ພາສາລາວ (Lao): translationQuestions Print

Updated ? hours ago # views See on WACS

Ephesians 1

Ephesians 1:1

ໃນຈົດໝາຍສະບັບນີ້ໂປໂລພັນລະນາເຖິງຄົນທີ່ລາວກຳລັງຂຽນເຖິງວ່າແນວໃດ?

ໂປໂລໄດ້ພັນລະນາເຖິງຄົນທີ່ລາວກຳລັງຂຽນເຖິງວ່າ ເປັນໄພ່ພົນຂອງພຣະເຈົ້າ, ເປັນຜູ້ຊື່ສັດໃນອົງພຣະເຢຊູຄຣິດເຈົ້າ.

Ephesians 1:3

ພຣະບິດາເຈົ້າໄດ້ຊົງອວຍພຣະພອນໃຫ້ເເກ່ຜູ້ທີ່ເຊື່ອໃນສິ່ງໃດເເດ່?

ພຣະບິດາເຈົ້າໄດ້ຊົງໂຜດປະທານພຣະພອນໃຫ້ເຮົາ ດ້ວຍພຣະພອນຝ່າຍວິນຍານທຸກປະການໃນສະຫວັນສະຖານໃນພຣະຄຣິດເຈົ້າ.

ພຣະບິດາເຈົ້າໄດ້ຊົງເລືອກບັນດາຜູ້ທີ່ເຊື່ອໃນພຣະຄຣິດຕັ້ງເເຕ່ເມື່ອໃດ?

ພຣະເຈົ້າໄດ້ຊົງເລືອກພວກເຮົາໄວ້ໃນພຣະອົງ ຕັ້ງແຕ່ກ່ອນການເນລະມິດສ້າງໂລກ.

ພຣະເຈົ້າໄດ້ຊົງເລືອກເອົາບັນດາຜູ້ທີ່ເຊື່ອເພື່ອຫຍັງ?

ພຣະເຈົ້າໄດ້ຊົງເລືອກບັນດາຜູ້ທີ່ເຊື່ອເພື່ອເຮົາຈະໄດ້ເປັນຄົນບໍຣິສຸດ ແລະ ປາສະຈາກຂໍ້ຕິຕຽນຕໍ່ ພຣະພັກພຣະອົງ.

Ephesians 1:5

ເປັນຫຍັງພຣະເຈົ້າຈຶ່ງໄດ້ຊົງເລືອກຜູ້ທີ່ເຊື່ອໄວ້ລ່ວງໜ້າເພື່ອເເຕ່ງຕັ້ງໃຫ້ພວກເຂົາເປັນບຸດຂອງພຣະອົງ?

ພຣະເຈົ້າໄດ້ຊົງເລືອກພວກເຮົາໄວ້ກ່ອນລ່ວງຫນ້າແລ້ວ ເພື່ອໃຫ້ເຮົາ ໄດ້ຮັບການແຕ່ງຕັ້ງເປັນບຸດຂອງພຣະອົງ ໂດຍທາງພຣະເຢຊູຄຣິດເຈົ້າ, ພຣະອົງຊົງກະທຳເຊັ່ນນີິ້ ເພາະພຣະອົງຊອບພຣະໄທ ທີ່ຈະກະທຳຕາມຈຸດປະສົງຂອງພຣະອົງ.

Ephesians 1:7

ຜູ້ທີ່ເຊື່ອຈະໄດ້ຮັບສິ່ງໃດເເດ່ໂດຍຜ່ານທາງພຣະໂລຫິດຂອງພຣະຄຣິດຜູ້ເປັນທີ່ຮັກຂອງພຣະເຈົ້າ?

ຜູ້ທີ່ເຊື່ອໄດ້ຮັບການໄຖ່ ໂດຍຜ່ານທາງພຣະໂລຫິດຂອງພຣະອົງ ແລະ ການອະໄພບາບທັງປວງ, ເຮົາໄດ້ຮັບສິ່ງນີ້ເພາະຄວາມມັ່ງຄັ້ງແຫ່ງພຣະຄຸນຂອງພຣະອົງ.

Ephesians 1:9

ພະເຈົ້າຈະເຮັດແນວໃດເມື່ອເຖິງເວລາທີ່ແຜນການຂອງພຣະອົງໃກ້ຈະສໍາເລັດ?

ພຣະເຈົ້າ ໄດ້ເຮັດໃຫ້ພວກເຮົາຮູ້ເຖິງຄວາມຈິງແຫ່ງແຜນການ ຂອງພຣະອົງ ທີ່ຖືກປິດບັງໄວ້, ຕາມພຣະປະສົງຂອງພຣະອົງ, ແລະຊຶ່ງສະແດງໃຫ້ເຫັນແລ້ວໃນພຣະຄຣິດເຈົ້າ.

Ephesians 1:13

ຜູ້ທີ່ເຊື່ອໄດ້ຮັບການປະທັບຕາຫຍັງໃນເວລາທີ່ພວກເຂົາໄດ້ຮັບຟັງພຣະຄຳແຫ່ງຄວາມຈິງ?

ຜູ້ທີ່ເຊື່ອໄດ້ຮັບໄດ້ຖືກປະທັບຕາໄວ້ໂດຍພຣະວິນຍານບໍຣິສຸດເຈົ້າທີ່ຊົງສັນຍາ.

ພຣະວິນຍານເປັນສິ່ງຄໍ້າປະກັນຫຍັງ?

ພຣະວິນຍານເເມ່ນເຄື່ອງມັດຈຳລ່ວງຫນ້າວ່າເຮົາຈະໄດ້ຮັບມໍຣະດົກ ຂອງພວກເຮົາກ່ອນເຖິງເວລາຄອບຄອງນີ້ກໍເພື່ອໃຫ້ເປັນທີ່ສັນ​ລະເສີນ ແດ່ພຣະກຽດຕິຍົດຂອງພຣະອົງ.

Ephesians 1:17

ໂປໂລອະທິຖານຂໍສິ່ງໃດໃຫ້ຊາວເອເຟໂຊເພື່ອທີ່ຈະເຂົ້າໃຈໃນເລື່ອງຂອງຄວາມສະຫວ່າງ?

ໂປໂລຂໍອະທິຖານໃຫ້ດວງຕາແຫ່ງໃຈຂອງພວກເຈົ້າ ໄດ້ເຫັນຄວາມສະຫວ່າງ, ເພື່ອພວກເຈົ້າ ຈະໄດ້ເກີດຄວາມຫມັ້ນໃຈ ໃນການຊົງເອີ້ນຂອງພຣະອົງ ແລະອະທິຖານຂໍໃຫ້ພວກເຈົ້າຮູ້ວ່າມໍຣະດົກ ທີ່ພຣະເຈົ້າປະທານສຳລັບພວກໄພ່ພົນຂອງພຣະອົງນັ້ນມີສະຫງ່າຣາສີອັນອຸດົມສົມບູນພຽງໃດ.

