ພາສາລາວ (Lao): translationQuestions Print

Updated ? hours ago # views See on WACS

2 Corinthians 1

2 Corinthians 1:1

ໃຜຂຽນຈົດໝາຍຝາກສະບັບນີ້?

ໂປໂລແລະຕີໂມທຽວຂຽນຈົດໝາຍຝາກສະບັບນີ້.

ຈົດໝາຍຝາກສະບັບນີ້ຂຽນເຖິງໃຜ?

ຈົດໝາຍຝາກສະບັບນີ້ຂຽນເຖິງຄຣິສຕະຈັກຂອງພຣະເຈົ້າທີ່ຢູ່ໃນເມືອງໂກຣິນໂທ ແລະເຖິງບັນດາຜູ້ເຊື່ອທຸກຄົນທີ່ຢູ່ທົ່ວແຂວງອາຂາຢາ.

2 Corinthians 1:3

ໂປໂລອະທິບາຍເຖິງພຣະເຈົ້າແນວໃດ?

ໂປໂລອະທິບາຍເຖິງພຣະເຈົ້າໃນລັກສະນະຂອງພຣະເຈົ້າພຣະບິດາຂອງພຣະເຢຊູຄຣິດອົງພຣະຜູ້ເປັນເຈົ້າຂອງພວກເຮົາ, ພຣະບິດາຜູ້ຊົງມີຄວາມເມດຕາ, ແລະພຣະເຈົ້າແຫ່ງຄວາມເລົ້າໂລມໃຈທຸກຢ່າງ.

ເປັນຫຍັງພຣະເຈົ້າຈຶ່ງເລົ້າໂລມໃຈເຮົາໃນຄວາມທຸກລຳບາກ?

ພຣະອົງເລົ້າໂລມໃຈພວກເຮົາເພື່ອວ່າພວກເຮົາຈະສາມາດເລົ້າໂລມໃຈຜູ້ທີ່ກຳລັງປະສົບກັບຄວາມທຸກລຳບາກທຸກຢ່າງໄດ້, ໂດຍການເລົ້າໂລມໃຈຢ່າງດຽວກັນຊຶ່ງພວກເຮົາໄດ້ຮັບການເລົ້າໂລມຈາກພຣະເຈົ້ານັ້ນ.

2 Corinthians 1:8

ໂປໂລແລະເພື່ອນຮ່ວມງານຂອງເພິ່ນມີບັນຫາຫຍັງໃນແຂວງເອເຊຍ?

ພວກເຂົາໄດ້ຮັບຄວາມທຸກລຳບາກທີ່ໜັກເກີນກວ່າທີ່ພວກເພິ່ນຈະທົນໄດ້. ພວກເຂົາຖືກຕັດສິນໂທດເຖິງຕາຍ.

ດ້ວຍເຫດຜົນຫຍັງຈຶ່ງມີການຕັດສິນປະຫານຊີວິດຕໍ່ໂປໂລແລະເພື່ອນຮ່ວມງານຂອງທ່ານ?

ໂທດປະຫານຊີວິດເຮັດໃຫ້ພວກເຂົາບໍ່ວາງໃຈໃນຕົວເອງ, ແຕ່ໃຫ້ວາງໃຈໃນພຣະເຈົ້າ.

2 Corinthians 1:11

ໂປໂລໄດ້ເວົ້າວ່າຄຣິສຕະຈັກໂກຣິນໂທສາມາດຊ່ວຍພວກເພິ່ນແນວໃດ?

ໂປໂລໄດ້ເວົ້າວ່າຄຣິສຕະຈັກໂກຣິນໂທສາມາດຊ່ວຍພວກເພິ່ນໄດ້ໂດຍການພາວະນາອະທິຖານສຳລັບພວກເພິ່ນ.

2 Corinthians 1:12

ໂປໂລເວົ້າວ່າເພິ່ນແລະເພື່ອນຮ່ວມງານຂອງເພິ່ນພາກພູມໃຈໃນເລື່ອງຫຍັງ?

ສິ່ງທີ່ພວກເພິ່ນພາກພູມໃຈແມ່ນໃຈສຳນຶກຜິດແລະຊອບຂອງພວກເພິ່ນ, ເປັນພະຍານວ່າ ພວກເພິ່ນໄດ້ປະຕິບັດຕົນເອງເປັນທີ່ມີຊື່ສຽງຕໍ່ໂລກ ແລະໂດຍສະເພາະໃນການພົວພັນກັບຄຣິສຕະຈັກໂກຣິນໂທດ້ວຍໃຈທີ່ບໍຣິສຸດແລະຄວາມຈິງໃຈທີ່ມາຈາກພຣະເຈົ້າ, ບໍ່ແມ່ນຕາມປັນຍາຂອງໂລກນີ້ແຕ່ໂດຍພຣະຄຸນຂອງພຣະເຈົ້າ.

ໂປໂລໝັ້ນໃຈວ່າຈະມີຫຍັງເກີດຂຶ້ນໃນວັນຂອງອົງພຣະເຢຊູເຈົ້າຂອງພວກເຮົາ?

ເພິ່ນໝັ້ນໃຈວ່າໃນວັນນັ້ນ ໂປໂລແລະເພື່ອນຮ່ວມງານຂອງເພິ່ນຈະເປັນເຫດໃຫ້ໄພ່ພົນເມືອງໂກຣິນໂທມີຄວາມພາກພູມໃຈ.

2 Corinthians 1:15

ໂປໂລກຳລັງວາງແຜນທີ່ຈະມາຢ້ຽມຢາມໄພ່ພົນຊາວເມືອງໂກຣິນໂທຈັກເທື່ອ?

ເພິ່ນວາງແຜນທີ່ຈະມາຢ້ຽມຢາມພວກເຂົາເຖິງສອງເທື່ອ.

2 Corinthians 1:21

ເຫດຜົນໜຶ່ງທີ່ພຣະຄຣິດຊົງປະທານພຣະວິນຍານໄວ້ໃນໃຈພວກເຮົາແມ່ນຫຍັງ?

ພຣະອົງໄດ້ປະທານພຣະວິນຍານ ເພື່ອເປັນການມັດຈຳສິ່ງຂອງທີ່ພຣະອົງຈະປະທານໃຫ້ແກ່ພວກເຮົາໃນພາຍຫລັງ.

2 Corinthians 1:23

ເປັນຫຍັງໂປໂລບໍ່ໄດ້ມາເມືອງໂກຣິນໂທ?

ເພິ່ນບໍ່ໄດ້ມາເມືອງໂກຣິນໂທກໍ່ເພື່ອຈະງົດໂທດພວກເຂົາໄວ້ກ່ອນ.

ໂປໂລເວົ້າວ່າເພິ່ນແລະຕີໂມທຽວບໍ່ໄດ້ເຮັດຫຍັງກັບຄຣິສຕະຈັກເມືອງໂກຣິນໂທ?

ໂປໂລເວົ້າວ່າພວກເພິ່ນບໍ່ໄດ້ພະຍາຍາມຄວບຄຸມຄວາມເຊື່ອຂອງພວກເຂົາ, ແຕ່ພວກເພິ່ນເປັນຜູ້ຮ່ວມງານກັບຄຣິສຕະຈັກເມືອງໂກຣິນໂທ ເພື່ອພວກເຂົາຈະໄດ້ຮັບຄວາມຊົມຊື່ນຍິນດີ.

2 Corinthians 2

2 Corinthians 2:1

ສະຖານະການຫຍັງທີ່ໂປໂລພະຍາຍາມຫລີກລ້ຽງໂດຍການບໍ່ມາທີ່ຄຣິສຕະຈັກເມືອງໂກຣິນໂທ?

ໂປໂລກຳລັງຫລີກລ້ຽງການມາຄຣິສຕະຈັກເມືອງໂກຣິນໂທໃນສະຖານະການທີ່ຈະເຮັດໃຫ້ເກີດຄວາມທຸກໂສກ.

2 Corinthians 2:3

ເປັນຫຍັງໂປໂລຈຶ່ງຂຽນຈົດໝາຍສະບັບນີ້ເໝືອນກັບຈົດໝາຍສະບັບກ່ອນທີ່ທ່ານຂຽນເຖິງຄຣິສຕະຈັກເມືອງໂກຣິນໂທ?

ໂປໂລໄດ້ຂຽນຈົດໝາຍສະບັບນີ້ເໝືອນທີ່ເພິ່ນເຄີຍຂຽນເພື່ອວ່າເມື່ອເພິ່ນມາຢ້ຽມຢາມພວກເຂົາ ເພິ່ນຈະບໍ່ໄດ້ເປັນທຸກໂສກໂດຍຄົນເຫລົ່ານັ້ນ ຜູ້ທີ່ຄວນຈະເຮັດໃຫ້ເພິ່ນມີຄວາມຊື່ນຊົມຍິນດີ.

ເມື່ອໂປໂລຂຽນຈົດໝາຍເຖິງເມືອງໂກຣິນໂທກ່ອນໜ້ານັ້ນສະພາບຈິດໃຈຂອງເພິ່ນເປັນແນວໃດ?

ເພິ່ນຕົກຢູ່ໃນຄວາມທຸກຍາກລຳບາກ ແລະດ້ວຍຫົວໃຈທີ່ເຈັບປວດ.

ເປັນຫຍັງໂປໂລຈຶ່ງຂຽນຈົດໝາຍສະບັບນີ້ໄປທີ່ຄຣິສຕະຈັກເມືອງໂກຣິນໂທ?

ເພິ່ນໄດ້ຂຽນຈົດໝາຍສະບັບນີ້​ໄປຫາພວກເຂົາເພື່ອພວກເຂົາຈະຮູ້ເຖິງຄວາມຮັກອັນເລິກເຊິ່ງທີ່ເພິ່ນມີຕໍ່ພວກເຂົາ.

2 Corinthians 2:5

ໂປໂລເວົ້າວ່າໄພ່ພົນເມືອງໂກຣິນໂທຕອນນີ້ຄວນເຮັດຫຍັງສຳລັບຄົນໜຶ່ງທີ່ລາວຖືກລົງໂທດ?

ໂປໂລໄດ້ກ່າວວ່າພວກເຂົາຄວນໃຫ້ອະໄພແລະໜຸນໃຈຄົນນັ້ນ.

ເປັນຫຍັງໂປໂລຈຶ່ງກ່າວວ່າໄພ່ພົນເມືອງໂກຣິນໂທຄວນໃຫ້ອະໄພແລະໜຸນໃຈຄົນທີ່ພວກເຂົາໄດ້ລົງໂທດ?

ນີ້ແມ່ນເພື່ອວ່າຜູ້ທີ່ພວກເຂົາໄດ້ລົງໂທດຈະບໍ່ໄດ້ຮັບຄວາມເສົ້າໂສກຫລາຍເກີນໄປ.

2 Corinthians 2:8

ເຫດຜົນອີກຢ່າງໜຶ່ງທີ່ໂປໂລຂຽນເຖິງຄຣິສຕະຈັກເມືອງໂກຣິນໂທແມ່ນຫຍັງ?

