ພາສາລາວ (Lao): translationQuestions Print

Updated ? hours ago # views See on WACS

Colossians 1

Colossians 1:1

ໂປໂລກາຍເປັນອັກຄະສາວົກຂອງພຣະເຢຊູຄຣິດໄດ້ແນວໃດ?

ໂປໂລກາຍເປັນອັກຄະສາວົກຂອງພຣະເຢຊູຄຣິດເຈົ້າໂດຍຜ່ານທາງພຣະປະສົງຂອງພຣະເຈົ້າ.

ໂປໂລຂຽນຈົດຫມາຍສະບັບນີ້ເຖິງໃຜ?

ໂປໂລໄດ້ຂຽນຈົດຫມາຍເຖິງຜູ້ທີ່ຖືກແຍກອອກຈາກພຣະເຈົ້າແລະພີ່ນ້ອງທີ່ສັດຊື່ຢູ່ໃນເມືອງໂກໂລຊາຍ

Colossians 1:4

ຊາວໂກໂລຊາຍໄດ້ຍິນເລື່ອງກ່ຽວກັບຄວາມຫມັ້ນໃຈຄວາມຄາດຫວັງທີ່ພວກເຂົາເຈົ້າມີໃນປະຈຸບັນນັ້ນມາຈາກໃສ?

ຊາວໂກໂລຊາຍໄດ້ຍິນກ່ຽວກັບຄວາມຫມັ້ນໃຈຄວາມຄາດຫວັງຂອງພວກເຂົາໃນພຣະຄໍາແຫ່ງຄວາມຈິງນັ້ນ,ຄືຂ່າວປະເສີດ.

ໂປໂລເວົ້າວ່າຂ່າວປະເສີດກໍາລັງເປັນແນວໃດໃນທົ່ວໂລກ?

ໂປໂລກ່າວວ່າຂ່າວປະເສີດໄດ້ເກີດຫມາກຜົນແລະເຕີບໃຫຍ່ໃນທົ່ວໂລກ

Colossians 1:7

ໃຜເປັນຄົນທີ່ປະກາດຂ່າວປະເສີດໃຫ້ແກ່ຊາວໂກໂລຊາຍ?

ເອປາຟາຜູ້ຮັບໃຊ້ທີ່ສັດຊື່ຂອງພຣະຄຣິດ,ໄດ້ປະກາດຂ່າວປະເສີດໃຫ້ແກ່ຊາວໂກໂລຊາຍ.

Colossians 1:9

ໂປໂລໄດ້ອະທິຖານໃຫ້ຊາວໂກໂລຊາຍເຕັມລົ້ນໄປດ້ວຍຫຍັງແດ່?

ໂປໂລອະທິຖານໃຫ້ຊາວໂກໂລຊາຍເຕັມໄປດ້ວຍພຣະຄໍາຂອງພຣະເຈົ້າແລະຄວາມຮູ້ກ່ຽວກັບຄວາມປະສົງຂອງພຣະເຈົ້າໃນສະຕິປັນຍາແລະຄວາມເຂົ້າໃຈຝ່າຍຈິດວິນຍານ

ໂປໂລໄດ້ອະທິຖານເພື່ອຊາວໂກໂລຊາຍໃນການດໍາເນີນຊີວິດແນວໃດ?

ໂປໂລອະທິຖານເພື່ອໃຫ້ຊາວໂກໂລຊາຍຈະໄດ້ດໍາເນີນຊີວິດຢ່າງສົມຄວນຕໍ່ອົງພຣະຜູ້ເປັນເຈົ້າ ແລະເກີດຜົນໃນການດີທຸກຢ່າງແລະເຕີບໃຫຍ່ໃນຄວາມຮູ້ກ່ຽວກັບພຣະເຈົ້າ

Colossians 1:11

ສໍາລັບບັນດາຜູ້ທີ່ຖືກແຍກໄວ້ເພື່ອພຣະເຈົ້າມີຄຸນສົມບັດຫຍັງ?