Ephesians 1:19

ເເມ່ນຫຍັງຄືຣິດເດດອັນດຽວກັນໍຊຶ່ງທຳການຢູ່ພາຍໃນເຮົາຜູ້ທີ່ເຊື່ອໃນພຣະຄຣິດ?

ຄືຣິດເດດທີ່ກະທຳໃນພຣະຄຣິດເຈົ້າ ເມື່ອພຣະເຈົ້າຄືນພຣະຊົນ ຂຶ້ນມາຈາກຄວາມຕາຍ ແລະຊົງປະທັບທີ່ເບື້ອງຂວາພຣະຫັດ ຂອງພຣະເຈົ້າໃນສະຫວັນສະຖານ.

Ephesians 1:22

ພຣະເຈົ້າໄດ້ຊົງກະທໍາສິ່ງໃດຢູ່ໃຕ້ພ​ຣະບາດຂອງພຣະຄຣິດ?

ພຣະເຈົ້າ ໄດ້ຊົງກະທຳໃຫ້ທຸກໆສິ່ງຢູ່ໃຕ້ພຣະບາດຂອງພຣະຄຣິດ.

ສິດອຳນາດຂອງພຣະຄຣິດຢູ່ໃນຄຣິສຕະຈັກແມ່ນຢູ່ໃນຕໍາເເຫນ່ງໃດ?

ທຸກສິ່ງຢູ່ໃຕ້ພຣະບາດຂອງພຣະຄຣິດເຈົ້າ ແລະ ກະທຳໃຫ້ພຣະອົງເປັນປະມຸກ ເຫນືອສິ່ງສາຣະພັດໃນຄຣິສຕະຈັກ.

ຄຣິສຕະຈັກເເມ່ນຫຍັງ?

ຄຣິສຕະຈັກເເມ່ນພຣະກາຍຂອງພຣະຄຣິດ.

Ephesians 2

Ephesians 2:1

ສະພາບຝ່າຍຈິດວິນຍານຂອງບັນດາຜູ້ທີ່ບໍ່ເຊື່ອທັງໝົດເປັນຢ່າງໃດ?

ບັນດາຜູ້ທີ່ບໍ່ເຊື່ອທັງໝົດໄດ້ຕາຍແລ້ວຝ່າຍວິນຍານ ຍ້ອນການລ່ວງລະເມີດ ແລະ ກະທໍາບາບນາໆປະການຂອງພວກເຂົາ.

ຜູ້ທີ່ເຮັດວຽກຢູ່ໃນສະ​ພາບ​ເປັນ​ບຸດທີ່ບໍ່ເຊື່ອຟັງ?

ຜູ້ທີ່ມີຣິດອຳນາດປົກຄອງຢູ່ໃນຍານອາກາດ, ວິນຍານຊຶ່ງຄອບງວຳ ຢູ່ທ່າມກາງຜູ້ທີ່ບໍ່ເຊື່ອຟັງ.

ໂດຍທໍາມະຊາດເເລ້ວ ຜູ້ທີ່​ຍັງບໍ່ໄດ້ເຊື່ອທັງຫມົດນັ້ນເປັນ​ຄົນເເນວໃດ?

ໂດຍທໍາມະຊາດເເລ້ວ ຜູ້ທີ່​ຍັງບໍ່ໄດ້ເຊື່ອທັງຫມົດເເມ່ນເປັນບຸກຄົນທີ່ຕ້ອງຖືກລົງໂທດ.

Ephesians 2:4

ເປັນຫຍັງພຮະເຈົ້າຈຶ່ງນໍາຄົນທີ່ຍັງບໍ່ເຊື່ອບາງຄົນມາເຖິງຊີວິດໃຫມ່ດ້ວຍກັນກັບພຣະຄຣິດ?

ພຣະເຈົ້າຊົງນຳຄົນທີ່ບໍ່ເຊື່ອມາເຖິງຊີວິດໃຫມ່ດ້ວຍກັນກັບພຣະຄຣິດເຈົ້າ ເພາະດ້ວຍພຣະເຈົ້າຊົງມີຄວາມເມດຕາເຫລືອລົ້ນ ເເລະ ດ້ວຍຄວາມຮັກອັນຍິ່ງໃຫ່ຍຂອງພຣະອົງ.

ຜູ້ທີ່ເຊື່ອໄດ້ຮັບຄວາມລອດດ້ວຍສິ່ງໃດ?

ຜູ້ທີ່ເຊື່ອໄດ້ຮັບຄວາມລອດໄດ້ໂດຍພຣະຄຸນຂອງພຣະເຈົ້າ.

ຜູ້ທີ່ເຊື່ອຈະໄດ້ນັ່ງຢູ່ໃສ?

ຜູ້ທີ່ເຊື່ອຈະໄດ້ນັ່ງດ້ວຍກັນກັບພຣະຄຣິດໃນສະຫວັນສະຖານ.

ພຮະເຈົ້າຊົງກະທໍາໃຫ້ຜູ້ທີ່ເຊື່ອລອດ ເເລະ ເປັນຂຶ້ນມາເພື່ອເຫດຜົນອັນໃດ?

ພຮະເຈົ້າຊົງກະທໍາໃຫ້ຜູ້ທີ່ເຊື່ອລອດ ເເລະ ເປັນຂຶ້ນມາເພື່ອພຣະອົງຈະໄດ້ຊົງສຳແດງເຫັນເຖິງພຣະຄຸນອັນອຸດົມເຫລືອລົ້ນທີ່ຈະມາເຖິງ ທັ້ງນີ້ໂດຍທາງພຣະເມດຕາຂອງພຣະອົງທີ່ສະແດງແກ່ເຮົາທັງຫລາຍໃນພຣະເຢຊູຄຣິດເຈົ້າ.

Ephesians 2:8

ສິ່ງໃດທີ່ບໍ່ຕ້ອງການໃຫ້ຜູ້ທີ່ເຊື່ອໂອ້ອວດ ເເລະ ຍ້ອນຫຍັງ?

ເພື່ອບໍ່ຕ້ອງການໃຫ້ຜູ້ທີ່ເຊື່ອໂອ້ອວດໃນການກະທໍາຂອງຕົວເອງ ດ້ວຍວ່າພຣະຄຸນຂອງພຣະເຈົ້າທີ່ຊົງປະທານໃຫ້ຜູ້ທີ່ເຊື່ອທັງຫລາຍຈຶ່ງໄດ້ຮັບຄວາມລອດ.

ພຣະເຈົ້າໄດ້ຊົງສ້າງຜູ້ທີ່ເຊື່ອໃນພຣະເຢຊູຄຣິດຂຶ້ນເພື່ອຈຸດປະສົງອັນໃດ?

ຈຸດປະສົງຂອງພຣະເຈົ້າທີ່ສ້າງຜູ້ທີ່ເຊື່ອໃນພຣະເຢຊູຄຣິດຂຶ້ນມາກໍ່ເພື່ອໃຫ້ປະກອບການດີ ຊຶ່ງພຣະເຈົ້າໄດ້ຊົງຈັດຕຽມລ່ວງຫນ້າໄວ້ກ່ອນແລ້ວ, ເພື່ອໃຫ້ເຮົາທັງຫລາຍໄດ້ປະຕິບັດຕາມ.

