ພາສາລາວ (Lao): translationQuestions Print

Updated ? hours ago # views See on WACS

2 Kings 1

2 Kings 1:1

ອາຮາຊີຢາບາດເຈັບແນວໃດ?

ອາຮາຊີຢາ ໄດ້ຕົກລົງຈາກລະບຽງວັງທີ່ຫ້ອງຊັ້ນເທິງຂອງຂອງພະອົງໃນເມືອງຊາມາເຣຍ, ແລະຊົງບາດເຈັບ

2 Kings 1:3

ເປັນຫຍັງອາຮາຊີຢາຈຶ່ງຕາຍແນ່ນອນ?

ອາຮາຊີຢາຈຶ່ງໄປປຶກສາພະເຈົ້າບາອານເຊບຸບ, ພະເຈົ້າແຫ່ງເອກໂຣນ; ເພາະສະນັ້ນ, ພະອົງຈະຕ້ອງຕາຍແນ່.

2 Kings 1:7

ເອລີຢາໄດ້ນຸ່ງຫຍັງ?

ເອລີຢາໄດ້ສວມເສື້ອຜ້າທີ່ເຮັດດ້ວຍຂົນສັດ ແລະ ມີສາຍຫນັງຄາດແອວຂອງເພິ່ນ.

2 Kings 1:9

ແມ່ນຫຍັງທີ່ເຜົາຜານນາຍກອງແລະຄົນທັງຫ້າສິບຄົນ?

ໄຟລົງມາຈາກທ້ອງຟ້າເຜົາຜານນາຍກອງແລະຄົນທັງຫ້າສິບຄົນ.

2 Kings 1:13

ນາຍທະຫານກຸ່ມທີສາມເຂົ້າໄປຫາເອລີຢາໄດ້ແນວໃດ?

ນາຍທະຫານກຸ່ມທີສາມໄດ້ຂຶ້ນໄປ, ໄດ້ຄຸເຂົ່າຕໍ່ຫນ້າເອຊາຢາ, ແລະ ໄດ້ອ້ອນວອນລາວ.

2 Kings 1:17

ເປັນຫຍັງໂຢຣາມເລີ່ມປົກຄອງແທນທີ່ຂອງອາຮາຊີຢາ?

ໂຢຣາມໄດ້ຊົງຂຶ້ນປົກຄອງແທນ ເພາະອາຮາຊິຢາບໍ່ມີລູກ

2 Kings 2

2 Kings 2:1

ເມື່ອໄດທີ່ເອລີຢາໄດ້ອອກເດີນທາງກັບເອລີຊາຈາກກິເລອາດ?

ເມື່ອພຣະຢາເວ ກຳລັງຈະຮັບເອົາເອລີຢາເຂົ້າໄປໃນທ້ອງຟ້າດ້ວຍພາຍຸຫມຸນ, ເອລີຢາໄດ້ອອກເດີນທາງກັບເອລີຊາຈາກເມືອງກິເລອາດ

2 Kings 2:3

ເອລີຊາຕອບແນວໃດເມື່ອລູກຊາຍຂອງຜູ້ທຳນວາຍໄດ້ບອກລາວວ່າພຣະຢາເວຈະເອົານາຍຂອງລາວອອກຈາກລາວ?

ເອລີຊາ ຕອບວ່າ, "ແມ່ນແລ້ວ, ຂ້າພະເຈົ້າຮູ້ແລ້ວ, ແຕ່ຢ່າເວົ້າເລື່ອງນີ້."

2 Kings 2:7

ເປັນຫຍັງແມ່ນ້ຳຈຶ່ງແບ່ງແຍກອອກເປັນສອງຂ້າງ?

ເພາະວ່າເອລີຢາໄດ້ເອົາເສື້ອຄຸມ, ຂອງທ່ານມ້ວນເຂົ້າ, ແລະ ຟາດລົງໃນນໍ້ານັ້ນ, ແມ່ນໍ້າກໍ່ໄດ້ແຍກອອກເປັນສອງຂ້າງ.

2 Kings 2:9

ເອລີຊາໄດ້ຂໍຫຍັງ?

ເອລີຊາໄດ້ຂໍຈິດວິນຍານຂອງເອລີຢາສອງເທົ່າມາຢູ່ນໍາລາວ.

2 Kings 2:11

ເອລີຢາໄດ້ຂຶ້ນໄປສະຫວັນໄດ້ແນວໃດ?

ເອລີຢາໄດ້ຂຶ້ນໄປເທິງສະຫວັນໂດຍພາຍຸຫມູນ.

2 Kings 2:13

ມີຫຍັງເກີດຂື້ນເມື່ອເອລີຊາຕີນ້ຳດ້ວຍເສື້ອຄຸມຂອງເອລີຢາ?

ເມື່ອເອລີຊາໄດ້ຟາດລົງນໍ້າ, ນໍ້າກໍ່ໄດ້ແຍກອອກເປັນສອງຂ້າງ ແລະ ເອລີຊາໄດ້ຍ່າງຂ້າມໄປ.

2 Kings 2:15

ພວກລູກຊາຍຂອງຜູ້ທໍານວາຍຢາກໃຫ້ຄົນທີ່ແຂງແຮງຫ້າສິບຄົນເຮັດຫຍັງ?

ພວກເຂົາຕ້ອງການໃຫ້ຄົນຫ້າສິບທີ່ແຂງແຮງໄປ ແລະ ຊອກຫາເອລີຊາເຈົ້ານາຍຂອງທ່ານ, ບາງທີພຣະວິນຍານຂອງພຣະຢາເວໄດ້ຮັບທ່ານໄປແລ້ວຍົກລາວຂຶ້ນ ແລະ ໂຍນລາວລົງເທິງພູບາງຫນ່ວຍ ຫລື ບາງຮ່ອມພູ.

2 Kings 2:17

ຫ້າສິບຄົນໄດ້ຊອກຫາເອລີຢາດົນປານໃດ?

ຫ້າສິບຄົນໄດ້ຊອກຫາເປັນເວລາສາມວັນ.

2 Kings 2:19

ບັນຫາທີ່ເຢຣິໂກແມ່ນຫຍັງ?

ນໍ້າບໍ່ດີ ແລະ ແຜ່ນດິນບໍ່ໄດ້ຮັບຫມາກຜົນ.

2 Kings 2:21

ນ້ຳໄດ້ຮັບການຮັກສາຄືແນວໃດ?

ເອລີຊາໄດ້ອອກໄປທີ່ນໍ້າພຸ ແລະ ເອົາເກືອລົງໃສ່ນໍ້າ.

2 Kings 2:23

ເມື່ອເດັກຊາຍບາງຄົນເຍາະເຍີ້ຍເອລີຊາ, ມີຄຳສາບແຊ່ງຫຍັງກັບພວກເຂົາ?

ເມື່ອເດັກຊາຍບາງຄົນເຍາະເຍີ້ຍເອລີຊາ, ມີຫມີແມ່ສອງໂຕໄດ້ອອກມາຈາກປ່າ ແລະ ໄດ້ທໍາຮ້າຍເດັກຊາຍສີ່ສິບສອງຄົນຈົນໄດ້ຮັບບາດເຈັບ.

2 Kings 3

2 Kings 3:1

ຄວາມຊົ່ວຮ້າຍຂອງໂຢຣາມແຕກຕ່າງຈາກຄວາມຊົ່ວຮ້າຍຂອງພໍ່ແລະແມ່ຂອງລາວແນວໃດ?

ຄວາມຊົ່ວຮ້າຍຂອງໂຢຣາມບໍ່ຄືກັບພໍ່ ແລະ ແມ່ຂອງພະອົງ, ເພາະພະອົງເອົາເສົາຫີນອັນສັກສິດຂອງພະບາອານ ທີ່ພໍ່ຂອງພະອົງສ້າງໄວ້ອອກ.

2 Kings 3:4

ເປັນຫຍັງກະສັດໂຢຣາມຈຶ່ງອອກຈາກເມືອງຊາມາເຣຍ?

ກະສັດໂຢຣາມໄດ້ອອກຈາກເມືອງຊາມາເຣຍ ເພື່ອເຕົ້າໂຮມຄົນອິສະຣາເອນທັງຫມົດໃນການສູ້ຮົບ.

2 Kings 3:9

ກອງທັບຂອງສາມກະສັດໄດ້ຍົກທັບໄປອ້ອມເປັນເວລາເຈັດວັນເປັນແນວໃດ?

ອິສະຣາເອນ, ຢູດາ ແລະ ເອໂດມ ຍົກທັບໄປອ້ອມເປັນເວລາເຈັດວັນ.

2 Kings 3:11

ເອລີຊາໄດ້ເຮັດຫຍັງໃຫ້ເອລີຢາ?

ເອລີຊາໄດ້ເທນໍ້າໃສ່ມື (ຜູ້ຊ່ວຍ) ຂອງເອລີຢາ.

2 Kings 3:13

ເປັນຫຍັງເອລີຊາເອົາໃຈໃສ່ກະສັດອິດສະຣາເອນ?

ເອລີຊາເອົາໃຈໃສ່ກະສັດແຫ່ງອິດສະຣາເອນ ເພາະວ່າເອລີຊາໃຫ້ການເຄົາຣົບນັບຖືແກ່ກະສັດເຢໂຮຊາຟັດ ກະສັດແຫ່ງຢູດາ.

2 Kings 3:15

ເມື່ອໄດທີ່ພຣະຫັດຂອງພຣະຢາເວໄດ້ມາເຫນືອເອລີຊາ?

ເມື່ອນັກຫລີ້ນພິນໄດ້ຫລິ້ນແລ້ວ, ພຣະຫັດຂອງພຣະຢາເວກໍໄດ້ມາເຫນືອເອລີຊາ.

2 Kings 3:20

ເມື່ອໃດປະເທດຈຶ່ງເຕັມໄປດ້ວຍນ້ຳ?

ໃນຕອນເຊົ້າປະມານເວລາຖວາຍເຄື່ອງບູຊາ, ມີນໍ້າມາທາງເມືອງເອໂດມ, ຈົນແຜ່ນດິນເຕັມໄປດ້ວຍນໍ້າ.

2 Kings 3:21

ຜູ້ໃດທີ່ມາຈາກຊາວໂມອາບໄດ້ມາເຕົ້າໂຮມກັນເພື່ອຕໍ່ສູ້?

ທຸກຄົນທີ່ສາມາດໃສ່ເສື້ອປ້ອງກັນອາວຸດໄດ້ພວກເຂົາ ໄດ້ເຕົ້າໂຮມກັນໄດ້ເຕົ້າໂຮມກັນ.

ຊາວໂມອາບໄດ້ຄິດແນວໃດເມື່ອພວກເຂົາເຫັນນໍ້າ?

ເມື່ອຊາວໂມອາບໄດ້ເຫັນນໍ້າ, ພວກເຂົາຄິດວ່າກະສັດທັງສາມໄດ້ຖືກທຳລາຍ, ແລະ ພວກເຂົາກໍ່ໄດ້ຂ້າກັນ ແລະກັນ.

2 Kings 3:26

ກະສັດໂມອາບໄດ້ເຮັດຫຍັງກັບລູກຊາຍກົກຂອງລາວ?

ພະອົງໄດ້ນໍາເອົາລູກຊາຍກົກຂອງພະອົງ ແລະ ໄດ້ຖວາຍລູກຊາຍເປັນເຄື່ອງບູຊາເຜົາຢູ່ເທິງກຳແພງ.

2 Kings 4

2 Kings 4:1

ມີຫຍັງເກີດຂື້ນກັບລູກຫລານຂອງເມຍຂອງລູກຊາຍຄົນຫນຶ່ງຂອງຜູ້ທຳນວາຍ?

ເຈົ້າຫນີໄດ້ມາເພື່ອຈະເອົາລູກສອງຄົນ ຂອງຂ້ານ້ອຍໄປເປັນທາດຂອງເຂົາ.

2 Kings 4:3

ແມ່ຍິງຄວນຈະຢືມແກ້ວເປົ່າຈາກບ່ອນໃດ?

ແມ່ຍິງຄວນຈະຢືມແກ້ວເປົ່າຈາກເພື່ອນບ້ານ.

2 Kings 4:5

ນ້ຳມັນຢຸດໄຫລເມື່ອໃດ?

ຫລັງຈາກລູກຊາຍຂອງນາງເວົ້າວ່າ ບໍ່ໍ່ມີເເກ້ວເຫລືອແລ້ວ, ແລ້ວນໍ້າມັນກໍ່ຢຸດໄຫລ.

2 Kings 4:10

ຜູ້ຍິງທີ່ສຳຄັນຈາກເມືອງຊູເມນແລະຜົວຂອງນາງໄດ້ເຮັດຫຍັງໃຫ້ເອລີຊາ?

ພວກເຂົາໄດ້ສ້າງຫ້ອງນ້ອຍໆຢູ່ເທິງດາດຟ້າສຳລັບເອລີຊາ, ມີຕຽງນອນ, ໂຕະ, ຕັ່ງ, ແລະໂຄມໄຟ.

2 Kings 4:14

ແມ່ຍິງຈະເປັນແນວໃດທີ່ຈະຖືໃນເວລາຫນຶ່ງປີ?

ໃນເວລາຫນຶ່ງປີ, ນາງຈະໄດ້ອູ້ມລູກຊາຍຄົນຫນຶ່ງ.

2 Kings 4:17

ເດັກນ້ອຍໄດ້ເຈັບຫົວຂອງລາວເມື່ອໃດ?

ມື້ຫນຶ່ງເມື່ອເດັກນ້ອຍລາວອອກໄປຫາພໍ່ຂອງລາວ, ເຊິ່ງຢູ່ກັບຄົນເກັບກ່ຽວເຂົ້າ, ລາວໄດ້ເຈັບຫົວຂອງລາວ.

ເດັກນ້ອຍໄດ້ນັ່ງຢູ່ບ່ອນໃດຈົນກວ່າລາວຈະຕາຍ?

ເດັກນ້ອຍຄົນນັ້ນກໍ່ໄດ້ນັ່ງຢູ່ເທິງຕັກ ຂອງແມ່ລາວຈົນລາວໄດ້ຕາຍໄປ.

2 Kings 4:25

ຄົນຂອງພຣະເຈົ້າຢູ່ໃສ?

ຄົນຂອງພຣະເຈົ້າຢູ່ທີ່ພູເຂົາກາເມນ

ເມື່ອເກຮາຊີຖາມແມ່ຍິງວ່າທຸກສິ່ງທຸກຢ່າງແມ່ນດີ, ນາງໄດ້ຕອບຫຍັງ?

ເມື່ອເກຮາຊີຖາມແມ່ຍິງຖ້າຫາກວ່າທຸກສິ່ງທຸກຢ່າງແມ່ນດີ, ນາງໄດ້ຕອບວ່າ, "ສະບາຍດີ."

2 Kings 4:27

ຜູ້ຍິງຄົນນີ້ໄດ້ເຮັດຫຍັງໃນເວລາທີ່ນາງມາຫາຄົນຂອງພຣະເຈົ້າທີ່ພູເຂົາ?

ເມື່ອນາງມາພົບຄົນຂອງພຣະເຈົ້າຢູ່ເທິງພູເຂົາແລ້ວ, ນາງກໍ່ໄດ້ເຂົ້າໄປກອດຕີນຂອງທ່ານໄວ້.

2 Kings 4:28

ເກຮາຊີວ່າຄວນເຮັດແນວໃດຖ້າລາວພົບຜູ້ຊາຍຄົນໃດຄົນ ຫນຶ່ງຫລືຖ້າມີໃຜທັກທາຍລາວ?

ຖ້າເກຮາຊີພົບໃຜ ຫລື ຖ້າຜູ້ໃດທັກທາຍລາວ, ລາວບໍ່ຄວນຕອບເຂົາ.

2 Kings 4:30

ເກຮາຊີວາງຫຍັງຢູ່ເທິງໃບຫນ້າຂອງເດັກນ້ອຍ?

