ພາສາລາວ (Lao): translationQuestions Print

Updated ? hours ago # views See on WACS

1 Samuel 1

1 Samuel 1:1

ເມຍສອງຄົນຂອງເອນການາແມ່ນໃຜ?

ເມຍສອງຄົນຂອງເອນການາຊື່ ນາງຮັນນາແລະນາງເປນິນນາ.

ນາງຮັນນາມີລູກຈັກຄົນ?

ນາງຮັນນາບໍ່ມີລູກຈັກຄົນເລີຍ.

1 Samuel 1:5

ຍ້ອນຫຍັງ ເອນການາໄດ້ແບ່ງໃຫ້ຮັນນາສອງເທົ່າ?

ລາວໄດ້ແບ່ງໃຫ້ຮັນນາສອງເທົ່າ ເພາະວ່າລາວຮັກນາງ.

ຍ້ອນຫຍັງ ຄູ່ແຂ່ງຂອງນາງຮັນນາຈຶ່ງເຍາະເຍີ້ຍນາງ?

ຄູ່ແຂ່ງຂອງນາງຮັນນາກໍເຍາະເຍີ້ຍນາງຢ່າງຫນັກ ເພື່ອເຮັດໃຫ້ນາງໃຈຮ້າຍ, ຍ້ອນວ່າພຣະຢາເວໄດ້ປິດມົດລູກຂອງນາງ.

1 Samuel 1:9

ນາງຮັນນາເຮັດຫຍັງ ເນື່ອງຈາກຄວາມເຈັບປວດຫລາຍກ່ຽວກັບທີ່ນາງບໍ່ມີລູກນັ້ນ?

ນາງໄດ້ເຂົ້າໄປໃນພຣະວິຫານຂອງພຣະຢາເວ ແລະ ອະທິຖານ ແລະ ຮ້ອງໄຫ້ຢ່າງຂົມຂື່ນ.

1 Samuel 1:11

ນາງໄດ້ສາບານຫຍັງຕໍ່ພຣະຢາເວ?

ນາງຮັນນາສາບານວ່າ ຖ້າພຣະຢາເວຊົງປະທານລູກຊາຍໃຫ້ນາງ, ນາງຈະມອບລາວໃຫ້ພຣະຢາເວ ແລະ ຈະບໍ່ໃຫ້ມີດແຖຖືກຫົວຂອງລາວເລີຍ.

1 Samuel 1:12

ຍ້ອນຮັນນາເວົ້າຕໍ່ພຣະຢາເວໃນໃຈຂອງນາງ, ແມ່ນຫຍັງຄືສິ່ງທີ່ເອລີ, ປະໂລຫິດ, ຄິດກ່ຽວກັບການກະທຳຂອງນາງ?

ເອລີເຝົ້າເບິ່ງຮີມສົບຂອງນາງຮັນນາງເຫນັງໄປມາ ແຕ່ບໍ່ໄດ້ຍິນສຽງຂອງນາງ, ເພາະເຫດນີ້ເອລີຈຶ່ງໄດ້ຄິດວ່ານາງເມົາເຫລົ້າອະງຸ່ນ.

1 Samuel 1:15

ແມ່ນເປັນສິ່ງທີ່ນາງຮັນາຕອບເອລີ ເຖິງສິ່ງທີ່ນາງກຳລັງເຮັດຢູ່?

ນາງຮັນນາຕອບເອລີວ່າ ນາງບໍ່ໄດ້ເມົາເຫລົ້າ ແຕ່ນາງກຳລັງເວົ້າກັບພຣະຢາເວຈາກໃຈຂອງນາງ.

1 Samuel 1:17

ແມ່ນຫຍັງຄືສິ່ງທີ່ ເອລີເວົ້າກັບນາງຮັນນາທີ່ເຮັດໃຫ້ນາງໄປຕາມທາງຂອງນາງ, ທັງກິນແລະບໍ່ໂສກເສົ້າອີກຕໍ່ໄປ?

ເອລີໄດ້ເວົ້າວ່າໃຫ້ນາງໄປເປັນສຸກ ແລະ ຂໍພຣະເຈົ້າແຫ່ງອິດສະຣາເອນ ປະທານຕາມຄຳຂໍທີ່ນາງໄດ້ຂໍຈາກພຣະອົງ.

1 Samuel 1:19

ເມື່ອຮັນນາກໍໄດ້ຖືພາແລະໄດ້ເກີດລູກຊາຍຄົນຫນຶ່ງ, ນາງຕັ້ງຊື່ໃຫ້ລູກນາງຊື່ຫຍັງ?

ນາງໄດ້ເອີ້ນຊື່ລາວວ່າຊາມູເອນ, ເພາະວ່ານາງໄດ້ຂໍລູກມາຈາກພຣະຢາເວ.

1 Samuel 1:21

ຍ້ອນຫຍັງ ນາງຮັນນາຈຶ່ງບໍ່ໄປທີ່ພຣະວິຫານເພື່ອຖວາຍສັດບູຊາປະຈຳປີກັບຜົວຂອງນາງ?

ຍ້ອນວ່ານາງຍັງລ້ຽງດູລູກຊາຍຂອງນາງຢູ່.

1 Samuel 1:24

ນາງຮັນນາໄດ້ນຳຫຍັງ ໄປພ້ອມກັບລູກຊາຍຂອງນາງ, ໄປທີ່ພຣະວິຫານຂອງພຣະຢາເວເພື່ອມອບໃຫ້ແກ່ປະໂລຫິດເອລີ?

ນາງຮັນນາໄດ້ນຳງົວໂຕຫນຶ່ງອາຍຸສາມປີໄປນຳ, ອາຫານຫນຶ່ງເອຟາ, ແລະ ເຫລົ້າອະງຸ່ນແກ້ວຫນຶ່ງມອບໃຫ້ແກ່ປະໂລຫິດ.

1 Samuel 1:26

ແມ່ນຫຍັງທີ່ນາງຮັນນາຖວາຍໃຫ້ພຣະຢາເວ?

ນາງຮັນນາໄດ້ຖວາຍລູກຊາຍຂອງນາງ ແດ່ພຣະຢາເວຕາບເທົ່າທີ່ລາວມີຊີວິດຢູ່.

1 Samuel 2

1 Samuel 2:1

ຍ້ອນຫຍັງ ນາງຮັນນາຈຶ່ງເວົ້າໂອ້ອວດເຫນືອພວກສັດຕຣູຂອງນາງ?

ນາງຮັນນາຈຶ່ງເວົ້າໂອ້ອວດຍ້ອນວ່າ ນາງຍິນດີໃນຄວາມລອດພົ້ນຂອງພຣະຢາເວ.

1 Samuel 2:3

ຍ້ອນຫຍັງ ນາງຮັນນາຈຶ່ງເວົ້າວ່າພວກເຮົາບໍ່ຄວນເວົ້າຢ່າງອວດອ້າງຫລືເວົ້າຢ່າງຈອງຫອງ?

ພວກເຮົາບໍ່ຄວນອວດອ້າງ ຫລື ເວົ້າຢ່າງຈອງຫອງເພາະວ່າພຣະຢາເວ ເປັນພຣະເຈົ້າແຫ່ງຄວາມຮອບຮູ້ ແລະ ໂດຍພຣະອົງການກະທຳທັງຫລາຍຈະໄດ້ຮັບການຊັ່ງຊາ.

1 Samuel 2:5

ໃນບົດເພງຂອງນາງຮັນນາ, ຜູ້ໃດທີ່ເຕັມໄປຄວາມເຈັບປວດ?

ຜູ້ຍິງທີ່ມີລູກຫລາຍກໍໄດ້ເຕັມໄປຄວາມເຈັບປວດ.

1 Samuel 2:6

ຜູ້ໃດທີ່ເປັນຜູ້ກຳນົດຄວາມຕາຍແລະຊີວິດ, ຖ້າຄົນນັ້ນນຳໄປເຖິງແດນຄົນຕາຍ ແລະ ໃຫ້ເປັນຄືນມາ?

ພຣະຢາເວເປັນຜູ້ກຳນົດຄວາມຕາຍແລະຊີວິດ, ແລະ ນຳໄປເຖິງແດນຄົນຕາຍ ແລະ ໃຫ້ເປັນຄືນມາ.

ຜູ້ໃດທີ່ເຮັດໃຫ້ຄົນຍາກຈົນແລະຮັ່ງມີ?

ພຣະຢາເວຊົງເຮັດໃຫ້ບາງຄົນຍາກຈົນ ແລະ ເຮັດໃຫ້ບາງຄົນຮັ່ງມີ.

1 Samuel 2:8

ຜູ້ໃດທີ່ຍົກຄົນຍາກຈົນແລະຄົນຂັດສົນຂຶ້ນມາ ໃນບ່ອນນັ່ງອັນມີກຽຕ?

ພຣະຢາເວຊົງຍົກພວກເຂົາຂຶ້ນມາເທິງບ່ອນນັ່ງອັນມີກຽດ.

1 Samuel 2:9

ຜູ້ໃດຈະດູແລການຕີນຂອງປະຊາຊົນທີ່ສັດຊື່ຂອງພຣະອົງ ແລະຄົນຊົ່ວຮ້າຍຈະຕ້ອງງຽບໃນຄວາມມືດ?

ພຣະຢາເວຈະດູແລການຕີນຂອງພວກເຂົາ ແລະຄົນຊົ່ວຮ້າຍຈະຕ້ອງງຽບເສຍ.

1 Samuel 2:10

ຜູ້ໃດທີ່ຈະພິພາກສາຄັ້ງສຸດທ້າຍຂອງແຜ່ນດິນໂລກ ແລະໃຫ້ກຳລັງແກ່ກະສັດຂອງພຣະອົງ?

ພຣະຢາເວຈະພິພາກສາຄັ້ງສຸດທ້າຍຂອງແຜ່ນດິນໂລກ ແລະໃຫ້ກຳລັງແກ່ກະສັດຂອງພຣະອົງ.

1 Samuel 2:11

ແມ່ນໃດເປັນເດັກນ້ອຍ ທີ່ໄດ້ຮັບໃຊ້ພຣະຢາເວຕໍ່ຫນ້າປະໂລຫິດເອລີ?

ຊາມູເອນໄດ້ຮັບໃຊ້ພຣະຢາເວຕໍ່ຫນ້າປະໂລຫິດເອລີ.

1 Samuel 2:12

ພວກລູກຊາຍຂອງໃຜທີ່ເປັນຄົນໄຮ້ຄ່າ?

ບັນດາລູກຊາຍຂອງປະໂລຫິດເອລີເປັນຄົນໄຮ້ຄ່າ.

ແມ່ນຫຍັງ ທີ່ເປັນປະເພນີຂອງພວກປະໂລຫິດຕໍ່ປະຊາຊົນໃນເວລາທີ່ຖວາຍເຄື່ອງສັດບູຊາ?

ປະເພນີຂອງພວກເຂົາແມ່ນ ສຳລັບຜູ້ຮັບໃຊ້ຂອງພວກປະໂລຫິດຈະເຂົ້າມາກັບສ້ອມສາມງ່າມເພື່ອແທງເອົາຊິ້ນສຳລັບປະໂລຫິດເອງ.

1 Samuel 2:15

ແມ່ນຫຍັງເປັນສິ່ງຊົ່ວຮ້າຍ ທີ່ລູກຊາຍຂອງປະໂລຫິດໄດ້ແນະນຳພວກຄົນຮັບໃຊ້ຂອງພວກເຂົາ?

ແທນທີ່ຈະກິນຊີ້ນຕົ້ມ, ລູກຊາຍຂອງເອລີໄດ້ແນະນຳພວກຄົນຮັບໃຊ້ຂອງພວກເຂົາ ໃຫ້ບອກປະຊາຊົນວ່າພວກເຂົາຕ້ອງການກິນຊິ້ນດິບເທົ່ານັ້ນ.

ຍ້ອນຫຍັງ ຄວາມບາບຂອງພວກລູກຊາຍຂອງເອລີຈຶ່ງໃຫຍ່ຫລວງ?

ຄວາມບາບຂອງພວກລູກຊາຍຂອງເອລີຈຶ່ງໃຫຍ່ຫລວງ ຍ້ອນວ່າພວກເຂົາໄດ້ຫມິ່ນປະຫມາດເຄື່ອງຖວາຍບູຊາ ແດ່ພຣະຢາເວ.

1 Samuel 2:18

ແມ່ຂອງຊາມູເອນຈະເຮັດຫຍັງ ໃຫ້ກັບລາວທຸກໆປີເພື່ອໃຫ້ລາວນຸ່ງ?

ນາງຈະເຮັດເສື້ອຄຸມເອໂຟດດ້ວຍຜ້າເລນິນຢ່າງດີ.

1 Samuel 2:20

ເອລີໄດ້ອວຍພອນເອນການາ ແລະເມຍຂອງລາວແນວໃດ?

ເອລີໄດ້ອວຍພອນເອນການາ ແລະ ເມຍຂອງລາວໂດຍການອະທິຖານເພື່ອພວກເຂົາ ໂດຍໃຫ້ນາງຮັນນາມີລູກອີກ.

ແມ່ນຫຍັງຄືຄຳຕອບຂອງພຣະຢາເວ ຕໍ່ຄຳອະທິຖານຂອງເອລີສຳລັບພໍ່ແມ່ຂອງຊາມູເອນໃຫ້ມີລູກອີກ?

ພຣະຢາເວໄດ້ຊ່ວຍນາງຮັນນາ, ແລະ ນາງໄດ້ເກີດລູກຊາຍສາມຄົນ ແລະ ລູກສາວສອງຄົນ.

1 Samuel 2:22

ແມ່ນຫຍັງທີ່ ເອລີເວົ້າກັບລູກທັງສອງຂອງລາວໃນຂະນະທີ່ລາວເລີ່ມເຖົ້າຫລາຍນັ້ນ?

ເອລີເວົ້າກັບລູກຊາຍຂອງລາວ ທີ່ພວກເຂົາໄດ້ເຮັດໃນສິ່ງຊົ່ວຮ້າຍ ແລະ ພວກເຂົາໄດ້ເຮັດໃຫ້ປະຊາຊົນຂອງພຣະຢາເວບໍ່ເຊື່ອຟັງ.

1 Samuel 2:25

ຍ້ອນຫຍັງ ພວກລູກຊາຍຂອງເອລີຈຶ່ງບໍ່ຟັງສຽງຂອງລາວ?

ພວກລູກຊາຍຂອງເອລີຈຶ່ງບໍ່ຟັງສຽງຂອງລາວ ເພາະວ່າພຣະຢາເວຕັ້ງໃຈຈະຂ້າພວກເຂົາເສຍ.

ຜູ້ໃດໄດ້ເຕີບໃຫຍ່ຂຶ້ນແລະເປັນທີ່ພໍພຣະທັຍຕໍ່ພຣະພັກພຣະຢາເວ ແລະຕໍ່ຫນ້າມະນຸດດ້ວຍ?

ຊາມູເອນກໍເຕີບໃຫຍ່ຂຶ້ນ ແລະ ເປັນທີ່ພໍພຣະທັຍຕໍ່ພຣະພັກພຣະຢາເວ ແລະຕໍ່ຫນ້າມະນຸດດ້ວຍ.

1 Samuel 2:27

ຜູ້ໃດທີ່ບອກວ່າເອລີວ່າ ພຣະຢາເວໄດ້ເລືອກບັນພະບູຣຸດຂອງເອລີອອກມາຈາກບັນດາເຜົ່າທັງຫມົດຂອງອິດສະຣາເອນ ທີ່ໄດ້ເປັນປະໂລຫິດຂອງພຣະຢາເວ?

ຄົນຂອງພຣະເຈົ້າທີ່ໄດ້ບອກເອລີວ່າ ພຣະຢາເວໄດ້ເລືອກບັນພະບູຣຸດຂອງເອລີ.

1 Samuel 2:29

ເອລີໄດ້ດູຫມິ່ນ ເຄື່ອງຖວາຍບູຊາຂອງພຣະຢາເວແລະສິ່ງຂອງຖວາຍແນວໃດ?

ລາວໄດ້ດູຫມິ່ນເຄື່ອງຖວາຍບູຊາຂອງພຣະຢາເວ ແລະສິ່ງຂອງຖວາຍໂດຍການໃຫ້ກຽດແກ່ລູກຊາຍທັງສອງຂອງລາວເຫນືອພຣະຢາເວ.

1 Samuel 2:31

ແມ່ນຫຍັງທີ່ພຣະຢາເວໄດ້ບອກກັບເອລີວ່າ ຈະເກີດຂຶ້ນກັບຊາຍທຸກຄົນທີ່ເກີດໃນເຊື້ອສາຍຂອງລາວ?

ພຣະຢາເວໄດ້ບອກເອລີວ່າ ຊາຍທຸກຄົນທີ່ເກີດໃນເຊື້ອສາຍຂອງເອລີຈະຕາຍ.

1 Samuel 2:34

ແມ່ນຫຍັງ ທີ່ພຣະຢາເວເວົ້າມັນຈະເປັນຫມາຍສຳຄັນ ທີ່ວ່າພວກຜູ້ທັງຫມົດໃນຄອບຄົວຂອງເອລີຈະຕາຍ?

ລູກຊາຍທັງສອງຂອງເອລີຈະຕາຍໃນວັນດຽວ.

ຜູ້ໃດ ຈະດຳເນີນຢູ່ຕໍ່ຫນ້າກະສັດທີ່ພຣະຢາເວໄດ້ເຈີມຕັ້ງໄວ້ຕະຫລອດໄປ?

ປະໂລຫິດທີ່ສັດຊື່ຜູ້ທີ່ພຣະຢາເວຕັ້ງຂຶ້ນ ຈະດຳເນີນຢູ່ຕໍ່ຫນ້າກະສັດທີ່ພຣະຢາເວໄດ້ເຈີມຕັ້ງໄວ້ຕະຫລອດໄປ.

ຍ້ອນຫຍັງ ທຸກຄົນທີ່ຍັງເຫລືອຢູ່ໃນເຊື້ອສາຍຂອງເອລີຈະມາ ແລະຂາບໄຫວ້ປະໂລຫິດທີ່ສັດຊື່ນັ້ນ?

ພວກເຂົາຈະຂໍຕໍາແຫນ່ງປະໂລຫິດຈາກລາວ ເພື່ອວ່າພວກເຂົາຈະມີອາຫານກິນ.

1 Samuel 3

1 Samuel 3:1

ແມ່ນຫຍັງເປັນຄຳຕອບຂອງຊາມູເອນ ເມື່ອລາວໄດ້ຍິນພຣະຢາເວເອີ້ນລາວ ໃນຂະນະທີ່ລາວກຳລັງຈະຫລົ້ມຕົວລົງນອນຫລັບເທິງຕຽງຂອງລາວ?

ຊາມູເອນຕອບວ່າ, "ຂ້ານ້ອຍຢູ່ທີ່ນີ້."

1 Samuel 3:5

ເອລີບອກຊາມູເອນໃຫ້ເຮັດຫຍັງ ເມື່ອຊາມູເອນແລ່ນໄປຫາລາວ?

ເອລີໄດ້ເວົ້າວ່າ ລາວບໍ່ໄດ້ເອີ້ນຊາມູເອນ, ແລະ ບອກລາວໃຫ້ກັບໄປນອນລົງອີກເທື່ອຫນຶ່ງ.

1 Samuel 3:7

ແມ່ນຫຍັງທີ່ຍັງບໍ່ເຄີຍເປີດເຜີຍແກ່ຊາມູເອນ?

ຖ້ອຍຄຳຈາກພຣະຢາເວບໍ່ໄດ້ເຄີຍເປີດເຜີຍແກ່ຊາມູເອນເລີຍ.

ເອລີໄດ້ຮັບຮູ້ຫຍັງ ຫລັງຈາກຄັ້ງທີ່ສາມທີ່ຊາມູເອນໄດ້ມາຫາລາວ?

ແລ້ວເອລີຈຶ່ງໄດ້ຮູ້ວ່າ ພຣະຢາເວໄດ້ຊົງເອີ້ນເດັກນັ້ນ.

1 Samuel 3:9

ເອລີໄດ້ບອກຫຍັງ ກັບຊາມູເອນຖ້າພຣະຢາເວເອີ້ນລາວອີກເທື່ອຫນຶ່ງ?

ເອລີໄດ້ບອກຊາມູເອນໃຫ້ເວົ້າວ່າ, "ຂໍໂຜດຊົງກ່າວເຖີ້ນ, ເພາະຜູ້ຮັບໃຊ້ຂອງພຣະອົງກຳລັງຟັງຢູ່."

1 Samuel 3:10

ແມ່ນຫຍັງທີ່ພຣະຢາເວເວົ້າວ່າ ຈະເກີດຂຶ້ນເພື່ອເຮັດໃຫ້ຫູຂອງທຸກໆຄົນ ເມື່ອໄດ້ຍິນສິ່ງທີ່ພຣະຢາເວກຳລັງຈະເຮັດນັ້ນ?

ພຣະຢາເວເວົ້າວ່າ ຊຶ່ງຫູຂອງທຸກຄົນຈະໄດ້ຍິນເຖິງສິ່ງທີ່ພຣະອົງກຳລັງຈະເຮັດນັ້ນຈະອື້ໄປ.

1 Samuel 3:12

ແມ່ນຫຍັງທີ່ ພວກລູກຊາຍຂອງເອລີໄດ້ນຳມາເທິງພວກເຂົາເອງ?

ພວກລູກຊາຍຂອງເອລີໄດ້ນຳການສາບແຊ່ງມາເຫນືອພວກເຂົາເອງ.

ແມ່ນຫຍັງ ທີ່ຈະບໍ່ໄດ້ຮັບການຍົກບາບໂດຍການຖວາຍເຄື່ອງສັດບູຊາ ຫລື ເຄື່ອງຖວາຍບູຊາໃດໆ?

ຄວາມບາບທັງຫລາຍໃນເຊື້ອສາຍຂອງເອລີ ຈະບໍ່ໄດ້ຮັບການຍົກບາບໂດຍການຖວາຍເຄື່ອງສັດບູຊາ ຫລື ເຄື່ອງຖວາຍບູຊາໃດໆທັງນັ້ນ.

1 Samuel 3:15

ແມ່ນຫຍັງເປັນສິ່ງທີ່ຊາມູເອນຢ້ານທີ່ຈະເຮັດ ໃນຕອນເຊົ້າຫລັງຈາກທີ່ລາວເປີດປະຕູພຣະວິຫານຂອງພຣະຢາເວ?

ຊາມູເອນຢ້ານທີ່ຈະບອກໃຫ້ເອລີກ່ຽວກັບນິມິດທີ່ມາຈາກພຣະຢາເວ.

1 Samuel 3:17

ຊາມູເອນໄດ້ເຮັດຫຍັງ ຫລັງຈາກທີ່ເອລີບອກລາວວ່າ ບໍ່ໃຫ້ປິດບັງລາວ ເຖິງຖ້ອຍຄຳທີ່ພຣະຢາເວໄດ້ເວົ້ານັ້ນ?

ຊາມູເອນຈຶ່ງເລົ່າໃຫ້ລາວຟັງທຸກຢ່າງ ແລະ ບໍ່ໄດ້ປິດບັງຫຍັງໄວ້ຈາກເອລີເລີຍ.

1 Samuel 3:19

ແມ່ນຫຍັງຄືສິ່ງທີ່ ຊາວອິດສະຣາເອນທັງຫມົດ ຕັ້ງແຕ່ດານເຖິງເບເອຊາບາຮັບຮູ້ກ່ຽວກັບຊາມູເອນ?

ຊາວອິດສະຣາເອນທັງຫມົດຮັບຮູ້ວ່າ ຊາມູເອນໄດ້ຮັບການແຕ່ງຕັ້ງໃຫ້ເປັນຜູ້ທຳນວາຍຂອງພຣະຢາເວ.

1 Samuel 4

1 Samuel 4:1

ແມ່ນຫຍັງຄື ຜົນຮັບຂອງສົງຄາມລະຫວ່າງອິດສະຣາເອນແລະຟີລິດສະຕິນ?

ອິດສະຣາເອນໄດ້ເສຍໄຊຊະນະໃຫ້ແກ່ພວກຟີລິດສະຕິນ.

1 Samuel 4:3

ພວກຜູ້ໃຫຍ່ຂອງອິດສະຣາເອນໄດ້ຕັດສິນໃຈທີ່ເຮັດຫຍັງ ເພື່ອຊ່ວຍພວກເຂົາປອດໄພຈາກມືຂອງສັດຕຣູທັງຫລາຍຂອງພວກເຂົາ?

ພວກຜູ້ໃຫຍ່ໄດ້ຕັດສິນໃຈວ່າ ພວກເຂົາຄວນນຳເອົາຫີບພັນທະສັນຍາຂອງພຣະຢາເວເພື່ອຢູ່ນຳພວກເຂົາ.

ຜູ້ໃດ ທີ່ຢູ່ນຳຫີບພັນທະສັນຍາຂອງພຣະຢາເວຈອມໂຍທາ?

ລູກທັງສອງຂອງເອລີ, ຄືໂຮບນີ ແລະ ຟີເນຫັດກໍໄດ້ຢູ່ກັບຫີບພັນທະສັນຍາທີ່ນັ້ນດ້ວຍ.

