ພາສາລາວ (Lao): translationQuestions Print

Updated ? hours ago # views See on WACS

Ezekiel 1

Ezekiel 1:1

ເອເຊກຽນຢູ່ໃນທ່າມກາງຂອງຜູ້ໃດ ເມື່ອເຂົາເຫັນນິມິດຂອງພຣະເຈົ້າ?

ເອເຊກຽນ​ຢູ່​ກັບ​ພວກ​ຊະ­ເລີຍຢູ່ໃນແຜ່ນດິນຊາວເຄເດຍເຫັນນິມິດຂອງພຣະເຈົ້າ.

Ezekiel 1:4

ແມ່ນສິ່ງໃດທີ່ເອເຊກຽນຢູ່ເຫັນໃນທ່າມກາງເມກກ້ອນໃຫ່ຍ​ມາຈາກທາງ​ເຫນືອ?

ໃນທ່າມກາງເມກນັ້ນມີຮູບຮ່າງລັກສະນະຄ້າຍຄືກັນກັບສິ່ງທີ່ມີຊີວິດສີ່ໂຕ, ແຕ່ລະໂຕມີສີ່ຫນ້າ ແລະ ມີປີກສີ່ປີກ.

Ezekiel 1:7

ສິ່ງມີຊີວິດເຫລົ່ານັ້ນເຄື່ອນຍ້າຍໄດ້ແນວໃດ?

ສິ່ງມີຊີວິດນັ້ນບໍ່ເຫັນຫັນໄປທາງທີ່ພວກມັນມຸ້ງໄປ; ແຕ່ລະໂຕເຄື່ອນຍ້າຍໄປທາງຫນ້າ.

Ezekiel 1:10

ຮູບລັກສະນະໃບຫນ້າ​ຂອງສິ່ງທີ່ມີຊີວິດເຫລົ່ານັ້ນຄືຫຍັງ?

ຮູບລັກສະນະໃບຫນ້າ​ຂອງສິ່ງທີ່ມີຊີວິດເຫລົ່ານັ້ນຄື ຫນ້າຄົນ, ສິງ, ງົວ, ແລະ ນົກອິນຊີ.

ແມ່ນຫຍັງທີ່ກຳລັງນຳພາການເຄື່ອນຍ້າຍຂອງສິ່ງທີ່ມີຊີວິດສີ່ໂຕນັ້ນ?

ພຣະວິຍານກຳລັງນຳພາການເຄື່ອນຍ້າຍຂອງສິ່ງທີ່ມີຊີວິດສີ່ໂຕນັ້ນ.

Ezekiel 1:13

ໃນຂະນະທີ່ສິ່ງມີຊີວິດສີ່ໂຕເຄື່ອນໄຫວໄປມານັ້ນ, ພວກມັນມີລັກສະນະແນວໃດ?

ໃນຂະນະທີ່ພວກມັນເຄື່ອນໄຫວໄປມາ, ທັງສີ່ສິ່ງທີ່ມີຊີວິດເບິ່ງຄືກັບແສງຟ້າແມບເຫລື້ອມ.

Ezekiel 1:17

ກົງລໍ້ສີ່ລໍ້ທີ່ຢູ່ຂ້າງທີ່ມີຊີວິດສີ່ໂຕສາມາດເຮັດຫຍັງ?

ກົງສີ່ລໍ້ສາມາດເຄື່ອນໄປໂດຍບໍ່ຫັນໄປຕາມທິດທາງ.

Ezekiel 1:19

ເປັນຫຍັງກົງລໍ້ຈຶ່ງສາມາດເຄື່ອນໄປທຸກບ່ອນທີ່ສິ່ງທີ່ມີຊີວິດນັ້ນໄປ?

ກົງລໍ້​ເຫລົ່ານັ້ນກໍ​ຍ້າຍ​ໄປ​ນຳສິ່ງທີ່ມີຊີວິດ ເພາະວ່າເພາະວ່າວິຍານຂອງສີ່ງທີ່ມີຊີວິດຢູ່ໃນກົງລໍ້.

Ezekiel 1:22

ສິ່ງທີ່ຢູ່ເທິງຫົວຂອງສິ່ງທີ່ມີຊີວິດແມ່ນຫຍັງ?

ຄ້າຍ­ຄື​ຍອດ​ຊໍ່­ຟ້າ​ແກ້ວຢູ່ເທິງຫົວຂອງສິ່ງທີ່ມີຊີວິດ.

ສິ່ງທີ່ມີຊີວິດໄດ້ເຮັດຫຍັງກັບປີກຂອງມັນ?

ປີກຂອງສີ່ງທີ່ມີຊີວິດແຕ່ລະໂຕ ກໍ​ພື​​​ອອກ​ໄປ​ຈຸ​ກັບ​ປາຍ​ປີກອີກ​ໂຕຫນຶ່ງ. ແຕ່​ອີກ​ສອງ​ປີກຂອງສິ່ງທີ່ມີຊີວິດແຕ່ລະໂຕ​ໄດ້​ປົກ​ຫຸ້ມ​ໂຕ​ມັນ​ໄວ້ ແລະແຕ່ລະໂຕກໍໃຊ້ປີກອີກຄູ່ຫນຶ່ງປົກຫຸ້ມໂຕຂອງຕົນເອງໄວ້.

Ezekiel 1:24

ເອເຊກຽນເວົ້າວ່າປີກຂອງສິ່ງມີຊີວິດເຫລົ່ານັ້ນມີສຽງຄ້າຍຄືຫຍັງ?

ປີກຂອງພວກສັດເຫລົ່ານັ້ນມີສຽງເຫນືອນສຽງຂອງນໍ້າໄຫລ, ເຫມືອນກັບ​ສຽງຂອງອົງຜູ້ຊົງຣິດອຳນາດຍິ່ງໃຫຍ່, ເຫນືອນສຽງຂອງພະຍຸຝົນ ແລະ ເຫນືອນສຽງຂອງກອງ­ທັບ.

Ezekiel 1:26

ແມ່ນຫຍັງຢູ່ເທິງຍອດຊໍ່ຟ້າ, ທີ່ຢູ່ເຫນືອຫົວຂອງຂອງສິ່ງທີມີຊີວິດນັ້ນ?

ຂ້າງເທິງຂອງຍອດຊໍ່ຟ້າ ແລະພຣະທີ່ນັ່ງ ມີລັກສະນະເຫມືອນມະນຸດຢູ່ເທິງນັ້ນ.

Ezekiel 1:27

ແມ່ນຫຍັງທີ່ມີຮູບແສງ­ສະ­ຫວ່າງໂດຍຮອບໆປະກົດກັບເອເຊກຽນ?

ຮູບແສງ­ສະ­ຫວ່າງໂດຍຮອບໆມີລັກສະນະແລະຮູບລັກສະນະຂອງພຣະສະຫງ່າຣາສີຂອງພຣະຢາເວ.

ເອເຊກຽນໄດ້ເຮັດຫຍັງເມື່ອລາວເຫັນຮູບແສງ­ສະ­ຫວ່າງນັ້ນ?

ເມື່ອລາວເຫັນຮູບຮ່າງສະຫວ່າງສົດໃສນັ້ນ, ເອເຊກຽນກໍໄດ້ຫກົ້ມຫນ້າລົງ.

Ezekiel 2

Ezekiel 2:1

ພຣະວິນຍານໄດ້ເຮັດຫຍັງຕໍ່ເອເຊກຽນຂະນະທີ່ພຣະວິນຍານຊົງກ່າວກັບເອເຊກຽນ?

ພຣະວິນຍານະ​ໄດ້ຊົງເຮັດໃຫ້ເອເຊກຽນ​ຢືນ​ຂຶ້ນຂະນະທີ່ພຣະອົງຊົງກ່າວກັບເອເຊກຽນ.

ພຣະວິນຍານໄດ້ສົ່ງເອເຊກຽນໄປຫາໃຜ?

ພຣະວິນຍານໄດ້ສົ່ງເອເຊກຽນໄປຫາປະຊາຊົນອິດສະຣາເອນ.

Ezekiel 2:4

ຕາມພຣະວິນຍານ, ເຊື້ອສາຍຂອງອິດສະຣາເອນ ເປັນຄົນປະເພດໃດ?

ຊື້ອສາຍຂອງພວກ­ເຂົາ​ເປັນ​ຄົນແຂງກະດ້າງ, ໃຈແຂງ, ແລະເປັນປະຊາຊົນທີ່ມັກກະບົດ.

ເອເຊກຽນເວົ້າຫຍັງຕໍ່ປະຊາຊົນອິດສະຣາເອນ?

ເອເຊກຽນຕ້ອງເວົ້າວ່າ, "ນີ້ເປັນພຣະຢາເວພຣະຜູ້ເຈົ້າຊົງກ່າວດັ່ງນີ້," ຕໍ່ປະຊາຊົນອິດສະຣາເອນ.

ປະຊາຊົນອິດສະຣາເອນຈະຮູ້ຫຍັງແດ່ ເພາະວ່າເອເຊກຽນໄດ້ເວົ້າກັບພວກເຂົາ?

ປະຊາຊົນອິດສະຣາເອນຈະຮູ້ວ່າ ມີ​ຜູ້­ປະ­ກາດ­ພຣະຄຳຄົນ​ຫນຶ່ງ​ຢູ່​ທ່າມ­ກາງ​ພວກເຂົາ.

Ezekiel 2:6

ພຣະວິນຍານໄດ້ບອກເອເຊກຽນບໍ່ໃຫ້ເຮັດຫຍັງຂະນະທີ່ລາວເວົ້າກັບປະຊາຊົນອິດສະຣາເອນ?

ພຣະວິນຍານໄດ້ບອກເອເຊກຽນຢ່າຢ້ານກົວປະຊາຊົນອິດສະຣາເອນຂະນະທີ່ລາວໄດ້ກ່າວກັບພວກເຂົາ.

Ezekiel 2:7

ເອເຊກຽນຄວນຈະແຕກຕ່າງຈາກປະຊາຊົນອິດສະຣາເອນແນວໃດ?

ເອເຊກຽນບໍ່ຄວນກະບົດຄືກັບປະຊາຊົນອິດສະຣາເອນ.

Ezekiel 2:9

ສິ່ງທີ່ຖືກໄຂອອກຕໍ່ຫນ້າເອເຊກຽນແມ່ນຫຍັງ?

ຫນັງສືມວ້ນໄດ້ຖືກໄຂອອກຕໍ່ຫນ້າເອເຊກຽນ.

ສິ່ງທີ່ຂຽນຢູ່ໃນຫນັງສືມ້ວນນັ້ນແມ່ນຫຍັງ?

ຢູ່ເທິງແຜ່ນຫນັງສືມ້ວນນັ້ນໄດ້ຂຽນການຮ້ອງຄໍ່າຄວນ, ທຸກໂສກ ແລະ ວິບັດ.

Ezekiel 3

Ezekiel 3:1

ພຣະວິນຍານໄດ້ໃຫ້ສິ່ງໃດແກ່ເອເຊກຽນແລະເອເຊກຽນໄດ້ເຮັດຫຍັງກັບມັນ?

ພຣະວິນຍານໄດ້ເອົາຫນັງສືມ້ວນໃຫ້ເອເຊກຽນແລະເອເຊກຽນໄດ້ກິນມັນ.

Ezekiel 3:4

ພຣະວິນຍານໄດ້ບອກເອເຊກຽນໃຫ້ໄປເຮັດຫຍັງ?

ພຣະວິນຍານໄດ້ບອກເອເຊກຽນໃຫ້ໄປ ແລະ ກ່າວພຣະຄຳຂອງພຣະວິນຍານແກ່ເຊື້ອສາຍອິດສະຣາເອນ.

ຕາມພຣະວິນຍານ, ຖ້າເອເຊກຽນໄດ້ຖືກສົ່ງໄປຫາຊົນຕ່າງຊາດ, ພວກເຂົາຈະເວົ້າພາສາຫຍັງຂອງເອເຊກຽນ?

ຖ້າເອເຊກຽນໄດ້ຖືກສົ່ງໄປຫາຄົນຕ່າງຊາດ, ພວກເຂົາອາດຈະຟັງ ຄຳເວົ້າຂອງເອເຊກຽນ.

ຕາມພຣະວິນຍານ, ເຊື້ອສາຍຂອງອິດສະຣາເອນຈະຕອບຕໍ່ຄຳເວົ້າຂອງເອເຊກຽນແນວໃດ?

ເຊື້ອສາຍຂອງອິດສະຣາເອນຈະບໍ່ເຕັມໃຈຟັງຄຳເວົ້າຂອງເອເຊກຽນ.

Ezekiel 3:8

ພຣະວິນຍານໄດ້ເຮັດສິ່ງກັບເອເຊກຽນເພື່ອວ່າລາວຈະບໍ່ຢ້ານກົວຫລືທໍ້ຖອຍໃຈ?

ພຣະວິນຍານໄດ້ເຮັດໃຫ້ເອເຊກຽນເປັນຄົນແຂງກະດ້າງ, ແລະ ຫນ້າຜາກຂອງລາວແຂງ​ກວ່າເພັດ.

Ezekiel 3:12

ສຽງອັນຍິ່ງໃຫຍ່ທີ່ຢູ່ເບື້ອງຫລັງຂອງເອເຊກຽນໄດ້ເວົ້າຫຍັງກັບລາວ?

ສຽງທີ່ຍິ່ງໃຫຍ່ໄດ້ກ່າວວ່າ, ຈົ່ງ​ສັນ­ລະ­ເສີນ​ແດ່ພຣະສະຫງ່າຣາສີຂອງ​ພຣະ­ຢາເວຈາກສະຖານທີ່ປະທັບຂອງພຣະອົງ!

Ezekiel 3:14

ເອເຊກຽນໄດ້ເຮັດຫຍັງເປັນເວລາເຈັດວັນ, ແລະສະພາບຂອງລາວເປັນແນວໃດ?

ເອເຊກຽນໄດ້ພັກຢູ່ກັບຊະເລີຍເປັນເວລາເຈັດວັນ, ດ້ວຍ​ຄວາມ​ຕົກ​ຕະ­ລຶງ.

Ezekiel 3:16

ພຣະຢາເວກ່າວວ່າພຣະອົງໄດ້ແຕ່ງ­ຕັ້ງເອເຊກຽນເປັນຫຍັງ ສຳລັບເຊື້ອສາຍອິດສະຣາເອນ?

ພຣະຢາເວກ່າວວ່າພຣະອົງໄດ້ແຕ່ງຕັ້ງເອເຊກຽນເປັນຄົນເຝົ້າຍາມ ສຳລັບເຊື້ອສາຍອິດສະຣາເອນ.

ພຣະຢາເວໄດ້ກ່າວວ່າຈະເກີດຫຍັງຂື້ນກັບເອເຊກຽນ ຖ້າລາວຕັກຕເຕືອນຄົນຊົ່ວໃຫ້ຈາກທາງຊົ່ວຂອງເຂົາ?

ຖ້າເອເຊກຽນໄດ້ຕັກເຕືອນຄົນຊົ່ວ, ເອເຊກຽນກໍ່ຈະຊ່ວຍຕົນເອງໃຫ້ລອດໄດ້.

Ezekiel 3:20

ພຣະຢາເວໄດ້ກ່າວວ່າຈະເກີດຫຍັງຂຶ້ນກັບເອເຊກຽນຖ້າລາວບໍ່ໄດ້ຕັກເຕືອນຄົນຊົ່ວໃຫ້ຈາກທາງຊົ່ວຂອງເຂົາ?

ຖ້າເອເຊກຽນບໍ່ໄດ້ຕັກເຕືອນຄົນຊົ່ວ, ພຣະຢາເວຈະເອົາເລືອດຂອງເຂົາຈາກມືຂອງເອເຊກຽນ.

ພຣະຢາເວໄດ້ກ່າວຫຍັງຈະເກີດຂື້ນກັບເອເຊກຽນຖ້າລາວບໍ່ໄດ້ໄດ້​ຕັກ­ເຕືອນ​ຄົນຊອບທຳ​ຫັນກັບຈາກຄວາມຊອບທຳແລະ ເຮັດການອະຍຸດຕິທຳ?

ຖ້າເອເຊກຽນບໍ່ໄດ້ຕັກເຕືອນຄົນຊອບທຳ​ຜູ້​ຫນຶ່ງ​ຫັນກັບ, ພຣະຢາເວຈະ​ເອົາເລືອດຂອງເຂົາຈາກມືຂອງເອເຊກຽນ.

ພຣະຢາເວກ່າວວ່າສິ່ງໃດທີ່ຈະເກີດຂື້ນກັບຄົນຊອບທຳທີ່ຫັນກັບໄປແລະເຮັດການອະຍຸດຕິທຳ?

ພຣະຢາເວກ່າວວ່າຄົນຊອບທຳທີ່ຫັນກັບໄປແລະເຮັດການອະຍຸດຕິທຳຈະຕາຍຍ້ອນ​ການ­ເຮັດ​ບາບ​ຂອງລາວ.

ພຣະຢາເວໄດ້ກ່າວຫຍັງຈະເກີດຂື້ນກັບເອເຊກຽນຖ້າລາວໄດ້ເຕືອນຄົນຊອບທຳທີ່ຫັນໄປແລະເຮັດການອະຍຸດຕິທຳ?

ຖ້າເອເຊກຽນໄດ້ຕັກເຕືອນຄົນທີ່ຊອບທຳ ທີ່ຫັນໄປເອເຊກຽນກໍ່ຈະຊ່ວຍຕົວເອງໃຫ້ລອດ.

Ezekiel 3:22

ເອເຊກຽນໄດ້ເຮັດຫຍັງເມື່ອລາວເຫັນພຣະສະຫງ່າຣາສີຂອງພຣະຢາເວໃນທົ່ງພຽງ?

ເມື່ອເອເຊກຽນເຫັນພຣະສະຫງ່າຣາສີຂອງພຣະຢາເວ, ລາວໄດ້ຫມູບ​ຫນ້າ​ລົງ.

Ezekiel 3:24

ພຣະວິນຍານໄດ້ບອກເອເຊກຽນໃຫ້ໄປເຮັດສິ່ງໃດ?

ພຣະວິນຍານໄດ້ບອກເອເຊກຽນໃຫ້ໄປ ແລະ ຂັງຕົວເອງໄວ້ໃນເຮືອນຂອງລາວ.

Ezekiel 3:26

ພຣະວິນຍານໄດ້ກ່າວວ່າເອເຊກຽນຈະບໍ່ສາມາດເຮັດຫຍັງໄດ້ໂດຍຄຳເວົ້າຂອງຕົນເອງ?

ພຣະວິນຍານໄດ້ກ່າວວ່າເອເຊກຽນຈະບໍ່ສາມາດສາມາດກ່າວເຕືອນເຊື້ອສາຍຂອງອິດສະຣາເອນດ້ວຍຄຳເວົ້າຂອງຕົວເອງ.

ພຣະວິນຍານໄດ້ກ່າວວ່າເອເຊກຽນຈະສາມາດເຮັດຫຍັງໄດ້ເມື່ອພຣະວິນຍານໄດ້ກ່າວກັບລາວ?

ພຣະວິນຍານໄດ້ກ່າວວ່າເອເຊກຽນຈະສາມາດເປີດປາກຂອງລາວແລະເວົ້າວ່າ, “ພຣະຢາເວອົງພຣະຜູ້ເປັນເຈົ້າກ່າວດັ່ງນີ້,” ເມື່ອພຣະວິນຍານໄດ້ກ່າວກັບລາວ.

Ezekiel 4

Ezekiel 4:1

ພຣະຢາເວບອກເອເຊກຽນໃຫ້ເຮັດຫຍັງກັບກ້ອນດິນຈີ່ນັ້ນ?

ພຣະຢາເວບອກເອເຊກຽນແກະ​ຮູບ​ນະຄອນເຢ­ຣູ­ຊາ­ເລັມໄວ້ເທິງນັ້ນ ແລະແລ້ວວາງອ້ອມນະຄອນ​ນັ້ນ​ໄວ້.

ເປັນຫຍັງພຣະຢາເວຈຶ່ງບອກເອເຊກຽນໃຫ້ເຮັດເຊັ່ນນີ້ກັບກ້ອນດິນຈີ່?

ພຣະົຢາເວບອກເອເຊກຽນໃຫ້ເຮັດເຊັ່ນນີ້ເພື່ອເປັນຫມາຍສຳຄັນສຳລັບເຊື້ອສາຍອິດສະຣາເອນ.

Ezekiel 4:4

ເປັນຫຍັງພຣະຢາເວຈຶ່ງບອກເອເຊກຽນໃຫ້ນອນສະແຄງເບື້ອງຊ້າຍຂອງລາວ?

ພຣະຢາເວບອກໃຫ້ເອເຊກຽນນອນສະແຄງເບື້ອງຊ້າຍຂອງລາວ ເພື່ອແບກຮັບບາບຂອງເຊື້ອສາຍອິດສະຣາເອນ.

ເປັນຫຍັງເອເຊກຽນຈຶ່ງນອນສະແຄງເບື້ອງຊ້າຍຂອງລາວເປັນເວລາ 390 ວັນ?

ເອເຊກຽນຕ້ອງນອນສະແຄງເບື້ອງຊ້າຍເປັນເວລາ 390 ວັນ ເປັນຕົວແທນຂອງ 390 ປີ ຂອງການລົງໂທດຕໍ່ເຊື້ອສາຍອິດສະຣາເອນ.

Ezekiel 4:6

ເປັນຫຍັງເອເຊກຽນຈຶ່ງນອນສະແຄງເບື້ອງຂວາຂອງລາວ?

ເອເຊກຽນຕ້ອງນອນສະແຄງເບື້ອງຂວາຂອງລາວ ເພື່ອແບກຮັບບາບຂອງເຊື້ອສາຍອິດສະຣາເອນ.

ເປັນຫຍັງເອເຊກຽນຈຶ່ງນອນສະແຄງເບື້ອງຂວາຂອງລາວເປັນເວລາ 40 ມື້?

ເອເຊກຽນຕ້ອງນອນຢູ່ເບື້ອງຂວາຂອງລາວເປັນເວລາ 40 ວັນ ເປັນຕົວແທນຂອງ 40 ປີ ຂອງການລົງໂທດເຖິງສຳລັບເຊື້ອສາຍອິດສະຣາເອນ.

Ezekiel 4:9

ພຣະຢາເວສັ່ງໃຫ້ເອເຊກຽນກິນແລະດື່ມຫຍັງຂະນະທີ່ລາວນອນສະແຄງນັ້ນ?

ພຣະຢາເວບອກເອເຊກຽນໃຫ້ກິນເຂົ້າ­ຫນົມບາເລ ແລະ ດື່ມນໍ້າ.

Ezekiel 4:12

ພຣະຢາເວສັ່ງໃຫ້ເອເຊກຽນກິນແລະດື່ມຫຍັງໃນຂະນະທີ່ລາວນອນສະແຄງຢູ່ນັ້ນ?

ພຣະຢາເວບອກເອເຊກຽນໃຫ້ກິນເຂົ້າ­ຫນົມບາເລແລະດື່ມນໍ້າ.

ເປັນຫຍັງພຣະຢາເວຈຶ່ງບອກເອເຊກຽນຕ້ອງອົບດ້ວຍເຊື້ອ​ໄຟຈາກອາຈົມຂອງມະນຸດຕໍ່​ສາຍ­ຕາ​ຂອງເຊື້ອສາຍອິດສະຣາເອນ?

ເອເຊກຽນໄດ້ອົບດ້ວຍເຊື້ອ​ໄຟຈາກອາຈົມຂອງມະນຸດຕໍ່​ສາຍຕາ​ຂອງປະຊາຊົນອິດສະຣາເອນຈະຕ້ອງກິນຈະເປັນ​ມົນທິນຢ່າງ​ນີ້ ທ່າມ­ກາງ​ປະ­ຊາ­ຊາດ.

Ezekiel 4:14

ເປັນຫຍັງພຣະຢາເວຈຶ່ງຍອມໃຫ້ເອເຊກຽນໃຊ້ອາຈົມງົວແທນອາຈົມຂອງຄົນເພື່ອອົບເຂົ້າຈີ່ນັ້ນ?

ພຣະຢາເວຍອມໃຫ້ເອເຊກຽນໃຊ້ອາຈົມງົວເພາະວ່າເອເຊກຽນບໍ່ເຄີຍກິນສິ່ງທີ່ບໍ່ສະອາດໃນຊີວິດຂອງລາວ.

Ezekiel 4:16

ພຣະຢາເວເວົ້າວ່າສິ່ງໃດທີ່ຈະເກີດຂື້ນໃນເຢຣູຊາເລັມກ່ຽວກັບອາຫານແລະເຄື່ອງດື່ມ?

ພຣະຢາເວກ່າວວ່າເຂົ້າຈີ່ແລະນໍ້າຈະໄດ້ຮັບການປັນສ່ວນ.

ພຣະຢາເວເວົ້າວ່າສິ່ງໃດທີ່ຈະເກີດຂື້ນກັບປະຊາຊົນເຢຣູຊາເລັມໃນຊ່ວງລະຍະນີ້?

ພຣະຜູ້ເປັນເຈົ້າກ່າວວ່າປະຊາຊົນເມືອງເຢຣູຊາເລັມຈະຈ່ອຍ​ຜອມ​ໄປແລະຈະດັບມອດໄປ.

Ezekiel 5

Ezekiel 5:1

ເອເຊກຽນໄດ້ເຮັດຫຍັງກັບຫນຶ່ງສ່ວນສາມຜົມຂອງລາວ?

ເອເຊກຽນໄດ້ຈເຜົາ​ຫນຶ່ງ​ສ່ວນ​ສາມ​ດ້ວຍ​ໄຟຢູ່​ກາງ​ເມືອງ, ແລະເອົາ​ມີດ​ຟັນ​ໃຫ້​ທົ່ວເມືອງ, ແລ້ວອີກ​ຫນຶ່ງ​ສ່ວນ​ສາມ​ນັ້ນ ຈົ່ງ​ໃຫ້​ລົມ­ພັດປິວ​ກະ­ຈາຍ​ໄປ.

ພຣະຢາເວໄດ້ກ່າວວ່າພຣະອົງຈະເຮັດຫຍັງຫລັງຈາກເອເຊກຽນເຮັດສຳເລັດແລ້ວ?

ພຣະຢາເວກ່າວວ່າພຣະອົງຈະຖອດດາບອອກມາໄລ່ຕາມປະຊາຊົນນັ້ນໄປ.

Ezekiel 5:5

ຕາມພຣະຢາເວ, ເຢຣູຊາເລັມແມ່ນຢູ່ໃສ?

ເຢຣູຊາເລັມຢູ່ໃນຖ່າມກາງປະຊາຊາດທັງຫລາຍ.

ເປັນຫຍັງພຣະຢາເວຈຶ່ງເວົ້າວ່າພຣະອົງໄດ້ລ້ອມຮອບເຢຣູຊາເລັມດ້ວຍດິນແດນອື່ນໆ?

ເຢຣູຊາເລັມໄດ້ປະຕິເສດຄຳສັ່ງຂອງພຣະຢາເວແລະ​​ ບໍ່​ດຳເນີນຕາມ​ກົດ­ບັນຍັດຂອງພຣະອົງ (ກົດຫມາຍ).

Ezekiel 5:7

ພຣະຢາເວກ່າວແນວໃດວ່າພຣະອົງຈະຊົງເຮັດເພາະພຶດຕິກຳຂອງຊາວອິດສະຣາເອນ?

ພຣະຢາເວກ່າວວ່າພຣະອົງຈະເປັນ​ຜູ້ຕໍ່ສູ້ຊົນຊາດອິດສະຣາເອນ ແລະ ຈະ​ພິ­ພາກ­ສາ​ລົງ­ໂທດ​​ທ່າມ­ກາງ​ເຈົ້າ.

Ezekiel 5:9

ປະຊາຊົນອິດສະຣາເອນຈະເຮັດສິ່ງຊົ່ວຮ້າຍຫຍັງແດ່ເພາະການພິພາກສາຂອງພຣະຢາເວທີ່ມີຕໍ່ພວກເຂົາ?

ຜູ້ເປັນພໍ່ຈະກິນລູກຂອງພວກເຂົາ, ແລະພວກລູກຊາຍຈະກິນພໍ່ຂອງພວກເຂົາ.

Ezekiel 5:11

ເປັນຫຍັງພຣະຢາເວຈຶ່ງເວົ້າວ່າພຣະອົງ​ຈະ​ບໍ່​ສົງ­ສານ​ແກ່ຊາວອິດສະລາເອນ?

ພຣະຢາເວກ່າວວ່າຈະ​ຈະ​ບໍ່​ສົງ­ສານ​ພວກເຂົາເພາະວ່າພວກເຂົາໄດ້ເຮັດໃຫ້ພຣະວິຫານຂອງພຣະຢາເວເປັນມົນທິນ.

ພຣະຢາເວຈະເຮັດຫຍັງກັບຫນຶ່ງສ່ວນສາມຂອງປະຊາຊົນ?

ຫນຶ່ງສ່ວນສາມຈະຕາຍໂດຍໂລກລະບາດ, ອີກ​ຫນຶ່ງ​ສ່ວນ​ສາມ​ຈະ​ລົ້ມ​ຕາຍ​ດ້ວຍ​ຄົມດາບ, ແລະ ແລ້ວ​ອີກ​ຫນຶ່ງ​ສ່ວນ​ສາມຈະກະຈັດກະຈາຍໄປ.

ພຣະຢາເວໄດ້ກ່າວວ່າພຣະອົງຈະເຮັດຫຍັງຫລັງຈາກຫນຶ່ງສ່ວນສາມຂອງປະຊາຊົນຖືກພິພາກສາ?

ພຣະຢາເວກ່າວວ່າພຣະອົງຖອດ​ດາບ​ອອກ​ໄລ່​ຕາມ​ປະຊາຊົນ​ໄປດ້ວຍ.

Ezekiel 5:13

ພຣະຢາເວກ່າວວ່າພຣະອົງຈະເຮັດແນວໃດກັບຄວາມໂກດຮ້າຍຂອງພຣະອົງຫລັງຈາກການພິພາກສາລົງໂທດນີ້?

ພຣະຢາເວກ່າວວ່າຄວາມໂກດຮ້າຍຂອງພຣະອົງ ຈະມອດລົງພາຍຫລັງການພິພາກສາລົງໂທດນີ້.

Ezekiel 5:15

ຄົນອື່ນໆຈະເວົ້າສິ່ງໃດກ່ຽວກັບເຢຣູຊາເລັມຫລັງຈາກການພິພາກສາລົງໂທດຂອງພຣະຢາເວ?

ຄົນອື່ນໆຈະກ່າວໂທດ ແລະ ເຍາະເຍີ້ຍເຢຣູຊາເລັມຫລັງຈາກການພິພາກສາລົງໂທດຂອງພຣະຢາເວ.

Ezekiel 6

Ezekiel 6:1

ເອເຊກຽນໄດ້ທຳນວາຍຢ່າງໃດສະຖານທີ່ສູງຂອງອິດສະຣາເອນ?

ເອເຊກຽນໄດ້ທຳນວາຍໄວ້ວ່າອົງພຣະຢາເວ ຈະທຳລາຍສະຖານທີ່ສູງຂອງອິດສະຣາເອນນັ້ນດ້ວຍດາບ.

Ezekiel 6:4

ຈະມີຫຍັງເກີດຂື້ນຕໍ່ຫນ້າແທ່ນບູຊາຂອງອິດສະຣາເອນ?

ພຣະເຈົ້າຢາເວອົງພຣະຜູ້ເປັນເຈົ້າຈະໂຍນສົບຂອງຊາວອິດສະຣາເອນຕໍ່ຫນ້າແທ່ນບູຊາ.

Ezekiel 6:6

ຈະເກີດຫຍັງຂຶ້ນກັບເມືອງຕ່າງໆຂອງອິດສະຣາເອນ?

ເມືອງຕ່າງໆຂອງອິດສະຣາເອນຈະຖືກມ້າງເພ.

ຜົນຂອງການທຳລາຍທັງຫມົດ, ປະຊາຊົນອິດສະລາເອນຈະຮູ້ຫຍັງ?

ປະຊາຊົນອິດສະຣາເອນຈະຮູ້ວ່າອົງພຣະຜູ້ເປັນເຈົ້ານັ້ນຄື ພຣະຢາເວ.

Ezekiel 6:8

ຄົນທີ່ເຫລືອຢູ່ລອດພົ້ນຈະເຮັດຫຍັງຫລັງຈາກທີ່ພວກເຂົາກະຈັດກະຈາຍໄປ?

ຄົນທີ່ເຫລືອຢູ່ຈະຈົດຈຳພຣະຢາເວ ແລະຈະ​​ກຽດ­ຊັງ​ຕົນ​ເອງ ​ເນື່ອງ​ດ້ວຍ​ຄວາມ​ຊົ່ວທັງຫລາຍ.

Ezekiel 6:11

ເປັນຫຍັງພຣະຢາເວຈຶ່ງນຳດາບ, ຄວາມອຶດຢາກ, ແລະໂລກລະລາດມາສູ່ເຊື້ອສາຍອິດສະຣາເອນ?

ຍ້ອນວ່າຄວາມຊົ່ວຮ້າຍທັງຫມົດຂອງເຊື້ອສາຍອິດສະຣາເອນ, ພຣະຢາເວຈຶ່ງນຳດາບ, ຄວາມອຶດຢາກ, ແລະໂລກລະລາດ.

Ezekiel 6:13

ປະໍຊາຊົນອິດສະລາເອນໄດ້ເຮັດຫຍັງຢູ່ເທິງຍອດພູແລະກ້ອງຕົ້ນໄມ້?

ປະຊາຊົນອິດສະຣາເອນໄດ້ຜົາເຄື່ອງຫອມ​ຖວາຍແກ່​ຮູບ​ເຄົາ­ລົບ​ທັງ​ຫມົດ​ຂອງ­ຕົນ.

ຈະເກີດຫຍັງຂຶ້ນກັບແຜ່ນດິນເມື່ອພຣະຢາເວໂຈມຕີ?

ແຜ່ນດິນດັ່ງກ່າວຈະເປັນທີ່ຮົກຮ້າງ ແລະ ຖິ້ມວ່າງເປົ່າເມື່ອພຣະຢາເວໂຈມຕີ.

Ezekiel 7

Ezekiel 7:1

ຕາມພຣະຄຳຂອງພຣະຢາເວ, ແມ່ນສິ່ງໃດທີ່ກຳລັງຈະມາເຖິງແຜ່ນດິນອິດສະຣາເອນ?

ຕາມພຣະຄຳຂອງພຣະຢາເວ, ຄາວ​ສິ້ນ­ສຸດກຳລັງຈະມາເຖິງແຜ່ນດິນອິດສະຣາເອນ.

Ezekiel 7:3

ພຣະຢາເວຈະພິພາກສາອິດສະຣາເອນດ້ວຍສິ່ງໃດ?

ພຣະຢາເວຈະພິພາສາອິດສະຣາເອນຕາມວິທີທາງຂອງມັນ.

Ezekiel 7:5

ເມື່ອໃດເວລາທີ່ຈະມາເຖິງອິດສະຣາເອນ?

ຄວາມຈິບຫາຍຂອງອິດສະຣາເອຍກຳລັງມາເຖິງ ແລະການທຳລາຍກໍ​ໃກ້​ເຂົ້າ​ມາ​ແລ້ວ.

Ezekiel 7:8

ແມ່ນຫຍັງຄືສິ່ງທີ່ພຣະຢາເວກຳລັງຖອກເທລົງມາແລະລະລາຍຄວາມຮ້າຍກາດຕໍ່ສູ້ອິດສະຣາເອນ?

ພຣະຢາເວກຳລັງຖອກເທຄວາມໂກດຮ້າຍຂອງພຣະອົງ ແລະລະລາຍຄວາມໂກດຮ້າຍຂອງພຣະອົງຕໍ່ສູ້ອິດສະຣາເອນ.

