ພາສາລາວ (Lao): translationQuestions Print

Updated ? hours ago # views See on WACS

Ecclesiastes 1

Ecclesiastes 1:1

ຜູ້ທີ່ເປັນອາຈານແມ່ນເຊື້ອສາຍຂອງໃຜ?

ຜູ້ທີ່ເປັນອາຈານແມ່ນເຊື້ອສາຍ​ຂອງ​​ດາວິດ, ກະສັດ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ.

Ecclesiastes 1:4

ແມ່ນຫຍັງທີ່ດຳລົງຢູ່ເປັນນິດ?

ແຜ່ນດິນໂລກ​​ຍັງ​ຄົງ​ຢູ່ເປັນ​ນິດ.

Ecclesiastes 1:7

ຕາບໍ່ພໍໃຈໃນສິ່ງໃດ?

ຕາ​ກໍບໍ່ເຄີຍພໍໃຈກັບສິ່ທີ່ເບິ່ງ​ເຫັນ.

Ecclesiastes 1:9

ສິ່ງໃດຈະສຳເລັດ?

ສິ່ງ​ໃດກໍຕາມທີ່ເຄີຍ​ເຮັດ​ແລ້ວກໍ​ເປັນສິ່ງທີ່ຈະ​ຕ້ອງ​ເຮັດ​ອີກ.

Ecclesiastes 1:12

ອາຈານໄດ້ນຳໃຊ້ຄວາມຄິດຂອງລາວກ່ຽວກັບຫຍັງ?

ອາຈານ​ໄດ້​ຕັ້ງໃຈ​​ສຶກສາ​ຮໍ່າຮຽນ ແລະ ຄົ້ນຫາທຸກສິ່ງ​ທີ່ຢູ່ພາຍໃຕ້ທ້ອງຟ້າດ້ວຍສະຕິປັນຍາ.

ການກະທຳທຸກຢ່າງທີ່ເຮັດພາຍໃຕ້ດວງອາທິດແມ່ນຫຍັງ?

ການກະທຳທຸກຢ່າງ​ທີ່​ທຳກັນພາຍໃຕ້​ດວງຕາເວັນ ກໍເປັນເຫມືອນອາຍຫມອກ ​ແລະ ດັ່ງ​ການ​ແລ່ນ​ໄລ່​ໄປ​ຕາມ​ລົມ.

Ecclesiastes 1:16

ຄວາມວິຕົກກັງວົນເກີດມີຫລາຍຢູ່ໃສ?

ເພາະໃນສະຕິປັນຍ​າທີ່ອຸດົມສົມບູນນັ້ນ, ກໍມີຄວາມ​ວິຕົກ​ກັງວົນ​ຫລາຍ​ເທົ່ານັ້ນ.

Ecclesiastes 2

Ecclesiastes 2:1

ສິ່ງໃດທີ່ເປັນເຫມືອນລົມພັດຊົ່ວຄາວເທົ່າໃດ?

ຄວາມສະຫນຸກສະຫນານ​ກໍ​ເປັນແຕ່ລົມພັດພຽງຊົ່ວຄາວ.

Ecclesiastes 2:3

ອາຈານຢາກຊອກຫາສິ່ງໃດ?

ອາຈານກໍຕ້ອງການທີ່​ຈະພົບວ່າອັນ​​ໃດດີສຳລັບ​​ຄົນ​ເຮົາທີ່ຈະກະທຳພາຍໃຕ້ທ້ອງຟ້າຕະຫລອດຊີວິດຂອງພວກເຂົາ.

Ecclesiastes 2:4

ເປັນຫຍັງອາຈານຈຶ່ງຂຸດນ້ຳສ້າງ?

ອາຈານ​ໄດ້ຂຸດນ້ຳສ້າງ​ຫລາຍແຫ່ງ​ເພື່ອ​ໃຊ້​ຫົດ​ພືດພັນໄມ້ໃຫ້ເຕີບໂຕ.

Ecclesiastes 2:7

ອາຈານໄດ້ເຮັດໃນສິ່ງໃດເພື່ອທີ່ຈະເຮັດໃຫ້ມະນຸດຢູ່ໃນໂລກມີຄວາມສຸກ?

ໂດຍການໃຫ້ມີເມຍຫລາຍຄົນ ແລະ ເມຍນ້ອຍຫລາຍຄົນ, ລາວໄດ້ເຮັດສິ່ງຕ່າງໆທີ່ຈະເຮັດໃຫ້ຜູ້ຊາຍຢູ່ເທິງແຜ່ນດິນໂລກນີ້ມີຄວາມສຸກ.

Ecclesiastes 2:9

ສິ່ງໃດທີ່ເຮັດໃຫ້ຫົວໃຈຂອງອາຈານມີຄວາມຊື່ນຊົມຍິນດີ?

ຫົວໃຈຂອງອາຈານຊື່ນຊົມສຳລັບແຮງງານ​ທັງຫມົດ​​ຂອງ​ລາວ.

Ecclesiastes 2:11

ຢູ່ໃສທີ່ບໍ່ມີຜົນປະໂຫຍດອັນໃດ?

ບໍ່ມີປະໂຫຍດອັນໃດພາຍໃຕ້​ດວງຕາເວັນ​ໃນການງ​ານນັ້ນ.

Ecclesiastes 2:13

ຊາຕາກຳຫຍັງທີ່ມີສຳລັບທຸກຄົນ?

ທຸກຄົນມີຊາຕາກຳ​ຢ່າງ​ດຽວກັນ​ທີ່​ກຳນົດໄວ້ໃຫ້ແລ້ວ​.

Ecclesiastes 2:15

ແມ່ນໃຜທີ່ຈະບໍ່ຖືກຈົດຈຳໄວ້ດົນ?

​ຄົນສະຫລາດ, ກໍເຫມືອນກັບຄົນໂງ່ຈ້າ, ທີ່​ບໍ່ໄດ້ເປັນທີ່ຈົດຈຳ​ໄດ້ດົນ.

Ecclesiastes 2:17

ເປັນຫຍັງອາຈານຈຶ່ງກຽດຊັງຄວາມສຳເລັດທຸກຢ່າງ?