ໂປໂລໄດ້ຂຽນຈົດໝາຍຫາພວກເຂົາເພື່ອລອງໃຈພວກເຂົາແລະເພື່ອຈະຮູ້ວ່າພວກເຂົາເຊື່ອຟັງທຸກສິ່ງຫລືບໍ.

2 Corinthians 2:10

ເປັນຫຍັງມັນຈຶ່ງສຳຄັນສຳລັບຄຣິສຕະຈັກເມືອງໂກຣິນໂທ ທີ່ຈະຮູ້ວ່າທຸກຄົນທີ່ພວກເຂົາໄດ້ໃຫ້ອະໄພກໍ່ຈະໄດ້ຮັບການໃຫ້ອະໄພໂດຍໂປໂລແລະໃນຕໍ່ໜ້າຂອງພຣະຄຣິດດ້ວຍ?

ນີ້ແມ່ນເພື່ອວ່າພວກເຂົາຈະບໍ່ຫລົງກົນອຸບາຍຂອງມານຊາຕານ.

2 Corinthians 2:12

ເປັນຫຍັງໂປໂລບໍ່ມີຄວາມສະບາຍໃຈເມື່ອເພິ່ນໄປທີ່ເມືອງໂທອາດ?

ເພິ່ນບໍ່ມີຄວາມສະບາຍໃຈເພາະວ່າເພິ່ນບໍ່ພົບນ້ອງຊາຍຂອງເພິ່ນຄື ຕີໂຕໃນເມືອງໂທອາດ.

2 Corinthians 2:14

ພຣະເຈົ້າໄດ້ເຮັດຫຍັງຜ່ານທາງໂປໂລແລະເພື່ອນຮ່ວມງານຂອງເພິ່ນ?

ຜ່ານທາງໂປໂລແລະເພື່ອນຮ່ວມງານຂອງເພິ່ນ ພຣະເຈົ້າໄດ້ຊົງໃຫ້ກິ່ນຫອມຫວານແຫ່ງຄວາມຮູ້ຂອງພຣະຄຣິດກະຈາຍໄປທົ່ວທຸກແຫ່ງ.

2 Corinthians 2:16

ໂປໂລເວົ້າແນວໃດວ່າເພິ່ນແລະເພື່ອນຮ່ວມງານຂອງເພິ່ນແຕກຕ່າງຈາກຫລາຍໆຄົນທີ່ຫາຜົນປະໂຫຍດຈາກພຣະຄຳຂອງພຣະເຈົ້າ?

ໂປໂລແລະເພື່ອນຮ່ວມງານຂອງເພິ່ນແຕກຕ່າງໃນເລື່ອງທີ່ພວກເພິ່ນກ່າວດ້ວຍແຮງຈູງໃຈທີ່ບໍຣິສຸດ, ຊຶ່ງຖືກສົ່ງມາຈາກພຣະເຈົ້າ, ຢູ່ໃນສາຍພຣະເນດຂອງພຣະເຈົ້າ, ກ່າວໃນພຣະຄຣິດ.

2 Corinthians 3

2 Corinthians 3:1

ໂປໂລແລະເພື່ອນຮ່ວມງານຂອງເພິ່ນມີໜັງສືແນະນຳຕົວແນວໃດ?

ໄພ່ພົນທີ່ຢູ່ໃນເມືອງໂກຣິນໂທແມ່ນໜັງສືແນະນຳຕົວຂອງພວກເພິ່ນ, ເພື່ອໃຫ້ຄົນທັງປວງໄດ້ຮູ້ແລະໄດ້ອ່ານ

2 Corinthians 3:4

ໂປໂລແລະເພື່ອນຮ່ວມງານຂອງເພິ່ນມີຄວາມໝັ້ນໃຈຫຍັງໃນພຣະເຈົ້າຜ່ານທາງພຣະຄຣິດ?

ໂປໂລແລະເພື່ອນຮ່ວມງານຂອງເພິ່ນບໍ່ໄດ້ມີຄວາມໝັ້ນໃຈໃນຄວາມສາມາດຂອງພວກເພິ່ນເອງ ແຕ່ໝັ້ນໃຈໃນຄວາມພຽງພໍທີ່ພຣະເຈົ້າຊົງຈັດຕຽມໃຫ້ພວກເຂົາ.

ແມ່ນຫຍັງທີ່ເປັນພື້ນຖານຂອງພັນທະສັນຍາໃໝ່ທີ່ພຣະເຈົ້າໄດ້ໃຫ້ໂປໂລແລະເພື່ອນຮ່ວມງານຂອງເພິ່ນມີຄຸນສົມບັດທີ່ຈະເປັນຜູ້ຮັບໃຊ້?

ພັນທະສັນຍາໃໝ່ແມ່ນອີງໃສ່ພຣະວິນຍານທີ່ໃຫ້ຊີວິດ, ບໍ່ແມ່ນຕາມຕົວໜັງສືທີ່ເຮັດໃຫ້ພວກເຮົາຕ້ອງຖືກຂ້າຕາຍ.

2 Corinthians 3:7

ເປັນຫຍັງຄົນອິດສະຣາເອນບໍ່ສາມາດເບິ່ງໜ້າຂອງໂມເຊໄດ້?

ຄົນອິດສະຣາເອນບໍ່ສາມາດເບິ່ງໜ້າຂອງໂມເຊໄດ້ ເພາະສະຫງ່າຣາສີເທິງໃບໜ້າຂອງເພິ່ນ, ເຖິງແມ່ນຈະເປັນສະຫງ່າຣາສີທີ່ຈາງຫາຍໄປກໍ່ຕາມ.

2 Corinthians 3:9

ການປະຕິບັດທີ່ກ່ຽວກັບການລົງໂທດ, ຫລືການປະຕິບັດທີ່ກ່ຽວກັບຄວາມຊອບທັມ ອັນໃດຈະມີສະຫງ່າຣາສີຫລາຍກວ່າກັນ?

ການບົວລະບັດກ່ຽວກັບຄວາມຊອບທັມ ຈະມີສະຫງ່າຣາສີຫລາຍກວ່າຫລາຍເທົ່າ.

2 Corinthians 3:14

ຄວາມຄິດຂອງຄົນອິດສະຣາເອນແລະຜ້າຄຸມໃຈຂອງພວກເຂົາໄດ້ຖືກເປີດອອກແນວໃດ?

ພຽງແຕ່ຄົນອິດສະຣາເອນຫັນມາຫາອົງພຣະເຢຊູຄຣິດເຈົ້າ ຄວາມຄິດຂອງພວກເຂົາຈະຖືກເປີດແລະຜ້າຄຸມໃຈກໍ່ຈະຖືກເປີດເໝືອນກັນ.

ແມ່ນຫຍັງຄືບັນຫາຕະຫລອດມາຈົນເຖິງທຸກມື້ນີ້ຂອງປະຊາຊົນອິດສະຣາເອນ ເມື່ອໃດທີ່ພວກເຂົາອ່ານກົດບັນຍັດຂອງໂມເຊ?

ບັນຫາຂອງພວກເຂົາແມ່ນ ຜ້າຄຸມນັ້ນກໍ່ຍັງປິດໃຈຂອງພວກເຂົາຢູ່.

2 Corinthians 3:17

ແມ່ນຫຍັງຄືການຊົງສະຖິດຢູ່ດ້ວຍຂອງພຣະວິນຍານຂອງອົງພຣະຜູ້ເປັນເຈົ້າ?

ພຣະວິນຍານຂອງອົງພຣະຜູ້ເປັນເຈົ້າຢູ່ທີ່ໃດ, ເສລີພາບກໍ່ມີຢູ່ທີ່ນັ້ນ.

ສິ່ງທັງໝົດແມ່ນຜູ້ທີ່ກຳລັງເຫັນສະຫງ່າຣາສີຂອງອົງພຣະຜູ້ເປັນເຈົ້າຈະຖືກປ່ຽນ?

ພວກເຂົາກຳລັງປ່ຽນເປັນລັກສະນະທີ່ເຕັມໄປດ້ວຍສະຫງ່າຣາສີຂອງພຣະອົງ ໂດຍມີສະຫງ່າຣາສີເປັນລຳດັບຂຶ້ນໄປ.

2 Corinthians 4

2 Corinthians 4:1

ເປັນຫຍັງໂປໂລແລະເພື່ອນຮ່ວມງານຂອງເພິ່ນຈຶ່ງບໍ່ທໍ້ຖອຍ?

ໂປໂລແລະເພື່ອນຮ່ວມງານຂອງເພິ່ນບໍ່ທໍ້ຖອຍເພາະພັນທະກິດທີ່ພວກເພິ່ນມີ ແລະເພາະພຣະເມດຕາທີ່ພວກເພິ່ນໄດ້ຮັບ.

ແມ່ນຫຍັງທີ່ໂປໂລແລະເພື່ອນຮ່ວມງານຂອງເພິ່ນໄດ້ປະຖິ້ມ?

ພວກເພິ່ນໄດ້ປະຖິ້ມສິ່ງທີ່ໜ້າອັບອາຍທຸກຢ່າງແລະສິ່ງທີ່ເຮັດໃນທີ່ລັບລີ້. ພວກເພິ່ນບໍ່ໄດ້ດຳລົງຊີວິດໂດຍກົນອຸບາຍແລະບໍ່ໄດ້ໃຊ້ພຣະຄຳຂອງພຣະເຈົ້າໃນທາງທີ່ຜິດ.

ໂປໂລແລະຄົນທີ່ເໝືອນກັບເພິ່ນແນະນຳແນວໃດຕໍ່ໃຈສຳນຶກຜິດຂອງທຸກຄົນໃນສາຍພຣະເນດຂອງພຣະເຈົ້າ?

ພວກເພິ່ນເຮັດສິ່ງນີ້ໂດຍການສະແດງຄວາມຈິງ.

2 Corinthians 4:3

ຂ່າວປະເສີດຖືກປິ​ດບັງຈາກໃຜ?

ຂ່າວປະເສີດຖືກປ​ິດບັງໄວ້ຈາກຄົນເຫລົ່ານັ້ນທີ່ກຳລັງຈະຈິບຫາຍໄປ.

ເປັນຫຍັງຂ່າວປະເສີດຖືກ​ປິດບັງຈາກຄົນເຫລົ່ານັ້ນທີ່ກຳລັງຈະຈິບຫາຍໄປ?

ມັນຖືກປິດບັງໄວ້ເພາະພ​ຣະຂອງໂລກນີ້ໄດ້ເຮັດໃຫ້ຈິດໃຈທີ່ບໍ່ເຊື່ອຂອງພວກເຂົາມືດມົວໄປ ເພື່ອເຮັດໃຫ້ພວກເຂົາເບິ່ງບໍ່ເຫັນແສງສະຫວ່າງຂອງຂ່າວປະເສີດ.

2 Corinthians 4:5

ແມ່ນຫຍັງທີ່ໂປໂລແລະເພື່ອນຮ່ວມງານຂອງເພິ່ນປະກາດກ່ຽວກັບພຣະເຢຊູແລະຕົວພວກເພິ່ນເອງ?

