ພາສາລາວ (Lao): translationQuestions Print

Updated ? hours ago # views See on WACS

Malachi 1

Malachi 1:1

ພຣະຢາເວຊົງປະທານຖ້ອຍຄຳຂອງພຣະອົງມາເຖິງຊົນຊາດອິດສະຣາເອນຜ່ານທາງໃດ?

ຖ້ອຍຄຳຂອງພຣະຢາເວມາທາງຜູ້ປະກາດພຣະທັມມາລາກີ.​

ພຣະຢາເວຊົງຮັກຜູ້ໃດ ແລະ ຊົງກຽດຊັງຜູ້ໃດ?

ພຣະຢາເວຊົງຮັກຄົນອິດສະຣາເອນ, ຢາໂຄບ, ແລະ ພຣະອົງຊົງກຽດຊັງເອຊາວ.

Malachi 1:4

ຊົນຊາດອິດສະຣາເອນຈະຕອບແນວໃດ ໃນເວລາທີ່ພຣະຢາເວຈະທຳລາຍເມືອງທີ່ກໍ່ສ້າງສ້າງໃຫມ່ຂອງເອໂດມ?

ພຣະຢາເວຊົງຍິ່ງໃຫຍ່ເກີນກວ່າອອກໄປຈາກເຂດແດນຂອງອິດສະຣາເອນ.”

Malachi 1:6

ໃນຖານະທີ່ເປັນພໍ່ ແລະ ເປັນນາຍຂອງຊາວອິດສະຣາເອນ, ພຣະຢາເວໄດ້ຖາມຫຍັງພວກປະໂລຫິດ?

ພຣະຢາເວໄດ້ຖາມພວກປະໂລຫິດວ່າກຽດສັກສີ ແລະ ຄວາມເຄົາລົບນັບຖືຕໍ່ພຣະອົງ, ແລະ ເປັນຫຍັງພວກເຂົາຫມິ່ນປະຫມາດພຣະນາມຂອງເຮົາ ແລະ ແທ່ນບູຊາຂອງເຮົາ.

Malachi 1:8

ພຣະຢາເວຊົງຕອບແນວໃດຕໍ່ການຖວາຍສັດຕາບອດ, ສັດຂາຫັກ, ແລະ ສັດເປັນພະຍາດ?

ພຣະຢາເວຈະບໍ່ຍອມຮັບເອົາເຄື່ອງຖວາຍທີ່ເປັນສັດຕາບອດ, ແກະຂາຫັກ, ແລະ ສັດເປັນພະຍາດ, ແລະ ບໍ່ສະແດງຄວາມກະລຸນາຫລືສົງສານຕໍ່ຄົນອິດສະຣາເອນ, ແລະບໍ່ໄດ້ຮັບເອົາການຖວາຍຂອງພວກເຂົາ.

Malachi 1:10

ເປັນຫຍັງພຣະຢາເວຈຶ່ງຢາກໃຫ້ຊາວອິດສະຣາເອນຄົນຫນຶ່ງປິດປະຕູພຣະວິຫານ ເພື່ອປ້ອງກັນບໍ່ໃຫ້ໄຟໄຫມ້ເທິງແທ່ນບູຊາຂອງພຣະອົງໂດຍໄຮ້ປະໂຫຍດ?

ເພາະວ່າພຣະນາມຂອງພຣະຢາເວຈະເປັນທີ່ໄດ້ຮັບກຽດທ່າມກາງບັນດາປະຊາຊາດທັງຫລາຍ, ແລະ ໃນທຸກຫົນທຸກແຫ່ງທີ່ເຄື່ອງຫອມ ແລະ ເຄື່ອງເຜົາບູຊາບໍຣິສຸດຈະຖວາຍບໍ່ເຫມືອນກັບການຖວາຍເຄື່ອງບູຊາຈາກມືຂອງຊາວອິດສະຣາເອນ.

Malachi 1:13

ເປັນຫຍັງພຣະຜູ້ເປັນເຈົ້າຈຶ່ງສາບແຊ່ງຜູ້ທີ່ຫລອກລວງສັນຍາທີ່ຈະຖວາຍສັດຜູ້ໃນຝູງສັດຂອງເຂົາ ແລະ ແຕ່ແລ້ວເອົາສັດທີ່ມີຕຳນິມາຖວາຍແທນ?

ເພາະວ່າພຣະຢາເວຊົງເປັນກະສັດຜູ້ຍິ່ງໃຫຍ່, ແລະນາມຊື່ຂອງພຣະອົງກໍເປັນທີ່ຫນ້າຢ້ານກົວ ໃນທ່າມກາງບັນດາປະຊາຊາດທັງຫລາຍ.

