ພາສາລາວ (Lao): translationQuestions Print

Updated ? hours ago # views See on WACS

2 Samuel 1

2 Samuel 1:1

ດາວິດໄດ້ເຮັດຫຍັງຫລັງຈາກກະສັດໂຊນຕາຍ?

ຫລັງ​ຈາກ​ການ​ຕາຍ​ຂອງ​ກະສັດໂຊນ​ແລ້ວ, ດາ​ວິດ​ກໍ​ໄດ້​ກັບ​ມາ​ຈາກ​ການ​ໂຈມ​ຕີ​ຄົນ​ອາ​ມາ​ເຫລັກ ​ແລະ​ໄດ້​ພັກ​ຢູ່​ທີ່​ຊິກລັກໄດ້​ສອງ​ວັນ.

ໃນວັນທີສາມ, ແມ່ນໃຜໄດ້​ມາຫາດາວິດມາ​ຈາກ​ຄ້າຍຂອງກະສັດໂຊນ​?

ວັນ​ທີ​ສາມຊາຍ​ຄົນ​ຫນຶ່ງ​ໄດ້​ມາ​ຈາກ​ຄ້າຍຂອງກະສັດໂຊນ​ໃສ່​ເສື້ອ​ຜ້າ​ຂາດ ​ແລະ ​ມີ​ຂີ້ດິນ​ເປື້ອນ​ທີ່​ຫົວ​ຂອງ​ຂົາມາຫາດາວິດ.

2 Samuel 1:3

ຊາຍຫນຸ່ມໄດ້ເວົ້າຫຍັງກ່ຽວກັບກະສັດໂຊນແລະໂຢນາທານ?

ຊາຍຫນຸ່ມໄດ້ເວົ້າວ່າກະສັດໂຊນ ແລະໂຢນາທານລູກຊາຍຂອງເຂົາກໍ​ຕາຍເຊັ່ນກັນ.

2 Samuel 1:6

ຊາຍຫນຸ່ມໄດ້ກ່າວວ່າພົບກະສັດໂຊນຢູ່ໃສ?

ຊາຍຫນຸ່ມກ່າວເຂົາໄດ້ຂຶ້ນມາທີ່ພູເຂົາກິນໂບອາ, ແລະທີ່ນັ້ນ​ກະສັດໂຊນ​ໄດ້​ຊົງ​ຢືນ​ຄຳ​ຫອກ​ຂອງ​ຕົນ​ຢູ່.

2 Samuel 1:8

ຊາຍຫນຸ່ມໄດ້ຕອບວ່າກະສັດໂຊນຂໍໃຫ້ເຂົາເຮັດຫຍັງ?

ຊາຍຫນຸ່ມເວົ້າວ່າກະສັດໂຊນໄດ້ຂໍໃຫ້ເຂົາຢືນເຫນືອເຮົາ ແລະຂ້າເຮົາສາ.

ຍ້ອນຫຍັງກະສັດໂຊນຈຶ່ງຂໍໃຫ້ຊາຍຫນຸ່ມຊາວອາມາເຫັລກຂ້າເຂົາ?

ກະສັດໂຊນຂໍໃຫ້ຊາຍຫນຸ່ມຊາວອາມາເຫລັກຂ້າເຂົາເພາະເຂົາເວົ້າວ່າ,"...ຄວາມທຸກທໍລະມານທີ່ຍິ່ງໃຫຍ່ໄດ້ຍຶດເຂົາໄວ້ເພາະວ່າຊີວິດຍັງຢູ່ໃນເຮົາ."

ຫລັງຈາກຊາຍຫນຸ່ມໄດ້ຂ້າກະສັດໂຊນແລ້ວເຂົາໄດ້ຫຍັງຈາກກະສັດໂຊນ?

ຊາຍຫນຸ່ມໄດ້ຖອດມົງກຸດຢູ່ຫົວຂອງເພິ່ນ ແລະສາຍແຂນທີ່ແຂນຂອງເພິ່ນ.

2 Samuel 1:11

ດາວິດ ແລະຄົນຂອງເຂົາໄດ້ເຮັດຫຍັງເມື່ອໄດ້ຍິນກ່ຽວກັບການຕາຍຂອງກະສັດໂຊນ ແລະການຕາຍຂອງໂຢນາທານ?

ດາວິດ ແລະຄົນຂອງເຂົາໄດ້ຈີກເຄື່ອງນຸ່ງຂອງເຂົາ ແລະພວກເຂົາໄດ້ຄໍ່າຄວນຫາ,ຮ້ອງໄຫ້ແລະໄດ້ອົດອາຫານຈົນຮອດແລງ.

ດາວິດ ແລະຄົນຂອງເຂົາໄວ້ທຸກ, ຮ້ອງໄຫ້ແລະອົດອາຫານເພື່ອໃຜອີກ?

ດາວິດ ແລະຄົນຂອງເຂົາກໍໂສກເສົ້າ, ຮ້ອງໄຫ້ ແລະອົດອາຫານເພື່ອປະຊາຊົນຊອງພຣະເຈົ້າຢາເວ ແລະເຊື້ອສາຍອິດສະຣາເອນເພາະວ່າພວກເຂົາໄດ້ລົ້ມຕາຍດ້ວຍດາບ.

2 Samuel 1:14

ຍ້ອນຫຍັງດາວິດຈຶ່ງຂ້າຊາຍຫນຸ່ມຊາວອາມາເຫລັກ?

ດາວິດໄດ້ຂ້າຊາຍຫນຸ່ມຊາວອາມາເຫລັກເພາະວ່າເຂົາໄດ້ຂ້າກະສັດຜູ້ທີ່ພຣະເຈົ້າຢາເວໄດ້ຊົງເຈີມແລ້ວນັ້ນ.

2 Samuel 1:17

ບົດເພງໄວອາໄລທີ່ດາວິດຮ້ອງເພງກ່ຽວກັບກະສັດໂຊນ ແລະລູກຊາຍຂອງເຂົາໂຢນາທານໄດ້ຂຽນໄວ້ໃນຫນັງສືເຫລັ້ມໃດ?

ບົດເພງໄວ້ອາໄລທີ່ດາວິດຮ້ອງກ່ຽວກັບກະສັດໂຊນ ແລະລູກຊາຍຂອງເຂົາໂຢນາທານໄດ້ຂຽນໄວ້ຢູ່ໃນຫນັງສືຢາຊາ.

ມີອັນໃດໄດ້ຕາຍ, ໄດ້ຖືກຂ້າຢູ່ເທິງພູເຂົາອິດສະຣາເອນ?

ສະຫງ່າລາສີຂອງທ່ານໄດ້ຕາຍແລ້ວ.

ຍ້ອນຫຍັງດາວິດຈຶ່ງບໍ່ປະກາດວ່າສະຫງ່າລາສີຂອງອິດສະຣາເອນນັ້ນຕາຍແລ້ວໃນເມືອງກັດ ຫລືໃນຫົນທາງເມືອງອາຊະເກໂລນ?

ດາວິດບອກວ່າຢ່າປະກາດວ່າສະຫງ່າລາສີໃນເມືອງກັດ ຫລືໃນຫົນທາງເມືອງອາຊະເກໂລນເພາະ​ວ່າ​ພວກ​ບຸດສາວຂອງຄົນ​ຟີ​ລິດສະ​ຕີນຈະບໍ່​ປິຕິຍິນດີ, ແລະເພ​າະ​ພວກ​ລູກ​ສາວຂອງ​ພວກ​ເຂົາ​​ບໍ່ໄດ້ຮັບພິທີຕັດ,​ ຈະ​ບໍ່​ສະ​ເຫລີມ​ສະ​ຫລອງ.

2 Samuel 1:21

ໂລ່ຂອງວິລະບູລຸດທີ່ເປັນມົນທິນຢູ່ໃສ?

ໂລ່ຂອງບັນພະບູລຸດທີ່ເປັນມົນທິນຢູ່ເທິງພູກິນໂບອາ

2 Samuel 1:23

ກະສັດໂຊນໄດ້ເຮັດຫຍັງເພື່ອລູກສາວຂອງອິດສະຣາເອນ?

ກະສັດໂຊນປະດັບປະດາພວກເຂົາດ້ວຍຜ້າສີແດງເຂັ້ມ, ແລະປະດັບດ້ວຍເຄື່ອງເອທອງຄຳເທິງເຄື່ອງແຕ່ງກາຍຂອງພວກເຂົາ.

2 Samuel 1:25

ຄວາມຮັກຂອງໂຢນາທານທີ່ມີຕໍ່ດາວິດນັ້ນຍິ່ງໃຫຍ່ພຽງໃດ?

ດາວິດໄດ້ກ່າວວ່າຄວາມຮັກຂອງໂຢນາທານນັ້ນກໍອັດສະຈັນ, ເຫນືອກວ່າຄວາມຮັກໃດໆທີ່ີມີຕໍ່ສະຕີ.

2 Samuel 2

2 Samuel 2:1

ພຣະເຢເວຊົງຕອບດາວິດແນວໃດເມື່ອດາວິດຊົງຖາມວ່າ, "ຂ້ານ້ອຍ​ຄວນ​ຂຶ້ນ​ໄປ​ຍັງ​ເມືອງ​ຫນຶ່ງ​ໃນ​ຈຳ​ນວນ​ເມືອງ​​ຕ່າງໆຂອງ​ຢູ​ດາ​ ຫລືບໍ່?"

ພ​ຣະ​​ຢາ​ເວ​ໄດ້​ຕອ​ບ​ເຂົາ​ວ່າ, "ຈົ່ງ​ຂຶ້ນ​ໄປ​ເຖີດ." ເມື່ອດາວິດຖາມ.

ເມືອງໃດທີ່ພຣະຢາເວບອກໃຫ້ດາວິດໄປ?

ພ​ຣະ​​ຢາ​ເວ​ກ່າວ​ວ່າໄປທີ່​ເມືອງ​ເຮັບ​ໂຣນ.

ແມ່ນໃຜທີ່ຂຶ້ນໄປເມືອງເຮັບໂຣນກັບດາວິດ?

ດາວິດຂຶ້ນໄປທີ່ເມືອງເຮັບໂຣນພ້ອມກັບເມຍທັງສອງຂອງຕົນ, ອາຮີໂນອາມ ແລະອາບີກາຍ. ດາວິດກໍໄດ້​ນຳ​ຄົນ​ທີ່​ຢູ່​ນຳ​ເຂົາ​ຂຶ້ນ​ໄປ​ທຸກ​ຄົນ, ຊຶ່ງ​ເເຕ່​ລະ​ຄົນ​ກໍ​ໄດ້​ພາ​ຄອບ​ຄົວ​ໄປ​ນຳ.

2 Samuel 2:4

ຄົນຈາກຢູດາໄດ້ເຮັດຫຍັງເມື່ອພວກເຂົາມາຫາດາວິດ?

ຄົນຈາກຢູດາມາ ແລະໄດ້​ເຈີມ​ດາ​ວິດໃຫ້​ເປັນ​ກະ​ສັດ​ເຫນືອ​ເຊື້ອຊາດຂອງ​ຢູ​ດາ.

2 Samuel 2:8

ອັບເນແມ່ນໃຜ?

ອັບເນແມ່ນລູກຊາຍຂອງເນຣະ, ຜູ້ບັນຊາການກອງ​ທັບ​ຂອງກະສັດໂຊນ​.

ອັບເນໄດ້ເຮັດຫຍັງກັບອີຊະໂບເຊັດ, ລູກຊາຍຂອງກະສັດໂຊນ?

ອັບເນໄດ້​ພາ​ອີ​ຊະ​ໂບ​ເຊັດ​ລູກ​ຊາຍ​ຂອງ​ກະ​ສັດ​ໂຊນ ແລະ ໄດ້ນໍາ​ໄປ​ທີ່​ເມືອງ​ມະ​​ຫາ​ນາ​ອິມ; ເຂົາ​ໄດ້​ສະ​ຖາ​ປະ​ນາ​ອີ​ຊະ​ໂບ​ເຊັດ ​ໃຫ້​ເປັນ​ກະ​ສັດ​ປົກ​ຄອງ​ເຂດ​ແດນ​ກີ​ເລ​ອາດ, ອາ​ເຊ, ຢິດ​ຊະ​ເຣນ, ຄົນ​ເອ​ຟ​ຣາ​ອິມ, ຄົນ​ເບັນ​ຢາ​ມິນ, ເເລະ​ ຄົນ​ອິດ​ສະ​ຣາ​ເອນ​ທັງ​ຫມົດ.

2 Samuel 2:10

ດົນປານໃດທີ່ດາ​ວິດເປັນກະສັດ​​ປົກຄອງ​ເຊື້ອສາຍຂອງ​ຢູ​ດາ​ໃນ​ເຮັບ​ໂຣນ?

ດາ​ວິດ​ຊົງ​ເປັນ​ກະ​ສັດ​ປົກຄອງ​ເຊື້ອສາຍຂອງ​ຢູ​ດາ​ໃນ​ເຮັບ​ໂຣນນັ້ນ​ເປັນ​ເວ​ລາ​ເຈັດ​ປີ​ກັບ​ຫົກ​ເດືອນ.

2 Samuel 2:12

ໂຢ​ອາບ​ລູກ​ຊາຍ​ຂອງ​ນາງ​ເຊ​ຣູ​ອີ​ຢາ ​ເ​ເລະ​ທະ​ຫານ​ຂອງ​ດາ​ວິດ ໄດ້​ອອກ​ໄປ​ພົບ​ກັບ​ອັບເນລູຊາຍຂອງເນຣະ, ແລະທະຫານຂອງອີຊະໂບເຊັດຢູ່ໃສ.

ໂຢ​ອາບ​ລູກ​ຊາຍ​ຂອງ​ນາງ​ເຊ​ຣູ​ອີ​ຢາ ​ເ​ເລະ​ທະ​ຫານ​ຂອງ​ດາ​ວິດ ໄດ້​ອອກ​ໄປ​ພົບ​ກັບ​ອັບເນລູກຊາຍຂອງເນຣະ, ແລະທະຫານຂອງອີຊະໂບເຊັດຢູ່ຂອບສະນ້ຳເມືອງກີເບໂອນ.

2 Samuel 2:14

ມີຊາຍຫນຸ່ມຈັກຄົນທີ່ແຂ່ງຂັັນກັນຂຶ້ນໄປກ່ອນໂຢອາບ ແລະອັບເນ?

ສິບ​ສອງ​ຄົນ​ສຳ​ລັບ​ຝ່າຍ​​ເບັນ​ຢາ​ມິນ ​ເເລະ​ຝ່າຍອີ​ຊະ​ໂບ​ເຊັດ​ລູກ​ຂອງ​ໂຊນ, ເເລະ ​ຝ່າຍ​ພວກທະຫານສິບສອງ​ຄົນ​​ຂອງ​ດາ​ວິດ.

2 Samuel 2:16

ແມ່ນໃຜທີ່ຊະນະການຕໍ່ສູ້ໃນມື້ນັ້ນ?

​ອັບ​ເນ​ ເເລະ ​ພວກ​ຄົນ​ອິດ​ສະ​ຣາ​ເອນ​ກໍພ່າຍ​ແພ້​ທະຫານຂອງຝ່າຍ​ດາ​ວິດ.

2 Samuel 2:18

ບຸດຄົນໃດຂອງນາງເຊຣູອີຢາທີ່ໄລ່ຕາມອັບເນ?

ອາ​ສາ​ເຣນໄດ້ໄລ່​ຕາມ​ອັບເນ​ຢ່າງ​ບໍ່​ລົດລະ ເເລະ​ ໄດ້​ນຳ​ເຂົາ​ໄປໂດຍ​ບໍ່​ໄດ້​ລ້ຽວ​ໄປ​ທາງ​ໃດ​ເລີຍ.

2 Samuel 2:22

ແມ່ນຫຍັງທີ່ ອັບເນ ໄດ້ກ່າວຕໍ່ອາສາເຮນເພື່ອຫນຸນໃຈໃຫ້ອາສາເຮນຢຸດຕິດຕາມເຂົາໄປ?

ອັບເນໄດ້ບອກອາສາເຮນ, "ເປັນຫຍັງຂ້ານ້ອຍຕ້ອງຟາດເຈົ້າລົງດິນ? ເເລ້ວ​ຂ້ອຍ​ຈະ​ເງີຍ​ ຫນ້າ​ເບິ່ງ​ໂຢ​ອາບ, ​ພີ່​ນ້ອງ​ຂອງ​ເຈົ້າ​ໄດ​້​ແນວ​ໃດ?"

ເກີດຫຍັງຂຶ້ນກັບອາສາເຮນເມື່ອເຂົາປະຕິເສດທີ່ຈະຫລີກທາງຈາກອັບເນ?

ເມື່ອອາສາເຮນປະຕິເສດທີ່ຈະຫລີກທາງຈາກອັບເນ, ອັບ​ເນກໍ​ໄດ້​ແທງ​ເຂົ້າ​ໂຕ​ດ້ວຍ​ດ້າມ​ຫອກ​ຂອງ​ເຂົາ, ດັ່ງ​ນັ້ນ ຫອ​ກ​ກໍ​ທະ​ລຸ​ອອກ​ອີກ​ດ້ານ​ຫນຶ່ງ. ອາ​ສາ​ເຮນ​ກໍ​ໄດ້​ລົ້ມ​ລ​ົງ​ຕາຍ​ຢູ່​ທີ່ນັ້ນ.

2 Samuel 2:24

​ໂຢ​ອາບ​ກັບ​ອາ​ບີ​ໄຊ​ກໍ​ໄດ້​ໄລ່​ຕິດ​ຕາມ​ອັບ​ເນ​ໄປໃສ?

​ໂຢ​ອາບ​ກັບ​ອາ​ບີ​ໄຊ​ກໍ​ໄດ້​ໄລ່​ຕິດ​ຕາມ​ອັບ​ເນ​ໄປທີ່ເນີນພູອຳມາ, ຊຶ່ງ​ໃກ້​ກັບກີ​ອາ​ຕາມ​ທາງ​ຖິ່ນແຫ້ງແລ້ງ​ທຸ​ລະ​ກັນ​ດານ​ເມືອງ​ກິີເບ​ໂອນ.

2 Samuel 2:26

ອັບເນໄດ້ກ່າວຫຍັງກັບໂຢອາບ ແລະອາບີໄຊເພື່ອໃຫ້ຢຸດໄລ່ຕາມເຂົາ?

​ອັບ​ເນ​ໄດ້​ຮ້ອງ​ຖາມ​ໂຢ​ອາບ ແລະໄດ້​ກ່າວ​ວ່າ, "ຈະ​ໃຫ້​ດາບ​ທຳ​ລາຍ​ທ່ານ​ຕະ​ຫລອດ​ໄປ​ບໍ? ອີກ​ດົນ​ປານ​ໃດ​ທ່ານ​ຈຶ່ງ​ຈະ​ສັ່ງ​ພວກ​ທະ​ຫານ​ໃຫ້​ຫັນ​ກັບ​ຈາກ​ກາ​ນ​ໄລ່​ຕາມ​ພີ່​ນ້ອງ​ຂອງ​ພວກ​ເຂົາ?"

2 Samuel 2:28

ອັບເນ ແລະຄົນຂອງເຂົາໄດ້ເດີນທາງໄປໃສ?

ອັບ​ເນ ​ເເລະ​ ຄົນຂອງ​ເຂົາ​ໄດ້​ເດີນ​ທາງ​ຮອດມາຫານາອິມ.

2 Samuel 2:30

ໂຢ​ອາບ ແລະ​ຄົນ​ຂອງ​ເຂົາ​ເດີນທາງໄປໃສ?

ໂຢ​ອາບ ແລະພວກ​ຄົນ​ຂອງ​ເຂົາ​ໄດ້ເດີນທາງໄປເມືອງເຮັບໂຣນ.

2 Samuel 3

2 Samuel 3:1

ໃນ​ສົງ​ຄາມ​ອັນ​ຍາວ​ນານ​ລະ​ຫວ່າງ​ເຊື້ອສາຍຂອງ​ໂຊນ ​ແລະເຊື້ອສາຍຂອງ​​ດາ​ວິດ, ຝ່າຍໃດເຂັ້ມແຂງຫລາຍຂຶ້ນ ແລະຝ່າຍໃດອ່ອນກຳລັງລົງ?

ຝ່າຍ​ດາ​ວິດ​ກໍ​ໄດ້​ເຂັ້ມ​ແຂງ​ຫລາຍ​ຂຶ້ນ,​​ ເເຕ່​ຝ່າຍ​ຂອງ​ໂຊນໄດ້​ອ່​ອນ​ກຳ​ລັງ​ລົງ​ເລື້ອຍໆໃນ​ສົງ​ຄາມ​ອັນ​ຍາວ​ນານ​ລະ​ຫວ່າງສອງເຊື້ອສາຍ.

2 Samuel 3:2

ແມ່ນໃຜເປັນລູກຊາຍສາມຄົນທຳອິດທີ່ເກີດໃນເມືອງເຮັບໂຣນ?

ອຳໂນນ, ກິເລອາບ, ແລະອັບຊາໂລມເປັນບຸດຊາຍສາມຄົນແລກທີ່ເກີດມາເພື່ອດາວິດໃນເມືອງເຮັບໂຣນ

2 Samuel 3:6

ອີໂບເຊັດກ່າວຫາວ່າອັບເນໄດ້ເຮັດຫຍັງ?

ອີໂບເຊັດກ່າວຫາວ່າອັບເນນອນກັບເມຍນ້ອຍພໍ່ (ກະສັດໂຊນ) ຂອງເຮົາ.

2 Samuel 3:9

ຫລັງຈາກອີໂບເຊັດກ່າວຫາວ່າອັບເນນອນກັບເມຍນ້ອຍພໍ່, ອັັບເນສາບານວ່າຈະເຮັດຫຍັງ?

ອັບເນສາບານວ່າຈະຍ້າຍຣາຊອາ​ນາ​ຈັກ​ຈາກເຊື້ອຊາດຂອງ​ກະສັດໂຊນ ​ເເລະ​ ສະ​ຖາ​ປາ​ນາ​ບັນ​ລັງ​ຂອງ​ດາ​ວິດ​ເຫນືອ​ອິດ​​ສະ​ຣາ​ເອນ​ ແລະ ​ເຫນືອ​ຢູ​ດາ, ຕັ້ງ​ແຕ່​ດານ​ຮອດ​ເບ​ເອ​ນເຊ​ບາ.

2 Samuel 3:12

ດາວິດບອກວ່າອັບເນຕ້ອງເຮັດຫຍັງກ່ອນອັບເນຈະສາມາດພົບຫນ້າດາວິດ ແລະເຮັດພັນທະສັນຍາກັບດາວິດ?

ດາວິດບອກຜູ້ສົ່ງສານຂອງອັບເນວ່າອັບເນບໍ່ສາມາດພົບຫນ້າຂອງດາວິດໄດ້ ເວັ້ນແຕ່​ວ່າ​ອັບເນ​ຈະ​ນຳ​ມີ​ການ​,​ ລູກສາວຂອງກະສັດໂຊນ​ມາ​ດ້ວຍ,​ ເມື່ອ​ອັບເນ​ຈະ​ມາ​ພົບ​ດາວິດ.

2 Samuel 3:14

ດາວິດຕ້ອງຈ່າຍຫຍັງແດ່ເພື່ອໃຫ້ໄດ້ມີກາມາເປັນເມຍ?

ດາວິດໄດ້ຈ່າຍດ້ວຍ​ຫນ​ັງ​ປາຍ​ອົງ​ຄະ​ຊາດ​ຂອງ​ພວກ​ຟິ​ລິດສະຕິນຫນຶ່ງ​ຮ້ອຍ​ຄົນເພື່ອມີກາ.

2 Samuel 3:17

ໃນໄລຍະສັ້ນອັບເນໄດ້ກ່າວຫຍັັງກັບພວກຜູ້ອາວຸໂສຂອງອິດສາຣາເອນ?

ອັບ​ເນ​ໄດ້​ກ່າວ​ກັບ​ພວກ​ຜູ້​ອາ​ວຸ​ໂສ​ຂອງ​ອິດ​ສະ​ຣາ​ເອນ​ວ່າ​ພວກ​ທ່ານ​ຄວນຈະຮັດໃຫ້​ດາ​ວິດ​ເປັນ​ກະສັດເຫນືອພວກເຂົາເຫມືອນຢ່າງທີ່ຕ້ອງການໃນອະດີດ

2 Samuel 3:19

ດາວິດໄດ້ເຮັດຫຍັງໃຫ້ອັບເນເມື່ອອັບເນມາຮອດເມືອງເຮັບໂຣນກັບຄົນຂອງເຂົາຈຳນວນຊາວຄົນ?

ດາ​ວິດ​ໄດ້​ຈັດ​ຕຽມ​ງານ​ລ້ຽງ​ສຳ​ລັບ​ພວກ​ເຂົາ.

2 Samuel 3:21

ອັບເນບອກດາວິດວ່າເຂົາວາງແຜນຈະເຮັດຫຍັງສັ້ນໆ?

ອັບເນໄດ້ບອກກັບດາວິດວ່າເຂົາຈະລວມຄົນອິດສະຣາເອນທັງຫມົດໃຫ້ກັບດາວິດ ເພື່ອເຮັດພັນທະສັນຍາກັບທ່ານ ເ​ເລະ ​ເພື່ອ​ທີ່​ເຂົາຈະໄດ້ຂຶ້ນຄອງເປັນກະສັດເຫນືອອິດສະຣາເອນທັງຫມົດ.

2 Samuel 3:22

ດາວິດ ແລະອັບເນເປັນສ່ວນຮ່ວມນຳກັນໄດ້ແນວໃດ?

ດາ​ວິດ​ໄດ້​ສົ່ງ​ອັບເນ​ກັບ​ໄປ​, ​ເເລະ ​ເຂົາ​ກໍ​ໄດ້ຈາກກັນ​ໄປ​ໂດຍ​ສັນ​ຕິ

2 Samuel 3:24

ເມື່ອໂຢອາບມາຫາດາວິດ, ໂຢອາບກ່າວຫາອັບເນວ່າໄດ້ເຮັດຫຍັງ?

ໂຢອາບກ່າວຫາວ່າອັບເນພະຍາຍາມລໍ້ລວງທ່ານ, ພະຍາຍາມຄົ້ນຫາແຜນການ ແລະຮຽນຮູ້ທຸກສິ່ງທຸກຢ່າງທີ່ດາວິດກຳລັງເຮັດ.

2 Samuel 3:27

ໂຢອາບໄດ້ເຮັດຫຍັງຫລັງຈາກອັບເນນຳກັບໄປເມືອງເຮັບໂຣນ?

ໂຢ​ອາບ​ໄດ້​​ເເທງ​ທ້ອງ​ຂອງອັບເນ ເ​ເລະ ​ຂ້າ​ເຂົາ​ຕາຍ.

ຍ້ອນຫຍັງໂຢອາບຈຶ່ງຂ້າອັບເນ?

ໂຢອ​າບຂ້າອັບເນກໍເພື່ອ​ແກ​້​ແຄ້ນ​ເລືອດ​ຂອງ​ອາ​ສາ​ເຮນ​ນ້ອງ​ຊາຍ​ຂອງ​ເຂົາ.

2 Samuel 3:28

ເມື່ອດາວິດຮູ້ວ່າໂຢອາບໄດ້ຂ້າອັບເນ, ເຂົາໄດ້ເວົ້າຫຍັງກ່ຽວກັບໂຢອາບ ແລະຄອບຄົວຂອງໂຢອາບ?

ດາວິດເວົ້າວ່າ ຂໍ​ໃຫ້​ຄວາມ​ຜິດ​​ການ​ຕາຍ​ຂອງ​ອັບ​ເນ​ຕົກ​ເຫນືອ​ຫົວ​ຂອງ​ໂຢ​ອາບ ແລະ​ ເຫນືອເຊື້ອສາຍ​ທັງ​ຫລາຍ​ຂອງ​ພໍ່​ເຂົາ.

2 Samuel 3:31

ດາ​ວິດ​ໄດ້​ເວົ້າຫຍັງ​ກັບ​ໂຢ​ອາບ ແລະ​ ປະ​ຊາ​ຊົນ​ທຸກ​ຄົນ​ທີ່​ຢູ່​ກັບ​ທ່ານ​?

ດາ​ວິດ​​ໄດ້​ເວົ້າ​ກັບ​ໂຢ​ອາບ ແລະ​ ປະ​ຊາ​ຊົນ​ທຸກ​ຄົນ​ທີ່​ຢູ່​ກັບ​ທ່ານ​ວ​່າ, ຈົ່ງ​ຈີກ​ເສື້ອ​ຜ້າ​ຂອງ​ພວກ​ທ່ານ, ເອົາ​ຜ້າ​ກະ​ສອບ​ມັດ​ແອວ​ໄວ້,ເ​ເລະ​ ຈົ່ງ​ໄວ້​ທຸກ​ຕໍ່​ຫນ້າ​ຮ່າງກາຍ​ຂອງ​ອັບ​ເນ.

