ພາສາລາວ (Lao): translationQuestions Print

Updated ? hours ago # views See on WACS

Micah 1

Micah 1:1

ຜູ້ໃດທີ່ເປັນກະສັດຂອງຢູດາຍໃນເວລາທີ່ພຣະທັມຂອງພຣະຢາເວມາຮອດມີກາ?

ໂຢທາມ, ອາຮາດ, ແລະ ເຮເຊກີຢາ, ເປັນກະສັດແຫ່ງຢູດາຍ ໃນເວລາທີ່ພຣະທັມຂອງພຣະຜູ້ເປັນເຈົ້າຮອດມີກາ.

Micah 1:2

ພຣະຢາເວລົງມາ ແລະ ຈະຢຽບເທິງຫຍັງ?

ພຣະຢາເວຈະສະເດັດລົງມາ ແລະ ຈະຊົງຢຽບເທິງສະຖານທີ່ສູງທັງຫລາຍເທິງແຜ່ນດິນໂລກ.

Micah 1:5

ເປັນຫຍັງພຣະຢາເວຈຶ່ງຈະນຳເອົາຄຳຕັດສິນນີ້?

ພຣະຢາເວຈະນຳເອົາຄຳຕັດສິນນີ້ ເພາະການກະບົດຂອງຢາໂຄບ, ແລະ ເພາະບາບທັງຫລາຍຂອງຊາວອິດສະຣາເອນ.

Micah 1:6

ຊາມາເຣັຽໄດ້ເກັບກຳຮູບແກະສະລັກ, ຂອງຂວັນ ແລະ ຮູບເຄົາລົບແນວໃດ?

ຊາມາເຣັຽໄດ້ລວບລວມຮູບແກະສະລັກ, ຂອງຂວັນ ແລະ ຮູບເຄົາລົບທີ່ຖືກແກະສະຫລັກຈາກຂອງຂວັນນັ້ນ ໄປສູ່ການຄ້າປະເວນີຂອງນາງ.

Micah 1:8

ມີກາໄດ້ສະແດງຄວາມເສົ້າສະຫລົດໃຈແນວໃດຕໍ່ການບາບຂອງອິດສະຣາເອນ ແລະຢາໂຄບ?

ມີກາໄດ້ຄ່ຳຄວນ ແລະຮ້ອງໄຫ້ ແລະຍ່າງໄປດ້ວຍຕີນເປົ່າ ແລະເປືອຍຕົວ.

Micah 1:11

ເປັນຫຍັງເບັດເອເຊນຈຶ່ງໂສກເສົ້າ?

ເບັດເອເຊນໂສກເສົ້າ, ເພາະທີ່ກຳບັງຂອງພວກເຂົາຈະຖືກເອົາໄປ.

Micah 1:13

ເມືອງໃດທີ່ເປັນຈຸດເລີ່ມຕົ້ນຂອງບາບສຳລັບລູກສາວຂອງຊີໂອນ?

ເມືອງລາກິດແມ່ນຈຸດເລີ່ມຕົ້ນຂອງບາບສຳລັບລູກສາວຂອງຊີໂອນ.

Micah 1:15

ເປັນຫຍັງຊາວອິດສະຣາເອນຈຶ່ງແຖຫົວ?

ພວກເຂົາແຖຫົວ, ເພາະວ່າລູກຂອງພວກເຂົາຈະຖືກເນລະເທດຈາກພວກເຂົາ.

Micah 2

Micah 2:1

ຜູ້ວາງແຜນຈະຄິດເຮັດຊົ່ວຢູ່ໃສ?

ພວກເຂົາວາງແຜນຄິດເຮັດຊົ່ວຢູ່ເທິງບ່ອນນອນຂອງຕົນ.

Micah 2:3

ເປັນຫຍັງຄົນຮັ່ງມີຈຶ່ງບໍ່ມີລູກຫລານທີ່ຈະແບ່ງປັນດິນແດນ?

ພຣະຢາເວຈະປ່ຽນດິນແດນຂອງປະຊາຊົນ, ແລະຈະຍ້າຍມັນອອກຈາກພວກເຂົາ. ສະນັ້ນຄົນຮັ່ງມີຈະບໍ່ມີລູກຫລານທີ່ຈະແບ່ງປັນດິນແດນ.

Micah 2:6

ປະຊາຊົນຂອງພຣະຢາເວຖອດເສື້ອຄຸມຈາກໃຜ?

ພວກເຂົາເອົາເສື້ອຄຸມຈາກຜູ້ຜ່ານໄປໂດຍປາສະຈາກຄວາມສົງໃສ.​

Micah 2:9

ເປັນຫຍັງປະຊາຊົນຂອງພຣະຢາເວ ຄວນລຸກຂຶ້ນ ແລະ ອອກໄປ?