ລາວວາງໄມ້ເທົ້າເທິງຫນ້າຂອງເດັກນ້ອຍນັ້ນ.

2 Kings 4:32

ຮ່າງກາຍຂອງເດັກຊາຍອົບອຸ່ນຂຶ້ນໄດ້ແນວໃດ?

ເອລີຊາໄດ້ຢຽດຕົວຂອງເພິ່ນເທິງເດັກຊາຍ, ແລະ ຮ່າງກາຍຂອງເດັກຊາຍນັ້ນກໍ່ເລີ້ມອົບອຸ່ນຂຶ້ນມາ.

2 Kings 4:35

ເດັກນ້ອຍໄດ້ເຮັດຫຍັງກ່ອນທີ່ລາວຈະມືນຕາ?

ເດັກນ້ອຍໄດ້ຈາມເຈັດເທື່ອ ແລ້ວກໍໄດ້ມືນຕາຂອງເຂົາ.

2 Kings 4:38

ໃຜເກັບນໍ້າເຕົ້າປ່າ?

ຫນຶ່ງໃນພວກລູກຊາຍຂອງຜູ້ທຳນວາຍໄດ້ເກັບນໍ້າເຕົ້າປ່າ.

2 Kings 4:40

ເອລີຊາໄດ້ເອົາຄວາມຕາຍອອກຈາກຫມໍ້ໂດຍວິທີໃດ?

ເອລີຊາໂຍນແປ້ງໃສ່ຫມໍ້.

2 Kings 4:42

ມີຈັກຄົນກິນເຂົ້າຈີ່ເຂົ້າບາເລຊາວກ້ອນ?

ຫນຶ່ງຮ້ອຍຄົນໄດ້ກິນເຂົ້າຈີ່ເຂົ້າບາເລຊາວກ້ອນ.

2 Kings 5

2 Kings 5:1

ພຣະຢາເວໄດ້ໃຫ້ສິ່ງທີ່ອາຣາມໂດຍຜ່ານນາອາມານ?

ພຣະຢາເວໄດ້ໃຫ້ໄຊຊະນະແກ່ອາຣາມ.

2 Kings 5:3

ເດັກຍິງນ້ອຍຄົນນັ້ນບອກວ່າໃຜຈະຮັກສານາຍຂອງນາງ?

ເດັກຍິງນ້ອຍຄົນນັ້ນເວົ້າວ່າ ຜູ້ທໍານວາຍ ເຊິ່ງຢູ່ເມືອງຊາມາເຣຍ ຈະໄດ້ປິ່ນປົວເຈົ້ານາຍຂອງຂ້ານ້ອຍ.

2 Kings 5:5

ນາອາມານເອົາຈົດໝາຍທີ່ມາຈາກກະສັດແຫ່ງອາຣາມໃຫ້ໃຜແດ່?

ນາອາມານເອົາຈົດຫມາຍໃຫ້ກະສັດອິສະຣາເອນ.

2 Kings 5:7

ກະສັດອິດສະຣາເອນໄດ້ຄິດແນວໃດແມ່ນເຫດຜົນທີ່ນາອາມານມາຫາລາວເພື່ອປິ່ນປົວ?

ກະສັດອິດສະຣາເອນຄິດວ່ານາອາມານແມ່ນກຳລັງຈະເລີ່ມຕົ້ນເລື່ອງໂຕ້ຖຽງກັບລາວ.

2 Kings 5:8

ນາອາມານຖືກບອກໃຫ້ເຮັດຫຍັງໃຫ້ສະອາດ?

ນາມານຖືກບອກໃຫ້ໄປ ແລະ ຈຸ່ມຕົວຂອງທ່ານລົງໃນແມ່ນໍ້າຈໍແດນເຈັດຄັ້ງແລ້ວທ່ານຈະສະອາດ.

2 Kings 5:11

ນາອາມານຄິດວ່າເອລີຊາຈະຮັກສາລາວແນວໃດ?

ນາອາມານຄິດວ່າເອລີຊາຄົງຈະອອກມາຫາລາວ ແລະ ຢືນຢູ່ ແລະ ຮ້ອງຫາພຣະຢາເວພຣະເຈົ້າຂອງເພິ່ນ, ແລະໂບກມືຢູ່ເທິງບ່ອນນັ້ນ ແລະ ປິ່ນປົວພະຍາດຂີ້ທູດ.

2 Kings 5:13

ເນື້ອຫນັງຂອງນາອາມານໄດ້ຖືກຟື້ນຟູຄືກັນກັບສິ່ງໃດ?

ເນື້ອຫນັງຂອງນາອາມານໄດ້ຖືກຟື້ນຟູຄືນໃຫມ່ ຄືກັບເນື້ອຫນັງຂອງເດັກນ້ອຍ.

2 Kings 5:15

ຫລັງຈາກນາອາມານໄດ້ຫາຍດີແລ້ວ, ລາວໄດ້ຮູ້ຫຍັງ?

ຫລັງຈາກນາອາມານໄດ້ຫາຍດີແລ້ວ, ລາວໄດ້ຮູ້ແລ້ວວ່າບໍ່ມີພຣະເຈົ້າອື່ນໃດຢູ່ໃນທົ່ວແຜ່ນດິນນີ້ ນອກຈາກຢູ່ໃນອິສະຣາເອນ.

2 Kings 5:17

ນາອາມານໄດ້ຂໍຫຍັງແດ່ທີ່ໃຫ້ພຣະຢາເວໃຫ້ອະໄພ?

ນາອາມານໄດ້ຂໍໃຫ້ພຣະຢາເວໃຫ້ອະໄພລາວ ເມື່ອລາວໂນ້ມຕົວລົງຄຳນັບໃນວິຫານຂອງພະຣິມໂມນ.

2 Kings 5:20

ອີງຕາມຄຳເວົ້າຂອງເກຮາຊິ, ແມ່ນໃຜມາຈາກເຂດເນີນພູຂອງເອຟຣາອິມ?

ອີງຕາມຄຳເວົ້າຂອງເກຮາຊິ, ຊາຍຫນຸ່ມສອງຄົນທີ່ເປັນລູກຊາຍຂອງຜູ້ທໍານວາຍທີ່ມາຈາກເນີນພູເອຟຣາອິມ.

2 Kings 5:23

ເກຮາຊິໄດ້ເຊື່ອງຫຍັງຢູ່ໃນເຮືອນ?

ລາວເຊື່ອງກະເປົາເງິນພາຍໃນເຮືອນ.

2 Kings 5:26

ມີຫຍັງເກີດຂື້ນເພາະວ່າເກຮາຊິຕົວະ?

ເພາະວ່າເກຮາຊິຕົວະ, ລາວກາຍເປັນຄົນຂີ້ທູດ.

2 Kings 6

2 Kings 6:1

ເປັນຫຍັງພວກລູກຊາຍຂອງຜູ້ທຳນວາຍຈຶ່ງຢາກສ້າງບ່ອນຢູ່ອາໄສ?

ສະຖານທີ່ທີ່ພວກເຮົາອາສັຍຢູ່ກັບເອລີຊານັ້ນແມ່ນນ້ອຍເກີນໄປ, ສະນັ້ນພວກເຂົາຕ້ອງການສ້າງບ່ອນຢູ່ອາໄສ.

2 Kings 6:4

ເປັນຫຍັງຜູ້ຊາຍທີ່ສູນເສຍຂວານຈຶ່ງກັງວົນ?

ລາວມີຄວາມກັງວົນໃຈເພາະວ່າຂວານໄດ້ຖືກຢືມມາ.

2 Kings 6:6

ເອລີຊາໄດ້ເຮັດໃຫ້ຂວານເຫລັກນັ້ນລອຍຂຶ້ນມາແນວໃດ?

ລາວຕັດໄມ້ທ່ອນຫນຶ່ງ, ໂຍນລົງໃນນໍ້າ, ແລະ ເຮັດໃຫ້ຂວານເຫລັກນັ້ນລອຍຂຶ້ນມາ.

2 Kings 6:12

ຜູ້ໃດໄດ້ບອກກະສັດຂອງກະສັດແຫ່ງອິດສະຣາເອນຕໍ່ຄຳເວົ້າຂອງກະສັດອາຣາບ?

ເອລີຊາໄດ້ກ່າວແກ່ກະສັດແຫ່ງອິດສະຣາເອນ ຕໍ່ຄຳເວົ້າຂອງກະສັດແຫ່ງອາຣາມ.

2 Kings 6:14

ເປັນຫຍັງຜູ້ຮັບໃຊ້ຂອງເອລີຊາຈຶ່ງກັງວົນ?

ລາວກັງວົນໃຈເພາະວ່າລາວເຫັນກອງທັບໃຫຍ່ທີ່ມີມ້າ ແລະ ຣົດຮົບມາປິດລ້ອມຕົວເມືອງ.

2 Kings 6:17

ເອລີຊາໄດ້ນຳຊາວອາຣາມໄປເມືອງຊາມາເຣຍໄດ້ແນວໃດ?

ເອລີຊາໄດ້ຂໍໃຫ້ພຣະຢາເວຊົງປິດຕາພວກເຂົາ, ແລະ ຫລັງຈາກນັ້ນເອລີຊາໄດ້ບອກພວກເຂົາໃຫ້ຕິດຕາມລາວ.

2 Kings 6:20

ຊາວອາຣາມໄດ້ໄປບ່ອນໄດເມື່ອພຣະຢາເວໄດ້ເປີດຕາຂອງເຂົາເຈົ້າ?

ຊາວອາຣາມໄດ້ມາຢູ່ກາງກຸງຊາມາເຣຍ ເມື່ອພຣະຢາເວໄດ້ເປີດຕາຂອງເຂົາເຈົ້າ.

2 Kings 6:22

ກະສັດອິດສະຣາເອນໄດ້ເຮັດຫຍັງກັບຊາວອາຣາມ?

ກະສັດໄດ້ຈັດນໍ້າ ແລະ ເຂົ້າຈີ່ໃຫ້ພວກເຂົາ, ແລະກະສັດກໍ່ໄດ້ປ່ອຍຕົວພວກເຂົາໄປ.

2 Kings 6:24

ເປັນຫຍັງຫົວຂອງໂຕລໍຈຶ່ງຂາຍໃນລາຄາແປດສິບເຊກຽນ?

ເພາະໄດ້​ເກີດມີຄວາມອຶດຢາກ​ຢ່າງຫ​ນັກ​ຫນ່ວງ​ໃນ​ເມືອງ​​ສະ​ມາ​ເຣຍ, ຂະຫນາດຫົວຂອງລໍໂຕຫນຶ່ງຍັງມີລາຄາສູງ ເປັນເງິນຫນັກເຖິງແປດສິບເຊກຽນ.

2 Kings 6:27

ຜູ້ຍິງຄົນນັ້ນບອກຫຍັງກະສັດໃຜໄດ້ສ້າງຄວາມລຳບາກໃຫ້ນາງ?

ນາງໄດ້ຕອບວ່າ, "ຜູ້ຍິງຄົນນີ້ເວົ້າກັບຂ້ານ້ອຍວ່າ, 'ເອົາລູກຊາຍຂອງເຈົ້າມາໃຫ້ພວກເຮົາກິນໃນມື້ນີ້ເຖີດ, ແລະພວກເຂົາຈະກິນລູກຊາຍຂອງຂ້ານ້ອຍໃນມື້ອື່ນ." ດັ່ງນັ້ນພວກເຮົາຈຶ່ງໄດ້ຕົ້ມລູກຊາຍຂອງຂ້ານ້ອຍ, ແລະໄດ້ກິນເຂົາ, ວັນຕໍ່ມາຂ້ານ້ອຍໄດ້ເວົ້າກັບນາງວ່າ , "ຈົ່ງເອົາລູກຊາຍຂອງເຈົ້າມາ ເພື່ອໃຫ້ພວກເຮົາກິນກັນ, ແຕ່ນາງໄດ້ເຊື່ອງລູກຊາຍຂອງນາງໄວ້."

2 Kings 6:30

ກະສັດໄດ້ຕຳນິຜູ້ໃດຍ້ອນຄວາມອຶດຢາກ?

ລາວກ່າວໂທດເອລີຊາ.

2 Kings 6:32

ເມື່ອຜູ້ສົ່ງຂ່າວມາຮອດເອລີຊາ, ລາວໄດ້ບອກຜູ້ອາວຸໂສໃຫ້ເຮັດຫຍັງ?

ເມື່ອຜູ້ສົ່ງຂ່າວມາເຖິງເອລີຊາ, ເພິ່ນໄດ້ກ່າວກັບຜູ້ອາວຸໂສວ່າຈົ່ງປິດປະຕູ, ແລະ ຢຶດປະຕູໃຫ້ແຫນ້ນ.

2 Kings 7

2 Kings 7:1

ເອລິຊາເວົ້າຫຍັງຈະເກີດຂື້ນກັບນາຍທະຫານທີ່ບໍ່ເຊື່ອຟັງລາວ?

ເອລິຊາກ່າວວ່ານາຍທະຫານຈະບໍ່ກິນແປ້ງ ຫລື ເຂົ້າບາເລໃດໆ.

2 Kings 7:3

ເປັນຫຍັງຊາຍທັງສີ່ຄົນທີ່ເປັນຂີ້ທູດຈຶ່ງໄປທີ່ກອງທັບຂອງຊາວອາຣາມ?

ພວກເຂົາໄດ້ເຂົ້າໄປໃນກອງທັບຂອງຊາວອາຣາມເພາະວ່າພວກເຂົາເວົ້າວ່າພວກເຂົາອາດຈະຕາຍຖ້າພວກເຂົາເຂົ້າໄປໃນເມືອງ, ຢືນບ່ອນທີ່ພວກເຂົາຢູ່, ຫລືເຂົ້າໄປໃນກອງທັບຂອງຊາວອາຣາມ.

2 Kings 7:5

ເປັນຫຍັງກອງທັບອາຣາມຈຶ່ງຄິດວ່າກະສັດອິດສະຣາເອນໄດ້ຈ້າງກະສັດຂອງຊາວຮິດຕີແລະຊາວເອຢີບເຂົ້າມາໂຈມຕີຊາວອາຣາມ?

ກອງທັບຊາວອາຣາມຄິດວ່າກະສັດອິດສະຣາເອນໄດ້ຈ້າງກະສັດຂອງຊາວຮິດຕີ ແລະ ຊາວເອຢີບເຂົ້າມາໂຈມຕີຊາວອາຣາມເພາະວ່າພວກເຂົາໄດ້ຍິນສຽງຂອງຣົດຮົບ ແລະ ສຽງມ້າ—ສຽງດັງຂອງກອງທັບໃຫຍ່ອື່ນໆ.

2 Kings 7:9

ຄົນເຝົ້າປະຕູໄດ້ເຮັດຫຍັງຫລັງຈາກໄດ້ຮັບການບອກວ່າຊາວອາຣາມໄດ້ຫນີອອກຈາກຄ້າຍຂອງພວກເຂົາ?

ບັນດາຄົນເຝົ້າປະຕູໄດ້ຮ້ອງແຈ້ງຂ່າວອອກມາວ່າຊາວອາຣາມໄດ້ຫນີອອກຈາກຄ້າຍຂອງພວກເຂົາ.

2 Kings 7:12

ກະສັດຄິດວ່າແມ່ນຫຍັງຄືເຫດຜົນທີ່ຊາວອາຣາມຫນີອອກຈາກຄ້າຍພັກພວກເຂົາ?

ກະສັດຄິດວ່າພວກເຂົາໄດ້ອອກໄປຈາກຄ້າຍ ເພື່ອລີ້ຊ່ອນຕົວຢູ່ໃນທົ່ງໄຮ່ທົ່ງນາ. ເມື່ອຊາວອິດສະຣາເອນອອກມາຈາກເມືອງ, ຊາວອາຣາມຈະຈັບເປັນພວກເຂົາ, ແລະເຂົ້າໄປໃນເມືອງ.