Ephesians 2:11

ສະພາບຝ່າຍວິນຍານຂອງຄົນຕ່າງຊາດທີ່ບໍ່ມີຄວາມເຊື່ອເປັນຢ່າງໃດ?

ຄົນຕ່າງຊາດທີ່ບໍ່ໄດ້ເຊື່ອເເມ່ນໄດ້ຖືກແຍກອອກຈາກພຣະຄຣິດເຈົ້າ, ເປັນຄົນຕ່າງຊາດສຳລັບຊາວອິດສະຣາເອນ, ເປັນຄົນແປກຫນ້ານອກພັນທະສັນຍາ, ບໍ່ມີຄວາມຫວັງ ແລະ ປາສະຈາກພຣະເຈົ້າ.

Ephesians 2:13

ສິ່ງໃດທີ່ເຮັດໃຫ້ຄົນຕ່າງຊາດທີ່ບໍ່ເຊື່ອບາງຄົນເຂົ້າມາໃກ້ພຣະເຈົ້າ?

ຄົນຕ່າງຊາດທີ່ບໍ່ເຊື່ອບາງຄົນເຂົ້າມາໃກ້ພຣະເຈົ້າໄດ້ກໍ່ຍ້ອນຜ່ານທາງພຣະໂລຫິດຂອງພຣະຄຣິດເຈົ້າ.

ພຣະຄຣິດໄດ້ປ່ຽນເເປງຄວາມສໍາພັນລະຫວ່າງຄົນຕ່າງຊາດ ເເລະ ຄົນຍິວຢ່າງໃດ?

ພຣະຄຣິດໄດ້ປ່ຽນເເປງຄວາມສໍາພັນລະຫວ່າງຄົນຕ່າງຊາດ ເເລະ ຄົນຍິວໄດ້ໂດຍເນື້ອຫນັງຂອງພຣະອົງເອງ, ພຣະອົງຊົງທຳລາຍກຳແພງ ແຫ່ງຄວາມແຕກແຍກທີ່ຂວາງກັ້ນພວກເຂົາໄວ້.

ພຣະຄຣິດຊົງຍົກເລີກການກະທໍາສິ່ງໃດເພື່ອກະທໍາໃຫ້ເກີດສັນຕິສຸກລະຫວ່າງຄົນຢິວ ເເລະ ຄົນຕ່າງຊາດ?

ພຣະອົງໄດ້ຊົງຍົກເລີກບັນຊີ ແລະ ກົດບັນຍັດຕ່າງໆ ເພື່ອຈະໄດ້ສ້າງຄົນໃຫມ່ ຄົນ ດຽວຂື້ນໃນພຣະອົງ, ແລະ ພຣະອົງຊົງສ້າງສັນຕິສຸກລະຫວ່າງຄົນຍິວ ເເລະ ຄົນຕ່າງຊາດ.

Ephesians 2:17

ບັນດາຜູ້ທີ່ເຊື່ອທຸກຄົນສາມາດເຂົ້າເຖິງພຣະບິດາໄດ້ດ້ວຍວິທີໃດ?

ບັນດາຜູ້ທີ່ເຊື່ອທຸກຄົນສາມາດເຂົ້າເຖິງພຣະບິດາໄດ້ໂດຍພຣະວິນຍານອົງດຽວກັນ.

Ephesians 2:19

ໃນຄອບຄົວຂອງພຣະເຈົ້າສ້າງຂຶ້ນຢູ່ເທິງຮາກຖານອັນໃດ?

ໃນຄອບຄົວຂອງພຣະເຈົ້າໄດ້ຖືກສ້າງຂຶ້ນເທິງຮາກຖານ ຊຶ່ງພວກອັກຄະສາວົກ ແລະ ພວກຜູ້ປະກາດພຣະທັມ, ພຣະເຢຊູຄຣິດເຈົ້າເອງ ຊົງເປັນຫີນເສົາເອກ.

ຣິດອໍານາດຂອງພຣະເຢຊູໄດ້ກະທໍາສິ່ງອັນໃດໃນການສ້າງວິຫານຂອງຄອບຄົວພຣະອົງ?

ຣິດອໍານາດຂອງພຣະອົງໄດ້ກະທໍາໃຫ້ທຸກສ່ວນຂອງໂຄງຮ່າງ ກໍຕິດຕໍ່ເຊື່ອມສະຫນິດກັນດີ ແລະ ຈະເຣີນຂຶ້ນເປັນວິຫານອັນສັກສິດໃນອົງພຣະຜູ້ເປັນເຈົ້າ.

ວິຫານຂອງຄອບຄົວພຣະເຈົ້າເປັນວິຫານລັກ​ສະ​ນະເເບບໃດ?

ວິຫານຂອງຄອບຄົວພຣະເຈົ້າເປັນວິຫານທີ່ຖືກຕັ້ງໄວ້ເປັນຂອງອົງພຣະຜູ້ເປັນເຈົ້າ.

ພຣະເຈົ້າຊົງສະຖິດຝ່າຍວິນຍານຢູ່ໃສ?

ພຣະເຈົ້າຊົງສະຖິດໃນຝ່າຍພຣະວິນຍານພາຍໃນຜູ້ທີ່ເຊື່ອ.

Ephesians 3

Ephesians 3:1

ພຣະເຈົ້າໄດ້ມອບຂອງປະທານໃຫ້ທ່ານໂປໂລເພື່ອເປັນປະໂຫຍດໃຫ້ເເກ່ກຸ່ມຄົນໃດ?

ພຣະເຈົ້າໄດ້ມອບຂອງປະທານໃຫ້ທ່ານໂປໂລເພື່ອເປັນປະໂຫຍດໃຫ້ເເກ່ກຸ່ມຄົນຕ່າງຊາດ.

Ephesians 3:3

ສິ່ງໃດທີ່ບໍ່ໄດ້ຖືກເຮັດໃຫ້ເປັນທີ່ຮູ້ຈັກແກ່ເຊື້ອຊາດຂອງມະນຸດໃນຄົນລຸ້ນອື່ນໆ?

ກ່ຽວກັບຄວາມຈິງເລື່ອງພຣະຄຣິດ ຊຶ່ງໃນສະໄຫມກ່ອນ ຄວາມຈິງເລື່ອງນີ້ ບໍ່ໄດ້ສຳແດງໃຫ້ແກ່ມະນຸດຄົນໃດ.

ພຣະເຈົ້າໄດ້ຊົງເປີດເຜີຍເລື່ອງທີ່ຖືກປິດບັງໄວ້ຈາກມະນຸດໃນຄົນລຸ້ນອື່ນໆໃຫ້ເເກ່ໃຜໄດ້ຮັບຮູ້?