ບັນດາຜູ້ທີ່ຖືກແຍກໄວ້ເພື່ອພຣະເຈົ້າມີຄຸນສົມບັດທີ່ຈະໄດ້ມີສ່ວນໃນມໍລະດົກໃນຄວາມສະຫ່ວາງ.

Colossians 1:13

ພຣະບິດາໄດ້ຊົງຊ່ວຍບັນດາຄົນທີ່ຖືກແຍກໄວ້ເພື່ອພຣະອົງໃຫ້ພົ້ນຈາກຫຍັງ?

ພຣະອົງຊົງຊ່ວຍພວກເຂົາຈາກອໍານາດຄອບຄອງຂອງຄວາມມືດແລະຍ້າຍພວກເຂົາໄປສູ່ອານາຈັກແຫ່ງພຣະບຸດຂອງພຣະອົງ.

ໃນພຣະຄຣິດ, ພວກເຮົາໄດ້ຮັບການໄຖ່ຫຍັງແດ່?

ໃນພຣະຄຣິດພວກເຮົາໄດ້ຮັບການໄຖ່, ເຊິ່ງແມ່ນການໃຫ້ພົ້ນແລະອະໄພບາບທັງຫລາຍ.

Colossians 1:15

ພຣະບຸດເປັນຮູບລັກສະນະຂອງໃຜ?

ພຣະບຸດເປັນຮູບລັກສະນະຂອງພຣະເຈົ້າຜູ້ຊຶ່ງຕາບໍ່ເຫັນ.

ສິ່ງທີ່ຖືກສ້າງຂື້ນມາໂດຍຜ່ານພຣະເຢຊູຄຣິດແລະເພື່ອພຣະອົງນັ້ນແມ່ນຫຍັງ?

ທຸກສິ່ງໄດ້ຖືກສ້າງຂື້ນມາໂດຍຜ່ານພຣະເຢຊູຄຣິດແລະເພື່ອພຣະອົງ.

Colossians 1:18

ພຣະເຈົ້າໃຫ້ສິ່ງສາລະພັດກັບຄືນດີກັບພຣະອົງແນວໃດ?

ພຣະເຈົ້າໃຫ້ສິ່ງສາລະພັດກັບຄືນດີກັບພຣະອົງເມື່ອພຣະອົງເຮັດໃຫ້ມີສັນຕິສຸກຜ່ານທາງເລຶອດຂອງພ​ຣະບຸດຂອງພຣະອົງ.

Colossians 1:21

ກ່ອນທີ່ຊາວໂກໂລຊາຍຈະມາເຊື່ອໃນຂ່າວປະເສີດພວກເຂົາມີຄວາມສໍາພັນແບບໃດກັບພຣະເຈົ້າ?

ກ່ອນທີ່ຈະມາເຊື່ອຂ່າວປະເສີດ ຊາວໂກໂລຊາຍເປັນຄົນ ແປກ ຫນ້າຕໍ່ພຣະເຈົ້າແລະເປັນສັດຕູຂອງພຣະອົງ.

ສິ່ງທີ່ຊາວໂກໂລຊາຍຕ້ອງສືບຕໍ່ເຮັດແມ່ນ​ສ​ິ່ງໃດ?

ຊາວໂກໂລຊາຍຈະຕ້ອງຕັ້ງຫມັ້ນຢູ່ໃນຄວາມເຊື່ອແລະຄວາມຫມັ້ນໃຈໃນຂ່າວປະເສີດ.

Colossians 1:24

ໂປໂລຍອມທົນທຸກເພື່ອເຫັນແກ່ໃຜແລະທ່ານມີທ່າທີແນວໃດ?

ໂປໂລຍອມທົນທຸກເພື່ອເຫັນແກ່ຄຣິສຈັກແລະທ່ານຊົມຊື່ນຍິນດີ.

ຄວາມລຶກລັບທີ່ຖືກເຊື່ອງໄວ້ເປັນເວລາຫລາຍປີແຕ່ຕອນນີ້ໄດ້ຖືກເປິດເຜີຍແລ້ວບໍ?