2 Kings 7:14

ຖະໜົນຫົນທາງເຕັມໄປດ້ວຍສິ່ງໃດ?

ຖະຫນົນຫົນທາງເຕັມໄປດ້ວຍເຄື່ອງນຸ່ງຫົ່ມ ແລະ ອຸປະກອນຕ່າງໆທີ່ຊາວອາຣາມໄດ້ຖິ້ມ ເພາະຄວາມຮີບດ່ວນຂອງພວກເຂົາ.

2 Kings 7:18

ນາຍທະຫານໄດ້ເວົ້າຫຍັງເມື່ອເອລີຊາໄດ້ບອກລາວວ່າ, "ປະມານເວລານີ້ຢູ່ປະຕູເມືອງຊາມາເຣຍ, ມີເຂົ້າບາເລສອງຖັງຈະຂາຍຫນຶ່ງເຊກຽນ, ແລະ ມີແປ້ງຢ່າງດີຫນຶ່ງຖັງຂາຍຫນຶ່ງເຊກຽນ?"

ນາຍທະຫານກ່າວກັບເອລີຊາເບັດວ່າ "ເບິ່ງແມ, ຖ້າແມ່ນພຣະຢາເວໄດ້ສ້າງປ່ອງຢ້ຽມໃນທ້ອງຟ້າ, ສິ່ງນີ້ຈະສາມາດເກີດຂຶ້ນໄດ້ບໍ?"

2 Kings 8

2 Kings 8:1

ເປັນຫຍັງຜູ້ຍິງລູກຊາຍຂອງລາວຜູ້ທີ່ເອລີຊາໄດ້ເຮັດໃຫ້ກັບມາມີຊີວິດຢູ່ໃນແຜ່ນດິນຟີລິສະຕິນເປັນເວລາເຈັດປີ?

ຜູ້ຍິງທີ່ລູກຊາຍຂອງລາວຜູ້ທີ່ເອລີຊາໄດ້ເຮັດໃຫ້ຄືນມາມີຊີວິດ ຢູ່ໃນແຜ່ນດິນຟີລິສະຕິນເປັນເວລາເຈັດປີເພາະວ່າເອລີຊາໄດ້ກ່າວວ່າພຣະຢາເວ ໄດ້ບັນດານໃຫ້ເກີດຄວາມອຶດຢາກອາຫານ.

2 Kings 8:3

ເປັນຫຍັງຜູ້ຍິງຄົນນັ້ນໄປຫາກະສັດ?

ນາງໄດ້ໄປຫາກະສັດເພື່ອທູນຂໍເຮືອນ ແລະ ທີ່ດິນຂອງນາງຄືນ.

2 Kings 8:5

ເກຮາຊີກຳລັງບອກກະສັດວ່າແນວໃດເມື່ອຜູ້ຍິງລູກຊາຍຂອງລາວຜູ້ທີ່ເອລີຊາກັບຄືນມາມີຊີວິດຢູ່?

ເກຮາຊິກຳລັງກ່າວກັບກະສັດ ເລື່ອງທີ່ເອລີຊາໄດ້ຊຸບຊີວິດຂອງເດັກທີ່ຕາຍແລ້ວ

2 Kings 8:7

ຮາຊາເອນເອົາຫຍັງກັບລາວເພື່ອມອບໃຫ້ເອລີຊາ?

ຮາຊາເອນນໍາເອົາຂອງຂວັນໄປດ້ວຍ ທຸກສິ່ງຄືສິ່ງທີ່ດີຂອງເມືອງດາມັສກັດ, ຊຶ່ງໄດ້ບັນທຸກໂດຍອູດສີ່ສິບໂຕ.

2 Kings 8:10

ເປັນຫຍັງຄົນຂອງພະເຈົ້າຈຶ່ງຮ້ອງໄຫ້?

ຄົນຂອງພຣະເຈົ້າກໍໄດ້ຮ້ອງໄຫ້ເພາະວ່າເຮົາຮູ້ເຖິງຄວາມຊົ່ວຮ້າຍທີ່ທ່ານຈະກະທຳຕໍ່ຊາວອິສະຣາເອນ.

2 Kings 8:13

ຫລັງຈາກຮາຊາເອນໄດ້ບອກກະສັດແຫ່ງອາຣາມວ່າລາວຈະຫາຍດີ, ລາວໄດ້ເຮັດຫຍັງກັບກະສັດເບັນຮາດາດ?

ຫລັງຈາກຮາຊາເອນໄດ້ບອກກະສັດເບັນຮາດາດວ່າລາວຈະຫາຍດີ, ລາວໄດ້ເອົາຜ້າຫົ່ມນັ້ນຈຸ່ມລົງໃນນ້ຳ, ແລະ ເອົາລົງໄປຄຸມທີ່ຫນ້າຂອງເບັນຮາດາດຈົນພະອົງເສຍຊີວິດ.

2 Kings 8:18

ໃຜເປັນເມຍຂອງເຢໂຮຣາມ?

ເມຍຂອງເຢໂຮຣາມແມ່ນລູກສາວຂອງອາຮາບ.

ເປັນຫຍັງພຣະຢາເວຈຶ່ງບໍ່ຕ້ອງການທຳລາຍຢູດາ?

ພຣະຢາເວບໍ່ໄດ້ມີຈຸດປະສົງທີ່ຈະທຳລາຍຢູດາຕັ້ງແຕ່ລາວ ໄດ້ບອກດາວິດຜູ້ຮັບໃຊ້ຂອງລາວວ່າລາວຈະໃຫ້ລູກຫລານຕະຫລອດໄປ.

2 Kings 8:20

ເມື່ອໃດທີ່ເມືອງເອໂດມກະບົດບໍ່ຍອມຢູ່ໃຕ້ອຳນາດຂອງຢູດາ?

ໃນຣາຊການຂອງເຢໂຮຣາມ, ເອໂດມໄດ້ກະບົດ ບໍ່ຍອມຢູ່ໃຕ້ອຳນາດຂອງຢູດາ

2 Kings 8:25

ເປັນຫຍັງອາຮັດຊິຢາໄດ້ເຮັດສິ່ງທີ່ຊົ່ວຮ້າຍໃນສາຍຕາຂອງ ພຣະຢາເວ?

ອາຮາຊິຍຢາໄດ້ເຮັດສິ່ງທີ່ຊົ່ວຮ້າຍໃນສາຍຕາຂອງພຣະຢາເວ, ເພາະອາຮາຊິຍຢາເປັນລູກເຂີຍຂອງຣາຊະວົງອາຮາບ.

2 Kings 8:28

ກະສັດໂຢຣາມໄດ້ກັບໄປປິ່ນປົວບາດແຜທີ່ຊາວອາຣາມໄດ້ມອບໃຫ້ລາວຢູ່ເມືອງຣາມາບ່ອນໃດ?

ກະສັດໂຢຣາມໄດ້ກັບຄືນມາຮັບການຮັກສາ ທີ່ເມືອງຍິດຊະເຣເອນ

2 Kings 9

2 Kings 9:1

ເປັນຫຍັງຫນຶ່ງໃນພວກລູກຊາຍຂອງຜູ້ທຳນວາຍໄດ້ເອົານ້ຳ ມັນຂວດນ້ອຍນີ້ໄວ້ໃນມືຂອງລາວແລະໄປທີ່ເມືອຣາໂມດ ກີເລອາດ?

ລາວໄດ້ເອົາຂວດນ້ຳມັນໄປທີ່ຣາໂມດ ກີເລອາດເພື່ອແຕ່ງຕັ້ງເຢຮູ.

2 Kings 9:4

ຜູ້ໃດເອົານ້ຳມັນເທລົງເທິງຫົວຂອງເຢຮູ?

ຜູ້ທຳນວາຍໄດ້ເອົານໍ້າມັນລົງເທິງຫົວຂອງເຢຮູ.

2 Kings 9:7

ເຮັດແນວໃດພຣະຢາເວຈຶ່ງສາມາດແກ້ແຄ້ນໃຫ້ເລືອດຂອງຜູ້ຮັບໃຊ້ຂອງພຣະອົງ?

ຖ້າເຢຮູຂ້າຄອບຄົວຂອງອາຮາບ, ພຣະຢາເວຈະແກ້ແຄ້ນໃຫ້ເລືອດຂອງຜູ້ຮັບໃຊ້ຂອງພຣະອົງ.

2 Kings 9:9

ມີຫຍັງເກີດຂື້ນກັບເຢຊາເບນ?

ພວກຫມາຈະກິນເຢເຊເບນໃນຢິດສະຣາເອນ, ແລະ ຈະບໍ່ມີໃຜຝັງສົບນາງ.

2 Kings 9:11

ບັນດາຜູ້ຮັບໃຊ້ຂອງນາຍຂອງເຢຮູໄດ້ເຮັດຫຍັງຫລັງຈາກເຢຮູກ່າວວ່າລາວຖືກແຕ່ງຕັ້ງໃຫ້ເປັນກະສັດ?

ຫລັງຈາກເຢຮູກ່າວວ່າລາວຖືກແຕ່ງຕັ້ງໃຫ້ເປັນກະສັດ, ບັນດາຜູ້ຮັບໃຊ້ແຕ່ລະຄົນກໍໄດ້ຮີບເອົາເຄື່ອງແຕ່ງກາຍ ທີ່ສວມຂ້າງນອກຂອງພວກເຂົາອອກມາ ແລະ ປູໃຫ້ເຢຮູຢຽບທີ່ບັນໄດຂັ້ນເທິງສຸດ. ພວກເຂົາເປົ່າເຂົາສັດ ແລະ ເວົ້າວ່າ, "ເຢຮູເປັນກະສັດ."

2 Kings 9:14

ເປັນຫຍັງກະສັດໂຢຣາມຈຶ່ງໄດ້ກັບໄປຢິດຊາເຣນ?

ກະສັດໂຢຣາມ ໄດ້ກັບໄປທີ່ຢິດສະຣາເອນເພື່ອຮັບການຮັກສາບາດແຜທີ່ຊາວອາຣາມທຳຮ້າຍລາວ.

2 Kings 9:17

ທະຫານຍາມໄດ້ເຫັນຜູ້ສົ່ງຂ່າວເຮັດຫຍັງ?

ທະຫານຍາມເຫັນຜູ້ສົ່ງຂ່າວຂີ່ມາກັບເຢຮູ.

2 Kings 9:19

ທະຫານຍາມຮູ້ແນວໃດວ່າເຢຮູກຳລັງຂັບລົດມ້າ?

ທະຫານຍາມຮູ້ວ່າເຢຮູກຳລັງຂັບລົດມ້າ, ເພາະວ່າລາວກຳລັງຂັບລົດຢ່າງໂຫດຮ້າຍ.

2 Kings 9:21

ໂຢຣາມກະສັດແຫ່ງອິດສະຣາເອນໄດ້ຂີ່ລົດໄປແນວໃດເພື່ອພົບກັບເຢຮູ?

ໂຢຣາມກະສັດແຫ່ງອິດສະຣາເອນຂີ່ລົດໄປກັບອາຮັດຊິຢາກະສັດແຫ່ງຢູດາ, ແຕ່ລະຄົນຢູ່ໃນລົດຮົບຂອງລາວເພື່ອຈະພົບກັບເຢຮູ.

2 Kings 9:23

ມີຫຍັງເກີດຂື້ນຫລັງຈາກເຢຮູຍິງໂຢຣາມລະຫວ່າງບ່າຂອງລາວ?

ຫລັງຈາກເຢຮູຍິງໂຢຣາມລະຫວ່າງບ່າຂອງລາວ, ລູກທະນູໄດ້ຜ່ານຫົວໃຈຂອງໂຢຣາມ, ແລະ ລາວໄດ້ລົ້ມລົງໄປໃນຣົດຮົບຂອງລາວ.

2 Kings 9:25

ສິ່ງທີ່ຈະເຮັດໃຫ້ເກີດສິ່ງທີ່ຖືກບອກຈະເກີດຂື້ນ ໂດຍພຣະຄຳຂອງພຣະຜູ້ເປັນເຈົ້າ?

ຈົ່ງຍົກໂຢຣາມຂຶ້ນ, ແລະ ໂຍນເຂົາຖິ້ມໄວ້ເທິງທີ່ດິນຕອນນີ້ແຫລະ, ຕາມຖ້ອຍຄຳຂອງພຣະຢາເວ."

2 Kings 9:27

ຜູ້ໃດໄດ້ຖືກຝັງໄວ້ໃນບ່ອນຝັງສົບຂອງລາວກັບບັນພະບຸລຸດຂອງລາວໃນເມືອງດາວິດ?

ໄດ້ຝັງສົບອາຮັດຊິຢາໄວ້ໃນອຸບໂມງຝັງສົບກັບບັນພະບຸຣຸດຂອງເພິ່ນໃນເມືອງດາວິດ.

2 Kings 9:30

ມີຫຍັງເກີດຂື້ນເມື່ອເຢຮູມາຮອດເມືອງຢິດຊະເຣນ?

ເມື່ອເຢຮູໄດ້ມາຮອດ ເມືອງຢິດຊະເຣນ, ເຢເຊເບນໄດ້ຊົງຮູ້ເລື່ອງ, ແລະນາງກໄດ້ແຕ້ມຕາຂອງນາງ, ໄດ້ແຕ່ງຜົມຂອງນາງ, ແລະເບິ່ງອອກຈາກປ່ອງຢ້ຽມ.

2 Kings 9:33

ແມ່ນໃຜຜູ້ທີ່ໂຍນເຢຊາເບນລົງ?

ບາງຄົນໃນອີຊອນໄດ້ໂຍນເຢຊາເບນລົງ.

2 Kings 9:35

ເປັນຫຍັງບໍ່ມີໃຜສາມາດຝັງເຢຊາເບນໄດ້?

ພວກເຂົາໄດ້ໄປເພື່ອຈະຝັງສົບນາງ, ພວກເຂົາກໍບໍ່ໄດ້ພົບຫຍັງຫມົດນອກຈາກກະໂຫລກຫົວ, ຕີນ ແລະຝາມືຂອງນາງ.

2 Kings 10

2 Kings 10:1

ຈົດຫມາຍຂອງເຢຮູໄດ້ບອກຜູ້ອາວຸໂສແລະຜູ້ປົກຄອງເຊື້ອສາຍຂອງອາຮາບໄປເຮັດຫຍັງ?

ເຖິງຜູ້ເຖົ້າຜູ້ແກ່ ແລະ ຜູ້ປົກຄອງເຊື້ອສາຍຂອງອາຮາບ, ຈົ່ງຄັດເລືອກເອົາລູກຊາຍຂອງນາຍເຈົ້າທີ່ດີທີ່ສຸດ ແລະ ສົມຄວນທີ່ສຸດ ແລະ ຕັ້ງລາວໄວ້ເທິງບັນລັງຂອງພໍ່ຂອງເຂົາ.

2 Kings 10:4

ເປັນຫຍັງພວກຜູ້ອາວຸໂສແລະຜູ້ປົກຄອງເຊື້ອສາຍຂອງ ^ ອາຮາບຈຶ່ງບໍ່ແຕ່ງຕັ້ງກະສັດຄົນໃດ?

ພວກເຂົາບໍ່ໄດ້ແຕ່ງຕັ້ງຜູ້ໃດເລີຍເພາະວ່າພວກເຂົາຮູ້ວ່າບໍ່ແມ່ນແຕ່ກະສັດສອງຄົນບໍ່ສາມາດຕ້ານທານເຢຮູໄດ້.

2 Kings 10:6

ຜູ້ອາວຸໂສແລະຜູ້ປົກຄອງເຊື້ອສາຍຂອງອາຫັບໄດ້ເຮັດຫຍັງກັບພວກລູກຊາຍຂອງກະສັດ?