2 Samuel 3:35

​ເມື່ອປະ​ຊ​າ​ຊົນ​ທັງ​ປວງ​​ມາ​ບອກ​ດາ​ວິດ​ໃຫ້​ກິນ​ອາ​ຫານ​ເມື່ອ​ເວ​ລາ​ຍັງເ​ວັນ​ຢູ່, ​ດາ​ວິດ​ປາ​ຖະ​ຫນາ​ຫຍັງ?

ດາ​ວິດ​ປາ​ຖະ​ຫນາ​ວ່າ, "ຂໍ​ພ​ຣະ​ເຈົ້າ​ຊົງ​ລົ​ງໂທ​ດ​ເຮົາ, ​ແລະ​ ຊົງ​ເພີ່ມ​ໂທດນັ້ນ​ດ້ວຍ, ຖ້າ​ເຮົາ​ໄດ້​ຊິມ​ເຂົ້າຈີ່ ​ຫລື ​ສິ່ງ​ອື່ນ​ໃດ​ກ່ອນດວງ​ອາ​ທິດ​ຕົກ."

2 Samuel 3:37

ປະ​ຊາ​ຊົນ​ທັງ​ຫລ​າຍ ແລະປະຊາຊົນ​ອິດ​ສະ​ຣາ​ເອນ​​ເຂົ້າ​ໃຈ​ຫຍັງຫລັງຈາກພວກເຂົາສັງເກດເຫັນຄວາມໂສກເສົ້າຂອງດາວິດກ່ຽວກັບການຕາຍຂອງອັບເນ?

ປະ​ຊາ​ຊົນ​ທັງ​ຫລ​າຍ​ ແລະອິດ​ສະ​ຣາ​ເອນ​ທັງ​ປວງ​ກໍ​ໄດ້​ເຂົ້າ​ໃຈ​ໃນ​ວັນ​ນັ້ນ​ວ່າ ກະ​ສັ​ດ​ບໍ​່ໄດ້​ມີ​ຄວາມ​ປາ​ຖະ​ຫນາ​ທີ່ຈະ​ຂ້າ​ອັບ​ເນ​.

ກະສັດໄດ້ກ່າວຫຍັງກັບຜູ້ຮັບໃຊ້ຂອງພະອົງກ່ຽວກັບອັບເນ?

ກະ​ສັດ​ໄດ້​ເວົ້າ​ກັບ​ຄົນຮັບໃຊ້ຂອງ​ຕົນວ່າ,"ພວກ​ທ່ານບໍ່​ຮູ້​ບໍວ່າ ວັນ​ນີ້​ເຈົ້າ​ຊາຍ ​ເເລະ ​ຄົນ​ທີ່​ຍິ່ງ​ໃຫ​ຍ່​ຄົ​ນ​ຫນຶ່ງ​ໄດ້​ລົ້ມ​ລົງ​ໃນອິດ​ສະ​ຣາ​ເອນ?"

ດາວິດປາຖະຫນາຫຍັງກ່ຽວກັບບຸດຊາຍຂອງນາງເຊຣູອີຢານີ?

ດາວິດປາຖະຫນາໃຫ້ຂໍ​ພ​ຣະ​​ຢາ​ເວ​ຊົງຕອບແທນຜູ້ທີ່ເຮັດຜິດໂດຍລົງໂທດເຂົາດ້ວຍຄວາມຊົ່ວຕາມທີ່ເຂົາສົມຄວນໄດ້ຮັບ.

2 Samuel 4

2 Samuel 4:1

ສາເຫດຫຍັງທີ່ເຮັດໃຫ້ມືຂອງອີຊະໂບເຊັດອ່ອນແຮງລົງ?

ເມື່ອອີຊະໂບເຊັດໄດ້ຮັບຮູ້ວ່າອັບເນໄດ້ຕາຍທີ່ເມືອງເຮັບໂຣນ, ມືຂອງເຂົາອ່ອນແຮງລົງ.

ຜູ້ຊາຍສອງຄົນຂອງກະສັດໂຊນທີ່ເປັນຫົວ ຫນ້າກຸ່ມທະຫານຊື່ຫຍັງ?

ຊື່ຂອງຜູ້ຊາຍສອງຄົນຂອງກະສັດໂຊນທີ່ເປັນຫົວຫນ້າກຸ່ມທະຫານແມ່ນ ບາອານາ ແລະເຣກາບ

2 Samuel 4:4

ລູກຊາຍຂອງກະສັດໂຊນຜູ້ທີ່ຕີນຂອງເຂົາເປັນງ່ອຍຊື່ຫຍັງ?

ລູກຊາຍຂອງກະສັດໂຊນຜູ້ທີ່ຕີນຂອງເຂົາເປັນງ່ອຍຊື່ ເມຟີໂບເຊັດ.

2 Samuel 4:5

ເຣກາບ ແລະບາອານາເຂົ້າໄປໃນວັງຂອງອີຊະໂບເຊັດແນວໃດ?

ເຣກາບ ແລະບາອານາໄດ້ເຂົ້າໄປໃນວັງໂດຍຍ່າງງຽບໆ ແລະຜ່ານຜູ້ຄົນເຝົ້າປະຕູໄປ

ເຣກາບ ແລະບາອານາໄດ້ເຮັດຫຍັງເມືອພວກເຂົາເຂົ້າໄປໃນວັງຂອງອີຊະໂບເຊັດ?

ເຣກາບ ແລະບາອານາໄດ້ເຂົ້າໄປໃນວັງຂອງອີຊະໂບເຊັດ, ພວກເຂົາໄດ້ຂ້າເຂົາໃນຂະນະທີ່ເຂົາກໍາລັງນອນຫລັບຢູ່ເທິງບ່ອນນອນໃນຫ້ອງນອນຂອງເຂົາ.

2 Samuel 4:8

ເຣກາບ ແລະບາອານາໄປໃສຫລັງຈາກພວກເຂົາໄດ້ຂ້າອິດຊະໂບເຊັດ ແລະຕັດຫົວຂອງເຂົາ?

ເຣກາບ ແລະບາອານາໄດ້ນຳເອົາຫົວຂອງອິດຊະໂບເຊັດມາໃຫ້ດາວິດຢູ່ທີ່ເມືອງເຮັບໂຣນ.

2 Samuel 4:11

ດາວິດໄດ້ເວົ້າຫຍັງກ່ຽວກັບເຣກາບ ແລະບາອານາ?

ດາວິດກ່າວວ່າເຣກາບ ແລະບາອານາເປັນຄົນຊົ່ວຮ້າຍທີ່ຂ້າຄົນບໍລິສຸດທີ່ຢູ່ໃນບ້ານຕົນເອງເທິງບ່ອນນອນຂອງເຂົານັ້ນ.

ຕາມຄຳສັ່ງຂອງດາວິດ, ຊາຍຫນຸ່ມໄດ້ເຮັດຫຍັງກັບເຣກາບ ແລະບາອານາ?

ຊາຍຫນຸ່ມໄດ້ຂ້າເຣກາບ ແລະບາອານາ ແລະຕັດມື ແລະຕັດຕີນ ແລະໄດ້ແຂວນສົບພວກເຂົາໄວ້ທີ່ຂ້າງສະນ້ຳທີ່ເມືອງເຮັບໂຣນ.

ດາວິດໄດ້ເຮັດຫຍັງກັບຫົວຂອງອິດຊະໂບເຊັດ?

ດາວິດນຳຫົວຂອງອິດຊະໂດເຊັດໄປ​ຝັງ​ໄວ້​ທີ່​ຝັງ​ສົບ​ຂອງ​ອັບ​ເນ​ທີ່​ເມືອງ​ເຮັບ​ໂຣນ.

2 Samuel 5

2 Samuel 5:1

ຊົນຊາດທຸກເຜົ່າຂອງອິດສະຣາເອນຍອມຮັບວ່າພຣະຢາເວກ່າວຫຍັງກັບດາວິດ?

ຊົນຊາດທຸກເຜົ່າຂອງອິດສະຣາເອນຍອມຮັບວ່າພຣະຢາເວກ່າວກັບດາວິດວ່າ, "ເຈົ້າ​ຈະ​ນຳ​ປະ​ຊາ​ຊົນ​ອິດ​ສະຣາ​ເອນ​ຂອງ​ເຮົາ​, ແລະ​ ເຈົ້າ​ຈະ​ເປັນ​ຜູ້​ປົກ​ຄອງ​ເຫນືອ​ອິດ​ສະ​ຣາ​ເອນ."

2 Samuel 5:3

ແມ່ນໃຜທີ່ມາເມືອງເຮັບໂຣນ,ເຮັດພັນທະສັນຍາກັບດາວິດ ແລະເຈີມດາວິດໃຫ້ເປັນກະສັດເຫນືອິດສະຣາເອນ?

ພວກຜູ້ອາວຸໂສທັງຫມົດຂອງອິດສະຣາເອນໄດ້ມາທີ່ເມືອງເຮັບໂຣນ, ເຮັດພັນທະສັນຍາກັບດາວິດ, ແລະເຈີມດາວິດໃຫ້ເປັນກະສັດເຫນືອອິດສະຣາເອນ.

ດາວິດຄອງຣາດເຫນືອນະຄອນເຢຣູຊາເລັມແລະຢູດາຈັກປີ?

ດາວິດຄອງຣາດສາມສິບສາມປີທີ່ເຢຣູຊາເລັມເຫນືອອິດສະຣາເອນ ແລະຢູດາທັງຫມົດ.

2 Samuel 5:6

ເຢຣູຊາເລັມມີຊື່ອື່ນຮ້ອງວ່າຊື່ຫຍັງ?

ເຢຣູຊາເລັມມີຊື່ອື່ນຮ້ອງວ່າເປັນກຳບັງທີ່ເຂັ້ມແຂງຂອງຊີໂອນ ແລະເມືອງຂອງດາວິດ.

ດາວິດຢຶດທີ່ກຳບັງເຂັ້ມແຂງຂອງຊີໂອນໄດ້ຈາກໃຜ?

ດາວິດຢຶດທີ່ກຳບັງເຂັ້ມແຂງຂອງຊີໂອນຈາກຄົນເຢບຸດ.

2 Samuel 5:8

ຍ້ອນຫຍັງດາວິດຈຶ່ງເຂັ້ມແຂງ ແລະເຂັ້ມແຂງຫລາຍຂຶ້ນ?

ດາວິດເຂັ້ມແຂງຂຶ້ນ ແລະເຂັ້ມແຂງຫລາຍຂຶ້ນເພາະວ່າພຣະຢາເວ, ພຣະ​ເຈົ້າ​ແຫ່ງຈອມ​ໂຢທາ​, ໄດ້​ສະ​ຖິດ​ກັບ​ເພິ່ນ.

2 Samuel 5:11

ຮີຣາມກະສັດເມືອງຕີເຮໄດ້ຊົງສົ່ງຫຍັງໃຫ້ດາວິດ?

​ຮີ​ຣາມ​​ໄດ້​ຊົງ​ສົ່ງ​ພວກ​ຄະ​ນະຜູ້ສົ່ງຂ່າວສານ​ມາ​ຫາ​ດາ​ວິດ, ແລະໄມ້ແປກ, ພວກຊ່າງໄມ້, ແລະພວກຊ່າງກໍ່ສ້າງ.

2 Samuel 5:13

ດາວິດມີລູກຈັກຄົນທີ່ເກີດໃນເຢຣູຊາເລັມ?

ດາວິດມີລູກສິບເອັດຄົນທີ່ເຢຣູຊາເລັມ.

2 Samuel 5:17

ຄົນຟີລິດສະຕິນເຮັດຫຍັງເມື່ອພວກເຂົາໄດ້ຍິນວ່າດາວິດໄດ້ຖືກຊົງເຈີມເປັນກະສັດເຫນືອອິດສະຣາເອນ?

ຄົນຟີລິດສະຕິນໄດ້ອອກໄປຊອກຫາດາວິດເມື່ອພວກເຂົາໄດ້ຍິນວ່າເຂົາໄດ້ຖືກຊົງເຈີມໃຫ້ເປັນກະສັດເຫນືອອິດສະຣາເອນ.

2 Samuel 5:19

ພຣະຢາເວໄດ້ບອກຫຍັງກັບດາວິດ ເພື່ອຕອບຄຳຖາມຂອງດາວິດທີ່ວ່າ, ''ຂ້ານ້ອຍຄວນຈະໂຈມຕີຄົນຟີລິດສະຕິນ ຫລືບໍ? ພ​ຣະ​ອົງ​ຈະ​ຊົງ​ມອບ​ໄຊ​ຊະ​ນະ​ເຫນືອ​ພວກ​ເຂົາ​ຫ​ລື​ບໍ?"

ພຣະຢາເວກ່າວຕໍ່ດາວິດວ່າ, "ຈົ່ງໄປໂຈມຕີພວກເຂົາ, ເຮົາຈະໃຫ້ເຈົ້າສູ້ຮົບຊະນະເຫນືອຄົນຟີລິດສະຕິນ."

ດາວິດໄດ້ໂຈມຕີຄົນຟີລິດສະຕິນຢູ່ໃສ ແລະຜົນອອກມາເປັນແນວໃດ?

ດາ​ວິດ​ໄດ້​ຊົງ​ໂຈມ​ຕີ​ທີ່ບາ​ອານ​ເປ​ຣາ​ຊິມ, ແລະ​ ທີ່​ນັ້ນ​ເອງ​ເພິ່ນໄດ້​ຊົງ​ຊະ​ນະ​ພວກ​ເຂົາ.

2 Samuel 5:22

ເມື່ອໃດຄົນຟີລິດສະຕິນກັບມາອີກຄັ້ງ, ພຣະຢາເວໄດ້ກ່າວກັບດາວິດໂຈມຕີພວກເຂົາແນວໃດ?

ພຣະຢາເວໄດ້ກ່າວກັບດາວິດຢ່າ​ຂື້ນ​ໄປ​ໂຈມ​ຕີ​ດ້ານ​ຫນ້າ​ຂອງ​ພວກ​ເຂົາ, ແຕ່​ຈົ່ງ​ອ້ອມ​ໄປ​ຂ້າງ​ຫລັງ​ຂອງ​ພວກ​ເຂົາ ແລະ ​ເຂົ້າ​ເຖິງ​ພວກ​ເຂົາ​ທາງ​ຫນ້າ​ຫມູ່​ຕົ້ນ​ມອນ.

2 Samuel 5:24

ພຣະຢາເວຊົງບອກໃຫ້ດາວິດຟັງສຽງຫຍັງກ່ອນທີ່ຈະໂຈມຕີຄົນຟີລິດສະຕິນ?

ພຣະຢາເວໄດ້ບອກໃຫ້ດາວິດໂຈມຕີຄົນຟີລິດສະຕິນ ເມື່ອເຂົາໄດ້ຍິນສຽງຍ່າງ​ຢູ່​ເທິງ​ຕົ້ນ​ໄມ້​ໃນ​ສາຍ​ລົມ​ພັດ​ຜ່ານຍອດ​ຕົ້ນ​ມອນ​

ດາວິດໄດ້ເຮັດຫຍັງທີ່ຕອບສະຫນອງຄຳສັ່ງຂອງພຣະຢາເວ?

ດາວິດໄດ້ຊົງເຮັດຕາມຄຳສັ່ງຂອງພຣະຢາເວ.

ຜົນການຕໍ່ສູ້ກັບຄົນຟີລິດສະຕິນເປັນແນວໃດ?

ຜົນການຕໍ່ສູ້ດາວິດໄດ້ຊົງສັງຫານຄົນຟີລິດສະຕິນຈາກ​ເມືອງ​ເກ​ບາ​ຈົນ​ເຖິງ​ເມືອງ​ເກ​ເຊ.

2 Samuel 6

2 Samuel 6:1

ຍ້ອນຫຍັງດາວິດຈຶ່ງລວບລວມຄົນອິດສະຣາເອນ?

ດາ​ວິດ​ໄດ້​ຊົງລວບ​ລວມ​ຄົນ​ອິດ​ສະ​ຣາ​ເອນ​​ໄດ້ເລືອກເອົາ​ຜູ້​ເກັ່ງ​ກ້າ​ໃນ​ອິດ​ສະ​ຣາ​ເອນ​​ທັງ​ຫມົດ ເພື່ອນຳຫີບພັນທະສັນຍາຂຶ້ນມາຈາກທີ່ນັ້ນ.

2 Samuel 6:3

ພວກເຂົາໄດ້ວາງຫີບພັນທະສັນຍາຂອງພຣະເຈົ້າເທິງຫຍັງ?

ພວກເຂົາໄດ້ວາງຫີບພັນທະສັນຍາຂອງພຣະເຈົ້າເທິງລໍ້ຄັນໃຫມ່.

ແມ່ນໃຜທີ່ຂັບລໍ້ຄັນໃຫມ່?

ອຸດ​ຊາ ​ແລະ​ ອາ​ຮີໂອ, ​ພວກ​ລູກ​ຊາຍ​ຂອງ​ເຂົາ,​ ໄດ້​ຂັບ​ລໍ້​ຄັນ​ໃຫມ່​ນັ້ນ.

2 Samuel 6:6

ແມ່ນຫຍັງເກີດຂຶ້ນເມື່ອພວກເຂົາມາຮອດ​ລານ​ຟາດ​ເຂົ້າ​ນາ​ໂກນ?

ເມື່ອ​ພວກ​ເຂົາ​ໄດ້​ມາ​ຮອດ​ລານ​ຟາດ​ເຂົ້າ​ນາ​ໂກນ, ​ງົວເຫລົ່າ​ນັ້ນ​ກໍ​ໄດ້​ສະ​ດຸດ, ແລະ​ອຸດ​ຊາ​ກໍ​ໄດ້​ເດ່​ມີ​ື​ຂອງ​ເຂົາ​ອອກ​ໄປ​ຈັບ​ຫີບພັນທະສັນຍາຂອງ​ພ​ຣະ​ເຈົ້າ​ໄວ້, ແລະ ​ເຂົາ​ໄດ້​ຈັບ​ທັງ​ຫີບ​ໄວ້.

ພຣະຢາເວໄດ້ຕອບສະຫນອງຕໍ່ການກະທຳຂອງອຸດຊາແນວໃດ?

​ພ​ຣະ​​ຢາ​ເວ​ກໍ​ໄດ້​ໂກດ​ຮ້າຍ​ອຸດ​ຊາ. ພ​ຣະ​ເຈົ້າ​ໄດ້​ຊົງ​ປະ​ຫານ​ເຂົາ​ທີ່​ນັ້ນ ​ເພາະ​ຄວາມ​ຜິດ​ຂອງ​ເຂົາ. ອຸດ​ຊາ​ໄດ້​ຕາຍ​ທີ່​ຂ້າງຫີບພັນທະສັນຍາ​ຂອງ​ພ​ຣະ​ເຈົ້າ.

2 Samuel 6:8

ດາວິດຮູ້ສຶກແນວໃດຕໍ່ສິ່ງທີ່ພຣະຢາເວໄດ້ເຮັດກັບອຸດຊາ?

ດາ​ວິດ​ກໍ​ໄດ້​ໃຈ​ຮ້າຍ ເພາະ​ພ​ຣະ​ເຢາ​ເວ​ໄດ້​ຊົງ​ປະ​ຫານ​ອຸດ​ຊາ, ແລະ ​ດາວິດກໍໄດ້ຢ້ານກົວຕໍ່ພຣະຢາເວໃນມື້ນັ້ນ.

2 Samuel 6:10

ດາວິດໄດ້ເຮັດຫຍັງກັບຫີບພັນທະສັນຍາຂອງພຣະຢາເວຫລັງຈາກອຸດຊາຕາຍ?

ດາວິດໄດ້​ຊົງ​ວາງຫີບພັນທະສັນຍາຂອງພຣະເຈົ້າໄວ້ທີ່​ບ້ານ​ຂອງ​ໂອ​ເບັດ​ເອ​ໂດມ​ຊາວ​ເມືອງ​ກາດ.

2 Samuel 6:12

ຍ້ອນຫຍັງດາວິດຈຶ່ງນຳຫິບພັນທະສັນຍາຂອງພຣະເຈົ້າຈາກບ​້ານ​ຂອງ​ໂອ​ເບັດ​ເອ​ໂດມ​ເຖິງ​ເມືອງ​ຂອງ​ດາ​ວິດ?

ດາວິດໄດ້ນຳເອົາຫີບພັນທະສັນຍາຈາກບ້ານຂອງໂອເບັດເອໂດມ ເພາະວ່າດາວິດໄດ້ບອກພ​ຣະ​ຢາ​ເວ​ຊົງ​ອວຍ​ພອນ​ບ້ານ​ຂອງ​ໂອ​ເບັດ​ເອ​ໂດມ ແລະ​ ທຸກ​ສິ່ງ​ທີ່​ເປັນ​ຂອງ​ເຂົາ​ເນື່ອງ​ດ້ວຍ​ຫີບພັນທະສັນຍາຂອງ​ພ​ຣະ​ເຈົ້າ.

2 Samuel 6:14

ດາວິດໄດ້ເຮັດຫຍັງກັບຫີບພັນທະສັນຍາຂອງພຣະເຈົ້າທີ່ໄດ້ນຳຂຶ້ນມາ?

ເມື່ອຫີບພັນທະສັນຍາຂອງພຣະເຈົ້າໄດ້ນຳຂຶ້ນມາ, ດາວິດ, ສວມພຽງເສື້ອມປ່ານເທົ່ານັ້ນ, ​ຊົງເຕັ້ນ​ລຳ​ຕໍ່​ຫນ້າ​ພ​ຣະ​​ຢາ​ເວດ້ວ​ຍ​ສຸດ​ກຳ​ລັງ​ຂອງ​ເພິ່ນ.

2 Samuel 6:16

ນາງມີການໄດ້ເຮັດຫຍັງເພື່ອຕອບສະຫນອງເມື່ອເຂົາໄດ້ເຫັນກະສັດດາວິດ​ຊົງ​ກຳ​ລັງ​​ໂດດ​ ແລະ ​​ກຳ​ລັງ​ເຕັ້ນ​ລຳຕໍ່​ຫນ້າ​ພ​ຣະຢາ​ເວ​?

ເມື່ອນາງມີການໄດ້ຊົງເຫັນ​ກະ​ສັດ​ດາ​ວິດ​ຊົງ​ກຳ​ລັງ​​ໂດດ​ ແລະ ​​ກຳ​ລັງ​ເຕັ້ນ​ລຳຕໍ່​ຫນ້າ​ພ​ຣະຢາ​ເວ​. ແລ້ວ​ນາງ​ກໍ​ໄດ້​ດູ​ຖູກ​ດາ​ວິດ​ໃນ​ໃຈ.

ຫລັງຈາກຫີບພັນທະສັນຍາຂອງພຣະຢາເວເຂົ້າມາຕັ້ງໄວ້ໃນທີ່ກຳຫນົດ, ດາວິດໄດ້ຖວາຍຫຍັງຕໍ່ຫນ້າພຣະຢາເວ?

ດາ​ວິດ​​ໄດ້​ຊົງ​ຖ​ວາຍ​ເຄື່ອງ​ເຜົາ​ບູ​ຊາ. ​ແລະ ເຄື່​ອງ​ສັນ​ຕິ​ບູ​ຊາ​ຕໍ່​ຫນ້າ​ພ​ຣະ​​ຢາ​ເວ.

2 Samuel 6:18

ດາວິດໄດ້ຊົງແຈກຍາຍຫຍັງໃຫ້ແກ່ປະຊາຊົນທຸກຄົນ, ທັງຜູ້ຊາຍ ແລະຜູ້ຍິງ?

ດາວິດໄດ້​ຊົງ​ແຈກ​ເຂົ້າຈີ່ໃຫ້​ແກ່​ປະ​ຊາ​ຊົນ​ທຸກ​ຄົນ, ຄື​ປະ​ຊາ​ຊົນ​ອິດ​ສະ​ຣາ​ເອນ​​ທັງ​ຜູ້​ຊາຍ ​ແລະ​ ຜູ້​ຍິງ, ໃຫ້​​ເຂົ້າຈີ່ຄົນ​ລະ​ກ້ອນ, ຊີ້ນປີ້ງຜູ້ລະຕ່ອນ, ແລະ​​ເຄັກຫມາກລະແຊ້ງ​ຄົນ​ລະ​ກ້ອນ.

2 Samuel 6:20

ນາງ​ມີ​ການ,​ ລູກ​ສາວ​ຂອງ​ກະສັດໂຊນ, ໄດ້ເວົ້າຫຍັງດາວິດ?

ນາງມີການເວົ້າກັບດາວິດ "ວັນ​ນີ້​ກະ​ສັດ​ແຫ່ງ​ອິດ​ສະ​ຣາ​ເອນ​ໄດ້​ກຽດ​ຕິ​ຍົດ​ອັນ​ຍິ່ງ​ໃຫຍ່​ເລີຍ, ຜູ້ໄດ້​ຊົງ​ແກ້​ເຄື່ອງ​ຂອງ​ທ່ານໃນວັນນີ້ຕໍ່ຫນ້າພວກສາວໃຊ້ຂອງລາວ, ຄືຄົນບ້າໃຫ້ກັບ​ຄົນ​ຮັບ​ໃຊ້​ຂອງຕົນເບິ່ງຢ່າ​ງ​ບໍ່​ອາຍ!"

2 Samuel 6:21

ດາ​ວິດ​ໄດ້​ຊົງ​ກ່າວ​ຕອບ​ນາງມີ​ການ​ວ່າຫຍັງ?

ດາວິດໄດ້ຊົງເຕັ້ນ ແລະເຕັ້ນຕໍ່ຫນ້າພຣະຢາເວແລະກ່ອນພຣະຢາເວຈະຊົງຊົມຊື່ນຍິນດີ, ແລະເຂົາຈະອັບອາຍຂາຍຫນ້າໃນສາຍຕາຂອງເຂົາເອງ, ແຕ່ເຂົາຈະເປັນຜູ້ທີ່ໄດ້ຮັບກຽດໃນພວກຜູ້ຮັບໃຊ້.

2 Samuel 7

2 Samuel 7:1

ພຣະຢາເວໄດ້ຊົງປະທານຫຍັງກັບດາວິດ?

ພຣະຢາເວໄດ້ຊົງໃຫ້ດາວິດສະຫງົບຈາກເຫລົ່າສັດຕູທຸກຮອບດ້ານຂອງເພິ່ນ.

ກະ​ສັດ​ໄດ້​ກ່າວ​ຫຍັງກັບ​ຜູ້​ທຳ​ນ​ວາຍ​ນາ​ທານ​?

ກະ​ສັດ​ໄດ້​ກ່າວ​ກັບ​ຜູ້​ທຳ​ນ​ວາຍ​ນາ​ທານ​ວ່າ, "ຈົ່ງ​ເບິ່ງ​ເທີນ, ເຮົາ​ຢູ່​ໃນ​ວັງ​ທີ່​ເຮັດ​ດ້ວຍ​ໄມ້​ແປກ, ແຕ່​ຫີບພັນທະສັນຍາ​ຂອງ​ພ​ຣະ​ເຈົ້າ​ຊົງ​ຢູ່​ໃນ​ເຕັ້ນ."

2 Samuel 7:3

ນາທານໄດ້ກ່າວຫຍັງກັບດາວິດກ່ອນຄຳສັ່ງຂອງພຣະຢາເວໄດ້ມາເຖິງນາທານ?

ນາ​ທານ​ໄດ້​ຕອບ​ກະ​ສັດ​ວ່າ, "ຈົ່ງໄປ, ​ຊົງ​ເຮັດ​ທຸກ​ສິ່ງ​ຕາມ​ໃຈ​ຂອງ​ທ່ານ, ​ເພາະ​ພ​ຣະ​​ຢາ​ເວ​ຊົງ​ສ​ະ​ຖິດ​ກັບ​ທ່ານ."

2 Samuel 7:6

ພຣະຢາເວຊົງຖາມຄຳຖາມດາວິດຫຍັງກ່ຽວກັບຜູ້ນຳອິດສະຣາເອນຈົນເຖິງເວລານັ້ນ?

ພຣະເຢາເວໄດ້ຊົງຖາມດາວິດວ່າພຣະຢາເວເຄີຍກ່າວຫລືບໍວ່າ, ''ເປັນ​ຫຍັງ​ພວກ​ເຈົ້າ​ບໍ່​ສ້າງວິ​ຫານ​ໄມ້​ແປກ​ໃຫ້​ເຮົາ​?'' ຜູ້ນຳ​ຄົນ​ໃດ​ທີ່ພຣະຢາເວໄດ້ຮັບການແຕ່ງຕັ້ງ.

2 Samuel 7:8

ພຣະຢາເວໄດ້ກ່າວວ່າໄດ້ເຮັດຫຍັງເພື່ອດາວິດ?