ພຣະເຈົ້າໄດ້ເປີດເຜີຍໂດຍທາງພຣະວິນຍານແກ່ບັນດາອັກຄະສາວົກ ແລະ ພວກຜູ້ປະກາດພຣະທັມ ຂອງພຣະອົງແລ້ວ.

Ephesians 3:6

ຄວາມຈິງທີ່ຖືກປິດບັງໄວ້ໄດ້ເປີດເຜີຍໃນເລື່ອງໃດເເດ່?

ຄວາມຈິງທີ່ປິດບັງຢູ່ນີ້ໄດ້ແກ່ ຄົນຕ່າງຊາດ ໄດ້ເປັນຜູ້ຮັບມໍຣະດົກ, ແລະ ຮ່ວມກັນກັບສະມາຊິກຂອງພຣະກາຍອັນດຽວກັນ, ແລະ ເປັນຜູ້ໄດ້ຮັບສ່ວນແບ່ງຕາມພຣະສັນຍາ ໃນພຣະເຢຊູຄຣິດເຈົ້າ.

ຂອງປະທານທີ່ໂປໂລໄດ້ຮັບເເມ່ນສິ່ງໃດ?

ໂປໂລໄດ້ຮັບຂອງປະທານເເຫ່ງພຣະຄຸນທາງກິດຈະການທີ່ກະທຳດ້ວຍຣິດອຳນາດຂອງພຣະອົງ.

Ephesians 3:8

ໂປໂລໄດ້ຖືກສົ່ງໃຫ້ໄປຊ່ວຍຄົນຕ່າງຊາດເພື່ອເຂົ້າໃຈໃນເລື່ອງໃດ?

ໂປໂລໄດ້ຖືກສົ່ງເປີດເຜີຍໃຫ້ ຄົນທັງປວງເຫັນແຈ້ງເຖິງແຜນການອັນລຶກລັບ ຂອງພຣະເຈົ້າ ຄືແຜນການທີ່ຊຶ່ງໄດ້ເຊື່ອງຊ້ອນໄວ້ທຸກຍຸກທຸກສະໄຫມມາແລ້ວໂດຍພຣະເຈົ້າ, ຜູ້ຊົງສ້າງສັບພະທຸກສິ່ງ.

Ephesians 3:10

ຈະຮູ້ເຖິງພຣະສະຕິປັນຍາອັນຊັບຊ້ອນຂອງພຣະເຈົ້າໄດ້ດ້ວຍວິທີໃດ?

ຈະໄດ້ຮູ້ເຖິງພຣະສະຕິປັນຍາອັນສັບຊ້ອນຂອງພຣະເຈົ້າ ໂດຍທາງຄຣິສຕະຈັກ.

Ephesians 3:12

ມີສິ່ງໃດແດ່ທີ່ໂປໂລເວົ້າວ່າຜູ້ທີ່ເຊື່ອມີຄວາມເຊື່ອໃນພຣະຄຣິດ?

ໂປໂລເວົ້າວ່າຜູ້ທີ່ເຊື່ອສາມາດເຂົ້າມາເຝົ້າໄດ້ດ້ວຍຄວາມຫມັ້ນໃຈ ເພາະເຫດຄວາມເຊື່ອໃຈໃນພຣະອົງ.

Ephesians 3:14

ສິ່ງໃດທີ່ມີຊື່ ແລະ ສ້າງຂຶ້ນຫລັງຈາກພຣະບິດາ?

ຜູ້ຊົງເປັນຕົ້ນແບບຂອງການເອີ້ນຊື່ ສຳລັບທຸກໆ ຄອບຄົວໃນສະຫວັນ ແລະ ເທິງແຜ່ນດິນໂລກຖືກສ້າງຕັ້ງຂື້ນຕາມພຣະບິດາ.

ໂປໂລພາວັນນາອະທິຖານຂໍໃຫ້ຜູ້ທີ່ເຊື່ອເຂັ້ມເເຂງຂຶ້ນດ້ວຍວິທີໃດ?

ໂປໂລພາວັນນາອະທິຖານຂໍພຣະອົງ ຊົງໂຜດກະທຳໃຫ້ພວກທ່ານ ເຂັ້ມແຂງ ຕາມຂະຫນາດຄວາມອຸດົມສົມບູນ ແຫ່ງພຣະສະຫງ່າຣາສີຂອງພຣະອົງ ດ້ວຍຣິດເດດ ຜ່ານທາງພຣະວິນຍານ ຂອງພຣະອົງ.

Ephesians 3:17

ໂປໂລອະທິຖານຂໍໃຫ້ຜູ້ທີ່ເຊື່ອມີຄວາມສາມາດເຂົ້າໃຈໃນສິ່ງໃດ?

ໂປໂລອະທິຖານໃຫ້ຜູ້ທີ່ເຊື່ອເພື່ອພວກເຂົາຈະໄດ້ເຂົ້າໃຈວ່າ ແມ່ນຫຍັງຄື ຄວາມກວ້າງ, ຄວາມຍາວ, ຄວາມສູງ ແລະ ຄວາມເລິກ ແຫ່ງຄວາມຮັກ ຂອງພຣະຄຣິດເຈົ້າ.

Ephesians 3:20

ໂປໂລໄດ້ອະທິຖານສິ່ງໃດເພື່ອທີ່ຈະຖວາຍໃຫ້ເເກ່ພຣະບິດາຕະຫຼອດໄປທຸກຍຸກສະໄໝ?

ໂປໂລອະທິຖານວ່າລັດສະຫມີພາບໃນຄຣິສຕະຈັກ ແລະ ໃນພຣະເຢຊູຄຣິດເຈົ້າຈະໄດ້ມອບໃຫ້ພຣະບິດາທຸກຍຸກທຸກສະໄຫມຕະຫລອດໄປເປັນນິດ.

Ephesians 4

Ephesians 4:1

ໂປໂລກະຕຸ້ນຜູ້ທີ່ເຊື່ອໃຫ້ດຳລົງຊີວິດແນວໃດ?

ໂປໂລໄດ້ກະຕຸ້ນຜູ້ທີ່ເຊື່ອໃຫ້ດຳລົງຊີວິດດ້ວຍຄວາມຖ່ອມໃຈ, ອ່ອນສຸພາບ ແລະ ຄວາມອົດທົນ, ຈົ່ງຍອມຮັບ ຊຶ່ງກັນ ແລະ ກັນ ດ້ວຍຄວາມຮັກ.

Ephesians 4:4

ໂປໂລໄດ້ບອກເຖິງສິ່ງໃດໃນບັນຊີຂອງເພິ່ນທີ່ມີແຕ່ສິ່ງດຽວຢູ່ໃນນັ້ນ?

ໂປໂລບອກວ່າມີຮ່າງກາຍດຽວ, ມີພຣະວິນຍານອົງດຽວ, ຄວາມເຊື່ອຫມັ້ນ ທີ່ເຕັມໄປດ້ວຍຄວາມຫວັງດຽວ, ມີອົງພຣະຜູ້ເປັນເຈົ້າອົງດຽວ, ມີຄວາມເຊື່ອດຽວ, ມີບັບຕິສະມາດຽວ ແລະ ມີພຣະເຈົ້າອົງດຽວ ຄືພຣະບິດາເຈົ້າ.