1 Samuel 4:5

ແມ່ນຫຍັງເປັນສິ່ງທີ່ ຊາວຟີລິດສະຕິນສົງໃສເມື່ອພວກເຂົາໄດ້ຍິນສຽງໂຫ່ຮ້ອງຂອງປະຊາຊົນອິດສະຣາເອນທັງຫມົດນັ້ນ?

ຊາວຟີລິດສະຕິນສົງໃສເຖິງສຽງໂຫ່ຮ້ອງອຶກກະທຶກ ໃນຄ້າຍຂອງພວກເຮັບເຣີນັ້ນຫມາຍຄວາມວ່າຢ່າງໃດ.

1 Samuel 4:7

ຜູ້ໃດ ທີ່ຊາວຟີລິດສະຕິນເວົ້າວ່າໄດ້ມາໃນຄ້າຍຂອງຊາວເຮັບເຣີ?

ຊາວຟີລິດສະຕິນເວົ້າວ່າພຣະເຈົ້າໄດ້ມາໃນຄ້າຍຂອງຊາວເຮັບເຣີແລ້ວ.

ຊາວຟີລິດສະຕິນເວົ້າວ່າດ້ວຍສິ່ງໃດ ທີ່ພຣະເຈົ້າໄດ້ບຸກໂຈມຕີຊາວເອຢິບ ດ້ວຍໄພພິບັດໃນຖິ່ນແຫ້ງແລ້ງກັນດານ?

ພວກເຂົາໄດ້ເວົ້າວ່າ ພຣະເຈົ້າເໄດ້ບຸກໂຈມຕີຊາວເອຢິບ ດ້ວຍໄພພິບັດທີ່ແຕກຕ່າງກັນຫລາຍຊະນິດໃນຖິ່ນແຫ້ງແລ້ງກັນດານ.

1 Samuel 4:10

ເກີດຫຍັງຂຶ້ນກັບລູກຊາຍທັງສອງຂອງເອລີ ເມື່ອຄົນຟີລິດສະຕິນໄດ້ສູ້ຮົບແລະເອົາຊະນະອິດສະຣາເອນ?

ລູກຊາຍທັງສອງຂອງເອລີ, ໂຮບນີ ແລະຟີເນຫັດ, ກໍຕາຍດ້ວຍ.

1 Samuel 4:12

ແມ່ນຫຍັງຄືສິ່ງທີ່ຊາວເມືອງທັງຫມົດໄດ້ເຮັດ ເມື່ອຜູ້ຊາຍຄົນນັ້ນໄດ້ເຂົ້າມາໃນເມືອງ ແລະໄດ້ບອກຂ່າວ?

ເມື່ອຜູ້ຊາຍຄົນນັ້ນໄດ້ບອກຂ່າວ, ແລະ ຊາວເມືອງທັງຫມົດກໍຮ້ອງໄຫ້ສຽງດັງ.

1 Samuel 4:14

ເອລີໄດ້ຖາມຫຍັງ ເມື່ອລາວໄດ້ຍິນສຽງອຶກກະທຶກອອກມາຈາກເມືອງ?

ເອລີໄດ້ຖາມວ່າ ສຽງອຶກກະທຶກນີ້ເປັນສຽງຫຍັງກັນ.

1 Samuel 4:16

ຜູ້ຊາຍຄົນນັ້ນໄດ້ບອກມີຫຍັງກັບເອລີ ໄດ້ເກີດຫຍັງຂຶ້ນກັບລູກຊາຍຂອງທ່ານ ແລະເກີດຫຍັງຂຶ້ນກັບຫີບພັນທະສັນຍາຂອງພຣະເຈົ້າ ເມື່ອອິດສະຣາເອນພ່າຍແພ້ຊາວຟີລິດສະຕິນນັ້ນ?

ຜູ້ຊາຍຄົນນັ້ນໄດ້ບອກເອລີວ່າ ລູກຊາຍທັງສອງຄົນຂອງທ່ານຕາຍແລ້ວ ແລະ ຫີບພັນທະສັນຍາຂອງພຣະເຈົ້າກໍຖືກຍຶດໄປແລ້ວ.

1 Samuel 4:18

ແມ່ນຄວາມເຈັບປວດຫຍັງທີ່ ໄດ້ເອົາຊີວິດຂອງເອລີໄປ ເມື່ອລາວຫງາຍຫລັງຕົກຈາກບ່ອນນັ່ງທີ່ຢູ່ຂ້າງປະຕູ?

ຄໍຂອງເອລີກໍຫັກ ແລະ ລາວກໍຂາດໃຈຕາຍ.

1 Samuel 4:19

ເກີດຫຍັງຂຶ້ນ ເມື່ອເມຍຂອງຟີເນຫັດກໍຖືພາ ເມື່ອນາງໄດ້ຍິນຂ່າວວ່າຫີບພັນທະສັນຍາຂອງພຣະເຈົ້າຖືກຍຶດໄປ ແລະພໍ່ຜົວຂອງນາງ ແລະ ຜົວຂອງນາງກໍໄດ້ຕາຍໄປ?

ເມຍຂອງຟີເນຫັດໄດ້ຄຸກເຂົ່າລົງ ແລະ ເກີດລູກ, ແຕ່ຄວາມເຈັບປວດສາຫັດເກີດຂຶ້ນຖ້ວມໃຈນາງ.

1 Samuel 4:21

ເມຍຂອງຟີເນຫັດຕັ້ງຊື່ຫຍັງ ໃຫ້ລູກຂອງນາງ ແລະຍ້ອນຫຍັງນາງຈຶ່ງຕັ້ງຊື່ໃຫ້ລາວແນວນັ້ນ?

ນາງຈຶ່ງຕັ້ງຊື່ໃຫ້ເດັກນັ້ນວ່າ ອີຄາໂບດ ຍ້ອນວ່າພຣະສະຫງ່າຣາສີໄດ້ພາກໄປຈາກອິດສະຣາເອນແລ້ວ.

1 Samuel 5

1 Samuel 5:1

ປະຊາຊົນໄດ້ພົບເຫັນພະດາໂກນຢູ່ໃນຕຳແຫນ່ງໃດ ເມື່ອຕອນເຊົ້າວັນຕໍ່ມາ ຫລັງຈາກທີ່ຄົນຟີລິດສະຕິນໄດ້ນຳຫີບພັນທະສັນຍາຂອງພຣະເຈົ້າເຂົ້າໄປໄວ້ໃນວິຫານຂອງພະດາໂກນ?

ພະດາໂກນກໍໄດ້ລົ້ມລົງເຖິງພື້ນດິນຕໍ່ຫນ້າຫີບພັນທະສັນຍາຂອງພຣະຢາເວ.

1 Samuel 5:4

ພະດາໂກນເຫລືອຫຍັງ ໃນເຊົ້າມື້ຕໍ່ມາຫລັງຈາກທີ່ພວກເຂົາຕັ້ງຫົວຂອງພະດາໂກນກັບຄືນບ່ອນເກົ່າຕໍ່ຫນ້າຫີບນັ້ນ?

ເຫລືອແຕ່ລໍາໂຕຂອງພະດາໂກນທີ່ຍັງຢູ່ ແລະ ຫົວຂອງພະດາໂກນ ແລະ ມືທັງສອງຂ້າງກໍໄດ້ແຕກຫັກຢູ່ທາງເຂົ້າປະຕູ.

1 Samuel 5:6

ຍ້ອນຫຍັງຄົນໃນເມືອງອາສະໂດດຈຶ່ງເວົ້າວ່າ ຫີບບໍ່ຄວນຢູ່ກັບພວກເຂົາ?

ພຣະຫັດຂອງພຣະເຈົ້າຂອງອິດສະຣາເອນໄດ້ຢຽດອອກຕໍ່ສູ້ພວກເຂົາຢ່າງຫນັກຫນ່ວງ ແລະ ຕໍ່ສູ້ພະດາໂກນພະເຈົ້າຂອງພວກເຂົາ.

1 Samuel 5:8

ໍຊາວຟີລິດສະຕິນໄດ້ຍ້າຍຫີບພັນທະສັນຍາຂອງພຣະເຈົ້າຂອງອິດສະຣາເອນໄປໃສ?

ຊາວຟີລິດສະຕິນໄດ້ຍ້າຍຫີບໄປຍັງເມືອງກາດ.

ພຣະຢາເວໄດ້ທໍຣະມານຊາວເມືອງກາດດ້ວຍສິ່ງໃດ?

ພຣະຢາເວໄດ້ທໍຣະມານພວກເຂົາດ້ວຍຝີຕ່າງໆ.

1 Samuel 5:10

ແມ່ນຫຍັງທີ່ຊາວເມືອງເອກໂຣນໄດ້ເວົ້າວ່າ ພຣະເຈົ້າຂອງອິດສະຣາເອນຈະເຮັດກັບພວກເຂົາ ຍ້ອນຫີບທີ່ຈະຖືກສົ່ງມາຍັງເມືອງຂອງພວກເຂົານັ້ນ?

ພວກເຂົາເວົ້າວ່າ ພຣະເຈົ້າຂອງຊາວອິດສະຣາເອນຈະຂ້າເຂົາ ແລະ ປະຊາຊົນຂອງພວກເຂົາດ້ວຍ.

1 Samuel 5:11

ປະຊາຊົນເອກໂຣນຂໍໃຫ້ພວກເຈົ້ານາຍສົ່ງຫີບໄປໃສ?

ພວກເຂົາຂໍໃຫ້ສົ່ງຫີບນັ້ນກັບໄປບ່ອນເກົ່າ.

ສຽງຮ້ອງໄຫ້ຂອງຄົນຂອງເມືອງກໍໄດ້ຂຶ້ນໄປເຖິງໃສ?

ສຽງຮ້ອງໄຫ້ຂອງຄົນຂອງເມືອງກໍໄດ້ຂຶ້ນໄປເຖິງຟ້າສະຫວັນ.

1 Samuel 6

1 Samuel 6:1

ຊ່ວງເວລາດົນປານໃດ ທີ່ຫີບພັນທະສັນຍາຂອງພຣະຢາເວໄດ້ຢູ່ໃນດິນແດນຊາວຟີລິດສະຕິນ?

ຫີບພັນທະສັນຍາຂອງພຣະຢາເວໄດ້ຢູ່ໃນດິນແດນຊາວຟີລິດສະຕິນເຈັດເດືອນ.

ຄົນຟີລິດສະຕິນເອີ້ນໃຜແດ່ມາປະຊຸມ ເພື່ອຂໍຄຳແນະກ່ຽວກັບ ຫີບພັນທະສັນຍາຂອງພຣະຢາເວວ່າຄວນສົ່ງກັບປະເທດທີ່ເປັນເຈົ້າຂອງແນວໃດ?

ພວກເຂົາເອີ້ນປະຊຸມພວກປະໂລຫິດ ແລະພວກໂຫຣາຈານ ໃຫ້ບອກພວກເຂົາວ່າຄວນຈະສົ່ງຫີບກັບໄປບ່ອນເກົ່າໄດ້ຢ່າງໃດ.

1 Samuel 6:3

ບັນດາປະໂລຫິດ ແລະ ພວກໂຫຣາຈານບອກປະຊາຊົນຟີລິດສະຕິນໃຫ້ສົ່ງຂອງຂວັນແດ່ພຣະເຈົ້າຂອງອິດສະຣາເອນ ເຫມືອນຂອງຖວາຍເພື່ອລົບລ້າງຄວາມຜິດບາບ?

ພວກເຂົາໄດ້ບອກຊາວຟີລິດສະຕິນ ໃຫ້ສົ່ງຫມາກຝີທອງຄຳຫ້າຫນ່ວຍ ແລະ ຫນູທອງຄຳຫ້າໂຕ.

1 Samuel 6:5

ຍ້ອນຫຍັງ ພວກປະໂລຫິດແລະພວກໂຫຣາຈານຈຶ່ງວ່າພຣະເຈົ້າໄດ້ຈັດການກັບຄົນເອຢິບ ແລະຟາໂຣ?

ພຣະເຈົ້າຈັດການກັບຄົນເອຢິບແລະຟາໂຣ ຍ້ອນວ່າພວກເຂົາໄດ້ໃຫ້ໃຈຂອງພວກເຂົາແຂງກະດ້າງ.

1 Samuel 6:7

ສັດປະເພດໃດ ທີ່ພວກປະໂລຫິດແລະພວກໂຫຣາຈານບອກໃຫ້ຊາວຟີລິດສະຕິນມັດໃສ່ກວຽນຄັນຫນຶ່ງ ຊຶ່ງພວກເຂົາໄດ້ວາງຫີບພັນທະສັນຂອງພຣະຢາເວມາວາງໄວ້ນັ້ນ?

ພວກເຂົາບອກຊາວຟີລິດສະຕິນໃຫ້ທຽມແອກກັບງົວແມ່ລູກອ່ອນສອງຕົວເຂົ້າໃສ່ກວຽນຄັນຫນຶ່ງ.

ຊາວຟີລິດສະຕິນຈະຮູ້ໄດ້ດ້ວຍວິທີໃດວ່າ ແມ່ນພຣະຢາເວດ້ວຍໄພພິບັດອັນຍິ່ງໃຫຍ່ທີ່ຢູ່ເຫນືອພວກເຂົານັ້ນ?

ຊາວຟີລິດສະຕິນຈະຮູ້ໄດ້ ຖ້າພວກງົວດືງກວຽນໄປເຖິງເບັດເຊເມດດ້ວຍຕົວພວກມັນເອງ.

1 Samuel 6:10

ງົວແມ່ລູກອ່ອນສອງໂຕໄດ້ໄປໃສ, ທີ່ຂົນຫີບແຫ່ງພັນທະສັນຍາຂອງພຣະຢາເວໄວ້ເທິງກວຽນ ພ້ອມກັບກ່ອງຫນູທອງຄຳ ແລະ ຮູບຝີຂອງພວກເຂົາ?

ແມ່ງົວທັງສອງກໍຍ່າງຊື່ກົງໄປຕາມທາງເມືອງເບັດເຊເມດ.

1 Samuel 6:13

ຊາວເມືອງເບັດເຊເມດກຳລັງເຮັດຫຍັງ ເມື່ອພວກເຂົາເງີຍຫນ້າຂຶ້ນແລະໄດ້ເຫັນຫີບນັ້ນ?

ຊາວເມືອງເບັດເຊເມດກຳລັງກ່ຽວເຂົ້າສາລີຢູ່ທີ່ຮ່ອມພູ.

1 Samuel 6:14

ປະຊາຊົນເມືອງເບັດເຊເມດໄດ້ເຮັດຫຍັງ ກັບງົວທີ່ດືງກວຽນມາ?

ພວກເຂົາໄດ້ຖວາຍງົວເປັນເຄື່ອງເຜົາຖວາຍບູຊາແດພຣະຢາເວ.

ໃຜ ເປັນຜູ້ໄດ້ນຳຫີບພັນທະສັນຍາຂອງພຣະຢາເວ ແລະກ່ອງທີ່ບັນຈຸຮູບຫລໍ່ທອງຄຳຕ່າງໆນັ້ນ?

ຄົນເລວີໄດ້ນຳຫີບພັນທະສັນຍາຂອງພຣະຢາເວ ແລະ ກ່ອງທີ່ບັນຈຸຮູບຫລໍ່ທອງຄຳຕ່າງໆທີ່ຢູ່ຂ້າງໃນນັ້ນລົງ.

1 Samuel 6:16

ເຈົ້ານາຍທັງຫ້າຂອງຄົນຟີລິດສະຕິນໄດ້ເຮັດຫຍັງ ເມື່ອພວກເຂົາເຫັນຄົນຂອງເບັດຊາມາດໄດ້ເຮັດນັ້ນ?

ພວກເຂົາກໍໄດ້ກັບໄປເມືອງເອກໂລນ.

1 Samuel 6:17

ແມ່ນຫຍັງ ຄືຄວາມສຳຄັນຂອງຮູບຝີຄຳຫ້າຫນ່ວຍ ແລະຮູບຫນູທອງຄຳຫ້າຫນ່ວຍນັ້ນ?

ຮູບຝີຄຳຫ້າຫນ່ວຍແລະຮູບຫນູທອງຄຳກໍເຫມືອນກັນ ຕາມຈຳນວນເມືອງທັງຫມົດ ຂອງຊາວຟີລິດສະຕິນທີ່ເປັນເມືອງຂອງເຈົ້ານາຍທັງຫ້າຄົນ.

1 Samuel 6:19

ຍ້ອນຫຍັງ ພຣະຢາເວຈຶ່ງຂ້າເຈັດສິບຄົນຂອງເມືອງເບັດເຊເມດ?

ພຣະຢາເວຂ້າພວກເຂົາຍ້ອນວ່າພວກເຂົາໄດ້ເບິ່ງເຂົ້າໄປຂ້າງໃນຫີບຂອງພຣະອົງ.

1 Samuel 6:21

ພວກຜູ້ສົ່ງຂ່າວໄດ້ຂໍໃຫ້ຊາວເມືອງກີຣີອາດເຢອາຣີມໃຫ້ເຮັດຫຍັງ ກ່ຽວກັບຫີບທີ່ຊາວຟີລິດສະຕິນໄດ້ນຳກັບຄືນມານີ້?

ພວກຜູ້ສົ່ງຂ່າວໄດ້ຂໍໃຫ້ຊາວເມືອງກີຣີອາດເຢອາຣີມ ໃຫ້ລົງມາແລະນຳຫີບກັບໄປຢູ່ກັບພວກເຂົາ.

1 Samuel 7

1 Samuel 7:1

ຊາວເມືອງກີຣີອາດເຢອາຣີມໄດ້ເຮັດຫຍັງກັບເອເລອາຊາ ລູກຊາຍຂອງອາບີນາດາບ, ເພື່ອໃຫ້ດູແລຫີບພັນທະສັນຍາຂອງພຣະຢາເວ?

ພວກເຂົາກໍໄດ້ຕັ້ງໃຫ້ເອເລອາຊາລູກຊາຍຂອງລາວ ເພື່ອໃຫ້ດູແລຫີບພັນທະສັນຍາຂອງພຣະຢາເວ.

ເຊື້ອສາຍອິດສະຣາເອນທັງຫມົດໄດ້ເຮັດຫຍັງ ໃນຊ່ວງເວລາຊາວປີທີ່ຫີບຢູ່ເມືອງກີຣີອາດເຢອາຣີມ?

ບັນດາເຊື້ອສາຍອິສະຣາເອນທັງຫມົດກໍໄດ້ຄໍ່າຄວນເຖິງພຣະຢາເວ ແລະ ໄດ້ສະຖາປະນາທີ່ຈະກັບມາຫາພຣະຢາເວ.

1 Samuel 7:3

ແມ່ນຫຍັງເປັນສິ່ງທີ່ປະຊາຊົນອິດສະຣາເອນຕ້ອງ ທີ່ຈະເອົາອອກໄປຈາກທ່າມກາງພວກເຂົາ ເພື່ອທີ່ພຣະຢາເວຈະຊ່ວຍພວກເຂົາ ຈາກມືຂອງຊາວຟີລິດສະຕິນ?

ປະຊາຊົນແຫ່ງອິສະຣາເອນ ຈຶ່ງໄດ້ຖິ້ມພະບາອານ ແລະ ພະອັດໂທເຣັດ, ແລະ ນະມັສະການພຽງພຣະຢາເວເທົ່ານັ້ນ.

1 Samuel 7:5

ແມ່ນຫຍັງຄືສິ່ງທີ່ຄົນອິດສະຣາເອນຍອມຮັບ ທີ່ພວກເຂົາໄດ້ເຮັດ ເມື່ອພວກເຂົາປະຊຸມກັນທີ່ເມືອງມິຊະປາ ແລະໄດ້ຕັກນໍ້າມາເທອອກຕໍ່ພຣະພັກພຣະຢາເວ?

ພວກເຂົາຍອມຮັບວ່າ ພວກເຂົາໄດ້ເຮັດບາບຕໍ່ພຣະຢາເວ.

1 Samuel 7:7

ແມ່ນຫຍັງທີ່ ປະຊາຊົນຊາວອິດສະຣາເອນໄດ້ຍິນກ່ຽວກັບຊາວຟີລິດສະຕິນ ທີ່ເຮັດໃຫ້ພວກເຂົາຢ້ານ ແລະເຮັດໃຫ້ພວກເຂົາຂໍຊາມູເອນຮ້ອງທູນຕໍ່ພຣະຢາເວສຳລັບພວກເຂົາ?

ພວກເຂົາໄດ້ຍິນວ່າ ພວກເຈົ້ານາຍຂອງຄົນຟີລິດສະຕິນໄດ້ມາໂຈມຕີອິດສະຣາເອນ.

1 Samuel 7:9

ພຣະຢາເວໄດ້ເຮັດຫຍັງ ເມື່ອຊາມູເອນກໍໄດ້ເອົາລູກແກະອ່ອນທີ່ຍັງບໍ່ຢ່ານົມໂຕຫນຶ່ງມາ, ໃນຂະນະທີ່ ເປັນເຄື່ອງເຜົາບູຊາຫມົດໂຕຖວາຍແດ່ພຣະຢາເວ ແລະໄດ້ຮ້ອງທູນຕໍ່ພຣະຢາເວ?

ພຣະອົງໄດ້ຕອບຊາມູເອນ.

1 Samuel 7:10

ແມ່ນຫຍັງ ທີ່ພຣະຢາເວໄດ້ເຮັດໃຫ້ພວກຟີລິດສະຕິນສັບສົນໃນຂະນະທີ່ພວກເຂົາໄດ້ບຸກໂຈມຕີອິດສະຣາເອນ?

ພຣະຢາເວຊົງໃຫ້ຟ້າຮ້ອງສຽງດັງຕໍ່ສູ້ຄົນຟີລິດສະຕິນໃນວັນນັ້ນ.

1 Samuel 7:12

່ແມ່ນຫຍັງ ທີ່ຊາມູເອນຕັ້ງໄວ້ລະຫວ່າງເມືອງມິຊະປາ ແລະເມືອງເຊນ ເຫມືອນກັບວ່າເປັນເຄື່ອງເຕືອນຄວາມຈໍາ ທີ່ພຣະຢາເວໄດ້ຊ່ວຍພວກເຂົານັ້ນ?

ລາວກໍເອົາຫີນກ້ອນຫນຶ່ງ ແລະຕັ້ງໄວ້.

1 Samuel 7:13

ເກີດຫຍັງຂຶ້ນ ກັບບັນດາເມືອງທີ່ຄົນຟີລິດສະຕິນໄດ້ຍຶດໄປຈາກອິດສະຣາເອນນັ້ນ?

ພວກມັນກໍໄດ້ຄືນມາເປັນຂອງອິດສະຣາເອນອີກ.

1 Samuel 7:15

ຊາມູເອນໄດ້ເຮັດຫຍັງ ໃນຂະນະທີ່ລາວວຽນໄປເມືອງເບັດເອນ, ໄປເມືອງກິນການ, ແລະເມືອງມິຊະປາ?

ຊາມູເອນໄດ້ຕັດສິນຄະດີສຳລັບອິດສະຣາເອນໃນບັນດາເມືອງເຫລົ່ານັ້ນ.

1 Samuel 8

1 Samuel 8:1

ໂດຍທາງໃດແດ່ ທີ່ລູກຊາຍສອງຄົນຂອງຊາມູເອນ, ຜູ້ທີ່ເປັນຜູ້ປົກຄອງ, ທີ່ບໍ່ເດີນຕາມທາງຂອງພໍ່ຂອງພວກເຂົານັ້ນ?

ພວກເຂົາໄດ້ຊອກຫາລາຍໄດ້ທີ່ບໍ່ສັດຊື່. ພວກເຂົາໄດ້ຮັບສິນບົນ ແລະ ໄດ້ບິດເບືອນຄວາມຍຸຕິທຳ.

1 Samuel 8:4

ແມ່ນຫຍັງເປັນຄຳຂໍ ຂອງພວກເຖົ້າແກ່ທັງຫມົດຂອງອິດສະຣາເອນທີ່ຂໍຕໍ່ຊາມູເອນ?

ພວກເຂົາໄດ້ເວົ້າກັບລາວວ່າ, "ເບິ່ງແມ໋, ທ່ານກໍເຖົ້າແກ່ຫລາຍແລ້ວ, ແລະພວກລູກຊາຍຂອງທ່ານບໍ່ໄດ້ດຳເນີນຊີວິດຕາມຢ່າງຂອງທ່ານ. ບັດນີ້ ຂໍທ່ານໄດ້ຕັ້ງກະສັດໃຫ້ເປັນຜູ້ປົກຄອງພວກເຮົາເຫມືອນປະຊາຊາດທັງປວງເຖີ້ນ."

1 Samuel 8:6

ຊາມູເອນໄດ້ເຮັດຫຍັງ ເມື່ອລາວບໍ່ພໍໃຈ ກັບຄຳຂໍຂອງພວກເຖົ້າແກ່ຂອງອິດສະຣາເອນ ໂດຍການຂໍມອບກະສັດໃຫ້ພວກເຂົານັ້ນ?