Malachi 2

Malachi 2:3

ພວກປະໂລຫິດຈະຮູ້ໄດ້ແນວໃດວ່າພຣະຢາເວໄດ້ສັ່ງໃຫ້ພວກເຂົາຖວາຍກຽດຕິຍົດຕໍ່ພຣະນາມຂອງພຣະອົງດ້ວຍຄວາມຈິງໃຈ?

ພວກເຂົາຮູ້ໂດຍຄຳສາບແຊ່ງຂອງພຣະຢາເວກ່ຽວກັບ ການອວຍພອນຂອງພວກເຂົາ, ແລະ ໂດຍການທີ່ພຣະອົງໄດ້ທາຂີ້ສັດໃສ່ໃບຫນ້າຂອງພວກເຂົາ.

Malachi 2:5

ເປັນຫຍັງຄົນເລວີຈຶ່ງໃຫ້ກຽດແກ່ພຣະຢາເວ, ຢືນຂຶ້ນດ້ວຍຄວາມຢ້ານກົວຕໍ່ນາມຂອງເຮົາ, ຄຳສອນທີ່ເປັນຄວາມຈິງໄດ້ຢູ່ໃນປາກຂອງເຂົາ ຫລາຍກວ່າຄວາມບໍ່ຊອບທຳ, ພວກເຂົາໄດ້ເດີນກັບພຣະຢາເວຢ່າງຜາສຸກ ແລະ ທ່ຽງທຳ, ແລະ ເຂົາໄດ້ຊ່ວຍຫລາຍຄົນໃຫ້ຫັນຫນີຈາກບາບ?

ເພາະປະໂລຫິດຄວນຮັກສາຄວາມຮູ້ໄວ້ ເຫມືອນຢ່າງເຂົາເປັນທູດຂອງພຣະຢາເວ.

Malachi 2:8

ພວກປະໂລຫິດໄດ້ລະເມີດຕໍ່ພັນທະສັນຍາຂອງເລວີ ແລະ ບໍ່ຮັກສາທາງຂອງພຣະຢາເວແນວໃດ?

ພວກປະໂລຫິດໄດ້ເຮັດດັ່ງນີ້ຄື ໂດຍການສະແດງຄວາມລຳອຽງໃນຄຳສັ່ງສອນຂອງພວກເຂົາ.

Malachi 2:10

ຜູ້ໃດທີ່ພຣະຢາເວຈະຕັດອອກຈາກເຕັ້ນຂອງຢາໂຄບ?

ພຣະຢາເວຈະຕັດຜູ້ບໍ່ສັດຊື່ຕໍ່ພີ່ນ້ອງຂອງຕົນຫລືຜູ້ທີ່ແຕ່ງງານກັບລູກສາວຂອງພະຕ່າງຊາດ, ແລະ ຫລັງຈາກນັ້ນກໍໄດ້ ນຳເອົາເຄື່ອງບູຊາມາຖວາຍແກ່ພຣະຢາເວ.

Malachi 2:14

ເປັນຫຍັງພຣະຢາເວຈຶ່ງບໍ່ຍອມຮັບເຄື່ອງຖວາຍບູຊາຂອງຊາວອິດສະຣາເອນ?

ຍ້ອນວ່າ ຊາວອິດສະຣາເອນບໍ່ໄດ້ສັດຊື່ຕໍ່ເມຍຂອງຕົນໃນເວລາທີ່ເຂົາເປັນຫນຸ່ມ.

ເປັນຫຍັງພຣະຢາເວຈຶ່ງບັນຊາຊາວອິດສະລາເອນ ຈົ່ງລະວັງຈິດໃຈຂອງເຈົ້າເອງໃຫ້ດີ ແລະ ຢ່ານອກໃຈເມຍຂອງເຈົ້າ?

ເພາະວ່າພຣະຢາເວໄດ້ເຮັດໃຫ້ອິດສະຣາເອນ ແລະ ພັນລະຍາຂອງພວກເຂົາເປັນອັນຫນຶ່ງອັນດຽວກັນເພື່ອໃຫ້ມີລູກຫລານ, ແລະ ຍ້ອນວ່າພຣະຢາເວກຽດຊັງການຢ່າຮ້າງ ແລະ ຜູ້ທີ່ປົກຄຸມເສື້ອຜ້າຂອງຕົນດ້ວຍຄວາມຮຸນແຮງ.

Malachi 2:17

ຊາວອິດສະຣາເອນໄດ້ເຮັດໃຫ້ພຣະຢາເວຊົງເມື່ອຍພຣະໄທດ້ວຍຄວາມເວົ້າຂອງພວກເຂົາຢ່າງໃດ?