ພຣະຢາເວໄດ້ກ່າວວ່າພຣະອົງໄດ້ຊົງແຕ່ງຕັ້ງດາວິດໃຫ້ເປັນຜູ້ຄອບຄອງອິດສະຣາເອນ, ເຮົາໄດ້ຢູ່​ກັບ​ເຈົ້າ​ທຸກ​ແຫ່ງ​ທີ່​ເຈົ້າ​ໄປ, ແລະເຮົາ​ໄດ້​ກຳ​ຈັດ​ສັດ​ຕູ​ຂອງ​ເຈົ້າ​ທັງ​ຫມົດ​ໃຫ​້​ພົ້ນ​ຫນ້າ​ເຈົ້າ.

2 Samuel 7:10

ພຣະຢາເວໄດ້ຊົງກ່າວຈະຊົງເຮັດຫຍັງເພື່ອອິດສະຣາເອນ?

ເຮົາ​ຈະແຕ່ງຕັ້ງ​ສະຖານທີ່​ຫນຶ່ງ​ໃຫ້​ອິດ​ສະ​ຣາ​ເອນ​ປະ​ຊາ​ຊົນ​ຂອງ​ເຮົາ ແລະ ​ເຮົາ​ຈະ​ກໍ່​ຕັ້ງ​ພວກ​ເຂົາ​ໄວ້, ເພື່ອ​ພວກ​ເຂົາ​ຈະ​ໄດ້​ຢູ່​ໃນ​ທີ່​ຂອງ​ພວກ​ເຂົາ​ເອງ​ ແລະ​ ບໍ່​ຖືກ​ລົບ​ກວນ​ອີກ​ຕໍ່​ໄປ. ພວກ​ປະ​ຊາ​ຊົນ​ຈະ​ຢູ່​ຢ່າງ​ບໍ່​ມີ​ການ​ກົດ​ຂີ່​ຂົ່ມ​ເຫັງ​ພວ​ກ​ເຂົາ​ອີກ, ​ດັ່ງ​ທີ່​ພວກ​ເຂົາ​ໄດ້​ເຮັດ​ໃນ​ເວ​ລາ​ທີ່​ຜ່ານ​ມາ.

2 Samuel 7:12

ພຣະຢາເວກ່າວວ່າໃຜຈະສ້າງພຣະວິຫານໃຫ້ພຣະອົງ?

ພຣະຢາເວກ່າວວ່າ ເຮົາ​ຈະ​ຍົກ​ຄອບ​ຄົວ​ຂອ​ງ​ເຈົ້າ​ຄົນ​ຫນຶ່ງ​ສືບ​ຕໍ່​ຈາກ​ເຈົ້າ, ຊຶ່ງ​ເກີດ​ມາ​ຈາກ​ຕົວ​ຂອງດາວິດ, ເຂົາ​ຈະ​ເປັນ​ຜູ້​ສ້າງວິ​ຫານ​ເພື່ອ​ນາມ​ຂອງ​ເຮົາ.

2 Samuel 7:15

ພຣະຢາເວໄດ້ກ່າວຫຍັງກ່ຽວກັບເຊື້ອສາຍແລະອານາຈັກຂອງດາວິດ?

ເຊື້ອ​ສາຍ​ຂອງ​ເຈົ້າ​ ແລະ​ ອາ​ນາ​ຈັກ​ຂອງ​ເຈົ້າ​ຈະ​ຕັ້ງ​ຫມັ້ນ​ຢູ່​ຕໍ່​ຫນ້າ​ເຈົ້າ​ຕະຫລອດໄປ ແລະ​ ບັນ​ລັງ​ຂອງ​ເຈົ້າ​ຈະ​ຫມັ້ນ​ຄົງ​ຕະຫລອດໄປ.

2 Samuel 7:18

ຫລັງຈາກທີ່ນາທານໄດ້ເວົ້າກັບດາວິດທຸກຄຳທີ່ພຣະຢາເວກ່າວ ແລະບອກດາວິດກ່ຽວກັບນິມິດ, ດາວິດໄດ້ເຮັດຫຍັງ?

ດາວິດກໍເຂົ້າໄປໃນ ແລະນັ່ງຕໍ່ຫນ້າພຣະຢາເວແລະກ່າວກັບພຣະອົງ.

ຫລັງຈາກໄດ້ຍິນຄຳພະຍາກອນກ່ຽວກັບດາວິດແລະຄອບຄົວຂອງເຂົາ, ດາວິດໄດ້ກ່າວວ່າພຣະຢາເວໄດ້ຊົງເຮັດຫຍັງເພື່ອເຂົາ?

ດາວິດໄດ້ກ່າວຕໍ່ພຣະເຈົ້າຢາເວວ່າ ພ​ຣະ​ອົງ​ຊົງ​ຍົກ​ຍ້ອງ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ, ດາວິດ..

2 Samuel 7:21

ດາວິດໄດ້ເວົ້າວ່າສາເຫດຫຍັງພຣະຢາເວຊົງເຮັດສິ່ງທີ່ຍິ່ງໃຫຍ່ ແລະຊົງເປີດເຜີຍຕໍ່ເຂົາ?

ດາວິດໄດ້ກ່າວວ່າພຣະຢາເວໄດ້ເຮັດສິ່ງເຫລົ່ານີ້ເພື່ອ​ເຫັນ​ແກ່​ຄຳ​ສັ່ງ​ຂອງ​ພ​ຣະ​ອົງ, ​ແລະ​ເພື່ອ​ໃຫ​້​ສຳ​ເລັດຕາມ​ປະ​​ສົງ​ຂອງ​ພ​ຣະ​ອົງເອງ.

ດາວິດໄດ້ກ່າວວ່າຫຍັງແມ່ນເຫດຜົນທີ່ພຣະຢາເວຊ່ວຍຊີວິດຊາວອິດສະຣາເອນ?

ດາວິດໄດ້ກ່າວວ່າຊົງຊ່ວຍຊາວອິດສະຣາເອນໄວ້ເພື່ອພວກເຂົາຈະເປັນຊົນຊາດດຽວສຳລັບພຣະເຈົ້າ, ເພື່ອເຮັດໃຫ້ຊື່ຂອງເຂົາເອງ, ແລະເພື່ອ​ຊົງ​ເຮັດ​ສິ່ງ​ຍິ່ງ​ໃຫຍ່​ການ​ກະທຳທີ່ເປັນຫນ້າຢຳເກງ​ນັ້ນ​ສຳ​ລັບ​ແຜ່ນ​ດິນ​ຂອງ​ພ​ຣ​ະ​ອົງ.

2 Samuel 7:27

ດາວິດກ່າວແນວໃດວ່າເຂົາກ້າທີ່ຈະອະທິຖານຕໍ່ພຣະຢາເວຈອມໂຢທາ?

ດາວິດກ່າວວ່າເຂົາກ້າທີ່ຈະອະທິຖານຕໍ່ພຣະຢາເວຈອມໂຢທາ ເພາະວ່າພຣະຢາເວຈອມໂຢທາຊົງເປີດເຜີຍຕໍ່ດາວິດ​ພ​ຣະ​ອົງ​ຈະ​ສ້າງ​ເຊື້ອ​ສາຍ​ໃຫ້​ເຂົາ.

ດາວິດໄດ້ຄຳນຶງເຖິງຫຍັງຕໍ່ຖ້ອຍຄຳຂອງພຣະຢາເວ?

ດາວິດໄດ້ຄຳນຶງເຖິງຖ້ອຍຄຳຂອງພຣະຢາເວຊົງວາງໃຈໄດ້.

ດາວິດຕ້ອງການຫຍັງໃຫ້ພຣະຢາເວເຮັດ?

ດາວິດຕ້ອງການໃຫ້ພຣະຢາເວໄດ້ເຮັດໃນສິ່ງທີ່ພຣະອົງໄດ້ກ່າວຕໍ່ດາວິດ ແລະອວຍພອນເຊື້ອສາຍຂອງດາວິດ.

2 Samuel 8

2 Samuel 8:1

ດາວິດໄດ້ຫຍັງຈາກການໂຈມຕີຄົນຟີລິດສະຕິນ ແລະເອົາຊະນະພວກເຂົາ?

ດາ​ວິດ​ໄດ້​ຍຶດ​ເມືອງ​ກັນ ​ແລະ ​ຫມູ່​ບ້ານ​ຕ່າງໆຈາກ​ການ​ຄວບ​ຄຸມ​ຂອງ​ຄົນ​ຟີ​ລິດ​ສະ​ຕິນ.

2 Samuel 8:2

ຫລັງຈາກດາວິດເອົາຊະນະຄົນໂມອາບ, ເຂົາຕັດສິນໃຈແນວໃດວ່າຄົນໂມອາບຄົນໃດຈະມີຊີວິດ ແລະຄົນໃດຈະຕາຍ?

ດາວິດໄດ້ຕັດສິນໃຈວ່າຄົນໂມອາບຄົນໃດຈະມີຊີວິດ ແລະ ຄົນໃດຈະຕາຍໂດຍ​​ໃຫ້ພວກເຂົາລຽນ​​ເປັນ​ແຖວຫນຶ່ງນອນ​ລົງ​ພື້ນ​ດິນ ເພິ່ນໄດ້​ແບ່ງ​ພວກ​ເຂົາ​ອອກ​ເປ​ັນ​ສອງ​ແຖວ​ເພື່ອ​ຂ້າ​, ແລະ ​ອີກ​ແຖວ​ຫນຶ່ງ​ໃຫ້ໄວ້​ຊີ​ວິດ.

ເກີດຫຍັງຂຶ້ນກັບຄົນໂມອາບທີ່ຖືກໄວ້ຊີວິດ?

​ຄົນ​ໂມ​ອາບ​ກໍ​ໄດ້​ກາຍ​ເປັນ​ຂ້າ​ຮັບ​ໃຊ້​ຂອງ​ດາ​ວິດ ແລະ ໄດ້​ເລີ່ມ​ນຳ​ເຄື່ອງ​ມາ​ຖວາຍ​ເພິ່ນ.

2 Samuel 8:3

ດາວິດໄດ້ຍຶດຫຍັງຈາກຮາ​ດາເດເຊ​ລູກ​ຊາຍ​ຂອງ​ເຣ​ໂຮບ?

ດາ​ວິດ​ໄດ້​ຍຶດ​ລົດ​ມ້າຫນຶ່ງ​ພັນ​ເຈັດ​ຮ້ອຍ​ຄັນ ແລະ​ ທະ​ຫານ​ສອງ​ຫມື່ນ​ຄົນ​ຈາກ​ເຂົາ.

2 Samuel 8:5

ດາວິດໄດ້ເຮັດຫຍັງຕໍ່ຄົນອາຮາມຊາວ​ເມືອງ​ດາ​ມັສ​ກັດ​ໄດ້​ມາ​ຊ່ວຍ​​ຮາ​ດາ​ເດ​ເຊແຫ່ງ​ໂຊ​ບາ?

ດາ​ວິດ​ກໍ​ໄດ້​ຂ້າ​ຄົນ​ອາ​ຣາມ​ຊາວ​ສອງ​ພັນ​ຄົນ.

ຍ້ອນຫຍັງພຣະຢາເວໄດ້ໃຫ້ໄຊຊະນະຕໍ່ດາວິດ?

ພຣະຢາເວໄດ້ໃຫ້ດາວິດໄດ້​ຮັບ​ໄຊ​ຊະ​ນະ​ທຸກ​ບ່ອນ​ທີ່​ເພິ່ນ​ໄປ​ສູ້​ຮົບ.

2 Samuel 8:9

ໂຕອີ, ກະສັດແຫ່ງຮາມັດໄດ້ເຮັດຫຍັງເມື່ອໄດ້ຍິນວ່າດາວິດຕີເສີກຊະນະກອງທັບ​ທັງ​ຫລາຍ​ຂອງ​ຮາ​ດາ​ເດ​ເຊ?

ໂຕ​ອີ​ໄດ້​ສົ່ງລູຊາຍຂອງຕົນ, ​ໂຢຣາມ​, ໄປ​ເຝົ້າ​ກະ​ສັດ​ດາ​ວິດ​ແລະ​ ຖວາຍ​ພ​ະ​ພ​ອນ​, ແລະໂຢຮາມກໍ​ໄດ້​ນຳ​ຊັບສິນ​ເງິ​ນ,​ ​ຄຳ, ແລະ ​ທອງ​ສຳ​ຣິດ​ໄປ​ຖວາຍ​ແກ່ດາວິດ.

2 Samuel 8:11

ດາວິດໄດ້ເຮັດຫຍັງກັບເງິນ ແລະຄຳຈາກ​ປະຊາຊາດ​ທັງ​ຫລາຍ​ທີ່​ເພິ່ນໄດ້ຮັບ​ໄຊ​ຊະ​ນະ?

ກະ​ສັດ​ດາ​ວິດ​ໄດ້​ມອບ​ຖວາຍເງິນ ແລະຄຳຈາກ​ປະຊາຊາດ​ທັງ​ຫລາຍ​ທີ່​ເພິ່ນໄດ້ຮັບ​ໄຊ​ຊະ​ນະ​ແດ່​ພ​ຣະ​​ຢາ​ເວ.

2 Samuel 8:13

ດາວິດໄດ້ມີໄຊຊະນະ​ເຫນືອ​ພວກ​ອາ​ຣາມຢູ່ໃສ?

ດາວິດໄດ້ຊົງ​ມີ​ໄຊ​ຊະ​ນະ​ເຫນືອ​ພວກ​ອາ​ຣາມ ໃນ​ພູ​ເຂົາ​ແຫ່ງ​ເກືອ.

2 Samuel 8:15

ດາວິດໄດ້ເຮັດຫຍັງກັບຊົນຊາດທັງຫມົດຂອງເຂົາ?

ດາ​ວິດ​ໄດ້​ຊົງ​ປົກ​ຄອງ​ອິດ​ສະ​ຣາ​ເອນ​ທ​ັງ​ຫລາຍ, ແລະເພິ່ນ​ໄດ້​ເຮັດ​ຄວາມ​ຍຸດ​ຕິ​ທຳ​ແກ່​ຊົນ​ຊາດ​ຂອງ​ເພິ່ນ​ທັງ​ຫລາຍ.

ແມ່ນໃຜທີ່ໄດ້ເປັນແມ່ທັບຂອງກະສັດດາວິດ?

ລູກຂອງກະສັດດາວິດເປັນແມ່ທັບຂອງກະສັດ.

2 Samuel 9

2 Samuel 9:1

ຍ້ອນຫຍັງດາວິດຈຶ່ງຈະສະແດງຄວາມຮັກຫມັ້ນຄົງແກ່ເຊື້ອສາຍຂອງໂຊນທີ່ຍັງເຫລືອຢູ່?

ດາ​ວິດ​ໄດ້​ສະແດງຄວາມຮັກຫມັ້ນ​ຄົງ​ແກ່ເຊື້ອສາຍຂອງໂຊນທີ່ຍັງເຫລືອຢູ່ເພື່ອເຫັນແກ່​​ໂຢ​ນາ​ທານ​.

2 Samuel 9:3

ຊີບາໄດ້ຕອບກະສັດວ່າແນວໃດ ເມື່ອເຂົາຖາມວ່າບໍ່​ມີ​ໃຜ​ໃນ​ເຊື້ອສາຍຂອງໂຊນ​ເຫລືອ​ຢູ່​ແລ້ວບໍ ​ຜູ້​ທີ່​ເຮົາອາດ​ຈະສະ​ແດງ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ເຈົ້າ​ຕໍ່​ເຂົາ?

ຊີ​ບາ​ໄດ້​ຕອບກະ​ສັດ​ວ່າ, "ໂຢ​ນາ​ທານ​ຍັງ​ມີ​ລູກຊາຍເຫລືອ​ຢູ່​ອົງ​ຫນ​ຶ່ງ, ຜູ້ທີ່​ຕີນ​ຂອງ​ລາວ​ພິ​ການ."

2 Samuel 9:5

ແມ່ນໃຜແດ່ທີ່ຍັງເຫລືອຢູ່ໃນເຊື້ອສາຍຂອງໂຊນ?

ເມ​ຟີ​ໂບ​ເຊັດ​ລູກຊາຍ​ຂອງ​ໂຢ​ນາ​ທານ ​ລູກຊາຍຂອງ​ກະສັດໂຊນຍັງເຫລືອຢູ່.

2 Samuel 9:7

ດາວິດໄດ້ສະແດງຄວາມຮັກຫຍັງແກ່ເມ​ຟີ​ໂບ​ເຊັດ​ລູກຊາຍ​ຂອງ​ໂຢ​ນາ​ທານ?

ດາວິດ​ຈະ​ຄືນ​ທີ່​ດິນ​ທັງ​ຫມົດ​ຂອງ​ໂຊນ, ​ປູ່​ຂອງ​ເຂົາ, ແລະເມຟີໂບເຊັດຈະ​ຮັບ​ປະ​ທານ​ອາ​ຫານ​ຢູ່​ທີ່​ໂຕະ​ຂອງ​ເຮົາ​ສະ​ເຫມີ​ໄປ.

2 Samuel 9:9

ດາວິດໄດ້ບອກຊີບາເຮັດຫຍັງເພື່ອເມຟີໂບເຊັດ?

ດາວິດໄດ້ບອກຊີບາໂຕເຂົາ, ລູກຂອງເຂົາແລະຄົນຮັບໃຊ້, ຈະ​ຕ​້ອງ​ໄຖນາ​ໃຫ້​ເຂົາ ແລະ​ເຂົາ​ຈະ​ຕ້​້ອງ​ເກັບ​ກ່ຽວ​ຜົນ​ນັ້ນ​ໃຫ້ເຂົາ.

2 Samuel 9:11

ເມຟີໂບເຊັດໄດ້ອາໄສຢູ່ໃສຫລັງຈາກດາວິດໄດ້ສະແດງຄວາມຮັກແກ່ເຂົາ?

​ເມ​ຟີ​ໂບ​ເຊັດ​ໄດ້​ອາ​ໄສ​ຢູ່​ໃນນະຄອນ​ເຢ​ຣູ​ຊາ​ເລັມ.

ເມຟີໂບເຊັດມີບັນຫານຫຍັງທາງຮ່າງກາຍ?

ຕີນ​ຂອງ​ເມຟີໂບເຊັດ​ຈະ​ພິ​ການ.

2 Samuel 10

2 Samuel 10:1

ແມ່ນໃຜຂຶ້ນເປັນກະສັດຂອງຄົນອຳໂມນແທນຫລັງຈາກກະສັດເກົ່າເສຍຊີວິດ?

​ຮາ​ນູນ​ລູກ​ຊາຍ​ຂອງເພິ່ນ​ກໍ​ໄດ້​ຊົງ​ຂຶ້ນ​ເປັນ​ກະ​ສັດ​ແທນ​.

ດາວິດໄດ້ເຮັດຫຍັງເພື່ອສະແດງນ້ຳໃຈກັບຮານູນ?

ດາວິດສະ​ແດງ​ນ້ຳ​ໃຈ​ຕໍ່​ຮາ​ນູນ​ໂດຍດ້​ສົ່ງ​ພວກ​ຂ້າ​ຣາຊ​ການ​ຂອງ​ເພິ່ນ​ໄປ​ສະ​ແດງ​ຄວາມ​ເສຍ​ໃຈ​ຕໍ່​ຮາ​ນູນ ກ່ຽວ​ດ້ວຍ​ເລື່ອງ​ພໍ່​ຂອງ​ເຂົາ.

ພວກຜູ້ນຳຂອງຄົນອຳໂມນໄດ້ເວົ້າຫຍັງກ່ຽວກັບດາວິດທີ່ໄດ້ສະແດງນໍ້າໃຈແກ່ຮານູນ?

​ພ​ວກ​ຜູ້​ນຳ​ຂອງ​ຄົນ​ອຳ​ໂມນ​ໄດ້​ບອກ​ຮາ​ນູນ​ເຈົ້າ​ນາຍ​ຂອງ​ພວກ​ເຂົາ​ວ່າ ດາວິດໄດ້​ສົ່ງ​ພວກ​ຂ້າ​ຣາ​ຊ​ການ​ຂອງ​ເຂົາ​ມາ​ຫາ​ທ່ານເພື່ອ​ກວດ​ສອບ​ເມືອງເພື່ອ​ສອດ​ແນມ

2 Samuel 10:4

ຮານູນໄດ້ເຮັດຫຍັງຕໍ່ກັບຄົນຮັບໃຊ້ທີ່ດາວິດໄດ້ສົ່ງໃຫ້ຮານູນ?

ຮາ​ນູນ​​ໄດ້​ຈັບ​ພວກ​ຄົນ​ຮັບ​ໃຊ້​ຂອງ​ດາ​ວິດ​ມາ​ແຖ​ຫນວດເ​ຄິ່ງ​ຫນຶ່ງ, ແລະ ​ໄດ້​ຕັດ​ເຄື່ອງ​ແຕ່ງ​ກາຍ​ພວກ​ເຂົາ​ອອກ​ຈົນ​ເຖິງ​ສະ​ໂພກ​ຂອງ​ພວກ​ເຂົາ, ແລະ​ ໄດ້​ປ່ອຍ​ໄປ.

2 Samuel 10:6

ຍ້ອນຫຍັງປະຊາຊົນອຳໂມນຈຶ່ງຈ້າງທະຫານຈຳ​ນວນ​ສອງ​ຫມື່ນ​ຄົນ, ກະ​ສັດ​ເມືອງ​ມາ​ອາ​ກາ​ພ້ອມ​ດ້ວຍ​ກຳ​ລັງ​ຄົນ​ຫນຶ່ງ​ພັນ​ຄົນ, ແລະ​ກຳ​ລັງ​ຄົນ​ເມືອງ​ໂຕບ​ຫນຶ່ງ​ຫມື່ນ​ສອງ​ພັນ​ຄົນ?

ປະຊາຊົນອຳໂມນຈຶ່ງຈ້າງທະຫານເມື່ອພວກເຂົາເຫັນວ່າໄດ້ສ້າງສັດຕູກັບດາວິດ.

ຄົນອຳໂມນ ແລະທະຫານຮັບຈ້າງນັ້ນໄດ້ອາໃສຢູ່ໃສ?

ພວກ​ຄົນ​ອຳ​ໂມນ​ກໍ​ໄດ້​ຍົກ​ທັບ​ອອກ​ມາ ແລະ ​ໄດ້​ຈັດ​ແນວ​ຮົບ​ໄວ້​ທີ່​ທາງ​ເຂົ້າ​ປະ​ຕູ​ເມືອງ​ຂອງ​ພວກ​ເຂົາ, ໃນຂະ​ນະ​ທີ່​ຄົນ​ອາຣາມ​ຈາກ​ໂຊ​ບາ ​ແລະ ​ຈາກ​ເມືອງ​ເຣ​ໂຮບ, ແລະ​ຊາວ​ເມືອງ​ໂຕບ ​ແລະ​ຊາວ​ເມືອງ​ມາ​ອາ​ກາ, ຢູ່​ທີ່​ພື້ນ​ທີ່​ໂລ່ງ​ສະ​ເພາະ​ພວກ​ເຂົາ.

ດາວິດໄດ້ເຮັດຫຍັງເມື່ອໄດ້ຍິນວ່າຄົນອຳໂມນໄດ້ຈ້າງທະຫານຫນຶ່ງພັນຄົນ?

ເມື່ອ​ດາ​ວິດ​ໄດ້ຍິນເລື່ອງ​ນີ້, ​ເຂົາ​ຈຶ່ງ​ສົ່ງ​ໂຢ​ອາບ ​ແລະ​ກອງ​ທັບ​ເຫລົ່າ​ນັກ​ລົບ​ທັງ​ຫມົດ​ໄປ.

2 Samuel 10:9

ໂຢອາບໄດ້ຫຍັງເພື່ອກຽມພ້ອມສຳລັບການຕໍ່ສູ້?

ໂຢອາບໄດ້ກຽມພ້ອມສຳລັບການຕໍ່ສູ້ໂດຍ​ເລືອກ​ຈາກ​ຄົນ​ອິດ​ສະ​ຣາ​ເອນ​ທັງ​ຫມົດ​ທີ່​ເກັ່ງ​ທີ່ສຸດໃນ​ການ​ສູ້​ຮົບ ​ແລະ​ໄດ້​ຈັດ​ພວກ​ເຂົາ​ໄວ້ ​ແລ້ວ​ເພື່ອ​ຕໍ່​ສູ້​ຄົນ​ອາຣາມ ແລະ ອາ​ບີ​ໄຊ​ ນ້ອງ​ຊາຍ​ຂອງ​ເຂົາ​ເອງ, ແລະ ​ເຂົາ​ກໍ​ໄດ້​ຈັດ​ຄົນ​ເຫລົ່າ​ນັ້ນ ​ເຂົ້າ​ຕໍ່​ສູ້​ກັບ​ກອງ​ທັບ​ຂອງ​ຄົນ​ອຳ​ໂມນ.

2 Samuel 10:13

ຄົນອຳໂມນໄດ້ເຮັດຫຍັງເມື່ອພວກເຂົາເຫັນຄົນອາຮາມທີ່​ໄດ້​ຖືກ​ກົດ​ດັນ​ໃຫ້​ຫນີ​ຈາກໂຢອາບ ແລະທະຫານຂອງເຂົາ?

ເມື່ອກອງ​ທັບ​ຂອງ​ຄົນ​ອຳ​ໂມນ​ໄດ້​ເຫັນ​ວ່າ​ ຄົນ​ອາຣາມ​ໄດ້​ຫນີ​ໄປ​ແລ້ວ, ພວ​ກ​ເຂົາ​ກໍ​ໄດ້​ຫນີ​ໄປ​ຈາກ​ອາ​ບີ​ໄຊ​ດ້ວຍ ແລະ​ ໄດ້​ກັບ​ເຂົ​້າ​ໄປ​ໃນ​ເມືອງ.

2 Samuel 10:15

ຄົນອາຮາມໄດ້ເຮັດຫຍັງເມື່ອເຫັນວ່າພວກເຂົາພ່າຍແພ້ໃຫ້ກັບຄົນອິດສະຣາເອນ?

ຄົນອາຮາມໄດ້ລວມ​ຕົວ​ເຂົ້າ​ດ້ວຍ​ກັນ​ອີກ​ຄັ້ງ​ຫນຶ່ງ ແລະຮາດາເດເຊໄດ້​ສົ່ງ​ຄົນ​ໄປ​ນຳ​ກອງ​ທະ​ຫານອາຣາມຈາກ​ອີກ​ຟາກ​ຫນຶ່ງ​ຂອງ​ແມ່​ນ້ຳ​ເອີ​ຟ​ຣັດ.

2 Samuel 10:17

ດາວິດໄດ້ເຮັດຫຍັງເມື່ອໄດ້ຍິນວ່າຄົນອາຮາມໄດ້ລວບລວມ​ເຂົ້າ​ດ້ວຍ​ກັນ​ອີກ​ຄັ້ງ​ຫນຶ່ງ ແລະສົ່ງແລະຮັບກອງທະຫານ​​ອາຣາມຈາກ​ອີກ​ຟາກ​ຫນຶ່ງ​ຂອງ​ແມ່​ນ້ຳ​ເອີ​ຟ​ຣັດ?

ເມື່ອ​​ດາ​ວິດ​ໄດ້ຮັບ​ຮູ້ໃນເລື່ອງນີ້, ເຂົາກໍ​ໄດ້​ຊົງ​ຮວບ​ຮວມ​ຊາວອິດ​ສະ​ຣາ​ເອນ​ທັງ​ຫມົດ, ໄດ້​ຂ້າມ​ແມ່​ນ້ຳ​ຈໍ​ແດນ, ແລະ​ໄດ້​ມາ​ເຖິງ​ເຮ​ລາມເພື່ອສູ້ຮົບກັບອາຮາມ.

ບັນດາກະ​ສັດ​ພວກ​ຜູ້​ຮັບ​ໃຊ້​ຂອງ​ອາ​ດາ​ເດ​ເຊ​ໄດ້ເຮັດຫຍັງ ເມື່ອພວກ​ເຂົາ​ໄດ້​ພ່າຍ​ແພ້​ຕໍ່​ອິດ​ສະ​ຣາ​ເອນ?

ເມື່ອ​ບັນ​ດາ​ກະ​ສັດ​ພວກ​ຜູ້​ຮັບ​ໃຊ້​ຂອງ​ອາ​ດາ​ເດ​ເຊ​ເຫັນ​ວ່າ ພວກ​ເຂົາ​ໄດ້​ພ່າຍ​ແພ້​ຕໍ່​ອິດ​ສະ​ຣາ​ເອນ, ພວກ​ເຂົາ​ກໍ​ໄດ້​ເຮັດ​ສັນ​ຍາ​ສະ​ຫງົບ​ເສິກ​ກັບ​ອິດ​ສະ​ຣາ​ເອນ ແລະ ​ໄດ​້ຍອມ​ຮັບ​ໃຊ້​ພວກ​ເຂົາ.

2 Samuel 11

2 Samuel 11:1

ໃນ​ເວ​ລາ​ໃດທີ່​ບັນ​ດາ​ກະ​ສັດ​ໄດ​້​ອອກ​ໄປ​ຮົບ?

