮ້າງ?

ພຣະເຍຊູຈຶ່ງຍອມໃຫ້ມີການຢ່າຮ້າງ ດ້ວຍເຫດວ່າ ຄົນຜູ້ນັ້ນຜິດສິລະທັມທາງເພດເເລ້ວ.

ຖ້າຜູ້ເປັນຜົວຢ່າເມຍຢ່າງບໍ່ຖືກຕ້ອງ ເເລະ ນາງນັ້ນຕ້ອງໄປເເຕ່ງງານໃຫມ່ ຝ່າຍເປັນຜົວໄດ້ກະທໍາໃຫ້ນາງນັ້ນກາຍເປັນຄົນເເນວໃດ?

ຖ້າຜູ້ເປັນຜົວຢ່າເມຍຢ່າງບໍ່ຖືກຕ້ອງ ເເລະ ນາງນັ້ນຕ້ອງໄປເເຕ່ງງານໃຫມ່ ກໍ່ເທົ່າກັບວ່າຝ່າຍເປັນຜົວເຮັດໃຫ້ຍິງນັ້ນຖືກຜິດໃນຖານຫລິ້ນຊູ້.

Matthew 5:36

ແທນທີ່ຈະສາບານດ້ວຍການອ້າງເຖິງສິ່ງຕ່າງໆໃນໂລກ, ພຣະເຢຊູກ່າວວ່າຄຳເວົ້າຂອງເຮົາຄວນຈະເປັນແນວໃດ?

ພຣະເຢຊູກ່າວວ່າ ແທນທີ່ຈະສາບານດ້ວຍການອ້າງເຖິງສິ່ງຕ່າງໆໃນໂລກ ພວກເຮົາຄວນໃຫ້ຄຳເວົ້າຂອງເຮົາເປັນດັ່ງນີ້: "ແມ່ນ" ກໍວ່າ ‘ແມ່ນ" "ບໍ່ແມ່ນ" ກໍວ່າ "ບໍ່ແມ່ນ".

Matthew 5:38

ພຣະເຢຊູສອນໃຫ້ພວກເຮົາຄວນກະທໍາສິ່ງໃດຕໍ່ກັບຜູ້ທີ່ກະທໍາຊົ່ວຕໍ່ເຮົາ?

ພຣະເຢຊູສອນໃຫ້ພວກເຮົາຢ່າຕໍ່ສູ້ກັບຄົນຊົ່ວ.

Matthew 5:43

ພຣະເຢຊູຊົງສອນໃຫ້ພວກເຮົາກະທໍາສິ່ງໃດຕໍ່ສັດຕູ ເເລະ ຜູ້ທີ່ຂົ່ມເຫັງເຮົາ?

ພຣະເຢຊູຊົງສອນໃຫ້ພວກເຮົາຮັກສັດຕູ ເເລະ ຈົ່ງອ້ອນວອນອະທິຖານສຳລັບຜູ້ທີ່ຂົ່ມເຫັງພວກເຮົາ.

Matthew 5:46

ເປັນຫຍັງພຣະເຢຊູຈຶ່ງກ່າວວ່າ ຢ່າພຽງເເຕ່ຮັກຄົນທີ່ເຮົາຮັກເທົ່ານັ້ນ ເເຕ່ໃຫ້ເຮົາຮັກສັດຕູຂອງເຮົານໍາ?

ພຣະເຢຊູຊົງກ່າວວ່າ ຖ້າວ່າພວກເຮົາຮັກຄົນທັງຫລາຍທີ່ຮັກພວກເຮົາແລ້ວພວກເຮົາຈະໄດ້ຮັບບຳເຫນັດໄດ້ຢ່າງໃດ ເພາະວ່າພວກເຮົາໄດ້ກະທໍາເຫມຶອນກັບຄົນຕ່າງຊາດໄດ້ກະທໍາເເລ້ວເຊັ່ນກັນ.

Matthew 6

Matthew 6:1

ຜູ້ທີ່ກະທໍາຕາມຄວາມຊອມທັມຕໍ່ຫນ້າຜູ້ອື່ນ ຈະໄດ້ຮັບບໍາເຫນັດຫຍັງ?

ຜູ້ທີ່ກະທໍາຕາມຄວາມຊອມທັມຕໍ່ຫນ້າຜູ້ອື່ນ ຈະໄດ້ຮັບຄໍາສັນລະເສີນຈາກຄົນອື່ນໆເປັນບໍາເຫນັດ.

Matthew 6:3

ເຮົາຄວນກະທໍາຕາມຄວາມຊອບທັມດ້ວຍວິທີໃດຈຶ່ງຈະໄດ້ຮັບບໍາເຫນັດຈາກພຣະບິດາ?

ເຮົາຄວນກະທໍາຕາມຄວາມຊອບທັມຢ່າງລັບໆ.

Matthew 6:5

ສໍາລັບຄົນຫນ້າຊື່ໃຈຄົດທີ່ອະທິຖານອ້ອນວອນເພື່ອທີ່ຈະໃຫ້ມະນຸດເຫັນພວກເຂົາ ຈະໄດ້ຮັບບໍາເຫນັດເເນວໃດ?

ສໍາລັບຄົນຫນ້າຊື່ໃຈຄົດທີ່ອະທິຖານອ້ອນວອນເພື່ອທີ່ຈະໃຫ້ມະນຸດເຫັນພວກເຂົາ ຈະໄດ້ຮັບບໍາເຫນັດຈາກຜູ້ຄົນ.

ສໍາລັບຜູ້ທີ່ອະທິຖານອ້ອນວອນຢູ່ໃນທີ່ລັບລີ້ ຈະໄດ້ຮັບບໍາເຫນັດຈາກໃຜ?

ສໍາລັບຜູ້ທີ່ອະທິຖານອ້ອນວອນຢູ່ໃນທີ່ລັບລີ້ ຈະໄດ້ຮັບບໍາເຫນັດຈາກພຣະ­ບິ­ດາຜູ້ຊົງເຫັນໃນທີ່ລັບ­ລີ້.

ເປັນຫຍັງພຣະບິດາຈຶ່ງກ່າວວ່າຢ່າອະທິຖານເວົ້າຊ້ຳຄຳເກົ່າ?

ສາເຫດທີ່ພຣະບິດາກ່າວວ່າຢ່າອະທິຖານເວົ້າຊ້ຳຄຳເກົ່າ ກໍ່ເພາະວ່າ ພຣະບິດາຊົງຮູ້ວ່າພວກເຮົາຕ້ອງການໃນສິ່ງໃດກ່ອນທີ່ພວກເຮົາຈະອ້ອນວອນອີກ.

Matthew 6:8

ສະຖານທີ່ໃດທີ່ພວກເຮົາຄວນທູນຂໍຕໍ່ພຣະບິດາໃຫ້ພຣະປະສົງຂອງພຣະອົງສຳເລັດ?

ພວກເຮົາຄວນທູນຂໍຕໍ່ພຣະບິດາໃຫ້ພຣະປະສົງຂອງພຣະອົງສຳເລັດໃນໂລກເຊັ່ນດຽວກັນກັບຢູ່ໃນສະຫວັນ.

Matthew 6:14

ຖ້າພວກເຮົາບໍ່ຍົກຄວາມຜິດໃຫ້ເພື່ອນມະນຸດ ພຣະບິ­ດາຈະກະທໍາສິ່ງໃດ?

ຖ້າພວກເຮົາບໍ່ຍົກຄວາມຜິດຂອງເພື່ອນມະນຸດ ພຣະບິ­ດາເຈົ້າຂອງພວກເຮົາກໍຈະບໍ່ຊົງໂຜດຍົກຄວາມຜິດຂອງພວກເຮົາເຫມືອນກັນ.

Matthew 6:16

ພວກເຮົາຄວນຖືສິນອົດອາຫານ ເພື່ອທີ່ຈະໄດ້ຮັບບໍາເຫນັດທີ່ມາຈາກພຣະບິດາ ດ້ວຍວິທີໃດ?

ພວກເຮົາຄວນຖືສິນອົດອາຫານໂດຍບໍ່ໃຫ້ມະ­ນຸດຄົນໃດເຫັນວ່າກໍາລັງຖືສິນອົດອາ­ຫານຢູ່ ເເລ້ວພຣະບິດຈະຊົງປະທານບໍາເຫນັດໃຫ້ພວກເຮົາ.

Matthew 6:19

ພວກເຮົາຄວນເກັບຊັບສົມບັດໄວ້ຢູ່ໃສ ແລະ ເພາະເຫດໃດ?

ພວກເຮົາຄວນເກັບຊັບສົມບັດໄວ້ຢູ່ໃນສະ­ຫວັນ ບ່ອນມອດ ແລະ ຂີ້­ຫມ້ຽງກັດກິນບໍ່ໄດ້ ແລະ ທັງໂຈນເຈາະ ແລະ ລັກເອົາບໍ່ໄດ້.

ສິ່ງອັນໃດຈະຢູ່ກັບຊັບສົມບັດຂອງພວກເຮົາ?

ຊັບສົມ­ບັດຢູ່ໃສ ໃຈກໍຢູ່ທີ່ນັ້ນດ້ວຍ.

Matthew 6:22

ນາຍສອງຄົນທີ່ເຮົາຄວນຕ້ອງເລືອກນັ້ນ ເເມ່ນຄົນໃດ ເເລະ ຄົນໃດ?

ນາຍສອງຄົນທີ່ເຮົາຄວນຕ້ອງເລືອກນັ້ນ ເເມ່ນລະຫວ່າງພຣະເຈົ້າ ເເລະ ເງິນຄຳ.

Matthew 6:25

ເປັນຫຍັງພວກເຮົາຈຶ່ງບໍ່ຄວນກະວົນ­ກະ­ວາຍເຖິງຊີ­ວິດຂອງຕົນວ່າ ຈະກິນຫຍັງ ຈະດື່ມຫຍັງ ຫລື ກະວົນ­ກະ­ວາຍເຖິງຮ່າງ­ກາຍຂອງຕົນວ່າ ຈະນຸ່ງຫຍັງ?

ພວກເຮົາຢ່າກະວົນ­ກະ­ວາຍເຖິງຊີ­ວິດຂອງຕົນວ່າ ຈະກິນຫຍັງ ຈະດື່ມຫຍັງ ຫລື ກະວົນ­ກະ­ວາຍເຖິງຮ່າງ­ກາຍຂອງຕົນວ່າ ຈະນຸ່ງຫຍັງ ເພາະວ່າພຣະ­ບິ­ດາເຈົ້າກໍຍັງຊົງລ້ຽງເເມ້ກະທັ່ງນົກ ເເລະ ພວກເຮົາປະ­ເສີດຫລາຍກວ່ານົກບໍ່ແມ່ນຫລື.

Matthew 6:27

ພຣະເຢຊູເຕືອນຫຍັງເກ່ພວກເຮົາວ່າພວກເຮົາບໍ່ສາມາດກະທໍາໄດ້ໂດຍທີ່ຍັງກັງວົນໃຈ?

ພຣະເຢຊູໄດ້ຊົງເຕືອນເເກ່ພວກເຮົາວ່າພວກເຮົາບໍ່ສາມາດຕໍ່ອາຍຸຂອງຕົນໃຫ້ຍາວອອກໄປອີກໄດ້ໂດຍທີ່ຍັງກັງວົນກະວາຍໃຈ.

Matthew 6:32

ສິ່ງອັນໃດທີ່ພວກເຮົາຕ້ອງຊອກຫາກ່ອນອື່ນຫມົດ ແລະ ຈາກນັ້ນຄວາມຕ້ອງການຂອງພວກເຮົາໃນໂລກທັງຫມົດຈະຖືກສະຫນອງໃຫ້?

ພວກເຮົາທັງ­ຫລາຍຈົ່ງສະ­ແຫວງ­ຫາຣາ­ຊະອາ­ນາ­ຈັກຂອງພຣະ­ເຈົ້າ ແລະ ຄວາມຊອບທັມຂອງພຣະ­ອົງກ່ອນ. ແລ້ວພຣະ­ອົງຈະຊົງເພີ່ມເຕີມສິ່ງທັງປວງເຫລົ່ານີ້ໃຫ້.

Matthew 7

Matthew 7:3

ສິ່ງໃດທີ່ພວກເຮົາຄວນກະທໍາກ່ອນອື່ນຫມົດ ທີ່ພວກເຮົາສາມາເຫັນໄດ້ຢ່າງຈະແຈ້ງໃນການທີ່ຈະຊ່ວຍອ້າຍຂອງພວກເຮົາ?

ສິ່ງທີ່ພວກເຮົາຄວນກະທໍາກ່ອນອື່ນຫມົດນັ້ນເເມ່ນສໍາຫລວດຕົວເອງກ່ອນ ເເລະ ຈົ່ງເອົາໄມ້ທັງທ່ອນອອກຈາກຕາຂອງພວກເຮົາອອກເສຍກ່ອນ ແລ້ວຈິ່ງຈະເຂ່ຍຂີ້ເຫຍື່ອອອກຈາກຕາຂອງພີ່ນ້ອງຂອງທ່ານໄດ້ຢ່າງຊັດເຈນ.

Matthew 7:6

ສິ່ງໃດທີ່ອາດຈະເກີດຂຶ້ນ ຖ້າຫາກວ່າທ່ານໃຫ້ສິ່ງທີ່ປະເສດແກ່ຫມາ?

ຖ້າຫາກວ່າທ່ານໃຫ້ສິ່ງທີ່ປະເສດແກ່ຫມາ, ຢ້ານວ່າມັນຈະຢຽບຢ່ຳເສຍ ແລະ ຈະຕ່າວມາຂົບຈີກທ່ານອອກເປັນປ່ຽງໆດ້ວຍ.

Matthew 7:7

ເຮົາຕ້ອງກະທໍາສິ່ງອັນໃດເພື່ອທີ່ຈະໄດ້ຮັບຈາກພຣະບິດາ?

ຈົ່ງຫມັ່ນຂໍແລ້ວຈະຊົງປຣະ­ທານໃຫ້. ຈົ່ງຫມັ່ນຊອກແລ້ວຈະພົບ. ຈົ່ງຫມັ່ນເຄາະແລ້ວຈະຊົງໄຂໃຫ້.

Matthew 7:11

ພຣະບິດາຈະຊົງປະທານສິ່ງອັນໃດໃຫ້ແກ່ຜູ້ທີ່ທູນຂໍພຣະອົງ?

ພຣະບິດາຈະຊົງປະທານສິ່ງທີ່ດີໆໃຫ້ແກ່ຜູ້ທີ່ທູນຂໍພຣະອົງ.

ພຣະ­ບັນ­ຍັດ ແລະ ຄຳສັ່ງ­ສອນຂອງບັນ­ດາຜູ້ປະ­ກາດພຣະທັມໄດ້ສອນຫຍັງເຮົາກ່ຽວກັບການປະຕິບັດຕໍ່ຄົນອື່ນ?

ພຣະ­ບັນ­ຍັດ ແລະ ຄຳສັ່ງ­ສອນຂອງບັນ­ດາຜູ້ປະ­ກາດພຣະ­ທັມໄດ້ສອນພວກເຮົາວ່າ ສິ່ງໃດກໍ່ຕາມທີ່ພວກເຮົາປາ­ຖະຫນາໃຫ້ພວກເຂົາເຮັດແກ່ພວກເຮົາ ພວກເຮົາຈົ່ງເຮັດກັບພວກເຂົາທຸກປະ­ການເຫມືອນກັນ.

Matthew 7:13

ຫົນທາງທີ່ກວ້າງຂວາງ ຈະນຳໄປສູ່ຫຍັງ?

ຫົນທາງທີ່ກວ້າງຂວາງ ຈະນຳໄປສູ່ຄວາມຈິບຫາຍ.

ຫົນທາງທີ່ເເຄບ ຈະນຳໄປສູ່ຫຍັງ?

ຫົນທາງທີ່ເເຄບ ຈະນຳໄປສູ່ຊີວິດ.

Matthew 7:15

ພວກເຮົາຈະຮູ້ໄດ້ຢ່າງໃດວ່າໃຜເເມ່ນຜູ້ປະ­ກາດພຣະ­ທັມປອມ?

ພວກເຮົາສາມາດຮູ້ເຖິງຜູ້ປະ­ກາດພຣະ­ທັມປອມໄດ້ຈາກຫມາກຜົນໃນຊີວິດຂອງພວກເຂົາ.

Matthew 7:21

ເເມ່ນໃຜຈະໄດ້ເຂົ້າໄປໃນອານາຈັກສະຫວັນ?

ຜູ້ທີ່ໄດ້ເຂົ້າເເມ່ນຜູ້ທີ່ກະທໍາເຮັດຕາມນ້ຳພຣະ­ທັຍພຣະ­ບິ­ດາເຈົ້າຂອງພວກເຮົາຜູ້ຊົງສະຖິດຢູ່ໃນສະ­ຫວັນເທົ່ານັ້ນ.

ພຣະເຢຊູຈະກ່າວຫຍັງຕໍ່ຫລາຍຄົນທີ່ໄດ້ປະ­ກາດພຣະທັມໃນພຣະ­ນາມຂອງພຣະ­ອົງ, ໄດ້ຂັບໄລ່ຜີອອກໃນພຣະ­ນາມຂອງພຣະ­ອົງ ແລະ ໄດ້ເຮັດການອິດ­ທິ­ຣິດຫລາຍປະ­ການໃນພຣະ­ນາມຂອງພຣະ­ອົງ?

ພຣະເຢຊູຈະໄດ້ປະ­ກາດແກ່ເຂົາຢ່າງເປີດເຜີຍວ່າ "ເຮົາບໍ່ຮູ້­ຈັກພວກເຈົ້າຈັກເທື່ອ, ຈົ່ງຜ່າຍຫນີໃຫ້ພົ້ນຈາກເຮົາ, ເຈົ້າຜູ້ເຮັດການຊົ່ວຮ້າຍເອີຍ".

Matthew 7:24

ໃຜເປັນຄືກັບຄົນສະຫລາດໃນຄຳອຸປະມາຂອງພຣະເຢຊູໃນເລື່ອງກ່ຽວກັບເຮືອນສອງຫລັງ?

ຜູ້ໃດທີ່ຟັງຖ້ອຍຄໍາຂອງພຣະເຢຊູ ແລະ ປະ­ຕິ­ບັດຕາມ ຄົນນັ້ນກໍປຽບເຫມືອນຄົນສະ­ຫລາດຄົນຫນຶ່ງ.

Matthew 7:26

ໃຜເປັນຄືກັບຄົນໂງ່ໃນຄຳອຸປະມາຂອງພຣະເຢຊູໃນເລື່ອງກ່ຽວກັບເຮືອນສອງຫລັງ?

ຜູ້ໃດທີ່ໄດ້ຍິນຖ້ອຍຄຳຂອງພຣະເຢຊູ ແລະ ບໍ່ເຊື່ອຟັງຖ້ອຍຄຳເຫຼົ່ານີ້ ກໍປຽບເຫມືອນຄົນໂງ່

Matthew 7:28

ພຣະເຢຊູສອນຜູ້ຄົນແນວໃດ ເມື່ອປຽບທຽບກັບວິທີທີ່ພວກ ທັມະຈານໄດ້ສອນ?

ເພາະ­ວ່າພຣະອົງຊົງສັ່ງ­ສອນເຂົາເຫມືອນຜູ້ມີຣິດອຳ­ນາດ, ແລະ ບໍ່ເຫມືອນພວກທັມະຈານຂອງພວກເຂົາ.

Matthew 8

Matthew 8:4

ເປັນຫຍັງພຣະເຢຊູບອກໃຫ້ຄົນຂີ້ທູດທີ່ຫາຍດີຄວນໄປຫາປະໂລຫິດ ແລະ ຖວາຍເຄື່ອງບູ­ຊາຕາມໂມເຊໄດ້ສັ່ງໄວ້?

ຈົ່ງໄປສະ­ແດງຕົວຕໍ່ປະ­ໂລ­ຫິດ ແລະ ຖວາຍເຄື່ອງບູ­ຊາຕາມໂມເຊໄດ້ສັ່ງໄວ້ ເພື່ອເປັນພຣະຍານເເກ່ພວກເຂົາ.

Matthew 8:5

ເມື່ອນາຍຮ້ອຍບອກ ພຣະເຢຊູກ່ຽວກັບຄົນໃຊ້ຂອງລາວຜູ້ທີ່ເປັນອຳມະພາດ ພຣະອົງບອກວ່າຈະຊົງກະທໍາສິ່ງໃດເເກ່ລາວ?

ພຣະ­ເຢຊູເຈົ້າຊົງບອກກັບນາຍ­ຮ້ອຍນັ້ນວ່າ ຈະໄປທີ່ເຮຶອນຂອງລາວ ເເລະ ຮັກສາໃຫ້ຄົນໃຊ້ຂອງລາວຫາຍດີ.

Matthew 8:8

ເປັນຫຍັງນາຍຮ້ອຍຈຶ່່ງໄດ້ກ່າວວ່າ ພຣະເຢຊູບໍ່ຈຳເປັນຕ້ອງໄປທີ່ເຮືອນຂອງລາວ?

ນາຍຮ້ອຍກ່າວວ່າ ລາວເປັນຄົນບໍ່ສົມ­ຄວນທີ່ຈະໃຫ້ພຣະເຢຊູເຂົ້າໄປລຸ່ມຫລັງ­ຄາເຮືອນຂອງລາວ ເເລະ ຂໍພຽງເເຕ່ໃຫ້ພຣະອົງກ່າວເທົ່ານັ້ນຄົນໃຊ້ຂອງລາວກໍຈະດີພະ­ຍາດ.

ພຣະເຢຊູຊົງຊື່ນຊົມນາຍດ້ວຍເເນວໃດ?

ພຣະເຢຊູຊົງກ່າວວ່າ ພຣະອົງບໍ່ພົບຜູ້ໃດມີຄວາມເຊື່ອໃຫຍ່ທໍ່ນີ້ ໃນພວກອິ­ສະຣາ­ເອນເລີຍ.

Matthew 8:11

ເເມ່ນໃຜທີ່ພຣະເຢຊູຊົງກ່າວວ່າຈະມາ ເເລະ ຮ່ວມໂຕະງານລ້ຽງໃນໃນອານາຈັກສະຫວັນ?

ພຣະເຢຊູຊົງກ່າວວ່າ ຈະມີຫລາຍຄົນຈາກທິດຕາເວັນອອກແລະ ທິດຕາ­ເວັນ­ຕົກ ແລ້ວພວກເຂົາຈະນັ່ງຮ່ວມໂຕະອາຫານໃນອານາຈັກສະຫວັນ.

ເເມ່ນໃຜທີ່ພຣະເຢຊູຊົງກ່າວວ່າຈະມີຄົນທີ່ຖືກຖິ້ມອອກໄປໃນທີ່ມືດພາຍນອກ ທີ່ນັ້ນຈະມີສຽງຮ້ອງ­ໄຫ້ ແລະ ຂົບແຂ້ວຢູ່?

ພຣະເຢຊູຊົງກ່າວວ່າ ຝ່າຍຊາວອານາຈັກແຜ່ນ­ດິນນັ້ນຈະຖືກຖິ້ມອອກໄປໃນທີ່ມືດພາຍນອກ ທີ່ນັ້ນຈະມີສຽງຮ້ອງ­ໄຫ້ແລະຂົບແຂ້ວຢູ່.

Matthew 8:14

ພຣະເຢຊູຊົງຮັກສາໃຜເມື່ອພຣະອົງໄດ້ສະເດັດເຂົ້າໄປໃນບ້ານຂອງເປໂຕ?

ພຣະເຢຊູຊົງຮັກສາແມ່ເຖົ້າຂອງເປ­ໂຕເມື່ອພຣະອົງໄດ້ສະເດັດເຂົ້າໄປໃນບ້ານຂອງເປໂຕນັ້ນ.

Matthew 8:16

ຄຳພະຍາກອນອັນໃດຈາກເອຊາຢາ ທີ່ໄດ້ສໍາເລັດເປັນຈິງໃນຂະນະທີ່ພຣະເຢຊູປິ່ນປົວທຸກຄົນທີ່ຖືກຜີສິງ ແລະ ເຈັບປ່ວຍ?

ຄຳພະຍາກອນທີ່ໄດ້ສໍາເລັດເປັນຈິງຊົງກ່າວໄວ້ໂດຍເອ­ຊາ­ຢາຜູ້ປະ­ກາດພຣະ­ທັມວ່າ: “ເພິ່ນໄດ້ແບກເອົາຄວາມເຈັບໄຂ້ ແລະຫອບເອົາພະຍາດຂອງເຮົາໄປ.”

Matthew 8:18

ພຣະເຢຊູຊົງກ່າວກ່ຽວກັບຊີວິດຂອງພຣະອົງໄວ້ເເນວໃດ ເມື່ອນັກທັມຂໍຕິດຕາມພຣະອົງ?

ພຣະເຢຊູຊົງກ່າວວ່າ ພຣະອົງບໍ່ມີທີ່ຢູ່ອາໄສຖາວອນ.

Matthew 8:21

ພຣະເຢຊູ່ກ່າວສິ່ງໃດຕໍ່ພວກສິດຂອງພຣະ­ເຢຊູເຈົ້າ ທີ່ໄດ້ທູນພຣະ­ອົງອະ­ນຸ­ຍາດໃຫ້ໄປຝັງສົບພໍ່ຂອງລາວເສັຽກ່ອນ?

ພຣະ­ເຢຊູເຈົ້າຊົງຕອບວ່າ: ຈົ່ງຕິດ­ຕາມພຣະອົງມາເສຍ ແລະປະໃຫ້ຄົນຕາຍຝັງກັນເອງເທາະ.

Matthew 8:23

ພຣະເຢຊູຊົງກຳລັງກະທໍາສິ່ງໃດຢູ່ໃນເຮືອ ເມື່ອພາຍຸໃຫຍ່ເກີດຂຶ້ນໃນທະເລ?

ພຣະເຢຊູເຈົ້າຊົງບັນ­ທົມຫລັບຢູ່ ໃນຂະນະທີ່ບັງ­ເກີດມີພາຍຸລູກໃຫຍ່ເກີດທີ່ກາງທະເລ.

Matthew 8:26

ເມື່ອພວກສາວົກໄດ້ປຸກພຣະເຢຊູຍ້ອນວ່າພວກເຂົາຢ້ານຕາຍ, ພຣະເຢຊູຈຶ່ງເວົ້າຫຍັງກັບພວກເຂົາ?

ພຣະ­ເຢຊູເຈົ້າຊົງກ່າວກັບພວກເຂົາວ່າ: “ໂອ ຄົນມີຄວາມເຊື່ອນ້ອຍເອີຍ, ເປັນຫຍັງພວກເຈົ້າຈິ່ງຢ້ານ?”.

ເປັນຫຍັງພວກສາວົກຈຶ່ງປະຫລາດໃຈໃນພຣະເຢຊູຫລັງຈາກທີ່ພາຍຸສະຫງົບລົງ?

ຄົນເຫລົ່າ­ນັ້ນກໍພາ­ກັນອັດ­ສະ­ຈັນໃຈ ເພາະວ່າ ລົມ ແລະ ຟອງນ້ຳທະ­ເລກໍຍອມຟັງພຣະອົງ.

Matthew 8:28

ເມື່ອພຣະເຢຊູໄດ້ສະເດັດມາທີ່ເຂດແດນຄາ­ດາ­ຣາ ພຣະອົງໄດ້ພົບກັບຄົນເເບບໃດ?

ພຣະເຢຊູໄດ້ພົບກັບສອງຄົນທີ່ມີຜີສິງຢູ່ ພວກເຂົາໂຫດ­ຮ້າຍຫລາຍ.

ຄວາມກັງວົນທີ່ພວກຜີຮ້າຍເວົ້າຜ່ານພວກຜູ້ຊາຍຕໍ່ພຣະເຢຊູ ແມ່ນເເນວໃດ?

ຄວາມກັງວົນທີ່ພວກຜີຮ້າຍມີຕໍ່ພຣະເຢຊູຄື ຢ້ານພຣະອົງມາທີ່ນີ້ເພື່ອຈະມາທໍ­ຣະ­ມານຜີຮ້າຍນັ້ນກ່ອນເວ­ລາກຳ­ນົດ.

Matthew 8:30

ມີ່ສິ່ງໃດເກີດຂຶ້ນເມື່ອພຣະອົງຊົງຂັບໄລ່ຜີຮ້າຍ?

ເມື່ອພຣະອົງຊົງຂັບໄລ່ຜີຮ້າຍ, ຜີນັ້ນໄດ້ເຂົ້າໄປສິງຢູ່ໃນຝູງຫມູນັ້ນ ເເລະ ຫມູທັງຝູງນັ້ນໄດ້ຟ້າວແລ່ນລົງຈາກຕາຫລິ່ງຊັນໂຕນໃສ່ທະ­ເລຕາຍດິກນ້ຳຫມົດ.

Matthew 8:33

ປະຊາຊົນໄດ້ທູນຂໍສິ່ງໃດຕໍ່ພຣະເຢຊູເມື່ອພວກເຂົາອອກຈາກເມືອງເພື່ອມາພົບພຣະອົງ?

ພວກເຂົາອ້ອນ­ວອນທູນຂໍໃຫ້ພຣະ­ອົງອອກໄປເສຍຈາກເຂດແດນຂອງພວກເຂົາ.

Matthew 9

Matthew 9:3

ເປັນຫຍັງທັມະຈານບາງຄົນຄິດວ່າພຣະເຢຊູກຳລັງເວົ້າຫ­ມິ່ນປະຫມາດພຣະ­ເຈົ້າ?

ທັມະຈານບາງຄົນຄິດວ່າພຣະເຢຊູກຳລັງເວົ້າຫ­ມິ່ນປະຫມາດພຣະ­ເຈົ້າ ເພາະວ່າພຣະເຢຊູໄດ້ຊົງກ່າວເເກ່ຄົນເປ້ຍນັ້ນວ່າ ຄວາມຜິດບາບຂອງລາວໄດ້ຮັບການອະ­ໄພແລ້ວ.

ເປັນຫຍັງພຣະເຢຊູຈຶ່ງກ່າວເເກ່ຄົນເປ້ຍນັ້ນວ່າ ຄວາມຜິດບາບຂອງລາວໄດ້ຮັບການອະໄພເເລ້ວ ເເທນທີ່ຈະບອກໃຫ້ລາວລຸກຂຶ້ນ ເເລະ ຍ່າງໄປ?