ໂປໂລແລະເພື່ອນຮ່ວມງານຂອງເພິ່ນປະກາດວ່າພຣະເຢຊູຄຣິດເປັນອົງພຣະຜູ້ເປັນເຈົ້າ ແລະພວກເພິ່ນທັງຫລາຍເປັນຜູ້ຮັບໃຊ້ຂອງຄຣິສຕະຈັກເມືອງໂກຣິນໂທເພາະເຫັນແກ່ພຣະເຢຊູເຈົ້າ.

2 Corinthians 4:7

ເປັນຫຍັງໂປໂລແລະເພື່ອຮ່ວມງານຂອງເພິ່ນມີຊັບສົມບັດນີ້ຢູ່ໃນພາຊະນະດິນ?

ໂປໂລແລະເພື່ອນຮ່ວມງານຂອງເພິ່ນມີຊັບສົມບັດນີ້ຢູ່ໃນພາຊະນະດິນເພື່ອທີ່ຈະສະແດງໃຫ້ເຫັນຢ່າງຈະແຈ້ງວ່າຣິດອຳນາດອັນຍິ່ງໃຫຍ່ນັ້ນເປັນຂອງພຣະເຈົ້າ ແລະ ບໍ່ໄດ້ມາຈາກຕົວພວກເພິ່ນເອງ.

ເປັນຫຍັງໂປໂລແລະເພື່ອນຮ່ວມງານຂອງເພິ່ນຈຶ່ງຮັບເອົາຄວາມຕາຍຂອງພຣະເຢຂູເຈົ້າ?

ພວກເພິ່ນໄດ້ຮັບເອົາຄວາມຕາຍຂອງພຣະເຢຊູເຈົ້າໄວ້ໃນຮ່າງກາຍຂອງພວກເພິ່ນ ເພື່ອວ່າຊີວິດຂອງພຣະເຢຊູເຈົ້າຈະສາມາດປາກົດຢູ່ໃນຮ່າງກາຍຂອງພວກເພິ່ນ.

2 Corinthians 4:13

ຜູ້ໃດຈະຖືກບັນດານໃຫ້ເປັນຄືນມາ ແລະຖືກນຳມາຢູ່ໃນທີ່ປະ​ທັບຂອງພຣະອົງຜູ້ທີ່ໄດ້ຊົງບັນດານໃຫ້ອົງພຣະເຢຊູເຈົ້າເປັນຄືນມາ?

ໂປໂລແລະເພື່ອນຮ່ວມງານພ້ອມທັງໄພ່ພົນຊາວເມືອງໂກຣິນໂທຈະຖືກນຳຕົວເຂົ້າໄປຢູ່ທີ່​ປະ​ທັບຂອງພຣະອົງ ຜູ້ທີ່ໄດ້ຊົງບັນດານໃຫ້ອົງພຣະເຢຊູເຈົ້າເປັນຄືນມານັ້ນ.

ແມ່ນຫຍັງຈະເກີດຂຶ້ນເມື່ອພຣະຄຸນມາເຖິງຄົນຈຳນວນຫລວງຫລາຍ?

ໃນຂະນະທີ່ພຣະຄຸນມາເຖິງຄົນຈຳນວນຫລວງຫລາຍ, ກໍຈະມີການໂມທະນາຂອບພຣະຄຸນຫລາຍຂຶ້ນ ເພື່ອເປັນການຖວາຍພຣະກຽດຕິຍົດແດ່ພຣະເຈົ້າ.

2 Corinthians 4:16

ເປັນຫຍັງໂປໂລແລະເພື່ອນຮ່ວມງານຂອງເພິ່ນມີເຫດຜົນທີ່ຈະບໍ່ທໍ້ຖອຍ?

ພວກເພິ່ນມີເຫດຜົນທີ່ຈະບໍ່ທໍ້ຖອຍເພາະວ່າກາຍພາຍນອກຂອງພວກເພິ່ນກຳລັງຊຸດໂຊມໄປ.

ເປັນຫຍັງໂປໂລແລະເພື່ອນຮ່ວມງານຂອງເພິ່ນຈຶ່ງບໍ່ທໍ້ຖອຍ?

ໂປໂລແລະເພື່ອນຮ່ວມງານຂອງເພິ່ນບໍ່ທໍ້ຖອຍ ເພາະວ່າກາຍພາຍໃນຂອງພວກເພິ່ນມີການປ່ຽນໃໝ່ທຸກໆວັນ. ດັ່ງນັ້ນ, ຄວາມທຸກຍາກເລັກໆນ້ອຍໃນເວລາຊົ່ວຄາວນັ້ນ, ເປັນການຕຽມພວກເພິ່ນສຳລັບສະຫງ່າຣາສີອັນຍິ່ງໃຫຍ່ຖາວອນຕະຫລອດໄປຈົນຫາທີ່ປຽບບໍ່ໄດ້. ສຸດທ້າຍ, ພວກເພິ່ນກໍ່ໄດ້ກຳລັງໃນການລໍຄອຍສິ່ງທີ່ເປັນຖາວອນຕະຫລອດໄປ ທີ່ເບິ່ງບໍ່ເຫັນນັ້ນ.

2 Corinthians 5

2 Corinthians 5:1

ໂປໂລກ່າວວ່າເຮົາຈະຍັງຄົງມີຫຍັງ ຖ້າເຮືອນຊຶ່ງເຮົາອາໄສຢູ່ນີ້ຄືຮ່າງກາຍທີ່ໄດ້ຖືກມ້າງລົງເສຍ?

ໂປໂລກ່າວວ່າ ເຮົາກໍ່ຍັງມີທີ່ອາໄສຊຶ່ງມາຈາກພຣະເຈົ້າ, ອັນເປັນບ່ອນຢູ່ທີ່ບໍ່ໄດ້ສ້າງດ້ວຍມືມະນຸດ, ແຕ່ເປັນທີ່ອາໄສຖາວອນເປັນນິດ, ໃນສະຫວັນ.

2 Corinthians 5:4

ເປັນຫຍັງໂປໂລກ່າວວ່າ ຂະນະທີ່ພວກເຮົາອາໄສຢູ່ໃນຮ່າງກາຍນີ້ພວກເຮົາກໍ່ໂອ່ຍຄາງເປັນທຸກ?

ໂປໂລກ່າວແນວນີ້ເພາະວ່າຂະນະທີ່ພວກເພີ່ນອາໄສຢູ່ໃນຮ່າງກາຍນີ້, ພວກເພີ່ນກໍ່ໂອ່ຍຄາງເປັນທຸກພວກເພີ່ນປາຖະໜາທີ່ຈະຮົ່ມກາຍໃໝ່, ເພື່ອວ່າກາຍທີ່ຕ້ອງຕາຍນີ້ຈະຖືກຖ້ວມລົ້ນດ້ວຍຊີວິດນິຣັນດອນ.

ພຣະເຈົ້າໄດ້ປະທານຫຍັງໃຫ້ແກ່ພວກເຮົາເພື່ອເປັນເຄື່ອງມັດຈຳໄວ້ສຳລັບສິ່ງທີ່ຈະມາເຖິງ?

ພຣະເຈົ້າໄດ້ປະທານພຣະວິນຍານບໍ​ລິ​ສຸດ​ເຈົ້າແກ່ພວກເຮົາເພື່ອເປັນເຄື່ອງມັດຈຳໄວ້ສຳລັບສິ່ງທີ່ກຳລັງຈະມາໃນອະນາຄົດ.

2 Corinthians 5:6

ໂປໂລຄວນຈະຢູ່ໃນຮ່າງກາຍນີ້, ຫລືຢູ່ກັບອົງພຣະຜູ້ເປັນເຈົ້າ?

ໂປໂລກ່າວວ່າ, ພວກເຮົາຄວນຈະຢູ່ຫ່າງໄກຈາກຮ່າງກາຍນີ້ແລະຢູ່ກັບອົງພຣະຜູ້ເປັນເຈົ້າດີກວ່າ.

2 Corinthians 5:9

ແມ່ນຫຍັງຄືເປົ້າໝາຍຂອງໂປໂລ?

ເປົ້າໝາຍຂອງໂປໂລແມ່ນ ເພື່ອເຮັດໃຫ້ເປັນທີ່ພໍພຣະທັຍອົງພຣະຜູ້ເປັນເຈົ້າ.

ເປັນຫຍັງໂປໂລຈຶ່ງຕັ້ງເປົ້າໝາຍເພື່ອເຮັດໃຫ້ເປັນທີ່ພໍພຣະທັຍອົງພຣະຜູ້ເປັນເຈົ້າ?

ໂປໂລຕັ້ງເປົ້າໝາຍນີ້ເພາະວ່າພວກເຮົາທຸກຄົນຕ້ອງປາກົດຕົວຕໍ່ໜ້າບັນລັງພິພາກສາຂອງພຣະຄຣິດ ເພື່ອວ່າແຕ່ລະຄົນຈະໄດ້ຮັບສົມກັບການທີ່ຕົນໄດ້ເຮັດໃນຮ່າງກາຍນີ້, ແລ້ວແຕ່ຈະດີ ຫລືຊົ່ວ.

2 Corinthians 5:11

ເປັນຫຍັງໂປໂລແລະເພື່ອນຮ່ວມງານຂອງເພິ່ນຈຶ່ງຊັກຊວນຄົນທັງຫລາຍ?

ພວກເພິ່ນໄດ້ຊັກຊວນຄົນທັງຫລາຍ ເພາະວ່າພວກເພິ່ນຮູ້ຈັກຄວາມໜ້າຢຳເກງຂອງອົງພຣະຜູ້ເປັນເຈົ້າ.

ໂປໂລກ່າວວ່າພວກເພິ່ນບໍ່ໄດ້ຍ້ອງຍໍຕົນເອງອີກຕໍ່ພວກໄພ່ພົນຊາວເມືອງໂກຣິນໂທ. ພວກເພິ່ນກຳລັງເຮັດຫຍັງ?

ພວກເພິ່ນໃຫ້ເຫດຜົນແກ່ໄພ່ພົນຊາວເມືອງໂກຣິນໂທມີເຫດທີ່ຈະອວດພວກເພິ່ນ, ເພື່ອຊາວເມືອງໂກຣິນໂທຈະສາມາດໂຕ້ຕອບແກ່ຄົນທັງຫລາຍທີ່ມັກອວດໃນສິ່ງພາຍນອກບໍ່ແມ່ນສິ່ງທີ່ຢູ່ພາຍໃນຈິດໃຈ.

2 Corinthians 5:13

ນັບຕັ້ງແຕ່ພຣະຄຣິດໄດ້ສິ້ນພຣະຊົນເພື່ອທຸກຄົນ, ຜູ້ທີ່ມີຊີວິດຢູ່ຄວນເຮັດແນວໃດ?

ພວກເຂົາຈະບໍ່ໃຊ້ຊີວິດເພື່ອຕົນເອງອີກຕໍ່ໄປ, ແຕ່ເພື່ອພຣະອົງຜູ້ທີ່ໄດ້ສິ້ນພຣະຊົນ ແລະໄດ້ຊົງເປັນຄືນມາຈາກຕາຍແລ້ວ.

2 Corinthians 5:16

ໂດຍມາດຕະຖານໃດທີ່ປະຊາຊົນບໍ່ໃຊ້ໃນການພິຈາລະນາຜູ້ອື່ນ?