ຂ້ານ້ອຍໄດ້​ກຽດຊັງຄວາມສຳເລັດທຸກຢ່າງ ເພາະຂ້ານ້ອຍຕ້ອງປະ​ສິ່ງ​ເຫລົ່ານັ້ນ​ໄວ້​ເບື້ອງຫລັງ ໃຫ້​ແກ່ຄົນທີ່ມາພາຍຫລັງຂ້ານ້ອຍ.

Ecclesiastes 2:19

ຈິດໃຈຂອງອາຈານຮູ້ສຶກແນວໃດຕໍ່ວຽກຂອງລາວ?

ຈິດໃຈຂອງຂ້ານ້ອຍ​ໄດ້​ເລີ່ມໃນການງານ​ທີ່ຂ້ານ້ອຍ​ໄດ້​ເຮັດພາຍໃຕ້​ດວງຕາເວັນ.

Ecclesiastes 2:21

ເປັນຫຍັງຈິດໃຈຂອງຜູ້ທີ່ເຮັດວຽກຫນັກ ຈຶ່ງບໍ່ໄດ້ພັກຜ່ອນໃນເວລາກາງຄືນ?

ການງານຂອງເຂົາທີ່ເຕັມໄປດ້ວຍຄວາມ​ເຈັບປວດ ແລະ​ ຄວາມ​ລະທົມ​ຂົມຂື່ນ​ທຸກວັນ, ພໍເຖິງ​ຕອນ​ກາງຄືນຈິດໃຈຂອງເຂົາກໍບໍ່ພົບຄວາມສະຫງົບ.

Ecclesiastes 2:24

ແມ່ນຫຍັງທີ່ບໍ່ດີກວ່າສຳລັບທຸກຄົນ?

ບໍ່ມີອັນໃດດີສຳລັບຄົນເຮົາຫລາຍກວ່າ​ການກິນ ​ແລະ​ ການດື່ມ ແລະ ​ພໍໃຈກັບ​ສິ່ງ​ທີ່​ດີໃນງານຂອງຕົນ.

Ecclesiastes 2:26

ພຣະເຈົ້າປຣະທານສິ່ງໃດໃຫ້ແກ່ຄົນຜິດບາບ?

ພຣະອົງ​ປຣະທານງານທີ່ເກັບຮວບຮວມ​ໃຫ້ກັບ​ຄົນບາບ​, ເພື່ອທີ່ພຣະອົງຈະຊົງປະທານສິ່ງນັ້ນໃຫ້ກັບ​ຜູ້​ທີ່​ພຣະອົງ​ຊົງພໍພຣະໄທ​.

Ecclesiastes 3

Ecclesiastes 3:1

ສຳລັບຫຍັງສິ່ງຕ່າງໆທີ່ຢູ່ທີ່ນັ້ນຕາມລະດູການ?

ມີລະດູການ ສຳລັບຈຸດມຸ່ງຫມາຍທຸກຢ່າງພາຍໃຕ້ທ້ອງຟ້າ.

Ecclesiastes 3:8

ອາຈານໄດ້ເຫັນຫຍັງ?

ຂ້ານ້ອຍໄດ້ເຫັນການງ​ານທີ່​ພຣະເຈົ້າ​ໄດ້ປຣະທານໃຫ້​ເເກ່ມະນຸດທີ່ຈະເຮັດໃຫ້ສຳເລັດ.

Ecclesiastes 3:11

ພຣະເຈົ້າຊົງໃສ່ສິ່ງໃດເຂົ້າໃນໃຈຂອງມະນຸດ?

ພຣະອົງ​ໄດ້ຊົງໃສ່ຄວາມເປັນນິຣັນການໄວ້ໃນຈິດໃຈຂອງພວກເຂົາດ້ວຍ.

Ecclesiastes 3:12

ຂອງຂວັນຈາກພຣະເຈົ້າແມ່ນຫຍັງ?

ສິ່ງ​ດີທີ່ມາ​ຈາກການງານທັງສິ້ນຂອງເຂົາເປັນຂອງປຣະທານ​ທີ່​ມາ​ຈາກ​ພຣະເຈົ້າ.

Ecclesiastes 3:14

ເປັນຫຍັງຈຶ່ງບໍ່ສາມາດເພີ່ມຫຍັງໃສ່ຫລື ຕັດຫຍັງອອກໄປຈາກສິ່ງທີ່ພຣະເຈົ້າໄດ້ເຮັດ?

ບໍ່ມີອັນໃດສາມາດທີ່ຈະເພີ່ມ​ເຂົ້າໄປໄດ້ຫລື ​ເອົາ​​ອອກ​ໄປ​ໄດ້, ເພາະວ່າ​ພຣະເຈົ້າ​ນັ້ນເອງທີ່ເປັນຜູ້ໄດ້ຊົງ​ກະທຳ.

Ecclesiastes 3:16

ແມ່ນຫຍັງທີ່ພົບເຫັນໄດ້ເລື້ອຍໆໃນສະຖານທີ່ແຫ່ງຄວາມຊອບທຳ?

ໃນສະຖານທີ່ແຫ່ງ​ຄວາມ​ຊອບທຳ, ກໍມີຄວາມອະທຳຢູ່ທີ່ນັ້ນ.

Ecclesiastes 3:19

ມະນຸດເຮົາເຫມືອນກັບສັດແນວໃດ?

ມະນຸດ ແລະ ສັດກໍຕ້ອງຕາຍເຫມືອນກັນ. ພວກເຂົາຫາຍໃຈເອົາອາກາດຈາກບ່ອນອັນດຽວກັນ. ທຸ​ກຢ່າງ​ກໍຈະ​ໄປ​ສູ່​ບ່ອນ​ດຽວກັນ.​ ທຸກຢ່າງມາຈາກ​ຂີ້ຝຸ່ນ​ດິນ, ແລະ ທຸກຢ່າງ​ກໍກັບ​ໄປ​ເປັນ​ຂີ້ຝຸ່ນ​ດິນ​.

