ພາສາລາວ (Lao): translationQuestions Print

Updated ? hours ago # views See on WACS

1 John 1

1 John 1:1

ໂຢ​ຮັນ​ເວົ້າ​ວ່າ​ແມ່ນ​ຫ​ຍັງ​ເປັນ​ຢູ່ແຕ່ປະ​ຖົມ​ມະ​ການ?

ໂຢ​ຮັນ​ເວົ້າ​ວ່າ​ພ​ຣະ​ທຳ​ອັນ​ມີ​ຊີ​ວິດ​ເປັນ​ຢູ່​ແຕ່​ປະ​ຖົມ​ມະ​ການ.

ໂດຍທາງໃດທີ່ໂຢຮັນຮູ້ກ່ຽວກັບພຣະຄໍາແຫ່ງຊີວິດ?

ໂຢຮັນໄດ້ຍິນ, ໄດ້ເຫັນ, ໄດ້ໄຕ່ຕອງແລະໄດ້ສໍາພັດດ້ວຍມື.

ພຣະຄໍາແຫ່ງຊີວິດນັ້ນຢູ່ໃສກ່ອນທີ່ໄດ້ປາກົດແກ່ໂຢຮັນ?

ພຣະຄໍາແຫ່ງຊີວິດຢູ່ກັບພຣະບິດາເຈົ້າ, ກ່ອນຈະໄດ້ປາກົດແກ່ໂຢຮັນ.

1 John 1:3

​ເປັນ​ຫ​ຍັງ​ໂຢ​ຮັນ ​ຈຶ່ງ​ປະ​ກາດ​ສີ່ງ​ທີ່​ທ່ານໄດ້​ເຫັນ ​ແລະ​ໄດ້​ຍິນ?

​ໂຢ​ຮັນ ​​ປະ​ກາດ​ສີ່ງ​ທີ່​ທ່ານ​ໄດ້​ເຫັນ ​ແລະ​ໄດ້​ຍິນ​ເພື່ອ​ຄົນ​ອື່ນໆ​ຈະ​ສາ​ມາດ​ເຂົ້າ​ຮ່ວມ​ສາ​ມັກ​ຄີ​ກັບ​ພ​ຣະ​ອົງ.

​ໂຢ​ຮັນ ​ໄດ້​ຮ່ວມ​ສາ​ມັກ​ຄີ​ທຳ​ກັບ​ໃຜແລ້ວ?

ໂຢ​ຮັນ​ໄດ້​ຮ່ວມ​ສາ​ມັກ​ຄີ​ທຳ​ກັບ​ພ​ຣະ​ບິ​ດາ,​ແລະ​ກັບ ພ​ຣະ​ເຢ​ຊູ​ຄ​ຣິດ​ພຣະບຸດແລ້ວ.

1 John 1:5

​ຖ້ອຍ​ຄຳ​ຫ​ຍັງ​ແດ່​ຈາກ​ພ​ຣະ​ເຈົ້າ​ທີ່​ໂຢ​ຮັນ​ກຳ​ລັງ​ປະ​ກາດ​ກັບ​ຜູ້​ອ່ານ​ທັງ​ຫລາຍ?

ໂຢ​ຮັນ​ກຳ​ລັງ​ປະ​ກາດ​ຖ້ອຍ​ຄຳ​ທີ່​ວ່າ​ພ​ຣະ​ເຈົ້າ​ເປັນ​ຄວາມ​ສະ​ຫວ່າງ, ແລະ​ໃນ​ພ​ຣະ​ອົງ​ບໍ່​ມີ​ຄວາມ​ມືດ​ເລີຍ.

ໂຢ​ຮັນ​ເວົ້າ​ຫ​ຍັງ​ກ່ຽວ​ກັບ​ບຸກ​ຄົນ​ທີ່​ໄດ້​ຮ່ວມສາ​ມັກ​ຄີ​ທຳ​ກັບ​ພ​ຣະ​ເຈົ້າ, ແຕ່​ຍັງ​ດຳ​ເນີນ​ຊີ​ວິດ​ຢູ່​ໃນ​ຄວາມ​ມືດ?

​ໂຢ​ຮັນ​ເວົ້າ​ວ່າ​ບຸກ​ຄົນ​ນັ້ນ​ກຳ​ລັງ​ເວົ້າ​ຕົວະ ແລະ​ບໍ່​ໄດ້​ດຳ​ເນີນ​ຊີ​ວິດ​ຕາມ​ຄວາມ​ຈິງ.

​ສຳ​ລັບ​ຜູ້​ຢູ່​ໃນ​ຄວາມ​ສະ​ຫວ່າງ, ແມ່ນ​ຫ​ຍັງ​ສຳ​ລະ​ພວກ​ເຂົາ​ຈາກ​ຄວາມ​ຜິດ​ບາບ​ທັງ​ຫລາຍ?