Ezekiel 7:10

ສິ່ງທີ່ຈະບໍ່ມີເຫລືອຢູ່ໃນອິດສະຣາເອນແມ່ນຫຍັງ?

ບໍ່ມີຝູງຊົນຂອງພວກເຂົາ, ບໍ່ມີຊັບສົມບັດຂອງພວກເຂົາ, ແລະບໍ່ມີຄວາມ ສຳຄັນໃດໆຂອງພວກມັນຈະຄົງຢູ່ໄດ້.

Ezekiel 7:12

ເປັນຫຍັງຜູ້ຊື້ບໍ່ເກີດຄວາມຍິນດີແລະຜູ້ຂາຍບໍ່ເກີດເສຍໃຈໃນອິດສະຣາເອນ?

ຜູ້ຊື້ບໍ່ເກີດຄວາມຍິນດີ ແລະຜູ້ຂາຍບໍ່ເກີດເສຍໃຈ ເພາະວ່າຄວາມໂກດຮ້າຍຂອງພຣະຢາເວຢູ່ເຫນືອປະຊາຊົນທັງຫມົດ.

Ezekiel 7:14

ຜູ້ທີ່ຢູ່ໃນເມືອງນັ້ນຈະຕາຍແນວໃດ?

ຜູ້ທີ່ຢູ່ໃນເມືອງຈະຕາຍຍ້ອນຄວາມອຶດຫິວ ແລະ ພະຍາດລະບາດ.

ຜູ້ລອດຊີວິດຈະຫນີໄປໃສ?

ຜູ້ລອດຊີວິດຈະຫນີໄປຢູ່​ເທິງ​ພູ­ເຂົາ.

Ezekiel 7:17

ແມ່ນສິ່ງໃດຈະບໍ່ສາມາດຊ່ວຍປະຊາຊົນອິດສະຣາເອນ?

ເງິນແລະຄຳ ຂອງພວກເຂົາຈະບໍ່ສາມາດຊ່ວຍປະຊາຊົນອິດສະຣາເອນໄດ້.

Ezekiel 7:20

ຈະມີຫຍັງເກີດຂື້ນກັບເຄື່ອງປະດັບປະດາຂອງປະຊາຊົນອິດສະຣາເອນ?

ເຄື່ອງປະດັບຈະຖືກມອບໃຫ້ແກ່ມືຂອງຄົນແປກຫນ້າ ແລະຄົນຊົ່ວຄືການໄດ້ຖືກລັກເອົາ.

ຈະເກີດຫຍັງຂຶ້ນກັບສະຖານທີ່ໆລໍ້າຄ່າຂອງພຣະຢາເວ?

ພວກ​ໂຈນ​ຈະ​ເຂົ້າະຖານທີ່ໆລໍ້າຄ່າຂອງພຣະຢາເວ ແລະ ເຮັດ​ໃຫ້­ເປັນ​ມົນ­ທິນ.

Ezekiel 7:23

ແມ່ນສິ່ງໃດທີ່ປະຊາຊົນອິດສະຣາເອນຈະສະແຫວງຫາ, ແຕ່ຈະບໍ່ພົບ?

ປະຊາຊົນອິດສະຣາເອນຈະສະແຫວງຫາສັນຕິສຸກ, ແຕ່ຈະບໍ່ພົບລີຍ.

Ezekiel 7:26

ຈະເປັນແນວໃດເມື່ອປະຊາຊົນສະແຫວງນິມິດຈາກຜູ້ປະກາດພຣະທຳ?

ເມື່ອປະຊາຊົນສະແຫວງນິມິດ, ພຣະບັນຍັດ ແລະ ຄຳແນະນຳຈະ​ພິ­ນາດໄປ.

ກະສັດເຮັດແນວໃດ ແລະປະຊາຊົນຈະຕອບແນວໃດ ເມື່ອການພິພາກສາຂອງພຣະຢາເວມາເຖິງ?

ເມື່ອການພິພາກສາມາເຖິງ, ກະສັດຈະເປັນໂສກເສົ້າ ແລະປະຊາຊົນຈະສັ່ນສະທ້ານຢ້ານກົວ.

Ezekiel 8

Ezekiel 8:1

ເອເຊກຽນໄດ້ຢູ່ບ່ອນໃດໃນເວລາທີ່ພຣະຫັດຂອງພຣະຜູ້ເປັນເຈົ້າຢາເວ ໄດ້ລົງມາເທິງລາວ?

ເອເຊກຽນໄດ້ນັ່ງຢູ່ໃນເຮືອນຂອງລາວ, ພ້ອມກັບຜູ້ອາວຸໂສຂອງເຜົ່າຢູດານັ່ງຢູ່ຕໍ່ຫນ້າລາວ.

Ezekiel 8:3

ພຣະວິນຍານໄດ້ນຳເອເຊກຽນໄປໃສ, ແລະລາວໄດ້ເຫັນສິ່ງໃດຢູ່ທີ່ນັ້ນ?

ພຣະວິນຍານໄດ້ນຳເອເຊກຽນໄປທີ່ປະຕູພາກເຫນືອ ໃນເມືອງເຢຣູຊາເລັມ, ບ່ອນທີ່ລາວໄດ້ເຫັນຮູບເຄົາລົບທີ່ຍຸແຫຍ່ຄວາມເຫິງສາ.

Ezekiel 8:5

ພຣະວິນຍານໄດ້ກ່າວວ່າພຣະອົງຖືກບັງຄັບໃຫ້ເຮັດຫຍັງຍ້ອນຄວາມຫນ້າກຽດຊັງອັນຍິ່ງໃຫຍ່ (ຄວາມຊົ່ວ)ຂອງເຊື້ອສາຍອິດສະຣາເອນ?

ພຣະວິນຍານໄດ້ກ່າວວ່າພຣະອົງຖືກບັງຄັບໃຫ້ອອກໄປຈາກບ່ອນສັກສິດຂອງພຣະອົງ.

Ezekiel 8:7

ຫລັງຈາກເອເຊກຽນໄດ້ຂຸດເຂົ້າໄປໃນຝາແລະເຫັນປະຕູ, ພຣະວິນຍານໄດ້ບອກເອເຊກຽນໃຫ້ເຮັດຫຍັງ?

ພຣະວິນຍານຜ່ານເອເຊກຽນເຖິງ, "ຈົ່ງໄປເບິ່ງສິ່ງທີ່ຫນ້າລັງກຽດອັນຊົ່ວຮ້າຍທີ່ພວກເຂົາກຳລັງເຮັດຢູ່ນີ້."

Ezekiel 8:12

ສິ່ງທີ່ຜູ້ອາວຸໂສເວົ້າກ່ຽວກັບພຣະຢາເວຂະນະທີ່ພວກເຂົານະມັດສະການຮູບເຄົາລົບຂອງພວກເຂົາແມ່ນຫຍັງ?

ພວກຜູ້ອາວຸໂສເວົ້າກຳລັງເວົ້າວ່າພຣະຢາເວບໍ່ຊົງທອດພຣະເນດພວກເຂົາ ແລະ ວ່າພຣະຢາເວໄດ້ປະຖິ້ມດິນແດນນີ້ເສຍແລ້ວ.

Ezekiel 8:14

ເອເຊກຽນໄດ້ເຫັນພວກຜູ້ຍິງເຮັດຫຍັງຢູ່ປະຕູທາງທິດເຫນືອຂອງພຣະວິຫານຂອງພຣະຢາເວ?

ພວກຜູ້ຍິງນັ່ງຢູ່ທີ່ນັ້ນກຳລັງ​ນັ່ງຈົ່ມຕໍ່ພະ​​ຕາມ­ມຸດ.

Ezekiel 8:16

ເອເຊກຽນໄດ້ເຫັນຫຍັງຢູ່ໃນເດີ່ນຊັ້ນໃນຂອງພຣະວິຫານຂອງພຣະຢາເວ?

ມີຊາຍຊາວຫ້າຄົນທີ່ມີຫນ້າຂອງພວກເຂົາໄປທາງທິດຕາເວັນອອກນະມັດສະການ​ດວງ​ອາ­ທິດ (ພະຊາເມດ).

Ezekiel 8:17

ຍ້ອນສິ່ທີ່ຫນ້າລັງກຽດຂອງເຊື້ອສາຍອິດສະຣາເອນ, ພຣະວິນຍານໄດ້ກ່າວວ່າພຣະອົງຈະເຮັດຫຍັງ?

ພຣະວິນຍານໄດ້ກ່າວວ່າພຣະອົງຈະຈັດການແລະຈະບໍ່ສົງສານພວກເຂົາ, ຫລືບໍ່ຍົກໂທດເຖິງແມ່ນວ່າພວກເຂົາຈະຮ້ອງຮຽກດ້ວຍສຽງດັງ.

Ezekiel 9

Ezekiel 9:1

ພຣະວິນຍານໄດ້ຮຽກເອີ້ນໃຜໃຫ້ມາທີ່ເມືອງ?

ພຣະວິນຍານໄດ້ເອີ້ນຊາຍຫົກຄົນພ້ອມດ້ວຍອາວຸດແຫ່ງການທຳລາຍ, ແລະ ຄົນຫນຶ່ງທີ່ມີອຸປະກອນຂອງນັກຂຽນ.

Ezekiel 9:3

ພຣະສະຫງ່າຣາສີຂອງ​ພຣະ­ເຈົ້າ​ແຫ່ງ​ອິດສະຣາເອນໄດ້ເຄື່ອນຂື້ນ, ແລະໄດ້ໄປໃສ?

ພຣະສະຫງ່າຣາສີຂອງ​ພຣະ­ເຈົ້າ​ແຫ່ງ​ອິດສະຣາເອນໄດ້ເຄື່ອນຂື້ນຈາກ​ເຫລົ່າ​ເຄ­ຣຸບ ທີ່ເຄີຍ​ສະ­ຖິດ​ໄປ​ຍັງ​ປະ­ຕູ​ພຣະ­ວິ­ຫານ.

ພຣະຢາເວບອກໃຫ້ນັກຂຽນເຮັດຫຍັງ?

ພຣະຢາເວໄດ້ບອກນັກຂຽນເຮັດ​ເຄື່ອງຫມາຍ​ໄວ້​ທີ່​ຫນ້າ­ຜາກ​ຂອງ​ປະ­ຊາ­ຊົນ​ຜູ້ທີ່ໂສກເສົ້າ ແລະ ​ຄໍ່າຄວນ ຍ້ອນ​ສິ່ງຫນ້າ​ກຽດ­ຊັງ​ທັງ​ຫມົດ​ທີ່ຄົນທັງຫລາຍໄດ້​ເຮັດ​ກັນ​ໃນ​ທ່າມກາງເມືອງນີ້.

Ezekiel 9:5

ພຣະຢາເວບອກຜູ້ຊາຍຫົກຄົນທີ່ມີອາວຸດແຫ່ງການທຳລາຍໃຫ້ເຮັດຫຍັງ?

ພຣະຢາເວບອກໃຫ້ຊາຍຫົກຄົນຂ້າປະຊາຊົນທັງຫມົດ ຍົກເວັ້ນຄົນທີ່ມີເຄື່ອງຫມາຍຢູ່ເທິງຫົວຂອງພວກເຂົາ.

Ezekiel 9:7

ເອເຊກຽນໄດ້ຖາມພຣະຢາເວຫຍັງຂະນະທີ່ລາວເຫັນຊາຍຫົກຄົນທີ່ພວມໂຈມຕີເມືອງນັ້ນ?

ເອເຊກຽນຖາມພຣະຢາເວວ່າຖ້າຄົນອິດສະຣາເອນທີ່ເຫລືອຢູ່ທັງຫມົດ ຈະຖືກທຳລາຍດ້ວຍ​ພຣະພິໂລດທີ່ຊົງລະ­ບາຍ​​ບໍ.

Ezekiel 9:9

ຄໍາຕອບຂອງພຣະຢາເວແມ່ນແນວໃດກັບຄໍາຖາມຂອງເອເຊກຽນ?

ພຣະຢາເວຕອບວ່າຄວາມຊົ່ວຮ້າຍຂອງເຊື້ອສາຍອິດສະຣາເອນແລະຢູດາແມ່ນໃຫຍ່ຫລວງຫລາຍ, ແລະພຣະອົງຈະບໍ່ໃຫ້ອະໄພພວກເຂົາ.

ນັກຂຽນໄດ້ລາຍງານສິ່ງໃດ?

ນັກຂຽນລາຍງານວ່າລາວໄດ້ເຮັດຕາມທີ່ພຣະຢາເວໄດ້ສັ່ງລາວຈົນແລ້ວ.

Ezekiel 10

Ezekiel 10:1

ພຣະຢາເວບອກຊາຍທີ່ນຸ່ງຜ້າປ່ານນັ້ນເຮັດຫຍັງ?

ພຣະຢາເວບອກຊາຍທີ່ນຸ່ງຜ້າປ່ານນັ້ນ ຈົ່ງ​ຫອບ​ເອົາ​ຖ່ານ​ໄຟດ້ວຍມືທັງສອງຂອງເຈົ້າຈົນເຕັມ ແລະ​ໂຮ່ຍມັນອອກໄປທົ່ວ​ເມືອງ​.

Ezekiel 10:3

ພຣະ­ສະຫງ່າຣາສີ​ຂອງພຣະຢາເວໄດ້ເຮັດສິ່ງໃດຫລັງຈາກນັ້ນ?

ພຣະ­ສະຫງ່າຣາສີ​ຂອງພຣະຢາເວໄດ້ໄດ້ປະກົດຂຶ້ນ ແລະໄດ້ຢຶນຢູ່ເຫນືອ​ປະ­ຕູ​ພຣະ­ວິ­ຫານ. ຖືກ​ປົກ​ຄຸມດ້​ວຍເມກ​ເຕັມພຣະວິຫານ, ແລະ ​ເດີ່ນ​ນັ້ນ​ກໍ​ເຕັມ​ໄປ​ດ້ວຍແສງສະຫວ່າງ.

Ezekiel 10:6

ຊາຍທີ່ນຸ່ງເຄື່ອງຜ້າປ່ານໄດ້ຮັບໄຟທີ່ຢູ່ໃນລະຫວ່າງເຄຣູບໄດ້ແນວໃດ?

ຊາຍທີ່ນຸ່ງເຄື່ອງຜ້າປ່ານນັ້ນເຂົ້າໄປ, ແລະເຄຣູບນັ້ນໄດ້ຍົກໄຟຂຶ້ນແລະວາງມັນໄວ້ໃນມືຂອງຜູ້ຊາຍນັ້ນ.

Ezekiel 10:9

ກົງລໍ້ທີ່ຢູ່ຂ້າງຂອງເຄຣູບມີລັກສະນະແນວໃດ?

ກົງລໍ້ທີ່ຢູ່ຂ້າງຂອງເຄຣູບເຫມືອນກັບກົງ​ລໍ້​ທີ່ຊ້ອນ​ໃນກົງ​ລໍ້ອີກອັນຫນຶ່ງ.

Ezekiel 10:12

ແມ່ຫຍັງສິ່ງໃດທີ່ປົກຄຸມຢູ່ເທິງເຄຣຸບແລະກົງລໍ້ສີ່ລໍ້ນັ້ນ?

ດວງຕາທີ່ປົກຄຸມຢູ່ເທິງເຄຣູບ ແລະ ກົງລໍ້ສີ່ລໍ້ນັ້ນ.

ກົງລໍ້ສີ່ລໍ້ນັ້ນເອີ້ນວ່າແນວໃດ?

ກົງລໍ້ສີ່ລໍ້ນັ້ນເອີ້ນວ່າ "ຫມູນ".

Ezekiel 10:15

ກົງລໍ້ນັ້ນໄດ້ເຮັດຫຍັງຂະນະທີ່ພວກເຄຣູບເຄື່ອນຍ້າຍໄປມາ?

ກົງລໍ້ຈະໄປທາງຂ້າງຂອງເຄຣູບເວລາທີ່ເຄຣູບເຄື່ອນຍ້າຍໄປມາ.

Ezekiel 10:18

ພຣະ­ສາະຫງ່າຣາສີຂອງພຣະຢາເວ, ເຄຣູບ, ແລະກົງລໍ້ໄດ້ຍ້າຍໄປມາບ່ອນໃດ?

ພຣະ­ສາະຫງ່າຣາສີຂອງພຣະຢາເວ, ເຄຣູບ, ແລະ ກົງລໍ້ໄດ້ຍ້າຍໄປທາງທິດຕາເວັນອອກຂອງພຣະວິຫານຂອງພຣະຢາເວ.

Ezekiel 10:20

ເອເຊກຽນໄດ້ເຄີຍເຫັນສິ່ງທີ່ມີຊີວິດດຽວກັນຢູ່ບ່ອນໃດ?

ເອເຊກຽນໄດ້ເຄີຍເຫັນສິ່ງທີ່ມີຊີວິດເຊັ່ນດຽວກັນນີ້ຢູ່ຢູ່​ແຄມ​ແມ່ນ້ຳ​ເກ­ບາກ.

Ezekiel 11

Ezekiel 11:1

ເອເຊກຽນໄດ້ເຫັນຫຍັງເມື່ອພຣະວິນຍານໄດ້ນຳລາວໄປທີ່ປະຕູທິດຕາເວັນອອກຂອງພຣະວິຫານຂອງພຣະຢາເວ?

ເອເຊກຽນໄດ້ເຫັນຊາຍຊາວຫ້າຄົນ, ພ້ອມດ້ວຍຜູ້ນຳຂອງປະຊາຊົນໃນທ່າມກາງພວກເຂົາ.

Ezekiel 11:2

ພຣະເຈົ້າໄດ້ກ່າວແນວໃດວ່າຊາຍຊາວຫ້າມີຄວາມຜິດຍ້ອນຫຍັງ?

ພຣະເຈົ້າກ່າວວ່າຊາຍທັງຫມົດນັ້ນມີຄວາມຜິດໃນການແນະນຳການຊົ່ວຮ້າຍ ແລະ ການຕັດສິນໃຈແຜນການຊົ່ວໃນເມືອງ.

Ezekiel 11:5

ຊາຍຊາວຫ້າຄົນໄດ້ເຮັດສິ່ງໃດໃນຖະຫນົນຫົນທາງນັ້ນ?

ຊາຍຊາວຫ້າໄດ້ຖົມຖະຫນົນຫົນທາງດ້ວຍຊາກສົບຂອງຜູ້ທີ່ພວກເຂົາໄດ້ຂ້າ.

Ezekiel 11:8

ຊາຍຊາວຫ້າຄົນຢ້ານກົວສິ່ງໃດ ແລະ ພຣະຢາເວເວົ້າວ່າລາວຈະນຳສິ່ງໃດມາ?

ຊາຍຊາວຫ້າຄົນຢ້ານກົວຄົມດາບນັ້ນ, ແລະ ພຣະຢາເວກ່າວວ່າພຣະອົງຈະເອົາດາບມາເຫນືອພວກເຂົາ.

ພຣະຢາເວທີ່ຈະເອົາຜູ້ຊາຍຊາວຫ້າຄົນມອບໄວ້ໃນມືຂອງໃຜ?

ພຣະຢາເວໄດ້ຈະນຳຜູ້ຊາຍຊາວຫ້າຄົນອອກຈາກ ​ມອບພວກ​ເຈົ້າ​ໄວ້​ໃນ​ມື​ຂອງ​ຄົນ​ຕ່າງ­ຊາດ

ຊາຍຊາວຫ້າຈະຖືກຕັດສິນຢູ່ໃສ ແລະ ຍ້ອນການພິພາກສາຂອງພຣະຢາເວຕໍ່ພວກເຂົາ, ຜູ້ຊາຍຊາວຫ້າຈະຮູ້ຫຍັງແດ່?

ຜູ້ຊາຍຊາວຫ້າໄດ້ຖືກລົງໂທດຢູ່ເຂດຊາຍແດນຂອງອິດສະຣາເອນ ແລະ ພິພາກສາຂອງພຣະຢາເວຕໍ່ພວກເຂົາ, ຊາຍທັງຫມົດຈະຮູ້ວ່າແມ່ນພຣະຢາເວອົງພຣະຜູ້ເປັນເຈົ້າ.

Ezekiel 11:11

ຊາຍຊາວຫ້າຄົນໄດ້ປະຕິບັດຄຳສັ່ງຫຍັງ?

ຊາຍຊາວຫ້າຄົນ​ໄດ້​ປະ­ພຶດ​ຕາມກົດຫມາຍຂອງ​ປະ­ຊາ­ຊາດ​ທັງຫລາຍ​ທີ່­ຢູ່​ອ້ອມ­ຮອບພວກ​ເຂົາ.

Ezekiel 11:13

ສິ່ງໃດທີ່ເອເຊກຽນຢ້ານວ່າພຣະຢາເວຈະເຮັດຕໍ່ອິດສະຣາເອນ?

ເອເຊກຽນຢ້ານວ່າພຣະຢາເວຈະທຳລາຍອິດສະຣາເອນທີ່ເຫລືອຢູ່.

Ezekiel 11:16

ພຣະຢາເວໄດ້ຊົງສັນຍາອັນໃດກັບຊາວອິດສະຣາເອນ ເຖິງວ່າຈະມີຄຳຕັດສິນຂອງພຣະອົງທີ່ມີມີຕໍ່ພວກເຂົາ?

ພຣະຢາເວສັນຍາວ່າຈະເຕົ້າໂຮມອິດສະຣາເອນຈາກປະຊາຊົນທັງຫລາຍ, ແລະ ຈະປຸ້ມລຸມພວກເຂົາຢູ່ໃນແຜ່ນດິນອິດສະຣາເອນ.

Ezekiel 11:19

ພຣະຢາເວໄດ້ສັນຍາວ່າຈະເອົາສິ່ງໃດຈາກປະຊາຊົນອິດສະຣາເອນ, ແລະ ສິ່ງໃດທີ່ຈະປະທານໃຫ້ພວກເຂົາແທນ?

ພຣະຢາເວສັນຍາວ່າຈະເອົາຫົວໃຈຫີນຂອງພວກເຂົາອອກ, ແລະ ໃສ່ຫົວໃຈເນື້ອແກ່ພວກເຂົາ.

ປະຊາຊົນອິດສະລາເອນຈະດຳເນີນຕາມແນວໃດ?

ປະຊາຊົນອິດສະຣາເອນຈະ​ດຳ­ເນີນຕາມກົດບັນຍັດ ແລະກົດຫມາຍຂອງພຣະຢາເວ.

ພຣະຢາເວກ່າວວ່າພຣະອົງຈະເຮັດຫຍັງສຳລັບຜູ້ທີ່ເດີນໄປກັບຄວາມຮັກຕໍ່ສິ່ງ​ທີ່​ຫນ້າ​ລັງກຽດ ແລະ ກຽດ­ຊັງເຫລົ່ານັ້ນ?

ພຣະຢາເວກ່າວວ່າພຣະອົງຈະຈະນຳເອົາ​ການ​ກະທຳ​ຂອງ​ພວກເຂົາ​ມາໄວ້ເຫນືອຫົວຂອງພວກເຂົາ.

Ezekiel 11:22

ພຣະສະຫງ່າຣາສີຂອງພຣະຢາເວອອກຈາກທີ່ໃດແລະພຣະສະຫງ່າຣາສີຂອງພຣະຢາເວໄປໃສ?

ພຣະສະຫງ່າຣາສີຂອງພຣະຢາເວໄດ້ເຄື່ອນ​ຂຶ້ນ​ໄປ​ຈາກ​ກາງ​ເມືອງນັ້ນ ແລະ ຢືນຢູ່ເຫນືອ​ພູ­ເຂົາ​ທາງ​ທິດ​ຕາ­ເວັນ​ອອກ​ຂອງ​ເມືອງ​ນັ້ນ.

Ezekiel 11:24

ເອເຊກຽນໄດ້ເຮັດຫຍັງໃນເວລາທີ່ພຣະວິນຍານໄດ້ນຳ ລາວເຂົ້າໄປໃນເມືອງເຄເດຍ?

ເອເຊກຽນໄດ້ປະກາດແກ່ຊະເລີຍ ເຖິງສິ່ງຕ່າງໆ​ທີ່ພຣະຢາເວໄດ້ສຳແດງ.

Ezekiel 12

Ezekiel 12:1

ພຣະຢາເວເວົ້າວ່າເອເຊກຽນອາໃສຢູ່ບ່ອນໃດ?

ພຣະຢາເວກ່າວວ່າເອເຊກຽນອາໄສຢູ່ທ່າມກາງເຊື້ອກະບົດ.

Ezekiel 12:3

ເອເຊກຽນໄດ້ເຮັດສິ່ງໃດຕໍ່ສາຍຕາຂອງປະຊາຊົນອິດສະຣາເອນ?

ເອເຊກຽນແມ່ນການກະກຽມເພື່ອການເນລະເທດ, ອອກໄປຕໍ່ສາຍຕາຂອງພວກເຂົາໄປຢູ່ໃນບ່ອນອື່ນ.

Ezekiel 12:4

ພຣະຢາເວບອກເອເຊກຽນໃຫ້ອອກໄປແນວໃດ?

ພຣະຢາເວບອກເອເຊກຽນໃຫ້ຂຸດຂຸມຜ່ານຝາ ແລະອອກໄປທາງນັ້ນ.

ຕາມພຣະຢາເວ, ຈຸດປະສົງຂອງການເນລະເທດຂອງເອເຊກຽນແມ່ນຫຍັງ?

ພຣະຢາເວກ່າວວ່າການເນລະເທດຂອງເອເຊກຽນເປັນຫມາຍສຳຄັນຂອງເຊື້ອສາຍອິດສະຣາເອນ.

Ezekiel 12:8

ເຊື້ອສາຍອິດສະຣາເອນຖາມເອເຊກຽນວ່າແນວໃດເມື່ອລາວອອກມາຈາກເຮືອນ?

ເຊື້ອສາຍອິດສະຣາເອນຖາມວ່າ, "ເຈົ້າເຮັດຫຍັງຢູ່?"

ຜູ້ໃດທີ່ທຳນວາຍກ່ຽວກັບເອເຊກຽນ?

ຄຳທຳນວາຍກ່ຽວກັບເອເຊກຽນແມ່ນເຈົ້າຊາຍໃນເຢຣູຊາເລັມ ແລະ ເຊື້ອສາຍອິດສະຣາເອນທັງຫມົດ.

Ezekiel 12:11

ພຣະຢາເວເວົ້າຫຍັງທີ່ຈະເກີດຂື້ນກັບເຈົ້າຊາຍໃນເຢຣູຊາເລັມ?

ພຣະຢາເວກ່າວວ່າເຈົ້າຊາຍໃນເຢຣູຊາເລັມຈະອອກໄປນອກກຳແພງ, ແຕ່ຈະຖືກຈັບ ແລະ ຖືກນຳຕົວໄປເມືອງບາບີໂລນບ່ອນທີ່ລາວຈະຕາຍໂດຍບໍ່ມີໃຜເຫັນ.

Ezekiel 12:14

ພຣະຢາເວໄດ້ກ່າວວ່າຈະເກີດຫຍັງຂຶ້ນກັບກອງທັບຂອງເຈົ້າຊາຍໃນເຢຣູຊາເລັມ?

ພຣະຢາເວກ່າວວ່າກອງທັບຈກະແຈກກະຈາຍໄປ, ແລະ ພຣະອົງຈະສົ່ງດາບໄລ່ຕາມພວກເຂົາໄປ.

ແມ່ນຫຍັງຄືສອງເຫດຜົນທີ່ບໍ່ພຣະຢາເວລະເວັ້ນຜູ້ຊາຍບາງຄົນນັ້ນ?

ພຣະຢາເວກ່າວວ່າພຣະອົງຈະໄວ້ຊີວິດຜູ້ຊາຍບາງຄົນ ເພື່ອພວກເຂົາສາມາດບັນທຶກເຖິງການກະທຳ ອັນຫນ້າລັງກຽດຂອງອິດສະຣາເອນ, ແລະ ດັ່ງນັ້ນພວກເຂົາຈະຮູ້ວ່າ ພຣະຢາເວອົງພຣະຜູ້ເປັນເຈົ້າ.

Ezekiel 12:19

ພຣະຢາເວກ່າວແນວໃດວ່າປະຊາຊົນໃນດິນແດນອິດສະຣາເອນຄວນຈະກິນ ແລະ ດື່ມຫຍັງ?

ພຣະຢາເວກ່າວວ່າປະຊາຊົນຈະກິນເຂົ້າຈີ່ຂອງພວກເຂົາດ້ວຍໂຕສັ່ນແລະດື່ມນໍ້າ​ດ້ວຍຄວາມສະທ້ານຫວັ່ນໄຫວ.

ພຣະຢາເວເວົ້າສິ່ງໃດທີ່ຈະເກີດຂື້ນກັບຕົວເມືອງ ແລະແຜ່ນດິນ?

ພຣະຢາເວກ່າວວ່າເມືອງຕ່າງໆຈະເປັນທີ່ຮ້າງເປົ່າ ແລະ ແຜ່ນດິນຈະເປັນດິນແດນທີ່ບ່ອນເປົ່າວ່າງ.

Ezekiel 12:21

ປະຊາຊົນອິດສະຣາເອນໄດ້ຄິດແນວໃດກ່ຽວກັບນິມິດຂອງຄຳທຳນວາຍ?

ປະຊາຊົນຄິດວ່າຄຳທຳນວາຍກໍຈະໄກອອກໄປ ແລະ ນິມິດລະລາຍໄປ.

Ezekiel 12:24

ພຣະຢາເວເວົ້າຫຍັງສິ່ງທີ່ຈະບໍ່ມີອີກຕໍ່ໄປໃນເຊື້ອສາຍອິດສະຣາເອນ?

ພຣະຢາເວກ່າວວ່າສິ່ງຈະບໍ່ມີຕໍ່ໄປອີກແລ້ວຈະ​ບໍ່­ມີ​ນິ­ມິດ​ປອມ ຫລື ​ຄຳ​ທຳ​ນວາຍ​ທີ່​ເວົ້າ​ເອົາ­ໃຈ​ຄົນ​ໃນ​ເຊື້ອ­ສາຍ​ອິດສະຣາເອນ​ອີກ​ຕໍ່ໄປ.

Ezekiel 12:26

ເມື່ອເຊື້ອສາຍອິດສະຣາເອນຄິດວ່າ ນິມິດຄຳທຳນວາຍຂອງເອເຊກຽນຈະໄດ້ບັນລຸບໍ?

ເຊື້ອສາຍອິດສະຣາເອນໄດ້ກ່າວວ່າ, 'ນິ­ມິດ​ ທີ່​ລາວ​ເຫັນເປັນເລື່ອງໃນອີກ​ຫລາຍ​ວັນ​ນັບຈາກຕອນນີ້, ແລະ​ ລາວທຳນວາຍເຖິງ​ເລື່ອງທີ່​ຍັງ​ຫ່າງ​ໄກ.'

ພຣະຢາເວໄດ້ເວົ້າຫຍັງກ່ຽວກັບຄວາມສຳເລັດຂອງນິມິດຂອງເອເຊກຽນ?

ພຣະຢາເວກ່າວວ່າຖ້ອຍ­ຄຳ​ຂອງ​ເຮົາ​ຈະ​ບໍ່​ຊັກ​ຊ້າ​ອີກ​ຕໍ່­ໄປ, ແຕ່​ຖ້ອຍຄຳ​​ທີ່​ເຮົາກ່າວ​ອອກ​ໄປ​ນັ້ນ​ຈະ​ຕ້ອງສຳເລັດ​ແທ້.

Ezekiel 13

Ezekiel 13:1

ຜູ້ປະກາດພຣະຄຳຂີ້ຕວະຂອງອິດສະຣາເອນໄດ້ຮັບຄຳທຳນວາຍຂອງພວກເຂົາມາຈາກໃສ?

ຜູ້ປະກາດພຣະຂີ້ຕວະໃນອິດສະຣາເອນໄດ້ຮັບຄຳທຳນວາຍຈາກຈິດໃຈ ແລະ ວິນຍານຂອງພວກເຂົາເອງ.

Ezekiel 13:5

ຜູ້ປະກາດພຣະຄຳຂີ້ຕວະນັ້ນລົ້ມເຫລວໃນການເຮັດຫຍັງ?

ຜູ້ປະກາດພຣະຄຳຂີ້ຕວະໃນການສ້ອມແປງຊາກຫັກພັງໃນກຳແພງອ້ອມແອ້ມອິດສະຣາເອນ.

ຜູ້ປະກາດພຣະຄຳຂີ້ຕວະກ່າວເຖິງສິ່ງໃດ, ໃນຂະນະທີ່ພຣະຢາເວຍັງບໍ່ເຄີຍສົ່ງພວກເຂົາໄປ​ເລີຍ?

ຜູ້ປະກາດພຣະຄຳຂີ້ຕວະໄດ້ກ່າວວ່າ, "ເຊັ່ນນັ້ນ ແລະ ເຊັ່ນນີ້ ແມ່ນປະກາດຂອງພຣະ­ຢາເວ," ໃນຂະນະທີ່ພຣະຢາເວຍັງບໍ່ເຄີຍສົ່ງພວກເຂົາໄປ​ເລີຍ.

Ezekiel 13:8

ພຣະຢາເວໄດ້ປະກາດຫຍັງກັບຕໍ່ສູ້ຜູ້ປະກາດພຣະຄຳຂັີ້ຕວະໃນອິດສະຣາເອນ?

ພຣະຢາເວປະກາດວ່າພຣະຫັດຂອງພຣະອົງຕໍ່ຕ້ານກັບພວກຜູ້ປະກາດພຣະຄຳຂີ້ຕົວະ, ແລະ ພວກເຂົາຈະບໍ່ຖືກລົງທະບຽນຢູ່ໃນສະໂມຄົວຂອງ ເຊື້ອສາຍອິດສະຣາເອນ.

Ezekiel 13:13

ປະຊາຊົນຄວນຈະຮູ້ໃນສິ່ງໃດເວລາທີ່ພຣະຢາເວທຳລາຍພວກຜູ້ປະກາດພຣະຄຳຂີ້ຕວະນັ້ນ?

ປະຊາຊົນຈະຮູ້ວ່າພຣະຜູ້ເປັນເຈົ້າແມ່ນພຣະຢາເວ.

Ezekiel 13:15

ພຣະຢາເວໄດ້ກ່າວວ່າພຣະອົງຈະເຮັດຫຍັງກັບກຳແພງແລະຜູ້ທີ່ໂບກມັນໄວ້ດ້ວຍປູນຂາວ.?

ພຣະຢາເວກ່າວວ່າພຣະອົງຈະທຳລາຍກຳແພງ ແລະ ຜູ້ທີ່ໂບກມັນໄວ້ດ້ວຍປູນຂາວ.

ພວກຜູ້ປະກາດພຣະຂີ້ຕວະໄດ້ທຳນວາຍຜ່ານປະຊາຊົນກ່ຽວກັບເຢຣູຊາເລັມເຖິງສິ່ງໃດ?

ພວກຜູ້ປະກາດພຣະຄຳຂີ້ຕວະໄດ້ທຳນວາຍຄວາມສະຫງົບສຸກສຳລັບເຢຣູຊາເລັມ.

Ezekiel 13:17

"ບຸດ​ແຫ່ງ​ມະ­ນຸດ" ໄດ້ຖືກບອກໃຫ້ເຮັດຫຍັງກ່ຽວກັບພວກລູກສາວຂອງຜູ້ຄົນຂອງພຣະອົງຜູ້ທີ່ທຳນວາຍອອກຈາກຄວາມຄິດຂອງພວກເຂົາ?

“ບຸດ​ແຫ່ງ​ມະ­ນຸດ" ໄດ້ຖືກບອກໃຫ້ທຳນວາຍຕໍ່ພວກເຂົາ.

​ຜ້າ​ຍັນສະເຫນ່ ແລະ ຜ້າປົກຫົວຂອງຜູ້ຍິງໄດ້ນຳມາໃຊ້ເຮັດຫຍັງ?