ພວກເຂົາໄດ້ເອົາບັນດາລູກຊາຍຂອງກະສັດ ແລະ ຂ້າພວກເຂົາເຈັດສິບຄົນ, ເອົາຫົວຂອງພວກເຂົາໃສ່ກະຕ່າ ແລ້ວສົ່ງໄປໃຫ້ເຢຮູທີ່ເມືອງຢິດຊາເຣນ.

2 Kings 10:8

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

2 Kings 10:10

ເປັນຫຍັງ ເຢຮູຈຶ່ງເວົ້າວ່າຖ້ອຍຄຳຂອງພຣະຢາເວບໍ່ວ່າສ່ວນໃດກໍຕາມ, ຊຶ່ງພຣະອົງໄດ້ກ່າວກ່ຽວກັບຣາຊະວົງຂອງອາຮາບ, ຈະບໍ່ຕົກດິນແຕ່ຢ່າງໃດເລີຍ?

ເຢຮູເວົ້າວ່າຖ້ອຍຄຳຂອງພຣະຢາເວບໍ່ວ່າສ່ວນໃດກໍຕາມ, ຊຶ່ງພຣະອົງໄດ້ກ່າວກ່ຽວກັບຣາຊະວົງຂອງອາຮາບ, ຈະບໍ່ຕົກດິນແຕ່ຢ່າງໃດເລີຍພາະພຣະຢາເວໄດ້ຊົງເຮັດສິ່ງທີ່ກ່າວຜ່ານທາງເອລີຢາຜູ້ຮັບໃຊ້ຂອງພຣະອົງ.

2 Kings 10:12

ເຢຮູໄດ້ພົບແລະຂ້າອ້າຍນ້ອງຂອງກະສັດອາຮາຊີຢາແຫ່ງຢູດາຈັກຄົນ?

ລາວໄດ້ພົບແລະຂ້າສີ່ສິບສອງຄົນ.

2 Kings 10:15

ເປັນຫຍັງເຢຮູຈຶ່ງເອົາໂຢນາດາບໄປໃນລົດຮົບ?

ເຢຮູໄດ້ເອົາໂຢນາດາບຂຶ້ນໄປໃນຣົດຮົບເພາະວ່າໂຢນາດາບ ເວົ້າວ່າຫົວໃຈຂອງລາວຢູ່ກັບເຢຮູແລະລາວໄດ້ຍືນມືຂອງລາວໃຫ້ເຢຮູ.

2 Kings 10:18

ເປັນຫຍັງເຢຮູຈຶ່ງຮວບຮວມຜູ້ທຳນວາຍທັງຫມົດຂອງພະບາອານ, ຜູ້ນະມັດສະການທັງຫມົດ, ແລະປະໂລຫິດທັງຫມົດ ຂອງລາວ?

ລາວໄດ້ລວບລວມພວກເຂົາດ້ວຍການຫລອກລວງໂດຍເຈຕະນາທີ່ຈະຂ້າຜູ້ທີ່ນະມັສະການພະບາອານ.

2 Kings 10:21

ຜູ້ທີ່ນະມັດສະການພະບາອານມາຮອດບ່ອນໃດ?

ພວກເຂົາໄດ້ເຂົ້າໄປໃນວິຫານຂອງພະບາອານ.

2 Kings 10:23

ຈະມີຫຍັງເກີດຂື້ນຖ້າຜູ້ທີ່ນະມັດສະການພະບາອານໄດ້ ໜີ?

ຖ້າຜູ້ທີ່ນະມັດສະການພະບາອານໄດ້ເອົາຕົວຫລົບຫນີ, ຜູ້ໃດກໍຕາມທີ່ປ່ອຍໃຫ້ຊາຍຄົນນັ້ນລອດໄປໄດ້, ຊີວິດຂອງລາວຈະຖືກປະຫານຊີວິດແທນຜູ້ທີ່ລອດໄປໄດ້.

2 Kings 10:25

ທະຫານຍາມ ແລະ ຜູ້ບັນຊາການເຮັດໃຫ້ວິຫານຂອງພະບາອານເປັນສິ່ງໃດ?

ພວກເຂົາໄດ້ເຮັດໃຫ້ວິຫານຂອງພະບາອານກາຍເປັນວິດຖ່າຍ.

2 Kings 10:29

ເຢຮູບໍ່ອອກຈາກບາບຂອງເຢໂຣໂບອາມແນວໃດ?

ເຢຮູບໍ່ໄດ້ປະຖິ້ມບາບຂອງ ເຢໂຣໂບອາມ ເພາະວ່າລາວນະມັສະການລູກງົວຄຳ ຢູ່ ໃນເມືອງເບັດເອນ ແລະ ໃນເມືອງດານ

ເປັນຫຍັງລູກຫລານຂອງເຢຮູສີ່ຮຸ້ນອາຍຸຄົນຈະໄດ້ນັ່ງຢູ່ເທິງບັນລັງຂອງອິສະຣາເອນ?

ເນື່ອງຈາກວ່າເຢຮູໄດ້ເຮັດສິ່ງທີ່ຖືກຕ້ອງໃນສາຍຕາຂອງ ພຣະຢາເວ, ແລະ ເຮັດກັບຄອບຄົວຂອງອາຮາບ ແລະ ເຮັດທຸກສິ່ງທີ່ຢູ່ໃນໃຈຂອງພຣະຢາເວ, ລູກຫລານຂອງລາວຈະນັ່ງຢູ່ເທິງບັນລັງຂອງອິດສະຣາເອນຮຸ້ນທີສີ່ຄົນ.

2 Kings 10:34

ບັນຫາອື່ນໆກ່ຽວກັບເຢຮູໄດ້ຂຽນຢູ່ໃສ?

ສຳລັບເລື່ອງອື່ນກ່ຽວກັບເຢຮູ, ແລະ ທຸກສິ່ງທີ່ລາວໄດ້ເຮັດ ແລະ ອຳນາດຂອງລາວແມ່ນບໍ່ໄດ້ຖືກຂຽນໄວ້ໃນປຶ້ມບັນທຶກເຫດການຕ່າງໆຂອງກະສັດຂອງອິສະຣາເອນ.

2 Kings 11

2 Kings 11:1

ແມ່ນໃຜອາທາລິຍາບໍ່ໄດ້ຂ້າ?

ອາທາລິຍາບໍ່ໄດ້ຂ້າໂຢອາດ.

2 Kings 11:4

ຜູ້ບັນຊາການແລະພວກນາຍທະຫານຍາມຕ້ອງເຮັດຫຍັງກ່ອນທີ່ພວກເຂົາຈະເຫັນລູກຊາຍຂອງກະສັດ?

ຜູ້ບັນຊາການ ແລະ ພວກນາຍທະຫານຍາມໄດ້ເຮັດພັນທະສັນຍາກັບເຢໂຮຍອາດາ, ແລະ ໃຫ້ພວກເຂົາສາບານໃນພຣະວິຫານຂອງພຣະຢາເວ. ແລ້ວເຂົາກໍໄດ້ນຳເອົາລູກຊາຍຂອງກະສັດມາໃຫ້ພວກເຂົາເຫັນ.

2 Kings 11:7

ສອງກຸ່ມທີ່ບໍ່ໄດ້ຮັບໃຊ້ໃນວັນຊະບາໂຕຕ້ອງເຮັດຫຍັງ?

ສອງກຸ່ມທີ່ບໍ່ໄດ້ຢູ່ຍາມໃນວັນສະບາໂຕ, ພວກເຈົ້າຕ້ອງເຝົ້າຣະວັງພຣະວິຫານຂອງພຣະຢາເວສຳລັບກະສັດ.

2 Kings 11:9

ເຢໂຮຍອາດາໄດ້ມອບຫຍັງກັບຜູ້ບັນຊາການ?

ເຢໂຮຍອາດາກໍໄດ້ມອບຫອກ ແລະ ໂລ້ແກ່ບັນດາຜູ້ບັນຊາການ ຊຶ່ງເປັນຂອງກະສັດດາວິດ ແລະ ທີ່ຢູ່ໃນພຣະວິຫານຂອງພຣະຢາເວ.

2 Kings 11:13

ເປັນຫຍັງອາທາລິຍາຈຶ່ງຈີກເສື້ອຜ້າຂອງນາງແລະຮ້ອງອອກມາ?

ອາທາລິຍາຈີກເສື້ອຜ້າຂອງນາງ ແລະ ຮ້ອງອອກມາ ເພາະວ່ານາງເຫັນກະສັດໄດ້ຊົງຢືນຢູ່ຂ້າງເສົາ.

2 Kings 11:15

ເປັນຫຍັງອາທາລິຍາຖືກຂ້າຕາຍທີ່ພະຣາຊວັງຂອງກະສັດ?

ອາທາລິຍາຖືກຂ້າຕາຍທີ່ພະຣາຊວັງຂອງກະສັດ, ເພາະປະໂລຫິດໄດ້ກ່າວວ່າ, "ຢ່າຂ້ານາງໃນພຣະວິຫານຂອງພຣະຢາເວ."

2 Kings 11:17

ຫລັງຈາກເຢໂຮຍອາດາໄດ້ເຮັດພັນທະສັນຍາ, ປະຊາຊົນໄດ້ເຮັດຫຍັງ?

ຫລັງຈາກເຢໂຮຍອາດາໄດ້ເຮັດພັນທະສັນຍາແລ້ວ, ປະຊາຊົນໄດ້ມ້າງສາລາຂອງພະບາອານ, ໄດ້ທຳລາຍບັນດາແທ່ນບູຊາ ແລະ ຮູບເຄົາຣົບຂອງພະບາອານຫັກເປັນຕ່ອນໆ, ແລະພວກເຂົາໄດ້ຂ້າມັດຕານ, ນັກບວດຂອງພະບາອານ

2 Kings 11:19

ເມື່ອໂຍອາດນັ່ງເທິງບັນລັງກະສັດ, ປະຊາຊົນຕອບສະຫນອງ ແນວໃດ?

ເມື່ອໂຢອາດນັ່ງເທິງບັນລັງກະສັດ, ປະຊາຊົນທັງຫມົດແຫ່ງແຜ່ນດິນກໍໄດ້ຊົມຊື່ນຍິນດີ.

2 Kings 12

2 Kings 12:1

ເປັນຫຍັງໂຢອາດໄດ້ເຮັດໃນສິ່ງທີ່ຖືກຕ້ອງໃນສາຍຕາຂອງພຣະຢາເວຕະຫລອດເວລາ?

ໂຢອາດໄດ້ຊົງເຮັດສິ່ງທີ່ຊອບທັມໃນສາຍຕາຂອງພຣະຢາເວຕະຫລອດຣາຊການນັ້ນ, ເພາະເຢໂຮຍອາດາປະໂລຫິດໄດ້ແນະນຳພະອົງ.

2 Kings 12:4

ຍ້ອນສິ່ງໃດ ທີ່ໄດ້ດົນໃຈປະຊາຊົນໃຫ້ບໍລິຈາກເງິນສຳລັບພຣະວິຫານ?

ປະຊາຊົນໄດ້ຮັບດົນໃຈຈາກພຣະຢາເວ ດ້ວຍສະມັກໃຈຂອງພວກເຂົາ.

2 Kings 12:6

ເປັນຫຍັງໂຢອາດຈຶ່ງບອກພວກປະໂລຫິດບໍ່ເອົາເງິນອີກຈາກຜູ້ເກັບພາສີ?

ໂຢອາດບອກພວກປະໂລຫິດເລື່ອງນີ້ເພາະວ່າພວກທ່ານບໍ່ສ້ອມແປງສິ່ງໃດໆໃນພຣະວິຫານ.

2 Kings 12:9

ຜູ້ໄດທີ່ເອົາເງິນເຂົ້າໄປໃນຫີບ?

ປະໂລຫິດທີ່ເຝົ້າຢູ່ທາງເຂົ້າພຣະວິຫານກໍໄດ້ໃສ່ເງິນທັງຫມົດລົງໄປໃນຫີບທີ່ໄດ້ເຂົ້າມາໃນພຣະວິຫານຂອງພຣະຢາເວ.

2 Kings 12:11

ສຳລັບກຳມະກອນໄດ້ໃຊ້ເງີນເພື່ອຫຍັງ?

ຄົນງານໄດ້ໃຊ້ເງິນເພື່ອຊື້ໄມ້ແລະຫີນສະກັດທີ່ໃຊ້ໃນການສ້ອມແປງພຣະວິຫານຂອງພຣະຢາເວ, ແລະ ສຳລັບຄ່າໃຊ້ຈ່າຍອື່ນໆທັງຫມົດທີ່ຈຳເປັນໃນການສ້ອມແປງ.

2 Kings 12:15

ເປັນຫຍັງເງິນຖວາຍບູຊາເພື່ອການລົບຄວາມຜິດແລະເງິນຖວາຍບູຊາລົບລ້າງບາບ ຈະບໍ່ໄດ້ນຳມາໄວ້ໃນພຣະວິຫານຂອງພຣະຢາເວ?

ເງິນຖວາຍບູຊາເພື່ອການລົບຄວາມຜິດ ແລະ ເງິນຖວາຍບູຊາລົບລ້າງບາບ ຈະບໍ່ໄດ້ນຳມາໄວ້ໃນພຣະວິຫານຂອງພຣະຢາເວ, ເພາະເງິນນັ້ນໃຫ້ເປັນຂອງພວກປະໂລຫິດ.

2 Kings 12:17

ກະສັດໂຢອາດໄດ້ປ້ອງກັນບໍ່ໃຫ້ກະສັດຮາຊາເອນໂຈມຕີເຢຣູຊາເລັມໄດ້ແນວໃດ?

ໂຢອາດກະສັດແຫ່ງຢູດາໄດ້ນຳເອົາສິ່ງຂອງສັກສິດທັງຫມົດທີ່ເຢໂຮຊາຟັດແລະເຢໂຮຣາມ ແລະ ອາຮາຊີຢາ, ບັນພະບຸຣຸດຂອງພະອົງ, ຜູ້ເປັນກະສັດແຫ່ງຢູດາ, ໄດ້ຊົງຊຳຣະໃຫ້ບໍຣິສຸດໄວ້ນັ້ນ, ແລະສິ່ງຂອງສັກສິດຂອງພະອົງເອງ, ແລະທອງຄຳທັງຫມົດທີ່ໄດ້ເຫັນໃນຄັງຂອງພຣະວິຫານພຣະຢາເວ ແລະວັງຂອງກະສັດມາແລະພະອົງໄດ້ສົ່ງສິ່ງເຫລົ່ານີ້ໄປໃຫ້ຮາຊາເອນກະສັດແຫ່ງອາຣາມ. ແລ້ວຮາຊາເອນກໍໄດ້ຊົງຖວາຍຊັບໄປຈາກກຸງເຢຣູຊາເລັມ.

2 Kings 12:19

ຜູ້ໄດທີ່ໂຈມຕີໂຍອາດ?

ໂຢຊາການລູກຊາຍຂອງຊີເມອາດ, ແລະເຢໂຮຊາບັດລູກຊາຍຂອງໂຊເມ, ພວກຂ້າຣາຊການຂອງພະອົງໄດ້ໂຈມຕີໂຢອາດ.

2 Kings 13

2 Kings 13:3

ເປັນຫຍັງພຣະຢາເວໄດ້ຊົງປຣະທານຜູ້ນຳຄົນຫນຶ່ງແກ່ອິສະຣາເອນ?

ເຢໂຮອາຮາດໄດ້ຊົງພາວັນນາອະທິຖານຕໍ່ພຣະຢາເວ, ດັ່ງນັ້ນພຣະຢາເວໄດ້ຊົງປຣະທານຜູ້ນຳຄົນຫນຶ່ງແກ່ອິສະຣາເອນ.

2 Kings 13:6

ກະສັດແຫ່ງອາຣາມໄດ້ທຳລາຍກອງທັບອິດສະຣາເອນແລະເຮັດໃຫ້ພວກເຂົາເປັນແບບໃດ?