​ພ​ຣະ​ໂລ​ຫິດ​ຂອງ​ພ​ຣະ​ເຢ​ຊູ​ເຈົ້າ​ສຳ​ລະ​ພວກ​ເຂົາ​ຈາກ​ຄວາມ​ຜິດ​ບາບ​ທັງ​ສີ້ນ.

1 John 1:8

ໂຢ​ຮັນ​ເວົ້າ​ຫ​ຍັງ​ແດ່​ກ່ຽວ​ກັບ​ຄົນ​ທີ່ເວົ້າວ່າ ​ພວກ​ເຂົາ​ບໍ່​ມີ​ບາບ?

​ໂຢ​ຮັນ​ບອກວ່າ​ ບຸກ​ຄົນ​ນັ້ນ​ຫລອກ​ລວງ​​ຕົນ​ເອງ ແລະ​ຄວາມ​ຈິງ​ກໍ​ບໍ່​ມີ​ໃນ​ຕົວ​ເຂົາ​ເລີຍ.

ພ​ຣະ​ເຈົ້າ​ຈະ​ເຮັດ​ຫ​ຍັງ​ແດ່ ​ກັບ​ຜູ້​ທີ່​ສາ​ລະ​ພາບ​ຄວາມ​ຜິດ​ບາບ​ຂອງ​ພວກ​ເຂົາ?

ສຳ​ລັບ​ຜູ້​ທີ່​ສາ​ລະ​ພາບ​ຄວາມ​ຜິດ​ບາບ​ຂອງ​ເຂົາ, ພ​ຣະ​ເຈົ້າ​ຈະ​ຊົງ​ຍົກ ໂທດ​ຄວາມ​ຜິດ​ບາບ​ຂອງ​ພວກ​ເຂົາ ແລະ​ສຳ​ລະ​ພວກ​ເຂົາ​ຈາກ​ການ​ອະ​ທຳ​ຫມົດ​ສີ້ນ.

1 John 2

1 John 2:1

ພ​ຣະ​ເຢ​ຊູ​ຄ​ຣິດ​ເຈົ້າ​ຊົງ​ເປັນ​ເຄື່ອງ​ບູ​ຊາ​ເພື່ອ​ຄວາມ​ຜິດ​ບາບ​ຂອງ​ໃຜ?

ພ​ຣະ​ເຢ​ຊູ​ຄ​ຣິດ​ເປັນ​ເຄື່ອງ​ບູ​ຊາ​ເພື່ອ​ຄວາມ​ຜິດ​ບາບ​ສຳ​ລັບ​ຄົນ​ທັງ​ໂລກ​.

ພວກ​ເຮົາ​ຮູ້​ໄດ້​ຢ່າງໃດ​ວ່າ​ເຮົາ​ຮູ້​ຈັກກັບ ພ​ຣະ​ເຢ​ຊູ​ຄ​ຣິດ​ເຈົ້າ?

ພ​ວກ​ເຮົາ​ຮູ້​ຈັກກັບພຣະເຢຊູ ກໍເພາະພວກ​ເຮົາ​ປະ​ຕິ​ບັດ​ຕາມ​ກົດ​ບັນ​ຍັດ​ຂອງ​ພ​ຣະ​ອົງ.

1 John 2:4

ຄົນ​ປະ​ເພດ​ໃດ​ທີ່​ອ້າງວ່າ​ເຂົາ​ຮູ້ຈັກກັບ​ພ​ຣະ​ເຈົ້າ, ແຕ່ບໍ່​ໄດ້​ປະ​ຕິ​ບັດ​ຕາມ​ກົດ​ບັນ​ຍັດ​ຂອງ​ພ​ຣະ​ອົງ?

ຄົນ​ທີ່​ເວົ້າ​ວ່າ​ພວກ​ເຂົາ​ຮູ້ຈັກກັບ​ພ​ຣະ​ເຈົ້າ, ແຕ່ບໍ່​ໄດ້​ປະ​ຕິ​ບັດ​ຕາມ​ກົດ​ບັນ​ຍັດ​ຂອງ​ພ​ຣະ​ອົງ, ​ແມ່ນ​ຄົນ​ເວົ້າ​ຕົວະ.

ຜູ້​ທີ່​ເຊື່ອ​ຄວນ​ດຳ​ເນີນ​ຊີ​ວິດ​ຢ່າງ​ໃດ?

ຜູ້​ທີ່​ເຊື່ອ​ຄວນ​ດຳ​ເນີນ​ຊີ​ວິດ​ຢ່າງ​ທີ່ ​ພ​ຣະ​ຄ​ຣິດ​ເຈົ້າ​ຊົງ​ດຳ​ເນີນນັ້ນ.

1 John 2:9

ຈິດ​ວິນ​ຍານ ຂອງ​ຜູ້​ທີ່​ເວົ້າ​ວ່າຕົນ​ຢູ່​ໃນ​ຄວາມ​ສະ​ຫວ່າງ, ແຕ່​ຍັງ​ຊັງ​ພີ່​ນ້ອງ​ຂອງ​ຕົນ​ ຢູ່​ໃນ​ສ​ະ​ພາບ​ໃດ?