Ephesians 4:7

ຫຼັງຈາກທີ່ພຣະຄຣິດສະເດັດຂຶ້ນສູ່ສະຫວັນເເລ້ວ ພຣະອົງໄດ້ປະທານສິ່ງໃດເເດ່ໃຫ້ແກ່ຜູ້ທີ່ເຊື່ອແຕ່ລະຄົນ?

ເມື່ອພຣະອົງໄດ້ສະເດັດຂຶ້ນໄປເຖິງທີ່ສູງສຸດແລ້ວ, ໄດ້ຊົງນຳບັນດາ ພວກຊະເລີຍເຂົ້າໄປໃນທີ່ຄຸກ ພຣະອົງໄດ້ປະທານ ຂອງປະທານຕ່າງໆໃຫ້ແກ່ຜູ້ຄົນ.

Ephesians 4:11

ຂອງປະທານທັງຫ້າທີ່ພຣະຄຣິດມອບໃຫ້ເເກ່ພຣະກາຍຂອງໂປໂລ ມີຫຍັງເເດ່?

ພຣະຄຣິດເຈົ້າ ໄດ້ມອບຂອງປະທານເຫລົ່ານີ້ ຄືອັກຄະສາວົກ, ເປັນຜູ້ປະກາດພຣະທັມ, ເປັນຜູ້ປະກາດຂ່າວປະເສີດ ແລະ ເປັນສິດຍາພິບານ ແລະ ຄູ​ສອນສາສະຫນາ.

ຂອງປະທານທັງຫ້າທີ່ພຣະຄຣິດໄດ້ມອບໃຫ້ເເກ່ພຣະກາຍນີ້ມີໄວ້ເພື່ອຈຸດປະສົງຫຍັງ?

ຂອງປະທານທັງຫ້າທີ່ພຣະຄຣິດໄດ້ມອບໃຫ້ເເກ່ພຣະກາຍນີ້ມີໄວ້ເພື່ອເສີມສ້າງຄົນທີ່ບໍຣິສຸດຂອງພຣະອົງໃຫ້ພ້ອມສຳລັບການງານ ແຫ່ງການເປັນຜູ້ຮັບໃຊ້, ເພື່ອເສີມສ້າງພຣະກາຍຂອງພຣະຄຣິດເຈົ້າ.

Ephesians 4:14

ໂປໂລເວົ້າວ່າ​ຜູ້​ທ​ີ່​ເຊື່ອ​ເປັນ​ຄື​ເໝ​ືອນ​ເດ​ັກ​ແນວ​ໃດ?

ໂປໂລເວົ້າວ່າພຣະຄຣິດເຈົ້າເສີມສ້າງ ພວກເຮົາ ເພື່ອພວກເຮົາຈະບໍ່ເປັນເຫມືອນ ເດັກນ້ອຍອີກຕໍ່ໄປ ເພື່ອພວກເຮົາຈະບໍ່ຕ້ອງຖືກເຮັດໃຫ້ພັດໄປມາ ແລະ ຫັນເຫ ໄປຕາມລົມ ແຫ່ງຄຳສັ່ງສອນທຸກຢ່າງ ແລະ ດ້ວຍກົນອຸບາຍຂອງຄົນ ທີ່ສະຫລາດ ໃນການຫຼອກຫລວງຂອງເຂົາ.

ໂປໂລເວົ້າວ່າຮ່າງກາຍຂອງຜູ້ທີ່ເຊື່ອໄດ້ຮັບການກໍ່ສ້າງແນວໃດ?

ໂປໂລເວົ້າວ່າພຣະຄຣິດເຈົ້າ ເປັນຜູ້ປະສານຮ່າງກາຍທັງສິ້ນ, ແລະ ຮວບຮວມເອົາບັນດາຜູ້ເຊື່ອ ທັງຫລາຍເຂົ້າດ້ວຍຮ່າງກາຍນີ້ ຕິດສະຫນິດ ແລະ ຜູກພັນກັນ, ໂດຍທຸກໆຂໍ້ຕໍ່ ແລະ ເສັ້ນເອັນທຸກເສັ້ນ ເພື່ອທັງຮ່າງກາຍ ທີ່ໄດ້ຈະເຕີບໂຕ ແລະ ສ້າງຕົນເອງຂຶ້ນດ້ວຍຄວາມຮັກ.

Ephesians 4:17

ໂປໂລເວົ້າວ່າການ​ດຳ​ເນີນ​ຂອງຄົນຕ່າງຊາດ​ເປັນ​ແນ​ວ​ໃດ?

ພວກເຂົາຖືກເຮັດໃຫ້ຄວາມຄິດມືດມົນໄປ ເຮັດໃຫ້ຫ່າງຈາກ ຊີວິດຂອງພຣະເຈົ້າ ໂດຍຄວາມໂງ່ທີ່ຢູ່ໃນຕົວພວກເຂົາ ອັນເນື່ອງຈາກຫົວໃຈທີ່ແຂງກະດ້າງ. ພວກເຂົາບໍ່ມີຄວາມຮູ້ສຶກລະອາຍ ແລະ ພວກເຂົາປ່ອຍຕົວ ໄປໃນທາງໂລພາຕັນຫາ, ແລະ ດ້ວຍການປະພຶດທີ່ບໍ່ບໍຣິສຸດຢ່າງເກີນ ຄວນໃນທຸກແບບ.

Ephesians 4:23

ໂປໂລເວົ້າວ່າຜູ້​ທີ່ເຊື່ອຕ້ອງຖ​ອດແລະ​ສວມໃສ່​ຫຍັງ?

ພວກເຈົ້າໄດ້ຖືກສັ່ງສອນເພື່ອພວກເຈົ້າຈະໄດ້ສວມໃສ່ ຕົວຕົນຄົນໃຫມ່ ຊຶ່ງໄດ້ຖືກສ້າງຕາມພຣະລັກສະນະຂອງພຣະເຈົ້າ ແລະ ໄດ້ຮັັບການສ້າງຂຶ້ນໃນຄວາມຊອບທຳ ແລະ ຄວາມບໍຣິສຸດ ທີ່ແທ້ຈິງ.

Ephesians 4:25

ຜູ້ທີ່ເຊື່ອເປີດໂອກາດໃຫ້ມານໄດ້ດ້ວຍວິທີໃດ?

ຜູ້ທີ່ເຊື່ອສາມາດເປີດໂອກາດໃຫ້ມານໄດ້ດ້ວຍການປອ່ຍໃຫ້ຕາເວັນຕົກດິນ ໄປໂດຍທີ່ຍັງມີຄວາມຄຽດຢູ່.

Ephesians 4:28

ຜູ້ທີ່ເຊື່ອຄວນເຮັດຫຍັງແທນທີ່ການ​ຂ​ີ້ລັກ?