Ecclesiastes 3:21

ວຽກທີ່ແຕ່ລະຄົນຖືກມອບຫມາຍໃຫ້ແມ່ນຫຍັງ?

ວຽກທີ່ແຕ່ລະຄົນຖືກມອບຫມາຍໃຫ້ຄື ຈົ່ງເພີດເພີນໃນການງານຂອງເຂົາ.

Ecclesiastes 4

Ecclesiastes 4:1

ສໍາລັບສິ່ງໃດທີ່ບໍ່ມີການປອບປະໂລມໃຈ?

ບໍ່ມີການປອບປະໂລມໃຈຕໍ່ຄົນ​ທີ່ຖືກ​ຂົ່ມເຫັງ.

Ecclesiastes 4:2

ໃຜມີໂຊກຫລາຍກວ່າທັງຄົນທີ່ມີຊີວິດ ແລະ ຄົນຕາຍ?

ຂໍສະແດງຄວາມຍິນດີກັບຄົນ​​ຕາຍ, ຄົນເຫລົ່ານັ້ນທີ່ໄດ້ຕາຍໄປ​ແລ້ວ, ແຕ່ບໍ່ແມ່ນ​ກັບ​ຄົນ​ທີ່​​ມີ​ຊີວິດ.

Ecclesiastes 4:5

ແມ່ນຫຍັງທີ່ດີກວ່າສອງກຳມືກັບການວຽກທີ່ພະຍາຍາມແບບກິນລົມກິນແລ້ງ?

ການເຮັດວຽກຢ່າງຫງຽບໆກໍ​ມີປະໂຫຍ​ດຫລາຍກວ່າ​ສອງ​ກຳມືທີ່ເຮັດວຽກ ດ້ວຍ​ພະຍາຍາມແບບ​ກິນ​ລົມກິນແລ້ງ.

Ecclesiastes 4:9

ເປັນຫຍັງສອງຄົນຈຶ່ງດີກ່ວາຄົນດຽວໃນກໍລະນີທີ່ອີກຄົນຫນຶ່ງລົ້ມລົງ?

ສອງ​ຄົນ​ເຮັດວຽກດີກວ່າ​ຄົນດຽວເພາະຖ້າ​ຄົນຫນຶ່ງ​​ລົ້ມລົງອີກຄົນຫນຶ່ງ​ກໍ​ຊູ​ເພື່ອນຂອງລາວ​ໃຫ້​ລຸກ​ຂຶ້ນມາ​ໄດ້.

Ecclesiastes 4:12

ແມ່ນຫຍັງທີ່ບໍ່ແຕກງ່າຍ?

ເຊືອກ​ສາມ​ກຽວ​ກໍບໍ່​ຂາດ​ໄດ້​ງ່າຍໆຈັກເທື່ອ.

Ecclesiastes 4:13

ການແມ່ນຫຍັງຈະທີ່ດີກວ່າການທີ່ຈະເປັນກະສັດເກົ່າແກ່ ແລະ ໂງ່ຈ້າ?

ການເປັນຄົນ​ຫນຸ່ມທີ່ຍາກຈົນແຕ່ສະຫລາດກໍດີກວ່າ ກະສັດ​ເຖົ້າ ແລະ ໂງ່ຈ້າ.

Ecclesiastes 4:15

ຜູ້ຄົນຢາກເຮັດຫຍັງກັບກະສັດອົງໃຫມ່?

ປະຊາຊົນ​ທຸກຄົນກໍຕ້ອງການເຊື່ອຟັງຕໍ່ກະສັດອົງໃຫມ່.

Ecclesiastes 5

Ecclesiastes 5:1

ເປັນຫຍັງຄົນເຮົາຕ້ອງໄປພຣະວິຫານຂອງພຣະເຈົ້າ?

ຄົນເຮົາຄວນ​ເຂົ້າ​ໄປ​ໃນ​ພຣະວິຫານຂອງພຣະເຈົ້າ​ເພື່ອ​ຟັງ.

Ecclesiastes 5:2

ເປັນຫຍັງຄົນເຮົາຈຶ່ງຄວນເວົ້າຫນ້ອຍໆ?

ພຣະເຈົ້າ​ສະຖິດໃນສະຫວັນ, ​ແຕ່​ເຈົ້າ​ຢູ່​ເທິງ​ແຜ່ນດິນ​ໂລກ, ດັ່ງນັ້ນຈົ່ງໃຫ້ຄຳ​ເວົ້າ​ຂອງເຈົ້າໃຫ້ຫນ້ອຍຄຳ​.

Ecclesiastes 5:4

ແມ່ນຫຍັງຈະເປັນສິ່ງທີ່ດີກວ່າການເຮັດການສາບານທີ່ຕົນບໍ່ສາມາດປະຕິບັດຕາມໄດ້?

ການທີ່ເຈົ້າບໍ່ສາບານ​​ເລີຍ​ກໍດີກວ່າເຈົ້າສາບານໄວ້ແລ້ວບໍ່ເຮັດໃຫ້ສຳເລັດ.

Ecclesiastes 5:8

ເມື່ອມີຄົນເຫັນຄົນທຸກຍາກຖືກກົດຂີ່ຂົ່ມເຫັງ ແລະ ຖືກປຸ້ນເອົາຄວາມຖືກຕ້ອງ ແລະ ຄວາມຍຸຕິທຳ, ເປັນຫຍັງຈຶ່ງບໍ່ຄວນມີໃຜແປກໃຈຄືກັບວ່າບໍ່ມີໃຜຮູ້?

ເມື່ອ​ເຈົ້າ​ເຫັນ​ຄົນ​ຍາກຈົນ​ຖືກ​ຂົ່ມເຫັງ ແລະ ຖືກຕັດຮອນຄວາມ​ຍຸຕິທຳ ແລະ​ ການປະຕິບັດຢ່າງທ່ຽງທຳ​ໃນແຂວງຂອງເຈົ້າ, ຢ່າ​ປະຫລາດ​ໃຈ​ວ່າບໍ່ມີ​ໃຜຮູ້, ເພາະມີພວກຄົນທີ່ມີອຳນາດຄອຍເຝົ້າ​ເບິ່ງ​ຄົນເຫລົ່ານັ້ນທີ່ຢູ່ພາຍໃຕ້ພວກເຂົາ​ຢູ່, ແລະ​ ຍັງ​ມີ​ພວກຄົນທີ່ຢູ່ຊັ້ນ​ຜູ້ໃຫຍ່​ກວ່າ​ທີ່ຢູ່​ເຫນືອເຂົາອີກ.