ພວກເຂົາໄດ້ເຮັດໃຫ້ພຣະຢາເວຊົງເມື່ອຍພຣະໄທໂດຍການເວົ້າວ່າ, ທຸກຄົນທີ່ກະທຳຊົ່ວຮ້າຍກໍເປັນຄົນດີໃນສາຍພຣະເນດຂອງພຣະຢາເວ ແລະ ພຣະອົງຊົງພໍພຣະໄທໃນຄົນເຫລົ່ານັ້ນ, ແລະ ຖາມວ່າພຣະເຈົ້າຜູ້ຊົງຄວາມຍຸດຕິທຳນັ້ນຢູ່ໃສ.

Malachi 3

Malachi 3:1

ຈະມີຫຍັງເກີດຂື້ນຫລັງຈາກທີ່ພຣະຢາເວໄດ້ສົ່ງທູດແຫ່ງພັນທະສັນຍາຂອງພຣະອົງຜູ້ທີ່ຈະໄປກຽມທາງຂອງພຣະອົງ?

ແລ້ວອົງພຣະຜູ້ເປັນເຈົ້າ, ທີ່ພວກອິດສະຣາເອນສະແຫວງຫາ, ກໍຈະສະເດັດມາທີ່ພຣະວິຫານຂອງພຣະອົງໃນທັນທີທັນໃດ.

ເມື່ອໃດທີ່ເຄື່ອງຖວາຍບູຊາຂອງຢູດາ ແລະ ເຢຣູຊາເລັມຈະເປັນທີ່ພໍພຣະໄທພຣະຢາເວ?

ຈະເປັນທີ່ພໍພຣະໄທກໍຕໍ່ເມື່ອບັນດາລູກຊາຍຂອງເລວີຖືກຊຳລະໃຫ້ບໍຣິສຸດ, ເມື່ອພວກເຂົາຖືກຫລໍ່ຫລອມເຫມືອນທອງຄຳ ແລະ ເງິນ.

Malachi 3:4

ຫລັງຈາກການຖວາຍເຄື່ອງບູຊາຂອງຢູດາ ແລະ ເຢຣູຊາເລັມໄດ້ເປັນທີ່ພໍພຣະໄທພຣະຢາເວຜ່ານການຊຳຣະລູກຊາຍທັງຫລາຍຂອງຊາວເລວີໃຫ້ບໍລິສຸດແລ້ວ, ພຣະຢາເວຈະເຮັດຫຍັງ?

ພຣະອົງຈະຊົງສະເດັດເຂົ້າມາໃກ້ຊົນຊາດອິດສະຣາເອນເພື່ອພິພາກສາ ແລະ ເປັນພະຍານຢ່າງໄວເພື່ອກ່າວໂທດຜູ້ທີ່ບໍ່ຢຳເກງພຣະອົງ.

Malachi 3:6

ເຖິງແມ່ນວ່າປະຊາຊົນຂອງຢາໂຄບໄດ້ຫັນຫນີຈາກກົດເກນຂອງພຣະຢາເວ, ເປັນຫຍັງພວກເຂົາຈຶ່ງຍັງບໍ່ໄດ້ມາເຖິງຈຸດຈົບ?

ພວກເຂົາບໍ່ໄດ້ມາເຖິງຈຸດຈົບຍ້ອນວ່າພຣະຢາເວຜູ້ບໍ່ຊົງປ່ຽນແປງ.

ຊົນຊາດອິດສະຣາເອນໄດ້ຫັນຫນີຈາກພຣະຢາເວແນວໃດ?

ພວກເຂົາໄດ້ຫັນຫນີຈາກພຣະຢາເວດ້ວຍການບໍ່ຖືກຮັກສາກົດເກນຂອງພຣະອົງ.

Malachi 3:8

ຊົນຊາດອິດສສະຣາເອນປຸ້ນພຣະຢາເວແນວໃດ?

ພວກເຂົາປຸ້ນພຣະຢາເວດ້ວຍເລື່ອງການຖວາຍຫນຶ່ງສ່ວນສິບ ແລະ ເຄື່ອງຖວາຍບູຊາ.

Malachi 3:10

ພຣະຢາເວຊົງສັນຍາວ່າຈະມີຫຍັງເກີດຂຶ້ນ ຖ້າຊົນຊາດອິດສະຣາເອນນຳເອົາເງິນຫນຶ່ງສ່ວນສິບມາຖວາຍເຕັມຈຳນວນໃນຄັງພຣະວິຫານ?

ພຣະຢາເວໄດ້ສັນຍາວ່າພຣະອົງຈະຊົງຕຳນິຜູ້ທີ່ທຳລາຍພວກເຈົ້າ, ແລະ ຊົນຊາດທັງຫລາຍຈະເອີ້ນພວກເຈົ້າວ່າຜູ້ຮັບພຣະພອນ.