ປະຊາຊົນຈະບໍ່ພິຈາລະນາຜູ້ອື່ນຕາມມາດຕະຖານຂອງມະນຸດອີກຕໍ່ໄປ.

ຈະເກີດຫຍັງຂຶ້ນກັບຄົນທີ່ຢູ່ໃນພຣະຄຣິດ?

ພວກເຂົາໄດ້ຖືກສ້າງໃໝ່. ຖານະເກົ່າເຫລົ່ານັ້ນໄດ້ຜ່ານໄປແລ້ວ; ມັນກາຍເປັນສິ່ງໃໝ່ທັງນັ້ນ.

2 Corinthians 5:18

ເມື່ອພຣະເຈົ້າໄດ້ຄືນດີກັບປະຊາຊົນທີ່ລ່ວງລະເມີດຕໍ່ພຣະອົງຜ່ານທາງພຣະຄຣິດ ພຣະເຈົ້າໄດ້ມອບຫຍັງໃຫ້ພວກເຂົາ?

ພຣະເຈົ້າບໍ່ຊົງຖືໂທດບາບໃນການລ່ວງລະເມີດຂອງພວກເຂົາແລະພຣະອົງໄດ້ມອບຂ່າວແຫ່ງການຄືນດີນັ້ນໄວ້ຢູ່ໃນຄວາມຮັບຜິດຊອບຂອງພວກເຂົາ.

2 Corinthians 5:20

ໂດຍການແຕ່ງຕັ້ງໃຫ້ເປັນທູດຂອງພຣະຄຣິດ, ໂປໂລແລະເພື່ອນຮ່ວມງານຂອງເພິ່ນມີຄຳຂໍຮ້ອງຫຍັງຕໍ່ຊາວເມືອງໂກຣິນໂທ?

ຄຳຂໍຮ້ອງທີ່ໂປໂລແລະເພື່ອນຮ່ວມງານຂອງເພິ່ນທີ່ມີຕໍ່ຊາວເມືອງໂກຣິນໂທແມ່ນ ໃຫ້ຄືນດີກັບພຣະເຈົ້າເພາະເຫັນແກ່ພຣະເຢຊູຄຣິດ.

ເປັນຫຍັງພຣະເຈົ້າຈຶ່ງເຮັດໃຫ້ພຣະຄຣິດເປັນເຄື່ອງບູຊາເພື່ອໄຖ່ບາບຂອງພວກເຮົາ?

ພຣະເຈົ້າໄດ້ເຮັດສິ່ງນີ້ເພື່ອວ່າພວກເຮົາຈະໄດ້ກາຍເປັນຄົນຊອບທຳຂອງພຣະເຈົ້າໂດຍທາງພຣະຄຣິດ.

2 Corinthians 6

2 Corinthians 6:1

ໂປໂລແລະເພື່ອນຮ່ວມງານຂອງເພິ່ນຂໍຮ້ອງບໍ່ໃຫ້ຊາວເມືອງໂກຣິນໂທເຮັດຫຍັງ?

ພວກເພິ່ນຂໍຮ້ອງບໍ່ໃຫ້ຊາວເມືອງໂກຣິນໂທຮັບແຕ່ພຣະຄຸນຂອງພຣະເຈົ້າເທົ່ານັ້ນໂດຍບໍ່ເກີດປະໂຫຍດຫຍັງເລີຍ.

ເວລາໃດທີ່ແມ່ນຄາວແຫ່ງຄວາມກະຣຸນາ? ມື້ໃດແມ່ນວັນແຫ່ງຄວາມພົ້ນ?

ເວລານີ້ແມ່ນຄາວແຫ່ງຄວາມກະຣຸນາ. ມື້ນີ້ແມ່ນວັນແຫ່ງຄວາມພົ້ນ.

ເປັນຫຍັງໂປໂລແລະເພື່ອນຮ່ວມງານຂອງເພິ່ນບໍ່ໄດ້ເຮັດໃຫ້ຜູ້ໃດຊຸນສະດຸດໃຈຈັກຢ່າງ?

ພວກເພິ່ນບໍ່ໄດ້ເຮັດໃຫ້ຜູ້ໃດຊຸນສະດຸດໃຈຈັກຢ່າງ, ເພາະວ່າພວກເພິ່ນບໍ່ຕ້ອງການໃຫ້ການທີ່ພວກເພິ່ນຮັບໃຊ້ປະຕິບັດນັ້ນ ເປັນທີ່ຕິຕຽນໄດ້.

2 Corinthians 6:4

ການກະທຳຂອງໂປໂລແລະເພື່ອນຮ່ວມງານຂອງເພິ່ນນັ້ນໄດ້ພິສູດໃຫ້ເຫັນຫຍັງ?

ພວກເພິ່ນໄດ້ພິສູດໃຫ້ເຫັນແລ້ວວ່າພວກເພິ່ນເປັນຜູ້ຮັບໃຊ້ຂອງພຣະເຈົ້າ.

ບາງສິ່ງບາງຢ່າງທີ່ໂປໂລແລະເພື່ອນຮ່ວມງານຂອງເພິ່ນຕ້ອງພຽນອົດທົນແມ່ນຫຍັງ?

ພວກເພິ່ນຕ້ອງພຽນສູ້ທົນຢ່າງຫລວງຫລາຍ, ໃນຄວາມເດືອດຮ້ອນ, ໃນໄພພິບັດ, ໃນການຖືກຂ້ຽນຕີ, ໃນການຖືກຂັງຄຸກ, ໃນການວຸ່ນວາຍ, ໃນການເຮັດວຽກງານໜັກໜ່ວງ, ໃນການອົດຫລັບອົດນອນແລະໃນການອຶດຫິວ.

2 Corinthians 6:8

ເຖິງແມ່ນວ່າໂປໂລແລະເພື່ອນຮ່ວມງານຂອງເພິ່ນເປັນຄົນທີ່ສັດຊື່, ແຕ່ພວກເພິ່ນກໍ່ຍັງຖືກກ່າວຫາວ່າແນວໃດ?

ພວກເພິ່ນໄດ້ຖືກກ່າວຫາວ່າເປັນຄົນຫລອກລວງ.

2 Corinthians 6:11

ໂປໂລປາດຖະໜາຢາກໃຫ້ຊາວເມືອງໂກຣິນໂທຕອບສະໜອງຫຍັງ?

ໂປໂລກ່າວວ່າໃຈຂອງພວກເພິ່ນເປີດກວ້າງສຳລັບຊາວເມືອງໂກຣິນໂທແລະໃນການຕອບສະໜອງທີ່ເທົ່າທຽມກັນໂປໂລຕ້ອງການໃຫ້ໄພ່ພົນຊາວເມືອງໂກຣິນໂທເປີດໃຈຂອງພວກເຂົາໃຫ້ກວ້າງຕໍ່ໂປໂລແລະເພື່ອນຮ່ວມງານຂອງເພິ່ນເໝືອນກັນ.

2 Corinthians 6:14

ໂປໂລໃຫ້ເຫດຜົນຫຍັງໃນການຫ້າມໄພ່ພົນຊາວເມືອງໂກຣິນໂທວ່າຢ່າຜູກພັນກັບຄົນທີ່ບໍ່ເຊື່ອ?

ໂປໂລໃຫ້ເຫດຜົນຄື ຄວາມຊອບທັມຈະມີຫຸ້ນສ່ວນອັນໃດກັບຄວມອະທັມ? ຄວາມສະຫວ່າງຈະເຂົ້າສະໜິດກັບຄວາມມືດໄດ້ຢ່າງໃດ? ພຣະຄຣິດກັບເບລີອາຈະໄປນຳກັນໄດ້ແນວໃດ, ຄົນທີ່ເຊື່ອຈະມີສ່ວນອັນໃດກັບຄົນທີ່ບໍ່ເຊື່ອ? ວິຫານຂອງພຣະເຈົ້າຈະຕົກລົງກັບຮູບເຄົາລົບໄດ້ຢ່າງໃດ?

2 Corinthians 6:17

ອົງພຣະຜູ້ເປັນເຈົ້າກ່າວວ່າພຣະອົງຈະເຮັດຫຍັງສຳລັບຜູ້ທີ່ຈະອອກຈາກຜູ້ຄົນເຫລົ່ານັ້ນ, “ທີ່ແຍກຕົວອອກຈາກພວກເຂົາທັງຫລາຍ, ແລະບໍ່ແຕະຕ້ອງສິ່ງທີ່ບໍ່ສະອາດ“?

ອົງພຣະຜູ້ເປັນເຈົ້າກ່າວວ່າພຣະອົງຈະຮັບພວກເຂົາທັງຫລາຍ. ພຣະອົງຈະເປັນບິດາຂອງພວກເຂົາແລະພວກເຂົາຈະເປັນລູກຊາຍລູກສາວຂອງພຣະອົງ.

2 Corinthians 7

2 Corinthians 7:1

ໂປໂລກ່າວວ່າເຮົາຄວນທີ່ຈະຊຳລະຕົວຂອງເຮົາໃຫ້ສະອາດຈາກຫຍັງ?

ເຮົາຄວນທີ່ຈະຊຳລະຕົວຂອງເຮົາໃຫ້ສະອາດຈາກທຸກສິ່ງທີ່ເຮັດໃຫ້ເຮົາເປັນມົນທິນທັງໃນຝ່າຍຮ່າງກາຍແລະຝ່າຍຈິດວິນຍານ.

2 Corinthians 7:2

ໂປໂລຕ້ອງການໃຫ້ໄພ່ພົນເມືອງໂກຣິນໂທເຮັດຫຍັງເພື່ອຕົວເພິ່ນແລະເພື່ອນຮ່ວມງານຂອງເພິ່ນ?

ໂປໂລຕ້ອງການໃຫ້ພວກເຂົາ, “ເປີດໃຈຮັບພວກເພິ່ນ.“

ຄຳເວົ້າທີ່ໃຫ້ກຳລັງໃຈຫຍັງ ທີ່ໂປໂລມີສຳລັບໄພ່ພົນເມືອງໂກຣິນໂທ?

ໂປໂລໄດ້ບອກໄພ່ພົນເມືອງໂກຣິນໂທວ່າພວກເຂົາຢູ່ໃນໃຈຂອງພວກເພິ່ນ, ຄືຈະຕາຍຫລືຈະເປັນກໍ່ຢູ່ດ້ວຍກັນ. ໂປໂລຍັງໄດ້ບອກພວກເຂົາວ່າເພິ່ນມີຄວາມໄວ້ໃຈໃນພວກເຂົາແລະມີຄວາມພາກພູມໃຈໃນພວກເຂົາຫລາຍ.

2 Corinthians 7:5

ພຣະເຈົ້າໄດ້ໃຫ້ການໜຸນໃຈຫຍັງແກ່ໂປໂລແລະເພື່ອນຮ່ວມງານຂອງເພິ່ນ ເມື່ອພວກເພິ່ນມາຮອດເມືອງມາເກໂດເນຍແລະມີຄວາມທຸກລຳບາກຢູ່ອ້ອມຂ້າງ ພາຍນອກມີການຕໍ່ສູ້ ແລະພາຍໃນກໍ່ມີຄວາມຢ້ານກົວ?