ພວກເຂົາຄວນລຸກຂຶ້ນ ແລະ ອອກໄປເພາະນີ້ບໍ່ແມ່ນທີ່ ທີ່ເຈົ້າຈະຕ້ອງຢູ່, ເພາະທີ່ບ່ອນນີ້ສົກກະປົກ.

Micah 2:12

ຜູ້ໃດຈະລວບລວມຄົນອິດສະຣາເອນທີ່ເຫລືອຢູ່?

ພຣະຢາເວຈະລວມເອົາຄົນອິສະຣາເອນທີ່ເຫລືອຢູ່.

Micah 3

Micah 3:1

ໃຜກິນຊີ້ນຂອງປະຊາຊົນຂອງພຣະຢາເວ?

ພວກຜູ້ນຳຂອງຢາໂຄບກິນຊີ້ນຂອງປະຊາຊົນຂອງພຣະຢາເວ.

Micah 3:4

ເປັນຫຍັງພຣະຢາເວຈຶ່ງຈະປິດບັງຫນ້າຈາກຜູ້ນຳຂອງຢາໂຄບ?

ພຣະຢາເວຈະປິດບັງຫນ້າຈາກຜູ້ນຳຂອງຢາໂຄບ ເພາະວ່າພວກເຂົາໄດ້ເຮັດຊົ່ວໄວ້ຫລາຍຢ່າງ.

Micah 3:5

ເປັນຫຍັງຜູ້ເຜີຍພຣະວັດຈະນະຈຶ່ງບໍ່ມີການທຳນວາຍ?

ມັນຈະມືດຄຶ້ມເພື່ອວ່າ ຜູ້ເຜີຍພຣະວັດຈະນະ ຈະທຳນວາຍຫຍັງບໍ່ໄດ້.

Micah 3:9

ສຳລັບຜູ້ນຳຈະຕັດສິນຫຍັງ?

ສຳລັບຜູ້ນຳຈະຕັດສິນຄະດີສິນບົນ.

Micah 4

Micah 4:1

ເວລາໃດທີ່ພູເຂົາພຣະວິຫານຂອງອົງພຣະຢາເວຈະສະຖາປະນາຂຶ້ນຢູ່ເຫນືອຫມູ່ພູເຂົາທັງຫລາຍ?

ໃນບັ້ນປາຍພູເຂົາທີ່ພຣະວິຫານຂອງອົງພຣະຢາເວ ຈະສະຖາປະນາຂຶ້ນຢູ່ເຫນືອຫມູ່ພູເຂົາທັງຫລາຍ.

Micah 4:2

ເປັນຫຍັງຫລາຍຊາດຈຶ່ງຢາກໄປພູເຂົາຂອງພຣະຢາເວ?

ຫລາຍປະຊາຊາດຈະຕ້ອງໄປພູເຂົາຂອງ ພຣະຢາເວ ດັ່ງນັ້ນພຣະອົງຈະຊົງສອນພວກເຂົາໃນທາງຂອງພຣະອົງແກ່ເຂົາ, ແລະ ເຂົາຈະດຳເນີນໃນວິຖີທາງຂອງພຣະອົງ.

Micah 4:4

ປະຊາຊົນທຸກຄົນຍ່າງໄປໃນທາງໃດ?

ປະຊາຊົນທຸກຄົນຍ່າງໄປໃນນາມພະເຈົ້າຂອງພວກເຂົາ.

Micah 4:6

ພຣະຢາເວຈະລວບລວມເອົາໃຜ?

ພຣະຢາເວຈະລວບລວມຄົນພິການ ແລະ ຈະລວບລວມບັນດາຜູ້ຖືກຂັບໄລ່ໄປ ແລະ ບັນດາຜູ້ທີ່ທຸກໃຈ.

Micah 4:9

ລູກສາວຂອງຊີໂອນຈະໄດ້ຮັບການຊ່ວຍເຫລືອຈາກບ່ອນໃດ?

ລູກສາວຂອງຊີໂອນຈະໄດ້ຮັບການຊ່ວຍເຫລືອຢູ່ບາບີໂລນ.

Micah 4:11

ອີງຕາມຜູ້ເຜີຍພຣະວັດຈະນະ, ຜູ້ທີ່ບໍ່ຮູ້ຄວາມຄິດຂອງພຣະຢາເວ?

ປະຊາຊາດບໍ່ຮູ້ຄວາມຄິດຂອງພຣະຢາເວ.

Micah 4:13

ພຣະຢາເວຈະອຸທິດຄວາມຮັ່ງມີທີ່ບໍ່ຍຸດຕິທຳຂອງປະຊາຊົນໃຫ້ກັບຜູ້ໃດ?