ບັນດາກະສັດໂດຍປົກກະຕິອອກໄປສູ້ຮົບໃນລະດູໃບໄມ້ປົ່ງ.

ກະສັດດາວິດໄດ້ຢູ່ໃສໃນລະດູໃບໄມ້ປົ່ງ?

ກະສັດດາ​ວິດ​ໄດ້​ຢູ່​ທີ່​ນະຄອນ​ເຢ​ຣູ​ຊ​ເລັມ.

2 Samuel 11:2

ແມ່ນໃຜທີ່ດາວິດໄດ້ພົບໃນບ່າຍວັນຫນຶ່ງເມື່ອ​ດາ​ວິດ​ໄດ້​ຊົງ​ລຸກ​ຂຶ້ນ​ຈາກ​ທີ​່ນອນ​ຂອງ​ເພິ່ນ ແລະ​ໄດ້​ຍ່າງ​ຢູ່​ເທິງ​ດາດ​ຟ້າ​ຫລັງ​ຄາຂອງ​ພຣະຣາ​ຊວັງ​ຂອງ​ເຂົາ?

ດາວິດໄດ້​ເຫັນ​ຜູ້​ຍິງ​ຄົນ​ຫນຶ່ງ​​ກຳ​ລັງ​ອາບ​ນ້ຳ​ຢູ່ ແລະຜູ້ຍິງນີ້ຊື່ວ່າບັດເຊບາ.

ແມ່ນໃຜທີ່ເປັນຜົວຂອງນາງບັດເຊບາ?

ຜົວຂອງນາງບັດເຊບາແມ່ນ​ອູ​ຣິ​ຢາ​ຄົນ​ຮິດ​ຕີ.

2 Samuel 11:4

ດາວິດໄດ້ເຮັດຫຍັງກັບນາງບັດເຊບາ?

ດາວິດ​ໄດ້​ຊົງ​ຫລັບ​ນອນ​ກັບ​ນາງບັດເຊບາ ແລະນາງກໍ​ໄດ້​ຖື​ພາ.

2 Samuel 11:6

ຫລັງຈາກທີ່ດາວິດຮູ້ວ່ານາງບັດເຊບາຕັ້ງທ້ອງ, ດາວິດໄດ້ເຮັດຫຍັງ?

ຫລັງຈາກທີ່ດາວິດຮູ້ວ່ານາງບັດເຊບາຕັ້ງທ້ອງ, ເຂົາໄດ້ບອກໂຢອາບ​ສົ່ງ​ອູ​ຣິ​ຢາຄົນ​ຮິດ​ຕີ​ມາ​ໃຫ້​ເຂົາ.

ເມື່ອ​ອູ​ຣິ​ຢາໄດ້ມາຫາດາວິດ, ດາວິດໄດ້ພະຍາຍາມໃຫ້ອູຣິຢາເຮັດຫຍັງ?

ດາວິດໄດ້ພະຍາຍາມໃຫ້ອູຣິຢາ​ລົງ​ໄປ​ບ້ານ​ ແລະ​ໃຫ້​ລ້າງ​ຕີ​ນຂອງ​ເຂົາ.

2 Samuel 11:9

ອູຣິຢາໄດ້ເຮັດຫຍັງຫລັງຈາກທີ່ດາວິດໄດ້ບອກໃຫ້ເຂົາລົງໄປບ້ານຂອງເຂົາ?

​ອູ​ຣິ​ຢາ​ບໍ່ໄດ້​ລົງໄປບ້ານຂອງເຂົາ, ແຕ່ໄດ້ນອນ​ທີ່​ປະ​ຕູ​ຣາ​ຊວັງ​ຂອງ​ກະ​ສັດພ້ອມ​ກັບ​ມະ​ຫາ​ເລັກ​ທັງ​ຫມົດ​ຂອງ​ນາຍ​ຂອງ​ເຂົາ.

ອູຣິຢາໄດ້ຕອບດາວິດວ່າແນວໃດເມື່ອດາວິດຊົງຖາມເຂົາ, "ເປັນ​ຫຍັງ​ເຈົ້າ​ບໍ່​ລົງ​ໄປ​ບ້ານ​ຂອງ​ເຈົ້າ?"

ອູຣິຢາຕອບວ່າເຂົາບໍ່ໄດ້ໄປບ້ານຂອງເຂົາ ເພື່ອກິນແລະດື່ມແລະນອນກັບເມຍຂອງເຂົາໃນຂະນະທີ່ຫີບພັນທະສັນຍາ, ແລະອິດສະຣາເອນ, ແລະຢູດາຢູ່​ໃນ​ເຕັ້ນ, ແລະ​ໂຢ​ອາບ​ ແລະບັນ​ດາ​ຂ້າ​ຣາ​ຊ​ການ​ຂອງ​ເຈົ້າ​ນາຍ​ຂອງ​ເຂົາ​ໄດ້​ຕັ້ງ​ຄ້າຍ​ຢູ່​ທີ່​ພື້ນ​ທີ່​ໂລ່ງ.

2 Samuel 11:14

ດາ​ວິດ​ໄດ້​ຊົງ​ຂຽນ​ສານ​ເຖິງ​ໂຢ​ອາບໂດຍ​ໄດ້​ສົ່ງ​ໄປ​ກັບ​ມື​ອູ​ຣິ​ຢາ. ດາວິດໄດ້ຊົງຂຽນຫຍັງໃນສານ?

ດາ​ວິດ​ໄດ້​ຊົງ​ຂຽນ​ໃນ​ສານ​ນັ້ນ​ວ່າ, "ຈົ່ງ​ຕັ້ງ​ອູ​ຣິ​ຢາ​ໃຫ້​ຢູ່​ແນວ​ຫນ້າ​ຂອງ​ກາ​ນ​ຮົບ​ທີ່​ດຸ​ເດືອດ​ທີ່​ສຸດ, ແລ້ວ​ໃຫ​້​ພວກ​ເຈົ້າ​ຖອຍ​ໄປ​ຈາກ​ເຂົາ, ເພື່ອ​ໃຫ້​ເຂົາ​ຖືກ​ຕີ ​ແລະ​ຖືກ​ຂ້າ​ຕາຍ."

2 Samuel 11:18

ໂຢອາບໄດ້ບອກຜູ້ສົ່ງສານວ່າຫຍັງຈະເກີດຂຶ້ນເມື່ອຜູ້ສົ່ງສານທູນ​ເລື່ອງ​ລາວ​ການ​ຮົບ​ທັ້ງ​​ຫມົດ​ຕໍ່​ກະ​ສັດ?

ໂຢອາບໄດ້ບອກຜູ້ສົ່ງສານວ່າດາວິດອາດຈະ​ເກີດ​ໃຈ​ຮ້າຍ​ຂຶ້ນຫລັງຈາກທີ່ຜູ້ສົ່ງສານທູນ​ເລື່ອງ​ລາວ​ການ​ຮົບ​ທັ້ງ​​ຫມົດ​ຕໍ່​ກະ​ສັດ.

ໂຢອາບຄິດຢ່າງໃດກັບຂ່າວທີ່ວ່າດາວິດອາດຈະໃຈຮ້າຍກ່ຽວກັບສົງຄາມ?

ໂຢອາບຄິດວ່າດາວິດອາດຈະໃຈຮ້າຍກ່ຽວກັບຄວາມຈິງທີ່ວ່າກອງທັບໄດ້ເຂົ້າມາໃກ້ກຳແພງຂອງເມືອງເພື່ອຕໍ່ສູ້.

2 Samuel 11:21

ໂຢອາບໄດ້ບອກຜູ້ສົ່ງສານບອກດາວິດວ່າຫຍັງ ຖ້າດາວິດໃຈຮ້າຍກ່ຽວກັບຂ່າວສົງຄາມ?

ໂຢອາບໄດ້ບອກຜູ້ສົ່ງສານບອກດາວິດວ່າຖ້າດາວິດໃຈຮ້າຍໃຫ້ຕອບດາວິດວ່າ, "​ຮັບ​ໃຊ້​ຂອງ​ທ່ານອູ​ຣິ​ຢາ​ຄົນ​ຮິດ​ຕີ​ຜູ້​ກໍ​ໄດ້​ຕາຍ​ດ້ວຍ."

2 Samuel 11:24

ດາ​ວິດ​ໄດ້​ຮັບ​ສັ່ງ​ຜູ້​ສື່​ສານໃຫ້ບອກຫຍັງກັບໂຢອາບ?

ດາ​ວິດ​ໄດ້​ຮັບ​ສັ່ງ​ຜູ້​ສື່​ສານ​ໃຫ້ບອກກັບໂຢອາບໃຫ້ເຂົາ​ສູ້​ຮົບ​ໃຫ້​ເຂັ້ມ​ແຂງ​ ແລະ​ໃຫ້​ເຂັ້ມ​ແຂງ​ຍິ່ງ​ຂຶ້ນ​ເພື່ອ​ຕໍ່​ສູ້​ເມືອງ​ນັ້ນ

2 Samuel 11:26

​ເມຍ​ຂອງ​ອູ​ຣິ​ຢາ​ໄດ້​ເຮັດຫຍັງເມື່ອຮູ້​ວ່າຜົວ​ຂອງ​ນາງ​ໄດ້​ຕາຍ​ແລ້ວ?

ເມື່ອຮູ້ວ່າ​ຜົວ​ຂອງ​ນາງ​ໄດ້​ຕາຍ​ແລ້ວ, ນາງ​ກໍ​ໄດ້​ຮ້ອງ​ໄຫ້​ຢ່າງ​ຫນັກ​ເລື່ອງ​ຜົວ​ຂອງ​ນາງ.

ແມ່ນຫຍັງເກີດຂຶ້ນກັບນາງບັດເຊບາ?

ຫລັງຈາກການ​ໄວ້​ທຸກ​ຂອງ​ນາງ​ໄດ້​ຜ່ານ​ໄປ​ແລ້ວ, ດາ​ວິດ​ກໍ​​ໄດ້​ສົ່ງ​ຄົນ​ໃຫ້ໄປ​ຮັບ​ນາງ​ມາ​ທີ່​​ຣາ​ຊວັງ​ຂອງ​ເພິ່ນ, ແລະ​ໄດ້ກາຍເປັນເມຍຂອງເຂົາ ແລະໄດ້​ເກີດ​ລູກ​ຊາຍ​​ຄົນ​ຫນຶ່ງ​ໃຫ້ເຂົາ.

ແມ່ນໃຜບໍ່ພໍ່ໃຈກັບສິ່ງທີ່ດາວິດໄດ້ເຮັດ?

ສິ່ງ​ຊຶ່ງ​ດາ​ວິດ​ໄດ້​ຊົງ​ເຮັດ​ນັ້ນ​ບໍ່​ເປັນ​ທີ່​ພໍ​ໃຈ​ຂອງ​ພ​ຣະຢາ​ເວ.

2 Samuel 12

2 Samuel 12:1

ຍ້ອນຫຍັງນາທານຈຶ່ງໄດ້ໄປເຂົ້າເຝົ້າດາວິດ?

ນາທານໄດ້ໄປເຂົ້າເຝົ້າດາວິດເພາະວ່າພຣະຢາເວໄດ້ໃຊ້ນາທານໄປຫາເຂົາ.

ນາທານໄດ້ເວົ້າເລື່ອງຫນຶ່ງສູ່ດາວິດຟັງກ່ຽວກັບຫຍັງ?

ນາທານກໍໄດ້ເວົ້າເລື່ອງສູ່ດາວິດກ່ຽວກັບຜູ້ຊາຍຮັ່ງມີຄົນຫນຶ່ງຜູ້ມີຝູງແກະ ແລະງົວຫລວງຫລາຍ, ແລະຊາຍຜູ້ທຸກຈົນຄົນຫນຶ່ງຜູ້ທີ່ບໍ່ມີຫຍັງເລີຍເວັ້ນ​ແຕ່​ແກະ​ໂຕ​ເເມ່ໂຕ​ນ້ອຍໆໂຕຫນຶ່ງທີ່ເຫມືອນກັບລູກສາວຂອງເຂົາ.

2 Samuel 12:4

ຄົນຮັ່ງມີຄົນນັ້ນໄດ້ເຮັດຫຍັງກັບຄົນທຸກຈົນແລະລູກແກະແມ່ຂອງເຂົາ?

ເມື່ອ​ມີ​ແຂກ​ຄົນ​ຫນຶ່ງ​ ໄດ້​ເດີນ​ທາງ​ມາ​ຫາ​ຄົນ​ຮັ່ງ​ມີ, ຄົນຮັ່ງມີໄດ້ເອົາ​ລູກ​ແກະ​ໂຕ​ເເມ່​ຂອງ​ຄົນ​ຈົນ​ ແລະ​ໄດ້ຕຽມ​ເປັນ​ອາ​ຫານ​ໃຫ້​ແກ່​ແຂກ​ຂອງ​ເຂົາ.

ດາວິດມີປະຕິກິລິຍາຫຍັງເມື່ອໄດ້ຍິນເລື່ອງທີ່ນາທານເວົ້າກ່ຽວກັບຄົນຮັ່ງມີ ແລະຄົນທຸກຈົນ?

ດາ​ວິດ​ກໍ​ໄດ້​ໃຈ​ຮ້າຍ​ຜູ້​ຊາຍ​ທີ່​ຮັ່ງ​ມີ​ຄົນ​ນັ້ນ​ຫລາຍ​ແລະ​ໄດ້​ຮັບ​ສັ່ງ​​ວ່າຜູ້​ຊາຍ​ຄົນ​ທີ່​ເຮັດ​ເຊັ່ນ​ນັ້ນ​ສົມ​ຄວາມ​ຕາຍ.

2 Samuel 12:7

ນາທານໄດ້ທູນຫຍັງກັບດາວິດຫລັງຈາກທີ່ດາວິດໄດ້ສະແດງປະຕິກິລິຍາຕໍ່ຄົນຮັ່ງມີຄົນນັ້ນ?

ນາ​ທານ​ຈຶ່ງ​ໄດ້​ທູນ​ດາ​ວິດ​ວ່າ, "ທ່ານ​ນັ້ນ​ແຫລະ​ຄື​ຜູ້​ຊາຍ​ຄົນ​ນັ້ນ!''

2 Samuel 12:9

ພຣະຢາເວໄດ້ກ່າວຫຍັງກັບສິ່ງທີ່ດາວິດໄດ້ເຮັດ?

ພຣະຢາເວໄດ້ກ່າວວ່າດາວິດໄດ້​ປະ​ຫານ​ອູ​ຣິ​ຢາ​ຄົນ​ຮິດ​ຕີ​ດ້ວຍ​ດາບຂອງກອງ​ທັບ​ຂອງ​ຄົນ​ອຳ​ໂມນ ແລະໄດ້​ເອົາ​ເມຍ​ຂອງ​ອູຣິຢາ​ມາ​ເປັນ​ເມຍ​ຂອງ​ເຂົາ.

2 Samuel 12:11

ນາທານບອກກັບດາວິດວ່າຈະບໍ່ມີຫຍັງເກີດຂຶ້ນກັບດາວິດຫລັງຈາກທີ່ເຂົາກ່າວວ່າ, "ເຮົາ​ໄດ້​ກະ​ທຳ​ບາບ​ຕໍ່​ພ​ຣະ​ຢາ​ເວ​ແລ້ວ."?

ນາ​ທານ​ໄດ້​ທູນ​ດາ​ວິ​ດ​ວ່າ, "ພ​ຣະ​​ຢາ​ເວ​ໄດ້​ຊົງ​ໃຫ້​ອະ​ໄພ​ບາບ​ຂອງ​ທ່ານ​ແລ້ວ​ເຊັ່ນ​ກັນ. ທ່ານ​ເອງ​ຈະ​ບໍ່​ຖືກ​ຂ້າ.

2 Samuel 12:14

ພຣະຢາເວກ່າວວ່າພຣະອົງຈະເຮັດຫຍັງເພາະດາວິດໄດ້​ຊົງ​ຫມິ່ນ​ປະ​ຫມາດ​ພ​ຣະ​​ຢາ​ເວ ແລະໄດ້​ເອົາ​ເມຍ​ຂອງ​ອູຣິຢາຊາວຮິດຕີ​ມາ​ເປັນ​ເມຍ​ຂອງ​ເຂົາ?

ພຣະຢາເວກ່າວກັບດາວິດວ່າດາບ​ຈະ​ບໍ່​ຄາດ​ໄປ​ຈາກ​ຣາ​ຊວົງ​ຂອງ​ເຈົ້າ, ພຣະຢາເວຈະນຳໄພພິບັດມາຕໍ່ສູ້ດາວິດໃຫ້ພົ້ນຈາກບ້ານຂອງເຂົາເອງ, ເພື່ອນບ້ານຂອງເຂົາຈະຮ່ວມນອນກັບບັນດາເມຍຂອງດາວິດໃນເວລາກາງເວັນ, ແລະລູກ​ຊາຍ​ທີ່​ເກີດ​ມາ​ນັ້ນ​ຈະ​ຕາຍ​ແນ່ນອນ.

2 Samuel 12:16

ດາວິດໄດ້ເຮັດຫຍັງເມື່ອລູກຊາຍທີ່ເກີດມາຈາກເມຍອູຣິຢາທີ່ເກີດກັບດາວິດນັ້ນປ່ວຍຫນັກ?

ດາ​ວິດ​ກໍ​ໄດ້​ຊົງ​ອ້ອນວອນ​ຕໍ່​ພ​ຣະ​ເຈົ້າເພື່ອ​ລູກ​ຊາຍ​ນັ້ນ. ດາ​ວິດ​ໄດ້​ຊົງ​ອົດ​ອາ​ຫານ ​ແລະ​ໄດ້​ເຂົ້າ​ໄປ​ຂ້າງ​ໃນ​ ແລະ​ໄດ້​ນອນ​ເທິງ​ພື້ນ​ຕະ​ຫລອດ​ຄືນ.

ລູກຊາຍຂອງເມຍອູຣິຢາທີ່ເກີດກັບດາວິດໄດ້ຕາຍເມື່ອໃດ?

ລູກ​ຊາຍ​ກໍ​ໄດ້​ເສຍ​ຊີ​ວິດໃນມື້ທີ່ເຈັດ.

2 Samuel 12:19

ດາວິດໄດ້ເຮັດຫຍັງເມື່ອຮູ້ວ່າລູກຊາຍນັ້ນໄດ້ເສຍແລ້ວ?

ເມື່ອດາວິດເມື່ອຮູ້ວ່າລູກຊາຍນັ້ນໄດ້ເສຍ​ກໍ​ໄດ້​ຊົງ​ລຸກ​ຂຶ້ນ​ຈາກ​ພື້ນ​ ແລະ​ໄດ້ຊຳ​ລະ​ລ້າງ​ຮ່າງ​ກາຍ​ຂອງ​ເພິ່ນ, ​ເຊັດ​ໂຕ​ເພິ່ນ, ປ່ຽນ​ເຄື່ອງ​ເພິ່ນ.

2 Samuel 12:21

ສາເຫດຫຍັງທີ່ດາວິດບໍ່ໄດ້ອົດອາຫານຫລັງຈາກລູກຊາຍໄດ້ເສຍ?

ດາວິດໃຫ້ເຫດຜົນວ່າຫລັງຈາກທີ່ລູກຊາຍຕາຍກໍບໍ່ມີເຫດຜົນທີ່ຈະອົດອາຫານເຂົາ​​ເຮັດ​​ໃຫ້ລູກຊາຍ​ຟື້ນ​ຂຶ້ນ​ມາ​ອີກບໍ່ໄດ້.

2 Samuel 12:24

ຍ້ອນຫຍັງພຣະຢາເວຈຶ່ງໄດ້ສົ່ງຖ້ອຍຄຳຜ່ານນາທານຜູ້ທຳນວຍເພື່ອຕັ້ງຊື່ເຢດີດີຢາ ລູກຊາຍຄົນຕໍ່ໄປຂອງບັດເຊບາແລະດາວິດ?

ພຣະຢາເວຕັ້ງຊື່ໃຫ້ເຂົາເຢ​ດີ​ດີ​ຢາ ເພາ​ະ​ພ​ຣະ​ຢາ​ເວ​ຊົງ​ຮັກ​ເພິ່ນ.

2 Samuel 12:26

ໃນເວລານີ້, ໂຢອາບໄດ້ສູ້ຮົບກັບໃຜ?

ໂຢ​ອາບ​ໄດ້​ສູ້ຮົບ​ກັບ​ຣັບບາ,ເມືອງ​ຫລວງ​ຂອງ​ຄົນ​ອຳ​ໂມນ.

ຍ້ນຫຍັງໂຢອາບຈຶ່ງໄດ້ບອກກັບດາວິດວ່າໃຫ້​ຮວບຮວມ​ທະ​ຫານ​ທີ່​ເຫລືອນຳກັນ ແລະະ​ຕັ້ງ​​ຄ້າຍ​ຕີ​ເມືອງ​ນັ້ນ ​ແລະ​​ຢຶດ​ເມືອງໄວ້?

ໂຢອາບໄດ້ຂໍໃຫ້ດາວິດມາ ແລະ​ຕັ້ງ​​ຄ້າຍ​ຕີ​ເມືອງ​ນັ້ນ ​ແລະ​​ຢຶດ​ໃຫ້​ໄດ້ເພາະ​ຢ້ານ​ວ່າ​ຖ້າ​ໂຢອາບ​ຕີ​ໄດ້, ກໍ​​ຈະ​ຮ້ອງ​ຊື່​ເມືອງ​ນັ້ນ​ຕາມ​ຊື່​ຂອງ​ເຂົາ.

2 Samuel 12:31

ເມື່ອເມືອງຂອງຣັບບາໄດ້ຖືກຍຶດຄອງແລ້ວ, ດວິດໄດ້ບັງຄັບໃຫ້ປະຊາຊົນໃນເມືອງນັ້ນເຮັດຫຍັງ?

ດາວິດໄດ້ຊົງ​ບັງ​ຄັບ​ໃຫ​້​ເຮັດວຽກ​ງານ​ດ້ວຍ​ເລື່ອຍ​ຕ່າງໆ, ຂວານ​ເຫລັກ​ຕ່າງໆ; ເຂົາໄດ້​ຊົງ​ໃຫ້​ພວກ​ເຂົາ​ເຮັດ​ງານ​ທີ່​ເຕົາ​ເຜົາ​ດິນ​ຈີ່.

2 Samuel 13

2 Samuel 13:1

ແມ່ນໃຜທີ່ອຳໂນນລູກຊາຍຂອງດາວິດໄດ້ຫລົງຮັກ?

ອໍາໂນນໄດ້ຫລົງຮັກນ້ອງສາວຕ່າງແມ່ຂອງເຂົາຕາມາ, ຊຶ່ງເປັນນ້ອງສາວແທ້ໆຂອງອັບຊາໂລມ, ລູກ​ຊາຍ​ອີກ​ຄົນ​ຫນຶ່ງ​ຂອງ​ດາ​ວິດ.

2 Samuel 13:3

ອຳໂນນໄດ້ຕອບໂຢນາດາແນວໃດເມື່ອເຂົາຖາມວ່າເປັນຫຍັງເຂົາຈຶ່ງ​ໄດ້​ຊົງ​ຊຶມ​ເສົ້າ​ເຊັ່ນ​ນີ້​ທຸກ​ເຊົ້າ?

ອຳໂນນໄດ້ຕອບໂຢນາດາວ່າ ເຂົາ​ຮັກ​ຕາມາ, ​ນ້ອງ​ສາວ​ຂອງ​ອັບ​ຊາ​ໂລມນ້ອງ​ຊາຍ​ຂອງ​ເຂົາ.

2 Samuel 13:5

ອຳໂນນໄດ້ສັ່ງຫຍັງເພື່ອໃຫ້ໄດ້ເຫັນຕາມາ?

ອຳໂນນໄດ້ທຳທ່າເປັນໄຂ້ ແລະເມື່ອ​ພໍ່​ຂອງ​ທ່ານ​ມາ​ຢ້ຽມ, ເຂົາໄດ້ຂໍໃຫ້ດາວິດສົ່ງຕາມາ ມາຕຽມອາຫານຕໍ່ຫນ້າຂອງເຂົາເພື່ອເຂົາຈະໄດ້ກິນຈາກມືຂອງນາງ, ແລະດາວິດກໍໄດ້ເຮັດຕາມຄຳຂໍຂອງອຳໂນນ.

2 Samuel 13:10

ອຳໂນນໄດ້ເຮັດຫຍັງເມື່ອຕາມາມາຫາເຂົາເພື່ອເອົາອາຫານໃຫ້ກິນຈາກມືຂອງນາງ?

ເມື່ອຕາມາມາຫາເຂົາເພື່ອເອົາອາຫານໃຫ້ອຳໂນນກິນ, ເຂົາໄດ້ຊົງ​ຈັບ​ນາງ​ໄວ້ ແລະ​ໄດ້​ເວົ້າ​ວ່າ,"ມາ​ເຖີດ, ເຂົ້າ​ມາ​ນອນ​ກັບ​ອ້າຍ, ນ້ອງສາວຂອງອ້າຍ."

2 Samuel 13:13

ອຳໂນນໄດ້ເຮັດຫຍັງ ເມື່ອຕາມາໄດ້ບອກເຂົາບໍ່ໃຫ້ບັງຄັບນາງ ແລະຢ່າ​ເຮັດ​ເລື່ອງ​ທີ່​​ຊົ່ວ​ຊ້າ​ຢ່າງ​ນີ້​ເລີຍ?

ອຳໂນນບໍ່ຍອມຟັງສຽງຕາມາ, ແລະເຂົາໄດ້ຂົ່ມຂືນນາງ.

2 Samuel 13:15

ອຳໂນນຮູ້ສຶກແນວໃດນຳຕາມາຫລັງຈາກທີ່ເຂົາໄດ້ຂົ່ມຂືນນາງ?

ແລ້ວອຳໂນນກໍຊົງ​ກຽດ​ຊັງ​ນາງ​ຫລາຍ ​ຍິ່ງກວ່າ​ຄວາມ​ປາຖະ​ຫນາ​ຊຶ່ງ​ເພິ່ນຊົງ​ເຄີຍ​ມີ​ຕໍ່​ນາງ.

ອຳໂນນໄດ້ສັ່ງ ແລະບັງຄັບຕາມາໃຫ້ເຮັດຫຍັງ?

ອຳໂນນໄດ້ສັ່ງຕາມາວ່າ ''ຈົ່ງ​ລຸກ​ຂຶ້ນ ​ແລະໄປ​ໃຫ​້​ພົ້ນ.'' ແລະສັ່ງໄດ້ມະ​ຫາດ​ເລັກ​ສ່ວນ​ພ​ະ​ອົງ ​ແລະ​ໄດ້​ເວົ້າ​ວ່າຈົ່ງ​ເອົາ​ຕາມາອອກ​ໄປ​ໃຫ້​ພົ້ນ​ເຂົາ ແລະ​ປິດ​ປະ​ຕູ​ໃສ່​​ໄລຫລັງ​ຈາກ​ນາງ​ອອກ​ໄປ.

2 Samuel 13:18

ຕາມາໄດ້ເຮັດຫຍັງຫລັງຈາກນາງຖືກນຳອອກໄປຈາກຫ້ອງຂອງອຳໂນນ?

ຫລັງຈາກຕາມາໄດ້ຖືກນຳອອກໄປຈາກຫ້ອງຂອງອຳໂນນ, ນາງກໍໄດ້ວາງຂີ້ເທົາເທິງຫົວຂອງນາງ, ຈີກເສື້ອຄຸມຍາວຂອງນາງ, ນາງ​ໄດ້​ເອົາ​ມື​ທັງ​ສອງ​ຂ້າງ​ຂອງ​ນາງ​ຄຸມ​ຫົວ ​ແລະ​ໄດ້ຍ່າງ​ໄປ, ຮ້ອງ​ໄຫ້​ສຽງ​ດັງ​ຂະ​ນະ​ທີ່​ນາງ​ໄດ້​ຍ່າງ​ໄປ.

2 Samuel 13:20

ກະສັດດາວິດໄດ້ເຮັດຫຍັງເມື່ອໄດ້ຍິນກ່ຽວກັບສິ່ງເຫລົ່ານີ້?

ເມື່ອກະສັດດາວິດໄດ້ຊົງຮູ້ເລື່ອງເຫລົ່ານີ້ທັງຫມົດ, ເຂົາກໍໄດ້ໃຈຮ້າຍຫລາຍ.

ຫລັງຈາກອັບຊາໂລມ, ອ້າຍຂອງຕາມາ, ໄດ້ຮູ້ວ່າອຳໂນນໄດ້ຂົ່ມຂືນນ້ອງສາວຂອງເຂົາ, ເຂົາຮູ້ສຶກແນວໃດຕໍ່ອຳໂນນ?