​ຜ້າ​ຍັນສະເຫນ່ ແລະ ຜ້າປົກຫົວຂອງຜູ້ຍິງໄດ້ຖືກໃຊ້ເພື່ອລ່າຜູ້ຄົນ.

Ezekiel 13:20

ພຣະຢາເວເວົ້າວ່າພຣະອົງຈະເຮັດຫຍັງສຳລັບປະຊາຊົນຂອງພຣະອົງທີ່ຖືກດັກຈັບ?

ພຣະຢາເວກ່າວວ່າພຣະອົງຈະປ່ອຍປະຊາຊົນຂອງພຣະອົງທີ່ຖືກດັກຈັບໃຫ້ເປັນອິດສະຫລະ.

Ezekiel 13:22

ຜູ້ປະກາດພຣະຄຳຂີ້ຕວະເຮັດຫຍັງກັບຄົນຊອບທໍາແລະ ຄົນຊົ່ວ?

ຜູ້ປະກາດພຣະຄຳຂີ້ຕວະກຳລັງເຮັດໃຫ້ຄົນຊອບທຳທໍ້ໃຈ ແລະ ຫນຸນກຳລັງໃຈຄົນຊົ່ວຮ້າຍ.

ແມ່ນຫຍັງທີ່ພຣະຢາເວເວົ້າວ່າຜູ້ປະກາດພຣະຄຳຂີ້ຕົວະຈະບໍ່ມີຕໍ່ໄປອີກແລ້ວ?

ພຣະຢາເວກ່າວວ່າຜູ້ປະກາດພຣະຄຳຂີ້ຕົວະ ຈະບໍ່ເຫັນນິມິດປອມ ຫລື ເຮັດການທຳນວາຍປອມໄດ້ອີກ.

Ezekiel 14

Ezekiel 14:1

ໃຜໃດໄດ້ມາຫາເອເຊກຽນເພື່ອສອບຖາມລາວ?

ຜູ້ຖົ້າອາວຸໂສຂອງອິດສະຣາເອນໄດ້ມາຫາເອເຊກຽນເພື່ອສອບຖາມລາວ.

ເປັນຫຍັງພຣະຢາເວຈຶ່ງມີຄຳຖາມຜູ້ຊາຍພວກນີ້ຄວນໄດ້ຮັບການສອບສວນຢ່າງໃດ?

ພຣະຢາເວໄດ້ຕັ້ງຄຳຖາມເພາະຜູ້ເຖົ້າອາວຸໂສໄດ້ຍຶດຖືຮູບເຄົາເຫລົ່ານີ້ເຂົ້າໄປໃນໃຈຂອງພວກເຂົາ.

Ezekiel 14:4

ພຣະອົງຈະຕອບຜູ້ທີ່ຍຶດຖືຮູບເຄົາເຂົ້າໃນໃຈຂອງເຂົາວ່າແນວໃດ?

ພຣະຢາເວກ່າວວ່າພຣະອົງຈະຕອບຜູ້ທີ່ຍຶດຖືຮູບເຄົາລົບເຂົ້າໃນໃຈຂອງພວກເຂົາກ່ຽວກັບຮູບເຄົາລົບຫລວງ­ຫລາຍຂອງພວກເຂົາ.

Ezekiel 14:6

ພຣະຢາເວເອີ້ນເຊື້ອອິດສະຣາເອນໃຫ້ເຮັດຫຍັງ?

ພຣະຢາເວໄດ້ຮຽກຮ້ອງເຊື້ອສາຍອິດສະຣາເອນໃຫ້ກັບໃຈໃຫມ່ ແລະ ຫັນຫຫລັງຈາກຮູບເຄົາລົບທັງຫລາຍຂອງພວກເຂົາເສຍ.

Ezekiel 14:7

ພຣະຢາເວໄດ້ກ່າວວ່າພຣະອົງຈະເຮັດຫຍັງກັບທຸກໆຄົນທີ່ນະມັດສະການຮູບເຄົາລົບ ແລະ ຫລັງຈາກນັ້ນພະຍາຍາມຈະຈາກຜູ້ປະກາດພຣະຄຳຂອງພຣະຢາເວ?

ພຣະຢາເວກ່າວວ່າພຣະອົງຈະເຮັດໃຫ້ຄົນນັ້ນເປັນເຮັດ­ໃຫ້​ລາວ​ເປັນ​ຫມາຍ​ສຳ­ຄັນ ແລະ ​ສຸ­ພາ­ສິດ, ເພາະເຮົາ​ຈະ​ຕັດ​ລາວ​ອອກ​ເສຍ​ຈາກ​ທ່າມ­ກາງ​ປະ­ຊາ­ຊົນ​ຂອງ​ເຮົາ.

Ezekiel 14:9

ພຣະຢາເວກ່າວສິ່ງໃດໃນການທີ່ພຣະອົງຈະກະທຳກັບພວກຜູ້ປະກາດພຣະຄຳທີ່ຫລອກລວງທຸກຄົນ?

ພຣະຢາເວກ່າວວ່າພຣະອົງຈະຫລອກລວງໃສ່ພວກຜູ້ປະກາດພຣະຄຳທີ່ຫລອກລວງນັ້ນ ແລະ ທຳລາຍພວກເຂົາ.

ພຣະຢາເວໄດ້ກ່າວສິ່ງໃດທີ່ພຣະອົງຕ້ອງການຄວາມສຳພັນກັບປະຊາຊົນອິດສະຣາເອນແບບໃດ?

ພຣະຢາເວກ່າວວ່າພຣະອົງຕ້ອງການໃຫ້ປະຊາຊົນທັງຫລາຍເປັນປະຊາຊົນຂອງພຣະອົງ, ແລະ ເພື່ອພຣະອົງຈະເປັນພຣະເຈົ້າຂອງພວກເຂົາ.

Ezekiel 14:12

ເມື່ອພຣະຢາເວໄດ້ນໍາເອົາການພິພາກສາມາເຖິງ, ຄົນທີ່ຊອບທໍາທີ່ສຸດໃນແຜ່ນດິນຈະເຮັດແນວໄດ?

ມື່ອພຣະຢາເວໄດ້ນໍາເອົາການພິພາກສາມາເຖິງ, ແມ້ແຕ່ຄົນທີ່ຊອບທໍາທີ່ສຸດໃນແຜ່ນດິນກໍສາມາດຊ່ວຍກູ້ເອົາ​ຊີ­ວິດ​ຂອງ­ຕົນລອດ​ພົ້ນເທົ່ານັ້ນ.

ພຣະຢາເວໄດ້ບອກແມ່ນໃຜເປັນຕົວຢ່າງຂອງຄົນທີ່ຊອບທຳທີ່ສຸດໃນປະຫວັດສາດ?

ພຣະຢາເວໄດ້ບອກຕົວຢ່າງຂອງບາງຄົນທີ່ຊອບທຳທີ່ສຸດໃນປະຫວັດສາດຄືໂນອາ, ດານິເອນ, ແລະ ໂຢບ.

Ezekiel 14:15

ພຣະຢາເວໄດ້ບອກແມ່ນໃຜເປັນຕົວຢ່າງຂອງຄົນທີ່ຊອບທຳທີ່ສຸດໃນປະຫວັດສາດ?

ພຣະຢາເວໄດ້ບອກຕົວຢ່າງຂອງບາງຄົນທີ່ຊອບທຳທີ່ສຸດໃນປະຫວັດສາດຄືໂນອາ, ດານິເອນ, ແລະ ໂຢບ.

ເມື່ອພຣະຢາເວໄດ້ນໍາເອົາການພິພາກສາມາເຖິງ, ຄົນທີ່ຊອບທໍາທີ່ສຸດໃນແຜ່ນດິນຈະເຮັດແນວໄດ?

ເມື່ອພຣະຢາເວໄດ້ນໍາເອົາການພິພາກສາມາເຖິງ, ແມ້ແຕ່ຄົນທີ່ຊອບທໍາທີ່ສຸດໃນແຜ່ນດິນ ກໍສາມາດບໍ່ຊ່ວຍບຸກຊາຍ ຫລືບຸດຍິງຂອງຕົນ.

Ezekiel 14:17

ພຣະຢາເວໄດ້ບອກແມ່ນໃຜເປັນຕົວຢ່າງຂອງຄົນທີ່ຊອບທຳທີ່ສຸດໃນປະຫວັດສາດ?

ພຣະຢາເວໄດ້ບອກຕົວຢ່າງຂອງບາງຄົນທີ່ຊອບທຳທີ່ສຸດໃນປະຫວັດສາດຄືໂນອາ, ດານິເອນ, ແລະ ໂຢບ.

ໃນເວລາທີ່ພຣະຢາເວໄດ້ນໍາເອົາການຕັດສິນລົງໂທດມາເຖິງ, ຄົນຊອບທຳທີ່ສຸດໃນແຜ່ນດິນບໍ່ສາມາດປົດປ່ອຍໃຜໄດ້?

ເມື່ອພຣະຢາເວໄດ້ນໍາເອົາການພິພາກສາມາເຖິງ, ແມ້ແຕ່ຄົນທີ່ຊອບທໍາທີ່ສຸດໃນແຜ່ນດິນກໍສາມາດບໍ່ຊ່ວຍບຸກຊາຍ ຫລືບຸດຍິງຂອງຕົນ.

Ezekiel 14:19

ພຣະຢາເວໄດ້ບອກແມ່ນໃຜເປັນຕົວຢ່າງຂອງຄົນທີ່ຊອບທຳທີ່ສຸດໃນປະຫວັດສາດ?

ພຣະຢາເວໃຊ້ຕົວຢ່າງຂອງບາງຄົນທີ່ຊອບທຳທີ່ສຸດໃນປະຫວັດສາດຄືໂນອາ, ດານິເອນ, ແລະ ໂຢບ.

ໃນເວລາທີ່ພຣະຢາເວໄດ້ນໍາເອົາການຕັດສິນລົງໂທດມາເຖິງ, ຄົນຊອບທຳທີ່ສຸດໃນແຜ່ນດິນບໍ່ສາມາດປົດປ່ອຍໃຜໄດ້?

ເມື່ອພຣະຢາເວໄດ້ນໍາເອົາການພິພາກສາມາເຖິງ, ແມ້ແຕ່ຄົນທີ່ຊອບທໍາທີ່ສຸດໃນແຜ່ນດິນກໍສາມາດບໍ່ຊ່ວຍບຸກຊາຍ ຫລືບຸດຍິງຂອງຕົນ.

Ezekiel 14:21

ພຣະຢາເວກ່າວວ່າກລົງໂທດ​ທັງສີ່​ປະ­ການ​ທີ່ພຣະອົງຈະສົ່ງໄປເຖິງເຢຣູຊາເລັມແມ່ນຫຍັງ?

ພຣະຢາເວກ່າວວ່າພຣະອົງຈະສົ່ງລົງໂທດ​ທັງສີ່​ປະ­ການ​ໄປເຖິງຄືຄວາມໄພອຶດຫິວ, ດາບ, ສັດ​ຮ້າຍ ແລະ ໂລກ​ລະ­ບາດ.

Ezekiel 14:22

ຫລັງຈາກການພິພາກສາຂອງພຣະຢາເວ, ຜູ້ໃດທີ່ຈະຖືກປະເຫລືອໄວ້?

ຫລັງຈາກການພິພາກສາຂອງພຣະຢາເວ, ສ່ວນທີ່ເຫລືອຈະຖືກປະໄວ້ຄືຜູ້ທີ່ຈະອອກໄປກັບພວກລູກຊາຍ ແລະ ພວກລູກສາວ.

ສິ່ງທີ່ຈະເຮັດໃຫ້ເອເຊກຽນໄດ້ຮັບຄວາມໂລ່ງໃຈ?

ເມື່ອເອເຊກຽນໄດ້ເຫັນການປະພຶດ ແລະ ການກະທຳຂອງຜູ້ທີ່ລອດຊີວິດທີ່ເຫລືອຢູ່, ລາວຈະໄດ້ຮັບຄວາມໂລ່ງໃຈ.

Ezekiel 15

Ezekiel 15:1

ສອງສິ່ງໃນປ່າທີ່ພຣະຢາເວຊົງປຽບທຽບແມ່ນຫຍັງ?

ພຣະຢາເວປຽບທຽບເຄືອອະງຸ່ນກັບຕົ້ນໄມ້ທີ່ມີກິ່ງກ້ານຕ່າງໆ.

Ezekiel 15:5

ພຣະເຈົ້າຢາເວ ພຣະອົງໄດ້ປະທານເຄືອອະງຸ່ນໃຫ້ເພື່ອຫຍັງ?

ອົງພຣະຢາເວກ່າວວ່າພຣະອົງໄດ້ໃຫ້ເຄືອອະງຸ່ນນັ້ນເປັນເຊື້ອໄຟ.

ພຣະຢາເວກ່າວວ່າຜູ້ທີ່ອາໄສ ໃນນະຄອນ​ເຢ­ຣູ­ຊາ­ເລັມເປັນຄືກັບເຄືອອະງຸ່ນນັ້ນຢ່າງໃດ?

ພຣະຢາເວກ່າວວ່າຜູ້ທີ່ອາໄສ ໃນນະຄອນ​ເຢ­ຣູ­ຊາ­ເລັມແມ່ນຄືກັນກັບເຄືອອະງຸ່ນທີ່ທັງສອງຢ່າງນັ້ນເຊື້ອໄຟ.

Ezekiel 15:7

ທຸຄົນຈະຮູ້ໄດ້ແນວໃດວ່າເມື່ອພຣະຢາເວທຳລາຍຜູ້ມາໃສຢູ່ເຢຣູຊາເລັມດ້ວຍໄຟ?

ທຸກຄົນຈະຮູ້ວ່າພຣະຜູ້ເປັນເຈົ້າແມ່ນພຣະຢາເວ.

ເປັນຫຍັງພຣະຢາເວຈະເຮັດໃຫ້ແຜ່ນດິນນັ້ນຖືກຮ້າງ​ເປົ່າ?

ພຣະຢາເວຈະເຮັດໃຫ້ແຜ່ນດິນນັ້ນຖືກຮ້າງ​ເປົ່າເພາະວ່າຊຜູ້ມາໃສຢູ່ເຢຣູຊາເລັມໄດ້ເຮັດຜິດບາບ.

Ezekiel 16

Ezekiel 16:1

ບ່ອນທີ່ບໍ່ພຣະຢາເວກ່າວວ່າເຢຣູຊາເລັມມີການເລີ່ມຕົ້ນ ແລະ ການກຳເນີດຢູ່ໃສ?

ພຣະຢາເວກ່າວວ່າເຢຣູຊາເລັມມີການເລີ່ມຕົ້ນແລະການກຳເນີດຢູ່ໃນແຜ່ນດິນການາອານ.

Ezekiel 16:4

ມີຫຍັງເກີດຂຶ້ນກັບເຢຣູຊາເລັມໃນມື້ທີ່ກຳເນີດ?

ເຢຣູຊາເລັມຖືກຖີ້ມລົງໃນທົ່ງນາໃນມື້ທີ່ກຳເນີດ.

Ezekiel 16:6

ພຣະຢາເວໄດ້ເຮັດຫຍັງແກ່ເຢຣູຊາເລັມຫລັງຈາກທີ່ກຳເນີດ?

ພຣະຢາເວໄດ້ເຮັດໃຫ້ເຢຣູຊາເລັມເຕີບໃຫຍ່ຄືກັບຕົ້ນໄມ້ໃນທົ່ງນາຫລັງຈາກກຳເນີດ.

Ezekiel 16:8

ພຣະຢາເວໄດ້ເຮັດຫຍັງຕໍ່ເຢຣູຊາເລັມເມື່ອອາຍຸເປັນຜູ້ໃຫຍ່ເຕັມຕົວ?

ພຣະຢາເວກໍ່ຂະຫຍາຍເສື້ອຊັ້ນນອຈຶ່ງໄດ້ພື​​ເສື້ອ­ຄຸມຂອງພຣະອົງເຫນືອເຢຣູຊາເລັມ ແລະ ​ເຮັດ​ຄຳ­ຫມັ້ນ­ສັນ­ຍາ​ກັບ​ພວກເຈົ້າ.

Ezekiel 16:13

ເປັນຫຍັງຊື່ສຽງຂອງເມືອງເຢຣູຊາເລັມຖືກຊ່າ­ລື​ໄປ​ໃນ​ທ່າມ­ກາງ​ປະ­ຊາ­ຊາດທັງຫລາຍ?

ເມືອງເຢຣູຊາເລັມຖືກຊ່າ­ລື​ໄປ​ໃນ​ທ່າມ­ກາງ​ປະ­ຊາ­ຊາດທັງຫລາຍເພາະ​ຄວາມງົດ­ງາມ​ຂອງມັນ.

Ezekiel 16:15

ເຢຣູຊາເລັມໄດ້ປະພຶດຕົນແນວໃດຫລັງຈາກຖືກຊ່າ­ລື​ໄປ​ໃນທ່າມ­ກາງ​ປະ­ຊາ­ຊາດທັງຫລາຍ?

ເຢຣູຊາເລັມໄດ້ປະພຶດຕົນເຫມືອນຢ່າງຍິງໂສເພນີ ຫລັງຈາກຖືກຊ່າ­ລື​ໄປ​ໃນ​ທ່າມ­ກາງ​ປະ­ຊາ­ຊາດທັງຫລາຍ.

Ezekiel 16:20

ເຢຣູຊາເລັມໄດ້ເຮັດຫຍັງກັບພວກລູກຊາຍ ແລະລູກສາວຂອງຕົນທີ່ເກີດມາເພື່ອພຣະຢາເວ?

ເຢຣູຊາເລັມໄດ້ຖວາຍພວກລູກຊາຍ ແລະ ລູກສາວຂອງຕົນຮູບບູ­ຊາ.

Ezekiel 16:23

ເຢຣູຊາເລັມໄດ້ເຮັດຫຍັງໃນທຸກໆສະຖານທີ່ເປັນສາທາລະນະ?

ເຢຣູຊາເລັມສ້າງຫໍບູຊາໃນທຸກໆບ່ອນສາທາລະນະ.

Ezekiel 16:27

ພຣະຢາເວກ່າວເວົ້າສິ່ງໃດທີ່ວ່າພຣະອົງຈະຕັດອອກເພາະຍິງໂສເພນີຂອງເຢຣູຊາເລັມ?

ພຣະຢາເວກ່າວວ່າພຣະອົງຈະຕັດອາຫານ ຂອງເຢຣູຊາເລັມເພາະຍິງໂສເພນີຂອງມັນ.

Ezekiel 16:32

ພຣະຢາເວກ່າວວ່າແມ່ນຫຍັງທີ່ແຕກຕ່າງລະຫວ່າງເຢຣູຊາເລັມແລະ ຍິງໂສເພນີທັງຫລາຍ?

ພຣະຢາເວກ່າວວ່າຄວາມແຕກຕ່າງແມ່ນວ່າຍິງໂສເພນີຖືກຈ້າງໃຫ້ກັບການກະທຳຂອງພວກເຂົາ, ແຕ່ເຢຣູຊາເລັມຈ່າຍຄ່າຄົນຮັກ ແລະໃຫ້ສິນບົນແກ່ພວກເຂົາ.

Ezekiel 16:35

ພຣະຢາເວກ່າວວ່າຜູ້ໃດຈະເຕົ້າໂຮມເຂົາແລະຕໍ່ສູ້ເຢຣູຊາເລັມ?

ພຣະຢາເວກ່າວວ່າພຣະອົງຈະເຕົ້າໂຮມບັນດາຄູ່ຮັກຂອງນະຄອນເຢຣູຊາເລັມຕໍ່ສູ້ນາງຢູ່ທຸກຂ້າງ.

Ezekiel 16:40

ຄວາມຄິດຂອງພຣະຢາເວຕໍ່ເຢຣູຊາເລັມຈະປ່ຽນແປງແນວໃດຫລັງຈາກການລົງໂທດນັ້ນ?

ຫລັງຈາກນະຄອນເຢຣູຊາເລັມຖືກລົງໂທດແລ້ວ, ພຣະຢາເວຈະບໍ່ໂກດຮ້າຍຕໍ່ເຢຣູຊາເລັມອີກຕໍ່ໄປ.

Ezekiel 16:47

ພຣະຢາເວໄດ້ກ່າວວ່າເຢຣູຊາເລັມໄດ້ເຮັດສິ່ງທີ່ຊົ່ວຫລາຍກ່ວາທີ່ອຶ່ນອີກສອງບ່ອນ?

ພຣະຢາເວໄດ້ກ່າວວ່າເຢຣູຊາເລັມໄດ້ເຮັດສິ່ງທີ່ຊົ່ວຫລາຍກ່ວາທີ່ເມືອງໂຊໂດມ ແລະ ເມືອງຊາມາເຣຍ.

Ezekiel 16:49

ເມືອງໂຊໂດມປະຕິເສດທີ່ຈະຊ່ວຍເຫລືອໃຜ?

ເມືອງໂຊໂດມປະຕິເສດທີ່ຈະຊ່ວຍເຫລືອຄົນທຸກຍາກແລະຄົນຂັດສົນ.

Ezekiel 16:56

ຜູ້ຄົນທີ່ຢູ່ຮອບເມືອງເຢຣູຊາເລັມຄິດແນວໃດກ່ຽວກັບເມືອງນັ້ນ?

ປະຊາຊົນທີ່ຢູ່ອ້ອມເມືອງເຢຣູຊາເລັມດູຫມິ່ນປະຫມາດ ແລະ ເຮັດໃຫ້ມັນເປັນຫນ້າລັງກຽດ.

Ezekiel 16:59

ພຣະຢາເວກ່າວວ່າລາວຈະປະຕິບັດຕໍ່ເຢຣູຊາເລັມຄືກັບວ່າລາວຈະປະຕິບັດຕໍ່ຜູ້ໃດທີ່ເຮັດຫຍັງ?

ພຣະຢາເວກ່າວວ່າພຣະອົງຈະປະຕິບັດຕໍ່ເຢຣູຊາເລັມ ຄືກັບຈະປະຕິບັດຕໍ່ຜູ້ທີ່ດູຫມິ່ນຄຳສາບານຂອງພວກເຂົາ ແລະ ທຳລາຍພັນທະສັນຍາ.

Ezekiel 16:60

ພຣະຢາເວກ່າວວ່າ ພຣະອົງຈະລະນຶກເຖິງສິ່ງໃດແລະຈະສ້າງສິ່ງໃດ?

ພຣະຢາເວກ່າວວ່າລາວຈະລະນຶກເຖິງພັນທະສັນຍາຂອງພຣະອົງກັບເຢຣູຊາເລັມ ແລະ ຈະ​ສະ­ຖາ­ປະ­ນາພັນທະສັນຍາຕະຫລອດໄປ.

Ezekiel 16:62

ເຢຣູຊາເລັມຈະເປັນແນວໃດເມື່ອພຣະຢາເວໃຫ້ອະໄພສຳລັບທຸກສິ່ງທີ່ໄດ້ເຮັດ?

ເຢຣູຊາເລັມຈະໄດ້ຮັບຄວາມອັບອາຍ ແລະ ຈະບໍ່ກ້າອ້າປາກອີກຕໍ່ໄປເພາະຄວາມລະລາຍໃຈ.

Ezekiel 17

Ezekiel 17:1

ພຣະຢາເວບອກເອເຊກຽນໃຫ້ນຳສເຫນີຫຍັງ ແລະເວົ້າກັບເຊື້ອສາຍອິດສະຣາເອນ?

ພຣະຢາເວບອກເອເຊກຽນຈົ່ງ​ຍົກຄຳປິດສະຫນາ ແລະ ​ກ່າວ​ຄຳອຸ­ປະ­ມາ​ແກ່​ເຊື້ອ­ສາຍ​ອິດສະຣາເອນ.

ໃນຄຳອຸປະມານັ້ນ, ນົກອິນຊີໃຫຍ່ໄດ້ຄາບງ່າຕົ້ນໄມ້ແປກນັ້ນໄປບ່ອນໃດ?

ນົກອິນຊີໃຫຍ່ໄດ້ຄາບກິ່ງຕົ້ນໄມ້ທີ່ເປັນຕົ້ນແປກໄປຍັງໃນແຜ່ນດິນການາອານໃນເມືອງແຫ່ງພວກພໍ່ຄ້າ.

Ezekiel 17:5

ໃນຄຳອຸປະມານັ້ນ, ນົກອິນຊີໃຫຍ່ໄດ້ປູກເມັດພັນແຫ່ງແຜ່ນດິນຢູ່ບ່ອນໃດ, ແລະ ມັນເຕີບໃຫຍ່ຂື້ນແນວໃດ?

ນົກອິນຊີໃຫຍ່ໄດ້ປູກເມັດ­ພືດ​​ໄວ້​ແຄມ​ສາຍ­ນ້ຳໃຫຍ່, ແລະ​ໄດ້ເຕີບ​ໃຫຍ່​ຂຶ້ນ​ເປັນ​ເຄືອ​ອະ­ງຸ່ນ​ເລືອໃນດິນ.

Ezekiel 17:7

ໃນຄຳອຸປະມາ, ເຄືອອະງຸ່ນໄດ້ເຮັດຫຍັງເມື່ອນົກອິນຊີໃຫຍ່ອີກໂຕໄດ້ມາເຖິງ?

ເຄືອອະງຸ່ນໄດ້ຢັ່ງຮາກໄປສູ່ນົກອິນຊີທີ່ໂຕໃຫຍ່ອີກໂຕນັ້ນ.

Ezekiel 17:9

ພຣະຢາເວເວົ້າຫຍັງທີ່ຈະເກີດຂື້ນກັບເຄືອອະງຸ່ນນັ້ນໃນຄຳອຸປະມາ?

ພຣະຢາເວກ່າວວ່າເຄືອອະງຸ່ນຄົງ​ຈະ​ຫ່ຽວ­ແຫ້ງ​ໄປຮອດບ່ອນ​ທີ່​ມັນ​ເກີດ​ມາ​ນັ້ນ.

Ezekiel 17:11

ກະສັດແຫ່ງບາບີໂລນໄດ້ເຮັດຫຍັງກັບກະສັດເຢຣູຊາເລັມ?

ກະສັດແຫ່ງບາບີໂລນໄດ້ເອົາກະສັດແຫ່ງນະຄອນເຢຣູຊາເລັມໄປເມືອງບາບີໂລນ.

Ezekiel 17:13

ກະສັດແຫ່ງບາບີໂລນໄດ້ເຮັດຫຍັງກັບເຊື້ອສາຍຂອງພະວົງເຢຣູຊາເລັມ?

ກະສັດແຫ່ງບາບີໂລນໄດ້ເຮັດພັນທະສັນຍາກັບເຊື້ອສາຍຂອງພະອົງເຢຣູຊາເລັມ.

ພຣະຢາເວກ່າວວ່າແຜ່ນດິນອິດສະຣາເອນຈະຢູ່ລອດໄດ້ແນວໃດ?

ພຣະຢາເວກ່າວວ່າແຜ່ນດິນອິດສະຣາເອນຈະຢູ່ລອດໂດຍທີ່ກະສັດເຢຣູຊາເລັມ ຮັກສາພັນທະສັນຍາກັບກະສັດບາບີໂລນ.

Ezekiel 17:15

ກະສັດເຢຣູຊາເລັມລະເມີດພັນທະສັນຍາທີ່ພະອົງໄດ້ເຮັດກັບກະສັດບາບີໂລນແນວໃດ?

ກະສັດເຢຣູຊາເລັມໄດ້ກະບົດ ແລະ ໄດ້ສົ່ງຣາຊະທູດໄປປະເທດເອຢີບ ​ດ້ວຍ​ຫວັງ­ວ່າ​ຈະ​ໄດ້​ມ້າຫລວງຫລາຍ ແລະ​ກອງ­ທັບ.

ພະເຢເວໄດ້ກ່າວວ່າຈະເກີດຫຍັງຂຶ້ນກັບກະສັດເຢຣູຊາເລັມ?

ພຣະຢາເວກ່າວວ່າກະສັດເຢຣູຊາເລັມຈະຕາຍໃນກາງເມືອງບາບີໂລນ.

Ezekiel 17:19

ຕາມພຣະຢາເວ, ກະສັດເຢຣູຊາເລັມໄດ້ລະເມີດພັນທະສັນຍາກັບໃຜ?

ຕາມການພຣະຢາເວ, ກະສັດຂອງເຢຣູຊາເລັມໄດ້ລະເມີດພັນທະສັນຍາຂອງຕົນກັບພຣະຢາເວ.

ພຣະຢາເວປະກາດຫຍັງຈະເກີດຂື້ນກັບກອງທັບຂອງກະສັດເຢຣູຊາເລັມ?

ພຣະຢາເວປະກາດກອງທັບຂອງກະສັດເຢຣູຊາເລັມຈະລົ້ມລົງດ້ວຍຄົມດາບ.

Ezekiel 17:22

ພຣະຢາເວໄດ້ກ່າວວ່າພຣະອົງຈະເຮັດຫຍັງກັບກິ່ງງ່າທີ່ອ່ອນຂອງຕົ້ນໄມ້ແປກນັ້ນ?

ພຣະຢາເວກ່າວວ່າພຣະອົງຈະປູກກິ່ງຫງ່າທີ່ອ່ອນຢູ່ເທິງພູເຂົາສູງ.

ກິ່ງງ່າອ່ອນທີ່ພຣະຢາເວປູກນັ້ນຈະກາຍເປັນສິ່ງໃດ?

ກິ່ງງ່າທີ່ອ່ອນຂອງພຣະຢາເວປູກນັ້ນຈະກາຍເປັນຕົ້ນແປກທີ່ສວຍງາມ ເຊິ່ງເປັນບ່ອນນົກ​ທຸກ​ຊະ­ນິດ​ຈະ​ມາ​ອາ­ໄສ​ຢູ່​ກ້ອງ​ມັນ.

Ezekiel 18

Ezekiel 18:3

ພຣະຢາເວປະກາດຫຍັງຈະເກີດຂື້ນກັບທຸກໆຄົນທີ່ເຮັດບາບ?

ພຣະຢາເວປະກາດວ່າທຸກໆຄົນທີ່ເຮັດບາບຈະຕາຍ.

Ezekiel 18:7

ຄົນຊອບທຳນັ້ນຊ່ວຍເຫລືອໃຜ?

ຄົນຊອບທຳຫ້​ອາ­ຫານ​ແກ່​ຜູ້​ທີ່​ອຶດ ແລະ ​ໃຫ້​ເສື້ອ­ຜ້າ​ແກ່​ຜູ້​ທີ່​ເປືອຍກາຍ.

ຄົນຊອບທຳດຳເນີນການດ້ວຍຫຍັງ ແລະ ຖືຮັກສາສິ່ງໃດ?

ຄົນຊອບທຳດຳເນີນການຕາມກົດຫມາຍຂອງພຣະຢາເວ ແລະຖືຮັກສາພຣະບັນຍັດຂອງພຣະຢາເວ.

ພຣະຢາເວປະກາດຫຍັງຈະເກີດຂື້ນກັບຄົນທີ່ຊອບທຳ?

ພຣະຢາເວປະກາດວ່າຄົນທີ່ຊອບທຳຈະມີຊີວິດຢູ່.

Ezekiel 18:12

ຖ້າຄົນຊອບທຳມີລູກທີ່ກົດຂີ່ຄົນຍາກຈົນ ແລະຄົນຂັດສົນ, ພຣະຢາເວປະກາດວ່າຈະເກີດຫຍັງຂຶ້ນກັບເຂົາແນວໃດ?

ພຣະຢາເວປະກາດວ່າລູກຊາຍທີ່ບໍ່ຊອບທັມຈະບໍ່ມີຊີວິດຢູ່.

Ezekiel 18:16

ຖ້າລູກຊາຍບໍ່ປະພຶດຕາມຄວາມຜິດຂອງພໍ່, ລູກຊາຍຈະຕາຍຍ້ອນບາບຂອງພໍ່ບໍ?

ຖ້າລູກຊາຍປະຕິບັດພຣະບັນຍັດຂອງພຣະຢາເວ ແລະ ດຳເນີນການກົດເກນຂອງພຣະຢາເວ, ເຂົາຈະບໍ່ຕາຍຍ້ອນບາບຂອງພໍ່.

Ezekiel 18:19

ເປັນຫຍັງລູກຊາຍທີ່ຊອບທຳບໍ່ຮ່ວມຮັບຄວາມຊົ່ວຮ້າຍຂອງພໍ່?

ລູກຊາຍທີ່ຊອບທຳບໍ່ໄດ້ຮ່ວມຮັບຄວາມຊົ່ວຮ້າຍຂອງພໍ່ເພາະວ່າລາວຍຶດຖືປະຕິບັດໃນຄວາມຍຸດຕິທຳ ແລະຄວາມຊອບທຳ.

Ezekiel 18:21

ພຣະຢາເວປະກາດວ່າສິ່ງໃດຈະເກີດຂື້ນກັບຄົນຊົ່ວທີ່ຫັນຫນີຈາກບາບຂອງເຂົາ?

ພຣະຢາເວປະກາດວ່າຄົນຊົ່ວຮ້າຍທີ່ຫັນຫນີຈາກບາບ ຂອງເຂົາຈະມີຊີວິດຢູ່ຢ່າງແນ່ນອນ.

Ezekiel 18:24

ພຣະຢາເວປະກາດວ່າຈະມີສິ່ງໃດຈະເກີດຂື້ນກັບຄົນຊອບທຳທີ່ຫັນຫນີ ແລະ ກະທຳບາບ ແລະ ປະຕິບັດຄວາມຊົ່ວ?

ພຣະຢາເວປະກາດວ່າຄົນຊອບທຳທີ່ຫັນຫນີ ແລະ ກະທຳຄວາມຊົ່ວຈະຕາຍໃນບາບທີ່ເຂົາກະທຳໄວ້.

Ezekiel 18:29

ພຣະຢາເວກ່າວວ່າພຣະອົງຈະພິພາກສາແຕ່ລະຄົນແນວໃດ?

ພຣະຢາເວກ່າວວ່າຈະພິພາກສາແຕ່ລະຄົນຕາມວິທີທາງການກະທຳຂອງພຣະອົງ.

ພຣະຢາເວເອີ້ນຊາວອິດສະຣາເອນໃຫ້ເຮັດສິ່ງໃດ?

ພຣະຢາເວຮຽກເອີ້ນເຊື້ອສາຍອິດສະຣາເອນໃຫ້ກັບໃຈ ແລະ ຫັນຫນີຈາກບາບທັງຫມົດຂອງພວກເຂົາ.

Ezekiel 18:31

ພຣະຢາເວຮຽກເອີ້ນເຊື້ອສາຍອິດສະຣາເອນເຮັດສິ່ງໃດເພື່ອຕົວເຂົາເອງ?

ພຣະຢາເວຮຽກເອີ້ນເຊື້ອສາຍອິດສະຣາເອນໃຫ້ຮັບເອົາຈິດໃຈໃຫມ່ ແລະ ວິຍານໃຫມ່ດ້ວຍຕົນເອງ.

Ezekiel 19

Ezekiel 19:1

ເອເຊກຽນຖືກບອກໃຫ້ຍົກມືຂຶ້ນພື່ອຫຍັງ?

ເອເຊກຽນໄດ້ຖືກບອກໃຫ້ຍົກມືຮ້ອງທຸກຕໍ່ຜູ້ນຳ ອິດສະຣາເອນ.

ໃນຄຳອຸປະມາເລື່ອງສິງໂຕ, ໂຕໃຫຍ່ໂຕຫນຶ່ງໄດ້ຮຽນຮູ້ເຮັດຫຍັງ?

ຫນຶ່ງໃນລູກສິງນັ້ນໄດ້ຮຽນຮູ້ທີ່ຈະຈີກຜູ້ຖືກເຄາະຮ້າຍແລະ ກັດກິນຜູ້ຊາຍນັ້ນ.