ຜູ້​ທີ່​ເວົ້າ​ວ່າຕົນ​ຢູ່​ໃນ​ຄວາມ​ສະ​ຫວ່າງ, ແຕ່​ຍັງ​ຊັງ​ພີ່​ນ້ອງ​ຂອງ​ຕົນ ກໍ​ຍັງ​ຢູ່​ໃນ​ຄວາມ​ມືດ.

1 John 2:12

ເປັນ​ຫ​ຍັງ​ພ​ຣະ​ເຈົ້າ​ຈຶ່ງ​ຊົງ​ອະ​ໄພ​ຄວາມ​ຜິດ​ບາບ​ຂອງ​ຜູ້​ທີ່​ເຊື່ອ?

ພ​ຣະ​ເຈົ້າ​ຊົງອະ​ໄພ​ຄວາມ​ຜິດ​ບາບ​ຂອງ​ຜູ້​ທີ່​ເຊື່ອ​ເພາະ​ພ​ຣະ​ນາມ​ຂອງ​ພ​ຣະ​ຄ​ຣິດ​ເຈົ້າ.

1 John 2:15

​ໂຢ​ຮັນ​ເວົ້າ​ວ່າ ​ທັດ​ສະ​ນະ​ຂອງ​ຜູ້​ທີ່​ເຊື່ອ​ກ່ຽວ​ກັບ​ໂລກ​ຈະ​ຕ້ອງ​ເປັນ​ຢ່າງ​ໃດ?

ທ່ານ​ເວົ້າ​ວ່າ​ຜູ້​ທີ່​ເຊື່ອ​ຢ່າ​ຮັກ​ໂລກ ຫລື​ສີ່ງ​ຂອງ​ໃນ​ໂລກ.

ໂຢ​ຮັນ​ບອກວ່າ​ມີສາມ​ຢ່າງ​ທີ່ບໍ່ ​ໄດ້​ມາ​ຈາກ​ພ​ຣະ​ບິ​ດາ​ຄື​ຫ​ຍັງ​ແດ່?

​ທ່ານບອກວ່າ ຕັນ​ຫາ​ຂອງ​ເນື້ອ​ກາຍ, ຕັນ​ຫາ​ຂອງ​ຕາ, ແລະ​ຄວາມອວດ​ອ້າງ​ຂອງ​ຊີ​ວິດ ບໍ່​ໄດ້​ມາ​ຈາກ​ພ​ຣະ​ບິ​ດາ​ເຈົ້າ ແຕ່​ມາ​ຈາກ​ໂລກ.

1 John 2:18

ໂຢ​ຮັນ​ຮູ້​ໄດ້ຢ່າງໃດວ່າ ບັດ​ນີ້​ເປັນ​ເວ​ລາ​ສຸດ​ທ້າຍ​ແລ້ວ?

ໂຢ​ຮັນເວົ້າ​ວ່າ​ລາວ​ຮູ້​ວ່າເປັນ​ເວ​ລາ​ສຸດ​ທ້າຍ​ແລ້ວ ເພາະ​ຜູ້​ຕໍ່​ສູ້​ພ​ຣະ​ຄ​ຣິດ​ກຳ​ລັງ​ມາ.

​ໂຢ​ຮັນ​ເວົ້າ​ວ່າ​ຜູ້​ໃດ​ກຳ​ລັງ​ມາ?

ໂຢ​ຮັນ​ເວົ້າ​ວ່າ​ຜູ້​ຕໍ່​ສູ້​ພ​ຣະ​ຄ​ຣິດ​ກຳ​ລັງ​ມາ.

1 John 2:22

ຜູ້​ຕໍ່​ຕ້ານ​ພ​ຣະ​ຄ​ຣິດ​ຈະ​ເຮັດ​ຫ​ຍັງ​ແດ່ ​ທີ່​ພວກ​ເຮົາ​ສາ​ມາດ​ຮູ້​ວ່າ​ແມ່ນ​ມັນ​ຜູ້ນັ້ນ?

ຜູ້ ນັ້ນເປັນຜູ້ຕໍ່ຕ້ານພຣະຄຣິດ, ດ້ວຍເຫດທີ່ເຂົາປະຕິເສດ ພຣະບິດາເຈົ້າ ແລະ ພຣະບຸດ.

ບຸກ​ຄົນ​ສາ​ມາດ​ປະ​ຕິ​ເສດ​ພ​ຣະ​ບຸດ ແຕ່​ມີ​ພ​ຣະ​ບິ​ດາ ໄດ້​ບໍ່?

ບໍ່ໄດ້, ຜູ້ໃດທີ່ປະຕິເສດພຣະບຸດ ຜູ້ນັ້ນກໍບໍ່ມີພຣະບິດາເຈົ້າ.