​ອັບ​ຊາ​ໂລ​ມໄດ້​ກຽດ​ຊັງ​ອຳໂນນເພາະວ່າເຂົາໄດ້ຂົ່ມຂືນຕາມານ້ອງສາວຂອງເຂົາ.

2 Samuel 13:23

ອັບຊາໂລມໄດ້ເຊີນໃຜມາຢ້ຽມຢາມເຂົາທີ່ບາອາຮາໂຊ?

ອັບຊາໂລມໄດ້ເຊີນກະສັດ ແລະບັນດາຜູ້ຮັບໃຊ້ຂອງລູກກະສັດມາຢ້ຽມຢມາເພິ່ນທີ່ບາອານຮາໂຊ.

2 Samuel 13:25

ກະສັດໄດ້ເວົ້າຫຍັງກັບອັບຊາໂລມໃຫ້ໄປຢ້ຽມຢາມເຂົາທີ່ບາອານຮາໂຊ?

ກະ​ສັດ​ໄດ້​ເວົ້າ​ວ່າພວກ​ເຂົາ​ທຸກ​ຄົນ​ບໍ່​ຄວນ​ໄປ​ກັນ​ຫມົດ​ເພາະວ່າພວກເຂົາຈະເປັນພາລະແກ່ອັບຊາໂລມ.

ດາວິດໄດ້ເຮັດຫຍັງເມື່ອອັບຊາໂລມຂໍໃຫ້ດາວິດອະນຸຍາດໃຫ້ອຳໂນນໄປກັບພວກເຂົາ?

ເມື່ອອັບຊາໂລມໄດ້ຂໍດາວິດໃຫ້ອຳໂນນໄປກັບພວກເຂົາ, ດາວິດຖາມ, ''ເປັນ​ຫຍັງ​ຈະ​ໃຫ້​ອຳ​ໂນນ​ໄປ​ກັບ​ເຈົ້າ​ດ້ວຍ?"

2 Samuel 13:27

ແມ່ນໃຜໄປກັບອັບຊາໂລມ?

ອຳໂນນ ແລະບັນດາລູກຊາຍຂອງກະສັດໄດ້ໄປກັບອັບຊາໂລມ.

ອັບຊາໂລມ​ໄດ້​ຊົງ​ບັນ​ຊາຫຍັງກັບ​ພວກ​ມະ​ຫາດ​ເລັກ​ຂອງ​ເຂົາກ່ຽວກັບອຳໂມມ?

ອັບຊາໂລມ​ໄດ້​ຊົງ​ບັນ​ຊາກັບ​ພວກ​ມະ​ຫາດ​ເລັກ​ຂອງ​ເຂົາວ່າ ຫລັງຈາກອຳໂນນເລີ່ມເມົາເຫລົ້າອະງຸ່ນ ແລະເມື່ອອັບຊາໂລມກ່າວວ່າ "ຈົ່ງ​ປະ​ຫານ​ອຳ​ໂນນ," ແລ້ວພວກເຂົາກໍໄດ້ຂ້າອຳໂນນ.

ບັນດາລູກຊາຍຂອງກະສັດໄດ້ເຮັດຫຍັງຫລັງຈາກມະຫາເລັກຂອງອັບຊາໂລມຂ້າອຳໂນນ?

ຫລັງຈາກມະຫາເລັກຂອງອັບຊາໂລມໄດ້ຂ້າອຳໂນນລູກ​ທັງ​ຫມົດ​ຂອງ​ກະ​ສັດ​ກໍ​ໄດ້​ລຸກ​ຂຶ້ນ, ແລະ​ ທຸກ​ຄົນ​ກໍ​ໄດ້​ຊົງ​ຂີ່​ລໍ​ແຕ່​ລະ​ຄົນ ​ແລະ​ຫນີ​ໄປ.

2 Samuel 13:30

ສິ່ງທຳອິດທີ່ດາວິດໄດ້ຍິນກ່ຽວກັບເຫດການນີ້ແມ່ນຫຍັງ?

ຂະນະ​ເມື່ອ​ບັນດາລູກ​ຊາຍ​ໄດ້​ຊົງ​ດຳ​ເນີນ​ຢູ່​ຕາມ​ທາງ, ​ໄດ້​ມີ​ຂ່າວ​ໄປ​ເຖິງ​ດາ​ວິດ​ວ່າອັບ​ຊາ​ໂລມ​ໄດ້​ຊົງ​ຂ້າ​ລູກ​ຂອງ​ເພິ່ນ​ທັງ​ຫມົດ​ແລ້ວ.

2 Samuel 13:32

ໂຢນາດາບໄດ້ເວົ້າວ່າມີຫຍັງເກີດຂຶ້ນແລະຍ້ອນຫຍັງ?

ໂຢນາດາບໄດ້ບອກດາວິດວ່າມີແຕ່ອຳໂນນຕາຍຜູ້ດຽວ, ແລະອັບ​ຊາ​ໂລ​ມ​ຊົງ​ວາງ​ແຜນ​ການ​ນີ້​ ຕັ້ງ​ແຕ່​ມື້​ທີ່​ອຳ​ໂນນ​ໄດ້​ຊົງ​ເຮັດ​ຮຸນ​ແຮງ​ຕໍ່​ຕາ​ມາ​ນ້ອງ​ສາວ​ຂອງ​ເຂົາ.

2 Samuel 13:37

ອັບຊາໂລມໄດ້ຫນີໄປໃສຫລັງຈາກໄດ້ຂ້າອອຳໂນນ?

ອັບຊາໂລມໄດ້​ເຂົ້າ​ເຝົ້າ​ຕານ​ໄມ, ລູກ​ຊາຍ​ຂອງ​ອາມ​ມີ​ຮຸດ, ກ​ະ​ສັດ​ເມືອງ​ເກ​ຊູ.

ອັບຊາໂລມໄດ້ອາໄສຢູ່ທີ່ເມືອງເກຊູຈັກປີ?

ອັບຊາໂລມໄດ້ອາໄສຢູ່ທີ່ນັ້ນສາມປີ.

ດາວິດໄດ້ເຮັດຫຍັງມາດົນແລ້ວ?

ດາວິດປາຖະຫນາຈະອອກໄປ ແລະພົບກັບອັບຊາໂລມ.

2 Samuel 14

2 Samuel 14:1

ໂຢອາບໄດ້ເຮັດຫຍັງຫລັງຈາກທີ່ໄດ້​ຮູ້​ວ່າ​ຈິດ​ໃຈ​ຂອງ​ກະ​ສັດ​ໄດ້​ຊົງ​ປາຖະຫນາ​ຈະ​ໄດ້​ພົບ​ອັບ​ຊາ​ໂລມ?

ຫລັງຈາກໂຢອາບໄດ້​ຮູ້​ວ່າ​ຈິດ​ໃຈ​ຂອງ​ກະ​ສັດ​ໄດ້​ຊົງ​ປາຖະຫນາ​ຈະ​ໄດ້​ພົບ​ອັບ​ຊາ​ໂລມ, ໂຢອາບຈຶ່ງ​ໄດ້​ໃຊ້​ຄົນ​ໄປ​ຍັງເມືອງ​ເຕ​ກົວ ແລະ​ໄດ້​ພາ​ຜູ້​ຍິງ​ສະ​ຫລາດ​ຄົນ​ຫນຶ່ງ​ມາ​ພົບ​ເຂົາ.

ໂຢອາບຕ້ອງການໃຫ້ຜູ້ຍິງສະຫລາດເຮັດຫຍັງ?

ໂຢອາບຕ້ອງການໃຫ້ຜູ້ຍິງສະຫລາດທຳທ່າຄືຜູ້ຍິງໄວ້ທຸກ ແລະໄປເຂົ້າເຝົ້າກະສັດທູນຂໍ້ຄວາມທີ່ໂຢອາບໄດ້ກ່າວກັບນາງ.

2 Samuel 14:4

ເມື່ອຜູ້ຍິງສະຫລາດໄດ້ເຂົ້າເຝົ້າກະສັດ, ນາງໄດ້ບອກກະສັດວ່ານາງແມ່ນໃຜ?

ຜູ້ຍິງສະຫລາດໄດ້ບອກກະສັດວ່ານາງແມ່ນຍິງຫມ້າຍ.

ຜູ້ຍິງສະຫລາດໄດ້ບອກກະສັດວ່າລູກຊາຍສອງຄົນຂອງນາງໄດ້ເຮັດຫຍັງ?

ຜູ້ຍິງສະຫລາດໄດ້ບອກກະສັດວ່າລູກຊາຍສອງຄົນຂອງນາງໄດ້ຕໍ່ສູ້ກັນໃນທົ່ງນາ ແລະຄົນຫນຶ່ງໂຈມຕີອີກຄົນຫນຶ່ງ ແລະໄດ້ຂ້າເຂົາ.

2 Samuel 14:7

ຜູ້ຍິງສະຫລາດໄດ້ບອກກະສັດວ່າລາວຢ້ານແມ່ນຫຍັງຈະເກີດຂຶ້ນກັບລູກຊາຍຄົນທີ່ເຫລືອຢູ່?

ຜູ້ຍິງສະຫລາດໄດ້ບອກກະສັດວ່າລາວຢ້ານບັນ​ດາ​ຍາ​ດ​ພີ່​ນ້ອງທັງ​ຫມົດຈະ​ຂ້າ​ລູກຊາຍ​ທີ່ເຫລືອຢູ່ໃຫ້​ຕາຍ, ທຳລາຍທາຍາດ ແລະປ່ອຍໃຫ້ບໍ່ມີຊື່ ຫລືເຊື້ອສາຍຂອງຜົວນາງ​ເທິງ​ພື້ນ​ແຜ່ນ​ດິນ​ໂລກ​ນີ້​.

2 Samuel 14:10

ຍ້ອນຫຍັງຜູ້ຍິງສະຫລາດໄດ້ທູນຖາມກະສັດວ່າໃຫ້ກ່າວໃນ​ພ​ຣະ​ນາມ​ພ​ຣະ​ຢາ​ເວ​ພ​ຣະ​ເຈົ້າ​ຂອງ​ເຂົາ?

ຍິງສະຫລາດໄດ້ທູນກະສັດວ່າເພື່ອ​ຜູ້​ຮັ​ບ​ຜິດ​ຊອບ​ແຫ່ງ​ໂລ​ຫິດ​ຈະ​ບໍ່​ທຳ​ລາຍ​ຜ​ູ້​ໃດ​ອີກ​ຕໍ່​ໄປ, ດັ່ງ​ນັ້ນ​ພວກ​ເຂົາ​ຈະ​ບໍ່​ທຳ​ຮ້າຍ​ລູກ​ຊາຍ​ຂອງ​ນາງ.

ກະສັດໄດ້ສາບານດ້ວຍໃຜເມື່ອເຂົາໄດ້ກ່າວກັບຍິງນັ້ນວ່າເສັ້ນ​ຜົມ​ຂອງ​ລູກ​ຊາຍ​ຂອງ​ເຈົ້າເສັ້ນ​ດຽວ​ຈະ​ບໍ່​ຕົກ​ລົງ​ເຖິງ​ດິນ?

ກະ​ສັດ​ໄດ້ສາບານດ້ວຍພຣະຢາເວໂດຍກ່າວ​ວ່າ, "ພ​ຣະ​ຢາ​ເວ​ຊົງ​ມີ​ຊີ​ວິດ​ຢູ່​, ເສັ້ນ​ຜົມ​ຂອງ​ລູກ​ຊາຍ​ຂອງ​ເຈົ້າເສັ້ນ​ດຽວ​ຈະ​ບໍ່​ຕົກ​ລົງ​ເຖິງ​ດິນ."

2 Samuel 14:12

ຍ້ອນຫຍັງຜູ້ຍິງໄດ້ທູນວ່າກະສັດເປັນເຫມືອນຄົນທີ່ມີຄວາມຜິດ?

ຜູ້ຍິງໄດ້ທູນວ່າກະສັດເປັນເຫມືອນຄົນທີ່ມີຄວາມຜິດ ເພາະ​ວ່າ​ກະ​ສັດ​ຍັງ​ບໍ່​ໄດ້​ນຳ​ລູກ​ຊາຍ​ຜູ້​ຖືກ​ເນ​ລະ​ເທດ​ກັບ​ມາ​ວັງ​ເລີຍ.

ຜູ້ຍິງໄດ້ທູນວ່າພຣະເຈົ້າເຮັດຫຍັງແທນການສະຫລະຊີວິດ?

ຜູ້ຍິງໄດ້ທູນວ່າແທນທີ່ຈະສະຫລະຊີວິດ, ​ພ​ຣະ​ເຈົ້າຊົງ​​ຫາຫົນທາງທີ່​ຈະນຳຜູ້ທີ່​ຖືກ​ເນ​ລະ​ເທດ​ໄດ້ກັບໄປຈາກເຂົາ.

2 Samuel 14:15

ຍ້ອນຫຍັງຜູ້ຍິງຈຶ່ງມາເຂົ້າເຝົ້າກະສັດ ແລະທູນກັບກະສັດ?

ຜູ້ຍິງໄດ້ມາເຂົ້າເຝົ້າກະສັດ ແລະທູນກັບກະສັດເພາະວ່າພວກ​ປະ​ຊາ​ຊົນ​ໄດ້​ເຮັດ​ໃຫ້​ນາງຢ້ານ, ແລະເພາະວ່າກະສັດຈະຊົງຟັງນາງ.

ຜູ້ຍິງໄດ້ທູນວ່ານາງໄດ້ອະທິຖານຂໍຫຍັງຈາກພຣະຢາເວ?

ຜູ້ຍິງໄດ້ເວົ້າວ່ານາງໄດ້ທູນຂໍພຣະຢາເວປະທານຄຳເວົ້າຂອງນາຍນາງ, ກະສັດ, ໃຫ້ນາງໄດ້ຮັບການຊ່ວຍເຫລືອ.

2 Samuel 14:18

ກະສັດໄດ້ຖາມຫຍັງກັບຜູ້ຍິງຫລັງຈາກເຂົາໄດ້ບອກນາງວ່າບໍ່ໃຫ້ປິດບັງສິ່ງໃດຈາກ​ເຂົາ​ທີ່​ເຂົາາເອງ​ຈະ​ຖາມ​ນາງ?

ກະ​ສັດ​ຈຶ່ງ​ໄດ້​ກ່າວ​ວ່າ, "ມື​ຂອງ​ໂຢ​ອາບ​ກ່ຽວ​ຂ້ອງ​ກັບ​ເຈົ້າ​ດ້ວຍ​ໃນ​ເລື່ອງ​ທັງ​ຫມົດ​ນີ້​ແມ່ນ​ບໍ່?"

ຍ້ອນຫຍັງໂຢອາບຈຶ່ງສັ່ງໃຫ້ຜູ້ຍິງໄປເຂົ້າເຝົ້າກະສັດ ແລະບອກນາງໃຫ້ທູນສິ່ງທີ່ທູນກັບກະສັດ?

ໂຢອາບໄດ້ສັ່ງໃຫ້ຜູ້ຍິງໄປເຂົ້າເຝົ້າກະສັດ ແລະບອກນາງໃຫ້ທູນສິ່ງເຫລົ່ານັ້ນເພື່ອແກ້ໄຂສະຖານະການທີ່ກຳລັງເກີດຂຶ້ນຢູ່ນີ້.

2 Samuel 14:21

ໂຢອາບໄດ້ເຮັດຫຍັງເມື່ອກະໄດ້ກ່າວສັ່ງໃຫ້ໂຢອາບໄປ ແລະນຳອັບຊາໂລມກັບຄືນມາ?

​ໂຢ​ອາບ​ໄດ້​ນອນ​ລົງ​ກົ້ມ​ຫນ້າ​ລົງ​ພື້ນດິນດ້ວຍຄວາມເຄົາລົບ ແລະ​​ຄວາມຮູ້ບຸນຄຸນຕໍ່​ກະ​ສັດ.

2 Samuel 14:23

ກະສັດໃຫ້ຄຳແນະນຳຫຍັງກັບໂຢອາບກ່ຽວກັບອັບຊາໂລມ?

ກະສັດໄດ້ບອກໃຫ້ເຂົາກັບວັງໄປ ແຕ່ວ່າຢ່າໃຫ້ເຂົ້າເຝົ້າກະສັດ.

2 Samuel 14:25

ມີອັນໃດ ໂດດເດັ່ນກ່ຽວກັບການປະກົດຕົວຂອງອົບຊາໂລມ?

ອັບຊາໂລມເຈົ້າຊູ້ຫລາຍ ກັບບໍ່ມີຕຳຫນິໃນຕົວເຂົາແລະຜົມຂອງເຂົາ, ເຂົາ​ຊົງ​ຕັດ​ຜົມ​ໃນທ້າຍ​ປີ​ຂອງ​ທຸກ​ປີ, ຜົມເຂົາມີນ້ຳຫນັກປະມານສອງກິໂລ.

2 Samuel 14:28

ອັບ​ຊາ​ໂລມ​ໄດ້​ຢູ່​ໃນນະຄອນ​ເຢ​ຣູ​ຊາ​ເລັ​ມໂດຍ​ບໍ່​ໄດ້​ເຂົ້າ​ເຝົ​້າ​ຕໍ່​ຫນ້າ​ກະ​ສັດ?

​ອັບ​ຊາ​ໂລມ​ໄດ້​ຢູ່​ໃນນະຄອນ​ເຢ​ຣູ​ຊາ​ເລັ​ມ​ເຖິງ​ສອງ​ປີ​ເຕັມໂດຍ​ບໍ່​ໄດ້​ເຂົ້າ​ເຝົ​້າ​ຕໍ່​ຫນ້າ​ກະ​ສັດ

2 Samuel 14:30

ອັບຊາໂລມ​ໄດ້​ຊົງ​ສັ່ງ​​ຄົນຮັບໃຊ້​ວ່າຫຍັງຫລັງຈາກອັບຊາໂລມຂໍໃຫ້ໂຢອາບມາເຂົ້າເຝົ້າເຂົາ ແລະໂຢອາບກໍບໍ່ມາ?

ອັບຊາໂລມໄດ້ສັ່ງຄົນຮັບໃຊ້ເຂົາ​ວ່າ ເຂົ້າ​ບາ​ເລ​ຂອງໂຢອາບຈົ່ງ​ໄປ​ເອົາ​ໄຟ​ເຜົາ.

2 Samuel 14:32

ອັບຊາໂລມຢາກໃຫ້ໂຢອາບເຮັດຫຍັງ?

ອັບຊາໂລມຢາກໃຫ້ໂຢອາບໄປເຂົ້າເຝົ້າກະສັດແລະ ບອກກະສັດວ່າອັບຊາໂລມຕ້ອງການທີ່ຈະເຂົ້າເຝົ້າກະສັດ.

ກະສັດຊົງເຮັດຫຍັງເມື່ອອັບຊາໂລມ ເຂົ້າ​ໄປ​ເຝົ້າ​ກະ​ສັດກົ້ມ​ຫນ້າ​ລົງ​ພື້ນ​ດິນ​ຕໍ່​ຫນ້າ​ກະ​ສັດ?

​ກະ​ສັດ​ກໍ​ໄດ້​ຊົງ​ຈູບ​ອັບ​ຊາ​ໂລມ.

2 Samuel 15

2 Samuel 15:1

ອັບຊາໂລມໄດ້ຈັດຕຽມຫຍັງສຳລັບເຂົາ?

ອັບ​ຊາ​ໂລມ​ໄດ້​ຈັດ​ຕຽມ​ລົດ​ເສິກ ​ແລະ​ມ້າ​ຫລາຍ​ໂຕ​ສຳ​ລັບ​ເຂົາ​ເອງ.

ແມ່ນໃຜທີ່ແລ່ນນຳຫນ້າອັບ​ຊາ​ໂລມ ​ແລະ ລົດ​ເສິກ​ມ້າ​?

ຫ້າສິບຄົນແລ່ນນຳຫນ້າອັບຊາໂລມ ແລະລົດມ້າຂອງເຂົາ.

ອັບຊາໂລມຈະຮ້ອງຫາໃຜເມື່ອເຂົ້າເມືອງ? ຢືນຢູ່ທາງເຂົ້າປະຕູ

ຖ້າ​ໃຜ​ມີ​ເລື່ອງ​ຖ​ວາຍ​ກະ​ສັດ, ​ໃຫ້​ຊົງ​ຕັດ​ສິນອັບ​ຊາ​ໂລມ​ກໍ​ໄດ້​ຮ້ອງ​ຜູ້​ນັ້​ນ.

2 Samuel 15:3

ອັບຊາໂລມໄດ້ເວົ້າຫຍັງກ່ຽວກັບກໍລະນີຂອງຄົນທີ່ມາຫາກະສັດເພື່ອພິພາກສາ?

ອັບ​ຊາ​ໂລມ​ກໍ​ໄດ້​ຊົງ​ບອກ​ເຂົາ​ວ່າຄຳ​ຮ້ອງ​ຂອງ​ເຈົ້າ​ກໍ​ດີ ​ແລະ​ຖືກ​ຕ້ອງ, ແຕ່​ກະ​ສັດ​ບໍ່​ໄດ້​ຊົງ​ຕັ້ງ​ໃຜ​ໄວ້​ໃຫ້​ຟັງ​ເຈົ້າ.

ອັບຊາໂລມໃຫ້ເຫດຜົນຫຍັງໃນການບອກວ່າເຂົາຕ້ອງການໄດ້​ຮັບ​ແຕ່ງ​ຕັ້ງ​ເປັນ​ຜູ້​ພິ​ພາກ​ສາໃນ​ແຜ່ນ​ດິນ​ນີ້?

ອັບຊາໂລມເວົ້າວ່າເຂົາປາຖະຫນາຈະໄດ້​ຮັບ​ແຕ່ງ​ຕັ້ງ​ເປັນ​ຜູ້​ພິ​ພາກ​ສາ​ໃນ​ແຜ່ນ​ດິນ​ນີ້ ເມື່ອ​ໃຜ​ມີ​ຂໍ້​ຂັດ​ແຍ່ງ​ ຫລື​ຕ້ອງ​ການ​ຄຳ​ຕັດ​ສິ​ນ​ຈະ​ໄດ້​ມາ​ຫາ​ເຂົາ ແລະ​ເຂົາຈະ​ໃຫ້​ຄວາມ​ຢຸດ​ຕິ​ທຳ​ແກ່​ເຂົາ.

2 Samuel 15:5

ອັບຊາໂລມໄດ້ເຮັດຫຍັງກັບຄົນທີ່ເຂົ້າມາຖວາຍກຽດເຂົາ?

ອັບ​ຊາ​ໂລມ​ກໍ​ໄດ້​ຍື່ນ​ມື​ອອກມາແລ້ວຈັບ​ ແລະ​ຈູບ​ເຂົາຄົນທີ່ໃຫ້ກຽດເພິ່ນ.

ອັບ​ຊາ​ໂລມ​ໄດ້ລັກຫຍັງຈາກ​ຄົນ​ອິດ​ສະ​ຣາ​ເອນ?

ອັບ​ຊາ​ໂລມ​ກໍ​ໄດ້​ຊະ​ນະ​ໃຈ​ຂອງ​ບັນ​ດາຊາວ​ອິດ​ສະ​ຣາ​ເອນ.

2 Samuel 15:7

ອັບຊາໂລມໃຫ້ເຫດຜົນຫຍັງກັບກະສັດທີ່ຕ້ອງໄປເມືອງເຮັບໂຣນ?

ອັບຊາໂລມກ່າວວ່າເຂົາຕ້ອງໄປທີ່ເມືອງເຮັບໂຣນເພື່ອແກ້ຄຳສາບານທີ່ເຂົາໄດ້ສັນຍາຕໍ່ພຣະຢາເວ.

2 Samuel 15:9

ຜູ້ຊອດແນມທີ່ອັບຊາໂລມໄດ້ສົ່ງໄປທົ່ວອິດສາຣະເອນນັ້ນໄດ້ເວົ້າຫຍັງ?

ຜູ້ຊອດແນມໄດ້ກ່າວ​ວ່າ, "ທັນ​ທີ​ ທີ່​ພວກ​ທ່ານ​ໄດ້​ຍິນ​ສຽງ​ແກ​ດັງ​ຂຶ້ນ​ເມື່ອ​ໃດ, ແລ້ວ​ພວກ​ທ່ານ​ຈົ່ງ​ກ່າວ​ວ່າ, "ອັບ​ຊາ​ໂລມ​ເປັນ​ກະ​ສັດ​ທີ່​ເຮັບ​ໂຣນ.""

2 Samuel 15:11

ຄົນສອງຮ້ອຍຄົນທີ່ໄດ້ໄປເມືອງເຮັບໂຮນກັບອັບຊາໂລມຮູ້ແຜນການຂອງອັບຊາໂລມບໍ?

ບໍ່, ຄົນສອງຮ້ອຍຄົນທີ່ໄປນັ້ນພວກເຂົາໄປດ້ວຍຄວາມບໍລິຸດໃຈ, ບໍ່​ຮູ້​ເລື່ອງ​ທັງ​ຫມົດ​ທີ່​ອັບ​ຊາ​ໂລມ​ໄດ້​ວາງ​ແຜນ​ໄວ້.

2 Samuel 15:13

ດາວິດໄດ້ບອກຫຍັງກັບບັນດາຜູ້ຮັບໃຊ້ຫລັງຈາກຜູ້ສື່ສານໄດ້ເຂົ້າເຝົ້າເຂົາ, "ໃຈ​ຂອງ​ຄົນ​ອິດ​ສະ​ຣາ​ເອນ​ຄ້ອຍ​ຕາມ​ອັບ​ຊາ​ໂລມ​ໄປ​ແລ້ວ."?

ດາວິດໄດ້ບອກກັບບັນດາຜູ້ຮັບໃຊ້ຄົນທີ່ຢູ່ໃນນະຄອນເຢຣູຊາເລັມວ່າ, ''ຈົ່ງ​ຕຽມ​ຫນີ​ໄປ​ທັນ​ທີ, ບໍ່​ເຊັ່ນ​ນັ້ນພວກເຮົາຈະບໍ່ສາມາດຫນີຈາກອັບຊາໂລມໄດ້.''

2 Samuel 15:16

ກະສັດໄດ້ຊົງຖິ້ມໃຜໄວ້ທາງຫລັງໃນນະຄອນເຢຣູຊາເລັມໃຫ້​ເຝົ້າ​ຣາຊວັງ?

ກະ​ສັດ​ໄດ້​ຊົງ​ຖິ້ມ​ຜູ້​ຍິງ​​ສິບ​ຄົນໄວ້, ທີ່ເປັນສາວໃຊ້, ໃຫ້​ເຝົ້າ​ຣາຊວັງ.

ແມ່ນໃຜໄດ້ເດີນຂະບວນກັບກະສັດເມື່ອເຂົາອອກຈາກອິດສະຣາເອນ?

ກອງ​ທັບ​ທັງຫມົດ​ກໍ​ໄດ້​ເດີນ​ທັບ​ໄປ​ກັບ​ເພິ່ນ, ແລະ​ຕໍ່​ຫນ້າ​ຂອງເພິ່ນ ບັນ​ດາ​ຄົນ​ເກ​ເຣັດ​ທັງ​ຫມົດ,​ ແລະຄົນ​ເປ​ເລັດ​ທັງ​ຫມົດ​, ກັບ​ຄົນ​ກາດ​ທັງ​ຫມົດຫົກ​ຮ້ອຍ​ຄົນ​ທີ່​ໄດ້​ຕິດ​ຕາມເຂົາມາຈາກເມືອງກາດ.

2 Samuel 15:21

ອິດໄຕໄດ້ທູນຫຍັງກັບກະສັດຫລັງຈາກທີ່ກະສັດໄດ້ໃຫ້ເຂົາກັບໄປ ແລະຢູ່ກັບກະສັດອັບຊາໂລມ?

​ອິດ​ໄຕ​ໄດ້​ທູນ​ຕອບ​ກະ​ສັດ​ວ່າເຂົາຈະໄປທຸກບ່ອນທີ່ກະສັດໄປ, ບໍ່​ວ່າ​ຈະ​ເປັນ​ເຫດ​ໃຫ້​ມີ​ຊີ​ວິດ​ຢູ່ ​ຫລື​ຕາຍ​ກໍ​ຕາມ.

ດາວິດ ແລະຄົນຂອງເຂົາໄປທາງໃດເມື່ອພວກເຂົາອອກຈາກເຢຣູຊາເລັມ?

ດາວິດ ແລະຄົນຂອງເຂົາໄດ້​ຜ່ານ​ຂ້າມ​ໄປ​ຫ້ວຍ​ກິດ​ໂຣນ ແລະໄດ້​ເດີນ​ທາງ​ຕາມ​ເສັ້ນ​ທາງ​ໄປ​ຍັງ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ.

2 Samuel 15:24

ກະສັດໄດ້ບອກຫຍັງກັບຊາດົກປະໂລຫິດກ່ຽວກັບຫີບພັນທະສັນຍາຂອງພຣະເຈົ້າ?