ພຣະເຢຊູໄດ້ຊົງກ່າວເເກ່ຄົນເປ້ຍນັ້ນວ່າ ຄວາມຜິດບາບຂອງລາວໄດ້ຮັບການອະ­ໄພແລ້ວເພື່ອທີ່ຈະສະເເດງໃຫ້ເຫັນວ່າບຸດມະ­ນຸດມີສິດອຳ­ນາດເທິງແຜ່ນດິນໂລກທີ່ຈະໃຫ້ອະ­ພັຍຄວາມຜິດບາບໄດ້.

Matthew 9:7

ເປັນຫຍັງປະຊາຊົນຈຶ່ງສັນຣະເສີນພຣະເຈົ້າເມື່ອພວກເຂົາເຫັນຄວາມຜິດບາບຂອງຄົນເປ້ຍນັ້ນໄດ້ຮັບການອະໄພ ເເລະ ຮ່າງກາຍຂອງລາວກໍ່ໄດ້ຮັບການຮັກສາ?

ພວກເຂົາປະຫລາດໃຈ ແລະ ຈຶ່ງພາ­ກັນສັນຣະ­ເສີນພຣະ­ເຈົ້າຜູ້ຊົງປະ­ທານຣິດອຳ­ນາດດັ່ງ­ນັ້ນແກ່ມະ­ນຸດ.

ມັດທາຍມີອາຊີບຫຍັງກ່ອນທີ່ຈະມາຕິດຕາມພຣະເຢຊູ?

ກ່ອນທີ່ຈະມາຕິດຕາມພຣະເຢຊູມັດທາຍເປັນຄົນເກັບພາສີມາກ່ອນ.

Matthew 9:10

ພຣະເຢຊູ ເເລະ ເຫລົ່າສາວົກຂອງເພິ່ນ ໄດ້ຮັບປະທານອາຫານຮ່ວມກັບໃຜ?

ພຣະເຢຊູ ເເລະ ເຫລົ່າສາວົກຂອງເພິ່ນ ໄດ້ຮັບປະທານອາຫານຮ່ວມກັບຄົນເກັບພາ­ສີ ແລະ ຄົນນອກສິລະທັມຫລາຍຄົນ.

Matthew 9:12

ເເມ່ນໃຜທີ່ພຣະເຢຊູຊົງໄດ້ກ່າວໄວ້ວ່າພຣະອົງສະເດັດມາເພື່ອເອີ້ນໃຫ້ກັບໃຈໃຫມ່?

ພຣະເຢຊູຊົງໄດ້ກ່າວໄວ້ວ່າພຣະອົງສະເດັດມາເພື່ອເອີ້ນເອົາຄົນນອກສິລະທັມໃຫ້ກັບໃຈໃຫມ່.

Matthew 9:14

ເປັນຫຍັງພຣະເຢຊູຈຶ່ງກ່າວວ່າສາວົກຂອງພຣະອົງບໍ່ໄດ້ຖືສິນອົດອາຫານ?

ພຣະເຢຊູຈຶ່ງກ່າວວ່າສາວົກຂອງພຣະອົງບໍ່ໄດ້ຖືສິນອົດອາຫານ ເພາະວ່າພຣະອົງຍັງຊົງຢູ່ກັບພວກເຂົາ.

ເມື່ອໃດທີ່ພຣະເຢຊູຈະກ່າວວ່າສາວົກຂອງພຣະອົງຕ້ອງຖືສິນອົດອາຫານ?

ພຣະເຢຊູຈະກ່າວວ່າສາວົກຂອງພຣະອົງຕ້ອງຖືສິນອົດອາຫານເມື່ອພຣະອົງໄປຈາກພວກເຂົາ.

Matthew 9:20

ຜູ້­ຍິງຄົນຫນຶ່ງເປັນພະ­ຍາດເລືອດຕົກໄດ້ກະທໍາສິ່ງໃດ ເເລະ ຍ້ອນສາເຫດຫຍັງ?

ຜູ້­ຍິງຄົນຫນຶ່ງເປັນພະ­ຍາດເລືອດຕົກ ນາງໄດ້ຫຍັບເຂົ້າມາເບື້ອງຫລັງພຣະເຢຊູເຈົ້າແລ້ວບາຍແຄມເຄື່ອງທົງຂອງພຣະ­ອົງ ເພາະນາງຄິດໃນໃຈວ່າ ຖ້າເຮົາໄດ້ບາຍແຕ່ເສື້ອຂອງເພິ່ນເທົ່ານັ້ນ ນາງກໍຈະດີພະ­ຍາດ.

ພຣະເຢຊູຊົງກ່າວສິ່ງໃດເເກ່ຜູ້ຍິງທີ່ເປັນເລືອດຕົກໃຫ້ຫາຍດີເປັນປົກກະຕິ?

ພຣະເຢຊູຊົງກ່າວວ່າຄວາມເຊື່ອຂອງນາງໄດ້ເຮັດໃຫ້ນາງດີເປັນປົກກະຕິແລ້ວ.

Matthew 9:23

ເປັນຫຍັງປະຊາຊົນຈຶ່ງຫົວຂວັນໃສ່ພຣະເຢຊູເມື່ອພຣະອົງຊົງສະເດັດເຂົ້າໄປໃນບ້ານຂອງນາຍຢິວຜູ້ນັ້ນ?

ປະຊົາຊົນໄດ້ຫົວຂວັນພຣະເຢຊູກໍ່ຍ້ອນວ່າ ພຣະອົງຊົງກ່າວວ່າ ສາວນ້ອຍຄົນນັ້ນບໍ່ໄດ້ຕາຍດອກ, ແຕ່ຫລັບຢູ່ເທົ່ານັ້ນ.

Matthew 9:25

ເເມ່ນຫຍັງເກີດຂຶ້ນຫລັງຈາກທີ່ພຣະເຢຊູໄດ້ຊົງກະທໍາໃຫ້ເດັກຍິງນັ້ນຟື້ນຂຶ້ນມາຈາກຄວາມຕາຍ?

ຫລັງຈາກທີ່ພຣະເຢຊູໄດ້ຊົງກະທໍາໃຫ້ເດັກຍິງນັ້ນຟື້ນຂຶ້ນມາຈາກຄວາມຕາຍ ຂ່າວກ່ຽວກັບເລື່ອງນີ້ກໍຊ່າ­ລືໄປທົ່ວເຂດແດນນັ້ນ.

Matthew 9:27

ຊາຍຕາບອດສອງຄົນໄດ້ຮ້ອງໃສ່ພຣະເຢຊູ ວ່າເເນວໃດ?

ຊາຍຕາບອດສອງຄົນໄດ້ຮ້ອງຢູ່ຕະຫລອດທາງວ່າ: “ບຸດດາວິດເອີຍ, ໂຜດເມດຕາພວກຂ້າ­ນ້ອຍແດ່ທ້ອນ!”.

Matthew 9:29

ພຣະເຢຊູໄດ້ຊົງຮັກສາຊາຍຕາບອດສອງຄົນນັ້ນໃຫ້ເປັນໄປຕາມສິ່ງໃດ?

ພຣະເຢຊູເຈົ້າຊົງຮັກສາຊາຍຕາບອດສອງຄົນນັ້ນໃຫ້ເປັນໄປຕາມຄວາມເຊື່ອຂອງພວກເຂົາ.

Matthew 9:32

ຫລັງຈາກທີ່ພຣະເຢຊູຮັກສາຄົນປາກກືກ, ພວກຟາ­ຣີ­ຊາຍໄດ້ຕໍາຫນິຫຍັງພຣະອົງ?

ພວກຟາ­ຣີ­ຊາຍໄດ້ຕໍາຫນິພຣະອົງວ່າ ພຣະອົງຂັບໄລ່ຜີອອກໄດ້ດ້ວຍຣິດຂອງນາຍຜີຮ້າຍ.

Matthew 9:35

ເປັນຫຍັງພຣະເຢຊູຈຶ່ງຊົງມີເມດຕາຕໍ່ປະຊາຊົນຫລວງຫລາຍ?

ເມື່ອພຣະ­ອົງຊົງເຫັນປະ­ຊາ­ຊົນຫລວງ­ຫລາຍກໍຊົງສົງ­ສານເຂົາ ເພາະເຂົາຖືກລົບກວນ ແລະ ຂາດກຳລັງໃຈ. ພວກເຂົາເປັນເຫມືອນຝູງແກະທີ່ບໍ່ມີຜູ້ລ້ຽງ.

Matthew 9:37

ພຣະ­ອົງຊົງກ່າວແກ່ພວກລູກສິດຂອງພຣະ­ອົງທູນຂໍໂດຍເລັ່ງດ່ວນໃນສິ່ງໃດ?

ພຣະ­ອົງຊົງກ່າວແກ່ພວກລູກສິດຂອງພຣະ­ອົງທູນຂໍໂດຍເລັ່ງດ່ວນໃນຜູ້ເປັນເຈົ້າຂອງນາ ໃຫ້ຈ້າງຄົນງານມາໃນການເກັບກ່ຽວພືດຜົນຂອງຕົນເສຍ.

Matthew 10

Matthew 10:1

ພະເຍຊູໃຫ້ສິດອຳນາດຫຍັງແກ່ສາວົກສິບສອງຂອງພຣະອົງ?

ພຣະເຢຊູຊົງປຣະ­ທານໃຫ້ເຂົາມີອຳ­ນາດເຫນືອຜີຖ່ອຍຮ້າຍ, ເພື່ອຂັບໄລ່ມັນອອກໄດ້ ແລະເພື່ອໃຫ້ພະ­ຍາດທັງຄວາມ­ເຈັບໄຂ້ທຸກຢ່າງດີໄດ້.

Matthew 10:2

ຊື່ຂອງສາວົກຜູ້ທີ່ທໍ­ຣະຍົດຕໍ່ພຣະ­ອົງເເມ່ນຫຍັງ?

ຊື່ຂອງສາວົກຜູ້ທີ່ທໍ­ຣະຍົດຕໍ່ພຣະ­ອົງເເມ່ນຢູ­ດາອິ­ສະ­ກາ­ຣີອົດ.

Matthew 10:5

ໃນເວລານັ້ນ ພຣະເຢຊູໄດ້ຊົງສົ່ງເຫລົ່າສາວົກຂອງເພິ່ນໄປທີ່ໃດ?

ພຣະເຢຊູໄດ້ຊົງສົ່ງເຫລົ່າສາວົກຂອງເພິ່ນໄປຫາຝູງແກະທີ່ເສຍຄືຕະກູນອິ­ສະຣາ­ເອນ.

Matthew 10:8

ເຫລົ່າສາວົກໄດ້ນໍາເງິນ ຫລື ເຄື່ອງນຸ່ງຕິດຕົວເດີນທາງໄປນໍາຫລືບໍ?

ບໍ່, ຫລົ່າສາວົກບໍ່ໄດ້ນໍາເງິນ ຫລື ເຄື່ອງນຸ່ງຕິດຕົວເດີນທາງໄປນໍາເລີຍ.

Matthew 10:11

ເຫລົ່າສາວົກຈະພັກຢູ່ໃສເມື່ອພວກເຂົາເດີນທາງໄປຕາມເເຕ່ລະຫມູ່ບ້ານຕ່າງໆ?

ເຫລົ່າສາວົກຈະເບິ່ງວ່າຜູ້ໃດເປັນຜູ້ເຫມາະສົມ­ ແລະ ໄປອາໄສຢູ່ກັບຜູ້ນັ້ນຈົນກວ່າພວກເຂົາຈະຈາກໄປ.

Matthew 10:14

ໃນວັນພິພາກສາໂທດສໍາລັບເມືອງທີ່ບໍ່ໄດ້ຮັບຕ້ອນພວກສາວົກ ຫລື ຮັບຟັງຄຳເວົ້າຂອງພວກເຂົາ ຈະເປັນແນວໃດ?

ໃນວັນພິພາກສາໂທດສໍາລັບເມືອງທີ່ບໍ່ໄດ້ຮັບຕ້ອນພວກສາວົກ ຫລື ຮັບຟັງຄຳເວົ້າຂອງພວກເຂົາ ຈະຮ້າຍເເຮງກວ່າການພິພາກສາຂອງເມືອງໂຊ­ໂດມ ແລະ ເມືອງໂກໂມຣາ.

Matthew 10:16

ພຣະເຢຊູບອກວ່າປະຊາຊົນຈະກະທໍາສິ່ງໃດຕໍ່ພວກສາວົກ?

ພຣະເຢຊູຊົງກ່າວວ່າ ປະຊາຊົນຈະມອບພວກສາວົກກັບສານສູງ ແລະ ພວກເຂົາຈະຂ້ຽນພວກສາວົກໃນໂຮງທັມະເທສະ­ຫນາຂອງເຂົາ ແລ້ວພວກສາວົກຈະຖືກນຳຕົວໄປຫາເຈົ້າເມືອງ ແລະ ກະ­ສັດ.

Matthew 10:19

ເເມ່ນໃຜທີ່ຈະເປັນຜູ້ກ່າວຜ່ານທາງເຫລົ່າສາວົກເມື່ອພວກເຂົາຖືກສົ່ງຕົວໄປ?

ເມື່ອພວກເຂົາຖືກສົ່ງຕົວໄປ ພຣະ­ວິນ­ຍານແຫ່ງພຣະ­ບິ­ດາເຈົ້າຈະຊົງເປັນຜູ້ກ່າວຜ່ານພວກສາວົກ.

Matthew 10:21

ເເມ່ນໃຜທີ່ພຣະເຢຊູຊົງກ່າວໄວ້ວ່າຈະເປັນຜູ້ທີ່ຮອດໃນວັນສຸດທ້າຍ?

ຜູ້ໃດທີ່ອົດທົນໄດ້ເຖິງທີ່ສຸດ ຜູ້ນັ້ນຈະໄດ້ລອດພົ້ນ.

Matthew 10:24

ຜູ້ທີ່ກຽດຊັງພຣະເຢຊູຈະປະຕິບັດຕໍ່ພວກສາວົກຂອງພຣະອົງເເນວໃດ?

ຜູ້ທີ່ກຽດຊັງພຣະເຢຊູກໍ່ຈະກຽດຊັງພວກສາວົກຂອງພຣະອົງເຊັ່ນກັນ.

Matthew 10:28

ເເມ່ນໃຜທີ່ີພຣະເຢຊູບອກໃຫ້ເຮົາບໍ່ຄວນຢ້ານກົວ?

ພຣະເຢຊູບອກໃຫ້ເຮົາບໍ່ຄວນຢ້ານຜູ້ທີ່ຂ້າໄດ້ແຕ່ຮ່າງ­ກາຍ ແຕ່ຈະຂ້າຈິດວິນຍານບໍ່ໄດ້.

ເເມ່ນໃຜທີ່ີພຣະເຢຊູບອກໃຫ້ເຮົາຄວນຢ້ານກົວ?

ພຣະເຢຊູບອກໃຫ້ເຮົາຄວນຢ້ານກົວພຣະ­ເຈົ້າຜູ້ຊົງຣິດທີ່ອາດໃຫ້ທັງຈິດວິນຍານ ແລະ ຮ່າງ­ກາຍຈິບ­ຫາຍໃນຫມໍ້ນະ­ຣົກ.

Matthew 10:32

ພຣະເຢຊູຈະຊົງກະທໍາສິ່ງໃດເເກ່ຜູ້ທີ່ຍອມຮັບພຣະອົງຕໍ່ຫນ້າຜູ້ຄົນອື່ນໆ?

ທຸກຄົນທີ່ຈະຮັບພຣະອົງຕໍ່­ຫນ້າມະ­ນຸດ ຝ່າຍພຣະອົງຈະຮັບຜູ້ນັ້ນຕໍ່ພຣະ­ພັກພຣະ­ບິ­ດາເຈົ້າຂອງພຣະອົງ.

ພຣະເຢຊູຈະຊົງກະທໍາສິ່ງໃດເເກ່ຜູ້ທີ່ບໍ່ຍອມຮັບພຣະອົງຕໍ່ຫນ້າຜູ້ຄົນອື່ນໆ?

ຜູ້ທີ່ປະ­ຕິ­ເສດພຣະອົງຕໍ່­ຫນ້າມະ­ນຸດ ຝ່າຍພຣະອົງກໍຈະປະຕິ­ເສດຜູ້ນັ້ນຕໍ່ພຣະພັກພຣະ­ບິ­ດາເຈົ້າຂອງພຣະອົງຜູ້ຊົງສະ­ຖິດຢູ່ໃນສະ­ຫວັນເຫມືອນກັນ.

Matthew 10:34

ພຣະເຢຊູກ່າວວ່າພຣະອົງມາເພື່ອເຮັດໃຫ້ມີການແບ່ງແຍກກັນເເບບໃດ?

ພຣະເຢຊູກ່າວວ່າພຣະອົງມາເພື່ອເຮັດໃຫ້ມີການແບ່ງແຍກກັນພາຍໃນຄອບຄົວ.

Matthew 10:37

ຜູ້ທີ່ຍອມເສຍຊີ­ວິດຂອງຕົນ ເພາະເຫັນ­ແກ່ພຣະນາມຂອງພຣະເຢຊູ ພວກເຂົາຈະໄດ້ພົບກັບສິ່ງໃດ?

ຜູ້ທີ່ຍອມເສຍຊີ­ວິດຂອງຕົນ ເພາະເຫັນ­ແກ່ພຣະນາມຂອງພຣະເຢຊູ ພວກເຂົາກໍຈະໄດ້ພົບກັບຊີ­ວິດ.

Matthew 10:42

ຜູ້ໃດກໍ່ຕາມທີ່ນໍາເອົານໍ້າເຢັນຈອກຫນຶ່ງໃຫ້ກັບສາວົກຜູ້ເລັກນ້ອຍຄົນໃດຄົນຫນຶ່ງ ຜູ້ນັ້ນຈະໄດ້ຮັບຫຍັງ?

ຜູ້ໃດກໍຕາມທີ່ໃຫ້ກັບຜູ້ເລັກນ້ອຍຄົນໃດຄົນຫນຶ່ງ ເຖິງຈະເປັນພຽງນ້ຳເຢັນຈອກດຽວໄດ້ດື່ມ ຜູ້ນັ້ນຈະບໍ່ຂາດບຳ­ເຫນັດຂອງຕົນຈັກເທື່ອ.

Matthew 11

Matthew 11:1

ພຣະເຢຊູຊົງໄດ້ກະທໍາສິ່ງໃດສໍາເລັດກ່ອນທີ່ຈະຊົງໄປສັ່ງສອນ ເເລະ ປ່າວປະກາດໃນເມືອງ?

ພຣະ­ເຢຊູເຈົ້າຊົງສັ່ງພວກສາ­ວົກສິບສອງຄົນຂອງພຣະອົງແລ້ວ ພຣະ­ອົງໄດ້ສະ­ເດັດຈາກທີ່ນັ້ນໄປສັ່ງ­ສອນ ແລະ ປ່າວປະກາດໃນເມືອງທັງ­ຫລາຍ.

ຂໍ້ຄວາມທີ່ໂຢຮັນບັບຕິສະໂຕສົ່ງໃຫ້ພຣະເຢຊູນັ້ນເເມ່ນຫຍັງ?

ຂໍ້ຄວາມທີ່ໂຢຮັນບັບຕິສະໂຕສົ່ງໃຫ້ພຣະເຢຊູນັ້ນເເມ່ນ: “ທ່ານເປັນຜູ້ທີ່ຈະມານັ້ນຫລື, ຫລື ຈະຕ້ອງຄອງຖ້າຜູ້ອື່ນ?”.

Matthew 11:4

ເເມ່ນຫຍັງເປັນຫລັກຖານທີ່ພຣະເຢຊູກ່າວວ່າພຣະອົງຄືຜູ້ທີ່ສະເດັດມາ?

ພຣະເຢຊູຊົງກ່າວວ່າ: ຄົນເປັນເປັ້ຽເປັນງ່ອຍກໍຍ່າງໄດ້, ຄົນຂີ້­ທູດກໍດີສະ­ອາດ, ຄົນຫູ­ຫນວກກໍໄດ້ຍິນ, ຄົນຕາຍແລ້ວກໍເປັນຄືນມາ ແລະຂ່າວປະເສີດກໍປະ­ກາດແກ່ຄົນອະ­ນາ­ຖາ.

ພຣະເຢຊູຊົງສັນຍາຫຍັງໄວ້ກັບຜູ້ທີ່ບໍ່ສະດຸດໃນຄວາມເຊື່ອ?

ພຣະເຢຊູຊົງສັນຍາວ່າຈະອວຍພອນເເກ່ຜູ້ທີ່ບໍ່ສະດຸດໃນຄວາມເຊື່ອທີ່ມີຕໍ່ພຣະອົງ.

Matthew 11:9

ພຣະເຢຊູກ່າວວ່າໂຢ­ຮັນບັບ­ຕິ­ສະ­ໂຕມີບົດບາດເເນວໃດໃນຊີວິດຂອງພຣະອົງ?

ພຣະເຢຊູກ່າວວ່າ ພຣະອົງໃຊ້ຜູ້ຮັບໃຊ້ຂອງພຣະອົງກໍ່ຄືໂຢ­ຮັນບັບ­ຕິ­ສະ­ໂຕໄປກ່ອນຫນ້າ, ຜູ້ຮັບໃຊ້ນັ້ນຈະຈັດແຈງຫົນທາງໄວ້ກ່ອນຫນ້າຜູ້ທີ່ຈະສະເດັດມາ.

Matthew 11:13

ເເມ່ນໃຜທີ່ພຣະເຢຊູກ່າວວ່າຄົນນັ້ນເເມ່ນໂຢ­ຮັນບັບ­ຕິ­ສະ­ໂຕ?

ພຣະເຢຊູກ່າວວ່າໂຢ­ຮັນນີ້ແຫລະ ເປັນເອ­ລີ­ຢາ

Matthew 11:18

ຜູ້ຄົນສະໄຫມນັ້ນກ່າວເຖິງໂຢ­ຮັນຜູ້ທີ່ໄດ້ມາເເລ້ວເພິ່ນບໍ່ກິນຂະຫນົມປັງ ແລະ ບໍ່ດື່ມເຫລົ້າແວງ ວ່າເເນວໃດ?

ຜູ້ຄົນສະໄຫມນັ້ນກ່າວເຖິງໂຢ­ຮັນຜູ້ທີ່ໄດ້ມາເເລ້ວເພິ່ນບໍ່ກິນຂະຫນົມປັງ ແລະ ບໍ່ດື່ມເຫລົ້າແວງວ່າ ຊາຍຄົນນີ້ມີຜີສິງຢູ່.

ຜູ້ຄົນສະໄຫມນັ້ນກ່າວເຖິງພຣະເຢຊູຜູ້ທີ່ໄດ້ມາເເລ້ວເພິ່ນກິນຂະຫນົມປັງ ແລະ ດື່ມເຫລົ້າແວງ ວ່າເເນວໃດ?

ຜູ້ຄົນສະໄຫມນັ້ນກ່າວເຖິງພຣະເຢຊູຜູ້ທີ່ໄດ້ມາເເລ້ວເພິ່ນກິນຂະຫນົມປັງ ແລະ ດື່ມເຫລົ້າແວງ ວ່າເປັນຄົນກິນເກີນສ່ວນແລະ ມັກເມົາ ເເລະ ຍັງເປັນຫມູ່ຂອງຄົນເກັບພາ­ສີ ແລະ ຄົນນອກສິນທັມ.

Matthew 11:20

ພຣະເຢຊູເຈົ້າຊົງກ່າວເຖິງເມືອງຕ່າງໆຄືບ່ອນທີ່ພຣະອົງໄດ້ຊົງກະ­ທຳການອັດສະຈັນຫຼາຍຢ່າງແລ້ວນັ້ນ ເເຕ່ພວກເຂົາບໍ່ໄດ້ຖິ້ມໃຈເກົ່າເອົາ­ໃຈໃຫມ່ ວ່າເເນວໃດ?

ພຣະເຢຊູເຈົ້າຊົງກ່າວປະນາມຕໍາຫນິເຖິງເມືອງຕ່າງໆຄືບ່ອນທີ່ພຣະອົງໄດ້ຊົງກະ­ທຳການອັດສະຈັນຫຼາຍຢ່າງແລ້ວນັ້ນ ເເຕ່ພວກເຂົາບໍ່ໄດ້ຖິ້ມໃຈເກົ່າເອົາ­ໃຈໃຫມ່.

Matthew 11:25

ພຣະເຢຊູໄດ້ສັນລະເສີນພຣະ­ບິດາ ເພາະພຣະ­ອົງຊົງປົກບັງອານາຈັກສະຫວັນໄວ້ຈາກໃຜ?

ພຣະເຢຊູໄດ້ສັນລະເສີນພຣະ­ບິດາ ເພາະພຣະ­ອົງຊົງປົກບັງອານາຈັກສະຫວັນໄວ້ຈາກຜູ້ມີປັນ­ຍາ ແລະ ຜູ້ທີ່ເຂົ້າໃຈ.

ພຣະເຢຊູໄດ້ສັນລະເສີນພຣະ­ບິດາ ເພາະພຣະ­ອົງຊົງເປີດເຜີຍອານາຈັກສະຫວັນໄວ້ຈາກໃຜ?

ພຣະເຢຊູໄດ້ສັນລະເສີນພຣະ­ບິດາ ເພາະພຣະ­ອົງຊົງເປີດເຜີຍອານາຈັກສະຫວັນໄວ້ເພື່ອສະ­ແດງໃຫ້ເເກ່ຜູ້ທີ່ບໍ່ໄດ້ຮຽນຮູ້ ເຫມືອນກັບເດັກນ້ອຍໆ.

ເເມ່ນໃຜທີ່ພຣະເຢຊູເວົ້າວ່າຜູ້ນັ້ນຮູ້ຈັກພຣະບິດາ?

ພຣະເຢຊູເວົ້າວ່າບໍ່ມີຜູ້ໃດຮູ້­ຈັກພຣະ­ບິດາເຈົ້າ ນອກ­ຈາກພຣະ­ບຸດ ກັບຜູ້ທີ່ພຣະບຸດປະ­ສົງຈະສຳ­ແດງໃຫ້ຮູ້.

Matthew 11:28

ພຣະເຢຊູຊົງສັນຍາວ່າຈະໃຫ້ໃຜໄດ້ພັກຜ່ອນ?

ພຣະເຢຊູຊົງສັນຍາວ່າຈະໃຫ້ບັນ­ດາຜູ້ທີ່ເຮັດການຫນັກຫນ່ວງແລະ ແບກພາ­ລະຫນັກ ໄດ້ຮັບຄວາມເຊົາເມື່ອຍ.

Matthew 12

Matthew 12:1

ພວກສິດຂອງພຣະ­ເຢຊູໄດ້ກະທໍາສິ່ງໃດລົງໄປຈຶ່ງເຮັດໃຫ້ພວກຟາ­ຣີ­ຊາຍຕໍາຫນິພວກເຂົາ?

ພວກສິດຂອງພຣະ­ອົງໄດ້ຕັ້ງ­ຕົ້ນເດັດເອົາຮວງເຂົ້າມາແກະກິນ ຊຶ່ງພວກເຂົາເຊື່ອວ່ານັ້ນເເມ່ນການເຮັດຜິດຕໍ່ກົດຂອງວັນສະ­ບາ­ໂຕ.

Matthew 12:5

ເເມ່ນໃຜທີ່ພຣະເຢຊູກ່າວວ່າຜູ້ນັ້ນຍິ່ງໃຫຍ່ກວ່າພຣະວິຫານ?

ພຣະເຢຊູກ່າວວ່າ ພຣະອົງເເມ່ນຜູ້ທີ່ຍິ່ງໃຫຍ່ກວ່າພຣະ­ວິ­ຫານ.

Matthew 12:7

ສິດອາໍນາດອັນໃດທີ່ບຸດມະນຸດກໍ່ຄືພຣະເຢຊູມີ?

­ບຸດມະ­ນຸດຄືອົງພຣະຜູ້ເປັນເຈົ້າຂອງວັນສະ­ບາ­ໂຕ.

Matthew 12:9

ພວກຟາຣີຊາຍໄດ້ຖາມຄໍາຖາມຫຍັງເເກ່ພຣະເຢຊູຕໍ່ຫນ້າຄົນມືລີບເບື້ອງຫນຶ່ງໃນໂຮງທັມະສາລາ?

ພວກຟາຣີຊາຍໄດ້ຖາມຄໍາຖາມເເກ່ພຣະເຢຊູວ່າ: “ຄວນຫລືຈະເຮັດໃຫ້ດີພະ­ຍາດໃນວັນສະ­ບາ­ໂຕ?”.

Matthew 12:11

ໂດຍວ່າຖືກຕ້ອງຕາມກົດບັນຍັດໃນວັນສະ­ບາ­ໂຕ ພຣະ­ເຢຊູຊົງກ່າວວ່າເເນວໃດ?

ພຣະ­ເຢຊູຊົງຕອບວ່າໃຫ້ເຮັດການດີໃນວັນສະ­ບາ­ໂຕ ໂດຍຖືວ່າຖືກຕ້ອງຕາມກົດບັນຍັດ.

Matthew 12:13

ເມື່ອຝ່າຍພວກຟາ­ຣີ­ຊາຍເຫັນວ່າພຣະເຢຊູຊົງຮັກສາຄົນມືລີບໃຫ້ຫາຍດີ, ພວກເຂົາໄດ້ກະທໍາສິ່ງໃດ?

ຝ່າຍພວກຟາ­ຣີ­ຊາຍຈິ່ງອອກໄປປຶກ­ສາກັນເຖິງເລື່ອງພຣະ­ອົງວ່າ ຈະເຮັດຢ່າງ­ໃດຈິ່ງຈະຂ້າພຣະອົງໄດ້.

Matthew 12:18

ຕາມຖ້ອຍຄຳຂອງຜູ້ທຳນວາຍເອຊາຢາໄດ້ກ່າວກ່ຽວກັບພຣະເຢຊູ, ເເມ່ນໃຜທີ່ຈະໄດ້ຍິນເລື່ອງການພິພາກສາຂອງພຣະເຈົ້າ ເເລະ ເຊື່ອຫມັ່ນໃນພຣະເຢຊູ?

ບັນດາຄົນຕ່າງຊາດຈະໄດ້ຍິນເລື່ອງການພິພາກສາຂອງພຣະເຈົ້າ ເເລະ ເຊື່ອຫມັ່ນໃນພຣະເຢຊູ.