ເມື່ອປະຊາຊາດໄດ້ຍິນກ່ຽວກັບລູກສິງນີ້, ພວກເຂົາໄດ້ເຮັດຫຍັງ?

ປະຊາຊາດໄດ້ດັກເອົາລູກສິງ ແລະ ເອົາລາວໄປທີ່ປະເທດເອຢິບ.

Ezekiel 19:5

ຫລັງຈາກລູກສິງນ້ອຍໂຕທຳອິດຈາກໄປ, ສິງໂຕນ້ອຍໂຕທີສອງໄດ້ຮຽນຮູ້ທີ່ຈະເຮັດຫຍັງ?

ສິງໂຕນ້ອຍໂຕທີສອງໄດ້ຮຽນຮູ້ທີ່ຈີກເຫຍື່ອ ແລະ ກັດກິນຄົນ.

Ezekiel 19:8

ປະຊາຊາດໄດ້ເຮັດຫຍັງກັບສິງໂຕນ້ອຍໂຕທີສອງ?

ບັນດາປະຊາຊາດໄດ້ໄລ່ສິງຫນຸ່ມ ແລະ ນຳມັນໄປທີ່ກະສັດແຫ່ງບາບີໂລນ.

Ezekiel 19:10

ແມ່ຂອງຄົນອິດສະຣາເອນເຫມືອນກັບສິ່ງໃດ?

ແມ່ຂອງຄົນອິດສະຣາເອນເຄີຍເປັນເຫມືອນເຄືອອະງຸ່ນທີ່ມີຫມາກດົກທີ່ປູກໄວ້ຂ້າງນໍ້າ.

ສຳລັບກິ່ງງ່າທີ່ເຂັ້ມແຂງຂອງນາງທີ່ຈະຖືກໃຊ້ແມ່ນຫຍັງ?

ກິ່ງງ່າທີ່ເຂັ້ມແຂງຂອງນາງແມ່ນຈະຖືກໃຊ້ເປັນໄມ້ຄ້ອນເທົ້າຂອງຜູ້ປົກຄອງ.

Ezekiel 19:12

ເກີດຫຍັງຂື້ນກັບເຄືອອະງຸ່ນນັ້ນ?

ເຄືອອະງຸ່ນຖືກຖອນອອກ, ຖືກພັງທະລາຍລົງ, ແລະ ແຫ້ງຫຽວໄປໂດຍລົມທາງທິດຕາເວັນອອກ.

ເຄືອນັ້ນຢູ່ໃສ?

ເຄືອນັ້ນຢູ່ໃນຖິ່ນແຫ້ງແລ້ງກັນດານ.

Ezekiel 19:14

ເຄືອອະງຸ່ນບໍ່ມີຫຍັງອີກແລ້ວ?

ເຄືອອະງຸ່ນບໍ່ມີກິ່ງງ່າແຂງແຮງ ຫລື ເປັນໄມ້ຄ້ອນເທົ້າສຳລັບປົກຄອງອີກຕໍ່ໄປ.

Ezekiel 20

Ezekiel 20:1

ຜູ້ໃດທີ່ມາຫາເອເຊກຽນແລະເປັນຫຍັງພວກເຂົາຈຶ່ງມາ?

ພວກຜູ້ໃຫ່ຍຂອງອິດສະຣາເອນໄດ້ມາຫາເອເຊກຽນເພື່ອສອບຖາມພຣະຢາເວ.

Ezekiel 20:2

ພຣະຢາເວຕອບສະຫນອງແນວໃດຕໍ່ຜູ້ທີ່ມາຫາເອເຊກຽນ?

ພຣະຢາເວກ່າວວ່າພຣະອົງຈະບໍ່ຖືກສອບຖາມໂດຍຜູ້ໃຫ່ຍຂອງອິດສະຣາເອນ.

Ezekiel 20:4

ພຣະຢາເວຊົງປະຕິຍານວ່າພຣະອົງຈະເຮັດຫຍັງສຳລັບຊາວອິດສະຣາເອນໃເມື່ອພວກເຂົາຢູ່ໃນປະເທດເອຢິບ?

ພຣະຢາເວຊົງປະຕິຍານວ່າພຣະອົງຈະນຳພວກເຂົາເຂົ້າໄປໃນແຜ່ນດິນທີ່ມີນໍ້ານົມ ແລະ ນໍ້າເຜິ້ງຫລັ່ງໄຫລເສົມບູນ.

Ezekiel 20:7

ພຣະຢາເວຊົງສັ່ງຫຍັງແກ່ຊາວອິດສະລາເອນໃນແຜ່ນດິນເອຢີບ?

ພຣະຢາເວສັ່ງໃຫ້ປະຊາຊົນຖິ້ມຮູບເຄົາລົບຂອງຊາວເອຢີບ.

Ezekiel 20:8

ປະຊາຊົນອິດສະຣາເອນໄດ້ຕອບສະຫນອງຕໍ່ຄຳສັ່ງຂອງພຣະຢາເວແນວໃດ?

ປະຊາຊົນໄດ້ກະບົດຕໍ່ພຣະຢາເວ ແລະ ບໍ່ເຕັມໃຈຟັງ.

ເປັນຫຍັງພຣະຢາເວຈຶ່ງເວົ້າວ່າພຣະອົງໄດ້ກະທຳເພື່ອນຳຊາວອິດສະຣາເອນອອກຈາກແຜ່ນດິນເອຢີບ?

ພຣະຢາເວກ່າວວ່າພຣະອົງຊົງກະທຳເພື່ອເຫັນແກ່ພຣະນາມຂອງພຣະອົງ ເພື່ອຈະບໍ່ຖືກຫມິ່ນປະຫມາດໃນສາຍຕາຂອງປະຊາຊາດ.

Ezekiel 20:10

ພຣະຢາເວໃຫ້ສິ່ງໃດແກ່ຊາວອິດສະຣາເອນໃນຖິ່ນແຫ້ງແລ້ງກັນດານ?

ພຣະຢາເວຊົງປະທານກົດເກນຂອງພຣະອົງໃຫ້ປະຊາຊົນ, ກົດບັນຍັດ, ແລະວັນຊະບາໂຕຂອງພຣະອົງ.

ພຣະຢາເວຊົງບອກຫຍັງແກ່ຜູ້ຄົນວ່າພວກເຂົາຈະສາມາດເຮັດຫຍັງໄດ້ຖ້າພວກເຂົາເຊື່ອຟັງຄຳສັ່ງຂອງພຣະອົງ?

ພຣະຢາເວບອກປະຊາຊົນວ່າພວກເຂົາຈະສາມາດມີຊີວິດຢູ່ໄດ້ຖ້າພວກເຂົາ ເຊື່ອຟັງຂໍ້ຄຳສັ່ງຂອງພຣະອົງ.

Ezekiel 20:13

ປະຊາຊົນອິດສະຣາເອນໄດ້ຕອບສະຫນອງຕໍ່ສິ່ງທີ່ ພຣະຢາເວໄດ້ໃຫ້ພວກເຂົາຢູ່ໃນຖິ່ນກັນດານແນວໃດ?

ປະຊາຊົນໄດ້ກະບົດຕໍ່ພຣະຢາເວ ແລະ ປະຕິເສດຂໍ້ຄຳສັ່ງຂອງພຣະອົງ.

ພຣະຢາເວບອກຜູ້ຄົນວ່າພວກເຂົາຈະສາມາດເຮັດຫຍັງໄດ້ຖ້າພວກເຂົາເຊື່ອຟັງຂໍ້ຄຳສັ່ງຂອງພຣະອົງ?

ພຣະຢາເວບອກປະຊາຊົນວ່າພວກເຂົາຈະສາມາດມີຊີວິດຢູ່ໄດ້ຖ້າພວກເຂົາ ເຊື່ອຟັງຂໍ້ຄຳສັ່ງຂອງພຣະອົງ.

Ezekiel 20:15

ພຣະຢາເວໄດ້ປະຕິຍານວ່າພຣະອົງຂະບໍ່ເຮັດເພື່ອປະຊາຊົນເພາະວ່າພວກເຂົາປະຕິເສດຄຳສັ່ງຂອງພຣະອົງ?

ຫລັງງຈາກນັ້ນ, ພຣະຢາເວໄດ້ປະຕິຍານວ່າພຣະອົງຈະບໍ່ເອົາພວກເຂົາເຂົ້າໄປໃນແຜ່ນດິນທີ່ຈະມອບໃຫ້ພວກເຂົາ.

Ezekiel 20:21

ພວກລູກຊາຍແລະລູກສາວຂອງອິດສະຣາເອນໄດ້ຕອບສະ ຫນອງແນວໃດໃນເວລາທີ່ພຣະຢາເວໄດ້ສັ່ງໃຫ້ພວກເຂົາຍ່າງໃນຄຳສັ່ງຂອງພຣະອົງ?

ພວກລູກຊາຍ ແລະ ລູກສາວຂອງອິດສະຣາເອນໄດ້ກະບົດຕໍ່ພຣະຢາເວ ແລະ ບໍ່ຮັກສາຂໍ້ຄຳສັ່ງຂອງພຣະອົງ.

ພຣະຢາເວບອກຜູ້ຄົນວ່າພວກເຂົາຈະສາມາດເຮັດຫຍັງໄດ້ຖ້າພວກເຂົາເຊື່ອຟັງຂໍ້ຄຳສັ່ງຂອງພຣະອົງ?

ພຣະຢາເວບອກປະຊາຊົນວ່າພວກເຂົາຈະສາມາດມີຊີວິດໄດ້ຖ້າພວກເຂົາເຊື່ອຟັງຂໍ້ຄຳສັ່ງຂອງພຣະອົງ.

Ezekiel 20:23

ພຣະຢາເວໄດ້ປະຕິຍານວ່າຈະເຮັດຫຍັງກັບພວກລູກຊາຍ ແລະ ລູກສາວຂອງອິດສະຣາເອນ?

ຈາກນັ້ນ, ພຣະຢາເວໄດ້ປະຕິຍານຈະກະຈັດກະຈາຍພວກເຂົາໃນທາ່ມກາງປະຊາຊາດຕ່າງໆ.

Ezekiel 20:27

ບັນພະບຸລຸດຂອງອິດສະຣາເອນໄດ້ຫມິ່ນປະຫມາດ ແລະ ທໍລະຍົດຕໍ່ພຣະຢາເວແນວໃດ?

ບັນພະບຸລຸດຂອງອິດສະຣາເອນໄດ້ຫມິ່ນປະຫມາດ ແລະ ທໍລະຍົດຕໍ່ພຣະຢາເວໂດຍການຖວາຍເຄື່ອງບູຊາແກ່ຮູບເຄົາລົບຢູ່ບ່ອນສູງ.

Ezekiel 20:30

ຊາວອິດສະລາເອນໄດ້ເຮັດຫຍັງກັບພວກລູກຊາຍຂອງພວກເຂົາ?

ປະຊາຊົນອິດສະຣາເອນໄດ້ເຮັດໃຫ້ພວກລູກຊາຍຂອງພວກເຂົາຂ້າມຜ່ານກອງໄຟ.

ຄວາມຄິດອັນໃດທີ່ຢູ່ໃນແນວຄິດຂອງປະຊາຊົນອິດສະຣາເອນ?

ປະຊາຊົນອິດສະຣາເອນຄິດວ່າພວກເຂົາຢາກເປັນ ຄືກັບຊາດອື່ນໆ, ນະມັດສະການໄມ້ແກະສິຫລັກ ແລະ ກ້ອນຫີນ.

Ezekiel 20:33

ພຣະຢາເວໄດ້ກ່າວວ່າພຣະອົງຈະເຮັດຫຍັງຕໍ່ປະຊາຊົນອິດສະຣາເອນເພື່ອຈະພິພາກສາພວກເຂົາຕໍ່ຫນ້າ?

ພຣະຢາເວກ່າວວ່າພຣະອົງຈະເຕົ້າໂຮມປະຊາຊົນອິດສະຣາເອນອອກຈາກບັນດາປະເທດ ທີ່ພວກເຂົາຖືກກະຈັດກະຈາຍໄປໃນຖິ່ນແຫ້ງແລ້ງກັນດານຂອງຜູ້ຄົນທັງຫລາຍ.

Ezekiel 20:36

ພຣະຢາເວໄດ້ກ່າວວ່າພຣະອົງຈະຊຳລະພວກ​ກະ­ບົດ​ຈາກ​ທ່າມ­ກາງອິດສະລາເອນແນວໃດ?

ພຣະຢາເວກ່າວວ່າພຣະອົງຈະຊຳລະພວກ​ກະ­ບົດ ແລະ ຜູ້ລ່ວງລະເມີດໃນທ່າມກາງຊາວອິດສະຣາເອນ.

Ezekiel 20:40

ຫລັງຈາກທີ່ພຣະຢາເວໄດ້ເຕົ້າໂຮມເຊື້ອສາຍອິດສະຣາເອນຢູ່ເທິງພູອັນສັກສິດຂອງພຣະອົງ, ອິດສະຣາເອນຈະປະຕິບັດຕໍ່ພຣະຢາເວແນວໃດ?

ຫລັງຈາກທີ່ພຣະຢາເວໄດ້ເຕົ້າໂຮມເຊື້ອສາຍອິດສະຣາເອນຢູ່ເທິງພູເຂົາອັນສັກສິດຂອງພຣະອົງ, ອິດສະຣາເອນຈະປະຕິບັດຕໍ່ພຣະຢາເວເປັນຜູ້ບໍລິສຸດໃນທ່າມກາງສາຍຕາຂອງປະຊາຊາດ.

Ezekiel 20:42

ເຊື້ອສາຍອິດສະຣາເອນຈະຄິດແນວໃດກັບຕົວເອງໃນຂະນະທີ່ພວກເຂົາລະນຶກເຖິງວິທີຊົ່ວຂອງພວກເຂົາໃນອະດີດ?

ເຊື້ອສາຍອິດສະຣາເອນຈະກຽດຊັງຕົນເອງຕໍ່ການກະທຳທີ່ຊົ່ວທັງຫມົດທີ່ພວກເຂົາໄດ້ກະທຳໄປ.

Ezekiel 20:45

ພຣະຢາເວຊົງປະກາດສິ່ງໃດທີ່ຕໍ່ສູ້ເຂດ­ແດນ​ປ່າ­ໄມ້​ທີ່­ຢູ່​ໃນເນເກບ?

ພຣະຢາເວຊົງປະກາດວ່າພຣະອົງຈະຈູດໄຟທີ່ຈະເຜົາຫນ້າ​ທຸກ​ຫນ້າ​ຕັ້ງ­ແຕ່​ທິດ­ໃຕ້​ຈົນ​ເຖິງ​ທິດ­ເຫນືອ​.

Ezekiel 20:48

ປະຊາຊົນອິດສະລາເອນເວົ້າຫຍັງກ່ຽວກັບເອເຊກຽນ?

ປະຊາຊົນອິດສະຣາເອນກ່າວວ່າເອເຊກຽນເປັນຜູ້ເລົ່າເລື່ອງຄຳອຸປະມາເທົ່ານັ້ນ.

Ezekiel 21

Ezekiel 21:1

ພຣະຢາເວຊົງເອເຊກຽນໃຫ້ເວົ້າກັບໃຜ?

ພຣະຢາເວໄດ້ບອກເອເຊກຽນໃຫ້ເວົ້າຕໍ່ພະວິຫານຕ່າງໆ; ຕໍ່ແຜ່ນດິນຂອງອິດສະຣາເອນ.

ມີໃຜແດ່ທີ່ພຣະຢາເວຈະຕັດອອກຈາກແຜ່ນດິນອິດສະຣາເອນ?

ພຣະຢາເວກ່າວວ່າພຣະອົງຈະຕັດທັງຄົນຊອບທຳ ແລະ ຄົນຊົ່ວຮ້າຍອອກຈາກແຜ່ນດິນອິດສະຣາເອນ.

Ezekiel 21:6

ພຣະຢາເວບອກເອເຊກຽນໃຫ້ເຮັດຫຍັງຕໍ່ຫນ້າປະຊາຊົນ?

ພຣະຢາເວບອກເອເຊກຽນໃຫ້ຮ້ອງຄໍ່າຄວນຕໍ່ສາຍຕາຂອງປະຊາຊົນ.

ເປັນຫຍັງພຣະຢາເວຈຶ່ງບອກເອເຊກຽນໃຫ້ເຮັດແບບນີ້ຕໍ່ຫນ້າປະຊາຊົນ?

ພຣະຢາເວໄດ້ບອກເອເຊກຽນໃຫ້ເຮັດແບບນີ້ ເພື່ອສະແດງວ່າຈະເປັນແນວໃດສຳລັບພວກເຂົາເມື່ອ ພຣະຢາເວນຳດາບມາໂຈມຕີພວກເຂົາ.

Ezekiel 21:10

ແມ່ນໃຜຈະມອບດາບທີ່ຝົນໃຫ້ແຫລມຄົມ ແລະ ເຫລື້ອມເຫມືອນແສງຟ້າແມບໃຫ້?

ດາບທີ່ຝົນມໃຫ້ແຫລມຄົມ ແລະ ເຫລື້ອມເຫມືອນແສງຟ້າແມບຈະຖືກມອບໃຫ້ມືຂອງນັກຂ້າ.

Ezekiel 21:12

ດາບເຫລັ້ມນີ້ຈະມາເຖິງໃຜ?

ດາບເຫລັ້ມນີ້ຈະມາຕໍ່ສູ້ປະຊາຊົນຂອງພຣະຢາເວ ແລະ ເຈົ້ານາຍທັງຫມົດຂອງອິດສະຣາເອນ.

Ezekiel 21:15

ສິ່ງໃດຈະສສະຫງົບລົງຫລັງຈາກການຂ້າຍິ່ງໃຫຍ່?

ຫລັງຈາກການຂ້າຍິ່ງໃຫຍ່, ຄວາມໂກດຮ້າຍຂອງພຣະຢາເວຈະສະຫງົບລົງ.

Ezekiel 21:18

ຈຸດຫມາຍຂອງຖະຫນົນສອງເສັ້ນນັ້ນທີ່ໄດ້ຮັບຫມາຍໃຫ້ກະສັດບາບີໂລນແມ່ນຫຍັງ?

ສອງຈຸກຫມາຍນັ້ນແມ່ນຣັບບາແຫ່ງຊາວອຳໂມນ, ແລະ ຢູດາ ແລະ ເຢຣູຊາເລັມ.

Ezekiel 21:21

ກະສັດແຫ່ງບາບີໂລນຈະກຳຫນົດເສັ້ນທາງໃດທີ່ຈະໄປແນວໃດ?

ກະສັດແຫ່ງບາບີໂລນຈະໄດ້ຮັບຂໍ້ຄວາມທີ່ມາຈາກການທຳນວາຍ ເພື່ອກຳນົດວ່າເສັ້ນທາງໃດທີ່ຈະໄປ.

ກະສັດແຫ່ງບາບີໂລນຈະກ່າວໂທກອິດສະຣາເອນໃນການທີ່ໂຈມຕີພວກເຂົາແນວໃດ?

ກະສັດແຫ່ງບາບີໂລນກ່າວໂທດອິດສະຣາເອນວ່າລະເມີດສົນຕິສັນຍາເພື່ອໂຈມຕີພວກເຂົາ.

Ezekiel 21:25

ພຣະຢາເວບອກຜູ້ປົກຄອງຊົ່ວຮ້າຍຂອງອິດສະຣາເອນໃຫ້ເຮັດຫຍັງ ແລະ ຍ້ອນຫຍັງ?

ພຣະຢາເວບອກຜູ້ປົກຄອງອິດສະຣາເອນທີ່ຊົ່ວຮ້າຍໃຫ້ຖອດ​ຜ້າ​ຄຽນ​ຫົວ ແລະ ​ຖອດ​ມົງ­ກຸດ​ອອກ, ມົງກຸດຈະບໍ່ມີອີກຕໍ່ໄປ.

ເມື່ອໃດພຣະຢາເວເວົ້າວ່າພຣະອົງຈະຟື້ນຟູມົງກຸດໃນອິດສະຣາເອນ?

ພຣະຢາເວກ່າວວ່າທ່ານຈະຟື້ນຟູມົງກຸດໃນອິດສະຣາເອນເມື່ອຜູ້ໃດຜູ້ຫນຶ່ງມີສິດໃນມັນ.

Ezekiel 21:28

ຜູ້ທຳນວາຍຂອງອຳໂມນເຮັດຫຍັງສຳລັບຄົນຂອງອຳໂມນ?

ຜູ້ທຳນວາຍຂອງອຳໂມນເຫັນນິມິດວ່າງເປົ່າສຳລັບຄົນຂອງອຳໂມນ, ໃນຂະນະທີ່ພວກເຂົາປະຕິບັດພິທີກຳຕ່າງໆເພື່ອເວົ້າຕົວະສຳລັບປະຊາຊົນອຳໂມນ.

Ezekiel 21:30

ຜູ້ຄືພຣະຢາເວອົງພຣະຜູ້ເປັນເຈົ້າຈະປະທານຫ້ຫ້ປະຊາຊົນຂອງອໍາໂມນຢູ່ເຫນືອເຂົາ?

ພຣະຢາເວອົງພຣະຜູ້ເປັນເຈົ້າກຳລັງຈະມອບ ຊາວອຳໂມນຢູ່ໃນກຳມືຂອງຄົນໃຈໂຫດ, ຜູ້​ມີ​ຝີ​ມື​ໃນ​ການ​ທຳ­ລາຍລ້າ.

Ezekiel 22

Ezekiel 22:1

ພຣະຢາເວຕັ້ງຊື່ຢ່າງໃດໃຫ້ນະຄອນເຢຣູຊາເລັມທີ່ພຣະອົງກຳລັງຈະພິພາກສາ?

ພຣະຢາເວເອີ້ນເມືອງເຢຣູຊາເລັມວ່າ​ເມືອງ​ທີ່​ເປິ­ເປື້ອນ​ດ້ວຍ​ເລືອດ.

Ezekiel 22:4

ພຣະຢາເວບອກວ່າບາບສອງຢ່າງອັນໃດທີ່ເຮັດໃຫ້ເມືອງມີຄວາມຜິດ?

ເມືອງມີ​ຄວາມ​ຜິດ​ດ້ວຍ​ເລືອດ​ທີ່​ເຈົ້າ​ຫລັ່ງອອກມາ, ແລະ ເຮັດໃຫ້ເປັນມົນທິນດ້ວຍຮູບເຄົາລົບທີ່ໄດ້ເຮັດຂຶ້ນ.

ແມ່ນຫຍັງເປັນຊື່ສຽງຂອງເມືອງຫລັງຈາກທີ່ພຣະຢາເວພິພາກສາ?

ຊື່ສຽງເປັນທີ່ຮູ້ກັນໄປທົ່ວທຸກແຫ່ງທຸກຫົນເຫມືອນເຕັມໄປດ້ວຍຄວາມ​ສັບສົນວຸ້ນ­ວາຍ.

Ezekiel 22:6

ສາມກຸ່ມຄົນໃດທີ່ຖືກທາລຸນໂດຍຜູ້ປົກຄອງຂອງອິດສະຣາເອນ?

ພໍ່ ແລະແມ່ເສຍກຽດ, ຄົນຕ່າງຊາດໄດ້ຖືກກົດຂີ່ຂົ່ມເຫັງ, ແລະ ເດັກກຳພ້າ ແລະ ແມ່ຫມ້າຍ ໄດ້ຖືກທຳຮ້າຍ.

Ezekiel 22:10

ບາບທາງເພດສາມຢ່າງທີ່ຜູ້ຊາຍໃນເມືອງໄດ້ເຮັດແມ່ນຫຍັງ?

ຜູ້ຊາຍທີ່ເຮັດສິ່ງທີ່ຫນ້າ​ກຽດ­ຊັງ​ກັບ​ເມຍ​ຂອງ​ເພື່ອນ­ບ້ານ, ກຳລັງຂົ່ມ­ຂືນ​ລູກໄພ້​ຂອງ­ຕົນ​ຢ່າງ​​ຫນ້າ​ລະອາຍ, ແລະ ກຳລັງລ່ວງເກີນເອື້ອຍນ້ອງຂອງຕົນເອງ.

Ezekiel 22:13

ພຣະຢາເວປະກາດວ່າພຣະອົງກຳລັງຈະເຮັດຫຍັງກັບປະຊາຊົນເພາະບາບຂອງພວກເຂົາ?

ພຣະຢາເວປະກາດວ່າພຣະອົງກຳລັງຈະກະຈັດກະຈາຍປະຊາຊົນໄປໃນທ່າາມກາງປະຊາຊາດ.

ປະຊາຊົນຈະຮູ້ສິ່ງໃດຫລັງຈາກທີ່ພຣະຢາເວໂຈມຕີພວກເຂົາ?

ປະຊາຊົນຈະຮູ້ວ່າພຣະຜູ້ເປັນເຈົ້າແມ່ນພຣະຢາເວ.

Ezekiel 22:17

ໃນຄຳອຸປະມາຂອງພຣະອົງ, ພຣະຢາເວປຽບທຽບເຊື້ອສາຍອິດສະຣາເອນໄດ້ແນວໃດ?

ໃນຄຳອຸປະມາ, ພຣະຢາເວປຽບທຽບເຊື້ອສາຍອິດສະຣາເອນເຫມືອນກັບຂີ້ເຫຍື້ອ.

ບ່ອນໃດທີ່ພຣະຢາເວເວົ້າວ່າພຣະອົງຮວບຮວມຂີ້ເຫຍື້ອໄ້ວ້?

ພຣະຢາເວກ່າວວ່າພຣະອົງຈະຮວບຮວມຂີ້ເຫຍື້ອເຂົ້າໄປໃນທ່າມກາງເມືອງເຢຣູຊາເລັມ.

Ezekiel 22:20

ພຣະຢາເວຈະເຮັດແນວໃດກັບຂີ້ເຫຍື້ອໃນເວລາທີ່ພຣະອົງຖອກເທຄວາມໂກດຮ້າຍຂອງພຣະອົງອອກມາ?

ພຣະຢາເວຈະຖອກຂີ້ເຫຍື້ອລົງ ແລະ ເຮັດໃຫ້ມັນລະລາຍລົງໃນຂະນະທີ່ພຣະອົງຖອກເທຄວາມໂກດຮ້າຍຂອງພຣະອົງອອກມາ.

Ezekiel 22:26

ພວກປະໂລຫິດຂອງແຜ່ນດິນບໍ່ສາມາດຈຳແນກສິ່ງໃດ ແລະ ບໍ່ໄດ້ສອນສິ່ງໃດ?

ພວກປະໂລຫິດ​ບໍ່ໄດ້​ແຍກ​ແຍະ ລະຫວ່າງ ບັນດາສິ່ງຂອງບໍ­ຣິສຸດ ແລະ ສິ່ງຂອງທີ່ບໍໍ່ບໍຣິສຸດ, ແລະ ບໍ່­ໄດ້​ສອນເຖິງ­ຄວາມ​ແຕກ​ຕ່າງ ​ລະ­ຫວ່າງ​ສິ່ງ​ທີ່ສະອາດ ແລະ ສິ່ງທີ່​ເປັນ​ມົນ­ທິນ.

ຜູ້ປະກາດພຣະຄຳຂອງແຜ່ນດິນເຮັດວຽກຫຍັງ

ຜູ້ປະ­ກາດພຣະ­ທຳຂອງແຜ່ນ­ດິນນັ້ນກໍໂບກດ້ວຍປູນຂາວ ໃຫ້ພວກເຂົາເຫັນນິ­ມິດບໍ່ຈິງ ແລະ ໃຫ້ຄຳທຳນວຍຂີ້ຕົວະແກ່ພວກເຂົາ.

Ezekiel 22:30

ພຣະຢາເວໄດ້ສະແຫວງຫຍັງ ແລະ ບໍ່ພົບຫຍັງ?

ພຣະຢາເວໄດ້ສະແຫວງຫາຜູ້ຊາຍ​ຈັກ​ຄົນ​ຫນຶ່ງ​ຊຶ່ງ​ກໍ່​ກຳແພງຂື້ນ ແລະ ​ຢືນ­ຢູ່​ຕໍ່­​ຫນ້າພຣະອົງ ເພື່ອ​ຊຳຣະແຜ່ນ­ດິນ​ນັ້ນໃຫ້ສະອາດ ແລະ ພຣະອົງຈະບໍ່­ໄດ້​ທຳ­ລາຍ​ມັນ​, ແຕ່ກໍ​ຫາ​ບໍ່­ໄດ້​ຈັກ​ຄົນ​ດຽວເລີຍ.

Ezekiel 23

Ezekiel 23:1

ໃນຄຳອຸປະມາຂອງພຣະຢາເວ, ຜູ້ຍິງສອງຄົນໄດ້ເຮັດສິ່ງໃດຢູ່ເອຢີບ?

ຜູ້ຍິງທັງສອງເຮັດຄືໂສເພນີໃນເອຢີບ.

ລູກສາວກົກເປັນຕົວແທນຫຍັງ ແລະ ລູກສາວນ້ອຍເປັນຕົວແທນຫຍັງ?

ລູກສາວກົກເປັນຕົວແທນຂອງຊາມາເຣຍ ແລະ ລູກສາວນ້ອຍເປັນຕົວແທນຂອງເຢຣູຊາເລັມ.

Ezekiel 23:5

ລູກສາວກົກໄດ້ເຮັດຫຍັງເຖິງແມ່ນວ່ານາງເປັນປະຊາຊົນຂອງພຣະຢາເວ?

ລູກສາວກົກເຮັດຕົວເອງເປັນໂສເພນີໃຫ້ພວກຜູ້ຊາຍຂອງອັດຊີເຣຍ.

Ezekiel 23:8

ຄົນຮັກຂອງລູກສາວກົກໄດ້ເຮັດຫຍັງກັບນາງໃເມື່ອພຣະຢາເວມອບນາງແກ່ພວກເຂົາ?

ບັນດາຄົນຮັກຂອງລູກສາວກົກໄດ້ເຜີຍຄວາມເປືອຍກາຍຂອງນາງ, ຈັບ​ລູກ­ຊາຍ​ ແລະ ລູກຍິງ​ຂອງ​ນາງ, ແລະ ຂ້ານາງ.

Ezekiel 23:11

ລູກສາວຫລ້າໄດ້ເຮັດຫຍັງເມື່ອນາງເຫັນເຫດເກີດຂື້ນກັບລູກສາວກົກ?

ລູກສາວຫລ້າກໍ່ປະພຶດຕົນເປັນໂສເພນີຫລາຍ­ກວ່າ​ເອື້ອຍອີກ.

Ezekiel 23:18

ຍ້ອນການເປັນໂສເພນີຂອງພວກເຂົາ, ຈິດໃຈຂອງພຣະຢາເວໄດ້ປ່ຽນແປງຕໍ່ສອງເອື້ອຍນ້ອງແນວໃດ?

ຍ້ອນການເປັນໂສເພນີຂອງພວກເຂົາ, ວິຍານຂອງພຣະຢາເວກໍຫັນອອກໄປຈາກນາງສອງຄົນ.

Ezekiel 23:22

ພຣະຢາເວກ່າວວ່າພຣະອົງຈະເຮັດຫຍັງກັບນ້ອງສາວຂອງນາງຍ້ອນການໂສເພນີຂອງນາງ?

ພຣະຢາເວກ່າວວ່າພຣະອົງຈະເຮັດໃຫ້ຄົນຮັກຂອງນາງຕໍ່ສູ້ນາງ.

Ezekiel 23:24

ພຣະຢາເວເວົ້າຫຍັງຈະເກີດຂື້ນກັບນ້ອງສາວ ແລະລູກຫລານຂອງນາງ?

ນ້ອງສາວຈະມີດັງ ແລະ ຫູຂອງນາງທີ່ຖືກຕັດ, ແລະ ລູກຫລານຂອງນາງຈະຖືກເຜົາດ້ວຍໄຟ.

Ezekiel 23:28

ສິ່ງທີ່ຈະຖືກເປີດເຜີຍເມື່ອນ້ອງສາວຖືກມອບເຂົ້າໄປໃນມືຂອງຄົນທີ່ນາງກຽດຊັງ?

ການເປືອຍ​ກາຍເປັນຄວາມອັບອາຍຂອງການເປັນໂສເພນີຂອງນ້ອງສາວຈະໄດ້ຖືກເປີດເຜີຍ.

Ezekiel 23:30

ຍ້ອນການເປັນໂສເພນີຂອງພວກເຂົາ, ພຣະຢາເວໄດ້ເອົາສິ່ງໃດເຂົ້າໄປໃນກຳມືຂອງນ້ອງສາວຫລ້ານັ້ນ?

ຍ້ອນການເປັນໂສເພນີຂອງພວກເຂົາ, ພຣະຢາເວ​ຈະ​ມອບ​ຖ້ວຍແຫ່ງການລົງໂທດ​ຂອງ​ນາງ​ໃສ່​ໃນມືຂອງ​ຂອງນ້ອງສາວຫລ້າແລະ ເອື້ອຍກົກນັ້ນ.

Ezekiel 23:32

ນ້ອງສາວຈະເປັນແນວໃດກັບຄົນທີ່ຢູ່ອ້ອມຮອບນາງ?

ນ້ອງສາວຈະ​ກາຍເປັນຄົນທີ່ຖືກ​ເຍາະ­ເຍີ້ຍ ແລະ ​ຫມິ່ນ­ປະ­ຫມາດກັບຜູ້ທີ່ຢູ່ອ້ອມຮອບນາງ.

Ezekiel 23:36

ທັງສອງເອື້ອຍນ້ອງໄດ້ເຮັດຫຍັງກັບລູກຊາຍຂອງພວກນາງທີ່ເກີດມາເພື່ອພຣະຢາເວ?

ສອງເອື້ອຍນ້ອງຈະສົ່ງພວກລູກຊາຍຂອງພວກນາງທີ່ເກີດມາເພື່ອພຣະຢາເວ ລຸຍໄຟເພື່ອເປັນອາຫານ.

Ezekiel 23:38

ສອງເອື້ອຍນ້ອງໄດ້ເຮັດຫຍັງໃນມື້ດຽວກັນທີ່ພວກເຂົາຂ້າລູກຂອງພວກນາງ?

ໃນມື້ດຽວກັນທີ່ພວກນາງຂ້າລູກຂອງພວກນາງ, ທັງສອງເອື້ອຍນ້ອງໄ​ກໍ​ເຂົ້າ​ມາ​ໃນ​ສະ­ຖານນະມັດສະການ​ຂອງພຣະຢາເວ ເພື່ອເຮັດໃຫ້ເປັນມົນທິນ.

Ezekiel 23:43

ພຣະຢາເວກ່າວວ່າຜູ້ທີ່ຊອບທຳຈະເຮັດສິ່ງກັບຍິງໂສເພນີ?

ພຣະຢາເວກ່າວວ່າຜູ້ທີ່ຊອບທຳຈະປະນາມຍິງໂສເພນີໃຫ້ລົງໂທດໃນການຫລິ້ນຊູ້.

Ezekiel 23:46

ພຣະຢາເວກ່າວຕໍ່ຜູ້ຊາຍຊອບທຳແນວໃດກັບຜູ້ຍິງໂສເພນີ?

ພຣະຢາເວກ່າວຕໍ່ຜູ້ຊາຍຊອບທຳວ່າ ຈະລົງໂທດຜູ້ຍິງໂສເພນີດ້ວຍການຫລີ້ນຊູ້.

Ezekiel 23:48

ພວກໂສເພນີຈະຮູ້ຫຍັງເມື່ອພວກເຂົາສຳນຶກຜິດຕໍ່ບາບຂອງພວກເຂົາກັບຮູບເຄົາຣົບຂອງພວກເຂົາ?

ເມື່ອພວກເຂົາຮັບຜິດຕໍ່ຄວາມຜິດຂອງພວກເຂົາກັບຮູບເຄົາຂອງພວກເຂົາ, ຍິງໂສເພນີຈະຮູ້ວ່າພຣະຜູ້ເປັນເຈົ້າແມ່ນພຣະຢາເວ.