1 John 2:24

ໂຢ​ຮັນ​ບອກ​ໃຫ້​ຜູ້​ເຊື່ອ​ເຮັດ​ຫ​ຍັງແດ່​ເພື່​ອ​ຈະ​ໄດ້ຕັ້ງໝັ້ນຄົງຢູ່ໃນພຣະບຸດ ແລະ ໃນພຣະບິດາເຈົ້າດ້ວຍ?

ໂຢ​ຮັນ​ບອກ​ຜູ້​ທີ່​ເຊື່ອ ຈົ່ງໃຫ້ສິ່ງທີ່ພວກ​ເຂົາໄດ້ຍິນ ມາຕັ້ງແຕ່ຕົ້ນນັ້ນດຳລົງຢູ່ກັບ​ພວກ​ເຂົາ.

​ພຣະເຈັ້າໄດ້ໃຫ້ຄໍາ​ສັນ​ຍາ​ຫ​ຍັງ​ແດ່​ ສຳ​ລັບ​ຜູ້​ທີ່​ເຊື່ອ​?

ພຣະສັນຍາທີ່ພຣະເຈົ້າໃຫ້ແກ່ຜູ້​ເຊື່ອຄື: ຊີວິດນິຣັນດອນ.

1 John 2:27

ຜູ້​ທີ່​ຕັ້ງ​ຫມັ້ນ​ຢູ່​ໃນ​ພ​ຣະບຸດ​ຈະ​ຮູ້​ສືກ​ຢ່າງ​ໃດ​ ເວ​ລາ​ພ​ຣະ​ຄ​ຣິດ​ປະ​ກົດ?

ຜູ້​ທີ່​ຕັ້ງ​ຫມັ້ນ​ຢູ່​ໃນ​ພ​ຣະ​ບຸດຈະໄດ້ມີໃຈກ້າ ແລະ ບໍ່ລະອາຍ ເມື່ອພຣະຄຣິດສະເດັດກັບມານັ້ນ.

1 John 3

1 John 3:1

ພ​ຣະ​ບິ​ດາ​ເຈົ້າ​ປະ​ທານ​ຫ​ຍັງ​ໃຫ້​ຜູ້​ເຊື່ອ​ທີ່​ພ​ຣະ​ອົງ​ຊົງ​ຮັກ?

ພ​ຣະ​ບິ​ດາ​ເຈົ້າ​ປະ​ທານ​ສິດ​ໃຫ້​ເປັນ​ບຸດ​ຂອງ​ພ​ຣະ​ອົງ.

ແມ່ນ​ຫ​ຍັງ​ຈະ​ເກີດ​ຂື້ນ​ກັບ​ຜູ້​ທີ່​ເຊື່ອ​ເມື່ອ​ພ​ຣະ​ຄ​ຣິດ​ເຈົ້າ​ຊົງ​ປະ​ກົດ?

ເມື່ອພຣະຄຣິດມາປະກົດ, ພວກເຮົາຈະເປັນ​ເຫມືອນ​ພຣະອົງແລະ​ເຫັນພຣະອົງ​ເຫມືອນທີ່ຊົງເປັນຢູ່.

​ຜູ້​ທີ່​​ຫມັ້ນ​ໃຈໃນ​ພ​ຣະ​ຄ​ຣິດ​ເຈົ້າ​ຈະ​ເຮັດ​ ຫ​ຍັງ​ກ່ຽວ​ກັບ​ຕົນ​ເອງ?

ທຸກຄົນທີ່ມີ ຄວາມຫມັ້ນໃຈໃນ​ພ​ຣະ​ຄ​ຣິດ​ເຈົ້າ​ຈະຕ້ອງສຳລະຕົນໃຫ້ບໍຣິສຸດ ຢ່າງທີ່ພຣະອົງຊົງບໍຣິສຸດ.

1 John 3:4

ມີ​ຫ​ຍັງ​ແດ່​ທີ່​ພ​ຣະ​ຄ​ຣິດ​ເຈົ້າ​ບໍ່​ມີ​ໃນ​ຕົວ​ຂອງ​ພ​ຣະ​ອົງ?

ໃນພຣະອົງບໍ່ມີບາບເລີຍ.

ຄົນ​ທີ່​ເຮັດ​ບາບ​ຕໍ່​ໄປ ມີ​ຄວາມ​ສຳ​ພັນ​ແນວ​ໃດ​ກັບ​ພ​ຣະ​ເຈົ້າ?

ຄົນ​ທີ່​ເຮັດ​ບາບ​ຕໍ່​ໄປ ຜູ້ນັ້ນຍັງບໍ່ເຫັນພຣະອົງ ຫລື ບໍ່ຮູ້ຈັກພຣະອົງ.

1 John 3:7

ເພາະ​ເຫດ​ຜົນ​ອັນ​ໃດ​ທີ່​ພ​ຣະ​ບຸດ​ຂອງ​ ພ​ຣະ​ເຈົ້າ​ຈຶ່ງ​ມາ​ປະ​ກົດ?