ພຣະເຈົ້າໄດ້ໃຫ້ການໜຸນໃຈພວກເພິ່ນໂດຍການມາຮອດຂອງຕີໂຕ, ໂດຍການລາຍງານກ່ຽວກັບຄວາມສະດວກສະບາຍຂອງຕີໂຕທີ່ໄດ້ຮັບຈາກໄພ່ພົນເມືອງໂກຣິນໂທ, ແລະໂດຍຄວາມຮັກອັນໃຫຍ່ຫລວງຂອງຊາວເມືອງໂກຣິນໂທ, ຄວາມໂສກເສົ້າແລະຄວາມອາໄລຂອງພວກເຂົາທີ່ມີຕໍ່ໂປໂລ.

2 Corinthians 7:8

ຈົດໝາຍສະບັບກ່ອນຂອງໂປໂລເຮັດໃຫ້ເກີດຫຍັງຂຶ້ນກັບໄພ່ພົນເມືອງໂກຣິນໂທ?

ຈົດໝາຍສະບັບກ່ອນຂອງໂປໂລເຮັດໃຫ້ໄພ່ພົນເມືອງໂກຣິນໂທທຸກໃຈ, ໄດ້ຮັບຄວາມທຸກໃຈຕາມພຣະປະສົງຂອງພຣະເຈົ້າ.

ຄວາມທຸກໃຈຕາມພຣະປະສົງຂອງພຣະເຈົ້າເຮັດໃຫ້ໄພ່ພົນເມືອງໂກຣິນໂທເປັນແນວໃດ?

ຄວາມທຸກໃຈເຮັດໃຫ້ເກີດການກັບໃຈໃນພວກເຂົາ.

2 Corinthians 7:11

ເປັນຫຍັງໂປໂລເວົ້າວ່າເພິ່ນຂຽນຈົດໝາຍສະບັບກ່ອນຂອງເພິ່ນຕໍ່ໄພ່ພົນເມືອງໂກຣິນໂທ?

ໂປໂລກ່າວວ່າເພິ່ນໄດ້ຂຽນຈົດໝາຍສະບັບກ່ອນນັ້ນ ເພື່ອຄວາມກະຕືລືລົ້ນຂອງໄພ່ພົນເມືອງໂກຣິນໂທມີຕໍ່ໂປໂລແລະເພື່ອນຮ່ວມງານຂອງເພິ່ນນັ້ນ ຈະໄດ້ປາກົດໃຫ້ເປັນທີ່ຮູ້ຈັກແກ່ໄພ່ພົນເມືອງໂກຣິນໂທຢູ່ຊ້ອງໜ້າພຣະພັກຂອງພຣະເຈົ້າ.

2 Corinthians 7:13

ເປັນຫຍັງຕີໂຕຈຶ່ງມີຄວາມຍິນດີ?

ຕີໂຕມີຄວາມຍິນດີເພາະວ່າວິນຍານຂອງລາວມີຄວາມສະຫງົບລົງໂດຍໄພ່ພົນເມືອງໂກຣິນໂທທຸກຄົນ.

2 Corinthians 7:15

ເປັນຫຍັງຄວາມຮັກຂອງຕີໂຕທີ່ມີຕໍ່ໄພ່ພົນເມືອງໂກຣິນໂທຫລາຍຍິ່ງຂຶ້ນ?

ຄວາມຮັກຂອງຕີໂຕທີ່ມີຕໍ່ໄພ່ພົນເມືອງໂກຣິນໂທຫລາຍຍິ່ງຂຶ້ນ ເພາະວ່າຕີໂຕລະນຶກເຖິງຄວາມເຊື່ອຟັງຂອງໄພ່ພົນເມືອງໂກຣິນໂທທຸກຄົນດ້ວຍການໃຫ້ການຕ້ອນຮັບຕີໂຕດ້ວຍຄວາມຢຳເກງແລະຕົວສັ່ນ.

2 Corinthians 8

2 Corinthians 8:1

ໂປໂລຕ້ອງການໃຫ້ພີ່ນ້ອງຊາຍຍິງຊາວເມືອງໂກຣິນໂທຮູ້ຫຍັງ?

ໂປໂລຢາກໃຫ້ພວກເຂົາຮູ້ເຖິງພຣະຄຸນຂອງພຣະເຈົ້າທີ່ຊົງປະທານໃຫ້ແກ່ຄຣິສຕະຈັກຕ່າງໆໃນແຂວງມາເກໂດເນຍ.

ຄຣິສຕະຈັກຂອງມາເກໂດເນຍໄດ້ເຮັດຫຍັງໃນລະຫວ່າງການທົດລອງຄວາມທຸກລຳບາກ, ແລະຄວາມຍາກຈົນອັນເຫລືອປະມານ?

ພວກເຂົາໄດ້ປາກົດລົ້ນອອກມາເປັນໃຈສັດທາອັນກວ້າງຂວາງ.

2 Corinthians 8:6

ໂປໂລເຕືອນຕີໂຕໃຫ້ເຮັດຫຍັງ?

ໂປໂລໄດ້ເຕືອນຕີໂຕໃຫ້ເຮັດການກຸສົນຮ່ວມກັບໄພ່ພົນເມືອງໂກຣິນໂທໃຫ້ສຳເລັດ.

ຜູ້ທີ່ເຊື່ອຊາວເມືອງໂກຣິນໂທມີບໍຣິບູນໃນອັນໃດອີກ?

ພວກເຂົາມີບໍຣິບູນຄວາມເຊື່ອ, ໃນຖ້ອຍຄຳ, ວິຊາຄວາມຮູ້, ຄວາມກະຕືລືລົ້ນ ແລະຄວາມຮັກຂອງພວກເຂົາທີ່ມີຕໍ່ໂປໂລ.

2 Corinthians 8:10

ໂປໂລກ່າວວ່າສິ່ງໃດທີ່ດີແລະສິ່ງໃດທີ່ໜ້າພໍໃຈ?

ໂປໂລກ່າວວ່າມັນເປັນສິ່ງທີ່ດີແລະເປັນສິ່ງທີ່ໜ້າພໍໃຈສຳລັບໄພ່ພົນຊາວເມືອງໂກຣິນໂທທີ່ມີຄວາມກະຕືລືລົ້ນໃນການເຮັດວຽກນັ້ນ.

2 Corinthians 8:13

ໂປໂລຕ້ອງການໃຫ້ງານນີ້ຖືກດຳເນີນກການໃຫ້ສຳເລັດ ເພື່ອຈະເຮັດໃຫ້ການງານຂອງຄົນອື່ນເບົາບາງລົງ ແລະໃຫ້ການງານຂອງໄພ່ພົນຊາວເມືອງໂກຣິນໂທໜັກຂຶ້ນແມ່ນບໍ?

ບໍ່ແມ່ນ. ໂປໂລກ່າວວ່າຄວາມບໍຣິບູນຂອງຊາວເມືອງໂກຣິນໂທໃນເວລານັ້ນຈະຊ່ວຍໃນສິ່ງທີ່ພວກເຂົາ (ໄພ່ພົນອື່ນໆ) ຕ້ອງການ. ແລະໃນຍາມທີ່ພວກເຂົາມີຢ່າງບໍຣິບູນ ພວກເຂົາກໍ່ຈະໄດ້ຊ່ວຍໄພ່ພົນຊາວເມືອງໂກຣິນໂທທີ່ຂາດເຂີນເໝືອນກັນ, ແລະຊຶ່ງນັບວ່າເປັນຄວາມສະເໝີພາບກັນ.

2 Corinthians 8:16

ຕີໂຕເຮັດຫຍັງຫລັງຈາກທີ່ພຣະເຈົ້າໃຫ້ຕີໂຕມີໃຈກະຕືລືລົ້ນໃນຄວາມຫ່ວງໄຍຢ່າງດຽວກັບທີ່ໂປໂລມີຕໍ່ໄພ່ພົນຊາວເມືອງໂກຣິນໂທ?

ຕີໂຕຮັບຄຳຂໍຮ້ອງຂອງໂປໂລ, ແລະຍັງມີຄວາມກະຕືລືລົ້ນຢ່າງຍິ່ງ, ລາວໄດ້ມາຫາໄພ່ພົນຊາວເມືອງໂກຣິນໂທດ້ວຍຄວາມໝັກໃຈ.

2 Corinthians 8:20

ໂປໂລລະມັດລະວັງຫລີກລ້ຽງຫຍັງ ໃນເລື່ອງກ່ຽວກັບການບໍລິຈາກອັນຫລວງຫລາຍ?

ໂປໂລຫລີກລ້ຽງທີ່ຈະບໍ່ໃຫ້ຄົນໜຶ່ງຄົນໃດຕຳໜິທ່ານ ໃນເລື່ອງກ່ຽວກັບຂອງບໍລິຈາກອັນຫລວງຫລາຍຊຶ່ງທ່ານຮັບມານັ້ນ.

2 Corinthians 8:22

ໂປໂລໄດ້ບອກໄພ່ພົນຊາວເມືອງໂກຣິນໂທເຮັດຫຍັງກ່ຽວກັບອ້າຍນ້ອງທີ່ຖືກສົ່ງໄປຫາໂດຍຄຣິສຕະຈັກອື່ນ?

ໂປໂລບອກຄຣິສຕະຈັກຊາວເມືອງໂກຣິນໂທໃຫ້ສະແດງຄວາມຮັກຂອງພວກເຂົາ, ແລະເພື່ອສະແດງໃຫ້ພວກເຂົາເຫັນເຫດຜົນທີ່ໂປໂລໄດ້ອວດກ່ຽວກັບຄຣິສຕະຈັກໂກຣິນໂທນັ້ນ ເພື່ອຈະເປັນທີ່ປາກົດແຈ້ງໃນທ່າມກາງຄຣິສຕະຈັກອື່ນໆ.

2 Corinthians 9

2 Corinthians 9:1

ເລື່ອງຫຍັງທີ່ໂປໂລກ່າວວ່າບໍ່ຈຳເປັນທີ່ຈະຕ້ອງຂຽນເຖິງໄພ່ພົນຊາວເມືອງໂກຣິນໂທ?

ໂປໂລກ່າວວ່າບໍ່ຈຳເປັນຕ້ອງຂຽນເຖິງໄພ່ພົນຊາວເມືອງໂກຣິນໂທໃນເລື່ອງການສົງເຄາະຜູ້ທີ່ເຊື່ອ.

2 Corinthians 9:3

ເປັນຫຍັງໂປໂລໄດ້ສົ່ງພີ່ນ້ອງໄປເມືອງໂກຣິນໂທ?

ໂປໂລສົ່ງພີ່ນ້ອງເຫລົ່ານີ້ໄປເພື່ອໃຫ້ການອວດຂອງທ່ານກ່ຽວກັບໄພ່ພົນຊາວເມືອງໂກຣິນໂທນັ້ນຈະເປັນຄຳເປົ່າໆ, ແລະເພື່ອໃຫ້ໄພ່ພົນເມືອງໂກຣິນໂທນັ້ນຈັດຕຽມເຄື່ອງສົງເຄາະໄວ້ໃຫ້ພ້ອມ, ຕາມທີ່ໂປໂລໄດ້ກ່າວໄວ້ວ່າພວກເຂົາເປັນແນວໃດ.