ກະສັດແຫ່ງອາຣາມໄດ້ຊົງທຳລາຍພວກເຂົາ ແລະ ໃຫ້ເປັນຢ່າງແກບໃນເວລາຟາດເຂົ້າ.

2 Kings 13:14

ເມື່ອເອລີຊາເຈັບປ່ວຍ, ລາວບອກໂຢອາດເອົາຫຍັງມາໃຫ້?

ລາວໄດ້ບອກໂຍອາດ ຂໍໄດ້ເອົາຄັນທະນູ ແລະ ລູກທະນູມາຈຳນວນຫນຶ່ງດ້ວຍ.

2 Kings 13:17

ມີຫຍັງເກີດຂື້ນເພາະວ່າໂຢອາດໄດ້ໂຈມຕີພຽງ 3 ຄັ້ງ?

ເພາະວ່າໂຢອາດໄດ້ໂຈມຕີພຽງ 3 ຄັ້ງ, ພະອົງຈະຕີຊະນະອາຣາມໄດ້ພຽງສາມຄັ້ງເທົ່ານັ້ນ.

2 Kings 13:20

ມີຫຍັງເກີດຂື້ນກັບຊາຍຄົນນີ້ທີ່ຖືກຝັງໄວ້ໃນຫລຸມຝັງຂອງເອລີຊາ?

ຊາຍຄົນທີ່ຖືກຝັງໄວ້ໃນຫລຸມຝັງຂອງເອລີຊາກໍໄດ້ມີຊີວິດຂຶ້ນມາ ແລະ ຢືນຂຶ້ນດ້ວຍຕົວເອງ ເມື່ອສົບຂອງຊາຍຄົນນັ້ນໄດ້ໂດນກະດູກຂອງເອລີຊາ.

2 Kings 13:22

ເປັນຫຍັງພຣະຢາເວບໍ່ຂັບໄລ່ອິດສະຣາເອນອອກໄປຈາກທີ່ປະທັບຂອງລາວ?

ພຣະຢາເວໄດ້ຊົງພຣະເມດຕາຕໍ່ອິສະຣາເອນ, ແລະ ພຣະອົງໄດ້ຊົງຫ່ວງໃຍພວກເຂົາແລະໄດ້ຊ່ວຍເຫລືອພວກເຂົາໄວ້, ເພາະພັນທະສັນຍາຂອງພຣະອົງທີ່ໄດ້ເຮັດໄວ້ກັບອັບຣາຮາມ, ອີຊາກ, ແລະຢາໂຄບ. ດັ່ງນັ້ນພຣະຢາເວຈຶ່ງບໍ່ໄດ້ຊົງທຳລາຍພວກເຂົາ, ແລະ ພຣະອົງຍັງຄົງບໍ່ໄດ້ໄລ່ພວກເຂົາໄປ ໃຫ້ພົ້ນພຣະພັກພຣະອົງເລີຍ.

2 Kings 14

2 Kings 14:4

ອາມາຊິຢາໄດ້ເຮັດຫຍັງເມື່ອຣາ​ຊອານາຈັກໄດ້​ຢູ່ໃນພ​ະ​ຫັດຂອງພ​ະ​ອົງຢ່າງ​ຫມັ້ນ​ຄົງ​ແລ້ວ?

ເມື່ອຣາ​ຊອານາຈັກໄດ້​ຢູ່ໃນພ​ະ​ຫັດຂອງພ​ະ​ອົງຢ່າງ​ຫມັ້ນ​ຄົງ​ແລ້ວ, ພ​ະ​ອົງ​ກໍ​ໄດ້ຊົງຂ້າພວກ​ຜູ້ຮັບໃຊ້ທີ່ໄດ້ຂ້າບິດາ, ​ຂອງກະສັດ.

2 Kings 14:6

ເປັນຫຍັງອາມາຊິຢາບໍ່ໄດ້ຊົງ​ຂ້າລູກຂອງຜູ້ທີ່ໄດ້ປົງ​ພ​ຣະຊົນນັ້​ນ?

ອາມາຊິຢາບໍ່ໄດ້ຊົງ​ຂ້າລູກຂອງຜູ້ທີ່ໄດ້ປົງ​ພ​ຣະຊົນນັ້​ນເພາະວ່າພຣະຢາເວໄດ້ຊົງບັນຊາວ່າ, “ຢ່າຂ້າບິ​ດາ ເພາະການກະທຳຂອງເຊື້ອ​ສາຍພວກເຂົາ, ຫລືຢ່າຂ້າລູກຫລານເພາະການກະທຳຂອງບິ​ດາມານດາ​ຂອງ​ພວກ​ເຂົາ. ແຕ່ລະຄົນຕ້ອງຖືກຂ້າຍ້ອນບາບຂອງຕົນເອງ.”

2 Kings 14:8

ແມ່ນຫຍັງໄດ້ກັກຢຽບຕົ້ນຫນາມນັ້ນລົງ?

ສັດປ່າໂຕ​ຫນຶ່ງທີ່ຢູ່ໃນເລບານອນໄດ້ກັກຢຽບຕົ້ນຫນາມນັ້ນລົງ.

2 Kings 14:13

ເຢໂຮອາດເອົາຫຍັງມາຈາກເມືອງເຢຣຶຊາເລມ?

ພ​ະ​ອົງໄດ້ຊົງ​ຢຶດເອົາທອງຄຳ ແລະ ເງິນທັງ​ຫມົດ, ແລະເຄື່ອງໃຊ້ທັງຫມົດທີ່ພົບເຫັນຢູ່ໃນພຣະວິຫານຂອງພຣະຢາ​ເວ, ແລະ ໃນຄັງຂອງພະ​ຣາ​ຊວັງ, ພ້ອມທັງການ​ຈັບຕົວປະກັນເຊັ່ນດຽວກັນ.

2 Kings 14:17

ອາມາຊິຢາຕາຍແນວໃດ?

ຮ່ວມການກະບົດຕໍ່ອາມາຊີຢາໃນນະຄອນເຢຣູຊາເລັມ, ແລະ ພ​ະ​ອົງ​ໄດ້ຫລົບ​ຫນີໄປທີ່ເມືອງ​ລາ​ກິດ. ແຕ່ພວກເຂົາທັງ​ຫລາຍໄດ້ສົ່ງຄົນ​ນຳພ​ະ​ອົງໄປ​ທີ່​ເມືອງລາ​ກິດ, ແລະ ໄດ້​ຂ້າ​ພ​ະ​ອົງຢູ່ທີ່ນັ້ນ.

2 Kings 14:20

ອຸດຊິຢາໄດ້ເຮັດຫຍັງກັບເອ​ລາດ?

ອຸດຊິຢາໄດ້ຊົງສ້າງເມືອງເອ​ລາດຂຶ້ນໃຫມ່ ແລະ ບູ​ຣະ​ນ​ະ​ໃຫ້​ກັບ​ມາຂຶ້ນ​ກັບຢູດາ.

2 Kings 14:23

ເຢ​ໂຣ​ໂບ​ອາມໄດ້ຍິນໂດຍຜ່ານໃຜ ວ່າລາວຄວນຈະຊົງໂຈມຕີເອົາແຜ່ນດິນອິສະຣາເອນຄືນ​ມາຈາກທາງເຂົ້າ​ເມືອງ​ເລໂບຮາ​ມັດໄກ​ໄປ​ຮອດທະເລອາຣາບາ?

ເຢ​ໂຣ​ໂບ​ອາມໄດ້ຍິນຜ່ານໂຢ​ນາ ລູກຊາຍຂອງອາ​ມິດໄ​ຕ, ຜູ້​ທຳ​ນ​ວາຍ ພ​ະ​ອົງໄດ້ຊົງໂຈມຕີເອົາແຜ່ນດິນອິສະຣາເອນຄືນ​ມາຈາກທາງເຂົ້າ​ເມືອງ​ເລໂບຮາ​ມັດໄກ​ໄປ​ຮອດທະເລອາຣາບາ.

2 Kings 14:26

ເພາະວ່າພຣະຢາເວເຫັນວ່າບໍ່ມີຜູ້ຊ່ວຍຊີວິດອິດສະຣາເອນ, ລາວໄດ້ຊ່ວຍພວກເຂົາແນວໃດ?

ເພາະວ່າພຣະຢາເວເຫັນວ່າບໍ່ມີຜູ້ຊ່ວຍຊີວິດອິດສະຣາເອນ, ພຣະຢາເວໄດ້ຊົງຊ່ວຍພວກເຂົາດ້ວຍມືຂອງ ເຢ​ໂຣ​ໂບ​ອາມ ລູກຊາຍຂອງເຢໂຮອາດ.

2 Kings 14:28

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

2 Kings 15

2 Kings 15:1

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

2 Kings 15:4

ພຣະຢາເວລົງໂທດກະສັດອຸດຊິຢາແນວໃດ?

ພຣະຢາ​ເວໄດ້ຊົງລົງໂທດກະສັດ ພ​ະອົງ​ໄດ້ຊົງ​ກາຍເປັນຄົນຂີ້ທູດຈົນເຖິງວັນຕາຍ ແລະ ພ​ະ​ອົງຢູ່ໃນພະຣາຊະວັງແຍກຕ່າງຫາກ.

2 Kings 15:6

ຜູ້ໃດໄດ້ຂຶ້ນເປັນກະສັດແທນທີ່ຂອງອຸດຊິຢາ?

ໂຢ​ທ​າມລູກຊາຍຂອງພ​ະ​ອົງໄດ້ຊົງຂຶ້ນເປັນກະສັດແທນ.

2 Kings 15:10

ຊານລູມໄດ້ຂ້າເຊ​ກາຣີຢາຢູ່ໃສ?

ຊານລູມໄດ້ຂ້າເຊ​ກາຣີຢາຢູ່ຕໍ່ຫນ້າປະຊາຊົນ.

ເຊື້ອ​ສາຍຂອງເຢຮູຈະນັ່ງຢູ່ເທິງບັນລັງຂອງອິດສະຣາເອນດົນປານໃດ?

ເຊື້ອ​ສາຍຂອງເຢຮູຈະນັ່ງຢູ່ເທິງບັນລັງຂອງອິສະຣາເອນເປັນເວລາສີ່ຮຸ້ນຄົນ.

2 Kings 15:13

ເປັນຫຍັງຊານລູມຈຶ່ງປົກຄອງພຽງແຕ່ເດືອນດຽວໃນເມືອງຊາມາເຣຍ?

ຊານລູມຈຶ່ງປົກຄອງພຽງແຕ່ເດືອນດຽວໃນເມືອງຊາມາເຣຍ ເພາະວ່າເມ​ນາ​ເຮມລູກຊາຍ ຂອງກາ​ດີໄດ້ຂ້າລາວ.

2 Kings 15:19

ເຮັດແນວໃດເມ​ນາ​ເຮມໄດ້ຊົງຖວາຍເງິນຈຳນວນຫນຶ່ງພັນຕະ​ລັນ​ຕົນໃຫ້ແກ່​ປ​ູລ?

ເມ​ນາ​ເຮມເກັບໄດ້ເງິນຈຳນວນຫນຶ່ງພັນຕະ​ລັນ​ຕົນຄືຈາກຄົນລວຍທຸກ​ຄົນ ຄົນ​ລະຫ້າສິບເຊ​ກຽນ.

2 Kings 15:25

ແມ່ນໃຜຂ້າເປກາ​ຮີ​ຢາ?

ເປກາໄດ້ຂ້າເປກາ​ຮີ​ຢາ.

2 Kings 15:29

ເປັນຫຍັງໂຮເຊຢາໄດ້ຮ່ວມກັນຄິດ​ກະ​ບົດ​ຕໍ່​ເປ​ກາ?

ໂຮເຊຢາໄດ້ຮ່ວມກັນຄິດ​ກະ​ບົດ​ຕໍ່​ເປ​ກາເພາະວ່າຕິກ​ະລາດ​ປີ​ເລ​ເສ ກະສັດແຫ່ງອັດຊີເຣຍໄດ້ເຂົ້າມາຢຶດເອົາຫລາຍເມືອງ​.

2 Kings 15:34

ໂຢທາມໄດ້ຊົງເຮັດທຸກຢ່າງຕາມ​ແບບຂອງໃຜ?

ໂຢທາມໄດ້ຊົງເຮັດທຸກຢ່າງຕາມ​ແບບ ທີ່ອຸດ​ຊີ​ຢາພໍ່ຂອງ​ພ​ະ​ອົງໄດ້ຊົງເຮັດ.

2 Kings 16

2 Kings 16:3

ອາຮາດໄດ້ເຮັດຫຍັງກັບລູກຊາຍຂອງລາວ?

ອາຮາດອະນຸຍາດໃຫ້ລູກຊາຍຂອງພະ​ອົງລຸຍຜ່ານໄຟ, ຕາມການກະທຳອັນ​ຫນ້າກຽດຊັງຂອງປະ​ຊາ​ຊາດທັງ​ຫລາຍ.

2 Kings 16:5

ສິ່ງທີ່​ເຣ​ຊິນບໍ່ສາມາດເຮັດໄດ້ເມື່ອລາວໂຈມຕີເຢຣູຊາເລັມ?

ເມື່ອກະສັດເຣ​ຊິນໂຈມຕີເຢຣູຊາເລັມ, ລາວບໍ່ສາມາດເອົາຊະນະອາຮາດໄດ້.

2 Kings 16:7

ອາຮາດໄດ້ມອບຂອງຂວັນຫຍັງແກ່ກະສັດອັດຊີເຣຍ?

ອາຮາດໄດ້ຊົງນຳເອົາເງິນ ແລະ ທອງຄຳທີ່ພົບເຫັນຢູ່ໃນພຣະ​ນິ​ເວດຂອງພຣະຢາເວ ແລະ ໃນຄັງຂອງພະຣາຊະວັງ ແລະພະ​ອົງໄດ້ສົ່ງໄປເປັນ​ຂອງ​ຂັວນມອບແກ່ກະສັດແຫ່ງອັດຊີເຣຍ.

2 Kings 16:10

ອາຮາດໄດ້ເຮັດແທ່ນບູຊາອັນໃດທີ່ອູຣີຢາ ຕ້ອງການ?

ອາຮາດຕ້ອງການຢາກສ້າງແທ່ນບູຊາທີ່ດາມາເຊ.

2 Kings 16:13

ມີໃຜແດ່ທີ່ເຜົາຖວາຍເຄື່ອງບູຊາແລະເຄື່ອງບູຊາພືດ​ຜົນ?

ກະສັດໄດ້ຊົງເຜົາຖວາຍເຄື່ອງບູຊາ ແລະ ເຄື່ອງບູຊາພືດ​ຜົນ.

2 Kings 16:15

ຈຸດປະສົງຂອງແທ່ນບູຊາທອງແດງແມ່ນຫຍັງ?

ແທ່ນບູຊາທອງແດງສຳລັບອາຮາດແມ່ນເພື່ອທູນຂໍຄວາມຊ່ວຍເຫລືອຈາກພຣະເຈົ້າ.

2 Kings 16:17

ເປັນຫຍັງອາຮາດຈຶ່ງໄດ້ຮື້​ເອົາຊິ້ນສ່ວນປິດທາງ​ຍ່າງຂອງສາ​ລາວັນຊະບາໂຕອອກ, ເຊິ່ງພວກເຂົາໄດ້ສ້າງໄວ້ໃນພະ​ວິ​ຫານ ແລະ ທາງເຂົ້າຊັ້ນນອກສຳລັບກະສັດທີ່ໄດ້ເຂົ້າມາໃນພຣະວິຫານຂອງພຣະຢາເວ?

ອາຮາດໄດ້ຮື້​ເອົາຊິ້ນສ່ວນປິດທາງ​ຍ່າງຂອງສາ​ລາວັນຊະບາໂຕອອກ, ເຊິ່ງພວກເຂົາໄດ້ສ້າງໄວ້ໃນພະ​ວິ​ຫານ ແລະ ທາງເຂົ້າຊັ້ນນອກສຳລັບກະສັດທີ່ໄດ້ເຂົ້າມາ ໃນພຣະວິຫານຂອງພຣະຢາເວ, ເພາະເຫັນແກ່ກະສັດອັດຊີເຣຍ.