ຄວາມລືກລັບທີ່ຖືກເຊື່ອງໄວ້ຫລາຍປີແຕ່ບັດນີ້ໄດ້ຖືກເປີດເຜີຍຄືການທີ່ພຣະຄຣິດຊົງສະຖິດຢູ່ໃນທ່ານ ຄວາມ ຫມັ້ນໃຈໃນລັດສະຫມີພາບ.

Colossians 1:28

ເປົ້າຫມາຍຂອງການຕັກເຕືອນແລະການສັ່ງສອນຂອງໂປໂລແມ່ນຫຍັງ?

ເປົ້າຫມາຍຂອງໂປໂລແມ່ນການຖວາຍທຸກໆຄົນໃຫ້ສົມບູນໃນພຣະຄຣິດ.

Colossians 2

Colossians 2:1

ຄວາມລືກລັບຂອງພຣະເຈົ້າແມ່ນຫຍັງ?

ຄວາມລືກລັບຂອງພຣະເຈົ້າຄືພຣະຄຣິດ.

ສິ່ງທີ່ຖືກເຊື່ອງໄວ້ໃນພຣະຄຣິດແມ່ນຫຍັງ?

ຊັບສົມບັດແຫ່ງສະຕິປັນຍາແລະຄວາມຮູ້ທຸກຢ່າງທີ່ຖືກເຊື່ອງໄວ້ໃນພຣະຄຣິດ.

Colossians 2:4

ໂປໂລກັງວົນຫຍັງອາດເກີດຂື້ນກັບຊາວໂກໂລຊາຍ?

ໂປໂລກັງວົນວ່າຊາວໂກໂລຊາຍອາດຖືກຫລອກລວງ ດ້ວຍຄຳລໍ້ລວງອັນໜ້າຟັງ.

Colossians 2:6

ຕອນນີ້ໂປໂລຮຽກຮ້ອງໃຫ້ຊາວໂກໂລຊາຍເຮັດຫຍັງໃນຕອນທີ່ພວກເຂົາໄດ້ຮັບພຣະເຢຊູຄຣິດ?

ໂປໂລຮຽກຮ້ອງໃຫ້ຊາວໂກໂລຊາຍດໍາເນີີນຊີວິດໃນພຣະເຢຊູຄຣິດໃນແບບດຽວກັບທີ່ພວກເຂົາໄດ້ຕ້ອນຮັບພຣະອົງ.

Colossians 2:8

ໂປໂລເປັນຫ່ວງການຫລອກລວງອັນງົມງາຍແມ່ນອີງໃສ່ຫຍັງ?

ການຫລອກລວງທີ່ບໍ່ມີຕົວຕົນແມ່ນອີງໃສ່ປະເພນີຂອງມະນຸດແລະລະບົບຄວາມເຊື່ອທີ່ຜິດບາບທັງຫລາຍຂອງໂລກນີ້.

ແມ່ນຫຍັງທີ່ດໍາລົງຢູ່ໃນພຣະຄຣິດ?

ສະພາບຂອງພຣະເຈົ້າດຳລົງຢູ່ຢ່າງເຕັມບໍລິບູນພາຍໃນພຣະຄຣິດ.

Colossians 2:10

ໃຜເປັນຫົວຫນ້າປົກຄອງແລະສິດອໍານາດ?

ພຣະຄຣິດເປັນຫົວຫນ້າປົກຄອງແລະສິດອໍານາດ.

ການເຂົ້າພິທີຕັດໃນພຣະຄຣິດນັ້ນເປັນການຕັດຫຍັງອອກໄປ?

ຖວາຍບາບແຫ່ງເນື້ອຫນັງໄດ້ຖືກຕັດອອກໂດຍການເຂົ້າພິທີຕັດແຫ່ງອົງພຣະເຢຊູຄຣິດ.

ມີຫຍັງເກີດຂື້ນໃນການຮັບບັບຕິສະມາ?

ບຸກຄົນໃດຫນຶ່ງໄດ້ຖືກຝັງໄວ້ກັບພຣະຄຣິດໃນການບັບຕິສະມາ.