ຜູ້ທີ່ເຊື່ອຕ້ອງທຸ້ມເທລົງມືເຮັດວຽກຫນັກ, ທຳງານທີ່ເປັນປະໂຫຍດດ້ວຍເຫື່ອແຮງ, ເພື່ອຈະສາມາດແບ່ງປັນໃຫ້ກັບຄົນອຶ່ນທີ່ຍາກຈົນໄດ້.

ໂປໂລເວົ້າເຖິງ​ການ​ວາ​ຈາ​ທີ່​ອອ​ກ​ຈາກ​ປາກຂອງຜູ້ທີ່ເຊື່ອມີ​ຫຍັງ​ແດ່?

ຢ່າໃຫ້ມີຄຳຫຍາບຊ້າ ອອກຈາກປາກຂອງພວກເຈົ້າ, ແຕ່ໃຫ້ໃຊ້ຖ້ອຍຄຳທີ່ເວົ້າອອກມານັ້ນ ເກີດປະໂຫຍດເຫມາະສົມຕໍ່ຄວາມຈຳເປັນ, ເປັນຖ້ອຍຄຳເວົ້າທີ່ໃຫ້ຜົນດີ ຕໍ່ຜູ້ກຳລັງໄດ້ຍິນຢູ່ນັ້ນ.

ຜູ້ທີ່ເຊື່ອບໍ່ຄວນເຮັດໃຫ້ໃຜເສຍໃຈ?

ຜູ້ທີ່ເຊື່ອຢ່າເຮັດໃຫ້ພຣະວິນຍານບໍຣິສຸດເຈົ້າ ຂອງພຣະເຈົ້າເສຍພຣະໄທ

Ephesians 4:31

ເມື່ອພຣະເຈົ້າໃນພຣະຄຣິດໄດ້ໃຫ້ອະໄພຜູ້ທີ່ເຊື່ອເເລ້ວ ພວກເຂົາຄວນກະທໍາສິ່ງໃດ?

ຜູ້ທີ່ເຊື່ອຈົ່ງມີໃຈເມດຕາຕໍ່ກັນ, ຈົ່ງມີຫົວໃຈອ່ອນສຸພາບ, ຈົ່ງຍົກໂທດໃຫ້ກັນ ແລະກັນ ເຫມືອນດັ່ງທີ່ພຣະເຈົ້າໃນພຣະຄຣິດເຈົ້າ ໄດ້ຍົກໂທດໃຫ້ແກ່ພວກເຈົ້າ.

Ephesians 5

Ephesians 5:1

ຜູ້ທີ່ເຊື່ອຄວນເອົາໃຜເປັນເເບບຢ່າງໃນການຮຽນເເບບ?

ຈົ່ງດຳເນີນຢູ່ໃນຄວາມຮັກ, ເຫມືອນດັ່ງທີ່ພຣະຄຣິດເຈົ້າ ໄດ້ຊົງຮັກເຮົາ ແລະ ຍອມເສຍສະຫລະພຣະອົງເອງໃຫ້ແກ່ເຮົາ.

ພຣະຄຣິດໄດ້ຊົງກະທໍາສິ່ງໃດເພື່ອເປັນກິ່ນຫອມທີ່ພໍພຣະໄທພ​ຣະເຈົ້າ?

ພຣະຄຣິດໄດ້ຍອມເສຍສະຫລະຕົວເອງເພື່ອຜູ້ທີ່ເຊື່ອເປັນການຖະຫວາຍ ແລະ ເສຍສະຫລະເພື່ອພຣະເຈົ້າ.

Ephesians 5:3

ສິ່ງທີ່ຜູ້ທີ່ເຊື່ອບໍ່ຄວນເຮັດ ມີຫຍັງແດ່ ?

ສິ່ງທີ່ຜູ້ທີ່ເຊື່ອບໍ່ຄວນເຮັດ ມີຄວາມປະພຶດຜິດສິນທຳທາງເພດ, ຄວາມບໍໍ່ບໍຣິສຸດ, ຫລືຄວາມໂລພາຕັນຫາໃດໆ, ຢ່າໃຫ້ມີຂື້ນທ່າມກາງພວກເຈົ້າເປັນເດັດຂາດ ເພາະສິ່ງເຫລົ່ານີ້ ບໍ່ສົມຄວນກັບຜູ້​ທີ່​ເຊື່ອຂອງພຣະເຈົ້າ.

ຄວນມີທັດສະນະຄະຕິແບບໃດໃນບັນດາຜູ້ທີ່ເຊື່ອ?

ທັດສະນະຄະຕິທີ່ຄວນມີໃນບັນດາຜູ້ທີ່ເຊື່ອຄວນເປັນທັດສະນະຄະຕິທີ່ເຕັມໄປດ້ວຍການຂອບພຣະຄຸນ.

Ephesians 5:5

ຜູ້ໃດທີ່ຈະບໍ່ມີສິດໄດ້ຮັບມໍລະດົກໃນອານາຈັກຂອງພຣະຄຣິດເຈົ້າ ແລະ ຂອງພຣະເຈົ້າ?

ຜູ້ທີ່ຫລິ້ນຊູ້, ຄົນທີ່ບໍ່ບໍຣິສຸດ ຫລື ຜູ້ທີ່ໃຈໂລບ, ຂາບໄຫວ້ຮູບເຄົາຣົບ ຈະບໍ່ມີສິດໄດ້ຮັບມໍລະດົກ ໃນອານາຈັກ ຂອງພຣະຄຣິດເຈົ້າ ແລະ ຂອງພຣະເຈົ້າ.

ມີຫຍັງເກີດຂື້ນກັບບຸດທີ່ບໍ່ເຊື່ອຟັງ?

ຄວາມຄຽດຮ້າຍຂອງພຣະເຈົ້າຈະມາເຖິງບຸດທີ່ບໍ່ເຊື່ອຟັງພຣະອົງ.

Ephesians 5:8

ຜົນຂອງຄວາມສະຫວ່າງຊຶ່ງເປັນທີ່ພໍພຣະໄທຂອງພຣະຜູ້ເປັນເຈົ້າ ມີຫຍັງເເດ່?

ຜົນຂອງຄວາມສະຫວ່າງຊຶ່ງເປັນທີ່ພໍພຣະໄທຂອງພຣະຜູ້ເປັນເຈົ້າ ປະກອບດ້ວຍຄຸນຄວາມດີ, ຄວາມຊອບທໍາ ແລະ ຄວາມຈິງທຸກປະການ.

ບັນດາຜູ້ທີ່ເຊື່ອຄວນກະທໍາສິ່ງໃດກັບວຽກງານຂອງຄວາມມືດ?

ບັນດາຜູ້ທີ່ເຊື່ອຈະບໍ່ເຂົ້າຮ່ວມວຽກງານນັ້ນ ເເຕ່ຈົ່ງເປີດເຜີຍວຽກງານເຫລົ່ານັ້ນໃຫ້ປະກົດ.