ຊາມູເອນຈຶ່ງໄດ້ອະທິຖານຕໍ່ພຣະຢາເວ.

ຍ້ອນຫຍັງ ພຣະຢາເວໄດ້ບອກຊາມູເອນຟັງສຽງຂອງປະຊາຊົນໃນທຸກເລື່ອງທີ່ພວກເຂົາເວົ້າກັບລາວ?

ພຣະຢາເວໄດ້ບອກຊາມູເອນຟັງສຽງຂອງປະຊາຊົນ ເພາະວ່າ ພວກເຂົາບໍ່ໄດ້ປະຕິເສດຊາມູເອນ, ແຕ່ພວກເຂົາໄດ້ປະຕິເສດພຣະຢາເວໃນຖານະເປັນກະສັດເຫນືອພວກເຂົາ.

1 Samuel 8:8

ພຣະຢາເວໄດ້ບອກຊາມູເອນໃຫ້ເຕືອນຫຍັງແດ່ ແກ່ປະຊາຊົນອິດສະຣາເອນ?

ພຣະຢາເວໄດ້ບອກຊາມູເອນໃຫ້ເຕືອນປະຊາຊົນອິດສະຣາເອນຢ່າງເຄັ່ງຄັດ ກ່ຽວກັບທາງຊຶ່ງກະສັດຈະປົກຄອງ ເຫນືອພວກເຂົານັ້ນ.

1 Samuel 8:10

ແມ່ນຫຍັງເປັນສິ່ງທີ່ຊາມູເອນໄດ້ໃຫ້ຄຳເຕືອນ ແກ່ປະຊາຊົນອິດສະຣາເອນ ກ່ຽວກັບວິທີທີ່ກະສັດຈະເອົາພວກລູກຊາກຂອງພວກເຂົາຈາກພວກເຂົາ?

ຊາມູເອນໄດ້ໃຫ້ຄຳເຕືອນວ່າ ກະສັດຈະເກນລູກຊາຍທັງຫລາຍຂອງພວກເຂົາ ກຳນົດໃຫ້ພວກເຂົາປະຈຳການລົດຮົບ ແລະເປັນທະຫານ ແລະໃຫ້ພວກເຂົາໄຖດິນ ແລະ ໃຫ້ພວກເຂົາກ່ຽວເຂົ້າ ແລະໃຫ້ພວກເຂົາເຮັດອາວຸດທັງຫລາຍ ແລະເຄື່ອງໃຊ້ທັງຫລາຍຂອງສົງຄາມ.

1 Samuel 8:13

ແມ່ນເປັນຄຳເຕືອນ ຊຶ່ງຊາມູເອນໄດ້ໃຫ້ແກ່ປະຊາຊົນອິດສະຣາເອນ ກ່ຽວກັບກະສັດຈະເຮັດກັບພວກລູກສາວຂອງພວກເຂົາ?

ຊາມູເອນໄດ້ເຕືອນພວກເຂົາວ່າ ກະສັດຈະນຳລູກສາວທັງຫລາຍຂອງພວກເຈົ້າໄປເປັນຜູ້ປຸງເຄື່ອງຫອມ, ເຮັດອາຫານ ແລະ ເປັນຜູ້ອົບເຂົ້າຈີ່ທັງຫລາຍ.

1 Samuel 8:16

ຄຳເຕືອນຫຍັງ ຊຶ່ງຊາມູເອນບອກແກ່ປະຊາຊົນອິດສະຣາເອນ ກ່ຽວກັບສິ່ງທີ່ກະສັດຈະເຮັດກັບພວກຄົນໃຊ້ຂອງພວກເຂົາ, ພວກຄົນຫນຸ່ມ, ແລະບັນດາສັດດ້ວຍ?

ຊາມູເອນເຕືອນພວກເຂົາວ່າ ກະສັດຈະເອົາພວກຄົນໃຊ້ຂອງພວກເຂົາ, ສ່ວນທີ່ດີທີ່ສຸດຂອງພວກຄົນຫນຸ່ມ ແລະລາຫລາຍຕົວຂອງພວກເຂົາໄປ, ຫນຶ່ງສ່ວນສິບຂອງຝູງສັດຂອງພວກເຂົາ ແລະເຮັດໃຫ້ພວກເຂົາເປັນທາດ.

ແມ່ນຫຍັງທີ່ຈະເກີດຂຶ້ນ ທີ່ຊາມູເອນເຕືອນປະຊາຊົນອິດສະຣາເອນເມື່ອຮ້ອງທຸກ ເພາະກະສັດຂອງພວກເຂົາ ຜູ້ຊຶ່ງພວກເຂົາໄດ້ເລືອກເອົາສຳລັບພວກເຂົາເອງນັ້ນ?

ຊາມູເອນເວົ້າວ່າເມື່ອພວກເຂົາຮ້ອງທຸກຕໍ່ພຣະຢາເວ, ພຣະຢາເວຈະຕອບພວກເຂົາ.

1 Samuel 8:19

ປະຊາຊົນອິດສະຣາເອນໄດ້ຕອບສະຫນອງແນວໃດ ຕໍ່ຄຳເຕືອນຈາກຊາມູເອນ?

ປະຊາຊົນຢືນຢັນວ່າ ພວກເຂົາຕ້ອງມີກະສັດປົກຄອງເຫນືອພວກເຂົາ ເພື່ອທີ່ພວກເຂົາຈະເປັນເຫມືອນເຫລົ່າປະຊາຊາດອື່ນທັງຫມົດ ແລະ ເພື່ອທີ່ກະສັດຈະຕັດສິນພວກເຂົາ ແລະຕໍ່ສູ້ໃນສົງຄາມຂອງພວກເຂົາ.

1 Samuel 8:21

ແມ່ນຫຍັງ ເປັນຄຳຕອບຂອງພຣະຢາເວ ເມື່ອຊາມູເອນນຳຖ້ອຍຄຳຂອງປະຊາຊົນເຂົ້າຫູຂອງພຣະອົງ?

ພຣະຢາເວຍັງບອກຊາມູເອນໃຫ້ຟັງສຽງຂອງປະຊາຊົນ ແລະມອບກະສັດໃຫ້ພວກເຂົາ.

1 Samuel 9

1 Samuel 9:1

ຮູບຮ່າງພາຍນອກຂອງໂຊນ, ລູກຊາຍຂອງກີເຊເປັນແນວໃດ?

ໂຊນເປັນຊາຍຫນຸ່ມຮູບຮ່າງດີ ຜູ້ທີ່ສູງກວ່າຄົນອຶ່ນໆໃນປະຊາຊົນ ຈາກບ່າໄຫລ່ຂອງພວກເຂົາຂຶ້ນໄປ.

1 Samuel 9:3

ແມ່ນຫຍັງເປັນຜົນ ເມື່ອກີເຊຂໍໃຫ້ລູກຊາຍຂອງລາວຄືໂຊນ ເພື່ອໃຫ້ໄປແລະຊອກຫາພວກລາທີ່ຫາຍໄປ?

ໂຊນໄດ້ພາຄົນໃຊ້ຄົນຫນຶ່ງໄປ ແລະ ເດີນທາງຜ່ານຫລາຍທີ່ຫລາຍບ່ອນແຕ່ກໍບໍ່ພົບພວກລາທີ່ຫາຍໄປນັ້ນ.

1 Samuel 9:5

ໂຊນບອກໃຫ້ຄົນໃຊ້ຂອງລາວຕ້ອງເຮັດແນວໃດ ເມື່ອພວກເຂົາມາເຖິງແຜ່ນດິນຊູ?

ໂຊນບອກຄົນໃຊ້ຂອງລາວວ່າ ໃຫ້ພວກເຂົາກັບໄປບ້ານ, ຫລື ພໍ່ຂອງລາວອາດຈະເຊົາກັງວົນເລື່ອງຝູງລາ ແລ້ວກັງວົນກັບພວກເຂົາແທນ.

ແມ່ນຫຍັງຄືໄອເດຍທີ່ທີ່ແຕກຕ່າງທີ່ຄົນໃຊ້ນັ້ນໄດ້ບອກແກ່ໂຊນ?

ຄົນໃຊ້ນັ້ນໄດ້ບອກແກ່ໂຊນວ່າ ພວກເຂົາຄວນຊອກຫາຄົນຂອງພຣະເຈົ້າຄົນຫນຶ່ງໃນເມືອງນີ້ ຜູ້ທີ່ອາດຈະບອກພວກເຂົາເຖິງທາງໃດທີ່ພວກເຂົາຄວນໄປໃນການເດີນທາງຂອງພວກເຂົາ.

1 Samuel 9:7

ຄົນໃຊ້ໄດ້ມີສົມບັດຫຍັງ ທີ່ຈະໃຫ້ແກ່ຄົນຂອງພຣະເຈົ້າ, ເພື່ອວ່າລາວຈະໄດ້ບອກລາວວ່າທາງໃດທີ່ພວກເຂົາຄວນຈະໄປ?

ຄົນໃຊ້ມີເງິນຢູ່ຫນຶ່ງສ່ວນສີ່ເຊເຄັນທີ່ຈະມອບແກ່ຄົນຂອງພຣະເຈົ້າໄດ້.

1 Samuel 9:9

ໂຊນແລະຄົນໃຊ້ຂອງລາວຖາມຫຍັງ ກັບຍິງຫນຸ່ມທີ່ອອກມາຕັກນໍ້ານັ້ນ?

ໂຊນແລະຄົນໃຊ້ຈຶ່ງໄດ້ຖາມວ່າ ຖ້າຜູ້ທຳນວາຍຢູ່ໃນເມືອງ ເພາະວ່າພວກເຂົາຈະຮູ້ຈັກພຣະປະສົງຂອງພຣະເຈົ້າ.

1 Samuel 9:12

ຍ້ອນຫຍັງ ຜູ້ທຳນວາຍຈຶ່ງມາໃນເມືອງໃນວັນນັ້ນ?

ຜູ້ທຳນວາຍກຳລັງເຂົ້າມາທີ່ເມືອງວັນນີ້ ເພາະວ່າປະຊາຊົນຈະມີການຖວາຍສັດບູຊາຢູ່ສະຖານທີ່ສູງ ແລະ ຜູ້ທຳນວາຍຈະອວຍພອນເຄື່ອງສັດບູຊານັ້ນ.

1 Samuel 9:15

ພຣະຢາເວໄດ້ສຳແດງຫຍັງກັບຊາມູເອນກ່ຽວກັບຫນ້າທີ່ຂອງໂຊນໃນອິດສະຣາເອນ?

ພຣະຢາເວໄດ້ບອກຊາມູເອນວ່າ ເຈົ້າຈະເຈີມລາວໃຫ້ເປັນເຈົ້າຊາຍເຫນືອປະຊາຊົນອິສະຣາເອນຂອງເຮົາ. ລາວຈະຊ່ວຍປະຊາຊົນຂອງເຮົາໃຫ້ພົ້ນຈາກມືຂອງຄົນຟີລິດສະຕິນ.

1 Samuel 9:17

ແມ່ນຫຍັງ ຄືຄຳເຊີນທີ່ຊາມູເອນມອບໃຫ້ແກ່ໂຊນ ຫລັງຈາກທີ່ລາວໄດ້ຮັບການສຳແດງວ່າລາວເປັນຜູ້ທຳນວາຍທີ່ໂຊນກຳລັງສະແຫວງຫາຢູ່?

ຊາມູເອນໄດ້ເຊີນໂຊນໃຫ້ຂຶ້ນໄປ ແລະກິນອາຫານກັບລາວໃນສະຖານທີ່ສັກສິດ

1 Samuel 9:20

ຊາມູເອນໄດ້ໃຫ້ໂຊນແປກໃຈແນວໃດ ໂດຍການທີ່ລາວໄດ້ບອກແກ່ທ່ານນັ້ນ?

ເຖີງແມ່ນວ່າໂຊນ ເປັນຕະກຸນທີ່ຕໍ່າຕ້ອຍທີ່ສຸດໃນບັນດາຕະກຸນຂອງເຜົ່າເບັນຢາມິນ, ຄວາມປາຖະຫນາທັງຫມົດຂອງອິດສະຣາເອນນັ້ນຢູ່ກັບລາວ ແລະ ໃນຄົວເຮືອນຂອງພໍ່ລາວ.

1 Samuel 9:23

ຊາມູເອນບອກຫຍັງກັບໂຊນ ກ່ຽວກັບຊິ້ນຂາໂຕ້ທີ່ໄດ້ຖືກຖວາຍ?

ລາວບອກກັບໂຊນວ່າ ມັນຖືກເກັບໄວ້ໃຫ້ແກ່ລາວຈົນເຖິງເວລາທີ່ກຳຫນົດໄວ້.

1 Samuel 9:25

ແມ່ນຫຍັງ ທີ່ຊາມູເອນເວົ້າກັບໂຊນຫລັງຈາກທີ່ ພວກເຂົາໄດ້ລົງມາຈາກສະຖານທີ່ສູງໃນເມືອງນັ້ນ?

ຊາມູເອນບອກໂຊນໃຫ້ລຸກຂຶ້ນ ເພື່ອວ່າລາວຈະໄດ້ສົ່ງລາວໃຫ້ໄປຕາມທາງຂອງລາວ.

1 Samuel 9:27

ຍ້ອນຫຍັງ ຊາມູເອນໄດ້ເວົ້າກັບໂຊນໃຫ້ລາວຖ້າຢູ່ຊານເມືອງຈັກຫນ້ອຍຫນຶ່ງ?

ຊາມູເອນໄດ້ເວົ້າກັບໂຊນໃຫ້ລາວຖ້າຢູ່ ເພື່ອວ່າຊາມູເອນຈະໄດ້ປະກາດຖ້ອຍຄຳຂອງພຣະເຈົ້າໃຫ້ລາວຮູ້.

1 Samuel 10

1 Samuel 10:1

ຍ້ອນຫຍັງ ຊາມູເອນຈຶ່ງເທແກ້ວນໍ້າມັນລົງທີ່ຫົວຂອງໂຊນແລະຈູບລາວ?

ຊາມູເອນຈຶ່ງເທແກ້ວນໍ້າມັນລົງທີ່ຫົວຂອງໂຊນ ຍ້ອນວ່າພຣະຢາເວເຈີມລາວໄວ້ໃຫ້ເປັນຜູ້ນຳເຫນືອມໍຣະດົກຂອງພຣະອົງແລ້ວ.

ແມ່ນຫຍັງຄື ເຫດການໃນອານາຄົດທີ່ຊາມູເອນໄດ້ບອກກັບໂຊນ?

ຊາມູເອນໄດ້ບອກກັບໂຊນວ່າ ລາວຈະພົບຊາຍສອງຄົນໃກ້ທີ່ຝັງສົບຂອງຣາເຊັນ ຜູ້ທີ່ຈະບອກລາວວ່າໄດ້ພົບຝູງລໍແລ້ວ.

1 Samuel 10:3

ແມ່ນຫຍັງ ທີ່ຊາມູເອນບອກໂຊນວ່າຈະເກີດຂຶ້ນ ເມື່ອລາວໄດ້ມາເຖິງຕົ້ນໂອກແຫ່ງທາໂບນັ້ນ?

ຊາຍສາມຄົນຈະພົບລາວແບກລູກແບ້ສາມໂຕ, ເຂົ້າຈີ່ສາມກ້ອນ, ແລະ ຖົງຫນັງເຫລົ້າອະງຸ່ນຖົງຫນຶ່ງ ແລະພວກເຂົາຈະມອບເຂົ້າຈີ່ໃຫ້ທ່ານສອງກ້ອນ, ຊຶ່ງລາວຄວນຮັບເອົາ.

1 Samuel 10:5

ຊາມູເອນໄດ້ບອກຫຍັງກັບໂຊນ ວ່າຈະເກີດຂຶ້ນເມື່ອລາວໄດ້ມາເຖິງກອງທະຫານຮັກສາການຂອງພວກຟີລິດສະຕິນ?

ພຣະວິນຍານຂອງພຣະຢາເວຈະສວມທັບທ່ານ, ແລະທ່ານຈະປະກາດພຣະທັມຮ່ວມກັບຄົນເຫລົ່ານັ້ນ, ແລະທ່ານຈະຖຶກປ່ຽນໄປເປັນຄົນລະຄົນ ທີ່ອອກມາຈາກເມືອງນັ້ນ.

1 Samuel 10:7

ຊາມູເອນໄດ້ໃຫ້ຄຳສັ່ງຫຍັງແກ່ໂຊນ?

ຊາມູເອນໄດ້ສັ່ງໂຊນໃຫ້ລົງໄປຍັງກິນການ ແລະຊາມູເອນຈະໄປຖວາຍເຄື່ອງເຜົາບູຊາແລະຖວາຍເຄື່ອງສັນຕິບູຊາ.

1 Samuel 10:9

ເກີດຫຍັງຂຶ້ນ ເມື່ອໂຊນກັບເຖີງບ້ານອອກໄປຈາກຊາມູເອນ?

ເມື່ອໂຊນໄດ້ຈາກໄປ, ພຣະເຈົ້າໄດ້ປ່ຽນຈິດໃຈຂອງລາວໃຫ້ເປັນອີກແບບຫນຶ່ງ.

1 Samuel 10:11

ຍ້ອນຫຍັງ ປະຊາຊົນຈຶ່ງສົງໃສວ່າໂຊນເປັນຫນຶ່ງໃນຜູ້ປະກາດພຣະທັມຫລື?

ປະຊາຊົນສົງໃສວ່າ ບັດນີ້ລາວເປັນຫນຶ່ງໃນບັນດາຜູ້ປະກາດພຣະທັມແລ້ວ ຍ້ອນວ່າພວກເຂົາໄດ້ເຫັນລາວປະກາດພຣະທັມເຫມືອນຫນຶ່ງໃນບັນດາຜູ້ປະກາດພຣະທັມ.

1 Samuel 10:14

ແມ່ນຫຍັງທີ່ໂຊນໄດ້ບອກລຸງຂອງລາວ ເມື່ອລາວຖາມວ່າໂຊນໄປໃສມາ?

ໂຊນໄດ້ບອກລຸງຂອງລາວວ່າ ເມື່ອລາວແລະຄົນໃຊ້ຂອງລາວບໍ່ພົບຝູງລໍ, ພວກເຂົາໄດ້ໄປພົບຊາມູເອນ.

ແມ່ນຫຍັງ ທີ່ໂຊນບໍ່ບອກລຸງຂອງລາວ ເຖີງສິ່ງທີ່ຊາມູເອນໄດ້ເວົ້າກັບລາວ?

ໂຊນບໍ່ໄດ້ບອກລູງຂອງລາວກ່ຽວກັບເລື່ອງຂອງຣາຊະອານາຈັກ.

1 Samuel 10:17

ຍ້ອນຫຍັງ ພຣະຢາເວຈຶ່ງເວົ້າວ່າອິດສະຣາເອນໄດ້ປະຕິເສດພຣະອົງ?

ອິດສະຣາເອນໄດ້ປະຕິເສດພຣະຢາເວຍ້ອນວ່າ ພວກເຂົາໄດ້ຂໍໃຫ້ຕັ້ງກະສັດໄວ້ເຫນືອພວກເຂົາ.

1 Samuel 10:20

ເກີດຫຍັງຂຶ້ນ ເມື່ອໂຊນໄດ້ຖືກເລືອກໃນຖະນະກະສັດຕໍ່ໄປ?

ພວກເຂົາໄດ້ອອກໄປຊອກຫາໂຊນ, ແຕ່ກໍບໍ່ພົບລາວ.

1 Samuel 10:22

ຍ້ອນຫຍັງ ພວກເຂົາຈຶ່ງບໍ່ພົບໂຊນ ເມື່ອລາວຖືກເລືອກໃນຖານະກະສັດຕໍ່ໄປນັ້ນ?

ໂຊນໄດ້ລີ້ຢູ່ໃນທ່າມກາງກອງກະເປົາ.

1 Samuel 10:24

ຊາມູເອນຮູ້ສືກແນວໃດ ກ່ຽວກັບຊາຍທີ່ຖືກພຣະຢາເວເລືອກນັ້ນ?

ຊາມູເອນເວົ້າວ່າ ບໍ່ມີຄົນໃດເຫມືອນກັບໂຊນໃນທ່າມກາງປະຊາຊົນທັງຫມົດ.

1 Samuel 10:25

ທຳນຽມປະຕິບັດແລະການປົກຄອງຂອງຕໍາແຫນ່ງກະສັດສ້າງຕັ້ງຂຶ້ນແນວໃດ?

ຊາມູເອນຈຶ່ງໄດ້ບອກກັບປະຊາຊົນໃຫ້ຮູ້ເຖິງທຳນຽມປະຕິບັດ ແລະ ກົດຕ່າງໆຂອງຕຳແຫນ່ງກະສັດ, ໄດ້ບັນທືກໄວ້ໃນຫນັງສື, ແລະ ໄດ້ວາງໄວ້ຕໍ່ພຣະພັກພຣະຢາເວ.

1 Samuel 10:26

ຄົນອັນຕະພານບາງຄົນໄດ້ສະແດງການຫມິ່ນປະຫມາດໂຊນແນວໃດ?

ຄົນອັນຕະພານບາງຄົນໄດ້ສະແດງການຫມິ່ນປະຫມາດໂຊນ ໂດຍການທີ່ບໍ່ໄດ້ນຳຂອງຂວັນອັນໃດມາໃຫ້ລາວ ແລະ ຖາມເຖິງວິທີທີ່ລາວຈະຊ່ວຍພວກເຂົານັ້ນ.

1 Samuel 11

1 Samuel 11:1

ແມ່ນຫຍັງ ທີ່ນາຮາດຄົນອຳໂມນໄດ້ຕອບສະຫນອງຕໍ່ຄຳຮ້ອງຂໍ ສຳລັບສົນທິສັນຍາຂອງຊາວເມືອງຢາເບັດ?

ພະອົງບອກວ່າ ພຣະອົງຈະເຮັດສົນທິສັນຍາກັບພວກເຂົາ ຖ້າພະອົງນຳຄວາມອັບປະຍົດແກ່ອິດສະຣາເອນທັງຫມົດ ໂດຍການຄວັກຕາເບື້ອງຂວາຂອງພວກເຂົາທຸກຄົນ.

1 Samuel 11:3

ພວກເຖົ້າແກ່ຢາເບັດໄດ້ຕອບຂໍ້ສະເຫນີຂອງນາຮັດແນວໃດ?

ພວກເຂົາຂໍຜ່ອນຜັນໃຫ້ເຈັດວັນ ເພື່ອເບິ່ງວ່າຖ້າຈະມີບາງຄົນໃນທົ່ວເຂດແດນອິດສະຣາເອນທັງຫມົດ ຜູ້ທີ່ຈະຊ່ວຍກູ້ພວກເຂົາ.

1 Samuel 11:4

ຍ້ອນຫຍັງ ໂຊນຈຶ່ງສົງໃສເຖິງສິ່ງທີ່ຜິດປົກກະຕິກັບປະຊາຊົນໃນເມືອງຂອງລາວໃນຢາເບັດ?

ໂຊນໄດ້ຍິນພວກເຂົາຮ້ອງໄຫ້ ຫລັງຈາກທີ່ພວກເຂົາໄດ້ຍິນວ່າສິ່ງທີ່ອາດຈະເກີດຂຶ້ນກັບເມືອງຢາເບັດ.

1 Samuel 11:6

ໂຊນຕອບໂຕ້ຕອບຄູ່ຕໍ່ສູ້ຢາເບັດແນວໃດ?

ລາວກໍໂກດຮ້າຍຢ່າງໃຫຍ່ ແລະ ໄດ້ລວມພົນຊາຍອິດສະຣາເອນທັງຫມົດມາຕິດຕາມລາວ ແລະ ເຂົ້າສູ່ຮົບຕໍ່ສູ້ພວກສັດຕູຂອງຢາເບັດ.

1 Samuel 11:9

ແມ່ນຫຍັງ ທີ່ພວກຜູ້ສົ່ງຂ່າວໄດ້ບອກຄົນຢາເບັດ?

ພວກເຂົາໄດ້ບອກຄົນຢາເບັດກີເລອາດວ່າ ພວກເຂົາຈະໄດ້ຮັບການຊ່ວຍ ເຫລືອໃນມື້ອື່ນໃນເວລາແດດຮ້ອນ.

ແມ່ນຫຍັງ ທີ່ຄົນຢາເບັດໄດ້ເວົ້າຫລອກລວງນາຮາດ?

ພວກເຂົາໄດ້ບອກນາຮາດວ່າ ພວກເຂົາຈະຍອມມອບຕົວກັບພະອົງໃນວັນຕໍ່ໄປ ແລະ ພະອົງສາມາດເຮັດຢ່າງໃດກັບພວກເຂົາກໍໄດ້ຕາມທີ່ພະອົງເຫັນວ່າດີ ສຳລັບພວກທ່ານ.

1 Samuel 11:11

ແມ່ນຫຍັງເປັນຜົນ ຂອງສົງຄາມລະຫວ່າງປະຊາຊົນອິດສະຣາເອນ ແລະນາຮາດຄົນອຳໂມນ?