2 Kings 17

2 Kings 17:1

ໂຮ​ເຊ​ຢາໄດ້ເຮັດຫຍັງເມື່ອລາວກາຍເປັນຜູ້ຮັບໃຊ້ຂອງ ຊານ​ມາ​ເນ​ເຊ?

ໂຮເຊຢາໄດ້ຍອມເປັນເມືອງຂຶ້ນຂອງພ​ະ​ອົງ ແລະ ຖວາຍຂອງ​ຂວັນ​ແກ່​ພະ​ອົງ.

2 Kings 17:4

ໂຮເຊຢາໄດ້ເປັນຜູ້ກະບົດຕໍ່ຕ້ານຊານ​ມາ​ເນ​ເຊແນວໃດ?

ໂຮເຊຢາໄດ້ເປັນຜູ້ກະບົດຕໍ່ຕ້ານຊານ​ມາ​ເນ​ເຊ, ເພາະວ່າ ໂຮ​ເຊ​ຊາໄດ້ຊົງ​ໃຊ້ຜູ້​ສົ່ງຂ່າວ​ສານໄປຫາໂສກກະສັດແຫ່ງເອຢີບ.

2 Kings 17:7

ເປັນຫຍັງການທີ່​ໄດ້​ຕົກເປັນຊະເລີຍຈຶ່ງເກີດຂື້ນ?

ການທີ່​ໄດ້​ຕົກເປັນຊະເລີຍໃນຄັ້ງນີ້ ກໍ​ເພາະວ່າປະຊາຊົນອິສະຣາເອນໄດ້ເຮັດບາບຕໍ່ພຣະຢາເວພຣະເຈົ້າຂອງພວກເຂົາ.

2 Kings 17:9

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

2 Kings 17:11

ພຣະຢາເວໄດ້ເວົ້າຫຍັງຊາວອິດສະລາເອນບໍ່ຕ້ອງເຮັດ?

ພຣະຢາເວໄດ້ກ່າວວ່າພວກເຂົາເຈົ້າບໍ່ຕ້ອງນະມັສະການຮູບເຄົາ​ຣົບ.

2 Kings 17:13

ພຣະຢາເວໄດ້ຊົງ​ຕັກເຕືອນອິສະຣາເອນ ແລະ ຢູດາໂດຍໃຜ?

ຢາເວຍັງໄດ້ຊົງ​ຕັກເຕືອນອິສະຣາເອນ ແລະ ຢູດາ ຜ່ານທາງ​ຜູ້​ປະ​ກາດພ​ຣະ​ຄຳ ແລະ ຜູ້​ທຳ​ນ​ວາຍທຸກ​ຄົນກ.

2 Kings 17:14

ຊາວອິດສະລາແອນແຂງກະດ້າງຄືກັບໃຜ?

ຊາວອິດສະລາແອນແຂງກະດ້າງຫລາຍ ຄືກັບບັນພະບຸຣຸດຂອງພວກເຂົາຜູ້ທີ່ບໍ່ເຊື່ອວາງໃຈໃນພຣະຢາເວພຣະເຈົ້າຂອງພວກເຂົາ.

2 Kings 17:16

ຊາວອິດສະຣາເອນໄດ້ຂາຍຕົວເອງແນວໃດ?

ຊາວອິດສະຣາເອນໄດ້ຂາຍຕົວເອງເພື່ອໄປເຮັດ​ສິ່ງຊົ່ວຮ້າຍໃນສາຍຕາຂອງພຣະຢາ​ເວ.

2 Kings 17:19

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

2 Kings 17:21

ເປັນຫຍັງພຣະຢາເວຈຶ່ງເອົາອິດສະຣາເອນອອກໄປໃຫ້​ພົ້ນຈາກທີ່ປຣະທັບຂອງພ​ຣະອົງ?

ປະຊາຊົນອິສະຣາເອນໄດ້ເດີນໄປໃນຄວາມບາບທຸກຢ່າງຂອງເຢໂຣໂບອາມໄດ້ຊົງເຮັດ ພວກເຂົາບໍ່ໄດ້ປະຖິ້ມຈາກບາບເຫລົ່າ​ນັ້ນ​ເລີຍ, ດັ່ງນັ້ນ ພຣະຢາເວໄດ້ຊົງ​ໃຫ້ຊາວອິສະຣາເອນອອກໄປໃຫ້​ພົ້ນຈາກທີ່ປຣະທັບຂອງພ​ຣະອົງ.

2 Kings 17:24

ເປັນຫຍັງພຣະຢາເວໄດ້ສົ່ງສິງໂຕໃນບັນດາປະຊາຊາດໃຫມ່ໃນເມືອງຊາມາເຣຍ?

ປະຊາຊາດໃນເມືອງຊາມາເຣຍບໍ່ໄດ້ໃຫ້ກຽດແກ່ພຣະຢາເວ, ດັ່ງນັ້ນພຣະອົງຈຶ່ງສົ່ງສິງໂຕໄປໃນບັນດາພວກເຂົາ.

2 Kings 17:27

ປະໂລຫິດສອນຄົນໃຫມ່ໃນເບດເອນວ່າແນວໃດ?

ປະໂລຫິດໄດ້ສັ່ງສອນພວກເຂົາ​ເຖິງການ​ທີ່ພວກເຂົາຈະຖວາຍກຽຕແດ່ພຣະຢາເວ.

2 Kings 17:29

ທຸກປະຊາຊາດທັງ​ຫມົດຍັງສ້າງພວກຮູບພະເຈົ້າຢູ່ໃສ?

ທຸກປະຊາຊາດທັງ​ຫມົດຍັງສ້າງພວກຮູບພະເຈົ້າຂອງຕົນເອງ, ແລະຕັ້ງໄວ້ໃນຫໍ ຊຶ່ງຊາວຊາມາເຣຍໄດ້ສ້າງໄວ້.

2 Kings 17:32

ນອກຈາກພະເຈົ້າຂອງຕົນເອງ, ປະຊາຊາດໃຫມ່ໃນອິດສະລາເອນໄດ້ໃຫ້ກຽດໃຜ?

ປະຊາຊາດໃຫມ່ໃນໄດ້ໃຫ້ກຽດພຣະຢາເວ.

2 Kings 17:34

ປະຊາຊົນໃຫມ່ໃນອິດສະຣາເອນບໍ່ໄດ້ໃຫ້ກຽດພຣະຢາເວ ແນວໃດ?

ປະຊາຊົນໃຫມ່ໃນອິດສະຣາເອນບໍ່ໄດ້ໃຫ້ກຽດພຣະຢາເວ ເພາະວ່າລາວໄດ້ບັນຊາວ່າພວກເຂົາບໍ່ຕ້ອງຢ່າຢຳ​ເກງພະເຈົ້າອົງອື່ນໆ.

2 Kings 17:36

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

2 Kings 17:39

ປະຊາຊາດໃນອິດສະຣາເອນບໍ່ຍອມຟັງແນວໃດ?

ພວກເຂົາບໍ່ຍອມຟັງ, ເພາະວ່າພວກເຂົາຍັງໄດ້ຄົງສືບຕໍ່ເຮັດສິ່ງ​ທີ່​ໄດ້​ເຮັດໃນອະດີດເລື້ອຍໆ.

2 Kings 18

2 Kings 18:1

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

2 Kings 18:4

ຊາວອິດສະຣາເອນໄດ້ເຮັດຫຍັງກັບງູທອງແດງທີ່ໂມເຊໄດ້ສ້າງຂຶ້ນ?

ປະຊາຊົນອິດສະຣາເອນໄດ້ເຜົາເຄື່ອງ​ຫອມໃຫ້​ແກ່ງູທອງແດງທີ່ໂມເຊໄດ້ສ້າງຂຶ້ນ.

2 Kings 18:6

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

2 Kings 18:9

ກະສັດຊານ​ມາ​ເນ​ເຊກະສັດຂອງອັດຊີເຣຍໄດ້ໂຈມຕີຊາມາເລຍດົນປານໃດ?

ກະສັດຊານ​ມາ​ເນ​ເຊກະສັດຂອງອັດຊີເຣຍໄດ້ໂຈມຕີຊາມາເຣຍ ເປັນເວລາສາມປີ.

2 Kings 18:11

ເປັນຫຍັງກະສັດອັດຊີເຣຍຈຶ່ງໄລ່ຊາວອິດສະຣາເອນໄປເປັນຊະເລີຍໄປທີ່ອັດຊີເຣຍ?

ກະສັດອັດຊີເຣຍຈຶ່ງໄລ່ຊາວອິດສະຣາເອນໄປເປັນຊະເລີຍໄປທີ່ອັດຊີເຣຍ ເພາະວ່າພວກເຂົາບໍ່ເຊື່ອຟັງພ​ຣະ​ສຸ​ຣະສຽງ ຂອງພຣະຢາ​ເວພຣະເຈົ້າຂອງພວກເຂົາ.

2 Kings 18:13

ເຮເຊກີຢາເອົາເງິນມາຈາກໃສເພື່ອໃຫ້ກະສັດອັດຊີເຣຍ?

ເຮເຊກີຢາໄດ້ມອບເງິນທັງຫມົດທີ່ຢູ່ໃນພ​ຣະ​ນິ​ເວດຂອງພຣະຢາເວ ແລະ ໃນຄັງຂອງພ​ຣະ​ຣາ​ຊວັງຂອງກະສັດ.

2 Kings 18:16

ຣາ​ທານແລະຮັບຊາຣິສແລະຜູ້ບັນຊາການໃຫຍ່ໄດ້ເອີ້ນຫາກະສັດເຮເຊກິຢາຢູ່ໃສ?

ພວກເຂົາໄດ້ເອີ້ນຫາກະສັດເຮເຊກິຢາ ຈາກບໍຣິເວນທາງ​ເທິງຮ່ອງລະບາຍສະນ້ຳ, ເຊິ່ງເປັນເສັ້ນທາງຂອງການຊັກລ້າງ.

2 Kings 18:19

ຈະມີຫຍັງເກີດຂື້ນ ຖ້າທ່ານອາສັຍປະເທດເອຢິບ?

ທ່ານອາສັຍໄມ​້​ຄ້ຳ​ເທົ້າຂອງຕົ້ນກົກທີ່​ຫັກ​ຄືປະເທດເອຢິບ, ເຊິ່ງມັນຈະຕຳມືຂອງຜູ້ທີ່ໃຊ້ໄມ້​ເທົ້າ​ນັ້ນ.

2 Kings 18:22

ກະສັດອັດຊີເຣຍໄດ້ສະເຫນີຂໍ້ສະເຫນີຫຍັງ?

ກະສັດອັດຊີເຣຍໄດ້ສະເຫນີຈະໃຫ້ມ້າສອງພັນໂຕແກ່ທ່ານ, ຖ້າທ່ານສາມາດຊອກຫາຄົນຂີ່ມ້າເຫລົ່ານັ້ນໄດ້.

2 Kings 18:24

ພຣະຢາເວບອກກະສັດອັດຊີເຣຍໃຫ້ເຮັດຫຍັງ?

ພຣະຢາເວບອກກະສັດອັດຊີເຣຍໃຫ້ໄປຕໍ່ສູ້​ກັບຢູດາແລະທຳລາຍມັນ.

2 Kings 18:26

ເອ​ລີອ​າ​ກີມ, ເຊັບ​ນາ, ແລະ ໂຢ​ອາດ ໄດ້ຂໍໃຫ້ຜູ້ບັນຊາການໃຫຍ່ເວົ້າໃນພາສາໃດ?

ເອ​ລີອ​າ​ກີມ, ເຊັບ​ນາ, ແລະ ໂຢ​ອາດ ໄດ້ຂໍໃຫ້ຜູ້ບັນຊາການໃຫຍ່ເວົ້າໃນພາສາອາຣາມ.

2 Kings 18:28

ຜູ້ບັນຊາການໃຫຍ່ກ່າວອອກມາໃນພາສາໃດ?

ຜູ້ບັນຊາການໃຫຍ່ໄດ້ຮ້ອງອອກມາເປັນພາສາເຮັບເລີ.

2 Kings 18:31

ກະສັດອັດຊີເຣຍຈະປ່ອຍໃຫ້ຜູ້ທີ່ສ້າງສັນຕິພາບກັບລາວເຮັດຫຍັງ?

ພຣະອົງຈະປ່ອຍໃຫ້ພວກເຂົາກິນຈາກເຄືອອະ​ງຸ່ນຂອງຕົນ ແລະຈາກຕົ້ນຫມາກເດື່ອຂອງຕົນເອງ, ແລະຈະໄດ້ດື່ມນ້ຳຈາກບໍ່ເກັບນໍ້າຂອງ​ຕົນ.

2 Kings 18:33

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

2 Kings 18:36

ກະສັດເຮເຊກີຢາໄດ້ສັ່ງຫຍັງ?

ກະສັດສັ່ງໃຫ້ປະຊາຊົນຢ່າຕອບຄຳຖາມຜູ້ບັນຊາການໃຫຍ່.

2 Kings 19

2 Kings 19:1

ກະສັດເຮເຊກີ​ຢາໄດ້ເຮັດຫຍັງເມື່ອລາວໄດ້ຍິນຂ່າວ?

ເມື່ອກະສັດເຮເຊກີ​ຢາໄດ້ຟັງການລາຍງານຂອງພວກເຂົາ, ພະ​ອົງ​ກໍ​ຊົງ​ຈີກເສື້ອຜ້າຂອງພະ​ອົງ. ໄດ້​ເອົາ​ຜ້າ​ກະ​ສອບ​, ມາປົກຄຸມພະ​ອົງ, ແລະໄດ້ເຂົ້າໄປໃນພ​ຣະວິຫານຂອງພຣະຢາເວ.

2 Kings 19:3

ເຮເຊກີ​ຢາໄດ້ເວົ້າວ່າ ພຣະຢາເວຄວນເຮັດຫຍັງ?

ເຮເຊກີ​ຢາໄດ້ເວົ້າວ່າ ພຣະຢາເວຄວນຈະໄດ້ຍິນຄຳເວົ້າທັງຫມົດຂອງເຣເບຄາແລະອາດຈະສັ່ງຫ້າມຄຳເວົ້າທີ່ພຣະຢາເວໄດ້ຍິນ.

2 Kings 19:5

ພຣະຢາເວຈະເຮັດຫຍັງເພື່ອຢຸດກະສັດອັດຊີເຣຍ?

ພຣະຢາເວຈະ​ໃສ່​ວິນ​ຍານ​ຢ່າງ​ຫນຶ່ງ​ໃນ​ລາວ, ແລະກະສັດອາດຈະໄດ້ຍິນຂ່າວລື ແລະ ກັບໄປທີ່ແຜ່ນດິນຂອງລາວ.

2 Kings 19:8

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

2 Kings 19:10

ອີງຕາມການເຊນ​ນາ​ເກ​ຣິບ, ພຣະເຈົ້າໄດ້ຫລອກລວງເຮເຊກີຢາໃນທາງໃດ?

ອີງຕາມການເຊນ​ນາ​ເກ​ຣິບ, ພຣະເຈົ້າໄດ້ຫລອກລວງເຮເຊກີຢາໂດຍກ່າວວ່າເຢຣູຊາເລັມຈະບໍ່ຖືກມອບ​ໄວ້ໃນກຳມືຂອງກະສັດແຫ່ງອັດຊີເຣຍ.

2 Kings 19:12

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

2 Kings 19:14

ເຮເຊກີ​ຢາໄດ້ເຜີຍແຜ່ຈົດຫມາຍຈາກຜູ້ສົ່ງຂ່າວຢູ່ໃສ?

ເຮເຊກີ​ຢາໄດ້ເຜີຍແຜ່ຈົດຫມາຍຈາກຜູ້ສົ່ງຂ່າວຢູ່ໃນພຣະວິຫານຂອງພຣະຢາເວ.