ກະສັດໄດ້ບອກຊາດົກປະໂລຫິດໃຫ້ຫາມຫີບພັນທະສັນຍາຂອງພຣະເຈົ້າກັບເຂົ້າໄປໃນເມືອງ.

2 Samuel 15:27

ຍ້ອນຫຍັງດາວິດຈຶ່ງລໍຖ້າ​ຢູ່​ທີ່​ທ່າ​ຂ້າມ​ຂອງ​ອາ​ຣາ​ບາ?

ດາວິດໄດ້ລໍຖ້າ​ຢູ່​ທີ່​ທ່າ​ຂ້າມ​ຂອງ​ອາ​ຣາ​ບາຈົນ​ກວ່າ​ຈະ​ມີ​ຂ່າວ​ມາ​ຈາກຊາດົກປະໂຣຫິດບອກໃຫ້ດາວິດຮູ້.

2 Samuel 15:30

ດາວິດໄດ້ອະທິຖານຫຍັງເມື່ອມີບາງຄົນໄດ້ບອກເຂົາວ່າອາ​ຮີ​ໂຕ​ເຟນ​ຢູ່​ໃນ​ພວກ​ສົມ​ຄົບ​ຄິດ​ກັບ​ອັບ​ຊາ​ໂລມ​ດ້ວຍ?

ດາວິດໄດ້ອະທິຖານ, ''ຂ້າ​ແຕ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ປ່ຽນ​ໃຫ້​ຄຳ​ປຶກ​ສາ​ຂອງ​ອາ​ຮີ​ໂຕ​ເຟນ​ໃຊ້​ກາ​ນ​ບໍ່​ໄດ້​ເຖີດ."

2 Samuel 15:32

ແມ່ນໃຜໄດ້ມາເຂົ້າເຝົ້າດາວິດ​ເມື່ອ​ດາ​ວິດ​ໄດ້​ມາ​ຮອດ​ສຸດ​ຫົນ​ທາງເຊິ່ງເຄີຍເປັນບ່ອນນະມັດສະການພຣະເຈົ້າ?

ຮູ​ຊາຍ​ຊາວ​ເມືອງ​ອາກ​ກິດ​ໄດ້​ເຂົ້າ​ມາ​ເຝົ້າ​ເຂົາ.

ດາວິດຕ້ອງການໃຫ້ຮູຊາຍຊາວ​ເມືອງ​ອາກ​ກິດເຮັດຫຍັງເພື່ອເຂົາ?

ດາວິດຕ້ອງການໃຫ້ຮູຊາຍຊາວ​ເມືອງ​ອາກ​ກິດກັບຄືນເຂົ້າໄປໃນເມືອງ ແລະກ່າວ​ກັບ​ອັບ​ຊາ​ໂລມ​ວ່າເຂົາຂໍ​​ເປັນ​ຂ້າ​ຮັບ​ໃຊ້​ຂອງ​ອັບຊາໂລມ

2 Samuel 15:35

ປະຊາຊົນຄົນໃດ ທີ່ດາວິດຢາກໃຫ້ຮູຊາຍບອກທຸກສິ່ງທີ່ເຂົາໄດ້ຍິນໃນ​​ຣາ​ຊວັງຂອງກະສັດ?

ດາວິດຢາກໃຫ້ຮູຊາຍບອກກັບຊາດົກ ແລະ​ອາ​ບີ​ອາ​ທາ​ພວກ​ປະ​ໂຣ​ຫິດຮູ້ທຸກສິ່ງທີ່ເຂົາໄດ້ຍິນໃນຣາຊວັງຂອງກະສັດ.

2 Samuel 16

2 Samuel 16:1

ຊີ​ບາຄົນຮັບໃຊ້​ຂອງ​ເມ​ຟີ​ໂບ​ເຊັດ​ໄດ້ນຳຫຍັງມາໃຫ້ດາວິດ?

ຊີ​ບາ​ໄດ້ນຳລໍຄູ່ຫນຶ່ງ​ພ້ອມ​ບັນ​ທຸກ​ເຂົ້າ​ຈີ່ສອງ​ຮ້ອຍ​ກ້ອນ, ລູກ​ເກດ​ຫນຶ່ງ​ຮ້ອຍ​ພວງ, ຫມາກ​ໄມ້​ສົດ​ອີກ​ຫນຶ່ງ​ຮ້ອຍ​ພວງ, ​ແລະ ​ເຫລົ້າ​ອະ​ງຸ່ນ​​ເຕັມຫນຶ່ງ​ຖົງໃຫ້ດາວິດ.

2 Samuel 16:3

ຕາມທີ່ຊີບາ, ເຫດຜົນຫຍັງເມ​ຟີ​ໂບ​ເຊັດຢູ່ທາງຫລັງໃນເມືອງເຢລູຊາເລັມ?

ເມ​ຟີ​ໂບ​ເຊັດຢູ່ທາງຫລັງໃນເມືອງເຢລູຊາເລັມກໍເພາະວ່າມື້​ນີ້​ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ​ຈະ​ຄື​ນ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພໍ່ເຂົາກະສັດໂຊນ​ໃຫ້​ແກ່​ເຂົາ.

ກະສັດໄດ້ກ່າວວ່າກຽວນີ້ແມ່ນຫຍັງເປັນຂອງຊີບ?

ກະສັດໄດ້ກ່າວກັບຊີບາວ່າທຸກສິ່ງທີ່ເປັນຂອງ​ເມ​ຟີ​ໂບ​ເຊັດ​ກໍ​ຕົກ​ເປັນ​ຂອງ​ຊີບາ.

2 Samuel 16:5

ຊີເມອີໄດ້ເຮັດຫຍັງໃຫ້ດາວິດ ແລະບັນດາຂ້າລາຊະການຂອງກະສັດ?

ຊີ​ເມ​ອີ​ເຂົາ​ໄດ້​ປ້ອຍ​ດ່າ​ດາວິດ ແລະບັນດາຂ້າລາຊະການຂອງກະສັດ ແລະ​​ແກວ່ງ​ໃສ່​ບັນດາຂ້າລາຊະການຂອງກະສັດ​.

2 Samuel 16:7

ຊີບາອີໄດ້ຮ້ອງດາວິດວ່າຫຍັງ?

ຊີບາອີໄດ້ຮອງດາວິດວ່າຜູ້​ຮ້າຍ ​ແລະເປັນອາດ​ຊະ​ຍາ​ກອນ.

2 Samuel 16:11

ດາວິດຫວັງວ່າພຣະຢາເວຈະເຮັດຫຍັງເພາະຄວາມໂສກເສົ້າທີ່ດາວິດໄດ້ຮັບໃນວັນນັ້ນ?

ດາວິດຫວັງວ່າພຣະຢາເວຊົດ​ເຊີຍ​ເຂົາ​ດ້ວຍ​ການ​ດີ​ແທນ​ຄຳ​ປ້ອຍ​ດ່າ​ຂອງ​ເຂົາ​ໃນ​ວັນ​ນັ້ນ.

2 Samuel 16:15

ເມື່ອອັບຊາໂລມ, ​ອາ​ຮີ​ໂຕ​ເຟນ​ແລະປະຊາຊົນຄົນອິດສະຣາເອນກໍໄດ້ມາທີ່ເຢລູຊາເລັມຮູຊາຍໄດ້ທູນຫຍັງກັບອັບຊາໂລມ?

ຮາຊາຍໄດ້ທູນກັບອັບຊາໂລມ,''ຂໍ​ກະ​ສັດ​ຈົ່ງຫມັ້ນ​ຍືນ! ຂໍກະສັດຈົ່ງຫມັ້ນ​ຍືນ!"

2 Samuel 16:17

ຮູຊາຍທູນກັບອັບຊາໂລມເຂົາ, ຮູຊາຍ, ຈະເປັນຂອງໃຜ?

ຮູຊາຍທູນກັບອັບຊາໂລມວ່າເຂົາ, ຮູຊາຍ, ຈະເປັນຂອງຄົນທີ່ພຣະຢາເວແລະປະຊາຊົນເຫລົ່ານີ້ແລະ​ຄົນ​ອິດ​ສະ​ຣາ​ເອນ​ທັງ​ຫມົດ​ທີ່ໄດ້​ເລືອກ​ຕັ້ງ​ໃຜ​ໄວ້.

2 Samuel 16:20

ອາ​ຮີ​ໂຕ​ເຟນໄດ້ໃຫ້ຄຳປຶກສາຫຍັງກັບອັບຊາໂລມກ່ຽວກັບອັບຊາໂລມຄວນເຮັດ?

ອາ​ຮີ​ໂຕ​ເຟນໄດ້ໃຫ້ຄຳປຶກສາກັບອັບຊາໂລມວ່າຫລັບ​ນອນ​ກັບ​ພວກ​ສາວ​ໃຊ້​ຂອງ​ພໍ່​ຂອງເຂົາ ຊຶ່ງ​ດາວິດ​ໄດ້​ຊົງ​ຖິ້ມ​ໄວ້​ໃຫ້​ເຝົ້າ​ຣາ​ຊວັງ

2 Samuel 16:22

ອາ​ຮີ​ໂຕ​ເຟນ​ໄດ້ໃຫ້ຄຳປຶກສາແນວໃດກັບດາວິດແລະອັບຊາໂລມ?

ອາ​ຮີ​ໂຕ​ເຟນ​ໄດ້ໃຫ້ຄຳປຶກສາເຫມືອນ​ກັບ​ວ່າ​ເຂົາ​ໄດ້​ຮັບ​ຄຳ​ສັ່ງ​ຂ​ອງ​ພ​ຣະ​ເຈົ້າ​ດ້ວຍ​ເຂົາ​ເອງ.

2 Samuel 17

2 Samuel 17:1

ອາ​ຮີ​ໂຕ​ເຟນ​ໄດ້ໃຫ້ຄຳປຶກສາຫຍັງອັບຊາໂລມແລະ ບັນ​ດາ​ຜູ້​ໃຫຍ່​ແຫ່ງ​ອິດ​ສະ​ຣາ​ເອນກ່ຽວກັບຈະຕໍ່ສູ້ດາວິດແນວໃດ?

ອາ​ຮີ​ໂຕ​ເຟນ​ໄດ້ໃຫ້ຄຳປຶກສາຄືໃຫ້ກອງທັບຂະຫນາດໃຫຍ່ອອກໄປຢ່າງປະຫລາດໃຈ ໂຈມຕີດາວິດໃນຕອນກາງຄືນເມື່ອເພິ່ນ​​ຍັງ​ເມື່ອຍ, ​ແລະ​ອ່ອນ​ກຳ​ລັງ, ແລະະ​ປະ​ຊາ​ຊົນ​ທັງ​ປວງ​ກໍ​ຈະ​ສະຫ​ງົບ​ສຸກ​ພາຍ​ໃຕ້​ການ​ປົກ​ຄອງ​.

2 Samuel 17:5

ອັບຊາໂລມໄດ້ຖາມຮູຊາຍສຳລັບຄຳແນະນຳກ່ຽວກັບແຜນການຂອງ​ອາ​ຮີ​ໂຕ​ເຟນ. ຮູຊາຍໄດ້ໃຫ້ຄຳແນະນຳຫຍັງ?

ຮູ​ຊາຍ​ໄດ້​ທູນ​ອັບ​ຊາ​ໂລມ​ວ່າ​ແຜນການ​ໃນ​ຄັ້ງ​ນີ້​ບໍ່​ດີ.

2 Samuel 17:8

ຮູຊາຍໄດ້ເວົ້າວ່າຍ້ອນຫບັງແຜນການໃນຄັ້ງນີ້ບໍ່ດີ?

ເພາະວ່າແມ່ນການໂຈມຕີຄັ້ງທຳອິດ ແລະຂ້າຄົນຂອງອັບຊາໂລມ, ແມ່ນ​ແຕ່​ທະ​ຫານ​ທີ່​ກ້າ​ຫານ​ທີ່​ສຸດທີ່​ຈິດ​ໃຈ​ເຫມືອນ​ຢ່າງ​ໃຈ​ສິງ​ກໍ​ຈະ​ຢ້ານຈະປະກາດການສັງຫານທະຫານຂອງອັບຊາໂລມ.

2 Samuel 17:11

ຮູຊາຍໄດ້ແນະນຳໃຫ້ອັບຊາໂລມເຮັດຫຍັງ?

ຮູຊາຍໄດ້ແນະນຳໃຫ້ອັບຊາໂລມຊົງລວບລວມ​ອິດ​ສະ​ຣາ​ເອນ​ທັງ​ຫມົດເຂົາດ້ວຍກັນ ແລະ​ໄປ​ຮົບ​ດ້ວຍ​ຕົນເອງເພື່ອພວກເຂົາຈະໄດ້ພົບດາວິດ ແລະຂ້າເຂົາ ແລະຄົນຂອງເຂົາ.

2 Samuel 17:13

ອັບຊາໂລມ ແລະຄົນອິດສະຣາເອນໄດ້ເຮັດຕາມຄຳແນະນຳຂອງຮູຊາຍແນວໃດ?

ພວກເຂົາ​ໄດ້​ກ່າວ​ວ່າຄຳ​ແນະນຳ​ຂອງ​ຮູ​ຊາຍ​ດີກວ່າ​ຄຳ​ປຶກ​ສາ​ຂອງ​ອາ​ຮີ​ໂຕ​ເຟນໄດ້ໃຫ້ພວກເຂົາ.

2 Samuel 17:15

ຂໍ້ຄວາມຫຍັງທີ່ຮູຊາຍຢາກໃຫ້ປະໂຣຫິດໄປແລະ ລາຍງານຕໍ່ດາວິດ

ຂໍ້ຄວາມນັ້ນກ່າວວ່າດາວິດບໍ່ຄວນ​ພັກ​ໃນ​ທ່າ​ຂ້າມ​ຂອງ​ແມ່​ນ້ຳ​ອາ​ຣາ​ບາ, ແຕ່​ໃຫ້​ຂ້າມ​ໄປ​ໃຫ້​ໄດ້ເຂົາ ແລະ​ປະ​ຊາ​ຊົນ​ທັງ​ຫມົດ​ທີ່​ຢູ່​ກັບເຂົາບໍ່ໄດ້ຖືກຂ້າໃນຄືນນັ້ນ.

2 Samuel 17:17

ຂໍ້ຄວາມຖືກສົ່ງມາເຖິງກະສັດດາວິດກ່ຽວກັບແຜນການຂອງອັບຊາໂລມທີ່ຈະໂຈມຕີເຂົາແນວໃດ?

ມີສາວ​ໃຊ້​ຄົນ​ຫນຶ່ງ​ບອກຊາຍສອງຄົນໄປບອກໃຫ້ກະສັດດາວິດຮູ້ເຖິງແຜນການຂອງອັບຊາໂລມ.

ຜູ້ຊາຍສອງຄົນໄດ້ເຮັດຫຍັງເມື່ອຜູ້ສັງເກດການສາມຄົນ ແລະອັບຊາໂລມໄດ້ຮູ້?

ຊາຍສອງຄົນນັ້ນໄດ້ອອກໄປ ແລະລົງໄປໃນບໍນ້ຳຂອງຊາຍຄົນຫນຶ່ງ.

2 Samuel 17:19

ຊາຍສອງຄົນນັ້ນໄດ້ຮັບການຊ່ວຍເຫລືອແນວໃດ?

ເມຍ​ຂອງ​ຜູ້​ຊາຍ​ຄົນ​ນັ້ນ​ ກໍ​ໄດ້​ເອົາ​ຜ້າ​ມາ​ປູ​ປິດ​ປາກ​ນ້ຳ​ສ້າງເພື່ອເຊື່ອງຊາຍສອງຄົນເມື່ອທະ​ຫານ​ຂອງ​ອັບ​ຊາ​ໂລມໄດ້​ມາ​ຫາ​ເຂົາ, ນາງຕອບວ່າທະຫານວ່າ ພວກ​ເຂົາ​ໄດ້​ຂ້າມ​ແມ່​ນ້ຳ​ໄປ​ແລ້ວ.

2 Samuel 17:21

ຫລັງຈາກຄົນຂອງອັບຊາໂລມໄປ, ຊາຍສອງຄົນໄດ້ເຮັດຫຍັງ?

ໄດ້​ຂຶ້ນ​ມາ​ຈາກ​ນ້ຳ​ສ້າງ ແລະໄດ້ໄປທູນກະສັດດາວິດໃຫ້ຮູ້ເພື່ອຂ້າມແມ່ນ້ຳຈໍແດນ ສະນັ້ນເຂົາແລະປະຊາຊົນຂອງເຂົາກໍປອດໄພ.

2 Samuel 17:23

ອາ​ຮີ​ໂຕ​ເຟນ​ໄດ້​ເຮັດຫຍັງເມື່ອເຫັນ​ວ່າ​ບໍ່​ມີ​ໃຜ​ເຮັດ​ຕາມ​ຄຳ​ປຶກ​ສາ​ຂອງ​ເຂົາ?

ອາ​ຮີ​ໂຕ​ເຟນ​ໄດ້ໄປບ້ານໃນເມືອງຂອງເຂົາ, ຈັດການເລື່ອງຂອງຕົນເອງ, ແລະແຂວນຄໍຕາຍ.

2 Samuel 17:27

ດາວິດ ແລະປະຊາຊົນຂອງເຂົາເບິ່ງແຍງຖິ່ນແຫ້ງແລ້ງກັນດານແນວໃດ?

ຊາຍສາມຄົນໄດ້ມາພ້ອມກັບສະບຽງ ແລະອາຫານສຳລັບດາວິດ ແລະປະຊາຊົນຂອງເຂົາໃຊ້ສຳລັບນອນຫລັບ, ເຮັດອາຫານ, ແລະກິນ.

2 Samuel 18

2 Samuel 18:1

ຂໍ້ຄວາມທີ່ກະສັດດາວິດກ່າວກັບເຫລົ່າທະຫານແມ່ນຫຍັງ?

ກະສັດດາວິດກ່າວກັບເຫລົ່າທະຫານວ່າເຂົາ​ເອງ​ຈະ​ອອກ​ໄປ​ກັບ​ພວກ​ເຂົາ​ແນ່ນອນ​.

2 Samuel 18:3

ພວກທະຫານໃນກອງທັບໄດ້ຕອບສະຫນອງຫຍັງຕໍ່ຂໍ້ຄວາມຈາກກະສັດດາວິດ?

ທະຫານໃນກອງທັບໄດ້ຕອບດາວິດວ່າເຂົາມີ​ຄ່າ​ເທົ່າ​ກັບ​ພວກ​ຂ້າ​ນ້ອຍ​ຫນຶ່ງ​ຫມື່ນ​ຄົນ, ເພາະ​ສະ​ນັ້ນ​ຂໍ​ທ່ານຊົງ​ຕຽມ​ພ້ອມ​ທີ່​ຈະ​ຊ່ວຍ​ພວກ​ຂ້າ​ນ້ອຍ​ຈາກ​ໃນ​ເມືອງ​ຈະ​ດີກວ່າ.

2 Samuel 18:5

ກະສັດມີຄຳແນະນຳຫຍັງ ຊຶ່ງກະສັດປະທານແກ່ຜູ້ບັນຊາການກ່ຽວກັບອັບຊາໂລມ?

ກະສັດໄດ້ບອກຜູ້ບັນຊາການວ່າ '' ຈົ່ງເບົາມືເພື່ອເຫັນແກ່ອັບຊາໂລມ.''

2 Samuel 18:6

ແມ່ນຫຍັງຄືຜົນຂອງການສູ້ຮົບໃນປ່າ​ເອ​ຟ​ຣາ​ອິມ?

ກອງ​ທັບ​ຂອງ​ອິດ​ສະ​ຣາ​ເອນ​ກໍ​ໄດ້​ພ່າຍ​ແພ້​ແກ່​ພວກ​ທະ​ຫານ​ຂອງ​ດາ​ວິດ​.

2 Samuel 18:9

ເກີດຫຍັງຂຶ້ນກັບອັບຊາໂລມເມື່ອກຳລັງຂີ່ລໍໄດ້​ແລ່ນ​ເຂົ້າ​ໄປ​ໃຕ້​ຕົ້ນ​ໄມ້​ໃຫ​ຍ່​ຂອງ​ຕົ້ນ​ໂອກ?

ອັບຊາໂລມໄດ້ຫ້ອຍຫົວ​ຂອງ​ເພິ່ນກໍ​ຊັງ​ຕິດ​ກິ່ງ​ຕົ້ນ​ໂອກ​ແຫນ້ນ.

ຍ້ອນຫຍັງໂຢອາບຂຶ່ງຮູ້ສຶກບໍ່ພໍໃຈເມື່ອເຂົາໄດ້ຍິນກ່ຽວກັບອັບຊາໂລມ?

ໂຢອາບຮູ້ສຶກບໍ່ພໍໃຈເພາະວ່າທະຫານຄົນທີ່ໄດ້ລາຍງານກ່ຽວກັບອັບຊາໂລມບໍ່ໄດ້ເອົາເຂົາລົງພື້ນ.

2 Samuel 18:12

ຍ້ອນຫຍັງຊາຍຄົນນັ້ນຈຶ່ງບໍ່ຂ້າອັບຊາໂລມ?

ເຂົາບໍ່ໄດ້ຂ້າອັບຊາໂລມຍ້ອນເງິນ, ເພາະວ່າເຂົາໄດ້ຍິນກະສັດກ່າວວ່າຈະ​ບໍ່​ມີ​ໃຜ​ແຕະ​ຕ້ອງ​ອັບ​ຊາ​ໂລມ​ຊາຍ​ຫນຸ່ມ​ນັ້ນ.

2 Samuel 18:14

ໂຢອາບໄດ້ເຮັດຫຍັງກັບອັບຊາໂລມ?

ໂຢອາບໄດ້​ຈັບ​ຫ​ອກ​ສາມ​ແງ່ມ​ແທງ​ເຂົ້າ​ໄປ​ໃນ​ຫົວ​ໃຈ​ຂອງ​ອັບ​ຊາ​ໂລມ​ຂະ​ນະ​ທີ່ເພິ່ນ​ຍັງ​ຊົງ​ມີ​ຊີ​ວິດ​ຢູ່ ​ແລະ ​ກຳ​ລັງ​ແຂວນ​ຕິດ​ຢູ່​ເທິງ​ຕົ້ນ​ໂອກ.

2 Samuel 18:16

ເກີດຫຍັງຂຶ້ນກັບຮ່າງກາຍຂອງອັບຊາໂລມ?

ຮ່າງກາຍຂອງ​ອັບ​ຊາ​ໂລມ​ໄດ້ຖືກ​ໂຍນ​ລົງ​ໄປ​ໃນ​ຂຸມ​ໃຫຍ່​ໃນ​ປ່າ ແລະໄດ້​ຝັງ​ຮ່າງ​ຂອງອັບຊາໂລມພາຍ​ໃຕ​້ຫີນ​ຫ້ອງ​ໃຫຍ່.

2 Samuel 18:18

ຍ້ອນຫຍັງອັບຊາໂລມໄດ້​ຊົງ​ຕັ້ງ​ເສົາ​ໄວ້​ສຳ​ລັບ​ເພິ່ນ​ເອງຂະນະທີ່ເຂົາຍັງມີຊີວິດຢູ່?

ອັບຊາໂລມດ້​ຊົງ​ຕັ້ງ​ເສົາໃຫຍ່, ອາ​ນຸ​ສາ​ວະ​ລີ​ອັບ​ຊາ​ໂລມ, ​ຈະສືບ​ຄວາ​ມ​ຊົງ​ຈຳ​ຂອງ​ຊື່​ຂອງ​ເຂົາຕັ້ງແຕ່ເຂົາບໍ່ມີລູກ.

2 Samuel 18:19

ຍ້ອນຫຍັງອາ​ຮີ​ມາຈຶ່ງເຕືອນບໍ່ໃຫ້ແລ່ນໄປຫາກະສັດພ້ອມກັບຂ່າວດີທີ່ພຣະຢາເວ​ຊົງ​ຊ່ວຍ​ກູ້ເຂົາໃຫ້​ພົ້ນ​ຈາກ​ມື​ສັດ​ຕູ?

ອາ​ຮີ​ມາເຕືອນບໍ່ໃຫ້ທູນຂ່າວດີຕໍ່ກະສັດໃນມື້ນັ້ນເພາະວ່າລູກ​ຊາຍ​ຂອງ​ກະ​ສັດ​ໄດ້​ຊົງ​ເສຍ​ຊີ​ວິດ​.

2 Samuel 18:21

ຍ້ອນຫຍັງອາຮີມາຈຶ່ງຍັງຕ້ອງການທີ່ຈະແລ່ນໄປ ແລະບອກຂ່າວດີກັບດາວິດ?

ອາຮີມາຮູ້ວ່າໂຢບໄດ້ສັ່ງຂໍ້ຄວາມກັບຊາວ​ເອ​ທີ​ໂອ​ເປຍ, ແຕ່ວ່າອາຮີມາຕ້ອງການເປັນຄົນທຳອິດທີ່ບອກຂ່າວດີກັບກະສັດດາວິດ.

2 Samuel 18:24

ກະສັດຄິດແນວໃດເມື່ອເຂົາໄດ້ຍິນວ່າມີຄົນແລ່ນຄົນດຽວເຂົ້າມາໃນເມືອງ ?

ກະສັດໄດ້ຄິດວ່ານັກແລ່ນໄດ້ນຳຂ່າວມາຖ້າເຂົາຢູ່ຄົນດຽວ.

2 Samuel 18:26

ກະສັດເຂົາຄິດແນວໃດເມື່ອເຂົາໄດ້ຍິນວ່າມີຊາຍອີກຄົນຫນຶ່ງແລ່ນຢູ່ຄົນດຽວ?

ກະສັດໄດ້ຄິດວ່າເຂົາໄດ້ນຳຂ່າວມາເຊັ່ນກັນ.

ກະສັດຄິດແນວໃດເມື່ອເຂົາໄດ້ຍິນວ່ານັັກແລ່ນທີ່ຢູ່ຂ້າງຫນ້າແມ່ນອາຮິມາອາດ ?

ກະສັດໄດ້ກ່າວວ່າອາຮິມາອາດກຳລັງນຳຂ່າວດີມາຕັ້ງແຕ່ເຂົາເປັນຄົນດີ.

2 Samuel 18:28

ອາຮິມາອາດໄດ້ນຳເຂົາຫຍັງມາທູນຕໍ່ກະສັດ ?

ອາຮິມາອາດໄດ້ກ່າວຕໍ່ກະສັດວ່າພຣະເຈົ້າຢາເວໄດ້ຊົງມອບຜູ້ຊາຍທີ່ເຂົ້າເຝົ້າກະສັດ.

ອາຮິມາອາດຕອບກະສັດແນວໃດເມື່ອເຂົາໄດ້ຖາມກ່ຽວກັບຄວາມເປັນຢູ່ຂອງອັບຊາໂລມ ?

ອາຮິມາອາດໄດ້ກ່າວວ່າເຂົາໄດ້ເຫັນການລົບກວນທີ່ຍິ່ງໃຫຍ່, ແຕ່ບໍ່ຮູ້ວ່າມັນແມ່ນຫຍັງ.

2 Samuel 18:31

ຄຳຕອບຂອງຊາວເອທີໂອເປຍເມື່ອກະສັດໄດ້ຖາມເຂົາກ່ຽວກັບການເປັນຢູ່ຂອງອັບຊາໂລມ ?

ຊາວເອທີໂອເປຍໄດ້ທູນກະສັດວ່າສັດຕູຂອງກະສັດຄວນຈະເປັນເຫມືອນຊາຍຫນຸ່ມຄົນນັ້ນ.

ກະສັດໄດ້ຕອບແນວໃດເມື່ອເຂົາໄດ້ຍິນຂ່າວຂອງການຕາຍລູກຂອງລາວ ?

ກະສັດຮູ້ສຶກເສົ້າໃຈຢ່າງຍິ່ງເມື່ອເຂົາໄດ້ຍິນຂ່າວ ແລະຫວັງວ່າເຂົາຈະຕາຍແທນລູກຊາຍຂອງເຂົາ.

2 Samuel 19

2 Samuel 19:1

ຍ້ອນຫຍັງໄຊ​ຊະ​ນະ​ໃນ​ມື້​ນັ້ນ​ກໍ​ໄດ້​ກາຍ​ເປັນ​ການ​ໄວ້​ທຸກ​ຂອງ​ທະ​ຫານ​ທັງ​ປວງ?

ໄຊ​ຊະ​ນະ​ໃນ​ມື້​ນັ້ນ​ກໍ​ໄດ້​ກາຍ​ເປັນ​ການ​ໄວ້​ທຸກ​ຂອງ​ທະ​ຫານ​ທັງ​ປວງເພາະວ່າພວກທະຫານໄດ້ຍິນວ່າກະ​ສັດ​ໄດ​້​ຊົງ​ໂ​ສກ​ເສົ້າ​ໄວ້​ທຸກ​ເພື່ອ​ລູກຂອງເຂົາ.

2 Samuel 19:3

ກະສັດໄດ້ຮ້ອງຫຍັງ?