ປະຊາຊົນອິດສະຣາເອນໄດ້ໂຈມຕີ ແລະເອົາຊະນະຊາວອຳໂມນແລະ ຄົນເຫລົ່ານັ້ນທີ່ລອດຊີວິດກໍໄດ້ຫນີກະຈັດກະຈາຍໄປ.

1 Samuel 11:12

ຍ້ອນຫຍັງໂຊນຈຶ່ງເວົ້າວ່າ ບໍ່ໃຜໃນຝ່າຍກົງກັນຂ້າມຂອງລາວຈະຖືກຂ້າ?

ໂຊນຈຶ່ງເວົ້າວ່າຈະບໍ່ມີໃຜຖືກຂ້າ ເພາະວ່າພຣະຢາເວໄດ້ຊ່ວຍອິດສະຣາເອນ.

1 Samuel 11:14

ຍ້ອນຫຍັງ ຊາມູເອນ, ໂຊນແລະປະຊາຊົນອິດສະຣາເອນທັງຫມົດຈຶ່ງໄປທີ່ກິນການ?

ພວກເຂົາໄດ້ໄປທີ່ກິນການ ເພື່ອຖວາຍສັນຕິພາບບູຊາແລະເຮັດການປົກຄອງແບບລາຊາທິປະໄຕຄືນໃຫມ່ ໂດຍການເຮັດໃຫ້ໂຊນເປັນກະສັດຕໍ່ພຣະພັກພຣະຢາເວ.

1 Samuel 12

1 Samuel 12:4

ຊາມູເອນໄດ້ເຮັດສິ່ງຊົ່ວຮ້າຍອັນໃດ ທີ່ຕໍ່ສູ້ປະຊາຊົນອິດສະຣາເອນ?

ປະຊາຊົນອິດສະຣາເອນບອກກັບຊາມູເອນວ່າ ລາວບໍ່ເຄີຍໄດ້ຫລອກລວງພວກເຂົາ ຫລື ໄດ້ບິບບັງຄັບພວກເຂົາ ຫລື ໄດ້ລັກສິ່ງຂອງໃດໆໄປພວກເຂົາ.

1 Samuel 12:6

ເປັນຫຍັງ ຊາມູເອນຈຶ່ງບອກປະຊາຊົນອິດສະຣາເອນໃຫ້ສະແດງຕົວເອງຕໍ່ພຣະພັກພຣະຢາເວ?

ລາວບອກປະຊາຊົນອິດສະຣາເອນ ໃຫ້ສະແດງຕົວເອງເພື່ອທີ່ລາວຈະສາມາດເຕືອນຄວາມຈຳພວກເຂົາ ຈາກພຣະຣາຊະກິດອັນຊອບທັມທັງປວງຂອງພຣະຢາເວໃນອາດິດນັ້ນ.

1 Samuel 12:8

ແມ່ນຫຍັງ ທີ່ພຣະເຈົ້າໄດ້ເຮັດກັບບັນພະບູຣຸດຂອງອິດສະຣາເອນ ຫລັງຈາກທີ່ພວກເຂົາລືມພຣະຢາເວ ພຣະເຈົ້າຂອງພວກເຂົາ ຫລັງຈາກທີ່ໂມເຊແລະອາໂຣນໄດ້ນຳພວກເຂົາຂຶ້ນມາຈາກເອຢິບນັ້ນ?

ພຣະຢາເວໄດ້ຂາຍພວກເຂົາໄວ້ໃນມືຂອງສິເສຣາ, ໃນມືຂອງຟີລິດສະຕິນ, ແລະ ໃນມືຂອງກະສັດແຫ່ງໂມອາບ.

1 Samuel 12:10

ແມ່ນຫຍັງ ທີ່ພຣະຢາເວໄດ້ຊົງກະທຳຫລັງຈາກທີ່ບັນພະບູຣຸດຂອງອິດສະຣາເອນຮ້ອງທູນຕໍ່ພຣະອົງ ເພື່ອຂໍໃຫ້ພວກເຂົາຊ່ວຍເຫລືອພວກເຂົາໃຫ້ພົ້ນຈາກມືຂອງພວກເຂົາສັດຕຣູຂອງພວກເຂົານັ້ນ?

ພຣະຢາເວຈຶ່ງໄດ້ສົ່ງເຢຣູບບາອານ, ເບດານ, ເຢັບທາ, ແລະຊາມູເອນ ເພື່ອຊ່ວຍເຫລືອພວກເຂົາໃຫ້ພົ້ນຈາກມືຂອງພວກເຂົາສັດຕູຂອງພວກເຂົາ.

1 Samuel 12:12

ແມ່ນຄວາມຈິງຫຍັງ ທີ່ຊາມູເອນຕ້ອງການໃຫ້ປະຊາຊົນອິດສະຣາເອນຈົດຈຳ?

ຊາມູເອນໄດ້ເຕືອນຄວາມຈຳປະຊາຊົນອິດສະຣາເອນ ວ່າພວກເຂົາໄດ້ຕ້ອງການກະສັດເພື່ອປົກຄອງເຫນືອພວກເຂົາ.

1 Samuel 12:14

ແມ່ນທາງເລືອກຫຍັງ ທີ່ຊາມູເອນໄດ້ນຳມາຕໍ່ຫນ້າປະຊາຊົນອິດສະຣາເອນ?

ພວກເຂົາເຊື່ອຟັງພຣະສຸຣະສຽງຂອງພຣະອົງ ແລະ ເປັນຜູ້ຕິດຕາມພຣະຢາເວ, ຫລື ພວກເຂົາສາມາດກະບົດຕໍ່ພຣະບັນຊາຂອງພຣະຢາເວ ແລະ ພົບກັບມືຂອງພຣະຢາເວທີ່ຈະຊົງຕໍ່ສູ້ພວກເຂົານັ້ນ.

1 Samuel 12:16

ແມ່ນຫຍັງ ທີ່ຊາມູເອນໄດ້ທ້າຊວນໃຫ້ວາງຕໍ່ຫນ້າປະຊາຊົນອິດສະຣາເອນ?

ຊາມູເອນໄດ້ທ້າຊວນປະຊາຊົນສະແດງຕົວຂອງພວກເຂົາຕໍ່ຫນ້າພຣະຢາເວ ແລະ ເບິ່ງສິ່ງທີ່ຍິ່ງໃຫຍ່ຊຶ່ງພຣະອົງຈະກະທຳຕໍ່ຫນ້າຕໍ່ຕາຂອງພວກເຂົາ.

ແມ່ນຫຍັງ ທີ່ຊາມູເອນທູນຂໍຕໍ່ພຣະຢາເວ ໃຫ້ສົ່ງສິ່ງນັ້ນທີ່ປະຊາຊົນອິດສະຣາເອນຈະຮູ້ວ່າ ຄວາມຊົ່ວຮ້າຍຂອງພວກເຂົາຫລາຍພຽງໃດນັ້ນ?

ລາວທູນຂໍຕໍ່ພຣະຢາເວໃຫ້ສົ່ງຟ້າຮ້ອງ ແລະ ຝົນມາ.

1 Samuel 12:19

ຊາມູເອນໂຕ້ຕອບແນວໃດ ເມື່ອປະຊາຊົນອິດສະຣາເອນຍອມຮັບຢ່າງຈິງຈັງເຖິງທຳມະຊາດແຫ່ງຄວາມບາບຂອງພວກເຂົານັ້ນ?

ຊາມູເອນໄດ້ບອກປະຊາຊົນບໍ່ຕ້ອງຢ້ານ, ແຕ່ຮັບໃຊ້ພຣະຢາເວດ້ວຍສຸດໃຈຂອງພວກເຂົາ.

1 Samuel 12:22

ແມ່ນຫຍັງ ຄືຖ້ອຍຄຳແຫ່ງການຫນູນໃຈທີ່ຊາມູເອນໄດ້ໃຫ້ກັບປະຊາຊົນອິດສະຣາເອນ?

ຊາມູເອນຫນູນໃຈປະຊາຊົນອິດສະຣາເອນໂດຍການບອກວພວກເຂົາວ່າ ພຣະຢາເວຈະບໍ່ປະຖິ້ມພວກເຂົາ.

ແມ່ນຫຍັງ ທີ່ຊາມູເອນຕັ້ງໃຈທີ່ເຮັດເພື່ອອິດສະຣາເອນ?

ລາວຈະສອນປະຊາຊົນເຖິງທາງທີ່ດີແລະຖືກຕ້ອງ, ແລະຈະບໍ່ຢຸດອະທິຖານເພື່ອພວກເຂົາ.

1 Samuel 12:24

ແມ່ນຫຍັງ ຄືຄຳທ້າຍທີ່ຊາມູເອນໃຫ້ກັບປະຊາຊົນອິດສະຣາເອນ?

ຊາມູເອນໄດ້ບອກກັບພວກເຂົາ ໃຫ້ພິຈາຣະນາເຖິງສິ່ງທີ່ຍິ່ງໃຫຍ່ຫລາຍ ຊຶ່ງພຣະຢາເວໄດ້ກະທຳເພື່ອພວກເຂົາ ສະນັ້ນພວກເຂົາຄວນຢຳເກງພຣະອົງ ແລະຮັບໃຊ້ພຣະອົງດ້ວຍຄວາມຈິງດ້ວຍສຸດໃຈຂອງພວກເຂົາ.

1 Samuel 13

1 Samuel 13:1

ໂຊນໄດ້ເຮັດຫຍັງ ກັບພວກທະຫານທີ່ລາວບໍ່ໄດ້ເລືອກໃຫ້ຢູ່ກັບພະອົງນັ້ນ?

ໂຊນໄດ້ສົ່ງ ພວກທະຫານທີ່ເຫລືອກັບເມືອເຮືອນໄປເຖິງເຕັ້ນຂອງຕົນເອງ.

1 Samuel 13:3

ຍ້ອນຫຍັງ ອິດສະຣາເອນຈຶ່ງກາຍເປັນທີ່ກຽດຊັງແກ່ຄົນຟີລິດສະຕິນ?

ພວກເຂົາກໍໄດ້ກາຍເປັນທີ່ກຽດຊັງຂອງຄົນຟີລິດສະຕິນ ເພາະວ່າໂຊນໄດ້ປາບກອງທະຫານຂອງຟີລິດສະຕິນພ່າຍແພ້ໄປ.

1 Samuel 13:5

ຟີລິດສະຕິນໄດ້ໂຕ້ຕອບແນວໃດ ເພື່ອທີ່ຈະເອົາຊະນະປະຊາຊົນອິດສະຣາເອນ?

ພວກເຂົາໄດ້ລວມພົນຣົດມ້າຮົບຈຳນວນນັບບໍ່ຖ້ວນ ແລະ ພົນທະຫານເພື່ອເຮັດສົງຄາມຕໍ່ສູ້ອິດສະຣາເອນ.

1 Samuel 13:6

ປະຊາຊົນອິດສະຣາເອນໄດ້ສະແດງອອກແນວໃດຕໍ່ພວກທະຫານຂອງຟີລິດສະຕິນ?

ພວກເຂົາໄດ້ຖຶກກົດດັນ ສະນັ້ນພວກເຂົາໄດ້ລີ້ຢູ່ໃນຖໍ້າ, ໃນພຸ່ມໄມ້, ໃນກອງຫິນ, ໃນນ້ຳສ້າງ, ແລະໃນຂຸມຕ່າງໆ, ແລະບາງຄົນໄດ້ຫນີຂ້າມແມ່ນໍ້າຈໍແດນໄປ.

1 Samuel 13:8

ໂຊນໄດ້ເຮັດຫຍັງ ເມື່ອຊາມູເອນບໍ່ໄດ້ມາກິນການໃນເຈັດມື້ຕາມກຳຫນົດໄວ້?

ໂຊນໄດ້ຖວາຍເຄື່ອງເຜົາບູຊາທັງໂຕ ແລະ ເຄື່ອງສັນຕິບູຊາພະອົງເອງ.

1 Samuel 13:11

ແມ່ນຫຍັງ ທີ່ໂຊນໄດ້ແກ້ຕົວທີ່ໃຫ້ແກ່ຊາມູເອນ ສຳລັບການທີ່ບໍ່ລາຖ້າລາວເພື່ອຖວາຍເຄື່ອງບູຊານັ້ນ?

ລາວເວົ້າວ່າ ລາວເຫັນປະຊາຊົນກຳລັງຫນີຈາກໄປ, ດັ່ງນັ້ນລາວຈຶ່ງຝືນໃຈຕົນເອງໃຫ້ຂຶ້ນໄປຖວາຍເຄື່ອງເຜົາບູຊາທັງໂຕແດ່ພຣະຢາເວ.

1 Samuel 13:13

ຊາມູເອນໄດ້ເວົ້າຕໍາຫນິໂຊນຫຍັງແດ່?

ຊາມູເອນໄດ້ກ່າວກັບໂຊນວ່າໄດ້ກະທຳສິ່ງທີໂງ່ຈ້າຫລາຍ ສຳລັບການທີ່ບໍ່ໄດ້ຮັກສາພຣະບັນຊາທີ່ພຣະຢາເວຊົງມອບໃຫ້ພະອົງນັ້ນ.

ແມ່ນຫຍັງ ທີ່ຊາມູເອນເວົ້າຈະເປັນຜົນສຳລັບການກະທຳຂອງໂຊນນັ້ນ?

ຍ້ອນວ່າ ໂຊນບໍ່ໄດ້ຮັກສາພຣະບັນຊາຂອງພຣະຢາເວພຣະເຈົ້າຂອງພະອົງ. ຊຶ່ງພຣະອົງໄດ້ບັນຊາພະອົງໄວ້ ເພື່ອວ່າພຣະຢາເວຈະໄດ້ສະຖາປະນາການຄອງຣາຊຂອງພະອົງເຫນືອຊົນຊາດອິສະຣາເອນຕະຫລອດໄປ.

1 Samuel 13:17

ແມ່ນຫຍັງ ຄືວິທີການທີ່ຄົນຟີລິດສະຕິນໃຊ້ເພື່ອຕໍ່ສູ້ປະຊາຊົນອິດສະຣາເອນ?

ຄົນຟີລິດສະຕິນໄດ້ສົ່ງມີຫນ່ວຍຈູ່ໂຈມອອກມາຈາກຄ້າຍໃນສາມຈຸດທີ່ແຕກແຕ່ງກັນໃນອິດສະຣາເອນ.

1 Samuel 13:19

ແມ່ນຫຍັງຄືຂໍ້ຈຳກັດ ທີ່ພວກທະຫານອິດສະຣາເອນກຳລັງປະເຊີນໃນການເຮັດສົງຄາມຕໍ່ສູ້ຄົນຟີລິດສະຕິນ?

ພວກຟີລິດສະຕິນບໍ່ໄດ້ອະນຸຍາດໃຫ້ຄົນອິດສະຣາເອນມີຊ່າງຕີເຫລັກໄດ້ ຜູ້ທີ່ສາມາດຈະເຮັດດາບ ຫລື ຫອກນັ້ນ.

1 Samuel 13:22

ແມ່ນຫຍັງຄືອຸປະສັກ ທີ່ພວກທະຫານອິດສະຣາເອນມີໃນການເຮັດສົງຄາມຕໍ່ສູ້ພວກຟີລິດສະຕິນນັ້ນ?

ພວກທະຫານອິດສະຣາເອນບໍ່ມີດາບ ຫລື ຫອກໃນມືຂອງພວກເຂົາ.

1 Samuel 14

1 Samuel 14:1

ແມ່ນຄວາມລັບຫຍັງທີ່ໂຢນາທານ, ລູກຊາຍຂອງໂຊນ, ໄດ້ປົກປິດຈາກພໍ່ຂອງລາວ?

ໂຢນາທານ ແລະຜູ້ຖືອາວຸດຂອງລາວກຳລັງໄປຫາກອງທະຫານຟີລິດສະຕິນທີ່ຝັ່ງນັ້ນ.

1 Samuel 14:2

ແມ່ນຫຍັງຄືສິ່ງທີ່ຫົກຮ້ອຍຄົນຜູ້ທີ່ໄດ້ຢູ່ກັບໂຊນບໍ່ຮູ້ຈັກ?

ພວກເຂົາບໍ່ຮູ້ວ່າ ໂຢນາທານໄດ້ໄປທີ່ກອງທະຫານຂອງຄົນຟີລິດສະຕິນ.

1 Samuel 14:6

ແມ່ນຫຍັງຄື ຂໍ້ສະເຫນີຂອງໂຢນາທານທີ່ບອກກັບຄົນຫນຸ່ມຜູ້ຖືອາວຸດຂອງລາວນັ້ນ?

ໂຢນາທານໄດ້ເວົ້າກັບລາວວ່າ ພຣະຢາເວຈະຊົງກະທຳໃນນາມຊື່ຂອງພວກເຂົາ ເພື່ອຊ່ວຍກູ້ປະຊາຊົນຈຳນວນຫລວງຫລາຍ ຖ້າພວກເຂົາຈະຂ້າໄປຫາກອງທະຫານຂອງຄົນຟີລິດສະຕິນ.

ແມ່ນຫຍັງ ທີ່ຄົນຖືອາວຸດໄດ້ຕອບສະຫນອງຕໍ່ຂໍ້ສະເຫນີນັ້ນ?

ຄົນຖືອາວຸດຂອງໂຢນາທານ ພ້ອມທີ່ຈະເຊື່ອຟັງທຸກສິ່ງຕາມຄຳສັ່ງຂອງລາວ, ດັ່ງນັ້ນລາວໄດ້ຫນູນໃຈໂຢນາທານໃຫ້ເຮັດທຸກສິ່ງທີ່ຢູ່ໃນໃຈຂອງລາວ.

1 Samuel 14:8

ແມ່ນຫຍັງທີ່ເປັນສັນຍານທີ່ໂຢນາທານແລະຄົນຖືອາວຸດຂອງລາວ ທີ່ພຣະຢາເວໄດ້ມອບພວກຟີລິດສະຕິນໄວ້ໃນມືຂອງພວກເຂົາ?

ຖ້າພວກຟີລິດສະຕິນເວົ້າວ່າ ພວກເຂົາຄວນຂຶ້ນໄປຫາພວກເຂົາ,​ ນີ້ຈະເປັນສັນຍານທີ່ພຣະຢາເວໄດ້ມອບພວກເຂົາໄວ້ໃນມືຂອງພວກເຂົາແລ້ວ.

1 Samuel 14:11

ແມ່ນຫຍັງ ທີ່ໂຢນາທານເວົ້າກັບຄົນຖືອາວຸດຂອງລາວ ຫລັງຈາກທີ່ກອງທະຫານຄົນຟີລິດສະຕິນໄດ້ບອກພວກເຂົາວ່າ, "ຈົ່ງຂຶ້ນມາຫາພວກເຮົາ, ແລະພວກເຮົາຈະສະແດງບາງສິ່ງໃຫ້ພວກເຈົ້າຮູ້"?

ລາວເວົ້າກັບຄົນຖືອາວຸດຂອງລາວ ໃຫ້ຕິດຕາມລາວໄປ ຍ້ອນວ່າພ​ຣະຢາເວໄດ້ມອບພວກເຂົາໄວ້ໃນກຳມື ຂອງອິດສະຣາເອນແລ້ວ.

1 Samuel 14:13

ແມ່ນຫຍັງ ຄືຜົນຂອງການໂຈມຕີທີ່ໂຢນາທານແລະຄົນຖືອາວຸດຂອງລາວ ໄດ້ເຮັດກັບກອງທະຫານຄົນຟີລິດສະຕິນ?

ໂຢນາທານແລະຄົນຖືອາວຸດຂອງລາວໄດ້ຂ້າປະມານຊາວຄົນ.

1 Samuel 14:16

ແມ່ນຫຍັງ ທີ່ໂຊນໄດ້ເຮັດເມື່ອຄົນເຝົ້າຍາມໃນກີເບອາແຫ່ງເບັນຢາມິນເຫັນເຫລົ່າທະຫານຂອງຟີລິດສະຕິນໄດ້ແຕກກະຈັດກະຈາຍໄປແລະ ໄປທາງນີ້ແລະໄປທາງນັ້ນ?

ແລ້ວໂຊນສັ່ງແກ່ປະຊາຊົນໃຫ້ນັບ ແລະເບິ່ງວ່າ ມີໃຜຫາຍໄປຈາກພວກເຂົາ, ແລະ ເມື່ອພວກເຂົາໄດ້ນັບເບິ່ງແລ້ວ ໂຢນາທານ ແລະ ຄົນຖືອາວຸດຂອງລາວໄດ້ຫາຍໄປ.

1 Samuel 14:18

ເປັນຫຍັງ ໂຊນຈຶ່ງສັ່ງອາຫິຢາປະໂລຫິດໃຫ້ນຳເອໂຟດຂອງພຣະເຈົ້າມາໃຫ້ພະອົງ?

ໂຊນໄດ້ສັ່ງອາຫິຢາປະໂລຫິດໃຫ້ນຳເອໂຟດຂອງພຣະເຈົ້າ ເພື່ອວ່າພວກເຂົາຈະສາມາດຮູ້ຈັກນໍ້າພຣະໄທຂອງພຣະເຈົ້າ.

1 Samuel 14:20

ຜູ້ໃດ ມາເຂົ້າກັບຊາວອິດສະຣາເອນທີ່ຢູ່ກັບໂຊນແລະໂຢນາທານ?

ພວກເຮັບເຣີເຫລົ່ານັ້ນ ຜູ້ທີ່ເຄີຍຢູ່ກັບພວກຟີລິດສະຕິນກ່ອນຫນ້ານັ້ນ, ແລະຜູ້ທີ່ໄປໃນຄ້າຍກັບພວກເຂົາ, ເຖິງປານນັ້ນພວກເຂົາກໍກັບມາເຂົ້າກັບຄົນອິດສະຣາເອນ ທີ່ຢູ່ຝ່າຍໂຊນ ແລະ ໂຢນາທານ.

1 Samuel 14:22

ຜູ້ທີ່ໄດ້ຊ່ວຍອິດສະຣາເອນໃນວັນນັ້ນ?

ພຣະຢາເວໄດ້ຊ່ວຍກູ້ອິດສະຣາເອນໃນວັນນັ້ນ.

1 Samuel 14:24

ແມ່ນຫຍັງ ທີ່ເຮັດໃຫ້ຄົນອິດສະຣາເອນທີ່ຫີວເຂົ້າໃຫ້ຕ້ອງທຸກຍາກ?

ໂຊນໃຫ້ພວກປະຊາຊົນໄດ້ສາບານວ່າ ຖ້າໃຜກິນອາຫານຈົນຮອດເວລາແລງຂອງວັນນັ້ນຈະຖືກສາບແຊ່ງ.

1 Samuel 14:27

ແມ່ນຫຍັງ ທີ່ໂຢນາທານໄດ້ເຮັດໄປໂດຍບໍ່ຮູ້ວ່າຕົນໄດ້ລະເມີດຄຳສາບານ?

ໂຢນາທານໄດ້ກິນນໍ້າເຜີ້ງຈາກປ່າ.

1 Samuel 14:29

ໂຢນາທານເຮັດຜິດແນວໃດກັບຄຳສາບານທີ່ພໍ່ຂອງລາວໄດ້ເຮັດນັ້ນ?

ໂຢນາທານໄດ້ເວົ້າວ່າ ຖ້າປະຊາຊົນໄດ້ກິນນໍ້າເຜິ້ງຢ່າງອິດສະຫລະ ແລະກິນສິ່ງຂອງທີ່ຍຶດມາໄດ້ຈາກພວກສັດຕູ, ຈະມີການຂ້າຟັນຢ່າງໃຫຍ່ກວ່ານີ້ໃນທ່າມກາງຄົນຟີລິດສະຕິນ.

1 Samuel 14:33

ປະຊາຊົນອິດສະຣາເອນໄດ້ເຮັດບາບຕໍ່ສູ້ ພຣະຢາເວແນວໃດ ຫລັງຈາກສົງຄາມຂອງພວກເຂົາກັບຄົນຟີລິດສະຕິນນັ້ນ?

ປະຊາຊົນອິດສະຣາເອນໄດ້ກິນອາຫານພ້ອມກັບເລືອດສັດ ຊຶ່ງພວກເຂົາໄດ້ຂ້າຈາກການປຸ້ນນັ້ນ.

1 Samuel 14:36

ເປັນຫຍັງ ໂຊນຈຶ່ງບໍ່ສາມາດໄລ່ຕາມຄົນຟີລິດສະຕິນ ເຖິງແມ່ນວ່າພະອົງຮ້ອນຮົ້ນທີ່ຈະເຮັດຢ່າງນັ້ນ?

ພະອົງບໍ່ໄດ້ຮັບຄຳຕອບໃດໆທີ່ມາຈາກພຣະເຈົ້າໃນວັນນັ້ນ.

1 Samuel 14:38

ໂຊນເວົ້າວ່າພະອົງຈະເຮັດແນວກັບຄວາມບາບນີ້ໃນອິດສະຣາເອນ?

ພະອົງເວົ້າວ່າ ຄົນໃດທີ່ເຮັດບາບຈະຕ້ອງຕາຍຢ່າງແນ່ນອນ, ເຖິງແມ່ນວ່າຈະເປັນໂຢນາທານລູກຊາຍຂອງພະອົງກໍຕາມ.