Matthew 12:19

ຕາມຖ້ອຍຄຳຂອງຜູ້ທຳນວາຍເອຊາຢາໄດ້ກ່າວກ່ຽວກັບພຣະເຢຊູ ສິ່ງໃດທີ່ພຣະອົງຈະບໍ່ຊົງກະທໍາ?

ພຣະອົງຈະບໍ່ກໍ່ການວິວາດຜິດຖຽງ ແລະ ບໍ່ຮ້ອງສຽງດັງ ບໍ່ມີໃຜຈະໄດ້ຍິນສຽງຂອງພຣະອົງຕາມຖະຫນົນ, ຈະບໍ່ຫັກຕົ້ນອໍ້ທີ່ບວບຊໍ້າ ຫລື ຈະບໍ່ຫັກໃສ້ຕະກຽງເປັນຄວັນ.

Matthew 12:26

ພຣະເຢຊູໄດ້ຕອບໂຕ້ເຖິງຂໍ້ກ່າວຫາທີ່ວ່າພຣະອົງໄດ້ຂັບໄລ່ຊາຕານອອກດ້ວຍອຳ­ນາດເບ­ເອນເຊ­ບູນ ວ່າເເນວໃດ?

ພຣະເຢຊູໄດ້ກ່າວວ່າ ຖ້າຊາ­ຕານຂັບໄລ່ຊາ­ຕານອອກເອງ ມັນກໍແຕກແຍກກັນໃນຕົວມັນເອງ ແລ້ວອາ­ນາ­ຈັກຂອງມັນຈະຕັ້ງຫມັ້ນໄດ້ຢ່າງໃດ?.

Matthew 12:28

ພຣະເຢຊູຊົງກ່າວວ່າຈະເກີດຫຍັງຂຶ້ນຖ້າພຣະອົງຊົງຂັບໄລ່ຊາຕານດ້ວຍພຣະວິນຍານຂອງພຣະເຈົ້າ?

ພຣະເຢຊູຊົງກ່າວວ່າ ຖ້າພຣະອົງຂັບໄລ່ຜີມານຮ້າຍອອກດ້ວຍພຣະ­ວິນ­ຍານຂອງພຣະເຈົ້າ ເຊັ່ນນີ້ຣາ­ຊະອາ­ນາ­ຈັກຂອງພຣະ­ເຈົ້າກໍມາເຖິງເເລ້ວ.

Matthew 12:31

ບາບປະເພດໃດທີ່ພຣະເຢຊູກ່າວວ່າບໍ່ສາມາດໃຫ້ອະພັຍໄດ້?

ພຣະເຢຊູກ່າວວ່າ ຄຳຫມິ່ນ­ປະ­ຫມາດພຣະ­ວິນ­ຍານຈະຊົງໂຜດອະ­ພັຍໃຫ້ບໍ່ໄດ້.

Matthew 12:33

ຕົ້ນໄມ້ຈະຮູ້ຈັກຕົ້ນໄມ້ໄດ້ເເນວໃດ?

ຕົ້ນໄມ້ຮູ້­ຈັກຕົ້ນ­ໄມ້ດ້ວຍຫມາກຜົນຂອງມັນ.

Matthew 12:36

ພຣະເຢຊູຊົງກ່າວວ່າພວກຟາຣິຊາຍຈະຕ້ອງຖືກຕັດສິນ ເເລະ ລົງໂທດດ້ວຍເຫດໃດ?

ພຣະເຢຊູຊົງກ່າວວ່າພວກຟາຣິຊາຍຈະຖືກຕັດສິນ ແລະ ຈະຕ້ອງຖືກກ່າວໂທດ ກໍດ້ວຍຖ້ອຍຄຳຂອງພວກເຂົາເອງ.

Matthew 12:38

ຫມາຍສຳ­ຄັນອັນໃດທີ່ພຣະເຢຊູຊົງກ່າວວ່າຈະມອບໃຫ້ເເກ່ປະຊາຊົນຂອງພຣະອົງ?

ພຣະເຢຊູຊົງກ່າວວ່າຈະມອບຫມາຍສຳ­ຄັນໃຫ້ເເກ່ໂຢ­ນາ, ໂດຍຈະຢູ່ໃນພື້ນຂອງແຜ່ນ­ດິນໂລກສາມວັນສາມຄືນ.

Matthew 12:41

ເເມ່ນໃຜທີ່ພຣະເຢຊູກ່າວວ່າຜູ້ນັ້ນຍິ່ງໃຫຍ່ກວ່າໂຢນາ?

ພຣະເຢຊູກ່າວວ່າ ພຣະອົງນີ້ເເຫລະຍິ່ງໃຫຍ່ກວ່າໂຢນາ.

ເປັນຫຍັງຊາວເມືອງນີ­ເນ­ເວຈະກ່າວໂທດຄົນໃນຮຸ່ນຂອງພຣະເຢຊູ?

ຊາວເມືອງນີ­ເນ­ເວຈະກ່າວໂທດຄົນໃນຮຸ່ນຂອງພຣະເຢຊູ ເພາະວ່າພວກຊາວເມືອງນີ­ເນ­ເວໄດ້ຖິ້ມໃຈເກົ່າເອົາ­ໃຈໃຫມ່ເພາະຄຳປະ­ກາດຂອງໂຢ­ນາ, ເເຕ່ວ່າຜູ້ຄົນໃນຮຸ່ນຂອງພຣະເຢຊູບໍ່ໄດ້ຟັງຄໍາຂອງບຸດມະນຸດຜູ້ທີ່ຍິ່ງໃຫຍ່ກວ່າໂຢນາ.

Matthew 12:42

ເເມ່ນໃຜທີ່ພຣະເຢຊູຊົງກ່າວວ່າຜູ້ນັ້ນຍິ່ງໃຫຍ່ກວ່າໂຊໂລໂມນ?

ພຣະເຢຊູຊົງກ່າວວ່າ ພຣະອົງນີ້ເເຫລະຍິ່ງໃຫຍ່ກວ່າໂຊໂລໂມນ.

Matthew 12:43

ຜູ້ຄົນໃນຮຸ່ນຂອງພຣະເຢຊູຈະເປັນເຫມືອນຄົນທີ່ມີວິນຍານຊົ່ວຮ້າຍ ເເລະ ໄປຈາກພຣະອົງໄດ້ດ້ວຍວິທີໃດ?

ຜູ້ຄົນໃນຮຸ່ນຂອງພຣະເຢຊູຈະເປັນເຫມືອນຄົນທີ່ມີວິນຍານຊົ່ວຮ້າຍ ເເລະ ໄປຈາກພຣະອົງ ເພາະວ່າວິນຍານຊົ່ວກັບມາພ້ອມເອົາຜີອື່ນອີກເຈັດທີ່ໂຕຮ້າຍກວ່າມັນເອງ ແລະ ພວກມັນທັງຫມົດກໍເຂົ້າໄປອາໄສຢູ່ທີ່ນັ້ນ ແລະ ສະພາບບັ້ນ­ປາຍຂອງຄົນນັ້ນກໍຮ້າຍກວ່າບັ້ນຕົ້ນ.

Matthew 12:48

ພຣະເຢຊູໄດ້ຊົງກ່າວວ່າເເມ່ນໃຜເປັນນ້ອງຊາຍ, ນ້ອງສາວເເລະ ມານດາຂອງພຣະອົງ?

ພຣະເຢຊູຊົງກ່າວຜູ້ໃດທີ່ກະທໍາຕາມນ້ຳພຣະທັຍພຣະ­ບິ­ດາຜູ້ຊົງສະ­ຖິດໃນສະ­ຫວັນ, ຜູ້ນັ້ນແຫລະເປັນນ້ອງຊາຍ, ເປັນນ້ອງສາວ ແລະ ເປັນມານດາຂອງພຣະອົງ.

Matthew 13

Matthew 13:3

ໃນຄຳອຸ­ປະ­ມາຂອງພຣະ­ເຢຊູຊົງເລື່ອງມີຄົນຫນຶ່ງອອກໄປຫວ່ານພືດ ເເລ້ວຈະເກີດຫຍັງຂຶ້ນເມື່ອບາງເມັດກໍຕົກຕາມທາງ?

ບາງເມັດທີ່ຕົກຕາມທາງນົກກໍມາກິນເສຍ.

ໃນຄຳອຸ­ປະ­ມາຂອງພຣະ­ເຢຊູຊົງເລື່ອງມີຄົນຫນຶ່ງອອກໄປຫວ່ານພືດ ເເລ້ວຈະເກີດຫຍັງຂຶ້ນເມື່ອບາງເມັດກໍຕົກຕາມບ່ອນມີຫີນ?

ບາງເມັດທີ່ຕົກໃສ່ບ່ອນຫີນຫລາຍດິນຫນ້ອຍກໍ່ງອກຂຶ້ນໂລດເພາະດິນບໍ່ເລິກ, ແຕ່ເມື່ອຕາ­ເວັນຂຶ້ນມາກໍແຫ້ມ ເພາະບໍ່ມີຮາກ ແລະ ພວກມັນຈິ່ງຄ່ອຍໆຫ່ຽວແຫ້ງໄປ.

Matthew 13:7

ໃນຄຳອຸ­ປະ­ມາຂອງພຣະ­ເຢຊູຊົງເລື່ອງມີຄົນຫນຶ່ງອອກໄປຫວ່ານພືດ ເເລ້ວຈະເກີດຫຍັງຂຶ້ນເມື່ອບາງເມັດກໍຕົກຕາມພຸ່ມຫນາມ ໆ?

ບາງເມັດອື່ນທີ່ຕົກກາງພຸ່ມຫນາມ ໆ ກໍປົ່ງຂຶ້ນຫຸ້ມຮັດເສຍ.

ໃນຄຳອຸ­ປະ­ມາຂອງພຣະ­ເຢຊູຊົງເລື່ອງມີຄົນຫນຶ່ງອອກໄປຫວ່ານພືດ ເເລ້ວຈະເກີດຫຍັງຂຶ້ນເມື່ອບາງເມັດກໍຕົກຕາມດິນດີ?

ບາງເມັດທີ່ຕົກໃສ່ດິນດີແລ້ວກໍເກີດຜົນເມັດຫນຶ່ງຮ້ອຍຕໍ່, ເມັດຫນຶ່ງຫົກສິບຕໍ່, ເມັດຫນຶ່ງສາມສິບຕໍ່.

Matthew 13:13

ຕາມຖ້ອຍຄຳຂອງຜູ້ທຳນວາຍເອຊາຢາກ່າວວ່າຜູ້ຄົນຈະໄດ້ຍິນ ເເລະ ເຫັນ, ເເຕ່ບໍ່ໄດ້ຮັບສິ່ງໃດ?

ຕາມຖ້ອຍຄຳຂອງຜູ້ທຳນວາຍເອຊາຢາກ່າວວ່າຜູ້ຄົນທັງຫລາຍຈະໄດ້ຍິນ, ແຕ່ຈະບໍ່ເຂົ້າໃຈຈັກເທື່ອ; ເມື່ອເບິ່ງກໍຈະເຫັນ, ແຕ່ຈະບໍ່ໄດ້ສັງເກດຈັກເທື່ອ.

Matthew 13:15

ເກີດຫຍັງຂຶ້ນກັບຜູ້ຄົນທີ່ໄດ້ຍິນພຣະເຢຊູເເຕ່ພວກເຂົາບໍ່ເຂົ້າໃຈ?

ຜູ້ຄົນທີ່ໄດ້ຍິນພຣະເຢຊູເເຕ່ພວກເຂົາບໍ່ເຂົ້າໃຈ ເພາະຫົວໃຈຂອງປະຊາຊົນນີ້ກໍດ້ານຊາ, ຫູກໍຫນັກ, ຕາຂອງເຂົາກໍຫລັບ.

Matthew 13:18

ໃນຄໍາອຸປະມາຂອງພຣະເຢຊູເລື່ອງຄົນຫວ່ານພືດ ຜູ້ຄົນປະເພດໃດທີ່ເປັນເມັດພັນຕົກລົງຢູ່ຕາມເເຄມທາງ?

ຜູ້ຄົນທີ່ເປັນເມັດພັນຕົກລົງຢູ່ຕາມເເຄມທາງເເມ່ນ ຜູ້ທີ່ໄດ້ຍິນພຣະ­ທັມເລື່ອງຣາ­ຊະອາ­ນາ­ຈັກນັ້ນ ແຕ່ບໍ່ເຂົ້າ­ໃຈໃນພຣະທັມນັ້ນ, ມານຮ້າຍມາ ແລະ ຍາດເອົາພຣະທັມທີ່ຫວ່ານໃສ່ໃນໃຈຄົນນັ້ນໄປເສຍ.

Matthew 13:20

ໃນຄໍາອຸປະມາຂອງພຣະເຢຊູເລື່ອງຄົນຫວ່ານພືດ ຜູ້ຄົນປະເພດໃດທີ່ເປັນເມັດພັນຕົກລົງຢູ່ຕາມຫີນ?

ເມັດທີ່ຫວ່ານຕົກໃນບ່ອນມີຫີນຫລາຍນັ້ນ ໄດ້­ແກ່ຄົນທີ່ໄດ້ຍິນພຣະ­ທັມ ແລ້ວກໍຮັບເອົາທັນ­ທີດ້ວຍຄວາມຍິນ­ດີ, ແຕ່ບໍ່ມີຮາກໃນຕົວເອງ ແລະ ເຂົາຈິ່ງທົນຢູ່ຊົ່ວ­ຄາວ ເມື່ອເກີດຄວາມຍາກລຳບາກ ຫລື ການຂົ່ມເຫັງເພາະພຣະ­ທັມນັ້ນ ກໍສະດຸດທໍ້­ຖອຍໃຈເສຍທັນ­ທີ.

Matthew 13:22

ໃນຄໍາອຸປະມາຂອງພຣະເຢຊູເລື່ອງຄົນຫວ່ານພືດ ຜູ້ຄົນປະເພດໃດທີ່ເປັນເມັດພັນຕົກລົງຢູ່ຕາມກາງພຸ່ມຫນາມ?

ເມັດທີ່ຫວ່ານຕົກກາງພຸ່ມຫນາມ, ໄດ້­ແກ່ບຸກ­ຄົນທີ່ໄດ້ຍິນພຣະ­ທັມ ແຕ່ຍັງກັງ­ວົນຕໍ່ຊີວິດໃນໂລກນີ້ ແລະ ຄວາມຫລອກລວງໃນຊັບສົມ­ບັດ ໄດ້ຫຸ້ມຮັດພຣະ­ທັມນັ້ນເສຍ ແລະ ເຂົາຈິ່ງບໍ່­ເກີດຜົນ.

ໃນຄໍາອຸປະມາຂອງພຣະເຢຊູເລື່ອງຄົນຫວ່ານພືດ ຜູ້ຄົນປະເພດໃດທີ່ເປັນເມັດພັນຕົກລົງຢູ່ຕາມດິນດີ?

ເມັດພັນຕົກລົງຢູ່ຕາມດິນດີໄດ້­ແກ່ຜູ້ທີ່ໄດ້ຍິນພຣະ­ທັມ ແລະ ເຂົ້າໃຈ ເເລ້ວເກີດຜົນ.

Matthew 13:27

ໃນຄໍາອຸປະມາເລືອງເຂົ້ານົກ, ເເມ່ນໃຜທີ່ເປັນຄົນຫວ່ານເຂົ້ານົກຢູ່ໃນທົ່ງນາເຂົ້າ?

ສັດ­ຕູເປັນຄົນຫວ່ານວັດສະພືດຢູ່ໃນທົ່ງນາເຂົ້າ.

Matthew 13:29

ເຈົ້າຂອງນາສັ່ງໃຫ້ພວກຂ້ອຍໃຊ້ກະທໍາສິ່ງໃດກັບເຂົ້ານົກ ເເລະ ເຂົ້າດີ?

ເຈົ້າຂອງນາສັ່ງໃຫ້ພວກຂ້ອຍໃຊ້ປະໃຫ້ເຂົ້າທັງສອງໃຫຍ່ຂຶ້ນດ້ວຍກັນຈົນເຖິງລະ­ດູເກັບກ່ຽວ ເເລ້ວເມື່ອນັ້ນຈົ່ງກ່ຽວເຂົ້າ­ນົກກ່ອນຈຶ່ງມັດເປັນຟ່ອນເຜົາໄຟຖິ້ມເສຍ ສ່ວນເຂົ້າດີນັ້ນຈົ່ງໂຮມໄວ້ໃນເລົ້າເຂົ້າ.

Matthew 13:31

ໃນຄໍາອຸປະມາຂອງພຣະເຢຊູເລື່ອງແກ່ນຜັກກາດ, ຈະເກີດຫຍັງຂຶ້ນກັບເເກ່ນຜັກກາດນ້ອຍໆ ນັ້ນ?

ເມັດຜັກກາດນັ້ນນ້ອຍກວ່າເມັດອື່ນໆ, ແຕ່ເມື່ອງອກຂຶ້ນແລ້ວກໍໃຫຍ່ກວ່າຜັກອື່ນໃນສວນ, ກາຍເປັນຕົ້ນ­ໄມ້ຈົນວ່ານົກປ່າໄດ້ມາເຮັດຮັງອາໄສຢູ່ຕາມກິ່ງກ້ານມັນທັງຫລາຍ.

Matthew 13:33

ພຣະເຢຊູຊົງກ່າວອານາຈັກສະຫວັນປຽບສະເຫມືອນເຊື້ອເເປ້ງ ເເນວໃດ?

ຣາ­ຊະອາ­ນາ­ຈັກສະ­ຫວັນປຽບເຫມືອນເຊື້ອແປ້ງ ທີ່ຜູ້­ຍິງຄົນຫນຶ່ງເອົາປົນໃສ່ໃນແປ້ງສາມຜອງ ຈົນແປ້ງນັ້ນຟູຂຶ້ນທັງຫມົດ.

Matthew 13:36

ໃນຄໍາອຸປະມາເລື່ອງເຂົ້ານົກ, ເເມ່ນໃຜຄືຜູ້ທີ່ຫວ່ານເມັດດີ, ທົ່ງນາເເມ່ນຫຍັງ, ເເມ່ນໃຜຄືເມັດພັນດີ, ເເມ່ນໃຜຄືເຂົ້ານົກ ເເລະ ເເມ່ນໃຜເປັນຜູ້ຫວ່ານເຂົ້ານົກ?

ໃນຄໍາອຸປະມາເລື່ອງເຂົ້ານົກນັ້ນ ຜູ້ຊາຍຫວ່ານເມັດດີນັ້ນຄືບຸດມະ­ນຸດ, ທົ່ງນານັ້ນຄືແຜ່ນ­ດິນໂລກ ແລະ ເມັດດີນັ້ນໄດ້ແກ່ພົນ­ລະເມືອງແຫ່ງຣາ­ຊະອາ­ນາ­ຈັກຂອງພຣະເຈົ້າ ສ່ວນເຂົ້າ­ນົກໄດ້ແກ່ພົນລະເມືອງຂອງມານຮ້າຍ ແລະ ສັດ­ຕຣູຜູ້ຫວ່ານເຂົ້າ­ນົກຄືມານຊາຕານ.

ໃນຄໍາອຸປະມາເລື່ອງເຂົ້ານົກ, ເເມ່ນໃຜເປັນຜູ້ເກັບກ່ຽວ ເເລະ ເວລາເກັບກ່ຽວນັ້ນຫມາຍເຖິງຫຍັງ?

ໃນຄໍາອຸປະມາເລື່ອງເຂົ້ານົກນັ້ນ ລະະດູເກັບກ່ຽວໄດ້­ແກ່ຄາວສຸດໂລກ ແລະ ຜູ້­ເກັບກ່ຽວນັ້ນຄືຝູງເທວະ­ດາ.

Matthew 13:40

ເມື່ອເຖິງຄາວສຸດໂລກນີ້ ເເມ່ນຫຍັງຈະເກີດຂຶ້ນກັບຜູ້ທີ່ມີຄວາມຜິດບາບ?

ເມື່ອເຖິງຄາວສຸດໂລກນີ້ ທຸກສິ່ງທີ່ເປັນເຫດເກີດຈາກຄວາມບາບ ແລະ ກັບບັນ­ດາຜູ້ທີ່ເຮັດຄວາມຜິດບາບ ຈະຖືກໂຍນໄປຖິ້ມໃສ່ເຕົາໄຟຮ້ອນກ້າ.

ເມື່ອເຖິງຄາວສຸດໂລກນີ້ ເເມ່ນຫຍັງຈະເກີດຂຶ້ນກັບຜູ້ທີ່ມີສິລະທັມ?

ເມື່ອເຖິງຄາວສຸດໂລກນີ້ ພວກສິລະທັມຈະຮຸ່ງ­ເຮືອງດັ່ງດວງຕາເວັນ ໃນຣາ­ຊະອານາຈັກຂອງພຣະບິດາເຈົ້າ.

Matthew 13:44

ໃນຄໍາອຸປະມາຂອງພຣະເຢຊູໃນເລື່ອງຂອງຜູ້ທີ່ພົບຂຸມຊັບທີ່ເຊື່ອງໄວ້ໃນທົ່ງນາ ທີ່ປຽບເຫມືອນຣາ­ຊະອາ­ນາ­ຈັກສະ­ຫວັນ ຜູ້ນັ້ນໄດ້ກະທໍາສິ່ງໃດຕໍ່ຈາກນັ້ນ?

ຊາຍຄົນນັ້ນໄດ້ໄປຂາຍສິ່ງທັງປວງທີ່ຕົນມີຢູ່ດ້ວຍຄວາມຍິນດີ ແລ້ວ­ຊື້ນາທົ່ງນັ້ນ.

ໃນຄໍາອຸປະມາຂອງພຣະເຢຊູໃນເລື່ອງຂອງພໍ່­ຄ້າຜູ້ຫນຶ່ງທີ່ຊອກຫາໄຂ່ມຸກຢ່າງດີເເລ້ວເມື່ອໄດ້ພົບໄຂ່ມຸກເມັດຫນຶ່ງທີ່ມີຄ່າຫລາຍ ທີ່ປຽບເຫມືອນຣາ­ຊະອາ­ນາ­ຈັກສະ­ຫວັນ ຜູ້ນັ້ນໄດ້ກະທໍາສິ່ງໃດຕໍ່ຈາກນັ້ນ?

ເມື່ອໄດ້ພົບໄຂ່ມຸກເມັດຫນຶ່ງທີ່ມີຄ່າຫລາຍ ຊາຍຄົນນັ້ນຈິ່ງຂາຍທຸກສິ່ງທີ່ຕົນມີຢູ່ແລ້ວ­ໄປຊື້ໄຂ່ມຸກນັ້ນ.

Matthew 13:47

ໃນຄໍາອຸປະມານເລື່ອງມອງຈັບປາໄດ້ປຽບເຫມືອນຫຍັງທີ່ຈະເກີດຂຶ້ນໃນຄາວສຸດທ້າຍຂອງໂລກ?

ໃນຄໍາອຸປະມານເລື່ອງມອງຈັບປາໄດ້ປຽບເຫມືອນ ມອງທີ່ຖິ້ມລົງໃນທະ­ເລ ແລະ ດັກເອົາສັດທະເລທຸກຊະ­ນິດ ເມື່ອມອງເຕັມແລ້ວ ຄົນຫາປາກໍດຶງຂຶ້ນເທິງຝັ່ງ. ແລ້ວເຂົາຈະນັ່ງລົງເລືອກເອົາໂຕດີໃສ່ໃນຄຸໄວ້ ສ່ວນໂຕບໍ່ດີນັ້ນກໍຖືກໂຍນຖິ້ມ.

Matthew 13:54

ຄົນທັງຫລາຍທີ່ຢູ່ໃນເມືອງນັ້ນໄດ້ຖາມພຣະເຢຊູວ່າເເນວໃດເມື່ອພວກເຂົາໄດ້ຍິນຄໍາສອນຂອງພຣະອົງ?

ຄົນທັງຫລາຍໄດ້ຖາມວ່າ: “ຊາຍຜູ້ນີ້ໄດ້ສະ­ຕິ­ປັນ­ຍາ ແລະ ເຮັດການ ອັດສະຈັນ ເຫລົ່ານີ້ມາແຕ່ໃສ?.

Matthew 13:57

ພຣະເຢຊູຊົງກ່າວວ່າເເມ່ນຫຍັງຈະເກີດຂຶ້ນກັບຜູ້ປະກາດພຣະທັມໃນບ້ານເກີດຂອງພຣະອົງ?

ພຣະເຢຊູຊົງກ່າວວ່າ “ຜູ້ປະ­ກາດພຣະ­ທັມຈະບໍ່ຂາດຄວາມນັບ­ຖື ເວັ້ນໄວ້ແຕ່ໃນປະເທດ ແລະ ໃນຄົວເຮືອນຂອງຕົນ”.

ຈະເກີດຫຍັງຂຶ້ນໃນບ້ານເກີດຂອງພຣະເຢຊູເພາະວ່າຜູ້ຄົນບໍ່ເຊື່ອ?

ພຣະ­ອົງບໍ່ໄດ້ຊົງກະທຳການອັດສະຈັນຫລາຍ ເພາະຜູ້ຄົນບໍ່ມີຄວາມເຊື່ອ.

Matthew 14

Matthew 14:1

ເຣໂຮດຄິດວ່າພຣະເຢຊູເເມ່ນໃຜ?

ເຣໂຮດຄິດວ່າພຣະເຢຊູເເມ່ນ ໂຢ­ຮັນບັບ­ຕິສະ­ໂຕ ທີ່ໄດ້ເປັນຄືນມາຈາກຕາຍ.

Matthew 14:3

ໂຢຮັນບັບຕິສະໂຕບອກວ່າເຮໂຣດໄດ້ກະທໍາສິ່ງໃດທີ່ບໍ່ຖືກຕ້ອງຕາມກົດພຣະບັນຍັດ?

ເຮໂຣດໄດ້ເເຕ່ງງານກັບນ້ອງຊາຍຂອງໂຢຮັນ.

ເປັນຫຍັງເຣໂຮດຈຶ່ງບໍ່ໄດ້ຂ້າໂຢຮັນບັບຕິສະໂຕໂດຍທັນທີ?

ເຮ­ໂຣດມີ­ໃຈຢາກຂ້າໂຢ­ຮັນແຕ່ກໍຢ້ານປະ­ຊາ­ຊົນ ເພາະວ່າພວກເຂົາໄດ້ຖືວ່າໂຢ­ຮັນເປັນຜູ້ປະ­ກາດພຣະ­ທັມ.

Matthew 14:6

ເຣໂຣດໄດກະທໍາສິ່ງໃດຫລັງຈາກລູກສາວຂອງນາງເຮ­ໂຣ­ເດຍໄດ້ຟ້ອນລຳວັນເກີດຂອງເຮ­ໂຣດ?

ເຮ­ໂຣດໃຫ້ຄຳສັນ­ຍາສາ­ບານກັບນາງວ່າ ຈະໃຫ້ໃນທຸກສິ່ງທີ່ນາງຂໍ.

Matthew 14:8

ລູກສາວຂອງນາງເຮ­ໂຣ­ເດຍໄດ້ຂໍສິ່ງໃດ?

ລູກສາວຂອງນາງເຮ­ໂຣ­ເດຍໄດ້ຂໍໂຜດໃຫ້ຫົວໂຢ­ຮັນບັບ­ຕິ­ສະ­ໂຕໃສ່ຖາດມາໃຫ້ນາງ.

ເປັນຫຍັງເຮໂຣດຈຶ່ງປະຕິບັດຕາມຄໍາຂໍຂອງລູກສາວຂອງນາງເຮ­ໂຣ­ເດຍ?

ເພາະເຫດທີ່ໄດ້ສັນຍາສາ­ບານ ແລະ ເພາະເຫັນ­ແກ່ຄົນທັງປວງທີ່ນັ່ງຮ່ວມຮັບປະທານຢູ່ນັ້ນ, ເພິ່ນຈິ່ງຈຳເປັນອອກຄຳສັ່ງອະ­ນຸ­ຍາດໃຫ້ຕາມນັ້ນ.

Matthew 14:13

ພຣະເຢຊູຊົງຕອບສະຫນອງທ່າທີເເນວໃດ ເມື່ອພຣະອົງຊົງເຫັນປະ­ຊາ­ຊົນທັງປວງໄດ້ຍ່າງຕິດ­ຕາມພຣະ­ອົງ?

ພຣະ­ອົງຊົງສົງ­ສານເຂົາ ຈິ່ງຊົງໂຜດຄົນເຈັບປ່ວຍທັງ­ຫລາຍ ໃຫ້ພວກເຂົາຫາຍດີ.

Matthew 14:16

ພຣະເຢຊູຊົງທ້າທາຍເຫລົ່າສາວົກໃຫ້ກະທໍາສິ່ງໃດເເກ່ປະຊາຊົນທັງປວງ?

ພຣະເຢຊູຊົງທ້າທາຍເຫລົ່າສາວົກໃຫ້ຫາອາຫານລ້ຽງພວກເຂົາ.

Matthew 14:19

ພຣະເຢຊູຊົງກະທໍາສິ່ງໃດກັບເຂົ້າຫນົມປັງຫ້າກ້ອນ ເເລະ ປາສອງໂຕທີ່ສາວົກນໍາມາໃຫ້ພຣະອົງ?

ພຣະອົງຊົງເອົາເຂົ້າ­ຈີ່ຫ້າກ້ອນ ແລະ ປາສອງໂຕນັ້ນ­. ແລ້ວກໍຊົງເງີຍພຣະ­ພັກສູ່ສະຫວັນ, ພຣະອົງໄດ້ຂໍພຣະ­ພອນ ແລ້ວຫັກເຂົ້າ­ຈີ່ແລ້ວກໍຍື່ນໃຫ້ພວກສາວົກ, ແລ້ວພວກສາ­ວົກກໍແຈກຢາຍໃຫ້ຄົນທັງປວງ.

ມີຈໍານວນຈັກຄົນທີ່ໄດ້ຮັບອາຫານ ເເລະ ອາຫານຍັງເຫລືອປະມານເທົ່າໃດ?

ສາວົກເກັບອາຫານທີ່ເຫລືອນັ້ນ ໄດ້ເຕັມສິບສອງບຸງ ເເລະ ຄົນທັງຫຼາຍທີ່ກິນນັ້ນມີຜູ້ຊາຍປະ­ມານຫ້າພັນຄົນ ໂດຍບໍ່ນັບແມ່ຍິງ ແລະ ເດັກ­ນ້ອຍ.