2 Kings 19:16

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

2 Kings 19:19

ເປັນຫຍັງພຣະຢາເວຄວນຊ່ວຍປະຊາຊົນຢູດາ?

ພຣະຢາເວຄວນຊ່ວຍປະຊາຊົນຢູດາເພື່ອວ່າຣາ​ຊອານາຈັກທັງຫມົດແຫ່ງ​ແຜ່ນ​ດິນໂລກຈະຮູ້ວ່າພຣະອົງຄື, ພຣະຢາເວ,​ ໄດ້ຊົງເປັນພຣະເຈົ້າພຽງ​ແຕ່ອົງດຽວເທົ່ານັ້ນ.

2 Kings 19:20

ກະສັດອັດຊີເຣຍຍົກສຽງຂອງລາວຕໍ່ຕ້ານຜູ້ໃຜ?

ກະສັດອັດຊີເຣຍຍົກສຽງຂອງລາວຕໍ່ຕ້ານພຣະຜູ້ບໍລິສຸດຂອງອິດສະຣາເອນ!

2 Kings 19:23

ຜູ້ໃດເວົ້າວ່າລາວເອົາຕີນ​ຂອງລາວເຮັດໃຫ້ກະແສນ້ຳທັງຫມົດຂອງເອຢີບແຫ້ງແລ້ງໄປ?

ເຊັນນາເກຣິບກ່າວວ່າລາວເອົາຕີນ​ຂອງລາວເຮັດໃຫ້ກະແສນ້ຳທັງຫມົດຂອງເອຢີບແຫ້ງແລ້ງໄປ.

2 Kings 19:25

ຜູ້ທີ່ໄດ້ຕັດສິນໃຈໄວ້ມາດົນແລ້ວວ່າເມືອງທີ່ບໍ່ສາມາດປັບປຸງໄດ້ຈະຖືກຫລຸດລົງເປັນຊາກຫັກພັງ?

ດົນນານມາແລ້ວ, ພຣະຢາເວໄດ້ຕັດສິນໃຈໄວ້ມາດົນແລ້ວວ່າເມືອງທີ່ທີ່ບໍ່ສາມາດປັບປຸງໄດ້ຈະຖືກຫລຸດລົງເປັນຊາກຫັກພັງ.

2 Kings 19:27

ພຣະຢາເວຈະເອົາຫຍັງໃສ່ໃນດັງຂອງເຊັນນາເກຣິບ ?

ພຣະຢາເວຈະເອົາ​ຂໍ​ຂອງລາວເກາະໃສ່ດັງຂອງເຊັນນາເກຣິບ.

2 Kings 19:29

ສິ່ງໄດທີ່ຈະເປັນຫມາຍສຳຄັນສໍາລັບເຮເຊກິຢາໄດ້?

ຫມາຍສຳຄັນນັ້ນອາດຈະແມ່ນວ່າປະຊາຊົນຢູດາຈະກິນສິ່ງທີ່ເກີດຂຶ້ນເອງ, ແລະໃນປີທີສອງສິ່ງ​ທີ່​ເຕີບໃຫຍ່ຕັ້ງແຕ່ຕົ້ນ.

2 Kings 19:32

ເປັນຫຍັງພຣະຢາເວຈຶ່ງຈະປົກປ້ອງເຢຣູຊາເລັມ?

ພຣະຢາເວຈະປົກປ້ອງເຢຣູຊາເລັມແກ່ປະໂຫຍດຂອງເຮົາເອງ ແລະ ເຫັນ​ແກ່ດາວິດຜູ້ຮັບໃຊ້ຂອງເຮົາ.

2 Kings 19:35

ພຣະຢາເວປົກປ້ອງເຢຣູຊາເລັມໄດ້ແນວໃດ?

ພຣະຢາເວໄດ້ອອກໄປ ແລະ ໄດ້ຂ້າທະຫານໃນ​ຄ້າຍ​ອັດ​ຊີ​ເຣຍ, ຈຳນວນ 185.000 ຄົນ.

2 Kings 20

2 Kings 20:1

ພຣະຢາເວບອກເຮເຊກິຢາໃຫ້ເຮັດຫຍັງເພາະວ່າລາວຈະຕາຍ?

ພຣະຢາເວບອກເຮເຊກິຢາ ຈົ່ງ​ຈັດ​ກ​ານ​ບ້ານ​ເມືອງຂອງທ່ານໃຫ້​ຮຽບ​ຮ້ອຍ; ເພາະວ່າທ່ານຈະຕາຍ.

2 Kings 20:4

ເປັນຫຍັງພຣະຢາເວຈະປິ່ນປົວເຮເຊກິຢາ?

ເພາະວ່າພຣະຢາເວໄດ້ຍິນຄຳອະທິຖານຂອງເຮເຊກິຢາ, ເຮົາໄດ້ເຫັນນໍ້າຕາຂອງເຈົ້າແລ້ວ ເຮົາຈະ​ຮັກ​ສາ​ເຈົ້າ.

2 Kings 20:6

ເຮເຊກິຢາໄດ້ຫາຍດີແນວໃດ?

ຫມາກເດື່ອມາອັນ​ຫນຶ່ງເອົາມາວາງ​ໄວ້ເທິງພ​ະຍາດຂອງພະ​ອົງ​ນັ້ນ, ແລະພະ​ອົງກໍຫາຍດີເປັນ​ປົກ​ກະ​ຕິ.

2 Kings 20:8

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

2 Kings 20:10

ພຣະຢາເວໄດ້ປ່ຽນແປງເງົາແນວໃດ?

ພຣະຢາເວໄດ້ຊົງ​ນຳເອົາເງົາຢ້ອນ​ກັບຄືນມາສິບຂັ້ນ, ຈາກບ່ອນທີ່ມັນຢ້ອນກັບຄືນຂຶ້ນ​ໄປເທິງຂັ້ນໄດຂອງອາຮາດ.

2 Kings 20:12

ເຮເຊກິຢາໄດ້ສະແດງຂ່າວຫຍັງຈາກຜູ້ສົ່ງຂ່າວຂອງບາບີໂລນ?

ເຮເຊກິຢາໄດ້ສະແດງໃຫ້ເຂົາເຈົ້າເຫັນທຸກຢ່າງໃນພ​ະຣາ​ຊະວັງແລະອານາຈັກຂອງລາວ.

2 Kings 20:14

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

2 Kings 20:16

ຈະເກີດຫຍັງຂຶ້ນກັບພວກລູກຊາຍທີ່ເກີດມາຈາກເຮເຊກິຢາ?

ປະຊາຊົນໃນບາບີໂລນຈະເອົາລູກຊາຍທີ່ເກີດມາຈາກທ່ານເຫລົ່ານັ້ນຈະນຳເອົາໂຕພວກເຂົາໄປ, ແລະ ພວກເຂົາຈະໄປເປັນຂັນ​ທີໃນພະ​ຣາ​ຊະວັງຂອງກະສັດແຫ່ງບາບີໂລນ.

2 Kings 20:19

ເປັນຫຍັງເຮເຊກິຢາຄິດວ່າຖ້ອຍຄຳຂອງພຣະຢາເວດີ?

ເຮເຊກີຢາຄິດວ່າຖ້ອຍຄຳຂອງພຣະຢາເວດີເພາະມັນຈະມີຄວາມສະຫງົບສຸກ ແລະ ຄວາມປອດພັຍໃນສມັຍຂອງລາວ.

2 Kings 21

2 Kings 21:1

ມານາເຊໄດ້ສ້າງສາຫຍັງໃຫມ່?

ມານາເຊໄດ້ສ້າງຫໍຜາສາດໃຫມ່ທີ່ເຮເຊກິຢາພໍ່ຂອງລາວໄດ້ ທຳລາຍ.

2 Kings 21:4

ມານາເຊໄດ້ຕິດຕໍ່ກັບໃຜ?

ມານາເຊຊົງ​ໄດ້ຕິດຕໍ່ກັບຄົນ​ທີ່​ຕາຍ​ໄປ​ແລ້ວ ແລະ ຄົນທີ່ເວົ້າກັບ​ຜີວິນຍານຕ່າງໆໄດ້.

2 Kings 21:7

ມານາເຊໄດ້ຈັດວາງສິ່ງໃດໃນພຣະວິຫານຂອງພຣະຢາເວ?

ມານາເຊໄດ້ຈັດວາງຮູບແກະສະຫລັກຂອງອາເຊຣາທີ່ພ​ະອົງໄດ້ຊົງສ້າງນັ້ນ, ພະ​ອົງ​ໄດ້​ຊົງຕັ້ງໄວ້ໃນພຣະະ​ວິ​ຫານຂອງພຣະຢາເວ.

2 Kings 21:10

ມານາເຊໄດ້ກະທໍາສິ່ງທີ່ຊົ່ວຮ້າຍຫລາຍກວ່າຜູ້ໃດ?

ມານາເຊໄດ້ກະທໍາເຮັດສິ່ງທີ່ຊົ່ວຮ້າຍກວ່າ ຄົນອຳໂມນ​ຜ​ູ້ທີ່ຢູ່ມາກ່ອນລາວໄດ້ເຮັດທັງ​ຫມົດ.

2 Kings 21:13

ເປັນຫຍັງຄົນທີ່ເຫລືອຢູ່ພວກເຂົາຈະຕົກເປັນເຫຍື່ອ ແລະ ເປັນ​ເຄື່ອງ​ປຸ້ນຂອງສັດຕຣູທັງ​ຫມົດຂອງພວກເຂົາ?

ຄົນທີ່ເຫລືອຢູ່ພວກເຂົາຈະຕົກເປັນເຫຍື່ອ ແລະ ເປັນ​ເຄື່ອງ​ປຸ້ນຂອງສັດຕຣູທັງ​ຫມົດຂອງພວກເຂົາເພາະວ່າພວກເຂົາໄດ້ເຮັດຄວາມຊົ່ວຮ້າຍໃນສາຍຕາຂອງພຮະຢາເວ, ແລະ ກະຕຸ້ນພຣະອົງໃຫ້ໃຈຮ້າຍ.

2 Kings 21:16

ມານາເຊໄດ້ເຮັດໃຫ້ເລືອດຂອງ​ຜູ້ບໍຣິສຸດໄຫລ​ອອກ​ຫຼາຍປານໃດ?

ມານາເຊໄດ້ເຮັດໃຫ້ເລືອດຂອງ​ຜູ້ບໍຣິສຸດໄຫລ​ອອກ​ເປັນ​ຈຳ​ນວນ​ຫລາຍ, ຈົນພະ​ອົງ​ເຮັດ​ໃຫ້ຄວາມ​ຕາຍເຕັມນະ​ຄອນເຢຣູຊາເລັມຈາກ​ດ້ານຫນຶ່ງໄປອີກ​ດ້ານຫນຶ່ງ.

2 Kings 21:19

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

2 Kings 21:21

ອາໂມນຕາຍແນວໃດ?

ຜູ້ຮັບໃຊ້ຂອງອາໂມນໄດ້ຮ່ວມ​ກັນ​ຄິດການກະບົດ ແລະ ໄດ້ຂ້າກະສັດໃນພະ​ຣາ​ຊວັງຂອງພະ​ອົງ​ເອງ.

2 Kings 21:24

ອາໂມນໄດ້ຖືກຝັງຢູ່ໃສ?

ປະຊາຊົນໄດ້ຝັງພະ​ອົງໃນອຸບໂມງຝັງ​ສົບຂອງພະ​ອົງໃນສວນອຸດ​ຊາ.

2 Kings 22

2 Kings 22:1

ໂຢຊີ​ຢາຊົງ​ດຳເນີນແນວໃດ?

ໂຢຊີ​ຢາໄດ້ຊົງ​ດຳເນີນຕາມທາງຫມົດຂອງດາວິດບັນພະບຸຣຸດຂອງພະ​ອົງ, ແລະ ພະ​ອົງບໍ່ໄດ້ຊົງຫັນເຫໄປທາງຂວາ ຫລື ທາງຊ້າຍ.

2 Kings 22:3

ໂຢຊິຢາຢາກໃຫ້ຮິນກິຢາເອົາຫຍັງໃຫ້ພວກຄົນງານທີ່ຢູ່ໃນພຣະວິຫານຂອງພຣະຢາເວ?

ໂຢຊິຢາຢາກໃຫ້ຮິນກິຢາເອົາເງິນທີ່ຖືກນຳເຂົ້າມາໃນພ​ຣະ​ວິ​ຫານຂອງພຣະຢາເວ ໃຫ້ພວກເຂົາຈ່າຍຄ່າແຮງງານຜູ້ທີ່ຢູ່ໃນພ​ຣະ​ວິຫານຂອງພຣະຢາເວ.

2 Kings 22:6

ເປັນຫຍັງບໍ່ຈຳເປັນຕ້ອງມີບັນຊີສຳລັບເງິນທີ່ມອບໃຫ້ຄົນງານ?

ບໍ່ຈຳເປັນຕ້ອງຂໍເອົາບັນຊີຈາກເງິນທີ່ມອບໄວ້ໃນມືຂອງພວກເຂົາ, ເພາະວ່າພວກເຂົາໄດ້ເຮັດຢ່າງຊື່ສັດ.

2 Kings 22:8

ຮິນກິຢາໄດ້ພົບເຫັນຫຍັງຢູ່ໃນພຣະວິຫານຂອງພຣະຢາເວ?

ຮິນກິຢາໄດ້ເຫັນຫນັງ​ສືກົດບັນ​ຍັດໃນພ​ຣະ​ວິຫານຂອງພຣະຢາເວ.

2 Kings 22:11

ເມື່ອກະສັດໄດ້ຍິນຖ້ອຍຄຳຂອງຫນັງສືກົດ​ບັນ​ຍັດ, ລາວໄດ້ເຮັດຫຍັງ?

ເມື່ອກະສັດໄດ້ຊົງຟັງຖ້ອຍຄຳຂອງຫນັງສືກົດ​ບັນ​ຍັດ, ແລະ ພະ​ອົງ​ກໍໄດ້ຊົງ​ຈີກເສື້ອຜ້າຂອງພະ​ອົງ.

2 Kings 22:14

ຮຸນ​ດາອາໃສຢູ່ບ່ອນໃດ?

ຮຸນ​ດາໄດ້ຢູ່ໃນນະ​ຄອນ ເຢຣູຊາເລັມໃນພາກພື້ນທີ່ສອງ

2 Kings 22:17

ເປັນຫຍັງພຣະຢາເວຈຶ່ງຟັງກະສັດຢູດາ?

ພຣະຢາເວຊົງຟັງກະສັດຢູດາ ເພາະວ່າຫົວໃຈຂອງລາວອ່ອນ​ນ້ອມ, ແລະ ລາວຖ່ອມຕົວລົງຕໍ່ພຣະພັກ​ພ​ຣະ​ຢາ​ເວ, ແລະເພາະວ່າລາວໄດ້ຈີກເຄື່ອງນຸ່ງຂອງລາວ ແລະ ຮ້ອງໄຫ້ຕໍ່ຫນ້າພຣະຢາເວ.

2 Kings 22:20

ດວງຕາຂອງກະສັດຢູດາຈະບໍ່ເຫັນຫຍັງ?

ດວງຕາຂອງລາວຈະບໍ່ເຫັນຄວາມໂຊກຮ້າຍທັງຫ​ມົດທີ່ພຣະຢາເວນຳມາສູ່ສະຖານທີ່ນີ້.

2 Kings 23

2 Kings 23:1

ກະສັດໄດ້ອ່ານຖ້ອຍຄຳທັງ​ຫມົດໃນຫນັງ​ສືພັນທະສັນຍາຢູ່ໃນໃຜ?