ເປັນຫຍັງໂປໂລຈຶ່ງຄິດວ່າຈຳເປັນທີ່ຈະວອນຂໍໃຫ້ພີ່ນ້ອງໄປຫາໄພ່ພົນຊາວເມືອງໂກຣິນໂທກ່ອນ ແລະຈັດຕຽມລ່ວງໜ້າສຳລັບຂອງບໍລິຈາກທີ່ຊາວເມືອງໂກຣິນໂທໄດ້ສັນຍາໄວ້?

ໂປໂລຄິດວ່າຈຳເປັນເພື່ອວ່າໂປໂລແລະເພື່ອນຮ່ວມງານຂອງເພິ່ນຈະບໍ່ໄດ້ຮັບຄວາມອັບອາຍໃນກໍລະນີທີ່ມາເກໂດເນຍມາກັບໂປໂລແລະພົບວ່າຊາວເມືອງໂກຣິນໂທບໍ່ໄດ້ຕຽມພ້ອມ. ໂປໂລຕ້ອງການໃຫ້ຊາວເມືອງໂກຣິນໂທຕຽມພ້ອມທີ່ຈະໃຫ້ຂອງບໍລິຈາກ ອັນຈະເປັນການສະແດງໃຫ້ເຫັນວ່າຊາວເມືອງໂກຣິນໂທມີນ້ຳໃຈຢາກຖວາຍບໍ່ແມ່ນດ້ວຍຄວາມຂືນໃຈ.

2 Corinthians 9:6

ໂປໂລເວົ້າຫຍັງກ່ຽວກັບຈຸດປະສົງໃນການຖວາຍຂອງພວກເຂົາ?

ໂປໂລກ່າວວ່າຈຸດປະສົງໃນການຖວາຍແມ່ນ: “ຄົນທີ່ຫວ່ານນ້ອຍກໍ່ຈະເກັບກ່ຽວໄດ້ພຽງເລັກນ້ອຍ, ແລະຄົນທີ່ຫວ່ານຫລາຍກໍ່ຈະເກັບກ່ຽວໄດ້ຫລາຍ.“

ແຕ່ລະຄົນຄວນໃຫ້ແນວໃດ?

ແຕ່ລະຄົນຕ້ອງໃຫ້ຕາມທີ່ຕົນໄດ້ຄິດໝາຍໄວ້ໃນໃຈ - ບໍ່ແມ່ນໃຫ້ດ້ວຍຄິດເສຍດາຍຫລືຝືນໃຈໃຫ້.

2 Corinthians 9:10

ຜູ້ໃດປະທານແນວປູກແກ່ຜູ້ຫວ່ານແລະປະທານອາຫານໃຫ້ແກ່ຄົນທີ່ກິນນັ້ນ ຈະເຮັດຫຍັງສຳລັບໄພ່ພົນຊາວເມືອງໂກຣິນໂທ?

ຜູ້ໄດ້ປະທານແນວປູກຈະຊົງບັນດານໃຫ້ແນວປູກນັ້ນທະວີຫລາຍຂຶ້ນເພື່ອການຫວ່ານ ທັງຈະຊົງບັນດານໃຫ້ການເກັບກ່ຽວຜົນແຫ່ງຄວາມຊອບທຳຂອງພວກເຂົາຈະເລີນຂຶ້ນດ້ວຍ. ພວກເຂົາຈະມີຄວາມໝັ້ນຄົງໃນທຸກດ້ານເພື່ອໃຫ້ພວກເຂົາສາມາດແຈກຢາຍດ້ວຍໃຈກວ້າງຂວາງ.

2 Corinthians 9:12

ໄພ່ພົນເມືອງໂກຣິນໂທໄດ້ສັນລະເສີນພຣະເຈົ້າແນວໃດ?

ພວກເຂົາໄດ້ສັນລະເສີນພຣະເຈົ້າໂດຍການເຊື່ອຟັງແລະຕັ້ງໃຈຢູ່ໃນອຳນາດຂ່າວປະເສີດຂອງພຣະຄຣິດ, ແລະການແຈກຢາຍຂອງພວກເຂົາດ້ວຍໃຈກວ້າງຂວາງ.

ເປັນຫຍັງໄພ່ພົນເມືອງໂກຣິນໂທຈຶ່ງໄດ້ພາວັນນາອະທິຖານເພື່ອພວກເຂົາ?

ພວກເຂົາພາວັນນາເພື່ອຄົນທັງຫລາຍເພາະວ່າພຣະຄຸນອັນຍິ່ງໃຫຍ່ເຫລືອລົ້ນຂອງພຣະເຈົ້າສະຖິດຢູ່ກັບຊາວເມືອງໂກຣິນໂທ.

2 Corinthians 10

2 Corinthians 10:1

ໂປໂລໄດ້ອ້ອນວອນຫຍັງຈາກໄພ່ພົນຊາວເມືອງໂກຣິນໂທ?

ໂປໂລໄດ້ອ້ອນວອນຕໍ່ພວກເຂົາວ່າເມື່ອເພິ່ນຢູ່ກັບພວກເຂົາ, ເພິ່ນຈະບໍ່ຕ້ອງສະແດງຄວາມກ້າຫານດ້ວຍຄວາມໝັ້ນໃຈໃນຕົນເອງ.

ສຳລັບໂອກາດໃດທີ່ໂປໂລຄິດວ່າເພິ່ນຈະຕ້ອງກ້າຫານດ້ວຍຄວາມໝັ້ນໃຈໃນຕົນເອງ?

ໂປໂລຄິດວ່າເພິ່ນຈະຕ້ອງກ້າຫານດ້ວຍຄວາມໝັ້ນໃຈໃນຕົນເອງເມື່ອເພິ່ນຂັດແຍ້ງຜູ້ທີ່ຄິດວ່າໂປໂລແລະເພື່ອນຮ່ວມງານຂອງເພິ່ນດຳລົງຊີວິດຢູ່ຕາມເນື້ອໜັງ.

2 Corinthians 10:3

ເມື່ອໂປໂລແລະເພື່ອນຮ່ວມງານຂອງເພິ່ນໄດ້ຕໍ່ສູ້, ພວກເພິ່ນບໍ່ໄດ້ໃຊ້ອາວຸດປະເພດໃດ?

ໂປໂລແລະເພື່ອນຮ່ວມງານຂອງເພິ່ນບໍ່ໄດ້ໃຊ້ອາວຸດທີ່ເປັນເນື້ອໜັງເມື່ອພວກເພິ່ນຕໍ່ສູ້.

ອາວຸດທີ່ໂປໂລໃຊ້ມີອຳນາດເຮັດຫຍັງ?

ອາວຸດທີ່ໂປໂລໃຊ້ມີອຳນາດຈາກພຣະເຈົ້າເພື່ອທຳລາຍຄ້າຍທີ່ເຂັ້ມແຂງຂອງ​ມານ​ຮ້າຍ.

2 Corinthians 10:7

ດ້ວຍເຫດຜົນຫຍັງທີ່ອົງພຣະຜູ້ເປັນເຈົ້າໄດ້ໃຫ້ໂປໂລແລະເພື່ອນຮ່ວມງານມີສິດອຳນາດ?

ອົງພຣະຜູ້ເປັນເຈົ້າໄດ້ມອບສິດອຳນາດໃຫ້ໂປໂລແລະເພື່ອນຮ່ວມງານຂອງເພິ່ນເພື່ອໃຫ້ພວກເພິ່ນສາມາດເສີມສ້າງໄພ່ພົນຊາວເມືອງໂກຣິນໂທແລະບໍ່ແມ່ນເພື່ອທຳລາຍພວກເຂົາລົງ.

2 Corinthians 10:9

ບາງຄົນເວົ້າຫຍັງກ່ຽວກັບໂປໂລແລະຈົດໝາຍຂອງເພິ່ນ?

ບາງຄົນເວົ້າວ່າຈົດໝາຍຂອງໂປໂລນັ້ນຈິງຈັງແລະມີນ້ຳໜັກ, ແຕ່ຕົວເພິ່ນເບິ່ງຄືເປັນຄົນອ່ອນແອ ແລະຄຳເວົ້າຂອງເພິ່ນກໍ່ໃຊ້ການບໍ່ໄດ້.

2 Corinthians 10:11

ໂປໂລເວົ້າຫຍັງເຖິງຄົນເຫລົ່ານັ້ນທີ່ຄິດວ່າເພິ່ນແຕກຕ່າງຫລາຍຈາກຈົດໝາຍຂອງເພິ່ນທີ່ຂຽນລົງ?

ໂປໂລກ່າວວ່າສິ່ງທີ່ເພິ່ນກ່າວໄວ້ໃນຈົດໝາຍແນວໃດເມື່ອເພິ່ນບໍ່ຢູ່ ເມື່ອເພິ່ນມາແລ້ວເພິ່ນກໍ່ເຮັດດັ່ງນັ້ນກັບໄພ່ພົນຊາວເມືອງໂກຣິນໂທ.

ຜູ້ທີ່ຍ້ອງຍໍຕົວເອງໄດ້ເຮັດຫຍັງເພື່ອສະແດງວ່າພວກເຂົາບໍ່ມີຄວາມເຂົ້າໃຈ?

ພວກເຂົາສະແດງໃຫ້ເຫັນວ່າພວກເຂົາບໍ່ມີຄວາມເຂົ້າໃຈເພາະພວກເຂົາວາງຫລັກເກນຂອງຕົນເອງຂຶ້ນເພື່ອວັດແທກຕົນເອງ ແລະວັດແທກຕົນເອງຕາມຫລັກເກນທີ່ພວກເຂົາຕັ້ງຂຶ້ນນັ້ນ.

2 Corinthians 10:13

ແມ່ນຫຍັງຄືຂອບເຂດການອວດຂອງໂປໂລ?

ໂປໂລກ່າວເຖິງການອວດຂອງພວກເພິ່ນວ່າຄວນຈະອວດໃນຂອບເຂດທີ່ພຣະເຈົ້າຊົງມອບໝາຍໄວ້ໃຫ້ພວກເພິ່ນ, ຊຶ່ງຊາວເມືອງໂກຣິນໂທກໍ່ຢູ່ໃນຂອບເຂດນັ້ນດ້ວຍ. ໂປໂລກ່າວວ່າພວກເພິ່ນບໍ່ຄວນອວດກ່ຽວກັບການຮັບໃຊ້ຂອງຄົນອື່ນ, ແລະກ່ຽວກັບງານທີ່ເຮັດໃນຂອບເຂດຂອງຄົນອື່ນ.

2 Corinthians 10:15

ແມ່ນຫຍັງຄືຂອບເຂດການອວດຂອງໂປໂລ?