Matthew 14:22

ພຣະເຢຊູຊົງກະທໍາສິ່ງໃດຫຼັງຈາກພຣະອົງຊົງໃຫ້ປະ­ຊາ­ຊົນເຫລົ່າ­ນັ້ນເລີກໄປ?

ພຣະ­ອົງໄດ້ສະເດັດຂຶ້ນພູຢູ່ຕ່າງ­ຫາກເພື່ອໄຫວ້ວອນພຽງຄົນດຽວ.

ມີຫຍັງເກີດຂຶ້ນກັບພວກສາວົກຢູ່ທີ່ກາງທະເລສາບ?

ເຮືອຂອງພວກສາວົກບໍ່ສາມາດຄວບຄຸມເຮືອໄດ້ ແລະ ຖືກຟອງ­ນ້ຳຕີໄປມາເພາະທວນລົມຕ້ານຢູ່.

Matthew 14:25

ພຣະເຢຊູໄດ້ສະເດັດໄປຫາພວກສາວົກດ້ວຍວິທີໃດ?

ພຣະ­ເຢຊູເຈົ້າຊົງຍ່າງເທິງນ້ຳໄປຫາພວກສາ­ວົກ.

ພຣະເຢຊູໄດ້ກ່າວເເກ່ພວກສາວົກເເນວໃດເມື່ອພວກເຂົາເຫັນພຣະອົງ?

ພຣະເຢຊູໄດ້ກ່າວເເກ່ພວກສາວົກວ່າ ຈົ່ງກ້າຫານເຖີດ ເເລະ ຢ່າສູ່ຢ້ານ.

Matthew 14:28

ພຣະເຢຊູຊົງສັ່ງໃຫ້ເປໂຕກະທໍາສິ່ງໃດ?

ພຣະເຢຊູຊົງສັ່ງໃຫ້ເປໂຕຍ່າງເທິງນ້ຳມາຫາພຣະອົງ.

ເປັນຫຍັງເປໂຕຈຶ່ງເລີ່ມທີ່ຈະຈົມນໍ້າ?

ເປໂຕຈຶ່ງເລີ່ມທີ່ຈະຈົມນໍ້າເມື່ອເປໂຕເກີດຄວາມຢ້ານ.

Matthew 14:31

ມີຫຍັງເກີດຂຶ້ນເມື່ອພຣະເຢຊູ ເເລະ ເປໂຕກັບຂຶ້ນໄປໃນເຮືອ?

ເມື່ອພຣະ­ເຢຊູເຈົ້າ ແລະ ເປໂຕໄດ້ຂຶ້ນໄປໃນເຮືອແລ້ວ, ລົມກໍເຊົາພັດ.

ເມື່ອພວກສາວົກໄດ້ເຫັນເຫດການເຫລົ່ານີ້ເເລ້ວ ພວກເຂົາກະທໍາສິ່ງໃດ?

ເມື່ອພວກສາວົກໄດ້ເຫັນເຫດການເຫລົ່ານີ້ເເລ້ວ ພວກທີ່­ຢູ່ໃນເຮືອໄດ້ມາກົ້ມຂາບໃສ່ພຣະ­ເຢຊູ ແລະເວົ້າວ່າ: ພຣະອົງຊົງເປັນພຣະ­ບຸດຂອງພຣະ­ເຈົ້າຈິງແທ້.

Matthew 14:34

ປະຊາຊົນໄດ້ກະທໍາສິ່ງໃດເມື່ອພຣະເຢຊູ ເເລະ ພວກສາວົກໄປຮອດອີກຝັ່ງຂອງທະເລສາບ?

ເມື່ອພວກເຂົາຂ້ວາມນໍ້າໄປເຖິງແລ້ວ ຄົນໃນເຂດນັ້ນໄດ້ພາບັນ­ດາຄົນເຈັບປ່ວຍມາຫາພຣະອົງ.

Matthew 15

Matthew 15:4

ພຮະເຢຊູໄດ້ຊົງໃຫ້ຕົວຢ່າງເຖິງວິທີທີ່ພວກຟາຣິຊາຍລຶ­ບລ້າງພຣະ­ທັມຂອງພຣະ­ເຈົ້າ ເພາະເຫັນແກ່ຄຳສອນປະເພນີທີ່ຕົກທອດສືບປະຕິບັດ­ຕໍ່ກັນມາດ້ວຍວິທີໃດ?

ພວກຟາຣິຊາຍໄດ້ປ້ອງກັນບໍ່ໃຫ້ເດັກນ້ອຍຊ່ວຍພໍ່ ເເລະ ເເມ່ຂອງຕົນໂດຍການຮັບເອົາເງິນທີ່ເປັນ "ຂອງຖວາຍສໍາລັບພຣະເຈົ້າ".

Matthew 15:7

ເອ­ຊາ­ຢາໄດ້ທຳ­ນວາຍຫຍັງກ່ຽວກັບປາກ ເເລະ ຫົວໃຈຂອງພວກຟາຣິຊາຍ?

ເອ­ຊາ­ຢາໄດ້ທຳ­ນວາຍກ່ຽວກັບປາກ ເເລະ ຫົວໃຈຂອງພວກຟາຣິຊາຍວ່າ ພວກເຂົາໃຫ້ກຽດພຣະເຈົ້າແຕ່ປາກ ສ່ວນໃຈຂອງເຂົາຫ່າງໄກຈາກພຣະເຈົ້າ.

ເເທນທີ່ຈະສັ່ງສອນພຣະທັມຂອງພຣະເຈົ້າ, ພວກຟາຣິຊາຍໄດ້ສັ່ງສອນເປັນຫລັກຄໍາສອນເເນວໃດ?

ພວກຟາຣິຊາຍໄດ້ສັ່ງສອນເປັນຫລັກຄໍາສອນ ອັນເປັນຄຳສັ່ງສອນເກີດຈາກມະນຸດ.

Matthew 15:10

ເເມ່ນຫຍັງທີ່ພຣະເຢຊູຊົງກ່າວວ່າສິ່ງນັ້ນບໍ່ໄດ້ເຮັດໃຫ້ມະນຸດຊົ່ວຫມອງ?

ສິ່ງທີ່ເຂົ້າໄປໃນປາກນັ້ນບໍ່ເເມ່ນສິ່ງທີ່ເຮັດໃຫ້ມະ­ນຸດຊົ່ວມົວຫມອງ.

ເເມ່ນຫຍັງທີ່ພຣະເຢຊູຊົງກ່າວວ່າສິ່ງນັ້ນໄດ້ເຮັດໃຫ້ມະນຸດຊົ່ວຫມອງ?

ສິ່ງທີ່ອອກມາຈາກປາກນັ້ນແຫລະ ທີ່ເຮັດໃຫ້ມະ­ນຸດຊົ່ວມົວຫມອງ.

Matthew 15:12

ພຣະເຢຊູຊົງເອີ້ນພວກຟາຣິຊາຍວ່າເເນວໃດ ເເລະ ພຣະອົງຊົງກ່າວວ່າເເມ່ນສິ່ງໃດຈະເກີດຈຶ້ນກັບພວກເຂົາ?

ພຣະເຢຊູຊົງເອີ້ນພວກຟາຣິຊາຍວ່າເປັນຄົນນຳທາງທີ່ຕາບອດ ເເລະ ພຣະອົງເວົ້າອີກວ່າ ຖ້າຄົນຕາບອດຈູງຄົນຕາ­ບອດໄປເຂົາທັງສອງກໍຈະຕົກໃນຂຸມ.

Matthew 15:18

ພຣະເຢຊູຊົງກ່າວວ່າສິ່ງທີ່ອອກມາຈາກໃຈທີ່ເຮັດໃຫ້ມະ­ນຸດຊົ່ວມົວຫມອງນັ້ນ ມີຫຍັງເເດ່?

ສິ່ງທີ່ອອກຈາກປາກ ກໍອອກມາຈາກໃຈດ້ວຍ, ການຂ້າຄົນ, ການຫລິ້ນຊູ້ຈາກຜົວເມຍ, ການຜິດຊາຍຍິງ, ການລັກຊັບ, ການເປັນພະ­ຍານບໍ່ຈິງ ແລະ ການນິນ­ທາ ກໍອອກມາຈາກໃຈ ສິ່ງເຫລົ່ານີ້ແຫລະເຮັດໃຫ້ມະ­ນຸດຊົ່ວມົວຫມອງ.

Matthew 15:21

ເມື່ອມີຍິງຊາວກາ­ນາ­ອານຄົນຫນຶ່ງຮ້ອງທູນພຣະ­ອົງຂໍໂຜດເມດຕານາງ ພຣະເຢຊູຊົງກະທໍາສິ່ງໃດກ່ອນ?

ພຣະອົງບໍ່ໄດ້ຊົງຕອບຍິງນັ້ນຈັກຄຳ.

Matthew 15:24

ຄໍາອະທິບາຍຂອງພຣະເຢຊູທີ່ວ່າເປັນຫຍັງພຣະອົງຈຶ່ງບໍ່ໄດ້ຊ່ວຍຍິງຊາວການາອານຄົນນັ້ນເເມ່ນເເນວໃດ?

ພຣະເຢຊູຊົງຕອບວ່ ພຣະອົງບໍ່ໄດ້ຖືກສົ່ງໃຊ້ມາຫາຜູ້ອື່ນ ເວັ້ນແຕ່ຝູງແກະທີ່ເສຍແລ້ວ ຄືຕະກຸນອິ­ສະຣາເອນເທົ່ານັ້ນ.

Matthew 15:27

ເມື່ອຍິງຊາວການາອານຄົນນັ້ນຖ່ອມຕົວລົງທູນຂໍພຣະອົງ, ເເລ້ວພຣະອົງຊົງຕອບນາງ ເເລະ ກະທໍາສິ່ງໃດເເກ່ນາງ?

ພຣະອົງຊົງຕອບນາງວ່າ ຄວາມເຊື່ອຂອງນາງກໍຍິ່ງໃຫຍ່ ເເລະ ຂໍຈົ່ງເປັນໄປຕາມຄວາມປະ­ສົງຂອງນາງດ້ວຍ.

Matthew 15:29

ພຣະເຢຊູໄດ້ຊົງກະທໍາສິ່ງໃດເເກ່ຝູງຊົນເມື່ອພຣະອົງຊົງມາເຖິງທະ­ເລຄາ­ລີ­ເລເເລ້ວ?

ພຣະອົງຊົງຮັກສາທັງຄົນປາກ­ກືກ, ຄົນເປັ້ຍລ່ອຍ, ຄົນຂາເສັ້ງ ເເລະ ຄົນຕາ­ບອດ.

Matthew 15:32

ພວກສາວົກຍັງມີເຂົ້າຈີ່ຈັກກ້ອນ ເເລະ ປາຈັກໂຕທີ່ຈະຕ້ອງໄດ້ລ້ຽງອາຫານໃຫ້ເເກ່ຝູງຊົນ?

ພວກສາວົກຍັງມີເຂົ້າຈີ່ເຈັດກ່ອນ ເເລະ ປານ້ອຍສອງສາມໂຕ.

Matthew 15:36

ພຣະເຢຊູຊົງກະທໍາສິ່ງໃດກັບເຂົ້າຈີ່ ເເລະ ປາ?

ພຣະອົງຮັບເຂົ້າ­ຈີ່ເຈັດກ້ອນ ກັບ ປາເຫລົ່າ­ນັ້ນມາໂມທະ­ນາຂອບພຣະຄຸນ, ພຣະອົງຊົງຫັກເຂົ້າຈີ່ ແລະ ຍື່ນໃຫ້ພວກສາ­ວົກຂອງຕົນ ພວກສາ­ວົກກໍໄດ້ແຈກຢາຍໃຫ້ປະ­ຊາ­ຊົນ.

ຫລັງຈາກທີ່ທຸກຄົນໄດ້ຮັບປະທານຫມົດເເລ້ວ ອາຫານຍັງເຫລືອປະມານເທົ່າໃດ?

ຫລັງຈາກທີ່ທຸກຄົນໄດ້ຮັບປະທານຫມົດເເລ້ວ ອາຫານຍັງເຫລືອນັ້ນ ເກັບໄດ້ເຕັມເຈັດບຸງ.

ມີຈໍານວນຈັກຄົນທີ່ໄດ້ຮັບປະທານອາຫານຢ່າງເຕັມອິ່ມຈາກເຂົ້າຈີ່ ເເລະ ປານັ້ນ?

ຄົນທີ່ໄດ້ຮັບປະທານຢ່າງເຕັມອິ່ມນັ້ນມີຜູ້ຊາຍເຖິງສີ່ພັນຄົນ ໂດຍທີ່ບໍ່ນັບແມ່ຍິງກັບເດັກນ້ອຍ.

Matthew 16

Matthew 16:1

ພວກຟາ­ຣີ­ຊາຍ ເເລະ ພວກຊາ­ດູ­ກາຍ ຕ້ອງການຢາກເຫັນສິ່ງໃດຈາກພຣະອົງຈາກທົດລອງ?

ພວກຟາ­ຣີ­ຊາຍ ເເລະ ພວກຊາ­ດູ­ກາຍໄດ້ມາຫາ ແລະ ທົດລອງພຣະອົງ ໂດຍຂໍໃຫ້ພຣະ­ອົງຊົງສະ­ແດງຫມາຍສຳ­ຄັນຢ່າງຫນຶ່ງຈາກສະຫວັນໃຫ້ພວກເຂົາເຫັນ.

Matthew 16:3

ພຣະເຢຊູຊົງກ່າວວ່າຈະໃຫ້ສິ່ງໃດເເກ່ພວກຟາ­ຣີ­ຊາຍ ເເລະ ພວກຊາ­ດູ­ກາຍ?

ພຣະເຢຊູຊົງກ່າວວ່າຈະຊົງໂຜດຫມາຍສຳ­ຄັນຂອງໂຢນາໃຫ້ແກ່ພວກເຂົາ.

Matthew 16:5

ພຣະເຢຊູຊົງບອກພວກສາວົກຂອງພຣະອົງໃຫ້ລະວັງສິ່ງໃດ?

ພຣະເຢຊູຊົງບອກພວກສາວົກຂອງພຣະອົງໃຫ້ສັງ­ເກດ ແລະ ຣະວັງເຊື້ອແປ້ງຂອງພວກຟາ­ຣີ­ຊາຍ ແລະ ພວກຊາ­ດູ­ກາຍໃຫ້ດີ.

Matthew 16:11

ພຣະເຢຊູຊົງຄິດເຖິງສິ່ງໃດໃນເວລາທີ່ພຣະອົງບອກໃຫ້ສາວົກຂອງພຣະອົງໃຫ້ລະວັງ?

ພຣະອົງຊົງບອກໃຫ້ສາວົກຂອງພຣະອົງໃຫ້ລະວັງ­ຄຳສອນຂອງພວກຟາ­ຣີ­ຊາຍ ແລະ ພວກຊາ­ດູ­ກາຍ.

Matthew 16:13

ເມື່ອພຣະ­ເຢຊູສະ­ເດັດມາເຖີງເຂດເມືອງກາຍ­ຊາ­ເຣຍຟີ­ລິບ­ປອຍ ພຣະ­ອົງຊົງຖາມພວກສາ­ວົກຂອງຕົນວ່າເເນວໃດ?

ພຣະ­ອົງຊົງຖາມພວກສາ­ວົກຂອງຕົນວ່າ: “ຄົນທັງ­ຫລາຍເວົ້າກັນວ່າບຸດມະ­ນຸດແມ່ນຜູ້ໃດ?”.

ມີບາງຄົນທີ່ຄິດວ່າພຣະເຢຊູເເມ່ນຜູ້ນັ້ນຜູ້ນີ້ ຊຶ່ງມີໃຜເເດ່?

ຜູ້ລາງຄົນຄິດວ່າພຣະເຢຊູເປັນໂຢ­ຮັນບັບ­ຕິ­ສະ­ໂຕ ແລະ ຄົນອື່ນວ່າເປັນເອ­ລີ­ຢາ ແຕ່ຄົນອື່ນອີກວ່າເປັນເຢ­ເຣ­ມີ­ຢາ ຫລືເປັນຄົນຫນຶ່ງໃນພວກຜູ້ປະ­ກາດພຣະ­ທັມ.

ເປໂຕທູນຕອບເເນວໃດຕໍ່ຄຳຖາມຂອງພຣະເຢຊູ?

ເປ­ໂຕທູນຕອບວ່າ: “ທ່ານເປັນພຣະຄຣິດ, ພຣະບຸດຂອງພຣະ­ເຈົ້າຜູ້ຊົງພຣະ­ຊົນຢູ່.”

Matthew 16:17

ເປໂຕຮູ້ຄຳຕອບຕໍ່ຄຳຖາມຂອງພຣະເຢຊູໄດ້ແນວໃດ?

ເປໂຕຮູ້ຄຳຕອບຕໍ່ຄຳຖາມຂອງພຣະເຢຊູໄດ້ເພາະວ່າພຣະ­ບິ­ດາຂອງພຮະອົງຜູ້ຊົງສະ­ຖິດໃນສະ­ຫວັນທີ່ຊົງໃຫ້ເປໂຕຊາບ.

Matthew 16:19

ພຣະເຢຊູຊົງມອບສິດອໍານາດຫຍັງຢູ່ໃນເເຜ່ນດິນໂລກນີ້ໃຫ້ເເກ່ເປໂຕ?

ພຣະເຢຊູຊົງມອບກະ­ແຈແຫ່ງອານາຈັກສະ­ຫວັນໄວ້ໃຫ້, ສິ່ງໃດກໍຕາມທີ່ເປໂຕຈະຜູກມັດໄວ້ໃນໂລກ, ສິ່ງນັ້ນກໍຈະຊົງຜູກມັດໄວ້ແລ້ວໃນສະ­ຫວັນ ແລະ ສິ່ງໃດກໍຕາມເປໂຕຈະແກ້ໃນໂລກ, ສິ່ງນັ້ນກໍຈະຊົງແກ້ໃຫ້ຫລຸດແລ້ວໃນສະ­ຫວັນ.

Matthew 16:21

ໃນເວລານີ້, ພຣະ­ເຢຊູເຈົ້າຊົງຕັ້ງ­ຕົ້ນສຳແດງສິ່ງໃດແກ່ພວກຂອງພຣະອົງ?

ພຣະ­ເຢຊູເຈົ້າຊົງຕັ້ງ­ຕົ້ນສຳແດງແກ່ພວກສາ­ວົກຂອງຕົນວ່າ ພຣະ­ອົງຈະຕ້ອງສະ­ເດັດໄປນະຄອນເຢ­ຣູ­ຊາເລັມ ຕ້ອງທົນທຸກ­ທໍ­ລະ­ມານຫລາຍປະ­ການ, ພຣະອົງຈະຖືກຂ້າຕາຍ ແລະ ພຣະ­ອົງຈະຖືກຊົງບັນ­ດານໃຫ້ເປັນຄືນມາໃນວັນຖ້ວນສາມ.

ພຣະເຢຊູບອກຫຍັງເເກ່ເປໂຕເມື່ອເປໂຕຄັດຄ້ານໃນສິ່ງທີ່ພຣະເຢຊູກ່າວເຖິງວ່າຈະເກີດຂື້ນກັບພຣະອົງ?

ພຣະເຢຊູກັບເປໂຕວ່າ: “ຊາ­ຕານເອີຍ, ຈົ່ງຖອຍຫນີຈາກເຮົາເສັຍ''!.

Matthew 16:24

ຜູ້ທີ່ຕ້ອງການຕິດຕາມພຣະເຢຊູ ຈະຕ້ອງກະທໍາສິ່ງໃດ?

ຜູ້ທີ່ຕ້ອງການຕິດຕາມພຣະເຢຊູ ຜູ້ນັ້ນຕ້ອງຕັດສິດຂອງຕົນແລ້ວຮັບແບກໄມ້ກາງແຂນຂອງຕົນ ແລ້ວຕິດຕາມເຮົາມາ.

ພຣະເຢຊູກ່າວສິ່ງໃດທີ່ມະນຸດຈະບໍ່ໄດ້ຮັບປະໂຫຍດຫຍັງເລີຍ?

ພຣະເຢຊູກ່າວວ່າ ຈະໄດ້ປະ­ໂຫຍດອັນໃດ ສຳລັບຜູ້ນັ້ນ ຖ້າຈະໄດ້ສິ່ງຂອງຫມົດທັງໂລກ ແຕ່ຕ້ອງເສຍຊີ­ວິດອັນແທ້ຂອງຕົນເອງ.

Matthew 16:27

ພຣະເຢຊູກ່າວວ່າບຸດມະນຸດຈະສະເດັດມາດ້ວຍວິທີໃດ?

ບຸດມະ­ນຸດຈະມາດ້ວຍສະ­ຫງ່າຣາ­ສີແຫ່ງພຣະບິ­ດາຂອງຕົນ ພ້ອມດ້ວຍພວກເທ­ວະ­ດາຂອງພຣະ­ອົງ.

ບຸດມະນຸດຈະປະທານໃຫ້ເເກ່ທຸກຄົນ ເມື່ອພຣະອົງສະເດັດມາ ດ້ວຍວິທີໃດ?

ເມື່ອພຣະອົງສະເດັດມາ ພຣະອົງຈະຊົງປຣະ­ທານບຳ­ເຫນັດໃຫ້ແກ່ທຸກຄົນຕາມການທີ່ພວກເຂົາເຮັດນັ້ນ.

ເເມ່ນໃຜທີ່ພຣະເຢຊູກ່າວວ່າຈະໄດ້ເຫັນບຸດມະ­ນຸດສະ­ເດັດມາດ້ວຍຣາ­ຊະອຳ­ນາດຂອງພຣະ­ອົງ?

ພຣະເຢຊູກ່າວວ່າຈະມີພວກທ່ານບາງຄົນທີ່ຢືນຢູ່ນີ້ກັບພຣະອົງ ເເລະ ຈະໄດ້ເຫັນບຸດມະ­ນຸດສະ­ເດັດມາດ້ວຍຣາ­ຊະອຳ­ນາດຂອງພຣະ­ອົງ.

Matthew 17

Matthew 17:1

ພຣະເຢຊູຊົງຂຶ້ນໄປເທິງພູສູງກັບໃຜເເດ່?

ພຣະ­ເຢຊູຊົງພາເປ­ໂຕ, ຢາ­ໂກ­ໂບ ແລະ ໂຢຮັນນ້ອງຊາຍຂອງຢາ­ໂກ­ໂບ ຂຶ້ນໄປທີ່ພູສູງ.

ມີຫຍັງເກີດຂຶ້ນກັບການປະກົດຂອງພຣະເຢຊູຢູ່ເທິງພູ?

ພຣະອົງໄດ້ຊົງປ່ຽນແປງພຣະກາຍ, ພຣະພັກຂອງພຣະອົງສ່ອງແສງດັ່ງຕາເວັນ ແລະ ເຄື່ອງນຸ່ງ ຂອງພຣະອົງກໍຂາວຜ່ອງເຫລື້ອມເຫມືອນແສງສະຫວ່າງກ້າ.

Matthew 17:3

ເເມ່ນໃຜທີ່ໄດ້ປະກົດຕົວ ເເລະ ສົນທະນາກັບພຣະເຢຊູ?

ໂມ­ເຊ ແລະ ເອ­ລີ­ຢາມາປະ­ກົດ ເເລະ ເຝົ້າສົນ­ທະ­ນາຢູ່ກັບພຣະ­ອົງ.

ເປໂຕປະສົງຕ້ອງການກະທໍາສິ່ງໃດ?

ເປໂຕປະສົງຕ້ອງການຈະປຸກຕູບສາມຫລັງຂຶ້ນ ສຳ­ລັບສາມຄົນ.

Matthew 17:5

ມີພຣະ­ສຸ­ຣະສຽງອອກມາຈາກເມກວ່າເເນວໃດ?

ມີພຣະ­ສຸ­ຣະສຽງອອກມາຈາກເມກນັ້ນວ່າ: “ທ່ານຜູ້ນີ້ເປັນບຸດທີ່ຮັກຂອງເຮົາ, ຊຶ່ງເຮົາຊອບໃຈຫລາຍ ພວກເຈົ້າຈົ່ງເຊື່ອຟັງເພິ່ນ”.

Matthew 17:9

ເມື່ອພຣະເຢຊູກໍາລັງລົງມາຈາກພູເຂົາ ແລ້ວພຣະເຢຊູສັ່ງໃຫ້ພວກສາວົກກະທໍາສິ່ງໃດ?

ພຣະ­ເຢຊູຊົງສັ່ງເຂົາໄວ້ວ່າ ນິ­ມິດຊຶ່ງພວກສາວົກໄດ້ເຫັນນັ້ນ ຢ່າໄດ້ບອກແກ່ຜູ້ໃດ ຈົນກວ່າບຸດມະ­ນຸດຈະໄດ້ເປັນຄືນມາຈາກຕາຍ.

Matthew 17:11

ພຣະເຢຊູເວົ້າວ່າແນວໃດກ່ຽວກັບການສິດສອນຂອງພວກນັກທັມວ່າເອລີຢາຕ້ອງມາກ່ອນ?

ພຣະເຢຊູເວົ້າວ່າ ເອ­ລີ­ຢາຈະມາກ່ອນ ແລະ ເຮັດໃຫ້ສິ່ງທັງປວງຄືນສູ່ສະ­ພາບເດີມ.

ພຣະເຢຊູເວົ້າວ່າເເນວໃດໃນເລື່ອງຂອງເອລີຢາຜູ້ທີ່ໄດ້ມາແລ້ວ ແລະ ລາວໄດ້ເຮັດຫຍັງຕໍ່ພຣະອົງເເລ້ວ?

ພຣະເຢຊູກ່າວວ່າໂຢຮັນບັບຕິສະໂຕແມ່ນເອລີຢາທີ່ໄດ້ມາແລ້ວ ແລະ ພວກເຂົາໄດ້ກະທໍາທຸກສິ່ງທີ່ພວກເຂົາຕ້ອງການກະທໍາຕໍ່ພຣະອົງ.

Matthew 17:14

ພວກສາວົກສາມາດກະທໍາສິ່ງໃດໄດ້ເເດ່ສໍາລັບເດັກຊາຍທີ່ເປັນລົມບ້າຫມູ?

ພວກສາວົກບໍ່ສາມາດຮັກສາເດັກຊາຍທີ່ເປັນລົມບ້າຫມູໃຫ້ເຊົາດີໄດ້.

Matthew 17:17

ພຣະເຢຊູຊົງກະທໍາສິ່ງໃດຕໍ່ກັບເດັກຊາຍທີ່ເປັນລົມບ້າຫມູ?

ພຣະເຢຊູເຈົ້າສັ່ງຜີມານຮ້າຍໃຫ້ອອກ ແລະມັນໄດ້ອອກຫນີໄປ ແລ້ວເດັກ­ນ້ອຍນັ້ນກໍດີປົກ­ກະ­ຕິ ຕັ້ງ­ແຕ່ໂມງນັ້ນໄປ.

Matthew 17:19

ເປັນຫຍັງພວກສາວົກຈຶ່ງບໍ່ສາມາດຮັກສາເດັກຊາຍເປັນລົມບ້າຫມູໄດ້?

ພຣະເຢຊູໄດ້ເວົ້າວ່າ ເພາະພວກເຂົາມີຄວາມເຊື່ອຫນ້ອຍຈຶ່ງບໍ່ສາມາດຮັກສາເດັກຊາຍເປັນລົມບ້າຫມູໄດ້.

Matthew 17:22

ພຣະເຢຊູຊົງກ່າວສິ່ງໃດຕໍ່ກັບພວກສາວົກ ຈຶ່ງເຮັດໃຫ້ພວກເຂົາຄວາມ­ທຸກຫນັກໃຈ?

ພຣະເຢຊູບອກວ່າ ພຣະອົງຈະຕ້ອງຖືກມອບໄວ້ໃນມືມະ­ນຸດ ພວກເຂົາເຈົ້າຈະຂ້າພຣະອົງ ແລະ ໃນວັນຖ້ວນສາມພຣະອົງຈະຖືກຊົງບັນ­ດານໃຫ້ເປັນຄືນມາ.

Matthew 17:26

ພຣະເຢຊູ ເເລະ ເປໂຕໄດ້ຈ່າຍຄ່າພາສີເຄິ່ງຫລຽນໄດ້ດ້ວຍວິທີໃດ?

ພຣະເຢຊູບອກໃຫ້ເປໂຕໄປຕຶກ­ເບັດທີ່ທະ­ເລ ເມື່ອໄດ້ປາໂຕທຳອິດຂຶ້ນມາໃຫ້ງະປາກມັນ ແລ້ວຈະພົບເງິນຫລຽນຫນຶ່ງ ຈົ່ງເອົາເງິນນັ້ນໄປເສຍຄ່າບຳ­ລຸງພຣະ­ວິ­ຫານ.

Matthew 18

Matthew 18:1

ພຮະເຢຊູກ່າວວ່າສິ່ງໃດທີ່ພວກເຮົາຄວນຈະຕ້ອງກະທໍາກ່ອນທີ່ຈະເຂົ້າໄປສູ່ຣາ­ຊະອານາຈັກສະ­ຫວັນໄດ້?

ພຮະເຢຊູກ່າວວ່າພວກເຮົາຄວນກັບໃຈ ແລະ ກາຍ­ເປັນເຫມືອນເດັກ­ນ້ອຍກ່ອນທີ່ພວກເຮົາຈະເຂົ້າໃນຣາ­ຊະອານາຈັກສະ­ຫວັນ.

Matthew 18:4

ເເມ່ນໃຜທີ່ພຣະເຢຊູກ່າວວ່າເປັນຜູ້ທີ່ຍິ່ງໃຫຍ່ທີ່ສຸດໃນຣາ­ຊະອາ­ນາ­ຈັກສະ­ຫວັນ?

ພຣະເຢຊູກ່າວວ່າຜູ້ໃດກໍຕາມທີ່ຖ່ອມ­ຕົວລົງເຫມືອນເດັກນ້ອຍຜູ້ນີ້ ຜູ້ນັ້ນຈະເປັນໃຫຍ່ໃນຣາ­ຊະອາ­ນາ­ຈັກສະ­ຫວັນ.

ຈະເກີດຫຍັງຂຶ້ນຖ້າຜູ້ໃດເຮັດໃຫ້ຄົນຫນຶ່ງໃນຫມູ່ເດັກ­ນ້ອຍທີ່ເຊື່ອໃນພຣະເຢຊູຫລົງຜິດ?