Ezekiel 24

Ezekiel 24:1

ພຣະຢາເວໄດ້ເວົ້າສິ່ງໃດທີ່ກຳລັງເກີດຂື້ນໃນມື້ທີ່ພຣະອົງກ່າວກັບເອເຊກຽນ?

ພຣະຢາເວກ່າວວ່າກະສັດແຫ່ງບາບີໂລນກຳລັງໂຈມຕີເມືອງເຢຣູຊາເລັມໃນມື້ນັ້ນແນ່ນອນນັ້ນ.

Ezekiel 24:3

ໃນຄຳອຸປະມາຂອງພຣະຢາເວ, ພຣະຢາເວບອກໃຫ້ປະຊາຊົນເຢຣູຊາເລັມເຮັດຫຍັງ?

ພຣະຢາເວບອກໃຫ້ພວກເຂົາຖອກນໍ້າໃສ່ຫມໍ້, ເລືອກ​ກະ­ດູກ​ທີ່ດີທີ່ສຸດ​ມາ​ໃສ່ຫມໍ້​ໃຫ້​ເຕັມ, ແລະ ​ຕົ້ມ​ມັນໃຫ້​ດີ .

Ezekiel 24:6

ເກີດສິ່ງໃດກັບຫມໍ້ປຸງແຕ່ງອາຫານໃນເມືອງເຢຣູຊາເລັມທີ່ບາງສິ່ງຈະບໍ່ອອກມາ?

ຫມໍ້ປຸງແຕ່ງອາຫານໃນເມືອງເຢຣູຊາເລັມມີຂີ້ຫມ້ຽງ ະ ​ຂີ້­ຫມ້ຽງ​ນັ້ນ​ບໍ່­ໄດ້​ຫລຸດ​ອອກ​ມາ.

Ezekiel 24:7

ເຢຣູຊາເລັມໄດ້ເຮັດຫຍັງກັບການແກ້ແຄ້ນທີ່ມາຈາກພຣະຢາເວ?

ເຢຣູຊາເລັມບໍ່ໄດ້ປົກຄຸມດ້ວຍ​ເລືອດ​ທີ່​ນາງ​ເຮັດ­ໃຫ້​ຕົກ​ນັ້ນ ​ຍັງ​ຢູ່​ທ່າມ­ກາງ​ນາງ.

Ezekiel 24:11

ເປັນຫຍັງຈຶ່ງຕັ້ງຫມໍ້ເປົ່າໃສ່ໄຟ?

ຕັ້ງຫມໍ້ທີ່ເປົ່າໃສ່ໄຟເພື່ອໃຫ້ມັນຮ້ອນ ແລະ ໄຫມ້ທອງ­ແດງ, ເພື່ອຄວາມເປິເປື້ອນນັ້ນຈະຖືກລະລາຍອອກ, ​​ຂີ້ຫມ້ຽງທີ່ຫນາກໍໄຫມ້ຫມົດ!.

ສິ່ງທີ່ຍັງບໍ່ໄດ້ຖືກຍ້າຍອອກຈາກເຢຣູຊາເລັມໂດຍໄຟ?

ຂີ້­ຫມ້ຽງ​​ຂອງນະຄອນເຢຣູຊາເລັມບໍ່ໄດ້ຖືກກຳຈັດອອກຍ້ອນໄຟ.

Ezekiel 24:14

ຕາມການພຣະຢາເວ, ປະຊາຊົນໃນເຢຣູຊາເລັມຈະໄດ້ຮັບການພິພາກສາຫຍັງ?

ປະຊາຊົນໃນເມືອງເຢຣູຊາເລັມຈະຖືກພິພາກສາໂດຍວິທິທາງຂອງພວກເຂົາ ແລະ ການກະທຳທີ່ຂອງພວກເຂົາເຮັດ.

Ezekiel 24:15

ພຣະຢາເວເວົ້າວ່າພຣະອົງກຳລັງເອົາຫຍັງຈາກເອເຊກຽນ?

ພຣະຢາເວກ່າວວ່າພຣະກໍາລັງເອົາເມຍຂອງເອເຊກຽນຈາກລາວ.

ພຣະຢາເວບອກເອເຊກຽນບໍ່ໃຫ້ເຮັດຫຍັງ?

ພຣະຢາເວບອກເອເຊກຽນບໍ່ໃຫ້ເສົ້າໂສກ ຫລື ຮ້ອງໄຫ້ຍ້ອນໄດ້ສູນເສຍເມຍຂອງລາວ.

Ezekiel 24:19

ພຣະຢາເວເວົ້າຫຍັງແມ່ນຄວາມຫມາຍຂອງເຫດການທີ່ເກີດຂື້ນກັບເອເຊກຽນ?

ພຣະຢາເວກ່າວວ່າຄວາມປາຖະຫນາຂອງສາຍຕາຂອງຜູ້ຄົນກຳລັງເຮັດສະຖານທີ່ນະມັດສະນການເປັນມົນທິນ, ສະນັ້ນລູກຊາຍ ແລະລູກສາວຂອງພວກເຂົາຈະລົ້ມຕາຍດ້ວຍຄົມດາບ.

Ezekiel 24:22

ປະຊາຊົນໃນເມືອງເຢຣູຊາເລມຈະເຮັດຫຍັງເມື່ອພວກເຂົາປະສົບກັບການສູນເສຍ?

ປະຊາຊົນຈະເຮັດຄືກັບເອເຊກຽນໄດ້ເຮັດທຸກຢ່າງ, ແລະ ບໍ່ຕ້ອງໂສກເສົ້າຫລືຮ້ອງໄຫ້.

ເອເຊກຽນໄດ້ເຮັດຫຍັງເພື່ອປະຊາຊົນໃນເມືອງເຢຣູຊາເລັມ?

ເອເຊກຽນເຮັດຫນ້າທີ່ເປັນເຫມືອນຫມາຍສຳຄັນສຳລັບປະຊາຊົນໃນເມືອງເຢຣູຊາເລັມ.

Ezekiel 24:25

ພຣະຢາເວໄດ້ກ່າວວ່າຈະເກີດຫຍັງຂຶ້ນໃນມື້ທີ່ພຣະວິຫານຖືກຍຶດ?

ພຣະຢາເວກ່າວວ່າໃນມື້ທີ່ພຣະວິຫານຖືກຍຶດ, ຜູ້ອົບພະຍົບຄົນຫນຶ່ງຈະມາຮອດເອເຊກຽນເພື່ອແຈ້ງຂ່າວແກ່ລາວ.

ໃນມື້ທີ່ພຣະວິຫານຖືກຍຶດ, ປະຊາຊົນໃນເມືອງເຢຣູຊາເລັມຈະຮູ້ຫຍັງ?

ໃນມື້ທີ່ພຣະວິຫານໄດ້ຖືກຍຶດໄປ, ປະຊາຊົນໃນເຢຣູຊາເລັມຈະຮູ້ວ່າພຣະຜູ້ເປັນເຈົ້າແມ່ນພຣະຢາເວ.

Ezekiel 25

Ezekiel 25:1

ຜູ້ໃດທີ່ພຣະຢາເວບອກເອເຊກຽນໃຫ້ທໍານວາຍຕໍ່ສູ້?

ພຮະຢາເວບອກເອເຊກຽນໃຫ້ທຳນວາຍຕໍ່ສູ້ຊາວອຳໂມນ.

Ezekiel 25:3

ຜູ້ຄົນຂອງອຳໂມນໄດ້ເຮັດຫຍັງເມື່ອພະວິຫານຖືກຫມິ່ນປະຫມາດ ແລະ ຄົວເຮືອນຂອງຢູດາໄດ້ຖືກເນລະເທດ?

ເມື່ອພະວິຫານຖືກມ້າງເພ ແລະ ຄົວເຮືອນຢູດາໄດ້ຖືກເນລະເທດ, ປະຊາຊົນຂອງອຳໂມນກ່າວວ່າ, "ດີແລ້ວ!"

ພຣະຢາເວຈະເຮັດແນວໃດກັບຜູ້ຄົນຂອງອຳໂມນເພາະສິ່ງທີ່ເຂົາເຈົ້າເວົ້າໃນເວລາທີ່ຄົວເຮືອນຂອງຢູດາໄດ້ຖືກເນລະເທດ?

ພຣະຢາເວຈະມອບຊາວອຳໂມນແກ່ປະຊາຊົນທາງຕາເວັນອອກ.

Ezekiel 25:6

ພຣະຢາເວຈະເຮັດຫຍັງກັບອຳໂມນເຊິ່ງຈະເຮັດໃຫ້ພວກເຂົາຮູ້ວ່າພຣະຢາເວເປັນພຣະຜູ້ເປັນເຈົ້າ?

ພຣະຢາເວຈະຕັດອຳໂມນອອກຈາກປະຊາຊົນອື່ນໆ ແລະ ທຳລາຍພວກເຂົາ.

Ezekiel 25:8

ໂມອາບ ແລະ ເສເອີເວົ້າສິ່ງໃດເມື່ອເຊື້ືອສາຍຢູດາໄດ້ຖືກເນລະເທດ?

ເມື່ອເຊື້ືອສາຍຢູດາໄດ້ຖືກເນລະເທດ, ໂມອາບ ແລະ ເສເອີເວົ້າວ່າ, ເຊື້ອ­ສາຍ​ຢູ­ດາ​ກໍ​ເຫມືອນກັບ​ປະ­ຊາ­ຊາດ​ອື່ນໆ​ທັງ​ຫມົດ

ໃນທ່າມກາງປະຊາຊາດຈະບໍ່ມີການຈົດຈໍາເຖິງຫຍັງອີກ?

ປະຊາຊົນຂອງອຳໂມນຈະບໍ່ຖືກຈົດຈຳໃນທ່າມກາງປະຊາຊາດອີກຕໍ່ໄປ.

Ezekiel 25:12

ເອໂດມໄດ້ເຮັດຫຍັງກັບຄົວເຮືອນຢູດາ?

ເອໂດມໄດ້ແກ້ແຄ້ນຕໍ່ຄົວເຮືອນຢູດາ.

ພຣະຢາເວຈະເຮັດຫຍັງກັບເອໂດມເພາະສິ່ງທີ່ເອໂດມໄດ້ເຮັດກັບວົງວານຂອງຢູດາ?

ພຣະຢາເວຈະທຳລາຍຄົນ ແລະ ສັດທຸກຄົນໃນເອໂດມ.

Ezekiel 25:15

ຄົນຟີລິດສະຕິນໄດ້ເຮັດຫຍັງເພື່ອຕໍ່ສູ້ເຊຶ້ອສາຍຂອງຢູດາ?

ຄົນຟີລິດສະຕິນໄດ້ແກ້ແຄ້ນດ້ວຍຄວາມດູຖູກຕໍ່ເຊື້ອສາຍຢູດາ.

ພຣະຢາເວຈະເຮັດສິ່ງໃດແກ່ຄົນຟີລິດສະຕີນເພາະສິ່ງທີ່ຟີລິດສະຕີນເຮັດຕໍ່ເຊື້ອສາຍຂອງຢູດາ?

ພຣະຢາເວຈະທຳລາຍຄົນຟີລິດສະຕີນ.

Ezekiel 26

Ezekiel 26:1

ປະຊາຊົນຕີເຣໄດ້ເວົ້າຫຍັງກ່ຽວກັບເຢຣູຊາເລັມ?

ປະຊາຊົນໃນເມືອງຕີເຣໄດ້ກ່າວວ່າພວກເຂົາຈະບໍລິບູນຂຶ້ນໃນຂະນະທີ່ເມືອງເຢຣູຊາເລັມຖືກທຳລາຍ.

Ezekiel 26:3

ພຣະຢາເວໄດ້ກ່າວວ່າພຣະອົງຈະເຮັດຫຍັງກັບເມືອງຕີເຣ?

ພຣະຢາເວກ່າວວ່າພຣະອົງຈະຕໍ່ສູ້ເມືອງຕີເຣ, ຜູ້ທີ່ຈະທຳລາຍກຳແພງ ແລະພັງ­ທະ­ລາຍ​ຫໍຄອຍຂອງມັນ.

Ezekiel 26:5

ພຣະຢາເວໄດ້ກ່າວວ່າຈະເຮັດຫຍັງໄດ້ທີ່ສະຖານເມືອງຕີເຣທີ່ເຄີຍເປັນຢູ່?

ພຣະຢາເວກ່າວວ່ານາງ​ຈະ​ເປັນ​ບ່ອນ​ສຳ­ລັບ​ຕາກ​ແຫທີ່ເຄີຍເປັນຢູ່.

Ezekiel 26:7

ມີໃຜແດ່ທີ່ພຣະຢາເວເວົ້າວ່າພຣະອົງຈະນຳໄປຕໍ່ສູ້ເມືອງຕີເຣ?

ພຣະຢາເວກ່າວວ່າພຣະອົງຈະນຳເນ­ບູ­ກາດ­ເນັດ­ຊາກະສັດແຫ່ງບາບີໂລນ, ຕໍ່ຕ້ານເມືອງຕີເຣ.

Ezekiel 26:9

ພຣະຢາເວກ່າວວ່າກຳແພງເມືອງຕີເຣຈະແຕກຫັກແນວໃດ?

ພຣະຜູ້ເປັນເຈົ້າກ່າວວ່າກຳແພງເມືອງຕີເຣຈະພັງທະລາຍລົງດ້ວຍເຄື່ອງທະລຸທັງຫລາຍຂອງກະສັດເນບູກາເນັດຊາ.

Ezekiel 26:12

ບ່ອນໃດທີ່ພຣະຢາເວເວົ້າວ່າກ້ອນຫີນ ແລະ ໄມ້ເຮືອນຂອງຕີເຣ ຈະຖືກວາງໄວ້?

ພຣະຢາເວກ່າວວ່າກ້ອນຫີນ ແລະ ໄມ້ເຮືອນຂອງຕີເຣຈະຖືກວາງລົງໃນກາງນໍ້າ.

Ezekiel 26:15

ເຈົ້າຊາຍແຫ່ງ​ທະ­ເລທັງຫລາຍຈະເຮັດຫຍັງເເມື່ອ​ການ​ຂ້າ­ຟັນ​ໂຫດຮ້ຽມເກີດຂື້ນໃນເມືອງຕີເຣ?

ເຈົ້າຊາຍແຫ່ງ​ທະ­ເລທັງຫລາຍຈະລົງມາຈາກບັນລັງຂອງພວກເຂົາ, ​ຈະ​ກ້າວ​ລົງ­ມາ​ຈາກ​ບັນ­ລັງ​ຂອງພວກເຂົາ, ຖອດ​ເສື້ອຄຸມ, ​ປົດ​ເຄື່ອງ​ແຕ່ງ​ກາຍ​ທີ່​ປັກ​ແສ່ວ​ອອກເສຍແລະ ນັ່ງຢູ່​ເທິງ​ພື້ນ­ດິນ ແລະ ສັ່ນ​ຢູ່​ທຸກ​ເວ­ລາ.

Ezekiel 26:17

ເຈົ້າຊາຍແຫ່ງ​ທະ­ເລທັງຫລາຍຈະກ່າວ​ບົດ​ຄ່ຳ​ຄວນ​ເລື່ອງເມືອງຕີເຣທີ່ມີຊື່ສຽງນັ້ນຢູ່ແຫ່ງໃດ?

ເຈົ້າຊາຍແຫ່ງ​ທະ­ເລທັງຫລາຍຈະກ່າວ​ບົດ​ຄ່ຳ​ຄວນ​ເລື່ອງເມືອງຕີເຣທີ່ມີຊື່ສຽງນັ້ນຢູ່ໃນທະເລ.

Ezekiel 26:19

ພຣະຢາເວກ່າວວ່າປະຊາຊົນຂອງຕີເຣຈະຖືກນຳລົງມາໄປໃສ?

ພຣະຢາເວກ່າວວ່າປະຊາຊົນໃນເມືອງຕີເຣຈະຖືກນຳລົງສູ່ຂຸມຝັງສົບ.

ຕາມການພຣະຢາເວ, ເມື່ອໃດຈະພົບເຫັນເມືອງຕີເຣອີກຄັ້ງ?

ຕາມພຣະຢາເວ, ເມືອງຕີເຣຈະບໍ່ພົບເຫັນອີກຈັກເທື່ອ.

Ezekiel 27

Ezekiel 27:1

ຊາວເມືອງຕີເຣມີຊື່ສຽງໃນການຄ້າຂາຍຫຍັງ?

ຊາວເມືອງຕີເຮມີຊື່ສຽງຍ້ອນເປັນພໍ່ຄ້າທັງຫລາຍຕາມເກາະຕ່າງໆ.

ເມືອງຕີເຣກ່າວສິ່ງໃດກ່ຽວກັບຕົວເອງ?

ເມືອງຕີເຣເຄີຍເວົ້າກ່ຽວກັບຕົວເອງວ່າມັນມີ​ຄວາມ​ງົດ­ງາມສົມບູນແບບ.

Ezekiel 27:6

ດາດຟ້າເຮືອຂອງເມືອງຕີເຣໄດ້ເຮັດດ້ວຍຫຍັງ?

ດາດຟ້າເຮືອຂອງເມືອງຕີເຣໄດ້ເຮັດດ້ວຍດ້ວຍໄມ້ສົນຈາກຊາຍຝັ່ງທະເລໄຊປຣັສ, ແລະ ພວກເຂົາໄດ້ຫຸ້ມໄວ້​ດ້ວຍ​ງາ​ຊ້າງ​.

Ezekiel 27:8

ຜູ້ທີ່ເປັນຄົນພາຍເຮືອຂອງຕີເຣແມ່ນໃຜ?

​ເປັນ​ຄົນ​ພາຍ­ເຮືອ​ຂອງ​ຕີເຣແມ່ນ ໂອ ຕີ­ເຣ.

ເຮືອຂອງເມືອງຕີເຣບັນທຶກຫຍັງແດ່?

ເຮືອຂອງເມືອງຕີເຣໄດ້ບັນທຸກສິນຄ້າເພື່ອການຄ້າ.

Ezekiel 27:12

ເປັນຫຍັງຊາວທາຊິດຈຶ່ງເປັນຜູ້ຄ້າຂາຍກັບເມືອງຕີເຣ?

ຊາວທາຊິດເປັນຜູ້ຄ້າຂາຍກັບເມືອງຕີເຣຍ້ອນວ່າມີຄວາມມັ່ງຄັ່ງຈາກສິນຄ້າຫລວງ­ຫລາຍທີ່ຈະຂາຍ.

ເມືອງຕີເຣໄດ້ຄ້າຂາຍສິ່ງກັບຢາວານ, ຕຸບານ, ແລະ ເມເຊັກ ຫຍັງແດ່ ?

ເມືອງຕີເຣໄດ້ຂາຍຂ້າທາດ ແລະ ​ພາ­ຊະ­ນະ​ທັງຫລາຍທີ່ເຮັດຈາກທອງ­ເຫລືອງ​.

Ezekiel 27:16

ຢູດາ ແລະ ແຜ່ນດິນອິດສະຣາເອນໄດ້ຄ້າຂາຍກັບເມືອງຕີເຣດ້ວຍສິ່ງຂອງອັນໃດ?

ຢູດາ ແລະ ແຜ່ນດິນອິດສະຣາເອນມີການຊື້ຂາຍເຂົ້າສາລີ, ເຂົ້າ, ນ້ຳ­ເຜິ້ງ, ນ້ຳ­ມັນ ແລະ ພິມເສນ.

Ezekiel 27:22

ເຊບາຄ້າຂາຍກັບຕີເຣສິ່ງໃດ?

ເຊບາຄ້າຂາຍເຄື່ອງເທດ, ເພັດ­ພອຍ, ແລະ ຄຳ.

Ezekiel 27:26

ພຣະຢາເວໄດ້ກ່າວວ່າຈະເກີດຫຍັງຂຶ້ນກັບຄວາມຮັ່ງມີຂອງເມືອງຕີເຣໃນວັນແຫ່ງການທຳລາຍ?

ພຣະຢາເວກ່າວວ່າຄວາມຮັ່ງມີຂອງເມືອງຕີເຣຈະຈົມລົງໃນບ່ອນເລິກຂອງໃຈກາງທະເລໃນມື້ແຫ່ງການທຳລາຍ.

Ezekiel 27:28

ເມືອງຕ່າງໆໃນທະເລຈະເຮັດຫຍັງເມື່ອໄດ້ຍິນສຽງຮ້ອງໃຫ້ຂອງນາຍທ້າຍເຮືອຂອງພວກເຂົາ?

ບັນດາເມືອງຕ່າງໆທີ່ຢູ່ກາງທະເລຈະສັ່ນສະເທືອນໃນສຽງຮ້ອງໃຫ້ຂອງນາຍທ້າຍເຮືອຂອງພວກເຂົາ.

Ezekiel 27:34

ບັນດາກະສັດຂອງຊາຍຝັ່ງທະເລຈະເຮັດແນວໃດເມື່ອພວກເຂົາເຫັນການຖືກທຳລາຍຂອງເມືອງຕີເຣ?

ບັນດາກະສັດໃນເຂດຝັ່ງທະເລຈະສັ່ນສະທ້ານໃນຄວາມຢ້ານກົວ ແລະ ສີຫນ້າ​ຂອງພວກເຂົາລ້ວນແຕ່​ຈືດ­ຈາງ.ມື່ອພວກເຂົາເຫັນການທຳລາຍຂອງຕີເຣ.

ພຣະຢາເວໄດ້ກ່າວວ່າເມື່ອໃດເມືອງຕີເຣຈະເກີດຂຶ້ນອີກ?

ພຣະຢາເວກ່າວວ່າເມືອງຕີເຣຈະບໍ່ມີອີກຕໍ່ໄປ.

Ezekiel 28

Ezekiel 28:1

ຜູ້ປົກຄອງເມືອງຕີເຣໄດ້ເວົ້າແນວໃດກ່ຽວກັບຕົວເອງ?

ຜູ້ປົກຄອງເມືອງຕີເຣໄດ້ກ່າວກ່ຽວກັບຕົວເອງວ່າ, "ຂ້ອຍແມ່ນເທບພະເຈົ້າ!"

Ezekiel 28:4

ເປັນຫຍັງຈິດໃຈຂອງຜູ້ປົກຕອງເມືອງຕີເຣນັ້ນຈຶ່ງອວດອົ່ງ?

ຈິດໃຈຂອງຜູ້ປົກຄອງໄດ້ອວດອົ່ງຈອງ­ຫອງຍ້ອນຄວາມຮັ່ງມີຂອງລາວ.

Ezekiel 28:6

ພຣະຢາເວໄດ້ກ່າວວ່າພຣະອົງຈະເຮັດຫຍັງກັບຜູ້ປົກຄອງເມືອງຕີເຣເພາະວ່າຄວາມອວດອົ່ງຈອງຫອງຂອງເຂົາ?

ພຣະຢາເວກ່າວວ່າພຣະອົງຈະນຳຄົນຕ່າງຊາດມາຕໍ່ສູ້ກັບຜູ້ປົກຄອງເມືອງຕີເຣ.

Ezekiel 28:8

ພຣະຢາເວກ່າວແນວໃດເຖິງການທີ່ຜູ້ປົກຄອງເມືອງຕີເຣຈະຕາຍ?

ຜູ້ປົກຄອງເມືອງຕີເຣຈະຕາຍ​ເຫມືອນ​ຄົນ­ທີ່​ບໍ່­ໄດ້­ເຂົ້າ​ພິ­ທີ­ຕັດ​ ດ້ວຍ​ມື​ຂອງ​ຄົນ​ຕ່າງ­ດ້າວ.

Ezekiel 28:11

ພຣະຢາເວໄດ້ກ່າວວ່າກະສັດແຫ່ງເມືອງຕີເຣເຄີຍເປັນຫຍັງ?

ພຣະຢາເວກ່າວວ່າກະສັດຕີເຣເຄີຍເປັນຕົວຢ່າງຂອງຄວາມສົມບູນແບບ, ເຕັມໄປດ້ວຍສະຕິປັນຍາ ແລະມີ​ຄວາມ­ງາມ​ພຽບພ້ອມ..

ຕາມການພຣະຢາເວ, ກະສັດຂອງຕີເຣຢູ່ໃສໃນເວລາທີ່ເຂົາໄດ້ຖືກສ້າງຕັ້ງຂື້ນ?

ກະສັດຕີເຣຢູ່ໃນສວນເອເດນ, ສວນຂອງພຣະເຈົ້າ.

Ezekiel 28:14

ພຣະຢາເວໄດ້ວາງກະສັດຕີເຣບ່ອນໃດ ແລະ ກະສັດແຫ່ງເມືອງຕີເຣມີຄວາມຮັບຜິດຊອບຫຍັງ?

ກະສັດຕີເຣໄດ້ແຕ່ງຕັ້ງເຈົ້າໄວ້ໂດຍມີ​ເຄ­ຣຸບເປັນ​ຜູ້​ພິ­ທັກ​ມະນຸດຊາດຢູ່ເທິງພູເຂົາບໍຣິສຸດຂອງພຣະເຈົ້າ.

ຕັ້ງແຕ່ນີ້ ຈະໄດ້ພົບເຫັນໃນຕົວຂອງກະສັດຕີເຣ?

ຕັ້ງແຕ່ນີ້ໄດ້ພົບ​ຄວາມ​ຊົ່ວ­ຊ້າໄດ້ພົບ​ໃນໂ​ຕ​ຂອງກະສັດຕີເຣ.

Ezekiel 28:16

ຍ້ອນວ່າກະສັດຕີເຣເຮັດບາບ, ພຣະຢາເວໄດ້ເຮັດຫຍັງກັບເຂົາ?

ພຣະຢາເວໄດ້ຂັບໄລ່ກະສັດຕີເຣໄປອອກຈາກ​ຈາກ​ພູ­ເຂົາ​ແຫ່ງ​ພຣະ­ເຈົ້າ, ແລະ ທຳລາຍເຂົາ.

Ezekiel 28:18

ຄົນທີ່ຮູ້ຈັກກະສັດຕີເຣຈະເຮັດຫຍັງໄດ້ເມື່ອເຫັນການຖືກທຳລາຍຂອງເຂົາ?

ຄົນທີ່ຮູ້ຈັກກະສັດຕີເຣຈະຕົກຕະລຶງເພາະເຫັນເຂົາ ແລະ ຈະຢ້ານກົວ.

Ezekiel 28:23

ພຣະຢາເວເວົ້າວ່າພຣະອົງຈະສົ່ງສິ່ງໃດໄປຊິໂດນ?

ພຣະຢາເວກ່າວວ່າພຣະອົງຈະສົ່ງພະຍາດລະບາດ ແລະ ສ່ົ່ງເລືອດ​ເຂົ້າ​ມາ​ໃນ​ຖະ­ຫນົນໃນເມືອງຊິໂດນ.

ຕາມການພຣະຢາເວ, ປະຊາຊົນອ້ອມຂ້າງອິດສະຣາເອນເປັນເຫມືອນສິ່ງໃດສຳລັບເຊື້ອສາຍອິດສະຣາເອນ?

ຜູ້ຄົນທີ່ຢູ່ອ້ອມຮອບອິດສະຣາເອນເປັນຄືກັບຫນາມໄມ້ທີ່ສຽບແທງ ແລະ ເປັນຄົມຫນາມທີ່ມີຄວາມເຈັບປວດ.

Ezekiel 28:25

ຫລັງຈາກທີ່ພຣະຢາເວປະຫານຄວາມຍຸດຕິທັມຕໍ່ຜູ້ທີ່ດູຫມິ່ນອິດສະຣາເອນ, ຈະມີຫຍັງເກີດຂື້ນກັບອິດສະຣາເອນ?

ອິດສະຣາເອນຈະຄົງຢູ່ຢ່າງຫມັ້ນຄົງ, ສ້າງບ້ານເຮືອນ, ແລະ ປູກສວນອະງຸ່ນໃນແຜ່ນດິນທີ່ພຣະຢາເວມອບແກ່ຢາໂຄບຜູ້ຮັບໃຊ້ຂອງພຣະອົງ.

Ezekiel 29

Ezekiel 29:1

ຜູ້ໃດທີ່ພຣະຢາເວບອກເອເຊກຽນໃຫ້ທຳນວາຍຕໍ່ສູ້?

ພຣະຢາເວບອກເອເຊກຽນໃຫ້ທຳນວາຍຕໍ່ຟາໂລ, ກະສັດແຫ່ງເອຢີບ.

ພຣະຢາເວເວົ້າວ່າກະສັດຂອງປະເທດເອຢິບຄ້າຍຄືສັດຫຍັງ?

ພຣະຜູ້ເປັນເຈົ້າກ່າວວ່າກະສັດຂອງອີຢີບແມ່ນຄ້າຍຄື ກັບສັດທະເລທີ່ຍິ່ງໃຫຍ່ເຊິ່ງນອນຢູ່ໃນກາງແມ່ນໍ້າ.

Ezekiel 29:4

ພຣະຢາເວເວົ້າວ່າພຣະອົງຈະຖິ້ມກະສັດເອຢິບຢູ່ທີ່ໃດ?

ພຣະຢາເວກ່າວວ່າພຣະອົງຈະໂຍນກະສັດເອຢິບລົງໃນຖິ່ນແຫ້ງແລ້ງກັນດານ.

Ezekiel 29:6

ພຣະຢາເວເວົ້າວ່າເອຢິບແມ່ນຄ້າຍຄືໄມ້ຊະນິດໃດຂອງເຊື້ອສາຍອິດສະຣາເອນ?

ພຣະຢາເວກ່າວວ່າເອຢິບແມ່ນຄ້າຍຄືໄມ້ຄ້ອນເທົ້າຂອງເຊື້ອສາຍອິດສະຣາເອນ.

ເອຢີບໄດ້ເຮັດຫຍັງເມື່ອເຊື້ອສາຍອິດສະລາເອນເພິ່ງພາເອຢີບ?

ເອຢິບໄດ້ຫັກຂາຂອງອິດສະຣາເອນ ແລະ ເຮັດໃຫ້ສະໂພກຂອງພວກເຂົາສັ່ນສະເທືອນເມື່ອອິດສະຣາເອນເພິ່ງພາເອຢິບ.

Ezekiel 29:8

ພຣະຢາເວກ່າວວ່າແຜ່ນດິນຂອງອີຢີບຈະໄດ້ຮັບສິ່ງໃດແດ່?

ພຣະເຈົ້າຢາເວກ່າວວ່າແຜ່ນດິນຂອງອີຢີບຈະຖືກມອບ ໃຫ້ແກ່ການທຳລາຍ ແລະ ສິ່ງໄຮ້ຄ່າ.

Ezekiel 29:11

ພຣະຢາເວກ່າວວ່າແຜ່ນດິນຂອງເອຢີບຈະບໍ່ເປັນບ່ອນຢູ່ອາໃສດົນປານໃດ?

ພຣະເຈົ້າຢາເວກ່າວວ່າແຜ່ນດິນຂອງເອຢີບຈະບໍ່ມີບ່ອນຢູ່ອາໄສເປັນເວລາສີ່ສິບປີ.

Ezekiel 29:13

ພຣະຢາເວກ່າວວ່າອີຢີບຈະເປັນແນວໃດຫລັງຈາກພວກເຂົາກັບມາຈາກກະແຈກກິຈຍກັນໄປ?

ພຣະຢາເວກ່າວວ່າປະເທດເອຢິບຈະເປັນອານາຈັກ ທີ່ຕໍ່າຕ້ອຍຫລັງຈາກທີ່ພວກເຂົາກັບມາຈາກການກະແຈກກະຈາຍ.

Ezekiel 29:17

ກະສັດເນບູກາເນັດຊາກະສັດບາບີໂລນໄດ້ຮັບຄ່າຈ້າງຫຍັງສຳລັບທຸກໆວຽກງານທີ່ຫນັກທີ່ລາວເຮັດກັບຕີເຣ?

ກະສັດເນບູກາເນັດຊາບໍ່ໄດ້ຮັບຄ່າແຮງງານຫຍັງ ສຳລັບທຸກໆວຽກງານທີ່ລາວເຮັດກັບຕີໂລ.

Ezekiel 29:19

ພະເຢໂຫວາຈະໃຫ້ເນບູກາດເນັດຊາຕອບແທນການເຮັດວຽກທຸກຢ່າງທີ່ລາວໄດ້ເຮັດຕໍ່ຕີລາຊະໂລແນວໃດ?

ພະເຢໂຫວາຈະໃຫ້ແຜ່ນດິນເນບູກາດເນັດຊາ ເປັນຄ່າຈ້າງສຳລັບທຸກໆວຽກຫນັກທີ່ລາວໄດ້ເຮັດຕໍ່ກັບເມືອງຕີເຣ.

Ezekiel 29:21

ໃນມື້ນັ້ນ, ພຣະຢາເວຈະເຮັດໃຫ້ເອເຊກຽນເຮັດຫຍັງ?

ໃນມື້ນັ້ນ, ພຣະຢາເວຈະເຮັດໃຫ້ເອເຊກຽນກ່າວໃນທ່າມກາງເຊື້ອສາຍອິດສະຣາເອນ.

ໃນມື້ນັ້ນ, ເຊື້ອສາຍອິດສະຣາເອນຈະຮູ້ຫຍັງ?

ໃນມື້ນັ້ນ, ເຊື້ອສາຍອິດສະຣາເອນຈະຮູ້ວ່າພຣະຜູ້ເປັນເຈົ້າແມ່ນພຣະຢາເວ.

Ezekiel 30

Ezekiel 30:1

ຕາມພຣະຢາເວ, ມື້ ແລະ ເວລາຂອງພຣະຢາເວໃກ້ຈະເຖິງເປັນມື້ອັນໃດ?

ມື້ທີ່ຈະມາເຖິງຂອງພຣະຢາເວແມ່ນມື້ທີ່ມີເມກ, ເປັນ​ເວ­ລາແຫ່ງຄວາມພິນາດ​ຂອງ​ປະ­ຊາ­ຊາດ.

Ezekiel 30:4

ໃນວັນຂອງພຣະຢາເວ, ຈະມີຫຍັງເກີດຂື້ນໃນເອຢິບ, ກຸສ, ລີເບຍ ແລະ ລີເດຍ,, ແລະ ປະຊາຊົນທີ່ຢູ່ໃນພັນທະສັນຍາ?

ໃນວັນຂອງພຣະຢາເວ, ພວກເຂົາທຸກຄົນຈະລົ້ມຕາຍດ້ວຍຄົມດາບ.

Ezekiel 30:8

ປະຊາຊົນຈະຮູ້ຫຍັງເມື່ອເອຢິບແລະຜູ້ຊ່ວຍຂອງນາງຖືກທຳລາຍ?

ປະຊາຊົນຈະຮູ້ວ່າພຣະຜູ້ເປັນເຈົ້າແມ່ນພຣະຢາເວ.

Ezekiel 30:10

ມືຂອງຜູ້ໃດທີ່ພຣະຢາເວໃຊ້ເພື່ອທຳລາຍແຜ່ນດິນເອຢີບ?

ພຣະຢາເວຈະໃຊ້ກຳມືຂອງກະສັດເນບູກາເນັດຊາເພື່ອທຳລາຍແຜ່ນດິນເອຢີບ.

Ezekiel 30:13

ພຣະຢາເວຈະນຳສິ່ງໃດມາສູ່ເມືອງມຳຟິດ?

ພຣະຢາເວຈະທຳລາຍ ແລະ ນຳພາຈຸດຈົບມາເຖິງຮູບເຄົາລົບທີ່ບໍ່ມີຄ່າຂອງເມືອງມຳພິດ.

Ezekiel 30:17

ສິ່ງທີ່ຈະເກີດຂື້ນກັບຜູ້ທີ່ລອດຊີວິດໃນອີຢີບເມື່ອພຣະຢາເວເອົາຄວາມພິນາດມາເຖິງ?