Colossians 2:13

ກ່ອນທີ່ພຣະຄຣິດຈະໃຫ້ຄົນນັ້ນມີຊີວິດ ພວກເຂົາຢູ່ໃນສະພາບໃດກ່ອນ?

ຄົນນັ້ນໄດ້ຕາຍແລ້ວໃນການບາບຂອງພວກເຂົາກ່ອນທີ່ພຣະຄຣິດຈະເຮັດໃຫ້ພວກເຂົາມີຊີວິດ.

ພຣະຄຣິດໄດ້ເຮັດຫຍັງ​ເພື່ອ​ຫນີ້ທີ່ຍັງຕໍ່ຕ້ານພວກເຮົາ?

ພຣະຄຣິດໄດ້ລຶບລ້າງຫນີ້ທັງຫມົດຂອງ​ພວກ​ເຮົາແລະໄປຕອກຕິດໄວ້ທີ່ໄມ້ກາງແຂນແລ້ວ.

ພຣະຄຣິດໄດ້ເຮັດຫຍັງກັບບັນດາຜູ້ປົກຄອງແລະອໍານາດການປົກຄອງ?

ພຣະຄຣິດປົດວິນຍານຄອບຄອງ ແລະ ວິນຍານຊົ່ວທັງຫລາຍເສຍ, ພຣະອົງໄດ້ຊົງປະຈານພວກເຂົາ, ແລະ ຊະນະພວກເຂົາໂດຍ​ທີ່​ໄມ້ກາງແຂນ.

Colossians 2:16

ໂປໂລເວົ້າຫຍັງວ່າເງົາຂອງສິ່ງທີ່ຈະມີມາເຖິງ?

ໂປໂລບອກວ່າເລື່ອງການກິນ ຫລື ການດື່ມ ຫລື ໃນເລື່ອງວັນສຳຄັນທາງສາສະໜາ ຫລື ວັນຕົ້ນເດືອນ, ຫລື ໃນເລື່ອງວັນຊະບາໂຕ ເປັນພຽງແຕ່ເງົາຂອງສິ່ງທີ່ຈະມີມາເຖິງ.

ເງົາມືດໄດ້​ຊີ້ບອກ​ເຖິງ​ຄວາມ​ເປັນ​ຈິງ​ແນວ​ໃດ?

ເງົາມຶດໄດ້ຊີ້ໃຫ້ເຫັນເຖິງຄວາມເປັນຈິງຂອງພຣະຄຣິດ

Colossians 2:18

ຮ່າງກາຍທັງຫມົດໄດ້ຮັບການປັບປຸງແລະເຊື່ອມຕໍ່ກັນໄດ້ແນວໃດ?

ຮ່າງກາຍທັງຫມົດໄດ້ຮັບການປັບປຸງແລະເຊື່ອມຕໍ່ກັນໂດຍຫົວ,ຄືພຣະຄຣິດ.

Colossians 2:20

ຄໍາສັ່ງປະເພດໃດທີ່ໂປໂລບອກວ່າເປັນຄວາມເຊື່ອຂອງໂລກ?

ຄໍາສັ່ງຢ່າເອົາມືຈັບ, ຢ່າຊີມ,ແລະ ຢ່າແຕະຕ້ອງ ນີ້ແມ່ນສ່ວນຫນຶ່ງຂອງຄວາມເຊື່ອຂອງໂລກ.

ກົດລະບຽບຂອງສາສະຫນາທີ່ສ້າງຂື້ນມາຈາກມະນຸດມີຄ່າຫຍັງບໍ?

ກົດລະບຽບຂອງສາສະຫນາທີ່ສ້າງຂື້ນມາຈາກມະນຸດບໍ່ມີຄ່າຫຍັງເລີຍຕໍ່ກັບຄວາມໂລບຂອງເນື້ອຫນັງ.

Colossians 3

Colossians 3:1

ພຣະຄຣິດໄດ້ເປັນຂື້ນມາຈາກຕາຍແລ້ວປະທັບຢູ່ໃສ?

ພຣະຄຣິດໄດ້ຖືກຍົກຂື້ນມານັ່ງຢູ່ເບື້ອງຂວາມືຂອງພຣະເຈົ້າ.