ພຣະຢາເວຈະອຸທິດຄວາມຮັ່ງມີຂອງພວກເຂົາໃຫ້ກັບພຣະອົງເອງ.

Micah 5

Micah 5:1

ສັດຕູຈະໂຈມຕີຜູ້ນຳອິດສະຣາເອນດ້ວຍຫຍັງ?

ພວກເຂົາຈະຕີຜູ້ນຳຂອງອິສະຣາເອນດ້ວຍໄມ້ກະບອງ.

Micah 5:2

ພຣະເຈົ້າຈະປະຖິ້ມບັນດາຕະກູນຢູດາຍດົນປານໃດ?

ພຣະເຈົ້າຈະຊົງຖິ້ມພວກເຂົາ, ຈົນເຖິງເວລາທີ່ຍິງຜູ້ເຈັບທ້ອງຈະເກີດລູກ.​

Micah 5:4

ຜູ້ໃດຈະລ້ຽງຝູງແກະຂອງເຂົາໃນຄວາມເຂັ້ມແຂງຂອງພຣະຢາເວ?

ເດັກຈະລ້ຽງຝູງແກະຂອງເຂົາດ້ວຍຄວາມເຂັ້ມແຂງຂອງພຣະຢາເວ.

Micah 5:6

ເພາະວ່າຄົນຂອງຢາໂຄບທີ່ເຫລືອຢູ່ບໍ່ລໍຖ້າຫຍັງ?

ຄົນຂອງຢາໂຄບທີ່ເຫລືອຢູ່ບໍ່ໄດ້ລໍຖ້າມະນຸດ.

Micah 5:8

ຈະມີຫຍັງເກີດຂຶ້ນເມື່ອມືຂອງຊາວອິດສະຣາເອນຈະຖືກຍົກຂຶ້ນຕໍ່ສູ້ກັບສັດຕູຂອງພວກເຂົາ?

ເມື່ອມືຂອງຊາວອິດສະຣາເອນຖືກຍົກຂຶ້ນຕໍ່ສູ້ກັບສັດຕູຂອງພວກເຂົາ, ມັນຈະກຳຈັດສັດຕູທັງຫມົດ.

Micah 5:12

ພຣະຢາເວຈະປະຕິບັດການແກ້ແຄ້ນຜູ້ໃດ?

ພຣະຢາເວຈະປະຕິບັດການແກ້ແຄ້ນຕໍ່ບັນດາປະຊາຊາດຊຶ່ງບໍ່ໄດ້ເຊື່ອຟັງ.

Micah 6

Micah 6:1

ພຣະຢາເວຈະເຮັດແນວໃດເພື່ອຕໍ່ຕ້ານອິດສະຣາເອນ?

ພຣະຢາເວຈະສູ້ຄວາມກັບອິສະຣາເອນ.

Micah 6:3

ພຣະຢາເວສັ່ງໃຫ້ປະຊາຊົນຂອງພຣະອົງເຮັດແນວໃດເພື່ອຕ້ານເຂົາ?

ພຣະອົງໄດ້ສັ່ງໃຫ້ປະຊາຊົນໃຫ້ການຕໍ່ຕ້ານເຂົາ.​

Micah 6:6

ພຣະຢາເວຕ້ອງການຫຍັງຈາກປະຊາຊົນຂອງພຣະອົງ?

ພຣະຢາເວຕ້ອງການໃຫ້ປະຊາຊົນຂອງພຣະອົງ ເຮັດສິ່ງທີ່ຍຸຕິທັມ, ຮັກຄວາມເມດຕາ, ແລະ ດຳເນີນຊີວິດໄປກັບພຣະອົງດ້ວຍຄວາມຖ່ອມໃຈ.

Micah 6:11

ລີ້ນຂອງໃຜແມ່ນຜູ້ທີ່ເວົ້າຫລອກລວງ?

ລີ້ນຂອງຜູ້ທີ່ອາໄສຂອງນະຄອນນັ້ນທີ່ເວົ້າຂີ້ຕົວະ ແລະຫລອກລວງ.

Micah 6:13

ເປັນຫຍັງພຣະຢາເວຈຶ່ງເຮັດໃຫ້ເມືອງເສຍຫາຍ?

ພຣະຢາເວເຮັດໃຫ້ເມືອງເສຍຫາຍ ເພາະຄວາມບາບທັງຫລາຍຂອງພວກເຂົາ.

Micah 6:16

ເມືອງໄດ້ແນະນຳໃຫ້ຍ່າງໂດຍຄຳແນະນຳຂອງໃຜ?

ເມືອງໄດ້ຍ່າງໄປຕາມຄຳແນະນຳຂອງ ອົມຣີ ແລະອາຮາບ.