ຜູ້ໃດເຮັດໃຫ້ຄົນຫນຶ່ງໃນຫມູ່ເດັກ­ນ້ອຍ ທີ່ເຊື່ອໃນພຣະອົງຫລົງຜິດ, ຈະດີກວ່າສຳລັບຜູ້ນັ້ນ ຖ້າເອົາຫີນໂມ້ແປ້ງກ້ອນໃຫຍ່ຜູກຄໍຜູ້ນັ້ນ ແລະ ໃຫ້ຈົມລົງນ້ຳທະ­ເລເລິກເສຍ.

Matthew 18:7

ພຣະເຢຊູກ່າວວ່າພວກເຮົາຄວນກະທໍາສິ່ງໃດທີ່ເປັນສາເຫດເຮັດໃຫ້ເຮົາຫລົງຜິດ?

ພຣະເຢຊູກ່າວວ່າພວກເຮົາຄວນຕັດທຸກສິ່ງທຸກຢ່າງທີ່ເປັນສາເຫດເຮັດໃຫ້ເຮົາຫລົງຜິດ.

Matthew 18:10

ເປັນຫຍັງພຣະເຢຊູຈຶ່ງກ່າວວ່າພວກເຮົາບໍ່ຄວນດູຫມິ່ນເດັກ­ນ້ອຍ?

ພວກເຮົາບໍ່ຄວນດູຫມິ່ນເດັກ­ນ້ອຍ ເພາະວ່າເທ­ວະ­ດາປະ­ຈຳຂອງພວກເຂົາໃນສະ­ຫວັນເຝົ້າເບິ່ງຢູ່ສະ­ເຫມີ.

Matthew 18:12

ຈະເປັນເເນວໃດເມື່ອມີຄົນຊອກຫາເເກະທີ່ຫລົງເສຍໄປເຊັ່ນດຽວກັນກັບພຣະບິດາທີ່ຢູ່ໃນສະຫວັນ?

ພຣະບິ­ດາຜູ້ຊົງສະຖິດຢູ່ໃນສະ­ຫວັນ ບໍ່ຊົງປາ­ຖະຫນາໃຫ້ເດັກນ້ອຍເຫລົ່ານີ້ຈິບ­ຫາຍແມ່ນແຕ່ຄົນດຽວເລີຍ.

Matthew 18:15

ຖ້າພີ່ນ້ອງຂອງທ່າຍເຮັດຜິດບາບຕໍ່ທ່ານ, ສິ່ງທໍາອິດທີ່ທ່ານຄວນເຮັດນັ້ນເເມ່ນຫຍັງ?

ຖ້າພີ່­ນ້ອງຂອງທ່ານເຮັດຜິດບາບຕໍ່ທ່ານ, ຈົ່ງໄປແຈ້ງຄວາມຜິດນັ້ນແກ່ເພິ່ນສອງ­ຕໍ່­ສອງເທົ່ານັ້ນ.

ຖ້າພີ່ນ້ອງຂອງທ່ານບໍ່ຍອມຟັງທ່ານ, ສິ່ງທີສອງທີ່ທ່ານຄວນເຮັດນັ້ນເເມ່ນຫຍັງ?

ຖ້າເຂົາບໍ່ຍອມຟັງທ່ານ, ທ່ານຈົ່ງເອົາຄົນຫນຶ່ງ ຫລື ສອງຄົນໄປນຳ ໃຫ້ເປັນພະ­ຍານ.

Matthew 18:17

ຖ້າພີ່ນ້ອງຂອງທ່ານຍັງບໍ່ຍອມຟັງ, ສິ່ງທີສາມທີ່ທ່ານຄວນເຮັດນັ້ນເເມ່ນຫຍັງ?

ຖ້າພີ່ນ້ອງຂອງທ່ານຍັງບໍ່ຍອມຟັງຄົນເຫລົ່າ­ນັ້ນ ຈົ່ງໄປແຈ້ງຄວາມນັ້ນຕໍ່ຄຣິສ­ຕະ­ຈັກ.

ຖ້າພີ່ນ້ອງຂອງທ່ານຍັງບໍ່ຍອມຟັງ, ສິ່ງສຸດທ້າຍທີ່ທ່ານຄວນເຮັດໃຫ້ສໍາເລັດເເມ່ນຫຍັງ?

ຖ້າພີ່ນ້ອງຂອງທ່ານຍັງບໍ່ຍອມຟັງຄຣິສ­ຕະ­ຈັກອີກ, ກໍໃຫ້ຖືເສັຍວ່າພີ່ນ້ອງຂອງທ່ານເປັນເຫມືອນຄົນບໍ່ເຊື່ອພຣະເຈົ້າແລະ ເປັນຄົນເກັບພາສີ.

Matthew 18:18

ພຣະເຢຊູຊົງສັນຍາສິ່ງໃດໄວ້ດ້ວຍວ່າມີສອງຫລືສາມຄົນປະ­ຊຸມກັນໃນນາມຂອງພຣະອົງ?

ພຣະເຢຊູຊົງສັນຍາໄວ້ດ້ວຍວ່າມີສອງ ຫລື ສາມຄົນປະ­ຊຸມກັນໃນນາມຂອງພຣະອົງຢູ່ບ່ອນໃດ ພຣະອົງກໍຢູ່ທ່າມກາງເຂົາຢູ່ບ່ອນນັ້ນແຫລະ.

Matthew 18:21

ພຣະເຢຊູກ່າວວ່າເຮົາຄວນຈະຍົກໂທດໃຫ້ເເກ່ພີ່ນ້ອງຂອງເຮົາໄດ້ຈັກເທື່ອ?

ພຣະເຢຊູກ່າວວ່າເຮົາຄວນຈະຍົກໂທດໃຫ້ເເກ່ພີ່ນ້ອງຂອງເຮົາເຈັດສິບເທື່ອຄູນກັບເຈັດ.

Matthew 18:23

ຂ້ອຍໃຊ້ຄົນຫນຶ່ງເປັນຫນີ້ເຈົ້ານາຍ ເເລະ ຂ້ອຍໃຊ້ຄົນນັ້ນຈະຕອບເເທນເຈົ້ນນາຍຂອງລາວໄດ້ເເນວໃດ?

ຂ້ອຍໃຊ້ຄົນນັ້ນເປັນຫນີ້ເຈົ້ານາຍຂອງລາວຈໍານວນຫມື່ນຕາລັນ ໂດຍທີ່ລາວບໍ່ມີຫຍັງຈະໃຊ້ຫນີ້ຄືນ.

Matthew 18:26

ເປັນຫຍັງເຈົ້ານາຍຈຶ່ງຍົກຫນີ້ໃຫ້ຂ້ອຍໃຊ້ຄົນນັ້ນ?

ເຈົ້ານາຍຄິດເມດຕາສົງສານລາວ. ດັ່ງນັ້ນເພິ່ນ ຈຶ່ງຍົກຫນີ້ໃຫ້ແລ້ວປ່ອຍໃຫ້ລາວໄປ.

Matthew 18:30

ຂ້າໃຊ້ໄດ້ກະທໍາສິ່ງໃດກັບຂ້າໃຊ້ດ້ວຍກັນຊຶ່ງຜູ້ທີ່ເປັນຫນີ້ຕົນຫນຶ່ງຮ້ອຍເດ­ນາ­ຣິ­ອົນ?

ຂ້າໃຊ້ບໍ່ຍອມໃຫ້ຜ່ອນ­ຜັນຫນີ້ ແລະ ຈັບລູກຫນີ້ຜູ້ນັ້ນໄປຂັງໄວ້ຈົນກວ່າຈະໃຊ້ຫນີ້ນັ້ນ.

Matthew 18:32

ເຈົ້ານາຍໄດ້ບອກຂ້າໃຊ້ຄົນນັ້ນໃຫ້ຄວນກະທໍາສິ່ງໃດກັບຂ້າໃຊ້ດ້ວຍກັນ?

ເຈົ້ານາຍໄດ້ບອກຂ້າໃຊ້ຄົນນັ້ນໃຫ້ຄວນຈະສົງ­ສານເພື່ອນຂ້າໃຊ້ດ້ວຍກັນ.

Matthew 18:34

ຈາກນັ້ນເຈົ້ານາຍໄດ້ກະທໍາສິ່ງໃດກັບຂ້າໃຊ້ຄົນນັ້ນ?

ເຈົ້ານາຍກໍມອບຂ້າໃຊຄົນນັ້ນໄວ້ແກ່ເຈົ້າຫນ້າ­ທີ່ໃຫ້ທໍລະ­ມານຈົນກວ່າຂ້າໃຊ້ຈະໃຊ້ຫນີ້ໃຫ້ຫມົດ.

ພຣະເຢຊູຊົງກ່າວສິ່ງໃດທີ່ວ່າພຣະບິດາຈະກະທໍາຕໍ່ເຮົາຖ້າຫາກວ່າພວກເຮົານັ້ນບໍ່ຍົກໂທດໃຫ້ເເກ່ພີ່ນ້ອງຂອງເຮົາດ້ວຍຫົວໃຈ?

ພຣະ­ບິ­ດາເຈົ້າຜູ້ຊົງສະ­ຖິດຢູ່ໃນສະ­ຫວັນ ກໍຈະເຮັດດັ່ງ­ນັ້ນແກ່ພວກເຮົາທຸກຄົນ ຖ້າພວກເຮົາບໍ່ຍົກຄວາມຜິດໃຫ້ພີ່­ນ້ອງຂອງຕົນດ້ວຍໃຈບໍລິສຸດ.

Matthew 19

Matthew 19:3

ພວກຟາຣິຊາຍໄດ້ທົດສອບພຣະເຢຊູດ້ວຍຄໍາຖາມເເນວໃດ?

ພວກຟາ­ຣິຊາຍໄດ້ເຂົ້າມາທົດລອງພຣະ­ອົງທູນວ່າ “ເປັນເລື່ອງທີ່ຖືກ­ຕ້ອງຕາມກົດບັດຍັດຫລືບໍ ຖ້າຜູ້ຊາຍຈະຢ່າຮ້າງກັບເມຍເພາະເຫດໃດກໍຕາມ?”.

ພຣະເຢຊູຊົງກ່າວສິ່ງໃດທີ່ເປັນຄວາມຈິງຕັ້ງແຕ່ການເລີ່ມຕົ້ນຊົງສ້າງ?

ພຣະ­ເຢຊູເຈົ້າຊົງຕອບເຂົາວ່າພຣະ­ຜູ້ຊົງສ້າງມະ­ນຸດແຕ່ຕົ້ນເດີມໄດ້ຊົງສ້າງໃຫ້ເປັນຊາຍ ແລະ ຍິງໃຫ້ຄູ່ກັນ.

Matthew 19:5

ດ້ວຍເຫດຜົນໃດທີ່ພຣະເຈົ້າຊົງສ້າງໃຫ້ພວກເຂົາເປັນຊາຍ ເເລະ ຍິງ, ພຣະເຢຊູກ່າວວ່າຊາຍຄົນຫນຶ່ງຄວນກະທໍາສິ່ງໃດ?

ພຣະເຢຊູກ່າວວ່າຊາຍຄົນຫນຶ່ງຄວນຈາກພໍ່ແມ່ນຂອງຕົນໄປຜູກພັນຢູ່ກັບເມຍຂອງຕົນ.

ພຣະເຢຊູກ່າວວ່າຈະເກີດຫຍັງຂຶ້ນເມື່ອຊາຍນັ້ນໄປຢູ່ຮ່ວມກັນກັບພັນລະຍາ?

ພຣະເຢຊູກ່າວວ່າເມື່ອຊາຍນັ້ນໄປຢູ່ຮ່ວມກັນກັບພັນລະຍາພວກເຂົາທັງສອງຈະເປັນກາຍອັນດຽວກັນ.

ພຣະເຢຊູກ່າວວ່າເມື່ອຊາຍນັ້ນໄປຢູ່ຮ່ວມກັນກັບພັນລະຍາເເລ້ວ ສິ່ງທີ່ຊາຍຄົນນັ້ນບໍ່ຄວນກະທໍານັ້ນເເມ່ນຫຍັງ?

ພຣະເຢຊູກ່າວວ່າ ພຣະ­ເຈົ້າຜູ້ຜູກພັນໄວ້ຕໍ່ກັນແລ້ວນັ້ນ ຢ່າໃຫ້ມະ­ນຸດເຮັດໃຫ້ພາກຈາກກັນເລີຍ.

Matthew 19:7

ເປັນຫຍັງພຣະເຢຊູຈຶ່ງກ່າວວ່າໂມເຊໄດ້ສັ່ງໃຫ້ຕ້ອງມີຫນັງ­ສືຢ່າຮ້າງໃຫ້ຜູ້ເປັນເມຍເມຍ?

ພຣະເຢຊູກ່າວວ່າໂມເຊໄດ້ສັ່ງໃຫ້ຕ້ອງມີຫນັງ­ສືຢ່າຮ້າງ ເເລະ ມອບໃຫ້ຜູ້ເປັນເມຍເພາະວ່າຫົວໃຈທີ່ດື້ດ້ານຫລາຍຂອງຊາວຢິວ.

ເເມ່ນໃຜທີ່ພຣະເຢຊູກ່າວວ່າມີຄວາມຜິດໃນຖານຂອງການຫລິ້ນຊູ້?

ພຣະເຢຊູກ່າວວ່າຜູ້ໃດຈະປະເມຍຂອງຕົນ ໂດຍເມຍບໍ່ເປັນຊູ້ກັບຊາຍອື່ນແລ້ວ­ໄປເອົາເມຍໃຫມ່ຜູ້ນັ້ນມີຄວາມຜິດໃນຖານຫລິ້ນຊູ້ ແລະ ຜູ້ໃດຈະເອົາແມ່­ຮ້າງນັ້ນມາເປັນເມຍ ກໍຜິດໃນຖານຫລິ້ນຊູ້ເຫມືອນກັນ.

Matthew 19:10

ເເມ່ນໃຜທີ່ພຣະເຢຊູກ່າວວ່າສາມາດຍອມຮັບການເປັນຫມັນໄດ້?

ພຣະເຢຊູກ່າວວ່າຜູ້ໃດທີ່ສາມາດຮັບປະຕິບັດການເປັນຫມັນໄດ້ ກໍໃຫ້ຮັບເອົາ.

Matthew 19:13

ເມື່ອມີຄົນພາເດັກນ້ອຍເຂົ້າມາຫາພຣະເຢຊູ ພວກສາວົກໄດ້ກະທໍາສິ່ງໃດ?

ເມື່ອມີຄົນພາພວກເດັກ­ນ້ອຍໆມາຫາພຣະ­ອົງ ແຕ່ພວກສາ­ວົກໄດ້ຫ້າມປາມໄວ້.

ພຣະເຢຊູຊົງກ່າວສິ່ງໃດເມື່ອພຣະອົງຊົງເຫັນເດັກນ້ອຍໆເຫົລ່ານັ້ນ?

ພຣະເຢຊູຊົງປ່ອຍໃຫ້ເດັກນ້ອຍມາຫາ ເພາະວ່າຣາ­ຊະອານາຈັກສະຫວັນ ເປັນຂອງຄົນທີ່ເຫມືອນເດັກ­ນ້ອຍເຫລົ່ານີ້ແຫລະ.

Matthew 19:16

ພຣະເຢຊູຊົງກ່າວເເກ່ຊາຍຄົນຫນຶ່ງລາວຄວນກະທໍາສິ່ງໃດຈິ່ງຈະໄດ້ຊີ­ວິດອັນຕະຫລອດໄປເປັນ­ນິດ?

ພຣະເຢຊູຊົງກ່າວເເກ່ຊາຍຄົນຫນຶ່ງລາວຄວນຖືຮັກ­ສາຂໍ້ບັນ­ຍັດທັງ­ຫລາຍໄວ້ຈິ່ງຈະໄດ້ຊີ­ວິດອັນຕະຫລອດໄປເປັນ­ນິດ.

Matthew 19:20

ເມື່ອຊາຍຄົນຫນຶ່ງກ່າວວ່າລາວໄດ້ຮັກ­ສາຂໍ້ບັນ­ຍັດທັງ­ຫລາຍໄວ້ເເລ້ວ, ພຣະເຢຊູຊົງບອກໃຫ້ລາວກະທໍາສິ່ງໃດ?

ເມື່ອຊາຍຄົນຫນຶ່ງກ່າວວ່າລາວໄດ້ຮັກ­ສາຂໍ້ບັນ­ຍັດທັງ­ຫລາຍໄວ້ເເລ້ວ, ພຣະເຢຊູຊົງບອກໃຫ້ລາວໄປຂາຍບັນ­ດາສິ່ງຂອງຊຶ່ງທ່ານມີຢູ່ ແຈກຢາຍແກ່ຄົນອະ­ນາ­ຖາ.

ຊາຍຄົນນັ້ນໄດ້ຍິນທີ່ພຣະເຢຊູບອກໃຫ້ໄປຂາຍບັນດາສິ່ງຂອງທີ່ລາວມີຢູ່ນັ້ນ ລາວເປັນເເນວໃດ?

ຊາຍຄົນນັ້ນກໍອອກໄປເປັນທຸກຫນັກໃຈ ເພາະຕົນມີຊັບສິ່ງຂອງຈຳ­ນວນຫລາຍ.

Matthew 19:25

ພຣະເຢຊູຊົງກ່າວກ່ຽວກັບຄົນທີ່ຮັ່ງມີຈະເຂົ້າໄປໃນຣາ­ຊະອານາຈັກຂອງສະຫວັນ ເເນວໃດ?

ພຣະເຢຊູເວົ້າວ່າ ຍາກເຫລືອເກີນທີ່ຄົນຮັ່ງມີຈະເຂົ້າໄປໃນຣາ­ຊະອານາຈັກຂອງສະຫວັນ, ແຕ່ສຳລັບພຣະ­ເຈົ້າແລ້ວທຸກສິ່ງລ້ວນແຕ່ເປັນໄປໄດ້.

Matthew 19:28

ພຣະເຢຊູໄດ້ສັນຍາເເກ່ພວກສາວົກຂອງພຣະອົງວ່າຈະມອບບໍາເຫນັດຫຍັງໃຫ້ເເກ່ພວກເຂົາ?

ພຣະເຢຊູໄດ້ສັນຍາເເກ່ພວກສາວົກຂອງພຣະອົງວ່າ ໃນໂລກໃຫມ່ເມື່ອຄາວບຸດມະ­ນຸດຈະນັ່ງເທິງພຣະ­ທີ່ນັ່ງອັນຮຸ່ງເຮືອງຂອງຕົນນັ້ນ ຝ່າຍພວກສາວົກກໍຈະນັ່ງເທິງບັນລັງສິບສອງບ່ອນ, ພິພາກ­ສາທັງສິບສອງເຜົ່າຂອງອິ­ສະຣາ­ເອນ.

Matthew 19:29

ພຣະເຢຊູຊົງກ່າວສິ່ງໃດກ່ຽວກັບຜູ້ທີ່ເປັນຕົ້ນ ເເລະ ຜູ້ທີ່ເປັນປາຍ?

ພຣະເຢຊູຊົງກ່າວໄວ້ວ່າ ຜູ້ທີ່ເປັນຕົ້ນຈະກັບເປັນປາຍ ເເລະ ຜູ້ທີ່ເປັນປາຍຈະກັບເປັນ­ຕົ້ນ .

Matthew 20

Matthew 20:1

ເຈົ້າຂອງທີ່ດິນໄດ້ຕົກລົງທີ່ຈະຈ່າຍເງິນໃຫ້ລູກຈ້າງທີ່ລາວຈ້າງມາແຕ່ເຊົ້າເທົ່າໃດ?

ເຈົ້າຂອງທີ່ດິນໄດ້ຕົກ­ລົງກັບລູກ­ຈ້າງວັນລະຫນຶ່ງເດ­ນາ­ຣິ­ອົນແລ້ວ ຈິ່ງໃຊ້ໃຫ້ໄປທຳງານໃນສວນອະງຸ່ນຂອງຕົນ.

Matthew 20:3

ເຈົ້າຂອງທີ່ດິນເວົ້າວ່າລາວຈະຈ່າຍຄ່າແຮງງານທີ່ລາວຈ້າງໃນຊົ່ວໂມງທີສາມເທົ່າໃດ?

ເຈົ້າຂອງທີ່ດິນເວົ້າວ່າລາວຈະຈ່າຍຄ່າແຮງງານຕາມຄວາມເຫມາະສົມ.

Matthew 20:8

ລູກຈ້າງໄດ້ຮັບຄ່າຈ້າງໃນຊົ່ວໂມງທີສິບເອັດເທົ່າໃດ?

ລູກຈ້າງໄດ້ຮັບຄ່າຈ້າງໃນຊົ່ວໂມງທີສິບເອັດເທົ່າກັບຫນຶ່ງເດນາ­ຣິ­ອົນ.

Matthew 20:11

ພວກລູກຈ້າງທີ່ຖືກຈ້າງເຂົ້າເຮັດວຽກຕອນເຊົ້າ ພວກເຂົາຈົ່ມວ່າເເນວໃດ?

ພວກລູກຈ້າງຈົ່ມວ່າ ພວກທີ່ມາຕາມຫລັງເຮັດວຽກໄດ້ແຕ່ຊົ່ວ­ໂມງດຽວ ແຕ່ໄດ້ທໍ່ກັນກັບພວກເຂົາ ທີ່ອົດທຳງານຫນັກຕາກ­ແດດຮ້ອນຕະຫລອດວັນ.

Matthew 20:13

ເຈົ້າຂອງດິນໄດ້ຕອບພວກລູກຈ້າງທີ່ຈົ່ມວ່າເເນວໃດ?

ເຈົ້າຂອງດິນໄດ້ຕອບພວກລູກຈ້າງທີ່ຈົ່ມວ່າ ລາວບໍ່ໄດ້ເຮັດຫຍັງຜິດ ເເລະ ໄດ້ຕົກ­ລົງລາຄາກັນແລ້ວວັນລະຫນຶ່ງເດ­ນາ­ຣິ­ອົນ.

Matthew 20:17

ມີເຫດການຫຍັງແດ່ທີ່ພຣະເຢຊູໄດ້ບອກພວກສາວົກຂອງພຣະອົງລ່ວງໜ້າ ໃນຂະນະທີ່ພວມເດີນທາງໄປເມືອງເຢ­ຣູຊາເລັມ?

ພຣະອົງຊົງບອກພວກສາວົກວ່າບຸດມະນຸດຈະຖືກມອບໄວ້ກັບພວກປະ­ໂລ­ຫິດຕົນໃຫຍ່ ແລະ ພວກນັກ­ທັມ. ພວກເຫລົ່ານີ້ຈະຕັດສິນລົງ­ໂທດຈົນເຖິງແກ່ຊີ­ວິດ ແລະ ຈະມອບໄວ້ກັບຄົນຕ່າງຊາດໃຫ້ເຍາະເຍີ້ຍ, ຂ້ຽນຕີ ແລະ ຕອກຕິດແຂນໄວ້ທີ່ໄມ້ກາງແຂນ ເເລະ ໃນວັນຖ້ວນສາມເພິ່ນຈະຖືກຊົງບັນ­ດານໃຫ້ເປັນຄືນມາໃຫມ່.

Matthew 20:20

ມານດາຂອງລູກຊາຍເຊ­ເບ­ດາຍໄດ້ຮ້ອງຂໍຫຍັງຈາກພຣະເຢຊູ?

ມານດາຂອງລູກຊາຍເຊ­ເບ­ດາຍໄດ້ຮ້ອງຂໍໃຫ້ລູກຊາຍສອງຄົນນັ່ງໃນອາ­ນາ­ຈັກຂອງພຣະອົງ ເບື້ອງຂວາຜູ້ຫນຶ່ງ ເບື້ອງຊ້າຍຜູ້ຫນຶ່ງ.

Matthew 20:22

ພຣະເຢຊູກ່າວວ່າໃຜເປັນຜູ້ກຳນົດວ່າໃຜແມ່ນໃຜຈະນັ່ງຢູ່ເບື້ອງຂວາ ແລະ ຊ້າຍມືໃນອານາຈັກຂອງພຣະອົງ?

ພຣະເຢຊູກ່າວວ່າ ພຣະ­ບິ­ດາຂອງພຣະອົງຊົງຈັດແຈງໄວ້ສຳ­ລັບຜູ້ໃດກໍເປັນຂອງຜູ້ນັ້ນ.

Matthew 20:25

ພຣະເຢຊູກ່າວວ່າແນວໃດວ່າຄົນຫນຶ່ງສາມາດເປັນໃຫຍ່ໃນທ່າມກາງສາວົກຂອງພຣະອົງ?

ພຣະເຢຊູກ່າວວ່າຜູ້ໃດຢາກເກີດເປັນໃຫຍ່ ຜູ້ນັ້ນຈະຕ້ອງເປັນຜູ້ຮັບໃຊ້ແທນ.

ເປັນຫຍັງພຣະເຢຊູຈຶ່ງກ່າວວ່າພຣະອົງສະເດັດມາເເລ້ວ?

ພຣະເຢຊູກ່າວວ່າພຣະອົງໄດ້ມາເພື່ອຮັບໃຊ້ ແລະ ປະທານຊີ­ວິດຂອງຕົນໃຫ້ເປັນຄ່າໄຖ່ຄົນຈຳ­ນວນຫລາຍ.

Matthew 20:29

ມີຊາຍຕາບອດສອງຄົນທີ່ນັ່ງຢູ່ແຄມທາງເມື່ອໄດ້ຍິນວ່າພຣະ­ເຢຊູເຈົ້າສະ­ເດັດກາຍມາ ພວກເຂົາໄດ້ກະທໍາສິ່ງໃດ?

ມີຊາຍຕາບອດສອງຄົນທີ່ນັ່ງຢູ່ແຄມທາງເມື່ອໄດ້ຍິນວ່າພຣະ­ເຢຊູເຈົ້າສະ­ເດັດກາຍມາເຂົາຈິ່ງຮ້ອງຂຶ້ນວ່າ “ທ່ານຜູ້ເປັນບຸດດາ­ວິດເອີຍ, ຂໍຈົ່ງເມດຕາພວກຂ້າ­ນ້ອຍແດ່­ຖ້ອນ.”.

Matthew 20:32

ເປັນຫຍັງພຣະເຢຊູຈຶ່ງຮັກສາຊາຍຕາບອດທັງສອງຄົນ?

ພຣະເຢຊູເຈົ້າສົງສານພວກເຂົາຈິ່ງຊົງຮັກສາຊາຍຕາບອດທັງສອງຄົນ.

Matthew 21

Matthew 21:1

ພຣະເຢຊູບອກວ່າສາວົກສອງຄົນຂອງພຣະອົງຈະພົບຫຍັງຢູ່ໃນຫມູ່ບ້ານທີ່ກົງກັນຂ້າມກັບພວກເຂົາ?

ພຣະເຢຊູບອກພວກສາວົກວ່າຈົ່ງເຂົ້າໄປໃນບ້ານທີ່­ຢູ່ຕໍ່­ຫນ້າແລ້ວຈະພົບລໍແມ່ໂຕຫນຶ່ງທີ່ຖືກມັດໄວ້ຢູ່ກັບລູກຂອງມັນ.

Matthew 21:4

ເຫດການໄດ້ເກີດຂຶ້ນເພື່ອໃຫ້ສຳເລັດຕາມທີ່ຜູ້ທຳນວາຍກ່າວໄວ້ເເມ່ນຫຍັງ?

ເຫດການໄດ້ເກີດຂຶ້ນເພື່ອໃຫ້ສຳເລັດຕາມທີ່ຜູ້ທຳນວາຍກ່າວໄວ້ວ່າກະສັດກຳລັງສະເດັດມາຫາຊົງປະທັບເທິງຫລັງລໍ ໂຕຫນຶ່ງ ເເລະ ເທິງຫລັງລູກລໍ

Matthew 21:6

ປະຊາ­ຊົນສ່ວນຫລາຍໄດ້ກະທໍາສິ່ງໃດໃນຖະຫນົນທີ່ພະເຍຊູເດີນທາງເຂົ້າໄປເມືອງເຢຣູຊາເຣມ?

ປະຊາ­ຊົນສ່ວນຫລາຍໄດ້ເອົາເສື້ອຜ້າຂອງຕົນປູຕາມຫົນ­ທາງບາງຄົນກໍຕັດຟົດໄມ້ມາປູຕາມທາງ.

Matthew 21:9

ປະຊາຊົນໄດ້ໂຫ່ຮ້ອງຂຶ້ນຕໍ່ພຣະເຢຊູເມື່ອພຣະອົງສະເດັດຜ່ານໄປວ່າເເນວໃດ?

ປະຊາຊົນໄດ້ໂຫ່ຮ້ອງຂຶ້ນວ່າ “ໂຮຊັນນາ ແກ່ຣາ­ຊະ­ບຸດຂອງດາ­ວິດ ສາທຸການແດ່ຜູ້ທີ່ສະ­ເດັດມາໃນພຣະ­ນາມຂອງອົງພຣະ­ຜູ້­ເປັນ­ເຈົ້າຈົ່ງຊົງພຣະຈະເລີນ ໂຮ­ຊັນ­ນາໃນທີ່ສູງສຸດ”.

Matthew 21:12

ພຣະເຢຊູຊົງກະທໍາສິ່ງໃດເມື່ອພຣະອົງສະເດັດເຂົ້າໄປໃນພຣະວິຫານຂອງພຣະເຈົ້າໃນເມືອງເຢຣູຊາເລັມ?

ພຣະອົງຊົງຂັບໄລ່ບັນ­ດາຜູ້ຊື້ຂາຍໃນບໍ­ລິ­ເວນພຣະວິ­ຫານນັ້ນອອກ ແລະ ຂວ້ຳໂຕະຜູ້ແລກເງິນ ເເລະ ບ່ອນນັ່ງຂອງຜູ້ຂາຍນົກເຂົາ.

ພຣະເຢຊູໄດ້ບອກເເກ່ພວກພໍ່ຄ້າວ່າພວກເຂົາໄດ້ສ້າງພຣວິຫານຂອງພະເຈົ້າໃຫ້ເປັນຫຍັງ?

ພຣະເຢຊູໄດ້ບອກເເກ່ພວກພໍ່ຄ້າວ່າພວກເຂົາໄດ້ສ້າງພຣວິຫານຂອງພະເຈົ້າໃຫ້ເປັນຖ້ຳຂອງໂຈນ.