ພຣະບຸດຂອງພຣະເຈົ້າໄດ້ມາປະກົດເພື່ອພຣະອົງຈະຊົງທຳລາຍກິດຈະການ ຂອງມານຮ້າຍເສຍ.

1 John 3:9

ລູກຂອງພຣະເຈົ້າ ແລະ ລູກຂອງມານຈະຖືກເປີດເຜີຍຢ່າງ​ໃດ?

ລູກ​ຂອງ​ພ​ຣະ​ເຈົ້າ​ຖືກ​ເປີດ​ເຜີຍ​ຂະ​ນະ​ທີ່​ພວກ​ເຂົາ​ເຮັດ​ຕາມ​ຄວາມ​ຊອບ​ທຳ, ແລະ​ລູກ​ຂອງ​ມານ​ຖືກ​ເປີດ​ເຜີຍ​ຂະ​ນະ​ທີ່​ເຂົາ​ເຮັດ​ບາບ.

1 John 3:11

ກາ​ອິນ​ສ​ະ​ແດງ​ຕົວ​ຢ່າງໃດວ່າ​ລາວ​ເປັນ​ລູກ​ມານ​?

ກາ​ອິນ​ສ​ະ​ແດງ​ຕົວ​ວ່າ​​ເປັນ​ລູກ​ມານເມື່ອ​ລາວ​ຂ້ານ້ອງຊາຍຂອງຕົນເອງ

1 John 3:13

ໂຢ​ຮັນ​ບອກ​ຜູ້​ທີ່​ເຊື່ອບໍ່​ໃຫ້​ປະ​ຫລາດ​ໃຈ​ເລື້ອງ​ຫ​ຍັງ?

ໂຢ​ຮັນ​ເວົ້າ​ວ່າ​ຜູ້​ທີ່​ເຊື່ອບໍ່​ໃຫ້​ປະ​ຫລາດ​ໃຈ​ ຖ້າ​ໂລກ​ກຽດ​ຊັງ​ພວກ​ເຈົ້າ.

ມີທາ​ທີ່​ແນວ​ໃດ​ກັບ​ຜູ້​ທີ່​ເຊື່ອ​ ທີ່​ສະ​ແດງວ່າ​ບຸກ​ຄົນ​ນັ້ນ​ເປັນ​ລູກ​ຂອງ​ພ​ຣະ​ເຈົ້າ?

​ຄວາມ​ຮັກ​ຕໍ່​ພີ່ນ້ອງ​ຜູ້​ທີ່​ເຊື່ອ​ສະ​ແດງ​ ໃຫ້​ຮູ້​ວ່​າ​ຜູ້ນັ້ນ​ເປັນ​ລູກ​ຂອງ ​ພ​ຣະ​ເຈົ້າ.

1 John 3:16

ພວກ​ເຮົາ​ຮູ້​ຈັກ​ຄວາມ​ຮັກ​ໄດ້ດວ້ຍ​ວິ​ທີ​ໃດ?

ພວກ​ເຮົາ​ຮູ້​ຈັກ​ຄວາມ​ຮັກ ເພາະພຣະຄຣິດຊົງຍອມສະຫລະຊີວິດຂອງພຣະອົງ ເພື່ອ​ພວກ​ເຮົາ​ທັງ​ຫລາຍ.

ເມື່ອ​ເຫັນ​ພີ່​ນ້ອງ​ຂອງ​ຕົນ​ຂັດ​ສົນ, ຜູ້​ທີ່​ເຊື່ອ​ຈະສະ​ແດງ​ຄວາມ​ຮັກ​ຂອງ​ພ​ຣະ​ເຈົ້າດ້ຍ​ວິ​ທີ​ໃດ?

ເມື່ອ​ເຫັນ​ພີ່​ນ້ອງ​ຂອງ​ຕົນ​ຂັດ​ສົນ, ຜູ້​ທີ່​ເຊື່ອຄວນ​ສະ​ແດງ​ຄວາມ​ຮັກ​ຂອງ​ພ​ຣະ​ເຈົ້າ​ໂດຍ​ການ​ຊວ່ຍເຫລືອໃນການໃຫ້​ສີ່ງ​ຂອງ​ໂລກນີ້.

1 John 3:19

ເວ​ລາ​ຜູ້​ທີ່​ເຊື່ອ​ສະ​ແດງ​ຄວາມ​ຮັກ​ຂອງ​ ພ​ຣະ​ເຈົ້າ​ໃນ​ການ​ກະ​ທຳ​ແລະ​ຄວາມ​ຈິງ, ເຂົາ​ໄດ້​ຮັບ​ຫ​ຍັງ​ສຳ​ລັບ​ຕົນ​ເອງ?