ຜູ້ທີ່ເຊື່ອຄວນສະແຫວງຫາສິ່ງໃດແລະພວກເຂົາບໍ່ຄວນຊອກຫາສິ່ງ​ໃດ?

ຜູ້ເຊື່ອຄວນສະແຫວງຫາສິ່ງທີ່ຢູ່ເບື້ອງເທິງ, ແລະບໍ່ແມ່ນສິ່ງຂອງ​ທີ່​ຢູ່​ແຜ່ນດິນໂລກນີ້.

ພຣະເຈົ້າວາງຊີວິດຂອງຜູ້ທີ່ເຊື່ອຢູ່ໃສ?

ພຣະເຈົ້າໄດ້ປິດບັງຊີວິດຂອງຜູ້ທີ່ເຊື່ອໄວ້ໃນພຣະຄຣິດ.

ເມື່ອພຣະຄຣິດມາປາກົດຈະມີຫຍັງເກີດຂື້ນກັບຜູ້ທີ່ເຊື່ອ?

ເມື່ອພຣະຄຣິດມາປາກົດ ຜູ້ທີ່ເຊື່ອກໍຈະປາກົດພ້ອມກັບພຣະອົງໃນອານຸພາບດ້ວຍ

Colossians 3:5

ຜູ້ເຊື່ອຕ້ອງໄດ້​ປະ​ຫານຫຍັງແດ່?

ຜູ້ເຊື່ອຕ້ອງປະຫານຕັນຫາທີ່ເປັນຝ່າຍໂລກນີ້

ຈະເກີດຫຍັງຂື້ນກັບຜູ້ທີ່ບໍ່ເຊື່ອຟັງພຣະເຈົ້າ?

ຄວາມໂກດຮ້າຍ ຂອງພຣະເຈົ້າຈະມາເຖິງຄົນທັງຫລາຍ ທີ່ບໍ່ເຊື່ອຟັງ.

ໂປໂລບອກຜູ້ເຊື່ອຈະຕ້ອງກຳຈັດສິ່ງເຫລົ່ານັ້ນທັງໝົດຖິ້ມເສຍ​?

ຄວາມຄຽດຮ້າຍ, ຄວາມຂັດເຄືອງໃຈ ແລະ ການຄິດປອງຮ້າຍ, ຄຳສຽດສີ ແລະ ຄຳຊົ່ວຊ້າລາມົກ ໃຫ້ຫມົດໄປຈາກປາກ ຂອງທ່ານ.

Colossians 3:9

ສະພາບໃຫມ່ຂອງຜູ້ເຊື່ອຖືກສ້າງມາໃນຮູບແບບຂອງໃຜ?

ສະພາບມະນຸດຄົນໃໝ່ຂອງຜູ້ທີ່ເຊື່ອຖືກສ້າງຕາມພຣະສັນຍາຂອງພຣະອົງຜູ້ຊົງສ້າງ.

Colossians 3:12

ໂປໂລບອກໃຫ້ຜູ້ເຊຶ່ອຈະຕ້ອງໃສ່ເຊິ່ງເປັນສ່ວນໝຶ່ງຂອງຕົນເອງໃໝ່

ຜູ້ຈະຕ້ອງສວມໃຈເມດຕາ, ໃຈປານີ, ໃຈຖ່ອມລົງ, ໃຈອ່ອນສຸພາບ, ໃຈອົດທົນດົນນານ

ຜູ້ເຊຶ່ອຄວນຍົກໂທດກັນເເບບໃດ?

ຜູ້ເຊຶ່ອຄວນຍົກໂທດແບບດຽວກັບທີ່ອົງພຣະຜູ້ເປັນເຈົ້າຊົງຍົກໂທດທ່ານ

ສິ່ງໃດທີ່ຜູກພັນໄວ້ຈົນສົມບູນໃນທ່າມກາງຜູ້ເຊຶ່ອ

ຄວາມຮັກໄດ້ຜູກພັນໄວ້ຈົນສົມບູນ

Colossians 3:15

ສິ່ງໃດຄວນຄອງໃຈຂອງຜູ້ເຊຶ່ອ?