Matthew 21:15

ເມື່ອພວກປະໂລຫິດຕົນໃຫຍ່ ແລະ ພວກນັກທັມຄັດຄ້ານສິ່ງທີ່ເດັກນ້ອຍກຳລັງຮ້ອງຫາພຣະເຢຊູ, ພຣະເຢຊູໄດ້ເວົ້າຫຍັງກັບພວກເຂົາ?

ພຣະເຢຊູໄດ້ກ່າວໂດຍອ້າງເຖິງຜູ້ປະກາດພຣະທັມທີ່ກ່າວໄວ້ວ່າ ພຣະ­ອົງຊົງຈັດໃຫ້ຄຳສັນ­ຣະ­ເສີນອັນແທ້ຈິງອອກມາຈາກປາກຂອງເດັກ­ນ້ອຍ ແລະ ແອນ້ອຍຜູ້ທີ່ຍັງກິນນົມຢູ່.

Matthew 21:18

ພຣະເຢຊູຊົງກະທໍາສິ່ງໃດກັບຕົ້ນເດື່ອ ເເລະ ຍ້ອນຫຍັງ?

ພຣະເຢຊູໄດ້ຊົງກະທໍາໃຫ້ຕົ້ນເດື່ອນັ້ນຫ່ຽວເເຫ້ງເພາະມັນບໍ່ມີຫມາກ.

Matthew 21:20

ພຣະເຢຊູຊົງສອນພວກສາວົກຂອງພຣະອົງກ່ຽວກັບການອະທິຖານເເນວໃດຈາກການຫ່ຽວເເຫ້ງຂອງຕົ້ນເດື່ອ?

ພຣະເຢຊູຊົງສອນພວກສາວົກຂອງພຣະອົງວ່າ ຖ້າພວກເຂົາທູນຂໍພາວັນນາອະທິຖານໂດຍມີຄວາມເຊື່ອ, ພວກເຂົາກໍຈະໄດ້ຮັບ ໃນສິ່ງນັ້ນ.

Matthew 21:23

ໃນຂະນະທີ່ພຣະເຢຊູກໍາລັງສອນຢູ່ພວກປະ­ໂລ­ຫິດຕົນໃຫຍ່ແລະ ພວກເຖົ້າແກ່ໄດ້ມາທູນຖາມພຣະ­ອົງວ່າເເນວໃດ?

ພວກປະ­ໂລ­ຫິດຕົນໃຫຍ່ ແລະ ພວກເຖົ້າແກ່ແຫ່ງພົນ­ລະ­ເມືອງຕ້ອງການຢາກຮູ້ວ່າ ພຣະອົງຊົງກະທໍາສິ່ງເຫລົ່ານີ້ໂດຍສິດອຳນາດອັນໃດ.

Matthew 21:25

ພຣະເຢຊູໄດ້ຊົງຖາມພວກປະໂລຫິດ ເເລະ ພວກເຖົ້າເເກ່ກັບຄືນດ້ວຍຄໍາຖາມເເນວໃດ?

ພຣະເຢຊູໄດ້ຊົງຖາມພວກເຂົາວ່າ ພວກເຂົາຄິດວ່າການບັບ­ຕິ­ສະ­ມາຂອງໂຢ­ຮັນນັ້ນມາຈາກສະ­ຫວັນ ຫລື ຈາກມະ­ນຸດ.

ເປັນຫຍັງພວກປະໂລຫິດ ເເລະ ພວກນັກທັມບໍ່ຕ້ອງການທີ່ຈະຕອບວ່າການບັບ­ຕິ­ສະ­ມາຂອງໂຢ­ຮັນນັ້ນມາຈາກສະ­ຫວັນ?

ເພາະວ່າພວກເຂົາຮູ້ວ່າພຣະອົງຈະຖາມເຂົາອີກວ່າດ້ວຍເຫດໃດພວກເຂົາບໍ່ເຊື່ອໂຢຮັນ.

ເປັນຫຍັງພວກປະໂລຫິດ ເເລະ ພວກນັກທັມບໍ່ຕ້ອງການທີ່ຈະຕອບວ່າການບັບ­ຕິ­ສະ­ມາຂອງໂຢ­ຮັນນັ້ນມາຈາກມະນຸດ?

ພວກເຂົາກໍຢ້ານປະ­ຊາ­ຊົນ ເພາະປະ­ຊາ­ຊົນທັງປວງຖືວ່າໂຢ­ຮັນເປັນຜູ້ປະ­ກາດພຣະ­ທັມ.

Matthew 21:28

ໃນເລື່ອງຂອງພຣະເຢຊູ, ລູກຊາຍກົກໄດ້ກະທໍາສິ່ງໃດເມື່ອໄດ້ບອກໃຫ້ລາວໄປເຮັດວຽກທີ່ສວນອາງຸ່ນ?

ລູກຊາຍກົກໄດ້ຕອບວ່າ ບໍ່ໄປ, ແຕ່ພາຍລຸນມາໄດ້ປ່ຽນໃຈ ແລະ ກໍໄປເຮັດວຽກ.

ລູກຊາຍຄົນທີສອງໄດ້ກະທໍາສິ່ງໃດເມື່ອໄດ້ບອກໃຫ້ລາວໄປເຮັດວຽກທີ່ສວນອາງຸ່ນ?

ລູກຊາຍຄົນທີສອງໄດ້ຕອບວ່າ ໄປ, ເເຕ່ເຂົາກໍ່ບໍ່ໄປ.

Matthew 21:31

ລູກຄົນໃດທີ່ໄດ້ເຮັດຕາມຄວາມປາຖະຫນາຂອງຜູ້ເປັນພໍ່?

ລູກກົກ.

ເປັນຫຍັງພຣະເຢຊູຈຶ່ງກ່າວວ່າຄົນເກັບພາສີ ເເລະ ຍິງເເມ່ຈ້າງ ຈະໄດ້ເຂົ້າສູ່ເເຜ່ນດິນຂອງພຣະເຈົ້າກ່ອນພວກປະໂລຫິດ ເເລະ ພວກນັກທັມເສຍອີກ?

ພຣະເຢຊູກ່າວວ່າ ພວກເຂົາຈະໄດ້ເຂົ້າສູ່ເເຜ່ນດິນຂອງພຣະເຈົ້າກ່ອນເພາະວ່າພວກເຂົາໄດ້ເຊື່ອໂຢຮັນ, ເເຕ່ພວກປະໂລຫິດ ເເລະ ພວກນັກທັມ ກໍຍັງບໍ່ກັບໃຈ ແລະ ເຊື່ອໂຢຮັນ.

Matthew 21:35

ຝ່າຍຄົນເຊົ່າສວນໄດ້ກະທໍາສິ່ງໃດເເກ່ຂ້ອຍໃຊ້ທີ່ເຈົ້າຂອງສວນໄດ້ສົ່ງໃຫ້ໄປຮັບອາງຸ່ນຂອງລາວ?

ຝ່າຍຄົນເຊົ່າສວນນັ້ນໄດ້ຈັບຂ້ອຍໃຊ້ຂອງເພິ່ນ ຂ້ຽນຕີ, ຂ້າ, ແລະ ເອົາຫີນຄວ່າງໃສ່ຂ້ອຍໃຊ້ຜູ້ນັ້ນ.

ຝ່າຍເຈົ້າຂອງສວນໄດ້ສົ່ງໃຜໄປຫາຝ່າຍຄົນເຊົ່າສວນ?

ເຈົ້າຂອງສວນໄດ້ໃຊ້ລູກຊາຍຂອງຕົນໄປ.

Matthew 21:38

ຄົນເຊົ່າສວນໄດ້ກະທໍາສິ່ງໃດກັບຄົນທີ່ເຈົ້າຂອງສວນສົ່ງໄປຄົນສຸດທ້າຍນັ້ນ?

ຄົນເຊົ່າສວນໄດ້ຂ້າລູກຊາຍຂອງເຈົ້າຂອງສວນ.

Matthew 21:40

ຜູ້ຄົນໄດ້ບອກໃຫ້ເຈົ້າຂອງສວນຄວນກະທໍາສິ່ງໃດ?

ຜູ້ຄົນໄດ້ບອກໃຫ້ເຈົ້າຂອງສວນລົງ­ໂທດຢ່າງຮ້າຍແຮງໃສ່ຄົນຊົ່ວເຫລົ່າ­ນັ້ນດ້ວຍວິທີຮຸນແຮງ ແລ້ວເອົາສວນອະ­ງຸ່ນນັ້ນໃຫ້ຜູ້ອື່ນເຊົ່າ ຊຶ່ງຈະນຳຜົນມາສົ່ງໃຫ້ເພິ່ນເມື່ອເຖິງລະ­ດູເກັບກ່ຽວ.

Matthew 21:42

ໃນພຣະຄໍັມພີທີ່ພຣະເຢຊູກ່າວໂດຍອ້າງເຖິງສິ່ງທີ່ເກີດຂຶ້ນກັບຫີນທີ່ນາຍຊ່າງໄດ້ປະຕິເສດ ວ່າເເນວໃດ?

ຫີນທີ່ນາຍຊ່າງໄດ້ປະຕິເສດ ຖືກເຮັດໃຫ້ກາຍເປັນຫີນເສົາເອກແລ້ວ.

Matthew 21:43

ຈາກຂໍ້ພຣະຄັມພີທີ່ພຣະເຢຊູໄດ້ກ່າວໂດຍອ້າງວ່າສິ່ງທີ່ຈະເກີດຂຶ້ນນັ້ນເເມ່ນຫຍັງ?

ຣາ­ຊະອານາຈັກຂອງພຣະ­ເຈົ້າ ຈະຊົງຍົກເອົາໄປຈາກພວກປະໂລຫິດ ເເລະ ພວກຟາຣິຊາຍ ແລະ ຊົງປະ­ທານແກ່ຊົນຊາດຫນຶ່ງທີ່ຈະໃຫ້ຜົນ.

Matthew 21:45

ເປັນຫຍັງພວກປະ­ໂລ­ຫິດຕົນໃຫຍ່ກັບພວກຟາ­ຣີ­ຊາຍ ຈຶ່ງບໍ່ປ່ອຍພຣະເຢຊູໄປໂດຍທັນທີ?

ພວກເຂົາຢ້ານປະ­ຊາ­ຊົນ ເພາະປະ­ຊາ­ຊົນຖືວ່າພຣະ­ອົງເປັນຜູ້ປະ­ກາດພຣະທັມຜູ້ຫນຶ່ງ.

Matthew 22

Matthew 22:5

ຜູ້ທີ່ໄດ້ຮັບເຊີນໃຫ້ເຂົ້າຮ່ວມໃນງານລ້ຽງພິທີສົມຣົດຂອງລູກຂອງກະສັດ ໄດ້ກະທໍາສິ່ງໃດເມື່ອພຣະ­ອົງຊົງສົ່ງຄົນໃຊ້ໄປເອີ້ນຜູ້ທີ່ຖືກເຊີນມາໃນງານນີ້?

ບາງຄົນກໍເພີກ­ເສີຍບໍ່ສົນໃຈໃນຄຳເຊື້ອເຊີນ ແລະ ພວກເຂົາກໍຫນີໄປ, ບາງຄົນກໍໄປໄຮ່ໄປນາ ແລະ ບາງຄົນໄປຄ້າ­ຂາຍ. ສ່ວນພວກອື່ນນັ້ນກໍຈັບພວກຂ້າໃຊ້ເຮັດການຫຍາບ­ຊ້າແລ້ວຂ້າ.

ກະສັດໄດ້ຊົງກະທໍາສິ່ງໃດເເກ່ພວກທີ່ໄດ້ຖືກຮັບເຊີນມາໃນງານສົມຣົດນັ້ນ?

ພຣະອົງຈິ່ງຊົງຮັບສັ່ງໃຫ້ກອງທະ­ຫານໄປປະ­ຫານຊີວິດຄາ­ດຕະ­ກອນເຫລົ່າ­ນັ້ນ ແລະ ໃຫ້ເຜົາບ້ານເຮືອນຂອງເຂົາເສຍ.

Matthew 22:8

ເເລ້ວເເມ່ນໃຜທີ່ກະສັດໄດ້ເຊື້ອເຊີນໃຫ້ມາໃນງານສົມຣົດໃນຄັ້ງນີ້?

ກະສັດໄດ້ເຊື້ອເຊີນຄົນອື່ນອີກຫລາຍຄົນໂດຍສັ່ງໃຫ້ພວກຂ້າໃຊ້ອອກໄປຕາມຖະ­ຫນົນຫົນ­ທາງ ພາຄົນທັງປວງທັງດີ ແລະຊົ່ວທີ່ພວກເຂົາໄດ້ພົບໃຫ້ເຂົ້າມາໃນງານສົມຣົດນີ້.

Matthew 22:13

ກະສັດໄດ້ຊົງກະທໍາສິ່ງໃດເເກ່ຊາຍທີ່ມາຮ່ວມງານສົມຣົດໂດຍທີ່ບໍ່ໄດ້ສວມໃສ່ເສື້ອຜ້າເລີຍ?

ກະສັດໄດ້ຊົງສັ່ງຂ້າໃຊ້ໃຫ້ມັດຕີນມັດມືຊາຍຄົນນັ້ນເອົາໄປຖິ້ມບ່ອນມືດພາຍນອກ.

Matthew 22:15

ພວກຟາຣິຊາຍໄດ້ພະຍາຍາມກະທໍາສິ່ງໃດເເກ່ພຣະເຢຊູ?

ພວກຟາ­ຣີ­ຊາຍໄດ້ວາງແຜນເພື່ອຈະຈັບຜິດໃນຖ້ອຍຄຳຂອງພຣະ­ອົງໃຫ້ໄດ້.

ພວກສິດຂອງພວກຟາຣິຊາຍໄດ້ຖາມພຣະເຢຊູວ່າເເນວໃດ?

ພວກຂົາຖາມພຣະອົງວ່າ ການທີ່ເສຍສ່ວຍໃຫ້ແກ່ກາຍ­ຊານັ້ນສົມ­ຄວນ ຫລື ບໍ່.

Matthew 22:20

ພຣະເຢຊູຊົງຕອບພວກລູກສິດຂອງພວກຟາຣິຊາຍວ່າເເນວໃດ?

ພຣະເຢຊູຊົງຕອບພວກເຂົາວ່າ ສິ່ງທີ່ເປັນຂອງກາຍ­ຊາ ຈົ່ງຄືນຖວາຍແກ່ກາຍ­ຊາ ແລະ ສິ່ງທີ່ເປັນຂອງພຣະ­ເຈົ້າ ຈົ່ງຄືນຖວາຍແກ່ພຣະ­ເຈົ້າ.

Matthew 22:23

ພວກຊາ­ດູ­ກາຍມີຄວາມເຊື່ອເເນວໃດກ່ຽວກັບການຟື້ນຄືນມາຈາກຕາຍ?

ພວກຊາ­ດູ­ກາຍບໍ່ມີຄວາມເຊື່ອກ່ຽວກັບການຟື້ນຄືນມາຈາກຕາຍ.

Matthew 22:25

ໃນເລື່ອງລາວຂອງພວກຊາດູກາຍ, ຜູ້ເປັນເມຍມີຜົວຈັກຄົນ?

ຍິງຜູ້ນັ້ນມີຜົວເຈັດຄົນ.

Matthew 22:29

ສອງຢ່າງທີ່ພຣະເຢຊູກ່າວວ່າພວກຊາດູກາຍຍັງບໍ່ຮູ້ມີຫຍັງເເດ່?

ສອງຢ່າງທີ່ພຣະເຢຊູກ່າວວ່າພວກຊາດູກາຍຍັງບໍ່ຮູ້ຄື ບໍ່ຮູ້­ຈັກພຣະ­ຄັມພີຫລືຣິດ­ເດດຂອງພຣະ­ເຈົ້າ.

ພຣະເຢຊູກ່າວວ່າເມື່ອມະນຸດເປັນຄືນມາຈາກຄວາມຕາຍນັ້ນ ຈະບໍ່ມີ­ຫຍັງ?

ພຣະເຢຊູກ່າວວ່າເມື່ອມະນຸດເປັນຄືນມາຈາກຄວາມຕາຍນັ້ນ ຈະບໍ່ມີ­ການແຕ່ງ­ງານ.

Matthew 22:31

ພຣະເຢຊູໄດ້ສະເເດງພຣະຄັມຂອງພຣະເຈົ້າທີ່ບອກເຖິງການເປັນຄືນມາຈາກຕາຍເເນວໃດ?

ພຣະເຢຊູໄດ້ສະເເດງພຣະຄັມຂອງພຣະເຈົ້າທີ່ບອກວ່າຝ່າຍເຮົາເປັນພຣະ­ເຈົ້າຂອງອັບຣາຮາມ, ພຣະ­ເຈົ້າຂອງຂອງອີຊາກ ແລະ ພຣະເຈົ້າຂອງຢາ­ໂຄບພຣະ­ອົງບໍ່ໄດ້ຊົງເປັນພຣະເຈົ້າຂອງຄົນຕາຍແຕ່ຊົງເປັນພຣະ­ເຈົ້າຂອງຄົນເປັນ.

Matthew 22:34

ນັກກົດຫມາຍຜູ້ຫນຶ່ງໃນພວກຟາຣິຊາຍໄດ້ທົດລອງໂດຍທູນຖາມພຣະອົງວ່າເເນວໃດ?

ນັກກົດຫມາຍໄດ້ທົດລອງໂດຍທູນຖາມພຣະອົງວ່າໃນພຣະ­ບັນ­ຍັດຂໍ້ໃດເປັນຂໍ້ໃຫຍ່ທີ່ສຸດ.

Matthew 22:37

ພຣະອົງຊົງຕອບເຖິງກົດບັນຍັດຂໍ້ໃຫຍ່ ແລະ ຂໍ້ຕົ້ນເເນວໃດ?

ພຣະອົງຊົງຕອບວ່າຈົ່ງຮັກອົງພຣະ­ຜູ້­ເປັນ­ເຈົ້າຂອງເຈົ້າດ້ວຍສຸດໃຈ, ດ້ວຍສຸດຈິດ, ແລະດ້ວຍສຸດຄວາມຄຶດຂອງເຈົ້າ.

Matthew 22:39

ພຣະອົງຊົງຕອບເຖິງກົດບັນຍັດຂໍ້ທີສອງເເນວໃດ?

ພຣະອົງຊົງຕອບເຖິງພຣະບັນຍັດຂໍ້ທີສອງກໍຄື ຈົ່ງຮັກເພື່ອນບ້ານເຫມືອນຮັກຕົນເອງ.

Matthew 22:41

ພຣະເຢຊູຊົງຖາມພວກຟາຣິຊາຍວ່າເເນວໃດ?

ພຣະເຢຊູຊົງຖາມພວກເຂົາດ້ວຍເລື່ອງພຣະ­ຄຣິດວ່າເພິ່ນເປັນເຊື້ອສາຍຂອງຜູ້ໃດ.

ພວກຟາຣິຊາຍໄດ້ຕອບພຣະເຢຊູຊົງວ່າເເນວໃດ?

ພວກຟາຣິຊາຍໄດ້ຕອບພຣະເຢຊູຊົງວ່າ ພຣະ­ຄຣິດເປັນເຊື້ອສາຍຂອງດາວິດ.

Matthew 22:45

ພຣະເຢຊູຖາມຄໍາຖາມທີສອງເເກ່ພວກຟາຣິຊາຍວ່າເເນວໃດ?

ພຣະເຢຊູຖາມພວກເຂົາວ່າ ເເລ້ວດ້ວຍເຫດໃດດາ­ວິດຈຶ່ງເອີ້ນພຣະ­ຄຣິດວ່າ ອົງພຣະ­ຜູ້­ເປັນ­ເຈົ້າ.

ພວກຟາຣິຊາຍຕອບພຣະເຢຊູວ່າເເນວໃດ?

ບໍ່ມີຜູ້ໃດໃນພວກເຂົາສາມາດຕອບພຣະອົງໄດ້.

Matthew 23

Matthew 23:1

ຕັ້ງເເຕ່ພວກນັກທັມ ແລະ ພວກຟາຣິຊາຍນັ່ງຢູ່ໃນບ່ອນນັ່ງຂອງໂມເຊ, ພຣະເຢຊູບອກປະຊາຊົນໃຫ້ກະທໍາສິ່ງໃດກັບຄຳ ສອນຂອງພວກເຂົາ?

ພຣະເຢຊູບອກປະຊາຊົນໃຫ້ເຮັດຕາມ ເເລະ ສັງເກດທຸກສິ່ງທີ່ພວກເຂົາບອກສອນ.

ເປັນຫຍັງພຣະເຢຊູກ່າວວ່າປະຊາຊົນບໍ່ຄວນຮຽນແບບການກະທຳຂອງພວກນັກທັມ ແລະ ພວກຟາຣິຊາຍ?

ພຣະເຢຊູກ່າວວ່າປະຊາຊົນບໍ່ຄວນຮຽນແບບການກະທຳຂອງພວກນັກທັມ ແລະ ພວກຟາຣິຊາຍເພາະວ່າພວກເຂົາບອກສອນສິ່ງຕ່າງໆ ແຕ່ບໍ່ໄດ້ເຮັດຕາມ.

Matthew 23:4

ພວກນັກທັມ ແລະ ພວກຟາຣິຊາຍໄດ້ເຮັດການກະທໍາທຸກຢ່າງເພື່ອຈຸດປະສົງຫຍັງ?

ພວກນັກທັມ ແລະ ພວກຟາຣິຊາຍໄດ້ເຮັດການກະທໍາທຸກຢ່າງເພື່ອໃຫ້ປະຊາຊົນເຫັນ.

Matthew 23:8

ເເມ່ນໃຜທີ່ພຣະເຢຊູກ່າວວ່າເປັນພຣະບິດາຄົນດຽວ ເເລະ ເປັນຄູຄົນດຽວຂອງພວກເຮົາ?

ພຣະເຢຊູຊົງກ່າວວ່າ ພຣະ­ບິ­ດາແຕ່ພຽງຜູ້ດຽວຄື ຜູ້ທີ່ຊົງສະຖິດຢູ່ໃນສະ­ຫວັນ ເເລະ ນາຍຂອງພວກເຮົາມີແຕ່ຜູ້ດຽວຄື ພຣະ­ຄຣິດເຈົ້າ.

Matthew 23:11

ພຣະເຈົ້າຈະເຮັດແນວໃດຕໍ່ຜູ້ທີ່ຍົກຍໍຕົວເອງໃຫ້ເປັນໃຫຍ່ ແລະ ຜູ້ທີ່ຖ່ອຕົວເອງລົງ?

ຜູ້ໃດທີ່ເປັນໃຫຍ່ທີ່ສຸດ ຜູ້ນັ້ນຕ້ອງຮັບໃຊ້ຄົນອື່ນ ຜູ້ນັ້ນຈະຖືກເຮັດໃຫ້ຕ່ຳລົງ ເເລະ ຜູ້ໃດຖ່ອມຕົວລົງ ຜູ້ນັ້ນຈະຖືກຍົກຂຶ້ນ.

Matthew 23:13

ພຣະເຢຊູຊົງເອີ້ນຊື່ຊໍ້າໆ ຂອງພວກນັກທັມ ເເລະ ພວກຟາຣິຊາຍທີ່ສະເເດງເຖິງພຶດຕິກໍາຂອງພວກເຂົາວ່າເນວໃດ?

ພຣະເຢຊູຊົງເອີ້ນຊື່ຊໍ້າໆ ຂອງພວກນັກທັມ ເເລະ ພວກຟາຣິຊາຍວ່າຄົນຫນ້າຊື່ໃຈຄົດ.

ເມື່ອພວກນັກທັມ ແລະ ພວກຟາຣິຊາຍສ້າງໃຫ້ຄົນປ່ຽນໃຈໃຫມ່, ບຸດນັ້ນເປັນລູກຂອງໃຜ?

ເມື່ອພວກນັກທັມ ແລະ ພວກຟາຣິຊາຍສ້າງໃຫ້ຄົນປ່ຽນໃຈໃຫມ່,ພວກເຂົາກໍເຮັດໃຫ້ຄົນນັ້ນສົມກັບນະ­ຣົກຫລາຍກວ່າເຂົາເອງເຖິງສອງທໍ່.

Matthew 23:16

ກ່ຽວກັບການຜູກມັດຄຳສາບານ, ພຣະເຢຊູເວົ້າຫຍັງກ່ຽວກັບຄຳສອນຂອງພວກນັກທັມ ແລະ ພວກຟາຣິຊາຍ?

ພຣະເຢຊູເວົ້າວ່າພວກນັກທັມ ແລະ ພວກຟາຣິຊາຍເປັນຄົນນໍາທາງທີ່ຕາ­ບອດ ແລະ ໂງ່.

Matthew 23:23

ເຖິງແມ່ນວ່າພວກເຂົາໄດ້ຖວາຍສິບລົດທີ່ເປັນຜັກກ້ານກ່ຳ, ຜັກ­ຊີ, ສິ່ງໃດທີ່ພວກນັກທັມ ແລະ ພວກຟາຣິຊາຍບໍ່ໄດ້ເຮັດ?

ດ້ວຍວ່າພວກນັກທັມ ແລະ ພວກຟາຣິຊາຍຖວາຍສິບລົດທີ່ເປັນຜັກກ້ານກ່ຳ, ຜັກ­ຊີ, ແຕ່ພວກເຂົາຕັດຂໍ້ສຳ­ຄັນຂອງພຣະ­ບັນ­ຍັດ ຄືຄວາມຍຸ­ຕິທັມ, ຄວາມເມດຕາ, ຄວາມສັດ­ຊື່.

Matthew 23:25

ພວກນັກທັມ ເເລະ ພວກຟາຣິຊາຍບໍ່ໄດ້ເຮັກຄວາມສະອາດສິ່ງໃດ?

ພວກນັກທັມ ເເລະ ພວກຟາຣິຊາຍເຄີຍລ້າງຖ້ວຍ­ຊາມໃຫ້ສະອາດແຕ່ຂ້າງນອກ ແຕ່ຂ້າງໃນຖ້ວຍ­ຊາມນັ້ນເຕັມໄປດ້ວຍການຂູ່ຊິງເອົາແລະການມົວເມົາກິເລດ.

Matthew 23:27

ຢູ່ພາຍໃນຂອງພວກນັກທັມ ແລະ ພວກຟາຣິຊາຍເຕັມໄປດ້ວຍສິ່ງອັນໃດ?

ຢູ່ພາຍໃນຂອງພວກນັກທັມ ແລະ ພວກຟາຣິຊາຍເຕັມໄປດ້ວຍການຫນ້າຊື່ໃຈຄົດ ແລະ ຄວາມຊົ່ວຊ້າ.

Matthew 23:29

ບັນພະບຸລຸດຂອງພວກນັກທັມ ເເລະ ພວກຟາຣິຊາຍໄດ້ກະທໍາສິ່ງໃດເເກ່ຜູ້ປະກາດພຣະທັມຂອງພຣະເຈົ້າ?

ບັນພະບຸລຸດຂອງພວກນັກທັມ ເເລະ ພວກຟາຣິຊາຍໄດ້ຂ້າພວກຜູ້ປະ­ກາດພຣະ­ທັມຂອງພຣະເຈົ້າ.

Matthew 23:32

ພວກນັກທັມ ແລະ ພວກຟາຣິຊາຍຈະພົບກັບການພິພາສາເເນວໃດ?

ພວກນັກທັມ ແລະ ພວກຟາຣິຊາຍກໍາລັງຈະພົບກັບການພິພາສາຂອງນາຣົກ.

Matthew 23:34

ພຣະເຢຊູກ່າວວ່າພວກນັກທັມ ເເລະ ພວກຟາຣິຊາຍຈະກະທໍາສິ່ງໃດເເກ່ຜູ້ປະກາດພຣະທັມ, ນັກປຣາດ ເເລະ ພວກນັກທັມຄົນອື່ນທີ່ພຣະອົງຈະສົ່ງພວກເຂົາອອກໄປ?

ພຣະເຢຊູກ່າວວ່າ ພວກເຂົາກໍຈະຂ້າບາງຄົນເສຍ ແລະ ພວກຂ້ຽນຕີພວກເຂົາໃນໂຮງທັມະເທສະຫນາ ແລະ ຂົ່ມ­ເຫັງໄລ່ເຂົາອອກຈາກເມືອງນີ້ໄປເມືອງນັ້ນ.

ເປັນຜົນມາຈາກການປະພຶດຂອງພວກເຂົາ, ພວກນັກທັມແລະ ພວກຟາຣິຊາຍມີຄວາມຜິດບາບຫຍັງເເດ່?

ຄວາມຜິດຂອງເລືອດທີ່ຊອບທຳທັງຫມົດທີ່ຖືກລົງມາເທິງແຜ່ນດິນໂລກຈະເກີດຂື້ນກັບພວກນັກທັມ ແລະ ພວກຟາຣິຊາຍ.

ພຣະເຢຊູກ່າວວ່າສິ່ງທັງຫມົດນີ້ຈະເກີດຂື້ນກັບຄົນຮູ່ນໃດ?

ພຣະເຢຊູກ່າວວ່າເຫດເຫລົ່ານີ້ຈະຕົກໃສ່ຄົນສະໄຫມນີ້.

Matthew 23:37

ພຣະເຢຊູມີຄວາມປາຖະຫນາຫຍັງສຳລັບເດັກນ້ອຍໃນເມືອງເຢ­ຣູ­ຊາ­ເລັມ ແລະ ເປັນຫຍັງມັນຈຶ່ງບໍ່ສຳເລັດ?

ພຣະເຢຊູມີຄວາມປາຖະຫນາວ່າຈະຮວບ­ຮວມເອົາເດັກນ້ອຍໃນເມືອງເຢ­ຣູ­ຊາ­ເລັມໄວ້ດ້ວຍກັນ, ແຕ່ພວກເຂົາບໍ່ຍິນຍອມ.

ດຽວນີ້ເຮືອນຂອງເຢຣູຊາເລັມທີ່ເຫລືອຢູ່ຈະເປັນເເນວໃດ?

ດຽວນີ້ເຮືອນຂອງເຢຣູຊາເລັມກໍຈະຖືກປະຮ້າງໄວ້ໃຫ້ຢູ່ວ່າງເປົ່າ.