Ecclesiastes 5:10

ຈະເກີດຫຍັງຂຶ້ນເມື່ອຄວາມຈະເລີນຮຸ່ງເຮືອງເພີ່ມຂຶ້ນ?

ຄວາມ​ຮັ່ງມີເພີ່ມພູນ​ຫລາຍ​ຂຶ້ນເທົ່າໃດ, ກໍ​ມີຄົນທີ່ບໍລິໂພກຫລາຍຂຶ້ນເທົ່ານັ້ນ.

Ecclesiastes 5:12

ອັນໃດເປັນເຫດໃຫ້ຄົນຮັ່ງມີບໍ່ສາມາດນອນຫລັບສະບາຍໄດ້?

​​ຊັບສົມບັດ​ອັນ​ຫລວງຫລາຍຂອງຄົນຮັ່ງມີ ​​ບໍ່ໄດ້ເຮັດໃຫ້ເຂົາ​ຫລັບ​ສະບາຍ.

Ecclesiastes 5:13

ຈະເກີດຫຍັງຂຶ້ນເມື່ອຄົນຮັ່ງມີສູນເສຍຄວາມຮັ່ງມີຂອງລາວດ້ວຍການເຄາະຮ້າຍ?

ເມື່ອຄົນຮັ່ງມີໄດ້​ສູນເສຍ​ຊັບສົມບັດຂອງເຂົາໄປ ເນື່ອງຈາກຄວາມເຄາະຮ້າຍ, ລູກຊາຍຂອງເຂົາເອງຜູ້ທີ່ເຂົາໃຫ້ກຳເນີດກໍ​ບໍ່​ເຫລືອ​ຫຍັງໄວ້​ໃນມື​ຂອງເຂົາເລີຍ.

Ecclesiastes 5:15

ມະນຸດເກີດມາແນວໃດ ແລະ ລາວຈະອອກຈາກຊີວິດນີ້ໄປແນວໃດ?

ຄົນຫນຶ່ງອອກ​ຈາກ​ທ້ອງ​ແມ່​ແຕ່​ຕົວເປົ່າ​ສັນໃດ, ເຂົາ​ກໍ​ຈະຈາກຊີວິດນີ້​ໄປ​ແຕ່​ຕົວເປົ່າ​ສັນນັ້ນ.

Ecclesiastes 5:19

ເປັນຫຍັງຜູ້ຄົນຈຶ່ງບໍ່ທົບທວນເຖິງວັນເວລາຂອງຊີວິດຂອງລາວເລື້ອຍໆ?

ຜູ້ຄົນບໍ່ຄ່ອຍໄດ້ຄິດເຖິງວັນເວລາຂອງເຂົາຫລາຍເທົ່າໃດ, ເພາະ​ພຣະເຈົ້າຊົງເຮັດ​ໃຫ້​ເຂົາ​ວຸ້ນວາຍສັບສົນກັບສິ່ງທີ່ເຂົາເພີດເພີນໃນການກະທຳນັ້ນ.

Ecclesiastes 6

Ecclesiastes 6:1

ຄວາມຊົ່ວຮ້າຍທີ່ອາຈານເຫັນນັ້ນແມ່ນຫຍັງ?

ອາຈານໄດ້ເຫັນທີ່ພຣະເຈົ້າອາດ​ຈະປະທານຄວາມ​ຮັ່ງມີ, ຊັບສົມບັດ ແລະ ​ກຽດໃຫ້ແກ່ຄົນຫນຶ່ງເພື່ອທີ່ເຂົາຈະບໍ່ຂາດເຂີນສິ່ງໃດ​ທີ່​ເຂົາປາຖະຫນາສຳລັບຕົນເອງເລີຍ, ແຕ່ພຣະເຈົ້າບໍ່ໄດ້ປະທານຄວາມສາມາດທີ່ຈະຊື່ນຊົມ​ກັບ​ສິ່ງ​ນັ້ນ. ໃນທາງກົງກັນຂ້າມ, ບາງຄົນໄດ້ຊື່ນຊົມໃນສິ່ງນັ້ນ.

Ecclesiastes 6:3

ຖ້າຈິດໃຈຂອງເຂົາບໍ່ອີາມໃຈກັບສິ່ງທີ່ດີ ແລະ ເຂົາບໍ່ໄດ້ຖືກຝັງໄວ້ດ້ວຍຢ່າງມີກຽດ, ໃຜຈະດີກ່ວາລາວ?

ແຕ່​ຖ້າ​ໃຈຂອງເຂົາບໍ່ອີ່ມໃຈດ້ວຍສິ່ງດີ ແລະ ເຂົາ​ບໍ່ໄດ້ຖືກ​ຝັງໄວ້​ຢ່າງ​ມີ​ກຽດ, ​ແລ້ວລາວ​ກໍເວົ້າໄດ້​ວ່າ, ເປັນ​ແອນ້ອຍທີ່ຕາຍຕັ້ງແຕ່​ເກີດ​​ກໍ​ຍັງ​ດີກວ່າຄົນນັ້ນ.

Ecclesiastes 6:5

ເຖິງແມ່ນວ່າຄົນຫນຶ່ງຄວນໃຊ້ຊີວິດຢູ່ສອງພັນປີ ແຕ່ບໍ່ໄດ້ຮຽນຮູ້ທີ່ຈະເພີດເພີນກັບສິ່ງທີ່ດີທັງຫລາຍ, ລາວໄປໃສ?