ໂປໂລກ່າວເຖິງການອວດຂອງພວກເພິ່ນວ່າຄວນຈະອວດໃນຂອບເຂດທີ່ພຣະເຈົ້າຊົງມອບໝາຍໄວ້ໃຫ້ພວກເພິ່ນ. ຊຶ່ງຊາວເມືອງໂກຣິນໂທກໍ່ຢູ່ໃນຂອບເຂດນັ້ນດ້ວຍ. ໂປໂລກ່າວວ່າພວກເພິ່ນບໍ່ຄວນອວດກ່ຽວກັບການຮັບໃຊ້ຂອງຄົນອື່ນ, ແລະກ່ຽວກັບງານທີ່ເຮັດໃນຂອບເຂດຂອງຄົນອື່ນ.

2 Corinthians 10:17

ແມ່ນໃຜທີ່ໄດ້ຮັບການນັບຖື?

ຜູ້ທີ່ໄດ້ຮັບການນັບຖືແມ່ນຜູ້ທີ່ອົງພຣະຜູ້ເປັນເຈົ້າຊົງຍົກຍ້ອງ.

2 Corinthians 11

2 Corinthians 11:1

ເປັນຫຍັງໂປໂລຈຶ່ງມີຄວາມຫວງແຫນສຳລັບໄພ່ພົນເມືອງໂກຣິນໂທ?

ເພິ່ນຫວງແຫນພວກເຂົາເພາະວ່າເພິ່ນໄດ້ສັນຍາໝັ້ນໝາຍພວກເຂົາໄວ້ໃຫ້ແຕ່ງງານກັບຊາຍຄົນດຽວ, ເພື່ອຖວາຍພວກເຂົາໃນຖານະເປັນຍິງສາວບໍຣິສຸດສຳລັບພຣະຄຣິດ.

2 Corinthians 11:3

ໂປໂລຢ້ານຫຍັງກ່ຽວກັບໄພ່ພົນຊາວເມືອງໂກຣິນໂທ?

ໂປໂລຢ້ານວ່າຄວາມຄິດຂອງພວກເຂົາອາດຈະຖືກລໍ້ລວງໃຫ້ຫລົງຜິດໄປ ແລະປະຖິ້ມຄວາມຜູກພັນອັນສັດຊື່ແລະບໍຣິສຸດຕໍ່ພຣະຄຣິດ.

ໄພ່ພົນເມືອງໂກຣິນໂທໄດ້ຍອມໃຫ້ເກີດຫຍັງຂຶ້ນ?

ພວກເຂົາຍອມໃຫ້ຄົນມາແລະປະກາດພຣະເຢຊູອົງອື່ນ, ເປັນຂ່າວປະເສີດທີ່ແຕກຕ່າງ, ຈາກທີ່ໂປໂລແລະເພື່ອນຮ່ວມງານຂອງເພິ່ນປະກາດ.

2 Corinthians 11:7

ໂປໂລປະກາດຂ່າວປະເສີດແກ່ຊາວເມືອງໂກຣິນໂທແນວໃດ?

ໂປໂລໄດ້ປະກາດຂ່າວປະເສີດແກ່ຊາວເມືອງໂກຣິນໂທແບບບໍ່ໄດ້ຄິດໄລ່ເອົາຫຍັງ.

ໂປໂລ “ບໍ່ໄດ້ຍາດຊິງ“ ຄຣິສຕະຈັກອື່ນແນວໃດ?

ເພິ່ນ “ບໍ່ໄດ້ຍາດຊິງ“ ພວກເຂົາໂດຍຮັບການສະໜັບສະໜຸນຈາກພວກເຂົາເພື່ອຈະມາບົວລະບັດຊາວເມືອງໂກຣິນໂທ.

2 Corinthians 11:12

ໂປໂລອະທິບາຍແນວໃດຕໍ່ຜູ້ທີ່ຢາກເຮັດວຽກຢ່າງດຽວກັບໂປໂລແລະເພື່ອນຮ່ວມງານຂອງເພິ່ນໃນສິ່ງທີ່ພວກເພິ່ນອວດ?

ໂປໂລອະທິບາຍເຖິງຄົນດັ່ງກ່າວວ່າເປັນອັກຄະສາວົກປອມ, ເປັນຄົນງານທີ່ຫລອກລວງ, ປອມຕົວເປັນອັກຄະສາວົກຂອງພຣະຄຣິດ.

2 Corinthians 11:14

ຊາຕານປອມຕົວແນວໃດ?

ຊາຕານປອມຕົວເປັນທູດສະຫວັນຂອງຄວາມສະຫວ່າງ.

2 Corinthians 11:16

ເປັນຫຍັງໂປໂລຈຶ່ງຂໍໃຫ້ໄພ່ພົນຊາວເມືອງໂກຣິນໂທຕ້ອນຮັບເພິ່ນຢ່າງຄົນໂງ່?

ໂປໂລຂໍໃຫ້ໄພ່ພົນຊາວເມືອງໂກຣິນໂທຕ້ອນຮັບເພິ່ນຢ່າງຄົນໂງ່ເພື່ອວ່າເພິ່ນຈະອວດອ້າງໄດ້ຈັກໜ້ອຍໜຶ່ງ.

2 Corinthians 11:19

ໂປໂລກ່າວວ່າໄພ່ພົນຊາວເມືອງໂກຣິນໂທອົດທົນຟັງໃຜເວົ້າດ້ວຍຄວາມຍິນດີ?

ໂປໂລກ່າວວ່າພວກເຂົາອົດຟັງຄົນໂງ່ເວົ້າດ້ວຍຄວາມຍິນດີ, ກັບບາງຄົນທີ່ນຳພວກເຂົາໄປເປັນທາດ, ກັບບາງຄົນທີ່ເປັນຕົ້ນເຫດແຫ່ງການແຕກແຍກທ່າມກາງພວກເຂົາ, ກັບບາງຄົນທີ່ເອົາປຽບພວກເຂົາ, ຫລືບາງຄົນທີ່ຕົບໜ້າຂອງພວກເຂົາ.

2 Corinthians 11:22

ໂປໂລອວດຫຍັງໃນການປຽບທຽບຕົນເອງກັບຄົນເຫລົ່ານັ້ນຜູ້ຊຶ່ງຢາກຈະເທົ່າທຽມກັບໂປໂລໃນສິ່ງທີ່ພວກເຂົາອວດ?

ໂປໂລອວດວ່າທ່ານເປັນຄົນເຮັບເຣີ, ຄົນອິດສະຣາເອນແລະລູກຫລານຂອງອັບຣາຮາມເໝືອນກັບຄົນເຫລົ່ານັ້ນທີ່ອວດວ່າເທົ່າທຽມກັບໂປໂລ. ໂປໂລເວົ້າວ່າເພິ່ນເປັນຜູ້ຮັບໃຊ້ຂອງພຣະຄຣິດລື່ນພວກເຂົາອີກ ດຳເນີນພາລະກິດໜັກກວ່າພວກເຂົາ, ຕິດຄຸກຫລາຍກວ່າ, ຖືກຂ້ຽນຕີຢ່າງໜັກ, ປະເຊີນອັນຕະລາຍຈົນເກືອບຕາຍຫລາຍເທື່ອ.

2 Corinthians 11:27

ອີງຕາມໂປໂລ, ແມ່ນຫຍັງຄືສິ່ງທີ່ເຮັດໃຫ້ເພິ່ນເປັນທຸກໃຈ?

ສິ່ງໜຶ່ງທີ່ເຮັດໃຫ້ຄົນອື່ນໆເຮັດບາບ ໄດ້ເຮັດໃຫ້ໂປໂລເປັນທຸກໃຈ.

2 Corinthians 11:30

ໂປໂລກ່າວວ່າເພິ່ນຈະອວດກ່ຽວກັບຫຍັງ, ຖ້າເພິ່ນຈຳເປັນທີ່ຕ້ອງອວດ?

ໂປໂລກ່າວວ່າຖ້າເພິ່ນຈຳເປັນທີ່ຕ້ອງອວດ ເພິ່ນຈະອວດໃນສິ່ງທີ່ສະແດງເຖິງຄວາມອ່ອນແອຂອງເພິ່ນ.

2 Corinthians 11:32

ແມ່ນຫຍັງຄືສິ່ງອັນຕະລາຍສະເພາະເຈາະຈົງທີ່ໂປໂລຕ້ອງປະເຊີນ?

ໂປໂລຖືກຂຽ້ນຕີຫ້າເທື່ອ “ເທື່ອລະສາມສິບເກົ້າຄັ້ງ“ ຈາກຊາວຢິວ. ຖືກຕີດ້ວຍໄມ້ແສ້ຫວາຍສາມເທື່ອ, ຖືກແກວ່ງກ້ອນຫີນເທື່ອໜຶ່ງ. ໄພເຮືອແຕກສາມເທື່ອ. ລອຍຢູ່ໃນທະເລໜຶ່ງຄືນແລະໜຶ່ງວັນ. ປະເຊີນໄພຈາກແມ່ນ້ຳ, ປະເຊີນໄພຈາກໂຈນຮ້າຍ, ປະເຊີນໄພຈາກຄົນຊາດດຽວກັນກັບເພິ່ນເອງ. ປະເຊີນໄພຈາກຄົນຕ່າງຊາດ. ປະເຊີນໄພໃນເມືອງ, ປະເຊີນໄພໃນຖິ່ນແຫ້ງແລ້ງກັນດານ, ປະເຊີນໄພໃນທະເລແລະປະເຊີນໄພຈາກພີ່ນ້ອງຈອມປອມ. ໂປໂລຍັງໄດ້ຮັບອັນຕະລາຍຈາກຜູ້ປົກຄອງເມືອງດາມັສກັດ.

2 Corinthians 12

2 Corinthians 12:1

ໂປໂລເວົ້າວ່າເພິ່ນຈະອວດກ່ຽວກັບຫຍັງ?

ໂປໂລກ່າວວ່າເພິ່ນຈະອວດເຖິງນິມິດແລະການສຳແດງຕ່າງໆຊຶ່ງມາຈາກອົງພຣະຜູ້ເປັນເຈົ້າ.

ແມ່ນຫຍັງທີ່ເກີດຂຶ້ນກັບຜູ້ຊາຍຄົນ​ນີ້​ທີ່​ຢູ່​ໃນ​ພ​ຣະ​ຄ​ຣິດ​ເມື່ອສິບສີ່ປີກ່ອນ?

ລາວຖືກຮັບຂຶ້ນໄປສະຫວັນຊັ້ນທີສາມ.

2 Corinthians 12:6

ເປັນຫຍັງໂປໂລກ່າວວ່າບໍ່ແມ່ນຄວາມໂງ່ຖ້າເພິ່ນຈະອວດຕົວ?

ໂປໂລກ່າວວ່າບໍ່ແມ່ນຄວາມໂງ່ສຳລັບເພິ່ນທີ່ຈະອວດຕົວ ເພາະວ່າເພິ່ນຈະກ່າວຕາມຄວາມຈິງ.

ແມ່ນຫຍັງເກີດຂຶ້ນກັບໂປໂລທີ່ຈະຮັກສາບໍ່ໃຫ້ເພິ່ນອວດຕົວ?

ໂປໂລໄດ້ຮັບສ້ຽນໜາມ, ຊຶ່ງເປັນບໍລິວານຂອງມານຊາຕານທີ່ທຸບຕີເພິ່ນ.