ສັນຕິສຸກຂອງພຣະຄຣິດຄວນຄອງໃຈຂອງຜູ້ເຊຶ່ອ.

ຜູ້ເຊຶ່ອຄວນມີທ່າທີ ຮ້ອງເພລງ ວາຈາ ການກະທຳ ຕໍ່ພຣະເຈົ້າຢ່າງໃດ?

ໃນທ່າທີການຮ້ອງເພລງ ວາຈາ ແລະການກະທຳຂອງຜູ້ເຊຶ່ອຄວນເຮັດດ້ວຍການຂອບພຣະຄຸນແດ່ພຣະເຈົ້າ.

ສິ່ງໃດທີ່ຄວນຢູ່ໃນຕົວຜູ້ເຊຶ່ອຢ່າງໝັ່ນຄົງ?

ພຣະຄຳຂອງພຣະຄຣິດຄວນຢູ່ໃນຕົວຜູ້ເຊຶ່ອຢ່າງໝັ່ນຄົງ.

Colossians 3:18

ເມຍຄວນຕອບສະໜອງຕໍ່ຜົວຂອງຕົ​ນ​ເອງແນວໃດ?

ເມຍຄວນຍອມຢູ່ໃຕ້ຜົວຂອງຕົນ​ເອງ

ຜົວຄວນປະຕິບັດຕໍ່ເມຍຂອງ​ຕົນແນວໃດ?

ຜູ້ເປັນຜົວຄວນຮັກເມຍຂອງຕົນແລະຢ່າຂົມຂື່ນຕໍ່ນາງ.

ເດັກນ້ອຍຄວນປະຕິບັດຕໍ່ພໍ່ແມ່ແນວໃດ?

ເດັກນ້ອຍຄວນເຊື່ອຟັງພໍ່ແມ່ຂອງລາວໃນທຸກສິ່ງ

ຜູ້ເປັນພໍ່ບໍ່ຄວນກະ​ທຳຫຍັງກັບລູກ?

ຜູ້ເປັນພໍ່ບໍ່ຄວນກະຕຸ້ນໃຫ້ລູກບໍ່​ສະ​ບາຍ​ໃຈ

Colossians 3:22

ບໍ່ວ່າຜູ້ເຊຶ່ອຈະເຮັດສິ່ງໃດກໍ່ຕາມໃຫ້ເຮັດເພຶ່ອຜູ້ໃດ?

ຜູ້ເຊຶ່ອຈະເຮັດສິ່ງໃດກໍ່ຕາມໃຫ້ເຮັດເປັນທີ່ຖວາຍກຽດແດ່ອົງພຣະຜູ້ເປັນເຈົ້າ.

ບັນດາຄົນທີ່ເຮັດສິ່ງໃດກໍ່ຕາມເພຶ່ອຖວາຍກຽດແດ່ອົງພຣະຜູ້ເປັນເຈົ້າຈະໄດ້ຮັບສິ່ງໃດ?

ບັນດາຄົນທີ່ເຮັດສິ່ງໃດກໍ່ຕາມເພຶ່ອຖວາຍກຽດແດ່ພຣະເຈົ້າຈະໄດ້ຮັບບຳເນັດ.

ຄົນອະທຳຈະໄດ້ຮັບສິ່ງໃດ?

ຄົນທີ່ອະທຳຈະໄດ້ຮັບໂທດຕາມຄວາມອະທຳທີ່ເຂົາໄດ້ເຮັດມາ.

Colossians 4

Colossians 4:1

ໂປໂລໄດ້ເຕຶອນນາຍບົນໂລກນີ້ວ່າພວກເຂົາກໍ່ມີຄວາມຜິດດ້ວຍກັນ?

ໂປໂລໄດ້ເຕຶອນນາຍບົນໂລກນີ້ວ່າພວກເຂົາກໍ່ມີນາຍອົງດຽວໃນສະຫວັນດ້ວຍກັນ.