1 Samuel 14:40

ມັນຈະຮູ້ໄດ້ເປັນແນວໃດ ວ່າໂຢນາທານເປັນຄົນທີ່ໄດ້ເຮັດບາບ?

ມັນຮູ້ໄດ້ໂດຍສະຫລາກ.

1 Samuel 14:45

ໂຢນາທານຖືກຊ່ວຍໃຫ້ພົ້ນຈາກໂທດຕາຍແນວໃດ?

ປະຊາຊົນອິດສະຣາເອນ ຜູ້ທີ່ບໍ່ໄດ້ອະນຸຍາດໃຫ້ໂຢນາທານຕາຍ ຍ້ອນວ່າລາວໄດ້ນຳໄຊຊະນະຢ່າງຍິ່ງໃຫຍ່ຫລາຍ.

1 Samuel 14:47

ໂຊນໄດ້ນຳປະຊາຊົນອິດສະຣາເອນໃນຖານະກະສັດຂອງພວກເຂົາແນວໃດ?

ໂຊນສູ້ຮົບຢ່າງກ້າຫານ ແລະໄດ້ຊົງຊ່ວຍກູ້ອິດສະຣາເອນໃຫ້ພົ້ນຈາກມືຂອງພວກທີ່ປຸ້ນພວກເຂົາ.

1 Samuel 15

1 Samuel 15:1

ຍ້ອນຫຍັງ ພຣະຢາເວຈຶ່ງຕ້ອງການໃຫ້ໂຊນໂຈມຕີ ແລະທຳລາຍອາມາເຫລັກຢ່າງສິ້ນຊາກ?

ອາມາເຫລັກໄດ້ສະກັດກັ້ນອິດສະຣາເອນລະຫວ່າງທາງ, ເມື່ອພວກເຂົາອອກຈາກເອຢິບ.

1 Samuel 15:6

ຍ້ອນຫຍັງ ໂຊນຈຶ່ງບອກຄົນເຄໄນໃຫ້ຫນີໄປຈາກຄົນອາມາເຫລັກ?

ຄົນເຄໄນໄດ້ສະແດງຄວາມເມດຕາຕໍ່ເຊື້ອສາຍອິດສະຣາເອນ ເມື່ອພວກເຂົາໄດ້ອອກມາຈາກແຜ່ນນດິນເອຢິບ.

1 Samuel 15:8

ໂຊນບໍ່ເຊື່ອຟັງຄຳຊີນຳ ຊຶ່ງພຣະຢາເວໄດ້ປະທານໃຫ້ແກ່ພະອົງແນວໃດ?

ໂຊນໄດ້ໄວ້ຊີວິດກະສັດອາກັກ ພ້ອມກັນກັບສັດທີ່ດີທີ່ສຸດຂອງຄົນອາມາເຫລັກ.

1 Samuel 15:10

ຍ້ອນຫຍັງ ພຣະຢາເວຈຶ່ງເສຍໃຈທີ່ໄດ້ຕັ້ງໂຊນໃຫ້ເປັນກະສັດ?

ໂຊນໄດ້ຫັນຈາກການຕິດຕາມພຣະບັນຍັດຂອງພຣະຢາເວ.

1 Samuel 15:12

ແມ່ນຫຍັງ ເປັນສິ່ງທີ່ໂຊນໄດ້ເວົ້າຕົວະແກ່ຊາມູເອນ?

ໂຊນເວົ້າວ່າ ພະອົງໄດ້ປະຕິບັດຕາມພຣະບັນຊາຂອງພຣະຢາເວແລ້ວ.

1 Samuel 15:14

ຊາມູເອນໄດ້ໂຕ້ຕອບຕໍ່ຄຳຕົວະ ຊຶ່ງໂຊນໄດ້ບອກລາວແນວໃດ?

ຊາມູເອນໄດ້ຖາມກ່ຽວສຽງແກະ ແລະສຽງງົວທີ່ລາວໄດ້ຍິນນັ້ນ.

ແມ່ນຫຍັງຄື ຄຳແກ້ຕົວຂອງໂຊນທີ່ໃຫ້ຊາມູເອນທີ່ພະຍາຍາມແກ້ຕົວຕໍ່ການບໍ່ເຊື່ອຟັງຂອງພະອົງນັ້ນ?

ພະອົງເວົ້າວ່າ ປະຊາຊົນໄດ້ໄວ້ຊີວິດບັນດາແກະ ແລະ ງົວທີ່ດີທີ່ສຸດ, ເພື່ອພວກເຂົາຈະສາມາດຖວາຍເຄື່ອງສັດບູຊາແດ່ພຣະຢາເວ.

1 Samuel 15:17

ຊາມູເອນໄດ້ເວົ້າຕຳຫນິໂຊນຫຍັງ?

ລາວບອກໂຊນວ່າ ພຣະຢາເວໄດ້ຊົງເຈີມທ່ານໄວ້ເປັນກະສັດເຫນືອອິດສະຣາເອນ ແລະໄດ້ບອກລາວໃຫ້ທຳລາຍຄົນອາມາເຫລັກທັງຫລາຍໃຫ້ຫມົດສິ້ນໄປ, ແຕ່ລາວໄດ້ຢຶດສິ່ງຂອງຕ່າງໆ ແລະ ໄດ້ເຮັດສິ່ງຄວາມຊົ່ວຮ້າຍໃນພຣະເນດຂອງພຣະຢາເວ.

1 Samuel 15:20

ແມ່ນຫຍັງ ທີ່ເປັນຂໍ້ແກ້ຕົວທີ່ໂຊນໃຫ້ແກ່ຊາມູເອນ?

ໂຊນຢືນຢັນວ່າມັນເປັນປະຊາຊົນໄດ້ເກັບຂອງທີ່ຢຶດສິ່ງຂອງຕ່າງໆ ເພື່ອນຳມາເປັນເຄື່ອງບູຊາທີ່ດີທີ່ສຸດແດ່ພຣະຢາເວ.

1 Samuel 15:22

ແມ່ນຫຍັງ ຄືຄຳຕອບຂອງຊາມູເອນແກ່ໂຊນ?

ການເຊື່ອຟັງພຣະຢາເວກໍດີກວ່າເຄື່ອງຖວາຍສັດບູຊາ ແລະການກະບົດ ແລະຄວາມດື້ດ້ານກໍເປັນເຫມືອນບາບຊົ່ວຕໍ່ພຣະຢາເວ.

1 Samuel 15:24

ແມ່ນຫຍັງ ຄືເຫດຜົນທີ່ໂຊນບອກຊາມູເອນ ທີ່ລາວໄດ້ເຮັດບາບນັ້ນ?

ໂຊນໄດ້ເວົ້າວ່າ ລາວໄດ້ຝ່າຝືນພຣະບັນຍັດຂອງພຣະຢາເວ ເພາະພະອົງຢ້ານປະຊາຊົນ.

1 Samuel 15:26

ແມ່ນຫຍັງ ຄືຄຳປະກາດຊຶ່ງຊາມູເອນໄດ້ໃຫ້ແກ່ໂຊນຈາກພຣະຢາເວນັ້ນ?

ພຣະຢາເວໄດ້ຖອດໂຊນອອກຈາກການເປັນກະສັດເຫນືອອິດສະຣາເອນແລ້ວ.

1 Samuel 15:28

ແມ່ນໃຜ ທີ່ພຣະຢາເວຈະມອບອານາຈັກອິດສະຣາເອນໃຫ້?

ຊາມູເອນໄດ້ບອກໂຊນວ່າ ພຣະຢາເວຈະມອບອານາຈັກອິດສະຣາເອນໃຫ້ກັບຫນຶ່ງໃນເພື່ອນບ້ານຂອງໂຊນ, ຜູ້ທີ່ດີຍິ່ງກວ່າໂຊນ.

1 Samuel 15:32

ແມ່ນຫຍັງ ທີ່ຊາມູເອນໄດ້ເຮັດສຳເລັດວຽກທີ່ໂຊນບໍ່ໄດ້ເຮັດໃຫ້ສຳເລັດນັ້ນ?

ຊາມູເອນໃຊ້ດາບຂອງລາວຂ້າອາກັກຕໍ່ຫນ້າພຣະພັກພຣະຢາເວ.

1 Samuel 16

1 Samuel 16:1

ຈາກສິ່ງໃດ ທີ່ພຣະຢາເວໄດ້ບອກວ່າພຣະອົງໄດ້ປະຕິເສດໂຊນນັ້ນ?

ພຣະຢາເວໄດ້ປະຕິເສດໂຊນຈາກການເປັນກະສັດເຫນືອອິດສະຣາເອນແລ້ວ.

1 Samuel 16:2

ແມ່ນຫຍັງ ທີ່ຊາມູເອນຢ້ານກົວ ຖ້າໂຊນໄດ້ຍິນວ່າລາວເດີນທາງໄປເບັດເລເຮັມ?

ລາວຢ້ານວ່າໂຊນຈະຂ້າລາວເສຍ.

ພຣະຢາເວເວົ້າແນວໃດ ຕໍ່ຊາມູເອນຈະຮູ້ໄດ້ຜູ້ທີ່ຈະຕ້ອງເຈີມນັ້ນ?

ພຣະອົງໄດ້ບອກຊາມູເອນວ່າ ລາວເຈົ້າຈະເຈີມຜູ້ຊຶ່ງພຣະຢາເວໄດ້ບອກລາວ.

1 Samuel 16:4

ພວກເຖົ້າແກ່ຂອງເບັດເລເຮັມເຮັດແນວໃດ ເມື່ອຊາມູເອນມາເຖີງເມືອງຂອງພວກເຂົາ?

ພວກເຂົາກໍຢ້ານກົວຈົນຕົວສັ່ນ ໃນຂະນະທີ່ພວກເຂົາເຂົ້າມາພົບລາວ.

1 Samuel 16:6

ແມ່ນຫຍັງ ທີ່ຊາມູເອນເວົ້າກັບຕົນເອງເມື່ອລາວແນມເຫັນເອລີອາບ?

ລາວເວົ້າກັບຕົນເອງວ່າ ພຣະຢາເວຈະະໃຫ້ເຈີມໄວ້ໄດ້ຢືນຢູ່ຂ້າງຫນ້າລາວຢ່າງແນນອນ.

ພຣະຢາເວອະທິບາຍແນວໃດ ກັບຊາມູເອນວ່າພຣະອົງບໍ່ເບິ່ງຄືກັນກັບມະນຸດເບິ່ງ?

ພຣະຢາເວໄດ້ເວົ້າວ່າ ມະນຸດເບິ່ງທີ່ຮູບຮ່າງພາຍນອກ, ແຕ່ພຣະຢາເວເບິ່ງທີ່ຈິດໃຈພາຍໃນ.

1 Samuel 16:8

ແມ່ຫຍັງ ທີ່ຊາມູເອນໄດ້ເວົ້າກັບເຢຊີຫລັງຈາກທີ່ລາວໄດ້ເຮັດໃຫ້ລູກທັງເຈັດຄົນຍ່າງຜ່ານຫນ້າລາວໄປ?

ຊາມູເອນໄດ້ບອກວ່າ ພຣະຢາເວບໍ່ໄດ້ຊົງເລືອກຄົນໃດເລີຍຈາກຄົນເຫລົ່ານີ້.

1 Samuel 16:11

ລູກຊາຍຄົນສຸດທ້ອງຢູ່ບ່ອນໃດ ກ່ອນທີ່ຊາມູເອນຈະເອີ້ນຫາລາວ?

ລູກຊາຍຄົນສຸດທ້ອງກຳລັງລ້ຽງແກະຢູ່.

1 Samuel 16:13

ພຣະວິນຍານຂອງພຣະຢາເວໄດ້ສວມທັບດາວິດຕັ້ງແຕ່ເມື່ອໃດ?

ພຣະວິນຍານຂອງພຣະຢາເວໄດ້ສວມທັບດາວິດນັບຕັ້ງແຕ່ວັນນັ້ນເປັນຕົ້ນໄປ.

1 Samuel 16:14

ແມ່ນວິນຍານທີ່ລົບກວນໂຊນຫຍັງ ມາແທນທີ່ພຣະວິນຍານຂອງພຣະຢາເວ?

ວິນຍານທີ່ເປັນອັນຕະຣາຍຈາກພຣະຢາເວທີ່ລົບກວນໂຊນນັ້ນ.

ແມ່ນຫຍັງ ທີ່ພວກຜູ້ຮັບໃຊ້ຂອງໂຊນໄດ້ເວົ້າ ເພື່ອຊອກຫາຄົນທີ່ມີຄວາມຊຳນານໃນການດິດພິນ ເມື່ອວິນຍານທີ່ເປັນອັນຕະລາຍສວມທັບໂຊນນັ້ນ?

ຜູ້ດິດພິນຈະດິດພິນແລະໂຊນຈະດີຂຶ້ນ.

1 Samuel 16:17

ໂຊນເວົ້າແນວໃດ ຊຶ່ງລູກຊາຍຂອງເຢຊີທີ່ພະອົງຕ້ອງການໃຫ້ສົ່ງລາວມາ?

ໂຊນຈຶ່ງໄດ້ສົ່ງພວກຜູ້ສົ່ງຂ່າວໄປຍັງເຢຊີ, ແລະກ່າວວ່າ, ໃຫ້ສົ່ງດາວິດລູກຊາຍຂອງເຢຊີ, ຜູ້ທີ່ຢູ່ກັບແກະນັ້ນ.

1 Samuel 16:20

ແມ່ນຫນ້າທີ່ຫຍັງ ທີ່ໂຊນໄດ້ມອບໃຫ້ແກ່ດາວິດເມື່ອພະອົງຮັກລາວຫລາຍນັ້ນ?

ໂຊນໄດ້ເຮັດໃຫ້ດາວິດເປັນຄົນຖືເຄື່ອງອາວຸດຂອງພະອົງ.

1 Samuel 16:22

ແມ່ນຫຍັງ ທີ່ຫນີຈາກໂຊນໄປເມື່ອພະອົງຮູ້ສືກສົດຊື່ນ ແລະດີຂຶ້ນ, ເມື່ອດາວິດໄດ້ຫລິ້ນພິນຂອງນັ້ນ?

ວິນຍານທີ່ເປັນອັນຕະລາຍກໍຫນີຈາກໂຊນໄປ.

1 Samuel 17

1 Samuel 17:2

ຍ້ອນຫຍັງ ໂຊນແລະຄົນອິດສະຣາເອນໄດ້ຕັ້ງຄ້າຍຢູ່ທີ່ຮ່ອມພູເອລາ?

ພວກເຂົາໄດ້ຕັ້ງຄ້າຍຢູ່ທີ່ຮ່ອມພູເອລາ ເພື່ອວາງແນວຮົບເພື່ອຕໍ່ສູ້ກັບຄົນຟີລິດສະຕິນ.

1 Samuel 17:4

ແມ່ນຫຍັງ ທີ່ຢູ່ເທິງຫົວຂອງໂກລີອາດ?

ລາວໄດ້ສວມຫມວກທອງແດງເທິງຫົວຂອງລາວ.

1 Samuel 17:6

ແມ່ນຫຍັງ ທີ່ໂກລີອາດພາຍລະຫວ່າງທີ່ບ່າໄລ່ຂອງລາວ?

ລາວມີຫອກຊັດທອງແດງຢູ່ທີ່ບ່າທັງສອງຂ້າງຂອງລາວ.

1 Samuel 17:8

ໂກລີອາດເວົ້າວ່າຜູ້ໃດທີ່ອິດສະຣາເອນເປັນລູກແຫລ່ງຂອງຮັບໃຊ້ນັ້ນ?

ໂກລີອາດເວົ້າວ່າ ພວກເຂົາກໍເປັນຂ້າຮັບໃຊ້ຂອງໂຊນ.

ຈະເກີດຫຍັງຂຶ້ນ ທີ່ໂກລີອາດເວົ້າວ່າກັບລູກແຫລ່ງຂອງອິດສະຣາເອນ ຖ້າຊາຍຄົນນັ້ນຂ້າລາວໄດ້?

ລາວເວົ້າວ່າຄົນຟີລິດສະຕິນຈະເປັນຜູ້ຮັບໃຊ້ພວກເຂົາ.

1 Samuel 17:10

ເມື່ອໂຊນແລະອິດສະຣາເອນທັງຫມົດໄດ້ຍິນສິ່ງທີ່ຄົນຟີລິດສະຕິນໄດ້ເວົ້ານັ້ນ, ພວກເຂົາຮູ້ສືກແນວໃດ?

ພວກເຂົາກໍຕົກໃຈ ແລະຢ້ານກົວຢ່າງໃຫຍ່ຫລວງ.

1 Samuel 17:12

ລູກຊາຍຄົນໃດຂອງເຢຊີ ທີ່ໄດ້ຕິດຕາມໂຊນເຂົ້າໄປໃນສົງຄາມ?

ລູກຊາຍໃຫຍ່ສາມຄົນຂອງເຢຊີກໍໄດ້ຕາມໂຊນເຂົ້າສູ່ສະຫນາມຮົບ.

1 Samuel 17:14

ດົນປານໃດແລະເລື້ອຍປານໃດ ທີ່ຊາຍຊາວຟີລິດສະຕິນທີ່ແຂງແຮງໄດ້ເຂົ້າມາໃກ້ເພື່ອສະແດງຕົວເອງເຂົ້າສູ່ສົງຄາມ?

ເປັນເວລານານເຖິງສີ່ສິບວັນທີ່ລາວໄດ້ມາໃກ້ທັງຕອນເຊົ້າ ແລະ ຕອນແລງ ເພື່ອທ້າທາຍໃຫ້ຄົນອອກໄປສູ້ກັບລາວ.

1 Samuel 17:19

ໃນຂະນະທີ່ດາວິດໄດ້ມາເຖິງຄ້າຍນັ້ນ ພວກທະຫານກຳລັງເຮັດຫຍັງ?

ກອງທັບກຳລັງຈະອອກໄປແນວຮົບໂຫ່ຮ້ອງເພື່ອເຮັດສົງຄາມ.

1 Samuel 17:22

ໃນຂະນະເມື່ອດາວິດກຳລັງເວົ້າກັບພວກອ້າຍ, ໃຜໄດ້ອອກມາຈາກແນວຮົບຂອງຄົນຟີລິດສະຕິນ?

ຄົນຟີລິດສະຕິນທີ່ແຂງແຮງຊາວກາດ, ຊື່ໂກລີອາດ, ໄດ້ອອກມາຈາກແນວຮົບຂອງຄົນຟີລິດສະຕິນ.

1 Samuel 17:25

ກະສັດຈະເຮັດຫຍັງ ກັບຄອບຄົວຂອງພໍ່ຂອງຄົນທີ່ຂ້າໂກລີອາດໄດ້?

ກະສັດຈະມອບຄວາມຮັ່ງມີຢ່າງຍິ່ງໃຫ້ແກ່ຜູ້ຊາຍຜູ້ທີ່ຂ້າລາວໄດ້ ແລະ ເຮັດໃຫ້ຄອບຄົວຂອງພໍ່ຂອງລາວ ໄດ້ຮັບການຍົກເວັ້ນພາສີໃນອິດສະຣາເອນ.

1 Samuel 17:26

ແມ່ນຫຍັງ ທີ່ດາວິດໄດ້ເວົ້າກັບຊາຍ ຜູ້ທີ່ຂ້າຄົນຟີລິດສະຕິນທີ່ຈະເອົາຫຍັງອອກໄປຈາກອິດສະຣາເອນ?

ຜູ້ຊາຍທີ່ຂ້າຄົນຟີລິດສະຕິນຄົນນີ້ໄດ້ ແລະ ນຳເອົາຄວາມອັບອາຍຂາຍຫນ້າໄປຈາກອິດສະຣາເອນ.

1 Samuel 17:28

ແມ່ນຫຍັງ ທີ່ເອລີອາບໄດ້ເວົ້າເຖິງຄວາມຄິດຊົ່ວໃນໃຈຂອງດາວິດນັ້ນ?

ລາວໄດ້ເວົ້າວ່າ ລາວຮູ້ເຖິງຄວາມອວດດີຂອງດາວິດ, ແລະທີ່ລາວໄດ້ລົງມາເພື່ອລາວຈະໄດ້ເບິ່ງສົງຄາມ.

1 Samuel 17:31

ແມ່ນຫຍັງ ທີ່ດາວິດໄດ້ບອກໂຊນວ່າ ລາວຈະເຮັດດັ່ງນີ້ເພື່ອບໍ່ໃຫ້ຈິດໃຈຂອງຄົນໃດຢ້ານຍ້ອນຄົນຟີລິດສະຕິນນັ້ນ?

ດາວິດບອກກັບໂຊນວ່າ ລາວຈະໄປ ແລະສູ້ຮົບກັບຄົນຟີລິດສະຕິນ.

1 Samuel 17:34

ດາວິດໄດ້ເຮັດຫຍັງ ກັບສິງໂຕຫລືຫມີລຸກຂຶ້ນຕໍ່ສູ້ກັບລາວ?

ດາວິດໄດ້ຈັບຄາງຂອງມັນ, ໄດ້ທຸບຕີມັນ, ແລະໄດ້ຂ້າມັນເສຍ.

1 Samuel 17:36

ຍ້ອນຫຍັງ ດາວິດຈຶ່ງເວົ້າວ່າ ຄົນຟີລິດສະຕິນຜູ້ບໍ່ໄດ້ເຂົ້າພິທີຕັດນີ້ເປັນເຫມືອນສີງໂຕຫລືຫມີ ທີ່ລາວໄດ້ຂ້າກ່ອນຫນ້ານີ້?

ຄົນຟີລິດສະຕິນໄດ້ທ້າທາຍກອງທັບຂອງພຣະເຈົ້າຜູ້ຊົງພຣະຊົນຢູ່.

1 Samuel 17:39

ຍ້ອນຫຍັງ ດາວິດຈຶ່ງບໍ່ສາມາດຍ່າງໄດ້ກັບຊຸດເກະທີ່ກະສັດຈັດໃຫ້ລາວ?

ລາວບໍ່ໄດ້ຮັບການຝືກກັບມັນ.

1 Samuel 17:41

ຍ້ອນຫຍັງ ຄົນຟີລິດສະຕິນຈຶ່ງດູຫມິ່ນດາວິດເມື່ອລາວເບິ່ງດາວິດນັ້ນ?

ດາວິດເປັນພຽງແຕ່ເດັກນ້ອຍ, ແລະຜິວແດງໆ, ເປັນຄົນຫນ້າຕາດີ.

1 Samuel 17:44

ເມື່ອຄົນຟີລິດສະຕິນໄດ້ມາພ້ອມກັບດາບ, ຫອກແລະຫອກຊັດ, ດ້ວຍສິ່ງໃດ ທີ່ດາວິດເວົ້າວ່າລາວໄດ້ມານັ້ນ?

ດາວິດເວົ້າວ່າ ລາວໄດ້ມາຫາໃນພຣະນາມຊື່ ແຫ່ງພຣະຢາເວຈອມໂຍທາ, ພຣະເຈົ້າແຫ່ງກອງທັບອິດສະຣາເອນ, ຜູ້ຊຶ່ງຄົນຟີລິດສະຕິນໄດ້ທ້າທາຍນັ້ນ.

1 Samuel 17:46

ແມ່ນຫຍັງ ທີ່ດາວິດເວົ້າເພື່ອທັງໂລກຈະຮູ້ ເພາະວ່າຊາກສົບຂອງຄົນຟີລິດສະຕິນ ຈະຖືກມອບໃຫ້ແກ່ນົກໃນອາກາດ ແລະ ໃຫ້ແກ່ສັດປ່າທັງຫລາຍ?

ເພື່ອທັງໂລກຈະຮູ້ວ່າ ມີພຣະເຈົ້າອົງຫນຶ່ງໃນອິດສະຣາເອນ.

1 Samuel 17:48

ດາວິດເຮັດຫຍັງ ເມື່ອໂກລີອາດຫຍັບເຂົ້າມາໃກ້ລາວນັ້ນ?

ດາວິດກໍໄດ້ແລ່ນຢ່າງໄວວາ ເຂົ້າຫາກອງທັບສັດຕຣູເພື່ອປະທະກັນ.

1 Samuel 17:50

ຄົນຟີລິດສະຕິນເຮັດຫຍັງ ເມື່ອພວກເຂົາໄດ້ເຫັນວ່າຊາຍທີ່ແຂງແຮງຂອງພວກເຂົາໄດ້ຕາຍແລ້ວ?

ຄົນຟີລິດສະຕິນໄດ້ຫນີໄປ.

1 Samuel 17:52

ປະຊາຊົນອິດສະຣາເອນເຮັດຫຍັງ ໃນຂະນະທີ່ພວກເຂົາກັບຄືນມາຈາກການໄລ່ຕາມຄົນຟີລິດສະຕິນ?

ປະຊາຊົນອິດສະຣາເອນປຸ້ນຄ້າຍຂອງຄົນຟີລິດສະຕິນ.

1 Samuel 17:57

ດາວິດມີຫຍັງຢູ່ໃນມື ເມື່ອອັບເນໄດ້ນຳລາວຕໍ່ຫນ້າໂຊນ?