ຜູ້ລອດຊີວິດຈະຍ່າງເຂົ້າໄປໃນການເປັນຊະເລີຍ ເມື່ອພຣະຢາເວ ນຳຄວາມພິນາດມາເຖິງເຂົາ.

Ezekiel 30:20

ພຣະຢາເວໄດ້ກ່າວວ່າພຣະອົງຈະເຮັດຫຍັງຕໍ່ແຂນຂອງຟາໂລ ແລະ ຟາໂລຈະບໍ່ສາມາເຮັດຫຍັງໄດ້?

ພຣະຢາເວກ່າວວ່າພຣະອົງໄດ້ຫັກແຂນຂອງຟາໂລ, ສະນັ້ນມັນບໍ່ແຂງແຮງພໍທີ່ຈະຖືດາບໄດ້.

Ezekiel 30:22

ຫລັງຈາກເອຢິບຖືກທຳລາຍແລ້ວ, ພຣະຢາເວຈະເຮັດຫຍັງຕໍ່ເອຢິບໃນທ່າມກາງປະຊາຊາດ?

ພຣະຢາເວຈະກະຈັດກະຈາຍໄປ ແລະກະຈາຍໄປຕາມບັນດາປະຊາຊາດຕ່າງໆ.

Ezekiel 30:25

ພຣະຢາເວຈະເສີມກຳລັງຜູ້ໃດ?

ພຣະຢາເວຈະເສີມກຳລັງຂອງກະສັດບາບີໂລນ.

ຈະເກີດຫຍັງຂຶ້ນກັບແຂນຂອງຟາຣາ?

ແຂນຂອງຟາໂລຈະຫັກລົງ.

Ezekiel 31

Ezekiel 31:1

ພຣະຢາເວໄດ້ບອກເອເຊກຽນໃຫ້ທຳນວາຍກ່ຽວກັບຜູ້ໃດ?

ພຣະຢາເວບອກເອເຊກຽນໃຫ້ທຳນວາຍແກ່ຟາໂລ, ກະສັດແຫ່ງເອຢີບ.

Ezekiel 31:3

ພຣະຢາເວໄດ້ປຽບທຽບອັດຊີເຣຍຄືກັບພືດຊະນິດໃດ?

ພຣະຢາເວໄດ້ປຽບທຽບອັດຊີເຣຍຄືກັບຕົ້ນແປກໃຫຍ່ໃນເລບານອນ.

Ezekiel 31:5

ໃນຄຳອຸປະມາຂອງພຣະຢາເວ ອັດຊີເຣຍເຫມືອນກັບຕົ້ນໄມ້, ມີສິ່ງໃດທີ່ອາໄສຢູ່ ແລະ ອ້ອມຮອບຕົ້ນໄມ້ນັ້?

ນົກ​ແຕ່ລະໂຕທີ່ບິນໃນ​ທ້ອງຟ້າ ກໍໄດ້​ມາ​ເຮັດ​ຮັງ​ຢູ່­ເທິງ​ງ່າໄມ້ແປກ, ແລະສິ່ງທີ່ມີຊີວິດທຸກຢ່າງໃນທົ່ງຕ່າງໆອອກລູກ​ຢູ່​ກ້ອງຕົ້ນໄມ້ທັງຫລາຍຂອງມັນ.

Ezekiel 31:8

ຕົ້ນແປກໃຫຍ່ແຫ່ງອັດຊີເຣຍສູງໃຫຍ່ກ່ວາສິ່ງໃດ?

ຕົ້ນແປກໃຫຍ່ຂອງອັດຊີເຣຍແມ່ນສູງໃຫຍ່ກວ່າຕົ້ນໄມ້ທັງຫມົດໃນສວນຂອງພຣະເຈົ້າ.

Ezekiel 31:10

ເປັນຫຍັງພຣະຢາເວຮູ້ທັນອັດຊີເຣຍ ແລະ ຂັບໄລ່ມັນອອກໄປ?

ພຣະຢາເວຮູ້ທັນອັດຊີເຣຍໄວ້ ແລະ ຂັບໄລ່ມັນອອກໄປຍ້ອນຈິດ­ໃຈ​ຂອງ​ມັນ​ກໍ​ຈອງ­ຫອງ​ (ພູມໃຈ)ມັນຕາມຄວາມຊົ່ວຮ້າຍຂອງມັນ.

Ezekiel 31:13

ຫລັງຈາກຕົ້ນໄມ້ແປກແຫ່ງອັດຊີເຣຍຖືກປະຖິ້ມແລ້ວ, ພຣະຜູ້ເປັນເຈົ້າໄດ້ກ່າວວ່າຈະບໍ່ເກີດຫຍັງຂຶ້ນອີກ?

ພຣະຢາເວກ່າວວ່າບໍ່ມີຕົ້ນໄມ້ອື່ນໃດທີ່ຈະເຕີບໃຫຍ່ຂື້ນຄືຕົ້ນໄມ້ນັ້ນ.

Ezekiel 31:15

ພຣະຢາເວໄດ້ນຳສິ່ງໃດມາຍັງແຜ່ນດິນໂລກໃນວັນທີ່ອັດຊີເຣຍໄດ້ລົງໄປແດນຄົນຕາຍ?

ໃນວັນນັ້ນພຣະຢາເວໄດ້ນຳຄວາມໂສກເສົ້າມາຍັງແຜ່ນດີນໂລກ.

Ezekiel 31:16

ພຣະຢາເວຖິ້ມຕົ້ນໄມ້ແປກໃຫຍ່ແຫ່ງອັດຊີເຣຍໄປບ່ອນໃດ?

ພຣະຢາເວໂຍນຕົ້ນແປກໃຫຍ່ຂອງອັດຊີເຣຍ​ລົງ​ໄປ​ໃນແດນມໍລະນາ.

Ezekiel 31:17

ມີຫຍັງເກີດຂື້ນບັນດາປະຊາຊາດທີ່ເຄີຍອາໃສຢູ່ກ້ອງ​ຮົ່ມ​ເງົາ​ຂອງຕົ້ນແປກຂອງອັດຊີເຣຍ?

ບັນດາປະຊາຊາດທີ່ເຄີຍອາໃສຢູ່ກ້ອງ​ຮົ່ມ​ເງົາ​ຂອງຕົ້ນແປກຂອງອັດຊີເຣຍໄດ້​ລົງ​ໄປ​ຍັງແດນຄົນຕາຍພ້ອມ​ກັບມັນ.

ພຣະຢາເວປະກາດວ່າໃຜຈະຖືກນຳລົງມາສູ່ພື້ນທີ່ທີ່ຕໍ່າທີ່ສຸດຂອງແຜ່ນດິນໂລກ?

ພຣະຢາເວປະກາດວ່າກະສັດຟາໂລ ແລະ ຜູ້ຮັບໃຊ້ຂອງລາວຈະຖືກນຳລົງໄປສູ່ພື້ນທີ່ຕໍ່າສຸດຂອງແຜ່ນດິນໂລກ.

Ezekiel 32

Ezekiel 32:1

ພຣະຢາເວໄດ້ບອກເອເຊກຽນໃຫ້ຍົກສິ່ງໃດກ່ຽວກັບຟາໂລ?

ພຣະຢາເວບອກເອເຊກຽນໃຫ້ຄຳຄ່ຳ​ຄວນເລື່ອງຟາໂລ.

ພຣະຢາເວໄດ້ກ່າວວ່າສັດສອງໂຕຊະນິດໃດເຫມືອນຟາໂລ?

ພຣະຢາເວກ່າວວ່າຟາໂລແມ່ນເຫມືອນກັບສິງຫນຸ່ມ ແລະ ເຫມືອນສັດຮ້າຍໃນ​ທະ­ເລ​ທັງ­ຫລາຍ.

Ezekiel 32:3

ໃນເວລາທີ່ພຣະຢາເວປະຖິ້ມສັດຮ້າຍໃນ​ທະ­ເລ​ເຂົ້າໄປໃນທົ່ງກວ້າງນັ້ນ, ສິ່ງທີ່ຈະເກີດຂຶ້ນກັບມັນ?

ໃນເວລາທີ່ສັດຮ້າຍໃນ​ທະ­ເລໄດ້ຖືກໂຍນລົງໃນທົ່ງກວ້າງ, ນົກ ແລະ ສັດຈະກັດກິນມັນ.

Ezekiel 32:7

ຈະມີຫຍັງເກີດຂື້ນໃນທ້ອງຟ້າເມື່ອພຣະຢາເວເອົາ​ແສງ​ສຸກ­ໃສ​ທັງ​ຫມົດຂອງເອຢີບອອກໄປ?

ດວງດາວຈະມືດ, ເມກປົກຄຸມໄປທົ່ວ, ແລະ ດວງເດືອນຈະບໍ່ສ່ອງແສງ.

Ezekiel 32:9

ປະຊາຊົນຂອງຊົນຊາດຕ່າງໆຈະຕອບສະຫນອງແນວໃດເມື່ອເຫັນປະເທດເອຢີບພັງທະລາຍລົງ?

ປະຊາຊົນຂອງຊົນຊາດທັງຫລາຍຕົກຕະລືງ ແລະ ສະ­ທ້ານຫວັ່ນໄຫວໃນຄວາມຢ້ານ.

Ezekiel 32:11

ຜູ້ໃຜຈະມາຕໍ່ສູ້ເອຢີບ ແລະ ທຳລາຍມັນ?

ກະສັດແຫ່ງບາບີໂລນຈະເຂົ້າມາໂຈມຕີເອຢີບ ແລະ ທຳລາຍມັນ.

Ezekiel 32:13

ພຣະຢາເວປະກາດວ່າສິ່ງໃດຈະເກີດຂື້ນກັບມະນຸດ ແລະສັດໃນປະເທດເອຢິບ?

ທັງຄົນຫລືສັດຈະ​ບໍ່ກວນນ້ຳ​ນັ້ນໃນເອຢີບອີກ.

Ezekiel 32:15

ປະຊາຊົນເອຢີບຈະຮູ້ຫຍັງເມື່ອພວກເຂົາຖືກໂຈມຕີແລະ ຖືກທຳລາຍ?

ປະຊາຊົນເອຢີບຈະຮູ້ວ່າພຣະຜູ້ເປັນເຈົ້າແມ່ນພຣະຢາເວ.

Ezekiel 32:17

ຜູ້ຮັບໃຊ້ຂອງເອຢີບ ແລະ ພວກລູກສາວຂອງບັນດາປະຊາຊາດທີ່ງົດງາມຈະຖືກຖິ້ມໄປໃສ?

ພວກເຂົາຈະຖືກໂຍນລົງໄປຍັງເບື້ອງລຸ່ມສຸດຂອງແຜ່ນດິນດ້ວຍກັນກັບພວກທີ່ລົງໄປຍັງປາກ​ຂຸມ​ຝັງ​ສົບ​ຄົນ​ຕາຍ.

Ezekiel 32:19

ພວກນັກຮົບທີ່ແຂງແຮງທີ່ສຸດໃນແດນຄົນຕາຍ ຈະປະກາດກ່ຽວກັບເອຢິບ ແລະ ພັນທະມິດຂອງນາງແນວໃດ?

ພວກເຂົາຈຈະປະກາດກ່ຽວກັບເອຢິບ ແລະ ພັນທະມິດຂອງນາງ​ມານອນ​ຢູ່ກັບພວກ­ທີ່​ບໍ່­ໄດ້­ເຂົ້າ​ພິ­ທີ­ຕັດ, ກັບຄົນທັງຫລາຍທີ່​ຖືກ​ຂ້າ​ດ້ວຍ​ດາບ.

Ezekiel 32:24

ເອລາມໄດ້ເຮັດຫຍັງກ່ຽວກັບດິນແດນຂອງຄົນເປັນ?

ເອລາມເອົາຄວາມຢ້ານກົວຂອງພວກເຂົາມາສູ່ແຜ່ນດິນຂອງຄົນເປັນ.

Ezekiel 32:30

ກະສັດທາງພາກເຫນືອ ແລະ ຊາວຊີໂດນທັງຫມົດ ຜູ້ຊຶ່ງ​ລົງ​ໄປກັບຄົນທັງຫລາຍ​ທີ່​ຖືກ​ຂ້າ, ແບກຫາບສິ່ງໃດ?

ພວກເຂົາແບກຫາບຄວາມອັບອາຍຂອງຕົນເອງ.

Ezekiel 32:31

ໃນແດນຄົນຕາຍນັ້ນ, ສິ່ງໃດຈະປອບໂຍນຟາໂລ?

ໃນແດນຄົນຕາຍ, ກະສັດຟາໂລຈະໄດ້ຮັບການປອບໂຍນຈາກບັນດາຂ້າໃຊ້ຂອງລາວ ທີ່ຖືກຂ້າດ້ວຍຄົມດາບ.

Ezekiel 33

Ezekiel 33:1

ຜູ້ເຝົ້າຍາມເຮັດຫຍັງສຳລັບປະຊາຊົນໃນແຜ່ນດິນ?

ຄົນເຝົ້າຍາມເຝົ້າເບິ່ງດາບທີ່ຈະມາເຖິງແຜ່ນດິນນັ້ນ, ແລະ ເປົ່າແກຂອງເຂົາສັດຂອງລາວເພື່ອເຕືອນປະຊາຊົນ.

ຈະເກີດຫຍັງຂື້ນຖ້າປະຊາຊົນບໍ່ເອົາໃຈໃສ່ໃນຜູ້ເຝົ້າຍາມ?

ຖ້າປະຊາຊົນບໍ່ເອົາໃຈໃສ່, ຄົມດາບຈະຂ້າປະຊາຊົນ ແລະ ເລືອດຂອງພວກເຂົາແຕ່ລະຄົນຢູ່ເທິງຫົວຂອງເຂົາເອງ.

Ezekiel 33:5

ສິ່ງໃດຈະເກີດຂື້ນກັບຜູ້ເຝົ້າຍາມຖ້າລາວບໍ່ເຕືອນປະຊາຊົນ?

ຖ້າຜູ້ເຝົ້າຍາມບໍ່ເຕືອນປະຊາຊົນ, ພຣະຢາເວຈະລົງໂທດເຂົາດ້ວຍເລືອເລືອດຂອງເຂົາ.

Ezekiel 33:7

ພຣະຢາເວໃຫ້ຜູ້ໃດເປັນຜູ້ເຝົ້າຍາມສຳລັບເຊື້ອສາຍອິດສະຣາເອນ?

ພຣະຢາເວໄດ້ໃຫ້ເອເຊກຽນເປັນຄົນເຝົ້າຍາມສຳລັບເຊື້ອສາຍອິດສະຣາເອນ.

Ezekiel 33:10

ພຣະຢາເວເວົ້າວ່າລາວບໍ່ພໍໃຈໃນສິ່ງໃດ?

ພຣະຢາເວກ່າວວ່າລາວບໍ່ພໍໃຈກັບຄວາມຕາຍຂອງຄົນຊົ່ວ.

ພຣະຢາເວເອີ້ນຄົນຊົ່ວເຮັດຫຍັງ?

ພຣະຢາເວເອີ້ນຄົນຊົ່ວຮ້າຍໃຫ້ກັບໃຈເພື່ອພວກເຂົາຈະມີຊີວິດຢູ່.

Ezekiel 33:12

ພຣະຢາເວເວົ້າວ່າສິ່ງໃດຈະເກີດຂື້ນກັບຄົນຊອບທຳຜູ້ທີ່ກະທຳຄວາມບໍ່ຍຸດຕິທຳ?

ພຣະຢາເວກ່າວວ່າຈະບໍ່ຈົດຈຳການກະທຳທີ່ຊອບທຳໃດໆຂອງເຂົາ. ເຂົາຈະຕ້ອງຕາຍເພາະຄວາມຊົ່ວ ຊຶ່ງເຂົາໄດ້ເຮັດນັ້ນ.

Ezekiel 33:14

ພຣະຢາເວເວົ້າວ່າສິ່ງໃດຈະເກີດຂື້ນກັບຄົນຊົ່ວຜູ້ທີ່ກັບໃຈແລະ ເຮັດສິ່ງທີ່ຍຸດຕິທຳ ແລະ ຖືກຕ້ອງ?

ພຣະຢາເວກ່າວວ່າຄົນຊົ່ວຮ້າຍທີ່ກັບໃຈ ແລະ ເຮັດສິ່ງທີ່ຍຸດຕິທຳ ແລະ ຖືກຕ້ອງຈະມີຊີວິດຢູ່ຢ່າງແນ່ນອນ.

Ezekiel 33:17

ໂດຍພຣະຢາເວ, ວິທີທາງຂອງໃຜທີ່ບໍ່ຍຸດຕິທໍາ?

ໂດຍຕາມພຣະຢາເວ, ວິທີທາງຂອງປະຊາຊົນອິດສະຣາເອນແມ່ນບໍ່ຍຸດຕິທຳ.

ພຣະຢາເວຈະຕັດສິນແຕ່ລະຄົນໃນເຊື້ອສາຍອິດສະຣາເອນຢ່າງໃດ?

ພຣະຢາເວກ່າວວ່າພຣະອົງຈະຕັດສິນແຕ່ລະຄົນຕາມວິທີທາງຂອງພຣະອົງ.

Ezekiel 33:21

ຜູ້ລີ້ໄພໄດ້ສົ່ງຂ່າວຫຍັງເຖິງເອເຊກຽນ?

ຜູ້ລີ້ໄພໄດ້ນໍາເອົາຂ່າວສານວ່ານະຄອນເຢຣູຊາເລັມການ​ຖືກ​ຈັບ​ໄປ​ເປັນ​ຊະ­ເລີຍ.

Ezekiel 33:23

ຊາວອິດສະລາເອນໄດ້ເວົ້າສິ່ງໃດກ່ຽວກັບແຜ່ນດິນທີ່ອັບຣາຮາມໄດ້ຮັບເປັນມໍລະດົກ?

ປະຊາຊົນອິດສະຣາເອນກ່າວວ່າແຜ່ນດິນທີ່ອັບຣາຮາມໄດ້ຮັບກຳມະສິດໃນດິນແດນຂອງພວກເຂົາ.

Ezekiel 33:25

ເປັນຫຍັງພຣະຢາເວຈຶ່ງຖາມວ່າປະຊາຊົນອິດສະຣາເອນສົມຄວນຖືກຳມະສິດທີ່ດິນນີ້ອີກບໍ?

ພຣະຢາເວມີຄຳຖາມວ່າພວກເຂົາສົມຄວນຖືກຳມະສິດທີ່ດິນນີ້ອີກບໍເພາະວ່າພວກເຂົາພິ່ງພາ​ດາບ​ຂອງ­ຕົນ ແລ ໄດ້​ເຮັດໃນສິ່ງ​ຫນ້າ​ກຽດ­ຊັງ.

Ezekiel 33:27

ພຣະຢາເວກ່າວວ່າພຣະອົງຈະເຮັດສິ່ງໃດຕໍ່ແຜ່ນດິນຍ້ອນສິ່ງທີ່ປະຊາຊົນອິດສະຣາເອນໄດ້ເຮັດນັ້ນ?

ພຣະຢາເວກ່າວວ່າພຣະອົງ​ໄດ້ເຮັດໃຫ້ແຜ່ນດິນນັ້ນຮົກຮ້າງວ່າງເປົ່າ ແລະ ຫນ້າຢ້ານກົວ ເພາະສິ່ງຫນ້າລັງກຽດທັງຫມົດທີ່ອິດສະຣາເອນໄດ້ເຮັດນັ້ນ.

Ezekiel 33:30

ປະຊາຊົນອິດສະຣາເອນຈະເຮັດສິ່ງໃດກັບຄຳເວົ້າຂອງເອເຊກຽນ?

ຊາວອິດສະຣາເອນຈະຟັງສິ່ງທີ່ເອເຊກຽນເວົ້າ, ແຕ່​ພວກ­ເຂົາ​ບໍ່­ໄດ້​ເຮັດ​ຕາມ.

Ezekiel 33:32

ປະຊາຊົນອິດສະຣາເອນຈະຮູ້ສິ່ງໃດເມື່ອທຸກຢ່າງເກີດຂື້ນ?

ປະຊາຊົນອິດສະຣາເອນຈະຮູ້ວ່າຜູ້ທຳນວາຍໄດ້ຢູ່ໃນທ່າມກາງພວກເຂົາເມື່ອທຸກຢ່າງເກີດຂຶ້ນ.

Ezekiel 34

Ezekiel 34:1

ພຣະຢາເວກ່າວຫາອັນໃດເພື່ອຕໍ່ສູ້ຜູ້ລ້ຽງແກະຂອງອິດສະຣາເອນ?

ພຣະຢາເວກ່າວຫາຜູ້ລ້ຽງແກະຂອງອິດສະຣາເອນບໍ່ໄດ້ລ້ຽງແກະເລີຍ, ແຕ່ຂ້າໂຕອ້ວນພີ່ທີ່ສຸດໃນຝູງແກະ.

Ezekiel 34:4

ຜູ້ລ້ຽງແກະຂອງອິດສະຣາເອນໄດ້ລ້ຽງດູຝູງແກະແນວໃດ?

ຜູ້ລ້ຽງແກະຂອງອິດສະຣາເອນລ້ຽງດູຝູງແກະດ້ວຍກຳລັງ ແລະ ຄວາມທາລຸນແທນ.

ມີຫຍັງເກີດຂື້ນຕໍ່ຝູງແກະ?

ຈາກນັ້ນຝູງສັດ​ຈຶ່ງ​ຊັດ­ເຊ​ພະ­ເນ­ຈອນ ແລະ ກາຍເປັນອາຫານສຳລັບສັດຮ້າຍທັງຫລາຍໃນທົ່ງກ້ວາງ.

Ezekiel 34:7

ຜູ້ລ້ຽງແກະຂອງອິດສະຣາເອນກຳລັງກຳລັງຮັກສາໃຜ?

ຜູ້ລ້ຽງແກະຂອງອິດສະຣາເອນຮັກສາຕົວເອງ.

Ezekiel 34:9

ພຣະຢາເວເວົ້າວ່າພຣະອົງຈະເຮັດຫຍັງກັບຜູ້ລ້ຽງແກະຂອງອິດສະຣາເອນ?

ພຣະຢາເວກ່າວວ່າພຣະອົງຈະໄລ່ຜູ້ລ້ຽງແກະຂອງອິດສະຣາເອນອອກໄປ ແລະ ເອົາຝູງແກະພົ້ນປາກຂອງພວກເຂົາ.

Ezekiel 34:11

ພຣະຢາເວເວົ້າວ່າພຣະອົງຈະເຕົ້າໂຮມຝູງສັດຂອງພຣະອົງຢູ່ໃສ?

ພຣະຢາເວກ່າວວ່າພຣະອົງຈະຊ່ວຍພວກແກະໃຫ້ລອດພົ້ນຈາກສະຖານທີ່ທັງຫລາຍ ຊຶ່ງພວກມັນໄດ້ກະຈັດກະຈາຍໄປ ໃນມື້ທີ່ມີເມກ ແລະ ມືດຄຶ້ມ​. ແລ້ວພຣະອົງ​ນຳພວກ​ມັນ​ອອກມາຈາກ​ທ່າມກາງຊົນຊາດທັງຫລາຍ, ພຣະອົງຈະຮວບຮວມພວກມັນຈາກແຜ່ນດິນຕ່າງໆ.

Ezekiel 34:14

ພຣະຢາເວກ່າວວ່າພຣະອົງຈະລ້ຽງແນວໃດ?

ພຣະຢາເວກ່າວວ່າພຣະອົງຈະເປັນຜູ້ລ້ຽງທີ່ມີຄວາມ​ຍຸດຕິທຳ.

Ezekiel 34:17

ມີສາມກຸ່ມປະເພດສັດອຫຍັງທີ່ພຣະຢາເວເວົ້າວ່າພຣະອົງຈະພິພາກສາ?

ພຣະຢາເວກ່າວວ່າພຣະອົງຈະພິພາກສາໃນທ່າມກາງາແກະ, ລູກແກະ, ແລະ ຝູງແບ້.

Ezekiel 34:20

ສິ່ງໃດຈະເກີດຂຶ້ນກັບແກະທີ່ອ່ອນແອແລະຜອມບາງ?

ແກະທີ່ອ່ອນແອ ແລະ ຜອມບາງໄດ້ຖືກຍູ້ໄປ ແລະ ຊົນໄປຈົນກ່ວາພວກມັນຖືກກະແຈກກະຈາຍ.

Ezekiel 34:22

ພຮະຢາເວກ່າວວ່າພຣະອົງຈະຍົກຜູ້ໃດຂຶ້ນເພື່ອລ້ຽງດູຝູງແກະ?

ພຣະຢາເວກ່າວວ່າພຣະອົງຈະຍົກດາວິດຜູ້ຮັບໃຊ້ຂອງພຣະອົງໃຫ້ເປັນຜູ້ລ້ຽງແກະ.

Ezekiel 34:25

ເມື່ອພຣະຢາເວລ້ຽງຊົງຍົກຜູ້ລ້ຽງຂອງພຣະອົງຂຶ້ນ, ພຣະຢາເວຈະເຮັດແນວໃດເພື່ອແກະຈະອາໄສຢູ່ຢ່າງປອດໄພ?

ພຣະຢາເວຈະເຮັດສັນຍາສັນຕິສຸກກັບຝູງແກະ ແລະ ເອົາສັດປ່າທີ່ຊົ່ວຮ້າຍອອກຈາກແຜ່ນດິນ.

Ezekiel 34:28

ປະຊາຊາດທັງຫລາຍຈະບໍ່ສາມາດເຮັດຫຍັງກັບແກະອີກຕໍ່ໄປໄດ້?

ບັນດາປະຊາຊາດຈະບໍ່ສາມາດປຸ້ນຝູງແກະ ຫລື ກ່າວຄຳດູຫມິ່ນໃສ່ພວກເຂົາອີກຕໍ່ໄປ.

Ezekiel 34:30

ເຊື້ອສາຍອິດສະຣາເອນຈະຮູ້ຫຍັງຫລັງຈາກນັ້ນ?

ຫລັງຈາກນັ້ນເຊື້ອສາຍອິດສະຣາເອນຈະຮູ້ວ່າພຣະຢາເວພຣະຜູ້ເປັນເຈົ້າຢູ່ກັບພວກເຂົາ.

ພຣະຢາເວປະກາດກັບແກະ, ເຊື້ອສາຍອິດສະຣາເອນສິ່ງໃດ?

ພຣະຢາເວປະກາດວ່າພຣະອົງແມ່ນພຣະເຈົ້າຂອງເຊື້ອສາຍອິດສະຣາເອນ, ແລະ ພວກເຂົາແມ່ນປະຊາຊົນຂອງພຣະອົງ.

Ezekiel 35

Ezekiel 35:1

ຜູ້ທີ່ພຣະຢາເວບອກເອເຊກຽນໃຫ້ທຳນວາຍເຖິງແມ່ນໃຜ?

ພຣະຢາເວບອກເອເຊກຽນໃຫ້ທຳນວາຍເຖິງພູເຂົາເສອີ.

ພຣະຢາເວເວົ້າວ່າລາວຈະເຮັດຫຍັງຕໍ່ພູເຂົາເສອີ?

ພຣະຢາເວກ່າວວ່າພຣະອົງຈະເຮັດໃຫ້ພູເຂົາເສອີກາຍ ເປັນບ່ອນຮົກ​ຮ້າງວ່າງ​ເປົ່າ ແລະ ຫນ້າຢ້ານກົວ.

Ezekiel 35:4

ປະຊາຊົນໃນພູເຂົາເສອີໄດ້ເຮັດສິ່ງໃດທີ່ຈະເຮັດໃຫ້ພິພາກສາຂອງພຣະຢາເວມາເຫນືອພວກເຂົາ?

ປະຊາຊົນຂອງພູເຂົາເສອີໄດ້ເປັນສັດຕູຕໍ່ປະຊາຊົນອິດສະຣາເອນ, ແລະ ຖອກເທພວກເຂົາລົງໃນກຳມືທີ່ມີຄົມດາບ.

ໂດຍຕາມພຣະຢາເວ, ສິ່ງທີ່ຈະຕິດຕາມປະຊາຊົນພູເຂົາເສອີ, ແລະເປັນຫຍັງ?

ການນອງເລືອດຈະໄລ່ຕາມປະຊາຊົນຂອງພູເສອີ ເພາະວ່າພວກເຂົາບໍ່ໄດ້ກຽດຊັງການນອງເລືອດ.

Ezekiel 35:7

ໃນບໍລິເວນຂອງພູເຂົາເສອີຈະເຕັມໄປດ້ວຍສິ່ງໃດ?

ພູເຂົາໃນບໍລິເວນຂອງພູເສອີຈະເຕັມໄປດ້ວຍຄວາມຕາຍ.

ພູເຂົາເສອີຈະສູນຫາຍໄປດົນປານໃດ?

ການທຳພູເຂົາເສອີຈະເປັນການສູນຫາຍໄປຕະຫລອດການ.

Ezekiel 35:10

ປະຊາຊົນຂອງພູເຂົາເສອີເວົ້າສິ່ງໃດກ່ຽວກັບປະ­ຊາ­ຊາດ​ທັງ​ສອງ​ຂອງຊາວອິດສະຣາເອນຂອງພຣະຢາເວ?

ປະຊາຊົນຂອງພູເຂົາເສອີກ່າວວ່າປະ­ຊາ­ຊາດ​ທັງ​ສອງ​ນີ້ຈະກາຍເປັນຂອງພຣະອົງ.

Ezekiel 35:12

ພຣະຢາເວໄດ້ຍິນປະຊາຊົນຂອງພູເຂົາເສອີເວົ້າຫຍັງຕໍ່ພຣະອົງ?

ພຣະຢາເວໄດ້ຍິນປະຊາຊົນຂອງພູເຂົາເສອີຍົກຕົນເອງຂຶ້ນຕໍ່ສູ້ພຣະຢາເວ ແລະ ໄດ້ກ່າວອີກຫລາຍຢ່າງຕໍ່ສູ້ພຣະອົງ.

Ezekiel 35:14

ແຜ່ນດິນໂລກທັງຫມົດຈະເຮັດຫຍັງເມື່ອປະຊາຊົນຂອງພູເຂົາເສອີຖືກທໍາລາຍ?

ແຜ່ນດິນໂລກທັງຫມົດຈະມີຄວາມປິຕິຍິນດີເມື່ອປະຊາຊົນຂອງພູເຂົາເສອີຖືກທໍາລາຍ.

ປະຊາຊົນຂອງພູເຂົາເສອີໄດ້ເຮັດສິ່ງໃດໃນເວລາທີ່ປະຊາຊົນອິດສະຣາເອນຖືກທໍາລາຍ?

ປະຊາຊົນຂອງພູເຂົາເສອີດີໃຈເມື່ອປະຊາຊົນອິດສະຣາເອນຖືກທຳລາຍ.

ພຣະຢາເວປະກາດວ່າແຜ່ນດິນທີ່ທັງຫມົດຈະກາຍເປັນບ່ອນຮົກຮ້າງເປົ່າວ່າງ?

ພຣະຢາເວປະກາດວ່າພູເຂົາເສອີ ແລະ ລວມທັງທັງຫມົດຂອງເອໂດມຈະກາຍເປັນບ່ອນຮົກຮ້າງເປົ່າວ່າງ.

ປະຊາຊົນຂອງພູເຂົາເສອີ ແລະ ເອໂດມຈະຮູ້ຫຍັງແດ່ເມື່ອພຣະຢາເວພິພາກສາພວກເຂົາ?

ປະຊາຊົນຂອງພູເສອີແລະ ເອໂດມຈະຮູ້ວ່າພຣະຜູ້ເປັນເຈົ້າແມ່ນພຣະຢາເວ ໃນເວລາທີ່ພຣະຢາເວພິພາກສາພວກເຂົາ.

Ezekiel 36

Ezekiel 36:1

ພຣະຢາເວໄດ້ບອກເອເຊກຽນໃຫ້ທຳນວາຍສິ່ງໃດ?

ພຣະຢາເວບອກເອເຊກຽນໃຫ້ທຳນວາຍເຖິງພູເຂົາຂອງອິດສະຣາເອນ.

ສັດຕູໄດ້ເວົ້າຫຍັງກ່ຽວກັບພູເຂົາຂອງອິດສະຣາເອນ?

ສັດຕູໄດ້ກ່າວວ່າບັນດາສະຖານທີ່ສູງ ທີ່ເກົ່າແກ່ໄດ້ກາຍມາເປັນກຳມະສິດຂອງພວກເຂົາ.

Ezekiel 36:4

ພຣະຢາເວກ່າວເຖິງໃຜໃນແປວໄຟຂອງຄວາມໂກດຮ້າຍຂອງພຣະອົງ?

ພຣະຢາເວໄດ້ກ່າວດ້ວຍແປວໄຟຂອງພຣະທີ່ມີຄວາມໂກດຮ້າຍຕໍ່ເອໂດມ ແລະ ທຸກຄົນທີ່ຍຶດເອົາແຜ່ນດິນອິດສະຣາເອນ.

Ezekiel 36:7

ພຣະຢາເວໄດ້ປະຕິຍານຫຍັງກ່ຽວກັບປະຊາຊາດທີ່ອ້ອມຮອບອິດສະຣາເອນ?

ພຣະຢາເວໄດ້ປະຕິຍານວ່າປະຊາຊາດອ້ອມຂ້າງອິດສະຣາເອນຈະຮັບຄວາມອັບອາຍຂາຍຫນ້າຂອງພວກເຂົາເອງ.

Ezekiel 36:8

ພຣະຢາເວເວົ້າວ່າຜູ້ຈະໄດ້ຮັບການກັບຄືນໄປບ່ອນພູເຂົາຂອງອິດສະຣາເອນໃນໄວໆນີ້ແມ່ນໃຜ?

ພຣະຢາເວກ່າວວ່າປະຊາຊົນອິດສະຣາເອນຈະກັບມາພູເຂົາອິດສະຣາເອນໃນໄວໆນີ້.

Ezekiel 36:10

ສິ່ງໃດຈະທະວີຄູນຂຶ້ນຢູ່ເທິງພູຂອງອິດສະຣາເອນ?

ມະນຸດ ແລະ ສັດຈະຖືກທະວີຄູນຂຶ້ນຢູ່ເທິງພູຂອງອິດສະຣາເອນ.

Ezekiel 36:16

ເປັນຫຍັງພຣະຢາເວຈຶ່ງໂກດຮ້າຍຕໍ່ອິດສະຣາເອນ?

ພຣະຢາເວໄດ້ໃຈຮ້າຍໃສ່ອິດສະຣາເອນຍ້ອນວ່າອິດສະຣາເອນໄດ້ເຮັດໃຫ້ແຜ່ນດິນເປັນມົນທິນໂດຍຮູບເຄົາລົບຂອງພວກເຂົາ.

Ezekiel 36:19

ປະຊາຊົນອິດສະຣາເອນໄດ້ເຮັດຫຍັງເມື່ອພວກເຂົາໄປທ່າມກາງປະຊາຊາດຕ່າງໆ?

ເມື່ອພວກເຂົາໄປທ່າມກາງປະຊາຊາດຕ່າງໆ, ປະຊາຊົນອິດສະຣາເອນໄດ້ເຮັດໃຫ້ພຣະ​ນາມ​ບໍ­ຣິສຸດ​ຂອງ​ພຣະຢາເວ​ເຊື່ອມ​ເສຍ​ກຽດ.

Ezekiel 36:22

ເປັນຫຍັງພຣະຢາເວຈຶ່ງເວົ້າວ່າພຣະອົງຈະນຳເອົາເຊື້ອສາຍອິດສະຣາເອນກັບມາຢູ່ເທິງພູເຂົາຂອງອິດສະຣາເອນ?

ພຣະຢາເວກ່າວວ່າພຣະອົງກຳລັງຈະນຳເຊື້ອສາຍອິດສະຣາເອນຄືນມາ ເພາະເຫັນແກ່ພຣະນາມອັນບໍຣິສຸດຂອງພຣະອົງ.