Ephesians 5:13

ສິ່ງທີ່ຖືກເປີດເຜີຍໂດຍແສງສະຫວ່າງມີຫຍັງເເດ່?

ສິ່ງທີ່ຖືກເປີດເຜີຍໂດຍແສງສະຫວ່າງມີຈົ່ງຕື່ນຂື້ນຜູ້ທີ່ນອນຫລັບເອີຍ, ແລະ ຈົ່ງຟື້ນຂຶ້ນມາຈາກ ຄວາມຕາຍ ແລະ ອົງພຣະຄຣິດເຈົ້າ ຈະສ່ອງສະຫວ່າງໃສ່ເຈົ້າ.

Ephesians 5:15

ຜູ້ທີ່ເຊື່ອຄວນເຮັດຫຍັງໃນທຸກໆວັນທີ່ເປັນວັນເວລາແຫ່ງຄວາມຊົ່ວຮ້າຍ?

ບັນດາຜູ້ທີ່ເຊື່ອຈົ່ງລະວັງໃນການດຳເນີນຊີວິດ ຂອງພວກເຈົ້າຢ່າເປັນໃຫ້ເຫມືອນ ຄົນໂງ່ບໍ່ມີປັນຍາ ແຕ່ໃຫ້ເປັນເຫມືອນຄົນມີປັນຍາ, ຈົ່ງໃຊ້ເວລາໃຫ້ເປັນປະໂຫຍດ ເພາະທຸກວັນນີ້ເປັນເວລາແຫ່ງຄວາມຊົ່ວຮ້າຍ.

Ephesians 5:18

ແມ່ນຫຍັງເປັນສິ່ງທີ່ນໍາໄປສູ່ຄວາມເສຍເຫຍ?

ການເມົາເຫລົ້າແວງ ຊຶ່ງພາໃຫ້ເສຍຄົນ.

ບັນດາຜູ້ທີ່ເຊື່ອຄວນສົນທະນາກັນດ້ວຍວິທີໃດ?

ບັນດາຜູ້ທີ່ເຊື່ອຈົ່ງສົນທະນາກັນດ້ວຍ ບົດເພງສັນລະເສີນ, ບົດເພງຝ່າຍພຣະວິນຍານ ເເລະ ຈົ່ງຮ້ອງເພງສັນລະເສີນຖວາຍແດ່ອົງພຣະຜູ້ເປັນເຈົ້າ ຕາມ​ນ້ຳ​ພ​ຣະ​ໄທ​ຂອງ​ພ​ຣ​ະ​ອ​ົງ.

Ephesians 5:22

ຝ່າຍເມຍຄວນຍອມເຊື່ອຟັງຜົວຂອງຕົນດ້ວຍທາງໃດ?

ຝ່າຍເມຍ ຈົ່ງຍອມອ່ອນນ້ອມຕໍ່ຜົວຂອງຕົນ ເຫມືອນດັ່ງທີ່ຍອມອ່ອນນ້ອມ ຕໍ່ອົງພຣະຜູ້ເປັນເຈົ້າ.

ຜູ້ເປັນຜົວເປັນພາກສ່ວນຫົວຂອງໃຜ ເເລະ ພຣະຄຣິດເປັນພາກສ່ວນຫົວຂອງໃຜ?

ຜົວເປັນພາກສ່ວນຫົວຂອງເມຍ ເຫມືອນພຣະຄຣິດເຈົ້າ ຊົງເປັນພາກສ່ວນຫົວຂອງຄຣິສຕະຈັກ.

Ephesians 5:25

ພຣະຄຣິດຊົງກະທໍາໃຫ້ຄຣິສຕະຈັກບໍຣິສຸດໄດ້ດ້ວຍວິທີໃດ?

ເພື່ອໃຫ້ຄຣິສຕະຈັກບໍຣິສຸດ ພຣະອົງຊົງຊຳລະດ້ວຍນໍ້າ ກັບດ້ວຍຖ້ອຍຄຳຂອງ​ພ​ຣະ​ອົງ.

Ephesians 5:28

ຝ່າຍຜົວຄວນມອບຄວາມຮັກໃຫ້ເມຍຂອງຕົນ ຢ່າງໃດ?

ຜົວຄວນຮັກເມຍຂອງຕົນ ເຫມືອນດັ່ງຮັກຮ່າງກາຍຂອງຕົນເອງ.

ຄົນເຮົາຈະເບິ່ງເເຍງຮ່າງກາຍຂອງຕົວເອງດ້ວຍວິທີໃດ?

ຄົນເຮົາຈະບຳລຸງລ້ຽງ ແລະ ຖະນຸຖະຫນອມຮ່າງກາຍຂອງເຂົາ ເຫມືອນດັ່ງທີ່ ພຣະຄຣິດເຈົ້າຊົງຮັກຄຣິສຕະຈັກ.

Ephesians 5:31

ຈະເກີດຫຍັງຂຶ້ນເມື່ອຝ່າຍຊາຍນັ້ນໄດ້ຜູກພັນຢູ່ກັບຜູ້ເປັນເມຍ?

ເມື່ອຝ່າຍຊາຍນັ້ນໄດ້ຜູກພັນຢູ່ກັບເມຍ ພວກເຂົາທັງສອງຈະກາຍເປັນເນື້ອກາຍອັນດຽວກັນ.

ສິ່ງໃດຄືຄວາມຈິງທີ່ຖືກປິດບັງຢູ່ໃນເລື່ອງທີ່ຝ່າຍຊາຍໄດ້ຜູກພັນຢູ່ກັບຜູ້ເປັນເມຍ?

ຄວາມຈິງທີ່ຖືກປິດບັງຢູ່ໃນເລື່ອງທີ່ຝ່າຍຊາຍໄດ້ຜູກພັນຢູ່ກັບຜູ້ເປັນເມຍເເມ່ນ ຫມາຍເຖິງພຣະຄຣິດເຈົ້າ ກັບ ຄຣິສຕະຈັກ.

Ephesians 6

Ephesians 6:1

ບຸດທັງຫລາຍທີ່ເປັນຄຣິສຕຽນຄວນປະຕິບັດຕົນຕໍ່ພໍ່ ເເລະ ເເມ່ຂອງຕົນເເນວໃດ?

ບຸດທັງຫລາຍຂອງຄຣິສຕຽນຄວນເຊື່ອຟັງ ເເລະ ໃຫ້ກຽດພໍ່ ເເລະ ເເມ່ຂອງຕົນ.

Ephesians 6:4

ພໍ່ ເເລະ ເເມ່ທັງຫລາຍທີ່ເປັນຄຣິສຕຽນຄວນປະຕິບັດຕໍ່ລູກຂອງຕົນເເນວໃດ?

ພໍ່ ເເລະ ເເມ່ທັງຫລາຍທີ່ເປັນຄຣິສຕຽນຈົ່ງອົບຮົມສັ່ງສອນ ພວກເຂົາ ຕາມລະບຽບ ແລະ ຫລັກຄຳສັ່ງສອນທຸກຢ່າງ ຂອງອົງພຣະຜູ້ເປັນເຈົ້າ.