ເຖິງແມ່ນວ່າຄົນຫນຶ່ງຈະ​ມີ​ຊີວິດ​ຢູ່​ຮອດ​ສອງພັນ​ປີ​ ແຕ່ບໍ່ຮູ້ເຖິງຄວາມສຳລານໃຈກັບສິ່ງທີ່ດີທັງຫລາຍ, ເຂົາກໍໄປໃນ​ທີ່ດຽວກັນເຫມືອນກັບ​ຄົນ​ອື່ນໆ.​

Ecclesiastes 6:7

ເຖິງແມ່ນວ່າວຽກງານທັງຫມົດຂອງມະນຸດແມ່ນເພື່ອປາກຂອງເຂົາ, ມັນຈະເກີດຫຍັງຂຶ້ນ?

ວຽກງານທັງຫມົດຂອງມະນຸດກໍເພື່ອປາກຂອງເຂົາ​, ແຕ່​ຄວ​າມຢາກຂອງເຂົາກໍ​ບໍ່ໄດ້ຮັບຄວາມພໍໃຈ​.

Ecclesiastes 6:9

ມີຫຍັງເກີດຂຶ້ນເມື່ອມີການເວົ້າຫລາຍຂຶ້ນ?

ຍິ່ງເວົ້າຖ້ອຍຄຳຫລາຍ​ເທົ່າໃດ​ກໍຍິ່ງ​ບໍ່ມີ​ປະໂຫຍດ​ຫລາຍຂຶ້ນ​ເທົ່ານັ້ນ.

Ecclesiastes 7

Ecclesiastes 7:1

ເປັນຫຍັງການໄປເຮືອນທີ່ມີການຮ້ອງໄຫ້ຈຶ່ງດີກວ່າການໄປເຮືອນທີ່ມີງານລ້ຽງ?

ການໄປຍັງ​ເຮືອນ​ທີ່​ມີ​ການ​ຮ້ອງໄຫ້ ​ກໍດີກວ່າ​ໄປ​ເຮືອນ​ທີ່​ມີ​ການ​ກິນລ້ຽງ, ເພາະ​ການຮ້ອງໄຫ້ຈະເກີດຂຶ້ນກັບທຸກຄົນ​ໃນວາລະສຸດທ້າຍຂອງຊີວິດ.

Ecclesiastes 7:3

ຈິດໃຈຂອງຄົນທີ່ມີປັນຍາຢູ່ໃສ?

ຈິດໃຈຂອງຄົນມີປັນຍາຢູ່ໃນເຮືອນທີ່ມີການຮ້ອງໄຫ້.

Ecclesiastes 7:5

ສຽງຫົວຂອງຄົນໂງ່ຈ້າແມ່ນຫຍັງ?

ກໍເຫມືອນສຽງ​​ແຕກ​ຂອງຫນາມທີ່ລຸກໄຫມ້ຢູ່​ໃຕ້ຫມໍ້ສັນໃດ, ສຽງຫົວຂອງຄົນໂງ່ຈ້າ ກໍເປັນສັນນັ້ນ.

Ecclesiastes 7:7

ສິ່ງໃດທີ່ເຮັດໃຫ້ຄົນມີປັນຍາໂງ່ຈ້າ?

ແທ້ຈິງແລ້ວການບີບບັງຄັບກໍເຮັດ​ໃຫ້ ຄົນມີປັນຍາໂງ່ຈ້າ​.

Ecclesiastes 7:8

ເປັນຫຍັງຜູ້ຄົນຈຶ່ງບໍ່ຄວນໃຈຮ້າຍໄວໃນຈິດໃຈຂອງພວກເຂົາ?

ຄົຢ່າໃຫ້ຈິດໃຈ​​ຂອງເຈົ້າ​ຮ້າຍໄວ, ເພາະຄວາມຮ້າຍຝັງຢູ່ໃນຈິດໃຈຂອງ​ຄົນໂງ່ຈ້າ​.

Ecclesiastes 7:11

ສະຕິປັນຍາຈະດີກວ່າເງິນແນວໃດ?

ປັນ​ຍາໃຫ້ເຄື່ອງ​ປ້ອງກັນ​ເຊັ່ນ ດຽວກັບເງິນທີ່ສາມາດໃຫ້ການປ້ອງກັນ​ໄດ້, ແຕ່ປະໂຫຍດ​ຂອງຄວາມຮູ້ຄື ປັນຍາ​ໃຫ້​ຊີວິດຕໍ່​ຜູ້ທີ່ມີປັນຍາ​ນັ້ນ.

Ecclesiastes 7:14

ເມື່ອມີເວລາທີ່ດີ, ປະຊາຊົນຄວນຈະມີຊີວິດຢູ່ແນວໃດ?

ເມື່ອ​ຊ່ວງເວລາທີ່​ດີ, ກໍຈົ່ງ​ມີຊີວິດຢ່າງມີຄວາມສຸກໃນຊ່ວງເວລາທີ່ດີນັ້ນ.

Ecclesiastes 7:15

ເກີດຫຍັງຂຶ້ນກັບຄົນຊົ່ວທີ່ອາຈານເຫັນ?

ອາຈານໄດ້ເຫັນພວກຄົນຊົ່ວຮ້າຍ​ ທີ່ມີ​ຊີວິດ​ຍືນຍາວ ​ທັງໆທີ່ມີຄວາມ​ຊົ່ວ​ຮ້າຍໃນພວກ​ເຂົາ.

Ecclesiastes 7:17

ຈະມີຫຍັງເກີດຂຶ້ນສຳລັບຄົນທີ່ຢຳເກງພຣະເຈົ້າ?

ຜູ້ທີ່​ຢຳເກງ​ພຣະເຈົ້າ ຈະ​ພົບ​ກ​ັບພາລະຫນ້າທີ່​ທັງສິ້ນຂອງເຂົາ.

Ecclesiastes 7:21

ເປັນຫຍັງຄົນເຮົາຈຶ່ງບໍ່ຄວນຟັງທຸກຄຳເວົ້າທີ່ໄດ້ເວົ້າ?