Ezekiel 36:26

ພຣະຢາເວໄດ້ກ່າວວ່າພຣະອົງຈະເຮັດຫຍັງຕໍ່ເຊື້ອສາຍອິດສະຣາເອນເພື່ອໃຫ້ພວກເຂົາສາມາດດຳເນີນຕາມກົດບັນຍັດຂອງເຮົາ ແລະຮັກສາກົດຫມາຍຂອງພຣະອົງ?

ພຣະຢາເວກ່າວວ່າຈະໃສ່​ຈິດ­ວິນ­ຍານ​ຂອງ​ເຮົາໄວ້ພາຍໃນພວກ​ເຈົ້າ, ແລ້ວເຮັດໃຫ້ພວກເຈົ້າສາມາດດຳເນີນຕາມກົດບັນຍັດຂອງເຮົາ ແລະຮັກສາກົດຫມາຍຂອງເຮົາ, ເພື່ອພວກເຈົ້າຈະເຮັດຕາມສິ່ງເຫລົ່ານັ້ນ.

Ezekiel 36:29

ຫລັງຈາກທີ່ພຣະຢາເວຊ່ວຍເຊື້ອສາຍອິດສະຣາເອນລອດພົ້ນ, ເຊື້ອສາຍອິດສະຣາເອນຈະຄິດເຖິງວິຖີທາງຊົ່ວຂອງພວກເຂົາກ່ອນຫນ້ານີ້ແນວໃດ?

ເຊື້ອສາຍອິດສະຣາເອນຈະກຽດຊັງຕົວເອງ ເພາະການກະທຳທີ່ຊົ່ວຮ້າຍກ່ອນຫນ້ານີ້.

Ezekiel 36:32

ພຣະຢາເວເວົ້າວ່າສິ່ງໃດທີ່ຈະເກີດຂື້ນກັບເມືອງຕ່າງໆແລະ ສະຖານທີ່ໆຖືກທຳລາຍຂອງອິດສະຣາເອນ?

ພຣະຢາເວກ່າວວ່າເມືອງຕ່າງໆຈະເປັນບ່ອນຢູ່ອາໄສ ແລະບ່ອນທີ່ຖືກທຳລາຍຈະຖືກສ້າງຂຶ້ນໃຫມ່.

Ezekiel 36:35

ແຜ່ນແດນຂອງອິດສະຣາເອນຈະກາຍເປັນຄືບ່ອນໃດ?

ແຜ່ນດິນຍິດສະລາເອນຈະກາຍເປັນຄືກັບສວນເອເດນ.

ປະຊາຊາດອື່ນໆຈະຮູ້ສິ່ງໃດເມື່ອພວກເຂົາເຫັນເມືອງທີ່ມີຄົນອາໄສຢູ່ ແລະ ສ້າງຊາກຫັກພັງຂອງອິດສະຣາເອນ?

ປະຊາຊາດຈະຮູ້ວ່າພຣະຜູ້ເປັນເຈົ້າແມ່ນພຣະຢາເວ, ແລະ ພຣະຢາເວສ້າງອິດສະຣາເອນຄືນໃຫມ່.

Ezekiel 36:37

ພຣະຢາເວກ່າວວ່າເພີ່ມຈໍານວນປະຊາຊົນອິດສະຣາເອນຈະກາຍເປັນຄືແນວໃດ?

ເພີ່ມຈຳນວນຂອງປະຊາຊົນອິດສະຣາເອນຈະກາຍເປັນ ຄືກັນກັບຝູງຊົນແກະໃນນະຄອນເຢຣູຊາເລັມທີ່ມີງານເທດສະການທີ່ກຳນົດ.

Ezekiel 37

Ezekiel 37:1

ພຣະວິນຍານຂອງພຣະຢາເວໄດ້ຕັ້ງເອເຊກຽນຢູ່ບ່ອນໃດ ແລະ ບ່ອນນັ້ນຢູ່ບ່ອນໃດ?

ພຣະວິນຍານຂອງພຣະຢາເວໄດ້ຕັ້ງເອເຊກຽນລົງໃນທ່າມກາງຮ່ອມພູທີ່ເຕັມໄປດ້ວຍກະດູກທັງຫມົດ.

ພຣະຢາເວຖາມຄຳຖາມອັນໃດຕໍ່ເອເຊກຽນ?

ພຣະຢາເວຖາມເອເຊກຽນວ່າກະ­ດູກ​ເຫລົ່າ​ນີ້ຈະມີ­ຊີ­ວິດ​ຄືນອີກໄດ້​ບໍ?

Ezekiel 37:4

ເອເຊກຽນໄດ້ທຳນວາຍວ່າຈະເກີດຫຍັງຂຶ້ນກັບກະດູກເຫລົ່ານີ້?

ເອເຊກຽນໄດ້ທຳນວາຍວ່າກະດູກເຫລົ່ານັ້ນຈະມີເນື້ອຫນັງ ແລະ ມີຊີວິດອີກຄັ້ງ.

Ezekiel 37:7

ມີຫຍັງເກີດຂື້ນກັບກະດູກເມື່ອເອເຊກຽນທຳນວາຍກັບພວກເຂົາເປັນເທື່ອທຳອິດ?

ເມື່ອເອເຊກຽນໄດ້ທຳນວາຍກັບພວກເຂົາເປັນເທື່ອທຳອິດ, ກ້າມເນື້ອ​ໄດ້​ຕິດ​ກັບ​ກະ­ດູກ ແລະ ​ຫນັງທັງຫລາຍປົກ​ຫຸ້ມພວກມັນໄວ້.

Ezekiel 37:9

ມີຫຍັງເກີດຂື້ນກັບກະດູກເມື່ອເອເຊກຽນທຳນວາຍກັບພວກເຂົາເປັນເທື່ອທີສອງ?

ເມື່ອເອເຊກຽນທຳນວາຍເຖິງກະດູກໃນຄັ້ງທີສອງ, ພຣະວິນຍານໄດ້ເຂົ້າມາໃນພວກເຂົາ ແລະ ພວກເຂົາກໍ່ມີຊີວິດ.

Ezekiel 37:11

ຕາມພຣະຢາເວ, ຮ່ອມພູຂອງກະດູກເປັນຕົວແທນຂອງໃຜ?

ຕາມການພຣະຢາເວ, ຮ່ອມພູຂອງກະດູກເປັນຕົວແທນຂອງອິດສະຣາເອນທັງຫມົດ.

ພຣະຢາເວໄດ້ກ່າວວ່າພຣະອົງຈະເຮັດຫຍັງສຳລັບອິດສະຣາເອນ, ເຊິ່ງເປັນຕົວແທນໂດຍກະດູກແຫ້ງທີ່ກັບຄືນມາມີຊີວິດຢູ່?

ພຣະຢາເວກ່າວວ່າພຣະອົງຈະຍົກຊາວອິດສະຣາເອນ ອອກຈາກຂຸມຝັງສົບຂອງພວກເຂົາ ແລະ ນຳພວກເຂົາກັບຄືນສູ່ແຜ່ນດິນອິດສະຣາເອນ.

Ezekiel 37:15

ພຣະຢາເວບອກເອເຊກຽນໃຫ້ເຮັດຫຍັງກັບໄມ້ສອງທ່ອນນີ້?

ພຣະຢາເວບອກເອເຊກຽນໃຫ້ຂຽນຊື່ໃສ່ແຕ່ລະແຜ່ນ, ຢູດາ ແລະ ໂຢເຊັບ, ແລະ ຈາກນັ້ນເອົາໄມ້ທັງສອງທ່ອນລວມເຂົ້າເປັນອັນດຽວ.

Ezekiel 37:18

ພຣະຢາເວເວົ້າວ່າແມ່ນຄວາມຫມາຍຂອງໄມ້ສອງທ່ອນຂອງເອເຊກຽນ?

ພຣະຢາເວກ່າວວ່າພຣະອົງຈະເຮັດໃຫ້ເປັນກິ່ງກ້ານອັນດຽວກັນ ຂອງໂຈເຊັບ ແລະ ຢູດາເພື່ອວ່າພວກເຂົາຈະເປັນອັນ​ດຽວ​ກັນໃນມືຂອງພຣະອົງ.

Ezekiel 37:21

ພຣະຢາເວໄດ້ກ່າວວ່າພຣະອົງກຳລັງຈະເຮັດຫຍັງສຳລັບປະຊາຊົນອິດສະຣາເອນ?

ພຣະຢາເວກ່າວວ່າພຣະອົງກຳລັງຈະເຕົ້າໂຮມປະຊາຊົນອິດສະຣາເອນຢູ່ເທິງພູຂອງອິດສະຣາເອນ ເປັນປະຊາຊາດດຽວກັບກະສັດອົງຫນຶ່ງ.

Ezekiel 37:24

ພຣະຢາເວກ່າວວ່າໃຜຈະເປັນກະສັດຢູ່ເຫນືອອິດສະຣາເອນ?

ພຣະຢາເວກ່າວວ່າດາວິດຜູ້ຮັບໃຊ້ຂອງພຣະອົງຈະເປັນກະສັດປົກຄອງຊາວອິດສະລາແອນ.

ຕາມພຣະຢາເວ, ກະສັດຂອງອິດສະຣາເອນຈະເປົກຄອງພວກເຂົາດົນປານໃດ?

ໂດຍຕາມພຣະຢາເວ, ຄົນຂອງອິດສະຣາເອນຈະປົກຄອບຂອງພວກເຂົາເປັນມິດ.

Ezekiel 37:26

ພຣະຢາເວໄດ້ກ່າວວ່າພຣະອົງຈະຕັ້ງຫຍັງໃຫ້ແກ່ອິດສະຣາເອນແນວໃດ, ແລະ ດົນນານເທົ່າໃດ?

ພຣະຢາເວກ່າວວ່າພຣະອົງຈະ­ໃຫ້​ຄຳ­ຫມັ້ນ­ສັນ­ຍາ​ແຫ່ງສັນຕິສຸກກັບ​ພວກ­ເຂົາຕະຫລອດໄປ.

ພຣະຢາເວເວົ້າວ່າພຣະອົງຈະມີຊີວິດຕະຫລອດໄປຢູ່ໃສ?

ພຣະຢາເວກ່າວວ່າພຣະອົງຈະມີຊີວິດຕະຫລອດໄປໃນທ່າມກາງປະຊາຊົນອິດສະຣາເອນ.

Ezekiel 38

Ezekiel 38:1

ພຣະຢາເວໄດ້ບອກເອເຊກຽນໃຫ້ທຳນວາຍກ່ຽວກັບຜູ້ໃດ?

ພຣະຢາເວບອກເອເຊກຽນໃຫ້ທຳນວາຍຕໍ່ໂກກຈາກແຜ່ນດິນມາໂກກ.

Ezekiel 38:4

ພຣະຢາເວກ່າວສິ່ງໃດວ່າພຣະອົງຈະສົ່ງໂກກອອກໄປ?

ພຣະຢາເວກ່າວວ່າພຣະອົງຈະສົ່ງໂກກອອກໄປ ກັບກອງທັບ, ມ້າ, ແລະ ຄົນມ້າທັງຫມົດອອກໄປ.

Ezekiel 38:7

ໃຜເປັນຜູ້ບັນຊາການກອງທັບທັງຫມົດຈາກເປີເຊຍ, ກູເຊ, ພຸດ, ໂກເມີ,ແລະ ເບັດ ໂຕກາມາ?

ໂຄກເປັນຜູ້ບັນຊາກອງທັບທັງຫມົດເຫລົ່ານີ້ມາປະຊຸມກັບລາວ.

ແຜ່ນແດນທີ່ໂກກຖືກເອີ້ນໄປແມ່ນເຂດໃດ?

ໂກກຈະໄປຫາແຜ່ນດິນທີ່ໄດ້ກູ້ຄືນດ້ວຍດາບ ແລະ ຖືກຮວບຮວມຈາກຄົນທັງຫລາຍ, ເຕົ້າໂຮມກັນ​​ຢູ່​ທີ່​ເທິງ​ພູແຫ່ງ​ອິດສະຣາເອນ

Ezekiel 38:10

ສິ່ງໃດທີ່ຈະເປັນແຜນການທີ່ຊົ່ວຮ້າຍທີ່ໂກກຈະລົງມືເຮັດ?

ໂກກຈະສ້າງແຜນການທີ່ຈະຍຶດຂອງໂຈນແລະ ລັກເອົາສິ່ງຂອງຈາກຄົນທີ່ງຽບໆທີ່ອາໄສຢູ່ໃນຄວາມປອດໄພ.

ປະຊາຊົນຜູ້ທີ່ໄດ້ຮັບການເຕົ້າໂຮມຈາກປະຊາຊາດອາໃສຢູ່ສ່ວນໃດຂອງແຜ່ນດິນໂລກ?

ປະຊາຊົນຜູ້ທີ່ໄດ້ຮັບການເຕົ້າໂຮມຈາກປະຊາຊາດອາໃສຢູ່ທ່າມກາງຂອງແຜ່ນດິນໂລກ.

Ezekiel 38:14

ໂກກ ແລະ ກອງທັບທີ່ຍິ່ງໃຫຍ່ຂອງລາວມາຈາກທິດທາງໃດ?

ໂກກ ແລະ ກອງທັບທີ່ຍິ່ງໃຫຍ່ຂອງລາວແມ່ນມາຈາກບ່ອນທີ່ຫ່າງໄກໃນພາກເຫນືອ.

Ezekiel 38:17

ພຣະຢາເວໄດ້ກ່າວໂດຍຜູ້ໃຜວ່າໂກກຈະມາຕໍ່ສູ້ອິດສະຣາເອນ?

ພຣະຢາເວໄດ້ເວົ້າໂດຍຜູ້ປະກາດທຳນວາຍຂອງອິດສະຣາເອນວ່າໂກກຈະເຂົ້າມາໂຈມຕີອິດສະຣາເອນ.

ພຣະຢາເວຈະຕອບສະຫນອງຢ່າງໃດເມື່ອແຜ່ນດິນອິດສະຣາເອນຈະຖືກໂຈມຕີ?

ໃນເວລາທີ່ໂກກໂຈມຕີແຜ່ນດິນຂອງອິດສະຣາເອນ, ພຣະຢາເວຈະຕອບສະຫນອງດ້ວຍຄວາມພິໂລດທີ່ພຸ່ງຂຶ້ນ.

Ezekiel 38:19

ແມ່ນຫຍັງຈະເປັນເຫດການທີ່ສຳຄັນທີ່ພຣະຢາເວເວົ້າວ່າຈະເກີດຂື້ນໃນມື້ໂກກໂຈມຕີອິດສະຣາເອນ?

ພຣະຢາເວກ່າວວ່າຈະມີແຜ່ນດິນໄຫວໃຫຍ່ໃນມື້ໂກກໂຈມຕີອິດສະຣາເອນ.

Ezekiel 38:21

ພຣະຢາເວຈະພິພາກສາໂກກແລະບັນດາກອງທັບຂອງລາວໃນມື້ນັ້ນກັບດ້ວຍສິ່ງໃດ?

ພຣະຢາເວຈະພີພາກສາໂກກແລະ ກອງທັບຂອງລາວໃນວັນນັ້ນດ້ວຍພະຍາດລະບາດ, ເລືອດຕົກ, ນ້ຳຝົນ​ໄຫລ​ແຮງ , ຫມາກເຫັບ ແລະ​ລູກສອນໄຟ.

ໃນມຶ້ນັ້ນ, ພຣະຢາເວຈະສະແດງສິ່ງໃດໃນສາຍຕາຂອງປະຊາດທັງຫລາຍ?

ໃນມື້ນັ້ນ, ພຣະຢາເວຈະສະແດງຄວາມຍິ່ງໃຫຍ່ ແລະ ຄວາມບໍຣິສຸດຂອງພຣະອົງຕໍ່ສາຍຕາຂອງຫລາຍໆຊົນຊາດ.

Ezekiel 39

Ezekiel 39:1

ພຣະຢາເວກ່າວວ່າພຣະອົງຈະນຳໂກກ, ຜູ້​ເປັນຜູ້ນຳ​ທີ່​ສຳ­ຄັນ​ແຫ່ງ​ເມ­ເຊັກ ແລະ ​ຕູ­ບານໄປບ່ອນໃດ?

ພຣະຢາເວກ່າວວ່າພຣະອົງຈະນຳໂກກໄປເທິງພູເຂົາຂອງອິດສະຣາເອນ.

Ezekiel 39:4

ໂກກຈະຕາຍຢູ່ໃສ?

ໂກກຈະລົ້ມຕາຍຢູ່ເທິງພູຂອງອິດສະຣາເອນ.

ພຣະຢາເວຈະເຮັດຫຍັງແກ່ມາໂກກ ແລະ ຜູ້ທີ່ອາໄສຢູ່ໃນຄວາມປອດໄພຢູ່ແຄມຝັ່ງທະເລ?

ພຣະຢາເວຈະສົ່ງໄຟໄປເຖິງເມືອງມາໂກກ ແລະ ຜູ້ທີ່ອາໄສຢູ່ໃນຄວາມປອດໄພຕາມຊາຍຝັ່ງທະເລ.

Ezekiel 39:7

ພຣະຢາເວເວົ້າວ່າພຣະອົງຈະບໍ່ຍອມສິ່ງໃດ?

ພຣະຢາເວກ່າວວ່າພຣະອົງຈະບໍ່ປ່ອຍໃຫ້ພຣະນາມບໍຣິສຸດຂອງພຣະອົງຖືກຫລົບລູ່​ອີກ​ຕໍ່­ໄປ.

Ezekiel 39:9

ເປັນຫຍັງຄົນທີ່ອາໄສຢູ່ໃນເມືອງຕ່າງໆຂອງອິດສະຣາເອນຈະບໍ່ຈຳເປັນຕ້ອງເກັບຟືນເປັນເວລາເຈັດປີ?

ພວກເຂົາຈະບໍ່ຈຳເປັນຕ້ອງເກັບຟືນເປັນເວລາເຈັດປີ ເພາະວ່າພວກເຂົາຈະຈູດອາວຸດຂອງໂກກ.

Ezekiel 39:11

ໂກກ ແລະປະຊາຊົນທັງຫມົດຂອງລາວຈະຖືກຝັງຢູ່ໃສ?

ໂກກ ແລະ ປະຊາຊົນທັງຫມົດຂອງລາວຈະຖືກຝັງຢູ່ໃນຮ່ອມພູຮາໂມນໂກກ.

Ezekiel 39:12

ເຊື້ອສາຍອິດສະຣາເອນຈະຕ້ອງເຮັດຫຍັງພື່ອ­ຈະ​ເຮັດ­ໃຫ້​ແຜ່ນ­ດິນ​ນັ້ນ​ສະ­ອາດ?

ເຊື້ອສາຍອິດສະຣາເອນຈະຕ້ອງຝັງໂກກ ແລະ ຝູງຊົນຂອງລາວທັງຫມົດເປັນເວລາເຈັດເດືອນ ເພື່ອເຮັດໃຫ້ແຜ່ນດິນບໍລິສຸດ.

Ezekiel 39:17

ພຣະຢາເວໄດ້ຖວາຍສິ່ງຍິ່ງໃຫຍ່ອັນໃດຢູ່ເທິງພູຂອງອິດສະຣາເອນ?

ພຣະຢາເວກຳລັງຖວາຍຊີ້ນ​ຂອງ​ພວກນັກຮົບ ແລະ​ ດື່ມ​ເລືອດ​ຂອງ​ເຈົ້າຊາຍແຫ່ງແຜ່ນດິນເທິງພູເຂົາອິດສະຣາເອນ.

Ezekiel 39:21

ປະຊາຊາດທັງຫມົດຈະເຫັນຫຍັງເມື່ອພຣະຢາເວຖວາຍເຄື່ອງບູຊາໃຫຍ່ຂອງພຣະອົງຢູ່ເທິງພູຂອງອິດສະຣາເອນ?

ປະຊາຊາດທັງຫລາຍຈະເຫັນການພິພາກສາຂອງພຣະຢາເວ ແລະ ພຣະຫັດຂອງພຣະອົງ.

Ezekiel 39:23

ເປັນຫຍັງເຊື້ອສາຍອິດສະຣາເອນຈຶ່ງຕົກເປັນຊະເລີຍ?

ເຊື້ອສາຍອິດສະຣາເອນໄດ້ຕົກເຂົ້າສູ່ການເປັນຊະເລີຍຍ້ອນຄວາມຜິດບາບຂອງພວກເຂົາ.

Ezekiel 39:25

ພຣະຢາເວຈະເຮັດຫຍັງແກ່ເຊື້ອສາຍອິດສະຣາເອນເມື່ອພຣະອົງສະແດງອອກຢ່າງກະຕືລືລົ້ນສຳລັບນາມບໍຣິສຸດຂອງພຣະອົງ?

ພຣະຢາເວຈະຟື້ນຟູຢາໂຄບໃຫ້ກັບຄືນດີ ແລະ ມີຄວາມເມດຕາຕໍ່ເຊື້ອສາຍອິດສະຣາເອນ.

ເຊື້ອສາຍອິດສະຣາເອນຈະລືມຫຍັງເມື່ອພວກເຂົາຢຸດພັກຢູ່ໃນດິນແດນຂອງພວກເຂົາດ້ວຍຄວາມປອດໄພ?

ເຊື້ອສາຍອິດສະຣາເອນຈະລືມຄວາມອັບອາຍແລະການກະບົດທັງຫມົດທີ່ພວກເຂົາທໍລະຍົດຕໍ່ພຣະຢາເວ.

Ezekiel 39:28

ພຣະຢາເວປະກາດວ່າພຣະອົງຈະເຮັດຫຍັງເມື່ອພຣະອົງຖອກເທວິນຍານຂອງພຣະອົງເທິງເຊື້ອສາຍອິດສະຣາເອນ?

ພຣະຢາເວປະກາດວ່າເມື່ອຖອກເທພຣະວິນຍານລົງເທິງເຊື້ອສາຍອິດສະຣາເອນພຣະອົງຈະບໍ່ເຊື່ອງຊ້ອນພຣະພັກຂອງພຣະອົງຕໍ່ພວກເຂົາອີກຕໍ່ໄປ.

Ezekiel 40

Ezekiel 40:1

ເອເຊກຽນໄດ້ຕົກເປັນຊະເລີຍຂອງຊາວບາບີໂລນຈັກປີ?

ເອເຊກຽນໄດ້ເປັນຊະເລີຍຂອງຊາວບາບີໂລນເປັນເວລາຊາວຫ້າປີ.

ເມືອງເຢຣູຊາເລັມຖືກຍຶດຈັກໄດ້ປີ?

ເມືອງເຢຣູຊາເລັມໄດ້ຖືກຍຶດໄດ້ສິບສີ່ປີ.

ພຣະເຈົ້າໄດ້ນຳເອເຊກຽນໃນນິມິດໄປບ່ອນໃດ?

ພຣະເຈົ້າໄດ້ນຳເອເຊກຽນໄປສູ່ແຜ່ນດິນອິດສະຣາເອນໃນນິມິດນັ້ນ.

Ezekiel 40:3

ເອເຊກຽນໄດ້ລາຍງານຫຍັງຕໍ່ເຊື້ອສາຍອິດສະຣາເອນ?

ເອເຊກຽນໄດ້ລາຍງານທຸກສິ່ງທີ່ລາວເຫັນກັບເຊື້ອສາຍອິດສະຣາເອນ.

Ezekiel 40:5

ໃນນິມິດຂອງເອເຊກຽນ, ສິ່ງທີ່ຢູ່ອ້ອມຮອບ​ຢູ່​ບໍ­ລິ­ເວນ​ດ້ານນອກໃນພຣະວິຫານແມ່ນຫຍັງ?

ໃນນິມິດຂອງເອເຊກຽນ, ກຳແພງອ້ອມລ້ອມຂອງພຣະວິຫານ.

Ezekiel 40:11

ຜູ້ຊາຍທີ່ມີລັກສະນະເຫມືອນທອງແດງວັດແທກຄວາມກວ້າງທາງເຂົ້າປະຕູເຂົ້າເທົ່າໃດ?

​ຊາຍຄົນນັ້ນ ກໍໄດ້​ວັດ­ແທກ​ຄວາມ​ກວ້າງຂອງ​​ທາງ​ຍ່າງເຂົ້າ​​ປະ­ຕູ ໄດ້​ສິບ​ສອກ.

Ezekiel 40:14

ເອເຊກຽນໄດ້ເຫັນສິ່ງໃດທີ່ຖືກແກະສະຫລັກຢູ່ເທິງຝາ?

ເອເຊກຽນໄດ້ເຫັນແກະສະຫລັກຮູບຕົ້ນປາມຢູ່ຕາມຝາ.

Ezekiel 40:17

ຊາຍຄົນນັ້ນເຫມືອນທອງເຫລືອງພາເອເຊກຽນຫລັງຈາກການວັດແທກໃນບໍລິເວນຂອງປະຕູໄປໃສ?

ຊາຍຄົນນັ້ນພາເອເຊກຽນໄປທີ່ເດີ່ນທາງນອກຂອງວິຫານ.

Ezekiel 40:22

ທຸກຄົນຕ້ອງໄດ້ຜ່ານສິ່ງໃດເພື່ອຈະເຂົ້າໄປໃນເດີ່ນທາງໃນ?

ທຸກຄົນຕ້ອງໄດ້ຜ່ານປະຕູເພື່ອຈະເຂົ້າໄປໃນເດີ່ນທາງໃນ.

Ezekiel 40:28

ປະຕູເຂົ້າໄປໃນເດີ່ນທາງໃນປຽບທຽບຕາມຂະໜາດໄດ້ເທົ່າໃດ?

ປະຕູສະຫນາມຂອງເດີ່ນດ້ານໃນລ້ວນແຕ່ມີຂະຫນາດເທົ່າກັນ.

Ezekiel 40:38

ຫ້ອງທີ່ມີປະຕູທາງເຂົ້າແຕ່ລະປະຕູທາງໃນໃນໃຊ້ສຳລັບຫຍັງ?

ຫ້ອງທີ່ມີປະຕູທາງເຂົ້າແຕ່ລະປະຕູທາງໃນໃຊ້ສຳລັບລ້າງເຄື່ອງເຜົາບູຊາ.

Ezekiel 40:40

ໂຕະສີ່ຫນ່ວຍທີ່ດ້ານຂອງແຕ່ລະປະຕູໃຊ້ສຳລັບຫຍັງ?

ໂຕະສີ່ຫນ່ວຍທີ່ດ້ານຂອງແຕ່ລະປະຕູໃຊ້ສຳລັບຂ້າສັດ.

Ezekiel 40:46

ລູກຊາຍຜູ້ໃດໄດ້ຮັບໃຊ້ເປັນປະໂລຫິດໃນພຣະວິຫານ?

ລູກຊາຍຂອງຊາດົກໄດ້ຮັບໃຊ້ເປັນປະໂລຫິດຢູ່ໃນພຣະວິຫານ.

ເດີ່ນພາຍໃນມີຂະຫນາດໃຫຍ່ປານໃດ?

ເດີ່ນທາງໃນມີຄວາມຍາວຫນຶ່ງຮ້ອຍສອກ ແລະ ກວ້າງເປັນຮູບຈະຕຸລັດເທົ່າກັນ.

Ezekiel 40:48

ສິ່ງທີ່ຢືນຢູ່ສອງຂ້າງຂອງລະບຽງພຣະວິຫານແມ່ຍຫຍັງ?

ບັນດາເສົາຕັ້ງຢູ່ຂ້າງສອງຂ້າງຂອງລະບຽງພຣະວິຫານ.

Ezekiel 41

Ezekiel 41:1

ຊາຍຄົນນັ້ນພາເອເຊກຽນໄປໃສ?

ຊາຍຄົນນັ້ນໄດ້ນຳເອເຊກຽນເຂົ້າໄປໃນສະຖານທີ່ສັກສິດຂອງວິຫານ.

Ezekiel 41:3

ຫລັງຈາກນັ້ນ ຊາຍຄົນນັ້ນໄປໃສ?

ຊາຍຄົນນັ້ນໄດ້ເຂົ້າໄປ​​ໃນສະຖານທີ່ບໍຣິສຸດ.

Ezekiel 41:5

ຈະໄປຮອດລະດັບສູງສຸດຂອງພຣະວິຫານໄດ້ແນວໃດ?

ເພື່ອໄປຮອດລະດັບສູງສຸດຂອງພຣະວິຫານ, ມີຂັ້ນໄດທີ່ຂຶ້ນໄປຮອດລະດັບກາງ.

Ezekiel 41:12

ຂະຫນາດຂອງພຣະວິຫານ ແລະ ລວງກວ້າງຂອງດ້ານຫນ້າຂອງເດີ່ນທາງໃນພະວິຫານມີເທົ່າໃດ?

ພຣະວິຫານ ແລະ ດ້ານຫນ້າຂອງລານຂອງພຣະວິຫານມີຫນຶ່ງຮ້ອຍສອກ.

Ezekiel 41:15

ແມ່ນຫຍັງຢູ່ເຫນືອເສັ້ນທາງເຂົ້າໄປໃນຫ້ອງນະມັດສະການຊັ້ນໃນ?

ຢູ່ເຫນືອເສັ້ນທາງເຂົ້າໄປໃນຫ້ອງນະມັດສະການຊັ້ນໃນມີກໍມີຮູບແບບທີ່ໄດ້ວັດໄວ້ແລ້ວ.

Ezekiel 41:18

ເຄຣູບແຕ່ລະໂຕມີໃບຫນ້າສອງຫນ້າເປັນຮູບແນວໃດ?

ເຄຣູບແຕ່ລະໂຕມີໃບຫນ້າມະນຸດ ແລະ ຫນ້າຂອງສິງໂຕຫນຸ່ມ.

Ezekiel 41:21

ຊາຍຄົນນັ້ນເວົ້າຫຍັງກ່ຽວກັບແທ່ນບູຊາໄມ້ຕໍ່ຫນ້າ ສະຖານທີ່ສັກສິດ?

ຊາຍຄົນນັ້ນກ່າວວ່າແທ່ນບູຊາໄມ້ແມ່ນໂຕະທີ່ຢືນຢູ່ຕໍ່ພຣະພັກພຣະຢາເວ.

Ezekiel 41:25

ສິ່ງທີ່ຖືກແກະສະຫລັກຢູ່ເທິງປະຕູສະຖານທີ່ສັກສິດແມ່ນຫຍັງ?

ເຄຣູບແລະຕົ້ນປາມໄດ້ຖືກແກະສະຫລັກຢູ່ເທິງປະຕູຂອງສະຖານທີ່ສັກສິດນັ້ນ.

Ezekiel 42

Ezekiel 42:1

ຊາຍຄົນນັ້ນໄດ້ສົ່ງເອເຊກຽນໄປບ່ອນໃດຂອງວິຫານ?

ຊາຍຄົນນັ້ນໄດ້ສົ່ງເອເຊກຽນໄປທີ່ເດີ່ນຊັ້ນນອກທາງທິດເຫນືອ.

Ezekiel 42:13

ຊາຍຄົນນັ້ນເວົ້າວ່າຫ້ອງທາງເຫນືອ ແລະ ໃຕ້ຢູ່ຕໍ່ຫນ້າເດີ່ນທາງຊັ້ນນອກນັ້ນໄດ້ໃຊ້ສຳລັບຫຍັງ?

ຫ້ອງເຫລົ່ານັ້ນເປັນຫ້ອງບໍ­ຣິ­ສຸດ ບ່ອນປະ­ໂລຫິດຈະຮັບປະ­ທານຂອງຖວາຍອັນບໍ­ລິ­ສຸດທີ່ສຸດ, ແລະວາງສິ່ງຂອງຖວາຍອັນບໍ­ລິ­ສຸດທີ່ສຸດນັ້ນ ໄວ້ບ່ອນນັ້ນ.

ສິ່ງທີ່ສັກສິດທີ່ສຸດຂອງພວກປະໂລຫິດແມ່ນຫຍັງ?

ສິ່ງທີ່ສັກສິດທີ່ສຸດຂອງພວກປະໂລຫິດແມ່ນເຄື່ອງບູຊາພືດຜົນ, ເຄື່ອງບູຊາໄຖ່ບາບ ແລະ ເຄື່ອງບູຊາໄຖ່ຄວາມຜິດ.

ຊາຍຄົນນັ້ນເວົ້າວ່າຫ້ອງທາງເຫນືອ ແລະ ທາງໃຕ້ແມ່ນຫຍັງ?

ຊາຍຄົນນັ້ນກ່າວວ່າຫ້ອງທາງທິດເຫນືອ ແລະ ທາງໃຕ້ແມ່ນຫ້ອງບໍຣິສຸດ.

ພວກປະໂລຫິດຕ້ອງເຮັດຫຍັງກ່ອນຈະໄປໃກ້ປະຊາຊົນ?

ພວກປະໂລຫິດຕ້ອງນຸ່ງເຄື່ອງແຕ່ງກາຍອື່ນໆກ່ອນຈະໄປໃກ້ປະຊາຊົນ.

Ezekiel 42:16

ຄວາມຍາວຂອງແຕ່ລະດ້ານແມ່ນເທົ່າໃດ; ທິດເຫນືອ,ທິດໃຕ້, ທິດຕາເວັນອອກ ແລະ ທິດຕາເວັນຕົກ?

ແຕ່ລະດ້ານມີຄວາມຍາວຫ້າຮ້ອຍສອກຕາມໄມ້ວັດແທກ.

Ezekiel 42:20

ປະຕູທິດຕາເວັນອອກແຍກລະຫວ່າງສອງສິ່ງມີຫຍັງແດ່?

ປະຕູທິດຕາເວັນອອກແຍກລະຫວ່າງສອງສິ່ງຄື ສິ່ງທີ່ບໍລິສຸດ ແລະບໍ່ບໍລິສຸດ.

Ezekiel 43

Ezekiel 43:1

ຊາຍຄົນນັ້ພາເອເຊກຽນໄປບ່ອນໃດ?

ຈາກນັ້ນຊາຍຄົນນັ້ນພາເອເຊກຽນໄປປະຕູທີ່ເປີດທາງທິດຕາເວັນອອກ.

ເອເຊກຽນໄດ້ເຫັນຫຍັງ ແລະ ມາຈາກທິດທາງໃດ?

ເອເຊກຽນເຫັນພຣ­­ະສະຫງ່າຣາສີຂອງພຣະເຈົ້າຂອງອິດສະຣາເອນມາຈາກທິດຕາເວັນອອກ.

Ezekiel 43:3

ເອເຊກຽນໄດ້ເຂົ້າໄປໃນເດີ່ນຊັ້ນໃນແນວໃດ?

ພຣະວິນຍານໄດ້ຍົກຊູເອເຊກຽນຂຶ້ນ ແລະ ໄດ້ພາລາວໄປທີ່ເດີ່ນຊັ້ນໃນ.

Ezekiel 43:6

ພຣະຢາເວເວົ້າວ່າພຣະອົງຈະເຮັດຫຍັງຢູ່ໃນເດີ່ນຊັ້ນໃນ?

ພຣະຢາເວກ່າວວ່າພຣະອົງຈະວາງບັນລັງຂອງພຣະອົງຢູ່ທີ່ນັ້ນແລະ ຈະຢູ່ໃນທ່າມກາງຊາວອິດສະລາເອນຢູ່ທີ່ນັ້ນເປັນມິດ.

ປະຊາຊົນອິດສະຣາເອນຈະ​ບໍ່ຖືກຫມິ່ນປະຫມາດນາມບໍລິສຸດຂອງພຣະຢາເວອີກຕໍ່ໄປໃນທາງໃດ?

ປະຊາຊົນອິດສະຣາເອນຈະບໍ່ຖືກຫມິ່ນປະຫມາດນາມບໍລິສຸດຂອງພຣະຢາເວອີກຕໍ່ໄປໂດຍການວາງຂອບເຂດປະຕູຂອງພວກເຂົາຖັດຂອບເຂດປະຕູຂອງພຣະຢາເວ.