ດາວິດມີຫົວຂອງຄົນຟີລິດສະຕິນໃນມືຂອງລາວ.

1 Samuel 18

1 Samuel 18:1

ຫລາຍປານ ທີ່ຊີວິດຂອໂຢນາທານຜູກພັນກັບຊີວິດຂອງດາວິດ?

ໂຢນາທານຮັກດາວິດເຫມືອນກັບຮັກຊີວິດຂອງຕົນເອງ.

1 Samuel 18:3

ແມ່ນຫຍັງ ທີ່ໂຢນາທານໄດ້ຖອດອອກແລະມອບໃຫ້ແກ່ດາວິດພ້ອມທັງເຄື່ອງອາວຸດ?

ໂຢນາທານກໍໄດ້ຖອດເສື້ອຄຸມທີ່ພະອົງສວມຢູ່ ແລະມອບໃຫ້ແກ່ດາວິດພ້ອມທັງເຄື່ອງອາວຸດ.

1 Samuel 18:5

ໂຊນຈຶ່ງໄດ້ຕັ້ງດາວິດໃຫ້ເປັນເຫນືອໃຜ?

ໂຊນຈຶ່ງໄດ້ຕັ້ງລາວໃຫ້ເປັນເຫນືອພວກນັກຮົບ.

1 Samuel 18:8

ແມ່ນບົດເພງຫຍັງ ທີ່ບັນຍາຍເຖິງດາວິດ, ຊຶ່ງເຮັດໃຫ້ໂຊນບໍ່ພໍໃຈ?

ພວກເຂົາໄດ້ຮ້ອງເພງເຖີງດາວິດຂ້າຄົນເປັນຫມື່ນໆ, ແຕ່ພວກເຂົາໄດ້ຮ້ອງເພງເຖີງໂຊນຂ້າຄົນເປັນພັນໆ.

1 Samuel 18:10

ໂຊນຄິດຫຍັງໃນຂະນະທີ່ລາວຊັດຫອກໃສ່ດາວິດ?

ໂຊນຄິດວ່າລາວຈະສຽບດາວິດໃຫ້ຕິດກັບຟາ.

1 Samuel 18:13

ຍ້ອນຫຍັງ ດາວິດຈຶ່ງໄດ້ປະສົບຄວາມສຳເລັດໃນທຸກໆທາງ?

ດາວິດໄດ້ປະສົບຄວາມສຳເລັດ ເພາະພຣະຢາເວໄດ້ສະຖິດກັບລາວ.

1 Samuel 18:17

ຍ້ອນຫຍັງ ໂຊນຈຶ່ງຄິດວ່າມືຂອງລາວບໍ່ຈຳເປັນຕ້ອງຕໍ່ສູ້ດາວິດ?

ໂຊນຄິດວ່າມືຂອງຄົນຟີລິດສະຕິນຕໍ່ສູ້ດາວິດ.

1 Samuel 18:20

ແມ່ນຫຍັງ ທີ່ໂຊນຄິດກ່ຽວກັບມີຄາລູກສາວຂອງລາວ ຈະເປັນສຳລັບດາວິດຖ້າໂຊນຍົກນາງໃຫ້ແກ່ດາວິດ?

ໂຊນໄດ້ຄິດວ່າ ນາງຈະເປັນກັບດັກໃສ່ດາວິດ.

1 Samuel 18:22

ໂຊນໄດ້ສັ່ງຄົນໃຊ້ຂອງພະອົງໃຫ້ເວົ້າກັບດາວິດ ກ່ຽວກັບການເປັນລູກເຂີຍຂອງກະສັດນັ້ນຢູ່ໃສ?

ພະອົງໄດ້ສັ່ງຄົນໃຊ້ຂອງພະອົງໃຫ້ເວົ້າເປັນສ່ວນຕົວກັບດາວິດ.

1 Samuel 18:23

ຍ້ອນຫຍັງດາວິດຈຶ່ງຄິດວ່າ ລາວບໍ່ມີຄຸນຄ່າພໍທີ່ຈະເປັນລູກເຂີຍຂອງກະສັດ?

ລາວເປັນຄົນຍາກຈົນ, ແລະບໍ່ໄດ້ເປັນທີ່ນັບຖືດ້ວຍ.

1 Samuel 18:25

ແມ່ນຫຍັງຄື ສິນສອດພຽງສິ່ງດຽວທີ່ກະສັດປາຖະຫນາຈາກດາວິດ?

ກະສັດປາຖະຫນາຄືຫນັງປາຍຫລຸ້ມອະໄວຍະວະເພດຂອງຊາຍຊາວຟີລິດສະຕິນຫນຶ່ງຮ້ອຍອັນເທົ່ານັ້ນ.

1 Samuel 18:27

ແມ່ນຫຍັງຄືສິນສອດ ທີ່ດາວິດແລະພັກພວກຂອງລາວໄດ້ເຮັດສຳເລັດຕາມຄຳຂໍຂອງກະສັດ?

ດາວິດໄດ້ຂ້າພວກຟີລິດສະຕິນສອງຮ້ອຍຄົນ ແລະ ໄດ້ນຳຫນັງປາຍອະໄວຍະວະເພດຊາຍຂອງພວກເຂົາມາດ້ວຍ.

1 Samuel 18:30

ແມ່ນຄວາມສຳເລັດຍິ່ງໃຫຍ່ອັນໃດ ຈຶ່ງເຮັດໃຫ້ຊື່ຂອງລາວເປັນທີ່ນັບຖືຢ່າງສູງນັ້ນ?

ດາວິດກໍໄດ້ປະສົບຄວາມສຳເລັດຫລາຍກວ່າບັນດາຂ້າຣາຊະການທັງຫມົດຂອງໂຊນ.

1 Samuel 19

1 Samuel 19:1

ຍ້ອນຫຍັງ ໂຢນາທານຈຶ່ງດາວິດວ່າ ລາວຈະເປັນຜູ້ປົກປ້ອງແລະເຊື່ອງຕົວລາວເອງ?

ໂຊນຫາຊ່ອງທາງທີ່ຈະຂ້າດາວິດ.

1 Samuel 19:4

ໂຢນາທານໄດ້ບອກໂຊນວ່າ ການກະທຳຂອງດາວິດໄດ້ນຳຫຍັງມາໃຫ້ພະອົງ?

ໂຢນາທານໄດ້ບອກໂຊນວ່າ ການງານທີ່ດີທັງຫລາຍຂອງດາວິດໄດ້ນຳມາຄວາມດີມາສູ່ໂຊນ.

1 Samuel 19:6

ແມ່ນຫຍັງ ທີ່ໂຊນໄດ້ປະຕິຍານຫລັງຈາກທີ່ໄດ້ຍິນໂຢນາທານ?

ໂຊນໄດ້ປະຕິຍານວ່າ ພະອົງຈະຂ້າດາວິດ.

1 Samuel 19:8

ເກີດຫຍັງຂຶ້ນ ເມື່ອດາວິດອອກໄປແລະຕໍ່ສູ້ກັບຄົນຟີລິດສະຕິນ?

ດາວິດໄດ້ປາບປາມພວກເຂົາດ້ວຍການຂ້າຄົນເປັນຈຳນວນລວງຫລາຍ.

1 Samuel 19:10

ຍ້ອນຫຍັງ ໂຊນຈຶ່ງສົ່ງພວກຜູ້ສົ່ງຂ່າວໄປທີ່ເຮືອນຂອງດາວິດເພື່ອເຝົ້າເບິ່ງລາວ?

ໂຊນຕ້ອງການທີ່ຈະລາວເສຍໃນເວລາເຊົ້າ.

1 Samuel 19:12

ມີຄາໄດ້ຊ່ວຍດາວິດແນວໃດເພື່ອໃຫ້ລາວຫນີແລະຫນີລອດໄປໄດ້?

ມີຄາໄດ້ຢ່ອນດາວິດລົງທາງປ່ອງຢ້ຽມ.

1 Samuel 19:14

ແມ່ນຫຍັງ ທີ່ໂຊນໄດ້ວາງແຜນທີ່ຈະເຮັດ ເມື່ອພະອົງສັ່ງໃຫ້ນຳຕົວດາວິດທັງໆທີ່ລາວຍັງຢູ່ເທິງນອນຢູ່?

ໂຊນວາງແຜນທີ່ຈະຂ້າລາວເສຍ.

1 Samuel 19:16

ມິຄາໃຊ້ຫຍັງ ທີ່ຫົວຂອງຮູບເຄົາລົບຂອງຄົວເຮືອນໃນຕຽງນອນທີ່ເຮັດໃຫ້ເບິ່ງເຫມືອນກັບວ່າດາວິດ?

ນາງໄດ້ເອົາຫມອນຂອງຂົນແບ້ວາງໄວ້ທີ່ຫົວຂອງຮູບເຄົາລົບ.

1 Samuel 19:18

ເມື່ອດາວິດຫນີແລະຫລົບຫນີ, ຜູ້ໃດທີ່ລາວໄປຫາໃນຣາມານັ້ນ?

ດາວິດໄປຫາໂຊນ.

ເກີດຫຍັງຂຶ້ນກັບພວກຜູ້ສົ່ງຂ່າວຂອງໂຊນ ຈຶ່ງເຮັດໃຫ້ພວກເຂົາກ່າວຄຳທຳນວາຍ?

ພຣະວິນຍານຂອງພຣະເຈົ້າກໍໄດ້ສວມທັບພວກຜູ້ສົ່ງຂ່າວຂອງໂຊນ.

1 Samuel 19:21

ຫລັງຈາກໄດ້ສົ່ງພວກຜູ້ສົ່ງຂ່າວເປັນເທື່ອທີ່ສາມແລ້ວ ໂຊນໄດ້ເຮັດຫຍັງ?

ໂຊນໄດ້ໄປທີ່ຣາມາຄືກັນ.

1 Samuel 19:23

ໂຊນໄດ້ແກ້ເຄື່ອງນຸ່ງຢູ່ຕໍ່ຫນ້າຊາມູເອນດົນປານໃດ?

ພະອົງໄດ້ເປືອຍກາຍຢູ່ຕະຫລອດມື້ ແລະຕະຫລອດຄືນ.

1 Samuel 20

1 Samuel 20:1

ແມ່ນຫຍັງ ທີ່ໂຢນາທານເວົ້າວ່າພໍ່ຂອງລາວຈະບໍ່ເຮັດສິ່ງໃດໂດຍບໍ່ໄດ້ບອກລາວ?

ລາວເວົ້າວ່າ ພໍ່ຂອງລາວບໍ່ເຄີຍເຮັດເລື່ອງໃຫຍ່ຫລືເລື່ອງນ້ອຍອັນໃດໂດຍບໍ່ໄດ້ບອກໃຫ້ລາວຮູ້.

1 Samuel 20:3

ໃກ້ປານໃດ ທີ່ດາວິດເວົ້າວ່າລາວກັບຄວາມຕາຍນັ້ນ?

ລາວເວົ້າວ່າ ຍັງເຫລືອອີກພຽງກ້າວດຽວລະຫວ່າງລາວກັບຄວາມຕາຍ.

1 Samuel 20:4

ແມ່ນຫຍັງ ທີ່ດາວິດຂໍໃຫ້ລາວເຮັດຈົນເຖິງວັນທີ່ສາມຕອນແລງ?

ດາວິດຂໍລີ້ຢູ່ໃນທົ່ງນາຈົນເຖິງວັນທີ່ສາມຕອນແລງ.

1 Samuel 20:6

ແມ່ນເຫດຜົນຫຍັງ ທີ່ດາວິດໄດ້ບອກໂຢນາທານໃຫ້ບອກກັບໂຊນ ຖ້າໂຊນຖາມຫາລາວ?

ລາວໄດ້ເວົ້າໃຫ້ບອກໂຊນວ່າ ລາວວິງວອນຂໍລາຂ້ານ້ອຍຮິບກັບໄປເບັດເລເຮັມເມືອງຂອງລາວ, ເພາະວ່າມັນເປັນເວລາຖວາຍສັດບູຊາປະຈຳປີຂອງຕະກຸນທັງຫມົດທີ່ນັ້ນ.

1 Samuel 20:8

ຍ້ອນຫຍັງ ດາວິດຈຶ່ຂໍໃຫ້ໂຢນາທານເມດຕາລາວໃນຖານະເປັນຜູ້ຮັບໃຊ້ຂອງລາວ?

ໂຢນາທານໄດ້ນຳດາວິດ, ຄົນໃຊ້ຂອງລາວ, ເຂົ້າສູ່ພັນທະສັນຍາແຫ່ງພຣະຢາເວກັບລາວ.

1 Samuel 20:10

ບ່ອນໃດ ໂຢນານທານເວົ້າໃຫ້ໄປໃນສົນທະນາຂອງພວກເຂົາຕໍ່ໄປ?

ລາວໄດ້ບອກດາວິດວ່າໃຫ້ອອກໄປທີ່ທົ່ງນາກັບລາວ.

1 Samuel 20:12

ຍ້ອນຫຍັງ ໂຢນາທານຈຶ່ງຕ້ອງການເຮັດໃຫ້ພໍ່ຂອງລາວຕອບສະຫນອງ ເພື່ອດາວິດແລະສົ່ງລາວຫນີໄປ?

ໂຢນາທານສັນຍາວ່າຈະແຈ້ງແກ່ດາວິດ ເພື່ອໃຫ້ດາວິດຈະໄປຢ່າງສັນຕິສຸກໄດ້.

1 Samuel 20:17

ຍ້ອນຫຍັງ ໂຢນາທານໄດ້ເຮັດໃຫ້ດາວິດປະຕິຍານກັບລາວອີກເທື່ອຫນຶ່ງ?

ພະອົງກໍໄດ້ໃຫ້ດາວິດປະຕິຍານອີກຄັ້ງຫນຶ່ງໂດຍຄວາມຮັກທີ່ພະອົງມີຕໍ່ລາວ.

1 Samuel 20:20

ຜູ້ໃດ ທີ່ໂຢນາທານເວົ້າວ່າ ລາວຈະສົ່ງໃຜໄປຊອກຫາລູກທະນູທີ່ລາວຍິງໄປນັ້ນ?

ລາວຈະສົ່ງເດັກຫນຸ່ມຂອງລາວໄປຫາພວກລູກທະນູ.

1 Samuel 20:24

ເມື່ອເຖິງມື້ອອກໃຫມ່ຫນຶ່ງຄໍ່າ ກະສັດໄດ້ນັ່ງເພື່ອເຮັດຫຍັງ?

ກະສັດໄດ້ນັ່ງເພື່ອຮັບປະທານອາຫານ.

1 Samuel 20:26

ແມ່ນຫຍັງ ທີ່ໂຊນຄິດວ່າອາດຈະເກີດຂຶ້ນກັບດາວິດທີ່ເຮັດດາວິດຂາດຈາກພິທິສະຫລອງ?

ໂຊນຄິດວ່າດາວິດເປັນມົນທິນຢູ່.

1 Samuel 20:28

ຍ້ອນຫຍັງ ໂຢນາທານຈຶ່ງເວົ້າດາວິດຈະໄປຮ່ວມການຖວາຍສັດບູຊາຂອງຄອບຄົວຂອງລາວ?

ລາວເວົ້າດວ່າອ້າຍໆຂອງດາວິດໄດ້ສັ່ງລາວໄປໃຫ້ໄປທີ່ນັ້ນ.

1 Samuel 20:30

ໂຊນບັນຍາຍເຖິງແມ່ຂອງໂຢນາທານໃນຄວາມໂກດຮ້າຍຂອງພະອົງແນວໃດ?

ພະອົງເອີ້ນລາວວ່າ ເປັນລູກຊາຍທີ່ກະບົດ! ແລະເປັນຍິງທີ່ຜິດສິລະທັມ.

1 Samuel 20:32

ຍ້ອນຫຍັງ ໂຢນາທານຈຶ່ງໂສກເສົ້າໃຈດ້ວຍເລື່ອງຂອງດາວິດ?

ລາວໂສກເສົ້າໃຈດ້ວຍເລື່ອງຂອງດາວິດ, ເພາະວ່າບິດາຂອງທ່ານລົບຫລູ່ກຽດຂອງລາວ.

1 Samuel 20:35

ບ່ອນໃດ ທີ່ໂຢນາທານຍິງລູກທະນູໃນຂະນະທີ່ຊາຍຫນຸ່ມແລ່ນໄປ?

ໂຢນາທານໄດ້ຍິງລູກທະນູດອກຫນຶ່ງໄປເກີນຫນ້າເດັກນັ້ນ.

1 Samuel 20:41

ໂຢນາທານເຮັດຫຍັງ ເມື່ອດາວິດຢືນຂຶ້ນແລະຈາກໄປ?

ໂຢນາທານກໍໄດ້ເຂົ້າໄປໃນເມືອງ.

1 Samuel 21

1 Samuel 21:1

ແມ່ນຫຍັງ ທີ່ກ່ຽວກັບດາວິດເວົ້າວ່າກະສັດໄດ້ບອກລາວວ່າບໍ່ໃຫ້ໃຜໃຫ້ຮູ້ນຳ?

ລາວເວົ້າວ່າກະສັດໄດ້ບອກລາວວ່າ ຢ່າໃຫ້ໃຜຮູ້ເຖິງເລື່ອງທີ່ເຮົາໃຊ້ເຈົ້າໄປເຮັດນັ້ນ ທີ່ກ່ຽວກັບວ່າກະສັດໄດ້ສົ່ງລາວໃຫ້ເຮັດພາລະກິດຢ່າງຫນຶ່ງ, ແລະສິ່ງທີ່ພະອົງໄດ້ສັ່ງລາວໄວ້ນັ້ນ.

1 Samuel 21:3

ແມ່ນຫຍັງ ທີ່ປະໂລຫິດຕອບດາວິດກ່ຽວກັບເຂົ້າຈີ່ທີ່ມີຢູ?

ປະໂລຫິດໄດ້ເວົ້າວ່າ ບໍ່ມີເຂົ້າຈີ່ທຳມະດາເລີຍ, ແຕ່ມີເຂົ້າຈີ່ບໍຣິສຸດ.

1 Samuel 21:5

ຈາກບ່ອນໃດທີ່ເຂົ້າຈີ່ຕໍ່ຫນ້າພຣະພັກໄດ້ຖືກເກັບອອກໄປ?

ໃນວັນທີ່ເກັບເອົາເຂົ້າຈີ່ເກົ່ານັ້ນອອກໄປຈາກພຣະພັກຂອງພຣະຢາເວ.

1 Samuel 21:7

ແມ່ນຫຍັງ ເປັນວຽກຂອງໂດເອກຊາວເອໂດທີ່ໄດ້ເຮັດໃຫ້ໂຊນ?

ໂດເອກຊາວເອໂດມເປັນຫົວຫນ້າຄົນລ້ຽງສັດຂອງໂຊນ.

1 Samuel 21:8

ຍ້ອນຫຍັງດາວິດຈຶ່ງວ່າລາວບໍ່ມີອາວຸດກັບລາວ?

ລາວເວົ້າວ່າ ລາວບໍ່ມີອາວຸດຕິດໂຕມານຳ, ເພາະວ່າ ພາຣະກິດຂອງກະສັດນັ້ນເລັ່ງດ່ວນຫລາຍ.

1 Samuel 21:10

ໃຜທີ່ດາວິດໄດ້ຫນີຈາກ ເມື່ອລາວໄດ້ໄປຫາອາກິເຊ?

ລາວໄດ້ຫນີຈາກໂຊນໃນວັນນັ້ນ.

1 Samuel 21:12

ແມ່ນຫຍັງ ທີ່ດາວິດໄດ້ທຳທ່າ ເມື່ອລາວປ່ຽນປະຕິກິລິຍາຂອງລາວຕໍ່ຫນ້າອາກິເຊ?

ລາວໄດ້ເຮັດເປັນຄືຄົນບ້າໃນຫມູ່ພວກເຂົາ.

1 Samuel 21:14

ແມ່ນຫຍັງ ອາກີເຊໄດ້ຖາມພວກຜູ້ຮັບໃຊ້ຂອງພະອົງ ເມື່ອພະອົງເຫັນດາວິດເປັນຄົນບ້າ?

ພະອົງໄດ້ຖາມພວກເຂົາວ່າ ເປັນຫຍັງພວກເຂົາຈຶ່ງໄດ້ນຳຄົນບ້ານີ້ມາຫາພະອົງ.

1 Samuel 22

1 Samuel 22:1

ນອກເຫນືອຈາກຄົວເຮືອນຂອງພໍ່ຂອງດາວິດໄດ້ເຕົ້າໂຮມກັບລາວ ມີໃຜແດ່ທີ່ມາເຂົ້າກັບລາວໃນຖໍ້າອາດຸນລຳອິກ?

ທຸກຄົນທີ່ຢູ່ໃນຄວາມທຸກຍາກ, ທຸກຄົນທີ່ມີຫນີ້ສິນ, ແລະທຸກຄົນທີ່ບໍ່ພໍໃຈກໍໄດ້ລວມກັນມາຫາລາວ.

1 Samuel 22:3

ພໍ່ແລະແມ່ຂອງດາວິດອາໃສຢູ່ກັບກະສັດແຫ່ງໂມອາບດົນປານໃດ?

ພວກເຂົາກໍໄດ້ອາໃສຢູ່ກັບກະສັດຕະຫລອດເວລາທີ່ດາວິດຢູ່ໃນທີ່ກຳບັງເຂັ້ມແຂງຂອງລາວ.

1 Samuel 22:6

ຜູ້ໃດທີ່ໄດ້ພົບເຫັນດາວິດ?

ຊາຍຜູ້ທີ່ຢູ່ກັບດາວິດກໍຖືກພົບເຫັນ.

1 Samuel 22:7

ແມ່ນຫຍັງ ທີ່ໂຊນກ່າວຫາວ່າບໍ່ມີຜູ້ຮັບໃຊ້ຂອງຈັກຄົນມາແຈ້ງແກ່ພະອົງ?

ໂຊນເວົ້າວ່າ ບໍ່ມີໃຜຈັກຄົນແຈ້ງແກ່ພະອົງເລີຍ ທີ່ລູກຊາຍຂອງພະອົງເຮັດພັນທະສັນຍາຜູ້ຮັບໃຊ້ຂອງພະອົງຄືດາວິດມາຕໍ່ສູ້ພະອົງ.

1 Samuel 22:9

ໂດເອກຄົນເອໂດມໄດ້ບອກໂຊນເຖິງສອງສິ່ງໃດ ທີ່ອາຫິເມເລັກມອບໃຫ້ດາວິດ?

ອາຫິເມເລັກກໍໄດ້ໃຫ້ສະບຽງອາຫານແກ່ດາວິດ ແລະໃຫ້ດາບຂອງໂກລີອາດຄົນຟີລິດສະຕິນແກ່ລາວໄປ.

1 Samuel 22:11

ແມ່ນຫຍັງ ທີ່ໂຊນໄດ້ເວົ້າກັບອາຫິເມເລັກວ່າ ໂດຍການໃຫ້ເຂົ້າຈີ່ແລະດາບແກ່ລູກຊາຍຂອງເຢຊີນັ້ນ?

ໂຊນໄດ້ເວົ້າວ່າອາຫິເມເລັກໄດ້ອະທິຖານພຣະເຈົ້າເພື່ອລາວ ເພື່ອທີ່ພຣະອົງຈະຊົງຊ່ວຍລາວ.

1 Samuel 22:16

ແມ່ນຫຍັງ ທີ່ພວກຜູ້ຮັບໃຊ້ຂອງກະສັດໂຊນບໍ່ໄດ້ລົງມືຂອງພວກເຂົາເຮັດ?

ພວກເຂົາບໍ່ໄດ້ຂ້າພວກປະໂລຫິດຂອງພຣະຢາເວ.

1 Samuel 22:18

ໃຜແດ່ ທີ່ໂດເອກຂ້າດ້ວຍຄົມດາບໃນໂນບ, ເມືອງຂອງພວກປະໂລຫິດ?

ລາວໄດ້ຂ້າທັງຜູ້ຊາຍແລະຜູ້ຍິງ, ເດັກນ້ອຍແລະເດັກແດງ, ແລະບັນດາງົວແລະໂຕລາ ແລະບັນດາແກະທັງຫລາຍ.

1 Samuel 22:20

ບ່ອນໃດທີ່ອາບີຢາທາໄປ ເມື່ອລາວຫນີຈາກການຂ້າ?

ອາບີຢາທາໄດ້ຫນີຕາມໄປຫາດາວິດ.

1 Samuel 22:22

ດາວິດໄດ້ເວົ້າກັບອາບີຢາທາຫຍັງ ທີ່ເປັນຄວາມຮັບຜິດຊອຍຂອງລາວ?

ດາວິດເປັນຮັບຜິດຊອບສຳລັບຄວາມຕາຍຂອງທຸກຄົນໃນເຊື້ອສາຍຂອງບິດາຂອງລາວ.

1 Samuel 23

1 Samuel 23:1

ດາວິດສະແຫວງຫາການຊ່ວຍເຫລືອຈາກຜູ້ໃດ ເມື່ອຄົນຟີລິດສະຕິນໄດ້ສູ້ຮົບຕໍ່ເມືອງເຄອີລາ ແລະກຳລັງປຸ້ນລານນວດເຂົ້າ?