2 Corinthians 12:8

ອົງພຣະຜູ້ເປັນເຈົ້າໄດ້ບອກໂປໂລແນວໃດຫລັງຈາກໂປໂລພາວັນນາອະທິຖານຕໍ່ອົງພຣະຜູ້ເປັນເຈົ້າໃຫ້ເອົາສ້ຽນໜາມອອກຈາກຕົວເພິ່ນ?

ອົງພຣະຜູ້ເປັນເຈົ້າໄດ້ບອກກັບໂປໂລວ່າ, “ພຣະຄຸນຂອງເຮົາກໍພຽງພໍສຳລັບເຈົ້າ, ດ້ວຍວ່າຄວາມອ່ອນແອມີຢູ່ໃສຣີດເດດຂອງເຮົາກໍ່ມີຢູ່ທີ່ນັ້ນຢ່າງລົ້ນເຫລືອ.“

ເປັນຫຍັງໂປໂລຈຶ່ງກ່າວວ່າເປັນການດີທີ່ຈະເວົ້າອວດກ່ຽວກັບຄວາມອ່ອນແອຂອງເພິ່ນ?

ໂປໂລໄດ້ກ່າວວ່າເປັນການດີ ເພາະຣິດເດດຂອງພຣະຄຣິດຈະດຳລົງຢູ່ກັບເພິ່ນ.

2 Corinthians 12:11

ແມ່ນຫຍັງຄືການປະຕິບັດໃນທ່າມກາງຊາວເມືອງໂກຣິນໂທດ້ວຍຄວາມພຽນອົດທົນ?

ໝາຍສຳຄັນການອັດສະຈັນແລະການອິດທິຣິດຕ່າງໆ, ທີ່ເປັນໝາຍສຳຄັນອັນແທ້ຈິງຂອງອັກຄະສາວົກ, ໄດ້ມີການປະຕິບັດໃນທ່າມກາງພວກເຂົາດ້ວຍຄວາມພຽນອົດທົນ.

2 Corinthians 12:14

ເປັນຫຍັງໂປໂລຈຶ່ງບອກຊາວເມືອງໂກຣິນໂທວ່າເພິ່ນຈະບໍ່ເປັນພາລະແກ່ພວກເຂົາ?

ໂປໂລບອກພວກເຂົາແນວນີ້ເພື່ອສະແດງໃຫ້ພວກເຂົາເຫັນວ່າເພິ່ນບໍ່ຕ້ອງການສິ່ງໃດໆຂອງພວກເຂົາທັງຫລາຍເລີຍ.ແຕ່ເພິ່ນຕ້ອງການພວກເຂົາ.

ໂປໂລເວົ້າວ່າຈະເຮັດແນວໃດໃຫ້ດີທີ່ສຸດສຳລັບໄພ່ພົນເມືອງໂກຣິນໂທ?

ໂປໂລເວົ້າວ່າເພິ່ນຍິນດີທີ່ຈະເສຍສະຫລະຊັບແລະເຫື່ອແຮງທັງໝົດເພື່ອຊ່ວຍຈິດວິນຍານຂອງພວກເຂົາ.

2 Corinthians 12:19

ໂປໂລກ່າວສິ່ງເຫລົ່ານີ້ທັງໝົດຕໍ່ໄພ່ພົນຊາວເມືອງໂກຣິນໂທເພື່ອຈຸດປະສົງຫຍັງ?

ໂປໂລເວົ້າສິ່ງເຫລົ່ານີ້ທັງໝົດຕໍ່ໄພ່ພົນຊາວເມືອງໂກຣິນໂທເພື່ອພວກເຂົາທັງຫລາຍຈະເລີນຂຶ້ນ.

2 Corinthians 12:20

ໂປໂລຢ້ານທີ່ຈະພົບຫຍັງເມື່ອທ່ານກັບມາຫາໄພ່ພົນຊາວເມືອງໂກຣິນໂທ?

ໂປໂລຢ້ານວ່າທ່າມກາງພວກເຂົາເພິ່ນຈະພົບການຜິດຖຽງກັນ, ການອິດສາກັນ, ການຄຽດແຄ້ນຕໍ່ກັນ, ການເຫັນແກ່ຕົວ,ການຊຸບຊິບນິນທາກັນ, ຄວາມຍິ່ງຈອງຫອງ, ແລະການເກະກະວຸ່ນວາຍກັນ.

ໂປໂລຢ້ານພຣະເຈົ້າຈະເຮັດຫຍັງກັບເພິ່ນ?

ໂປໂລຢ້ານວ່າພຣະເຈົ້າຈະເຮັດໃຫ້ເພິ່ນຖ່ອມຕົວລົງ ລະອາຍໃຈຕໍ່ໜ້າໄພ່ພົນຊາວເມືອງໂກຣິນໂທ.

ດ້ວຍເຫດອັນໃດທີ່ໂປໂລຄິດວ່າເພິ່ນອາດຈະເປັນທຸກຍ້ອນໄພ່ພົນຊາວເມືອງໂກຣິນໂທທີ່ເຄີຍເຮັດບາບມາກ່ອນ?

ໂປໂລຢ້ານວ່າພວກເຂົາອາດຈະບໍ່ກັບໃຈຈາກການຊົ່ວຮ້າຍແລະການຜິດສິນລະທຳທາງເພດແລະຄວາມໂລພາຕັນຫາທີ່ພວກເຂົາເຄີຍເຮັດມາກ່ອນ.

2 Corinthians 13

2 Corinthians 13:1

ໂປໂລໄດ້ມາຢາມໄພ່ພົນຊາວເມືອງໂກຣິນໂທຈັກເທື່ອ ເມື່ອເພິ່ນໄດ້ຂຽນຈົດໝາຍເຖິງຊາວເມືອງໂກຣິນໂທສະບັບທີສອງ?

ໂປໂລໄດ້ມາຢາມພວກເຂົາສອງເທື່ອເມື່ອເພິ່ນໄດ້ຂຽນຈົດໝາຍເຖິງຊາວເມືອງໂກຣິນໂທສະບັບທີ່ສອງ.

2 Corinthians 13:3

ເປັນຫຍັງໂປໂລຈຶ່ງບອກໄພ່ພົນຊາວເມືອງໂກຣິນໂທຜູ້ເຮັດບາບແລະທັງໝົດນັ້ນວ່າຖ້າເພິ່ນກັບມາອີກເພິ່ນຈະບໍ່ເວັ້ນການລົງໂທດຄົນເຫລົ່ານີ້ເລີຍ?

ໂປໂລບອກສິ່ງເຫລົ່ານີ້ກັບພວກເຂົາເພາະວ່າໄພ່ພົນຊາວເມືອງໂກຣິນໂທກຳລັງຫາຫລັກຖານວ່າພຣະຄຣິດກຳລັງກ່າວຜ່ານໂປໂລ.

2 Corinthians 13:5

ຍ້ອນຫຍັງໂປໂລຈຶ່ງບອກໄພ່ພົນຊາວເມືອງໂກຣິນໂທໃຫ້ພິຈາລະນາແລະພິສູດຕົວພວກເຂົາເອງ?

ໂປໂລບອກໃຫ້ພວກເຂົາໃຫ້ພິຈາລະນາແລະພິສູດຕົວພວກເຂົາເອງເພື່ອເບິ່ງວ່າພວກເຂົາຕັ້ງຢູ່ໃນຄວາມເຊື່ອຫລືບໍ.

ໂປໂລໝັ້ນໃຈວ່າໄພ່ພົນຊາວເມືອງໂກຣິນໂທຈະພົບເຫັນຫຍັງກ່ຽວກັບໂປໂລແລະເພື່ອນຮ່ວມງານຂອງເພິ່ນ?

ໂປໂລໝັ້ນໃຈວ່າໄພ່ພົນຊາວເມືອງໂກຣິນໂທຈະເຫັນວ່າພວກເພິ່ນຜ່ານການພິສູດບໍ່ໄດ້.

2 Corinthians 13:7

ໂປໂລເວົ້າວ່າເພິ່ນແລະເພື່ອນຮ່ວມງານຂອງເພິ່ນບໍ່ສາມາດເຮັດຫຍັງໄດ້?

ໂປໂລກ່າວວ່າພວກເພິ່ນບໍ່ສາມາດເຮັດສິ່ງໃດໆທີ່ຂັດກັບຄວາມຈິງໄດ້.

2 Corinthians 13:9

ເປັນຫຍັງໂປໂລຈຶ່ງຂຽນສິ່ງເຫລົ່ານີ້ຕໍ່ພວກໄພ່ພົນຊາວເມືອງໂກຣິນໂທໃນຂະນະທີ່ເພິ່ນຢູ່ຫ່າງໄກຈາກພວກເຂົາ?

ໂປໂລໄດ້ເຮັດສິ່ງນີ້ເພື່ອວ່າເມື່ອເພິ່ນຢູ່ກັບພວກເຂົາ, ເພິ່ນຈະບໍ່ໄດ້ກ່າວຄຳເຄັ່ງຄັດໃນການໃຊ້ອຳນາດຕໍ່ພວກເຂົາ.

ໂປໂລຕ້ອງການໃຊ້ສິດອຳນາດທີ່ອົງພຣະຜູ້ເປັນເຈົ້າປະທານໃຫ້ແກ່ເພິ່ນກ່ຽວກັບໄພ່ພົນຊາວເມືອງໂກຣິນໂທແນວໃດ?

ໂປໂລຕ້ອງການໃຊ້ສິດອຳນາດຂອງເພິ່ນເພື່ອເສີມສ້າງໄພ່ພົນຊາວເມືອງໂກຣິນໂທ ແລະບໍ່ແມ່ນເພື່ອທຳລາຍພວກເຂົາລົງ.

2 Corinthians 13:11

ໃນສຸດທ້າຍນີ້, ໂປໂລຕ້ອງການໃຫ້ຊາວເມືອງໂກຣິນໂທເຮັດຫຍັງ?

ໂປໂລຕ້ອງການໃຫ້ພວກເຂົາຊື່ນຊົມຍິນດີ, ໃນການເຮັດເພື່ອເກີດຄວາມປອງດອງກັນ, ເປັນນ້ຳໜຶ່ງໃຈດຽວກັນ, ຢູ່ຮ່ວມກັນດ້ວຍຄວາມສະຫງົບສຸກ, ແລະທັກທາຍປາໄສກັນແລະກັນດ້ວຍທຳນຽມຫອມ​ແກ້ມອັນບໍຣິສຸດ.

2 Corinthians 13:13

ໂປໂລຕ້ອງການໃຫ້ໄພ່ພົນຊາວເມືອງໂກຣິນໂທທຸກຄົນມີສິ່ງໃດໃນພວກເຂົາ?

ໂປໂລຕ້ອງການໃຫ້ພວກເຂົາທຸກຄົນມີພຣະຄຸນຂອງອົງພຣະເຢຊູຄຣິດເຈົ້າ, ຄວາມຮັກຂອງພຣະເຈົ້າ, ແລະຄວາມສາມັກຄີທຳກັບພຣະວິນຍານບໍຣິສຸດເຈົ້າ.