ຄົນເຮົາບໍ່ຄວນຟັງທຸກຄຳທີ່ໄດ້ເວົ້າ, ເພາະພວກເຈົ້າ​ອາດ​ຈະໄດ້ຍິນ​ຄົນ​ຮັບໃຊ້​ຂອງພວກເຈົ້າ ປ້ອຍດ່າ​ພວກເຈົ້າ​ຢູ່ກໍໄດ້.

Ecclesiastes 7:23

ປັນຍາຢູ່ໃສ?

ປັນຍາຢູ່ຫ່າງໄກ.

Ecclesiastes 7:26

ຄົນບາບຈະຖືກຈັບໄປໂດຍໃຜ?

ຄົນບາບຈະຖືກຈັບໂດຍ ຜູ້ຍິງ​ທີ່​ຈິດໃຈ​ຂອງນາງເຕັມດ້ວຍ​ບ່ວງແຮ້ວ ​ແລະ ​ຕະຂ່າຍ, ແລະ ແຂນ​ຂອງ​ນາງ​ເປັນ​ເຫມືອນ​ສາຍໂສ້.

Ecclesiastes 7:27

ເຖິງແມ່ນວ່າອາຈານໄດ້ພົບເຫັນ ຄົນຊອບທຳຄົນຫນຶ່ງ ໃນ ຈຳນວນພັນຄົນ, ແຕ່ແມ່ນຫຍັງທີ່ລາວບໍ່ໄດ້ພົບ?

ເຖິງວ່າ ອາຈານ ໄດ້​ພົບວ່າມີຜູ້​ຊາຍ​ທີ່ຊອບທຳພຽງຄົນ​ດຽວ, ​ໃນ​ທ່າມກາງ​ຜູ້ຊາຍ​ພັນ​ຄົນ, ແຕ່​ບໍ່ໄດ້​ພົບ​ຜູ້ຍິງ​ຈັກ​ຄົນດຽວ. ໃນທ່າມກາງຄົນເຫລົ່ານັ້ນທັງຫມົດ.

Ecclesiastes 8

Ecclesiastes 8:1

ຄົນທີ່ມີປັນຍາແມ່ນຫຍັງ?

ຄົນທີ່ມີປັນຍາແມ່ນຄົນທີ່ເຂົ້າໃຈຄວາມຫມາຍຂອງຊີວິດ.

Ecclesiastes 8:2

ເປັນຫຍັງປະຊາຊົນບໍ່ຄວນຮີບຮ້ອນອອກຈາກທີ່ປະທັບຂອງກະສັດ, ແລະບໍ່ຄວນສົ່ງເສີມໃນສິ່ງທີ່ຜິດ?

ຢ່າຟ້າວຟັ່ງ​ອອກໄປ​ໃຫ້​ພົ້ນ​ຫນ້າ​ຂອງກະສັດ, ແລະ ຢ່າໄດ້ດື້ດ້ານ​ໃນ​ການ​ສະຫນັບສະຫນູນສິ່ງໃດທີ່ຜິດ. ເພາະກະສັດຊົງເຮັດຕາມທີ່ພະອົງຊົງປະສົງໄວ້.

Ecclesiastes 8:5

ແມ່ນໃຜທີ່ຫລີກລ້ຽງການອັນຕະລາຍ?

ຄືຜູ້ທີ່ຮັກສາຄຳສັ່ງຂອງກະສັດ ຈະຫລີກລ້ຽງຄວາມອັນຕະລາຍ.

Ecclesiastes 8:8

ເຫນືອສິ່ງໃດ ທີ່ບໍ່ມີໃຜມີອຳນາດ?

ບໍ່ມີ​ຜູ້ໃດ​ທີ່ເປັນ​ຄົນມີອຳນາດເຫນືອລົມຫາຍໃຈຂອງເຂົາ, ເພື່ອທີ່ຈະຢຸດລົມຫາຍໃຈນັ້ນ ແລະ ບໍ່ມີໃຜມີອຳນາດເຫນືອວັນຕາຍຂອງເຂົາ.

Ecclesiastes 8:10

ຄົນຊົ່ວໄດ້ຮັບການຍົກຍ້ອງຈາກໃຜ?

ຄົນຊົ່ວຮ້າຍໄດ້ຮັບຄວາມ​ຍົກຍ້ອງດ້ວຍຄົນທີ່ຢູ່​ໃນ​ເມືອງບ່ອນທີ່​ພວກເຂົາ​ໄດ້​ເຮັດ​ການຊົ່ວຮ້າຍເຫລົ່າ​ນັ້ນ.

Ecclesiastes 8:12

ເຖິງແມ່ນວ່າຄົນບາບຈະເຮັດຄວາມຊົ່ວຫລາຍຮ້ອຍເທື່ອ ແລະ ຍັງມີຊີວິດຢູ່ເປັນເວລາດົນນານ, ແຕ່ຈະມີຫຍັງເກີດຂຶ້ນກັບຄົນທີ່ນັບຖືພຣະເຈົ້າ?

ເຖິງແມ່ນວ່າຄົນບາບ​​ເຮັດ​ຊົ່ວ​ໄວ້​ຕັ້ງ​ຮ້ອຍເທື່ອ ແລະ ກໍ​ຍັງ​ມີ​ຊີວິດ​ຍືນຍາວ, ​ແຕ່ຂ້ານ້ອຍ​ຮູ້​ວ່າມັນຈະເປັນການດີ, “ກັບຄົນເຫລົ່ານັ້ນທີ່​ຢຳເກງ​ພຣະເຈົ້າ, ຜູ້ທີ່ຖວາຍກຽດຕໍ່ພຣະພັກພຣະອົງ​ກັບພວກເຂົາ​.

Ecclesiastes 8:14

ເປັນຫຍັງອາຈານຈຶ່ງແນະນຳໃຫ້ມີຄວາມສຸກ?

ຂ້ານ້ອຍຈຶ່ງຂໍ​ແນະນຳໃຫ້ມີຄວາມສຸກ, ເພາະສຳລັບມະນຸດ​ບໍ່ມີສິ່ງໃດ​ຢູ່​ພາຍໃຕ້​ດວງ​ຕາເວັນ​ດີໄປກວ່າການກິນ ​ແລະ​ ດື່ມ​ ແລະ​ ມີຄວາມສຸກ.