Malachi 3:13

ຊົນຊາດອິດສະຣາເອນໄດ້ເວົ້າຕໍ່ສູ້ພຣະຢາເວແນວໃດ?

ພວກເຂົາໄດ້ເວົ້າວ່າການຮັບໃຊ້ພຣະເຈົ້າບໍ່ມີຄວາມຫມາຍຫຍັງເລີຍເພາະວ່າຄົນອວດຕົວວ່າເປັນຜູ້ໄດ້ຮັບພຣະພອນ ແລະ ຄົນເຮັດຊົ່ວບໍ່ພຽງແຕ່ຮັ່ງມີ, ແຕ່ພວກເຂົາຍັງໄດ້ທົດລອງພຣະເຈົ້າ ແລະ ຫນີລອດໄປໄດ້.

Malachi 3:17

ແມ່ນໃຜທີ່ພຣະຢາເວຊົງກ່າວວ່າ ເປັນຄົນຂອງພຣະອົງ ແລະ ແມ່ນໃຜຈະຖືກແຍກ?

ພຣະຢາເວຊົງກ່າວວ່າ ຄືຜູ້ທີ່ຢຳເກງເຮົາ ແລະ ນັບຖືນາມຂອງເຮົາ ກໍເປັນກຳມະສິດອັນລ້ຳຄ່າຂອງເຮົາ ແລະ ໄດ້ຮັບຊີວິດ.

ໃນວັນນັ້ນທີ່ເຮົາເຮັດພະລະກິດ, ຈະເກີດຫຍັງຂຶ້ນ?

ຊາວອິດສະຣາເອນຈະແຍກແຍະ ລະຫວ່າງ ຄົນຊອບທຳ ກັບຄົນຊົ່ວຮ້າຍ, ແລະລະຫວ່າງຄົນທີ່ນະມັດສະການພຣະເຈົ້າ ກັບຄົນທີ່ບໍ່ນະມັດສະການພຣະອົງ.

Malachi 4

Malachi 4:1

ມື້ນັ້ນກຳລັງມາເຖິງ, ຊຶ່ງຈະເຜົາຜານເຫມືອນໄຟໃນເຕົາໄຟ, ຈະເກີດຫຍັງຂຶ້ນກັບຄົນອວດອ້າງ ແລະ ຄົນທີ່ເຮັດຊົ່ວຮ້າຍທັງຫມົດ?

ຄົນອວດອ້າງ ແລະ ຄົນທີ່ເຮັດຊົ່ວຮ້າຍທັງຫມົດຈະເປັນເຫມືອນຕໍເຟືອງ ຊຶ່ງຖືກເຜົາໄຫມ້ຫມົດ.

ດວງຕາເວັນແຫ່ງຄວາມຊອບທຳຈະຂຶ້ນມາຈະຂຶ້ນມາສຳລັບໃຜ?

ດວງຕາເວັນແຫ່ງຄວາມຊອບທຳຈະຂຶ້ນມາເພື່ອຜູ້ທີ່ຢຳເກງພຣະນາມຂອງພຣະຢາເວ.

ຜູ້ທີ່ຢຳເກງພຣະນາມຂອງພຣະຢາເວຈະເຮັດຫຍັງໃນມື້ທີ່ພຣະຢາເວຊົງກະທຳການ?

ພວກເຈົ້າຈະກະໂດດໂລດເຕັ້ນເຫມືອນລູກງົວທີ່ອອກຈາກຄອກ ແລະ ທຳລາຍຄົນຊົ່ວຮ້າຍລົງ.

Malachi 4:4

ພຣະຢາເວຊົງບັນຊາເຫນືອຊາວອິດສະຣາເອນທັງຫມົດແນວໃດ?

ພຣະອົງຊົງບັນຊາພວກເຂົາທັງຫລາຍວ່າ ຈົ່ງເຊື່ອຟັງກົດເກນຂອງໂມເຊຜູ້ຮັບໃຊ້ຂອງພຣະອົງ.

ພຣະຢາເວຈະເຮັດແນວໃດກ່ອນວັນແຫ່ງພຣະອົງຈະມາເຖິງ?

ພຣະອົງຈະສົ່ງເອລີຢາມາເຮັດໃຫ້ໃຈຂອງພໍ່ຫັນໄປຫາລູກທັງຫລາຍ, ແລະ ເຮັດໃຫ້ໃຈຂອງລູກທັງຫລາຍຫັນມາຫາພໍ່ຂອງພວກເຂົາ, ເພື່ອທີ່ພຣະອົງຈະບໍ່ມາສາບແຊ່ງແຜ່ນດິນ.