ດາວິດໄດ້ອະທິຖານຕໍ່ພຣະຢາເວສຳລັບການຊ່ວຍເຫລືອ.

1 Samuel 23:3

ຍ້ອນຫຍັງ ດາວິດຈຶ່ງອະທິຖານຕໍ່ພຣະຢາເວອີກເທື່ອຫນຶ່ງກ່ຽວກັບຄົນຟີລິດສະຕິນ?

ພັກພວກຂອງດາວິດໄດ້ບອກລາວວ່າ ຢ້ານກົວຢູ່ທີ່ນີ້ໃນຢູດາແລະຢ້ານກົວທີ່ຈະໂຈມຕີຟີລິດສະຕິນອີກດ້ວຍ.

1 Samuel 23:5

ແມ່ນຫຍັງຄືຜົນອອກມາ ເມື່ອດາວິດແລະພັກພວກຂອງລາວໄດ້ຕໍ່ສູ້ກັບຄົນຟີລິດສະຕິນໃນຂະນະທີ່ພຣະຢາເວໄດ້ບອກດາວິດໃຫ້ເຮັດນັ້ນ?

ພຣະຢາເວໄດ້ປະທານໃຫ້ພວກເຂົາມີໄຊຊະນະເຫນືອຟີລິດສະຕິນ, ສະນັ້ນດາວິດໄດ້ຊ່ວຍກູ້ຊາວເມືອງເຄອີລາໄວ້.

1 Samuel 23:7

ຍ້ອນຫຍັງ ໂຊນຈຶ່ງຄິດວ່າລາວຈະສາມາດໂຈມຕີດາວິດແລະພັກພວກຂອງລາວໄດ້?

ດາວິດແລະພັກພວກຂອງລາວໄດ້ປິດເມືອງທີ່ມີປະຕູຫລາຍບານ.

ຫລັງຈາກທີ່ດາວິດໄດ້ຮູ້ວ່າໂຊນວາງແຜນທຳຮ້າຍລາວ, ດາວິດເວົ້າກັບອາບີຢາທາປະໂລຫິດຫຍັງ?

ດາວິດໄດ້ເວົ້າກັບອາບີຢາທາປະໂລຫິດວ່າ, "ຈົ່ງນຳເສື້ອເອໂຟດມາທີ່ນີ້ເຖີດ."

1 Samuel 23:10

ແມ່ນຫຍັງ ທີ່ດາວິດໄດ້ຖາມພຣະຢາເວກ່ຽວກັບໂຊນແລະຄົນເຄອີລາ?

ດາວິດໄດ້ຖາມພຣະຢາເວກ່ຽວກັບໂຊນແລະຄົນເຄອີລາ ຈະມອບລາວໄວ້ໃນມືຂອງໂຊນຫລືບໍ.

1 Samuel 23:12

ແມ່ນຫຍັງ ຄືຄຳຕອບຂອງພຣະຢາເວຕໍ່ດາວິດ ກ່ຽວກັບຄົນເຄອີລາ?

ຄຳຕອບຂອງພຣະຢາເວຕໍ່ດາວິດ ກ່ຽວກັບຄົນເຄອີລາວ່າຈະມອບດາວິດໄວ້ໃນມືຂອງໂຊນ.

1 Samuel 23:13

ຍ້ອນຫຍັງ ໂຊນຈຶ່ງຢຸດໄລ່ຕາມດາວິດທີ່ເຄອີລາແລະຊອກຫາລາວບ່ອນອຶ່ນ?

ຄົນໄປບອກໂຊນວ່າ ດາວິດໄດ້ຫນີໄປຈາກເຄອີລາແລ້ວ.

1 Samuel 23:15

ໂຢນາທານ, ລູກຊາຍຂອງໂຊນ, ໄດ້ຊ່ວຍດາວິດໃນຖິ່ນແຫ້ງແລ້ງກັນດານແນວໃດ?

ລາວໄດ້ໄປຫາດາວິດແລະໄດ້ເສິມກຳລັງຂອງລາວໃຫ້ເຂັ້ມແຂງຂຶ້ນໃນພຣະເຈົ້າ.

1 Samuel 23:17

ກ່ອນທີ່ໂຢນາທານຈະກັບບ້ານ, ແມ່ນຫຍັງທີ່ລາວແລະດາວິດໄດ້ເຮັດໃນໂຮເຣັດ?

ພວກເຂົາກໍໄດ້ເຮັດພັນທະສັນຍາຕໍ່ຫນ້າພຣະຢາເວ.

1 Samuel 23:24

ຍ້ອນຫຍັງ ດາວິດຈຶ່ງບໍ່ປອດໄພໃນໂຮເຣັດ ແລະລາວໄດ້ເຮັດຫຍັງ?

ລາວກຳລັງຈະຖືກທໍລະຍົດໂດຍປະຊາຊົນ ແລະມອບລາວໃຫ້ແກ່ໂຊນ, ດັ່ງນັ້ນລາວແລະພັກພວກຂອງລາວໄດ້ໄປອີກຖິ່ນແຫ້ງແລ້ງກັນດານບ່ອນໃຫມ່.

1 Samuel 23:26

ເກີດຫຍັງຂຶ້ນ ກັບໂຊນແລະພັກພວກຂອງລາວທີ່ກຳລັງປິດລ້ອມດາວິດແລະພັກພວກຂອງລາວຢູ່?

ຜູ້ສົ່ງຂ່າວຄົນຫນຶ່ງໄດ້ມາບອກໂຊນແລະໄດ້ກ່າວວ່າ ຄົນຟີລິດສະຕິນໄດ້ມາຕໍ່ສູ້ແຜ່ນດິນ.

1 Samuel 23:28

ແມ່ນຫຍັງ ຄືການຕອບສະຫນອງຂອງໂຊນສຳລັບຂ່າວນີ້?

ໂຊນຈຶ່ງໄດ້ກັບໄປສູ້ຮົບກັບຄົນຟີລິດສະຕິນ.

1 Samuel 24

1 Samuel 24:1

ແມ່ນຫຍັງ ທີ່ໂຊນໄດ້ເຮັດເມື່ອພະອົງໄດ້ຍິນວ່າດາວິດຢູ່ໃນຖິ່ນແຫ້ງແລ້ງກັນດານຂອງເອນເກດີ?

ໂຊນກໍໄດ້ນຳກຳລັງສາມພັນຄົນທີ່ຄັດເລືອກໄວ້ແລ້ວ ແລະໄດ້ໄປຄົ້ນຫາດາວິດກັບພັກພວກຂອງລາວ.

1 Samuel 24:3

ແມ່ນຫຍັງ ທີ່ດາວິດໄດ້ເຮັດກັບໂຊນໃນຖໍ້າແທນການຂ້າພະອົງເສຍ?

ດາວິດໄດ້ຕັດສົ້ນເສື້ອຂອງໂຊນໂດຍບໍ່ໃຜຮູ້ຈັກ.

1 Samuel 24:5

ຍ້ອນຫຍັງ ດາວິດຈຶ່ງບໍ່ໄດ້ອະນຸຍາດໃຫ້ຄົນຂອງລາວໂຈມຕີໂຊນ, ແຕ່ປ່ອຍໃຫ້ພະອົງປອດໄພຢູ່ໃນຖໍ້ານັ້ນ?

ຈິດໃຈຂອງດາວິກໍໄດ້ຮູ້ສຶກຜິດ ແລະຮູ້ສຶກວ່າພຣະຢາເວບໍ່ທຳຮ້າຍຜູ້ທີ່ພຣະຢາເວເຈີມໄວ້.

1 Samuel 24:8

ເມື່ອດາວິດໄດ້ຫນີຈາກຖໍ້າຫລັງຈາກໂຊນ, ລາວໄດ້ສະແດງຄວາມເຄົາລົບນັບຖືແກ່ໂຊນແນວໃດ?

ດາວິດໄດ້ເອີ້ນໂຊນວ່າເປັນເຈົ້ານາຍຂອງລາວ, ເປັນກະສັດ, ແລະ ດາວິດກໍໄດ້ໂນ້ມໂຕກົ້ມລົງເຖິງດິນ.

1 Samuel 24:10

ດາວິດໄດ້ສຳແດງແກໂຊນແນວໃດ ທີ່ລາວບໍໄດ່ຕ້ອງການທີ່ນຳອັນຕະລາດໃດໆມາຍັງພະອົງ?

ດາວິດໄດ້ສະແດງພະອົງໃຫ້ເຫັນສົ້ນເສື້ອ ທີ່ດາວິດໄດ້ຢູ່ໃກ້ພຽງພໍທີ່ຈະຕັດໄດ້.

1 Samuel 24:16

ແມ່ນຫຍັງ ຄືການຕອບສະຫນອງຂອງດາວິດ?

ພະອົງເອີ້ນດາວິດວ່າເປັນລູກຊາຍ, ແລ້ວໂຊນໄດ້ສົ່ງສຽງແລະຮ້ອງໄຫ້.

1 Samuel 24:17

ຍ້ອນຫຍັງ ໂຊນຈ່ຶ່ງເວົ້າວ່າດາວິດຊອບທັມຫລາຍກວ່າພະອົງເອງ?

ດາວິດຕອບແທນໂຊນດ້ວຍຄວາມດີ, ໃນເມື່ອໂຊນຕອບແທນດາວິດດ້ວຍຄວາມຮ້າຍກາດ.

1 Samuel 24:19

ແມ່ນຫຍັງ ທີ່ໂຊນໄດ້ຮູ້ມາກ່ຽວກັບດາວິດໃນເວລານີ້?

ໂຊນຮູ້ວ່າ ດາວິດຈະເປັນກະສັດ ແລະຣາຊະອານາຈັກອິດສະຣາເອນຈະຕັ້ງຫມັ້ນຄົງຢູ່ໃນມືຂອງດາວິດ.

1 Samuel 24:21

ກ່ອນຫນ້າທີ່ໂຊນກໍໄດ້ກັບໄປທີ່ພະຣາຊະວັງຂອງຕົນ, ຄຳປະຕິຍານຫຍັງ ທີ່ດາວິດໄດ້ເຮັດກັບພະອົງໃນຄຳຂໍຂອງໂຊນນັ້ນ?

ດາວິດກໍໄດ້ປະຕິຍານວ່າລາວຈະບໍ່ຕັດເຊື້ອຍສາຍຂອງໂຊນ, ແລະລາວຈະບໍ່ທຳລາຍຊື່ຂອງໂຊນຈາກເຊື້ອສາຍບິດາຂອງພະອົງ.

1 Samuel 25

1 Samuel 25:2

ນາບານເປັນຄົນປະເພດໃດທີ່ສະແດງອອກນັ້ນ?

ລາວເປັນຄົນຫົວແຂງ ແລະຊົ່ວຮ້າຍ.

ອາບີກາເອນເມຍຂອງນາບານເປັນຄົນແນວໃດ?

ນາງເປັນຄົນສະຫລາດ ແລະຮູບຮ່າງງົດງາມຫລາຍ.

1 Samuel 25:4

ໃຜແດ່ທີ່ດາວິໄດ້ໃຊ້ໄປທັກທາຍນາບານ ໃນຂະທີ່ລາວກຳລັງຕັດຂົນແກະຂອງລາວຢູ່?

ດາວິດຈຶ່ງໄດ້ໃຊ້ຊາຍຫນຸ່ມສິບຄົນໄປ.

1 Samuel 25:7

ຍ້ອນຫຍັງ ດາວິດຈຶ່ງຄິດວ່ານາບານຈະຊ່ວຍລາວແລະພັກພວກຊາຍຫນຸ່ມຂອງລາວ?

ພັກພວກຂອງດາວິດໄດ້ປົກປ້ອງພວກຜູ້ລ້ຽງແກະຂອງນາບານ ເມື່ອພວກເຂົາຢູ່ກັບພັກພວກຂອງດາວິດ.

ແມ່ນຫຍັງ ທີ່ຊາຍຫນຸ່ມຂອງດາວິດຂໍນາບານໃຫ້ພວກເຂົາ?

ພວກເຂົາຂໍນາບານມອບໃຫ້ພວກເຂົາແລະດາວິດ ສິ່ງໃດກໍຕາມທີ່ນາບານມີໃນມືເພາະເປັນມື້ທີ່ມີງານລ້ຽງ.

1 Samuel 25:9

ແມ່ນຫຍັງ ເປັນຄຳຕອບຂອງນາບານແກ່ພວກຄົນຫນຸ່ມຂອງດາວິດ?

ນາບານເວົ້າວ່າ ລາວບໍ່ຮູ້ຈັກດາວິດ ແລະລາວຕ້ອງໃຫ້ທັງຫມົດທີ່ລາວມີໃຫ້ກັບພວກຄົນຕັດຂົນແກະຂອງລາວ.

1 Samuel 25:12

ດາວິດໄດ້ບອກພັກພວກຂອງລາວໃຫ້ເຮັດຫຍັງ ເມື່ອລາວໄດ້ຍິນກ່ຽວກັບຄຳຕອບຂອງນາບານ?

ດາວິດສັ່ງໃຫ້ພັກພວກຂອງລາວ ໃຫ້ເອົາດາບຄາດແອວຂອງຕົນໄວ້.

1 Samuel 25:14

ເມື່ອຄົນຫນຶ່ງໃນພວກຄົນຫນຸ່ມໄດ້ບອກນາງອາບີກາເອນ, ລາວເວົ້າແນວໃດກ່ຽວກັບດາວິດແລະພັກພວກຂອງລາວ ໄດ້ເຮັດພວກເຂົາໃນທົ່ງນານັ້ນ?

ລາວເວົ້າວ່າພວກເຂົາດີຕໍ່ພວກຄົນລ້ຽງແກະຂອງນາບານ ໃນຂະນະທີ່ພວກເຂົາຍັງຢູ່ໃນທົ່ງນາ.

1 Samuel 25:16

ຍ້ອນຫຍັງ ຄົນຫນຸ່ມໄດ້ປະຫາອາບີກາເອນແທນທີ່ຈະໄປຫານາບານ?

ນາບານເປັນຄົນພານທີ່ໃຜຈະໃຊ້ເຫດຜົນກັບລາວບໍ່ໄດ້ເລີຍ.

1 Samuel 25:18

ແມ່ນຫຍັງ ທີ່ອາບິກາເອນເຮັດຫລັງຈາກໄດ້ສິ່ງທີ່ຜົວຂອງນາງຕອບນັ້ນ.

ອາບີກາເອນກໍໄດ້ຮີບຈັດຕຽມສິ່ງຕ່າງໆແລະສັ່ງພວກຄົນຫນຸ່ມໃຫ້ໄປກ່ອນນາງ, ແຕ່ນາງບໍ່ໄດ້ບອກນາບານ.

1 Samuel 25:20

ໃຜທີ່ລົງມາຕາມມາ ໃນຂະນະທີ່ນາງໄດ້ຂີ່ລາພ້ອມນຳສິ່ງຂອງຕ່າງໆມານຳ?

ດາວິດກັບພັກພວກຂອງລາວໄດ້ລົງມາທາງອາບີກາເອນ ແລະນາງກໍໄດ້ພົບກັບພວກເຂົາ.

1 Samuel 25:21

ແມ່ນຫຍັງ ທີ່ດາວິດໄດ້ເວົ້າວ່າ ລາວໄດ້ວາງແຜນທີ່ຈະເຮັດຫລັງຈາກການປົກປ້ອງສິ່ງຕ່າງໆຂອງນາບານນັ້ນຢ່າງໄຮ້ປະໂຫຍດ?

ດາວິດໄດ້ວາງແຜນທີ່ຂ້າຊາຍທຸກຄົນຜູ້ເປັນຂອງນາບານ.

1 Samuel 25:23

ນາງອາບີກາເອນເຮັດແນວໃດ ເມື່ອນາງໄດ້ເຫັນດາວິດ?

ນາງອາບີກາເອນເຫັນດາວິດ, ນາງກໍຮີບລົງຈາກຫລັງລາຂອງນາງ ແລະໄດ້ກົ້ມຫນ້າລົງຕໍ່ຫນ້າດາວິດ ແລະຂໍເວົ້າກັບດາວິດໃນຖານະເປັນຜູ້ຮັບໃຊ້ຂອງລາວ.

1 Samuel 25:25

ອາບິກາເອນຄາດຫວັງຫຍັງ ໂດຍການໄດ້ລົມກັນກັບດາວິດ?

ນາງຄາດຫວັງຈະຢຸດການເຮັດໃຫ້ເລືອດຕົກຂອງຄົນເຫລົ່ານັ້ນທີ່ຢູ່ກັບນາບານ.

1 Samuel 25:27

ແມ່ນຫຍັງ ທີ່ອາບີກາເອນຄາດຫວັງຈະເຮັດໃຫ້ສຳເລັດ ໂດຍການມອບສິ່ງຕ່າງໆທີນາງໄດ້ມນຳມາໃຫ້ດາວິດແລະພວກຄົນຫນຸ່ມຂອງລາວ?

ອາບີກາເອນຄາດຫວັງວ່າ ດາວິດຈະໂຜດຍົກໂທດຄວາມຜິດບາບຂອງນາບານ.

1 Samuel 25:29

ຜູ້ໃດ ຈະຈະຊົງເອົາຊີວິດຂອງເຫລົ່າສັດຕູຂອງດາວິດອອກໄປ, ເຫມືອນດັ່ງເອົາກ້ອນຫີນອອກຈາກຖົງຍິງກະຖຸນ?

ພຣະຢາເວຈະປົກປ້ອງດາວິດ ເຖິງແມ່ນວ່າຄົນໄດ້ລຸກຂຶ້ນໄລ່ຕາມທ່ານຫມາຍເອົາຊີວິດຂອງລາວກໍຕາມ.

1 Samuel 25:32

ດາວິດເວົ້າວ່າຜູ້ໃດ ທີ່ໄດ້ສົ່ງອາບີກາເອນມາພົບລາວ?

ດາວິດເວົ້າວ່າພຣະຢາເວໄດ້ສົ່ງອາບີກາເອນມາ.

ເປັນຍ້ອນຫຍັງ ດາວິດຈຶ່ງເວົ້າວ່າອາບີກາເອນແລະສະຕິປັນຍາຂອງນາກໍໄດ້ເຮັດຮັບພອນ?

ເພາະການກະທຳຢ່າງວ່ອງໄວຂອງອາບີກາເອນ, ດາວິດຖືກປ້ອງກັນໃຫ້ພົ້ນຈາກການເຮັດໃຫ້ເລືອດຕົກ ແລະຈາກການແກ້ແຄ້ນດ້ວຍຕົວລາວເອງ.

1 Samuel 25:34

ຜູ້ໃດ ເຮັດໃຫ້ດາວິດພົ້ນຈາກການຂ້າພວກຜູ້ຊາຍທັງຫມົດໃນຄົວເຮືອນຂອງນາບານໂດຍການສົ່ງອາບີກາເອນມາຢ່າງໄວວາ?

ພຣະຢາເວ, ພຣະເຈົ້າຂອງອິດສະຣາເອນ, ເຮັດໃຫ້ດາວິດພົ້ນຈາກການຂ້າພວກຜູ້ຊາຍໃນຄົວເຮືອນຂອງນາບານ.

1 Samuel 25:36

ຍ້ອນຫຍັງ ອາບີກາເອນຈຶ່ງບໍ່ສົນທະນາກັບນາບານ ເມື່ອນາງກັບບ້ານຫລັງຈາກພົບກັບດາວິດແລ້ວ?

ນາບານກຳລັງຈັດງານລ້ຽງແລະໄດ້ມືນເມົາຫລາຍ.

1 Samuel 25:37

ເກີດຫຍັງຂຶ້ນກັບ ນາບານໃນຕອນເຊົ້າເມື່ອອາບີກາເອນເວົ້າກັບລາວ?

ຫົວໃຈຂອງລາວກໍຢຸດເຕັ້ນ, ແລະລາວກໍໄດ້ກາຍເປັນດັ່ງກ້ອນຫີນ, ແລະຕໍ່ມາລາວອີກປະມາສິບວັນ ພຣະຢາເວກໍໄດ້ຊົງປຣະຫານນາບານ ແລະລາວກໍຕາຍ.

1 Samuel 25:39

ແມ່ນຫຍັງ ທີ່ດາວິດເຮັດເມື່ອລາວໄດ້ຍິນວ່ານາບານສິ້ນຊີວິດແລ້ວ?

ແລ້ວດາວິດກໍໄດ້ສົ່ງຄົນໄປຂໍອາບີກາເອນໃຫ້ມາເປັນພັນຣະຍາຂອງລາວ.

1 Samuel 25:41

ແມ່ນຫຍັງ ທີ່ອາບີກາເອນໄດ້ເຮັດເມື່ອນາງໄດ້ຍິນວ່າດາວິດຕ້ອງການແຕ່ງງານກັບນາງ?

ອາບີກາເອນກໍຮີບລຸກຂຶ້ນ ແລະໄປໂດຍຂີ່ລາຕິດຕາມພວກຜູ້ສົ່ງຂ່າວຂອງດາວິດ ແລະ ໄດ້ກາຍເປັນພັນຣະຍາຂອງລາວ.

1 Samuel 25:43

ເກີດຫຍັງຂຶ້ນກັບມີຄາເມຍຂອງດາວິດ?

ໂຊນໄດ້ຍົກນາງໃຫ້ເປັນເມຍຂອງຊາຍອຶ່ນໃນຖານະເປັນເມຍຂອງລາວ.

1 Samuel 26

1 Samuel 26:1

ຜູ້ໃຜທີ່ໂຊນເອົາໄປນຳເພື່ອຊອກຫາດາວິດໃນຖິ່ນແຫ້ງແລ້ງກັນດານຊິບ?

ໂຊນໄດ້ນຳຜູ້ຊາຍອິດສະຣາເອນທີ່ໄດ້ຮັບການຄັດເລືອກແລ້ວສາມພັນຄົນ.

1 Samuel 26:3

ດາວິດຮູ້ໄດ້ແນວໃດ ວ່າໂຊນກຳລັງມາຕາມຫາລາວໃນຖິ່ນແຫ້ງແລ້ງກັນດານ?

ດາວິດກໍໄດ້ສົ່ງພວກຜູ້ສອດແນມອອກໄປ ແລະຈຶ່ງໄດ້ຮູ້ວ່າໂຊນມາຢ່າງແນ່ນອນ.

1 Samuel 26:5

ບ່ອນໃດທີ່ ດາວິດນຳຫລັງໂຊນໄປເຖິງບ່ອນທີ່ໂຊນໄດ້ມາ?

ດາວິດກໍໄດ້ລຸກຂຶ້ນ ແລະ ໄດ້ມາຍັງທີ່ຊຶ່ງໂຊນໄດ້ຕັ້ງຄ້າຍນັ້ນ

1 Samuel 26:6

ແມ່ນຫຍັງ ທີ່ນ້ອງຊາຍຂອງໂຢອາບຢາກເຮັດ ເມື່ອລາວແລະດາວິດເຫັນໂຊນໄດ້ນອນຫລັບຢູ່ກາງຄ້າຍ?

ນ້ອງຊາຍໂຢອາບຕ້ອງການຂ້າໂຊນກດ້ວຍຫອກຂອງລາວ.

1 Samuel 26:9

ຍ້ອນຫຍັງ ດາວິດຈຶ່ງບໍ່ຕ້ອງການໃຫ້ອາບີໄຊຂ້າໂຊນ?

ດາວິດເວົ້າວ່າບໍ່ມີໃຜຈະຢຽດມືອອກຕໍ່ສູ້ ຜູ້ຊຶ່ງພຣະຢາເວຊົງເຈີມໄວ້ ແລະຈະມີຄວາມຜິດ.

ດາວິດເວົ້າວ່າໂຊນຈະຕ້ອງຕາຍແນວໃດ?

ພຣະຢາເວຈະຂ້າໂຊນເອງ, ຫລືພະອົງຈະເຖິງວັນກຳຫນົດທີ່ພະອົງຕາຍ, ຫລືພະອົງຈະຖຶກຂ້າໃນສົງຄາມ.

1 Samuel 26:11

ແມ່ນຫຍັງ ທີ່ດາວິດເອົາມາຈາກໂຊນ?

ດາວິດຈຶ່ງໄດ້ເອົາຫອກ ແລະ ໄຫນໍ້າຈາກເທິ່ງຫົວຂອງໂຊນ.

1 Samuel 26:13

ດາວິດໄປໃສ ຫລັງຈາກທີ່ລາວຈາກຄ້າຍຂອງໂຊນ?

ລາວກໍໄດ້ຂ້າມໄປອີກຟາກຫນຶ່ງໄປ ແລະຢືນຢູ່ເທິງຍອດພູເຂົາໄກອອກໄປ

1 Samuel 26:15

ຍ້ອນຫຍັງ ດາວິດຈຶ່ງຕອບອັບເນ, ຄົນໃດທີ່ເຝົ້າເບິ່ງໂຊນ, ຈຶ່ງສົມຄວນຕາຍ?