"ໂອ ອັບ​ຊາ​ໂລມ​ລູກ​ເອີຍ, ໂອ ອັບ​ຊາ​ໂລມ​ລູກ​ຂອງ​ພໍ່, ລູກ​ຂອງ​ພໍ່”

2 Samuel 19:5

ໂຢອາບໄດ້ເວົ້າຫຍັງທີ່ເຂົາຈະເຊື່ອວ່າຈະເຮັດໃຫ້ກະສັດພໍໃຈ?

ໂຢອາບກ່າວວ່າເຂົາເຊື່ອກະສັດຄົງພໍໃຈຖ້າອັບຊາໂລມຍັງມີຊີວິດຢູ່, ກອງທະຫານຂອງກະສັດ, ໄດ້ຕາຍຫມົດ.

2 Samuel 19:7

ໂຢອາບໄດ້ບອກກະສັດວ່າຈະເກີດຫຍັງຂຶ້ນຖ້າກະສັດບໍ່ລຸກຂຶ້ນ, ອອກໄປທາງນອກ, ແແລະກ່າວໃຫ້ກຳລັງໃຈກັບເຫລົ່າທະຫານ?

ໂຢອາບໄດ້ກ່າວວ່າຖ້າ​ເຂົາບໍ່ໄປ, ຈະ​ບໍ່​ມີ​ຊາຍ​ຈັກ​ຄົນ​ຫນຶ່ງ​ຄ້າງ​ຢູ່​ກັບ​ທ່ານ​ໃນ​ຄືນ​ນີ້.

ປະຊາຊົນທຸກຄົນມາຕໍ່ຫນ້າກະສັດເມື່ອໃດ?

ປະຊາຊົນທຸກຄົນໄດ້ມາຕໍ່ຫນ້າກະສັດຫລັງຈາກທີ່ພວກເຂົໄດ້ບອກວ່າກະສັດໄດ້​ຢູ່​ທີ່​ປະ​ຕູ​ເມືອງ?

2 Samuel 19:9

ທຸກຄົນໃນເຜົ່າອິດສະຣາເອນທຸກຄົນຖົກຖຽງກັນໃນເລື່ອງຫຍັງ?

ທຸກຄົນໃນເຜົ່າອິດສະຣາເອນທຸກຄົນຖົກຖຽງກັນໃນເລື່ອງຈະນຳກະສັດກັບມາຫລືບໍ່.

2 Samuel 19:11

ກະ​ສັດ​ດາ​ວິດ​ໄດ້​ສົ່ງ​ໃຜໄປຫາພວກຜູ້ອາວຸໂສຂອງຄົນຢູດາຍ ກ່ຽວກັບການນຳກະສັດກັບ?

ກະ​ສັດ​ດາ​ວິດ​ໄດ້​ສົ່ງ​ຄົນ​ໄປ​ຫາ​ຊາ​ດົກ​ ແລະ​ອາ​ບີ​ອາ​ທາ​ປະ​ໂຣຫິດ​ທັງ​ສອງປຫາພວກຜູ້ອາວຸໂສຂອງຄົນຢູດາຍ.

2 Samuel 19:13

ດາວິດໄດ້ກ່າວວ່າໃຜຈະເປັນຜູ້ບັງຄັບບັນຊາ ​ກອງ​ທັບ​ຕໍ່​ຫນ້າ​ເຮົາ​ແທນ​ໂຢ​ອາບ?

ດາວິດໄດ້ເວົາວ່າອາສາມາຈະໄດ້​ເປັນ​ຜູ້​ບັງ​ຄັບ​ບັນ​ຊາ ກອງ​ທັບ​ຕໍ່​ຫນ້າ​ເຮົາ​ແທນ​ໂຢ​ອາບ.

ເປັນຫຍັງຄົນຢູດາຈຶ່ງມາທີ່ກິນການ?

ຄົນ​ຢູ​ດາ​ກໍ​ໄດ້​ພາ​ກັນ​ມາ​ ທີ່​ກິນ​ການ​ເພື່ອ​ຮັບ​ກະ​ສັດ​ ແລະ​ນຳ​ກະ​ສັດ​ຂ້າມ​ແມ່​ນ້ຳ​ຈໍ​ແດນ.

2 Samuel 19:16

ມີໃຜແດ່ທີ່ຂ້າມແມ່ນ້ຳຈໍແດນໄປພົບກະສັດ?

ຊີເມອີ, ຫນຶ່ງພັນຄົນຈາກເຜົ່າເບັນຢາມິນກັບເຂົາ, ແລະ ຊີບາ, ຜູ້ຮັບໃຊ້ຂອງໂຊນ, ແລະລູກ​ຊາຍເຂົາ​ສິບ​ຫ້າ​ຄົນ ແລະ​ຄົນ​ໃຊ້​ອີກ​ຊາວຄົນກັບເຂົາ, ໄດ້ຂ້າມແມ່ນ້ຳຈໍແດນເພື່ອ​ນຳ​ຣາ​ຊວົງ​ຂອງ​ກະ​ສັດ.

2 Samuel 19:19

ຍ້ອນຫຍັງຊີເມອີຈຶ່ງເປັນຄົນທຳອິດຈາກຕະກູນຂອງເຜົ່າໂຢເຊັບມາຮັບກະສັດ?

ຊີເມອີໄດ້ລົງມາຮັບກະສັດເພາະວ່າຊີເມອີຮູ້ວ່າເຂົາໄດ້ເຮັບບາບຕໍ່ກະສັດ.

2 Samuel 19:21

ກະສັດໄດ້ເວົ້າຫຍັງກັບຊີເມອີຫລັງຈາກອາບີໄຊເວົ້າວ່າຊີ​ເມ​ອີ​ບໍ່​ສົມ​ຄວນ​ຕາຍ​​?

ກະສັດໄດ້ບອກຊີເມອີວ່າເຂົາ​ຈະ​ບໍ່​ຕາຍ ແລະ​ກະ​ສັດ​ກໍ​ໄດ້​ຊົງ​ໃຫ້​ຄຳ​ສັນ​ຍາວ່າເຂົາຊິບໍ່ຖືກປະຫານຊີວິດ.

2 Samuel 19:24

ເມ​ຟີ​ໂບ​ເຊັດໄດ້ເບິ່ງຫຍັງເມື່ອເຂົາລົງມາຮັບກະສັດ?

ເມ​ຟີ​ໂບ​ເຊັດ​ໄດ້​ຊົງ​ລ້າງ​ຕີນ ​ຫລື ​ແຖ​ຫນວດ​ຂອງ​ເ​ພິ່ນຫລື​, ຊົງ​ຊັກ​ເຄື່ອງ​​ຂອງເພິ່ນ​ຕັ້ງ​ແຕ່ມື້​ທີ່​ກະ​ສັດ​ໄດ້​ຈາກ​ໄປ.

2 Samuel 19:26

ເຫດຜົນຫຍັງທີ່​ເມ​ຟີ​ໂບ​ເຊັດໄດ້ໃຫ້ເມື່ອກະສັດຖາມເຂົາວ່າ, "ເປັ​ນ​ຫຍັງ​ທ່ານບໍ່​ໄດ້​ໄປ​ກັບ​ເຮົາ, ​ເມ​ຟີ​ໂບ​ເຊັດ?"

​ເມ​ຟີ​ໂບ​ເຊັດໄດ້ບອກກັບກະສັດວ່າຜູ້ຮັບໃຊ້ຂອງເຂົາ, ຊີບາ, ໄດ້ຕົວະເຂົາ.

ມີຫຍັງອີກ​ທີ່ເມ​ຟີ​ໂບ​ເຊັດເວົ້າວ່າຊີບາໄດ້ເຮັດກັບເຂົາ?

​ເມ​ຟີ​ໂບ​ເຊັດໄດ້ເວົ້າວ່າຊີບາໄດ້ກ່າວໃສ່ຮ້າຍ​ເມ​ຟີ​ໂບ​ເຊັດຕໍ່ກະສັດ.

2 Samuel 19:29

​ເມ​ຟີ​ໂບ​ເຊັດໄດ້ຕອບກະສັດແນວໃດເມື່ອກະສັດຕັດສິນໃຈວ່າຊີບາ ແລະເມຟີໂບເຊັດຕ້ອງແບ່ງທົ່ງນາກັນ

​ເມ​ຟີ​ໂບ​ເຊັດຕອບວ່າໃຫ້ມໍຣະດົກຕົກເປັນຂອງຊີບາຫມົດເສຍຕັ້ງແຕ່ທີ່ກະສັດໄດ້ສະເດັດກັບບ້ານມາຢ່າງປອດໄພ.

2 Samuel 19:31

ບາກຊິໄລໄດ້ເຮັດຫຍັງໃຫ້ກະສັດ?

ບາກໄລໄດ້​ນຳ​ສະ​ບຽງ​ອາ​ຫານ​ ມາ​ຖ​ວາຍ​ກະ​ສັດ​ຂະ​ນະ​ເພິ່ນ​ຢູ່​ທີ່​ມະ​ຫາ​ນາ​ອິມ.

2 Samuel 19:34

ເປັນຫຍັງບາກຊິໄລຈຶ່ງເວົ້າວ່າເຂົາບໍ່ຄວນມາທີ່ເຢຣູຊາເລັມກັບກະສັດ?

ບາກຊິໄລໄດ້ເວົ້າວ່າເຂົາບໍ່ຄວນມາທີ່ເຢຣູຊາເລັມກັບກະສັດເພາະວ່າເຂົາເຖົ້າແກ່ຫລາຍ ແລະຈະມີຊີວິດຢູ່ອີກບໍ່ດົນ, ເຂົາບໍ່ສາມາດໄດ້ລົດຊາດຂອງອາກນາທີ່ກິນຫລືດື່ມ, ເຂົາບໍ່ສາມາດໄດ້ຍິນດີ, ແລະເຂົາບໍ່ຢາກໃຫ້ເປັນພາລະຕໍ່ກະສັກ.

2 Samuel 19:37

ບາກຊິໄລໄດ້ຂໍຮ້ອງຫຍັງກກັບກະສັດ?

ບາກຊິໄລໄດ້ຖາມກະສັດໃຫ້ເຂົາກັບບ້ານເພື່ອທີ່ເຂົາຈະໄດ້​ກັບ​ໄປ​ເພື່ອ​ຈະ​ຕາຍ​ໃນ​ເມືອງ​ຂອງ​ເຂົາ, ແລະ ຂໍໃຫ້ກິມຮາມຂ້າມໄປກັບກະສັດແລະ ຂໍ​ຊົງ​ເຮັດ​ຕໍ່​ເຂົາ​ຕາມ​ທີ່​ຊົງ​ເຫັນ​ຄວນ.

2 Samuel 19:40

ແມ່ນໃຜທີ່ໄດ້ຂ້າມໄປ​ຍັງ​ກິນ​ການກັບກະສັດ?

ກິມຮາມ, ກອງ​ທັບ​ຂອງ​ຢູ​ດາຍ​ທັງ​ຫມົດ ແລະເຄິ່ງ​ຫນຶ່ງ​ຂອງກອງ​ທັບທີ່ໄດ້ຂ້າມໄປ​ຍັງ​ກິນ​ການກັບກະສັດ.

2 Samuel 19:42

ເປັນຫຍັງຄົນອິດສະຣາເອນຈຶ່ງກ່າວວ່າພວກເຂົາມີສິດ​ທິ​ໃນ​ດາ​ວິດ​ຫລາຍກວ່າ ຄົນ​ຢູ​ດາ​ທັງ​ປວງ?

ຄົນອິດສະຣາເອນໄດ້ເວົ້າວ່າພວກເຂົາມີສິດ​ທິ​ໃນ​ດາ​ວິດ​ເພາະວ່າພວກເຂົາມີ​ສິບ​ເຜົ່າ​ທີ່​ມີ​ຄວາມ​ກ່ຽວ​ຂ້ອງ​ສຳ​ພັນ​ກັບ​ກະ​ສັດ.

ຖ້ອຍຄຳທີ່ຮຸນແຮງຍິ່ງກວ່ານີ້ແມ່ນໃຜ, ຄືຄົນຢູດາ ຫລືຄົນອິດສະຣາເອນ?

ຖ້ອຍຄຳຂອງຄົນຢູດາແມ່ຮຸນແຮງກວ່າຖ້ອຍຄຳຂອງຄົນອິດສະຣາເອນ.

2 Samuel 20

2 Samuel 20:1

ເປັນຫຍັງເຊບາຈຶ່ງຖືກເບິ່ງວ່າເປັນຄົນກໍ່ກວນ?

ເຊບາຖືກເບິ່ງວ່າເປັນຄົນກໍ່ກວນເພາະວ່າເຂົາສະຫນັບສະຫນູນໃຫ້ປະຊາຊົນອິດສະຣາເອນບໍ່ມີສ່ວນຮ່ວມໃນດາວິດ.

ຄຳຕອບຂອງຄົນຢູດາແຕກຕ່າງຈາກຄຳຕອບຂອງຄົນອິດສະຣາເອນແນວໃດ?

ຄົນຢູດາໄດ້​ຕິດ​ຕາມ​ກະ​ສັດ​ຂອງ​ພວກ​ເຂົາ​ຢ່າງ​ໃກ້​ຊິດ, ແຕ່ວ່າຄົນອິດສະຣາເອນໄດ້​ໄປ​ຈາກ​ດາ​ວິດ ​ແລະ​ ໄດ້​ຕິດ​ຕາມ​ເຊ​ບາໄປ.

2 Samuel 20:3

ຄວາມສຳພັນລະຫວ່າງດາວິດກັບສາວໃຊ້ປ່ຽນໄປແນວໃດເມື່ອເຂົາໄດ້ໄປໄວ້​ໃນ​ບ້ານ​ຫລັງ​ຫນຶ່ງ​ທີ່​ມີ​ຍາມ​ເຝົ້າ?

​ດາວິດໄດ້​ຊົງ​ລ້ຽງ​ດູພວກເຂົາໃນຄວາມຕ້ອງການຕ່າງໆຂອງພວກເຂົາ, ແຕ່​ເພິ່ນ​ບໍ​ໍ່​ໄດ້​ຊົງ​ຫລັບ​ນອນ​ກັບ​ພວກ​ນາງ​ອີກ​ຕໍ່​ໄປ, ດັ່ງ​ນັ້ນ​ພວກ​ນາງ​ຈຶ່ງ​ໄດ້​ຢູ່​ຢ່າງ​ແມ່​ຫມ້າຍ​ຈົນ​ເຖິງ​ມື້​ຕາຍ.

2 Samuel 20:4

ກະສັດໄດ້ບອກອາມາສາໃຫ້ເຮັດຫຍັງ?

ກະສັດໄດ້ບອກອາມາສາໃຫ້​ລະ​ດົມ​ຄົນ​ຢູ​ດາຍ​ໃຫ້​ພ້ອມ​ພາຍ​ໃນ​ສາມ​ວັນ ແລະເຂົາກໍຕ້ອງຢູ່ທີ່ນັ້ນດ້ວຍ.

2 Samuel 20:6

ດາວິດໄດ້ຕອບສະຫນອງແນວໃດກັບລາຍງານທີ່ວ່າຄົນອິດສະຣາເອນໄດ້ຕິດຕາມຊີບາໄປ?

ດາວິດໄດ້ຕອບໂດຍໃຫ້ຄຳແນະນຳແກ່ອາບີໄຊໃຫ້ນຳທະຫານຂອງດາວິດ ແລະໄລ່ຕາມເຂົາໄປກ່ອນທີ່ເຂົາ​ຈະ​ຫາ​ບັນ​ດາ​ເມືອງ​ທີ່​ມີ​ປ້ອມ​ປາການໄດ້.

2 Samuel 20:9

ໂຢອາບໄດ້ເຮັດຫຍັງໃຫ້ອາສາມາເມື່ອໂຢອາບຈັບຫນວດກັບມືຂວາຂອງອາສາມາແລ້ວຈູບເຂົາ?

ໂຢອາບໄດ້ແທງອາສາມາດ້ວຍດາບທີ່ຢູ່ໃນມືຊ້າຍຂອງເຂົາ.

2 Samuel 20:11

​ທະ​ຫານ​ຄົນ​ຫນຶ່ງ​ຂອງ​ໂຢ​ອາບ​ໄດ້ມີປະຕິກິລິຍາແນວໃດກັບການທຳຮ້າຍອາສາມາ?

ຄົນຫນຶ່ງຂອງໂຢອາບໄດ້ນຳອາສາມາຈາກ​ຫົນ​ທາງ​ໄປ​ຖິ້ມ​ໃນ​ທົ່ງ​ນາ ແລະ​ໄດ້​ໂຍ​ນ​ເສື້ອ​ຜ້າ​ປິດ​ຮ່າງກາຍ​ເຂົາ​ໄວ້ແລະ ໃຜ​ເຫັນ​ດ້ວຍ​ກັບ​ໂຢ​ອາບ, ​ແລະໄດ້ເວົ້າວ່າ ໃຜ​ຢູ່​ຝ່າຍ​ດາ​ວິດໃຫ້​ຜູ້​ນັ້ນ​ຕິດ​ຕາມ​ໂຢ​ອາບ​ໄປ.

2 Samuel 20:14

ໂຢອາບ ແລະຄົນຢູດາໄດ້ເຮັດຫຍັງເມື່ອພວກເຂົາໄລ່ທັນຊີບາ ແລະຄົນອິດສະຣາເອນໃນ​ເມືອງ​ອາ​ເບັນ​ແຂວງ​ເບັດ​ມາ​ອາ​ກາ?

ໂຢອາບ ແລະຄົນຢູດາໄດ້ສ້າງທາງເນີນຂຶ້ນບ່ອນກຳແພງ ແລະຕຳ​ກຳ​ແພງ​ເພື່ອ​ໃຫ້​ກຳ​ແພງ​ພັງ​ລົງ.

2 Samuel 20:17

ຜູ້ຍິງຄົນນັ້ນໄດ້ບັນລະຍາຍຫຍັງກ່ຽວກັບເມືອງຂອງນາງທີ່​ເມືອງ​ອາ​ເບັນ​ສູ່ໂຢອາບຟັງ?

ຜູ້ຍິງຄົນນັ້ນໄດ້ບັນລະຍາຍກ່ຽວກັບເມືອງຂອງນາງທີ່​ເມືອງ​ອາ​ເບັນ​ເປັນ​ເມືອງ​ຫນຶ່ງ​ທີ່​ເຕັມ​ດ້ວຍ​ຄວາມ​ງຽບ​ສະ​ງົບ​ທີ່​ສຸດ ​ແລະ​ ສັດ​ຊື່​ໃນ​ອິດ​ສະ​ຣາ​ເອນ ແລະ ກໍເປັນ​ເປັນ​ເມືອງ​ແມ່​ຂອງ​ອິດ​ສະ​ຣາ​ເອນ.

ຜູ້ຍິງຄົນນັ້ນໄດ້ຖາມຫຍັງໂຢອາບ?

ຜູ້ຍິງຄົນນັ້ນໄດ້ຖາມໂຢອາບວ່າ​ເປັນຫ​ຍັງ​ທ່ານ​ຈຶ່ງ​ຕ້ອງການຈະ​ມ້າງ​ເພໃຈກາງ​ເມືອງອາ​ເບັນ​.

2 Samuel 20:20

ໂຢອາບໄດ້ກຳນົດເງື່ອນໄຂຫຍັງໃຫ້ຜູ້ຍິງທີ່ເຂົາ ແລະຄົນຢູດາຈະຖອນຕົວອອກຈາກເມືອງ?

ເງື່ອນໄຂທີ່ໂຢອາບໄດ້ກຳນົດໄວ້ກັບຜູ້ຍິງຄົນນັ້ນແມ່ນຖ້າເມືອງຈະມອບເຊບາໃຫ້ພວກເຂົາ, ພວກເຂົາກໍຈະຖອນຕົວອອກຈາກເມືອງນັ້ນ.

ປະຊາຊົນໃນເມືອງ ແລະຜູ້ຍິງໄດ້ຕອບສະຫນອງກັບເງື່ອນໄຂຂອງໂຢອາບແນວໃດ?

ປະຊາຊົນໃນເມືອງ​ໄດ້​ຕັດ​ຫົວ​ຂອງ​ເຊ​ບາ ແລະໂຍນ​ຂ້າມ​ກຳ​ແພງ​ເຫມືອນທີ່ຜູ້ຍິງບອກວ່າຈະເຮັດ.

2 Samuel 20:23

ແມ່ນຫຍັງຄືຄວາມຮັບຜິດຊອບຂອງອາ​ໂດ​ນີ​ຣາມ?

ຄວາມຮັບຜິດຊອບຂອງອາ​ໂດ​ນີ​ຣາມແມ່ນ​ດູ​ແລ​ບັນດາຄົນ​ງານ​ທັງຫລາຍ.

2 Samuel 21

2 Samuel 21:1

ຍ້ອນຫຍັງຈຶ່ງມີການອຶດ​ຢາກ​ອາ​ຫານ​ໃນ​ສະ​ໄຫມ​ຂອງ​ດາ​ວິດ​ຢູ່ເປັນເວລາ​ສາມ​ປີ​ຕິດ​ຕໍ່​ກັນ?

ການອຶດ​ຢາກ​ອາ​ຫານ​ເປັນເວລາ​ສາມ​ປີ​ຕິດ​ຕໍ່​ກັນເພາະວ່າ​ໂຊນ​ ແລະ​ຄອບ​ຄົວ​ຂອງ​ເຂົາໄດ້​ມີ​ຄວາມ​ຜິດ​ໃນ​ການ​ຂ້າ​ກີເບໂອນ.

2 Samuel 21:2

ຍ້ອນຫຍັງກະສັດດາວິດຕ້ອງການແກ້​ຄວາມ​ຜິດ​ທີ່​ໄດ້​ເຮັດ​ຕໍ່​ພວກກິເບໂອ?

ກະສັດດາວິດຕ້ອງການແກ້​ຄວາມ​ຜິດ​ທີ່​ໄດ້​ເຮັດ​ຕໍ່​ພວກກິເບໂອເພາະວ່າປະຊາຊົນອິດສະຣາເອນສັນຍາວ່າຈະບໍ່ຂ້າພວກເຂົາ, ແຕ່​ໂຊນ​ກໍ​ໄດ້​​ພະ​ຍາ​ຍາມ​ທີ່​ຈະ​ສັງ​ຫານ​ພວກ​ເຂົາ​ທັງ​ຫມົດເພາະ​ຄວາມ​ກະ​ຕື​ລື​ລົ້ນ​ເພື່ອ​ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ​ ແລະ ​ຢູ​ດາຍ.

2 Samuel 21:4

ດາວິດໄດ້ເຫັນດ້ວຍທີ່ຈະເຮັດຫຍັງເພື່ອແກ້ໄຂຄວາມຜິດທີ່ໄດ້ເກີດຂຶ້ນກັບຊາວກິເບໂອນ

ດາວິດໄດ້ເຫັນດ້ວຍທີ່ຈະເຮັດທຸກສິ່ງທີ່ຊາວກິເບໂອນຂໍຈາກເຂົາ.

2 Samuel 21:5

ຊາວກິເບໂອນໄດ້ຮ້ອງຂໍຫຍັງຈາກດາວິດເພື່ອຊົດເຊີຍສິ່ງທີ່ໂຊນໄດ້ເຮັດ?

ຊາວກິເບໂອນໄດ້ຮ້ອງຂໍເຈັດ​ຄົນ​ຈາກ​ເຊື້ອ​ສາຍ​ຂອງ​ໂຊນໃຫ້ພວກເຂົາໄດ້​ແຂວນ​ຄໍ​ພວກ​ເຂົາ ຕໍ່​ຫນ້າ​ພ​ຣະ​ຢ​າ​ເວ.

2 Samuel 21:7

ດາວິດໄດ້ຕອບສະຫນອງຕໍ່ຄຳຮ້ອງຂໍຂອງຊາວກິເບໂອແນວໃດ?

ດາວິດໄດ້ຕອບສະຫນອງຕໍ່ຄຳຮ້ອງຂໍຂອງຊາວກິເບໂອໂດຍໄດ້ຊົງໄວ້ຊີວິດ​ເມ​ຟີ​ໂບ​ເຊັດຂະນະທີ່ໄດ້​ນຳ​ເອົາ​ລູກ​ຊາຍ​ສອງ​ຄົນ​ຂອງ​ນາງ​ຣິ​ຊະ​ປາ ​ແລະລູກ​ຊາຍ​ທັງ​ຫ້າ​ຄົນ​ຂອງ​ເມ​ຣາບ​ທີ່​ໄດ້​ແຂວນ​ຄໍ​ພວກ​ເຂົາ​ເທິງ​ພູ​ເຂົາ​ຕໍ່​ຫນ້າ​ພ​ຣະ​ຢາ​ເວໂດຍຊາວກິເບໂອ

2 Samuel 21:10

ນາງ​ຣິ​ຊະ​ປາໄດ້ເຮັດຫຍັງເພື່ອສະແດງຄວາມເສຍໃຈຕໍ່ການເສຍຊີວິດຂອງລູກຊາຍນາງ?

ນາງ​ຣິ​ຊະ​ປາ​ໄດ້​ເອົາ​ຜ້າ​ກະ​ສອບ​ປູ​ໄວ້​ເທິງ​ກ້ອນ​ຫີນ​ສຳ​ລັບ​ຕົນ​ເອງເທິງ​ພູ​ເຂົາ​ຂ້າງໆຮ່າງ​ກາຍທັງ​ຫລາຍ​ຂອງ​ຄົນ​ຕາຍ ແລະ​ບໍ່​ຍ​ອມ​ໃຫ້​ເຫລົ່າ​ຝູງ​ນົກ​ແຫ່ງ​ທ້ອງ​ຟ້າ​ມາ​ລົບ​ກວນ​ຮ່າງ​.

2 Samuel 21:12

ດາວິດ​ໄດ​້​ກະດູກ​ຂອງກະ​ສັດ​ໂຊນ ​ແລະ​ກະ​ສັດ​ໂຢ​ນາ​ທານມາຈາກໃຜ?

ດາ​ວິດ​ໄດ​້​ຊົງ​ນຳ​ກະດູກຂອງກະ​ສັດ​ໂຊນ ​ແລະ​ກະ​ສັດ​ໂຢ​ນາ​ທານ​ມາຈາກ​ຄົນ​ຂອງ​ເມືອງ​ຢາ​ເບັດ​ກີ​ເລ​ອາດ.

2 Samuel 21:15

ອາບີໄຊຊ່ວຍຊີວິດດາວິດຢ່າງໃດເມື່ອເຂົາໄດ້ຮັບໄຊຊະນະດ້ວຍຄວາມເມື່ອຍ​ລ້າ​ຈາກ​ສົງ​ຄາມ?

ເມື່ອດາ​ວິດ​ຊົງ​ໄດ້​ຮັບ​ໄຊ​ຊະ​ນະ​ດ້ວຍ​ການ​ເມື່ອຍ​ລ້າ​ຈາກ​ສົງ​ຄາມ, ອາ​ບີ​ໄຊ​ໄດ້​ເຂົ້າ​ມາ​ຊ່ວຍ​ດາ​ວິດ​ໄວ້ໂດຍຂ້າອີ​ສະ​ບີ​ເບ​ໂນບຄົນຟີລິດສະຕິນຄົນທີ່ໄດ້ຄິດ​ຈະ​ຂ້າ​ດາ​ວິດ.

ເປັນຫຍັງຄົນຂອງດາວິດຈຶ່ງຢືນຢັນວ່າເຈົາຈະບໍ່ຕໍ່ສູ້ກັບພວກເຂົາອີກ?

ຄົນຂອງດາວິດຈຶ່ງຢືນຢັນວ່າເຂົາຈະບໍ່ຕໍ່ສູ້ກັບພວກເຂົາອີກເພາະວ່າພວກກເຂົາຢ້ານວ່າພວກເຂົາຈະສູນເສຍຕະກຽງຂອງອິດສະຣາເອນຈະມອດ.

2 Samuel 21:20

ຜູ້ທີ່ດາວິດ ແລະທະຫານຂອງເຂົາໄດ້ຂ້າຕາຍ​ທີ່​ເມືອງ​ກາດແມ່ນມາຈາກໃສ?

​ດາ​ວິດ ແລະ​​ ເຫລົ່າ​ທະ​ຫານ​ຂອງເຂົາ​ໄດ້ຂ້າຄົນ​ເຫລົ່າ​ນີ້​ທີ່ສືບ​ເຊື້ອ​ສາຍ​ຄົນ​ເອ​ຟາ​ອິມ​ຂອງ​ເມືອງ​ກາດ.

2 Samuel 22

2 Samuel 22:1

ເມື່ອໃດທີ່ດາວິດຮ້ອງເພງ​ແກ່​ພ​ຣະ​ຢາ​ເວຊົງເປັນສີລາຊຶ່ງຊ່ວຍຊີວິດເຂົາ?