Ezekiel 43:10

ພຣະຢາເວໄດ້ບອກເອເຊກຽນໃຫ້ເຮັດຫຍັງແກ່ພຣະວິຫານທີ່ລາວໄດ້ເຫັນໃນນິມິດ?

ພຣະຢາເວໄດ້ບອກເອເຊກຽນໃຫ້ບອກເຊື້ອສາຍອິດສະຣາເອນກ່ຽວກັບພຣະວິຫານທີ່ລາວໄດ້ເຫັນໃນນິມິດນັ້ນ.

ອິດສະຣາເອນຈະຕ້ອງເຮັດຫຍັງເພື່ອໃຫ້ເອເຊກຽນເປີດເຜີຍໃຫ້ພວກເຂົາເຫັນໃນການອອກແບບພຣະວິຫານນັ້ນ?

ອິດສະຣາເອນຈະຕ້ອງມີຄວາມລະອາຍຈາກບາບຂອງພວກເຂົາເພື່ອໃຫ້ເອເຊກຽນເປີດເຜີຍໃຫ້ພວກເຂົາອອກແບບພຣະວິຫານນັ້ນ.

Ezekiel 43:12

ພຣະຢາເວເວົ້າຫຍັງແມ່ນກົດເກນຂອງພຣະວິຫານ?

ພຣະຢາເວກ່າວວ່າກົດເກນຂອງພຣະວິຫານຈະເປັນບ່ອນທີ່ບໍຣິສຸດທີ່ສຸດ.

Ezekiel 43:15

ເຕົາໄຟເທິງແທ່ນບູຊາຈະໃຊ້ໄວ້ເຮັດຫຍັງ?

ເຕົາໄຟເທິງແທ່ນບູຊາຈະຖືກໃຊ້ສຳລັບເຜົາເຄື່ອງເຜົາບູຊາ.

ມີສິ່ງໃດທີ່ຊີ້ຂຶ້ນໄປເທິງຈອມທັງສີ່ຢືນຂື້ນມາຈາກໃຈກາງຂອງແທ່ນ?

ມີເຂົາສີ່ເຂົາຊີ້ຂຶ້ນໄປເທິງຈອມທັງສີ່ຢືນຂື້ນມາຈາກໃຈກາງຂອງແທ່ນ.

Ezekiel 43:18

ພຣະຢາເວໄດ້ກ່າວວ່າສິ່ງໃດຈະເປັນເຄື່ອງບູຊາໄຖ່ບາບສຳລັບພວກປະໂລຫິດຄົນເລວີໃນມື້ທຳອິດ?

ພຣະຢາເວກ່າວວ່າງົວ​ຫນຸ່ມ​ໂຕ​ຫນຶ່ງ​ເປັນເຄື່ອງຖວາຍບູຊາໄຖ່ບາບສຳລັບພວກປະໂລຫິດຄົນເລວີໃນມື້ທຳອິດ.

ເຊື້ອສາຍຂອງໃຜຈະຮັບໃຊ້ເປັນປະໂລຫິດຄົນເລວີທີ່ແທ່ນບູຊານີ້?

ເຊື້ອສາຍຂອງຊາດົກຈະຮັບໃຊ້ເປັນປະໂລຫິດຄົນເລວີທີ່ແທ່ນບູຊານີ້.

Ezekiel 43:20

ການເອົາເລືອດທາທີ່ແທ່ນບູຊາເພື່ອສຳລັບຫຍັງ?

ການເອົາເລືອດທາທີ່ແທ່ນບູຊາຈະເຮັດໃຫ້ຊຳລະໃຫ້ສະອາດແລະ ເຮັດການລົບລ້າງທີ່ນັ້ນ.

Ezekiel 43:22

ພຣະຢາເວກ່າວວ່າສິ່ງທີ່ຈະເປັນເຄື່ອງບູຊາໄຖ່ບາບສຳລັບປະໂລຫິດພວກເລວີໃນມື້ທີສອງແມ່ນຫຍັງ?

ພຣະຢາເວກ່າວວ່າແບ້ຕົວ​ຜູ້​ທີ່​ບໍ່ມີ​ຕຳ­ຫນີ​ຈະເປັນເຄື່ອງບູຊາໄຖ່ບາບສຳລັບປະໂລຫິດພວກເລວີໃນມື້ທີສອງ.

Ezekiel 43:25

ພວກປະໂລຫິດຕ້ອງເຮັດສິ່ງໃດເປັນເວລາເຈັດວັນເພື່ອລົບລ້າງສຳລັບແທ່ນບູຊາ?

ພວກປະໂລຫິດຈະຕ້ອງກະກຽມງົວເຖິກທີ່ບໍ່ມີຕຳຫນິແລະ ລູກແກະທີ່ບໍ່ມີຕຳຫນິເປັນເຄື່ອງເຜົາບູຊາເພື່ອລົບລ້າງສຳລັບແທ່ນບູຊາ.

ໃນວັນທີແປດ ແລະ ຕໍ່ໄປ, ພຣະຢາເວໄດ້ປະກາດວ່າພຣະົງຈະເຮັດຫຍັງ?

ໃນວັນທີແປດແລະຕໍ່ໄປ, ພຣະຢາເວປະກາດວ່າພຣະອົງຈະຍອມຮັບເພວກເຂົາ.

Ezekiel 44

Ezekiel 44:1

ຊາຍຄົນນັ້ນເອົາເອເຊກຽນໄປໃສ?

ຊາຍຄົນນັ້ນໄດ້ນຳເອເຊກຽນກັບຄືນສູ່ປະຕູພຣະວິຫານຂັ້ນນອກທີ່ຊື່ກັບຫນ້າທາງທິດຕາເວັນອອກ.

ມີສິ່ງໄດ້ເຮັດຢູ່ທີ່ປະຕູທາງທິດຕາເວັນອອກ, ແລະ ຍ້ອນຫຍັງ?

ປະຕູທາງທິດຕາເວັນອອກໄດ້ປິດປະຕູແລ້ວ, ເພາະວ່າພຣະຜູ້ເປັນເຈົ້າພຣະເຈົ້າຂອງອິດສະຣາເອນໄດ້ເຂົ້າມາຜ່ານປະຕູນັ້ນ.

Ezekiel 44:4

ກ່ຽວກັບສິ່ງທີ່ເອເຊກຽນໄດ້ບອກໃຫ້ຄິດກ່ຽວກັບພຣະວິຫານຂອງພຣະຢາເວ?

ເອເຊກຽນໄດ້ຖືກບອກໃຫ້ຄິດກ່ຽວກັບພຣະວິຫານທາງເຂົ້າ ແລະ ການອອກໄປຂອງພຣະຢາເວ.

Ezekiel 44:6

ແມ່ນຫຍັງທີ່ເຊື້ອສາຍອິດສະຣາເອນໄດ້ເຮັດການກະທຳທີ່ຫນ້າກຽດຊັງຕໍ່ສະຖານທີ່ບໍຣິສຸດຂອງພຣະຢາເວ?

ເຊື້ອສາຍອິດສະຣາເອນໄດ້ພາ​ຄົນ​ຕ່າງ­ດ້າວ​ທີ່​ບໍ່­ໄດ້­ເຂົ້າ​ພິ­ທີ­ຕັດ​ທັງກາຍ ແລະ ​ໃຈ ເຂົ້າມາຍັງພຣະວິຫານຂອງເຮົາ.

Ezekiel 44:8

ເປັນຫຍັງເຊື້ອສາຍອິດສະຣາເອນຈຶ່ງອະນຸຍາດໃຫ້ຄົນຕ່າງຊາດເຂົ້າໄປໃນພະວິຫານຂອງພຣະຢາເວ?

ເຊື້ອສາຍອິດສະຣາເອນໄດ້ອະນຸຍາດໃຫ້ຄົນຕ່າງປະເທດເຂົ້າໄປໃນພະວິຫານຂອງພຣະຢາເວເພາະວ່າອິດສະຣາເອນໄດ້ຖືກມອບຫນ້າທີ່ໃນການເບິ່ງແຍງພະວິຫານໃຫ້ແກ່ພວກເຂົາ.

Ezekiel 44:10

ຄົນເລວີໄດ້ເຮັດຫຍັງທີ່ຫລົງທາງໄປຈາກພຣະຢາເວ?

ຄົນເລວີຜູ້ທີ່ໄດ້ຫລົງທາງໄປຈາກພຣະຢາເວໄດ້ຍົກເຄື່ອງຖວາຍບູຊາຕໍ່ຮູບເຄົາລົບຂອງພວກເຂົາ.

Ezekiel 44:13

ພຮະຢາເວກ່າວວ່າຄົນເລວີຜູ້ທີ່ຫລົງທາງໄປຈາກພຣະອົງຈະບໍ່ໄດ້ຮັບອະນຸຍາດໃຫ້ເຮັດສິ່ງໃດ?

ພຣະຢາເວປະກາດວ່າຄົນເລວີຜູ້ທີ່ຫລົງທາງໄປຈາກພຣະອົງຈະບໍ່ມາໃກ້ພຣະອົງເພື່ອປະຕິບັດຫນ້າທີ່ເປັນປະໂລຫິດຂອງຫລື ໃກ້ສິ່ງໃດສິ່ງຫນຶ່ງທີ່ບໍຣິສຸດຂອງເຮົາ, ສິ່ງທີ່​ບໍ­ຣິ­ສຸດ​ທີ່ສຸດ.

ພຣະຢາເວໄດ້ໃຫ້ຄົນເລວີຜູ້ທີ່ຫລົງທາງໄປນັ້ນໄປໃສ?

ພຣະຢາເວກ່າວວ່າພຣະອົງຈະຕັ້ງ​ໃຫ້​ພວກ­ເຂົາ​ເປັນ​ຜູ້​ເບິ່ງ­ແຍງໃນ​ພຣະ­ວິ­ຫານໃນຫນ້າທີ່ທຸກຢ່າງ ແລະ ງານທັງປວງໃນ​ພຣະ­ວິ­ຫານ, ສຳລັບຫນ້າທີ່ທທັງຫລາຍ ແລະ ສິ່ງທັງປວງທີ່ໄດ້ເຮັດນັ້ນ.

Ezekiel 44:15

ເປັນຫຍັງພຣະຢາເວຈຶ່ງປະກາດວ່າບັນດາລູກຊາຍຂອງຊາດົກ ຈະເຂົ້າມາໃກ້ພຣະອົງ ແລະ ຈະຢືນຢູ່ຕໍ່ຫນ້າພຣະອົງ?

ບັນ­ດາ​ລູກ­ຊາຍ​ຂອງ​ຊາ­ດົກຈະເຂົ້າມາໃກ້ພຣະອົງ ແລະຈະຢືນຢູ່ຕໍ່ຫນ້າພຣະອົງເພາະວ່າ ພວກເຂົາ​​ເຮັດຫນ້າທີ່ຢ່າງສົມບູນໃນ​ພຣະວິຫານ​ຂອງ​ພຣະຢາເວ ເມື່ອ​ຄົນ​ອິດສະຣາເອນ​ຫລົງ​ໄປ​ຈາກພຣະອົງ​ນັ້ນ.

Ezekiel 44:17

ພວກປະໂລຫິດຄວນແຕ່ງກາຍແບບໃດເມື່ອພວກເຂົາມາຮອດປະຕູພາຍໃນຊັ້ນໃນ ແລະ ເພາະເຫດໃດ?

ພວກປະໂລຫິດຕ້ອງແຕ່ງກາຍທີ່ເຮັດດ້ວຍ­ຜ້າ​ປ່ານເນື້ອດີໃນເວລາທີ່ພວກເຂົາມາຮອດປະຕູພາຍໃນຂອງເດີ່ນທາງໃນເພື່ອບໍ່ໃຫ້ເຫື່ອອອກ.

Ezekiel 44:20

ຜູ້ໃດທີ່ປະໂລຫິດແຕ່ງງານນຳໄດ້?

ປະໂລຫິດຖືກອະນຸຍາດໃຫ້ແຕ່ງງານກັບຍິງສາວຄົນຫນຶ່ງຈາກເຊື້ອສາຍຂອງເຊອິດສະຣາເອນ, ຫລືແມ່ຫມ້າຍທີ່ແຕ່ງງານກັບປະໂລຫິດມາກ່ອນ.

Ezekiel 44:23

ລະຫວ່າງສິ່ງໃດທີ່ປະໂລຫິດຈະສອນຮູ້ຈັກແຍກແຍະແນວໃດ?

ພວກປະໂລຫິດຈະສອນປະຊາຊົນໃຫ້ຮູ້ເຖິງແຍະແຍະລະຫວ່າງສິ່ງສັກສິດ ແລະ ການຫມິ່ນປະຫມາດ, ຄວາມບໍ່ສະອາດຈາກຄົນທີ່ສະອາດ.

ບົດບາດຂອງປະລຫິດແມ່ນເຮັດຫຍັງໃນການຂັດແຍ້ງລະຫວ່າງຊາວອິດສະລາເອນ?

ປະໂລຫິດໄດ້ຢືນຢູ່ໃນການຕັດສິນລະຫວ່າງປະຊາຊົນກັບພຣະບັນຍັດຂອງພຣະຢາເວ, ແລະ ຕ້ອງມີຄວາມຍຸດຕິທຳ.

Ezekiel 44:28

ເປັນຫຍັງປະໂລຫິດຈຶ່ງບໍ່ໄດ້ຮັບຊັບສິນຫລືມໍລະດົກໃດໆໃນແຜ່ນດິນອິດສະຣາເອນ?

ພວກປະໂຣຫິດບໍ່ໄດ້ຮັບຊັບສິນຫລືມໍລະດົກໃດໆໃນແຜ່ນດິນອິດສະຣາເອນເພາະວ່າພຣະຢາເວແມ່ນມໍລະດົກແລະຊັບສິນຂອງພວກເຂົາ.

ໃນລະຫວ່າງນັ້ນ ປະໂຣຫິດຄວນກິນຫຍັງ?

ພວກປະໂຣຫິດຕ້ອງກິນອາຫານຄືເຄື່ອງຖວາຍບູຊາ.

Ezekiel 44:30

ພວກປະໂຣຫິດບໍ່ຄວນກິນສິ່ງໃດ?

ພວກປະໂຣຫິດບໍ່ຄວນກິນຊາກສັດຫລືສັດທີ່ຖືກສັດຮ້າຍກັດ, ບໍ່ວ່າຈະເປັນນົກຫລືສັດຮ້າຍຕ່າງໆ.

Ezekiel 45

Ezekiel 45:1

ປະຊາຊົນຈະຖວາຍເຄື່ອງບູຊາຢ່າງໃດແກ່ພຣະຢາເວໃນເວລາທີ່ພວກເຂົາເຈົ້າຈັບສະຫລາກເພື່ອແບ່ງປັນທີ່ດິນ?

ປະຊາຊົນຕ້ອງຖວາຍດິນແດນສ່ວນຫນຶ່ງທີ່ສັກສິດ ເມື່ອເຈົ້າຈັບສະ­ຫລາກແບ່ງດິນແດນໃຫ້ເປັນມໍລະດົກນັ້ນ .

Ezekiel 45:3

ສ່ວນທີ່ສັກສິດຂອງແຜ່ນດິນນັ້ນຈະເປັນບ່ອນສຳລັບຫຍັງ?

ສ່ວນທີ່ສັກສິດຂອງແຜ່ນດິນຈະເປັນສະຖານທີ່ສຳລັບພຣະວິຫານ ແລະ ຫມູ່ບ້ານຂອງປະໂລຫິດ.

Ezekiel 45:6

ພື້ນທີ່ສຳລັບເມືອງນັ້ນຈະເປັນຂອງໃຜ?

ພື້ນທີ່ສຳລັບເມືອງນັ້ນຈະເປັນຂອງເຊື້ອສາຍອິດສະຣາເອນທຸກຄົນ.

ດິນແດນຂອງໃຜທີ່ຢູ່ທັງສອງຂ້າງຂອງບ່ອນທີ່ສັກສິດແລະ ເມືອງນັ້ນ?

ຜືນດິນຂອງພວກເຈົ້າຊາຍຂອງອິດສະຣາເອນຈະຢູ່ທັງສອງຂ້າງຂອງສະຖານທີ່ສັກສິດ ແລະ ເມືອງນັ້ນ.

Ezekiel 45:9

ພຣະຢາເວບອກພວກກະສັດອິດສະຣາເອນໃຫ້ເລີກເຮັດສິ່ງໃດ?

ພຣະຢາເວບອກບັນດາກະສັດຂອງອິດສະຣາເອນໃຫ້ເລີກການຂັບໄລ່ປະຊາຊົນຂອງພຣະຢາເວ, ແລະ ເລີກໃຊ້ຄວາມຮຸນແຮງ ແລະ ຄວາມວຸ້ນວາຍ.

ພຣະຢາເວເວົ້າວ່າສິ່ງໃດຕ້ອງຮັດໃຫ້ທ່ຽງທໍາ?

ພຣະຢາເວກ່າວວ່າຕາຊັ່ງ, ເອຟາ, ແລະ ບາດ ຕ້ອງເຮັດໃຫ້ຖືກຕ້ອງທ່ຽງທໍາ.

Ezekiel 45:13

ຈະຕ້ອງໃຊ້ນໍ້າມັນຫລາຍປານໃດຈາກສິບບາດຈະເປັວິທີການຖວາຍນໍ້າມັນ?

​ສ່ວນວິທີການຖວາຍນໍ້າມັນ ຈະຕວງ​ດ້ວຍຫນ່ວຍບາດ ຄື​ຫນຶ່ງໃນ​ສິບ​ບາດ.

Ezekiel 45:16

ປະ­ຊາ­ຊົນ​ທັງ​ຫມົດ​ແຫ່ງ​ແຜ່ນ­ດິນ​ນີ້​ຈະມອບ​ເຄື່ອງ​ຖວາຍໃຫ້ກັບໃຜ?

ປະ­ຊາ­ຊົນ​ທັງ​ຫມົດ​ແຫ່ງ​ແຜ່ນ­ດິນ​ນີ້​ຈະມອບ​ເຄື່ອງ​ຖວາຍແກ່​ເຈົ້າຊາຍທັງຫລາຍ​ແຫ່ງ​ອິດສະຣາເອນ.

ໃຜຈະເປັນຜູ້ຈະຈັດຕຽມສັດສຳລັບເຄື່ອງ​ເຜົາ​ບູ­ຊາໃນເທດສະການຂອງອິດສະຣາເອນທັງຫລາຍ?

ແກ່​ເຈົ້າຊາຍທັງຫລາຍ​ແຫ່ງ​ອິດສະຣາເອນຈະຈັດຕຽມສັດສຳລັບເຄື່ອງ​ເຜົາ​ບູ­ຊາ

Ezekiel 45:18

ເມື່ອໃດທີ່ປະໂລຫິດເອົາ​ງົວເຖິກປາສະຈາກຕຳນິຈາກຝູງ ແລະ ມາເຮັດພິທີຖວາຍບູຊາລ້າງບາບ ສຳລັບສະຖານນະມັດສະການ​?

ພວກປະໂລຫິດຈະເອົາ​ງົວເຖິກປາສະຈາກຕຳນິຈາກຝູງ ແລະ ມາເຮັດພິທີຖວາຍບູຊາລ້າງບາບ ໃນມື້ທຳອິດຂອງເດືອນທຳອິດ.

Ezekiel 45:21

ເມື່ອໃດທີ່ຈະມີງານເທດສະການເຂົ້າຈີ່ບໍ່ມີເຊື້ອແປ້ງເຈັດວັນ?

ໃນວັນທີສິບສີ່ຂອງເດືອນທຳອິດຈະມີການຈັດເທດສະການເຂົ້າຈີ່ບໍ່ມີເຊື້ອແປ້ງເຈັດວັນ.

Ezekiel 45:25

ການຖວາຍເຄື່ອງບູຊາອັນໃດທີ່ຈະຖວາຍໃນວັນທີ 15 ຂອງເດືອນເຈັດ?

ໃນວັນທີ 15 ຂອງເດືອນເຈັດ, ມີເຄື່ອງບູ­ຊາໄຖ່ບາບ ເຄື່ອງເຜົາບູ­ຊາ ເຄື່ອງບູ­ຊາພືດຜົນເປັນເມັດ ແລະຖວາຍນໍ້າ­ມັນ.

Ezekiel 46

Ezekiel 46:1

ພຣະຢາເວໄດ້ກ່າວວ່າປະຕູທາງທິດຕາເວັນອອກຂອງເດີ່ນຊັ້ນໃນຈະໃຫ້ເປີດອອກເມື່ອໃດ?

ພຣະຢາເວກ່າວວ່າປະຕູທິດຕາເວັນອອກຂອງເດີ່ນຊັ້ນໃນຈະຖືກເປີດໃນວັນຊະບາໂຕ ແລະ ໃນວັນຂຶ້ນຫນຶ່ງຄໍ່າ.

ເຈົ້າຊາຍເມືອງອິດສະຣາເອນຈະນະມັດສະການຢູ່ໃສ?

ເຈົ້າຊາຍເມືອງອິດສະຣາເອນຈະນະມັດສະການຢູ່ຂອບເຂດປະຕູທາງໃນ.

Ezekiel 46:3

ເຄື່ອງຖວາຍບູຊາຢ່າງໃດທີ່ເປັນຂອງເຈົ້າຊາຍໃນວັນຊະບາໂຕ?

ເຈົ້າຊາຍຈະຖວາຍແກະຫົກໂຕທີ່ບໍ່ມີຕຳຫນິແລະລູກແກະທີ່ບໍ່ມີຕຳຫນິ

Ezekiel 46:6

ພຣະຢາເວເວົ້າວ່າກົດລະບຽບໃດກ່ຽວກັບເຈົ້າຊາຍຕ້ອງອອກໄປຫລັງຈາກນະມັດສະການ?

ພຣະຢາເວກ່າວວ່າກົດລະບຽບແມ່ນວ່າເຈົ້າຊາຍນັ້ນຕ້ອງເຂົ້າອອກໄປທາງດຽວກັບທີ່ລາວເຂົ້າມານະມັດສະການ.

Ezekiel 46:9

ພຣະຢາເວກ່າວວ່າແມ່ນລະບຽບແນວໃດກ່ຽວກັບວິທີທີ່ປະຊາຊົນຕ້ອງອອກໄປຫລັງຈາກທີ່ພວກເຂົານະມັດສະການ?

ພຣະຢາເວກ່າວວ່າລະບຽບແມ່ນວ່າປະຊາຊົນຕ້ອງກັບອອກໄປທາງດ້ານກົງກັນຂ້າມກັບທາງທີ່ເຂົ້າມາ..

Ezekiel 46:11

ເຈົ້າຊາຍຕ້ອງເຮັດຫຍັງໃນງານເທດສະການເມື່ອລາວຖວາຍເຄື່ອງບູຊາຕາມໃຈສະຫມັກ?

ເຈົ້າຊາຍຈະຕ້ອງເປີດປະຕູທິດຕາເວັນອອກສຳລັບການຖວາຍເຄື່ອງບູຊາ, ແລ້ວອອກໄປ ແລະ ປິດປະຕູຫລັງນັ້ນ.

Ezekiel 46:13

ພຣະຢາເວກ່າວວ່າແມ່ນສິ່ງໃດທີ່ເປັນເຄື່ອງເຜົາບູຊາທຸກໆຕອນເຊົ້າ?

ພຣະຢາເວກ່າວວ່າແກະທີ່ບໍ່ມີຕຳຫນິຫນຶ່ງປີຈະຖືກຖວາຍເປັນເຄື່ອງເຜົາບູຊາທຸກໆເຊົ້າ.

Ezekiel 46:16

ຕາມພຣະຢາເວ, ຜູ້ໃດທີ່ຈະໄດ້ຮັບມໍລະດົກຂອງເຈົ້າຊາຍ?

ມູນມໍລະດົກຂອງເຈົ້າຊາຍຈະໄດ້ຮັບໂດຍລູກຊາຍຂອງເພິ່ນ.

ເປັນຫຍັງພຣະຢາເວຈຶ່ງເວົ້າວ່າເຈົ້າຊາຍບໍ່ຕ້ອງເອົາມໍລະດົກຂອງປະຊາຊົນອອກໄປ?

ມໍລະດົກຂອງປະຊາຊົນຈະບໍ່ຕ້ອງຖືກເອົາໄປທີ່ໃດເພື່ອພວກເຂົາຈະບໍ່ກະຈັດກະຈາຍໄປຈາກຊັບສິນຂອງພວກເຂົາເອງ.

Ezekiel 46:19

ເປັນຫຍັງພວກປະໂລຫິດຈຶ່ງບໍ່ນຳເອົາຄວາມຜິດ, ບາບ, ແລະ ເຄື່ອງບູຊາເມັດພືດອອກໄປທີ່ເດີ່ນຊັ້ນນອກ?

ພວກປະໂລຫິດບໍ່ຄວນນຳເຄື່ອງຖວາຍເຫລົ່ານັ້ນອອກໄປທີ່ເດີ່ນຊັ້ນນອກ ແລະ ອັນເປັນການນຳເອົາຄວາມບໍ­ຣິ­ສຸດສັກ­ສິດໄປເຖິງປະ­ຊາ­ຊົນ.

Ezekiel 46:21

ຈະເຮັດແນວໃດໃນການແຕ່ງອາຫານຢູ່ແຈຂອງເດີ່ນຊັ້ນນອກ?

ໃນການປຸງແຕ່ງອາຫານຢູ່ແຈຂອງເດີ່ນນອກ, ຜູ້ຮັບໃຊ້ໃນພຣະວິຫານຈະຕົ້ມເຄື່ອງບູຊາຂອງປະຊາຊົນ.

Ezekiel 47

Ezekiel 47:1

ພຣະວິຫານຫັນຫນ້າໄປທິດທາງໃດໃນນິມິດຂອງເອເຊກຽນ?

ພຣະວິຫານໄດ້ຫັນຫນ້າໄປທາງທິດຕາເວັນອອກ.

ເອເຊກຽນເຫັນຫຍັງຢູ່ປະຕູທາງຕາເວັນອອກ?

ເອເຊກຽນເຫັນນໍ້າໄຫລອອກຈາກປະຕູໄປທາງທິດຕາເວັນອອກ, ທາງທິດໃຕ້.

Ezekiel 47:3

ເອເຊກຽນໄດ້ເຫັນນັ້ນນໍ້ານັ້ນເລິກເທົ່າໃດ?

ນໍ້າກາຍເປັນແມ່ນໍ້າທີ່ເລິກເກີນໄປທີ່ຈະບໍ່ລອຍຂ້າມ.

Ezekiel 47:6

ສິ່ງທີ່ຢູ່ສອງຝັ່ງແມ່ນໍ້າແມ່ນຫຍັງ?

ຢູ່ສອງຟາກຝັ່ງແມ່ນໍ້າ, ແຄມແມ່ນໍ້າມີຕົ້ນໄມ້ຫລາຍຕົ້ນ.

ນໍ້ານີ້ໄຫລໄປໃສ, ແລະມັນເຮັດຫຍັງຢູ່ບ່ອນນັ້ນ?

ນໍ້ານີ້ໄຫລໄປສູ່ທະເລເກືອ ແລະ ຈະຟື້ນຟູໃຫ້ມີຄວາມສົດໃຫມ່.

Ezekiel 47:11

ສິ່ງໃດທີ່ຈະບໍ່ເຮັດໃຫ້ມັນສົດໃຫມ່ຢູ່ທະເລເກືອນັ້ນ?

ບຶງຫນອງ ແລະຫນອງນໍ້າຈະບໍ່ເຮັດໃຫ້ສົດໃຫມ່ຢູ່ທະເລເກືອ.

ຕົ້ນໄມ້ຊະນິດໃດທີ່ຈະເຕີບໃຫຍ່ຢູ່ແຄມແມ່ນໍ້າ, ແລະພວກມັນຈະປູກໄດ້ແນວໃດ?

ຕົ້ນໄມ້ກິນຫມາກຈະເຕີບໃຫຍ່ຢູ່ແຄມແມ່ນໍ້າ, ໃຫ້ຫມາກ ໃນແຕ່ລະເດືອນແລະບໍ່ຫ່ຽວແຫ້ງໄປ.

Ezekiel 47:13

ໃຜຈະໄດ້ຮັບດິນແດນສອງສ່ວນໃນທ່າມກາງເຜົ່າຂອງອິດສະຣາເອນ?

ໂຢເຊັບຈະໄດ້ຮັບດິນແດນສອງສ່ວນໃນທ່າມກາງເຜົ່າຂອງອິດສະຣາເອນ.

Ezekiel 47:15

ເຂດແດນທາງເຫນືອຂອງແຜ່ນດິນຈະໄປຮອດຂອບເຂດແດນຂອງເມືອງໃດ?

ເຂດແດນທາງເຫນືອຂອງແຜ່ນດິນຈະໄປຮອດຊາຍແດນເມືອງດາມັສກັດ.

Ezekiel 47:18

ເຂດແດນທາງຕາເວັນອອກຂອງແຜ່ນດິນແມ່ນຫຍັງ?

ເຂດແດນທາງຕາເວັນອອກຂອງແຜ່ນດິນແມ່ນແມ່ນໍ້າຈໍແດນ.

ຫ້ວຍນໍ້າອັນໃດທີ່ຈະເປັນສ່ວນຫນຶ່ງຂອງເຂດແດນພາກໃຕ້ຂອງທີ່ດິນ?

ຫ້ວຍນໍ້າຂອງເອຢິບຈະເປັນສ່ວນຫນຶ່ງຂອງເຂດແດນທາງໃຕ້ຂອງແຜ່ນດິນ.

ເຂດແດນທາງຕາເວັນຕົກຂອງປມ່ນດິນແມ່ນຫຍັງ?

ເຂດແດນທາງຕາເວັນຕົກຂອງແຜ່ນດິນແມ່ນທະເລໃຫຍ່.

Ezekiel 47:21

ຊາວອິດສະຣາເອນໄດ້ແນວໃດໃນການກຳນົດມໍລະດົກສຳລັບແຕ່ລະຄົນໃນແຜ່ນດິນ?

ຊາວອິດສະຣາເອນຕ້ອງໄດ້ຈັບສະຫລາກກັນເພື່ອກຳຫນົດມໍລະດົກສຳລັບແຕ່ລະຄົນໃນແຜ່ນດິນ.

ຜູ້ໃດທີ່ໄດ້ຮັບການປະຕິບັດຄືກັນກັບຊາວອິດສະຣາເອນໂດຍກຳເນີດ?

ຄົນຕ່າງຊາດທີ່ອາໄສຢູ່ໃນທ່າມກາງຊາວອິດສະຣາເອນຕ້ອງໄດ້ຮັບການປະຕິບັດຄືກັນກັບຊາວອິດສະຣາເອນໂດຍກຳເນີດ.

Ezekiel 48

Ezekiel 48:1

ເຜົ່າໃດທີ່ຈະໄດ້ຮັບດິນແດນທາງເຫນືອຂອງອິດສະຣາເອນ?

ເຜົ່າດານຈະໄດ້ຮັບແຜ່ນດິນຢູ່ທາງພາກເຫນືອຂອງອິດສະຣາເອນ.

ເຜົ່າໃດທີ່ຢູ່ທາງໃຕ້ຂອງເຂດແດນຂອງເຜົ່າດານ?

ເຜົ່າຂອງອາເຊຈະຢູ່ທາງໃຕ້ຕິດກັບເຂດແດນຂອງເຜົ່າດານ.

ເຜົ່າໃດທີ່ຢູ່ທາງໃຕ້ຂອງເຂດແດນຂອງເຜົ່າອາເຊ?

ເຜົ່ານັບທາລີຈະຢູ່ທາງທິດໃຕ້ຕິດກັບເຂດແດນຂອງອາເຊ.

Ezekiel 48:4

ຕາມລຳດັບແລ້ວ, ສີ່ເຜົ່າໃດແດ່ຈະເປັນພາກໃຕ້ຂອງເຜົ່ານັບທາລີ?

ຕາມລຳດັບແລ້ວ, ສີ່ເຜົ່າທາງທິດໃຕ້ຂອງນັບທາລີແມ່ນມານາເຊ, ເອຟາອິມ, ຣູເບັນ, ແລະຢູດາ.

Ezekiel 48:8

ສິ່ງໃດທີ່ຈະຢູ່ກາງຂອງທີ່ດິນແດນຕັ້ງຢູ່ລຽບຕາມເຂດແດນກັບຢູດາ?

ພຣະວິຫານຈະຕັ້ງຢູ່ເຄິ່ງກາງຂອງແຜ່ນດິນຕັ້ງຢູ່ລຽບຕາມເຂດແດນຢູດາ.

Ezekiel 48:10

ຜູ້ໃດຈະອາໄສຢູ່ໃນດິນແດນທີ່ຢູ່ອ້ອມພຣະວິຫານຂອງພຣະຢາເວ?

ພວກປະໂລຫິດຂອງເຊື້ອສາຍຂອງຊາດົກຈະອາໄສຢູ່ເທິງແຜ່ນດິນທີ່ຢູ່ອ້ອມພະວິຫານຂອງພຣະຢາເວ.

Ezekiel 48:13

ຜູ້ໃດຈະອາໄສຢູ່ໃນດິນແດນທີ່ຕິດກັບດິນປດນຂອງປະໂຣຫິດ?

ພວກເລວີຈະອາໄສຢູ່ໃນດິນແດນຕິດກັບດິນແດນຂອງປະໂລຫິດ.

Ezekiel 48:17

ທີ່ດິນສ່ວນທີ່ເຫລືອຂອງການຖວາຍດິນແດນທີ່ສັກສິດຈະຖືກນຳໃຊ້ເພື່ອເຮັດຫຍັງ?

ທີ່ດິນທີ່ຍັງເຫລືອຈາກການຖວາຍສັກສິດຈະຖືກ ນຳໃຊ້ເພື່ອຜະລິດອາຫານສຳລັບຜູ້ທີ່ເຮັດວຽກໃນເມືອງ.

Ezekiel 48:21

ດິນແດນທາງຕາເວັນອອກ ແລະ ທິດຕາເວັນຕົກຕິດກັບດິນແດນສັກສິດທີ່ໄດ້ຖວາຍນັ້ນຄວນຈະເປັນຂອງໃຜ?

ດິນແດນທາງຕາເວັນອອກ ແລະ ທິດຕາເວັນຕົກຕິດກັບດິນແດນສັກສິດທີ່ໄດ້ຖວາຍນັ້ນຄວນຈະເປັນຂອງເຈົ້າຊາຍ.

Ezekiel 48:27

ແມ່ນຫຍັງຈະເປັນເຂດແດນພາກໃຕ້ຂອງກາດ?

ເຂດແດນທາງທິດໃຕ້ຂອງກາດແມ່ນຂະຫຍາຍຈາກເມືອງທາມາໄປຫາແມ່ນໍ້າຂອງເມຣິບາຄາເດັດ, ແລະ ໄປຫາແມ່ນໍ້າຂອງເອຢີບ, ແລະຈາກນັ້ນໄປສູ່ທະເລອັນກ້ວາງໃຫຍ່.

Ezekiel 48:30

ມີຈັກປະຕູທີ່ຕັ້ງຢູ່ທາງທິດເຫນືອຂອງເມືອງ, ແລະພວກເຂົາຈະເອີ້ນວ່າແນວໃດ?

ຈະມີສາມປະຕູທາງທິດເຫນືອຂອງເມືອງ, ໃນນັ້ນມີປະຕູຫນຶ່ງຊື່ວ່າຣູເບັນ, ປະຕູຫນຶ່ງສຳລັບຢູດາ ແລະປະຕູຫນຶ່ງສຳລັບເລວີ.

Ezekiel 48:33

ເມືອງນີ້ຈະມີຊື່ວ່າຢ່າງໃດ?

ເມືອງນີ້ຈະມີຊື່ວ່າ "ພຣະຢາເວສະຖິດທີ່­ນັ້ນ".