ລາວເວົ້າວ່າບໍ່ໄດ້ເຝົ້າລະວັງໂຊນເຈົ້ານາຍຂອງລາວ ເມື່ອບາງຄົນມາປະຫານພະອົງ.

1 Samuel 26:17

ແມ່ນຄຳຖາມຫຍັງທີ່ດາວິດຖາມໂຊນ?

ດາວິດໄດ້ຖາມວ່າ ເປັນຫຍັງໂຊນຈຶ່ງໄດ້ໄລ່ຕາມດາວິດ ແລະດາວິດໄດ້ເຮັດຫຍັງຜິດ.

1 Samuel 26:19

ແມ່ນຫຍັງ ທີ່ດາວິດຕ້ອງການໃຫ້ມັນເກີດຂຶ້ນກັບມະນຸດທີ່ໄດ້ຖືກປຸກປັ່ນຂື້ນມາຕໍ່ສູ້ດາວິດ?

ດາວິດຕ້ອງການໃຫ້ພວກເຂົາເປັນທີ່ສາບແຊ່ງຕໍ່ຫນ້າພຣະຢາເວ.

1 Samuel 26:21

ໂຊນເວົ້າຫຍັງກັບດາວິດ?

ໂຊນໄດ້ກ່າວວ່າພະອົງໄດ້ເຮັດຜິດບາບແລ້ວ ແລະລາວຈະບໍ່ທຳຮ້າຍດາວິດອີກຕໍ່ໄປ.

1 Samuel 26:22

ແມ່ນຫຍັງ ທີ່ດາວິດໄດ້ບອກໂຊນໃຫ້ເຮັດກ່ຽວຫອກຂອງພະອົງ?

ລາວເວົ້າກັບໂຊນໃຫ້ສົ່ງຄົນຫນຶ່ງຈາກຊາຍຫນຸ່ມຂອງທ່ານມາເອົາມັນໄປ.

1 Samuel 26:24

ດາວິດໄດ້ສະແດງຄຸນຄ່າຫຍັງ ທີ່ລາວມີໃນຊີວິດຂອງໂຊນ?

ຊີວິດຂອງໂຊນມີຄ່າໃນສາຍຕາຍຂອງດາວິດ.

1 Samuel 27

1 Samuel 27:1

ຍ້ອນຫຍັງ ດາວິດຈຶ່ງຄິດວ່າລາວຈຳເປັນຕ້ອງຫນີເຂົ້າໄປໃນແຜ່ນດິນຟີລິດສະຕິນ?

ວິທີນີ້ແຫລະທີ່ດາວິດຈະຫລົບຫນີຈາກໂຊນໄດ້.

1 Samuel 27:2

ແມ່ນຫຍັງ ເຮັດໃຫ້ໂຊນບໍ່ຕາມຫາດາວິດອີກຕໍ່ໄປ?

ໂຊນໄດ້ຍິນວ່າ ດາວິດແລະພັກພວກຂອງລາວໄດ້ຫນີໄປທີ່ເມືອງກາດແລ້ວ.

1 Samuel 27:5

ແມ່ນຫຍັງ ທີ່ດາວິດໄດ້ຂໍແລະໄດ້ຈາກອາກີເຊຄົນຟີລິດສະຕິນ?

ດາວິດໄດ້ຂໍສະຖານທີ່ແຫ່ງຫນຶ່ງຂອງເມືອງຕ່າງໃນປະເທດນັ້ນ, ແລະອາກີເຊຈຶ່ງມອບເມືອງສີລາກໃຫ້ແກ່ລາວ.

1 Samuel 27:8

ແມ່ນຫຍັງ ທີ່ດາວິດແລະພັກພວກຂອງລາວເຮັດກັບພວກຜູ້ຊາຍແລະພວກຜູ້ຍິງ, ພວກສັດແລະເສື້ອຜ້າຈາກການໂຈມຕີ.

ພວກເຂົາໄດ້ຂ້າປະຊາຊົນ ແລະຢືດເອົາພວກສັດແລະເສື້ອຜ້າແລະແລ້ວກັບຄືນໄປຫາອາກິເຊ.

1 Samuel 27:10

ດາວິດບອກອາກີເຊແນວໃດເຖິງບ່ອນທີ່ລາວໄດ້ໄປ ເມື່ອລາວໄດ້ກັບມາຈາກການໂຈມຕີ.

ດາວິດໄດ້ບອກວ່າລາວໄດ້ໄປໂຈມຕີທາງຕອນໃຕ້ຂອງຢູດາ, ດັ່ງນັ້ນອາກີເຊຈຶ່ງຄິດວ່າລາວໄດ້ໂຈມຕີອິດສະຣາເອນ.

1 Samuel 27:11

ຍ້ອນຫຍັງ ດາວິດຈຶ່ງບໍ່ໄວ້ຊີວິດໃຜເລີຍແລະນຳເລື່ອງໄປບອກພວກເຂົາຢູ່ທີ່ເມືອງ?

ດາວິດໄດ້ຂ້າທຸກຄົນ ເພື່ອທີ່ວ່າພວກເຂົາຈະບໍ່ສາມາດບອກເຖີງສິ່ງທີ່ດາວິດໄດ້ເຮັດ.

ຍ້ອນຫຍັງ ອາກິເຊຈຶ່ງຄິດວ່າດາວິດໄດ້ເຮັດໃຫ້ປະຊາຊົນອິດສະຣາເອນກຽດຊັງດາວິດ?

ອາກີເຊໄດ້ເຊື່ອໃນຄຳຕົວະຂອງດາວິດ ທີ່ລາວໄດ້ໄປໂຈມຕີປະຊາຊົນອິດສະຣາເອນ.

1 Samuel 28

1 Samuel 28:1

ແມ່ນຫຍັງ ທີ່ອາກີເຊຕ້ອງການໃຫ້ດາວິດເຮັດ ເມື່ອຄົນຟິລິດສະຕິນຮວບຮວມກັນເພື່ອຕໍ່ສູ້ອິດສະຣາເອນນັ້ນ?

ອາກີເຊຕ້ອງການຕັ້ງດາວິດໃຫ້ເປັນທະຫານອາລັກຂາຂອງພະອົງຢ່າງຖາວອນ.

1 Samuel 28:3

ໂຊນໄດ້ກຳຈັດໃຜ ຫລັງຈາກການຕາຍຂອງຊາມູເອນ?

ໂຊນກໍໄດ້ກຳຈັດພວກຄົນທີ່ສຶ່ສານກັບຄົນຕາຍ ຫລືພວກວິນຍານເສຍ.

ສອງປະເທດໃດທີ່ຮວບຮວມເພື່ອຕໍ່ສູ້ກັນ?

ຟີລິດສະຕິນ ແລະອິດສະຣາເອນໄດ້ຮວບຮວມ.

1 Samuel 28:5

ຍ້ອນຫຍັງ ໂຊນຈຶ່ງຊອກຫາຍິງທີ່ອ້າງຕົນວ່າສາມາດມາດເວົ້າກັບຄົນຕາຍໄດ້?

ໂຊນຢ້ານກົວທະຫານຟີລິດສະຕິນ ແລະບໍ່ໄດ້ຍິນສຽງຈາກພຣະຢາເວເລີຍ.

1 Samuel 28:8

ແມ່ນຫຍັງ ທີ່ຍິງນັ້ນຢ້ານກົວເມື່ອໂຊນປອມຕົວແລະຄົນຂອງພະອົງສອງຄົນທີ່ໄປເວົ້າກັບນາງນັ້ນ?

ນາງຢ້ານຍ້ອນວ່າ ໂຊນໄດ້ກຳຈັດພວກທີ່ສື່ສານກັບຄົນຕາຍໄດ້ ຫລັງຈາກການຕາຍຂອງຊາມູເອນນັ້ນ.

ແມ່ນຫຍັງ ທີ່ໂຊນໄດ້ປະຕິຍານກັບຍິງນັ້ນ?

ໂຊນໄດ້ປະຕິຍານວ່າ ນາງຈະບໍ່ຖືກລົງໂທດຖ້ານາງຊ່ວຍໂຊນເລື່ອງນີ້.

1 Samuel 28:11

ຍິງນັ້ນຮູ້ວ່າໂຊນເປັນຊາຍທີ່ຂໍໃຫ້ນາງນຳຊາມູເອນຂຶ້ນມາແນວໃດ?

ນາງຮູ້ວ່ານາງຖືກຫລອກລວງເມື່ອນາງເຫັນຊາມູເອນ.

1 Samuel 28:13

ທີ່ຍິງນັ້ນເວົ້າວ່າຊາມູເອນເບິ່ງຄືຫຍັງ?

ຍິງນັ້ນເຫັນພະເຈົ້າອົງຫນຶ່ງຂຶ້ນມາຈາກແຜ່ນດິນ, ແລະເປັນຜູ້ຊາຍແກ່ກຳລັງຂຶ້ນມາພ້ອມກັບແຕ່ງກາຍດ້ວຍເສື້ອຄຸມ.

1 Samuel 28:15

ຍ້ອນຫຍັງ ໂຊນຈຶ່ງນຳຊາມູເອນຂຶ້ນມາ?

ໂຊນເປັນທຸກຫລາຍ, ເພາະຄົນຟີລິດສະຕິນກຳລັງມາເຮັດສົງຄາມກັບພະອົງ ແລະພຣະເຈົ້າໄດ້ປະຖິ້ມໂຊນໄປແລ້ວ.

1 Samuel 28:16

ແມ່ນຫຍັງ ທີ່ຊາມູເອນໄດ້ເວົ້າວ່າພຣະຢາເວໄດ້ເຮັດກັບອານາຈັກຂອງໂຊນແລ້ວ?

ພຣະຢາເວໄດ້ຢືດເອົາອານາຈັກນັ້ນໄປຈາກໂຊນ ແລະໄດ້ມອບໃຫ້ດາວິດ.

1 Samuel 28:18

ໄວປານໃດ ທີ່ໂຊນແລະພວກລູກຊາຍຂອງພະອົງຈະຕາຍໄປຢູ່ກັບຊາມູເອນ?

ພວກເຂົາຈະຕາຍໃນມື້ອຶ່ນ.

1 Samuel 28:22

ຍິງນັ້ນແລະພວກຄົນໃຊ້ຂອງໂຊນໄດ້ອ້ອນວອນພະອົງໃຫ້ເຮັດຫຍັງ?

ພວກເຂົາອ້ອນວອນໃຫ້ພະອົງກິນ ແລະເພື່ອໃຫ້ມີກຳລັງຂຶ້ນ.

1 Samuel 28:24

ແມ່ນຫຍັງ ທີ່ຍິງນັ້ນໄດ້ນຳມາໃຫ້ໂຊນແລະພວກຄົນໃຊ້ກິນ?

ຍິງຄົນນັ້ນຂ້າລູກງົວຕຸ້ຍພີ ແລະປີ້ງເຮັດເຂົ້າຈີ່ ແລະໄດ້ເຮັດເຂົ້າຈີ່ບໍ່ມີເຊື້ອແປ້ງໃຫ້ພວກເຂົາກິນ.

1 Samuel 29

1 Samuel 29:3

ອາກີເຊໄດ້ເວົ້າວ່າ ພະອົງບໍ່ພົບອັນໃດໃນຕົວຂອງດາວິດ?

ອາກີເຊກໍໄດ້ເວົ້າວ່າ ລາວບໍ່ເຄີຍພົບຄວາມຜິດໃນດາວິດເລີຍ ນັບຕັ້ງແຕ່ວັນທີ່ລາວຫນີມາຫາພະອົງ.

1 Samuel 29:4

ພວກເຈົ້າຊາຍຂອງຄົນຟີລິດສະຕິນຢ້ານຫຍັງ ທີ່ດາວິດຈະເຮັດໃນລະຫວ່າງສົງຄາມນັ້ນ?

ພວກເຂົາຢ້ານວ່າ ດາວິດຈະກາຍເປັນສັດຕູຂອງພວກເຂົາໃນສະຫນາມຮົບ.

1 Samuel 29:6

ແມ່ນຫຍັງ ທີ່ອາກີເຊໄດ້ບອກໃຫ້ດາວິດເຮັດ ຍ້ອນພວກເຈົ້າຊາຍຂອງຟີລິດສະຕິນບໍ່ຕ້ອງການໃຫ້ດາວິດໄປກັບພວກເຂົາ?

ລາວບອກດາວິດໃຫ້ກັບຄືນເມືອເຮືອນຂອງລາວຢ່າງສັນຕິ.

1 Samuel 29:8

ແມ່ນຫຍັງຄື ການຕັດສິນໃຈສຸດທ້າຍກ່ຽວກັບດາວິດທີ່ອາກີເຊບອກດາວິດ?

ພວກເຂົາບອກດາວິດວ່າບໍ່ຕ້ອງໄປກັບພວກເຂົາໃນສົງຄາມ.

1 Samuel 29:10

ແມ່ນຫຍັງ ທີ່ອາກີເຊບອກດາວິດໃຫ້ເຮັດໃນຕອນເຊົ້າ?

ລາວບອກດາວິດໃຫ້ລຸກຂຶ້ນແຕ່ເຊົ້າ, ພາພັກພວກທີ່ໄດ້ມາກັບລາວ, ແລະຫນີໄປເສຍ.

1 Samuel 30

1 Samuel 30:1

ມັນເກີດຫຍັງຂຶ້ນກັບຊິກລັກ ໃນຂະນະທີ່ດາວິດແລະຄົນຂອງລາວບໍ່ໄດ້ຢູ່ທີ່ນັ້ນ?

ຄົນອາມາເລກໄດ້ມາປຸ້ນ, ໄດ້ໂຈມຕີ, ໄດ້ເຜົາຊິກລາກເສຍ, ແລະໄດ້ຈັບພວກຜູ້ຍິງກັບທຸກຄົນທີ່ຢູ່ໃນນັ້ນໄປດ້ວຍ.

1 Samuel 30:3

ດາວິດແລະພັກພວກຂອງລາວເຮັດແນວໃດ ເຖີງສິ່ງທີ່ພວກເຂົາເຫັນໃນຊິກລັກ?

ພວກເຂົາໄດ້ຮ້ອງໄຫ້ຈົນພວກເຂົາບໍ່ມີກຳລັງຈະຮ້ອງໄຫ້ອີກແລ້ວ.

1 Samuel 30:5

ຍ້ອນຫຍັງ ດາວິດຈຶ່ງເປັນທຸກຫລາຍ?

ບັນດາເມຍທັງສອງຂອງລາວກໍໄດ້ຖືກຈັບໄປເປັນຊະເລີຍ, ແລະ ປະຊາຊົນຜູ້ມີຈິດໃຈຂົມຂື່ນໄດ້ເວົ້າກັນວ່າຈະຂວ້າງກ້ອນຫີນໃສ່ລາວໃຫ້ຕາຍ.

1 Samuel 30:7

ແມ່ນຫຍັງ ທີ່ດາວິດຕ້ອງການຮູ້ຈັກເມື່ອລາວໄດ້ອະທິຖານຕໍ່ພຣະຢາເວ?

ດາວິດຕ້ອງການຮູ້ວ່າ ຖ້າລາວໄລ່ຕາມຊາວອາມາເຫລັກໄປ, ລາວຈະໄປທັນພວກເຂົາຫລືບໍ່.

ພຣະຢາເວຕອບຫຍັງກັບດາວິດ?

ພຣະຢາເວໄດ້ບອກລາວໃຫ້ໄລ່ຕາມກອງກຳລັງໄປ, ຈະໄດ້ຮັບຜົນສຳເລັດ, ແລະຊ່ວຍກອບກູ້ເອົາທຸກສິ່ງໄດ້ຢ່າງແນ່ນອນ.

1 Samuel 30:9

ເກີດຫຍັງຂຶ້ນກັບ ພັກພວກສອງຮ້ອຍຄົນຂອງດາວິດທີແມ່ນໍ້າເບໂສ?

ພວກເຂົາອ່ອນເພຍເກີນວ່າພວກເຂົາຕ້ອງພັກຜ່ອນຢູ່ຂ້າງຫລັງ.

1 Samuel 30:11

ແມ່ນຫຍັງຄືຄວາມຜິດປົກກະຕິຂອງຊາຍຊາວເອຢິບ ທີ່ດາວິດແລະພັກພວກຂອງລາວພົບໃນຂະນະທີ່ພວກເຂົາໄດ້ໄລ່ຕາມຊາວອາມາເຫລັກໄປນັ້ນ?

ລາວບໍ່ໄດ້ກິນເຂົ້າຈີ່ຫລືດື່ມນໍ້າມາສາມວັນສາມຄືນແລ້ວ.

1 Samuel 30:13

ຍ້ອນຫຍັງ ເຈົ້ານາຍຂອງຊາຍຊາວເອຢິບຈຶ່ງປະຖິ້ມລາວ?

ລາວບອກວ່າລາວປ່ວຍມາໄດ້ສາມວັນແລ້ວ.

1 Samuel 30:15

ແມ່ນຫຍັງຄືຄຳຂໍຂອງຂອງຊາຍຊາວເອຢິບຜູ້ນັ້ນ ກ່ອນທີ່ລາວຈະບອກດາວິດວ່າພວກກອງປຸ້ນນັ້ນຢູ່ໃສ?

ລາວບອກດາວິດໃຫ້ປະຕິຍານວ່າ ດາວິດຈະບໍ່ຂ້າລາວ ຫລືບໍ່ທໍລະຍົດລາວໂດຍການມອບລາວໃຫ້ກັບນາຍຂອງລາວ.

1 Samuel 30:16

ພວກກອງປຸ້ນກຳລັງເຮັດຫຍັງ ເມື່ອດາວິດໂຈມຕີພວກເຂົາ?

ພວກປຸ້ນກຳລັງສະຫລອງກັນ ຍ້ອນວ່າເຄື່ອງຂອງທີ່ປຸ້ນມາໄດ້ຢ່າງຫລວງຫລາຍ ຊຶ່ງພວກເຂົາເອົາມາຈາກແຜ່ນດິນຟີລິດສະຕິນ ແລະຈາກແຜ່ນດິນຂອງຢູດາ.

1 Samuel 30:18

ແມ່ນຫຍັງ ທີ່ດາວິດໄດ້ກອບກູ້ເອົາຫລັງຈາກການໂຈມຕີພວກກອງປຸ້ນນັ້ນ?

ລາວໄດ້ກອບກູ້ເອົາ​ເຄື່ອງຂອງທັງຫມົດຈາກຄົນອາມາເລກ ແລະພວກກອງປຸ້ນທີ່ໄດ້ເອົາໄປນັ້ນ.

1 Samuel 30:21

ຍ້ອນຫຍັງ ບັນດາຄົນຊົ່ວຮ້າຍຈຶ່ງຄິດວ່າ ເຄື່ອງຂອງທີ່ຢືດໄດ້ມານັ້ນບໍ່ຄວນແບ່ງປັນໃຫ້ກັບຄົນເຫລົ່ານັ້ນຖືກປະໄວ້ໃຫ້ຢູ່ແນວຫລັງ?

ພວກເຂົາເວົ້າວ່າ ຄົນເຫລົ່ານັ້ນທີ່ຖືກປະໄວ້ໃຫ້ຢູ່ແນວຫລັງນັ້ນບໍ່ໄດ້ໄປແລະຕໍ່ສູ້ກັບພວກເຂົາ.

1 Samuel 30:23

ຍ້ອນຫຍັງ ດາວິດຈຶ່ງພວກຄົນຊົ່ວຮ້າວວ່າ ພວກເຂົາຄວນແບ່ງປັນທັງຫມົດ ແລະແບ່ງເຫມືອນກັນ?

ລາວເວົ້າວ່າ ພຣະຢາເວໄດ້ຊົງພິທັກຮັກສາພວກເຂົາໄວ້ ແລະໄດ້ມອບໄຊຊະນະໃຫ້ພວກເຂົາ ເຫນືອພວກປຸ້ນຊຶ່ງມາຕໍ່ສູ້ພວກເຂົາ.

1 Samuel 30:26

ແມ່ນຫຍັງ ທີ່ດາວິດໄດ້ເຮັດກັບສິ່ງຂອງທີ່ຢືດມາຈາກພວກສັດຕູຂອງພຣະຢາເວ ເມື່ອລາວໄດ້ກັບມາທີຊິກລັກ?

ດາວິດໄດ້ແບ່ງໃຫ້ພວກຜູ້ອາວຸໂສຂອງຢູດາ ແລະບ່ອນອຶ່ນອີກທີ່ລາວແລະພັກພວກຂອງລາວໄດ້ໄປເລື້ອຍໆນັ້ນ.

1 Samuel 31

1 Samuel 31:1

ເກີດຫຍັງຂຶ້ນ ກັບຄົນອິດສະຣາເອນເມື່ອພວກເຂົາຕໍ່ສູ້ກັບຄົນຟີລິດສະຕິນ?

ອິດສະຣາເອນກໍໄດ້ຫນີຕໍ່ຫນ້າຄົນຟີລິດສະຕິນ ແລະໄດ້ຫລົ້ມຕາຍ.

ເກີດຫຍັງຂຶ້ນ ກັບບັນດາລູກຊາຍຂອງໂຊນ?

ຄົນຟີລິດສະຕິນກໍໄດ້ຂ້າບັນດາລູກຊາຍຂອງພະອົງ.

ເກີດຫຍັງຂຶ້ນ ກັບໂຊນໃນສົງຄາມນັ້ນ?

ພະອົງຮັບບາດເຈັບສາຫັດໂດຍພວກນັກແມ້ນທະນູຢ່າງກະທັນຫັນ.

1 Samuel 31:4

ແມ່ນຫຍັງຄືສິ່ງທີ່ ໂຊນຂໍໃຫ້ຄົນຖືອາວຸດຂອງພະອົງເຮັດ ຍ້ອນໂຊນຢູ່ໃນຄວາມເຈັບປວດຢ່າງສາຫັດ ແລະພະອົງຢ້ານສັດຕູຂອງພະອົງຈະມາ ແລະເຮັດປ່າເຖື່ອນກັບພະອົງ?

ໂຊນຂໍໃຫ້ລາວຊັກດາບຂອງລາວອອກມາ ແລະປະຫານພະອົງເສຍ.

ໂຊນເຮັດຫຍັງ ເມື່ອເຫັນວ່າຜູ້ຖືອາວຸດຢ້ານ ແລະຈະບໍ່ປະຫານພະອົງ?

ໂຊນຈຶ່ງໄດ້ຈັບດາບຂອງພະອົງຂຶ້ນມາ ແລະຫລົ້ມທັບດາບນັ້ນ.

ຜູ້ຖືອາວຸດເຮັດຫຍັງ ຫລັງຈາກທີ່ລາວໄດ້ເຫັນວ່າໂຊນໄດ້ຕາຍແລ້ວ?

ລາວກໍໄດ້ຫລົ້ມທັບດາບຂອງລາວ ແລະຕາຍ.

1 Samuel 31:7

ຍ້ອນຫຍັງ ຄົນອິດສະຣາເອນທີ່ຢູ່ອີກຝາກຫນຶ່ງຂອງພູເຂົາ ແລະຢູ່ຝັ່ງກົງກັນຂ້າມຂອງແມ່ນໍ້າຢໍແດນໄດ້ປະຖິ້ມເມືອງຕ່າງໆຂອງພວກເຂົາແລະຫນີໄປ?

ພວກເຂົາຫນີໄປຍ້ອນພວກເຂົາເຫັນວ່າຄົນອຶ່ນໆຂອງອິດສະຣາເອນໄດ້ຫນີໄປ ແລະທີ່ວ່າໂຊນແລະພວກລູກຊາຍຂອງພະອົງໄດ້ຕາຍແລ້ວ.

1 Samuel 31:9

ຊາວຟີລິດສະຕິນໄດ້ເຮັດຫຍັງ ກັບສົບຂອງໂຊນທີ່ພວກເຂົາຄົນພົບ ເມື່ອພວກເຂົາໄດ້ມາຮື້ສົບຄົນຕາຍ?

ພວກເຂົາຈຶ່ງໄດ້ຕັດຫົວຂອງໂຊນແລະມັດຊາກສົບຂອງພະອົງເວົ້າເທິງກຳແພງຂອງເມືອງເບຊານ.

1 Samuel 31:11

ຄົນທີ່ອາໄສຢູ່ທີ່ເມືອງຢາເບດກີເລອາດເຮັດຫຍັງ ເມື່ອໄດ້ຍິນສິ່ທີ່ເກີດຂຶ້ນກັບໂຊນ?

ພວກເຂົາໄດ້ໄປເມືອງບາຊານ ແລະໄດ້ປົດສົບຂອງໂຊນ ແລະສົບຂອງລູກຊາຍທັງສາມມາຢາເບດ ແລະເຜົາພວກເຂົາເສຍ.

ຄົນທີ່ອາໄສຢູ່ທີ່ເມືອງຢາເບດເຮັດຫຍັງ ກັບກະດູກຂອງໂຊນແລະລູກຊາຍທັງສາມຂອງພະອົງນັ້ນ?

ພວກເຂົາຝັງກະດູກຂອງພວກເຂົາໄວ້ກ້ອງຕົ້ນສົນຫມອກໃນຢາເບດ ແລະອົດອາຫານເປັນເວລາເຈັດວັນ.