Colossians 4:2

ໂປໂລຍາກໃຫ້ຊາວໂກໂລຊາຍກະຕືລືລົ້ນໃນເລຶ່ອງໃດ?

ໂປໂລຍາກໃຫ້ຊາວໂກໂລຊາຍກະຕືລືລົ້ນໃນການອະທິຖານ.

ໂປໂລຢາກໃຫ້ຊາວໂກໂລຊາຍອະທິຖານເພື່ອຫຍັງ?

ໂປໂລຕ້ອງການໃຫ້ຊາວໂກໂລຊາຍອະທິຖານເພື່ອລາວມີໂອ​ກາດ​ເວົ້າຖ້ອຍ​ຄຳ, ຄວາມລຶກລັບຂອງພຣະຄຣິດ.

Colossians 4:5

ໂປໂລໄດ້ສອນຊາວໂກໂລຊາຍໃຫ້ປະຕິບັດກັບຄົນພາຍນອກຢ່າງໃດ?

ໂປໂລໄດ້ສອນພວກເຂົາໃຫ້ດຳເນີນຊີວິດໂດຍໃຊ້ສະຕິປັນຍາ ແລະເວົ້າຢ່າງມີເມດຕາຄຸນຕໍ່ຄົນພາຍນອກ.

Colossians 4:7

ໂປໂລໄດ້ມອບໝາຍງານຫຍັງໃຫ້ທິສິກັສແລະໂອເນສິມັສເຮັດ?

ໂປໂລໄດ້ມອບໝາຍໃຫ້ພວກເຂົາໄປບອກເຖິງເຫດການທັງປວງທີ່ເກີດຂຶ້ນກັບທ່ານໃຫ້ຊາວໂກໂລຊາຍໄດ້ຟັງ.

Colossians 4:10

ໂປໂລໄດ້ແນະນຳເລຶ່ອງຫຍັງກ່ຽວກັບມາລະໂກຊິ່ງເປັນລູກພີ່ລູກນ້ອງຂອງບາຮານາບັດ?

ໂປໂລໄດ້ບອກໃຫ້ຊາວໂກໂລຊາຍຕ້ອນຮັບມາລະໂກເມຶ່ອເຂົາມາຫາ.

Colossians 4:12

ເອປາຟຣັດໄດ້ອະທິຖານເພຶ່ອຫຍັງສຳຫລັບຊາວໂກໂລຊາຍ?

ທ່ານໄດ້ອະທິຖານຂໍໃຫ້ຊາວໂກໂລຊາຍຈະໄດ້ຍິນຢ່າງສົມບູນແລະເຕັມໄປດ້ວຍຄວາມໝັ່ນໃຈໃນພຣະໄທທຸກຢ່າງຂອງພຣະເຈົ້າ.

ນາຍແພດ​ໝໍທີ່ຢູ່ກັບໂປໂລ​ນັ້ນມີຊື່ວ່າແນວໃດ?

ນາຍແພດ​ໝ​ໍທ່ານນັ້ນຊຶ່ວ່າລູກາ.

Colossians 4:15

ຄຣິດສະຈັກໃນເມຶອງລາວດີເກອາປະຊຸມໃນສະຖານທີ່ໃດ?

ຄຣິດສະຈັກໃນເມຶອງລາວດີເກອາປະຊຸມກັນໃນບ້ານ.

ໂປໂລໄດ້ຂຽນຈົດໝາຍໄປຍັງຄຣິດສະຈັກອື່ນມີຊື່ວ່າແນວໃດ?

ໂປໂລໄດ້ຂຽນຈົດໝາຍໄປຍັງຄຣິດສະຈັກໃນເມືອງລາວດີເກອາ.

Colossians 4:18

ໂປໂລໄດ້ສະແດງໃຫ້ຮູ້ວ່າເປັນຈົດໝາຍທີ່ມາຈາກທ່ານແທ້ໆຢ່າງໃດ?

ໂປໂລໄດ້ຂຽນຊື່ຂອງທ່ານດ້ວຍລາຍມືຂອງທ່ານເອງໃນຕອນທ້າຍຂອງຈົດໝາຍ.