Ecclesiastes 8:16

ແມ່ນຫຍັງທີ່ມະນຸດບໍ່ສາມາດເຂົ້າໃຈ?

ມະນຸດບໍ່ເຂົ້າໃຈການງານທີ່ທຳກັນພາຍໃຕ້ດວງຕາເວັນ.

Ecclesiastes 9

Ecclesiastes 9:1

ແມ່ນໃຜທີ່ຢູ່ໃນພຣະຫັດພຣະເຈົ້າ?

ບັນດາຄົນຊອບທຳ ແລະ​ ຄົນສະຫລາດທັງຫມົດຢູ່ໃນພຣະຫັດຂອງພຣະເຈົ້າ.

Ecclesiastes 9:2

ແມ່ນຫຍັງທີ່ຄືກັນກັບທຸກຄົນ?

ທຸກ​ຄົນມີ​ຊາຕາກໍາຢ່າງດຽວກັນ.

Ecclesiastes 9:3

ຈິດໃຈຂອງມະນຸດເຕັມໄປດ້ວຍຫຍັງ?

​ຈິດ​ໃຈຂອງ​ມະນຸດ​ເຕັມ​ໄປ​ດ້ວຍ​ຄວາມຊົ່ວ​ຮ້າຍ.

Ecclesiastes 9:4

ເປັນຫຍັງຄົນຕາຍຈຶ່ງບໍ່ມີລາງວັນຫຍັງອີກຕໍ່ໄປ?

ພວກເຂົາ​ບໍ່ມີ​ບຳເຫນັດໃດໆອີກຕໍ່ໄປເພາະຄວາມຈຳຂອງ​ພວກເຂົາໄດ້​ຖືກຫລົງ​ລືມ​ໄປ​ຫມົດສິ້ນ.

Ecclesiastes 9:6

ສິ່ງໃດທີ່ສູນຫາຍໄປດົນແລ້ວ?

ຄວາມຮັກ, ຄວາມກຽດຊັງ, ແລະ ຄວາມອິດສາ​ຂອງ​ພວກເຂົາ ​ໄດ້​ສູນຫາຍໄປ​ນານແລ້ວ.

Ecclesiastes 9:9

ປະຊາຊົນຄວນເຮັດຫຍັງກັບສິ່ງທີ່ມືຂອງພວກເຂົາຈັບຕ້ອງ?

ມືຂອງພວກເຂົາຈັບສິ່ງໃດ​ກໍຕາມທີ່ຈະເຮັດ, ຈົ່ງ​ເຮັດ​ສິ່ງ​ນັ້ນ​ຢ່າງ​ເຕັມ​ກຳລັງຂອງເຈົ້າ.

Ecclesiastes 9:11

ມະນຸດຖືກກັກຂັງຢູ່ໃນສິ່ງໃດ?

ມະນຸດໄດ້ຖືກ​ກັກຂັງຢູ່ໃນ​ຄວາມ​ຊົ່ວຮ້າຍ​ທີ່ຕົກຢູ່ກັບພວກເຂົາໃນ​ເວລາ​ທີ່​ບໍ່​ຄາດຝັນ.

Ecclesiastes 9:13

ມີຫຍັງເກີດຂຶ້ນກັບຄົນຍາກຈົນ, ຄົນມີປັນນຍາ, ດ້ວຍປັນຍາຂອງລາວຊ່ວຍປົກປ້ອງເມືອງ?

ກໍບໍ່ມີ​ຜູ້ໃດ​ຄິດເຖິງ​ຊາຍຍາກຈົນຄົນນັ້ນ​ເລີຍ, ລາວເປັນຄົນມີສະຕິປັນຍາ, ​ເປັນ​ຄົນ​ຊ່ວຍ​ເມືອງ​ນັ້ນໃຫ້ລອດດ້ວຍປັນຍາຂອງລາວ.

Ecclesiastes 9:17

ສິ່ງທີ່ດີກວ່າອາວຸດສົງຄາມ?

ປັນຍາ​ດີກວ່າ​ອາວຸດສົງຄາມ.

Ecclesiastes 10

Ecclesiastes 10:1

ສິ່ງໃດທີ່ພິສູດໃຫ້ທຸກຄົນຮູ້ວ່າມະນຸດເຮົາເປັນຄົນໂງ່ຈ້າ?

ຄວາມຄິດຂອງລາວກໍຂາດສະຕິ, ຊຶ່ງເປັນການເຮັດ​ໃຫ້​ທຸກຄົນ​ຮູ້​ວ່າ​ຕົນ​ເປັນ​ຄົນໂງ່ຈ້າ.

Ecclesiastes 10:5

ອາຈານໄດ້ເຫັນພວກຂ້າໃຊ້ເຮັດຫຍັງ?

ອາຈານໄດ້​ເຫັນພວກ​ທາດຮັບໃຊ້ກຳລັງ​ຂີ່​ມ້າ.

Ecclesiastes 10:8

ມີສິ່ງໃດທີ່ສາມາດເກີດຂຶ້ນໄດ້ທຸກຄັ້ງ ທີ່ມີຄົນທຳລາຍກຳແພງລົງ?

ເ​ມື່ອໃດກໍຕາມທີ່ຜູ້​ໃດພັງ​ກຳແພງ,​ ງູ​ອາດ​ຈະ​ຕອດ​ເຂົາໄດ້.

Ecclesiastes 10:10

ຈະເກີດຫຍັງຂຶ້ນຖ້າຄົນເຮົາບໍ່ຕີໃບມີດທີ່ປູ້ໃຫ້ແຫລມ?

ຖ້າ​ໃບມີດເຫລັກທີ່ປູ້ແລ້ວ, ແລະ ​ຄົນບໍ່​ຝົນມັນ​ໃຫ້​ຄົມ, ແລ້ວເຂົາ​ກໍ​ຕ້ອງ​ໃຊ້​ແຮງ​ຫລາຍ​ຂຶ້ນ.