Micah 7

Micah 7:1

ຜູ້ໃດທີ່ໄດ້ເສຍຊີວິດຈາກແຜ່ນດິນໂລກ?

ຄົນທີ່ຈົ່ງຮັກພັກດີ ໄດ້ຕາຍໄປຈາກແຜ່ນດິນໂລກ.

Micah 7:3

ຜູ້ໃດໄດ້ບອກລ່ວງຫນ້າ ເຖິງວັນແຫ່ງການລົງໂທດຂອງປະຊາຊົນທີ່ຍັງເຫລືອ?

ບັນດາຄົນຍາມໄດ້ບອກໄວ້ລ່ວງຫນ້າເຖິງວັນແຫ່ງການລົງໂທດຂອງປະຊາຊົນທີ່ຍັງເຫລືອ.

Micah 7:5

ໃຜແມ່ນສັດຕູຂອງຜູ້ຊາຍ?

ສັດຕູຂອງຜູ້ຊາຍແມ່ນຄົນໃນຄົວເຮືອນຂອງເຂົາເອງ.

Micah 7:7

ຈະມີຫຍັງເກີດຂື້ນຫລັງຈາກທີ່ມີກາລົ້ມລົງ?

ຫລັງຈາກທີ່ມີກາລົ້ມລົງ, ລາວຈະລຸກຂຶ້ນ.

Micah 7:9

ດົນປານໃດມີກາຈະທົນຮັບພຣະພິໂຣດຂອງພຣະຢາເວ?

ມີກາຈະຮັບພຣະພິໂຣດຂອງພຣະຢາເວ ຈົນກວ່າພຣະອົງຈະພິພາກສາຄະດີຂອງລາວ, ເເລະ ຊົງຕັດສິນຄວາມເພື່ອລາວ.

Micah 7:10

ຕາຂອງມີກາຈະແນມເບິ່ງຜູ້ໃດ?

ຕາຂອງມີກາຈະແນມເບິ່ງສັດຕູຂອງລາວ.

Micah 7:11

ຈະມີຫຍັງເກີດຂື້ນເມື່ອມື້ຫນຶ່ງທີ່ຈະມາເຖິງ ເພື່ອສ້າງກຳແພງ?

ເມື່ອມື້ຫນຶ່ງທີ່ຈະມາເຖິງເພື່ອສ້າງກຳແພງ, ເຂດແດນຈະຂະຫຍາຍອອກໄປໄກຫລາຍ.

Micah 7:14

ມີກາໄດ້ຂໍໃຫ້ພຣະຜູ້ເປັນເຈົ້າລ້ຽງຜູ້ຄົນຂອງພຣະອົງແນວໃດ?

ມີກາໄດ້ຂໍໃຫ້ພຣະຢາເວລ້ຽງຜູ້ຄົນດ້ວຍໄມ້ແສ້ຂອງພຣະອົງ.

ພຣະຢາເວຈະສະແດງໃຫ້ປະຊາຊົນຂອງພຣະອົງເຫັນຫຍັງ?

ພຣະຢາເວຈະສະແດງຄວາມອັດສະຈັນແກ່ພວກເຂົາ.

Micah 7:16

ປະເທດຕ່າງໆຈະເຫັນຫຍັງ ແລະອາຍຫຍັງ?

ພວກເຂົາຈະເຫັນ ແລະໄດ້ຮັບຄວາມອັບອາຍຂອງອຳນາດທັງຫມົດຂອງພວກເຂົາ.

ປະເທດຜູ້ໃດທີ່ຈະມາ ແລະຢ້ານກົວ?

ປະຊາຊາດຕ່າງໆຈະມາຫາພຣະຢາເວ ແລະ ພວກເຂົາຈະຢ້ານກົວເພາະພຣະອົງ.

Micah 7:18

ເປັນຫຍັງພຣະຢາເວຈະບໍ່ຮັກສາຄວາມໂກດແຄ້ນຂອງພຣະອົງຕະຫລອດໄປ?

ພຣະຢາເວຈະບໍ່ຮັກສາຄວາມໂກດແຄ້ນຂອງພຣະອົງຕະຫລອດໄປ, ເພາະພຣະອົງປິຕິຍິນດີໃນພັນທະສັນຍາອັນສັດຊື່ຂອງພຣະອົງ.

Micah 7:19

ໃນທີ່ໃດທີ່ພຣະຢາເວຈະຖິ້ມບາບທັງຫມົດຂອງປະຊາຊົນອິດສະຣາເອນ?

ພຣະຢາເວຈະຊົງດຶກຖິ້ມບາບທັງຫມົດຂອງພວກເຂົາລົງໄປໃນທະເລເລິກ.