ດາວິດຮ້ອງເພງ​ແກ່​ພ​ຣະ​ຢາ​ເວຊົງເປັນສີລາຊຶ່ງຊ່ວຍຊີວິດເຂົາໃນວັນ​ທີ່​ພ​ຣະ​ເຢ​ເວ​ຊົງ​ຊ່ວຍ​ກູ້​ເພິ່ນ​ໃຫ້​ພົ້ນ​ຈາກ​ມື​ເຫລົ່າ​ສັດ​ຕູ​ທັງ​ຫມົດ​ຂອງ​ເພິ່ນ ແລະ​ຈາກ​ເງື້ອມ​ມື​ຂອງ​ໂຊນ.

2 Samuel 22:3

ດາວິດໄດ້ເວົ້າວ່າແມ່ນຫຍັງທີ່ເປັນເຫດຜົນວ່າຍ້ອນຫຍັງເຂົາຮ້ອງພຣະຢາເວວ່າຊົງເປັນສີລາ?

ດາວິດໄດ້ເວົ້າເຫດຜົນວ່າຍ້ອນຫຍັງເຂົາຮ້ອງພຣະຢາເວວ່າຊົງເປັນສີລາ ເພາະວ່າພຣະຢາເວຊົງເປັນຜູ້ຊົງສົມຄວນແກ່ການສັນເສີນ.

2 Samuel 22:5

ດາວິດໄດ້ຮູ້ສຶກຫຍັງເມື່ອເຂົາຢູ່ໃນກຳມືຂອງສັດຕູ?

ດາວິດຮູ້ສຶກວ່າ​ຄື້ນ​ແຫ່ງ​ຄວາມ​ຕາຍ​ໄດ້​ລ້ອມ​ຮອບ​ເຂົາແລະສາຍ​ໃຍ​ຂອງ​ແດນ​ຄົນ​ຕາຍ​ພັນ​ຕົວ​ເຂົາ.

2 Samuel 22:7

ດາວິດໄດ້ຕອບສະຫນອງຕໍ່ສະຖານະການຄວາມ​ທຸກ​ລຳ​ບາກ​ຂອງ​ເຂົາແນວໃດ?

​ໃນ​ຄວາມ​ທຸກ​ລຳ​ບາກ​ຂອງ​ເຂົາ, ດາວິດ​ໄດ້​ຮ້ອງ​ທູນ​ພ​ຣະ​ຢາ​ເວພຣະອົງໄດ້ຍິນສຽງ​ຮ້ອງ​ທູນ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຂອງ​ຂ້າ​ນ້ອຍ​ໄດ້​ໄປ​ເຖິງພຣະວິຫານ​ຂອງ​ພວກເຂົາ.

2 Samuel 22:8

ແມ່ນຫຍັງໄດ້ເກີດຂຶ້ນເພາະວ່າພຣະເຈົ້າຊົງພຣະພິໂຣດ?

​ແລ້ວ​ແຜ່ນ​ດິນ​ກໍ​ໄດ້​ສັ່ນ​ສະ​ເທືອນ​ ແລະ​ໄດ້​ຫວັ່ນ​ໄຫວ ຮາກ​ຖານ​ຂອງ​ຟ້າ​ກໍ​ໄດ້​ຫວັ່ນ​ໄຫວ ແລະ​ໄດ້​ສັ່ນ​ສະ​ເທືອນ, ເພາະ​ພ​ຣະ​ເຈົ້າ​ຊົງພຣະພິໂຣດ, ຄວັນ​ໄຟ​ກໍ​ໄດ້​ຂຶ້ນ​ໄປ​ຕາມ​ຊ່ອງ​ຮູ​ດັງ​ຂອງ​ພ​ຣະ​ອົງ, ແລະ ​ຖ່ານ​ໄຟ​ກໍ​ໄດ້​ອອກ​ມາ​ຈາກ​ປາກ​ຂອງ​ພ​ຣະ​ອົງ.

2 Samuel 22:10

ພຣະຢາເວໄດ້ລົງມາຈາກສະຫວັນຢ່າງໃດ?

​ພຣະຢາເວໄດ້​ຊົງ​ຂີ່ຫລັງເຄ​ຣຸບ​ຕົນ​ຫນຶ່ງ ແລະຊົງ​ບິນ​ໄປ​ເທິງ​ປີກ​ຂອງ​ລົມ.

2 Samuel 22:13

ພຣະຢາເວຊົງເຮັດໃຫ້ສັດຕູກະຈັດກະຈາຍໄປແນວໃດ?

ພຣະຢາເວຊົງເຮັດໃຫ້ສັດຕູຂອງເຂົາກະຈາຍດ້ວຍ​ຍິງ​ລູກ​ທະ​ນູ ແລະ​ເຮັດ​ໃຫ້​ເກີດ​ຟ້າ​ແມບ​ເຫລື້ອມ.

2 Samuel 22:16

​ຮາກ​ຖານ​ຂອງໂລກເປັນຢ່າງໃດແດ່?

ຮາກ​ຖານ​ໂລກ​ກໍໄດ້ຖືກເປີດເຜີຍ​ໄວ້ເວລາທີ່ພ​ຣະ​ເຈົ້າ​ຢາ​ເວຮ້ອງ​ນາບ​ຂູ່​ເຫລົ່າ​ສັດ​ຕູທີ່ລົມຫາຍໃຈອອກຈາກດັງຂອງພຣະອົງ.​

2 Samuel 22:17

ພຣະຢາເວໄດ້ຊົງຊ່ວຍດາວິດຈາກສັດຕູຂອງເຂົາແນວໃດ?

ພ​ຣະຢາເວ​ໄດ້​ຊົງ​ເດ່​ມື​ລົງ​ມາ​ຈາກ​ເທິງ​ຟ້າ​ດຶງ​ເຂົາ​ອອກ​ມາ​ຈາກ​ນ້ຳ​ທີ່​ຊັດ​ໄປ​ມາ.

2 Samuel 22:19

ຍ້ອນຫຍັງພຣະຢາເວຈຶ່ງຊ່ວຍດາວິດ?

ພຣະຢາເວ​ໄດ້​ຊົງ​ຊ່ວຍ​ກູ້​ເຂົາໄວ້​ ເພາະ​ພ​ຣະ​ອົງ​ໄດ້​ຊົງ​ພໍ​ໃຈ​ເຂົາ.

2 Samuel 22:22

ດາວິດໄດ້​ຮັກ​ສາ​ທາງ​ຂອງ​ພ​ຣະ​ຢາ​ເວແນວໃດ?

ດາວິດໄດ້​ຮັກ​ສາ​ທາງ​ຂອງ​ພ​ຣະ​ຢາ​ເວ ​ແລະ​ບໍ່​ໄດ້​ເຮັດໃນ​ສິ່ງ​ທີ່​ຊົ່ວ​ຮ້າຍ​ໂດຍ​ການ​ຫັນ​ຈາກ​ພ​ຣະ​ເຈົ້າ​ຂອງ​ເຂົາ.

2 Samuel 22:24

ເກີດຫຍັງຂຶ້ນເພາະວ່າດາວິດໄດ້​ຮັກ​ສາ​ຕົວ​ໄວ້​ຈາກ​ຄວາມບ​າບ?

ພຣະຢາເວໄດ້​ຊົງ​ຕອບ​ແທນ​ດາວິດ​ຕາມ​ຄວາມ​ເປັນທຳຂອງເຂົາເພາະພຣະອົງໄດ້ຊົງ​ຮັກ​ສາ​ຕົວ​ໄວ້​ຈາກ​ຄວາມບ​າບ.

2 Samuel 22:28

ພຣະຢາເວໄດ້ຊົງເຮັດຫຍັງກັບຄົນທີ່ຍິ່ງຈອງຫອງ?

​ພຣະຢາເວຊົງ​ເຮັດ​ໃຫ້​ຄົນ​ເຫລົ່າ​ນັ້ນ​ຕ່ຳ​ລົງ.

2 Samuel 22:30

ພຣະຢາເວຊົງໃຫ້ຫຍັງແກ່ທຸກຄົນທີ່ວາງໃຈເຊື່ອໃນພຣະອົງ?

ພຣະຢາເວ​ຊົງ​ເປັນ​ໂລ່ກຳບັງຂອງ​ທຸກ​ຄົນ​ທີ່​ລີ້​ໄພ​ຢູ່​ໃນ​ພ​ຣະ​ອົງ.

2 Samuel 22:32

ຍ້ອນຫຍັງດາວິດຈຶ່ງຖືວ່າພຣະຢາເວຊົງເປັນທີ່ລີ້ໄພຂອງເຂົາ?

ດາວິດຖືວ່າພຣະຢາເວຊົງເປັນທີ່ລີ້ໄພເພາະວ່າພ​ຣະ​ອົງ​ຊົງ​ນຳເຂົາ​ໂດຍບໍ່​ມີ​ຕໍາຫນິ​ໃນ​ທາງ​ຂອງ​ພ​ຣະ​ອົງ.

2 Samuel 22:36

ຍ້ອນຫຍັງຕີນຂອງດາວິດ​ຈຶ່ງ​ບໍ່​ພາດລົ້ມລົງຈັກເທື່ອ?

ຕີນຂອງດາວິດ​ຈຶ່ງ​ບໍ່​ພາດລົ້ມລົງຈັກເທື່ອເພາະວ່າພຣະຢາເວ​ໄດ້​ປະ​ທານສະຖານ​ທີ່ກວ້າງ​ຂວາງ​ສຳ​ລັບ​​ຕີນ​ຂອງ​ຂ້າ​ນ້ອຍໄດ້ເເດີນແລະຕີນ​ຂອງ​ຂ້ານ້ອຍ​ຈຶ່ງ​ບໍ່​ພາດລົ້ມລົງຈັກເທື່ອ.

2 Samuel 22:42

ດາວິດໄດ້ເຮັດຫຍັງກັບສັດຕູຂອງເຂົາເມື່ອພວກເຂົາຮ້ອງຫາຄວາມຊ່ວຍເຫລືອຈາກພຣະຢາເວ?

ຫລັງຈາກສັດຕູຂອງດາວິດໄດ້ຮ້ອງຫາພຣະຢາເວເພື່ອຂໍຄວາມຊ່ວຍເຫລືອໃຫ້ດາວິດໄດ້​ທຸບ​ເຂົາ​ແຫລກ​ລະ​ອຽດ​ເປັນຄື​ຝຸ່ນ​ດິນຂ້າ​ນ້ອຍ​ໄດ້ຫ​ຍ້ຳ​ພວກ​ເຂົາ​ຄື​ຂີ້​ຕົມ​ຕາມ​ຫົນ​ທາງ.

2 Samuel 22:44

ພຣະຢາເວໄດ້ເຮັດຫຍັງດພື່ອດາວິດ?

ພຣະຢາເວໄດ້ຊົງ​ຊ່ວຍ​ຂ້າ​ນ້ອຍ​ໃຫ້​ພົ້ນ​ຈາກ​ການ​ຜິດ​ຖຽງ​ກັນ​ກັບ​ປະ​ຊາ​ຊົນ​ຂອງ​ເຂົາແລະຮັກ​ສາ​ຂ້າ​ນ້ອຍ​ໄວ້​ໃຫ້​ເປັນ​ຫົວ​ຫນ້າ​ຂອງ​ບັນ​ດາ​ປະ​ຊາ​ຊົນ.

2 Samuel 22:47

ພຣະຢາເວໄດ້ຊົງເຮັດຫຍັງແທນດາວິດ?

ພຣະຢາເວຊົງປ່ອຍໃຫ້ດາວິດໃຫ້ພົ້ນຈາກສັດຕູແລ້ວ.

2 Samuel 22:50

ຍ້ອນຫຍັງດາວິດຈຶ່ງຮ້ອງ​ເພງ​ສັນລະເສີນ​ພ​ຣະ​ນາມ​ຂອງ​ພ​ຣະຢາເວ?

ດາວິດໄດ້ຮ້ອງ​ເພງ​ສັນລະເສີນ​ພ​ຣະ​ນາມ​ຂອງ​ພ​ຣະຢາເວເພາະວ່າພ​ຣະ​ເຈົ້າ​ປະ​ທານ​ໄຊ​ຊະ​ນະ​ຍິ່ງ​ໃຫຍ່​ແກ່​ກະ​ສັດ​ຂອງ​ພ​ຣະ​ອົງ​.

2 Samuel 23

2 Samuel 23:1

ດາວິດໄດ້ຮູ້ຫຍັງແດ່?

ດາວິດເປັນຄົນທີ່ໄດ້ຮັບກຽດຢ່າງສູງ ແລະຜູ້​ຮັບ​ການອວຍ​ພອນ​ໂດຍ​ພ​ຣະ​ເຈົ້າ​ຂອງ​ຢາ​ໂຄບ​.

2 Samuel 23:3

ພ​ຣະ​ເຈົ້າ​ແຫ່ງ​ອິດ​ສະ​ຣາ​ເອນໄດ້ຊົງກ່າວຫຍັງກັບດາວິດ?

ພ​ຣະ​ເຈົ້າ​ແຫ່ງ​ອິດ​ສະ​ຣາ​ເອນໄດ້ກ່າວກັບດາວິດວ່າ​ປົກ​ຄອງ​ດ້ວຍ​ຄວາມ​ຢຳ​ເກງ​ພ​ຣະ​ເຈົ້າຈະ​ເປັນ​ຄື​ແສງ​ເມື່ອດວງ​ຕາ​ເວັນ​ຂຶ້ນ.

2 Samuel 23:6

ເປັນຫຍັງຄົນ​ບໍ່​ນັບ​ຖື​ພ​ຣະ​ເຈົ້າ​ທັງ​ຫມົດ​ກໍ​ຄື​ຫນາມ​ທີ່​ຖືກ​ຖອນ​ຖິ້ມ​ໄປ?

ຄົນ​ບໍ່​ນັບ​ຖື​ພ​ຣະ​ເຈົ້າ​ທັງ​ຫມົດ​ກໍ​ຄື​ຫນາມ​ທີ່​ຖືກ​ຖອນ​ຖິ້ມ​ໄປເພາະວ່າພວກ​ເຂົາ​ບໍ່​ສາ​ມາດ​ຈະ​ເອົາ​ມື​ຢິບ​ດ້ວຍ​ມື​ຂອງ​ໃຜ​ໄດ້.

2 Samuel 23:9

​ເອ​ເລ​ອາ​ຊາໄດ້​ເວົ້າ​ທ້າ​ທາຍ​ພວກ​ຟີ​ລິດ​ສະ​ຕິນ​ແນວໃດເມື່ອພວກເຂົາເຕົ້າ​ໂຮມ​ກັນ​ທີ່​ນັ້ນ​ເພື່ອ​ເຮັດ​ສົງ​ຄາມ?

ເອ​ເລ​ຊາ​ໄດ້​ລຸກ​ຂຶ້ນ ​ແລະ​ໄດ້​ຕໍ່​ສູ້​ພວກ​ຟີ​ລິດ​ສະ​ຕິນຈົນ​ກະ​ທັ້ງ​ມື​ຂອງ​ເຂົາ​ອ່ອນ​ລ້າ​ ແລະ​ມື​ຂອງ​ເຂົາ​ເປັນ​ຈັງ​ແຂງ​ຕິດ​ທີ່​ດາບ​ຂອງ​ເຂົາ.

2 Samuel 23:11

ຊາມມາປົກປ້ອງຫຍັງພວກ​ຟີ​ລິດ​ສະ​ຕິນ?

​ຊາມ​ມາ​ໄດ້​ຢືນ​ຢູ່​ທ່າມ​ກາງ​ຜືນ​ດິນ​ນັ້ນ ແລະ​ປ້ອງ​ກັນ​ຜືນ​ດິນ​ນັ້ນ​ໄວ້.

2 Samuel 23:15

ຈອມ​ທະ​ຫານ​ສາມ​ຄົນ​ໄດ້ເຮັດຫຍັງເມື່ອພວກເຂົາໄດ້ຍິນດາວິດຕ້ອງການດື່ມ​ຈາກ​ນ້ຳ​ສ້າງ​ທີ່​ເບັດ​ເລ​ເຮັມ?

ຈອມ​ທະ​ຫານ​ສາມ​ຄົນ​​ກໍ​ໄດ້​ແຫກ​ຄ້າຍ​ຂອງກອງ​ທັບ​ຂອງ​ຄົນ​ຟີ​ລິດ​ສະ​ຕິນ​ເຂົ້າ​ໄປ ແລະ​ໄດ້​ຕັກ​ນ້ຳ​ຈາກ​ນ້ຳ​ສ້າງ​ເບັດ​ເລ​ເຮັມໃຫ້ດາວິດ.

ຍ້ອນຫຍັງດາວິດຈຶ່ງ​ປະ​ຕິ​ເສດ​ທີ່​ຈະ​ຊົງ​ດື່ມ​ນ້ຳ​ສ້າງຈາກເບັດເລເຮັມ?

ດາວິດປະຕິເສດທີ່ຈະດື່ມນ້ຳສ້າງຈາກເບັດເລເຮັມເພາະວ່າຄົນເຫລົ່ານັ້ນໄດ້​ໄປ​ສ່ຽງ​ຊີ​ວິດ​ຂອງ​ພວກ​ເຂົາ, ເຂົາໄດ້​ຊົງ​ເທ​ນ້ຳ​ນັ້ນ​ຖະ​ວາຍ​ແດ່​ພ​ຣະ​ຢາ​ເວ.

2 Samuel 23:18

ອາບີໄຊໄດ້ຮູ້ຫຍັງ?

ອາ​ບີ​ໄຊ ແລະໄດ້​ເປັນ​ຫົວ​ຫນ້າ​ຂອງ​ທັງ​ສາມ​ຄົ​ນ​ນັ​້ນ​ເຂົາ​ໄດ້​ຕໍ່​ສູ້​ດ້ວຍ​ຫອກ​ຕໍ່​ທະ​ຫານ​ສາມ​ຮ້ອຍ​ຄົນ.

2 Samuel 23:20

ເບນາອີຢາໄດ້ຂ້າ​ຄົນ​ອີ​ຢິບ​ຄົນ​ຫນຶ່ງ​ເປັນ​ຜູ້​ຊາຍ​ຮູບ​ຮ່າງ​ສູງ​ໃຫຍ່ແນວໃດ?

ເບນາອີຢາ, ໄດ້​ຕໍ່​ສູ້​ກັບ​ເຂົາ​ດ້ວຍ​ພຽງ​ໄມ້​ຄ​້ອນ, ​ເຂົາ​ໄດ້​ຂ້າ​ຄົນ​ອີ​ຢິບ​ຄົນ​ຫນຶ່ງ​ເປັນ​ຜູ້​ຊາຍ​ຮູບ​ຮ່າງ​ສູງ​ໃຫຍ່. ເຂົາ​ໄດ້​ຢຶດ​ເອົາ​ຫອກ​ມາ​ຈາກ​ມື​ຂອງ​ຄົນ​ເອຢິບ​ຄົນ​ນັ້ນ​ ແລະ​ໄດ້​ຂ້າ​ເຂົາ​ຕາຍ​ດ້ວຍ​ຫອກ​ຂອງ​ເຂົາ​ເອງ.

2 Samuel 24

2 Samuel 24:1

ດາວິດໄດ້ຖາມໂຢອາບໃຫ້ເຮັດຫຍັງ?

ດາວິດໄດ້ຖາມໂຢອາບໃຫ້​ນັບ​ຈຳ​ນວນ​ປະ​ຊາ​ຊົນໃນທຸກໆເຜົ່າໃນອິດສະຣາເອນ, ເພື່ອ​​ຈະ​ໄດ້​ຮູ້​ຈຳ​ນວນ​ລວມ​ຂອງ​ປະ​ຊາ​ຊົນ​ເພື່ອ​ເຮັດ​ສົງ​ຄາມ.

2 Samuel 24:3

ເປັນຫຍັງໂຢອາບຈຶ່ງລັ່ງເລທີ່ຈະເຮັດຕາມທີ່ດາວິດໄດ້ຮ້ອງຂໍ?

ໂຢອາບໄດ້ລັ່ງເລທີ່ຈະເຮັດຕາມທີ່ດາວິດເພາະວ່າລາວບໍ່ເຂົ້າໃຈວ່າ ​ເຫດ​ການ​ໃດ​ກະ​ສັດ​ເຈົ້າ​ນາຍ​ຂອງ​ຂ້າ​ລາວຈຶ່ງ​ຊົງ​ປະ​ສົງ​ສິ່ງ​ນີ້.

2 Samuel 24:8

ໂຢອາບໄດ້ໃຊ້ເວລາດົນປານໃດເພື່ອ​ໄປ​ທົ່ວ​ແຜ່ນ​ດິນ​ນັ້ນ​ແລ້ວ, ແລະ ຈຶ່ງ​ໄດ້​ກັບ​ມາ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ?

ໂຢອາບໃຊ້ເວລາເກົ້າ​ເດືອນ​ ແລະ​ຊາວ​ມື້ພື່ອ​ໄປ​ທົ່ວ​ແຜ່ນ​ດິນ​ນັ້ນ​ແລ້ວ, ແລະ ຈຶ່ງ​ໄດ້​ກັບ​ມາ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ

​​ມີຈຳ​ນ​ວນ​ທະ​ຫານ​ທັງ​ຫມົດຈັກຄົນ​ທີ່​ນັບ​ໄດ້ໂດຍໂຢອາບ?

ໂຢອາບໄດ້ນັບມີ​ທະ​ຫານ​ໃນ​ອິດ​ສະ​ຣາ​ເອນ​ຈຳ​ນວນ 800,000ຄົນ ຜູ້​ພ້ອມ​ເຮັດ​ເສິກ, ແລະ​ຄົນ​ຢູ​ດາ​ມີ 500,000ຄົນ.

2 Samuel 24:10

ເປັນຫຍັງໃຈ​ຂອງ​ດາ​ວິດ​ກໍ​ໄດ້​ຊົງ​ສຳ​ນຶກ​ຜິດຫລັງຈາກໂຢອາບໄດ້​ຊົງ​ນັບ​ຈຳ​ນວນ​ປະ​ຊາ​ຊົນ​?

ໃຈ​ຂອງ​ດາ​ວິດ​ກໍ​ໄດ້​ຊົງ​ສຳ​ນຶກ​ຜິດເພາະເຂົາລະນຶກເຖິງການກະທຳທີ່ໂງ່ຈ້າ ແລະ ໄດ້​ເຮັດ​ບາບ​ໃຫຍ່​ຫລວງ.

2 Samuel 24:11

ຖ້ອຍຄຳ​ໃດຂອງ​ພ​ຣະ​ຢາ​ເວ​ທີ່ໃຫ້ແກ່ດາວິດຜ່ານຜູ້ເຜີຍພຣະວັດຈະນະຂອງພຣະອົງ?

ພ​ຣະ​ຢາ​ເວ​ໄດ້ບອກດາວິດວ່າ ໃຫ້ເຂົາຈົ່ງ​ເລືອກ​ເອົາ​ຫນຶ່ງ​ຢ່າງ ໃນທາງ​ເລືອກ​ສາມ​ຢ່າງ.

2 Samuel 24:13

ແມ່ນຫຍັງຄືທາງ​ເລືອກ​ສາມ​ຢ່າງທີ່ພ​ຣະ​ຢາ​ເວ​ທີ່ໃຫ້ແກ່ດາວິດຜ່ານກາດ ຜູ້ເຜີຍພຣະວັດຈະນະຂອງພຣະອົງ?

ພ​ຣະ​ຢາ​ເວ​ຖາມດາວິດວ່າ ຈະ​ໃຫ້​ເກີດ​ອຶດ​ຢາກ​ອາ​ຫານ​ເປັນ​ເວ​ລາ​ສາມ​ປີ, ຫລື​ ຫນີ​ຈາກ​ຫນ້າ​ສັດ​ຕູ​ຂອງ​ເປັນ​ເວ​ລາ​ສາມ​ເດືອນ​, ຫລື​ຈະ​ໃຫ້​ໂຣກ​ລະ​ບາດ​ເກີດ​ຂຶ້ນ​ເປັນ​ເວ​ລາ​ສາມ​ມື້​.

2 Samuel 24:15

ເປັນຫຍັງ​ປະ​ຊາ​ຊົນ​ທີ່​ໄດ້​ຕາຍດ້ວຍໂຣກລະບາດ​ບໍ່ຫລາຍກວ່າຈຳ​ນວນ​ເຈັດ​ຫມື່ນ​ຄົນ​?

​ປະ​ຊາ​ຊົນ​ໄດ້​ຕາຍ​ພຽງແຕ່ຈຳ​ນວນ​ເຈັດ​ຫມື່ນ​ຄົນ​ເພາະພ​ຣະ​ຢາ​ເວ​ໄດ້​ຊົງ​ປ່ຽນ​ໃຈ​ເພາະ​ເລື່ອງ​ເຫດ​ຮ້າຍ ​ທີ່​ຈະ​ເກີດ​ຂຶ້ນ​ນັ້ນ,​ ແລະ​ພ​ຣະ​ອົງ​ໄດ້​ຊົງຢຸດ​ມື​ຂອງ​ພຣະອົງ.

2 Samuel 24:17

ດາວິດໄດ້ທູນຂໍແນວໃດຕໍ່ພຣະຢາເວ ເມື່ອລາວລະນຶກເຖິງຄວາມບາບອັນໃຫຍ່ຂອງລາວ?

ດາວິດໄດ້ທູນຕໍ່ພຣະຢາເວວ່າ ຂໍ​ມື​ຂອງ​ພ​ຣະ​ອົງ​ທຳ​ໂທດ​ຂ້າ​ນ້ອຍ​ພ​ຣະ​ອົງ ​ແລະ​ເຊື້ອ​ສາຍ​ພໍ່​ຂອງ​ຂ້​າ​ນ້ອຍ​ເຖີດ ແທນປະຊາຊົນອິດສະຣາເອນໃນບາບອັນຍິ່ງໃຫຍ່ນັ້ນ.

2 Samuel 24:18

ຜູ້ທຳນວາຍ ກາດໄດ້ບອກໃຫ້ດາວິດເຮັດຫຍັງ?

ກາດໄດ້ບອກໃຫ້ດາວິດຂຶ້ນໄປ ແລະ ​ສ້າງ​ແທ່ນ​ບູ​ຊາ​ຖ​ວາຍ​ແດ່​ພ​ຣະ​ຢາ​ເວ​ເທິງ​ລານ​ຟາດ​ເຂົ້າ​ຂອງ​ອາ​ໂຣ​ນາ.

2 Samuel 24:21

ແມ່ນຫຍັງຄືຈຸດປະສົງຂອງດາວິດໃນການໄປຫາອາ​ໂຣ​ນາ?

ດາວິດໄດ້ຕ້ອງການຊື້​ລານ​ຟາດ​ເຂົ້າ​ຂອງອາ​ໂຣ​ນາ, ເພື່ອ​ລາວ​ຈະ​ສ້າງ​ແທ່ນ​ບູ​ຊາ​ຖ​ວາຍ​ແດ່​ພ​ຣະ​ຢາ​ເວ, ເພື່ອ​ທີ່​ເລື່ອງໂຫດ​ຮ້າຍ​ຈະ​ຫມົດ​ໄປ​ຈາກ​ປະ​ຊາ​ຊົນ.

2 Samuel 24:24

ເປັນຫຍັງດາວິດບໍ່​ໄດ້ຢືນ​ຢັນ​ທີ່​ຈະ​ຊື້​ລານຟາດເຂົ້າຂອງ​ອາ​ໂຣ​ນາ​ຕາມ​ລາ​ຄາ​ນັ້ນ?

ດາວິດ​ໄດ້​ກ່າວ​ກັບ​ອາ​ໂຣ​ນາ​ວ່າ ລາວບໍ​່​ໄດ້ຢືນ​ຢັນ​ທີ່​ຈະ​ຊື້​ຈາກ​ເຈົ້າ​ຕາມ​ລາ​ຄາ​ນັ້ນ. ລາວ​ຈະ​ບໍ່​ຖ​ວາຍ​ເຄື່ອງ​ບູ​ຊາ​ເຜົາ​ທ​ັງ​ຕົວ​ແດ່​ພ​ຣະ​ຢາ​ເວ ໂດຍ​ທີ່​ເຮົາ​ບໍ່​ເສຍ​ຫຍັງ​ເລີຍ.

ດາວິດຢຸດໂຣກລະບາດໃນອິດສະຣາເອນໄດ້ແນວໃດ?

ດາ​ວິດ​ກໍ​ໄດ້​ຢຸດໂຣກລະບາດໃນອິດສະຣາເອນ ໂດຍການ​ສ້າງ​ແທ່ນ​ບູ​ຊາ​ຖວາຍ​ແດ່​ພ​ຣະ​ຢາ​ເວ​ທີ່​ນັ້ນ ແລະ​ຊົງ​ໄດ້​ຖ​ວາຍ​ເຄື່ອງ​ເຜົາບູ​ຊາ​ທັງ​ຕົວ​ກັບ​ເຄື່ອງ​​ບູ​ຊາ.