Ecclesiastes 10:13

ໃນທີ່ສຸດ, ປາກຂອງຄົນໂງ່ຈ້າກໍໄດ້ເຜີຍຄວາມໂງ່ຈ້າອອກມາ?

ໃນສຸດທ້າຍ, ປາກຂອງເຂົາກໍ​ເຜີເວົ້າ​ອອກມາດ້ວຍຄວາມບ້າບໍຢ່າງຊົ່ວຮ້າຍ.

Ecclesiastes 10:16

ໃນເວລາໃດທີ່ແຜ່ນດິນພົບຄວາມຫຍຸ້ງຍາກ?

ວິບັດແກ່ແຜ່ນດິນ, ຖ້າ​ກະສັດຂອງເຈົ້າ​ຍັງ​ຫນຸ່ມນ້ອຍຢູ່, ແລະ ​ຖ້າບັນດາ​ຜູ້ນຳຂອງເຈົ້າ​ເລີ່ມລ້ຽງສະຫລອງ​ກັນ​ແຕ່​​ເຊົ້າ!

Ecclesiastes 10:18

ເປັນຫຍັງເຮືອນຮົ່ວ?

ເພາະມືທີ່ຂີ້ຄ້ານນັ້ນ ເຮືອຈຶ່ງມີຮູ​ຮົ່ວ​.

Ecclesiastes 10:20

ເປັນຫຍັງຜູ້ຄົນບໍ່ຄວນສາບແຊ່ງກະສັດ?

ຢ່າ​ສາບແຊ່ງ​ກະສັດ, ເພາະນົກໃນທ້ອງຟ້າອາດຈະຄາບຄຳເວົ້າຂອງເຈົ້າ​ໄປ.

Ecclesiastes 11

Ecclesiastes 11:1

ເປັນຫຍັງຜູ້ຄົນຄວນແບ່ງປັນເຂົ້າຈີ່ກັບເຈັດຄົນ, ແມ້ແຕ່ແປດຄົນກໍຕາມ?

ຜູ້ຄົນຄວນແບ່ງມັນກັບເຈັດຄົນ, ເຖິງແມ່ນວ່າແປດຄົນກໍຕາມ, ເພາະ​ເຈົ້າ​ບໍ່​ຮູ້​ວ່າອັນຕະລາຍ​ຊະນິດ​ໃດ​ຈະ​ເກີດຂຶ້ນເທິງໂລກນີ້.

Ecclesiastes 11:4

ແມ່ນຫຍັງທີ່ຄົນເຮົາບໍ່ສາມາດເຂົ້າໃຈໄດ້?

ຄົນເຮົາບໍ່ສາມາດເຂົ້າໃຈພຣະຣາຊກິດຂອງ​ພຣະເຈົ້າ.

Ecclesiastes 11:6

ປະຊາຊົນຄວນປູກແນວເມັດພຶດດົນປານໃດ?

ປະຊາຊົນຄວນຫວ່ານເມັດພືດຂອງເຈົ້າໃນຕອນເຊົ້າຈົນເຖິງຄ່ຳ.

Ecclesiastes 11:9

ຄົນເຮົາຄວນເອົາສິ່ງໃດອອກໄປຈາກຫົວໃຈຂອງພວກເຂົາ?

ຈົ່ງໄລ່ຄວາມໂກດຮ້າຍອອກໄປຈາກໃຈຂອງເຈົ້າ.

Ecclesiastes 12

Ecclesiastes 12:1

ເວລາໃດທີ່ຄົນເຮົາຄວນລະລຶກເຖິງພຣະຜູ້ສ້າງຂອງພວກເຂົາ?

ຈົ່ງ​ລະນຶກເຖິງ​ພຣະຜູ້​ສ້າງ​ຂອງເຈົ້າ ໃນ​ໄວຫນຸ່ມ​ຂອງເຈົ້າ.

Ecclesiastes 12:3

ເປັນຫຍັງພວກຜູ້ຍິງຜູ້ທີ່ໂມ້ແປ້ງຂຶ່ງຢຸດເຊົາ?

ພວກຜູ້ຍິງຢຸດໂມ້ແປ້ງເພາະພວກເຂົາມີຢູ່ຫນ້ອຍຄົນ.

Ecclesiastes 12:4

ພວກຜູ້ຊາຍຫວາດກົວຕໍ່ສິ່ງໃດ?

ຜູ້ຊາຍທັງຫລາຍໄດ້ຫວາດກວາຕໍ່​ສຽງ​ຂອງ​ນົກ​.

Ecclesiastes 12:6

ຂີ້ຝຸ່ນດິນຈະກັບຄືນໄປໃສ?

ຂີ້ຝຸ່ນດິນຈະກັບມາສູ່ແຜ່ນດິນໂລກຕາມເດີມ.

Ecclesiastes 12:8

ອາຈານໄດ້ສອນຫຍັງໃຫ້ແກ່ປະຊາຊົນ?

ອາຈານ​ໄດ້​ສອນ​ຄວາມຮູ້ໃຫ້ແກ່ປະຊາຊົນ.

Ecclesiastes 12:10

ຄຳເວົ້າຂອງຄົນມີປັນນຍາຄືຫຍັງ?

ຄຳເວົ້າ​ຂອງ​ຄົນມີ​ປັນຍາ​ເປັນເຫມືອນກັບ​ໄມ້ເທົ້າ​ອັນ​ແຫລມຄົມ.

Ecclesiastes 12:12

ການຮຽນຫລາຍໂພດນຳຫຍັງມາ?

ການຮຽນ​ຫລາຍໂພດ​ກໍພາ​ໃຫ້​ຮ່າ​ງກາຍອ່ອນເພຍ.

Ecclesiastes 12:13

ຕອນຈົບຂອງເລື່ອງແມ່ນຫຍັງ?

ຕອນຈົບຂອງເລື່ອງນີ້ແມ່ນຫລັງ​​ຈາກທີ່​ໄດ້ຟັງທຸກສິ່ງແລ້ວ, ຄືເຈົ້າຕ້ອງ​ຢຳເກງ​ພຣະເຈົ້າ ແລະ ​ເຮັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.