Matthew 24

Matthew 24:1

ພຣະເຢຊູໄດ້ທໍານວາຍກ່ຽວກັບພຣະວິຫານຢູ່ໃນເມືອງເຢຣູຊາເລັມວ່າເເນວໃດ?

ພຣະເຢຊູໄດ້ທໍານວາຍວ່າ ກ້ອນຫີນທີ່ຊ້ອນທັບກັນຢູ່ໃນພຣະວິຫານນີ້ຈະຖືກທຳ­ລາຍລົງຈົນບໍ່ເຫລືອຈັກກ້ອນ.

Matthew 24:3

ຫລັງຈາກໄດ້ຍິນຄໍາທໍສນວາຍກ່ຽວກັບພຣະວິຫານ, ພວກສາວົກໄດ້ຖາມພຣະເຢຊູວ່າເເນວໃດ?

ພວກສາວົກໄດ້ຖາມພຣະເຢຊູວ່າ ເຫດ­ການເຫລົ່ານີ້ຈະເກີດຂຶ້ນໃນເວ­ລາໃດ ເເລະ ສິ່ງໃດເປັນຫມາຍສຳ­ຄັນແຫ່ງການສະເດັດມາຂອງພຣະອົງແລະສະໄຫມເກົ່າຈະສິ້ນສຸດລົງ.

ຄົນປະເພດໃດທີ່ພຣະເຢຊູກ່າວວ່າພວກເຂົາຈະມາຫລອກລວງໃຫ້ຫລາຍຄົນໃຫ້ຫລົງທາງ?

ພຣະເຢຊູກ່າວວ່າ ຈະມີຫລາຍຄົນມາອ້າງນາມຂອງພຣະອົງວ່າ ‘ເຮົານີ້ແຫລະ, ເປັນພຣະ­ຄຣິດ’ ແລະ ຈະຫລອກລວງຫລາຍຄົນໃຫ້ຫລົງໄປ.

Matthew 24:6

ເຫດການໃດທີ່ພຣະເຢຊູກ່າວວ່າຈະເປັນຈຸດເລີ່ມຕົ້ນຂອງຄວາມເຈັບປວດໃນການເກີດລູກ?

ພຣະເຢຊູກ່າວວ່າ ຈະມີການສູ້ຮົບກັນ, ເກີດການອຶດຢາກແລະ ແຜ່ນ­ດິນໄຫວໃນບ່ອນຕ່າງ ເຫດການທັງປວງນີ້ເປັນເຫມືອນຂັ້ນຕົ້ນຂອງຄວາມເຈັບປວດໃນການເກີດລູກ.

Matthew 24:9

ພຣະເຢຊູກ່າວສິ່ງໃດວ່າຈະເກີດຂຶ້ນໃນບັນດາຜູ້ທີ່ເຊື່ອໃນເວລານີ້?

ພຣະເຢຊູກ່າວວ່າບັນດາຜູ້ທີ່ເຊື່ອຈະພົບກັບຄວາມທຸກລຳບາກ, ບາງຄົນກໍ່ຈະຫລົງຫາຍໄປ ເເລະ ຫັກ­ຫລັງກັນ ແລະກັນ.

Matthew 24:12

ເເມ່ນໃຜທີ່ພຣະເຢຊູກ່າວວ່າຈະໄດ້ຮັບຄວາມລອດພົ້ນ?

ພຣະເຢຊູກ່າວວ່າ ຜູ້ໃດອົດທົນໄດ້ຈົນເຖິງທີ່ສຸດຜູ້ນັ້ນຈະໄດ້ລອດພົ້ນ.

ຈະມີຫຍັງເກີດຂຶ້ນກັບຂ່າວປະເສີດກ່ອນທີ່ການສິ້ນສຸດຈະມາເຖິງ?

ຂ່າວປະເສີດຂອງຣາຊະອານາຈັກນີ້ຈະໄດ້ປະກາດໄປທົ່ວໂລກໃຫ້ເປັນຄຳພະ­ຍານແກ່ທຸກຊາດ ແລ້ວທີ່ສຸດປາຍຈະມາເຖິງ.

Matthew 24:15

ເມື່ອໃດທີ່ບັນດາຜູ້ທີ່ເຊື່ອທັງ­ຫລາຍໄດ້ເຫັນສິ່ງທີ່ຫນ້າກຽດຫນ້າຊັງ ທີ່ເຮັດໃຫ້ເກີດວິ­ບັດຕັ້ງຢູ່ໃນສະ­ຖານທີ່ສັກ­ສິດ ພວກເຂົາຄວນກະທໍາສິ່ງໃດ? [24:15]

ພຣະເຢຊູບອກວ່າ ບັນດາຜູ້ທີ່ເຊື່ອທັງ­ຫລາຍໃຫ້ປົບຫນີສູ່ພູເຂົາທັງຫລາຍໄປ.

Matthew 24:19

ຄວາມທຸກລຳບາກຈະຍິ່ງໃຫຍ່ພຽງໃດໃນວັນນັ້ນ?

ໃນວັນນັ້ນ, ຄວາມທຸກຍາກລໍາບາກຈະຍິ່ງໃຫຍ່, ຍິ່ງໃຫຍ່ກວ່າການເລີ່ມຕົ້ນຂອງໂລກນີ້.

Matthew 24:23

ພຣະຄຣິດປອມ ແລະ ຜູ້ປະກາດພຣະທັມປອມຈະນຳພາຄົນອື່ນໃຫ້ຫລົງຜິດດ້ວຍວິທີໃດ?

ພຣະຄຣິດປອມ ແລະ ຜູ້ປະກາດພຣະທັມປອມຈະສະແດງຫມາຍສຳ­ຄັນອັນໃຫຍ່ ແລະ ການອັດ­ສະ­ຈັນຕ່າງ ຖ້າເປັນໄດ້ ມັນຈະຫລອກລວງຜູ້ທີ່ພຣະ­ເຈົ້າຊົງເລືອກໄວ້ໃຫ້ຫລົງໄປ.

Matthew 24:26

ການສະເດັດມາຂອງບຸດມະນຸດຈະເປັນແນວໃດ?

ການສະເດັດມາຂອງບຸດມະນຸດຈະເປັນ ແສງໄຟສ່ອງອອກຈາກທິດຕາເວັນອອກ ແລະ ສ່ອງໄປເຖິງທິດຕາເວັນຕົກ.

Matthew 24:29

ຈະມີຫຍັງເກີດຂື້ນກັບດວງອາທິດ, ດວງຈັນ ແລະ ດວງດາວຫຼັງຈາກຄວາມທຸກຍາກ ລຳ ບາກໃນສະ ໄໝ ນັ້ນ?

ດວງອາ­ທິດຈະມືດດັບໄປ, ດວງຈັນຈະບໍ່ສ່ອງແສງ ເເລະ ດວງດາວທັງປວງຈະຕົກ­ລົງຈາກຟ້າ.

Matthew 24:30

ຊົນເຜົ່າຂອງແຜ່ນດິນໂລກຈະເຮັດແນວໃດເມື່ອພວກເຂົາເຫັນບຸດມະນຸດສະເດັດມາດ້ວຍຣິດ­ທາ­ນຸ­ພາບ ແລະ ສະ­ຫງ່າຣາ­ສີອັນຍິ່ງໃຫຍ່?

ຊົນເຜົ່າຂອງແຜ່ນດິນໂລກຈະຕົບຫນ້າເອິກຂອງພວກເຂົາ.

ຈະໄດ້ຍິນສຽງອັນໃດເມື່ອບຸດມະນຸດສົ່ງທູດສະຫວັນຂອງພຣະອົງມາເຕົ້າໂຮມຜູ້ທີ່ຖືກເລືອກໄວ້?

ເມື່ອບຸດມະນຸດສົ່ງທູດສະຫວັນຂອງພຣະອົງມາເຕົ້າໂຮມຜູ້ທີ່ຖືກເລືອກໄວ້ຈະມາພ້ອມກັບສຽງແກທີ່ດັງ.

Matthew 24:34

ພຣະເຢຊູກ່າວວ່າສິ່ງໃດຈະບໍ່ລ່ວງລັບໄປຈົນກວ່າເຫດການທັງຫມົດນີ້ຈະເກີດຂື້ນ?

ພຣະເຢຊູກ່າວວ່າ ຄົນໃນສະ­ໄຫມນີ້ຈະບໍ່ລ່ວງລັບໄປກ່ອນເຫດ­ການທັງປວງນີ້ບັງ­ເກີດຂຶ້ນ.

ພຣະເຢຊູກ່າວວ່າສິ່ງໃດຈະຈາກໄປ ແລະ ສິ່ງໃດຈະບໍ່ຫາຍໄປ?

ພຣະເຢຊູກ່າວວ່າຟ້າ ແລະ ດິນກໍຈະລ່ວງພົ້ນໄປ, ແຕ່ຖ້ອຍຄຳຂອງພຣະອົງຈະບໍ່ລ່ວງພົ້ນໄປຈັກເທື່ອ.

Matthew 24:36

ໃຜຮູ້ວ່າເຫດການເຫຼົ່ານີ້ຈະເກີດຂື້ນເມື່ອໃດ?

ມີພຽງເເຕ່ພຣະບິດາເທົ່ານັ້ນທີ່ຮູ້ວ່າເຫດການເຫຼົ່ານີ້ຈະເກີດຂື້ນເມື່ອໃດ.

Matthew 24:37

ການສະເດັດມາຂອງບຸດມະນຸດຈະເປັນແນວໃດຄືກັບສະໄຫມ ຂອງໂນອາກ່ອນນໍ້າຖ້ວມ?

ຄົນທັງ­ຫລາຍຈະໄດ້ກິນ ແລະ ດື່ມ, ໄດ້ແຕ່ງ­ງານ ແລະ ຍົກໃຫ້ເປັນຜົວເມຍກັນ, ໂດຍບໍ່ທັນໄດ້ຮູ້ຕົວຢ່າງໃດ ຈົນເຖິງເວລາພິພາສາຈະມາກວາດເອົາພວກເຂົາໄປເອງ.

Matthew 24:40

ພຣະເຢຊູກ່າວວ່າຜູ້ທີ່ເຊື່ອຂອງລາວຕ້ອງຮັກສາທັດສະນະແນວໃດຕໍ່ການມາຂອງພຣະອົງ ແລະ ຍ້ອນຫຍັງ?

ພຣະເຢຊູກ່າວວ່າ ບັນດາຜູ້ທີ່ເຊື່ອທັງຫລາຍຄວນກຽມພ້ອມຕະຫລອດເວລາ ເພາະພວກເຮົາບໍ່ຮູ້ວ່າ ອົງພຣະຜູ້ເປັນ­ເຈົ້າຂອງພວກເຮົາຈະສະ­ເດັດມາໃນເວ­ລາໃດ.

Matthew 24:45

ຂ້າໃຊ້ທີ່ສັດຊື່ ແລະ ສະຫລາດຈະເຮັດຫຍັງໃນຂະນະທີ່ນາຍບໍ່ຢູ່?

ຂ້າໃຊ້ທີ່ສັດຊື່ ແລະ ສະຫລາດຈະເຝົ້າເຮືອນຂອງນາຍຕົນໃນຂະນະທີ່ນາຍບໍ່ຢູ່.

ນາຍຈະກະທໍາສິ່ງໃດຕໍ່ກັບຂ້າໃຊ້ທີ່ສັດຊື່ ເເລະ ສະຫລາດຜູ້ນັ້ນ ເມື່ອນາຍກັບມາ?

ເມື່ອກັບມາ ນາຍຈະຕັ້ງຂ້າໃຊ້ທີ່ຊື່ສັດ ເເລະ ສະຫລາດຜູ້ນັ້ນໄວ້ເຫນືອບັນ­ດາຊັບສິນ­ຂອງເຂົາທຸກຢ່າງ.

Matthew 24:48

ຂ້າໃຊ້ທີ່ຊົ່ວຮ້າຍຈະເຮັດຫຍັງໃນຂະນະທີ່ນາຍບໍ່ຢູ່?

ຂ້າໃຊ້ທີ່ຊົ່ວຮ້າຍກໍຈະຂຽ້ນຕີຄົນຮັບໃຊ້ດ້ວຍກັນເເລະ ທັງກິນ ແລະ ດື່ມນຳຄົນຂີ້ເຫລົ້າໃນຂະນະທີ່ນາຍບໍ່ຢູ່.

ນາຍຈະກະທໍາສິ່ງໃດຕໍ່ກັບຂ້າໃຊ້ທີ່ຊົ່ວຮ້າຍຜູ້ນັ້ນ ເມື່ອກັບນາຍມາ?

ເມື່ອກັບນາຍມາ, ນາຍຂອງຂ້າໃຊ້ຜູ້ນັ້ນຈະຜ່າລາວອອກເປັນຕ່ອນໆ ແລະ ຈະຂັບໄລ່ໃຫ້ໄປຢູ່ກັບຄົນຫນ້າຊື່ໃຈຄົດ ເຊິ່ງບ່ອນນັ້ນຈະມີ­ການຮ້ອງ­ໄຫ້ ແລະ ຂົບແຂ້ວຢູ່.

Matthew 25

Matthew 25:1

ບັນດາຍິງສາວບໍຣິສຸດທີ່ໂງ່ຈ້າ ບໍ່ໄດ້ເຮັດຫຍັງເມື່ອພວກເຂົາໄປພົບເຈົ້າບ່າວ?

ຝ່າຍຄົນໂງ່ນັ້ນເອົາໂຄມຂອງຕົນໄປ ແຕ່ບໍ່ໄດ້ເອົານ້ຳ­ມັນໄປນຳ.

ບັນດາຍິງສາວບໍຣິສຸດທີ່ສະຫລາດ ໄດ້ເຮັດຫຍັງເມື່ອພວກເຂົາໄປພົບເຈົ້າບ່າວ?

ຄົນສະ­ຫລາດນັ້ນໄດ້ເອົານ້ຳ­ມັນໃສ່ກວດກັບທັງໂຄມຂອງຕົນໄປດ້ວຍ.

Matthew 25:5

ເມື່ອໃດທີ່ເຈົ້າບ່າວມາຮອດ ແລະ ເປັນເວລາທີ່ຄາດການໄວ້ຫລືບໍ?

ເຈົ້າບ່າວໄດ້ມາຮອດໃນເວລາທ່ຽງຄືນ ຊຶ່ງເປັນເວລາທີ່ຊ້າກວ່າເວລາທີ່ໄດ້ຄາດການໄວ້.

Matthew 25:10

ເກີດຫຍັງຂຶ້ນກັບຍິງສາວບໍຣິສຸດທີ່ສະຫລາດຄົນນັ້ນເມື່ອເຈົ້າໄດ້ມາຮອດ?

ເມື່ອເຈົ້າໄດ້ມາຮອດຍິງສາວບໍຣິສຸດທີ່ສະຫລາດຄົນນັ້ນກໍເຂົ້າໄປນຳເຈົ້າບ່າວໃນການລ້ຽງສົມຣົດນັ້ນ.

ເກີດຫຍັງຂຶ້ນກັບຍິງສາວບໍຣິສຸດທີ່ໂງ່ຈ້າຄົນນັ້ນເມື່ອເຈົ້າໄດ້ມາຮອດ?

ເມື່ອເຈົ້າໄດ້ມາຮອດຍິງສາວບໍຣິສຸດທີ່ໂງ່ຈ້າຄົນນັ້ນກໍາລັງໄປຊື້ນໍ້າມັນ ເເລະ ປະຕູງານລ້ຽງກໍ່ໄດ້ອັດເເລ້ວ.

ພຣະເຢຊູກ່າວວ່າພຣະອົງຕ້ອງການໃຫ້ຜູ້ທີ່ເຊື່ອຮຽນຮູ້ຈາກ ຄຳອຸປະມາເລື່ອງຍິງສາວເເນວໃດ?

ພຣະເຢຊູກ່າວວ່າ ຜູ້ທີ່ເຊື່ອຄວນເຝົ້າລະວັງຢູ່ ເພາະເຮົາທັງ­ຫລາຍບໍ່ຮູ້­ຈັກວັນ ຫລື ໂມງນັ້ນ.

Matthew 25:14

ຜູ້ຮັບໃຊ້ທີ່ມີຫ້າຕາລັນຕົນ ແລະ ສອງຕາລັນຕົນ ໄດ້ເຮັດຫຍັງກັບຕາລັນຕົນຂອງພວກເຂົາ ເມື່ອນາຍຂອງພວກເຂົາເດີນທາງໄປ?

ຜູ້ຮັບໃຊ້ທີ່ໄດ້ຮັບຫ້າຕາລັນຕົນກໍເອົາເງິນນັ້ນໄປຄ້າຂາຍທັນ­ທີ ແລະ ໄດ້ກຳ­ໄລອີກຫ້າຕາລັນຕົນ ເເລະ ຜູ້ຮັບໃຊ້ທີ່ໄດ້ຮັບສອງຕາລັນຕົນ ກໍ່ເອົາເງິນໄປສ້າງກໍາໄລໃຫ້ໄດ້ອີກສອງຕາລັນຕົນ.

Matthew 25:17

ຜູ້ຮັບໃຊ້ທີ່ມີຫນຶ່ງຕາລັນຕົນ ໄດ້ເຮັດຫຍັງກັບຕາລັນຕົນຂອງເຂົາ ເມື່ອນາຍຂອງພວກເຂົາເດີນທາງໄປ?

ຜູ້ໄດ້ຮັບຕາລັນຕົນດຽວກໍໄດ້ໄປ ແລະ ຂຸດຂຸມ ແລ້ວເຊື່ອງເງິນນາຍໄວ້.

Matthew 25:19

ເຈົ້ານາຍໄດ້ເດີນທາງໄປດົນປານໃດ?

ເຈົ້ານາຍໄດ້ເດີນທາງໄປດົນເຕີບ.

ເມື່ອເຈົ້ານາຍກັບມາ, ເຈົ້ານາຍໄດ້ກະທໍາສິ່ງໃດເເກ່ຄົນຮັບໃຊ້ທີ່ເຈົ້ານາຍໄດ້ໃຫ້ເງິນຫ້າຕາລັນຕົນ ເເລະ ສອງຕາລັນຕົນເເກ່ພວກເຂົານັ້ນ?

ເຈົ້ານາຍເວົ້າວ່າ: "ດີຫລາຍ, ຂ້ອຍໃຊ້ຜູ້­ດີ ແລະ ສັດ­ຊື່ເອີຍ" ເເລະ ເຈົ້ານາຍໄດ້ຕັ້ງໃຫ້ພວກເຂົາເປັນຜູ້ເບິ່ງແຍງຂອງຫລາຍຢ່າງ.

Matthew 25:26

ເມື່ອເຈົ້ານາຍກັບມາ, ເຈົ້ານາຍໄດ້ກະທໍາສິ່ງໃດເເກ່ຄົນຮັບໃຊ້ທີ່ເຈົ້ານາຍໄດ້ໃຫ້ເງິນຫນຶ່ງຕາລັນຕົນ ເເກ່ເຂົາຄົນນັ້ນ?

ເຈົ້ານາຍເວົ້າວ່າ: "ອ້າຍຂ້ອຍໃຊ້ຊົ່ວ ແລະ ຂີ້­ຄ້ານເອີຍ" ເອົາອ້າຍຂ້າໃຊ້ຜູ້ບໍ່ມີປະ­ໂຫຍດໄປຖິ້ມບ່ອນມືດພາຍນອກ.

Matthew 25:31

ບຸດມະນຸດຈະກະທໍາສິ່ງໃດເມື່ອພຣະອົງສະເດັດມາ ເເລະ ຊົງປຣະ­ທັບເທິງພຣະທີ່­ນັ່ງອັນຮຸ່ງ­ເຮືອງຂອງພຣະ­ອົງ?

ບຸດມະນຸດຈະຊົງໂຮມບັນດາປະຊາຊາດຕໍ່ພຣະ­ພັກຂອງພຣະ­ອົງ ແລະ ພຣະ­ອົງຈະຊົງແຍກເຂົາອອກຈາກກັນ.

Matthew 25:34

ຜູ້ທີ່­ຢູ່ເທິງພຣະ­ຫັດຂວາຂອງກະສັດຈະໄດ້ຮັບສິ່ງໃດ?

ຜູ້ທີ່­ຢູ່ເທິງພຣະ­ຫັດຂວາຂອງກະສັດຈະໄດ້ຮັບເອົາຣາ­ຊະອານາ­ຈັກ ຊຶ່ງໄດ້ຊົງຈັດຕຽມໄວ້ສຳ­ລັບພວກເຂົາຕັ້ງ­ແຕ່ວາງຮາກສ້າງໂລກ.

ຜູ້ທີ່­ຢູ່ເທິງພຣະ­ຫັດຂວາຂອງກະສັດໄດ້ກະທໍາສິ່ງໃດໃນຊີວິດຂອງພວກເຂົາ?

ຜູ້ທີ່­ຢູ່ເທິງພຣະ­ຫັດຂວາຂອງກະສັດໄດ້ໃຫ້ອາຫານເເກ່ຜູ້ທີ່ຫິວ, ໃຫ້ນໍ້າເເກ່ຜູ້ທີ່ກະຫາຍ, ເປືອຍຕົວກໍໄດ້ເອົາເຄື່ອງມາໃຫ້ນຸ່ງຫົ່ມ, ເຈັບປ່ວຍກໍມາຢ້ຽມ­ຢາມ ເເລະ ຢູ່ໃນຄຸກກໍມາໄດ້ຫາ.

Matthew 25:41

ຜູ້ທີ່­ຢູ່ເທິງພຣະ­ຫັດຊ້າຍຂອງກະສັດຈະໄດ້ຮັບສິ່ງໃດ?

ຜູ້ທີ່­ຢູ່ເທິງພຣະ­ຫັດຊ້າຍຂອງກະສັດຈະໄດ້ຮັບໄຟທີ່ໄຫມ້ຢູ່ເປັນ­ນິດ ຊຶ່ງຊົງຈັດຕຽມໄວ້ສຳ­ລັບມານຊາຕານ ແລະ ບໍ­ລິ­ວານຂອງມັນ.

ຜູ້ທີ່­ຢູ່ເທິງພຣະ­ຫັດຊ້າຍຂອງກະສັດບໍ່ໄດ້ກະທໍາສິ່ງໃດໃນຊີວິດຂອງພວກເຂົາ?

ຜູ້ທີ່­ຢູ່ເທິງພຣະ­ຫັດຊ້າຍຂອງກະສັດບໍ່ໄດ້ໃຫ້ອາຫານເເກ່ຜູ້ທີ່ຫິວ, ບໍ່ໃຫ້ນໍ້າເເກ່ຜູ້ທີ່ກະຫາຍ, ເປືອຍຕົວກໍບໍ່ໄດ້ເອົາເຄື່ອງມາໃຫ້ນຸ່ງຫົ່ມ, ເຈັບປ່ວຍກໍບໍ່ມາຢ້ຽມ­ຢາມ ເເລະ ຢູ່ໃນຄຸກກໍບໍ່ມາໄດ້ຫາ.

Matthew 26

Matthew 26:1

ເທດສະການຫຍັງຂອງຊາວຢິວທີ່ພຣະເຢຊຸກ່າວວ່າໃກ້ຈະມາຮອດ?

ພຣະເຢຊຸກ່າວວ່າ ອີກສອງວັນກໍຈະເຖິງເທ­ດສະ­ການປັດ­ສະ­ຄາ.

Matthew 26:3

ພວກປະໂລຫິດໃຫຍ່ ແລະ ພວກເຖົ້າແກ່ໄດ້ວາງແຜນກັນຢູ່ທີ່ພະລາດຊະວັງຂອງປະໂລຫິດຕົນໃຫຍ່ຄືເເນວໃດ?

ພວກປະໂລຫິດໃຫຍ່ ແລະ ພວກເຖົ້າແກ່ໄດ້ວາງແຜນກັນຢູ່ທີ່ພະລາດຊະວັງຂອງປະໂລຫິດຕົນໃຫຍ່ເພື່ອຈະໄດ້ຈັບພຣະ­ເຢຊູດ້ວຍກົນອຸບາຍ ແລະ ຈະຂ້າພຣະອົງ.

ພວກປະໂລຫິດໃຫຍ່ ແລະ ພວກເຖົ້າແກ່ຢ້ານສິ່ງໃດ?

ພວກເຂົາຢ້ານວ່າຖ້າຫາກພວກເຂົາຂ້າພຣະເຢຊູໃນລະ­ຫວ່າງວັນເທ­ສະ­ການ ມັນຈະເກີດຄວາມວຸ້ນວາຍຂຶ້ນທ່າມກາງພົນ­ລະເມືອງ.

Matthew 26:6

ເມື່ອພວກຜູ້ຍິງໄດ້ເອົານໍ້າມັນຫອມລາຄາແພງຖອກໃສ່ພຣະ­ສຽນຂອງພຣະ­ອົງ, ພວກສາວົກໄດ້ຕອບສະຫນອງທ່າທີເເນວໃດ?

ພວກສາວົກຢາກຮ້າຍ ເເລະ ຢາກຮູ້ວ່າເປັນຫຍັງຈຶ່ງບໍ່ຂາຍນ້ຳມັນຫອມນີ້ກໍຄົງໄດ້ເງິນຫລວງຫລາຍແລ້ວຈະແຈກໃຫ້ຄົນຍາກຈົນກໍໄດ້.

Matthew 26:12

ເປັນຫຍັງພຣະເຢຊູຈຶ່ງກ່າວວ່າຍິງຄົນນີ້ໄດ້ຖອກນ້ຳ­ມັນຫອມໃສ່ກາຍຂອງພຣະອົງ?

ພຣະເຢຊູກ່າວວ່າການທີ່ນາງໄດ້ຖອກນ້ຳ­ມັນຫອມໃສ່ກາຍຂອງພຣະອົງ, ນາງກໍໄດ້ເຮັດເພື່ອການຝັງຂອງພຣະອົງ.

Matthew 26:14

ຢູດາອິສະກາຣີ­ອົດໄດ້ຮັບເງິນຄ່າຈ້າງໃນການທີ່ຈະມອບພຣະອົງໃຫ້ແກ່ພວກປະໂລຫິດຕົນໃຫຍ່ເທົ່າໃດ?

ຢູດາອິສະກາຣີ­ອົດໄດ້ຮັບເງິນຄ່າຈ້າງສາມສິບຫລຽນໃນການທີ່ຈະມອບພຣະອົງໃຫ້ແກ່ພວກປະໂລຫິດຕົນ.

Matthew 26:20

ໃນຄໍ່າແລງພຣະເຢຊູໄດ້ເວົ້າຫຍັງກ່ຽວກັບສາວົກຄົນຫນຶ່ງ ຂອງພຣະອົງ?

ພຣະ­ອົງຊົງກ່າວວ່າ ຄົນຫນຶ່ງໃນພວກສາວົກຈະທໍ­ລະຍົດຕໍ່ພຣະອົງ.

Matthew 26:23

ພຣະເຢຊູເວົ້າກ່ຽວກັບອະນາຄົດຂອງຜູ້ທີ່ຈະທໍລະຍົດພຣະອົງວ່າເເນວໃດ?

ພຣະເຢຊູກ່າວວ່າ ມັນຈະເປັນການດີກວ່າ ສຳລັບຜູ້ຊາຍທີ່ຈະທໍລະຍົດພຣະອົງ ຖ້າລາວບໍ່ເຄີຍເກີດມາ.

ພຣະເຢຊູຕອບວ່າແນວໃດເມື່ອຢູດາຖາມວ່າລາວເປັນຜູ້ທີ່ຈະທໍລະຍົດພຣະເຢຊູບໍ?

ພຣະເຢຊູຕອບວ່າ: “ທ່ານເວົ້າເອງແລ້ວ”.

Matthew 26:26

ພຣະເຢຊູໄດ້ກ່າວຫຍັງໃນເວລາທີ່ເພິ່ນໄດ້ເອົາເຂົ້າຈີ່ມາເພື່ອຂໍພຣະພອນ, ເເລະຫັກເຂົ້າຈີ່ ແລະ ເອົາໃຫ້ພວກສາວົກ?

ພຣະເຢຊູຊົງກ່າວວ່າ “ຈົ່ງຮັບ, ແລະກິນສາເຖີດ, ນີ້ແຫລະຄືກາຍຂອງເຮົາ”.

Matthew 26:27

ພຣະເຢຊູໄດ້ເວົ້າຫຍັງກ່ຽວກັບຈອກທີ່ພຣະອົງໄດ້ມອບໃຫ້ພວກສາວົກ?

ພຣະເຢຊູຊົງກ່າວວ່າ ຈອກນີ້ເປັນເລືອດແຫ່ງພັນທະສັນຍາທີ່ຫລັ່ງອອກມາ ເພື່ອຍົກໂທດບາບຂອງຄົນຈຳ­ນວນຫລາຍ.

Matthew 26:30

ຢູ່ທີ່ພູເຂົາຫມາກກອກເທດ, ພຣະເຢຊູຊົງກ່າວສິ່ງໃດເເກ່ພວກສາວົກຂອງພຣະວົງວ່າທຸກຄົນຕ້ອງໄດ້ກະທໍາໃນຄໍ່າຄືນນັ້ນ?

ພຣະເຢຊູບອກພວກສາວົກວ່າພວກເຂົາທຸກຄົນຈະສະ­ດຸດໃຈໃນຄືນນັ້ນຍ້ອນພຣະອົງ.

Matthew 26:33

ເມື່ອເປໂຕທູນບອກພຣະເຢຊູວ່າລາວຈະບໍ່ສະ­ດຸດໃຈຈັກເທື່ອ, ເເລ້ວພຣະເຢຊູໄດ້ຊົງກ່າວສິ່ງໃດຕໍ່ເປໂຕໃນຄືນນັ້ນ?

ພຣະເຢຊູໄດ້ຊົງກ່າວວ່າ ໃນຄືນວັນນີ້ກ່ອນໄກ່ຈະຂັນ ເປໂຕຈະປະ­ຕິ­ເສດພຣະອົງເຖິງສາມເທື່ອ.

Matthew 26:36

ພຣະເຢຊູໄດ້ຂໍໃຫ້ເປໂຕ ແລະ ລູກຊາຍສອງຄົນຂອງເຊເບດາຍ ເຮັດຫຍັງໃນຂະນະທີ່ພຣະອົງອະທິຖານ?

ພຣະເຢຊູໄດ້ຂໍໃຫ້ພວກເຂົາຄົງຢູ່ທີ່ນັ້ນ ແລະ ເຝົ້າເບິ່ງກັບພຣະອົງ.