ເວ​ລາ​ຜູ້​ທີ່​ເຊື່ອ​ສະ​ແດງ​ຄວາມ​ຮັກ​ຂອງ​ ພ​ຣະ​ເຈົ້າ​ໃນ​ການ​ກະ​ທຳ​ແລະ​ຄວາມ​ຈິງ, ພວກເຂົາ​ໄດ້​ຮັບຄວາມ​ຫມັ້ນ​ໃຈ ​ຕໍ່​ໜ້າ​ພ​ຣະ​ອົງ.

1 John 3:23

ພ​ຣະ​ບັນ​ຍັດ​ຂອງ​ພ​ຣະ​ເຈົ້າ​ຂໍ້​ໃດ ທີ່​ໂຢ​ຮັນ​ໄດ້​ເຕືອນ​ຜູ້​ທີ່​ເຊື່ອ​ທັງ​ຫລາຍ?

ໂຢ​ຮັນ​ເຕືອນ​ຜູ້​ທີ່​ເຊື່ອ​ໃຫ້ເຊື່ອໃນພຣະນາມຂອງພຣະເຢຊູຄຣິດເຈົ້າ ພຣະບຸດຂອງພຣະອົງ ແລະ ຮັກຊຶ່ງກັນແລະກັນ.

ພ​ຣະ​ເຈົ້າ​ໄດ້​ໃຫ້​ຜູ້​ທີ່​ເຊື່ອ​ແນວ​ໃດ ເພື່ອ​ພວກ​ເຂົາ​ຈະ​ໄດ້ຮູ້​ວ່າ​ພ​ຣະ​ເຈົ້າ​ຊົງ​ສະ​ຖິດ​ໃນ​ພວກ​ເຂົາ?

​ພ​ຣະ​ເຈົ້າ​ໄດ້​ປະ​ທານ​ພ​ຣະ​ວິນ​ຍານ​ໃຫ້​ຜູ້​ທີ່​ເຊື່ອ ເພື່ອ​ພວກ​ເຂົາ​ຈະ​ໄດ້​ຮູ້​ວ່າ​ພ​ຣະ​ເຈົ້າ​ຊົງ​ສະ​ຖິດ​ຢູ່​ໃນ​ພວກ​ເຂົາ.

1 John 4

1 John 4:1

ເປັນ​ຫຍັງໂຢ​ຮັນ​ຈຶ່ງ​ເຕືອນ​ພວກ​ຜູ້​ເຊື່ອບໍ່​ໃຫ້​ເຊື່ອ​ວິນ​ຍານ​ຕ່າງໆ?

ໂຢ​ຮັນ​ຈຶ່ງ​ເຕືອນ​ພວກ​ຜູ້​ເຊື່ອບໍ່​ໃຫ້​ເຊື່ອ​ວິນ​ຍານ​ຕ່າງໆ ເພາະ​ຜູ້​ທຳ​ນ​ວາຍ​ປອມຫລາຍຄົນໄດ້ອອກໄປໃນໂລກ.

ທ່ານ​ຮູ້​ໄດ້​ຢ່າງ​ໃດ​ວ່າ​ພ​ຣະ​ວິນ​ຍານ​ຂອງ​ພ​ຣະ​ເຈົ້າ​ກຳ​ລັງ​ເວົ້າ?

ທຸກວິນຍານທີ່ຍອມຮັບວ່າ ພຣະເຢຊູຄຣິດເຈົ້າ ໄດ້ສະເດັດມາຮັບຊາດເປັນມະນຸດ ແມ່ນ​ມາ​ຈາກ​ພ​ຣະ​ເຈົ້າ.

ວິນຍານໃດທີ່ບໍ່ຍອມຮັບວ່າພຣະເຢຊູເຈົ້າໄດ້​ສະ​ເດັດ​ມາ​ເປັນ​ມາຮັບຊາດ​ນຸດ?

ວິນຍານທີ່ບໍ່ຍອມຮັບວ່າພຣະເຢຊູເຈົ້າໄດ້​ສະ​ເດັດ​ມາໃນໂລກເພຶ່ອຮັບຊາດ​ເປັນ​ມະ​ນຸດ ແມ່ນວິນຍານທີ່ຕໍ່ສູ້ພຣະຄຣິດ.

1 John 4:4

​ໂຢ​ຮັນ​ບອກວ່າ​ວິນ​ຍານ​ໃດ ​ທີ່​ໃຫ​ຍ່ກວ່າ?

ວິນ​ຍານຜູ້ທີ່ຢູ່ໃນຜູ້​ທີ່​ເຊື່ອ ກໍເປັນໃຫຍ່ກວ່າຜູ້ທີ່ຢູ່ໃນໂລກ.

1 John 4:7

ຜູ້​ທີ່​ເຊື່ອ​ຈະຕ້ອງ​ເຮັດ​ແນວໃດ​ທີ່​ສະ​ແດງວ່າ​ພວກ​ເຂົາ​ຮູ້ຈັກ​ພ​ຣະ​ເຈົ້າ ແລະ​ຈະ​ເປັນ​ເຫມືອນ​ພ​ຣະ​ອົງ?