Ephesians 6:5

ຝ່າຍຄົນຮັບໃຊ້ທີ່ເປັນຄຣິສຕຽນຄວນເຊື່ອຟັງເຈົ້ານາຍຂອງຕົນດ້ວຍທ່າທີເເນວໃດ?

ຝ່າຍຜູ້ທີ່ເປັນຄົນຮັບໃຊ້ທີ່ເປັນຄຣິສຕຽນຈົ່ງຍອມເຊື່ອຟັງເຈົ້ານາຍຂອງພວກເຈົ້າດ້ວຍຄວາມຈິງໃຈທີ່ຊື່ຕົງ, ຈົ່ງຮັບໃຊ້ດ້ວຍສຸດໃຈຂອງພວກເຈົ້າ ໃຫ້ເຫມືອນກັບວ່າ ພວກເຈົ້າໄດ້ຮັບໃຊ້ອົງພຣະຜູ້ເປັນເຈົ້າ.

ເເມ່ນຫຍັງທີ່ຜູ້ທີ່ເຊື່ອຄວນຈົດຈໍາໃນເລື່ອງຄວາມດີທຸກຢ່າງທີ່ໄດ້ກະທໍາ?

ຜູ້ທີ່ເຊື່ອຈົ່ງຈົດຈຳໄວ້ວ່າ ຄວາມດີທຸກຢ່າງທີ່ແຕ່ລະຄົນກະທໍາໄປນັ້ນ ຈະເປັນເຫດໃຫ້ພວກເຂົາໄດ້ຮັບບຳເຫນັດຈາກພຣະຜູ້ເປັນເຈົ້າ ບໍ່ວ່າຈະເປັນຂ້າໃຊ້ ຫລື ບໍ່ເປັນກໍຕາມ.

Ephesians 6:9

ເເມ່ນຫຍັງຄືສິ່ງທີ່ເຈົ້ານາຍທີ່ເປັນຄຣິສຕຽນຄວນຮູ້ຈົດຈໍາໃນເລື່ອງຂອງເຈົ້ານາຍຂອງຕົນ?

ເຈົ້ານາຍທີ່ເປັນຄຣິສຕຽນຈົ່ງຮູ້ວ່າພຣະອົງຜູ້ເປັນທັງເຈົ້ານາຍຂອງພວກເຂົາ ແລະ ຂອງພວກເຈົ້າ ຊົງປະທັບຢູ່ໃນສະຫວັນ, ພວກເຈົ້າກໍຊາບວ່າພຣະອົງ ບໍ່ຊົງລຳອຽງເຂົ້າຂ້າງໃຜເລີຍ.

Ephesians 6:10

ເປັນຫຍັງຜູ້ທີ່ເຊື່ອຕ້ອງໃສ່ເສື້ອເກາະເຫລັກຄຸມຂອງພຣະເຈົ້າ?

ຜູ້ທີ່ເຊື່ອຈົ່ງສວມ​ຊຸດ​ເກາະ​ເຫລັກຂອງພຣະເຈົ້າໃຫ້ຄົບຊຸດ ເພື່ອວ່າ ພວກເຈົ້າຈະສາມາດ ຢືນຢັດຕໍ່ສູ້ກັບກົນອຸບາຍ ຂອງມານຮ້າຍໄດ້.

Ephesians 6:12

ຜູ້ທີ່ເຊື່ອຕໍ່ສູ້ກັບໃຜ?

ຜູ້ທີ່ເຊື່ອເເມ່ນຕໍ່ສູ້ກັບອຳນາດປົກຄອງຄວາມ​ມືດຕ່າງໆ, ອຳນາດຂອງຝ່າຍວິນຍານ​ຊົ່ວ ແລະ ຄວາມມືດອັນຊົ່ວຮ້າຍ.

Repeated in previous chunk

Repeated in previous chunk

Ephesians 6:14

Repeated in previous chunk

Repeated in previous chunk

ແຜ່ນ​ເຫລັກສ່ວນໃດຂອງພຣະເຈົ້າທີ່ສາມາດດັບລູກສອນໄຟຂອງມານຮ້າຍໄດ້?

ຈົ່ງຍົກເອົາເຂນແຫ່ງຄວາມເຊື່ອ ເພື່ອພວກເຈົ້າສາມາດດັບ ລູກສອນໄຟຈາກມານຊົ່ວຮ້າຍໄດ້.

Ephesians 6:17

ດາບແຫ່ງພຣະວິນຍານເເມ່ນຫຍັງ?

ດາບແຫ່ງພຣະວິນຍານ ຊຶ່ງກໍຄືພຣະທັມຂອງພຣະເຈົ້າ.

ຜູ້ທີ່ເຊື່ອຄວນມີທ່າທີໃນການພາວັນນາອະທິຖານຢ່າງໃດ?

ຜູ້ທີ່ເຊື່ອຄວນມີທ່າທີໃນການພາວັນນາອະທິຖານວິ້ງວອນໃນທຸກເວລາ, ໃຫ້ເຝົ້າລະວັງຢູ່ສະເຫມີດ້ວຍຄວາມພຽນພະຍາຍາມ.

Ephesians 6:19

ໂປໂລມີຄວາມປາຖະຫນາສິ່ງໃດຜ່ານເເຮງອະທິຖານຂອງຊາວເອເຟໂຊ?

ໂປໂລມີຄວາມປາຖະຫນາຜ່ານເເຮງອະທິຖານເພື່ອໃຫ້ມີຖ້ອຍຄຳສັ່ງສອນທຸກຄັ້ງທີ່ອອກປາກພ້ອມກັບຄວາມກ້າຫານໃນການກ່າວຂ່າວປະເສີດ.

ໂປໂລຢູ່ໃສໃນຕອນທີ່ເພິ່ນຂຽນຈົດຫມາຍສະບັບນີ້?

ຕອນທີ່ອາ​ຈານ​ໂປ​ໂລຂຽນຈົດຫມາຍສະບັບນີ້ທ່ານຢູ່ໃນຄຸກ.

Ephesians 6:23

ໂປໂລໄດ້ຂໍໃຫ້ພຣະເຈົ້າພຣະບິດາ ເເລະ ອົງພຣະເຢຊູຄຣິດປະທານສາມສິ່ງເເກ່ຜູ້ທີ່ເຊື່ອ ມີສິ່ງໃດເເດ່?

ໂປໂລໄດ້ຂໍໃຫ້ສັນຕິສຸກ ຈົ່ງມີແກ່ພີ່ນ້ອງທຸກຄົນ, ພ້ອມທັງຄວາມຮັກ ແລະ ຄວາມເຊື່ອ ຈາກພຣະເຈົ້າພຣະບິດາເຈົ້າ ແລະ ອົງພຣະເຢຊູຄຣິດເຈົ້າ.