Matthew 26:39

ພຣະເຢຊູຊົງຮ້ອງຂໍສິ່ງໃດກັບພຣະບິດາໃນຄໍາອະທິຖານຂອງພຣະອົງ?

ພຣະເຢຊູຊົງຮ້ອງຂໍວ່າ ຖ້າເປັນໄດ້ຂໍໃຫ້ຈອກນີ້ເລື່ອນພົ້ນໄປຈາກພຣະອົງດ້ວຍ.

ພວກສາວົກໄດ້ເຮັດຫຍັງເມື່ອພຣະເຢຊູໄດສະເດັດກັບມາຈາກການອະທິຖານ?

ເມື່ອພຣະເຢຊູໄດສະເດັດກັບມາຈາກການອະທິຖານ ພວກສາ­ວົກເຫລົ່ານັ້ນຍັງນອນຫລັບຢູ່.

Matthew 26:42

ພຣະເຢຊູຊົງອະທິຖານໃຫ້ເປັນໄປເເນວໃດ, ໂດຍທີ່ບໍ່ເເມ່ນເປັນໄປຕາມພຣະປະສົງຂອງພຣະອົງເອງ.

ພຣະເຢຊູຊົງອະທິຖານໃຫ້ເປັນໄປຕາມນໍ້າພຣະທັຍຂອງພຣະບິດາ, ບໍ່ເເມ່ນເປັນໄປຕາມພຣະປະສົງຂອງພຣະອົງເອງ.

ພຣະເຢຊູຊົງປະພວກສາວົກໄວ້ເພື່ອໄປອະທິຖານຈໍານວນຈັກຄັ້ງ?

ພຣະເຢຊູຊົງປະພວກສາວົກໄວ້ເພື່ອໄປອະທິຖານຈໍານວນສາມຄັ້ງ.

Matthew 26:47

ຢູດາໃຫ້ສັນຍານອັນໃດແກ່ປະຊາຊົນເພື່ອພິສູດວ່າພຣະເຍຊູເປັນຜູ້ໃດທີ່ພວກເຂົາຈະເຂົ້າຈັບກຸມ?

ຢູດາໄດ້ຈູບພຣະເຢຊູເພື່ອເປັນສັນຍານໃຫ້ເເກ່ປະຊາຊົນວ່າພຣະເຍຊູເປັນຜູ້ໃດທີ່ພວກເຂົາຈະເຂົ້າຈັບກຸມ.

Matthew 26:51

ສາວົກຄົນຫນຶ່ງຂອງພຣະເຢຊູໄດ້ກະທໍາສິ່ງໃດເມື່ອພຣະເຢຊູຖືກຈັບກຸມ?

ມີສາວົກຜູ້ຫນຶ່ງທີ່­ຢູ່ກັບພຣະ­ເຢຊູໄດ້ຊັກດາບອອກ ແລະ ໄດ້ຟັນຫູຂອງຂ້ອຍໃຊ້ຄົນຫນຶ່ງຂອງມະ­ຫາປະ­ໂລ­ຫິດຂາດເບື້ອງຫນຶ່ງ.

ພຣະເຢຊູເວົ້າວ່າຖ້າພຣະອົງຕ້ອງການປ້ອງກັນຕົວ ພຣະອົງສາມາດກະທໍາສິ່ງໃດໄດ້?

ພຣະເຢຊູເວົ້າວ່າພຣະອົງສາມາດຮ້ອງຂໍຄວາມຊ່ວຍເຫລືອຈາກພຣະ­ບິ­ດາໄດ້, ຜູ້ທີ່ຈະສົ່ງຫມູ່ທູດສະຫວັນກວ່າສິບສອງກອງທັບມາຫາພຣະອົງ.

ພຣະເຢຊູໄດ້ກ່າວສິ່ງອັນໃດທີ່ກຳລັງຈະສຳເລັດໂດຍເຫດການເຫລົ່ານີ້?

ພຣະເຢຊູໄດ້ກ່າວວ່າ ໃນພຣະຄັມພີທີ່ໄດ້ກ່າວໄວ້ກຳລັງຈະສຳເລັດໂດຍເຫດການເຫລົ່ານີ້.

Matthew 26:55

ຫລັງຈາກນັ້ນພວກສາວົກທັງຫມົດໄດ້ກະທໍາສິ່ງໃດ?

ພວກສາ­ວົກທັງຫມົດໄດ້ປະພຣະ­ອົງ ແລະ ໄດ້ພາ­ກັນຫນີໄປ.

Matthew 26:59

ພວກຫົວໜ້າປະໂລຫິດ ເເລະ ບັນດາສະມາຊິກສານ ກຳລັງຊອກຫາຫຍັງເພື່ອທີ່ຈະກ່າວໂທດເເກ່ພຣະເຢຊູໃຫ້ເຖິງເເກ່ຄວາມຕາຍ?

ພວກຫົວໜ້າປະໂລຫິດ ເເລະ ບັນດາສະມາຊິກສານ ໄດ້ຫາພະ­ຍານຕົວະມາເບີກຕໍ່­ສູ້ກັບພຣະ­ເຢຊູເພື່ອທີ່ຈະກ່າວໂທດໃຫ້ພຣະເຢຊູເຖິງເເກ່ຄວາມຕາຍ.

Matthew 26:62

ມະ­ຫາປະ­ໂລ­ຫິດໄດ້ສັ່ງພຣະເຢຊູສາ­ບານໃນສິ່ງໃດໂດຍໃຫ້ອ້າງພຣະ­ເຈົ້າຜູ້ຊົງພຣະ­ຊົນຢູ່?

ມະ­ຫາປະ­ໂລ­ຫິດໄດ້ໃຫ້ພຣະເຢຊູສາ­ບານວ່າ ພຣະເຢຊູເປັນພຣະ­ຄຣິດພຣະ­ບຸດຂອງພຣະ­ເຈົ້າຫລືບໍ່.

ຄໍາຄອບຂອງພຣະເຢຊູຕໍ່ກັບຄຳສັ່ງຂອງມະ­ຫາປະໂລຫິດເເມ່ນເເນວໃດ?

ພຣະ­ເຢຊູເຈົ້າຊົງຕອບວ່າ: “ທ່ານເວົ້ານັ້ນແລ້ວ".

ພຣະເຢຊູກ່າວວ່າມະ­ຫາປະໂລຫິດຈະໄດ້ເຫັນສິ່ງໃດ?

ພຣະເຢຊູກ່າວວ່າ ປະໂລຫິຈະເຫັນບຸດມະ­ນຸດນັ່ງຢູ່ເບື້ອງຂວາຂອງຜູ້ຊົງຣິດ­ທາ­ນຸ­ພາບ ແລະ ກຳລັງສະ­ເດັດມາເທິງເມກໃນທ້ອງ­ຟ້າ.

Matthew 26:65

ມະຫາປະໂລຫິດໄດ້ຕັ້ງຂໍ້ກ່າວຫາຫຍັງເເກ່ພຣະເຢຊູ?

ມະຫາປະໂລຫິດໄດ້ຕັ້ງຂໍ້ກ່າວຫາພຣະເຢຊວ່າ ພຣະອົງເວົ້າຫມິ່ນ­ປະ­ຫມາດພຣະ­ເຈົ້າ.

Matthew 26:67

ຫລັງຈາກທີ່ພວກເຂົາຕັ້ງຂໍ້າກ່າວຫາພຣະອົງເເລ້ວພວກເຂົາໄດ້ກະທໍາສິ່ງໃດເເກ່ພຣະເຢຊູ?

ພວກເຂົາໄດ້ຖົ່ມ­ນ້ຳ­ລາຍໃສ່ພຣະ­ພັກຂອງພຣະອົງ, ທັງທຸບຕີພຣະ­ອົງ ແລະ ບາງຄົນໄດ້ເອົາມືຕົບພຣະ­ອົງ,

Matthew 26:73

ເປໂຕໄດ້ຕອບຄໍາຖາມທີ່ບາງຄົນຖາມລາວສາມເທື່ອວ່າລາວຢູ່ກັບພຣະເຢຊູບໍວ່າເເນວໃດ?

ເປໂຕໄດ້ຕອບວ່າ ເປໂຕບໍ່ຮູ້ຈັກພຣະເຢຊູ.

ມີຫຍັງເກີດຂື້ນໂດຍທັນທີທີ່ເປໂຕໄດ້ຕອບເປັນເທື່ອທີສາມ?

ໃນທັນໃດນັ້ນໄກ່ກໍຂັນຂຶ້ນເມື່ອເປໂຕໄດ້ຕອບຄໍາຖາມເປັນເທື່ອທີສາມ.

ເປ­ໂຕຈິ່ງໄດ້ລະ­ນຶກເຖິງຫຍັງ ຫລັງຈາກເປໂຕຕອງຄໍາຖາມເທື່ອທີສາມເເລ້ວ?

ເປ­ໂຕໄດ້ຣະ­ນຶກເຖິງຄຳທີ່ພຣະ­ເຢຊູຊົງກ່າວໄວ້ວ່າ ກ່ອນໄກ່ຂັນ ເປໂຕຈະປະ­ຕິ­ເສດພຣະອົງເຖິງສາມເທື່ອ.

Matthew 27

Matthew 27:1

ໃນຕອນເຊົ້າ, ພວກປະໂລຫິດ ແລະ ພວກເຖົ້າແກ່ໄດ້ພາພຣະເຢຊູໄປໃສ?

ໃນຕອນເຊົ້າ, ພວກເຂົາໄດ້ພາພຣະເຢຊູໄປມອບໃຫ້ປີ­ລາດຜູ້ປົກ­ຄອງ.

Matthew 27:3

ເມື່ອຢູ­ດາໄດ້ເຫັນວ່າພຣະ­ອົງຕ້ອງຖືກໂທດ ຢູດາໄດ້ເຮັດເເນວໃດ?

ຢູ­ດາ ເຂົາກໍກິນ­ແຫນງໄດ້ກັບໃຈ, ຈິ່ງໄດ້ນຳເອົາເງິນນັ້ນມາສົ່ງຄືນ ເເລ້ວຈາກໄປ ເເລະ ອອກໄປຜູກຄໍຕົວເອງຕາຍ.

Matthew 27:6

ພວກປະໂລຫິດຕົນໃຫຍ່ໄດ້ເຮັດເເນວໃດກັບເງິນສາມສິບຫລຽນນັ້ນ?

ພວກເຂົາໄດ້ເອົາເງິນນັ້ນໄປຊື້ດິນຂອງຊ່າງປັ້ນຫມໍ້ ເພື່ອໃຫ້ເປັນບ່ອນຝັງສົບຄົນຕ່າງດ້າວ.

Matthew 27:9

ເຫດການເຫລົ່ານີ້ເປັນໄປຕາມຄໍາທໍານວາຍຂອງໃຜ?

ເຫດການເຫລົ່ານີ້ເປັນໄປຕາມຄໍາທໍານວາຍຂອງເຢເຣມີ­ຢາ.

Matthew 27:11

ປີລາດໄດ້ຖາມພຣະເຢຊູວ່າເເນວໃດ ເເລະ ພຣະອົງຊົງຕອບວ່າເເນວໃດ?

ປີລາດໄດ້ຖາມວ່າ ພຣະອົງເປັນກະ­ສັດຂອງຊາດຢິວບໍ ເເລະ ພຣະ­ເຢຊູເຈົ້າຊົງຕອບວ່າ, “ຕາມທີ່ທ່ານເວົ້ານັ້ນ­ແລ້ວ.”

ເມື່ອພວກຫົວຫນ້າປະ­ໂລ­ຫິດ ແລະ ພວກຜູ້ອາວຸໂສ ໄດ້ກ່າວໂທດໃສ່ພຣະອົງ ພຣະອົງໄດ້ຕອບວ່າເເນວໃດ?

ພຣະ­ອົງກໍບໍ່ໄດ້ຊົງຕອບປະ­ການໃດ.

Matthew 27:15

ປີລາດປາຖະຫນາກະທໍາສິ່ງໃດຕໍ່ກັບພຣະເຢຊູຕາມປະເພນີຂອງເທດສະການງານລ້ຽງປັດສະຄາ?

ປີລາດປາຖະຫນາປ່ອຍໂຕພຣະເຢຊູໄປຕາມປະເພນີຂອງເທດສະການງານລ້ຽງປັດສະຄາ.

Matthew 27:17

ພັນລະຍາຂອງປີລາດໄດ້ສົ່ງຂ່າວຫຍັງໄປໃຫ້ປີລາດໃນຂະ­ນະທີ່ປີ­ລາດນັ່ງຢູ່ບ່ອນພິພາກ­ສານັ້ນ?

ພັນລະຍາໄດ້ບອກປີລາດວ່າ ຢ່າໄດ້ພົວ­ພັນກັບຄົນທີ່ບໍ່ມີຄວາມຜິດນັ້ນ.

Matthew 27:20

ເປັນຫຍັງຈຶ່ງເປັນບາ­ຣາ­ບາ ເເທນທີ່ຈະເປັນພຣະເຢຊູທີ່ຈະຕ້ອງໄດ້ຮັບການປ່ອຍໂຕໄປຕາມປະເພນີຂອງເທດສະການງານລ້ຽງປັດສະຄາ?

ຫົວຫນ້າພວກປະ­ໂລ­ຫິດ ແລະ ພວກອາວຸໂສໄດ້ ປຸກລະດົມໃຫ້ປະ­ຊາ­ຊົນຮ້ອງຂໍໃຫ້ປ່ອຍບາ­ຣາ­ບາ ເເທນທີ່ຈະເປັນພຣະເຢຊູທີ່ຈະຕ້ອງໄດ້ຮັບການປ່ອຍໂຕ.

ປະຊາຊົນໄດ້ຮ້ອງອອກມາວ່າພວກເຂົາປາຖະຫນາກະທໍາສິ່ງໃດເເກ່ພຣະເຢຊູ?

ປະຊາຊົນໄດ້ຮ້ອງອອກມາວ່າ ພວກເຂົາປາຖະຫນາໃຫ້ຄຶງພຣະອົງທີ່ໄມ້ກາງແຂນ.

Matthew 27:23

ເມື່ອປີລາດເຫັນຄວາມວຸ່ນວາຍກຳລັງເລີ່ມຕົ້ນ, ລາວໄດ້ເຮັດຫຍັງ?

ປີລາດໄດ້ເອົານ້ຳມາລ້າງມືຕໍ່­ຫນ້າປະ­ຊາ­ຊົນ ແລະ ໄດ້ກ່າວວ່າ ປີລາດບໍ່ມີຄວາມຜິດໃນເລື່ອງການຕາຍຂອງຊາຍຜູ້ນີ້ ເເລະ ມອບພຣະເຢຊູໃຫ້ເປັນທຸ­ລະຂອງປະຊາຊົນເອງ.

Matthew 27:25

ເມື່ອປີລາດມອບພຣະເຢຊູໃຫ້ເເກ່ປະຊາຊົນ ພວກເຂົາໄດ້ເວົ້າວ່າເເນວໃດ?

ປະຊາຊົນໄດ້ເວົ້າວ່າ “ໃຫ້ໂທດເລື່ອງຄວາມຕາຍຂອງມັນຕົກໃສ່ພວກເຮົາ ແລະ ລູກຫລານຂອງພວກເຮົາ”.

Matthew 27:27

ພວກທະ­ຫານຂອງຜູ້ປົກ­ຄອງໄດ້ກະທໍາສິ່ງໃດເເກ່ພຣະ­ເຢຊູ?

ພວກທະ­ຫານໄດ້ເອົາເສື້ອສີ­ແດງສົດມານຸ່ງໃຫ້ພຣະອົງ ເເລະ ພວກເຂົາໄດ້ເອົາມົງກຸດຫນາມມາສຸບໃສ່ຫົວຂອງພຣະ­ອົງ.

Matthew 27:32

ຊີໂມນມາຈາກໄທກີ­ເຣ­ເນໄດ້ຖືກບັງຄັບໃຫ້ເຮັດສິ່ງໃດ?

ຊີໂມນຖືກບັງຄັບໃຫ້ແບກໄມ້ກາງແຂນຂອງພຣະເຢຊູ.

ພວກເຂົາໄປຄຶງພຣະເຢຊູຢູ່ບ່ອນໃດ?

ພວກເຂົາໄປບ່ອນຫນຶ່ງເອີ້ນວ່າໂຄລະໂຄ­ທາ ທີ່ແປວ່າ "ກະ­ໂຫລກ­ຫົວ".

Matthew 27:35

ພວກທະຫານໄດ້ເຮັດຫຍັງຫລັງຈາກພວກເຂົາໄດ້ຄຶງພຣະເຢຊູ?

ພວກທະຫານໄດ້ເອົາເຄື່ອງຂອງພຣະ­ອົງມາຈົກສະ­ຫລາກແບ່ງ­ປັນກັນ ແລ້ວກໍພາກັນນັ່ງເຝົ້າພຣະ­ອົງຢູ່ທີ່ນັ້ນ.

ພວກເຂົາຂຽນຫຍັງຢູ່ເທິງຫົວຂອງພຣະເຢຊູ?

ພວກເຂົາຂຽນໄວ້ວ່າ “ຜູ້ນີ້ຄືເຢ­ຊູກະ­ສັດຂອງຊາດຢິວ”.

Matthew 27:38

ເເມ່ນໃຜທີ່ຖືກຄຶງກາງແຂນພ້ອມກັບພຣະເຢຊູ?

ມີໂຈນສອງຄົນຖືກຄຶງກາງແຂນພ້ອມກັບພຣະ­ອົງ, ທີ່ເບື້ອງຂວາຄົນຫນຶ່ງ ແລະ ເບື້ອງຊ້າຍຄົນຫນຶ່ງ.

Matthew 27:41

ປະຊາຊົນ, ຫົວຫນ້າປະໂລຫິດ. ພວກນັກທັມ ແລະພວກຜູ້ອາວຸໂສໄດ້ທ້າທາຍໃຫ້ພຣະເຢຊູເຮັດຫຍັງ?

ພວກເຂົາທ້າທາຍພຣະເຢຊູໃຫ້ຊ່ວຍຕົວເອງ ເເລະ ໃຫ້ລົງມາຈາກໄມ້ກາງເເຂນ.

Matthew 27:45

ມີຫຍັງເກີດຂື້ນຕັ້ງ­ແຕ່ທ່ຽງຈົນຮອດບ່າຍສາມໂມງ?

ໃນເວລານັ້ນ ໄດ້ເກີດການມືດມົວປົກຄຸມທົ່ວແຜ່ນດິນຕັ້ງ­ແຕ່ທ່ຽງຈົນຮອດບ່າຍສາມໂມງ.

ພໍຮອດເວລາປະມານບ່າຍສາມໂມງພຣະ­ເຢຊູຊົງຮ້ອງສຽງດັງຂຶ້ນວ່າເເນວໃດ?

ພໍຮອດເວລາປະມານບ່າຍສາມໂມງພຣະ­ເຢຊູຊົງຮ້ອງສຽງດັງຂຶ້ນວ່າ: “ພຣະ­ເຈົ້າຂອງຂ້າພຣະ­ອົງ, ພຣະ­ເຈົ້າຂອງຂ້າພຣະ­ອົງເອີຍ, ເຫດສັນ­ໃດຈິ່ງຊົງປະຖິ້ມຂ້າພຣະ­ອົງເສຍ?”.

Matthew 27:48

ເກີດຫຍັງຂຶ້ນເມື່ອພຣະເຢຊູເຈົ້າຊົງຮ້ອງສຽງດັງຂຶ້ນອີກຄັ້ງດ້ວຍສຽງດັງ?

ພຣະເຢຊູເຈົ້າຊົງສິ້ນລົມຫາຍໃຈ.

Matthew 27:51

ເກີດຫຍັງຂຶ້ນໃນພຣະວິຫານຫລັງຈາກທີ່ພຣະເຢຊູຊົງສິ້ນພຣະຊົນເເລ້ວ?

ຫລັງຈາກທີ່ພຣະເຢຊູຊົງສິ້ນພຣະຊົນເເລ້ວຜ້າ­ກັ້ງໃນພຣະ­ວິ­ຫານກໍຊົງຖືກຈີກໄປເປັນສອງຕ່ອນ ຕັ້ງ­ແຕ່ເທິງລົງເຖິງລຸ່ມ.

ເກີດຫຍັງຂຶ້ນໃນອຸບໂມງຝັງສົບຫລັງຈາກທີ່ພຣະເຢຊູຊົງສິ້ນພຣະຊົນເເລ້ວ?

ຫລັງຈາກທີ່ພຣະເຢຊູຊົງສິ້ນພຣະຊົນເເລ້ວ ອຸບໂມງຝັງສົບກໍໄຂອອກ ສົບພວກໄພ່ພົນຂອງພຣະ­ເຈົ້າຫລາຍຄົນທີ່ລ່ວງລັບໄປແລ້ວກໍເປັນຄືນມາ.

Matthew 27:54

ເມື່ອເຫັນເຫດການທັງຫມົດເຫລົ່ານີ້, ຄໍາພະຍານຂອງນາຍຮ້ອຍທະຫານນັ້ນແມ່ນຫຍັງ?

ນາຍ­ຮ້ອຍເປັນພະຍານວ່າ “ຈິງແທ້ແລ້ວ, ທ່ານຜູ້ນີ້ແມ່ນພຣະ­ບຸດຂອງພຣະເຈົ້າ”.

Matthew 27:57

ຫລັງຈາກທີ່ພຣະເຢຊູຖືກຄຶງໄວ້ທີ່ກາງເເຂນເເລ້ວ, ເກີດຫຍັງຂຶ້ນກັບພຣະສົບຂອງພຣະອົງ?

ມີເສດ­ຖີຄົນຫນຶ່ງຊື່ໂຢ­ເຊັບ ຜູ້ເປັນລູກສິດຄົນຫນຶ່ງຂອງພຣະ­ເຢຊູໄດ້ໄປຫາປີ­ລາດເພື່ອຂໍເອົາພຣະ­ສົບຂອງພຣະ­ເຢຊູເຈົ້າ, ໂຢ­ເຊັບໄດ້ນຳເອົາພຣະ­ສົບແລ້ວຫຸ້ມຫໍ່ພຣະສົບໄວ້ດ້ວຍຜ້າປ່ານສະ­ອາດ ແລະ ນຳພຣະ­ສົບໄປບັນ­ຈຸວາງໃນອຸບໂມງໃຫມ່ຂອງຕົນ.

Matthew 27:59

ມີຫຍັງວາງຢູ່ຂ້າງປະຕູບ່ອນວາງພຣະສົບຂອງພຣະເຢຊູ?

ມີຫີນໃຫຍ່ກ້ອນຫນຶ່ງອັດປາກອຸບໂມງບ່ອນວາງພຣະສົບຂອງພຣະເຢຊູ.

Matthew 27:62

ເປັນຫຍັງພວກຫົວຫນ້າປະໂລຫິດ ເເລະ ພວກຟາຣິຊາຍຈຶ່ງໄດ້ປະຊຸມກັນໃນວັນຕໍ່ມາ?

ພວກຫົວຫນ້າປະໂລຫິດ ເເລະ ພວກຟາຣິຊາຍຕ້ອງການໃຫ້ເເນ່ໃຈວ່າອຸບໂມງຝັງພຣະສົບຂອງພຣະເຢຊູນັ້ນຖືກປິດໄວ້ຢ່າງເເຫນ້ນຫນາ ເພື່ອວ່າຈະບໍ່ມີໃຜທີ່ສາມາດມາລັກເອົາພຣະສົບໄປໄດ້.

Matthew 27:65

ປີລາດໄດ້ອະນຸຍາດໃຫ້ພວກເຂົາກະທໍາສິ່ງໃດໃນອຸບໂມງຝັງສົບ?

ປີລາດໄດ້ອະນຸຍາດໃຫ້ພວກເຂົາປະ­ທັບຕາໃສ່ຫີນໄວ້ ແລະ ຕັ້ງທະ­ຫານຍາມໃຫ້ເຝົ້າຢູ່.

Matthew 28

Matthew 28:1

ມື້ໃດ ແລະ ເວລາໃດທີ່ມາ­ຣິ­ອາ ໄທມັກດາລາ ແລະ ມາ­ຣິ­ອາອີກຄົນຫນຶ່ງໄປທີ່ອຸບໂມງຝັງສົບຂອງພຣະເຢຊູ?

ເວ­ລາໃກ້ຮຸ່ງເຊົ້າວັນຕົ້ນສັບ­ປະ­ດາ, ມາ­ຣິ­ອາ ໄທມັກດາລາ ແລະ ມາ­ຣິ­ອາອີກຄົນຫນຶ່ງກໍ່ໄດ້ພາ­ກັນໄປເບິ່ງອຸບໂມງຝັງສົບ.

ກ້ອນຫີນຖືກກິ້ງອອກຈາກບ່ອນຝັງສົບຂອງພຣະເຢຊູໄດ້ດ້ວຍວິທີໃດ?

ມີທູດສະຫວັນຕົນຫນຶ່ງຂອງອົງພຣະ­ຜູ້­ເປັນ­ເຈົ້າລົງມາຈາກສະ­ຫວັນ ແລະ ໄດ້ກິ້ງກ້ອນຫີນອອກ.

Matthew 28:3

ຄົນຍາມໄດ້ເຮັດເເນວໃດເມື່ອເຫັນທູດສະຫວັນ?

ທະຫານໄດ້ສັ່ນດ້ວຍຄວາມຢ້ານກົວ ແລະ ກາຍເປັນຄືກັບຄົນຕາຍໃນເວລາທີ່ພວກເຂົາເຫັນທູດສະຫວັນ.

Matthew 28:5

ທູດສະຫວັນໄດ້ເວົ້າກັບຍິງສອງຄົນກ່ຽວກັບພຣະເຢຊູວ່າເເນວໃດ?

ທູດສະຫວັນໄດ້ເວົ້າວ່າ ພຣະເຢຊູໄດ້ເປັນຄືນມາຈາກຕາຍເເລ້ວ ເເລະ ກໍາລັງສະເດັດຂຶ້ນໄປທີ່ແຂວງຄາ­ລີ­ເລ.

Matthew 28:8

ເກີດຫຍັງຂຶ້ນກັບຍິງສອງຄົນໃນລະຫວ່າງເດີນທາງທີ່ຈະໄປບອກພວກສາວົກ?

ຍິງສອງຄົນໄດ້ພົບກັບພຣະເຢຊູ ເເລະ ພວກເຂົາກໍເຂົ້າມາຈັບພຣະ­ບາດ ເເລະ ນະ­ມັດສະ­ການພຣະ­ອົງ.

Matthew 28:11

ເມື່ອພວກຍາມໄດ້ເຂົ້າໄປບອກພວກຫົວຫນ້າປະໂລຫິດວ່າເກີດຫຍັງຂຶ້ນທີ່ອຸບໂມງຝັງສົບເເດ່ນັ້ນ, ພວກປະໂລຫິດຕົນໃຫຍ່ໄດ້ເຮັດເເນວໃດ?

ພວກປະໂລຫິດຕົນໃຫຍ່ໄດ້ເອົາເງິນຈຳ­ນວນຫລາຍແຈກໃຫ້ພວກທະ­ຫານເຫລົ່ານັ້ນ ເເລະ ສັ່ງພວກທະຫານໃຫ້ເວົ້າວ່າ ພວກສາ­ວົກຂອງພຣະເຢຊູໄດ້ລັກເອົາສົບໄປ.

Matthew 28:16

ພວກສາວົກໄດ້ກະທໍາສິ່ງໃດເມື່ອພວກເຂົາເຫັນພຣະເຢຊູຢູ່ແຂວງຄາລີເລ?

ພວກເຂົານະ­ມັດ­ສະ­ການພຣະອົງ, ແຕ່ບາງຄົນກໍຍັງສົງໃສຢູ່.

Matthew 28:18

ພຣະເຢຊູກ່າວວ່າສິດທິອໍານາດອັນໃດເເດ່ທີ່ພຣະເຈົ້າໄດ້ຊົງມອງໃຫ້ເເກ່ພຣະອົງເເລ້ວ?

ພຣະເຢຊູກ່າວວ່າສິດທິອຳນາດທັງຫມົດໃນສະ­ຫວັນ ແລະ ທີ່ແຜ່ນ­ດິນໂລກກໍໄດ້ຊົງມອບໃຫ້ແກ່ເຮົາແລ້ວ.

ພຣະເຢຊູສັ່ງໃຫ້ພວກສາວົກໃຫ້ເຮັດຫຍັງ?

ພຣະເຢຊູສັ່ງໃຫ້ພວກສາວົກອອກໄປ ແລະ ຈົ່ງເຮັດໃຫ້ຄົນທຸກຊາດເປັນລູກສິດ ເເລະ ບັບ­ຕິ­ສະ­ມາພວກເຂົາ.

ພຣະເຢຊູໄດ້ບອກພວກສາວົກໃຫ້ຮັບບັບ­ຕິ­ສະ­ມາໃນນາມຂອງໃຜ?

ພຣະເຢຊູໄດ້ບອກພວກສາວົກໃຫ້ບັບ­ຕິ­ສະ­ມາພວກເຂົາໃນພຣະນາມຂອງພຣະບິດາ, ຂອງພຣະບຸດ, ແລະ ຂອງພຣະ­ວິນ­ຍານບໍ­ຣິ­ສຸດເຈົ້າ.

Matthew 28:20

ພຣະເຢຊູສັ່ງໃຫ້ພວກສາວົກສອນຫຍັງ?

ພຣະເຢຊູສັ່ງໃຫ້ພວກສາວົກສັ່ງ­ສອນທຸກຊົນຊາດໃຫ້ເຊື່ອຟັງສິ່ງ­ສາ­ລະ­ພັດຊຶ່ພຣະອົງໄດ້ສັ່ງພວກເຂົາໄວ້ແລ້ວນັ້ນ.

ຄຳສັນຍາສຸດທ້າຍທີ່ພຣະເຢຊູໄດ້ໃຫ້ແກ່ພວກສາວົກນັ້ນເເມ່ນຫຍັງ?

ຄຳສັນຍາສຸດທ້າຍທີ່ພຣະເຢຊູໄດ້ໃຫ້ແກ່ພວກສາວົກນັ້ນເເມ່ນພຣະອົງຢູ່ກັບພວກເຂົາສະເຫມີໄປ, ຈົນກວ່າຈະເຖິງວັນທີ່ສິ້ນໂລກ.