ຜູ້​ທີ່​ເຊື່ອ​ຕ້ອງຮັກຊຶ່ງກັນແລະກັນ, ເພາະວ່າຄວາມຮັກມາຈາກພຣະເຈົ້າ, ແລະ ທຸກຄົນທີ່ຮັກກໍມາຈາກພຣະເຈົ້າ ແລະ ຮູ້ຈັກພຣະເຈົ້າ.

1 John 4:9

​ພ​ຣະ​ເຈົ້າ​ສະ​ແດງ​ຄວາມ​ຮັກ​ຂອງ​ພ​ຣະ​ອົງ ​ຕໍ່​ພວກ​ເຮົາດວ້ຍ​ວິ​ທີ​ໃດ?

ພຣະເຈົ້າໄດ້ສະແດງຄວາມຮັກຂອງພຣະອົງຕໍ່ພວກເຮົາ ໂດຍການມາປະກົດຂອງພຣະອົງໃນທ່າມກາງພວກເຮົາ, ຄືພຣະເຈົ້າຊົງປະທານພຣະບຸດອົງດຽວຂອງພຣະອົງເຂົ້າມາໃນໂລກ.

ພ​ຣະ​ບິ​ດາ​ເຈົ້າ​ສົ່ງ​ພ​ຣະ​ບຸດ​ລົງ​ມາ​ເພື່ອ​ຈຸດ​ປະ​ສົງ​ແນວ​ໃດ?

ພຣະເຈົ້າຊົງປະທານພຣະບຸດອົງດຽວຂອງພຣະອົງເຂົ້າມາໃນໂລກ, ເພື່ອເຮົາຈະໄດ້ມີ ຊີວິດດ້ວຍພຣະອົງ.

1 John 4:15

ຜູ້​ທີ່​ເຊື່ອ​ແທ້ຍອມ​ຮັບ​ແນວ​ໃດ​ ເຣຶ່ອງ​ ພ​ຣະ​ເຢ​ຊູ?

ຜູ້​ທີ່​ເຊື່ອ​ແທ້ຍອມ​ຮັບວ່າພຣະເຢຊູເຈົ້າຊົງເປັນພຣະບຸດຂອງພຣະເຈົ້າ.

1 John 4:17

ຜູ້​ທີ່​ຕັ້ງ​ຫມັ້ນ​ໃນ​ຄວາມ​ຮັກ ​ແລະ​ໃນ​ພ​ຣະ​ເຈົ້າ​ຈະ​ຮູ້​ສຶກ​ຢ່າງ​ໃດ​ກ່ຽວ​ກັບ​ວັນ​ພິ​ພາກ​ສາ?

ຜູ້​ທີ່​ຕັ້ງ​ຫມັ້ນ​ໃນ​ຄວາມ​ຮັກ ​ແລະ​ໃນ​ພ​ຣະ​ເຈົ້າ​ຈະມີ​ຄວາມ​ຫມັ້ນ​ໃຈ​ໃນ​ວັນ​ພິ​ພາກ​ສາ.

1 John 4:19

ພວກ​ເຮົາ​ສາ​ມາກ​ຮັກ​ໄດ້ດວ້ຍ​ວິ​ທີ​ໃດ?

ພວກເຮົາສາມາດຮັກພຣະເຈົ້າໄດ້ ກໍເພາະພຣະເຈົ້າຊົງຮັກເຮົາກ່ອນ.

ຜູ້​ທີ່​ກຽດ​ຊັງ​ພີ່​ນ້ອງ​ຂອງ​ຕົນ​ຢູ່​ ມີ​ຄວາມ​ສຳ​ພັນ​ແນວ​ໃດ​ກັບ​ພ​ຣະ​ເຈົ້າ?

ຜູ້ທີ່ບໍ່ຮັກພີ່ນ້ອງຂອງຕົນ, ກໍບໍ່ສາມາດຮັກພຣະເຈົ້າໄດ້.

ຜູ້​ທີ່​ຮັກ​ພ​ຣະ​ເຈົ້າ​ຈະ​ຕ້ອງ​ຮັກ​ຜູ້​ໃດ​ແດ່?

ຜູ້ໃດທີ່ຮັກພຣະເຈົ້າກໍຈະຕອ້ງ ຮັກພີ່ນ້ອງຂອງຕົນດ້ວຍ.

1 John 5

1 John 5:1

ພວກ​ເຮົາ​ສະ​ແດງວ່າ​ພວກ​ເຮົາ​ຮັກ​ພ​ຣະ​ເຈົ້າດວ້ຍ​ວິ​ທີ​ໃດ?

ພວກ​ເຮົາ​ສະ​ແດງວ່າ​ພວກ​ເຮົາ​ຮັກ​ພ​ຣະ​ເຈົ້າ ​ໂດຍປະຕິບັດຕາມພຣະບັນຍັດຂອງພຣະອົງ.

1 John 5:4

ແມ່ນ​ຫ​ຍັງ​ຄືໄຊຊະນະເຫນືອໂລກ?