ກະສັດໄດ້ອ່ານ​ຖ້ອຍ​ຄຳທັງ​ຫມົດໃນຫນັງ​ສືພັນທະສັນຍາໃຫ້ພວກເຂົາຝັງພ້ອມດ້ວຍປະຊາຊົນຢູດາທັງ​ຫມົດ ແລະ ຊາວນະ​ຄອນເຢຣູຊາເລັມທັງ​ຫມົດ, ລວມທັງພວກປະໂລຫິດ, ພວກ​ປະ​ກາດ​ພ​ຣະ​ຄັມ, ແລະ ປະ​ຊາ​ຊົນທັງ​ຫມົດ, ບໍ່ວ່າຈະເປັນຜູ້ເລັກ​ນ້ອຍຫລືຜູ້ໃຫຍ່.

2 Kings 23:3

ປະຊາຊົນທັງຫມົດໄດ້ຕົກລົງເຫັນດີເຮັດຫຍັງ?

ປະຊາຊົນທັງຫມົດ​ກໍໄດ້ເຂົ້າຮ່ວມໃນພັນທະສັນຍານັ້ນ.

2 Kings 23:4

ກະສັດໄດ້ເຜົາສິ່ງໃດຢູ່ນອກເມືອງເຢຣູຊາເລມໃນທົ່ງນາໃນຮ່ອມພູກິດໂຣນ?

ກະສັດໄດ້ເຜົາເຄື່ອງໃຊ້ທັງ​ຫມົດທີ່ເຮັດຂຶ້ນສຳລັບພະບາອານ ສຳ​ລັບ​ພະ​ອາ​ເຊ​ຣາ ແລະ ສຳລັບດວງ​ດາວຂອງ​ທ້ອງ​ຟ້າ​ທັງ​ຫມົດຢູ່ນອກນະ​ຄອນເຢຣູຊາເລັມໃນເຂດທົ່ງນາແຫ່ງ​ຮ່ອມພູ​ເຂົາກິດໂຣນ.

2 Kings 23:6

ກະສັດໄດ້ຊົງ​ມ້າງ​ອອກຫ້ອງໃດແດ່?

ກະສັດໄດ້ຊົງ​ມ້າງ​ທີ່​ຢູ່​ອາ​ສັຍຂອງຍິງໂສເພນີໃນພິທີທາງສາສະນາ ເຊິ່ງ​ຢູ່ໃນພ​ຣະ​ວິ​ຫານຂອງພຣະຢາເວ.

2 Kings 23:8

ສະຖາທີ່ພວກນັກບວດຂອງບັນດາຫໍບູຊາເຫລົ່ານັ້ນບ່ອນທີ່ໄດ້ຈູດເຄື່ອງ​ຫອມ​ເສຍ​ຄວາມ​ສັກ​ສິດອະນຸຍາດໃຫ້ກິນເຂົ້າຈີ່ທີ່ບໍ່ມີເຊື້ອນັ້ນຢູ່ໃສ?

ພວກນັກບວດຂອງບັນດາຫໍບູຊາເຫລົ່ານັ້ນ ບ່ອນທີ່ໄດ້ຈູດເຄື່ອງ​ຫອມ​ເສຍ​ຄວາມ​ສັກ​ສິດອະນຸຍາດ ໃຫ້ກິນເຂົ້າຈີ່ທີ່ບໍ່ມີເຊື້ອໃນນະ​ຄອນເຢຣູຊາເລັມ.

2 Kings 23:10

ມ້າທີ່ກະສັດຢູດາໄດ້ຖວາຍ​ແກ່ດວງຕາເວັນຢູ່ບ່ອນໃດ?

ພວກມ້າທີ່ບັນດາກະສັດແຫ່ງຢູດາໄດ້ຖວາຍ​ແກ່ດວງຕາເວັນ. ທີ່ຢູ່ໃນ​ບໍ​ຣິ​ເວນທາງເຂົ້າພ​ຣະ​ວິ​ຫານຂອງພຣະຢາເວ, ໃກ້ກັບຫ້ອງນາ​ທານ​ເມ​ເລັກ.

2 Kings 23:12

ໃຜສ້າງພູເຂົາແຫ່ງການຊົ່ວ​ຊ້າ​?

ຊາໂລໂມນກະສັດແຫ່ງອິສະຣາເອນໄດ້ສ້າງພູເຂົາແຫ່ງການຊົ່ວ​ຊ້າ.

2 Kings 23:15

ເປັນຫຍັງໂຢຊີຢາຈຶ່ງໄດ້ເຜົາກະດູກເທິງແທ່ນບູຊາທີ່ ເບັດ​ເອນ?

ລາວເຜົາກະດູກເທິງແທ່ນບູຊາເພື່ອເຮັດໃຫ້ຄວາມສັກ​ສິດເສຍຫາຍ.

2 Kings 23:17

ກະດູກຂອງໃຜທີ່ໂຢຊີຢາບໍ່ໄດ້ເຄື່ອນຍ້າຍ?

ໂຢຊີຢາບໍ່ໄດ້ເຄື່ອນຍ້າຍກະດູກຄົນຂອງພຣະເຈົ້າ ຜູ້ທີ່ມາຈາກຢູດາ ແລະ ຜູ້ປະ​ກາດ​ພ​ຣະ​ຄັມ ຜູ້ອອກມາຈາກເມືອງຊາມາເຣຍ.

2 Kings 23:21

ການສະຫລອງປັດສະຄາດັ່ງກ່າວບໍ່ໄດ້ຈັດຂຶ້ນດົນປານໃດ?

ການສະຫລອງເທສະການປັສະຄາເຊັ່ນນີ້ບໍ່ໄດ້ຖືກັນມາຕັ້ງແຕ່ສມັຍຂອງຜູ້ພິພາກສາທີ່ໄດ້ປົກຄອງອິດສະຣາເອນ. ບໍ່ເຄີຍມີໃນສມັຍ ບັນດາກະສັດແຫ່ງອິດສະຣາເອນ, ແລະກະສັດແຫ່ງຢູດາ.

2 Kings 23:24

ໂຢຊີຢາຫັນກັບມາຫາພຣະຢາເວແນວໃດ?

ໂຢຊີຢາຫັນກັບມາຫາພຣະຢາເວດ້ວຍສຸດຈິດ, ສຸດໃຈ, ແລະ ດ້ວຍສຸດກຳລັງຂອງລາວ.

2 Kings 23:26

ແມ່ນຫຍັງສິ່ງທີ່ພຣະຢາເວບໍ່ໄດ້ຫັນຈາກ?

ພຣະຢາເວ ກໍບໍ່ໄດ້ຫັນຈາກຄວາມໂກດຮ້າຍອັນແຮງກ້າຂອງພຣະອົງ.

2 Kings 23:28

ຜູ້ໃດໄດ້ໄປສູ້ຮົບກັບກະສັດອັດຊີເຣຍທີ່ແມ່ນໍ້າເອີຟຣັດ?

ຟາຣາໂອ ເນໂກ, ກະສັດຂອງປະເທດເອຢິບ,ໄດ້ຍົກທັບສູ້ກັບກະສັດອັດຊີເຣຍຢູ່ທີ່ແມ່ນ້ຳເອີຟຣັດ.

2 Kings 23:31

ເປັນຫຍັງຟາຣາໂອ ເນໂກຈຶ່ງໄດ້ຈັບເຢໂຮອາຮາດຂັງໄວ້ທີ່ຣິບລາ ໃນເມືອງຮາມັດ?

ຟາຣາໂອ ເນໂກໄດ້ຈັບພະອົງຂັງໄວ້ທີ່ ຣິບລາ ໃນເມືອງ ຮາມັດ, ເພື່ອບໍ່ໃຫ້ພະອົງປົກຄອງຢູ່ໃນເມືອງເຢຣູຊາເລັມ.

2 Kings 23:34

ເຢໂຮຍອາກິມໄດ້ຮັບເງິນແນວໃດເພື່ອຈ່າຍໃຫ້ຟາຣາໂອ?

ເຢໂຮຍອາກິມໄດ້ ເກັບພາສີທີ່ດິນເພື່ອຈ່າຍເງິນ, ຕາມຄຳສັ່ງຂອງຟາຣາໂອ

2 Kings 24

2 Kings 24:1

ພຣະຢາເວໄດ້ເວົ້າຫຍັງຜ່ານຜູ້ຮັບໃຊ້ຂອງຜູ້ທຳນວາຍຂອງລາວ?

ພຣະຢາເວໄດ້ເວົ້າຜ່ານຜູ້ຮັບໃຊ້ຂອງຜູ້ທຳນວາຍຊົງໃຊ້ຊາວເຄເດຍ, ຊາວອາຣາມ, ຊາວໂມອາບ, ແລະຊາວອຳໂມນເພື່ອຈະທຳລາຍເພື່ອຈະທຳລາຍ.

2 Kings 24:3

ແມ່ນຫຍັງເຮັດໃຫ້ພຣະຢາເວບໍ່ຊົງປະສົງທີ່ຈະໃຫ້ອະພັຍ?

ພຣະຢາເວບໍ່ຊົງປະສົງທີ່ຈະໃຫ້ອະພັຍມານາເຊໄດ້ເຮັດໃຫ້ເມືອງເຢຣູຊາເລັມເຕັມໄປດ້ວຍເລືອດທີ່ບໍ່ມີຄວາມຜິດ.

2 Kings 24:7

ເປັນຫຍັງກະສັດເອຢິບບໍ່ໄດ້ໂຈມຕີອີກຕໍ່ໄປຈາກແຜ່ນດິນຂອງລາວ?

ກະສັດເອຢິບບໍ່ໄດ້ໂຈມຕີອີກຕໍ່ໄປຈາກແຜ່ນດິນຂອງລາວ, ເພາະວ່າກະສັດແຫ່ງບາບີໂລນໄດ້ຢຶດເອົາດິນແດນທັງຫມົດ ຊຶ່ງຄວບຄຸມໂດຍກະສັດຂອງປະເທດເອຢິບ

2 Kings 24:10

ໃນເວລາໄດທີ່ເນບຸດກາເນັດຊາໄດ້ຈັບເຢໂຮຍອາກິມເປັຍຊະເລີຍ?

ເນບຸດກາເນັດຊາໄດ້ຈັບເຢໂຮຍອາກິມເປັນຊະເລີຍໃນປີທີແປດແຫ່ງການຄອງຣາຊຂອງເນບຸດກາເນັດຊາ.

2 Kings 24:13

ແມ່ນໃຜທີ່ຖືກປະໄວ້ໃນດິນ?

ບໍ່ມີຜູ້ໃດເລີຍນອກຈາກປະຊາຊົນໃນທີ່ດິນທີ່ທຸກຍາກທີ່ສຸດ.

2 Kings 24:15

ກະສັດແຫ່ງບາບີໂລນປ່ຽນຊື່ຂອງມັດຕານີຢາເປັນຊື່ຫຍັງ?

ກະສັດແຫ່ງບາບີໂລນໄດ້ປ່ຽນຊື່ຂອງມັດຕານີຢາເປັນ ເຊເດກີຢາ.

2 Kings 25

2 Kings 25:1

ເປັນຫຍັງບໍ່ມີອາຫານສຳລັບປະຊາຊົນໃນແຜ່ນດິນ?

ໃນເມືອງນັ້ນມີຄວາມອຶດຢາກຮຸນແຮງ. ບໍ່ມີອາຫານ ສຳລັບປະຊາຊົນໃນແຜ່ນດິນ.

2 Kings 25:4

ທະຫານທັງຫມົດຫນີໄປໃສ?

ທະຫານທັງຫມົດ ໄດ້ຫນີອອກໄປໃນຕອນກາງຄືນຜ່ານປະຕູເມືອງໃນລະຫວ່າງກຳແພງທັງສອງດ້ານ, ທີ່ຢູ່ຂ້າງສວນຂອງກະສັດ.

2 Kings 25:6

ມີຫຍັງເກີດຂື້ນກັບເຊເດກີຢາຫລັງຈາກລູກຊາຍຂອງລາວຖືກຂ້າ?

ຫລັງຈາກລູກຊາຍທຸກຄົນຂອງເຊເດກີຢາຖືກຂ້າເຂົາໄດ້ຄວັກຕາຂອງເຊເດກີຢາອອກ ຕີສາຍໂສ້ທອງເຫລືອງ ແລະໄດ້ພາລາວໄປບາບີໂລນ.

2 Kings 25:8

ແມ່ນໃຜທີ່ທຳລາຍກຳແພງອ້ອມເມືອງເຢຣູຊາເລມ?

ທະຫານຊາວບາບີໂລນທຸກຄົນທີ່ຢູ່ກັບ ຜູ້ບັນຊາການກອງເຝົ້າຍາມໄດ້ທຳລາຍກຳແພງອ້ອມເມືອງເຢຣູຊາເລັມ.

2 Kings 25:11

ເປັນຫຍັງທະຫານຮັກສາພະອົງໄດ້ປະປະຊາຊົນຜູ້ທຸກຍາກທີ່ສຸດໃນດິນແດນ?

ທະຫານຮັກສາພະອົງໄດ້ປະຊາຊົນຜູ້ທຸກຍາກທີ່ສຸດໃນດິນແດນໄວ້ໃຫ້ເປັນຄົນເຮັດສວນອະງຸ່ນແລະເປັນຄົນເຮັດໄຮ່ໄຖນາ.

2 Kings 25:16

ທັງສອງເສົາໃຫຍ່ນີ້ມີທອງແດງຫຼາຍປານໃດ?

ທັງສອງເສົາໃຫຍ່ນີ້ມີທອງແດງຂອງພາຊະນະເຫລົ່ານີ້ກໍຫນັກ ເກີນກວ່າທີ່ຈະຊັ່ງໄດ້

2 Kings 25:20

ກະສັດແຫ່ງບາບີໂລນໄດ້ເຮັດຫຍັງຕໍ່ຜູ້ຄົນທີ່ຖືກຈັບໂດຍຜູ້ບັນຊາການການທະຫານຮັກສາພະອົງ?

ກະສັດແຫ່ງບາບີໂລນໄດ້ຂ້າພວກເຂົາ

2 Kings 25:22

ເນບູກາດເນັດຊາໄດ້ໃຫ້ໃຜຄວບຄຸມຜູ້ຄົນທີ່ຍັງຄົງຢູ່ໃນແຜ່ນດິນຢູດາ?

ເນບູກາດເນັດຊາຊົງແຕ່ງຕັ້ງເກດາລິຍາເພື່ອຄວບຄຸມພວກເຂົາ.

2 Kings 25:25

ເປັນຫຍັງປະຊາຊົນແລະຜູ້ບັນຊາການທະຫານທຸກຄົນຈຶ່ງໄປອີຢີບ?

ປະຊາຊົນທຸກຄົນແລະຜູ້ບັນຊາການກອງທັບໄປອີຢີບ ເພາະວ່າພວກເຂົາຢ້ານຊາວບາບີໂລນ.

2 Kings 25:27

ເມື່ອໃດເຢໂຮອາກິນຖືກປ່ອຍອອກຈາກຄຸກ?

ເຢໂຮອາກິນໄດ້ຖືກປ່ອຍຕົວຈາກຄຸກໃນປີທີເຈັດສິບສາມຂອງການເນລະເທດຂອງ ເຢໂຮອາກິນ, ໃນປີທີ່ເອວິນເມໂຣດັກ ໄດ້ເລີ່ມຕົ້ນປົກຄອງ.

2 Kings 25:28

ເຢໂຮອາກິນໄດ້ກິນອາຫານປະເພດໃດ?

ເຢໂຮຍອາກິນໄດດ້ກິນອາຫານເປັນປະຈຳຢູ່ທີ່ໂຕະກະສັດ. ທຸກໆມື້ຂອງຊີວິດລາວ ສ່ວນຄ່າໃຊ້ຈ່າຍນັ້ນກໍໄດ້ຮັບອະນຸຍາດຈາກກະສັດອີງຕາມຄວາມຕ້ອງການຂອງແຕ່ລະມື້ ຕະຫລອດຊີວິດຂອງລາວ.