ໄຊຊະນະເຫນືອໂລກນີ້ ຄືຄວາມເຊື່ອຂອງເຮົາ.

1 John 5:6

​ພ​ຣະ​ເຢ​ຊູ​ຄ​ຣິດ​ເຈົ້າ​ໄດ້​ມາ​ຜ່ານ​ຫ​ຍັງ​ສອງ​ຢ່າງ?

ພຣະເຢຊູຄຣິດເຈົ້າໄດ້ມາໂດຍນໍ້າ ແລະ ພຣະໂລຫິດ

ແມ່ນ​ຫ​ຍັງ​ສາມ​ຢ່າງ​ທີ່​ເປັນ​ພະ​ຍານ​ໃຫ້ ​ພ​ຣະ​ເຢ​ຊູ​ຄ​ຣິດ​ເຈົ້າ?

ພຣະວິນຍານ, ນໍ້າ, ແລະ ພຣະໂລຫິດ. ທັງ​ສາມ​ເປັນ​ພະ​ຍານ​ໃຫ້ ​ ພ​ຣະ​ເຢ​ຊູ​ຄ​ຣິດ​ເຈົ້າ​.

1 John 5:9

ຜູ້​ທີ່ບໍ່ເຊື່ອຄຳພະຍານທີ່ພຣະເຈົ້າໄດ້ໃຫ້ເລື່ອງພຣະບຸດຂອງພຣະອົງ​, ເຮັດ​ໃຫ້​ ພ​ຣະ​ເຈົ້າ​ເປັນ​ຫ​ຍັງ?

ຜູ້ໃດທີ່ບໍ່ເຊື່ອພຣະເຈົ້າກໍໄດ້ເຮັດໃຫ້ພຣະອົງເປັນຜູ້ເວົ້າຕົວະ.

1 John 5:11

ພ​ຣະ​ເຈົ້າ​ໄດ້​ຊົງ​ປະ​ທານ​ຫ​ຍັງ​ໃນ​ພ​ຣະ​ບຸດ?

ພຣະເຈົ້າໄດ້ຊົງປະທານຊີວິດນິຣັນດອນໃຫ້ເຮົາ ໃນພຣະບຸດຂອງພຣະອົງ.

1 John 5:13

ຜູ້​ທີ່​ເຊື່ອມີຄວາມຫມັ້ນໃຈ​ແນວ​ໃດ​ເມື່ອຢູ່ຕໍ່ຫນ້າພຣະຈົ້າ?

ຜູ້​ທີ່​ເຊື່ອ​ສາ​ມາດມີຄວາມຫມັ້ນໃຈຄືຖ້າເຮົາທູນຂໍສິ່ງໃດທີ່ເປັນຕາມພຣະປະສົງຂອງພຣະອົງ, ພຣະອົງກໍຈະຟັງເຮົາ.

1 John 5:16

ຖ້າຜູ້ໃດເຫັນພີ່ນ້ອງຂອງຕົນເຮັດບາບທີ່ບໍ່ນຳໄປສູ່ຄວາມຕາຍ, ຜູ້​ທີ່​ເຊື່ອ​ຕ້ອງ​ເຮັດ​ແນວ​ໃດ?

ຖ້າຜູ້ໃດເຫັນພີ່ນ້ອງຂອງຕົນເຮັດບາບທີ່ບໍ່ນຳໄປສູ່ຄວາມຕາຍ, ໃຫ້ຜູ້ນັ້ນອະທິຖານ, ແລ້ວພຣະເຈົ້າຈະຊົງປະທານຊີວິດໃຫ້ແກ່ເຂົາ.

ສີ່ງບໍ່​ຊອບ​ທຳ​ທັງ​ຫລາຍ​ແມ່ນ​ຫ​ຍັງ?

ສີ່ງບໍ່​ຊອບ​ທຳ​ທັງ​ຫລາຍ​ຄື​ຄວາມ​ບາບ.

1 John 5:18

ຄົນທັງຫມົດໃນໂລກຈົມຢູ່ໃສ?

ຄົນທັງໝົດໃນໂລກຈົມຢູ່ໃຕ້ອຳນາດຂອງມານຊົ່ວຮ້າຍ.

1 John 5:20

ໃຜ​ເປັນພຣະເຈົ້າຜູ້ທ່ຽງແທ້?

ພຣະເຈົ້າຜູ້ທ່ຽງແທ້ ຄື​ພ​ຣະ​ບິ​ດາ​ເຈົ້າ​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດ​ເຈົ້າ.

​ຜູ້​ທີ່​ເຊື່ອ​ຈະ​ຕ້ອງຮັກສາຕົວຈາກຫ​ຍັງ?

​ຜູ້​ທີ່​ເຊື່ອ​ຈະ​ຕ້ອງຮັກສາຕົວຈາກບັນດາຮູບເຄົາຣົບທັງຫລາຍ.